ເຫດການຫລັງຈາກການຟື້ນຄືນຊີວິດຂອງພະເຍຊູ
ສາວົກສອງຄົນກັບບ້ານເອມາອູດ
ເມື່ອມາຮອດຕອນບ່າຍໃນມື້ດຽວກັນນັ້ນ ກໍມີສາວົກສອງຄົນຂອງພຣະເຢຊູພວມເດີນທາງໄປຍັງເມືອງເອມາອູດ ເຊິ່ງຢູ່ຫ່າງໄກຈາກນະຄອນເຢຣູຊາເລັມປະມານສິບເອັດຫຼັກ. ພວກເຂົາທັງສອງກໍໄດ້ສົນທະນາກັນເຖິງເຫດການຕ່າງໆທີ່ໄດ້ເກີດຂຶ້ນກ່ຽວກັບຂ່າວທີ່ພວກຜູ້ຍິງເຫຼົ່ານັ້ນໄດ້ພົບກັບທູດສະຫວັນ ແລະນາງມາຣີໄດ້ພົບກັບພຣະເຢຊູ. ແຕ່ໃນຂະນະທີ່ພວກເຂົາກໍາລັງເດີນທາງ ແລະສົນທະນາກັນໄປຢູ່ນັ້ນ ພຣະເຢຊູກໍໄດ້ເຂົ້າມາຮ່ວມເດີນທາງໄປນຳພວກເຂົາ ແຕ່ພວກເຂົາບໍ່ຮູ້ວ່າແມ່ນພຣະອົງ ເພາະພວກເຂົາສຸມໃສ່ຢູ່ໃນຄວາມຄິດຕ່າງໆຂອງພວກເຂົາ.
ພຣະເຢຊູຖາມພວກເຂົາວ່າ: “ຂະນະທີ່ຍ່າງມາຕາມທາງ ພວກທ່ານໂຕ້ຖຽງກັນເຖິງເລື່ອງຫຍັງ?”
ພວກເຂົາຕອບວ່າ: “ໃນບັນດາແຂກເມືອງທີ່ມາອາໄສຢູ່ໃນນະຄອນເຢຣູຊາເລັມ ມີແຕ່ທ່ານຜູ້ດຽວບໍ ທີ່ບໍ່ຮູ້ເຫດການ ເຊິ່ງເກີດຂຶ້ນທີ່ນັ້ນລະຫວ່າງວັນເຫຼົ່ານີ້?”
ພຣະເຢຊູຖາມພວກເຂົາວ່າ: “ເຫດການອັນໃດ?”
ພວກເຂົາຕອບວ່າ: “ກໍເຫດການທີ່ໄດ້ເກີດຂຶ້ນກັບເຢຊູ ໄທນາຊາເຣັດ ຊາຍຄົນນີ້ເປັນຜູ້ປະກາດພຣະຄໍາທີ່ຍິ່ງໃຫຍ່ຄົນໜຶ່ງ ເຊິ່ງການກະທໍາແລະຄໍາເວົ້າຂອງເພິ່ນໄດ້ຮັບການເຫັນຊອບຈາກພຣະເຈົ້າລວມທັງປະຊາຊົນອີກດ້ວຍ ແຕ່ພວກປະໂລຫິດໄດ້ມອບເພິ່ນໃຫ້ຖືກລົງໂທດເຖິງຕາຍ… ມື້ນີ້ກໍເປັນວັນທີສາມແລ້ວຕັ້ງແຕ່ເຫດການທີ່ໄດ້ເກີດຂຶ້ນ. ນອກຈາກນີ້ ມີພວກຜູ້ຍິງບາງຄົນໃນພວກເຮົາຍັງໄດ້ສ້າງຄວາມປະຫຼາດໃຈໃຫ້ພວກເຮົາຟັງວ່າ ພວກນາງໄດ້ເຫັນທູດສະຫວັນ ແລະທູດສະຫວັນບອກວ່າ ເພິ່ນເປັນຄືນມາສູ່ຊີວິດແລ້ວ. ບາງຄົນທີ່ຢູ່ໃນກຸ່ມຂອງພວກເຮົາໄດ້ໄປທີ່ອຸມົງ ແລະພົບເຫັນທຸກສິ່ງທີ່ພວກຜູ້ຍິງບອກນັ້ນ ແຕ່ພວກເຂົາບໍ່ເຫັນເພິ່ນ.”
ແລ້ວພຣະເຢຊູກໍກ່າວຕໍ່ພວກເຂົາວ່າ: “ໂອ! ພວກເຈົ້າຊ່າງມີໃຈເຊີຍຊາທີ່ຈະເຊື່ອຟັງທຸກໆຖ້ອຍຄໍາເຊິ່ງຜູ້ປະກາດພຣະຄໍາໄດ້ກ່າວເອົາໄວ້ແທ້. ພຣະບຸດຕ້ອງທົນທຸກທໍລະມານຕໍ່ສິ່ງເຫຼົ່ານີ້ ແລະຕໍ່ມາພຣະອົງກໍເຂົ້າສູ່ສະຫງ່າຣາສີກັບພຣະເຈົ້າໃນສະຫວັນ ບໍ່ແມ່ນບໍ?”
ແລ້ວພຣະເຢຊູກໍໄດ້ອະທິບາຍພຣະຄໍາພີສູ່ພວກເຂົາຟັງທຸກຕອນທີ່ຂຽນກ່ຽວກັບພຣະອົງ ຄືເລີ່ມແຕ່ປຶ້ມຕ່າງໆຂອງໂມເຊ ແລະຕະຫຼອດເຖິງປຶ້ມຕ່າງໆຂອງພວກຜູ້ປະກາດພຣະຄຳ. ພວກເຂົາພາກັນມິດງຽບດ້ວຍຄວາມອັດສະຈັນໃຈ ແລະຕັ້ງໃຈຟັງເລື່ອງທີ່ກ່ຽວກັບພາລະກິດຂອງພຣະອົງ.
ພໍມາໃກ້ຮອດບ້ານທີ່ພວກເຂົາພວມຈະໄປນັ້ນ ພຣະເຢຊູເຮັດຄືຈະເດີນທາງຍ່າງໄປຕໍ່ ແຕ່ພວກເຂົາໄດ້ຊັກຊວນໃຫ້ພຣະອົງຢູ່ນໍາ. ດັ່ງນັ້ນ ພຣະອົງຈຶ່ງເຂົ້າໄປພັກກັບພວກເຂົາ ແລະໃນຂະນະທີ່ພຣະອົງນັ່ງລົງກິນເຂົ້າກັບພວກເຂົາ ພຣະອົງກໍຈັບເອົາເຂົ້າຈີ່ກ່າວຂອບພຣະຄຸນພຣະເຈົ້າ ແລະຫັກເຂົ້າຈີ່ນັ້ນຍື່ນໃຫ້ພວກເຂົາ. ໃນທັນໃດນັ້ນ ຕາຂອງພວກສາວົກສອງຄົນນັ້ນກໍສະຫວ່າງຂຶ້ນ ແລະຈື່ພຣະອົງໄດ້ ແຕ່ພຣະອົງຊ້ຳພັດຫາຍໄປຈາກພວກເຂົາ. ພວກສາວົກທັງສອງຈຶ່ງພາກັນຕື່ນເຕັ້ນດ້ວຍຄວາມຊົມຊື່ນຍິນດີຈົນລືມກິນເຂົ້າ ແລ້ວພວກເຂົາໄດ້ພາກັນປະຖິ້ມອາຫານໄວ້ເທິງໂຕະ ແລະຮີບກັບໄປທີ່ນະຄອນເຢຣູຊາເລັມ ເພື່ອຈະໄປເລົ່າເຫດການນີ້ສູ່ພວກສາວົກຄົນອື່ນໆຟັງ.
ເມື່ອພວກເຂົາມາຮອດນະຄອນເຢຣູຊາເລັມໃນຕອນຄໍ່າ ພວກເຂົາກໍໄດ້ເຂົ້າໄປພົບກັບພວກສາວົກຄົນອື່ນໆທີ່ພວມຊຸມນຸມກັນຢູ່ໃນຫ້ອງໂດຍປິດປະຕູໃສ່ລ໋ອກໄວ້ ເພາະຢ້ານພວກປະໂລຫິດ. ໃນຂະນະທີ່ພວກເຂົາກຳລັງເລົ່າເຫດການທີ່ໄດ້ເກີດຂຶ້ນສູ່ສາວົກຄົນອື່ນໆຟັງ. ທັນໃດນັ້ນ ພຣະເຢຊູກໍໄດ້ປາກົດຕົວຢູ່ທ່າມກາງພວກເຂົາ. ບໍ່ມີໃຜຈະບອກໄດ້ເລີຍວ່າ ພຣະອົງມາຈາກທິດທາງໃດ ແລະເຂົ້າມາໃນຫ້ອງໄດ້ແນວໃດ? ແລ້ວພຣະອົງກໍຍົກມື້ທັງສອງຂຶ້ນ ແລະກ່າວວ່າ: “ສັນຕິສຸກຈົ່ງມີແກ່ທ່ານທັງຫຼາຍ” ທຸກໆຄົນຕ່າງກໍພາກັນຕົກໃຈຫຼາຍ ແລະຄິດວ່າຕົນເອງເຫັນຜີ.
ພຣະເຢຊູຖາມພວກເຂົາວ່າ: “ເປັນຫຍັງ ພວກທ່ານຈຶ່ງແຕກຕື່ນຕົກໃຈ? ເປັນຫຍັງ ຄວາມຄິດສົງໄສເຫລົ່ານີ້ຈຶ່ງເກີດຂຶ້ນຢູ່ໃນຈິດໃຈຂອງພວກທ່ານ? ຈົ່ງເບິ່ງມືແລະຕີນຂອງເຮົາດູ! ແມ່ນເຮົາເອງແທ້. ຈົ່ງຄໍາເບິ່ງຕົວເຮົາ ແລະພວກທ່ານກໍຈະຮູ້ ດ້ວຍວ່າຜີບໍ່ມີເນື້ອໜັງ ແລະກະດູກດັ່ງທີ່ພວກທ່ານເຫັນເຮົາຢູ່ນີ້.”
ເມື່ອພຣະເຢຊູກ່າວດັ່ງນັ້ນແລ້ວ ພຣະອົງກໍເດ່ມືແລະປິ່ນຂ້າງຂອງພຣະອົງໃຫ້ພວກເຂົາເບິ່ງ. ແລ້ວພຣະອົງກ່າວຕໍ່ພວກເຂົາວ່າ: "ທີ່ນີ້ພວກເຈົ້າມີຫຍັງກິນແນ່?" ພວກເຂົາໄດ້ເອົາປາປິ້ງຕ່ອນໜຶ່ງໃຫ້ພຣະອົງ ແລະພຣະອົງກໍໄດ້ຈັບເອົາປານັ້ນມາກິນຢູ່ຕໍ່ໜ້າພວກເຂົາ.
ແລ້ວພວກເຂົາທຸກໆຄົນຈຶ່ງເຕັມໄປດ້ວຍຄວາມຊົມຊື່ນຍິນດີ ແລະເຊື່ອໃນພຣະອົງ. ພວກເຂົາພາກັນຂາບນະມັດສະການພຣະອົງຜູ້ຊົງຟື້ນຄືນມາຈາກຄວາມຕາຍ. ແລ້ວພຣະເຢຊູກໍໄດ້ກ່າວຕໍ່ພວກເຂົາວ່າ: "ນີ້ແຫລະ! ແມ່ນສິ່ງທີ່ເຮົາໄດ້ບອກພວກເຈົ້າໄວ້ແລ້ວ ເມື່ອເຮົາຍັງຢູ່ກັບພວກເຈົ້າ ຄືທຸກສິ່ງທີ່ໄດ້ຂຽນໄວ້ເຖິງເຮົາໃນໜັງສືກົດບັນຍັດຂອງໂມເຊ, ໃນໜັງສືຂອງຜູ້ທຳນວາຍ ແລະໃນໜັງສືເພງສັນລະເສີນ ຈຳເປັນຈະຕ້ອງສຳເລັດ ແລະເປັນຄວາມຈິງຕາມນັ້ນ"
ແລ້ວພຣະເຢຊູກໍໄດ້ເປີດຈິດໃຈຂອງພວກເຂົາໃຫ້ເຂົ້າໃຈໃນພຣະຄໍາພີ ແລະກ່າວຕໍ່ພວກເຂົາອີກວ່າ: “ນີ້ແຫລະ! ແມ່ນສິ່ງທີ່ມີຂຽນໄວ້ໃນພຣະຄໍາພີວ່າ: 'ພຣະບຸດຕ້ອງທົນທຸກທໍລະມານ ແລະຕ້ອງເປັນຄືນມາຈາກຄວາມຕາຍໃນມື້ທີສາມ.' ຈົ່ງປະກາດນາມຊື່ຂອງເຮົາແກ່ຄົນທຸກຊົນຊາດ ໂດຍເລີ່ມຈາກນະຄອນເຢຣູຊາເລັມ ເພື່ອຮຽກຮ້ອງທຸກຄົນໃຫ້ກັບໃຈເຊົາເຮັດບາບ ແລະຮັບເອົາການອະໄພບາບ. ພວກທ່ານກໍເປັນພະຍານໃນເລື່ອງເຫລົ່ານີ້. ຝ່າຍເຮົາຈະສົ່ງສິ່ງທີ່ພຣະບິດາຂອງເຮົາໄດ້ສັນຍາເອົາໄວ້ມາໃຫ້ພວກທ່ານ ແຕ່ພວກທ່ານຈະຕ້ອງເຝົ້າຄອຍຢູ່ໃນນະຄອນເຢຣູຊາເລັມສາກ່ອນ ຈົນກວ່າຣິດອຳນາດຈາກເບື້ອງເທິງຈະລົງມາຢູ່ເທິງພວກທ່ານ... ພຣະບິດາໄດ້ຊົງໃຊ້ເຮົາມາຢ່າງໃດ ເຮົາກໍຈະໃຊ້ພວກທ່ານໄປຢ່າງນັ້ນ...” ແລ້ວພຣະເຢຊູກໍໄດ້ຫາຍໄປຈາກພວກເຂົາ.
ຄວາມສຳຄັນຂອງການຮູ້ຈັກ ແລະ ເຂົ້າໃຈພຣະຄຳພີ
ໃນລະຫວ່າງທີ່ພວກສາວົກສອງຄົນກຳລັງເດີນທາງໄປເມືອງເອມາອູດ ພຣະເຢຊູກໍໄດ້ຮ່ວມເດີນທາງໄປກັບພວກເຂົາ ແຕ່ພຣະອົງບໍ່ໄດ້ສະແດງຕົວວ່າແມ່ນພຣະອົງ ເພາະພຣະອົງຢາກອະທິບາຍເຖິງສັນຍາລັກ ແລະຄຳພະຍາກອນທີ່ຢູ່ໃນພຣະຄຳພີເດີມໃຫ້ພວກເຂົາໄດ້ລະນຶກເຖິງ ແລະເຂົ້າໃຈວ່າ ທຸກສິ່ງມັນໄດ້ເກີດຂຶ້ນສຳເລັດແລ້ວ. ເຫດຜົນທີ່ພຣະອົງບໍ່ໄດ້ບອກພວກເຂົາເຖິງສິ່ງທີ່ພຣະອົງຊົງເປັນຕັ້ງແຕ່ຕອນທຳອິດນັ້ນ ເພາະຄວາມເຊື່ອຂອງພວກເຂົາໃນຕອນທຳອິດນັ້ນ ຍັງບໍ່ໄດ້ຕັ້ງຢູ່ພື້ນຖານຂອງພຣະຄຳພີ ແລະຍ້ອນຂາດການສຶກສາພຣະຄຳພີນີ້ແຫລະ! ຈຶ່ງເຮັດໃຫ້ພວກສາວົກຕົກຢູ່ໃນຄວາມສິ້ນຫວັງເມື່ອພຣະເຢຊູຖືກຄຶງໄວ້ເທິງໄມ້ກາງແຂນ. ຖ້າພວກເຂົາເອົາໃຈໃສ່ໃນພຣະຄຳພີເດີມ ແລະໃນຖ້ອຍຄຳຂອງພຣະອົງທີ່ໄດ້ພະຍາກອນເຖິງຄວາມຕາຍຂອງພຣະອົງໃນຊ່ວງເວລາທີ່ພຣະອົງຊົງຢູ່ນຳພວກເຂົານັ້ນ ຄວາມເຊື່ອຂອງພວກເຂົາກໍຈະເຂັ້ມແຂງຢູ່ໃນສະຖານະການທີ່ພຣະອົງຊົງຖືກຄຶງໄວ້ເທິງໄມ້ກາງແຂນ ແລະພວກເຂົາກໍຈະບໍ່ສິ້ນຫວັງ.
ໃນທາງກົງກັນຂ້າມ, ນິໂກເດມ ແລະໂຢເຊັບເປັນພວກຜູ້ນຳສາສະໜາ ແລະຮູ້ຈັກພຣະຄຳພີເປັນຢ່າງດີ. ເມື່ອພວກເຂົາເຫັນພຣະເຢຊູຖືກຄຶງໄວ້ເທິງໄມ້ກາງແຂນແລ້ວ ພວກເຂົາກໍລະນຶກເຖິງສັນຍາລັກ ແລະຄຳພະຍາກອນຂອງພຣະຄຳພີເດີມກ່ຽວກັບພຣະເມຊີອານັ້ນ ມັນໄດ້ສຳເລັດແລ້ວ ແລະຄວາມເຊື່ອຂອງພວກເຂົາກໍໄດ້ເຂັ້ມແຂງຂຶ້ນ.
ເປັນຫຍັງ ພວກສາວົກຈຶ່ງຜິດຫວັງ
ຊາວຢິວມີຄວາມເຂົ້າໃຈຜິດກ່ຽວກັບພາລະກິດຂອງພຣະເມຊີອາ. ຍ້ອນຄວາມເຫັນແກ່ຕົວຂອງພວກເຂົານັ້ນ ຈຶ່ງເຮັດໃຫ້ພວກເຂົາຄິດວ່າ ພຣະເມຊີອາຈະມາຊ່ວຍຊົນຊາດຂອງພວກເຂົາໃຫ້ລອດພົ້ນຈາກການຖືກກົດຂີ່ຂົ່ມເຫັງຂອງລັດຖະບານຕ່າງຊາດ. ຝ່າຍພວກສາວົກກໍຄິດເຊັ່ນດຽວກັນ ແລະເຖິງແມ່ນວ່າພຣະເຢຊູຈະພະຍາຍາມບອກພວກເຂົາເຖິງພາລະກິດຂອງພຣະອົງ ພວກເຂົາກໍຈະບໍ່ເຂົ້າໃຈ ເພາະພວກເຂົາບໍ່ໄດ້ສຶກສາພຣະຄຳພີຢ່າງລະອຽດຖີ່ຖ້ວນ ເພື່ອຈະໄດ້ເບິ່ງດ້ວຍຕົວເອງວ່າພາລະກິດຂອງພຣະເມຊີອານັ້ນແມ່ນຫຍັງ.
