ເລື່ອງໂຢ​ຊວຍ ຈົນເຖິງ ເລື່ອງກະສັດຕ່າງໆ

ຂ້າມ​ແມ່­ນ້ຳ​ຈໍ​ແດນ

ຫຼັງ​ຈາກ​ທີ່​ໂມ​ເຊ​ໄດ້​ເສຍ​ຊີ­ວິດ​ແລ້ວ ພຣະ​ເຈົ້າ​ກໍ​ໄດ້​ກ່າວ​ຕໍ່​ໂຢ​ຊວຍ​ວ່າ: "ບັດ​ນີ້ ເຈົ້າ​ກັບ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ທຸກ​ຄົນ​ຈົ່ງ​ຕຽມ​ຕົວ​ໃຫ້​ພ້ອມ ແລະ ​ຂ້າມ​ແມ່­ນ້ຳ ຈໍ​ແດນ​ເຂົ້າ​ໄປ​ໃນ​ດິນ­ແດນ​ທີ່​ເຮົາ​ພວມ​ມອບ​ໃຫ້​ພວກ​ເຈົ້າ... ໂຢ​ຊວຍ​ເອີຍ! ຕາບ­ໃດ​ທີ່​ເຈົ້າ​ຍັງ​ມີ​ຊີ­ວິດ​ຢູ່​ຈະ​ບໍ່​ມີ​ໃຜ​ຊະ­ນະ​ເຈົ້າ​ໄດ້. ເຮົາ​ຈະ​ຢູ່​ກັບ​ເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ຢູ່​ກັບ​ໂມ​ເຊ... ສະ­ນັ້ນ ຈົ່ງ​ມີ­ໃຈ​ເດັດ​ດຽວ ແລະ ​ກ້າ​ຫານ... ຈົ່ງ​ເຮັດ​ຕາມ​ພຣະ​ບັນ­ຍັດ​ທັງ​ໝົດ​ຂອງ​ເຮົາ ເຊິ່ງ​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໄດ້​ສັ່ງ​ເຈົ້າ​ໄວ້. ຢ່າ​ປະ​ຖິ້ມ​ຂໍ້​ໃດ​ຂໍ້​ໜຶ່ງ ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ຜົນ­ສຳ­ເລັດ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ຈະ​ໄປ. ເຈົ້າ​ຢ່າ​ລືມ​ຄຳ​ສັ່ງ­ສອນ​ຂອງ​ເຮົາ​ຈັກ​ເທື່ອ. ເຈົ້າ​ຕ້ອງ​ສຶກ­ສາ​ຈາກ​ປຶ້ມ​ພຣະ​ບັນ­ຍັດ​ນັ້ນ​ທຸກ​ມື້​ທຸກ​ຄືນ ແລະ ​ຈົ່ງ​ຕັ້ງ­ໃຈ​ປະ­ຕິ­ບັດ​ຕາມ​ຖ້ອຍ​ຄຳ​ທີ່​ຂຽນ​ໄວ້​ນັ້ນ ແລ້ວ​ເຈົ້າ​ຈະ​ໄດ້​ຮັບ​ຜົນ­ສຳ­ເລັດ ພ້ອມ​ທັງ​ມີ​ຄວາມ​ຈະ­ເລີນ​ກ້າວ­ໜ້າ​ຂຶ້ນ​ດ້ວຍ.” (ໂຢ​ຊວຍ 1:2, 5-8)

"ຂ້າ­ນ້ອຍ​ສຶກ­ສາ​ຄັກ­ແນ່​ຄຳ​ສອນ​ທັງ­ຫຼາຍ​ຂອງ​ພຣະ​ອົງ ຂ້າ­ນ້ອຍ​ພິ­ຈາ­ລະ­ນາ​ເຖິງ​ຄຳ​ສັ່ງ­ສອນ​ທັງ­ຫຼາຍ​ຂອງ​ພຣະ​ອົງ. ຂ້າ­ນ້ອຍ​ປິ​ຕິ​ຍິນ­ດີ​ໃນ​ກົດ​ບັນ­ຍັດ​ທັງ­ຫຼາຍ​ຂອງ​ພຣະ​ອົງ ຂ້າ­ນ້ອຍ​ຈະ​ບໍ່​ລືມ​ໄລ​ຂໍ້​ຄຳ​ສັ່ງ​ຂອງ​ພຣະ​ອົງ​ຢ່າງ​ເດັດ​ຂາດ." (ເພງ​ສັນ­ລະ­ເສີນ 119:15,16)

