ເລື່ອງອັບຣາຮາມ ຈົນເຖິງ ເລື່ອງໂຢເຊັບ
ພຣະເຈົ້າຊົງເອີ້ນອັບຣາມ
ຫຼັງຈາກທີ່ຜູ້ຄົນກະຈັດກະຈາຍອອກໄປຈາກຫໍຄອຍບາເບວແລ້ວການຂາບໄຫວ້ຮູບປັ້ນຕ່າງໆກໍໄດ້ແຜ່ຂະຫຍາຍໄປທົ່ວທຸກບ່ອນຈົນເກືອບເຕັມແຜ່ນດິນໂລກ. ເຖິງແມ່ນວ່າ ພວກເຂົາໄດ້ຮູ້ຈັກພຣະເຈົ້າເປັນຢ່າງດີແລ້ວກໍຕາມ ແຕ່ພວກເຂົາກໍບໍ່ໄດ້ຖວາຍກຽດໃຫ້ພຣະເຈົ້າທີ່ພຣະອົງຊົງສົມຄວນໄດ້ຮັບນັ້ນ. ພວກເຂົາພາກັນໄປຂາບໄຫວ້ຮູບປັ້ນມະນຸດ ແລະຮູບປັ້ນສັດປີກ, ສັດເລືອຄານ ແລະສັດຕ່າງໆ ແທນການນະມັດສະການພຣະເຈົ້າ. ການກະທຳເຫຼົ່ານີ້ເຮັດໃຫ້ຈິດໃຈຂອງພວກເຂົາແຂງກະດ້າງຕໍ່ພຣະເຈົ້າ ແລະ ຂາດສິນລະທຳ. ຍ້ອນຄົນເຫຼົ່ານີ້ບໍ່ຍອມຮັບຮູ້ພຣະເຈົ້າ ພຣະອົງຈຶ່ງປ່ອຍໃຫ້ພວກເຂົາເຮັດຕາມໃຈປາຖະໜາອັນຊົ່ວຮ້າຍຂອງພວກເຂົາ.
ແຕ່ພຣະເຈົ້າບໍ່ເຄີຍລືມພຣະສັນຍາຂອງພຣະອົງທີ່ຈະປະທານພຣະບຸດຂອງພຣະອົງມາເປັນເຄື່ອງບູຊາໄຖ່ບາບໃຫ້ແກ່ມະນຸດທົ່ວໂລກ. ໃນສະໄໝນັ້ນ ມີຄົນພຽນຈຳນວນເລັກນ້ອຍເທົ່ານັ້ນທີ່ຍັງຄົງເຊື່ອໃນພຣະສັນຍາຂອງພຣະເຈົ້າ ແລະ ເພື່ອວ່າຄວາມຮູ້ເລື່ອງພຣະເຈົ້າຈະບໍ່ສາບສູນຫາຍໄປ ສະນັ້ນ ພຣະເຈົ້າຈຶ່ງໄດ້ເລືອກເອົາຊາຍຄົນໜຶ່ງທີ່ມີຊື່ວ່າ “ອັບຣາມ” ໃຫ້ເປັນຜູ້ຮັກສາພຣະສັນຍາຂອງພຣະອົງເພື່ອຄົນລຸ່ນຫຼັງ.
ໃນເວລານັ້ນ ອັບຣາມໄດ້ອາໄສຢູ່ທີ່ເມືອງອູເລໃນດິນແດນຄັນເດອາ ແລະ ເພິ່ນມີເມຍຊື່ວ່າ "ຊາຣາຍ". ພວກເຂົາບໍ່ມີລູກເພາະນາງຊາຣາຍເປັນໝັນ ແຕ່ພວກເຂົາມີຫຼານຊາຍຄົນໜຶ່ງຊື່ວ່າ “ໂລດ” ທີ່ເປັນເດັກກຳພ້າ.
ພຣະເຈົ້າໄດ້ປາກົດແກ່ອັບຣາມ ແລະ ກ່າວວ່າ: “ອັບຣາມເອີຍ! ເຈົ້າຈົ່ງອອກຈາກບ້ານເມືອງ, ຈາກພີ່ນ້ອງ, ຈາກບ້ານພໍ່ຂອງເຈົ້າ ເພື່ອໄປຍັງດິນແດນທີ່ເຮົາຈະບອກໃຫ້ເຈົ້າຮູ້. ເຮົາຈະໃຫ້ເຈົ້າກາຍເປັນຊົນຊາດໃຫຍ່, ເຮົາຈະອວຍພອນເຈົ້າ ແລະ ໃຫ້ເຈົ້າມີຊື່ສຽງ… ໂດຍຜ່ານທາງເຈົ້າ ເຮົາຈະອວຍພອນຊົນຊາດທົ່ວໂລກ.”
ອັບຣາມເຊື່ອຟັງຄຳສັ່ງຂອງພຣະເຈົ້າຢ່າງບໍ່ມີຂໍ້ສົງໄສໃດໆເພາະເພິ່ນເຊື່ອວ່າ: “ຄວາມເຊື່ອຄືຄວາມແນ່ໃຈໃນສິ່ງທີ່ເຮົາຫວັງເອົາໄວ້ ເປັນຄວາມເຊື່ອໝັ້ນຕາຍໃຈເຖິງສິ່ງທີ່ເຮົາບໍ່ເຫັນກັບຕາ” (ເຮັບເຣີ 11:1). ສະນັ້ນ ອັບຣາມຈຶ່ງຢຶດໝັ້ນໃນພຣະສັນຍາຂອງພຣະເຈົ້າ ເພິ່ນກໍໄດ້ເອີ້ນຄອບຄົວຂອງເພິ່ນ ແລະ ບອກທຸກຄົນໃຫ້ຮູ້ກ່ຽວກັບຄຳສັ່ງຂອງພຣະເຈົ້າທີ່ໄດ້ກ່າວກັບເພິ່ນນັ້ນ. ໂດຍການເຊື່ອຟັງຄຳສັ່ງຂອງພຣະເຈົ້າ ພໍ່ຂອງອັບຣາມຈຶ່ງພາຄອບຄົວຂອງເພິ່ນ ພ້ອມທັງຄົນຮັບໃຊ້, ຊັບສົມບັດ ແລະ ສັດລ້ຽງຂອງພວກເຂົາເດີນທາງອອກຈາກເມືອງອູເລໃນດິນແດນຄັນເດອາ. ພວກເຂົາໄດ້ປະຖິ້ມຍາດຕິພີ່ນ້ອງ ແລະ ບ້ານເກີດເມືອງນອນ. ເຖິງແມ່ນວ່າ ພວກເຂົາບໍ່ຮູ້ວ່າພວກຕົນກຳລັງຈະໄປໃສ ແຕ່ພວກເຂົາອອກເດີນທາງໄປຕາມທີ່ພຣະເຈົ້າຊົງສັ່ງ.
ເມື່ອພວກເຂົາເດີນທາງມາຮອດເມືອງຮາລານ ກໍໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນຊົ່ວຄາວ ເພາະພໍ່ຂອງອັບຣາມບໍ່ສະບາຍ. ເຖິງແມ່ນວ່າ ອັບຣາມຈະຢູ່ທ່າມກາງຜູ້ຄົນທີ່ບໍ່ນັບຖືພຣະເຈົ້າ ແລະ ຜູ້ຄົນທີ່ຂາບໄຫວ້ຮູບປັ້ນຕ່າງໆກໍຕາມ ແຕ່ອັບຣາມກໍຍັງຄົງນະມັດສະການພຣະເຈົ້າຢ່າງສັດຊື່ໝັ້ນຄົງ. ໃນເວລາທີ່ອາໄສຢູ່ໃນເມືອງຮາລານນັ້ນ ອັບຣາມ ແລະ ຊາຣາຍກໍໄດ້ປະກາດເລື່ອງພຣະເຈົ້າ ແລະ ນຳພາບາງຄົນເຂົ້າມາຮ່ວມນະມັດສະການພຣະເຈົ້າອີກດ້ວຍ. ເມື່ອພໍ່ຂອງອັບຣາມອາຍຸໄດ້ 250 ປີ ເພິ່ນກໍໄດ້ເສຍຊີວິດຢູ່ໃນເມືອງຮາລານ ໃນເວລານັ້ນອັບຣາມອາຍຸໄດ້ 75 ປີ. ຫຼັງຈາກພໍ່ຂອງອັບຣາມເສຍຊີວິດແລ້ວ ພຣະເຈົ້າກໍໄດ້ສັ່ງໃຫ້ອັບຣາມເດີນທາງຕໍ່ໄປ. ອັບຣາມໄດ້ນຳພາເມຍ ແລະ ຫຼານຊາຍຂອງເພິ່ນ ພ້ອມທັງຄົນຮັບໃຊ້ ແລະ ຊັບສົມບັດຂອງພວກເຂົາອອກເດີນທາງໄປຍັງດິນແດນແຫ່ງພຣະສັນຍາ.
ອັບຣາມໄດ້ວາງແບບຢ່າງທີ່ດີໄວ້ສໍາລັບພວກເຮົາ. ເພິ່ນໝັ່ນໃນການອະທິຖານເລື້ອຍໆ ບ່ອນໃດກໍຕາມທີ່ເພິ່ນຕັ້ງຄ້າຍພັກ ຢູ່ໃກ້ໆບ່ອນນັ້ນເພິ່ນກໍຈະຕັ້ງແທ່ນບູຊາ. ທຸກໆເຊົ້າ ແລະ ແລງ ເພິ່ນຈະເອີ້ນທຸກຄົນໃນຄ້າຍພັກມານະມັດສະການພຣະເຈົ້າ. ເມື່ອໃດທີ່ອັບຣາມຍົກຍ້າຍຄ້າຍພັກ ແທ່ນບູຊາກໍຍັງຄົງຕັ້ງຢູ່ບ່ອນເກົ່າ. ນັກທ່ອງທ່ຽວຊາວການາອານບາງຄົນທີ່ເຄີຍໄດ້ຍິນຄຳສອນຂອງອັບຣາມ ເມື່ອພວກເຂົາເດີນທາງຜ່ານມາທີ່ແທ່ນບູຊາເຊິ່ງອັບຣາມໄດ້ຕັ້ງໄວ້ ສ່ວນຫຼາຍພວກເຂົາຈະແວ່ພັກ ແລະ ນະມັດສະການພຣະເຈົ້າ.
ພວກເຂົາເດີນທາງຈົນມາຮອດດິນແດນການາອານ ເຊິ່ງເປັນດິນແດນທີ່ເຕັມໄປດ້ວຍຄວາມອຸດົມສົມບູນ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ສະຖານທີ່ທີ່ມີຕົ້ນໄມ້ໃຫຍ່ໃກ້ເມືອງຊີເຄມ. ໃນຂະນະທີ່ອາໄສຢູ່ນັ້ນ ອັບຣາມກໍໄດ້ເຫັນວ່າ ປະຊາຊົນທີ່ອາໄສຢູ່ໃນດິນແດນແຫ່ງນີ້ ມີການຂາບໄຫວ້ຮູບປັ້ນຕ່າງໆຢ່າງຫຼວງຫຼາຍ ມີແທ່ນບູຊາຂອງບັນດາພະທຽມເທັດຢູ່ໃນປ່າ ແລະ ຢູ່ທີ່ເນີນພູສູງມີພິທີການຂ້າຄົນເພື່ອຖວາຍບູຊາບັນດາຮູບປັ້ນຕ່າງໆຂອງພວກເຂົາ. ເມື່ອອັບຣາມເຫັນເຊັ່ນນັ້ນ ກໍມີຄວາມຮູ້ສຶກກັງວົນໃຈເຖິງຄວາມບໍ່ປອດໄພຂອງເພິ່ນພ້ອມທັງຜູ້ຄົນທີ່ຕິດຕາມເພິ່ນມານຳ.
ແລ້ວພຣະເຈົ້າໄດ້ປາກົດແກ່ອັບຣາມ ແລະ ກ່າວວ່າ: “ນີ້ແມ່ນດິນແດນທີ່ເຮົາຈະມອບໃຫ້ແກ່ເຊື້ອສາຍຂອງເຈົ້າ.” ຖ້ອຍຄຳຂອງພຣະເຈົ້າໄດ້ເສີມຄວາມເຊື່ອຂອງອັບຣາມວ່າ ເພິ່ນຈະບໍ່ຖືກຖິ້ມໄວ້ໃນມືຂອງຄົນຊົ່ວຮ້າຍ. ແລ້ວອັບຣາມໄດ້ສ້າງແທ່ນບູຊາຖວາຍເຄື່ອງບູຊາໃຫ້ພຣະເຈົ້າ ແລະ ນະມັດສະການພຣະອົງ. ຫຼັງຈາກນັ້ນ ອັບຣາມກໍໄດ້ຍົກຍ້າຍໄປສູ່ທາງພາກໃຕ້ຂອງດິນແດນການາອານ.
ພຣະສັນຍາຍັງຄົງດຳເນີນຢູ່
ເຖິງແມ່ນວ່າ ຄວາມບາບໄດ້ແຜ່ຂະຫຍາຍເກືອບຈະເຕັມແຜ່ນດິນໂລກກໍຕາມ ຄວາມຮູ້ເລື່ອງພຣະເຈົ້າຈະຕ້ອງບໍ່ສາບສູນຫາຍໄປ. ພຣະເຈົ້າຊົງຮັກສາຜູ້ຮັບໃຊ້ຂອງພຣະອົງມາຕະຫຼອດໃນທຸກຍຸກທຸກສະໄໝນັບຕັ້ງແຕ່ອາດາມ, ເຊດ, ໂນອາ ແລະ ຄົນອື່ນໆ. ພວກເຂົາເຫຼົ່ານີ້ໄດ້ໃຊ້ຊີວິດຕາມທາງແຫ່ງຄວາມຊອບທຳ ແລະ ໃນການເຮັດດັ່ງນີ້ຈຶ່ງຮັກສາຄວາມຮູ້ເລື່ອງອັນປະເສີດຂອງພຣະເຈົ້າຢູ່ໃນທ່າມກາງຜູ້ຄົນທີ່ບໍ່ນັບຖືພຣະເຈົ້າ. ອັບຣາມເປັນຄົນໜຶ່ງທີ່ພຣະເຈົ້າໄດ້ເລືອກເອົາໄວ້ໃຫ້ເປັນຜູ້ຮັກສາເລື່ອງພຣະອົງ ແລະ ຮັກສາພຣະສັນຍາຂອງພຣະອົງເພື່ອຄົນລຸ່ນຫຼັງ.
ພຣະສັນຍາ
ຖ້ອຍຄຳຂອງພຣະເຈົ້າທີ່ໄດ້ກ່າວແກ່ອັບຣາມນັ້ນ ແມ່ນພຣະສັນຍາຂອງພຣະອົງທີ່ໄດ້ມອບໃຫ້ແກ່ເພິ່ນ. ພຣະເຈົ້າຊົງສັນຍາວ່າ ຈະໃຫ້ເຊື້ອສາຍຂອງອັບຣາມເປັນຊົນຊາດທີ່ຍິ່ງໃຫຍ່ ແລະ ເປັນປະເທດໃຫຍ່ ແລະ ໂດຍຜ່ານທາງເຊື້ອສາຍຂອງອັບຣາມນັ້ນ ພຣະບຸດຂອງພຣະເຈົ້າຈະມາເກີດ.
ການຕິດຕາມພຣະເຈົ້າ
ໃນປັດຈຸບັນ ພຣະເຈົ້າຍັງຄົງເອີ້ນພວກເຮົາໃຫ້ອອກຈາກສິ່ງຕ່າງໆທີ່ຂັດຂວາງພວກເຮົາໃນການຕິດຕາມພຣະອົງ. ສິ່ງໃດກໍຕາມທີ່ເປັນອຸປະສັກຕໍ່ການຕິດຕາມພຣະເຈົ້າທັງໝົດ ບໍ່ວ່າຈະເປັນຄອບຄົວ, ວຽກເຮັດງານທຳ, ເງິນທອງ, ຕຳແໜ່ງ, ຊື່ສຽງ ຫຼືທີ່ຢູ່ອາໄສຂອງພວກເຮົາ. ພຣະເຈົ້າຊົງເອີ້ນພວກເຮົາໃຫ້ປ່ອຍທຸກໆສິ່ງໄວ້ຢູ່ເບື້ອງຫຼັງ ແລະ ມາຕິດຕາມພຣະອົງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 11:27-32; 12:1-9; ໂຣມ 1:21-24; ເຮັບເຣີ 11:8, 9; ພະບັນຍັດສອງ 8:7, 8; ລູກາ 12:7.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 125-129} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.
ພຣະສັນຍາທີ່ມອບໃຫ້ແກ່ອັບຣາມຖືກທົບທວນ
“ຈົ່ງນັບດວງດາວໃນທ້ອງຟ້າທີ່ເຈົ້າເຫັນເບິ່ງດຸ! ເຈົ້າຈະມີເຊື້ອສາຍຢ່າງຫຼວງຫຼາຍເໝືອນດັ່ງດວງດາວເຫລົ່ານີ້.”
ເປັນເວລາຫຼາຍປີທີ່ອັບຣາມອາໄສຢູ່ໃນດິນແດນການາອານ ເພິ່ນເລີ່ມສົງໄສກ່ຽວກັບພຣະສັນຍາຂອງພຣະເຈົ້າທີ່ວ່າ: “ເຮົາຈະໃຫ້ເຈົ້າມີເຊື້ອສາຍຢ່າງຫຼວງຫຼາຍ ແລະ ກາຍເປັນຊົນຊາດໃຫຍ່. ເຮົາຈະອວຍພອນເຈົ້າ ແລະ ໃຫ້ເຈົ້າມີຊື່ສຽງ. ໂດຍຜ່ານທາງເຈົ້າ ເຮົາຈະອວຍພອນຊົນຊາດທັງປວງ.” ອັບຣາມຄິດວ່າ: “ພຣະສັນຍານີ້ຈະສໍາເລັດໄດ້ແນວໃດ?” ເມຍຂອງເພິ່ນກໍເປັນໝັນ ແລະ ເພິ່ນຈະມີເຊື້ອສາຍຢ່າງຫຼວງຫຼາຍໄດ້ຢ່າງໃດ? ແລ້ວອັບຣາມກໍຄິດເຖິງເອລີເອເຊີ ເຊິ່ງເປັນຄົນຮັບໃຊ້ຂອງເພິ່ນທີ່ມີລູກຫຼານຫຼາຍຄົນ ແລະ ອັບຣາມໄດ້ຄິດອີກວ່າ: “ຄົນນີ້ເປັນພຣະສັນຍາທີ່ພຣະເຈົ້າອ້າງເຖິງບໍ?”
ພຣະເຈົ້າໄດ້ປາກົດແກ່ອັບຣາມທາງນິມິດ ແລະ ໃນຂະນະທີ່ຢູໃນນິມິດນັ້ນ ອັບຣາມຖາມພຣະເຈົ້າວ່າ: “ພຣະເຈົ້າເອີຍ! ພຣະອົງຈະໃຫ້ບຳເໜັດແກ່ຂ້ານ້ອຍເຮັດຫຍັງໃນເມື່ອຂ້ານ້ອຍບໍ່ມີລູກ ແລະ ຜູ້ທີ່ຈະສືບທອດມໍລະດົກແທນຂ້ານ້ອຍກໍແມ່ນເອລີເອເຊີຜູ້ທີ່ເປັນຄົນຮັບໃຊ້ຢ່າງຊື່ສັດຂອງຂ້ານ້ອຍ.”
ພຣະເຈົ້າຊົງຕອບອັບຣາມວ່າ: “ຄົນຮັບໃຊ້ຜູ້ນີ້ຈະບໍ່ໄດ້ຮັບມໍລະດົກຂອງເຈົ້າດອກ! ແຕ່ແມ່ນລູກຊາຍຂອງເຈົ້າເອງທີ່ຈະເປັນຜູ້ສືບທອດມໍລະດົກແທນເຈົ້າ.”
ແລ້ວພຣະເຈົ້າໄດ້ພາອັບຣາມຍ່າງອອກໄປຂ້າງນອກ ແລະ ຊົງກ່າວວ່າ: “ຈົ່ງນັບດວງດາວໃນທ້ອງຟ້າທີ່ເຈົ້າເຫັນເບິ່ງດຸ! ເຈົ້າຈະມີເຊື້ອສາຍຢ່າງຫຼວງຫຼາຍເໝືອນດັ່ງດວງດາວເຫລົ່ານີ້.”
ພຣະເຈົ້າຍັງໄດ້ເປີດເຜີຍອະນາຄົດຂອງເຊື້ອສາຍຂອງອັບຣາມວ່າ: “ເຊື້ອສາຍຂອງເຈົ້າຈະເປັນຄົນຕ່າງດ້າວຢູ່ໃນຕ່າງດິນແດນແຫ່ງໜຶ່ງ. ພວກເຂົາຈະຕົກເປັນທາດຮັບໃຊ້ຢູ່ໃນທີ່ນັ້ນ ແລະ ຈະຖືກກົດຂີ່ຢ່າງທາລຸນເປັນເວລາສີ່ຮ້ອຍປີ. ແຕ່ເຮົາຈະລົງໂທດປະເທດທີ່ປະພຶດເຊັ່ນນັ້ນຕໍ່ພວກເຂົາ. ເມື່ອພວກເຂົາອອກໜີຈາກປະເທດນັ້ນແລ້ວ ພວກເຂົາຈະໄດ້ຊັບສົມບັດຢ່າງຫຼວງຫຼາຍໄປນຳ… ມັນຈະເປັນເວລາເຖິງສີ່ເຊັ່ນຄົນ ກ່ອນເຊື້ອສາຍຂອງເຈົ້າຈະກັບຄືນມາທີ່ນີ້. ເພາະເຮົາຈະບໍ່ຂັບໄລ່ປະຊາຊົນທີ່ອາໄສຢູ່ໃນດິນແດນນີ້ອອກໜີໄປ ຈົນກວ່າພວກເຂົາເຮັດຊົ່ວຮ້າຍໜັກສົມກັບຕ້ອງໄດ້ຮັບໂທດ."
ອັບຣາມເຊື່ອໂດຍບໍ່ມີຂໍ້ສົງໄສເລີຍວ່າ ພຣະເຈົ້າຈະເຮັດຕາມພຣະສັນຍາຂອງພຣະອົງ ແຕ່ວ່າອັບຣາມບໍ່ຮູ້ຈະດຳເນີນຕາມພຣະສັນຍາຂອງພຣະເຈົ້າແນວໃດ ເພາະນາງຊາຣາຍບໍ່ສາມາດມີລູກໃຫ້ເພິ່ນໄດ້ ແລະ ເພິ່ນເອງກໍອາຍຸເຖົ້າຫຼາຍແລ້ວ.
ການອະທິຖານແມ່ນການຮັກສາຈິດວິນຍານ
ມັນເປັນສິ່ງທີ່ສຳຄັນທີ່ພວກເຮົາຈະອະທິຖານກັບຄອບຄົວ. ແຕ່ຢ່າງໃດກໍຕາມ ການອະທິຖານຄົນດຽວກໍເປັນສິ່ງທີ່ສຳຄັນຫຼາຍກວ່າການອະທິຖານກັບຄອບຄົວ. ພວກເຮົາບໍ່ຄວນລະເລີຍໃນການອະທິຖານກັບພຣະເຈົ້າເປັນການສ່ວນຕົວ ເພາະວ່າເປັນສິ່ງທີ່ໃຫ້ຊີວິດຝ່າຍຈິດວິນຍານ. ຈົ່ງໃຫ້ພຣະເຈົ້າຊົງຮັບຟັງຄຳອະທິຖານເຖິງຄວາມສຸກ, ຄວາມທຸກ, ຄວາມກັງວົນ ແລະ ຄວາມຢ້ານຂອງພວກເຮົາ. ພຣະອົງບໍ່ເຄີຍເມື່ອຍຟັງຄຳອະທິຖານຂອງພວກເຮົາ ແລະ ສິ່ງທີ່ພວກເຮົາເວົ້ານັ້ນກໍບໍ່ໄດ້ເປັນພາລະຕໍ່ພຣະອົງ. “ພຣະເຈົ້າຊົງເຕັມລົ້ນດ້ວຍຄວາມຮັກ ແລະ ຄວາມເມດຕາກະລຸນາ” (ຢາໂກໂບ 5:11).
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 15:1-16.
ອ້າງອີງຈາກປື້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 136-137} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.
ອັບຣາມ ແລະ ນາງຮາກາ
ຫຼັງຈາກທີ່ອັບຣາມໄດ້ຮັບນິມິດຈາກພຣະເຈົ້າແລ້ວ ເພິ່ນໄດ້ໄປບອກນາງຊາຣາຍກ່ຽວກັບເລື່ອງທີ່ພຣະເຈົ້າໄດ້ກ່າວກັບເພິ່ນນັ້ນ ແຕ່ນາງຊາຣາຍຄິດວ່າ ການທີ່ຈະມີລູກໃນໄວເຖົ້ານີ້ມັນເປັນເລື່ອງທີ່ເປັນໄປບໍ່ໄດ້. ສະນັ້ນ ນາງຊາຣາຍຈຶ່ງຫາວິທີທີ່ຈະຊ່ວຍໃຫ້ແຜນການຂອງພຣະເຈົ້າສຳເລັດໄວໆ. ນາງໄດ້ແນະນຳອັບຣາມໄປເອົາຄົນຮັບໃຊ້ຂອງນາງມາເປັນເມຍນ້ອຍ. ສ່ວນອັບຣາມເອງກໍເຊື່ອວ່າ ພຣະເຈົ້າຈະປະທານລູກຊາຍມາໃຫ້ເພິ່ນຕາມພຣະສັນຍາ ແຕ່ວ່າອັບຣາມບໍ່ຮູ້ວ່າພຣະສັນຍາຂອງພຣະເຈົ້າຈະເກີດຂຶ້ນໄດ້ແນວໃດ. ສະນັ້ນ ອັບຣາມຈຶ່ງຕັດສິນໃຈເຮັດຕາມຄຳແນະນຳຂອງນາງຊາຣາຍ ໂດຍເພິ່ນຮັບເອົານາງຮາກາມາເປັນເມຍນ້ອຍ.
ເມື່ອນາງຮາກາຮູ້ວ່າຕົນເອງຕັ້ງທ້ອງແລ້ວ ນາງກໍເລີ່ມຄິດວ່າ ຊົນຊາດທັງຫຼາຍແຫ່ງພຣະສັນຍາຈະສືບເຊື້ອສາຍມາຈາກລູກຂອງຕົນ ແລະ ນາງຍັງມີຄວາມຮູ້ສຶກວ່າຕົນເອງຢູ່ເໜືອນາງຊາຣາຍ. ດັ່ງນັ້ນ ນາງຮາກາຈຶ່ງຈອງຫອງພອງຕົວຂຶ້ນ ແລະ ໝິ່ນປະໝາດນາງຊາຣາຍຫຼາຍໆເລື່ອງ. ແລ້ວຄວາມອິດສາທັງສອງຝ່າຍຈຶ່ງໄດ້ທຳລາຍຄວາມສະຫງົບສຸກທີ່ເຄີຍມີຢູ່ໃນຄອບຄົວ.
ອັບຣາມພະຍາຍາມທີ່ຈະໃຫ້ເມຍຂອງເພິ່ນທັງສອງປອງດອງກັນ ແຕ່ກໍບໍ່ມີປະໂຫຍດຫຍັງເລີຍ. ແລ້ວນາງຊາຣາຍກໍໄດ້ເວົ້າຕໍ່ອັບຣາມວ່າ: “ເປັນຄວາມຜິດຂອງເຈົ້າ ທີ່ນາງຮາກາໝິ່ນປະໝາດຂ້ອຍ. ຂ້ອຍເອົານາງໃຫ້ເປັນເມຍຂອງເຈົ້າແຕ່ເມື່ອນາງມີທ້ອງແລ້ວ ກໍໝິ່ນປະໝາດຂ້ອຍ…”
ນາງຊາຣາຍຕ້ອງການຂັບໄລ່ນາງຮາກາອອກໄປຈາກບ້ານ ແຕ່ນາງຮາກາກຳລັງຈະມີລູກໃຫ້ອັບຣາມ. ສະນັ້ນ ອັບຣາມຈຶ່ງຕອບວ່າ: “ດີແລ້ວ! ນາງຮາກາຍັງເປັນສາວຮັບໃຊ້ຂອງເຈົ້າຢູ່ ແລະ ນາງກໍຍັງຢູ່ໃຕ້ການຄຸ້ມຄອງຂອງເຈົ້າ. ຈົ່ງເຮັດຕໍ່ນາງຕາມທີ່ເຈົ້າເຫັນສົມຄວນເຖີດ!”
ອັບຣາມຈຶ່ງມອບນາງຮາກາຢູ່ໃຕ້ຄຳສັ່ງຂອງນາງຊາຣາຍຕໍ່ໄປ ແຕ່ໃຈທີ່ຍິ່ງຈອງຫອງຂອງນາງຮາກາບໍ່ຍອມທົນຕໍ່ການຮ້າຍດ່າທີ່ເກີດຂຶ້ນຍ້ອນຄວາມອວດດີຂອງຕົນ. ນາງຊາຣາຍຈຶ່ງຂົ່ມເຫັງນາງຮາກາຢ່າງໜັກ ຈົນເຮັດໃຫ້ນາງຮາກາຕ້ອງລົບໜີໄປ.
ນາງຮາກາເດີນທາງໄປໃນທະເລຊາຍ ແລະ ໃນລະຫວ່າງທີ່ນາງກຳລັງພັກຢູ່ໃກ້ບໍ່ນ້ຳແຫ່ງໜຶ່ງນັ້ນ ທູດສະຫວັນຂອງພຣະເຈົ້າກໍໄດ້ມາປາກົດຕໍ່ນາງຮາກາ.
ທູດສະຫວັນຂອງພຣະເຈົ້າໄດ້ກ່າວຕໍ່ນາງຮາກາວ່າ: “ຮາກາ ສາວຮັບໃຊ້ຂອງນາງຊາຣາຍເອີຍ! ເຈົ້າມາຈາກໃສ ແລະ ເຈົ້າກຳລັງຈະໄປໃສ?”
ນາງຮາກາຕອບທູດສະຫວັນຂອງພຣະເຈົ້າວ່າ: “ຂ້ານ້ອຍກຳລັງຈະໜີໄປຈາກນາງຊາຣາຍ.”
ທູດສະຫວັນໄດ້ກ່າວຕໍ່ນາງຮາກາວ່າ: “ຈົ່ງກັບຄືນເມືອຫານາຍຍິງຂອງເຈົ້າສາ! ແລະ ຖ່ອມຕົວລົງຢູ່ໃຕ້ອຳນາດຂອງນາງ.”
ທູດສະຫວັນໄດ້ກ່າວອີກວ່າ: “ເຮົາຈະໃຫ້ເຈົ້າມີເຊື້ອສາຍຢ່າງຫຼວງຫຼາຍ... ແລະ ເຈົ້າກຳລັງຈະໄດ້ລູກຊາຍຄົນໜຶ່ງ ແລະ ຈົ່ງໃສ່ຊື່ໃຫ້ເດັກວ່າ 'ອິດຊະມາເອນ.'”
ແລ້ວນາງຮາກາກໍໄດ້ກັບຄືນເມືອເຮືອນ. ຫຼັງຈາກນັ້ນບໍ່ດົນ ນາງຮາກາກໍໄດ້ເກີດລູກຊາຍໃຫ້ອັບຣາມ ແລະ ນາງໄດ້ຕັ້ງຊື່ໃຫ້ລູກວ່າ: “ອິດຊະມາເອນ.” ອັບຣາມອາຍຸໄດ້ 86 ປີ ເວລາອິດຊະມາເອນເກີດ.
ທົດສອບຄວາມເຊື່ອ
ອັບຣາມໄດ້ຍອມຮັບເຊື່ອໂດຍບໍ່ມີຂໍ້ສົງໄສວ່າ ພຣະເຈົ້າຈະປະທານລູກໃຫ້ຕົນຕາມພຣະສັນຍາຂອງພຣະອົງ ແຕ່ເພິ່ນບໍ່ໄດ້ລໍຄອຍໃຫ້ພຣະເຈົ້າເຮັດໃຫ້ສຳເລັດຕາມວິທີການ ແລະ ເວລາທີ່ພຣະອົງຊົງກຳນົດເອົາໄວ້. ການທີ່ຕ້ອງລໍຄອຍນີ້ໄດ້ເປັນການທົດສອບເພື່ອເບິ່ງວ່າ ອັບຣາມມີຄວາມເຊື່ອໃນຣິດອຳນາດຂອງພຣະເຈົ້າຫຼືບໍ. ແຕ່ວ່າອັບຣາມກໍບໍ່ໄດ້ຜ່ານການທົດສອບຄວາມເຊື່ອນັ້ນ.
ການແຕ່ງງານ
ພຣະເຈົ້າມີຈຸດປະສົງໃຫ້ການແຕ່ງງານລະຫວ່າງຜົວ ແລະ ເມຍໃຫ້ໝັ້ນຄົງຖາວອນ. ພວກເຂົາຈະຕ້ອງບໍ່ມີຄວາມສຳພັນກັບຊາຍ ຫຼື ຍິງຄົນອື່ນໆ. ຖ້າຜົວ ຫຼື ເມຍລະເມີດຄຳໝັ້ນສັນຍາຕໍ່ກັນ ແລະ ກັນໂດຍແຍກຕົວໄປຫາຄູ່ສົມຣົດຄົນອື່ນ ຄອບຄົວຈະມີຄວາມໂສກເສົ້າ ແລະ ຜົນຂອງການແຍກທາງກັນນັ້ນກໍຄື ຫົວໃຈທີ່ແຕກສະລາຍ, ມີຄວາມອິດສາ ແລະ ມີຄວາມບໍ່ພໍໃຈກັນ. ພຣະເຈົ້າຢາກໃຫ້ຄອບຄົວຂອງພວກເຮົາມີຄວາມສຸກ. ສະນັ້ນ ພຣະອົງຈຶ່ງໄດ້ປະທານພຣະບັນຍັດໃຫ້ພວກເຮົາຄື "ຢ່າຫຼິ້ນຊູ້ສູ່ຜົວເມຍຄົນອື່ນ" (ອົບພະຍົບ 20:14). ຄຳສັ່ງທີ່ພຣະເຈົ້າໄດ້ໃຫ້ອັບຣາຮາມໃນເລື່ອງນີ້ ແມ່ນກ່ຽວກັບຄວາມສັກສິດຂອງຊີວິດການແຕ່ງງານ ເຊິ່ງເປັນບົດຮຽນໃຫ້ແກ່ຄົນທຸກຍຸກທຸກສະໄໝ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 16:1-16.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 145-146} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.
ພຣະເຈົ້າຊົງສັນຍາວ່າ ລູກຊາຍຈະເກີດມາຈາກນາງຊາຣາຍ
ຫຼາຍປີຜ່ານໄປ ເມື່ອອັບຣາມມີອາຍຸໄດ້ 99 ປີ ພຣະເຈົ້າຊົງປາກົດແກ່ເພິ່ນ ແລະ ກ່າວວ່າ: "ເຮົາສັນຍາວ່າ ເຈົ້າຈະເປັນບັນພະບູລຸດຂອງຊົນຊາດທັງຫຼາຍ. ຊື່ຂອງເຈົ້າຈະບໍ່ແມ່ນອັບຣາມອີກຕໍ່ໄປ ແຕ່ເຈົ້າຈະມີຊື່ໃໝ່ວ່າ “ອັບຣາຮາມ” ເພາະເຮົາກຳລັງໃຫ້ເຈົ້າເປັນບັນພະບູລຸດຂອງຊົນຊາດທັງຫຼາຍ. ເຮົາຈະໃຫ້ເຈົ້າມີເຊື້ອສາຍຢ່າງຫຼວງຫຼາຍ ແລະ ບາງຄົນໃນເຊື້ອສາຍນັ້ນຈະເປັນເຖິງກະສັດ. ເຈົ້າຈະມີເຊື້ອສາຍຢ່າງຫຼວງຫຼາຍ ຈົນກາຍເປັນປະຊາຊາດຕ່າງໆ... ເຮົາຈະມອບດິນແດນທີ່ເຈົ້າອາໄສຢູ່ປັດຈຸບັນໃນຖານະເປັນຄົນຕ່າງດ້າວນີ້ໃຫ້ແກ່ເຈົ້າ ແລະ ເຊື້ອສາຍຂອງເຈົ້າ ດິນແດນການາອານທັງໝົດຈະເປັນຂອງພວກເຈົ້າຕະຫຼອດໄປ ແລະ ເຮົາຈະເປັນພຣະເຈົ້າຂອງພວກເຈົ້າ.”
ພຣະເຈົ້າຊົງກ່າວຕໍ່ອັບຣາຮາມອີກວ່າ: “ສ່ວນນາງຊາຣາຍເມຍຂອງເຈົ້ານັ້ນ ເຈົ້າບໍ່ຕ້ອງເອີ້ນນາງຊາຣາຍອີກຕໍ່ໄປ ເພາະຊື່ຂອງນາງແມ່ນຊາຣາ. ເຮົາຈະອວຍພອນນາງໃຫ້ມີລູກຊາຍຄົນໜຶ່ງ ແລະ ຈະອວຍພອນນາງໃຫ້ເປັນແມ່ຂອງຊົນຊາດທັງຫຼາຍ ຈົນກະສັດຫຼາຍຄົນຈະມາຈາກເຊື້ອສາຍຂອງນາງ.”
ອັບຣາຮາມກົ້ມຂາບລົງ ແລະ ຄິດຢູ່ໃນໃຈວ່າ: “ຄົນອາຍຸຮ້ອຍປີຈະມີລູກໄດ້ຈັ່ງໃດ? ແລະ ຊາຣາກໍອາຍຸ 90 ປີແລ້ວ ນາງຍັງຈະມີລູກໄດ້ຢູ່ບໍ?”
ອັບຣາຮາມຈຶ່ງກ່າວຕໍ່ພຣະເຈົ້າວ່າ: “ພຣະເຈົ້າເອີຍ! ເປັນຫຍັງ ບໍ່ໃຫ້ອິດຊະມາເອນເປັນຜູ້ສືບທອດມໍລະດົກຂອງຂ້ານ້ອຍ?”
ພຣະເຈົ້າກ່າວຕໍ່ອັບຣາຮາມວ່າ: “ບໍ່, ນາງຊາຣາເມຍຂອງເຈົ້າເອງທີ່ຈະເກີດລູກຊາຍໃຫ້ເຈົ້າ ແລະ ຈົ່ງໃສ່ຊື່ເດັກວ່າ 'ອີຊາກ.' ເຮົາຈະຮັກສາຄຳໝັ້ນສັນຍາຂອງເຮົາໄວ້ກັບອີຊາກ ແລະ ກັບເຊື້ອສາຍຂອງລາວຕະຫຼອດໄປ... ລູກຊາຍຂອງເຈົ້າຜູ້ທີ່ຈະເກີດຈາກນາງຊາຣາຈະປະສູດໃນປີໜ້າລະຫວ່າງລະດູນີ້.”
ການປ່ຽນຊື່
ຊື່ທຳອິດຂອງເພິ່ນແມ່ນ “ອັບຣາມ” ແຕ່ພຣະເຈົ້າຊົງປ່ຽນຊື່ໃຫ້ໃໝ່ວ່າ “ອັບຣາຮາມ.” ສ່ວນເມຍຂອງອັບຣາຮາມ ຊື່ທຳອິດແມ່ນ “ຊາຣາຍ” ແຕ່ພຣະເຈົ້າຊົງປ່ຽນຊື່ໃຫ້ໃໝ່ວ່າ “ຊາຣາ.” ອັບຣາຮາມໝາຍເຖິງ "ພໍ່ຂອງຊົນຊາດທັງຫຼາຍ" ແລະ ຊາຣາໝາຍເຖິງ "ເຈົ້າຍິງ" (ປະຖົມການ 17:5, 15).
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 17:1-27.
ອັບຣາຮາມ ແລະ ໂລດແຍກທາງກັນ
“ຢ່າໃຫ້ຜູ້ໃດເຫັນແກ່ປະໂຫຍດຂອງຕົນຝ່າຍດຽວ ແຕ່ຈົ່ງເຫັນແກ່ປະໂຫຍດຂອງຄົນອື່ນດ້ວຍ.” ຟີລິບປອຍ 2:4
ອັບຣາຮາມ ແລະ ໂລດ ທັງສອງມີຄົນຮັບໃຊ້ ແລະ ມີຝູງສັດເປັນຈຳນວນຫຼາຍ. ພວກເຂົາບໍ່ສາມາດທີ່ຈະອາໄສຢູ່ໃນສະຖານທີ່ດຽວກັນໄດ້ ເພາະບໍ່ມີທົ່ງຫຍ້າພຽງພໍສຳລັບລ້ຽງສັດ. ດັ່ງນັ້ນ ອັບຣາຮາມ ແລະ ໂລດຈຶ່ງແຍກທາງກັນ. ໂລດໄດ້ເລືອກເອົາດິນແດນທີ່ອຸດົມສົມບູນແຄມແມ່ນ້ຳຈໍແດນໃກ້ເມືອງໃຫຍ່ ແລະ ອັບຣາຮາມກໍໄດ້ໄປອາໄສຢູ່ໃນທ່າມກາງເນີນພູ.
ໃນທົ່ງຮາບພຽງບ່ອນທີ່ໂລດອາໄສຢູ່ນັ້ນ ໃກ້ກັບສອງຕົວເມືອງໃຫຍ່ທີ່ເອີ້ນວ່າ “ເມືອງໂຊໂດມ” ແລະ “ເມືອງໂກໂມຣາ.” ເມືອງເຫຼົ່ານີ້ມີທຸລະກິດທີ່ກຳລັງເຕີບໂຕດີ ແຕ່ຜູ້ທີ່ອາໄສຢູ່ນັ້ນສະແຫວງຫາຄວາມມ່ວນຊື່ນ ແລະ ພວກເຂົາເປັນຄົນຊົ່ວຮ້າຍຫຼາຍ.
ຜົນສຸດທ້າຍ ໂລດກັບຄອບຄົວຂອງເພິ່ນກໍໄດ້ຍົກຍ້າຍໄປອາໄສຢູ່ໃນເມືອງໂຊໂດມ ເຊິ່ງເພິ່ນຄິດວ່າ ເພິ່ນຈະສາມາດແບ່ງປັນຄວາມເຊື່ອຂອງເພິ່ນໃຫ້ກັບບັນດາຄົນທີ່ອາໄສຢູ່ທີ່ນັ້ນໄດ້. ແຕ່ການໄປອາໄສຢູ່ທ່າມກາງຄົນທີ່ບໍ່ນັບຖືພຣະເຈົ້ານີ້ ເປັນການສ່ຽງທີ່ຄອບຄົວຂອງໂລດຈະພົບກັບຄວາມຊົ່ວຮ້າຍ ແທນການເປັນພະຍານໃຫ້ແກ່ພຣະເຈົ້າ. ຄອບຄົວຂອງໂລດຈຶ່ງໄດ້ເສື່ອມໂຊມລົງຍ້ອນຄວາມຊົ່ວຮ້າຍໃນເມືອງໂຊໂດມ. ໂລດບໍ່ຄວນຕັ້ງຖິ່ນຖານບ້ານຂອງເພິ່ນໃນເມືອງທີ່ຊົ່ວຮ້າຍ ແລະ ເປີເປື້ອນດ້ວຍຄວາມຜິດບາບເຊັ່ນນີ້.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 13:1-18.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 132-134} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.
