ປະຊາຊົນຂອງພຣະເຈົ້າໄປນະຄອນບາບີໂລນ ແລະ ກັບຄືນມາ
ປະຊາຊົນຂອງພຣະເຈົ້າໄປນະຄອນບາບີໂລນ
ອານາຈັກຢູດາທີ່ຢູ່ພາກໃຕ້ຍັງຄົງມີອິດສະລະຢູ່ ເພາະວ່າ ປະຊາຊົນ ແລະ ກະສັດບໍ່ໄດ້ເຮັດຊົ່ວຮ້າຍຫຼາຍຄືກັບອານາຈັກອິດສະຣາເອນ. ແຕ່ເມື່ອເວລາຜ່ານໄປ ຄວາມຊົ່ວຮ້າຍຂອງອານາຈັກຢູດາກໍເພີ່ມຫຼາຍຂຶ້ນ. ພຣະເຈົ້າໄດ້ສົ່ງພວກຜູ້ຮັບໃຊ້ຂອງພຣະອົງຄື ພວກຜູ້ປະກາດພຣະຄຳມາບອກປະຊາຊົນຢູດາວ່າ: "ພວກທ່ານແຕ່ລະຄົນຈົ່ງປ່ຽນຈາກການດຳເນີນຊີວິດອັນບໍ່ດີ ແລະ ການຊົ່ວຮ້າຍທັງຫຼາຍທີ່ພວກທ່ານກຳລັງເຮັດຢູ່ນັ້ນ ແລ້ວພວກທ່ານຈະໄດ້ອາໄສຢູ່ໃນດິນແດນ ເຊິ່ງພຣະເຈົ້າໄດ້ມອບໃຫ້ແກ່ພວກທ່ານ ແລະ ບັນພະບູລຸດຂອງພວກທ່ານຕະຫຼອດໄປ. ຢ່າໄປຂາບໄຫວ້ ແລະ ຮັບໃຊ້ບັນດາພະອື່ນໆ. ຢ່າເຮັດໃຫ້ພຣະເຈົ້າໂກດຮ້າຍຍ້ອນສິ່ງທີ່ມືຂອງພວກທ່ານສ້າງຂຶ້ນເອງ ແລ້ວພຣະອົງຈະບໍ່ລົງໂທດພວກທ່ານ" (ເຢເຣມີຢາ 25:5,6)
ແຕ່ປະຊາຊົນຢູດາກໍບໍ່ຍອມຟັງພຣະເຈົ້າ ບໍ່ເອົາໃຈໃສ່ ຫຼືບໍ່ສົນໃຈການເຕືອນໄພເລີຍ ເຖິງແມ່ນວ່າ ພຣະອົງຈະຍັງສືບຕໍ່ສົ່ງພວກຜູ້ປະກາດພຣະຄຳມາກໍຕາມ. ຕໍ່ມາ ພຣະເຈົ້າກໍໄດ້ກ່າວຕໍ່ຜູ້ປະກາດພຣະຄຳທີ່ມີຊື່ວ່າ ເຢເຣມີຢາ "ດິນແດນທັງໝົດນີ້ຈະກາຍເປັນທີ່ຮົກຮ້າງວາງເປົ່າ ແລະ ຊົນຊາດເຫຼົ່ານີ້ຈະຮັບໃຊ້ກະສັດບາບີໂລນເປັນເວລາເຈັດສິບປີ... ເມື່ອຄົບເຈັດສິບປີແລ້ວ ເຮົາຈະລົງໂທດກະສັດບາບີໂລນ ແລະ ປະຊາຊົນຂອງລາວ... ເພາະຄວາມຜິດຂອງພວກເຂົາ ເຮົາຈະເຮັດໃຫ້ດິນແດນຂອງເຂົາຖືກປະຖິ້ມຮົກຮ້າງຕະຫຼອດໄປ." (ເຢເຣມີຢາ 25:11, 12) TNCV.
ພຣະເຈົ້າກ່າວອີກວ່າ: "ເມື່ອເປັນຊະເລີຍໃນບາບີໂລນຈົນຄົບເຈັດສິບປີແລ້ວ ເຮົາຈະມາຢ້ຽມຢາມເຈົ້າ ແລະ ເຮັດຕາມສັນຍາແຫ່ງພຣະຄຸນທີ່ຈະນຳພາເຈົ້າກັບຄືນມາທີ່ນີ້" (ເຢເຣມີຢາ 29:10) TNCV. ເຢເລມີຢາໄດ້ປະກາດເລື່ອງນີ້ໃຫ້ປະຊາຊົນຢູດາທຸກຄົນ ແຕ່ພວກເຂົາບໍ່ໄດ້ເຊື່ອຟັງພຣະເຈົ້າ ພວກເຂົາຍັງຄົງເຮັດໃຫ້ພຣະອົງໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບຕ່າງໆ.
ໃນທີ່ສຸດ ພຣະເຈົ້າຈຶ່ງໄດ້ອະນຸຍາດໃຫ້ຈັກກະພັດບາບີໂລນເຂົ້າມາທຳລາຍນະຄອນເຢຣູຊາເລັມ ແລະ ຂ້າພົນລະເມືອງ. ສ່ວນບັນດາຜູ້ທີ່ລອດຊີວິດໄດ້ຖືກຈັບໄປເປັນຊະເລີຍຢູ່ທີ່ອານາຈັກບາບີໂລນ.
ຈັກກະພັດບາບີໂລນໄດ້ເອົາສິ່ງຂອງທີ່ມີຄ່າທັງໝົດໃນພຣະວິຫານໄປ ແລະ ເຜົາພຣະວິຫານຖິ້ມ. ນອກຈາກນີ້ ພວກເຂົາຍັງໄດ້ເຜົາພະຣາຊະວັງຂອງກະສັດ ແລະ ພັງກຳແພງນະຄອນເຢລູຊາເລັມທີ່ເປັນເມືອງຫຼວງຂອງຢູດານັ້ນໃຫ້ເປັນເມືອງທີ່ຮົກຮ້າງເພພັງ ພ້ອມທັງນຳເອົາປະຊາຊົນຢູດາທີ່ຍັງເຫຼືອຢູ່ໄປເປັນຊະເລີຍໃນນະຄອນບາບີໂລນອີກດ້ວຍ.
ອ້າງອີງຈາກປຶ້ມ "ພຣະຄຳພີ" 2ກະສັດບົດທີ 24 ແລະ 25; 2ຂ່າວຄາວ ບົດທີ 36; ເຢເຣມີຢາ 25:5-8, 11-12; 29:10.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 34-37 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຄົນທີ່ຍັງເຫຼືອຢູ່ຕິດຕາມພຣະເຈົ້າ
ປະຊາຊົນຢູດາທີ່ຖືກກວດຕ້ອນໄປເປັນຊະເລີຍໄດ້ພາກັນຮ້ອງໄຫ້ ແລະ ເສຍໃຈຫຼາຍໃນຄວາມພິນາດຂອງປະເທດຊາດ. ພວກເຂົາເຫັນວ່າ ຄວາມຜິດບາບຂອງພວກເຂົາໄດ້ເຮັດໃຫ້ພວກເຂົາລົ້ມລົງ ແລະ ພວກເຂົາໄດ້ກັບໃຈໃໝ່ ແລະ ໄດ້ອະທິຖານຂໍຄວາມເມດຕາຈາກພຣະເຈົ້າ. ພຣະເຈົ້າບໍ່ເຄີຍລືມປະຊາຊົນຂອງພຣະອົງ ເຖິງແມ່ນວ່າ ພວກເຂົາໄດ້ເຮັດບາບຕໍ່ສູ້ພຣະອົງ. ພຣະເຈົ້າໄດ້ສົ່ງຜູ້ປະກາດພຣະຄຳທີ່ມີຊື່ວ່າ “ເອເຊກຽນ” ເພື່ອມາໝູນໃຈ ແລະ ສັ່ງສອນພວກເຂົາໃຫ້ມີຄວາມເຂັ້ມແຂງ ແລະ ມີຄວາມຫວັງ.
ໃນທ່າມກາງປະຊາຊົນຢູດາທີ່ຖືກຈັບໄປເປັນຊະເລີຍຢູ່ໃນນະຄອນບາບີໂລນນັ້ນ ບາງຄົນມີຄວາມສັດຊື່ຄືພ້ອມຈະຖວາຍກຽດໃຫ້ພຣະເຈົ້າຖ້າຫາກວ່າພວກເຂົາຕ້ອງສູນເສຍຜົນປະໂຫຍດຕ່າງໆໃນຊີວິດກໍຕາມ ໂດຍບໍ່ມີຄວາມຢ້ານກົວເຖິງຜົນທີ່ຈະຕາມມາ. ພຣະເຈົ້າຊົງໃຊ້ພວກເຂົາ ເພື່ອຈຸດປະສົງຂອງພຣະອົງຢູ່ໃນອານາຈັກບາບີໂລນ. ພວກເຂົາຈະເປັນພະຍານໃຫ້ພຣະເຈົ້າຢູ່ທ່າມກາງປະຊາຊົນບາບີໂລນ ເພື່ອໃຫ້ປະຊາຊົນບາບີໂລນໄດ້ຮູ້ຈັກພຣະເຈົ້າອົງແທ້ຈິງ.
ອີງຕາມພຣະຄຳພີ ເຊຟານີຢາ ບົດທີ 3.
ດານິເອນ ແລະ ໝູ່ທັງສາມ
ດານີເອນ ແລະ ໝູ່ທັງສາມຂອງລາວໄດ້ຖືກນຳຕົວໄປເປັນຊະເລີຍທີ່ເມືອງບາບີໂລນ. ພຣະເຈົ້າໄດ້ສະຖິດຢູ່ກັບພວກເຂົາ ແລະ ແທນທີ່ຈະກາຍເປັນຊະເລີຍ ແຕ່ພວກເຂົາຊ້ຳພັດໄດ້ຮັບກຽດຈາກກະສັດແຫ່ງບາບີໂລນທີ່ມີຊື່ວ່າ "ເນບູກາດເນັດຊາ" ກະສັດເນບູກາດເນັດຊາໄດ້ເຫັນໃນຄວາມສາມາດທີ່ໂດດເດັ່ນຂອງຊາຍໝຸ່ມເຫຼົ່ານີ້ ເພິ່ນໄດ້ພິຈາລະນາໃຫ້ພວກເຂົາຄວນຈະໄດ້ຮັບການຝຶກອົບຮົມ ເພື່ອບັນຈຸເຂົ້າໃນຕຳແໜ່ງທີ່ສຳຄັນ. ສະນັ້ນ ກະສັດຈຶ່ງຈັດຕຽມໃຫ້ພວກເຂົາຮຽນພາສາບາບີໂລນ ແລະ ໃຫ້ໄປໂຮງຮຽນເປັນເວລາສາມປີ.
ນອກຈາກນີ້ ກະສັດຍັງໄດ້ສັ່ງໃຫ້ຈັດຕຽມອາຫານ ແລະ ເຫຼົ້າອະງຸ່ນຢ່າງດຽວໃນວັງມາໃຫ້ດານີເອນ ແລະ ໝູ່ທັງສາມຂອງລາວອີກດ້ວຍ ເຊິ່ງມັນເປັນສິດທິພິເສດຢ່າງຍິ່ງ ແຕ່ອາຫານເຫຼົ່ານີ້ໄດ້ຖືກຖວາຍໃຫ້ແກ່ຮູບເຄົາຣົບແລ້ວ ແລະ ຖ້າພວກເຂົາກິນອາຫານເຫຼົ່ານີ້ ກໍຈະຖືວ່າເປັນການຂາບໄຫວ້ບູຊາບັນດາພະຂອງບາບີໂລນ. ນອກຈາກນີ້ ຍັງເປັນອາຫານທີ່ບໍ່ດີຕໍ່ສຸຂະພາບ ແລະ ເຫຼົ້າອະງຸ່ນຈະເຮັດໃຫ້ມືນເມົາ. ຖ້າພວກເຂົາກິນສິ່ງເຫຼົ່ານີ້ ດານີເອນ ແລະ ໝູ່ຂອງລາວກໍຈະປະຕິເສດຄວາມເຊື່ອຂອງພວກເຂົາ ແລະ ລະເລີຍຫຼືເມີນເສີຍຕໍ່ຫຼັກການກົດບັນຍັດຂອງພຣະເຈົ້າ. ສະນັ້ນ ພວກເຂົາຈຶ່ງບໍ່ກ້າທີ່ຈະເຮັດໃຫ້ສະພາບການພັດທະນາການທາງດ້ານຮ່າງກາຍ, ຈິດໃຈ ແລະ ຈິດວິນຍານຂອງພວກເຂົາເສື່ອມໂຊມລົງໂດຍການກິນອາຫານເຫຼົ່ານີ້.
ດານີເອນບໍ່ໄດ້ລັງເລໃຈທີ່ຈະປະຕິເສດ; ລາວຕັ້ງໃຈຢ່າງໝັ້ນຄົງໄວ້ວ່າ ຈະບໍ່ເຮັດໃຫ້ຕົນເອງເປັນມົນທິນຍ້ອນອາຫານ ແລະ ເຄື່ອງດື່ມທີ່ກະສັດໄດ້ຈັດຕຽມໄວ້ໃຫ້ນັ້ນ ສ່ວນໝູ່ທັງສາມຂອງດານີເອນກໍສະໜັບສະໜູນລາວໃນເລື່ອງນີ້.
ດານີເອນ ແລະ ໝູ່ຂອງລາວໄດ້ໄປຂໍອະນຸຍາດຈາກຫົວໜ້າທີ່ເປັນ ‘ຂ້າຣາຊະການ’ ໃຫ້ປ່ຽນອາຫານເປັນຈໍາພວກໝາກໄມ້, ຜັກ ແລະ ເມັດພືດ. ແຕ່ຫົວໜ້າຂ້າຣາຊະການລັງເລໃຈ ແລະ ເວົ້າວ່າ: “ຂ້ອຍຢ້ານກະສັດຂອງຂ້ອຍ.” ລາວອະທິບາຍໃຫ້ດານີເອນຟັງວ່າ: “ຖ້າຂ້ອຍປ່ອຍໃຫ້ກະສັດເຫັນພວກເຈົ້າມີສະພາບຊຸດໂຊມກວ່າຊາຍໜຸ່ມຄົນອື່ນໆທີ່ລຸ້ນລາວຄາວດຽວກັນກັບພວກເຈົ້າ ຂ້ອຍຈະຖືກກະສັດຕັດຫົວຂອງຂ້ອຍຍ້ອນພວກເຈົ້າ.”
ດານີເອນ ແລະ ໝູ່ຂອງລາວຈຶ່ງໄປຂໍຮ້ອງຄົນຍາມ ເຊິ່ງເປັນຜູ້ຄວບຄຸມພວກເຂົາ. ດານີເອນໄດ້ຖາມເລື່ອງດັ່ງກ່າວ ແລະ ໄດ້ຮັບການທົດສອບ ໂດຍທົດລອງກິນອາຫານຈໍາພວກຜັກ ແລະ ໝາກໄມ້ພາຍໃນສິບມື້ ຂະນະທີ່ຄົນອື່ນໆກິນອາຫານຂອງກະສັດຕາມທີ່ໄດ້ຈັດຕຽມໄວ້ໃຫ້.
ຜູ້ຮັບໃຊ້ຂອງກະສັດໄດ້ຍິນຍອມເຖິງແມ່ນວ່າຈະມີຄວາມກັງວົນໃຈກໍຕາມ ແຕ່ເມື່ອຄົບກຳນົດຂອງສິບມື້ແລ້ວ ຜົນທີ່ໄດ້ຮັບແມ່ນກົງກັນຂ້າມກັບຄວາມຢ້ານຂອງຂ້າຣາຊະການ. “ດານີເອນ ແລະ ໝູ່ຂອງລາວມີສຸຂະພາບດີ ແລະ ແຂງແຮງຂຶ້ນກວ່າພວກທີ່ກິນອາຫານຂອງກະສັດ.” ເຊິ່ງສົ່ງຜົນໃຫ້ດານີເອນ ແລະ ໝູ່ຂອງລາວໄດ້ຮັບອະນຸຍາດກິນອາຫານຈໍາພວກຜັກແລະ ໝາກໄມ້ຂອງພວກເຂົາໄດ້ໃນລະຫວ່າງການຝຶກອົບຮົມຫຼັກສູດທັງໝົດຂອງພວກເຂົາ.
