ທ່ານ ວິລລຽມ ມິລເລີ ຈົນເຖິງຄວາມຜິດຫວັງຄັ້ງທີສອງ
ທ່ານ ວິລລຽມ ມິລເລີ
ເນື່ອງຈາກປະຊາຊົນຂອງພຣະເຈົ້າສະແຫວງຫາເງິນທອງ, ຫຼົງໄຫຼໃນອຳນາດ ແລະ ຊື່ສຽງ ພວກເຂົາຈຶ່ງສົ່ງເສີມຄວາມຄິດທີ່ວ່າ ວັນອັນຍິ່ງໃຫຍ່ຂອງພຣະເຈົ້າຍັງຢູ່ໃນອະນາຄົດ. ດ້ວຍເຫດນີ້ ເລື່ອງການສະເດັດກັບມາຂອງພຣະເຢຊູຈຶ່ງບໍ່ໄດ້ຮັບການເອົາໃຈໃສ່ ແລະ ພວກເຂົາໄດ້ພາກັນເມີນເຊີຍຕໍ່ຄຳພະຍາກອນຕ່າງໆ ທີ່ໄດ້ກ່າວກ່ຽວກັບການສະເດັດກັບມາຂອງພຣະອົງ.
ສະນັ້ນ ເພື່ອປຸກປະຊາກອນຂອງພຣະເຈົ້າຈາກການນອນຫຼັບ ແລະ ຕຽມຕົວພວກເຂົາໃຫ້ພ້ອມເພື່ອຕ້ອນຮັບການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ ພຣະເຈົ້າຈຶ່ງເລືອກຊາຍຄົນໜຶ່ງທີ່ເປັນຊາວນາຊື່ວ່າ: “ທ່ານວິລລຽມ ມິລເລີ” ໃຫ້ເປີດເຜີຍຄຳພະຍາກອນທີ່ດານີເອນໄດ້ບັນທຶກໄວ້ "ອີກ 2300 ວັນ ແລ້ວສະຖານນະມັດສະການຈະໄດ້ຮັບການຊຳລະໃຫ້ບໍຣິສຸດອີກຄັ້ງໜຶ່ງ" (ດານີເອນ 8:14 TNCV). ທູດສະຫວັນຂອງພຣະເຈົ້າໄດ້ມາຫາທ່ານມິລເລີ ແລະ ດົນໃຈເພິ່ນໃຫ້ສຶກສາຄຳພະຍາກອນ. ທ່ານມິລເລີໄດ້ສຶກສາພຣະຄຳພີເລີ່ມຈາກປະຖົມມະການ ເພິ່ນອ່ານໜັງສືເທື່ອລະຂໍ້ ແລະ ສຶກສາທຸກໆມື້. ທູດສະຫວັນຍັງໄດ້ເປີດເຜີຍຄວາມໝາຍຂອງພຣະຄຳພີ ແລະ ນຳພາສະຕິປັນຍາຂອງທ່ານມິລເລີໃຫ້ເຂົ້າໃຈເຖິງຄວາມໝາຍຂອງມັນ. ເມື່ອທ່ານມິລເລີເຫັນບາງສິ່ງທີ່ບໍ່ແນ່ໃຈ ເພິ່ນກໍຈະນຳຂໍ້ພຣະຄຳພີນັ້ນມາປຽບທຽບກັບຂໍ້ພຣະຄຳພີອື່ນໆ. ແລະ ເມື່ອເພິ່ນເຫັນຂໍ້ພຣະຄຳພີໃດທີ່ບໍ່ເຂົ້າໃຈ ເພິ່ນກໍຈະຊອກຫາຂໍ້ພຣະຄຳພີອື່ນໆ ທີ່ອະທິບາຍກ່ຽວກັບຂໍ້ພຣະຄຳພີນັ້ນ. ທ່ານມິລເລີແນມເບິ່ງພຣະຄຳຂອງພຣະເຈົ້າດ້ວຍຄວາມສັດທາ ແລະ ນັບຖືພຣະຄຳສັກສິດຂອງພຣະອົງດ້ວຍຄວາມເຄົາລົບ ແລະ ຢຳເກງ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 20 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ຄຳພະຍາກອນຂອງດານີເອນໄດ້ຮັບການເປີດເຜີຍ
ເມື່ອທ່ານມິລເລີໄດ້ສຶກສາຄຳພະຍາກອນຢູ່ໃນພຣະຄຳພີ ເພິ່ນກໍເຫັນວ່າສິ່ງທີ່ໄດ້ພະຍາກອນໄວ້ໃນພຣະທຳດານີເອນ ແລະ ພຣະນິມິດຢູ່ໃນອະດີດນັ້ນມັນໄດ້ເກີດຂຶ້ນຕາມທີ່ໄດ້ພະຍາກອນໄວ້. ສະນັ້ນ ທ່ານມິລເລີຈຶ່ງໝັ້ນໃຈໃນພຣະຄຳຂອງພຣະເຈົ້າ ແລະ ເພິ່ນໄດ້ຮຽນຕີຄວາມໝາຍຄຳພະຍາກອນຕ່າງໆໃນພຣະຄຳພີ. ແລ້ວທ່ານມິລເລີກໍໄດ້ມາເຖິງຄຳພະຍາກອນທີ່ກ່ຽວຂ້ອງກັບເວລາໃນອະນາຄົດອັນໃກ້ໆນີ້. ຄຳພະຍາກອນນັ້ນແມ່ນຢູ່ໃນພຣະທຳດານີເອນໄດ້ກ່າວວ່າ: "ອີກ 2300 ວັນ ແລ້ວສະຖານນະມັດສະການຈະໄດ້ຮັບການຊຳລະໃຫ້ບໍຣິສຸດອີກຄັ້ງໜຶ່ງ" (ດານີເອນ 8:14 TNCV). ຈາກການສຶກສາພຣະຄຳພີ ທ່ານມິລເລີເຫັນວ່າ ໜຶ່ງວັນເທົ່າກັບໜຶ່ງປີ (ເອເສກຽນ 4:6). ສະນັ້ນ ເພິ່ນຈຶ່ງຄິດໄລ່ຕົວເລກຂອງຄຳພະຍາກອນໃນທາງຄະນິດສາດ ແລະ ເພິ່ນເຫັນວ່າ ຄຳພະຍາກອນນັ້ນຈະສຳເລັດໃນໄວໆນີ້. ຫຼັງຈາກທີ່ເພິ່ນລະນຶກໄດ້ວ່າ ຄຳພະຍາກອນນີ້ຈະເກີດຂຶ້ນໃນອີກບໍ່ດົນ ເພິ່ນກໍສົນໃຈໃນຄຳພະຍາກອນຫຼາຍຂຶ້ນ.
ຂັ້ນຕອນທຳອິດ, ຂໍໃຫ້ພວກເຮົາອະທິບາຍວິທີການຕີຄວາມໝາຍຂອງຄຳພະຍາກອນ 2300 ປີສາກ່ອນ ໂດຍໃຊ້ພຣະຄຳພີເປັນແນວທາງຂອງພວກເຮົາ. ເມື່ອທ່ານມິລເລີໄດ້ສຶກສາຄຳພະຍາກອນຂອງພຣະທຳດານີເອນ 8:14. ເພິ່ນບໍ່ສາມາດຊອກຫາຈຸດເລີ່ມຕົ້ນຂອງ 2300 ປີຢູ່ໃນບົດດຽວກັນໄດ້ ແລ້ວທູດສະຫວັນຄັບຣີເອນໄດ້ອະທິບາຍນິມິດກ່ຽວກັບແກະ ແລະ ແບ້ ແຕ່ເມື່ອທູດສະຫວັນກ່າວເຖິງການກົດຂີ່ຂົ່ມເຫັງປະຊາຊົນຂອງພຣະເຈົ້າ ດານີເອນກໍບໍ່ສາມາດທົນຮັບຟັງຄຳພະຍາກອນໄດ້ ແລ້ວເພິ່ນກໍບໍ່ສະບາຍ ແລະ ເປັນລົມ. ແຕ່ຢູ່ໃນພຣະທຳດານີເອນບົດທີ 9 ທູດສະຫວັນໄດ້ກັບມາອະທິບາຍນິມິດອີກຄັ້ງ ແລະ ໄດ້ບອກເຫດການເພີ່ມເຕີມອີກທີ່ຈະເກີດຂຶ້ນຢູ່ໃນຊ່ວງເວລາ 2300 ປີ.