ພຣະເຈົ້າຢ້ຽມຢາມອັບຣາຮາມ
ໃນຕອນທ່ຽງຂອງລະດູຮ້ອນ ອັບຣາຮາມໄດ້ນັ່ງຢູ່ທີ່ປະຕູເຕັນຂອງເພິ່ນ ເມື່ອເພິ່ນເຫັນນັກເດີນທາງສາມຄົນໃນໄລຍະໄກ ເພິ່ນກໍໄປທັກທາຍພວກເຂົາ ແລະ ເພິ່ນຂໍຮ້ອງໃຫ້ພວກເຂົາພັກຜ່ອນຢູ່ທີ່ບ້ານຂອງເພິ່ນ ຈົນກວ່າພວກເຂົາຈະເຊົາເມື່ອຍ. ແລ້ວອັບຣາຮາມກໍໄດ້ເອົານ້ຳມາລ້າງຂີ້ຝຸ່ນອອກຈາກຕີນໃຫ້ພວກເຂົາຈາກການເດີນທາງ ເພິ່ນຈັດຕຽມອາຫານ ແລະ ໃຫ້ພວກເຂົາກິນຢູ່ໃຕ້ຕົ້ນໄມ້.
ອັບຣາຮາມເຫັນແຂກຂອງເພິ່ນມີພຽງສາມຄົນ ແຕ່ບໍ່ຄິດວ່າໃນທ່າມກາງພວກເຂົາເຫຼົ່ານັ້ນມີພຣະເຈົ້າ. ແລ້ວແຂກທັງສາມໄດ້ຖາມເພິ່ນວ່າ: “ຊາຣາເມຍຂອງເຈົ້າຢູ່ໃສ?”
ອັບຣາຮາມຕອບວ່າ: “ນາງຢູ່ໃນເຕັນ”
ພຣະເຈົ້າກ່າວຕໍ່ເພິ່ນວ່າ: “ປີໜ້າ ເຮົາຈະກັບມາຫາເຈົ້າອີກ ແລະ ນາງຊາຣາເມຍຂອງເຈົ້າຈະມີລູກຊາຍ.”
ນາງຊາຣາຟັງຢູ່ທີ່ປະຕູເຕັນ ແລະ ນາງກໍຫົວຂວັນຢູ່ໃນໃຈວ່າ: “ຂ້ອຍເຖົ້າແກ່ແລ້ວ ແລະ ຜົວຂອງຂ້ອຍກໍເຖົ້າແກ່ຄືກັນ. ຂ້ອຍຍັງຈະມີຄວາມຊົມຊື່ນຍິນດີຢູ່ບໍ?"
ພຣະເຈົ້າກ່າວຕໍ່ອັບຣາຮາມວ່າ: “ເປັນຫຍັງ ນາງຊາຣາຈຶ່ງຫົວຂັວນ ແລະ ເວົ້າວ່າ ‘ເຮົາຈະມີລູກແທ້ບໍ ໃນເມື່ອເຮົາເຖົ້າແກ່ຫຼາຍແລ້ວ?’ ມີຫຍັງຍາກສຳລັບພຣະເຈົ້າບໍ? ພໍຮອດເວລາກຳນົດ ເຮົາຈະກັບມາຫາເຈົ້າໃນລະດູນີ້ປີໜ້າ ແລະ ນາງຊາຣາຈະມີລູກຊາຍຄົນໜຶ່ງ.”
ໃນຂະນະທີ່ນັກເດີນທາງກຳລັງຈະອອກໄປ ພຣະເຈົ້າກໍໄດ້ກ່າວຕໍ່ທູດສະຫວັນວ່າ: “ເຮົາຈະບໍ່ປິດບັງອັບຣາຮາມໃນສິ່ງທີ່ເຮົາກໍາລັງຈະເຮັດນີ້..."
ແລ້ວພຣະເຈົ້າກໍບອກອັບຣາຮາມວ່າ: “ມີສຽງກ່າວຟ້ອງຕໍ່ສູ້ເມືອງໂຊໂດມ ແລະ ເມືອງໂກໂມຣາຢ່າງໜັກໜ່ວງ ແລະ ຄວາມບາບຂອງຊາວເມືອງກໍໜັກໜາຫຼາຍ ຈົນເຮົາຕ້ອງລົງໄປສຳຫຼວດເບິ່ງວ່າ ການກ່າວຫາທີ່ເຮົາໄດ້ຍິນນັ້ນເປັນຄວາມຈິງຫຼືບໍ່? ຖ້າບໍ່ແມ່ນ ເຮົາກໍຈະໄດ້ຮູ້” (ປະຖົມມະການ 18:17, 20-21).
ແລ້ວທູດສະຫວັນສອງອົງກໍໄດ້ຈາກໄປ ແລະ ປ່ອຍໃຫ້ອັບຣາຮາມຢູ່ກັບພຣະເຈົ້າ. ອັບຣາຮາມຄິດເຖິງໂລດ ແລະ ບັນດາຜູ້ຄົນທີ່ເພິ່ນຮູ້ຈັກຢູ່ໃນເມືອງເຫຼົ່ານັ້ນ ແລ້ວອັບຣາຮາມກໍໄດ້ອ້ອນວອນເພື່ອຜູ້ຄົນທີ່ອາໄສຢູ່ໃນເມືອງໂຊໂດມ.
ອັບຣາຮາມໄດ້ອ້ອນວອນພຣະເຈົ້າວ່າ: “ຂໍໂຜດຍົກໂທດໃຫ້ຂ້ານ້ອຍແດ່ທີ່ກ້າກ່າວກັບພຣະອົງ ຂ້ານ້ອຍເປັນພຽງມະນຸດເທົ່ານັ້ນ” (ປະຖົມມະການ 18:27).
ເຖິງແມ່ນວ່າ ໂລດໄດ້ເລືອກທີ່ຈະອາໄສຢູ່ທີ່ເມືອງໂຊໂດມ ແຕ່ເພິ່ນກໍບໍ່ໄດ້ເຂົ້າຮ່ວມໃນການເຮັດຜິດບາບກັບບັນດາຜູ້ຄົນທີ່ອາໄສຢູ່ໃນທີ່ນັ້ນ. ອັບຣາຮາມຄິດວ່າ ນອກຈາກໂລດທີ່ນະມັດສະການພຣະເຈົ້າແລ້ວ ຈະຕ້ອງມີຄົນອື່ນໆທີ່ນະມັດສະການພຣະເຈົ້າເຊັ່ນກັນທີ່ຢູ່ໃນຕົວເມືອງໃຫຍ່ນັ້ນ.
ດັ່ງນັ້ນ ອັບຣາຮາມຈຶ່ງຂໍຮ້ອງພຣະເຈົ້າວ່າ: “ຂໍພຣະອົງຢ່າຄິດເຮັດແບບນັ້ນເລີຍ… ຢ່າຄິດທີ່ຈະຂ້າຄົນຊອບທຳ ພ້ອມກັບຄົນອະທຳເລີຍ... ພຣະອົງຜູ້ພິພາກສາໂລກຈະບໍ່ເຮັດສິ່ງທີ່ຍຸຕິທຳບໍ?” (ປະຖົມມະການ 18:25) ໃນຂະນະທີ່ຄຳອ້ອນວອນຂອງອັບຣາຮາມຖືກຍອມຮັບ ເພິ່ນກໍເຊື່ອໝັ້ນວ່າ ຖ້າຫາກພົບຄົນຊອບທຳພຽງສິບຄົນຢູ່ໃນເມືອງໂຊໂດມ ເມືອງກໍຈະບໍ່ຖືກທຳລາຍ.
ຄໍາອະທິຖານຂອງອັບຣາຮາມ
ຄໍາອະທິຖານຂອງອັບຣາຮາມເພື່ອເມືອງໂຊໂດມສະແດງໃຫ້ເຫັນວ່າ ພວກເຮົາຄວນກຽດຊັງຄວາມບາບ ແຕ່ຈົ່ງມີຄວາມສົງສານ ແລະ ມີຄວາມຮັກຕໍ່ຄົນບາບ. ຢູ່ອ້ອມຂ້າງພວກເຮົາມີຫຼາຍຄົນກຳລັງເດີນທາງໄປສູ່ຄວາມພິນາດ ພວກເຮົາຄວນອະທິຖານສໍາລັບພວກເຂົາ ແລະ ເຮັດທຸກໆສິ່ງທີ່ພວກເຮົາສາມາດເຮັດໄດ້ ເພື່ອຈະໄດ້ນຳພາພວກເຂົາໃຫ້ຮູ້ຈັກພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 18:1-33.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 156-157} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.
ເມືອງໂຊໂດມ ແລະ ເມືອງໂກໂມຣາຖືກທໍາລາຍ
ຈົ່ງຮັກເພື່ອນບ້ານ ເໝືອນຮັກຕົນເອງ
"ຢ່າລືມການຕ້ອນຮັບແຂກ ເພາະດ້ວຍການເຮັດເຊັ່ນນີ້ ມີບາງຄົນກໍໄດ້ຕ້ອນຮັບທູດສະຫວັນຢ່າງບໍ່ຮູ້ຕົວ" (ເຮັບເຣີ 13:2).
ນີ້ເປັນຄືນສຸດທ້າຍຂອງເມືອງໂຊໂດມ ແຕ່ຊາວເມືອງຊ້ຳພັດບໍ່ສັງເກດຮູ້. ໃນຍາມແລງດວງຕາເວັນກຳລັງຕົກດິນ ມີນັກທ່ອງທ່ຽວສອງຄົນໄດ້ເຂົ້າມາໃກ້ປະຕູເມືອງ. ບໍ່ມີໃຜສະແດງຄວາມສົນໃຈໃນນັກທ່ອງທ່ຽວຍົກເວັ້ນໂລດ. ນັກທ່ອງທ່ຽວສອງຄົນນີ້ແມ່ນທູດສະຫວັນທີ່ປອມຕົວເປັນມະນຸດ. ໂລດບໍ່ຮູ້ວ່ານັກທ່ອງທ່ຽວນັ້ນແມ່ນໃຜ ແຕ່ວ່າເພິ່ນເປັນຄົນມັກຕ້ອນຮັບທຸກໆຄົນ. ໂລດຮູ້ວ່ານັກທ່ອງທ່ຽວອາດຈະບໍ່ປອດໄພຢູ່ໃນເມືອງໂຊໂດມ ເພິ່ນຈຶ່ງໄປສະເໜີຫ້ອງພັກໃຫ້ພວກເຂົາຢູ່ທີ່ບ້ານຂອງເພິ່ນ.
ໂລດຄຳນັບຢ່າງສຸພາບ ແລະ ກ່າວວ່າ: “ເຈົ້ານາຍຂອງຂ້ານ້ອຍເອີຍ! ຂໍທ່ານແວ່ເຂົ້າໄປທີ່ບ້ານຂອງຂ້ານ້ອຍກ່ອນແດ່ທ້ອນ ແລະ ນອນຄ້າງຄືນຈັກຄືນໜຶ່ງ." ເບິ່ງຄືວ່ານັກທ່ອງທ່ຽວປະຕິເສດໂດຍພວກເຂົາເວົ້າວ່າ: “ບໍ່! ເຮົາຈະຄ້າງຄືນທີ່ສີ່ແຍກຂອງເມືອງນີ້” (ປະຖົມມະການ 19:2). ພວກເຂົາຕອບເຊັ່ນນີ້ ເພາະພວກເຂົາຕ້ອງການທີ່ຈະທົດສອບຄວາມຈິງໃຈຂອງໂລດ ແລະ ໃຫ້ເບິ່ງຄືວ່າ ພວກເຂົາບໍ່ຮູ້ເຖິງໄພອັນຕະລາຍທີ່ຢູ່ໃນເມືອງ. ແຕ່ໂລດແຮງຊັກຊວນພວກເຂົາ ຈົນພວກເຂົາຍອມໄປພັກທີ່ບ້ານຂອງເພິ່ນ.
ເປັນຫຍັງ ທູດສະຫວັນໄປຢ້ຽມຢາມເມືອງໂຊໂດມ?
ໂດຍການໄປຢ້ຽມຢາມເມືອງກອ່ນ ພຣະເຈົ້າໄດ້ໃຫ້ປະຊາຊົນທີ່ອາໄສຢູ່ໃນເມືອງນັ້ນມີໂອກາດສໍາລັບການກັບໃຈໃໝ່.
ຊາວເມືອງໄດ້ເຫັນນັກທ່ອງທ່ຽວສົນທະນາກັບໂລດ ແລະ ໃນຕອນກາງຄືນ ພວກຜູ້ຊາຍຊາວເມືອງໂຊໂດມ ທັງຄົນໜຸ່ມ ແລະ ຜູ້ເຖົ້າກໍພາກັນມາເຕົ້າໂຮມອ້ອມຮອບເຮືອນຂອງໂລດ. ຊາຕານຮູ້ວ່ານັກທ່ອງທ່ຽວເປັນທູດສະຫວັນຂອງພຣະເຈົ້າ ແລະ ມັນໄດ້ດົນໃຈຄົນຊົ່ວຮ້າຍໄປຕໍ່ສູ້ກັບພວກເຂົາ. ໃນຂະນະທີ່ນັກທ່ອງທ່ຽວກໍາລັງສົນທະນາກັບໂລດຢູ່ໃນເຮືອນກ່ຽວກັບເມືອງນີ້ວ່າເປັນແນວໃດນັ້ນ ຝູງຊົນເລີ່ມໂຮຮ້ອງ ແລະ ເຍາະເຍີຍ. ພວກເຂົາຮ້ອງບອກໃຫ້ໂລດນຳນັກທ່ອງທ່ຽວອອກມາຂ້າງນອກ.
ໂລດໄດ້ອອກໄປຂ້າງນອກ ແລະ ຂໍຮ້ອງພວກເຂົາວ່າ: “ເພື່ອນເອີຍ! ເຮົາຂໍຮ້ອງຢ່າເຮັດເລື່ອງຊົ່ວຮ້າຍຢ່າງນີ້ເລີຍ” (ປະຖົມມະການ 19:7). ຝູງຊົນຫົວເຍາະເຍີຍ ແລະ ຂົ່ມຂູ່ໂລດ. ພວກເຂົາຄົງຈະຈີກໂລດເປັນຕ່ອນໆ ຖ້າຫາກໂລດບໍ່ໄດ້ຮັບການຊ່ວຍເຫຼືອໄວ້ຈາກນັກທ່ອງທ່ຽວ. ນັກທ່ອງທ່ຽວ “ໄດ້ຍື່ນມືອອກໄປດຶງຕົວຂອງໂລດເຂົ້າມາໃນບ້ານ ແລະ ປິດປະຕູໄວ້... ໃນທັນໃດນັ້ນ ນັກທ່ອງທ່ຽວກໍບັນດານໃຫ້ພວກຜູ້ຊາຍທີ່ຢູ່ຂ້າງນອກນັ້ນຕາມືດມົວ. ດັ່ງນັ້ນ ພວກເຂົາຈຶ່ງບໍ່ສາມາດເຫັນປະຕູເຮືອນ” (ປະຖົມມະການ 19:10-11).
ໃນຂະນະນັ້ນ ໂລດເຫັນວ່ານັກທ່ອງທ່ຽວເຫຼົ່ານັ້ນບໍ່ແມ່ນມະນຸດ ແຕ່ເປັນທູດສະຫວັນຂອງພຣະເຈົ້າ ແລ້ວທູດສະຫວັນທັງສອງກໍໄດ້ເປີດເຜີຍແຜນການຂອງພວກເພິ່ນໃຫ້ໂລດຮູ້ວ່າ: “ພວກເຮົາກຳລັງຈະທຳລາຍເມືອງນີ້. ອົງພຣະຜູ້ເປັນເຈົ້າໄດ້ຍິນສຽງຟ້ອງຮ້ອງຢ່າງໜັກໜ່ວງຕໍ່ສູ້ປະຊາຊົນເຫຼົ່ານີ້. ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໃຊ້ພວກເຮົາມາເພື່ອທຳລາຍເມືອງໂຊໂດມນີ້.” (ປະຖົມມະການ 19:13). ທູດສະຫວັນໄດ້ສັນຍາວ່າ ຈະປົກປ້ອງໂລດ ແລະ ສະມາຊິກຄອບຄົວຂອງເພິ່ນທັງໝົດທີ່ຈະຍອມໜີອອກໄປຈາກເມືອງຊົ່ວຮ້າຍແຫ່ງນີ້.
ຫຼັງຈາກຝູງຊົນແຍກຍ້າຍອອກໄປຈາກເຮືອນຂອງໂລດແລ້ວ ໂລດຈຶ່ງໄປເຕືອນລູກໆຂອງເພິ່ນວ່າ: “ຈົ່ງໜີອອກຈາກເມືອງນີ້ໄປໄວໆ ເພາະພຣະເຈົ້າຈະທຳລາຍເມືອງນີ້!” ແຕ່ບັນດາລູກເຂີຍຂອງໂລດໄດ້ເຍາະເຍີຍຄຳເຕືອນ ແລະ ຄິດວ່າ ຄຳເຕືອນຂອງພໍ່ເຖົ້ານີ້ເປັນຄວາມຄິດທີ່ໄຮ້ປັນຍາ. ສ່ວນລູກສາວຂອງໂລດກໍອ່ຽງໄປຕາມຜົວຂອງພວກເຂົາ ແລະ ພວກເຂົາຈະບໍ່ອອກໄປຈາກເມືອງນີ້. ພວກເຂົາມີຊັບສົມບັດຢ່າງຫຼວງຫຼາຍ ແລະ ບໍ່ເຊື່ອວ່າເມືອງໂຊໂດມທີ່ງົດງາມແຫ່ງນີ້ຈະຖືກທຳລາຍ.
ໂລດກັບມາບ້ານຢ່າງເສົ້າໃຈ ແລະ ລາຍງານໃຫ້ທູດສະຫວັນຟັງວ່າ ລູກໆຂອງເພິ່ນຈະບໍ່ໄປນຳ. ແລ້ວທູດສະຫວັນກໍສັ່ງໃຫ້ໂລດນຳພາເມຍ ແລະ ລູກສາວສອງຄົນທີ່ຍັງຢູ່ໃນບ້ານນັ້ນໃຫ້ອອກໜີໄປຈາກເມືອງນີ້. ແຕ່ດ້ວຍຄວາມທີ່ໂລດຍັງຕົກໃຈ ແລະ ໂສກເສົ້າທີ່ພວກລູກສາວ ແລະ ລູກເຂີຍປະຕິເສດຄຳເຕືອນຂອງເພິ່ນນັ້ນ ເພິ່ນຈຶ່ງຊັກຊ້າບໍ່ຍອມອອກເດີນທາງເທື່ອ. ແຕ່ທູດສະຫວັນໄດ້ຈັບມືຂອງໂລດ, ເມຍ ແລະ ລູກສາວສອງຄົນຂອງເພິ່ນ ແລ້ວນຳພາພວກເຂົາອອກໄປຈາກເມືອງໂດຍໄວ.
ໃນຂະນະທີ່ໂລດ, ເມຍ ແລະ ລູກສາວສອງຄົນຂອງເພິ່ນຢູ່ນອກເມືອງນັ້ນ ທູດສະຫວັນກໍໄດ້ກ່າວຕໍ່ພວກເຂົາວ່າ: "ຈົ່ງຟ້າວໜີເອົາຕົວລອດ! ຢ່າຫຼຽວຄືນຫຼັງ ແລະ ຢ່າຢຸດຢູ່ທີ່ຮ່ອມພູ. ຈົ່ງພາກັນແລ່ນຂຶ້ນໄປເທິງເນີນພູ ເພື່ອເອົາຊີວິດລອດ." ແລ້ວໂລດ ແລະ ຄອບຄົວຂອງເພິ່ນກໍເຮັດຕາມຄຳສັ່ງຂອງທູດສະຫວັນ.
ເມື່ອພວກເຂົາແລ່ນໜີໄປຫ່າງໄກຈາກຕົວເມືອງບໍ່ພໍເທົ່າໃດກິໂລແມັດ ດວງຕາເວັນກໍກຳລັງພວມຂຶ້ນ. ທັນໃດນັ້ນ ກໍມີສຽງຟ້າຮ້ອງຈາກທ້ອງຟ້າໂດຍທີ່ບໍ່ມີເມກ ແລະ ມີລົມພາຍຸເກີດຂຶ້ນໂດຍບໍ່ຄາດຄິດ. ແລ້ວພຣະເຈົ້າໄດ້ສົ່ງໄຟ ແລະ ມາດເໝືອນດັ່ງຫ່າຝົນຕົກລົງມາໃສ່ເມືອງໂຊໂດມ ແລະ ເມືອງໂກໂມຣາ ລວມທັງທົ່ງຮາບພຽງ. ພະຣາຊະວັງ, ວັດ, ເຮືອນທີ່ຫຼູຫຼາຕ່າງໆ, ສວນອະງຸ່ນ ແລະ ຝູງຊົນທີ່ກໍາລັງສະແຫວງຫາຄວາມສຸກນັ້ນ ທັງໝົດໄດ້ຖືກໄຟເຜົາໄໝ້ ແລະ ຄວັນໄຟກໍພຸ່ງຂຶ້ນເໝືອນເຕົາຫຼອມ. ນີ້ແຫລະ! ເປັນຈຸດຈົບຂອງສອງຕົວເມືອງໃຫຍ່ ພ້ອມທັງຄົນຊົ່ວຮ້າຍທີ່ອາໄສຢູ່ທີ່ນັ້ນ.
ຄໍາເຕືອນສໍາລັບພວກເຮົາໃນຍຸກນີ້
ພຣະເຈົ້າຍັງຄົງເຕືອນພວກເຮົາໃນມື້ນີ້ວ່າ: "ຈົ່ງລະວັງຕົວໃຫ້ດີ ຢ້ານວ່າໃຈຂອງທ່ານຈະລົ້ມໄປດ້ວຍອາການດື່ມເຫຼົ້າອະງຸ່ນ ແລະ ດ້ວຍການເມົາ ແລະ ດ້ວຍການຄິດກັງວົນເຖິງຊີວິດນີ້ ແລ້ວເວລານັ້ນຈະມາເຖິງທ່ານດັງບ່ວງແຮ້ວຢ່າງກະທັນຫັນ ເພາະວ່າມື້ນັ້ນ ຈະມາເຖິງຄົນທັງຫຼາຍທີ່ອາໄສຢູ່ເທິງແຜ່ນດິນໂລກ... ສະນັ້ນ ຈົ່ງເຝົ້າຢູ່ທຸກເວລາ; ຈົ່ງອະທິຖານ ເພື່ອທ່ານທັງຫຼາຍຈະມີກຳລັງທີ່ຈະພົ້ນຈາກເຫດການທັງປ່ວງທີ່ໃກ້ຈະເກີດຂຶ້ນມານັ້ນ ແລະ ເພື່ອທ່ານຈະສາມາດຢືນຢູ່ຕໍ່ໜ້າບຸດມະນຸດໄດ້” (ລູກາ 21:34-36).
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 19:1-29.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 158-167} ຂຽນໂດຍ ທ່ານນາງເອເລັນ ຈີ. ໄວທ.
ຜົນກະທົບຈາກຄວາມຊົ່ວຮ້າຍຂອງເມືອງໂຊໂດມ
"ກ່ອນທີ່ພຣະເຈົ້າຈະທຳລາຍເມືອງໂຊໂດມ ແລະເມືອງໂກໂມຣາ ທົ່ງຮາບພຽງນີ້ອຸດົມສົມບູນຫຼາຍ" (ປະຖົມການ 13:10). ແຕ່ຄວາມອຸດົມສົມບູນທີ່ມີຢູ່ທົ່ວໄປໄດ້ເຮັດໃຫ້ພວກທີ່ອາໄສຢູ່ໃນເມືອງມີຈິດໃຈຍິ່ງຈອງຫອງ ແລະໃຊ້ຊີວິດຢ່າງຟຸ່ມເຟືອຍ. ຍ້ອນຄວາມຮັ່ງມີຈຶ່ງເຮັດໃຫ້ພວກເຂົາຮັກຄວາມມ່ວນຊື່ນຫຼາຍ ຈົນປ່ອຍຕົວ ແລະຈິດໃຈເຮັດຕາມກິເລດຕັນຫາຊົ່ວຮ້າຍທຸກຮູບແບບ. ເມືອງໂຊໂດມ ແລະເມືອງໂກໂມຣາຈຶ່ງເຕັມໄປດ້ວຍຄວາມຊົ່ວຮ້າຍເຖິງຂັ້ນພຣະເຈົ້າຕ້ອງໄດ້ທຳລາຍ.
ການເລືອກຂອງໂລດທີ່ໄປອາໄສຢູ່ໃນເມືອງໂຊໂດມ ຍ້ອນຄວາມສະດວກສະບາຍ ແລະການຄ້າຂາຍເບິ່ງຄືວ່າດີໃນເວລານັ້ນ ແຕ່ມັນໄດ້ນຳພາໃຫ້ຄອບຄົວຂອງເພິ່ນໄປສ່ຽງພົບກັບອິດທິພົນຂອງຄວາມຊົ່ວຮ້າຍໃນເມືອງໂຊໂດມ. ເຖິງແມ່ນວ່າ ໂລດຕັ້ງໃຈໄວ້ວ່າຈະລະວັງຕົວໃຫ້ຢູ່ຫ່າງໄກຈາກຄວາມຊົ່ວຮ້າຍ ແລະສັ່ງສອນຄອບຄົວຂອງເພິ່ນໃຫ້ຢູ່ໃນທາງຂອງພຣະເຈົ້າ ແຕ່ວ່າອິດທິພົນຂອງຄວາມຊົ່ວຮ້າຍທີ່ຢູ່ອ້ອມຮອບຄອບຄົວຂອງເພິ່ນນັ້ນ ມັນໄດ້ສົ່ງຜົນກະທົບຕໍ່ຄວາມເຊື່ອຂອງເພິ່ນລວມທັງຄອບຄົວຂອງເພິ່ນດ້ວຍ.
ໃນຂະນະທີ່ຄອບຄົວຂອງໂລດພາກັນແລ່ນໜີອອກໄປຈາກເມືອງໂຊໂດມນັ້ນ ເມຍຂອງໂລດກໍຮູ້ສຶກບໍ່ພໍໃຈໃນການລົງໂທດຂອງພຣະເຈົ້າ ນາງຄິດວ່າມັນບໍ່ຍຸຕິທຳທີ່ຊັບສົມບັດເຊິ່ງທ້ອນໂຮມມາຕະຫຼອດຊີວິດ ແລະພວກລູກຂອງນາງທີ່ຍັງຢູ່ໃນເມືອງໂຊໂດມນັ້ນຕ້ອງຖືກທຳລາຍ. ເມຍຂອງໂລດເປັນຫ່ວງນຳຊັບສົມບັດ ແລະຍັງມີໃຈປາຖະໜາຢາກກັບໄປໃຊ້ຊີວິດຢູ່ໃນເມືອງໂຊໂດມ. ສະນັ້ນ ນາງຈຶ່ງບໍ່ເຊື່ອຟັງຄຳສັ່ງຂອງທູດສະຫວັນທີ່ໄດ້ສັ່ງໄວ້ວ່າ: "ຈົ່ງຟ້າວໜີເອົາຕົວລອດ! ຢ່າຫຼຽວຄືນຫຼັງ..." ໃນລະຫວ່າງທີ່ນາງກຳລັງແລ່ນໜີອອກໄປຈາກເມືອງໂຊໂດມນັ້ນ ນາງກໍໄດ້ຫຼຽວຄືນຫຼັງ ແລະທັນໃດນັ້ນນາງກໍກາຍເປັນເສົາເກືອ. ເຖິງແມ່ນວ່າ ພຣະເຈົ້າຈະຊ່ວຍເມຍຂອງໂລດອອກໄປຈາກເມືອງໂຊໂດມໄດ້ກໍຕາມ ແຕ່ຈິດໃຈຂອງນາງກໍຍັງຢູ່ທີ່ເມືອງໂຊໂດມ. ສະນັ້ນ ພຣະເຈົ້າຈຶ່ງປ່ອຍນາງໄວ້ໃຫ້ຖືກທຳລາຍໄປພ້ອມກັບເມືອງໂຊໂດມ. ການທີ່ນາງບໍ່ເຊື່ອຟັງ ແລະບໍ່ພໍໃຈໃນພຣະເຈົ້ານີ້ກໍໄດ້ສະແດງໃຫ້ເຫັນວ່າ ນາງບໍ່ສົມຄວນມີຊີວິດຢູ່ຕໍ່ໄປ ເພາະນາງບໍ່ໄດ້ສຳນຶກເຖິງພຣະຄຸນຂອງພຣະເຈົ້າ. ປະສົບການຂອງນາງໄດ້ສະແດງໃຫ້ເຫັນວ່າ “ການຮັກເງິນຄຳເປັນເຄົ້າມູນຂອງຄວາມຊົ່ວທຸກຢ່າງ ແລະເພາະຄວາມໂລບນີ້ແຫລະ ຈຶ່ງຊັກຈູງບາງຄົນໃຫ້ຫຼົງໄປຈາກຄວາມເຊື່ອ..." (1 ຕີໂມທີ 6:10).
ໂລດ ແລະລູກສາວສອງຄົນຂອງເພິ່ນໄດ້ໄປອາໄສຢູ່ໃນຖ້ຳທີ່ອ້ອມຮອບດ້ວຍພູເຂົາ. ພວກເຂົາຢູ່ຕາມລຳພັງ ແລະເປັນທີ່ກຽດຊັງຂອງຜູ້ຄົນ. ພວກລູກສາວຂອງໂລດໄດ້ເຮັດຄວາມຊົ່ວຢ່າງຮ້າຍແຮງຢູ່ໃນຖ້ຳ ເຊິ່ງເປັນຜົນມາຈາກການທີ່ພວກນາງໄດ້ນຳເອົາຄວາມບາບຂອງເມືອງໂຊໂດມຕິດຕົວມານຳ. ເຖິງແມ່ນວ່າ ພວກນາງຈະລອດຊີວິດຈາກໄພພິບັດໃນເມືອງໂຊໂດມກໍຕາມ ແຕ່ພວກນາງກໍບໍ່ໄດ້ປະຖິ້ມຄວາມບາບຂອງເມືອງໂຊໂດນນັ້ນ. ເນື່ອງຈາກວ່າ ພວກນາງໄປຄົບຫາສະມາຄົມກັບຄົນຊົ່ວຮ້າຍ ແລະຄົນທີ່ຂາບໄຫວ້ຮູບປັ້ນທີ່ຢູ່ໃນເມືອງໂຊໂດມ ທາງດ້ານສິນລະທຳຂອງພວກນາງຈຶ່ງເສື່ອມໂຊມລົງ ແລະຄວາມອະທຳໄດ້ຝັງຢູ່ໃນອຸປະນິໄສຂອງພວກນາງ ຈົນພວກນາງບໍ່ສາມາດໃຈ້ແຍກລະຫວ່າງຄວາມດີ ແລະຄວາມຊົ່ວໄດ້.
“ພຣະເຈົ້າໄດ້ລົງໂທດເມືອງໂຊໂດມ ແລະເມືອງໂກໂມຣາໃຫ້ເປັນເຖົ່າ ໂດຍທຳລາຍໃຫ້ຈິບຫາຍດ້ວຍໄຟ ເພື່ອເປັນຕົວຢ່າງແກ່ຄົນບໍ່ນັບຖືພຣະເຈົ້າໃນຂັ້ນຕໍ່ໄປ. ແລະໄດ້ຊົງໂຜດເອົາໂລດຜູ້ຊອບທຳນັ້ນໃຫ້ພົ້ນ ຄືຜູ້ມີຄວາມທຸກໃຈຫຼາຍ ຍ້ອນກິຣິຍາທີ່ຂາດສິນທຳຂອງຄົນຊົ່ວເຫຼົ່ານັ້ນ. ເພາະເມື່ອຄົນຊອບທຳຜູ້ນີ້ຢູ່ໃນໝູ່ຄົນຊົ່ວນັ້ນ ການອະທຳຂອງພວກເຂົາທີ່ເພິ່ນໄດ້ເຫັນ ແລະໄດ້ຍິນ ກໍເຮັດໃຫ້ຈິດໃຈທີ່ຊອບທຳຂອງເພິ່ນເປັນທຸກລຳບາກທຸກໆວັນ. ດັ່ງນັ້ນ ພຣະເຈົ້າຈຶ່ງຮູ້ຈັກວິທີທີ່ຈະໂຜດເອົາຄົນທີ່ຊອບທຳ ເພື່ອໃຫ້ພົ້ນຈາກການທົດລອງ ແລະຮູ້ຈັກວິທີຮັກສາຄົນຊົ່ວໄວ້ ເພື່ອໃຫ້ຢູ່ໃຕ້ການລົງໂທດໃນວັນພິພາກສາ” (2 ເປໂຕ 2:6-9).
ຄວາມສຳຄັນຂອງການໃຊ້ຊີວິດຢູ່ໃນຕົວເມືອງ
ປັດຈຸບັນ ຫຼາຍຄົນຍັງຄົງເຮັດຜິດພາດຄືກັນກັບໂລດ. ພວກເຂົາເຂົ້າມາຢູ່ໃນເມືອງເພື່ອມີວຽກທີ່ດີ, ມີການສຶກສາທີ່ດີຂຶ້ນ ແລະມີຄວາມສະດວກໃນການດຳລົງຊີວິດ. ພວກເຂົາຄິດເຖິງຜົນປະໂຫຍດສິນຄ້າຂອງໂລກທີ່ພວກເຂົາຈະໄດ້ຮັບ. ພວກເຂົາລືມຜົນກະທົບຂອງອິດທິພົນທີ່ຊົ່ວຮ້າຍທີ່ຢູ່ໃນເມືອງນັ້ນ ເຊິ່ງຈະມີຕໍ່ຄອບຄົວຂອງພວກເຂົາທາງດ້ານສິນລະທຳ ແລະສັງຄົມ. ຢູ່ໃນເມືອງ ພວກເດັກນ້ອຍຈະຖືກອ້ອມຮອບດ້ວຍການລໍ້ລວງຢ່າງຫຼວງຫຼາຍກວ່າຢູ່ໃນຊົນນະບົດ. ຢູ່ໃນເມືອງ ພວກເຂົາມີເວລາ ແລະມີໂອກາດຫຼາຍກວ່າທີ່ຈະເຂົ້າຮ່ວມກັບຄົນທີ່ບໍ່ໄດ້ເຊື່ອພຣະເຈົ້າ. ສະພາບແວດລ້ອມທີ່ຢູ່ອ້ອມຮອບພວກເຂົາແມ່ນເຕັມໄປດ້ວຍຄວາມອະທຳ, ຄົນທີ່ບໍ່ເຊື່ອ ແລະບໍ່ສົນໃຈໃນສາສະໜາ. ອີກບໍ່ດົນ ອິດທິພົນເຫຼົ່ານີ້ຈະມີຜົນກະທົບຫຼາຍກວ່າອິດທິພົນທີ່ໄດ້ຮັບຢູ່ໃນຄອບຄົວ ແລະໃນໂບດ. ພວກເດັກນ້ອຍທີ່ບໍ່ຮູ້ຈັກຫຍັງຈະໄປຕາມທາງທີ່ຊາຕານໄດ້ຈັດຕຽມໄວ້ ເພື່ອດັກຈັບພວກເຂົາ.
ການເລືອກທີ່ຢູ່ອາໄສໃນຊົນນະບົດ
ໃນການເລືອກທີ່ຢູ່ອາໄສໃນຊົນນະບົດ, ພຣະເຈົ້າປະສົງໃຫ້ພວກເຮົາພິຈາລະນາເຖິງອິດທິພົນທີ່ຢູ່ອ້ອມຮອບບ່ອນຢູ່ອາໄສຂອງພວກເຮົາ. ຖ້າເປັນໄປໄດ້ເຮືອນຂອງພວກເຮົາຄວນຢູ່ຫ່າງໄກໃຫ້ຫຼາຍທີ່ສຸດຈາກເຮືອນຂອງຜູ້ທີ່ບໍ່ໄດ້ເຊື່ອພຣະເຈົ້າ. ພວກເຮົາຄວນສົ່ງເສີມລູກຫຼານຂອງພວກເຮົາໃຫ້ຢູ່ທີ່ເຮືອນ ເພື່ອພວກເຂົາຈະໄດ້ຫ່າງໄກຈາກອິດທິພົນທີ່ຊົ່ວຮ້າຍ... ຖ້າພວກເຮົາພະຍາຍາມໃຫ້ລູກຂອງພວກເຮົາຫ່າງໄກຈາກສິ່ງທີ່ຊົ່ວຮ້າຍໄດ້ ພຣະເຈົ້າກໍຈະອວຍພອນໃຫ້ແກ່ຄວາມພະຍາຍາມຂອງພວກເຮົາ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 19:26-38.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) ຫນ້າ 168, 169 ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ການເກີດຂອງອີຊາກ
ພຣະເຈົ້າໄດ້ອວຍພອນນາງຊາຣາໃຫ້ມີລູກຕາມທີ່ພຣະອົງໄດ້ສັນຍາໄວ້ກັບອັບຣາຮາມ. ນາງຊາຣາໄດ້ຕັ້ງທ້ອງ ແລະ ເກີດລູກຊາຍຄົນໜຶ່ງ. ອັບຣາຮາມໄດ້ໃສ່ຊື່ໃຫ້ລູກຊາຍວ່າ “ອີຊາກ.” ການເກີດຂອງອີຊາກໄດ້ເຮັດໃຫ້ອັບຣາຮາມ ແລະ ຊາຣາມີຄວາມຊົມຊື່ນຍິນດີຈາກການທີ່ໄດ້ລໍຄອຍມາເປັນເວລາດົນນານຕະຫຼອດຊີວິດ. ອັບຣາຮາມກໍໄດ້ຈັດງານສະຫຼອງຢ່າງຍິ່ງໃຫຍ່ໃຫ້ແກ່ການເກີດລູກຊາຍຂອງເພິ່ນ.
ແຕ່ສຳລັບນາງຮາກາແລ້ວ ການເກີດຂອງອີຊາກນີ້ໄດ້ຢຸດສິ່ງທີ່ນາງໄດ້ໄຝ່ຝັນໄວ້ມາຕະຫຼອດ. ສ່ວນອິດສະມາເອນລູກຊາຍຂອງນາງຮາກາເບິ່ງຄືວ່າຈະເປັນຜູ້ສືບທອດມໍລະດົກຂອງອັບຣາຮາມ ແຕ່ຕອນນີ້ ລາວບໍ່ໄດ້ຮັບຄວາມສຳຄັນຄືດັ່ງແຕ່ກ່ອນ. ຍ້ອນຄວາມຜິດຫວັງ ທັງສອງແມ່ລູກຈຶ່ງພາກັນກຽດຊັງອີຊາກລູກຊາຍຂອງນາງຊາຣາ ແລະ ເມື່ອເຫັນທຸກຄົນຊົນຊື່ນຍິນດີກັບການເກີດຂອງອີກຊາກ ກໍຍິ່ງເຮັດໃຫ້ສອງແມ່ລູກຄູ່ນີ້ເກີດຄວາມອິດສາຫຼາຍຂຶ້ນ.
ອິດສະມາເອນເຍາະເຍີ້ຍອີຊາກຢູ່ເລື້ອຍໆ ເມື່ອນາງຊາຣາເຫັນວ່າ ການປະພືດຂອງອິດສະມາເອນທີ່ມີຕໍ່ອີຊາກນັ້ນເຮັດໃຫ້ເກີດຄວາມບໍ່ສະຫງົບຢູ່ໃນເຮືອນ. ສະນັ້ນ ນາງຊາຣາຈຶ່ງຂໍຮ້ອງອັບຣາຮາມໃຫ້ຂັບໄລ່ນາງຮາກາ ແລະ ອິດສະມາເອນອອກໄປຈາກເຮືອນ ແຕ່ອັບຣາຮາມກໍຮັກນາງຮາກາ ແລະ ອິດສະມາເອນເຊັ່ນກັນ ເພິ່ນຈຶ່ງທຸກໃຈຫຼາຍ ແລະ ບໍ່ຮູ້ວ່າ ຈະເຮັດແນວໃດ. ໃນຂະນະທີ່ຈິດໃຈວຸ່ນວາຍຢູ່ນັ້ນ ອັບຣາຮາມກໍໄດ້ອະທິຖານຫາພຣະເຈົ້າເພື່ອຈະໄດ້ຮູ້ວ່າ ເພິ່ນຄວນເຮັດແນວໃດດີ. ແລ້ວພຣະເຈົ້າກໍໄດ້ບອກອັບຣາຮາມໃຫ້ເຮັດຕາມທີ່ນາງຊາຣາຕ້ອງການ. ພຣະເຈົ້າຍັງບອກໃຫ້ອັບຣາຮາມຮູ້ວ່າ ເຖິງແມ່ນວ່າ ອິດສະມາເອນຈະອອກໄປຈາກບ້ານຂອງພໍ່ ແຕ່ພຣະເຈົ້າຈະບໍ່ປະຖິ້ມອິດສະມາເອນ ແລະ ຈະອວຍພອນໃຫ້ລາວກາຍເປັນຊົນຊາດໃຫຍ່. ແລ້ວອັບຣາຮາມກໍໄດ້ປະຕິບັດຕາມຄຳສັ່ງຂອງພຣະເຈົ້າ ເຖິງແມ່ນວ່າ ເພິ່ນຈະມີຄວາມເຈັບປວດໃຈ ແລະ ມີຄວາມທຸກໃຈໃນຂະນະທີ່ສົ່ງນາງຮາກາ ແລະ ອິດສະມາເອນອອກໄປຈາກເຮືອນ.
ການແຕ່ງງານ
ພຣະເຈົ້າມີຈຸດປະສົງໃຫ້ການແຕ່ງງານລະຫວ່າງຜົວ ແລະ ເມຍໃຫ້ໝັ້ນຄົງຖາວອນ. ພວກເຂົາຈະຕ້ອງບໍ່ມີຄວາມສຳພັນກັບຊາຍ ຫຼືຍິງຄົນອື່ນໆ. ຖ້າຜົວ ຫຼືເມຍລະເມີດຄຳໝັ້ນສັນຍາຕໍ່ກັນແລະ ກັນໂດຍແຍກຕົວໄປຫາຄູ່ສົມຣົດຄົນອື່ນ ຄອບຄົວຈະມີຄວາມໂສກເສົ້າ ແລະ ຜົນຂອງການແຍກທາງກັນນັ້ນກໍຄື ຫົວໃຈທີ່ແຕກສະລາຍ, ມີຄວາມອິດສາ ແລະ ມີຄວາມບໍ່ພໍໃຈກັນ. ພຣະເຈົ້າຢາກໃຫ້ຄອບຄົວຂອງພວກເຮົາມີຄວາມສຸກ. ສະນັ້ນ ພຣະອົງຈຶ່ງໄດ້ປະທານພຣະບັນຍັດໃຫ້ພວກເຮົາຄື "ຢ່າຫຼິ້ນຊູ້ສູ່ຜົວເມຍຄົນອື່ນ" (ອົບພະຍົບ 20:14). ຄຳສັ່ງທີ່ພຣະເຈົ້າໄດ້ໃຫ້ອັບຣາຮາມໃນເລື່ອງນີ້ ແມ່ນກ່ຽວກັບຄວາມສັກສິດຂອງຊີວິດການແຕ່ງງານ ເຊິ່ງເປັນບົດຮຽນໃຫ້ແກ່ຄົນທຸກຍຸກທຸກສະໄໝ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 21:1-21.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 145-147} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການທົດສອບຄວາມເຊື່ອ
ຫຼາຍປີຜ່ານໄປ ເມື່ອອີຊາກໃຫຍ່ຂຶ້ນເປັນບ່າວແລ້ວ ພຣະເຈົ້າກໍໄດ້ປາກົດແກ່ອັບຣາຮາມ ແລະ ກ່າວວ່າ: “ອັບຣາຮາມເອີຍ! ຈົ່ງເອົາລູກຊາຍຜູ້ດຽວທີ່ເຈົ້າຮັກຫຼາຍນັ້ນໄປທີ່ພູເຂົາໂມລິຢາ... ໃຫ້ເຈົ້າເຜົາລາວຖວາຍເປັນເຄື່ອງບູຊາໃຫ້ແກ່ເຮົາທີ່ນັ້ນ.”
