ເພງນະມັດສະການ 

໒໓ ໃຫ້​​ໂລກ​ຍິນ​ດີ (51)

1 ໃຫ້​ໂລກ​ຍິນ​ດີ​ພຣະອົງ​ສະ​ເດັດ

​ໃຫ້​ໂລກ​ຕ້ອນຮັບ​ກະສັດ

ຈັດ​ໃຈ​ທຸກ​ຄົນ

​ໃຫ້​ພຣະອົງ​ຢູ່

​ ສະຫວັນ​ກັບ​ໂລກ​ໂຫ່​ຮ້ອງ

ສະຫວັນ​ກັບ​ໂລກ​ໂຫ່​ຮ້ອງ

ສະຫວັນ​ ສະຫວັນ

ກັບ​ໂລກ​ໂຫ່​ຮ້ອງ


​2 ໃຫ້​ໂລກ​ຍິນ​ດີ​ທ່ານ​ຊົງຄຸ້ມ​ຄອງ

​ໃຫ້​ຄົນຍົກ​ສຽງ​ຮ້ອງ​ເພງ ​

​ ໃຫ້​ບ້ານ​ກັບ​ປ່າ

ທັງ​ພູກັບ​ຮ່ອມ

​ ໂຫ່​ຮ້ອງ​ດ້ວຍ​ສຽງສະ​ນັ່ນ

​ໂຫ່​ຮ້ອງ​ດ້ວຍ​ສຽງ​ສະ​ນັ່ນ

​ ໂຫ່​ຮ້ອງ​ ໂຫ່​ຮ້ອງ

ດ້ວຍ​ສຽງ​ສະ​ນັ່ນ


3 ຢ່າ​ໃຫ້​ຄວາມ​ບາບ​ຄວາມ​ທຸກງອກ​ຂື້ນ

ຢ່າ​​ໃຫ້​ໝາ​ມບຽດ​ພື້ນ​ດິນ

ທ່ານ​ໄດ້​ຊົງ​ໂຜດ​

ໃຫ້​ສຸກ​ໄຫຼ​ມາ

​ ເຖິງ​ບ່ອນ​ເວນ​ກຳ​ປົກ​ງຳ

​ເຖິງ​ບ່ອນ​ເວນ​ກຳ​ປົກ​ງຳ

​ ເຖິງ​ບ່ອນ​ ເຖິງ​ບ່ອນ​

ເວນ​ກຳ​ປົກ​ງຳ


​4 ໂລກ​ເຮົາ​ທ່ານຊົງ​ຄຸ້ມ​ຄອງ​ສັດ​ຊື່

​ປະ​ເທດ​ທັງຫຼາຍຈົ່ງ​ຮູ້​

ທັງ​ຣັດສະໝີ

ຄວາມ​ຍຸດຕິ​ທຳ

ຄວາມ​ຮັກ​ອັນ​ອັດສະຈັນ

ຄວາມ​ຮັກ​ອັນ​ອັດສະຈັນ

ຄວາມ​ຮັກ ​ຄວາມ​ຮັກ

ອັນ​ອັດສະຈັນ


໒໔​ເມື່ອພຣະ​ເຢຊູ​ສະ​ເດັດ​ມາ (52)

