ສະຖານສັກສິດເທິງສະຫວັນຈົນເຖິງວັນຊະບາໂຕທີ່ແທ້ຈິງ
ສະຖານສັກສິດເທິງສະຫວັນ
ເພື່ອຊ່ວຍໃຫ້ພວກເຮົາເຂົ້າໃຈຫຼາຍຂຶ້ນກ່ຽວກັບສະຖານສັກສິດເທິງສະຫວັນ ພຣະເຈົ້າໄດ້ສັ່ງໃຫ້ໂມເຊສ້າງຫໍເຕັນສັກສິດຂຶ້ນຕາມຮູບແບບຂອງສະຖານສັກສິດເທິງສະຫວັນ. ພຣະເຈົ້າໄດ້ກ່າວຕໍ່ໂມເຊວ່າ: "ຈົ່ງເອົາໃຈໃສ່ເຮັດສິ່ງເຫຼົ່ານີ້ ຕາມແບບແຜນທີ່ເຮົາໄດ້ສຳແດງຕໍ່ເຈົ້າທີ່ເທິງພູນັ້ນ" (ອົບພະຍົບ 25:40). ແລະພຣະເຈົ້າໄດ້ສັ່ງໃຫ້ຊາວອິດສະຣາເອນປະກອບພິທີບາງຢ່າງເພື່ອເປັນປະເພນີທີ່ສະທ້ອນເຖິງວຽກງານແຫ່ງການຊ່ວຍໃຫ້ລອດພົ້ນ ທີ່ຈະດຳເນີນຕໍ່ຢູ່ໃນສະຖານສັກສິດເທິງສະຫວັນ. ເມື່ອພຣະເຢຊູເສຍຊີວິດແລ້ວ ພຣະເຈົ້າໄດ້ສົ່ງທູດສະຫວັນມາຈີກຜ້າກັ້ງໃນພຣະວິຫານຕັ້ງແຕ່ເທິງຮອດລຸ່ມ ເພື່ອສະແດງໃຫ້ເຫັນວ່າ ຄວາມຈຳເປັນໃນການປະຕິບັດໜ້າທີ່ຮັບໃຊ້ຢູ່ສະຖານສັກສິດເທິງແຜ່ນດິນໂລກນີ້ໄດ້ສິ້ນສຸດລົງແລ້ວ. ຈາກນັ້ນບໍ່ດົນ ປະຊາຊົນກໍໄດ້ຫັນຄວາມສົນໃຈໄປຫາສະຖານສັກສິດເທິງສະຫວັນ ແລະເມື່ອພຣະເຢຊູສະເດັດເຂົ້າສູ່ສະຫວັນ ພຣະອົງໄດ້ເຂົ້າໄປເຮັດວຽກຢູ່ໃນສະຖານສັກສິດເທິງສະຫວັນ. {GC 417.1}
ສາມສະຖານທີ່ໃນຫໍເຕັນສັກສິດ(ສະຖານສັກສິດ) ເປັນຕົວແທນຂອງສາມຊ່ວງໄລຍະເວລາ. ສະຖານທີ່ເດີ່ນດ້ານນອກສະແດງໃຫ້ເຫັນເຖິງຊ່ວງໄລຍະເວລາຈາກຄວາມບາບທຳອິດຂອງອາດາມແລະເອວາ ຈົນເຖິງພຣະເຢຊູເສຍຊີວິດ. ດ້ວຍຄວາມເຊື່ອ, ໂດຍການຖວາຍລູກແກະເທິງແທ່ນເຜົາເຄື່ອງບູຊາ ຄົນໃນສະໄໝນັ້ນໄດ້ເບິ່ງໄປຂ້າງໜ້າເຖິງການເສຍຊີວິດຂອງພຣະເຢຊູເທິງໄມ້ກາງແຂນ. ໂຢຮັນໄດ້ຢືນຢັນເລື່ອງນີ້ວ່າ: "ຈົ່ງເບິ່ງລູກແກະຂອງພຣະເຈົ້າ ຜູ້ຊົງຮັບບາບຂອງໂລກໄປ." (ໂຢຮັນ 1:29 THSV11). ດ້ວຍເຄື່ອງປະກອບໃນສະຖານທີ່ເດີ່ນດ້ານນອກ ມັນໄດ້ສະແດງໃຫ້ພວກເຮົາເຫັນວ່າ ໂດຍການສຳນຶກຜິດໃນຄວາມບາບຂອງພວກເຮົາ ພຣະເຢຊູຈ່າຍຄ່າໂທດສຳລັບຄວາມບາບຂອງພວກເຮົາ ແລະພຣະອົງຊົງຊຳລະລ້າງພວກເຮົາອອກຈາກຄວາມບາບ.
ສະຖານທີ່ຫ້ອງບໍຣິສຸດເປັນຕົວແທນຊ່ວງໄລຍະເວລາທີ່ພຣະເຢຊູສະເດັດຂຶ້ນເທິງສະຫວັນ (ລູກາ 24:50, 51) ຈົນເຖິງຊ່ວງເວລາ 2300 ປີ ຂອງຜູ້ປະກາດພຣະທຳດານີເອນ (ດານີເອນ 8:14) ໄດ້ສິ້ນສຸດລົງໃນປີ 1844. ເປົາໂລໄດ້ຢືນຢັນເລື່ອງນີ້ໂດຍກ່າວວ່າ: "ຄືມະຫາປະໂລຫິດຜູ້ປະທັບຢູ່ເບື້ອງຂວາພຣະທີ່ນັ່ງຂອງຜູ້ຊົງຣິດເດຊານຸພາບໃນມະຫາສະຫວັນ. ພຣະອົງບົວລະບັດຮັບໃຊ້ເປັນມະຫາປະໂລຫິດຢູ່ໃນສະຖານທີ່ສັກສິດທີ່ສຸດ ຄືຢູ່ໃນສຳນັກຜ້າເຕັນອັນແທ້ຈິງ ເຊິ່ງບໍ່ແມ່ນມະນຸດເປັນຜູ້ຕັ້ງຂຶ້ນ ແຕ່ແມ່ນອົງພຣະຜູ້ເປັນເຈົ້າໄດ້ຊົງຕັ້ງໄວ້." (ເຮັບເຣີ 8:1,2). ພຣະເຢຊູມະຫາປະໂລຫິດຂອງພວກເຮົາຊົງຢືນຢູ່ທີ່ແທ່ນເຜົາເຄື່ອງຫອມ ໄກ່ເກ່ຍແທນພວກເຮົາຂະນະທີ່ພວກເຮົາເຂົ້າມາຫາພຣະອົງໂດຍການອະທິຖານ ເພື່ອສາລະພາບຄວາມບາບຂອງພວກເຮົາ ແລະເລືອກທີ່ຈະຕິດຕາມພຣະອົງ. ເຄື່ອງປະກອບຂອງສະຖານທີ່ຫ້ອງບໍຣິສຸດສະແດງໃຫ້ພວກເຮົາເຫັນວ່າ ຜ່ານທາງພຣະຄຳຂອງພຣະເຈົ້າ, ຜ່ານການອະທິຖານ ແລະຜ່ານທາງພຣະວິນຍານບໍຣິສຸດ ພວກເຮົາຈະເຕີບໃຫຍ່ຂຶ້ນທາງດ້ານຈິດວິນຍານ.
ສະຖານທີ່ຫ້ອງບໍຣິສຸດທີ່ສຸດເປັນຕົວແທນໃນຊ່ວງໄລຍະເວລາຕັ້ງແຕ່ປີ 1844 ຜ່ານຊ່ວງເວລາຂອງພວກເຮົາໄປ ຈົນເຖິງຊ່ວງເວລາປິດປະຕູພຣະກະລຸນາ ເຊິ່ງຈະເກີດຂຶ້ນໃນໄວໆນີ້ກ່ອນການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. ຄຳພະຍາກອນຂອງດານີເອນ 8:14 “ອີກ 2300ວັນ ແລ້ວສະຖານບໍຣິສຸດນັ້ນຈະໄດ້ຮັບການຊຳລະ.” ໄດ້ຊີ້ໄປທີ່ພຣະເຢຊູສະເດັດເຂົ້າສູ່ຫ້ອງບໍຣິສຸດທີ່ສຸດໃນສະຖານສັກສິດເທິງສະຫວັນ. ມັນເປັນໄປຕາມການສິ້ນສຸດຂອງຊ່ວງໄລຍະເວລາ 2300 ວັນ ໃນປີ 1844. ເຄື່ອງປະກອບ ແລະການຮັບໃຊ້ຢູ່ໃນຫ້ອງບໍຣິສຸດທີ່ສຸດໄດ້ສະແດງໃຫ້ພວກເຮົາເຫັນວ່າ ຊ່ວງເວລານີ້ຊີວິດຂອງຜູ້ທີ່ຍອມຮັບວ່າຕົນເອງເປັນປະຊາຊົນຂອງພຣະເຈົ້າ ເລີ່ມຕົ້ນຈາກບັນດາຄົນທີ່ເສຍຊີວິດໄປແລ້ວ ແລະດຳເນີນມາເຖິງບັນດາຄົນທີ່ຍັງມີຊີວິດຢູ່ຈະໄດ້ຮັບການພິພາກສາຄະດີຢ່າງຖີ່ຖ້ວນ ແລະຄະດີຂອງພວກເຂົາຈະຖືກຕັດສິນວ່າ ພວກເຂົາຈະໄດ້ຮັບການຊ່ວຍຊີວິດ ຫຼື ສູນເສຍຊີວິດນິຣັນ. ມັນຊ່ວຍພວກເຮົາໃຫ້ເຂົ້າໃຈວ່າ ພວກເຮົາຕ້ອງໝັ່ນພຽນໃນການຕຽມຕົວຂອງພວກເຮົາໃຫ້ພ້ອມສຳລັບການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. {GC 417.1}
"ເພາະສະນັ້ນ ເມື່ອເຮົາມີມະຫາປະໂລຫິດຍິ່ງໃຫຍ່ ຜູ້ສະເດັດຜ່ານຟ້າສະຫວັນແລ້ວ ຄືພຣະເຢຊູພຣະບຸດຂອງພຣະເຈົ້າ. ຂໍໃຫ້ເຮົາຢຶດໝັ້ນໃນຫຼັກຄວາມເຊື່ອທີ່ປະກາດຮັບໄວ້ ເພາະວ່າເຮົາບໍ່ໄດ້ມີມະຫາປະໂລຫິດທີ່ບໍ່ສາມາດຈະເຫັນໃຈໃນຄວາມອ່ອນແອຂອງເຮົາ ແຕ່ຊົງເຄີຍຖືກທົດລອງໃຈເໝືອນເຮົາທຸກຢ່າງ ເຖິງປານນັ້ນ ພຣະອົງກໍຍັງບໍ່ມີບາບ. ສະນັ້ນ ຂໍໃຫ້ເຮົາເຂົ້າມາເຖິງພຣະທີ່ນັ່ງແຫ່ງພຣະຄຸນດ້ວຍຄວາມກ້າ ເພື່ອເຮົາຈະໄດ້ຮັບພຣະເມດຕາ ແລະຈະພົບພຣະຄຸນທີ່ຊ່ວຍເຮົາໃນຍາມຕ້ອງການ." (ເຮັບເຣີ 4:14-16 THSV11).
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 25:40; ເຮັບເຣີ 8:1,2; 4:14-16.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) {ວັກ 417.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ວັນແຫ່ງການລຶບລ້າງບາບໃນຫໍເຕັນສັກສິດຂອງໂມເຊ
ຕະຫຼອດທັງປີ ເມື່ອຊາວອິດສະຣາເອນສຳນຶກຜິດໃນຄວາມບາບຂອງພວກເຂົາ, ພວກເຂົາຈະນຳເອົາສັດໄປທີ່ສະຖານສັກສິດ, ວາງມືຂອງພວກເຂົາລົງເທິງຫົວຂອງມັນ ແລະກົ້ມລົງຂະນະທີ່ພວກເຂົາກຳລັງສາລະພາບຄວາມບາບຂອງພວກເຂົາ. ຈາກນັ້ນ ພວກເຂົາກໍຂ້າແກະ ແລ້ວປະໂລຫິດຖວາຍແກະເປັນເຄື່ອງບູຊາຢູ່ເທິງແທ່ນເຜົາເຄື່ອງບູຊາ. ຈາກນັ້ນ ປະໂລຫິດເອົາເລືອດບາງສ່ວນຂອງສັດ ຈຸ່ມນິ້ວມືລົງໃນເລືອດ ແລະທາມັນໃສ່ຍອດເຂົາຂອງແທ່ນເຜົາເຄື່ອງບູຊາ ເຊິ່ງຢູ່ສະຖານທີ່ເດີ່ນດ້ານນອກ. ແລ້ວເພິ່ນຈະເອົາເລືອດບາງສ່ວນຊິດໃສ່ເທິງຍອດເຂົາຂອງແທ່ນເຜົາເຄື່ອງຫອມ ເຊິ່ງຢູ່ໃນຫ້ອງບໍຣິສຸດ. ນີ້ໝາຍຄວາມວ່າ ຄວາມບາບຂອງມະນຸດຖືກນຳເຂົ້າໄປໃນຫ້ອງບໍຣິສຸດຂອງສະຖານສັກສິດ. ປະໂລຫິດຈະອະທິຖານຢູ່ທີ່ແທ່ນເຜົາເຄື່ອງຫອມ ແລະຄົນບາບກໍຈະໄດ້ຮັບການອະໄພ. ດ້ວຍວິທີນີ້ ຄວາມບາບຂອງຊາວອິດສະຣາເອນຕະຫຼອດທັງປີນັ້ນ ຖືກເກັບຮວບຮວມໄວ້ໃນສະຖານສັກສິດ. (ລະບຽບພວກເລວີ 4:34, 35).
ຄວາມບາບເຫຼົ່ານັ້ນທີ່ຖືກນຳເຂົ້າໄປໃນສະຖານສັກສິດຕະຫຼອດທັງປີ ໂດຍເລືອດທີ່ຢູ່ເທິງຍອດເຂົາຂອງແທ່ນເຜົາເຄື່ອງບູຊາ ແລະແທ່ນເຜົາເຄື່ອງຫອມຈະຖືກລົບອອກປີລະເທື່ອ. ພິທີກຳພິເສດນີ້ເອີ້ນວ່າ "ການຊຳລະສະຖານສັກສິດ" ຫຼືເອີ້ນວ່າ "ວັນແຫ່ງການລຶບລ້າງບາບ."
ໃນວັນແຫ່ງການລຶບລ້າງບາບ ຈະນຳແບ້ສອງໂຕໄປທີ່ສະຖານສັກສິດ. ໂຕໜຶ່ງຖືກເລືອກໃຫ້ເປັນແບ້ຂອງພຣະເຈົ້າ ເຊິ່ງເປັນຕົວແທນພຣະບຸດຂອງພຣະເຈົ້າ. ສ່ວນແບ້ອີກໂຕໜຶ່ງເອີ້ນວ່າ ແບ້ຮັບບາບ ແລະ ເປັນຕົວແທນຂອງຊາຕານ. ແບ້ຂອງພຣະເຈົ້າຈະຖືກຂ້າ ແລະຖວາຍເທິງແທ່ນເຜົາເຄື່ອງບູຊາເປັນເຄື່ອງບູຊາຖວາຍໄຖ່ບາບສຳລັບປະຊາຊົນ. ຈາກນັ້ນ ມະຫາປະໂລຫິດຈະນຳເອົາເລືອດເຂົ້າໄປທີ່ຫໍເຕັນສັກສິດ ແລະ ແທນທີ່ເພິ່ນຈະນຳເລືອດມາທາໃສ່ເຂົາຂອງແທ່ນເຜົາເຄື່ອງຫອມ ຕາມທີ່ເຄີຍປະຕິບັດເປັນປະຈຳ ແຕ່ເພິ່ນໄດ້ນຳເອົາເລືອດນັ້ນເຂົ້າໄປຍັງຫ້ອງບໍຣິສຸດທີ່ສຸດ ແລະຊິດເລືອດເທິງພຣະທີ່ນັ່ງກະລຸນາ ເຊິ່ງຢູ່ເທິງຫີບພັນທະສັນຍາ. ແລ້ວມະຫາປະໂລຫິດຈະນຳເອົາຄວາມບາບ ເຊິ່ງຖືກເກັບຮວບຮວມໄວ້ຢູ່ໃນສະຖານສັກສິດຕະຫຼອດທັງປີນັ້ນ ແລະນຳມາວາງໄວ້ເທິງແບ້ຮັບບາບ(ຊາຕານ). ຈາກນັ້ນ ແບ້ຮັບບາບຈະຖືກນຳອອກໄປຍັງຖິ່ນແຫ້ງແລ້ງກັນດານເພື່ອປ່ອຍໃຫ້ຕາຍ. (ລະບຽບພວກເລວີ 16:15)
ດັ່ງນັ້ນ ການລຶບລ້າງບາບອອກຈາກສະຖານສັກສິດເທິງແຜ່ນດິນໂລກ ເປັນການສະແດງໃຫ້ເຫັນເຖິງການລຶບລ້າງບາບຂອງທຸກຄົນທີ່ສຳນຶກຜິດໃນຄວາມບາບຢ່າງແທ້ຈິງອອກຈາກສະຖານສັກສິດເທິງສະຫວັນ. ເຊິ່ງເອີ້ນວ່າ "ການຊຳລະສະຖານສັກສິດ" ຕາມທີ່ໄດ້ກ່າວໄວ້ໃນພຣະທຳດານີເອນ 8:14. ການວາງຄວາມບາບທີ່ໄດ້ຮັບການອະໄພເຫຼົ່ານັ້ນໄວ້ຢູ່ເທິງແບ້ຮັບບາບ ສະແດງໃຫ້ເຫັນວ່າຊາຕານໄດ້ຮັບເອົາໂທດສຳລັບຄວາມບາບຂອງປະຊາຊົນຂອງພຣະເຈົ້າ. ມັນ ແລະບັນດາຜູ້ທີ່ບໍ່ໄດ້ສຳນຶກຜິດໃນຄວາມບາບຢ່າງແທ້ຈິງ ແລະບໍ່ໄດ້ຍອມຮັບເອົາການຕາຍຂອງພຣະເຢຊູເພື່ອພວກເຂົານັ້ນ ໃນທີ່ສຸດພວກເຂົາຈະຖືກທຳລາຍ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) {ວັກ 418.1, 2; 419.1-3; 420.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ກວດການດຳເນີນຊີວິດໄພ່ພົນຂອງພຣະເຈົ້າ
"ພຣະເຈົ້າຈະຕັດສິນທຸກສິ່ງທີ່ພວກເຮົາເຮັດບໍ່ວ່າ ຈະດີ ຫຼື ຊົ່ວ ແມ່ນແຕ່ສິ່ງທີ່ພວກເຮົາໄດ້ເຮັດໃນທີ່ລັບລີ້ດ້ວຍ." (ປັນຍາຈານ 12:14).
