ການລົ້ມລົງຂອງເມືອງເຢຣູຊາເລັມຈົນເຖິງໂບດກາໂຕລິກທີ່ຂົ່ມເຫັງປະຊາຊົນຂອງພຣະເຈົ້າ

ຕົ້ນ​ໝາກ­ເດື່ອ​ເທດ​ທີ່​ບໍ່​ອອກ​ຜົນ

ພຣະ​ເຈົ້າ​ຊົງ​ເລືອກ​ອິດ​ສະ​ຣາ​ເອນ​ເປັນ​ປະ­ຊາ­ຊົນທີ່​ພິ­ເສດຂອງ​ພຣະ​ອົງ ເພື່ອ​ຊ່ວຍ​ພຣະ​ອົງ​ໃນ​ການ​ໄຖ່​ໂລກ. ເປັນ​ເວ­ລາ​ຫຼາຍ​ປີ ພຣະ​ເຈົ້າ​ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ຊົນຊາດ​ອິດ​ສະ​ຣາ​ເອນ​ໂດຍ​ມີ​ໝາຍ​ສຳ­ຄັນ ແລະການ​ອັດ­ສະ­ຈັນ ເພື່ອ​ຊີ້​ທາງ​ໃຫ້​ພວກ​ເຂົາ​ຕິດ­ຕາມ​ພຣະ​ອົງ. ພຣະ​ເຈົ້າຊົງ​ເບິ່ງ­ແຍງ​ພວກ​ເຂົາ​ເໝືອນດັ່ງ​ພໍ່​ທີ່​ເບິ່ງ­ແຍງ​ລູກ​ຊາຍ. ແຕ່​ພວກ​ເຂົາ​ເປັນ​ປະ­ຊາ­ຊົນ​ທີ່​ກະ​ບົດ. ພວກ​ເຂົາ​ໄດ້​ຫັນໜີ​ອອກ​ຈາກ​ພຣະ​ເຈົ້າ​ຢ່າງ​ຕໍ່​ເນື່ອງ ແລະໄດ້​ກັບ​ຄືນ​ມາຫາ​ພຣະ​ເຈົ້າ​ເມື່ອ​ໄພ­ພິ­ບັດ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ທຸກ​ທໍ­ລະມານ​ຫຼາຍ.

ເມື່ອ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ(ພຣະ​ເຢ​ຊູ)ຊົງ​ຢູ່​ໃນ​ໂລກ​ນີ້ ພຣະ​ອົງ​ໄດ້​ສະ­ແດງ​ຄວາມ​ເມດ​ຕາ​ແກ່​ພວກ​ເຂົາ. ພຣະອົງ ແລະພຣະ​ບິ­ດາ​ຂອງ​ພຣະ​ອົງ​ຊົງ​ຢູ່​ທ່າມ­ກາງ​ພວກເຂົາ ແຕ່​ພວກ​ເຂົາ​ກໍ​ຍັງ​ກະ​ບົດ. ດັ່ງ­ນັ້ນ ພຣະ​ອົງ​ຈຶ່ງ​ຊົງກ່າວ​ຄຳ​ອຸ­ປະ­ມາ​ຂອງ​ພຣະ​ອົງ:

ພຣະ​ເຢ​ຊູ​ກ່າວ​ຄຳ​ອຸ­ປະ­ມາ​ໃຫ້​ປະ­ຊາ­ຊົນ​ຟັງ​ວ່າ: “ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ຕົ້ນ​ໝາກ­ເດື່ອ​ເທດ​ຕົ້ນ​ໜຶ່ງ​ໃນ​ສວນ​ອະ­ງຸ່ນ​ຂອງ​ຕົນ ລາວ​ໄປ​ຊອກ​ຫາ​ໝາກ­ເດື່ອ​ໃນ​ຕົ້ນ​ນັ້ນ ກໍ​ບໍ່​ພົບ​ເຫັນ​ເລີຍ ດັ່ງ­ນັ້ນ ລາວ​ຈຶ່ງ​ເວົ້າ​ກັບ​ຄົນ​ຮັກ­ສາ​ສວນວ່າ: ‘ເບິ່ງ​ແມ! ເປັນ​ເວ­ລາ​ສາມ​ປີແລ້ວ ທີ່​ຂ້ອຍ​ມາ​ຊອກຫາໝາກ­ເດື່ອ​ໃນ​ຕົ້ນ​ນີ້ ແລະຂ້ອຍ​ກໍ​ບໍ່​ພົບ​ເຫັນ​ເລີຍ. ຈົ່ງ​ປ້ຳ​ມັນ​ຖິ້ມ​ເສຍ ຈະ​ເອົາ​ໄວ້​ໃຫ້​ຮົກ​ດິນ​ລ້າໆ​ເຮັດ​ຫຍັງ?’ ແຕ່​ຄົນ​ຮັກ­ສາ​ສວນ​ນັ້ນ​ຕອບ​ວ່າ: ‘ທ່ານ​ເອີຍ! ຂໍ​ປະ​ໄວ້​ປີນີ້​ກ່ອນ ຂ້າ­ນ້ອຍ​ຈະ​ຂຸດ​ດິນ​ອ້ອມ ແລະເອົາ​ຝຸ່ນ​ໃສ່. ປີ­ໜ້າ ຖ້າ​ມັນ​ເກີດ​ໝາກ ກໍ​ຈະ​ເປັນ​ການ​ດີ​ຫຼາຍ. ແຕ່​ຖ້າ​ບໍ່­ເກີດ​ໝາກ ທ່ານ​ຈົ່ງ​ປ້ຳ​ມັນ​ຖິ້ມ​ເສຍ’” (ລູ​ກາ13:6-9).

ຕົ້ນ​ໝາກ­ເດື່ອ​ເທດ​ໃນ​ຄໍາ​ອຸ­ປະ­ມາ​ໝາຍ​ເຖິງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ ຫຼື ຊາວ​ຢິວ. ເຈົ້າ​ຂອງ​ສວນ​ໝາຍ​ເຖິງ​ພຣະເຈົ້າ​ພຣະ​ບິ­ດາ ແລະຄົນ​ຮັກ­ສາ​ສວນ​ໝາຍ​ເຖິງ​ພຣະ​ເຢ​ຊູ.

ໃນ​ຄຳ​ອຸ­ປະ­ມາ ພວກ​ເຮົາ​ເຫັນ​ວ່າ​ຄົນ​ຮັກ­ສາ​ສວນ​ໄດ້​ຂໍຮ້ອງ​ເຈົ້າ​ຂອງ​ສວນ​ໃຫ້​ມີ​ເວ­ລາ​ຫຼາຍ​ຂຶ້ນ ເພື່ອ​ໃຫ້​ຕົ້ນ­ໄມ້ມີ​ໂອ­ກາດ​ທີ່​ຈະ​ເກີດ​ໝາກ. ສະ­ນັ້ນ ພຣະ​ເຢ​ຊູ​ຊົງ​ຂໍ​ຮ້ອງໃນ​ນາມ​ອິດ​ສະ​ຣາ​ເອນ​ຕໍ່​ພຣະ​ເຈົ້າ​ພຣະ​ບິ­ດາ​ຂອງ​ພຣະ​ອົງ​ໃຫ້​ມີ​ເວ­ລາ​ຫຼາຍ​ຂຶ້ນ ເພື່ອ​ໃຫ້​ພວກ​ເຂົາ​ສາ­ມາດ​ອອກ​ຜົນຂອງ​ພຣະ​ວິນ​ຍານ ແລະເຊັ່ນ​ດຽວ​ກັນ​ກັບ​ຄົນ​ຮັກ­ສາສວນ​ເຮັດ​ທຸກ​ສິ່ງ​ເພື່ອ​ຊ່ວຍ​ຕົ້ນ­ໄມ້​ໃຫ້​ເກີດ​ໝາກ. ສະ­ນັ້ນ ພຣະ​ເຈົ້າ​ຈຶ່ງ​ຈັດ​ຕຽມ​ທຸກ​ສິ່ງ​ສຳ­ລັບ​ອິດ​ສະ​ຣາເອນ​ເພື່ອ​ໃຫ້​ເກີດ​ໝາກ​ອອກ​ຜົນ. ພຣະ​ອົງ​ຊົງ​ໃຫ້​ພວກເຂົາ​ມີ​ຫຼັກ​ຖານ​ການ​ນຳ­ພາ​ຂອງ​ພຣະ​ອົງ​ໂດຍ​ຜ່ານ​ການອັດ­ສະ­ຈັນ ແລະສົ່ງ​ຜູ້​ປະ­ກາດ​ພຣະ​ຄຳ​ຂອງ​ພຣະ​ອົງ​ໄປສັ່ງ­ສອນ​ພວກ​ເຂົາ.

"ແຕ່​ຜົນ​ຂອງ​ພຣະ​ວິນ​ຍານ​ນັ້ນ​ຄື ຄວາມ​ຮັກ, ຄວາມ​ຊົມ​ຊື່ນ​ຍິນ­ດີ, ສັນ­ຕິ​ສຸກ, ຄວາມ​ອົດ­ທົນ​ດົນ​ນານ, ຄວາມ​ເມດ​ຕາ­ປາ​ນີ, ຄວາມ​ດີ, ຄວາມ​ສັດ­ຊື່, ຄວາມ​ສຸ­ພາບ​ອ່ອນ​ຫວານ, ການ​ຮູ້­ຈັກ​ບັງ­ຄັບ​ຕົນ." (ຄາ​ລາ​ເຕຍ 5:22, 23).

ພຣະ​ເຈົ້າ​ມີ​ພຣະ­ປະ­ສົງ​ໃຫ້​ປະ­ຊາ­ຊົນ​ຂອງ​ພຣະ​ອົງ​ມີ​ໂອ­ກາດ​ທີ່​ດີ­ເລີດ "ເພື່ອ​ຄົນ​ຈະ​ເອີ້ນ​ພວກ​ເຂົາ​ວ່າ ຕົ້ນ­ໄມ້​ແຫ່ງ​ຄວາມ​ຊອບ​ທຳ ເປັນ­ຕົ້ນ​ໄມ້​ທີ່​ພຣະ​ເຈົ້າ​ຊົງ​ປູກ​ໄວ້ ເພື່ອ​ພຣະ​ອົງ​ຈະ​ໄດ້​ຮັບ​ສະ­ຫງ່າ​ຣາ​ສີ." ເມື່ອ​ພຣະເຈົ້າມາ​ຊອກ​ຫາ​ໝາກ​ໄມ້​ໂດຍ​ຜ່ານ​ທາງ​ພຣະ​ບຸດ​ຂອງ​ພຣະ​ອົງ ແຕ່​ກໍ​ບໍ່​ພົບ​ເຫັນ. ຕົ້ນ­ໄມ້​ເຫຼົ່າ­ນັ້ນ​ເປັນ​ອຸ­ປະ­ສັກ​ສຳ­ລັບ​ພື້ນດິນ ເຊິ່ງ​ຄື​ກັນ​ກັບ​ອິດ​ສະ​ຣາ​ເອນ​ເປັນ​ເໝືອນ​ກັບ​ອຸ­ປະ­ສັກທີ່​ຂັດ­ຂວາງ​ຊົນ​ຊາດ​ຕ່າງໆ ບໍ່​ໃຫ້​ຮູ້­ຈັກ​ຂ່າວ​ປະ​ເສີດ. ອິດ​ສະ​ຣາ​ເອນ​ໄດ້​ລັກ​ໂລກ​ແຫ່ງ​ພຣະ​ພອນ​ທີ່​ພຣະ​ເຈົ້າ​ປະ­ທານ​ໃຫ້ ແລະໄດ້​ບິດ​ເບືອນ​ເລື່ອງ​ພຣະ​ເຈົ້າ​ຢູ່​ໃນ​ທ່າມກາງ​ຊົນ​ຊາດ​ຕ່າງໆ. ພວກ​ເຂົາ​ໄຮ້​ປະ­ໂຫຍດ ແລະເປັນ​ອຸປະ​ສັກ. ຄວາມ​ເຊື່ອ​ຂອງ​ຄົນ​ຢິວ​ຈຶ່ງ​ຖືກ​ເຮັດ​ໃຫ້​ເຂົ້າ­ໃຈ​ຜິດ ແລະມັນ​ໄດ້​ນຳ​ຄວາມ​ພິ­ນາດ​ມາ​ແທນ​ທີ່​ຄວາມ​ລອດ​ພົ້ນ.

ໃນ​ຄຳ​ອຸ­ປະ­ມາ ຄົນ​ຮັກ­ສາ​ສວນ​ບໍ່​ໄດ້​ຖາມ​ເຈົ້າຂອງ​ສວນ​ວ່າ​ຈະ​ເຮັດ​ແນວ­ໃດ​ກັບ​ຕົ້ນ­ໄມ້ ແຕ່​ຄົນ​ຮັກ­ສາສວນ​ຕ້ອງ­ການ​ທີ່​ຈະ​ເຫັນ​ຕົ້ນ­ໄມ້​ເກີດ​ໝາກ. ເພິ່ນ​ເວົ້າ​ກັບເຈົ້າ​ຂອງ​ສວນ​ວ່າ: "ທ່ານ​ເອີຍ! ຂໍ​ປະ​ໄວ້​ປີ​ນີ້​ກ່ອນ ຂ້າ­ນ້ອຍ​ຈະ​ຂຸດ​ດິນ​ອ້ອມ ແລະເອົາ​ຝຸ່ນ​ໃສ່. ປີ­ໜ້າ ຖ້າ​ມັນ​ເກີດ​ໝາກ ກໍ​ຈະ​ເປັນ​ການ​ດີ​ຫຼາຍ..." ຄົນ​ຮັກ­ສາ​ສວນ​ບໍ່​ໄດ້​ປະ­ຕິ­ເສດ​ການ​ເຮັດ​ວຽກ​ກັບ​ຕົ້ນ­ໄມ້​ທີ່​ບໍ່​ມີ​ໝາກ ແຕ່​ເພິ່ນ​ພ້ອມ​ທີ່​ຈະ​ເບິ່ງ­ແຍງ​ໃຫ້​ຫຼາຍ​ຂຶ້ນ​ກວ່າເກົ່າ ເພິ່ນ​ຈະ​ເຮັດ​ໃຫ້​ສະ­ພາບ​ແວດ​ລ້ອມ​ເອື້ອ​ອຳ­ນວຍຫຼາຍ​ທີ່​ສຸດ ແລະຈະ​ໃຫ້​ຕົ້ນ­ໄມ້​ທຸກ​ຢ່າງ​ທີ່ເພິ່ນ​ສາ­ມາດໃຫ້​ໄດ້ ເພື່ອ​ຕົ້ນ­ໄມ້​ຈະ​ໄດ້​ເກີດ​ໝາກ​ອອກ​ຜົນ.

ເຈົ້າ​ຂອງ​ສວນ ແລະຄົນ​ຮັກ­ສາ​ສວນ​ນັ້ນ​ໄດ້​ພະຍາ​ຍາມ​ຊ່ວຍ​ຕົ້ນ­ໄມ້​ໃຫ້​ເກີດ​ໝາກ. ເຊັ່ນ​ດຽວ​ກັນ​ກັບພຣະ​ເຈົ້າ​ພຣະ​ບິ­ດາ ແລະພຣະ​ບຸດ​ຮ່ວມ​ກັນ​ໃນ​ຄວາມຮັກ​ຂອງ​ພຣະ​ອົງ ເພື່ອ​ຊ່ວຍ​ປະ­ຊາ­ຊົນ​ຂອງ​ພຣະ​ອົງ​ໃຫ້ເກີດ​ຜົນ. ພຣະ​ເຢ​ຊູ​ກ່າວ​ກັບ​ຜູ້​ຄົນ​ທີ່​ຟັງ​ວ່າ ພຣະ​ອົງ​ຈະໃຫ້​ໂອ­ກາດ​ພວກ​ເຂົາ ພຣະ​ເຈົ້າ​ຈະ​ເຮັດ​ທຸກ​ຢ່າງເພື່ອຊ່ວຍ​ພວກ​ເຂົາ​ກາຍ­ເປັນ​ຕົ້ນ­ໄມ້​ແຫ່ງ​ຄວາມ​ຊອບ​ທຳ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ເປັນ​ພຣະ​ພອນ​ໃຫ້​ແກ່​ໂລກ.