ລະ­ນຶກ​ເຖິງ​ກົດ​ບັນ­ຍັດ​ຂອງ​ພຣະ​ເຈົ້າ​ທຸກໆ​ມື້

ຜູ້​ໃດ​ທີ່​ປາຖະ­ໜາ​ຈະ​ເຕີບ​ໃຫຍ່​ຂຶ້ນ​ເປັນ​ເໝືອນ​ພຣະ​ເຈົ້າ ແລະ ​ຈົນ​ເຖິງ​ການ​ສາ­ມາດ​ຕໍ່ຕ້ານ­​ການ​ລໍ້​ລວງ ແລະ ຕໍ່​ຕ້ານ­​ການ​ຫຼົງ​ຜິດ​ໄດ້; ຜູ້​ນັ້ນ​ຈະ​ຕ້ອງ​ສ້າງ​ນິ­ໄສ​ຂອງ​ຕົນ​ໝັ່ນ​ຮຽນ​ສຶກ­ສາ​ພຣະ​ຄຳ​ພີ​ເປັນ​ປະ­ຈຳ​ທຸກ​ວັນ.

ຈາກ​ນັ້ນ ໂຢ​ຊວຍ​ກໍ​ໄດ້​ສົ່ງ​ນັກ​ສືບ​ສອງ​ຄົນ​ໄປ​ສຳ­ຫຼວດ​ເບິ່ງ​ດິນ­ແດນ​ກາ​ນາ​ອານ​ຢ່າງ​ລັບໆ ໂດຍ​ສະ­ເພາະ​ແມ່ນ​ຕົວ​ເມືອງ​ເຢຣິ​ໂກ. ເປັນ​ເວ­ລາ​ຫຼາຍ​ມື້​ທີ່​ນັກ​ສືບ​ສອງ​ຄົນ​ນັ້ນ​ໄປ​ສອບ​ແນມ​ເບິ່ງ​ດິນ­ແດນ​ກາ​ນາ​ອານ. ແລ້ວ​ພວກ​ເຂົາ​ກໍ​ໄດ້​ກັບ​ມາ​ຍັງ​ຄ້າຍ​ພັກ ແລະ ​ເວົ້າ​ກັບ​ໂຢ​ຊວຍ​ວ່າ: “ພວກ​ຂ້າ­ນ້ອຍ​ແນ່​ໃຈ​ວ່າ ພຣະ​ເຈົ້າ​ຊົງ​ປະ­ທານ​ແຜ່ນ­ດິນ​ນັ້ນ​ໃຫ້​ແກ່​ພວກ​ເຮົາ ເພາະ­ວ່າ​ປະ­ຊາ­ຊົນ​ທຸກ​ຄົນ​ໃນ​ເມືອງ​ນັ້ນ​ຕ່າງ​ກໍ​ສະ­ທ້ານ​ຢ້ານ​ກົວ​ພວກ​ເຮົາ.” (ໂຢ​ຊວຍ 2:24)

ຕໍ່​ມາ ໂຢ​ຊວຍ ແລະ ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ທັງ​ໝົດ​ໄດ້​ລຸກ​ແຕ່​ເຊົ້າໆ ຍົກ­ຍ້າຍ​ຈາກ​ຄ້າຍ​ພັກ ແລະ ​ມຸ່ງ​ໜ້າ​ໄປ​ສູ່​ແມ່­ນ້ຳ​ຈໍ​ແດນ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ເຈົ້າ. ພວກ​ເຂົາ​ພັກ​ຢູ່​ທີ່​ນັ້ນ​ເປັນ​ເວ­ລາ​ສາມ​ວັນ​ມາ​ແລ້ວ ເພື່ອ​ລໍ­ຖ້າ​ຈະ​ຂ້າມ​ແມ່­ນ້ຳ​ຈໍ​ແດນ. ຫຼັງ​ຈາກ​ສາມ​ວັນ​ຜ່ານ​ໄປ ໂຢ​ຊວຍ​ກໍ​ໄດ້​ກ່າວ​ຕໍ່​ປະ­ຊາ­ຊົນ​ອິດ​ສະ​ລາ​ເອນ​ວ່າ: "ຈົ່ງ​ຊຳ­ລະ​ຕົນ​ໃຫ້​ບໍ​ຣິ​ສຸດ ເພາະ​ມື້­ອື່ນ​ພຣະ​ເຈົ້າ​ຈະ​ເຮັດ​ການ​ອັດ­ສະ­ຈັນ​ໃນ​ທ່າມ­ກາງ​ພວກ​ທ່ານ." ແລ້ວ​ປະ­ຊາ­ຊົນ​ກໍ​ປະ­ຕິ­ບັດ​ຕາມ​ທີ່​ໂຢ​ຊວຍ​ໄດ້​ບອກ​ໄວ້.

