ເພງນະມັດສະການ
໔໐ ພຣະເຢຊູປຽບດັ່ງຫີນໃຫຍ່ (102)
1 ພຣະເຢຊູປຽບດັ່ງຫີນໃຫຍ່
ໄດ້ຊົງບັງໄວ້ໃຫ້ພົ້ນໄພ
ໂລຫິດແລະນ້ຳທີ່ຫລັງໄຫລ
ອອກມາຈາກຂ້າງຂອງພຣະກາຍ
ໄດ້ຊຳລະໃຈໃຫ້ເສາະໃສ
ໃຫ້ຫລຸດດບາບພົ້ນຈາກບຶງໄຟ
2 ໃຈຮ້ອນຮົນເຫຼືອຄວາມອົດທົນ
ບໍ່ເຮັດໃຫ້ທ່ານເຖິງທີ່ພົ້ນ
ລຳບາກໜັກນ້ຳຕາຫລັ່ງໄຫລ
ບໍ່ພາໃຫ້ຮັບຄວາມໄວ້ໃຈ
ພຣະເຢຊູຜູ້ດຽວອາດຊ່ອຍ
ຊົງໃຫ້ພົ້ນໂທດຢ່າງຮຽບຮ້ອຍ
3 ຄຸນຄວາມດີຂ້າບໍ່ເຄີຍມີ
ຈຶ່ງຮັບເພິ່ງກາງແຂນມື້ນີ້
ຂອບພຣະຄຸນພຣະອົງຜູ້ໄຖ່
ຜູ້ຊົງເມດຕາຢ່າງຍິ່ງໃຫ່ຍ
ຂ້າໄດ້ຮັບຍັງນ້ຳພຸໄຫລ
ຊຳລະໃຈພົ້ນຈາກຄວາມຕາຍ
4 ເມື່ອເວລາຫລັບຕາມລາໂລກ
ເມື່ອວິນຍານພົ້ນຈາກທຸກໂສກ
ແລ້ວຂຶ້ນໄປຍັງໂລກພາຍໜ້າ
ຈະເຫັນພຣະພັກພຣະບິດາ
ພຣະເຢຊູປຽບດັ່ງຫີນໃຫຍ່
ໄດ້ຊົງບັງໄວ້ໃຫ້ພົ້ນໄພ
໔໑ ຄວາມຮັກວິເສດ (109)
1 ຄວາມຮັກວິເສດກວ່າຄວາມຮັກອື່ນໃດ
ພອນສະຫວັນທີ່ເຫຼືອລົ້ນລົງມາ
ເຊີນປະທັບໃນດວງໃຈຂອງຜູ້ຂ້າ
ຊົງຄຸ້ມຄອງດ້ວຍພຣະກະຣຸນາ
ໂອ້ພຣະເຢຊູຜູ້ຊົງພຣະເມດຕາ
ຊົງພຣະຄຸນແລະຜູ້ບໍຣິສຸດ
ຂໍຊົງໂຜດຄວາມພົ້ນແລະຊົງຄ້ຳຊູ
ຊົງໜູນໃຈບັນດາຜູ້ຄອຍຢູ່
2 ຣິດພຣະອົງເຈົ້າສາມາດຊ່ອຍເຮົາໄດ້
ໄດ້ຊົງນຳເຮົາຈົນທຸກວັນນີ້
ຂ້າຫວັງວ່າຈະຊົງນຳພາຕໍ່ໄປ
ໃຫ້ເຖິງເມືອງຟ້າດ້ວຍຄວາມຍິນດີ
ເມື່ອຂ້າຫຼົງທາງຫ່າງຈາກພຣະອົງໄປ
ພຣະອົງເຈົ້າຊົງສຶບຊອກຕາມຫາ
ຊົ່ງຊ່ອຍໃຫ້ພົ້ນຈາກຄວາມທຸກຮ້າຍໃຫຍ່
ດ້ວຍພຣະໂລຫິດທີ່ຊົງໄຖ່ຂ້າ
3 ຄວາມຮັກຂອງພຣະອົງໃຫຍ່ຫຼວງໜັກໜາ
