ເພງນະມັດສະການ 

໐໑​ໃຫ້​ຟ້າ​ກັບ​ໂລກ​ຍ້ອງຍໍ​ພຣະ​ເຈົ້າ (01)

1​ໃຫ້​ຟັາກັບ​ໂລກ​ຍ້ອງ​ຍໍ​ພຣະຈົ້າ​

ເພາະ​ພອນ​ທັງຫຼາຍ​ອັນ​ຊົງ​ປະທານ

ສັນຣະ​ເສີນ​ພຣະບິດາ​ຂອງ​ເຮົາ

ຍ້ອງຍໍ​ພຣະບຸດ​ແລະ​ພຣະວິນ​ຍານ


2 ບັນດາ​ມະນຸດ​ທຸກ​ບ່ອນທຸກ​ທີ່

​​ເຂົ້າ​ເຝົ້າພຣະອົງ​ຍົກ​ສຽງ​ຍິນ​ດີ

ຢຳ​ເກງ​ນັບຖື​ພຣະ​ເຈົ້າ​ໂລກ​ຟ້າ

ຍ້ອງຍໍ​ພຣະ​ເຈົ້າພຣະຢາ​ໂຮ​ວາ


​3​ ເຮົາ​ນີ້​ບໍ່​ໃຊ່​ເກີດ​ມາ​ເອງ​ໄດ້

ພຣະ​ເຈົ້າຊັ້ນຟ້າ​ຊົງ​ສ້າງ​ເຮົາ​ໄວ້

ຢາ​ໂຮ​ວາ​ຄື​ພຣະ​ເຈົ້າອົງ​ທ່ຽງ

ພວກ​ເຮົາ​ພຣະອົງ​ຊົງ​ໂຜດ​ຊ່ວຍ​ລ້ຽງ


4 ເຂົ້າທາງ​ປະຕູ​ເຊີນ​ມາ​ນັບຖື​

​ເຂົ້າ​ເຝົ້າພຣະອົງ​ດ້ວຍ​ໃຈ​ສັດຊື່

ຍ້ອງຍໍ​ພຣະ​ເຈົ້າດ້ວຍ​ສຽງ​ເພງ​ມ່ວນ​

​ເພາະ​ສັນຣະ​ເສີນ​ເປັນ​ການ​ສົມຄວນ


5 ພຣະຢາ​ໂຮ​ວາ​ພຣະ​ເຈົ້າ​ເຮົາ​ດີ

ຄວາມ​ເມດ​ຕາ​ຂອງ​ພຣະອົງ​ໜັ່ນມີ

ຄວາມ​ຈິງ​ພຣະອົງ​ຊົງ​ຕັ້ງດ້ວຍຣິດ

ຊົງ​ໃຫ້​ມີ​ຢູ່​ຕໍ່​ໄປ​ເປັນນິດ ອາ​ແມນ


໐໒ ຂ້າ​ຂໍຖວາຍ​ກຽດ (02)

1 ຂ້າ​ຂໍ​ຖວາຍ​ກຽດ​ແດ່​ພຣ​ະເຈົ້າຜູ້​ສູງ​ສຸດ​

ພຣະອົງ​ໄດ້​ຊົງ​ສຳ​ແດງຄວາ​ມຮັກ​ແກ່​ມະນຸດ

ພຣະບຸດ​ຂອງ​ພຣະອົງ​ຊົງ​ຍອມ​ສະລະພຣະຊົນ

ເປັນຄ່າ​ໄຖ່​ເຮົາ​ທຸກ​ຄົນ​ທຸກ​ຊາດ​ໃຫ້​ໄດ້​ພົ້ນ


ຂໍ້​ຊ້ຳ: ຈົ່ງ​ຖວາຍ​ສາທຸການ​ແດ່​ພຣະ​ເຈົ້າດ້ວຍ​ຍິນ​ດີ

ສັນຣະ​ເສີນ​ແດ່​ພຣະ​ເຈົ້າ ຈົ່ງ​ໃຫ້​ຊາວ​ໂລກ​ຍິນ​ດີ

​ເຊີນ​ມາ​ເຝົ້າພຣະ​ເຈົ້າ​ ໂດຍ​ພຣະນາມ​ພຣະ​ເຢຊູ​

ຖວາຍ​ຍົດ​ແດ່​ພຣະຜູ້​ຊົງ​ເມດ​ຕາເອັນດູ


2 ຄວາມພົ້ນອັນ​ສົມບູ​ນເຮົາ​ໄດ້​ເພາະ​ໂລ​ຫິດ​ໄຖ່

ຜູ້​ໃດ​ເຊື່ອ​ພຣະສັນຍາຈະ​ຮັບ​ຊີວິດ​ໃໝ່​

ຄົນ​ບາບ​ຈະ​ຊົ່ວ​ຮ້າຍ​ເຖິງ​ປານ​ໃດ​

ກໍພົ້ນໄດ້ ພຣະເຢຊູຊົງໂຜດຄວາມພົ້ນແກ່ຜູ້ວາງໃຈ


3 ພຣະອົງສອນເຖິງສິ່ງໃຫຍ່ຊຶ່ງໄດ້ຊົງກະທຳ

ຍິນດີທີ່ພຣະບຸດຄືພຣະເຢຊູຊົງນຳ

ປະຫຼາດໃຈໜັກໜາເມື່ອເຮົາເຫັນພຣະເຢຊູ

ຜູ້ບໍຣິສຸດໃຫຍ່ຫຼວງຊຶ່ງເຮົາເຂົ້າເຝົ້າດູ(ຊ້ຳ)


໐໓ ສາທຸ​ນາມຣິດພຣະ​ເຢຊູ​ຄຣິດ (04)

1 ສາທຸນາມ​ຣິດພຣະ​ເຢຊູຄຣິດ​

ໃຫ້​ເທວະ​ດາ​ຂາບ​ໄຫວ້

​ເຊີນ​ພຣະອົງ​ຊົງ​ມົງກຸດ​ເປັນນິດ​

ກະສັດ​ເຈົ້າຟ້າອົງ​​ໃຫຍ່ (໒)


​2 ໄພ່​ພົນ​ທັງຫຼາຍ​ທຸກ​ເມືອງ​ທຸກ​ບ້ານ

ທີ່​ພຣະອົງ​ຊົງ​ເລື​ອກ​ໄວ້

ຕ້ອງ​ສັນຣະ​ເສີນ​ນະມັດສະການ

ກະສັດ​ເໜືອ​ໂລກ​ທົ່ວ​ໄປ (໒)


3 ຄົນ​ບາບ​ທັງຫຼາຍ​ທີ່​ລືມ​ບໍ່​ໄດ້​

ພຣະອົງ​ຊົງ​ຕາຍ​ແທນ​ເຈົ້າ

ຂອງ​ເລີດ​ປະ​ເສີດ​ຈົ່ງ​ຍົກ​ຖວາຍ​

ແກ່​ເຈົ້າກະສັດ​ອົງ​ເຄົ້າ (໒)


4 ມະ​ນຸດ​ສະ​ໂລກ​ທຸກ​ຊາດ​ພາສາ

ອັນ​ມີ​ທົ່ວທຸກ​ປະ​ເທດ

ຕ້ອງ​ຍ້ອງ​ຍໍ​ອານຸພາບ​ເຈົ້າຟ້າ

ກະສັດ​ອົງ​ຊົງຣິດ​ເດດ (໒)


