ເລື່ອງໂມເຊ
ປະຊາຊົນອິດສະຣາເອນຕົກເປັນທາດໃນປະເທດເອຢິບ
ເມື່ອເວລາຜ່ານໄປ ໂຢເຊັບກັບພວກອ້າຍນ້ອງ ແລະ ບັນດາຄົນໃນລຸ່ນດຽວກັນກໍໄດ້ຕາຍໄປ ແຕ່ເນື່ອງຈາກວ່າເຊື້ອສາຍຂອງອິດສະຣາເອນໃນລຸ່ນຕໍ່ມາມີລູກຫຼາຍຈົນນັບມື້ນັບຫຼາຍຂຶ້ນ ແລະ ທັງມີກຳລັງພົນເຂັ້ມແຂງ. ສະນັ້ນ ພວກເຂົາຈຶ່ງກະຈັດກະຈາຍກັນຢູ່ເຕັມໄປທົ່ວດິນແດນຂອງປະເທດເອຢິບ. ປະຊາຊົນອິດສະຣາເອນໄດ້ຮັກສາພວກເຂົາໄວ້ໃຫ້ເປັນເຊື້ອຊາດທີ່ໂດດເດັ່ນ ໂດຍບໍ່ມີສິ່ງໃດທີ່ຮ່ວມກັບຄົນເອຢິບທັງທາງດ້ານປະເພນີ ຫຼືສາສະໜາ. ຕໍ່ມາ ໄດ້ມີກະສັດອົງໃໝ່ຂຶ້ນມາປົກຄອງປະເທດເອຢິບ ແລະ ເພິ່ນໄດ້ຍິນເລື່ອງຂອງໂຢເຊັບ ແຕ່ປະຕິເສດບໍ່ຢາກຮູ້ເລື່ອງຫຍັງກ່ຽວກັບໂຢເຊັບ. ຈຳນວນຕົວເລກຂອງປະຊາຊົນອິດສະຣາເອນກໍເພີ່ມຂຶ້ນເລື້ອຍໆ ຈົນຕອນນີ້ໄດ້ກົດດັນຄວາມຢ້ານຂອງກະສັດ ແລະ ປະຊາຊົນເອຢິບ.
ແລ້ວກະສັດເອຢິບຈຶ່ງໄດ້ປະກາດຕໍ່ປະຊາຊົນຂອງເພິ່ນວ່າ: "ເບິ່ງດູ! ຄົນອິດສະຣາເອນນັບມື້ນັບຫຼາຍຂຶ້ນ ແລະ ມີກຳລັງພົນເຂັ້ມແຂງ ເຊິ່ງພວກເຂົາຈະຂົ່ມຂູ່ພວກເຮົາ. ໃນກໍລະນີເກີດເສິກຂຶ້ນ ພວກເຂົາອາດເຂົ້າຂ້າງຂອງສັດຕູ ແລະ ຫັນມາຕໍ່ສູ້ພວກເຮົາ ແລະ ອອກໄປຈາກປະເທດ. ບັດນີ້ ພວກເຮົາຕ້ອງຫາວິທີກຳຈັດຄົນພວກນີ້ບໍ່ໃຫ້ຫຼາຍຂຶ້ນ."
ສະນັ້ນ ກະສັດເອຢິບຈຶ່ງໄດ້ວາງແຜນການສັ່ງໃຫ້ປະຊາຊົນຂອງເພິ່ນຈັດຕັ້ງຄົນໄປຄຸມປະຊາຊົນອິດສະຣາເອນໃຫ້ສ້າງເມືອງຕ່າງໆເພື່ອເປັນສາງໄວ້ເຂົ້າ ແລະ ຄວບຄຸມບັງຄັບໃຫ້ປະຊາຊົນອິດສະຣາເອນເຮັດວຽກໜັກຈົນໝົດເຫື່ອແຮງ ແລະ ໝົດກຳລັງໃຈ. ນອກຈາກນີ້ ຊາວເອຍິບຍັງໄດ້ບັງຄັບໃຫ້ປະຊາຊົນອິດສະຣາເອນເຮັດວຽກຢ່າງຂ້າທາດເຊັ່ນ: ໃຫ້ເຜົາດິນຈີ່, ເຮັດວຽກກໍ່ສ້າງ ແລະ ເຮັດວຽກໜັກທຸກຊະນິດຢູ່ຕາມທົ່ງນາ ໂດຍບໍ່ມີຄວາມເມດຕາປານີແຕ່ຢ່າງໃດເລີຍ.
ເຖິງແມ່ນວ່າ ປະຊາຊົນເອຢິບຈະຂົ່ມເຫັງປະຊາຊົນອິດສະຣາເອນໜັກປານໃດກໍຕາມ ແຕ່ຈຳນວນປະຊາຊົນອິດສະຣາເອນກໍຍິ່ງເພີ່ມທະວີຄູນຫຼາຍຍິ່ງຂຶ້ນ ແລະ ກະຈັດກະຈາຍໄປທົ່ວປະເທດ.
ເມື່ອກະສັດເອຢີບເຫັນວ່າການເຮັດວຽກໜັກບໍ່ສາມາດເຮັດໃຫ້ຈໍານວນຂອງພວກເຂົາຫຼຸດລົງ. ດັ່ງນັ້ນ ເພິ່ນຈຶ່ງວາງແຜນການໃໝ່ອີກ. ໃນຂະນະນີ້ ໄດ້ມີການອອກຄຳສັ່ງໄປຍັງໝໍຕຳແຍ(ໝໍຊ່ວຍຄອດລູກ) ເພື່ອໃຫ້ຂ້າເດັກນ້ອຍຜູ້ຊາຍທີ່ເກີດຈາກປະຊາຊົນອິດສະຣາເອນ. ແຕ່ພວກໝໍຕຳແຍຢຳເກງພຣະເຈົ້າ ແລະ ບໍ່ກ້າທີ່ຈະເຮັດຕາມຄຳສັ່ງອັນໂຫດຮ້າຍຂອງກະສັດເອຢິບ.
ເມື່ອກະສັດເອຢິບເຫັນວ່າແຜນການຂອງເພິ່ນທີ່ຈະກຳຈັດປະຊາຊົນອິດສະຣາເອນໃຫ້ໜ້ອຍລົງນັ້ນບໍ່ສຳເລັດ ກະສັດເອຢິບຈຶ່ງໄດ້ອອກຄຳສັ່ງແກ່ປະຊາຊົນຂອງເພິ່ນວ່າ: "ລູກຜູ້ຊາຍທຸກໆຄົນຂອງປະຊາຊົນອິດສະຣາເອນທີ່ເກີດໃໝ່ ໃຫ້ເອົາໄປຖິ້ມລົງທີ່ແມ່ນ້ຳນິນ ແຕ່ລູກຜູ້ຍິງຈົ່ງປະໄວ້ໃຫ້ມີຊີວິດຢູ່..."
ເຊື້ອສາຍຂອງອິດສະຣາເອນ
ເມື່ອພຣະເຈົ້າປ່ຽນຊື່ໃໝ່ໃຫ້ຢາໂຄບວ່າ "ອິດສະຣາເອນ" ເຊື້ອສາຍຂອງເພິ່ນຈຶ່ງຖືກເອີ້ນກັນວ່າ "ປະຊາຊົນອິດສະຣາເອນ." ນອກຈາກນີ້ ປະຊາຊົນອິດສະຣາເອນຍັງມີອີກຊື່ໜຶ່ງວ່າ "ຄົນເຮັບເຣີ." ເຊິ່ງຊື່ເຮັບເຣີມາຈາກຊື່ຂອງເອເບີ ເພິ່ນເປັນເຊື້ອສາຍຂອງເຊມລູກຂອງໂນອາ. (ປະຖົມມະການ 9:18; 10:21; 14:13) ອັບຣາຮາມເປັນຄົນເຮັບເຣີ ເພາະເປັນເຊື້ອສາຍຂອງເຊມຜ່ານທາງເອເບີ. (ປະຖົມມະການ 11:10-26; 14:13) ດັ່ງນັ້ນ ເຊື້ອສາຍຂອງອັບຣາຮາມກໍເປັນຄົນເຮັບເຣີເຊັ່ນກັນ.
ການຕໍ່ສູ້ກັນລະຫວ່າງພຣະເຈົ້າ ແລະ ຊາຕານ
ຊາຕານໄດ້ຊັກນຳໃຫ້ກະສັດເອຢິບອົງໃໝ່ບັງຄັບປະຊາຊົນອິດສະຣາເອນເປັນຂ້າທາດ ແລະ ທໍາລາຍເດັກນ້ອຍຜູ້ຊາຍທີ່ເກີດໃຫມ່ ເພາະຊາຕານຮູ້ດີວ່າ ພຣະເຈົ້າໄດ້ຊົງສັນຍາວ່າຈະສົ່ງພຣະບຸດຂອງພຣະອົງມາເກີດຈາກເຊື້ອສາຍຂອງປະຊາຊົນອິດສະຣາເອນ ເພື່ອມາເປັນພຣະຜູ້ໄຖ່ບາບຂອງມະນຸດທົ່ວໂລກ. ດັ່ງນັ້ນ ຊາຕານຈຶ່ງປາຖະໜາທີ່ຈະທຳລາຍເດັກນ້ອຍຜູ້ຊາຍຂອງປະຊາຊົນອິດສະຣາເອນ ເພື່ອວ່າຈະບໍ່ໃຫ້ມີພຣະຜູ້ໄຖ່ບາບເກີດຂຶ້ນມາເລີຍ ແລະ ຫວັງວ່າຈະເອົາຊະນະແຜນການຂອງພຣະເຈົ້າໄດ້. (ຈາກປື້ມຮຽນພຣະຄຳພີ ໜ້າ 56)
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 1:6-22.
ອ້າງອີງຈາກປຶ້ມ "Patriarchs and prophets" ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການເກີດຂອງໂມເຊ
ໃນຂະນະທີ່ຄຳສັ່ງຂອງກະສັດຍັງຄົງດຳເນີນໄປຢູ່ນັ້ນ ກໍໄດ້ມີຄອບຄົວຊາວອິດສະຣາເອນຄອບຄົວໜຶ່ງທີ່ຜູ້ເປັນແມ່ໄດ້ຖືພາ ແລະ ອອກລູກມາເປັນຜູ້ຊາຍ. ຜູ້ເປັນແມ່ຈຶ່ງໄດ້ເຊື່ອງລູກຊາຍຂອງນາງໄວ້ ເພາະຢ້ານວ່າຊາວເອຢິບຈະມາເອົາລູກຊາຍຂອງນາງໄປຖິ້ມລົງທີ່ແມ່ນ້ຳນິນຕາມຄຳສັ່ງຂອງກະສັດ. ເມື່ອສາມເດືອນຜ່ານໄປ ນາງເຫັນວ່າຈະບໍ່ສາມາດເຊື່ອງລູກຊາຍຂອງນາງໄວ້ໄດ້ອີກ. ສະນັ້ນ ນາງຈຶ່ງເອົາໄມ້ມາສານເປັນອູ່ ແລະ ທາດ້ວຍຢາງໄມ້ເພື່ອເຮັດໃຫ້ມັນຟູ. ຈາກນັ້ນ ນາງກໍໄດ້ເອົາລູກຊາຍຂອງນາງວາງນອນລົງໃນອູ່ ແລະ ເອົາໄປປະໄວ້ທີ່ແຄມແມ່ນ້ຳນິນບ່ອນທີ່ມີຫຍ້າແຄມຕາຝັງ. ແລ້ວຜູ້ເປັນເອື້ອຍຂອງເດັກຊາຍນັ້ນກໍຢືນເຝົ້າຢູ່ຫ່າງໆ ເພື່ອຢາກຮູ້ວ່າຈະມີຫຍັງເກີດຂຶ້ນກັບນ້ອງຊາຍຂອງຕົນ.
ຕໍ່ມາ ລູກສາວຂອງກະສັດເອຢິບກໍໄດ້ລົງມາອາບນ້ຳ ແລະ ພວກສາວຮັບໃຊ້ກໍໄດ້ພາກັນຍ່າງເລາະຫຼິ້ນຢູ່ຕາມແຄມຝັງ. ໃນຂະນະທີ່ລູກສາວຂອງກະສັດເອຢິບກຳລັງອາບນ້ຳຢູ່ນັ້ນ ນາງກໍໄດ້ຫຼຽວເຫັນອູ່ລອຍມາຕິດຢູ່ກາງພຸ່ມຫຍ້າ. ດ້ວຍຄວາມຢາກຮູ້ຢາກເຫັນ, ນາງຈຶ່ງບອກສາວຮັບໃຊ້ໄປເອົາອູ່ນັ້ນມາເບິ່ງ. ເມື່ອເປີດເບິ່ງໃນອູ່ ກໍເຫັນເດັກນ້ອຍຜູ້ຊາຍຮ້ອງໄຫ້ຢູ່ ລູກສາວຂອງກະສັດເອຢິບຈຶ່ງເກີດມີຄວາມສົງສານ ແລະ ຮູ້ວ່າເດັກນ້ອຍຄົນນີ້ແມ່ນລູກຂອງຄົນອິດສະຣາເອນ.
ໃນທັນໃດນັ້ນ ຜູ້ເປັນເອື້ອຍຂອງເດັກນ້ອຍກໍຟ້າວເຂົ້າມາຫາລູກສາວຂອງກະສັດເອຢິບ ແລະ ຖາມວ່າ: "ຢາກໃຫ້ຂ້ານ້ອຍໄປຫາຜູ້ຍິງຄົນອິດສະຣາເອນມາລ້ຽງເດັກນ້ອຍໃຫ້ ຫຼືບໍ?"
ລູກສາວຂອງກະສັດເອຢິບຕອບວ່າ: "ຈົ່ງໄປຫາໃຫ້ແດ່."ດັ່ງນັ້ນ ຜູ້ເປັນເອື້ອຍຂອງເດັກນ້ອຍຈຶ່ງໄປເອີ້ນເອົາແມ່.
ແລ້ວລູກສາວຂອງກະສັດເອຢິບຈຶ່ງໄດ້ສັ່ງຜູ້ຍິງນັ້ນວ່າ: "ຈົ່ງເອົາເດັກນ້ອຍຄົນນີ້ໄປລ້ຽງໄວ້ໃຫ້ຂ້ອຍ ແລ້ວຂ້ອຍຈະໃຫ້ຄ່າລ້ຽງແກ່ເຈົ້າ." ສະນັ້ນ ນາງຈຶ່ງຮັບເອົາເດັກນ້ອຍຜູ້ນີ້ໄປລ້ຽງໄວ້ເປັນເວລາຫຼາຍປີ. ເມື່ອເດັກນ້ອຍນັ້ນໃຫຍ່ຂຶ້ນແດ່ແລ້ວ ແມ່ລ້ຽງກໍໄດ້ນຳເດັກນ້ອຍມາມອບໃຫ້ລູກສາວຂອງກະສັດເອຢິບ. ແລ້ວລູກສາວຂອງກະສັດເອຢິບກໍໄດ້ຮັບເອົາເດັກນ້ອຍນັ້ນມາລ້ຽງໄວ້ເປັນລູກຊາຍຂອງຕົນ ແລະ ຕັ້ງຊື່ໃຫ້ເດັກຊາຍນັ້ນວ່າ "ໂມເຊ."
ຄວາມສຳຄັນຂອງການຮ່ຳຮຽນຢູ່ໃນບ້ານ
ການຮ່ຳຮຽນຂອງລູກແມ່ນເລີ່ມຕົ້ນຢູ່ໃນບ້ານ. ບ້ານຄືໂຮງຮຽນຫຼັງທຳອິດຂອງລູກ ແລະ ພໍ່ແມ່ເປັນຜູ້ໃຫ້ການອົບຮົມສັ່ງສອນ. ເດັກນ້ອຍຈະຕ້ອງຮຽນຮູ້ເຖິງບົດຮຽນທີ່ຈະຕິດໂຕພວກເຂົາໄປຕະຫຼອດຊີວິດເຊັ່ນ: ການໃຫ້ກຽດ, ການເຊື່ອຟັງ, ການເຄົາລົບນັບຖື, ການຮູ້ຈັກບັງຄັບໃຈຕົນເອງ ແລະ ອື່ນໆ... ການຮ່ຳຮຽນຢູ່ໃນບ້ານເປັນອິດທິພົນໃນການຕັດສິນໃຈຂອງລູກສຳລັບເລືອກທີ່ຈະເຮັດສິ່ງທີ່ດີ ຫຼືສິ່ງທີ່ຊົ່ວ. ເຖິງແມ່ນວ່າ ອິດທິພົນໃນບ້ານຈະຄ່ອຍເປັນຄ່ອຍໄປ ແລະ ບໍ່ມີໃຜສັງເກດເຫັນ. ແຕ່ຖ້າສັ່ງສອນໃນທາງທີ່ຖືກຕ້ອງແລ້ວ ພວກເຂົາຈະກາຍເປັນຄົນທີ່ມີອິດທິພົນແຫ່ງຄວາມຈິງ ແລະ ຄວາມຊອບທຳ. ແຕ່ຖ້າວ່າ ເດັກນ້ອຍບໍ່ໄດ້ຮັບການສັ່ງສອນໃນທາງທີ່ຖືກຕ້ອງຈາກພໍ່ແມ່ແລ້ວ ຊາຕານກໍຈະສັ່ງສອນເດັກນ້ອຍໂດຍຜ່ານທາງຜູ້ໃດຜູ້ໜຶ່ງທີ່ມັນເລືອກ. ເພາະສະນັ້ນ ມັນເປັນສິ່ງສໍາຄັນທີ່ພໍ່ແມ່ຈະຕ້ອງສອນລູກຂອງຕົນຢູ່ທີ່ບ້ານໃນວິທີທາງຂອງພຣະເຈົ້າ.
ການສອນເລື່ອງພຣະເຈົ້າ
ໃນຊ່ວງເວລາທີ່ໂມເຊໄດ້ຮັບການລ້ຽງດູຈາກແມ່ທີ່ແທ້ຈິງຂອງລາວນັ້ນ ແມ່ຂອງລາວກໍໄດ້ສອນກ່ຽວກັບເລື່ອງພຣະເຈົ້າ ແລະ ວິທີການອະທິຖານຫາພຣະເຈົ້າຜູ້ຊົງເປັນຢູ່ເທິງຟ້າສະຫວັນ. ແມ່ຂອງລາວຍັງສອນອີກວ່າ ພຣະອົງຊົງເປັນພຣະເຈົ້າອົງດຽວເທົ່ານັ້ນທີ່ຊົງຮັບຟັງຄຳອ້ອນວອນຂອງເຮົາ ແລະ ສາມາດຊ່ວຍເຮົາໄດ້ທຸກເວລາໃນຍາມທີ່ເຮົາເດືອດຮ້ອນ. ນອກຈາກນີ້ ແມ່ຂອງໂມເຊຍັງໄດ້ໃຫ້ໂມເຊເຫັນເຖິງຄວາມໂງ່ງ່າວຂອງຄົນເອຢິບທີ່ນັບຖືຮູບເຄົາຣົບຕ່າງໆ ແລະ ຂາບໄຫວ້ຮູບເຄົາຣົບເຫຼົ່ານັ້ນອີກດ້ວຍ. ເປັນເວລາຫຼາຍປີທີ່ໂມເຊໄດ້ຢູ່ກັບແມ່ຂອງລາວ ແລະ ແມ່ຂອງລາວກໍໄດ້ວາງຮາກຖານໃຫ້ລາວມີຄວາມສັດຊື່ຕໍ່ພຣະເຈົ້າເມື່ອລາວຖືກນໍາເຂົ້າໄປຢູ່ໃນວັງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 2:1-10.
ອ້າງອີງຈາກປຶ້ມ "Patriarchs and prophets" ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ອ້າງອີງຈາກປຶ້ມ "Child Guidance" {ໜ້າ17.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຊີວິດຂອງໂມເຊຕົກຢູ່ໃນອັນຕະລາຍ
ຫຼັງຈາກທີ່ລູກສາວຂອງກະສັດເອຢິບຮັບເອົາໂມເຊມາເປັນລູກຊາຍແລ້ວ ໂມເຊກໍໄດ້ຮັບການເບິ່ງແຍງໃຫ້ເຕີບໃຫຍ່ເປັນຄົນເອຢິບ ແລະ ລາວກໍໄດ້ຮັບການສິດສອນຮຽນຮູ້ໃນວິຊາການທຸກຢ່າງຂອງຄົນເອຢິບ ຈົນໂມເຊກາຍເປັນຄົນມີຄວາມສາມາດໃນຄຳເວົ້າຈາ ແລະ ການກະທຳ. (ກິດຈະການ 7:22)
ພຣະເຈົ້າຊົງຈັດຕຽມແຜນການ
ພຣະເຈົ້າຊົງມີແຜນການທີ່ຈະໃຊ້ໂມເຊໃຫ້ນຳພາປະຊາຊົນອິດສະຣາເອນອອກຈາກການເປັນຂ້າທາດໃນປະເທດເອຢິບ. ພຣະເຈົ້າຊົງຮູ້ວ່າໂມເຊຈະປອດໄພໃນວັງຂອງກະສັດເອຢິບຫຼາຍກວ່າຢູ່ບ່ອນອື່ນ ແລະ ພຣະອົງຍັງຊົງຮູ້ອີກວ່າ ໂມເຊຈະໄດ້ຮຽນຮູ້ຫຼາຍສິ່ງທີ່ຈຳເປັນສຳລັບລາວທີ່ຈະຕ້ອງຮຽນຮູ້ ເພື່ອຈະເຮັດພາລະກິດໃນຖານະເປັນຜູ້ນຳປະຊາຊົນຂອງພຣະອົງຢູ່ໃນອະນາຄົດ.
ເມື່ອໂມເຊອາຍຸ 40 ປີ, ເພິ່ນໄດ້ລະນຶກເຖິງພຣະສັນຍາຂອງພຣະເຈົ້າທີ່ໄດ້ໃຫ້ໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບໃກ້ຈະສຳເລັດແລ້ວ. ນີ້ແມ່ນພຣະສັນຍາທີ່ໄດ້ມອບໃຫ້ແກ່ອັບຣາຮາມ “ເຊື້ອສາຍຂອງເຈົ້າຈະເປັນຄົນຕ່າງດ້າວຢູ່ໃນຕ່າງດິນແດນໜຶ່ງ ແລະ ພວກເຂົາຈະຕົກເປັນທາດຮັບໃຊ້ຢູ່ໃນທີ່ນັ້ນ ແລະ ຈະຖືກກົດຂີ່ຢ່າງທາລຸນເປັນເວລາສີ່ຮ້ອຍປີ. ແຕ່ເຮົາຈະລົງໂທດປະເທດທີ່ປະພຶດເຊັ່ນນັ້ນຕໍ່ພວກເຂົາ. ເມື່ອອອກໜີຈາກປະເທດນັ້ນແລ້ວ ພວກເຂົາຈະໄດ້ຊັບສົມບັດຢ່າງຫຼວງຫຼາຍໄປນຳ” (ປະຖົມມະການ 15:13,14)
ສະນັ້ນ ໂມເຊຈຶ່ງໄດ້ຕັດສິນໃຈໄປຢ້ຽມຢາມເບິ່ງຄວາມເປັນຢູ່ຂອງປະຊາຊົນອິດສະຣາເອນເຊິ່ງເປັນພີ່ນ້ອງຮ່ວມຊາດດຽວກັນ. ໃນທີ່ນັ້ນ ໂມເຊໄດ້ເຫັນພວກເຂົາຖືກບັງຄັບໃຫ້ເຮັດວຽກຢ່າງໜັກຫຼາຍ ແລະ ໄດ້ເຫັນຄົນເອຢິບຜູ້ໜຶ່ງຕົບຕີຄົນອິດສະຣາເອນ. ສະນັ້ນ ໂມເຊຈຶ່ງເຂົ້າໄປຊ່ວຍຄົນອິດສະຣາເອນ ແລະ ຂ້າຄົນເອຢິບ ແລະ ຝັງສົບເຊື່ອງໄວ້ໃນດິນຊາຍ. ໂມເຊຄິດວ່າຄົນອິດສະຣາເອນຄົງຈະເຂົ້າໃຈທີ່ພຣະເຈົ້າກຳລັງໃຊ້ເພິ່ນມາປົດປ່ອຍພວກເຂົາໃຫ້ເປັນອິດສະລະ ແຕ່ພວກເຂົາຊ້ຳພັດບໍ່ເຂົ້າໃຈເພິ່ນ.
ມື້ຕໍ່ມາ ໂມເຊໄດ້ໄປບ່ອນນັ້ນອີກ ແລະ ເທື່ອນີ້ເພິ່ນໄດ້ເຫັນຄົນອິດສະຣາເອນກຳລັງຕີກັນຢູ່. ສະນັ້ນ ໂມເຊຈຶ່ງເຂົ້າໄປຫ້າມ ແລະ ພະຍາຍາມໃຫ້ພວກເຂົາຄືນດີກັນ.
ແລ້ວໂມເຊກໍໄດ້ຖາມຄົນທີ່ເປັນຝ່າຍຜິດນັ້ນວ່າ: "ຊາຍເອີຍ! ພວກເຈົ້າເປັນພີ່ນ້ອງກັນ ເປັນຫຍັງ ຈຶ່ງຕີຄົນຊາດດຽວກັນເຊັ່ນນີ້?"
ຊາຍຜູ້ທີ່ເປັນຝ່າຍຜິດຄົນນັ້ນໄດ້ຊຸກໂມເຊອອກ ແລະ ຖາມໂມເຊວ່າ: "ໃຜແຕ່ຕັ້ງເຈົ້າໃຫ້ເປັນນາຍຕັດສິນຄວາມພວກຂ້ອຍ? ເຈົ້າຈະຂ້າຂ້ອຍເໝືອນໄດ້ຂ້າຄົນເອຢິບຜູ້ນັ້ນບໍ?"
ເມື່ອໂມເຊໄດ້ຍິນແນວນັ້ນ ເພິ່ນກໍຕົກໃຈຢ່າງແຮງພ້ອມທັງຄິດຢູ່ໃນໃຈວ່າ: "ມີຜູ້ຮູ້ເຫັນໃນສິ່ງທີ່ເຮົາເຮັດນັ້ນແລ້ວ." ສະນັ້ນ ໂມເຊຈຶ່ງໄດ້ໜີອອກໄປຈາກປະເທດເອຢິບ.
ເລື່ອງທີ່ໂມເຊຂ້າຄົນເອຢິບນັ້ນ ກໍໄດ້ດັງໄປເຖິງຫູຂອງກະສັດເອຢິບ. ກະສັດຈື່ໄດ້ວ່າໂມເຊບໍ່ໄດ້ເປັນຄົນເອຢິບໂດຍກຳເນີດ ແລະ ກະສັດຢ້ານວ່າໂມເຊຈະເຮັດໃຫ້ເກີດຄວາມວຸ່ນວາຍໃນລັດຖະບານ. ດັ່ງນັ້ນ ກະສັດຈຶ່ງຕັດສິນໃຈທີ່ຈະຂ້າໂມເຊ ແຕ່ວ່າໂມເຊໄດ້ໜີໄປຍັງດິນແດນມີດີອານແລ້ວ.
ມັນບໍ່ແມ່ນຄວາມຕ້ອງການຂອງພຣະເຈົ້າທີ່ຈະປ່ອຍປະຊາຊົນຂອງພຣະອົງດ້ວຍການເຮັດສົງຄາມດັ່ງທີ່ໂມເຊຄິດ. ແຕ່ພຣະເຈົ້າໄດ້ວາງແຜນການໄວ້ວ່າ ໂດຍພະລັງອໍານາດອັນຍິ່ງໃຫຍ່ຂອງພຣະອົງຈະໄດ້ຖວາຍກຽດໃຫ້ແດ່ພຣະອົງຢ່າງດຽວ. ໂມເຊບໍ່ໄດ້ກຽມພ້ອມສໍາລັບພາລະກິດວຽກງານທີ່ຍິ່ງໃຫຍ່ຂອງເພິ່ນ. ເພິ່ນຍັງຄົງຕ້ອງຮຽນຮູ້ບົດຮຽນດຽວກັນຂອງຄວາມເຊື່ອທີ່ອັບຣາຮາມ ແລະ ຢາໂຄບໄດ້ຮັບການສິດສອນ. ບົດຮຽນນີ້ກໍຄືວ່າ ເພິ່ນບໍ່ຄວນເພິ່ງພາໃນກຳລັງ ຫຼືສະຕິປັນຍາຂອງມະນຸດ ແຕ່ວ່າເພິ່ງພາໃນຣິດອຳນາດຂອງພຣະເຈົ້າ ເພາະພຣະອົງຈະເປັນຜູ້ທີ່ປະຕິບັດຕາມພຣະສັນຍາຂອງພຣະອົງໃຫ້ສຳເລັດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 2:11-15; ກິດຈະການ 7:21-29.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຈົ້າຊົງເອີ້ນໂມເຊ
ຫຼັງຈາກທີ່ໂມເຊໜີອອກມາຈາກປະເທດເອຢິບແລ້ວ ເພິ່ນກໍໄດ້ເດີນທາງມາຮອດດິນແດນແຫ່ງໜຶ່ງທີ່ຊື່ວ່າ “ມີດີອານ” ແລະ ເພິ່ນກໍໄດ້ອາໄສຢູ່ທີ່ນັ້ນ. ຢູ່ທີ່ນັ້ນ ໂມເຊກາຍເປັນຄົນລ້ຽງແກະ ແລະ ແຕ່ງງານກັບຍິງສາວຄົນມີດີອານ ແລະ ມີລູກຊາຍສອງຄົນ.
ໃນຂະນະທີ່ລ້ຽງຝູງແກະຢູ່ທ່າມກາງບັນດາພູເຂົາ ໂມເຊມີເວລາຢູ່ກັບພຣະເຈົ້າເປັນສ່ວນຕົວ. ໂມເຊໄດ້ເຫັນເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ ແລະ ໃນທາງກົງກັນຂ້າມ ເພິ່ນກໍລະນຶກໄດ້ວ່າ ພະຂອງຄົນເອຢິບບໍ່ມີພະລັງອຳນາດ. ແລ້ວຄວາມພາກພູມໃຈ ແລະ ການເພິ່ງພາໃນຕົວເອງ ແລະ ຜົນຂອງຄວາມຫຼູຫຼາໃນປະເທດເອຢິບກໍໄດ້ຖືກນຳອອກໄປຈາກໂມເຊ. ໂມເຊເປັນຄົນມີຄວາມອົດທົນ, ໜ້າເຄົາລົບນັບຖື ແລະ "ເປັນຄົນອ່ອນນ້ອມຖ່ອມຕົວທີ່ສຸດກວ່າທຸກໆຄົນໃນເທິງແຜ່ນດິນໂລກນີ້" ແລະ ເພິ່ນຍັງມີຄວາມເຊື່ອທີ່ເຂັ້ມແຂງ. (ຈົດເຊັນບັນຊີ 12:3) ຫຼາຍປີຜ່ານໄປ ໂມເຊກໍໄດ້ລະນຶກເຖິງປະຊາຊົນອິດສະຣາເອນ ແລະ ເພິ່ນໄດ້ອະທິຖານເພື່ອພວກເຂົາທັງກາງເວັນ ແລະ ກາງຄືນ. ຢູ່ໃນດິນແດນມີດີອານນີ້ ພາຍໃຕ້ການດົນໃຈຂອງພຣະວິນຍານບໍຣິສຸດ ໂມເຊໄດ້ຂຽນໜັງສືປະຖົມມະການ. ຫຼາຍປີທີ່ໃຊ້ເວລາຢູ່ໃນທະເລຊາຍໄດ້ເປັນພຣະພອນໃຫ້ແກ່ໂມເຊ.
ໃນລະຫວ່າງທີ່ໂມເຊຢູ່ໃນດິນແດນມີດີອານ ປະຊາຊົນອິດສະຣາເອນພາກັນໂສກເສົ້າໃຈຫຼາຍເພາະຍັງຕົກເປັນຂ້າທາດຢູ່. ພວກເຂົາຈຶ່ງຮ້ອງໄຫ້ຄວນຄາງຂໍຄວາມຊ່ວຍເຫຼືອຈາກພຣະເຈົ້າ. ສຽງຮ້ອງຂໍເພາະການທີ່ຕົກເປັນຂ້າທາດນີ້ ໄດ້ດັງຂຶ້ນໄປເຖິງພຣະເຈົ້າ. ພຣະເຈົ້າຊົງຮັບຟັງຄຳອະທິຖານຂອງພວກເຂົາ ແລະ ຊົງລະນຶກເຖິງຄຳສັນຍາຂອງພຣະອົງທີ່ໄດ້ໃຫ້ໄວ້ກັບອັບຣາຮາມ, ອີຊາກ ແລະ ຢາໂຄບ. ສະນັ້ນ ພຣະອົງຈຶ່ງຊົງຫ່ວງໃຍພວກເຂົາ.
ມື້ໜຶ່ງ ໂມເຊໄດ້ນຳພາຝູງແກະໄປກິນຫຍ້າຢູ່ໃກ້ກັບພູເຂົາຊີນາຍ "ພູເຂົາຂອງພຣະເຈົ້າ" ໃນຂະນະນັ້ນ ໂມເຊໄດ້ເຫັນແປວໄຟຢູ່ໃນກາງພຸ່ມໄມ້ ແຕ່ບໍ່ໄດ້ໄໝ້ພຸ່ມໄມ້.
ໂມເຊຄິດໃນໃຈວ່າ: "ບະ! ປະຫຼາດແທ້ໆ ເປັນຫຍັງ ພຸ່ມໄມ້ຈຶ່ງບໍ່ໄໝ້? ເຮົາຈະລອງເຂົ້າໄປໃກ້ໆເບິ່ງດຸ."
ລະຫວ່າງທີ່ໂມເຊກຳລັງຍ່າງເຂົ້າມາໃກ້ນັ້ນ ສຽງຂອງພຣະເຈົ້າກໍໄດ້ກ່າວອອກມາຈາກພຸ່ມໄມ້ນັ້ນວ່າ: "ໂມເຊ! ໂມເຊເອີຍ!"
ໂມເຊຕອບວ່າ: "ໂດຍ! ຂ້ານ້ອຍກຳລັງຟັງຢູ່."
ພຣະເຈົ້າກ່າວວ່າ: “ຢ່າຫຍັບເຂົ້າມາໃກ້ອີກເປັນເດັດຂາດ. ຈົ່ງຖອດເກີບອອກສາ! ເພາະວ່າ ເຈົ້າກຳລັງຢືນຢູ່ທີ່ບ່ອນສັກສິດ. ເຮົາແມ່ນພຣະເຈົ້າຂອງບັນພະບູລຸດຂອງເຈົ້າ ພຣະເຈົ້າທີ່ອັບຣາຮາມ, ອີຊາກແລະ ຢາໂຄບນະມັດສະການ.” ສະນັ້ນ ໂມເຊຈຶ່ງເອົາມືອັດໜ້າຂອງເພິ່ນໄວ້ ເພາະບໍ່ກ້າເບິ່ງພຣະເຈົ້າ.
ແລ້ວພຣະເຈົ້າຊົງກ່າວອີກວ່າ: “ເຮົາໄດ້ເຫັນປະຊາຊົນຂອງເຮົາຖືກກົດຂີ່ຢ່າງໃດແລ້ວຢູ່ໃນປະເທດເອຢິບ. ເຮົາໄດ້ຍິນພວກເຂົາຮ້ອງຫາເຮົາໃຫ້ຊ່ວຍກູ້ພວກເຂົາຈາກບັນດານາຍຄຸມຂອງພວກເຂົາ. ເຮົາຮູ້ເຫັນຄວາມທົນທຸກຂອງພວກເຂົາທຸກຢ່າງ. ສະນັ້ນ ເຮົາຈຶ່ງລົງມາຊ່ວຍກູ້ພວກເຂົາໃຫ້ພົ້ນຈາກການທາລຸນຂອງຊາວເອຢິບ; ເພື່ອນຳພາພວກເຂົາໄປຍັງດິນແດນທີ່ອຸດົມສົມບູນ ແລະ ຮັ່ງມີ ບ່ອນທີ່ຊາວການາອານ ແລະ ປະຊາຊົນອື່ນໆອາໄສຢູ່ໃນເວລານີ້... ບັດນີ້ ເຮົາຈະໃຊ້ເຈົ້າໄປຫາກະສັດເອຢິບ ເພື່ອນຳພາປະຊາຊົນຂອງເຮົາອອກໄປຈາກປະເທດນັ້ນ.”
ແຕ່ໂມເຊໄດ້ຖາມພຣະເຈົ້າວ່າ: “ຂ້ານ້ອຍເປັນມະນຸດສາມັນທຳມະດາ ຈະໄປຫາກະສັດໄດ້ບໍ? ຂ້ານ້ອຍຈະນຳພາຊາວອິດສະຣາເອນອອກໄປຈາກປະເທດເອຢິບໄດ້ຢ່າງໃດ?.”
ພຣະເຈົ້າຊົງກ່າວຕໍ່ໂມເຊວ່າ: “ເຮົາຈະຢູ່ນຳເຈົ້າ… ເມື່ອເຈົ້ານຳພາປະຊາຊົນຂອງເຮົາໄປຈາກປະເທດເອຢິບແລ້ວ ພວກເຈົ້າຈະໄດ້ນະມັດສະການເຮົາຢູ່ເທິງພູເຂົານີ້.”
ໂມເຊໄດ້ຖາມພຣະເຈົ້າອີກວ່າ: “ເມື່ອຂ້ານ້ອຍໄປຫາປະຊາຊົນອິດສະຣາເອນ ແລະ ບອກພວກເຂົາວ່າ ‘ພຣະເຈົ້າຂອງບັນພະບູລຸດຂອງພວກເຈົ້າ ໄດ້ສົ່ງຂ້ອຍມາຫາພວກເຈົ້າ’ ພວກເຂົາກໍຈະຖາມຂ້ານ້ອຍວ່າ ‘ພຣະເຈົ້າອົງທີ່ໃຊ້ເຈົ້າມານັ້ນຊື່ຫຍັງ’ ແລ້ວຂ້ານ້ອຍຈະຕອບພວກເຂົາວ່າຢ່າງໃດ?”
ພຣະເຈົ້າກ່າວຕໍ່ໂມເຊວ່າ: “ເຈົ້າຈົ່ງບອກຊາວອິດສະຣາເອນວ່າ ພຣະເຈົ້າມີນາມວ່າ ‘ເຮົາເປັນຜູ້ເຮົາເປັນ’… ຄືພຣະເຈົ້າອົງທີ່ອັບຣາຮາມ, ອີຊາກ ແລະ ຢາໂຄບນະມັດສະການ ໃຊ້ຂ້ອຍມາຫາພວກເຈົ້າ…”
ພຣະເຈົ້າກ່າວອີກວ່າ: “ບັດນີ້ ເຈົ້າຈົ່ງໄປປະຊຸມກັບບັນດາຜູ້ນຳຂອງຊົນຊາດອິດສະຣາເອນ ແລະ ບອກພວກເຂົາວ່າ ‘ເຮົາຕັດສິນໃຈແລ້ວວ່າ ຈະນຳພາພວກເຂົາອອກໄປຈາກປະເທດເອຢິບ… ແລະ ເຮົາຈະນຳພາພວກເຂົາເຂົ້າໄປຍັງດິນແດນທີ່ອຸດົມສົມບູນ ແລະ ຮັ່ງມີຄື: ດິນແດນຂອງຊາວການາອານ ແລະ ປະຊາຊົນອື່ນໆອາໄສຢູ່ໃນເວລານີ້'… ”
ພຣະເຈົ້າຊົງຮູ້ທຸກໆສິ່ງ
ກະສັດເອຢິບລວມທັງປະຊາຊົນເອຢິບນະມັດສະການສິ່ງທີ່ຖືກສ້າງຂຶ້ນມາ. ພວກເຂົານະມັດສະການຫຼາຍຢ່າງທີ່ພວກເຂົານັບຖືເປັນພະເຊັ່ນ: ແມ່ນ້ຳນິນ, ດວງອາທິດ, ດວງຈັນ ແລະ ສັດຕ່າງໆ. ດັ່ງນັ້ນ ພຣະເຈົ້າຕ້ອງການທີ່ຈະສອນພວກເຂົາໃຫ້ຮູ້ວ່າ ສິ່ງທີ່ພວກເຂົານັບຖືເປັນພະທັງຫຼາຍເຫຼົ່ານັ້ນມັນເປັນພຽງພະທຽມເທັດ(ພະຈອມປອມ) ທີ່ບໍ່ມີປະໂຫຍດ ແລະ ຊ່ວຍຫຍັງພວກເຂົາບໍ່ໄດ້ເລີຍ.(ຈາກປື້ມຮຽນພຣະຄຳພີ ໜ້າ58)
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 2:15-25; 3:1-17.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂມເຊຂັດຄ້ານ
ພຣະເຈົ້າຊົງກ່າວຕໍ່ໂມເຊວ່າ: "ເຮົາຮູ້ແລ້ວວ່າ ກະສັດເອຢິບຈະບໍ່ຍອມໃຫ້ພວກເຈົ້າໄປ ເວັ້ນໄວ້ແຕ່ລາວຈະຖືກບີບບັງຄັບເທົ່ານັ້ນ. ແຕ່ເຮົາຈະໃຊ້ຣິດອຳນາດຂອງເຮົາລົງໂທດປະເທດເອຢິບ ໂດຍເຮັດການອັດສະຈັນອັນໜ້າຢ້ານຢູ່ທີ່ນັ້ນ ແລ້ວລາວກໍຈະປ່ອຍພວກເຈົ້າໄປ. ເຮົາຈະເຮັດໃຫ້ປະຊາຊົນເອຢິບຢຳເກງປະຊາຊົນຂອງເຮົາ ເພື່ອວ່າເມື່ອພວກເຂົາອອກໄປນັ້ນ ພວກເຂົາຈະບໍ່ໄດ້ໜີໄປໂດຍມືເປົ່າ..."
ໂມເຊຖາມພຣະເຈົ້າວ່າ: “ແຕ່ຖ້າວ່າ ປະຊາຊົນອິດສະຣາເອນບໍ່ເຊື່ອ ແລະ ທັງບໍ່ຟັງສິ່ງທີ່ຂ້ານ້ອຍເວົ້າໄປນັ້ນ… ພຣະອົງຈະໃຫ້ຂ້ານ້ອຍເຮັດຢ່າງໃດ?”
ພຣະເຈົ້າຖາມໂມເຊວ່າ: “ແມ່ນຫຍັງ ທີ່ເຈົ້າກຳລັງຖືຢູ່ນັ້ນ?.”
ໂມເຊຕອບພຣະເຈົ້າວ່າ: “ແມ່ນໄມ້ເທົ້າ.”
ແລ້ວພຣະເຈົ້າກໍໄດ້ສັ່ງໃຫ້ໂມເຊຖິ້ມໄມ້ເທົ້າລົງພື້ນດິນ ແລ້ວໄມ້ເທົ້ານັ້ນກໍກາຍເປັນງູທັນທີ. ເມື່ອໂມເຊເຫັນເຊັ່ນນັ້ນຈຶ່ງຕົກໃຈຢ້ານ ແລະ ແລ່ນລົບໜີງູ. ແຕ່ພຣະເຈົ້າໄດ້ສັ່ງໃຫ້ໂມເຊໄປຈັບຫາງງູໄວ້ ແລ້ວໂມເຊຈຶ່ງກົ້ມລົງຈັບຫາງງູ ແລະ ງູນັ້ນກໍກາຍເປັນໄມ້ເທົ້າຄືເກົ່າ. ຈາກນັ້ນ ພຣະເຈົ້າກໍໄດ້ສັ່ງໃຫ້ໂມເຊສອດມືເຂົ້າໄປໃນເສື້ອ ແລ້ວໂມເຊກໍເຮັດຕາມທີ່ພຣະເຈົ້າບອກ ແລະ ເມື່ອໂມເຊຖອດມືອອກມາຈາກເສື້ອຂອງເພິ່ນນັ້ນ ມືຂອງເພິ່ນກໍກາຍເປັນຂີ້ທູດທັນທີ. ແລ້ວພຣະເຈົ້າກໍໄດ້ສັ່ງໃຫ້ໂມເຊສອດມືເຂົ້າໄປໃນເສື້ອຄືນ ແລ້ວໂມເຊກໍເຮັດຕາມ ແລະ ເມື່ອເພິ່ນຖອດມືອອກມາ ມືນັ້ນກໍກາຍເປັນປົກກະຕິ.
ແລ້ວພຣະເຈົ້າໄດ້ກ່າວຕໍ່ໂມເຊວ່າ: “ຖ້າປະຊາຊົນອິດສະຣາເອນບໍ່ຍອມເຊື່ອຟັງເຈົ້າ ຫຼືບໍ່ຍອມເຊື່ອໃນການອັດສະຈັນເທື່ອທີໜຶ່ງແລ້ວ ການອັດສະຈັນຄັ້ງທີສອງນີ້ກໍຈະເຮັດໃຫ້ພວກເຂົາຍອມເຊື່ອ…”
ໂມເຊອອກມາຈາກປະເທດເອຢິບເປັນເວລາ 40 ປີ ພາສາເອຢິບກໍລືມແດ່ແລ້ວ ເພິ່ນກໍເລີຍບໍ່ພ້ອມທີ່ຈະເວົ້າພາສາເອຢິບ. ສະນັ້ນ ໂມເຊຈຶ່ງກ່າວຕໍ່ພຣະເຈົ້າວ່າ: “ພຣະເຈົ້າເອີຍ! ຂໍຢ່າໃຊ້ຂ້ານ້ອຍໄປເທາະ. ຂ້ານ້ອຍເວົ້າບໍ່ເກັ່ງ ແລະ ເວົ້າຕິດໆ ຂັດໆ”
ແຕ່ພຣະເຈົ້າໄດ້ກ່າວຕໍ່ໂມເຊວ່າ: “ເຈົ້າມີອ້າຍຄົນໜຶ່ງ ແລະ ລາວຊື່ວ່າ ‘ອາໂຣນ’ ເຮົາຮູ້ວ່າລາວເປັນຄົນເວົ້າເກັ່ງ. ເວລານີ້ລາວກຳລັງອອກມາພົບເຈົ້າ ແລະ ລາວຈະດີໃຈທີ່ສຸດເມື່ອໄດ້ພົບເຈົ້າ. ເຈົ້າຈົ່ງເວົ້າກັບລາວ ແລະ ບອກເລື່ອງຕ່າງໆນັ້ນໃຫ້ລາວເວົ້າ. ເຮົາຈະຊ່ວຍພວກເຈົ້າເວົ້າ ແລະ ທັງຈະບອກພວກເຈົ້າທັງສອງວ່າຄວນຈະເຮັດຢ່າງໃດ. ອາໂຣນຈະເປັນຄົນເວົ້າຕໍ່ປະຊາຊົນຕາງໜ້າເຈົ້າ ສ່ວນເຈົ້ານັ້ນຈະເປັນເໜືອນພຣະເຈົ້າ ໂດຍບອກລາວວ່າຄວນຈະເວົ້າຫຍັງແດ່. ຈົ່ງຖືໄມ້ເທົ້ານີ້ໄປພ້ອມ ເພື່ອເຈົ້າຈະໃຊ້ເຮັດການອັດສະຈັນຕ່າງໆ.”
ຫຼັງຈາກນັ້ນ ໂມເຊກໍເດີນທາງກັບເມືອຫາພໍ່ເຖົ້າຂອງລາວ ແລະ ຂໍອະນຸຍາດຈາກເພິ່ນໄປຢ້ຽມຢາມພີ່ນ້ອງຢູ່ປະເທດເອຢິບ ແລ້ວພໍ່ເຖົ້າຂອງໂມເຊກໍໄດ້ອະນຸດຍາດໃຫ້ໂມເຊກັບເມື່ອບ້ານພ້ອມທັງອວຍພອນໃຫ້ເດີນທາງໄປຢ່າງປອດໄພ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 3:19-21; 4:1-4,6-8,14-18.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂມເຊໄປຫາກະສັດເອຢິບ
ໂດຍຄຳແນະນຳຂອງທູດສະຫວັນ, ອາໂຣນໄດ້ເດີນທາງໄປພົບນ້ອງຊາຍຂອງເພິ່ນໃນຖິ່ນແຫ້ງແລ້ງກັນດານ. "ແລ້ວໂມເຊກໍໄດ້ເລົ່າເລື່ອງທັງໝົດທີ່ອົງພຣະຜູ້ເປັນເຈົ້າໄດ້ບອກຕົນນັ້ນສູ່ອາໂຣນຟັງ ພ້ອມທັງບັນລະຍາຍການອັດສະຈັນຕ່າງໆ ທີ່ພຣະອົງໄດ້ສັ່ງຕົນໃຫ້ເຮັດສູ່ຟັງດ້ວຍ. ດັ່ງນັ້ນ ໂມເຊກັບອາໂຣນຈຶ່ງເຂົ້າໄປໃນປະເທດເອຢິບ ແລະ ເອີ້ນປະຊຸມບັນດາຜູ້ນຳຂອງຊົນຊາດອິດສະຣາເອນ. ອາໂຣນເລົ່າເລື່ອງທັງໝົດທີ່ອົງພຣະຜູ້ເປັນເຈົ້າໄດ້ບອກແກ່ໂມເຊສູ່ພວກເຂົາຟັງ ແລ້ວໂມເຊກໍກະທຳການອັດສະຈັນຕ່າງໆໃຫ້ປະຊາຊົນເຫັນຕໍ່ໜ້າຕໍ່ຕາ. ດັ່ງນັ້ນ ພວກເຂົາຈຶ່ງເຊື່ອ ແລະ ເມື່ອໄດ້ຍິນວ່າ ອົງພຣະຜູ້ເປັນເຈົ້າໄດ້ມາຫາພວກຕົນ ແລະ ທັງຮູ້ວ່າ ພຣະອົງໄດ້ເຫັນພວກຕົນຖືກກົດຂີ່ຢ່າງໂຫດຮ້າຍທາລຸນຢ່າງໃດ ພວກເຂົາຈຶ່ງໄດ້ພາກັນຂາບລົງ ແລະ ນ້ອມນະມັດສະການ." (ອົບພະຍົບ 4:28-31)
ຕໍ່ມາ ໂມເຊ ແລະ ອາໂຣນພ້ອມກັບບັນດາຜູ້ນຳຂອງປະຊາຊົນອິດສະຣາເອນກໍໄດ້ເຂົ້າພົບກະສັດເອຢິບ ແລ້ວໂມເຊໄດ້ສັ່ງໃຫ້ອາໂຣນກ່າວຖ້ອຍຄຳຂອງພຣະເຈົ້າຕໍ່ໜ້າກະສັດເອຢິບວ່າ: “ພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ 'ຈົ່ງປ່ອຍປະຊາຊົນຂອງເຮົາໄປຍັງຖິ່ນແຫ້ງແລ້ງກັນດານ ເພື່ອພວກເຂົາຈະໄດ້ຈັດເທດສະການຍ້ອງຍໍຖວາຍກຽດແກ່ເຮົາ.'"