ພໍອັບຣາຮາມໄດ້ຍິນແນວນັ້ນ ເພິ່ນກໍຮູ້ສຶກເສຍໃຈຫຼາຍ ແລະ ທໍລະມານໃຈທີ່ສຸດທີ່ໄດ້ຮັບຄຳສັ່ງໃຫ້ເອົາລູກຊາຍຂອງເພິ່ນເປັນເຄື່ອງບູຊາເຜົາຖວາຍໃຫ້ພຣະເຈົ້າ. ອັບຣາຮາມຄິດວ່າ ເລື່ອງນີ້ມັນເປັນເລື່ອງທີ່ເປັນໄປບໍ່ໄດ້ເລີຍ.
ອັບຣາຮາມໄດ້ຍ່າງອອກໄປຂ້າງນອກເຕັນ ແລະ ຫຼຽວເບິ່ງທ້ອງຟ້າທີ່ປອດໂປ່ງ ແລະ ມິດງຽບ. ເພິ່ນຄິດເຖິງພຣະສັນຍາທີ່ໄດ້ຮັບຈາກພຣະເຈົ້າຄັ້ງທຳອິດທີ່ບອກວ່າ: “ເຈົ້າຈະມີເຊື່ອສາຍຫຼວງຫຼາຍເໝືອນດັ່ງດວງດາວເຫຼົ່ານີ້...” ແລະ ເພິ່ນຄິດອີກວ່າ: “ຖ້າພຣະສັນຍານີ້ຈະສຳເລັດໂດຍທາງອີຊາກແລ້ວ. ເປັນຫຍັງ ຈຶ່ງຕ້ອງຂ້າອີຊາກ? ເປັນຫຍັງ ພຣະເຈົ້າຈຶ່ງຕ້ອງໃຫ້ເຮົາເຮັດເຊັ່ນນີ້?” ອັບຣາຮາມກົ້ມໜ້າລົງພື້ນດິນ ແລະ ອະທິຖານດ້ວຍຄວາມຈິງຈັງຢ່າງທີ່ບໍ່ເຄີຍອະທິຖານມາກ່ອນ ເພື່ອຂໍໝາຍສຳຄັນຢືນຢັນວ່າ ຄຳສັ່ງໃຫ້ຖວາຍລູກຊາຍຂອງຕົນນັ້ນ ແມ່ນມາຈາກຄຳສັ່ງຂອງພຣະເຈົ້າແທ້ຫຼືບໍ່. ແຕ່ຫຼັງຈາກທີ່ອັບຣາຮາມອະທິຖານແລ້ວ ເພິ່ນກໍບໍ່ໄດ້ຮັບໝາຍສຳຄັນປະການໃດເລີຍ ແຕ່ສຽງຂອງພຣະເຈົ້າທີ່ໄດ້ສັ່ງໃຫ້ເພິ່ນຖວາຍອີຊາກນັ້ນ ກໍຍັງດັງກ້ອງກັງວານຢູ່ໃນຫູຂອງເພິ່ນຕະຫຼອດ.
ຈາກນັ້ນ ອັບຣາຮາມໄດ້ເຂົ້າໄປຍັງຫ້ອງນອນຂອງອີຊາກ ແລະ ເຫັນອີຊາກກຳລັງນອນຫຼັບຢູ່ ຜູ້ເປັນພໍ່ໄດ້ແນມເບິ່ງໃບໜ້າລູກຊາຍຜູ້ດຽວທີ່ເພິ່ນຮັກຫຼາຍ ແລ້ວເພິ່ນກໍປິ່ນໜ້າຍ່າງອອກຈາກຫ້ອງໄປດ້ວຍຄວາມສັ່ນສະທ້ານຢ້ານ ແລະ ເປັນທຸກ. ອັບຣາຮາມໄດ້ໄປຢືນຢູ່ຂ້າງໆເມຍຂອງເພິ່ນທີ່ກຳລັງນອນຫຼັບຢູ່ເຊັ່ນກັນ ເພິ່ນປາຖະໜາຢາກຈະເລົ່າເລື່ອງນີ້ ເຊິ່ງມັນເປັນພາລະໜັກທີ່ຢູ່ໃນໃຈໃຫ້ເມຍຂອງເພິ່ນຟັງ ແຕ່ເພິ່ນກໍຢ້ານວ່າ ເມຍຈະຂັດຂວາງ ເພາະຊີວິດຂອງນາງຊາຣາຜູກພັນກັບລູກຊາຍຫຼາຍ ແລະ ດ້ວຍຄວາມຮັກຂອງຜູ້ເປັນແມ່ກໍຄົງຈະບໍ່ຍອມໃຫ້ມີການຖວາຍລູກເປັນເຄື່ອງບູຊາ. ໃນທີ່ສຸດ ອັບຣາຮາມຈຶ່ງໄດ້ຕັດສິນໃຈວ່າ ຈະເຊື່ອຟັງຄຳສັ່ງຂອງພຣະເຈົ້າຢ່າງຄົບຖ້ວນໂດຍ "ເພິ່ນເຊື່ອວ່າ ພຣະເຈົ້າຊົງສາມາດເຮັດໃຫ້ອີຊາກຟື້ນຄືນມາຈາກຄວາມຕາຍໄດ້." (ເຮັບເຣີ 11:19).
ພໍໃກ້ຈະຮຸ່ງເຊົ້າ ອັບຣາຮາມກໍໄປປຸກອີຊາກ ແລະ ບອກວ່າ: “ພຣະເຈົ້າສັ່ງໃຫ້ພວກເຮົາໄປຖວາຍເຄື່ອງບູຊາເທິງພູເຂົາທີ່ຢູ່ທາງທິດໃຕ້.” ແລ້ວພໍ່ກັບລູກກໍກຽມເອົາຟືນ ແລະ ເຄື່ອງຕ່າງໆໃສ່ເທິງຫຼັງໂຕລາ ແລ້ວພວກເຂົາກໍອອກເດີນທາງໄປບ່ອນທີ່ພຣະເຈົ້າໄດ້ບອກ ພ້ອມກັບຄົນຮັບໃຊ້ສອງຄົນ. ຊ່ວງເວລາທີ່ເດີນທາງໄປນັ້ນ ແຕ່ລະຄືນອັບຣາຮາມກໍໄດ້ຖ່ອມຕົວອະທິຖານຢ່າງເປັນທຸກໃຈເພື່ອຂໍເຄື່ອງໝາຍຢືນຢັນວ່າ ຄຳສັ່ງຂອງພຣະເຈົ້ານັ້ນແມ່ນແທ້ຫຼືບໍ່. ແລ້ວການອະທິຖານຂອງອັບຣາຮາມນັ້ນກໍຍັງບໍ່ມີຄໍາຕອບປະການໃດນອກຈາກສຽງຂອງພຣະເຈົ້າທີ່ສັ່ງໃຫ້ຖວາຍອີຊາກນັ້ນຍັງດັງກ້ອງກັງວານຢູ່ໃນຫູຂອງເພິ່ນຕະຫຼອດ.
ແຜນການຂອງຊາຕານ
ຊາຕານຄອຍຢູ່ໃກ້ອັບຣາຮາມພ້ອມທີ່ຈະໃສ່ຄວາມຄິດໃຫ້ວ່າ ທ່ານກຳລັງຖືກຫຼອກ ເພາະພຣະບັນຍັດຂອງພຣະເຈົ້າໄດ້ສັ່ງຫ້າມໄວ້ວ່າ “ຢ່າຂ້າຄົນ” ແລະ ພຣະເຈົ້າຄົງບໍ່ຕອ້ງການໃຫ້ເຮັດໃນສິ່ງທີ່ພຣະອົງໄດ້ຫ້າມໄວ້.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 22:1-19; ໂຢຮັນ 3:16.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 147-155} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການເຜົາອີຊາກຖວາຍເປັນເຄື່ອງບູຊາໃຫ້ແກ່ພຣະເຈົ້າ
ພວກເຂົາເດີນທາງມາເຖິງພູເຂົາໂມລິຢາເປັນເວລາສາມວັນ. ອັບຣາຮາມແນມເບິ່ງທາງທິດເໜືອ ແລະ ເຫັນເຄື່ອງໝາຍທີ່ຊົງສັນຍາໄວ້ຄື ເມກທີ່ມີແສງແຈ້ງສະຫວ່າງເຫຼື້ອມສົດໃສອ້ອມຮອບຍອດພູເຂົາໂມລິຢາ. ຫົວໃຈຂອງອັບຣາຮາມເຖິງກັບຊຸດລົງ ແລ້ວເພິ່ນຈຶ່ງແນ່ໃຈວ່າ ສຽງຄຳສັ່ງນັ້ນແມ່ນມາຈາກສະຫວັນ.
ແລ້ວອັບຣາຮາມຫຼຽວຫຼັງຫາຄົນໃຊ້ ແລະ ບອກພວກເຂົາວ່າ: “ພວກເຈົ້າຈົ່ງຖ້າຢູ່ທີ່ນີ້ ຂ້ອຍ ແລະ ລູກຊາຍຂອງຂ້ອຍຈະໄປນະມັດສະການພຣະເຈົ້າຢູ່ເທິງພູ.”
ພວກເຂົາໄດ້ເອົາສິ່ງຂອງສຳລັບເຄື່ອງຖວາຍບູຊາອອກຈາກຫຼັງໂຕລາ. ອີຊາກແບກຟືນ. ສ່ວນອັບຣາຮາມຖືມີດກັບຖ່ານໄຟທີ່ພວມລຸກຢູ່. ແລ້ວພໍ່ກັບລູກກໍຂຶ້ນໄປເທິງພູ.ໃນຂະນະທີ່ພວກເຂົາກຳລັງຂຶ້ນໄປເທິງພູ ອີຊາກໄດ້ສັງເກດເຫັນວ່າ ພວກເຂົາບໍ່ໄດ້ມີທຸກສິ່ງສໍາລັບການຖວາຍ. ສະນັ້ນ ລາວຈຶ່ງໄດ້ຖາມພໍ່ຂອງລາວວ່າ: “ພໍ່ເອີຍ! ຟືນກັບຖານໄຟກໍມີແລ້ວ ແຕ່ລູກແກະທີ່ຈະເຜົາບູຊານັ້ນຢູ່ໃສ?”
ອັບຣາຮາມຕອບວ່າ: “ພຣະເຈົ້າຈະຈັດຫາໃຫ້ເອງ.”
ເມື່ອພວກເຂົາມາຮອດບ່ອນທີ່ຈະເຮັດພິທີຖວາຍບູຊາໃຫ້ພຣະເຈົ້າ. ອັບຣາຮາມ ແລະ ອີຊາກກໍໄດ້ຊ່ອຍກັນສ້າງແທ່ນບູຊາຂຶ້ນ ແລະ ວາງຟືນໄວ້ເທິງແທ່ນບູຊາ. ເມື່ອສຳເລັດແລ້ວ ອັບຣາຮາມກໍໄດ້ບອກຄຳສັ່ງຂອງພຣະເຈົ້າໃຫ້ອີຊາກຟັງດ້ວຍສຽງທີ່ສະເທືອນໃຈ. ອີຊາກຕົກໃຈເມື່ອຮູ້ວ່າ ຕົນເອງເປັນເຄື່ອງຖວາຍໃຫ້ແກ່ພຣະເຈົ້າ ແຕ່ອີຊາກບໍ່ໄດ້ຂັດຂືນ ຫຼືແລ່ນໜີໄປຈາກທີ່ນັ້ນ. ລາວຮູ້ສຶກເປັນກຽດທີ່ໄດ້ຖືກເອີ້ນໃຫ້ຍິນຍອມຖວາຍຊີວິດເພື່ອເປັນເຄື່ອງບູຊາໃຫ້ພຣະເຈົ້າ ເພາະລາວເຂົ້າໃຈຄວາມຮູ້ສຶກຂອງພໍ່ ແລະ ກໍມີຄວາມເຊື່ອເຊັ່ນດຽວກັນ. ອີຊາກພະຍາຍາມປອບໃຈພໍ່ ແລະ ບອກໃຫ້ພໍ່ມາມັດຕົວລາວໄວ້ ແລະ ເອົາລາວວາງໄວ້ເທິງກອງຟືນທີ່ແທ່ນບູຊາເພື່ອທີ່ຈະເຜົາຖວາຍໃຫ້ພຣະເຈົ້າ.
ແລ້ວອັບຣາຮາມກໍໄດ້ມັດລູກຊາຍຂອງເພິ່ນ ແລະ ເພິ່ນໄດ້ກອດລູກຊາຍເປັນຄັ້ງສຸດທ້າຍພ້ອມກັບອຳລາຈາກກັນດ້ວຍການຮ້ອງໄຫ້ນ້ຳຕາໄຫຼຢ່າງບໍ່ຂາດສາຍ. ແລ້ວອັບຣາຮາມກໍໄດ້ຈັບມີດຍົກຂຶ້ນມາເພື່ອກຽມພ້ອມທີ່ຈະລົງມືຂ້າອີຊາກ.
ແຕ່ໃນທັນໃດນັ້ນ ພຣະເຈົ້າໄດ້ເອີ້ນອັບຣາຮາມຈາກສະຫວັນວ່າ: “ອັບຣາຮາມ! ອັບຣາຮາມເອີຍ!”
ອັບຣາຮາມຕອບວ່າ: “ເຈົ້າ! ຂ້ານ້ອຍກຳລັງຟັງຢູ່”
ພຣະເຈົ້າໄດ້ກ່າວຕໍ່ອັບຣາຮາມວ່າ: “ອັບຣາຮາມເອີຍ! ຢ່າທຳຮ້າຍ ຫຼືເຮັດຫຍັງໃຫ້ຊາຍຄົນນີ້. ບັດນີ້ ເຮົາຮູ້ແລ້ວວ່າ ເຈົ້າເຊື່ອຟັງ ແລະ ຢຳເກງພຣະເຈົ້າຢູ່ສະເໝີ. ດ້ວຍວ່າ ເຈົ້າບໍ່ໄດ້ຫວງລູກຊາຍຂອງເຈົ້າ ແຕ່ຍອມຖວາຍລູກຊາຍຄົນດຽວຂອງເຈົ້າໃຫ້ແກ່ເຮົາ.”
ອັບຣາຮາມກອດລູກຊາຍຂອງເພິ່ນພ້ອມທັງຂອບພຣະຄຸນພຣະເຈົ້າດ້ວຍໃຈທີ່ຊົມຊື່ນຍິນດີ. ແລ້ວເພິ່ນໄດ້ຫຼຽວເຫັນແກະໂຕໜຶ່ງເຂົາຂອງມັນຕິດຄາຢູ່ພຸ່ມໄມ້ ເພິ່ນຈຶ່ງເອົາແກະໂຕນັ້ນມາຖວາຍໃຫ້ພຣະເຈົ້າແທນລູກຊາຍຂອງເພິ່ນ.
ພຣະເຈົ້າໄດ້ກ່າວຕໍ່ອັບຣາຮາມອີກວ່າ: “ເຮົາຈະອວຍພອນເຈົ້າຢ່າງຫຼວງຫຼາຍ ເພາະເຈົ້າໄດ້ເຮັດຕາມສິ່ງທີ່ເຮົາບອກ ແລະ ບໍ່ໄດ້ຫວງລູກຊາຍຄົນດຽວຂອງເຈົ້າເອົາໄວ້. ເຮົາຈະອວຍພອນເຈົ້າຢ່າງແນ່ນອນ ແລະ ຈະເຮັດໃຫ້ເຊື້ອສາຍຂອງເຈົ້າມີຢ່າງຫຼວງຫຼາຍເໝືອນດັ່ງດວງດາວໃນທ້ອງຟ້າ ແລະ ເໝືອນດັ່ງເມັດດິນຊາຍທີ່ແຄມທະເລ. ເຊື້ອສາຍຂອງເຈົ້າຈະປົກຄອງເມືອງຕ່າງໆຂອງເຫຼົ່າສັດຕູຂອງພວກເຂົາ. ທຸກໆປະເທດຊາດທົ່ວໂລກຈະໄດ້ຮັບພະພອນຜ່ານທາງເຊື້ອສາຍຂອງເຈົ້າ ເຮົາຈະເຮັດສິ່ງທັງໝົດນີ້ເພາະເຈົ້າເຊື່ອຟັງຄຳສັ່ງຂອງເຮົາ.”
ດ້ວຍຄວາມຊົມຊື່ນຍິນດີ ແລະ ດ້ວຍໃຈທີ່ຂອບຄຸນພຣະເຈົ້າ ອັບຣາຮາມຈຶ່ງເອີ້ນສະຖານທີ່ແຫ່ງນີ້ວ່າ: "ອົງພຣະຜູ້ເປັນເຈົ້າຈັດຕຽມໃຫ້" ແລ້ວອັບຣາຮາມ, ລູກຊາຍ ແລະ ຄົນຮັບໃຊ້ຂອງເພິ່ນກໍພາກັນກັບເມືອເຮືອນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 22:1-19; ໂຢຮັນ 3:16.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 147-155} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຄວາມເຊື່ອຂອງອັບຣາຮາມ
ເປັນຄົນຊອບທຳໂດຍທາງຄວາມເຊື່ອ
"ອັບຣາຮາມໄວ້ວາງໃຈໃນພຣະເຈົ້າ ແລະ ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງພໍໃຈ ແລະ ຮັບວ່າ ເພິ່ນເປັນຄົນຊອບທຳ." ປະຖົມມະການ 15:6
ພຣະເຈົ້າສັ່ງໃຫ້ອັບຣາຮາມມອບລູກຊາຍຂອງເພິ່ນຖວາຍເປັນເຄື່ອງບູຊາ. ອັບຣາຮາມໄດ້ເຊື່ອຟັງ ແລະ ໃນຂະນະທີ່ເພິ່ນກຳລັງຈະຂ້າລູກຊາຍຂອງເພິ່ນເພື່ອເປັນເຄື່ອງຖວາຍບູຊາຢູ່ນັ້ນ ພຣະເຈົ້າໄດ້ເຫັນການເຊື່ອຟັງຂອງອັບຣາຮາມ ພຣະອົງຈຶ່ງເຂົ້າມາຂັດຂວາງເພິ່ນ ແລະ ໄດ້ປະທານແກະໂຕໜຶ່ງໃຫ້ແກ່ອັບຣາຮາມ ເພື່ອເປັນເຄື່ອງບູຊາແທນອີຊາກ. ການທີ່ພຣະເຈົ້າທົດສອບຄວາມເຊື່ອຂອງອັບຣາຮາມນີ້ ກໍເພື່ອຢາກພິສູດຄວາມຈົ່ງຮັກພັກດີຂອງອັບຣາຮາມທີ່ມີຕໍ່ພຣະອົງ ເພາະທີ່ຜ່ານມາອັບຣາຮາມບໍ່ໄດ້ມີຄວາມເຊື່ອທີ່ເຂັ້ມແຂງເທື່ອ. ເພິ່ນເຄີຍສະແດງຄວາມບໍ່ໄວ້ວາງໃຈໃນພຣະເຈົ້າໂດຍບໍ່ເຊື່ອວ່າ ນາງຊາຣາຈະມີລູກ. ພຣະເຈົ້າຊົງຮັບການເຊື່ອຟັງທີ່ສົມບູນຄື ການເຊື່ອຟັງທີ່ບໍ່ມີຄວາມສົງໄສໃນພຣະເຈົ້າເທົ່ານັ້ນ. ເຖິງແມ່ນວ່າ ການທົດສອບຈະຍາກກໍຕາມ ແຕ່ມັນກໍພິສູດໃຫ້ຄົນລຸ່ນຫຼັງໄດ້ເຫັນວ່າ ອັບຣາຮາມເປັນຕົວຢ່າງແຫ່ງຄວາມເຊື່ອທີ່ສົມບູນໃນພຣະເຈົ້າ.
ນອກຈາກນີ້ ການທົດສອບທີ່ພຣະເຈົ້າໄດ້ໃຫ້ອັບຣາຮາມຢ່າງໂຫດຮ້າຍໜັກໜ່ວງ ຈົນເຮັດໃຫ້ຈິດໃຈຂອງເພິ່ນຕ້ອງເຈັບປວດທໍລະມານເປັນເວລາຫຼາຍມື້ນັ້ນ ເພື່ອຊ່ວຍໃຫ້ອັບຣາຮາມເຂົ້າໃຈຫຼາຍຂຶ້ນເຖິງການເສຍສະຫຼະອັນຍິ່ງໃຫຍ່ຂອງພຣະເຈົ້າໃນການໄຖ່ມະນຸດໃຫ້ລອດພົ້ນອອກຈາກຄວາມບາບ. ການທີ່ພຣະເຈົ້າພຣະບິດາໄດ້ປະທານພຣະບຸດຂອງພຣະອົງໃຫ້ທົນທຸກອັບອາຍຈົນເຖິງແກ່ຄວາມຕາຍ ກໍເພື່ອສະແດງໃຫ້ເຫັນເຖິງຄວາມຮັກ ແລະ ຄວາມເມດຕາອັນເຫຼືອລົ້ນຂອງພຣະເຈົ້າທີ່ມີຕໍ່ມະນຸດຄົນບາບ. ພຣະເຈົ້າພຣະບິດາບໍ່ໄດ້ຊົງຫວງພຣະບຸດອົງດຽວຂອງພຣະອົງໄວ້ ແຕ່ໄດ້ຊົງປະທານພຣະບຸດຂອງພຣະອົງນັ້ນມາເພື່ອພວກເຮົາ. ສ່ວນລູກແກະທີ່ຖວາຍແທນອີຊາກນັ້ນເປັນເຄື່ອງໝາຍສະແດງເຖິງພຣະບຸດທີ່ຈະມາຕາຍເພື່ອໄຖ່ຄວາມບາບຂອງພວກເຮົາ.
"ເພາະວ່າ ພຣະເຈົ້າຊົງຮັກໂລກຫຼາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ" (ໂຢຮັນ 3:16).
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 22:1-19; ໂຢຮັນ 3:16.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 147-155} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການຊອກຫາຄູ່ຄອງໃຫ້ອີຊາກ
ຊາວການາອານບູຊາຮູບປັ້ນຕ່າງໆ ແລະ ພຣະເຈົ້າຊົງຫ້າມປະຊາຊົນຂອງພຣະອົງບໍ່ໃຫ້ແຕ່ງງານກັບຄົນເຫຼົ່ານັ້ນ ເພາະຈະເຮັດໃຫ້ພວກເຂົາປະຖິ້ມຄວາມເຊື່ອ ຫຼືເຫີນຫ່າງຈາກການນະມັດສະການພຣະເຈົ້າອົງແທ້ຈິງ. ອັບຣາຮາມກໍເຖົ້າແກ່ຫຼາຍແລ້ວ ແລະ ຮູ້ສຶກວ່າອີກບໍ່ດົນຕົນເອງກໍຄົງຈະເສຍຊີວິດ ສ່ວນອີຊາກນັ້ນກໍຍັງບໍ່ທັນໄດ້ແຕ່ງງານເທື່ອ. ອັບຣາຮາມຢ້ານອິດທິພົນທີ່ຢູ່ອ້ອມຮອບລູກຊາຍຂອງເພິ່ນ ແລະ ຢ້ານວ່າ ຖ້າອີຊາກແຕ່ງງານກັບຄົນທີ່ບໍ່ນັບຖືພຣະເຈົ້າ ລາວອາດຈະປະຖິ້ມຄວາມເຊື່ອເພື່ອເຫັນແກ່ຄວາມປອງດອງໃນຄອບຄົວ. ສະນັ້ນ ການເລືອກຄູ່ຄອງໃຫ້ລູກຊາຍຈຶ່ງເປັນເລື່ອງທີ່ສຳຄັນສຳລັບອັບຣາຮາມ. ສ່ວນອີຊາກເອງກໍໄວ້ວາງໃຈໃນສະຕິປັນຍາ ແລະ ຄວາມຮັກຂອງພໍ່ຈຶ່ງມອບເລື່ອງນີ້ໄວ້ກັບເພິ່ນ. ອີຊາກເຊື່ອວ່າ ພຣະເຈົ້າຈະເປັນຜູ້ນຳພາໃນການຊົງເລືອກເມຍທີ່ດີທີ່ສຸດໃຫ້ແກ່ລາວ.
ອັບຣາຮາມຫວນກັບໄປຄິດເຖິງຍາດຕິພີ່ນ້ອງທີ່ຢູ່ບ້ານເກີດເມືອງນອນຂອງເພິ່ນ. ແລ້ວເພິ່ນກໍໄດ້ເອີ້ນຄົນຮັບໃຊ້ຜູ້ໜຶ່ງ ເຊິ່ງເປັນຄົນທີ່ມີຄວາມເຊື່ອເຂັ້ມແຂງ, ມີປະສົບການສາມາດພິຈາລະນາຢ່າງຮອບຄອບ ແລະ ເປັນຄົນຮັບໃຊ້ທີ່ສັດຊື່ເຊິ່ງຢູ່ກັບເພິ່ນມາຕັ້ງແຕ່ດົນນານ. ຄົນຮັບໃຊ້ຜູ້ນີ້ມີຊື່ວ່າ “ເອລີເອເຊີ.”
ອັບຣາຮາມເວົ້າກັບເອລີເອເຊີວ່າ: “ຂ້ອຍຢາກໃຫ້ເຈົ້າສາບານໃນນາມຂອງພຣະເຈົ້າແຫ່ງຟ້າສະຫວັນ ແລະ ແຜ່ນດິນໂລກວ່າ ເຈົ້າຈະບໍ່ຫາເມຍທີ່ແຜ່ນດິນການາອານນີ້ໃຫ້ລູກຊາຍຂອງຂ້ອຍ ແຕ່ໃຫ້ເຈົ້າກັບເມືອຍັງບ້ານເກີດເມືອງນອນຂອງຂ້ອຍ ແລະ ຊອກເມຍໃຫ້ອີຊາກໃນທ່າມກາງພວກຍາດຕິພີ່ນ້ອງຂອງຂ້ອຍ.”
ເອລີເອເຊີຖາມວ່າ: “ຈະເຮັດແນວໃດ ຖ້າຜູ້ຍິງບໍ່ຍອມຈາກບ້ານມາຢູ່ນຳເຮົາທີ່ດິນແດນນີ້? ຈະໃຫ້ຂ້ານ້ອຍສົ່ງລູກຊາຍຂອງທ່ານໄປຢູ່ພຸ້ນບໍ່?”
ອັບຣາຮາມຕອບວ່າ: “ບໍ່, ຢ່າສົ່ງລູກຊາຍຂອງຂ້ອຍກັບເມືອຍັງທີ່ນັ້ນເດັດຂາດ... ພຣະເຈົ້າເທິງສະຫວັນທີ່ໄດ້ນຳພາຂ້ອຍໜີອອກຈາກບ້ານເກີດເມືອງນອນ ເພື່ອມາຢູ່ໃນດິນແດນແຫ່ງນີ້ ເຊິ່ງພຣະອົງໄດ້ສັນຍາຢ່າງໜັກແໜ້ນວ່າ ຈະມອບດິນແດນແຫ່ງນີ້ໃຫ້ແກ່ເຊື້ອສາຍຂອງຂ້ອຍ. ພຣະເຈົ້າຈະສົ່ງທູດສະຫວັນຂອງພຣະອົງນຳໜ້າເຈົ້າໄປ ເພື່ອວ່າເຈົ້າຈະຫາເມຍທີ່ນັ້ນໃຫ້ລູກຊາຍຂອງຂ້ອຍໄດ້.”
ອັບຣາຮາມຢ້ານວ່າ ຖ້າອີຊາກໄປກັບຄົນຮັບໃຊ້ຂອງເພິ່ນເພື່ອຊອກຫາເມຍ ອີຊາກອາດຈະຖືກລໍ້ລວງໃຫ້ພັກຢູ່ໃນເມືອງຂອງຜູ້ຍິງ. ສະນັ້ນ ອັບຣາຮາມຈຶ່ງໃຫ້ເອລີເອເຊີສາບານວ່າຈະເຮັດທຸກສິ່ງຕາມທີ່ເພິ່ນໄດ້ສັ່ງໄວ້.
ການເລືອກຄູ່ຄອງທີ່ຖືກຕ້ອງ
“ຢ່າຜູກພັນກັບຄົນທີ່ບໍ່ເຊື່ອໃນຖານະທີ່ບໍ່ສະເໝີກັນ ເພາະວ່າຄວາມຊອບທຳຈະມີຫຸ້ນສ່ວນອັນໃດກັບຄວາມອະທຳ? ແລະ ຄວາມສະຫວ່າງຈະເຂົ້າສະໜິດກັບຄວາມມືດໄດ້ຢ່າງໃດ?”
ພຣະເຈົ້າໄດ້ກ່າວອີກວ່າ: “ຈົ່ງແຍກຕົວອອກຈາກທ່າມກາງພວກເຂົາເຫຼົ່ານັ້ນ ແລະ ຈົ່ງຕັ້ງຢູ່ຕ່າງຫາກ, ຢ່າແຕະຕ້ອງສິ່ງທີ່ເປັນມົນທິນ ແລະ ເຮົາຈະຮັບເອົາພວກເຈົ້າໄວ້. ເຮົາຈະເປັນພໍ່ຂອງພວກເຈົ້າ ແລະ ພວກເຈົ້າຈະເປັນລູກຊາຍລູກຍິງຂອງເຮົາ” (2 ໂກຣິນໂທ 6:14,17,18)
ໝາຍຄວາມວ່າ ພຣະເຈົ້າຫ້າມຄົນຄຣິສຕຽນບໍ່ໃຫ້ແຕ່ງງານກັບຄົນທີ່ມີຄວາມເຊື່ອແຕກຕ່າງກັນ ເພາະວ່າການຄົບຫາສະມາຄົມກັບຄົນທີ່ບໍ່ເຊື່ອພຣະເຈົ້າ ມັນມີແນວໂນ້ມທີ່ຈະດຶງຄົນຄຣິສຕຽນໃຫ້ອອກຫ່າງຈາກພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 24:1-67.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 171-176} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຈົ້າຊົງປະທານຄູ່ຄອງໃຫ້ອີຊາກ
ເພື່ອຊອກຫາເມຍໃຫ້ອີຊາກ, ເອລີເອເຊີຜູ້ຮັບໃຊ້ຂອງອັບຣາຮາມກໍມຸ່ງໜ້າເດີນທາງໄປເມືອງທີ່ອ້າຍຂອງອັບຣາຮາມອາໄສຢູ່. ການເດີນທາງໄດ້ໃຊ້ເວລາຫຼາຍມື້ໂດຍຜ່ານພູຜາ ແລະ ຜ່ານຕົວເມືອງຕ່າງໆໄປ. ເມື່ອເອລີເອເຊີມາເຖິງເມືອງຮາລານ ເພິ່ນກໍຢຸດພັກຢູ່ນອກເມືອງໃກ້ກັບບໍລິເວນນ້ຳສ້າງ. ພໍຮອດຕອນແລງ ກໍມີຜູ້ຍິງທີ່ຢູ່ໃນເມືອງພາກັນອອກມາຕັກເອົານ້ຳ. ເອລີເອເຊີຮູ້ສຶກກັງວົນໃຈຫຼາຍທີ່ເລືອກຍິງສາວດີທີ່ສຸດໃຫ້ເປັນເມຍຂອງອີຊາກ ເພິ່ນຈຶ່ງອະທິຖານຫາພຣະເຈົ້າຢ່າງຕັ້ງໃຈເພື່ອຂໍການຊົງນຳໃນການເລືອກເມຍໃຫ້ອີຊາກ.
ເອລີເອເຊີອະທິຖານວ່າ: "ໂອ! ພຣະເຈົ້າຂອງອັບຣາຮາມນາຍຂອງຂ້ານ້ອຍ ຂໍໂຜດໃຫ້ຂ້ານ້ອຍປະຕິບັດໜ້າທີ່ນີ້ສຳເລັດໃນມື້ນີ້ດ້ວຍເຖີດ… ດຽວນີ້ ຂ້ານ້ອຍໄດ້ຢືນຢູ່ແຄມນ້ຳສ້າງທີ່ພວກຜູ້ຍິງໃນເມືອງນີ້ກຳລັງອອກມາຕັກນ້ຳກັນ. ຂ້ານ້ອຍຈະເວົ້າກັບຜູ້ຍິງຄົນໜຶ່ງວ່າ: ‘ຂ້ອຍຂໍດື່ມນ້ຳຈາກໄຫຂອງເຈົ້າແດ່.’ ຖ້ານາງຕອບວ່າ ‘ເຊີນດື່ມແມ ແລະ ຫຼານຈະເອົານ້ຳໃຫ້ຝູງໂຕອູດຂອງລຸງກິນນຳດ້ວຍ.’ ກໍຂໍໃຫ້ຍິງສາວຄົນນັ້ນ ເປັນຜູ້ທີ່ພຣະອົງໄດ້ຊົງເລືອກໄວ້ໃຫ້ເປັນເມຍລູກຊາຍຂອງນາຍຂ້ານ້ອຍ.”
ໃນລະຫວ່າງທີ່ເອລີເອເຊີອະທິຖານຍັງບໍ່ທັນຂາດຄຳ ພຣະເຈົ້າກໍໄດ້ຕອບຄຳອະທິຖານຂອງເພິ່ນ. ຢູ່ໃນທ່າມກາງພວກຜູ້ຍິງທີ່ຢູ່ບໍ່ນ້ຳສ້າງນັ້ນ ມີຍິງສາວຄົນໜຶ່ງທີ່ສະແດງທ່າທີກິລິຍາອອນຊອນງົດງາມເປັນທີ່ສະດຸດຕາຕໍ່ເອລີເອເຊີ. ຂະນະທີ່ນາງຍ່າງອອກມາຈາກບໍ່ນ້ຳສ້າງ ແລະ ກຳລັງຈະກັບຄືນເມືອເຮືອນ ເອລີເອເຊີກໍຟ້າວແລ່ນເຂົ້າໄປຫາຍິງສາວຄົນນັ້ນ ແລະ ຂໍດື່ມນ້ຳຈາກນາງ. ນາງກໍໄດ້ຕອບຕົກລົງດ້ວຍຄຳເວົ້າທີ່ອ່ອນສຸພາບຮຽບຮ້ອຍ ແລະ ເວົ້າວ່າ: "ເຊີນໂລດລຸງ." ນາງຈຶ່ງປົງໄຫລົງຈາກບ່າ ແລະ ເອົານ້ຳໃຫ້ເອລີເອເຊີດື່ມ.
ຫຼັງຈາກເອລີເອເຊີອີ່ມແລ້ວ ນາງກໍເວົ້າອີກວ່າ: “ຂ້ານ້ອຍຈະຕັກນ້ຳໃຫ້ໂຕອູດຂອງທ່ານລຸງກິນຄືກັນ ແລະ ໃຫ້ກິນອີ່ມໝົດທຸກໂຕ.” ແລະ ນາງຈຶ່ງຟ້າວຖອກນ້ຳໃນໄຫໃສ່ຮາງ ແລະ ກໍແລ່ນໄປຕັກມາຖອກໃສ່ອີກ ຈົນອູດທຸກໂຕກິນອີ່ມ.
ເມື່ອນາງເອົານ້ຳໃຫ້ໂຕອຸດກິນອີ່ມໝົດທຸກໂຕແລ້ວ ເອລີເອເຊີກໍໄດ້ຖາມເຖິງພໍ່ແມ່ຂອງຍິງສາວຄົນນັ້ນວ່າ: “ບອກຂ້ອຍແດ່ວ່າ ພໍ່ຂອງເຈົ້າແມ່ນໃຜ? ໃນເຮືອນຂອງພໍ່ເຈົ້າມີບ່ອນນອນພັກສຳລັບຄົນຂອງຂ້ອຍ ແລະ ຂ້ອຍເອງແດ່ບໍ?”
ຍິງສາວຄົນນັ້ນຕອບວ່າ: “ຂ້ານ້ອຍເປັນລູກສາວຂອງເບທູເອນ. ພໍ່ຂອງຂ້ານ້ອຍເປັນລູກຊາຍຂອງນາໂຮ... ຢູ່ບ້ານຂອງພວກເຮົາມີເຟືອງ ແລະ ຫຍ້າຢ່າງຫຼວງຫຼາຍສຳລັບສັດ ແລະ ມີບ່ອນນອນສຳລັບທ່ານລຸງດ້ວຍ.”
ເມື່ອເອລີເອເຊີຮູ້ວ່າ ຍິງສາວຄົນນັ້ນເປັນພີ່ນ້ອງຂອງອັບຣາຮາມນາຍຂອງເພິ່ນ ເພິ່ນຈຶ່ງກົ້ມຂາບລົງນະມັດສະການພຣະເຈົ້າສຳລັບພຣະອົງທີ່ຕອບຄຳອະທິຖານຂອງເພິ່ນ.
ຈົ່ງມອບການຕັດສິນໃຈໃຫ້ພຣະເຈົ້າ
ຈົ່ງຍອມມອບການຕັດສິນໃຈຂອງພວກເຮົາໄວ້ກັບພຣະເຈົ້າ ເພາະມັນເປັນວິທີທີ່ດີທີ່ສຸດເພື່ອທີ່ຈະຮູ້ວ່າ ສິ່ງທີ່ພວກເຮົາເລືອກນັ້ນແມ່ນທາງຂອງພຣະເຈົ້າ ເພາະວ່າພຣະເຈົ້າຮູ້ເຫັນທຸກສິ່ງເກີນກວ່າທີ່ພວກເຮົາຈະຮູ້ໄດ້. ສະນັ້ນ ຈົ່ງມອບແຜນການຂອງພວກເຮົາໄວ້ກັບພຣະເຈົ້າໂດຍທາງຄວາມເຊື່ອ.
ແລ້ວເອລີເອເຊີກໍເດີນທາງໄປເຮືອນຂອງຍິງສາວຄົນນັ້ນ ແລະ ເພິ່ນໄດ້ສົນທະນາກັບຄອບຄົວຂອງນາງວ່າ: “ຂ້ອຍເປັນຄົນຮັບຂອງອັບຣາຮາມ ເພິ່ນໃຫ້ຂ້ອຍເຮັດຕາມຄຳສັ່ງຂອງເພິ່ນໂດຍບອກວ່າ ‘ເຈົ້າຢ່າເອົາຍິງສາວປະຊາຊົນການາອານມາເປັນເມຍລູກຊາຍຂອງຂ້ອຍ ແຕ່ໃຫ້ໄປຫາຄົນຈາກຄອບຄົວຂອງພໍ່ຂ້ອຍ ແລະ ຍາດຕິພີ່ນ້ອງຂອງຂ້ອຍໃຫ້ມາເປັນເມຍລູກຊາຍຂອງຂ້ອຍ.’ ເມື່ອຂ້ອຍເດີນທາງມາຮອດນ້ຳສ້າງໃນມື້ນີ້ ຂ້ອຍຈຶ່ງພາວະນາອະທິຖານຕໍ່ພຣະເຈົ້າວ່າ ‘ພຣະເຈົ້າຂອງອັບຣາຮາມນາຍຂອງຂ້ານ້ອຍເອີຍ! ໂຜດໃຫ້ຂ້ານ້ອຍເຮັດສຳເລັດໜ້າທີ່ດ້ວຍ. ເວລານີ້ ຂ້ານ້ອຍກຳລັງຢືນຢູ່ໃກ້ນ້ຳສ້າງ. ເມື່ອຍິງສາວຄົນໜຶ່ງມາຕັກນ້ຳ ຂ້ານ້ອຍຈະເວົ້າກັບນາງວ່າ ‘ຂ້ອຍຂໍດື່ມນ້ຳຈາກໄຫຂອງເຈົ້າແດ່.’ ຖ້ານາງຕອບວ່າ ‘ເຊີນດື່ມແມ!’ ແລະ ນາງເອົານ້ຳໃຫ້ຝູງອູດຂອງຂ້ານ້ອຍກິນດ້ວຍ. ກໍຂໍໃຫ້ຍິງສາວຄົນນັ້ນ ເປັນຜູ້ທີ່ພຣະອົງໄດ້ຊົງເລືອກໄວ້ໃຫ້ເປັນເມຍລູກຊາຍຂອງນາຍຂ້ານ້ອຍ.’”
ເອລີເອເຊີເວົ້າຕໍ່ໄປອີກວ່າ: “ມາບັດນີ້ ຖ້າພວກເຈົ້າຈະສະແດງຄວາມເມດຕາ ແລະ ຄວາມສັດຊື່ຕໍ່ນາຍຂອງຂ້ອຍ ຈົ່ງບອກໃຫ້ຂ້ອຍຮູ້ ຫຼືຖ້າເປັນໄປບໍ່ໄດ້ກໍໃຫ້ບອກມາ ເພື່ອຂ້ອຍຈະໄດ້ຮູ້ວ່າ ຄວນເຮັດຢ່າງໃດຕໍ່ໄປ.”
ເບທູເອນພໍ່ຂອງນາງຈຶ່ງຕອບວ່າ: “ເລື່ອງນີ້ເປັນຄວາມປະສົງຂອງພຣະເຈົ້າແລ້ວ ບໍ່ແມ່ນພວກເຮົາຈະຕັດສິນໃຈແນວໃດແນວໜຶ່ງໄດ້... ຈົ່ງເອົານາງໄປເປັນເມຍລູກຊາຍຂອງນາຍເຈົ້າ ຕາມທີ່ພຣະເຈົ້າກ່າວໄວ້ສາ.”
ມື້ຕໍ່ມາ ເອລີເອເຊີກໍໄດ້ນຳພາຜູ້ຍິງຄົນນີ້ອອກເດີນທາງໄປຍັງແຜ່ນດິນການາອານ ເພື່ອໃຫ້ນາງໄປເປັນເມຍຂອງອີຊາກ. ຜູ້ຍິງຄົນນີ້ມີຊື່ວ່າ “ເຣເບກາ.” ເວລາອີຊາກໄດ້ນາງເຣເບກາມາເປັນເມຍແລ້ວ ເພິ່ນກໍຮັກນາງຫຼາຍ.
"ເມຍທີ່ດີນັ້ນ ຍ່ອມປະເສີດກວ່າເພັດນິນຈິນດາ ແຕ່ຍາກເຫລືອຫຼາຍທີ່ຈະໄດ້ຍິງເຊັ່ນນີ້. ຜົວທີ່ມີເມຍດີນັ້ນ ໄວ້ໃຈນາງໄດ້ທຸກຢ່າງ ລາວຈະບໍ່ທຸກລຳບາກຍ້ອນນາງຈັກເທື່ອເລີຍ. ຕາບໃດທີ່ມີຊີວິດຢູ່ນັ້ນ ນາງເຮັດແຕ່ສິ່ງທີ່ດີຕໍ່ຜົວ ຄືບໍ່ເຮັດໃຫ້ຜົວເສຍຫາຍຍ້ອນ" (ສຸພາສິດ 31:10-12).
~
"ສະເໜ່ເປັນສິ່ງທີ່ຫຼອກລວງ ແລະ ຄວາມງາມກໍສູນເສຍໄປໄດ້ ແຕ່ຍິງທີ່ຢຳເກງພຣະເຈົ້າສົມຄວນໄດ້ຮັບຄຳຊົມເຊີຍ" (ສຸພາສິດ 31:30).