5 ຊາວ​ລຸ່ມ​ທັງ​ຫຼາຍຈົ່ງ​ພ້ອມ​ຂາບ​ລົງ​

ກັບ​ໝູ່​ຊາວຟ້າ​ຊຸມ​​ໃຫຍ່

ຮ້ອງ​ເພງ​ຂາ​ບທູນ​ພຣະບາດ​ພຣະອົງ

ກະສັດ​ເໜືອ​ຟ້າ​ໂລກ​ໄຄວ່ ອາ​ແມນ (໒)


໐໔ ​ແສງ​ແຫ່ງ​ໃຈ​ຂ້າ (05)

1 ແສງ​ແຫ່ງ​ໃຈ​ຂ້າ​ຄື​ພຣະຜູ້​ໄຖ່

ບໍ່​ມີ​ມືດ​ຖ້າ​ພຣະອົງ​ຢູ່​ໃກ້

ຢ່າ​ໃຫ້​ໂລກ​ເປັນ​ເໝືອນ​​ເມກ​ບັງຕາ

ກັ້ນພຣະອົງ​ໄວ້​ຈາກ​ໃຈ​ຂອງ​ຂ້າ


2 ຂໍ​ຢູ່​ກັບ​ຂ້າ​ແຕ່ເ​ຊົ້າຈົນ​ຄ່ຳ​

ເພາະ​ນອກ​ພຣະອົງ​ບໍ່​ເຫັນ​ຜູ້​ອື່ນ

ສະຖິດ​ກັບ​ຂ້າ​ຍາມ​ມື​ດ​ໃກ້​ມາ

ນອກຈາກ​ພຣະອົງ​ຢ້ານ​ມໍລະນາ


3 ຖ້າ​ຂ້າ​ໄດ້​ປະພຣະອົງ​ຫຼົງ​ໄປ

ຮ້ອງຫາ​ພຣະອົງ​ຜູ້​ຊົງ​ຊ່ອຍ​ໄດ້

​ ໂອ້​ພຣະ​ເຈົ້າຂ້າ​ຂໍ​ຊົງ​ໂຜດ​ຟັງ

ຂໍ​ຢ່າ​ໃຫ້​ກັບ​ເຮັດ​ບາບ​ອີ​ກຊ້ຳ


​4 ໂຜດ​ຊ່ອຍ​ຄົນ​ເຈັບ​ບັນ​ເທົາ​ຄົນ​ຈົນ

ດ້ວຍ​ມະຫາ​ພອນ​ອັນ​ຫຼາຍ​ເຫຼືອ​ລົ້ນ

​ ໃຫ້​ຜູ້​ທຸກ​ຍາກ​ນອນ​ຫຼັບ​ສຳບາຍ

​ ເໝືອນດັ່ງ​ເດັກນ້ອຍ​ສຸກ​ໃຈ​ຜ່ອງ​ໃສ


5 ສະຖິດ​ໃກ້​ຂ້າ​ອວຍພອນ​ເມື່ອ​ຕື່ນ

ກ່ອນ​ຂ້າ​ເຮັດ​ການ​ສິ່ງ​ໃດ​ສິ່ງ​ອື່ນ

ຈົນ​ຂ້າ​ໄດ້​ເຖິງ​ທີ່ຢູ່​ເມືອງ​ຟ້າ

​ ເຕັ​ມດ້ວຍ​ຄວາມ​ຮັກ​ພຣະ​ເຈົ້າຂອງ​ຂ້າ ອາ​ແມນ


໐໕ ສາທຸ ສາທຸ (06)

1 ສາທຸ ສາ​ທຸ ​ສາທຸ

ຜູ້​ເປັນ​ເຈົ້າຊົງ​ເດຊາ

​ ເວລາ​ເຊົ້າພວກ​ຂ້າ

ສົມຄວນ​ຮ້ອງ​ເພງ​ຍ້ອງຍໍ​ພຣະນາມ

ສາທຸ ສາ​ທຸ ​ສາທຸ​ ​​

ແດ່​ພຣະ​ເຈົ້າຜູ້​ເມດ​ຕາ

ປາກົດ​ເປັນ​ສາມ​ຕົນ

​ແມ່ນ​ພຣະ​ເຈົ້າອົງ​ດຽວ


2 ສາທຸ ສາ​ທຸ ​ສາທຸ

ຊ​າວສະຫວັນ​ຊາວ​ໂລກາ

ຊວນ​ກັນ​ມາ​ຖວາຍ

​ພຣະກຽດ​ແດ່ຜູ້​ເປັນ​ເຈົ້າອົງ​ດຽວ

ອົງ​ຜູ້​ບໍຣິສຸດ​ນັ້ນ

ຄວນ​ມະນຸດ​ຈະ​ບູຊາ

ຜູ້​ຊົງ​ສະພາບ​ຢູ່

ຕະຫຼອດ​ວັນ​ເວລາ


3 ສາທຸ ສາທຸ​ ສາທຸ ​

ແມ່ນ​ມື​ດບັງ​ພຣະອົງ​ໄວ້

​ ເຮັດ​ໃຫ້​ຕາ​ຄົນ​ບາບ

​ເຮົາ​ນີ້ ບໍ່​ອາດ​ເຫັນຣັດສະໝີ

ພຣະຜູ້​ບໍຣິສຸດ​ນັ້ນ

ບໍ່​ມີ​ໃຜ​ເທົ່າ​ທຽມ​ໄດ້

ສົມບູນ​ດ້ວຍຣິດ​ເດດ

ຄວາມ​ຮັກ​ຄວາມ​ເມດ​ຕາ


4 ສາທຸ ສາທຸ ສາທຸ

ຜູ້​ເປັນ​ເຈົ້າຊົງຣິດທາ

ຣາຊະ​ກິດ​ພຣະອົງ​ສຳ​ແດງ

ອຳນາດ​ໃຫ້​ຈັກກະວານ

ສາທຸ ສາທຸ​ ສາທຸ​

ຜູ້​ຊົງ​ຮັກ​ຊາວ​ໂລກາ

ປາກົດ​ເປັນ​ສາມ​ຕົນ

​ ແມ່ນ​ພຣະ​ເຈົ້າອົງ​ດຽວ


໐໖ ພຣະ​ພັກ​ພຣະ​ເຈົ້າ (08)

1 ພຣະພັກ​ພຣະ​ເຈົ້າຜ່ອງ​ໃສ​ເຫຼື້ອມ​ຕາ

ດ້ວຍ​ພຣະສະ​ງ່າ​ຣາສີ

ພະ​ສຽນ​ຊົງ​ສຸບ​ມົງກຸດ​ມີຄ່າ​

ພຣະ​ໂອດ​ລົ້ນ​ດ້ວຍ​ພຣະຄຸນ (໒)


2 ທົ່ວ​​ໂລກ​ພິພົບ​ຫາ​ປຽບບໍ່​ມີ

ມະນຸດ​ຄົນ​ໃດ​ບໍ່​ປານ

ທົ່ວຟ້າ​ສະ​ຫວັນ​ແລະ​ຈັກກະວານ

ພຣະ​ເຈົ້າຊົງ​ຍົດ​ໃຫຍ່​ຫຼວງ (໒)


