ພໍໃກ້ຈະເຖິງເວລາຕາມຄຳພະຍາກອນທີ່ຜູ້ປະກາດພຣະຄຳດານີເອນໄດ້ທຳນາຍໄວ້ກ່ຽວກັບພຣະບຸດຂອງພຣະເຈົ້າທີ່ຈະສະເດັດມາໃນໂລກນີ້ ເຊິ່ງຊາວຢິວເອີ້ນວ່າ ພຣະເມຊີອາ, ໃນເວລານັ້ນ ມີປະໂລຫິດຜູ້ໜຶ່ງຊື່ວ່າ "ຊາຂາຣີຢາ" ແລະເມຍຂອງເພິ່ນຊື່ວ່າ "ເອລີຊາເບັດ" ທັງສອງຜົວເມຍດຳເນີນຊີວິດຢ່າງສັດຊື່ຕໍ່ສາຍພຣະເນດຂອງພຣະເຈົ້າ ແລະເຊື່ອຟັງພຣະບັນຍັດຂອງພຣະອົງ ແຕ່ພວກເຂົາບໍ່ມີລູກເພາະນາງເອລີຊາເບັດເປັນໝັນ ແລະທັງສອງຄົນກໍເຖົ້າແກ່ແລ້ວ.
ໃນສະໄໝນັ້ນ ມີປະໂລຫິດຫຼາຍຄົນຢູ່ທ່າມກາງຊາວຢິວ. ດັ່ງນັ້ນ ພວກເຂົາຈຶ່ງປ່ຽນຜຽນກັນຮັບໃຊ້ຢູ່ໃນພຣະວິຫານ. ຊາຂາຣີຢາເປັນປະໂລຫິດ ແລະໄດ້ເຮັດວຽກຢູ່ໃນພຣະວິຫານປີລະສອງເທື່ອ. ເທື່ອນີ້ ເພິ່ນກໍາລັງເຜົາເຄື່ອງຫອມເທິງແທ່ນບູຊາ ແລະປະຊາຊົນກໍອະທິຖານຢູ່ພາຍນອກໃນເວລາເຜົາເຄື່ອງ ຫອມນັ້ນ ທູດສະຫວັນຂອງພຣະເຈົ້າກໍໄດ້ມາປາກົດຕົວແກ່ເພິ່ນ.
ທູດສະຫວັນໄດ້ກ່າວຕໍ່ຊາຂາຣີຢາວ່າ: “ຊາຂາຣີຢາເອີຍ! ຢ່າສູ່ຢ້ານເລີຍ ພຣະເຈົ້າໄດ້ຍິນຄຳອະທິຖານຂອງເຈົ້າແລ້ວ ແລະເອລີຊາເບັດເມຍຂອງເຈົ້າຈະເກີດລູກຊາຍຄົນໜຶ່ງໃຫ້ເຈົ້າ ຈົ່ງໃສ່ຊື່ໃຫ້ລາວວ່າ ‘ໂຢຮັນ.’ ເຈົ້າຈະເບີກບານໃຈຢ່າງເຫຼືອລົ້ນ ແລະຫຼາຍຄົນຈະດີໃຈເມື່ອລາວເກີດມາ. ເດັກຄົນນີ້ຈະບໍ່ດື່ມເຫຼົ້າ ແລະຂອງມືນເມົາຢ່າງໃດເລີຍ. ຕັ້ງແຕ່ທີ່ລາວເກີດມາກໍຈະເຕັມດ້ວຍພຣະວິນຍານບໍຣິສຸດຂອງພຣະເຈົ້າ. ລາວຈະນຳພາປະຊາຊົນອິດສະຣາເອນກັບຄືນມາຫາອົງພຣະຜູ້ເປັນເຈົ້າ ອົງທີ່ເປັນພຣະເຈົ້າຂອງພວກເຂົາ. ລາວຈະກ້າວອອກໜ້າກ່ອນອົງພຣະຜູ້ເປັນເຈົ້າຢ່າງເຂັ້ມແຂງ ແລະອົງອາດ... ລາວຈະນຳຄົນທີ່ບໍ່ເຊື່ອຟັງໃຫ້ມີປັນຍາຢ່າງຄົນສິນທຳ ເພື່ອຈັດຕຽມປະຊາຊົນໄວ້ພ້ອມສຳລັບອົງພຣະຜູ້ເປັນເຈົ້າ.”
ຊາຂາຣີຢາຖາມທູດສະຫວັນວ່າ: “ຂ້ານ້ອຍຈະຮູ້ໄດ້ແນວໃດວ່າ ເລື່ອງນີ້ຈະເປັນຄວາມຈິງ? ໃນເມື່ອຂ້ານ້ອຍເອງກໍເຖົ້າແກ່ ແລະເມຍຂອງຂ້ານ້ອຍກໍອາຍຸຫຼາຍແລ້ວ.”
ທູດສະຫວັນໄດ້ກ່າວຕໍ່ຊາຂາຣີຢາວ່າ: “ເຮົາແມ່ນຄັບລີເອນ! ເຮົາຢືນຢູ່ຊ້ອງໜ້າພຣະເຈົ້າເພື່ອຮັບໃຊ້ພຣະອົງ. ພຣະເຈົ້າໄດ້ໃຊ້ເຮົາມາບອກຂ່າວດີກັບເຈົ້າ ແຕ່ເຈົ້າພັດບໍ່ໄດ້ເຊື່ອຖ້ອຍຄຳຂອງເຮົາເຊິ່ງຈະເປັນຄວາມຈິງຕາມເວລາທີ່ກຳນົດເອົາໄວ້. ບັດນີ້ ເຈົ້າຈະບໍ່ສາມາດປາກໄດ້ຈົນເຖິງມື້ທີ່ຄຳເວົ້າຂອງເຮົາເປັນຄວາມຈິງ.”
ປະຊາຊົນທີ່ຢູ່ໃນເດີນຂອງພຣະວິຫານຄິດວ່າຊາຂາຣີຢາຄົງໄດ້ເຫັນນິມິດຢູ່ໃນພຣະວິຫານ ເພາະວ່າເພິ່ນຢູ່ໃນພຣະວິຫານດົນນານ ແລະເວລາເພິ່ນອອກມາຈາກຫ້ອງ ບໍລິສຸດ ໜ້າຂອງເພິ່ນກໍເປັ່ງໄປດ້ວຍແສງລັດສະໝີຂອງພຣະເຈົ້າ. ເມື່ອຊາຂາຣີຢາພະຍາຍາມເວົ້າກັບປະຊາຊົນ ເພິ່ນກໍບໍ່ສາມາດເວົ້າໄດ້ ແລະເພິ່ນຕ້ອງໄດ້ໃຊ້ມືເຮັດພາສາໃບ້ສື່ສານກັບປະຊາຊົນ.
ແລ້ວພຣະຄໍາຂອງພຣະເຈົ້າເຊິ່ງຜ່ານທາງທູດສະຫວັນມາຍັງຊາຂາຣີຢານັ້ນກໍໄດ້ກາຍເປັນຄວາມຈິງ. ຫຼັງຈາກນັ້ນມາ ນາງອາລີຊາເບັດກໍໄດ້ຖືພາ ແລະເພິ່ນກໍບໍ່ໄດ້ອອກຈາກເຮືອນໄປໃສເລີຍເປັນເວລາຫ້າເດືອນ.
ຊາຂາຣີຢາຮູ້ເລື່ອງອັບຣາຮາມເປັນຢ່າງດີຕອນທີ່ເພິ່ນມີລູກໃນຍາມເຖົ້າແກ່ ເພາະອັບຣາຮາມເຊື່ອວ່າພຣະເຈົ້າຊົງສັດຊື່ໃນພຣະສັນຍາ. ແຕ່ໃນວິນາທີທີ່ທູດສະຫວັນຂອງພຣະເຈົ້າໄດ້ປາກົດຕົວແກ່ຊາຂາຣີຢານັ້ນ ຄວາມຄິດຂອງເພິ່ນໄດ້ຫັນໄປຫາຄວາມອ່ອນແອຂອງມະນຸດ. ເພິ່ນໄດ້ລືມວ່າ ສິ່ງທີ່ພຣະເຈົ້າໄດ້ສັນຍາໄວ້ນັ້ນ ພຣະອົງສາມາດເຮັດໃຫ້ສຳເລັດໄດ້. ພວກເຮົາທຸກຄົນຄວນຈື່ຈຳໄວ້ວ່າ ດ້ວຍວ່າ ບໍ່ມີສິ່ງໃດທີ່ພຣະເຈົ້າເຮັດບໍ່ໄດ້.
ຄືດັ່ງເຊກາຣີຢາ ພວກເຮົາມັກລືມວ່າບໍ່ມີສິ່ງໃດທີ່ພຣະເຈົ້າເຮັດບໍ່ໄດ້. ເມື່ອພວກເຮົາພົບບັນຫາ ພວກເຮົາຈະຕ້ອງຈື່ໄວ້ວ່າ ພວກເຮົາຕ້ອງອະທິຖານ ແລະໄວ້ວາງໃຈໃນພຣະສັນຍາຂອງພຣະອົງ. ເຖິງແມ່ນວ່າບາງຄັ້ງ ບັນຫາທີ່ພວກເຮົາເປັນ ບັນຫາທີ່ພວກເຮົາສ້າງຂຶ້ນມາເອງ ມັນກໍບໍ່ໃຫຍ່ເກີນໄປທີ່ພຣະເຈົ້າຈະຊ່ວຍແກ້ໄຂບໍ່ໄດ້. ພຣະອົງມີວິທີຫຼາຍພັນວິທີທີ່ຈະຊ່ວຍພວກເຮົາ ເກີນກ່ວາທີ່ພວກເຮົາຄິດໄດ້. ຢ່າໃຫ້ຄວາມເຊື່ອຂອງພວກເຮົາອ່ອນແອ. ພວກເຮົາຄວນເຂົ້າໄປຫາພຣະເຈົ້າດ້ວຍຄວາມໝັ້ນໃຈໂດຍການອະທິຖານ ຂໍຄວາມຊ່ອຍເຫລືອ ແລະຂໍຄຳແນະນຳຈາກພຣະອົງ. ຫຼັງຈາກນັ້ນ ພວກເຮົາຕ້ອງວາງໃຈໃນພຣະເຈົ້າວ່າ ພຣະອົງຈະຊ່ອຍພວກເຮົາຕາມຄວາມຈຳເປັນ ຕາມເວລາຂອງພຣະອົງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 1:5-25
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 10 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໃນເດືອນທີຫົກທີ່ນາງເອລີຊາເບັດຖືພາຢູ່ນັ້ນ ພຣະເຈົ້າກໍໄດ້ໃຊ້ທູດສະຫວັນມາຍັງແຂວງຄາລີເລໃນເມືອງໜຶ່ງທີ່ມີຊື່ວ່າ “ນາຊາເຣັດ.” ທູດສະຫວັນໄດ້ໄປບອກຍິງສາວພົມມະຈັນຜູ້ໜຶ່ງທີ່ພຣະອົງໄດ້ຊົງເລືອກໄວ້ແລ້ວ. ນາງມີຊື່ວ່າ “ມາຣີ.” ນາງເປັນຄູ່ໝັ້ນຂອງຊາຍຄົນໜຶ່ງທີ່ສືບເຊື້ອສາຍມາຈາກກະສັດດາວິດເຊິ່ງມີຊື່ວ່າ “ໂຢເຊັບ.”