ກະສັດເອຢິບໄດ້ຖາມວ່າ: “ອົງພຣະຜູ້ເປັນເຈົ້າແມ່ນໃຜ? ເປັນຫຍັງເຮົາຈະຕ້ອງຟັງ ແລະ ປ່ອຍປະຊາຊົນພວກນີ້ໄປ? ເຮົາບໍ່ຮູ້ຈັກອົງພຣະຜູ້ເປັນເຈົ້າ ແລະ ເຮົາຈະບໍ່ປ່ອຍປະຊາຊົນອິດສະຣາເອນໄປ.”
ຝ່າຍໂມເຊກັບອາໂຣນກໍຕອບວ່າ: “ພຣະເຈົ້າຂອງປະຊາຊົນອິດສະຣາເອນໄດ້ປາກົດແກ່ພວກເຮົາ. ຂໍອະນຸຍາດໃຫ້ພວກເຮົາເດີນທາງເປັນໄລຍະສາມວັນ ໄປຍັງຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍສັດບູຊາແດ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຮົາ. ຖ້າບໍ່ດັ່ງນັ້ນ ພຣະອົງຈະຂ້າພວກເຮົາດ້ວຍໂຣກໄພໄຂ້ເຈັບ ຫຼືດ້ວຍເສິກສົງຄາມ.”
ກະສັດເອຢິບໃຈຮ້າຍ ແລະ ຕອບວ່າ: “ໂມເຊ ແລະ ອາໂຣນ, ເປັນຫຍັງ ພວກເຈົ້າຈຶ່ງຢາກໃຫ້ປະຊາຊົນປະຖິ້ມວຽກຂອງພວກເຂົາໄປ? ຈົ່ງໃຫ້ພວກທາດຮັບໃຊ້ເຫຼົ່ານັ້ນກັບຄືນໄປເຮັດວຽກດຽວນີ້! ປະຊາຊົນພວກນີ້ມີຈຳນວນເພີ່ມຂຶ້ນຢ່າງຫຼວງຫຼາຍ. ບັດນີ້ ພວກເຈົ້າຢາກໃຫ້ພວກເຂົາເຊົາເຮັດວຽກຊັ້ນບໍ?”
ກະສັດເອຢິບໃຈຮ້າຍຍ້ອນວ່າທາດອິດສະຣາເອນຈະໄດ້ພັກວຽກໃນວັນສັກສິດຂອງພຣະເຈົ້າ. ໃນລະຫວ່າງທີ່ຊົນຊາດອິດສະຣາເອນເປັນທາດຮັບໃຊ້ຢູ່ນັ້ນ ພວກເຂົາໄດ້ສູນເສຍຄວາມຮູ້ກ່ຽວກັບພຣະບັນຍັດຂອງພຣະເຈົ້າ ແລະ ຫຼາຍຄົນໄດ້ລະເລີຍວັນສະບາໂຕຂອງພຣະເຈົ້າຍ້ອນການເຮັດວຽກທີ່ຖືກບີບບັງຄັບໂດຍຊາວເອຢິບ. ໃນລະຫວ່າງທີ່ໂມເຊຢູ່ປະເທດເອຢິບ ເພິ່ນກໍໄດ້ສະແດງໃຫ້ປະຊາຊົນເຫັນວ່າ ການເຊື່ອຟັງພຣະເຈົ້າແມ່ນເງື່ອນໄຂຂອງການປົດປ່ອຍອອກຈາກການເປັນຂ້າທາດ.
ສ່ວນຝ່າຍກະສັດເອຢິບສົງໄສວ່າປະຊາຊົນອິດສະຣາເອນໄດ້ວາງແຜນກໍ່ການກະບົດ ເພື່ອຢຸດການເປັນຂ້າທາດຂອງເພິ່ນ. ສະນັ້ນ ກະສັດຈຶ່ງບໍ່ປ່ອຍໃຫ້ພວກເຂົາມີເວລາສໍາລັບການພັດທະນາແຜນການນີ້. ທັນໃດນັ້ນ ກະສັດໄດ້ໃຫ້ຂັ້ນຕອນການເຮັດວຽກຂອງພວກເຂົາມີຄວາມເຄັ່ງຄັດຫຼາຍຂຶ້ນ.
ກະສັດເອຢິບໄດ້ສັ່ງປະຊາຊົນຂອງເພິ່ນວ່າ: “ຕໍ່ໄປນີ້ ພວກເຈົ້າຢ່າເອົາເຟືອງໃຫ້ຊາວອິດສະຣາເອນໃຊ້ເຮັດດິນຈີ່ອີກ. ໃຫ້ພວກເຂົາໄປຊອກຫາເອົາເອງ ແຕ່ເຮັດດິນຈີ່ໃຫ້ໄດ້ຈຳນວນເທົ່າເດີມ ບໍ່ໃຫ້ຫລຸດແມ່ນແຕ່ກ້ອນດຽວ. ເພາະວ່າພວກເຂົາເປັນຄົນຂີ້ຄ້ານ ດ້ວຍເຫດນີ້ ພວກເຂົາຈຶ່ງມາຂໍອະນຸຍາດນຳເຮົາ ເພື່ອໄປຂ້າສັດຖວາຍບູຊາແດ່ພຣະເຈົ້າຂອງພວກເຂົາ. ຈົ່ງໃຫ້ພວກເຂົາເຮັດວຽກໜັກຂຶ້ນກວ່າເກົ່າ ເພື່ອພວກເຂົາຈະໄດ້ຫຍຸ້ງຢູ່ກັບວຽກ ແລະ ບໍ່ມີເວລາຟັງຄຳຕົວະຍົວະຕ່າງໆນາໆອີກຕໍ່ໄປ.”
ວັນຊະບາໂຕ
ຄຳວ່າ “ຊະບາໂຕ” ໝາຍເຖິງ “ຢຸດພັກ”. ໃນເລື່ອງການເນລະມິດສ້າງໂລກທີ່ກ່າວໄວ້ໃນປະຖົມມະການ ພຣະເຈົ້າຊົງໄດ້ເນລະມິດສ້າງໂລກພາຍໃນຫົກມື້ ແລະ ຢຸດພັກໃນມື້ທີເຈັດ. ພຣະອົງຊົງອວຍພອນໃນມື້ທີເຈັດ ແລະ ຕັ້ງໄວ້ໃຫ້ເປັນມື້ສັກສິດບໍຣິສຸດ. ໃນພຣະບັນຍັດສິບປະການ, ພຣະເຈົ້າຊົງສັ່ງໄວ້ວ່າ ຈົ່ງນັບຖືວັນຊະບາໂຕເປັນວັນພັກຜ່ອນຂອງພຣະເຈົ້າ ເພາະມັນເປັນເຄື່ອງໝາຍສຳຄັນລະຫວ່າງມະນຸດກັບພຣະເຈົ້າ ແລະ ພຣະເຈົ້າໄດ້ຊົງຮັບເອົາມະນຸດເປັນປະຊາຊົນຂອງພຣະອົງຕະຫຼອດໄປເປັນນິດ. (ປະຖົມມະການ 2:1-3; ອົບພະຍົບ 31:12,13; ຄູ່ມືຄຳສັບພຣະຄຳພີ ໜ້າ 88)
ປະຊາຊົນເອຢິບນັບຖືບັນດາພະທຽມເທັດ
ກະສັດເອຢິບປະຕິເສດທີ່ຈະເຊື່ອຟັງຖ້ອຍຄຳຂອງພຣະເຈົ້າທີ່ສັ່ງຜ່ານທາງໂມເຊ ເພາະກະສັດເອຢິບບໍ່ຮູ້ຈັກພຣະເຈົ້າຜູ້ຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ. ກະສັດເອຢິບລວມທັງປະຊາຊົນເອຢິບນະມັດສະການສິ່ງທີ່ຖືກສ້າງຂຶ້ນມາ ແທນການນະມັດສະການພຣະຜູ້ສ້າງ. (ຈາກປື້ມຮຽນພຣະຄຳພີ ໜ້າ 58)
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 4:27-31; 5:1-9.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 23 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂມເຊຮ້ອງທຸກຕໍ່ພຣະເຈົ້າ
ວຽກຂອງບັນດາຂ້າທາດຊາວອິດສະຣາເອນແມ່ນເຮັດດິນຈີ່ ແລະ ເພື່ອຈະເຮັດດິນຈີ່ເຫຼົ່ານີ້ໄດ້ນັ້ນຕ້ອງໃຊ້ເຟືອງເປັນຈຳນວນຫຼາຍ. ປົກກະຕິແລ້ວ ຊາວເອຢິບເປັນຜູ້ຈັດຫາເຟືອງໃຫ້ຂ້າທາດຊາວອິດສະຣາເອນເພື່ອສາມາດເຮັດດິນຈີ່ໄດ້. ເມື່ອຖືກບີບບັງຄັບຈາກຄວາມຕ້ອງການຂອງກະສັດ, ປະຊາຊົນອິດສະຣາເອນຈຶ່ງໄດ້ກະຈັດກະຈາຍໄປຊອກຫາເຟືອງເອງ ແຕ່ພວກເຂົາເຫັນວ່າ ມັນເປັນໄປບໍ່ໄດ້ທີ່ຈະຜະລິດດິນຈີ່ໄດ້ຕາມຈຳນວນຄືແຕ່ກ່ອນ. ຍ້ອນວ່າພວກເຂົາບໍ່ສາມາດເຮັດໄດ້ ດັ່ງນັ້ນ ຫົວໜ້າຄົນງານຄົນເອຢິບຈຶ່ງຂ້ຽນຕີພວກເຂົາ.
ແລ້ວບັນດາເຈົ້າໜ້າທີ່ຄົນອິດສະຣາເອນກໍໄດ້ໄປຫາກະສັດເອຢິບກ່ຽວກັບວຽກງານທີ່ບໍ່ຍຸຕິທຳ ແຕ່ກະສັດບໍ່ໄດ້ສົງສານພວກເຂົາ ແລະ ເພິ່ນໄດ້ກ່າວວ່າ: "ພວກເຈົ້າຂີ້ຄ້ານ ແລະ ບໍ່ຢາກເຮັດວຽກ. ດັ່ງນີ້ແຫລະ ພວກເຈົ້າຈຶ່ງຂໍອະນຸຍາດໄປຖວາຍສັດບູຊາແດ່ອົງພຣະຜູ້ເປັນເຈົ້າ"
ແລ້ວກະສັດກໍສັ່ງໃຫ້ພວກເຂົາກັບໄປເຮັດວຽກຂອງພວກເຂົາ. ໃນຂະນະທີ່ພວກເຂົາອອກມາຈາກວັງຂອງກະສັດ ພວກເຂົາກໍໄດ້ພົບໂມເຊ ແລະ ອາໂຣນ ແລ້ວພວກເຂົາກໍພາກັນຮ້ອງໄຫ້ວ່າ: "ອົງພຣະຜູ້ເປັນເຈົ້າຮູ້ເຫັນສິ່ງທີ່ພວກເຈົ້າເຮັດ ແລະ ພຣະອົງຈະລົງໂທດພວກເຈົ້າ ທີ່ກໍ່ເຫດໃຫ້ກະສັດ ແລະ ຄົນຮັບໃຊ້ຂອງເພິ່ນກຽດຊັງພວກເຮົາ. ພວກເຈົ້າເຮັດເຊັ່ນນີ້ກໍເທົ່າກັບວ່າເອົາດາບໃຫ້ພວກເຂົາຂ້າພວກເຮົາຖິ້ມ"
ໂມເຊຮູ້ສຶກທໍ້ໃຈທີ່ປະຊາຊົນອິດສະຣາເອນມີຄວາມທຸກລຳບາກເພີ່ມຫຼາຍຂຶ້ນ ຝ່າຍປະຊາຊົນກໍໄດ້ຮ່ວມຕົວກັນຕຳໜິໂມເຊທີ່ປ່ຽນແປງສະຖານະຂອງພວກເຂົາໃຫ້ໂຊກຮ້າຍ. ໂມເຊໄດ້ໄປອະທິຖານຕໍ່ພຣະເຈົ້າວ່າ: “ຂ້າແດ່ອົງພຣະຜູ້ເປັນເຈົ້າ ເປັນຫຍັງ ພຣະອົງຊົງເຮັດການຮ້າຍແກ່ຊົນຊາດນີ້? ເປັນຫຍັງ ພຣະອົງຈຶ່ງຊົງໃຊ້ຂ້າພະອົງມາ? ເພາະວ່າ ຕັ້ງແຕ່ຂ້າພະອົງໄປເຝົ້າຟາໂຣ ເພື່ອທູນໃນພຣະນາມຂອງພຣະອົງແລ້ວ ຟາໂຣກໍເຮັດທາລຸນແກ່ຊົນຊາດນີ້ ສ່ວນພຣະອົງກໍບໍ່ໄດ້ຊົງຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນເລີຍ”
ພຣະເຈົ້າກ່າວຕໍ່ໂມເຊວ່າ: "ບັດນີ້ ເຈົ້າຈະໄດ້ເຫັນເຫດການເຊິ່ງເຮົາຈະເຮັດຕໍ່ຟາໂຣ ຄືດ້ວຍມືອັນຊົງລິດ ລາວຈະປ່ອຍປະຊາຊົນໄປ ແລະ ດ້ວຍມືອັນເຂັ້ມແຂງ ລາວຈະໄລ່ປະຊາຊົນອອກຈາກແຜ່ນດິນຂອງລາວ."
ພຣະເຈົ້າກ່າວອີກວ່າ: "ເຈົ້າຈົ່ງບອກປະຊາຊົນອິດສະຣາເອນວ່າ 'ເຮົາແມ່ນອົງພຣະຜູ້ເປັນເຈົ້າ ເຮົາຈະຊ່ວຍກູ້ເອົາພວກເຈົ້າ ແລະ ປົດປ່ອຍພວກເຈົ້າໃຫ້ເປັນອິດສະລະຈາກການເປັນທາດຮັບໃຊ້ຂອງຊາວເອຢິບ. ເຮົາຈະໃຊ້ຣິດອຳນາດຂອງເຮົາລົງໂທດພວກເຂົາຢ່າງຮຸນແຮງ ແລະ ເຮົາຈະຊ່ວຍພວກເຈົ້າໃຫ້ພົ້ນ... ເຮົາຈະນຳພາພວກເຈົ້າເຂົ້າໄປຍັງດິນແດນທີ່ເຮົາໄດ້ສັນຍາເອົາໄວ້ວ່າຈະມອບໃຫ້ແກ່ອັບຣາຮາມ, ອີຊາກ ແລະ ຢາໂຄບ. ເຮົາຈະມອບດິນແດນນັ້ນໃຫ້ເປັນກຳມະສິດຂອງພວກເຈົ້າ.' "
ແລ້ວໂມເຊກໍໄດ້ນຳຖ້ອຍຄຳເຫຼົ່ານັ້ນໄປບອກປະຊາຊົນອິດສະຣາເອນ ແຕ່ພວກເຂົາບໍ່ຍອມເຊື່ອຟັງລາວ ຍ້ອນວ່າພວກເຂົາໝົດກຳລັງໃຈ ແລະ ຖືກບີບບັງຄັບໃຫ້ເປັນທາດຮັບໃຊ້ຢ່າງໂຫດຮ້າຍທາລຸນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 5:12-23; 6:1,6-9.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໄມ້ເທົ້າກາຍເປັນງູ
ຕໍ່ມາ ພຣະເຈົ້າໄດ້ບອກໂມເຊວ່າ: "ຈົ່ງໄປພົບກະສັດເອຢິບ ແລະ ບອກກະສັດເອຢິບໃຫ້ປ່ອຍປະຊາຊົນອິດສະຣາເອນອອກໄປຈາກປະເທດຂອງລາວ"
ໂມເຊກ່າວຕໍ່ພຣະເຈົ້າວ່າ: "ແມ່ນແຕ່ຊາວອິດສະຣາເອນກໍຍັງບໍ່ຟັງຂ້ານ້ອຍ ແລ້ວຈະໃຫ້ກະສັດເອຢິບເຊື່ອຟັງຂ້ານ້ອຍໄດ້ຢ່າງໃດ?"
ແລ້ວພຣະເຈົ້າກໍໄດ້ກ່າວຕໍ່ໂມເຊວ່າພຣະອົງຈະເຮັດໃຫ້ເກີດໄພພິບັດແກ່ຊາວເອຢິບ ເພື່ອກະສັດເອຢິບຈະຖ່ອມຕົວລົງ ແລະ ປ່ອຍປະຊາຊົນອິດສະຣາເອນໄປ.
ພຣະເຈົ້າໄດ້ກ່າວຕໍ່ໂມເຊອີກວ່າ: "ຖ້າວ່າກະສັດເອຢິບບອກພວກເຈົ້າໃຫ້ເຮັດການອັດສະຈັນ ເຈົ້າຈົ່ງບອກອາໂຣນຈັບເອົາໄມ້ເທົ້າຂອງເຈົ້າຖິ້ມລົງຕໍ່ໜ້າກະສັດເອຢິບ ແລ້ວໄມ້ເທົ້ານັ້ນກໍຈະກາຍເປັນງູ."
ແລ້ວໂມເຊ ແລະ ອາໂຣນກໍໄດ້ພາກັນເຂົ້າໄປພົບກະສັດເອຢິບອີກຄັ້ງ. ພວກເຂົາໄດ້ເຂົ້າໄປຫ້ອງໂຖໃຫຍ່ຂອງກະສັດເອຢິບ ພວກເຂົາຢືນຢູ່ຕໍ່ໜ້າກະສັດເອຢິບ ເຊິ່ງອ້ອມຮອບດ້ວຍເສົາສູງທີ່ປະດັບດ້ວຍແສງເຫຼືອມແວວວາວທ່າມກາງພາບທີ່ງົດງາມ ແລະ ຮູບປັ້ນຂອງພະອື່ນໆ.ໂມເຊໄດ້ສັ່ງໃຫ້ອາໂຣນກ່າວຖ້ອຍຄຳຂອງພຣະເຈົ້າຕໍ່ໜ້າກະສັດເອຢິບວ່າ: "ພຣະເຈົ້າຊົງສັ່ງວ່າ ຈົ່ງປ່ອຍປະຊາຊົນອິດສະຣາເອນອອກໄປຈາກປະເທດເອຢິບ"
ກະສັດເອຢິບກ່າວວ່າ: "ຈົ່ງສະແດງການອັດສະຈັນເພື່ອພິສູດວຽກຂອງເຈົ້າໃຫ້ເບິ່ງດຸ!"
ແລ້ວໂມເຊກໍໄດ້ບອກອາໂຣນຈັບເອົາໄມ້ເທົ້າຂອງຕົນຖິ້ມລົງຕໍ່ໜ້າກະສັດເອຢິບ ແລະ ຕໍ່ໜ້າບັນດາຂ້າຣາຊະການຂອງເພິ່ນ ແລ້ວໄມ້ເທົ້ານັ້ນກໍກາຍເປັນງູ. ໃນຂະນະດຽວກັນ ກະສັດເອຢິບກໍໄດ້ເອີ້ນພວກໝໍມົນຂອງເພິ່ນມາ ພວກເຂົາເຫຼົ່ານັ້ນຕ່າງກໍເຮັດການອັດສະຈັນໄດ້ເຊັ່ນກັນ ຄືພວກເຂົາໄດ້ຖິ້ມໄມ້ເທົ້າຂອງພວກເຂົາລົງ ແລະ ໄມ້ເທົ້າເຫຼົ່ານັ້ນກໍກາຍເປັນງູ. ແຕ່ງູຂອງອາໂຣນໄດ້ກືນກິນງູຂອງພວກເຂົາ. ເຖິງປານນັ້ນ ກະສັດເອຢິບກໍຍັງໃຈແຂງກະດ້າງ, ບໍ່ຍອມເຊື່ອຟັງໂມເຊ ແລະ ອາໂຣນ ເຊິ່ງໄດ້ເປັນໄປຕາມທີ່ພຣະເຈົ້າຊົງບອກໄວ້.
ພວກໝໍມົນ
ພວກໝໍມົນບໍ່ສາມາດເຮັດໃຫ້ໄມ້ເທົ້າຂອງພວກເຂົາກາຍເປັນງູໄດ້ ແຕ່ຍ້ອນເວດມົນທີ່ໄດ້ຮັບການຊ່ວຍເຫຼືອຈາກຊາຕານຜູ້ຫຼອກລວງທີ່ຍິ່ງໃຫຍ່ ພວກໝໍມົນຈຶ່ງສາມາດສ້າງພາບລັກສະນະນີ້ໄດ້. ຊາຕານມີຄວາມສະຫຼາດຫຼາຍ ແລະ ມີອຳນາດປົກຄອງບັນດາພວກຜີປີສາດ ແຕ່ມັນບໍ່ມີອຳນາດທີ່ຈະສ້າງ ແລະ ໃຫ້ຊີວິດ. ມີພຽງພຣະເຈົ້າອົງດຽວເທົ່ານັ້ນທີ່ສາມາດສ້າງ ແລະ ໃຫ້ຊີວິດ. ຊາຕານເປັນພຽງຜູ້ລອກລຽນແບບ.
ຢູ່ໃນສາຍຕາຂອງມະນຸດ, ໄມ້ເທົ້າເບິ່ງຄືໄດ້ກາຍເປັນງູ. ນີ້ແມ່ນສິ່ງທີ່ກະສັດເອຢິບ ແລະ ບັນດາຂ້າຣາຊະການຂອງເພິ່ນເຊື່ອວ່າມັນຈະເປັນ. ເຖິງແມ່ນວ່າ ພຣະເຈົ້າໄດ້ສະແດງໃຫ້ເຫັນວ່າ ງູຂອງພວກໝໍມົນແມ່ນງູປອມ ໂດຍໄດ້ໃຫ້ງູແທ້ກືນກິນງູປອມທັງໝົດຂອງພວກໝໍມົນກໍຕາມ ແຕ່ກະສັດເອຢິບກໍບໍ່ໄດ້ຖືວ່າງູຂອງອາໂຣນເປັນຜົນງານແຫ່ງຣິດອຳນາດຂອງພຣະເຈົ້າ ແຕ່ເພິ່ນຖືວ່າເປັນຜົນງານມາຈາກສິ່ງມະຫັດສະຈັນຂອງມາຍາກົນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 6:10-12. 7:4,5,8-13.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໄພພິບັດມາສູ່ປະເທດເອຢິບ
ປະຊາຊົນເອຢິບນະມັດສະການສິ່ງທີ່ຖືກສ້າງຂຶ້ນມາ ແທນການນະມັດສະການພຣະຜູ້ສ້າງ. ພວກເຂົານະມັດສະການຫຼາຍຢ່າງທີ່ພວກເຂົານັບຖືໃຫ້ເປັນພະເຊັ່ນ: ແມ່ນ້ຳນິນ, ດວງຕາເວັນ, ດວງຈັນ ແລະ ສັດຕ່າງໆ. ພວກເຂົາມີພະຫຼາຍອົງ ແລະ ຍັງນັບຖືກະສັດເອຢິບວ່າເປັນຕົວແທນພະເຈົ້າອົງໜຶ່ງອີກດ້ວຍ. ສະນັ້ນ ພຣະເຈົ້າຈຶ່ງຕ້ອງການສຳແດງໃຫ້ກະສັດເອຢິບ ແລະ ປະຊາຊົນເອຢິບໄດ້ຮູ້ວ່າ "ສິ່ງທີ່ພວກເຂົານັບຖືເປັນພະທັງຫຼາຍເຫຼົ່ານັ້ນມັນເປັນພຽງພະທຽມເທັດ(ພະຈອມປອມ)" ແລະ ຍັງໃຫ້ຮູ້ອີກວ່າ "ພຣະເຈົ້າທ່ຽງແທ້ຊົງເປັນພຣະຜູ້ສ້າງທຸກສິ່ງສາລະພັດ ແລະ ມີແຕ່ພຣະເຈົ້າອົງດຽວເທົ່ານັ້ນທີ່ສົມຄວນໄດ້ຮັບການນະມັດສະການ." ຈາກປື້ມຮຽນພຣະຄຳພີ ໜ້າ58
ໄພພິບັດແມ່ນ້ຳກາຍເປັນເລືອດ
ຕໍ່ມາ ພຣະເຈົ້າກໍໄດ້ສັ່ງໃຫ້ໂມເຊ ແລະ ອາໂຣນໄປຢືນຢູ່ແຄມແມ່ນ້ຳນິນໃນຕອນເຊົ້າ ເພື່ອຄອຍຖ້າກະສັດເອຢິບທີ່ຈະລົງມານະມັດສະການແມ່ນ້ຳນິນ ເຊິ່ງຄົນເອຢິບເຊື່ອວ່າແຫຼ່ງແມ່ນ້ຳເປັນບໍ່ເກີດຂອງອາຫານ ແລະ ເປັນຄວາມອຸດົມສົມບູນຂອງປະເທດເອຢິບ. ໃນຂະນະທີ່ກະສັດເອຢິບມານະມັດສະການແມ່ນ້ຳນິນຢູ່ນັ້ນ ໂມເຊກໍໄດ້ສັ່ງໃຫ້ອາໂຣນກ່າວຖ້ອຍຄຳຂອງພຣະເຈົ້າຕໍ່ໜ້າກະສັດເອຢິບວ່າ: "ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະໄດ້ນະມັດສະການເຮົາຢູ່ຖິ່ນແຫ້ງແລ້ງກັນດານ. ແຕ່ຈົນປານນີ້ ເຈົ້າກໍຍັງບໍ່ເຊື່ອຟັງຄຳສັ່ງຂອງເຮົາ ດ້ວຍເຫດການນີ້ ເຈົ້າຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າ."
ແລ້ວໂມເຊກໍໄດ້ສັ່ງໃຫ້ອາໂຣນຍົກໄມ້ເທົ້າຂຶ້ນຕີໜ້ານ້ຳຕາມທີ່ພຣະເຈົ້າຊົງສັ່ງໄວ້. ທັນໃດນັ້ນ ແມ່ນ້ຳກໍກາຍເປັນເລືອດທັງໝົດ, ລວມທັງໜອງບຶງ ແລະ ອ່າງນ້ຳທົ່ວປະເທດເອຢິບ. ຝູງປາໄດ້ຕາຍ ແລະ ແມ່ນ້ຳກໍເນົ່າເໝັນ. ປະຊາຊົນເອຢິບພາກັນດື່ມນ້ຳບໍ່ໄດ້ ເພາະມີເລືອດທົ່ວປະເທດເອຢິບ. ຝ່າຍພວກໝໍມົນຂອງກະສັດກໍໃຊ້ຄາຖາອາຄົມຂອງພວກເຂົາເຮັດໃຫ້ນ້ຳກາຍເປັນເລືອດໄດ້ເຊັ່ນກັນ ຈຶ່ງເຮັດໃຫ້ໃຈຂອງກະສັດເອຢິບຍັງແຂງກະດ້າງຄືເກົ່າ. ສະນັ້ນ ກະສັດເອຢິບຈຶ່ງບໍ່ຍອມເຊື່ອຟັງໂມເຊ ແລະ ອາໂຣນ ເພິ່ນໄດ້ສະເດັດກັບເຂົ້າສູ່ວັງດ້ວຍທ່າທີ່ອັນເບີດເສີຍ ໂດຍບໍ່ໄດ້ສົນໃຈໃນເຫດການທີ່ເກີດຂຶ້ນແຕ່ຢ່າງໃດ. ສ່ວນປະຊາຊົນເອຢິບທັງໝົດຕ່າງກໍພາກັນຂຸດນ້ຳສ້າງຕາມແຄມແມ່ນ້ຳນິນ ເພາະວ່າພວກເຂົາດື່ມນ້ຳໃນແມ່ນ້ຳນິນບໍ່ໄດ້. ເປັນເວລາເຈັດມື້ ທີ່ແມ່ນ້ຳນິນກາຍເປັນເລືອດ ແຕ່ເຖິງປານນັ້ນ ກໍບໍ່ໄດ້ປ່ຽນແປງຄວາມຄິດຂອງກະສັດເອຢິບ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 7:14-25.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 23 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໄພພິບັດຈາກຝູງກົບ
ເຈັດມື້ຜ່ານໄປ ພຣະເຈົ້າໄດ້ສັ່ງໃຫ້ໂມເຊ ແລະ ອາໂຣນເຂົ້າພົບກະສັດເອຢິບອີກ ໂມເຊກໍໄດ້ສັ່ງໃຫ້ອາໂຣນກ່າວຖ້ອຍຄຳຂອງພຣະເຈົ້າຕໍ່ໜ້າກະສັດເອຢິບວ່າ: "ຈົ່ງປ່ອຍປະຊາຊົນຂອງເຮົາໄປນະມັດສະການເຮົາ. ຖ້າເຈົ້າບໍ່ຍອມປ່ອຍໄປ ເຮົາຈະລົງໂທດປະເທດນີ້ ໂດຍຈະໃຫ້ມີຝູງກົບເຕັມທົ່ວປະເທດ. ແມ່ນ້ຳນິນຈະເຕັມໄປດ້ວຍຝູງກົບ, ມັນຈະເຂົ້າໄປໃນວັງ, ເຂົ້າໄປໃນຫ້ອງນອນ, ໃນເຮືອນຂອງບັນດາຂ້າຣາຊາການ, ໃນເຮືອນຂອງປະຊາຊົນ... ມັນຈະເຕັ້ນຂຶ້ນເທິງຕົວເຈົ້າ ເທິງບັນດາຂ້າຣາຊາການ ແລະ ເທິງປະຊາຊົນຂອງເຈົ້າທັງໝົດ" ແລ້ວໂມເຊ ແລະ ອາໂຣນກໍໄດ້ອໍາລາກະສັດເອຢິບກັບເມືອ.
ປະຊາຊົນເອຢິບຖືວ່າກົບເປັນສັດທີ່ສັກສິດ ສະນັ້ນ ພຣະເຈົ້າຈຶ່ງເຮັດໃຫ້ປະເທດເອຢິບເຕັມໄປດ້ວຍຝູງກົບ ໂດຍພຣະອົງໄດ້ສັ່ງໂມເຊບອກໃຫ້ອາໂຣນເດ່ໄມ້ເທົ້າຊີ້ໄປທາງແມ່ນ້ຳລຳຄອງທັງຫຼາຍຢູ່ໃນປະເທດເອຢິບ ແລະ ທັນໃດນັ້ນ ຝູງກົບກໍເລີ່ມຂຶ້ນມາທົ່ວປະເທດ.
ຝ່າຍບັນດາພວກໝໍມົນຂອງກະສັດເອຢິບກໍໃຊ້ຄາຖາອາຄົມຂອງພວກເຂົາເຮັດໃຫ້ຝູງກົບຂຶ້ນມາເທິງໜ້າດິນໄດ້ເຊັ່ນກັນ ແຕ່ພວກໝໍມົນບໍ່ສາມາດທີ່ຈະຂັບໄລ່ພວກມັນອອກໄປໄດ້. ສະນັ້ນ ກະສັດເອຢິບຈຶ່ງເອີ້ນໂມເຊ ແລະ ອາໂຣນເຂົ້າມາພົບເພິ່ນພ້ອມທັງສັ່ງວ່າ: "ຈົ່ງອະທິຖານຂໍພຣະເຈົ້າບອກຝູງກົບອອກໄປສາ! ແລ້ວເຮົາຈະປ່ອຍປະຊາຊົນຂອງພວກເຈົ້າໄປ ເພື່ອພວກເຂົາຈະໄດ້ເອົາເຄື່ອງບູຊາໄປຖວາຍແດ່ພຣະເຈົ້າ."
ໂມເຊຕອບກະສັດເອຢິບວ່າ: "ຂ້ານ້ອຍຈະເຮັດຕາມທີ່ທ່ານຂໍຮ້ອງມານັ້ນ ແລ້ວທ່ານຈະໄດ້ຮູ້ວ່າ ບໍ່ມີພະອື່ນໃດເໜືອນພຣະເຈົ້າຂອງພວກຂ້ານ້ອຍ" ແລ້ວໂມເຊ ແລະ ອາໂຣນກໍໄດ້ອຳລາກະສັດເອຢິບກັບເມືອ.
ໂມເຊອະທິຖານຫາພຣະເຈົ້າເພື່ອໃຫ້ຢຸດໄພພິບັດຈາກຝູງກົບ ແລ້ວຝູງກົບກໍໄດ້ຕາຍ. ແຕ່ພວກມັນມີກິ່ນເນົ່າເໝັນ, ສາກຂອງພວກມັນກໍຍັງຄົງຢູ່ ແລະ ເປັນມົນລະພິດໃນຊັ້ນບັນຍາກາດ. ພຣະເຈົ້າສາມາດເຮັດໃຫ້ສາກສົບຂອງພວກມັນກັບຄືນສູ່ຂີ້ຝຸ່ນດິນໄດ້ໃນພັບຕາດຽວ ແຕ່ພຣະອົງບໍ່ເຮັດເຊັ່ນນັ້ນ ເພື່ອກະສັດ ແລະ ປະຊາຊົນເອຢິບຈະບໍ່ໄດ້ເວົ້າວ່າ ມັນເປັນຜົນມາຈາກເວດມົນຄືວຽກຂອງພວກໝໍມົນ. ຫຼັງຈາກກົບຕາຍແລ້ວ ປະຊາຊົນກໍໄດ້ຮວບຮວມຝູງກົບໂຮມເຂົ້າກັນເປັນກອງ ຫຼັກຖານນີ້ສະແດງໃຫ້ເຫັນວ່າ ບໍ່ແມ່ນເປັນຍ້ອນເວດມົນ ແຕ່ເປັນຍ້ອນການລົງໂທດທີ່ມາຈາກພຣະເຈົ້າແຫ່ງຟ້າສະຫວັນ.ເມື່ອກະສັດເອຢິບເຫັນວ່າກົບຕາຍໄປແລ້ວ ເພິ່ນກໍມີໃຈແຂງກະດ້າງອີກ ແລະ ບໍ່ຍອມປ່ອຍປະຊາຊົນອິດສະຣາເອນໄປ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 8:1-15.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 23 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໄພພິບັດຈາກຝູງຮີ້ນ
ຫຼັງຈາກໄພພິບັດຝູງກົບໄດ້ຜ່ານພົ້ນໄປແລ້ວ ແຕ່ຍ້ອນວ່າກະສັດເອຢິບຍັງຄົງມີໃຈແຂງກະດ້າງອີກ ແລະ ບໍ່ຍອມປ່ອຍປະຊາຊົນອິດສະຣາເອນໄປ. ສະນັ້ນ ພຣະເຈົ້າຈຶ່ງສົ່ງໄພພິບັດຢ່າງອື່ນມາອີກ ແລ້ວໂມເຊໄດ້ສັ່ງໃຫ້ອາໂຣນເອົາໄມ້ເທົ້າຕີດິນຕາມທີ່ພຣະເຈົ້າໄດ້ຊົງສັ່ງໄວ້ ແລ້ວຂີ້ຝຸ່ນດິນໃນປະເທດເອຢິບກໍໄດ້ກາຍເປັນໂຕຮີ້ນທັງໝົດ ແລະ ມັນໄດ້ມາຕອມທັງຄົນ ແລະ ສັດ. ຝ່າຍບັນດາພວກໝໍມົນຂອງກະສັດເອຢິບພະຍາຍາມໃຊ້ເວດມົນຄາຖາຂັບໄລ່ໂຕຮີ້ນໜີໄປ ແຕ່ກໍບໍ່ສາມາດເຮັດໄດ້. ສະນັ້ນ ພວກເຂົາຈຶ່ງຍອມຮັບວ່າ "ສິ່ງທີ່ເກີດຂຶ້ນນີ້ແມ່ນການກະທຳຂອງພຣະເຈົ້າ" ແຕ່ກະສັດເອຢິບກໍຍັງມີໃຈແຂງກະດ້າງ ແລະ ບໍ່ສົນໃຈນຳໂມເຊກັບອາໂຣນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 8:16-19.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 23 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ໄພພິບັດຈາກຝູງເຫຼືອກ
ພໍຮຸ່ງເຊົ້າ ໂມເຊ ແລະ ອາໂຣນໄດ້ໄປພົບກະສັດເອຢິບທີ່ແມ່ນ້ຳນິນ. ໂມເຊໄດ້ສັ່ງໃຫ້ອາໂຣນກ່າວຖ້ອຍຄໍາຂອງພຣະເຈົ້າຕໍ່ໜ້າກະສັດເອຢິບວ່າ: "ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະໄດ້ນະມັດສະການເຮົາ. ຖ້າເຈົ້າບໍ່ຍອມປ່ອຍໄປ ເຮົາຈະລົງໂທດປະເທດນີ້ໂດຍສົ່ງຝູງເຫຼືອກມາຕອມຕົວເຈົ້າ, ຕອມບັນດາຂ້າຣາຊາການ ແລະ ຕອມປະຊາຊົນຂອງເຈົ້າ. ຕາມບ້ານເຮືອນ ແລະ ຕາມໜ້າດິນຈະເຕັມໄປດ້ວຍຝູງເຫຼືອກ. ແຕ່ເຮົາຈະຍົກເວັ້ນຂົງເຂດໂກເຊັນບ່ອນທີ່ປະຊາຊົນຂອງເຮົາອາໄສຢູ່... ເຮົາຈະເຮັດໃຫ້ເຫັນຄວາມແຕກຕ່າງລະຫວ່າງປະຊາຊົນຂອງເຮົາ ແລະ ປະຊາຊົນຂອງເຈົ້າ. ເຫດການນີ້ຈະເກີດຂຶ້ນໃນມື້ອື່ນນີ້."
ແລ້ວມື້ຕໍ່ມາ ຝູງເຫຼືອກອັນມະຫາສານກໍໄດ້ເຂົ້າໄປໃນວັງຂອງກະສັດເອຢິບ, ໃນເຮືອນຂ້າຣາຊະການ ແລະ ປະຊາຊົນເອຢິບ. ດັ່ງນັ້ນ ໃນທົ່ວປະເທດເອຢິບ ທັງຄົນ ແລະ ສັດຈຶ່ງໄດ້ຮັບຄວາມທໍລະມານທີ່ສຸດຍ້ອນຝູງເຫຼືອກກັດ ແລະ ເຈັບແຮງຫຼາຍ. ສະນັ້ນ ກະສັດເອຢິບຈຶ່ງເອີ້ນໂມເຊກັບອາໂຣນເຂົ້າມາພົບ ແລະ ສັ່ງວ່າ: “ຈົ່ງພາກັນໄປຖວາຍບູຊາແດ່ພຣະເຈົ້າຂອງພວກເຈົ້າໃນດິນແດນນີ້ສາ!.”
ປະຊາຊົນເອຢິບມີກົດຂໍ້ຫ້າມເລື່ອງການຖວາຍສັດບູຊາ ເພາະພວກເຂົາເຊື່ອວ່າ ການນຳເອົາສັດມາຖວາຍບູຊານັ້ນຖືວ່າເປັນສັດສັກສິດ.ສະນັ້ນ ໂມເຊຈຶ່ງຕອບກະສັດເອຢິບວ່າ: “ບໍ່ໄດ້ດອກ! ເພາະວ່າ ຊາວເອຢິບກຽດຊັງການຂ້າສັດຖວາຍບູຊາ. ຖ້າຊາວເອຢິບເຫັນພວກຂ້ານ້ອຍຖວາຍສັດບູຊາແດ່ພຣະເຈົ້າ ພວກເຂົາກໍຈະເອົາກ້ອນຫີນຄວ່າງໃສ່ພວກຂ້ານ້ອຍໃຫ້ຕາຍ. ສະນັ້ນ ພວກຂ້ານ້ອຍຕ້ອງເດີນທາງສາມວັນເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອຖວາຍສັດບູຊາແດ່ພຣະເຈົ້າ ຕາມທີ່ພຣະເຈົ້າຂອງພວກຂ້ານ້ອຍໄດ້ຊົງສັ່ງເອົາໄວ້.”
ກະສັດເອຢິບກ່າວວ່າ: “ເຮົາຈະປ່ອຍໃຫ້ພວກເຈົ້າໄປຖວາຍສັດບູຊາແດ່ພຣະຜູ້ເປັນເຈົ້າຂອງພວກເຈົ້າ ຖ້າພວກເຈົ້າບໍ່ໄປໄກ ແລະ ຈົ່ງອະທິຖານເພື່ອເຮົານຳ.”
ໂມເຊຕອບກະສັດເອຢິບວ່າ: “ເມື່ອຂ້ານ້ອຍກັບຄືນເມື່ອແລ້ວ ຂ້ານ້ອຍກໍຈະອະທິຖານຕໍ່ພຣະເຈົ້າ ຂໍໃຫ້ຝູງເຫຼືອກໜີຈາກທ່ານ, ຈາກຂ້າລາຊະການ ແລະ ຈາກປະຊາຊົນຂອງທ່ານໃນມື້ອື່ນ. ແຕ່ຂໍທ່ານຢ່າໄດ້ຫຼອກລວງພວກຂ້ານ້ອຍຕໍ່ໄປອີກ ແລະ ຢ່າຂັດຂວາງພວກຂ້ານ້ອຍໃນການໄປຖວາຍສັດບູຊາແດ່ພຣະເຈົ້າ.”
ພາຍຫຼັງທີ່ໂມເຊກັບອາໂຣນອຳລາກະສັດເອຢິບ ແລະ ອອກມາຈາກຕົວເມືອງເອຢິບແລ້ວ ໂມເຊກໍອະທິຖານຕໍ່ພຣະເຈົ້າ. ທັນໃດນັ້ນ ຝູງເຫຼືອກອັນມະຫາສານກໍໄດ້ໜີໄປ ແລະ ບໍ່ເຫຼືອຈັກໂຕຢູ່ໃນປະເທດເອຢິບ. ແຕ່ຫຼັງຈາກທີ່ເຫດການສະຫງົບລົງ ກະສັດເອຢິບກໍຍັງໃຈແຂງກະດ້າງຢູ່ຄືເກົ່າ ແລະ ບໍ່ຍອມປ່ອຍປະຊາຊົນອິດສະຣາເອນໄປ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 8:20-32.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 23 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໄພພິບັດຈາກໂຣກພະຍາດຂອງສັດ
ຈາກນັ້ນ ພຣະເຈົ້າກໍໄດ້ສັ່ງໃຫ້ໂມເຊກັບອາໂຣນເຂົ້າໄປພົບກະສັດເອຢິບອີກ. ໂມເຊໄດ້ສັ່ງໃຫ້ອາໂຣນກ່າວຖ້ອຍຄຳຂອງພຣະເຈົ້າຕໍ່ໜ້າກະສັດເອຢິບວ່າ: “ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະໄດ້ນະມັດສະການເຮົາ. ຖ້າວ່າເຈົ້າຍັງບໍ່ຍອມປ່ອຍພວກເຂົາໄປ ເຮົາຈະລົງໂທດເຈົ້າໂດຍຈະເຮັດໃຫ້ເກີດໂຣກລະບາດຢ່າງຮ້າຍແຮງແກ່ຝູງສັດທັງຫຼາຍເຊັ່ນ: ມ້າ, ລໍ, ອູດ, ງົວ, ແກະ ແລະ ແບ້... ແຕ່ຝູງສັດຂອງຊາວອິດສະຣາເອນຈະບໍ່ຕາຍ... ສິ່ງເຫຼົ່ານີ້ຈະເກີດຂຶ້ນໃນມື້ອື່ນ" ແລ້ວໂມເຊ ແລະ ອາໂຣນກໍໄດ້ອຳລາກະສັດເອຢິບກັບເມືອ.
ໃນມື້ຕໍ່ມາ ສັດທີ່ຊາວເອຢິບນັບຖືວ່າສັກສິດ ແລະ ສັດລ້ຽງຂອງພວກເຂົາກໍເກີດເປັນໂຣກພະຍາດລະບາດຢ່າງຮ້າຍແຮງ ແລະ ລົ້ມຕາຍ. ກະສັດເອຢິບຈຶ່ງໃຊ້ຄົນໄປເບິ່ງທີ່ຂົງເຂດໂກເຊັນບ່ອນທີ່ຊາວອິດສະຣາເອນອາໄສຢູ່ ແລ້ວກໍຮູ້ວ່າສັດຂອງຊາວອິດສະຣາເອນບໍ່ໄດ້ຕາຍແມ່ນແຕ່ໂຕດຽວ. ເຖິງປານນັ້ນ ກະສັດເອຢິບກໍຍັງໃຈແຂງຢູ່ຄືເກົ່າ ແລະ ບໍ່ຍອມປ່ອຍປະຊາຊົນອິດສະຣາເອນໄປ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 9:1-7
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 23 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໄພພິບັດຈາກຕຸ່ມຝີ
ສິ່ງອັດສະຈັນທີ່ພຣະເຈົ້າຊົງເຮັດຜ່ານທາງໂມເຊຢູ່ໃນປະເທດເອຢິບນັ້ນ ໄດ້ສຳແດງໃຫ້ເຫັນວ່າປະຊາຊົນເອຢິບບໍ່ສາມາດທີ່ຈະຊ່ວຍຕົນເອງໄດ້ ແລະ ສິ່ງອັດສະຈັນຕ່າງໆໄດ້ສະແດງໃຫ້ເຫັນວ່າພຣະເຈົ້າຊົງຢູ່ກັບໂມເຊ. ແລ້ວໂມເຊກັບອາໂຣນກໍໄດ້ກຳເອົາຂີ້ເຖົ່າໄຟຢືນຢູ່ຕໍ່ໜ້າກະສັດເອຢິບຕາມທີ່ພຣະເຈົ້າໄດ້ຊົງສັ່ງໄວ້. ເມື່ອໂມເຊໄດ້ຫວ່ານຂຶ້ນໄປເທິງອາກາດ ຂີ້ເຖົ່າໄຟນັ້ນກໍປິວໄປຕົກຖືກມະນຸດ ແລະ ສັດ; ເປັນເຫດໃຫ້ມະນຸດ ແລະ ສັດເກີດເປັນຕຸ່ມຝີແຕກເປັນບາດແຜລາມໄປຕາມຮ່າງກາຍ. ບັນດາພວກປະໂລຫິດຂອງພະອື່ນໆ ແລະ ພວກໝໍມົນທີ່ສົ່ງເສີມຄວາມດື້ດ້ານຂອງກະສັດເອຢິບນັ້ນ ຕອນນີ້ ການລົງໂທດກໍມາເຖິງຮ່າງກາຍຂອງພວກເຂົາແລ້ວ ໂດຍພວກເຂົາເກີດເປັນໂຣກພະຍາດທີ່ໜ້າລັງກຽດ ແລະ ທໍລະມານ. ພວກເຂົາບໍ່ສາມາດທີ່ຈະຕໍ່ສູ້ພຣະເຈົ້າຂອງຊາວອິດສະຣາເອນໄດ້. ພວກເຂົາບໍ່ສາມາດທີ່ຈະປົກປ້ອງຮ່າງກາຍຂອງພວກເຂົາໄດ້. ສ່ວນກະສັດເອຢິບກໍຍັງຄົງໃຈແຂງກະດ້າງຢູ່ຄືເກົ່າ ແລະ ບໍ່ຍອມເຊື່ອຟັງໂມເຊກັບອາໂຣນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 9:8-12.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 23 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໄພພິບັດຈາກໝາກເຫັບ
ຕໍ່ມາ ໂມເຊ ແລະ ອາໂຣນໄດ້ໄປພົບກະສັດເອຢິບອີກ. ໂມເຊສັ່ງໃຫ້ອາໂຣນກ່າວຖ້ອຍຄຳຂອງພຣະເຈົ້າຕໍ່ໜ້າກະສັດເອຢິບວ່າ: “ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ. ໃນເທື່ອນີ້ ເຮົາຈະບັນດານໃຫ້ເກີດໄພພິບັດແກ່ເຈົ້າ, ແກ່ບັນດາຂ້າຣາຊາການ ແລະ ປະຊາຊົນຂອງເຈົ້າ ເພື່ອເຈົ້າຈະໄດ້ຮູ້ວ່າ ທົ່ວເທິງແຜ່ນດິນໂລກນີ້ບໍ່ມີພະອື່ນໃດເທົ່າທຽມເຮົາ. ຖ້າເຮົາຍົກມືຂຶ້ນທຳຮ້າຍເຈົ້າ ແລະ ປະຊາຊົນຂອງເຈົ້າດ້ວຍພະຍາດອັນຮ້າຍແຮງ ພວກເຈົ້າກໍຈະດັບສູນກັນໝົດ. ແຕ່ທີ່ເຮົາໃຫ້ເຈົ້າຍັງມີຊີວິດຢູ່ນີ້ ກໍເພື່ອໃຫ້ເຈົ້າໄດ້ເຫັນຣິດອຳນາດຂອງເຮົາ ແລະ ໃຫ້ຊື່ສຽງຂອງເຮົາແຜ່ຂະຫຍາຍໄປທົ່ວເທິງແຜ່ນດິນໂລກ. ແຕ່ຈົນປານນີ້ ເຈົ້າກໍຍັງໃຈແຂງກະດ້າງບໍ່ຍອມປ່ອຍໃຫ້ປະຊາຊົນຂອງເຮົາໄປ. ສະນັ້ນ ມື້ອື່ນໃນເວລາດຽວກັນນີ້ ເຮົາຈະເຮັດໃຫ້ໝາກເຫັບລູກໃຫຍ່ຕົກລົງມາຢ່າງໜັກ ຢ່າງທີ່ບໍ່ເຄີຍມີຈັກເທື່ອໃນປະຫວັດສາດຂອງປະເທດເອຢິບ. ບັດນີ້ ຈົ່ງຕ້ອນຝູງສັດ ແລະ ສິ່ງຂອງຕ່າງໆໃນກາງແຈ້ງເຂົ້າສູ່ບ່ອນກຳບັງ. ຄົນທຸກຄົນ ແລະ ສັດທຸກໂຕທີ່ຢູ່ນອກ ຈະຖືກໝາກເຫັບລູກໃຫຍ່ຕົກໃສ່ຕາຍໝົດ.” ແລ້ວໂມເຊ ແລະ ອາໂຣນກໍໄດ້ອຳລາກະສັດເອຢິບກັບເມືອ.