3 ຕົວ​ຂ້າ​ເປັນ​ໜີ້​ພຣະອົງ​ຫຼວງ​ຫຼາຍ

ຊີວິດ​ຈິດ​ໃຈ​ແລະ​ກາຍ

ການ​ຊົງ​ຄຶງ​ໄວ້​ເຮັດ​ໃຫ້ມີ​ໄຊ

​ພົ້ນຈາກ​ຂຸມ​ມໍຣະນາ (໒)


4 ຂ້າ​ໄວ້​ໃຈ​ວ່າ​ພຣະອົງ​ຊົງ​ນຳ

​ໃຫ້​ຂ້າ​ເຖິງ​ຟ້າ​ສະ​ຫວັນ

​ ເມື່ອ​ຂ້າ​ເຂົ້າ​ເຝົ້າ​ໃກ້ຊິດ​ພຣະຊວງ

ດວງ​ຈິດ​ຂອງ​ຂ້າ​ເບີກ​ບານ (໒)


໐໗ ພີ່ນ້ອງ​ທັງ​ຫຼາຍ (13)

1 ພີ່ນ້ອງ​ທັງ​ຫຼາຍ​ຈົ່ງ​ມີ​ຄວາມສຸກ

ສຳ​ລານ​ໃນ​ພຣະ​ເຈົ້າ

ພີ່ນ້ອງ​ທັງ​ຫຼາຍ​ຈົ່ງ​ມີ​ຄວາມສຸກ​

ສຳລານ​ໃນ​ພຣະ​ເຈົ້າ


​2 ເພາະວ່າ​ຄວາມສຸກ​ນັ້ນພຣະ​ເຈົ້າ

​ໄດ້​ປະທານ ​ໃຫ້​ແກ່​ເຮົາ

​ ເພາະວ່າ​ຄວາມສຸກ​ນັ້ນພຣະ​ເຈົ້າ

​ ໄດ້​ປະທານ​ ໃຫ້​ແກ່​ເຮົາ


3 ຈົ່ງສັນຣະ​ເສີນ​ຄວາມ​ດີ​ທີ່​ພຣະອົງ

ຜູ້​ໄດ້​ໂຜດ​ໃຫ້

ຈົ່ງ​ສັນຣະ​ເສີນ​ຄວາມ​ດີ​ທີ່​ພຣະອົງ​

ຜູ້​ໄດ້​ໂຜດ​ໃຫ້


4 ຂອບຄຸນ​ພຣະອົງ​ຜູ້​ມີ​ຄວາມ​ຮັກ

ຂອບຄຸນ​ອັນ​ຍິ່ງ​​ໃຫຍ່

ຂອບຄຸນ​ພຣະອົງ​ຜູ້​ມີ​ຄວາມ​ຮັກ

ຂອບຄຸນ​ອັນ​ຍິ່ງ​ໃຫຍ່


໐໘ ພຣະ​ເຢຊູ​ຜູ້​ງາມ​ເລີດ (15)

1 ພຣະ​ເຢຊູ​ຜູ້ງາມ​ເລີດ

ຜູ້​ຊົງ​ຄຸ້ມ​ຄອງ​ທົ່ວ​ໂລກາ

ຊົງ​ເປັນ​ພຣະ​ເຈົ້າ​ແລະ​ຊົງ​ເປັນ​ມະນຸດ

ຕົວ​ຂ້າ​ຈະ​ຮັກ​ພຣະອົງ

ຕົວ​ຂ້າ​ຍົກ​ທູນ​ພຣະອົງ​

ຕົນຊົງ​ສະງ່າ​ລາສີ​ສູງ​ສຸດ


2 ທົ່ງ​ນາ​ໃຫຍ່​ກ້ວາງ​ງົດ​ງາມ

​​ ແຖ​ວພືດ​ພົງ​ກໍ່​ແຮງ​ງາມ​ກ່ວາ

​ ເຖິງ​ຍາມ​ສະດູ​ເມື່ອ​ປົ່ງ​ໃບ​ດອກ​ບານ

ພຣະ​ເຢຊູຜູ້​ໂສພາ

ພຣະອົງ​ປະ​ເສີດ​ຫຼາຍ​ກ່ວາ

​ ຮັກສາ​ໃຈ​ຂ້າ​​ໃຫ້​ສຸກ​ສຳລານ


3 ​ແສງ​ແດດ​ສ່ອງ​ງາມ​ສົດ​ສີ

​ ແສງ​ດວງ​ຈັນ​ແສງ​ງາມ​ກ່ວາ​ນີ້

ຍັງ​ແສງ​ດວງ​ດາວ​ຊື່​ງສ່ອງ​ແຈ້ງ​ເຫຼື້ອມ​ໃສ

ພຣະ​ເຢຊູ​ບໍລິສຸດ

ງາມ​ເລີດ​ດ້ວຍຣັດສະໝີ

ຝູງ​ເທວະ​ດາ​ຈິ່ງ​ຂາບ​ລົງ​ໄຫວ


໐໙ ຂໍ​ພະ​ພອນ (18)