ທູດສະຫວັນກ່າວຕໍ່ນາງມາຣີວ່າ: “ສັນຕິສຸກຈົ່ງມີຢູ່ແກ່ເຈົ້າເຖີດ! ພຣະເຈົ້າຢູ່ກັບເຈົ້າ ແລະອວຍພອນເຈົ້າຢ່າງຫຼວງຫຼາຍ.”
ນາງມາຣີຕົກໃຈໃນຖ້ອຍຄຳເຫຼົ່ານີ້.
ທູດສະຫວັນກ່າວຕໍ່ນາງວ່າ: “ມາຣີເອີຍ ຢ່າສູ່ຢ້ານ! ພຣະເຈົ້າໂຜດເມດຕາເຈົ້າແລ້ວ. ເຈົ້າຈະຕັ້ງທ້ອງ ແລະເກີດລູກຊາຍຜູ້ໜຶ່ງ ຈົ່ງໃສ່ຊື່ໃຫ້ກຸມມານນີ້ວ່າ ‘ເຢຊູ’ ກຸມມານນີ້ຈະເປັນໃຫຍ່ ແລະເປັນທີ່ເອີ້ນກັນວ່າ: ‘ພຣະບຸດຂອງພຣະເຈົ້າອົງສູງສຸດ…’”
ນາງມາຣີຕອບທູດສະຫວັນວ່າ: “ເຫດການຈະເປັນດັ່ງທີ່ທ່ານກ່າວມາໄດ້ຢ່າງໃດ? ເພາະຂ້ານ້ອຍຍັງບໍ່ທັນໄດ້ຮ່ວມເພດສຳພັນກັບຜູ້ຊາຍຈັກເທື່ອ.”
ທູດສະຫວັນຕອບນາງວ່າ: “ພຣະວິນຍານບໍຣິສຸດຈະມາຢູ່ເທິງເຈົ້າ ແລະຣິດອຳນາດຂອງພຣະເຈົ້າອົງສູງສຸດຈະປົກຄຸມເຈົ້າ. ດ້ວຍເຫດນີ້ແຫລະ! ເດັກຜູ້ບໍຣິສຸດຈະເປັນທີ່ເອີ້ນວ່າ: ‘ພຣະບຸດຂອງພຣະເຈົ້າ.’ ແມ່ນແຕ່ນາງເອລີຊາເບັດພີ່ນ້ອງຂອງເຈົ້ານັ້ນກໍຍັງຈະໄດ້ລູກຊາຍທັງໆທີ່ນາງເຖົ້າແກ່ແລ້ວ ແລະໃຜໆກໍວ່ານາງເປັນໝັນ. ແຕ່ບັດນີ້ ນາງເອລີຊາເບັດຖືພາໄດ້ຫົກເດືອນແລ້ວ ດ້ວຍວ່າບໍ່ມີສິ່ງໃດທີ່ພຣະເຈົ້າເຮັດບໍ່ໄດ້.”
ໂດຍບໍ່ມີຄວາມສົງໄສໃນພຣະເຈົ້າ ແຕ່ມີຄວາມໄວ້ວາງໃຈຢ່າງເຕັມທີ່ ແລະເຊື່ອຟັງພຣະອົງ ນາງມາຣີຈຶ່ງຕອບວ່າ: “ຂ້ານ້ອຍເປັນທາດຍິງຂອງພຣະຜູ້ເປັນເຈົ້າ. ຂໍໃຫ້ເຫດການນີ້ເກີດກັບຂ້ານ້ອຍຕາມທີ່ທ່ານໄດ້ກ່າວມານັ້ນເທີ້ນ.” ແລ້ວທູດສະຫວັນກໍໄດ້ຈາກນາງມາຣີໄປ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 1:26-38
ນາງມາຣີຮູ້ຂ່າວຈາກທູດສະຫວັນວ່າ ນາງເອລີຊາເບັດ ເຊິ່ງເປັນພີ່ນ້ອງຂອງນາງໄດ້ຖືພາ ແລະນາງມາຣີຈຶ່ງໄປຢ້ຽມຢາມນາງເອລີຊາເບັດ.
ເມື່ອນາງມາຣີເຂົ້າໄປໃນບ້ານ ແລະທັກທາຍພີ່ນ້ອງຂອງນາງ ລູກຂອງນາງເອລີຊາເບັດກໍເໜັງຕີງ. ພຣະວິນຍານບໍຣິສຸດໄດ້ມາສະຖິດກັບນາງເອລີຊາເບັດ ແລະນາງເວົ້າຂຶ້ນວ່າ: "ເຈົ້າເປັນຍິງທີ່ໄດ້ຮັບພຣະພອນຫຼາຍທີ່ສຸດກວ່າຜູ້ຍິງທຸກຄົນ ຕະຫຼອດທັງລູກທີ່ຈະເກີດມານັ້ນດ້ວຍ. ເປັນຫຍັງ ເຫດການອັນຍິ່ງໃຫຍ່ນີ້ຈຶ່ງເກີດຂຶ້ນກັບຂ້ານ້ອຍນໍ! ຄືແມ່ຂອງອົງພຣະຜູ້ເປັນເຈົ້າຂອງຂ້ານ້ອຍມາຢ້ຽມຢາມຂ້ານ້ອຍ? ດ້ວຍວ່າ ພໍຂ້ານ້ອຍໄດ້ຍິນສຽງຂອງນາງຖາມສະບາຍດີ ລູກຢູ່ໃນທ້ອງຂອງຂ້ານ້ອຍໄດ້ດິ້ນດ້ວຍຄວາມຍິນດີ. ຄວາມສຸກມີແກ່ນາງທີ່ໄດ້ເຊື່ອວ່າ ສິ່ງທີ່ພຣະເຈົ້າກ່າວກັບນາງນັ້ນຈະສຳເລັດ."
ແລ້ວພຣະວິນຍານບໍຣິສຸດກໍໄດ້ມາສະຖິດກັບນາງມາຣີ ແລະນາງມາຣີຮ້ອງເພງສັນລະເສີນວ່າ: "ຈິດໃຈຂອງຂ້າຂ້ອຍຍົກຍ້ອງສັນລະເສີນອົງພຣະຜູ້ເປັນເຈົ້າ ແລະຈິດວິນຍານຂອງຂ້າຂ້ອຍຊົມຊື່ນຍິນດີໃນພຣະເຈົ້າຜູ້ຊົງໂຜດໃຫ້ຂ້ານ້ອຍໄດ້ພົ້ນ ເພາະພຣະອົງຊົງແນມເບິ່ງຜູ້ຮັບໃຊ້ຂອງພຣະອົງຜູ້ຕ່ຳຕ້ອຍ. ນັບຕັ້ງແຕ່ນີ້ໄປ ຄົນທຸກສະໄໝຈະເອີ້ນຂ້ານ້ອຍວ່າ ຜູ້ທີ່ໄດ້ຮັບພຣະພອນ; ເພາະວ່າພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກະທຳສິ່ງທີ່ຍິ່ງໃຫຍ່ເພື່ອຂ້ານ້ອຍ ແລະພຣະນາມຂອງພຣະອົງບໍຣິສຸດ..."
ນາງມາຣີໄດ້ອາໄສຢູ່ກັບນາງເອລີຊາເບັດປະມານສາມເດືອນ. ຫຼັງຈາກນັ້ນ ນາງມາຣີກໍກັບຄືນເມືອເຮືອນຂອງຕົນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 1:29-56
ນາງມາຣີ ຜູ້ທີ່ທູດສະຫວັນຂອງພຣະເຈົ້າໄດ້ມາປາກົດຕົວນັ້ນ ນາງເປັນຄູ່ໝັ້ນຂອງຊາຍຄົນໜຶ່ງທີ່ມີຊື່ວ່າ “ໂຢເຊັບ.” ທັງສອງມີເປົ້າໝາຍຈະແຕ່ງງານກັນ. ໃນເວລາທີ່ນາງມາຣີກັບມາຈາກບ້ານຂອງນາງເອລີຊາເບັດ ໂຢເຊັບກໍໄດ້ຮູ້ວ່ານາງມາຣີຕັ້ງທ້ອງແລ້ວ ແລະລາວຮູ້ສຶກຜິດຫວັງ. ໂຢເຊັບເປັນຄົນດີ ແລະມີສິນທຳ ແລະລາວຄິດວ່າຈໍາເປັນຕ້ອງແຍກຕົວອອກຈາກນາງມາຣີ ເພາະລາວຄິດວ່ານາງບໍ່ມີຄວາມສັດຊື່ຕໍ່ຕົນ ແຕ່ໂຢເຊັບບໍ່ຢາກໃຫ້ນາງມາຣີຄູ່ໝັ່ນຂອງລາວຕ້ອງອັບອາຍຕໍ່ໜ້າປະຊາຊົນ. ສະນັ້ນ ໂຢເຊັບຈຶ່ງຄິດທີ່ຈະຖອນໝັ້ນກັບນາງມາຣີຢ່າງເປັນຄວາມລັບ. ຫຼັງຈາກທີ່ໂຢເຊັບຄິດແຜນການນີ້ຢູ່ນັ້ນ ທູດສະຫວັນຂອງພຣະເຈົ້າກໍໄດ້ມາປາກົດຕໍ່ລາວຢູ່ໃນຄວາມຝັນ.
ທູດສະຫວັນກ່າວກັບໂຢເຊັບວ່າ: “ໂຢເຊັບ ເຊື້ອສາຍຂອງກະສັດດາວິດເອີຍ! ຢ່າສູ່ຢ້ານທີ່ຈະຮັບເອົານາງມາຣີມາເປັນເມຍຂອງເຈົ້າ ການທີ່ນາງມາຣີຕັ້ງທ້ອງນັ້ນກໍໂດຍຣິດອຳນາດຂອງພຣະວິນຍານບໍຣິສຸດ. ນາງມາຣີຈະໄດ້ລູກຊາຍຄົນໜຶ່ງຈົ່ງໃສ່ຊື່ໃຫ້ເດັກນ້ອຍນີ້ວ່າ: “ເຢຊູ” ເພາະວ່າພຣະອົງຈະຊົງຊ່ວຍປະຊາຊົນຂອງພຣະອົງໃຫ້ພົ້ນຈາກຄວາມຜິດບາບຂອງພວກເຂົາ.”
ເມື່ອໂຢເຊັບຕື່ນຂຶ້ນມາກໍໄດ້ປະຕິບັດຕາມທີ່ທູດສະຫວັນນັ້ນໄດ້ບອກ ຄືຮັບເອົານາງມາຣີມາເປັນເມຍຂອງຕົນ ແຕ່ໂຢເຊັບບໍ່ໄດ້ນອນກັບນາງຈົນກວ່ານາງຈະເກີດລູກຊາຍແລ້ວ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 1:18-25.