ຢູ່ໃນພຣະນິມິດ 9:23 ທູດສະຫວັນໄດ້ມາບອກດານີເອນໃຫ້ເຂົ້າໃຈນິມິດ ເຊິ່ງພວກເຮົາສາມາດສະຫຼຸບໄດ້ວ່າ ໄລຍະເວລາຂອງຄຳພະຍາກອນສາມາດພົບເຫັນໄດ້ຢູ່ໃນພຣະທຳດານີເອນ 9:24-27 ແມ່ນກ່ຽວຂ້ອງກັບ 2300 ປີຂອງພຣະທຳດານີເອນ 8:14.
ຢູ່ໃນພຣະທຳດານີເອນ 9:25 ໄດ້ກ່າວວ່າ: "ຈົ່ງຮັບຮູ້ ແລະ ເຂົ້າໃຈຂໍ້ນີ້ເຖີດ ຄືຕັ້ງແຕ່ມີຄຳສັ່ງໃຫ້ກອບກູ້ ແລະ ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່..." (ດານີເອນ 9:25 TNCV). ສະນັ້ນ ໄລຍະເວລາໃນຄຳພະຍາກອນຂອງພຣະທຳດານີເອນ ບົດທີ 8 ແລະ 9 ເລີ່ມຈາກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່. ເມື່ອພວກເຮົາສຶກສາພຣະທຳເອຊະຣາ ພວກເຮົາຈະເຫັນວ່າມີຄຳສັ່ງສາມຄັ້ງທີ່ໃຫ້ແກ່ຊາວຢິວ. ແຕ່ມີພຽງຄຳສັ່ງຄັ້ງດຽວທີ່ໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ສ່ວນອີກສອງຄຳສັ່ງນັ້ນແມ່ນໃຫ້ບູລະນະສ້າງພຣະວິຫານ. ສະນັ້ນ ໃນປະຫວັດສາດຈຶ່ງບອກພວກເຮົາວ່າ ຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມແມ່ນເລີ່ມຕັ້ງແຕ່ປີກ່ອນ ຄສ 457.
ພວກເຮົາສາມາດຄຳນວນໄດ້ຈາກປີກ່ອນ ຄສ 457 ແລະ ໄດ້ເພີ່ມເຂົ້າອີກໜຶ່ງປີເນື່ອງຈາກວ່າບໍ່ມີປີສູນ ເພາະການຄຳນວນປະຕິທິນຂອງຊາວຢິວແມ່ນມີຄວາມແຕກຕ່າງກັນ. ທ່ານມິລເລີຈຶ່ງສະຫຼຸບໄດ້ວ່າ 2300 ປີໃນພຣະທຳດານີເອນ 8:14 ແມ່ນເລີ່ມຕົ້ນໃນປີກ່ອນ ຄສ 457 ແລະ ໄດ້ສິ້ນສຸດໃນລະຫວ່າງປີ 1843 ຫຼື 1844.
ແຕ່ໜ້າເສຍດາຍທີ່ທ່ານມິລເລີເຂົ້າໃຈຜິດໃນສິ່ງທີ່ຈະເກີດຂຶ້ນໃນຕອນທ້າຍຂອງ 2300 ປີ. ເຊັ່ນດຽວກັນຄົນສ່ວນຫຼາຍໃນສະໄໝຂອງເພິ່ນ ເຂົາຄິດວ່າໂລກເປັນສະຖານນະມັດສະການທີ່ຈະໄດ້ຮັບການຊຳລະໃຫ້ບໍຣິສຸດດ້ວຍໄຟໃນຍຸກສຸດທ້າຍ ເຊິ່ງຄົນຊົ່ວຮ້າຍຈະຖືກທຳລາຍ ແລະ ໂລກຈະໄດ້ຮັບການຊຳລະໃຫ້ບໍຣິສຸດ. ສະນັ້ນ ທ່ານມິລເລີຈຶ່ງສະຫຼຸບວ່າ ໃນຕອນທ້າຍຂອງ 2300 ປີຈະມີການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. ພຣະເຈົ້າຊົງຮູ້ວ່າ ປະຊາຊົນຕ້ອງຕື່ນຈາກການນອນຫຼັບຝ່າຍຈິດວິນຍານ ແລະ ດ້ວຍເຫດນີ້ ພຣະອົງຈຶ່ງອະນຸຍາດໃຫ້ມີການຕີຄວາມໝາຍທີ່ຜິດພາດເກີດຂຶ້ນ ເພື່ອຈະໄດ້ປຸກຈິດວິນຍານຢູ່ທ່າມກາງຄຣິສຕຽນທັງຫຼາຍ.
ທ່ານມິລເລີເຫັນວ່າ ຄຳພະຍາກອນນີ້ຈະເກີດຂຶ້ນຢູ່ໃນຊ່ວງເວລາລະຫວ່າງປີ 1843 ຫາລະດູໃບໄມ້ປົ່ງໃນປີ 1844.
ອ້າງອີງຈາກປຶ້ມ "ພຣະຄຳພີ" ດານີເອນ ບົດທີ 8 ແລະ 9.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 18, 19 ແລະ 20 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ປະກາດເລື່ອງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ
"ອີກ 2300 ວັນ ແລ້ວສະຖານນະມັດສະການຈະໄດ້ຮັບການຊຳລະໃຫ້ບໍຣິສຸດອີກຄັ້ງໜຶ່ງ" (ດານີເອນ 8:14 TNCV).
ໃນຂະນະທີ່ທ່ານມິລເລີໄດ້ຕິດຕາມຄຳພະຍາກອນເຫຼົ່ານັ້ນ ເພິ່ນກໍເຫັນວ່າ ມະນຸດທົ່ວໂລກກຳລັງມີຊີວິດຢູ່ໃນຍຸກສຸດທ້າຍທີ່ກຳລັງຈະມາເຖິງຈຸດຈົບ ແລະ ທຸກຄົນຕ່າງກໍພາກັນບໍ່ຮູ້ເລື່ອງນີ້ເລີຍ. ທ່ານມິລເລີໄດ້ເບິ່ງໄປທີ່ການເຊື່ອມລົງຂອງຄຣິສຕະຈັກ ແລະ ເຫັນວ່າພວກເຂົາຮັກຝ່າຍໂລກຫຼາຍກວ່າຮັກພຣະເຈົ້າຂອງພວກເຂົາ ເຊິ່ງເຫັນໄດ້ຢ່າງຊັດເຈນວ່າ ພວກເຂົາກຳລັງສະແຫວງຫາເງິນທອງ, ຫຼົງໄຫຼໃນອຳນາດ ແລະ ຊື່ສຽງ. ນອກຈາກນີ້ ທ່ານມິລເລີຍັງໄດ້ເຫັນເຖິງຄວາມອະທຳ ແລະ ຄວາມຊົ່ວຮ້າຍເພີ່ມຂຶ້ນທຸກມື້.
ຢູ່ພາຍໃນຈິດໃຈຂອງທ່ານມິລເລີຖືກລົບກວນຢູ່ຕະຫຼອດເວລາກ່ຽວກັບເລື່ອງຄຳພະຍາກອນ ຈົນກະທັ້ງ ເພິ່ນໄດ້ປະຖິ້ມໄຮ່ນາຂອງເພິ່ນ ແລະ ໄດ້ເລີ່ມເປີດເຜີຍຄວາມລັບກ່ຽວກັບຄຳພະຍາກອນທີ່ໄດ້ບັນທຶກໄວ້ໃນພຣະທຳດານິເອນໃຫ້ປະຊາຊົນຟັງ ແລະ ເພິ່ນຍັງໄດ້ນຳພາປະຊາຊົນໃຫ້ຕຽມຕົວພ້ອມສຳລັບການສະເດັດກັບມາຄັ້ງທີສອງຂອງພຣະເຢຊູຜ່ານທາງຄຳພະຍາກອນນັ້ນ.