1 ຂໍພະ​ພອນ​ຈາກ​ເບື້ອ​ງ​ເທິງ​ລົງ​ມາ

​ ໃຫ້​ໃຈ​ຂ້າລົ້ນ​ເໜືອນ​ລຳ​ທານ

ຂອງ​ທຸກ​ສິ່ງ​ທີ່ຂ້າ​ໄດ້​ມີ​ຢູ່

ລ້ວນ​ພຣະອົງ​ເປັນ​ຜູ້​ປະທານ

​ ໂມທະນາ​ພຣະຄຸນ​ຂອງ​ພຣະ​ເຢຊູ

ດ້ວຍ​ຂັບ​ຮ້ອງ​ບົດ​ເພງ​ຖວາຍ

ຂ້າ​ຢືນ​ຢູ່​ເທິງ​ສີ​ລາ​ໝັ້ນຄົງ

ຄື​ພຣະອົງ​ຜູ້​ຮັກ​ຫຼວງ​ຫຼາຍ


​2 ໃນ​ອະດີດ​ຊົງ​ຊ່ວຍ​ໃຫ້​ມີ​ໄຊ

ດຽວ​ນີ້​ຂ້າ​ຈິ່ງ​ເພີ່ງ​ອາ​ໃສ

ຂໍ​ຊົງ​ເມດ​ຕາ​ຂ້າ​ສະ​ເໝີ​ໄປ

ທັງ​ຈະ​ຊ່ອຍ​ຈົນ​​ເຖິງ​ວັນ​ຕາຍ

ພຣະ​ເຢຊູ​ໄດ້​ຊົງຕິດຕາມ​ຫາ​ຂ້າ

​ເມື່ອ​ຫຼົງ​ຈາກ​ທາງ​ໄປ​ສະຫວັນ

ພຣະອົງ​ຊົງ​ເປັນຄວາມ​ຮັກ​ອັນ​​ໃຫຍ່​

ໄຖ່ດ້ວຍ​​ໂລຫິດ​ອັດສະຈັນ


3 ຂ້າ​ເປັນ​ໜີ້​ພຣະຄຸນ​ພຣະ​ເຢຊູ

ຊົງ​ສະລະພຣະຊົນ​ເພື່ອ​​ໄຖ່

ຂໍ​ໃຫ້​ຄວາມ​ດີ​ຂອງ​ພຣະອົງ​ນີ້

ດຶງ​ດວງ​ໃຈ​ຂ້າ​ຈົນ​ວັນ​ຕາຍ

ພຣະອົງ​ຊົງ​ຮັກ​ຂ້າ​ສະ​ເໝີ​ຕໍ່​ໄປ​

​ ແຕ່​ຂ້າ​ມັກ​ຫຼົງ​ລືມ​ພຣະຄຸນ

ຕັ້ງ​ແຕ່​ນີ້​ໄປ​ຂໍ​ຖວາຍ​ຕົວ​

ກັບ​ພຣະອົງ​ຈົນ​ວັນ​ສຸດ​ທ້າຍ


4 ພຣະບິດາ​ພຣະບຸດ​ພຣະວິນ​ຍານ

ກໍ​ປະທານ​ແກ່​ສິດທັງຫຼາຍ

ຖ້າ​ພຣະອົງ​ບໍ່​ສະ​ເດັດ​ມາ​ໂຜດ

ຂ້າ​ຕ້ອງ​ມ້ວຍ​ຕ້ອງ​ໄດ້​ຈິບຫາຍ

ຂໍ​ຊົງ​ເອັມດູ​ຂ້າ​ໂຜດ​ເອັມດູ​ຂ້າ

ພຣະອົງ​ດຽວ​ໂຜດ​ໃຫ້​ພົ້ນ​ໄດ້

ຂໍ​​ເມດ​ຕາ​ຂ້າ​ໂຜດ​ເມດ​ຕາ​ຂ້າ

ພຣະອົງ​ດຽວ​ໂຜດ​ໃຫ້​ພົ້ນ​ໄດ້


໑໐ ພຣະ​ອົງ​ຜູ້​ຊົງ​ມີ​ລິດ​ອຳນາດ (19)

1 ພຣະອົງ​ຜູ້​ຊົງ​ມີຣິດອຳນາດ​

ຂ້າ​ຂໍ​ກົ້ມຂາບ​ນົບ​ນ້ອມ​ຖ່ອມ​ໃຈ​ລົງ

ຂໍວາງ​ໃຈ​ໃນພຣະອົງ

​ແລະ​ຊື່​ກົງ​​ໄປເຖິງ​ວັນ​ຕາຍ​

ຈະ​ລຳບາກຫຼື​ວ່າ​ສຸກ​ສຳບາຍ

ຈະ​ເປັນ​ຫຼື​ຕາຍ​ຂໍ​ຮັບ​ໃຊ້​ພຣະອົງ


2 ຂໍ​ໂຜດ​ພາ​ຂ້າ​ຂ້າມ​ຈາກ​ໂລກ​ນີ້

​ດຳ​ເນີນ​ໄປ​ຕາມ​ແນວທາງ​ອັນ​ຊອບ​ທຳ​

ຂໍພຣະອົງ​ໂຜດ​ຊູ​ຊ່ອຍ

​ເພື່ອ​ໃຫ້​ມີ​ຄວາມ​ພາກ​ພຽນ​ຮຽນ​

ດ້ວຍ​ຕັ້ງ​ໃຈ​ຕິດຕາມ​ພຣະ​ເຢຊູ

​ຊົງ​ເປັນ​ຄູ​ດີ​ຜູ້ວາງ​ແບບຢ່າງ​ໃວ້


3 ຂໍ​ຊ່ອຍ​ໃຫ້ເຮັດ​ຕາມ​ນ້ຳພຣະ​ໄທ

​ເພື່ອ​ເປັນ​ຜູ້​ຊຳນານ​ໃນ​ການ​ຮັບ​ໃຊ້

​ໃຫ້​ເປັນ​ຄົນ​ທີ່​ຮຽບຮ້ອຍ​

ພົ້ນຈາ​ກການ​ຕຳ​ໜິຕິຕຽນ

​ການ​ທົດ​ລອງ​ຂໍ​ເອົາ​ເປັນ​ບົດຮຽນ

​ທີ່​ຊູ​ຊ່ອຍ​ໃຫ້​ໄດ້​ກ້າວໜ້າ​ຖາວອນ


໑໑ ເຊີນ​ພຣະອົງ​ກະສັດ​ອົງ​ໃຫຍ່ (20)

​1 ເຊີນ​ພຣະອົງ​ກະສັດ​ອົງ​ໃຫຍ່

ຜູ້​ຊົງຣິດ​ເໜືອ​ກ່ວາ​ຜູ້​ໃດ

ຄື​ພຣະບິດາ​ຊົງ​ສອນ​ໃຫ້​ສິດ​ຖວາຍ

ສາ​ທຸການ​ໂດຍ​ບໍ່​ວາຍ

ພຣະຜູ້​ຊົງ​ແພ້​ມານ​ຮ້າຍ​

ພຣະ​ເຈົ້າຊັ້ນຟ້າ


2 ອົງ​ພຣະທຳ​ປະ​ທັບ​ໂລກາ

ພວກ​ສິດ​ຂໍ​ອ່ອນ​ນ້ອມ​ວັນ​ທາ

ຄື​ອົງ​ພຣະຄຣິດພວກ​ສິດ​​ເຂົ້າ​ເຝົ້າອ້ອນ​ວອນ

ຂໍພຣະອົງ​ຊົງ​ໂຜດ​ພອນ

​ສຸບ​​ໃສ່​ດ້ວຍ​ພຣະວິນ​ຍານ

​ເຊີນ​ສະຖິດ​ນຳ


​3 ເຊີນ​ພຣະວິນ​ຍານ​ສະ​ເດັດ​ມາ​

ຊົງ​ເພີ່ມ​ວິນ​ຍານ​ຂອງ​ພວກ​ຂ້າ

​ເວລາ​ບັດ​ນີ້​ພຣະຜູ້​ຊົງ​ຄຸ້ມ​ຄອງ​ໃຈ​

ສະຖິດກັບ​ສິດ​ທັງຫຼາຍ​

ຊົງ​ສຸບ​ໃສ່​ຂ້າ​ຕໍ່​ໄປ​

ດ້ວຍຣິດອຳນາດ


໑໒ ຢູ່​ໃກ້ຊິດ​ພຣະ​ເຈົ້າ (21)