ຄວາມສຳຄັນຂອງການສຶກສາພຣະຄຳພີສຳລັບພວກເຮົາ
ເພື່ອວ່າພວກເຮົາຈະບໍ່ໄດ້ຜິດຫວັງ ແລະຈະພ້ອມສຳລັບການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. ສະນັ້ນ ມັນເປັນສິ່ງສຳຄັນທີ່ພວກເຮົາຈະຕ້ອງສຶກສາພຣະຄຳພີຢ່າງລະອຽດຖີ່ຖ້ວນ ເພື່ອພວກເຮົາຈະໄດ້ເຂົ້າໃຈໃນສິ່ງທີ່ກຳລັງຈະເກີດຂຶ້ນ. ແລະເມື່ອຄຳພະຍາກອນໄດ້ເກີດຂຶ້ນແລ້ວ ຄວາມເຊື່ອຂອງພວກເຮົາເບິ່ງຄືວ່າຈະລົ້ມລົງນັ້ນ ກໍຈະໄດ້ຮັບຄວາມເຂັ້ມແຂງຂຶ້ນ. ພວກເຮົາຈົ່ງລະມັດລະວັງຕົວຢ່າເຊື່ອທຸກໆ ຖ້ອຍຄຳຂອງຄົນທີ່ເວົ້າໃຫ້ພວກເຮົາຟັງ ແຕ່ຈົ່ງໄປສຶກສາພຣະຄຳພີເພື່ອໃຫ້ແນ່ໃຈວ່າ ສິ່ງທີ່ອະທິບາຍຕໍ່ພວກເຮົາກ່ຽວກັບຍຸກສຸດທ້າຍຂອງໂລກນັ້ນມັນຖືກຕ້ອງແລ້ວບໍ່.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມາຣະໂກ 16:12; ລູກາ 24:13-48; ໂຢຮັນ 20:19-23.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 83 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການກັບໃຈໃໝ່ຂອງເປໂຕ
ມີມື້ໜຶ່ງໃນຂະນະທີ່ເປໂຕ, ໂທມາ, ນະທານາເອນ, ຢາໂກໂບ, ໂຢຮັນ ແລະສາວົກຄົນອື່ນໆອີກສອງຄົນຢູ່ໃກ້ແຄມຝັ່ງທະເລສາບຄາລີເລ. ພວກເຂົາເປັນຄົນທຸກຍາກ ແລະຕ້ອງການອາຫານ ແລະເສື້ອຜ້າ. ເພື່ອຈະໄດ້ມີເງິນສຳລັບຊື້ເຄື່ອງໃຊ້ທີ່ຈຳເປັນ ພວກເຂົາຈຶ່ງຕັດສິນໃຈອອກໄປຫາປາ. ພວກເຂົາລົງເຮືອເພື່ອໄປຫາປາຢູ່ທະເລສາບຄາລີເລ ແຕ່ໃນຄືນນັ້ນພວກເຂົາຫາປາບໍ່ໄດ້ຈັກໂຕ. ໝົດທັງຄືນລະຫວ່າງທີ່ຫາປາຢູ່ນັ້ນ ພວກເຂົາກໍໄດ້ສົນທະນາກັນກ່ຽວກັບເລື່ອງພຣະເຢຊູ ແລະເລື່ອງອະນາຄົດຂອງພວກເຂົາ ເຊິ່ງຕອນນີ້ພຣະເຢຊູບໍ່ໄດ້ຢູ່ກັບພວກເຂົາແລ້ວ. ພວກເຂົາຮູ້ສຶກໂສກເສົ້າ ແລະສິ້ນຫວັງສຳລັບອະນາຄົດ. ພໍຮຸ່ງເຊົ້າ ມີທ່ານຜູ້ໜຶ່ງຊົງຢືນຢູ່ແຄມຝັງທະເລ ແລະເອີ້ນໃສ່ພວກສາວົກວ່າ: "ຊາຍໝຸ່ມເອີຍ! ພວກເຈົ້າຫາປາໄດ້ບໍ່?"
ພວກສາວົກບໍ່ຮູ້ວ່າແມ່ນພຣະເຢຊູຈຶ່ງໄດ້ຕອບກັບຄືນວ່າ: "ບໍ່ໄດ້ຈັກໂຕ."
ທ່ານຜູ້ນັ້ນກໍໄດ້ເອີ້ນມາໃສ່ພວກເຂົາອີກວ່າ “ຈົ່ງຖິ້ມມອງລົງເບື້ອງຂວາເຮືອ ແລ້ວພວກທ່ານຈະໄດ້ປາ” ສະນັ້ນ ພວກສາວົກຈຶ່ງພາກັນຖິ້ມມອງລົງ ແລະທັນໃດນັ້ນ ມອງກໍຖືກປາຫຼາຍໂຕ ຈົນດຶງມອງຂຶ້ນບໍ່ໄດ້.
ແລ້ວໂຢຮັນກໍຈື່ຊາຍທີ່ຢູ່ແຄມຝັງນັ້ນໄດ້ ແລະບອກເປໂຕວ່າ: “ແມ່ນອົງພຣະຜູ້ເປັນເຈົ້າ”
ເມື່ອເປໂຕໄດ້ຍິນວ່າແມ່ນພຣະເຢຊູ ລາວກໍດີໃຈພ້ອມທັງຈັບເອົາເສື້ອມານຸ່ງ ແລະກໍໂດດລົງນ້ຳ. ສ່ວນພວກສາວົກຄົນອື່ນໆໄດ້ຂີ່ເຮືອເຂົ້າຝັງ ພ້ອມທັງລາກເອົາມອງທີ່ມີປາເຕັມຢູ່ນັ້ນ ເມື່ອພວກເຂົາມາຮອດແຄມຝັ່ງແລ້ວ ກໍເຫັນຖ່ານໄຟລຸກຢູ່ພ້ອມທັງມີປາ ແລະເຂົ້າຈີ່ຂາງໄວ້.
ພຣະເຢຊູຊົງກ່າວຕໍ່ພວກເຂົາວ່າ: “ປາທີ່ພວກທ່ານຫາມາໄດ້ນັ້ນ ຈົ່ງເອົາມາບາງໂຕ.”
ເປໂຕຈຶ່ງເຂົ້າໄປໃນເຮືອ, ດຶງມອງຂຶ້ນມາເທິງແຄມຝັ່ງ ແລະມີປາໃຫຍ່ເຕັມຢູ່ຈຳນວນ 153 ໂຕ ເຖິງແມ່ນວ່າມີປາຫຼາຍປານນັ້ນ ແຕ່ມອງກໍຍັງບໍ່ຂາດ.
ພຣະເຢຊູຊົງກ່າວຕໍ່ພວກສາວົກວ່າ: “ຈົ່ງພາກັນມາກິນເຂົ້າສາ!” ບໍ່ມີສາວົກຄົນໃດກ້າຖາມວ່າ ທ່ານແມ່ນໃຜ? ເພາະພວກເຂົາຮູ້ຢູ່ແລ້ວວ່າແມ່ນພຣະເຢຊູ ແລ້ວພຣະອົງກໍຫຍັບເຂົ້າມາໃກ້ພວກເຂົາ ແລະຈັບເອົາເຂົ້າຈີ່ ແລະປາຍື່ນໃຫ້ພວກເຂົາກິນ.
ຫຼັງຈາກກິນເຂົ້າແລ້ວ ພຣະເຢຊູກໍໄດ້ກ່າວຕໍ່ເປໂຕວ່າ: “ຊີໂມນເປໂຕເອີຍ! ເຈົ້າຮັກເຮົາຫຼາຍກວ່າສິ່ງເຫລົ່ານີ້ບໍ?”
ເປໂຕຕອບພຣະອົງວ່າ “ໂດຍ! ພຣະອົງເອີຍ ພຣະອົງຊົງຮູ້ດີວ່າ ຂ້ານ້ອຍຮັກພຣະອົງ” ຫົວໃຈຂອງເປໂຕໄດ້ກັບໃຈໃໝ່ແລ້ວ ແລະ ລາວບໍ່ໄດ້ພະຍາຍາມສະແດງຕົວ ຫຼືເວົ້າວ່າຕົວເອງດີກວ່າ ຄົນອື່ນໆ.
ພຣະເຢຊູຊົງສັ່ງລາວວ່າ: “ຈົ່ງລ້ຽງລູກແກະຂອງເຮົາເດີ!”
ພຣະເຢຊູຊົງກ່າວຕໍ່ເປໂຕເປັນເທື່ອທີສອງວ່າ: “ຊີໂມນເປໂຕເອີຍ! ເຈົ້າຮັກເຮົາບໍ?”
ເປໂຕຕອບພຣະອົງວ່າ: “ໂດຍ! ພຣະອົງເອີຍ ພຣະອົງຊົງຮູ້ດີວ່າ ຂ້ານ້ອຍຮັກພຣະອົງ”
ພຣະເຢຊູຊົງສັ່ງລາວວ່າ: “ຈົ່ງລ້ຽງຮັກສາລູກແກະຂອງເຮົາເດີ!”
ພຣະເຢຊູຊົງກ່າວຕໍ່ເປໂຕເປັນເທື່ອທີສາມວ່າ: “ຊີໂມນເປໂຕເອີຍ! ເຈົ້າຮັກເຮົາບໍ?”
ເປໂຕຮູ້ສຶກທຸກໃຈເພາະພຣະອົງຖາມລາວເຖິງສາມເທື່ອວ່າ ເຈົ້າຮັກເຮົາບໍ? ແຕ່ທຸກໆເທື່ອລາວກໍຍັງຄົງຢືນຢັນຄຳຕອບເດີມ ເຖິງຄວາມຈົ່ງຮັກພັກດີທີ່ລາວມີຕໍ່ພຣະອົງ.
ເປໂຕຕອບພຣະອົງວ່າ: “ພຣະອົງເອີຍ! ພຣະອົງຊົງຮູ້ຈັກທຸກໆສິ່ງ ພຣະອົງຊົງຮູ້ດີວ່າຂ້ານ້ອຍຮັກພຣະອົງ.”
ແລ້ວພຣະເຢຊູຊົງສັ່ງເປໂຕວ່າ: “ຈົ່ງລ້ຽງແກະຂອງເຮົາເດີ!” ໃນຄຳເວົ້າເຫຼົ່ານີ້ ພຣະເຢຊູໄດ້ສັ່ງເປໂຕໃຫ້ເຮັດວຽກສຳລັບການແຈກຍາຍອາຫານຝ່າຍຈິດວິນຍານໃຫ້ແກ່ປະຊາຊົນທັງຫຼາຍ.
ແລ້ວພຣະເຢຊູກ່າວອີກວ່າ: "ເຮົາບອກເຈົ້າຕາມຄວາມຈິງວ່າ ເມື່ອເຈົ້າຍັງໜຸ່ມເຈົ້າເຄີຍຄາດແອວຂອງເຈົ້າເອງ ແລະທ່ຽວໄປມາໃສໄດ້ຕາມໃຈເຈົ້າມັກ ແຕ່ເມື່ອເຈົ້າເຖົ້າແລ້ວ ເຈົ້າຈະຢຽດມືຂອງເຈົ້າອອກ ແລະຄົນອື່ນຈະຜູກມັດ ແລະພາເຈົ້າໄປໃນບ່ອນທີ່ເຈົ້າບໍ່ຢາກໄປ." ພຣະເຢຊູໄດ້ບອກເປໂຕໃຫ້ຮູ້ລ່ວງໜ້າວ່າ ເປໂຕຈະຖືກຂົ່ມເຫັງ ແລະຈະຕາຍເພາະຂ່າວປະເສີດ.
ປະສົບການຂອງເປໂຕທີ່ປະຕິເສດການເປັນສາວົກຂອງພຣະເຢຊູນັ້ນ ມັນໄດ້ເປັນບົດຮຽນສອນເປໂຕຫຼາຍໆເລື່ອງ. ບົດຮຽນທຳອິດ ເປໂຕເຂົ້າໃຈເລີຍວ່າ ລາວບໍ່ມີກຳລັງທີ່ຈະຕໍ່ຕ້ານການທົດລອງ. ບົດຮຽນທີສອງ ລາວໄດ້ເຂົ້າໃຈເລີຍວ່າ ລາວຕ້ອງໄດ້ອະທິຖານໃຫ້ຫຼາຍຂຶ້ນ ແລະບໍ່ເພິ່ງພາໃນຕົນເອງ. ປະສົບການຂອງເປໂຕທີ່ປະຕິເສດພຣະເຢຊູນັ້ນ ໄດ້ເປັນບົດຮຽນຊ່ວຍລາວໃນການເຮັດວຽກຮ່ວມກັບສະມາຊິກໃນຄຣິສຕະຈັກຂອງພຣະເຈົ້າ. ລາວຈະອົດທົນກັບຄວາມຜິດຂອງທຸກໆຄົນ ແລະຈະຮັກພວກເຂົາເໝືອນກັບພຣະເຢຊູທີ່ຮັກລາວ. ລາວຈະສອນພວກເຂົາໃຫ້ເພິ່ງພາໃນພຣະເຈົ້າ ແລະບໍ່ເພິ່ງພາໃນຕົນເອງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ໂຢຮັນ ບົດທີ 21.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 85 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຊົງສະເດັດຂຶ້ນເທິງຟ້າສະຫວັນ
ຫຼັງຈາກພຣະເຢຊູຟື້ນຄືນມາຈາກຄວາມຕາຍແລ້ວ ພຣະອົງກໍໄດ້ປາກົດໃຫ້ພວກສາວົກເຫັນເປັນເວລາ 40 ມື້ ເພື່ອພິສູດໃຫ້ພວກເຂົາຮູ້ວ່າ ພຣະອົງໄດ້ເປັນຄືນມາຈາກຄວາມຕາຍ ແລະມີຊີວິດຢູ່. ນອກຈາກນີ້ ພຣະອົງຍັງໄດ້ສົນທະນາກັບພວກເຂົາເຖິງເລື່ອງອານາຈັກຂອງພຣະເຈົ້າອີກດ້ວຍ.
ເມື່ອມີການຮ່ວມຊຸມນຸມກັນກັບບັນດາອັກຄະສາວົກ ແລະຜູ້ຕິດຕາມພຣະອົງ ພຣະເຢຊູກໍໄດ້ໃຫ້ຄຳສັ່ງແກ່ພວກເຂົາວ່າ: "ຢ່າອອກໄປຈາກນະຄອນເຢຣູຊາເລັມ ແຕ່ໃຫ້ຄອຍຮັບຂອງປະທານທີ່ພຣະບິດາຂອງເຮົາໄດ້ສັນຍາໄວ້ ຕາມທີ່ເຮົາໄດ້ບອກພວກທ່ານໄວ້ແລ້ວ. ໂຢຮັນໃຫ້ພວກທ່ານຮັບບັບຕິສະມາດ້ວຍນໍ້າ ແຕ່ໃນບໍ່ເທົ່າໃດມື້ຕໍ່ໄປນີ້ ພວກທ່ານກໍຈະໄດ້ຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດ"
ຕໍ່ມາ ພວກເຂົາໄດ້ຖາມພຣະອົງວ່າ: "ພຣະອົງເອີຍ! ພຣະອົງຈະໃຫ້ຊົນຊາດອິດສະຣາເອນໄດ້ຮັບອຳນາດຄືນໃນເວລານີ້ບໍ?"
ພຣະອົງຊົງກ່າວຕໍ່ພວກເຂົາວ່າ: "ບໍ່ແມ່ນໜ້າທີ່ຂອງພວກທ່ານທີ່ຈະຮູ້ເວລາ ຫຼືຍາມກຳນົດທີ່ພຣະບິດາໄດ້ກຳນົດເອົາໄວ້. ແຕ່ທ່ານທັງຫຼາຍຈະໄດ້ຮັບຣິດອຳນາດ ເມື່ອພຣະວິນຍານບໍຣິສຸດສະເດັດມາເຖິງພວກທ່ານ ແລະພວກທ່ານຈະເປັນພະຍານໃຫ້ແກ່ເຮົາໃນນະຄອນເຢຣູຊາເລມ, ແຂວງຢູດາຍ, ແຂວງຊາມາເຣຍ ແລະຈົນເຖິງທີ່ສຸດປາຍແຜ່ນດິນໂລກ."
ພຣະເຢຊູຍັງໄດ້ສັ່ງພວກເຂົາກ່ຽວກັບພາລະກິດທີ່ພວກເຂົາຈະຕ້ອງເຮັດຫຼັງຈາກທີ່ພຣະອົງສະເດັດຂຶ້ນສູ່ຟ້າສະຫວັນ. ພຣະເຢຊູໄດ້ກ່າວຕໍ່ພວກເຂົາອີກວ່າ: "ອຳນາດທັງໝົດໃນສະຫວັນ ແລະທີ່ແຜ່ນດິນໂລກໄດ້ມອບໃຫ້ແກ່ເຮົາແລ້ວ. ດັ່ງນັ້ນ ພວກທ່ານຈົ່ງອອກໄປປະກາດໃຫ້ຄົນທຸກຊົນຊາດເປັນລູກສິດ ໃຫ້ເຂົາຮັບບັບຕິສະມາໃນພຣະນາມແຫ່ງພຣະບິດາ ພຣະບຸດ ແລະພຣະວິນຍານບໍຣິສຸດ. ສັ່ງສອນເຂົາໃຫ້ຖືຮັກສາທຸກໆສິ່ງທີ່ເຮົາໄດ້ສັ່ງພວກທ່ານໄວ້ແລ້ວນັ້ນ. ນີ້ແຫລະ! ເຮົາຈະຢູ່ກັບທ່ານທັງຫຼາຍຕະຫຼອດໄປ ຈົນກວ່າຈະສິ້ນໂລກນີ້."
ເມື່ອພາລະກິດຂອງພຣະອົງຢູ່ໃນໂລກນີ້ໄດ້ສຳເລັດໝົດແລ້ວ ກໍເຖິງເວລາທີ່ພຣະອົງຈະສະເດັດຂຶ້ນໄປເທິງຟ້າສະຫວັນ ແລະນັ່ງທີ່ເບື້ອງຂວາຂອງພຣະບິດາ. ພຣະອົງຊົງເລືອກພູເຂົາໝາກກອກເທດເປັນສະຖານທີ່ສະເດັດຂຶ້ນສູ່ຟ້າສະຫວັນ ແລະພຣະອົງໄດ້ບອກໃຫ້ພວກສາວົກໄປຍັງເນີນພູນັ້ນ.
ແລ້ວພຣະເຢຊູກໍຊົງວາແຂນອອກອວຍພຣະພອນບັນດາສາວົກທັງຫຼາຍຂອງພຣະອົງ ແລະລອຍຂຶ້ນສູ່ຟ້າສະຫວັນຕໍ່ໜ້າຂອງພວກເຂົາ. ໃນຂະນະທີ່ພຣະອົງຊົງລອຍຂຶ້ນສູງຢູ່ນັ້ນ ບັນດາສາວົກທັງຫຼາຍກໍພາກັນສຸດແສນອັດສະຈັນ ແລະແນມເບິ່ງພຣະອົງ ຈົນມີເມກມາຮັບພຣະອົງໄວ້ຈາກສາຍຕາຂອງພວກເຂົາ. ໃນຂະນະທີ່ບັນດາສາວົກທັງຫຼາຍຍັງແນມເບິ່ງເທິງທ້ອງຟ້າຢູ່ນັ້ນ ພວກເຂົາກໍໄດ້ຍິນສຽງດົນຕີອັນມ່ວນອອນຊອນ. ພວກເຂົາຈຶ່ງຫຼຽວໄປເບິ່ງ ແລະເຫັນທູດສະຫວັນສອງອົງໃນຮູບແບບຂອງມະນຸດກຳລັງກ່າວຕໍ່ພວກເຂົາວ່າ: "ຊາວຄາລີເລເອີຍ! ເປັນຫຍັງ ພວກທ່ານຈຶ່ງຢືນເບິ່ງທ້ອງຟ້າ? ພຣະເຢຊູອົງນີ້ທີ່ຖືກຮັບໄປຈາກພວກທ່ານ ຂຶ້ນສູ່ສະຫວັນແລ້ວ ພຣະອົງຈະມາປາກົດຢ່າງທີ່ພວກທ່ານໄດ້ເຫັນພຣະອົງຂຶ້ນສູ່ສະຫວັນນັ້ນແຫລະ!." ແລ້ວບັນດາສາວົກທັງຫຼາຍກໍພາກັນກັບເມືອບ້ານດ້ວຍຄວາມຊົມຊື່ນຍິນດີທີ່ສຸດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ກິດຈະການ 1:6-11; ມັດທາຍ 28:16-20; ມາຣະໂກ 16:14-20; ລູກາ 24:50-53; ກິດຈະການ 1:2-11.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 86 ແລະ 87 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ແຜນການໄຖ່ບາບສຳເລັດແລ້ວ
ພຣະເຈົ້າຊົງບໍຣິສຸດແລະສັກສິກ ພຣະອົງຊົງມີພຣະບັນຍັດແຫ່ງການປົກຄອງດ້ວຍຄວາມຮັກ ແລະພຣະບັນຍັດຂອງພຣະອົງກໍສັກສິດຄືກັບພຣະອົງ. ພຣະເຈົ້າຊົງສ້າງມະນຸດຂຶ້ນມາຈາກຂີ້ດິນ ແລະຊົງໃຫ້ພວກເຂົາທັງສອງມີແສງລັດສະເໝີຂອງພຣະອົງເປັນເຄື່ອງນຸ່ງຮົ່ມ. ມະນຸດຄູ່ທຳອິດທີ່ພຣະເຈົ້າຊົງສ້າງຂຶ້ນມາກໍຄື ອາດາມ ແລະ ເອວາ. ພວກເຂົາຖືກສ້າງຂຶ້ນມາຢ່າງບໍຣິສຸດໂດຍປາສະຈາກຄວາມຜິດບາບ. ພວກເຂົາສາມາດສົນທະນາກັບພຣະເຈົ້າໄດ້ຢ່າງໜ້າຕໍ່ໜ້າຢູ່ໃນສວນເອເດນຢ່າງມີຄວາມສຸກ ແລະຢູ່ກັບພຣະພອນທຸກໆຢ່າງທີ່ພຣະເຈົ້າໂຜດປະທານໃຫ້ພວກເຂົາ.