ເປັນເວລາສາມປີທີ່ຊາວໝຸ່ມຂອງຄົນຢູດາໄດ້ຮັບການສຶກສາຢູ່ຢ່າງຕໍ່ເນື່ອງໂດຍຣິດອຳນາດຂອງພຣະເຈົ້າ. "ພຣະອົງໄດ້ຊົງປະທານໃຫ້ພວກຄົນໜຸ່ມສີ່ຄົນນີ້ມີຄວາມຮູ້, ມີຄວາມຊຳນິຊຳນານໃນວັນນະຄະດີ ແລະ ມີສະຕິປັນຍາເປັນຢ່າງດີ. ນອກຈາກນີ້ ພຣະອົງຍັງຊົງໂຜດໃຫ້ດານີເອນຊຳນານໃນການແປນິມິດ ແລະ ແກ້ຄວາມຝັນ." ພຣະອົງປະຕິບັດຕາມພຣະສັນຍາຂອງພຣະອົງ "ເຮົາຈະໃຫ້ກຽດແກ່ຜູ້ທີ່ໃຫ້ກຽດເຮົາ" (1 ຊາມູເອນ 2:30)
ອາຫານ ຫຼືເຄື່ອງດື່ມ ຫຼືສານໃດໆກໍຕາມທີ່ຈະລົດຄວາມເຂັ້ມແຂງທາງດ້ານຮ່າງກາຍ ແລະ ຕັດກຳລັງທາງດ້ານຈິດໃຈ ຈະເຮັດໃຫ້ພວກເຮົາບໍ່ມີຄວາມສາມາດໃນການຈຳແນກລະຫວ່າງສິ່ງທີ່ຖືກຕ້ອງ ແລະ ສິ່ງທີ່ຜິດ. ສະນັ້ນ ພວກເຮົາຈະບໍ່ສາມາດເລືອກສິ່ງທີ່ດີໄດ້ ແລະ ຈະບໍ່ສາມາດບັງຄັບຈິດໃຈຂອງຕົນເອງໃຫ້ເຮັດໃນສິ່ງທີ່ຖືກຕ້ອງໄດ້.
ອ້າງອີງຈາກປຶ້ມ "ພຣະຄຳພີ" ດານີເອນ ບົດທີ 1.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 39 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຄວາມຝັນຂອງກະສັດເນບູກາດເນັດຊາ
ຫຼັງຈາກດານີເອນ ແລະ ໝູ່ທັງສາມຂອງລາວຈົບການຮຽນແລ້ວ ພວກເຂົາກໍກາຍເປັນພວກນັກປາດ. ຫຼັງຈາກນັ້ນບໍ່ດົນເທົ່າໃດ ພຣະເຈົ້າຊົງໃຫ້ຄວາມຝັນແກ່ກະສັດເນບູກາດເນັດຊາ ໂດຍທີ່ "ຄວາມຝັນນີ້ເຮັດໃຫ້ເພິ່ນເປັນທຸກໃຈຈົນນອນບໍ່ຫລັບ." ແຕ່ເມື່ອເພິ່ນຕື່ນຂຶ້ນມາກໍຈື່ຄວາມຝັນຂອງຕົນບໍ່ໄດ້.
ກະສັດເນບູກາດເນັດຊາໄດ້ຖາມພວກໝໍມໍ, ໝໍມົນ, ໝໍວິຊາອາຄົມ ແລະ ໝໍຜີ ເພື່ອຊ່ວຍໃຫ້ເພິ່ນຈື່ຄວາມຝັນ ແລະ ອະທິບາຍຄວາມໝາຍຂອງມັນ. ແຕ່ວ່າບໍ່ມີຄົນສະຫຼາດຜູ້ໃດທີ່ສາມາດບອກກະສັດໄດ້ວ່າ ຄວາມຝັນນັ້ນກ່ຽວກັບຫຍັງ. ພວກເຂົາໄດ້ເອີ້ນຕົວເອງເປັນຄົນທີ່ມີພະລັງອຳນາດ ແຕ່ຕອນນີ້ພວກເຂົາບໍ່ສາມາດຊ່ວຍກະສັດໄດ້ໂດຍໃຊ້ພະລັງອຳນາດຂອງພວກເຂົາ. ສະນັ້ນ ກະສັດເນບູກາດເນັດຊາຈຶ່ງໂກດຮ້າຍພວກເຂົາ ແລະ ດ້ວຍຄວາມໂກດຮ້າຍ ເພິ່ນຈຶ່ງໄດ້ສັ່ງໃຫ້ປະຫານຊີວິດພວກທີ່ປຶກສາໃນນະຄອນບາບີໂລນທັງໝົດ.
ຕອນນີ້ ດານີເອນ ແລະ ໝູ່ທັງສາມຂອງລາວໄດ້ເຮັດວຽກເປັນພວກທີ່ປຶກສາຂອງກະສັດ ແຕ່ພວກເຂົາບໍ່ໄດ້ຖືກເອີ້ນຕົວໃຫ້ມາຢູ່ຕໍ່ໜ້າກະສັດໃນລະຫວ່າງທີ່ກະສັດຖາມກ່ຽວກັບເລື່ອງຄວາມຝັນຂອງເພິ່ນກັບພວກນັກປາດ ແລະ ພວກທີ່ປຶກສາຄົນອື່ນໆນັ້ນ. ແຕ່ຄຳສັ່ງປະຫານຊີວິດພວກນັກປາດທັງໝົດນີ້ ໄດ້ລວມໄປເຖິງດານີເອນ ແລະ ໝູ່ທັງສາມຂອງລາວດ້ວຍ. ເມື່ອດານີເອນໄດ້ຮູ້ຂ່າວນີ້ ລາວກໍໄດ້ໄປຖາມອາຣີໂອກ ເຊິ່ງເປັນຜູ້ບັນຊາການທະຫານຂອງກະສັດວ່າ: “ເປັນຫຍັງ ກະສັດຈຶ່ງອອກຄຳສັ່ງຮຸນແຮງເຊັ່ນນີ້?” ອາຣີໂອກກໍບອກດານີເອນເຖິງຄວາມງຸ່ນງົນທຸກໃຈທີ່ກະສັດໄດ້ຮັບຈາກຄວາມຝັນຂອງເພິ່ນ ແລະ ຄວາມລົ້ມເຫລວຂອງພວກທີ່ປຶກສາທີ່ບໍ່ສາມາດຊ່ວຍກະສັດໄດ້. ສະນັ້ນ ດານີເອນຈຶ່ງໄປເຂົ້າເຝົ້າກະສັດ ແລະ ທູນຂໍໃຫ້ກະສັດເລື່ອນກຳນົດເວລາປະຫານຊີວິດ ເພື່ອວ່າລາວຈະໄດ້ຖວາຍການຕີຄວາມຝັນ ແລະ ຄວາມໝາຍຂອງຄວາມຝັນນັ້ນໃຫ້ກະສັດ.
ກະສັດເນບູກາດເນັດຊາໄດ້ຕົກລົງຕາມຄຳຂໍຂອງດານີເອນ. "ແລ້ວດານີເອນໄດ້ກັບຄືນເມືອເຮືອນຂອງຕົນ ແລະ ບອກເລື່ອງທີ່ເກີດຂຶ້ນໃຫ້ຮານານີຢາ ມີຊາເອນ ແລະ ອາຊາຣີຢາເພື່ອນຂອງລາວຟັງ." ແລ້ວພວກເຂົາໄດ້ຊ່ວຍກັນອະທິຖານຂໍພຣະເຈົ້າທີ່ຢູ່ເທິງສະຫວັນຊັ້ນຟ້າ. ແລ້ວພຣະເຈົ້າກໍເປີດເຜີຍຄວາມຝັນຂອງກະສັດ ແລະ ຄວາມໝາຍຂອງຄວາມຝັນນັ້ນໃຫ້ດານີເອນເຫັນ "ໃນນິມິດຕອນກາງຄືນ."
ອ້າງອີງຈາກປຶ້ມ "ພຣະຄຳພີ" ດານີເອນ ບົດທີ 2.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 40 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ດານີເອນອະທິບາຍຄວາມຝັນ
ຫຼັງຈາກພຣະເຈົ້າໄດ້ເປີດເຜີຍຄວາມຝັນ ແລະ ຄວາມໝາຍໃຫ້ແກ່ດານີເອນໃນຕອນກາງຄືນແລ້ວ ດານີເອນກໍໄດ້ເຂົ້າໄປຫາຜູ້ບັນຊາການທະຫານຂອງກະສັດທັນທີ. ດານີເອນເວົ້າກັບລາວວ່າ: “ຂໍຢ່າຂ້າພວກທີ່ປຶກສາຂອງບາບີໂລນ. ໂຜດນຳຂ້ານ້ອຍໄປເຂົ້າເຝົ້າກະສັດ ເພື່ອຈະໄດ້ອະທິບາຍຄວາມຝັນຖວາຍພະອົງ.” ແລ້ວຜູ້ບັນຊາການທະຫານຂອງກະສັດກໍຟ້າວນຳຕົວດານີເອນເຂົ້າເຝົ້າກະສັດ ແລະ ກ່າວວ່າ: “ຂ້ານ້ອຍພົບຊາຍຄົນໜຶ່ງໃນໝູ່ຊະເລີຍທີ່ມາຈາກຢູດາ ເຊິ່ງສາມາດບອກກະສັດວ່າ ຄວາມຝັນນັ້ນໝາຍຄວາມວ່າຫຍັງ.”
ກະສັດຖາມດານີເອນວ່າ: “ເຈົ້າສາມາດບອກ ແລະ ແກ້ຄວາມຝັນຂອງເຮົາໄດ້ບໍ?”
ດານີເອນຕອບວ່າ: "ມີແຕ່ພຣະເຈົ້າເທິງສະຫວັນຊັ້ນຟ້າທີ່ຊົງສາມາດເປີດເຜີຍຄວາມເລິກລັບທັງຫຼາຍໄດ້ ແລະ ພຣະອົງໄດ້ຊົງເຮັດໃຫ້ທ່ານຮູ້ເຖິງເລື່ອງທີ່ຈະເກີດຂຶ້ນໃນອະນາຄົດ... ສໍາລັບຂ້ານ້ອຍ ເລື່ອງເລິກລັບນີ້ທີ່ຊົງເປີດເຜີຍໃຫ້ຂ້ານ້ອຍຮູ້ ບໍ່ແມ່ນຍ້ອນຂ້ານ້ອຍເປັນຄົນສະຫຼາດກວ່າຄົນອື່ນໆດອກ ແຕ່ເພື່ອໃຫ້ທ່ານຮູ້ຄວາມໝາຍຂອງຄວາມຝັນ ແລະ ເຂົ້າໃຈສິ່ງທີ່ລົບກວນຈິດໃຈຂອງທ່ານເອງ."
"ຂ້າແດ່ກະສັດ ໃນນິມິດຂອງທ່ານນັ້ນ ທ່ານໄດ້ເຫັນຮູບປັ້ນຂະໜາດໃຫຍ່ຢືນຢູ່ຕໍ່ໜ້າ. ຮູບປັ້ນນີ້ສ່ອງແສງເຫລື້ອມ ແລະ ເປັນຕາຢ້ານ. ຫົວຂອງຮູບປັ້ນນີ້ເປັນທອງຄຳຢ່າງດີທີ່ສຸດ, ເອິກແລະ ແຂນເປັນເງິນ, ແອວແລະ ກົກຂາເປັນທອງສຳລິດ, ຂາເປັນເຫຼັກແລະ ຕີນເປັນເຫຼັກປົນດິນໜຽວ."
"ຂະນະທີ່ທ່ານແນມເບິ່ງຢູ່ນັ້ນ ມີຫີນໃຫຍ່ກ້ອນໜຶ່ງແຕກອອກມາເອງໂດຍບໍ່ມີໃຜເຮັດ. ຫີນນີ້ໄດ້ກະທົບໃສ່ຕີນເປັນເຫຼັກປົນດິນໜຽວຂອງຮູບປັ້ນນັ້ນຈົນແຕກໝຸ່ນໄປ. ແລ້ວໃນທັນໃດນັ້ນ ສ່ວນທີ່ເປັນເຫຼັກ, ເປັນດິນໜຽວ, ເປັນທອງສຳລິດ, ເປັນເງິນ ແລະ ເປັນທອງຄຳກໍໄດ້ແຕກໝຸ່ນໄປ ແລະ ກາຍເປັນເໝືອນແກບທີ່ລານໃນລະດູຟາດເຂົ້າ ເຊິ່ງລົມພັດປິວຫາຍໄປ ໂດຍບໍ່ມີຮ່ອງຮອຍໃຫ້ພົບເຫັນເລີຍ ແຕ່ກ້ອນຫີນນັ້ນໄດ້ກາຍເປັນພູເຂົາໃຫຍ່ປົກຄຸມທົ່ວແຜ່ນດິນໂລກ".
ດານີເອນໄດ້ເວົ້າອອກມາດ້ວຍຄວາມໝັ້ນໃຈວ່າ: "ຄວາມຝັນນັ້ນເປັນດັ່ງນີ້ແຫລະ."
“ຂ້າແດ່ກະສັດ ທ່ານເປັນກະສັດຜູ້ຍິ່ງໃຫຍ່ກວ່າກະສັດທັງຫຼາຍ. ພຣະເຈົ້າເທິງສະຫວັນຊັ້ນຟ້າໄດ້ແຕ່ງຕັ້ງໃຫ້ທ່ານເປັນກະສັດ, ໂຜດປະທານອຳນາດ ແລະ ກຽດຕິຍົດໃຫ້ທ່ານ. ຫົວທອງຄຳນັ້ນແມ່ນທ່ານເອງ.ຕໍ່ຈາກທ່ານໄປຈະມີອານາຈັກໜຶ່ງຮຸ່ງເຮືອງຂຶ້ນມາ ແຕ່ດ້ອຍກວ່າທ່ານ. ຈາກນັ້ນເປັນອານາຈັກທີສາມ ເຊິ່ງມີອຳນາດແຜ່ໄປທົ່ວໂລກ.ແລ້ວຈະມີອານາຈັກທີ່ສີ່ເປັນອານາຈັກທີ່ມີອຳນາດ ແລະ ແຂງດັ່ງເຫຼັກ ເຊິ່ງສາມາດຕີສິ່ງທັງຫຼາຍໃຫ້ຫັກ ແລະ ແຕກໝຸ່ນໄດ້. ເຫຼັກນີ້ຕີສິ່ງທັງຫຼາຍໃຫ້ຫັກ ແລະ ແຕກໝຸ່ນສັນໃດ ອານາຈັກນີ້ກໍຈະຕີອານາຈັກອື່ນໆໃຫ້ແຕກໝຸ່ນໄປສັນນັ້ນ.”
“ທີ່ທ່ານເຫັນຕີນ ແລະ ນິ້ວຕີນເປັນດິນໜຽວປົນເຫຼັກນັ້ນ ໝາຍຄວາມວ່າຈະເປັນອານາຈັກທີ່ແຕກແຍກ. ມັນຈະມີຄວາມແຂງຂອງເຫຼັກປົນຢູ່ ເພາະວ່າມີເຫຼັກປະສົມຢູ່ກັບດິນໜຽວ. ນິ້ວຕີນເປັນເຫຼັກປົນດິນໜຽວນັ້ນ ໝາຍຄວາມວ່າອານາຈັກນັ້ນຈະມີບາງສ່ວນທີ່ແຂງແຮງ ແລະ ບາງສ່ວນທີ່ອ່ອນແອ. ທີ່ທ່ານເຫັນເຫຼັກປະສົມດິນໜຽວນັ້ນ ພວກຜູ້ປົກຄອງອານາຈັກນັ້ນ ຈະພະຍາຍາມຮວບຮວມຄອບຄົວຂອງພວກເຂົາເຂົ້າກັນ ແຕ່ພວກເຂົາບໍ່ສາມາດເຮັດໄດ້ ຄືກັນກັບເຫຼັກບໍ່ສາມາດປະສົມເຂົ້າກັບດິນໜຽວ.”