​1 ເຝົ້າ​ໃກ້​ສະໜິດ​ພຣະ​ເຈົ້າ​ແຮງ​ໃກ້​ແຮງ​ດີ

​ເຖິງ​ວ່າ​ລຳບາກ​ພຽງ​ໃດ​ໃຈ​ຂ້າ​ຢາກ​ຢູ່​ໃກ້

ຄວາມທຸກ​ເດືອດຮ້ອນ​ໝົດ​ໄປ

​ ເພາະ​ຢູ່​ໃກ້​ພຣະຜູ້​ໄຖ່​

​ແຮງ​ໃກ້ພຣະ​ອົງ​ແຮງ​ດີ

ຢູ່ໃກ້​ຊິດ​ພຣະ​ເຈົ້າ


​2 ເຖິງ​ວ່າ​ຂ້າ​ໄດ້​ເຫີ​ນຫ່າງ​ຈາກ​ທາງ​ພຣະ​ເຈົ້າ

ດວງ​ໃຈ​ວ້າ​ເວ້​ເປົ່າ​ປ່ຽວ​ຈິດ​ໃຈ​ຂ້າ​ໂສກ​ເສົ້າ

​ ເມື່ອນັ້ນ​ໃຈ​ຂ້າ​ຕ້ອງການ

​ຢູ່​ໃກ້​ພຣະ​ເຈົ້າດົນ​ນານ

​ແຮງ​ໃກ້​ພຣະອົງ​ແຮ​ງດີ

ຢູ່​ໃກ້ຊິດ​ພຣະ​ເຈົ້າ


3 ຍາມ​ທຸກ​ລຳບາ​ກດັ່ງ​ນີ້​ຊົງ​ໂຜດ​ປານີ

​ໄຂ​ທາງ​ສະຫວັນ​ໃຫ້​ມີ​ຂັ້ນ​ໄດ​ລົງ​ຈາກ​ຟ້າ

ເຫັນ​ເທວະ​ດາ​ຫງັບ​ມາ​

ເອີ້ນ​ຂ້າ​ໃຫ້​ເຂົ້າ​ໄປ​ໃກ້​

ແຮງ​ໃກ້ພຣະ​ອົງ​ແຮງ​ດີ

ຢູ່ໃກ້​ຊິດ​ພຣະ​ເຈົ້າ


​4 ແລ້ວ​ຂ້າ​ຈິ່ງ​ເຫັນ​ສະຫວ່າງ​ທາງ​ຂອງ​ພຣະ​ເຈົ້າ

ຄວາມ​ຍາກ​ລຳບາກ​ເບົາບາງ​ເມື່ອ​ຢູ່​ໃກ້​ພຣະອົງ

ຂ້າ​ຈະ​ຮ້ອງ​ດ້ວຍ​ສຸດ​ໃຈ ​ຍ້ອ​ງຍໍ​ພຣະ​ເຈົ້າທົ່ວ​ໄປ

​ແຮງ​ໃກ້ພຣະ​ອົງ​ແຮງ​ດີ

ຢູ່​ໃກ້​ຊິດ​ພຣະ​ເຈົ້າ


໑໓ ຂ້າສັນ​ຣະ​ເສີນ​ພຣະ​ເຈົ້າ (25)

​1 ພຣະອົງ​ເຈົ້າຂ້າ​ຂ້ານ້ອຍ​ເຝົ້າ​ເບິ່ງ​ດ້ວຍ​ຢຳ​ເກງ

​ເພາະ​ພຣະອົງ​ຊົງ​ເປັນ​ຜູ້​ສ້າງ​ຈັກກະວານ

​ ເມື່ອ​ຫຼຽວ​ເບິ່ງ​ດາວ​

ແລະ​ເມື່ອ​ໄດ້ຍິນ​ສຽງ​ຟ້າຮ້ອງ​

ເຫັນ​ສີພຣະຫັດ​

ຂອງ​ພຣະອົງ​ທົ່ວ​ທ້ອງຟ້າ


ຂໍ້​ຊ້ຳ​: ຂ້າສັນ​ຣະ​​ເສີນ​ພຣະ​ເຈົ້າຜູ້​ໂຜດ​ໃຫ້​ພົ້ນ

ພຣະ​ເຈົ້າຍິ່ງ​ໃຫຍ່​ພຣະ​ເຈົ້າຍິ່ງ​​ໃຫຍ່

ຂ້າ​ສັນລະ​ເສີນ​ພຣະ​ເຈົ້າຜູ້​ໂຜດ​ໃຫ້​ພົ້ນ

ພຣະ​ເຈົ້າຍິ່ງ​ໃຫຍ່​ພຣະ​ເຈົ້າຍິ່ງ​​ໃຫຍ່


​2 ເມື່ອຂ້າ​ຄຶດ​ເຖິງ​

ພຣະ​ເຈົ້າຜູ້​ບໍ່​ຊົງ​ເສຍດາຍ

ພຣະບຸດ​ອົງ​ດຽວ​

ສະ​ເດັດ​ມາ​ເປັນ​ຜູ້​ໄຖ່

ຖືກ​ທໍລະມານຄຶງ​ໄວ້​ທີ່​ກາງ​ແຂນ​ເພື່ອຂ້າ

ຂ້າ​ຂອບ​ພຣະຄຸນ​ທີ່​ພຣະອົງ​ຊົງ​ເມດ​ຕາ


3 ຈະ​ສະ​ເດັດ​ມາ​ດ້ວຍ​ສຽງ​ແກດັງ​ກ້ອງ​ເວ​ຫາ​

ເພື່ອ​ຮັບ​ເອົາ​ຂ້າ​ກັບ​ໄປ​ຢູ່​ໃນ​ເມືອງຟ້າ​

ຂ້າ​ຈະ​ຂາບ​ລົງ​

ທີ່​ຝ່າ​ພຣະບາດດ້ວຍຖ່ອມ​ໃຈ ຖວາຍ​ພຣະກຽດ

​ແກ່​ພຣະອົງ​ເຈົ້າຍິ່ງ​​ໃຫຍ່


໑໔ ພຣະຄຣິດ​ໄດ້​ມາ (26)

1 ພຣະຄຣິດ​ໄດ້ ​ມາ​ຈົ່ງ​ສັນຣະ​ເສີນ

ດ້ວຍ​ສຸດ​ໃຈ​ຍິນ​ດີ ເພາະ​ໄດ້​ມີ​ຜູ້​ຊ່ວຍ

ພຣະ​ເຢຊູ​ຊົງ ໂຜດ​ຖວາຍ​ຕົນ​​ເອງ

​ ເປັນເຄື່ອງ​ບູຊາ​ໄຖ່​ໂທດ​ຄົນ​ບາບ​ທັງ​ຫຼາຍ

​ໃຫ້​ພົ້ນດ້ວຍ​ຄວາມ​ເຊື່ອ


2 ຈົ່ງ​ເບິ່ງ​ຄວາມ​ຮັກ​ ຂອງ​ພຣະບິດາ

ຜູ້​ຊົງ​ປະທານ​ພຣະບຸດ​ທີ່​ຮັກ​ອົງ​ດຽວ

ພຣະ​ເຢຊູ​​ໄດ້​

ໂຜດ​ຮັກສາ​ໃຫ້​​ເຮົາ​

ພົ້ນຈາກການ​ທົດ​ລອງ​

(ພຣະ​ເຢຊູຜູ້​ຊ່ວຍ​) ໆ


3 ໝູ່​ເຮົາຈະ​​ເຫັນ​ ເມືອ​ງບໍຣິສຸດ

​ ເຢຣູຊາ​ເລັມ​ໃໝ່ ລົງ​ມາ​ຈາກ​ສະຫວັນ

ມາ​ແຕ່​ພຣະ​ເຈົ້າ

ປະກອບ​ດ້ວຍ​ລັດ​ສະ​ໜີ

ຮຸ່ງ​ເຮືອງ​ຂອງ​ພຣະອົງ

​ຄົນ​ທຸກ​ຄົນ​ທີ່​ເຊື່ອ​ຈົ່ງ​ຄອຍຖ້າ​ພຣະອົງ


4 ຜູ້​ທີ່​ມີນ້ຳ​ໃຈ ​ຢາກ​ຮັບ​ພຣະອົງ​

ຈົ່ງ​ເຊີນ​ພຣະອົງ​ມາ ຢູ່​ໃນ​ໃຈ​ຂອງ​ຕົນ

ຂໍພຣະວິນ​ຍານ​

ໂຜດ​ສ່ອງ​ແຈ້ງ​ໃນ​ໃຈ​ຂ້າ

​ຂໍ​ໃຫ້​ພຣະອົງ​ເຈົ້າ

(ສະ​ເດັດ​ມາ​ໂດຍ​ເຣວ) ໆ


໑໕ ພຣະຄຣິດ​ເປັນ​ເຈົ້າຊີວິດ (34)