ການພິພາກສາຄະດີໃນພຣະຄຳພີ "... ມີບັນລັງຫຼາຍອັນໄດ້ຖືກນຳມາຕັ້ງໄວ້. ເພິ່ນຜູ້ມີຊີວິດຢູ່ຕະຫຼອດໄປ ໄດ້ນັ່ງຢູ່ເທິງບັນລັງອັນໜຶ່ງໃນຈຳນວນບັນລັງເຫຼົ່ານັ້ນ. ເຄື່ອງນຸ່ງຂອງເພິ່ນຂາວເໝືອນຫິມະ, ຜົມຂອງເພິ່ນເໝືອນຂົນແກະບໍຣິສຸດຜຸດຜ່ອງ. ບັນລັງຂອງເພິ່ນທີ່ຢູ່ເທິງລໍ້ກໍເປັນໄຟລຸກໄໝ້ຢູ່ ແລະມີແປວໄຟຟົ້ງອອກຈາກທີ່ນັ້ນ. ມີຫຼາຍພັນຄົນບົວລະບັດຮັບໃຊ້ເພິ່ນຢູ່ທີ່ນັ້ນ ແລະມີຫຼາຍລ້ານຄົນຢືນຢູ່ຊ້ອງໜ້າເພິ່ນ. ສານເລີ່ມການພິພາກສາ ແລະໜັງສືຕ່າງໆກໍຖືກເປີດອອກ... ໃນເວລາກາງຄືນລະຫວ່າງເກີດນິມິດນີ້ ຂ້າພະເຈົ້າໄດ້ເຫັນຜູ້ໜຶ່ງມີຮູບຮ່າງເໝືອນມະນຸດ. ເພິ່ນຫຍັບເຂົ້າມາໃກ້ຂ້າພະເຈົ້າໂດຍມີເມກອ້ອມຮອບເພິ່ນໄວ້ ແລະເພິ່ນໄດ້ໄປຍັງຜູ້ມີຊີວິດຢູ່ຕະຫຼອດໄປ ແລະເຂົ້າເຝົ້າເພິ່ນ. ເພິ່ນໄດ້ຮັບສິດອຳນາດ, ກຽດຕິຍົດ ແລະອຳນາດແຫ່ງການເປັນໃຫຍ່ ຈົນວ່າທຸກຊົນຊາດ, ທຸກເຊື້ອຊາດ ແລະທຸກພາສາໄດ້ຮັບໃຊ້ເພິ່ນ. ສິດອຳນາດຂອງເພິ່ນຈະດຳລົງຢູ່ຕະຫຼອດໄປ ແລະອານາຈັກຂອງເພິ່ນກໍຈະບໍ່ສິ້ນສຸດເປັນຈັກເທື່ອ." (ດານີເອນ 7:9, 10, 13, 14).
ດຽວນີ້ ພຣະເຢຊູຢູ່ໃນຫ້ອງບໍຣິສຸດທີ່ສຸດໃນສະຖານສັກສິດເທິງສະຫວັນ. ພຣະອົງເຮັດວຽກໃນການໂອນຍ້າຍຄວາມບາບຂອງທຸກຄົນທີ່ສຳນຶກຜິດໃນຄວາມບາບຢ່າງແທ້ຈິງອອກຈາກສະຖານສັກສິດເທິງສະຫວັນ. ນີ້ໝາຍຄວາມວ່າ ພວກເຮົາຢູ່ໃນຊ່ວງເວລາສຸດທ້າຍຂອງການໄຖ່ໂທດ ແລະການພິພາກສາຄະດີ. ປັດຈຸບັນນີ້ ພຣະເຈົ້າກຳລັງພິພາກສາຄະດີຂອງປະຊາຊົນຜູ້ທີ່ອ້າງຕົວເອງວ່າເປັນຜູ້ຕິດຕາມພຣະເຈົ້າ (1 ເປໂຕ 4:17). ສ່ວນການພິພາກສາຄົນຊົ່ວຜູ້ທີ່ບໍ່ໄດ້ຕິດຕາມພຣະເຈົ້າແມ່ນຈະຖືກແຍກອອກ ແລະຈະເກີດຂຶ້ນໃນພາຍຫຼັງ. ແຕ່ໃນເວລານີ້ ພຣະອົງກຳລັງກວດສອບການບັນທຶກເລື່ອງລາວຂອງແຕ່ລະຄົນຜູ້ທີ່ອ້າງວ່າຕົນເອງເປັນຄຣິສຕຽນ ແລະຕັດສິນວ່າ ພວກເຂົາເໝາະສົມ ຫຼື ບໍ່ເໝາະສົມສຳລັບແຜ່ນດິນສະຫວັນ. ວຽກຂອງການພິພາກສານີ້ແມ່ນເອີ້ນວ່າ ການຊຳລະສະຖານສັກສິດ. “ອີກ 2300 ວັນ ແລ້ວສະຖານບໍຣິສຸດນັ້ນຈະໄດ້ຮັບການຊຳລະ.” (ດານີເອນ 8:14). ມັນເລີ່ມຕັ້ງແຕ່ປີ 1844 ແລະປັດຈຸບັນນີ້ ກໍຍັງຄົງດຳເນີນການຢູ່ ຈົນກວ່າເຖິງວັນແຫ່ງການປິດປະຕູແຫ່ງພຣະກະລຸນາ. {GC 480.1}
ດານີເອນໄດ້ບັນລະຍາຍພາບການຕັດສິນທີ່ເກີດຂຶ້ນໃນສະຫວັນ. ດານີເອນເຫັນເພິ່ນຜູ້ມີຊີວິດຢູ່ຕະຫຼອດໄປ ຄືພຣະບິດາເຈົ້ານັ່ງຢູ່ເທິງບັນລັງສຳລັບການພິພາກສາ. ມີທູດສະຫວັນຫຼາຍລ້ານອົງຢືນຢູ່ອ້ອມຮອບ ເພື່ອບົວລະບັດຮັບໃຊ້ພຣະອົງ. ສານເລີ່ມການພິພາກສາ ແລະໜັງສືຕ່າງໆກໍຖືກເປີດອອກ. ຈາກນັ້ນ ທູດສະຫວັນໄດ້ນຳພາບຸດມະນຸດ ຄືພຣະເຢຊູເຂົ້າຮ່ວມກັບພຣະບິດາຂອງພຣະອົງ. ແລ້ວພຣະບິດາໄດ້ມອບສິດທິອຳນາດ, ກຽດຕິຍົດ ແລະອານາຈັກໃຫ້ແກ່ພຣະເຢຊູ ເພື່ອຊາວໂລກທັງຫຼາຍຈະໄດ້ຮັບໃຊ້ພຣະອົງ ແລະອານາຈັກນີ້ຈະດຳລົງຢູ່ຕະຫຼອດໄປເປັນນິດ. (ດານີເອນ 7:9, 10, 13, 14).
ມີປື້ມບັນທຶກສາມເຫຼັ້ມຢູ່ໃນສະຫວັນທີ່ເປັນຕົວກຳນົດການຕັດສິນຂອງການພິພາກສາ. ປື້ມເຫຼັ້ມທຳອິດແມ່ນປື້ມແຫ່ງຊີວິດ ເຊິ່ງປະກອບດ້ວຍຊື່ຂອງຜູ້ທີ່ເຄີຍເຂົ້າຮ່ວມການຮັບໃຊ້ພຣະເຈົ້າ. "ແລະມີໜັງສືອີກເຫຼັ້ມໜຶ່ງກໍເປີດອອກເໝືອນກັນ ຄືໜັງສືທະບຽນແຫ່ງຊີວິດ. ແລະຄົນທັງຫຼາຍທີ່ຕາຍແລ້ວກໍຖືກຕັດສິນຕາມການກະທຳຂອງພວກເຂົາ ດັ່ງທີ່ມີບັນທຶກໄວ້ໃນໜັງສືເຫຼົ່ານັ້ນ." (ພຣະນິມິດ 20:12). (ອ້າງອີງ ລູກາ 10:20; ຟີລິບປອຍ 4:3; ພຣະນິມິດ 13:8) {GC 480.1; 480.2}
ປື້ມເຫຼັ້ມທີສອງແມ່ນ "ປື້ມແຫ່ງຄວາມຊົງຈຳ" ແມ່ນຂຽນຢູ່ຕໍ່ໜ້າພຣະພັກພຣະເຈົ້າ ເຊິ່ງເປັນປື້ມບັນທຶກການກະທຳຄວາມດີຂອງ "ຄົນທີ່ຢຳເກງພຣະເຈົ້າ ແລະເຄົາຣົບນັບຖືພຣະນາມຂອງພຣະອົງ." (ມາລາກີ 3:16). ຄຳເວົ້າແຫ່ງຄວາມເຊື່ອ ແລະການກະທຳດ້ວຍຄວາມຮັກຂອງພວກເຂົາຖືກບັນທຶກໄວ້ໃນສະຫວັນ. ໃນປື້ມເຫຼັ້ມນີ້ ການຕໍ່ຕ້ານທຸກການທົດລອງ, ການເອົາຊະນະທຸກຄວາມຊົ່ວ, ການກ່າວທຸກຄຳເວົ້າແຫ່ງຄວາມເມດຕາຈະຖືກບັນທຶກໃນປື້ມເຫຼັ້ມນີ້ໄວ້ຢ່າງສັດຊື່. ທຸກການກະທຳທີ່ເຮັດດ້ວຍຄວາມເສຍສະຫຼະ, ທຸກການອົດທົນຕໍ່ຄວາມເຈັບປວດ ແລະຄວາມໂສກເສົ້າເພື່ອເຫັນແກ່ພຣະເຢຊູຈະຖືກບັນທຶກໄວ້. (ເພງສັນລະເສີນ 56:8) {GC 481.1}
ປື້ມເຫຼັ້ມທີສາມແມ່ນການບັນທຶກຄວາມບາບຂອງມະນຸດ. "ພຣະເຈົ້າຈະຕັດສິນທຸກສິ່ງທີ່ພວກເຮົາເຮັດ ບໍ່ວ່າຈະດີ ຫຼື ຊົ່ວ ແມ່ນແຕ່ສິ່ງທີ່ພວກເຮົາໄດ້ເຮັດໃນທີ່ລັບລີ້ດ້ວຍ." (ປັນຍາຈານ12:14). ພຣະເຈົ້າ "ຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະ ພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ." (1 ໂກຣິນໂທ 4:5). ອີກດ້ານໜຶ່ງທີ່ກົງກັບຊື່ຂອງແຕ່ລະຄົນໃນປື້ມຂອງສະຫວັນເຫຼົ່ານີ້ ຈະມີທຸກໆຄຳເວົ້າທີ່ເວົ້າຜິດ, ທຸກການກະທຳທີ່ເຫັນແກ່ຕົວ, ທຸກໜ້າທີ່ທີ່ເຮັດດ້ວຍຄວາມບໍ່ສັດຊື່ ແລະຄວາມບາບທຸກໆຄວາມບາບທີ່ເຊື່ອງຊ້ອນ ແລະປິດບັງໄວ້. ສິ່ງເຫຼົ່ານີ້ຖືກບັນທຶກໄວ້ຢ່າງຊັດເຈນໜ້າເກງກົວ. ຄຳຕັກເຕືອນຕ່າງໆ ແລະບັນດາຄຳເຕືອນສອນຈາກສະຫວັນທີ່ຖືກເມີນເຊີຍ, ເວລາທີ່ສູນເສຍໄປຢ່າງໄຮ້ປະໂຫຍດ, ໂອກາດທີ່ບໍ່ໄດ້ພັດທະນາໃຫ້ດີຂຶ້ນ, ອິດທິພົນທີ່ມີຜົນຕໍ່ຜູ້ອື່ນທັງໃນທາງທີ່ດີ ຫຼື ຊົ່ວ ທູດສະຫວັນຈົດບັນທຶກເລື່ອງເຫຼົ່ານີ້ໄວ້ຕາມລຳດັບເວລາ. {GC 482.1}
ແລະພວກເຮົາຈະຖືກພິພາກສາດ້ວຍສິ່ງໃດ? ໃນຫ້ອງບໍຣິສຸດທີ່ສຸດເປັນພຣະບັນຍັດຂອງພຣະອົງ ເປັນພຣະບັນຍັດອັນຍິ່ງໃຫຍ່ຊອບທຳທີ່ໃຊ້ກວດສອບມະນຸດຊາດທັງປວງ. ໃນຫ້ອງບໍຣິສຸດທີ່ສຸດເປັນສະຖານທີ່ພິພາກສາ ທີ່ນັ້ນມີຫີບພັນທະສັນຍາ ໃນຫີບພັນທະສັນຍານັ້ນມີແຜ່ນຈາລຶກຂອງພຣະບັນຍັດທີ່ຖືກປົກຄຸ້ມໄປດ້ວຍພຣະທີ່ນັ່ງກະລຸນາ ພຣະເຢຊູຊົງທູນຂໍແທນຄົນບາບດ້ວຍເລືອດຂອງພຣະອົງເອງຢູ່ຕໍ່ໜ້າພຣະທີ່ນັ່ງກະລຸນາ. ດັ່ງນັ້ນ ຈຶ່ງສະແດງໃຫ້ເຫັນເຖິງການປະສານຄວາມຍຸຕິທຳ ແລະຄວາມເມດຕາໃນແຜນການຊ່ວຍມະນຸດໃຫ້ລອດ. ພຣະບັນຍັດຂອງພຣະເຈົ້າເປັນມາດຕະຖານຂອງການພິພາກສາ ເພື່ອກວດສອບອຸປະນິໄສ ແລະຊີວິດຂອງມະນຸດ. ພຣະຄຳພີໄດ້ເອີ້ນໃຫ້ພວກເຮົາ "ຈົ່ງຢຳເກງພຣະເຈົ້າ ແລະເຮັດຕາມຂໍ້ຄຳສັ່ງຂອງພຣະອົງ ເພາະພຣະອົງໄດ້ສ້າງມະນຸດຂຶ້ນມາກໍເພື່ອສິ່ງທັງໝົດນີ້. ພຣະເຈົ້າຈະຕັດສິນທຸກສິ່ງທີ່ພວກເຮົາເຮັດ ບໍ່ວ່າຈະດີ ຫຼື ຊົ່ວ ແມ່ນແຕ່ສິ່ງທີ່ພວກເຮົາໄດ້ເຮັດໃນທີ່ລັບລີ້ດ້ວຍ." (ປັນຍາຈານ 12:13,14). {GC 482.2; 415.2}
ອ້າງອີງຈາກປຶ້ມ "ພຣະຄຳພີ" ດານີເອນ 7:9-14.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) {ວັກ 480.1-482.2; 415.2} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ການຕຽມຕົວຂອງພວກເຮົາສຳລັບໄປສະຫວັນ
ຂະນະທີ່ປື້ມບັນທຶກຕ່າງໆຖືກເປີດອອກໃນວັນພິພາກສາ ຊີວິດຂອງມະນຸດທຸກຄົນທີ່ເຊື່ອໃນພຣະເຢຊູຈະໄດ້ຮັບການພິຈາລະນາຢູ່ຕໍ່ໜ້າພຣະເຈົ້າ ໂດຍເລີ່ມຈາກຄົນທຳອິດທີ່ຕາຍໄປແລ້ວ ແລະຈົບການພິພາກສາລົງດ້ວຍຄົນທີ່ຍັງມີຊີວິດຢູ່ ພຣະເຢຊູຜູ້ເປັນທະນາຍຄວາມຂອງພວກເຮົາຈະນຳສະເໜີຄະດີຂອງພວກເຮົາຢູ່ຕໍ່ໜ້າພຣະບິດາເຈົ້າ. ພຣະອົງຈະນຳສະເໜີເລືອດຂອງພຣະອົງ ເພື່ອໄຖ່ໂທດສຳລັບທຸກໆຄົນທີ່ສຳນຶກຜິດໃນຄວາມບາບ. ຊື່ຂອງມະນຸດທຸກຄົນຈະຖືກກ່າວເຖິງ ທຸກຄົນຈະຖືກພິຈາລະນາຢ່າງລະອຽດຖີ່ຖ້ວນ ແລະອາດຈະມີຊື່ທີ່ຖືກຍອມຮັບ ແລະມີຊື່ທີ່ຖືກປະຕິເສດ. {GC 483.1}
ຊື່ຂອງບັນດາຜູ້ທີ່ຕິດຕາມພຣະເຈົ້າຖືກປະຕິເສດໄດ້ແນວໃດ? ຜູ້ໃດກໍຕາມທີ່ຍັງມີຄວາມບາບເຫຼືອຢູ່ໃນປື້ມບັນທຶກ ເຊິ່ງເປັນຄວາມບາບທີ່ຍັງບໍ່ໄດ້ສຳນຶກຜິດ ແລະຍັງບໍ່ໄດ້ຮັບການອະໄພ ຊື່ຂອງພວກເຂົາເຫຼົ່ານັ້ນຈະຖືກລົບອອກໄປຈາກປື້ມແຫ່ງຊີວິດ ແລະການບັນທຶກການກະທຳຄວາມດີຂອງພວກເຂົາກໍຈະຖືກລົບອອກໄປຈາກປື້ມແຫ່ງຄວາມຊົງຈຳຂອງພຣະເຈົ້າດ້ວຍ. (ອົບພະຍົບ 32:33; ເອເຊກຽນ 18:24) {GC 483.1}
ທູດສະຫວັນຂອງພຣະເຈົ້າແນມເຫັນຄວາມບາບທຸກຢ່າງ ແລະບັນທຶກສິ່ງເຫຼົ່ານັ້ນໄວ້ໃນປື້ມບັນທຶກຢ່າງລະອຽດຖີ່ຖ້ວນເຊັ່ນ: ຄວາມບາບທີ່ໄດ້ເຮັດຢ່າງເຊື່ອງຊ້ອນ, ຄວາມບາບທີ່ປະຕິເສດການເຮັດ, ຄວາມບາບທີ່ໄດ້ປິດບັງຈາກພໍ່, ແມ່, ເມຍ, ລູກ ຫຼືໝູ່ເພື່ອນ; ຄວາມຜິດທີ່ອາດບໍ່ມີຜູ້ໃດຮູ້ ແລະບໍ່ມີຜູ້ໃດສົງໄສນອກຈາກຕົວເຂົາເອງ; ຄວາມບາບທັງໝົດເຫຼົ່ານີ້ໄດ້ຖືກເປີດເຜີຍອອກທຸກຢ່າງຕໍ່ໜ້າບັນດາທູດສະຫວັນ. ຄວາມມືດໃນຍາມກາງຄືນທີ່ມືດມິດທີ່ສຸດ ບໍ່ມີຄວາມບາບໃດຈະປິດບັງຈາກສາຍຕາຂອງພຣະເຈົ້າໄດ້ ພຣະເຈົ້າຊົງມີບັນທຶກທີ່ແນ່ນອນຂອງທຸກການກະທຳທີ່ບໍ່ເປັນທຳ ແລະທຸກການຊື້ຂາຍທີ່ບໍ່ຍຸຕິທຳ. ການປະພຶດທີ່ສະແດງອອກວ່າເຄັ່ງຄັດສາສະໜາ ບໍ່ສາມາດຫຼອກລວງພຣະອົງໄດ້. ມະນຸດອາດຖືກຜູ້ທີ່ມີໃຈຄົດໂກງຫຼອກ ແຕ່ພຣະເຈົ້າຊົງເຈາະຜ່ານທຸກສິ່ງທຸກຢ່າງທີ່ເຊື່ອງຊ້ອນໄວ້ ແລະອ່ານຄວາມໃນໃຈຂອງຊີວິດໄດ້. "ພຣະອົງບໍ່ຕ້ອງການໃຫ້ຜູ້ໃດບອກພຣະອົງເຖິງເລື່ອງມະນຸດ ເພາະພຣະອົງເອງຮູ້ດີວ່າ ມີຫຍັງແດ່ຢູ່ໃນໃຈຂອງມະນຸດ." (ໂຢຮັນ 2:25) {GC 486.2}
ປຶ້ມບັນທຶກຂອງສະຫວັນຈະເຮັດການບັນທຶກໄປຕະຫຼອດເວລາໃນແຕ່ລະມື້ ທັງຄຳເວົ້າຕ່າງໆທີ່ຄັ້ງໜຶ່ງເຄີຍເວົ້າອອກໄປ ແລະການກະທຳທີ່ຄັ້ງໜຶ່ງເຄີຍເຮັດຈະບໍ່ສາມາດເອີ້ນກັບຄືນມາໄດ້. ທູດສະຫວັນຈົດບັນທຶກທັງສິ່ງທີ່ດີ ແລະ ຊົ່ວ. ການກະທຳຕ່າງໆຂອງເຮົາ, ຄຳເວົ້າທັງຫຼາຍຂອງເຮົາ, ແມ່ນແຕ່ແຮງຈູງໃຈຕ່າງໆທີ່ເປັນຄວາມລັບທີ່ສຸດຂອງເຮົາ, ທັງໝົດນີ້ມີສ່ວນໃນການກຳນົດຊະຕາກຳຂອງເຮົາວ່າ ເຮົາຈະໄດ້ພົບຄວາມສຸກ ຫຼື ຄວາມທຸກ. ເຖິງແມ່ນວ່າ ເຮົາອາດລືມສິ່ງທີ່ເຮົາເຮັດໄປແລ້ວ ແຕ່ສິ່ງເຫຼົ່ານັ້ນຈະເປັນພະຍານ ເພື່ອນຳໄປສູ່ຄວາມບໍຣິສຸດ ຫຼືເພື່ອນຳໄປສູ່ການລົງໂທດ. {GC 486.3}
ໃຜແນ່ທີ່ຈະລອດ? ທຸກຄົນທີ່ສຳນຶກຜິດຢ່າງແທ້ຈິງຂອງຄວາມບາບທັງໝົດທີ່ໄດ້ຮູ້ຈັກ ແລະຍອມຮັບເລືອດຂອງພຣະເຢຊູເປັນເຄື່ອງບູຊາໄຖ່ຄວາມບາບຂອງພວກເຂົາດ້ວຍຄວາມເຊື່ອ ຈະໄດ້ຮັບການຊ່ວຍຊີວິດ. ທຸກຄົນທີ່ມີອຸປະນິໄສທີ່ສອດຄ່ອງກັບພຣະບັນຍັດຂອງພຣະເຈົ້າ ໂດຍຜ່ານທາງຄວາມຊອບທຳຂອງພຣະເຢຊູຈະໄດ້ຮັບການຊ່ວຍຊີວິດ. {GC 483.2}
ຈົ່ງຈື່ຈຳໄວ້ວ່າ ມີຄົນຈຳນວນໜ້ອຍເທົ່ານັ້ນ ແມ່ນ ມີພຽງຈຳນວນໜ້ອຍຄົນເທົ່ານັ້ນຂອງຈຳນວນປະຊາກອນທົ່ວໂລກຈະໄດ້ຮັບການຊ່ວຍຊີວິດໃຫ້ໄປສູ່ຊີວິດນິຣັນດອນ. ແຕ່ໃນທາງກົງກັນຂ້າມ ຜູ້ຄົນຈຳນວນຫຼວງຫຼາຍທີ່ບໍ່ໄດ້ປ່ຽນອຸປະນິໄສຂອງພວກເຂົາໃຫ້ສົມບູນໃນການເຊື່ອຟັງຄວາມຈິງ ພວກເຂົາຈະຖືກກຳນົດໃຫ້ຕາຍຄັ້ງທີສອງ. ເຫດສະນັ້ນ ຂໍໃຫ້ທຸກຄົນຕຽມຕົວໃຫ້ພ້ອມ ແລະຮ້ອນຮົນໃນການສາລະພາບຄວາມບາບຂອງຕົນເອງ ແລະປະຖິ້ມສິ່ງເຫຼົ່ານັ້ນ ເພື່ອວ່າຄວາມຜິດພາດ ແລະຄວາມບາບຂອງເຮົາຈະບໍ່ປາກົດຢູ່ຕໍ່ໜ້າການພິພາກສາ ແລະຖືກລົບອອກໄປ. "ດັ່ງນັ້ນ ຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ໂດຍຫັນຄືນມາຫາພຣະເຈົ້າ ເພື່ອພຣະອົງຈະອະໄພບາບກຳໃຫ້ພວກທ່ານ..." (ກິດຈະການ 3:19).