ໃນເວລານັ້ນ ຈັກກະພັດໂຣມໄດ້ອອກຄຳສັ່ງໃຫ້ປະຊາຊົນໄປຈົດທະບຽນສຳມະໂນຄົວຕາມບ້ານເກີດເມືອງນອນຂອງໃຜລາວ. ດັ່ງນັ້ນ ໂຢເຊັບ ແລະນາງມາຣີກໍໄດ້ອອກເດີນທາງຈາກເມືອງນາຊາເຣັດເພື່ອໄປຍັງເມືອງເບັດເລເຮັມໃນແຂວງຢູດາ ເຊິ່ງເປັນບ້ານເກີດເມືອງນອນຂອງກະສັດດາວິດ ເພາະວ່າໂຢເຊັບເປັນເຊື້ອສາຍຂອງກະສັດດາວິດ. ໃນລະຫວ່າງທີ່ຈະອອກເດີນທາງນັ້ນ ໂຢເຊັບກໍໄດ້ກະກຽມເຄື່ອງໃຊ້ທີ່ຈຳເປັນເອົາຂຶ້ນຫຼັງໂຕລໍ(ໂຕລາ) ແລະກໍໃຫ້ນາງມາຣີຂີ່ຫຼັງຂອງໂຕລໍດ້ວຍ ແລະຊວ່ງໄລຍະນັ້ນນາງກໍຖືພາຢູ່. ພວກເຂົາອອກເດີນທາງດ້ວຍຄວາມທຸກຍາກລຳບາກ, ເມື່ອຍ, ແດດກໍຮ້ອນ ແລະໄລຍະທາງກໍໄກ.
ເມື່ອເດີນທາງມາຮອດເມືອງເບັດເລເຮັມ ໂຢເຊັບກໍໄດ້ໄປຊອກຫອ້ງພັກ ແຕ່ວ່າບໍ່ມີຫອ້ງວ່າງສຳລັບພວກເຂົາເລີຍ ແລະກໍຄົບກຳນົດທີ່ນາງມາຣີຕ້ອງຄອດລູກ. ແຕ່ວ່າບໍ່ມີຫ້ອງວ່າງໃຫ້ພວກເຂົາເຊົາ ທົ່ວທັງເມືອງເຕັມໄປດ້ວຍຜູ້ຄົນທີ່ມາຈົດທະບຽນສຳມະໂນຄົວເຊັ່ນກັນ. ດັ່ງນັ້ນ ໂຢເຊັບຈຶ່ງພາເມຍຂອງລາວໄປພັກຢູ່ຄອກສັດເຊິ່ງມີໂຕແກະ ແລະໂຕງົວ.
ໃນຕອນກາງຄືນທີ່ຢູ່ໃນຄອກສັດນັ້ນ ນາງມາຣີກໍໄດ້ຄອດລູກຊາຍກົກຄົນໜຶ່ງ ນາງໄດ້ເອົາຜ້າອ້ອມຕຸ້ມ ແລະເອົາລູກປົງໄວ້ໃນຮາງຫຍ້າ. ດັ່ງນັ້ນ ພຣະເມຊີອາຈຶ່ງບັງເກີດຢູ່ໃນຄອກສັດແທນທີ່ໃນພະຣາຊະວັງ ເຖິງຢ່າງໃດກໍຕາມ ພຣະອົງກໍເປັນກະສັດຂອງກະສັດ ແລະເປັນພຣະເຈົ້າອົງສູງສູດ.
ພຣະເຢຊູໄດ້ເຂົ້າມາໃນໂລກນີ້ ແລະປະຊາຊົນອິດສະຣາເອນບໍ່ຮູ້ຈັກ. ຫົວໃຈຂອງພວກເຂົາບໍ່ພ້ອມທີ່ຈະຕ້ອນຮັບເອົາພຣະອົງ. ພວກເຂົາມີຄຳພະຍາກອນທີ່ບອກພວກເຂົາກ່ຽວກັບເວລາ ແລະສະຖານທີ່ພຣະບຸດຂອງພຣະເຈົ້າຈະມາບັງເກີດ ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ລະນຶກເຖິງເມື່ອເວລາມາຮອດ ເພາະສະນັ້ນຈຶ່ງບໍ່ມີຜູ້ໃດຕ້ອນຮັບພຣະອົງ ພຣະອົງໄດ້ມາບັງເກີດໃນທ່າມກາງຄົນທຸກຍາກ ພຣະອົງບໍ່ມີກຽດສັກສີເປັນກະສັດ. ແຕ່ເຖິງປານນັ້ນ ພຣະອົງຍັງໄດ້ເສຍສະລະກຽດສັກສີທັງໝົດຂອງການເປັນກະສັດໃນສະຫວັນ ເພື່ອຈະມາບັງເກີດຢູ່ໃນຄອບຄົວທີ່ມີຄວາມທຸກຍາກລຳບາກ ເພື່ອພວກເຂົາຈະໄດ້ຮູ້ວ່າພຣະອົງເຂົ້າໃຈຄວາມທຸກຍາກລໍາບາກຂອງພວກເຂົາ. ນີ້ເປັນຄວາມຮັກທີ່ມະຫັດສະຈັນແທ້!
"ເພາະວ່າ ພຣະເຈົ້າຊົງຮັກໂລກຫຼາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ." ໂຢຮັນ 3:16
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 2:1-7
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 4 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໃນຕອນກາງຄືນທີ່ພຣະເຢຊູໄດ້ມາບັງເກີດ ມີຄົນລ້ຽງແກະທີ່ຄ້າງຄືນຢູ່ຕາມທົ່ງນາ ເພື່ອເຝົ້າຮັກສາຝູງແກະຂອງຕົນຢູ່ໃນຂົງເຂດເມືອງເບັດເລເຮັມ. ໃນລະຫວ່າງທີ່ພວກເຂົາເຝົ້າຝູງແກະຢູ່ນັ້ນ ພວກເຂົາກໍໄດ້ພາກັນສົນທະນາເຖິງເລື່ອງການສະເດັດກັບມາຂອງພຣະບຸດຂອງພຣະເຈົ້າ. ໃນຂະນະທີ່ພວກເຂົາສົນທະນາຢູ່ນັ້ນເອງ ພຣະເຈົ້າໄດ້ສົ່ງທູດສະຫວັນມາບອກຂ່າວດີກັບພວກເຂົາເຖິງການມາບັງເກີດພຣະບຸດຂອງພຣະເຈົ້າ ພວກຄົນລ້ຽງແກະພາກັນຕົກໃຈເມື່ອໄດ້ເຫັນທູດສະຫວັນ.
ທູດສະຫວັນກ່າວຕໍ່ພວກຄົນລ້ຽງແກະວ່າ: “ຢ່າສູ່ຢ້ານເລີຍ! ເຮົານຳຂ່າວດີມາບອກໃຫ້ພວກເຈົ້າຮູ້ ເປັນຂ່າວທີ່ນຳຄວາມຊົມຊື່ນຍິນດີອັນຍິ່ງໃຫຍ່ມາສູ່ປະຊາຊົນທັງໝົດ. ເພາະວ່າໃນວັນນີ້ ອົງພຣະຜູ້ໂຜດຊ່ວຍໃຫ້ພົ້ນອົງໜຶ່ງ ຄືພຣະຄຣິດໄດ້ມາບັງເກີດຢູ່ໃນເມືອງຂອງດາວິດສຳລັບເຈົ້າທັງຫຼາຍ. ນີ້ແຫລະ! ຈະເປັນໝາຍສໍາຄັນແກ່ພວກເຈົ້າ ຄືພວກເຈົ້າຈະພົບພຣະກຸມມານອົງໜຶ່ງພັນຜ້າອອ້ມນອນຢູ່ໃນຮາງຫຍ້າ.”
ໃນທັນໃດນັ້ນ ກໍມີທູດສະຫວັນກອງທັບໃຫຍ່ລົງມາຈາກສະຫວັນພາກັນຮ້ອງເພງສັນລະເສີນພຣະເຈົ້າດ້ວຍສຽງແຫ່ງຄວາມຊົມຊື່ນຍິນດີວ່າ: “ພຣະຣັດສະເໝີ ຈົ່ງມີແກ່ພຣະເຈົ້າໃນສະຫວັນທີ່ສູງສຸດ ແລະທີ່ແຜ່ນດິນໂລກຈົ່ງມີສັນຕິສຸກແກ່ມະນຸດທັງປວງຜູ້ທີ່ພຣະອົງຊົງພໍພຣະໄທນັ້ນ.” ແລ້ວກອງທັບທູດສະຫວັນກໍໄດ້ຈາກພວກເຂົາໄປ ກັບຄືນສູ່ທ້ອງຟ້າ ແລະມີລັກສະນະຄ້າຍຄືດວງດາວ.
ແລ້ວພວກຄົນລ້ຽງແກະໄດ້ເວົ້າຂຶ້ນວ່າ: “ໃຫ້ພວກເຮົາພາກັນໄປຍັງເມືອງເບັດເລເຮັມເທາະ! ໄປເບິ່ງເຫດການທີ່ໄດ້ເກີດຂຶ້ນ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ບອກໃຫ້ພວກເຮົາຮູ້ນັ້ນ.”
ດັ່ງນັ້ນ ພວກຄົນລ້ຽງແກະຈຶ່ງຮີບພາກັນເຂົ້າໄປໃນເມືອງເບັດເລເຮັມ ແລ້ວພວກເຂົາກໍພົບນາງມາຣີກັບໂຢເຊັບ ແລະເຫັນພຣະກຸມມານນ້ອຍນອນຢູ່ໃນຮາງຫຍ້າ. ຈາກນັ້ນ ພວກເຂົາກໍເລົ່າໃຫ້ນາງມາຣີ ແລະໂຢເຊັບຟັງເລື່ອງທີ່ທູດສະຫວັນໄດ້ມາບອກພວກເຂົາກ່ຽວກັບພຣະກຸມມານ.
ແລະໃນຂະນະທີ່ພວກຄົນລ້ຽງແກະເດີນທາງກັບບ້ານ ພວກເຂົາກໍໄດ້ເລົ່າເລື່ອງທີ່ເກີດຂຶ້ນໃນຄືນນັ້ນໃຫ້ກັບທຸກໆຄົນທີ່ພວກເຂົາໄດ້ພົບເຫັນຢູ່ລະຫວ່າງທີ່ເດີນທາງກັບບ້ານ ທຸກໆຄົນທີ່ໄດ້ຟັງພວກຄົນລ້ຽງແກະເລົ່າຕ່າງກໍພາກັນປະຫຼາດໃຈຕໍ່ສິ່ງທີ່ພວກເຂົາເລົ່າກ່ຽວກັບພຣະກຸມມານນັ້ນ ພວກຄົນລ້ຽງແກະໄດ້ພາກັນຮ້ອງເພງສັນລະເສີນພຣະເຈົ້າ ສຳລັບທຸກສິ່ງທີ່ພວກເຂົາໄດ້ຍິນແລະໄດ້ເຫັນ ເພາະເຫດການນີ້ໄດ້ເປັນໄປຕາມທີ່ທູດສະຫວັນນັ້ນບອກໄວ້ທຸກປະການ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 2:8-20
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 4 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຕາມກົດບັນຍັດທີ່ພຣະເຈົ້າໄດ້ປະທານໃຫ້ແກ່ໂມເຊ ລູກຊາຍກົກເມື່ອອາຍຸໄດ້ຫົກອາທິດຈະຕ້ອງນຳມາຖວາຍໃຫ້ແກ່ພຣະເຈົ້າ. (ລະບຽບພວກເລວີ 12:2-8) ໂຢເຊັບ ແລະນາງມາຣີກໍໄດ້ນຳພາພຣະກຸມມານນ້ອຍໄປເຮັດພິທີຖວາຍລູກໃຫ້ພຣະເຈົ້າຢູ່ພຣະວິຫານໃນນະຄອນເຢລູຊາເລັມ. ປະໂລຫິດທີ່ເຮັດພິທີຢູ່ໃນພຣະວິຫານກໍໄດ້ອູ້ມພຣະກຸມມານນ້ອຍເອົາໄວ້ຢູ່ໃນອ້ອມແຂນຂອງເພິ່ນ ແລະຍົກຂຶ້ນຢູ່ຕໍ່ໜ້າແທ່ນບູຊາ. ຫຼັງຈາກນັ້ນ ປະໂລຫິດກໍໄດ້ມອບພຣະກຸມມານນ້ອຍໃຫ້ນາງມາຣີຜູ້ທີ່ເປັນແມ່ຂອງເດັກ ແລະເພິ່ນກໍໄດ້ລົງທະບຽນຊື່ຂອງພຣະກຸມມານນ້ອຍວ່າ: "ເຢຊູ" ປະໂລຫິດແນມເບິ່ງພຣະກຸມມານເຢຊູເໝືອນເດັກນ້ອຍທົ່ວໆໄປ ແລະເພິ່ນກໍບໍ່ໄດ້ລະນຶກວ່າ ພຣະກຸມມານເຢຊູນັ້ນແມ່ນພຣະບຸດຂອງພຣະເຈົ້າ.