1 ພຣະຄຣິດ​ເປັນ​ເຈົ້າຊີວິດ​ຂອງຂ້າ

ຊົງ​ເປັນ​ສະງ່າ​ຣາສີ

ຢ່າ​ໃຫ້​ຂ້າ​ລືມ​ເຣື່ອງມົງກຸດ​ໝາ​ມ

​ ໂຜດ​ນຳ​ເຖິງ​ໄມ້​ກາງ​ແຂນ


ຂໍ້​ຊ້ຳ: ຢ່າ​ໃຫ້​ຂ້າ​ລືມ​ເຄັດ​ເຊ​ມາ​ເນ

ຢ່າ​ໃຫ້​ຂ້າ​ລືມ​ຄວາມ​ທໍຣະມານ

ຢ່າ​ໃຫ້​ຂ້າ​ລືມ​ຄວາມ​ຮັກ​ອ່ອນ​ຫວານ

​ ໂຜດນຳ​ໄປ​ເຖິງ​ກາງ​ແຂນ


​2 ໃຫ້​ເຫັນ​ອຸບ​ໂມງ​ຂອງ​ພຣະອົງ​ເຈົ້າ

ບ່ອນ​ພວກ​ຜູ້ຍິງ​ໂສກ​ເສົ້າ

ບ່ອນ​ເທວະ​ດາ​ພິທັກ​ຮັກສາ

​ເມື່ອ​​ເອົາ​ພຣະສົບ​ປົງ​ໄວ້


​3 ເໜືອ​ນມາຣິອາຊາ​ວມັກ​ດາລາ

ທີ່​ເອົາ​ເຄື່ອງ​ຫອມ​ບູຊາ

ຂໍ​ໃຫ້​ຂ້າ​ເຫັນ​ອຸບ​ໂມງ​ຫວ່າງ​ເປົ່າ

​ ໂຜດ​ນຳ​ໄປ​ເຖິງ​ກາງ​ແຂນ


​4 ໃຫ້​ຂ້າ​ເຕັມ​ໃຈ​ແບກ​ໄມ້​ກາງ​ແຂນ

ຕິດຕາມ​ພຣະອົງ​ທຸກ​ວັນ

​ ໃຫ້​ຂ້າ​ຮ່ວມ​ທຸກ​ກັບ​ພຣະ​ເຢຊູ

ພຣະອົງ​ທົນ​ທຸກ​ແທນ​ຂ້າ


໑໖ ເຮ າຍຶດໝັ້ນໃນຄໍາສັນຍາ (38)

1 ເຮົາ​ຍຶດໝັ້ນ​ໃນ​ຄຳ​ສັນຍາ​ຂອງ​ອົງ​ພຣະຄຣິດ

​ເຮົາຈະ​ສັນຣະ​ເສີນ​ພຣະອົງ​ສະ​ເໝີ​ເປັນນິດ

ສັນຣະ​ເສີນ​ຍ້ອງຍໍພຣະອົງ​ຜູ້​ຊົງ​ມີຣິດ

ຍຶດຖື​ຄຳ​ສັນຍາ​ຂອງ​ພຣະອົງ​ເຈົ້າ


ຂໍ້​ຊ້ຳ: ​ເຊື່ອ​ຖື​ເຊື່ອ​ຖື

ເຮົາ​ເຊື່ອ​ໝັ້ນຄຳ​ສັນຍາ​ຂອງ​ພຣະ​ເຈົ້າຜູ້​ຊ່ອຍ​ເຮົາ

​ເຊື່ອ​ຖື​ ​ເຊື່ອຖື

​ເຊື່ອ​ໝັ້ນ​ໃນ​ຄຳ​ສັນຍາ​ຂອງ​ພຣະອົງ​ເຈົ້າ


​2 ເຮົາ​ຍຶດໝັ້ນ​ໃນ​ຄຳ​ສັນຍາ​ທີ່​ບໍ່​ເຫຼວ​ໄຫຼ

ແມ່ນ​ຄວາມທຸກ​ຢູ່​ຮອບ​ຕົວ​ເຮົາ​ກໍ​ບໍ່​ຕົກ​ໃຈ​

ມີຊີວິດ​ໂດຍ​ພຣະ​ເຢຊູ​ຊົງ​ໃຫ້​ມີ​ໄຊ

ຍຶດຖື​ຄຳ​ສັນຍາ​ຂອງ​ພຣະອົງ​ເຈົ້າ


​3 ເຮົາ​ຍຶດໝັ້ນ​ໃນ​ພຣະສັນຍາ​ຈະລົ້ມບໍ່​ໄດ້

ຟັງສຽງ​ພຣະວິນ​ຍານ​ຊົງ​ເອີ້ນ​ຕາມ​ທາງ​ທີ່

​ໄປ​ເຮົາ​ເຕັມ​ໃຈ​ມະ​ມອບ​ທຸກ​ສິ່ງ​ກັບ​ພຣະຜູ້​ໄຖ່

ຍຶດຖື​ຄຳ​ສັນຍາ​ຂອງ​ພຣະອົງ​ເຈົ້າ


​໑໗ ແຜ່​ຂ່າວ​ເຣື່ອງ​ຄວາມພົ້ນ​ໄປ (41)