ຖ້ອຍຄຳຂອງພຣະເຈົ້າທີ່ຊົງເຕືອນຊາວເອຢິບເຖິງໄພພິບັດທີ່ຈະເກີດຂຶ້ນແກ່ປະເທດຂອງພວກເຂົານັ້ນ ເພື່ອທົດສອບວ່າປະຊາຊົນເອຢິບມີໃຜແດ່ທີ່ຢຳເກງ ແລະ ເຊື່ອຟັງພຣະເຈົ້າ. ແລ້ວເລື່ອງນີ້ໄດ້ແຜ່ກະຈາຍໄປຢ່າງໄວວາ ແລະ ທຸກຄົນທີ່ເຊື່ອໃນຖ້ອຍຄຳຂອງພຣະເຈົ້າກໍໄດ້ຮວບຮວມສັດລ້ຽງຂອງພວກເຂົາເຂົ້າສູ່ບ່ອນກຳບັງ. ແຕ່ໃນຂະນະດຽວກັນ ຜູ້ຄົນທີ່ບໍ່ເຊື່ອຖ້ອຍຄຳຂອງພຣະເຈົ້າ ພວກເຂົາກໍປ່ອຍສັດລ້ຽງຂອງພວກເຂົາໄວ້ຢູ່ທົ່ງນາກາງແຈ້ງ. ດັ່ງນັ້ນ ທ່າມກາງການລົງໂທດແຫ່ງຄວາມເມດຕາຂອງພຣະເຈົ້າກໍໄດ້ປາກົດຂຶ້ນ ແລະ ມັນກໍສະແດງໃຫ້ເຫັນວ່າມີຄົນຫຼວງຫຼາຍທີ່ຢຳເກງພຣະເຈົ້າ.
ພໍຮອດມື້ຕໍ່ມາໃນເວລາດຽວກັນນີ້ ພຣະເຈົ້າກໍໄດ້ສັ່ງໃຫ້ໂມເຊຍົກໄມ້ເທົ້າຂຶ້ນເທິງຟ້າ. ທັນໃດນັ້ນ ກໍເກີດມີຟ້າຮ້ອງ, ມີຟ້າແມບເຫຼື້ອມ ແລະ ມີໝາກເຫັບຕົກລົງມາທີ່ປະເທດເອຢິບ. ພາຍຸຝົນ, ຟ້າແມບເຫຼື້ອມ ແລະ ໝາກເຫັບໃຫຍ່ໄດ້ຕົກລົງມາຢ່າງໜັກຢ່າງທີ່ບໍ່ເຄີຍມີຈັກເທື່ອໃນປະຫວັດສາດຂອງປະເທດເອຢິບ. ສິ່ງສາລະພັດທັງຄົນ ແລະ ສັດທີ່ຢູ່ໃນທົ່ງນາທົ່ວປະເທດເອຢິບໄດ້ຖືກໝາກເຫັບໃຫຍ່ຕົກລົງມາທຳລາຍຈິບຫາຍໝົດ. ຜັກຫຍ້າ ແລະ ຕົ້ນໄມ້ກໍເສຍຫາຍຫັກລົ້ມໝົດ. "ຕົ້ນປ່ານກັບເຂົ້າເດືອຍກໍຖືກທຳລາຍໝົດ ເພາະໃນເວລານັ້ນເຂົ້າເດືອຍກຳລັງມີຮວງ ແລະ ຕົ້ນປ່ານກໍອອກດອກແລ້ວ ແຕ່ເຂົ້າບາເລກັບເຂົ້າຝ້າງນັ້ນບໍ່ໄດ້ຖືກທຳລາຍ ເພາະວ່າ ມັນຍັງບໍ່ທັນຂຶ້ນມາພົ້ນດິນ." ແຕ່ຢູ່ຂົງເຂດໂກເຊັນບ່ອນປະຊາຊົນອິດສະຣາເອນອາໄສຢູ່ເທົ່ານັ້ນທີ່ໝາກເຫັບບໍ່ໄດ້ຕົກລົງໃສ່.
ກະສັດເອຢິບບໍ່ສາມາດທົນທຸກກັບຄວາມທໍລະມານຈາກໄພພິບັດອັນຮ້າຍແຮງນີ້ ຈຶ່ງໃຊ້ຄົນໄປເອີ້ນໂມເຊ ແລະ ອາໂຣນມາພົບ ແລະ ເວົ້າວ່າ: “ໃນເທື່ອນີ້ ເຮົາໄດ້ເຮັດບາບແລ້ວ. ພຣະເຈົ້າເປັນຝ່າຍຖືກ ແລະ ເຮົາກັບປະຊາຊົນຂອງເຮົາເປັນຝ່າຍຜິດ. ຂໍໃຫ້ເຈົ້າອ້ອນວອນຂໍນຳພຣະເຈົ້າໃຫ້ຢຸດມີໝາກເຫັບ ແລະ ຟ້າຮ້ອງນີ້ ເພາະເຮົາທົນບໍ່ໄຫວແລ້ວ ແລະ ເຮົາຂໍສັນຍາວ່າຈະປ່ອຍພວກເຈົ້າໄປ ໂດຍທີ່ພວກເຈົ້າຈະບໍ່ຖືກກັກຂັງອີກຕໍ່ໄປ.”
ໂມເຊຕອບກະສັດເອຢິບວ່າ: “ເມື່ອຂ້ານ້ອຍອອກໄປຈາກເມືອງນີ້ ຂ້ານ້ອຍຈະຍົກມືຂຶ້ນອ້ອນວອນອະທິຖານຕໍ່ພຣະເຈົ້າ ແລ້ວສຽງຟ້າຮ້ອງກໍຈະເຊົາ ແລະ ໝາກເຫັບກໍຈະບໍ່ຕົກລົງມາອີກ ເພື່ອທ່ານຈະໄດ້ຮູ້ວ່າແຜ່ນດິນໂລກນີ້ເປັນຂອງພຣະເຈົ້າ…” ແລ້ວໂມເຊ ແລະ ອາໂຣນກໍໄດ້ອຳລາກະສັດເອຢິບກັບເມືອ.
ສອງອ້າຍນ້ອງໄດ້ຍ່າງອອກໄປໃນທ່າມກາງພາຍຸ ແຕ່ພາຍຸກໍບໍ່ໄດ້ເຮັດອັນຕະລາຍຕໍ່ພວກເຂົາ ເຊິ່ງບໍ່ຄືກັນກັບປະຊາຊົນເອຢິບ. ໃນເລື່ອງນີ້ ກະສັດເອຢິບ ແລະ ພວກໝໍມົນໄດ້ຮັບຮູ້ເຖິງຣິດອຳນາດຂອງພຣະເຈົ້າໃນການປົກປ້ອງຜູ້ຮັບໃຊ້ຂອງພຣະອົງ. ຫຼັງຈາກທີ່ໂມເຊ ແລະ ອາໂຣນຍ່າງອອກໄປຈາກເມືອງແລ້ວ ໂມເຊກໍຍົກມືຂຶ້ນອ້ອນວອນອະທິຖານຕໍ່ພຣະເຈົ້າ ທັນໃດນັ້ນ ສຽງຟ້າຮ້ອງກໍຢຸດ, ໝາກເຫັບ ແລະ ຝົນກໍເຊົາຕົກ. ເມື່ອກະສັດເອຢິບເຫັນວ່າຝົນກັບໝາກເຫັບ ແລະ ສຽງຟ້າຮ້ອງສະຫງົບລົງແລ້ວ ລາວກໍມີໃຈແຂງກະດ້າງຫຼາຍຂຶ້ນກວ່າເກົ່າ ແລະ ບໍ່ຍອມປ່ອຍປະຊາຊົນອິດສະຣາເອນໄປ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 9:13-35.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 23 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໄພພິບັດຈາກຕັກແຕນ
ພຣະເຈົ້າຍັງຄົງເຮັດໃຫ້ໃຈຂອງກະສັດເອຢິບແຂງກະດ້າງ ເພື່ອພຣະອົງຈະໄດ້ເຮັດການອັດສະຈັນຢູ່ໃນທ່າມກາງປະຊາຊົນເອຢິບ ແລະ ອິດສະຣາເອນ ເພື່ອທຸກໆຄົນຈະໄດ້ຮູ້ວ່າພຣະອົງເປັນພຣະເຈົ້າທ່ຽງແທ້. ຫຼັງຈາກນັ້ນ ໂມເຊ ແລະ ອາໂຣນໄດ້ໄປພົບກະສັດເອຢິບອີກ ແລະ ໂມເຊໄດ້ສັ່ງໃຫ້ອາໂຣນກ່າວຖ້ອຍຄຳຂອງພຣະເຈົ້າຕໍ່ໜ້າກະສັດເອຢິບວ່າ: “ເຈົ້າຍັງຈະແຂງຂໍ້ຕໍ່ເຮົາອີກດົນປານໃດ? ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອພວກເຂົາຈະໄດ້ນະມັດສະການເຮົາ. ຖ້າເຈົ້າຍັງສືບຕໍ່ປະຕິເສດບໍ່ຍອມປ່ອຍໄປ ໃນມື້ອື່ນນີ້! ເຮົາຈະໃຫ້ຝູງຕັກແຕນເຂົ້າມາໃນປະເທດຂອງເຈົ້າ. ຝູງຕັກແຕນຈະມາເປັນຈຳນວນຫຼວງຫຼາຍປົກຄຸມຢູ່ທົ່ວໄປຈົນບໍ່ເຫັນໜ້າດິນ. ມັນຈະກິນທຸກໆສິ່ງທີ່ໝາກເຫັບບໍ່ໄດ້ທຳລາຍ ແລະ ແມ່ນແຕ່ຕົ້ນໄມ້ທີ່ເຫຼືອຢູ່. ມັນຈະເຂົ້າໄປຢູ່ໃນວັງ, ໃນເຮືອນຂອງຂ້າຣາຊາການ ແລະ ໃນເຮືອນຂອງປະຊາຊົນເອຢິບ. ມັນໂຫດຮ້າຍກວ່າສິ່ງໃດໆທັງໝົດ ທີ່ບັນພະບູລຸດຂອງເຈົ້າເຄີຍໄດ້ເຫັນມາ.” ແລ້ວໂມເຊ ແລະ ອາໂຣນກໍອຳລາກະສັດເອຢິບກັບເມືອ.
ບັນດາຜູ້ປຶກສາຂອງກະສັດເອຢິບຕົກໃຈຢ້ານທີ່ປະເທດຂອງພວກເຂົາໄດ້ຮັບການສູນເສຍຢ່າງໃຫຍ່ຫຼວງໃນການຕາຍຂອງງົວຄວາຍ, ຫຼາຍຄົນຕາຍຍ້ອນຖືກລູກເຫັບ, ປ່າ ແລະ ພືດຖືກທຳລາຍ. ປະຊາຊົນເອຢິບໄດ້ສູນເສຍທຸກສິ່ງທີ່ພວກເຂົາໄດ້ຮັບຈາກການເຮັດວຽກຂອງຊາວອິດສະຣາເອນຢ່າງໄວວາ ແລະ ແຜ່ນດິນທັງໝົດຖືກຄຸກຄາມດ້ວຍໄພອຶດຢາກ. ຝ່າຍບັນດາພວກຂ້າຣາຊາການໄດ້ຖາມກະສັດເອຢິບວ່າ: “ຊາຍຄົນນີ້ຍັງຈະເຮັດໃຫ້ພວກເຮົາເດືອດຮ້ອນຢູ່ອີກດົນປານໃດ? ຂໍທ່ານຈົ່ງປ່ອຍປະຊາຊົນອິດສະຣາເອນໄປນະມັດສະການພຣະເຈົ້າຂອງພວກເຂົາສາ! ທ່ານບໍ່ເຫັນບໍວ່າ ປະເທດເອຢິບກຳລັງຈິບຫາຍວາຍວອດພຽງໃດແລ້ວ?”
ດັ່ງນັ້ນ ກະສັດເອຢິບຈຶ່ງໃຊ້ຄົນໄປເອີ້ນໂມເຊກັບອາໂຣນມາເຂົ້າພົບອີກ ກະສັດເອຢິບຖາມພວກເຂົາວ່າ: “ຈົ່ງໄປນະມັດສະການພຣະເຈົ້າຂອງພວກເຈົ້າສາ! ແຕ່ມີຜູ້ໃດຈະໄປແດ່?”
ໂມເຊຕອບວ່າ: “ພວກຂ້ານ້ອຍຈະໄປກັນໝົດທຸກຄົນ ລວມທັງເດັກນ້ອຍ ແລະ ຜູ້ເຖົ້າ. ພວກຂ້ານ້ອຍຈະເອົາລູກຊາຍຍິງ, ຝູງແກະ, ຝູງແບ້ ແລະ ຝູງງົວໄປນຳ ເພາະພວກຂ້ານ້ອຍຈະຈັດເທດສະການ ເພື່ອຍົກຍ້ອງຖວາຍກຽດແດ່ພຣະເຈົ້າຂອງພວກຂ້ານ້ອຍ.”
ກະສັດເອຢິບໃຈຮ້າຍຈຶ່ງເວົ້າຂຶ້ນທັນທີ່ວ່າ: “ບໍ່ໄດ້!... ເຮົາຈະບໍ່ອະນຸຍາດໃຫ້ພວກຜູ້ຍິງ ແລະ ເດັກນ້ອຍໄປ. ມັນຈະແຈ້ງໃຫ້ເຫັນແລ້ວວ່າ ພວກເຈົ້າກຳລັງວາງແຜນກໍ່ການກະບົດ. ຖ້າພວກເຈົ້າຢາກໄປນະມັດສະການພຣະເຈົ້າແທ້ໆ ກໍໃຫ້ແຕ່ພວກຜູ້ຊາຍໄປ” ແລ້ວໂມເຊກັບອາໂຣນກໍຖືກໄລ່ໜີອອກຈາກວັງຂອງກະສັດເອຢິບ.
ກະສັດເອຢິບວາງແຜນກົນອຸບາຍຢາກໃຫ້ມີແຕ່ພວກຜູ້ຊາຍໄປນະມັດສະການພຣະເຈົ້າ ສ່ວນພວກຜູ້ຍິງ ແລະ ເດັກນ້ອຍໃຫ້ປະໄວ້ຢູ່ປະເທດເອຢິບ ເພື່ອວ່າເມື່ອພວກຜູ້ຊາຍໄປນະມັດສະການພຣະເຈົ້າຢູ່ຖິ່ນແຫ້ງແລ້ງກັນດານແລ້ວ ພວກເຂົາຈຶ່ງຈະໄດ້ກັບມາຫາລູກເມຍຂອງພວກເຂົາ ແລະ ເປັນທາດຮັບໃຊ້ຢູ່ໃນປະເທດເອຢິບອີກ.
ມື້ຕໍ່ມາ ພຣະເຈົ້າກໍໄດ້ສັ່ງໃຫ້ໂມເຊຍົກໄມ້ເທົ້າຂຶ້ນເໜືອນປະເທດເອຢິບ. ທັນໃດນັ້ນ ລົມຈາກທິດຕາເວັນອອກຈຶ່ງໄດ້ພັດເຂົ້າມາຍັງປະເທດເອຢິບທັງກາງເວັນ ແລະ ກາງຄືນ. ພໍຮອດຮຸ່ງເຊົ້າ ລົມຈາກທິດຕາເວັນອອກກໍໄດ້ພັດເອົາຝູງຕັກແຕນມາຢ່າງຫຼວງຫຼາຍ. ມັນເກາະ ແລະ ໄຕ່ໄປມາເປັນໝູ່ໆຢູ່ເຕັມທົ່ວປະເທດເອຢິບ ເຊິ່ງເປັນຝູງຕັກແຕນໃຫຍ່ທີ່ສຸດທີ່ເຄີຍເຫັນມາ ຫຼືຈະບໍ່ມີໃຜເຄີຍໄດ້ເຫັນຝູງຕັກແຕນໃຫຍ່ທໍ່ຄາວນີ້ອີກເລີຍ. ຝູງຕັກແຕນນີ້ໄດ້ປົກຫຸ້ມຕາມພື້ນດິນຈົນດຳມືດໄປໝົດ. ມັນໄດ້ກິນຜັກຫຍ້າ ແລະ ໝາກໄມ້ທຸກຢ່າງທີ່ເຫຼືອຈາກໝາກເຫັບຕົກໃສ່ ຕະຫຼອດທົ່ວປະເທດເອຢິບບໍ່ມີພືດພັນ ຫຼືຕົ້ນໄມ້ໃບຂຽວເຫຼືອຢູ່ເລີຍ.
ໃນຂະນະນັ້ນ ກະສັດເອຢິບບໍ່ມີທາງອອກ ແລະ ໝົດຫວັງກັບເຫດການທີ່ໄດ້ເກີດຂຶ້ນ. ລາວຈຶ່ງຟ້າວໃຊ້ຄົນໄປເອີ້ນໂມເຊກັບອາໂຣນເຂົ້າມາພົບ ແລະ ບອກວ່າ: “ເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຂອງພວກເຈົ້າ ແລະ ຕໍ່ສູ້ພວກເຈົ້າທັງຫຼາຍອີກດ້ວຍ. ບັດນີ້ ຂໍເຈົ້າຈົ່ງຍົກໂທດໃຫ້ແກ່ເຮົາອີກເທື່ອໜຶ່ງແດ່ ແລະ ຈົ່ງອ້ອນວອນອະທິຖານຂໍພຣະເຈົ້າຂອງພວກເຈົ້າ ໃຫ້ນຳເອົາການລົງໂທດອັນຮ້າຍກາດນີ້ໄປຈາກເຮົາສາ.”
ຫຼັງຈາກ ໂມເຊໄດ້ອຳລາກະສັດ ແລະ ໄດ້ອ້ອນວອນອະທິຖານຕໍ່ພຣະເຈົ້າແລ້ວ. ທັນໃດນັ້ນ ພຣະເຈົ້າຈຶ່ງຊົງເຮັດໃຫ້ລົມພັດໄປທາງທິດຕາເວັນຕົກ. ລົມນັ້ນໄດ້ພັດເອົາຝູງຕັກແຕນໄປຕົກລົງໃນທະເລແດງຈົນບໍ່ມີຕັກແຕນຈັກໂຕເຫລືອຢູ່ໃນປະເທດເອຢິບ. ເຖິງປານນັ້ນ ກະສັດເອຢິບກໍຍັງໃຈແຂງກະດ້າງຢູ່ຄືເກົ່າໂດຍບໍ່ຍອມປ່ອຍປະຊາຊົນອິດສະຣາເອນໄປ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 10:1-20.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 23 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໄພພິບັດຈາກຄວາມມືດ
ປະຊາຊົນເອຢິບສິ້ນຫວັງ ແລະ ເຕັມໄປດ້ວຍຄວາມຢ້ານສຳລັບອະນາຄົດ. ທົ່ວປະເທດເອຢິບບູຊາກະສັດເອຢິບເປັນຕົວແທນພຣະເຈົ້າຂອງພວກເຂົາ; ແຕ່ຫຼາຍຄົນຮັບຮູ້ແລ້ວວ່າ ຕອນນີ້ ກະສັດກຳລັງຕໍ່ສູ້ກັບຜູ້ທີ່ມີພະລັງອຳນາດເໜືອທຳມະຊາດ ແລະ ໃຊ້ທຳມະຊາດເຮັດຕາມພຣະປະສົງຂອງພຣະອົງ. ປະຊາຊົນອິດສະຣາເອນເລີ່ມເຊື່ອໝັ້ນໃນການປົດປ່ອຍ. ຕັ້ງແຕ່ເລີ່ມຕົ້ນທຳອິດຂອງໄພພິບັດຈົນມາເຖິງໄພພິບັດຈາກຄວາມມືດ, ປະຊາຊົນເອຢິບມີຄວາມຢ້ານຢູ່ໃນໃຈວ່າ ພວກຂ້າທາດຈະລຸກຮື້ຂຶ້ນ ແລະ ຈະມາແກ້ແຄ້ນສຳລັບວິທີການບີບບັງຄັບຂອງພວກເຂົາ. ພວກເຂົາຖາມກັນແລະ ກັນວ່າ: "ຕໍ່ໄປຈະເກີດຫຍັງຂຶ້ນ?"
ດວງຕາເວັນ ແລະ ດວງເດືອນກໍເປັນສິ່ງໜຶ່ງທີ່ປະຊາຊົນເອຢິບນະມັດສະຖານ ແລະ ນັບຖືໃຫ້ເປັນພະອີກອົງໜຶ່ງຂອງພວກເຂົາ. ສະນັ້ນ ພຣະເຈົ້າຈຶ່ງສອນໃຫ້ຄົນເອຢິບຮູ້ວ່າ ບັນດາພະຂອງພວກເຂົາທີ່ນັບຖືນັ້ນກໍບໍ່ສາມາດຊ່ວຍເຫຼືອພວກເຂົາໄດ້. ແລ້ວພຣະເຈົ້າກໍໄດ້ສັ່ງໃຫ້ໂມເຊຍົກມືຂຶ້ນສູ່ທ້ອງຟ້າ. ທັນໃດນັ້ນ ຄວາມມືດອັນໜາຕຶບກໍເກີດຂຶ້ນທົ່ວແຜ່ນດິນເອຢິບ. ປະຊາຊົນເອຢິບພາກັນຕົກໃຈ, ຢ້ານ, ຫຼຽວເບິ່ງກັນບໍ່ເຫັນ ແລະ ບໍ່ມີໃຜໜີໄປຈາກເຮືອນຂອງຕົນ. ແຕ່ຢູ່ໃນຂົງເຂດໂກເຊັນບ່ອນທີ່ປະຊາຊົນອິດສະຣາເອນອາໄສຢູ່ນັ້ນມີແສງສະຫວ່າງໃຫ້ພວກເຂົາເຫັນຮຸ່ງໄດ້. ດັ່ງນັ້ນ ປະຊາຊົນເອຢິບຈຶ່ງສະຫຼຸບວ່າມັນເປັນເລື່ອງຜິດປົກກະຕິ.
ເປັນເວລາສາມມື້ທີ່ຄວາມມືດປົກຄຸມຢູ່ໃນປະເທດເອຢິບ ກະສັດເອຢິບທົນບໍ່ໄຫວຈຶ່ງສັ່ງໃຫ້ຄົນຮັບໃຊ້ໄປເອີ້ນໂມເຊເຂົ້າມາພົບເພິ່ນ. ໃນທີ່ສຸດເພິ່ນກໍກ່າວຕໍ່ໂມເຊວ່າ: “ພວກເຈົ້າຈົ່ງໄປນະມັດສະການພຣະເຈົ້າຂອງພວກເຈົ້າສາ; ໃຫ້ພວກຜູ້ຍິງ ແລະ ເດັກນ້ອຍກໍໄປກັບພວກເຈົ້າໄດ້. ສ່ວນຝູງແກະກັບຝູງແບ້ ແລະ ຝູງງົວນັ້ນໃຫ້ປະໄວ້ຢູ່ທີ່ນີ້.”
ໂມເຊຈຶ່ງເວົ້າຂຶ້ນວ່າ: “ທ່ານຕ້ອງໃຫ້ພວກຂ້ານ້ອຍມີຝູງສັດໄປນຳ ເພື່ອພວກຂ້ານ້ອຍຈະໄດ້ເຜົາຖວາຍບູຊາແດ່ພຣະເຈົ້າຂອງພວກຂ້ານ້ອຍ. ຝູງສັດຂອງພວກຂ້ານ້ອຍຈະຕ້ອງເອົາໄປນຳ ແລະ ບໍ່ໃຫ້ເຫຼືອຄ້າງຢູ່ຈັກໂຕ. ເພາະວ່າຈະຕ້ອງເລືອກເອົາສັດເຫລົ່ານັ້ນເຜົາຖວາຍບູຊາແດ່ພຣະເຈົ້າ. ພວກຂ້ານ້ອຍຍັງບໍ່ຮູ້ວ່າຈະຕ້ອງເອົາສັດໂຕໃດຖວາຍບູຊາແດ່ພຣະຜູ້ເປັນເຈົ້າ ຈົນກວ່າພວກຂ້ານ້ອຍຈະໄປເຖິງທີ່ນັ້ນສາກ່ອນ.”
ກະສັດເອຢິບໂກດຮ້າຍໂມເຊຈຶ່ງເວົ້າຂຶ້ນວ່າ: “ຈົ່ງອອກໜີໄປຈາກເຮົາ! ຢ່າສູ່ມາໃຫ້ເຮົາເຫັນໜ້າເຈົ້າອີກຈັກເທື່ອ. ຖ້າເຈົ້າມາໃຫ້ເຮົາເຫັນໜ້າອີກ ເຈົ້າຈະຕ້ອງຕາຍ.”
ໂມເຊຕອບກະສັດເອຢິບວ່າ: “ກໍໄດ້! ຂ້ານ້ອຍຈະບໍ່ກັບມາໃຫ້ທ່ານເຫັນໜ້າອີກຈັກເທື່ອ.” ແລ້ວໂມເຊກໍໄດ້ອຳລາກະສັດກັບເມືອ.
"ບັນດາຂ້າຣາຊາການ ແລະ ປະຊາຊົນເອຢິບທັງໝົດຕ່າງກໍຍອມຮັບວ່າ ໂມເຊເປັນບູລຸດຜູ້ຍິ່ງໃຫຍ່ຄົນໜຶ່ງ." ກະສັດເອຢິບບໍ່ກ້າທໍາຮ້າຍໂມເຊ ເພາະວ່າປະຊາຊົນຂອງເພິ່ນຄິດວ່າໂມເຊເປັນຄົນດຽວທີ່ມີອຳນາດໃນການຢຸດໄພພິບັດ. ພວກເຂົາຕ້ອງການໃຫ້ປະຊາຊົນອິດສະຣາເອນອອກໄປຈາກປະເທດເອຢິບ ແຕ່ມັນເປັນຍ້ອນກະສັດເອຢິບ ແລະ ພວກປະໂລຫິດຂອງພະອື່ນໆຂັດຄ້ານຂໍ້ຮຽກຮ້ອງຂອງໂມເຊຈົນເຖິງທີ່ສຸດ ແລະ ບໍ່ຍອມປ່ອຍປະຊາຊົນອິດສະຣາເອນໄປນະມັດສະການພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 10:21-29; 11:3.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 23ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໄພພິບັດຂອງລູກຊາຍກົກ
ເມື່ອໂມເຊມາປະເທດເອຢິບໃນຄັ້ງທຳອິດ ລາວໄດ້ນຳສະເໜີຄຳຂໍຮ້ອງຕໍ່ກະສັດເອຢິບໃຫ້ປ່ອຍປະຊາຊົນອິດສະຣາເອນໄປ. ລາວຍັງໄດ້ເຕືອນກະສັດຂອງເອຢິບວ່າ ຖ້າບໍ່ປ່ອຍປະຊາຊົນອິດສະຣາເອນໄປ ແລ້ວຈະມີໄພພິບັດອັນຮ້າຍແຮງເກີດຂຶ້ນ. ໂມເຊໄດ້ກ່າວຕໍ່ກະສັດເອຢິບວ່າ: "ພຣະເຈົ້າກ່າວວ່າ ຊາດອິດສະຣາເອນເປັນລູກຊາຍກົກຂອງເຮົາ. ເຮົາສັ່ງເຈົ້າໃຫ້ປ່ອຍພວກເຂົາໄປນະມັດສະການເຮົາ. ແຕ່ຖ້າເຈົ້າບໍ່ຍອມຟັງເຮົາ ບັດນີ້ ເຮົາຈະຂ້າລູກຊາຍກົກຂອງເຈົ້າຖິ້ມ" (ອົບພະຍົບ 4:22,23)
ພຣະເຈົ້າຊົງມີຄວາມອົດທົນ ແລະ ມີຄວາມເມດຕາອັນບໍ່ມີທີ່ສິ້ນສຸດ ພຣະອົງບໍ່ຕ້ອງການທໍາລາຍມະນຸດຄົນໃດໆ ພຣະອົງພະຍາຍາມນໍາພາກະສັດ ແລະ ປະຊາຊົນເອຢີບກັບໃຈໃໝ່ ແລະ ເຊື່ອຟັງໂດຍການສົ່ງໄພພິບັດອື່ນໆ ກ່ອນເຖິງໄພພິບັດສຸດທ້າຍນີ້. ຖ້າຫາກການສູນເສຍຜົນລະປູກ, ຝູງແກະ ແລະ ຝູງສັດຂອງຄົນເອຢິບ ໄດ້ເຮັດໃຫ້ພວກເຂົາໄດ້ກັບໃຈໃໝ່ ລູກຫຼານຂອງພວກເຂົາກໍຈະບໍ່ໄດ້ຮັບໄພພິບັດນີ້. ແຕ່ເພາະວ່າ ປະເທດຊາດໄດ້ຕໍ່ຕ້ານຄຳສັ່ງຂອງພຣະເຈົ້າຢ່າງດື້ດ້ານ ຕອນນີ້ ພວກເຂົາຈະໄດ້ຮັບໄພພິບັດອັນຮ້າຍແຮງສຸດທ້າຍ.
ກະສັດເອຢິບໄດ້ຫ້າມໂມເຊບໍ່ໃຫ້ກັບມາເຫັນຫນ້າອີກ ແລະ ຖ້າໂມເຊກັບມາໃຫ້ເຫັນໜ້າອີກ ໂມເຊຈະຕ້ອງຕາຍ. ແຕ່ໂມເຊກໍຍັງກັບມາຫາກະສັດອີກພ້ອມດ້ວຍການປະກາດທີ່ໜ້າຢ້ານວ່າ: "ພຣະຜູ້ເປັນເຈົ້າກ່າວດັ່ງນີ້: 'ໃນຕອນປະມານທ່ຽງຄືນ ເຮົາຈະຜ່ານໄປທົ່ວປະເທດເອຢິບ ແລະ ລູກຊາຍກົກໃນປະເທດເອຢິບທັງໝົດຈະຕາຍຄື: ຕັ້ງແຕ່ລູກຊາຍກົກຂອງກະສັດຜູ້ທີ່ຈະສືບຕໍ່ຄອງຣາຊະບັນລັງຕະຫຼອດເຖິງລູກຊາຍກົກຂອງຄົນຮັບໃຊ້ຍິງໂມ້ແປ້ງ ແລະ ສັດໂຕເຖິກຫົວປີກໍຈະຕາຍໝົດຄືກັນ. ສຽງຮ້ອງໄຫ້ຈະດັງກ້ອງສະໜັ່ນທົ່ວປະເທດເອຢິບຢ່າງບໍ່ເຄີຍມີມາກ່ອນ ຫຼືຈະບໍ່ມີອີກຈັກເທື່ອ. ແຕ່ໃນໝູ່ບ້ານຂອງຊາວອິດສະຣາເອນ ແມ່ນແຕ່ສຽງໝາເຫົ່າຄົນ ແລະ ສັດກໍຈະບໍ່ມີ. ແລ້ວເຈົ້າກໍຈະຮູ້ວ່າ ເຮົາແມ່ນພຣະຜູ້ເປັນເຈົ້າໄດ້ໃຫ້ມີຄວາມແຕກຕ່າງກັນລະຫວ່າງຊາວເອຢິບ ແລະ ຊາວອິດສະຣາເອນ'" (ອົບພະຍົບ 11:4-7)
ກອ່ນທີ່ຈະປະຫານຊີວິດລູກຊາຍກົກຂອງຄົນເອຢິບ ພຣະເຈົ້າໄດ້ໃຫ້ຄຳແນະນຳປະຊາຊົນອິດສະຣາເອນໂດຍຜ່ານທາງໂມເຊກ່ຽວກັບເລື່ອງທີ່ຈະອົບພະຍົບອອກຈາກປະເທດເອຢິບ ແລະ ບອກວິທີທີ່ຈະປ້ອງກັນຕົວໃຫ້ລອດພົ້ນຈາກການລົງໂທດທີ່ກຳລັງຈະມາຮອດ. ແຕ່ລະຄອບຄົວໃດທີ່ມີຄົນໜ້ອຍ ກໍໃຫ້ຮ່ວມກັບເພື່ອນບ້ານ ແລ້ວໃຫ້ຂ້າລູກແກະ "ທີ່ມີສຸຂະພາບດີ ແລະ ບໍ່ມີຕຳໜິ" "ແລະ ເອົາໃບຫູສົບມັດໜຶ່ງຈຸ່ມລົງໃນຂັນທີ່ມີເລືອດ ແລະ ທາເລືອດນັ້ນໃສ່ອ້ອມຂອບວົງປະຕູ. ຢ່າໃຫ້ຜູ້ໃດຜູ້ໜຶ່ງອອກຈາກເຮືອນ ຈົນກວ່າຈະຮຸ່ງເຊົ້າ" ເພາະວ່າໃນເວລາທ່ຽງຄືນ ທູດສະຫວັນແຫ່ງການທຳລາຍຈະບໍ່ໄດ້ເຂົ້າໄປໃນບ້ານຫຼັງນັ້ນ. ພວກເຂົາຕ້ອງກິນເຂົ້າຈີ່ບໍ່ໃສ່ເຊື່ອແປ້ງ ແລະ ຜັກຂົມໃນຄືນນັ້ນ. ໂມເຊກ່າວອີກວ່າ: "ໃຫ້ຮັດສາຍແອວ, ສຸບເກີບ ແລະ ຖືໄມ້ເທົ້າໄວ້. ແລ້ວໃຫ້ພ້ອມກັນກິນໄວໆ ການກິນລ້ຽງຢ່າງນີ້ເປັນວັນສະຫຼອງປັດສະຄາຖວາຍກຽດແດ່ພຣະຜູ້ເປັນເຈົ້າ" (ອົບພະຍົບ 12:11,21-23)
ພຣະເຈົ້າກ່າວວ່າ: "ໃນຄືນນັ້ນ ເຮົາຈະຜ່ານດິນແດນປະເທດເອຢິບໄປ ເພື່ອຂ້າລູກຊາຍກົກຂອງມະນຸດ ແລະ ລູກສັດໂຕເຖິກຫົວປີທຸກໆໂຕ ແລະ ເພື່ອລົງໂທດບັນດາພະທັງໝົດຂອງຊາວເອຢິບ... ຕອນນີ້ ເລືອດທີ່ປະຕູເຮືອນນັ້ນຈະເປັນເຄື່ອງໝາຍບອກວ່າ ເປັນເຮືອນທີ່ພວກເຈົ້າອາໄສຢູ່. ແລະ ເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນໄປ ແລະ ຈະບໍ່ທຳຮ້າຍພວກເຈົ້າ" (ອົບພະຍົບ 12:12,13)
ເພື່ອໃຫ້ພວກເຂົາລະນຶກເຖິງການຊ່ວຍກູ້ອັນຍິ່ງໃຫຍ່ ປະຊາຊົນອິດສະຣາເອນຕ້ອງຈັດງານສະເຫຼີມສະຫຼອງທຸກໆປີຕະຫຼອດໄປ "ແມ່ນພິທີສະຫຼອງປັດສະຄາເພື່ອຍົກຍໍໃຫ້ກຽດພຣະຜູ້ເປັນເຈົ້າ ເພາະວ່າພຣະອົງໄດ້ຜ່ານເວັ້ນເຮືອນຂອງຊາວອິດສະຣາເອນຢູ່ໃນເອຢິບ. ພຣະອົງໄດ້ຂ້າຊາວເອຢິບ ແຕ່ໄດ້ໄວ້ຊີວິດພວກເຮົາ" (ອົບພະຍົບ 12:27)
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 4:22,23; ອົບພະຍົບ 11:4-7. 12:11,21-23. 12:12,13.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 23 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພິທີປັດສະຄາຊີ້ໄປເຖິງພຣະເຢຊູ
ສັນຍາລັກ
ແກະເປັນສັດທີ່ມີສຸຂະພາບດີ, ສົມບູນ, ບໍ່ມີຈຸດດ່າງພອຍ ແລະ ບໍ່ມີຕຳໜິ ເຊິ່ງເປັນຕົວແທນພຣະບຸດຂອງພຣະເຈົ້າທີ່ບໍຣິສຸດ. ພຣະອົງຜູ້ທີ່ຈະມາຕາຍ ເພື່ອໄຖ່ຄວາມບາບໃຫ້ມະນຸດ.
ເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງໝາຍເຖິງ ຄວາມສັດຊື່ ແລະ ຄວາມຈິງ. ເຊື້ອເກົ່າແມ່ນຄວາມຊົ່ວຮ້າຍ ດັ່ງນັ້ນ ຈົ່ງຊຳລະເຊື້ອເກົ່າອອກໄປ ເພື່ອພວກທ່ານຈະໄດ້ເປັນແປ້ງນວນກ້ອນໃໝ່ ຄືກັບເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ ເພາະພຣະບຸດຜູ້ຊົງເປັນລູກແກະປັດສະຄາຂອງພວກເຮົາ ໄດ້ຖືກຂ້າຖວາຍບູຊາແລ້ວ (1 ໂກຣິນໂທ 5:7,8)
ຜັກຂົມໝາຍເຖິງ ຄວາມຂົມຂື່ນຂອງການເປັນທາດໃນປະເທດເອຢິບ ແລະ ມັນຍັງໄດ້ສະແດງເຖິງການເປັນທາດຂອງຊາຕານອີກດ້ວຍ.
ເທດສະການປັດສະຄາເປັນທັງອານຸສອນ ແລະ ສັນຍາລັກ. ບໍ່ພຽງແຕ່ຊີ້ໄປຍັງການປົດປ່ອຍອອກຈາກປະເທດເອຢິບເທົ່ານັ້ນ ແຕ່ຍັງຊີ້ໄປຍັງການຊ່ວຍປົດປ່ອຍອັນຍິ່ງໃຫຍ່ທີ່ພຣະເຢຊູຈະຊ່ວຍປົດປ່ອຍປະຊາຊົນຂອງພຣະອົງອອກຈາກການເປັນທາດຂອງຄວາມບາບ. ການຖວາຍແກະໝາຍເຖິງ "ພຣະບຸດຂອງພຣະເຈົ້າ" ເຊິ່ງເປັນຄວາມຫວັງດຽວຂອງພວກເຮົາໃນການປົດປ່ອຍ. ອັກຄະສາວົກເປົາໂລກ່າວວ່າ: "ພຣະເຢຊູຊົງເປັນລູກແກະປັດສະຄາຂອງພວກເຮົາໄດ້ຖືກຂ້າບູຊາແລ້ວ" (1 ໂກຣິນໂທ 5:7) ບໍ່ພຽງເປັນລູກແກະປັດສະຄາທີ່ຖືກຂ້າເທົ່ານັ້ນ ແຕ່ຍັງຕ້ອງໄດ້ນຳເອົາເລືອດໄປທາຢູ່ເສົາປະຕູດ້ວຍ. ເນື່ອງຈາກວ່າ ຄຸນຄວາມດີຂອງເລືອດພຣະເຢຊູຕ້ອງຖືກນຳໄປໃຊ້ກັບຈິດວິນຍານ. ພວກເຮົາບໍ່ພຽງແຕ່ເຊື່ອວ່າພຣະອົງຕາຍເພື່ອໂລກເທົ່ານັ້ນ ແຕ່ພຣະອົງຕາຍເພື່ອພວກເຮົາທຸກຄົນດ້ວຍ.
ຕົ້ນຫູສົບເປັນສັນຍາລັກຂອງການຊຳລະລ້າງ "ຂໍຊົງຊຳລະຂ້ານ້ອຍດ້ວຍຕົ້ນຫູສົບ ຂ້ານ້ອຍຈຶ່ງຈະສະອາດ, ຂໍຊົງລ້າງຂ້ານ້ອຍ ແລະ ຂ້ານ້ອຍຈະຂາວກວ່າຫິມະ" (ເພງສັນລະເສີນ 51:7).
ລູກແກະຖືກກຽມພ້ອມໄວ້ທັງໝົດ ບໍ່ມີກະດູກແຕກຫັກ. ສະນັ້ນ ກະດູກລູກແກະຂອງພຣະເຈົ້າຈະບໍ່ຖືກແຕກຫັກຈັກເຫຼັ້ມ ພຣະອົງຜູ້ທີ່ຕາຍເພື່ອພວກເຮົາ (ໂຢຮັນ19:36).
ເນື້ອກາຍທີ່ຖືກກິນນັ້ນ ມັນບໍ່ພຽງພໍທີ່ພວກເຮົາຈະເຊື່ອໃນພຣະເຢຊູສຳລັບການໃຫ້ອະໄພບາບ; ດ້ວຍວ່າຄວາມເຊື່ອຂອງພວກເຮົາຕ້ອງໄດ້ຮັບການບຳລຸງລ້ຽງຝ່າຍຈິດວິນຍານຢ່າງຕໍ່ເນື່ອງຜ່ານທາງພຣະຄຳຂອງພຣະອົງ. ພຣະເຢຊູກ່າວວ່າ: "ຖ້າພວກເຈົ້າບໍ່ກິນເນື້ອກາຍຂອງເຮົາ ແລະ ບໍ່ດື່ມເລືອດຂອງເຮົາແລ້ວ ພວກເຈົ້າກໍຈະບໍ່ມີຊີວິດໃນພວກເຈົ້າເອງ. ຜູ້ທີ່ກິນເນື້ອກາຍຂອງເຮົາ ແລະ ດື່ມເລືອດຂອງເຮົາ ກໍມີຊີວິດນິຣັນດອນ..." "ຖ້ອຍຄຳທີ່ເຮົາກ່າວແກ່ເຈົ້າທັງຫຼາຍນັ້ນ ເປັນວິນຍານ ແລະ ເປັນຊີວິດ" (ໂຢຮັນ 6:53, 54, 63) ຜູ້ທີ່ຕິດຕາມພຣະເຢຊູຕ້ອງເອົາພຣະຄຳຂອງພຣະເຈົ້າເຂົ້າມາໃນຊີວິດຂອງຕົນເອງ ເພື່ອທີ່ຈະໄດ້ເປັນແຮງພັກດັນຂອງຊີວິດ ແລະ ການກະທຳ. ດ້ວຍຣິດອຳນາດຂອງພຣະເຢຊູ ພວກເຮົາຕ້ອງປ່ຽນເປັນເໝືອນພຣະອົງ ແລະ ສະທ້ອນໃຫ້ເຫັນເຖິງລັກສະນະຂອງພຣະເຈົ້າ.
ລູກແກະຈະຖືກກິນພ້ອມກັບຜັກຂົມ ເຊິ່ງເປັນການຊີ້ໃຫ້ເຫັນເຖິງການເປັນທາດໃນປະເທດເອຢິບ. ດັ່ງນັ້ນ ເມື່ອພວກເຮົາມີຊີວິດໃນພຣະເຢຊູ ກໍຄວນຈະກັບໃຈໃໝ່ຈາກຄວາມບາບຂອງພວກເຮົາ. ການໃຊ້ເຂົ້າຈີ່ທີ່ບໍ່ມີເຊື່ອແປ້ງ ກໍມີຄວາມໝາຍສຳຄັນເຊັ່ນກັນ. ທຸກໆຄົນທີ່ຈະໄດ້ຮັບຊີວິດ ແລະ ຈະໄດ້ຮັບການບຳລຸງລ້ຽງຈາກພຣະເຢຊູ ຈະຕ້ອງກຳຈັດເຊື້ອແຫ່ງຄວາມບາບອອກໄປ. ສະນັ້ນ ເປົາໂລຈຶ່ງຂຽນໄປເຖິງຄຣິສຕະຈັກໂກຣິນໂທວ່າ: "ຈົ່ງຊຳລະບາບກຳອັນເປັນເຊື້ອເກົ່າອອກໄປເສຍ ແລ້ວພວກເຈົ້າກໍຈະເປັນເໝືອນແປ້ງນວນກ້ອນໃໝ່... ດ້ວຍເຫດນັ້ນ ເຮົາທັງຫຼາຍຈຶ່ງຖືປັດສະຄານັ້ນ, ບໍ່ແມ່ນດ້ວຍເຊື້ອເກົ່າ ຫຼືເຊື້ອຂອງຄວາມຊົ່ວຮ້າຍ, ແຕ່ດ້ວຍເຂົ້າຈີ່ບໍ່ມີເຊື້ອແປ້ງ ຄືຄວາມສັດຊື່ ແລະ ຄວາມຈິງ" (1 ໂກຣິນໂທ 5:7,8)
ກ່ອນທີ່ຈະໄດ້ຮັບອິດສະລະພາບ, ບັນດາຂ້າທາດຈະຕ້ອງສະແດງຄວາມເຊື່ອຂອງພວກເຂົາໃນການປົດປ່ອຍອັນຍິ່ງໃຫຍ່. ພວກເຂົາຈະຕ້ອງເອົາເລືອດທາໃສ່ບ້ານຂອງພວກເຂົາ, ແຍກຕົວ, ແຍກຄອບຄົວຂອງພວກເຂົາອອກຈາກຊາວເອຢິບ ແລະ ຮ່ວມຕົວເຂົ້າກັນຢູ່ໃນບ້ານຂອງພວກຕົນ. ທຸກຄົນທີ່ບໍ່ປະຕິບັດຕາມຄໍາສັ່ງຂອງພຣະເຈົ້າ ກໍຈະສູນເສຍລູກຊາຍກົກໂດຍມືຂອງທູດສະຫວັນແຫ່ງການທຳລາຍ.
ປະຊາຊົນອິດສະຣາເອນໄດ້ສະແດງຫຼັກຖານເຖິງຄວາມເຊື່ອຂອງພວກເຂົາໂດຍການປະຕິບັດຕາມຄຳສັ່ງຂອງພຣະເຈົ້າຄືກັນກັບພວກເຮົາໃນເວລານີ້ທີ່ມີຄວາມຫວັງຈະໄດ້ຮັບຄວາມລອດພົ້ນດ້ວຍເລືອດຂອງພຣະເຢຊູ ຄວນລະນຶກເຖິງວ່າພວກເຮົາມີບາງສິ່ງບາງຢ່າງທີ່ຈະຕ້ອງເຮັດເອງໃນການຮັກສາຄວາມລອດຂອງພວກເຮົາ ຄືພວກເຮົາຕ້ອງຫັນອອກຈາກຄວາມບາບໄປສູ່ການເຊື່ອຟັງ. ພວກເຮົາຈະໄດ້ຮັບການຊ່ວຍເຫຼືອໂດຍທາງຄວາມເຊື່ອທີ່ບໍ່ແມ່ນການກະທຳ. ແຕ່ຄວາມເຊື່ອຂອງພວກເຮົາຕ້ອງສະແດງໃຫ້ເຫັນຕາມການກະທຳຂອງພວກເຮົາດ້ວຍ. ພຣະເຈົ້າຊົງປະທານແຜນການໄຖ່ບາບທີ່ດີເລີດ ໂດຍການສົ່ງພຣະບຸດຂອງພຣະອົງມາຕາຍເພື່ອໄຖ່ບາບໃຫ້ພວກເຮົາ. ພຣະອົງຊົງປະທານແສງສະຫວ່າງໃຫ້ແກ່ພວກເຮົາຜ່ານທາງພຣະຄຳພີ ເພື່ອຊີ້ນຳທາງຂອງພວກເຮົາ. ສະນັ້ນ ພວກເຮົາຄວນສຳນຶກເຖິງພຣະຄຸນຂອງພຣະອົງໂດຍການເຊື່ອຟັງ ແລະ ປະຕິບັດຕາມຂໍ້ຄໍາສັ່ງທັງໝົດຂອງພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" 1ໂກຣິນໂທ 5:7,8. ເພງສັນລະເສີນ 51:7. ໂຢຮັນ 6:53,54,63.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 23 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ວັນປັດສະຄາ
ໂມເຊບອກປະຊາຊົນອິດສະຣາເອນກ່ຽວກັບແຜນການຂອງພຣະເຈົ້າສຳລັບການປົດປ່ອຍພວກເຂົາ "ແລ້ວປະຊາຊົນໄດ້ຂາບລົງ ແລະ ນະມັດສະການພຣະເຈົ້າ." ຝ່າຍປະຊາຊົນເອຢິບຫຼາຍຄົນກໍຍອມຮັບວ່າ ພຣະເຈົ້າຂອງຊາວອິດສະຣາເອນເປັນພຣະເຈົ້າອົງທ່ຽງແທ້ ແລະ ຕອນນີ້ພວກເຂົາຂໍບ່ອນລົບລີ້ໄພໃນບ້ານຂອງຊາວອິດສະຣາເອນເມື່ອເວລາທີ່ທູດສະຫວັນແຫ່ງການທຳລາຍຈະມາຜ່ານດິນແດນ ເພື່ອເພິ່ນຈະບໍ່ໄດ້ທຳລາຍພວກເຂົາ. ພວກເຂົາໄດ້ຮັບການຕ້ອນຮັບຈາກຊາວອິດສະຣາເອນດ້ວຍຄວາມຍິນດີ ແລະ ພວກເຂົາປະຕິຍານວ່າຈະຮັບໃຊ້ພຣະເຈົ້າ ແລະ ຈະອອກໄປຈາກປະເທດເອຢິບຮ່ວມກັບປະຊາຊົນຂອງພຣະອົງ.