ທ່ານພະຍາຍາມອອກຈາກຄວາມບາບບໍ?
ສ່ວນຫຼາຍພວກເຮົາມັກມີບັນຫາໃນການເຊົາເຮັດບາບ ແຕ່ພວກເຮົາກໍບໍ່ຕ້ອງຮູ້ສຶກທໍ້ຖອຍໃຈ ຈົ່ງຈື່ພຣະສັນຍາທີ່ພຣະເຈົ້າໄດ້ປະທານໃຫ້ແກ່ພວກເຮົາຢູ່ໃນພຣະທຳ 1 ໂຢຮັນ 2:1,2 "ລູກນ້ອຍທັງຫຼາຍຂອງເຮົາເອີຍ ເຮົາຂຽນຂໍ້ຄວາມເຫຼົ່ານີ້ມາເຖິງພວກເຈົ້າ ເພື່ອພວກເຈົ້າຈະບໍ່ໄດ້ເຮັດຜິດ ແຕ່ຖ້າຄົນໃດເຮັດຜິດ ພວກເຮົາກໍມີທະນາຍຄວາມ ຄືພຣະເຢຊູຜູ້ຊົງທ່ຽງທຳທີ່ສະຖິດຢູ່ກັບພຣະບິດາເຈົ້າ. ແມ່ນດ້ວຍພຣະອົງນີ້ແຫລະ ທີ່ພຣະເຈົ້າຊົງຍົກການບາບຂອງພວກເຮົາເສຍ ແລະບໍ່ແມ່ນແຕ່ການບາບຂອງພວກເຮົາຜູ້ດຽວ ແຕ່ທັງການບາບຂອງມະນຸດທັງປວງໃນໂລກເໝືອນກັນ." ແລະ 1 ໂຢຮັນ 1:9 "ຖ້າເຮົາທັງຫຼາຍສາລະພາບຜິດບາບທັງຫຼາຍຂອງພວກເຮົາ ພຣະອົງຊົງສັດຊື່ ແລະທ່ຽງທຳ ຈະຊົງໂຜດຍົກບາບຂອງພວກເຮົາ ແລະຈະຊົງໂຜດຊຳລະລ້າງເຮົາທັງຫຼາຍຈາກການອະທຳໝົດສິ້ນ." ພວກເຮົາຈົ່ງໃຊ້ເວລາອ່ານພຣະຄຳພີ, ອະທິຖານ ແລະນະມັດສະການພຣະເຈົ້າໃຫ້ຫຼາຍຂຶ້ນ ເພາະໂດຍການເຮັດເຊັ່ນນີ້ ອຸປະນິໄສຂອງພວກເຮົາຈະເຕີບໃຫຍ່ຂຶ້ນເໝືອນກັບພຣະລັກສະນະຂອງພຣະເຈົ້າ.
ຄວາມດີຂອງຂ້າພະເຈົ້າທັງໝົດສາມາດຊ່ວຍຊີວິດຂອງຂ້າພະເຈົ້າໄດ້ບໍ?
"ແຕ່ຖ້າຄົນຊອບທຳຜູ້ໜຶ່ງເຊົາເຮັດການດີ ແລະເລີ່ມເຮັດແຕ່ການຊົ່ວ ຄືເຮັດແຕ່ສິ່ງອັນໜ້າກຽດຊັງທີ່ຄົນຊົ່ວເຮັດ ລາວຈະມີຊີວິດຢູ່ບໍ? ບໍ່ແມ່ນດອກ ການດີທີ່ລາວໄດ້ເຮັດມານັ້ນ ຈະບໍ່ມີຜູ້ໃດລະນຶກເຖິງເລີຍ. ລາວຈະຕາຍ ເພາະຄວາມບໍ່ສັດຊື່ ແລະການບາບທີ່ລາວໄດ້ເຮັດ." (ເອເຊກຽນ 18:24).
ພວກເຮົາຈະໄດ້ຮັບການຊ່ວຍເຫຼືອແນວໃດ?
ພຣະຄຳພີກ່າວວ່າ: "ດ້ວຍວ່າ ທຸກຄົນໄດ້ເຮັດຜິດບາບ ແລະຂາດຈາກພຣະລັດສະເໝີຂອງພຣະເຈົ້າ" (ໂຣມ 3:23). ດ້ວຍວ່າ ມະນຸດທຸກຄົນທີ່ຢູ່ໃນໂລກນີ້ເປັນຄົນບາບ ແລະກໍເຮັດບາບຢູ່ໃນຊີວິດ. ແຕ່ມະນຸດທຸກຄົນດຳລົງຊີວິດໂດຍປາສະຈາກຄວາມບາບໄດ້ ຫຼື ບໍ? ພວກເຮົາດຳລົງຊີວິດໂດຍປາສະຈາກຄວາມບາບໄດ້ ຖ້າຫາກວ່າພວກເຮົາໄດ້ຮັບການຊ່ວຍເຫຼືອ ເພາະພຣະຄຳພີໄດ້ກ່າວວ່າ: "ທຸກຄົນທີ່ເຮັດບາບ ກໍມີຄວາມຜິດໃນຖານທີ່ຝ່າຝືນກົດບັນຍັດ ເພາະການບາບແມ່ນການຝ່າຝືນກົດບັນຍັດ. ພວກເຈົ້າຮູ້ວ່າພຣະອົງໄດ້ມາປາກົດ ເພື່ອຍົກເອົາບາບກຳຂອງມະນຸດ ແລະໃນພຣະອົງນັ້ນບໍ່ມີບາບເລີຍ. ດັ່ງນັ້ນ ຜູ້ໃດທີ່ຕັ້ງໝັ້ນຢູ່ໃນພຣະອົງ ຜູ້ນັ້ນກໍບໍ່ເຮັດບາບອີກຕໍ່ໄປ ສ່ວນຜູ້ໃດທີ່ຍັງເຮັດບາບຕາມເຄີຍ ຜູ້ນັ້ນກໍຍັງບໍ່ເຫັນພຣະອົງ ແລະຍັງບໍ່ຮູ້ຈັກພຣະອົງ. ລູກນ້ອຍທັງຫຼາຍເອີຍ ຢ່າໃຫ້ຜູ້ໃດຊັກຈູງພວກເຈົ້າໃຫ້ຫຼົງ ຜູ້ທີ່ເຮັດຕາມຄວາມທ່ຽງທຳ ກໍເປັນຜູ້ທ່ຽງທຳ ເໝືອນພຣະອົງຜູ້ຊົງທ່ຽງທຳ. ຜູ້ທີ່ຍັງເຮັດບາບ ກໍມາຈາກມານຮ້າຍ ເພາະວ່າມານຮ້າຍໄດ້ເຮັດບາບຕັ້ງແຕ່ຕົ້ນເດີມມາ ພຣະບຸດຂອງພຣະເຈົ້າໄດ້ສະເດັດມາປາກົດ ກໍເພາະເຫດນີ້ແຫລະ ຄືເພື່ອຊົງທຳລາຍກິດຈະການຂອງມານຮ້ານເສຍ. ຜູ້ໃດເກີດຈາກພຣະເຈົ້າ ກໍບໍ່ເຮັດບາບອີກຕໍ່ໄປ ເພາະສະພາບຂອງພຣະອົງຊົງດຳລົງຢູ່ໃນຜູ້ນັ້ນ ແລະຜູ້ນັ້ນກໍບໍ່ອາດເຮັດບາບອີກຕໍ່ໄປ ເພາະຕົນໄດ້ບັງເກີດຈາກພຣະເຈົ້າແລ້ວ." 1 ໂຢຮັນ 3:4-9. ແຕ່ພວກເຮົາຈະປ່ຽນແປງ ແລະດຳລົງຊີວິດໂດຍປາສະຈາກຄວາມບາບໄດ້ແນວໃດ? ພວກເຮົາຕ້ອງຍອມຈຳນົນຕໍ່ພຣະປະສົງຂອງພຣະເຈົ້າຢ່າງເຕັມທີ່ເຖິງແມ່ນວ່າມັນຈະເຮັດຍາກທີ່ສຸດກໍຕາມ. ດ້ວຍວ່າມັນເຮັດຍາກນີ້ແຫລະ ຄົນສ່ວນຫຼາຍຈຶ່ງບໍ່ສາມາດຢຸດເຊົາເຮັດບາບໄດ້. ແຕ່ການໃຊ້ເວລາອະທິຖານ ແລະອ່ານພຣະຄຳພີຕະຫຼອດຈະຊ່ວຍພວກເຮົາໃຫ້ຍອມຈຳນົນຕໍ່ພຣະເຈົ້າຂຶ້ນເລື້ອຍໆ ເມື່ອພວກເຮົາຍອມຈຳນົນຕໍ່ພຣະປະສົງຂອງພຣະເຈົ້າແລ້ວ ພວກເຮົາຈະມີຄວາມປາຖະໜາ ແລະມີກຳລັງໃນການເຮັດສິ່ງທີ່ຖືກຕ້ອງ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) {ວັກ 483.1,2; 486.2,3}
ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ຫັນກັບມາຖືຮັກສາວັນຊະບາໂຕ
ຫຼັງຈາກປີ 1844 ພຣະເຈົ້າໄດ້ເປີດຄວາມເຂົ້າໃຈໃຫ້ແກ່ປະຊາຊົນຂອງພຣະອົງກ່ຽວກັບສະຖານສັກສິດ. ຂະນະທີ່ປະຊາຊົນຂອງພຣະເຈົ້າເລີ່ມເຂົ້າໃຈວຽກງານຂອງພຣະເຢຊູຜູ້ເປັນມະຫາປະໂລຫິດຂອງພວກເຂົາໄດ້ເຂົ້າໄປຍັງຫ້ອງບໍຣິສຸດທີ່ສຸດໃນສະຖານສັກສິດ ພວກເຂົາໄດ້ເຫັນພຣະອົງກຳລັງອ້ອນວອນດ້ວຍເລືອດຂອງພຣະອົງຢູ່ຕໍ່ໜ້າຫີບພັນທະສັນຍາ. ພວກເຂົາຍັງເຂົ້າໃຈອີກວ່າ ພາຍໃນຫີບພັນທະສັນຍາອັນສັກສິດມີພຣະບັນຍັດຂອງພຣະບິດາ ເຊິ່ງເປັນມາດຕະຖານອັນຍິ່ງໃຫຍ່ທີ່ພວກເຮົາຈະໄດ້ຮັບການຕັດສິນ. ພຣະບັນຍັດນີ້ແມ່ນອັນດຽວກັນກັບພຣະບັດຍັດທີ່ພຣະເຈົ້າໄດ້ກ່າວຢູ່ທ່າມກາງສຽງຟ້າຮ້ອງເທິງພູເຂົາຊີນາຍ ແລະໄດ້ຂຽນບັນທຶກໄວ້ລົງທີ່ແຜ່ນຫີນດ້ວຍມືຂອງພຣະອົງເອງ. ປະຊາຊົນຂອງພຣະເຈົ້າເຫັນວ່າ ບໍ່ມີພຣະບັນຍັດຂໍ້ໃດຂໍ້ໜຶ່ງຖືກຍົກເລີກ; ແມ່ນແຕ່ເມັດ ຫຼື ຂໍ້ປີກຍ່ອຍອັນເລັກນ້ອຍທີ່ສຸດຂອງພຣະບັນຍັດ. ໃນຂະນະທີ່ພຣະເຈົ້າໄດ້ມອບສຳເນົາແບບຕົ້ນສະບັບພຣະບັນຍັດຂອງພຣະອົງໃຫ້ແກ່ໂມເຊ ພຣະອົງກໍໄດ້ເກັບຮັກສາພຣະບັນຍັດຕົ້ນສະບັບອັນຍິ່ງໃຫຍ່ໄວ້ໃນສະຖານສັກສິດທີ່ຢູ່ສູງກວ່າ. ປະຊາຊົນຂອງພຣະເຈົ້າຍັງໄດ້ຄົ້ນພົບພຣະບັນຍັດຂໍ້ສີ່ຕາມທີ່ໄດ້ປະກາດໃນຄັ້ງທຳອິດວ່າ: "ຈົ່ງຖືວັນຊະບາໂຕ ແລະຢຶດຖືໄວ້ເປັນວັນສັກສິດ. ເຈົ້າມີຫົກວັນທີ່ຈະເຮັດວຽກຂອງເຈົ້າ ແຕ່ໃນວັນທີເຈັດ ໃຫ້ຖືເປັນວັນພັກຜ່ອນທີ່ອຸທິດແກ່ເຮົາ. ໃນວັນນີ້ເຈົ້າເອງພ້ອມດ້ວຍລູກຊາຍຍິງກັບຄົນຮັບໃຊ້ ແລະສັດລ້ຽງຂອງເຈົ້າ ຕະຫຼອດທັງຄົນຕ່າງດ້າວທີ່ອາໄສຢູ່ໃນບ້ານເມືອງຂອງເຈົ້າ ບໍ່ຕ້ອງເຮັດວຽກໃດໆທັງສິ້ນ. ໃນຫົກວັນ ອົງພຣະຜູ້ເປັນເຈົ້າໄດ້ນິຣະມິດສ້າງແຜ່ນດິນໂລກ, ທ້ອງຟ້າ, ທະເລທັງຫຼາຍ ແລະສັບພະທຸກສິ່ງຢູ່ໃນນັ້ນ, ແຕ່ໃນວັນທີເຈັດເຮົາໄດ້ພັກຜ່ອນ. ສະນັ້ນແຫລະ ອົງພຣະຜູ້ເປັນເຈົ້າຈຶ່ງອວຍພອນວັນຊະບາໂຕ ແລະຕັ້ງໄວ້ເປັນວັນສັກສິດ." (ອົບພະຍົບ 20:8-11) {GC 433-434}
ພຣະວິນຍານບໍຣິສຸດໄດ້ດົນໃຈຂອງພວກເຂົາໃຫ້ສຳນຶກວ່າ ພວກເຂົາໄດ້ລ່ວງລະເມີດພຣະບັນຍັດຂໍ້ສີ່ຢ່າງບໍ່ຮູ້ຕົວ. ພວກເຂົາສັງເກດເຫັນວ່າ ຈົນເຖິງດຽວນີ້ ພວກເຂົາຍັງຄົງນັບຖືມື້ທີໜຶ່ງໃນສັບປະດາ ແທນທີ່ມື້ທີເຈັດໃນສັບປະດາເຊິ່ງເປັນວັນສະບາໂຕ. ພວກເຂົາເລີ່ມສົງໄສວ່າ ເປັນຫຍັງພວກເຂົາຈຶ່ງເຮັດເຊັ່ນນີ້. ພວກເຂົາເລີ່ມກວດສອບຫາເຫດຜົນຕ່າງໆຂອງການຖືຮັກສາມື້ທີໜຶ່ງໃນສັບປະດາ ແທນທີ່ມື້ທີເຈັດເຊິ່ງພຣະເຈົ້າຊົງຕັ້ງໄວ້ໃຫ້ເປັນວັນບໍຣິສຸດ. ພວກເຂົາບໍ່ພົບຫຼັກຖານໃນພຣະຄຳພີທີ່ກ່າວວ່າ ພຣະບັນຍັດຂໍ້ສີ່ຖືກລຶບລ້າງ ຫຼື ວັນຊະບາໂຕຖືກປ່ຽນແປງ. ພວກເຂົາຕັ້ງໃຈສະແຫວງຫາເພື່ອຮຽນຮູ້ ແລະເຮັດຕາມພຣະປະສົງຂອງພຣະເຈົ້າດ້ວຍຄວາມຈິງໃຈ. ບັດນີ້ ເມື່ອພວກເຂົາແນມເຫັນວ່າ ຕົນເອງໄດ້ລ່ວງລະເມີດພຣະບັນຍັດຂອງພຣະເຈົ້າ ຈິດໃຈຂອງພວກເຂົາຈຶ່ງເຕັມໄປດ້ວຍຄວາມໂສກເສົ້າ. ຈາກນັ້ນບໍ່ດົນ ພວກເຂົາກໍເລີ່ມສະແດງຄວາມຈົ່ງຮັກພັກດີຕໍ່ພຣະເຈົ້າ ໂດຍການຖືຮັກສາມື້ທີເຈັດໃນສັບປະດາໃຫ້ບໍຣິສຸດ ເຊິ່ງເປັນວັນຊະບາໂຕຂອງພຣະເຈົ້າ. {GC 434.3}
ປະຊາຊົນຂອງພຣະເຈົ້າໃນຍຸກສຸດທ້າຍຈະຮັກສາພຣະບັນຍັດຂອງພຣະອົງ ຫຼື ບໍ?
