ເພງນະມັດສະການ 

໖໔ ພຣະຄຣິດ​ໄປ​ຈັດ​ແຈ່ງ​ບ່ອນ (211)

1 ພຣະຄຣິດ​ໄປ​ຈັດ​ແຈ່ງ​ບ່ອນ

ສຳລັບ​ພວກ​ເຮົາ​ທັງຫຼາຍ

ຈົ່ງ​ຄອຍ​ຖ້າ​ຕື່ມ​ຄວາມ​ເຊື່ອ​

ໄວ້​ໝັ້ນຄົງ​ປົງ​ໃຈ​ຢູ່

​ ເພື່ອພົບ​ຊີວິດ​ທີ່​ເຮົາ​

ປະສົງ​ຢາກ​ຮັບ​ເອົາ​ນັ້ນ

ຈົ່ງຂັບ​ຕາມ​ດ້ວຍ​ໃຈ​ພຽນ​

ຮຽນ​ຂັບ​ຕາມ​ຂໍ້​ຄຳ​ສັ່ງ


2 ຜາສາດ​ຂອງ​ພຣະບິດາ​

ກໍ​ມີທີ່ຢູ່​ຫຼາຍ​ບ່ອນ

ພຣະຄຣິດຊົງ​ເປັນ​ທາງນັ້ນ

​ເປັນຄວາມ​ຈິງ​ແລະ​ຊີວິດ

ຈິດ​ໃຈ​ພວກ​ເຮົາ​ທັງຫຼາຍ​

ແສນ​ຊື່ນ​ບານ​ແລະ​ຍິນ​ດີ

ບໍ່​ດົນ​ນານ​ພຣະອົງ​ສະ​

ເດັດມາ​ຕາມ​ຊົງ​ກ່າວ​ໄວ້


3 ຜູ້​ທີ່ເຊື່ອ​ຈົ່ງ​ປົງ​ໃຈ​

ໄຫວ້ວອນຂໍ​ຄອຍ​ຖ້າ​ຢູ່

ພຣະອົງ​ບໍ່​ຊົງ​ກ່າວ​ຕາມ

ລຳພັງ​ເໝືອນ​ຢ່າງ​ມະນຸດ

ພຣະວິນ​ຍານ​ບໍລິສຸດ

ຊົງ​ສະຖິດຢູ່​ນຳ​ເລື້ອຍ

ຜູ້​ທີ່​ເຊື່ອ​ມີ​ບ່ອນ​ອາ​

​ໃສ​ໃຈ​ສຳລານ​ຢູ່​ແລ້ວ


​4 ໂອ້​ພຣະ​ເຢຊູ​ຜູ້​ໄຖ່

ຜູ້​ຊົງ​ຮັກ​ແລະ​ເອັນດູ

​ ເຊີນ​ສະ​ເດັດ​ຫຍັບ​ມາ​ຊ່ອຍ

​ ໃນ​ຄາວ​ຫຍຸ້ງຍາກ​ໜັກ​ໜາ

ຂໍ​ຊ່ອຍ​ຊູ​ດ້ວຍ​ພຣະທຳ

ບໍລິສຸດ​ຂອງ​ພຣະອົງ

ຂ້າ​ນ້ອຍ​ປົງ​ຈິດ​ໃຈ​ໄວ້

ຈົນ​ສິ້ນ​ສຸດ​ລົມ​ຫັນ​ໃຈ


​໖໕ ເມື່ອ​ພຣະ​ເຢຊູ​ໂຜດ​ໃຫ້​ພົ້ນບາບ (212)

1​ເມື່ອ​ພຣະ​ເຢຊູ​ໂຜດ​ໃຫ້ພົ້ນບາບ

​ ໂລກກັບກາຍ​ຄ້າຍຄື​ສະຫວັນ

ຖ້າ​ກາງ​ຄວາມທຸກ​ອຸກ​ອັ່ງ​ເຫຼືອ​ຫຼາຍ

ພຣະອົງ​ຢູ່ນຳ​ກໍ​ຄື​ສະຫວັນ


ຂໍ້​ຊ້ຳ: ອາ​ເລ​ລູຢາ​ຊົມຊື່ນ​ຍິນ​ດີ

​ເມື່ອ​ພຣະອົງ​​ໂຜດຍົກ​ໂທດ​ຖ້ວນຖີ່

ທາງບົກທາງນ້ຳກໍ​ບໍ່​ສຳຄັນ

ພຣະອົງ​ຢູ່​ນຳ​ກໍ​ຄື​ສະຫວັນ


2 ເມື່ອ​ກ່ອນ​ສະຫວັນ​ຊັ້ນ​ຟ້າ​ຄື​ໄກ

​ແຕ່​ເມື່ອ​ພຣະຄຣິດຊົງ​ແຍ້ມ​ກັບ​ຂ້າ

ຈິດ​ໃຈ​ເປັນ​ສຸກ​ເພາະ​ພຣະອົງ​​ໃກ້

ມີ​ຄວາມ​ຊື່ນ​ບານ​ຕະຫລອດ​​ເວລາ (ຊ້ຳ)


3 ຢູ່​ທາງ​ເໝືອຫຼື​ທາງ​ໃຕ້​ກໍ​ຕາມ

​ໃນ​ໂຮງ​ເຈົ້ານາຍ​ຫຼື​ທີ່​ຖຽງ​ໄຮ່

​ ເຮົາ​ຢູ່​ທີ່​ໃດ​ກໍ​ບໍ່​ສຳຄັນ

ພຣະອົງ​ຢູ່​ນຳ​ກໍ​ຄື​ສະຫວັນ (ຊ້ຳ)