“ໃນສະໄໝທີ່ກະສັດເຫຼົ່ານັ້ນປົກຄອງ ພຣະເຈົ້າແຫ່ງຟ້າສະຫວັນຈະຕັ້ງອານາຈັກໜຶ່ງຂຶ້ນ ເຊິ່ງຈະບໍ່ສູນຫາຍໄປຈັກເທື່ອ. ອານາຈັກນີ້ຈະບໍ່ຖືກຕີໃຫ້ພ່າຍແພ້ຈັກເທື່ອ, ແຕ່ຈະທຳລາຍອານາຈັກອື່ນໆໃຫ້ໝົດສິ້ນໄປ... ຂ້ານ້ອຍໄດ້ບອກທ່ານຕາມທີ່ທ່ານໄດ້ຝັນ ແລະ ແກ້ຄວາມຝັນນັ້ນແກ່ທ່ານຕາມຄວາມຈິງ.”
ແລ້ວກະສັດເນບູກາດເນັດຊາກໍໄດ້ຂາບລົງຕໍ່ໜ້າດານີເອນ ແລະ ກ່າວວ່າ: “ພຣະເຈົ້າຂອງເຈົ້າເປັນພຣະເຈົ້າອົງຍິ່ງໃຫຍ່ເໜືອພະທັງປວງ ແລະ ເປັນພຣະເຈົ້າຢາເວເໝືອກະສັດທັງຫຼາຍ ແລະ ເປັນຜູ້ເປີດເຜີຍຄວາມເລິກລັບຕ່າງໆ. ເຮົາຮູ້ສິ່ງນີ້ກໍເພາະວ່າເຈົ້າອະທິບາຍຄວາມເລິກລັບນີ້ໄດ້.”
ແລ້ວກະສັດເນບູກາດເນັດຊາກໍໄດ້ຍົກເລີກຄໍາສັ່ງທີ່ຈະປະຫານຊີວິດພວກທີ່ປຶກສາ. ເພິ່ນໄດ້ມອບຕຳແໜ່ງສູງ ແລະ ມອບສິ່ງຂອງອັນປະເສີດຫຼາຍຢ່າງໃຫ້ແກ່ດານີເອນ ຄືຊົງແຕ່ງຕັ້ງໃຫ້ເປັນຜູ້ປົກຄອງນະຄອນບາບີໂລນ ແລະ ເປັນຫົວໜ້າພວກທີ່ປຶກສາຊາວບາບີໂລນ. ນອກຈາກນີ້ ເພື່ອຕອບສະໜອງຄຳທູນຂໍຂອງດານີເອນ ກະສັດເນບູກາດເນັດຊາຍັງຊົງແຕ່ງຕັ້ງໃຫ້ຮານານີຢາ, ມີຊາເອນ ແລະ ອາຊາຣີຢາຮັບຣາຊະການຢູ່ໃນນະຄອນບາບີໂລນອີກດ້ວຍ ສ່ວນດານີເອນຮັບຕຳແໜ່ງຢູ່ໃນພະຣາຊະວັງຂອງກະສັດ.
ຫົວຄຳຂອງຮູບປັ້ນນີ້ເປັນຕົວແທນຂອງອານາຈັກບາບີໂລນ. (ດານີເອນ 2:38) ເອີກແລະ ແຂນເປັນເງິນເປັນຕົວແທນຂອງອານາຈັກມີເດຍ-ເປີເຊຍທີ່ໂຈມຕີອານາຈັກບາບີໂລນ. ແອວແລະ ກະໂພກເປັນທອງສຳຣິດເປັນຕົວແທນຂອງອານາຈັກກຣີກຫຼັງຈາກອານາຈັກມີເດຍເປີເຊຍ. ແລະ ໃນທີ່ສຸດ ຂາເປັນເຫຼັກເປັນຕົວແທນຂອງອານາຈັກໂຣມ. ຫຼັງຈາກອານາຈັກໂຣມນັ້ນ ກໍຈະມີຫຼາຍປະເທດທີ່ແຕກຕ່າງກັນ. ພວກເຂົາເປັນຕົວແທນຂອງຕີນທີ່ເປັນເຫຼັກແລະ ດິນໜຽວ. ຫີນທີ່ກະທົບໃສ່ຮູບປັ້ນນັ້ນເປັນຕົວແທນຂອງອານາຈັກຂອງພຣະເຈົ້າໃນຍຸກສຸດທ້າຍຂອງປະຫວັດສາດຂອງໂລກ ອານາຈັກນີ້ຈະຢືດຄອງອານາຈັກທັງໝົດຢ່າງສົມບູນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ດານີເອນ ບົດທີ 2.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 40 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຮູບປັ້ນຂອງກະສັດເນບູກາດເນັດຊາ
ຫຼັງຈາກທີ່ດານີເອນໄດ້ເປີດເຜີຍໃຫ້ກະສັດເນບູກາດເນັດຊາຮູ້ເຖິງຄວາມຝັນຂອງເພິ່ນເປັນຮູບປັ້ນ ແລະ ຕີຄວາມໝາຍແລ້ວ. ເປັນຊ່ວງໄລຍະເວລາໜຶ່ງທີ່ກະສັດເນບູກາດເນັດຊາຢຳເກງພຣະເຈົ້າແຫ່ງຟ້າສະຫວັນ. ແຕ່ຫຼັງຈາກເວລາຕໍ່ມາ ເພິ່ນກໍປາຖະໜາທີ່ຈະຍົກຕົວເອງຂຶ້ນເໜືອອານາຈັກທີ່ພຣະເຈົ້າຊົງມອບໃຫ້ແກ່ເພິ່ນ. ແລ້ວກະສັດເນບູກາດເນັດຊາກໍໄດ້ຕັດສິນໃຈທີ່ຈະເຮັດທຸກຢ່າງໃຫ້ອານາຈັກຂອງເພິ່ນເປັນຢູ່ຕະຫຼອດໄປ.
ກະສັດເນບູກາດເນັດຊາໄດ້ວາງແຜນທີ່ຈະສ້າງຮູບປັ້ນຄືກັບຄວາມຝັນຂອງເພິ່ນ. ແຕ່ເພິ່ນຈະເຮັດໃຫ້ຮູບປັ້ນເປັນທອງຄຳທັງໝົດ ເພື່ອຈະສະແດງໃຫ້ເຫັນວ່າ ອານາຈັກບາບີໂລນນັ້ນມີອຳນາດ ແລະ ຈະບໍ່ສາມາດທຳລາຍໄດ້. ໃນການດຳເນີນການນີ້ ເພິ່ນໄດ້ຕໍ່ຕ້ານພຣະເຈົ້າແຫ່ງຟ້າສະຫວັນທີ່ໄດ້ໃຫ້ເວລາສຳລັບອານາຈັກຂອງເພິ່ນ.
ຮູບປັ້ນຖືກສ້າງຂຶ້ນຈາກທອງຄຳທັງໝົດ ແລະ ຫຼັງຈາກສ້າງສຳເລັດແລ້ວ ກໍມີຄຳສັ່ງປະກາດອອກໄປໃຫ້ທຸກຄົນອຸທິດຕົນສະແດງຄວາມຈົ່ງຮັກພັກດີຢ່າງທີ່ສຸດຕໍ່ອານາຈັກບາບີໂລນ ໂດຍການຂາບໄຫວ້ຢູ່ຕໍ່ໜ້າຮູບປັ້ນໃນມື້ຂອງການອຸທິດຕົນໃຫ້ແກ່ຮູບປັ້ນ. ຝູງຊົນຂະໜາດໃຫຍ່ຈາກທຸກຊົນຊາດ, ທຸກເຊື້ອຊາດ ແລະ ທຸກພາສາໄດ້ມາຮ່ວມຕົວກັນຢ່າງແອອັດ. ຫຼັງຈາກນັ້ນ ກະສັດໄດ້ສັ່ງປະຊາຊົນທັງຫຼາຍໃຫ້ຂາບໄຫວ້ຮູບປັ້ນທອງຄຳ "ສະນັ້ນ ພໍສຽງດົນຕີດັງຂຶ້ນ ປະຊາຊົນຈາກທຸກຊົນຊາດ, ທຸກເຊື້ອຊາດ ແລະ ທຸກພາສາກໍໄດ້ຂາບໄຫວ້ຮູບປັ້ນທອງຄຳທີ່ກະສັດເນບູກາດເນັດຊາໄດ້ຕັ້ງຂຶ້ນ." (ດານີເອນ 3:7)
ໃນທ່າມກາງຝູງຊົນທີ່ແອອັດນັ້ນມີຜູ້ຊາຍສາມຄົນທີ່ເປັນໝູ່ຂອງດານີເອນ. ພວກເຂົາໄດ້ຕັດສິນໃຈຢ່າງໜັກແໜ້ນວ່າ ຈະບໍ່ເຮັດໃຫ້ພຣະເຈົ້າແຫ່ງຟ້າສະຫວັນເສຍກຽດ. ພວກເຂົາຈື່ພຣະບັນຍັດຂອງພຣະເຈົ້າທີ່ຊົງສັ່ງໄວ້ວ່າ "ຢ່າເຮັດຮູບເຄົາຣົບຢ່າງໃດຢ່າງໜຶ່ງສຳລັບຕົນ... ຢ່ານົບ ຫຼືຂາບໄຫວ້ຮູບເຫຼົ່ານັ້ນ..." (ອົບພຣະຍົບ 20:4-6) ໃນຂະນະທີ່ດົນຕີເລີ່ມຫຼິ້ນ ປະຊາຊົນເປັນຈຳນວນຫຼວງຫຼາຍກໍພາກັນຂາບໄຫວ້ຮູບປັ້ນທີ່ຢູ່ຕໍ່ໜ້າພວກເຂົາ ແຕ່ໝູ່ຂອງດານີເອນບໍ່ໄດ້ຂາບໄຫ້ວຮູບປັ້ນທອງຄຳທີ່ກະສັດເນບູກາດເນັດຊາໄດ້ສ້າງຂຶ້ນ.
ມີບາງຄົນເຫັນໝູ່ສາມຄົນຂອງດານີເອນບໍ່ຍອມຂາບໄຫວ້ຮູບປັ້ນ. ດັ່ງນັ້ນ ພວກເຂົາຈຶ່ງໄປບອກກະສັດວ່າ: “ມີຊາວຢິວບາງຄົນທີ່ທ່ານແຕ່ງຕັ້ງໃຫ້ຮັບຣາຊະການໃນແຂວງບາບີໂລນ ບໍ່ເຊື່ອຟັງຄຳສັ່ງຂອງພະຣາຊາ; ພວກນັ້ນແມ່ນຊັດລາກ, ເມຊາກ ແລະ ອາເບັດເນໂກ. ພວກເຂົາບໍ່ຂາບໄຫວ້ພະຂອງທ່ານ ຫຼືກົ້ມຂາບຕໍ່ຮູບພະທີ່ທ່ານໄດ້ຕັ້ງຂຶ້ນນັ້ນ.” (ກະສັດເນບູກາດເນັດຊາໄດ້ປ່ຽນຊື່ຂອງຮານານີຢາ, ມີຊາເອນ ແລະ ອາຊາຣີຢາ ມາເປັນຊື່ບາບີໂລນຄື ຊັດລາກ, ເມຊາກ ແລະ ອາເບັດເນໂກ.)
ກະສັດກໍໄດ້ສັ່ງໃຫ້ນຳເອົາຊາຍສາມຄົນນັ້ນມາຫາເພິ່ນ ເພິ່ນຊີ້ໄປທີ່ເຕົາໄຟ ແລະ ເຕືອນໃຫ້ພວກເຂົາຄິດເຖິງການລົງໂທດທີ່ກຳລັງລໍຖ້າພວກເຂົາຢູ່ຖ້າພວກເຂົາຍັງຄົງປະຕິເສດທີ່ຈະເຮັດຕາມຄຳສັ່ງຂອງເພິ່ນ. ກະສັດໄດ້ຕັດສິນໃຈທີ່ຈະໃຫ້ພວກເຂົາມີໂອກາດອີກຄັ້ງໜຶ່ງໂດຍການຮ່ວມຕົວກັບຝູງຊົນພາກັນກົ້ມລົງຂາບໄຫວ້ຮູບປັ້ນນັ້ນແລ້ວທຸກຢ່າງກໍຈະດີ ແລະ ກະສັດໄດ້ເວົ້າອີກວ່າ: "ຖ້າພວກເຈົ້າບໍ່ຍອມຂາບໄຫວ້ ພວກເຈົ້າຈະຕ້ອງຖືກໂຍນເຂົ້າເຕົາໄຟທັນທີ ຫລືພວກເຈົ້າຄິດວ່າ ຈະມີພະອົງໃດທີ່ຈະຊ່ວຍພວກເຈົ້າໃຫ້ລອດພົ້ນຈາກມືຂອງຂ້ອຍໄດ້?"
ການຂົ່ມຂູ່ຂອງກະສັດໄຮ້ປະໂຫຍດ; ຄົນຢິວສາມຄົນຫັນໜ້າໄປທີ່ເຕົາໄຟດ້ວຍຄວາມສະຫງົບ ແລະ ກ່າວວ່າ: “ຂ້າແດ່ກະສັດ ພວກຂ້ານ້ອຍຈະບໍ່ປ້ອງກັນຕົວເອງໄວ້. ຖ້າພຣະເຈົ້າອົງທີ່ພວກຂ້ານ້ອຍຮັບໃຊ້ຢູ່ຊົງພໍພຣະໄທຈະຊ່ວຍພວກຂ້ານ້ອຍ ພຣະອົງກໍຈະຊ່ວຍໃຫ້ພົ້ນຈາກເຕົາໄຟ ແລະ ຈາກອຳນາດຂອງທ່ານໄດ້. ແຕ່ຖ້າພຣະອົງຈະຊ່ວຍຫລືບໍ່ຊ່ວຍກໍຕາມ ຂໍໃຫ້ທ່ານຈົ່ງຮູ້ໄວ້ວ່າ ພວກຂ້ານ້ອຍຈະບໍ່ນັບຖືພະຂອງທ່ານ ແລະ ຈະບໍ່ຂາບໄຫວ້ຮູບປັ້ນທອງຄຳທີ່ທ່ານສ້າງຂຶ້ນເປັນເດັດຂາດ.”
ກະສັດເນບູກາດເນັດຊາໃຈຮ້າຍຕໍ່ຊັດລາກ, ເມຊາກ ແລະ ອາເບັດເນໂກຢ່າງສຸດຂີດຈົນໃບໜ້າຂອງກະສັດເປັນສີແດງ. ກະສັດສັ່ງໃຫ້ຄົນຂອງເພິ່ນເຮັດໃຫ້ເຕົາໄຟຮ້ອນຂຶ້ນກວ່າເກົ່າເຖິງເຈັດເທົ່າ ແລະ ເພິ່ນສັ່ງໃຫ້ຄົນທີ່ມີກຳລັງແຂງແຮງທີ່ສຸດໃນກອງທັບຂອງເພິ່ນຜູກມັດຊາຍສາມຄົນນີ້.
ດັ່ງນັ້ນ ພວກເຂົາທັງສາມຈຶ່ງຖືກມັດຄາເຄື່ອງນຸ່ງ ຄືມີເສື້ອຊັ້ນໃນ ແລະ ຊັ້ນນອກ, ໝວກ ແລະ ເຄື່ອງຂອງອື່ນໆ ແລ້ວໂຍນພວກເຂົາເຂົ້າໄປໃນເຕົາໄຟ. ເຕົາໄຟນັ້ນຮ້ອນທີ່ສຸດ ຈົນວ່າພວກຄົນທີ່ໂຍນຊັດລາກ, ເມຊາກ ແລະ ອາເບັດເນໂກເຂົ້າໄປໃນເຕົາໄຟນັ້ນຖືກໄຟໄໝ້ຕາຍ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ດານີເອນ ບົດທີ 3.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 41 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຈົ້າຢູ່ໃນເຕົາໄຟ
ແຕ່ພຣະເຈົ້າຊົງໄດ້ຮັບກຽດຍ້ອນຊັດລາກ, ເມຊາກ ແລະ ອາເບັດເນໂກ ເພາະວ່າພວກເຂົາໄດ້ສັດຊື່ຕໍ່ພຣະອົງ ແລະ ພຣະອົງກໍໄດ້ມາຢືນຢູ່ກັບພວກເຂົາຢູ່ໃນເຕົາໄຟນັ້ນ.