ພຣະ​ເຢ​ຊູ​ບໍ່​ໄດ້​ບອກ​ຜົນ​ຂອງ​ວຽກ​ງານ​ຂອງ​ຄົນຮັກ­ສາ​ສວນ​ທີ່­ຢູ່​ໃນ​ຄຳ​ອຸ­ປະ​ມາ. ຢູ່​ໃນ​ເລື່ອງ​ຂອງ​ພຣະ​ອົງນັ້ນ​ຖືກ​ຕັດ​ໃຫ້​ສັ້ນ​ເຂົ້າ. ບົດ​ສະ­ຫຼຸບ​ຢູ່​ກັບ​ຜູ້​ຄົນ​ທີ່​ໄດ້​ຍິນຖ້ອຍ​ຄຳ​ຂອງ​ພຣະ​ອົງ​ນັ້ນ ໃຫ້​ພວກ​ເຂົາ​ຈິງ​ຈັງ​ໃນ​ຄຳ​ຕັກເຕືອນ​ທີ່​ໃຫ້​ໄວ້​ວ່າ: "ແຕ່​ຖ້າ​ບໍ່­ເກີດ​ໝາກ ກໍ​ຈົ່ງ​ຕັດ​ມັນ​ຖິ້ມເສຍ" ມື້​ແຫ່ງ​ຄວາມ​ໂກດ​ຮ້າຍ​ແມ່ນ​ຢູ່​ໃກ້ ແລະໄພ­ພິ­ບັດໄດ້​ຕົກ­ລົງ​ສູ່​ອິດ​ສະ​ຣາ​ເອນ​ແລ້ວ ເຈົ້າ​ຂອງ​ສວນ​ອະ­ງຸ່ນມີ​ຄວາມ​ເມດ​ຕາ​ຫຼາຍ​ຈຶ່ງ​ເຕືອນ​ພວກ​ເຂົາ​ລ່ວງ​ໜ້າ​ເຖິງເຫດ­ການ​ທີ່​ຈະ​ເກີດ​ຂຶ້ນ​ຈາກ​ການ​ທຳ­ລາຍ​​ຕົ້ນ­ໄມ້​ທີ່​ບໍ່ເກີດ​ໝາກ.

ຄຳ​ຕັກ­ເຕືອນ​ນີ້​ກໍ​ໄດ້​ມາ​ເຖິງ​ພວກ​ເຮົາ​ໃນ​ຍຸກ​ນີ້ເຊັ່ນ​ກັນ "ເຫດ​ສະ­ນັ້ນ ຈົ່ງ​ປະ​ພືດ​ຕົນ​ໃຫ້​ສົມ​ກັບ​ວ່າ ພວກ​ເຈົ້າ​ໄດ້​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃໝ່. ບັດ​ນີ້ ຂວານ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຕັດ​ຕົ້ນ­ໄມ້ ຕົ້ນ­ໄມ້​ທຸກ​ກົກ​ທີ່​ບໍ່­ເກີດ​ຜົນ​ດີ ກໍ​ຈະ​ຖືກ​ຕັດ ແລະໂຍນ​ຖິ້ມ​ໃສ່​ໄຟ" (ລູ​ກາ 3:8,9).

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ລູ​ກາ 13:6-9; 3:8, 9; ຄາ​ລາ​ເຕຍ 5:22, 23.

ອ້າງ​ອີງ​ຈາກ​ປຶ້ມ "Christ’s Object Lessons" {ໜ້າ 216.1-216.3} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ພຣະ​ເຈົ້າ​ຖອນ​ພຣະ​ຄຸນອອກ​ຈາກ​ຊົນ​ຊາດ​ອິດ​ສະຣາ​ເອນ

ເມື່ອ​ພຣະ​ເຢ​ຊູ ເຊິ່ງ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ໄດ້​ສະເດັດ​ມາ​ໃນ​ໂລກ​ນີ້, ພຣະ​ອົງ​ຊົງ​ຢູ່​ທ່າມກາງ​ປະຊາຊົນຂອງ​ພຣະ​ອົງ ແລະສະເດັດ​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເພື່ອ​ໂຜດຮັກສາ​ທຸກ​ຄົນ​ທີ່​ຖືກ​ອຳນາດ​ຂອງ​ຊາ​ຕານ​ບຽດບຽນ​ເຊັ່ນ: ຄົນ​ຕາບອດ​ກໍ​ເຫັນຮຸ່ງ​ໄດ້, ຄົນ​ງ່ອຍ​ກໍ​ຍ່າງ​ໄດ້, ຄົນ​ເປັນພະຍາດ​ຂີ້ທູດ​ກໍ​ດີ​ສະອາດ, ຄົນ​ຫູໜວກ​ກໍ​ໄດ້​ຍິນ, ໂຜດ​ປະທານ​ຊີວິດ​ແກ່​ຄົນ​ຕາຍ​ແລ້ວ​ໃຫ້​ຟື້ນ​ຄືນ​ມາ ແລະປະ­ກາດ​ຂ່າວ​ປະເສີດ​ແກ່​ຄົນ​ທຸກ​ຊົນ​ຊັ້ນ ແລະຮຽກຮ້ອງ​ໃຫ້ພວກ​ເຂົາ​ກັບ​ໃຈ​ໃໝ່. ນອກຈາກ​ນີ້ ພຣະ​ອົງ​ຍັງ​ໄດ້​ສັ່ງສອນ​ພວກ​ເຂົາ​ໃຫ້​ປ່ຽນ​ການ​ດຳເນີນ​ຊີວິດ​ໃໝ່ ແລະທຳຄວາມ​ເຂົ້າໃຈ​ໃນ​ພຣະ​ຄຳ​ພີ​ຄືນ​ໃໝ່.

ແຕ່​ພວກ​ຜູ້­ນຳ​ຢິວ​ກັບ​ບໍ່​ຍອມ­ຮັບ​ພຣະ​ເຢ​ຊູ, ປະ­ຕິ­ເສດພຣະ​ອົງ ແລະຂັບ​ໄລ່​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ອອກ​ໄປ. ພວກ​ເຂົາ​ໃສ່​ຮ້າຍ, ໝິ່ນ­ປະ­ໝາດ ແລະວາງ​ແຜນການ​ຂ້າ​ພຣະ​ອົງ. ໃນ​ທີ່​ສຸດ ພວກ​ເຂົາ​ກໍ​ໄດ້​ປະ­ຫານ​ຊີ­ວິດພຣະ​ອົງ ໂດຍ​ມອບ​ພຣະ​ອົງ​ໃຫ້​ຄົນ​ຕ່າງ​ຊາດ​ຄຶງ​ພຣະ​ອົງໄວ້​ເທິງ​ໄມ້​ກາງ​ແຂນ. ນອກ­ຈາກ​ການ​ທີ່​ບໍ່​ຍອມ­ຮັບ​ພຣະເຢ​ຊູ​ແລ້ວ, ພວກ​ຜູ້­ນຳ​ຢິວ​ຍັງ​ໄດ້​ຂົ່ມ​ເຫັງ ແລະຂ້າ​ບັນ­ດາຜູ້​ທີ່​ຕິດ­ຕາມ​ພຣະ​ອົງ​ອີກ​ດ້ວຍ.

ອັກ​ຄະ​ສາ­ວົກ​ເປົາ​ໂລ​ກ່າວ​ວ່າ: "ພວກ​ຢິວ​ໄດ້​ປະ­ຫານພຣະ​ເຢ​ຊູ​ອົງ​ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ປະ­ຫານ​ຊີ­ວິດ​ພວກ​ຜູ້ປະ­ກາດ​ພຣະ​ທຳ ແລະໄດ້​ຂັບ​ໄລ່​ພວກ​ເຮົາ​ໃຫ້​ໜີ​ໄປ. ພວກ​ເຂົາ​ຂັດ​ພຣະ​ໄທ​ພຣະ​ເຈົ້າ ແລະຕໍ່­ສູ້​ມະ­ນຸດ​ທຸກ​ຄົນ ໂດຍ​ຂັດ­ຂວາງ​ບໍ່​ໃຫ້​ພວກ​ເຮົາ​ປະ­ກາດ​ແກ່​ຄົນ​ຕ່າງ​ຊາດເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ລອດ ການ​ກະ­ທຳ​ເຊັ່ນ​ນີ້ ສົ່ງ​ຜົນໃຫ້​ບາບ​ຂອງ​ພວກ​ເຂົາ​ເຕັມ​ລົ້ນ ແຕ່​ໃນ​ທີ່​ສຸດ ຄວາມໂກດ​ຮ້າຍ​ຂອງ​ພຣະ​ເຈົ້າ​ກໍ​ຕົກ​ຢູ່​ເໜືອ​ພວກ​ເຂົາ" (1ເທ­ສະ​ໂລ​ນິກ 2:15, 16 THSV11).

ແຕ່​ດ້ວຍ​ຄວາມ​ຮັກ ແລະຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ​ອັນບໍ່​ມີ​ທີ່​ສິ້ນ​ສຸດ ພຣະ​ອົງ​ຍັງ​ໄດ້​ໃຫ້​ໂອ­ກາດ​ຜູ້​ຄົນ​ອີກ​ຫຼວງຫຼາຍ​ໃນ​ທ່າມ­ກາງ​ຊາວ​ຢິວ​ຜູ້​ທີ່​ເມີນ­ເສີຍ​ຕໍ່​ພຣະ​ລັກ­ສະ­ນະ ແລະພາລະກິດ​ຂອງ​ພຣະ​ເຢ​ຊູ ແລະລູກ​ຫຼານ​ຂອງພວກ​ເຂົາ​ຍັງ​ບໍ່ທັນ​ມີ​ໂອກາດ​ໄດ້​ຮັບ​ແສງ​ສະ­ຫວ່າງ​ແຫ່ງຄວາມ​ຈິງ​ທີ່​ພໍ່​ແມ່​ຂອງ​ພວກ​ເຂົາ​ໄດ້​ປະຕິເສດ​ແບບ​ດູຖູ​ກ. ສະ­ນັ້ນ ພຣະ​ເຈົ້າ​ຈຶ່ງ​ຊົງ​ເລື່ອນ​ການ​ທຳລາຍ​ນະຄອນ​ເຢ​ລູ​ຊາ​ເລັມ​ອອກ​ໄປ ເພື່ອ​ໃຫ້​ແສງ​ສະ­ຫວ່າງ​ແຫ່ງ​ຄວາມ​ຈິງ​ນັ້ນ​ສ່ອງ​ມາ​ຍັງ​ພວກ​ເຂົາ​ທັງຫຼາຍໂດຍ​ຜ່ານ​ທາງ​ການປະ­ກາດ​ຂ່າວ​ປະ­ເສີດ, ໝາຍ​ສຳ­ຄັນ ແລະສິ່ງ​ອັດ­ສະ­ຈັນຂອງ​ບັນ­ດາ​ຜູ້​ຕິດ­ຕາມ​ພຣະ​ເຢ​ຊູ. ຖ້າ​ພວກ​ເຂົາ​ເຊື່ອ​ຟັງຂ່າວ​ປະ­ເສີດ​ແຫ່ງ​ຄວາມ​ຈິງ ແລະກັບ​ໃຈ​ໃໝ່ ພວກ​ເຂົາ​ກໍ​ຈະ​ບໍ່​ໄດ້​ຮັບ​ໂທດ​ອັນ​ເນື່ອງ​ມາ​ຈາກ​ພໍ່​ແມ່​ຂອງ​ພວກ​ເຂົາ​ໄດ້​ສ້າງ​ໄວ້​ນັ້ນ ແຕ່​ຖ້າ­ວ່າ​ພວກ​ເຂົາ​ປະ­ຕິ­ເສດພຣະ​ຄຸນ​ຂອງ​ພຣະ​ເຈົ້າ ພວກ​ເຂົາ​ກໍ​ຈະ​ມີ​ສ່ວນ​ຮ່ວມ​ໃນຄວາມ​ບາບ​ຂອງ​ພໍ່​ແມ່​ຂອງ​ພວກ​ເຂົາ​ດ້ວຍ.

ຂ່າວ​ປະ­ເສີດ​ເລື່ອງ​ພຣະ​ເຢ​ຊູ​ໄດ້​ປະ­ກາດ​ເລີ່ມ​ຕັ້ງ­ແຕ່​ນະ­ຄອນ​ເຢ​ຣູ​ຊາ​ເລັມ, ຂົງ­ເຂດ​ໃກ້​ຄຽງ ແລະຕ່າງ​ປະເທດ​ໂດຍ​ຜ່ານ​ທາງ​ບັນ­ດາ​ຜູ້​ຕິດ­ຕາມ​ພຣະ​ເຢ​ຊູ. ພຣະວິນ​ຍານ​ບໍ​ຣິ​ສຸດ​ຍັງ​ໂຜດ​ໃຫ້​ພວກ​ເຂົາ​ສາ­ມາດ​ເຮັດ​ການອັດ­ສະ­ຈັນ ແລະໝາຍ​ສຳ­ຄັນ​ຫຼາຍ​ປະ​ການ. ເຖິງ​ປານນັ້ນ ພວກ​ຜູ້­ນຳ​ຢິວ ແລະບັນ­ດາ​ລູກ​ຫຼານ​ຂອງ​ພວກ​ເຂົາ​ກໍຍັງ​ປະ­ຕິ­ເສດ ແລະປັດ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ຖິ້ມ​ໄປ. ພວກ​ເຂົາ​ໄດ້​ຂ້າ​ບັນ­ດາ​ຜູ້​ຕິດ­ຕາມ​ພຣະ​ເຢ​ຊູ​ເຊັ່ນ: ສະ​ເຕ​ຟາ​ໂນ, ຢາ​ໂກ​ໂບ, ເປົາ​ໂລ, ເປ​ໂຕ ແລະສາ­ວົກຄົນ​ອື່ນໆ. ຄວາມ​ກຽດ​ຊັງ ແລະຄວາມ​ໂຫດຮ້າຍ​ທີ່​ພວກ​ເຂົາ​ໄດ້​ເຮັດ​ຕໍ່​ບັນ­ດາ​ສາວົກ​ທັງຫຼາຍ​ຂອງ​ພຣະ​ເຢ​ຊູ​ນັ້ນ ມັນ​ເປັນ​ການ​ປະຕິເສດ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ທີ່​ຊົງ​ປະທານ​ມາ​ໃຫ້​ພວກ​ເຂົາ​ເປັນ​ຄັ້ງ​ສຸດ​ທ້າຍ ແລະເວ­ລາແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ​ນັ້ນ ມັນ​ເປັນ​ພຽງ​ແຕ່ການ​ຢືນ­ຢັນ​ເຖິງ​ຄວາມ​ດື້​ດ້ານ​ຂອງ​ພວກ​ເຂົາ​ທີ່​ບໍ່​ຍອມ​ກັບ​ໃຈ​ໃໝ່. ສະນັ້ນ ພຣະ​ເຈົ້າ​ຈຶ່ງ​ຖອນ​ພຣະ​ຄຸນ ແລະການປົກ​ປ້ອງ​ຄຸ້ມ​ຄອງ​ຂອງ​ພຣະ​ອົງ​ອອກ​ໄປ​ຈາກ​ຊົນ​ຊາດອິດ​ສະ​ຣາ​ເອນ ແລະປ່ອຍ​ໃຫ້​ພວກ​ເຂົາ​ເຮັດ​ຕາມ­ໃຈ​ປາຖະໜາ​ຂອງ​ພວກ​ເຂົາ.