~
ພຣະເຈົ້າຊົງວາງໂຄງຮ່າງການແຕ່ງງານ ເພື່ອໃຫ້ເປັນພຣະພອນ. ໃຜທີ່ຕ້ອງການແຕ່ງງານຄວນຄິດຢ່າງຮອບຄອບກ່ຽວກັບຜູ້ທີ່ເຂົາປາຖະໜາຈະແຕ່ງງານດ້ວຍ. ພວກເຂົາຄວນອະທິຖານ ແລະ ຮຽນພຣະຄຳພີ ເພື່ອຊອກຫາຄຳແນະນຳຈາກພຣະເຈົ້າ ເຊິ່ງອາດຈະຮູ້ຈັກພຣະປະສົງຂອງພຣະອົງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 24:1-67.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 171-176} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເອຊາວ ແລະ ຢາໂຄບ
ເປັນເວລາ 20 ປີແລ້ວທີ່ອີຊາກ ແລະ ເຣເບກແຕ່ງງານກັນ ແຕ່ນາງເຣເບກາບໍ່ມີລູກໃຫ້ອີກຊາກຈັກເທື່ອ. ອີຊາກຈຶ່ງພາວະນາອະທິຖານຕໍ່ພຣະເຈົ້າ ເພື່ອພຣະອົງຈະອວຍພອນນາງເຣເບກາໃຫ້ມີລູກ. ແລ້ວພຣະເຈົ້າກໍຕອບຄຳອະທິຖານຂອງເພິ່ນ ແລະ ນາງເຣເບກາຈຶ່ງຕັ້ງທ້ອງຝາແຝດ. ແຕ່ໃນລະຫວ່າງທີ່ນາງຖືພາຢູ່ນັ້ນ ລູກຝາແຝດກໍບຽດກັນຢູ່ໃນທ້ອງ. ນາງເຣເບກາກັງວົນໃຈກ່ຽວກັບເລື່ອງນີ້. ດັ່ງນັ້ນ ນາງຈຶ່ງອະທິຖານຖາມພຣະເຈົ້າກ່ຽວກັບລູກຂອງຕົນດ້ວຍຄວາມທຸກໃຈ.
ພຣະເຈົ້າໄດ້ກ່າວຕໍ່ນາງເຣເບກາຢູ່ໃນຄວາມຝັນວ່າ: "ມີສອງຊົນຊາດຢູ່ໃນທ້ອງຂອງເຈົ້າ ແລະ ປະຊາຊົນສອງພວກທີ່ເກີດຈາກເຈົ້າຈະຕ້ອງແຍກກັນ; ພວກໜຶ່ງຈະແຂງແຮງກວ່າອີກພວກໜຶ່ງ ຜູ້ເປັນອ້າຍຈະຮັບໃຊ້ຜູ້ເປັນນ້ອງ."
ພຣະເຈົ້າຊົງຮູ້ເຖິງອະນາຄົດກ່ອນທີ່ຈະມີການເລີ່ມຕົ້ນ. ພຣະອົງຊົງຮູ້ກ່ອນທີ່ເອຊາວ ແລະ ຢາໂຄບຈະເກີດ ລວມທັງນິໄສຂອງແຕ່ລະຄົນ. ພຣະເຈົ້າຊົງຮູ້ວ່າ ຈະມີຜູ້ໜຶ່ງເຊື່ອຟັງພຣະອົງ ແລະ ອີກຜູ້ໜຶ່ງຈະບໍ່ເຊື່ອຟັງພຣະອົງ ແລະ ນີ້ແມ່ນສິ່ງທີ່ພຣະເຈົ້າຊົງໃຫ້ຄວາມຝັນແກ່ນາງເຣເບກາ.
ເມື່ອເຖິງກຳນົດມື້ຄອດລູກ ນາງເຣເບກາກໍໄດ້ເກີດລູກຊາຍເປັນຝາແຝດ. ລູກຊາຍຄົນທຳອິດຄອດອອກມາຕົວແດງ ແລະ ມີຂົນເຕັມຕົວ. ພວກເຂົາຈຶ່ງໃສ່ຊື່ໃຫ້ວ່າ “ເອຊາວ” ເຊິ່ງມີຄວາມໝາຍວ່າ ມີຂົນ. ສ່ວນລູກຊາຍຄົນທີ່ສອງຄອດອອກມາ ມືຂອງລາວຈັບສົ້ນໜ່ອງຂອງເອຊາວເອົາໄວ້. ສະນັ້ນ ພວກເຂົາຈຶ່ງໃສ່ຊື່ໃຫ້ວ່າ “ຢາໂຄບ” ເຊິ່ງມີຄວາມໝາຍວ່າ ໂກງ. ຕອນທີ່ນາງເຣເບກາຄອດລູກຝາແຝດນີ້ ອີຊາກອາຍຸໄດ້ 60 ປີ.
ພໍລູກຊາຍຝາແຝດຂອງອີຊາກເຕີບໃຫຍ່ຂຶ້ນມາ ພວກເຂົາທັງສອງຕ່າງກໍມີນິໄສ ແລະ ອາຊີບໃນການດຳລົງຊີວິດທີ່ແຕກຕ່າງກັນຫຼາຍ. ເອຊາວເປັນຄົນມັກອິດສະລະ, ມັກເຮັດຕາມໃຈຕົນເອງ ແລະ ມັກໃສ່ໃຈຢູ່ແຕ່ໃນປັດຈຸບັນ. ລາວອຶດອັດໃຈຫຼາຍເມື່ອພໍ່ແມ່ຈຳກັດຂອບເຂດຊີວິດຂອງລາວ. ເອຊາວເລືອກອາຊີບເປັນນາຍພານ ເພາະລາວມັກຊີວິດທີ່ອິດສະລະຂອງນັກລ່າສັດ. ແລ້ວເອຊາວກໍກາຍເປັນນາຍພານທີ່ເກັ່ງກ້າທັງຊຳນິຊຳນານ ແລະ ລາວມັກວຽກນັ້ນເພາະວ່າ ລາວສາມາດໃຊ້ຊີວິດຢູ່ໄກບ້ານ. ເອຊາວມັກທ່ອງທ່ຽວໄປມາຕາມພູເຂົາ ໂດຍກັບບ້ານມາພ້ອມດ້ວຍສັດປ່າ ແລະ ເລົ່າເຖິງຊີວິດທີ່ເຕັມໄປດ້ວຍຄວາມຕື່ນເຕັ້ນໃຫ້ຜູ້ເປັນພໍ່ຟັງ. ອີຊາກມັກຄວາມທ້າທາຍຂອງລູກຊາຍຄົນກົກ ແລະ ເພິ່ນຮັກເອຊາວຫຼາຍ.
ແຕ່ກົງກັນຂ້າມ ຢາໂຄບເປັນຄົນສຸພາບ, ດຸໝັ່ນ, ມັກຊ່ວຍເຫຼືອ ແລະ ມັກຄິດເຖິງອະນາຄົດຫຼາຍກວ່າປັດຈຸບັນ. ລາວມັກຢູ່ເຮືອນໂດຍໃຊ້ເວລາລ້ຽງຝູງແກະ ແລະ ເຮັດໄຮ່ເຮັດນາ. ລາວເປັນຄົນມີຄວາມອົດທົນ, ເບິ່ງການໄກ, ມີຄວາມພາກພຽນ ແລະ ດຸໝັ່ນຂະຫຍັນຢ່າງສະໝ່ຳສະເໝີ. ຢາໂຄບຈຶ່ງກາຍເປັນທີ່ພໍໃຈຂອງຜູ້ເປັນແມ່. ສະນັ້ນ ແມ່ຂອງລາວຈຶ່ງຮັກລາວຫຼາຍ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 25:19-28.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 177-179} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເອຊາວຂາຍສິດທິອ້າຍກົກຂອງຕົນ
ນາງເຣເບກາໄດ້ຈົດຈຳຖ້ອຍຄຳຂອງພຣະເຈົ້າທີ່ໄດ້ກ່າວກັບນາງຢູ່ໃນຄວາມຝັນ ແລະ ນາງໄດ້ສັງເກດເບິ່ງນິໄສຂອງລູກຊາຍທັງສອງຄົນ. ນາງເຣເບກາໝັ້ນໃຈວ່າ ຢາໂຄບຄວນໄດ້ຮັບມໍລະດົກສິດທິແຫ່ງພະສັນຍາ. ນາງຈຶ່ງທົບທວນຖ້ອຍຄຳຂອງພຣະເຈົ້າໃຫ້ອີຊາກຟັງ ແຕ່ອີຊາກຮັກເອຊາວຫຼາຍຈຶ່ງບໍ່ປ່ຽນແປງໃນຄວາມຕັ້ງໃຈຂອງເພິ່ນ.
ເອຊາວແລະ ຢາໂຄບ ທັງສອງຄົນກໍຮູ້ແລະ ເຂົ້າໃຈເຖິງພຣະສັນຍາຂອງພຣະເຈົ້າທີ່ມອບໃຫ້ອັບຣາຮາມເປັນຢ່າງດີ ເພາະວ່າ ອີຊາກຜູ້ເປັນພໍ່ໄດ້ອະທິບາຍໃຫ້ພວກເຂົາຟັງວ່າ: “ສິດທິລູກຊາຍຄົນກົກນີ້ສຳຄັນຫຼາຍ ເພາະນອກຈາກຈະໄດ້ຮັບມໍລະດົກແລ້ວ ກໍຈະໄດ້ເປັນຜູ້ນຳທາງດ້ານຈິດວິນຍານໃນວົງຕະກຸນອີກດ້ວຍ. ລາວຈະຖວາຍເຄື່ອງບູຊາ ເພື່ອລົບຄວາມຜິດບາບໃຫ້ແກ່ຄອບຄົວຂອງຕົນ ແລະ ນຳພາຄອບຄົວໃຫ້ຕິດຕາມພຣະເຈົ້າ. ນອກຈາກນັ້ນ ພຣະບຸດຂອງພຣະເຈົ້າຈະມາບັງເກີດຢູ່ໃນເຊື້ອສາຍຂອງຄົນທີ່ໄດ້ຮັບສິດທິລູກຊາຍຄົນກົກ.” ນອກຈາກນີ້ ຜູ້ທີ່ໄດ້ຮັບສິດທິດັ່ງກ່າວກໍຈະມີພາລະໜັກອີກຄື ລາວຈະຕ້ອງຖວາຍຊີວິດຂອງຕົນເພື່ອຮັບໃຊ້ພຣະເຈົ້າ ແລະ ເຊື່ອຟັງປະຕິບັດຕາມກົດເກນຂອງພຣະອົງ. ລາວຈະຕ້ອງປະພືດຕົວໃຫ້ເປັນທີ່ພໍພຣະໄທ(ພໍໃຈ)ຂອງພຣະເຈົ້າທັງຢູ່ໃນຄອບຄົວ ແລະ ໃນສັງຄົມ.
ແຕ່ເອຊາວບໍ່ມັກການປະຕິບັດຕາມການນໍາພາຂອງພະເຈົ້າ, ບໍ່ສົນໃຈໃນເລື່ອງຂອງສາສະໜາ ແລະ ບໍ່ຢາກຮັບໜ້າທີ່ເປັນຜູ້ນໍາທາງດ້ານຈິດວິນຍານທີ່ມາກັບສິດທິລູກຊາຍຄົນກົກ. ເຖິງແມ່ນວ່າຈະເຫັນໄດ້ຢ່າງຊັດເຈນທີ່ເອຊາວບໍ່ຄ່ອຍສົນໃຈຈະເຮັດໜ້າທີ່ໃນຖານະເປັນລູກຊາຍຄົນກົກ ແຕ່ອີຊາກກໍຍັງຢືນຢັນຕໍ່ນາງເຣເບກາວ່າ ສິດທິລູກຊາຍຄົນກົກເປັນຂອງເອຊາວ.
ນາງເຣເບກາໄດ້ບອກຢາໂຄບກ່ຽວກັບຄວາມຝັນທີ່ພຣະເຈົ້າໄດ້ມອບໃຫ້ນາງວ່າ ຢາໂຄບຈະເປັນຜູ້ສືບທອດພຣະສັນຍາ. ດ້ວຍເຫດຜົນນີ້ ຢາໂຄບຈຶ່ງປາຖະໜາຢາກເປັນຜູ້ຮັບພຣະສັນຍາຂອງພຣະເຈົ້າ. ລາວບໍ່ຢາກໄດ້ຊັບສົມບັດຂອງພໍ່ ແຕ່ຢາກໄດ້ສິດທິທີ່ຈະເປັນຜູ້ນຳທາງດ້ານຈິດວິນຍານ. ຢາໂຄບປາຖະໜາຢາກສົນທະນາກັບພຣະເຈົ້າຄືກັບອັບຣາຮາມ ແລະ ຖວາຍເຄື່ອງບູຊາເພື່ອລົບຄວາມຜິດບາບໃຫ້ແກ່ຄອບຄົວຂອງຕົນ. ລາວຢາກເປັນພໍ່ຂອງປະຊາຊົນທີ່ໄດ້ຮັບຄັດເລືອກຈາກພຣະເຈົ້າ ແລະ ຢາກເປັນພໍ່ຂອງເຊື້ອສາຍທີ່ຈະໃຫ້ກໍາເນີດພຣະບຸດຂອງພຣະເຈົ້າຕາມພະສັນຍາຂອງພຣະເຈົ້າ. ເຖິງແມ່ນວ່າ ຜູ້ເປັນພໍ່ຈະໄດ້ອະທິບາຍເຖິງສິດທິຂອງລູກຊາຍຄົນກົກທີ່ຈະເປັນຂອງເອຊາວແລ້ວກໍຕາມ ແຕ່ຢູ່ໃນໃຈຂອງຢາໂຄບກໍຍັງປາຖະໜາຢາກຮັບມັນໄວ້. ລາວຄິດເຖິງເລື່ອງນີ້ທັງກາງເວັນ ແລະ ກາງຄືນ ຈົນກາຍເປັນຈຸດມຸ່ງໝາຍໃນຊີວິດຂອງຕົນ.
ມີມື້ໜຶ່ງ ເອຊາວກັບມາແຕ່ການລ່າສັດຢ່າງອິດເມື່ອຍ ພໍດີຢາໂຄບກຳລັງເຮັດອາຫານຢູ່. ເອຊາວຫິວເຂົ້າຫຼາຍຈຶ່ງມາຂໍອາຫານນຳຢາໂຄບ.
ເອຊາວເວົ້າກັບຢາໂຄບວ່າ: “ຂ້ອຍຂໍກິນແກງໝາກຖົ່ວແດງຂອງເຈົ້າຈັກຄຳແດ່ທ້ອນ ເພາະຂ້ອຍຫິວຈະຕາຍຢູ່ແລ້ວ.”
ຢາໂຄບຄິດຫາຊ່ອງທາງຕະຫຼອດທີ່ຢາກໄດ້ສິດທິອ້າຍກົກ. ເມື່ອລາວເຫັນເອຊາວຫິວເຂົ້າແຮງ ຈຶ່ງຮີບສວຍໂອກາດເອົາຕອນນີ້.
ຢາໂຄບເວົ້າກັບເອຊາວວ່າ: “ຂ້ອຍຈະໃຫ້ເຈົ້າກິນ ຖ້າເຈົ້າຂາຍສິດທິອ້າຍກົກໃຫ້ຂ້ອຍ.”
ເອຊາວຄິດພຽງແຕ່ໃນປັດຈຸບັນເທົ່ານັ້ນ ລາວຈຶ່ງເວົ້າຂຶ້ນວ່າ: “ເບິ່ງແມ! ຂ້ອຍຫິວໃກ້ຈະຕາຍຢູ່ແລ້ວ ສິດທິອ້າຍກົກຈະມີປະໂຫຍດຫຍັງກັບຂ້ອຍ.”
ຢາໂຄບຈຶ່ງເວົ້າຂຶ້ນອີກວ່າ: “ສາບານກ່ອນແມ້! ວ່າເຈົ້າຈະມອບສິດທິອ້າຍກົກໃຫ້ຂ້ອຍ.”
ເພື່ອສະໜອງຄວາມຫິວຂອງຕົນ ເອຊາວຈຶ່ງໄດ້ສາບານ ແລະ ຂາຍສິດທິອ້າຍກົກຂອງຕົນໃຫ້ຢາໂຄບເພື່ອແລກກັບອາຫານ. ແລ້ວຢາໂຄບຈຶ່ງເອົາເຂົ້າຈີ່ ແລະ ແກງໝາກຖົ່ວໃຫ້ເອຊາວກິນ. ເມື່ອເອຊາວກິນອາຫານຈົນອີ່ມແລ້ວ ລາວກໍອອກໄປໂດຍບໍ່ໄດ້ສົນໃຈເລື່ອງສິດທິອ້າຍກົກ.
ຫຼາຍປີຜ່ານໄປ ພໍເອຊາວອາຍຸໄດ້ 40 ປີ. ດ້ວຍຄວາມທີ່ລາວສົນໃຈແຕ່ໃນເລື່ອງພາຍນອກ ແລະ ເລື່ອງຝ່າຍໂລກ. ລາວໄດ້ໄປແຕ່ງງານກັບຄົນທີ່ບໍ່ນັບຖືພຣະເຈົ້າ. ດ້ວຍເຫດນີ້ຈຶ່ງເຮັດໃຫ້ເກີດມີຄວາມໂສກເສົ້າທີ່ຍິ່ງໃຫຍ່ໃຫ້ແກ່ຜູ້ເປັນພໍ່ແລະ ແມ່. ແຕ່ລູກຊາຍຫຼ້າຂອງພວກເຂົາເຊັ່ນ ຢາໂຄບ ຍັງໂສດຢູ່.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 25:29-34; 26:34, 35.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 177-179} ຂຽນໂດຍ ທ່ານ ນາງ ເອເລັນ ຈີ.ໄວທ.
ອີຊາກ, ຢາໂຄບ ແລະ ເອຊາວເປັນຕົວແທນຂອງຄຣິສຕຽນສາມຄົນ
“ແຕ່ກ່ອນອື່ນ, ທ່ານທັງຫລາຍຈົ່ງສະແຫວງຫາລາຊະອານາຈັກຂອງພຣະເຈົ້າ ແລະ ຄວາມຊອບທຳຂອງພຣະອົງ ແລະ ພຣະອົງຈະຊົງເພີ່ມເຕີມສິ່ງທັງປວງເຫລົ່ານີ້ໃຫ້ແກ່ທ່ານ” (ມັດທາຍ 6:33).
ບາງຄົນກໍເປັນຄືຢາໂຄບ, ຢາໂຄບປາຖະໜາຢາກສົນທະນາກັບພຣະເຈົ້າຄືກັບອັບຣາຮາມພໍ່ຕູ້ຂອງລາວທີ່ໄດ້ເຮັດ ແລະ ລາວປາຖະໜາຢາກເປັນຜູ້ນໍາຄົນລຸ່ນຕໍ່ໄປໃນການນະມັດສະການພຣະເຈົ້າ. ລາວຕ້ອງການສິດທິພຣະສັນຍາຂອງພຣະເຈົ້າສໍາລັບລາວເອງ ແລະ ເຊື້ອສາຍຂອງລາວດ້ວຍ. ຄືກັນກັບຊາວຄຣິສຕຽນບາງຄົນ ເຖິງແມ່ນວ່າ ຈະບໍ່ສົມບູນແບບ ແຕ່ເຕັມໃຈທີ່ຈະຮຽນຮູ້ໃນພຣະເຈົ້າ ພວກເຂົາປາຖະໜາທີ່ຈະໄດ້ຮັບພຣະພອນຈາກພຣະເຈົ້າ.
ບາງຄົນກໍເປັນຄືເອຊາວ, ເອຊາວບໍ່ມັກຖືກຄວບຄຸມຢູ່ເຮືອນ ແຕ່ລາວມັກອອກໄປນອກບ້ານ ແລະ ຊອກຫາກິດຈະກຳເຮັດ ເພື່ອຢາກມີອິດສະລະພາບໃນການເຮັດຕາມໃຈຂອງຕົນເອງທີ່ຕ້ອງການ. ຄືກັນກັບໃນປັດຈຸບັນ ຫຼາຍຄົນເປັນຄືກັບເອຊາວ ພວກເຂົາບໍ່ມັກການຖືກຄວບຄຸມ ແຕ່ຕ້ອງການອິດສະລະພາບໃນການເຮັດຕາມໃຈຂອງຕົນເອງທີ່ຕ້ອງການ. ຫຼາຍຄົນຢາກມີອິດສະລະພາບໃນການເຂົ້າໄປຊອກຫາສິ່ງຂອງຕ່າງໆທີ່ຢູ່ໃນໂລກນີ້. ເອຊາວຮູ້ສຶກວ່າກົດບັນຍັດຂອງພຣະເຈົ້າເປັນເໝືອນກັບຂໍ້ຜູກມັດໄປສູ່ຕົວຂອງລາວ. ອໍານາດ ແລະ ຄວາມຮັ່ງມີ, ງານກິນລ້ຽງ ແລະ ຄວາມສະໜຸກສະໜານນັ້ນແມ່ນຄວາມສຸກ. ດັ່ງນັ້ນ ຫຼາຍຄົນຈຶ່ງຮູ້ສຶກທໍ້ໃຈໃນການປະຕິບັດຕາມກົດບັນຍັດຂອງພຣະເຈົ້າ ແລະ ຊອກຫາທາງປົດປ່ອຍອອກຈາກການຄວບຄຸມຂອງຊີວິດຄຣິສຕຽນ. ພວກເຂົາຊອກຫາຊີວິດທີ່ມີຄວາມສຸກໃນແບບຝ່າຍໂລກ ແລະ ພວກເຂົາກໍມີຄວາມສຸກໃນສະຖານະ, ງານກິນລ້ຽງ ແລະ ໝູ່ເພື່ອນຝ່າຍໂລກ.
ປະຊາຊົນຈໍານວນຫຼາຍໃນປັດຈຸບັນນີ້ຍັງຄົງເຮັດເໝືອນກັບເອຊາ. ເອຊາວຂາຍສິດທິອ້າຍກົກຂອງຕົນໃຫ້ແກ່ນ້ອງຊາຍ ເພື່ອເຫັນແກ່ຄວາມພໍໃຈໃນຄວາມຫິວຂອງຕົນ. ສິດທິອ້າຍກົກນີ້ເຊິ່ງເປັນສິດທິພິເສດທີ່ໄດ້ມາຈາກພຣະເຈົ້າ ເຊິ່ງເໝືອນກັບປັດຈຸບັນນີ້ ຫຼາຍໆຄົນຍອມປະຖິ້ມໂອກາດການເປັນລູກຊາຍ ແລະ ລູກສາວຂອງພຣະເຈົ້າ ເພື່ອຄວາມສົມຫວັງແຫ່ງຄວາມປາຖະໜາຂອງພວກເຂົາ. ເມື່ອໃດທີ່ຫຼາຍຄົນຖືກເອີ້ນໃຫ້ປະຖິ້ມສິ່ງຂອງຕ່າງໆໃນໂລກນີ້ ພວກເຂົາຈະຄິດວ່າ ຊີວິດຄຣິສຕຽນນັ້ນເປັນເລື່ອງຍາກ ແລະ ພວກເຂົາຈະບໍ່ຢາກຍ່າງໃນທາງນັ້ນ. ແລ້ວໃນທີ່ສຸດ ພວກເຂົາຈະອອກຈາກໂບດ ແລະ ບໍ່ສົນໃຈກັບສິດທິທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ ເຊິ່ງສິດທິນັ້ນແມ່ນເປັນລູກຊາຍ ແລະ ລູກສາວຂອງພຣະເຈົ້າ.
ແຕ່ບາງຄົນກໍເປັນຄືອີຊາກ, ອີຊາກກໍບໍ່ໄດ້ຕຳໜິເອຊາວສຳລັບພຶດຕິກໍາລູກຊາຍຂອງເພິ່ນ ເພາະວ່າເພິ່ນໄດ້ຮັບຜົນປະໂຫຍດຈາກການລ່າສັດຂອງລູກຊາຍເພິ່ນ. ພຣະຄໍາພີກ່າວວ່າ ອີຊາກຮັກເອຊາວເພາະເພິ່ນໄດ້ກິນຊີ້ນທີ່ລາວຫາມາໄດ້. ສະນັ້ນ ບາງຄົນກໍບໍ່ຢາກຈະເອີ້ນສະມາຊິກຢູ່ໃນໂບດໃຫ້ກັບໃຈ ເພາະວ່າພວກເຂົາໄດ້ຮັບຜົນປະໂຫຍດຈາກຊີວິດຂອງພວກເຂົາເຫຼົ່ານັ້ນທີ່ເຮັດບາບ.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 177-179} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການໃຊ້ກົນອຸບາຍເພື່ອໃຫ້ໄດ້ຮັບຄຳອວຍພອນ
ຫຼາຍປີຜ່ານໄປ ອີຊາກກໍເຖົ້າແກ່ຫຼາຍ ແລະ ສາຍຕາກໍມືດມົວລົງ. ເພິ່ນຄິດວ່າ ອີກບໍ່ດົນຕົນເອງກໍຄົງຈະເສຍຊີວິດ. ເພິ່ນຈຶ່ງຕັ້ງໃຈວ່າ ຈະບໍ່ລໍຖ້າມອບສິດທິລູກຊາຍຄົນກົກໃຫ້ແກ່ເອຊາວອີກຕໍ່ໄປ ແຕ່ເພິ່ນຮູ້ວ່າ ເມຍ ແລະ ລູກຊາຍຫຼ້າຂອງເພິ່ນຄົງຈະບໍ່ເຫັນດີນຳເພິ່ນ. ສະນັ້ນ ອີຊາກຈຶ່ງຕັດສິນໃຈເຮັດພິທີມອບສິດທິລູກຊາຍຄົນກົກໃຫ້ແກ່ເອຊາວຢ່າງເປັນຄວາມລັບ.
ອີຊາກໄດ້ເອີ້ນເອຊາວເຂົ້າມາພົບ ແລະ ເວົ້າວ່າ: “ລູກເອີຍ!”
ເອຊາວຕອບວ່າ: “ໂດຍ! ລູກກຳລັງຟັງຢູ່.”
ອີຊາກເວົ້າວ່າ: “ລູກກໍເຫັນວ່າ ພໍ່ເຖົ້າແກ່ຫຼາຍແລ້ວ ແລະ ຈະເສຍຊີວິດຕອນໃດກໍບໍ່ຮູ້. ສະນັ້ນ ລູກຈົ່ງອອກໄປລ່າສັດຢູ່ໃນປ່າ ແລະ ເຮັດອາຫານແຊບໆທີ່ພໍ່ມັກມາໃຫ້ພໍ່ກິນ. ເມື່ອພໍ່ກິນອີ່ມແລ້ວ ພໍ່ຈະໄດ້ອວຍພອນໃຫ້ເຈົ້າກ່ອນພໍ່ຈະເສຍຊີວິດ.”
ເອຊາວຕອບວ່າ: “ໂດຍ!” ແລ້ວເອຊາວກໍອອກຈາກບ້ານໄປລ່າສັດ.
ຂະນະທີ່ອີຊາກລົມກັບເອຊາວຢູ່ນັ້ນ ນາງເຣເບກາກໍຢູ່ໃກ້ບ່ອນນັ້ນ ແລະ ໄດ້ຍິນສິ່ງທີ່ອີຊາກສົນທະນາກັບເອຊາວ. ເມື່ອເອຊາວອອກໄປລ່າສັດ ນາງເຣເບກາກໍໄປເວົ້າກັບຢ່າໂຄບວ່າ: “ລູກເອີຍ! ຈົ່ງຟັງໃຫ້ດີ ແລະ ເຮັດຕາມທີ່ແມ່ບອກ. ລູກຈົ່ງໄປທີ່ຝູງສັດ ແລະ ເລືອກເອົາລູກແບ້ໂຕພີດີງາມມາ ເພື່ອແມ່ຈະເຮັດອາຫານແຊບໆທີ່ພໍ່ຂອງລູກມັກ. ແລ້ວລູກຈົ່ງເອົາອາຫານໄປໃຫ້ພໍ່ຂອງລູກກິນ ເພື່ອວ່າພໍ່ຈະອວຍພອນໃຫ້ລູກ ກ່ອນທີ່ເພິ່ນຈະຕາຍ.”
ແຕ່ຢາໂຄບຕອບແມ່ວ່າ: “ແມ່ກໍຮູ້ວ່າ ເອຊາວເປັນຄົນມີຂົນ ສ່ວນເຮົານັ້ນຕົນຕົວກ້ຽງ. ພໍ່ອາດລູບເບິ່ງເຮົາ ແລະ ເມື່ອເພິ່ນຮູ້ວ່າ ເຮົາກຳລັງຫຼອກລວງເພິ່ນຢູ່ ແທນທີ່ເຮົາຈະໄດ້ຮັບພະພອນ ແຕ່ຈະຖືກສາບແຊ່ງ.”
ນາງເຣເບກາຕອບຢາໂຄບວ່າ: “ລູກເອີຍ! ຂໍໃຫ້ຄຳຊາບແຊ່ງຂອງລູກຕົກຖືກແມ່ເທາະ! ຈົ່ງເຮັດຕາມທີ່ແມ່ບອກເທົ່ານັ້ນ ໄປເອົາແບ້ມາໃຫ້ແມ່.”
ຢາໂຄບຈຶ່ງໄປເອົາແບ້ມາໃຫ້ແມ່ເຮັດອາຫານອັນແຊບໆທີ່ພໍ່ຂອງລາວມັກ. ແລ້ວນາງເຣເບກາກໍເອົາເສື້ອໂຕງາມໆຂອງເອຊາວທີ່ມີໃນເຮືອນມາໃຫ້ຢາໂຄບນຸ່ງ. ແລ້ວນາງເອົາໜັງແກະມາປົກແຂນ ແລະ ຄໍຂອງຢາໂຄບ. ຈາກນັ້ນ ນາງເຣເບກາກໍໄດ້ນຳເອົາອາຫານອັນຫອມຫວານ ແລະ ເອົາເຂົ້າຈີ່ມາໃຫ້ຢາໂຄບຖືໄປໃຫ້ອີຊາກກິນ.
ຢາໂຄບໄດ້ປອມຕົວເປັນເອຊາວ ແລະ ກ່າວຕໍ່ພໍ່ຂອງລາວວ່າ: "ພໍ່ເອີຍ! ລູກເຮັດສິ່ງທີ່ພໍ່ບອກນັ້ນແລ້ວ. ຈົ່ງລຸກຂຶ້ນກິນອາຫານນີ້ເຖີດ ເພື່ອວ່າພໍ່ຈະອວຍພອນລູກ."
ອີຊາກແປກໃຈທີ່ສຽງຂອງເອຊາວເໝືອນຢາໂຄບ ແລະ ສາຍຕາຂອງເພິ່ນກໍມືດມົວ ແລະ ບໍ່ແນ່ໃຈວ່າ ລູກຊາຍທີ່ຢູ່ຕໍ່ໜ້າເພິ່ນນີ້ແມ່ນເອຊາວ ຫຼືຢາໂຄບ. ອີຊາກຈຶ່ງກ່າວຕໍ່ລູກຊາຍຂອງເພິ່ນວ່າ: "ລູກເອີຍ! ຈົ່ງຫຍັບເຂົ້າມາໃກ້ໆພໍ່ ເພື່ອພໍ່ຈະລູບເບິ່ງວ່າ ເຈົ້າແມ່ນເອຊາວແທ້ຫຼືບໍ່?"
ເມື່ອອີຊາກໄດ້ລູບຕົນຕົວຂອງຢາໂຄບ ເພິ່ນກໍບໍ່ຮູ້ວ່າ ແມ່ນຢາໂຄບ ເພາະວ່າແຂນຂອງຢາໂຄບຄືກັບແຂນຂອງເອຊາວ ແລະ ເພິ່ນຍັງໄດ້ກິ່ນເຄື່ອງນຸ່ງຂອງເອຊາວທີ່ຢາໂຄບສວມໃສ່ອີກດ້ວຍ. ຫຼັງຈາກທີ່ອີຊາກກິນອາຫານແລ້ວໆ ເພິ່ນກໍໄດ້ອວຍພອນຢາໂຄບວ່າ: "ຂໍໃຫ້ຊົນຊາດທັງຫຼາຍຮັບໃຊ້ເຈົ້າ ແລະ ໃຫ້ປະຊາຊາດຂາບໄຫວ້ເຈົ້າ ຂໍໃຫ້ເປັນເຈົ້ານາຍເໜືອພີ່ນ້ອງ ແລະ ລູກຊາຍແມ່ຂອງເຈົ້າຂາບໄຫວ້ເຈົ້າ ຜູ້ໃດສາບແຊ່ງເຈົ້າ ກໍຂໍໃຫ້ຜູ້ນັ້ນຖືກສາບ ແລະ ຜູ້ໃດອວຍພອນເຈົ້າ ກໍຂໍໃຫ້ຜູ້ນັ້ນໄດ້ຮັບພອນ.” ປະຖົມມະການ 27:29 TKJV
ອີຊາກບໍ່ຮູ້ວ່າ ລູກຊາຍທີ່ຕົນອວຍພອນໃຫ້ນັ້ນແມ່ນຢາໂຄບແຕ່ບໍ່ແມ່ນເອຊາວ. ສ່ວນຢາໂຄບກັບແມ່ຂອງຕົນກໍໄດ້ສົມຫວັງດັ່ງທີ່ຕັ້ງໃຈໄວ້.
ການຫຼອກລວງ
ນາງເລເບກາຮູ້ວ່າ ອີຊາກຈະອວຍພອນເອຊາວ. ນາງໝັ້ນໃຈວ່າ ສິ່ງເຫຼົ່ານີ້ຂັດຕໍ່ຄຳສັ່ງຂອງພຣະເຈົ້າທີ່ຊົງເປີດເຜີຍຕາມພຣະປະສົງຂອງພຣະອົງ. ນາງຄິດວ່າ ອີຊາກອາດຈະເຮັດໃຫ້ພຣະເຈົ້າບໍ່ພໍໃຈໂດຍຂັດຂວາງບໍ່ໃຫ້ລູກຊາຍຜູ້ທີສອງຮັບຕຳແໜ່ງທີ່ພຣະອົງໄດ້ຈັດຕຽມເອົາໄວ້ໃຫ້ແລ້ວ. ຫຼາຍຄັ້ງທີ່ນາງເລເບກາພະຍາຍາມບອກອີຊາກກ່ຽວກັບຜູ້ທີ່ຈະໄດ້ຮັບຄຳອວຍພອນນີ້ ແຕ່ອີຊາກກໍບໍ່ຟັງ. ສະນັ້ນ ນາງເລເບກາຈຶ່ງໃຊ້ກົນອຸບາຍຫຼອກລວງແທນ.
ຄວາມຮູ້ສຶກຂອງຢາໂຄບ
ແຜນການຂອງແມ່ທີ່ແນະນຳຢາໂຄບຫຼອກລວງເອົາຄຳອວຍພອນຈາກພໍ່ ເປັນສິ່ງທີ່ຢາໂຄບບໍ່ເຕັມໃຈທີ່ຈະຮັບເອົາເລີຍ. ພຽງແຕ່ຄິດເຖິງການຫຼອກລວງພໍ່ກໍເຮັດໃຫ້ຢາໂຄບຮູ້ສຶກບໍ່ສະບາຍໃຈແລ້ວ. ລາວຢ້ານວ່າຈະເປັນບາບ ທີ່ຈະນໍາການສາບແຊ່ງມາແທນພຣະພອນ. ແມ່ຂອງຢາໂຄບຂາດຄວາມເຊື່ອໃນເລື່ອງທີ່ພຣະເຈົ້າຈະເບິ່ງແຍງພຣະສັນຍາຂອງພຣະອົງທີ່ໄດ້ໃຫ້ໄວ້ແກ່ນາງໃນຄວາມຝັນ. ດັ່ງນັ້ນ ນາງຈຶ່ງກົດດັນໃຫ້ຢາໂຄບຫຼອກລວງຜູ້ເປັນພໍ່ ຢາໂຄບກໍບໍ່ໄດ້ຕັ້ງໃຈທີ່ຈະຫຼອກລວງພໍ່ຂອງລາວ ແຕ່ເມື່ອຢາໂຄບມາຢູ່ຕໍ່ໜ້າພໍ່ຂອງລາວແລ້ວ ເບິ່ງຄືວ່າ ລາວເອງໄດ້ໄປໄກເກີນທີ່ຈະຖອນຕົວກັບຄືນ. ດັ່ງນັ້ນ ຢາໂຄບຈຶ່ງຈຳໃຈຫຼອກລວງເອົາຄຳອວຍພອນຈາກພໍ່.
ຕັ້ງແຕ່ວິນາທີທຳອິດທີ່ຢາໂຄບໄດ້ສິດທິລູກຊາຍກົກ ກໍມີສຽງຟ້ອງຮ້ອງຢູ່ໃນໃຈຕະຫຼອດເວລາວ່າ ລາວໄດ້ເຮັດຜິດບາບຕໍ່ພໍ່, ຕໍ່ອ້າຍ, ຕໍ່ຕົນເອງ ແລະ ຕໍ່ພຣະເຈົ້າ. ການເຮັດຜິດບາບພຽງເວລາສັ້ນໆນັ້ນ ຈະເຮັດໃຫ້ລາວມີຄວາມລຳບາກຫຼາຍໃນຊີວິດຂອງລາວ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 27:1-29.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 179-182} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເອຊາວມາຮັບຄຳອວຍພອນ
ເມື່ອຢາໂຄບໄດ້ຮັບຄຳອວຍພອນຈາກພໍ່ແລ້ວ ລາວກໍອຳລາຈາກພໍ່ໄປ. ບໍ່ດົນປານໃດ ເອຊາວກໍໄດ້ກັບມາຈາກການລ່າສັດ ລາວກໍໄດ້ເຮັດອາຫານແຊບໆ ແລະ ຖືເອົາໄປໃຫ້ພໍ່ຂອງລາວ.
ເອຊາວເວົ້າກັບພໍ່ວ່າ: “ພໍ່ເອີຍ! ຈົ່ງລຸກຂຶ້ນມາກິນອາຫານຂອງລູກເຖີດເພື່ອພໍ່ຈະໄດ້ອວຍພອນລູກ.”
ອີຊາກຖາມວ່າ: “ເຈົ້າແມ່ນໃຜ?”
ເອຊາວຕອບວ່າ: “ເອຊາວ! ລູກຊາຍຄົນກົກຂອງພໍ່ເອງ.”
ເມື່ອໄດ້ຍິນແນວນັ້ນ ອີຊາກຈຶ່ງຕົກໃຈຢ້ານຈົນຕົວສັ້ນ ແລະ ຖາມວ່າ: “ຄັ້ນຊັ້ນ! ແມ່ນໃຜທີ່ຂ້າສັດ ແລະ ເຮັດອາຫານມາໃຫ້ພໍ່ກິນ? ພໍ່ໄດ້ກິນ ແລະ ອວຍພອນລາວໄປແລ້ວ ກ່ອນເຈົ້າຈະມາເຖິງ ແລະ ຄຳອວຍພອນນັ້ນກໍເປັນຂອງລາວຕະຫຼອດໄປ.”
ເມື່ອເອຊາວໄດ້ຍິນຢ່າງນັ້ນ ລາວກໍຮູ້ສຶກເສຍໃຈ ແລະ ຮ້ອງຂຶ້ນດ້ວຍຄວາມເຈັບຊ້ຳໃຈທີ່ສຸດ. ແລ້ວເອຊາວໄດ້ເວົ້າຕໍ່ພໍ່ວ່າ: “ພໍ່ເອີຍ! ຈົ່ງອວຍພອນລູກຄືກັນແດ່ທ້ອນ!”
ອີຊາກເວົ້າວ່າ: “ນ້ອງຂອງເຈົ້າຫຼອກລວງພໍ່. ລາວເອົາຄຳອວຍພອນທີ່ເຈົ້າສົມຄວນໄດ້ຮັບນັ້ນໄປແລ້ວ.”
ເມື່ອເອຊາວຮູ້ວ່າ ລາວບໍ່ສາມາດຮັບຄຳອວຍພອນຈາກພໍ່ໄດ້ ລາວກໍກຽດຊັງຢາໂຄບຢ່າງແຮງຍ້ອນຄຳອວຍພອນທີ່ພໍ່ໄດ້ອວຍພອນແກ່ຢາໂຄບ.
ບັດນີ້ ເອຊາວຕັ້ງໃຈທີ່ຈະໄປຮັບຄຳອວຍພອນຈາກພໍ່ ເພາະໃນຄຳອວຍພອນນັ້ນ ບໍ່ໄດ້ກ່າວເຖິງດ້ານຈິດວິນຍານຢ່າງດຽວ ມັນຍັງໝາຍເຖິງການແຕ່ຕັ້ງໃຫ້ເປັນຫົວໜ້າວົງຕະກຸນ ແລະ ການຮັບສ່ວນແບ່ງມໍລະດົກສອງເທົ່າອີກດ້ວຍ ນີ້ແຫລະ! ເປັນສິ່ງທີ່ເອຊາວພໍໃຈຫຼາຍ.
ເຖິງແມ່ນວ່າອີຊາກຕ້ອງການເອຊາວເປັນຜູ້ທີ່ຈະໄດ້ຮັບຄຳອວຍພອນ ລາວຄິດເຖິງຄຳເວົ້າຂອງພຣະເຈົ້າທີ່ກ່າວກັບນາງເລເບກາຢູ່ໃນຄວາມຝັນຂອງນາງ ແລະ ເຖິງແມ່ນວ່າ ຢາໂຄບຈະເຮັດຜິດບາບເພື່ອຍາດເອົາສິດທິລູກຊາຍກົກກໍຕາມ ອີຊາກກໍເຫັນວ່າ ຢາໂຄບເປັນຜູ້ທີ່ເໝາະສົມທີ່ສຸດ ເພາະຂະນະທີ່ອີຊາກອວຍພອນໃຫ້ຢາໂຄບຢູ່ນັ້ນ ເພິ່ນກໍຮູ້ສຶກວ່າ ພຣະວິນຍານບໍຣິສຸດຂອງພຣະເຈົ້າຊົງດົນບັນດານໃຈຂອງເພິ່ນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 27:30-41.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 179-182} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຢາໂຄບໜີໄປຈາກອ້າຍຂອງລາວ
"ຈົ່ງເດັດດ່ຽວ ແລະ ກ້າຫານ ຢ່າຢ້ານພວກເຂົາ, ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຈົ້າຜູ້ສະຖິດຢູ່ກັບພວກເຈົ້າ ພຣະອົງຈະບໍ່ເຮັດໃຫ້ພວກເຈົ້າຜິດຫວັງ ຫຼືປະຖິ້ມພວກເຈົ້າ" (ພຣະບັນຍັດສອງ 31:6).
ດ້ວຍຄວາມຄຽດແຄ້ນ ແລະ ຄວາມກຽດຊັງທີ່ເອຊາວມີຕໍ່ຢາໂຄບ ລາວຈຶ່ງຄິດແຜນການທີ່ຈະຂ້າຢາໂຄບ. ແຕ່ຍ້ອນວ່າຜູ້ເປັນແມ່ໄດ້ຍິນແຜນການນີ້ຈຶ່ງໄດ້ບອກເລື່ອງນີ້ໃຫ້ຢາໂຄບຟັງວ່າ: “ລູກຈົ່ງຟັງໃຫ້ດີ ເອຊາວອ້າຍຂອງເຈົ້າກຳລັງວາງແຜນຈະຂ້າເຈົ້າເພື່ອແກ້ແຄ້ນ. ສະນັ້ນ ຈົ່ງເຮັດຕາມສິ່ງທີ່ແມ່ບອກເຈົ້າເດີ. ລູກເອີຍ! ຈົ່ງໜີໄປຢູ່ນຳລຸງຂອງເຈົ້າທີ່ເມືອງຮາລານຊົ່ວໄລຍະໜຶ່ງກ່ອນ ຈົນກວ່າອ້າຍຂອງເຈົ້າເຊົາຄຽດແຄ້ນ ແລະ ລືມສິ່ງທີ່ເຈົ້າໄດ້ເຮັດຕໍ່ລາວມານັ້ນ ແລ້ວແມ່ກໍຈະໃຊ້ຄົນໄປເອົາເຈົ້າກັບຄືນມາ. ເປັນຫຍັງໜໍ! ຂ້ອຍຈະຕ້ອງສູນເສຍລູກທັງສອງໃນມື້ດຽວ?”