ຈາກບັນລັງຂອງກະສັດເນບູກາດເນັດຊາ ເພິ່ນໄດ້ແນມໄປເບິ່ງໂດຍຄາດຫວັງໄວ້ວ່າຈະເຫັນຄົນທີ່ໄດ້ທ້າທາຍເພິ່ນຖືກທຳລາຍ ແຕ່ໃບໜ້າຂອງກະສັດຊ້ຳພັດຊີດຈາງໃນຂະນະທີ່ລຸກຂຶ້ນຈາກບັນລັງ ແລະ ແນມເບິ່ງລົງໄປຢ່າງຕັ້ງໃຈໃນເຕົາໄຟທີ່ເຮືອງແສງ. ກະສັດປະຫຼາດໃຈ ແລະ ຖາມຄົນຮັບໃຊ້ວ່າ: “ພວກເຮົາໄດ້ມັດຊາຍທັງສາມນັ້ນໂຍນເຂົ້າໄປໃນເຕົາໄຟອັນຮ້ອນກ້າແລ້ວບໍ່ແມ່ນບໍ? ຖ້າດັ່ງນັ້ນ ເປັນຫຍັງເຮົາຈຶ່ງເຫັນຊາຍສີ່ຄົນກຳລັງຍ່າງຢູ່ໃນໄຟນັ້ນ? ພວກເຂົາບໍ່ໄດ້ຖືກມັດ ແລະ ບໍ່ເຫັນຮ່ອງຮອຍວ່າຖືກເຈັບເພາະຖືກໄຟໄໝ້ເລີຍ ແລະ ອີກຜູ້ໜຶ່ງໃນສີ່ຄົນນີ້ກໍເບິ່ງຄ້າຍຄືພຣະບຸດຂອງພຣະເຈົ້າ."
ກະສັດເນບູກາດເນັດຊາໄປທີ່ໜ້າປະຕູຂອງເຕົາໄຟນັ້ນ ແລະ ກໍຮ້ອງໃສ່ວ່າ: "ຊັດລາກ, ເມຊາກ ແລະ ອາເບັດເນໂກຜູ້ຮັບໃຊ້ຂອງພຣະເຈົ້າອົງສູງສຸດເອີຍ ຈົ່ງພາກັນອອກມາສາ!" ພວກເຂົາຈຶ່ງໄດ້ອອກມາຈາກເຕົາໄຟ ແລະ ເຫັນວ່າບໍ່ໄດ້ຮັບອັນຕະລາຍແຕ່ຢ່າງໃດເລີຍຈາກໄຟ.
ກະສັດເນບູກາດເນັດຊາລືມຮູບປັ້ນທີ່ຍິ່ງໃຫຍ່ ແລະ ໄດ້ປະກາດຢູ່ຕໍ່ໜ້າຝູງຊົນວ່າ: “ຂໍສັນລະເສີນພຣະເຈົ້າຂອງຊັດລາກ, ເມຊາກ ແລະ ອາເບັດເນໂກ. ພຣະອົງຊົງສົ່ງທູດສະຫວັນຂອງພຣະອົງມາຊ່ວຍຜູ້ຮັບໃຊ້ຂອງພຣະອົງ ພວກເຂົາໄວ້ວາງໃຈໃນພຣະເຈົ້າ ລະເມີດຄຳສັ່ງຂອງກະສັດ ແລະ ຍອມຕາຍດີກວ່າຮັບໃຊ້ແລະ ນະມັດສະການພະອື່ນໃດ ເວັ້ນແຕ່ພຣະເຈົ້າຂອງພວກເຂົາ... ເພາະບໍ່ມີພະອື່ນໃດທີ່ສາມາດຊ່ວຍກູ້ເອົາໄດ້ຢ່າງນີ້.”
ກະສັດເນບູກາດເນັດຊາຍັງໄດ້ອອກຄຳສັ່ງທົ່ວອານາຈັກບາບີໂລນວ່າ: "ຖ້າຄົນໃດຄົນໜຶ່ງໃນປະເທດໃດປະເທດໜຶ່ງ, ໃນເຊື້ອຊາດ ຫຼືໃນພາສາໃດ ເວົ້າໝິ່ນປະໝາດພຣະເຈົ້າຂອງຊັດລາກ, ເມຊາກ ແລະ ອາເບັດເນໂກ; ຄົນນັ້ນກໍຈະຖືກຕັດເປັນຕ່ອນໆ ແລະ ເຮືອນຂອງລາວກໍຈະຖືກທຳລາຍໃຫ້ເປັນກອງສິ່ງຮົກຮ້າງເພພັງ. ເພາະບໍ່ມີພະອື່ນໃດທີ່ສາມາດຊ່ວຍກູ້ເອົາໄດ້ຢ່າງນີ້." ພຣະເຈົ້າຊົງພໍໃຈໃນຄວາມພະຍາຍາມຂອງກະສັດເນບູກາດເນັດຊາທີ່ຍອມຮັບພຣະອົງເປັນພຣະເຈົ້າ ແລະ ເຜີຍແຜ່ເລື່ອງຂອງພຣະອົງທົ່ວອານາຈັກບາບີໂລນ (ດານີເອນ 3:29) TNCV.
ເຫດການທີ່ເກີດຂຶ້ນກັບຊັດລາກ, ເມຊາກ ແລະ ອາເບັດເນໂກ ໄດ້ແຜ່ຂະຫຍາຍຢ່າງໄວໂດຍຜ່ານທາງຜູ້ແທນຂອງປະເທດຕ່າງໆທີ່ກະສັດເນບູກາດເນັດຊາໄດ້ເຊີນໃຫ້ມາຮ່ວມງານອຸທິດຕົນໃຫ້ແກ່ຮູບປັ້ນນັ້ນ.
ສ່ວນເລື່ອງຊີວິດຂອງກະສັດເນບູກາດເນັດຊານັ້ນ ພວກເຮົາສາມາດອ່ານເພີ່ມເຕີມຢູ່ໃນພຣະຄຳດານີເອນ.
ພຣະສັນຍາ
“ເຮົາຈະຢູ່ນໍາເຈົ້າເມື່ອຍ່າງຂ້າມບ່ອນນໍ້າເລິກໄປ ຄວາມລໍາບາກຂອງພວກເຈົ້າຈະບໍ່ຖ້ວມພວກເຈົ້າ. ໄຟຈະບໍ່ໄໝ້ພວກເຈົ້າເມື່ອຜ່ານຜ່າໄຟໄປ ການທົດລອງທີ່ລໍາບາກຈະທໍາຮ້າຍພວກເຈົ້າບໍ່ໄດ້” (ເອຊາຢາ 43:2)
ອ້າງອີງຈາກປຶ້ມ "ພຣະຄຳພີ" ດານີເອນ ບົດທີ 3.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 41 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ມີເດຍ ແລະ ເປີເຊຍເອົາຊະນະບາບີໂລນ
ຫຼັງຈາກທີ່ກະສັດເນບູກາດເນັດຊາເສຍຊີວິດແລ້ວ ຫຼານຊາຍຂອງເພິ່ນທີ່ມີຊື່ວ່າ ‘ເບັນຊັດຊາເຣ’ ກໍຂຶ້ນເປັນກະສັດ. ແຕ່ກະສັດເບັນຊັດຊາເຣມັກຄວາມສະນຸກສະໜານຫຼາຍກ່ວາສິ່ງອື່ນໃດ. ຫຼັງຈາກທີ່ເພິ່ນຂຶ້ນສູ່ບັນລັງໄດ້ບໍ່ດົນ ເພິ່ນກໍໄດ້ຈັດງານກິນລ້ຽງຂະໜາດໃຫຍ່ສຳລັບພະນັກງານພາກລັດທັງໝົດ ແລະ ພວກເຂົາດື່ມເຫຼົ່າອະງຸ່ນໄດ້ຢ່າງອິດສະລະ ແລະ ເຕັມທີ. ກະສັດຍັງໄດ້ຖາມເຖິງຖ້ວຍທີ່ພໍ່ຂອງເພິ່ນໄດ້ເອົາມາຈາກນະຄອນເຢລູຊາເລັມ ແລະ ໄດ້ຖືກນຳເອົາມາໃຊ້ໃນງານກິນລ້ຽງອີກດ້ວຍ. ພຣະເຈົ້າຊົງເຫັນຄວາມຊົ່ວຮ້າຍຂອງກະສັດເບັນຊັດຊາເຣ. ໃນຂະນະທີ່ພວກເຂົາກຳລັງສະເຫຼີມສະຫຼອງກັນຢູ່ນັ້ນ ມີມືມະນຸດປາກົດໃຫ້ເຫັນ. ມືນັ້ນໄດ້ຂຽນໃສ່ຝາພະຣາຊະວັງບ່ອນມີໂຄມໄຟໄຕ້ຮຸ່ງຢູ່ ກະສັດບໍ່ສາມາດອ່ານຂໍ້ຄວາມນັ້ນໄດ້ໃນຂະນະທີ່ກຳລັງຂຽນຢູ່. ກະສັດຢ້ານຈົນຕົວສັ່ນໃນສິ່ງທີ່ເຫັນ. ດັ່ງນັ້ນ ເພິ່ນຈຶ່ງເອີ້ນພວກທີ່ປຶກສາປະຈຳກະສັດມາອ່ານຂໍ້ຄວາມ ແລະ ຕີຄວາມໝາຍຂອງຂໍ້ຄວາມນັ້ນ ແຕ່ພວກທີ່ປຶກສາບໍ່ສາມາດອ່ານໄດ້. ແມ່ຂອງກະສັດໄດ້ຍິນເຖິງຄວາມວຸ່ນວາຍເຊັ່ນນີ້ ນາງກໍໄດ້ເຂົ້າມາໃນງານກິນລ້ຽງ ນາງຈື່ໄດ້ວ່າດານີເອນເຄີຍອະທິບາຍຄວາມຝັນຂອງກະສັດເນບູກາດເນັດຊາ.
ສະນັ້ນ ນາງຈຶ່ງໄດ້ກ່າວຕໍ່ກະສັດວ່າ: "ໂອ! ກະສັດ, ລູກຢ່າໄດ້ຕົກໃຈຈົນໜ້າຂາວຊີດເລີຍ ເພາະວ່າອານາຈັກຂອງລູກຍັງມີຊາຍຜູ້ໜຶ່ງທີ່ມີພຣະວິນຍານບໍຣິສຸດຂອງພຣະເຈົ້າສະຖິດຢູ່ນຳ. ຊາຍຜູ້ນີ້ເມື່ອຄາວພໍ່ຂອງລູກເປັນກະສັດ ລາວໄດ້ສະແດງຄວາມສະຫຼາດຫຼັກແຫຼມ, ຄວາມຮອບຮູ້ ແລະ ສະຕິປັນຍາອັນດີເໝືອນກັບປັນຍາຂອງພຣະເຈົ້າ. ກະສັດເນບູກາດເນັດຊາພໍ່ຂອງລູກໄດ້ແຕ່ງຕັ້ງໃຫ້ລາວເປັນຫົວໜ້າພວກໝໍດູ, ໝໍມົນ, ໝໍວິຊາ ແລະ ອາຄົມ... ສະນັ້ນ ຈົ່ງເອີ້ນດານີເອນມາເຂົ້າເຝົ້າ ແລະ ໃຫ້ລາວບອກຄວາມໝາຍທັງໝົດນີ້ໃຫ້ແກ່ລູກ."
ດານີເອນໄດ້ຖືກເອີ້ນໃຫ້ມາເຂົ້າເຝົ້າກະສັດເບັນຊັດຊາເຣ ແລະ ກະສັດໄດ້ກ່າວຂຶ້ນວ່າ: "ເຮົາໄດ້ຍິນວ່າທ່ານສາມາດຄົ້ນຫາຄວາມໝາຍ ແລະ ອະທິບາຍຄວາມເລິກລັບໄດ້. ສະນັ້ນ ຖ້າທ່ານສາມາດອ່ານ ແລະ ບອກຄວາມໝາຍຂອງຂໍ້ຄວາມນີ້ໃຫ້ເຮົາຮູ້ໄດ້ ທ່ານຈະໄດ້ຫົ່ມເສື້ອສີມ່ວງຂອງກະສັດ, ໃສ່ສາຍຄໍຄຳກຽດຕິຍົດ ແລະ ຈະເປັນຜູ້ມີອຳນາດຄົນທີສາມໃນອານາຈັກ."
ດານີເອນທູນຕອບວ່າ: "ຂໍທ່ານຈົ່ງເກັບຂອງຂັວນຂອງທ່ານນັ້ນໄວ້ກັບທ່ານເຖີດ ຝ່າຍຂ້ານ້ອຍຈະອ່ານຂໍ້ຄວາມ ແລະ ບອກຄວາມໝາຍຂອງຂໍ້ຄວາມນີ້ໃຫ້ທ່ານຮູ້.”
“ຂ້າແດ່ພະລາຊາ ທ່ານດູໝິ່ນປະໝາດພຣະເຈົ້າແຫ່ງຟ້າສະຫວັນ ໂດຍນຳເອົາພາຊະນະຈາກພຣະວິຫານຂອງພຣະອົງມາໃຊ້. ພວກເຈົ້ານາຍຊັ້ນສູງຜູ້ໃຫຍ່, ມະເຫສີ ແລະ ພວກນາງສະໜົມເອົາຖ້ວຍ ແລະ ຈອກໃສ່ເຫຼົ້າອະງຸ່ນດື່ມ. ທັງສັນລະເສີນບັນດາພະທີ່ເຮັດດ້ວຍຄຳ, ດ້ວຍເງິນ, ດ້ວຍທອງສຳລິດ, ດ້ວຍເຫຼັກ, ດ້ວຍໄມ້ ແລະ ຫີນ ເຊິ່ງບໍ່ສາມາດເບິ່ງເຫັນ, ຟັງຫຍັງກໍບໍ່ໄດ້ ແລະ ບໍ່ຮູ້ຈັກຫຍັງເລີຍ. ທ່ານບໍ່ໄດ້ຖວາຍກຽດໃຫ້ພຣະເຈົ້າຜູ້ຄວບຄຸມຊີວິດ ແລະ ທຸກວິຖີທາງຂອງທ່ານຢູ່ໃນມືຂອງພຣະອົງ. ດ້ວຍເຫດນີ້ແຫລະ ພຣະເຈົ້າຈຶ່ງສົ່ງມືມາຂຽນຂໍ້ຄວາມເຫລົ່ານີ້.”
ສ່ວນຂໍ້ຄວາມທີ່ຢູ່ເທິງຝາ ດານີເອນໄດ້ອ່ານວ່າ: "ເມເນ, ເມເນ, ເທເຄລ, ປາຊິນ." ແລ້ວດານີເອນອະທິບາຍວ່າ: "ສິ່ງນັ້ນມີຄວາມໝາຍດັ່ງນີ້ ‘ເມເນ’ ໝາຍຄວາມວ່າ ພຣະເຈົ້າໄດ້ນັບວັນເວລາແຫ່ງອານາຈັກຂອງທ່ານໄວ້ ແລະ ຈະນຳມັນໄປສູ່ຈຸດຈົບ. ‘ເທເຄລ’ ໝາຍຄວາມວ່າ ພຣະເຈົ້າໄດ້ຊັ່ງທ່ານດ້ວຍຊິງ ແລະ ເຫັນວ່າເບົາໂພດ. ‘ເປເຣສ’ ໝາຍຄວາມວ່າ ອານາຈັກຂອງທ່ານຈະຖືກແບ່ງແຍກ ແລະ ຍົກໃຫ້ຊາວມີເດຍກັບຊາວເປີເຊຍ."