ທ່ານມິລເລີໄດ້ໄປເທດສະໜາວ່າ: "ຈົ່ງຢຳເກງພຣະເຈົ້າ ແລະ ສັນລະເສີນຄວາມຍິ່ງໃຫຍ່ຂອງພຣະອົງ ເພາະເຖິງເວລາແລ້ວທີ່ພຣະອົງຈະຕັດສິນມະນຸດສະໂລກ. ຈົ່ງນະມັດສະການພຣະອົງຜູ້ທີ່ໄດ້ສ້າງຟ້າສະຫວັນ, ແຜ່ນດິນໂລກ, ນ້ຳທະເລ ກັບບໍ່ນ້ຳພຸທັງຫຼາຍ" (ພຣະນິມິດ 14:7). ປະຊາຊົນຖືກປຸກໃຫ້ຕື່ນຂຶ້ນຈາກຄວາມມືດຝ່າຍໂລກ ແລະ ຂ່າວສານເລື່ອງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ ໄດ້ເຮັດໃຫ້ຄົນເປັນຈຳນວນຫຼວງຫຼາຍໃຫ້ຄວາມສົນໃຈໃນຂ່າວສານຂອງທ່ານມິລເລີ.
ຜູ້ທີ່ເຊື່ອໃນຂ່າວສານນັ້ນກໍໄດ້ພາກັນກັບໃຈໃໝ່, ສາລະພາບຄວາມບາບຕໍ່ພຣະເຈົ້າ ແລະ ອະທິຖານຂໍການອະໄພບາບຈາກພຣະອົງ. ມີອາຈານສາສະໜາບາງຄົນໄດ້ເຊື່ອ ແລະ ແນ່ໃຈໃນຄວາມຖືກຕ້ອງຂອງຄຳພະຍາກອນທີ່ທ່ານມິລເລີໄດ້ບັນລະຍາຍ. ພວກເຂົາໄດ້ພາກັນປະຖິ້ມຄວາມຈອງຫອງ, ເງິນເດືອນ ແລະ ຄຣິສຕະຈັກ ເພື່ອອອກໄປປະກາດຂ່າວສານທີ່ໄດ້ຮັບຈາກທ່ານມິລເລີ.
ສ່ວນປະຊາຊົນຜູ້ທີ່ເຊື່ອ, ບາງຄົນກໍໄດ້ປະຖິ້ມໄຮ່ນາຂອງຕົນ, ບາງຄົນປະຖິ້ມທຸລະກິດການຄ້າ ແລະ ບາງຄົນປະຖິ້ມອາຊີບຂອງຕົນ ເພື່ອອອກໄປປະກາດຂ່າວສານເລື່ອງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. ຝ່າຍພໍ່ແມ່ທີ່ໄດ້ເຊື່ອໃນຂ່າວສານນັ້ນ ກໍໄດ້ເຕືອນລູກຫຼານ, ໝູ່ເພື່ອນ ແລະ ຍາດຕິພີ່ນ້ອງທີ່ຍັງບໍ່ໄດ້ເຊື່ອໃນຂ່າວສານນັ້ນ ເພື່ອໃຫ້ພວກເຂົາກັບໃຈໃໝ່ ແລະ ຕຽມຕົວໃຫ້ພ້ອມສຳລັບການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ.
ແຕ່ໃນລະຫວ່າງທີ່ຂ່າວສານຖືກເຜີຍແຜ່ອອກໄປທົ່ວທຸກຫົນທຸກແຫ່ງນັ້ນ ກໍໄດ້ຖືກຕໍ່ຕ້ານຈາກບັນດາສາສະໜາຈານ, ພວກຜູ້ນຳຄຣິສຕະຈັກ ແລະ ປະຊາຊົນທີ່ບໍ່ໄດ້ເຊື່ອໃນຂ່າວສານເລື່ອງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. ພວກເຂົາໄດ້ອ້າງຂໍ້ພຣະຄຳພີທີ່ກ່າວວ່າ: "ແຕ່ເລື່ອງວັນ ແລະ ໂມງນັ້ນ ບໍ່ມີໃຜຮູ້, ບັນດາທູດສະຫວັນ ແລະ ພຣະບຸດກໍບໍ່ຮູ້; ມີແຕ່ພຣະບິດາອົງດຽວເທົ່ານັ້ນທີ່ຮູ້" (ມັດທາຍ24:36). ແລ້ວພວກສາສະໜາຈານທີ່ປະຕິເສດຂ່າວສານຂອງທ່ານມິລເລີນັ້ນ ພວກເຂົາກໍໄດ້ເທດສະໜາເລື່ອງທີ່ຟັງມ່ວນຫູ ເພື່ອທີ່ຈະຊັກຊວນໃຫ້ປະຊາຊົນທັງຫຼາຍອອກຈາກຂ່າວສານທີ່ມາຈາກທ່ານມິລເລີ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 18 ຫາ 21 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ຄວາມຜິດຫວັງຄັ້ງທຳອິດ
ຂ່າວການສະເດັດກັບມາຄັ້ງທີສອງຂອງພຣະເຢຊູໄດ້ເຜີຍແຜ່ຢູ່ຫຼາຍໆປະເທດ. ບັນດາຜູ້ທີ່ເຊື່ອໃນຂ່າວສານນັ້ນກໍໄດ້ພາກັນສຶກສາຄຳພະຍາກອນ ແລະ ພວກເຂົາກໍໄດ້ພົບຫຼັກຖານທີ່ສະແດງໃຫ້ເຫັນວ່າ ຍຸກສຸດທ້າຍໃກ້ເຂົ້າມາແລ້ວ. ພວກເຂົາໄດ້ແຍກຕົວອອກຈາກຝ່າຍໂລກ ແລະ ໄປສຶກສາພຣະຄຳຂອງພຣະເຈົ້າຢ່າງຈິງຈັງ. ແລ້ວພວກເຂົາເຫຼົ່ານັ້ນກໍໄດ້ປະກາດຂ່າວປະເສີດຢູ່ທຸກຫົນທຸກແຫ່ງທີ່ພວກເຂົາຈະສາມາດປະກາດໄດ້ ຈົນຂ່າວປະເສີດເລື່ອງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູໄດ້ແຜ່ຂະຫຍາຍຢູ່ທົ່ວໄປ.
ແຕ່ພວກຜູ້ນຳສາສະໜາຈານ ແລະ ປະຊາຊົນທີ່ບໍ່ໄດ້ເຊື່ອໃນຂ່າວສານນັ້ນ ພວກເຂົາຕ່າງກໍພາກັນຕໍ່ຕ້ານ ແລະ ຂົ່ມເຫັງທ່ານມິລເລີ ລວມທັງບັນດາຜູ້ຄົນທີ່ຕິດຕາມເພິ່ນ. ພວກເຂົາໄດ້ພາກັນເວົ້າຄວາມບໍ່ຈິງຢູ່ທຸກຫົນທຸກແຫ່ງ ເພື່ອທີ່ຈະທຳລາຍອິດທິພົນຂອງທ່ານມິລເລີ. ນອກຈາກນີ້ ພວກເຂົາຍັງໄດ້ຂັດຂວາງຜູ້ທີ່ຍອມຮັບເອົາຂ່າວສານທີ່ມາຈາກສະຫວັນ ແລະ ຍັງໄດ້ວາງແຜນການທີ່ຈະຂ້າທ່ານມິລເລີອີກດ້ວຍ. ແຕ່ວ່າທູດສະຫວັນຂອງພຣະເຈົ້າໄດ້ປົກປ້ອງທ່ານມິລເລີໄວ້.
ຄຣິສຕະຈັກຕ່າງໆໄດ້ຫັນໜີອອກຈາກຂ່າວສານທີ່ມາຈາກສະຫວັນ ແລະ ໄດ້ປະຕິເສດບໍ່ຍອມຮັບຂ່າວສານນັ້ນ ສະນັ້ນ ພຣະເຈົ້າຈຶ່ງໄດ້ຫັນພຣະພັກ (ໃບໜ້າ) ຂອງພຣະອົງອອກຈາກຄຣິສຕະຈັກ ແລະ ສັ່ງໃຫ້ບັນດາທູດສະຫວັນຂອງພຣະອົງເຝົ້າເບິ່ງແຍງຮັກສາບັນດາຜູ້ທີ່ຕ້ອນຮັບຂ່າວສານ ແລະ ອຸທິດຕົນເພື່ອຂ່າວສານນັ້ນ.