ຢາໂຄບ ແລະ ນາງເລເບກາຜູ້ເປັນແມ່ໄດ້ປະສົບຜົນສຳເລັດໃນແຜນການຫຼອກຫຼວງ ເພື່ອໄດ້ຮັບສິດທິລູກຊາຍກົກ ແຕ່ຜົນທີ່ຕາມມາກໍມີພຽງແຕ່ຄວາມທຸກລຳບາກຈາກການຫຼອກຫຼວງຂອງພວກເຂົານັ້ນ. ພຣະເຈົ້າເຄີຍກ່າວໄວ້ວ່າຢາໂຄບຈະໄດ້ຮັບສິດທິຂອງລູກຊາຍກົກ ຖ້າຫາກພວກເຂົາລໍຄອຍພຣະເຈົ້າດ້ວຍຄວາມເຊື່ອ ພຣະອົງກໍຈະປະທານໃຫ້ຕາມເວລາຂອງພຣະອົງເອງ ແຕ່ພວກເຂົາບໍ່ເຕັມໃຈຍອມມອບເລື່ອງນີ້ໄວ້ໃນພຣະຫັດ(ມື)ຂອງພຣະອົງ.
ນາງເລເບກາກໍໄດ້ສາລະພາບດ້ວຍຄວາມທຸກໃຈທີ່ໄດ້ແນະນຳລູກຊາຍໃຫ້ເຮັດຜິດ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລູກຊາຍຕ້ອງພັດພາກຈາກນາງ ແລະ ນາງກໍບໍ່ໄດ້ເຫັນໜ້າຢາໂຄບອີກເລີຍ.
ກ່ອນທີ່ຢາໂຄບຈະອອກຈາກບ້ານໄປ ພໍ່ຂອງລາວໄດ້ເອີ້ນໃຫ້ມາພົບ. ຜູ້ເປັນພໍ່ກໍໄດ້ເຕືອນຢາໂຄບໃຫ້ຈື່ຈໍາພຣະສັນຍາຂອງພຣະເຈົ້າ ເພາະວ່າຢາໂຄບຈະເປັນຜູ້ສືບທອດພຣະສັນຍານັ້ນ ແລະ ເພິ່ນກໍໄດ້ສັ່ງຢາໂຄບວ່າ: “ຈົ່ງໄປຫາເອົາຍິງສາວຝ່າຍພີ່ນ້ອງແມ່ຂອງເຈົ້າມາເປັນເມຍ… ຂໍພຣະເຈົ້າຈົ່ງອວຍພອນເຈົ້າ ແລະ ປະທານລູກເຕົ້າຢ່າງຫຼວງຫຼາຍ ເພື່ອວ່າເຈົ້າຈະໄດ້ເປັນບັນພະບູລຸດຂອງຊົນຊາດຕ່າງໆ. ຂໍພຣະອົງຊົງອວຍພອນເຈົ້າ ແລະ ເຊື້ອສາຍຂອງເຈົ້າ ເໝືອນດັ່ງທີ່ພຣະອົງໄດ້ອວຍພອນໃຫ້ອັບຣາຮາມ ເພື່ອເຈົ້າຈະໄດ້ເປັນເຈົ້າຂອງດິນແດນທີ່ເຈົ້າອາໄສຢູ່ນີ້ທີ່ພຣະອົງໄດ້ຊົງປະທານໃຫ້ແກ່ອັບຣາຮາມ.” ແລ້ວຢາໂຄບກໍໄດ້ໜີອອກຈາກບ້ານໄປ ພ້ອມກັບຄຳອວຍພອນຂອງພໍ່.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 27:41-45; 28:1-5.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 180-182} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ຄວາມຝັນຂອງຢາໂຄບ
“ຖ້າເຮົາທັງຫຼາຍສາລະພາບຜິດບາບທັງຫຼາຍຂອງພວກເຮົາ ພຣະອົງຊົງສັດຊື່ ແລະ ທ່ຽງທຳ ຈະຊົງໂຜດຍົກບາບຂອງພວກເຮົາ ແລະ ຈະຊົງໂຜດຊຳລະລ້າງເຮົາທັງຫຼາຍຈາກຄວາມອະທຳທັງໝົດສິ້ນ” (1 ໂຢຮັນ 1:9).
ໃນຊ່ວງໄລຍະເດີນທາງອອກມາໄກຈາກບ້ານເກີດ ຢາໂຄບກໍຮູ້ສຶກວ່າຕົນເອງຖືກປະຕິເສດ ຢູ່ໃນໃຈຂອງລາວຮູ້ສຶກວ່າຄວາມທຸກທັງໝົດນີ້ເກີດຈາກຜົນຂອງການເລືອກເຮັດຜິດຂອງລາວເອງ. ຄວາມສິ້ນຫວັງ ແລະ ຄວາມມືດໄດ້ເຂົ້າມາຄອບງໍາລາວ ຈົນລາວບໍ່ກ້າທີ່ຈະອະທິຖານ. ແຕ່ຍ້ອນວ່າຢາໂຄບຮູ້ສຶກໂດດດຽວຈຶ່ງຕ້ອງການໃຫ້ພຣະເຈົ້າປົກປັກຮັກສາ. ດັ່ງນັ້ນ ຢາໂຄບຈຶ່ງຮ້ອງໄຫ້ສາລະພາບຄວາມຜິດບາບຂອງລາວດ້ວຍໃຈທີ່ອ່ອນນ້ອມຖ່ອມຕົນ. ລາວທູນຂໍໃຫ້ພຣະເຈົ້າສະແດງເຄື່ອງໝາຍອັນໃດອັນໜຶ່ງວ່າພຣະອົງບໍ່ໄດ້ປະຖິ້ມລາວ. ຈິດໃຈຂອງລາວຮູ້ສຶກເປັນທຸກຢ່າງໜັກ ແລະ ລາວກໍບໍ່ສາມາດພົບເຫັນຄວາມເລົ້າໂລມໃຈເລີຍ ເຊິ່ງເຮັດໃຫ້ລາວໝົດຄວາມໝັ້ນໃຈໃນຕົນເອງ ແລະ ຢ້ານວ່າພຣະເຈົ້າຂອງບັນພະບູລຸດຂອງລາວນັ້ນໄດ້ປະຖິ້ມລາວໄປແລ້ວ.
ໃນມື້ທີສອງຂອງການເດີນທາງ ຢາໂຄບຮູ້ສຶກອິດເມື່ອຍອ່ອນລ້າຈາກການເດີນທາງ. ສະນັ້ນ ລາວຈຶ່ງໄດ້ເອົາກ້ອນຫີນມາໝູນຕາງໝອນ ແລະ ນອນລົງພັກຜ່ອນ. ເມື່ອນອນຫລັບແລ້ວ ລາວໄດ້ຝັນເຫັນຂັ້ນໄດສະຫວ່າງແຈ້ງຕັ້ງຢູ່ເທິງດິນສູງຈົນຈຸຟ້າ ແລະ ມີບັນດາທູດສະຫວັນຂອງພຣະເຈົ້າກຳລັງຍ່າງຂຶ້ນຍ່າງລົງເທິງຂັ້ນໄດນັ້ນ. ພຣະເຈົ້າໄດ້ປາກົດຢູ່ເທິງຂັ້ນໃດ ແລະ ກ່າວຕໍ່ຢາໂຄບວ່າ: “ເຮົາແມ່ນອົງພຣະຜູ້ເປັນເຈົ້າຂອງອັບຣາຮາມ ແລະ ອີຊາກ. ເຮົາຈະມອບດິນແດນທີ່ເຈົ້າກຳລັງນອນຢູ່ນີ້ໃຫ້ເຈົ້າ ແລະ ເຊື້ອສາຍຂອງເຈົ້າ. ເຊື້ອສາຍຂອງເຈົ້ານັ້ນຈະມີຫຼວງຫຼາຍດັ່ງຂີ້ຝຸ່ນດິນ. ພວກເຂົາຈະແຜ່ຜາຍຂະຫຍາຍເຂດໄປທົ່ວທຸກທິດ ແລະ ໂດຍຜ່ານທາງເຈົ້າ ແລະ ເຊື່ອສາຍຂອງເຈົ້າ ເຮົາຈະອວຍພອນບັນດາຊົນຊາດທັງປວງ.”
ພຣະເຈົ້າຍັງໄດ້ປອບໃຈຢາໂຄບໂດຍກ່າວວ່າ: “ຈົ່ງຈົດຈຳຢູ່ສະເໝີວ່າ ເຮົາຈະຢູ່ນຳເຈົ້າ ແລະ ປົກປັກຮັກສາເຈົ້າທຸກທີ່ທຸກບ່ອນທີ່ເຈົ້າໄປ ແລະ ເຮົາຈະໃຫ້ເຈົ້າກັບມາຢູ່ໃນດິນແດນນີ້. ເຮົາຈະບໍ່ໜີໄປຈາກເຈົ້າ ຈົນກວ່າເຮົາຈະເຮັດສິ່ງທີ່ເຮົາໄດ້ສັນຍາໄວ້ກັບເຈົ້າ.”
ຢາໂຄບຕື່ນຂຶ້ນມາທ່າມກາງຄວາມມືດອັນມິດງຽບສະຫງົບ ແລະ ອ້ອມຮອບໄປດ້ວຍພູເຂົາ. ພໍແນມຂຶ້ນສູ່ທ້ອງຟ້າກໍເຕັມໄປດ້ວຍດວງດາວທີ່ສ່ອງແສງແຈ້ງ. ຢາໂຄບຈຶ່ງເວົ້າຂຶ້ນວ່າ: “ອົງພຣະຜູ້ເປັນເຈົ້າສະຖິດຢູ່ບ່ອນນີ້ແທ້ໆ ແຕ່ເຮົາບໍ່ຮູ້ຈັກ.” ລາວຮູ້ສຶກຢ້ານ ແລະ ເວົ້າຕໍ່ໄປອີກວ່າ: “ບ່ອນນີ້ ໜ້າຂົນຫົວລຸກແທ້ໆ! ຄົງເປັນເຮືອນຂອງພຣະເຈົ້າ ແລະ ຄົງເປັນປະຕູທີ່ໄຂໄປສູ່ສະຫວັນ.”
ແລ້ວຢາໂຄບຈຶ່ງລຸກຂຶ້ນແຕ່ເຊົ້າໆ ລາວໄດ້ເອົາກ້ອນຫີນທີ່ໝູນຫົວນັ້ນຕັ້ງຂຶ້ນເປັນເສົາອະນຸສອນ ແລະ ເອົານ້ຳມັນຫອມເທໃສ່ ເພື່ອຖ້າຫາກວ່າລາວຜ່ານມາເຫັນສະຖານທີ່ແຫ່ງນີ້ ຈຶ່ງຈະໄດ້ແວ່ມານະມັດສະການພຣະເຈົ້າ. ຢາໂຄບເອີ້ນບ່ອນນີ້ວ່າ: “ເບັດເອນ” ເຊິ່ງມີຄວາມໝາຍວ່າ “ເຮືອນຂອງພຣະເຈົ້າ.” ດ້ວຍຈິດໃຈທີ່ຊົມຊື່ນຍິນດີໃນພຣະຄຸນຂອງພຣະເຈົ້າ ຢາໂຄບກໍໄດ້ທວນຄືນພຣະສັນຍາຂອງພຣະເຈົ້າ ແລະ ລາວກໍໄດ້ໃຫ້ຄໍາສັນຍາວ່າ: “ຖ້າພຣະເຈົ້າສະຖິດຢູ່ກັບຂ້ານ້ອຍ ແລະ ປົກປັກຮັກສາຂ້ານ້ອຍໃນການເດີນທາງ ແລະ ໃຫ້ອາຫານ ແລະ ເຄື່ອງນຸ່ງຫົ່ມ ແລະ ຖ້າຂ້ານ້ອຍກັບມາເຖິງບ້ານພໍ່ຂອງຂ້ານ້ອຍຢ່າງປອດໄພ ແລ້ວພຣະອົງກໍຈະເປັນພຣະເຈົ້າຂອງຂ້ານ້ອຍ... ແລະ ຂ້ານ້ອຍຈະຖວາຍໜຶ່ງສ່ວນສິບໃນທຸກໆສິ່ງທີ່ພຣະອົງໄດ້ອວຍພອນຂ້ານ້ອຍ.” ແລ້ວຢາໂຄບກໍໄດ້ເດີນທາງໄປຕໍ່ຈົນເຖິງບ້ານຂອງຍາດຕິພີ່ນ້ອງຝ່າຍທາງແມ່ ແລະ ລາວກໍໄດ້ພັກອາໄສຢູ່ກັບລຸງຂອງລາວ.
ພຣະເຈົ້າຊົງຢູ່ຄຽງຂ້າງພວກເຮົາສະເໝີ
ພຣະເຈົ້າບໍ່ໄດ້ປະຖິ້ມຢາໂຄບ ພຣະອົງຊົງສຳແດງຄວາມເມດຕາຕໍ່ລາວທີ່ໄດ້ຫຼົງເຮັດຜິດພາດໄປ. ດ້ວຍຄວາມຮັກອັນໝັ້ນຄົງຂອງພຣະເຈົ້າ ພຣະອົງຊົງເປີດເຜີຍສິ່ງທີ່ຢາໂຄບຕ້ອງການຄືພຣະຜູ້ຊ່ວຍໃຫ້ລອດ. ພຣະເຈົ້າຍັງໄດ້ສຳແດງໃຫ້ຢາໂຄບເຫັນເຖິງແຜນການຂອງການຊົງໄຖ່ໃຫ້ພົ້ນຈາກຄວາມບາບໃຫ້ແກ່ມະນຸດຊາດໂດຍການໃຊ້ຮູບພາບຂັ້ນໄດທີ່ຢາໂຄບເຫັນຢູ່ໃນຄວາມຝັນນັ້ນເປັນສັນຍາລັກບອກວ່າ ພຣະຜູ້ໄຖ່ບາບ. ພຣະຜູ້ໄຖ່ບາບເປັນຂັ້ນໄດເຊິ່ງເປັນຜູ້ໄກ່ເກ່ຍລະຫວ່າງພຣະເຈົ້າ ແລະ ມະນຸດ. ພຣະຄໍາພີກ່າວວ່າ “ດ້ວຍເຫດວ່າມີພຣະເຈົ້າອົງດຽວແລະ ມີຜູ້ກາງແຕ່ຜູ້ດຽວລະຫວ່າງພຣະເຈົ້າກັບມະນຸດ ຄືພຣະເຢຊູຄຣິດຜູ້ຊົງສະພາບເປັນມະນຸດ” (1 ຕີໂມທຽວ 2:5).
ຄຳສັນຍາຂອງຢາໂຄບຕໍ່ພຣະເຈົ້າ
ໂດຍການເຮັດສັນຍາກັບພຣະເຈົ້າ ຢາໂຄບບໍ່ໄດ້ຕໍ່ລອງກັບພຣະເຈົ້າເພື່ອໄດ້ຮັບຄວາມຊ່ວຍເຫຼືອ ຢາໂຄບໄດ້ສັນຍາກັບພຣະເຈົ້າເພື່ອຕອບແທນພຣະຄຸນຂອງພຣະເຈົ້າ ເພາະວ່າຈິດໃຈຂອງລາວເຕັມລົ້ນໄປດ້ວຍການຂອບພຣະຄຸນພຣະເຈົ້າທີ່ພຣະອົງຊົງຮັກ ແລະ ສະແດງຄວາມເມດຕາຕໍ່ລາວ.
ເຊັ່ນດຽວກັນ ພວກເຮົາຄວນຈະຂອບພຣະຄຸນພຣະເຈົ້າສໍາລັບທຸກໆຄັ້ງທີ່ພວກເຮົາໄດ້ຮັບພຣະພອນຈາກພຣະອົງ ພວກເຮົາຄວນທົບທວນຊີວິດຂອງພວກເຮົາຢູ່ເລື້ອຍໆ ແລະ ຂອບຄຸນພຣະເຈົ້າສຳລັບສິ່ງທີ່ພຣະອົງໄດ້ຊົງປະທານໃຫ້ແກ່ພວກເຮົາ ບໍ່ວ່າຈະເປັນການຊ່ວຍຊູກໍາລັງໃນຍາມຕົກຢູ່ໃນຄວາມຍາກລໍາບາກ, ການຈັດຕຽມຫົນທາງທີ່ດີໄວ້ລ່ວງໜ້າສໍາລັບພວກເຮົາ ແລະ ການຟື້ນຟູສັນຕິສຸກໃນຈິດວິນຍານຂອງພວກເຮົາ. ພວກເຮົາຄວນຈະສຳນຶກວ່າ ທັງໝົດນີ້ເປັນຫຼັກຖານຊີ້ໃຫ້ເຫັນເຖິງການທີ່ພຣະເຈົ້າຊົງເຝົ້າເບິ່ງແຍງພວກເຮົາ.
ຖ້າວ່າ ພວກເຮົາມີພາລະໜັກຂອງຄວາມຜິດບາບ ຫຼືຄວາມຜິດພາດຂະໜາດໃຫຍ່ ພຣະເຈົ້າຊົງເອີ້ນໃຫ້ພວກເຮົາເຂົ້າມາຫາພຣະອົງ “ບັນດາຜູ້ທີ່ເຮັດການໜັກໜ່ວງ ແລະ ແບກພາລະໜັກຈົ່ງມາຫາເຮົາ ແລະ ເຮົາຈະໃຫ້ພວກທ່ານໄດ້ຮັບຄວາມເຊົາເມື່ອຍ” (ມັດທາຍ 11:28).
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 27:41-45; 28:1-5, 10-22.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 180,183-188} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ຢາໂຄບກັບຄືນສູ່ດິນແດນການາອານ
ໃນຂະນະທີ່ຢາໂຄບອາໄສຢູ່ກັບລຸງຂອງລາວ ລາວກໍຮູ້ສຶກຮັກນາງຣາເຊັນ ເຊິ່ງເປັນລູກສາວຂອງລຸງ. ແຕ່ຍ້ອນວ່າລາວບໍ່ມີຄ່າດອງໃຫ້ລຸງຂອງລາວ. ດັ່ງນັ້ນ ທັງສອງຝ່າຍຈຶ່ງໄດ້ຕົກລົງກັນວ່າ ຖ້າຢາໂຄບເຮັດວຽກເປັນເວລາເຈັດປີໃຫ້ລຸງຂອງລາວ. ຫຼັງຈາກນັ້ນ ລາວຈະສາມາດແຕ່ງງານກັບນາງຣາເຊັນໄດ້. ສະນັ້ນ ຢາໂຄບຈຶ່ງເຮັດວຽກໃຫ້ລຸງຂອງລາວເປັນເວລາເຈັດປີ. ຫຼັງຈາກເຈັດປີຜ່ານໄປແລ້ວ ຜູ້ເປັນລຸງກໍໄດ້ຫຼອກຫຼວງຢາໂຄບແຕ່ງງານກັບນາງເລອາ ເຊິ່ງເປັນລູກສາວກົກຂອງເພິ່ນ. ແຕ່ຢາໂຄບບໍ່ໄດ້ຮັກນາງເລອາ. ຫຼັງຈາກອາທິດໜຶ່ງຜ່ານໄປ ຜູ້ເປັນລຸງກໍໄດ້ມອບນາງຣາເຊັນໃຫ້ແກ່ຢາໂຄບ ແຕ່ຢາໂຄບຕ້ອງໄດ້ເຮັດວຽກໃຫ້ລຸງຂອງລາວເປັນເວລາເຈັດປີອີກ ເພື່ອຈ່າຍສຳລັບຄ່າດອງຂອງນາງຣາເຊັນ.
ແຕ່ພຣະເຈົ້າສົງສານນາງເລອາ ແລະ ໄດ້ອວຍພອນໃຫ້ນາງມີລູກຫຼາຍຄົນ ແຕ່ນາງຣາເຊັນມີລູກສອງຄົນເທົ່ານັ້ນ. ແລ້ວຄວາມສຸກພາຍໃນເຮືອນກໍເລີ່ມເສື່ອມໂຊມລົງຍ້ອນຄວາມອິດສາລະຫວ່າງທັງສອງຝ່າຍ. ນາງເລອາມີຄວາມອິດສານາງຣາເຊັນ ຍ້ອນວ່າຢາໂຄບຮັກນາງຣາເຊັນຫຼາຍ ແຕ່ນາງຣາເຊັນກໍມີຄວາມອິດສານາງເລອາເຊັ່ນກັນ ຍ້ອນວ່ານາງມີລູກຫຼາຍຄົນ ແລະ ຕົນເອງນັ້ນມີລູກຍາກ. ຕອນນີ້ ຢາໂຄບມີຄອບຄົວໃຫຍ່, ມີລູກຊາຍ 12 ຄົນ, ມີຄົນຮັບໃຊ້ ແລະ ມີຝູງສັດເປັນຈຳນວນຫຼວງຫຼາຍ.
ໃນຊ່ວງໄລຍະເວລາ 20 ປີ ໃນການອາໄສຢູ່ກັບລຸງ ຢາໂຄບໄດ້ພົບອຸປະສັກ ແລະ ຄວາມທຸກຍາກລຳບາກຢ່າງຫຼວງຫຼາຍ ແຕ່ລາວກໍຜ່ານພົ້ນມັນມາໄດ້ເພາະພຣະເຈົ້າຊົງອວຍພຣະພອນ ແລະ ສະຖິດຢູ່ນໍາລາວ.
ຢາໂຄບໄດ້ເຫັນອີກວ່າທ່າທີຂອງລຸງທີ່ມີຕໍ່ລາວນັ້ນບໍ່ດີຄືແຕ່ກ່ອນ. ແລ້ວພຣະເຈົ້າກໍໄດ້ບອກຢາໂຄບວ່າ: "ຈົ່ງກັບຄືນເມືອສູ່ດິນແດນຂອງບັນພະບູລຸດ ແລະ ຍາດຕິພີ່ນ້ອງຂອງເຈົ້າສາ! ເຮົາຈະຢູ່ກັບເຈົ້າ." ດັ່ງນັ້ນ ຢາໂຄບຈຶ່ງຕຽມຕົວກັບຄືນເມືອບ້ານພໍ່ຂອງລາວທີ່ດິນແດນການາອານ.
ໃນຂະນະທີ່ເດີນທາງກັບບ້ານຕາມເສັ້ນທາງເກົ່າທີ່ຢາໂຄບເຄີຍໜີມານັ້ນ ຄວາມຜິດບາບທີ່ເຄີຍຫຼອກລວງພໍ່ຍັງຄົງວົນວຽນຢູ່ໃນໃຈຂອງຢາໂຄບຕະຫຼອດ. ຢາໂຄບຄິດເຖິງຄວາມຜິດບາບຂອງລາວທັງກາງເວັນ ແລະ ທັງກາງຄືນ ຈົນເຮັດໃຫ້ບັນຍາກາດໃນການເດີນທາງເຕັມໄປດ້ວຍຄວາມໂສກເສົ້າ. ເມື່ອຢາໂຄບເດີນທາງມາໃກ້ຈຸດໝາຍ ລາວກໍຄິດເຖິງເອຊາວອ້າຍຂອງລາວ ຈົນເຮັດໃຫ້ລາວຮູ້ສຶກຢ້ານຫຼາຍ. ແຕ່ເມື່ອລາວຄິດເຖິງຄວາມຝັນຢູ່ທີ່ເບັດເອນ ຈິດໃຈທີ່ເປັນທຸກໜັກນັ້ນກໍຄ່ອຍໆເບົາລົງ. ໃນຂະນະທີ່ຢາໂຄບລະນຶກເຖິງຄວາມບາບຂອງຕົນເອງຢູ່ນັ້ນ ລາວກໍໄດ້ຄິດເຖິງຄວາມເມດຕາຂອງພຣະເຈົ້າທີ່ມີຕໍ່ລາວ ລວມທັງພຣະສັນຍາທີ່ພຣະອົງຈະຊົງຊ່ວຍເຫຼືອ ແລະ ຊີ້ນຳທາງລາວ ແລະ ຢາໂຄບຍັງເຊື່ອວ່າພຣະເຈົ້າຈະຊົງປົກປັກຮັກສາລາວ.
ຢາໂຄບຈຶ່ງສົ່ງຄົນຮັບໃຊ້ຂອງລາວໄປຫາເອຊາວ ເພື່ອໄກ່ເກ່ຍໃຫ້ທັງສອງຝ່າຍເຂົ້າໃຈກັນ. ເມື່ອຄົນຮັບໃຊ້ຂອງຢາໂຄບກັບຄືນມາ ພວກເຂົາກໍລາຍງານໃຫ້ຢາໂຄບຟັງວ່າ: “ພວກເຮົາໄດ້ໄປຫາເອຊາວອ້າຍຂອງທ່ານແລ້ວ ແລະ ເພິ່ນກຳລັງອອກເດີນທາງມາພົບທ່ານ ພ້ອມທັງມີຄົນມານຳສີ່ຮ້ອຍຄົນ.”
ເມື່ອໄດ້ຍິນແນວນັ້ນ ຢາໂຄບກໍຮູ້ສຶກຢ້ານ ແລະ ອຸກໃຈຫຼາຍທີ່ເອຊາວບໍ່ໄດ້ຕອບຕົກລົງເຫັນດີກັບເງື່ອນໄຂຂອງລາວທີ່ຈະພະຍາຍາມຄືນດີກັນ ແຕ່ເອຊາວກຳລັງອອກມາພ້ອມທັງມີຄົນມານຳສີ່ຮ້ອຍຄົນ.. ຢາໂຄບຈະຖອຍຫຼັງກັບຄືນກໍບໍ່ໄດ້ ຈະເດີນໜ້າຕໍ່ໄປກໍບໍ່ກ້າ ສ່ວນຄົນທີ່ຢູ່ກັບລາວບໍ່ມີອາວຸດ ແລະ ປ້ອງກັນຕົວເອງບໍ່ໄດ້ເລີຍ. ຢາໂຄບຢ້ານເອຊາວບຸກເຂົ້າມາໂຈມຕີ. ສະນັ້ນ ລາວຈຶ່ງແບ່ງຄົນຂອງລາວອອກເປັນສອງກຸ່ມ ເພື່ອວ່າຖ້າກຸ່ມໜຶ່ງຖືກໂຈມຕີ ອີກກຸ່ມໜຶ່ງຈະມີໂອກາດໜີລອດໄປໄດ້.
ຫຼັງຈາກນັ້ນ ຢາໂຄບໄດ້ອະທິຖານຕໍ່ພຣະເຈົ້າວ່າ: “ໂອ! ພຣະເຈົ້າຂອງອັບຣາຮາມຜູ້ເປັນພໍ່ເຖົ້າຂອງຂ້ານ້ອຍ ແລະ ພຣະເຈົ້າຂອງອີຊາກຜູ້ເປັນພໍ່ຂອງຂ້ານ້ອຍ ໂຜດຟັງຂ້ານ້ອຍແດ່ທ້ອນ. ພຣະອົງຊົງບອກຂ້ານ້ອຍວ່າ ‘ຈົ່ງກັບຄືນເມືອສູ່ດິນແດນຂອງບັນພະບູລຸດ ແລະ ຍາດຕິພີ່ນ້ອງຂອງເຈົ້າ ແລະ ເຮົາຈະເຮັດທຸກສິ່ງໃຫ້ຜ່ານພົ້ນໄປໂດຍດີສຳລັບເຈົ້າ.’ ຂໍພຣະອົງໂຜດຊ່ວຍຂ້ານ້ອຍໃຫ້ພົ້ນຈາກເງື້ອມມືຂອງອ້າຍເອຊາວແດ່ທ້ອນ. ຂ້ານ້ອຍຢ້ານວ່າລາວຈະເຂົ້າມາບຸກໂຈມຕີ ແລະ ທຳຮ້າຍພວກຂ້ານ້ອຍທັງໝົດທັງຜູ້ຍິງ ແລະ ເດັກນ້ອຍ. ຂໍພຣະອົງໂຜດຈົດຈຳຄຳສັນຍາທີ່ວ່າ ພຣະອົງຈະເຮັດທຸກສິ່ງໃຫ້ຜ່ານພົ້ນໄປໂດຍດີສຳລັບຂ້ານ້ອຍ ແລະ ໃຫ້ຂ້ານ້ອຍມີເຊື້ອສາຍຢ່າງຫຼວງຫຼາຍດັ່ງເມັດຊາຍທີ່ແຄມທະເລເຊິ່ງບໍ່ອາດນັບໄດ້.”
ຫຼັງຈາກອະທິຖານແລ້ວ ຢາໂຄບກໍເລືອກເອົາເຄື່ອງຂອງທີ່ລາວມີໃນຝູງສັດ ເພື່ອເປັນຂອງຕ້ອນໃຫ້ແກ່ເອຊາວອ້າຍຂອງລາວ. ຢາໂຄບຄິດວ່າ ຂອງຕ້ອນທີ່ລາວຈະສົ່ງໄປໃຫ້ເອຊາວນັ້ນ ອາດຈະເຮັດໃຫ້ເອຊາວເຊົາຄຽດແຄ້ນ ຫຼືອາດຈະຍົກໂທດໃຫ້ລາວໄດ້. ແລ້ວຢາໂຄບກໍໄດ້ມອບຝູງສັດແຕ່ລະຝູງໃຫ້ຄົນຮັບໃຊ້ແຕ່ລະຄົນ ແລະ ສັ່ງໃຫ້ພວກເຂົາເດີນທາງອອກໄປກ່ອນເພື່ອນຳເອົາຂອງຕ້ອນໄປມອບໃຫ້ເອຊາວ.
ແຜນການຂອງຊາຕານ
ຊາຕານຮູ້ວ່າ ຜ່ານທາງຢາໂຄບ ປະຊາຊົນທົ່ວໂລກຈະໄດ້ຮັບພຣະພອນ. ມັນຈຶ່ງຫວັງຈະທຳລາຍແຜນການຂອງພຣະເຈົ້າທີ່ຈະອວຍພອນຢາໂຄບນັ້ນ. ດັ່ງນັ້ນ ຊາຕານຈຶ່ງຍຸແຍ່ໃຫ້ເອຊາວເດີນທາງມາ ເພື່ອຕໍ່ສູ້ຢາໂຄບ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 29:31-35; 30:1-24; 31:2,3; 32:3-21.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 193-196} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ພຣະເຈົ້າໃຫ້ຢາໂຄບປ່ຽນຊື່ໃໝ່ວ່າ ອິດສະຣາເອນ
ແຜນການຂອງຊາຕານ
ຊາຕານພະຍາຍາມເຮັດໃຫ້ຢາໂຄບໝົດຫວັງ ໂດຍໃຫ້ລາວປັກຫຼັກຢູ່ກັບຄວາມຄິດທີ່ວ່າ ລາວເປັນຄົນບາບ; ເພື່ອຈະເຮັດໃຫ້ຢາໂຄບເລີກຢືດໝັ້ນໃນພຣະສັນຍາຂອງພຣະເຈົ້າ.
ເມື່ອມາຮອດກາງຄືນ ຄອບຄົວຂອງຢາໂຄບກໍເດີນທາງມາຮອດແມ່ນ້ຳແຫ່ງໜຶ່ງ. ຢາໂຄບໄດ້ສົ່ງລູກ, ເມຍ ແລະ ຄົນຮັບໃຊ້ພ້ອມດ້ວຍຊັບສົມບັດຂ້າມແມ່ນ້ຳໄປ. ແຕ່ສ່ວນລາວເອງຢືນຢູ່ອີກຝັ່ງໜຶ່ງພຽງຄົນດຽວ ເພາະວ່າລາວຕ້ອງການຈະອະທິຖານໝົດຄືນ. ຢາໂຄບປາຖະໜາຢາກຢູ່ກັບພຣະເຈົ້າພຽງຕາມລໍາພັງ ເພາະພຣະອົງຜູ້ດຽວເທົ່ານັ້ນທີ່ຈະສາມາດປ່ຽນແປງຈິດໃຈຂອງເອຊາວໄດ້ ແລະ ພຣະເຈົ້າເທົ່ານັ້ນທີ່ເປັນຄວາມຫວັງດຽວທີ່ຢາໂຄບມີຢູ່.
ໃນສະຖານທີ່ແຫ່ງນັ້ນເຕັມໄປດ້ວຍພູເຂົາ ເຊິ່ງເປັນບ່ອນອາໄສຂອງສັດປ່າ ພ້ອມທັງເປັນຂົງເຂດທີ່ບໍ່ມີຜູ້ຄົນຜ່ານໄປມາ ແລະ ຍັງເປັນບ່ອນທີ່ມີໂຈນດັກປຸ້ນຜູ້ຄົນທີ່ຜ່ານໄປມາເສັ້ນທາງນັ້ນ ຢາໂຄບຢູ່ບ່ອນນັ້ນຄົນດຽວ ແລະ ບໍ່ມີອາວຸດຫຍັງປ້ອງກັນຕົວເອງ. ໃນຂະນະນັ້ນ ເປັນເວລາທ່ຽງຄືນແລ້ວ ທຸກຄົນທີ່ລາວຮັກກໍຢູ່ຫ່າງໄກ ແລະ ພວກເຂົາອາດຈະພົບກັບໄພອັນຕະລາຍ. ຢາໂຄບກົ້ມລົງພື້ນດິນດ້ວຍຄວາມກັງວົນ ແລະ ທຸກໃຈທີ່ສຸດ ເພາະຄົນທີ່ລາວຮັກບໍ່ໄດ້ເຮັດຜິດຫຍັງ ແຕ່ຕ້ອງມາສ່ຽງໄພອັນຕະລາຍຍ້ອນຄວາມຜິດບາບຂອງລາວ. ແລ້ວຢາໂຄບກໍໄດ້ຮ້ອງໄຫ້ອະທິຖານອ້ອນວອນຕໍ່ພຣະເຈົ້າ.
ແຕ່ທັນໃດນັ້ນ ກໍມີມືທີ່ແຂງແຮງຈັບເທິງບາໄຫຼ່ຂອງຢາໂຄບ. ລາວຄິດວ່າແມ່ນສັດຕູທີ່ໄດ້ເຂົ້າມາເພື່ອຈະເອົາຊີວິດຂອງລາວ ລາວຈຶ່ງພະຍາຍາມຕໍ່ສູ້ຈົນສຸດກຳລັງທີ່ລາວມີ ທັງສອງໄດ້ຕໍ່ສູ້ກັນໃນຄວາມມືດແຕ່ບໍ່ມີໃຜເວົ້າຫຍັງເລີຍ. ໃນຂະນະທີ່ຢາໂຄບກຳລັງຕໍ່ສູ້ເພື່ອເອົາຊີວິດຂອງລາວໃຫ້ລອດນັ້ນ ລາວກໍສຳນຶກເຖິງຄວາມຜິດບາບຂອງລາວ ຈົນຮູ້ສຶກວ່າລາວກຳລັງຖືກແຍກອອກຈາກພຣະລັດສະໝີຂອງພຣະເຈົ້າ. ແຕ່ໃນລະຫວ່າງທີ່ຢາໂຄບຕົກຢູ່ສະຖານະການທີ່ທຸກໃຈຢ່າງໜັກນັ້ນ ລາວໄດ້ຈື່ຈໍາພຣະສັນຍາຂອງພຣະເຈົ້າ. ລາວໄດ້ອ້ອນວອນຂໍໃຫ້ພຣະເຈົ້າຊົງເມດຕາລາວ. ຫຼັງຈາກທີ່ທັງສອງໄດ້ຕໍ່ສູ້ກັນຈົນຕາເວັນໃກ້ຂຶ້ນ ຜູ້ທີ່ຕໍ່ສູ້ຢາໂຄບນັ້ນກໍໄດ້ແຕະຢູ່ທີ່ຂໍ້ຕໍ່ສະໂພກຂອງຢາໂຄບ ຈົນຂໍ້ຕໍ່ສະໂພກຂອງຢາໂຄບເຄື້ອນ ແລະ ຂາຂອງລາວກໍເປທັນທີ.
ບັດນີ້ ຢາໂຄບຮູ້ສຶກເຖິງຣິດອຳນາດຂອງພຣະເຈົ້າທີ່ເຮັດໃຫ້ລາວຂາເປ ແລະ ລາວລະນຶກໄດ້ວ່າ ລາວບໍ່ໄດ້ຕໍ່ສູ້ມະນຸດ ແຕ່ໄດ້ຕໍ່ສູ້ພຣະເຈົ້າ. ດ້ວຍຄວາມເຈັບປວດ, ຄວາມທຸກທໍລະມານ ແລະ ຄວາມໂສກເສົ້າເສຍໃຈທີ່ຢາໂຄບໄດ້ຮັບຈາກຄວາມບາບຂອງລາວນັ້ນ ລາວຈຶ່ງກອດຜູ້ທີ່ຕໍ່ສູ້ລາວນັ້ນໄວ້ຢ່າງແໜ້ນ ແລະ ບໍ່ຍອມປ່ອຍໄປ ຈົນກວ່າຈະໄດ້ຮັບພຣະພອນ.
ແຕ່ຜູ້ທີ່ຕໍ່ສູ້ຢາໂຄບນັ້ນ ພະຍາຍາມດຶງມືຂອງຢາໂຄບອອກ ແລະ ກ່າວວ່າ: “ປ່ອຍຂ້ອຍແມ! ເພາະຕາເວັນຈວນຈະຂຶ້ນແລ້ວ.”
ແຕ່ຢາໂຄບຮ້ອງໄຫ້ ແລະ ຕອບວ່າ: “ຂ້ານ້ອຍຈະບໍ່ປ່ອຍທ່ານໄປ ຈົນກວ່າທ່ານຈະອວຍພອນຂ້ານ້ອຍ.”
ຜູ້ທີ່ຕໍ່ສູ້ຢາໂຄບຖາມວ່າ: “ເຈົ້າຊື່ຫຍັງ?”
ຢາໂຄບຕອບວ່າ: “ຢາໂຄບ.”
ຜູ້ທີ່ຕໍ່ສູ້ຢາໂຄບນັ້ນໄດ້ກ່າວວ່າ: “ຊື່ຂອງເຈົ້າຈະບໍ່ແມ່ນຢາໂຄບອີກຕໍ່ໄປ ເຈົ້າໄດ້ຕໍ່ສູ້ກັບພຣະເຈົ້າ ແລະ ມະນຸດ ແລະ ເຈົ້າຊະນະ; ສະນັ້ນ ຊື່ຂອງເຈົ້າຈະແມ່ນອິດສະຣາເອນ.” ແລ້ວຜູ້ທີ່ຕໍ່ສູ້ຢາໂຄບນັ້ນກໍໄດ້ອວຍພອນຢາໂຄບ ແລະ ຈາກໄປ.
ແລ້ວຢາໂຄບກໍເວົ້າຂຶ້ນວ່າ: “ຂ້ອຍໄດ້ເຫັນພຣະເຈົ້າຕໍ່ໜ້າຕໍ່ຕາ ແລ້ວຂ້ອຍຍັງບໍ່ຕາຍ”
ຢາໂຄບໄດ້ຮັບພຣະພອນຕາມທີ່ລາວໄດ້ລໍຄອຍມາເປັນເວລາດົນນານ. ພຣະເຈົ້າໄດ້ໃຫ້ອະໄພລາວສຳລັບຄວາມບາບໃນອະດີດທີ່ລາວໄດ້ເຮັດຜິດທີ່ຜ່ານມານັ້ນ. ບັດນີ້ ການສຳນຶກຜິດໃນຄວາມບາບຂອງລາວໄດ້ຜ່ານພົ້ນໄປແລ້ວ ແລະ ຕອນນີ້ສັນຕິສຸກໄດ້ເກີດຂຶ້ນຢູ່ໃນຈິດໃຈຂອງລາວເມື່ອລາວໄດ້ຄືນດີກັບພຣະເຈົ້າ ແລະ ລາວກໍບໍ່ມີຄວາມຢ້ານເອຊາວອ້າຍຂອງລາວອີກຕໍ່ໄປ.
ຕອນທີ່ຢາໂຄບຕໍ່ສູ້ກັບຜູ້ທີ່ມາຈາກສະຫວັນນັ້ນ ພຣະເຈົ້າໄດ້ສົ່ງທູດສະຫວັນໄປຫາເອຊາວໃນຄວາມຝັນ ແລະ ໃຫ້ເອຊາວເຫັນພາບຊີວິດຂອງຢາໂຄບທີ່ຕ້ອງໜີຈາກບ້ານເກີດຂອງລາວຈົນເຖິງຊາວປີ. ເອຊາວໄດ້ເຫັນຄວາມທຸກຂອງຢາໂຄບໃນການໃຊ້ຊີວິດຢູ່ບ້ານລຸງຂອງລາວ ແລະ ເປັນທຸກໂສກເສົ້າເສຍໃຈເມື່ອຮູ້ວ່າແມ່ຂອງຕົນເສຍຊີວິດແລ້ວ. ຫຼາຍກວ່ານັ້ນອີກ ເອຊາວຍັງໄດ້ເຫັນບັນດາທູດສະຫວັນຂອງພຣະເຈົ້າອ້ອມຮອບຢາໂຄບໄວ້. ດັ່ງນັ້ນ ເອຊາວຈຶ່ງເລົ່າຄວາມຝັນນີ້ໃຫ້ພວກທະຫານຂອງລາວຟັງ ແລະ ໄດ້ສັ່ງຫ້າມພວກເຂົາບໍ່ໃຫ້ທຳຮ້າຍຢາໂຄບ ເພາະພຣະເຈົ້າຂອງພໍ່ຕົນຊົງສະຖິດຢູ່ກັບຢາໂຄບ.
ໃນທີ່ສຸດ ເອຊາວ ແລະ ຢາໂຄບກໍໄດ້ມາພົບໜ້າກັນ. ເອຊາວຍ່າງມາພ້ອມດ້ວຍກອງທັບທະຫານສີ່ຮ້ອຍຄົນ ສ່ວນອີກຝ່າຍໜຶ່ງແມ່ນຢາໂຄບພ້ອມດ້ວຍເມຍ ແລະ ລູກ 12 ຄົນ ພ້ອມທັງຄົນຮັບໃຊ້ທີ່ເບິ່ງແຍງຝູງສັດແຮ່ຂະບວນຍາວມານຳອີກດ້ວຍ. ຢາໂຄບຈັບໄມ້ຄ້ຳໄວ້ຢ່າງແໜ້ນ ແລ້ວຄ່ອຍໆຍ່າງໄປຫາເອຊາວອ້າຍຂອງລາວທີ່ຢືນຢູ່ຕໍ່ໜ້າ. ຍ້ອນການຕໍ່ສູ້ລະຫວ່າງຢາໂຄບກັບພຣະບຸດຂອງພຣະເຈົ້າ ຈຶ່ງເຮັດໃຫ້ຢາໂຄບໄດ້ຮັບບາດເຈັບຢູ່ທີ່ສະໂພກຂອງລາວ ເຊິ່ງເຮັດໃຫ້ລາວທັງຍ່າງໄປທັງຢຸດເທື່ອລະກ້າວຢ່າງຊ້າໆດ້ວຍຄວາມເຈັບປວດ ແຕ່ໃບໜ້າຂອງລາວເຕັມໄປດ້ວຍແສງສະຫວ່າງແຫ່ງສັນຕິສຸກ. ເມື່ອເອຊາວເຫັນຢາໂຄບຍ່າງເຂົ້າມາຫາລາວດ້ວຍຄວາມລຳບາກທໍລະມານຢູ່ນັ້ນ ລາວກໍແລ່ນເຂົ້າໄປຕ້ອນຮັບຢາໂຄບນ້ອງຊາຍຂອງລາວພ້ອມທັງກອດ ທັງຈູບ ແລະ ທັງສອງຕ່າງກໍພາກັນຮ້ອງໄຫ້. ເມື່ອພວກທະຫານຂອງເອຊາວໄດ້ເຫັນຕ່າງກໍພາກັນຮູ້ສຶກປະທັບໃຈ. ຫຼັງຈາກນັ້ນ ຢາໂຄບພ້ອມທັງຄອບຄົວ ແລະ ຄົນຮັບໃຊ້ລວມທັງຝູງສັດ ກໍໄດ້ເຂົ້າໄປອາໄສຢູ່ໃນດິນແດນການາອານ.