​1 ເມື່ອ​ພຣະ​ເຢຊູ​ໄດ້​ສະ​ເດັດ​ມາ​ໃນ​ໂລກ

ຊົງ​ເກີດ​ນຳ​ນາງ​ມາຣິອາ​ໃນ​ຮາງ​ຫຍ້າ

​ ໃນ​ບ່ອນ​ພຣະ​ເຢຊູ​ໄດ້​ເກີດ​ນັ້ນ

ມີ​ແຈ້ງ​ໂດຍຣັດສະໝີ​ພຣະ​ເຈົ້າ


2 ພຣະຜູ້​ຊ່ອຍຂອງ​ພວກ​ເຮົາ​ໄດ້​ມາ​ເກີດ​ນັ້ນ

​ເທວະ​ດາ​ປະກາດ​ແກ່​ພວກ​ຜູ້​ລ້ຽງ​ແກະ

ວ່າ​ຜູ້​ຊ່ອຍ​ອົງ​ນຶ່ງ​ຊົງ​ເກີດ​ແລ້ວ

​ເພື່ອ​ເປັນ​ກະສັດ​ຂອງ​ຄົນ​ທັງ​ຫຼາຍ


​3 ເມື່ອນັ້ນພວກ​ໝໍ​ໂຫຣາ​ໄດ້​ມາ​ຊອກ​ຫາ

​ ເອົາ​ຄຳ​ກັບ​ກຳຍານ​ມາ​ຖວາຍ​ພຣະອົງ

​ ເມື່ອ​ໄດ້​ເຫັນ​ພຣະກຸມມານ​ນ້ອຍ​ນັ້ນ

​ ເ​ຂົາ​ໄດ້​ນົບ​ນ້ອມ​ຕົວ​ລົງ​ຂາບ​ໄຫວ້


4 ພວກ​ໝໍ​ໂຫຣາ​ໄດ້​ເຫັນ​ພຣະ​ເຢຊູ​ແລ້ວ

ພຣະ​ເຈົ້າຊົງ​ບອກ​ເຂົາ​ໃນ​ນິມິດ​ຝັນ​ວ່າ

ບໍ່​ໃຫ້​ກັບ​ຄືນ​ໄປ​ເຝົ້າ​ເຮ​ໂຣດ

​ແຕ່​ໃຫ້​ໜີ​ໄປ​ຕາ​ມທາງ​ເສັ້ນອື່ນ


5 ​ເມື່ອ​ເຂົາ​ໄດ້​ໜີ​ແລ້ວ​ຈົ່ງ​ເບິ່ງ​ເທວະ​ດາ

​ແຫ່ງ​ພຣະຢາ​ໂຮ​ວາ​ຕົນ​ນຶ່ງ​ໄດ້​ປາກົດ

​ ແກ່​​​ໂຢ​ເຊບ​ໃນ​ຄວາມ​ຝັນ​ກ່າວ​ວ່າ

ທ່ານ​ຈົ່ງ​ລຸກ​ຂື້ນ​ເອົາ​ກຸມມານ​ໜີ


6 ຈົ່ງ​ໄປ​ອາ​ໃສ​ຢູ່​ປະ​ເທດ​ເອຢິບພຸ້ນ

ທ່ານ​ໄດ້​ພາ​ກຸ​ມມານ​ນ້ອຍ​ກັບ​ມານ​ດາ​ໄປ

​ ໃນ​ເວລາ​ກາງຄືນ​ຈຶ່ງ​ໜີ​ໄປ

ອາ​ໃສ​ຢູ່​ແຜ່ນດິນ​ເອຢິບ​ນັ້ນ


7 ຢູ່ຫັ້ນຈົນ​ເຮ​ໂຣດສິ້ນ​ຊີວິດຕາຍ​ໄປ

​ເພື່ອຄຳ​ຂອງ​ພຣະອົງ​ເຈົ້າຈະ​ໄດ້​ສຳ​ເຣັດ

ຊຶ່ງ​ຊົງ​ກ່າວ​ໄວ້​ດ້ວຍ​ຜູ້​ທຳ​ນວາຍ​

ວ່າ​ເຮົາ​ເອີ້ນບຸດ​ຂອງ​ເຮົາ​ອອກ​ມາ


໒໕ ບັນດາ​ສານຸສິດ (53)

1 ບັນດາ​ສານຸສິດ​ທີ່

​ ໄຊຊະນະຊື່ນ​ບານ​ໃຈ

​ ເຊີນ​ມາ​ເຖິງ​ບ້ານ​ເບດ​ເລ​ເຮັມ

ທີ່​ເກີດ​ຂອງ​ພຣະອົງ

​ ເຂົ້າ​ເບິ່ງ​ກຸມມານ​ເປັນ

ກະສັດ​ເໜືອ​ເທວະ​ດາ


ຂໍ້​ຊ້ຳ: ຈົ່ງ​ມາ​ຂາບ​ໄຫວ້​ພຣະ​ເຢຊູ

ຈົ່ງ​ມາ​ຂາບ​ໄຫວ້​ພຣະ​ເຢຊູ

ນະມັດສະການ​ຂາບ​ໄຫວ້

ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ


2 ບັນດາ​ເທວະ​ດາ​ຈົ່ງ

ຮ້ອງ​ເປັນຄວາມ​ຊື່ນ​ໃຈ​ຂຶ້ນ

ບັນດາ​ຊາວ​ສະຫວັນ​ທັງ​ເທິງ​

ອັນ​ຮຸ່ງແລະ​ເສາະ​ໃສ

ຣັດສະໝີ​ຈົ່ງ​ຖະ

ຫວາຍ​ແກ່​ພຣະອົງ​ສູງ​ສຸດ (ຊ້ຳ)


3 ຈົ່ງ​ພາກັນ​ນົບ​ນ້ອມ​ສະ​

ລອງ​ວັນ​ເກີດ​ຂອງ​ພຣະອົງ

​ ໂອ້​ຂໍ​ຊົງ​ໂຜດ​ຮັບຣັດສະ​ໜີ

ທີ່ທູນ​ຖວາຍ

ພຣະທຳ​ພຣະບິດາ

ປາກົດ​ຮ່ວມ​ຊາດ​ມະນຸດ (ຊ້ຳ)


໒໖ ໃນ​ຟ້າ​ອາກາດ (54)

1 ໃນ​ຟ້າອາກາດ​ເໝືອນ​ດັ່ງ​ໂຄມ​ໄຟ​ອັນ​ໃຫຍ່

ດາວ​ໄດ້​ພາ​ໄປ​ແລະ​ສ່ອງ​ແຈ້ງ​

ໃນ​ຫົນທາງສ່ວນ​ໝໍ​ໂຫຣາ​ໄດ້​ລາ

ຈາກ​ບ່ອນ​ທີ່​ພັກ​ອາ​​ໄສ​ຊີ້​ດາວ​ດ້ວຍ​ມີ​ເຂົາເອງ​

ຈົ່ງ​ເບິ່ງ ​ຈົ່ງ​ເບິ່ງ ຈົ່ງ​ເບິ່ງ

​ດາວ​ສຳຄັນ​ຂອງ​ພຣະອົງ


​2 ເຊີນ​ຟັງ​ທີ່​ນ້ອງ​ແລະ​ສ່ຽວ​ອັນ​ແພງ​ປະ​ເສີດ​

ຈົ່ງ​ໄປ​ທາງ​ພຸ້ນ​ຕາມ​ດາວ​ໄດ້​ພາ​ໝູ່​ເຮົາ

ອາກາດ​ເຢັນ​ດີ​ແລະ​ທົ່ງ​ທັງ​ຫຼາຍ​ເປັນ​ສີ​

ງົດ​ງາມ​ແມ່ນ​ຄືນ​ສະ​ງັດ​ງຽບ​ດີ

​ໂນ​ແອນ ​ໂນ​ແອນ

ໂນ​ແອນ​ ໝູ່​ເຮົາ​ຕ້ອງ​ຖ້າ​ພຣະອົງ


​3 ແມ່ນ​ພຣະອົງ​ເຈົ້າຄື​ຜູ້​ຊ່ອຍ​ທີ່​ເກີດ​ມາ​

ຢູ່​ເບ​ດ​ເລ​ເຮັມ​ໃນ​ຄອກ​ສັດ​ທີ່​ໂຮງ​ແຮມ

ນອນ​ທີ່​ຮາງ​ຫຍ້າ​ພຣະອົງ​ເປັນ​ແຈ້ງ​ທີ່​ສ່ອງ​

ແສງ​ໄປຣັດສະໝີ​ຂອງ​ພຣະ​ເຈົ້າ

ຮ້ອງ​ເພງ​ ຮ້ອງ​ເພງ​

ຈົ່ງ​ສັນຣະ​ເສີນ​ຜູ້​ຊ່ອຍ​ຂອງ​ເຮົາ


໒໗ ເປັນ​ຍາມ​ທ່ຽງຄືນ (55)