ເຫິງທໍ່ໃດແຮງຕື່ມທຸກເວລາ
ຂໍໃຫ້ພຣະເມດຕາຂອງພຣະບິດາ
ໄດ້ຜູກມັດໃຈຂ້າໃຫ້ດຸຟັງ
ຂໍພຣະອົງຢ່າໃຫ້ຂ້າໄດ້ຖອຍຫຼັງ
ແຕ່ໄວ້ໃຈພຣະອົງທຸກວັນໃໝ່
ບັດນີ້ຂໍຖວາຍກາຍໃຈ
ບູຊາໃຫ້ເປັນຂອງພຣະອົງເຈົ້າສຶບໄປ
໔໒ ຂໍພຣະເຢຊູໂຜດໃຫ້ຂ້າໄດ້ຮັກ (111)
1 ຂໍພຣະເຢຊູຊົງໂຜດ
ໃຫ້ຂ້າໄດ້ຮັກ
ເມື່ອຄຸເຂົ່າໄຫວ້ວອນທູນ
ຕໍ່ພຣະບິດາ
ຂໍໃຫ້ຮັກຫຼາຍກ່ວາກ່ອນ
ຫຼາຍກ່ວາຈົນກາຍເປັນພອນ
ຮັກພຣະເຢຊູ
ຫຼາຍກ່ວາແຕ່ກ່ອນ
2 ເມື່ອກ່ອນຂ້າປາຖະໜາ
ສິ່ງຂອງໂລກນີ້
ຕໍ່ໄປຂ້າຍອມລະຖິ້ມ
ທຸກສິ່ງອີ່ຫຼີ
ດຽວນີ້ຂ້າຂໍອ້ອນວອນ
ຂໍຮັກພຣະອົງກ່ວາກ່ອນ
ຂໍຮັກຫຼາຍຂຶ້ນ
ຈົນກາຍເປັນພອນ
3 ຂ້າຮ້ອງເພງສັນຣະເສີນ
ເມື່ອຈິດຈວນດັບ
ຂ້າມອບຈິດວິນຍານໄວ້
ຂໍໂຜດຊົງຮັກ
ເຊື່ອວ່າຈະຊົງອວຍພອນ
ເພາະຮັກພຣະອົງກ່ວາກ່ອນ
ຮັກພຣະເຢຊູ
ຫຼາຍກ່ວາແຕ່ກ່ອນ ອາແມນ
໔໓ ແສນຊື່ນໃຈທີ່ເຊື່ອພຣະເຢຊູ (117)
1 ແສນຊື່ນໃຈທີ່ເຊື່ອພຣະເຢຊູ
ຄືຮັກສາ ພຣະທຳພຣະອົງ
ແລະໄວ້ໃຈໃນພຣະສັນຍານັ້ນ
ທີ່ພຣະອົງຊົງກ່າວໝັ້ນຄົງ
ຂໍ້ຊ້ຳ: ພຣະຜູ້ໂຜດນັ້ນຄືພຣະເຢຊູ
ຂ້າໄວ້ໃຈຜູ້ຊົງປານີ
ພຣະຜູ້ໂຜດນັ້ນຄືພຣະເຢຊູ
ຂໍໂຜດໃຫ້ຄວາມເຊື່ອທະວີ
2 ແສນຊື່ນໃຈຄັນເຊື່ອພຣະເຢຊູ
ຄືໄວ້ໃຈ ໃນໂລຫິດໄຖ່
ແລະໄວ້ໃຈໃນລິດໂລຫິດຢູ່
ຄວາມຜິດບາບຈະຫຼຸດງ່າຍໄດ້ (ຊ້ຳ)
3 ແສນຊື່ນໃຈຄັນເຊື່ອພຣະເຢຊູ
ໄດ້ຖິ້ມບາບມອບໃຈແລະກາຍ
ຮັບຊີວິດຈາກອົງພຣະເຢຊູ
ໄດ້ພັກຜ່ອນໃຈສຸກສຳບາຍ (ຊ້ຳ)
4 ຍິນດີວາງໃຈໃນພຣະເຢຊູ
ຜູ້ຊົງຍອມເປັນມິດສະຫາຍ