ພໍຮອດຕອນແລງ ປະຊາຊົນອິດສະຣາເອນໄດ້ພາກັນຂ້າສັດຂອງພວກເຂົາ ແລະ ໄດ້ເອົາເລືອດບາງສ່ວນທາໃສ່ໄມ້ຂອບວົງປະຕູເຮືອນ. ພວກເຂົາໄດ້ປີ້ງສັດໝົດທັງໂຕ ແລະ ກິນກັບເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງລວມທັງຜັກຂົມ. ພວກເຂົາພາກັນຟ້າວກິນ ເພາະຈະຕ້ອງກຽມເຄື່ອງອອກເດີນທາງຕາມທີ່ໂມເຊໄດ້ສັ່ງໄວ້.
ເມື່ອມາຮອດຕອນທ່ຽງຄືນ ພຣະເຈົ້າກໍໄດ້ໃຊ້ທູດສະຫວັນແຫ່ງການທຳລາຍລົງມາທີ່ປະເທດເອຢິບ. ທູດສະຫວັນແຫ່ງການທຳລາຍໄດ້ຜ່ານໄປມາທົ່ວປະເທດເອຢິບ ແລະ ຂ້າລູກຊາຍກົກຂອງມະນຸດ ລວມທັງລູກສັດໂຕເຖິກຫົວປີທຸກໆໂຕ. ພໍມາເຖິງຂົງເຂດໂກເຊັນບ່ອນທີ່ປະຊາຊົນອິດສະຣາເອນອາໄສຢູ່ ທູດສະຫວັນແຫ່ງການທຳລາຍກໍໄດ້ຜ່ານເວັ້ນໄປ ເພາະເຫັນເລືອດຢູ່ປະຕູເຮືອນທີ່ປະຊາຊົນຂອງພຣະເຈົ້າອາໄສຢູ່. ແລ້ວຫຼັງຈາກນັ້ນ ກະສັດເອຢິບ, ບັນດາຂ້າຣາຊາການ ແລະ ປະຊາຊົນເອຢິບທັງໝົດຕ່າງກໍຕື່ນຂຶ້ນໃນເວລາກາງຄືນ ກໍໄດ້ພາກັນຮ້ອງໃຫ້ຄ່ຳຄວນອຶກກະທຶກດັງໄປທົ່ວປະເທດເອຢິບ ເພາະວ່າທຸກບ້ານທຸກເຮືອນຫຼັງໃດກໍມີຄົນຕາຍ ນັບຕັ້ງແຕ່ລູກຊາຍກົກຂອງກະສັດເອຢິບ ຈົນໄປເຖິງລູກຊາຍກົກຂອງນັກໂທດຜູ້ທີ່ຖືກຄຸມຂັງຢູ່ໃນຄຸກ ລວມທັງລູກສັດໂຕເຖິກຫົວປີກໍໄດ້ຖືກຂ້າເຊັ່ນກັນ. ແຕ່ຢູ່ໃນຂົງເຂດໂກເຊັນບ່ອນທີ່ປະຊາຊົນອິດສະຣາເອນອາໄສຢູ່ນັ້ນ ມິດງຽບແມ່ນແຕ່ສຽງໜາເຫົ່າຄົນ ແລະ ສັດກໍບໍ່ມີ.
ກະສັດເອຢິບໃຈຮ້າຍຫຼາຍຈຶ່ງໄດ້ເອີ້ນໂມເຊກັບອາໂຣນເຂົ້າມາພົບ ແລະ ບອກວ່າ: “ໃຫ້ພວກເຈົ້າພາຊາວອິດສະຣາເອນອອກໄປສາ. ຈົ່ງໜີອອກໄປຈາກປະເທດຂອງເຮົາດຽວນີ້! ໄປນະມັດສະການພຣະເຈົ້າຕາມທີ່ພວກເຈົ້າຂໍຮ້ອງສາ. ຈົ່ງເອົາຝູງແກະ, ຝູງແບ້ກັບຝູງງົວໜີໄປນຳ ແລະ ຈົ່ງອະທິຖານຂໍພຣະເຈົ້າໃຫ້ອວຍພອນເຮົາດ້ວຍ.”
ຝ່າຍປະຊາຊົນເອຢິບກໍຂໍຮ້ອງໃຫ້ປະຊາຊົນອິດສະຣາເອນໜີອອກໄປໂດຍເວົ້າວ່າ: “ພວກເຮົາຈະຕາຍກັນໝົດ ຖ້າພວກເຈົ້າບໍ່ໜີໄປ.” ແລ້ວປະຊາຊົນອິດສະຣາເອນກໍໄດ້ຂໍເຄື່ອງເງິນ, ເຄື່ອງຄຳ ແລະ ເສື້ອຜ້ານຳປະຊາຊົນເອຢິບຕາມທີ່ໂມເຊສັ່ງໄວ້. ພຣະເຈົ້າໄດ້ເຮັດໃຫ້ຄົນເອຢິບຢຳເກງຄົນອິດສະຣາເອນ ແລະ ມອບສິ່ງຂອງໃຫ້ພວກເຂົາຕາມທີ່ໄດ້ຂໍຮ້ອງເອົາ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 12:21-33,35,36.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 24 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ປະຊາຊົນອິດສະຣາເອນອົບພະຍົບໄປຈາກເອຢິບ
“ພຣະອົງໄດ້ໃຊ້ເມກປົກບັງປະຊາຊົນຂອງພຣະອົງ ແລະ ໃຊ້ໄຟເພື່ອເປັນແສງສະຫວ່າງໃນເວລາກາງຄືນ” (ເພງສັນລະເສີນ 105:39)
ກ່ອນຮຸ່ງເຊົ້າ ປະຊາຊົນອິດສະຣາເອນກໍໄດ້ອອກເດີນທາງໄປພ້ອມດ້ວຍຊັບສົມບັດຢ່າງຫຼວງຫຼາຍ. "ຜູ້ເດີນທາງມີປະມານຫົກແສນຄົນໂດຍບໍ່ນັບຜູ້ຍິງ ແລະ ເດັກນ້ອຍ. ນອກຈາກນີ້ກໍຍັງມີຄົນເຊື້ອຊາດອື່ນໆ... ເດີນທາງໄປນຳອີກດ້ວຍ." ຄົນເຊື້ອຊາດອື່ນໆແມ່ນຄົນເອຢິບທີ່ໄດ້ຮ່ວມເດີນທາງໄປນຳ ເພາະພວກເຂົາຢາກຫຼີກໜີຈາກໄພພິບັດ.
ປະຊາຊົນອິດສະຣາເອນກໍຍັງໄດ້ນຳເອົາກະດູກຂອງໂຢເຊັບໄປນຳພວກເຂົາດ້ວຍ ເຊິ່ງລະຫວ່າງຫຼາຍປີແຫ່ງຄວາມມືດມົນຂອງການເປັນຂ້າທາດ ກະດູກນັ້ນໄດ້ເຕືອນພວກເຂົາເຖິງການປົດປ່ອຍຂອງຊາວອິດສະຣາເອນຕາມທີ່ໄດ້ຊົງສັນຍາໄວ້.
ແທນທີ່ຈະເດີນທາງໄປຍັງແຜ່ນດິນການາອານທີ່ເປັນແຜ່ນດິນແຫ່ງພັນທະສັນຍາ ເຊິ່ງຈະຜ່ານປະເທດທີ່ມີສັດຕູ. ແຕ່ພຣະເຈົ້າໄດ້ນຳພາພວກເຂົາໄປອີກເສັ້ນທາງໜຶ່ງ ແລະ ເປັນເສັ້ນທາງທີ່ປອດໄພກວ່າໃນການອົບພະຍົບອອກມາຈາກປະເທດເອຢິບ.
ໃນການເດີນທາງຂອງປະຊາຊົນອິດສະຣາເອນ ພຣະເຈົ້າໄດ້ບັນດານໃຫ້ມີເສົາເມກນຳທາງໃນເວລາກາງເວັນ ແລະ ເສົາໄຟນຳທາງໃນເວລາກາງຄືນ. ເສົາເມກໄດ້ປົກປ້ອງພວກເຂົາຈາກແສງແດດຮ້ອນໃນທະເລຊາຍ ແລະ ໃນຕອນກາງຄືນມັນໄດ້ກາຍເປັນເສົາໄຟ ແລະ ໃຫ້ແສງສະຫວ່າງໃນຄ້າຍພັກ. ເສົາຍັງເປັນເໝືອນສິ່ງຊ່ວຍເຕືອນໃຫ້ຈື່ຈໍາວ່າ ພຣະເຈົ້າຊົງຢູ່ກັບພວກເຂົາສະເໝີ.
ຄຳສັ່ງຂອງໂຢເຊັບ
ກ່ອນທີ່ໂຢເຊັບຈະຕາຍ ເພິ່ນໄດ້ກ່າວຕໍ່ບັນດາພວກອ້າຍ ແລະ ປະຊາຊົນຂອງຕົນວ່າ: "ຂ້ອຍໃກ້ຈະສິ້ນໃຈຕາຍແລ້ວ ແຕ່ພຣະເຈົ້າຈະຮັກສາພວກເຈົ້າຢ່າງແນ່ນອນ ແລະ ພຣະອົງຈະນຳພາພວກເຈົ້າອອກໄປຈາກປະເທດນີ້ ຄືນສູ່ດິນແດນທີ່ພຣະອົງໄດ້ສັນຍາໄວ້ຢ່າງໜັກແໜ້ນກັບອັບຣາຮາມ, ອີຊາກ ແລະ ຢາໂຄບ. ຈົ່ງສາບາບຕໍ່ຂ້ອຍວ່າ ເມື່ອພຣະເຈົ້າໄດ້ນຳພາພວກເຈົ້າອອກໄປສູ່ດິນແດນນັ້ນແລ້ວ ພວກເຈົ້າຈະຕ້ອງເອົາສົບຂອງຂ້ອຍອອກໄປນຳ" (ປະຖົມມະການ 50:24, 25)
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 12:35-38. 13:17-19.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 25 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ປະຊາຊົນອິດສະຣາເອນຂ້າມທະເລແດງ
ເມື່ອພຣະເຈົ້າໄດ້ນຳພາພວກເຂົາມາຮອດທະເລແດງແລ້ວ ພຣະອົງກໍຊົງບອກໂມເຊວ່າ: “ຈົ່ງບອກຊາວອິດສະຣາເອນໃຫ້ຕັ້ງຄ້າຍພັກຢູ່ທີ່ນີ້... ເພາະເຮົາຈະເຮັດໃຫ້ກະສັດເອຢິບໃຈແຂງກະດ້າງດື້ດຶງຂຶ້ນອີກ ແລະ ໄລ່ຕິດຕາມພວກເຈົ້າມາ… ແລ້ວຊາວເອຢິບກໍຈະໄດ້ຮູ້ວ່າ ເຮົາແມ່ນພຣະເຈົ້າ.” ໃນລະຫວ່າງທີ່ປະຊາຊົນອິດສະຣາເອນຕັ້ງຄ້າຍພັກຢູ່ແຄມທະເລແດງ ພວກເຂົາກໍໄດ້ເຫັນກະສັດເອຢິບພ້ອມທັງທະຫານຂອງເພິ່ນໄລ່ຕິດຕາມມາເປັນກອງທັບ, ທະຫານມ້າ ແລະ ລົດຮົບພ້ອມທັງຄົນຂັບເປັນຈຳນວນຫຼວງຫຼາຍ, ປະຊາຊົນອິດສະຣາເອນຕ່າງກໍພາກັນແຕກຕື່ນຕົກໃຈຢ່າງໜັກ, ທັງຢ້ານ, ທັງຮ້ອງຫາພຣະເຈົ້າໃຫ້ຊ່ວຍເຫຼືອພວກເຂົາ.
ພວກເຂົາໄດ້ຮ້ອງໃສ່ໂມເຊວ່າ: “ໃນປະເທດເອຢິບບໍ່ມີບ່ອນຝັງສົບບໍ? ເປັນຫຍັງ ຈຶ່ງພາພວກເຮົາມາຕາຍທີ່ຖິ່ນແຫ້ງແລ້ງກັນດານເຊັ່ນນີ້? ເບິ່ງພຸ້ນດູ! ຜົນທີ່ທ່ານນຳພາພວກເຮົາອອກມາຈາກປະເທດເອຢິບ. ພວກເຮົາໄດ້ບອກທ່ານແລ້ວວ່າ ‘ຢ່າຫຍຸ້ງກ່ຽວກັບພວກເຮົາ ແລະ ປ່ອຍໃຫ້ພວກເຮົາເປັນທາດຮັບໃຊ້ຂອງປະຊາຊົນເອຢິບຕໍ່ໄປ.’ ເປັນທາດຮັບໃຊ້ຢູ່ພຸ້ນ ກໍດີກວ່າມາຕາຍຢູ່ໃນກາງຖິ່ນແຫ້ງແລ້ງກັນດານເຊັ່ນນີ້.”
ໂມເຊຕອບປະຊາຊົນວ່າ: “ຢ່າຢ້ານເລີຍ! ຕັ້ງໃຈໃຫ້ດີ ແລະ ພວກເຈົ້າຈະໄດ້ເຫັນສິ່ງທີ່ອົງພຣະຜູ້ເປັນເຈົ້າກະທຳ ເພື່ອຊ່ວຍພວກເຈົ້າໃຫ້ພົ້ນໃນວັນນີ້ ພວກເຈົ້າຈະບໍ່ເຫັນຊາວເອຢິບເຫຼົ່ານີ້ອີກຈັກເທື່ອ. ອົງພຣະຜູ້ເປັນເຈົ້າຈະສູ້ຮົບຕາງພວກເຈົ້າໂດຍທີ່ພວກເຈົ້າບໍ່ຕ້ອງເຮັດຫຍັງເລີຍ.”
ໃນຂະນະທີ່ກອງທັບເອຢິບເຂົ້າມາໃກ້ປະຊາຊົນອິດສະຣາເອນ ເສົາເມກເຊິ່ງຢູ່ຂ້າງໜ້າຂອງປະຊາຊົນອິດສະຣາເອນກໍກັບມາຕັ້ງຢູ່ຂ້າງຫຼັງຂອງພວກເຂົາ ຄືເສົາເມກນັ້ນໄດ້ມາຂັ້ນກາງຢູ່ລະຫວ່າງກອງທັບເອຢິບ ແລະ ປະຊາຊົນອິດສະຣາເອນ. ເສົາເມກນັ້ນໄດ້ເຮັດໃຫ້ທາງດ້ານຂອງປະຊາຊົນເອຢິບມີຄວາມມືດ ແລະ ທາງດ້ານປະຊາຊົນອິດສະລາເອນແຈ້ງສະຫວ່າງ ເຊິ່ງເຮັດໃຫ້ທັງສອງຝ່າຍບໍ່ສາມາດເຫັນກັນໄດ້.
ແລ້ວໂມເຊໄດ້ເດ່ມືຂອງເພິ່ນອອກໄປສູ່ທາງທະເລແດງຕາມຄຳສັ່ງຂອງພຣະເຈົ້າ. ທັນໃດນັ້ນ ໄດ້ມີລົມຈາກທາງທິດຕາເວັນອອກພັດທະເລຢູ່ຢ່າງລຽນຕິດຈົນພື້ນດິນແຫ້ງ ແລະ ນ້ຳໄດ້ແຍກອອກຈາກກັນເປັນທາງຍ່າງ. ປະຊາຊົນອິດສະຣາເອນຈຶ່ງພາກັນຍ່າງເທິງພື້ນດິນແຫ້ງຜ່ານຂ້າມໄປ ໂດຍມີນ້ຳຂັ້ນທັງສອງຂ້າງເໜືອນກຳແພງ.
ພໍໃກ້ຮຸ້ງເຊົ້າ ກອງທັບຂອງປະຊາຊົນເອຢິບໄດ້ໄລ່ຕິດຕາມປະຊາຊົນອິດສະຣາເອນເຂົ້າໄປໃນທະເລ. ແຕ່ພຣະເຈົ້າໄດ້ເຮັດໃຫ້ລໍ້ລົດຮົບຂອງພວກເຂົາຄາດິນ ແລະ ໝູນໄປໄດ້ຍາກ. ປະຊາຊົນເອຢິບຈຶ່ງພາກັນຮ້ອງຂຶ້ນວ່າ: “ອົງພຣະຜູ້ເປັນເຈົ້າກຳລັງເຂົ້າຂ້າງພວກອິດສະຣາເອນສູ້ຮົບພວກເຮົາ ໃຫ້ພາກັນໜີອອກຈາກທີ່ນີ້ດຽວນີ້!” ເມື່ອປະຊາຊົນອິດສະຣາເອນຍ່າງຜ່ານພື້ນດິນແຫ້ງຂ້າມໄປອີກຝັ່ງໜຶ່ງໄດ້ຢ່າງປອດໄພໝົດທຸກຄົນແລ້ວ ໂມເຊກໍໄດ້ເດ່ມືອອກສູ່ທະເລແດງອີກຄັ້ງຕາມຄຳສັ່ງຂອງພຣະເຈົ້າ. ທັນໃດນັ້ນ ນ້ຳກໍໄດ້ໄຫຼກັບຄືນເຂົ້າສູ່ສະພາບເດີມ. ປະຊາຊົນເອຢິບພະຍາຍາມແລ່ນໜີເອົາຕົວລອດ ແຕ່ນ້ຳໄດ້ໄຫຼຖ້ວມພວກເຂົາຈົມລົງຢູ່ໃນທະເລ ໂດຍບໍ່ມີຜູ້ໃດລອດຊີວິດມາໄດ້ຈັກຄົນ. ເມື່ອປະຊາຊົນອິດສະຣາເອນໄດ້ເຫັນຣິດອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າທີ່ໄດ້ຕໍ່ສູ້ປະຊາຊົນເອຢິບ, ພວກເຂົາກໍຢຳເກງພຣະເຈົ້າ ແລະ ມີຄວາມເຊື່ອໃນພຣະອົງ ແລະ ໃນໂມເຊຜູ້ຮັບໃຊ້ຂອງພຣະອົງອີກດ້ວຍ.
ໂດຍການຊົງຊ່ວຍເຫຼືອຈາກພຣະເຈົ້າ ຊົນຊາດອິດສະຣາເອນເຕັມໄປດ້ວຍຄວາມຊົມຊື່ນຍິນດີ ເພາະພວກເຂົາໄດ້ລອດພົ້ນຈາກການເປັນທາດຮັບໃຊ້ໃນປະເທດເອຢິບ ແລະ ໄດ້ລອດພົ້ນຈາກການໄລ່ຕິດຕາມຂ້າຂອງກອງທັບເອຢິບ. ປະຊາຊົນອິດສະຣາເອນໄດ້ພາກັນຕີກອງ, ຟ້ອນລຳ ແລະ ຮ້ອງເພງສັນລະເສີນພຣະເຈົ້າດ້ວຍຄວາມຍິນດີ.
ບົດເພງສັນລະເສີນທີ່ໂມເຊ ແລະ ຊົນຊາດອິດສະຣາເອນໄດ້ຮ້ອງ ຫຼັງຈາກທີ່ພຣະເຈົ້າໄດ້ຊ່ວຍເຫຼືອພວກເຂົາໃຫ້ລອດພົ້ນອອກຈາກກອງທັບທະຫານເອຢິບ
“ໃຜແດ່ຄືພຣະອົງ ຜູ້ຊົງປະກອບດ້ວຍຄວາມບໍຣິສຸດອັນຮຸ່ງເຮືອງ, ໜ້າຢຳເກງໃນການສັນລະເສີນ ແລະ ການອັດສະຈັນທີ່ພຣະອົງຊົງກະທຳ?ພຽງແຕ່ພຣະອົງຢຽດມືຂວາອອກໃສ່ ພື້ນດິນກໍໄດ້ຍະອອກກຶນກິນພວກເຂົາ.ພຣະອົງຊົງນຳຊົນຊາດ ເຊິ່ງພຣະອົງຊົງໄຖ່ໄວ້ດ້ວຍຄວາມເມດຕາຂອງພຣະອົງ; ພຣະອົງຊົງນຳພາພວກເຂົາມາເຖິງດິນແດນອັນບໍຣິສຸດດ້ວຍຣິດອຳນາດຂອງພຣະອົງ” (ອົບພະຍົບ 15:11-13)
ພຣະເຈົ້າຊົງດຳເນີນການທີ່ຍິ່ງໃຫຍ່ເພື່ອປົດປ່ອຍພວກເຮົາເໝືອນກັນ. ພຣະອົງໄດ້ຊົງປົດປ່ອຍພວກເຮົາອອກຈາກຄວາມບາບ. ພວກເຮົາຄວນສັນລະເສີນພຣະເຈົ້າສໍາລັບທຸກວຽກງານອັນປະເສີດຂອງພຣະອົງທີ່ພຣະອົງຊົງເຮັດວຽກຢູ່ໃນຊີວິດຂອງພວກເຮົາ. ພຣະເຈົ້າຂອງພວກເຮົາຊົງເຫັນອົກເຫັນໃຈ ແລະ ຮັກພວກເຮົາຢ່າງຫຼວງຫຼາຍ.
“ຈິດວິນຍານຂອງຂ້ານ້ອຍເອີຍ ຈົ່ງຍ້ອງຍໍສັນລະເສີນອົງພຣະຜູ້ເປັນເຈົ້າ ທຸກສິ່ງທີ່ຢູ່ພາຍໃນຂ້ານ້ອຍ. ຈົ່ງຍ້ອງຍໍສັນລະເສີນພຣະນາມບໍຣິສຸດຂອງພຣະອົງ." “ຈິດວິນຍານຂອງຂ້ານ້ອຍເອີຍ ຈົ່ງຍ້ອງຍໍສັນລະເສີນອົງພຣະຜູ້ເປັນເຈົ້າ ແລະ ຢ່າລືມໄລພຣະຄຸນຄວາມດີຂອງພຣະອົງ” (ເພງສັນລະເສີນ 103:1,2)
ຫຼາຍຄັ້ງທີ່ຊີວິດເຕັມໄປດ້ວຍໄພອັນຕະລາຍ ແລະ ມັນເບິ່ງຄືວ່າເປັນເລື່ອງຍາກທີ່ຈະເຮັດໃນສິ່ງທີ່ຖືກຕ້ອງ. ພວກເຮົາມັກຈິດຕະນາການໄປວ່າ ພວກເຮົາຢູ່ເທິງປາກເຫວຂອງຄວາມພິນາດ ແຕ່ສຽງຂອງພຣະເຈົ້າກ່າວຢ່າງຊັດເຈນວ່າ: "ຈົ່ງຍ່າງໄປຂ້າງໜ້າ." ຖ້າຄໍາສັ່ງຂອງພຣະເຈົ້າເປັນທີ່ຊັດເຈນ ພວກເຮົາຄວນຈະປະຕິບັດຕາມຄຳສັ່ງນີ້ ເຖິງແມ່ນວ່າ ມັນຈະມີຄວາມທ້າທາຍຕ່າງໆ ແລະ ພວກເຮົາຈະຮູ້ສຶກຢ້ານກໍຕາມ. ຜູ້ໃດທີ່ລໍຖ້າໃຫ້ບັນຫາໄດ້ຮັບການແກ້ໄຂ ແລະ ໃຫ້ໄພອັນຕະລາຍຫາຍໄປສາກ່ອນຈຶ່ງຈະເຊື່ອຟັງນັ້ນ ຜູ້ນັ້ນຈະຈົບລົງດ້ວຍການບໍ່ເຊື່ອຟັງ ເພາະຄວາມເຊື່ອຈະບໍ່ເກີດຂຶ້ນໃນຜູ້ນັ້ນ. ແຕ່ພວກເຮົາສາມາດມີຄວາມເຊື່ອໃນພຣະເຈົ້າໄດ້ວ່າ ພຣະອົງຈະນໍາພາພວກເຮົາ ແລະ ຈະຊ່ວຍໃຫ້ພວກເຮົາສາມາດຜ່ານຄວາມທ້າທາຍຕ່າງໆໄປໄດ້. ພຣະເຈົ້າຊົງຊຸກຍູ້ໃຫ້ພວກເຮົາມີຄວາມເຊື່ອໃນພຣະອົງ ແລະ ພຣະອົງຊົງສັນຍາວ່າ ພຣະອົງຈະບໍ່ໜີອອກໄປຈາກພວກເຮົາ ຫຼືບໍ່ປະຖິ້ມພວກເຮົາ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 13:17-22; 14:1-31; 15:1-21.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 25 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ນ້ຳມີຣົດຊາດຂົມ
ປະຊາຊົນອິດສະຣາເອນເດີນທາງພາຍໃຕ້ການຊົງນຳຂອງເສົາເມກ. ພວກເຂົາເຕັມໄປດ້ວຍຄວາມສຸກ. ພວກເຂົາເປັນອິດສະລະຈາກການເປັນທາດ ແລະ ພວກເຂົາຄິດວ່າ ອີກບໍ່ດົນ ພວກເຂົາຈະໄດ້ເຂົ້າໄປຍັງແຜ່ນດິນແຫ່ງພັນທະສັນຍາທີ່ພວກເຂົາສາມາດອາໄສຢູ່ຢ່າງມີອິດສະລະພາບ. ບໍ່ມີການຈົ່ມຢູ່ໃນທ່າມກາງຊົນຊາດອິດສະຣາເອນໃນຊ່ວງໄລຍະໜຶ່ງ.
ແຕ່ເມື່ອພວກເຂົາໄດ້ເດີນທາງເປັນເວລາສາມມື້ ພວກເຂົາກໍບໍ່ພົບນ້ຳ. ນ້ຳທີ່ພວກເຂົາໄດ້ເອົາມານຳນັ້ນກໍໄດ້ໝົດໄປ. ບໍ່ມີຫຍັງທີ່ຈະບັນເທົາຄວາມຫິວນ້ຳຂອງພວກເຂົາໃນຂະນະທີ່ພວກເຂົາເດີນທາງຢູ່ໃນທະເລຊາຍ. ໂມເຊຮູ້ພູມີພາກເປັນຢ່າງດີ ແລະ ຮູ້ວ່າຈະພົບບໍ່ນ້ຳທັງຫຼາຍໃນໄວໆນີ້ ແຕ່ວ່ານ້ຳນັ້ນບໍ່ດີທີ່ຈະເອົາມາດື່ມ. ດ້ວຍຈິດໃຈທີ່ເກືອບໝົດຫວັງ ໂມເຊກໍໄດ້ຍິນສຽງໂຮຮ້ອງດີໃຈຈາກປະຊາຊົນວ່າ: "ນ້ຳ! ນ້ຳ!" ທັງຜູ້ຊາຍ, ຜູ້ຍິງ ແລະ ເດັກນ້ອຍພາກັນຮີບຮ້ອນໄປເອົານ້ຳຈາກບໍ່ນ້ຳພຸຢ່າງມີຄວາມສຸກ. ທັນໃດນັ້ນ ກໍໄດ້ຍິນສຽງຮ້ອງວ່າ: "ນໍ້າມີຣົດຊາດຂົມແທ້!"
ແລ້ວປະຊາຊົນກໍພາກັນຈົ່ມຮ້າຍໃສ່ໂມເຊ ແລະ ຖາມວ່າ: “ພວກເຮົາຈະຫານ້ຳມາແຕ່ໃສ່ດື່ມ?” ໃນຄວາມສິ້ນຫວັງຂອງປະຊາຊົນ ພວກເຂົາໄດ້ກ່າວໂທດໃສ່ໂມເຊສຳລັບການທີ່ບໍ່ມີນ້ຳດື່ມ. ພວກເຂົາລືມການສະຖິດຂອງພຣະເຈົ້າໃນເສົາເມກທີ່ຊົງນຳພາໂມເຊ ແລະ ພວກເຂົາ; ແຕ່ໂມເຊເຮັດໃນສິ່ງທີ່ພວກເຂົາລືມເຮັດຄື ໂມເຊໄດ້ອາທິຖານຫາພຣະເຈົ້າດ້ວຍໃຈຮ້ອນຮົນ. “ແລ້ວພຣະອົງໄດ້ຊີ້ໃຫ້ໂມເຊເຫັນທ່ອນໄມ້ອັນໜຶ່ງ ແລະ ໂມເຊຈຶ່ງຈັບໄມ້ນັ້ນຖິ້ມລົງໃນນ້ຳ. ທັນໃດນັ້ນ, ນ້ຳກໍເຊົາຂົມ ແລະ ດື່ມໄດ້.”
ຫຼັງຈາກນັ້ນ ພວກເຂົາກໍໄດ້ເດີນທາງຕໍ່ໄປຕາມການຊົງນຳຂອງພຣະເຈົ້າ ຈົນມາຮອດສະຖານທີ່ແຫ່ງໜຶ່ງທີ່ມີຊື່ວ່າ “ເອລິມ” ແລະ ຕັ້ງຄ້າຍພັກຢູ່ທີ່ນັ້ນ ໃນບ່ອນນີ້ມີບໍ່ນໍ້າສິບສອງແຫ່ງ ແລະ ມີຕົ້ນໄມ້ເຈັດສິບຕົ້ນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 15:22-27.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 26 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ປະຊາຊົນອິດສະຣາເອນຢ້ານຄວາມອຶດຫິວ
ຫຼັງຈາກທີ່ພວກເຂົາໄດ້ອອກໄປຈາກປະເທດເອຢິບເປັນເດືອນ ສະບຽງອາຫານຂອງພວກເຂົາກໍເລີ່ມທີ່ຈະໜ້ອຍລົງ ພວກເຂົາສົງໄສວ່າຈະເຮັດແນວໃດເພື່ອລ້ຽງປະຊາຊົນຈຳນວນຫຼວງຫຼາຍແບບນີ້ໄດ້? ດັ່ງນັ້ນ ພວກເຂົາຈຶ່ງໄດ້ພາກັນຈົ່ມຮ້າຍໃສ່ໂມເຊ ແລະ ອາໂຣນໂດຍເວົ້າວ່າ: “ພວກເຮົາຢາກໃຫ້ອົງພຣະຜູ້ເປັນເຈົ້າຂ້າພວກເຮົາຖິ້ມຢູ່ປະເທດເອຢິບ ບ່ອນທີ່ພວກເຮົາໄດ້ກິນເຂົ້າປາອາຫານເຕັມອີ່ມຕາມຄວາມຕ້ອງການ. ແຕ່ທ່ານຊ້ຳພັດນຳພວກເຮົາມາອຶດຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານນີ້.”
ພວກເຂົາຍັງບໍ່ທັນໄດ້ອຶດຫິວເທື່ອ ແຕ່ພວກເຂົາຢ້ານອະນາຄົດ. ພວກເຂົາໄດ້ຈິດຕະນາການໄວ້ວ່າ ລູກຫຼານຂອງພວກເຂົາຈະພາກັນອຶດຫິວ. ພຣະເຈົ້າຊົງອະນຸຍາດໃຫ້ມີບັນຫາຢູ່ອ້ອມຮອບພວກເຂົາ ແລະ ຈັດຫາອາຫານໃຫ້ພວກເຂົາໜ້ອຍລົງ ເພື່ອໃຫ້ຫົວໃຈຂອງພວກເຂົາຫັນໄປຫາພຣະອົງ ເຊິ່ງພວກເຂົາຈະໄດ້ຮັບການຊ່ວຍເຫຼືອ. ຖ້າພວກເຂົາໄດ້ຮ້ອງຫາພຣະເຈົ້າ ແລະ ບອກຄວາມຕ້ອງການຂອງພວກເຂົາ ພຣະອົງກໍຈະປະທານສິ່ງທີ່ພວກເຂົາຕ້ອງການ. ແຕ່ມັນເປັນຄວາມບາບຂອງພວກເຂົາທີ່ຂາດຄວາມເຊື່ອ ແລະ ມີຄວາມຄິດທີ່ວ່າ ພວກເຂົາ ຫຼືລູກຫຼານຂອງພວກເຂົາອາດຈະຕາຍຍ້ອນຄວາມອຶດຫິວ.
ພວກເຂົາຈຳເປັນທີ່ຈະຕ້ອງພົບກັບຄວາມຍາກລຳບາກ ແລະ ອົດທົນກັບຄວາມຍາກລຳບາກ ເພາະພຣະເຈົ້າໄດ້ຈັດຕຽມໃຫ້ພວກເຂົາເປັນຄົນທີ່ພິເສດຂອງພຣະອົງອີກຄັ້ງ. ຖ້າພວກເຂົາມີຄວາມເຊື່ອໃນພຣະອົງ ແລະ ຈື່ຈໍາໃນສິ່ງອັດສະຈັນຕ່າງໆທີ່ພຣະອົງໄດ້ເຮັດເພື່ອພວກເຂົາແລ້ວນັ້ນ ພວກເຂົາກໍຄົງຈະຍອມຮັບການຂາດແຄນອາຫານໄດ້. ແຕ່ວ່າພວກເຂົາໄດ້ລືມພຣະຄຸນຄວາມດີ ແລະ ຣິດອໍານາດຂອງພຣະເຈົ້າໃນການປົດປ່ອຍພວກເຂົາອອກຈາກການເປັນທາດ. ພວກເຂົາໄດ້ລືມວິທີການທຳລາຍຂອງທູດສະຫວັນໂດຍໄດ້ລະເວັ້ນລູກຂອງພວກເຂົາ ແຕ່ໄດ້ຂ້າບັນດາລູກຊາຍກົກທັງໝົດຂອງຄົນເອຢິບ. ພວກເຂົາໄດ້ລືມການອັດສະຈັນຂອງພຣະເຈົ້າທີ່ໄດ້ຊ່ວຍເຫຼືອພວກເຂົາຢູ່ທີ່ທະເລແດງ. ພວກເຂົາໄດ້ລືມວ່າ ພວກສັດຕູທີ່ພະຍາຍາມຕິດຕາມພວກເຂົາມານັ້ນ ໄດ້ຖືກກືນກິນໄປໝົດດ້ວຍນ້ຳທະເລ. ແທນທີ່ພວກເຂົາຈະເວົ້າກ່ຽວກັບພຣະຄຸນຄວາມດີຂອງພຣະເຈົ້າ ແຕ່ພວກເຂົາຊ້ຳພັດເວົ້າເຖິງການເດີນທາງທີ່ຍາກລຳບາກ ແລະ ສົງໄສວ່າການເດີນທາງທີ່ແສນອິດເມື່ອຍຂອງພວກເຂົານັ້ນຈະຈົບລົງໃນມື້ໃດ.
ຂາດຄວາມເຊື່ອ
ພຣະເຈົ້າຕ້ອງການໃຫ້ພວກເຮົາຄິດເຖິງການທົດລອງທີ່ປະຊາຊົນອິດສະຣາເອນໄດ້ປະສົບ ເພື່ອພວກເຮົາຈະໄດ້ຮຽນຮູ້ວີທີຕຽມຕົວພວກເຮົາໃຫ້ພ້ອມສຳລັບການໄປຢູ່ເທິງສະຫວັນ. ຫຼາຍຄົນແນມໄປເບິ່ງທີ່ປະຊາຊົນອິດສະຣາເອນ ແລະ ປະຫຼາດໃຈໃນການຂາດຄວາມເຊື່ອຂອງພວກເຂົາເຈົ້າ. ພວກເຂົາຮູ້ສຶກວ່າຕົວເອງຈະບໍ່ໄດ້ຂາດຄວາມເຊື່ອຄືກັນກັບປະຊາຊົນອິດສະຣາເອນ. ແຕ່ເມື່ອຄວາມເຊື່ອຂອງພວກເຂົາໄດ້ຖືກທົດສອບໂດຍການຖືກທົດລອງພຽງເລັກໆນ້ອຍໆ ພວກເຂົາກໍສະແດງໃຫ້ເຫັນວ່າພວກເຂົາບໍ່ມີຄວາມເຊື່ອ ຫຼືບໍ່ມີຄວາມອົດທົນຫຼາຍກວ່າປະຊາຊົນອິດສະຣາເອນ. ພວກເຂົາໄດ້ຈົ່ມກ່ຽວກັບແຜນການທີ່ພຣະເຈົ້າຊົງເລືອກໃນການປັບປຸງລັກສະນະຂອງພວກເຂົາ. ເຖິງແມ່ນວ່າ ຄວາມຕ້ອງການຂອງພວກເຂົາໃນປັດຈຸບັນມີຢ່າງພຽງພໍກໍຕາມ ແຕ່ຫຼາຍຄົນຍັງເປັນຫວ່ງຢ່າງຕໍ່ເນື່ອງວ່າຄວາມທຸກຍາກຈະຕາມມາຫາພວກເຂົາ ແລະ ລູກຫຼານຂອງພວກເຂົາຈະຖືກປະຖິ້ມໃຫ້ທົນທຸກທໍລະມານ. ແທນທີ່ອຸປະສັກຈະເຮັດໃຫ້ພວກເຂົາສະແຫວງຫາຄວາມຊ່ວຍເຫຼືອຈາກພຣະເຈົ້າ ພວກເຂົາຊ້ຳພັດໃຫ້ອຸປະສັກເຫຼົ່ານັ້ນແຍກພວກເຂົາອອກຈາກພຣະອົງ ຍ້ອນມັນເຮັດໃຫ້ເກີດມີຄວາມບໍ່ສະຫງົບ ແລະ ຄວາມບໍ່ພໍໃຈ.
ຈົ່ງວາງໃຈໃນພຣະເຈົ້າ
ພຣະເຈົ້າຊົງເຊີນຜູ້ທີ່ອິດເມື່ອຍ ແລະ ແບກພາລະໜັກ “ບັນດາຜູ້ທີ່ເຮັດວຽກໜັກໜ່ວງ ແລະ ແບກພາລະໜັກ ຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ. ຈົ່ງເອົາແອກຂອງເຮົາແບກໄວ້ແລ້ວຮຽນຮູ້ຈາກເຮົາ ເພາະວ່າເຮົາເປັນຜູ້ໃຈອ່ອນສຸພາບ ແລະ ຖ່ອມລົງ ແລ້ວຈິດໃຈຂອງພວກເຈົ້າຈະໄດ້ພົບຄວາມເຊົາເມື່ອຍ” (ມັດທາຍ 11:28,29) ແທນທີ່ການຈົ່ມ, ພວກເຂົາຄວນຈະເວົ້າດັ່ງນີ້: “ຈິດວິນຍານຂອງຂ້ານ້ອຍເອີຍ! ຈົ່ງຍ້ອງຍໍສັນລະເສີນອົງພຣະຜູ້ເປັນເຈົ້າ ແລະ ຢ່າລືມໄລພຣະຄຸນຄວາມດີຂອງພຣະອົງ” (ເພງສັນລະເສີນ 103:2).
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ ບົດທີ 16.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 26 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ອາຫານສະຫວັນ
ໂມເຊໄດ້ບອກປະຊາຊົນໃນທີ່ຊຸມນຸມວ່າຄວາມຕ້ອງການຂອງພວກເຂົາຈະຖືກຈັດຕຽມໃຫ້ ແລະ ເພິ່ນເວົ້າວ່າ: “ໃນມື້ແລງນີ້ ພວກເຈົ້າຈະມີຊີ້ນກິນ ແລະ ໃນຕອນເຊົ້າພວກເຈົ້າຈະມີເຂົ້າກິນຕາມຄວາມຕ້ອງການ… ແລ້ວພວກເຈົ້າຈະໄດ້ຮູ້ວ່າ ພຣະອົງເປັນພຣະເຈົ້າຂອງພວກເຈົ້າ.”
ພໍຕົກແລງມາ ກໍມີຝູງນົກຂຸ້ມບິນມາຢູ່ເຕັມຄ້າຍພັກ. ປະຊາຊົນມີຊີ້ນສັດກິນຢ່າງອຸດົມສົມບູນໃນຄືນນັ້ນ. ພໍເຖິງຕອນເຊົ້າກໍມີນ້ຳໝອກປົກຫຸ້ມຢູ່ຮອບຄ້າຍພັກ. ເມື່ອນ້ຳໝອກເຫີຍຫາຍໄປແລ້ວ ໄດ້ມີສິ່ງໜຶ່ງບາງໆເປັນປ່ຽງປົກເຕັມຢູ່ເທິງໜ້າດິນໃນຖິ່ນແຫ້ງແລ້ງກັນດານ. ປະຊາຊົນອິດສະຣາເອນເຫັນເຊັ່ນນັ້ນ ພວກເຂົາຈຶ່ງຖາມເຊິ່ງກັນແລະ ກັນວ່າ: “ອັນນີ້ແມ່ນຫຍັງ?”
ໂມເຊຕອບວ່າ: “ອັນນີ້ແມ່ນອາຫານທີບ ເຊິ່ງອົງພຣະຜູ້ເປັນເຈົ້າໃຫ້ພວກເຈົ້າກິນ. ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ວ່າ ໃຫ້ແຕ່ລະຄົນເກັບເອົາຕາມທີ່ຕົນຈະກິນໄດ້ໝົດປະມານຄົນລະສອງລິດ ໂດຍໃຫ້ເກັບເອົາຄົບຕາມຈຳນວນຄົນໃນຄອບຄົວ. ຢ່າໃຫ້ຜູ້ໃດເກັບເອົາໄວ້ຈົນຮອດມື້ອື່ນເຊົ້າ.”
ປະຊາຊົນອິດສະຣາເອນທັງໝົດຈຶ່ງໄດ້ເຮັດຕາມທີ່ໂມເຊສັ່ງໄວ້. ແຕ່ບາງຄົນກໍເກັບເອົາຫຼາຍ ແລະ ບາງຄົນກໍເກັບເອົາໜ້ອຍ. ເມື່ອພວກເຂົາປຽບທຽບແລ້ວ ຜູ້ທີ່ເກັບເອົາຫຼາຍກໍບໍ່ໄດ້ເຫຼືອ ແລະ ຜູ້ທີ່ເກັບເອົາໜ້ອຍກໍບໍ່ໄດ້ຂາດ. ທຸກໆຄົນເກັບເອົາໄດ້ພໍດີກັບປະລິມານທີ່ຕົນກິນອີ່ມ. ເມື່ອຕາເວັນຂຶ້ນສູງ ແລະ ແດດຮ້ອນ ອາຫານນີ້ກໍໄດ້ລະລາຍໄປ. ປະຊາຊົນເອີ້ນອາຫານນີ້ວ່າ “ມານາ” ເຊິ່ງມີຄວາມໝາຍວ່າ “ອັນນີ້ແມ່ນຫຍັງ?” ອາຫານນີ້ເປັນເມັດພືດສີຂາວ ແລະ ມີຣົດຊາດເໝືອນເຂົ້າໜົມແຜ່ນປະສົມນ້ຳເຜິ້ງ. ແຕ່ມີບາງຄົນບໍ່ເຊື່ອຟັງໂມເຊຈຶ່ງໄດ້ເກັບເອົາບາງສ່ວນໄວ້ ພໍຮຸ່ງເຊົ້າມາ ອາຫານນັ້ນກໍເປັນໜອນ ແລະ ເນົ່າເໝັນ. ສະນັ້ນ ທຸກໆເຊົ້າແຕ່ລະຄົນຈຶ່ງເກັບເອົາຕາມປະລິມານທີ່ຕົນກິນໄດ້ໝົດ.
ພໍມາຮອດມື້ທີຫົກ ໂມເຊສັ່ງໃຫ້ປະຊາຊົນອິດສະຣາເອນເກັບເອົາອາຫານໄວ້ສອງເທົ່າ ຄືຄົນລະປະມານສີ່ລິດ. ແລ້ວໂມເຊກໍບອກປະຊາຊົນວ່າ: “ມື້ອື່ນ ແມ່ນວັນຊະບາໂຕ ເປັນວັນພັກຜ່ອນທີ່ອຸທິດຖວາຍແດ່ພຣະເຈົ້າ. ສະນັ້ນ ໃນມື້ນີ້ມີສິ່ງໃດທີ່ຢາກປີ້ງກໍໃຫ້ປີ້ງ ແລະ ມີສິ່ງໃດທີ່ຢາກຕົ້ມກໍໃຫ້ຕົ້ມ ແຕ່ສ່ວນທີ່ເຫຼືອນັ້ນຈົ່ງເກັບໄວ້ສຳລັບມື້ອື່ນ… ເພາະວັນຊະບາໂຕພວກທ່ານຈະບໍ່ພົບອາຫານໃດໆທີ່ຢູ່ນອກຄ້າຍເລີຍ.”
ພວກເຂົາເຮັດຕາມທີ່ໂມເຊສັ່ງ ແລະ ໃນມື້ທີເຈັດ ພວກເຂົາເຫັນວ່າມານາບໍ່ໄດ້ບູດເນົ່າ. ໂມເຊກ່າວວ່າ: "ຈົ່ງກິນອາຫານທີ່ເຫລືອນັ້ນໃນວັນນີ້ສາ ເພາະວັນນີ້ແມ່ນວັນຊະບາໂຕ ເປັນວັນພັກຜ່ອນທີ່ອຸທິດຖວາຍແກ່ອົງພຣະຜູ້ເປັນເຈົ້າ ແລະ ພວກເຈົ້າຈະບໍ່ພົບອາຫານໃດໆທີ່ນອກຄ້າຍອີກ. ພວກເຈົ້າຈະຕ້ອງເກັບເອົາອາຫານໃນຫົກວັນ ແຕ່ໃນວັນທີເຈັດຄືວັນຊະບາໂຕນັ້ນແມ່ນວັນພັກຜ່ອນ ແລະ ຈະບໍ່ມີອາຫານໃດໆເລີຍ.”
ແຕ່ມີບາງຄົນບໍ່ໄດ້ຟັງຄວາມໂມເຊ ພວກເຂົາບໍ່ໄດ້ເກັບອາຫານເພື່ອໄວ້ກິນໃນມື້ທີເຈັດ "ໃນວັນທີເຈັດ ໄດ້ມີຊາວອິດສະຣາເອນບາງຄົນອອກໄປຫາເກັບເອົາອາຫານ ແຕ່ພວກເຂົາກໍບໍ່ໄດ້ພົບສິ່ງໃດເລີຍ. ແລ້ວອົງພຣະຜູ້ເປັນເຈົ້າກໍບອກໂມເຊວ່າ: 'ປະຊາຊົນເຫຼົ່ານີ້ຈະຂັດຂືນຄໍາສັ່ງຂອງເຮົາໄປອີກດົນນານປານໃດ? ຈົ່ງຈົດຈຳໄວ້ວ່າ ອົງພຣະຜູ້ເປັນເຈົ້າໄດ້ປະທານວັນຊະບາໂຕນີ້ໃຫ້ແກ່ພວກເຈົ້າ. ດ້ວຍເຫດນີ້ ໃນມື້ທີຫົກເຮົາຈຶ່ງໃຫ້ອາຫານແກ່ພວກເຈົ້າພໍກິນສຳລັບກຸ້ມສອງມື້. ແຕ່ໃນວັນຊະບາໂຕ ທຸກຄົນຈະຕ້ອງຢູ່ກັບທີ່ ແລະ ຢ່າໃຫ້ຜູ້ໃດອອກຈາກເຮືອນຂອງຕົນ.' " (ອົບພະຍົບ 16:27-19) ດັ່ງນັ້ນ ປະຊາຊົນຈຶ່ງໄດ້ຮຽນຮູ້ທີ່ຈະພັກຜ່ອນໃນມື້ທີເຈັດ.