ໃນ​ມື້​ໃໝ່​ມາ ພຣະ​ເຈົ້າ​ໄດ້​ສັ່ງ​ໃຫ້​ໂຢ​ຊວຍ​ບອກ​ພວກ​ປະ­ໂລ­ຫິດ​ທີ່​ຮັບ­ຜິດ­ຊອບ​ຫາມ​ຫີບ​ພັນ­ທະ​ສັນ­ຍາ​ນັ້ນ​ວ່າ: "ຈົ່ງ​ຫາມ​ຫີບ​ພັນ­ທະ​ສັນ­ຍາ​ຍ່າງ​ອອກ​ໄປ​ກ່ອນ​ປະ­ຊາ­ຊົນ ເມື່ອ​ໄປ​ຮອດ​ແມ່­ນ້ຳ​ຈໍ​ແດນ​ແລ້ວ ໃຫ້​ຢຸດ​ຢູ່​ແຄມ​ແມ່­ນ້ຳ​ໃກ້ໆ​ກັບ​ຝັ່ງ." ພວກ​ປະ­ໂລ­ຫິດ​ກໍ​ປະ­ຕິ­ບັດ​ຕາມ​ຄຳ​ສັ່ງ​ຂອງ​ໂຢ​ຊວຍ.

ແລ້ວ​ໂຢ​ຊວຍ​ກໍ​ເວົ້າຕໍ່​ປະ­ຊາ­ຊົນ​ວ່າ: "ເບິ່ງ​ເດີ! ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ແຫ່ງ​ຈັກ­ກະ­ວານ​ຈະ​ນຳ­ພາ​ທ່ານ​ທັງ­ຫຼາຍ​ຂ້າມ​ແມ່­ນ້ຳ​ໄປ. ບັດ​ນີ້ ຈົ່ງ​ຄັດ​ເລືອກ​ເອົາ 12 ຄົນ​ໃນ​ແຕ່​ລະ​ເຜົ່າ​ຂອງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ມາ​ເຜົ່າ​ລະ​ໜຶ່ງ​ຄົນ..." ແລ້ວ​ພວກ​ຜູ້​ນໍາ​ຂອງ​ແຕ່​ລະ​ເຜົ່າ​ກໍ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ໂຢ​ຊວຍ.

ເມື່ອ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ມ້າງ​ຄ້າຍ​ພັກ​ເພື່ອ​ຈະ​ຂ້າມ​ແມ່­ນ້ຳ​ຈໍ​ແດນ ບັນ­ດາ​ພວກ​ປະ­ໂລ­ຫິດ​ທີ່​ຫາມ​ຫີບ​ພັນ­ທະ​ສັນ­ຍາ​ກໍ​ຍ່າງ​ອອກ​ໜ້າ​ໄປ​ກ່ອນ ແລະ ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ກໍ​ພາ­ກັນ​ຍ່າງ​ຕິດ­ຕາມ​ໄປ ໂດຍ​ປະ​ໄລ­ຍະ​ຫ່າງ​ໄວ້​ປະ­ມານ​ໜຶ່ງ​ກິ­ໂລ​ແມັດ. ພໍ​ຕີນ​ຂອງ​ພວກ​ປະ­ໂລ­ຫິດ​ທີ່​ຫາມຫີບ​ພັນ­ທະ​ສັນ­ຍາ​ໄດ້​ສຳ​ພັດ​ກັບ​ແມ່­ນ້ຳ​ທີ່­ຢູ່​ແຄມ​ຝັ່ງ​ຂອງ​ແມ່­ນ້ຳ​ຈໍ​ແດນ​ແລ້ວ. ທັນ­ໃດ​ນັ້ນ ແມ່­ນ້ຳ​ທີ່​ກຳ­ລັງ​ໄຫຼ​ຢູ່​ກໍ​ແຍກ​ຂາດ​ອອກ​ຈາກ​ກັນ. ສາຍ​ນ້ຳ​ທີ່​ໄຫຼ​ມາ​ທາງ​ຕົ້ນ​ນ້ຳ​ກໍ​ຢຸດ​ໄຫຼ ແລະ ​ເຮັດ​ເປັນ​ກຳ​ແພງ. ສ່ວນ​ສາຍ​ນ້ຳ​ທີ່​ໄຫຼ​ລົງໄປ​ນັ້ນ​ກໍ​ໄດ້​ໄຫຼ​ລົງ​ໄປ​ຈົນ​ໝົດ​ກ້ຽງ ແລະ ​ເຫັນ​ພື້ນ​ດິນ​ແຫ້ງ. ແລ້ວ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ກໍ​ພາ­ກັນ​ຂ້າມ​ແມ່­ນ້ຳ​ຈໍ​ແດນ​ໄປ​ຍັງ​ອີກ​ຟາກ​ໜຶ່ງ​ສູ່​ທົ່ງ​ຮາບ​ພຽງ​ໃກ້​ກັບ​ເມືອງ​ເຢຣິ​ໂກ.