1 ເປັນ​ຍາມ​ທ່ຽງ​ຄືນ​ທີ່​ມິດ​ສະ​ງັດ

ຝູງ​ເທວະ​ດາ​ລົງ​ມາ

ດີດ​ຂັດ​ຕະປີ່​ອັນ​ແລ້ວ​ດ້ວຍ​ຄຳ

ທັງ​ໄດ້​ຮ້ອງ​ເພງ​ກ່າວ​ວ່າ

ຄວາມ​ສຸກ​ຈົ່ງ​ມີ​ແກ່​ຊາດ​ມະນຸດ

ມາ​ແຕ່​ກະສັດ​ສະຫ​ວັນ


2 ຝູງ​ເທວະ​ດາ​ພາກັນ​ລົງ​ມາ

ຮ້ອງ​ເພງ​ສຽງມ່ວນ​ໝັກ​ໜາ

​ ເພື່ອ​ໃຫ້​ບັນດາ​ມະນຸດ​ທຸກຄົນ

ຊົມ​ຊື່ນ​ຍິນ​ດີ​ຖ້ວນ​ໜ້າ

​​ໃນ​ໂລກ​ທົ່ວ​ໜ້າ​ມີ​ຄົນ​ໂສກ​ເສົ້າ

ບໍ່​ຄື​ສະຫວັນ​ທາງ​​ເທິງ


3 ຄົນ​ໃດ​ເປັນ​ທຸກ​ໜັກ​ອົກ​ໜັກ​ໃຈ

ຍ້ອນ​ແບ​ກຂອງ​ໜັກ​ເຫຼືອ​ລົ້ນ

ຄົນ​ໃດ​ຄ່ອຍ​ຄ່ອຍ​ເດີນທາງ​ຂຶ້ນ​ຍາກ

ຈົນ​ເມື່ອຍ​ເບິ່ງ​ຄື​ບໍ່ພົ້ນ

ຈົ່ງ​ເບິ່ງ​ຄວາມ​ສຸກ​ປະ​ເສີດ​​​ເລີດລ້ຳ

ກຳລັງ​ເລື່ອ​ນລອຍ​ລົງ​ມາ


4 ຈິງ​ແທ້​ວັນ​ຄືນ​ເຫຼົ່ານັ້ນ​ເຂົ້າມາ

ຊຶ່ງ​ໝໍ​ທຳ​ນວາຍ​ກ່າວ​ແລ້ວ

ປີ​ເດືອນ​ວຽນ​ຮອບ​ໄປມາ​ໄດ້​ນຳ

ຄາວ​ອັນ​ປະ​ເສີດ​ເຫຼືອ​ແກ້ວ

ຄວາມສຸກ​ຈະ​​ແຜ່​ອອກ​ໄປ​ທົ່ວ​ໂລກ

ປຽບ​ດັ່ງ​ແສງຣັດສະໝີ


໒໘ ຈົ່ງ​ຟັງ​ເພງ​ຂອງ​ຝູງ​ເທວະ​ດາ (59)

1 ຈົ່ງ​ຟັງ​ເພງ​ຂອງ​ຝູງ​ເທວະ​ດາ​

ວ່າ​ສາທຸ​ກະສັດ​ເກີດ​ມາ

ພຣະ​ເມດ​ຕາພຣະ​ເຈົ້າອົງ​ສູງ​ສຸດ

​ໂຜດ​ຄືນ​ດີກັນກັບ​ມະນຸດ

ທຸກ​ປະ​ເທດ​ຈົ່ງ​ຊື່ນ​​ໃຈ​ຍິນ​ດີ​

ຮ້ອງ​ພ້ອມ​ກັບ​ຊາວ​ຟ້າ​ໃນ​ທຸກທີ່

ຍົກສຽງ​ຂຶ້ນ​ດ້ວຍ​ໃຈ​ຊື່ນ​ເຕັມ

ທ່ານ​ຊົງ​ເກີດ​ທີ່​ເບ​ດ​ເລ​ເຮັມ

ຂໍ້​ຊ້ຳ: ຈົ່ງ​ຟັງ​ເພງ​ຂອງ​ເທວະ​ດາ

ວ່າ​ສາ​ທຸກະສັດ​ເກີດ​ມາ


2 ອົງ​ພຣະຄຣິດສະຖິດ​ຢູ່​ເໜືອ​ຄົນ​

ຄື​ພຣະ​ເຈົ້າບໍ່​ມີ​ເບື້ອງ​ຕົ້ນ

ຖ່ອມ​ພຣະ​ໄທ​ສະ​ເດັດ​ມາ​ບັງ​​ເກີດ

ນຳ​ມາຣິອານ​າງ​ປະ​ເສີດ

ພຣະຜູ້​ເປັນ​ເຈົ້າຍິ່ງ​ໃຫຍ່​ທີ່​ສຸດ

ຊົງ​ຮັບ​ກາຍາ​ຮ່ວມ​ຊາດ​ມະນຸດ

ຈົ່ງ​ສາທຸ​ຜູ້​ຊົງ​ເກີດ​ເປັນ


ພຣະ​ເຢຊູ​ເອມານຸ​ເອັມ (ຊ້ຳ)


3 ພຣະຜູ້​ໄດ້​ຊົງ​ຜູກ​ມິດ​ໄມຕີ

​ ໄດ້​ຊົງ​ນາມຜູ້​ລ້ຽງ​ອັນ​ດີ

ຄື​ຄວາມ​ຮຸ່ງ​ເຮືອງ​ຂອງ​ຄວາມ​ຊອບ​ທຳ

ສ່ອງ​ທົ່ວ​ໄປ​ທີ່​ມີ​ບາບກຳ

ທ່ານ​ຊົງ​ໂຜດ​ຊອກ​ຫາ​ຄົນ​ເສຍ​ຫາຍ

ຊົງ​ບັງ​ເກີດ​ມາ​ໂຜດ​ໃຫ້​ພົ້ນຕາຍ

​ ໂຜດ​ຍົກ​ບາບ​ໂທດ​ຊ້ຳ​ໂຜດ​ໃຫ້

​ ໄດ້​ຊີວິດ​ພົ້ນທຸກພົ້ນ​ໄພ (ຊ້ຳ)


