ເພງນະມັດສະການ 

໕໒ ເຈົ້າຜູ້​ຮູ້​ຄວາມທຸກ​ລຳບາກ​ຢູ່ (151)

​1 ເຈົ້າຜູ້​ຮູ້​ຄວາມທຸກ​ລຳບາກ​ຢູ່

ຈົ່ງ​ຖືນາມ​ພຣະ​ເຢຊູ​ໄປ

ຈະ​ໄດ້​ບັນ​ເທົາ​ແລະ​ຄວາມຊຸ່ມ​ຊື່ນ

ຈົ່ງ​ຖື​ໄປ​ທາງ​ມໍ່​ທາງ​ໄກ


ຂໍ້​ຊ້ຳ: ນາມ​ປະ​ເສີດ ດີ​ລ້ຳ​ເລີດ

ຄວາມ​ໄວ້​ໃຈທັງ​ໂລກ​ທັງ​ຟ້າ

ນາມ​ປະ​ເສີດ ອັນ​ດີ​ລ້ຳ​ເລີດ

ຄວາມ​ຍິນ​ດີ​ທັງ​ໂລກ​ທັງ​ຟ້າ


2 ຈົ່ງ​ຖື​ນາມ​ພຣະ​ເຢຊູຕໍ່​ໄປ

ເພື່ອ​ບັງ​ເຈົ້າພົ້ນຈາກ​ສັດຕູ

ຄັນ​ຄວາມ​ທົດ​ລອງ​ອ້ອມ​ຢ່າ​ສົງ​ໃສ

ຈົ່ງ​ອ້ອນວອນ​ເພິ່ງ​ນາມ​​ເຢຊູ (ຊ້ຳ)


3 ຄັນ​ພຣະອົງ​ຊົງ​ອູ້ມ​ຮັບ​​ເຮົາ​ຢູ່

​ໃຫ້ລີ້ນ​ເຮົາ​ຮ້ອງ​ສັນ​ຣະ​ເສີນ

​ໂອ້​ພຣະນາມ​ປະ​ເສີດ​ພຣະ​ເຢຊູ​

​ໃຈ​ຂອງ​ເຮົາ​ຍິນ​ດີ​ເຫຼືອ​ເກີນ (ຊ້ຳ)


4 ຕໍ່​ນາມ​ພຣະ​ເຢຊູ​ເຮົາ​ນົບ​ນ້ອມ

ຂາບ​ລົງໄຫວ້​ທີ່​ຂ້າງພຣະບາດ

​ໃນ​ເມືອງ​ຟ້າ​ສະຫວັນ​ຈະ​ຍ້ອງ​ຍໍ

ພຣະຜູ້​ເປັນ​ເຈົ້າອົງ​ເມດ​ຕາ (ຊ້ຳ)


໕໓ ພຣະເຈົ້າຊົງ​ພາ (156)

1 ພຣະ​ເຈົ້າຊົງ​ພາ​ໂອ້​ຂ່າວ​ລ້ຳ​ເລີດ

ຄວາມ​ຊົມ​ຊື່ນ​ໃຈ​ເລົ້າ​ໂລ​ມປະ​ເສີດ

ມີ​ການ​ອັນ​ໃດ​ຈະ​ຢູ່​ທີ່​ໃດ

ພຣະ​ເຈົ້າຊົງ​ພາ​ໃນ​ທາງ​ທີ່​ໄປ


ຂໍ້​ຊ້ຳ: ພຣະອົງ​ຊົງ​ນຳ ຊົງ​ນຳ​ຜູ້​ຂ້າ

ພຣະຫັດ​ພຣະອົງ​ໂຜດ​ຈູງ​ຜູ້​ຂ້າ

ຢາກ​ຕາມ​ພຣະອົງ​ດ້ວຍ​​ໃຈ​ນັບຖື

​ເພາະ​ທາງ​ພຣະອົງ​ເປັນ​ທາງ​ສັດ​ຊື່


2 ລາງ​ເທື່ອ​ຈະ​ພົບ​ຄວາມທຸກ​ມືດ​ມົວ

ລາງ​ເທື່ອ​ເປັນ​ສຸກ​ລອດ​ພົ້ນຄວາມ​ກົວ

ທີ່​ຍາກ​ທີ່​ງ່າຍທີ່​​ໃກ້​ທີ່​​ໄກ

ພຣະຫັດ​ພຣະອົງ​ຊົງ​ນຳພາ​ໄປ (ຊ້ຳ)