ຫຼັງ​ຈາກ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຂ້າມ​ແມ່­ນ້ຳ​ຈໍ​ແດນ​ໄປ​ໝົດ​ທຸກ​ຄົນ​ແລ້ວ ໂຢ​ຊວຍ​ກໍ​ບອກ​ໃຫ້​ສິບ​ສອງ​ຄົນ​ຈາກ​ແຕ່​ລະ​ເຜົ່າ​ທີ່​ເລືອກ​ໄວ້​ນັ້ນ​ລົງ​ໄປ​ເອົາ​ຫີນ​ທີ່­ຢູ່​ດ້ານ​ໜ້າ​ພວກ​ປະ­ໂລ­ຫິດ​ທີ່​ຫາມ​ຫີບ​ພັນ­ທະ​ສັນ­ຍາ​ນັ້ນ ແລ້ວແບກ​ຂຶ້ນ​ມາ​ຄົນ​ລະ​ໜຶ່ງ​ກ້ອນ ແລະ ​ນຳ­ໄປ​ວາງ​ໄວ້​ໃນ​ບ່ອນ​ທີ່​ຈະ​ຕັ້ງ​ຄ້າຍ​ພັກ. ແລ້ວ​ພວກ​ເຂົາ​ກໍ​ຕັ້ງ​ຫີນ​ສິບ​ສອງ​ກ້ອນ​ໄວ້​ເປັນ​ອະ­ນຸ​ສອນ. ຫຼັງ​ຈາກ​ນັ້ນ ພຣະ​ເຈົ້າ​ກໍ​ໄດ້​ບອກ​ໂຢ​ຊວຍ​ສັ່ງ​ພວກ​ປະ­ໂລ­ຫິດ​ທີ່​ຫາມ​ຫີບ​ພັນ­ທະ​ສັນ­ຍາ​ນັ້ນ​ຂຶ້ນ​ມາ​ຈາກ​ແມ່­ນ້ຳ​ຈໍ​ແດນ. ເມື່ອ​ພວກ​ປະ­ໂລ­ຫິດ​ທີ່​ຫາມ​ຫີບ​ພັນ­ທະ​ສັນ­ຍາ​ນັ້ນ​ໄດ້​ຂຶ້ນ​ມາ ແລະ ​ຕີນ​ຂອງ​ພວກ​ເຂົາ​ໄດ້​ສຳ​ພັດ​ກັບ​ພື້ນ​ແຄມ​ຝັ່ງ​ແລ້ວ. ທັນ­ໃດ​ນັ້ນ ສາຍ​ນໍ້າ​ກໍ​ໄດ້​ໄຫຼ​ລົງ​ຖ້ວມ​ເຕັມ​ຝັ່ງ​ອີກ​ຄື​ເກົ່າ.

ການ​ອັດ­ສະ­ຈັນ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ໃນ​ມື້​ນັ້ນ ເຮັດ​ໃຫ້​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ນັບ­ຖື​ໂຢ​ຊວຍ​ເປັນ​ຜູ້​ຍິ່ງ​ໃຫຍ່. ພວກ​ເຂົາ​ໄດ້​ໃຫ້​ກຽດ​ໂຢ​ຊວຍ ດັ່ງ​ທີ່​ພວກ​ເຂົາ​ໄດ້​ໃຫ້​ກຽດ​ໂມ​ເຊ. ແລ້ວ​ພວກ​ປະ­ໂລ­ຫິດ​ທີ່​ຫາມ​ຫີບ​ພັນ­ທະ​ສັນ­ຍາຂອງ​ພຣະ​ເຈົ້າ​ກໍ​ໄດ້​ເດີນ­ທາງ​ນຳ​ໜ້າ​ປະ­ຊາ­ຊົນ​ຕໍ່​ໄປ.