ບໍ່ໃຫ້ເຮັດວຽກໃນວັນຊະບາໂຕ
ພຣະເຈົ້າຕ້ອງການໃຫ້ຮັກສາວັນຊະບາໂຕໄວ້ໃຫ້ບໍຣິສຸດ. ພວກເຮົາຄວນຈະໃຫ້ວັນສຸກເປັນມື້ຂອງການກະກຽມກ່ອນເຖິງວັນຊະບາໂຕ ເພື່ອທຸກສິ່ງທຸກຢ່າງຈະໄດ້ກຽມພ້ອມກ່ອນເຖິງເວລາຂອງວັນຊະບາໂຕ. ພວກເຮົາຕ້ອງປຸງແຕ່ງອາຫານຂອງພວກເຮົາໄວ້ສໍາລັບວັນຊະບາໂຕ ກ່ອນເຖິງເວລາຂອງວັນຊະບາໂຕ. ພຣະຄຳພີຫ້າມພວກເຮົາບໍ່ໃຫ້ເຮັດວຽກໃນວັນຊະບາໂຕ: ບໍ່ໃຫ້ປຸງແຕ່ງອາຫານ, ບໍ່ໃຫ້ເກັບກ່ຽວ, ບໍ່ໃຫ້ຂົນສົ່ງສິນຄ້າ, ບໍ່ໃຫ້ເຮັດວຽກເພື່ອການດຳລົງຊີວິດ, ການຊື້ ຫຼືການຂາຍບໍ່ຄວນເຮັດໃນວັນຊະບາໂຕ. (ອົບພະຍົບ 16:23-29; ອົບພະຍົບ 20:8-11; ອົບພະຍົບ 31:14; ເນເຫມີຢາ 13; ອາໂມດ 8:5,6) ພຣະເຈົ້າໄດ້ແນະນຳວ່າ ຄົນເຈັບປ່ວຍຄວນໄດ້ຮັບການເບິ່ງແຍງ; ວຽກງານທີ່ຈຳເປັນຕ້ອງເຮັດເພື່ອໃຫ້ພວກເຂົາບັນເທົາທຸກໄດ້ນັ້ນແມ່ນວຽກງານແຫ່ງຄວາມເມດຕາ ແລະ ບໍ່ແມ່ນການລະເມີດວັນຊະບາໂຕ. (ມັດທາຍ 12:9-14, ມາຣາໂກ 3:1-6) ແຕ່ວຽກງານຕ່າງໆທີ່ບໍ່ຈໍາເປັນທັງໝົດຄວນຫຼີ້ກລ້ຽງໄວ້. ວຽກງານທີ່ຍັງບໍ່ແລ້ວ ພວກເຮົາຕ້ອງປະຖິ້ມໄວ້ກ່ອນການເລີ່ມຕົ້ນຂອງວັນຊະບາໂຕ ຈົນຮອດຕາເວັນຕົກດິນຜ່ານພົ້ນວັນຊະບາໂຕ. ນອກຈາກນີ້ ວັນຊະບາໂຕບໍ່ແມ່ນວັນແຫ່ງຄວາມມ່ວນຊື່ນເຮຮາຂອງພວກເຮົາ ແລະ ຄວາມຄິດຂອງພວກເຮົາ ແຕ່ມັນເປັນວັນສຳລັບພວກເຮົາເຂົ້າຮ່ວມໃນການນະມັດສະການພຣະເຈົ້າ, ໄປຢ້ຽມຢາມຄົນປ່ວຍ, ສຶກສາພຣະຄຳພີ, ອະທິຖານ ແລະ ອົດອາຫານ ເພື່ອພວກເຮົາຈະໄດ້ຄິດກ່ຽວກັບເລື່ອງພຣະເຈົ້າ. (ເອຊາຢາ 58:13)
ປະຊາຊົນອິດສະຣາເອນຮູ້ຈັກວັນຊະບາໂຕກ່ອນທີ່ພຣະເຈົ້າຈະປະທານພຣະບັນຍັດສິບປະການ
ໃນວິທີການຂອງພຣະເຈົ້າທີ່ໃຫ້ມານາເປັນຫຼັກຖານວ່າ ວັນຊະບາໂຕເປັນທີ່ຮູ້ຈັກຂອງອິດສະຣາເອນກ່ອນທີ່ຈະໄດ້ຮັບພຣະບັນຍັດສິບປະການຢູ່ທີ່ພູເຂົາຊີນາຍ. ກ່ອນປະຊາຊົນອິດສະຣາເອນຈະມາເຖິງຊີນາຍ ພວກເຂົາເຂົ້າໃຈວ່າ ພຣະເຈົ້າຄາດຫວັງໃຫ້ພວກເຂົາຮັກສາວັນສະບາໂຕ. ທຸກໆວັນສຸກເທື່ອໃດ ພວກເຂົາເກັບມານາສອງເທົ່າເພື່ອກະກຽມໄວ້ສໍາລັບວັນສະບາໂຕ ດ້ວຍວິທີນີ້ ພຣະເຈົ້າປະທັບກາຄວາມສັກສິດຂອງວັນພັກຜ່ອນຂອງພວກເຂົາ. ເມື່ອມີບາງຄົນໄດ້ອອກໄປເກັບມານາໃນວັນຊະບາໂຕ. ພຣະເຈົ້າໄດ້ຖາມວ່າ: "ປະຊາຊົນເຫຼົ່ານີ້ຈະຂັດຂືນຄໍາສັ່ງຂອງເຮົາໄປອີກດົນນານປານໃດ?" (ອົບພະຍົບ 16:28) ພຣະເຈົ້າຕ້ອງການໃຫ້ພວກເຮົາຮັກສາພຣະບັນຍັດຂອງພຣະອົງ ເພື່ອຖວາຍກຽດໃຫ້ແດ່ພຣະອົງ. ພວກເຮົາຢ່າເຮັດໃຫ້ພຣະເຈົ້າຜິດຫວັງໂດຍການບໍ່ເຊື່ອຟັງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 15:22-27; 16:1-29.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 26 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຈົ້າຊົງບອກພຣະບັນຍັດຢູພູເຂົາຊີນາຍ
ປະຊາຊົນອິດສະຣາເອນຍັງສືບຕໍ່ເດີນທາງຕິດຕາມການເຄື່ອນຍ້າຍຂອງເສົາເມກຈົນກວ່າພວກເຂົາມາເຖິງພູເຂົາຊີນາຍ. ແລ້ວເສົາເມກກໍໄດ້ຢຸດຢູ່ເທິງພູເຂົາຊີນາຍ. ສະນັ້ນ ປະຊາຊົນອິດສະຣາເອນຈຶ່ງຕັ້ງຄ້າຍພັກຢູ່ທີ່ຕີນຂອງພູເຂົາຊີນາຍ. ພວກເຂົາຈະຢູ່ທີ່ນັ້ນປະມານໜຶ່ງປີ.
ຢູ່ມາບໍ່ດົນຫຼັງຈາກທີ່ຕັ້ງຄ່າຍພັກທີ່ພູເຂົາຊີນາຍ ໂມເຊກໍຂຶ້ນໄປເທິງພູເຂົາ ແລະ ພຣະເຈົ້າກໍໄດ້ກ່າວຕໍ່ລາວ. ພຣະເຈົ້າບອກໂມເຊວ່າ ພຣະອົງຕ້ອງການເຮັດໃຫ້ປະຊາຊົນອິດສະຣາເອນເປັນຊົນຊາດທີ່ພິເສດຂອງພຣະອົງ. ແລ້ວໂມເຊໄດ້ກັບລົງມາຈາກພູເຂົາ ແລະ ບອກຂໍ້ຄວາມຂອງພຣະເຈົ້າໃຫ້ປະຊາຊົນຟັງ ແລະ ພວກເຂົາຕອບວ່າ: "ພວກເຮົາຈະເຮັດຕາມຄໍາສັ່ງຂອງພຣະເຈົ້າ" ແລະ ພວກເຂົາໄດ້ສັນຍາວ່າ ພວກເຂົາຈະເປັນຊົນຊາດທີ່ພິເສດຂອງພຣະເຈົ້າ.
ພຣະເຈົ້າຊົງບອກໂມເຊອີກເທື່ອໜຶ່ງວ່າ: “ຈົ່ງໄປບອກປະຊາຊົນຊຳລະຕົວໃຫ້ສະອາດໃນມື້ນີ້ ແລະ ມື້ອື່ນ ພວກເຂົາຈະຕ້ອງພາກັນຊັກເສື້ອຜ້າກ່ອນ ແລະ ມື້ຮື ໃຫ້ພວກເຂົາຕຽມພ້ອມໃນມື້ນັ້ນ ເຮົາຈະລົງມາເທິງພູເຂົາຊີນາຍ ບ່ອນທີ່ປະຊາຊົນອິດສະຣາເອນທັງໝົດຈະເຫັນເຮົາ. ເຈົ້າຈົ່ງກຳນົດເຂດອ້ອມຮອບພູໄວ້ໃຫ້ປະຊາຊົນ ແລະ ບອກພວກເຂົາບໍ່ໃຫ້ລ່ວງເຂດຂຶ້ນໄປເທິງພູ ຫຼືເຂົ້າໄປໃກ້ຕີນພູເດັດຂາດ. ຖ້າຜູ້ໃດຜູ້ໜຶ່ງຍ່າງຂຶ້ນໄປທີ່ນັ້ນຈະມີໂທດເຖິງຕາຍ. ລາວຈະຖືກແກວ່ງດ້ວຍກ້ອນຫີນ ຫລືຖືກຍິງດ້ວຍລູກໜ້າທະນູ ແລະ ຢ່າຂ້າໂດຍໃຊ້ມືແຕະຕ້ອງລາວ. ຢ່າໄວ້ຊີວິດຜູ້ໃດຜູ້ໜຶ່ງບໍ່ວ່າຄົນ ຫຼືສັດກໍຕາມ ແຕ່ພໍເມື່ອສຽງແກດັງ ໃຫ້ພວກເຂົາທັງຫຼາຍມາທີ່ພູເຂົາໄດ້.”
ພໍມາຮອດຕອນເຊົ້າຂອງມື້ທີສາມ ກໍເກີດມີຟ້າຮ້ອງ, ຟ້າແມບ, ທັງມີເມກອັນຕຶບໜາປົກຄຸມຫຸ້ມຢູ່ຕາມເທິງພູເຂົາຊີນາຍ ແລະ ມີສຽງແກດັງສະໜັ່ນໄປທົ່ວ. ປະຊາຊົນທັງໝົດທີ່ຢູ່ໃນຄ້າຍພັກກໍພາກັນຢ້ານກົວຕົວສັ່ນ. ໂມເຊຈຶ່ງນຳພາປະຊາຊົນອອກຈາກຄ້າຍພັກໄປເຂົ້າເຝົ້າພຣະເຈົ້າ ແລະ ຢຸດຢືນຢູ່ທີ່ຕີນພູ. ທົ່ວພູເຂົາຊີນາຍມີຄວັນປົກຫຸ້ມຢູ່ເພາະພຣະເຈົ້າສະເດັດລົງມາເທິງພູເຂົານັ້ນ ໂດຍຄວັນໄຟໄດ້ພຸ່ງຂຶ້ນເໝືອນຄວັນໃນເຕົາໃຫຍ່ ປະຊາຊົນທັງປວງຈຶ່ງຢ້ານສັ່ນຢ່າງຮຸນແຮງ. ໂມເຊຮ້ອງຂຶ້ນວ່າ: “ຂ້ານ້ອຍຢ້ານເຕັມທີ່ຈົນຕົວສັ່ນ” (ເຮັບເຣີ 12:21) ອີກເທື່ອໜຶ່ງທີ່ພຣະເຈົ້າຊົງເຕືອນປະຊາຊົນອິດສະຣາເອນບໍ່ໃຫ້ຂຶ້ນໄປເທິງພູເຂົາ ແລະ ໄດ້ກຳນົດເຂດອ້ອມຮອບພູເຂົາໄວ້ ເພື່ອວ່າບໍ່ໃຫ້ຜູ້ໃດຜູ້ໜຶ່ງຕ້ອງຕາຍຍ້ອນແສງລັດສະເໝີ ແລະ ຄວາມບໍຣິສຸດຂອງພຣະເຈົ້າ.
ຕອນນີ້ ຟ້າໄດ້ຢຸດຮ້ອງ, ສຽງແກກໍບໍ່ໄດ້ຍິນ ແລະ ໂລກຍັງຄົງມິດງຽບຢູ່. ເປັນເວລາຂອງຄວາມມິດງຽບສະງັດ; ຈາກນັ້ນ ກໍໄດ້ຍິນສຽງຂອງພຣະເຈົ້າກ່າວອອກມາຈາກຄວາມມືດທຶບໃນຂະນະທີ່ພຣະອົງຊົງຢືນຢູ່ເທິງພູເຂົາ ແລະ ກ່າວພຣະບັນຍັດຂອງພຣະອົງ.
"ເຮົາແມ່ນພຣະເຈົ້າຂອງພວກເຈົ້າ ຜູ້ໄດ້ນຳພາພວກເຈົ້າອອກຈາກປະເທດເອຢິບຄືອອກຈາກປະເທດທີ່ພວກເຈົ້າໄດ້ຕົກເປັນທາດ."
1. "ຢ່ານະມັດສະການພະອື່ນ ນອກຈາກເຮົາ."
2."ຢ່າເຮັດຮູບເຄົາຣົບຢ່າງໃດຢ່າງໜຶ່ງສຳລັບຕົນອັນເປັນຕົວແທນຂອງສິ່ງທີ່ຢູ່ໃນທ້ອງຟ້າ ຫຼືເທິງແຜ່ນດິນໂລກ ຫຼືຢູ່ໃຕ້ນ້ຳ. ຢ່ານົບ ຫຼືຂາບໄຫວ້ຮູບເຫຼົ່ານັ້ນ. ເພາະເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ແລະ ເຮົາເປັນພຣະເຈົ້າທີ່ຫວງແຫນ. ເຮົານຳການລົງໂທດມາສູ່ພວກທີ່ກຽດຊັງເຮົາ ຕະຫຼອດທັງລູກຫຼານຂອງພວກເຂົາເຖິງສາມ ແລະ ສີ່ຊົ່ວເຊັ່ນຄົນ. ແຕ່ເຮົາສຳແດງຄວາມຮັກຕໍ່ຜູ້ທີ່ຮັກເຮົາ ແລະ ຖືຮັກສາບັນຍັດທັງຫຼາຍຂອງເຮົາຫຼາຍພັນເຊັ່ນຄົນ."
3. “ຢ່າໃຊ້ຊື່ຂອງເຮົາໄປໃນທາງຊົ່ວຮ້າຍ ເພາະເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຈະເອົາໂທດກັບທຸກໆຄົນທີ່ເຮັດເຊັ່ນນີ້.”
4. "ຈົ່ງຖືວັນຊະບາໂຕ ແລະ ຢຶດຖືໄວ້ເປັນວັນສັກສິດ. ເຈົ້າມີຫົກວັນທີ່ຈະເຮັດວຽກຂອງເຈົ້າ ແຕ່ໃນວັນທີເຈັດ ໃຫ້ຖືເປັນວັນຊະບາໂຕ ໃຫ້ຖືເປັນວັນພັກຜ່ອນທີ່ອຸທິດແກ່ເຮົາ. ໃນວັນນັ້ນ ເຈົ້າເອງພ້ອມດ້ວຍລູກຊາຍຍິງກັບຄົນຮັບໃຊ້ ແລະ ສັດລ້ຽງຂອງເຈົ້າຕະຫຼອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງເຈົ້າ ບໍ່ຕ້ອງເຮັດວຽກໃດໆທັງສິ້ນ. ໃນຫົກວັນ ເຮົາໄດ້ນິຣະມິດສ້າງແຜ່ນດິນໂລກ, ທ້ອງຟ້າ, ທະເລທັງຫຼາຍ ແລະ ສັບພະທຸກສິ່ງຢູ່ໃນນັ້ນ. ແຕ່ໃນວັນທີເຈັດເຮົາໄດ້ພັກຜ່ອນ. ສະນັ້ນແຫລະ, ເຮົາຈຶ່ງອວຍພອນວັນຊະບາໂຕ ແລະ ຕັ້ງໄວ້ເປັນວັນສັກສິດ."
5. "ຈົ່ງນັບຖືພໍ່ແມ່ຂອງເຈົ້າ ເພື່ອເຈົ້າຈະມີອາຍຸໝັ້ນຍືນຢູ່ໃນດິນແດນທີ່ເຮົາກຳລັງຈະມອບໃຫ້ແກ່ເຈົ້າ."
6. "ຢ່າຂ້າຄົນ."
7. "ຢ່າຫຼີ້ນຊູ້ສູ່ຜົວເມຍຜູ້ອື່ນ."
8. "ຢ່າລັກ."
9. "ຢ່າເປັນພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານ."
10. "ຢ່າຢາກໄດ້ເຮືອນຊານບ້ານຊ່ອງຂອງຄົນອື່ນ; ຢ່າຢາກໄດ້ເມຍຂອງລາວ, ຄົນຮັບໃຊ້ຊາຍຍິງ, ງົວ, ລໍ ຫຼືສິ່ງອື່ນໆອີກທີ່ລາວມີຢູ່."
ເມື່ອປະຊາຊົນໄດ້ຍິນສຽງຟ້າຮ້ອງ, ສຽງແກ, ເຫັນຟ້າແມບເຫຼື້ອມ ແລະ ເຫັນຄວັນໄຟພຸ່ງຂຶ້ນຈາກພູເຂົາ, ພວກເຂົາກໍຢ້ານກົວຕົວສັ່ນ ແລະ ຢືນຢູ່ຫ່າງໄກ.ຫຼັງຈາກທີ່ໄດ້ຍິນພຣະເຈົ້າກ່າວພຣະບັນຍັດ 10 ປະການແລ້ວ ປະຊາຊົນເຫັນວ່າ ຄວາມບາບເປັນທີ່ໜ້າລັງກຽດຊຳໃດຕໍ່ພຣະເຈົ້າອົງບໍຣິສຸດ ແລະ ພວກເຂົາເຫັນວ່າ ພວກເຂົາມີຄວາມຜິດຊຳໃດໃນສາຍຕາຂອງພຣະອົງ ແບບບໍ່ເຄີຍສຳນຶກມາກ່ອນເລີຍ. ແລ້ວພວກເຂົາຕ່າງກໍເວົ້າກັບໂມເຊວ່າ: "ຂໍໃຫ້ທ່ານເວົ້າກັບພວກເຮົາ ແລະ ພວກເຮົາຈະຟັງທ່ານ; ແຕ່ຢ່າໃຫ້ພຣະເຈົ້າເວົ້າກັບພວກເຮົາເລີຍ ຢ້ານວ່າພວກເຮົາຈະຕາຍ." ໂມເຊຕອບວ່າ: "ຢ່າຢ້ານເລີຍ! ພຣະເຈົ້າມາພຽງເພື່ອທົດສອບເບິ່ງພວກເຈົ້າ ແລະ ເຮັດໃຫ້ພວກເຈົ້າສືບຕໍ່ເຊື່ອຟັງພຣະອົງ ເພື່ອວ່າພວກເຈົ້າຈະບໍ່ເຮັດບາບ."
ພຣະບັນຍັດສິບປະການໄດ້ຖືກບັນທຶກໄວ້ໃນພຣະຄຳພີຢູ່ພຣະທຳອົບພະຍົບບົດທີ 20.
ພຣະເຈົ້າປະກາດພຣະບັນຍັດຂອງພຣະອົງດ້ວຍການສຳແດງໃຫ້ເຫັນເຖິງອຳນາດ ແລະ ສະຫງ່າຣາສີຂອງພຣະອົງ ເພື່ອໃຫ້ປະຊາຊົນຂອງພຣະອົງບໍ່ມີມື້ລືມເຫດການ. ພຣະເຈົ້າຕ້ອງການສຳແດງໃຫ້ທຸກໆຄົນເຫັນເຖິງຄວາມສັກສິດ ແລະ ຢູ່ເປັນນິດຂອງພຣະບັນຍັດຂອງພຣະອົງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ ບົດທີ 19 ແລະ 20.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 27 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພັນທະສັນຍາ
ໃນຂະນະທີ່ພຣະເຈົ້າໄດ້ກ່າວພຣະບັນຍັດໂດຍກົງຕໍ່ຊົນຊາດອິດສະຣາເອນ ພວກເຂົາຮູ້ສຶກຢ້ານກົວ ແລະ ໄດ້ຂໍຮ້ອງຕໍ່ໂມເຊບໍ່ໃຫ້ພຣະເຈົ້າກ່າວຕໍ່ພວກເຂົາໂດຍກົງ ແຕ່ໃຫ້ກ່າວຜ່ານທາງເພິ່ນ. ພຣະເຈົ້າມີຄໍາສັ່ງສອນຫຼາຍຢ່າງທີ່ຈະມອບໃຫ້ແກ່ຊົນຊາດອິດສະຣາເອນ. ດັ່ງນັ້ນ ໂມເຊຈຶ່ງເຂົ້າມາໃກ້ຄວາມມືດອັນຕຶບໜາບ່ອນທີ່ພຣະເຈົ້າສະຖິດຢູ່ຂະນະທີ່ປະຊາຊົນຍັງຄົງຢືນຢູ່ຫ່າງໄກ. ແລ້ວພຣະເຈົ້າໄດ້ໃຫ້ຄຳສັ່ງແກ່ໂມເຊກ່ຽວກັບກົດໝາຍສຳລັບຄວາມເປັນລະບຽບຮຽບຮ້ອຍໃນຊົນຊາດອິດສະຣາເອນ.
ຍ້ອນວ່າປະຊາຊົນອິດສະລາເອນເຄີຍເປັນທາດຮັບໃຊ້ເປັນເວລາດົນ ພວກເຂົາຈຶ່ງສູນເສຍຄວາມເຂົ້າໃຈໃນພຣະບັນຍັດສິບປະການຂອງພຣະເຈົ້າທີ່ເຄີຍສົ່ງຜ່ານທາງບັນພະບຸລຸດ. ນັ້ນແມ່ນເຫດຜົນທີ່ພຣະເຈົ້າໄດ້ກ່າວພຣະບັນຍັດສິບປະການກັບພວກເຂົາ ເພື່ອເຕືອນຈິດໃຈຂອງພວກເຂົາກ່ຽວກັບພຣະບັນຍັດຂອງພຣະອົງ. ນອກຈາກນີ້ ພຣະອົງຍັງມີເງື່ອນໄຂໃນການຕັດສິນຫຼັກການນໍາໃຊ້ກົດໝາຍເຫຼົ່ານີ້. ຕົວຢ່າງ ພຣະເຈົ້າໄດ້ໃຫ້ຄໍາແນະນໍາກ່ຽວກັບວິທີການປະຕິບັດຕໍ່ບັນດາທາດ ແລະ ແມ່ໝ້າຍຢ່າງມີຄວາມເມດຕາ, ວິທີຈັດການກັບເງິນກູ້ຢືມ ແລະ ຄວາມສໍາຄັນຂອງວັນຊະບາໂຕ ແລະ ເທດສະການໃຫ້ແກ່ພຣະຜູ້ເປັນເຈົ້າ.
ຫຼັງຈາກລົງມາຈາກພູເຂົາ "ໂມເຊຈຶ່ງໄດ້ນຳຂໍ້ຄຳສັ່ງ ແລະ ກົດຕ່າງໆຂອງອົງພຣະຜູ້ເປັນເຈົ້າໄປບອກປະຊາຊົນ."
ປະຊາຊົນໄດ້ຕອບພ້ອມກັນວ່າ: "ພວກເຮົາຈະເຮັດທຸກໆສິ່ງຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ກ່າວ."
ເມື່ອໂມເຊໄດ້ປະກາດຄຳສັ່ງທຸກຂໍ້ໃນກົດບັນຍັດແກ່ປະຊາຊົນທັງໝົດແລ້ວ ເພິ່ນໄດ້ຂຽນທຸກສິ່ງທີ່ພຣະເຈົ້າໄດ້ບອກໄວ້ລົງໃນປື້ມແຫ່ງພັນທະສັນຍາ. ແລ້ວໂມເຊໄດ້ຖວາຍເຄື່ອງບູຊາເທິງແທ່ນບູຊາຢູ່ທີ່ຕີນພູ. ອີກເທື່ອໜຶ່ງທີ່ເພິ່ນໄດ້ເອົາປື້ມແຫ່ງພັນທະສັນຍາ ແລະ ອ່ານດ້ວຍສຽງດັງຕໍ່ໜ້າປະຊາຊົນ. ແລະ ພວກເຂົາໄດ້ເວົ້າວ່າ: “ພວກຂ້ານ້ອຍທັງໝົດຈະເຊື່ອຟັງອົງພຣະຜູ້ເປັນເຈົ້າ ແລະ ຈະເຮັດທຸກໆສິ່ງຕາມທີ່ພຣະອົງໄດ້ສັ່ງໄວ້." ແລ້ວໂມເຊກໍໄດ້ເອົາເລືອດຈາກເຄື່ອງຖວາຍຊິດໃສ່ປື້ມ ແລະ ປະຊາຊົນທັງໝົດ ພ້ອມທັງກ່າວວ່າ: “ນີ້ແຫລະຄືເລືອດແຫ່ງພັນທະສັນຍາ ເຊິ່ງພຣະເຈົ້າໄດ້ຊົງສັ່ງໄວ້ໃຫ້ແກ່ເຈົ້າທັງຫຼາຍ” (ເຮັບເຣີ 9:19,20).
ທ່ານຈະຮັກສາຄຳໝັ້ນສັນຍາຂອງທ່ານຢ່າງສັດຊື່ຕໍ່ພຣະເຈົ້າໄດ້ແນວໃດ?
ໃຫ້ທ່ານຖວາຍຄວາມຕັ້ງໃຈຂອງທ່ານໃຫ້ພຣະອົງ ແລ້ວພຣະອົງຈະຊົງກະທຳກິດພາຍໃນຕົວທ່ານ ເພື່ອໃຫ້ຄວາມຕັ້ງໃຈ ແລະ ການກະທຳຂອງທ່ານເປັນໄປຕາມນ້ຳພຣະໄທຂອງພຣະອົງ. ເມື່ອເປັນເຊັ່ນນີ້ ທຳມະຊາດທັງໝົດຂອງທ່ານຈະເຂົ້າມາຢູ່ພາຍໃຕ້ການຄວບຄຸມຂອງພຣະວິນຍານຂອງພຣະເຈົ້າ. ຄວາມຮູ້ສຶກຂອງທ່ານມີສູນກາງຢູ່ໃນພຣະອົງ ຄວາມຄິດຂອງທ່ານຈະປະສານເຂົ້າກັບພຣະປະສົງຂອງພຣະອົງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ ບົດທີ 21-24, ເຮັບເຣີ 8:7-8.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 27 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ອ້າງອີງຈາກປຶ້ມ "Steps to Christ " {ໜ້າ47.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ແຜນການກໍ່ສ້າງຫໍເຕັນສັກສິດ
ໂມເຊ ແລະ ໂຢຊວຍຜູ້ຊ່ວຍຂອງເພິ່ນຖືກເອີ້ນໃຫ້ໄປພົບພຣະເຈົ້າ. ໂມເຊໄດ້ບອກບັນດາພວກຜູ້ນຳຂອງປະຊາຊົນອິດສະຣາເອນວ່າ: “ຈົ່ງຄອຍຖ້າພວກເຮົາຢູ່ທີ່ຄ້າຍພັກນີ້ຈົນກວ່າພວກເຮົາຈະກັບມາ. ອາໂຣນກັບຮູເຣຈະຢູ່ນຳພວກທ່ານ ຖ້າມີເລື່ອງຫຍັງເກີດຂຶ້ນກໍໃຫ້ໄປຫາທ່ານທັງສອງນີ້ໄກ່ເກ່ຍໃຫ້.”
ເປັນເວລາຫົກມື້ທີ່ໂມເຊຕ້ອງອຸທິດຕົວເອງ ໂດຍການຊໍາລະຈິດໃຈ ແລະ ການອະທິຖານ ກ່ອນທີ່ຈະເຂົ້າໄປສະເໜີຕົວຕໍ່ພຣະເຈົ້າ. ຈາກນັ້ນ ໃນມື້ທີເຈັດເຊິ່ງເປັນວັນສະບາໂຕ ໂມເຊຖືກເອີ້ນຂຶ້ນມາໃນເມກ "ດັ່ງນັ້ນ ໂມເຊຈຶ່ງເຂົ້າໄປໃນເມກອັນຕືບໜາ."
ແລ້ວພຣະເຈົ້າກໍໄດ້ກ່າວຕໍ່ໂມເຊວ່າ: “ຈົ່ງບອກປະຊາຊົນອິດສະຣາເອນໃຫ້ນຳສິ່ງຂອງມາຖວາຍແກ່ເຮົາ. ຈົ່ງຮັບເອົາຂອງຖວາຍທີ່ເຕັມໃຈໃຫ້ ແລະ ຂອງຖວາຍນັ້ນຈະຕ້ອງແມ່ນ: ຄຳ, ເງິນ, ຜ້າປ່ານເນື້ອລະອຽດດີ, ເສັ້ນດ້າຍສີຟ້າ, ສີມ້ວງ, ແລະ ສີແດງເຂັ້ມ, ໜັງຂອງສັດຕ່າງໆ ແລະ ອື່ນໆ... ປະຊາຊົນອິດສະຣາເອນຕ້ອງສ້າງຫໍເຕັນສັກສິດສຳລັບເຮົາ ເພື່ອວ່າເຮົາຈະສະຖິດຢູ່ທ່າມກາງພວກເຂົາ. ຈົ່ງເຮັດຫໍເຕັນ ແລະ ເຄື່ອງປະກອບນັ້ນ ຕາມແບບແຜນທີ່ເຮົາສຳແດງໃຫ້ເຈົ້າເບິ່ງ.”
ພຣະເຈົ້າຊົງໃຫ້ໂມເຊເຫັນພາບຈຳລອງຫໍເຕັນທີ່ຢູ່ເທິງສະຫວັນ ແລ້ວໃຫ້ໂມເຊນຳພາປະຊາຊົນສ້າງຫໍເຕັນຢູ່ເທິງແຜ່ນດິນໂລກ. ນອກຈາກນີ້ ພຣະເຈົ້າຍັງໄດ້ບອກໂຄງຮ່າງ, ຂະໜາດ ແລະ ແຜນການກໍ່ສ້າງກ່ຽວກັບຫໍເຕັນໃຫ້ແກ່ໂມເຊອີກດ້ວຍ.
ຫຼັງຈາກທີ່ພຣະເຈົ້າຊົງແນະນໍາໃນການສ້າງຫໍເຕັນສັກສິດໃຫ້ແກ່ໂມເຊແລ້ວ ອີກເທື່ອໜຶ່ງທີ່ພຣະອົງໄດ້ຊົງປະທານຄໍາສັ່ງພິເສດກ່ຽວກັບວັນຊະບາໂຕຂອງພຣະອົງໃຫ້ແກ່ໂມເຊ.
ແລ້ວພຣະເຈົ້າໄດ້ຊົງປະທານແຜ່ນຫີນສອງແຜ່ນໃຫ້ແກ່ໂມເຊ ເຊິ່ງເປັນແຜ່ນຫີນທີ່ພຣະອົງຊົງຈາລຶກດ້ວຍນິ້ວພຣະຫັດຂອງພຣະອົງເອງ ແລະ ໃນແຜ່ນຫີນທັງສອງນັ້ນເປັນພຣະບັນຍັດສິບປະການທີ່ພຣະເຈົ້າຊົງກ່າວຢູ່ເທິງພູເຂົາຊີນາຍໃຫ້ແກ່ຊົນຊາດອິດສະຣາເອນທັງຫຼາຍໃນມື້ທີ່ພວກເຂົາໄປເຂົ້າເຝົ້າພຣະອົງ. ແຜ່ນຫີນທັງສອງຖືກເອີ້ນວ່າພຣະບັນຍັດສິບປະການ. ໂມເຊຢູ່ເທິງພູເຂົາຊີນາຍເປັນເວລາສີ່ສິບມື້ ໂດຍບໍ່ໄດ້ກິນ ແລະ ບໍ່ໄດ້ດື່ມຫຍັງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ ບົດທີ 24-31; ພຣະບັນຍັດສອງ 9:10-11.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 27 ແລະ 28 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ອິດສະຣາເອນຢ້ານວ່າ ໂມເຊຈະຫາຍໄປ
ໃນຂະນະທີ່ໂມເຊຢູ່ເທິງພູເຂົານັ້ນ ປະຊາຊົນອິດສະຣາເອນກໍລໍຖ້າຢ່າງກະຕືລືລົ້ນສຳລັບການກັບມາຂອງໂມເຊ. ຢູ່ໃນປະເທດເອຢິບ ປະຊາຊົນອິດສະຣາເອນລຶ້ງເຄີຍກັບຮູບປັ້ນທີ່ເປັນຕົວແທນຂອງເທບພະເຈົ້າ. ມັນເປັນເລື່ອງຍາກສຳລັບພວກເຂົາທີ່ຈະໄວ້ວາງໃຈໃນພຣະເຈົ້າອົງທີ່ຕາຂອງມະນຸດບໍ່ສາມາດແນມເຫັນໄດ້. ພວກເຂົາໄດ້ເບິ່ງໂມເຊເປັນຕົວແທນຂອງພຣະເຈົ້າ ແລະ ເປັນຜູ້ທີ່ໄດ້ຊ່ວຍເຫຼືອພວກເຂົາໃນການຮັກສາຄວາມເຊື່ອ. ແຕ່ຕອນນີ້ ໂມເຊບໍ່ໄດ້ຢູ່ກັບພວກເຂົາ. ຫຼາຍໆອາທິດຜ່ານໄປ ໂມເຊກໍຍັງບໍ່ກັບມາ. ຊົນຊາດອິດສະຣາເອນຫຼາຍຄົນຄິດວ່າ ຜູ້ນໍາຂອງພວກເຂົາໄດ້ປະຖິ້ມພວກເຂົາ ຫຼືໂມເຊຖືກທຳລາຍໂດຍຖືກໄຟເຜົາໄໝ້ຢູ່ເທິງພູເຂົາ.
“ຝູງຊົນຈຳນວນຫຼວງຫຼາຍທີ່ປະປົນກັນຢູ່ນັ້ນ” ເປັນຊົນຊາດເອຢິບທີ່ໄດ້ເຂົ້າມາຮ່ວມກັບປະຊາຊົນອິດສະຣາເອນ ແລະ ພວກເຂົາກໍເປັນຜູ້ທຳອິດທີ່ໄດ້ເລີ່ມຈົ່ມ. ພວກເຂົາຕ້ອງການເທບພຣະເຈົ້າໃຫ້ນໍາພາພວກເຂົາ. ພວກເຂົາຈື່ພະທຽມເທັດຕ່າງໆຂອງພວກເຂົາໃນປະເທດເອຢິບ. ບັນດາຜູ້ທີ່ໄດ້ບູຊາຮູບປັ້ນໃນປະເທດເອຢິບນັ້ນໄດ້ແນະນຳໃຫ້ສ້າງຮູບປັ້ນງົວນ້ອຍໂຕຫນຶ່ງ. ປະຊາຊົນຕ້ອງການຢາກໄດ້ຮູບປັ້ນບາງສິ່ງທີ່ຈະເປັນຕົວແທນຂອງພຣະເຈົ້າ ແລະ ສືບຕໍ່ນຳພາພວກເຂົາແທນໂມເຊ.
ສິ່ງອັດສະຈັນຫຼາຍຢ່າງທີ່ພຣະເຈົ້າໄດ້ຊົງສຳແດງໃນປະເທດເອຢິບ ແລະ ໃນທະເລແດງນັ້ນ ເປັນພຣະປະສົງຂອງພຣະອົງທີ່ຈະສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາກອນຂອງພຣະອົງ. ປະຊາຊົນອິດສະຣາເອນມີຄວາມປາຖະໜາການສະຖິດຢູ່ຂອງພຣະເຈົ້າອົງທີ່ຕາຂອງພວກເຂົາບໍ່ສາມາດແນມເຫັນໄດ້. ດັ່ງນັ້ນ ພຣະເຈົ້າຈຶ່ງປະທານເສົາເມກ ແລະ ເສົາໄຟໃຫ້ແກ່ພວກເຂົາ. ພຣະອົງຍັງເປີດເຜີຍໃຫ້ເຫັນສະຫງ່າຣາສີຂອງພຣະອົງຢູ່ເທິງພູເຂົາຊີນາຍອີກດ້ວຍ. ເຖິງແມ່ນວ່າ ມີເສົາເມກຢູ່ທາງໜ້າຂອງພວກເຂົາກໍຕາມ ແຕ່ຈິດໃຈຂອງພວກເຂົາກໍຍັງຄິດກ່ຽວກັບການຂາບໄຫວ້ຮູບປັ້ນຂອງປະເທດເອຢິບ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ ບົດທີ 32.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 28 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ງົວທອງຄຳ
ເມື່ອປະຊາຊົນອິດສະລາເອນເຫັນວ່າ ໂມເຊພັກຢູ່ເທິງພູດົນນານ ແລະ ບໍ່ລົງມາຈັກເທື່ອ ພວກເຂົາກໍພາກັນມາຫຸ້ມລ້ອມ ແລະ ບັງຄັບອາໂຣນວ່າ: “ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບໂມເຊ ຜູ້ທີ່ນຳພາພວກເຮົາອອກມາຈາກປະເທດເອຢິບ. ສະນັ້ນ ຈົ່ງສ້າງຮູບພະໃຫ້ນຳພາພວກເຮົາໄປສາ.”
ອາໂຣນຈຶ່ງຕອບພວກເຂົາວ່າ: “ຈົ່ງຖອດຕຸ້ມຫູຄຳຂອງເມຍ, ລູກຊາຍ ແລະ ລູກສາວຂອງພວກເຈົ້າແລ້ວເອົາມັນມາໃຫ້ຂ້ອຍ.” ແລ້ວປະຊາຊົນທັງໝົດຈຶ່ງຖອດຕຸ້ມຫູຄຳຂອງພວກເຂົາມາມອບໃຫ້ອາໂຣນ ແລະ ເພິ່ນໃຊ້ເຄື່ອງມືຫລໍ່ໃຫ້ເປັນຮູບງົວນ້ອຍ.
ປະຊາຊົນກໍເວົ້າພ້ອມກັນວ່າ: “ຊົນຊາດອິດສະຣາເອນເອີຍ! ອັນນີ້ແມ່ນພະຂອງພວກເຮົາ ຜູ້ທີ່ໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ.”
ແລ້ວອາໂຣນກໍ່ສ້າງແທ່ນບູຊາອັນໜຶ່ງໄວ້ຕໍ່ໜ້າຮູບງົວທອງຄຳ ແລະ ປະກາດວ່າ: “ມື້ອື່ນຈະມີງານກິນລ້ຽງຖວາຍກຽດແດ່ພຣະຜູ້ເປັນເຈົ້າ.”
ໃນມື້ຕໍ່ມາ ພວກເຂົາກໍຕື່ນແຕ່ເຊົ້າໆມາເຜົາສັດຖວາຍ ແລະ ນຳເອົາສັດໂຕອື່ນມາຖວາຍເພື່ອຄວາມສາມັກຄີ. ຝ່າຍປະຊາຊົນກໍນັ່ງລົງກິນ ແລະ ດື່ມ ບາງຄົນເຕັ້ນລຳຖວາຍບູຊາຮູບປັ້ນດ້ວຍຄວາມເບີກບານມ່ວນຊື່ນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ ບົດທີ 32.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 28 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂມເຊ ແລະ ໂຢຊວຍເຫັນງົວທອງຄຳ
ພຣະເຈົ້າຊົງບອກໂມເຊວ່າ: “ຈົ່ງລົງໄປດຽວນີ້ ດ້ວຍວ່າປະຊາຊົນຂອງເຈົ້າເຊິ່ງເຈົ້າໄດ້ນຳພາອອກມາຈາກປະເທດເອຢິບນັ້ນໄດ້ເຮັດຜິດບາບ ແລະ ປະຖິ້ມເຮົາສາແລ້ວ. ພວກເຂົາໄດ້ປະຖິ້ມທາງການດຳເນີນຊີວິດທີ່ເຮົາໄດ້ສັ່ງໃຫ້ພວກເຂົາປະຕິບັດ. ພວກເຂົາໄດ້ເອົາຄຳມາຫລໍ່ເປັນຮູບງົວນ້ອຍໂຕໜຶ່ງ ແລະ ໄດ້ຂາບໄຫວ້ຮູບນັ້ນທັງຖວາຍບູຊາແກ່ມັນ. ພວກເຂົາເວົ້າວ່າ ‘ປະຊາຊົນອິດສະຣາເອນເອີຍ! ອັນນີ້ແມ່ນພະຂອງພວກເຮົາ ຜູ້ທີ່ໄດ້ນຳພາພວກເຮົາອອກມາຈາກປະເທດເອຢິບ.’”
ສະນັ້ນ ໂມເຊ ແລະ ໂຢຊວຍຈຶ່ງລົງມາຈາກພູເຂົາພ້ອມທັງຖືແຜ່ນຫີນສອງແຜ່ນຂອງພຣະເຈົ້າ. ໃນລະຫວ່າງທີ່ໂມເຊ ແລະ ໂຢຊວຍລົງມາຈາກພູເຂົາ ໂຢຊວຍກໍໄດ້ຍິນສຽງຂອງປະຊາຊົນໃນຂະນະທີ່ພວກເຂົາໂຮຮ້ອງຢູ່. ໂຢຊວຍກໍເວົ້າກັບໂມເຊວ່າ: “ຂ້ານ້ອຍໄດ້ຍິນສຽງສູ້ຮົບກັນຢູ່ໃນຄ້າຍ.”
ໂມເຊໄດ້ຕອບວ່າ: “ນັ້ນບໍ່ແມ່ນສຽງຂອງຄົນທີ່ມີໄຊຊະນະ ແລະ ບໍ່ແມ່ນສຽງຮ້ອງໄຫ້ຂອງຄົນທີ່ຍອມແພ້ ແຕ່ສຽງທີ່ໄດ້ຍິນນັ້ນແມ່ນສຽງຮ້ອງເພງ.”
ເມື່ອໂມເຊເຂົ້າມາໃກ້ຄ້າຍພັກກໍເຫັນຮູບງົວນ້ອຍ ແລະ ເຫັນປະຊາຊົນກຳລັງເຕັ້ນລຳກັນຢູ່ ໂມເຊຈຶ່ງໃຈຮ້າຍຢ່າງແຮງໂດຍໄດ້ໂຍນແຜ່ນຫີນທີ່ຖືມານັ້ນ ແລະ ຖິ້ມລົງຈົນແຕກເສຍຫາຍຢູ່ທີ່ຕີນພູ. ເພິ່ນໄດ້ເຜົາຮູບປັ້ນງົວນ້ອຍທີ່ປະຊາຊົນສ້າງຂຶ້ນນັ້ນຖິ້ມ ແລ້ວໄດ້ບົດມັນລະອຽດ ແລະ ໂຮຍຖິ້ມລົງໃສ່ໃນນ້ຳ ແລະ ໄດ້ບັງຄັບໃຫ້ປະຊາຊົນດື່ມນໍ້ານັ້ນ.
ການທີ່ໂມເຊທຳລາຍແຜ່ນຫີນສອງແຜ່ນທີ່ມີພຣະບັນຍັດສິບປະການຂຽນໄວ້ໃນນັ້ນ ເພິ່ນໝາຍຄວາມວ່າ ປະຊາຊົນອິດສະຣາເອນໄດ້ທຳລາຍພຣະບັນຍັດຂອງພຣະເຈົ້າແລ້ວ.
ໂມເຊໄດ້ຖາມອາໂຣນວ່າ: “ປະຊາຊົນພວກນີ້ໄດ້ເຮັດຫຍັງໃຫ້ເຈົ້າ ເຈົ້າຈຶ່ງພາພວກເຂົາເຮັດບາບຢ່າງໃຫຍ່ຫຼວງເຊັ່ນນີ້?”
ອາໂຣນຕອບວ່າ: “ຢ່າຮ້າຍໃສ່ຂ້ອຍເທາະ! ເຈົ້າກໍຮູ້ວ່າປະຊາຊົນເຫລົ່ານີ້ພ້ອມທີ່ຈະເຮັດບາບຢູ່ແລ້ວ. ພວກເຂົາໄດ້ມາເວົ້າຕໍ່ຂ້ອຍວ່າ ‘ພວກເຮົາບໍ່ຮູ້ວ່າມີຫຍັງເກີດຂຶ້ນກັບໂມເຊ ຜູ້ທີ່ນຳພາພວກເຮົາອອກມາຈາກປະເທດເອຢິບ ສະນັ້ນ ຈົ່ງສ້າງຮູບພະໃຫ້ນຳພາພວກເຮົາໄປສາ.’ ຂ້ອຍຈຶ່ງຖາມເຂົາວ່າ ‘ຜູ້ໃດມີຄຳແດ່ ຈົ່ງຖອດອອກມາມອບໃຫ້ຂ້ອຍ.’ ແລ້ວພວກເຂົາກໍເອົາຄຳມາມອບໃຫ້ຂ້ອຍ ແລະ ຂ້ອຍກໍເອົາຄຳໄປໃສ່ໄຟຫລໍ່ເປັນຮູບງົວນ້ອຍອອກມານີ້ແຫລະ.”
ໂມເຊເຫັນວ່າປະຊາຊົນໄດ້ຫຼົງງົມງວາຍແລ້ວ ເພາະອາໂຣນໄດ້ປ່ອຍໃຫ້ພວກເຂົາຂາບໄຫວ້ຮູບພະເໝືອນດັ່ງສັດຕູທີ່ຢູ່ອ້ອມຮອບຕົວຂອງພວກເຂົາໄດ້ເຮັດ. ມື້ຕໍ່ມາ ໂມເຊຈຶ່ງກັບຄືນໄປເຂົ້າເຝົ້າພຣະເຈົ້າ ແລະ ກ່າວວ່າ: “ພຣະເຈົ້າເອີຍ! ປະຊາຊົນນີ້ໄດ້ເຮັດບາບຢ່າງຮ້າຍແຮງ. ພວກເຂົາໄດ້ຫລໍ່ພະຄຳສຳລັບຕົນເອງ ແຕ່ບັດນີ້ຂໍພຣະອົງຊົງໂຜດໃຫ້ອະໄພບາບແກ່ພວກເຂົາດ້ວຍ. ຖ້າພຣະອົງບໍ່ຊົງອະໄພໂທດ ກໍຂໍໃຫ້ພຣະອົງຊົງລຶບຊື່ຂອງຂ້ານ້ອຍອອກຈາກປຶ້ມບັນຊີແຫ່ງຊີວິດຂອງພຣະອົງສາ.”
ພຣະເຈົ້າຊົງຕອບໂມເຊວ່າ: “ຜູ້ໃດເຮັດບາບຕໍ່ສູ້ເຮົາ ເຮົາຈະລຶບຊື່ຜູ້ນັ້ນອອກຈາກປຶ້ມບັນຊີຂອງເຮົາ. ບັດນີ້ ຈົ່ງໄປສາ! ນຳພາປະຊາຊົນໃຫ້ໄປເຖິງບ່ອນທີ່ເຮົາໄດ້ບອກເຈົ້ານັ້ນ ຈົ່ງຈື່ເອົາໄວ້ວ່າ ທູດສະຫວັນຂອງເຮົາຈະນຳໜ້າເຈົ້າໄປ.” ແລ້ວພຣະເຈົ້າກໍບັນດານໃຫ້ເກີດໂຣກລະບາດແກ່ປະຊາຊົນຜູ້ທີ່ເຮັດບາບ ແລະ ບັງຄັບໃຫ້ອາໂຣນສ້າງງົວຄຳ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ ບົດທີ 32.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 28 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ປະທານພຣະບັນຍັດສິບປະການອີກຄັ້ງ
ຕໍ່ມາ ພຣະເຈົ້າຊົງບອກໂມເຊວ່າ: "ຈົ່ງຕັດຫີນອີກສອງແຜ່ນໃຫ້ຄືແຜ່ນເກົ່າ ແລ້ວເຮົາຈະຈາລຶກຖ້ອຍຄຳເຊິ່ງຢູ່ໃນແຜ່ນຫີນເກົ່າທີ່ເຈົ້າໄດ້ເຮັດແຕກນັ້ນ. ຈົ່ງເຮັດໃຫ້ແລ້ວໃນຕອນເຊົ້າມື້ອື່ນ ແລະ ຂຶ້ນມາຫາເຮົາເທິງພູເຂົາຊີນາຍ..." ແລ້ວໂມເຊກໍໄດ້ຕັດຫີນເປັນສອງແຜ່ນຄືເທື່ອທຳອິດ ແລະ ມື້ຕໍ່ມາແຕ່ເຊົ້າມືດ ເພິ່ນກໍຖືແຜ່ນຫີນນັ້ນຂຶ້ນໄປເທິງພູເຂົາຊີນາຍຕາມທີ່ພຣະເຈົ້າຊົງສັ່ງໄວ້.
ແລ້ວພຣະເຈົ້າກໍໄດ້ສະເດັດລົງມາຍັງເມກ ແລະ ຢືນຢູ່ກັບໂມເຊໃນທີ່ນັ້ນ. ພຣະເຈົ້າໄດ້ບອກໃຫ້ໂມເຊຂຽນຖ້ອຍຄຳຂອງພຣະອົງລົງໃສ່ໃນແຜ່ນຫີນສອງແຜ່ນ. ແຜ່ນຫີນທັງສອງຖືກເອີ້ນວ່າພຣະບັນຍັດສິບປະການ.