ເມື່ອຊາຕານຖືກຂັບໄລ່ອອກຈາກສະຫວັນແລ້ວ ມັນກໍມີເປົ້າໝາຍທີ່ຈະເອົາໂລກນີ້ມາເປັນອານາຈັກຂອງມັນ. ຊາຕານມີຄວາມອິດສາທີ່ເຫັນອາດາມ ແລະເອວາມີຄວາມສຸກ. ມັນຈຶ່ງໄດ້ລໍ້ລວງພວກເຂົາບໍ່ໃຫ້ເຊື່ອຟັງພຣະເຈົ້າ. ຫຼັງຈາກອາດາມ ແລະເອວາບໍ່ເຊື່ອຟັງພຣະເຈົ້າແລ້ວ ເຄື່ອງນຸ່ງຮົ່ມຂອງພວກເຂົາທີ່ເປັນແສງລັດສະເໝີຂອງພຣະເຈົ້ານັ້ນ ກໍອອກໄປຈາກພວກເຂົາທັນທີ. ທັນໃດນັ້ນ ພວກເຂົາກໍມີຄວາມເຂົ້າໃຈ ແລະຮູ້ທັນທີວ່າ ພວກເຂົາກຳລັງເປືອຍກາຍຢູ່. ດັ່ງນັ້ນ ພວກເຂົາຈຶ່ງພາກັນເອົາໃບໄມ້ມາຫຍິບເຂົ້າກັນ ເພື່ອເຮັດເປັນເຄື່ອງນຸ່ງປົກປິດຮ່າງກາຍຂອງພວກເຂົາໄວ້.
ຈາກນັ້ນທັງສອງຄົນກໍເຂົ້າໃຈເລີຍວ່າ ຄວາມຜິດນັ້ນມີຜົນຕາມມາເຊັ່ນ: ການບໍ່ເຊື່ອຟັງພຣະເຈົ້າເປັນຄວາມບາບ ແລະຜົນຂອງຄວາມບາບກໍຄືຄວາມຕາຍ "ດ້ວຍວ່າ ຄ່າຈ້າງຂອງຄວາມຜິດບາບຄືຄວາມຕາຍ ແຕ່ຂອງພຣະຣາຊະທານອັນໂຜດມາແຕ່ພຣະເຈົ້າກໍຄືຊີວິດນິຣັນດອນໃນພຣະເຢຊູຄຣິດເຈົ້າອົງພຣະຜູ້ເປັນເຈົ້າຂອງພວກເຮົາ" (ໂຣມ 6:23).
ແຕ່ເພາະວ່າພຣະເຈົ້າຊົງເປັນຄວາມຮັກ ແລະພຣະອົງຊົງມີແຜນການໄຖ່ມະນຸດອອກຈາກຄວາມບາບ. ພຣະອົງໄດ້ສົ່ງພຣະບຸດຂອງພຣະອົງມາຕາຍເພື່ອຈ່າຍຄ່າໂທດສຳລັບຄວາມບາບຂອງມະນຸດຊາດ. ບັນດາຜູ້ທີ່ສຳນຶກຜິດໃນຄວາມບາບ ແລະເຊື່ອໃນພຣະບຸດຂອງພຣະເຈົ້າ ຈະບໍ່ໄດ້ປະເຊີນກັບຄວາມຕາຍຄັ້ງທີສອງເຊິ່ງເປັນຄວາມຕາຍນິຣັນ.
ກ່ອນອາດາມ ແລະເອວາຈະຖືກຂັບໄລ່ອອກຈາກສວນເອເດນ ພຣະເຈົ້າໄດ້ປະທານເສື້ອທີ່ເຮັດດ້ວຍໜັງສັດໃຫ້ພວກເຂົານຸ່ງຫົ່ມ (ປະຖົມມະການ 3:21; ພຣະນິມິດ 13:8). ສັດທີ່ຕາຍເພື່ອເປັນເສື້ອໃຫ້ພວກເຂົານຸ່ງນັ້ນແມ່ນລູກແກະ. ມັນເປັນຊ່ວງເວລານັ້ນທີ່ພຣະເຈົ້າໄດ້ຕັ້ງພິທີລ້າງບາບໃຫ້ມະນຸດ ຄືການຖວາຍແກະ ເຊິ່ງແກະນັ້ນເປັນສັນຍາລັກຂອງພຣະບຸດ. ການຖວາຍແກະນີ້ຈະເປັນທາງສຳລັບອາດາມ, ເອວາ ແລະເຊື້ອສາຍຂອງພວກເຂົາໃຫ້ໄດ້ເຂົ້າໃຈເຖິງການເສຍສະລະພຣະບຸດຂອງພຣະເຈົ້າທີ່ຈະຕ້ອງໄດ້ຮັບຄວາມທຸກທໍລະມານ. ພິທີການຖວາຍເຄື່ອງບູຊາແມ່ນໄດ້ເວົ້າເຖິງການປະຕິບັດໂດຍລູກຂອງອາດາມ ແລະເອວາ (ປະຖົມມະການ 4:4). ພຣະຄຳພີໄດ້ກ່າວວ່າ: "ເພາະອາເບັນມີຄວາມເຊື່ອແບບນີ້ ຈຶ່ງໄດ້ນຳເອົາເຄື່ອງບູຊາອັນຖືກຕ້ອງກວ່າເຄື່ອງບູຊາຂອງກາອິນມາຖວາຍແດ່ພຣະເຈົ້າ ເຊິ່ງເຮັດໃຫ້ເພິ່ນໄດ້ຮັບຄຳເຫັນຊອບຈາກພຣະເຈົ້າວ່າ ເປັນຄົນຊອບທຳ" (ເຮັບເຣີ 11:4).
ແຕ່ມະນຸດຊາດໄດ້ກະບົດຕໍ່ພຣະເຈົ້າ ແລະມີພຽງໜ້ອຍຄົນທີ່ຢູ່ໃນໂລກເທົ່ານັ້ນຍັງຄົງສັດຊື່ຕໍ່ພຣະເຈົ້າ. ພຣະເຈົ້າໄດ້ເລືອກອິດສະຣາເອນໃຫ້ເປັນຊົນຊາດທີ່ພຣະອົງຈະໃຫ້ຮັກສາຄວາມຮູ້ເລື່ອງຂອງພຣະອົງເອົາໄວ້ ເພື່ອບໍ່ໃຫ້ເລື່ອງຂອງພຣະອົງຈາງຫາຍໄປຈາກແຜ່ນດິນໂລກ. ຊາຕານເຫັນວ່າ ອິດສະຣາເອນເປັນຊົນຊາດທີ່ພຣະເຈົ້າຊົງເລືອກໄວ້ ມັນຈຶ່ງຕັ້ງເປົ້າໝາຍທີ່ຈະທຳລາຍ ແຕ່ຖ້າວ່າມັນບໍ່ສາມາດທຳລາຍພວກເຂົາໄດ້ ຢ່າງໜ້ອຍກໍເຮັດໃຫ້ພວກເຂົາບໍ່ເຊື່ອຟັງພຣະເຈົ້າ.
ມາໃນສະໄໝຂອງໂມເຊ, ຊາຕານໄດ້ດົນໃຈໃຫ້ກະສັດເອຢິບກຳຈັດປະຊາຊົນອິດສະຣາເອນ ໂດຍບັງຄັບໃຫ້ພວກເຂົາເຮັດວຽກໜັກຢ່າງຂ້າທາດໂດຍບໍ່ມີຄວາມເມດຕາປານີຢ່າງໃດເລີຍ ເພື່ອໃຫ້ພວກເຂົາລືມພຣະບັນຍັດຂອງພຣະເຈົ້າ ແລະລົບລ້າງປະເພນີທີ່ພຣະອົງຊົງຕັ້ງໄວ້. ນອກຈາກນີ້ ຊາຕານຍັງໄດ້ດົນໃຈກະສັດເອຢິບສັ່ງພວກໝໍຕຳແຍ (ໝໍທີ່ຊ່ວຍຄອດລອດລູກ) ໃຫ້ຂ້າເດັກນ້ອຍຜູ້ຊາຍຖິ້ມໃນລະຫວ່າງທີ່ພວກນາງໄປຊ່ວຍຄອດລູກໃຫ້ຄົນອິດສະຣາເອນ. ແຕ່ໝໍຕຳແຍຢຳເກງພຣະເຈົ້າຈຶ່ງບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດ. ສະນັ້ນ ກະສັດເອຢິບຈຶ່ງສັ່ງພວກທະຫານໄປເອົາລູກຊາຍຂອງຄົນອິດສະຣາເອນທີ່ເກີດໃໝ່ນັ້ນໃຫ້ຖິ້ມລົງຢູ່ທີ່ແມ່ນ້ຳ ແຕ່ພຣະເຈົ້າໄດ້ຊ່ວຍໃຫ້ເລື່ອງຊົ່ວຮ້າຍນີ້ຢຸດຕິລົງ.
ເມື່ອຄົບກຳນົດໃນການເປັນຂ້າທາດຮັບໃຊ້ຢູ່ປະເທດເອຢິບແລ້ວ ພຣະເຈົ້າກໍໄດ້ເອີ້ນໂມເຊໃຫ້ນຳພາປະຊາຊົນອິດສະຣາເອນອອກມາຈາກປະເທດເອຢິບ ເພື່ອໄປສູ່ແຜ່ນດິນການາອານ ເຊິ່ງເປັນແຜ່ນດິນທີ່ພຣະ ເຈົ້າເຄີຍສັນຍາໄວ້ວ່າຈະມອບໃຫ້ລູກຫຼານຂອງອັບຣາຮາມ.
ກ່ອນທີ່ປະຊາຊົນອິດສະຣາເອນຈະອົບພະຍົບອອກຈາກປະເທດເອຢິບ ພຣະເຈົ້າໄດ້ສັ່ງໂມເຊບອກປະຊາຊົນອິດສະຣາເອນໃຫ້ປະຕິບັດຕາມຄຳສັ່ງຂອງພຣະເຈົ້າ ຄືພວກເຂົາຈະຕ້ອງຂ້າແກະ, ກິນເຂົ້າຈີທີ່ບໍ່ມີເຊື້ອແປ້ງ ແລະກິນຜັກຂົມ ເຊິ່ງພຣະເຈົ້າຊົງເອີ້ນພິທີນີ້ວ່າ "ປັດສະຄາ" (ໝາຍເຖິງ ມື້ກູ້ຊາດ) ແລະພຣະອົງຍັງສັ່ງໃຫ້ພວກເຂົາຖືຮັກສາປະເພນີນີ້ຕະຫຼອດໄປ ເພື່ອໃຫ້ພວກເຂົາລະນຶກເຖິງພຣະເຈົ້າທີ່ຊົງຊ່ວຍພວກເຂົາອອກມາຈາກການເປັນທາດໃນເອຢິບ. ນອກຈາກນີ້ ພຣະເຈົ້າຍັງໄດ້ມອບພຣະບັນຍັດ 10 ປະການໃຫ້ພວກເຂົາ ເພື່ອໃຫ້ພວກເຂົາຫວນລະນຶກເຖິງພຣະບັນຍັດຂອງພຣະອົງ ເພາະນີ້ແມ່ນຮາກຖານແຫ່ງການປົດປ່ອຍພວກເຂົາອອກຈາກການເປັນຂ້າທາດ.
ເຖິງແມ່ນວ່າ ອິດສະຣາເອນຈະເປັນຊົນຊາດທີ່ພຣະເຈົ້າໄດ້ເລືອກໄວ້ ແຕ່ພວກເຂົາມັກກະບົດຕໍ່ສູ້ພຣະອົງ ແຕ່ກໍມີໜ້ອຍຄົນເທົ່ານັ້ນທີ່ຍັງຄົງສັດຊື່ຕໍ່ພຣະອົງ.
ພຣະເຢຊູສະເດັດເຂົ້າມາໃນໂລກ, ອາໄສຢູ່ທ່າມກາງປະຊາຊົນ, ເຮັດສິ່ງມະຫັດສະຈັນຫຼາຍໆຢ່າງ, ຮັກສາຄົນເຈັບປ່ວຍໃຫ້ຫາຍດີ ແລະ ສອນປະຊາຊົນວິທີທີ່ຈະໄດ້ຮັບຄວາມລອດພົ້ນ. ແຕ່ພວກຜູ້ນຳສາສະໜາໄດ້ອິດສາພຣະອົງ ແລະວາງແຜນການຂ້າພຣະອົງ.
"ເພາະວ່າ ພຣະເຈົ້າຊົງຮັກໂລກຫຼາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ" (ໂຢຮັນ 3:16).
ໃນຊ່ວງເວລາແຫ່ງຄວາມຕາຍຂອງພຣະເຢຊູ ຊາຕານໄດ້ທົດລອງພຣະເຢຊູຫຼາຍປະການ. ມັນຢາກໃຫ້ພຣະອົງເຮັດບາບ ເພື່ອຈະບໍ່ສາມາດເປັນເຄື່ອງຖວາຍບູຊາໄຖ່ບາບໃຫ້ແກ່ມະນຸດໄດ້. ຄືກັນກັບລູກແກະ, ຖ້າມີຈຸດດ່າງຜອຍ, ຖ້າເປັນມົນທິນ ຫຼືບໍ່ສະອາດ ກໍຈະບໍ່ສາມາດນຳມາຖວາຍໃຫ້ແກ່ພຣະເຈົ້າໄດ້ເຊັ່ນກັນ. ແຕ່ຊາຕານບໍ່ສາມາດລໍ້ລວງພຣະເຢຊູໃຫ້ເຮັດບາບໄດ້ ດັ່ງນັ້ນ ມັນຈຶ່ງດົນໃຈໃຫ້ພວກຜູ້ນຳຢິວວາງແຜນການຂ້າພຣະເຢຊູ. ຝ່າຍພວກຜູ້ນຳຢິວໄດ້ຍົກເອົາປະເພນີ ແລະຮູບແບບການປະຕິບັດຂຶ້ນ ເພື່ອຢາກໃຫ້ຕົນເອງເປັນຜູ້ບໍຣິສຸດ. ດັ່ງນັ້ນ ຈຶ່ງເຮັດໃຫ້ພວກເຂົາລືມຈຸດມຸ່ງໝາຍຂອງພີທີປັດສະຄາ. ເມື່ອພຣະເຈົ້າຊົງປະທານພຣະເຢຊູມາໃຫ້ພວກເຂົາແລ້ວ ພວກເຂົາຈຶ່ງບໍ່ສາມາດເບິ່ງເຫັນວ່າ ພຣະອົງຊົງເປັນແກະປັດສະຄາ ເພື່ອມາເຮັດໃຫ້ພິທີປັດສະຄາສຳເລັດ. ໃນທີ່ສຸດ ພວກເຂົາກໍໄດ້ປະຕິເສດພຣະອົງ ໂດຍມອບພຣະອົງໃຫ້ຄົນນອກສາສະໜາຈັບພຣະອົງໄປຄຶງໄວ້ເທິງໄມ້ກາງແຂນ ແລະປະຫານຊີວິດພຣະອົງ. ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງຟື້ນຄືນມາຈາກຄວາມຕາຍ ເພາະວ່າຄວາມຕາຍບໍ່ສາມາດຄອບງຳພຣະອົງໄວ້ໄດ້. ດັ່ງທີ່ກະສັດດາວິດໄດ້ກ່າວເຖິງພຣະອົງວ່າ: "ເພາະພຣະອົງຈະບໍ່ປະຖິ້ມຂ້ານ້ອຍໄວ້ກັບຂຸມຝັງສົບ ທັງຈະບໍ່ປ່ອຍໃຫ້ອົງບໍຣິສຸດຂອງພຣະອົງເປື່ອຍເນົ່າ" (ເພງສັນລະເສີນ 16:10).
"ຖ້າເຮົາທັງຫຼາຍສາລະພາບຜິດບາບຂອງພວກເຮົາ ພຣະເຈົ້າຊົງສັດຊື່ ແລະທ່ຽງທຳ ຈະຊົງໂຜດຍົກບາບຂອງພວກເຮົາ ແລະຈະຊົງໂຜດຊຳລະລ້າງເຮົາທັງຫຼາຍຈາກການອະທຳທັງໝົດ" "ດ້ວຍວ່າ ພຣະເຢຊູຊົງເປັນແກະປັດສະຄາໄດ້ຖືກຂ້າບູຊາແລ້ວ" (1ໂຢຮັນ 1:9; 1ໂກລິນໂທ 5:7).
ກ່ອນພຣະເຢຊູຈະສະເດັດຂຶ້ນສູ່ຟ້າສະຫວັນ ພຣະອົງຊົງກ່າວຕໍ່ບັນດາຜູ້ຕິດຕາມພຣະອົງວ່າ: "ຢ່າໃຫ້ໃຈຂອງທ່ານທັງຫຼາຍວຸ່ນວາຍໄປ ຈົ່ງໄວ້ວາງໃຈໃນພຣະເຈົ້າ ແລະໄວ້ວາງໃຈໃນເຮົາເໝືອນກັນ. ໃນຜາສາດພຣະບິດາຂອງເຮົາມີທີ່ຢູ່ຫຼາຍບ່ອນ ເຮົາຈະໄປຈັດຕຽມບ່ອນໄວ້ສຳລັບທ່ານທັງຫຼາຍ. ເມື່ອເຮົາໄປຈັດຕຽມບ່ອນໄວ້ສຳລັບພວກທ່ານແລ້ວ ເຮົາຈະກັບມາອີກຮັບທ່ານໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ທີ່ໃດພວກທ່ານຈະຢູ່ທີ່ນັ້ນເໝືອນກັນ" (ໂຢຮັນ 13:1). ນີ້ເປັນຄຳສັນຍາວ່າ ພຣະອົງຈະສະເດັດກັບມາຄັ້ງທີສອງ ເພື່ອມາຮັບເອົາທຸກຄົນທີ່ເຊື່ອໃນພຣະອົງໃຫ້ໄປຢູ່ເຖິງຟ້າສະຫວັນກັບພຣະອົງ.
ສັນຍາລັກ
ແກະໝາຍເຖິງ ພຣະບຸດ ຫຼື ພຣະເຢຊູ. ເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງໝາຍເຖິງ ພຣະບຸດຜູ້ບໍຣິສຸດທີ່ບໍ່ມີຄວາມບາບ. ຜັກຂົມໝາຍເຖິງ ການເປັນຂ້າທາດ ຫຼື ເປັນທາດຂອງຄວາມບາບ (ອົບພະຍົບ 12:1-28).
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) {ວັກ 48:4; 49.1; 69.2} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ການສະເດັດມາຂອງພຣະວິນຍານບໍຣິສຸດ
ຫຼັງຈາກທີ່ພຣະເຢຊູໄດ້ສະເດັດຂຶ້ນສູ່ຟ້າສະຫວັນແລ້ວ ພວກສາວົກກໍຈື່ໄດ້ວ່າພຣະອົງໄດ້ສັ່ງພວກເຂົາໄວ້ວ່າ: "ຝ່າຍເຮົາຈະສົ່ງສິ່ງທີ່ພຣະບິດາເຈົ້າຂອງເຮົາໄດ້ສັນຍາໄວ້ນັ້ນມາເຖິງພວກທ່ານ ແຕ່ພວກທ່ານຕ້ອງເຝົ້າຄອຍຢູ່ໃນນະຄອນ ຈົນກວ່າຣິດອຳນາດຈາກເບື້ອງເທິງລົງມາເທິງພວກທ່ານ" (ລູກາ 24:49). ໃນການເຊື່ອຟັງຄຳສັ່ງຂອງພຣະເຢຊູ ພວກສາວົກໄດ້ຄອຍຖ້າຢູ່ໃນນະຄອນເຢຣູຊາເລັມສຳລັບພຣະສັນຍາຂອງພຣະວິນຍານບໍຣິສຸດ. ແຕ່ພວກເຂົາກໍບໍ່ໄດ້ລໍຄອຍຖ້າແບບຂີ້ຄ້ານ ພຣະຄຳພີໄດ້ກ່າວເຖິງພວກເຂົາວ່າ: "ພວກເພິ່ນໄດ້ຢູ່ໃນບໍລິເວນພຣະວິຫານທຸກວັນ ເພື່ອສັນລະເສີນ ແລະໂມທະນາຂອບພຣະຄຸນພຣະເຈົ້າ" (ລູກາ 24:53). ພວກເຂົາໄດ້ຊຸມນຸມກັນເພື່ອອ້ອນວອນຕໍ່ພຣະບິດາເຈົ້າເທິງຟ້າສະຫວັນໃນນາມຂອງພຣະເຢຊູ. ພວກເຂົາຮູ້ວ່າ ພຣະເຢຊູຊົງສະຖິດໃນສະຫວັນ ແລະພຣະອົງຈະໄກ່ເກ່ຍໃຫ້ພວກເຂົາຢູ່ຕໍ່ໜ້າພຣະບິດາຂອງພຣະອົງ. ພວກເຂົາອ້າງພຣະສັນຍາຂອງພຣະເຢຊູທີ່ຊົງປະທານໃຫ້ພວກເຂົາ "ຖ້າພວກທ່ານຂໍສິ່ງໃດຈາກພຣະບິດາເຈົ້າໃນນາມຂອງເຮົາ ພຣະອົງກໍຈະໂຜດສິ່ງນັ້ນໃຫ້ແກ່ພວກທ່ານ. ຈົນເຖິງບັດນີ້ ພວກທ່ານບໍ່ໄດ້ຂໍສິ່ງໃດໃນນາມຂອງເຮົາ ຈົ່ງຂໍແລ້ວພວກທ່ານຈະໄດ້ຮັບ ເພື່ອຄວາມຍິນດີຂອງພວກທ່ານຈະຄົບບໍລິບູນ" (ໂຢຮັນ 16:32-34). ແລະດ້ວຍຄວາມເຊື່ອ ພວກເຂົາໄດ້ເວົ້າວ່າ: "ເພາະພຣະເຢຊູຄຣິດເຈົ້າແມ່ນຜູ້ທີ່ໄດ້ຕາຍ ແລະຍິ່ງກວ່ານັ້ນອີກ ພຣະອົງໄດ້ເປັນຄືນມາຈາກຕາຍແລ້ວ ແລະນັ່ງຢູ່ກ້ຳຂວາພຣະຫັດຂອງພຣະເຈົ້າ, ພຣະອົງນັ້ນແຫລະ ອະທິຖານວິງວອນຂໍເພື່ອພວກເຮົາ" (ໂຣມ 8:34).