​ ໖໖ ເມືອງ​ສະຫວັນ (213)

1 ​ເມືອງສະຫວັນ​ເມືອ​ງອັດສະຈັນ

ມີ​ກາງ​ເວັນ​ຕະຫລອດ​ການ

​ ເຂດ​ເມືອງ​ນັ້ນກໍອັດສະຈັນ

ມີ​ຂະໜາ​ດທໍ່​ກັນ​ທຸກດ້ານ


ຂໍ້​ຊ້ຳ: ພຣະອົງ​ເຈົ້າຊົງ​ເຊັດ​ນ້ຳຕາ

​ເຖົ້າຊະຣາປ່ວຍ​ຕາຍ​ບໍ່​ມີ

​ ໃນສະຫວັນ​ບໍ່​ນັບ​ວັນ​ເດືອນ​ປີ

​ເພາະ​ບໍ່​ມີ​ກາງຄືນ​ຕໍ່​ໄປ


2 ​ເມືອງ​ສະຫວັນ​ຮູບ​ຮ່າງ​ສີ່ຫຼ່ຽມ

ຖະໜົນປູ​ດ້ວຍ​ທອງຄຳ​

ມີ​ປະຕູ​ເຮັດ​ດ້ວຍ​ມຸກດາ

​ແລະ​ບໍ່​ມີ​ກາງຄືນ​ຕໍ່​ໄປ (ຊ້ຳ)


3 ​​ເເມ່ນ້ຳ​ແຫ່ງ​ຊີວິດ​ຫຼັ່ງ​ໄຫຼ

ຜ່ານ​ໃຈກາງ​ເມືອ​ງງາມ​ເລີດ

ປະຕູ​ມຸກ​ໄຂ​ໄວ້​ສະ​ເໝີ

​ເພາະ​ບໍ່​ມີ​ກາງຄືນ​ຕໍ່​ໄປ (ຊ້ຳ)


4 ບໍ່​ຕ້ອງການ​ແສງ​ພຣະອາທິດ

​ແສງ​ສະຫວ່າງ​ມີ​ຢູ່​ແລ້ວ

​ ເພາະ​ພຣະຄຣິດສ່ອງຣັດສະໝີ

ຈິ່ງ​ບໍ່​ມີ​ກາງຄືນ​ຕໍ່​ໄປ (ຊ້ຳ)


໖໗ ມີ​ບ່ອນຢູ່​ເຮົາ​ກໍ່​ຮູ້ (220)

1 ມີ​ບ່ອນຢູ່​ເຮົາ​ກໍ​ຮູ້​ເພາະ​ໄດ້​ເຊື່ອ

​ເມືອງອັນ​ມ່ວນ​ແພງ​ປະ​ເສີດ​ເລີດ​ດີ​ເຫຼືອ

ພຣະບິ​ດາ​ຊົງ​ຄອງ​ຫາ​ໃຫ້​ໝູ່​ເຮົາ

ຢູ່​ຕະຫລອດ​ກັບ​ພຣະອົງ​ໃນ​ເມືອ​ງຟ້າ


ຂໍ້​ຊ້ຳ: ​ເຮົາ​ຄະນິງ​​ເຖິງ​ສະຫວັນ

ສະຖາ​ນທີ່​ພຣະອົງ​ຊົງ​ຕັ້ງ​ໄວ້​ໝັ້ນ

ສຸກ​ສຳບາຍ​ ​ໃນ​ທີ່​ນັ້ນ

​ເພາະ​ສະຫວັນ​ເປັນ​ທີ່​ມີ​ສຸກຂະ​ເສີມ


2 ພຣະອົງ​ຊົງ​ເຊີນ​ໃຫ້​ໝັ່ນ​ເດີນທາງ​ໄປ

​ເຖິງ​ວິຫານ​ໜ້າ​ສະອອນ​ເກີດ​ສຸກ​ໃຈ

​ ເຮົາ​ຮັກ​ແພງ​ຢາກ​ເຝົ້າຢູ່​ທຸກ​ເວລາ

ມີ​ໃຈ​ຕິດ​ກັບ​ພຣະຄຣິດ​ເຖິງ​ເມືອ​ງຟ້າ (ຊ້ຳ)


3​ເມື່ອ​ຕົວ​ເຮົາ​ເຖິງ​ຈະ​ຫຼັບ​ຕາລາ​ໂລກ

ຄົງ​ຍິນ​ດີ​ໃຈ​ຈຳ​ເຣີນໝົດ​ທຸ​ກ​ໂສກ

​ ໃນ​ສະຫວັນ​ສຸ​ກກະ​ເສີມ​ອີ່ມ​ໃຈດີ

ອັນຕະຣາຍທຸກ​ຮ້ອນ​ຮ້າຍ​ຄົງ​ບໍ່​ມີ (ຊ້ຳ)


​4 ​ເປັນ​ສະຖານ​ຂອງ​ພຣະອົງ​ອັນ​ເໝາະ​ສົມ

ພຣະບິດາ​ກະຣຸນາ​ຄວາມ​ເລົ້າ​ໂລມ

ມີ​ພຣະ​ໄທ​ຊົງ​ໂຜດ​ຮັກ​ທຸກ​ເວລາ

ພາກັນ​ຍ້ອງຍໍ​ພຣະຜູ້​ຊົງ​ເມດ​(ຊ້ຳ)