ແຕ່ມີບາງຄົນທີ່ສັດຊື່ຕໍ່ພຣະເຈົ້າຢູ່ໃນພຣະວິຫານ, ພຣະວິນຍານບໍຣິສຸດໄດ້ສຳແດງໃຫ້ພວກເຂົາຮູ້ວ່າ ພຣະກຸມມານນ້ອຍຄົນນີ້ແມ່ນພຣະບຸດຂອງພຣະເຈົ້າ. ໃນຂະນະນັ້ນ ມີຄົນຮັບໃຊ້ຂອງພຣະເຈົ້າຊື່ວ່າ: “ຊີເມໂອນ.” ເພິ່ນເປັນຄົນມີສິນທຳຢຳເກງພຣະເຈົ້າ ພຣະວິນຍານບໍຣິສຸດຂອງພຣະເຈົ້າໄດ້ສະຖິດຢູ່ກັບຊີເມໂອນ ແລະສຳແດງໃຫ້ເພິ່ນຮູ້ວ່າ ເພິ່ນຈະບໍ່ຕາຍກ່ອນທີ່ຈະໄດ້ເຫັນພຣະຜູ້ຊ່ວຍໃຫ້ລອດ. ແລ້ວພຣະວິນຍານບໍຣິສຸດໄດ້ນຳພາຊີເມໂອນເຂົ້າໄປໃນພຣະວິຫານ ຂະນະນັ້ນ ເພິ່ນກໍໄດ້ເຫັນຄອບຄົວໜຶ່ງທີ່ທຸກຍາກ ແລະກຳລັງມອບລູກຊາຍກົກໃຫ້ປະໂລຫິດເຮັດພິທີຖວາຍລູກໃຫ້ພຣະເຈົ້າ. ໃນທັນໃດນັ້ນ ພຣະວິນຍານບໍຣິສຸດກໍໄດ້ເຮັດໃຫ້ຊີເມໂອນເຫັນແສງລັດສະເໝີສ່ອງອອກມາຈາກໃບໜ້າຂອງພຣະກຸມມານນ້ອຍ ແລ້ວຊີເມໂອນກໍໄດ້ຮູ້ທັນທີວ່າ ນີ້ແມ່ນພຣະຜູ້ຊ່ວຍໃຫ້ລອດທີ່ພຣະເຈົ້າໄດ້ຊົງສັນຍາໄວ້ວ່າ ຈະປະທານມາໃຫ້ມະນຸດ.
ແລ້ວຊີເມໂອນກໍໄດ້ອູ້ມພຣະກຸມມານເຢຊູຍົກຂຶ້ນຢູ່ຕໍ່ໜ້າແທ່ນບູຊາ ແລະກ່າວວ່າ: "ຂ້າແດ່ພຣະອົງເຈົ້າ ບັດນີ້ ພຣະອົງໄດ້ໃຫ້ຂ້ອຍໃຊ້ຂອງພຣະອົງໄປເປັນສຸກຕາມພຣະທຳຂອງພຣະອົງ ເພາະວ່າຕາຂອງຂ້ານ້ອຍໄດ້ເຫັນຄວາມພົ້ນທີ່ມາຈາກພຣະອົງແລ້ວ ເຊິ່ງພຣະອົງໄດ້ຊົງຈັດຕຽມໄວ້ຕໍ່ໜ້າປະຊາຊົນທັງໝົດ ຄືແສງສະຫວ່າງສ່ອງແຈ້ງເປີດເຜີຍພຣະປະສົງແກ່ບັນດາປະຊາຊາດ ແລະນຳເອົາສະຫງ່າຣາສີມາສູ່ອິດສະຣາເອນພົນລະເມືອງຂອງພຣະເຈົ້າ."
ຍັງມີຜູ້ປະກາດພຣະຄຳຍິງຄົນໜຶ່ງຊື່ວ່າ: “ອານາ.” ນາງເປັນແມ່ໝ້າຍທີ່ນະມັດສະການພຣະເຈົ້າທັງເວັນ ແລະຄືນໂດຍບໍ່ເຄີຍໜີຈາກພຣະວິຫານຈັກເທື່ອ. ໃນຂະນະທີ່ຊີເມໂອນກ່າວຄຳຂອບພຣະຄຸນພຣະເຈົ້າຢູ່ນັ້ນ ພຣະວິນຍານບໍຣິສຸດທີ່ສະຖິດຢູ່ກັບນາງອານາກໍໄດ້ສະແດງໃຫ້ນາງຮູ້ວ່າ ພຣະກຸມມານທີ່ຊີເມໂອນອູ້ມຢູ່ນັ້ນແມ່ນພຣະຜູ້ຊ່ວຍໃຫ້ລອດ. ແລ້ວນາງອານາກໍໄດ້ເຂົ້າໄປຫາຊີເມໂອນ ແລະຢືນຢັນຄຳພະຍານຂອງຊີເມໂອນໃນເລື່ອງພຣະຜູ້ຊ່ວຍໃຫ້ລອດ. ຈາກນັ້ນ ນາງອານາກໍໄດ້ຂອບພຣະຄຸນພຣະເຈົ້າທີ່ເຮັດໃຫ້ນາງໄດ້ເຫັນພຣະຜູ້ຊ່ວຍໃຫ້ລອດ ແລ້ວນາງອານາກໍໄດ້ເວົ້າເຖິງພຣະກຸມມານນ້ອຍເຢຊູໃຫ້ທຸກໆຄົນໃນນະຄອນເຢລູຊາເລັມຟັງ ເຊິ່ງພວກເຂົາກຳລັງຄອຍຖ້າການໄຖ່ໃຫ້ພົ້ນນັ້ນ. ຝ່າຍໂຢເຊັບ ແລະນາງມາຣີຕ່າງກໍປະຫຼາດໃຈໃນສິ່ງທີ່ພວກເຂົາກ່າວເຖິງພຣະກຸມມານນ້ອຍເຢຊູ ແລ້ວໂຢເຊັບ ແລະນາງມາຣີກໍເດີນທາງກັບບ້ານທີ່ນາຊາເຣັດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 2:21-38
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 5 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຈົ້າບໍ່ພຽງແຕ່ເປີດເຜີຍເຖິງການມາບັງເກີດພຣະບຸດຂອງພຣະເຈົ້າໃຫ້ຄົນລ້ຽງແກະລວມທັງຊີເມໂອນ ແລະນາງອານາຮູ້ເທົ່ານັ້ນ ພຣະອົງຍັງໄດ້ເປີດເຜີຍໃຫ້ຄົນຕ່າງປະເທດຮູ້ອີກດ້ວຍເຖິງຄຳພະຍາກອນເລື່ອງພຣະບຸດຂອງພຣະເຈົ້າທີ່ຈະສະເດັດມາ.
ຢູ່ຕ່າງປະເທດ, ມີພວກນັກປາດກຸ່ມໜຶ່ງທີ່ເປັນນັກວິທະຍາສາດ ແລະອາໄສຢູ່ໃນທະວີບອາຊີຕາເວັນອອກ. ພວກເຂົາເປັນຄົນຮັ່ງມີ, ເປັນທີ່ນັບຖື ແລະເປັນຄົນທີ່ບໍ່ໄດ້ຂາບໄຫວ້ຮູບປັ້ນ ຫຼື ຮູບເຄົາລົບ. ຂະນະທີ່ພວກເຂົາສຶກສາດວງດາວຢູ່ນັ້ນ ພວກເຂົາໄດ້ເຫັນສິ່ງທີ່ມະຫັດສະຈັນຢູ່ເທິງທ້ອງຟ້າ.
ໃນຄືນທີ່ທູດສະຫວັນໄດ້ປາກົດຕົວແກ່ຄົນລ້ຽງແກະຢູ່ໃນເມືອງເບັດເລເຮັມນັ້ນ ພວກນັກປາດໄດ້ເຫັນສິ່ງທີ່ຜິດປົກກະຕິຢູ່ເທິງທ້ອງຟ້າທີ່ສ່ອງແສງຄືດາວ ເມື່ອແສງແຈ້ງນັ້ນໄດ້ຄ່ອຍໆຫາຍໄປ ກໍໄດ້ປາກົດມີດາວດວງໃໝ່ຢູ່ເທິງທ້ອງຟ້າ ເຊິ່ງເຮັດໃຫ້ພວກນັກປາດລະນຶກເຖິງຄຳພະຍາກອນຂອງຜູ້ປະກາດພຣະຄຳ “ມີກະສັດອົງໜຶ່ງຈະເກີດຂຶ້ນດັ່ງດວງແຈ້ງໃນຊົນຊາດຂອງຢາໂຄບ ເໝືອນດາວຫາງອັນຊົງຣິດທີ່ມາຈາກຊາດອິດສະຣາເອັນ…” ຈົດບັນຊີ 24:17; ພວກນັກປາດມີຄວາມເຊື່ອໃນເລື່ອງພຣະເຈົ້າ ແລະປາຖະໜາທີ່ຈະຮຽນຮູ້ຄວາມຈິງ. ພວກເຂົາໄດ້ຖາມເຊິ່ງກັນແລະກັນວ່າ: “ດາວດວງນີ້ ອາດຈະເປັນດາວແຫ່ງຄຳສັນຍາພຣະບຸດຂອງພຣະເຈົ້າທີ່ຈະມາໄຖ່ຄວາມຜິດບາບກໍໄດ້”
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 2:1-12.
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 6 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພວກນັກປາດໄດ້ເຫັນດາວ ແລະເຊື່ອວ່າ ຄຳພະຍາກອນທີ່ເວົ້າເຖິງກະສັດຂອງຊາວຢິວນັ້ນໄດ້ມາຮອດແລ້ວ ພວກເຂົາກວດສອບກ່ຽວກັບຄຳພະຍາກອນຢ່າງຕັ້ງໃຈ ແລ້ວພວກເຂົາກໍໄດ້ຕັດສິນໃຈທີ່ຈະຕິດຕາມດາວດວງນັ້ນໄປ ແລະເບິ່ງວ່າດາວດວງນັ້ນມາຈາກໃສ. ເປັນເວລາຫຼາຍມື້ທີ່ພວກນັກປາດໄດ້ຕິດຕາມດາວດວງນັ້ນໄປ ຈົນມາຮອດແຂວງຢູດາໃນປະເທດອິດສະຣາເອນ. ເມື່ອພວກເຂົາເດີນທາງເຂົ້າມາໃນນະຄອນເຢລູຊາເລັມ ດາວດວງນັ້ນກໍໄດ້ຢຸດຢູ່ເໜືອພຣະວິຫານ. ຫຼັງຈາກນັ້ນບໍ່ດົນ ດາວດວງນັ້ນກໍໄດ້ຫາຍໄປ ພວກນັກປາດກະຕືລືລົ້ນຢາກຮູ້ ແລະຄິດວ່າປະຊາຊົນອິດສະຣາເອນໃນນະຄອນເຢຣູຊາເລັມຄົງຈະເວົ້າເຖິງການສະເດັດມາບັງເກີດພຣະບຸດຂອງພຣະເຈົ້າຢ່າງຊົມຊື່ນຍິນດີ ແລ້ວພວກເຂົາໄດ້ເຂົ້າໄປໃນນະຄອນເຢຣູຊາເລັມ ແລະຖາມກ່ຽວກັບພຣະເມຊີອາ.