3 ຜູ້​ຂ້າ​ຢາກ​ກຳພະຫັດ​ພຣະອົງ

ມີ​ໃຈ​ຍິນ​ດີ​ທາງ​ຂຶ້ນ​ທາງ​ລົງ

ບໍ່​ຈົ່ມບໍ່​ໝອງ​ບໍ່​ຂັດ​ບໍ່​ຂວາງ

ພຣະອົງ​ຊົງ​ໂຜດ​ໃຫ້​ທຽວ​ຕາມ​ທາງ (ຊ້ຳ)


4 ຄັນ​ການ​ຜູ້​ຂ້າ​ສຳ​ເລັດ​ໃນ​ໂລກ

ຄັນ​ແພ້​ຄວາມ​ບາບ​ແລະ​ຄວາມທຸກ​ໂສກ

ຄວາມ​ຕາຍ​ນອງ​ມາ​ຈິ່ງບໍ່​ຕ້ອງ​ຢ້ານ

ພຣະອົງ​ຊົງ​ໂຜດ​ໃຫ້ຂ້າ​ໄດ້​ຂ້າມ (ຊ້ຳ)


໕໔ ພຣະ​ເຈົ້າຊົງ​ເປັນ​ຜູ້​ລ້ຽງ (157)

1 ພຣະ​ເຈົ້າຊົງ​ເປັນ​ຜູ້​ລ້ຽງ​ທີ່​ຮັກ

ພຣະຄຸນ​ພຣະອົງ​ບໍ່​ສູນຫາຍ

ຜູ້​ຂ້າ​ອົດທົນ​ການ​ລຳບາກ​ໜັກ

ພຣະອົງ​ຊົງ​ຮັກສາ​ຜູ້​ຂ້າ​ໄວ້


2 ພຣະອົງ​ຊົງ​ບອກ​ໃຫ້​ຂ້າ​ພັກຜ່ອນ

​ ໃນ​ທົ່ງ​ທີ່ມີ​ຫຍ້າຂຽວສົດ

ຊົງ​ນຳ​ວິນ​ຍານ​ໄປ​ບ່ອນ​ມີນ້ຳ

ຊົງ​ລ້ຽງຮັກສາ​ດ້ວຍ​ອາ​ຫານ​ດີ


3 ພຣະອົງ​ຊົງ​ຊູ​ແຮງ​ຈິດ​ວິນ​ຍານ

​ເມື່ອ​ຂ້າ​ຂັດ​ຂືນພຣະບັນຊາ

ພຣະອົງ​ຊົງ​ນຳ​ໃນ​ທາງ​ຊອບ​ທຳ

​ແມ່ນ​ເພາະ​ເຫັນ​ແກ່​ພຣະນາມ​ພຣະອົງ


​4 ເມື່ອ​ຕາ​ມຮ່ອມ​ພູ​ມືດ​ແຫ່ງ​ຄວາມ​ຕາຍ

ບໍ່​ຢ້າ​ນເພາະ​ທ່ານ​ຊົງ​ຢູ່​ນຳ

​ ໄມ້​ຄ້ອນ​ເທົ້າພຣະອົງ​ໄດ້​ໜູນ​ໃຈ

ດ້ວຍ​ຄວາມຄ້ຳຊູ​ແຮງ​ຂອງ​ພຣະອົງ


5 ພຣະອົງ​ຊົງຕຽມການ​ລ້ຽງ​ໃຫ້​ຂ້າ

ຕໍ່ໜ້າ​ຕໍ່​ຕາ​ຂອງ​ສັດຕູ

ດ້ວຍ​ນ້ຳມັນ​ຊົງ​ຫົດ​ຫົວ​ຜູ້​ຂ້າ

ຂັນ​ນ້ຳຂອງ​ຂ້າຈຶ່ງ​​ເຫຼື​ອລົ້ນຢູ່


​6 ແທ້​ຈິງ​ຄວາມ​ດີ​ຄວາມ​ຮັກ​ໝັ້ນຄົງ

ຈະ​ຕິດຕາມ​ຂ້າ​ຕະຫຼອດ​ໄປ

ຜູ້​ຂ້າ​ຄົງ​ອາ​ໃສ​ໃນ​ຜາສາດ

ພຣະຢາ​ໂຮ​ວານັ້ນສຶບໆ​ໄປ ອາ​ແມນ


໕໕ ເຮົາ​ສູ້ຍອມ​ຕາຍ​ເພື່ອ​ທ່ານ (161)