໖໘ ໂອ້​ອົງ​ພຣະ​ເຢຊູ (224)

1 ​ໂອ້​ອົງ​ພຣະ​ເຢຊູ​

ຄັນ​ມີປີກ​ເໝືອນ​ນົກ​ເປົ້າ

ຜູ້​ຂ້າ​ຈະ​ບິນ​ຂຶ້ນ

​ຊອກ​ທີ່​ເພີ່ງ​ຊ້ອງ​ໜ້າພຣະອົງ

ທີ່​ນັ້ນຄົນ​ຫິວ​ອ່ອນ

​ເວັນທຸກ​ຮ້ອນ​ໄດ້​ບັນ​ເທົາ

ຄວາມ​ຮ້ອນ​ໃຈວາງ​ໄວ້​

ກັບ​ພຣະອົງ​ຜູ້​ໝັ້ນຄົງ


ຂໍ້​ຊ້ຳ: ຂ້າ​ຄຶດ​ຮອດ​ທີ່ຢູ່​​

ໂອ້​ພຣະ​​ເຢຊູ​ເຈົ້າຂ້າຂໍ

ນຳ​ຂ້າ ​ເຖິງ​ທີ່ຢູ່

ຂໍນຳ​ຂ້າ ​ເຖິງ​ທີ່ຢູ່


2 ຂ້າ​ເຣ່ງ​ສຸດ​ກຳລັງ​

ຕາມລຳພັງ​ຄົງ​ບໍ່​ເຖິງ

ນອກ​ພຣະອົງ​ບໍ່​ຫວັງ

​ເພີ່ງ​ເພາະ​ບໍ່​ເຖິງ​ຢ້າ​ນຈິບຫາຍ

​ ເປັນ​ເຂດ​ຂ້າ​ມາ​ສູ່​

ຫາ​ທີ່ຢູ່​ຂໍ​ຮ່ຳ​ເພິ່ງ

ຂ້າ​ແຫງນ​ຫາ​ສະ​ຫວັນ​

ຝັນ​ຢາກ​ຢູ່​ບໍ່​ຮູ້​ວາຍ (ຊ້ຳ)


3 ທີ່​ນັ້ນລົມ​ບໍ່​ພັດ

ນ້ຳບໍ່​ຂາດ​ສະ​ງັດ​ໃຈ

ຄວາມທຸກ​ການ​ລໍ້​ລວງ

ທັງ​ບ້ວງ​ບາດ​ໄດ້​ສະ​ງົບ​ໄປ

ນ້ຳຕາ​ບໍ່​ຫັ່ງ​ໄຫຼ​

ຄວາມ​ເຈັບ​ໄຂ້​ບໍ່​ຫ່ອນ​ເປັນ

ມີ​ສຸກ​ສະໜຸກ​ໃຫຍ່​

ເພາະ​ຜູ້​ໄຖ່​ເປັນ​ຮົ່ມ​ເຢັນ (ຊ້ຳ)


4 ​ໂອ້​ວຽງ​ງາມ​ປະ​ເສີດ

ພຣະອົງ​​ເປີດຮັບ​ຂ້າ​ໄວ້

​ ແສງ​ພຣະອົງ​ສ່ອງ​ແຈ້ງ​

​​ເຕັມ​ທົ່ວ​ໄປ​ໃນ​ຟ້າ​ສະຫວັນ

ທາງ​ປ່າ​ລ້ວນ​ໝາ​ມອຸກ

ທາງ​ນາຮົກ​ຂໍ​ຫ່າງ​ໄກ

ສະຫວັນ​ຄື​ລ້ວນ​ເຕັມ​

ສຸກຂະ​ເສີມ​ເປັນ​ທ່ຽງ​ໝັ່ນ (ຊ້ຳ)


໖໙ ພຣະຄຣິດ​ໄດ້​ສະ​ເດັດ​ມາ (225)