໒໙ ບໍ່​ມີ​ສະຫາຍ​ຊ່ວຍ​ເຮົາຄື​ພຣະ​ເຢຊູ (63)

1 ບໍ່ມີ​ສະຫາຍ​ຊ່ອຍ​ເຮົາ​ເໝືອນ​ພຣະ​ເຢຊູ

ບໍ່ມີ​​ໃຜ​ ບໍ່​ມີ​ໃຜ

​ ໃ​ຜລ້າງບາບ​ໄດ້​ນອກຈາກ​ອົງ​ພຣະ​ເຢ​ຊູ

ບໍ່​ມີ​ໃຜ ​ບໍ່​ມີ​ໃຜ


ຂໍ້​ຊ້ຳ: ຜິດ​ບາບ​ຂອງ​ເຮົາ​ພຣະ​ເຈົ້າຊົງ​ຊາບ​ໝົດ

ຈະ​ຊົງ​ໂຜດ​ເຮົາ​ຕະຫຼອດ​ເວລາ

ບໍ່​ມີ​ສະຫາຍ​ໂຜດ​ເຮົາ​ເໝືອນ​ພຣະ​ເຢຊູ

ບໍ່​ມີ​ໃຜ​ ບໍ່​ມີ​ໃຜ


2 ບໍ່ມີ​ຜູ້​ໃດ​ບໍຣິສຸດ​ເໝືອນ​ພຣະອົງ

ບໍ່​ມີ​ໃຜ​ ບໍ່​ມີ​ໃຜ

ບໍ່​ມີ​ຜູ້​ໃດ​ຖ່ອມ​ໃຈ​ລົງ​ເໝືອນ​ພຣະອົງ

ບໍ່​ມີ​ໃຜ​ ບໍ່​ມີ​ໃຜ (ຊ້ຳ)


3 ບໍ່​ມີ​ຍາມ​ໃດ​ທີ່​ພຣະອົງ​ບໍ່​ຢູ່​ໃກ້

ປ້ອງ​ກັນ​ໄພ ປ້ອງ​ກັນ​ໄພ

ກາງຄືນ​ມືດ​ດຳ​ພຣະອົງ​ເຝົ້າຮັກສາ​ໄວ້

ປ້ອງ​ກັນ​ໄພ​ ປ້ອງ​ກັນ​ໄພ (ຊ້ຳ)


4 ພວກ​ສິດ​ທັງຫຼາຍ​ພຣະອົງ​ບໍ່​ຊົງ​ລື​ມເລີຍ

ບໍ່​ລືມ​ເລີຍ​ ບໍ່​ລືມ​ເລີຍ

ຄົນ​ບາບ​ຄວນ​ຮູ້​ວ່າ​ພຣະອົງ​ບໍ່​ເພີດ​ເສີຍ

ບໍ່​ເພີດ​ເສີຍ​ບໍ່​​ເພີດ​ເສີຍ (ຊ້ຳ)


໓໐ ແຕ່​ກ່ອນ​ຂ້ອຍ​ຢາກ​ໄດ້​ພອນ (67)

​1 ແຕ່​ກ່ອນ​ຂ້າ​ຢາກ​ໄດ້​ພອນ​ດຽວ​ນີ້​ມີ​ພຣະ​ເຈົ້າ ​

ແຕ່​ກ່ອນ​ເພິ່ງ​ໃນ​ຕົວ​ເອງ

ດຽວ​ນີ້​ເພິ່ງ​ພຣະທຳ​ແຕ່​ກ່ອນ​ຕ້ອງການ​ສິ່ງ​ຂອງ

ດຽວ​ນີ້​ຕາມ​ພຣະອົງ

​ ແຕ່​ກ່ອນ​ຢາກ​ແຕ່​ຢູ່​ດີ

​ດຽວ​ນີ້​ໄດ້​ພຣະອົງ


ຂໍ້​ຊ້ຳ: ດຽວ​ນີ້​ຂ້າ​ຈະ​ຮ້ອງ​ເພງ​

ຍ້ອງຍໍ​ຖວາຍ​ສາທຸການ​

ສາຣະພັດ​ທີ່​ໄດ້ມີ​

ຢູ່​ເປັນ​ຂອງ​ພຣະຣາຊະ​ທານ


​2 ແຕ່​ກ່ອນວາງ​ແຕ່​ໂຄງການ​ດຽວ​ນີ້​ຊົງ​ນຳພາ

​ແຕ່​ກ່ອນ​ເປັ​ນຫ່ວງ​ກັງວົນ

ດຽວ​ນີ້​ຊົງ​ຄຸ້ມ​ຄອງ ແຕ່​ກ່ອນ​ຕາມ​ອຳ​ເພີ​ໃຈ

ດຽວ​ນີ້​ຕາມ​ພຣະອົງ

​ ແຕ່​ກ່ອນ​ຊອບ​ແຕ່​ທູນ​ຂໍ


​3 ແຕ່​ກ່ອນ​ຂ້າ​ເພິ່ງ​ຄວາມ​ດີ ດຽວ​ນີ້​ເພິ່ງ​ພຣະ​ເຈົ້າ

​​ແຕ່​ກ່ອນ​ໄດ້​ໃຊ້​ພຣະອົງ

ດຽວ​ນີ້​ຊົງ​ໃຊ້​ຂ້າ​ແຕ່​ກ່ອນ​ຂ້າຕ້ອງການຣິດ

ດຽວນີ້​ມີ​ພຣະຄຣິດ

​ ແຕ່​ກ່ອນ​ເຮັດ​ເພື່ອ​ຕົນ​ເອງ


​4 ແຕ່​ກ່ອນ​ມີ​ແຕ່​ຄວາມ​ຫວັງ ດຽວ​ນີ້​ພົ້ນຈິງ​ຈັງ

​ ແຕ່​ກ່ອນ​ຄວາມ​ເຊື່ອ​ຈວນ​ດັບ

ດຽວ​ນີ້​ກັບ​ແຈ່ມ​ໃສ​ແຕ່​ກ່ອນ​ຄອຍຖ້າຄວາມ​ຕາຍ

ດຽວ​ນີ້​ມີ​ຊີ​ວິດ

ດຽວ​ນີ້​ຂ້າ​ໄດ້​ພົ້ນ​ແນ່

ໝັ້ນຄົງ​ໃນ​ພຣະຄຣິດ (ຊ້ຳ)