ອ້າງອີງຈາກປຶ້ມ"ພຣະຄຳພີ" 1 ເທ­ສະ​ໂລ​ນິກ 2:15, 16

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 27.3; 28.1} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ

ບັນ­ດາ​ຜູ້​ທີ່​ເຊື່ອ​ຄຳ­ເຕືອນຂອງ​ພຣະ​ເຢ​ຊູ​ຈະ​ບໍ່​ມີ​ຄົນໃດ​ພົບ​ກັບ​ຄວາມ​ພິ­ນາດ

ໄລ­ຍະ​ສຸດ​ທ້າຍ​ຂອງ​ຄວາມ​ເມດ​ຕາ​ກາ​ລຸ​ນາ​ຕໍ່​ຊາວ​ຢິວ​ຈະ​ສິ້ນ​ສຸດ​ລົງ​ພາຍ​ໃນ 40 ປີ ຫຼັງ​ຈາກ​ພຣະ​ເຢ​ຊູ​ສະ­ເດັດ​ຂຶ້ນ​ສູ່ຟ້າ​ສະ​ຫວັນ. ກ່ອນ​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ຈະ​ຖືກ​ທຳ­ລາຍ, ໄດ້​ມີ​ໝາຍ​ສຳ­ຄັນ ແລະສິ່ງ​ມະ­ຫັດ­ສະ­ຈັນ​ເກີດ​ຂຶ້ນ​ຢູ່​ໃນ​ນະຄອນ​ເຢ​ຣູ​ຊາ​ເລັມ. ນອກ­ຈາກ​ນີ້ ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ປະກາດ​ເຖິງ​ຄວາມ​ພິ­ນາດ​ຂອງ​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ອີກ​ດ້ວຍ ເພື່ອ​ໃຫ້​ປະ­ຊາ­ຊົນ​ຊາວ​ຢິວ​ໄດ້​ຮັບ​ຮູ້​ວ່າ​ນະ­ຄອນ​ຂອງ​ພຣະ​ເຈົ້າ​ຈະ​ຖືກ​ທຳ​ລາຍ.

ໃນ​ປີ 66 ຊາວ​ຢິວ​ໄດ້​ກໍ່​ການ​ກະ­ບົດ​ຕໍ່​ລັດ­ຖະ­ບານ​ໂຣມ ສະ­ນັ້ນ ກອງ­ທັບ​ທະ­ຫານ​ໂຣມ​ຈຶ່ງ​ເດີນ­ທາງ​ມາ​ທີ່​ແຂວງຢູ​ດາຍ ເພື່ອ​ຢຸດ­ຕິ​ການ​ກະ​ບົດ. ກອງ­ທັບ​ທະ­ຫານ​ໂຣມໄດ້​ອ້ອມ​ຮອບ​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ໄວ້ ແລະພວກ​ເຂົາໄດ້​ຕັ້ງ​ຄ້າຍ​ພັກ​ຢູ່​ທີ່​ນັ້ນ ເພື່ອ​ຈະ​ໄກ່​ເກ່ຍ​ໃຫ້​ຊາວ​ຢິວ​ຢຸດຕິ​ການ​ກະ­ບົດ ແລະຍອມ​ຈຳ​ນົນ. ຊາວ​ຢິວ​ບໍ່​ມີ​ຄວາມຢ້ານ​ຕໍ່​ຊາວ​ໂຣມ​ ເພາະ​ຄິດ​ວ່າ​ນະ­ຄອນ​ເຢ​ຣູ​ຊາ​ເລັມເປັນ​ນະ­ຄອນ​ຂອງ​ພຣະ​ເຈົ້າ ແລະເຊື່ອ​ວ່າ​ພຣະ​ເຈົ້າ​ຈະຊ່ວຍ​ພວກ​ເຂົາ​ໃຫ້​ມີ­ໄຊ­ຊະ­ນະ​ເໜືອ​ເຫຼົ່າ​ສັດ​ຕູ. ແຕ່​ໃນທາງ​ກົງ­ກັນ­ຂ້າມ ພວກ​ເຂົາ​ໄດ້​ປະ­ຕິ­ເສດ​ພຣະ​ເຢ​ຊູ ເຊິ່ງເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ທີ່​ສາ­ມາດ​ຊ່ວຍ​ພວກ​ເຂົາ​ໄດ້. ສະ­ນັ້ນ​ແລ້ວ ໃຜ​ຈະ​ມາ​ປົກ​ປ້ອງ​ຄຸ້ມ​ຄອງ​ພວກ​ເຂົາ?

ແຕ່​ເຫດ­ການ​ນີ້ ກໍ​ໄດ້​ເຮັດ​ໃຫ້​ບັນ­ດາ​ຜູ້​ທີ່​ຕິດ­ຕາມ​ພຣະ​ເຢຊູ​ໄດ້​ລະ­ນຶກ​ເຖິງ​ຄຳ­ເຕືອນ​ຂອງ​ພຣະ​ອົງ​ທີ່​ຊົງ​ກ່າວ​ໄວ້​ວ່າ: "ເມື່ອ​ໃດ ເຈົ້າ​ທັງ­ຫຼາຍ​ເຫັນ​ກອງ­ທັບ​ຕ່າງໆ ມາ​ຕັ້ງ​ອ້ອມນະ­ຄອນ​ເຢ​ຣູ​ຊາ​ເລັມ ເມື່ອ­ນັ້ນ​ແຫລະ ພວກ​ເຈົ້າ​ຈະ​ຮູ້​ວ່າ ເມືອງ​ຈະ​ຖືກ​ທຳ­ລາຍ​ໃນ​ໄວໆ. ເມື່ອ­ນັ້ນ ໃຫ້​ຜູ້​ທີ່­ຢູ່​ໃນແຂວງ​ຢູ​ດາຍ ຕ້ອງ​ປົບ​ໜີ​ໄປ​ຍັງ​ພູ​ທັງ­ຫຼາຍ, ໃຫ້​ຜູ້​ທີ່­ຢູ່​ໃນເມືອງ​ຕ້ອງ​ອອກ​ໄປ ແລະຜູ້​ທີ່­ຢູ່​ນອກ​ເມືອງ​ກໍ​ບໍ່​ໃຫ້​ເຂົ້າໄປ​ໃນ​ເມືອງ. ເພາະ­ວ່າ ວັນ​ເຫຼົ່າ­ນັ້ນ​ຈະ​ເປັນ 'ວັນ​ແຫ່ງການ​ລົງ­ໂທດ'..." (ລູ​ກາ 21:20-22). ແຕ່​ວ່າ​ບັນ­ດາ​ຜູ້​ທີ່ຕິດ­ຕາມ​ພຣະ​ເຢ​ຊູ​ບໍ່​ຮູ້​ວ່າ​ຈະ​ອອກ​ຈາກ​ເມືອງ​ໄປ​ໄດ້​ແນວໃດ?.

ຫຼັງ​ຈາກ​ກອງ­ທັບ​ທະ­ຫານ​ໂຣມ​ໄດ້​ອ້ອມ​ນະ­ຄອນ​ເຢ​ຣູ​ຊາເລັມ​ບໍ່​ດົນ​ປານ­ໃດ ພວກ​ເຂົາ​ກໍ​ໄດ້​ຖອຍ​ທັບ​ກັບ​ຄືນ​ເມືອໂດຍ​ບໍ່​ມີ​ສາ​ເຫດ. ເມື່ອ​ທະ­ຫານ​ຢິວ​ເຫັນ​ເຊັ່ນ​ນັ້ນ ຈຶ່ງ​ໄດ້ຂັບ​ໄລ່ ແລະຕໍ່­ສູ້​ກອງ­ທັບ​ທະ­ຫານ​ໂຣມ. ໃນ​ລະ­ຫວ່າງທີ່​ທະ­ຫານ​ຢິວ​ໄດ້​ໄປ​ຕໍ່­ສູ້​ທະ­ຫານ​ໂຣມ​ຢູ່​ນັ້ນ ນີ້​ກໍ​ໄດ້​ເປັນໂອ­ກາດ​ທີ່​ເຮັດ​ໃຫ້​ບັນ­ດາ​ຜູ້​ທີ່​ເຊື່ອ​ຄຳ­ເຕືອນ​ຂອງ​ພຣະເຢ​ຊູ​ສາ­ມາດ​ລົບ​ໜີ​ອອກ​ໄປ​ຈາກ​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ໄດ້​ຢ່າງ​ປອດ​ໄພ.

ໃນ​ລະ­ຫວ່າງ​ທີ່​ທະ­ຫານ​ຢິວ​ຕໍ່­ສູ້​ທະ­ຫານ​ໂຣມ​ຢູ່​ນັ້ນ ທະ­ຫານ​ຢິວ​ກໍ​ໄດ້​ໄຊ­ຊະ­ນະ ແລະພວກ​ເຂົາ​ໄດ້​ກັບ​ມາ​ທີ່ນະ­ຄອນ​ເຢ​ຣູ​ຊາ​ເລັມ ພ້ອມ​ທັງ​ສິ່ງ​ຂອງ​ຫຼາຍ​ຢ່າງ​ທີ່​ຢຶດມາ​ໄດ້​ຈາກ​ທະ­ຫານ​ໂຣມ. ຊາວ​ຢິວ​ຕ່າງ​ກໍ​ພາ­ກັນ​ຄິດ​ວ່າ ພຣະ​ເຈົ້າ​ຊົງ​ຊ່ວຍ­ເຫຼືອ​ພວກ​ເຂົາ ແລະໄຊ­ຊະ­ນະ​ຂອງພວກ​ເຂົາ​ນີ້​ໄດ້​ເຮັດ​ໃຫ້​ຈິດ­ໃຈ​ຂອງ​ພວກ​ເຂົາ​ເກີດ​ມີ​ຄວາມເກັ່ງ​ກ້າ​ຕໍ່​ຊາວ​ໂຣມ. ແຕ່​ໄຊ­ຊະ­ນະ​ຂອງ​ຊາວ​ຢິວ​ໄດ້​ເລັ່ງການ​ລົງ­ໂທດ​ມາ​ເຖິງ​ພວກ​ເຂົາ​ໃຫ້​ໄວ​ຂຶ້ນ. ເພາະ​ຫຼັງຈາກ​ນັ້ນ​ບໍ່​ດົນ ກອງ­ທັບ​ທະ­ຫານ​ໂຣມ​ກໍ​ໄດ້​ກັບ​ຄືນ​ມາ​ທີ່ນະ­ຄອນ​ເຢ​ຣູ​ຊາ​ເລັມ​ອີກ​ຄັ້ງ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ລູ​ກາ 21:20-24.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 30.1-31.1} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ

ນະ­ຄອນ​ເຢ​ຣູ​ຊາ​ເລັມ​ຖືກ​ທຳ­ລາຍ

ໃນ​ເວ­ລາ​ທີ່​ກອງ­ທັບ​ທະ­ຫານ​ໂຣມ​ຈະ​ກັບ​ຄືນ​ມາ­ນະ​ຄອນເຢ​ຣູ​ຊາ​ເລັມ​ໃນ​ຄັ້ງ​ທີ​ສອງ​ນັ້ນ ມັນ​ໄດ້​ຖືກ​ຊ່ວງ​ເທດ​ສະການ​ປັດ​ສະ​ຄາ ແລະມີ​ຊາວ​ຢິວ​ຈາກ​ທົ່ວ​ທຸກ​ແຫ່ງ​ຫົນ​ໄດ້ພາ­ກັນ​ເດີນ­ທາງ​ເຂົ້າ​ມາ​ທີ່​ນະ­ຄອນ​ເຢ​ຣູ​ຊາ​ເລັມ ເພື່ອ​ສະເຫຼີ​ມ​ສະ­ຫຼອງ​ເທດ­ສະ­ການ​ປັດ​ສະ​ຄາ ແລະເມືອງ​ກໍ​ເຕັມໄປ​ດ້ວຍ​ຜູ້​ຄົນ​ເປັນ​ຈຳ­ນວນ​ຫຼວງ​ຫຼາຍ.

ການ​ກະ­ບົດ ແລະການ​ຕໍ່­ສູ້​ຂອງ​ຊາວ​ຢິວ​ທີ່​ມີ​ຕໍ່​ຊາວ​ໂຣມ​ນີ້ ມັນ​ໄດ້​ເຮັດ​ໃຫ້​ຊາວ​ໂຣມ​ເກີດ​ມີ​ຄວາມ​ຄຽດ​ແຄ້ນ​ກຽດ​ຊັງ​ຕໍ່ຊາວ​ຢິວ. ແລະຫຼັງ​ຈາກ​ນັ້ນ​ບໍ່​ດົນ ກອງ­ທັບ​ທະ­ຫານ​ໂຣມເຊິ່ງ​ນຳ­ພາ​ໂດຍ​ນາຍ​ພົນ​ທິ​ຕັດ​ກໍ​ໄດ້​ກັບ​ຄືນ​ມາ​ທີ່​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ອີກ​ຄັ້ງ ແລະພວກ​ເຂົາ​ໄດ້​ກະ­ຈາຍ​ກອງ­ທັບອ້ອມ​ຮອບ​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ໄວ້. ສ່ວນ​ຊາວ​ຢິວ​ກໍ​ໄດ້ພາ­ກັນ​ປິດ​ປະ­ຕູ​ເມືອງ​ໄວ້​ຢ່າງ​ໜາ​ແໜ້ນ ເຊິ່ງ​ບໍ່​ອະ​ນຸດ​ຍາດໃຫ້​ຊາວ​ຢິວ​ຄົນ​ໃດ​ເຂົ້າ ຫຼືອອກ​ຈາກ​ນະ​ຄອນ. ຊາວ​ຢິວຈຳ­ນວນ​ຫຼາຍ​ລ້ານ​ຄົນ​ທີ່​ມາ​ຈາກ​ເມືອງ​ອື່ນໆ ເພື່ອ​ມາ​ຮ່ວມງານ​ເທດ­ສະ­ການ​ປັດ​ສະ​ຄາ​ນັ້ນ ໄດ້​ຖືກ​ຂັງ​ຢູ່​ໃນ​ນະ­ຄອນເຢ​ຣູ​ຊາ​ເລັມ.

ແລ້ວ​ນາຍ​ພົນ​ທິ​ຕັດ ແລະໂຢ​ເຊ​ເຟີ​ສ​ຜູ້​ຊ່ວຍ​ຂອງ​ເພິ່ນ ກໍ​ໄດ້ໄກ່​ເກ່ຍ​ຕໍ່​ຊາວ​ຢິວ​ໃຫ້​ຢຸດ­ຕິ​ການ​ກະ­ບົດ ແລະຍອມ​ຈຳນົນ. ແຕ່​ຊາວ​ຢິວ​ໄດ້​ດື້​ດ້ານ, ແຊ່ງ​ດ່າ ແລະບໍ່​ຍອມ​ຈຳນົນ​ຕໍ່​ຊາວ​ໂຣມ. ພາຍ​ໃນ​ສາມ​ອາ­ທິດ​ຂອງ​ການ​ໂຈມ​ຕີ​ນະ­ຄອນ ທະ­ຫານ​ໂຣມ​ໄດ້​ທຳ­ລາຍ​ສອງ​ກຳ­ແພງ​ເມືອງຂອງ​ນະ­ຄອນ​ໄດ້. ແຕ່​ຊາວ​ຢິວ​ໄດ້​ພາ­ກັນ​ໄປ​ລົບ​ລີ້​ຢູ່​ໃນພຣະ​ວິ­ຫານ​ເຊິ່ງ​ເປັນ​ພາກ­ສ່ວນ​ໜຶ່ງ​ຂອງ​ນະ­ຄອນ​ທີ່​ມີ​ກຳແພງ​ອ້ອມ​ຮອບ​ໄວ້​ຢ່າງ​ແໜ້ນ​ໜາ. ທະ­ຫານ​ໂຣມ​ໄດ້​ໂຈມຕີ​ຢູ່​ອ້ອມ​ຮອບ​ກຳ­ແພງ​ພຣະ​ວິ­ຫານ​ເປັນ​ເວ­ລາ​ເຈັດ​ເດືອນ ກ່ອນ​ທີ່​ພວກ​ເຂົາ​ຈະ​ສາ­ມາດ​ເຂົ້າ​ໄປ​ໃນ​ພຣະ​ວິ­ຫານ​ໄດ້ ເຊິ່ງ​ຊາວ​ຢິວ​ທັງ​ໝົດ​ໄດ້​ລົບ​ລີ້​ຢູ່​ໃນ​ທີ່​ນັ້ນ.