ເມື່ອດານີເອນໄດ້ເວົ້າຈົບແລ້ວ ກະສັດໄດ້ສັ່ງໃຫ້ຄົນຮັບໃຊ້ເອົາຂອງລາງວັນກຽດຕິຍົດມາໃຫ້ຕາມທີ່ໄດ້ສັນຍາໄວ້.ຫຼັງຈາກນັ້ນ ໃນຂະນະທີ່ຍັງຢູ່ໃນຫ້ອງກິນລ້ຽງສ້າງສັນນັ້ນ ກະສັດແຫ່ງບາບີໂລນໄດ້ຮັບແຈ້ງວ່າ ເມືອງຂອງທ່ານຖືກຍຶດໄວ້ທຸກດ້ານແລ້ວ. (ເຢເລມີຢາ 51:31) ພວກມີເດຍ ແລະ ເປີເຊຍມີການຫັນຄວາມສົນໃຈໄປທີ່ແມ່ນ້ຳທີ່ຢູ່ໃຕ້ເມືອງບາບີໂລນເຊິ່ງນໍາເຂົ້າໄປສູ່ຈຸດໃຈກາງຂອງເມືອງ ແລະ ພວກເຂົາຍ່າງເຂົ້າເມືອງທີ່ບໍ່ມີການລະວັງຕົວໂດຍຜ່ານຄອງນໍ້າ. ກອງທັບທະຫານຂອງກະສັດແຫ່ງເປີເຊຍໄດ້ຢືນຢູ່ຕໍ່ຫນ້າກຳແພງຂອງພະຣາຊະວັງ. ເມືອງເຕັມໄປດ້ວຍທະຫານຂອງສັດຕູຄືກັບຝູງຕັກແຕນ ແລະ ສຽງຮ້ອງໄຊຊະນະຂອງພວກເຂົາສາມາດໄດ້ຍິນດັງເໜືອກວ່າສຽງຮ້ອງໄຫ້ຂອງຜູ້ສິ້ນຫວັງທີ່ຢູ່ໃນງານກິນລ້ຽງຂອງກະສັດເບັນຊັດຊາເຣ.ໃນຄືນນັ້ນເອງ ເບນຊັດຊາເຣກະສັດແຫ່ງບາບີໂລນຖືກປະຫານຊີວິດ ແລະ ກະສັດໄຊຣັດແຫ່ງເປີເຊຍກໍນັ່ງຢູ່ເທິງບັນລັງ. (ເຢເຣມີຢາ 51:14-31)
ຮູບປັ້ນທີ່ຢູ່ໃນຄວາມຝັນຂອງກະສັດເນບູກາດເນັດຊານັ້ນໝາຍເຖິງການທໍານວາຍເຖິງເຫດການທີ່ຈະເກີດຂຶ້ນກັບອານາຈັກບາບີໂລນໃນອະນາຄົດ. ພຣະເຈົ້າໄດ້ຊົງສຳແດງໃຫ້ກະສັດເຫັນສິ່ງທີ່ຈະເກີດຂຶ້ນໃນອານາຈັກຂອງເພິ່ນ. ທຳອິດແມ່ນບາບີໂລນ, ຕາມມາດ້ວຍມີເດຍ-ເປີເຊຍ ຈາກນັ້ນແມ່ນກຣີກ ແລະ ໃນທີ່ສຸດກໍແມ່ນໂຣມ. ສະນັ້ນ ບາບີໂລນຈຶ່ງຖືກຢືດຄອງດ້ວຍມີເດຍ-ເປີເຊຍໃນຊ່ວງສະໄໝຂອງກະສັດເບນຊັດຊາເຣ ແລະ ມັນໄດ້ເກີດຂຶ້ນຈິງຕາມຄໍາທໍານວາຍ.
ການລົ້ມລະລາຍຂອງອານາຈັກບາບີໂລນໄດ້ຖືກເປີດເຜີຍໃຫ້ຮູ້ລ່ວງໜ້າໂດຍພຣະເຈົ້າ ບໍ່ພຽງແຕ່ໃນຄວາມຝັນຂອງກະສັດເນບູກາເນັດຊາເທົ່ານັ້ນ ແຕ່ຍັງບອກຜ່ານທາງຜູ້ປະກາດພຣະຄຳຂອງພຣະອົງອີກດ້ວຍເຊັ່ນ: ເຢເຣມີຢາ ແລະ ເອຊາຢາ. ທ່ານສາມາດອ່ານເພີ່ມເຕີມໄດ້ທີ່ພຣະຄຳເຢເຣມີຢາ ບົດທີ 51 ແລະ ເອຊາຢາ ບົດທີ 13 ແລະ 47. ໂດຍຜ່ານທາງນີ້ ພວກເຮົາສາມາດເຫັນວ່າ ໃນທີ່ສຸດແລ້ວ ຫຼາຍປະເທດຊາດຢູ່ໃນການຄວບຄຸມຂອງພຣະເຈົ້າ. ປະເທດຊາດທັງຫຼາຍຈະຕົກຕ່ຳ ຫຼືຮຸ່ງເຮືອງກໍຂຶ້ນຢູ່ກັບແຜນການ ແລະ ນ້ຳພຣະໄທຂອງພຣະເຈົ້າ.
ດານີເອນເປັນຜູ້ປະກາດພຣະຄຳທີ່ພິເສດຂອງພຣະເຈົ້າ ພຣະເຈົ້າໄດ້ເປີດເຜີຍໃຫ້ເພິ່ນເຫັນເມື່ອພຣະບຸດຂອງພຣະເຈົ້າຈະສະເດັດມາຢູ່ໃນໂລກນີ້. ນອກຈາກນີ້ ດານີເອນຍັງໄດ້ເປີດເຜີຍໃຫ້ເຫັນເຖິງເຫດການທີ່ຈະເກີດຂຶ້ນໃນອະນາຄົດ ຈົນເຖິງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ດານີເອນ ບົດທີ 5.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 43 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຄໍາສັ່ງໃຫ້ກັບຄືນສູ່ນະຄອນເຢຣູຊາເລັມ
ກ່ອນທີ່ປະຊາຊົນຢູດາຈະຖືກກວດຕ້ອນໄປເປັນຊະເລີຍຢູ່ໃນນະຄອນບາບີໂລນ ພຣະເຈົ້າໄດ້ບອກຜູ້ປະກາດພຣະຄຳເຢເຣມີຢາໄວ້ລ່ວງໜ້າວ່າປະຊາຊົນຢູດາຈະກັບຄືນມາຍັງນະຄອນເຢຣູຊາເລັມອີກຄັ້ງ. "ເມື່ອຄົບເຈັດສິບປີແລ້ວ ເຮົາຈະລົງໂທດກະສັດບາບີໂລນ ແລະ ປະຊາຊົນຂອງລາວ... ເພາະຄວາມຜິດຂອງພວກເຂົາ ເຮົາຈະເຮັດໃຫ້ດິນແດນຂອງເຂົາຖືກປະຖິ້ມຮົກຮ້າງຕະຫຼອດໄປ." (ເຢເຣມີຢາ 25:12) TNCV.
ແລະ ອີກຄັ້ງທີ່ພຣະເຈົ້າໄດ້ກ່າວຜ່ານທາງຜູ້ປະກາດພຣະທຳເຢເຣມີຢາວ່າ: "ເມື່ອເປັນຊະເລີຍໃນບາບີໂລນຈົນຄົບເຈັດສິບປີແລ້ວ ເຮົາຈະມາຢ້ຽມຢາມເຈົ້າ ແລະ ເຮັດຕາມສັນຍາແຫ່ງພຣະຄຸນທີ່ຈະນຳພາເຈົ້າກັບຄືນມາທີ່ນີ້." (ເຢເຣມີຢາ 29:10) TNCV.
ແລ້ວຖ້ອຍຄຳຂອງພຣະເຈົ້ານັ້ນກໍໄດ້ກາຍເປັນຄວາມຈິງ ພຣະອົງໄດ້ເຮັດໃຫ້ຊາວເປີເຊຍ ແລະ ມີເດຍຂຶ້ນປົກຄອງອານາຈັກບາບີໂລນ. ແລ້ວພຣະອົງໄດ້ໃຊ້ກະສັດໄຊຣັດແຫ່ງອານາຈັກເປີເຊຍໃຫ້ປົດປ່ອຍປະຊາຊົນຂອງພຣະອົງ. ກະສັດໄຊຣັດໄດ້ສັ່ງໃຫ້ປະຊາຊົນຢູດາກັບໄປຍັງບ້ານເກີດເມືອງນອນຂອງພວກເຂົາ ແລະ ໃຫ້ສ້າງພຣະວິຫານຂອງພຣະເຈົ້າອີກດ້ວຍ. ສ່ວນກະສັດໄຊຣັດກໍໄດ້ນຳເອົາຖ້ວຍກັບຈອກພ້ອມກັບສິ່ງອື່ນໆທີ່ກະສັດເນບູກາເນັດຊາແຫ່ງບາບີໂລນຢືດເອົາໄປຈາກພຣະວິຫານນັ້ນກໍໄດ້ນຳມາຄືນສູ່ນະຄອນເຢຣູຊາເລັມ. ນອກຈາກນີ້ ກະສັດໄຊຣັດຍັງໄດ້ສະໜອງອຸປະກອນຈາກຄັງເງິນຂອງເພິ່ນ ເພື່ອສ້າງພຣະວິຫານຂອງພຣະເຈົ້າອີກດ້ວຍ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ເຢເຣມີຢາ 25:11; 29:10; ເອຊາຢາ 45:4; ເອເຊກຽນ 1 ແລະ 2; ເອສະຢາ 45:1-8.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 45 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ປະຊາຊົນຢູດາກັບຄືນໄປຍັງນະຄອນເຢຣູຊາເລັມ
ຂ່າວຂອງການອອກປະກາດຄໍາສັ່ງຈາກກະສັດໄຊຣັດໃຫ້ປົດປ່ອຍຊະເລີຍຢູດາກັບຄືນມາຍັງນະຄອນເຢຣູຊາເລັມນັ້ນ ໄດ້ນຳຄວາມສຸກອັນຍິ່ງໃຫຍ່ມາສູ່ທ່າມກາງປະຊາຊົນຢູດາ. ປະມານຫ້າສິບພັນຄົນຂອງຊາວຢູດາທີ່ກັບມາຍັງນະຄອນເຢຣູຊາເລັມ. ກະສັດໄຊຣັດຍັງໄດ້ແຕ່ງຕັ້ງເຊຣຸບບາເບນໃຫ້ຮັບຜິດຊອບນຳພາຝູງຊົນກັບຄືນໄປຍັງນະຄອນເຢຣູຊາເລັມ.
ເມື່ອພວກເຂົາກັບມາຍັງນະຄອນເຢຣູຊາເລັມແລ້ວ ປະໂລຫິດໂຢຊວຍ ພ້ອມທັງໝູ່ເພື່ອນປະໂລຫິດຂອງລາວ ແລະ ເຊຣຸບບາເບນ ພ້ອມທັງປະຊາຊົນຢູດາກໍໄດ້ພາກັນສ້າງແທ່ນບູຊາສຳລັບພຣະເຈົ້າ ແລະ ຖວາຍເຄື່ອງບູຊາໃຫ້ພຣະອົງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ເອຊະຣາ 1; 2; 3:1-7.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 45 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະວິຫານຖືກສ້າງຂຶ້ນໃໝ່ອີກຄັ້ງ
ບໍ່ດົນພາຍຫຼັງທີ່ປະຊາຊົນຢູດາກັບມາຍັງນະຄອນເຢຣູຊາເລັມ ພວກເຂົາກໍໄດ້ລົງມືເຮັດວຽກສ້າງພຣະວິຫານຂອງພຣະເຈົ້າຂຶ້ນມາໃໝ່. ເມື່ອເລີ່ມຕົ້ນວາງຮາກຖານພຣະວິຫານຂອງພຣະເຈົ້າຢູ່ນັ້ນ ພວກເຂົາກໍໄດ້ພາກັນຮ້ອງເພງສັນລະເສີນພຣະເຈົ້າ. ທຸກໆ ຄົນໄດ້ຮ້ອງສັນລະເສີນພຣະເຈົ້າດ້ວຍສຸດຈິດສຸດໃຈ ເພາະວ່າຮາກຖານຂອງພຣະວິຫານໄດ້ຕັ້ງຂຶ້ນແລ້ວ. ມີຜູ້ອາວຸໂສຫຼາຍຄົນທີ່ເຄີຍເຫັນພຣະວິຫານຫຼັງກ່ອນມາແລ້ວ ເມື່ອໄດ້ເຫັນການວາງຮາກຖານພຣະວິຫານຫຼັງໃໝ່ ພວກເຂົາຕ່າງກໍພາກັນຮ້ອງໄຫ້, ຊາວໝຸ່ມໄດ້ໂຮຮ້ອງດ້ວຍຄວາມຊົມຊື່ນຍິນດີ, ບໍ່ມີຜູ້ໃດບອກໄດ້ວ່າ ເປັນສຽງໂຮຮ້ອງຍິນດີ ຫຼືເປັນສຽງຮ້ອງໄຫ້ ເພາະວ່າສຽງນັ້ນດັງໂພດ ຈົນຜູ້ທີ່ຢູ່ໄກໆກໍຍັງໄດ້ຍິນ.
ຢູດາ ຫຼື ຢິວ
ພວກທີ່ກັບມາຈາກການເປັນຊະເລີຍໃນບາບີໂລນສ່ວນຫຼາຍແມ່ນມາຈາກເຜົ່າຢູດາ. ຫຼັງຈາກນັ້ນ ພວກເຂົາຖືກເອີ້ນວ່າ ຄົນຢິວ ເພາະວ່າພວກເຂົາເປັນລູກຫຼານຂອງເຜົ່າຢູດາ.
ເມື່ອຊົນຊາດທາງພາກເໜືອຂອງນະຄອນເຢຣູຊາເລັມໄດ້ຍິນຂ່າວວ່າ ປະຊາຊົນຢິວທີ່ເປັນຊະເລີຍໃນອານາຈັກບາບີໂລນໄດ້ກັບຄືນມາແລ້ວ ແລະ ກຳລັງສ້າງພຣະວິຫານຂອງພຣະເຈົ້າຂຶ້ນມາໃໝ່. ຊົນຊາດທາງພາກເໜືອຈຶ່ງເຂົ້າໄປຂໍຮ່ວມສ້າງພຣະວິຫານຂອງພຣະເຈົ້ານຳປະຊາຊົນຢິວ. ພຣະເຈົ້າຫ້າມປະຊາຊົນຂອງພຣະອົງບໍ່ໃຫ້ເຂົ້າຮ່ວມກັບຊົນຊາດທີ່ຢູ່ອ້ອມຂ້າງທີ່ບໍ່ໄດ້ນະມັດສະການພຣະເຈົ້າຢ່າງແທ້ຈິງ. "ພວກເຈົ້າຢ່າເຮັດຄຳສັນຍາໃດໆກັບພວກເຂົາ" (ອົບພະຍົບ 23:32) ເປັນຄຳສັ່ງອັນສັກສິດຂອງພຣະເຈົ້າທີ່ປະທານໃຫ້ບັນພະບູລຸດໂມເຊ. ພວກຜູ້ນຳຢິວຮູ້ຈັກສິ່ງທີ່ໂມເຊໄດ້ຂຽນໄວ້ເປັນຢ່າງດີ ແລະ ພວກເຂົາໄດ້ຕັ້ງໃຈທີ່ຈະເຊື່ອຟັງພຣະເຈົ້າ. ພວກເຂົາຮູ້ວ່າຖ້າພວກເຂົາປ່ອຍໃຫ້ຊົນຊາດທີ່ຢູ່ອ້ອມຂ້າງມີສ່ວນຮ່ວມໃນການສ້າງພຣະວິຫານຂອງພຣະເຈົ້າ ມັນກໍຈະເຮັດໃຫ້ເກີດການນະມັດສະການຂອງພຣະເຈົ້າມີການປ່ຽນແປງໄປໃນຮູບແບບການບູຊາຮູບເຄົາລົບ. ສະນັ້ນ ປະຊາຊົນຢິວຈຶ່ງໄດ້ປະຕິເສດບໍ່ໃຫ້ຊົນຊາດທາງພາກເໜືອຊ່ວຍສ້າງພຣະວິຫານຂອງພຣະເຈົ້າ.