ພວກນັກປາດຖາມວ່າ: “ເດັກທີ່ຫາກໍເກີດມາເປັນກະສັດຂອງຊາວຢິວນັ້ນຢູ່ໃສ? ພວກເຮົາໄດ້ເຫັນດາວຂອງເພິ່ນປາກົດຂຶ້ນທາງທິດຕາເວັນອອກ ແລະພວກເຮົາໄດ້ມາເພື່ອຂາບໄຫວ້ນະມັດສະການເພິ່ນ.” ແຕ່ຄຳຖາມຂອງພວກນັກປາດໄດ້ເຮັດໃຫ້ຫຼາຍຄົນປະຫຼາດໃຈ ສ່ວນພວກນັກປາດເອງກໍແປກໃຈທີ່ບໍ່ພົບຜູ້ໃດຜູ້ໜຶ່ງທີ່ຮູ້ເລື່ອງການສະເດັດມາບັງເກີດພຣະບຸດຂອງພຣະເຈົ້າ.
ຂ່າວເລື່ອງນີ້ກໍໄດ້ແຜ່ກະຈາຍເຂົ້າໄປເຖິງພະຣາຊະວັງຂອງກະສັດເຮໂຣດ ກະສັດເຮໂຣດເປັນຄົນຕ່າງຊາດທີ່ຈັກກະພັດໂຣມໄດ້ແຕ່ງຕັ້ງໃຫ້ມາປົກຄອງຢູ່ປະເທດອິດສະຣາເອນ. ເມື່ອກະສັດເຮໂຣດໄດ້ຍິນເລື່ອງນີ້ ກໍວຸ່ນວາຍທຸກໃຈຫຼາຍ ແລະຢ້ານວ່າກະສັດອົງໃໝ່ທີ່ເກີດມານັ້ນຈະຂຶ້ນມາເປັນກະສັດແທນທີ່ເພິ່ນ. ກະສັດເຮໂຣດສົງໄສວ່າພວກປະໂລຫິດຄິດວາງແຜນກັບພວກນັກປາດ ເພື່ອກໍໃຫ້ເກີດຄວາມບໍ່ສະຫງົບສຸກ ແລະຂັບໄລ່ເພິ່ນອອກຈາກການເປັນກະສັດ. ກະສັດເຮໂຣດຈຶ່ງຕັ້ງໃຈທີ່ຈະທຳລາຍແຜນການ ແລະຜູ້ນຳຂອງອິດສະຣາເອນທີ່ຢູ່ໃນນະຄອນເຢຣູຊາເລັມ.
ແລ້ວກະສັດເຮໂຣດໄດ້ເອີ້ນພວກປະໂລຫິດ ແລະພວກທຳມະຈານທັງໝົດໃຫ້ມາເຕົ້າໂຮມກັນ ແລະຖາມວ່າ: “ພຣະຄຣິດນັ້ນ ຈະບັງເກີດຢູ່ໃສ?”
ພວກເຂົາຕອບວ່າ: “ຢູ່ໃນເມືອງເບັດເລເຮັມ ແຂວງຢູດາ ເພາະຜູ້ທຳນວາຍໄດ້ຂຽນໄວ້…” ມັດທາຍ 2:6
ກະສັດເຮໂຣດບໍ່ພໍໃຈຫຼາຍທີ່ໄດ້ຍິນຂ່າວວ່າ ຊົນຊາດອິດສະຣາເອນກຳລັງຈະມີກະສັດອົງໃໝ່. ດັ່ງນັ້ນ ກະສັດຈຶ່ງເຊີນພວກນັກປາດເຂົ້າມາພົບເພິ່ນຢ່າງເປັນຄວາມລັບ ແລະສືບຖາມຂ່າວຄາວຢ່າງຄົບຖ້ວນກ່ຽວກັບເລື່ອງພຣະບຸດຂອງພຣະເຈົ້າທີ່ຈະສະເດັດມາ. ກະສັດເຮໂຣດຢາກຮູ້ວ່າພຣະກຸມມານນັ້ນເກີດຢູ່ໃສເພື່ອເພິ່ນຈະໄດ້ໄປຂ້າ ເພາະເພິ່ນຢ້ານວ່າກະສັດອົງໃໝ່ທີ່ເກີດມານັ້ນຈະຂຶ້ນມາເປັນກະສັດແທນທີ່ເພິ່ນ. ສະນັ້ນ ກະສັດເຮໂຣດຈຶ່ງໄດ້ສັ່ງພວກເຂົາວ່າ: “ຈົ່ງໄປຊອກກຸມມານນັ້ນຢ່າງຄັກແນ່ ເມື່ອພວກເຈົ້າພົບແລ້ວ ຈົ່ງບອກໃຫ້ເຮົາຮູ້ ເພື່ອເຮົາຈະໄປຂາບໄຫວ້ນະມັດສະການເພິ່ນເໝືອນກັນ.”
ເມື່ອພວກນັກປາດໄດ້ອອກຈາກນະຄອນເຢຣູຊາເລັມ ເພື່ອດຳເນີນການເດີນທາງຕໍ່ໄປ ແລ້ວພວກເຂົາກໍໄດ້ເຫັນດາວດວງນັ້ນປາກົດຢູ່ທາງທິດຕາເວັນອອກອີກເທື່ອໜຶ່ງ. ພວກເຂົາຕ່າງກໍເຕັມໄປດ້ວຍຄວາມຊົມຊື່ນຍິນດີ ແລະພວກເຂົາໄດ້ຕິດຕາມດາວດວງນັ້ນໄປ ຈົນມາຢຸດຢູ່ສະຖານທີ່ທີ່ພຣະກຸມມານນັ້ນອາໄສຢູ່ໃນເມືອງເບັດເລເຮັມ. ເມື່ອພວກເຂົາເຂົ້າໄປໃນເຮືອນກໍໄດ້ເຫັນພຣະກຸມມານ ແລະນາງມາຣີແມ່ຂອງເດັກ. ພວກນັກປາດໄດ້ແນມເຫັນແສງລັດສະໝີຂອງພຣະເຈົ້າປິດເຊື່ອງຊ້ອນໄວ້ຢູ່ພາຍໃຕ້ຄວາມຕ່ຳຕ້ອຍຂອງພຣະກຸມມານເຢຊູ ແລ້ວພວກນັກປາດກໍໄດ້ກົ້ມລົງຂາບ ແລະນະມັດສະການພຣະອົງ. ຈາກນັ້ນ ພວກເຂົາໄດ້ເປີດຫີບສົມບັດຂອງພວກເຂົາ ພວກເຂົາຖວາຍຂອງຂວັນໃຫ້ພຣະອົງເຊັ່ນ: ຄຳ, ກຳຍານ ແລະຢາງໄມ້ຫອມ.”
ໂດຍຜ່ານທາງພວກຄົນລ້ຽງແກະ, ຊີເມໂອນ, ນາງອານາ ແລະພວກນັກປາດ, ພຣະເຈົ້າຍັງໄດ້ເປີດເຜີຍໃຫ້ແກ່ຄົນຈຳນວນຫຼາຍຢູ່ໃນເມືອງເບັດເລເຮັມ ແລະນະຄອນເຢຣູຊາເລັມວ່າ ພຣະບຸດຂອງພຣະເຈົ້າໄດ້ມາບັງເກີດແລ້ວ. ນອກຈາກນີ້ ດາວທີ່ໄດ້ເກີດຂຶ້ນຢູ່ເທິງທ້ອງຟ້າໂດຍບັນດາທູດສະຫວັນເປັນຜູ້ເຮັດຂຶ້ນນັ້ນ ເປັນຫຼັກຖານທີ່ສາມາດແນມເຫັນໄດ້ທຸກສິ່ງວ່າ ພຣະເຈົ້າໄດ້ປະຕິບັດຕາມພຣະສັນຍາຂອງພຣະອົງ. ຄຳພະຍາກອນມີຄວາມຊັດເຈນກ່ຽວກັບວັນເດືອນປີ ແລະສະຖານທີເກີດພຣະບຸດຂອງພຣະເຈົ້າ. ສະນັ້ນ ເປັນຫຍັງ ບໍ່ມີໃຜມາຕ້ອນຮັບພຣະເຢຊູໃນວັນທີ່ພຣະອົງໄດ້ມາບັງເກີດ? ຈິດໃຈຂອງພວກເຂົາສະແຫວງຫາສິ່ງຂອງຕ່າງໆໃນໂລກນີ້ບໍ? ພວກເຂົາບໍ່ມີຄວາມສຳພັນກັບພຣະເຈົ້າບໍ ຈຶ່ງເຮັດໃຫ້ພຣະວິນຍານບໍຣິສຸດບໍ່ສາມາດເປີດເຜີຍເຖິງການມາບັງເກີດຂອງພຣະຜູ້ໄຖ່ໃຫ້ແກ່ພວກເຂົາ?
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 2:1-12.
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 6 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຫຼັງຈາກພວກນັກປາດຢ້ຽມຢາມພຣະກຸມມານເຢຊູແລ້ວ ພວກເຂົາກໍຕັ້ງໃຈວ່າ ຈະກັບໄປບອກກະສັດເຮໂຣດ ແຕ່ທູດສະຫວັນໄດ້ມາປາກົດຕົວຢູ່ໃນຄວາມຝັນ ແລະບອກພວກເຂົາບໍ່ໃຫ້ກັບຄືນໄປຫາກະສັດເຮໂຣດ. ສະນັ້ນ ພວກນັກປາດຈຶ່ງກັບເມືອບ້ານເມືອງຂອງພວກເຂົາໂດຍໃຊ້ເສັ້ນທາງອື່ນ. ກະສັດເຮໂຣດອົດທົນຄອງຄອຍການກັບມາຂອງພວກນັກປາດ. ເມື່ອເວລາຜ່ານໄປ ພວກນັກປາດກໍບໍ່ກັບມາຫາເພິ່ນ ກະສັດເຮໂຣດຈຶ່ງເລີ່ມຄິດສົງໄສພວກປະໂລຫິດ ແລະພວກທຳມະຈານໃນການບອກສະຖານທີ່ເກີດຂອງກະສັດຊົນຊາດອິດສະລາເອນ.
ແລ້ວກະສັດເຮໂຣດຈຶ່ງໄດ້ສັ່ງທະຫານວ່າ: “ຈົ່ງໄປຂ້າເດັກນ້ອຍຜູ້ຊາຍທຸກຄົນໃນເມືອງເບັດເລເຮັມ ແລະໃນເຂດໝູ່ບ້ານທີ່ໃກ້ຄຽງ ຕັ້ງແຕ່ອາຍຸສອງປີລົງມາ ແລະຢ່າໃຫ້ມີເດັກນ້ອຍຜູ້ຊາຍຄົນໃດລອດໄປໄດ້.” ແລ້ວພວກທະຫານກໍໄດ້ເດີນທາງໄປເມືອງເບັດເລເຮັມ.