1 ແຜ່​ຂ່າວ​ເຣື່ອງຄວາມພົ້ນ​ໄປ

ບໍ່​ວ່າ​ມີ​ຄົນ​ທີ່​ໃດ

ທຸກ​​ແຫ່ງທີ່​ມີດ​ວງ​ໃຈ

ວິ​ບາກ​ລ້ອມ​ຮອບ​ເຂົາ​ໄວ້​

ໃຫ້​ຄຣິດສະ​ຕຽນ​ທັງຫຼາຍ​ປະກາດດ້ວຍ​ຄວາມ​ຊື່ນ​ໃຈ

ວ່າ​ພຣະ​ເລົ້າ​​ໂລມ​ໄດ້​ມາ


ຂໍ້​ຊ້ຳ: ພຣະຜູ້​ເລົ້າ​ໂລມ​ໄດ້​ມາ

​ ພຣະຜູ້​ເລົ້າ​ໂລມ​ໄດ້​ມາ

ພຣະວິນ​ຍານ​ສະ​ເດັດ​ມາ

​ ຕາມ​ພຣະບິດາ​ສັນຍາ

ໃຫ້​ຍິງ​ຊາຍ​ເລົ່າ​ຂ່າວ​ໄປ​​ບໍ່​ວ່າ​ມີ​ຄົນ​ທີ່​ໃດ

ວ່າ​ພຣະ​ວິນ​ຍານ​ໄດ້​ມາ


​2 ເບິ່ງດູ​ກະສັດ​ອົງ​ໃຫຍ່​

ກຳຈັດ​ພະຍາດ​ໃຫ້ຫາ​ຍ

ວິນ​ຍານ​ທີ່​ຖືກ​ຂັງ​ໄວ້

​ຊົງ​ປ່ອຍ​ໃຫ້​ເຂົາພົ້ນ​ໄດ້

ທຸກ​ຫ້ອງ​ພາຍ​ໃນ​ຄຸກ​ໃຫຍ່

ສຽງ​ເພງ​ຊະນະ​ກ້ອງ​ໄປ ວ່າ​ພຣະ​ເລົ້າ​ໂລມ​ໄດ້​ມາ


​3 ໃຊ້​ລີ້ນຂ້າ​ໝົດ​ສາມາດ

ປະກາດ​ຂ່າວ​ນີ້​​ແຜ່​ໄປ

​ເຣື່ອງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ

​ ແລະ​ພຣະຄຸນ​ອັນ​ຍິ່ງ​ໃຫຍ່

ຂ້າ​ຜູ້​ທີ່​ມີ​ບາບ​ໜາ​ໄດ້​ເຂົ້າ​ເປັນ​ລູກ​ພຣະ​ເຈົ້າ

ພຣະຜູ້​ເລົ້າ​ໂລມ​ໄດ້​ມາ


​໑໘ ຂໍ​ຈົ່ງ​ປົກ​ປ້ອງ (43)

1 ຂໍ​ຈົ່ງ​ປົກ​ປ້ອງຊຳຣະ​ໃຈ​

ໂອ້ພຣະວິນ​ຍານຜູ້​ຊົງ​ຄວບ​ຄຸມ

​ ໂຜດ​ສະຖິດ​ຢູ່ໃນ​ໃຈ

​ ດຽວ​ນີ້ເພີ່ມ​ໃຫ້​ເຕັມ ດວງ​ໃຈ​ຂອງ​ຂ້າ


ຂໍ້​ຊ້ຳ: ພຣະວິນ​ຍານ​ສະຖິດ​ຢູ່

​ຂໍ​ເຊີນ​ເພີ່ມ​​​ໃຫ້​ເຕັມ​ໃຈ​

ຂ້າ​ເພີ່ມ​ໃຫ້​ເຕັມ​ດວງ​ໃຈ

ຂອງ​ຂ້າ​ໂຜດ​ສະທິດຢູ່​ໃນ​ໃຈ​ດຽວ​ນີ້


2 ພຣະວິນ​ຍານ​ຊົງ​ເພີ່ມ​ຂ້າ​ໄດ້

ຂ້າບໍ່ຮູ້​ວ່າ​ຊົງ​ເພີ່ມ​ຢ່າງ​ໃດ

​ຂ້າ​ຕ້ອງການ​ພຣະອົງ​ໜັກ​ໜາ​

ໂຜດ​ສະຖິດ​ຢູ່​ໃນ​ໃຈ​ດຽວ​ນີ້


3 ຂ້າ​ເປັນ​ຄົນ​ອ່ອນ​ແອ

​ຢູ່​ແລ້ວ​ໃຈ​ບໍ່​ຜ່ອງ​ໃສ​ຂໍຊຳຣະລ້າງ

ພຣະວິນ​ຍານ​ປະທານ

​ພອນ​ຈິ່ງ​ຂໍ​ເພີ່ມ​ໃຈ​ຂ້າ​ໃຫ້​ເຕັມ​ດຽວ​ນີ້


4 ຊົງ​ເລົ້າ​ໂລມ​ອວຍພອນ​ຮັກສາ​

ລ້ອມ​ຮອບ​ໃຈ​ຂ້າ​ຖ້ວມ​ຫົວ​ຖ້ວມ​ຫູ

ຜູ້​ເລົ້າ​ໂລມ​ອວຍພ​ອນຮັກສາ

​ເຊີນ​ໂຜດ​ຊົງ​ເພີ່ມ​​ໃຫ້​ເຕັມ​ດຽວ​ນີ


​໑໙ ຂໍພຣະວິນ​ຍານ​ໂຜດ​ນຳ​ທາງ (44)

1 ຂໍພຣະວິນ​ຍານ​ໂຜດ​ນຳ​ທາງ​

ຂໍ​ປະ​ທັບ​ຢູ່​ໃກ້​ຄຽງ​ຂ້າງ

ຂໍ​ຈູງຂ້າ​ໃຫ້​ມີ​ໃຈ​ກ້າ

​ ເມື່ອ​ສັນຈອນ​ທຽວ​ທາງ​ໄປມາ

​ ໃຈ​ເບື່ອ​ໜ່າຍ​ກາຍເປັນ​ເບີກບານ

​ເມື່ອ​ໄດ້​ຍິນ​ສຽງ​ເອີ້ນ​ອ່ອນ​ຫວານ

ວ່າ​ເຊີນ​ມາ​ຈົ່ງ​ຕາມ​ເຮົາ​ໄປ

​ເຮົາ​ຈະ​ພາ​ກັບ​ບ້ານ​ເມືອງ​ຟ້າ


2 ຊົງ​ຢູ່​ໃກ້​ເປັນ​ເໝືອນ​ເພື່ອນ​ຕາຍ

ຊົງ​ໂຜດ​ໃຫ້​ພົ້ນຈາກ​ມານ​ຮ້າຍ

​ ເມື່ອ​ເກີດ​ຢ້ານ​ຫຼື​ໃຈ​ສົງ​ໃສ

ຊົງ​ໂຜດ​ໃຫ້​ເກີດ​ຄວາມ​ແນ່​ໃຈ

ຄາວ​ທຸກ​ໂສກ​ຈິດ​ໃຈ​ມືດ​ມົວ

​ໃຈ​ທໍ້ຖອຍ​ໝົດ​ຫວັງ​ຈົນ​ກົວ

ຊົງ​ຄອຍ​ກ່າວ​ວ່າ​ເຮົາ​ຢູ່ນຳ

​ເຮົາ​ຈະ​ພາ​ກັບ​ບ້ານ​ເມືອງຟ້າ


3 ຄວາມ​ລຳບາກໝົດ​ສິ້ນ​ເມື່ອ​ຕາຍ

​ເຮົາ​ກໍ​ມີ​ທີ່​ພັກ​ສຳ​ບາຍ

​ ໃນ​ໜັງ​ສື​ທະບຽນ​ເມືອງ​ແກ້ວ

ອົງ​ພຣະຄຣິດຈົດ​ຊື່​ຂ້າ​ແລ້ວ

​ ໃນ​ໂລກ​ນີ້​ບໍ່​ມີ​ອັນ​​ໃດ

​ເວັ້ນ​ແຕ່​ໂລ​ຫິດ​ພຣະຜູ້​ໄຖ່

ຊົງ​ຄອຍ​ກ່າວ​ວ່າ​ຕາມ​ເຮົາ​ໄປ

​ເຮົາ​ຈະ​ພາ​ກັບ​ບ້ານ​​ເມືອງ​ຟ້າ ອາ​ແມນ


​໒໐ ເມືອງ​ເບັດ​ເລ​ເຮັມ (46)