ຂ້າເຊື່ອວ່າພຣະອົງສະຖິດຢູ່
ແລະຊົງຢູ່ນຳຈົນສຸດປາຍ (ຊ້ຳ)
໔໔ ຄັນເຮົາຕາມພຣະເຢຊູ (119)
1 ຄັນເຮົາຕາມພຣະອົງໄປ
ໂດຍສະຫວ່າງໃນຈິດໃຈ
ພຣະອົງໂຜດສະຖິດຢູ່ນຳທຸກຍາມ
ຖ້າເຮົາຕິດຕາມຄຳພີ
ພຣະອົງໂຜດລັດສະໝີ
ແກ່ທຸກຄົນທີ່ໄດ້ເຊື່ອແລະຟັງຄວາມ
ຂໍ້ຊ້ຳ:ເຊື່ອແລະຟັງຄວາມ
ບໍ່ມີທາງອື່ນຄວນຕາມ
ພຣະເຢຊູໂຜດໃຫ້ຄວມສຸກ
ແດ່ຜູ້ເຊື່ອແລະຟັງຄວາມ
2 ບໍ່ມີທຸກເກີດຂຶ້ນໄດ້
ບໍ່ມີມືດໃນຈິດໃຈ
ຊື່ງມີມາໂດຍນອກພຣະດຳຣັດສັ່ງ
ເຮົາບໍ່ຢ້ານຫຼືສົງໃສ
ເຮົາບໍ່ໂສກເສົ້າຮ້ອງໄຫ້
ແຕ່ເຮົາຍິນດີເພາະດ້ວຍການເຊື່ອຟັງ(ຊ້ຳ)
3 ຖ້າເຮົາມີຄວາມລຳບາກ
ຫຼືວ່າມີຄວາມທຸກຍາກ
ພຣະເຢຊູຊົງໂຜດໃຫ້ພົ້ນມານຮ້າຍ
ຖ້າມີຄວາມທຸກເຫຼືອຫຼາຍ
ເຮົາບໍ່ເສົ້າສະລົດໃຈ
ແຕ່ມີພອນຄັນເຮົາເຊື່ອແລະຟັງຄວາມ(ຊ້ຳ)
4 ເຮົາຈະຮູ້ຄັກບໍ່ໄດ້
ເຖິງຄວາມຮັກພຣະຜູ້ໄຖ່
ຈົ່ງຖວາຍທຸກສິ່ງແກ່ຜູ້ຊອບທຳ
ຄວາມຮັກທີ່ປາກົດແຈ້ງ
ກັບຄວາມສຸກໄດ້ຊົງແບ່ງ
ໃຫ້ລູກສິດທີ່ໄດ້ເຊື່ອແລະຟັງຄວາມ(ຊ້ຳ)
5 ດ້ວຍຄວາມຮ່ວມໃຈໄດ້ຢູ່
ໃກ້ພຣະບາດພຣະເຢຊູ
ຫຼືຈະເດີນທາງກັບພຣະຜູ້ໂຜດນຳ
ໄດ້ຮັບໄປຕາມຊົງໃຊ້
ຍິນດີເຮັດຕາມພຣະໄທ
ບໍ່ຕ້ອງຢ້ານມີແຕ່ເຊື່ອແລະຟັງຄວາມ(ຊ້ຳ)
໔໕ ຂ້າຢູ່ໃນຕັກຂອງພຣະເຢຊູ (121)
1 ຂ້າຢູ່ໃນຕັກຂອງພຣະເຢຊູ
ອີງພຣະຊວງຂອງພຣະອົງ
ຄວາມຮັກພຣະອົງຈັກປົກຫຸ້ມຢູ່
ຈິດໃຈຈຶ່ງໄດ້ຄວາມບັນເທົາ
ຟັງເທີນໝູ່ເທວະດາຟ້າ
ຄຳເພງອັນມ່ວນແກ່ຈິດໃຈ
ສຽງອອກແຕ່ເມືອງສະຫວັນຟ້າ
ຄຳເພງຄວນໄດ້ຈື່ຈຳໄວ້
ຂໍ້ຊ້ຳ: ຂ້າຢູ່ໃນຕັກຂອງພຣະເຢຊູ