ແຕ່ໃນເວລານັ້ນ ພຣະເຈົ້າໄດ້ສົ່ງທູດສະຫວັນໄປທີ່ບ້ານຂອງໂຢເຊັບ ແລະນາງມາຣີ. ມັນເປັນເວລາຕອນກາງຄືນທີ່ພວກເຂົາກຳລັງນອນຫຼັບຢູ່ ທູດສະຫວັນໄດ້ມາປາກົດຕົວຢູ່ໃນຄວາມຝັນຂອງໂຢເຊັບ ແລະກ່າວວ່າ: “ໂຢເຊັບເອີຍ! ຈົ່ງລຸກຂຶ້ນໃຫ້ພາກຸມມານກັບແມ່ຂອງເດັກໜີໄປປະເທດເອຢິບ… ເພາະກະສັດເຮໂຣດກຳລັງຊອກຫາກຸມມານເພື່ອຈະຂ້າເພິ່ນ.” ໂຢເຊັບກໍໄດ້ປະຕິບັດຕາມທີ່ທູດສະຫວັນບອກ ລາວໄດ້ກະກຽມເຄື່ອງ ແລະພານາງມາຣີພ້ອມດ້ວຍພຣະກຸມມານເຢຊູອອກເດີນທາງໃນຕອນກາງຄືນ. ເມື່ອພວກເຂົາເດີນທາງອອກຈາກເມືອງເບັດເລເຮັມໄປໄດ້ບໍ່ໄກ ພວກທະຫານກໍໄດ້ເດີນທາງມາຮອດເມືອງ ແລະເລີ່ມຊອກຫາຂ້າເດັກນ້ອຍຜູ້ຊາຍຕັ້ງແຕ່ສອງປີລົງມາຢູ່ໃນເຮືອນຂອງປະຊາຊົນ. ພາບການຂ້າເດັກນ້ອຍໃນມື້ນັ້ນມັນຊ່າງໂຫດຮ້າຍຫຼາຍແມ້ແຕ່ພວກທະຫານເອງກໍຍັງຮູ້ສຶກກຽດຊັງທີ່ຈະຕ້ອງເຮັດແບບນີ້ ສ່ວນປະຊາຊົນຫຼາຍໆຄອບຄົວກໍໄດ້ຮ້ອງໄຫ້ໄວທຸກໃຫ້ກັບລູກຊາຍຂອງພວກເຂົາ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 2:13-23
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 6 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເປັນຊ່ວງໄລຍະຄາວໜຶ່ງທີ່ໂຢເຊັບ ແລະນາງມາຣີພ້ອມດ້ວຍພຣະກຸມມານເຢຊູໄດ້ອາໄສຢູ່ໃນປະເທດເອຢິບຫ່າງຈາກກະສັດເຮໂຣດຜູ້ຊົ່ວຮ້າຍ. ເມື່ອກະສັດເຮໂຣດເສຍຊີວິດແລ້ວ ກໍໄດ້ມີທູດສະຫວັນມາປາກົດຕົວແກ່ໂຢເຊັບ ແລະກ່າວວ່າ: “ຈົ່ງລຸກຂຶ້ນ ພາກຸມມານ ແລະແມ່ຂອງເດັກກັບຄືນໄປດິນແດນອິດສະຣາເອນ ເພາະຜູ້ທີ່ຕ້ອງການຂ້າກຸມມານນັ້ນຕາຍແລ້ວ.” ດັ່ງນັ້ນ ໂຢເຊັບຈຶ່ງລຸກຂຶ້ນ ແລະພາພຣະກຸມມານພ້ອມທັງນາງມາຣີກັບຄືນສູ່ດິນແດນອິດສະຣາເອນ. ໃນລະຫວ່າງທີ່ພວກເຂົາເດີນທາງເຂົ້າໄປໃນແຂວງຢູດາ ພວກເຂົາກໍໄດ້ຍິນຂ່າວວ່າ ລູກຊາຍຂອງກະສັດເຮໂຣດໄດ້ຂຶ້ນມາເປັນກະສັດແທນຜູ້ເປັນພໍ່ແລ້ວ. ຂ່າວເລື່ອງນີ້ໄດ້ເຮັດໃຫ້ໂຢເຊັບ ແລະນາງມາຣີຮູ້ສຶກຢ້ານຫຼາຍ ແຕ່ພຣະເຈົ້າໄດ້ສົ່ງທູດສະຫວັນມາບອກໂຢເຊັບໃຫ້ກັບໄປອາໄສຢູ່ທີ່ເມືອງນາຊາເຣັດ. ສະນັ້ນ ໂຢເຊັບ ແລະນາງມາຣີຈຶ່ງໄປອາໄສຢູ່ທີ່ເມືອງນາຊາເຣັດ ແຂວງຄາລີເລ.
ພຣະເຢຊູໃຊ້ຊີວິດໃນໄວເດັກຂອງພຣະອົງຢູ່ໃນເມືອງນາຊາເຣັດ ແລະອາໄສຢູ່ກັບພໍ່ແມ່ທີ່ທຸກຍາກ. ໃນໄວເດັກ, ພຣະເຢຊູຊົງອ່ອນນ້ອມຖ່ອມຕົນ, ອ່ອນຫວານ, ສຸພາບ, ລາເລີງແຈ່ມໃສ, ບໍ່ເຫັນແກ່ຕົວ, ມີຄວາມຊື່ສັດ, ອົດທົນ, ໝັ້ນຄົງໃນການເຮັດສິ່ງທີ່ຖືກຕ້ອງ, ມີຄວາມເມດຕາຕໍ່ຜູ້ເຖົ້າກັບຄົນທຸກຍາກລວມທັງສັດ ແລະເຊື່ອຟັງພໍ່ແມ່ຂອງພຣະອົງຢູ່ຕະຫຼອດ. ນາງມາຣີໄດ້ລ້ຽງດູ ແລະເບິ່ງແຍງພຣະອົງໂດຍຜ່ານທາງພຣະວິນຍານບໍຣິສຸດ ແລະນາງໄດ້ສອນພຣະຄຳພີໃຫ້ພຣະອົງ ຈົນກວ່າພຣະອົງຈະເຕີບໃຫຍ່ພໍທີ່ຈະສາມາດສຶກສາດ້ວຍຕົວຂອງພຣະອົງເອງ (ລູກາ 1:30-33). ພຣະເຢຊູສຶກສາພຣະຄຳພີເປັນປະຈຳ ແລະເຊື່ອຟັງພຣະບັນຍັດຂອງພຣະເຈົ້າທຸກປະການ. ພຣະອົງຈະເລີນເຕີບໃຫຍ່ທາງດ້ານສະໝອງ ແລະຮ່າງກາຍຄືກັບເດັກນ້ອຍທົ່ວໆໄປ. ພຣະອົງຮັກໃນການສຶກສາສິ່ງຕ່າງໆທີ່ພຣະເຈົ້າໄດ້ຊົງສ້າງທັງໃນໂລກ ແລະໃນອາກາດ. ທູດສະຫວັນໄດ້ຢູ່ກັບພຣະອົງ ແລະສອນພຣະອົງໃຫ້ເຂົ້າໃຈພຣະເຈົ້າຜ່ານທາງທຳມະຊາດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 2:13-23, ລູກາ 2:52
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 7 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເທດສະການປັດສະຄາກຳເນີດຂຶ້ນໃນມື້ສຸດທ້າຍທີ່ຊົນຊາດອິດສະຣາເອນຈະອອກຈາກການເປັນທາດຢູ່ໃນປະເທດເອຢິບ. ພຣະເຈົ້າໄດ້ສັ່ງໃຫ້ພວກເຂົາຂ້າລູກແກະ ແລະເອົາເລືອດຂອງລູກແກະທາໃສ່ອ້ອມຂອບວົງປະຕູ. ຈາກນັ້ນ ປີ້ງຊີ້ນຂອງລູກແກະກິນກັບເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງກັບຜັກຂົມ. ແລະພຣະເຈົ້າໄດ້ສັ່ງພວກເຂົາອີກວ່າ: "ເມື່ອລູກຫຼານຖາມວ່າ 'ພິທີນີ້ມີຄວາມໝາຍວ່າຢ່າງໃດ?' ໃຫ້ພວກເຈົ້າຕອບວ່າ 'ແມ່ນພິທີສະຫຼອງປັດສະຄາ ເພື່ອຍົກຍ້ອງໃຫ້ກຽດພຣະເຈົ້າ ເພາະພຣະອົງໄດ້ຜ່ານເວັ້ນເຮືອນຂອງຊາວອິດສະຣາເອນຢູ່ໃນປະເທດເອຢິບ. ພຣະອົງໄດ້ຂ້າຊາວເອຢິບ ແຕ່ໄດ້ໄວ້ຊີວິດພວກເຮົາ.'" ເລື່ອງອັນໜ້າມະຫັດສະຈັນທີ່ພຣະເຈົ້າຊົງເຮັດເພື່ອປະຊາຊົນຂອງພຣະອົງຢູ່ໃນອະດີດນີ້ ບັນດາຜູ້ເປັນພໍ່ແມ່ຈະຕ້ອງເລົ່າໃຫ້ລູກຫຼານຟັງສືບຕໍ່ໆກັນໄປທຸກຍຸກທຸກສະໄໝ. ພິທີສະຫຼອງປັດສະຄາ, ນອກຈາກຈະຊ່ວຍໃຫ້ພວກເຂົາຈື່ການຊົງຊ່ວຍເຫຼືອພວກເຂົາອອກຈາກການເປັນທາດໃນປະເທດເອຢິບແລ້ວ ມັນຍັງເປັນບົດຮຽນຂອງການຊົງໄຖ່ ໂດຍມີເທດສະການປັດສະຄາເປັນເຄື່ອງຊ່ວຍເຕືອນຄວາມຊົງຈຳວ່າ ລູກແກະທີ່ຖືກຂ້າ ແລະເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງນັ້ນ ໝາຍເຖິງພຣະຜູ້ຊ່ວຍໃຫ້ລອດ.
ໃນສະໄໝຂອງພຣະເຢຊູ, ພວກເຂົາຍັງຄົງສະຫຼອງເທດສະການປັດສະຄາ ມັນເປັນເທດສະການປະຈຳປີທີ່ຜູ້ຊາຍອິດສະຣາເອນຕ້ອງເຂົ້າເຝົ້າພຣະເຈົ້າຢູ່ທີ່ນະຄອນເຢຣູຊາເລັມ. ສຳລັບຊາວຢິວ, ເມື່ອເດັກຊາຍທີ່ມີອາຍຸຄົບ 12 ປີ ພວກເຂົາຈະໄດ້ຮັບໂອກາດພິເສດເພື່ອຮັບການສອນເລື່ອງທາງສາສະໜາ ແລະຄາດວ່າຈະຕ້ອງເຂົ້າຮ່ວມ ແລະປະຕິບັດງານສະຫຼອງສັກສິດ. ໂຢເຊັບ ແລະນາງມາຣີຈະໄປຍັງນະຄອນເຢລູຊາເລັມ ເພື່ອສະຫຼອງເທດສະການປັດສະຄາທຸກໆປີ ຕາມປະເພນີຂອງພວກເຂົາທີ່ເຄີຍປະຕິບັດກັນມາ ແລະເມື່ອພຣະເຢຊູອາຍຸໄດ້ 12 ປີ ພວກເຂົາກໍໄດ້ພາພຣະອົງໄປກັບພວກເຂົາ.