ຄັງ​ເກັບ​ອາ­ຫານ​ຖືກ​ທຳ­ລາຍ​ແລ້ວ​ກ່ອນ​ທີ່​ທະ­ຫານ​ໂຣມ​ຈະ​ມາ​ຮອດ ເນື່ອງ​ຈາກ​ວ່າ​ເກີດ​ການ​ຜິດ​ຖຽງ​ກັນ​ຢູ່​ທ່າມ­ກາງຊາວ​ຢິວ​ດ້ວຍ​ກັນ. ຍ້ອນ​ວ່າ​ມີ​ຊາວ​ຢິວ​ຈຳ­ນວນ​ຫຼາຍ​ລ້ານຄົນ​ຢູ່​ໃນ​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ຈຶ່ງ​ເຮັດ​ໃຫ້​ເຂົ້າ­ສານ​ອາຫານ​ແຫ້ງ​ຂອງ​ພວກ​ເຂົາ​ນັ້ນ​ໄດ້​ໝົດ​ລົງ​ຢ່າງ​ໄວ ແລະເກີດ​ໄພ​ອຶດ​ຢາກ. ຄວາມ​ອຶດ­ຫິວ​ນັ້ນ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ​ຈົນ​ຜູ້​ຄົນ​ຕ້ອງ​ກິນ​ສາຍແອວ​ໜັງ, ຖົງ​ເຖົ້າ ແລະເສື້ອ​ໜັງ​ເກາະ​ຂອງ​ຕົນ​ເອງ. ບາງ​ຄົນ​ກໍ​ແອບ​ໄປ​ຫາ​ພືດ​ຜັກ​ຢູ່​ນອກ​ກຳແພງ​ເມືອງ​ໃນ​ຍາມ​ກາງຄືນ ເມື່ອ​ຖືກ​ຈັບ​ໄດ້​ກໍ​ຖືກ​ຂ້າ​ຕາຍ​ດ້ວຍ​ຄວາມ​ໂຫດຮ້າຍ ແລະບາງ​ຄົນ​ທີ່​ລອດ​ຊີ​ວິດ​ເຂົ້າ​ມາ​ໃນ​ເມືອງ​ໄດ້ ກໍ​ຖືກ​ຄົນ​ອື່ນ​ມາ​ຍາດ​ເອົາ​ອາຫານ​ໄປ. ມະ­ນຸດ​ຂາດ​ຄວາມ​ຮັກ​ເຊິ່ງ​ກັນແລະກັນ ຜົວ​ຍາດເອົາ​ອາ­ຫານ​ຂອງ​ເມຍ ແລະເມຍ​ຍາດ​ເອົາ​ອາ­ຫານ​ຂອງຜົວ ລູກ​ຍາດ​ເອົາ​ອາຫານ​ຈາກ​ປາກ​ຂອງ​ພໍ່​ແມ່. ນອກ­ຈາກ​ນີ້ ຍັງ​ມີ​ແມ່­ຍິງ​ບາງ​ຄົນ​ເອົາ​ລູກ​ຂອງ​ຕົນ​ຕົ້ມ​ກິນ​ເປັນ​ອາ­ຫານ​ຍ້ອນ​ໄພ​ອຶດ​ຢາກ​ທີ່​ເກີດ​ຂຶ້ນ​ຢ່າງ​ຮຸນແຮງ. ມີ​ຄົນ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ​ຕ້ອງ​ຕາຍ​ຍ້ອນ​ໄພ​ອຶດ​ຢາກ ແລະໂຣກລະບາດ​ຢູ່​ໃນ​ນະ­ຄອນ​ເຢ​ຣູ​ຊາ​ເລັມ.

ແລ້ວ​ພວກ​ທະ­ຫານ​ໂຣມ​ກໍ​ພະ­ຍາ­ຍາມ​ບຸກ​ເຂົ້າ​ເມືອງ​ເພື່ອ​ຍຶດ​ນະ­ຄອນ​ເຢ​ຣູ​ຊາ​ເລັມ, ຊາວ​ຢິວ​ທີ່​ຖືກ​ພວກ​ທະ­ຫານໂຣມ​ຈັບ​ໄດ້​ນັ້ນ ກໍ​ຖືກ​ຂ້ຽນ​ຕີ, ຖືກ​ທໍ­ລະ­ມານ ແລະຖືກ​ຄຶງໄວ້​ເທິງ​ໄມ້​ກາງ​ແຂນ​ຢູ່​ນອກ​ກຳ­ແພງ​ນະ​ຄອນ. ພວກ​ທະຫານ​ໂຣມ​ບຸກ​ເຂົ້າ​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ໃຊ້​ເວ­ລາ​ເຈັດເດືອນ ແລ້ວ​ພວກ​ເຂົາ​ກໍ​ສາ­ມາດ​ເຂົ້າ​ມາ​ໃນ​ເຂດ​ພື້ນ​ທີ່ພຣະ​ວິ­ຫານ​ຂອງ​ເມືອງ. ພຣະ​ວິ­ຫານ​ຊ່າງ​ງົດ​ງາມ​ຫຼາຍ ແລະຊາວ​ໂຣມ​ກໍ​ປາ­ຖະ­ໜາ​ທີ່​ຈະ​ຮັກ­ສາ​ພຣະ​ວິ­ຫານທີ່​ສວຍ​ງາມ​ນີ້​ໄວ້. ສະ­ນັ້ນ ພວກ​ຜູ້­ນຳ​ຊາວ​ໂຣມ​ຈຶ່ງ​ໄດ້​ຂໍຮ້ອງ​ຕໍ່​ພວກ​ຜູ້­ນຳ​ຢິວ​ໃຫ້​ຍອມ​ຈຳ­ນົນ ເພື່ອ​ຈະ​ໄດ້​ຮັກ­ສາຊີ­ວິດ​ຂອງ​ຊາວ​ຢິວ, ຮັກ­ສາ​ເມືອງ ແລະຮັກ­ສາ​ພຣະ​ວິຫານ​ຂອງ​ພຣະ​ເຈົ້າ​ໄວ້. ແຕ່​ຝ່າຍ​ພວກ​ຜູ້­ນຳ​ຢິວ​ຊ້ຳ­ພັດແຊ່ງ​ດ່າ ແລະຍິງ​ທະ­ນູ​ມາ​ໃສ່​ພວກ​ຜູ້­ນຳ​ຊາວ​ໂຣມ ຈົນ​ຖືກ​ຄົນ​ໜຶ່ງ​ເສຍ​ຊີ​ວິດ. ການ​ກະ­ທຳ​ຂອງ​ຊາວ​ຢິວ​ໄດ້ເຮັດ​ໃຫ້​ຊາວ​ໂຣມ​ຍິ່ງ​ຄຽດ​ແຄ້ນ​ກຽດ​ຊັງ​ຊາວ​ຢິວ​ຫຼາຍ​ຂຶ້ນ ແລະມີ​ທະຫານ​ໂຣມ​ຄົນ​ໜຶ່ງ​ໄດ້​ດຶກ​ທ່ອນ​ໄມ້​ທີ່​ຕິດ​ໄຟ​ຢູ່​ນັ້ນ​ເຂົ້າ​ໄປ​ໃນ​ພຣະ​ວິ­ຫານ ແລະເຮັດ​ໃຫ້​ພຣະ​ວິ­ຫານ​ຖືກເຜົາ​ໄໝ້​ທັນ​ທີ. ນອກ­ຈາກ​ນີ້ ທະ­ຫານ​ໂຣມ​ຍັງ​ໄດ້​ເຂົ້າໄປ​ຂ້າ​ຊາວ​ຢິວ​ທີ່​ລົບ​ລີ້​ຢູ່​ໃນ​ພຣະ​ວິ­ຫານ​ອີກ​ດ້ວຍ ຈົນ​ເຮັດໃຫ້​ເລືອດ​ຂອງ​ຊາວ​ຢິວ​ໄຫຼ​ລົງ​ມາ​ຕາມ​ຂັ້ນ​ໄດ​ຂອງ​ພຣະ​ວິ­ຫານ​ເໝືອນ​ກັບ​ສາຍ​ນ້ຳ.

ໄຟ​ໄດ້​ເຜົາ​ໄໝ້​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ຄື​ກັບ​ພູເຂົາ​ໄຟ, ຕຶກ​ຕ່າງໆ​ຫັກ​ເພ­ພັງ​ລົງ​ມາ​ແຕ່​ລະ​ຕຶກ​ດັງ​ສະນັ່ນ​ຫວັ່ນ­ໄຫວ ແລະໄໝ້​ຢູ່​ໃນ​ກອງ​ໄຟ. ຫຼັງຄາ​ທີ່​ເຮັດ​ດ້ວຍ​ໄມ້​ກໍ​ລຸກ​ໄໝ້​ຄ້າຍຄື​ກັບ​ແຜ່ນ​ເປ​ວ​ໄຟ ແລະຍອດ​ຫຼັງຄາ​ພຣະ​ວິ­ຫານ​ທອງຄຳ​ສ່ອງ​ປະ­ກາຍ​ດັ່ງ​ທ່ອນ​ໄຟ​ສີແດງ. ເປ​ວ​ໄຟ ແລະຄວັນ​ໄຟ​ແຜ່​ລັງສີ​ສົ່ງ​ແສງ​ຄວາມ​ຮ້ອນ​ເປັນ​ແນວ​ຍາວ​ຈາກ​ຫໍຄອຍ​ປະຕູ​ເມືອງ ຈົນ​ພູເຂົາ​ທີ່ຢູ່​ອ້ອມ​ຮອບ​ກໍ​ສະຫວ່າງ​ໄປ​ນຳ.

ການ​ທຳ­ລາຍ​ນະຄອນ​ເຢ​ລູ​ຊາ​ເລັມ​ນີ້ ມີ​ຈຳນວນ​ຫຼາຍ​ກວ່າ​ລ້ານ​ຄົນ​ຖືກ​ຂ້າ​ຕາຍ ແລະສ່ວນ​ຄົນ​ທີ່​ຍັງ​ມີ​ຊິ­ວິດ​ຢູ່​ກໍ​ຖືກ​ຈັບ​ໄປ​ເປັນ​ນັກໂທດ, ບາງ​ຄົນ​ຖືກ​ຂາຍ​ໄປ​ເປັນ​ທາດ, ບາງ​ຄົນ​ຖືກ​ລາກ​ຕົວ​ໄປ​ຍັງ​ນະຄອນ​ໂຣມ ເພື່ອ​ເປັນ​ເຄື່ອງ​ປະດັບ​ເຖິງ​ຄວາມ​ໄຊຊະນະ, ບາງ​ຄົນ​ກໍ​ຖືກ​ໂຍນ​ເຂົ້າ​ໄປ​ໃຫ້​ສັດປ່າ​ຢູ່​ໃນ​ສະໜາມ​ການສະແດງ ແລະບາງ​ຄົນ​ກໍ​ໜີ​ກະຈັດກະຈາ​ຍ​ພະເນຈອນ​ໄປ​ທົ່ວ​ໂລກ.

ພຣະ​ເຈົ້າ​ຊົງ​ເລືອກ​ປະ­ຊາ­ຊົນ​ຢິວ​ເປັນ​ປະ­ຊາ­ຊົນ​ທີ່​ພິ­ເສດ ແຕ່​ເນື່ອງ​ຈາກ​ວ່າ ປະ­ຊາ­ຊົນ​ຢິວ​ປະ­ຕິ­ເສດ​ພຣະ​ເຢ​ຊູ, ປະ​ຖິ້ມ​ພຣະ​ຄຸນ​ຂອງ​ພຣະ​ອົງ ແລະບໍ່​ຍອມ­ຮັບ​ພຣະ​ອົງເປັນ​ພຣະ​ຜູ້​ຊ່ວຍ. ສະ­ນັ້ນ ພຣະ​ເຈົ້າ​ຈຶ່ງ​ບໍ່​ສາ­ມາດ​ປົກປ້ອງ​ຄຸ້ນ​ຄອງ​ພວກ​ເຂົາ​ໄດ້ ແລະຊາ​ຕານ​ກໍ​ໄດ້​ເຂົ້າ​ມາ​ປົກຄອງ​ພວກ​ເຂົາ ແລະເຮັດ​ຕາມ­ໃຈ​ທີ່​ມັນ​ຕ້ອງ​ການ. ການ​ທຳ­ລາຍ​ນະ­ຄອນ​ເຢ​ຣູ​ຊາ​ເລັມ ແລະປະ­ຊາ­ຊົນ​ຢິວນັ້ນ ແມ່ນ​ມາ​ຈາກ​ການ​ກະ­ທຳ​ຂອງ​ຊາ​ຕານ. ສ່ວນ​ບັນ­ດາຜູ້​ຕິດ­ຕາມ​ພຣະ​ເຢ​ຊູ ແລະເຊື່ອ​ຟັງ​ພຣະ​ອົງ​ນັ້ນ ພຣະ​ເຈົ້າກໍ​ໄດ້້​ປົກ​ປ້ອງ​ຄຸ້ມ​ຄອງ​ພວກ​ເຂົາ ແລະຊ່ວຍ​ພວກ​ເຂົາອອກ​ຈາກ​ໄພ​ພິ­ບັດ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ມັດ​ທາຍ 27:25; ໂຮ​ເສ​ອາ 13:9; 14:1; ພຣ​ບັນ­ຍັດ​ສອງ 28:47-58.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 31-38} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ

ຊາ​ຕານ​ຂົ່ມ​ເຫັງ​ຊາວ​ຄຣິ​ສ​ຕຽນ

ພຣະ​ເຢ​ຊູ​ບໍ່​ພຽງ​ແຕ່​ເປີດ­ເຜີຍ​ຊາ­ຕາ­ກຳ​ຂອງ​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ເທົ່າ​ນັ້ນ ແຕ່​ພຣະ​ອົງ​ຍັງ​ໄດ້​ເປີດ­ເຜີຍ​ເຖິງ​ສິ່ງ​ທີ່​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຈະ​ຕ້ອງ​ໄດ້​ປະ​ເຊີນ​ເຊັ່ນ​ດຽວ​ກັນ​ກັບ​ທີ່​ພຣະ​ເຢ​ຊູ​ໄດ້​ປະ​ເຊີນ​ກັບ​ຄວາມ­ທຸກ​ທໍ­ລະ­ມານ, ຖືກ​ໝິ່ນ­ປະ­ໝາດ, ຖືກ​ກົດ​ຂີ່​ຂົ່ມ​ເຫັງ ແລະອື່ນໆ ຕອນ​ທີ່​ພຣະ​ອົງ​ຢູ່​ໃນ​ໂລກ​ນີ້ ເຊິ່ງ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຈະ​ຕ້ອງ​ໄດ້​ອົດ­ທົນ ຈົນ​ກວ່າ​ຈະ​ເຖິງ​ການ​ສະ­ເດັດ​ກັບ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ. "ແທ້​ຈິງ ບັນ­ດາ​ຄົນ​ທີ່​ປາ­ຖະ­ໜາ​ຈະ​ດຳ­ເນີນ​ຊີ­ວິດ​ຄຣິ​ສ​ຕຽນ ເປັນ​ຄົນ​ນັບ­ຖື​ພຣະ​ເຈົ້າ​ຢ່າງ​ຖືກ­ຕ້ອງ ກໍ​ຈະ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ" (2 ຕີ​ໂມ​ທຽວ 3:12)

ຫຼັງ​ຈາກ​ພຣະ​ເຢ​ຊູ​ສະ­ເດັດ​ຂຶ້ນ​ເທິງ​ຟ້າ​ສະ­ຫວັນ​ແລ້ວ ບັນ­ດາ​ຜູ້​ຕິດ­ຕາມ​ພຣະ​ອົງ​ກໍ​ພົບ​ກັບ​ການ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ. ແຕ່​ຫຼັງ​ຈາກ​ອັກ​ຄະ​ສາ­ວົກ​ເປົາ​ໂລ​ເສຍ​ຊີ­ວິດ​ແລ້ວ ກໍ​ເປັນ​ເວ­ລາ​ແຫ່ງ​ການ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ​ຢ່າງ​ໂຫດ­ຮ້າຍ​ທີ່​ສຸດ​ສຳ­ລັບ​ຄຣິ​ສ​ຕຽນ. ມັນ​ສືບ­ຕໍ່​ກັນ​ມາ​ຕັ້ງ­ແຕ່​ສອງ​ສັດ­ຕະ­ວັດ​ເລີ່ມ​ຕົ້ນ​ປີ 64 ຈົນ​ເຖິງ​ປີ 313.