ອີງພຣະຊວງຂອງພຣະອົງ
ຄວາມຮັກພຣະອົງຈັກປົກຫຸ້ມຢູ່
ຈິດໃຈຈຶ່ງມີຄວາມບັນເທົາ ອາແມນ
2 ຂ້າຢູ່ໃນຕັກຂອງພຣະເຢຊູ
ຄວາມໜັກໃຈຫາຍເສຍໄປ
ຜູ້ລອງໃຈຮ້າຍຕ້ອງມິດງຽບຢູ່
ຄວາມຜິດບາບຈຶ່ງກວນບໍ່ໄດ້
ເປັນທີ່ໃຫ້ພົ້ນຄວາມໂສກເສົ້າ
ເປັນທີ່ຈຳເຣີນຈິດໃຈໃໝ່
ພົ້ນຄວາມສົງສັຍຄວາມມົວເມົາ
ພຣະອົງຊົງເຊັດນ້ຳຕາໃຫ້ (ຊ້ຳ)
3 ຈົ່ງພາກັນເພີ່ງອົງພຣະເຢຊູ
ຜູ້ວາຍພຣະຊົນຕາຍຕາງ
ພຣະອົງຊົງປຽບຄືດັ່ງຫີນຜາ
ຂ້ານ້ອຍໄດ້ເຊື່ອຈຶ່ງມີຫວັງ
ໃຫ້ໄດ້ຢູ່ຖ້າເຝົ້າຮັກສາ
ຈົນຍາມມືດຄ່ຳຈະຫາຍໄປ
ຈົນເຖິງໄດ້ເຫັນຍາມຮຸ່ງເຊົ້າ
ສ່ອງແຈ້ງພຣະຣັດສະໝີໃສ (ຊ້ຳ)
໔໖ ຄວາມສຸກຖາວອນ (127)
1 ຄວາມສຸກຖາວອນຄົງມາສູ່ຜູ້ທຳຊອບ
ປະກອບດ້ວຍໃຈຜ່ອງໃສສັດທາ
ໃສ່ໃຈຂັບຕາມບັນຍັດພຣະຢາໂຮວາ
ທຽວໄປຕາມທາງແຫ່ງຄວາມສັດຊື່
2 ມີຄວາມຈຳເລີນເພີດເພີນຈິດຊື່ນໃຈບານ
ເໝືອນດັ່ງຕົ້ນໄມ້ເກີດໃກ້ຮ່ອງນ້ຳ
ກ້ານກິ່ງໃບຂຽວບໍ່ຫ່ຽວແຫ້ງເມື່ອແລ້ງຝົນ
ເກີດດອກອອກຜົນຕະຫຼອດເວລາ
3 ຝ່າຍທາງຄົນຊົ່ວທັງຫຼາຍບໍ່ເປັນດັ່ງນັ້ນ
ເໝືອນແກບປີວໄປຕາມສາຍລົມພາ
ດັ່ງນັ້ນຄົນຊົ່ວຈະຕ້ອງທຸກເວທະນາ
ເມື່ອວັນພຣະອົງຊົງພິພາກສາ
4 ການຂອງຄົນຊົ່ວກໍຈິບຫາຍເສຍໄປແລ້ວ
ທຳໄວ້ແນວໃດກໍ່ໄດ້ແກ່ຕົນ
ແຕ່ຄວາມຊອບທຳນຳຄົນໃຫ້ເກີດມີຜົນ
ຫວິດທຸກໄດ້ສຸກໃນຟ້າສະຫວັນ
໔໗ ຈົ່ງຍ້ອງຍໍອົງພຣະຜູ້ເປັນເຈົ້າ (130)
1 ຈົ່ງຍ້ອງຍໍອົງພຣະຜູ້ເປັນເຈົ້າ
ເອົາໃຈຮັກເປັນເຄື່ອງບູຊາ
ພຣະອົງຊົງໄຖ່ໂທດຫາຍໂສກເສົ້າ