ຫຼັງຈາກນັ້ນ ໂມເຊກໍໄດ້ຖືແຜ່ນຫີນພຣະບັນຍັດສອງແຜ່ນລົງມາຈາກພູເຂົາຊີນາຍ ເມື່ອອາໂຣນກັບປະຊາຊົນອິດສະລາເອນທັງຫຼາຍເຫັນໜ້າຂອງໂມເຊ ພວກເຂົາກໍບໍ່ກ້າເຂົ້າໄປໃກ້ໂມເຊ ເພາະໃບໜ້າຂອງໂມເຊສ່ອງແສງເຫຼືອມ ແມ່ນແຕ່ໂມເຊເອງກໍຍັງບໍ່ຮູ້ສຶກຕົວວ່າ ໃບໜ້າຂອງເພິ່ນສ່ອງແສງເຫຼືອມຍ້ອນພຣະເຈົ້າໄດ້ຊົງສົນທະນາກັບເພິ່ນ. ແຕ່ໂມເຊໄດ້ເອີ້ນພວກເຂົາເຂົ້າມາຫາເພິ່ນ ເມື່ອປະຊາຊົນເຂົ້າມາໃກ້ ແລ້ວໂມເຊກໍເອົາພຣະບັນຍັດສິບປະການໃຫ້ພວກເຂົາ ແລະ ບອກກັບພວກເຂົາທັງຫຼາຍຕາມທີ່ພຣະເຈົ້າຊົງບອກຕົນຢູ່ເທິງພູເຂົາຊີນາຍ ແລະ ເມື່ອໂມເຊເວົ້າຈົບແລ້ວ ເພິ່ນໄດ້ເອົາຜ້າປົກໃບໜ້າຂອງເພິ່ນໄວ້.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ ບົດທີ 34.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 28 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະບັນຍັດສິບປະການໄດ້ຮັບການອະທິບາຍ
ພຣະບັນຍັດສິບປະການເປີດເຜີຍໜ້າທີ່ຂອງພວກເຮົາທີ່ມີຕໍ່ພຣະເຈົ້າ ແລະ ຜູ້ອື່ນ. ພຣະບັນຍັດສິບປະການຖືກສ້າງຂຶ້ນມາບົນພື້ນຖານຂອງຫຼັກການແຫ່ງຄວາມຮັກ. “ຈົ່ງຮັກອົງພຣະຜູ້ເປັນເຈົ້າ ຜູ້ເປັນພຣະເຈົ້າຂອງເຈົ້າດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດກຳລັງ ແລະ ດ້ວຍສຸດຄວາມຄິດຂອງເຈົ້າ’ ແລະ ຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ” (ລູກາ 10:27) ພຣະບັນຍັດສິບປະການຍັງສະແດງວິທີການເຄົາລົບ ແລະ ຮັກພຣະເຈົ້າ ແລະ ຜູ້ອື່ນ.
1. "ຢ່ານະມັດສະການພະອື່ນ ນອກຈາກເຮົາ."
ພຣະເຈົ້າແຫ່ງຟ້າສະຫວັນ ແລະ ຈັກກະວານເປັນພຣະຜູ້ສ້າງທຸກໆສິ່ງ, ເປັນຜູ້ທີ່ຊົງພຣະຊົນຢູ່ກ່ອນທຸກສິ່ງເກີດຂຶ້ນມາ ແລະ ເປັນບໍ່ເກີດແຫ່ງຊີວິດສໍາລັບທຸກໆສິ່ງ. ພຣະອົງຜູ້ດຽວຄວນໄດ້ຮັບການນະມັດສະການ ແລະ ການເຄົາລົບບູຊາ. ມະນຸດຖືກຫ້າມບໍ່ໃຫ້ຢຶດຖືເອົາສິ່ງຂອງຕ່າງໆເປັນສິ່ງສໍາຄັນອັນດັບທໍາອິດໃນຊີວິດແທນຄວາມຮັກ ຫຼືແທນການຮັບໃຊ້ພຣະເຈົ້າ. ສິ່ງໃດກໍຕາມທີ່ພວກເຮົາທະນຸທະໜອມທີ່ເຮັດໃຫ້ຄວາມຮັກຂອງພວກເຮົາທີ່ມີຕໍ່ພຣະເຈົ້າໜ້ອຍລົງ ຫຼືແຊກແຊງການຮັບໃຊ້ພຣະອົງ ສິ່ງເຫຼົ່ານັ້ນປຽບເໝືອນພະອື່ນຂອງພວກເຮົາ.
2. "ຢ່າເຮັດຮູບເຄົາຣົບຢ່າງໃດຢ່າງໜຶ່ງສຳລັບຕົນອັນເປັນຕົວແທນຂອງສິ່ງທີ່ຢູ່ໃນທ້ອງຟ້າ ຫຼືເທິງແຜ່ນດິນໂລກ ຫຼືຢູ່ໃຕ້ນ້ຳ. ຢ່ານົບ ຫຼືຂາບໄຫວ້ຮູບເຫຼົ່ານັ້ນ. ເພາະເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ແລະ ເຮົາເປັນພຣະເຈົ້າທີ່ຫວງແຫນ. ເຮົານຳການລົງໂທດມາສູ່ພວກທີ່ກຽດຊັງເຮົາ ຕະຫຼອດທັງລູກຫຼານຂອງພວກເຂົາເຖິງສາມ ແລະ ສີ່ຊົ່ວເຊັ່ນຄົນ. ແຕ່ເຮົາສຳແດງຄວາມຮັກຕໍ່ຜູ້ທີ່ຮັກເຮົາ ແລະ ຖືຮັກສາບັນຍັດທັງຫຼາຍຂອງເຮົາຫຼາຍພັນເຊັ່ນຄົນ.”
ຫຼາຍຊົນຊາດໄດ້ອ້າງວ່າ ຮູບພາບ ຫຼືຮູບປັ້ນຂອງພວກເຂົາເປັນພຽງສັນຍະລັກເທົ່ານັ້ນ ເຊິ່ງບູຊາໃຫ້ເປັນເທບພະເຈົ້າ. ແຕ່ພຣະເຈົ້າໄດ້ກ່າວວ່າການບູຊາເຊັ່ນນັ້ນແມ່ນເປັນຄວາມບາບ. ການພະຍາຍາມທີ່ຈະເປັນຕົວແທນຂອງພຣະເຈົ້າດ້ວຍສິ່ງທີ່ເຮັດມາຈາກໄມ້, ເງິນ ແລະ ຄຳ ບິດເບືອນລັກສະນະຂອງພຣະເຈົ້າ. ຈິດໃຈຂອງພວກເຮົາຈະຖືກດຶງດູດຫາຮູບພາບ ຫຼືຮູບປັ້ນ ແທນທີພຣະເຈົ້າ ແລະ ຄວາມເຂົ້າໃຈຂອງພວກເຮົາກ່ຽວກັບພຣະເຈົ້າຈະຫຼຸດລົງ ແລ້ວມະນຸດຊາດຈະເສື່ອມໂຊມ.
ພຣະເຈົ້າປະສົງການນະມັດສະການແບບບໍ່ແບ່ງແຍກກັບພະອື່ນໆ. ພວກເຮົາຕ້ອງນະມັດສະການພຣະເຈົ້າຜູ້ຊົງສ້າງຟ້າສະຫວັນ ແລະ ແຜ່ນດິນໂລກເທົ່ານັ້ນ. ແລະ ພວກເຮົາຕ້ອງສັ່ງສອນລູກຫຼານຂອງພວກເຮົາໃຫ້ປະຕິບັດຕາມເຊັ່ນດຽວກັນ. ສໍາລັບຜູ້ທີ່ສັດຊື່ໃນການຮັບໃຊ້ພຣະອົງ ພຣະເຈົ້າຊົງສຳແດງຄວາມເມດຕາໃຫ້ກັບຫຼາຍພັນເຊັ່ນຄົນ.
3. “ຢ່າໃຊ້ຊື່ຂອງເຮົາໄປໃນທາງຊົ່ວຮ້າຍ ເພາະເຮົາແມ່ນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຈະເອົາໂທດກັບທຸກໆຄົນທີ່ເຮັດເຊັ່ນນີ້.”
ພຣະບັນຍັດຂໍ້ນີ້ຫ້າມບໍ່ໃຫ້ພວກເຮົານໍາໃຊ້ພຣະນາມຂອງພຣະເຈົ້າໃນລັກສະນະທີ່ຢອກຫຼິ້ນ ຫຼືໝິ່ນປະໝາດ ໂດຍການເວົ້າເຖິງພຣະເຈົ້າຢ່າງບໍ່ລະມັດລະວັງ. ການເວົ້າເຖິງພຣະເຈົ້າໂດຍທີ່ບໍ່ຄິດໃນການສົນທະນາທົ່ວໄປ ແລະ ການກ່າວເຖິງພຣະນາມຂອງພຣະອົງໃນທາງທີ່ຜິດຢ່າງເປັນປະຈຳນັ້ນແມ່ນການບໍ່ໃຫ້ກຽດພຣະອົງ. “ພຣະນາມຂອງພຣະອົງກໍບໍຣິສຸດ ແລະ ໜ້າຢຳເກງ” (ເພງສັນລະເສີນ 111:9) ພວກເຮົາຄວນຈະເວົ້າເຖິງພຣະນາມຂອງພຣະອົງດ້ວຍຄວາມເຄົາລົບ ແລະ ຢໍາເກງ.
4. "ຈົ່ງຖືວັນຊະບາໂຕ ແລະ ຢຶດຖືໄວ້ເປັນວັນສັກສິດ. ເຈົ້າມີຫົກວັນທີ່ຈະເຮັດວຽກຂອງເຈົ້າ ແຕ່ໃນວັນທີເຈັດ ໃຫ້ຖືເປັນວັນຊະບາໂຕ ໃຫ້ຖືເປັນວັນພັກຜ່ອນທີ່ອຸທິດແກ່ເຮົາ. ໃນວັນນັ້ນ ເຈົ້າເອງພ້ອມດ້ວຍລູກຊາຍຍິງກັບຄົນຮັບໃຊ້ ແລະ ສັດລ້ຽງຂອງເຈົ້າຕະຫຼອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງເຈົ້າ ບໍ່ຕ້ອງເຮັດວຽກໃດໆທັງສິ້ນ. ໃນຫົກວັນ ເຮົາໄດ້ນິຣະມິດສ້າງແຜ່ນດິນໂລກ, ທ້ອງຟ້າ, ທະເລທັງຫຼາຍ ແລະ ສັບພະທຸກສິ່ງຢູ່ໃນນັ້ນ. ແຕ່ໃນວັນທີເຈັດເຮົາໄດ້ພັກຜ່ອນ. ສະນັ້ນແຫລະ, ເຮົາຈຶ່ງອວຍພອນວັນຊະບາໂຕ ແລະ ຕັ້ງໄວ້ເປັນວັນສັກສິດ."
ວັນສະບາໂຕຖືກສ້າງຕັ້ງຂຶ້ນຢູ່ໃນການຊົງສ້າງ. ໄດ້ຊີ້ໄປທີ່ພຣະເຈົ້າຊົງເປັນຜູ້ສ້າງຟ້າສະຫວັນ ແລະ ແຜ່ນດິນໂລກ. ມັນບອກເຖິງຄວາມແຕກຕ່າງລະຫວ່າງພຣະເຈົ້າອົງແທ້ຈິງກັບບັນດາພະຈອມປອມ. ດັ່ງນັ້ນ ວັນສະບາໂຕເປັນສັນຍາລັກຂອງຄວາມຈົ່ງຮັກພັກດີຂອງພວກເຮົາທີ່ມີຕໍ່ພຣະເຈົ້າອົງແທ້ຈິງ. ພຣະບັນຍັດຂໍ້ສີ່ຍັງເປັນກາປະທັບຂອງພຣະເຈົ້າ. ມັນເປັນພຽງຂໍ້ດຽວໃນພຣະບັນຍັດສິບປະການທີ່ເປີດເຜີຍໃຫ້ພວກເຮົາເຫັນຊື່ ແລະ ຕຳແໜ່ງຂອງຜູ້ປະທານພຣະບັນຍັດ ທັງເປັນຂໍ້ທີ່ບັນຈຸກາປະທັບຂອງພຣະເຈົ້າ.
ພຣະເຈົ້າຊົງປະທານຫົກມື້ໃຫ້ພວກເຮົາໃນການເຮັດວຽກ ແລະ ພຣະອົງຕ້ອງການໃຫ້ພວກເຮົາເຮັດວຽກຂອງພວກເຮົາພາຍໃນຫົກມື້. ວຽກງານທີ່ຈຳເປັນ ແລະ ໃຫ້ຄວາມເມດຕາແມ່ນໄດ້ຮັບອະນຸຍາດໃຫ້ເຮັດໃນວັນຊະບາໂຕ. ການເຈັບໄຂ້ໄດ້ປ່ວຍ ແລະ ຄວາມທຸກທໍລະມານຕ້ອງໄດ້ຮັບການເບິ່ງແຍງເອົາໃຈໃສ່ຢູ່ສະເໝີ; ແຕ່ພວກເຮົາຄວນຫຼີກເວັ້ນຈາກການເຮັດວຽກທີ່ບໍ່ຈໍາເປັນຢ່າງເຄັ່ງຂັດ ເພື່ອຮັກສາວັນສະບາໂຕໃຫ້ບໍລິສຸດ ພວກເຮົາບໍ່ຄວນໃຫ້ຈິດໃຈຂອງພວກເຮົາຄິດກ່ຽວກັບສິ່ງຂອງຕ່າງໆຝ່າຍໂລກນີ້. ແລະ ພຣະບັນຍັດຂໍ້ນີ້ລວມເຖິງທຸກຄົນທີ່ຢູ່ພາຍໃນ "ປະຕູ" ຂອງພວກເຮົາ (ໝາຍເຖິງບ້ານຂອງພວກເຮົາ). ສະມາຊິກທຸກຄົນໃນບ້ານຄວນວາງວຽກ ແລະ ອາຊີບຂອງພວກຕົນໄວ້ໃນຊົ່ວໂມງອັນສັກສິດຂອງວັນສະບາໂຕ. ທຸກຄົນຄວນຈະລວມຕົວກັນເພື່ອຖວາຍກຽດແດ່ພຣະເຈົ້າໃນວັນບໍຣິສຸດຂອງພຣະອົງ.
5. "ຈົ່ງນັບຖືພໍ່ແມ່ຂອງເຈົ້າ ເພື່ອເຈົ້າຈະມີອາຍຸໝັ້ນຍືນຢູ່ໃນດິນແດນທີ່ເຮົາກຳລັງຈະມອບໃຫ້ແກ່ເຈົ້າ."
ພໍ່ແມ່ມີສິດທີ່ຈະໄດ້ຮັບຄວາມຮັກ ແລະ ຄວາມເຄົາລົບຈາກລູກໆຂອງພວກເຂົາ. ໃນການປະຕິເສດການປົກຄອງຂອງພໍ່ແມ່ແມ່ນຈະຄືກັນກັບການປະຕິເສດການປົກຄອງຂອງພຣະເຈົ້າ. ພຣະບັນຍັດຂໍ້ຫ້າຮຽກຮ້ອງໃຫ້ລູກໆບໍ່ພຽງແຕ່ຈະເຄົາລົບນັບຖື, ຍອມຮັບ ແລະ ເຊື່ອຟັງພໍ່ແມ່ຂອງພວກເຂົາເທົ່ານັ້ນ ແຕ່ຍັງໃຫ້ພວກເຂົາມີຄວາມຮັກ ແລະ ໃຫ້ຄວາມເອົາໃຈໃສ່ ແລະ ປອບໃຈພໍ່ແມ່ໃນຍາມເຖົ້າແກ່.
ຄວາມເຄົາລົບນັບຖື ແລະ ຄວາມປາຖະໜາຂອງພວກເຮົາທີ່ມີຕໍ່ພໍ່ແມ່ບໍ່ຄວນຢູ່ສູງເກີນກວ່າພຣະເຈົ້າອົງຊົງສະຖິດຢູ່ເທິງຟ້າສະຫວັນ. ພຣະຜູ້ຊົງສ້າງພວກເຮົາ, ພວກເຮົາແລະ ພໍ່ແມ່ຂອງພວກເຮົາເປັນໜີ້ຊີວິດຂອງພຣະເຈົ້າ. ຄໍາສັ່ງສອນທີ່ມາຈາກພຣະເຈົ້າເປັນສິ່ງອັນປະເສີດລໍາເລີດເໜືອກວ່າຄວາມຄິດ ແລະ ຄວາມຕ້ອງການຂອງພໍ່ແມ່ເຮົາ. “ພວກເຮົາຈໍາຕ້ອງເຊື່ອຟັງພຣະເຈົ້າຫຼາຍກວ່າມະນຸດ’’ (ກິດຈະການ 5:29)
ແຕ່ເມື່ອໃດກໍຕາມທີ່ພໍ່ແມ່ໃຫ້ຄໍາແນະນໍາ ພວກເຮົາຄວນຮັບຟັງສະຕິປັນຍາຂອງເພິ່ນເມື່ອມັນສອດຄ່ອງກັບສິ່ງທີ່ພຣະຄໍາພີສັ່ງສອນໄວ້ ເພາະເພິ່ນມີປະສົບການຫຼາຍໃນຊີວິດ. ພຣະຄໍາພີບອກວ່າ: “ລູກເອີຍຈົ່ງເອົາໃຈໃສ່ຕໍ່ສິ່ງທີ່ພໍ່ແມ່ບອກສອນ. ຄໍາສັ່ງສອນຂອງເພິ່ນຈະປັບປຸງນິໄສໃຈຄໍຂອງເຈົ້າໃຫ້ດີຂຶ້ນ, ເປັນດັ່ງພວງມະໄລແຫ່ງພຣະຄຸນສຸບໃສ່ຫົວເຈົ້າ ແລະ ເປັນສາຍສ້ອຍຄ້ອງຄໍເຈົ້າ” (ສຸພາສິດ 1:8,9) “ຈົ່ງຟັງຄວາມພໍ່ຂອງເຈົ້າ ຖ້າບໍ່ມີເພິ່ນເຈົ້າກໍບໍ່ມີຊີວິດ ເມື່ອແມ່ຂອງເຈົ້າເຖົ້າແກ່ ຈົ່ງຮູ້ຈັກບຸນຄຸນຂອງເພິ່ນ” (ສຸພາສິດ 23:22)
6. "ຢ່າຂ້າຄົນ."
ຄວາມກຽດຊັງ, ການແກ້ແຄ້ນ, ຄວາມອິດສາເປັນຄວາມຮູ້ສຶກທີ່ສາມາດນຳໄປສູ່ການຂ້າຄົນ. "ຜູ້ໃດທີ່ກຽດຊັງພີ່ນ້ອງຂອງຕົນ ຜູ້ນັ້ນກໍເປັນຜູ້ຂ້າຄົນ ແລະ ທ່ານທັງຫຼາຍກໍຮູ້ແລ້ວວ່າ ຜູ້ຂ້າຄົນບໍ່ມີຊີວິດນິຣັນດອນຕັ້ງຢູ່ໃນເຂົາເລີຍ" 1ໂຢຮັນ 3:15.
7. "ຢ່າຫຼີ້ນຊູ້ສູ່ຜົວເມຍຜູ້ອື່ນ."
ພຣະເຈົ້າບໍ່ພຽງແຕ່ສັ່ງສອນໃຫ້ພວກເຮົາບໍຣິສຸດໃນການພົວພັນກັບຄົນອື່ນໆ ແຕ່ຍັງສັ່ງສອນໃຫ້ພວກເຮົາມີຄວາມຄິດທີ່ບໍຣິສຸດຢູ່ໃນຫົວໃຈຂອງພວກເຮົາເຊັ່ນດຽວກັນ. ພຣະບຸດຂອງພຣະເຈົ້າໄດ້ກ່າວວ່າ: "ແຕ່ເຮົາບອກທ່ານທັງຫຼາຍວ່າ ຜູ້ໃດເບິ່ງແມ່ຍິງດ້ວຍໃຈຄິດຢາກລ່ວງເກີນໃນຍິງນັ້ນ ຜູ້ນັ້ນໄດ້ຫລິ້ນຊູ້ໃນໃຈກັບຍິງນັ້ນແລ້ວ" ມັດທາຍ 5:28.
8. "ຢ່າລັກ."
ພຣະບັນຍັດຂໍ້ນີ້ຫ້າມບໍ່ໃຫ້ພວກເຮົາເອົາປຽບຜູ້ອື່ນເພື່ອໃຫ້ຕົນເອງໄດ້ຮັບຜົນປະໂຫຍດ. ພວກເຮົາບໍ່ຄວນປະຕິບັດກັບຜູ້ອື່ນໃນວິທີທາງທີ່ພວກເຮົາໄດ້ຮັບຜົນປະໂຫຍດໃນລາຍຈ່າຍຂອງພວກເຂົາ. ມັນຫ້າມພວກເຮົາບໍ່ໃຫ້ເອົາສິ່ງຂອງຂອງຄົນອື່ນໂດຍບໍ່ໄດ້ຮັບອະນຸຍາດ, ບໍ່ໃຫ້ໃຊ້ສິນບົນເພື່ອໄດ້ຮັບສິ່ງທີ່ພວກເຮົາຕ້ອງການ ຫຼືບໍ່ໃຫ້ໃຊ້ຜູ້ໃດຜູ້ໜຶ່ງເຮັດວຽກໃຫ້ໂດຍບໍ່ໄດ້ຈ່າຍຄ່າແຮງງານທີ່ຍຸຕິທໍາໃຫ້ແກ່ພວກເຂົາ. ຄຳສັ່ງສອນຂໍ້ນີ້ຕ້ອງການໃຫ້ພວກເຮົາສັດຊື່ໃນທຸກໆສິ່ງ.
9. "ຢ່າເປັນພະຍານບໍ່ຈິງຕໍ່ສູ້ເພື່ອນບ້ານ."
ພຣະບັນຍັດຂໍ້ນີ້ຫ້າມບໍ່ໃຫ້ພວກເຮົາເວົ້າຄໍາຕົວະ ຫຼືຫຼອກລວງຄົນອື່ນ. ຄໍາສັບທີ່ພວກເຮົາເລືອກໃຊ້ເວົ້າ ສາມາດນຳໃຊ້ເພື່ອເວົ້າເປັນຄໍາຕົວະໄດ້. ນອກຈາກນີ້ ການສະແດງອອກທາງສີໜ້າ ຫຼືການເຄື່ອນໄຫວຂອງມືເຮົາສາມາດໃຊ້ເພື່ອຫຼອກລວງໄດ້ເຊັ່ນກັນ. ພວກເຮົາສາມາດຫຼອກລວງໄດ້ໂດຍການສະແດງລັກສະນະທ່າທາງທີ່ພວກເຮົາໃຊ້ໃນການນໍາສະເໜີຄວາມຈິງຂອງເຫດການໃດໜຶ່ງທີ່ເກີດຂຶ້ນ. ແມ່ນແຕ່ໃນການພົວພັນທຸລະກິດຂອງພວກເຮົາ, ພວກເຮົາສາມາດຫຼອກລວງໄດ້ໂດຍໃນວິທີການທີ່ພວກເຮົາຂຽນ.
10. "ຢ່າຢາກໄດ້ເຮືອນຊານບ້ານຊ່ອງຂອງຄົນອື່ນ; ຢ່າຢາກໄດ້ເມຍຂອງລາວ, ຄົນຮັບໃຊ້ຊາຍຍິງ, ງົວ, ລໍ ຫຼືສິ່ງອື່ນໆອີກທີ່ລາວມີຢູ່."
ພຣະບັນຍັດຂໍ້ນີ້ຫ້າມບໍ່ໃຫ້ພວກເຮົາມີຄວາມປາຖະໜາຢາກໄດ້ສິ່ງຂອງທີ່ເປັນຂອງຜູ້ອື່ນ. ຄວາມປາຖະໜາຢາກໄດ້ຊັບສົມບັດຂອງເຂົາ, ຕຳແໜ່ງຂອງເຂົາ ຫຼືໂອກາດຂອງເຂົານັ້ນແມ່ນຮາກເຫງົ້າທີ່ນໍາໄປສູ່ຄວາມບາບອື່ນໆຄືກັນກັບການລັກ ແລະ ການຂ້າ. ການຮຽນຮູ້ທີ່ຈະມີຄວາມສຸກກັບສິ່ງທີ່ເຈົ້າມີ ແລະ ສິ່ງທີ່ເຈົ້າເປັນແມ່ນກຸນແຈອັນສໍາຄັນແຫ່ງຄວາມສຸກທີ່ແທ້ຈິງສໍາລັບຕົວເຈົ້າ ແລະ ຄົນຮອບຂ້າງເຈົ້າ.
“ຂ້ານ້ອຍສະແຫວງຫາການຮັບໃຊ້ພຣະອົງດ້ວຍສຸດໃຈ ຂໍຊົງໂຜດຮັກສາຂ້ານ້ອຍຢ່າໃຫ້ຝ່າຝືນກົດບັນຍັດຂອງພຣະອົງ. ຂ້ານ້ອຍຖືຮັກສາຖ້ອຍຄຳຂອງພຣະອົງໄວ້ຢູ່ໃນຈິດໃຈເພື່ອວ່າຈະບໍ່ໄດ້ເຮັດບາບຕໍ່ສູ້ພຣະອົງ” (ເພງສັນລະເສີນ 119:10-11)
“ກົດບັນຍັດຂອງອົງພຣະຜູ້ເປັນເຈົ້າຄົບຖ້ວນ ແລະ ສົມບູນດີ ເປັນທີ່ຟື້ນຟູຈິດໃຈໃຫ້ມີແຮງຂຶ້ນໃໝ່. ຂໍ້ຄຳສັ່ງຂອງອົງພຣະຜູ້ເປັນເຈົ້າເປັນທີ່ໄວ້ວາງໃຈ ທັງໃຫ້ປັນຍາແກ່ຜູ້ທີ່ຂາດປັນຍາໄດ້. ກົດບັນຍັດຂອງອົງພຣະຜູ້ເປັນເຈົ້ານັ້ນຖືກຕ້ອງທັງເຮັດໃຫ້ຜູ້ເຊື່ອຟັງເບີກບານໃຈ. ຂໍ້ຄຳສັ່ງຂອງອົງພຣະຜູ້ເປັນເຈົ້າກໍທ່ຽງທຳ ທັງຊ່ວຍໃຫ້ເຂົ້າໃຈຖືກຕ້ອງ. ຄວາມຢຳເກງແກ່ອົງພຣະຜູ້ເປັນເຈົ້າເປັນການດີ ເຊິ່ງຄວນຈະມີສືບໆໄປເປັນນິດ. ການຕັດສິນຂອງອົງພຣະຜູ້ເປັນເຈົ້າກໍທ່ຽງທຳ ເປັນການຕັດສິນທີ່ຍຸຕິທຳຢູ່ສະເໝີ. ເປັນສິ່ງທີ່ປາຖະໜາຫຼາຍກວ່າຄຳບໍຣິສຸດ ມັນຫວານຊື່ນຫຼາຍກວ່າຢອດນ້ຳເຜິ້ງທີ່ຍ້ອຍລົງຈາກຮັງ. ເຮັດໃຫ້ຂ້ານ້ອຍຜູ້ຮັບໃຊ້ມີຄວາມຮອບຮູ້ດີ ຂ້ານ້ອຍໄດ້ບຳເໜັດເພາະເຊື່ອຟັງກົດບັນຍັດເຫຼົ່ານີ້. ແຕ່ບໍ່ມີຜູ້ໃດເຫັນໄດ້ເຖິງຄວາມຜິດພາດຂອງຕົນເອງ ໂຜດຊ່ວຍຂ້ານ້ອຍຈາກຄວາມຜິດທີ່ປິດບັງໄວ້ດ້ວຍ ຂໍຊົງໂຜດຮັກສາໃຫ້ພົ້ນຈາກບາບຂອງຂ້ານ້ອຍແດ່ ຢ່າໃຫ້ການບາບນັ້ນມີໄຊເໜືອຂ້ານ້ອຍເລີຍ. ແລ້ວຂ້ານ້ອຍກໍຈະໄດ້ເປັນຄົນຄົບບໍຣິບູນ ແລະ ມີອິດສະລະພາບຈາກຄວາມບາບອັນຊົ່ວຮ້າຍນີ້.” (ເພງສັນລະເສີນ 19:7-14)
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ ບົດທີ 20.
ອ້າງອີງຈາກປຶ້ມ "Child Guidance" {ໜ້າ452.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ວັນຊະບາໂຕແມ່ນວັນບໍຣິສຸດ
ພຣະບັນຍັດຂໍ້ສີ່ໃນພຣະບັນຍັດສິບປະການສັ່ງໃຫ້ພວກເຮົາຮັກສາວັນຊະບາໂຕມື້ທີເຈັດເປັນວັນບໍຣິສຸດຂອງພຣະເຈົ້າ. ການຮັກສາຄວາມສັກສິດຂອງວັນຊະບາໂຕເປັນເຄື່ອງໝາຍຂອງຄວາມຈົ່ງຮັກພັກດີຂອງພວກເຮົາທີ່ມີຕໍ່ພຣະເຈົ້າ ແລະ ຈຳແນກຄົນທີ່ຕິດຕາມພຣະເຈົ້າຢ່າງແທ້ຈິງ.
ວັນຊະບາໂຕເປັນວັນແຫ່ງການພັກຜ່ອນ ການນະມັດສະການພຣະເຈົ້າ ແລະ ການຮັບໃຊ້ຜູ້ອື່ນ. ມັນເປັນສິ່ງທີ່ສຳຄັນສຳລັບພວກເຮົາທີ່ຈະເລີນເຕີບໃຫຍ່ຂຶ້ນຝ່າຍຈິດວິນຍານຂອງພວກເຮົາ ເຊິ່ງພວກເຮົາໃຊ້ເວລາໃນວັນຊະບາໂຕກັບພຣະເຈົ້າດ້ວຍການນະມັດສະການກັບຄົນທີ່ມີຄວາມເຊື່ອ, ໃຊ້ເວລາສ່ວນຕົວອ່ານພຣະຄຳພີ ແລະ ສະໜັບສະໜູນໃຫ້ເດັກນ້ອຍ ແລະ ສະມາຊິກໃນຄອບຄົວໃຫ້ຕິດຕາມພຣະເຈົ້າ. ຍ້ອນຄວາມອິດສາຂອງຊາຕານທີ່ມີຕໍ່ພຣະເຈົ້າ ມັນໄດ້ພະຍາຍາມລົບລ້າງພຣະບັນຍັດຂອງພຣະເຈົ້າຄືພຣະບັນຍັດຂໍ້ສີ່ ເປັນວິທີໜຶ່ງຂອງຊາຕານທີ່ໄດ້ບັນລຸຜົນສຳເລັດຕາມຄວາມປາຖະໜາຂອງມັນຄື ໂດຍການຈູງໃຈຂອງພວກເຮົາໃຫ້ຫ່າງຈາກຄວາມສຳຄັນຂອງການຮັກສາວັນຊະບາໂຕ.
ເພື່ອພວກເຮົາຈະໃຊ້ເວລາກັບພຣະເຈົ້າໄດ້ນັ້ນ ມັນສໍາຄັນຫຼາຍທີ່ພວກເຮົາຈະຢຸດເຮັດກິດຈະກຳທີ່ມັນເອົາເວລາ ແລະ ຄວາມຄິດຂອງພວກເຮົາອອກຈາກພຣະເຈົ້າ. ການເຮັດວຽກເຮືອນເຊັ່ນ: ການເຮັດອາຫານ ແລະ ເຮັດຄວາມສະອາດຄວນຈະເຮັດໃຫ້ສຳເລັດກ່ອນວັນຊະບາໂຕມາຮອດ. ນອກຈາກນີ້ ພວກເຮົາຄວນຢຸດເຮັດວຽກຕ່າງໆທີ່ທຳມາຫາກິນໃນວັນຊະບາໂຕ.
ໂດຍການຖືຮັກສາວັນຊະບາໂຕ, ພວກເຮົາຈະໄດ້ຮັບພຣະພອນດ້ວຍການມີຊີວິດທາງດ້ານຈິດວິນຍານທີ່ເຂັ້ມແຂງ, ຄວາມເຊື່ອຂອງພວກເຮົາໃນພຣະເຈົ້າຈະເພີ່ມຂຶ້ນ, ພຣະເຈົ້າຈະອວຍພອນພວກເຮົາ ແລະ ຄອບຄົວຂອງພວກເຮົາ. "ເຮົາຈະອວຍພອນພວກທີ່ຢືດຖືວັນຊະບາໂຕ ແລະ ຜູ້ທີ່ບໍ່ລະເມີດກົດຂອງວັນຊະບາໂຕ. ເຮົາຈະອວຍພອນຜູ້ທີ່ບໍ່ເຮັດສິ່ງອັນຊົ່ວຊ້າໃດໆ." (ເອຊະຢາ 56:2)
ພວກເຮົາຈະຮັກສາວັນຊະບາໂຕໃຫ້ບໍຣິສຸດໄດ້ແນວໃດ?
ກ່ອນເຖິງຊົ່ວໂມງຂອງວັນຊະບາໂຕ ພວກເຮົາຕ້ອງກຽມອາຫານທີ່ພວກເຮົາຈະກິນຢູ່ໃນເວລາຂອງວັນສັກສິດ. ນອກຈາກນີ້ ພວກເຮົາກໍຕ້ອງກຽມເຄື່ອງນຸ່ງຂອງພວກເຮົາເຊັ່ນ: ຊັກເຄື່ອງ ແລະ ລີດຜ້າໄວ້. ພວກເຮົາຕ້ອງອະນາໄມເຮືອນກ່ອນເຖິງວັນຊະບາໂຕ.
ວັນຊະບາໂຕເລີ່ມຕົ້ນ ແລະ ຈົບລົງເມື່ອໃດ?
ເມື່ອພວກເຮົາເບິ່ງໃນສັບປະດາແຫ່ງການນິຣະມິດສ້າງ ພວກເຮົາສາມາດເຫັນວ່າ ມື້ເລີ່ມຕົ້ນໃນຕອນແລງ. ໃນປະຖົມມະການກ່າວວ່າ: "ມື້ຄືນຜ່ານໄປ ມື້ເຊົ້າຕ່າວມາ ແມ່ນມື້ທີໜຶ່ງ" (ປະຖົມມະການ1:5) ເຊິ່ງກົງກັນຂ້າມກັບມື້ຂອງພວກເຮົາທີ່ເລີ່ມຕົ້ນ ແລະ ຈົບລົງໃນເວລາທ່ຽງຄືນ. ຫຼາຍໆມື້ໃນພຣະຄຳພີແມ່ນມື້ເລີ່ມຕົ້ນໃນຕອນແລງຊ່ວງເວລາທີ່ຕາເວັນຕົກດິນ. ວັນຊະບາໂຕເລີ່ມຕົ້ນເມື່ອຕາເວັນຕົກດິນໃນຕອນແລງຂອງວັນສຸກ ແລະ ສິ້ນສຸດເມື່ອຕາເວັນຕົກດິນໃນຕອນແລງຂອງວັນເສົາ.
ກ່ອນທີ່ດວງຕາເວັນຈະຕົກດິນໃນຕອນແລງຂອງວັນສຸກ ໃຫ້ສະມາຊິກໃນຄອບຄົວມາຊຸມນຸມກັນອ່ານພຣະຄຳຂອງພຣະເຈົ້າ, ຮ້ອງເພງ ແລະ ອະທິຖານ. ແລະ ອີກເທື່ອໜຶ່ງທີ່ດວງຕາເວັນຈະຕົກດິນໃນຕອນແລງຂອງວັນເສົາ ໃຫ້ຄອບຄົວມາຮ່ວມຕົວກັນອີກ ເພື່ອພາກັນຮ້ອງເພງສັນລະເສີນພຣະເຈົ້າ, ອ່ານພຣະຄຳພີ ແລະ ອະທິຖານ.
ໃນວັນສັກສິດ ໃຊ້ເວລາຢູ່ໂບດກັບສະມາຊິກເພື່ອຮຽນຮູ້ ແລະ ສອນເລື່ອງພຣະເຈົ້າກັບຜູ້ອື່ນ ແລະ ໄປຢ້ຽມຢາມຄົນເຈັບ ແລະ ຄົນທີ່ມີບັນຫາ. ໃຊ້ເວລາຢູ່ກັບລູກຫຼານເພື່ອສອນໃຫ້ພວກເຂົາຮູ້ວິທີທາງທີ່ໄປສະຫວັນ.
ໃນເວລາຈະປິດວັນຊະບາໂຕ ພວກເຮົາຄວນຮ້ອງເພງ, ອະທິຖານ ແລະ ອ່ານພຣະຄໍາພີກັບຄອບຄົວ ແລະ ໝູ່ເພື່ອນ.
ພຣະເຈົ້າຊົງກ່າວວ່າ: "ຖ້າເຈົ້າຢືດຖືວັນຊະບາໂຕເປັນມື້ສັກສິດ ແລະ ບໍ່ເປັນແກ່ຕົວ. ຖ້າເຈົ້ານັບຖື ແລະ ໃຫ້ກຽດມື້ນັ້ນ ໂດຍບໍ່ທ່ອງທ່ຽວໄປມາ, ບໍ່ເຮັດການ ຫຼືເວົ້າສິ່ງທີ່ບໍ່ມີປະໂຫຍດໃນມື້ນັ້ນ ແລ້ວເຈົ້າກໍຈະໄດ້ພົບຄວາມຊົມຊື່ນຍິນດີ ເນື່ອງຈາກບົວລະບັດຮັບໃຊ້ເຮົາ. ເຮົາຈະໃຫ້ເຈົ້າໄດ້ຮັບກຽດໃນທົ່ວໂລກນີ້ ແລະ ເຈົ້າກໍຈະມ່ວນຊື່ນເບີກບານໃຈໃນດິນແດນທີ່ເຮົາໄດ້ມອບໃຫ້ແກ່ຢາໂຄບບັນພະບູລຸດຂອງເຈົ້າ" (ເອຊະຢາ 58:13, 14)
ໃນຂະນະທີ່ໂມເຊຢູ່ເທິງພູເຂົາຊີນາຍ, ພຣະເຈົ້າໄດ້ສັ່ງເພິ່ນວ່າ: “ຈົ່ງບອກປະຊາຊົນອິດສາຣາເອນວ່າ ‘ຈົ່ງນັບຖືວັນສະບາໂຕເປັນວັນພັກຜ່ອນຂອງເຮົາ ເພາະມັນແມ່ນເຄື່ອງໝາຍອັນສຳຄັນລະຫວ່າງເຈົ້າ ແລະ ເຮົາສືບໄປເປັນນິດ ເພື່ອສະແດງວ່າເຮົາແມ່ນອົງພຣະຜູ້ເປັນເຈົ້າໄດ້ຮັບເອົາພວກເຈົ້າມາເປັນປະຊາຊົນຂອງເຮົາ.”
“ເຈົ້າທັງຫຼາຍຈົ່ງຮັກສາວັນຊະບາໂຕໄວ້ ເພາະເປັນວັນບໍຣິສຸດສຳລັບເຈົ້າ. ທຸກຄົນທີ່ເຮັດໃຫ້ວັນນັ້ນເປັນມົນທິນ ຈະຕ້ອງຖືກປະຫານຊີວິດໃຫ້ຕາຍແນ່ນອນ ເພາະຜູ້ໃດກໍຕາມເຮັດວຽກງານໃນວັນນັ້ນ ຜູ້ນັ້ນຕ້ອງຖືກຕັດຂາດຈາກທ່າມກາງຊົນຊາດຂອງເຂົາ. ”
“ຈົ່ງເຮັດວຽກຂອງພວກເຈົ້າໃນຫົກວັນ ແຕ່ໃນວັນທີເຈັດໃຫ້ຖືເປັນວັນພັກຜ່ອນເພື່ອອຸທິດຖວາຍແກ່ເຮົາ. ຜູ້ໃດກໍຕາມທີ່ເຮັດວຽກໃນວັນນີ້ ຜູ້ນັ້ນຕ້ອງມີໂທດເຖິງຕາຍ.”
“ເຫດສະນັ້ນ ປະຊາຊົນອິດສະຣາເອນຈົ່ງຮັກສາວັນຊະບາໂຕໄວ້ ຄືຖືວັນຊະບາໂຕຕະຫຼອດຊົ່ວອາຍຸຂອງເຂົາເປັນພັນທະສັນຍາຕະຫຼອດໄປ.”
“ມັນເປັນເຄື່ອງໝາຍອັນສຳຄັນຍິ່ງ ລະຫວ່າງປະຊາຊົນອິດສະຣາເອນກັບເຮົາຕະຫຼອດໄປ ເພາະວ່າເຮົາໄດ້ສ້າງສະຫວັນ ແລະ ແຜ່ນດິນໂລກໃນຫົກວັນ ແລະ ໃນວັນທີເຈັດ ເຮົາໄດ້ຢຸດກິດຈະການທັງໝົດ ແລະ ພັກຜ່ອນ.” (ອົບພະຍົບ 31:13-17)
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 20:8-11.
ການກໍ່ສ້າງຫໍເຕັນສັກສິດ
ພຣະເຈົ້າໄດ້ກ່າວຕໍ່ໂມເຊວ່າ: "ຈົ່ງບອກປະຊາຊົນອິດສະຣາເອນໃຫ້ນຳສິ່ງຂອງມາຖວາຍແກ່ເຮົາ. ຈົ່ງຮັບຂອງຖວາຍຈາກທຸກໆຄົນທີ່ເຕັມໃຈໃຫ້. ຂອງຖວາຍນັ້ນຈະຕ້ອງແມ່ນ: ຄຳ, ເງິນ, ທອງສຳລິດ; ຜ້າປານເນື້ອລະອຽດດີ, ຂົນແກະສີຟ້າ, ສີມ່ວງ ແລະ ສີແດງເຂັ້ມ; ຜ້າທີ່ເຮັດດ້ວຍຂົນແບ້... ແລ້ວໃຫ້ເຂົາສ້າງສະຖານສັກສິດຖວາຍແກ່ເຮົາ ເພື່ອເຮົາຈະໄດ້ຢູ່ທ່າມກາງພວກເຂົາ. ແບບຢ່າງຫໍເຕັນສັກສິດ ແລະ ເຄື່ອງທັງປວງຂອງຫໍເຕັນນັ້ນ ເຈົ້າຈົ່ງເຮັດຕາມທີ່ເຮົາແຈ້ງໄວ້ແກ່ເຈົ້ານີ້ທຸກປະການ" (ອົບພະຍົບ 25:1-9)
ແລ້ວໂມເຊກໍໄດ້ເອີ້ນປະຊາຊົນອິດສະຣາເອນທັງໝົດມາເຕົ້າໂຮມກັນ ແລະ ເພິ່ນໄດ້ບອກທຸກໆຄົນຕາມຄຳສັ່ງຂອງພຣະເຈົ້າ. ໂມເຊຍັງກ່າວຕໍ່ປະຊາຊົນອີກວ່າ: "ຜູ້ໃດທີ່ມີສະຕິປັນຍາໃນທ່າມກາງພວກເຈົ້າ ໃຫ້ຜູ້ນັ້ນເຮັດສິ່ງທີ່ອົງພຣະຜູ້ເປັນເຈົ້າໄດ້ສັ່ງໄວ້ຄື ຫໍເຕັນສັກສິດ..."
ທຸກໆຄົນທັງຊາຍ ແລະ ຍິງທີ່ມີໃຈເຫຼື້ອມໃສສັດທາກໍໄດ້ນຳເຄື່ອງຂອງມາຖວາຍສຳລັບການກໍ່ສ້າງຫໍເຕັນສັກສິດ. ຈາກນັ້ນ ໂມເຊກໍໄດ້ມອບສິ່ງຂອງທີ່ປະຊາຊົນນຳມາຖວາຍນັ້ນໃຫ້ແກ່ບັນດາຜູ້ຄົນທີ່ອາສາສະໝັກຈະສ້າງຫໍເຕັນສັກສິດ ແຕ່ປະຊາຊົນຍັງສືບຕໍ່ນຳສິ່ງຂອງມາຖວາຍໃນທຸກໆເຊົ້າດ້ວຍຄວາມສະໝັກໃຈ ຈົນບັນດາພວກນາຍຊ່າງທີ່ພວມເຮັດວຽກຢູ່ນັ້ນໄດ້ບອກໂມເຊໃຫ້ບອກປະຊາຊົນຢຸດນຳສິ່ງຂອງມາຖວາຍ ເພາະມັນຫຼາຍເກີນຈຳນວນທີ່ຕ້ອງການໃນການກໍ່ສ້າງຫໍເຕັນສັກສິດ.
ພຣະເຈົ້າໄດ້ປະທານໃຫ້ບັນດາພວກນາຍຊ່າງມີສະຕິປັນຍາ, ມີຄວາມເຂົ້າໃຈ ແລະ ຄວາມສາມາດໃນດ້ານສິລະປະກຳສໍາລັບວຽກງານກໍ່ສ້າງຫໍເຕັນສັກສິດ. ການກໍ່ສ້າງຫໍເຕັນສັກສິດໃຊ້ເວລາປະມານເຄິ່ງປີຈຶ່ງຈະສຳເລັດສົມບູນ. ເມື່ອສ້າງສໍາເລັດສົມບູນແລ້ວ ໂມເຊກໍກວດເບິ່ງທຸກໆສິ່ງ ແລະ ເຫັນວ່າພວກເຂົາໄດ້ເຮັດທຸກສິ່ງຕາມທີ່ພຣະເຈົ້າໄດ້ສັ່ງໄວ້ທຸກປະການ ແລ້ວໂມເຊກໍໄດ້ອວຍພອນພວກເຂົາ. ປະຊາຊົນອິດສະຣາເອນໄດ້ເຕົ້າໂຮມກັນຢູ່ອ້ອມຮອບເພື່ອເບິ່ງໂຄງສ້າງອັນສັກສິດ. ເສົາເມກລອຍຢູ່ເທິງຫໍເຕັນສັກສິດ ແລະ "ແສງແຫ່ງສະຫງ່າຣາສີຂອງພຣະເຈົ້າກໍປົກເຕັມຢູ່ທົ່ວຫໍເຕັນສັກສິດນັ້ນ." ການປາກົດຕົວຂອງພຣະເຈົ້າກໍສະຫງ່າຣາສີ ຈົນໂມເຊບໍ່ສາມາດເຂົ້າໄປໃກ້ຫໍເຕັນສັກສິດໄດ້.
ດ້ວຍຄວາມຢຳເກງ, ປະຊາຊົນເບິ່ງການປາກົດຕົວຂອງພຣະເຈົ້າເປັນສັນຍາລັກວ່າ ພຣະເຈົ້າຊົງຍອມຮັບໃນການເຮັດວຽກດ້ວຍມືຂອງພວກເຂົາ ພວກເຂົາເກີດມີຄວາມຊົມຊື່ນຍິນດີໃນຫົວໃຈ ແລະ ມີຄວາມປືມປິຕິ ຈົນນໍ້າຕາຂອງພວກເຂົາໄຫຼອອກມາ. ແລ້ວພວກເຂົາໄດ້ກ່າວຄໍາວ່າ ຂອບພຣະຄຸນພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 25:1-9; 35:4-35; 36:1-7; 39:42,43; 40:34-38.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 30 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຫໍເຕັນສັກສິດບ່ອນພຣະເຈົ້າຊົງສະຖິດຢູ່
ຫໍເຕັນສັກສິດທີ່ຖືກສ້າງຂຶ້ນໂດຍໂມເຊນັ້ນ ເພື່ອເປັນບ່ອນພຣະເຈົ້າສະຖິດຢູ່ກັບປະຊາຊົນອິດສະຣາເອນ. ພຣະເຈົ້າໄດ້ກ່າວຕໍ່ໂມເຊວ່າ: "ແລ້ວໃຫ້ເຂົາສ້າງສະຖານສັກສິດຖວາຍແກ່ເຮົາ ເພື່ອເຮົາຈະໄດ້ຢູ່ທ່າມກາງພວກເຂົາ."
ຫໍເຕັນສັກສິດນີ້ມີໂຄງສ້າງທີ່ສະຫງ່າງາມຫຼາຍ ແລະ ຖືກສ້າງຂຶ້ນເພື່ອໃຫ້ເຄື່ອນຍ້າຍໄດ້ຈາກສະຖານທີ່ໜຶ່ງໄປຍັງອີກສະຖານທີ່ອື່ນ. ຫໍເຕັນສັກສິດປະກອບດ້ວຍສະຖານທີ່ສັກສິດຄື ເດີ່ນດ້ານນອກຂອງຫໍເຕັນ, ຫ້ອງບໍຣິສຸດ ແລະ ຫ້ອງບໍຣິສຸດທີ່ສຸດ.
ສະຖານທີ່ສັກສິດສຳລັບຢູ່ເດີ່ນດ້ານນອກຂອງຫໍເຕັນປະກອບມີແທ່ນເຜົາເຄື່ອງບູຊາ ແລະ ຂັນທອງສຳລິດ. ແທ່ນເຜົາເຄື່ອງບູຊາ, ປະໂລຫິດຈະໃຊ້ສຳລັບເຜົາສັດຖວາຍໃຫ້ພຣະເຈົ້າ. ສ່ວນຂັນທອງສຳລິດ, ປະໂລຫິດຈະໃຊ້ສຳລັບລ້າງມືລ້າງຕີນທຸກຄັ້ງກ່ອນຈະເຮັດພິທີກຳຕ່າງໆ.