ບັນ­ດາ​ຄຣິ​ສ​ຕຽນ​ທີ່​ຖືກ​ຂົ່ມ​ເຫັງ​ນັ້ນ​ໄດ້​ລະ­ນຶກ​ເຖິງ​ຖ້ອຍ​ຄຳ​ຂອງ​ພຣະ​ເຢ​ຊູ "ພວກ​ເຈົ້າ​ຈະ​ຖືກ​ລາກ​ດຶງ​ນຳ​ຕົວ​ຂຶ້ນ​ໄປ​ຢູ່​ຕໍ່­ໜ້າ​ບັນ­ດາ​ຜູ້​ມີ​ອຳ­ນາດ ແລະບັນ­ດາ​ກະ­ສັດ​ເພາະ​ເຫັນ­ແກ່​ເຮົາ ເພື່ອ​ຈະ​ບອກ​ຂ່າວ​ປະ­ເສີດ​ແກ່​ພວກ​ເຂົາ ແລະແກ່​ຄົນ​ທີ່​ບໍ່​ເຊື່ອ​ເໝືອນ​ກັນ" (ມັດ​ທາຍ 10:18) ແລະພຣະ​ເຢ​ຊູ​ໄດ້​ກ່າວ​ເຊັ່ນ​ດຽວ​ກັນ​ວ່າ "ຜູ້​ໃດ​ຖືກ​ຂົ່ມ​ເຫັງ​ເພາະ​ເຫັນ­ແກ່​ຄວາມ​ຊອບ​ທຳ​ກໍ​ເປັນ​ສຸກ ເພາະ­ວ່າ​ແຜ່ນ­ດິນ​ສະ­ຫວັນ​ເປັນ​ຂອງ​ຜູ້​ນັ້ນ... ຈົ່ງ​ເປັນ​ສຸກ ແລະຈົ່ງ​ຊົມ­ຊື່ນ​ຍິນ­ດີ​ເຖີດ ເພາະ​ພວກ​ເຈົ້າ​ມີ​ບຳ­ເໜັດ​ອັນ​ຍິ່ງ​ໃຫຍ່​ໃນ​ສະ­ຫວັນ​ແລ້ວ ບັນ­ດາ​ຜູ້​ທຳ​ນວາຍ​ໃນ​ສະ­ໄໝ​ກ່ອນ​ກໍ​ຖືກ​ຂົ່ມ​ເຫັງ​ຢ່າງ​ດຽວ​ກັນ​ນີ້​ແຫລະ" (ມັດ​ທາຍ 5:10-12) ແລະພຣະ​ເຢ​ຊູ​ຊົງ​ກ່າວ​ອີກ​ວ່າ: "ເມື່ອ­ນັ້ນ ພວກ​ເຈົ້າ​ຈະ​ຖືກ​ຈັບ​ໄປ​ທໍ­ລະ­ມານ ແລະຖືກ​ນຳ­ໄປ​ປະ­ຫານ​ຊີ­ວິດ ຄົນ​ທຸກ​ຊາດ​ຈະ​ກຽດ​ຊັງ​ພວກ​ເຈົ້າ ເພາະ​ເຫັນ­ແກ່​ນາມ​ຊື່​ຂອງ​ເຮົາ" (ມັດ​ທາຍ 24:9)

ການ​ກົດ​ຂີ່​ຂົ່ມ​ເຫັງ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ເລີ່ມ​ຕັ້ງ­ແຕ່​ສະ­ໄໝ​ຈັກ­ກະ­ພັດ​ເນ​ໂຣ ຫຼັງ​ຈາກ​ທີ່​ອັກ​ຄະ​ສາ­ວົກ​ເປົາ​ໂລ​ເສຍ​ຊີ­ວິດ​ເພື່ອ​ຄວາມ​ເຊື່ອ​ຂອງ​ເພິ່ນ​ແລ້ວ ການ​ກົດ​ຂີ່​ຂົ່ມ​ເຫັງ​ກໍ​ສືບ­ຕໍ່​ກັນ​ມາ​ເປັນ​ເວ­ລາ​ຫຼາຍ​ສັດ­ຕະ​ວັດ.

ຊາ​ຕານ​ຈູງ​ໃຈ​ຈັກ­ກະ­ພັດ​ເນໂຣໃຫ້​ກ່າວ​ໂທດ​ໃສ່​ຄຣິ​ສ​ຕຽນ​ໃນ​ການ​ກະ­ທຳ​ຊົ່ວ​ຂອງ​ລາວ. ຫຼັງ​ຈາກ​ນັ້ນ​ມາ ຄົນ​ນອກ​ສາ­ສະ­ໜາ​ກໍ​ກ່າວ​ໂທດ​ໃສ່​ຄຣິ​ສ​ຕຽນ​ມາ​ຕະ­ຫຼອດ​ວ່າ ເປັນ​ຜູ້​ກໍ່​ການ​ຮ້າຍ ແລະເປັນ­ຕົ້ນ​ເຫດ​ຂອງ​ໄພ­ພິ­ບັດ​ທີ່​ເກີດ​ຂຶ້ນ​ໃນ​ຈັກ­ກະ​ພັດ. ສັງ­ຄົມ​ພາ­ກັນ​ກຽດ​ຊັງ​ຄຣິ​ສ​ຕຽນ ແລະຄິດ​ວ່າ​ຄຣິ​ສ​ຕຽນ​ເປັນ​ສັດ­ຕູ​ຢູ່​ສະ​ເໝີ. ຄຣິ​ສ​ຕຽນ​ຖືກ​ກ່າວ​ໂທດ​ຢ່າງ​ບໍ່​ຍຸ­ຕິ​ທຳ​ວ່າ ເປັນ​ຜູ້​ຕໍ່­ຕ້ານ​ຈັກ­ກະ­ພັດ, ຕໍ່­ຕ້ານ​ສາ­ສະ­ໜາ ແລະເປັນ​ຕົວ​ບັນ­ຫາ​ຂອງ​ສັງ​ຄົມ.

ຄຣິ​ສ​ຕຽນ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ​ເສຍ​ຊີ­ວິດ​ຍ້ອນ​ໄດ້​ຮັບ​ຄວາມ­ທຸກ​ທໍ­ລະ­ມານ​ຢ່າງ​ໂຫດ­ຮ້າຍ​ນາໆ​ຊະ­ນິດ​ຈາກ​ຄວາມ​ຊົ່ວ​ຮ້າຍ​ທີ່​ພວກ​ເຂົາ​ບໍ່​ໄດ້​ສ້າງ​ຂຶ້ນ. ພວກ​ເຂົາ​ຖືກ​ນຳ​ຕົວ​ເຂົ້າ​ມາ​ໃນ​ໂຮງ​ລະ­ຄອນ ເພື່ອ​ຄວາມ​ບັນ​ເທິງ​ຂອງ​ຝູງ​ຊົນ. ໃນ​ໂຮງ​ລະ­ຄອນ​ນີ້ ຄຣິ​ສ​ຕຽນ​ຖືກ​ໂຍນ​ເຂົ້າ​ໄປ​ໃນ​ສະ­ໜາມ­ຮົບ​ເພື່ອ​ໃຫ້​ສັດ­ປ່າ​ກັດ​ກິນ. ຄຣິ​ສ​ຕຽນ​ຄົນ​ອື່ນໆ​ຖືກ​ມັດ​ຕິດ​ໄວ້​ກັບ​ໄມ້ ແລະຖືກ​ເຜົາ​ທັງ​ເປັນ. ຝູງ​ຊົນ​ມ່ວນ​ເຮ​ຮາ​ພ້ອມ​ທັງ​ສົ່ງ​ສຽງ​ຫົວ​ເຍາະ​ເຍີຍ ແລະຕົບ­ມື​ໃຫ້​ກັບ​ຄວາມ­ທຸກ​ທໍ­ລະ­ມານ​ຂອງ​ຊາວ​ຄຣິ​ສ​ຕຽນ.

ທຸກ​ຫົນ​ທຸກ​ແຫ່ງ​ທີ່​ຊາວ​ຄຣິ​ສ​ຕຽນ​ໄປ ພວກ​ເຂົາ​ຈະ​ຖືກ​ຄຸກ​ຄາມ​ໂດຍ​ການ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ. ການ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ​ເຫຼົ່າ​ນີ້​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຕ້ອງ​ຫາ​ບ່ອນ​ລົບ​ລີ້ຊ່ອນຕົວ​​ໃນ​ທະ­ເລ­ຊາຍ, ພູ­ເຂົາ ແລະໃນ​ອຸ­ໂມງ​ໃຕ້​ດິນ.

ເຖິງ​ແມ່ນ​ວ່າ ຄຣິ​ສ​ຕຽນ​ຈະ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ ຈະ​ຕ້ອງ​ໄດ້​ປະ​ຖິ້ມ​ທີ່­ຢູ່​ອາ­ໄສ ແລະຈະ​ຕ້ອງ​ໄດ້​ລີ້​ຊ່ອນ​ຕົວ​ຢູ່​ໃນ​ສະ­ຖານ­ທີ່​ອຶດ​ອັດ​ກໍ​ຕາມ ແຕ່​ພວກ​ເຂົາ​ກໍ​ບໍ່​ໄດ້​ຈົ່ມ​ຄຳ​ໃດໆ​ອອກ​ມາ​ຈາກ​ປາກ​ຂອງ​ພວກ​ເຂົາ. ພວກ​ເຂົາ​ໄດ້​ໜູນ​ໃຈ​ເຊິ່ງ​ກັນແລະກັນ ດ້ວຍ​ຖ້ອຍ​ຄຳ​ແຫ່ງ​ຄວາມ​ເຊື່ອ, ຄວາມ​ອົດ­ທົນ ແລະຄວາມ​ຫວັງ. ການ​ສູນ​ເສຍ​ສິ່ງ​ຂອງ​ຕ່າງໆ​ໃນ​ໂລກ​ນີ້ ບໍ່​ສາ­ມາດ​ເຮັດ​ໃຫ້​ຄຣິ​ສ​ຕຽນ​ປະ­ຕິ­ເສດ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ. ໃນ​ທາງ​ກົງ­ກັນ­ຂ້າມ ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ກໍ​ຍິ່ງ​ເຂັ້ມ­ແຂງ​ຂຶ້ນ​ເລື້ອຍໆ. ພວກ​ເຂົາ​ແນມ​ເບິ່ງ​ດ້ວຍ​ຄວາມ​ເຊື່ອ​ຕໍ່​ການ​ຟື້ນ​ຄືນ​ມາ­ສູ່​ຊີ­ວິດ​ຂອງ​ຜູ້​ສັດ­ຊື່ ແລະມົງ­ກຸດ​ແຫ່ງ​ສະ­ຫງ່າ­ຣາ­ສີ​ຂອງ​ພຣະ​ເຢ​ຊູ​ທີ່​ຈະ​ປະ­ທານ​ໃຫ້​ແກ່​ພວກ​ເຂົາ. (ເຮັບ​ເຣີ 11:35; ພຣະ​ນິ­ມິດ 2:10)

ເຖິງ​ແມ່ນ​ວ່າ ຄຣິ​ສ​ຕຽນ​ຈະ​ຖືກ​ຂົ່ມ​ເຫັງ​ຫຼາຍ​ປານໃດ​ກໍ​ຕາມ ແຕ່​ຈຳນວນ​ຜູ້​ຕິດ­ຕາມ​ພຣະ​ເຢ​ຊູ​ກໍ​ເພີ່ມ​ຫຼາຍ​ຂຶ້ນ ເພາະ​ຈາກ​ການ​ເປັນ​ແບບຢ່າງ​ໃນ​ຊີວິດ ແລະການ​ເປັນ​ພະ­ຍານ​ຂອງ​ພວກ​ເຂົາ​ກ່ອນ​ຈະ​ເສຍ​ຊີ­ວິດ ຕ່າງ​ກໍ​ເປັນ​ພະຍານ​ໃຫ້​ກັບ​ຄວາມ​ຈິງ​ຢູ່​ຕະຫຼອດ​ເວລາ. ເລືອດ​ຂອງ​ຄຣິ​ສ​ຕຽນ​ເປັນ​ຄື​ກັບ​ເມັດ​ພືດ. ຄຣິ​ສ​ຕຽນ​ຈຳ​ນວນ​ຫຼາຍ​ເສຍ​ຊີວິດ​ເພາະ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ, ສິ່ງ​ເຫຼົ່າ­ນັ້ນ​ເປັນ​ແຮງ​ພັກ​ດັນ​ໃຫ້​ແກ່​ຜູ້​ຄົນ​ມາ​ເຂົ້າ​ຮ່ວມ​ໃນ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ.

ຊາ​ຕານ​ເຫັນ​ວ່າ ຄວາມ​ພະ­ຍາ­ຍາມ​ຂອງ​ມັນ​ທີ່​ຈະ​ທຳ­ລາຍ​ຄຣິ​ສ​ຕະ​ຈັກ​ດ້ວຍ​ຄວາມ​ຮຸນ​ແຮງ​ນັ້ນ​ແມ່ນ​ບໍ່​ມີ​ປະ­ໂຫຍດ ຫຼືບໍ່​ໄດ້​ຜົນ. ເຖິງ​ແມ່ນ​ວ່າ ຄຣິ​ສ​ຕຽນ​ຈະ​ຖືກ​ຂ້າ ແຕ່​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ກໍ​ຍັງ​ຄົງ​ແຜ່​ຂະ­ຫຍາຍ ແລະມີ​ຜູ້​ຄົນ​ໃໝ່ໆ​ເຂົ້າ​ມາ​ຕິດ​ຕາມ. ສະ­ນັ້ນ ຊາ​ຕານ​ຈຶ່ງ​ປ່ຽນ­ແປງ​ແຜນ­ການ​ຂອງ​ມັນ ເພື່ອ​ພະ­ຍາ­ຍາມ​ທຳ­ລາຍ​ຜູ້​ຕິດ­ຕາມ​ຂອງ​ພຣະ​ເຈົ້າ.

"ແຕ່​ເຈົ້າ​ຈົ່ງ​ມີ­ໃຈ​ສັດ­ຊື່​ສຸດ​ຈະ​ຣິດ ຈົນ​ເຖິງ​ວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ມົງ­ກຸດ​ແຫ່ງ​ຊີ­ວິດ​ໃຫ້​ແກ່​ເຈົ້າ" (ພຣະ​ນິ­ມິດ 2:10).

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 40.1-42.2}

ຂຽນ​ໂດຍ ທ່ານ​ ນາງ ເອ​ເລັນ ຈີ. ໄວ​ທ

ຄຣິ​ສ​ຕະ​ຈັກ​ເລີ່ມ​ມີ​ການ​ປ່ຽນແປງ

ພາຍ­ຫຼັງ​ທີ່​ພຣະ​ເຢ​ຊູ​ຟື້ນ​ຄືນ​ມາ­ສູ່​ຊີ­ວິດ ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ກໍ​ຖືກ​ຂົ່ມ​ເຫັງ ແລະຫຼັງ​ຈາກ​ທີ່​ອັກ​ຄະ​ສາ­ວົກ​ເປົາ​ໂລ​ເສຍ​ຊີ­ວິດ​ແລ້ວ ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ກໍ​ໄດ້​ປະ​ເຊີນ​ກັບ​ການ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ​ຫຼາຍ​ຂຶ້ນ. ເຖິງ​ແມ່ນ​ວ່າ ຈະ​ປະ​ເຊີນ​ກັບ​ການ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ​ຢ່າງ​ຮຸນ​ແຮງ​ກໍ​ຕາມ ແຕ່​ຈຳ­ນວນ​ຂອງ​ປະ­ຊາ­ຊົນ​ຜູ້​ຕິດ­ຕາມ​ພຣະ​ເຈົ້າ​ຢ່າງ​ແທ້​ຈິງ​ກໍ​ຍັງ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຊາ​ຕານ​ເຫັນ​ວ່າ ແຜນ­ການ​ຂອງ​ມັນ​ທີ່​ຈະ​ທຳ­ລາຍ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ໂດຍ​ການ​ກົດ​ຂີ່​ຂົ່ມ​ເຫັງ​ນັ້ນ ແມ່ນ​ບໍ່​ມີ​ຜົນ​ຫຍັງ​ເລີຍ.