ການປ່ຽນຊື່
ຜູ້ທີ່ຕໍ່ສູ້ຢາໂຄບນັ້ນແມ່ນພຣະບຸດຂອງພຣະເຈົ້າ. ຢາໂຄບຕໍ່ສູ້ພຣະເຈົ້າ ແລະ ລາວຊະນະ. ຄົນບາບຜູ້ນີ້ຊະນະພຣະເຈົ້າໂດຍການຖ່ອມຕົວ, ການກັບໃຈໃໝ່ ແລະ ການຍອມຈຳນົນ. ສະນັ້ນ ພຣະເຈົ້າຈຶ່ງໄດ້ປ່ຽນຊື່ໃຫ້ຢາໂຄບໃໝ່ວ່າ ອິດສະຣາເອນ ເພື່ອເປັນຫຼັກຖານວ່າພຣະເຈົ້າໄດ້ໃຫ້ອະໄພຢາໂຄບ.
ສິ້ນສຸດຂອງການຕໍ່ສູ້
ກ່ອນທີ່ພຣະເຢຊູຈະສະເດັດກັບມາຄັ້ງທີສອງ ປະຊາຊົນຂອງພຣະເຈົ້າຈະຕ້ອງຜ່ານປະສົບການຄືກັນກັບຢາໂຄບທີ່ຕໍ່ສູ້ກັບຄວາມທຸກທໍລະມານໃຈດ້ວຍຄວາມເຈັບປວດ. ຜູ້ປະກາດພຣະຄຳເຢເຣມີຢາໄດ້ເຫັນນິມິດກ່ຽວກັບເຫດການໃນຄັ້ງນັ້ນວ່າ: “ເຮົາໄດ້ຍິນສຽງຮ້ອງແຕກຕື່ນຕົກໃຈ ເປັນສຽງຮ້ອງຕົກໃຈຢ້ານ ແລະ ບໍ່ມີຄວາມສະຫງົບສຸກ.... ໃບໜ້າຂອງທຸກຄົນຊີດຂາວ. ມື້ອັນໜ້າຢ້ານກົວໃຫຍ່ນັ້ນ ກໍາລັງຈະມາເຖິງ ບໍ່ມີມື້ໃດເລີຍຈະປຽບປານມື້ນັ້ນໄດ້ ເພາະວ່າມັນເປັນເວລາທຸກໃຈທີ່ຍິ່ງໃຫຍ່່ກວ່າສະໄໝຂອງຢາໂຄບ ແຕ່ພວກເຂົາຈະຜ່ານພົ້ນວັນນັ້ນໄປໄດ້” (ເຢເຣມີຢາ 30:57)
ພວກເຮົາຕ້ອງໄວ້ວາງໃຈໃນພຣະເຈົ້າ
ຊາຕານພະຍາຍາມເຮັດໃຫ້ພວກເຮົາທີ່ເປັນປະຊາຊົນຂອງພຣະເຈົ້າມີຄວາມຢ້ານໂດຍຄິດວ່າຄວາມບາບຂອງພວກເຮົາຍິ່ງໃຫຍ່ເກີນກວ່າທີ່ຈະໄດ້ຮັບການອະໄພ. ໃນຂະນະທີ່ພວກເຮົາຄິດເຖິງຄວາມຜິດບາບໃນຊີວິດຂອງພວກເຮົາທີ່ເຮັດຜ່ານມາ ພວກເຂົາກໍໝົດຫວັງ. ແຕ່ພວກເຮົາຄວນຈະຈື່ຈຳຄວາມເມດຕາຂອງພຣະເຈົ້າທີ່ມີຕໍ່ພວກເຮົາ. ພວກເຮົາຄວນຈະເຮັດໃຫ້ແນ່ໃຈວ່າ ພວກເຮົາໄດ້ສຳນຶກຜິດດ້ວຍຄວາມຈິງໃຈສຳລັບບາບຂອງພວກເຮົາ. ຫຼັງຈາກນີ້ ພວກເຮົາຈະຕ້ອງຄິດເຖິງພຣະສັນຍາຂອງພຣະເຈົ້າທີ່ພຣະເຈົ້າໄດ້ສັນຍາວ່າຈະໃຫ້ອະໄພກັບທຸກໆຄົນທີ່ມາຫາພຣະອົງດ້ວຍຄວາມຈິງໃຈ. ຈາກນັ້ນ ພວກເຮົາສາມາດໄວ້ວາງໃຈໃນພຣະເຈົ້າເພື່ອຊ່ວຍພວກເຮົາໃນເວລາທີ່ມີບັນຫາ. ເຖິງແມ່ນວ່າ ບັນຫາຂອງພວກເຮົາເກີດຈາກຄວາມຜິດພາດ ແລະ ຄວາມບາບຂອງພວກເຮົາເອງ. ພຣະເຈົ້າຈະເປີດຫົນທາງໃຫ້ພວກເຮົາ ພວກເຮົາບໍ່ຕ້ອງໄວ້ວາງໃຈໃນສະຕິປັນຍາຂອງພວກເຮົາ ເພື່ອແກ້ໄຂບັນຫາໃນຊີວິດຂອງພວກເຮົາ. ແຕ່ພວກເຮົາຕ້ອງໄວ້ວາງໃຈໃນພຣະເຈົ້າຢ່າງເຕັມທີ່ວ່າພຣະອົງຈະຊົງເປີດທາງໃຫ້ ແລະ ພຣະອົງຈະຕອບຄຳອະທິຖານຂອງບັນດາຜູ້ທີ່ໄວ້ວາງໃຈໃນພຣະອົງຢ່າງແນ່ນອນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 32:22-30; 33:1-17.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 195-203} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ການດຳລົງຊີວິດຢູ່ດິນແດນການາອານ
ຈົ່ງຈື່ໄວ້ວ່າ ເມື່ອພຣະເຈົ້າຕໍ່ສູ້ຢາໂຄບໃນຄືນມື້ນັ້ນ ພຣະອົງໄດ້ກ່າວວ່າ: “ຊື່ຂອງເຈົ້າຈະບໍ່ແມ່ນຢາໂຄບອີກຕໍ່ໄປ ເຈົ້າໄດ້ຕໍ່ສູ້ກັບພຣະເຈົ້າ ແລະ ມະນຸດ ແລະ ເຈົ້າຊະນະ; ສະນັ້ນ ຊື່ຂອງເຈົ້າຈະແມ່ນ ອິດສະຣາເອນ.” ນັບຕັ້ງແຕ່ນັ້ນມາ ຢາໂຄບມີຊື່ວ່າ ອິດສະຣາເອນ ແລະ ລູກຫຼານຂອງລາວກໍໄດ້ຖືກເອີ້ນວ່າ ຊາວອິດສະຣາເອນ.
ຫຼາຍປີຜ່ານໄປ ໃນການດຳລົງຊີວິດຢູ່ໃນດິນແດນການາອານ ລູກຊາຍຂອງອິດສະຣາເອນກໍໄດ້ເຕີບໂຕເປັນຜູ້ໃຫຍ່ ແລະ ຫຼາຍຄົນກໍມີນິໄສທີ່ບົກພ່ອງ. ເນື່ອງຈາກວ່າ ການມີເມຍຫຼາຍຄົນໄດ້ສົ່ງຜົນເສຍໃຫ້ແກ່ຄອບຄົວ ແລະ ເຮັດໃຫ້ຄວາມຮັກຈືດຈາງລົງ ລວມທັງທຳລາຍຄວາມຜູກພັນໃນຄອບຄົວ. ຄວາມອິດສາຂອງແມ່ແຕ່ລະຄົນໄດ້ສ້າງຄວາມທຸກໃນຊີວິດຄອບຄົວ ເຊິ່ງໄດ້ເຮັດໃຫ້ບັນດາລູກໆທີ່ເຕີບໃຫຍ່ຂຶ້ນມາກາຍເປັນຄົນທີ່ມັກຖົກຖຽງກັນ ແລະ ບໍ່ຍອມຟັງຜູ້ໃດ ຈົນເຮັດໃຫ້ຊີວິດຂອງອິດສະຣາເອນຜູ້ທີ່ເປັນພໍ່ໂສກເສົ້າທຸກໃຈໄປນຳ.
ແຕ່ໃນທ່າມກາງບັນດາລູກຊາຍຂອງອິດສະຣາເອນ ຍັງມີລູກຊາຍຄົນໜຶ່ງທີ່ມີນິໄສທີ່ແຕກຕ່າງຈາກລູກຊາຍຄົນອື່ນໆ ລູກຊາຍຄົນນີ້ມີຊື່ວ່າ “ໂຢເຊັບ.” ລາວເປັນລູກຊາຍຂອງນາງຣາເຊັນ ເຊິ່ງເປັນເມຍທີ່ອິດສະຣາເອນຮັກຫຼາຍທີ່ສຸດ. ໂຢເຊັບມີນິໄສດີ ແລະ ຮູບຮ່າງງາມຄືກັບຄວາມດີງາມຂອງຈິດໃຈທີ່ສະແດງອອກເຖິງຮູບຮ່າງລັກສະນະ. ໂຢເຊັບເປັນຄົນລາເລີງ, ຢືດໝັ້ນໃນຫຼັກສິນທຳ ແລະ ດຸໝັ່ນໃນການເຮັດຄວາມດີ.
ໂຢເຊັບມັກຟັງຄຳສັ່ງສອນຂອງພໍ່ ແລະ ມັກເຊື່ອຟັງພຣະຄຳຂອງພຣະເຈົ້າ ຈົນເຮັດໃຫ້ລາວມີຄວາມສຸພາບອ່ອນໂຍນ, ຄວາມສັດຊື່ ແລະ ຄວາມຈິງໃຈ. ຄວາມດີງາມເຫຼົ່ານີ້ໄດ້ປາກົດໃຫ້ເຫັນຢູ່ໃນຊີວິດປະຈຳວັນຂອງລາວ. ພາຍຫຼັງທີ່ຜູ້ເປັນແມ່ໄດ້ເສຍຊີວິດໄປແລ້ວ ໂຢເຊັບກໍຍິ່ງຜູກພັນກັບພໍ່ຫຼາຍຂຶ້ນ ສ່ວນອິດສະຣາເອນຜູ້ເປັນພໍ່ນັ້ນກໍຮັກໂຢເຊັບລູກຊາຍຂອງເພິ່ນຫຼາຍ ຈົນກະທັ້ງຮັກໂຢເຊັບຫຼາຍກວ່າລູກຊາຍຄົນອື່ນໆທັງໝົດ. ດ້ວຍຄວາມຮັກຂອງຜູ້ເປັນພໍ່ທີ່ມີຕໍ່ລູກຊາຍ ອິດສະຣາເອນຈຶ່ງໄດ້ຕັດເສື້ອລ່າມທີ່ສວຍງາມໃຫ້ແກ່ໂຢເຊັບຜືນໜຶ່ງ ເຊິ່ງເປັນເສື້ອທີ່ມີລາຄາແພງຫຼາຍ ແລະ ເປັນເສື້ອທີ່ຄົນຮັ່ງມີນຸ່ງ. ເມື່ອລູກຊາຍຄົນອື່ນໆເຫັນວ່າ ພໍ່ຂອງຕົນຕັດເສື້ອພິເສດສຳລັບໂຢເຊັບ ພວກເຂົາກໍພາກັນອິດສາ ແລະ ກຽດຊັງໂຢເຊັບຫຼາຍທີ່ສຸດຈົນບໍ່ເວົ້າດີນຳລາວ.
ເວລາໂຢເຊັບຊາຍໜຸ່ມອາຍຸ 17 ປີ ລາວອກໄປລ້ຽງແກະກັບພວກອ້າຍຂອງລາວ ຂະນະທີ່ໂຢເຊັບເຫັນການປະພືດຊົ່ວຊ້າຂອງພວກອ້າຍ ລາວກໍພະຍາຍາມຫ້າມພວກເຂົາ ແຕ່ມັນຍິ່ງເຮັດໃຫ້ພວກອ້າຍມີຄວາມກຽດຊັງຕໍ່ໂຢເຊັບຫຼາຍຂຶ້ນ. ໂຢເຊັບບໍ່ອາດທົນເຫັນພວກອ້າຍຂອງລາວເຮັດຄວາມຜິດບາບຕໍ່ສູ້ພຣະເຈົ້າ. ສະນັ້ນ ລາວຈຶ່ງເລົ່າສູ່ພໍ່ຟັງ ເພື່ອຫວັງວ່າພວກອ້າຍຈະຟັງຄວາມພໍ່ ແລະ ພໍ່ອາດຈະປ່ຽນແປງນິໄສຂອງພວກເຂົາໄດ້.
ດ້ວຍຄວາມຮັກຂອງຜູ້ເປັນພໍ່ທີ່ມີຕໍ່ລູກຊາຍ ອິດສະຣາເອນຈຶ່ງໄດ້ຕັດເສື້ອລ່າມທີ່ສວຍງາມໃຫ້ແກ່ໂຢເຊັບຜືນໜຶ່ງ ເຊິ່ງເປັນເສື້ອທີ່ມີລາຄາແພງຫຼາຍ ແລະ ເປັນເສື້ອທີ່ຄົນຮັ່ງມີນຸ່ງ. ເມື່ອລູກຊາຍຄົນອື່ນໆເຫັນວ່າ ພໍ່ຂອງຕົນຕັດເສື້ອພິເສດສຳລັບໂຢເຊັບ ພວກເຂົາກໍພາກັນອິດສາ ແລະ ກຽດຊັງໂຢເຊັບຫຼາຍທີ່ສຸດຈົນບໍ່ເວົ້າດີນຳລາວ.
ຢູ່ມາຄືນໜຶ່ງ ໂຢເຊັບໄດ້ມີຄວາມຝັນແປກປະຫຼາດ ແລະ ລາວໄດ້ເລົ່າຄວາມຝັນນີ້ໃຫ້ພວກອ້າຍຟັງ. ໂຢເຊັບເວົ້າວ່າ: “ຟັງຄວາມຝັນທີ່ຂ້ອຍຈະເລົ່າສູ່ຟັງນີ້ແມ້! ພວກເຮົາກຳລັງພາກັນມັດເຂົ້າຢູ່ທີ່ທົ່ງນາ ເມື່ອມັດແລ້ວ ຟ່ອນເຂົ້າຂອງຂ້ອຍກໍຕັ້ງຂຶ້ນຊື່ຕົງ. ສ່ວນຟ່ອນເຂົ້າຂອງພວກເຈົ້າໄດ້ຕີວົງລ້ອມຟ່ອນເຂົ້າຂອງຂ້ອຍ ແລະ ຂາບລົງຕໍ່ໜ້າຟ່ອນເຂົ້າຂອງຂ້ອຍ.”
ພວກອ້າຍຈຶ່ງຖາມລາວວ່າ: “ເຈົ້າຄິດວ່າ ເຈົ້າຈະໄດ້ເປັນກະສັດປົກຄອງພວກເຮົາຊັ້ນບໍ?” ແລ້ວພວກອ້າຍຂອງໂຢເຊັບກໍພາກັນຊັງໂຢເຊັບຫຼາຍຂຶ້ນ ຍ້ອນຄວາມຝັນທີ່ໂຢເຊັບໄດ້ເລົ່າມານັ້ນ.
ໃນເວລາຕໍ່ມາ ໂຢເຊັບກໍໄດ້ມີຄວາມຝັນທີ່ແປກປະຫຼາດອີກ ແລະ ລາວໄດ້ເລົ່າຄວາມຝັນສູ່ພໍ່ແລະ ພວກອ້າຍຟັງຕື່ມອີກວ່າ: “ຂ້ອຍຝັນອີກແລ້ວ! ຂ້ອຍຝັນເຫັນດວງຕາເວັນ, ດວງເດືອນ ແລະ ດວງດາວສິບເອັນດວງກົ້ມຂາບຂ້ອຍ.”
ພໍ່ຂອງລາວຈຶ່ງທ້ວງຂຶ້ນວ່າ: “ຄວາມຝັນທີ່ລູກຝັນເຫັນນັ້ນໝາຍຄວາມວ່າຫຍັງ? ລູກຄິດວ່າ ພໍ່ກັບແມ່ ແລະ ພວກອ້າຍຂອງລູກຈະພາກັນໄປກົ້ມຂາບລູກຊັ້ນບໍ?” ແລ້ວພວກອ້າຍຈຶ່ງພາກັນອິດສາໂຢເຊັບຫຼາຍຍິ່ງຂຶ້ນ ສ່ວນອິດສະຣາເອນກໍໄດ້ແຕ່ຄົ້ນຄິດເລື່ອງນີ້ຢູ່ໃນໃຈ ແລະ ເຊື່ອວ່າພຣະເຈົ້າກຳລັງສຳແດງອະນາຄົດໃຫ້ໂຢເຊັບເຫັນ.
ຄົນຂອງພຣະເຈົ້າຖືກໝິ່ນປະໝາດ
ພວກອ້າຍສາມາດເຫັນໄດ້ວ່າພຣະເຈົ້າຢູ່ກັບໂຢເຊບ ແຕ່ພວກເຂົາຍັງໝິ່ນປະໝາດໂຢເຊັບ. ຊີວິດທີ່ດີຂອງໂຢເຊັບຖືກກ່າວໂທດມາຕະຫຼອດຈາກວິທີທາງຄວາມຊົ່ວຮ້າຍຂອງພວກອ້າຍ ແລະ ພວກເຂົາກຽດຊັງໂຢເຊັບທີ່ກ່າວຫາບາບຂອງພວກເຂົາຢູ່ເລື້ອຍໆ. ຄືກັນກັບປັດຈຸບັນນີ້ ບາງຄົນຮູ້ວ່າ ພຣະເຈົ້າຊົງສະຖິດຢູ່ກັບບຸກຄົນຜູ້ນີ້ຢ່າງແທ້ຈິງ ແຕ່ພວກເຂົາບໍ່ສາມາດຈະຢືນຢູ່ໄດ້ເມື່ອຄົນນັ້ນຕຳໜິພວກເຂົາຈາກວິທີທາງຄວາມຊົ່ວຮ້າຍຂອງພວກເຂົາ. ພວກເຂົາມັກຄວາມບາບຫຼາຍ ຈົນພວກເຂົາບໍ່ຢາກກັບໃຈໃໝ່. ເຊັ່ນດຽວກັນກັບພວກອ້າຍຂອງໂຢເຊັບ ພວກເຂົາເລີ່ມກຽດຊັງຄົນຂອງພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 33:18; 37:1-11.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 204-210} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ໂຢເຊັບຖືກຂາຍເປັນທາດ
ລູກຊາຍຂອງອິດສະຣາເອນເປັນຄົນລ້ຽງແກະ ເພາະວ່າພວກເຂົາມີແກະຫຼາຍໂຕ ແລະ ພວກເຂົາຕ້ອງນຳພາແກະຂອງຕົນໄປຊອກຫາຫຍ້າກິນ. ແຕ່ເນື່ອງຈາກວ່າ ໂຢເຊັບ ແລະ ເບັນຢາມິນຍັງເປັນຊາຍໜຸ່ມນ້ອຍຢູ່. ດັ່ງນັ້ນ ພວກເຂົາຈຶ່ງຢູ່ເຝົ້າບ້ານເພື່ອຊ່ວຍພໍ່ ສ່ວນພວກອ້າຍຂອງໂຢເຊັບສິບຄົນໄດ້ພາກັນເອົາຝູງສັດໄປເລາະຫາກິນຕາມທົ່ງຫຍ້າໃນສະຖານທີ່ຕ່າງໆ ແຕ່ກໍບໍ່ກັບມາບ້ານເປັນເວລາດົນ.
ເມື່ອເວລາຜ່ານໄປ ອິດສະຣາເອນກໍເລີ່ມເປັນຫ່ວງຢ້ານວ່າລູກໆຈະເປັນອັນຕະລາຍ ເພາະພວກເຂົາບໍ່ໄດ້ກັບມາບ້ານເປັນເວລາດົນນານ. ດັ່ງນັ້ນ ເພິ່ນຈຶ່ງບອກໂຢເຊັບໄປຕາມຫາພວກອ້າຍ ເພື່ອນຳຂ່າວກັບມາບອກພໍ່ວ່າພວກອ້າຍນັ້ນມີຄວາມເປັນຢູ່ຢ່າງໃດ. ເມື່ອໂຢເຊັບກ່າວອຳລາພໍ່ແລ້ວ ລາວກໍອອກເດີນທາງໄປຕາມຫາພວກອ້າຍ.
ຫຼັງຈາກທີ່ອອກເດີນທາງໄກໄປຄົນດຽວ ໂຢເຊັບກໍພົບເຫັນພວກອ້າຍຂອງລາວ. ເມື່ອພວກອ້າຍຫຼຽວເຫັນໂຢເຊັບກຳລັງເດີນທາງມາແຕ່ໄກໆ ແລະ ພວກເຂົາກໍເຫັນເສື້ອທີ່ເປັນສັນຍາລັກແຫ່ງຄວາມຮັກທີ່ຜູ້ເປັນພໍ່ໄດ້ມອບໃຫ້ໂຢເຊັບນັ້ນ ພວກເຂົາກໍຮູ້ສຶກອິດສາ ແລະ ກຽດຊັງໂຢເຊັບຫຼາຍຂຶ້ນ.
ຄວາມອິດສາ ແລະ ຄວາມກຽດຊັງທີ່ເຊື່ອງຊ້ອນຢູ່ໃນຈິດໃຈຂອງພວກອ້າຍທີ່ພວກເຂົາໄດ້ເກັບໄວ້ມາເປັນເວລາດົນນານນັ້ນ ກໍໄດ້ຄອບງໍາຄວາມຄິດຂອງພວກເຂົາ.
ໃນຂະນະທີ່ໂຢເຊັບເດີນທາງໃກ້ຈະຮອດບ່ອນທີ່ພວກອ້າຍລ້ຽງແກະ ພວກອ້າຍຂອງລາວກໍໄດ້ສົນທະນານຳກັນວ່າ: “ເບິ່ງແມ້! ຄົນຊ່າງຝັນມາທີ່ນີ້ແລ້ວ. ມາເທາະ, ໃຫ້ພວກເຮົາຂ້າລາວ ແລະ ໂຍນສົບຂອງລາວຖິ້ມລົງໃນນ້ຳສ້າງແຫ່ງໃດແຫ່ງໜຶ່ງ. ພວກເຮົາຈະບອກພໍ່ວ່າ 'ສັດຮ້າຍກັດກິນລາວ.' ແລ້ວເຮົາຈະເບິ່ງວ່າ ຄວາມຝັນຂອງລາວນັ້ນຈະເປັນຈິງໄດ້ຢ່າງໃດ.”
ເມື່ອລູເບັນຜູ້ທີ່ເປັນອ້າຍກົກໄດ້ຍິນແນວນັ້ນ ລາວກໍຊອກຫາວິທີຊ່ວຍໂຢເຊັບ. ລາວຈຶ່ງເວົ້າຂຶ້ນວ່າ: ຢ່າຂ້າລາວເທາະ! ພຽງແຕ່ໂຍນລາວລົງນ້ຳສ້າງ ທີ່ຖິ່ນແຫ້ງແລ້ງກັນດານນີ້ກໍພໍແລ້ວ.” ແລ້ວລູເບັນໄດ້ຍ່າງອອກໄປບ່ອນອື່ນເພື່ອບໍ່ໃຫ້ນ້ອງຊາຍຄົນອື່ນໆຮູ້ຈຸດປະສົງຂອງລາວ.
ພໍໂຢເຊັບເດີນທາງມາຮອດບ່ອນທີ່ພວກອ້າຍຂອງລາວຢູ່ ລາວກໍຮູ້ສຶກດີໃຈທີ່ໄດ້ພົບພວກອ້າຍຂອງລາວ ແຕ່ພວກອ້າຍຂອງໂຢເຊັບເບິ່ງໂຢເຊັບພຽງແຕ່ຄວາມກຽດຊັງ. ແລ້ວພວກອ້າຍກໍໄດ້ຍ່າງເຂົ້າໄປຫາໂຢເຊັບ ແລະ ດຶງເສື້ອຄຸມທີ່ໂຢເຊັບນຸ່ງນັ້ນອອກ. ພວກເຂົາເຍາະເຍີຍ ແລະ ຂົ່ມຂູ່ໂຢເຊັບ ເຊິ່ງເຮັດໃຫ້ໂຢເຊັບຮູ້ໄດ້ທັນທີວ່າ ພວກເຂົາໝາຍຈະເອົາຊີວິດຂອງລາວ. ໂຢເຊັບໄດ້ຂໍຮ້ອງອ້ອນວອນພວກອ້າຍຂອງລາວໃຫ້ເຫັນອົກເຫັນໃຈ ແຕ່ພວກອ້າຍກໍບໍ່ສົນໃຈ ແລະ ບໍ່ຟັງສຽງຂໍຮ້ອງອ້ອນວອນຂອງໂຢເຊັບເລີຍ. ຈາກນັ້ນ ພວກອ້າຍຂອງໂຢເຊັບກໍລາກໂຢເຊັບໄປຢ່າງຮຸນແຮງ ແລະ ໂຍນລາວລົງໄປໃນນ້ຳສ້າງແຫ້ງແຫ່ງໜຶ່ງ. ເມື່ອພວກເຂົາແນ່ໃຈວ່າໂຢເຊັບໜີອອກຈາກນ້ຳສ້າງແຫ້ງນັ້ນບໍ່ໄດ້ ແລ້ວພວກອ້າຍກໍປ່ອຍໂຢເຊັບໃຫ້ອົດຕາຍຢູ່ທີ່ນັ້ນ ສ່ວນພວກເຂົາກໍກັບໄປນັ່ງກິນເຂົ້າ.
ໃນຂະນະທີ່ພວກອ້າຍຂອງໂຢເຊັບກຳລັງພາກັນນັ່ງກິນເຂົ້າຢູ່ນັ້ນ ພວກເຂົາກໍເຫັນປະຊາຊົນກຸ່ມໜຶ່ງພວມເດີນທາງແຮ່ຂະບວນໄປຄ້າຂາຍຢູ່ທີ່ປະເທດເອຢິບ. ພວກອ້າຍຂອງໂຢເຊັບຄົນໜຶ່ງຊື່ວ່າ ຢູດາ ຈຶ່ງເວົ້າຂຶ້ນວ່າ: “ຖ້າພວກເຮົາຂ້າລາວ ແລະ ອຳຄວາມຜິດໄວ້ ພວກເຮົາຈະໄດ້ຫຍັງ? ສະນັ້ນ ໃຫ້ພວກເຮົາຂາຍລາວໃຫ້ແກ່ປະຊາຊົນກຸ່ມນີ້ສາ! ໂດຍບໍ່ຕ້ອງທຳຮ້າຍລາວ ເພາະເຖິງຢ່າງໃດ ລາວກໍແມ່ນນ້ອງຊາຍຂອງພວກເຮົາໃນສາຍເລືອດດຽວກັນ.” ແລ້ວພວກອ້າຍຂອງໂຢເຊັບຄົນອື່ນໆກໍເຫັນພ້ອມພຽງກັນ ແລະ ພາກັນດຶງໂຢເຊັບຂຶ້ນມາຈາກນ້ຳສ້າງແຫ້ງນັ້ນທັນທີ.
ເມື່ອໂຢເຊັບຂຶ້ນມາຈາກນ້ຳສ້າງແຫ້ງແລ້ວ ລາວກໍຕົກໃຈທີ່ເຫັນພວກພໍ່ຄ້າ. ລາວກໍລະນຶກເລີຍວ່າພວກອ້າຍຈະຕ້ອງຂາຍລາວໃຫ້ພວກພໍ່ຄ້າຢ່າງແນ່ນອນ. ການເປັນທາດນີ້ເປັນຊະຕາກໍາທີ່ເປັນຕາຢ້ານຫຼາຍກວ່າການຕາຍ. ສະນັ້ນ ໂຢເຊັບຈຶ່ງຂໍຮ້ອງອ້ອນວອນພວກອ້າຍແຕ່ລະຄົນດ້ວຍໃຈທີ່ເປັນທຸກພ້ອມທັງນໍ້າຕາ ແຕ່ກໍບໍ່ມີປະໂຫຍດຫຍັງ ເພາະພວກອ້າຍແຕ່ລະຄົນມີໃຈແຂງກະດ້າງ ແລະ ບໍ່ສົນໃຈຕໍ່ຄຳອ້ອນວອນຂອງໂຢເຊັບເລີຍ. ແລ້ວພວກເຂົາໄດ້ຂາຍໂຢເຊັບໃຫ້ແກ່ພວກພໍ່ຄ້າເປັນເງິນຊາວຫຼຽນ ແລ້ວພວກພໍ່ຄ້າເຫຼົ່ານັ້ນກໍພາໂຢເຊັບໄປປະເທດເອຢິບ.
ຕໍ່ມາ ລູເບັນຜູ້ທີ່ເປັນອ້າຍກົກ ກໍໄດ້ກັບໄປເບິ່ງທີ່ນ້ຳສ້າງແຫ້ງນັ້ນແຕ່ກໍບໍ່ເຫັນໂຢເຊັບແລ້ວ. ລາວຕົກໃຈ ແລະ ໄດ້ຈີກເຄື່ອງນຸ່ງຫົ່ມຂອງຕົນອອກດ້ວຍຄວາມທຸກໃຈຢ່າງໜັກ. ລາວກັບມາຫາພວກນ້ອງຊາຍຂອງລາວ ແລະ ເວົ້າວ່າ: "ໂຢເຊັບບໍ່ຢູ່ໃນນ້ຳສ້າງແລ້ວ! ຂ້ອຍຈະເຮັດແນວໃດດີ?" ເມື່ອລູເບັນໄດ້ຮູ້ວ່າພວກເຂົາໄດ້ຂາຍໂຢເຊັບ ແລະ ຮູ້ວ່າຕົນຊ່ວຍຫຍັງໂຢເຊັບບໍ່ໄດ້ແລ້ວ ລາວຈຶ່ງໄດ້ຈຳໃຈຮ່ວມມືກັບພວກນ້ອງຊາຍໃນການປິດບັງຄວາມຜິດ. ແລ້ວພວກອ້າຍກໍໄດ້ຂ້າລູກແກະ ແລະ ເອົາເສື້ອຄຸມຂອງໂຢເຊັບຈຸ່ມໃສ່ເລືອດຂອງລູກແກະ.
ຈາກນັ້ນ ພວກເຂົາກໍພາກັນຖືເສື້ອໄປຫາພໍ່ ແລະ ເວົ້າວ່າ: “ພວກລູກໄດ້ພົບເຫັນເສື້ອນີ້ ພໍ່ກວດເບິ່ງດູວ່າແມ່ນເສື້ອຂອງລູກຊາຍພໍ່ຫຼືບໍ່?”
ອິດສະຣາເອນຈື່ເສື້ອນັ້ນໄດ້ດີ ແລະ ເວົ້າວ່າ: “ແມ່ນແລ້ວ! ມັນເປັນເສື້ອຂອງໂຢເຊັບລູກຊາຍຂອງຂ້ອຍ. ສັດຮ້າຍໄດ້ກັດກິນລາວຈົນເຖິງແກ່ຄວາມຕາຍແລ້ວ.”
ອິດສະຣາເອນໂສກເສົ້າເສຍໃຈຫຼາຍທີ່ສຸດ ພວກລູກຊາຍຂອງເພິ່ນແຕ່ລະຄົນໄດ້ເຂົ້າມາປອບໃຈເພິ່ນ ແຕ່ກໍບໍ່ມີໃຜສາມາດປອບໃຈເພິ່ນໄດ້. ເມື່ອພວກອ້າຍຂອງໂຢເຊັບທົບທວນເຖິງການກະທຳຂອງພວກເຂົາແລ້ວກໍຮູ້ສຶກຢ້ານກົວ ແລະ ຢາກອ້ອນວອນຂໍການອະໄພຈາກພໍ່ ແຕ່ພວກເຂົາກໍຢ້ານວ່າພໍ່ຈະເວົ້າໃຫ້ພວກເຂົາ. ດັ່ງນັ້ນ ພວກເຂົາຈຶ່ງປິດບັງເລື່ອງນີ້ໃຫ້ເປັນຄວາມລັບ. ສ່ວນອິດສະຣາເອນກໍໄດ້ແຕ່ສືບຕໍ່ໄວ້ທຸກໃຫ້ລູກຊາຍຂອງເພິ່ນເປັນເວລາດົນນານ.
ອິດສະຣາເອນໄດ້ລະເລີຍການລ້ຽງລູກຊາຍຕາມຄໍາສັ່ງສອນຂອງພຣະເຈົ້າໃນໄວເດັກຂອງພວກລູກຊາຍ ເພິ່ນມີບັນຫາຫຼາຍຢ່າງທີ່ເກີດຂຶ້ນໃນຊີວິດຂອງເພິ່ນຈຶ່ງເຮັດໃຫ້ເພິ່ນບໍ່ມີເວລາສັ່ງສອນລູກຊາຍໄດ້ຢ່າງພຽງພໍກ່ຽວກັບເລື່ອງພຣະເຈົ້າ ແລະ ບໍ່ໄດ້ຝຶກຝົນອຸປະນິໄສຂອງພວກເຂົາຕາມທີ່ພວກເຂົາຄວນຈະມີ. ດັ່ງນັ້ນ ພວກເຂົາຈຶ່ງເຕີບໃຫຍ່ກາຍເປັນຄົນທີ່ມັກເຮັດຜິດບາບ ແລະ ຍັງໄດ້ເຮັດໃຫ້ພໍ່ທຸກໃຈ.
ຄວາມສຳຄັນຂອງການສັ່ງສອນລູກ
ຖ້າພໍ່ແມ່ເຫັນຄວາມສຳຄັນຂອງການລ້ຽງລູກໃຫ້ຢູ່ໃນທາງຂອງພຣະເຈົ້າ ພວກເຂົາກໍຈະໃຊ້ເວລາຫຼາຍຂຶ້ນໃນການອະທິຖານສຳລັບລູກ. ພວກເຂົາຈະອະທິຖານຂໍພຣະອົງໃຫ້ປະທານສະຕິປັນຍາໃຫ້ແກ່ພວກເຂົາສໍາລັບການສັ່ງສອນລູກ. ພໍ່ແມ່ຄວນໃຊ້ທຸກໆໂອກາດປັບປຸງນິໄສຂອງລູກທຸກໆຄົນ. ພໍ່ແມ່ຄວນເອົາໃຈໃສ່ໃນການພັດທະນາອຸປະນິໄສຂອງລູກ ຄືລັກສະນະການປະພຶດຄວາມດີໃຫ້ມີການພັດທະນາຫຼາຍຂຶ້ນ ແລະ ລັກສະນະການປະພຶດຄວາມຊົ່ວໃຫ້ມີໜ້ອຍລົງ. ພໍ່ແມ່ທຸກຄົນຄວນເປັນແບບຢ່າງໃຫ້ແກ່ລູກເຊັ່ນດຽວກັນ.
ມີລັກສະນະການປະພຶດທີ່ດີຫຼາຍຢ່າງທີ່ພວກເຮົາສາມາດປູກຝັງໃນອຸປະນິໄສຂອງລູກພວກເຮົາເຊັ່ນ: ຄວາມຊື່ສັດ, ຄວາມກະຕັນຍູ, ຄວາມເອົາໃຈໃສ່, ຄວາມເຫັນອົກເຫັນໃຈ, ຄວາມເມດຕາ, ຄວາມດຸໝັ່ນ, ການຫ້າມໃຈຕົນເອງ, ການໃຫ້ອະໄພ, ຄວາມຈົ່ງຮັກພັກດີ, ການເຊື່ອຟັງ, ການມີລະບຽບວິໄນທີ່ຮຽບຮ້ອຍ, ຄວາມອົດທົນ, ຄວາມເຄົາລົບນັບຖື, ຄວາມຮັບຜິດຊອບ, ແລະ ການຄວບຄຸມຕົນເອງ. ອຸປະນິໄສ ແລະ ລັກສະນະການປະພຶດເຫຼົ່ານີ້ຈະຊ່ວຍລູກເປັນຄົນດີໃນອະນາຄົດຂອງພວກເຂົາ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 37:12-35.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 210-212} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ຄວາມຊື່ສັດຂອງໂຢເຊັບ
“ພຣະເຈົ້າຊົງສະຖິດຢູ່ກັບໂຢເຊັບ ແລະ ພຣະອົງໄດ້ຊົງສະແດງຄວາມເມດຕາຕໍ່ລາວ… ແລະ ທຸກໆສິ່ງທີ່ລາວເຮັດໄດ້ ພຣະເຈົ້າຊົງອວຍພອນໃຫ້ຈະເລີນຂຶ້ນ” (ປະຖົມມະການ 39:21,23).
ພໍມາຮອດປະເທດເອຢິບ ພວກພໍ່ຄ້າກໍໄດ້ຂາຍໂຢເຊັບໃຫ້ຄົນໜຶ່ງຊື່ວ່າ "ໂປຕີຟາ" ເຊິ່ງເປັນນາຍທະຫານທີ່ເປັນຫົວໜ້າຮັກສາວັງຂອງກະສັດ. ໂຢເຊັບກໍໄດ້ເຮັດວຽກຮັບໃຊ້ຢູ່ທີ່ນັ້ນເປັນເວລາສິບປີ. ໂປຕີຟາເຫັນວ່າພຣະເຈົ້າໄດ້ບັນດານໃຫ້ທຸກໆສິ່ງທີ່ໂຢເຊັບເຮັດນັ້ນເກີດຜົນດີ ເພິ່ນຈຶ່ງພໍໃຈກັບວຽກງານທີ່ໂຢເຊັບເຮັດ. ສະນັ້ນ ໂປຕີຟາຈຶ່ງມອບທຸກໆສິ່ງທີ່ເພິ່ນມີໃຫ້ໂຢເຊັບເປັນຜູ້ເບິ່ງແຍງຮັບຜິດຊອບແທນເພິ່ນ ແລະ ບໍ່ກັງວົນສົນໃຈນຳສິ່ງໃດເລີຍ. ເພາະເຫັນແກ່ໂຢເຊັບ ພຣະເຈົ້າຈຶ່ງຊົງອວຍພອນໃຫ້ຄອບຄົວຂອງໂປຕີຟາ ແລະ ທຸກໆສິ່ງທີ່ເພິ່ນມີຢູ່ໃນບ້ານ ແລະ ໃນທົ່ງນາໃຫ້ຈະເລີນຂຶ້ນ.
ເມຍຂອງໂປຕີຟາເຫັນວ່າໂຢເຊັບເປັນຊາຍໜຸ່ມທີ່ມີຮູບຮ່າງງາມ ແລະ ໜ້າຮັກ. ນາງກໍຫຼົງມັກໂຢເຊັບ ແລະ ມີມື້ຫນຶ່ງ ນາງໄດ້ຊັກຊວນໃຫ້ໂຢເຊັບໄປນອນນຳນາງ. ແຕ່ໂຢເຊັບປະຕິເສດ ແລະ ໄດ້ຕອບນາງວ່າ: “ເບິ່ງດູ! ນາຍຂອງຂ້ານ້ອຍບໍ່ໄດ້ກັງວົນສົນໃຈນຳສິ່ງໃດເລີຍຢູ່ໃນເຮືອນນີ້ ຍ້ອນເພິ່ນເຊື່ອໃຈຂ້ານ້ອຍ ເພິ່ນໃຫ້ຂ້ານ້ອຍຮັບຜິດຊອບທຸກໆສິ່ງທີ່ເພິ່ນມີ. ຂ້ານ້ອຍມີອຳນາດໃນເຮືອນຫຼັງນີ້ເທົ່າໆກັນກັບເພິ່ນ ແລະ ເພິ່ນບໍ່ເຄີຍຫວງຫ້າມຂ້ານ້ອຍໃນສິ່ງໃດໆເລີຍ ຍົກເວັ້ນແຕ່ຕົວທ່ານທີ່ເປັນເມຍຂອງເພິ່ນ ແລ້ວຂ້າຂ້ອຍຈະກ້າລ່ວງປະເວນີ ແລະ ເຮັດຜິດບາບຕໍ່ສູ້ພຣະເຈົ້າໄດ້ຢ່າງໃດ?” ແຕ່ນາງກໍຍັງຂໍຮ້ອງໂຢເຊັບທຸກມື້ທຸກວັນໃຫ້ໄປນອນນຳນາງ.
ມື້ໜຶ່ງ ໂຢເຊັບເຂົ້າໄປເຮັດວຽກຢູ່ໃນເຮືອນ ເຊິ່ງໃນເວລານັ້ນກໍບໍ່ມີຜູ້ຮັບໃຊ້ຄົນອື່ນໆຢູ່ໃນເຮືອນຈັກຄົນ. ເມຍຂອງໂປຕີຟາຈຶ່ງສວຍໂອກາດນີ້ຈ່ອງເສື້ອຂອງໂຢເຊັບເອົາໄວ້ ແລະ ເວົ້າວ່າ: “ມານອນນຳຂ້ອຍສາ!” ແຕ່ໂຢເຊັບໄດ້ຫລົບໜີແລ່ນອອກໄປຂ້າງນອກ. ເມຍຂອງໂປຕີຟາເຫັນວ່າຕົນເອງຫາທາງນອນກັບໂຢເຊັບບໍ່ໄດ້ ແລະ ເມື່ອເຫັນວ່າເສື້ອຂອງໂຢເຊັບຢູ່ໃນມືຂອງຕົນເອງ ນາງຈຶ່ງແກ້ແຄ້ນໂຢເຊັບໂດຍການໃສ່ຮ້າຍປ້າຍສີໂຢເຊັບ. ເມື່ອໂປຕີຟາກັບມາເຮືອນ ເມຍຂອງເພິ່ນກໍໄດ້ຕົວະເພິ່ນວ່າ ໂຢເຊັບພະຍາຍາມທຳຮ້າຍນາງ. ເມື່ອໂປຕີຟາໄດ້ຍິນເລື່ອງທີ່ເມຍຂອງເພິ່ນເວົ້າມານັ້ນ ເພິ່ນກໍໃຈຮ້າຍ ແລະ ສັ່ງໃຫ້ຈັບເອົາໂຢເຊັບໄປເຂົ້າຄຸກ.
ເຖິງແມ່ນວ່າ ໂຢເຊັບຈະຢູ່ໃນຄຸກຕາມຂໍ້ກ່າວຫາທີ່ບໍ່ແມ່ນຄວາມຈິງກໍຕາມ ລາວກໍຍັງຄົງດຸໝັ່ນຂະຫຍັນ ຈົນເຮັດໃຫ້ທຳມະໂລງ(ຜູ້ຄຸມຢູ່ໃນຄຸກ)ເລີ່ມພໍອົກພໍໃຈ ແລະ ໄວ້ວາງໃຈໃນໂຢເຊັບ. ສະນັ້ນ ທໍາມະໂລງຈຶ່ງໃຫ້ໂຢເຊັບຮັບຜິດຊອບວຽກງານທຸກຢ່າງທີ່ຢູ່ໃນຄຸກ ລວມທັງເປັນຜູ້ເບິ່ງແຍງນັກໂທດອີກດ້ວຍ. ເພິ່ນບໍ່ໄດ້ກວດກາສິ່ງໃດໆທີ່ໂຢເຊັບຮັບຜິດຊອບ ເພາະວ່າ ທຸກສິ່ງທີ່ໂຢເຊັບເຮັດນັ້ນຫລ້ອນໜ້າທີ່ທຸກຢ່າງ.
ຄວາມຊື່ສັດ ແລະ ຄວາມຈົ່ງຮັກພັກດີ
ເຖິງແມ່ນວ່າ ໂຢເຊັບຈະອາໄສຢູ່ກັບຄົນທີ່ບໍ່ນັບຖືພຣະເຈົ້າ ແລະ ຂາບໄຫ້ວບູຊາຮູບປັ້ນກໍຕາມ ແຕ່ລາວກໍຍັງຄົງຮັກສາການໃຊ້ຊີວິດທີ່ສະຫງົບຫງຽບ ແລະ ສັດຊື່ຈົ່ງຮັກພັກດີຕໍ່ພຣະເຈົ້າ. ໂຢເຊັບບໍ່ໄດ້ອາຍທີ່ຈະນັບຖືພຣະເຈົ້າຂອງບັນພະບູລຸດ ແລະ ລາວຍັງຄົງນະມັດສະການພຣະເຈົ້າຢ່າງເປີດເຜີຍ.