1 ພຣະຄຣິດ​ໄດ້​ສະ​ເດັດມາ​ໃນ​ໂລກ​ນີ້​

ເພື່ອ​ໄດ້​ໂຜດຊ່ອຍ​ມະນຸດສະ​ໂລກ​ໃຫ້​ພົ້ນ

ຈາກ​ການ​ຂົ່ມ​ເຫງຂອງ​ພະຍາ​ມານ​ຕົວ​ຮ້າຍ​

ພຣະ​ເຈົ້າຊົງ​ໃຫ້​ເຮົາ​ມີ​ໄຊ​ຕໍ່​ສັດຕູ


​2 ເຮົາ​ຈະ​ມີ​ໄຊ​ຕໍ່​ສັດຕູ​ທັງຫຼາຍ​

ແລ້ວຈະ​ໄດ້​ຕາມ​ພຣະ​ເຢຊູ​ໄປ

ຈົນ​ເຖິງ​ໄດ້ຮອດ​ຜາສາດ​ຂອງ​ພຣະບິດາ

ພົບ​ຄວາມ​ສະ​ໜຸ​ກອັນ​ບໍຣິບູນຢູ່​ເລື້ອຍ


3 ພຣະອົງ​ມີ​ໄຊ​ຕໍ່​ຄວາມ​ຕາຍ​ແລະ​ບາບ​

ຄວາມ​ຕາຍ​ອາດ​ໜ່ວງ​ໜ່ຽວ​ພຣະອົງ​ບໍ່​ໄດ້

​ເພາະ​ພຣະອົງຊົງ​ມີ​ຣິດ​ແລະ​ລັດ​ສະໝີ​

ພວກ​ເຮົາ​ຈິ່ງ​ຍິນ​ດີ​ໃນ​ພຣະອົງ​ເຈົ້າ​ເລື້ອຍ


4 ຄົນ​ບາບ​ທຸກ​ຄົນ​ຈົ່ງ​ມາ​ຫາ​ພຣະ​ເຈົ້າ

ຜູ້​ໂຜດ​ອົງ​ນຶ່ງ​ຊົງ​ມາ​ຊ່ອຍ​ພວກ​ເຮົາ

​ໃຫ້​ເຮົາຮູ້ຈັກ​ພຣະນາມ​ຜູ້​ຊົງຊ່ອຍ​ເຮົາ

​ເຮົາ​ຈົ່ງ​ຂາບ​ໄຫວ້​ຄອງຫາ​ພຣະ​ເຢຊູ​ເຈົ້າ


໗໐ ຫາ​ພຣະ​ເຢຊູ (227)

1 ຫາ​ພຣະ​ເຢຊູ​ (2)

ຫາ​ພຣະ​ເຢຊູ ​ໄວ​ໄວ

​ ໄວ​ໄວ ຫາພຣະ​ເຢຊູ

​ໄວ​ໄວ ຫາ​ພຣະ​ເຢຊູ ​ໄວ​ໄວ


2 ພຣະອົງ​ໂຜດ​ໄຖ່​ (2)

ພຣະອົງ​ໂຜດ​ໄຖ່ ​ແນ່​ແທ້

​ ແນ່​ແທ້​ພຣະອົງ​ໂຜດ​ໄຖ່

​ແນ່​ແທ້​ພຣະອົງ​ໂຜດ​ໄຖ່​ແນ່​ແທ້


3 ​ໄດ້​ຊົງ​ຍົກ​ໂທດ ​​(2)

​ໄດ້​ຊົງ​ຍົກ​ໂທດ​ ໝົດ​ສຶ້ນ

ໝົດ​ສິ້ນ​ໄດ້​ຊົງ​ຍົກ​ໂທດ

​ໝົດສິ້ນໄດ້​ຊົງ​ຍົກ​ໂທດ​ໝົດສິ້ນ


4 ຢ່າ​ໄດ້​ຄອຍເຫິງ​ (2)

ຢ່າ​ໄດ້​ຄອຍ​ເຫິງ​ ເປັນນິດ

​ ເປັນນິດ​ຢ່າ​ໄດ້​ຄອຍ​ເຫິງ​

ເປັນນິດຢ່າ​ໄດ້​ຄອຍ​ເຫິງ​ເປັນນິດ


5 ພຣະອົງ​ຄອຍ​ເຊີນ (2)

ພຣະອົງ​ຄອຍ​ເຊີນ ​ດຽວ​ນີ້

ດຽວ​ນີ້​ພຣະອົງ​ຄອຍ​ເຊີນ​ດຽວ​ນີ້

ພຣະອົງ​ຄອຍ​ເຊີນ​ດຽວ​ນີ້


6 ຮີ​ບ​ເພີ່ງ​ພຣະອົງ​ (2)

ຮີບ​ເພີ່ງ​ພຣະອົງ​ ມື້​ນີ້

ມື້​ນີ້ຮີບ​ເພີ່ງ​ພຣະອົງ​

ມື້​ນີ້ຮີບ​ເພີ່ງ​ພຣະອົງ​ມື້​ນີ້


໗໑​ຮີບ​ມາ​ທຸກ​ຄົນທີ່​ບາບ​ກົດ​ຂີ່ (233)

1 ຮີບ​ມາ​ທຸກ​ຄົນ​ທີ່​ບາບ​ກົດ​ຂີ່

ພຣະ​ເຈົ້າຊົງ​ຄວາມ​ເມດ​ຕາ

ພຣະອົງ​ປະທານ​ຄວາມສຸກ​ສຳຣານ

ຕາມ​ເຮົາ​ຈະ​ເຊື່ອ​ວອນ​ຫາ


ຂໍ້​ຊ້ຳ:​ເຊື່ອ​ແ​ຕ່​ເທົ່າ​ນັ້ນ ເ​ຊື່​ອ​ແຕ່​ເທົ່າ​ນັ້ນ

​ເພີ່ງ​ພຣະອົງ​ບັດ​ນີ້

ພຣະອົງ​ຊົງໂຜດ ພຣະອົງ​ຊົງ​ໂຜດ

​ ໂຜດ​ໃຫ້​ພົ້ນມື້​ນີ້


2 ພຣ​ະເຢຊູ​ຊົງ​ໃຫ້​​ໂລຫິດ​ໄຫລ

​ເພື່ອ​ໂຜດ​ພຣະພອນ​ອັນ​ດີ

ຮີບ​ມາ​ຊຳຣະ​ໃຫ້​ໃຈ​ເສາະ​ໃສ

​ໃຫ້ຫາ​ຍບາບ​ໂທ​ດຖ້ວນ​ຖີ່ (ຊ້ຳ)