ຄວາມຕອບຄຸນສົມຄວນຍົກມາ
ສັນຣະເສີນພຣະນາມພຣະອົງເຈົ້າ
ພຣະບິດາ ກະສັດເມືອງຟ້າ
2 ຈົ່ງຍ້ອງຍໍເພາະຕັ້ງແຕ່ເດີມມາ
ພຣະອົງຊົງເມດຕາເອັນດູ
ຊ້ຳປະທານພຣະພອນທຸກເວລາ
ຜູ້ໃດເຊື່ອຄວາມສຸກຄົງຮູ້
ສັນຣະເສີນພຣະນາມພຣະອົງເຈົ້າ
ພຣະບິດາ ຜູ້ຊົງມຸທຸ
3ເໝືອນບິດາພຣະອົງຊົງລ້ຽງໄວ້
ຮູ້ວ່າເຮົາທຽວເມື່ອຍຫິວອ່ອນ
ຊ້ຳຊົງຢຽດພຣະຫັດຫອບອຸ້ມໄປ
ໃຫ້ພົ້ນຮ້າຍໄດ້ສຸກແນ່ນອນ
ສັນຣະເສີນພຣະນາມພຣະອົງເຈົ້າ
ພຣະບິດາ ຜູ້ໂຜດພຣະພອນ
4 ໝູ່ລູກສິດຜູ້ຮູ້ພຣະອົງນັ້ນ
ທັງບັນດາຊາວໂລກທົ່ວໄປ
ຈົ່ງຍົກເອົາບົດເພງມາພ້ອມກັນ
ໝູ່ຊາວຟ້າກັບໝູ່ລຸ່ມໃຕ້
ສັນຣະເສີນພຣະນາມພຣະອົງເຈົ້າ
ພຣະບິດາ ກະສັດອົງໃຫຍ່ ອາແມນ
໔໘ ເຮົາມີຄວາມສຸກ (139)
1 ເຮົາມີຄວາມສຸກສະໜຸກອັນໃຫຍ່
ມີແຈ້ງມີຄວາມຍິນດີຢູ່ເລື້ອຍ
ຕັ້ງແຕ່ມີນັ້ນເຮົາໄດ້ຮັບເອົາ
ພຣະເຢຊູດ້ວຍສຸດໃຈຂອງເຮົາ
ຂໍ້ຊ້ຳ: ວັນສະໜຸກວັນຮຽນຮູ້
ຄວາມຮັກອັນໃຫ່ຍຂອງພຣະເຢຊູ
ແມ່ນຟ້າສະຫວັນເປັນເມືອງເຮົາໃໝ່
ພຣະເຢຊູຊົງຖ້າເຮົາທັງໃນ
ວັນສະໜຸກວັນຮຽນຮູ້
ຄວາມຮັກອັນໃຫຍ່ຂອງພຣະເຢຊູ
2 ພຣະບຸດທີ່ຮັກຂອງພຣະບິດາ
ຊົງຖວາຍຕົນເປັນເຄື່ອງບູຊາ
ໂລຫິດພຣະອົງລ້າງຜິດບາບເຮົາ
ຊ້ຳໃຫ້ເຮົາເກີດເປັນລູກພຣະເຈົ້າ (ຊ້ຳ)
3 ໃນຟ້າສະຫວັນມີຄວາມຈຳເຣີນ
ພວກເທວະດາຮ້ອງສັນຣະເສີນ
ເວລາຄົນບາບຄົນນຶ່ງຄົນໃດ
ໄດ້ຖິ້ມໃຈເກົ່າແລະເອົາໃຈໃໝ່ (ຊ້ຳ)
4 ເຊີນພີ່ນ້ອງເອີຍຈົ່ງເຂົ້າໃຈຮູ້
ມີຄວາມຍົກໂທດດ້ວຍພຣະເຢຊູ
ພຣະອົງຊົງໂຜດປະທານຊີວິດ