ພວກສາວົກຢູ່ຮ່ວມກັນ ແລະອຸທິດຕົວພາວະນາອະທິຖານນຳກັນ ເພື່ອລໍຖ້າພຣະສັນຍາຂອງພຣະບິດາທີ່ຈະປະທານພຣະວິນຍານບໍຣິສຸດມາໃຫ້ພວກເຂົາ. ພວກເຂົາໄດ້ຖ່ອມໃຈລົງໂດຍການສາລະພາບຄວາມຜິດບາບຢ່າງຈິງໃຈ ແລະສາລະພາບການບໍ່ເຊື່ອຟັງຂອງພວກເຂົາ. ພວກເຂົາເສຍໃຈຫຼາຍທີ່ເຂົ້າໃຈໃນຄວາມຈິງຊ້າເກີນໄປໃນຊ່ວງທີ່ພຣະເຢຊູຊົງຢູ່ກັບພວກເຂົາ. ໃນຂະນະທີ່ພວກເຂົາໄຕ່ຕອງເຖິງຊີວິດຂອງພຣະເຢຊູທີ່ສັກສິດແລະບໍຣິສຸດ ແລະພວກເຂົາຄິດເຖິງການເສຍສະລະອັນຍິ່ງໃຫຍ່ຂອງພຣະເຢຊູເທິງໄມ້ການແຂນເພື່ອໃຫ້ພວກເຂົາໄດ້ຮັບຊີວິດນິຣັນ ຖ້າພວກເຂົາຈະປະເຊີນກັບການຖືກຂົ່ມເຫັງ ມັນກໍບໍ່ໄດ້ເສຍສະລະຈົນເກີນໄປ ເມື່ອປຽບທຽບກັບແບບຢ່າງ ແລະວຽກງານຂອງພຣະເຢຊູ. ດັ່ງນັ້ນ ພວກສາວົກຈຶ່ງໄດ້ອະທິຖານຢ່າງຈິງຈັງ ແລະຢູ່ຮ່ວມກັນທຸກມື້ ເພື່ອຕຽມຕົວໃຫ້ພ້ອມສຳລັບການປະກາດຂ່າວປະເສີດໃຫ້ແກ່ຄົນບາບທັງຫຼາຍ.
ມີມື້ໜຶ່ງ ຂະນະທີ່ບັນດາພວກສາວົກໄດ້ຊຸມນຸມກັນພາວະນາອະທິຖານຢູ່ນັ້ນ. "ໃນທັນໃດນັ້ນ ກໍເກີດມີສຽງດັງມາຈາກຟ້າເໝືອນສຽງລົມພະຍຸແຮງກ້າ ດັງກ້ອງສະໜັ່ນທົ່ວເຮືອນທີ່ພວກເພິ່ນນັ່ງຢູ່ນັ້ນ. ມີລີ້ນເປັນຮູບເໝືອນແປວໄຟໄດ້ປາກົດໃຫ້ພວກເພິ່ນເຫັນ ແລະລີ້ນນັ້ນໄດ້ແຕກກະຈາຍອອກໄປຢູ່ເທິງພວກເພິ່ນທຸກຄົນຜູ້ລະລີ້ນ. ທຸກຄົນໃນທີ່ນັ້ນ ຈຶ່ງເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ ແລະເລີ່ມປາກພາສາຕ່າງໆ ຕາມທີ່ພຣະວິນຍານຊົງໂຜດໃຫ້ພວກເພິ່ນເວົ້າ." (ກິດຈະການ 2:1-4).
"ມີຊາວຢິວທີ່ຢຳເກງພຣະເຈົ້າມາຈາກທຸກປະເທດທົ່ວໃຕ້ຟ້າເຂົ້າມາພັກເຊົາຢູ່ໃນນະຄອນເຢຣູຊາເລັມ" (ກິດຈະການ 2:5). ຕອນທີ່ນະຄອນເຢຣູຊາເລັມຖືກທຳລາຍໂດຍກະສັດເນບູກາດເນັດຊານັ້ນ ຊາວຢິວກໍຖືກກະຈັດກະຈາຍໄປຍັງແຕ່ລະປະເທດ. ແລະໃນການຖືກເນລະເທດນີ້ເອງ ຈຶ່ງເຮັດໃຫ້ພວກເຂົາໄດ້ຮຽນຮູ້ເວົ້າພາສາຕ່າງປະເທດ. ບັນດາຊາວຢິວເຫຼົ່ານີ້ມັກຈະມາສະຫຼອງເທດສະການທາງສາສະໜາຢູ່ໃນນະຄອນເຢຣູຊາເລັມ. ໃນເວລານັ້ນ ມີງານເທດສະການເພັນເຕຄໍສະເຕ ແລະບັນດາຊາວຢິວເຫຼົ່ານີ້ໄດ້ມາຮ່ວມງານເທດສະການດ້ວຍ ແລະພວກເຂົາສົນທະນາກັນເປັນພາສາຕ່າງປະເທດ ແຕ່ພາສາຕ່າງປະເທດເຫຼົ່ານີ້ອາດຈະເປັນອຸປະສັກອັນໃຫຍ່ຫຼວງໃນການປະກາດຂ່າວປະເສີດ. ສະນັ້ນ ເມື່ອພວກສາວົກໄດ້ຮັບພຣະວິນຍານບໍຣິສຸດແລ້ວ ພຣະເຈົ້າໄດ້ໃຫ້ພວກເຂົາມີຄວາມສາມາດໃນການເວົ້າພາສາຕ່າງປະເທດໄດ້ໂດຍບໍ່ຕ້ອງຮ່ຳຮຽນ.
ພວກສາວົກໄດ້ໄປພຣະວິຫານ ແລະເລີ່ມປະກາດເລື່ອງພຣະເຢຊູ. ໃນເວລາດຽວກັນ ປະຊາຊົນຫຼວງຫຼາຍໄດ້ມາໂຮມກັນ ແລະພາກັນສັບສົນ ຍ້ອນພວກເຂົາໄດ້ຍິນບັນດາຄົນທີ່ຕິດຕາມພຣະເຢຊູນັ້ນເວົ້າພາສາທ້ອງຖິ່ນຂອງພວກເຂົາ. ພວກເຂົາຈຶ່ງພາກັນອັດສະຈັນໃຈໂດຍເວົ້າຂຶ້ນວ່າ: “ຄົນທີ່ເວົ້າກັນຢູ່ນັ້ນ ເປັນຊາວຄາລີເລທັງໝົດບໍ່ແມ່ນບໍ? ແຕ່ເຫດໃດ ພວກເຮົາທຸກຄົນຈຶ່ງໄດ້ຍິນພວກເຂົາເວົ້າເປັນພາສາບ້ານເກີດເມືອງນອນຂອງພວກເຮົາ?... ພວກເຮົາໄດ້ຍິນຄົນເຫຼົ່ານັ້ນເວົ້າເຖິງພາລະກິດອັນຍິ່ງໃຫຍ່ຂອງພຣະເຈົ້າໃນພາສາຂອງພວກເຮົາເອງ."
ພວກເຂົາຖາມກັນວ່າ: “ເຫດການເຊັ່ນນີ້ໝາຍຄວາມວ່າຢ່າງໃດ?”
ແຕ່ມີບາງຄົນໄດ້ເວົ້າເຍາະເຍີ້ຍຂຶ້ນວ່າ: “ຄົນເຫຼົ່ານີ້ເມົາເຫຼົ້າອະງຸ່ນ.”
ແຕ່ເປໂຕໄດ້ຕອບຂໍ້ກ່າວຫາຂອງພວກເຂົາວ່າ: "ຊາວຢິວທັງຫຼາຍພ້ອມກັບທຸກໆຄົນທີ່ມາພັກອາໄສຢູ່ໃນນະຄອນເຢຣູຊາເລັມເອີຍ ຈົ່ງເຂົ້າໃຈເລື່ອງນີ້ ແລະໂຜດຟັງຂ້າພະເຈົ້າກ່າວໃຫ້ດີ. ຄົນເຫຼົ່ານີ້ບໍ່ໄດ້ເມົາເຫຼົ້າດັ່ງທີ່ພວກທ່ານຄິດ ເພາະຍັງເປັນເວລາເກົ້າໂມງເຊົ້າ. ແຕ່ເຫດການທີ່ພວກທ່ານໄດ້ເຫັນ ແລະໄດ້ຍິນນີ້ ແມ່ນເປັນໄປຕາມທີ່ຜູ້ທຳນວາຍໂຢເອນໄດ້ກ່າວໄວ້ວ່າ: 'ພຣະເຈົ້າຊົງກ່າວວ່າ ໃນຄາວສຸດທ້າຍນັ້ນເຮົາຈະຖອກເທພຣະວິນຍານຂອງເຮົາລົງໃສ່ມະນຸດທັງປວງ. ລູກຊາຍ ແລະລູກຍິງຂອງພວກເຈົ້າຈະທຳນວາຍ ຊາຍໜຸ່ມຂອງພວກເຈົ້າຈະເຫັນນິມິດ ແລະ ພວກຊາຍເຖົ້າຂອງພວກເຈົ້າຈະຝັນເຫັນ.'" (ກິດຈະການ 2:14-17).
ເປໂຕໄດ້ບອກປະຊາຊົນອີກວ່າ ພຣະເຢຊູ ໄທນາຊາເຣັດ ແມ່ນພຣະບຸດຂອງພຣະເຈົ້າທີ່ໄດ້ອາໄສຢູ່ທ່າມກາງພວກເຮົາ ເຊິ່ງພຣະອົງໄດ້ເຮັດສິ່ງມະຫັດສະຈັນ, ໝາຍສຳຄັນ ແລະການອັດສະຈັນຕ່າງໆ (ກິດຈະການ 2:22). ແຕ່ໜ້າເສຍດາຍທີ່ຊາວຢິວໄດ້ພາກັນປະຕິເສດພຣະອົງ ໂດຍຄຶງພຣະອົງໄວ້ເທິງໄມ້ກາງແຂນ (ກິດຈະການ 2:23, 36). ແຕ່ເຫດການເຫຼົ່ານີ້ ພຣະເຢຊູໄດ້ປະທານຊີວິດຂອງພຣະອົງ ເພື່ອໄຖ່ຄວາມບາບໃຫ້ມະນຸດທົ່ວໂລກ (ກິດຈະການ 2:21). ແລ້ວພຣະເຈົ້າໄດ້ບັນດານໃຫ້ພຣະເຢຊູຟື້ນຄືນມາຈາກຄວາມຕາຍ ແລະຮັບເອົາພຣະອົງຂຶ້ນໄປສູ່ຟ້າ ສະຫວັນ ເຊິ່ງຕອນນີ້ ພຣະອົງຊົງນັ່ງຢູ່ທີ່ກ້ຳຂວາຂອງພຣະເຈົ້າ (ກິດຈະການ 2:24, 33).
ພຣະເມຊີອາ
ຕາມພາສາເຮັບເຣີເອີ້ນວ່າ "ພຣະເມຊີອາ" ແລະ ພາສາກຣີກເອີ້ນວ່າ "ພຣະຄຣິດ" ເຊິ່ງເປັນຊື່ທີ່ຄົນທັງຫຼາຍເອີ້ນພຣະເຢຊູ. ພຣະເມຊີອາ ຫຼື ພຣະຄຣິດ ໝາຍຄວາມວ່າ ຜູ້ທີ່ໄດ້ຮັບການເຈີມ ຜູ້ທີ່ພຣະເຈົ້າຊົງສັນຍາໄວ້ວ່າ ຈະສະເດັດມາຊ່ວຍມະນຸດໃຫ້ລອດຈາກການລົງໂທດຂອງພຣະເຈົ້າ. (ອ້າງອີງຈາກວັດຈະນານຸກົມອະທິບາຍຄຳສັບໃນພຣະຄຳພີ ສະບັບພາສາໄທຄິງເຈມ)
ເມື່ອປະຊາຊົນທັງຫຼາຍໄດ້ຍິນດັ່ງນັ້ນແລ້ວ ຕ່າງກໍຮູ້ສຶກເຈັບຊ້ຳກິນແໜງໃຈຫຼາຍທີ່ສຸດ ແລະກ່າວຕໍ່ເປໂຕກັບສາວົກຄົນອື່ນໆວ່າ: “ພີ່ນ້ອງເອີຍ! ພວກເຮົາຈະເຮັດຢ່າງໃດ?”
ເປໂຕກ່າວຕໍ່ພວກເຂົາວ່າ: “ແຕ່ລະຄົນໃນພວກທ່ານຕ້ອງຖິ້ມໃຈເກົ່າເອົາໃຈໃໝ່ ແລະຮັບບັບຕິສະມາໃນພຣະນາມຂອງພຣະເຢຊູຄຣິດເຈົ້າ ເພື່ອວ່າ ບາບກຳຂອງທ່ານຈະໄດ້ຮັບການອະໄພ ແລະພວກທ່ານກໍຈະໄດ້ຮັບຂອງປະທານຈາກພຣະເຈົ້າ ຄືພຣະວິນຍານບໍຣິສຸດເຈົ້າ.” ໃນມື້ນັ້ນ ມີຄົນເຂົ້າມາເປັນສາວົກປະມານ 3000 ຄົນ.
ພຣະວິນຍານບໍຣິສຸດ
ພຣະເຈົ້າຊົງຈັດຕຽມແຜນການໄຖ່ບາບໃຫ້ແກ່ມະນຸດແລ້ວກ່ອນທີ່ພຣະອົງຈະສ້າງໂລກ ໂດຍໄດ້ປະທານພຣະບຸດຂອງພຣະອົງມາເປັນຄ່າໄຖ່ບາບໃຫ້ມະນຸດ "ດ້ວຍວ່າ ພຣະອົງຊົງຖືກຂ້າແລ້ວ ແລະດ້ວຍເລືອດ ຂອງພຣະອົງນັ້ນ ພຣະອົງໄດ້ຊົງໄຖ່ມະນຸດທຸກເຜົ່າ, ທຸກຊາດ, ທຸກພາສາ, ທຸກເຊື້ອຊາດ ແລະທຸກປະເທດ ໃຫ້ມາເຖິງພຣະເຈົ້າ" (ພຣະນິມິດ 5:9). ແລະພຣະອົງໄດ້ຕຽມພຣະຜູ້ຊ່ວຍອີກອົງໜຶ່ງໃຫ້ແກ່ມະນຸດ ຄືພຣະວິນຍານບໍຣິສຸດ ເພື່ອຈະໃຫ້ຢູ່ກັບພວກເຂົາຕະຫຼອດໄປເປັນນິດ. ພຣະວິນຍານບໍຣິສຸດເປັນພຣະວິນຍານແຫ່ງຄວາມຈິງ ເຊິ່ງຈະມາໃນນາມຂອງພຣະເຢຊູ ແລະພຣະອົງຈະນຳພາມະນຸດໃຫ້ໄປສູ່ຄວາມຈິງໂດຍຜ່ານທາງພຣະຄຳພີ (2 ໂຕໂມທີ 3:16; ໂຢຮັນ 14:26). ພຣະວິນຍານບໍຣິສຸດຈະໃຫ້ມະນຸດມີຊີວິດໃນພຣະເຢຊູ ໂດຍເຮັດໃຫ້ພວກເຂົາເປັນອິດສະລະຈາກກົດຂອງຄວາມບາບ ແລະຄວາມຕາຍ (ໂຣມ 8:2). "ຖ້າເຮົາທັງຫຼາຍສາລະພາບຜິດບາບຂອງພວກເຮົາ ພຣະເຈົ້າຊົງສັດຊື່ ແລະທ່ຽງທຳ ຈະຊົງໂຜດຍົກບາບຂອງພວກເຮົາ ແລະຈະຊົງໂຜດຊຳລະລ້າງເຮົາທັງຫຼາຍຈາກການອະທຳທັງໝົດ" (1 ໂຢຮັນ 1:9). "ດ້ວຍວ່າ ພຣະເຢຊູຊົງເປັນແກະປັດສະຄາໄດ້ຖືກຂ້າບູຊາແລ້ວ." ແລະ "ຖ້າພຣະວິນຍານຂອງພຣະອົງຜູ້ຊົງບັນດານໃຫ້ພຣະເຢຊູເຈົ້າຊົງຄືນພຣະຊົນນັ້ນ ຊົງສະຖິດຢູ່ໃນພວກເຈົ້າ ພຣະອົງຜູ້ຊົງບັນດານໃຫ້ພຣະຄຣິດຊົງຄືນພຣະຊົນແລ້ວນັ້ນ ກໍຈະຊົງບັນດານໃຫ້ກາຍທີ່ຕ້ອງຕາຍຂອງພວກເຈົ້າຄືນມີຊີວິດໃໝ່ ດ້ວຍຣິດແຫ່ງພຣະວິນຍານຂອງພຣະອົງທີ່ຊົງສະຖິດຢູ່ໃນພວກເຈົ້າ." (ໂຣມ 8:11).
ອ້າງອີງຈາກປຶ້ມ "ພຣະຄຳພີ" ກິດຈະການ ບົດທີ 2.
ອ້າງອີງຈາກປຶ້ມ "Acts of the Apostles" ບົດທີ 4 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຊາຍຄົນເປ້ຍໄດ້ຮັບການຮັກສາໃຫ້ຫາຍດີ
ແຕ່ລະມື້ ບັນດາສາວົກທັງຫຼາຍຈະເຕົ້າໂຮມກັນນະມັດສະການພຣະເຈົ້າຢູ່ໃນບໍລິເວນພຣະວິຫານ ແລະຮຽນຮູ້ພຣະຄຳຂອງພຣະອົງນຳພວກອັກຄະສາວົກ, ພວກເຂົາສາມັກຄີທຳນຳກັນ, ຮ່ວມໃຈກັນພາວະນາອະທິຖານ, ສັນລະເສີນ ແລະໂມທະນາຂອບພຣະຄຸນພຣະເຈົ້າເປັນປະຈຳ. ນອກຈາກນີ້ ພວກເຂົາຍັງໄດ້ນຳເອົາຊັບສິ່ງຂອງທີ່ຕົນມີຢູ່ມາເປັນຂອງສ່ວນລວມ. ບາງຄົນຂາຍທີ່ດິນກັບຊັບສິ່ງຂອງ ແລະແຈກຢາຍໃຫ້ແກ່ຄົນທັງປວງຕາມຄວາມຈຳເປັນຂອງທຸກໆຄົນ ແລະໃນທ່າມກາງພວກເຂົາກໍບໍ່ມີຄົນໃດທີ່ລຳບາກ. ພວກເຂົາຮ່ວມຮັບປະທານອາຫານນຳກັນດ້ວຍຄວາມຊົມຊື່ນຍິນດີ ແລະດ້ວຍໃຈສັດຊື່. ຝ່າຍພຣະເຈົ້າກໍໄດ້ໂຜດໃຫ້ມີຄົນທີ່ເຊື່ອເພີ່ມຈຳນວນຫຼາຍຂຶ້ນທຸກໆມື້.