ສະຖານທີ່ສັກສິດສຳລັບຢູ່ໃນຫ້ອງບໍຣິສຸດຈະປະກອບມີໂຕະເຂົ້າຈີ່, ຕະກຽງຄຳ ແລະ ແທ່ນເຜົາເຄື່ອງຫອມ. ສຳລັບໂຕະເຂົ້າຈີ່ ຈະມີເຂົ້າຈີ່ສິບສອງກ້ອນ ເຊິ່ງປະໂລຫິດຈະນຳມາປ່ຽນເຂົ້າຈີ່ໃໝ່ທຸກໆຄັ້ງໃນວັນຊະບາໂຕ. ສຳລັບຕະກຽງຄຳປະກອບມີເຈັດກິ່ງ ເຊິ່ງແຕ່ລະກິ່ງໄດ້ປະດັບປະດາດ້ວຍຮູບດອກໄມ້ຢ່າງງົດງາມ ແລະ ມີໄຟທີ່ໃຫ້ແສງສະຫວ່າງທັງກາງເວັນ ແລະ ກາງຄືນ. ປະໂລຫິດຈະເຝົ້າເບິ່ງຕະກຽງຕະຫຼອດເພື່ອເຕີມນ້ຳມັນ ແລະ ຄອຍຕັດຂີ້ຕະກຽງທຸກຄັ້ງເພື່ອບໍ່ໃຫ້ໄຟດັບ. ນອກຈາກນີ້ ຍັງມີແທ່ນເຜົາເຄື່ອງຫອມ ເຊິ່ງໄວ້ເຜົາເຄື່ອງຫອມເພື່ອເປັນຕົວແທນຄຳອະທິຖານຂອງປະຊາຊົນຂອງພຣະເຈົ້າ. ທຸກໆຕອນເຊົ້າ ແລະ ຕອນແລງ ປະໂລຫິດຈະເຜົາເຄື່ອງຫອມເທິງແທ່ນເຜົາເຄື່ອງຫອມນີ້.
ສະຖານທີ່ສັກສິດສຳລັບຢູ່ໃນຫ້ອງບໍຣິສຸດທີ່ສຸດປະກອບມີຫີບພັນທະສັນຍາ ເຊິ່ງຢູ່ໃນຫີບນັ້ນມີແຜ່ນຫີນສອງແຜ່ນທີ່ຈະລຶກພຣະບັນຍັດສິບປະການຂອງພຣະເຈົ້າ. ເທິງຫີບພັນທະສັນຍານັ້ນມີເຄຣຸບສອງຮູບປົກຄຸມຢູ່ຢ່າງສະຫງ່າງາມ. ຢູ່ລະຫວ່າງເຄຣຸບທັງສອງຮູບນັ້ນ ພຣະເຈົ້າໄດ້ສຳແດງບ່ອນສະຖິດຢູ່ໃນເມກແຫ່ງພຣະສິລິ ເຊິ່ງບ່ອນນັ້ນເອີ້ນວ່າ ພຣະທີ່ນັ່ງກະລຸນາ.
ຫໍເຕັນສັກສິດແມ່ນງົດງາມຫຼາຍເມື່ອໄດ້ເຫັນ. ແຕ່ຍິ່ງໄປກວ່ານັ້ນ ໃນຂະນະທີ່ປະຊາຊົນແນມເບິ່ງ ແລະ ໄດ້ສຶກສາຫໍເຕັນສັກສິດ, ເຄື່ອງປະກອບ ແລະ ການປະຕິບັດຂອງຫໍເຕັນສັກສິດ, ພວກເຂົາສາມາດຮຽນຮູ້ຫຼາຍຂຶ້ນກ່ຽວກັບແຜນການແຫ່ງຄວາມລອດ. ແຕ່ລະສິ່ງຂອງເຄື່ອງປະກອບ ແລະ ແຕ່ລະພິທີກຳມີຄວາມໝາຍພິເສດ. ຈົນເຖິງປັດຈຸບັນນີ້, ໂດຍການສຶກສາຫໍເຕັນສັກສິດ, ພວກເຮົາສາມາດເຂົ້າໃຈຫຼາຍຂຶ້ນກ່ຽວກັບແຜນການຍິ່ງໃຫຍ່ຂອງພຣະເຈົ້າສຳລັບການຊ່ວຍພວກເຮົາໃຫ້ລອດພົ້ນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 25; 26; 27; 30; 36; 37; 38; ລະບຽບເລວີ 24:1-9.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 30 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ປະໂລຫິດ ແລະ ພວກເວລີ
ມີສິບສອງຊົນເຜົ່າໃນທ່າມກາງປະຊາຊົນອິດສະຣາເອນ. ສິບສອງຊົນເຜົ່າແມ່ນຖືກຕັ້ງຊື່ຕາມລູກຊາຍຂອງຢາໂຄບ ແລະ ຄົນເຫຼົ່ານັ້ນໄດ້ຖືກຈັດຕັ້ງເປັນຊົນເຜົ່າ ໂດຍອີງໃສ່ບັນພະບູລຸດຂອງພວກເຂົາ.
ພຣະເຈົ້າເລືອກຊົນເຜົ່າເລວີອອກຈາກສິບສອງຊົນເຜົ່າຂອງອິດສະຣາເອນສຳລັບການເຮັດວຽກໃນຫໍເຕັນສັກສິດ ເພາະວ່າຊົນເຜົ່າເລວີເປັນຊົນເຜົ່າດຽວທີ່ບໍ່ໄດ້ເຂົ້າຮ່ວມໃນການຂາບໄຫວ້ຮູບປັ້ນງົວທອງຄຳ. (ອົບພະຍົບ32) ແຕ່ຢ່າງໃດກໍຕາມ ພຣະເຈົ້າເລືອກພຽງອາໂຣນ ແລະ ລູກຊາຍຂອງລາວທີ່ໄດ້ຮັບອະນຸຍາດໃຫ້ເປັນປະໂລຫິດ ເພື່ອປະຕິບັດໜ້າທີ່ຢູ່ຕໍ່ໜ້າພຣະພັກຂອງພຣະເຈົ້າ. ສ່ວນຄົນອື່ນໆທີ່ມາຈາກຊົນເຜົ່າເລວີແມ່ນເປັນຄົນເບິ່ງແຍງຫໍເຕັນສັກສິດຄື ຮັກສາບັນດາເຄື່ອງໃຊ້ກັບທຸກສິ່ງທີ່ກ່ຽວຂ້ອງກັບຫໍເຕັນສັກສິດ. ນອກຈາກນີ້ ພວກເຂົາຍັງມີໜ້າທີ່ຂົນເຄື່ອງ ແລະ ເຄື່ອນຍ້າຍຫໍເຕັນສັກສິດອີກດ້ວຍ.
ໜ້າທີ່ຂອງປະໂລຫິດທົ່ວໄປຄື ຖວາຍເຄື່ອງບູຊາປະຈຳວັນ, ເຜົາເຄື່ອງຫອມໃນຫ້ອງບໍຣິສຸດ ແລະ ເຝົ້າເບິ່ງແຍງໂຄມໄຟຢູ່ເທິງຕະກຽງຄຳ. ທຸກສັບປະດາ ພວກເຂົາປ່ຽນເຂົ້າຈີ່ໃໝ່ທີ່ນຳມາຖວາຍ ແລະ ກິນເຂົ້າຈີ່ເກົ່າ. ສ່ວນມະຫາປະໂລຫິດສາມາດເຮັດທຸກສິ່ງທີ່ປະໂລຫິດທົ່ວໄປເຮັດ ແຕ່ເພິ່ນເປັນຄົນດຽວທີ່ສາມາດເຂົ້າໄປໃນຫ້ອງບໍຣິສຸດທີ່ສຸດໄດ້.
ເສື້ອຄຸມຂອງປະໂລຫິດທົ່ວໄປເປັນຜ້າປານສີຂາວ, ຫຍິບແສ່ວໃນແຜ່ນດຽວ, ຢຶດຢູ່ທີ່ແອວດ້ວຍສາຍແອວຜ້າປານສີຂາວທີ່ຫຍິບປັກດ້ວຍສີຟ້າ, ສີມ້ວງ ແລະ ສີແດງ. ເທິງຫົວຂອງພວກເຂົາເປັນຜ້າຄຽນຫົວຜ້າປານ. ບັນດາປະໂລຫິດຈະລ້າງມືທັງສອງ ແລະ ຕີນຂອງພວກເຂົາກ່ອນທີ່ຈະປະຕິບັດໜ້າທີ່ໃນຫໍເຕັນສັກສິດ. ເລື່ອງນີ້ເຮັດໃຫ້ເປັນບົດຮຽນທີ່ຊັດເຈນວ່າ ຜູ້ທີ່ຈະເຂົ້າມາໃກ້ພຣະພັກພຣະເຈົ້າຈະຕ້ອງກຳຈັດກິເລດທັງໝົດ. (ອົບພະຍົບ 28:39-41)
ເສື້ອຜ້າຂອງມະຫາປະໂລຫິດເຮັດຈາກວັດຖຸທີ່ມີລາຄາແພງ ແລະ ສະແດງໃຫ້ເຫັນຝີມືທີ່ງົດງາມ. ນອກຈາກນີ້ ເພິ່ນຍັງມີເຄື່ອງນຸ່ງຂອງປະໂລຫິດທົ່ວໄປ. ເພິ່ນສວບໃສ່ເສື້ອຄຸມສີຟ້າທີ່ຫຍິບແສ່ວໃນແຜ່ນດຽວກັນ. ກະໂປ່ງຖືກຕົບແຕ່ງອ້ອມຮອບກັບກະດິ່ງທອງ ແລະ ທັບທິມສີຟ້າ, ສີມ້ວງ ແລະ ສີແດງເຂັ້ມ. ເອໂຟດເປັນເຄື່ອງນຸ່ງສັ້ນຖືກຈັດຂຶ້ນໂດຍຫຍິບເປັນສາຍແອວສີດຽວກັນ. ເອໂຟດເປັນເສື້ອທີ່ບໍ່ມີແຂນ ແລະ ສິ້ນສ່ວນຂອງບ່າໄຫຼ່ເປັນສອງພອຍທີ່ຈາລຶກຊື່ສິບສອງຊົນເຜົ່າຂອງອິດສະຣາເອນ.
ເທິງເອໂຟດເປັນຮູບສີ່ຫລ່ຽມແຜ່ນປົກເອິກສຳລັບການພິພາກສາ ຫ້ອຍຈາກບ່າໄຫຼ່ດ້ວຍເຊືອກສີຟ້າ (ອົບພະຍົບ 28:16,28) ຂອບເຂດຖືກສ້າງຂຶ້ນຈາກແກ້ວປະເສີດຊະນິດຕ່າງໆ. ພຣະເຈົ້າແນະນຳໃຫ້ “ອາໂຣນຈະໃສ່ແຜ່ນປົກເອິກ ເຊິ່ງຈາລຶກຊື່ຂອງເຜົ່າຕ່າງໆຂອງຊາດອິດສະຣາເອນ ກໍເພື່ອວ່າຈະເປັນທີ່ລະນຶກຕໍ່ໜ້າອົງພຣະຜູ້ເປັນເຈົ້າສືບໆໄປ” (ອົບພະຍົບ 28:29) ດັ່ງນັ້ນ ສິ່ງນີ້ເປັນຕົວແທນພຣະບຸດຂອງພຣະເຈົ້າ, ມະຫາປະໂລຫິດຜູ້ຍິ່ງໃຫຍ່ໃນສະຫວັນ, ອ້ອນວອນດ້ວຍເລືອດຂອງພຣະອົງໃນນາມຂອງຄົນບາບ, ແບກຮັບໃນຫົວໃຈຂອງພຣະອົງຊື່ຂອງທຸກໆຄົນທີ່ກັບໃຈ ແລະ ບຸກຄົນທີ່ເຊື່ອ.
ຫີນສອງກ້ອນຂະໜາດໃຫຍ່ທີ່ຮູ້ຈັກໃນຖານະອູຣີມກັບທູມມີມທີ່ຢູ່ເບື້ອງຂວາ ແລະ ເບື້ອງຊ້າຍຂອງແຜ່ນປົກເອິກ. (ລະບຽບພວກເລວີ 8:8) ເມື່ອຄຳຖາມຖືກນຳມາຕໍ່ໜ້າພຣະພັກພຣະເຈົ້າ ລັດສະໝີຂອງແສງອ້ອມຮອບຫີນຢູ່ເບື້ອງຂວາເປັນສັນຍານຂອງການອະນຸຍາດຈາກພຣະເຈົ້າ ແຕ່ຖ້າມີລັດສະໝີສ່ອງແສງອອກມາຈາກຫີນເບື້ອງຊ້າຍແມ່ນຫຼັກຖານການປະຕິເສດຈາກພຣະເຈົ້າ.
ທຸກໆສິ່ງເຊື່ອມຕໍ່ເຂົ້າກັນກັບເຄື່ອງນຸ່ງ ແລະ ການປະຕິບັດຂອງປະໂລຫິດໄດ້ສ້າງຄວາມປະທັບໃຈໃຫ້ປະຊາຊົນໃນຄວາມສັກສິດຂອງພຣະເຈົ້າ ແລະ ການຊຳລະໃຫ້ບໍຣິສຸດຂອງບັນດາຜູ້ຄົນທີ່ເຂົ້າມາຫາພຣະອົງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ຈົດບັນຊີ 1:47-54; 18:1-7; ອົບພະຍົບ ບົດທີ 28 ແລະ 39; ລະບຽບເລວີ ບົດທີ 8 ແລະ 9.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 30 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພາລະກິດໃນຫໍເຕັນສັກສິດສະທ້ອນເຖິງສິ່ງໃນສະຫວັນ
ຫໍເຕັນສັກສິດທີ່ຖືກສ້າງຂຶ້ນໂດຍໂມເຊນັ້ນ ຖືກສ້າງຕາມແບບແຜນທີ່ພຣະເຈົ້າໄດ້ສັ່ງເພິ່ນໄວ້ "ແບບຢ່າງຫໍເຕັນສັກສິດ ແລະ ເຄື່ອງທັງປວງຂອງຫໍເຕັນນັ້ນ ເຈົ້າຈົ່ງເຮັດຕາມທີ່ເຮົາແຈ້ງໄວ້ແກ່ເຈົ້ານີ້ທຸກປະການ" ແລະ ອີກເທື່ອໜຶ່ງທີ່ໄດ້ຮັບຄຳແນະນຳວ່າ "ຈົ່ງເອົາໃຈໃສ່ເຮັດສິ່ງເຫຼົ່ານີ້ ຕາມແບບແຜນທີ່ເຮົາໄດ້ສຳແດງຕໍ່ເຈົ້າທີ່ເທິງພູນັ້ນ" (ອົບພະຍົບ 25:9,40)
ສະຖານສັກສິດໃນສະຫວັນທີ່ພຣະເຢຊູຊົງປະຕິບັດພາລະກິດເພື່ອພວກເຮົານັ້ນເປັນຕົ້ນແບບທີ່ຍິ່ງໃຫຍ່ ສ່ວນສະຖານສັກສິດ(ຫໍເຕັນສັກສິດ)ທີ່ໂມເຊສ້າງຂຶ້ນນັ້ນເປັນແບບຈຳລອງ. ບໍ່ພຽງແຕ່ຫໍເຕັນສັກສິດທີ່ເປັນແບບຂອງສິ່ງທີ່ຢູ່ເທິງສະຫວັນເທົ່ານັ້ນ ການປະຕິບັດຂອງປະໂລຫິດກໍ "ເປັນແບບຈໍາລອງ ແລະ ເງົາທີ່ຊີ້ໃຫ້ເຫັນສິ່ງທີ່ຢູ່ເທິງສະຫວັນ" (ເຮັບເຣີ 8:5) ພິທີກຳຢູ່ໃນຫໍເຕັນສັກສິດຖືກແບ່ງອອກມີຢູ່ສອງແບບຄື: ແບບປະຈໍາວັນ ແລະ ແບບປະຈໍາປີ. ການຮັບໃຊ້ແບບປະຈໍາວັນໄດ້ຈັດຂຶ້ນຢູ່ແທ່ນເຜົາເຄື່ອງບູຊາທີ່ເດີ່ນດ້ານນອກ ແລະ ຢູ່ໃນຫ້ອງບໍຣິສຸດຂອງຫໍເຕັນສັກສິດ. ສ່ວນການຮັບໃຊ້ແບບປະຈໍາປີແມ່ນຢູ່ທີ່ເດີ່ນດ້ານນອກ, ຢູ່ໃນຫ້ອງບໍຣິສຸດ ແລະ ຢູ່ໃນຫ້ອງບໍຣິສຸດທີ່ສຸດຂອງຫໍເຕັນສັກສິດ.
ບໍ່ມີຕາຂອງມະນຸດຄົນໃດເຫັນ ຍົກເວັ້ນມະຫາປະໂລຫິດເທົ່ານັ້ນທີ່ສາມາດເຫັນຫ້ອງບໍຣິສຸດທີ່ສຸດໄດ້ ແລະ ເພິ່ນສາມາດເຂົ້າໄປໄດ້ປີລະໜຶ່ງຄັ້ງ. "ເລື່ອງທີ່ເຮົາກຳລັງເວົ້າຢູ່ນີ້ມີຂໍ້ສຳຄັນ ຄືພວກເຮົາມີມະຫາປະໂລຫິດຢ່າງນີ້ ຄືມະຫາປະໂລຫິດຜູ້ປະທັບຢູ່ເບື້ອງຂວາພຣະທີ່ນັ່ງຂອງຜູ້ຊົງຣິດເດຊານຸພາບໃນມະຫາສະຫວັນ. ພຣະອົງບົວລະບັດຮັບໃຊ້ເປັນມະຫາປະໂລຫິດຢູ່ໃນສະຖານທີ່ສັກສິດທີ່ສຸດ ຄືຢູ່ໃນສຳນັກຜ້າເຕັນອັນແທ້ຈິງ ເຊິ່ງບໍ່ແມ່ນມະນຸດເປັນຜູ້ຕັ້ງຂຶ້ນ ແຕ່ແມ່ນອົງພຣະຜູ້ເປັນເຈົ້າໄດ້ຊົງຕັ້ງໄວ້" (ເຮັບເຣີ 8:1,2)
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 30 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເຄື່ອງບູຊາຖວາຍລຶບລ້າງບາບໃນປະຈຳວັນ
ທຸກໆຕອນເຊົ້າ ແລະ ຕອນແລງລູກແກະໜຶ່ງປີຈະຖືກເຜົາເທິງແທ່ນບູຊາ. ລູກແກະທີ່ເປັນເຄື່ອງບູຊາຕ້ອງມີສຸຂະພາບດີ ແລະ ບໍ່ມີຕຳໜິ ເພາະວ່າເປັນສັນຍາລັກຂອງຄວາມບໍຣິສຸດທີ່ສົມບູນແບບຂອງພຣະບຸດຂອງພຣະເຈົ້າທີ່ເປັນເຄື່ອງຖວາຍຄື "ລູກແກະທີ່ປາສະຈາກຕຳໜິ ຫຼືຈຸດດ່າງພອຍ" (1 ເປໂຕ 1:9) ໃນຂະນະທີ່ລູກແກະຖືກຂ້າເປັນເຄື່ອງບູຊາ, ປະຊາຊົນກໍຈະຄົ້ນຫາຄວາມບາບໃນຫົວໃຈຂອງພວກເຂົາທີ່ໄດ້ເຮັດຜິດ ແລະ ຂໍພຣະເຈົ້າຍົກໂທດຄວາມບາບໃຫ້ພວກເຂົາ.
ຫຼັງຈາກນັ້ນ ປະໂລຫິດຈະຖວາຍເຄື່ອງຫອມຢູ່ໃນຫ້ອງບໍຣິສຸດເທິງແທ່ນເຜົາເຄື່ອງຫອມ. ຜ່ານທາງຜ້າກັ້ງ, ປະໂລຫິດສາມາດເຫັນແສງລັດສະໝີຂອງພຣະເຈົ້າສ່ອງອອກມາຈາກຫ້ອງບໍຣິສຸດທີ່ສຸດໄດ້ ເຖິງແມ່ນວ່າເພິ່ນຈະບໍ່ສາມາດເຫັນຫີບພັນທະສັນຍາ ໝາຍຄວາມວ່າປະໂລຫິດເບິ່ງພຣະເຈົ້າດ້ວຍຄວາມເຊື່ອ ເຖິງແມ່ນວ່າເພິ່ນຈະບໍ່ສາມາດເຫັນພຣະເຈົ້າຢູ່ໃນສະຫວັນ. ມັນກໍຄືກັນກັບໃນປັດຈຸບັນຂອງພວກເຮົາ, ປະຊາຊົນຂອງພຣະເຈົ້າຄວນອະທິຖານຫາພຣະບຸດຂອງພຣະເຈົ້າ ພຣະອົງຊົງເປັນມະຫາປະໂລຫິດໃຫຍ່ສູງສຸດຂອງພວກເຮົາ ທີ່ຮ້ອງຂໍແທນພວກເຮົາຢູ່ໃນສະຖານສັກສິດເທິງສະຫວັນ. ເວລາປະໂລຫິດເຜົາເຄື່ອງຫອມໃນຫ້ອງບໍຣິສຸດ ໝາຍເຖິງພຣະບຸດຂອງພຣະເຈົ້າຊົງຮ້ອງຂໍແທນປະຊາຊົນຂອງພຣະອົງຢູ່ຕໍ່ໜ້າພຣະພັກພຣະບິດາຂອງພຣະອົງ.
ເຂົ້າຈີ່ທີ່ວາງໄວ້ເທິງໂຕະຢູ່ໃນຫ້ອງບໍຣິສຸດແມ່ນເປັນການຖວາຍໃຫ້ຢ່າງຕໍ່ເນື່ອງ ເປັນສ່ວນໜຶ່ງຂອງການຖວາຍເຄື່ອງບູຊາໃນແຕ່ລະມື້. ມັນຕັ້ງຢູ່ຕໍ່ໜ້າພຣະພັກຂອງພຣະເຈົ້າຢູ່ຕະຫຼອດເວລາ ໝາຍຄວາມວ່າມະນຸດຍອມຮັບໃນການເພິງພາພຣະເຈົ້າສຳລັບອາຫານທັງຝ່າຍຮ່າງກາຍ ແລະ ຝ່າຍຈິດວິນຍານ. (ອົບພະຍົບ 25:30; ລະບຽບພວກເລີວີ 24:8) ພຣະບຸດຂອງພຣະເຈົ້າກ່າວວ່າ: "ເຮົາເປັນເຂົ້າຈີ່ແຫ່ງຊີວິດ ທີ່ໄດ້ລົງມາຈາກສະຫວັນ" (ໂຢຮັນ 6:48-51) ເຂົ້າຈີ່ໝາຍເຖິງພຣະຄຳຂອງພຣະເຈົ້າ "ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານສິ່ງດຽວ ແຕ່ລ້ຽງດ້ວຍພຣະຄຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ" (ພຣະບັນຍັດສອງ 8:3)
ປະໂລຫິດຈະປ່ຽນເຂົ້າຈີ່ທຸກໆວັນຊະບາໂຕ ແລະ ແທນທີ່ເຂົ້າຈີ່ດ້ວຍກ້ອນສົດໃໝ່ ໝາຍຄວາມວ່າປະຊາຊົນຂອງພຣະເຈົ້າຈະຮັບພຣະຄຳຂອງພຣະເຈົ້າໃໝ່ໃນທຸກໆວັນຊະບາໂຕ.
ທຽນເຈັດອັນທີ່ລຸກໄໝ້ຢູ່ທີ່ຕະກຽງຄຳຍັງຄົງຖືກຮັກສາໄວ້ໃນແຕ່ລະມື້ ເຊິ່ງເປັນເຄື່ອງໝາຍບອກເຕືອນວ່າ ພຣະວິນຍານບໍຣິສຸດສະຖິດຢູ່ກັບປະຊາຊົນຂອງພຣະອົງຢູ່ທຸກເວລາ. (2 ຂ່າວຄາວ 13:11)
ອ້າງອີງຈາກປຶ້ມ "ພຣະຄຳພີ" ຈົດເຊັນບັນຊີ 28:3,4,8.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 30 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເຄື່ອງຖວາຍສ່ວນບຸກຄົນ
ສ່ວນທີ່ສຳຄັນຂອງປະໂລຫິດໃນແຕ່ລະມື້ແມ່ນການຮັບໃຊ້ທີ່ໃຫ້ຜົນປະໂຫຍດແກ່ຫຼາຍບຸກຄົນ. ຄົນບາບທີ່ສຳນຶກຜິດ ລາວຈະນຳເຄື່ອງບູຊາຂອງຕົນມາທີ່ປະຕູຫໍເຕັນສັກສິດ, ວາງມືລົງເທິງຫົວຂອງສັດເຊິ່ງເປັນເຄື່ອງຖວາຍ ແລະ ສາລະພາບຄວາມຜິດບາບຂອງລາວ. ນັ້ນເປັນສັນຍາລັກການໂອນຄວາມບາບຂອງຕົນເອງໄປສູ່ເຄື່ອງບູຊາທີ່ບໍຣິສຸດ ເຊິ່ງເປັນສັນຍາລັກວ່າພຣະບຸດຂອງພຣະເຈົ້າຈະຮັບໂທດສໍາລັບບາບຂອງພວກເຮົາ. ແລ້ວລາວກໍຈະຂ້າສັດດ້ວຍມືຂອງລາວເອງ ແລະ ປະໂລຫິດກໍຈະເອົາເລືອດເຂົ້າໄປໃນຫ້ອງບໍຣິສຸດ ແລະ ຊິດເລືອດໃສ່ດ້ານໜ້າຂອງຜ້າກັ້ງ ເຊິ່ງດ້ານຫຼັງຜ້າກັ້ງມີຫີບພັນທະສັນຍາທີ່ມີພຣະບັນຍັດເຊິ່ງຄົນບາບໄດ້ລ່ວງລະເມີດ. ດ້ວຍພິທີກຳນີ້ ຄວາມບາບກໍຈະຖືກໂອນມາທີ່ຫໍເຕັນສັກສິດໂດຍຜ່ານທາງເລືອດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລະບຽບພວກເລວີ ບົດທີ 1-7.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 30 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ວັນລຶບລ້າງບາບ
ເຄື່ອງຖວາຍບູຊາປະຈຳວັນ ແລະ ເຄື່ອງຖວາຍສ່ວນບຸກຄົນເປັນໄປແບບນີ້ທຸກມື້ໝົດປີ. ເລືອດຈາກເຄື່ອງຖວາຍຖືກຊິດເທິງຜ້າກັ້ງໃນຫໍເຕັນສັກສິດ. ເລືອດເປັນຕົວແທນຄວາມບາບຂອງປະຊາຊົນ ເຊິ່ງຄວາມບາບຂອງປະຊາຊົນອິດສະຣາເອນຖືກໂອນໄປສູ່ຫໍເຕັນສັກສິດ ຈົນເຮັດໃຫ້ຫໍເຕັນສັກສິດເປີເປື້ອນໄປດ້ວຍຄວາມບາບ. ດັ່ງນັ້ນ ພຣະເຈົ້າຈຶ່ງຊົງກຳນົດວັນໜຶ່ງໃນປີໜຶ່ງ ເພື່ອຈະກຳຈັດຄວາມບາບເຫຼົ່ານີ້ອອກໄປຈາກຫໍເຕັນສັກສິດ. ພິທີກຳທີ່ພິເສດນີ້ຈະປະຕິບັດຢູ່ໃນຫ້ອງບໍຣິສຸດທີ່ສຸດ ແລະ ປະຕິບັດໂດຍມະຫາປະໂລຫິດສູງສຸດເທົ່ານັ້ນ ເຊິ່ງໃນວັນນັ້ນເອີ້ນວ່າ "ວັນລຶບລ້າງບາບ"
ປີລະເທື່ອ ຈະມີວັນໜຶ່ງທີ່ຍິ່ງໃຫຍ່ຄືວັນລຶບລ້າງບາບ. ມະຫາປະໂລຫິດໃຫຍ່ສູງສຸດຈະເຂົ້າໄປໃນຫ້ອງບໍຣິສຸດທີ່ສຸດເພື່ອຊຳລະລ້າງຫໍເຕັນສັກສິດ. ເພິ່ນຈະນຳແບ້ສອງໂຕໄປທີ່ປະຕູຫໍເຕັນສັກສິດ ແລະ ເຮັດການຈົກສະຫຼາກ "ໂຕໜຶ່ງສຳລັບພຣະເຈົ້າ ແລະ ອີກໂຕໜຶ່ງສຳລັບອາຊາເຊນ" (ອາຊາເຊນໝາຍເຖິງ ຊາຕານ). ແບ້ສຳລັບພຣະເຈົ້າຈະຖືກຂ້າເປັນເຄື່ອງບູຊາໄຖ່ບາບຂອງປະຊາຊົນ. ມະຫາປະໂລຫິດໃຫຍ່ສູງສຸດຈະນຳເອົາເລືອດເຂົ້າໄປຫຼັງຜ້າກັ້ງ ແລະ ຊິດເລືອດເທິງຫີບພັນທະສັນຍາ. ດັ່ງນັ້ນ ເພິ່ນຈຶ່ງຈະລຶບລ້າງຄວາມບາບຂອງປະຊາຊົນອິດສະຣາເອນທີ່ຢູ່ໃນຫໍເຕັນສັກສິດໄດ້ ຍ້ອນການລ່ວງລະເມີດພຣະບັນຍັດຂອງພຣະເຈົ້າທີ່ພວກເຂົາໄດ້ເຮັດຜິດບາບທີ່ຜ່ານມານັ້ນ.
"ເມື່ອອາໂຣນເຮັດພິທີຊຳລະລ້າງບ່ອນສັກສິດທີ່ສຸດ, ຫໍເຕັນ ແລະ ແທ່ນບູຊາແລ້ວ; ເພິ່ນຈະນຳແບ້ໂຕຍັງເປັນຢູ່ ທີ່ຕົກເປັນຂອງອາຊາເຊນນັ້ນມາຖວາຍ. ເພິ່ນຈະວາງມືທັງສອງຂອງເພິ່ນລົງເທິງຫົວແບ້ ແລະ ສາລະພາບສິ່ງຊົ່ວຮ້າຍທຸກຢ່າງ, ການບາບນາໆຊະນິດ ແລະ ການທໍລະຍົດທຸກປະການຂອງປະຊາຊົນອິດສະຣາເອນ ແລະ ຢອງສິ່ງທັງໝົດນີ້ທີ່ເທິງຫົວຂອງແບ້ໂຕນັ້ນ. ຕໍ່ມາແບ້ໂຕນີ້ ກໍຈະຖືກນຳອອກໄປຍັງຖິ່ນແຫ້ງແລ້ງກັນດານ ໂດຍຊາຍທີ່ໄດ້ຖືກເລືອກໄວ້. ແບ້ໂຕນີ້ຈະຮັບແບກການບາບທັງໝົດຂອງພວກເຂົາໄປຍັງຖິ່ນເປົ່າປ່ຽວ." ປະຊາຊົນຍັງບໍ່ຖືວ່າຕົນເອງເປັນອິດສະລະຈາກພາລະໃນຄວາມບາບຂອງພວກເຂົາເທື່ອ ຈົນກວ່າແບ້ທີ່ຮັບແບກຄວາມບາບຈະຖືກນຳອອກໄປ. ປະຊາຊົນອິດສະຣາເອນທັງໝົດຈະຄົ້ນຫາຫົວໃຈຂອງພວກເຂົາໃນລະຫວ່າງທີ່ພິທີລຶບລ້າງບາບຍັງດຳເນີນຢູ່. ກິດຈະການວຽກງານທຸກຢ່າງຈະຢຸດເຮັດ ແລະ ຊົນຊາດອິດສະຣາເອນທັງໝົດຈະໃຊ້ເວລາໝົດມື້ຢູ່ໃນຄວາມອັບອາຍຢ່າງຈິງໃຈຢູ່ຕໍ່ໜ້າພຣະເຈົ້າດ້ວຍການອະທິຖານ, ອົດອາຫານ ແລະ ຄົ້ນຫາຫົວໃຈຢ່າງເລິກເຊິ່ງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ ບົດທີ 16.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 30 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ການຖວາຍດ້ວຍຄວາມສະໝັກໃຈ ແລະ ການຖວາຍໜຶ່ງສ່ວນສິບ
"ເບິ່ງແມ້ ເຮົາໃຫ້ໜຶ່ງສ່ວນສິບໃຫ້ແກ່ອິດສະຣາເອນຄືລູກຫຼານເລວີເປັນມໍລະດົກ ເປັນຄ່າຕອບແທນວຽກທີ່ເຂົາປະຕິບັດ ຄືວຽກທີ່ເຮັດໃນຫໍເຕັນສັກສິິດຂອງຊຸມນຸມ" (ຈົດບັນຊີ 18:21)
ພຣະເຈົ້າໄດ້ຕັ້ງການຖວາຍຂອງປະຊາຊົນຂຶ້ນ ເພື່ອສະໜັບສະໜູນພິທີທາງສາສະໜາ ແລະ ການປະກາດຂ່າວປະເສີດ. ການຖວາຍດ້ວຍຄວາມສະໝັກໃຈ ແລະ ການຖວາຍໜຶ່ງສ່ວນສິບເປັນລາຍຮັບສຳລັບບັນດາຜູ້ທີ່ອຸທິດຊີວິດຂອງພວກເຂົາໃນການຮັບໃຊ້ພຣະເຈົ້າ.
ພຣະເຈົ້າຊົງປະທານອາຫານ, ທີ່ຢູ່ອາໄສ ແລະ ອື່ນໆຢ່າງຫຼວງຫຼາຍໃຫ້ແກ່ພວກເຮົາ. ແລະ ພຣະອົງໄດ້ຮ້ອງຂໍໃຫ້ພວກເຮົາຖວາຍກັບຄືນໃຫ້ພຣະອົງຄືໜຶ່ງສ່ວນສິບໃນທຸກສິ່ງທີ່ເຮົາໄດ້ຮັບ ຫຼືທຸກສິ່ງທີ່ພຣະເຈົ້າໄດ້ມອບໃຫ້ພວກເຮົານັ້ນ. ການຖວາຍເປັນສິດທິພິເສດທີ່ຖືກມອບໃຫ້ພວກເຮົາໂດຍພຣະເຈົ້າ ເພື່ອໃຫ້ພວກເຮົາຟື້ນຟູໃນຄວາມຮັກ ແລະ ໃຫ້ພວກເຮົາມີໄຊຊະນະເໜືອນຄວາມເຫັນແກ່ຕົວ ແລະ ຄວາມໂລບມາກ.
ສະນັ້ນ ພວກເຮົາຈະຕ້ອງຖວາຍໜຶ່ງສ່ວນສິບຂອງເງິນເດືອນຂອງພວກເຮົາ, ຖວາຍຜົນຜະລິດເຂົ້າຂອງພວກເຮົາທີ່ກຳລັງຂະຫຍາຍຕົວ, ຖວາຍຜົນລະປູກຂອງພວກເຮົາທີ່ກຳລັງເກັບກ່ຽວ ແລະ ຖວາຍສິ່ງອື່ນໆອີກທີ່ເປັນຜົນປະໂຫຍດຢ່າງຫຼວງຫຼາຍເຊິ່ງໄດ້ປະທານມາໃຫ້ພວກເຮົານັ້ນ. ນອກຈາກການຖວາຍໜຶ່ງສ່ວນສິບແລ້ວ ພຣະເຈົ້າຍັງໄດ້ສະໜັບສະໜູນໃຫ້ພວກເຮົາຖວາຍສຳລັບວຽກງານອື່ນໆຂອງການຮັບໃຊ້ພຣະເຈົ້າອີກດ້ວຍ ເພື່ອວຽກງານການຮັບໃຊ້ອື່ນໆຂອງພຣະເຈົ້າຈະໄດ້ມີຄວາມກ້າວໜ້າພັດທະນາ.
"'ຈົ່ງນຳເງິນເຕັມຈຳນວນໜຶ່ງສ່ວນສິບມາຍັງພຣະວິຫານຂອງເຮົາ ເພື່ອວ່າທີ່ນັ້ນຈະມີອາຫານຢ່າງເຕັມບໍລິບູນ. ຖ້າວ່າທ່ານເຮັດເຮົາຈະໄຂປະຕູສະຫວັນ ແລະ ຖອກເທພຣະພອນນາໆຊະນິດ ຈົນບໍ່ມີຫ້ອງໃສ່ໄວ້ໃນເຮືອນຂອງພວກເຈົ້າ. ລອງເບິ່ງ! ຈົ່ງລອງເຮັດຢ່າງນັ້ນກັບເຮົາເບິ່ງ! ຜົນລະປູກຂອງພວກເຈົ້າກໍຈະມີຢ່າງອຸດົມສົມບູນ ເພາະເຮົາຈະຮັກສາບໍ່ໃຫ້ຝູງແມງໄມ້ກັບໂລກພະຍາດມາທຳລາຍຜົນລະປູກຂອງພວກເຈົ້າ ແລະ ຕົ້ນອະງຸ່ນຂອງພວກເຈົ້າກໍຈະມີຢ່າງຫຼວງຫຼາຍ. ແລ້ວປະຊາຊົນທຸກຊາດກໍຈະເອີ້ນພວກເຈົ້າວ່າ 'ຜູ້ມີຄວາມສຸກ' ເພາະດິນແດນຂອງພວກເຈົ້າຈະເປັນທີ່ຢູ່ອາໄສຢ່າງຜາສຸກ' ພຣະເຈົ້າຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ." ມາລາກີ 3:10-12
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 50 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຄວາມບາບຂອງປະໂລຫິດສອງຄົນ
ຫຼັງຈາກໂມເຊໄດ້ສະຖາປະນາບັນດາປະໂລຫິດໃຫ້ເຮັດວຽກຢູ່ໃນຫໍເຕັນສັກສິດແລ້ວ. ຢູ່ມາບໍ່ດົນ ເລື່ອງໂສກເສົ້າທີ່ໜ້າຢ້ານກົວກໍໄດ້ເກີດຂຶ້ນກັບຄອບຄົວຂອງມະຫາປະໂລຫິດອາໂຣນ. ລູກຊາຍສອງຄົນຂອງເພິ່ນທີ່ມີຊື່ວ່າ "ນາຮາບ" ແລະ "ອາບີຮູ ພວກເຂົາໄດ້ເອົາໝໍ້ຂາງຂອງຕົນມາ ແລະ ເອົາໄຟໃສ່ໃນນັ້ນແລ້ວໃສ່ເຄື່ອງຫອມລົງ ແລະ ນຳໄປຖວາຍໃຫ້ພຣະເຈົ້າ ເຊິ່ງພຣະອົງບໍ່ໄດ້ສັ່ງໃຫ້ພວກເຂົາເຮັດ ແລະ ໄຟທີ່ພວກເຂົານຳໄປຖວາຍນັ້ນກໍບໍ່ບໍຣິສຸດ. ພວກເຂົາໄດ້ເອົາໄຟຈາກມະນຸດແທນທີ່ໄຟສັກສິດທີ່ພຣະເຈົ້າໄດ້ກຳນົດໃຫ້. ໃນຂະນະນາດາບ ແລະ ອາບີຮູເຂົ້າໄປໃນສະຖານສັກສິດ ໄຟຈາກພຣະເຈົ້າກໍໄດ້ເຜົາໄໝ້ພວກເຂົາຕາຍຢູ່ຊ້ອງໜ້າພຣະອົງ.
ຖ້ານາຮາບ ແລະ ອາບີຮູບໍ່ມືນເມົາຈາກການດື່ມເຫຼົ້າຕາມໃຈປາຖະໜາ ເລື່ອງຄວາມຜິດບາບເຊັ່ນນີ້ກໍຄົງຈະບໍ່ເກີດຂຶ້ນ. ພວກເຂົາໄດ້ເສຍສິດທິສຳລັບວຽກງານອັນປະເສີດ ແລະ ບໍຣິສຸດ. ຄວາມຄິດຂອງພວກເຂົາສັບສົນ ແລະ ສິນລະທໍາຂອງພວກເຂົາກໍເຊື່ອມລົງ. ສະນັ້ນ ພວກເຂົາຈຶ່ງບໍ່ສາມາດແຍກອອກໄດ້ວ່າອັນໃດສັກສິດ ແລະ ອັນໃດບໍ່ສັກສິດ. ພຣະເຈົ້າໄດ້ເຕືອນອາໂຣນ ແລະ ລູກຊາຍຂອງເພິ່ນທີ່ເຫຼືອວ່າ: "ເຈົ້າ ແລະ ພວກລູກຊາຍຂອງເຈົ້າບໍ່ຕ້ອງເຂົ້າມາຍັງຫໍເຕັນບ່ອນທີ່ເຮົາສະຖິດຢູ່ ເມື່ອພວກເຈົ້າດື່ມເຫຼົ້າ; ຖ້າພວກເຈົ້າຂືນເຮັດ ພວກເຈົ້າຈະຕາຍ." ລະບຽບພວກເລວີ 10:9. ການດື່ມເຫຼົ້າມືນເມົາເຮັດໃຫ້ຄົນບໍ່ສາມາດເຫັນເຖິງຄວາມສັກສິດ ຫຼືຄວາມສຳຄັນທີ່ຈະປະຕິບັດຕາມພຣະປະສົງຂອງພຣະເຈົ້າ. ທຸກຄົນທີ່ຢູ່ໃນໜ້າທີ່ຮັບໃຊ້ພຣະເຈົ້າຈະຕ້ອງຖືຮັກສາຢ່າງເຄັ່ງຄັດໃນການຄວບຄຸມຕົນເອງ ເພື່ອຈິດໃຈຂອງພວກເຂົາຈະໂປ່ງໃສ ແລະ ຮູ້ຈັກໃນສິ່ງທີ່ຖືກແລະ ສິ່ງທີ່ຜິດ.
ພຣະເຈົ້າຕ້ອງການໃຫ້ພວກເຮົາເຊື່ອຟັງພຣະອົງດ້ວຍສຸດຈິດສຸດໃຈ. ພວກເຮົາບໍ່ຕ້ອງຄິດວ່າພຣະບັນຍັດບາງຂໍ້ຂອງພຣະເຈົ້າບໍ່ສຳຄັນ ຖ້າພວກເຮົາຄິດແບບນີ້ ພວກເຮົາກໍຈະພົບກັບປະສົບການແບບຢ່າງຂອງນາຮາບ ແລະ ອາບີຮູ.
ພຣະເຈົ້າກ່າວຕໍ່ຄຣິສຕຽນໃນປັດຈຸບັນນີ້ວ່າ: "ທ່ານທັງຫຼາຍເປັນຊາດທີ່ພຣະເຈົ້າຊົງເລືອກໄວ້ແລ້ວ: ເປັນປະໂລຫິດຫຼວງ, ເປັນປະຊາຊາດບໍຣິສຸດ, ເປັນພົນລະເມືອງຂອງພຣະເຈົ້າ." (1 ເປໂຕ 2:9) ເມື່ອເຄື່ອງດື່ມມືນເມົາ(ເຄື່ອງດື່ມແອວກໍຮໍ)ຖືກນໍາມາໃຊ້ ຜົນກະທົບກໍຈະຕາມມາດັ່ງເຊັ່ນໃນກໍລະນີທີ່ເກີດຂຶ້ນກັບບັນດາປະໂລຫິດຂອງອິດສະຣາເອນ. ຈິດໃຕ້ສຳນຶກຄວາມດີຂອງພວກເຮົາຈະສູນເສຍໄປກັບຄວາມບາບ ແລະ ຄວາມແຂງກະດ້າງກໍຈະເກີດຂຶ້ນຈົນເຖິງຄວາມແຕກຕ່າງລະຫວ່າງການພົບເຫັນເລື້ອຍໆ ແລະ ຄວາມສັກສິດກໍບໍ່ມີຄວາມສຳຄັນ. "ດັ່ງນັ້ນ ເມື່ອເຈົ້າທັງຫຼາຍຈະກິນ, ຈະດື່ມ ຫຼືຈະເຮັດສິ່ງໃດກໍດີ ຈົ່ງເຮັດທຸກສິ່ງເພື່ອຖວາຍພຣະກຽດແດ່ພຣະເຈົ້າ." 1ໂກຣິນໂທ10:31 ຄຳຕັກເຕືອນທີ່ຈິງຈັງ ແລະ ໜ້າຢໍາເກງແມ່ນຢູ່ທີ່ຄຣິສຕະຈັກຂອງພຣະເຢຊູໃນທຸກເພດທຸກໄວ: "ຖ້າຜູ້ໃດທຳລາຍວິຫານຂອງພຣະເຈົ້າ ພຣະເຈົ້າຈະຊົງທຳລາຍຜູ້ນັ້ນ ເພາະວິຫານຂອງພຣະເຈົ້າເປັນທີ່ບໍຣິສຸດສັກສິດ ແລະ ພວກເຈົ້ານັ້ນແຫລະ ເປັນວິຫານຂອງພຣະອົງ" (1 ໂກຣິນໂທ 3:17).
ອ້າງອີງຈາກປຶ້ມ "ພຣະຄຳພີ" ລະບຽບພວກເລວີ ບົດທີ 10.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 31 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ກົດພຣະບັນຍັດຊອບທຳ ແລະ ກົດພຣະບັນຍັດພີທີກຳ
ກົດພຣະບັນຍັດພິທີກຳທີ່ພຣະເຈົ້າໄດ້ປະທານໃຫ້ໂມເຊ ແລະ ເພິ່ນໄດ້ຂຽນບັນທຶກໄວ້ໃນປື້ມ ເປັນກົດພຣະບັນຍັດກ່ຽວກັບການປະກອບພິທີກຳຂອງການຖວາຍ ແລະ ຂັ້ນຕອນຕ່າງໆໃນຫໍເຕັນສັກສິດ. ບັນດາກົດພຣະບັນຍັດພິທີກຳເຫຼົ່ານີ້ໄດ້ຊີ້ໄປທີ່ພຣະບຸດຂອງພຣະເຈົ້າຈະມາຕາຍເພື່ອໄຖ່ບາບໃຫ້ມະນຸດ ແລະ ຍັງຊີ້ໄປທີ່ວຽກງານຂອງພຣະອົງໄດ້ເລີ່ມເຮັດຢູ່ໃນສະຖານສັກສິດພາຍຫຼັງທີ່ພຣະອົງໄດ້ສະເດັດຂຶ້ນເທິງຟ້າສະຫວັນ.
ແຕ່ກົດພຣະບັນຍັດແຫ່ງຄວາມຊອບທຳເປັນພຣະບັນຍັດສິບປະການ ໄດ້ຖືກຂຽນຂຶ້ນດ້ວຍພຣະຫັດ(ນິ້ວມື)ຂອງພຣະເຈົ້າຢູ່ເທິງແຜ່ນຫີນ ແລະ ເກັບຮັກສາໄວ້ໃນຫີບພັນທະສັນຍາ. ພຣະບັນຍັດສິບປະການເຫຼົ່ານີ້ບໍ່ມີວັນສິ້ນສຸດ ແລະ ບໍ່ມີການປ່ຽນແປງຕະຫຼອດໄປ.
ຫຼາຍຄົນພະຍາຍາມທີ່ຈະປະສົມທັງກົດພຣະບັນຍັດພິທີກຳ ແລະ ກົດພຣະບັນຍັດແຫ່ງຄວາມຊອບທຳເຂົ້ານຳກັນ. ພວກເຂົານໍາໃຊ້ຂໍ້ພຣະຄຳພີໂດຍອ້າງອີງໃສ່ກົດພຣະບັນຍັດພິທີກໍາ ເພື່ອພິສູດວ່າກົດພຣະບັນຍັດແຫ່ງຄວາມຊອບທຳ(ພຣະບັນຍັດສິບປະການ)ຖືກຍົກເລີກ ແຕ່ມັນບໍ່ແມ່ນສິ່ງທີ່ພຣະຄຳພີບອກພວກເຮົາເມື່ອພວກເຮົາອ່ານຢ່າງລະອຽດ.