ແກ່ຜູ້ຢາກຮັບເອົາໄປເປັນນິດ (ຊ້ຳ)
໔໙ ມິດສະຫາຍເຮົາ (141)
1 ມິດສະຫາຍເຮົາຄືພຣະເຢຊູ
ຊົງແບກເອົາຄວາມຜິດບາບໃຫ້ຫາຍ
ເຮົາຈຶ່ງມີສິດເຂົ້າມາເຝົ້າຢູ່
ດ້ວຍບໍ່ຢ້ານຈະຖືກຂັບໄລ່
ສຸກສຳຣານໄດ້ວິດໄປຫຼາຍທີ
ເກີດລຳບາກຈົນຕົວຫິວອ່ອນ
ການໜັກໃຈຝູງນີ້ບັງເກີດມີ
ເພາະໝູ່ເຮົາຖິ້ມການໄຫວ້ວອນ
2 ການທຸກໃຫຍ່ການລອງໃຈມີມາ
ການລຳບາກມາເຖິງເມື່ອໃດ
ໃຫ້ເຮົາມີຄວາມເຊື່ອແລະໝັ່ນມາ
ຫາພຣະເຈົ້າປົງທຸກວາງໃຈ
ຜູ້ຮັກເໝືອນພຣະອົງຫາບໍ່ໄດ້
ພຣະອົງຊົງແບກຄວາມໂສກເສົ້າ
ຊົງຮູ້ຈັກໃຈເຮົາຈິ່ງບອກໄວ້
ວ່າຈົ່ງຮີບໄຫວ້ວອນພຣະເຈົ້າ
3 ເມື່ອອິດອ່ອນໜັກອົກໜັກໃຈນັ້ນ
ມີທຸກໃຫຍ່ບໍ່ແພ້ອົດເອົາ
ໂອຜູ້ຊ່ວຍຂໍໃຫ້ໝູ່ເຮົາໝັ່ນ
ໄຫວ້ວອນຂໍຈົນໄດ້ບັນເທົາ
ເມື່ອໝູ່ຄູ່ໜ່າຍຊັງພາກອອກໄປ
ຄວນອອກປາກເປັນຄຳອ້ອນວອນ
ພຣະເຢຊູຈະຊົງອຸ້ມເຮົາໄປ
ນຳພຣະອົງຈະໄດ້ຮັບພອນ
໕໐ ເມື່ອໃດໄຫວ້ວອນ (143)
1 ເມື່ອໃດໄຫວ້ວອນນະມັດສະການ
ຂໍເຊີນພຣະເຈົ້າຊົງເປັນປະທານ
ເຖິງວ່າອຶດຢາກກໍ່ຄວນທູນຂໍ
ສິ່ງທີ່ປະສົງປະທານພຽງພໍ
ຖ້າຖືກຂົ່ມເຫັງຫຼືມີໂສກທຸກ
ຈິດໃຈບັນເທົາໄດ້ຮັບຄວາມສຸກ
ຖ້າຖືກທົດລອງຈິດໃຈເມື່ອຍອ່ອນ
ຈະໄດ້ຊູແຮງເມື່ອເຝົ້າອ້ອນວອນ
2 ເມື່ອໃດໄຫວ້ວອນເຮົາແສນຍິນດີ
ຄຳອ້ອນວອນເຖິງສະຫວັນທັນທີ
ພຣະເຢຊູຄອຍຮັບຄຳອ້ອນວອນ
ປະທານພະພອນແກ່ຜູ້ຫິວອ່ອນ
ໃຫ້ເຮົາເຂົ້າເຝົ້າຕໍ່ອົງພຣະເຈົ້າ
ເຊື່ອພຣະສັນຍາທີ່ໃຫ້ແກ່ເຮົາ
ມອບຄວາມຢ້ານໄວ້ພ້ອມຄວາມທຸກຮ້ອນ
ພຣະອົງຊົງຮັບຟັງຄຳອ້ອນວອນ