3 ຜູ້​ຊົງ​ຊຳຣະ​ແມ່ນ​ພຣະ​ເຢຊູ

ຊົງ​ພາ​ໄປ​ສູ່​ຄວາມ​ສຸ​ກ

ຈົ່ງ​ເຊື່​ອພຣະອົງ​ຢ່າງ​ດີ​ທັງ​ໝູ່

ຄວາມ​ເຊື່ອ​ຈຶ່ງ​ໃຫ້​ພົ້ນທຸກ (ຊ້ຳ)


4 ຮີບ​ເຂົ້າພວກ​ສິດ​ແຫ່​ໄປ​ດ້ວຍ​ກັນ

ຈົນ​ເຖິງ​ພຣະຣັດສະໝີ

​ ໄປ​ສູ່​ວຽງ​ແກ້ວ​ເມືອງ​ຟ້າ​ສະຫວັນ

​ໃຈ​ເຕັມຊົມ​ຊື່ນ​ຍິນ​ດີ (ຊ້ຳ)


໗໒ ຂ້າ​ໄດ້​ຍິນ​ພຣະສຸຣະສຽງ (234)

1 ຂ້າ​ໄດ້​ຍິນ​ພຣະສຸຣະສຽງ

​ເອີ້ນ​ຂ້າ​ໃຫ້​ມາ​ເຂົ້າ​ເຝົ້າ

ພຣະອົງ​ຊົງ​ຊຳຣະບາບ​ໝົດ​ເວນ

​ດ້ວຍ​ໂລຫິດ​ຈາກ​ກາງ​ແຂນ


ຂໍ້​ຊ້ຳ: ຂໍ​ຊົງ​ພຣະ​ເມດ​ຕາ

ຂ້າ​ມາ​ເຝົ້າດຽວ​ນີ້

ຂໍ ​ໂລຫິດ​ຈາກ​ໄມ້​ກາງ​ແຂນ

ລ້າງບາບ​ໃຫ້​ໝົດ​ກຳ​ເວນ


2 ​ເຖິງ​ແມ່ນ​ຂ້າ​ອິດ​ເມື່ອຍ​ຍ້ອນ​ບາບ

ພຣະອົງ​ປະທານ​ເຫື່ອ​ແຮງ

ຖ້າວ່າ​ຊົ່ວ​ຊ້າ​ມົວ​ໜອງ​ປານ​ໃດ

​ໂຜດ​ໃຫ້​ສະອາດ​ຜ່ອງ​ໃສ (ຊ້ຳ)


3 ພຣະອົງ​ຊົງ​ສັນຍາ​ແນ່ນອນ

​ແກ່​ຜູ້​ຊົງ​ຮັກ​ພັກດີ

ມານ​ຮ້າຍ​ບໍ່​ອາດ​ຈະ​ມາ​ກົດ​ຂີ່

​ເພາະວ່າ​ພຣະອົງ​ຄຸ້ມຄອງ (ຊ້ຳ)


4 ​ໄຊ​ໂຍ​ໂລຫິດ​ອັນ​ປະ​ເສີດ

​ໄ​ຊ​ໂຍຄວາມ​ຮັກ​ລ້ຳ​ເລີດ

​ ໄຊ​ໂຍຄວາມພົ້ນຂອງ​ອົງ​ພຣະຄຣິດ

​ແມ່ນ​ຄວາມ​ຈິງ​ຕັ້ງ​ໂດຍຣິດ (ຊ້ຳ)


໗໓ ຂ້າ​ຫຼົງ​ທາງ​ໄປ​ຫ່າງ​ໄກ (235)

1 ຂ້າ​ຫຼົງ​ທາງ​ໄປ​ຫ່າ​ງ​ໄກຈາກ​ພຣະ​ເຈົ້າ

ດຽວ​ນີ້​ຂໍ​ກັບ​ມາ

ຕິດຕາມ​ທາງ​ບາບ​ໃຈ​ຫຍາບ​ຊ້າ​ດົນນານ

ດຽວ​ນີ້​ຂໍ​ກັບ​ມາ


ຂໍ້​ຊ້ຳ: ກັບ​ມາ​ບ້ານ​ກັບ​ມາບ້ານ

ບໍ່​ຫຼົງ​ທາງ​ອີກ​ເລີຍ

ພຣະອົງ​ຊົງ​ຮັບ​ຜູ້​ຫຼົງ​ເສັຍ​ໄປ

ຂ້າ​ຮີບ​ກັບ​ມາ​ບ້ານ


2 ຂ້າ​ເຄີຍ​ເຮັດ​ບາບ​ເປັນ​ເວລາ​ຫຼາຍ​ປີ

ດຽວ​ນີ້​ຂ້າ​ກັບ​ມາ

ຍອມ​ສາຣະພາບ​ຮັບຜິດ​ບາບ​ໂດຍ​ດີ

ດຽວ​ນີ້​ຂ້າ​ກັບ​ມາ (ຊ້ຳ)


3 ຈະ​ຫຼົງ​ເຮັດ​ບາບ​ຢ່າງ​ເດີມ​ນັ້ນ​ໄດ້​ຫຼື

ຂ້າ​ກັບ​ມາ​ວັນ​ນີ້

ຂ້າ​ຮັກ​ຄຳ​ສອນ​ແລະ​ຍອມຮັບ​ເຊື່ອ​ຖື

ຈິ່ງ​ກັບ​ມາ​ວັນ​ນີ້ (ຊ້ຳ)