ເປັນຄັ້ງທຳອິດທີ່ພຣະເຢຊູເຫັນພຣະວິຫານ, ພຣະອົງຊົງແນມເບິ່ງປະໂລຫິດປະກອບພິທີສັກສິດ. ຂະນະທີ່ຄວັນເຜົາເຄື່ອງຫອມລອຍຂຶ້ນໄປຍັງພຣະເຈົ້າ ພຣະເຢຊູຊົງກົ້ມລົງຂາບອະທິຖານພ້ອມກັບຜູ້ຮ່ວມນະມັດສະການຄົນອື່ນໆ ພຣະອົງຊົງເຫັນການຖວາຍລູກແກະເທິງແທ່ນບູຊາໃຫ້ພຣະເຈົ້າ ແລະເຫັນເລືອດໄຫຼອອກມາຈາກສັດທີ່ຖືກຖວາຍເທິງແທ່ນເຜົາເຄື່ອງບູຊານັ້ນ ພຣະເຢຊູຊົງເຂົ້າໃຈຄວາມສຳພັນຂອງພຣະອົງກັບພຣະເຈົ້າ ແຕ່ຄວາມໝາຍທີ່ສຳຄັນຂອງເທດສະການປັດສະຄາກ່ຽວກັບພຣະບຸດຂອງພຣະເຈົ້ານັ້ນແມ່ນຫຍັງ? ໃນຂະນະທີ່ພຣະອົງສັງເກດເບິ່ງເທດສະການປັດສະຄາ, ພຣະວິນຍານບໍຣິສຸດໄດ້ສອນໃຫ້ພຣະອົງຮູ້ເຖິງຄວາມໝາຍຂອງການຖວາຍລູກແກະເທິງແທ່ນບູຊາ ເຊິ່ງເປັນເຄື່ອງໝາຍເຖິງການເສຍຊີວິດຂອງພຣະຜູ້ໄຖ່ ຄືພຣະບຸດຂອງພຣະເຈົ້າ. ແລະພຣະເຢຊູຊົງຮູ້ວ່າ: “ຂ້ອຍເປັນລູກແກະຂອງພຣະເຈົ້າ ແລະຂ້ອຍຕ້ອງຕາຍສຳລັບຄວາມບາບຂອງມະນຸດ.”
ແຕ່ລະມື້ໃນພຣະວິຫານ, ພິທີກຳສັກສິດທີ່ເຮັດໄປໃນແຕ່ລະຂັ້ນຕອນນັ້ນໄດ້ສຳແດງໃຫ້ເຫັນເຖິງການດຳເນີນຕາມຮອຍຊີວິດຂອງພຣະເຢຊູ. ພຣະວິນຍານບໍຣິສຸດໄດ້ສອນໃຫ້ພຣະອົງຮູ້ກ່ຽວກັບພິທີກຳທັງໝົດເຫຼົ້ານີ້ ເປັນແບບຈຳລອງທີ່ຊີ້ໄປຍັງພາລະກິດຂອງພຣະຜູ້ໄຖ່. ພຣະເຢຊູຊົງອະທິຖານ ແລະຄົ້ນຄິດຢູ່ໃນພາບຂອງສິ່ງເຫຼົ່ານີ້ຫຼາຍຂຶ້ນກ່ຽວກັບພາລະກິດຂອງພຣະອົງ ແລ້ວຄວາມລຶກລັບໃນພາລະກິດກໍໄດ້ເປີດເຜີຍຂຶ້ນມາຕໍ່ໜ້າພຣະອົງ ແລະພຣະອົງກໍຊົງເຂົ້າໃຈຄວາມໝາຍໄດ້ຢ່າງຊັດເຈນຂຶ້ນ. ເມື່ອເທດສະການປັດສະຄາໄດ້ສິ້ນສຸດ ຜູ້ຄົນທີ່ເຂົ້າຮ່ວມນະມັດສະການທັງຫຼາຍກໍໄດ້ໄປຈາກນະຄອນເຢຣູຊາເລັມ ແຕ່ພຣະເຢຊູຍັງຄົງຢູ່ໃນບໍລິເວນເດີ່ນພຣະວິຫານ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 2:41-43; ອົບພະຍົບ 12:8, 26, 27
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 8 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຢູ່ຂ້າງພຣະວິຫານມີຫ້ອງໜຶ່ງທີ່ຈັດຕຽມໄວ້ເປັນໂຮງຮຽນສອນສາສະໜາ ແລະລູກສິດທັງຫຼາຍຊຸມນຸມກັນຢູ່ທີ່ນັ້ນ. ມື້ນັ້ນ, ພຣະເຢຊູໄດ້ເຂົ້າມາຍັງຫ້ອງຮຽນ ແລະພຣະອົງຊົງນັ່ງໃກ້ບັນດາອາຈານທັງຫຼາຍເພື່ອຮັບຟັງຄຳສັ່ງສອນຂອງພວກເຂົາ. ໃນຖານະຜູ້ສະແຫວງຫາທາງປັນຍາ, ພຣະອົງຊົງຕັ້ງຄຳຖາມໃຫ້ບັນດາອາຈານເຫຼົ່ານັ້ນໃນເລື່ອງຄຳພະຍາກອນ ແລະການສະເດັດມາຂອງພຣະເມຊີອາ. ບັນດາອາຈານເຫຼົ່ານັ້ນກໍເວົ້າວ່າ ເມື່ອພຣະເມຊີອາສະເດັດມາ ຈະມີການຍົກຍ້ອງປະຊາຊົນຢິວໃຫ້ສູງຂຶ້ນຢ່າງໜ້າອັດສະຈັນ. ແຕ່ພຣະເຢຊູຊົງສະເໜີຄຳພະຍາກອນຂອງເອຊາຢາ ແລະຖາມພວກເຂົາເຖິງຄວາມໝາຍຂອງພຣະຄຳພີເຫຼົ່ານີ້ທີ່ຊີ້ໄປຍັງການທົນທຸກທໍລະມານ ແລະຄວາມຕາຍຂອງລູກແກະຂອງພຣະເຈົ້າ.
“ພວກເຮົາດູໝິ່ນປະໝາດ ແລະປະຖິ້ມທ່ານໄປ ທ່ານໄດ້ທົນທຸກນາໆ ແລະທົນຕໍ່ຄວາມເຈັບປວດ ບໍ່ມີຜູ້ໃດແມ່ນແຕ່ຈະຫຼຽວແລເບິ່ງທ່ານເລີຍ ຕ່າງກໍເມີນເສີຍດັ່ງເພິ່ນບໍ່ມີຫຍັງຈັກດີ້.
ແທ້ຈິງ ທ່ານທົນຕໍ່ຄວາມທຸກທີ່ເປັນຂອງພວກເຮົາ ແລະທົນຄວາມເຈັບປວດທີ່ພວກເຮົາສົມຄວນໄດ້ຮັບ. ຄວາມລຳບາກທີ່ທ່ານຮັບເອົານັ້ນ ພວກເຮົາຄິດຢູ່ສະເໝີວ່າ ເປັນການລົງໂທດມາຈາກພຣະເຈົ້າ.
ແຕ່ຍ້ອນການບາບຂອງພວກເຮົານັ້ນ ທ່ານຈຶ່ງໄດ້ຮັບບາດເຈັບ ຖືກຂ້ຽນຕີຍ້ອນການຊົ່ວຮ້າຍຂອງພວກເຮົາ. ພວກເຮົາໄດ້ຮັບການປິ່ນປົວໃຫ້ດີ ຍ້ອນໂທດກຳທີ່ທ່ານຮັບ ດີປົກກະຕິຍ້ອນການຕົບຕີທີ່ທ່ານຮັບເອົາ” (ເອຊາຢາ 53:3-5).
ບັນດາອາຈານເຫຼົ່ານັ້ນຮູ້ວ່າ ພຣະເຢຊູບໍ່ເຄີຍເຂົ້າໂຮງຮຽນຂອງພວກເຂົາ ແຕ່ໜ້າປະຫຼາດໃຈທີ່ພຣະອົງເຂົ້າໃຈຄຳພະຍາກອນດີກວ່າພວກເຂົາ. ພວກເຂົາແນມເຫັນເຖິງຄວາມຈະເລີນໃນອະນາຄົດຂອງເດັກຊາຍຄົນນີ້ ແລະພວກເຂົາຕ້ອງການຈັດການໃນເລື່ອງການສຶກສາຂອງພຣະອົງໂດຍຄິດວ່າ ສະໝອງທີ່ມີຄວາມຄິດແບບນີ້ຈະຕ້ອງມາຢູ່ພາຍໃຕ້ການຝຶກອົບຮົມຂອງພວກເຂົາ.
ຄຳເວົ້າຂອງພຣະເຢຊູສຳພັດຫົວໃຈຂອງພວກເຂົາ ເຊິ່ງພວກເຂົາບໍ່ເຄີຍໄດ້ສຳພັດແບບນີ້ຈາກຄຳເວົ້າຂອງປາກມະນຸດ. ພຣະເຈົ້າຊົງຫາທາງທີ່ຈະປະທານແສງສະຫວ່າງໃຫ້ແກ່ບັນດາຜູ້ນຳຊາວຢິວ ແລະພຣະອົງຊົງໃຊ້ວິທີທີ່ຈະເຂົ້າເຖິງພວກເຂົາໂດຍການຖາມຄໍາຖາມແທນການສອນຄວາມໝາຍຂອງຂໍ້ພຣະຄໍາພີ. ຖ້າຫາກວ່າພຣະເຢຊູພະຍາຍາມສອນພວກເຂົາແທນການຖາມຄໍາຖາມ ໃນຄວາມຍິ່ງຈອງຫອງຂອງພວກເຂົາ ພວກເຂົາຈະຮູ້ສຶກວ່າຖືກໝິ່ນປະໝາດຖ້າຕ້ອງໄດ້ຮັບການສັ່ງສອນຈາກຄົນອື່ນ ແລະພວກເຂົາຈະບໍ່ປະຖິ້ມທິດສະດີທີ່ພວກເຂົາຄົ້ນຄິດຂຶ້ນມາເອງ. ສະນັ້ນ ພຣະເຢຊູຈຶ່ງຕັ້ງຄຳຖາມທີ່ເລິກຫຼາຍຂຶ້ນກ່ຽວກັບຂໍ້ພຣະຄຳພີທີ່ພວກເຂົາເຂົ້າໃຈຜິດ. ຄຳຖາມທີ່ພຣະເຢຊູຖາມນັ້ນເລິກຫຼາຍ ຈົນບັນດາອາຈານເຫັນວ່າ ຊາຍໜຸ່ມຄົນນີ້ມີຄວາມເຂົ້າໃຈຈະແຈ້ງທີ່ສຸດກ່ຽວກັບພຣະຄໍາພີ. ແຕ່ຢ່າງໃດກໍຕາມ ພວກເຂົາບໍ່ຍອມຮັບວ່າ ພວກເຂົາເຂົ້າໃຈຜິດໃນພຣະຄຳພີທີ່ພວກເຂົາອ້າງໃນການສອນ. ດັ່ງນັ້ນ ພວກເຂົາຈຶ່ງຖາມກັນແລະກັນວ່າ ຊາຍໜຸ່ມຄົນນີ້ໄດ້ຮັບຄວາມຮູ້ມາແຕ່ໃສ ທັ້ງໆທີ່ບໍ່ເຄີຍຮ່ຳຮຽນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 2:44-50
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 8 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໃນຂະນະທີ່ພຣະເຢຊູຢູ່ຫ້ອງຮຽນໃນພຣະວິຫານ ຝ່າຍພໍ່ແມ່ຂອງພຣະອົງກໍບໍ່ຮູ້ ພວກເຂົາຄິດວ່າພຣະອົງຄົງຈະຢູ່ນຳກຸ່ມຄົນທີ່ເດີນທາງກັບມາດ້ວຍກັນ ພວກເຂົາໄດ້ເດີນທາງກັບບ້ານ ແຕ່ພໍເດີນທາງມາໄດ້ມື້ໜຶ່ງ ພວກເຂົາກໍເລີ່ມຊອກຫາພຣະເຢຊູດ້ວຍຄວາມກັງວົນ ແລະທຸກໃຈ ແຕ່ກໍບໍ່ພົບພຣະອົງ. ສະນັ້ນ ພວກເຂົາຈຶ່ງກັບຄືນໄປຊອກຫາພຣະອົງຢູ່ທີ່ນະຄອນເຢຣູຊາເລັມ ແລະພວກເຂົາກໍໄດ້ຍິນການສົນທະນາລະຫວ່າງພຣະເຢຊູກັບບັນດາພວກອາຈານຢູ່ໃນໂຮງຮຽນສອນສາສະໜາ. ພວກເຂົາກໍປະຫຼາດໃຈເມື່ອໄດ້ເຫັນ ແລະໄດ້ຍິນທຸກໆສິ່ງທີ່ພຣະອົງຊົງກ່າວ ສ່ວນທຸກຄົນທີ່ໄດ້ຍິນພຣະເຢຊູກ່າວຕ່າງກໍປະຫຼາດໃຈໃນສະຕິປັນຍາຂອງພຣະອົງ.