ການກະທຳຂອງເຮົາ
ການກະທຳຂອງເຮົາໃນສະຖານະການທີ່ມີຄວາມຫຍຸ້ງຍາກສາມາດເປັນພະຍານທີ່ຍິ່ງໃຫຍ່ທີ່ສຸດສຳລັບຄວາມເຊື່ອຂອງເຮົາ. ຄວາມສະຫງ່າງາມຂອງອຸປະນິໄສຂອງເຮົາຈະໄດ້ຖືກເປີດເຜີຍຢູ່ໃນສັງຄົມ ແລະ ຜູ້ອື່ນຈະເຫັນບາງສິ່ງບາງຢ່າງໃນຕົວຂອງເຮົາທີ່ມີຄວາມແຕກຕ່າງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 39:1-23.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 213-218} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ແກ້ຄວາມຝັນ
ໃນເວລາທີ່ໂຢເຊັບຢູ່ໃນຄຸກນັ້ນ ມີຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນ ແລະ ຫົວໜ້າພະນັກງານເຮັດເຂົ້າຈີ່ຂອງກະສັດເອຢິບທີ່ຖືກເຂົ້າຄຸກຍ້ອນການເຮັດຜິດບາງຢ່າງ. ຕອນເຊົ້າມື້ໜຶ່ງ ໂຢເຊັບສັງເກດເຫັນພວກເຂົາທັງສອງມີຄວາມໂສກເສົ້າ. ໂຢເຊັບຈຶ່ງສອບຖາມເຖິງຕົ້ນປາຍສາເຫດວ່າເປັນຫຍັງພວກເຂົາຈຶ່ງເປັນທຸກກັງວົນໃຈ ແລ້ວກໍພົບວ່າພວກເຂົາທັງສອງມີຄວາມຝັນທີ່ແປກປະຫຼາດ ເຊິ່ງພວກເຂົາຢາກຮູ້ວ່າຄວາມຝັນນັ້ນມີຄວາມໝາຍວ່າຢ່າງໃດ.
ໂຢເຊັບເວົ້າກັບພວກເຂົາວ່າ: “ພຣະເຈົ້າເທົ່ານັ້ນທີ່ຈະແກ້ຄວາມຝັນນັ້ນໄດ້ ຂໍໃຫ້ທ່ານລອງເລົ່າຄວາມຝັນສູ່ຂ້ານ້ອຍຟັງເບິ່ງດູ!”
ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນເລົ່າວ່າ: “ຂ້ອຍໄດ້ຝັນເຫັນເຄືອອະງຸ່ນເຄືອໜຶ່ງຢູ່ຕໍ່ໜ້າຂ້ອຍ ແລະ ມີສາມງ່າ. ໃນທັນໃດ ງ່າເຫຼົ່ານັ້ນກໍປົ່ງໃບ, ດອກກໍບານ ແລະ ມີພົ້ວໝາກອະງຸ່ນສຸກຢູ່ເຕັມງ່າ. ຂ້ອຍຍົກຈອກຂອງກະສັດຂຶ້ນ ແລະ ປິດໝາກອະງຸ່ນບີບລົງໃສ່ຈອກນັ້ນ ແລະ ຢື່ນໃຫ້ເພິ່ນ.”
ໂຢເຊັບຕອບລາວວ່າ: “ຄວາມຝັນຂອງທ່ານມີຄວາມໝາຍດັ່ງນີ້: ສາມງ່ານັ້ນໝາຍເຖິງສາມວັນ. ພາຍໃນສາມວັນ ກະສັດຈະປົດປ່ອຍທ່ານອອກຈາກຄຸກ ທັງຍົກໂທດໃຫ້ ແລະ ມອບຕຳແໜ່ງເດີມໃຫ້… ເມື່ອທຸກສິ່ງຮຽບຮ້ອຍໄປດ້ວຍດີແລ້ວ ຂໍທ່ານຢ່າລືມຂ້ານ້ອຍເດີ. ຂໍທ່ານກະລຸນາບອກເລື່ອງຂອງຂ້ານ້ອຍໃຫ້ກະສັດຮັບຮູ້ນຳແດ່ ແລະ ຊ່ວຍຂ້ານ້ອຍໃຫ້ອອກຈາກຄຸກນີ້ດ້ວຍ. ຕາມຄວາມຈິງແລ້ວ ຂ້ານ້ອຍຖືກຂາຍ ແລະ ນຳມາທີ່ປະເທດເອຢິບ ຂ້ານ້ອຍກໍບໍ່ໄດ້ເຮັດຫຍັງຜິດເລີຍ ພໍທີ່ຈະຖືກຄຸກຍ້ອນ.”
ເມື່ອຫົວໜ້າພະນັກງານເຮັດເຂົ້າຈີ່ເຫັນວ່າຄວາມຝັນຂອງຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນເປັນເລື່ອງດີ ລາວຈຶ່ງເລົ່າຄວາມຝັນຂອງຕົນໃຫ້ໂຢເຊັບຟັງວ່າ: “ຂ້ອຍກໍຝັນຄືກັນ. ຂ້ອຍຝັນວ່າໄດ້ຖືຖາດເຂົ້າຈີ່ສາມຖາດເທິງຫົວຂ້ອຍ. ໃນຖາດໜ່ວຍເທິງມີເຂົ້າຈີ່ທຸກຊະນິດສຳລັບກະສັດ ແຕ່ນົກໄດ້ມາກິນເຂົ້າຈີ່ນັ້ນ.”
ໂຢເຊັບຕອບລາວວ່າ: “ຄວາມຝັນຂອງທ່ານມີຄວາມໝາຍດັ່ງນີ້: ຖາດສາມໃບນັ້ນໝາຍເຖິງສາມວັນ. ພາຍໃນສາມວັນ ກະສັດຈະເອົາທ່ານອອກມາຈາກຄຸກ ແລະ ສັ່ງຕັດຄໍທ່ານ! ແລ້ວເຂົາກໍຈະເອົາສົບຂອງທ່ານໄປແຂວນໄວ້ທີ່ຕົ້ນໄມ້ ແລະ ຝູງນົກຈະມາເຈາະກິນເນື້ອຂອງທ່ານ.”
ສາມວັນຕໍ່ມາ ກໍເປັນວັນເກີດຂອງກະສັດເອຢິບ. ເພິ່ນໄດ້ຈັດງານກິນລ້ຽງຂຶ້ນສຳລັບຂ້າຣາຊາການທັງຫຼາຍຂອງເພິ່ນ. ກະສັດກໍໄດ້ປ່ອຍຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນ ແລະ ຫົວໜ້າພະນັກງານເຮັດເຂົ້າຈີ່ໃຫ້ອອກຈາກຄຸກ. ເພິ່ນໄດ້ມອບຕຳແໜ່ງເດີມຄືນໃຫ້ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນ ແຕ່ໄດ້ສັ່ງໃຫ້ປະຫານຊີວິດຫົວໜ້າພະນັກງານເຮັດເຂົ້າຈີ່. ແລ້ວທຸກສິ່ງກໍໄດ້ເປັນໄປຕາມທີ່ໂຢເຊັບໄດ້ເວົ້າໄວ້ທຸກປະການ. ແຕ່ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນນັ້ນລືມຄິດເຖິງໂຢເຊັບ.
ອຸປະນິໄສຂອງໂຢເຊັບສ່ອງປະກາຍແມ່ນແຕ່ຢູ່ໃນຄຸກໃຕ້ດິນທີ່ມືດ. ລາວຢຶດໝັ້ນຢູ່ໃນຄວາມເຊື່ອ ແລະ ຄວາມອົດທົນ. ເຖິງແມ່ນວ່າ ການຮັບໃຊ້ດ້ວຍຄວາມສັດຊື່ເປັນເວລາຫຼາຍປີຈະຖືກຕອບແທນຢ່າງໂຫດຮ້າຍກໍຕາມ ແຕ່ມັນກໍບໍ່ໄດ້ເຮັດໃຫ້ໃຈຂອງໂຢເຊັບໝົ່ນໝອງ ຫຼືລະແວງສົງໄສຢ່າງໃດເລີຍ ລາວມີສັນຕິສຸກທີ່ເກີດຈາກຄວາມບໍຣິສຸດໃຈ. ໂຢເຊັບຝາກເລື່ອງຂອງລາວທັງໝົດໄວ້ກັບພຣະເຈົ້າດ້ວຍຄວາມໄວ້ວາງໃຈ ລາວບໍ່ໄດ້ຄິດເຖິງການທີ່ຕົນຖືກກົດຂີ່ຂົມເຫັງ ແຕ່ລາວໄດ້ລືມຄວາມທຸກເຫຼົ່ານັ້ນໂດຍການປອບໃຈຄົນອື່ນທີ່ມີຄວາມທຸກ. ເຖິງແມ່ນວ່າ ໂຢເຊັບຈະຢູ່ໃນຄຸກ ແຕ່ລາວກໍຍັງດຸໝັ່ນພາກພຽງໃນການຮັບໃຊ້.
ພຣະເຈົ້າຊົງໃຊ້ຄວາມທຸກຍາກລຳບາກ ເພື່ອກະກຽມໂຢເຊັບໄວ້ສຳລັບໜ້າທີ່ອັນຍິ່ງໃຫຍ່ ແລະ ໂຢເຊັບກໍບໍ່ໄດ້ປະຕິເສດການຝຶກອົບຮົມທີ່ຈຳເປັນນີ້. ເມື່ອຢູ່ໃນຄຸກ ໂຢເຊັບໄດ້ເຫັນຜົນຂອງການຖືກກົດຂີ່ຂົມເຫັງ, ການໃຊ້ອຳນາດປົກຄອງ ແລະ ຜົນກະທົບຂອງການກໍ່ການຮ້າຍ. ໂຢເຊັບຈຶ່ງໄດ້ຮຽນຮູ້ເລື່ອງຄວາມຍຸຕິທຳ, ຄວາມເອື້ອເຟື້ອເພື່ອແຜ່ ແລະ ຄວາມເຫັນອົກເຫັນໃຈ. ສິ່ງເຫຼົ່ານີ້ໄດ້ກຽມລາວໃຫ້ຮູ້ຈັກການໃຊ້ອຳນາດດ້ວຍສະຕິປັນຍາ ແລະ ດ້ວຍຄວາມເມດຕາໃນເວລາທີ່ລາວຈະເປັນຜູ້ນໍາໃນອະນາຄົດ.
ຢຶດໝັ້ນຢູ່ໃນຄວາມສັດຊື່
ຄວາມສັດຊື່ທີ່ໂຢເຊັບໄດ້ສະແດງອອກໃນຊີວິດແຕ່ລະມື້ຢູ່ໃນຄຸກ ແລະ ຄວາມເມດຕາສົງສານທີ່ລາວມີຕໍ່ຄົນທີ່ຕົກທຸກລຳບາກນັ້ນ ໄດ້ເປີດທາງສໍາລັບຄວາມຮຸ່ງເຮືອງກຽດຕິຍົດຂອງລາວໃນອະນາຄົດ. ໃນທຳນອງດຽວກັນ ຄວາມສະຫວ່າງທີ່ເຮົາສ່ອງອອກໄປຈະສະທ້ອນກັບຄືນມາຫາເຮົາ.
ຄຳເວົ້າທຸກໆຄຳທີ່ປອບໃຈຜູ້ຄົນທີ່ໂສກເສົ້າດ້ວຍຄວາມເມດຕາ ທຸກໆຄັ້ງທີ່ມີການຊ່ວຍບັນເທົາຄວາມທຸກຂອງຜູ້ຄົນທີ່ຖືກກົດຂີ່ຂົ່ມເຫັງ ແລະ ທຸກໆສິ່ງທີ່ໄດ້ຖືກບໍລິຈາກໃຫ້ແກ່ຄົນທຸກຍາກ ຖ້າຫາກພວກເຮົາເຮັດສິ່ງທັງໝົດນີ້ດ້ວຍໃຈທີ່ບໍ່ເຫັນແກ່ຕົວ ມັນກໍຈະນຳພຣະພອນໄປສູ່ຜູ້ໃຫ້.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 40:1-23.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 219} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ໂຢເຊັບຖືກແຕ່ງຕັ້ງໃຫ້ເປັນຜູ້ປົກຄອງ
ຫຼັງຈາກສອງປີຜ່ານໄປ ກະສັດເອຢິບກໍໄດ້ຝັນແປກປະຫຼາດທັງສອງເລື່ອງ ເຊິ່ງຄວາມຝັນທັງສອງເລື່ອງນີ້ເບິ່ງຄືວ່າຈະເປັນລາງບອກເຖິງເຫດການຮ້າຍແຮງອັນດຽວກັນ. ກະສັດເອຢິບບໍ່ສາມາດເຂົ້າໃຈຄວາມໝາຍຂອງຄວາມຝັນ ແລະ ຄວາມຝັນນັ້ນຍັງມາລົບກວນຈິດໃຈຂອງເພິ່ນຢູ່ຕະຫຼອດເວລາ. ສະນັ້ນ ກະສັດຈຶ່ງເອີ້ນພວກໝໍມໍ ແລະ ນັກປາດໃນປະເທດເອຢິນມາເຂົ້າເຝົ້າ. ເພິ່ນໄດ້ເລົ່າຄວາມຝັນເຫຼົ່ານັ້ນໃຫ້ພວກເຂົາຟັງ ແຕ່ກໍບໍ່ມີໃຜສາມາດແກ້ຄວາມຝັນຂອງເພິ່ນໄດ້. ກະສັດເອຢິບຈຶ່ງເປັນທຸກກັງວົນໃຈຫຼາຍ ແລະ ຄວາມຢ້ານກັງວົນຂອງກະສັດກໍໄດ້ແຜ່ຂະຫຍາຍໄປທົ່ວສຳນັກຂ້າຣາຊາການທັງຫຼາຍ. ຄວາມປັ່ນປ່ວນທີ່ເກີດຂຶ້ນໄດ້ເຮັດໃຫ້ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນຄິດເຖິງເຫດການຄວາມຝັນຂອງຕົນເອງ ແລະ ລາວກໍຄິດເຖິງໂຢເຊັບຂຶ້ນມາທັນທີ ແລະ ກໍເສຍໃຈທີ່ຕົນເອງໄດ້ລືມບຸນຄຸນຂອງໂຢເຊັບ. ຫົວໜ້າພະນັກງານເຮັດເຫຼົ້າອະງຸ່ນຈຶ່ງໄປເລົ່າເລື່ອງນີ້ສູ່ກະສັດເອຢິບຟັງ ເມື່ອກະສັດເອຢິບໄດ້ຍິນດັ່ງນັ້ນ ເພິ່ນຈຶ່ງສັ່ງໃຫ້ຄົນໄປນຳເອົາໂຢເຊັບມາເຂົ້າເຝົ້າທັນທີ. ເຖິງແມ່ນວ່າ ກະສັດເອຢິບຈະຮູ້ສຶກລະອາຍໃຈທີ່ຕ້ອງຫັນຈາກພວກໝໍມໍ ແລະ ນັກປາດໃນປະເທດເອຢິບ ໂດຍໄປປຶກສາກັບທາດທີ່ເປັນຄົນຕ່າງດ້າວກໍຕາມ. ແຕ່ກະສັດເອຢິບກໍພ້ອມທີ່ຈະຮັບຄວາມຊ່ວຍເຫຼືອຈາກຜູ້ທີ່ຕ້ອຍຕ່ຳທີ່ສຸດ ຖ້າຫາກມັນສາມາດບັນເທົາຄວາມທຸກໃນໃຈຂອງເພິ່ນໄດ້.
ໂຢເຊັບໄດ້ຖືກນຳຕົວໄປປ່ຽນເຄື່ອງນຸ່ງ ຕັດຜົມ ແລະ ແຖໜວດ. ຫຼັງຈາກນັ້ນ ກໍມີຄົນພາໂຢເຊັບໄປເຂົ້າເຝົ້າກະສັດເອຢິບ ແລ້ວກະສັດກໍໄດ້ກ່າວຕໍ່ໂຢເຊັບວ່າ: “ເຮົາຝັນ ແລະ ບໍ່ມີໃຜແກ້ຄວາມຝັນນັ້ນໄດ້. ເຮົາໄດ້ຍິນວ່າເຈົ້າສາມາດແກ້ຄວາມຝັນນັ້ນໄດ້.”
ໂຢເຊັບຕອບກະສັດວ່າ: “ຂ້ານ້ອຍແກ້ຄວາມຝັນບໍ່ໄດ້ດອກ! ແຕ່ແມ່ນພຣະເຈົ້າອົງດຽວເທົ່ານັ້ນທີ່ຈະແກ້ຄວາມຝັນໃຫ້ທ່ານໄດ້”
ແລ້ວກະສັດເອຢິບກໍເລີ່ມເລົ່າຄວາມຝັນວ່າ: “ເຮົາໄດ້ຢືນຢູ່ແຄມແມ່ນ້ຳ. ໃນຂະນະນັ້ນ ມີງົວແມ່ທີ່ຕຸ້ຍພີເຈັດໂຕຂຶ້ນມາຈາກແມ່ນ້ຳ ແລະ ກິນຫຍ້າຢູ່ເທິງຝັງ. ຕໍ່ມາ ກໍມີງົວແມ່ຈ່ອຍຜອມ, ໜ້າຂີ້ດຽດ ແລະ ໜ້າຢ້ານອີກເຈັດໂຕ ເຊິ່ງເປັນງົວແມ່ທີ່ໜ້າສັງເວດທີ່ສຸດ ທີ່ເຮົາບໍ່ເຄີຍເຫັນມາກ່ອນໃນປະເທດເອຢິບ. ງົວຈ່ອຍຜ່ອມເຫຼົ່ານີ້ກໍໄດ້ກືນກິນງົວແມ່ໂຕທີ່ຕຸ້ຍພີ. ແຕ່ວ່າມັນກິນເວລາໃດບໍ່ມີໃຜຮູ້ເຫັນ ເພາະງົວເຫຼົ່ານັ້ນເບິ່ງແລ້ວແຮ່ງຈ່ອຍຜອມກວ່າເກົ່າ ແລ້ວເຮົາກໍຕື່ນຂຶ້ນ. ຈາກນັ້ນ ເຮົາກໍໄດ້ນອນຫລັບໄປອີກ ແລະ ຝັນວ່າ ມີຮວງເຂົ້າເມັດຕຶ່ງເຈັດຮວງຢູ່ໃນຕົ້ນດຽວກັນ. ແລ້ວກໍມີຮວງເຂົ້າເຈັດຮວງງອກອອກມາເປັນເມັດເຂົ້າລີບ ແລະ ຫ່ຽວແຫ້ງເພາະຖືກລົມທະເລຊາຍພັດ. ແລ້ວຮວງເຂົ້າເມັດລີບກໍໄດ້ກືກກິນຮວງເຂົ້າເມັດຕຶ່ງ.”
ໂຢເຊັບຕອບກະສັດວ່າ: “ຄວາມຝັນທັງສອງຢ່າງນີ້ມີຄວາມໝາຍອັນດຽວກັນ. ພຣະເຈົ້າໄດ້ບອກທ່ານໃຫ້ຮູ້ເຖິງສິ່ງທີ່ພຣະອົງກຳລັງຈະໃຫ້ບັງເກີດຂຶ້ນຄື: ງົວແມ່ທີ່ຕຸ້ຍພີກັບຮວງເຂົ້າເມັດຕຶ່ງເຈັດຮວງນັ້ນ ໝາຍເຖິງເວລາເຈັດປີແຫ່ງຄວາມອຸດົມສົມບູນ. ສ່ວນງົວແມ່ທີ່ຈ່ອຍຜອມກັບຮວງເຂົ້າລີບນັ້ນ ໝາຍເຖິງເວລາເຈັດປີແຫ່ງໄພອຶດຢາກອາຫານ ຄືຢູ່ໃນທົ່ວປະເທດເອຢິບຈະມີຄວາມອຸດົມສົມບູນເປັນເວລາເຈັດປີ. ແຕ່ຫຼັງຈາກນັ້ນ ຈະມີໄພອຶດຢາກອາຫານເກີດຂຶ້ນເປັນເວລາເຈັດປີອີກ. ສາເຫດທີ່ທ່ານຝັນທັງສອງຢ່າງນີ້ໝາຍຄວາມວ່າ ພຣະເຈົ້າໄດ້ສະແດງໃຫ້ກະສັດຮູ້ເຖິງສິ່ງທີ່ຈະບັງເກີດຂຶ້ນ.”
ໂຢເຊັບໄດ້ກ່າວຕໍ່ໄປອີກວ່າ: “ບັດນີ້ ທ່ານຄວນຊອກຫາຄົນໜຶ່ງທີ່ສະຫຼຽວສະຫຼາດ ແລະ ມີປັນຍາ ແລະ ແຕ່ງຕັ້ງໃຫ້ລາວເປັນຜູ້ປົກຄອງປະເທດ… ເພື່ອເກັບເອົາຜົນລະປູກໜຶ່ງສ່ວນຫ້າໃນເວລາເຈັດປີທີ່ອຸດົມສົມບູນນັ້ນໄວ້. ໃຫ້ພວກເຂົາຮີບໂຮມອາຫານທຸກຊະນິດ ແລະ ເກັບຮັກສາເອົາໄວ້ໃນປີທີ່ອຸດົມສົມບູນທີ່ຈະມາເຖິງ ເພາະອາຫານທີ່ເກັບໄວ້ນີ້ຈະເປັນເຄື່ອງບັນເທົາທຸກເວລາອຶດຢາກໃນໄລຍະເຈັດປີທີ່ຈະມາເຖິງ. ໂດຍວິທີນີ້ແຫລະ ປະຊາຊົນເອຢິບຈະບໍ່ອຶດຕາຍ.”
ການແກ້ຄວາມຝັນທີ່ໂຢເຊັບກ່າວມານີ້ສົມເຫດສົມຜົນ ແລະ ແຜນການທີ່ສະເໜີມານີ້ກໍເຕັມດ້ວຍສະຕິປັນຍາຈົນບໍ່ມີຂໍ້ສົງໄສອັນໃດເລີຍ. ກະສັດເອຢິບເຫັນວ່າທົ່ວທັງອານາຈັກໃນປະເທດເອຢິບນີ້ ມີແຕ່ໂຢເຊັບເທົ່ານັ້ນທີ່ມີສະຕິປັນຍາສາມາດບອກເຖິງໄພອັນຕະລາຍທີ່ຈະຮຸກຮານປະເທດ ແລະ ແນະນຳວິທີຕຽມຕົວສຳລັບໄພອັນຕະລາຍນັ້ນ. ສະນັ້ນ ກະສັດເອຢິບຈຶ່ງກ່າວຕໍ່ໂຢເຊັບວ່າ: “ດ້ວຍວ່າພຣະເຈົ້າໄດ້ສຳແດງທຸກສິ່ງແກ່ເຈົ້າ. ສະນັ້ນ ຈຶ່ງເປັນການຈະແຈ້ງແລ້ວວ່າ ບໍ່ມີຜູ້ໃດທີ່ເຂົ້າໃຈ ແລະ ມີສະຕິປັນຍາເທົ່າກັບເຈົ້າ. ເຮົາຈະແຕ່ງຕັ້ງເຈົ້າໃຫ້ເປັນຜູ້ປົກຄອງປະເທດ ແລະ ປະຊາຊົນທຸກໆຄົນຂອງເຮົາຈະປະຕິບັດຕາມຄຳສັ່ງຂອງເຈົ້າ ແຕ່ເຮົາເປັນໃຫຍ່ກວ່າເຈົ້າ ເພາະເຮົາເປັນກະສັດ.”
ແລ້ວກະສັດເອຢິບກໍໄດ້ຖອດແຫວນແຫ່ງອຳນາດອອກຈາກນິ້ວມືຂອງເພິ່ນ ແລະ ສຸບໃສ່ນິ້ວມືຂອງໂຢເຊັບ. ເພິ່ນເອົາເສື້ອໂຕງາມໃຫ້ໂຢເຊັບນຸ່ງ ແລະ ເອົາສາຍຄໍຄຳໃຫ້. ນອກຈາກນີ້ ກະສັດຍັງໄດ້ປະທານລົດປະຈຳຕຳແໜ່ງຄັນທີ່ຮອງຈາກເພິ່ນໃຫ້ອີກດ້ວຍ. ແລ້ວໂຢເຊັບກໍໄດ້ກາຍເປັນຜູ້ປົກຄອງຢູ່ໃນປະເທດເອຢິບ.
ເຖິງແມ່ນວ່າຈະມີຕໍາແຫນ່ງສູງແຕ່ກໍຍັງຖ່ອມຕົນ
ເມື່ອຜູ້ໜຶ່ງໄດ້ຮັບຕຳແໜ່ງສູງ ມັນເປັນເລື່ອງງ່າຍທີ່ຜູ້ນັ້ນຈະເປັນຄົນອວດອົງທະນົງຕົວ ແລະ ໝັ່ນໃຈໃນຕົວເອງ. ແຕ່ໃນຊີວິດຂອງໂຢເຊັບ ພຣະເຈົ້າໄດ້ອະນຸຍາດໃຫ້ໂຢເຊັບມາເປັນທາດ ແລະ ມາຕິດຄຸກ ເພື່ອສອນລາວກ່ຽວກັບການອ່ອນນ້ອມຖ່ອມຕົນ ແລະ ເພິ່ງພາໃນພຣະອົງ. ພວກເຮົາຫຼາຍຄົນໃນປັດຈຸບັນນີ້ ເມື່ອມີຕຳແໜ່ງສູງ ແລະ ຮັ່ງມີໃນຊີວິດ. ພວກເຮົານັ້ນມັກຈະລະເລີຍບໍ່ສົນໃຈພຣະເຈົ້າ ແລະ ຄິດວ່າຕົນເອງມີສະຕິປັນຍາພຽງພໍທີ່ບໍ່ຈຳເປັນຈະເພິ່ງພາໃນພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 41:1-46.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 219-223} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ພວກອ້າຍຂອງໂຢເຊັບ
ເມື່ອປີແຫ່ງຄວາມອຸດົມສົມບູນໄດ້ມາເຖິງ ພວກເຂົາໄດ້ສ້າງສາງເກັບຂະໜາດໃຫຍ່ໄວ້ຢູ່ຕາມຕົວເມືອງຕ່າງໆທົ່ວປະເທດເອຢິບ ໂດຍມີໂຢເຊັບເປັນຜູ້ຄວບຄຸມເບິ່ງແຍງທຸກຢ່າງ. ໃນໄລຍະເຈັດປີທີ່ອຸດົມສົມບູນນັ້ນ ທີ່ດິນກໍຜະລິດຜົນລະປູກໄດ້ຢ່າງຫຼວງຫຼາຍ. ໂຢເຊັບໄດ້ຮີບໂຮມເອົາເຂົ້າທີ່ເກັບກ່ຽວໄດ້ຈາກນາທີ່ຢູ່ອ້ອມແອ້ມໄວ້ໃນສາງຂະໜາດໃຫຍ່ຕາມຕົວເມືອງຕ່າງໆ ແລະ ຜົນເກັບກ່ຽວມີຢ່າງຫຼວງຫຼາຍປານເມັດດິນຊາຍທີ່ແຄມທະເລ ຈົນບໍ່ສາມາດນັບໄດ້.
ເມື່ອຄວາມອຸດົມສົມບູນໃນໄລຍະເວລາເຈັດປີທີ່ປະເທດເອຢິບໄດ້ຮັບນັ້ນສິ້ນສຸດລົງແລ້ວ ໄພອຶດຢາກອາຫານເປັນເວລາເຈັດປີກໍເລີ່ມເກີດຂຶ້ນຕາມທີ່ໂຢເຊັບໄດ້ກ່າວໄວ້ລວງໜ້ານັ້ນ. ໄພອຶດຢາກອາຫານນັ້ນ ໄດ້ແຜ່ຂະຫຍາຍຢູ່ໃນຫຼາຍໆປະເທດທີ່ຢູ່ອ້ອມຮອບ ຈົນປະເທດເຫຼົ່ານັ້ນບໍ່ມີເຂົ້າກິນ ແຕ່ຢູ່ໃນປະເທດເອຢິບຍັງມີເຂົ້າກິນຢູ່ທົ່ວປະເທດ. ເມື່ອປະຊາຊົນເອຢິບບໍ່ມີອາຫານ ພວກເຂົາໄດ້ພາກັນມາຂໍອາຫານນຳກະສັດເອຢິບ ກະສັດຈຶ່ງສັ່ງປະຊາຊົນໃຫ້ໄປຫາໂຢເຊັບ ແລ້ວໂຢເຊັບກໍໄດ້ໄຂສາງເຂົ້າທຸກສາງຂາຍໃຫ້ແກ່ປະຊາຊົນເອຢິບ. ເມື່ອປະຊາຊົນຈາກຫຼາຍໆບ່ອນໃນທົ່ວໂລກໄດ້ຍິນວ່າຢູ່ປະເທດເອຢິບໄດ້ເກັບເຂົ້າໄວ້ຢ່າງຫຼວງຫຼາຍ. ຄົນຕ່າງປະເທດຫຼາຍໆຊົນຊາດຈຶ່ງພາກັນມາຍັງປະເທດເອຢິບ ເພື່ອຂໍຊື້ເຂົ້ານຳໂຢເຊັບຍ້ອນໄພອຶດຢາກອາຫານທີ່ເກີດຂຶ້ນຢ່າງຮ້າຍແຮງຢູ່ທົ່ວແຜ່ນດິນໂລກ.
ເມື່ອອິດສະຣາເອນຜູ້ເປັນພໍ່ຂອງໂຢເຊັບຮູ້ວ່າຢູ່ປະເທດເອຢິບມີເຂົ້າຂາຍ ເພິ່ນກໍໄດ້ສັ່ງໃຫ້ລູກຊາຍສິບຄົນໄປຊື້ເຂົ້າຢູ່ທີ່ນັ້ນ. ດັ່ງນັ້ນ ພວກອ້າຍຂອງໂຢເຊັບຈຶ່ງພາກັນໄປຍັງປະເທດເອຢິບເພື່ອຊື້ເຂົ້າ. ໃນຂະນະນັ້ນໂຢເຊັບເປັນຜູ້ປົກຄອງປະເທດເອຢິບ ລາວໄດ້ຂາຍເຂົ້າໃຫ້ແກ່ປະຊາຊົນຈາກທຸກຊົນຊາດທົ່ວໂລກ. ພວກອ້າຍຂອງໂຢເຊັບຈຶ່ງເຂົ້າມາຫາ ແລະ ຂາບລົງຢູ່ຕໍ່ໜ້າໂຢເຊັບ. ພໍໂຢເຊັບເຫັນພວກອ້າຍຂອງລາວ ແລະ ລາວກໍຈື່ພວກເຂົາໄດ້. ລາວຍັງຈື່ຈຳຄວາມຝັນຂອງລາວທີ່ກ່ຽວກັບພວກອ້າຍ ແຕ່ພວກອ້າຍຂອງໂຢເຊັບບໍ່ຈື່ໂຢເຊັບ ເພາະໂຢເຊັບຖືກປ່ຽນຊື່ໃໝ່, ປ່ຽນການນຸ່ງຖື ແລະ ມີຖານະຕຳແໜ່ງທີ່ສູງ ຈົນເຮັດໃຫ້ພວກອ້າຍສັງເກດບໍ່ໄດ້ວ່າ ຜູ້ປົກຄອງປະເທດເອຢິບນັ້ນແມ່ນໂຢເຊັບນ້ອງຊາຍຂອງພວກເຂົາເອງ.
ໂຢເຊັບເຮັດຄືບໍ່ຮູ້ຈັກພວກອ້າຍ ແລະ ລາວໄດ້ເວົ້າຢ່າງມີອຳນາດຕໍ່ພວກອ້າຍວ່າ: "ພວກເຈົ້າມາແຕ່ໃສ?"
ພວກອ້າຍຕອບໂຢເຊັບວ່າ: "ພວກຂ້ານ້ອຍມາແຕ່ການາອານ ເພື່ອຂໍຊື້ອາຫານ"
ແລ້ວໂຢເຊັບກໍເວົ້າຂຶ້ນວ່າ: “ພວກເຈົ້າເປັນນັກສືບ! ພວກເຈົ້າມາສືບເບິ່ງຈຸດອ່ອນໃນປະເທດຂອງເຮົາ.”
ພວກອ້າຍຕອບຂຶ້ນວ່າ: “ບໍ່ແມ່ນ! ທ່ານເອີຍ ພວກຂ້ານ້ອຍມາຢ່າງຄົນຮັບໃຊ້ເພື່ອຊື້ອາຫານ. ພວກເຮົາທັງໝົດເປັນອ້າຍນ້ອງກັນ ແຕ່ບໍ່ແມ່ນນັກສືບ ທ່ານເອີຍ! ພວກຂ້ານ້ອຍເປັນຄົນສັດຊື່.”
ໂຢເຊັບເວົ້າຂຶ້ນຢ່າງໜັກແໜ້ນວ່າ: “ບໍ່ແມ່ນດອກ! ພວກເຈົ້າມາສືບເພື່ອເບິ່ງຈຸດອ່ອນປະເທດຂອງເຮົາ.”
ພວກອ້າຍເວົ້າຂຶ້ນວ່າ: “ທ່ານເອີຍ! ພວກຂ້ານ້ອຍເປັນອ້າຍນ້ອງນຳກັນສິບສອງຄົນທີ່ເກີດຈາກພໍ່ດຽວກັນຢູ່ໃນແຜ່ນດິນການາອານ. ນ້ອງຊາຍຫຼ້າຍັງຢູ່ນຳພໍ່ ແຕ່ນ້ອງຊາຍອີກຄົນໜຶ່ງໄດ້ຕາຍໄປແລ້ວ.”
ໂຢເຊັບຕອບພວກອ້າຍວ່າ: "ທີ່ເຮົາເວົ້າວ່າ 'ພວກເຈົ້າເປັນນັກສືບ' ນັ້ນແມ່ນແທ້ໆ ພວກເຈົ້າຈະຕ້ອງພິສູດຕົວເອງດັ່ງນີ້... ພວກເຈົ້າຈະໄປຈາກທີ່ນີ້ບໍ່ໄດ້ ຈົນກວ່ານ້ອງຊາຍຫຼ້າຂອງພວກເຈົ້າຈະມາທີ່ນີ້."
ໂຢເຊັບເຮັດທຳທ່າສົງໄສໃນເລື່ອງຄວາມຈິງທີ່ພວກອ້າຍເລົ່າມານັ້ນ ແລ້ວໂຢເຊັບກໍໄດ້ບອກໃຫ້ພວກອ້າຍພິສູດໂດຍການໃຫ້ຄົນໜຶ່ງໄປເອົານ້ອງຊາຍຫຼ້າມາໃຫ້ໂຢເຊັບເບິ່ງ. ແຕ່ພວກອ້າຍຄິດວ່າ ຖ້າຈະເດີນທາງກັບໄປກັບມາ ຄອບຄົວຄົງຂາດອາຫານແທ້ໆ ແລະ ບໍ່ມີໃຜທີ່ຈະຕ້ອງການປະຖິ້ມອ້າຍນ້ອງໄວ້ໃນຄຸກ ແລະ ເດີນທາງໄປຄົນດຽວ. ແລ້ວຄົນນັ້ນຈະເບິ່ງໜ້າພໍ່ໄດ້ຈັ່ງໃດ? ຖ້າພານ້ອງຊາຍຫຼ້າມານຳ ກໍຄົງມາຮ່ວມຊະຕາກຳແບບດຽວກັນ. ເພື່ອບໍ່ໃຫ້ພໍ່ຕ້ອງໂສກເສົ້າເສຍໃຈທີ່ຈະຕ້ອງສູນເສຍລູກຊາຍຫຼ້າໄປ. ດັ່ງນັ້ນ ພວກອ້າຍຈຶ່ງບໍ່ສາມາດຕົກລົງເຮັດຕາມເງື່ອນໄຂທີ່ໂຢເຊັບບອກໄດ້. ສະນັ້ນ ໂຢເຊັບຈຶ່ງໄດ້ສັ່ງຂັງພວກອ້າຍໄວ້ສາມມື້.
ພໍມາຮອດມື້ທີສາມ ໂຢເຊັບກໍໄດ້ສັ່ງໃຫ້ພວກທະຫານພາພວກອ້າຍຂອງລາວເຂົ້າມາພົບ ເພາະບໍ່ກ້າທີ່ຈະຖ່ວງເວລາພວກອ້າຍໄວ້ດົນ ເພາະຢ້ານວ່າພໍ່ ແລະ ຄອບຄົວທີ່ຢູ່ທາງບ້ານອາດຈະລຳບາກຍ້ອນຂາດອາຫານ. ແລ້ວໂຢເຊັບກໍກ່າວຕໍ່ພວກອ້າຍວ່າ: “ຂ້ອຍເປັນຄົນຢຳເກງພຣະເຈົ້າ… ເພື່ອພິສູດວ່າພວກເຈົ້າເປັນຄົນສັດຊື່ແທ້ ໃຫ້ຄົນໜຶ່ງໃນພວກເຈົ້າຢູ່ໃນຄຸກນີ້ສ່ວນຄົນທີ່ເຫຼືອນຳເອົາອາຫານກັບບ້ານເມືອໃຫ້ຄອບຄົວຂອງພວກເຈົ້າທີ່ກຳລັງອຶດຫິວ ແຕ່ພວກເຈົ້າຕ້ອງເອົານ້ອງຊາຍຫຼ້າມາຫາເຮົາ. ອັນນີ້ຈະພິສູດວ່າ ພວກເຈົ້າໄດ້ເວົ້າຄວາມຈິງ ແລ້ວພວກເຈົ້າຈະບໍ່ຖືກປະຫານຊີວິດ.” ແລ້ວພວກອ້າຍກໍຕົກລົງຕາມຂໍ້ທີ່ສະເໜີມານັ້ນ.
ແລ້ວພວກອ້າຍຂອງໂຢເຊັບກໍລົມນຳກັນວ່າ: “ຄວາມຈິງແລ້ວ! ພວກເຮົາມີຄວາມຜິດໃນເລື່ອງນ້ອງຊາຍຂອງພວກເຮົາ ເພາະພວກເຮົາໄດ້ເຫັນຄວາມທຸກໃຈຂອງນ້ອງຊ່ຳໃດເມື່ອລາວອ້ອນວອນຂໍຄວາມເມດຕາຈາກພວກເຮົາ ແຕ່ພວກເຮົາກໍບໍ່ຍອມຟັງສຽງຂອງລາວເລີຍ. ຈັງຊັ້ນແຫລະ! ຄວາມທຸກໃຈນີ້ຈຶ່ງບັງເກີດແກ່ພວກເຮົາ.”
ລູເບັນເວົ້າຂຶ້ນວ່າ: “ຂ້ອຍບອກພວກເຈົ້າແລ້ວວ່າ ‘ຢ່າຕີລາວ’ ແຕ່ພວກເຈົ້າກໍບໍ່ຍອມຟັງຂ້ອຍເລີຍ. ເຫັນບໍບາດນີ້! ບາບໄລ່ເວນທັນສາແລ້ວ.”
ໂຢເຊັບເຂົ້າໃຈໃນເລື່ອງທີ່ພວກເຂົາເວົ້າ ແຕ່ພວກເຂົາບໍ່ຮູ້ວ່າໂຢເຊັບເຂົ້າໃຈ ເພາະວ່າໂຢເຊັບໃຊ້ນາຍແປພາສາສົນທະນາກັບພວກເຂົາ. ເມື່ອໂຢເຊັບໄດ້ຍິນແນວນັ້ນແລ້ວກໍຄວບຄຸມອາລົມໄວ້ບໍ່ຢູ່ ຈຶ່ງອອກໄປຮ້ອງໄຫ້ຢູ່ຄົນດຽວ. ເມື່ອໂຢເຊັບຕັ້ງສະຕິໄດ້ແລ້ວ ລາວກໍກັບເຂົ້າມາອີກ ແລະ ສັ່ງໃຫ້ທະຫານມັດອ້າຍຄົນໜຶ່ງເອົາໄວ້ຊື່ວ່າ “ຊີເມໂອນ” ໃຫ້ໄປຂັງຄຸກໄວ້. ສາເຫດທີ່ເລືອກຊີເມໂອນ ເພາະວ່າໃນຕອນທີ່ພວກອ້າຍຈັບໂຢເຊັບນັ້ນ ຊີເມໂອນເປັນຜູ້ຊັກຊວນໃຫ້ພວກອ້າຍຄົນອື່ນລົງມືເຮັດ. ແລ້ວພວກອ້າຍທີ່ເຫຼືອກໍພາກັນກັບບ້ານ.
ແສງສະຫວ່າງ
ໂດຍຜ່ານທາງໂຢເຊັບ, ກະສັດເອຢິບແລະ ປະຊາຊົນເອຢິບຈຶ່ງໄດ້ຮູ້ຈັກພຣະເຈົ້າອົງທ່ຽງແທ້. ເຖິງແມ່ນວ່າ ພວກເຂົາຍັງຂາບໄຫວ້ບູຊາຮູບເຄົາຣົບກໍຕາມ ແຕ່ພວກເຂົາກໍຍັງເຄົາລົບຫຼັກການທີ່ປາກົດໃນຊີວິດ ແລະ ອຸປະນິໄສຂອງໂຢເຊັບຜູ້ທີ່ນະມັດສະການພຣະເຈົ້າ.
ຈື່ຈໍາຄວາມຝັນ
ຕອນທີ່ໂຢເຊັບເຫັນພວກອ້າຍຂາບລົງຢູ່ຕໍ່ໜ້າຂອງຕົນນັ້ນ ລາວກໍຫວນຄິດເຖິງຄວາມຝັນຂອງຕົນໃນອະດີດ ແຕ່ໂຢເຊັບເຮັດທຳທ່າຄືບໍ່ຮູ້ຈັກພວກອ້າຍ ເພາະຢາກລອງໃຈພວກເຂົາວ່າ ພວກເຂົາຍັງມີຄວາມອິດສາ ແລະ ມີຄວາມຍິ່ງຈອງຫອງຢູ່ຫຼືບໍ? ອີກຢ່າງໜຶ່ງໂຢເຊັບກໍຢາກຮູ້ຂ່າວຄາວກ່ຽວກັບພໍ່ ແລະ ນ້ອງຊາຍຂອງລາວທີ່ຊື່ວ່າ “ເບັນຍາມິນ.”
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 41:47-57; 42:1-25.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 224-226} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ພວກອ້າຍກັບຄືນດິນແດນການາອານ
ຫຼັງຈາກພວກອ້າຍຂອງໂຢເຊັບເດີນທາງກັບຄືນມາທີ່ດິນແດນການາອານແລ້ວ ພວກເຂົາກໍໄດ້ເລົ່າເລື່ອງຕ່າງໆທີ່ເກີດຂຶ້ນສູ່ຜູ້ເປັນພໍ່ຟັງ. ເມື່ອອິດສະຣາເອນຜູ້ເປັນພໍ່ໄດ້ຍິນແນວນັ້ນກໍໄດ້ເວົ້າຂຶ້ນວ່າ: “ພວກເຈົ້າຈະບໍ່ໃຫ້ພໍ່ມີລູກຊາຍເຫຼືອຢູ່ຈັກຄົນບໍ? ໂຢເຊັບກໍໄດ້ຕາຍໄປແລ້ວ ແລະ ຊີເມໂອນກໍຖືກຈັບ. ບັດນີ້! ພວກເຈົ້າຈະເອົາເບັນຢາມິນໜີໄປຈາກພໍ່ອີກ…”
ລູເບັນເວົ້າຂຶ້ນວ່າ: “ຈົ່ງມອບເບັນຢາມິນໄວ້ໃນຄວາມເບິ່ງແຍງຂອງລູກເຖີດ! ແລ້ວລູກຈະນຳລາວກັບມາຫາພໍ່ອີກ.”