4 ພຣະ​ເຢຊູ​ຊົງ​ຕາຍ​ທີ່​ໄມ້​ກາງ​ແຂນ

ຂ້າ​ຈິ່ງ​ກັບ​ວັນ​ນີ້

ຮັບ​ຊີວິດ​ໃໝ່​ດັບ​ທຸກ​ໂສກ​ໝົດ​ໜອງ

ຂ້າ​ຈິ່ງ​ກັບ​ວັນ​ນີ້ (ຊ້ຳ)


໗໔ ຂ້າ​ບໍ່​ຫວ່ງ​ໃຍ​ໃນ​ສົມ​ບັດ (238)

1 ຂ້າ​ຫຼົງ​ທາງ​ໄປ​ຫ່າ​ງ​ໄກຈາກ​ພຣະ​ເຈົ້າ

ດຽວ​ນີ້​ຂໍ​ກັບ​ມາ

ຕິດຕາມ​ທາງ​ບາບ​ໃຈ​ຫຍາບ​ຊ້າ​ດົນນານ

ດຽວ​ນີ້​ຂໍ​ກັບ​ມາ


ຂໍ້​ຊ້ຳ: ກັບ​ມາ​ບ້ານ​ກັບ​ມາບ້ານ

ບໍ່​ຫຼົງ​ທາງ​ອີກ​ເລີຍ

ພຣະອົງ​ຊົງ​ຮັບ​ຜູ້​ຫຼົງ​ເສັຍ​ໄປ

ຂ້າ​ຮີບ​ກັບ​ມາ​ບ້ານ


2 ຂ້າ​ເຄີຍ​ເຮັດ​ບາບ​ເປັນ​ເວລາ​ຫຼາຍ​ປີ

ດຽວ​ນີ້​ຂ້າ​ກັບ​ມາ

ຍອມ​ສາຣະພາບ​ຮັບຜິດ​ບາບ​ໂດຍ​ດີ

ດຽວ​ນີ້​ຂ້າ​ກັບ​ມາ (ຊ້ຳ)


3 ຈະ​ຫຼົງ​ເຮັດ​ບາບ​ຢ່າງ​ເດີມ​ນັ້ນ​ໄດ້​ຫຼື

ຂ້າ​ກັບ​ມາ​ວັນ​ນີ້

ຂ້າ​ຮັກ​ຄຳ​ສອນ​ແລະ​ຍອມຮັບ​ເຊື່ອ​ຖື

ຈິ່ງ​ກັບ​ມາ​ວັນ​ນີ້ (ຊ້ຳ)


4 ພຣະ​ເຢຊູ​ຊົງ​ຕາຍ​ທີ່​ໄມ້​ກາງ​ແຂນ

ຂ້າ​ຈິ່ງ​ກັບ​ວັນ​ນີ້

ຮັບ​ຊີວິດ​ໃໝ່​ດັບ​ທຸກ​ໂສກ​ໝົດ​ໜອງ

ຂ້າ​ຈິ່ງ​ກັບ​ວັນ​ນີ້ (ຊ້ຳ)


໗໕ ເຊີນ​ທ່ານ​ທັງຫຼາຍ (240)