ພໍມາເຖິງປີ 1844 ຜູ້ຄົນທີ່ລໍຄອຍການສະເດັດກັບມາຂອງພຣະເຢຊູຕ່າງກໍຕ້ອງພົບກັບຄວາມຜິດຫວັງ ເນື່ອງຈາກວ່າ ພຣະເຢຊູບໍ່ໄດ້ສະເດັດມາດັ່ງທີ່ພວກເຂົາໄດ້ຄາດຫວັງໄວ້. ສະນັ້ນ ຈຶ່ງໄດ້ສ້າງຄວາມເສຍໃຈຢ່າງໃຫຍ່ຫຼວງສູ່ບັນດາຜູ້ເຊື່ອ. ພວກເຂົາພາກັນຜິດຫວັງ, ເສຍໃຈ, ໂສກເສົ້າ ແລະ ຮ້ອງໄຫ້ຢ່າງຂົມຂື່ນ. ມີຄົນຈຳນວນຫຼາຍໄດ້ປະຖິ້ມຄວາມເຊື່ອ, ບາງຄົນກໍເກີດມີຄວາມສົງໄສ ແລະ ບໍ່ແນ່ໃຈ; ແຕ່ໃນທາງກົງກັນຂ້າມ ບາງຄົນກໍຍັງສຶກສາພຣະຄຳພີຕໍ່ໄປ ເພື່ອກວດສອບຫາຫຼັກຖານວ່າ ເປັນຫຍັງພຣະເຢຊູຈຶ່ງບໍ່ສະເດັດມາໃນໂລກ. ຝ່າຍທ່ານມິລເລີກໍຮູ້ສຶກຜິດຫວັງເຊັ່ນກັນ ແຕ່ເພິ່ນກໍຍັງເຊື່ອວ່າວັນຂອງພຣະເຈົ້ານັ້ນໄດ້ເຂົ້າມາໃກ້ແລ້ວ.
ສ່ວນບັນດາສາສະໜາຈານ, ພວກຜູ້ນຳຄຣິສຕະຈັກ ແລະ ປະຊາຊົນທີ່ປະຕິເສດເລື່ອງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູທີ່ທ່ານມິລເລີໄດ້ເທດສະໜານັ້ນ ພວກເຂົາຕ່າງກໍພາກັນດີໃຈ, ໂຮຮ້ອງຢ່າງມີໄຊຊະນະ ແລະ ພວກເຂົາໄດ້ຮ່ວມຕົວເຂົ້າກັນຫັນມາຫົວຂວັນເຍາະເຍີຍບັນດາກຸ່ມຄົນທີ່ຮັບຂ່າວສານຈາກສະຫວັນນັ້ນ. ສ່ວນພວກທີ່ຮັບເອົາຂ່າວສານຈາກສະຫວັນດ້ວຍຄວາມຢ້ານກົວນັ້ນ ເມື່ອເຫັນວ່າພຣະເຢຊູບໍ່ໄດ້ສະເດັດກັບມາ ພວກເຂົາຕ່າງກໍພາກັນດີໃຈ ແລະ ພວກເຂົາໄດ້ຫັນມາເຍາະເຍີຍກຸ່ມຄົນທີ່ກຳລັງຜິດຫວັງ. ນອກຈາກນີ້ ພວກຜູ້ນຳຄຣິສຕະຈັກຕ່າງໆກໍຍັງໄດ້ສັ່ງຫ້າມປະຊາຊົນບໍ່ໃຫ້ເວົ້າເລື່ອງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູອີກດ້ວຍ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 21 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ຄຣິສຕະຈັກຕ່າງໆໄດ້ປະຖິ້ມຄວາມຈິງ
"ຈົ່ງຂຽນນິມິດນີ້ໄວ້ ດ້ວຍວ່າສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ. ແຕ່ກຳນົດນັ້ນກໍຈະມາເຖິງໃນໄວໆນີ້ ແລະ ສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນຈະກາຍເປັນຄວາມຈິງ. ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະ ມັນຈະບໍ່ຊັກຊ້າ" (ຮາບາກຸກ 2:3).
ຫຼັງຈາກເກີດຄວາມຜິດຫວັງຄັ້ງຍິ່ງໃຫຍ່ໃນການລໍຄອຍການສະເດັດກັບມາຂອງພຣະເຢຊູ ຜູ້ທີ່ຍັງຍຶດໝັ້ນຢູ່ໃນຂ່າວສານນັ້ນກໍບໍ່ໄດ້ປະຖິ້ມຄວາມເຊື່ອຂອງຕົນ ພວກເຂົາໄດ້ກັບໄປຄົ້ນຄວ້າພຣະຄຳພີເພີ່ມເຕີມກ່ຽວກັບເວລາຂອງຄຳພະຍາກອນ ເພື່ອກວດສອບຫາຫຼັກຖານວ່າ ເປັນຫຍັງ ພຣະເຢຊູຈຶ່ງບໍ່ສະເດັດກັບມາ.
ຢູ່ໃນທ່າມກາງບັນດາກຸ່ມຜູ້ທີ່ລໍຄອຍການສະເດັດກັບມາຄັ້ງທີສອງຂອງພຣະເຢຊູນັ້ນ ມີຊາຍຄົນໜຶ່ງຊື່ວ່າ "ສະໂນ." ເພິ່ນກໍໄດ້ສຶກສາຂໍ້ມູນກ່ຽວກັບເວລາຂອງຄຳພະຍາກອນທີ່ອີງຕາມປະຕິທິນຂອງຊາວຢິວ. ເພິ່ນໄດ້ປະກາດວ່າ ຕ້ອງເປັນເວລາ 2300 ປີເຕັມຈາກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຄືນໃໝ່. 2300 ປີ ເລີ່ມຈາກຄຳສັ່ງຂອງກະສັດເປີເຊຍ ມີຜົນບັງຄັບໃຊ້ໃນລະດູໃບໄມ້ຫຼົ່ນໃນປີ 457 ກ່ອນ ຄສ ແລະ ດ້ວຍເຫດນີ້ 2300 ປີ ຈະສິ້ນສຸດໃນລະດູໃບໄມ້ຫຼົ່ນໃນປີ 1844. ດັ່ງນັ້ນ ທ່ານສະໂນ ຈຶ່ງໄດ້ເຫັນວ່າເວລາໃນປະຕິທິນຂອງຊາວຢິວນັ້ນ ຄຳສັ່ງໄດ້ລົງໃນວັນທີສິບຂອງເດືອນທີເຈັດໃນປີ 457 ກ່ອນ ຄສ ແລະ ມັນກໍໄດ້ກົງກັນກັບວັນທີ 22 ຕຸລາ 1844 ເຊິ່ງຈະເປັນເວລາທີ່ສິ້ນສຸດຂອງຄຳພະຍາກອນ 2300 ວັນ.
ທ່ານສະໂນຍັງໄດ້ຮູ້ອີກວ່າ ເທດສະການປັດສະຄາໃນອະດີດ ແລະ ສັນຍາລັກນັ້ນ ມັນໄດ້ຊີ້ໄປທີ່ຄວາມຕາຍຂອງພຣະບຸດຂອງພຣະເຈົ້າ ເຊິ່ງມັນໄດ້ເກີດຂຶ້ນຢ່າງແທ້ຈິງຢູ່ທີ່ໄມ້ກາງແຂນແລ້ວ ແລະ ເກີດຂຶ້ນໃນລະຫວ່າງເທດສະການປັດສະຄາ. ທ່ານສະໂນຍັງລະນຶກໄດ້ວ່າ ການຊຳລະສະຖານສັກສິດເປັນຕົວແທນຂອງວັນລຶບລ້າງບາບ ເມື່ອຄວາມບາບທັງຫຼາຍໄດ້ຖືກຊຳລະລ້າງອອກຈາກສະຖານສັກສິດ (ລະບຽບພວກເລວີ 16). ວັນລຶບລ້າງບາບເກີດຂຶ້ນທຸກໆປີໃນວັນທີສິບຂອງເດືອນທີເຈັດໃນປະຕິທິນຂອງຊາວຢິວ. ເມື່ອປ່ຽນມາເປັນປະຕິທິນຂອງພວກເຂົາ ວັນລຶບລ້າງບາບໄດ້ຕົກຢູ່ໃນວັນທີ 22 ຕຸລາ.