"ນີ້ແຫລະຄືຄວາມອົດທົນທີ່ພວກໄພ່ພົນຈະຕ້ອງມີ ຄືພວກທີ່ຖືຮັກສາພຣະບັດຍັດຂອງພຣະເຈົ້າ ແລະ ຈົ່ງຮັກພັກດີຕໍ່ພຣະເຢຊູ." (ພຣະນິມິດ 14:12 THSV11).
ອ້າງອີງຈາກປຶ້ມ "ພຣະຄຳພີ" ອົບພະຍົບ 20:8-11; ພຣະນິມິດ 14:12.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) {ວັກ 433-434} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ວັນຊະບາໂຕບໍ່ສາມາດປ່ຽນແປງໄດ້
ອາຈານສອນສາສະໜາຫຼາຍຄົນຢືນຢັນວ່າ ໂດຍການເສຍຊີວິດຂອງພຣະເຢຊູ ພຣະອົງຊົງຍົກເລີກພຣະບັນຍັດແລ້ວ ແລະຕັ້ງແຕ່ນັ້ນເປັນຕົ້ນມາ ມະນຸດຈຶ່ງລອດພົ້ນຈາກຂໍ້ບັງຄັບຂອງພຣະບັນຍັດ. ຄຳທີ່ໃຊ້ອ້າງກັນວ່າ ການຕາຍຂອງພຣະເຢຊູລຶບລ້າງພຣະບັນຍັດຂອງພຣະບິດາ ນັ້ນເປັນເລື່ອງທີ່ບໍ່ມີຫຼັກຖານ. ຖ້າປ່ຽນແປງ ຫຼື ຍົກເລີກພຣະບັນຍັດໄດ້ ພຣະເຢຊູບໍ່ຈຳເປັນຕ້ອງສະເດັດມາເສຍຊີວິດເພື່ອຊ່ວຍມະນຸດຈາກໂທດແຫ່ງຄວາມບາບ. ການຕາຍຂອງພຣະອົງບໍ່ໄດ້ມີໄວ້ເພື່ອລຶບລ້າງພຣະບັນຍັດ ແຕ່ເພື່ອພິສູດວ່າ ພຣະບັນຍັດຂອງພຣະເຈົ້າປ່ຽນແປງບໍ່ໄດ້. ພຣະບຸດຂອງພຣະເຈົ້າສະເດັດມາເພື່ອ "ເຊີດຊູພຣະບັນຍັດ ແລະ ເຮັດໃຫ້ພຣະບັນຍັດນັ້ນມີກຽດ" ເອຊາຢາ 42:21. ພຣະອົງກ່າວວ່າ: "ຢ່າຄິດວ່າເຮົາມາເພື່ອລຶບລ້າງກົດບັນຍັດ ຫຼື ຖ້ອຍຄຳຂອງບັນດາຜູ້ທຳນວາຍ" "ຕາບໃດທີ່ຟ້າ ແລະ ດິນຍັງຕັ້ງຢູ່ ແມ່ນແຕ່ເມັດ ຫຼື ຂໍ້ປີກຍ່ອຍອັນເລັກນ້ອຍທີ່ສຸດຂອງກົດບັນຍັດ ຈະບໍ່ຖືກລຶບລ້າງໄປ" (ມັດທາຍ 5:17, 18). ແລະພຣະອົງກ່າວເຖິງພຣະອົງເອງວ່າ: "ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍປາຖະໜາຈະເຮັດຕາມຄວາມປະສົງຂອງພຣະອົງ ກົດບັນຍັດຂອງພຣະອົງຢູ່ໃນຈິດໃຈຂອງຂ້ານ້ອຍ." (ເພງສັນລະເສີນ 40:8 TNCV). {GC 466.3} {GC 466.1}
ພຣະເຢຊູບໍ່ໄດ້ສະເດັດມາເພື່ອລຶບລ້າງພຣະບັນຍັດຂອງພຣະບິດາຂອງພຣະອົງ. ພຣະບັນຍັດສິບປະການຊົງຕັ້ງໝັ້ນຄົງຢູ່ຕະຫຼອດໄປເປັນນິດ. ອາດາມ ແລະເອວາໄດ້ລ່ວງລະເມີດພຣະບັນຍັດຂອງພຣະເຈົ້າ ແລະລົ້ມລົງສູ່ຄວາມບາບ ແລະຄອບຄົວຂອງອາດາມຈຶ່ງຕ້ອງພິນາດໄປດ້ວຍ. ພຣະເຈົ້າບໍ່ສາມາດປ່ຽນແປງ ຫຼື ລຶບລ້າງພຣະບັນຍັດຂອງພຣະອົງເພື່ອຊ່ວຍມະນຸດທີ່ຫຼົງເສຍໄປ. ພຣະເຢຊູຊົງເຫັນເຖິງຄວາມເສື່ອມໂຊມຂອງມະນຸດ ແລະຊົງສົງສານໃນສະພາບຄວາມສິ້ນຫວັງຂອງພວກເຂົາ. ທົ່ວທັງສະຫວັນຮູ້ດີວ່າ ພຣະເຈົ້າບໍ່ສາມາດປ່ຽນແປງ ຫຼື ລຶບລ້າງພຣະບັນຍັດຂອງພຣະອົງເພື່ອຊ່ວຍມະນຸດ. ພຣະເຢຊູຊົງສົງສານມະນຸດຊາດທີ່ລົ້ມລົງສູ່ຄວາມບາບ ແລະພຣະອົງຊົງສະເໜີຮັບເອົາພຣະພິໂລດຂອງພຣະເຈົ້າທີ່ມະນຸດສົມຄວນໄດ້ຮັບນັ້ນ ໃຫ້ເກີດຂຶ້ນກັບພຣະອົງເອງ ແລະໃຫ້ຄວາມທຸກທໍລະມານເກີດຂຶ້ນກັບພຣະອົງແທນ. ພຣະເຢຊູສະເດັດມາເພື່ອເຮັດໃຫ້ພຣະບັນຍັດຂອງພຣະເຈົ້າຖືກຍົກເລີກ ແລະ ຖືກລຶບລ້າງໂດຍການຕາຍຂອງພຣະອົງຊັ້ນບໍ? ບໍ່! ບໍ່ແມ່ນເຊັ່ນນັ້ນດອກ. ຖ້າພຣະບັນຍັດຂອງພຣະເຈົ້າສາມາດປ່ຽນແປງໄດ້ ຖ້າມັນສາມາດລຶບລ້າງໄດ້ ພຣະເຈົ້າກໍຄົງບໍ່ປະທານພຣະບຸດຂອງພຣະອົງມາຕາຍຢ່າງໂຫດຮ້າຍ ຕາຍຢ່າງໜ້າອັບອາຍ. ແຕ່ຄວາມຈິງແລ້ວ ພຣະເຢຊູຊົງປະທານຊີວິດຂອງພຣະອົງໃຫ້ແກ່ມະນຸດ ເພື່ອສະແດງໃຫ້ເຫັນວ່າ ພຣະບັນຍັດຂອງພຣະເຈົ້າບໍ່ສາມາດປ່ຽນແປງໄດ້. ພຣະເຢຊູຊົງປະທານຊີວິດຂອງພຣະອົງ ເພື່ອຊ່ວຍມະນຸດທີ່ຫຼົງເສຍໄປນັ້ນ ໃຫ້ອອກຈາກຄຳສາບແຊ່ງ ຫຼື ອອກຈາກໂທດທີ່ພວກເຂົາສົມຄວນໄດ້ຮັບຍ້ອນການລ່ວງລະເມີດ. {2SG 274.2}
ຢູ່ໃນພຣະທຳພຣະນິມິດ ໄດ້ອະທິບາຍເຖິງປະຊາຊົນຜູ້ທີ່ໄດ້ເຂົ້າໄປໃນສະຫວັນວ່າ: "ຄົນທັງຫຼາຍທີ່ປະຕິບັດຕາມພຣະບັນຍັດຂອງພຣະອົງກໍເປັນສຸກ ເພື່ອວ່າເຂົາຈະໄດ້ມີສິດໃນຕົ້ນໄມ້ແຫ່ງຊີວິດ ແລະເພື່ອເຂົາຈະໄດ້ເຂົ້າໄປໃນເມືອງນັ້ນໂດຍທາງປະຕູ." (ພຣະນິມິດ 22:14 KJV). ພຣະບັນຍັດຂອງພຣະເຈົ້າຕັ້ງໝັ້ນຄົງຢູ່ສະເໝີ ແລະຈະຕັ້ງໝັ້ນຄົງຢູ່ຕະຫຼອດໄປ. ພຣະບັນຍັດຂອງພຣະເຈົ້າບໍ່ເຄີຍປ່ຽນແປງ. {GC 466.2}
ພຣະບັນຍັດຂອງພຣະເຈົ້າສາມາດປ່ຽນແປງໄດ້ ຫຼື ບໍ?
"ເຮົາບອກພວກເຈົ້າຕາມຄວາມຈິງວ່າ ຕາບໃດທີ່ຟ້າ ແລະ ດິນຍັງຕັ້ງຢູ່ ແມ່ນແຕ່ເມັດ ຫຼື ຂໍ້ປີກຍ່ອຍອັນເລັກນ້ອຍທີ່ສຸດຂອງກົດບັນຍັດຈະບໍ່ຖືກລຶບລ້າງໄປ ຈົນກວ່າທຸກສິ່ງຈະເກີດຂຶ້ນຄົບຖ້ວນ." (ມັດທາຍ 5:18)
"ຂ້າແດ່ພຣະຜູ້ເປັນເຈົ້າ ພຣະທຳຂອງພຣະອົງຊົງມີຢູ່ຕະຫຼອດໄປ ແລະຊົງໝັ້ນຄົງຢູ່ໃນສະຫວັນຊັ້ນຟ້າ." (ເພງສັນລະເສີນ 119:89)
"ຂໍ້ຄຳສັ່ງທຸກຂໍ້ກໍເປັນທີ່ໄວ້ວາງໃຈໄດ້ ເຊິ່ງດຳລົງຢູ່ໄດ້ຕະຫຼອດທຸກຍຸກທຸກສະໄໝ." (ເພງສັນລະເສີນ 111:7, 8)
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) {ວັກ 466.1-3}
ແລະ ປຶ້ມ "Spiritual Gifts Volume" {2SG 274.2}
ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ສັດຮ້າຍທີ່ຂຶ້ນມາຈາກທະເລ
ກ່ອນທີ່ພວກເຮົາຈະມາຮູ້ຈັກກັບສັດຮ້າຍທີ່ຂຶ້ນມາຈາກທະເລ ເຊິ່ງໄດ້ກ່າວໄວ້ຢູ່ໃນພຣະທຳພຣະນິມິດນັ້ນ ຂໍໃຫ້ພວກເຮົາມາຮຽນຮູ້ຈັກສັດຮ້າຍສີ່ໂຕຢູ່ໃນພຣະທຳດານີເອນສາກ່ອນ ເພາະສັດຮ້າຍທີ່ຂຶ້ນມາຈາກທະເລນີ້ ມັນມີລັກສະນະຄ້າຍຄືກັນກັບສັດຮ້າຍສີ່ໂຕທີ່ຢູ່ໃນພຣະທຳດານີເອນ ເຊິ່ງພວກເຮົາໄດ້ຫຼຸບວ່າ ສັດຮ້າຍທີ່ຂຶ້ນມາຈາກທະເລ ແລະສັດຮ້າຍສີ່ໂຕທີ່ຢູ່ໃນພຣະທຳດານີເອນນັ້ນແມ່ນເປັນສັດໂຕດຽວກັນ.
ຢູ່ໃນພຣະທຳດານີເອນ ຜູ້ປະກາດພຣະຄຳດານີເອນໄດ້ຮັບນິມິດກ່ຽວກັບສັດໃຫຍ່ສີ່ໂຕທີ່ຂຶ້ນມາຈາກທະເລ ແລະແຕ່ລະໂຕກໍແຕກຕ່າງກັນເຊັ່ນ: ໂຕທຳອິດເໝືອນສິງ, ໂຕທີສອງເໝືອນໝີ, ໂຕທີສາມເໝືອນເສືອດາວ ແລະ ໂຕທີສີ່ຮ້າຍກາດ ເປັນຕາຢ້ານ ແລະມີສິບເຂົາ ເຊິ່ງບໍ່ເໝືອນກັບສັດອື່ນໆ (ດານີເອນ 7:1-8). ສັດໃຫຍ່ສີ່ໂຕເປັນສັນຍາລັກຂອງເຫດການໃນແຕ່ລະຍຸກສະໄໝ ແລະເປັນເຫດການດຽວກັນກັບຮູບປັ້ນຂະໜາດໃຫຍ່ທີ່ຢູ່ໃນຄວາມຝັນຂອງກະສັດເນບູກາດເນັດຊາ (ດານີເອນ 2:31-35). ເມື່ອພວກເຮົານຳເອົາສັນຍາລັກຂອງຮູບປັ້ນຂະໜາດໃຫຍ່ ແລະສັດໃຫຍ່ສີ່ໂຕມາປຽບທຽບກັນ ພວກເຮົາຈະເຫັນວ່າເລື່ອງນີ້ໄດ້ພະຍາກອນເຖິງເຫດການອັນດຽວກັນ ເຊິ່ງຮູບປັ້ນຂະໜາດໃຫຍ່ ແລະສັດໃຫຍ່ສີ່ໂຕນັ້ນ ໝາຍເຖິງກະສັດ ຫຼື ອານາຈັກທີ່ເກີດຂຶ້ນໃນແຕ່ລະຍຸກສະໄໝ. ເມື່ອອີງຕາມພຣະທຳດານີເອນບົດທີ 2 ແລະ 7, ພວກເຮົາໄດ້ເຫັນວ່າ ໂຕສິງເປັນຕົວແທນຂອງອານາຈັກບາບີໂລນ, ໂຕໝີເປັນຕົວແທນຂອງອານາຈັກມີໂດ-ເປີເຊຍ, ໂຕເສືອດາວເປັນຕົວແທນຂອງອານາຈັກກຣີກ ແລະສັດໂຕທີສີ່ ເຊິ່ງໜ້າຢ້ານກົວໂຫດຮ້າຍແມ່ນເປັນຕົວແທນຂອງອານາຈັກໂຣມ.
ສ່ວນສັດຮ້າຍທີ່ຂຶ້ນມາຈາກທະເລ ເຊິ່ງອັກຄະສາວົກໂຢຮັນໄດ້ເຫັນຢູ່ໃນນິມິດ ແລະເລື່ອງນີ້ໄດ້ຖືກບັນທຶກໄວ້ຢູ່ໃນພຣະທຳພຣະນິມິດ "ແລ້ວຂ້າພະເຈົ້າກໍໄດ້ເຫັນສັດຮ້າຍໂຕໜຶ່ງຂຶ້ນມາຈາກທະເລ ມັນມີສິບເຂົາກັບເຈັດຫົວ ແລະຢູ່ເທິງແຕ່ລະເຂົາມີມົງກຸດອັນໜຶ່ງ ແລະຢູ່ເທິງແຕ່ລະຫົວມີຊື່ເປັນຄຳໝິ່ນປະໝາດພຣະເຈົ້າ. ສັດຮ້າຍທີ່ຂ້າພະເຈົ້າໄດ້ເຫັນນັ້ນ ໂຕເໝືອນເສືອດາວ, ຕີນເໝືອນຕີນໝີ ແລະປາກເໝືອນປາກສິງ. ພະຍານາກໄດ້ໃຫ້ຣິດເດດ ແລະບັນລັງກັບອຳນາດອັນໃຫຍ່ຫຼວງຂອງຕົນແກ່ສັດຮ້າຍນັ້ນ" (ພຣະນິມິດ 13:1, 2). ສັດຮ້າຍທີ່ຂຶ້ນມາຈາກທະເລນີ້ ມັນມີລັກສະນະເໝືອນກັບວ່າສັດຮ້າຍທັງສີ່ໂຕຢູ່ໃນພຣະທຳດານີເອນໄດ້ລວມຕົວກັນ ແຕ່ມັນມີເຈັດຫົວ, ສິບເຂົາ ແລະຢູ່ເທິງແຕ່ລະເຂົາມີມົງກຸດ. ສະນັ້ນ ພວກເຮົາຈຶ່ງສະຫຼຸບວ່າ ສັດຮ້າຍທີ່ຢູ່ໃນພຣະທຳພຣະນິມິດນັ້ນແມ່ນເປັນອຳນາດການປົກຄອງທີ່ອອກມາຈາກອານາຈັກທັງສີ່ອານາຈັກທີ່ໄດ້ເກີດຂຶ້ນມາກ່ອນໜ້ານີ້ ແລະອຳນາດການປົກຄອງນັ້ນກໍແມ່ນຄຣິສຕະຈັກໂຣມັນຄາໂຕລິກ ທີ່ໄດ້ປົກຄອງບັນດາກະສັດຂອງປະເທດຕ່າງໆຢູ່ໃນຢູໂຣບ. ພະຍານາກໄດ້ໃຫ້ຣິດເດດ ແລະບັນລັງກັບອຳນາດອັນໃຫຍ່ຫຼວງຂອງມັນໃຫ້ແກ່ສັດຮ້າຍ. ພະຍານາກ ແລະ ສັດຮ້າຍມີຄວາມໝາຍວ່າແນວໃດ?
ພະຍານາກໝາຍເຖິງຊາຕານ (ພຣະນິມິດ 12:8). ຊາຕານໄດ້ໃຊ້ບັນດາກະສັດ ຫຼືອານາຈັກ ທີ່ໄດ້ກ່າວໄວ້ຢູ່ເທິງວັກກ່ອນໜ້ານີ້ ເຮັດການຕໍ່ສູ້ພຣະເຈົ້າ ແລະປະຊາຊົນຂອງພຣະອົງ. ແຕ່ເລືອດຂອງບັນດາຜູ້ເຊື່ອເປັນເໝືອນເມັດພືດ ຄືເມື່ອຜູ້ຄົນທີ່ເສຍຊີວິດເພື່ອຄວາມເຊື່ອ ກໍຈະມີຜູ້ຄົນເຂົ້າມາເຊື່ອໃນຂ່າວປະເສີດເພີ່ມຫຼາຍຂຶ້ນ. ເມື່ອຊາຕານເຫັນວ່າ ມັນບໍ່ສາມາດຢຸດບັນດາຜູ້ເຊື່ອທີ່ກຳລັງເພີ່ມຫຼາຍຂຶ້ນນັ້ນ ມັນກໍປ່ຽນວິທີການທຳລາຍພວກເຂົາ ໂດຍການເຂົ້າໄປແຝງຕົວຢູ່ໃນຄຣິສຕະຈັກຂອງພຣະເຈົ້າ ແລະໃຊ້ວິທີການຫຼອກລວງຫຼາຍຂຶ້ນ. ຊາຕານໄດ້ເຂົ້າໄປຫາເຫຍື່ອຂອງມັນໂດຍບໍ່ໃຫ້ຮູ້ຕົວ ຫຼັງຈາກນັ້ນ ມັນກໍຈະລຸກຂຶ້ນໂດຍບໍ່ແຈ້ງໃຫ້ຜູ້ໃດຮູ້ ແລະມັນຈະກັດກິນບັນດາຜູ້ທີ່ມີຄວາມເຊື່ອ. "ຜູ້ໃດທີ່ຝ່າຝືນກົດບັນຍັດຂໍ້ໃດຂໍ້ໜຶ່ງ ຜູ້ນັ້ນກໍຜິດໃນຖານຝ່າຝືນກົດບັນຍັດທັງໝົດ." (ຢາໂກໂບ 2:10).