ແລ້ວ​ຊາ​ຕານ​ໄດ້​ສ້າງ​ແຜນ­ການ​ຂຶ້ນ​ມາ​ໃໝ່​ເພື່ອ​ທຳ­ລາຍ​ຄວາມ​ເຊື່ອ​ຂອງ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ. ມັນ​ຈະ​ແຊກ​ແຊງ​ຢູ່​ກັບ​ຜູ້­ນຳ​ທີ່­ຢູ່​ໃນ​ຄຣິ​ສ​ຕະ​ຈັກ ເພື່ອ​ຈະ​ເຮັດ​ໃຫ້​ຫຼັກ​ຄຳ​ສອນ​ບິດ​ເບືອນ​ກາຍ­ເປັນ​ທີ່​ເສື່ອມ​ເສຍ. ສະ­ນັ້ນ ຄວາມ​ເລິກ​ລັບ​ຂອງ​ຄວາມ​ຊົ່ວ​ຮ້າຍ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ​ໃນ​ຄຣິ​ສ​ຕະ​ຈັກ​ຕາມ​ທີ່​ອັກ​ຄະ​ສາ­ວົກ​ເປົາ​ໂລ​ໄດ້​ກ່າວ​ໄວ້​ລ່ວງ​ໜ້າ​ຢູ່​ໃນ​ພຣະ​ທຳ (2ເທ­ສະ​ໂລ​ນິກ 2:3-7).

ເມື່ອ​ຄຣິ​ສ​ຕະ​ຈັກ​ອ່ຽງ​ໄປ​ຕາມ​ມາດຕະຖານ​ຂອງ​ຝ່າຍ​ໂລກ ບັນຫາ​ຄວາມ​ຂັດ​ແຍ້ງ​ຈຶ່ງ​ບໍ່ເກີດ​ຂຶ້ນ ແລະການ​ຂົ່ມ​ເຫັງ​ກໍ​ຢຸດຕິ​ລົງ. ເມື່ອ​ສາ​ສະໜາ​ຄຣິ​ສ​ໄດ້​ເຂົ້າ​ໄປ​ສູ່​ສະພາ ແລະພະຣາຊະວັງ​ຂອງ​ກະ­ສັດ ຄຣິ​ສ​ຕະ​ຈັກ​ໄດ້​ປະ​ຖິ້ມ​ຄວາມ​ຮຽບຮ້ອຍ ແລະການ​ຖ່ອມຕົວ​ແບບ​ພຣະ​ເຢ​ຊູ​ໄວ້​ໃຫ້​ຢູ່​ພາຍ​ໃຕ້​ຄວາມ​ໂອ້​ອວດ ແລະຄວາມ​ທະ​ນົງ​ຕົວ​ຂອງ​ບັນດາ​ຜູ້ນຳ​ຄຣິ​ສ​ຕະ​ຈັກ.

ມາ​ໃນ​ປີ 313 ສາສະໜາ​ຄຣິ​ສ​ໄດ້​ຈະເລີນ​ຮຸ່ງ​ເຮືອງ​ຂຶ້ນ​ເນື່ອງ​ຈາກ​ວ່າ ຈັກກະພັດ​ຄອນ​ສະ​ແຕນ​ຕິນແຫ່ງ​ອານາຈັກ​ໂຣມ​ໄດ້​ມາ​ຮັບ​ເຊື່ອ​ໃນ​ສາສະໜາ​ຄຣິສ ເຊິ່ງ​ການ​ມາ​ເປັນ​ຄຣິ​ສ​ຕຽນ​ຂອງ​ເພິ່ນ​ນີ້​ໄດ້​ສ້າງ​ຄວາມ​ຊົມ­ຊື່ນ​ຍິນດີ​ອັນ​ຍິ່ງ​ໃຫຍ່​ໃນ​ຄຣິ​ສຕ​ະຈັກ. ການ​ກົດ​ຂີ່​ຂົ່ມ​ເຫັງ​ຄຣິ​ສ​ຕຽນ​ຈຶ່ງ​ໄດ້​ຢຸດ­ຕິ​ລົງ​ພາຍ­ຫຼັງ​ທີ່​ຈັກກະພັດ​ຄອນ​ສະ​ແຕນ​ຕິ​ນ​ມາ​ເປັນ​ຄຣິ​ສ​ຕຽນ ແລ້ວ​ຄຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ​ກໍ​ໄດ້​ເສື່ອມ​ລົງ​ໃນ​ຫຼັກ​ຄຳ​ສອນ.

ໜຶ່ງ​ໃນ​ບັນ­ດາ​ຫຼັກ​ຄຳ​ສອນ​ທີ່​ຜິດ​ຄັ້ງ​ທຳ­ອິດ​ທີ່​ນຳ​ເຂົ້າ​ມາ​ໃນ​ຄຣິ​ສ​ຕະ​ຈັກ​ແມ່ນ ສັນ­ຕະ­ປາ­ປາ​ເປັນ​ຫົວ­ໜ້າ​ຂອງ​ຄຣິ​ສ​ຕະ​ຈັກ. ສັນ­ຕະ­ປາ­ປາ​ໄດ້​ອ້າງ​ວ່າ ມີ​ອຳ­ນາດ​ເໝືອ​ບັນ­ດາ​ຜູ້­ນຳ​ທຸກ​ຄົນ​ໃນ​ຄຣິ​ສ​ຕະ​ຈັກ. ນອກ­ຈາກ​ນີ້ ສັນ­ຕະ­ປາ­ປາ​ຍັງ​ໄດ້​ເອົາ​ຊື່ ເຊິ່ງ​ເປັນ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ. ລາວ​ເອີ້ນ​ຕົວ​ເອງ​ວ່າ: "ອົງ​ພຣະ​ສັນ­ຕະ­ປາ­ປາ​ພຣະ​ຜູ້​ເປັນ​ເຈົ້າ." ແຕ່​ພຣະ​ເຈົ້າ​ບໍ່​ເຄີຍ​ສັ່ງ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ​ວ່າ ມະ­ນຸດ​ໄດ້​ຮັບ​ການ​ແຕ່​ຕັ້ງ​ໃຫ້​ເປັນ​ຫົວ­ໜ້າ​ຂອງ​ຄຣິ​ສ​ຕະ​ຈັກ ເພື່ອ​ໃຫ້​ມີ​ອຳ­ນາດ​ສູງ​ສຸດ​ໃນ​ພາ­ລະ­ກິດ​ທັງ​ໝົດ.

ຊາ​ຕານ​ຮູ້​ວ່າ ຖ້າ​ພຣະ​ຄຳ​ພີ​ຍັງ​ຄົງ​ຢູ່​ໃນ​ທ່າມ­ກາງ​ປະ­ຊາ­ຊົນ ມັນ​ຈະ​ບໍ່​ສາ­ມາດ​ຫຼອກ​ລວງ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ໄດ້. ສະ­ນັ້ນ ຊາ​ຕານ​ຈຶ່ງ​ມີ​ອິດ​ທິ​ພົນ​ຕໍ່​ລັດ­ຖະ­ບານ​ເພື່ອ​ເຮັດ​ໃຫ້​ປະ­ຊາ­ຊົນ​ຜູ້​ທີ່​ອ່ານ ຫຼື ມີ​ພຣະ​ຄຳ​ພີ​ໄວ້​ຢູ່​ໃນ​ບ້ານ​ແມ່ນ​ມີ​ຄວາມ​ຜິດ​ທາງ​ກົດ​ໝາຍ. ມີ​ພຽງ​ຄູ­ບາ​ໂບດ​ຄາ​ໂຕ​ລິ​ກ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ອະ​ນຸດ​ຍາດ​ໃຫ້​ຕີ​ຄວາມ​ໝາຍ​ການ​ສອນ​ພຣະ​ຄຳ​ພີ. ແລ້ວ​ຫຼັງ​ຈາກ​ນັ້ນ​ບໍ່​ດົນ ຄວາມ​ຮູ້​ເລື່ອງ​ຂອງ​ພຣະ​ເຈົ້າ​ກໍ​ຫຼຸດ​ລົງ ແລະອຳ­ນາດ​ຂອງ​ສັນ­ຕະ­ປາ­ປາ​ກໍ​ເພີ່ມ​ຂຶ້ນ​ເໜືອ​ປະ­ຊາ­ຊົນ ແລະຈັກ­ກະ​ພັດ.

ບັດ​ນີ້ ພຣະ​ຄຳ​ພີ​ຖືກ​ແຍກ​ອອກ​ຈາກ​ມື​ຂອງ​ປະ­ຊາ­ຊົນ​ແລ້ວ ແລະ ຊາ​ຕານ​ກໍ​ໃຊ້​ອິດ​ທິ​ພົນ​ຕໍ່​ສັນ­ຕະ­ປາ­ປາ ແລະຈັກ­ກະ­ພັດ​ຄອນ​ສະ​ແຕນ​ຕິນ ເພື່ອ​ຈະ​ປ່ຽນ­ແປງ​ພຣະ​ບັນ­ຍັດ​ຂອງ​ພຣະ​ເຈົ້າ (ດາ​ນີ​ເອນ 7:25). ເພື່ອ​ໃຫ້​ຄົນ​ນອກ​ສາ­ສະ­ໜາ​ສາ­ມາດ​ເຂົ້າ​ມາ​ຮ່ວມ​ກັບ​ຊາວ​ຄຣິ​ສ​ຕຽນ​ໄດ້ ການ​ຂາບ​ໄຫວ້​ຮູບ​ປັ້ນ​ຈຶ່ງ​ຖືກ​ນຳ​ເຂົ້າ​ມາ​ຢູ່​ໃນ​ການ​ນະ­ມັດ­ສະ­ການ​ຂອງ​ຊາວ​ຄຣິ​ສ​ຕຽນ. ແລະເພື່ອ​ຈະ​ປິດ​ບັງ​ຄວາມ​ຈິງ​ທີ່​ພວກ​ເຂົາ​ໄດ້​ລ່ວງ​ລະ­ເມີດ​ພຣະ​ບັນ­ຍັດ​ຂໍ້​ສອງ ພວກ​ເຂົາ​ຈຶ່ງ​ໄດ້​ເອົາ​ພຣະ​ບັນ­ຍັດ​ຂໍ້​ສອງ​ອອກ​ຈາກ​ພຣະ​ບັນ­ຍັດ ແລະເອົາ​ພຣະ​ບັນ­ຍັດ​ຂໍ້​ສິບ​ແບ່ງ​ອອກ​ເປັນ​ສອງ​ຂໍ້ ເພື່ອ​ໃຫ້​ພຣະ​ບັນ­ຍັດ​ສິບ​ປະ­ການ​ຍັງ​ຄົງ​ມີ​ສິບ​ຂໍ້.

ນອກ­ຈາກ​ນີ້ ຊາ​ຕານ​ຍັງ​ຈູງ​ໃຈ​ໃຫ້​ຜູ້­ນຳ​ຄຣິ​ສ​ຕະ​ຈັກ​ແກ້​ໄຂ​ພຣະ​ບັນ­ຍັດ​ຂໍ້​ສີ່. ພວກ​ເຂົາ​ສະ­ແຫວງ­ຫາ​ຄວາມ​ຊ່ວຍ­ເຫຼືອ​ຈາກ​ຈັກ­ກະ­ພັດ​ຄອນ​ສະ​ແຕນ​ຕິ​ນ​ໃຫ້​ວັນ​ຊະ­ບາ​ໂຕ​ມື້​ທີ​ເຈັດ ມາ​ແທນ​ທີ່​ວັນ​ເທດ­ສະ­ການ​ດວງ​ຕາ­ເວັນ​ໃນ​ມື້​ທີ​ໜຶ່ງ. ການ​ປ່ຽນ­ແປງ​ນີ້​ໄດ້​ຄ່ອຍໆ​ປ່ຽນ­ແປງ​ຢ່າງ​ຊ້າໆ. ວັນ​ເທດ­ສະ­ການ​ດວງ​ຕາ­ເວັນ​ຖືກ​ນຳ​ມາ​ເປັນ​ວັນ​ພັກ­ຜ່ອນ ຂະ­ນະ​ທີ່​ວັນ​ຊະ­ບາ​ໂຕ​ໃນ​ມື້​ທີ​ເຈັດ​ໃຫ້​ເກັບ​ຮັກ­ສາ​ໄວ້. ໃນ​ທີ່​ສຸດ ໃນ​ປີ 321 ຈັກ­ກະ­ພັດ​ຄອນ​ແຕນ​ຕິ​ນ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ວັນ​ອາ­ທິດ​ເປັນ​ວັນ​ເທດ­ສະ­ການ​ຢູ່​ທົ່ວ​ອາ­ນາ­ຈັກ​ໂຣມ. ຈັກ­ກະ­ພັດ​ຫວັງ​ວ່າ ຈະ​ລວມ​ທັງ​ຄົນ​ນອກ​ສາ­ສະ­ໜາ ແລະຊາວ​ຄຣິ​ສ​ຕຽນ​ເຂົ້າ​ຮ່ວມ​ກັນ​ໂດຍ​ການ​ນະ­ມັດ­ສະ­ການ​ໃນ​ມື້​ດຽວ​ກັນ. ເມື່ອ​ເວ­ລາ​ຜ່ານ​ໄປ ວັນ​ອາ­ທິດ​ກໍ​ກາຍ­ເປັນ​ມື້​ທີ່​ມີ​ຄວາມ​ສຳ­ຄັນ​ຫຼາຍ​ກວ່າ​ມື້​ນະ­ມັດ­ສະ­ການ​ວັນ​ຊະ­ບາ​ໂຕ​ທີ່­ແທ້​ຈິງ​ໃນ​ວັນ​ເສົາ.

ພາຍ​ໃຕ້​ເສື້ອ​ຄຸມ​ທີ່​ແອບ​ອ້າງ​ສາ­ສະ­ໜາ​ຄຣິສ ຊາ​ຕານ​ໄດ້​ປອມ​ຕົວ​ມັນ​ເອງ​ເຂົ້າ​ໄປ​ໃນ​ຄຣິ​ສ​ຕະ​ຈັກ ເພື່ອ​ເຮັດ​ໃຫ້​ຄວາມ​ເຊື່ອ​ຂອງ​ຊາວ​ຄຣິ​ສ​ເສື່ອມ​ເສຍ ແລະຫັນ​ຄວາມ​ຄິດ​ຂອງ​ພວກ​ເຂົາ​ອອກ​ຈາກ​ຖ້ອຍ​ຄຳ​ແຫ່ງ​ຄວາມ​ຈິງ.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 42.2-43.1} ຂຽນ​ໂດຍ ທ່ານ​ ນາງ ເອ​ເລັນ ຈີ. ໄວ​ທ

ເລີ່ມ​ເຂົ້າ​ມາ​ຍຸກ​ມືດ

ແຕ່​ຄວາມ​ປອງ​ດອງ​ຈະ​ບໍ່­ເກີດ​ຂຶ້ນ​ລະ­ຫວ່າງ​ເຈົ້າ​ຊາຍ​ແຫ່ງ​ຄວາມ​ສະ­ຫວ່າງ ແລະເຈົ້າ​ຊາຍ​ແຫ່ງ​ຄວາມ​ມືດ ແລະຜູ້​ທີ່​ຕິດ­ຕາມ​ຂອງ​ທັງ​ສອງ​ຝ່າຍ​ກໍ​ຈະ​ບໍ່​ມີ​ການ​ປອງ​ດອງ​ກັນ​ເຊັ່ນ​ກັນ. ເມື່ອ​ຄຣິ​ສ​ຕຽນ​ຍິນ​ຍອມ​ເຂົ້າ​ຮ່ວມ​ກັບ​ພວກ​ລັດ­ທິ​ນອກ​ສາ­ສະ­ໜາ​ທີ່​ກັບ​ໃຈ​ພຽງ​ເຄິ່ງ​ດຽວ ພວກ​ເຂົາ​ຈຶ່ງ​ໄດ້​ກ້າວ​ເຂົ້າ​ໄປ​ສູ່​ເສັ້ນ­ທາງ​ທີ່​ຍິ່ງ​ເຮັດ​ໃຫ້​ອອກ​ຫ່າງ​ໄກ​ຈາກ​ຄວາມ​ຈິງ. ຊາ​ຕານ​ດີ­ໃຈ​ຫຼາຍ​ທີ່​ສາ­ມາດ​ຫຼອກ​ລວງ​ຜູ້​ຕິດ­ຕາມ​ຂອງ​ພຣະ​ເຢ​ຊູ​ເປັນ​ຈຳ­ນວນ​ຫລວງ​ຫຼາຍ​ໄດ້​ສຳ­ເລັດ ຈາກ​ນັ້ນ ມັນ​ກໍ​ຈະ​ໃຊ້​ອຳ­ນາດ​ຂອງ​ມັນ​ກຳ­ຈັດ​ຄົນ​ເຫຼົ່າ­ນັ້ນ ແລະບັນ­ດານ​ໃຫ້​ພວກ​ເຂົາ​ໄປ​ກົດ​ຂີ່​ຂົ່ມ​ເຫັງ​ຜູ້​ທີ່​ຍັງ​ຄົງ​ສັດ­ຊື່​ຕໍ່​ພຣະ​ເຈົ້າ. ບໍ່​ມີ​ຜູ້​ໃດ​ເຂົ້າ­ໃຈ​ວິ­ທີ​ຂັດ­ຂວາງ​ຄວາມ​ເຊື່ອ​ແທ້​ຂອງ​ຊາວ​ຄຣິສ ໄດ້​ດີ​ໄປ​ກວ່າ​ຜູ້​ທີ່​ຄັ້ງ​ໜຶ່ງ​ເຄີຍ​ເປັນ​ຜູ້​ປົກ​ປ້ອງ​ຄວາມ​ເຊື່ອ. ໂດຍ​ການ​ລວມ​ຕົວ​ກັນ​ລະ­ຫວ່າງ​ຄຣິ​ສ​ຕຽນ​ທີ່​ປະ​ຖິ້ມ​ຄວາມ​ເຊື່ອ ແລະພວກ​ລັດ­ທິ​ນອກ​ສາ­ສະ­ໜາ​ທີ່​ກັບ​ໃຈ​ພຽງ​ເຄິ່ງ​ດຽວ ນີ້​ແຫລະ​ທີ່​ນຳ​ການ​ໂຈມ​ຕີ​ມາ​ຕໍ່­ສູ້​ຫຼັກ​ຄຳ​ສອນ​ທີ່​ສຳ­ຄັນ​ທີ່​ສຸດ​ຂອງ​ພຣະ​ເຢ​ຊູ.