ໃນເວລານັ້ນ ມີຊາຍຄົນໜຶ່ງເປັນເປ້ຍມາຕັ້ງແຕ່ເກີດ ທຸກມື້ລາວຈະຖືກຫາມມາຢູ່ປະຕູພຣະວິຫານເພື່ອຂໍທານຈາກຄົນທີ່ຈະເຂົ້າໄປໃນພຣະວິຫານນັ້ນ. ໃນຕອນນັ້ນ ເປັນເວລາບ່າຍສາມໂມງ ເຊິ່ງເປັນເວລາອະທິຖານ. ເປໂຕ ແລະໂຢຮັນກໍໄດ້ຂຶ້ນໄປຍັງພຣະວິຫານ ເມື່ອຊາຍເປ້ຍເຫັນພວກເພິ່ນກຳລັງຈະເຂົ້າໄປໃນພຣະວິຫານ ລາວກໍຂໍທານຈາກພວກເພິ່ນ ແລະພວກເພິ່ນໄດ້ເວົ້າກັບລາວວ່າ: “ຈົ່ງເບິ່ງພວກເຮົາ! ເງິນແລະຄຳເຮົາບໍ່ມີ ແຕ່ສິ່ງທີ່ເຮົາມີນັ້ນເຮົາຈະໃຫ້ທ່ານ ຄືໃນນາມພຣະເຢຊູ ໄທນາຊາເຣັດ ຈົ່ງຍ່າງໄປ.”
ແລ້ວເປໂຕກໍຈັບມືຂວາຂອງຊາຍເປ້ຍຄົນນັ້ນລຸກຂຶ້ນ. ທັນໃດນັ້ນ ຕີນແລະຂໍ້ຕີນຂອງລາວກໍມີແຮງຂຶ້ນ. ລາວກະໂດດລຸກຢືນຂຶ້ນ ແລະເລີ່ມຍ່າງໄດ້. ຊາຍຄົນນັ້ນປະຫຼາດໃຈຫຼາຍ ແລະດີໃຈທີ່ສຸດ ສະນັ້ນ ລາວຈຶ່ງຍ່າງໄປພ້ອມທັງກະໂດດເຕັ້ນດ້ວຍຄວາມຊົມຊື່ນຍິນດີ ແລະສັນລະເສີນພຣະເຈົ້າ. ເມື່ອປະຊາຊົນທັງຫຼາຍເຫັນດັ່ງນັ້ນຕ່າງກໍພາກັນປະຫຼາດໃຈ, ອັດສະຈັນໃຈໃນເຫດການທີ່ເກີດຂຶ້ນກັບຊາຍຄົນນັ້ນ ແລະພວກເຂົາໄດ້ແລ່ນເຂົ້າມາເບິ່ງ.
ແລ້ວເປໂຕໄດ້ກ່າວຕໍ່ປະຊາຊົນວ່າ: “ປະຊາຊົນອິດສະຣາເອນເອີຍ! ເປັນຫຍັງ ພວກທ່ານຈຶ່ງປະຫຼາດໃຈໃນເລື່ອງນີ້? ເປັນຫຍັງ ພວກທ່ານຈຶ່ງຈ້ອງຕາເບິ່ງເຮົາຄືກັບວ່າ ເຮົາເຮັດໃຫ້ຊາຍຄົນນີ້ຍ່າງໄດ້ດ້ວຍຣິດອຳນາດ ຫຼືດ້ວຍຄວາມຊອບທຳຂອງເຮົາເອງ? ພຣະເຈົ້າອົງທີ່ອັບຣາຮາມ, ອີຊາກ ແລະຢາໂຄບ ຄືອົງທີ່ບັນພະບູລຸດຂອງພວກເຮົານະມັດສະການໄດ້ໃຫ້ພຣະເຢຊູເຈົ້າ ພຣະຜູ້ຮັບໃຊ້ຂອງພຣະອົງໄດ້ຮັບສະຫງ່າຣາສີ ຜູ້ທີ່ພວກທ່ານໄດ້ມອບໃຫ້ແກ່ບັນດາເຈົ້າໜ້າທີ່ ແລະປະຕິເສດພຣະອົງຕໍ່ໜ້າປີລາດ ເຖິງແມ່ນວ່າ ປີລາດຕັ້ງໃຈໄວ້ແລ້ວທີ່ຈະປ່ອຍພຣະອົງກໍຕາມ. ແຕ່ພວກທ່ານຍັງໄດ້ປະຕິເສດພຣະອົງຜູ້ບໍຣິສຸດ ແລະຊອບທຳ ແຕ່ຂໍຮ້ອງປີລາດໃຫ້ເຮັດຕາມໃຈພວກທ່ານ ໂດຍໃຫ້ເພິ່ນປ່ອຍຜູ້ຂ້າຄົນໃຫ້ແກ່ທ່ານທັງຫຼາຍ. ທ່ານທັງຫຼາຍຈຶ່ງໄດ້ຂ້າຜູ້ທີ່ເຮັດໃຫ້ມີຊີວິດອັນແທ້ຈິງ ແຕ່ພຣະເຈົ້າໄດ້ຊົງບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ ຝ່າຍພວກເຮົາກໍເປັນພະຍານໃນເລື່ອງນີ້ໄດ້. ດ້ວຍຄວາມເຊື່ອໃນພຣະນາມຂອງພຣະອົງ ພຣະນາມນັ້ນຈຶ່ງເຮັດໃຫ້ຄົນນີ້ມີແຮງຂຶ້ນມາ ເຫດການທີ່ພວກທ່ານເຫັນ ແລະຮູ້ຈັກນັ້ນເກີດຂຶ້ນໄດ້ກໍເພາະດ້ວຍຄວາມເຊື່ອໃນນາມພຣະເຢຊູເຈົ້າ ທີ່ເຮັດໃຫ້ຊາຍຄົນນີ້ຫາຍດີເປັນປົກກະຕິຕໍ່ໜ້າພວກທ່ານທຸກຄົນດັ່ງທີ່ພວກທ່ານໄດ້ເຫັນຢູ່ນີ້.
ເປໂຕບອກຝູງຊົນອີກວ່າ: "ດັ່ງນັ້ນ ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ໂດຍຫັນຄືນມາຫາພຣະເຈົ້າ ເພື່ອພຣະອົງຈະອະໄພບາບກຳໃຫ້ພວກທ່ານ ເພື່ອເວລາແຫ່ງຄວາມພັກຜ່ອນຢ່ອນໃຈ ຈະໄດ້ມາຈາກພຣະພັກຂອງອົງພຣະຜູ້ເປັນເຈົ້າ ເພື່ອພຣະອົງຈະໄດ້ຊົງໃຊ້ພຣະຄຣິດ ເຊິ່ງຊົງກຳນົດໄວ້ແລ້ວນັ້ນໃຫ້ມາເພື່ອທ່ານທັງຫຼາຍ ຄືພຣະເຢຊູເຈົ້າ."
ໃນມື້ນັ້ນ ປະຊາຊົນຫຼາຍຄົນທີ່ໄດ້ຍິນຄຳສັ່ງສອນຂອງເປໂຕກັບໂຢຮັນກໍເຊື່ອ ແລະຈຳນວນຂອງຄົນທີ່ເຊື່ອກໍເພີ່ມຂຶ້ນປະມານ 5000 ຄົນ. ແຕ່ພວກປະໂລຫິດ ແລະຟາຣີຊາຍໂກດຮ້າຍໃຫ້ພວກອັກຄະສາວົກ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ກິດຈະການ 2:42-47; 3:1-26; 4:4.
ອ້າງອີງຈາກປຶ້ມ "Acts of the Apostles" ບົດທີ 6 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການຂັດຂວາງການປະກາດຂ່າວປະເສີດ
ບໍ່ດົນຫຼັງຈາກທີ່ຮັກສາຄົນເປ້ຍແລ້ວ ໃນຂະນະທີ່ເປໂຕກັບໂຢຮັນກຳລັງເວົ້າກັບຝູງຊົນຢູ່ນັ້ນ, ບັນດາປະໂລຫິດ, ເຈົ້າໜ້າທີ່ເຝົ້າຍາມພຣະວິຫານ ແລະພວກຊາດູກາຍກໍຂັດເຄືອງໃຈ. ພວກເຂົາໄດ້ມາຫາທ່ານທັງສອງ ແລະຈັບພວກເພິ່ນໄປຂັງໄວ້ໃນຄຸກ.
ຊາດູກາຍ
ຊາດູກາຍແມ່ນກຸ່ມຜູ້ນຳສາສະໜາຢິວທີ່ຮັ່ງມີ ແລະມີອິດທິພົນໃນສະໄໝຂອງພຣະເຢຊູ. ພວກເຂົາບໍ່ໄດ້ເຊື່ອເລື່ອງການເປັນຄືນມາຈາກຄວາມຕາຍ, ເລື່ອງວິນຍານ ແລະເລື່ອງທູດສະຫວັນ.
ມື້ຕໍ່ມາ ພວກເຂົາກໍໄດ້ນຳຕົວເປໂຕ ແລະໂຢຮັນ ລວມທັງຊາຍທີ່ເຄີຍເປັນເປ້ຍນັ້ນໄປຢືນຢູ່ສະພາສູງສຸດ. ໃນທີ່ນັ້ນ ພວກເຂົາໄດ້ຖາມເປໂຕ ແລະໂຢຮັນວ່າ: “ແມ່ນໂດຍຣິດອຳນາດ ແລະນາມຂອງຜູ້ໃດທີ່ພວກເຈົ້າເຮັດສິ່ງນີ້.”
ເປໂຕເຕັມລົ້ນດ້ວຍພຣະວິນຍານບໍຣິສຸດໄດ້ຕອບພວກເຂົາວ່າ: “ບັນດາທ່ານທັງຫຼາຍທີ່ນັບຖື... ຊາຍຄົນນີ້ຖືກຊົງໂຜດໃຫ້ຫາຍດີເປັນປົກກະຕິນັ້ນ ກໍໂດຍຣິດອຳນາດໃນນາມຊື່ຂອງພຣະເຢຊູ ໄທນາຊາເຣັດ ຜູ້ທີ່ທ່ານທັງຫຼາຍໄດ້ຄຶງພຣະອົງໄວ້ເທິງໄມ້ກາງແຂນ ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຄວາມຕາຍ... ໃນຜູ້ອື່ນຄວາມລອດພົ້ນບໍ່ມີ ດ້ວຍວ່າ ບໍ່ມີນາມຊື່ອັນໃດທົ່ວໃຕ້ຟ້າທີ່ຊົງປະທານແກ່ມະນຸດເພື່ອໃຫ້ເຮົາທັງຫຼາຍຕ້ອງໄດ້ພົ້ນ.”
ເມື່ອບັນດາສະມາຊິກສະພາສູງສຸດເຫັນເຖິງຄວາມກ້າຫານຂອງເປໂຕແລະໂຢຮັນ ແລະເຫັນອີກວ່າ ທ່ານທັງສອງເປັນຄົນສາມັນທຳມະດາ ແລະຂາດການສຶກສາ; ພວກເຂົາກໍພາກັນງຶດງໍ້ປະຫຼາດໃຈ ແລະກໍລະນຶກໄດ້ວ່າ ທ່ານທັງສອງເຄີຍຢູ່ກັບພຣະເຢຊູ. ພວກເຂົາກໍບໍ່ຮູ້ວ່າຈະລົງໂທດທ່ານທັງສອງໄດ້ຢ່າງໃດ ເພາະວ່າ ປະຊາຊົນຕ່າງກໍພາກັນສັນລະເສີນພຣະເຈົ້າສຳລັບເຫດການອັດສະຈັນທີ່ໄດ້ເກີດຂຶ້ນນັ້ນ. ນອກຈາກນີ້ ພວກເຂົາຍັງໄດ້ເສຍອິດທິພົນຢູ່ທ່າມກາງປະຊາຊົນ ເພາະວ່າປະຊາຊົນໄດ້ຫັນມາເຊື່ອຖືໃນພຣະເຢຊູ. ສະນັ້ນ ພວກເຂົາຈຶ່ງສັ່ງຫ້າມເປໂຕ ແລະໂຢຮັນບໍ່ໃຫ້ປະກາດ ຫຼືສັ່ງສອນສິ່ງໃດໃນນາມຂອງພຣະເຢຊູອີກ.
ເມື່ອພຣະເຢຊູ ເຊິ່ງເປັນພຣະບຸດຂອງພຣະເຈົ້າໄດ້ປະທານຊີວິດຂອງພຣະອົງຢູ່ເທິງໄມ້ກາງແຂນ ເພື່ອເປັນເຄື່ອງຖວາຍບູຊາໄຖ່ບາບໃຫ້ແກ່ມະນຸດທົ່ວໂລກແລ້ວ ພຣະເຈົ້າໄດ້ຍົກພຣະອົງຂຶ້ນເປັນທັງອົງພຣະຜູ້ເປັນເຈົ້າ ແລະພຣະຜູ້ໄຖ່ບາບ. ນາມຊື່ພຣະເຢຊູຊົງສັກສິດ ແລະເປັນນາມແຫ່ງການຊົງໄຖ່ບາບ ແລະເປັນບໍ່ເກີດແຫ່ງຣິດອຳນາດ. ດ້ວຍຄວາມເຊື່ອໃນພຣະນາມຂອງພຣະເຢຊູ ເປໂຕຈຶ່ງສາມາດເຮັດການອັດສະຈັນໄດ້ ໂດຍຜ່ານທາງພຣະນາມຂອງພຣະເຢຊູ. ສະນັ້ນ ຄົນເປ້ຍຈຶ່ງໄດ້ຮັບການຮັກສາໃຫ້ຫາຍດີ ແຕ່ຊາຕານພະຍາຍາມທຳລາຍອິດທິພົນນາມຊື່ຂອງພຣະເຢຊູ ເພາະມັນຮູ້ວ່າ ພຣະເຢຊູໄດ້ຊະນະມັນຢູ່ເທິງໄມ້ກາງແຂນແລ້ວ. ສະນັ້ນ ຊາຕານຈຶ່ງໃຊ້ພວກຜູ້ນຳສາສະໜາມາຂັດຂວາງການປະກາດຂ່າວປະເສີດເລື່ອງພຣະເຢຊູ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ກິດຈະການ ບົດທີ 4
ອ້າງອີງຈາກປຶ້ມ "Acts of the Apostles" ບົດທີ 6 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພວກອັກຄະສາວົກຖືກຂົ່ມເຫັງ
ຫຼັງຈາກເປໂຕ ແລະໂຢຮັນໄດ້ຮັບການປ່ອຍຕົວແລ້ວ ພວກເພິ່ນກໍໄດ້ກັບໄປຫາບັນດາສາວົກຄົນອື່ນໆ ແລະເລົ່າເຫດການທີ່ໄດ້ເກີດຂຶ້ນນັ້ນສູ່ກັນຟັງ. ຈາກນັ້ນ ພວກເຂົາທັງໝົດກໍໄດ້ຮ່ວມໃຈກັນພາວະນາອະທິຖານ ແລະເມື່ອອະທິຖານຈົບແລ້ວ ໃນບ່ອນທີ່ພວກເຂົາປະຊຸມກັນຢູ່ນັ້ນກໍສະທ້ານຫວັ່ນໄຫວ ທຸກຄົນຕ່າງກໍເຕັມໄປດ້ວຍພຣະວິນຍານບໍຣິສຸດ ແລະໄດ້ກ່າວພຣະຄຳຂອງພຣະເຈົ້າດ້ວຍໃຈກ້າຫານ ດ້ວຍວ່າ ພຣະເຈົ້າໄດ້ຖອກເທພຣະຄຸນອັນຍິ່ງໃຫຍ່ຂອງພຣະອົງລົງມາເທິງພວກເຂົາທຸກຄົນ.
ຕໍ່ມາ ພວກອັກຄະສາວົກກໍໄດ້ຢູ່ຮ່ວມກັນເປັນພະຍານເຖິງຄວາມເປັນຄືນມາຈາກຕາຍຂອງພຣະເຢຊູຢູ່ທ່າມກາງປະຊາຊົນ ແລະພຣະເຈົ້າກໍໄດ້ເຮັດການອັດສະຈັນ ແລະສິ່ງທີ່ໜ້າງຶດງໍ້ຫຼາຍຢ່າງຜ່ານທາງພວກເຂົາ. "ແຕ່ມີຊາຍແລະຍິງທີ່ເຊື່ອໃນອົງພຣະຜູ້ເປັນເຈົ້າ ເພີ່ມຈຳນວນເຂົ້າມາຕື່ມອີກຫຼາຍກວ່າເກົ່າ. ຈົນວ່າເຂົາໄດ້ເອົາຄົນເຈັບປ່ວຍໃສ່ບ່ອນນອນນ້ອຍໃຫຍ່ ຫາມອອກໄປວາງໄວ້ຕາມຫົນທາງ ເພື່ອວ່າເມື່ອເປໂຕຍ່າງຜ່ານໄປນັ້ນ ຢ່າງໜ້ອຍເງົາຂອງທ່ານຈະຖືກບາງຄົນ. ປະຊາຊົນໄດ້ຫຼັ່ງໄຫຼກັນອອກມາຈາກເມືອງຕ່າງໆທີ່ຢູ່ອ້ອມແອ້ມນະຄອນເຢຣູຊາເລັມ ພ້ອມທັງນຳຄົນເຈັບໄຂ້ໄດ້ປ່ວຍ ແລະຄົນທີ່ຜີຊົ່ວຮ້າຍເຂົ້າສິງມາຫາ ແລະທຸກຄົນຕ່າງກໍໄດ້ຮັບການຊົງໂຜດໃຫ້ຫາຍດີ."
ພວກປະໂລຫິດ ແລະພວກຊາດູກາຍກໍເກີດມີຄວາມອິດສາພວກອັກຄະສາວົກຫຼາຍທີ່ສຸດ. ພວກເຂົາຈຶ່ງໄດ້ຈັບພວກອັກຄະສາວົກໄປຂັງໄວ້ໃນຄຸກ ແຕ່ໃນຄືນນັ້ນ ທູດສະຫວັນຂອງພຣະເຈົ້າໄດ້ໄຂປະຕູຄຸກ ແລະ ນຳພາພວກອັກຄະສາວົກອອກໄປ ແລ້ວທູດສະຫວັນກໍໄດ້ກ່າວຕໍ່ພວກເຂົາວ່າ: “ຈົ່ງໄປຢືນຢູ່ໃນບໍລິເວນພຣະວິຫານ ແລ້ວປະກາດບັນດາຖ້ອຍຄຳທັງໝົດເຖິງເລື່ອງຊີວິດໃໝ່ນີ້ ສູ່ປະຊາຊົນຟັງ.” ພໍຮຸ່ງເຊົ້າມາ ພວກອັກຄະສາວົກກໍໄປປະກາດສັ່ງສອນປະຊາຊົນຢູ່ທີ່ບໍລິເວນພຣະວິຫານຕາມທີ່ທູດສະຫວັນໄດ້ສັ່ງໄວ້.
ໃນມື້ນັ້ນ ມະຫາປະໂລຫິດກັບພັກພວກຂອງລາວກໍມີແຜນການທີ່ຈະສອບສວນພວກອັກຄະສາວົກ ແຕ່ພວກເຂົາກໍຕ້ອງປະຫຼາດໃຈໃນເມື່ອມີລາຍງານຈາກພວກເຈົ້າໜ້າທີ່ວ່າ ບໍ່ເຫັນພວກອັກຄະສາວົກຢູ່ໃນຄຸກແລ້ວ. ທັນໃດນັ້ນ ກໍມີຄົນໜຶ່ງເຂົ້າມາແຈ້ງໃຫ້ພວກເຂົາຮູ້ວ່າ ຕອນນີ້ພວກອັກຄະສາວົກກຳລັງສັ່ງສອນຢູ່ໃນບໍລິເວນພຣະວິຫານ. ດັ່ງນັ້ນ ພວກເຂົາຈຶ່ງສົ່ງຄົນໄປເຊີນພວກອັກຄະສາວົກມາທີ່ສະພາສູງສຸດ.
ພວກເຂົາເວົ້າກັບພວກອັກຄະສາວົກວ່າ: “ພວກເຮົາສັ່ງຫ້າມພວກເຈົ້າຢ່າງເຄັ່ງຄັດແລ້ວ ບໍ່ໃຫ້ສັ່ງສອນໃນນາມຂອງຊາຍຄົນນີ້ ແຕ່ພວກເຈົ້າໄດ້ເຮັດໃຫ້ຄຳສັ່ງສອນຂອງພວກເຈົ້າແຜ່ອອກໄປທົ່ວນະຄອນເຢຣູຊາເລັມ ແລະປາຖະໜາໃຫ້ຄວາມຜິດກ່ຽວກັບຄວາມຕາຍຂອງຜູ້ນັ້ນ ຕົກໃສ່ພວກເຮົາ.”