ໃນທີ່ສຸດ ວັນທີ 12 ສິງຫາ 1844 ທ່ານສະໂນ ໄດ້ນຳສະເໜີການຄົ້ນພົບຂອງເພິ່ນຕໍ່ບັນດາຜູ້ເຊື່ອວ່າ ພຣະເຢຊູຈະສະເດັດກັບມາຄັ້ງທີສອງໃນວັນທີ 22 ຕຸລາ 1844. ທຸກໆຄົນກໍໄດ້ພາກັນຕຽມຕົວຕຽມໃຈຂອງພວກເຂົາສຳລັບການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. ນັບຕັ້ງແຕ່ເວລາທີ່ທ່ານສະໂນໄດ້ຄົ້ນພົບ ຈົນເຖິງວັນທີ 22 ຕຸລາ 1844 ມີເວລາປະມານສອງເດືອນປາຍ (71 ມື້).
ຫຼັງຈາກນັ້ນ ກໍໄດ້ມີການປະຊຸມກັນຂອງບັນດາກຸ່ມຜູ້ທີ່ລໍຄອຍການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. ທ່ານສະໂນ ກໍໄດ້ນຳສະເໜີຂໍ້ມູນເຖິງຄວາມເຂົ້າໃຈຂອງເພິ່ນກ່ຽວກັບຄຳພະຍາກອນຈາກການທີ່ເພິ່ນໄດ້ສຶກສາມານັ້ນ ແລະ ມັນໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ບັນດາຜູ້ທີ່ຟັງເພິ່ນໄດ້ຮູ້ວ່າ ການສະເດັດກັບມາຂອງພຣະເຢຊູນັ້ນຍັງເປັນເລື່ອງຄວາມຈິງ ແລະ ແນ່ນອນທີ່ສຸດ. ພຣະເຈົ້າຊົງກ່າວໄວ້ໃນພຣະທຳຮາບາກຸກວ່າ: "ດ້ວຍວ່າ ສິ່ງທີ່ເຮົາໄດ້ບອກນັ້ນ ຍັງບໍ່ເຖິງເວລາທີ່ຈະເກີດຂຶ້ນເປັນຄວາມຈິງເທື່ອ ແຕ່ກຳນົດນັ້ນ ກໍຈະມາເຖິງໃນໄວໆນີ້ ແລະ ສິ່ງທີ່ເຮົາສຳແດງຕໍ່ເຈົ້ານັ້ນ ຈະກາຍເປັນຄວາມຈິງ; ເບິ່ງຄືວ່າມັນມາຮອດຊ້າແທ້ ແຕ່ຈົ່ງລໍຄອຍເບິ່ງ; ມັນຈະມາຮອດຕາມເວລາທີ່ເຮົາໄດ້ກຳນົດໄວ້ແທ້ ແລະ ມັນຈະບໍ່ຊັກຊ້າ" (ຮາບາກຸກ 2:3).
ຂ່າວສານຄັ້ງທີສອງຈາກສະຫວັນນີ້ ໄດ້ປຸກບັນດາກຸ່ມຜູ້ທີ່ລໍຄອຍການສະເດັດກັບມາຄັ້ງທີສອງຂອງພຣະເຢຊູໃຫ້ຟື້ນຟູຄວາມເຊື່ອຂອງພວກເຂົາຂຶ້ນມາ ເພື່ອຕຽມຕົວຕ້ອນຮັບການສະເດັດກັບມາຄັ້ງທີສອງຂອງພຣະເຢຊູອີກຄັ້ງ.
ແລ້ວຂ່າວສານເລື່ອງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູກໍໄດ້ຖືກປະກາດອີກຄັ້ງ ເຊິ່ງການປະກາດໃນຄັ້ງນີ້ມັນຈະເກີດຂຶ້ນໃນວັນທີ 22 ຕຸລາ 1844. ບັນດາຜູ້ທີ່ກຳລັງຢູ່ໃນຄວາມຜິດຫວັງກໍກັບມີຄວາມຫວັງຂຶ້ນມາອີກຄັ້ງໜຶ່ງ. ແລ້ວພວກເຂົາກໍໄດ້ປະກາດຂ່າວສານຄັ້ງທີສອງນີ້ໄປທົ່ວທຸກຫົນທຸກແຫ່ງ ແລະ ຂ່າວສານນີ້ໄດ້ຮຽກເອີ້ນຈິດໃຈຂອງຜູ້ຄົນເປັນພັນໆ ຈາກໝູ່ບ້ານໜຶ່ງໄປອີກໝູ່ບ້ານໜຶ່ງ, ຈາກເມືອງໜຶ່ງໄປອີກເມືອງໜຶ່ງ ຈົນຄວາມເຊື່ອຂອງປະຊາຊົນຂອງພຣະເຈົ້າໄດ້ຮັບການຟື້ນຟູ.
ແຕ່ຝ່າຍຄຣິສຕະຈັກຕ່າງໆທົ່ວໄປບໍ່ຕ້ອນຮັບຂ່າວສານຄັ້ງທີສອງນີ້ ແລະ ບໍ່ຍອມໃຫ້ຂ່າວສານນີ້ເຂົ້າມາສູ່ຄຣິສຕະຈັກ. ຍ້ອນວ່າຄຣິສຕະຈັກຕ່າງໆບໍ່ຍອມຮັບຂ່າວສານຈາກສະຫວັນຄັ້ງທຳອິດແລ້ວ ຂ່າວສານຄັ້ງທີສອງກໍບໍ່ສາມາດຍອມຮັບໄດ້ເຊັ່ນກັນ. ດັ່ງນັ້ນ ຄຣິສຕະຈັກຕ່າງໆຈຶ່ງເລີ່ມຖອຍຫ່າງອອກໄປຈາກຄວາມຈິງ. ບັນດາຄຣິສຕະຈັກທີ່ປະຕິເສດຂ່າວສານເລື່ອງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ ຈຶ່ງກາຍເປັນບາບີໂລນ ແລະ ເຕັມໄປດ້ວຍເຫລົ້າອະງຸ່ນແຫ່ງຫຼັກຄຳສອນຜິດ. "ຫຼົ້ມຈົມແລ້ວ! ບາບີໂລນມະຫານະຄອນ ເຊິ່ງເຮັດໃຫ້ປະຊາຊາດທັງປວງມົວເມົາເຫລົ້າອະງຸ່ນແຫ່ງການລ່ວງປະເວນີຂອງມັນໄດ້ຫຼົ້ມຈົມແລ້ວ" (ພຣະນິມິດ 14:8 TNCV). ສ່ວນຜູ້ຄົນທີ່ຍອມຮັບຂ່າວສານຄັ້ງທີສອງນີ້ ຕ່າງກໍພາກັນອອກໄປຈາກຄຣິສຕະຈັກທີ່ປະຖິ້ມຄວາມຈິງ ແລະ ເຂົ້າຮ່ວມກັບກຸ່ມຜູ້ທີ່ລໍຄອຍການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ລໍຄອຍອີກຄັ້ງສຳລັບການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ
ບັນດາຜູ້ເຊື່ອກໍພ້ອມໃຈກັນຕຽມຕົວຕ້ອນຮັບການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. ພວກເຂົາໄດ້ຄົ້ນຫາຄວາມບາບທີ່ເຊື່ອງຊ່ອນຢູ່ໃນຈິດໃຈ ແລະ ໄດ້ສຳນຶກໃນຄວາມບາບ ແລະ ໄດ້ກັບໃຈໃໝ່ທັງໝົດທີ່ເຄີຍເຮັດຜິດຢູ່ໃນຊີວິດຂອງພວກເຂົານັ້ນ. ພວກເຂົາພະຍາຍາມທີ່ຈະມີຊີວິດທີ່ບໍຣິສຸດ ໂດຍການຖວາຍຕົວໃຫ້ພຣະເຈົ້າ ແລະ ປະຖິ້ມທຸກໆສິ່ງຝ່າຍໂລກນີ້.