໓໑ ພຣະ​ເຈົ້າຊົງ​ຮັກຂ້ານ້ອຍ​ແທ້ (70)

1 ພຣ​ະ​ເຈົ້າຊົງ​ຮັກ​ຂ້ານ້ອຍ​ແທ້​

ພຣະຄຳ​ພີ​ສອນ​ໄວ້​ເປັນ​ແນ່​

ລູກພຣະອົງນັ້ນບໍ່​ມີ​ແຮງ

​ແຕ່​ພຣະອົງ​ຊົງ​ຣິດເຂັ້ມ​ແຂງ


ຂໍ້​ຊ້ຳ: ພຣະ​ເຢຊູ​ຊົງ​ຮັກ​(2)

ພຣະຄຳ​ພີ​ສັ່ງສອນ​ຈິ່ງ​ຮູ້​ດັ່ງນັ້ນ​ແນ່ນອນ


2 ພຣະອົງ​ຊົງ​​ເມດ​ຕາປາ​ນີ

ຕາຍ​ເພື່ອ​ໄປ​ໄຂ​ເມືອງ​ຟ້າ​ໄວ້

​ຊົງ​ລ້າງບາບ​ໃຫ້​ໝົດ​ຄວາມທຸກ

​ຊ້ຳ​ໂຜດນຳ​ໄປສູ່​ຄວາມສຸກ​(ຊ້ຳ)


3 ພຣະ​ເຢຊູ​ຊົງ​ຮັກ​ໜັກ​ໜາ

​ເປັນ​ດັ່ງນັ້ນທຸກວັນ​ເວລາ​

ເມື່ອ​ປ່ວຍ​ລົງພຣະອົງ​ຊົງ​ເຫັນ​ຈິງ

ຊົງ​ໂຜດ​ຮັກສາ​ທຸກ​ວັນ (ຊ້ຳ)


4 ພຣະ​ເຢຊູ​ຊົງ​ຮັກ​ຢູ່​ໃກ້

ຄົງ​ບໍ່​ລະ​ໃນ​ທາງ​ທີ່​ ໄປ

​ຂໍ​ຕາມ​ທາງ​ຈົນ​ສ້ຽງ​ຊີວິດ

​ ຄົງ​ຈັກ​ຢູ່​ຊ້ອງ​ໜ໊າພຣະຄຣິດ (ຊ້ຳ)


໓໒ ຂ້າ​ມອບ​ທຸກສິ່ງ​ແກ່​ພຣະ​ເຢຊູ (72)

1 ຂ້າ​ມອບ​ທຸ​ກສິ່ງ​ແກ່​ພຣະ​ເຢຊູຍອມ

​ຖວາຍ​ໝົດ​ດ້ວຍ​ເຕັມ​ໃຈ

ຂ້າ​ຈະ​ຮັກ​ແລະ​ເພີ່ງ​ພຣະ​ເຢຊູ​ຕໍ່

ພຣະພັກ​ຂອງ​ພຣະຜູ້​ໄຖ່


ຂໍ້​ຊ້ຳ: ມອບ​ທຸກສິ່ງ​ທຸກຢ່າງ

ມອບ​ທຸກ​ສິ່ງ​ທຸກ​ຢ່າ​ງ

ມອບ​ຖວາຍ​ໝົດ​ແກ່ພຣະ​ເຢຊູ​ຜູ້

​ໂຜດ​ຊຳລະ​ລ້າງ


2 ຂ້າມ​ອບທຸກ​ສິ່ງ​ແກ່​ພຣະ​ເຢຊູນ​ອບ

ນ້ອມ​ຂາບ​ຕໍ່​ພຣະບາ​ທາ

ຄວາມສຸກ​ໂລກ​ນີ້​ຂ້າ​ຍອມ​ຖິ້ມ​ແລະຂໍ

ພຣະອົງ​ຊົງ​ໂຜດ​ຮັບ​ຂ້າ (ຊ້ຳ)


3 ຂ້າມ​ອບທຸກ​ສິ່ງ​ແກ່​ພຣະ​ເຢຊູ​ຂໍ

​ ໃຫ້​ຂ້າ​ເປັນ​ຂອງ​ພຣະອົງ

ຂໍ​ໃຫ້​ພຣະວິນ​ຍານ​ສະຖິດ​ຢູ່​ນຳ​

ຜູ້​ຂ້າ​ຕາມ​ດັ່ງ​ປະສົງ (ຊ້ຳ)


4 ຂ້າມ​ອບທຸກສິ່ງ​ແກ່​ພຣະ​ເຢຊູມອບ

​ຖວາຍ​ທັງ​ໃຈ​ກາຍາ

ຂໍ​ໂຜດ​ໃຫ້​ຄວາມ​ຮັກ​ແລະຣິດທາ

ກັບ​ພຣະພອນ​ຖອກ​ເທ​ລົງ​ມາ (ຊ້ຳ)


໓໓ ແພດ​ຜູ້​ປະ​ເສີດ (77)

1 ແພດ​ຜູ້​ປະ​ເສີດ​ສະຖິດ​ໃກ້​ເຮົາ

​ແພດ​ນັ້ນຊົງ​ນາມ​ພຣະ​ເຢຊູ

ພຣະອົງ​ໂຜດ​ໃຫ້ຫາ​ຍຄວາມ​ໂສກ​ເສົ້າ

ຈົ່ງ​ຮັບ​ຄຳ​ເຊີນ​ພຣະ​ເຢຊູ


ຂໍ້​ຊ້ຳ: ພຣະສຸຣະສຽງ​ເໝືອນ​ເພງ​ສະຫວັນ

ສຽງ​ມ່ວນ​ໜັກ​ໜາ​ເມື່ອຮ້ອງ​ຕອບ​ກັນ

ມ່ວນ​ກ່ວາ​ເຄີຍ​ຮ້ອງ​ໃສ່​ກັນ​ຢູ່

ຜູ້​ຊົງ​ພຣະນາມ​ພຣະ​ເຢຊູ


2 ພຣະອົງ​ຊົງ​ໂຜດ​ຍົກ​ບາບ​ໃຫ້​ພົ້ນ

ຈົ່ງ​ເຊື່ອ​ພຣະນາມພຣະ​ເຢຊູ

ຈົ່ງ​ຕາມ​ພຣະອົງ​ໄປ​ເຖິງ​ທີ່​ສຸດ

ຮັບ​ມົງກຸດ​ນຳພຣະ​ເຢຊູ (ຊ້ຳ)