ກົດພຣະບັນຍັດພິທີກໍາປະກອບດ້ວຍສັນຍາລັກທີ່ຊີ້ໄປທີ່ພຣະເຢຊູ, ການເສຍສະຫຼະຂອງພຣະອົງ ແລະ ໃນຖານະທີ່ເປັນມະຫາປະໂລຫິດຢູ່ເທິງສະຫວັນ. ປະຊາຊົນອິດສະຣາເອນໄດ້ປະຕິບັດຕາມກົດພຣະບັນຍັດພິທີກຳນີ້ດ້ວຍການຖວາຍເຄື່ອງບູຊາ ແລະ ສະເຫຼີມສະຫຼອງ. ກົດພຣະບັນຍັດພິທີກໍານີ້ຈະເຕືອນພວກເຂົາເຖິງພຣະສັນຍາໃນອະນາຄົດຂອງພຣະບຸດຂອງພຣະເຈົ້າທີ່ຈະມາຕາຍສຳລັບບາບຂອງພວກເຂົາ. ຫຼັງຈາກທີ່ພຣະບຸດຂອງພຣະເຈົ້າເສຍຊີວິດແລ້ວ ບັນດາກົດພຣະບັນຍັດພິທີກໍາຕ່າງໆກໍໄດ້ຖືກຍົກເລີກ. ແມ່ນກົດພຣະບັນຍັດພິທີກຳເຫຼົ່ານີ້ແຫລະທີ່ພຣະເຢຊູ "ໄດ້ຍົກເລີກສິ່ງນັ້ນເສຍ ໂດຍຕອກຕິດໄວ້ເທິງໄມ້ກາງແຂນ" (ໂກໂລຊາຍ 2:14). ພຣະເຈົ້າໄດ້ສະແດງໃຫ້ເຫັນວ່າ ກົດພຣະບັນຍັດພິທີກໍານີ້ໄດ້ສິ້ນສຸດລົງແລ້ວ ໂດຍການສົ່ງທູດສະຫວັນລົງມາຈີກຜ້າກັ້ງໃນພຣະວິຫານອອກເປັນສອງຕ່ອນແຕ່ເທິງຮອດລຸ່ມເມື່ອພຣະເຢຊູເສຍຊີວິດເທິງໄມ້ກາງແຂນ ເຊິ່ງຜ້າກັ້ງນີ້ໄດ້ຂັ້ນກາງຢູ່ລະຫວ່າງຫ້ອງບໍຣິສຸດ ແລະ ຫ້ອງບໍຣິສຸດທີ່ສູດ. (ມັດທາຍ 27:51; ມາຣະໂກ 15:38; ລູກາ 23:45)
ແຕ່ຖ້າເວົ້າເຖິງກ່ຽວກັບກົດພຣະບັນຍັດແຫ່ງຄວາມຊອບທຳ(ພຣະບັນຍັດສິບປະການ) ພຣະເຢຊູຊົງກ່າວວ່າ: "ຢ່າຄິດວ່າເຮົາມາເພື່ອລຶບລ້າງກົດບັນຍັດ... ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຕາບໃດທີ່ຟ້າແລະ ດິນຍັງຕັ້ງຢູ່ ແມ່ນແຕ່ເມັດ ຫລືຂໍ້ປີກຍ່ອຍອັນເລັກນ້ອຍທີ່ສຸດຂອງກົດບັນຍັດຈະບໍ່ຖືກລືບລ້າງໄປ ຈົນກວ່າທຸກສິ່ງຈະເກີດຂຶ້ນຄົບຖ້ວນ." (ມັດທາຍ 5:17, 18) ພຣະບຸດຂອງພຣະເຈົ້າສອນວ່າ ພຣະບັນຍັດສິບປະການຂອງພຣະເຈົ້າຈະຢູ່ດົນນານ ຕາບໃດທີ່ສະຫວັນແລະ ແຜ່ນດິນໂລກຍັງຄົງຢູ່. ພຣະຄໍາພີສອນວ່າ ຜູ້ທີ່ຈະໄດ້ຮັບຄວາມລອດໃນຍຸກສຸດທ້າຍແມ່ນຜູ້ທີ່ໄດ້ຮັກສາພຣະບັນຍັດຂອງພຣະເຈົ້າ. “ນີ້ແຫລະຄືຄວາມອົດທົນທີ່ພວກໄພ່ພົນຂອງພຣະເຈົ້າຈະຕ້ອງມີ ຄືພວກທີ່ຖືຮັກສາພຣະບັດຍັດຂອງພຣະເຈົ້າ ແລະ ຈົ່ງຮັກພັກດີຕໍ່ພຣະເຢຊູ.” (ພຣະນິມິດ 14:12) THSV11
ເຖິງແມ່ນວ່າ ການຕາຍຂອງພຣະບຸດໄດ້ເຮັດໃຫ້ກົດພຣະບັນຍັດພິທີກໍາໄດ້ສິ້ນສຸດລົງແລ້ວ. ແຕ່ມັນຍັງຈຳເປັນຕ້ອງໄດ້ປະຕິບັດຕາມພຣະບັນຍັດສິບປະການຢູ່. ເພາະຄວາມຈິງຄືວ່າ ພຣະບຸດຂອງພຣະເຈົ້າໄດ້ມາຕາຍ ເພື່ອທົດແທນການລ່ວງລະເມີດພຣະບັນຍັດສິບປະການທີ່ມະນຸດບໍ່ເຊື່ອຟັງນັ້ນ ນີ້ໄດ້ພິສູດໃຫ້ເຫັນວ່າ ພຣະບັນຍັດສິບປະການບໍ່ສາມາດປ່ຽນແປງໄດ້. ແຕ່ຖ້າວ່າພຣະບັນຍັດສິບປະການສາມາດປ່ຽນແປງໄດ້ ພຣະບຸດຂອງພຣະເຈົ້າກໍບໍ່ຈຳເປັນຕ້ອງມາຕາຍເພື່ອໄຖ່ບາບໃຫ້ແກ່ມະນຸດ.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 32 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ນັກສືບສອດແນມ
ຫຼັງຈາກໃຊ້ເວລາໃນການກໍ່ສ້າງຫໍເຕັນສັກສິດສໍາເລັດແລ້ວ ມື້ໜຶ່ງ ເມກນັ້ນໄດ້ລອຍຂຶ້ນຈາກຫໍເຕັນສັກສິດ. ປະຊາຊົນອິດສະຣາເອນກໍຍົກຍ້າຍຄ້າຍພັກອອກເດີນທາງໄປຈາກຖິ່ນແຫ້ງແລ້ງກັນດານຊີນາຍ ແລະ ຕິດຕາມເມກນັ້ນ ຈົນມາຢຸດຢູ່ທີ່ຖິ່ນແຫ້ງແລ້ງກັນດານປາຣານ. ປະຊາຊົນອິດສະຣາເອນໄດ້ຕັ້ງຄ້າຍພັກຢູ່ໃນຖິ່ນແຫ້ງແລ້ງກັນດານທີ່ເມືອງກາເດັດ ເຊິ່ງຢູ່ບໍ່ຫ່າງໄກຈາກດິນແດນແຫ່ງພັນທະສັນຍາ. ແລ້ວປະຊາຊົນໄດ້ແນະນຳໃຫ້ສົ່ງນັກສືບສອດແນມອອກໄປເບິ່ງທົ່ວທຸກພູມມີພາກຂອງດິນແດນການາອານ. ໂມເຊຈຶ່ງໄດ້ນຳເລື່ອງດັ່ງກ່າວນີ້ໄປທູນຕໍ່ພຣະເຈົ້າ ແລະ ພຣະອົງຊົງອະນຸຍາດ. ຜູ້ຊາຍໄດ້ຮັບການຄັດເລືອກ ແລະ ໂມເຊໄດ້ບອກພວກເຂົາໄປເບິ່ງດິນແດນ ແລະ ປະຊາຊົນທີ່ອາໄສຢູ່ໃນນັ້ນ ເພື່ອເບິ່ງວ່າພວກເຂົາເຈົ້າມີກຳລັງພົນເຂັ້ມແຂງຫຼືບໍ ດິນແດນນັ້ນອຸດົມສົມບູນຫຼືບໍ ແລະ ນຳເອົາໝາກໄມ້ບາງສ່ວນຈາກດິນແດນນັ້ນກັບມາພ້ອມ.
ພວກນັກສືບໄດ້ໄປສຳຫຼວດດິນແດນທັງໝົດ ແລະ ກັບມາຫຼັງຈາກສີ່ສິບມື້. ຂ່າວການກັບມາຂອງພວກເຂົາເປັນທີ່ຊົມຊື່ນຍິນດີ ປະຊາຊົນຮີບແລ່ນອອກໄປທັກທາຍຜູ້ສົ່ງສານທີ່ໜີລອດມາຢ່າງປອດໄພຈາກພາລະກິດສ່ຽງອັນຕະລາຍຂອງພວກເຂົາ. ພວກນັກສືບໄດ້ນຳເອົາຜົນໝາກໄມ້ມາສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນຂອງດິນແດນແຫ່ງພັນທະສັນຍາ. ພວກເຂົານຳເອົາພ່ວງໝາກອະງຸ່ນຂະໜາດໃຫຍ່ ຈົນວ່າຕ້ອງໄດ້ຍົກຫາມດ້ວຍຊາຍສອງຄົນ. ພວກເຂົາຍັງໄດ້ນຳເອົາໝາກເດື່ອ ແລະ ໝາກພິລາ ເຊິ່ງຈະເລີນງອກງາມຢ່າງດົກໜາ.
ປະຊາຊົນພາກັນຟັງການລາຍງານທີ່ນຳມາໃຫ້ໂມເຊຢ່າງຕັ້ງໃຈ "ພວກເຮົາໄດ້ສຳຫຼວດເບິ່ງແຜ່ນດິນຕາມທີ່ທ່ານໄດ້ສົ່ງພວກເຮົາໄປນັ້ນແລ້ວ" ພວກນັກສືບເລີ່ມເວົ້າວ່າ: "ດິນແດນແຫ່ງນີ້ຮັ່ງມີ ແລະ ອຸດົມສົມບູນຫຼາຍ ແລະ ນີ້ເດ! ໝາກໄມ້ບາງຊະນິດຈາກປະເທດນັ້ນ." ປະຊາຊົນມີຄວາມກະຕືລືລົ້ນ ແລະ ມີຄວາມພ້ອມທີ່ຈະໄປພ້ອມກັນເພື່ອຢຶດຄອງດິນແດນນັ້ນ.
ແຕ່ມີສອງນັກສືບເລີ່ມບອກເຖິງອັນຕະລາຍທີ່ພວກເຂົາໄດ້ພົບເຫັນໃນດິນແດນການາອານ. ພວກເຂົາເວົ້າວ່າ: "ແຕ່ປະຊາຊົນທີ່ອາໄສຢູ່ໃນທີ່ນັ້ນ ຮູບຮ່າງໃຫຍ່ ແລະ ສູງກວ່າພວກເຮົາອີກ, ເມືອງກໍໃຫຍ່ ແລະ ມີກຳແພງສູງເຖິງສະຫວັນ. ນອກຈາກນີ້ ພວກເຮົາໄດ້ເຫັນເຊື້ອສາຍຂອງຊາວອານາກິມຢູ່ທີ່ນັ້ນ."
ແລ້ວປະຊາຊົນກໍເລີ່ມທໍ້ໃຈ, ພວກເຂົາສົງໄສວ່າ ພວກເຂົາຄົງຈະບໍ່ມີທາງທີ່ຈະເອົາຊະນະປະຊາຊົນທີ່ອາໄສຢູ່ໃນດິນແດນນັ້ນໄດ້ ແລະ ພວກເຂົາໄດ້ລືມພະລັງອຳນາດອັນຍິ່ງໃຫຍ່ຂອງພຣະເຈົ້າ ເຊິ່ງໄດ້ນຳພາພວກເຂົາອອກມາຈາກປະເທດເອຢິບ. ປະຊາຊົນບໍ່ໄດ້ຈື່ວິທີການອັນອັດສະຈັນທີ່ຍິ່ງໃຫຍ່ຂອງພຣະເຈົ້າທີ່ໄດ້ຊ່ວຍພວກເຂົາອອກມາຈາກການເປັນທາດ, ການແຍກທະເລໃຫ້ເປັນເສັ້ນທາງ ແລະ ການທຳລາຍກອງທັບຂອງກະສັດເອຢິບ.
ແຕ່ມີນັກສືບອີກຄົນໜຶ່ງຊື່ວ່າ ກາເຫລັບ. ລາວໄດ້ເວົ້າຕໍ່ປະຊາຊົນວ່າ: "ໃຫ້ພວກເຮົາເຂົ້າໂຈມຕີດຽວນີ້ໂລດ ແລະ ຢືດເອົາດິນແດນ. ພວກເຮົາມີກຳລັງເຂັ້ມແຂງພໍທີ່ຈະຕີຊະນະພວກເຂົາໄດ້."
ແຕ່ນັກສືບສິບຄົນໄດ້ຂັດຈັງຫວະກາເຫລັບ ແລະ ໄດ້ຂັດຂວາງໃນການຟັງ. ພວກເຂົາເວົ້າຂຶ້ນວ່າ: "ພວກເຮົາບໍ່ສາມາດທີ່ຈະໄປຕໍ່ສູ້ກັບປະຊາຊົນທີ່ຢູ່ທີ່ນັ້ນໄດ້ ເພາະພວກເຂົາແຂງແຮງກວ່າພວກເຮົາ... ທຸກຄົນທີ່ພວກເຮົາໄດ້ພົບເຫັນເປັນຄົນສູງໃຫຍ່... ພວກເຮົາເປັນຄືຕັກແຕນຢູ່ໃນສາຍຕາຂອງພວກເຂົາ ແລະ ກໍເປັນດັ່ງນັ້ນໃນສາຍຕາຂອງພວກເຂົານຳ."
ອ້າງອີງຈາກປຶ້ມ "ພຣະຄຳພີ" ຈົດບັນຊີ ບົດທີ 13.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 34 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຊາວອິດສະຣາເອນຫຼາຍຄົນປະຕິເສດທີ່ຈະເຂົ້າໄປໃນດິນແດນການາອານ
ຝູງຊົນໄດ້ກະບົດຕໍ່ສູ້ໂມເຊ ແລະ ອາໂຣນ ດ້ວຍຄວາມໃຈຮ້າຍ, ພວກເຂົາໄດ້ຮ້ອງຂຶ້ນວ່າ: "ເປັນຫຍັງ ພຣະເຈົ້າຈຶ່ງຈະນຳພາພວກເຮົາເຂົ້າໄປໃນດິນແດນນັ້ນ? ພວກເຮົາຈະຖືກຂ້າຢູ່ໃນສະໜາມຮົບ ແລະ ບັນດາລູກເມຍຂອງພວກເຮົາກໍຈະຖືກຈັບໄປ."
ແລ້ວພວກເຂົາກໍໄດ້ສົນທະນາກັນວ່າ: “ໃຫ້ພວກເຮົາເລືອກເອົາຜູ້ນຳຄົນໜຶ່ງ ແລະ ກັບຄືນໄປປະເທດເອຢິບເທາະ.”
ກາເຫລັບ ແລະ ໂຢຊວຍພະຍາຍາມທີ່ຈະງຽບສຽງດັງທີ່ວຸ່ນວາຍ ແລະ ພວກເຂົາໄດ້ເວົ້າຂຶ້ນວ່າ: "ຖ້າພຣະເຈົ້າຫາກພໍໃຈນຳພວກເຮົາແລ້ວ ພຣະອົງກໍຈະນຳພາພວກເຮົາໄປທີ່ນັ້ນ ແລະ ມອບດິນແດນທີ່ອຸດົມສົມບູນ ແລະ ຮັ່ງມີໃຫ້ແກ່ພວກເຮົາ. 'ດິນແດນເຊິ່ງມີນ້ຳນົມ ແລະ ນ້ຳເຜິ້ງ' ຂໍພຽງແຕ່ຢ່າກະບົດຕໍ່ສູ້ພຣະອົງ ແລະ ຢ່າຢ້ານປະຊາຊົນທີ່ອາໄສຢູ່ທີ່ນັ້ນເລີຍ. ພວກເຮົາຈະຊະນະພວກເຂົາຢ່າງງ່າຍດາຍ. ພຣະເຈົ້າຊົງທຳລາຍບັນດາພະທີ່ປົກປ້ອງພວກເຂົານັ້ນສູນສິ້ນໄປໝົດແລ້ວ; ສະນັ້ນ ຢ່າຢ້ານພວກເຂົາເລີຍ ເພາະວ່າພຣະເຈົ້າຊົງສະຖິດຢູ່ນຳພວກເຮົາ."
ແຕ່ຝູງຊົນບໍ່ຍອມຟັງກາເຫລັບ ແລະ ໂຢຊວຍ. ພວກເຂົາຮ້ອງໄຫ້ພ້ອມທັງຈະໄປແກວ່ງກ້ອນຫີນໃສ່ໂມເຊ ແລະ ອາໂຣນຢ່າງບໍ່ມີເຫດຜົນ. ພວກເຂົາໄດ້ແລ່ນມຸ່ງໜ້າໄປພ້ອມທັງຮ້ອງໂວຍວາຍຄືຄົນບ້າ. ແຕ່ທັນໃດນັ້ນ ແສງລັດສະໝີຂອງພຣະເຈົ້າກໍປາກົດຄືກັບແປວໄຟສະຫວ່າງເທິງຫໍເຕັນສັກສິດ. ຝູງຊົນສັ່ນດ້ວຍຄວາມຢ້ານກົວ ແລະ ກ້ອນຫີນກໍໄດ້ລົ້ນອອກຈາກມືຂອງພວກເຂົາ ແລະ ບໍ່ມີໃຜກ້າທີ່ຈະເຮັດການຕໍ່ສູ້. ສ່ວນພວກນັກສືບທີ່ລາຍງາຍໃນແງ່ຮ້າຍ, ພວກເຂົາກໍພາກັນຢ້ານ ແລະ ຮີບແລ່ນໄປທີ່ເຕັນພັກຂອງພວກເຂົາ.
ແລ້ວໂມເຊກໍໄດ້ເຂົ້າໄປທີ່ຫໍເຕັນສັກສິດ ແລະ ພຣະເຈົ້າໄດ້ກ່າວຕໍ່ເພິ່ນວ່າ: "ເຮົາຈະສົ່ງໂຣກລະບາດມາທຳລາຍພວກເຂົາ ແຕ່ເຮົາຈະເຮັດໃຫ້ເຈົ້າເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ມີອຳນາດກວ່າພວກເຂົາອີກ." ແຕ່ໂມເຊໄດ້ອ້ອນວອນຂໍພຣະເຈົ້າເພື່ອປະຊາຊົນວ່າ: "ສະນັ້ນ ຂ້ານ້ອຍຂໍພຣະອົງຊົງສະແດງລິດອຳນາດຕາມທີ່ພຣະອົງໄດ້ຊົງປະກາດໄວ້ວ່າ 'ພຣະອົງເປັນຜູ້ມີຄວາມອົດກັ້ນ ແລະ ເຕັມລົ້ນດ້ວຍຄວາມເມດຕາ'... ໂດຍເຫັນແກ່ຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ ຂໍຈົ່ງຍົກໂທດບາບໃຫ້ປະຊາຊົນເຫລົ່ານີ້ດ້ວຍເຖີດ ເໝືອນດັ່ງທີ່ໄດ້ຊົງອະໄພໃຫ້ຕະຫຼອດມາ ຕັ້ງແຕ່ໃນຄາວທີ່ພວກຂ້ານ້ອຍທັງຫຼາຍໄດ້ອອກມາຈາກປະເທດເອຢິບຈົນເຖິງທຸກມື້ນີ້."
ແລ້ວພຣະເຈົ້າກໍໄດ້ຍົກໂທດໃຫ້ປະຊາຊົນອິດສະຣາເອນຕາມທີ່ໂມເຊໄດ້ຂໍຮ້ອງ. ແຕ່ຍ້ອນວ່າພວກເຂົາກໍ່ການກະບົດ ສະນັ້ນ ພວກເຂົາຈຶ່ງບໍ່ທັນໄດ້ເຂົ້າໄປຍັງດິນແດນການາອານ. ພຣະເຈົ້າໄດ້ສົ່ງພວກເຂົາໄປຍັງຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບປີ ເຊິ່ງຄືກັນກັບພວກນັກສືບທີ່ໄດ້ໃຊ້ເວລາສີ່ສິບມື້ໃນການສຳຫຼວດດິນແດນອານາອານນັ້ນ. ສະນັ້ນ ປະຊາຊົນອິດສະຣາເອນຈະໄດ້ພະເນຈອນຢູ່ຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບປີ ຈົນກວ່າບັນດາຜູ້ທີ່ກໍ່ການກະບົດຕໍ່ສູ້ພຣະເຈົ້ານັ້ນຈະຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະ ລູກຫຼານຂອງພວກເຂົາຈະໄດ້ເຂົ້າໄປໃນດິນແດນແຫ່ງພັນທະສັນຍາ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ຈົດບັນຊີ 14:1-38.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 34 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ອິດສະຣາເອນພະຍາຍາມຍຶດຄອງດິນແດນການາອານ
ພວກນັກສືບສິບຄົນທີ່ບໍ່ສັດຊື່ນັ້ນ ພຣະເຈົ້າໄດ້ລົງໂທດພວກເຂົາດ້ວຍໂຣກລະບາດ ແລະ ພວກເຂົາໄດ້ເສຍຊີວິດຕໍ່ໜ້າຕໍ່ຕາຂອງປະຊາຊົນອິດສະຣາເອນ. ໃນການເສຍຊີວິດຂອງພວກນັກສືບນັ້ນ ປະຊາຊົນສາມາດເຫັນຊະຕາກຳຂອງບັນດາຜູ້ທີ່ກະບົດຕໍ່ສູ້ພຣະເຈົ້າ.
ໃນຄືນນັ້ນ ປະຊາຊົນທັງຫຼາຍພາກັນຮ້ອງໄຫ້ໂສກເສົ້າເສຍໃຈໝົດຄືນ ແຕ່ພໍຮຸ່ງເຊົ້າຂອງມື້ຕໍ່ມາ ພວກເຂົາກໍໄດ້ພາກັນຕັດສິນໃຈກອບກູ້ເອົາຄວາມກ້າຫານທີ່ຂາດຫາຍໄປຂອງພວກເຂົາກັບຄືນມາ.
ພວກເຂົາພາກັນຮ້ອງໄຫ້ ແລະ ເວົ້າວ່າ: "ພວກເຮົາໄດ້ເຮັດບາບຕໍ່ພຣະເຈົ້າແລ້ວ... ພວກເຮົາຈະຂຶ້ນໄປຍັງດິນແດນທີ່ພຣະອົງໄດ້ຊົງສັນຍາໄວ້." (ຈົດບັນຊີ 14:1, 40)
ພຣະເຈົ້າໄດ້ລົງໂທດພວກເຂົາແລ້ວ ແລະ ສົ່ງພວກເຂົາກັບໄປພະເນຈອນຢູ່ຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບປີ. ແຕ່ການບໍ່ລະນຶກເຖິງຄຳຕັດສິນຂອງພຣະເຈົ້າ ຊົນຊາດອິດສະຣາເອນໄດ້ຕຽມຕົວທີ່ຈະໄປຍຶດຄອງດິນແດນການາອານ ເຊິ່ງເປັນດິນແດນທີ່ພຣະເຈົ້າໄດ້ສັນຍາໄວ້ວ່າຈະມອບໃຫ້ພວກເຂົາ. ໃນຄວາມຄິດຂອງພວກເຂົາ ພວກເຂົາຄິດວ່າ ພວກເຂົາຕຽມຕົວພ້ອມແລ້ວຢ່າງເຕັມທີ່ສຳລັບການສູ້ຮົບກັນ ເຊິ່ງເບິ່ງຂັດແຍ່ງກັບຄຳສັ່ງຂອງພຣະເຈົ້າ ແລະ ຄຳຕັກເຕືອນຂອງຜູ້ນຳຂອງພວກເຂົາ.
ໃນເວລາທີ່ໂມເຊເຫັນພວກເຂົາກໍາລັງຕຽມຕົວອອກໄປສູ່ສົງຄາມນັ້ນ ເພິ່ນກໍໄດ້ເຕືອນພວກເຂົາວ່າ: "ເປັນຫຍັງ ພວກທ່ານຈຶ່ງລະເມີດຄໍາສັ່ງຂອງພຣະເຈົ້າ? ພວກທ່ານຈະບໍ່ໄດ້ຮັບໄຊຊະນະດອກ! ຢ່າໄປເລີຍ ເພາະພຣະເຈົ້າຈະບໍ່ສະຖິດຢູ່ກັບພວກທ່ານ ແລະ ພວກທ່ານຈະພ່າຍແພ້ພວກສັດຕູ." ແຕ່ປະຊາຊົນອິດສະຣາເອນບໍ່ຍອມຟັງ. ພວກເຂົາໄດ້ອອກໄປພົບກັບກອງທັບຂອງພວກສັດຕູ ເມື່ອປະຊາຊົນການາອານເຫັນປະຊາຊົນອິດສະຣາເອນກຳລັງຈະມາໂຈມຕີພວກເຂົາ. ພວກເຂົາຢືນຢູ່ເທິງພູພຽງຫີນສູງ ເຊິ່ງເຂົ້າໄປເຖິງໄດ້ໂດຍການໄຕ່ພູເຂົາສູງຊັນ ແລະ ອັນຕະລາຍ. ປະຊາຊົນອິດສະຣາເອນໄດ້ໄຕ່ພູເຂົາສູງຊັນ ແຕ່ໃນຂະນະທີ່ພວກເຂົາກຳລັງໄຕ່ຢູ່ນັ້ນ ປະຊາຊົນການາອານໄດ້ໂຍນຫີນຂະໜາດໃຫຍ່ລົງໄປຂ້າຄົນທີ່ກຳລັງພະຍາຍາມໄຕ່ຂຶ້ນໄປ. ສ່ວນບັນດາຜູ້ທີ່ໄຕ່ໄປເທິງຍອດພູເຂົາແລ້ວ ກໍພາກັນອິດເມື່ອຍຈາກການໄຕ່ ແລະ ພວກເຂົາກໍຖືກໂຈມຕີຢ່າງຮຸນແຮງ. ແລ້ວກອງທັບຂອງປະຊາຊົນອິດສະຣາເອນກໍໄດ້ພ່າຍແພ້ຢ່າງສິ້ນເຊີງ.
ພວກສັດຕູໄດ້ຍິນຂ່າວລືວ່າ ພຣະເຈົ້າຊົງປົດປ່ອຍຊົນຊາດອິດສະຣາເອນອອກຈາກປະເທດເອຢິບ. ແຕ່ຕອນນີ້ ພວກເຂົາມີໄຊຊະນະເໜືອຊົນຊາດອິດສະຣາເອນ ສະນັ້ນ ຈຶ່ງເຮັດໃຫ້ພວກເຂົາມີຄວາມໝັ້ນໃຈໃນຕົວຂອງພວກເຂົາເອງ. ຂ່າວລືທັງໝົດທີ່ພວກເຂົາເຄີຍໄດ້ຍິນກ່ຽວກັບສິ່ງອັດສະຈັນຕ່າງໆທີ່ພຣະເຈົ້າໄດ້ຊົງເຮັດເພື່ອຊົນຊາດອິດສະຣາເອນນັ້ນ ຕອນນີ້ ພວກເຂົາພາກັນຄິດວ່າມັນເປັນເລື່ອງບໍ່ຈິງ.
ຫຼັງຈາກທີ່ປະຊາຊົນອິດສະຣາເອນໄດ້ພ່າຍແພ້ໃຫ້ແກ່ປະຊາຊົນທີ່ອາໄສຢູ່ໃນດິນແດນການາອານແລ້ວ, ພວກເຂົາກໍບໍ່ມີທາງເລືອກ ຈຶ່ງໄດ້ກັບຄືນໄປສູ່ຖິ່ນແຫ້ງແລ້ງກັນດານ ແລະ ລໍຖ້າ 40 ປີ ຈົນກວ່າພຣະເຈົ້າຈະນໍາພາພວກເຂົາເຂົ້າໄປໃນດິນແດນແຫ່ງພັນທະສັນຍາ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ຈົດບັນຊີ 14:39-45.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 34 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂມເຊເຮັດຜິດພາດ
ສີ່ສິບປີຜ່ານໄປ ຫຼັງຈາກບັນດາຜູ້ທີ່ກະບົດຕໍ່ສູ້ພຣະເຈົ້າ ແລະ ໂມເຊໄດ້ເສຍຊີວິດຢູ່ໃນຖິ່ນແຫ້ງແລ້ງກັນດານໝົດແລ້ວ. ແລະ ຕອນນີ້ ປະຊາຊົນອິດສະຣາເອນກໍໄດ້ເດີນທາງກັບມາທີ່ດິນແດນການາອານອີກຄັ້ງ
ແລະ ໃນບ່ອນທີ່ພວກເຂົາຕັ້ງຄ້າຍພັກຢູ່ໃກ້ດິນແດນແຫ່ງພັນທະສັນຍານັ້ນພັດບໍ່ມີນ້ຳ. ແທນທີ່ຈະຫັນໄປຂໍຄວາມຊ່ວຍເຫຼືອຈາກພຣະເຈົ້າ ແຕ່ພວກເຂົາຊ້ຳພັດຈົ່ມຢ່າງໝົດຫວັງໂດຍຮ້ອງຂຶ້ນວ່າ: "ຖ້າພວກເຮົາຫາກໄດ້ຕາຍຢູ່ຕໍ່ໜ້າຫໍເຕັນ ຮ່ວມກັບພີ່ນ້ອງອິດສະຣາເອນຂອງພວກເຮົາກໍຄົງເປັນການດີກວ່າດອກ!"
ແລ້ວໂມເຊ ແລະ ອາໂຣນກໍໄດ້ໄປຢືນຢູ່ທາງປະຕູເຂົ້າຫໍເຕັນ ແລະ ໝູບໜ້າລົງພື້ນດິນ. ທັນໃດນັ້ນ ແສງແຫ່ງສະຫງ່າຣາສີຂອງພຣະເຈົ້າກໍໄດ້ປາກົດຂຶ້ນໃຫ້ພວກເຂົາເຫັນ ແລະ ໂມເຊໄດ້ຮັບຄຳສັ່ງວ່າ: "ຈົ່ງເອົາໄມ້ເທົ້າມາ; ແລ້ວເຈົ້າກັບອາໂຣນອ້າຍຂອງເຈົ້າຈົ່ງເອີ້ນປະຊາຊົນມາຮ່ວມກັນ. ຈົ່ງເວົ້າກັບໂງ່ນຫີນນັ້ນຕໍ່ໜ້າພວກເຂົາ ແລະ ນ້ຳກໍຈະໄຫຼອອກມາ."
ຫຼາຍປີກ່ອນໜ້ານີ້ ພຣະເຈົ້າໄດ້ປະທານນ້ຳຢູ່ທີ່ໂຮເຣັບ ໂດຍບອກໂມເຊຕີໂງ່ນຫີນຢູ່ທ່າມກາງບັນດາພວກຜູ້ນຳຂອງພວກເຂົາ. ແຕ່ໃນຄັ້ງນີ້ ພຣະເຈົ້າໄດ້ສັ່ງໃຫ້ໂມເຊ ແລະ ອາໂຣນເວົ້າກັບໂງ່ນຫີນແທນການຕີໂງ່ນຫີນຢູ່ທ່າມກາງບັນດາພວກຜູ້ນຳຂອງພວກເຂົາ.
ຕອນນີ້ ທັງສອງອ້າຍນ້ອງກໍເຖົ້າແກ່ຫຼາຍ ພວກເຂົາໄດ້ອົດທົນກັບການກະບົດຂອງຊົນຊາດອິດສະຣາເອນເປັນເວລາດົນນານ. ແຕ່ດຽວນີ້ ໂມເຊໄດ້ໝົດຄວາມອົດທົນຕໍ່ປະຊາຊົນ ແລະ ເພິ່ນໄດ້ເວົ້າຂຶ້ນພ້ອມທັງຮ້ອງໄຫ້ວ່າ: "ຈົ່ງຟັງທາງນີ້ ພວກເຈົ້າຄົນກະບົດເອີຍ! ພວກເຮົາຈະຕ້ອງເອົານ້ຳອອກມາຈາກໂງ່ນຫີນນີ້ໃຫ້ພວກເຈົ້າດື່ມຊັ້ນບໍ?" ແທນທີ່ຈະເວົ້າກັບໂງ່ນຫີນຕາມທີ່ພຣະເຈົ້າຊົງສັ່ງໄວ້ ແຕ່ໂມເຊໄດ້ຕີໂງ່ນຫີນເຖິງສອງຄັ້ງດ້ວຍໄມ້ເທົ້າ.
ນ້ຳໄດ້ທະລຸອອກມາຢ່າງຫຼວງຫຼາຍ ແຕ່ໂມເຊໄດ້ເຮັດຜິດພາດ. ເພິ່ນໄດ້ເວົ້າຈາກຄວາມຮູ້ສຶກຫງຸດຫງິດ. ເຖິງແມ່ນວ່າມັນແມ່ນຄວາມຈິງທີ່ເພິ່ນເວົ້າ ຖ້າຫາກມັນບໍ່ໄດ້ເວົ້າດ້ວຍຄວາມຮັກ ແຕ່ເວົ້າດ້ວຍຄວາມໃຈຮ້າຍແລະ ໃຈຮ້ອນ ມັນແມ່ນຄວາມຜິດ. ເມື່ອໂມເຊເອົາມັນຂຶ້ນມາເພື່ອກ່າວໂທດໃສ່ພວກເຂົາ ເພິ່ນກໍໄດ້ເຮັດໃຫ້ພຣະວິນຍານບໍຣິສຸດຂອງພຣະເຈົ້າເສົ້າໝອງ. ການທີ່ໂມເຊຂາດການຄວບຄຸມຕົນເອງກໍເຮັດໃຫ້ປະຊາຊົນມີໂອກາດສົງໄສວ່າ ໃນອະດີດທີ່ຜ່ານມາ ໂມເຊໄດ້ປະຕິບັດຕາມຄຳສັ່ງພຣະເຈົ້າຫຼືບໍ່. ຕອນນີ້ ພວກເຂົາອາດຈະມີຂໍ້ແກ້ຕົວທີ່ພວກເຂົາຕ້ອງການສຳລັບການປະຕິເສດຄຳຕັກເຕືອນທີ່ພຣະເຈົ້າໄດ້ສົ່ງຜ່ານຜູ້ຮັບໃຊ້ຂອງພຣະອົງ.
ໂດຍການອິດເມື່ອຍ ແລະ ທໍ້ແທ້ໃນຈິດໃຈ, ໂມເຊ ແລະ ອາໂຣນບໍ່ໄດ້ພະຍາຍາມທີ່ຈະຕໍ່ຕ້ານຄວາມຮູ້ສືກຂອງຄົນອິດສະຣາເອນເປັນສ່ວນໃຫຍ່. ຖ້າຫາກວ່າ ພວກເຂົາຈະອະທິບາຍສະຖານະການໃຫ້ກັບປະຊາຊົນໃນລັກສະນະທີ່ຈະຊ່ວຍພວກເຂົາຮັບຜິດຊອບການທົດສອບນີ້ ພວກເຂົາອາດຈະຢຸດເຊົາຈົ່ມກ່ອນທີ່ຈະຂໍພຣະເຈົ້າໃຫ້ຊ່ວຍພວກເຂົາ. ເຫດການຊົ່ວຮ້າຍອາດຈະໄດ້ຮັບການຫຼີ້ກເວັ້ນ.
ຫີນເຊິ່ງເປັນສັນຍາລັກຂອງພຣະເຢຊູທີ່ຕ້ອງຖືກຕີຄັ້ງດຽວ ໃນທຳນອງດຽວກັນ ພຣະເຢຊູຈະຖືກຖວາຍພຽງຄັ້ງດຽວ. ພຣະເຈົ້າຊົງສັ່ງໂມເຊຕີໂງ່ນຫີນເມື່ອ 40 ປີກ່ອນຫນ້ານີ້ເພື່ອໃຫ້ໄດ້ນ້ໍາ ແຕ່ຕອນນີ້ ພຣະເຈົ້າຊົງສັ່ງໂມເຊເວົ້າກັບໂງ່ນຫີນເທົ່ານັ້ນ. ໂດຍການຕີໂງ່ນຫີນສອງຄັ້ງ ໂມເຊໄດ້ທຳລາຍຄວາມໝາຍຂອງສັນຍາລັກທີ່ງົດງາມຂອງພຣະເຢຊູ. ດ້ວຍວ່າ ພຣະບຸດຂອງພຣະເຈົ້າເສຍຊີວິດພຽງຄັ້ງດຽວເພື່ອໄຖ່ບາບໃຫ້ພວກເຮົາ ແລະ ຫຼັງຈາກນັ້ນ ສິ່ງທີ່ພວກເຮົາຕ້ອງການຄື ການຂໍອະໄພຄວາມບາບ. "ດ້ວຍວ່າ ພວກເຂົາໄດ້ດື່ມນ້ຳເຊິ່ງໄຫຼອອກມາຈາກສີລາຝ່າຍຈິດວິນຍານທີ່ຕິດຕາມພວກເຂົານັ້ນ ແລະ ສີລານັ້ນແມ່ນພຣະຄຣິສ." 1 ໂກຣິນໂທ10:4
ພຣະເຈົ້າກ່າວຕໍ່ໂມເຊ ແລະ ອາໂຣນວ່າ: "ເພາະເຈົ້າບໍ່ໄດ້ເຊື່ອເຮົາ ບໍ່ໄດ້ໃຫ້ກຽດເຮົາໃນຖານະທີ່ເປັນອົງບໍຣິສຸດຕໍ່ໜ້າປະຊາຊົນອິດສະຣາເອນ. ເພາະສະນັ້ນ ເຈົ້າຈະບໍ່ໄດ້ນຳພາປະຊາຊົນນີ້ເຂົ້າໄປດິນແດນທີ່ເຮົາຈະມອບໃຫ້ແກ່ພວກເຂົາ.” ພຣະເຈົ້າບໍ່ອະນຸຍາດໃຫ້ໂມເຊ ແລະ ອາໂຣນເຂົ້າໄປໃນແຜ່ນດິນແຫ່ງພັນທະພຣະສັນຍາ ຍ້ອນວ່າພວກເຂົາໄດ້ພ່າຍແພ້ໃຫ້ກັບການທົດລອງທີ່ເກີດຂຶ້ນກະທັນຫັນ. ເຖິງແມ່ນວ່າ ການກັບໃຈຂອງພວກເຂົາຈະຖືກສະແດງອອກທັນທີ ແລະ ຈິງໃຈ. ພຣະເຈົ້າຊົງຍອມຮັບການກັບໃຈຂອງພວກເຂົາ ແຕ່ຖ້າພຣະອົງອະນຸຍາດໃຫ້ພວກເຂົາເຂົ້າໄປໃນດິນແດນການາອານ ປະຊາຊົນອາດຈະຄິດວ່າ ການເຊື່ອຟັງຄຳສັ່ງຂອງພຣະເຈົ້າຢ່າງສົມບູນແບບນັ້ນ ກໍບໍ່ຈຳເປັນສະເໝີໄປ.
ຕະຫຼອດການເດີນທາງຂອງພວກເຂົາ ໃນຂະນະທີ່ພວກເຂົາໄດ້ຈົ່ມເລື່ອງຄວາມຫຍຸ້ງຍາກຕ່າງໆໄປຕາມທາງນັ້ນ ໂມເຊໄດ້ບອກພວກເຂົາວ່າ: "ພວກທ່ານບໍ່ໄດ້ຈົ່ມຮ້າຍເຮົາ ແຕ່ໄດ້ຈົ່ມຮ້າຍພຣະຜູ້ເປັນເຈົ້າ" (ອົບພະຍົບ 16:8) ແຕ່ດຽວນີ້ ໃນຂະນະທີ່ເພິ່ນຈະເອົານ້ຳອອກຈາກໂງ່ນຫີນ ເພິ່ນໄດ້ເວົ້າດ້ວຍຄວາມໃຈຮ້ອນວ່າ: "ພວກເຮົາຈະຕ້ອງເອົານ້ຳອອກມາຈາກໂງ່ນຫີນນີ້ໃຫ້ພວກເຈົ້າດື່ມຊັ້ນບໍ?"
ເຊິ່ງນີ້ໄດ້ເປັນຄຳເວົ້າຂອງການຍົກຍໍຕົວເອງຂຶ້ນແທນທີ່ພຣະເຈົ້າ ແຕ່ເພື່ອບໍ່ຢາກໃຫ້ປະຊາຊົນຄິດວ່າໂມເຊເປັນຜູ້ນຳຂອງພວກເຂົາ ສະນັ້ນ ພຣະເຈົ້າຈຶ່ງລົງໂທດໂມເຊ ແລະ ອາໂຣນໂດຍການບໍ່ອະນຸຍາດໃຫ້ພວກເຂົາເຂົ້າໄປໃນດິນແດນແຫ່ງພັນທະສັນຍາ. ແຕ່ເພື່ອໃຫ້ປະຊາຊົນເຫັນຢ່າງຊັດເຈນວ່າ ຜູ້ນໍາຂອງພວກເຂົາບໍ່ແມ່ນໂມເຊ ແຕ່ແມ່ນທູດສະຫວັນທີ່ພຣະເຈົ້າໄດ້ຊົງກ່າວເຖິງ. ພຣະເຈົ້າຊົງກ່າວວ່າ: "ເຮົາຈະໃຊ້ທູດສະຫວັນນຳໜ້າໄປ ເພື່ອປົກປັກຮັກສາພວກເຈົ້າໃນການເດີນທາງ ທັງຈະນຳພວກເຈົ້າໄປຍັງບ່ອນທີ່ເຮົາໄດ້ຈັດແຈງໄວ້. ຈົ່ງເອົາໃຈໃສ່ ແລະ ເຊື່ອຟັງທູດສະຫວັນ... ເພາະທູດສະຫວັນເຮັດໃນນາມຂອງເຮົາ" (ອົບພະຍົບ 23:20,21)
ອ້າງອີງຈາກປຶ້ມ "ພຣະຄຳພີ" ຈົດບັນຊີ ບົດທີ 20.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 37 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ມະຫາປະໂລຫິດອາໂຣນເສຍຊີວິດ
ປະຊາຊົນອິດສະຣາເອນໄດ້ຕັ້ງຄ້າຍພັກຢູ່ໃນຖິ່ນແຫ້ງແລ້ງກັນດານເປັນເວລາ 40 ປີຢູ່ທີ່ກາເດັດ ຍ້ອນວ່າພວກເຂົາໄດ້ກະບົດຕໍ່ສູ້ພຣະເຈົ້າ. ຖ້າວ່າພວກເຂົາໄດ້ເຊື່ອຟັງກາເລັບ ແລະ ໂຢຊວຍແລ້ວ ພວກເຂົາຈະໄດ້ເຂົ້າໄປໃນດິນແດນການາອານ ແລະ ພຣະເຈົ້າຈະມອບດິນແດນນີ້ໃຫ້ພວກເຂົາທັນທີ. ແຕ່ຍ້ອນວ່າພວກເຂົາບໍ່ຍອມເຊື່ອຟັງ ພວກເຂົາຈຶ່ງສະແດງໃຫ້ເຫັນເຖິງພຶດຕິກຳ ແລະ ການອວດດີຕໍ່ພຣະເຈົ້າ. ເຖິງແມ່ນວ່າ ພວກເຂົາຈະກະບົດຕໍ່ພຣະເຈົ້າ ແຕ່ພຣະເຈົ້າກໍຍັງຮັກ ແລະ ເມດຕາປະຊາຊົນອິດສະຣາເອນ ເຊິ່ງພຣະອົງຍັງຄົງນຳພາພວກເຂົາໄປຍັງດິນແດນແຫ່ງພັນທະສັນຍາ.
ເມື່ອ 40 ປີແຫ່ງການລົງໂທດໃກ້ຈະສິ້ນສຸດລົງແລ້ວ ແລະ ພຣະເຈົ້າກຳລັງຈະນຳພາພວກເຂົາໄປຍັງດິນແດນແຫ່ງພັນທະສັນຍາ. ພວກເຂົາໄດ້ຍົກຍ້າຍຄ້າຍພັກເຂົ້າໄປໃກ້ດິນແດນແຫ່ງພັນທະສັນຍາ. ໃນເວລາທີ່ປະຊາຊົນອິດສະລາເອນຢູ່ທີ່ພູເຂົາໂຮເຣ ຢູ່ທີ່ນັ້ນອາໂຣນກໍໄດ້ເສຍຊີວິດເພາະເຖົ້າແກ່ຫຼາຍ. ສະນັ້ນ ໂມເຊຈຶ່ງແຕ່ງຕັ້ງເອເລອາຊາລູກຊາຍຂອງອາໂຣນຂຶ້ນເປັນມະຫາປະໂລຫິດແທນອາໂຣນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ຈົດບັນຊີ 20:22-29.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 38 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂມເຊເສຍຊີວິດ
ເວລານີ້ ປະຊາຊົນອິດສະລາເອນໄດ້ຕັ້ງຄ້າຍພັກຢູ່ພາກຕາເວັນອອກຂອງແມ່ນ້ຳຢໍແດນໃນເຂດແດນໂມອາບ ເຊິ່ງຢູ່ກົງກັນຂ້າມກັບເມືອງໜຶ່ງທີ່ມີຊື່ວ່າ "ເຢຣິໂກ" ທີ່ຢູ່ໃນດິນແດນການາອານ. ຢູ່ທີ່ນັ້ນ ໂມເຊໄດ້ເລົ່າອີກຄັ້ງກ່ຽວກັບພຣະບັນຍັດ, ຂໍ້ຄຳສັ່ງສອນຂອງພຣະເຈົ້າ ແລະ ປະເພນີຕ່າງໆທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາຢູ່ທີ່ພູເຂົາຊີນາຍ ເພື່ອວ່າເມື່ອປະຊາຊົນອິດສະຣາເອນໄດ້ເຂົ້າໄປໃນດິນແດນທີ່ພຣະຈົ້າໄດ້ມອບໄວ້ໃຫ້ແລ້ວ ພວກເຂົາຈະບໍ່ລືມໃນສິ່ງທີ່ພຣະເຈົ້າບອກໃຫ້ພວກເຂົາປະຕິບັດ. ນອກຈາກນີ້ ໂມເຊຍັງໄດ້ບອກປະຊາຊົນອິດສະຣາເອນອີກວ່າ: "ເມື່ອພວກເຈົ້າຂ້າມແມ່ນໍ້າຈໍແດນເຂົ້າໄປໃນແຜ່ນດິນການາອານແລ້ວ ຈົ່ງຂັບໄລ່ຊາວເມືອງນັ້ນອອກໄປໃຫ້ໝົດ ຈົ່ງທຳລາຍເສົາຫີນທີ່ແກະສະລັກ, ທຳລາຍຮູບປັ້ນເຄົາລົບ ແລະ ທຳລາຍປູຊະນີຍະສະຖານຂອງພວກເຂົາທັງໝົດ... ແຕ່ຖ້າພວກເຈົ້າທັງຫຼາຍບໍ່ໄດ້ຂັບໄລ່ຊາວເມືອງນັ້ນອອກໄປໃຫ້ໝົດ ຄົນທີ່ພວກເຈົ້າປ່ອຍໃຫ້ເຫຼືອຢູ່ນັ້ນກໍຈະສ້າງຄວາມເດືອດຮ້ອນໃຫ້ພວກເຈົ້າ" (ຈົດບັນຊີ 33:51-53,55)
ໂມເຊອາຍຸເຖົ້າແກ່ຫຼາຍ ເພິ່ນຈຶ່ງອະທິຖານຕໍ່ພຣະເຈົ້າກ່ຽວກັບຜູ້ທີ່ຈະມານຳພາປະຊາຊົນອິດສະຣາເອນແທນທີ່ເພິ່ນ. ແລ້ວພຣະເຈົ້າໄດ້ບອກໂມເຊໃຫ້ແຕ່ງຕັ້ງໂຢຊວຍມາເປັນຜູ້ນຳ. ສະນັ້ນ ໂມເຊຈຶ່ງໄດ້ເອີ້ນໂຢຊວຍມາຢືນຢູ່ຕໍ່ໜ້າມະຫາປະໂລຫິດ ແລະ ປະຊາຊົນອິດສະຣາເອນທັງໝົດ ເພິ່ນໄດ້ວາງມືລົງເທິງຫົວໂຢຊວຍ ແລະ ປະກາດແຕ່ງຕັ້ງໂຢຊວຍໃຫ້ເປັນຜູ້ສືບຕຳແໜ່ງແທນເພິ່ນຕາມຄຳສັ່ງຂອງພຣະເຈົ້າ.
ຕໍ່ມາ ພຣະເຈົ້າໄດ້ບອກໂມເຊຂຶ້ນໄປເທິງພູເຂົາເນໂບ ພຣະອົງບໍ່ອະນຸຍາດໃຫ້ໂມເຊເຂົ້າໄປຍັງດິນແດນແຫ່ງພັນທະສັນຍາຍ້ອນຄວາມບາບຂອງເພິ່ນ. ໂມເຊໄດ້ຕີໂງ່ນຫີນແທນການກ່າວຕໍ່ໂງ່ນຫີນ ຍ້ອນເພິ່ນບໍ່ມີຄວາມອົດທົນຕໍ່ປະຊາຊົນ. ແຕ່ພຣະເຈົ້າໄດ້ອະນຸຍາດໃຫ້ໂມເຊເຫັນດິນແດນແຫ່ງພັນທະສັນຍາກ່ອນເພິ່ນຈະເສຍຊີວິດ. ເທິງພູເຂົາເນໂບ ໂມເຊສາມາດເຫັນດິນແດນການາອານທີ່ສວຍງາມ ເຊິ່ງເປັນດິນແດນທີ່ພຣະເຈົ້າສັນຍາໄວ້ກັບເຊື້ອສາຍຂອງອັບຣາຮາມ. ຫຼັງຈາກທີ່ໂມເຊໄດ້ເຫັນດິນແດນນັ້ນແລ້ວ ເພິ່ນກໍໄດ້ເສຍຊີວິດ.
ແຕ່ພຣະເຈົ້າຈະປຸກຜູ້ຮັບໃຊ້ທີ່ສັດຊື່ຂອງພຣະອົງໃຫ້ຟື້ນຄືນຂຶ້ນມາອີກຄັ້ງ ແລະ ພຣະອົງຈະນຳພາພວກເຂົາໄປຍັງສະຫວັນເພື່ອຢູ່ກັບພຣະອົງ. (ມັດທາຍ 17:3; ມາຣະໂກ 9:4; ລູກາ 9:30)
ອ້າງອີງຈາກປຶ້ມ "ພຣະຄຳພີ" ພຣະບັນຍັດສອງ 32:48-52; 34:1-12; ຈົດບັນຊີ 20:12.
ອ້າງອີງຈາກປຶ້ມ "Patriarchs and Prophets" ບົດທີ 43 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.