1​ເຮົາ​ສູ້​ຍອມ​ຕາຍ​ເພື່ອ​ທ່ານ​

ໂລຫິດ​ປະ​ເສີດ​ຫລັ່ງ​ໄຫ​ລ

ເພື່ອ​ລ້າງ​ຊຳຣະວິນ​ຍານ

​ໄຖ່​ໂທດ​ໃກ້​ເກີດ​ໃຈ​ໃໝ່

ສະລະ​ຊີວິດ​ບໍ່​ຄິດ​ເສຍ​ດາຍ

ທ່ານມີ​ສິ່ງ​ໃດ​ຖວາຍ (ໆ)


2 ຜາສາດ​ແຫ່ງ​ພຣະບິດາ​

ບັນລັງ​ຮຸ່ງ​ເຮືອ​ງຂອງ​ເຮົາ

​ ໄດ້​ຖິ້ມ​ມາສູ່​ໂລກາ

​ຮັບ​ທຸກ​ລຳບາກ​ດຽວດາຍ

​ ເຮົາ​ຖິ້ມ​ຍົດ​ສັກ​ທັງ​ໝົດ​ສູນ​ເປົ່າ

ທ່ານ​ຖິ້ມ​ອັນ​ໃດ​ເພື່ອ​ເຮົາ (ໆ)


​3 ເຮົາສູ້​ທົນ​ທຸກ​ແຮງ​ຮ້າຍ​

ເຫຼື​ອທີ່​ຈະ​ພັນ​ລະນາ

ທົນ​ຄວາມ​ຣາວີຈົນ​ຕາຍ

​ໃຫ້​ທ່ານ​ພົ້ນ​ໄພ​ນານາ

​ ເຮົາ​ທົນ​ຄວາມ​ອາຍ​ເຫຼື​ອຫຼາຍ​ເພື່ອ​ທ່ານ

ທ່ານ​ທົນ​ອັນ​ໃດ​ເພື່ອ​ເຮົາ (ໆ)


​4 ເຮົາ​ນຳ​ຂອງ​ດີ​ລົງ​ມາ​

ຈາກ​ເມືອ​ງສະຫວັນ​ເບື້ອງ​ເທິງ

​ ເຮົາ​ນຳ​ຄວາມ​ຮັກ​ຄວາມພົ້ນ

​ແລະການ​ຍົກ​ໂທດ​ໂຜດ​ຄົນ

​ ເຮົານຳ​ຂອງ​ດີ​ມາ​ຍື່ນ​ໃຫ້​ທ່ານ

ທ່ານ​ຍື່ນ​ສິ່ງ​ໃດ​ຕອບ​ແທນ (ໆ)


໕໖ ຈົ່ງ​ເຮັດ​ການ​ດ້ວຍ​ໃຈ​ກ້າ (170)

1 ຈົ່ງ​ເຮັດ​ການ​ດ້ວຍ​ໃຈ​ກ້າ ​

​ເຮົາ​ເປັນ​ສິດ​ພຣະ​ເຢຊູ

​ ເຮົາ​ຈົ່ງ​ຕາ​ມທາງ​ທີ່​ພາ

​ເຖິງ​ຊີວິດ​ຕະຫລອດ​ໄປ

ພຣະອົງ​ຊົງ​ໂຜດ​ຮັກສາ

​ໃຫ້​ເຮົາ​ຢູ່​ສຸກ​ສຳ​ບາຍ


ຂໍ້​ຊ້ຳ: ຈົ່ງ​ເຮັດການ ດ້ວຍ​ໃຈ​ກ້າ

ຈົ່ງ​ເຮັດ​ການ ດ້ວຍ​ໃຈ​ກ້າ

ຈົ່ງ​ລະວັງ ​ແລະ​ອ້ອນວອນ

ພຣ​ະເຢຊູ ສະ​ເດັດມາ​ໂດຍ​​ເຣວ


2 ຈົ່ງ​ເຮັດ​ການ​ດ້ວຍ​ໃຈ​ກ້າ

ພາກັນ​ຊ່ອຍ​ຄົນ​ທີ່​ທຸກ​​ໃຈ

ຜູ້​ໄດ້​ໜີ​ຈາກ​ພຣະ​ເຈົ້າ

​ໃຫ້​​ເຂົາ​ໄດ້​ຮັບຄວາມສຸກ

​ ເຊີນ​ເຂົາ​ໃຫ້​ເພ່ງຕາ​ເບິ່ງ

​ໄມ້​ກາງ​ແຂນ​ຂອງ​ພຣະອົງ

ບອກ​ເຂົາ​ໃຫ້​ຮັບ​ເອົາ​ພຣະ

ຜູ້​ຊົງ​ໂຜດ​ໃຫ້​ໝັ້ນຄົງ (ຊ້ຳ)