3 ພຣະອົງ​ຄວນ​ຮັບ​ພຣະຣັດສະໝີ​

ຈົ່ງ​ສັນ​ຣະ​ເສີນ​ພຣະ​ເຢຊູ​

ຕອບ​ຄຸນ​ເພາະ​ໄດ້​ຊົງ​ຊ່ອຍ​ຊີວິດ

ຈົ່ງ​ຮັກ​ພຣະນາມ​ພຣະ​ເຢຊູ (ຊ້ຳ)


​4 ເມື່ອຕ້ອງ​ຫຼັບຕາ​​ລາ​ໂລກ​ຂຶ້ນ​ໄປ​

ຈະ​ຢູ່​ຕໍ່ໜ້າພຣະ​ເຢຊູ

ຈະ​ຮ້ອງ​ເພງ​ອ້ອມ​ພຣະທີ່ນັ່ງ​​ໃຫຍ່

ຍ້ອງຍໍ​ພຣະນາມ​ພຣະ​ເຢຊູ (ຊ້ຳ)


໓໔ ຂໍພຣະຄຣິດຊ ງໂຜດໃຫ້ມາ (78)

1 ຂໍພຣະຄຣິດຊົງ​ໂຜດ​ໃຫ້​ມາ

​ໃກ້​ກາງ​ແຂນ​ທຸກ​ເວລາ

ທີ່​ນັ້ນພຣະ​ໂລຫິດ​ຫຼັ່ງ​ໄຫຼ

ຊຳຮະລ້າງ​ໃຈບາບ​ໄດ້


ຂໍ້​ຊ້ຳ: ຈົ່ງ​ຫຍັບ​ໃກ້​ໄມ້ກາງ​ແຂນ

​ ​ ໃຫ້​ໃກ້​ຊິດສະ​ເໝີ​ໄປ​

ຈົນ​ພຣະອົງ​ສະ​ເດັດ​ມາ​​ໂຜດ

ພາ​ໄປ​ເຖິງ​ສະຫວັນ​ຟ້າ


2 ຂ້າມີ​ໃຈ​ສະທ້ານ​ຫວັ່ນ​ໄຫວ

ຂໍ​ຢູ່​ໃກ້​ກາງ​ແຂນນັ້ນ

​ ເພື່ອ​ຮູ້ຈັກ​ຄວາມ​ຮັກ​ເມດ​ຕາມ

ທີ່​ຊົງ​ປະທານ​ແກ່​ຂ້າ (ຊ້ຳ)


3 ຂໍພຣະບຸດ​ຊົງ​​ໂຜດ​ນຳພາ

​ໃກ້​ກາງ​ແຂນ​ທຸກ​ເວລາ

ຊົງ​ໂຜດ​​ໃຫ້​ເດີນທາງ​ທຸກ​ວັນ


​ໃຕ້​ຮົ່ມ​ເຢັນ​ກາງ​ແຂນນັ້ນ (ຊ້ຳ)


4 ທີ່​ກາງ​ແຂນ​ຂ້າ​ຄອຍ​ເຝົ້າຢູ່

​ ໂດຍ​ໃຈ​ເຊື່ອ​ພຣະ​ເຢຊູ

ຈົນ​ໄດ້​ເຖິງ​ສະຫວັນ​ຊັ້ນຟ້າ

​ໃກ້​ພຣະອົງ​ຜູ້​ເມດ​ຕາ (ຊ້ຳ)


໓໕ ມີເພງອັນມ່ວນ (80)

1 ມີ​ເພງ​ອັນ​ມ່ວນຂ້າ​ມັກຮ້ອງ​ຢູ່

ຕັ້ງ​ແຕ່​ ໄດ້​ຊົງ​ໄຖ່​ໄວ້

​ ເປັນ​ເຣື່ອງຂອງ​ພຣະອົງ​ເຈົ້າ​ເຢຊູ

ຕັ້ງ​ແຕ່​ ໄດ້​ຊົງ​ໄຖ່​ໄວ້


ຂໍ້​ຊ້ຳ: ຕັ້ງ​ແຕ່​ໄດ້​ຊົງ​ໄຖ່​ໄວ້

ຕັ້ງ​ແຕ່​ ໄດ້​ຊົງ​ໄຖ່​ໄວ້

ຂ້າ​ກໍ​ສັນຣະ​ເສີນ​ພຣະນາມ​

ຕັ້ງ​ແຕ່ ​ໄດ້​ຊົງ​ໄຖ່​ໄວ້


2 ພຣະ​ເຢຊູ​ຄຣິດ​ໂຜດ​ເຕັມອີ່ມ​ໃຈ

ຕັ້ງ​ແຕ່​ ໄດ້​ຊົງ​ໄຖ່​ໄວ້

ຂ້າຊອບ​ໃຈ​ເຮັດ​ຕາມ​ນ້ຳພຣະ​ໄທ

ຕັ້ງ​ແຕ່ ​ໄດ້​ຊົງ​ໄຖ່​ໄວ້ (ຊ້ຳ)


3 ມີ​ຄຳ​ພະຍານ​ຄັກ​ແນ່​ໃນ​ໃຈ

ຕັ້ງ​ແຕ່​ ໄດ້​ຊົງ​ໄຖ່​ໄວ້

ຄວາມ​ຢ້ານ​ທັບ​ຄວາມ​ສົງ​ໃສ​ຈິ່ງ​ຫາຍ

ຕັ້ງ​ແຕ່​ ໄດ້​ຊົງ​ໄຖ່​ໄວ້ (ຊ້ຳ)