ບັດ​ນີ້ ພຣະ​ຄຳ​ພີ​ໄດ້​ຖືກ​ແຍກ​ອອກ​ໄປ ຄວາມ​ຮູ້​ເລື່ອງ​ພຣະ​ເຈົ້າ​ກໍ​ຫຼຸດ​ໜ້ອຍ​ລົງ​ໃນ​ທ່າມ­ກາງ​ປະ­ຊາ​ຊົນ. ການ​ປາ­ສະ­ຈາກ​ພຣະ​ເຈົ້າ​ອົງ​ຊົງ​ເປັນ​ແຫຼ່ງ​ກຳ­ເນີດ​ຂອງ​ຄວາມ​ຮູ້ ແລະສະ­ຕິ­ປັນ­ຍາ ປະ­ຊາ­ຊົນ​ຈຶ່ງ​ກາຍ­ເປັນ​ຜູ້​ໄຮ້​ການ​ສຶກ­ສາ. ດັ່ງ­ນັ້ນ ໂລກ​ຈຶ່ງ​ເຂົ້າ​ສູ່​ຍຸກ​ທີ່​ເອີ້ນ​ກັນ​ວ່າ ຍຸກ​ແຫ່ງ​ຄວາມ​ມືດ. ມັນ​ເປັນ​ຍຸກ​ທີ່​ຕົກ­ຕ່ຳ​ທີ່​ສຸດ​ໃນ​ປະ­ຫວັດ­ສາດ​ຂອງ​ບັນ­ດາ​ປະ­ເທດ​ຕ່າງໆ​ໃນ​ທະ­ວີບ​ຢູ​ໂຣບ. ມີ​ໂຮງ­ຮຽນ​ຈຳ­ນວນ​ໜ້ອຍ ແລະປະ­ຊາ­ຊົນ​ສ່ວນ​ຫຼາຍ​ກໍ​ບໍ່​ສາ­ມາດ​ອ່ານ​ໝັງ​ສື​ໄດ້. ມີ​ປຶ້ມ​ພຣະ​ຄຳ​ພີ​ບໍ່​ຫຼາຍ​ເຫຼັ້ມ​ທີ່​ຍັງ​ຄົງ​ເຫຼືອ​ຢູ່​ໃນ​ພາ­ສາ​ລາ​ຕິນ ແລະເປັນ​ພາ­ສາ​ທີ່​ບໍ່​ໄດ້​ໃຊ້​ແລ້ວ. ມີ​ການ​ຂາດ​ຄວາມ​ຮູ້​ຫຼາຍໆ​ເລື່ອງ​ເຊັ່ນ: ການ​ຂາດ​ຄວາມ​ຮູ້​ທາງ​ດ້ານ​ສຸ​ຂະ​ອະ­ນາ­ໄມ ເຊິ່ງ​ເປັນ​ສາ­ເຫດ​ເຮັດ​ໃຫ້​ປະ­ຊາ­ຊົນ​ເກີດ​ມີ​ໂຣກ​ພະ­ຍາດ​ຕ່າງໆ. ການ​ເຈັບ​ໄຂ​ໄດ້​ປ່ວຍ​ໄດ້​ເກີດ​ຂຶ້ນ​ເປັນ​ປະ­ຈຳ ແລະຮຸນ​ແຮງ ເຊິ່ງ​ເຮັດ​ໃຫ້​ຄົນ​ສ່ວນ​ຫຼາຍ​ມີ​ອາ­ຍຸ​ບໍ່​ເກີນ 30 ປີ. ພົນ­ລະ­ເມືອງ​ແມ່ນ​ເປັນ​ຄົນ​ທຸກ​ຍາກ. ຍຸກ​ແຫ່ງ​ຄວາມ​ມືດ​ຍັງ​ເປັນ​ຊ່ວງ​ເວ­ລາ​ທີ່​ຜູ້​ຄົນ​ເຊື່ອ​ເລື່ອງ​ໂຊກ​ລາງ​ຫຼາຍໆ​ເລື່ອງ ພວກ​ເຂົາ​ຢ້ານ​ຜີ ແລະຢ້ານ​ອື່ນໆ​ອີກ​ຫຼາຍ​ສິ່ງ.

ອຳ­ນາດ​ຂອງ​ສັນ­ຕະ­ປາ­ປາ​ເພີ່ມ​ຫຼາຍ​ຂຶ້ນ ແລະຄຣິ​ສ​ຕະ​ຈັກ​ກາຍ­ເປັນ​ທີ່​ຮູ້­ຈັກ​ໃນ​ຖາ­ນະ​ຄຣິ​ສ​ຕະ​ຈັກໂຣມັນ​ຄາ​ໂຕ​ລິ​ກ. ພວກ​ເຂົາ​ຍັງ​ສອນ​ຫຼາຍ​ຫຼັກ​ຄຳ​ສອນ​ທີ່​ບໍ່​ຖືກ­ຕ້ອງ​ເຊັ່ນ: ພວກ​ເຂົາ​ສອນ​ປະ­ຊາ­ຊົນ​ວ່າ ຕ້ອງ​ເພິ່ງ​ໃນ​ບຸນ​ເພື່ອ​ທີ່​ຈະ​ໄດ້​ຮັບ​ຄວາມ​ລອດ ແທນ​ການ​ຮັບ​ຄວາມ​ລອດ​ໂດຍ​ການ​ເພິ່ງ​ໃນ​ພຣະ​ຄຸນ​ຂອງ​ພຣະ​ເຈົ້າ. ອາ­ຈານ​ສາ­ສະ­ໜາ​ຍັງ​ສອນ​ປະ­ຊາ­ຊົນ​ໃຫ້​ສາ­ລະ­ພາບ​ບາບ​ກັບ​ພວກ​ເຂົາ ແທນ​ການ​ສາ­ລະ­ພາບ​ບາບ​ຕໍ່​ພຣະ​ເຈົ້າ​ດ້ວຍ​ການ​ອະ­ທິ​ຖານ. ອາ­ຈານ​ສາ­ສະ­ໜາ​ຍັງ​ສອນ​ໃຫ້​ປະ­ຊາ­ຊົນ​ເວົ້າ​ຊ້ຳ​ຄຳ​ອະ­ທິ­ຖານ ແທນ​ການ​ອະ­ທິ­ຖານ​ຫາ​ພຣະ​ເຈົ້າ​ເໝືອນ​ກັບ​ໝູ່​ເພື່ອນ​ທີ່​ສົນ­ທະ­ນາ​ກັນ. ພວກ​ເຂົາ​ຍັງ​ສ້າງ​ຮູບ​ປັ້ນ​ນາງ​ມາ​ຣີ, ອັກ​ຄະ​ສາ­ວົກ ແລະບັນ­ດາ​ອາ­ຈານ​ທີ່​ຕາຍ​ໄປ​ແລ້ວ​ທີ່​ເອີ້ນ​ກັນ​ວ່າ ນັກ­ບຸນ ເພື່ອ​ໃຫ້​ປະ­ຊາ­ຊົນ​ເຄົາ­ລົບ​ບູ­ຊາ. ສັນ­ຕະ­ປາ­ປາ ແລະອາ­ຈານ​ສາ­ສະ­ໜາ​ຍັງ​ໄດ້​ເຮັດ​ໃຫ້​ປະ­ຊາ­ຊົນ​ເຊື່ອ​ວ່າ ການ​ຈ່າຍ​ເງິນ​ໃຫ້​ຄຣິ​ສ​ຕະ​ຈັກ ຫຼືເຂົ້າ​ຮ່ວມ​ກອງ­ທັບ​ຄຣິ​ສ​ຕະ​ຈັກ​ໂຣມັນຄາ​ໂຕ​ລິກ; ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ອະ­ໄພ​ບາບ​ທັງ​ໃນ​ອະ­ດີດ, ປັດ­ຈຸ­ບັນ ຫຼືໃນ​ອະ​ນາ​ຄົດ. ດັ່ງ­ນັ້ນ ສາ­ສະ­ໜາ​ຈຶ່ງ​ກາຍ­ເປັນ​ພິ­ທີ­ກຳ​ທີ່​ອອກ​ແບບ​ມາ​ເພື່ອ​ເຮັດ​ໃຫ້​ຄຣິ​ສ​ຕະ​ຈັກ​ຮັ່ງ­ມີ ແລະຍັງ​ສອນ​ກົງ­ກັນ­ຂ້າມ​ກັບ​ຄວາມ​ຈິງ​ທີ່​ພຣະ​ຄຳ​ພີ​ສອນ.

ມັນ​ເປັນ​ຊ່ວງ​ເວ­ລາ​ທີ່​ສັນ­ຕະ­ປາ­ປາ​ມີ​ອຳ­ນາດ​ສູງ​ສຸດ​ໃນ​ຍຸກ​ມືດ. ລາວ​ອ້າງ​ວ່າ ລາວ​ມີ​ອຳ­ນາດ​ເໜືອ​ທຸກ​ຄົນ​ລວມ​ທັງ​ກະ­ສັດ ແລະຜູ້​ປົກ­ຄອງ​ປະ​ເທດ. ສັນ­ຕະ­ປາ­ປາ​ຍັງ​ເປັນ​ຜູ້​ຄວບ​ຄຸມ​ທຸກໆ​ປະ­ເທດ​ໃນ​ທະ­ວີບ​ຢູ​ໂຣບ. ລາວ​ຍັງ​ເປັນ​ຜູ້​ທີ່​ບອກ​ກັບ​ບັນ­ດາ​ກະ­ສັດ ແລະຣາ​ຊະ­ນີ​ວ່າ ສິ່ງ​ໃດ​ທີ່​ພວກ​ເຂົາ​ຄວນ​ເຮັດ ແລະບໍ່​ຄວນ​ເຮັດ. ແລະສັນ­ຕະ­ປາ­ປາ​ຍັງ​ເປັນ​ຜູ້​ທີ່​ອະ­ນຸ­ຍາດ​ໃຫ້​ເຈົ້າ​ຊາຍ​ຂຶ້ນ​ຮັບ​ຕຳ­ແໜ່ງ​ເປັນ​ກະ​ສັດ. ຖ້າ​ກະ­ສັດ​ບໍ່​ເຊື່ອ​ຟັງ​ສັນ­ຕະ­ປາ­ປາ ສັນ­ຕະ­ປາ­ປາ​ກໍ​ຈະ​ຂັບ​ໄລ່​ພວກ​ເຂົາ​ອອກ​ຈາກ​ຄຣິ​ສ​ຕະ​ຈັກ. ກະ­ສັດ​ຢ້ານ​ການ​ຖືກ​ຂັບ​ໄລ່​ອອກ​ຈາກ​ຄຣິ​ສ​ຕະ​ຈັກ ສະ­ນັ້ນ ພວກ​ເຂົາ​ຈຶ່ງ​ເຮັດ​ທຸກໆ​ສິ່ງ​ຕາມ​ຄຳ​ສັ່ງ​ຂອງ​ສັນ­ຕະ­ປາ­ປາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຢູ່​ໃນ​ຄຣິ​ສ​ຕະ​ຈັກ. ດັ່ງ­ນັ້ນ ມັນ​ແມ່ນ​ຊາ​ຕານ​ທີ່​ໄດ້​ຄວບ​ຄຸມ​ທະ­ວີບ​ຢູ​ໂຣບ​ຜ່ານ​ທາງ​ສັນ​ຕະ​ປາ​ປາ.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) ບົດ​ທີ 2 {ວັກ 45.1} ແລະ ບົດ​ທີ 3 ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ

ປະຊາຊົນ​ວໍ​ເດນ​ຊີ

ໃນ​ຍຸກ​ແຫ່ງ​ຄວາມ​ມືດ​ທີ່​ປົກ​ຄຸມ​ໂລກ​ໃນ​ສະ­ໄໝ​ຂອງ​ອາ­ນາ­ຈັກ​ໂຣມ​ມີ​ອຳ­ນາດ​ນັ້ນ ແສງ​ສະຫວ່າງ​ແຫ່ງ​ຄວາມ​ຈິງ​ກໍ​ບໍ່​ໄດ້​ຖືກ​ດັບ​ໄປ​ໝົດ. ທຸກ​ຍຸກ​ທຸກ​ສະ­ໄໝ​ຍັງ​ມີ​ຄົນ​ເປັນ​ພະຍານ​ເລື່ອງ​ພຣະ​ເຈົ້າ ພວກ​ເຂົາ​ຍັງ​ຄົງ​ຢຶດ​ໝັ້ນ​ຢູ່​ໃນ​ຄວາມ​ເຊື່ອ​ທີ່​ວ່າ ພຣະ​ເຢ​ຊູ​ຊົງ​ເປັນ​ຜູ້​ໄກ່​ເກ່ຍ​ຢູ່​ລະ​​ຫວ່າງ​ພຣະ​ເຈົ້າ​ກັບ​ມະນຸດ ແລະພວກ​ເຂົາ​ຢຶດ​ຖື​ພຣະ​ຄຳ​ພີ​ເປັນ​ແນວທາງ​ໃນ​ການ​ດຳເນີນ​ຊີວິດ. ພວກ​ເຂົາ​ຖື​ຮັກສາ​ວັນ​ຊະບາ​ໂຕ​ທີ່ແທ້​ຈິງ​ເອົາ​ໄວ້ ຈາກ​ຍຸກ​ໜຶ່ງ​ໄປ​ສູ່​ອີກ​ຍຸກ​ໜຶ່ງ ແລະພວກ​ເຂົາ​ຍັງ​ຄົງ​ຮັກສາ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ໃຫ້​ບໍຣິສຸດ ເພື່ອ​ເປັນ​ມໍລະດົກ​ອັນ​ສັກສິດ​ສຳລັບ​ຄົນ​ລຸ່ນ​ຫຼັງ.