3 ຈົ່ງ​ເຮັດ​ການ​ດ້ວຍ​ໃຈ​ກ້າ

ພຣະ​ເຈົ້າຊົງ​ເອີ້ນ​ໝູ່​ເຮົາ

​ ໃຫ້​ເຮັດ​ການ​ຂອງ​ພຣະອົງ

ບໍ່​ໃຫ້​ຢຸດບໍ່​ໃຫ້​ເຊົາ

ຢ່າ​ໃຫ້​ມີ​ຄວາມ​ລະອາຍ

ຊ້ຳຕ້ອງ​ລືມ​ການ​ຕົນ​ເອງ

ບົວຣະບັດ​ພຣະ​ເຢຊູ

ດ້ວຍ​ສຸດ​ໃຈ​ແລະ​ສຸດ​ແຮງ (ຊ້ຳ)


4 ຈົ່ງ​ເຮັດ​ການ​ດ້ວຍ​ໃຈ​ກ້າ

ຢ່າ​ຂາດຈົນ​ສຸດ​ຊີວິດ

​ ເຮົາ​ຈົ່ງ​ເປັນ​ພະຍານ​ຝ່າ​ຍ

ພຣະອົງ​ເຈົ້າ​ເຢຊູ​ຄຣິດ

ພາກັນ​ຕາມ​ພຣະ​ເຢຊູ

ມີ​ໃຈ​ອົດທົນ​ຄວາມທຸກ

ຈົນ​ໄດ້​ພັກ​ເຊົາ​ຢູ່ໃນ

ຟ້າ​ສະຫວັນ​ໄດ້​ຄວາມສຸກ (ຊ້ຳ)


໕໗ ຈົ່ງ​ຊ່ອຍ​ຜູ້​ທີ່​ເສຍ​ໄປ (175)

1 ຈົ່ງ​ຊ່ອຍ​ຜູ້​ທີ່​ເສຍ​ໄປ​ຮັກສາ​ຜູ້​ຈະ​ຕາຍ

ດຶງ​ເຂົາ​ອອກ​ມາ​ໃຫ້​ລອດ​ພົ້ນຈາກ​ຄວາມ​ບາບ

ຈົ່ງ​ເມດ​ຕາ​ຜູ້​ຫຼົງ​ທາງ

​ແລະ​ຜູ້​ຜິດພາດ​ໄປ

ບອກ​ວ່າ​ພຣະ​ເຢຊູ​

ຊົງ​ໂຜດ​ໃຫ້​ພົ້ນ​ໄດ້


ຂໍ້​ຊ້ຳ: ຊ່ອຍ​ໃຫ້​ພົ້ນອັນຕະລາຍ ຊ່ອຍ​ຜູ້​ທີ່​​ໃກ້​ຕາຍ

ພຣະ​ເຢຊູ​ຊົງ​ເມດ​ຕາ ຊົງ​ກະຣຸນາ


2 ​ເຖິງ​ແມ່ນ​ວ່າ​ເຂົາ​ດູ​ໝິ່ນ​ແຕ່​ຊົງ​ອົດ​ທົນ​ໄດ້

ຊົງ​ຄອຍ​ຄົນ​ບາບ​ໃຫ້​ສຳນຶກ​ຜິດກັບ​ໃຈ

ຈົ່ງ​ຮ້ອນ​ໃຈ​ຊັກ​ຊວນ​ເຂົາ​

ສັ່ງ​ສອນ​ດ້ວຍ​ເມດ​ຕາ

ຜູ້​ໃດ​ຍອມ​ເຊື່ອ ​

ພຣະອົງຊົງ​ຍົກ​ໂທດ​ໃຫ້ (ຂໍ້ຊ້ຳ)


3 ຖ້າວ່າ​ມານ​ມາ​ລົບ​ກວນ​ຊັກ​ຊວນ​ໃຫ້​ຫຼົງ​ໄຫຼ

ຄົນ​ບາບ​ພົ້ນ​ໄດ້​ເພາະ​ພຣະ​ເຈົ້າກະຣຸນາ

​ເອົາ​ໃຈ​ເຂົາ​ດ້ວຍ​ຄວາມ​ຮັກ

​ຊັກ​ນຳ​ໃຫ້​ກັບ​ໃຈ​

ຈິດ​ໃຈ​ບວບ​ຊ້ຳຕ້ອງການ​

ຜູ້​ຊ່ອຍ​ເມດ​ຕາ (ຂໍ້ຊ້ຳ)