ແຕ່ອິດສະຣາເອນໄດ້ເວົ້າຂຶ້ນວ່າ: “ຂ້ອຍຈະບໍ່ຍອມໃຫ້ເບັນຢາມິນໄປນຳພວກເຈົ້າ…”
ເມື່ອເວລາຜ່ານໄປ ຄວາມອຶດຢາກໃນດິນແດນການາອານກໍຮ້າຍແຮງໜັກຂຶ້ນ ແລະ ເຂົ້າສານອາຫານແຫ້ງທີ່ໄດ້ຊື້ມາຈາກປະເທດເອຢິບນັ້ນກໍໃກ້ຈະໝົດແລ້ວ. ສະນັ້ນ ອິດສະຣາເອນຈຶ່ງເວົ້າກັບພວກລູກຊາຍຂອງເພິ່ນວ່າ: “ໄປຊື້ອາຫານມາອີກແດ່.”
ຢູດາຕອບພໍ່ວ່າ: “ຜູ້ປົກຄອງເອຢິບໄດ້ເວົ້າກັບພວກເຮົາຢ່າງເດັດຂາດວ່າ 'ຢ່າກັບໄປໃຫ້ເຮົາເຫັນໜ້າ ຈົນກວ່າພວກເຈົ້າຈະນຳນ້ອງຊາຍຫຼ້າໄປນຳ' ຖ້າພໍ່ຍອມໃຫ້ນ້ອງຊາຍຫຼ້າໄປກັບພວກເຮົາ ພວກເຮົາກໍຈະໄປຊື້ເຂົ້າໃຫ້ພໍ່…”
ອິດສະຣາເອນເວົ້າຂຶ້ນວ່າ: “ເປັນຫຍັງ ພວກເຈົ້າຈຶ່ງເຮັດເລື່ອງຫຍຸ້ງຍາກໃຫ້ພໍ່ຫຼາຍແທ້; ເປັນຫຍັງພວກເຈົ້າຈຶ່ງບອກເພິ່ນວ່າ ພວກເຈົ້າມີນ້ອງຊາຍຢູ່ອີກຄົນໜຶ່ງ.”
ພວກເຂົາຕອບພໍ່ວ່າ: “ຜູ້ປົກຄອງເອຢິບສອບຖາມພວກລູກ. ພວກລູກກໍຕອບຕາມຄຳຖາມຂອງເພິ່ນ. ແລ້ວໃຜຊິໄປຮູ້ວ່າ ເພິ່ນຈະບອກໃຫ້ພວກລູກພານ້ອງຊາຍຫຼ້າໄປຫາເພິ່ນ.”
ໃນທີ່ສຸດອາຫານກໍໝົດ ແລະ ບໍ່ມີວິທີທາງໃດທີ່ພວກເຂົາຈະຫາອາຫານໄດ້. ແລ້ວອິດສະຣາເອນຈຶ່ງເວົ້າຂຶ້ນວ່າ: “ຈັ່ງຊັ້ນ! ຈົ່ງເອົາຜົນຜະລິດຢ່າງດີທີ່ສຸດໃນແຜ່ນດິນນີ້ເຊັ່ນ: ກຳຍານ, ນ້ຳເຜິ້ງ, ໝາກກໍ່, ເຄື່ອງເທດ ແລະ ໝາກບົກເອົາໄປຕ້ອນຜູ້ປົກຄອງປະເທດເອຢິບຄົນນັ້ນ. ຈົ່ງພານ້ອງຊາຍຂອງພວກເຈົ້າໄປສາ! ຂໍໃຫ້ພຣະເຈົ້າອົງຊົງລິດອຳນາດຍິ່ງໃຫຍ່ ດົນບັນດານໃຫ້ຜູ້ປົກຄອງເອຢິບຄົນນັ້ນ ມີຄວາມເມດຕາຕໍ່ພວກເຈົ້າ ເພື່ອວ່າເພິ່ນຈະປ່ອຍຊີເມໂອນ ແລະ ເບັນຢາມິນກັບຄືນມາ…” ຫຼັງຈາກນັ້ນ ພວກລູກຊາຍສິບເອັນຄົນຂອງອິດສະຣາເອນກໍໄດ້ອອກເດີນທາງໄປປະເທດເອຢິບ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 42:25-38; 43:1-15.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 226-229} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ເດີນທາງໄປປະເທດເອຢິບອີກຄັ້ງ
ພໍເດີນທາງມາຮອດປະເທດເອຢິບ ພວກອ້າຍໄດ້ໄປເຂົ້າເຝົ້າຜູ້ປົກຄອງເອຢິບທັນທີ ເມື່ອໂຢເຊັບເຫັນເບັນຢາມິນມາກັບພວກອ້າຍຂອງລາວ ລາວກໍຕື້ນຕັນໃຈຫຼາຍ ແລະ ໄດ້ປົກປິດຄວາມຮູ້ສຶກນີ້ເອົາໄວ້. ແລ້ວໂຢເຊັບກໍໄດ້ບອກຄົນຮັບໃຊ້ໃຫ້ຈັດຕຽມອາຫານ ແລະ ນຳພາພວກອ້າຍ ແລະ ນ້ອງຊາຍໄປເຮືອນຂອງລາວ ລວມທັງພາຊີເມໂອນອອກມາຫາພວກເຂົາ. ແລ້ວຄົນຮັບໃຊ້ກໍປະຕິບັດຕາມທີ່ໂຢເຊັບໄດ້ສັ່ງໄວ້.
ໃນຂະນະທີ່ພວກອ້າຍ ແລະ ນ້ອງຊາຍຂອງໂຢເຊັບເດີນທາງໄປທີ່ເຮືອນໂຢເຊັບນັ້ນ ພວກເຂົາກໍພາກັນຕົກໃຈ ແລະ ຮູ້ສຶກຢ້ານສຳລັບໂອກາດພິເສດທີ່ຈະກິນອາຫານຢູ່ທີ່ນີ້. ແລ້ວໂຢເຊັບກໍໄດ້ອອກມາພົບພວກເຂົາ. ພວກອ້າຍ ແລະ ນ້ອງຂອງໂຢເຊັບກໍໄດ້ເອົາຂອງຕ້ອນມາມອບໃຫ້ ແລະ ຂາບລົງຢູ່ຕໍ່ໜ້າໂຢເຊັບ.
ໂຢເຊັບແນມໄປເບິ່ງເບັນຢາມິນ ແລະ ເວົ້າຂຶ້ນວ່າ: “ຊາຍຄົນນີ້ຄົງເປັນນ້ອງຊາຍຫຼ້າຂອງພວກເຈົ້າແມ່ນບໍ? ນ້ອງເອີຍ! ຂໍພຣະເຈົ້າອວຍພອນເຈົ້າເດີ.”
ແລ້ວໂຢເຊັບກໍຟ້າວຍ່າງອອກໄປທັນທີ ແລະ ເຂົ້າໄປໃນຫ້ອງຂອງລາວ ເພາະລາວຮັກນ້ອງຊາຍຫຼາຍຈົນກັ້ນນ້ຳຕາໄວ້ບໍ່ໄດ້ ແລະ ເກືອບຈະຮ້ອງໄຫ້ຢູ່ຕໍ່ໜ້າພວກເຂົາ. ຫຼັງຈາກທີ່ໂຢເຊັບສະຫງົບຈິດໃຈໄດ້ແລ້ວ ລາວກໍໄປລ້າງໜ້າລ້າງຕາ ແລະ ອອກໄປພົບພວກອ້າຍ ແລະ ນ້ອງຊາຍຂອງລາວ. ແລ້ວໂຢເຊັບກໍໄດ້ບອກໃຫ້ພວກອ້າຍ ແລະ ນ້ອງຂອງລາວໄປຮ່ວມຮັບປະທານອາຫານນຳກັນ. ຄົນຮັບໃຊ້ກໍໄດ້ຈັດຕຽມອາຫານໃຫ້ໂຢເຊັບຢູ່ຕ່າງຫາກ ແລະ ຈັດຕຽມອາຫານໃຫ້ພວກອ້າຍ ແລະ ນ້ອງຂອງໂຢເຊັບຢູ່ຕ່າງຫາກເຊັ່ນກັນ ເພາະວ່າຕາມກົດທຳນຽມຂອງຄົນເອຢິບຄືຄົນທີ່ມີຖານະຊັ້ນສູງຈະບໍ່ຮັບປະທານອາຫານຮ່ວມກັບຄົນຕ່າງຊາດ ເພາະພວກເຂົາຖືວ່າມັນເປັນເລື່ອງອັບອາຍຂາຍໜ້າ. ແລ້ວພວກອ້າຍ ແລະ ນ້ອງຊາຍຂອງໂຢເຊັບກໍນັ່ງລຽນປິ່ນໜ້າໃສ່ໂຢເຊັບ ພວກເຂົາກໍພາກັນແນມເບິ່ງໜ້າກັນແລະ ກັນຢ່າງປະຫຼາດໃຈ ເພາະບ່ອນນັ່ງຂອງພວກເຂົາຖືກລຽນໄປເປັນຕາມລຳດັບຕັ້ງແຕ່ອ້າຍກົກຈົນໄປເຖິງນ້ອງຊາຍຫຼ້າ. ແລ້ວຄົນຮັບໃຊ້ກໍເລີ່ມເສີບອາຫານຕັ້ງແຕ່ໂຕະຂອງໂຢເຊັບໄປ ແລະ ເບັນຢາມິນໄດ້ຮັບອາຫານຫຼາຍກວ່າພວກອ້າຍຫ້າເທົ່າ. ແລ້ວພວກເຂົາກໍໄດ້ພາກັນຮັບປະທານອາຫານດ້ວຍຄວາມເບີກບານໃຈ.
ການທີ່ໂຢເຊັບໃຫ້ອາຫານເບັນຢາມິນຫຼາຍກວ່າອ້າຍຄົນອື່ນໆ ກໍເພື່ອຢາກລອງໃຈພວກອ້າຍວ່າ ພວກເຂົາຍັງມີຄວາມຄິດອິດສາ ແລະ ກຽດຊັງນ້ອງຊາຍຫຼ້າຄືກັນກັບສິ່ງທີ່ພວກເຂົາໄດ້ເຮັດຕໍ່ລາວໃນອະດິດຫຼືບໍ?
ສ່ວນພວກອ້າຍຂອງໂຢເຊັບຄິດວ່າ ຜູ້ປົກຄອງເອຢິບບໍ່ເຂົ້າໃຈພາສາຂອງພວກເຂົາ. ສະນັ້ນ ພວກເຂົາຈຶ່ງລົມນຳກັນແບບເປີດເຜີຍ. ນີ້ຖືວ່າເປັນໂອກາດດີສຳລັບໂຢເຊັບທີ່ຈະຮູ້ຄວາມຮູ້ສຶກຂອງພວກອ້າຍຢ່າງແທ້ຈິງ ແຕ່ໂຢເຊັບຍັງຢາກຈະລອງໃຈຂອງພວກອ້າຍຕໍ່ໄປ.
ໂຢເຊັບໄດ້ສັ່ງຄົນຮັບໃຊ້ຜູ້ທີ່ຮັບຜິດຊອບຢູ່ໃນເຮືອນຂອງລາວວ່າ: "ຈົ່ງເອົາສະບຽງອາຫານໃສ່ຖົງຂອງຄົນເຫຼົ່ານີ້ ໃຫ້ຫຼາຍເທົ່າທີ່ພວກເຂົາສາມາດເອົາເມືອໄດ້ ແລະ ໃຫ້ເອົາເງິນຂອງແຕ່ລະຄົນໃສ່ເທິງເຂົ້າໃນຖົງຂອງແຕ່ລະຖົງ. ໃຫ້ເອົາເງິນຄ່າເຂົ້າກັບຈອກເງິນຂອງເຮົາ ໃສ່ໃນຖົງເຂົ້າຂອງນ້ອງຊາຍຫຼ້າຂອງພວກເຂົາ" ຄົນຮັບໃຊ້ກໍປະຕິບັດຕາມທີ່ໂຢເຊັບໄດ້ສັ່ງນັ້ນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 43:15-34; 44:1, 2.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 226-229} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ໂຢເຊັບບອກພວກອ້າຍໃຫ້ຮູ້ວ່າລາວແມ່ນໃຜ
ເມື່ອຮຸ່ງເຊົ້າຂຶ້ນມາ ພວກອ້າຍ ແລະ ນ້ອງຂອງໂຢເຊັບກໍໄດ້ເດີນທາງກັບເມື່ອຍັງດິນແດນການາອານດ້ວຍຄວາມຍິນດີ. ພໍແຕ່ພວກເຂົາເດີນທາງໄປໄດ້ບໍ່ໄກຈາກປະເທດເອຢິບເທົ່າໃດ ຄົນຮັບໃຊ້ຂອງໂຢເຊັບກໍໄດ້ຕາມມາຮອດພວກເຂົາ ແລະ ເວົ້າວ່າ: “ເປັນຫຍັງ ພວກເຈົ້າຈຶ່ງປະພືດການຊົ່ວຊ້າຕອບແທນຄວາມດີ? ເປັນຫຍັງ ຈຶ່ງລັກເອົາຈອກເງິນຂອງນາຍຂ້ອຍມາ?… ພວກເຈົ້າເຮັດຜິດຢ່າງຮ້າຍແຮງຮູ້ບໍ່?”
ພວກອ້າຍນ້ອງຂອງໂຢເຊັບຕອບວ່າ: “ທ່ານເວົ້າຢ່າງນີ້ໄດ້ຈັງໃດ? ພວກເຮົາສາບານໄດ້ວ່າບໍ່ເຄີຍເຮັດສິ່ງນີ້ຈັກເທື່ອ… ຈັ່ງຊັ້ນ! ຖ້າຈອກເງິນນັ້ນຕົກຢູ່ນຳຄົນໃດ ກໍໃຫ້ທ່ານຂ້າຄົນນັ້ນໂລດ ແລະ ພວກເຮົາທຸກຄົນກໍຈະຍອມເປັນທາດຂອງທ່ານ.”
ຄົນຮັບໃຊ້ຂອງໂຢເຊັບເວົ້າວ່າ: “ຕົກລົງ! ແຕ່ຖ້າຂ້ອຍພົບຈອກນັ້ນຢູ່ນຳຄົນໃດ ຄົນນັ້ນຈະຕ້ອງເປັນທາດຂອງຂ້ອຍ ສ່ວນຄົນທີ່ເຫຼືອນັ້ນໃຫ້ກັບເມືອບ້ານຢ່າງມີອິດສະຫຼະ.”
ຈາກນັ້ນ ພວກເຂົາຈຶ່ງຟ້າວເອົາຖົງສະບຽງອາຫານລົງຈາກຫຼັງໂຕລາ ແລະ ແຕ່ລະຄົນກໍໄຂຖົງຂອງຕົນອອກ. ຄົນຮັບໃຊ້ຂອງໂຢເຊັບໄດ້ຄົ້ນເບິ່ງແຕ່ລະຖົງຢ່າງຄັກແນ່ ນັບຕັ້ງແຕ່ຖົງຂອງອ້າຍກົນຈົນຮອດຖົງຂອງນ້ອງຊາຍຫຼ້າ. ໃນທີ່ສຸດ ກໍພົບຈອກເງິນນັ້ນຢູ່ໃນຖົງຂອງເບນຢາມິນຜູ້ເປັນນ້ອງຊາຍຫຼ້າ ພວກອ້າຍຂອງໂຢເຊັບຈຶ່ງພາກັນຕົກໃຈ ແລະ ຈີກເສື້ອອອກດ້ວຍຄວາມເສຍໃຈ ແລ້ວຄົນຮັບໃຊ້ຂອງໂຢເຊັບກໍນໍາພາພວກເຂົາກັບຄືນໄປຍັງປະເທດເອຢິບອີກ.
ເມື່ອພວກເຂົາມາຮອດເຮືອນຂອງໂຢເຊັບ ພວກເຂົາກໍໄດ້ພາກັນຂາບລົງຕໍ່ໜ້າໂຢເຊັບ. ແລ້ວໂຢເຊັບກໍໄດ້ຖາມພວກອ້າຍນ້ອງວ່າ: “ເປັນຫຍັງ ພວກເຈົ້າຈຶ່ງເຮັດແບບນີ້? ພວກເຈົ້າບໍ່ຮູ້ບໍວ່າ ຄົນຄືຂ້ອຍມີຕາທິບ.”
ຢູດາເວົ້າຂຶ້ນວ່າ: “ພວກຂ້ານ້ອຍທັງຫຼາຍບໍ່ຮູ້ຈະເວົ້າຢ່າງໃດ ຫຼືຈະແກ້ຕົວຢ່າງໃດກັບທ່ານ. ພຣະເຈົ້າຊົງຮູ້ຄວາມຜິດຂອງພວກຂ້ານ້ອຍແລ້ວ. ບັດນີ້ ພວກຂ້ານ້ອຍທຸກຄົນໄດ້ຕົກເປັນທາດຂອງທ່ານແລ້ວ ແລະ ຈະບໍ່ແມ່ນແຕ່ສະເພາະຄົນທີ່ທ່ານພົບຈອກເທົ່ານັ້ນ.”
ໂຢເຊັບຕອບວ່າ: “ໂອ! ຂ້ອຍຈະບໍ່ເຮັດແບບນັ້ນດອກ! ຂ້ອຍພົບຈອກນຳຄົນໃດ ຄົນນັ້ນແຫລະ! ຈະເປັນທາດຂອງຂ້ອຍ. ສ່ວນພວກເຈົ້ານັ້ນກັບເມືອບ້ານຫາພໍ່ຂອງພວກເຈົ້າຢ່າງປອດໄພສາ.”
ຢູດາໄດ້ເຂົ້າໄປໃກ້ຜູ້ປົກຄອງເອຢິບ ແລະ ຂໍຮ້ອງດ້ວຍຄວາມທຸກໃຈວ່າ: “ທ່ານເອີຍ! …ທ່ານເອງກໍເປັນດັ່ງກະສັດ… ຖ້າພວກເຮົາກັບເມືອຫາພໍ່ໂດຍບໍ່ມີນ້ອງຊາຍຫຼ້າເມືອນຳແລ້ວ ພໍ່ກໍຄົງຊອມໃຈຕາຍ ເພາະຊີວິດຂອງເພິ່ນຜູກພັນກັບເດັກຊາຍຄົນນີ້. ທ່ານເອີຍ! ຂ້ານ້ອຍຈະເປັນທາດຮັບໃຊ້ແທນເດັກຊາຍຄົນນີ້ເອງ. ຂໍທ່ານກະລຸນາໃຫ້ລາວກັບເມືອບ້ານພ້ອມກັບພວກອ້າຍຂອງລາວສາ!”
ຢູດາເວົ້າຕໍ່ໄປດ້ວຍຄວາມໂສກເສົ້າອີກວ່າ: “ຂ້ານ້ອຍຈະເມືອຫາພໍ່ໄດ້ຢ່າງໃດ ໃນເມືອບໍ່ມີເດັກຄົນນີ້ເມືອນຳ? ຂ້ານ້ອຍທົນເບິ່ງພໍ່ຊອມໃຈຕາຍບໍ່ໄດ້.” ໂຢເຊັບພໍໃຈທີ່ໄດ້ເຫັນຜົນຂອງການກັບໃຈຢ່າງແທ້ຈິງຂອງພວກອ້າຍ ລາວບໍ່ສາມາດອົດກັ້ນນ້ຳຕາຢູ່ຕໍ່ໜ້າຄົນຮັບໃຊ້ຂອງລາວໄດ້. ຫຼັງຈາກທີ່ໂຢເຊັບຟັງຢູດາເວົ້າຈົບແລ້ວ ໂຢເຊັບຈຶ່ງສັ່ງໃຫ້ຄົນຮັບໃຊ້ທັງໝົດອອກຈາກຫ້ອງ ຍົກເວັ້ນແຕ່ພວກອ້າຍນ້ອງຂອງລາວ. ແລ້ວໂຢເຊັບກໍຮ້ອງໃຫ້ດ້ວຍສຽງດັງ ຈົນປະຊາຊົນເອຢິບໄດ້ຍິນ ແລະ ຂ່າວນີ້ຈຶ່ງແຜ່ລາມໄປເຖິງພະຣາຊະວັງ.
ແລ້ວໂຢເຊັບກໍເວົ້າຂຶ້ນວ່າ: “ຂ້ອຍແມ່ນໂຢເຊັບ. ພໍ່ຂອງຂ້ອຍຍັງມີຊີວິດຢູ່ບໍ?”
ເມື່ອພວກອ້າຍນ້ອງຂອງໂຢເຊັບໄດ້ຍິນແນວນັ້ນ ກໍພາກັນອຶ້ງ ແລະ ເວົ້າຫຍັງບໍ່ອອກດ້ວຍຄວາມຢ້ານກົວ. ເມື່ອໂຢເຊັບເຫັນພວກອ້າຍນ້ອງຂອງລາວເກີດມີຄວາມສັບສົນ ລາວຈຶ່ງເວົ້າຕໍ່ໄປອີກວ່າ: “ຈົ່ງຫຍັບເຂົ້າມາໃກ້ຂ້ອຍພີ້.” ແລ້ວພວກເຂົາກໍຫຍັບເຂົ້າໄປ ແລະ ໂຢເຊັບເວົ້າຂຶ້ນວ່າ: “ຂ້ອຍແມ່ນໂຢເຊັບນ້ອງຊາຍຂອງພວກເຈົ້າຜູ້ທີ່ພວກເຈົ້າຂາຍມາຍັງປະເທດເອຢິບ. ບັດນີ້ ຢ່າເປັນທຸກໃຈ ຫຼືກ່າວໂທດຕົນເອງທີ່ໄດ້ຂາຍຂ້ອຍມາທີ່ນີ້. ແມ່ນພຣະເຈົ້າທີ່ໄດ້ສົ່ງຂ້ອຍມາທີ່ນີ້ກ່ອນເພື່ອຊ່ວຍຊີວິດມະນຸດ.”
ໂຢເຊັບໄດ້ກ່າວຕໍ່ໄປອີກວ່າ: “ດຽວນີ້ ເປັນພຽງປີທີສອງຂອງການອຶດຢາກອາຫານ ແຕ່ຍັງຈະມີອີກຫ້າປີທີ່ຈະບໍ່ມີການປູກຝັງ ແລະ ການເກັບກ່ຽວ… ບັດນີ້ ພວກເຈົ້າຈົ່ງກັບເມື່ອຫາພໍ່ ແລະ ບອກເພິ່ນວ່າ ‘ພຣະເຈົ້າບັນດານໃຫ້ໂຢເຊັບເປັນຜູ້ປົກຄອງປະເທດເອຢິບທັງໝົດ ໃຫ້ພໍ່ມາຫາໂຢເຊັບໄວທີ່ສຸດ…’”
ແລ້ວໂຢເຊັບກໍໄດ້ກອດເບັນຢາມິນນ້ອງຊາຍຂອງລາວໄວ້ຢູ່ໃນອ້ອມແຂນພ້ອມທັງຮ້ອງໄຫ້ ແລະ ເບັນຢາມິນກໍຮ້ອງໄຫ້ໃນອ້ອມກອດຂອງອ້າຍເຊັ່ນກັນ. ຈາກນັ້ນ ພວກອ້າຍນ້ອງກໍສົນທະນາກັບໂຢເຊັບ. ເມື່ອເລື່ອງນີ້ໄດ້ດັງໄປເຖິງຣາຊາວັງວ່າ ບັນດາພວກອ້າຍ ແລະ ນ້ອງຊາຍຂອງໂຢເຊັບໄດ້ມາຫາໂຢເຊັບ; ກະສັດເອຢິບແລະ ບັນດາຂ້າຣາຊະການກໍມີຄວາມຍິນດີນຳໂຢເຊັບ. ກະສັດເອຢິບມີຄວາມປາຖະໜາຢາກຕອບແທນບຸນຄຸນຂອງໂຢເຊັບຫຼາຍຈຶ່ງບອກກັບໂຢເຊັບວ່າ: “ຈົ່ງບອກພວກອ້າຍນ້ອງຂອງເຈົ້າ… ກັບເມືອທີ່ແຜນດິນການາອານ. ແລ້ວພາພໍ່ ແລະ ຄອບຄົວຂອງພວກເຂົາມາທີ່ນີ້. ເຮົາຈະມອບດິນແດນທີ່ອຸດົມສົມບູນທີ່ສຸດຢູ່ໃນປະເທດເອຢິບໃຫ້ພວກເຂົາ…” ສະນັ້ນ ໂຢເຊັບຈຶ່ງສົ່ງພວກອ້າຍນ້ອງ ແລະ ພ້ອມທັງອາຫານຢ່າງຫຼວງຫຼາຍ, ກວຽນຫຼາຍລຳ ແລະ ສິ່ງຂອງອື່ນໆທີ່ຈຳເປັນສຳລັບການຍົກຍ້າຍຄອບຄົວທັງໝົດມາທີ່ປະເທດເອຢິບ.
ຊີວິດຂອງໂຢເຊັບເປັນຕົວຢ່າງສໍາລັບພວກເຮົາ
ຊີວິດຂອງໂຢເຊັບເປັນຕົວຢ່າງໃຫ້ແກ່ພວກເຮົາ ກ່ຽວກັບວິທີການທີ່ພວກເຮົາຄວນປະຕິບັດຕໍ່ຜູ້ທີ່ເຮັດຜິດຕໍ່ພວກເຮົາ ບໍ່ວ່າຈະເປັນຄູ່ຄອງ, ຄອບຄົວ, ໝູ່ເພື່ອນ ຫຼືບ້ານໃກ້ເຮືອນຄຽງຜູ້ທີ່ໄດ້ເຮັດບາງສິ່ງບາງຢ່າງທີ່ຊົ່ວຮ້າຍຕໍ່ພວກເຮົາ ພວກເຮົາຄວນໃຫ້ອະໄພພວກເຂົາຄືກັນກັບໂຢເຊັບທີ່ໃຫ້ອະໄພພວກອ້າຍຂອງລາວ.
ຄວາມຢ້ານກົວທີ່ຈະຂໍການອະໄພ
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 44:3-34; 45:1-25.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 229-231} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ຄອບຄົວຂອງອິດສະຣາເອນ
ເມື່ອພວກອ້າຍນ້ອງຂອງໂຢເຊັບເດີນທາງມາຮອດດິນແດນການາອານແລ້ວ ພວກເຂົາຈຶ່ງຟ້າວໄປບອກພໍ່ຂອງພວກເຂົາວ່າ: “ໂຢເຊັບຍັງມີຊີວິດຢູ່! ເພິ່ນເປັນຜູ້ປົກຄອງປະເທດເອຢິບທັງໝົດ.” ເມື່ອພໍ່ຂອງພວກເຂົາໄດ້ຍິນເຊັ່ນນັ້ນ ເພິ່ນກໍຕົກຕະລຶງ ແລະ ຍັງບໍ່ເຊື່ອຄຳເວົ້າຂອງພວກລູກຊາຍເທື່ອ. ແຕ່ເມື່ອພວກລູກຊາຍໄດ້ເລົ່າຄຳເວົ້າຂອງໂຢເຊັບທຸກໆຄຳສູ່ເພິ່ນຟັງ ພ້ອມທັງເຫັນສະບ່ຽງອາຫານທີ່ໂຢເຊັບໄດ້ສົ່ງມາຈາກປະເທດເອຢິບ ທັງໄດ້ເຫັນສັດລ້ຽງທີ່ບັນທຸອາຫານຕາມມາເປັນຂະບວນ ແລະ ທັງເຫັນເບັນຢາມິນອີກຄັ້ງໜຶ່ງ ອິດສະຣາເອນຜູ້ເປັນພໍ່ຈຶ່ງໄດ້ເຊື່ອ ແລະ ຮ້ອງອອກມາດ້ວຍຄວາມຊົມຊື່ນຍິນດີວ່າ: “ອື່ມໃຈແລ້ວ! ໂຢເຊັບລູກຊາຍຂອງຂ້ອຍຍັງມີຊີວິດຢູ່! ຂ້ອຍຕ້ອງໄປພົບລາວ ກ່ອນຂ້ອຍຈະຕາຍ.”
ພວກອ້າຍຂອງໂຢເຊັບຢ້ານຄວາມບໍ່ພໍໃຈຂອງພໍ່. ດັ່ງນັ້ນ ພວກເຂົາຈຶ່ງບໍ່ໄດ້ສາລະພາບຄວາມຜິດບາບຂອງພວກເຂົາໃຫ້ພໍ່ຟັງ. ພວກເຂົາມີຄວາມຮູ້ສຶກຜິດຈາກຄວາມບາບຂອງພວກເຂົາຢູ່ໃນໃຈສະເໝີ ແລະ ຄວາມຮູ້ສຶກຜິດຈາກຄວາມບາບຂອງພວກເຂົານັ້ນໄດ້ເຮັດໃຫ້ພວກເຂົາມີຈິດໃຈທີ່ເຕັມໄປດ້ວຍຄວາມເຈັບປວດ.
ແຕ່ດ໋ຽວນີ້ ພວກເຂົາສາລະພາບຄວາມຜິດຂອງພວກເຂົາໃຫ້ພໍ່ວ່າ ພວກເຂົາໄດ້ທຳຮ້າຍໂຢເຊັບ ແລະ ປິດບັງເລື່ອງນີ້ໄວ້ ຈົນເຮັດໃຫ້ພໍ່ ແລະ ພວກເຂົາຕ້ອງທົນທຸກທໍລະມານໃຈຕະຫຼອດຫຼາຍປີທີ່ຜ່ານມາ. ສ່ວນອິດສະຣາເອນຜູ້ເປັນພໍ່ກໍບໍ່ເຄີຍຄິດເລີຍວ່າ ພວກລູກຊາຍຂອງເພິ່ນຈະປະພຶດເລື່ອງຊົ່ວຮ້າຍໄດ້ເຖິງຂະໜາດນີ້ ແຕ່ເພິ່ນກໍເຫັນວ່າ ພຣະເຈົ້າຊົງໃຫ້ເລື່ອງຊົ່ວຮ້າຍທັງໝົດນີ້ຈົບລົງດ້ວຍດີ. ສະນັ້ນ ເພິ່ນຈຶ່ງໃຫ້ອະໄພ ແລະ ອວຍພອນລູກຊາຍໝົດທຸກຄົນຂອງເພິ່ນ.
ຫຼັງຈາກນັ້ນ ອິດສະຣາເອນ ແລະ ພວກລູກຊາຍພ້ອມທັງຄອບຄົວຂອງພວກເຂົາທັງຝູງສັດ ແລະ ຄົນຮັບໃຊ້ເປັນຈຳນວນຫຼວງຫຼາຍ ກໍໄດ້ອອກເດີນທາງໄປສູ່ປະເທດເອຢິບດ້ວຍຄວາມເບີກບານໃຈ. ເມື່ອມາເຖິງສະຖານທີ່ແຫ່ງໜຶ່ງ ອິດສະຣາເອນກໍໄດ້ພັກເຊົາຢູ່ທີ່ນັ້ນ ແລະ ໄດ້ຖວາຍເຄື່ອງບູຊາໃຫ້ພຣະເຈົ້າ ແລະ ຂໍການຊົງນຳຈາກພຣະອົງ.
ໃນຄືນນັ້ນ ພຣະເຈົ້າກໍໄດ້ກ່າວຕໍ່ອິດສະຣາເອນທາງຄວາມຝັນວ່າ: “ອິດສະຣາເອນເອີຍ!”
ອິດສະຣາເອນຕອບວ່າ: “ໂດຍ! ຂ້ານ້ອຍກຳລັງຟັງຢູ່.”
ພຣະເຈົ້າໄດ້ກ່າວວ່າ: “ເຮົາແມ່ນພຣະເຈົ້າ! ພຣະເຈົ້າຂອງພໍ່ເຈົ້າ! ເຈົ້າບໍ່ຕ້ອງຢ້ານທີ່ຈະໄປປະເທດເອຢິບ ເພາະເຮົາຈະເຮັດໃຫ້ເຊື້ອສາຍຂອງເຈົ້າທະວີເພີ່ມຂຶ້ນເປັນຊົນຊາດໃຫຍ່ຢູ່ໃນທີ່ນັ້ນ. ເຮົາຈະໄປປະເທດເອຢິບກັບເຈົ້າ ແລະ ເຮົາຈະນຳເອົາເຊື້ອສາຍຂອງເຈົ້າກັບຄືນມາຍັງດິນແດນນີ້ອີກ…”
ພໍຮຸ່ງເຊົ້າ ພວກເຂົາກໍໄດ້ເດີນທາງໄປປະເທດເອຢິບ ແຕ່ພໍມາຮອດປະເທດເອຢິບແລ້ວ ພວກເຂົາກໍໄດ້ມຸ່ງໜ້າໄປຍັງດິນແດນທີ່ອຸດົມສົມບູນທີ່ກະສັດໄດ້ມອບໃຫ້. ຝ່າຍໂຢເຊັບເມື່ອຮູ້ວ່າພໍ່ຂອງລາວກຳລັງມາ ລາວກໍຂຶ້ນລົດປະຈຳຕຳແໜ່ງຂອງລາວພ້ອມດ້ວຍບັນດາຄົນຮັບໃຊ້ ແລະ ທະຫານທັງຫຼາຍໄປລໍຖ້າຢູ່ທີ່ນັ້ນ. ເມື່ອໂຢເຊັບແນມເຫັນຂະບວນເດີນທາງໄດ້ເຂົ້າມາໃກ້ ດ້ວຍຄວາມຄິດຮອດແລະ ຄວາມຫ່ວງໃຍຂອງໂຢເຊັບທີ່ອົດກັ້ນມາໄວ້ຫຼາຍປີບໍ່ອາດທີ່ຈະຫັກຫ້າມໄວ້ໄດ້ອີກແລ້ວ ສະນັ້ນ ໂຢເຊັບຈຶ່ງຮີບອອກມາຈາກລົດມ້າ ແລະ ແລ່ນໄປຕ້ອນຮັບພໍ່ຢ່າງໄວ ໂຢເຊັບກອດພໍ່ຂອງລາວ ແລະ ຮ້ອງໄຫ້ສະອຶກສະອື້ນເປັນເວລາດົນ. ອິດສະຣາເອນເວົ້າກັບໂຢເຊັບວ່າ: “ບັດນີ້ ພໍ່ພ້ອມແລ້ວທີ່ຈະຕາຍ ເມື່ອໄດ້ເຫັນໜ້າລູກ ແລະ ຮູ້ວ່າລູກຍັງມີຊີວິດຢູ່.”
ແລ້ວໂຢເຊັບກໍໄດ້ພາຄອບຄົວເຂົ້າໄປພົບກະສັດເອຢິບ ແລະ ພໍ່ຂອງລາວກໍໄດ້ອວຍພອນກະສັດ. ຫຼັງຈາກນັ້ນ ພວກເຂົາກໍໄດ້ອຳລາກະສັດ ແລະ ໄປອາໄສຢູ່ທີ່ດິນແດນໂກເຊັນ ເຊິ່ງເປັນດິນແດນທີ່ອຸດົມສົມບູນທີ່ສຸດຢູ່ໃນປະເທດເອຢິບທີ່ກະສັດເອຢິບໄດ້ມອບໃຫ້ພວກເຂົາ.
ພຣະເຈົ້າເປັນບໍ່ເກີດແຫ່ງຊີວິດ
ເມື່ອອິດສະຣາເອນມາພົບໂຢເຊັບຄັ້ງທຳອິດນັ້ນ ເພິ່ນໄດ້ເວົ້າໃນທຳນອງທີ່ວ່າ ຖ້າເພິ່ນຈະຕາຍກໍພ້ອມແລ້ວ ເພາະຄວາມກັງວົນ ແລະ ຄວາມໂສກເສົ້າທີ່ແບກໄວ້ມາເປັນເວລາດົນນານນັ້ນ ມັນໄດ້ຈົບລົງດ້ວຍຄວາມຊົມຊື່ນຍິນດີ ແຕ່ພຣະເຈົ້າຍັງຊົງປະທານໃຫ້ອິດສະຣາເອນມີຊີວິດອັນສະຫງົບສຸກໃນດິນແດນທີ່ອຸດົມສົມບູນຕໍ່ໄປອີກສິບເຈັດປີ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 45:26-28; 46:1-34; 47:1-12; 48:1-22; 49:1-33; 50:1-14.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 231-240} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.
ອິດສະຣາເອນອວຍພອນພວກລູກ
ເມື່ອເວລາຜ່ານໄປ ຄອບຄົວອິດສະຣາເອນທີ່ອາໄສຢູ່ໃນດິນແດນໂກເຊັນກໍໄດ້ຮັ່ງມີພ້ອມທັງມີລູກຫຼານທະວີຫຼາຍຂຶ້ນ.ເມື່ອອິດສະຣາເອນຮູ້ສຶກວ່າຕົນເອງໃກ້ຈະຕາຍແລ້ວ ເພິ່ນກໍເອີ້ນໂຢເຊັບເຂົ້າມາພົບ ແລະ ເວົ້າວ່າ: “ຈົ່ງສາບານຕໍ່ໜ້າພໍ່… ຢ່າຝັງສົບພໍ່ໄວ້ໃນປະເທດເອຢິບນີ້. ພໍ່ຕ້ອງການໃຫ້ລູກຝັງພໍ່ໄວ້ໃນບ່ອນທີ່ຝັງປູ່ຍ່າຕາຍາຍຂອງພໍ່. ຈົ່ງເອົາພໍ່ອອກໜີຈາກປະເທດເອຢິບ ແລະ ໄປຝັງພໍ່ໄວ້ບ່ອນທີ່ຝັງສົບປູ່ຍ່າຕາຍາຍຂອງພໍ່ນັ້ນ.”
ໂຢເຊັບຕອບພໍ່ວ່າ: “ໂດຍ! ລູກຈະເຮັດຕາມທີ່ພໍ່ຕ້ອງການ.”
ອິດສະຣາເອນກໍໄດ້ກ່າວຕໍ່ໂຢເຊັບວ່າ: “ລູກເຫັນແລ້ວວ່າ ພໍ່ໃກ້ຈະສິນໃຈຕາຍ. ແຕ່ພຣະເຈົ້າຈະຢູ່ກັບເຈົ້າ ແລະ ຈະພາເຈົ້າກັບໄປສູ່ແຜ່ນດິນຂອງບັນພະບູລຸດຂອງເຈົ້າ… ”
ຕໍ່ມາ ອິດສະຣາເອນກໍບໍ່ສະບາຍຫຼາຍ ພຣະວິນຍານບໍລິສຸດຂອງພຣະເຈົ້າສະຖິດຢູ່ນຳເພິ່ນ ແລະ ໄດ້ສຳແດງນິມິດໃຫ້ເພິ່ນເຫັນເຖິງເລື່ອງອະນາຄົດຂອງເຊື້ອສາຍຂອງເພິ່ນ. ສະນັ້ນ ອິດສະຣາເອນຈຶ່ງເອີ້ນພວກລູກຊາຍເຂົ້າມາພົບ ພ້ອມທັງເປີດເຜີຍລັກສະນະນິໄສ ແລະ ອະນາຄົດຂອງພວກເຂົາແຕ່ລະຄົນທີ່ຈະມີເຊື້ອສາຍສືບຕະກູນຕໍ່ໄປ.
ຫຼັງຈາກນັ້ນ ອິດສະຣາເອນກໍໄດ້ອວຍພອນ ແລະ ສັ່ງລາພວກລູກຊາຍຂອງເພິ່ນ ແລ້ວເພິ່ນກໍເອນຕົວລົງເທິງຕຽງ ແລະ ສິ້ນໃຈຕາຍ. ໂຢເຊັບຟ້າວເຂົ້າໄປຫາພໍ່ຂອງລາວ ພ້ອມທັງຮ້ອງໄຫ້ ແລະ ຈູບທີ່ໜ້າຜາກຂອງເພິ່ນ. ບັນດາພວກລູກຊາຍຂອງອິດສະຣາເອນຕ່າງກໍພາກັນຮ້ອງໄຫ້ທີ່ໄດ້ສູນເສຍຜູ້ເປັນພໍ່.
ແລ້ວໂຢເຊັບໄດ້ສັ່ງໃຫ້ແພດທີ່ຢູ່ໃຕ້ການປົກຄອງຂອງລາວດອງສົບຂອງພໍ່ ແລະ ພວກເຂົາໃຊ້ເວລາ 40 ມື້ເພື່ອດອງສົບ. ພວກເຂົາພ້ອມກັບປະຊາຊົນເອຢິບກໍໄດ້ໄວ້ທຸກໃຫ້ເພິ່ນເປັນເວລາ 70 ມື້. ເມື່ອເວລາກຳນົດໄວ້ທຸກສິ້ນສຸດລົງແລ້ວ ໂຢເຊັບກໍໄດ້ເອົາສົບພໍ່ຂອງລາວໄປຝັງໄວ້ຢູ່ທີ່ດິນແດນການາອານ ແລະ ລາວກໍໄດ້ກັບໄປຍັງປະເທດເອຢິບພ້ອມກັບພວກອ້າຍນ້ອງຂອງລາວ.
ອິດສະຣາເອນໄດ້ເຮັດຜິດພາດ ແລະ ຄວາມບາບໄດ້ກໍ່ໃຫ້ເກີດຄວາມທຸກໂສກເສົ້າໃນຊີວິດຂອງເພິ່ນ ແລະ ຄອບຄົວຂອງເພິ່ນ. ພຣະຄໍາພີໄດ້ບັນທຶກຄວາມຜິດຂອງຜູ້ທີ່ຕິດຕາມພຣະເຈົ້າ ຫຼາຍກວ່າການກະທຳຄວາມດີຂອງພວກເຂົາ ເພື່ອໃຫ້ພວກເຮົາມີຄວາມຫວັງ. ບຸກຄົນຕ່າງໆທີ່ພຣະຄຳພີໄດ້ບັນທຶກໄວ້ນັ້ນ ບາງຄັ້ງພວກເຂົາໄດ້ພ່າຍແພ້ຕໍ່ການທົດລອງ ແລະ ໄດ້ເຮັດຜິດບາບຄືກັນກັບພວກເຮົາຢູ່ໃນປັດຈຸບັນນີ້. ຊີວິດຂອງພວກເຂົາຖືກເປີດເຜີຍຢູ່ໃນພຣະຄຳພີເພື່ອໃຫ້ກຳລັງໃຈ ແລະ ຕັກເຕືອນພວກເຮົາ.
ຖ້າຫາກພຣະຄຳພີບໍ່ໄດ້ບັນທຶກຄວາມຜິດບາບຂອງພວກເຂົາ ພວກເຮົາຜູ້ທີ່ມີທຳມະຊາດທີ່ເຕັມໄປດ້ວຍຄວາມບາບ ອາດໝົດຄວາມຫວັງຍ້ອນຄວາມຜິດພາດຂອງພວກເຮົາເອງ. ແຕ່ບັດນີ້ ເມື່ອພວກເຮົາໄດ້ຮູ້ແລ້ວວ່າ ບັນດາຜູ້ຄົນທີ່ຖືກບັນທຶກໄວ້ໃນພຣະຄຳພີເຄີຍເຮັດຜິດພາດ ແລະ ຄວາມຜິດບາບ ແຕ່ພວກເຂົາໄດ້ລຸກຂຶ້ນມາໃຫມ່ ແລະ ພວກເຂົາສາມາດເອົາຊະນະຄວາມຜິດເຫຼົ່ານັ້ນດ້ວຍພຣະຄຸນຂອງພຣະເຈົ້າສັນໃດ ພວກເຮົາກໍສາມາດເອົາຊະນະຄວາມຜິດບາບດ້ວຍຣິດອຳນາດຂອງພຣະເຈົ້າສັນນັ້ນ.
“ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງດີຕໍ່ພວກຂ້ານ້ອນແທ້ໆ ທັງຍົກໂທດໃຫ້ອະໄພແກ່ຂ້ານ້ອຍດ້ວຍ. ຊົງເຕັມໄປດ້ວຍຄວາມຮັກອັນໝັ້ນຄົງຕໍ່ທຸກຄົນທີ່ພາວັນນາອະທິຖານຫາພຣະອົງນັ້ນ” (ເພງສັນລະເສີນ 86:5)
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 47:27-30; 48:14; 49:1-33; 50:1-14.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ໜ້າ 231-240} ຂຽນໂດຍ ທ່ານນາງ ເອເລັນ ຈີ. ໄວທ.