1 (ພຣະນິມິດ ໒໒:໑໗)​ເຊີນ​ທ່ານ​ທັງ​ຫຼາຍ​ທັງ​ຍິງ​ທັງ​ຊາຍ​ເຂົ້າມາ​ເທີນ

ດື່ມນ້ຳທິບ​ປະ​ເສີດ​ບໍ່​ເສຍ​ອັນ​ໃດ

ຖ້າ​ຜູ້​ໃດ​ເຄີຍ​ມີ​ຄວາມ​ຫິວ

​ ໃຫ້​ຜູ້ນັ້ນຈົ່ງ​ຮັບ​ປະທານ​ນ້ຳຝ່າຍ​ວິນຍານ

ຈາກ​ອົງ​ພຣະ​ເຢຊູ​ແຕ່​ຜູ້​ດຽວ


2 (ມັດທາຍ ໑໑:໒໘) ​ເຊີນ​ຜູ້​ລຳບາກ​ທຸກ​ຍາກ​ທັງຫຼາຍ​ໃຫ້​ຮີບ​ມາ

​ ເຊີນ​ເຫຼົ່າປະຊາຊົນ​ເຊົາ​ເມື່ອຍ​ສຳ​ບາຍ

ຖ້າ​ຜູ້​ໃດ​ໃຈ​ອ່ອນ​ສຸພາບ

​ ໃຫ້​ຮຽນ​ຮູ້​ຈາກ​ພຣະ​ເຢຊູຜູ້​ຊົງ​ເປັນ​ຄຣູ

​ແລະ​ຊົງ​ເປັນ​ຜູ້​ໄຖ່​ບາບ​ຂອງ​ເຮົາ


3 (​​ໂຢຮັນ ໑໒:໒໗) ຄວາມ​ສຸກສະຫວັນ​ພຣະ​ເຈົ້າປະທານແກ່​ຜູ້​ເຊື່ອ

ຄວາມສຸກ​ນີ້​ຢູ່​ເໜືອ​ຄວາມສຸກ​ໃດ​ໃດ

ຖ້າ​ຜູ້​ໃດ​ເຄີຍ​ມີ​ຄວາມຫິວ

​ ໃຫ້​ຜູ້ນັ້ນຈົ່ງ​ຮີບ​ເຂົ້າມາ​ດ້ວຍ​ຄວາມ​ສັດທາ

ທູນ​ຂໍ​ຈາກ​ອົງ​ພຣະ​ເຢຊູ​ເຈົ້າ


4 (​ເອຊາ​ອີ ໕໕:໑,໒) ​ເຊີນ​ຜູ້​ທຸກ​ຍາກລຳບາກ​ທັງຫຼາຍ​ຮັບ​ອາຫານ

​​ ເຊີນ​ມາ​ຮັບ​ປະທານ​ບໍ່​ເສັຍ​ເງິນ​ທອງ

​ເຫດ​ອັນ​ໃດ​ຈຶ່ງ​ຈ່າຍ​ເງິນ​ທອງ

ຊື້​ສິ່ງ​ຂອງ​ທີ່​ບໍ່​ອີ່ມ​ໃຈ​ແຕ່​ວ່າ​ດຽວ​ນີ້​

ພຣະ​ເຈົ້າຊົງ​ປະທານ​ຂອງ​ຢ່າງ​ດີ


໗໖ ​ໃຈ​ຊົ່ວ​ເທົ່າ​​ໃດ​ຂ້າ​ໄດ້​ເຊື່ອ​ວ່າ (242)

1 ​ໃຈ​ຊົ່ວ​ເທົ່າ​ໃດ

ຂ້າ​ໄ​ດ້​ເຊື່ອ​ວ່າ ໂລຫິດ​ພຣະອົງ​ໄດ້​ໄຫຼເພື່ອ​ຂ້າ​

ໄດ້​ຊົງ​ເອີ້ນ​ມາເຊີນ​ມາ​ຢ່າ​ຊ້າ

​​ໂອ້​ພຣະ​ເຢຊູ ດຽວ​ນີ້​ຂ້າ​ມາ


2 ບາບ​ມີ​ເທົ່າ​ໃດ ຂ້າ​ບໍ່​ອຳ​ໄວ້

ຂ້າ​ເອງ​ບໍ່​ອາດ​ຊຳລະ​ລ້າງ​ໄດ້

ຂໍ​ໂຜດ​ລ້າງບາບໃຫ້​ໃຈ​ສະອາດ

ໂອ້​ພຣະ​ເຢ​ຊູ ດຽວ​ນີ້​ຂ້າ​ມາ


3 ກັງວົນ​ອຸກ​ໃຈ ວຸ້ນ​ວາຍ​ຫຼວງ​ຫຼາຍ

ຖືກ​ມານຮົບ​ກວນ​ຈົນ​ເກີດ​ສົງ​ໃສ

ຕໍ່ສູ້​ພາຍ​ນອກ​ແລະ​ຢ້ານ​ພາຍ​ໃນ

​ໂອ້​ພຣະ​ເຢຊູ ດຽວ​ນີ້​ຂ້າ​ມາ


4 ​ເມື່ອ​ກ່ອນ​ໃຈ​ຂ້າ​ ປຽບ​ເໝືອນ​ຕາບອດ

ຂ້າ​ຊອກ​ສະ​ແຫວງ​ສະວ່າງທຸກ​ຢ່າງ​

ຈິ່ງ​ໄດ້​ທຸກ​ສິ່ງ​ໃນ​ພຣະອົງ​ເຈົ້າ

​ ໂອ້​ພຣະ​ເຢຊູ ດຽວ​ນີ້​ຂ້າ​ມາ


5 ​ໃຈ​ບາບ​ເທົ່າ​​ໃດ ພຣະອົງ​ຊົງ​ຮັບ​

ຍົກ​ໂທດ​ຊຳຮະ​ຜິດ​ບາບ​ໃຫ້ດັບ

​ເມື່ອ​ຂ້າ​ອ້ອນວອນ​ພຣະອົງ​ໂຜດ​ຟັງ

​ໂອ້​ພຣະ​ເຢຊູ ດຽວ​ນີ້​ຂ້າ​ມາ


6 ​ໂດຍ​ຄວາມ​ຮັກ​​ໃຫຍ່ ໜ້າ​ອັດສະຈັນ

ພຣະອົງ​ຊົງ​ເລີ​ກສິ່ງ​ທີ່ຂັດ​ຂວາງ​

ເພື່ອ​ໄດ້​ເປັນ​ສິດ​ຕິດຕາມ​ທ່ຽງໝັ້ນ

​ໂອ້​ພຣະ​ເຢຊູ ດຽວ​ນີ້​ຂ້າ​ມາ


໗໗ ການ​ວິວາຫະ​ທີ່​ບ້ານ​ກາ​ນາ (244)