ພວກເຂົາຊອກຫາທຸກໆໂອກາດເພື່ອບອກຍາດຕິພີ່ນ້ອງ, ໝູ່ເພື່ອນ ແລະ ຄົນທົ່ວໂລກກ່ຽວກັບການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. ພວກເຂົາຢ້ານວ່າ ຖ້າພວກເຂົາບໍ່ໄດ້ປະກາດຂ່າວສານນີ້ ພວກເຂົາຈະສູນເສຍໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຂອງພວກເຂົາຕະຫຼອດໄປ.
ໃນຂະນະທີ່ບັນດາກຸ່ມຄົນທີ່ລໍຄອຍການສະເດັດກັບມາຄັ້ງທີສອງຂອງພຣະເຢຊູໄດ້ປະກາດຂ່າວສານຄັ້ງທີສອງຂອງພຣະເຈົ້ານີ້ ຄຣິສຕະຈັກຕ່າງໆ ແລະ ປະຊາຊົນທີ່ບໍ່ເຊື່ອໃນຂ່າວສານທີ່ມາຈາກສະຫວັນນັ້ນ ພວກເຂົາກໍໄດ້ຕໍ່ຕ້ານປະຊາຊົນຂອງພຣະເຈົ້າ. ພວກເຂົາພາກັນຫົວເຍາະເຍີຍ ແລະ ກະຈ່າຍຂ່າວຄວາມບໍ່ຈິງຢູ່ໃນທ່າມກາງປະຊາຊົນຂອງພຣະເຈົ້າ.
ມັນເປັນຊ່ວງລະດູເກັບກ່ຽວກ່ອນເຖິງວັນທີ 22 ຕຸລາ 1844 ບັນດາຜູ້ເຊື່ອບໍ່ໄດ້ເກັບກ່ຽວຜົນລະປູກ ເພາະພວກເຂົາເຊື່ອວ່າອີກບໍ່ດົນກໍຈະໄດ້ໄປສະຫວັນ. ສະນັ້ນ ພວກເຂົາຈຶ່ງບໍ່ຕ້ອງການຜົນລະປູກ. ບາງຄົນໄດ້ຂາຍຊັບສົມບັດຂອງຕົນເອງ ເພື່ອຈ່າຍຄ່າພິມໃບປິວສຳລັບແຈກຢາຍບອກຄົນອື່ນໆກ່ຽວກັບການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ.
ສ່ວນປະຊາຊົນຂອງພຣະເຈົ້າໄດ້ຮ່ວມຕົວກັນເປັນໜຶ່ງດຽວ ພວກເຂົາປະຖິ້ມຝ່າຍໂລກ ແລະ ຊັບສົມບັດຂອງຝ່າຍໂລກ. ນອກຈາກນີ້ ພວກເຂົາຍັງໄດ້ປະຖິ້ມບັນດາຜູ້ທີ່ບໍ່ເຊື່ອໃນພຣະເຢຊູ ແລະ ບໍ່ເຊື່ອໃນການສະເດັດກັບມາຄັ້ງທີສອງຂອງພຣະອົງ ແລະ ພວກເຂົາຍັງໄດ້ປະຖິ້ມຜູ້ຄົນທີ່ຂັດຂວາງພວກເຂົາໃຫ້ອອກຈາກຂ່າວສານຈາກສະຫວັນ.
ພຣະເຈົ້າຊົງຫັນພຣະພັກ (ໃບໜ້າ) ຂອງພຣະອົງອອກຈາກຜູ້ຄົນທີ່ບໍ່ຍອມຮັບຂ່າວສານຈາກສະຫວັນ ແລະ ໄດ້ສັ່ງໃຫ້ທູດສະຫວັນນຳພາປະຊາຊົນຂອງພຣະອົງອອກຈາກທ່າມກາງສິ່ງທີ່ບໍ່ສະອາດ ຖ້າບໍ່ດັ່ງນັ້ນ ພວກເຂົາທັງຫຼາຍຈະເປັນມົນທິນ. ພຣະເຢຊູຍັງໄດ້ສັ່ງທູດສະຫວັນໄປເສີມກຳລັງໃຫ້ແກ່ປະຊາຊົນຂອງພຣະອົງອີກດ້ວຍ ເພາະຊົ່ວໂມງແຫ່ງການທົດລອງໃຈຂອງພວກເຂົາໃກ້ເຂົ້າມາແລ້ວ.
ໃນທີ່ສຸດ ວັນທີ 22 ຕຸລາ 1844 ກໍໄດ້ມາຮອດ. ບັນດາຜູ້ເຊື່ອຈຳນວນຫຼາຍໄດ້ມາຮ່ວມຕົວກັນເປັນກຸ່ມ ເພື່ອລໍຄອຍການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. ພວກເຂົາລໍຄອຍຢ່າງມີຄວາມສຸກ, ພວກເຂົາຮ້ອງເພງ ແລະ ລົມເລື່ອງຄວາມຫວັງຂອງພວກເຂົາທີ່ຈະໄດ້ໄປສະຫວັນໃນອີກບໍ່ດົນ. ໃນຕອນກາງຄືນທີ່ງຽບສະຫງົບ(ມິດງຽບ) ພວກເຂົາໄດ້ແນມໄປເບິ່ງທ້ອງຟ້າ ແລະ ຊອກຫາສັນຍານຂອງພຣະເຢຊູທີ່ຈະສະເດັດກັບມາທີ່ໂລກ ແຕ່ກໍບໍ່ມີຫຍັງເກີດຂຶ້ນ. ພໍມາຮອດທ່ຽງຄືນ ພຣະເຢຊູກໍບໍ່ໄດ້ສະເດັດກັບມາ. ແລ້ວບໍ່ດົນ ພໍມາຮອດຕອນເຊົ້າຂອງວັນທີ 23 ຕຸລາ ກໍບໍ່ມີສິ່ງໃດໃນທ້ອງຟ້າທີ່ມີການປ່ຽນແປງເລີຍ.
ພຣະເຢຊູບໍ່ໄດ້ສະເດັດກັບມາຕາມທີ່ໄດ້ຄາດຫວັງໄວ້ໃນວັນທີ 22 ຕຸລາ 1844. ບັນດາຜູ້ເຊື່ອກໍຜິດຫວັງຢ່າງໃຫຍ່. ພວກເຂົາບໍ່ເຂົ້າໃຈວ່າ ເປັນຫຍັງພຣະເຢຊູຈຶ່ງບໍ່ສະເດັດກັບມາ. ຜູ້ເຊື່ອບາງຄົນໄດ້ພາກັນທໍ້ຖອຍ ແລະ ຍອມແພ້. ແຕ່ບັນດາຜູ້ເຊື່ອທີ່ແທ້ຈິງຢາກຕິດຕາມພຣະເຈົ້ານັ້ນ ພວກເຂົາບໍ່ໄດ້ຍອມແພ້ ພວກເຂົາໄດ້ໄປຄົ້ນຫາພຣະຄຳພີເພື່ອເບິ່ງວ່າ ເປັນຫຍັງ ພຣະເຢຊູຈຶ່ງບໍ່ສະເດັດກັບມາ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 22 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ເປັນຫຍັງ ພຣະເຢຊູຈຶ່ງບໍ່ສະເດັດກັບມາໃນວັນທີ 22 ຕຸລາ 1844?
ເຖິງແມ່ນວ່າ ບັນດາຜູ້ເຊື່ອໃນພຣະເຢຊູໄດ້ພາກັນໂສກເສົ້າເສຍໃຈຫຼາຍ, ມີຄວາມງຸ່ນງົງສັບສົນ ແລະ ເກີດຄວາມຜິດຫວັງອັນຍິ່ງໃຫຍ່ທີ່ພຣະເຢຊູບໍ່ໄດ້ສະເດັດກັບມາກໍຕາມ ແຕ່ກໍຍັງມີບາງຄົນໃນພວກເຂົາທີ່ຍັງຄົງໄວ້ວາງໃຈໃນພຣະອົງຢູ່.