ແຕ່ເປໂຕກັບອັກຄະສາວົກຄົນອື່ນໆຕອບພວກເຂົາວ່າ: “ພວກຂ້ານ້ອຍຈຳຕ້ອງເຊື່ອຟັງພຣະເຈົ້າຫຼາຍກວ່າເຊື່ອຟັງມະນຸດ. ພຣະເຈົ້າແຫ່ງບັນພະບຸລຸດຂອງພວກຂ້ານ້ອຍໄດ້ບັນດານໃຫ້ພຣະເຢຊູເຈົ້າເປັນຄືນມາຈາກຕາຍ ຫຼັງຈາກທີ່ພວກທ່ານໄດ້ຂ້າພຣະອົງໂດຍຄຶງພຣະອົງໄວ້ທີ່ໄມ້ກາງແຂນ. ພຣະເຈົ້າໄດ້ຍົກພຣະເຢຊູເຈົ້າຂຶ້ນສູ່ກ້ຳຂວາພຣະຫັດຂອງພຣະອົງໃຫ້ເປັນພຣະຜູ້ນຳ ແລະເປັນພຣະຜູ້ໂຜດຊ່ວຍໃຫ້ພົ້ນ ເພື່ອຈະໃຫ້ປະຊາຊົນອິດສະຣາເອນມີໂອກາດກັບໃຈໃໝ່ ແລະຮັບເອົາການອະໄພບາບກຳຂອງພວກເຂົາ. ເຮົາທັງຫຼາຍຈຶ່ງເປັນພະຍານເຖິງເລື່ອງເຫຼົ່ານີ້ ແລະພຣະວິນຍານບໍຣິສຸດເຈົ້າ ເຊິ່ງພຣະເຈົ້າໄດ້ຊົງປະທານໃຫ້ທຸກຄົນທີ່ເຊື່ອຟັງພຣະອົງນັ້ນ ກໍຊົງເປັນພະຍານເໝືອນກັນ.”
ເມື່ອພວກເຂົາໄດ້ຍິນແນວນັ້ນກໍໃຈຮ້າຍທີ່ສຸດ ແລະຕ້ອງການທີ່ຈະຂ້າພວກອັກຄະສາວົກ. ແຕ່ມີຊາຍຄົນໜຶ່ງຊື່ວ່າ ຄາມາລີເອັນ. ລາວເປັນຄົນມີຊື່ສຽງຄົນໜຶ່ງໃນສະພາສູງສຸດ ແລະລາວໄດ້ເວົ້າວ່າ: “ຢ່າດຳເນີນການໃດໆຕໍ່ຄົນເຫຼົ່ານີ້ເລີຍ! ຈົ່ງປ່ອຍພວກເຂົາໄປສາ! ເພາະຖ້າເປົ້າໝາຍ ຫຼືພາລະກິດໃດໆທີ່ເກີດຈາກມະນຸດ ກໍຈະເລີກລົ້ມໄປເອງ ແຕ່ຖ້າມາຈາກພຣະເຈົ້າ ພວກທ່ານກໍບໍ່ອາດຈະຂັດຂວາງຄົນເຫຼົ່ານີ້ໄດ້ ແຕ່ຈະກາຍເປັນວ່າ ພວກທ່ານເອງໄດ້ຕໍ່ສູ້ພຣະເຈົ້າ”
ພວກເຂົາທັງຫຼາຍຈຶ່ງຍອມຟັງຄຳຂອງຄາມາລີເອັນ ແລະພວກເຂົາໄດ້ຂ້ຽນຕີພວກອັກຄະສາວົກ ແລະສັ່ງຫ້າມບໍ່ໃຫ້ເວົ້ານາມຊື່ຂອງພຣະເຢຊູ ແລ້ວພວກເຂົາກໍປ່ອຍພວກອັກຄະສາວົກໄປ ສ່ວນພວກອັກຄະສາວົກຕ່າງກໍຊົມຊືນຍິນດີ ເພາະເຫັນວ່າພວກຕົນໄດ້ຮັບກຽດໃຫ້ທົນຮັບເອົາຄວາມອັບອາຍເພື່ອເຫັນແກ່ນາມຊື່ຂອງພຣະເຢຊູ. ທຸກໆມື້ໃນບໍລິເວນພຣະວິຫານ ແລະຕາມບ້ານເຮືອນຕ່າງໆ ພວກອັກຄະສາວົກໄດ້ສືບຕໍ່ສັ່ງສອນ ແລະປະກາດຂ່າວປະເສີດວ່າ ພຣະເຢຊູເປັນພຣະຜູ້ໄຖ່ບາບ. "ດັ່ງນັ້ນ ພຣະທຳຂອງພຣະເຈົ້າຈຶ່ງໄດ້ຈະເລີນຂຶ້ນສືບຕໍ່ແຜ່ຂະຫຍາຍອອກໄປ ຈຳນວນສາວົກໃນນະຄອນເຢຣູຊາເລັມເພີ່ມທະວີຫຼາຍຂຶ້ນ ແລະໄດ້ມີປະໂລຫິດຈຳນວນຫຼາຍມາຮັບເຊື່ອ."
ອ້າງອີງຈາກປຶ້ມ "ພຣະຄຳພີ" ກິດຈະການ 5:12-42; 6:7
ອ້າງອີງຈາກປຶ້ມ "Acts of the Apostles" ບົດທີ 8 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຊະເຕຟາໂນຍອມເສຍຊີວິດເພື່ອຄວາມເຊື່ອ
ເນື່ອງຈາກວ່າ ຄຣິສຕະຈັກມີສະມາຊິກເພີ່ມຫຼາຍຂຶ້ນ ດັ່ງນັ້ນ ພວກອັກຄະສາວົກຈຶ່ງຕ້ອງການຄວາມຊ່ວຍເຫຼືອ. ແລ້ວພວກເຂົາກໍໄດ້ເລືອກເອົາຜູ້ຊາຍເຈັດຄົນທີ່ເຕັມໄປດ້ວຍພຣະວິນຍານບໍຣິສຸດ. ຊະເຕຟາໂນເປັນຄົນໜຶ່ງໃນເຈັດຄົນທີ່ຖືກເລືອກໃຫ້ຮັບໃຊ້ໃນວຽກງານຂອງພຣະເຈົ້າ. "ຊະເຕຟາໂນຜູ້ທີ່ບໍຣິບູນດ້ວຍພຣະຄຸນ ແລະຣິດເດດ ໄດ້ເຮັດການອັດສະຈັນອັນໃຫຍ່ ແລະໝາຍສຳຄັນອັນຍິ່ງໃຫຍ່ໃນທ່າມກາງປະຊາຊົນ" ລາວເປັນຄົນຢິວໂດຍກຳເນີດ ແຕ່ສາມາດເວົ້າພາສາກຣີກໄດ້, ຮູ້ຈັກປະເພນີ ແລະມາລະຍາດຂອງຊາວກຣີກເປັນຢ່າງດີ. ສະນັ້ນ ຊະເຕຟາໂນຈຶ່ງເຫັນໂອກາດທີ່ຈະສັ່ງສອນເລື່ອງພຣະເຢຊູໃຫ້ຊາວຢິວກຣີກຟັງຢູ່ໃນສາລາທຳ.
ມີມື້ໜຶ່ງ ຂະນະທີ່ຊະເຕຟາໂນປະກາດຂ່າວປະເສີດເລື່ອງພຣະເຢຊູດ້ວຍໃຈຮ້ອນຮົນ ແລະປະກາດຄວາມເຊື່ອຂອງລາວຢ່າງກ້າຫານຢູ່ນັ້ນ ພວກອາຈານ ແລະນັກກົດໝາຍກໍເຂົ້າມີສ່ວນຮ່ວມໃນການສົນທະນາຢູ່ທີ່ສາລາທຳໂດຍຫວັງວ່າຈະໄດ້ຮັບໄຊຊະນະຢ່າງງ່າຍດາຍ. ທັງສອງຝ່າຍໄດ້ໂຕ້ຖຽງກັນຈົນໃນທີ່ສຸດ, ພວກອາຈານ ແລະນັກກົດໝາຍບໍ່ສາມາດທີ່ຈະເອົາຊະນະຊະເຕຟາໂນຜູ້ທີ່ກ່າວດ້ວຍສະຕິບັນຍາ ແລະພຣະວິນຍານບໍຣິສຸດທີ່ໄດ້ກ່າວຜ່ານທາງລາວນັ້ນ.
ຫຼັງຈາກນັ້ນ ພວກເຂົາກໍໄດ້ຍຸແຫຍ່ຊາຍບາງຄົນມາກ່າວຫາໃສ່ຊະເຕຟາໂນວ່າ: "ພວກເຮົາໄດ້ຍິນລາວເວົ້າຕໍ່ສູ້ໂມເຊ ແລະຕໍ່ສູ້ພຣະເຈົ້າ" ດ້ວຍເຫດນີ້ ພວກເຂົາຈຶ່ງຍຸຍົງປະຊາຊົນ, ພວກເຖົ້າແກ່ ແລະພວກທຳມະຈານ ມາຫຸ້ມຈັບຊະເຕຟາໂນ ແລະນຳຕົວຂຶ້ນໄປຍັງສະພາສູງສຸດ.
ໃນລະຫວ່າງທີ່ຢູ່ສະພາສູງສຸດ ພວກເຂົາໄດ້ນຳພະຍານເທັດມາກ່າວຫາໃສ່ຊະເຕຟາໂນວ່າ: "ຊາຍຄົນນີ້ເວົ້າຕໍ່ສູ້ພຣະວິຫານອັນສັກສິດ ແລະກົດບັນຍັດຢ່າງບໍ່ຢຸດຢັ້ງ. ພວກເຮົາໄດ້ຍິນຄົນນີ້ເວົ້າວ່າ ເຢຊູ ໄທນາຊາເຣັດຈະທຳລາຍພຣະວິຫານຫຼັງນີ້ ແລະຈະປ່ຽນແປງທຳນຽມທີ່ໂມເຊໄດ້ໃຫ້ໄວ້ແກ່ພວກເຮົາ." ໃນຂະນະທີ່ຊະເຕຟາໂນປະເຊີນໜ້າກັບຜູ້ຄົນຢູ່ໃນສະພາສູງສຸດເພື່ອຕອບຂໍ້ກ່າວຫານັ້ນ ແສງສະຫວ່າງແຫ່ງຄວາມບໍຣິສຸດໄດ້ເປັ່ງປະກາຍຢູ່ທີ່ໃບໜ້າຂອງລາວ. "ແລະບັນດາຄົນທີ່ນັ່ງຢູ່ໃນສະພາສູງສຸດນັ້ນໄດ້ແນມໄປເບິ່ງຊະເຕຟາໂນ ແລະເຫັນວ່າໜ້າຂອງເພິ່ນຜ່ອງໃສເປັນເໝືອນໜ້າຂອງທູດສະຫວັນ." ຫຼາຍຄົນທີ່ຊຸມນຸມກັນຢູ່ໃນສະພາສູງສຸດຕ່າງກໍພາກັນສັ່ນສະທ້ານຢ້ານກົວເມື່ອແນມເຫັນໃບໜ້າຂອງຊະເຕຟາໂນ ເພາະເຫັນວ່າພຣະເຈົ້າຊົງສະຖິດຢູ່ນຳລາວ ແຕ່ພວກເຂົາກໍບໍ່ຍອມເຊື່ອ.
ຫຼັງຈາກໄດ້ຍິນຄຳພະຍານຂອງຜູ້ທີ່ເປັນພະຍານບໍ່ຈິງແລ້ວ ມະຫາປະໂລຫິດຈຶ່ງຖາມຊະເຕຟາໂນວ່າ: "ເລື່ອງນີ້ເປັນຄວາມຈິງແທ້ບໍ?"
ພວກປະໂລຫິດ ແລະພວກຜູ້ນຳສາສະໜາໄດ້ກ່າວໂທດໃສ່ຊະເຕຟາໂນວ່າ ເປັນຜູ້ທຳລາຍປະເພນີຂອງຊາວຢິວ ແຕ່ຊະເຕຟາໂນໄດ້ຕອບພວກເຂົາໂດຍການເລົ່າປະຫວັດສາດຂອງຊາວຢິວທັງໝົດ ເພື່ອສະແດງໃຫ້ພວກເຂົາເຫັນວ່າ ປະຫວັດສາດ ແລະປະເພນີຂອງຊາວຢິວນັ້ນໄດ້ຊີ້ໄປທີ່ພຣະເຢຊູ ເຊິ່ງພວກຜູ້ປະກາດພຣະຄຳຂອງພຣະເຈົ້າໄດ້ທຳນວາຍເຖິງພຣະອົງ ແຕ່ພວກເຂົາຖືກກົດຂີ່ຂົ່ມເຫັງ ແລະຖືກຂ້າຈາກພວກຜູ້ນຳຢິວ. ແລ້ວຊະເຕຟາໂນໄດ້ກ່າວອີກວ່າ: "ມາບັດນີ້ ທ່ານທັງຫຼາຍໄດ້ເປັນຜູ້ມອບພຣະອົງໄວ້ ແລະສັງຫານພຣະອົງ. ທ່ານທັງຫຼາຍເປັນຜູ້ທີ່ໄດ້ຮັບກົດບັນຍັດຂອງພຣະເຈົ້າຈາກທູດສະຫວັນ ແຕ່ພວກທ່ານບໍ່ໄດ້ເຊື່ອຟັງຕາມກົດບັນຍັດນັ້ນເລີຍ."
ພວກອາຈານ ແລະນັກກົດໝາຍຕ່າງກໍພາກັນປະຫຼາດໃຈໃນຄຳເວົ້າຂອງຊະເຕຟາໂນ. ບັນດາປະໂລຫິດ ແລະພວກຜູ້ນຳຢິວຕ່າງກໍເຕັມໄປດ້ວຍຄວາມໂກດຮ້າຍທີ່ສຸດ ແລະປະພຶດຕົວເໝືອນຢ່າງສັດເດຍລະສານ. ພວກເຂົາໄດ້ແລ່ນມາຫາຊະເຕຟາໂນ ແລະພວກເຂົາໄດ້ຊຸກຊະເຕຟາໂນອອກໄປນອກເມືອງ ຝ່າຍຊະເຕຟາໂນກໍເຫັນເຖິງໃບໜ້າອັນໂຫດຮ້າຍຂອງພວກເຂົາທີ່ຈະຂ້າລາວ ແຕ່ລາວກໍບໍ່ໄດ້ຫວັ່ນໄຫວ ເພາະວ່າຄວາມຢ້ານກົວຂອງຄວາມຕາຍໄດ້ຫາຍໄປຈາກລາວແລ້ວ. "ແຕ່ຊະເຕຟາໂນຜູ້ທີ່ເຕັມໄປດ້ວຍພຣະວິນຍານບໍຣິສຸດ ກໍເງີຍໜ້າແນມຂຶ້ນສູ່ຟ້າສະຫວັນ ແລະເຫັນສະຫງ່າຣາສີຂອງພຣະເຈົ້າ ແລະເຫັນພຣະເຢຊູຊົງຢືນຢູ່ກ້ຳຂວາພຣະຫັດຂອງພຣະເຈົ້າ.
ຊະເຕຟາໂນເວົ້າວ່າ: “ເບິ່ງແມ! ຂ້າພະເຈົ້າເຫັນທ້ອງຟ້າໄຂອອກ ແລະເຫັນບຸດມະນຸດກຳລັງຢືນຢູ່ທີ່ກ້ຳຂວາມືຂອງພຣະເຈົ້າ.”
ແຕ່ພວກເຂົາພາກັນຮ້ອງສຽງດັງ ແລະອັດຫູຂອງພວກຕົນໄວ້ ເພື່ອບໍ່ຢາກໄດ້ຍິນຄຳເວົ້າຂອງຊະເຕຟາໂນ. ແລ້ວພວກເຂົາກໍພາກັນຄວ່າງກ້ອນຫີນໃສ່ຊະເຕຟາໂນ. ຂະນະທີ່ຊະເຕຟາໂນຖືກປະຊາຊົນຄວ່າງກ້ອນຫີນມາໃສ່ລາວຢູ່ນັ້ນ ລາວກໍໄດ້ອະທິຖານວ່າ: “ຂ້າແດ່ພຣະເຢຊູເຈົ້າ ຂໍຊົງໂຜດຮັບເອົາຈິດວິນຍານຂອງຂ້າພຣະອົງດ້ວຍເຖີດ.” ຊະເຕຟາໂນໄດ້ຄຸເຂົ່າລົງ ແລະຮ້ອງໄຫ້ດ້ວຍສຽງດັງວ່າ: “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຊົງໂຜດຍົກບາບຍົກກຳນີ້ໃຫ້ພວກເຂົາດ້ວຍເທີ້ນ.” ເມື່ອເວົ້າຈົບແລ້ວ ລາວກໍເສຍຊີວິດ.
ການຕາຍຂອງຊະເຕຟາໂນໄດ້ສ້າງຄວາມໂສກເສົ້າເສຍໃຈໃຫ້ແກ່ຄຣິສຕະຈັກ. ຜູ້ທີ່ຢຳເກງພຣະເຈົ້າກໍເອົາສົບຂອງຊະເຕຟາໂນໄປຝັງໄວ້ ແລະໄດ້ໄວ້ອາໄລໃຫ້ລາວຢ່າງສຸດຊຶ້ງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ກິດຈະການ ບົດທີ 6 ແລະ 7
ອ້າງອີງຈາກປຶ້ມ "Acts of the Apostles" ບົດທີ 10 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂຊໂລຂົ່ມເຫັງຄຣິສຕະຈັກ
ໃບໜ້າຂອງຊະເຕຟາໂນ ແລະຖ້ອຍຄຳຂອງລາວໄດ້ສຳພັດກັບຫົວໃຈຂອງຫຼາຍຄົນທີ່ເຝົ້າເບິ່ງລາວຖືກແກວ່ງກ້ອນຫີນໃສ່. ລາວເປັນພະຍານເຖິງຄວາມຈິງທີ່ລາວໄດ້ປະກາດໄວ້. ແຕ່ນີ້ເປັນການທົດລອງຢ່າງໜັກສຳລັບຜູ້ຕິດຕາມພຣະເຢຊູ. ເພາະຢ້ານວ່າຈະຖືກຂົ່ມເຫັງ, ຫຼາຍຄົນຈຶ່ງອອກໄປຈາກນະຄອນເຢຣູຊາເລັມ ແລະເດີນທາງໄປຍັງສະຖານທີ່ຕ່າງໆ. ພວກເຂົາໄດ້ເອົາຂ່າວປະເສີດໄປນຳ ແລະຢູ່ບ່ອນໃດທີ່ພວກເຂົາໄປຮອດນັ້ນ ພວກເຂົາກໍຈະປະກາດຂ່າວປະເສີດເລື່ອງພຣະເຢຊູວ່າ ພຣະອົງຊົງເປັນພຣະເມຊີອາ. "ພວກຄົນທີ່ເຊື່ອ ທີ່ໄດ້ແຕກກະຈັດກະຈາຍໄປນັ້ນ ຕ່າງກໍໄດ້ປະກາດຂ່າວປະເສີດຕາມບ່ອນຕ່າໆ" ພຣະເຈົ້າຊົງສະຖິດຢູ່ກັບປະຊາຊົນຂອງພຣະອົງຜູ້ທີ່ແຈກກະຈາຍໄປປະກາດຂ່າວປະເສີດເລື່ອງພຣະເຢຊູ ແລະຄົນທີ່ມາເຊື່ອໃນພຣະເຢຊູກໍກັບໃຈມາຫາພຣະເຈົ້າເປັນຈຳນວນຫຼວງຫຼາຍ.