4 ຈົ່ງ​ຊ່ອຍ​ຜູ້​ທີ່​ເສຍ​ໄປ​ດ້ວຍ​ໃຈ​ອັນ​ຮ້ອນຮົນ

​ເວລາ​ເຂົ້າການພຣະອົງ​ຊົງຊູ​ກຳລັງ

ຈົ່ງ​ຊ່ອຍ​ເຂົາ​ດ້ວຍ​ພາກ​ພຽນ

​ໃຫ້​ຄືນ​ຫາ​ທາງ​ດີ

ບອກວ່າ​ມີ​ຜູ້​ໂຜດ​

ໃຫ້​ພົ້ນຈາກ​ການ​ຫຼົງ (ຂໍ້​ຊ້ຳ)


໕໘ ຂ້າ​ຍິນ​ດີ​ຍ້ອງຍໍ​ພຣະ​ເຢຊູ (176)

1 ຂ້າ​ຍິນ​ດີ​ຍ້ອງຍໍພຣະ​ເຢຊູ

ຜູ້​ປະທານ​ຄວາມ​ຮັກ​ເອັນດູ

ຊຳລະ​ລ້າງ​ໃຈ​ໃຫ້​ພອນ​ລົ້ນຢູ່

ຈົນ​ພະ​ພອນ​ໄຫລ​ຜ່ານ​ຕົວ​ມາ


ຂໍ້​ຊ້ຳ: ຂໍພະ​ພອນ​ຂອງ​ອົງ​ພຣະ​ເຢຊູ

​ ໄຫລ​ຜ່ານ​ຕົວ​ຂ້າ​ສູ່​ຜູ້​ອື່ນ

ຂໍ​​ໃຫ້ພອນ​ນັ້ນ​ໄຫລ​ຜ່ານ​ຕົວ​ຂ້າ

ທຸກ​ຊົ່ວ​ໂມງ​ແລະ​ທຸກ​ເວລາ


2 ຕົວ​ຂ້າ​ເປັນ​ເຫລືອ​ນທໍ່​ທີ່​ຫວ່າງ​ເປົ່າ

ຂໍພຣະອົງ​ໃຫ້​ພອນ​​ໄຫລ​ມາ

​ ໃຫ້​ຂ້າ​ເປັນ​ຮາງ​ທີ່​ສະອາດ​ດີ

​ເພື່ອ​ພອນ​ນີ້​ໄຫລ​ຜ່ານ​ຕົວ​ຂ້າ (ຊ້ຳ)


3​ໃຫ້​ຂ້າ​ເປັນ​ຮ່ອງ​ຄື​ທາງ​ໃຫ້​ພອນ

​ ໄຫລ​ສູ່​ຜູ້​ອື່ນ​ຊຶ່ງ​ເດືອດຮ້ອນ

ບອກ​ທາງ​ເພື່ອ​ໃຫ້​ເຂົາ​ພົ້ນຄວາມ​ຕາຍ


ຮັບ​ຄວາມຮັກ​ຂອງ​ພະ​ຜູ້​ໄຖ່ (ຊ້ຳ)


4 ຂໍພຣະ​ເຢຊູ​ໂຜດ​ປະທານ​ໃຫ້

ພະ​ວິນ​ຍານ​ສະຖິດ​ໃນ​ໃຈ

​ ໃຫ້​ຂ້າ​ຮັບ​ເອົາ​ດ້ວຍ​ຄວາມ​ຖ່ອມ​ໃຈ

​ເພື່ອນ້ຳທິບ​ໄຫລ​ຜ່ານ​ທົ່ວ​​ໄປ (ຊ້ຳ)


໕໙ ເຮົາ​ໄດ້​ຍິນ​ຂ່າວ​ປະ​ເສີດວ່າ (180)