ເມື່ອອານາຈັກໂຣມບໍ່ສາມາດຢຸດຫ້າມປະຊາຊົນອອກຈາກຄວາມເຊື່ອໃນພຣະເຢຊູໄດ້. ຫຼັງຈາກນັ້ນ ການກົດຂີ່ຂົ່ມເຫັງກໍໄດ້ຢຸດຕິລົງ ແລະສາສະໜາຄຣິສໄດ້ເຂົ້າໄປສູ່ໃນພະຣາຊາວັງ ມີຫຼາຍຄົນທີ່ບໍ່ໄດ້ກັບໃຈຢ່າງແທ້ຈິງໄດ້ເຂົ້າມາເຊື່ອຂ່າວປະເສີດເລື່ອງພຣະເຢຊູ ແຕ່ເປັນຄຣິສຕຽນພຽງໃນນາມເທົ່ານັ້ນ. ຕໍ່ມາ ຄົນທີ່ບໍ່ໄດ້ກັບໃຈຢ່າງແທ້ຈິງກໍໄດ້ຄ່ອຍໆນຳເອົາປະເພນີຂອງລັດທິນອກສາສະໜາ, ການຂາບໄຫວ້ຮູບປັ້ນ ແລະຄຳສອນຂອງມະນຸດເຂົ້າມາປະຕິບັດຢູ່ໃນຄຣິສຕະຈັກຂອງພຣະເຈົ້າ ຈົນເຮັດໃຫ້ຄຣິສຕະຈັກຂອງພຣະເຈົ້າເລີ່ມເສື່ອມໂຊມລົງ. ຫຼັງຈາກນັ້ນ ພວກເຂົາໄດ້ມີການຈັດຕັ້ງຕຳແໜ່ງໃຫ້ບັນດາຜູ້ນຳຢູ່ໃນຄຣິສຕະຈັກເພື່ອໃຫ້ເໝືອນກັບສາສະໜາອື່ນໆ, ມີການປ່ຽນແປງພຣະບັນຍັດຂອງພຣະເຈົ້າ ແລະວັນນະມັດສະການພຣະອົງອີກດ້ວຍ ເພື່ອຈະໄດ້ໃຫ້ຄົນນອກສາສະໜາເຂົ້າມາເປັນຄຣິສຕຽນໄດ້ງ່າຍຂຶ້ນ. ໃນທີ່ສຸດ ຄຣິສຕະຈັກທີ່ຢູ່ໃນອານາຈັກໂຣມກໍໄດ້ກາຍມາເປັນສາສະໜາຄາໂຕລິກ ເຊິ່ງມີສັນຕະປາປາເປັນປະມຸກ. ຄວາມໝາຍຂອງສັດຮ້າຍແມ່ນຫຍັງ?
"ໃນເລື່ອງນີ້ຕ້ອງໃຊ້ສະຕິປັນຍາຄວາມຮູ້ ຖ້າຜູ້ໃດມີຄວາມເຂົ້າໃຈ ກໍໃຫ້ຄິດເລກຂອງສັດຮ້າຍນັ້ນ ເພາະເປັນເລກຂອງບຸກຄົນຜູ້ໜຶ່ງ ເລກຂອງມັນຄື ຫົກຮ້ອຍຫົກສິບຫົກ" (ພຣະນິມິດ 13:18). ໃນອະດີດ ຊື່ຕຳແໜ່ງຂອງສັນຕະປາປາແມ່ນເອີ້ນວ່າ Vicarius Filii Dei "ຕົວແທນບຸດຂອງພຣະເຈົ້າ" ໃນພາສາລາຕິນຂອງສາສະໜາຄຣິສນິກາຍຄາໂຕລິກ ບາງຕົວອັກສອນເປັນຕົວເລກ ແລະຖ້າເອົາຄ່າຕົວເລກຂອງ Vicarius Filii Dei ມາບວກເຂົ້າກັນກໍຈະໄດ້ 666. ຫຼັກຖານອັນຍິ່ງໃຫຍ່ນີ້ເຮັດໃຫ້ພວກເຮົາສະຫຼຸບໄດ້ວ່າ ສັດຮ້າຍທີ່ຂຶ້ນມາຈາກທະເລແມ່ນສັນຕະປາປາ ແລະຄຣິສຕະຈັກໂຣມັນຄາໂຕລິກ ເຊິ່ງຊາຕານເປັນຜູ້ໃຫ້ຣິດເດດ, ບັນລັງ ແລະອຳນາດຂອງມັນໃຫ້ແກ່ພວກເຂົາ ເພື່ອມາຕໍ່ສູ້ພຣະເຈົ້າ ແລະປະຊາຊົນຂອງພຣະອົງ. (ພຣະນິມິດ 13:1-3).
ອ້າງອີງຈາກປຶ້ມ "ພຣະຄຳພີ" ພຣະນິມິດ 13:1-10,18; 12:9; 17:9,12,15; ດານີເອນ ບົດທີ 7.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) {ວັກ 439.2; 55.1}
ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ສັດຮ້າຍທີ່ຂຶ້ນມາຈາກພື້ນດິນ
ຢູ່ໃນພຣະທຳພຣະນິມິດບົດທີ 13 ບໍ່ພຽງແຕ່ສັດຮ້າຍທີ່ຂຶ້ນມາຈາກທະເລເທົ່ານັ້ນ ອັກຄະສາວົກໂຢຮັນຍັງໄດ້ເຫັນສັດຮ້າຍທີ່ຂຶ້ນມາຈາກພື້ນດິນອີກດ້ວຍ "ແລ້ວຂ້າພະເຈົ້າໄດ້ເຫັນສັດຮ້າຍອີກໂຕໜຶ່ງຂຶ້ນມາຈາກພື້ນດິນ ມັນມີສອງເຂົາເໝືອນເຂົາແກະນ້ອຍ ມັນເວົ້າເໝືອນພະຍານາກ." (ພຣະນິມິດ 13:11). ໃນຊ່ວງໄລຍະທີ່ຊາຕານໄດ້ມອບອຳນາດຂອງມັນໃຫ້ແກ່ຄຣິສຕະຈັກໂຣມັນຄາໂຕລິກ ເພື່ອມາກົດຂີ່ຂົ່ມເຫັງປະຊາຊົນຂອງພຣະເຈົ້ານັ້ນ ພຣະອົງຊົງຍອມໃຫ້ຊາຕານໃຊ້ອຳນາດຊົ່ວຄາວໜຶ່ງ ເມື່ອໃກ້ຈະສິ້ນສຸດທ້າຍຂອງການຖືກກົດຂີ່ຂົ່ມເຫັງນັ້ນ ປະຊາຊົນຂອງພຣະເຈົ້າບາງຄົນກໍໄດ້ອົບພະຍົບອອກຈາກທະວີບຢູໂຣບກ່ອນ ເພື່ອລົບໜີຈາກການຖືກກົດຂີ່ຂົ່ມເຫັງ. ຜູ້ຄົນທີ່ອົບພະຍົບອອກຈາກທະວີບຢູໂຣບໄດ້ເດີນທາງໄປດິນແດນໃໝ່ຢູ່ທະວີບທາງທິດຕາເວັນຕົກ ທີ່ດິນແດນໃໝ່ນີ້ມີຜູ້ຄົນອາໄສຢູ່ໜ້ອຍ ແລະເມື່ອກຸ່ມຜູ້ອົບພະຍົບໄປອາໄສຢູ່ບໍ່ດົນເທົ່າໃດທົດສະວັດກໍກາຍເປັນຊຸມຊົນໃຫຍ່ ໃນທີ່ສຸດກໍໄດ້ປະກາດເອກະລາດເປັນປະເທດສະຫະລັດອາເມຣິກາ.
ເມື່ອອຳນາດຂອງຊາຕານສິ້ນສຸດລົງແລ້ວ ສັນຕະປາປາກໍຖືກກອງທັບຂອງປະເທດຝຣັ່ງຈັບໄປເຂົ້າຄຸກ ຫຼັງຈາກນັ້ນອຳນາດການປົກຄອງຂອງຄຣິສຕະຈັກໂຣມັນຄາໂຕລິກກໍໄດ້ສິ້ນສຸດລົງ. ແລະໃນທັນໃດນັ້ນ ອຳນາດຂອງປະເທດອາເມຣິກາກໍຮຸ່ງເຮືອງຂຶ້ນ. ມີຄຣິສຕຽນຈຳນວນຫຼາຍໄດ້ແຍກຕົວອອກຈາກຄຣິສຕະຈັກໂຣມັນຄາໂຕລິກ ເພື່ອຢາກຕິດຕາມຄວາມຈິງ. ບໍ່ພຽງແຕ່ຄຣິສຕຽນທີ່ອົບພະຍົບໄປຢູ່ປະເທດອາເມຣິກາເທົ່ານັ້ນ ຍັງມີຜູ້ຄົນທີ່ບໍ່ໄດ້ນັບຖືພຣະເຈົ້າກໍອົບພະຍົບໄປຢູ່ປະເທດອາເມຣິກາເຊັ່ນກັນ ຈົນປະເທດອາເມຣິກາກາຍເປັນປະເທດທີ່ມີອຳນາດໃຫຍ່ສູງສຸດຂອງໂລກ.
ນ້ຳ ຫຼື ທະເລໝາຍເຖິງປະຊາຊົນທີ່ອາໄສຢູ່ເປັນຈຳນວນຫຼາຍ ແລະສະນັ້ນພື້ນດິນໝາຍເຖິງດິນແດນທີ່ມີຜູ້ຄົນອາໄສຢູ່ໜ້ອຍ (ພຣະນິມິດ 17:15). ປະເທດອາເມຣິກາໄດ້ກໍ່ຕັ້ງຂຶ້ນຢູ່ໃນດິນແດນທີ່ບໍ່ມີຜູ້ໃດປົກຄອງມາກ່ອນ ພວກເຂົາຢູ່ຢ່າງສະຫງົບສຸກ ແລະຈະເລີນເຕີບໃຫຍ່ຂຶ້ນຢ່າງຕໍ່ເນື່ອງ. ການປົກຄອງຂອງພວກເຂົາແມ່ນໃຫ້ເສລີພາບແກ່ທຸກຄົນໃນການນັບຖືສາສະໜາ ແລະໃຫ້ເສລີພາບແຕ່ລະບຸກຄົນທີ່ເຊື່ອໃນສິ່ງທີ່ພວກເຂົາຄິດວ່າຖືກຕ້ອງ ເຊິ່ງລັດສະພາຈະບໍ່ອອກກົດໝາຍໃດໆ ຫຼື ຂໍ້ຫ້າມກ່ຽວກັບອິດສະຫຼະພາບເຫຼົ່ານີ້... ເພາະຄວາມສຳຄັນລະຫວ່າງພຣະເຈົ້າ ແລະ ມະນຸດນັ້ນຢູ່ເໜືອກົດໝາຍຂອງມະນຸດ. ປະຊາຊົນສ່ວນຫຼາຍເປັນຊາວໂປຣແຕສແຕນ. ການນັບຖືສາສະໜາ ແລະການປົກຄອງຂອງປະເທດເປັນປະຊາທິປະໄຕ ຄືມີເສລີພາບໃນການນັບຖືສາສະໜາ ແລະມີປະທານນາທິບໍດີເປັນຫົວໜ້າຄະນະລັດຖະບານປົກຄອງປະເທດ. ປະເທດອາເມຣິກາມີອຳນາດທັງສອງຢ່າງຄື ອຳນາດທາງສາສະໜາ ແລະ ອຳນາດທາງການເມືອງ ເຊິ່ງໄດ້ສະແດງໃຫ້ເຫັນເຖິງສອງເຂົາເໜືອນເຂົາລູກແກະ. ດ້ວຍເຫດໃດ ອາເມຣິກາຈຶ່ງເປັນສັດຮ້າຍທີ່ຂຶ້ນມາຈາກພື້ນດິນ?
"ສັດຮ້າຍເວົ້າເໝືອນພະຍານາກ" ຄຳພະຍາກອນນີ້ໄດ້ທຳນວາຍເຖິງປະເທດອາເມຣິກາວ່າ ຕໍ່ໄປຈະມີກົດໝາຍ ແລະ ການປົກຄອງທີ່ຂັດແຍ້ງກັບເສລີພາບທາງດ້ານການນັບຖືສາສະໜາ ແລະ ເສລີພາບຂອງສິດທິມະນຸດ. ຫຼັງຈາກຊາວໂປຣແຕສແຕນທີ່ນັບຖືກພຣະເຈົ້າໄດ້ອົບພະຍົບມາອາໄສຢູ່ໃນປະເທດອາເມຣິກາແລ້ວ ການດຳລົງຊີວິດ ແລະການເປັນຢູ່ຂອງພວກເຂົາກໍສະດວກສະບາຍ ແຕ່ພວກເຂົາບໍ່ໄດ້ມີການພັດທະນາໃນການຟື້ນຟູຄວາມຈິງ ແລະພວກເຂົາກໍໄດ້ເອົາໃຈໃສ່ໃນສິ່ງຂອງທາງຝ່າຍໂລກຫຼາຍກວ່າຝ່າຍພຣະເຈົ້າ. ເມື່ອພວກເຂົາບໍ່ໄດ້ປະຖິ້ມບາງປະເພນີຂອງຄຣິສຕະຈັກໂຣມັນຄາໂຕລິກ ພວກເຂົາຈຶ່ງຍັງຄົງນັບຖືວັນອາທິດເປັນວັນຊະບາໂຕຕາມທີ່ຄຣິສຕະຈັກໂຣມັນຄາໂຕລິກໄດ້ກຳນົດໄວ້. ສະນັ້ນ ຊາຕານຈຶ່ງໃຊ້ປະເທດອາເມຣິກາໃຫ້ການສະໜັບສະໜູນຄຣິສຕະຈັກໂຣມັນຄາໂຕລິກ ເພື່ອໃຫ້ຄຣິສຕະຈັກໂຣມັນຄາໂຕລິກກັບມາຍິ່ງໃຫຍ່ອີກຄັ້ງໜຶ່ງ ໂດຍອຳນາດຂອງປະເທດອາເມຣິການີ້ຈະຖືກໃຊ້ບັງຄັບໃຫ້ນັບຖືກົດໝາຍວັນອາທິດເໝືອນກັນກັບຄຣິສຕະຈັກໂຣມັນຄາໂຕລິກທີ່ເຄີຍເຮັດມາແລ້ວນັ້ນ ຈະມີການກົດຂີ່ຂົ່ມເຫັງ ແລະ ບໍ່ຍອມປະນີປະນອມອີກດ້ວຍ ເພື່ອຕໍ່ຕ້ານພຣະບັນຍັດຂອງພຣະເຈົ້າ ແລະ ຕໍ່ສູ້ປະຊາຊົນຂອງພຣະອົງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ພຣະນິມິດ 13:11-17; 17:15
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) {ວັກ 439.2; 445.1}
ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ເຄື່ອງໝາຍຂອງສັດຮ້າຍ
"ຖ້າໃຜບູຊາສັດຮ້າຍ ແລະຮູບຂອງມັນ ແລະຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫຼື ທີ່ມືຂອງເຂົາ. ຄົນນັ້ນຈະຕ້ອງດື່ມເຫຼົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າທີ່ຖອກລົງໃນຈອກແຫ່ງຄວາມໂກດຮ້າຍຂອງພຣະອົງໂດຍບໍ່ປົນກັບສິ່ງໃດ" (ພຣະນິມິດ 14:9,10). ການໃຊ້ກົດໝາຍ ແລະການບັງຄັບໃຫ້ນັບຖືວັນອາທິດເປັນວັນຊະບາໂຕແມ່ນການສ້າງຮູບຈຳລອງຂອງສັດຮ້າຍ. ເຄື່ອງໝາຍຂອງສັດຮ້າຍແມ່ນການນັບຖືວັນຊະບາໂຕອັນຈອມປອມຄືມື້ທີໜຶ່ງໃນສັບປະດາ. ລັກສະນະພິເສດຂອງສັດຮ້າຍ ແລະຮູບຂອງມັນແມ່ນການລ່ວງລະເມີດພຣະບັນຍັດຂອງພຣະເຈົ້າ. (ພຣະນິມິດ 14:12) ໃຜກໍຕາມທີ່ຮູ້ ແລະເຂົ້າໃຈຄວາມຈິງແລ້ວ ແຕ່ຍັງຍອມຮັບເຄື່ອງໝາຍຂອງສັດຮ້າຍຢູ່ ຜູ້ນັ້ນກຳລັງໃຫ້ກຽດ ແລະສະແດງຄວາມຈົ່ງຮັກພັກດີຕໍ່ສັດຮ້າຍ ແທນທີ່ພຣະເຈົ້າ.