ຊົນຊາດທາງພາກເໜືອບໍ່ພໍໃຈທີ່ພວກເຂົາບໍ່ໄດ້ມີສ່ວນຮ່ວມໃນການສ້າງພຣະວິຫານຂອງພຣະເຈົ້າ. ພວກເຂົາຈຶ່ງພະຍາຍາມເຮັດໃຫ້ປະຊາຊົນຢິວຢ້ານ ແລະ ທໍ້ຖອຍໃຈ ເພື່ອໃຫ້ປະຊາຊົນຢິວຢຸດສ້າງພຣະວິຫານຂອງພຣະເຈົ້າ. ນອກຈາກນີ້ ພວກເຂົາຍັງໄດ້ເຮັດໃຫ້ກະສັດຂອງເປີເຊຍຜູ້ທີ່ຂຶ້ນເປັນກະສັດຕໍ່ຈາກກະສັດໄຊຣັດອອກຄຳສັ່ງຫ້າມປະຊາຊົນຢິວສ້າງພຣະວິຫານ ແລະ ເມືອງ. ສະນັ້ນ ປະຊາຊົນຢິວຈຶ່ງຢຸດການກໍ່ສ້າງພຣະວິຫານເປັນເວລາຫຼາຍກວ່າໜຶ່ງປີ.
ບັດນີ້ ປະຊາຊົນຢິວສຸມໃສ່ກັບການເຮັດວຽກງານເພື່ອບ້ານເຮືອນຂອງພວກເຂົາ ແລະ ຄວາມກ້າວໜ້າທາງຝ່າຍໂລກ. ຊາວຢິວເຮັດວຽກຢ່າງໜັກ ແຕ່ກໍບໍ່ສາມາດປະສົບຜົນສຳເລັດໄດ້. ໄພແຫ້ງແລ້ງກໍເກີດຂຶ້ນຢູ່ເລື້ອຍໆ ແລະ ໃນເວລາຂອງການເກັບກ່ຽວຜົນລະປູກກໍມີໜ້ອຍ.
ໃນເວລານັ້ນ ພຣະເຈົ້າໄດ້ກ່າວຜ່ານທາງຜູ້ປະກາດພຣະຄຳສອງຄົນທີ່ມີຊື່ວ່າ ‘ຮັກກາຍ’ ແລະ ’ເຊກາຣິຢາ’ ເພື່ອໃຫ້ນຳຖ້ອຍຄຳຂອງພຣະອົງໄປບອກຜູ້ນຳໂຢຊວຍ ແລະ ເຊຣຸບບາເບນ. ພວກເຂົາສະແດງໃຫ້ປະຊາຊົນເຫັນວ່າ ການທີ່ປະຊາຊົນຂາດຄວາມຈະເລີນຮຸ່ງເຮືອງແມ່ນເກີດຈາກການທີ່ປະຊາຊົນປ່ອຍປະລະເລີຍໃນການສ້າງພຣະວິຫານຂອງພຣະເຈົ້າ.
ເມື່ອໂຢຊວຍ ແລະ ເຊຣຸບບາເບນໄດ້ຍິນຖ້ອຍຄຳຂອງພຣະເຈົ້າແລ້ວ ພວກເຂົາພ້ອມກັບປະຊາຊົນທັງໝົດເຮັດຕາມທີ່ພຣະເຈົ້າໄດ້ບອກພວກເຂົາ. ພວກເຂົາຢຳເກງພຣະເຈົ້າ ແລະ ເຊື່ອຟັງຜູ້ປະກາດພຣະຄຳສອງຄົນຂອງພຣະອົງ ແລະ ພວກເຂົາໄດ້ເລີ່ມດຳເນີນການກໍ່ສ້າງພຣະວິຫານຂອງພຣະເຈົ້າໃນນະຄອນເຢລູຊາເລັມ ແລະ ຜູ້ປະກາດພຣະຄຳຂອງພຣະເຈົ້າສອງຄົນນີ້ກໍໄດ້ຊ່ວຍເຫຼືອພວກເຂົາ.
ແຕ່ຜູ້ປົກຄອງຂົງເຂດນັ້ນຍັງຄົງສືບຕໍ່ຂັດຂວາງການກໍ່ສ້າງພຣະວິຫານ ແລະ ໄດ້ສອບຖາມສິດອຳນາດທີ່ຄົນຢິວໄດ້ຮັບສໍາລັບການສ້າງພຣະວິຫານ. ແຕ່ຄົນຢິວບໍ່ຢຸດເຊົາຈົນກວ່າເລື່ອງນີ້ໄດ້ແຈ້ງການໄປເຖິງກະສັດແຫ່ງເປີເຊຍ. ພຣະເຈົ້າໄດ້ບັນດານໃຈຂອງກະສັດໃຫ້ຄົ້ນຫາເອກະສານຂອງກະສັດທີ່ເຄີຍປົກຄອງໃນຄາວກ່ອນ. ກະສັດໄດ້ຄົ້ນພົບເອກະສານທີ່ໄດ້ຮັບການຕີພີມໂດຍກະສັດໄຊຣັດສຳລັບການກໍ່ສ້າງພຣະວິຫານຂອງພຣະເຈົ້າ. ດັ່ງນັ້ນ ກະສັດແຫ່ງເປີເຊຍໄດ້ພິມຄຳສັ່ງສຳລັບການຟື້ນຟູກໍ່ສ້າງພຣະວິຫານຂອງພຣະເຈົ້າຢູ່ໃນນະຄອນເຢລູຊາເລັມ.
ແລ້ວການກໍ່ສ້າງພຣະວິຫານຂອງພຣະເຈົ້າກໍໄດ້ສໍາເລັດ ແລະ ຊາວຢິວກໍໄດ້ສະເຫຼີມສະຫຼອງອຸທິດຖວາຍພຣະວິຫານໃຫ້ພຣະເຈົ້າຢ່າງມີຄວາມຊົມຊື່ນຍິນດີ. ພວກເຂົາຍັງໄດ້ສືບຕໍ່ສະຫຼອງເທດສະການທີ່ພິເສດທີ່ພຣະເຈົ້າໄດ້ສັ່ງໄວ້ຜ່ານທາງໂມເຊ.
ມີອັນຕະລາຍຢູ່ສະເໝີສຳລັບຄຣິສຕຽນທີ່ຄິດວ່າ ເພື່ອໃຫ້ມີອິດທິພົນກັບຝ່າຍໂລກ ພວກເຮົາຕ້ອງເຂົ້າຮ່ວມ ແລະ ເຮັດຄືກັນກັບຝ່າຍໂລກ. ເຖິງແມ່ນວ່າມັນເບິ່ງຄືໄດ້ປຽບທີ່ຄິດແບບນັ້ນ ແຕ່ມັນຈະຈົບລົງດ້ວຍການສູນເສຍຄວາມໄດ້ປຽບທາງດ້ານຈິດວິນຍານຫຼາຍ ເພາະການລໍ້ລວງຂອງຝ່າຍໂລກນັ້ນ ຈະລໍ້ລວງຄຣິສຕຽນຢ່າງຊ້າໆ ແລະ ອິດທິພົນຂອງພຣະເຈົ້າທີ່ມີຕໍ່ພວກເຮົາກໍຈະຫາຍໄປໃນທ່າມກາງຄົນທີ່ບໍ່ເຊື່ອໃນພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ເອຊະຣາ 3:8-13, 4:1-24, 5:1-17, 6:1-22; ແລະ ໃນພຣະທຳ ຮັກກາຍ ແລະ ເສກາລີຢາ.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 50 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເອຊະຣາໄປຍັງນະຄອນເຢຣູຊາເລັມ
ປະມານເຈັດສິບປີ ຫຼັງຈາກທີ່ກຸ່ມຊະເລີຍຊາວຢິວຈໍານວນໜຶ່ງໄດ້ກັບມາຍັງນະຄອນເຢຣູຊາເລັມ. ໃນເວລານັ້ນ ມີຜູ້ໜຶ່ງຊື່ວ່າ ‘ເອຊະຣາ’ ທີ່ອາໄສຢູ່ໃນກຸ່ມຊົນຊາດຢິວທີ່ຍັງເຫຼືອຢູ່ໃນບາບີໂລນ. ເອຊະຣາເກີດຈາກຄອບຄົວຂອງປະໂລຫິດທີ່ສືບເຊື້ອສາຍຂອງອາໂຣນ. ເພິ່ນໄດ້ຮັບການຝືກອົບຮົມເປັນປະໂລຫິດ. ບໍ່ພຽງແຕ່ເທົ່ານັ້ນ ເພິ່ນຍັງເປັນນັກສະແຫວງຫາຄວາມຈິງໃນພຣະຄຳຂອງພຣະເຈົ້າອີກດ້ວຍ. ເພິ່ນປາຖະໜາທີ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ. ສະນັ້ນ ເພິ່ນ "ປະຕິບັດຕາມພຣະບັນຍັດຂອງພຣະເຈົ້າ ແລະ ສອນພຣະບັນຍັດນັ້ນ" (ເອຊະຣາ 7:10) ເອຊະຣາພະຍາຍາມຟື້ນຟູປະຊາຊົນໃຫ້ມີຄວາມສົນໃຈຕໍ່ການສຶກສາຫາຄວາມຮູ້ໃນພຣະຄໍາພີຂອງພຣະເຈົ້າ ພຣະເຈົ້າໄດ້ຊົງໃຊ້ເອຊະຣາເພື່ອນໍາພາປະຊາຊົນຢິວມີການຟື້ນຟູທາງດ້ານຈິດວິນຍານ.
ເອຊະຣາເປັນຊາວເລວີທີ່ສືບເຊື້ອສາຍຂອງອາໂຣນ. ເພິ່ນໄດ້ຮັບການຝຶກອົບຮົມເປັນປະໂລຫິດ ແຕ່ວ່າເພິ່ນຍັງໄດ້ຮັບການສຶກສາໃນຄວາມຮູ້ຂອງຊາວບາບີໂລນອີກດ້ວຍ. ເພິ່ນໄດ້ຮັບໃຊ້ກະສັດ ແລະ ມັກຈະເປັນພະຍານເລື່ອງພຣະເຈົ້າຢູ່ເລື້ອຍໆຕໍ່ກະສັດ. ເອຊະຣາມັກສຶກສາພຣະຄຳຂອງພຣະເຈົ້າດ້ວຍຄວາມໝັ່ນພຽນ. ການສຶກສາຂອງເພິ່ນໄດ້ນຳພາເພິ່ນໄປເບິ່ງເຫດຜົນວ່າ ເປັນຫຍັງ ພຣະເຈົ້າຈຶ່ງອະນຸຍາດໃຫ້ນະຄອນເຢຣູຊາເລັມຖືກທຳລາຍ ແລະ ປະຊາຊົນຂອງພຣະອົງຈຶ່ງຖືກຈັບໄປເປັນຊະເລີຍ. ເພິ່ນຈຶ່ງຄິດວ່າ ມັນເປັນຍ້ອນປະຊາຊົນຂອງພຣະເຈົ້າບໍ່ໄດ້ເຊື່ອຟັງພຣະອົງ ພວກເຂົາຈຶ່ງຖືກຈັບໄປເປັນຊະເລີຍ. ເອຊະຣາເລີ່ມສະແຫວງຫາພຣະເຈົ້າຢ່າງຈິງຈັງຫຼາຍຂຶ້ນ ເພື່ອເພິ່ນຈະໄດ້ເປັນແສງສະຫວ່າງສຳລັບຄົນອື່ນໆ.
ຄວາມເຊື່ອຂອງເອຊະຣາໄດ້ພາເພິ່ນໄປເວົ້າກັບກະສັດອາກຕາເຊເຊັດວ່າ ເພິ່ນຢາກກັບໄປຍັງນະຄອນເຢລູຊາເລັມ ເພື່ອຊ່ວຍປະຊາຊົນຂອງເພິ່ນໃຫ້ຟື້ນຟູເມືອງ. ໃນຂະນະທີ່ເອຊະຣາປະກາດຄວາມໄວ້ວາງໃຈຂອງຕົນໃນພຣະເຈົ້າ ກະສັດກໍມີຄວາມປະທັບໃຈ ແລະ ມີຄວາມໝັ້ນໃຈຕໍ່ເອຊະຣາຫຼາຍ ສະນັ້ນ ກະສັດຈຶ່ງອະນຸຍາດຕາມທີ່ເອຊະຣາຂໍຮ້ອງ. ກະສັດຍັງໄດ້ໃຫ້ຂອງຂັວນຢ່າງຫຼວງຫຼາຍສຳລັບພຣະວິຫານ ແລະ ມອບອໍານາດໃຫ້ເອຊະຣາສໍາລັບການດໍາເນີນຕາມຄວາມຕັ້ງໃຈຂອງເອຊະຣາໃຫ້ສໍາເລັດ.
ແລ້ວເອຊະຣາໄດ້ຮຽກຮ້ອງຊາວຢິວຜູ້ທີ່ຍັງອາໄສຢູ່ໃນບາບີໂລນ ແລະ ເຂດອ້ອມຂ້າງໃຫ້ກັບຄືນໄປຍັງນະຄອນເຢຣູຊາເລັມ. ແຕ່ຈຳນວນຄົນທີ່ຕອບຮັບຄໍາຮຽກຮ້ອງຂອງເອຊະຣານີ້ມີໜ້ອຍ ເພາະຄົນສ່ວນຫຼາຍມີເຮືອນ, ມີທີ່ດິນ ແລະ ມີຊີວິດຢູ່ຢ່າງສະດວກສະບາຍຢູ່ໃນບາບີໂລນ. ສະນັ້ນ ພວກເຂົາຈຶ່ງບໍ່ຢາກອອກໄປຈາກບາບີໂລນ. ເອຊະຣາຮູ້ສຶກນ້ອຍໃຈ ແຕ່ເພິ່ນໄດ້ອອກໄປຮຽກຮ້ອງຊາວຢິວອີກຄັ້ງ ໂດຍສະເພາະຄົນເລວີໃຫ້ມາເຂົ້າຮ່ວມກັບກຸ່ມທີ່ກຳລັງຈະກັບໄປຍັງນະຄອນເຢລູຊາເລັມ.
ເອຊະຣາໄດ້ຂຽນວ່າ: "ພວກເຮົາໄດ້ອອກຈາກບາບີໂລນໃນວັນທີສິບສອງຂອງເດືອນທຳອິດໄປນະຄອນເຢຣູຊາເລັມ. ພຣະເຈົ້າໄດ້ຊົງສະຖິດຢູ່ກັບພວກເຮົາ ແລະ ພຣະອົງຊົງຊ່ວຍພວກເຮົາໃຫ້ພົ້ນຈາກພວກສັດຕູ ແລະ ຈາກການຊຸ່ມໂຈມຕີຕາມຖະຫນົນຫົນທາງ" (ເອຊະຣາ 8:31) ພຣະເຈົ້າຍັງຂັດຂວາງພວກສັດຕູໃຫ້ອອກຈາກການທໍາຮ້າຍພວກເຂົາ ແລ້ວເອຊະຣາ ແລະ ປະຊາຊົນທີ່ມາກັບເພິ່ນກໍໄດ້ມາຮອດນະຄອນເຢຣູຊາເລັມດ້ວຍຄວາມປອດໄພ.
ການມາທີ່ນະຄອນເຢຣູຊາເລັມຂອງເອຊະຣາໄດ້ຊ່ວຍປະຊາຊົນໃຫ້ມີຄວາມເຂັ້ມແຂງ ແລະ ມີຄວາມຫວັງຫຼາຍຂຶ້ນ ເພາະນັບຕັ້ງແຕ່ການກັບມາຈາກການຖືກເນລະເທດຄັ້ງທໍາອິດເມື່ອເຈັດສິບປີກ່ອນຫນ້ານັ້ນ ປະຊາຊົນໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຈາກການສ້າງພຣະວິຫານ ແລະ ຈາກການເລີ່ມສ້ອມແປງກໍາແພງເມືອງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ເອຊະຣາ ບົດທີ 7 ແລະ 8.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 50 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການຟື້ນຟູໃນພຣະເຈົ້າຢູ່ນະຄອນເຢຣູຊາເລັມ
ຫຼາຍຄົນໃນນະຄອນເຢລູຊາເລັມຍັງຄົງຢືດໝັ້ນຄວາມຈິງໃນພຣະເຈົ້າ ແຕ່ຄົນຈຳນວນຫຼາຍຜູ້ທີ່ເປັນເດັກນ້ອຍ ແລະ ລູກຫຼານໄດ້ລືມຄວາມຈົ່ງຮັກພັກດີຂອງພວກເຂົາທີ່ມີຕໍ່ພຣະເຈົ້າ. ພວກເຂົາໄດ້ດໍາລົງຊີວິດຢູ່ໃນຄວາມຜິດບາບ.