1 ເຮົາ​ໄດ້​ຍິນ​ຂ່າວ​ປະ​ເສີດ​ວ່າ

ພຣະ​ເຢຊູ​ໂຜດ​ໃຫ້​ພົ້ນ

​ ເຮົາ​ຈຶ່ງ​ປ່າວ​ປະກາດ​ທຸກ​ແຫ່ງ

ພຣະ​ເຢຊູ​ໂຜດ​ໃຫ້​ພົ້ນ

​ ເຮົາ​ຈຶ່ງ​ໄປ​ບອກ​ທຸກ​ປະ​ເທດ

ຂຶ້ນ​ພູ​ເຂົາ​ຂ້າມ​ນ້ຳທັງຫລາຍ

​ ເຮົາຮັບ​ໃຊ້​ພຣະ​ເຢຊູ​ເຈົ້າ

ພຣະອົງ​ຊົງ​ໂຜດ​ໃຫ້​ພົ້ນ


2 ຮ້ອງ​ຂ່າວ​ນີ້​ໃຫ້​ທຸກ​ຄົນ​ຟັງ

ພຣະ​ເຢຊູ​ໂຜດ​ໃຫ້​ພົ້ນ

ບອກ​ຄົນ​ບາບ​ທັງ​ໃກ້​ທັງ​ໄກ

ພຣະ​ເຢຊູໂຜດ​ໃຫ້​ພົ້ນ

ຄົນ​ທີ່​ເຊື່ອ​ຈົ່ງ​ຮ້ອງ​ຂ່າວ​ນີ້

ຢ່າ​ອິດ​ອ່ອນ​ຈົ່ງ​ຮ້ອງ​ເພງ​ດີ

​ ແຜ່ນດິນ​ຕ້ອງ​ມີ​ຄວາມ​ຍິນ​ດີ

ພຣະອົງ​ຊົງ​​ໂຜດ​ໃຫ້​ພົ້ນ


​3 ​ໂດຍ​ຄຶງ​ໄວ້​ທີ່​ໄມ້​ກາງ​ແຂນ

ພຣະ​ເຢຊູໂຜດ​ໃຫ້​ພົ້ນ

ດ້ວຍ​ອຳນາດ​ຄືນ​ມາ​ຈາກ​ຕາຍ

ພຣະ​ເຢຊູ​ໂຜດ​ໃຫ້​ພົ້ນ

ຈົ່ງ​ອອກສຽງ​ຄ່ອ​ຍໆ​ອ່ອນ​ຫວານ

​ ໃຫ້​ຖືກ​​ໃຈ​ຜູ້​ຮູ້​ທຸກ​ໂສກ

​ ເລົ້າ​ໂລມ​ໃຈຜູ້​ທີ່​ຮ້ອງ​​​​​ໄຫ້

ພຣະອົງ​ຊົງ​ໂຜດ​ໃຫ້​ພົ້ນ


​4​ໃຫ້​ຂ່າວ​ນີ້​ຊ່າ​ລື່ທົ່ວ​ທີບ

ພຣະ​ເຢຊູໂຜດ​ໃຫ້​ພົ້ນ

ຄົນ​ທັງ​ປວງ​ຈົ່ງ​ຊື່ນ​ຍິນ​ດີ

ພຣະ​ເຢຊູໂຜດ​ໃຫ້​ພົ້ນ

ການ​ຊົງ​ໂຜດ​ໃຫ້​ທ່ານ​ພົ້ນນັ້ນ

ຊົງ​ປະທານ​ໃຫ້​ສຳ​ເລັດ​ແລ້ວ

​ ເຮົາ​ຈຶ່ງ​ຮ້ອງ​ຄວາມ​ຊະນະ​ນີ້

ພຣະອົງ​ຊົງ​​ໂຜດ​ໃຫ້​ພົ້ນ


໖໐ ທະຫານ​ຂອງ​ພຣະ​ເຢຊູ​ເຈົ້າ (188)