ໜຶ່ງ​ໃນ​ບັນ­ດາ​ກຸ່ມ​ປະ­ຊາ­ຊົນ​ທີ່​ຮູ້­ຈັກ​ກັນ​ດີ​ໃນ​ການ​ຢຶດ​ໝັ້ນ​ພຣະ​ຄຳ​ພີ​ເຊິ່ງ​ເອີ້ນ​ກັນ​ວ່າ ປະ­ຊາ­ຊົນ​ວໍ​ເດນ​ຊີ. ປະ­ຊາ­ຊົນ​ວໍ​ເດນ​ຊີ​ເຫັນ​ວ່າ ຄຣິ​ສ​ຕະ​ຈັກໂຣມັນ​ຄາ​ໂຕ​ລິ​ກ​ກຳ­ລັງ​ຫຼົງ​ຜິດ​ກ່ຽວ​ກັບ​ຫຼັກ​ຄຳ​ສອນ​ຂອງ​ພວກ​ເຂົາ­​ເອງ. ດັ່ງ­ນັ້ນ ປະ­ຊາ­ຊົນ​ວໍ​ເດນ​ຊີ​ຈຶ່ງ​ບໍ່​ເຂົ້າ​ຮ່ວມ​ນຳ​ຄຣິ​ສ​ຕະ​ຈັກ​ໂຣມັນຄາ​ໂຕ​ລິ​ກ​ໃນ​ການ​ປ່ຽນ­ແປງ​ການ​ນະ­ມັດ­ສະ­ການ​ຂອງ​ພວກ​ເຂົາ­​ນັ້ນ ຍ້ອນ​ວ່າ​ຄຣິ​ສ​ຕະ​ຈັກໂຣມັນ​ຄາ​ໂຕ​ລິ​ກ​ບໍ່​ໄດ້​ປະ­ຕິ­ບັດ​ຕາມ​ພຣະ​ຄຳ​ພີ ພວກ​ເຂົາ​ຈຶ່ງ​ໂກດ​ຮ້າຍ​ປະ­ຊາ­ຊົນ​ວໍ​ເດນ​ຊີ​ທີ່​ບໍ່​ເຮັດ​ຕາມ​ພວກ​ເຂົາ ສະ­ນັ້ນ ພວກ​ເຂົາ​ຈຶ່ງ​ກົດ​ຂີ່​ຂົ່ມ​ເຫັງ​ປະ­ຊາ­ຊົນ​ວໍ​ເດນ​ຊີ​ຢ່າງ​ຮຸນ​ແຮງ.

ເພື່ອ​ຫຼີກ​ໜີ​ຈາກ​ການ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ ປະ­ຊາ­ຊົນ​ວໍ​ເດນ​ຊີ​ຈຶ່ງ​ຍ້າຍ​ບ່ອນ­ຢູ່​​ໄປອາ­ໄສ​ທີ່​ພູ­ເຂົາ​ສູງ. ເປັນ​ເວ­ລາ​ຫຼາຍ​ປີ​ທີ່​ພວກ​ເຂົາ​ອາ­ໄສ​ຢູ່​ທີ່​ນັ້ນ​ຢ່າງ​ສະ­ຫງົບ​ສຸກ. ມັນ​ຍາກ​ຫຼາຍ​ໃນ​ການ​ປູກ​ພືດ​ຢູ່​ທີ່​ພູ­ເຂົາ ເພາະ​ພູ­ເຂົາ​ສ່ວນ​ຫຼາຍ​ເປັນ​ຫີນ. ແຕ່​ປະ­ຊາ­ຊົນ​ວໍ​ເດນ​ຊີ​ອົດ­ທົນ​ໃນ​ການ​ເຮັດ​ວຽກ​ເພື່ອ​ຜະ­ລິດ­ຜົນ​ລະ​ປູກ. ນອກ­ຈາກ​ນີ້ ພວກ​ເຂົາ​ຍັງ​ລ້ຽງ​ງົວ, ຄວາຍ ແລະແກະ​ອີກ​ດ້ວຍ.

ພວກ​ເຂົາ​ເບິ່ງ­ແຍງ​ລູກ​ຫຼານ ແລະຊາວ​ໜຸ່ມ​ໃຫ້​ມີ​ຄວາມ​ສັດ­ຊື່​ຕໍ່​ພຣະ​ເຈົ້າ ແລະດຸ​ໜັ້ນ​ໃນ​ການ​ເຮັດ​ວຽກ. ພວກ​ເຂົາ​ສອນ​ການ​ອ່ານ ແລະການ​ຂຽນ​ໃຫ້​ລູກ​ຫຼານ. ພວກ​ເຂົາ​ສອນ​ລູກ​ຫຼານ​ເຮັດ​ວິ­ທີ​ການ​ຕີ​ພິມ​ຄັດ​ລອກ​ພຣະ​ຄຳ​ພີ ເພາະ​ໃນ​ສະ­ໄໝ​ນັ້ນ​ບໍ່​ມີ​ເຄື່ອງ​ອັດ​ເອ­ກະ​ສານ. ນອກ­ຈາກ​ນີ້ ພວກ​ເຂົາ​ຍັງ​ປາ­ຖະ­ໜາ​ໃຫ້​ລູກ​ຫຼານ ແລະຊາວ​ໜຸ່ມ​ຈື່​ຈຳ​ພຣະ​ຄຳ​ພີ​ໃຫ້​ໄດ້​ດົນ​ນານ. ຊາວ​ໜຸ່ມ​ບາງ​ຄົນ​ຍັງ​ສາ­ມາດ​ເລົ່າ​ພຣະ​ຄຳ​ພີ​ໝົດ​ທັງ​ເຫຼັ້ມ​ໄດ້​ເຊັ່ນ: ພຣະ​ຄຳ​ໂຢ​ຮັນ ຫຼື ມັດ​ທາຍ.

ປະ­ຊາ­ຊົນ​ວໍ​ເດນ​ຊີ​ຄິດ​ເຖິງ​ປະ­ຊາ­ຊົນ​ທັງ­ຫຼາຍ​ທີ່​ຂາດ​ຄວາມ​ຮູ້​ເລື່ອງ​ພຣະ​ເຈົ້າ. ພວກ​ເຂົາ​ຈື່​ຖ້ອຍ​ຄຳ​ຂອງ​ພຣະ​ເຢ​ຊູ​ທີ່​ໄດ້​ສັ່ງ​ໄວ້​ວ່າ​ ໃຫ້​ອອກ​ໄປ​ປະ­ກາດ​ຂ່າວ​ປະ­ເສີດ​ຢູ່​ທົ່ວ​ທຸກ​ມູມ​ໂລກ. ສະ­ນັ້ນ ຊາຍ​ໜຸ່ມ​ຈຶ່ງ​ຖືກ​ສົ່ງ​ໄປ​ເປັນ​ຜູ້​ປະ­ກາດ​ຂ່າວ​ປະ­ເສີດ​ຢູ່​ໃນ​ເມືອງ​ຕ່າງໆ. ພວກ​ເຂົາ​ປອມ​ຕົວ​ເປັນ​ຜູ້​ຂາຍ​ເພັດ​ຜອຍ ຫຼື ເສື້ອ​ຜ້າ​ທີ່​ມີ​ລາ­ຄາ​ແພງ. ໃນ​ເສື້ອ​ຂອງ​ພວກ​ເຂົາ​ມີ​ພຣະ​ຄຳ​ພີ​ທີ່​ໄດ້​ຮັບ​ການ​ຄັດ​ລອກ ເຊິ່ງ​ໄດ້​ເຊື່ອງ​ຊ່ອນ​ໄວ້​ຢູ່​ໃນ​ຖົງ​ເສື້ອ​ຂອງ​ພວກ​ເຂົາ. ເມື່ອ​ພວກ​ເຂົາ​ໄປ​ພົບ​ຄົນ​ໃດ​ທີ່​ມີ​ຄວາມ​ສົນ­ໃຈ​ໃນ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ ພວກ​ເຂົາ​ກໍ​ຈະ​ແບ່ງ­ປັນ​ພຣະ​ຄຳ​ພີ​ບາງ​ສ່ວນ​ໃຫ້​ຄົນ​ອື່ນ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ.

ຊາ​ຕານ​ບໍ່​ພໍ­ໃຈ​ທີ່​ເຫັນ​ປະ­ຊາ­ຊົນ​ວໍ​ເດນ​ຊີ​ປະ­ກາດ​ຂ່າວ​ປະ​ເສີດ. ມັນ​ຈູງ​ໃຈ​ໃຫ້​ຄຣິ​ສ​ຕະ​ຈັກ​ໂຣມັນຄາ​ໂຕ​ລິ​ກ​ໄປ​ກົດ​ຂີ່​ຂົ່ມ​ເຫັງ​ປະ­ຊາ­ຊົນ​ວໍ​ເດນ​ຊີ. ຄຣິ​ສ​ຕະ​ຈັກໂຣມັນ​ຄາ​ໂຕ​ລິ​ກ​ສັນ­ຍາ​ວ່າ ຈະ​ໃຫ້​ຂອງ​ລາງ­ວັນ​ຢ່າງ​ດີ​ທີ່​ສຸດ​ສຳ­ລັບ​ຄົນ​ທີ່​ເຂົ້າ​ຮ່ວມ​ກັບ​ກອງ­ທັບ​ຂອງ​ພວກ​ເຂົາ​ເພື່ອ​ໄປ​ຕໍ່­ສູ້​ປະ­ຊາ­ຊົນ​ວໍ​ເດນ​ຊີ. ຂອງ​ລາງ­ວັນ​ບາງ​ຢ່າງ​ທີ່​ນຳ​ມາ­ສະ​ເໜີ​ຄື ການ​ຍົກ­ເລີກ​ໜີ້​ສິນ, ພາ­ສີ ຫຼື ອະ­ໄພ​ໃຫ້​ແກ່​ຜູ້​ທີ່​ກະ­ທຳ​ຄວາມ​ຜິດ​ຈາກ​ການ​ກໍ່​ການ​ຮ້າຍ​ຂອງ​ພວກ​ເຂົາ. ແລະດ້ວຍ​ຂອງ​ລາງ­ວັນ​ທີ່​ດີ­ເລີດ​ເຊັ່ນ​ນີ້ ກອງ­ທັບ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣມັນຄາ​ໂຕ​ລິ​ກ​ຈຶ່ງ​ເຕີບ​ໃຫຍ່​ຂຶ້ນ​ຢ່າງ​ໄວ​ວາ.

ບັນ­ດາ​ກອງ­ທັບ​ຄຣິ​ສ​ຕະ​ຈັກໂຣມັນ​ຄາ​ໂຕ​ລິ​ກ​ໄດ້​ໄປ​ຕໍ່­ສູ້​ປະ­ຊາ­ຊົນ​ວໍ​ເດນ​ຊີ​ຢູ່​ເທິງ​ພູ​ເຂົາ. ພວກ​ເຂົາ​ໂຈມ​ຕີ​ບ້ານ​ເຮືອນ ແລະເຜົາ​ໝູ່​ບ້ານ​ຂອງ​ປະ­ຊາ­ຊົນ​ວໍ​ເດນ​ຊີ. ຜົນ­ລະ­ປູກ​ຖືກ​ທຳ­ລາຍ ແລະສັດ​ຖືກ​ລັກ​ເອົາ​ໄປ. ທັງ​ຜູ້​ຊາຍ, ຜູ້­ຍິງ ແລະເດັກ­ນ້ອຍ​ຖືກ​ຂ້າ​ຕາຍ. ເມື່ອ​ປະ­ຊາ­ຊົນ​ວໍ​ເດນ​ຊີ​ທີ່​ອາ­ໄສ​ຢູ່​ໃນ​ໝູ່​ບ້ານ​ອື່ນໆ​ໄດ້​ຍິນ​ຂ່າວ​ການ​ເກີດ​ເຫດ​ຮ້າຍ​ຂຶ້ນ ພວກ​ເຂົາ​ກໍ​ໄດ້​ໜີ​ຂຶ້ນ​ໄປ​ຍັງ​ພູ­ເຂົາ​ທີ່​ສູງ​ຂຶ້ນ​ໄປ​ອີກ. ພວກ​ເຂົາ​ລີ້​ຊ່ອນ​ຕົວ​ຢູ່​ໃນ​ປ່າ ແລະ ໃນ​ຖ້ຳ. ແລ້ວ​ພວກ​ເຂົາ​ກໍ​ຢູ່​ໃນ​ຄວາມ​ສະ­ຫງົບ​ສຸກ​ໄດ້​ໃນ​ໄລ­ຍະ​​ຄາວໜຶ່ງ.

ແຕ່​ຫຼັງ​ຈາກ​ນັ້ນ ບັນ­ດາ​ກອງ­ທັບ​ຄຣິ​ສ​ຕະ​ຈັກໂຣມັນ​ຄາ​ໂຕ​ລິ​ກ​ກໍ​ເດີນ­ທາງ​ມາ​ທີ່​ພູ­ເຂົາ​ສູງ​ຂຶ້ນ​ໄປ​ອີກ. ປະ­ຊາ­ຊົນ​ວໍ​ເດນ​ຊີ​ກໍ​ໄດ້​ພາ­ກັນ​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຖ້ຳ ແຕ່​ບັນ­ດາ​ກອງ­ທັບ​ຄຣິ​ສ​ຕະ​ຈັກໂຣມັນ​ຄາ​ໂຕ​ລິ​ກ​ໄດ້​ກໍ່​ກອງ​ໄຟ​ຢູ່​ທີ່​ປາກ​ຖ້ຳ ເຊິ່ງ​ເຮັດ​ໃຫ້​ປະ­ຊາ­ຊົນ​ວໍ​ເດນ​ຊີ​ທີ່​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຖ້ຳ​ຫາຍ­ໃຈ​ບໍ່​ໄດ້ ແລະພາ­ກັນ​ເສຍ​ຊີ​ວິດ.

ບາງ​ຄັ້ງ ​ປະ­ຊາ­ຊົນ​ວໍ​ເດນ​ຊີ​ຕ້ອງ​ໄດ້​ລົບ​ໜີ​ໃນ​ຊ່ວງ​ລະ­ດູ​ໜາວ​ທ່າມ­ກາງ​ຫິ­ມະ, ແລະບາງ​ຄັ້ງ ພຣະ​ເຈົ້າ​ຊົງ​ຊ່ວຍ​ທຸກ​ຄົນ​ໝົດ​ໝູ່​ບ້ານ​ວໍ​ເດນ​ຊີ​ສາ­ມາດ​ລົບ​ໜີ​ໄປ​ໄດ້​ຜ່ານ​ເສັ້ນ­ທາງ​ທີ່​ຄັບ­ແຄບ​ໃນ​ພູ​ເຂົາ.

ເຖິງ​ແມ່ນ​ວ່າ​ຈະ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ​ປານ­ໃດ​ກໍ​ຕາມ ປະຊາ​ຊົນ​ວໍ​ເດນ​ຊີ​ກໍ​ຈະ​ສັດ­ຊື່​ຕໍ່​ພຣະ​ເຈົ້າ ເພາະ​ພວກ​ເຂົາ​ບໍ່​ໄດ້​ຢູ່​ເພື່ອ​ໂລກ​ນີ້ ແຕ່​ພວກ​ເຂົາ​ມີ​ຊີ­ວິດ​ຢູ່​ເພື່ອ​ຫວັງ​ວ່າ ວັນ​ໜຶ່ງ​ຈະ​ໄດ້​ຮັບ​ມົງ­ກຸດ​ແຫ່ງ​ສະ­ຫງ່າ­ຣາ­ສີ​ໃນ​ສະ​ຫວັນ. ບັນ­ດາ​ຜູ້​ຄົນ​ທີ່​ເຫັນ​ຄວາມ​ຊົ່ວ​ຮ້າຍ​ຕ່າງໆ​ທີ່​ຄຣິ​ສ​ຕະ​ຈັກໂຣມັນ​ຄາ​ໂຕ​ລິ​ກ​ໄດ້​ປະ​ພືດ​ຕໍ່​ປະ­ຊາ­ຊົນ​ວໍ​ເດນ​ຊີ​ນັ້ນ ກໍ​ໄດ້​ດົນ​ໃຈ​ໃຫ້​ພວກ​ເຂົາ​ຍຶດ­ໝັ້ນ ເພື່ອ​ພຣະ​ເຈົ້າ ແລະເອົາ​ພຣະ​ຄຳ​ພີ​ເຊິ່ງ​ເປັນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ມາ​ເປັນ​ແຮງ​ບັນ­ດານ​ໃຈ.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) ບົດ​ທີ 4 ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