ພາຍຫຼັງຈາກການເສຍຊີວິດຂອງຊະເຕຟາໂນນັ້ນ ມີຊາຍຄົນໜຶ່ງຊື່ວ່າ ໂຊໂລ. ລາວຢູ່ໃນພັກຟາຣີຊາຍ ແລະຖືສາສະໜາຢ່າງເຄັ່ງຄັດທີ່ສຸດ. ລາວເປັນຄົນໜຶ່ງທີ່ຕໍ່ຕ້ານຊະເຕຟາໂນ ແລະກໍເຫັນດີໃນການຕາຍຂອງຊະເຕຟາໂນ. ລາວໄດ້ຮັບເລືອກໃຫ້ເປັນສະມາຊິກຢູ່ສະພາສູງສຸດໃນການພິຈາລະນາຄະດີ ແລະລາວຮູ້ສຶກວ່າຝ່າຍພວກຜູ້ນຳທາງສາສະໜານັ້ນຖືກຕ້ອງ. ລາວຄິດຢູ່ໃນໃຈວ່າ "ຕ້ອງເຮັດທຸກວິທີທາງ ເພື່ອຂັດຂວາງພຣະນາມຂອງພຣະເຢຊູເຈົ້າ ໄທນາຊາເຣັດ" (ກິດຈະການ 26:9). "ໃນວັນນັ້ນເອງ ໄດ້ເກີດມີການຂົ່ມເຫັງຢ່າງໜັກຕໍ່ຄຣິສຕະຈັກໃນນະຄອນເຢຣູຊາເລັມ. ພວກສາວົກທັງໝົດ ເວັ້ນໄວ້ແຕ່ພວກອັກຄະສາວົກ ຕ່າງກໍໄດ້ກະຈັດກະຈາຍໄປທົ່ວແຂວງຢູດາຍ ແລະແຂວງຊາມາເຣຍ... ສ່ວນໂຊໂລນັ້ນພະຍາຍາມທຳລາຍຄຣິສຕະຈັກຢ່າງຮຸນແຮງ ໂດຍເຂົ້າໄປຕາມບ້ານເຮືອນລາກເອົາບາງຄົນທີ່ເຊື່ອທັງຊາຍທັງຍິງອອກມາ ແລະນຳໄປຂັງໄວ້ໃນຄຸກ."
ຫຼາຍປີຜ່ານໄປ ຈາກຄວາມຮ້ອນຮົນຂອງລາວໃນການເຮັດວຽກອັນໂຫດຮ້າຍຄັ້ງນີ້ ໂຊໂລໄດ້ເວົ້າພາຍຫຼັງວ່າ: "ການຂັດຂວາງເຊັ່ນນີ້ ຂ້ານ້ອຍໄດ້ເຮັດໃນນະຄອນເຢຣູຊາເລັມເມື່ອຂ້ານ້ອຍໄດ້ຮັບສິດອຳນາດພິເສດຈາກພວກມະຫາປະໂລຫິດ ແລະໄດ້ຈັບກຸມໄພ່ພົນຂອງພຣະເຈົ້າຫຼາຍຄົນເຂົ້າຄຸກ ແລະເມື່ອພວກເຂົາຖືກຕັດສິນລົງໂທດໃຫ້ປະຫານຊີວິດ ຂ້ານ້ອຍກໍເຫັນພ້ອມດ້ວຍ. ຫຼາຍເທື່ອທີ່ຂ້ານ້ອຍໄດ້ລົງໂທດພວກເຂົາໃນທຳມະສາລາຕ່າງໆ ແລະພະຍາຍາມບັງຄັບພວກເຂົາໃຫ້ກ່າວຄຳໝິ່ນປະໝາດຕໍ່ພຣະເຈົ້າ ຂ້ານ້ອຍໂກດແຄ້ນພວກເຂົາແຮງ ຈົນວ່າຂ້ານ້ອຍໄດ້ໄປຂົ່ມເຫັງພວກເຂົາຕາມຫົວເມືອງຕ່າງໆໃນຕ່າງປະເທດ" (ກິດຈະການ 26:10, 11). ໃນຊ່ວງເວລານັ້ນ ໂຊໂລໄດ້ເປັນເຄື່ອງມືຂອງຊາຕານໂດຍການທຳລາຍຄຣິສຕະຈັກຂອງພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ກິດຈະການ ບົດທີ 8
ອ້າງອີງຈາກປຶ້ມ "Acts of the Apostles" ບົດທີ 12 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂຊໂລກັບໃຈໃໝ່
ໂຊໂລເປັນຄົນຢິວ ເກີດຢູ່ທີ່ເມືອງທາຊັດ ແຂວງຊີລີເຊຍ ແລະເປັນຄົນສັນຊາດໂຣມໂດຍກຳເນີດ. ລາວເປັນລູກຊາຍຂອງພວກຟາຣີຊາຍ ແລະໄດ້ມາເຕີບໃຫຍ່ຢູ່ໃນນະຄອນເຢລູຊາເລມ. ລາວໄດ້ຮັບການສຶກສາຈາກອາຈານ ຕາມພຣະບັນຍັດທຸກປະການຢ່າງຄົບຖ້ວນ. ລາວມີຄວາມຮູ້ຫຼາຍໃນບັນດາທຳນຽມ ແລະບັນຫາຕ່າງໆຂອງຄົນຢິວ. ສະນັ້ນ ລາວຈຶ່ງມີໃຈຮ້ອນຮົນໃນການຮັບໃຊ້ພຣະເຈົ້າ ແລະລາວດຳລົງຊີວິດຕາມພວກທີ່ຖືສາສະໜາເຄັ່ງຄັດທີ່ສຸດ ຄືເປັນພວກຟາຣີຊາຍ.
ຝ່າຍໂຊໂລຍັງສືບຕໍ່ຂົ່ມເຫັງຄຣິສຕະຈັກຂອງພຣະເຢຊູ ແລະລາວໄດ້ຂູ່ເຂັນວ່າຈະຂ້າບັນດາສາວົກຂອງພຣະອົງ. ເຖິງແມ່ນວ່າຄຣິສຕະຈັກຈະຖືກຂົ່ມເຫັງຫຼາຍເທົ່າໃດ ແຕ່ການປະກາດເລື່ອງພຣະເຢຊູກໍຍິ່ງເພີ່ມທະວີຫຼາຍຂຶ້ນເທົ່ານັ້ນ. ໂຊໂລໂກດແຄ້ນແຮງຫຼາຍຕໍ່ຜູ້ຄົນທີ່ຕິດຕາມພຣະເຢຊູ. ສະນັ້ນ ລາວຈຶ່ງຈະຕາມໄປຂົ່ມເຫັງພວກເຂົາເຖິງຫົວເມືອງຕ່າງໆໃນຕ່າງປະເທດ.
"ພໍເມືອໂຊໂລເດີນທາງໃກ້ຈະຮອດເມືອງດາມັສກັດ. ໃນທັນໃດນັ້ນ ກໍມີແສງສະຫວ່າງຈາກທ້ອງຟ້າແມບມາບລົງມາອ້ອມລາວ. ລາວໄດ້ລົ້ມລົງພື້ນດິນ ແລະໄດ້ຍິນສຽງໜຶ່ງກ່າວຕໍ່ລາວວ່າ: 'ໂຊໂລ ໂຊໂລເອີຍ! ເປັນຫຍັງ ເຈົ້າຈຶ່ງຂົ່ມເຫັງເຮົາ?'”
ໂຊໂລຢ້ານຈົນຕົວສັ່ນ ແລະຮູ້ສຶກປະຫຼາດໃຈຈຶ່ງຖາມຂຶ້ນວ່າ: “ພຣະອົງເອີຍ! ພຣະອົງແມ່ນຜູ້ໃດ?”
ພຣະອົງຕອບລາວວ່າ: “ເຮົານີ້ແມ່ນເຢຊູຜູ້ທີ່ເຈົ້າຂົ່ມເຫັງນັ້ນແຫລະ… ເຈົ້າຈົ່ງລຸກຂຶ້ນ ເຂົ້າໄປໃນເມືອງ ແລ້ວຈະມີຜູ້ບອກເຈົ້າວ່າຕ້ອງເຮັດຢ່າງໃດ.”
ເມື່ອເຫດການອັດສະຈັນນີ້ໄດ້ສິ້ນສຸດລົງ ຄົນທີ່ເດີນທາງໄປກັບໂຊໂລນັ້ນ ຕ່າງກໍຢືນນິ້ງຢູ່ ແລະປາກບໍ່ອອກ. ພວກເຂົາໄດ້ຍິນສຽງ ແຕ່ບໍ່ເຫັນຜູ້ໃດ. ສ່ວນໂຊໂລບໍ່ສາມາດເຫັນຮຸ່ງໄດ້ເພາະແສງລັດສະເໜີນັ້ນ ແລະພວກເຂົາໄດ້ພາລາວເຂົ້າໄປໃນເມືອງດາມັສກັດ.
"ເປັນເວລາສາມວັນທີ່ໂຊໂລບໍ່ສາມາດເຫັນຮຸ່ງໄດ້ ແລະທັງບໍ່ໄດ້ກິນ ແລະບໍ່ໄດ້ດື່ມຫຍັງ." ສຳລັບເວລາສາມວັນນັ້ນ ໂຊໂລໄດ້ໃຊ້ເວລາຄິດ. ລາວເຫັນວ່າ ເປັນຄວາມຜິດພາດຂອງລາວທີ່ໄດ້ຕິດຕາມພວກປະໂລຫິດ. ແລ້ວລາວໄດ້ສຳນຶກຜິດ ແລະກັບໃຈໃໝ່. ໃນຊ່ວງເວລານັ້ນ ພຣະເຈົ້າກໍໄດ້ມາບອກອານາເນຍໃຫ້ໄປຫາໂຊໂລ. ອານາເນຍເປັນຄົນຢຳເກງພຣະເຈົ້າ ແລະມີຊື່ສຽງດີໃນທ່າມກາງພວກຢິວທີ່ອາໄສຢູ່ໃນທີ່ນັ້ນ. ອານາເນຍບໍ່ຢາກຈະເຊື່ອໃນຖ້ອຍຄຳຂອງພຣະເຈົ້າ ເພາະລາວໄດ້ຍິນເຖິງຊື່ສຽງຂອງໂຊໂລທີ່ຂົ່ມເຫັງຜູ້ຄົນທີ່ຕິດຕາມພຣະເຈົ້າ. ແຕ່ດ້ວຍຄວາມເຊື່ອຟັງຄຳສັ່ງຂອງພຣະເຈົ້າ ແລ້ວອານາເນຍກໍໄປຫາໂຊໂລຢູ່ເຮືອນຫຼັງໜຶ່ງ ແລະ "ວາງມືໃສ່ໂຊໂລ ແລ້ວກ່າວວ່າ: 'ອ້າຍໂຊໂລເອີຍ ອົງພຣະຜູ້ເປັນເຈົ້າຄືພຣະເຢຊູ ຜູ້ໄດ້ຊົງປາກົດແກ່ເຈົ້າຕາມທາງທີ່ເຈົ້າກຳລັງມານັ້ນ ໄດ້ຊົງໃຊ້ເຮົາມາເພື່ອເຈົ້າຈະໄດ້ເຫັນຮຸ່ງອີກ ແລະເພື່ອເຈົ້າຈະໄດ້ເຕັມໄປດ້ວຍພຣະວິນຍານບໍຣິສຸດເຈົ້າ.' ໃນທັນໃດນັ້ນ ກໍມີສິ່ງໜຶ່ງຄືເກັດປາຕົກຈາກຕາຂອງໂຊໂລ ແລ້ວເພິ່ນກໍເຫັນຮຸ່ງອີກ. ຈາກນັ້ນ ໂຊໂລຈຶ່ງລຸກຂຶ້ນ ແລະຮັບບັບຕິສະມາ."
ໂຊໂລໄດ້ຂົ່ມເຫັງຜູ້ຄົນທີ່ຕິດຕາມພຣະເຈົ້າ ແຕ່ພຣະເຈົ້າໄດ້ເອີ້ນລາວໃຫ້ມາຮັບໃຊ້ພຣະອົງ ໂດຍການສ້າງຄຣິສຕະຈັກຂອງພຣະອົງທີ່ລາວໄດ້ຕັ້ງໃຈທຳລາຍໄປນັ້ນ ພຣະເຈົ້າໄດ້ເລືອກໂຊໂລໃຫ້ມາແທນທີ່ຊະເຕຟາໂນຜູ້ທີ່ຍອມເສຍສະລະຊີວິດເພື່ອປະກາດຂ່າວປະເສີດ ແລະຍອມທຸກທໍລະມານເພື່ອພຣະນາມຂອງພຣະອົງ. ໂຊໂລເປັນຜູ້ປະກາດທີ່ດີ ລາວໄດ້ເທດສະໜາຢູ່ໃນສາລາທຳທີ່ເມືອງດາມັສກັດວ່າ ພຣະເຢຊູແມ່ນພຣະບຸດຂອງພຣະເຈົ້າ. ລາວຍັງສະແດງໃຫ້ເຫັນເຖິງຄຳພະຍາກອນກ່ຽວກັບການສະເດັດມາຄັ້ງທຳອິດຂອງພຣະເມຊີອາໄດ້ສຳເລັດຕົງກັບຄວາມເປັນຈິງໃນພຣະເຢຊູ ໄທນາຊາເຣັດ. ເມື່ອທຸກຄົນໄດ້ຍິນໂຊໂລກ່າວດັ່ງນັ້ນແລ້ວ ກໍສ້າງຄວາມປະຫຼາດໃຈໃຫ້ແກ່ຊາວຢິວໃນເມືອງດາມັສກັດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ກິດຈະການ ບົດທີ 9; ກິດຈະການ 16:37; 22:3; 23:6; 26:3-5.
ອ້າງອີງຈາກປຶ້ມ "Acts of the Apostles" ບົດທີ 12 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເປົາໂລໄດ້ສອນເລື່ອງພຣະເຢຊູຢູ່ທ່າມກາງຊາວຢິວ ແລະ ຄົນຕ່າງຊາດ
ຊາວຢິວທີ່ບໍ່ໄດ້ເຊື່ອໃນພຣະເຢຊູກໍໃຈຮ້າຍໃສ່ໂຊໂລທີ່ປະກາດເລື່ອງພຣະເຢຊູ ແລະພວກເຂົາໄດ້ວາງແຜນການທີ່ຈະຂ້າລາວ. ແຕ່ໂຊໂລໄດ້ຮູ້ເຖິງແຜນການຂອງພວກເຂົາ ແລະໝູ່ບາງຄົນຂອງລາວໄດ້ຊ່ວຍລາວໜີ ໂດຍຢ່ອນລາວລົງໃນກວຍໃຫຍ່ຕາມປ່ອງຂອງກຳແພງເມືອງດາມັສກັດ. ແລ້ວໂຊໂລກໍເດີນທາງໄປນະຄອນເຢຣູຊາເລັມ ແລະພະຍາຍາມຮ່ວມເຂົ້າກັບບັນດາຜູ້ຕິດຕາມພຣະເຢຊູ ແຕ່ພວກເຂົາທັງໝົດຢ້ານກົວໂຊໂລ ເພາະລາວເຄີຍກົດຂີ່ຂົ່ມເຫັງພວກເຂົາ. ແຕ່ບາຣະນາບາໄດ້ເຂົ້າມາທ່າມກາງບັນດາຜູ້ຕິດຕາມພຣະເຢຊູ ແລະບອກພວກເຂົາໃຫ້ຮູ້ເຖິງປະສົບການຂອງໂຊໂລທີ່ເດີນທາງໄປເມືອງດາມັສກາດ. ຫຼັງຈາກນັ້ນ ບັນດາຜູ້ຕິດຕາມພຣະເຢຊູຈຶ່ງໄດ້ຍອມຮັບໂຊໂລ ແລະລາວກໍໄດ້ຮັບໃຊ້ພຣະເຈົ້າຢູ່ໃນນະຄອນເຢຣູຊາເລັມ.
ຍ້ອນການຖືກກົດຂີ່ຂົມເຫັງທີ່ເກີດຂຶ້ນຕັ້ງແຕ່ຊະເຕຟາໂນຖືກຂ້ານັ້ນ ບັນດາຜູ້ເຊື່ອພຣະເຢຊູຈຳນວນຫຼວງຫຼາຍກໍໄດ້ອົບພະຍົບອອກໄປຈາກນະຄອນເຢຣູຊາເລັມ ແລະໜີໄປຍັງເມືອງຕ່າງໆ. ຢູ່ໃນເມືອງອັນຕີໂອເຂຍ ບັນດາຜູ້ເຊື່ອພຣະເຢຊູເລີ່ມເວົ້າພາສາກຣີກໂດຍການປະກາດຂ່າວປະເສີດເລື່ອງພຣະເຢຊູໃຫ້ແກ່ຊາວເມືອງອັນຕີໂອເຂຍຟັງ. ພຣະເຈົ້າຊົງສະຖິດຢູ່ກັບປະຊາຊົນຂອງພຣະອົງຜູ້ທີ່ແຈກກະຈາຍໄປປະກາດຂ່າວປະເສີດເລື່ອງພຣະເຢຊູ ແລະມີຄົນຈຳນວນຫຼວງຫຼາຍໄດ້ເຊື່ອ ແລະຫັນມາຫາພຣະເຈົ້າ.
ເມື່ອຄຣິສຕະຈັກຢູ່ທີ່ນະຄອນເຢຣູຊາເລັມໄດ້ຍິນຂ່າວວ່າ ຢູ່ເມືອງອັນຕີໂອເຂຍມີຜູ້ເຊື່ອໃນພຣະເຢຊູເປັນຈຳນວນຫຼາຍ "ພວກເຂົາຈຶ່ງໃຊ້ບາຣະນາບາໄປຍັງເມືອງອັນຕີໂອເຂຍ." ບາຣະນາບາເຫັນວຽກງານຂອງພຣະເຈົ້າປະສົບຄວາມສຳເລັດ ແລະລາວ "ກໍຊົມຊື່ນຍິນດີ ແລະໃຫ້ກຳລັງໃຈພວກເຂົາທຸກຄົນໃຫ້ສັດຊື່ໝັ້ນຄົງຕໍ່ອົງພຣະຜູ້ເປັນເຈົ້າຢ່າງສຸດໃຈ" ມີຄົນຈຳນວນຫຼາຍເຂົ້າມາເພີ່ມໃນບັນດາຜູ້ເຊື່ອຢູ່ທີ່ນັ້ນ. ເມື່ອວຽກງານຂອງພຣະເຈົ້າໄດ້ພັດທະນາຂຶ້ນ ບາຣະນາບາກໍຮູ້ສຶກວ່າຕ້ອງການຄົນມາຊ່ວຍເຫຼືອ ແລະລາວໄດ້ຊັກຊວນໂຊໂລມາຮ່ວມງານນຳກັນ. ເປັນເວລາໜຶ່ງປີ ທີ່ທັງສອງເຮັດວຽກນຳກັນ ນຳພາຄວາມຮູ້ເລື່ອງພຣະເຢຊູໄປສູ່ຄົນເປັນຈຳນວນຫຼວງຫຼາຍ "ໃນເມືອງອັນຕີໂອເຂຍນີ້ເອງ ພວກຄົນທີ່ເຊື່ອຖືກເອີ້ນວ່າ 'ຄຣິສຕຽນ' ເປັນເທື່ອທຳອິດ." (ກິດຈະການ 11:22-26).
ມັນແມ່ນຈຸດເລີ່ມຕົ້ນຂອງໂຊໂລໃນການປະກາດຂ່າວປະເສີດເລື່ອງພຣະເຢຊູໃຫ້ແກ່ຄົນຕ່າງຊາດ ແລະ "ໂຊໂລຜູ້ທີ່ມີຊື່ອີກວ່າ ເປົາໂລ" (ກິຈະການ 13:9). ການເຮັດວຽກກັບບາຣະນາບາໄດ້ເຮັດໃຫ້ເປົາໂລໝັ້ນໃຈວ່າ ພຣະເຈົ້າໄດ້ເອີ້ນລາວໃຫ້ເຮັດວຽກສຳລັບຄົນຕ່າງຊາດ. ເມື່ອລາວໄດ້ຮັບການປ່ຽນແປງ ພຣະເຈົ້າໄດ້ກ່າວຕໍ່ລາວວ່າ "ເຮົາໃຊ້ເຈົ້າໄປກໍເພື່ອວ່າ ເຈົ້າຈະເປີດຕາຄົນເຫຼົ່ານັ້ນ ແລະເພື່ອວ່າເຈົ້າຈະນຳເຂົາອອກມາຈາກຄວາມມືດ ມາຫາຄວາມສະຫວ່າງ ແລະຈາກອຳນາດຂອງມານຊາຕານ ມາຫາພຣະເຈົ້າໂດຍວາງໃຈເຊື່ອໃນເຮົາ." ກິດຈະການ 26:18. ພຣະເຈົ້າກ່າວຕໍ່ອານາເນຍວ່າ: "ເຮົາໄດ້ເລືອກເອົາຊາຍຄົນນີ້ໃຫ້ຮັບໃຊ້ເຮົາ ເພື່ອລາວຈະນຳເອົານາມຊື່ຂອງເຮົາໄປຍັງຄົນຕ່າງຊາດ, ບັນດາກະສັດ ແລະປະຊາຊົນອິດສະຣາເອນ." (ກິດຈະການ 9:15).