ຢູ່ໃນທ່າມກາງປະຊາຊົນຂອງພຣະເຈົ້ານັ້ນມີຊາຍຄົນໜຶ່ງຊື່ວ່າ: “ເອັດສັນ.” ໃນຕອນເຊົ້າຂອງວັນທີ 23 ຕຸລາ 1844 ທ່ານເອັດສັນ ແລະ ໝູ່ຜູ້ເຊື່ອບາງຄົນຂອງເພິ່ນກໍໄດ້ພາກັນອະທິຖານ. ພວກເຂົາພາກັນຮ້ອງໄຫ້. ເມື່ອພວກເຂົາເຊົາຮ້ອງໄຫ້ແລ້ວ ພວກເຂົາກໍໄດ້ພາກັນພະຍາຍາມຊອກຫາຄຳອະທິບາຍສຳລັບຄວາມຜິດຫວັງຂອງພວກເຂົາ ແຕ່ພວກເຂົາກໍບໍ່ພົບສິ່ງໃດໆທີ່ຜິດກ່ຽວກັບຄວາມເຂົ້າໃຈຂອງພວກເຂົາໃນຄຳພະຍາກອນ. ແຕ່ພວກເຂົາຮູ້ວ່າ ພຣະເຈົ້າຊົງນຳພາ ແລະ ອວຍພອນພວກເຂົາຜ່ານທາງປະສົບການນີ້. ເຖິງແມ່ນວ່າ ມີບາງຄັ້ງທີ່ພົບກັບຄວາມທຸກຍາກລຳບາກ ແຕ່ພຣະເຈົ້າກໍຊົງຊ່ວຍເຫຼືອພວກເຂົາຢູ່ສະເໝີ. ເມື່ອພວກເຂົາຄິດເຖິງສິ່ງເຫຼົ່ານີ້ແລ້ວ ກໍເຮັດໃຫ້ພວກເຂົາຍັງຄົງມີຄວາມເຊື່ອໃນພຣະເຈົ້າ.
ເມື່ອຕອນເຊົ້າຜ່ານໄປ ທ່ານເອັດສັນ ແລະ ໝູ່ຄົນໜຶ່ງໄດ້ຕັດສິນໃຈທີ່ຈະໄປຢ້ຽມຢາມບັນດາຜູ້ເຊື່ອຄົນອື່ນໆທີ່ອາໄສຢູ່ໃກ້ຄຽງ. ເພິ່ນ ແລະ ໝູ່ຂອງເພິ່ນໄດ້ຍ່າງຜ່ານທົ່ງນາ ເພື່ອຫຼີກໜີຈາກການຖືກເຍາະເຍີຍ, ສຽງຫົວຂວັນ ແລະ ສຽງໂຮຮ້ອງຈາກເພື່ອນບ້ານທີ່ບໍ່ເຊື່ອເລື່ອງພຣະເຢຊູຈະສະເດັດກັບມາ. ໃນຂະນະທີ່ທ່ານເອັດສັນ ແລະ ໝູ່ຂອງເພິ່ນກຳລັງຍ່າງຜ່ານທົ່ງນາໄປນັ້ນ ພຣະເຈົ້າໄດ້ເປີດເຜີຍໃຫ້ເພິ່ນເຫັນວ່າ ສະຖານນະມັດສະການທີ່ຈະໄດ້ຮັບການຊຳລະໃຫ້ບໍຣິສຸດເມື່ອສິ້ນສຸດ 2300 ປີນັ້ນ ບໍ່ແມ່ນຢູ່ທີ່ແຜ່ນດິນໂລກ ແຕ່ເປັນສະຖານນະມັດສະການທີ່ຢູ່ເທິງແຜ່ນດິນສະຫວັນ. ພວກເຂົາພະຍາກອນເລື່ອງເວລາຖືກຕ້ອງແລ້ວ ແຕ່ພວກເຂົາເຂົ້າໃຈຜິດກ່ຽວກັບເຫດການສະຖານທີ່ທີ່ຈະເກີດຂຶ້ນ. ພຣະເຈົ້າຊົງເປີດເຜີຍການເຮັດວຽກຂອງພຣະເຢຊູຢູ່ໃນສະຖານນະມັດສະການທີ່ຢູ່ເທິງສະຫວັນ. ພຣະເຢຊູໄດ້ອອກມາຈາກຫ້ອງບໍຣິສຸດ ແລະ ສະເດັດເຂົ້າໄປໃນຫ້ອງບໍຣິສຸດທີ່ສຸດ.
ຫຼັງຈາກນັ້ນ ທ່ານເອັດສັນ ແລະ ໝູ່ຂອງເພິ່ນກໍໄດ້ໄປສຶກສາກ່ຽວກັບສະຖານນະມັດສະການ. ພວກເຂົາເຫັນວ່າ ພຣະຄຳພີໄດ້ເວົ້າເຖິງສະຖານນະມັດສະການສອງແຫ່ງ. ສະຖານນະມັດສະການແຫ່ງທີໜຶ່ງແມ່ນໂມເຊໄດ້ສ້າງຂຶ້ນ ເຊິ່ງກະສັດໂຊໂລໂມນໄດ້ແທນທີ່ດ້ວຍພຣະວິຫານ. ສ່ວນສະຖານນະມັດສະການແຫ່ງທີສອງແມ່ນສະຖານສັກສິດຢູ່ເທິງສະຫວັນ. ນັບຕັ້ງແຕ່ພຣະວິຫານຖືກທຳລາຍປະມານ 40 ປີ ຫຼັງຈາກທີ່ພຣະເຢຊູເສຍຊີວິດເທິງໄມ້ກາງແຂນແລ້ວກ່ອນຈະມາຮອດ 2300 ປີ ເພາະສະນັ້ນ ຄຳພະຍາກອນນີ້ຕ້ອງອ້າງເຖິງສະຖານນະມັດສະການທີ່ຢູ່ເທິງສະຫວັນ.
ແຕ່ການຊຳລະສະຖານນະມັດສະການນັ້ນແມ່ນຫຍັງ? ທ່ານເອັດສັນໄດ້ສຶກສາວ່າ ການສຳນຶກເສຍໃຈໃນຄວາມບາບຂອງຊາວອິດສະຣາເອນນັ້ນ ເປັນສັນຍາລັກການໂອນຍ້າຍເຂົ້າໄປໃນສະຖານນະມັດສະການ ໂດຍຜ່ານທາງການຖວາຍສັດທຸກໆມື້. ເລືອດຈາກການຖວາຍບູຊານັ້ນຖືກພົ່ມຢູ່ທີ່ຜ້າມ່ານໃນພຣະວິຫານ. ຫຼັງຈາກນັ້ນ ປີລະໜຶ່ງຄັ້ງໃນວັນລຶບລ້າງບາບ ຄວາມບາບທັງຫຼາຍທີ່ຖືກໂອນຍ້າຍໄປຍັງສະຖານນະມັດສະການຈະຖືກຊຳລະລ້າງທັງໝົດ. ຄວາມບາບທັງໝົດເຫຼົ່ານີ້ຈະຖືກວາງໄວ້ເທິງຊາຕານຜູ້ທີ່ຈະຕ້ອງຖືກທຳລາຍຕະຫຼອດໄປ.
ດັ່ງນັ້ນ ວັນທີ 22 ຕຸລາ 1844 ແມ່ນເປັນວັນລຶບລ້າງບາບແທ້ຈິງ. ໃນວັນນັ້ນ ພຣະເຢຊູຜູ້ເປັນມະຫາປະໂລຫິດໃຫຍ່ຂອງພວກເຂົາໃນສະຫວັນໄດ້ເຂົ້າໄປໃນຫ້ອງບໍຣິສຸດທີ່ສຸດໃນສະຫວັນ ແລະ ເລີ່ມເຮັດວຽກຂອງການຊຳລະລ້າງຄວາມບາບ.