3 ເມື່ອໃດອ້ອນວອນເປັນອັດສະຈັນ
ໄດ້ການເລົ້າໂລມເໝືອນຢູ່ສະຫວັນ
ປຽບເໝືອນຂຶ້ນໄປຍອດພູກະເສີມ
ເຫັນເມືອງຂອງຂ້າດີເລີດປະເສີດ
ຢາກຮີບຟ້າວໄປເມືອງພຣະບິດາ
ເຂົ້າເຝົ້າພຣະອົງຜູ້ຊົງຮັກສາ
ຖວາຍເພງສັນຣະເສີນຮັບພອນ
ເມື່ອນັ້ນພົ້ນແລ້ວຈາກການໄຫວ້ວອນ
໕໑ ພຣະເຢຊູເປັນພຣະທຳ (149)
1 ພຣະເຢຊູເປັນພະທຳ ເອີຍ
ປະຈຳໂລກ (໒)
ດັບຄວາມໂສກຝູງປວງຊົນທົ່ວໄປເອີຍ ເຮົາຄົນລາວເຮົາ
ເຊື່ອໃນພຣະເຢຊູ ເອີຍ
ເຮົາຄວນເບິ່ງພຣະອົງຜູ້ຊົງເປັນຕົວຢ່າງ
2 ບໍ່ເລືອກໜ້າຜູ້ມີກຽດ ເອີຍ
ຫວັງທີ່ງາມ (໒)
ອຳນວຍຄວາມສະເໝີກັບປວງຊົນເອີຍ ເຮົາຄົນລາວເຮົາ
ເຊື່ອໃນຄວາມພົ້ນບາບເອີຍ
ທີ່ເຮົາຮູ້ກໍ່ເພາະພຣະເຈົ້າເປັນຄວາມຮັກ
3 ໃຫ້ໂອກາດແກ່ຄົນຊົ່ວ ເອີຍ
ກັບໃຈໃໝ່ (໒)
ເລີກຫຼິ້ນໄພ້ຫຼິ້ນເບີບໍ່ມີຜົນເອີຍ
ເຮົາຄົນລາວເຮົາ
ພໍໃຈສຸກສົມບູນ ເອີຍ
ເປັນພຣະຄຸນກໍເພາະພຣະເຈົ້າຊົງຮັກເຮົາ
4 ເຖິງຂາດເຂີນຊັບສົມບັດ ເອີຍ
ຍັງເປັນຄົນ (໒)
ຮັກປວງຊົນສະເໝີບໍ່ວ່າໃດເອີຍ
ເຮົາຄົນລາວເຮົາ
ພໍໃຈໃນຊີວິດ ເອີຍ
ທີ່ພຣະເຢຊູຄຣິດຊົງໂຜດໃຫ້ແກ່ເຮົາ
5 ອົງພຣະຄຣິດຊົງມີສິດ ເອີຍ
ສັນຊາດລາວ (໒)
ຢ່າລະເລີຍໃຫ້ຍົກໄວ້ເທິງຫົວເອີຍ
ເຮົາຄົນລາວເຮົາ
ພໍໃຈຖືພຣະເຈົ້າ ເອີຍ
ໃຈບໍ່ໂສກເສົ້າເພາະພຣະອົງເປັນຄວາມສຸກ
6 ເຮົາຈະເພີ່ມຄວາມສຸກສຳລານ ເອີຍ
ທຸກວັນໄປ (໒)
ສຸດສະໃໝຊົ່ວສິ້ນວັນສືບໄປເອີຍ
ເຮົາຄົນລາວເຮົາ
ພໍໃຈໃນພຣະຄຣິດ ເອີຍ
ຊົງເປັນມິດກັບເຮົາທຸກຄົນທຸກຄົນເອີຍ