ສະນັ້ນ ພຣະເຈົ້າໄດ້ປະທານພຣະຄຸນຂອງພຣະອົງໃຫ້ແກ່ເປົາໂລ ເພື່ອປະກາດຂ່າວປະເສີດແກ່ຄົນຕ່າງຊາດ ແລະເປີດເຜີຍໃຫ້ເຫັນເຖິງຄວາມຈິງ "ອັນເລິກລັບ" ເຊິ່ງໄດ້ "ຖືກປົກບັງໄວ້ມາແຕ່ບູຮານນະການ" (ໂຣມ 16:25). "ຄືວ່າຄົນຕ່າງຊາດນັ້ນໄດ້ເປັນຜູ້ຮັບມໍລະດົກຮ່ວມກັນ ເປັນອະໄວຍະວະຂອງກາຍອັນດຽວກັນ ທັງມີສ່ວນໄດ້ຮັບພຣະສັນຍາໃນພຣະຄຣິດເຈົ້າເຢຊູ ໂດຍທາງຂ່າວປະເສີດ." ເປົາໂລກ່າວວ່າ: "ຂ້າພະເຈົ້າໄດ້ຮັບການແຕ່ຕັ້ງໃຫ້ເປັນຜູ້ຮັບໃຊ້ຂ່າວປະເສີດໂດຍພຣະຄຸນ... ໃນບັນດາໄພ່ພົນຂອງພຣະເຈົ້າທັງໝົດນັ້ນ ຂ້າພະເຈົ້າເປັນຜູ້ຕ່ຳຕ້ອຍທີ່ສຸດກວ່າຜູ້ທີ່ເລັກນ້ອຍທີ່ສຸດ ເຖິງປານນັ້ນ ພຣະອົງກໍຍັງໂຜດປະທານພຣະຄຸນນີ້ແກ່ຂ້າພະເຈົ້າ ຄືໃຫ້ຂ້າພະເຈົ້າປະກາດຂ່າວປະເສີດແກ່ຄົນຕ່າງຊາດ ເຖິງຄວາມບໍຣິບູນອັນຫາທີ່ປຽບບໍ່ໄດ້ຂອງພຣະຄຣິດ." (ເອເຟໂຊ 3:6-8).
ຕັ້ງແຕ່ນັ້ນເປັນຕົ້ນມາ ເປົາໂລໄດ້ອຸທິດຊີວິດເພື່ອປະກາດຂ່າວປະເສີດຢູ່ທ່າມກາງຄົນຕ່າງຊາດ. ລາວໄດ້ປະກາດຂ່າວປະເສີດຕະຫຼອດ ຈາກເມືອງໜຶ່ງໄປອີກເມືອງໜຶ່ງ. ລາວມີຜູ້ຊ່ວຍຫຼາຍຄົນທີ່ໄປກັບລາວ. ເພື່ອນຮ່ວມງານຂອງລາວເຊັ່ນ ບາຣະນາບາ, ຊີລາ, ມາຣະໂກ, ລູກາ ແລະຕີໂມທຽວ. ເປົາໂລເຕັມດ້ວຍພຣະວິນຍານບໍຣິສຸດ. ລາວປະກາດຂ່າວປະເສີດ, ຂັບໄລ່ຜີອອກ ແລະຮັກສາຄົນປ່ວຍດ້ວຍພຣະນາມຂອງພຣະເຢຊູ. ລາວ ແລະໝູ່ເພື່ອນຂອງລາວໄດ້ພົບກັບການຕໍ່ຕ້ານຢູ່ຫຼາຍໆບ່ອນທີ່ພວກເຂົາໄປ ບາງຄັ້ງກໍຖືກຂັງຄຸກ ແລະບາງຄັ້ງກໍຖືກແກ່ວງກ້ອນຫີນໃສ່. ແຕ່ພຣະເຈົ້າເຂົ້າມາຊ່ວຍພວກເຂົາໃຫ້ອອກຈາກພື້ນທີ່ນັ້ນ ແລະດຳເນີນການປະກາດຂ່າວປະເສີດຕໍ່ໄປຢູ່ບ່ອນອື່ນໆ. ບາງຄັ້ງ ເປົາໂລກໍບໍ່ສາມາດເຂົ້າມາໃນເມືອງທີ່ລາວເຄີຍເທດສະໜາເລື່ອງພຣະເຢຊູກ່ອນໜ້ານັ້ນ. ສະນັ້ນ ລາວຈຶ່ງຂຽນຈົດໝາຍເພື່ອໝູນໃຈພວກເຂົາ. ລາວຂຽນຈົດໝາຍເຖິງ 14 ສະບັບໃຫ້ແກ່ຄຣິສຕະຈັກ ແລະຜູ້ຄົນທີ່ຕ້ອງການກຳລັງໃຈ. ຈົດໝາຍເຫຼົ່ານີ້ສາມາດພົບໄດ້ຢູ່ໃນປຶ້ມພຣະຄຳພີໃນພາກພັນທະສັນຍາໃໝ່.
ອ້າງອີງຈາກປຶ້ມ "ພຣະຄຳພີ" ກິດຈະການ ບົດທີ 9-28.
ການຕາຍຂອງເປົາໂລ
ວຽກງານຂອງເປົາໂລໃນທ່າມກາງບັນດາຄຣິສຕະຈັກບໍ່ສາມາດລົບໜີຈາກຄວາມສົນໃຈຂອງພວກສັດຕູຂອງລາວ. ຫຼັງຈາກນັ້ນບໍ່ດົນ ຊາວຢິວທີ່ບໍ່ເຊື່ອເລື່ອງພຣະເຢຊູ ພວກເຂົາກໍໄດ້ວາງແຜນກ່າວໂທດໃສ່ເປົາໂລສຳລັບກໍ່ການກະບົດຍົວະປະຊາຊົນໃຫ້ເຜົານະຄອນໂຣມ. ບໍ່ມີໃຜໃນພວກເຂົາຄິດວ່າລາວມີຄວາມຜິດ ແຕ່ພວກເຂົາຮູ້ວ່າຂໍ້ກ່າວຫາເຊັ່ນນີ້ຈະສາມາດລົງໂທດໃຫ້ເຖິງແກ່ຄວາມຕາຍໄດ້. ແລ້ວເປົາໂລກໍຖືກຈັບ ແລະຖືກນຳຕົວໄປທີ່ນະຄອນໂຣມຢ່າງຮີບດ່ວນເພື່ອຂັງຄຸກ.
ໃນການພິຈາລະນາຄະດີຂອງເປົາໂລຄັ້ງສຸດທ້າຍນັ້ນ ຖ້ອຍຄຳຂອງເປົາໂລໄດ້ມີອິດທິພົນຕໍ່ຈັກກະພັດເນໂຣ ເຊິ່ງເຮັດໃຫ້ເພິ່ນບໍ່ສາມາດທີ່ຈະຕັດສິນຄະດີຂອງເປົາໂລໄດ້. ສະນັ້ນ ເພິ່ນຈຶ່ງຢຸດຕິການພິຈາລະນາຄະດີໄວ້ ແຕ່ສາສະໜາຄຣິສບໍ່ສາມາດຢຸດການແຜ່ຂະຫຍາຍໄດ້ແມ່ນແຕ່ຢູ່ໃນພະຣາຊະວັງ. ດັ່ງນັ້ນ ຈັກກະພັດເນໂຣຈຶ່ງໂກດຮ້າຍ ແລະຄວາມຊົ່ວຮ້າຍຂອງເພິ່ນໄດ້ຫວນກັບຄືນມາ ແລະເພິ່ນໄດ້ຕັດສິນໃຫ້ປະຫານຊີວິດເປົາໂລ ແຕ່ຍ້ອນວ່າ ເປົາໂລເປັນພົນລະເມືອງໂຣມ ເຊິ່ງບໍ່ອາດຈະຖືກທໍລະມານ. ສະນັ້ນ ເປົາໂລຈຶ່ງຖືກຕັດສິນໃຫ້ຕັດຫົວແທນການຖືກຄຶງເທິງໄມ້ກາງແຂນ.
ໃນຊົ່ວໂມງສຸດທ້າຍຂອງຊີວິດເປົາໂລ ລາວໄດ້ເປັນພະຍານເຖິງຄວາມຈິງໃນພຣະຄຳຂອງພຣະເຈົ້າແກ່ຊາວໂກຣິນໂທວ່າ: "ເພາະພຣະເຈົ້າອົງທີ່ໄດ້ກ່າວວ່າ 'ໃຫ້ແສງແຈ້ງສ່ອງອອກມາຈາກຄວາມມືດ' ເປັນພຣະເຈົ້າອົງທີ່ສ່ອງແສງສະຫວ່າງເຂົ້າມາໃນຈິດໃຈຂອງພວກເຮົາ ເພື່ອໃຫ້ພວກເຮົາຮູ້ຈັກເຖິງສະຫງ່າຣາສີຂອງພຣະເຈົ້າ ເຊິ່ງສ່ອງແສງສະຫວ່າງໃນໃບໜ້າຂອງພຣະເຢຊູຄຣິດເຈົ້າ... ພວກເຮົາຖືກຄວາມທຸກລຳບາກຮອບດ້ານ ແຕ່ຍັງບໍ່ເຖິງຂັ້ນຂັດສົນ; ຈົນປັນຍາ ແຕ່ຍັງບໍ່ໝົດທາງອອກ; ຖືກຂົ່ມເຫັງ ແຕ່ບໍ່ຖືກປະຖິ້ມ; ຖືກຕີລົ້ມລົງ ແຕ່ກໍຍັງບໍ່ເຖິງຂັ້ນເສຍຊີວິດ." (2ໂກຣິນໂທ 4:6-9).
ເປົາໂລໄດ້ໃຊ້ເວລາຢູ່ກັບພຣະເຈົ້າ. ໃນຊີວິດຂອງລາວໄດ້ກະທຳຕາມທີ່ລາວໄດ້ສັ່ງສອນ. ໃບໜ້າຂອງລາວໄດ້ສະແດງອອກເຖິງສັນຕິສຸກແຫ່ງສະຫວັນ. ແບບຢ່າງໃນຊີວິດຂອງລາວ ແລະຄຳພະຍານຂອງລາວໄດ້ມີອິດທິພົນຕໍ່ທຸກຄົນ ຈຶ່ງເຮັດໃຫ້ການເທດສະໜາຂອງລາວມີອຳນາດ ແລະທຸກຄົນໄດ້ເຂົ້າມາເຊື່ອໃນການປະກາດຂອງເປົາໂລ. ນີ້ແຫລະແມ່ນອຳນາດແຫ່ງຄວາມຈິງ ເຊິ່ງບໍ່ມີໃຜອາດສາມາດຕໍ່ຕ້ານໄດ້.
ເປົາໂລໄດ້ເສຍຊີວິດເພື່ອພຣະເຢຊູ ແຕ່ຖ້ອຍຄຳຂອງລາວຍັງຄົງຢູ່ຈົນເຖິງປັດຈຸບັນນີ້ ເຊິ່ງໄດ້ໃຫ້ກຳລັງໃຈ ແລະເຮັດໃຫ້ຫຼາຍໆຄົນຫັນມາຫາພຣະເຢຊູ.
ອ້າງອີງຈາກປຶ້ມ "Acts of the Apostles" ບົດທີ 50 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການຕາຍຂອງເປໂຕ ແລະ ໂຢຮັນ
ພຣະເຢຊູໄດ້ກ່າວຕໍ່ເປໂຕກ່ອນທີ່ລາວຈະປະຕິເສດພຣະອົງ "ເມື່ອທ່ານໄດ້ຫັນກັບມາແລ້ວ ຈົ່ງຊູກຳລັງພີ່ນ້ອງທັງຫຼາຍຂອງທ່ານ" (ລູກາ 22:32). ຫຼັງຈາກທີ່ເປໂຕໄດ້ຮັບພຣະວິນຍານບໍຣິສຸດແລ້ວ ລາວກໍໄດ້ເຊື່ອຟັງຖ້ອຍຄຳຂອງພຣະເຢຊູ ໂດຍລາວໃຊ້ເວລາປະກາດຂ່າວປະເສີດເລື່ອງພຣະເຢຊູໃຫ້ແກ່ຄົນຢິວທີ່ຢູ່ໃນນະຄອນ ແລະຄົນຢິວທີ່ມາຮ່ວມງານສະຫຼອງເທດສະການຕ່າງໆທີ່ຢູ່ໃນນະຄອນເຢຊາເລັມ.
ຕະຫຼອດໃນການປະກາດຂ່າວປະເສີດຂອງເປໂຕ ເພິ່ນໄດ້ເບິ່ງແຍງເອົາໃຈໃສ່ບັນດາຜູ້ເຊື່ອຢ່າງຈິງຈັງ. ເພິ່ນໄດ້ເທດສະໜາວ່າ ພຣະເຢຊູແມ່ນພຣະຜູ້ຊ່ວຍ. ແລະເພິ່ນຍັງໄດ້ເຮັດຫຼາຍຢ່າງທີ່ອັດສະຈັນໃນພຣະນາມຂອງພຣະເຢຊູເຊັ່ນ: ການເຮັດໃຫ້ຄົນຕາຍຟື້ນຄືນມີຊີວິດ, ການຮັກສາຄົນເປ້ຍ ແລະຮັກສາຄົນປ່ວຍອື່ນໆອີກ. ເພິ່ນກຽມບັນດາຜູ້ເຊື່ອໃຫ້ເຮັດວຽກເພື່ອພຣະເຢຊູ. ເພິ່ນເປັນແຮງບັນດານໃຈໃຫ້ຊາວໜຸ່ມຫຼາຍຄົນທີ່ອຸທິດຕົນເອງເພື່ອເຮັດວຽກໃຫ້ຄຣິສຕະຈັກ.
ຫຼາຍປີຜ່ານໄປຫຼັງຈາກການປະກາດຂ່າວປະເສີດຂອງເປໂຕ ຈົດໝາຍຂອງເພິ່ນໄດ້ສ້າງຄວາມເຊື່ອໝັ້ນໃຫ້ແກ່ບັນດາຜູ້ເຊື່ອທີ່ປະສົບກັບບັນຫາການຖືກທົດລອງ, ການພົບກັບຄວາມທຸກຍາກລຳບາກ ແລະບັນຫາຂອງຜູ້ທີ່ມີຄວາມເຊື່ອໜ້ອຍ. ເປໂຕຍັງໄດ້ສອນບັນດາຜູ້ເຊື່ອທັງຫຼາຍໃຫ້ຊົມຊື່ນຍິນດີໃນການຖືກທົດລອງ ເພາະການຖືກທົດລອງນັ້ນໄດ້ທົດສອບຄວາມຈົ່ງຮັກພັກດີຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ນອກຈາກນີ້ ເພິ່ນຍັງສອນໃຫ້ພວກເຂົາປະຖິ້ມສິ່ງທີ່ຂັດຂວາງຄວາມສຳພັນຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ເພິ່ນໄດ້ເອີ້ນບັນດາຜູ້ເຊື່ອໃຫ້ຮັກເຊິ່ງກັນແລະກັນ ແລະກະທຳຕໍ່ຜູ້ອື່ນດ້ວຍຄວາມເມດຕາ. ເພິ່ນຍັງໄດ້ອະທິບາຍເຖິງແຜນການຂອງພຣະເຈົ້າໃນການພັດທະນາອຸປະນິໄສຄຣິສຕຽນອີກດ້ວຍ.
ການປະກາດຂອງເປໂຕກ່ຽວກັບພຣະເຢຊູໄດ້ເຮັດໃຫ້ພວກປະໂລຫິດ ແລະພວກຜູ້ນຳຢິວເກີດຄວາມອິດສາ. ພວກເຂົາໄດ້ລົງໂທດເປໂຕດ້ວຍການຂ້ຽນຕີ ແລະຄຶງໄວ້ເທິງໄມ້ກາງແຂນ. ອັກຄະສາວົກເປໂຕໄດ້ລະນຶກເຖິງຄວາມບາບຂອງເພິ່ນໃນການປະຕິເສດພຣະເຢຊູຕອນທີ່ພຣະອົງຖືກຄຶງໄວ້ເທິງໄມ້ກາງແຂນ. ສະນັ້ນ ເປໂຕຈຶ່ງຂໍໃຫ້ເພດສະຄາດ (ຜູ້ເຮັດການປະຫານຊີວິດ) ຄຶງເພິ່ນໄວ້ເທິງໄມ້ກາງແຂນໂດຍການເອົາຫົວຂອງເພິ່ນລົງ ແລະພວກເຂົາກໍໄດ້ເຮັດຕາມທີ່ເພິ່ນຂໍຮ້ອງ. ແລ້ວອັກຄະສາວົກເປໂຕຜູ້ຍິ່ງໃຫຍ່ກໍໄດ້ຕາຍດ້ວຍວິທີນີ້.
"ເຖິງແມ່ນວ່າ ຄຳກໍຍັງຖືກລອງເບິ່ງດ້ວຍໄຟ ແຕ່ຄວາມເຊື່ອທີ່ຖືກລອງກໍປະເສີດກວ່າຄຳ ທີ່ຍ່ອມຮູ້ສູນຫາຍໄປ. ດັ່ງນັ້ນ ການທົດລອງຕ່າງໆເກີດຂຶ້ນ ເພື່ອໃຫ້ຄວາມເຊື່ອທີ່ລອງແລ້ວນັ້ນປາກົດວ່າ ຄວນໄດ້ຮັບຄຳສັນລະເສີນ ສະຫງ່າຣາສີ ແລະກຽດຕິຍົດ ໃນເວລາທີ່ພຣະເຢຊູຄຣິດເຈົ້າຈະສະເດັດມາປາກົດ" (1ເປໂຕ 1:7).
ຫຼັງຈາກເທດສະການເພັນເຕຄໍສະເຕ, ໂຢຮັນກໍໄດ້ເຮັດວຽກຮ່ວມກັບເປໂຕໃນການເທດສະໜາແກ່ຊາວຢິວວ່າ ພຣະເຢຊູແມ່ນພຣະເມຊີອາ. ເພິ່ນເຮັດວຽກໃນຖານະເປັນເພື່ອນຮ່ວມງານກັບເປໂຕໃນການນຳພາຄຣິສຕະຈັກ. ເພິ່ນເປັນພະຍານໃນພຣະຄຸນຂອງພຣະເຈົ້າ ດ້ວຍຄຳເວົ້າຂອງເພິ່ນທີ່ເຕັມໄປດ້ວຍຄວາມຮັກຕໍ່ທຸກໆຄົນທີ່ຢູ່ອ້ອມຮອບຕົວຂອງເພິ່ນ. ຍ້ອນຄວາມຮ້ອນຮົນຂອງໂຢຮັນທີ່ມີຕໍ່ພຣະເຢຊູ, ພວກປະໂລຫິດ ແລະພວກຜູ້ນຳຢິວຈຶ່ງກຽດຊັງເພິ່ນ. ໃນທີ່ສຸດ ພວກເຂົາກໍຖິ້ມໂຢຮັນໄວ້ຢູ່ທີ່ເກາະຮ້າງ. ຢູ່ທີ່ນັ້ນ ໂຢຮັນໄດ້ຮັບກຽດຢ່າງສູງຈາກພຣະເຈົ້າ. ເພິ່ນໄດ້ຮັບນິມິດກ່ຽວກັບເວລາຂອງອະນາຄົດ ແລະເພິ່ນໄດ້ເຫັນວ່າສະຫວັນນັ້ນເປັນຢ່າງໃດ. ຢູ່ທີ່ເກາະນີ້ແຫລະ! ທີ່ໂຢຮັນໄດ້ຂຽນພຣະທຳພຣະນິມິດ ແລະເພິ່ນໄດ້ເສຍຊີວິດໃນຖານະເປັນນັກໂທດຢູ່ທີ່ເກາະ. ແຕ່ຖ້ອຍຄຳທີ່ເພິ່ນໄດ້ຂຽນຢູ່ໃນພຣະທຳພຣະນິມິດນັ້ນໄດ້ເປັນກຳລັງໃຈໃຫ້ພວກເຮົາຢູ່ໃນປັດຈຸບັນນີ້.
"ພີ່ນ້ອງທີ່ຮັກເອີຍ ບັດນີ້ເຮົາທັງຫຼາຍເປັນບຸດຂອງພຣະເຈົ້າແລ້ວ ແລະຍັງບໍ່ໄດ້ຊົງສຳແດງໃຫ້ຮູ້ຄັກວ່າຕໍ່ໄປ ພວກເຮົາຈະເປັນຢ່າງໃດ ແຕ່ພວກເຮົາຮູ້ວ່າເມື່ອພຣະອົງຈະສະເດັດມາປາກົດນັ້ນ ເຮົາທັງຫຼາຍຈະເປັນເໝືອນພຣະອົງ ເພາະວ່າພວກເຮົາຈະເຫັນພຣະອົງຢ່າງທີ່ພຣະອົງຊົງເປັນຢູ່ນັ້ນ" (1ໂຢຮັນ 3:2).
ອ້າງອີງຈາກປຶ້ມ "Acts of the Apostles" ບົດທີ 52 ແລະ 57 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.