ພຣະບັນຍັດຂໍ້ສີ່ແມ່ນມີຄວາມສຳຄັນຫຼາຍ ເພາະເປັນຂໍ້ດຽວໃນພຣະບັນຍັດສິບປະການທີ່ຊີ້ໄປທີ່ພຣະເຈົ້າໃນຖານະເປັນພຣະຜູ້ສ້າງຟ້າສະຫວັນ ແລະແຜ່ນດິນໂລກ. ແລະດ້ວຍເຫດນີ້ ພຣະເຈົ້າອົງແທ້ຈິງຈຶ່ງມີຄວາມແຕກຕ່າງຈາກບັນດາພະຈອມປອມທັງໝົດ. ວັນຊະບາໂຕຖືກສະຖາປານາຂຶ້ນເພື່ອເປັນການລະນຶກເຖິງວຽກງານການຊົງສ້າງ ແລະເພື່ອນຳຈິດໃຈຂອງມະນຸດໃຫ້ໄປຫາພຣະເຈົ້າອົງແທ້ຈິງ ແລະຊົງເປັນຢູ່. ຄວາມຈິງຂອງອຳນາດການຊົງສ້າງຂອງພຣະອົງແມ່ນຈະຖືກກ່າວເຖິງຢູ່ຕະຫຼອດໃນພຣະຄຳພີເປັນຫຼັກຖານວ່າ ພຣະເຈົ້າຂອງອິດສະຣາເອນແມ່ນເໝືອກວ່າບັນດາພະຂອງຄົນນອກສາສະໜາ. {4SP 281.1}
ການຖືຮັກສາວັນຊະບາໂຕອັນຈອມປອມຕາມກົດໝາຍຂອງລັດຖະບານ ເຊິ່ງຂັດແຍ້ງກັບພຣະບັນຍັດຂໍ້ສີ່ ຈະສະແດງເຖິງຄວາມຈົ່ງຮັກພັກດີຕໍ່ບັນດາຜູ້ທີ່ຕໍ່ຕ້ານພຣະເຈົ້າ. ໃນທາງກົງກັນຂ້າມ ການຖືຮັກສາວັນຊະບາໂຕທີ່ແທ້ຈິງ ເຊິ່ງເປັນການເຊື່ອຟັງຕາມພຣະບັນຍັດຂອງພຣະເຈົ້ານັ້ນ ກໍຈະເປັນຫຼັກຖານທີ່ສະແດງເຖິງຄວາມຈົ່ງຮັກພັກດີທີ່ມີຕໍ່ພຣະຜູ້ສ້າງ. ຜູ້ໃດທີ່ຍອມຈຳນົນຕໍ່ຂໍ້ຮຽກຮ້ອງກ່ຽວກັບການຖືຮັກສາວັນອາທິດເປັນວັນຊະບາໂຕຈະໄດ້ຮັບເຄື່ອງໝາຍຂອງສັດຮ້າຍ. ແຕ່ຜູ້ໃດທີ່ຖືຮັກສາວັນຊະບາໂຕຂອງພຣະເຈົ້າໃນວັນເສົາຈະສະແດງຄວາມຈົ່ງຮັກພັກດີຂອງພວກເຂົາຕໍ່ພຣະເຈົ້າ ແລະຈະໄດ້ຮັບກາປະທັບຂອງພຣະເຈົ້າ. (ພຣະນິມິດ 7:3) {GC 605}
ກ່ອນທີ່ພຣະເຢຊູຈະສະເດັດກັບມາຄັ້ງທີສອງ ຈະມີສົງຄາມຕໍ່ສູ້ກັນລະຫວ່າງພຣະບັນຍັດຂອງພຣະເຈົ້າ ແລະກົດໝາຍຂອງມະນຸດ ເຊິ່ງມະນຸດຈະຕ້ອງໄດ້ເລືອກວ່າຈະຢູ່ຝ່າຍພຣະເຈົ້າ ຫຼື ຢູ່ຝ່າຍຊາຕານ. ຜູ້ໃດທີ່ຍອມຮັບເຄື່ອງໝາຍຂອງສັດຮ້າຍ "ຄົນນັ້ນຈະຕ້ອງດື່ມເຫຼົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າທີ່ຖອກລົງໃນຈອກແຫ່ງຄວາມໂກດຮ້າຍຂອງພຣະອົງໂດຍບໍ່ປົນກັບສິ່ງໃດ." (ພຣະນິມິດ 14:9, 10) ແຕ່ຜູ້ໃດທີ່ຍອມຖືຮັກສາພຣະບັນຍັດຂອງພຣະເຈົ້າຈົນເຖິງວັນຕາຍ ພຣະອົງຈະເອົາມົງກຸດແຫ່ງຊີວິດໃຫ້ຜູ້ນັ້ນ. (ພຣະນິມິດ 2:10)
ພຣະເຈົ້າຊົງກ່າວວ່າ: "ຈົ່ງປະທັບກາພຣະບັນຍັດໄວ້ໃນພວກສາວົກຂອງຂ້າພະເຈົ້າ" (ເອຊາຢາ 8:16) ກາປະທັບຂອງພຣະບັນຍັດຂອງພຣະເຈົ້າແມ່ນປາກົດຢູ່ໃນພຣະບັນຍັດຂໍ້ສີ່. ພຣະບັນຍັດຂໍ້ນີ້ ພຽງຂໍ້ດຽວໃນພຣະບັນຍັດສິບປະການທີ່ເປີດເຜີຍໃຫ້ເຫັນພຣະນາມ ແລະຕຳແໜ່ງຂອງພຣະຜູ້ປະທານພຣະບັນຍັດ. ພຣະບັນຍັດຂໍ້ນີ້ໄດ້ປະກາດວ່າ ພຣະອົງຊົງເປັນຜູ້ສ້າງຟ້າສະຫວັນ ແລະແຜ່ນດິນໂລກ. ແລະດ້ວຍເຫດນີ້ ຈຶ່ງເປັນສິດທິຂອງພຣະອົງທີ່ຈະຕ້ອງໄດ້ຮັບຄວາມເຄົາຣົບ ແລະການນະມັດສະການເໜືອກວ່າພະອື່ນໃດ. ນອກເໜືອຈາກພຣະບັນຍັດຂໍ້ນີ້ແລ້ວ ບໍ່ມີຂໍ້ຄວາມໃດໃນພຣະບັນຍັດສິບປະການທີ່ສະແດງໃຫ້ເຫັນວ່າພຣະບັນຍັດໄດ້ມາໂດຍອຳນາດຂອງຜູ້ໃດ. ເມື່ອວັນຊະບາໂຕຖືກປ່ຽນແປງໂດຍອຳນາດການປົກຄອງຂອງສັນຕະປາປາແລ້ວ ກາປະທັບນີ້ຈຶ່ງຖືກນຳອອກໄປຈາກພຣະບັນຍັດ. {GC 452.1}
ອ້າງອີງຈາກປຶ້ມ "ພຣະຄຳພີ" ພຣະນິມິດ 13:16,17; 14:9,10,12; ດານີເອນ 7:25; 2ເທສະໂລນິກ 2:7,8; ມັດທາຍ 5:17-19.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) {ວັກ 445.2,3; 446.1,2; 605} ແລະ ປຶ້ມ "The Spirit of Prophecy Volume 4" {4SP 280.1; 281.1}
ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ເຈັດຫົວ ແລະ ສິບເຂົາຂອງສັດຮ້າຍ
ຢູ່ໃນພຣະນິມິດບົດທີ 17 ອັກຄະສາວົກໂຢຮັນຍັງໄດ້ເຫັນສັດຮ້າຍອີກໂຕໜຶ່ງ "ມັນມີເຈັດຫົວ ແລະ ສິບເຂົາ. ນີ້ຕ້ອງໃຊ້ຄວາມຄິດຢ່າງມີປັນຍາ ຫົວທັງເຈັດນັ້ນຄືເນີນເຂົາເຈັດຍອດທີ່ຍິງນັ້ນນັ່ງຢູ່ ແລະຄືກະສັດເຈັດອົງ ຫ້າອົງລ່ວງໄປແລ້ວ ແລະອົງໜຶ່ງກຳລັງເປັນຢູ່ ສ່ວນອີກອົງໜຶ່ງນັ້ນຍັງບໍ່ມາ ແລະຖ້າມາແລ້ວກໍຈະຕ້ອງຢູ່ພຽງໄລຍະສັ້ນ." (ພຣະນິມິດ 17:3, 9, 10)
ສັດຮ້າຍທີ່ຢູ່ໃນພຣະນິມິດບົດທີ 12, 13 ແລະ 17 ແມ່ນເປັນສັນຍາລັກອັນດຽວກັນ ແຕ່ກໍມີບາງບ່ອນທີ່ແຕກຕ່າງກັນ ເຊິ່ງທັງສາມບົດນີ້ໄດ້ສະແດງໃຫ້ພວກເຮົາເຫັນຫົວທັງເຈັດແມ່ນອຳນາດຂອງໂລກ ແລະ ລັດຖະບານເທິງແຜ່ນດິນໂລກໄດ້ດຳເນີນການສືບຕໍ່ກັນ ເຊິ່ງຊາຕານໄດ້ໃຊ້ເປັນເຄື່ອງມືເພື່ອກົດຂີ່ຂົ່ມເຫັງປະຊາຊົນທີ່ຈົ່ງຮັກພັກດີຕໍ່ພຣະເຈົ້າ.
ສັດຮ້າຍຢູ່ໃນພຣະນິມິດບົດທີ 17 ໄດ້ອະທິບາຍໂດຍສະເພາະແມ່ນເຫດການທີ່ຈະເກີດຂຶ້ນໃນຍຸກຂອງພວກເຮົາ. ສັດຮ້າຍເປັນຕົວແທນຂອງລັດຖະບານ ຫຼື ອານາຈັກ ແລະຜູ້ຍິງທີ່ນັ່ງຢູ່ເທິງສັດຮ້າຍສະແດງໃຫ້ເຫັນວ່າ ຄຣິສຕະຈັກມີສິດອໍານາດເຫນືອຜູ້ປົກຄອງຂອງບັນດາປະເທດໃນການຕັດສິນ. ຫົວທັງເຈັດຂອງສັດຮ້າຍໝາຍເຖິງກະສັດເຈັດອົງ ເຊິ່ງຫ້າອົງໄດ້ລ່ວງໄປແລ້ວເຊັ່ນ: ອານາຈັກບາບີໂລນ, ອານາຈັກເມໂດ-ເປີເຊຍ, ອານາຈັກກຣີກ, ອານາຈັກໂຣມ ແລະຄຣິສຕະຈັກໂຣມັນຄາໂຕລິກ. ຄຣິສຕະຈັກໂຣມັນຄາໂຕລິກເປັນຫົວທີ 5 ນັບຕັ້ງແຕ່ປີ 538 ກ່ອນຈະສູນເສຍອຳນາດໃນປີ 1798 ຊາຕານໄດ້ມອບຣິດເດດ, ບັນລັງ ແລະອຳນາດຂອງມັນໃຫ້ແກ່ຄຣິສຕະຈັກໂຣມັນຄາໂຕລິກ ເພື່ອມາກົດຂີ່ຂົ່ມເຫັງປະຊາຊົນຂອງພຣະເຈົ້າ (ພຣະນິມິດ 13:2, 5).
ຄຣິສຕະຈັກໂຣມັນຄາໂຕລິກທີ່ຖືກບາດແຜ ຫຼື ສູນເສຍອຳນາດນັ້ນແມ່ນເປັນຫົວທີ 6 ສັນຕະປາປາໄດ້ຖືກກອງທັບຂອງປະເທດຝຣັ່ງຈັບໄປເຂົ້າຄຸກ ແລະອຳນາດຂອງຄຣິສຕະຈັກໂຣມັນຄາໂຕລິກກໍໄດ້ສິ້ນສຸດລົງ ເຖິງແມ່ນວ່າ ຄຣິສຕະຈັກໂຣມັນຄາໂຕລິກຈະຖືກຍຶດອຳນາດ ແລະບໍ່ມີອຳນາດທີ່ຈະໄປກົດຂີ່ຂົ່ມເຫັງເໝືອນດັ່ງແຕ່ກ່ອນ ແຕ່ພວກເຂົາກໍຍັງເປັນຢູ່ ແລະລໍຄອຍການຟື້ນຟູອຳນາດໃຫ້ກັບມາຍິ່ງໃຫຍ່ອີກຄັ້ງ "ຫົວໆໜຶ່ງຂອງສັດຮ້າຍເບິ່ງເໝືອນຖືກຟັນປານຕາຍ ແຕ່ບາດແຜທີ່ຖືກຟັນນັ້ນຮັກສາຫາຍແລ້ວ." (ພຣະນິມິດ 13:3) TKJV
ແລະການກັບມາຍິ່ງໃຫຍ່ອີກຄັ້ງຂອງຄຣິສຕະຈັກໂຣມັນຄາໂຕລິກແມ່ນເປັນຫົວທີ 7 "ສ່ວນອີກອົງໜຶ່ງນັ້ນຍັງບໍ່ມາ ແລະ ຖ້າມາແລ້ວກໍຈະຕ້ອງຢູ່ພຽງໄລຍະສັ້ນໆ" ຄຳພະຍາກອນນີ້ໄດ້ທຳນວາຍເຖິງຄຣິສຕະຈັກໂຣມັນຄາໂຕລິກກຳລັງຟື້ນຟູອຳນາດເພື່ອຈະກັບຄືນມາຍິ່ງໃຫຍ່ອີກຄັ້ງໜຶ່ງ. ເມື່ອຍຸກສຸດທ້າຍໃກ້ຈະສິ້ນສຸດ ອຳນາດການປົກຄອງຂອງສັນຕະປາປາຈະກັບມາຍິ່ງໃຫຍ່ຂຶ້ນກວ່າເກົ່າ ອຳນາດທີ່ເຄີຍສູນເສຍໄປນັ້ນຈະໄດ້ຮັບການຟື້ນຟູ ແລະພວກເຂົາຈະກັບມາກົດຂີ່ຂົ່ມເຫັງປະຊາຊົນຂອງພຣະເຈົ້າອີກຄັ້ງໜຶ່ງຢ່າງໂຫດຮ້າຍທີ່ສຸດເໝືອນດັ່ງທີ່ພວກເຂົາເຄີຍເຮັດຜ່ານມາຫຼາຍຮ້ອຍປີກ່ອນ. ຄຣິສຕະຈັກໂຣມັນຄາໂຕລິກທີ່ໄດ້ຮັບການຟື້ນຄືນໃໝ່ນີ້ ຈະກັບມາຮ່ວມມືກັບຊາວໂປຣແຕສແຕນ ແລະລັດທິເຊື່ອຜີ ເພື່ອຈັດຕັ້ງອົງກອນທາງສາສະໜາ ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານຂອງໂລກ ແຕ່ພວກເຂົາຈະໄດ້ຢູ່ພຽງໄລຍະສັ້ນໆ.
"ຫົວທັງເຈັດນັ້ນໄດ້ແກ່ພູເຂົາເຈັດໜ່ວຍທີ່ຍິງນັ້ນນັ່ງຢູ່" ຫົວທັງເຈັດນີ້ຍັງໝາຍເຖິງສຳນັກງານໃຫຍ່ຂອງຄຣິສຕະຈັກໂຣມັນຄາໂຕລິກແມ່ນຕັ້ງຢູ່ໃນລະຫວ່າງພູເຂົາເຈັດແຫ່ງ ແລະເປັນທີ່ຮູ້ຈັກກັນມາຕັ້ງແຕ່ໃນສະໄໝບູຮານວ່າ ເປັນ "ນະຄອນແຫ່ງເຈັດເຂົາ" ຢູ່ໃນນະຄອນວາຕິກັນເຊິ່ງເປັນບ່ອນຢູ່ຂອງສັນຕະປາປາ (ພຣະນິມິດ 17:9).
"ສິບເຂົາຂອງສັດຮ້າຍ" ເຂົາໝາຍເຖິງອານາຈັກ ເຊິ່ງເປັນໄປຕາມທີ່ດານີເອນໄດ້ພະຍາກອນເຖິງຮູບປັ້ນທີ່ຢູ່ໃນຄວາມຝັນຂອງກະສັດເນບູກາດເນັດຊາໄວ້ "ຂາເປັນເຫຼັກ ຕີນເປັນເຫຼັກປົນດິນ" (ດານີເອນ 2:33). ເຫຼັກເປັນຕົວແທນຂອງອານາຈັກໂຣມ ເຊິ່ງຕໍ່ມາອານາຈັກໂຣມກໍໄດ້ພັງທະລາຍ ແລະມີສິບອານາຈັກທີ່ໄດ້ແຍກຕົວອອກຈາກອານາຈັກໂຣມ. ໃນບັນດາສິບອານາຈັກເຫຼົ່ານັ້ນ ມີສາມອານາຈັກໄດ້ເຮັດການຕໍ່ຕ້ານຄຣິສຕະຈັກໂຣມັນຄາໂຕລິກ ດັ່ງນັ້ນ ຄຣິສຕະຈັກໂຣມັນຄາໂຕລິກຈຶ່ງໄດ້ທຳລາຍສາມອານາຈັກເຫຼົ່ານັ້ນ (ດານີເອນ 7:8) ແຕ່ໃນປັດຈຸບັນ ອານາຈັກເຫຼົ່ານັ້ນໄດ້ກາຍເປັນປະເທດ ແລະເຫຼືອພຽງເຈັດປະເທດຢູ່ໃນທະວີບຢູໂຣບ ແລະກໍຍັງຄົງຢູ່ພາຍໃຕ້ຄຣິສຕະຈັກໂຣມັນຄາໂຕລິກ.
"ສ່ວນສັດຮ້າຍທີ່ເຄີຍເປັນຢູ່ ແຕ່ບໍ່ໄດ້ເປັນຢູ່ໃນປັດຈຸບັນນັ້ນເປັນອົງທີແປດ ແຕ່ກໍຍັງເປັນໜຶ່ງໃນເຈັດອົງນັ້ນ ແລະກຳລັງໄປສູ່ຄວາມພິນາດ” (ພຣະນິມິດ 17:11). "ສັດຮ້າຍທີ່ເຄີຍເປັນຢູ່" ໝາຍເຖິງຄຣິສຕະຈັກໂຣມັນຄາໂຕລິກ ຫຼັງຈາກຄຣິສຕະຈັກໂຣມັນຄາໂຕລິກໄດ້ຮັບການຟື້ນຟູຂຶ້ນມາໃໝ່ແລ້ວ ພວກເຂົາຈະຮ່ວມຕົວກັບອຳນາດຕ່າງໆທາງຝ່າຍໂລກຄື ກະສັດ, ລັດຖະບານ ຫຼື ຜູ້ນຳທີ່ມີອຳນາດຢູ່ໃນປະເທດ. ການຮ່ວມອຳນາດທາງຝ່າຍສາສະໜາ ແລະອຳນາດຝ່າຍໂລກເຂົ້ານຳກັນ ຈະເປັນສັດຮ້າຍໂຕທີແປດ ຄືບາບີໂລນມະຫານະຄອນ ຈາກນັ້ນພວກເຂົາຈະເຮັດການເພື່ອຕໍ່ສູ້ພຣະເຈົ້າ ແລະ ກົດຂີ່ຂົ່ມເຫັງປະຊາຊົນຂອງພຣະອົງ. (ພຣະນິມິດ 17:5,6) ແລ້ວພຣະເຈົ້າຈະທຳລາຍພວກເຂົາໃຫ້ສົມກັນກັບການກະທຳທີ່ຊົ່ວຮ້າຍຂອງພວກເຂົານັ້ນ. (ພຣະນິມິດ 18:5,6; 16:6)
ອ້າງອີງຈາກປຶ້ມ "God Cares Volume 2" ຂຽນໂດຍ C. Mervyn Maxwell {ຫນ້າ 471-479}
ຜູ້ຍິງຄົນໜຶ່ງນັ່ງຢູ່ເທິງສັດຮ້າຍສີແດງເຂັ້ມ
ຢູ່ໃນພຣະຄຳພີ ຜູ້ຍິງໝາຍເຖິງຄຣິສຕະຈັກ. ຄວາມສຳພັນຢ່າງໃກ້ຊິດຂອງຄຣິສຕະຈັກກັບພຣະເຢຊູແມ່ນສະແດງໃຫ້ເຫັນເຖິງຮູບແບບຂອງການແຕ່ງງານ. ພຣະເຈົ້າໄດ້ໃຊ້ສັນຍາລັກຂອງຜົວແລະເມຍ ເພື່ອອະທິບາຍເຖິງຄວາມສຳພັນຂອງພຣະເຈົ້າກັບຄຣິສຕະຈັກຂອງພຣະອົງ. ພຣະເຈົ້າແມ່ນເປັນຕົວແທນການເປັນຜົວ ແລະ ຄຣິສຕະຈັກທີ່ບໍຣິສຸດຂອງພຣະເຈົ້າແມ່ນເປັນຕົວແທນການເປັນຍິງສາວບໍຣິສຸດ. ເປົາໂລໄດ້ກ່າວເຖິງຄຣິສຕະຈັກວ່າ "ເພາະຂ້າພະເຈົ້າຫວງແຫນທ່ານດ້ວຍຄວາມຫວງແຫນທີ່ມາຈາກພຣະເຈົ້າ ຂ້າພະເຈົ້າໝັ້ນໝາຍທ່ານໄວ້ສຳລັບຜົວຄົນດຽວຄືພຣະຄຣິດ ເພື່ອຈະໄດ້ຖວາຍທ່ານໃນຖານະທີ່ເປັນພົມມະຈາລີບໍຣິສຸດແດ່ພຣະອົງ." (2 ໂກຣິນໂທ 11:2 TNCV). ຍິງສາວບໍຣິສຸດໝາຍເຖິງຄຣິສຕະຈັກທີ່ບໍຣິສຸດຂອງພຣະເຈົ້າ ແຕ່ຍິງໂສເພນີນັ້ນໝາຍເຖິງຫຍັງ?