ພໍ່ແມ່ຂອງພຣະເຢຊູມີຄວາມຊົມຊື່ນຍິນດີທີ່ໄດ້ພົບພຣະອົງ ແຕ່ພວກເຂົາກໍບໍ່ລືມຄວາມກັງວົນ ແລະຄວາມທຸກໃຈຂອງພວກເຂົາ. ແມ່ຂອງພຣະເຢຊູໄດ້ເວົ້າຕຳໜິໃຫ້ພຣະອົງວ່າ: "ລູກເອີຍ! ເປັນຫຍັງເຈົ້າຈຶ່ງເຮັດເຊັ່ນນີ້ກັບພວກເຮົາ? ພໍ່ກັບແມ່ເລາະຊອກຫາເຈົ້າດ້ວຍຄວາມກັງວົນໃຈທີ່ສຸດ."
ແລ້ວພຣະເຢຊູກໍຕອບຜູ້ເປັນແມ່ວ່າ: "ເປັນຫຍັງ ຈຶ່ງຊອກຫາເຮົາ? ພວກທ່ານບໍ່ຮູ້ບໍວ່າ ເຮົາຕ້ອງຢູ່ໃນທີ່ສະຖານແຫ່ງພຣະບິດາຂອງເຮົາ?" ໂຢເຊັບ ແລະນາງມາຣີບໍ່ເຂົ້າໃຈຄຳຕອບຂອງພຣະເຢຊູ. ນາງມາຣີຮູ້ດີວ່າ ພຣະເຢຊູຊົງເປັນພຣະບຸດຂອງພຣະເຈົ້າ ແຕ່ນາງບໍ່ເຂົ້າໃຈໃນພາລະກິດຂອງພຣະອົງ.
ຫຼັງຈາກນັ້ນ ພຣະເຢຊູກໍກັບເມືອບ້ານທີ່ນາຊາເຣັດພ້ອມດ້ວຍພໍ່ແມ່ ແລະພຣະອົງຊົງຢູ່ໃຕ້ການປົກຄອງຂອງພວກເຂົາຢ່າງອ້ອມນ້ອມຖ່ອມຕົນ. ຂະນະທີ່ພຣະອົງໄດ້ຮັບການເປີດເຜີຍເຖິງພາລະກິດຂອງພຣະອົງແລ້ວ ພຣະອົງກໍຊົງຫຼີກເວັ້ນຈາກການຄົບຫາສະມາຄົມກັບຝູງຊົນ ພຣະອົງຊົງເກັບຄວາມລຶກລັບໃນພາລະກິດຂອງພຣະອົງໄວ້ໃນໃຈ ແລະຊົງລໍຄອຍເວລາທີ່ຈັດຕຽມໄວ້ສຳລັບພຣະອົງເພື່ອຮັບພາລະກິດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 2:43-50
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 7 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ນັບຕັ້ງແຕ່ສະໄໝທີ່ຊົນຊາດອິດສະຣາເອນມີຄວາມສັດຊື່ຕໍ່ພຣະເຈົ້າ ພວກເຂົາກໍໄດ້ເອົາໃຈໃສ່ໃນການສຶກສາຂອງເຍົາວະຊົນ. ພຣະເຈົ້າໄດ້ແນະນຳພວກເຂົາວ່າ ເຍົາວະຊົນຄວນໄດ້ຮັບການສັ່ງສອນກ່ຽວກັບເລື່ອງຄຸນງາມຄວາມດີຂອງພຣະເຈົ້າ ແລະຄວາມຍິ່ງໃຫຍ່ຂອງພຣະອົງທີ່ໄດ້ເປີດເຜີຍຢູ່ໃນກົດບັນຍັດຂອງພຣະອົງ ແລະໃນປະຫວັດສາດຂອງຊົນຊາດອິດສະຣາເອນ.
ແຕ່ມາໃນສະໄໝຂອງພຣະເຢຊູ, ຊີວິດຂອງເຍົາວະຊົນຊາວຢິວຖືກອ້ອມຮອບດ້ວຍກົດຂໍ້ບັງຄັບຂອງພວກອາຈານ. ກົດລະບຽບທີ່ເຂັ້ມງວດມີກຳນົດໄວ້ສຳລັບທຸກຂັ້ນຕອນຈົນເຖິງຈຸດລະອຽດທີ່ສຸດຂອງຊີວິດ. ພາຍໃຕ້ພວກອາຈານໃນສາລາທຳ, ບັນດາເຍົາວະຊົນໄດ້ຮັບການສັ່ງສອນເຖິງກົດຕ່າງໆຈຳນວນຫຼວງຫຼາຍຈົນນັບບໍ່ຖ້ວນ ເຊິ່ງໃນຖານະຊາວຢິວແລ້ວຈະຕ້ອງຖືປະຕິບັດ. ແຕ່ພຣະເຢຊູບໍ່ໄດ້ສົນໃຈໃນເລື່ອງເຫຼົ່ານີ້ ຕັ້ງແຕ່ພຣະອົງຍັງເປັນເດັກນ້ອຍ ພຣະອົງປະພຶດຕົນຢ່າງອິດສະລະອອກຈາກກົດຕ່າງໆຂອງພວກອາຈານ ເພາະພຣະຄຳພີເດີມເປັນບົດຮຽນປະຈຳຕົວຂອງພຣະອົງເທົ່ານັ້ນ.
ບັນດາອາຈານ ແລະຜູ້ປົກຄອງທັງຫຼາຍຫວັງໃຫ້ພຣະເຢຊູຮັບອິດທິພົນຈາກຄຳສອນຂອງພວກເຂົາ ພວກເຂົາຮຽກຮ້ອງໃຫ້ພຣະອົງຮັບເອົາກົດລະບຽບ ແລະທຳນຽມປະເພນີທີ່ສືບທອດມາຈາກພວກອາຈານໃນສະໄໝບູຮານ. ແຕ່ພຣະເຢຊູຊົງກ່າວວ່າ "ພຣະເຈົ້າຊົງກ່າວວ່າ" ພຣະຄຳນີ້ຕິດປາກຂອງພຣະອົງຢູ່ຕະຫຼອດ ພຣະອົງຊົງຕ້ອງການຮັບຟັງພຣະຄຳທຸກຕອນທີ່ມາຈາກພຣະຄຳຂອງພຣະເຈົ້າ ແລະພຣະອົງກໍບໍ່ອາດຈະປະຕິບັດຕາມຄຳສອນຂອງມະນຸດ ພຣະອົງຊົງເຂົ້າໃຈພຣະຄຳພີຕັ້ງແຕ່ຕົ້ນຈົນຈົບ ແລະພຣະອົງໄດ້ນຳສະເໜີພຣະຄຳຕາມຄວາມສຳຄັນຂອງຄວາມຈິງໃຫ້ແກ່ບັນດາພວກອາຈານ ຈົນເຮັດໃຫ້ພວກເຂົາພາກັນອັບອາຍ ແລະໃຈຮ້າຍທີ່ພຣະອົງຊົງຕໍ່ຕ້ານຄຳເວົ້າຂອງພວກເຂົາໂດຍໃຊ້ພຣະຄໍາພີ.
ເມື່ອພວກອາຈານບໍ່ສາມາດມີອິດທິພົນຕໍ່ພຣະເຢຊູ ພວກເຂົາກໍໄດ້ໄປຫາໂຢເຊັບແລະນາງມາຣີເພື່ອໃຫ້ຮູ້ວ່າ ພຣະເຢຊູບໍ່ຍອມປະຕິບັດຕາມຄຳສອນຂອງພວກເຂົາ ແລະພວກເຂົາຍັງໄດ້ບັງຄັບນາງມາຣີໄປເຮັດໃຫ້ພຣະເຢຊູອ່ອນນ້ອມຖ່ອມຕົວຕໍ່ພວກເຂົາ.
ນາງມາຣີຮູ້ວ່າພຣະເຢຊູເປັນພຣະບຸດຂອງພຣະເຈົ້າທີ່ພຣະເຈົ້າຊົງສັນຍາໄວ້ດົນນານແລ້ວວ່າຈະປະທານພຣະບຸດມາໃຫ້ແກ່ມະນຸດ. ແຕ່ເຖິງປານນັ້ນ ນາງມາຣີກໍບໍ່ກ້າທີ່ຈະສະແດງຄວາມເຊື່ອຂອງນາງ. ຫຼາຍຄັ້ງທີ່ນາງມາຣີຮຽກຮ້ອງໃຫ້ພຣະເຢຊູອ່ຽງໄປຕາມທຳນຽມປະເພນີຂອງພວກອາຈານ ແຕ່ເມື່ອພຣະເຢຊູໄດ້ສະເໜີຂໍ້ຄິດຈາກພຣະຄຳພີສະໜັບສະໜູນການກະທຳຂອງພຣະອົງ ແລ້ວສັນຕິສຸກກໍເຂົ້າມາຢູ່ໃນຫົວໃຈຂອງນາງມາຣີ.
ອິດທິພົນຂອງພວກອາຈານເຮັດໃຫ້ຊີວິດຂອງພຣະເຢຊູລຳບາກ. ແຕ່ເຖິງປານນັ້ນ ພຣະເຢຊູກໍດຳເນີນຜ່ານຊ່ວງຊີວິດໃນໄວເດັກ, ໄວໜຸ່ມ ແລະໄວຜູ້ໃຫຍ່ຢ່າງໂດດດ່ຽວດ້ວຍຊີວິດອັນບໍຣິສຸດ ແລະສັດຊື່ຕໍ່ພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 2:51,52
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 9 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.