ບໍ່ດົນເທົ່າໃດ ບາງຄົນໃນພວກຜູ້ນຳຊົນຊາດອິດສະຣາເອນໄດ້ມາຫາເອຊະຣາ ແລະ ກ່າວວ່າ: "ປະຊາຊົນອິດສະຣາເອນ ແລະ ພວກປະໂລຫິດ ແລະ ເຜົ່າເລວີທັງຫຼາຍໄດ້ລະເລີຍຄຳສັ່ງອັນສັກສິດຂອງພຣະເຈົ້າ ທີ່ຫ້າມບໍ່ໃຫ້ໄປແຕ່ງງານກັບປະຊາຊົນທີ່ອາໄສຢູ່ອ້ອມຂ້າງ. ພວກເຂົາໄດ້ຮັບລູກສາວຂອງຊົນຊາດເຫລົ່ານີ້ເປັນເມຍຂອງຕົນເອງ ແລະ ຂອງລູກຊາຍ. ດັ່ງນັ້ນ ເຊື້ອສາຍບໍຣິສຸດໄດ້ປະປົນກັບຊົນຊາດທັງຫຼາຍຂອງແຜ່ນດິນເຫລົ່ານັ້ນ ໃນການລະເມີດຂໍ້ນີ້ ມືຂອງເຈົ້າໜ້າທີ່ຊັ້ນຫົວໜ້າ ແລະ ຜູ້ປົກຄອງເມືອງແມ່ນເດັ່ນທີ່ສຸດ.” (ເອຊະຣາ 9:1, 2)
ເອຊະຣາຈຶ່ງໄດ້ຮູ້ວ່າ ການທີ່ຊົນຊາດອິດສະຣາເອນປະຖິ້ມຄວາມເຊື່ອຂອງພວກເຂົານັ້ນເປັນສາເຫດໃຫຍ່ທີ່ເຮັດໃຫ້ພວກເຂົາຖືກຈັບໄປບາບີໂລນຍ້ອນພວກເຂົາໄດ້ໃຊ້ຊີວິດຮ່ວມກັບຊົນຊາດອື່ນທີ່ບໍ່ເຊື່ອໃນພຣະເຈົ້າ. ເອຊະຣາຈຶ່ງໄດ້ຂໍຮ້ອງໃຫ້ພວກຜູ້ນຳ ແລະ ປະຊາຊົນກັບໃຈໃໝ່. ແລ້ວປະຊາຊົນຫຼາຍຄົນກໍໄດ້ແຍກຕົວອອກຈາກເມຍຊາວຕ່າງຊາດຂອງພວກເຂົາຄືຜູ້ທີ່ບໍ່ໄດ້ເຊື່ອໃນພຣະເຈົ້າ.
ເອຊະຣາໄດ້ເຮັດໃຫ້ມີການຟື້ນຟູຫຼາຍຂຶ້ນທາງດ້ານການສຶກສາພຣະຄຳພີ. ເພິ່ນແຕ່ງຕັ້ງອາຈານຫຼາຍຄົນເພື່ອໃຫ້ໄປສັ່ງສອນປະຊາຊົນໃຫ້ດໍາລົງຊີວິດຢູ່ໃນກົດບັນຍັດຂອງພຣະເຈົ້າ. ນອກຈາກນີ້ ອາຈານຍັງໄດ້ອ່ານເນັ້ນໜັກຂໍ້ຄວາມຂອງຜູ້ປະກາດພຣະຄຳທີ່ໄດ້ທຳນວາຍເຖິງການສະເດັດມາຂອງພຣະເມຊີອານັ້ນໃຫ້ປະຊາຊົນຟັງ ແລະ ມັນໄດ້ນຳຄວາມຫວັງມາສູ່ຫົວໃຈຂອງຫຼາຍໆຄົນ.
ອ້າງອີງຈາກພຣະຄຳພີ ເອຊະຣາ ບົດທີ 9 ແລະ 10.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 51 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເນເຫມີຢາໄປຍັງນະຄອນເຢຣູຊາເລັມ
ບໍ່ດົນເທົ່າໃດຫຼັງຈາກການມາຮອດຂອງເອຊະຣາ ພຣະເຈົ້າກໍໄດ້ແຕ່ງຕັ້ງຜູ້ຊາຍຄົນໜຶ່ງທີ່ມີຊື່ວ່າ ‘ເນເຫມີຢາ.’ ເນເຫມີຢາເຮັດວຽກຮັບໃຊ້ກະສັດອາກຕາເຊເຊັດຢູ່ໃນນະຄອນບາບີໂລນ. ເພິ່ນໄດ້ກາຍເປັນໝູ່ແລະ ເປັນຜູ້ປຶກສາຂອງກະສັດ. ເຖິງແມ່ນວ່າ ເນເຫມີຢາບໍ່ໄດ້ກັບໄປຍັງນະຄອນເຢຣູຊາເລັມກັບປະຊາຊົນຂອງເພິ່ນ ແຕ່ເພິ່ນກໍບໍ່ໄດ້ລືມພຣະເຈົ້າ ຫຼືປະຊາຊົນຂອງພຣະອົງ. ຫົວໃຈຂອງເນເຫມີຢາໄດ້ຫັນໄປຍັງນະຄອນເຢລູຊາເລັມ. ເພິ່ນໄດ້ຮູ້ຂ່າວຈາກຜູ້ສົ່ງຂ່າວວ່າ ປະຊາຊົນຂອງເພິ່ນທີ່ກັບໄປໃນນະຄອນເຢຣູຊາເລັມໄດ້ຮັບຄວາມທຸກລຳບາກຫຼາຍ. ພວກຢິວໄດ້ປະເຊີນໜ້າກັບພວກສັດຕູທີ່ຕໍ່ຕ້ານໃນການກໍ່ສ້າງກໍາແພງເມືອງຂອງນະຄອນເຢລູຊາເລັມ. ເນເຫມີຢາເສຍໃຈຕໍ່ປະຊາຊົນຂອງເພິ່ນ, ເພິ່ນບໍ່ສາມາດທີ່ຈະກິນ ແລະ ດື່ມຫຍັງໄດ້ໃນຄວາມໂສກເສົ້ານີ້. ເພິ່ນໄດ້ຂຽນເຖິງປະສົບການຂອງລາວວ່າ: "ຂ້າພະເຈົ້າໄດ້ຖືສິນອົດເຂົ້າ ແລະ ອະທິຖານຫາພຣະເຈົ້າແຫ່ງຟ້າສະຫວັນ." ເນເຫມີຢາໄດ້ທູນຂໍໃຫ້ພຣະເຈົ້າສະໜັບສະໜູນຊົນຊາດອິດສະຣາເອນ ແລະ ຟື້ນຟູຄວາມກ້າຫານ ແລະ ຄວາມເຂັ້ມແຂງໃຫ້ແກ່ພວກເຂົາ ແລະ ຊ່ວຍເຫຼືອພວກເຂົາກໍ່ສ້າງເມືອງທີ່ເສຍຫາຍນັ້ນ.
ໃນຂະນະທີ່ເນເຫມີຢາອະທິຖານຢູ່ນັ້ນ ຄວາມເຊື່ອ ແລະ ຄວາມກ້າຂອງເພິ່ນກໍເຂັ້ມແຂງຂຶ້ນ. ເນເຫມີຢາໄດ້ຖາມກະສັດສໍາລັບການອະນຸຍາດໃຫ້ກັບຄືນໄປນະຄອນເຢຣູຊາເລັມ ແລະ ສ້າງກໍາແພງເມືອງ. ແລ້ວກະສັດກໍໄດ້ອະນຸຍາດຕາມຄຳຮ້ອງຂໍຂອງເພິ່ນ.
ເນເຫມີຢາໄດ້ຈັດຕຽມໂຄງການສຳລັບການກໍ່ສ້າງກຳແພງເມືອງ. ເຖິງແມ່ນວ່າ ເພິ່ນຈະຮູ້ວ່າຊາວຢິວຈະຊົມຊື່ນຍິນດີໃນຈຸດປະສົງຂອງເພິ່ນ ແຕ່ເພິ່ນກໍຢ້ານວ່າພວກສັດຕູອາດຈະອິດສາ ແລະ ພະຍາຍາມທຳລາຍແຜນການຂອງເພິ່ນທີ່ຈະສ້າງນະຄອນເຢຣູຊາເລັມຂຶ້ນໃໝ່.
ແຕ່ການອະນຸຍາດຈາກກະສັດໄດ້ເຮັດໃຫ້ເນເຫມີຢາຮູ້ສຶກເຖິງການໃຫ້ການສະໜັບສະໜູນ. ສະນັ້ນ ເພິ່ນຈຶ່ງຂໍກະສັດໃຫ້ມີທະຫານປ້ອງກັນ ເພື່ອຈະໄດ້ມີສິດອຳນາດໃນການເຮັດພາລະກິດຂອງເພິ່ນ. ເພິ່ນຍັງໄດ້ຂໍຮ້ອງໃຫ້ກະສັດຂຽນຈົດໝາຍໄປເຖິງພວກຜູ້ປົກຄອງແຂວງທີ່ເພິ່ນຈະຕ້ອງຜ່ານທາງຂອງພວກເຂົາ ເພື່ອໄປຍັງແຂວງຢູດາ ແລະ ໃຫ້ຂຽນຈົດໝາຍໄປຫາຜູ້ຮັກສາປ່າໄມ້ຂອງກະສັດເພື່ອສັ່ງໃຫ້ພວກເຂົາຈັດຫາໄມ້ໃຫ້. ເນເຫມີຢາໄດ້ເຮັດເອກະສານທັງໝົດທີ່ຈຳເປັນໃນການບັນລຸພາລະກິດຂອງເພິ່ນເພື່ອໃຫ້ໄດ້ຮັບການອະນຸຍາດ ແລະ ເພິ່ນຍັງໄດ້ລະມັດລະວັງໃນການໃຊ້ສິດອຳນາດຕໍ່ພວກເຂົາເຫຼົ່ານັ້ນ. ແລ້ວເນເຫມີຢາ ພ້ອມທັງຈົດໝາຍອະນຸຍາດທັງໝົດ ແລະ ທະຫານປ້ອງກັນ ກໍໄດ້ອອກເດີນທາງໄປທີ່ນະຄອນເຢຣູຊາເລັມ.
ລູກຂອງພຣະເຈົ້າບໍ່ພຽງແຕ່ຈະອະທິຖານດ້ວຍຄວາມເຊື່ອເທົ່ານັ້ນ ແຕ່ພວກເຂົາຕ້ອງເຮັດວຽກດ້ວຍຄວາມລະມັດລະວັງ, ຄວາມດຸໝັ່ນ ແລະ ຄວາມລອບຄອບອີກດ້ວຍ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ເນເຫມີຢາ 1:1-11; 2:1-11.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 52 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການກໍ່ສ້າງກຳແພງເມືອງຂຶ້ນໃໝ່
ຊາວຢິວຕ້ອນຮັບເນເຫມີຢາດ້ວຍຄວາມຊົມຊື່ນຍິນດີທີ່ເພິ່ນມາຍັງນະຄອນເຢລູຊາເລັມ ແຕ່ຊົນຊາດທີ່ຢູ່ອ້ອມຮອບນະຄອນເຢລູຊາເລັມໄດ້ພາກັນອິດສາເມື່ອພວກເຂົາໄດ້ເຫັນທະຫານຄຸ້ມກັນເນເຫມີຢາເຂົ້າມາໃນນະຄອນເຢລູຊາເລັມ. ໃນທ່າມກາງຊົນຊາດເຫຼົ່ານີ້ມີບັນດາຜູ້ປົກຄອງຊື່ວ່າ: “ຊານບັນລັດ,” “ໂຕບີຢາ” ແລະ “ເກເຊມ.” ພວກເຂົາແນມເບິ່ງເນເຫມີຢາດ້ວຍສາຍຕາທີ່ວິຈານ ແລະ ພະຍາຍາມທີ່ຈະຂັດຂວາງ ແລະ ຕໍ່ຕ້ານການເຮັດວຽກຂອງເພິ່ນ.
ໂດຍທີ່ຮູ້ວ່າພວກສັດຕູຫຼາຍຄົນຢືນພ້ອມທີ່ຈະຕໍ່ຕ້ານ, ເນເຫມີຢາຈຶ່ງໄດ້ປິດບັງພາລະກິດຂອງເພິ່ນຈາກພວກສັດຕູຈົນກວ່າຈະສາມາດສຶກສາສະຖານະການ ແລະ ປະກອບແຜນການຂອງເພິ່ນ. ເພິ່ນຫວັງທີ່ຈະໃຫ້ປະຊາຊົນດຳເນີນແຜນການກໍ່ສ້າງກ່ອນທີ່ພວກສັດຕູຈະຮູ້ວ່າສິ່ງໃດກໍາລັງເກີດຂຶ້ນ.
ເນເຫມີຢາມີຄຳສັ່ງຈາກກະສັດເພື່ອໃຫ້ປະຊາຊົນກໍ່ສ້າງກໍາແພງເມືອງ ແຕ່ເພິ່ນບໍ່ໄດ້ໃຊ້ຄຳສັ່ງຂອງກະສັດນັ້ນເພື່ອດຳເນີນແຜນການນີ້. ກົງກັນຂ້າມ ເນເຫມີຢາໄດ້ຂໍຮ້ອງນຳປະຊາຊົນໃຫ້ມາຊ່ວຍກັນກໍ່ສ້າງກຳແພງເມືອງ ເພາະເພິ່ນຮູ້ດີວ່່າການເຮັດວຽກຮ່ວມກັນດ້ວຍຄວາມສະໝັກໃຈກໍດີກວ່າການເຮັດວຽກໂດຍຖືກບັງຄັບ.
ສະນັ້ນ ເນເຫມີຢາຈຶ່ງໄດ້ຖາມປະຊາຊົນຢ່າງໂດຍກົງວ່າ ພວກເຂົາຢາກໃຊ້ໂອກາດນີ້ໃຫ້ເປັນປະໂຫຍດ ແລະ ລຸກຂຶ້ນ ເພື່ອສ້າງກຳແພງເມືອງຫຼືບໍ່. ດ້ວຍຄວາມຫວັງໃໝ່, ພວກເຂົາໄດ້ຮ້ອງເປັນສຽງດຽວກັນວ່າ: "ໃຫ້ພວກເຮົາລົງມືສ້າງເມືອງໃຫມ່ສາ!" ແລ້ວພວກເຂົາກໍໄດ້ຕຽມພ້ອມທີ່ຈະລົງມືເຮັດວຽກນີ້.
ເມື່ອພວກສັດຕູຂອງຊາວຢິວໄດ້ຍິນເລື່ອງນີ້ ພວກເຂົາກໍພາກັນຫົວຂວັນ ແລະ ເວົ້າເຍາະເຍີຍວ່າ: "ພວກເຈົ້າກຳລັງຄິດຈະເຮັດຫຍັງ? ພວກເຈົ້າຈະກະບົດຕໍ່ຈັກກະພັດຊັ້ນບໍ?" ແຕ່ເນເຫມີຢາຕອບວ່າ: "ພຣະເຈົ້າແຫ່ງຟ້າສະຫວັນຈະໃຫ້ພວກເຮົາດຳເນີນວຽກງານນີ້ສຳເລັດ. ພວກເຮົາເປັນຜູ້ຮັບໃຊ້ຂອງພຣະອົງ ແລະ ກຳລັງຈະສ້າງເມືອງຂຶ້ນໃໝ່."