4 ມີ​ຄວາມ​ຍິນ​ດີ​ຈົນ​ປຽບ​ບໍ່​ໄດ້

ຕັ້ງ​ແຕ່​ ໄດ້​ຊົງ​ໄຖ່​ໄວ້

ບັງ​ເກີດ​ມີ​ຍ້ອນ​ໂລຫິດ​ທີ່​ໄຫຼ

ຕັ້ງ​ແຕ່​ ໄດ້​ຊົງ​ໄຖ່​ໄວ້ (ຊ້ຳ)


5 ມີທີ່​ອາ​ໃສ​ພຣະອົງ​ຈັດໃຫ້​

ຕັ້ງ​ແຕ່​ ໄດ້​ຊົງ​ໄຖ່​ໄວ້

ທີ່​ນັ້ນຂ້ານ້ອຍ​ຈະ​ຢູ່​ຕໍ່​ໄປ

ຕັ້ງ​ແຕ່ ​ໄດ້​ຊົງ​ໄຖ່​ໄວ້ (ຊ້ຳ)


໓໖ ຖືກ​ປົງ​ໄວ້​ໃນ​ອຸບ​ໂມງ (88)

1 ຖືກ​ປົງ​ໄວ້​ໃນ​ອຸບ​ໂມງ​

ຄື​ພຣະ​ເຢຊູ​​ເຈົ້າ

ຄອຍຢູ່​ຈົນ​ເຖິງ​ເວລາ​

ຈະ​ເປັນ​ຄືນ​ມາ


ຂໍ້​ຊ້ຳ: ພຣະ​ເຢຊູ​ຊົງ​ຄືນ​ຈາກ​ຕາຍ

ໄຊຊະນະ​ຊາຕາ​ນຊຶ່ງ​ຄອຍ​ທຳລາຍ

ຊົງ​ເປັນ​ຜູ້​ມີ​ຣິດ​ເໜືອ​ອານາຈັກ​ມານ​ຮ້າຍ

​ຊົງ​ຄຸ້ມ​ຄອງ​ຢູ່​ກັບ​ຜູ້​ບໍຣິສຸດ​ທັງຫຼາຍ

​ ເປັນ​ຄືນ​ແລ້ວ ​ເປັນ​ຄືນ​ແລ້ວ

ພຣະ​ເຢຊູ​ຊົງ​ ເປັນ​ຄືນ​​ແລ້ວ


2 ຕີຕາ​ອຸບ​ໂມງ​ເປົ່າ​ລ້າ

​ ອົງພຣະ​ເຢຊູ​ເຈົ້າ

ຍາມ​ເຝົ້າບໍ່​ໄດ້​ປະ​​ໂຫຍດ

ພຣະ​ເຢຊູ​ເຈົ້າ (ຊ້ຳ)


3 ຄວາມ​ຕາຍ​ບໍ່​ອາດ​ທຳລາຍ

ອົງ​ພຣະ​ເຢຊູ​ເຈົ້າ

ຊົງ​ໄຊ​ຊະນະຄວາມ​ຕາຍ

ພຣະ​ເຢຊູເຈົ້າ (ຊ້ຳ)


໓໗ ຂ້າ​ບົວລະບັດ​ພຣະ​ເຢຊູ (92)

1 ຂ້າ​ບົວລະ​ບັດ​ພຣະ​ເຢຊູ

ຜູ້​ຊົງ​ພຣະຊົນ​ເປັນ​ຢູ່

ຂ້າ​ຮູ້​ພຣະອົງ​ຊົງ​ເປັນ​ຢູ່

​ ແຕ່ຫຼາຍ​ຄົນ​ປະຕິ​ເສດ

ຂ້າ​ເຫັນ​ພຣະຄຸນ​ພຣະ​ເຢຊູ

​ ໄດ້​ຍິນ​ສຽງ​ໝຸນ​ນ້ຳ​ໃຈ

ຄັນ​ຕ້ອງ​ປະສົງ​ຄວາມ​ເລົ້າ​ໂລມ

ພຣະອົງ​ຢູ່​ໃກ້


ຂໍ້​ຊ້ຳ: ຊົງ​ຄືນ ​ພຣະຊົນ

ພຣະອົງ​ຊົງ​ຄືນ​ມາ​ຈາກ​ຕາຍ​

ຊົງ​ສົນທະ​ນາ​ສະຖິດ​ຢູ່ນຳ

​ ໃນ​ຫົນທາງ​ໄປ​ຟ້າ​ສະຫວັນ

ຊົງ​ຄືນ​ ພຣະຊົນ

​ເພື່ອ​ໂຜດ​ປະທານ​ຄວາມພົ້ນ

ທ່ານ​ຖາມ​ວ່າ​ຂ້າ​ໄດ້​ຮູ້​ຢ່າງ​ໃດ

​ໂດຍ​ຊົງ​ສະຖິດ​ໃນ​ໃຈ


​2 ເບິ່ງ​ໄປ​ໃນ​ໂລກ​ລ້ອມ​ຮອບ​ຂ້າ

ພຣະອົງ​ຊົງ​ຄຸ້ມ​ຄອງ​ຢູ່

​ ເຖິງ​ແມ່ນ​ວ່າ​ເມື່ອຍ​ອິດ​ອ່ອນ​ລົງ

​ແຕ່​ຂ້າ​ບໍ່​ຍອມ​ທໍ້ຖອຍ

ຮູ້​ວ່າ​ພຣະອົງ​ຊົງ​ນຳພາ

ຕາມ​ທາງ​ສຸກ​ທຸກ​ດີ​ຮ້າຍ

ພຣະ​ເຢຊູຈະ​ສະ​ເດັດ​ມາ

​ໃນ​ວັນ​ສຸດ​ທ້າຍ (ຊ້ຳ)