1 ການ​ວິວາຫະ​ທີ່​ບ້ານ​ກາ​ນາ

​ ເຂົາ​ເຊີນ​ພຣະ​ເຢຊູ​ສະ​ເດັດ​ມາ

ດຽວ​ນີ້​ໝູ່ເຮົາ​ກໍ​ພ້ອມ​ຈັດການ

ຍິນ​ດີ​ນຳ​ກັນ​ກັບ​ຄົນ​ແຕ່ງງານ


ຂໍ້​ຊ້ຳ: ພຣະ​ເຢຊູ​ຂໍ​ຊົງ​ໂຜດ

ຊ່ອຍ​ສອງ​ຄົນ​ນີ້​ໃຫ້​ຕັ້ງ​ໃຈ​ໝັ້ນ

ທັງ​ຊາຍ​ທັງ​ຍິງ​ໂຜດ​ໃຫ້​ຮັກ​ກັນ

ຕາມ​ທາງ​ສຸກ​ທຸກຈະ​ຍາວ​ຈະ​ສັ້ນ

ພຣະ​ເຢຊູຂໍ​ຊົງ​ໂຜດ

​ ຊ່ອຍ​ສອງ​ຄົນ​ນີ້​ໃຫ້​ຮັກ​ແພງ​ກັນ


2 ໜູ່​ເຮົາ​ພີ່ນ້ອງ​ໄດ້​ພາກັນ​ມາ​

ຈະ​ຂາ​ບລົງ​ໄຫວ້​ຕໍ່​ພຣະບິດາ

ຂໍ​ຊົງ​ອວຍພອນ​ໃຫ້​ເຂົາ​ທັງ​ສອງ

​ແປງ​ໃຈ​ຫາ​ກັນ​ບໍ່​ໃຫ້​ເສົ້າໝອງ (ຊ້ຳ)


3 ​ຄູ່​ສ້າງເຄຫາ​ໃຫ້​ມີ​ຄວາມ​ຮັກ

ຄັນ​ຄຽດ​ຊັງ​ກັນ​ໃຫ້​ເຂົາ​ອົດ​ຢູ່

ການ​ລ້ຽງ​ຊີວິດ​ໃຫ້​ເອົາ​ໃຈ​​ໃສ່

ຊົດ​ຊ່ອຍ​ແກ່​ກັນ​ໃນ​ການ​ນ້ອຍ​ໃຫຍ່ (ຊ້ຳ)


4 ນ້ຳນຶ່ງ​ໃຈດຽວ​ໃຫ້​ມີ​ເໝືອນ​ກັນ

ຂໍພຣະອົງ​ຊົງ​ພາ​ໄປ​ທຸກ​ວັນ

​ ໃຫ້​ຕາມ​ພຣະອົງ​ຕໍ່​ໄປ​ພາຍ​ໜ້າ

ຈົນລອດ​ພົ້ນ​ເຖິງ​ວຽງ​ແກ້ວ​ເມືອງ​ຟ້າ(ຊ້ຳ)


໗໘ ຂໍພຣະ​ເຈົ້າ​ໂຜດ​ພອນ (250)

1 ຂໍພຣະ​ເຈົ້າ​ໂຜດ​ພອນ​ຈົນ​ເຫັນ​ກັນ​ອີກ

ຂໍ​ຊົງ​ນຳ​ໄປ​ຕາມ​ຄວາມ​ສັ່ງສອນ

ຊົງ​ຮັກສາ​ຈົນ​ພົ້ນຄວາມທຸກ​ຮ້ອນ

ຂໍພຣະ​ເຈົ້າ​ໂຜດ​ພອນ​ຈົນ​ເຫັນ​ກັນ​ອີກ


ຂໍ້​ຊ້ຳ: ຈົນ​ໄດ້​ເຫັນ​ກັນ​ອີກ​ ຢູ່​ຕໍ່ໜ້າ​ກັນ

ທີ່ພຣະບາດ​ຂອງ​ພຣະອົງ​ເຈົ້າ​ເຢຊູ

ຈົນ​ໄດ້​ເຫັນ​ກັນ​ອີກ​ຢູ່​ຕໍ່ໜ້າ​ກັນ

ຂໍພຣະ​ເຈົ້າ​ໂຜດ​ພອນ​ຈົນ​ເຫັນ​ກັນ​ອີກ


2 ຂໍພຣະ​ເຈົ້າ​ໂຜດ​ພອນ​ຈົ​ນເຫັນ​ກັນ​ອີກ

ທີ່​ໄດ້​ເພີ່ງ​ໃນ​ຮົ່ມ​ເງົາ​ພຣະອົງ

​ ໂຜດ​ທຸກ​ວັນ​ໃຫ້​ອີ່ມ​ສຸກ​ສຳຣານ

ຂໍພຣະ​ເຈົ້າ​ໂຜດ​ພອນ​ຈົນ​ເຫັນ​ກັນ​ອີກ(ຊ້ຳ)


3 ຂໍພຣະ​ເຈົ້າ​ໂຜດ​ພ​ອນ​ຈົນ​ເຫັນ​ກັນ​ອີກ

ຄັນ​ຖືກ​ອັນຕະຣາຍ​ເປັນ​ທຸກ​ໃຫຍ່

​ ໃຫ້​ພຣະຫັດ​ພຣະອົງ​ຊົງ​ອູ້ມ​ໄປ

ຂໍພຣະ​ເຈົ້າ​ໂຜດ​ພ​ອນຈົນ​ເຫັນ​ກັນ​ອີກ(ຊ້ຳ)


4 ຂໍພຣະ​ເຈົ້າ​ໂຜດ​ພອນ​ຈົນ​ເຫັນ​ກັນ​ອີກ

​ໃຫ້​ຄວາມ​ຮັກ​ອັນ​ໃຫຍ່​ຊົງ​ປົກ​ຫົວ

​ ໃຫ້​ຊະນະ​ຄວາມ​ຕາຍ​ຄວາມ​ມື​ດມົວ

ຂໍພຣະ​ເຈົ້າ​ໂຜດ​ພ​ອນຈົນ​ເຫັນ​ກັນ​ອີກ(ຊ້ຳ)