1 ທະ​ຫານ​ຂອງ​ພຣະ​ເຢຊູ​ເຈົ້າ

ຈົ່ງ​ຕຽມຕົວ​ໄວ້​ໃຫ້​ພ້ອມ

ຈົ່ງ​ຢືນ​ຕໍ່ສູ້​ໝູ່​ມານ​ຮ້າຍ

ຮ່າງກາຍ​ວາຍ​ຊີ​ບກໍ​ຍອມ

ທຳລາຍ​ຄວາມ​ຊົ່ວ​ໃຫ້ຫາ​ຍ​ໄປ

ດ້ວຍຣິດຂອງ​ອົງ​ພຣະ​ເຢຊູ

ອອກຣົບຊະນະ​ທຸກ​ຍາມ​ໄປ

​ເພາະ​ພຣະຄຣິດຊ່ອຍ​ຕໍ່ສູ້


2 ທະຫານ​ຂອງ​ພຣະ​ເຢຊູ​ເຈົ້າ

​ຈົ່ງ​ເຊື່ອ​ຟັງ​ພຣະວິນ​ຍານ

ຈົ່ງ​ໃຫ້​ພຣະອົງ​ຊົງ​ນຳ​ທາງ

​ ເໝືອນ​ແກ​ຊຶ່ງ​ເປັນ​ສັນຍານ

​ ເມື່ອ​ເຮົາ​ຕ້ອງ​ອອກ​ໄປ​ຕີ​ເສີກ

ຖືກ​ຄວາມຣົບ​ເລວ​ຮ້າຍ​ວຸ້ນວາຍ

​ ເຮົາ​ກໍມີ​ໄຊ​ບໍ່​ຕ້ອງ​ຢ້ານ

ຄວາມ​ຊົ່ວ​ຕ້ອງ​ຖືກ​ທຳລາຍ


3 ທະຫານ​ຂອງ​ພຣ​ະເຢ​ຊູເຈົ້າ

ຂໍ​ແຮງ​ຈາກ​ພຣະບິດາ

ກຳລັງ​ມະນຸດ​ຊ່ວຍ​ບໍ່​ໄດ້​

ຢ່າ​ຫວັງ​ເພິ່ງ​ໃນ​ຕົນ​ເອງ

ອາ​ສັຍ​ອຳນາດ​ພຣະດຳຣັດ

ກ່າວ​ແລ້ວ​ໃຜ​ເຊື່ອ​ໄດ້​ມີ​ໄຊ

ຈົ່ງ​ທູນ​ຂໍດ້ວຍ​ຄວາມ​ແນ່​ໃຈ

​ເພື່ອ​ໃຫ້​ສົມນ້ຳພຣະ​ໄທ


4 ທະຫານ​ຂອງ​ພຣະ​ເຢຊູ​ເຈົ້າ

ການ​ຕີ​ເສີກ​ສະ​ງົບ​ໄວ

ວັນ​ນີ້​ສຽງຣົບຍັງ​ກຶກ​ກ້ອງ

ຮຸ່ງ​ຂຶ້ນ​ສຽງ​ຮ້ອງ​ມີ​ໄຊ

ຖ້າ​ໃຜ​ຊະນະ​ຕໍ່​ມານ​ຮ້າຍ

ຈະ​ໄດ້​ມົງກຸດ​ຝ່າຍ​ຊີວິດ

​ ແລ້ວ​ຢູ່​ກັບ​ພຣະ​ເຢຊູ​ເຈົ້າ

ຄຸ້ມ​ຄອງ​ຕະຫລອດ​ເປັນນິດ


໖໑ ຂອບຄຸນ​ຍິນ​ດີ​ແດ່​ພຣະບິດາ (196)

1 ຂອບຄຸນ​ຍິນ​ດີ​ແດ່​ພຣະບິດາ

​ເພາະ​ໃນ​ກາງຄືນ​ພຣະອົງ​ຮັກສາ

ຊົງ​ສືບ​ຊີວິດ​ຈົນ​ເທົ່າ​ເຖິງ​ແຈ້ງ

ຊົງ​ໂຜດ​ໃຫ້​ຫັຼບຫາຍ​ເມື່ອຍ​ມີ​ແຮງ


ຂໍ້​ຊ້ຳ:​ເທວະ​ດາ​ກໍ​ເຝົ້າຢູ່

ຂໍ​ໃຫ້​ປົກ​ປ້ອງ​ຮັກສາ​ຊີວິດ

ຂໍ​ເພີ່ງ​ອຳນາດ​ຂອງ​ພຣະ​ເຢຊູ

ຜູ້​ໂຜດ​ພຣະຄຸນອັນ​​ໃຫຍ່​ທີ່​ສຸດ

ຈົ່ງ​ຖວາຍ​ສາ​ທຸ​ການ

​ ແດ່​ພຣະຜູ້​ຊົງ​ເປັນ​ເຈົ້າຊີວິດ


2 ຂອບຄຸນ​ຍິນ​ດີ​ເພາະ​ພຣະອົງ​ຮັກ

ຊົງ​ໂຜດ​ຂອງ​ກິນ​ຂອງ​ດື່ມ​ໃຫ້​ເຮົາ

ຍິນ​ດີ​ເພາະ​ມີ​ຄູ່​ຮັກ​ແກ່​ໃຈ

ກັບ​ຂອງ​ອັນ​ດີ​ທີ່​ມີ​ທົ່ວໄປ (ຊ້ຳ)


3 ຂໍ​ຊ່ອຍ​ໃນ​ການ​ທຸກ​ສິ່ງ​ທຸກ​ຢ່າງ

​ໃຫ້​ມີ​ໃຈ​ຮັກ​ແພງ​ໝູ່​​ຕາມ​ທາງ

​ ໃນ​ທາງ​ວາຈາ​ແລະ​ການ​ກະທຳ

ຂໍ​ໃຫ້​ຈຳ​ເຣີນ​ເປັນ​ຄົນ​ຊອບ​ທຳ (ຊ້ຳ)


໖໒ ໃຈ​ມະນຸດ (197)