ແລ້ວເນເຫມີຢາພ້ອມກັບຊາວຢິວຜູ້ທີ່ມີຄວາມສາມາດກໍໄດ້ເລີ່ມຕົ້ນກໍ່ສ້າງກໍາແພງເມືອງ. ເພິ່ນໄດ້ຈັດປະຊາຊົນໃຫ້ເປັນກຸ່ມໃຫຍ່ ແຕ່ລະກຸ່ມມີຜູ້ນຳພາເພື່ອຮັບຜິດຊອບໃນການກໍ່ສ້າງກໍາແພງເມືອງ. ແຕ່ລະຄົນກໍ່ສ້າງ "ໃນແຕ່ລະໜ້າບ້ານຂອງພວກເຂົາ." ດ້ວຍຄວາມລະມັດລະວັງຢູ່ສະເຫມີ, ເນເຫມີຢາໄດ້ກຳກັບໃນການກໍ່ສ້າງ ເພື່ອອາດຈະບໍ່ມີບັນຫາຫຼາຍໆຢ່າງ ແລະ ກະກຽມສໍາລັບການສຸກເສີນ. ເນເຫມີຢາໃຫ້ກຳລັງໃຈແກ່ຄົນທີ່ຢ້ານກົວ, ໃຫ້ແຮງບັນດານໃຈແກ່ຄົນທີ່ຂີ້ຄ້ານ ແລະ ຍ້ອງຍໍຜູ້ທີ່ຂະຫຍັນ. ເນເຫມີຢາຍັງຄົງຄອຍເຝົ້າເບິ່ງການເຄື່ອນໄຫວຂອງພວກສັດຕູໃນໄລຍະໄກ ທີ່ມັກສ້າງແຜນການຊົ່ວຮ້າຍຕໍ່ພວກເຂົາ
ແຕ່ຊານບັນລັດ, ໂຕບີຢາ ແລະ ເກເຊມພະຍາຍາມທີ່ຈະສ້າງຄວາມແຕກແຍກຂຶ້ນໃນທ່າມກາງຄົນງານ. ພວກເຂົາເຍາະເຍີຍຜູ້ທີ່ສ້າງກຳແພງ ແລະ ທຳນາຍຄວາມລົ້ມເຫລວວ່າ: "ຊາວຢູດາທີ່ໜ້າສົມເພດເວດທະນາພວກນີ້ ຄິດຢ່າງໃດຈຶ່ງເຮັດຢ່າງນີ້?" ຊານບັນລັດຮ້ອງເຍາະເຍີຍອອກມາວ່າ: "ພວກເຂົາຄາດໝາຍວ່າຈະສ້າງເມືອງຂຶ້ນໃໝ່ຊັ້ນບໍ?... ພວກເຂົາຈະເອົາເສດກຳແພງທີ່ຖືກທຳລາຍແລ້ວນັ້ນ ມາກໍ່ສ້າງອີກໄດ້ຊັ້ນບໍ?" ໂຕບີຢາເວົ້າເສີມຂຶ້ນວ່າ: “ພວກເຂົາກໍ່ສ້າງກຳແພງແບບໃດກັນ? ແມ່ນແຕ່ໝາແລ່ນຕຳກໍຍັງຊິລົ້ມ.”
ຊານບັນລັດ, ໂຕບີຢາ ແລະ ເກເຊມພະຍາຍາມສ້າງບັນຫາຫຼາຍໆຢ່າງເພື່ອທີ່ຈະຢຸດການກໍ່ສ້າງກຳແພງເມືອງຂອງນະຄອນເຢລູຊາເລັມ ແຕ່ເນຫາມີຢາໄວ້ວາງໃຈໃນພຣະເຈົ້າ ແລະ ລະມັດລະວັງ. ໃນທີ່ສຸດ ກຳແພງຂອງນະຄອນເຢຣູຊາເລັມກໍ່ສ້າງສຳເລັດ.
ຫຼັງຈາກກຳແພງເມືອງໄດ້ຖືກສ້າງຂຶ້ນມາໃໝ່ ເນເຫມີຢາບໍ່ຢຸດພຽງເທົ່ານັ້ນ ເພິ່ນຍັງຄົງສືບຕໍ່ການເຮັດວຽກງານຂອງການປະຕິຮູບພ້ອມກັບເອຊະຣາ. ປະຊາຊົນຢິວເຂົ້າໃຈວ່າ ມັນເປັນຍ້ອນການບໍ່ເຊື່ອຟັງພຣະເຈົ້ານັ້ນຈຶ່ງເຮັດໃຫ້ບ້ານເມືອງຂອງພວກເຂົາຖືກທຳລາຍ ແລະ ພວກເຂົາຖືກຈັບໄປເປັນຊະເລີຍໃນນະຄອນບາບີໂລນ. ແຕ່ຕອນນີ້ ມີການພະຍາຍາມປັບປຸງຄືນໃໝ່ທີ່ຈະເອົາຄວາມຊົ່ວຮ້າຍ ແລະ ຄວາມບາບທັງໝົດອອກຈາກທ່າມກາງພວກເຂົາ ເພື່ອວ່າພຣະເຈົ້າຈະສືບຕໍ່ອວຍພອນໃຫ້ແກ່ພວກເຂົາໄດ້.
ເຊັ່ນດຽວກັນກັບເນເຫມີຢາທີ່ເຮັດວຽກຮັບໃຊ້ພຣະເຈົ້າຈະພົບກັບພວກສັດຕູ. ເປົ້າໝາຍຂອງຊາຕານແມ່ນການທໍາລາຍວຽກງານຂອງພຣະເຈົ້າ ແລະ ບ່ອນໃດກໍຕາມທີ່ຊາຕານເຫັນຄົນເຮັດວຽກຮັບໃຊ້ພຣະເຈົ້າ ມັນກໍຈະໃຊ້ຄົນຊົ່ວຮ້າຍໄປຂັດຂວາງວຽກງານຂອງຜູ້ຮັບໃຊ້ພຣະເຈົ້າບໍ່ໃຫ້ປະສົບຜົນສໍາເລັດ. ພວກສັດຕູຈະມາເຢາະເຢີຍ ແລະ ໝິ່ນປະໝາດໃນວຽກງານຂອງພຣະເຈົ້າ. ບາງພວກສັດຕູອື່ນໆກໍມີການເຮັດທຳທ່າເປັນໝູ່ເພື່ອນ ແຕ່ເປົ້າໝາຍຂອງພວກເຂົາແມ່ນການທໍາລາຍວຽກງານຂອງພຣະເຈົ້າ ແລະ ເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງມີຄວາມທໍ້ໃຈ.
ແຕ່ບໍ່ເໝືອນເນເຫມີຢາຜູ້ຮັບໃຊ້ຂອງພຣະເຈົ້າທີ່ບໍ່ໄດ້ຢ້ານ ຫຼືບໍ່ໄດ້ຢຽບຢາມສັດຕູ. ແຕ່ເພິ່ນໄດ້ໄວ້ວາງໃຈໃນພຣະເຈົ້າ ພວກເຂົາກ້າວໄປທາງໜ້າໂດຍຢຶດໝັ້ນໃນຄໍາໝັ້ນສັນຍາທີ່ພຣະອົງຈະຊົງເບິ່ງແຍງ ແລະ ເອົາໃຈໃສ່ຕໍ່ບັນຫາທີ່ພວກເຂົາໄດ້ພົບ.
ໃນທຸກໆວິກິດການ ປະຊາຊົນຂອງພຣະເຈົ້າອາດປະກາດໄດ້ຢ່າງໝັ້ນໃຈວ່າ: "ຖ້າພຣະເຈົ້າຊົງຢູ່ຝ່າຍພວກເຮົາໃຜຈະຕໍ່ສູ້ເຮົາ” (ໂຣມ 8:31)
ອ້າງອີງຈາກປຶ້ມ "ພຣະຄຳພີ" ເນເຫມີຢາ ບົດທີ 2:10-20; ບົດທີ 3-6.
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 53 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ປະຊາຊົນອິດສະຣາເອນລໍຄອຍພຣະເມຊີອາ
ຫຼັງຈາກທີ່ປະຊາຊົນຢິວອອກຈາກການເປັນຊະເລີຍຢູ່ໃນບາບີໂລນ ແລະ ກັບມາທີ່ນະຄອນເຢຣູຊາເລັມແລ້ວ ພວກເຂົາກໍຍັງຄົງຢູ່ພາຍໃຕ້ການປົກຄອງຂອງອານາຈັກມີເດຍ-ເປີເຊຍ. ຫຼັງຈາກອານາຈັກມີເດຍ-ເປີເຊຍພ່າຍແພ້ໃຫ້ອານາຈັກກຣີກແລ້ວ ກຣີກກໍເຂົ້າປົກຄອງປະຊາຊົນຢິວ ແຕ່ກໍປົກຄອງໄດ້ຊົ່ວຄາວ ເພາະຕໍ່ມາກໍແມ່ນອານາຈັກໂຣມ. ແຕ່ປະຊາຊົນຢິວຍັງຄົງຢູ່ພາຍໃຕ້ການປົກຄອງຂອງອານາຈັກໂຣມ. ອານາຈັກໂຣມກໍໄດ້ກົດຂີ່ຂົ່ມເຫັງພວກເຂົາໂດຍບໍ່ມີຄວາມປານີ ແລະ ບໍ່ເຫັນອົກເຫັນໃຈ. ດ້ວຍສາເຫດນີ້ ປະຊາຊົນຢິວຈຶ່ງຕ້ອງການທີ່ຈະເປັນອິດສະລະອອກຈາກພາຍໃຕ້ການປົກຄອງຂອງອານາຈັກໂຣມ.
ເປັນເວລາຫຼາຍກວ່າສີ່ຮ້ອຍປີພາຍຫຼັງທີ່ໄດ້ອອກຈາກບາບີໂລນ ຈົນເຖິງເວລາທີ່ພຣະຜູ້ຊ່ວຍຈະສະເດັດມາ. ປະຊາຊົນຢິວໄດ້ຮຽນຮູ້ວ່າມັນເປັນຍ້ອນພວກເຂົາໄດ້ລືມພຣະບັນຍັດຂອງພຣະເຈົ້ານັ້ນ ພວກເຂົາຈຶ່ງໄດ້ຮັບຄວາມເດືອດຮ້ອນໃຫ້ໄປເປັນຊະເລີຍ. ສະນັ້ນ ຄົນລຸ່ນຕໍ່ມາຈຶ່ງເອົາໃຈໃສ່ໃນການຕິດຕາມພຣະບັນຍັດຂອງພຣະເຈົ້າ. ນອກຈາກນັ້ນ ພວກເຂົາຍັງໄດ້ສ້າງຂໍ້ບັງຄັບເພີ່ມເຕີມທາງສາສະໜາຫຼາຍຢ່າງເຕີມອີກ ແຕ່ໃນຄວາມກະຕືລືລົ້ນຂອງການປະຕິບັດຕາມພຣະບັນຍັດຂອງພຣະເຈົ້ານັ້ນ ພວກເຂົາໄດ້ລືມຈຸດປະສົງຂອງພຣະບັນຍັດ.
ໃນແຕ່ລະຍຸກແຕ່ລະສະໄໝ ພຣະເຈົ້າໄດ້ໃຫ້ປະຊາຊົນຂອງພຣະອົງຄິດເຖິງພັນທະສັນຍາຂອງພຣະອົງຢູ່ຕະຫຼອດກ່ຽວກັບການສະເດັດມາຂອງພຣະເມຊີອາ ທີ່ຈະມາເປັນກະສັດຂອງຊາດອິດສະຣາເອນ ເຊິ່ງຈະມາຈາກເຊື້ອສາຍຂອງດາວິດ ໃນດິນແດນຢູດາ ເມືອງເບັດເລເຮັມ. ພຣະເຈົ້າໄດ້ບອກປະຊາຊົນຂອງພຣະອົງຜ່ານທາງຜູ້ຮັບໃຊ້ຂອງພຣະອົງເຊັ່ນ: ເອຊາຢາ, ດານີເອນ, ເຊກາຣິຢາ, ມີກາ ແລະ ຜູ້ປະກາດພຣະຄຳຄົນອື່ນໆ. ປະຊາຊົນຢິວຢືດໝັ້ນໃນພຣະສັນຍາຂອງພຣະເຈົ້າ ແລະ ກໍໄດ້ສາບານຕໍ່ພຣະເຈົ້າວ່າ ພວກເຂົາຈະເຄົາລົບນັບຖືຄຳສັ່ງຂອງພຣະເຈົ້າ, ຈະເຮັດຕາມກົດບັນຍັດທີ່ໄດ້ກ່າວໄວ້, ຈະສັດຊື່ ແລະ ຈະບໍ່ລະເລີຍຕໍ່ພຣະວິຫານຂອງພຣະອົງ.
ຊາວຢິວຮູ້ດີເລື່ອງຄຳພະຍາກອນເຖິງການສະເດັດມາຂອງພຣະເມຊີອາທີ່ຈະມາໃນໂລກນີ້ ແຕ່ດ້ວຍຄວາມປາຖະໜາຂອງພວກເຂົາທີ່ຢາກອອກຈາກການປົກຄອງຂອງຊາວໂຣມ. ສະນັ້ນ ພວກເຂົາຈຶ່ງໃຊ້ຄວາມຄິດຄວາມເຫັນຂອງພວກເຂົາເຂົ້າໃນຄວາມໝາຍຂອງຄຳພະຍາກອນໃນພຣະຄຳຂອງພຣະເຈົ້າ ພວກເຂົາເຂົ້າໃຈຖືກຕ້ອງຕາມເວລາທີ່ຄຳພະຍາກອນຈະສຳເລັດ ແຕ່ພວກເຂົາໄດ້ເຂົ້າໃຈຜິດກ່ຽວກັບພາລະກິດຂອງພຣະບຸດຂອງພຣະເຈົ້າ ແທນທີ່ຈະເຂົ້າໃຈວ່າພຣະອົງຈະມາຊ່ວຍພວກເຂົາໃຫ້ພົ້ນຈາກການເປັນທາດຂອງຄວາມບາບ ແຕ່ພວກເຂົາຊ້ຳພັດເຂົ້າໃຈວ່າພຣະອົງຈະມາຊ່ວຍພວກເຂົາໃຫ້ລອດພົ້ນຈາກການປົກຄອງຂອງຊາວໂຣມ.
ຢູ່ໃນພຣະຄຳພີ ຊື່ຂອງພຣະບຸດຂອງພຣະເຈົ້າມີຫຼາຍນາມເຊັ່ນ: ພຣະເມຊີອາ, ພຣະຜູ້ຊ່ວຍໃຫ້ລອດ, ພຣະຜູ້ໄຖ່ບາບ, ພຣະຄຣິດ, ແລະ ພຣະເຢຊູ. (ດານີເອນ 9:25,26; ໂຢຮັນ 1:41; ເອຊາຢາ 49:26; 60:16; 63:8; ລູກາ 2:11; ກິດຈະການ 13:23,24; ເອຊາຢາ 47:4; 48:17; 59:20; ມັດທາຍ 1:21)
"ເບັດເລເຮັມ ເອຟະຣາທາເອີຍ, ເຈົ້າເປັນເມືອງໜຶ່ງທີ່ນ້ອຍທີ່ສຸດໃນບັນດາເມືອງທັງຫຼາຍຂອງຢູດາ ແຕ່ເຮົາຈະໃຫ້ມີຜູ້ປົກຄອງຄົນໜຶ່ງອອກມາຈາກເຈົ້າສຳລັບຊາດອິດສະຣາເອນ ເຊິ່ງໜໍ່ແນວເຊື້ອສາຍສືບມາຈາກສະໄໝເດີມ." (ມີກາ 5:2)
"ຈົ່ງຮັບຮູ້ ແລະ ເຂົ້າໃຈວ່າ ນັບຕັ້ງແຕ່ເວລາອອກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນເຖິງພຣະເຈົ້າເລືອກເອົາຜູ້ນຳຂຶ້ນມາຈະມີເຈັດອາທິດ ແລະ ຫົກສິບສອງອາທິດນະຄອນເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ຢ່າງເຂັ້ມແຂງພ້ອມດ້ວຍຖະໜົນຫົນທາງ ແລະ ປ້ອມປ້ອງກັນເມືອງ ແຕ່ມັນຈະເປັນເວລາແຫ່ງຄວາມລຳບາກ." (ດານິເອນ 9:25)
ອ້າງອີງຈາກປຶ້ມ "Prophets and Kings" ບົດທີ 58 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.