1 ເມືອງ​ເບັດ​ເລ​ເຮັມກາຍ​ເປັນ​ເມືອງ​ສຳຄັນ

​ເພາະ​ໃນ​ເມືອງ​ນັ້ນພຣະ​ເຢຊູ​ປະສູດ

ມື້​ນຶ່ງ​ພຣະ​ເຈົ້າ​ໃຫ້​ເທວະ​ດາ​ລົງ​ມາ

ປາກົດ​ແກ່​ບັນ​ດາ​ຜູ້​ລ້ຽງ​ແກະ​ຢູ່​ທົ່ງ

​ ເທວະ​ດາ​ຕົນ​ນັ້ນ​ໄດ້​ກ່າວ​ວ່າ

ພວກ​ເຈົ້ານັ້ນຢ້ານ​ຕົນ​​ເຮົາ​ເຮັດ​ຫຍັງ

ເຮົາ​ນຳ​ຂ່າວ​ດີ​ມາ​ໃຫ້​ເຈົ້າຊື່ນ​ໃຈ

ພຣະຄຣິດຜູ້​ໄຖ່​ໄດ້​ມາ​ເກີດ​

ເຄື່ອງໝາຍ​ສຳຄັນ​ຄືກຸມມານ​

ນັ້ນນອນ​ຢູ່​ໃນ​ຮາງ​ຫຍ້າ

ຜ້າອ້ອມ​ກັນ​ກາຍ​ຢູ່​ຮອບ​ພຣະກາຍາ

​ເຊີນ​ເຈົ້າຈົ່ງ​ພາກັນ​ໄປ​ເບິ່ງ


​2 ໃນ​ບັດ​ດຽວນັ້ນຊາວ​ສະຫວັນ​ລົງ​ມາ

ຮ່ວມ​ກັບ​ເທວາຕົນ​ມາບ​ອກຂ່າວ

​ພາກັນ​ຮ້ອງ​ເພງບັນ​ເລງ​​ເປັນ​ສຽງ​ດົນຕີ

ພຣະກຽດຈົ່ງ​ມີ​ແກ່​ພຣະອົງ​ເຈົ້າຜູ້​ດຽວ

​ທີ່​ແຜ່ນດິນ​ໂລ​ກຈົ່ງ​ສັນ​ຕິ​ສຸກ​

ພຣະ​ເຈົ້າປະທານ​ຄວາມ​ຮັກ​ທົ່ວກັນ

​ແລ້ວ​ເທວະ​ດາ​ຕ່າງ​ພາກັນ​ກັບ​ໄປ

​ພວກ​ຜູ້​ລ້ຽງ​ແກະ​ກໍ​ດີ​ໃຈ

​ແລ້ວ​ພາກັນ​ໄປ​ກໍໄດ້​ເຫັນ

​ຈິງ​ຕາມ​ສິ່ງ​ທີ່​ບອກ​ກ່າວ​

ເຣື່ອງຣາວຄາວ​ນັ້ນຈິ່ງ​ຮູ້​ກັນ​ຫຼວງ​ຫຼາຍ

​ທັງ​ຍິງ​ທັງ​ຊາຍ​ກໍ​ຍິນ​ດີ


​໒໑ ກາງຄືນ​ສະ​ງັດ (48)

1 ກາງຄືນ​ສະ​ຫງັດ​ກາງຄືນ​ສະຫ​ວັດ​

ດາວ​ພິ​ເສດ

ສ່ອງ​ທົ່ວ​ໄປ​ທີ່​ສະຖານ

​ໄກ​ມີນາ​ງມາຣິອາ

ອຸ້ມ​ລູກ​ນ້ອຍ​ອ່ອນ​ຄືກຸມມານ​ເຢຊູ​

ໄດ້​ຊົງ​ນອນຫຼັບດ້ວຍ​ສຸຂາ​(2)


2 ກາງຄືນ​ສະຫ​ງັດ​ກາງຄືນ​ສະຫ​ວັດ

ພວກ​ລ້ຽງ​ແກະ

ຕົກ​ໃຈ​ກົວ​ເມື່ອ​ໄດ້​ເຫັນ

ຣັດສະ​ໜີສ່ອງ​ມາ​ທົ່ວ

ຊາວ​ສະ​ຫວັນ​ຮ້ອງ​ວ່າອາ​ເລ​ລູຢາ

ພຣະ​ເຢຊູຊົງ​ປະສູດ​ມາ (2)


3 ກາງຄືນ​ສະຫ​ງັດ​ກາງຄືນ​ສະ​ຫວັດ

ຣາຊະບຸ​ດ

ຊົງ​ປະກອບ​ດ້ວຍ​ຄວາມ​ຮັກ

​ສ່ອງ​ອອກຈາກ​ທີ່​ພຣະພັກ​

ທ່ານ​ຊົງ​ເມດ​ຕາກະລຸນາ​ດີ​ໜັກ

ພຣະເຢຊູ​ຊົງ​ປະສູດ​ມາ​ (2)


​໒໒ ເກີດ​ແລ້ວ​ພຣະກຸມມານ (50)

ຂໍ້​ຊ້ຳ:​ເກີດ​ແລ້ວ​ພຣະກຸມມານ​ບໍຣິສຸດ

ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ແລະ​ຮ້ອງ​ເພງ

​ ເກີດ​ແ​ລ້ວພຣະກຸມ​ມານ​ບໍຣິສຸດ

ສັນຣະ​ເສີນ​ເພາະ​ພຣະອົງ​ໄດ້​ມາ


1 ຍາມ​ພຣະຄຸນ​ໄດ້​ມາ​ເຖິງ​ໝູ່​ເຮົາ

ຊຶ່ງ​ພວກ​ຜູ້​ທຳ​ນວາຍ​ໄດ້​ປະກາດ

ຍາມ​ພຣະຄຸນ​​ໄດ້​ມາ​ເຖິງ​ໝູ່​ເຮົາ

ພາກັນ​ຮ້ອງ​ເພງ​ດ້ວຍ​ສຸດ​ໃຈ​ເຮົາ


2 ຮາງ​ຫຍ້າ​ເປັນ​ບ່ອນ​ກຸມມານ​ຊົງ​ນອນ

ມີ​ເຟືອງ​ທີ່​ນອນ​ພຣະອົງ​ປູໄວ້

ຮາງ​ຫຍ້າ​ເປັນ​ບ່ອນ​ກຸມມານ​ຊົງ​ນອນ

ພຣະອົງ​ຊົງ​ຖ່ອມຕົວ​ລົງ​ພຽງ​ເຮົາ


​3 ໃນ​ຮາງ​ຫຍ້າ​ພຣະອົງ​ນອນ​ສຳບາຍ

​ ແລະ​​ເຕັມ​ໄປ​ດ້ວຍ​ຄວາ​ມສຸກ​ສຳລານ

​ ໃນ​ຮາງ​ຫຍ້າ​ພຣະອົງນອນ​ສຳ​ບາຍ

​ ໄດ້​ຊົງ​ຮັບ​ກຽດຕິຍົດ​ອັນ​ໃຫຍ່

ຂໍ້​ຊ້ຳ:​ເກີດ​ແລ້ວ​ພຣະກຸມມານ​ບໍຣິສຸດ

ສັນຣະ​ເສີນ​ເພາະ​ພຣະອົງ​ໄດ້​ມາ ຕໍ່​ຂໍ້ ໓