ຍິງໂສເພນີໝາຍເຖິງຄຣິສຕະຈັກທຽມເທັດ(ຈອມປອມ)ທີ່ບໍ່ໄດ້ດຳເນີນຕາມພຣະຄຳຂອງພຣະເຈົ້າ. ເມື່ອພວກເຮົາກັບມາເບິ່ງໃນປະຫວັດສາດທີ່ຜ່ານມາ ປະຊາຊົນຂອງພຣະເຈົ້າໄດ້ເຮັດຜິດຕໍ່ພຣະອົງໂດຍໄປຕິດຕາມພະອື່ນໆ ແລະຮັກສິ່ງຂອງຕ່າງໆໃນໂລກນີ້ ເຊິ່ງມັນໄດ້ແຍກພວກເຂົາອອກຈາກພຣະເຈົ້າ ແລະໄດ້ທຳລາຍຄວາມສຳພັນອັນສັກສິດ. ຍ້ອນວ່າປະຊາຊົນຂອງພຣະອົງບໍ່ມີຄວາມສັດຊື່ ພຣະເຈົ້າຈຶ່ງເອີ້ນພວກເຂົາວ່າ ຄົນຫຼິ້ນຊູ້ ຫຼື ຍິງໂສເພນີ (ຢາໂກໂບ 4:4). ສະນັ້ນ ຍິງໂສເພນີທີ່ກ່າວເຖິງຢູ່ໃນພຣະທຳພຣະນິມິດໝາຍເຖິງຄຣິສຕະຈັກໂຣມັນຄາໂຕລິກ ເຊິ່ງເປັນຄຣິສຕະຈັກທຳອິດທີ່ເປັນຕົ້ນເຫດຂອງການເຮັດຜິດບາບ. ຄຣິສຕະຈັກໂຣມັນຄາໂຕລິກໄດ້ນຳເອົາປະເພນີຂອງຄົນນອກສາສະໜາຫຼາຍໆຢ່າງເຂົ້າມາປະຕິບັດຢູ່ໃນຄຣິສຕະຈັກຂອງພຣະເຈົ້າ ຈົນເຮັດໃຫ້ຄຣິສຕະຈັກຂອງພຣະເຈົ້າເສື່ອມໂຊມລົງ. ພວກເຂົາຍັງໄດ້ປ່ຽນແປງພຣະບັນຍັດຂອງພຣະເຈົ້າ, ປ່ຽນວັນນະມັດສະການຂອງພຣະອົງ ແລະພວກເຂົາຍັງໄດ້ຊັກຈູງໃຫ້ຄຣິສຕະຈັກຕ່າງໆປະຕິບັດໄປຕາມພວກເຂົາອີກດ້ວຍ (ດານີເອນ 7:25). {4SP 233.2}
"ຜູ້ຍິງຄົນໜຶ່ງນັ່ງຢູ່ເທິງສັດຮ້າຍສີແດງເຂັ້ມ" ຄຳພະຍາກອນນີ້ໄດ້ທຳນວາຍເຖິງເຫດການທີ່ກຳລັງເກີດຂຶ້ນຢູ່ໃນເວລາຂອງພວກເຮົາ (ພຣະນິມິດ 17:3). ຜູ້ຍິງໝາຍເຖິງຄຣິສຕະຈັກໂຣມັນຄາໂຕລິກ ແລະສັດຮ້າຍສີແດງເຂັ້ມແມ່ນໝາຍເຖິງອຳນາດການເມືອງ ແລະສີແດງຂອງສັດຮ້າຍໝາຍເຖິງຄວາມບາບ. ໃນກໍລະນີທີ່ຜູ້ຍິງຄົນໜຶ່ງນັ່ງຢູ່ເທິງສັດຮ້າຍສີແດງເຂັ້ມນັ້ນໄດ້ທຳນວາຍບອກໃຫ້ພວກເຮົາຮູ້ໄວ້ລ່ວງໜ້າວ່າ ອຳນາດທາງສາສະໜາຈະຢູ່ເໝືອອຳນາດທາງການເມືອງ. ພຣະນິມິດບົດທີ 17 ນີ້ຍັງໄດ້ບອກເຖິງຄວາມພິນາດຂອງບັນດາຄຣິສຕະຈັກຕ່າງໆທີ່ເສື່ອມໂຊມລົງຍ້ອນຕົວຂອງພວກເຂົາເອງລວມທັງຄຣິສຕະຈັກໂຣມັນຄາໂຕລິກ ແລະ ບັນດາຄຣິສຕະຈັກຕ່າງໆເຫຼົ່ານັ້ນໄດ້ກັບຄືນໄປສູ່ຫຼັກຄຳສອນຂອງຄຣິສຕະຈັກໂຣມັນຄາໂຕລິກ. ຄຣິສຕະຈັກໂຣມັນຄາໂຕລິກຈະຫຼອກຫຼວງທຸກໆປະເທດໃຫ້ເສື່ອມໂຊມລົງ ແລະບັນດາຄຣິສຕະຈັກໂປຣແຕສແຕນຈະໃຫ້ຄຣິສຕະຈັກໂຣມັນຄາໂຕລິກກັບມີອຳນາດອີກຄັ້ງ ແລະພວກເຂົາຈະມີຄວາມຄິດຢ່າງດຽວກັນ ໝາຍຄວາມວ່າ ພວກເຂົາຈະລວມຕົວກັນ ແລະມີວັດຖຸປະສົງອັນດຽວກັນ.
ໃນປີ 2015 ສັນຕະປາປາເຟຣນຊີສ ໄດ້ໄປຢ້ຽມຢາມສະຫະລັດອາເມຣິກາ. ລາວໄດ້ຮັບການຕ້ອນຮັບຈາກປະທານນາທິບໍດີ ທ່ານ ບາຣັກ ໂອບາມາ. ເຖິງແມ່ນວ່າ ມີສັນຕະປາປາຫຼາຍຄົນທີ່ເຄີຍໄປຢ້ຽມຢາມສະຫະລັດອາເມຣິກາກໍຕາມ ແຕ່ວ່າຄັ້ງນີ້ເປັນຄັ້ງທີ່ສຳຄັນທີ່ສຸດຄື ສັນຕະປາປາເຟຣນຊີສເປັນຄົນທຳອິດໃນປະຫວັດສາດທີ່ມີໂອກາດໄດ້ສົນທະນາກັບລັດຖະສະພາຂອງສະຫະລັດອາເມຣິກາ. ມັນໄດ້ສະແດງໃຫ້ເຫັນວ່າ ຄວາມຮູ້ສຶກຂອງນັກການເມືອງທີ່ມີຕໍ່ສັນຕະປາປາໄດ້ມີການປ່ຽນແປງໄປຫຼາຍ ເຊິ່ງແຕກຕ່າງຈາກບັນພຣະບຸລຸດຂອງພວກເຂົາທີ່ໄດ້ມາຍັງປະເທດອາເມຣິກາ ເພື່ອສະແຫວງຫາອິດສະລະອອກຈາກການປົກຄອງຂອງສັນຕະປາປາທາງດ້ານສາສະໜາ ແລະ ການເມືອງ.
ພວກເຮົາເຫັນວ່າ ລັດຖະບານຂອງສະຫະລັດອາເມຣິກາໄດ້ໃຫ້ຄວາມເຄົາລົບແກ່ສັນຕະປາປາຫຼາຍຂຶ້ນ. ຂ່າວປັດຈຸບັນໄດ້ສະແດງໃຫ້ເຫັນວ່າ ຄວາມນິຍົມຂອງສັນຕະປາປາແມ່ນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ພາຍໃນປີທີ່ຜ່ານມາຢູ່ທ່າມກາງບັນດາຜູ້ນຳຂອງໂລກ. ສັນຕະປາປາຍັງໄດ້ເຂົ້າພົບ ແລະ ໃຫ້ຄຳແນະນຳແກ່ພວກເຂົາໃນທຸລະກິດຕ່າງໆຂອງປະເທດ ຫຼື ຂອງໂລກ. ດັ່ງນັ້ນ ພວກເຮົາໄດ້ເຫັນວ່າ ສັນຕະປາປາບໍ່ພຽງແຕ່ໄດ້ຮັບອຳນາດທາງດ້ານພົນລະເມືອງໃນປະເທດອາເມຣິກາເທົ່ານັ້ນ ແຕ່ຍັງໄດ້ຮັບອຳນາດໃນຫຼາຍພາກສ່ວນຂອງໂລກອີກດ້ວຍ.
ອ້າງອີງຈາກປຶ້ມ "God Cares Volume 2" ຂຽນໂດຍ C. Mervyn Maxwell {ຫນ້າ 471-479}
ບາບີໂລນມະຫານະຄອນ
ຄຳວ່າ "ບາບີໂລນ" ຫຍໍ້ມາຈາກ "ບາເບລ" ໝາຍຄວາມວ່າ ສັບສົນ. (ປະຖົມມະການ: 11:9) ຢູ່ໃນພຣະທຳພຣະນິມິດບົດທີ 17 ໄດ້ກ່າວເຖິງບາບີໂລນມະຫານະຄອນ. ບາບີໂລນໝາຍເຖິງຍິງໂສເພນີ ຫຼື ຄຣິສຕະຈັກທຽມເທັດ(ຈອມປອມ)ທີ່ບໍ່ໄດ້ດຳເນີນຕາມພຣະຄຳຂອງພຣະເຈົ້າ ແລ້ວຄຣິສຕະຈັກທຽມເທັດ(ຈອມປອມ) ໝາຍເຖິງຄຣິສຕະຈັກໃດ? ໃນພຣະທຳຢາໂກໂບ 4:4 ປະຊາຊົນຂອງພຣະເຈົ້າທີ່ບໍ່ມີຄວາມສັດຊື່ຕໍ່ພຣະອົງ ພຣະອົງຊົງເອີ້ນພວກເຂົາວ່າ "ຄົນຫຼິ້ນຊູ້ ຫຼື ຍິງໂສເພນີ" ຄຣິສຕະຈັກໂຣມັນຄາໂຕລິກເປັນຄຣິສຕະຈັກທຳອິດທີ່ເປັນຕົ້ນເຫດຂອງການເຮັດຜິດບາບ ແລະບໍ່ໄດ້ດຳເນີນຕາມຄວາມຈິງໃນພຣະຄຳພີ. ພວກເຂົາໄດ້ນຳເອົາປະເພນີຂອງຄົນນອກສາສະໜາເຂົ້າມາປະຕິບັດຢູ່ໃນຄຣິສຕະຈັກ ແລະມັນໄດ້ເຮັດໃຫ້ພວກເຂົາມີຄວາມສັບສົນທາງດ້ານຄວາມເຊື່ອ. ນອກຈາກນີ້ ພວກເຂົາຍັງນຳພາຄຣິສຕະຈັກອື່ນໆປະຕິບັດຕາມພວກເຂົາອີກດ້ວຍ.
"ບາບີໂລນມະຫານະຄອນ ແມ່ຂອງຍິງໂສເພນີທັງຫຼາຍ" (ພຣະນິມິດ 17:5). ຍິງໂສເພນີທັງຫຼາຍທີ່ເປັນລູກສາວຂອງບາບີໂລນນັ້ນ ໝາຍເຖິງຄຣິສຕະຈັກໂປຣແຕສແຕນທັງຫຼາຍທີ່ເຄີຍແຍກຕົວອອກໄປຈາກຄຣິສຕະຈັກໂຣມັນຄາໂຕລິກ ເພື່ອປະຕິບັດຕາມພຣະຄຳພີ ແຕ່ດຽວນີ້ພວກເຂົາໄດ້ກັບເຂົ້າໄປຫາຄຣິສຕະຈັກໂຣມັນຄາໂຕລິກເໝືອນເດີມ. ໃນວັນທີ 31 ເດືອນຕຸລາປີ 2017 ລະບອບການປົກຄອງຂອງສັນຕະປາປາ ແລະ ຄຣິສຕະຈັກໂປຣແຕສແຕນຫຼາຍນິກາຍໄດ້ເຊັນສັນຍາທີ່ພິເສດ ເຊິ່ງໄດ້ປະກາດການຢຸດຕິຂອງການຕໍ່ສູ້ລະຫວ່າງຄຣິສຕະຈັກໂຣມັນຄາໂຕລິກ ແລະສ່ວນໜຶ່ງຂອງຊາວໂປຣແຕສແຕນ ແລະເວົ້າວ່າຮີບຄອງປະເພນີທັງສອງໃນປັດຈຸບັນນີ້ແມ່ນ "ໄດ້ຮ່ວມມືກັນໃນພາລະກິດ ເພາະວ່າພວກເຮົາແມ່ນກໍາລັງປະກາດຂ່າວປະເສີດອັນດຽວກັນ." ການເຊັນສັນຍາທີ່ພິເສດນີ້ໄດ້ເລີ່ມຕົ້ນໃນວັນຄົບຮອບ 500 ປີຂອງທ່ານມາຕິນລູເທີໄດ້ຕິດ 95 ຂໍ້ຄວາມຢູ່ທີ່ປະຕູຂອງໂບດວິນແທນເບີກໃນປະເທດເຢຍລະມັນ. ການເຊັນສັນຍາທີ່ພິເສດນີ້ສະແດງໃຫ້ເຫັນວ່າ ການປະຕິຮູບຂອງຊາວໂປຣແຕສແຕນໄດ້ຢຸດຍຸກຂອງການປະຕິຮູບແລ້ວ. ຄຣິສຕະຈັກໂປຣແຕສແຕນຫຼາຍໆນິກາຍໄດ້ເຂົ້າຮ່ວມກັບຄຣິສຕະຈັກໂຣມັນຄາໂຕລິກ ແລະໄດ້ມາຮັບຄວາມເຊື່ອຂອງຄຣິສຕະຈັກໂຣມັນຄາໂຕລິກ.
ນອກຈາກນີ້ ຍັງໄດ້ພະຍາກອນໄວ້ອີກວ່າ ຄຣິສຕະຈັກໂປຣແຕສແຕນທັງຫຼາຍໃນປະເທດອາເມຣິກາຈະເປັນຜູ້ທຳອິດທີ່ຈະຈັບມືກັບລັດທິເຊື່ອຜີ ແລະພວກເຂົາທັງສອງຈະຮ່ວມມືກັນໄປຈັບມືກັບອຳນາດການປົກຄອງຂອງຄຣິສຕະຈັກໂຣມັນຄາໂຕລິກ ເຊິ່ງຈະເປັນການລວມຕົວກັນໃນເວລາທີ່ໃກ້ຈະສິ້ນສຸດຍຸກສຸດທ້າຍ. ການລວມຕົວກັນຂອງທຸກໆສາສະໜາທີ່ມາຢູ່ພາຍໃຕ້ຄຣິສຕະຈັກໂຣມັນຄາໂຕລິກນີ້ ໄດ້ເຮັດໃຫ້ຄຣິສຕະຈັກໂຣມັນຄາໂຕລິກມີອຳນາດຍິ່ງໃຫຍ່ ແລະບັນດາກະສັດທົ່ວໂລກຈະມາເຂົ້າຮ່ວມກັບພວກເຂົາ "ຄືຍິງທີ່ບັນດາກະສັດແຫ່ງແຜ່ນດິນໂລກລ່ວງປະເວນີນຳ ແລະຄົນທັງຫຼາຍທີ່ຢູ່ເທິງແຜ່ນດິນໂລກກໍມົວເມົາດ້ວຍເຫຼົ້າອະງຸ່ນແຫ່ງການລ່ວງປະເວນີຂອງນາງ." ເຫຼົ້າອະງຸ່ນໝາຍເຖິງຫຼັກຄຳສອນທີ່ບໍ່ຖືກຕ້ອງ ຄຣິສຕະຈັກໂຣມັນຄາໂຕລິກຈະນຳເອົາຫຼັກຄຳສອນອັນບໍ່ຖືກຕ້ອງມາສູ່ປະຊາຊົນທົ່ວໂລກ. "ຜູ້ຍິງທີ່ທ່ານເຫັນນັ້ນຄືມະຫານະຄອນທີ່ຄອບຄອງຢູ່ເໜືອກະສັດທັງຫຼາຍຂອງແຜ່ນດິນໂລກ” ( ພຣະນິມິດ 17:2-5, 18). ໄດ້ສະແດງໃຫ້ເຫັນຢ່າງຊັດເຈນວ່າ ອຳນາດທາງສາສະໜາແມ່ນຢູ່ເໜືອອຳນາດທາງການເມືອງ.
ຫຼັງຈາກນັ້ນ ພວກເຂົາຈະເຮັດການຕໍ່ສູ້ພຣະເຈົ້າ ແລະ ກົດຂີ່ຂົ່ມເຫັງປະຊາຊົນຂອງພຣະອົງທີ່ບໍ່ຍອມເຮັດຕາມຫຼັກຄຳສອນ ຫຼື ກົດໝາຍຂອງພວກເຂົາ "ຍິງນັ້ນມົວເມົາດ້ວຍເລືອດຂອງພວກໄພ່ພົນຂອງພຣະເຈົ້າ ແລະດ້ວຍເລືອດຂອງບັນດາຜູ້ທີ່ຍອມສະຫຼະຊີວິດເພາະເປັນພະຍານຝ່າຍພຣະເຢຊູ." ແລະ "ພວກເຂົາຈະຕໍ່ສູ້ກັບລູກແກະ ແລະ ລູກແກະຈະຊະນະພວກເຂົາ" (ພຣະນິມິດ 17:6,14). ພວກເຂົາຈະຕໍ່ສູ້ພຣະບັນຍັດຂອງພຣະເຈົ້າ ແລະລູກແກະໝາຍເຖິງພຣະເຢຊູຈະທຳລາຍພວກເຂົາໃນທີ່ສຸດ.
ຂ່າວສານຂອງທູດສະຫວັນອົງທີສາມ
ແລ້ວພຣະເຈົ້າໄດ້ສົ່ງທູດສະຫວັນອົງທີສາມມາປະກາດຂ່າວສານໃຫ້ແກ່ມະນຸດທົ່ວໂລກວ່າ: "ຖ້າໃຜບູຊາສັດຮ້າຍ ແລະ ຮູບຂອງມັນ ແລະ ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫຼື ທີ່ມືຂອງເຂົາ. ຄົນນັ້ນຈະຕ້ອງດື່ມເຫຼົ້າອະງຸ່ນແຫ່ງຄວາມໂກດຮ້າຍຂອງພຣະເຈົ້າທີ່ຖອກລົງໃນຈອກແຫ່ງຄວາມໂກດຮ້າຍຂອງພຣະອົງໂດຍບໍ່ປົນກັບສິ່ງໃດ ແລະ ເຂົາຈະຖືກທໍລະມານດ້ວຍໄຟກັບມາດ ຕໍ່ໜ້າບັນດາທູດສະຫວັນບໍຣິສຸດ ແລະ ຕໍ່ພຣະພັກລູກແກະ. ແລະຄວັນແຫ່ງການທໍລະມານຂອງເຂົາຈະພຸ່ງຂຶ້ນຕະຫຼອດໄປເປັນນິດ. ພວກທີ່ບູຊາສັດຮ້າຍ ແລະຮູບຂອງມັນ ແລະໃຜທີ່ຮັບເຄື່ອງໝາຍເຊິ່ງເປັນຊື່ຂອງມັນ ຈະບໍ່ໄດ້ຢຸດພັກທັງກາງເວັນ ແລະ ກາງຄືນ" (ພຣະນິມິດ 14:14).