1 ​ໃຈ​ມະນຸດ​ສຸດ​ລໍ້​ລວງ

ຄຽດ​ຊັງ​ຢ່າງ​ໜັກ​ໜ່ວງ

ບໍ່​ອາດ​ຊ່ອຍ​ຕົນ​ເອງ​ໄດ້

ທັງ​ໝົດ​ຕ້ອງ​ປ່ຽນ​ໃໝ່


ຂໍ້​ຊ້ຳ: ຜູ້​ໃດ​ມາ​ຫາ​ພຣະ​ເຈົ້າ

​ເຊື່ອ​ສາຣະພາບ​ບາບ​ເກົ່າ

ຊົງ​ຊ່ອຍ​ໄດ້​ຈົນ​ສຸດ​ປາຍ

ບາບ​ນັ້ນຈະ​ຫຼຸດ​ຫາຍ


2 ດວງ​ໃຈນັ້ນດຳ​ແສນ​ດຳ

ດ້ວຍ​ຄວາມ​ບາບ​ຄອບ​ງຳ

ຈະ​ຊຳຣະ​ໃຫ້​ເສາະ​ໃສ

ດ້ວຍ​ໂລຫິດ​ຫຼັງ​ໄຫຼ (ຊ້ຳ)


3 ດວງ​ໃຈນັ້ນ​ແຂງ​ຄື​ຫີນ

​ແຂງ​ກະດ້າງ​ໝົດ​ສິ້ນ

​ ໃຜ​ບໍ່​ຮູ້​ປ່ຽນ​ໃຈເອງ

ພຣະວິນ​ຍານ​ປ່ຽນ​ໄດ້ (ຊ້ຳ)


4 ດວງ​ໃຈນັ້ນ​ເຕັມ​ດ້ວຍ​ບາບ​

ເປັນ​ໃຈທີ່​ອ່ອນ​ແຮງ

ຊ່ອຍ​ຕົນ​ເອງ​ບໍ່​ໄດ້​ແທ້

ພຣະຄຣິດຊົງ​ຊ່ອຍ​ໄດ້ (ຊ້ຳ)


5 ບາບ​ໃດ​ຢູ່ໃນ​ໃຈ​ຕົນ

​ ໂລບ​ຮ້າຍ​ຫຼົງ​ມືດ​ໄປ

ຊັນນະສູດ​ກວດ​ໃຈ​ເອງ

​ແລ້ວ​ຮັບ​ຍອມ​​ໂດຍ​ໄວ (ຊ້ຳ)


໖໓ ສິ່ງ​ອັນ​​ໃດ​ລ້າງ​ຜິດ​ບາບ​​ໄດ້ (200)

1 ສິ່ງ​ອັນ​ໃດລ້າງ​ຜິດ​ບາບ​ໄດ້

ມີ​ແຕ່​ໂລຫິດ​ຂອງ ​ພຣະ​ເຢຊູ

ສິ່ງ​ອັນ​ໃດ​ເຮັດ​ໃຫ້​ດີ​ໄດ້

ມີ​ແຕ່​ໂລຫິດຂອງ ​ພຣະ​ເຢຊູ


ຂໍ້​ຊ້ຳ:​ໂລຫິດ​ປະ​ເສີດ​ພຣະອົງ

ຊຳຣະ​ເຮົາ​ໃຫ້​ເປັນ​ຄົນ​ດີ

ບໍ່​ມີ​ສິ່ງ​ອັນ​ໃດ​ອື່ນ

ມີ​ແຕ່​ໂລຫິດ​ຂອງ​ ພຣະ​ເຢຊູ


2 ສິ່ງ​ອັນ​ໃດ​ໃຫ້​ພົ້ນບາບ​ໄ​ດ້

ມີ​ແຕ່​ໂລຫິດ​ຂອງ ​ພຣະ​ເຢຊູ

ສິ່ງ​ອັນ​ໃດ​ອາດ​ລຶບ​ຜິ​ດ​ໄດ້

ມີ​ແຕ່​ໂລຫິດຂອງ​ ພຣະ​ເຢຊູ (ຊ້ຳ)


3 ບໍ່​ມີ​ໃຜ​ອາດ​​ໄຖ່​ໂທດ​ໄດ້

ມີ​ແຕ່​ໂລຫິດຂອງ ​ພຣະ​ເຢຊູ

ການ​ດີ​ໃຜ​ກໍ​ເຮັດ​ບໍ່​ໄດ້

ມີ​ແຕ່​ເພີ່ງ​ໂລຫິດ​ພຣະ​ເຢຊູ (ຊ້ຳ)


4 ນີ້​ແຫຼະ​ຄວາມ​ສຳລານມະນຸດ

ຄື​ໃນ​ໂລຫິດ​ຂອງ ພຣະ​ເຢຊູ

ນີ້​ແຫຼະ​ຄວາມ​ຊອບ​ທຳ​ທີ່​ສຸດ

ຄື​ໃນ​ໂລຫິດຂອງ ​ພຣະ​ເຢຊູ (ຊ້ຳ)