ໃນສະໄໝນັ້ນ ຄົນຄຣິສຕຽນທົ່ວໄປເຊື່ອກັນວ່າ ໂລກເປັນຕົວແທນຂອງສະຖານນະມັດສະການ ແຕ່ໃນມຸມມອງຂອງພຣະຄຳພີບໍ່ໄດ້ເປັນເຊັ່ນນັ້ນ ສະນັ້ນ ຄວາມເຊື່ອຂອງພວກເຂົາຈຶ່ງເຮັດໃຫ້ເຂົ້າໃຈຜິດວ່າ ພຣະເຢຊູຈະສະເດັດກັບມາທີ່ໂລກໃນປີ 1844. ເລື່ອງວັນເວລາທີ່ທຸກຄົນໄດ້ພະຍາກອນໄວ້ນັ້ນຖືກຕ້ອງແລ້ວ ແຕ່ສາເຫດທີ່ເຮັດໃຫ້ພວກເຂົາຕ້ອງຜິດຫວັງນັ້ນກໍເພາະວ່າ ພວກເຂົາບໍ່ເຂົ້າໃຈຄວາມໝາຍກ່ຽວກັບການຊຳລະສະຖານນະມັດສະການ. ພວກເຂົາຄິດວ່າ ໂລກແມ່ນສະຖານນະມັດສະການ ແລະ ພຣະເຢຊູຈະສະເດັດມາໃນໂລກ ເພື່ອມາຊຳລະໂລກໃຫ້ບໍຣິສຸດດ້ວຍໄຟຕາມຄວາມເຊື່ອຂອງພວກເຂົາ.
ສະຖານນະມັດສະການ, ສະຖານສັກສິດ ຫຼື ສະຖານບໍຣິສຸດ ເປັນສະຖານທີ່ປະທັບ ແລະ ນະມັດສະການພຣະເຈົ້າ.
“ແລ້ວຂ້າພະເຈົ້າໄດ້ເຫັນທູດສະຫວັນຜູ້ມີອຳນາດອີກອົງໜຶ່ງລົງມາຈາກສະຫວັນ ມີເມກປົກຄຸມຕົວໄວ້ ແລະ ມີຮຸ່ງກິນນ້ຳຢູ່ເທິງອ້ອມຫົວ ໜ້າຂອງເພິ່ນເໝືອນດັ່ງຕາເວັນ ແລະ ຂາເໝືອນດັ່ງເຕົາໄຟ. ເພິ່ນຖືໜັງສືມ້ວນນ້ອຍທີ່ພືຢູ່ໃນມື ເພິ່ນເອົາຕີນຂວາຢຽບນ້ຳທະເລ ແລະ ເອົາຕີນຊາຍຢຽບເທິງບົກ ເພິ່ນຮ້ອງສຽງດັງເໝືອນໂຕສິງຮ້ອງຄຳຣາມ. ຫຼັງຈາກເພິ່ນຮ້ອງແລ້ວ ສຽງຟ້າຮ້ອງທັງເຈັດກໍດັງຂຶ້ນ. ພໍສຽງເຫຼົ່ານັ້ນດັງອອກມາ ຂ້າພະເຈົ້າເກືອບຈະລົງມືຂຽນ ແຕ່ຂ້າພະເຈົ້າໄດ້ຍິນສຽງກ່າວອອກມາຈາກສະຫວັນວ່າ: 'ຈົ່ງປົກປິດຖ້ອຍຄຳທີ່ຟ້າຮ້ອງທັງເຈັດໄດ້ກ່າວນັ້ນເປັນຄວາມລັບ ຢ່າຂຽນລົງໄປ.' ແລ້ວທູດສະຫວັນທີ່ຂ້າພະເຈົ້າໄດ້ເຫັນຢືນຢູ່ເທິງທະເລ ແລະ ເທິງບົກນັ້ນ ກໍຍົກມືຂວາຂຶ້ນສູ່ຟ້າ ແລະ ສາບານໃນພຣະນາມຂອງພຣະເຈົ້າອົງຊົງຊີວິດຢູ່ນິຣັນດອນ ຜູ້ທີ່ໄດ້ສ້າງຟ້າສະຫວັນ, ແຜ່ນດິນໂລກ ແລະ ທະເລ ກັບສັບພະທຸກສິ່ງທີ່ມີຢູ່ໃນບ່ອນເຫຼົ່ານັ້ນວ່າ: "ຈະບໍ່ມີການຊັກຊ້າອີກຕໍ່ໄປ’ ແຕ່ເມື່ອທູດສະຫວັນອົງທີເຈັດລົງມືເປົ່າແກ ແຜນການອັນເລິກລັບຂອງພຣະເຈົ້າກໍສຳເລັດຜົນ ເໝືອນດັ່ງທີ່ພຣະອົງໄດ້ປະກາດເປັນຂ່າວປະເສີດແກ່ພວກຜູ້ຮັບໃຊ້ຂອງພຣະອົງ ຄືພວກຜູ້ທຳນວາຍ. ແລ້ວສຽງທີ່ຂ້າພະເຈົ້າໄດ້ຍິນຈາກສະຫວັນນັ້ນ ກໍໄດ້ກ່າວແກ່ຂ້າພະເຈົ້າອີກວ່າ: ‘ຈົ່ງໄປຮັບເອົາໜັງສືມ້ວນ ທີ່ພືຢູ່ໃນມືຂອງທູດສະຫວັນອົງທີ່ຢືນຢູ່ເທິງທະເລ ແລະ ເທິງບົກນັ້ນ.’ ຂ້າພະເຈົ້າຈຶ່ງໄປຫາທູດສະຫວັນອົງນັ້ນ ແລະ ຂໍເອົາໜັງສືມ້ວນນ້ອຍນັ້ນ. ເພິ່ນໄດ້ຕອບຂ້າພະເຈົ້າວ່າ: ‘ເອົາໄປກິນສາ ມັນຈະເຮັດໃຫ້ທ້ອງຂອງເຈົ້າຂົມ ແຕ່ໃນປາກຂອງເຈົ້າຈະຫວານດັ່ງນ້ຳເຜິ້ງ.’ ຂ້າພະເຈົ້າໄດ້ຈັບເອົາໜັງສືມ້ວນນ້ອຍຈາກມືຂອງທູດສະຫວັນ ແລ້ວເອົາມາກິນ ໃນປາກຂອງຂ້າພະເຈົ້າມັນກໍຫວານດັ່ງນ້ຳເຜິ້ງ ເມື່ອຂ້າພະເຈົ້າກິນລົງໄປແລ້ວ ທ້ອງຂອງຂ້າພະເຈົ້າກໍຂົມ. ແລ້ວຂ້າພະເຈົ້າກໍໄດ້ຮັບຄຳສັ່ງວ່າ: "ເຈົ້າຕ້ອງປະກາດຖ້ອຍຄຳຂອງພຣະເຈົ້າອີກເທື່ອໜຶ່ງ ກ່ຽວກັບບັນດາຊົນຊາດທັງຫຼາຍ, ບັນດາປະຊາຊາດ, ພາສາ ແລະ ກະສັດທັງຫຼາຍ" (ພຣະນິມິດ 10:1-11).
ທູດສະຫວັນມີອຳນາດເໜືອທົ່ວທັງໂລກ (ຕີນຂວາຢຽບນ້ຳທະເລ ແລະ ເອົາຕີນຊາຍຢຽບເທິງບົກ) ແມ່ນພຣະເຢຊູ. "ໜັງສືມ້ວນນ້ອຍ" ທີ່ເປີດຢູ່ໃນມືຂອງພຣະອົງແມ່ນໜັງສືພຣະທຳດານີເອນ ເຊິ່ງຈະບໍ່ປິດບັງອີກຕໍ່ໄປ. ປະສົບການຂອງຜູ້ປະກາດພຣະຄຳໂຢຮັນທີ່ກິນໜັງສືນັ້ນ ເປັນປະສົບການຂອງບັນດາຜູ້ທີ່ລໍຄອຍການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. ພວກເຂົາໄດ້ກິນໜັງສື ແລະ ມັນກໍຫວານດັ່ງນ້ຳເຜິ້ງ ເພາະພວກເຂົາຄາດຫວັງວ່າ ພຣະເຢຊູຈະສະເດັດກັບມາ. ແຕ່ໃນຄວາມຜິດຫວັງອັນໃຫຍ່ຫຼວງນັ້ນມັນແມ່ນຄວາມຂົມຈາກຄວາມຜິດຫວັງ. ແລະ ຕອນນີ້ ພວກເຂົາກຳລັງຈະພະຍາກອນອີກເທື່ອໜຶ່ງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ພຣະນິມິດ 10:1-11
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 22 ແລະ 23 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