ຂ່າວສານຈາກທູດສະຫວັນອົງທີສາມນີ້ໄດ້ເຕືອນປະຊາຊົນຂອງພຣະເຈົ້າເຖິງເຫດການທີ່ຈະເກີດຂຶ້ນຢູ່ໃນອະນາຄົດ ຄືຄຣິສຕະຈັກໂຣມັນຄາໂຕລິກ, ບັນດາຄຣິສຕະຈັກໂປຣແຕສແຕນຕ່າງໆທີ່ປະຖິ້ມຄວາມຈິງ ແລະປະເທດອາເມຣິກາຈະໃຊ້ກົດໝາຍໃຫ້ນັບຖືວັນອາທິດເປັນວັນຊະບາໂຕ ພວກເຂົາຈະບັງຄັບຄົນທັງປວງໃຫ້ຍອມຮັບກົດໝາຍຂອງພວກເຂົາ.
ຄຳປະກາດຈາກທູດສະຫວັນອົງທີສາມແມ່ນນຳໜ້າດ້ວຍຖ້ອຍຄຳທີ່ເຕືອນຢ່າງຈິງຈັງ ແລະ ໜ້າຢ້ານກົວກ່ຽວກັບເຄື່ອງໝາຍຂອງສັດຮ້າຍ. ຄວາມບາບອັນຮ້າຍແຮງທີ່ສຸດແມ່ນການຍົກເລີກພຣະບັນຍັດຂອງພຣະເຈົ້າໂດຍສະເພາະພຣະບັນຍັດຂໍ້ສີ່ ເພາະເປັນພຣະບັນຍັດພຽງຂໍ້ດຽວທີ່ຊີ້ໄປທີ່ພຣະເຈົ້າອົງແທ້ຈິງທີ່ເປັນພຣະຜູ້ສ້າງ. ດ້ວຍຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສິ້ນສຸດ ພຣະອົງຈຶ່ງສົ່ງຄຳເຕືອນມາໃຫ້ພວກເຮົາຕໍ່ຕ້ານຄວາມບາບຂອງພວກເຂົາ ເພື່ອໃຫ້ພວກເຂົາມີໂອກາດທີ່ຈະລົບໜີອອກຈາກການລົງໂທດ (ພຣະນິມິດ 18:4). ຂ່າວສານຂອງທູດສະຫວັນອົງທີສາມເປັນຂ່າວຂົ່ມຂູ່ທີ່ໜ້າຢ້ານທີ່ສຸດທີ່ມະນຸດເຄີຍໄດ້ຮັບ ມະນຸດທີ່ຢູ່ເທິງແຜ່ນດິນໂລກກຳລັງເຮັດບາບຢ່າງຮ້າຍແຮງຫຼາຍ ເຊິ່ງຮຽກຮ້ອງຄວາມໂກດຮ້າຍຂອງພຣະເຈົ້າທີ່ບໍ່ປົນກັບຄວາມເມດຕາໃຫ້ຖອກເທລົງມາ. (ໃຫ້ທ່ານກັບໄປອ່ານເພີ່ມເຕີມຢູ່ໃນບົດເລື່ອງ "ເຄື່ອງໝາຍຂອງສັດຮ້າຍ"). {GC 449.2}
ຊາຕານກຳລັງໃຊ້ຄຣິສຕະຈັກໂຣມັນຄາໂຕລິກ, ຄຣິສຕະຈັກໂປຣແຕສແຕນຕ່າງໆທີ່ປະຖິ້ມຄວາມເຊື່ອ ແລະ ອຳນາດຝ່າຍພົນລະເມືອງຂອງປະເທດອາເມຣິກາ ເພື່ອບັງຄັບໃຊ້ວັນອາທິດເປັນວັນຊະບາໂຕ. ເຖິງແມ່ນວ່າ ບັນດາຄຣິສຕະຈັກ ແລະ ລັດຖະບານຈະຮ່ວມອຳນາດຂອງພວກເຂົາເພື່ອບັງຄັບ "ຄົນທັງປວງ, ທັງນ້ອຍ ແລະ ໃຫຍ່, ທັງຮັ່ງມີ ແລະ ຍາກຈົນ, ທັງເສລີ ແລະ ຂ້ອຍຂ້າ" ໃຫ້ຮັບ "ເຄື່ອງໝາຍຂອງສັດຮ້າຍ" ແຕ່ປະຊາຊົນຂອງພຣະເຈົ້າຈະບໍ່ຮັບເຄື່ອງໝາຍຂອງມັນ ເພາະພວກເຂົາຊະນະສັດຮ້າຍດ້ວຍເລືອດຂອງພຣະເຢຊູ "ບັນດາຜູ້ທີ່ມີໄຊຊະນະເໜືອສັດຮ້າຍ ແລະຮູບຂອງມັນ ແລະເໜືອຜູ້ທີ່ມີຕົວເລກໝາຍຊື່ຂອງມັນ ຄົນເຫຼົ່ານີ້ໄດ້ຢືນຢູ່ແຄມທະເລແກ້ວນັ້ນ ພວກເຂົາຖືພິນທີ່ພຣະເຈົ້າໄດ້ມອບໃຫ້ພວກເຂົາ. ພວກເຂົາຮ້ອງເພງຂອງໂມເຊຜູ້ຮັບໃຊ້ຂອງພຣະເຈົ້າ ແລະເພງຂອງລູກແກະ" ແລະ "ນີ້ແຫລະຄືຄວາມອົດທົນທີ່ພວກໄພ່ພົນຂອງພຣະເຈົ້າຈະຕ້ອງມີ ຄືພວກທີ່ຖືຮັກສາພຣະບັດຍັດຂອງພຣະເຈົ້າ ແລະຈົ່ງຮັກພັກດີຕໍ່ພຣະເຢຊູ" (ພຣະນິມິດ 13:16; 14:12; 15:2, 3). {GC 450.1}
ຄຣິສຕຽນໃນສະໄໝອະດີດຖືຮັກສາວັນອາທິດໂດຍຄິດວ່າ ພວກເຂົາກຳລັງຖືຮັກສາວັນຊະບາໂຕຂອງພຣະຄຳພີ ແລະ ໃນເວລານີ້ ມີຄຣິສຕຽນທີ່ສັດຊື່ຢູ່ໃນທຸກຄຣິສຕະຈັກທີ່ເຊື່ອດ້ວຍຄວາມຈິງໃຈວ່າ ພຣະເຈົ້າຊົງແຕ່ງຕັ້ງວັນອາທິດເປັນວັນຊະບາໂຕ. ພຣະເຈົ້າຊົງຍອມຮັບຄວາມຕັ້ງໃຈ ແລະ ຄວາມສັດຊື່ທີ່ຈິງໃຈຂອງພວກເຂົາ ແຕ່ເມື່ອມີການໃຊ້ກົດໝາຍເພື່ອບັງຄັບໃຫ້ຖືຮັກສາວັນອາທິດ ແລະໂລກໄດ້ຮູ້ແຈ້ງແລ້ວວ່າມື້ໃດເປັນວັນຊະບາໂຕທີ່ແທ້ຈິງ. ເມື່ອນັ້ນ ຜູ້ໃດກໍຕາມທີ່ຍັງຄົງລ່ວງລະເມີດພຣະບັນຍັດຂອງພຣະເຈົ້າ ເພື່ອປະຕິບັດຕາມຄຳສອນຂອງໂຣມ ໃນການເຮັດເຊັ່ນນີ້ ຈະເປັນການຖວາຍກຽດແກ່ລະບອບການປົກຄອງຂອງສັນຕະປາປາໃຫ້ສູງກວ່າພຣະເຈົ້າ ແລະຜູ້ໃດທີ່ຍັງຄົງເລືອກທີ່ຈະລ່ວງລະເມີດພຣະບັນຍັດຂອງພຣະເຈົ້າຕໍ່ໄປກໍຈະໄດ້ຮັບ "ເຄື່ອງໝາຍຂອງສັດຮ້າຍ." {GC 449.1}
ອ້າງອີງຈາກປຶ້ມ "ພຣະຄຳພີ" ພຣະນິມິດ 14:9-12; 13:16; 15:2,3
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) {ວັກ 449.1,2; 450.1}
ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ວັນຊະບາໂຕທີ່ແທ້ຈິງ
ວັນຊະບາໂຕຖືກສ້າງຕັ້ງມາຕັ້ງແຕ່ການຊົງສ້າງໂລກ ພຣະເຈົ້າຊົງຕັ້ງມື້ທີເຈັດໃຫ້ເປັນວັນຊະບາໂຕຢູ່ໃນສັບປະດາ ຄືເປັນວັນພັກຜ່ອນຂອງພຣະເຈົ້າທີ່ໄດ້ສຳເລັດໃນການສ້າງໂລກ "ດັ່ງນັ້ນ ຈັກກະວານທັງໝົດຈຶ່ງຖືກສ້າງໃຫ້ສຳເລັດເສັດສິ້ນ. ມື້ທີເຈັດສິ່ງທີ່ພຣະເຈົ້າໄດ້ສ້າງກໍສຳເລັດ ແລະ ພຣະອົງໄດ້ຢຸດພັກກິດຈະການ. ພຣະເຈົ້າອວຍພອນມື້ທີເຈັດ ແລະ ຕັ້ງໄວ້ໃຫ້ເປັນມື້ສັກສິດບໍຣິສຸດ ເພາະຮອດມື້ນີ້ ພຣະອົງສຳເລັດການນິຣະມິດສ້າງ ແລະ ຢຸດກິດຈະການທັງສິ້ນ" (ປະຖົມມະການ 2:1-3). ພວກເຮົາຈະເຫັນໄດ້ຢ່າງຊັດເຈນວ່າ ວັນຊະບາໂຕແມ່ນມື້ທີເຈັດໃນສັບປະດາ. ເມື່ອພວກເຮົາກັບໄປເບິ່ງພຣະຄຳພີນັບຕັ້ງແຕ່ພຣະທຳປະຖົມມະການ ຈົນເຖິງພຣະທຳພຣະນິມິດ ບໍ່ມີຂໍ້ພຣະຄຳພີຂໍ້ໃດທີ່ເວົ້າເຖິງການປ່ຽນແປງວັນຊະບາໂຕ.
ໃນສະໄໝຂອງອາດາມຈົນເຖິງສະໄໝຂອງພວກອັກຄະສາວົກຂອງພຣະເຢຊູ ວັນຊະບາໂຕໄດ້ຖືກຮັກສາມາຕະຫຼອດ ແຕ່ເນື່ອງຈາກວ່າ ຊາຕານບໍ່ສາມາດທີ່ຈະທຳລາຍປະຊາຊົນຂອງພຣະເຈົ້າໄດ້ ມັນຈຶ່ງທຳການປ່ຽນແປງພຣະບັນຍັດຂອງພຣະອົງ ເຊິ່ງມີພຣະຄຳຂໍ້ໜຶ່ງໄດ້ກ່າວໄວ້ວ່າ "ຜູ້ໃດທີ່ຝ່າຝືນກົດບັນຍັດຂໍ້ໃດຂໍ້ໜຶ່ງ ຜູ້ນັ້ນກໍຜິດໃນຖານຝ່າຝືນກົດບັນຍັດທັງໝົດ" (ຢາໂກໂບ 2:10). ຊາຕານຈຶ່ງເຮັດການປ່ຽນແປງພຣະບັນຍັດຂອງພຣະເຈົ້າໂດຍຜ່ານທາງສັນຕະປາປາ ເຊິ່ງເປັນຜູ້ນຳຂອງຄຣິສຕະຈັກໂຣມັນຄາໂຕລິກ (ດານີເອນ 7:25). ໃນສະໄໝຂອງຍຸກມືດ ພວກເຮົາຈະເຫັນໄດ້ຢ່າງຊັດເຈນວ່າ ຄຣິສຕະຈັກໂຣມັນຄາໂຕລິກໄດ້ໃຫ້ຈັກກະພັດຄອນແຕນຕິນອອກກົດໝາຍໃຫ້ປະຊາຊົນນັບຖືມື້ທີໜຶ່ງໃນສັບປະດາໃຫ້ເປັນວັນຊະບາໂຕ. ເຖິງແມ່ນວ່າ ສະໄໝຂອງຍຸກມືດຈະສິ້ນສຸດລົງ ແຕ່ປະຊາຊົນກໍຍັງຄົງນັບຖືມື້ທີໜຶ່ງໃນສັບປະດາໃຫ້ເປັນວັນຊະບາໂຕຈົນມາຮອດປັດຈຸບັນນີ້.
ແຕ່ພຣະເຈົ້າໄດ້ໃຫ້ປະຊາຊົນທີ່ສັດຊື່ຂອງພຣະອົງກັບມາຮັກສາພຣະບັນຍັດຂອງພຣະອົງເໝືອນເດີມ ຄືກຸ່ມຜູ້ທີ່ລໍຄອຍການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ ເພາະພຣະອົງຈະກວດສອບການກະທຳຂອງແຕ່ລະຄົນໂດຍປຽບທຽບໃສ່ກັບພຣະບັນຍັດຂອງພຣະອົງ ສະນັ້ນ ມັນເປັນສິ່ງທີ່ສຳຄັນທີ່ສຸດທີ່ມະນຸດທົ່ວໂລກຈະຕ້ອງໄດ້ຮັກສາພຣະບັນຍັດຂອງພຣະອົງ ເຊິ່ງການພິພາກສາຂອງພຣະອົງກໍຍັງດຳເນີນຢູ່ໃນປັດຈຸບັນ ແລະ ຈະສິ້ນສຸດໃນອີກບໍ່ດົນນີ້. ເມື່ອສິ້ນສຸດການພິພາກສາແລ້ວ ກໍຈະບໍ່ມີເລືອດຂອງພຣະອົງມາຊຳລະລ້າງບາບໃຫ້ມະນຸດ ເມື່ອນັ້ນມະນຸດຈະບໍ່ສາມາດກັບໃຈໃໝ່ໄດ້ອີກ "ຜູ້ໃດທີ່ເຮັດຊົ່ວ ກໍໃຫ້ເຮັດຊົ່ວຕໍ່ໄປ, ຜູ້ໃດທີ່ເປັນຄົນຊົ່ວຊ້າ ກໍໃຫ້ເປັນຄົນຊົ່ວຊ້າຕໍ່ໄປ, ຜູ້ໃດທີ່ເປັນຄົນຊອບທຳ ກໍໃຫ້ເຮັດການຊອບທຳຕໍ່ໄປ ແລະ ຜູ້ໃດທີ່ເປັນຄົນບໍຣິສຸດ ກໍໃຫ້ເປັນຄົນບໍຣິສຸດຕໍ່ໄປ" (ພຣະນິມິດ 22:11). ທຸກຄົນທີ່ມີອຸປະນິໄສທີ່ສອດຄ່ອງກັບພຣະບັນຍັດຂອງພຣະເຈົ້າໂດຍຜ່ານທາງຄວາມຊອບທຳຂອງພຣະເຢຊູຈະໄດ້ຮັບການຊ່ວຍຊີວິດ. {GC 483.2}
ວັນຊະບາໂຕ ບໍ່ພຽງແຕ່ບອກວ່າເປັນວັນຢຸດພັກກິດຈະການ, ເປັນວັນພັກຜ່ອນ ແລະ ເປັນວັນບໍຣິສຸດຂອງພຣະເຈົ້າເທົ່ານັ້ນ ແຕ່ພຣະເຈົ້າຍັງບອກພວກເຮົາໃຫ້ນັບຖືວັນຊະບາໂຕ, ຢຶດຖືໄວ້ ແລະອຸທິຖວາຍຕົວຂອງເຮົາໃຫ້ພຣະອົງ ເພາະມັນແມ່ນເຄື່ອງໝາຍອັນສຳຄັນລະຫວ່າງພຣະອົງ ແລະພວກເຮົາສືບໄປເປັນນິດ ເພື່ອສະແດງໃຫ້ເຫັນວ່າ ພຣະອົງເປັນພຣະເຈົ້າຂອງພວກເຮົາ "ຈົ່ງຖືວັນຊະບາໂຕ ແລະ ຢຶດຖືໄວ້ເປັນວັນສັກສິດ" (ອົບພະຍົບ 20:8-11; 31:12-17). ນອກຈາກນີ້ ວັນຊະບາໂຕຍັງເປັນເຄື່ອງໝາຍຂອງກາປະທັບທີ່ພຣະເຈົ້າຈະປະທັບກາໃສ່ພວກເຮົາໃນວັນທີ່ພຣະອົງຈະໄຖ່ພວກເຮົາອອກຈາກໂລກນີ້ ພຣະເຈົ້າຊົງກ່າວວ່າ: "ຈົ່ງປະທັບກາພຣະບັນຍັດໄວ້ໃນພວກສາວົກຂອງຂ້າພະເຈົ້າ" (ເອຊາຢາ 8:16).
ເປັນຫຍັງ ພວກເຮົາຈຶ່ງທົນທຸກຕໍ່ການຖືກຂົ່ມເຫັງ
ເພື່ອເຫັນແກ່ຄວາມຈິງ?
ໃນຍຸກນີ້ກໍຄືກັນກັບຍຸກກ່ອນໃນອະດີດ ການປະກາດຄວາມຈິງທີ່ເຕືອນເລື່ອງຄວາມບາບ ແລະ ຄວາມຜິດຂອງຍຸກນີ້ ຈະກະຕຸ້ນໃຫ້ເກີດການຕໍ່ຕ້ານຂຶ້ນ. "ດ້ວຍວ່າ ທຸກຄົນທີ່ເຮັດຊົ່ວ ກໍກຽດຊັງຄວາມສະຫວ່າງ ແລະຈະບໍ່ມາຫາຄວາມສະຫວ່າງ ເພາະຢ້ານວ່າ ການກະທຳຂອງຕົນນັ້ນຈະຖືກເປີດເຜີຍ" (ໂຢຮັນ3:20) ໃນຂະນະທີ່ຫຼາຍຄົນເຫັນວ່າ ບໍ່ສາມາດຮັກສາຈຸດຢືນຂອງຕົນຕາມພຣະຄຳພີໄດ້ ແຕ່ຢ່າງໃດກໍຕາມ ພວກເຂົາກໍຈະຮັກສາຈຸດຢືນຂອງພວກເຂົາດ້ວຍຄວາມຮຸນແຮງ; ແລະດ້ວຍຄວາມຄິດທີ່ໂຫດຮ້າຍ ພວກເຂົາກໍຈະໂຈມຕີອຸປະນິໄສ ແລະ ຄວາມຕັ້ງໃຈຂອງຜູ້ທີ່ຢຶດໝັ້ນໃນຄວາມຈິງຕາມພຣະຄຳພີ. {GC 458.2}
ພວກເຮົາຄວນຈະຢ້ານມະນຸດບໍ?
"ຈົ່ງຟັງເຮົາ ເຈົ້າທັງຫຼາຍຜູ້ຮູ້ເຖິງຄວາມຊອບທຳ ຊົນຊາດເຊິ່ງພຣະບັນຍັດຂອງເຮົາຢູ່ໃນໃຈ ຢ່າຢ້ານການຕຳໜິຂອງມະນຸດ ແລະ ຢ່າວິຕົກຕໍ່ການກ່າວຄຳຫຍາບຄາຍຂອງພວກເຂົາ ເພາະວ່າໂຕມອດຈະກິນພວກເຂົາຄືກິນເສື້ອຜ້າ ແລະ ໂຕໜອນຈະກິນພວກເຂົາຄືກິນຂົນແກະ ແຕ່ຄວາມຊອບທຳຂອງເຮົາຈະຢູ່ເປັນນິດ ແລະ ຄວາມພົ້ນຂອງເຮົາຈະຢູ່ຕະຫຼອດທຸກຊົ່ວອາຍຸ." (ເອຊາຢາ 51:7,8).
ອ້າງອີງຈາກປຶ້ມ "ພຣະຄຳພີ" ເອຊາຢາ 56:2, 6,7; 8:16; 58:1,2,12-16; 51:7,8; ພຣະນິມິດ 14:12; ໂຢຮັນ 3:2
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 26 {ວັກ 451.1; 452.1; 452.4; 458.2}
ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