​3 ໃຫ້​ຄົນ​ທີ່​ເຊື່​ອຊື່ນ​ບານ​ໃຈ

​ໃຫ້​ຍ້ອງຍໍສໍຣະ​ເສີນ

ພຣະນາມຂອງ​ພຣະ​ເຢຊູ​ຄຣິດ

ມະຫາ​ກະສັດ​ຂອງ​ເຮົາ

ຊົງ​ໂຜດ​ຊ່ອຍ​ຜູ້ທີ່​ຍອມ​ບາບ

ຊົງ​ເປັນຄວາມ​ໄວ້​ໃຈ​ເຂົາ

​ ເປັນ​ຫຍັງ​ທ່ານ​ຍັງ​ບໍ່​ເຊື່ອ​ເພີ່ງ

ພຣະ​ເຢຊູ​ເຈົ້າ (ຊ້ຳ)


໓໘ ສິດ​ທັງ​ຫຼາຍຈົ່ງ​ເຝົ້າລະວັງ​ຢູ່ (95)

1 ສິດ​ທັງຫຼາຍ​ຈົ່ງ​ເຝົ້າລະວັງ​ຢູ່

​ ເໝືອນ​ຢ່າງ​ສາວ​ສິບ​ຄົນ​ຄອຍ​ເຝົ້າດູ

ຕື່ມນ້ຳມັນ​ໂຄມ​ໄຟໃຫ້​ລຸກ​ຢູ່

ຈົ່ງ​ພ້ອມ​ກັນ​ຄອຍ​ຖ້າ​ພຣະ​ເຢຊູ


ຂໍ້​ຊ້ຳ: ພຣະ​ເຢຊູຜູ້​ສະ​ເດັດ​ມາ

ຈາກ​ສະຫວັນ​ພຣະອົງ​ສະ​ເດັດ​ມາ

ຊົງ​ຄຸ້ມຄອງ​ຢູ່​ເໜືອ​ນຜູ້​ມີ​ໄຊ

ພຣະ​ເຢຊູ ຜູ້​ສະ​ເດັດ​ມາ


2 ພຣະ​ເຢຊູ​ຊົງ​ໃຫ້​ຄຳ​ສັນຍາ

​ ໂຜດ​ຍົກ​ບາບ​ດ້ວຍ​ໃຈ​ຮັກ​ສັດທາ

​ ໂຜດ​ປະທານ​ຄວາມ​ບໍຣິສຸດ​ມາ

​ແກ່​ໄພ່​ພົນພຣະອົງ​ທົ່ວ​ໂລກາ (ຊ້ຳ)


3 ຄົນ​ທຸກ​ຊາດ​ກຳລັງ​ຈິບຫາຍ​ໄປ​

​ເພາະ​ບໍ່​ຍອມ​ຕ້ອນ​ຮັບ​ພຣະຜູ້​ໄຖ່

ຄວາມທຸກ​ໂສກ​ຄວາມ​ຕາຍກໍໝົດ​ໄປ

ສິດ​ທັງຫຼາຍ​ໂຫ່​ຮ້ອງ​ສະ​ລອງ​ໄຊ (ຊ້ຳ)


​໔ ໃຫ້​ຄົນ​ບາບ​ທັງຫຼາຍ​ຮີບ​ກັບ​ມາ

ພຣະອົງ​ເຈົ້າຊົງ​ເຊີນ​ທຸກ​ເວລາ

ຮີບ​ມາ​ກ່ອນ​ໂອກາດ​ໄດ້​ໝົດ​ສາ

ມາ​ໄວ​ເທີນ​ຢ້ານ​ວ່າ​ໝົດ​ເວລາ (ຊ້ຳ)


໓໙ ຍັງ​ເຫິງ​ປານ​​ໃດ (97)

1 ອາດ​ເປັນ​ເວລາ​ເ​ຊົ້າພຣະຄຣິດ​ເຈົ້າຈະ​ສະ​ເດັດ​ມາ​

ແສງ​ອາທິດ​ຕັ້ງຕົ້ນ

ສ່ອງ​ສະ​ຫວ່າງ​ຂຶ້ນ​ຈາກ​ຂອບ​ຟ້າ​

ພຣະ​ເຢຊູ​ຈະ​ມາດ້ວຍ​

ສະງ່າຣາສີ​ສົມ​ບູນ

ສະ​ເດັດ​ມາ​ຮັບ​ເຮົາ​ໃຫ້​ຂຶ້ນ​ໄປ


ຂໍ້​ຊ້ຳ: ຍັງ​ເຫິງ​ປານ​ໃດ​ພຣະອົງຈະ​ມາ

​ເຮົາຈະ​ຮ້ອງ​ເພງ​ກ່າວ​ວ່າ​ອາ​ເລລູຢາ

ທ່ານ​ສະ​ເດັດ​ມາ ອາ​ເລ​ລູຢາ​

ອາ​ແມນ ອາ​ເລ​ລູຢາ ​ອາ​ແມນ


2 ອາດ​ເປັນ​ເວລາ​ທ່ຽງ​ຫຼື​ວ່າ​ເປັນ​ເວລາ​ຫົວ​ຄ່ຳ

​ແມ່ນ​ເດິກ​ດື່ນທ່ຽງຄືນ

​ກໍ​ສະຫວ່າງ​​ເໝືອນ​ຢ່າງ​ກາງ​ເວັນ

​ແສງ​ພຣະຣັດສະໝີຈາກ​ພຣະອົງ​

ເຮັດ​ໃຫ້​ເຫຼື້ອມ​ຕາ​

ເມື່ອນັ້ນຊົງ​ຮັບ​ເຮົາ​ໃຫ້​ຂຶ້ນ​ໄປ (ຊ້ຳ)


3 ບັນດາ​ຊາວ​ສະຫວັນ​ສັນຣະ​ເສີນ​

ຮ້ອງ​ໂຮ​ຊັນນະ​ກ້ອງ​ຟ້າ​ສະ​ລອງ​ໄຊ

​ບັນດາ​ໄພ່​ພົນ​ຄົງ​ຍິນ​ດີ​ຢ່າງ​ປຽບບໍ່​ໄດ້

​ເມື່ອ​​ເຫັນ​ພຣະພັກ​

ຜູ້​ຊົງ​ເມດ​ຕາ

ຊົງ​ຮັບ​ເຮົາ​ຂຶ້ນ​ໄປ​ເມືອ​ງຟ້າ (ຊ້ຳ)