ພໍ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ເດີນ­ທາງ​ມາ​ຮອດ​ສະ­ຖານ­ທີ່​ແຫ່ງ​ໜຶ່ງ​ທີ່​ມີ​ຊື່­ວ່າ "ກິນ​ການ" ເຊິ່ງ​ຢູ່​ໃກ້​ເຂດ­ແດນ​ທາງ​ທິດ­ຕາ­ເວັນ­ອອກ​ຂອງ​ເມືອງ​ເຢຣິ​ໂກ. ພວກ​ເຂົາ​ໄດ້​ມາ​ຕັ້ງ​ຄ້າຍ​ພັກ​ຂອງ​ພວກ​ເຂົາ ແລະ ​ເອົາ​ຫີນ​ສິບ​ສອງ​ກ້ອນ​ທີ່​ນຳ​ມາ​ຈາກ​ແມ່­ນ້ຳ​ຈໍ​ແດນ​ວາງ​ໄວ້​ຢູ່​ທີ່​ນັ້ນ​ເປັນ​ອະ­ນຸ​ສອນ.

ແລ້ວ​ໂຢ​ຊວຍ​ໄດ້​ກ່າວ​ຕໍ່​ປະ­ຊາ­ຊົນ​ວ່າ: "ໃນ​ອະ­ນາ­ຄົດ​ເມື່ອ​ລູກ​ຫຼານ​ຂອງ​ພວກ​ທ່ານ​ຖາມ​ວ່າ'ຫີນ​ນີ້ ໝາຍ​ເຖິງ​ຫຍັງ?' ຈົ່ງ​ບອກ​ພວກ​ເຂົາ​ວ່າ'ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຍ່າງ​ຂ້າມ​ແມ່­ນ້ຳ​ຈໍ​ແດນ​ເທິງ​ພື້ນ​ດິນ​ແຫ້ງ'ເພາະ­ວ່າ ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ໃຫ້​ແມ່­ນ້ຳ​ຈໍ​ແດນ​ແຫ້ງ​ລົງ​ຕໍ່­ໜ້າ​ພວກ​ທ່ານ ເພື່ອ​ພວກ​ທ່ານ​ຈະ​ຂ້າມ​ໄປ​ໄດ້​ເໝືອນ​ດັ່ງ​ທີ່​ພຣະ​ອົງ​ຊົງ​ບັນ­ດານ​ໃຫ້​ນ້ຳ​ທະ­ເລ​ແດງ​ແຫ້ງ​ລົງ ເພື່ອ​ໃຫ້​ພວກ​ເຮົາ​ຂ້າມ​ມາ​ໄດ້. ຍ້ອນ​ເລື່ອງ​ນີ້ ເພື່ອ​ຊົນ​ຊາດ​ທັງ­ຫຼາຍ​ທົ່ວ​ໂລກ​ຈະ​ໄດ້​ຮູ້­ຈັກ​ລິດ​ອຳ­ນາດ​ຂອງ​ພຣະ​ເຈົ້າ ແລະ ​ເພື່ອ​ພວກ​ທ່ານ​ທັງ­ຫຼາຍ​ຈະ​ຢຳ​ເກງ​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ຕະ­​ຫຼອດ​ໄປ." (ໂຢ​ຊວຍ 4:21-24)

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ໂຢ​ຊວຍ ບົດ​ທີ 1-4.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" ບົດທີ 44 ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ເມືອງ​ເຢ​ຣິ​ໂກ​ຖືກ​ທຳ­ລາຍ

ເມື່ອ​ກະ­ສັດ​ທັງ­ຫຼາຍ​ທີ່​ອາ­ໄສ​ຢູ່​ໃນ​ດິນ­ແດນ​ກາ​ນາ​ອານ​ທາງ​ທິດ­ຕາ­ເວັນ­ຕົກ​ຂອງ​ແມ່­ນ້ຳ​ຈໍ​ແດນ ແລະ ​ຢູ່​ໃກ້​ທະ­ເລ​ເມ​ດີ​ແຕ​ລາ​ເນ​ໄດ້​ຍິນ​ຂ່າວ​ວ່າ ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້​ແມ່­ນ້ຳ​ຈໍ​ແດນ​ແຫ້ງ ຈົນ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຂ້າມ​ໄປ​ໄດ້. ກະ­ສັດ​ທັງ­ຫຼາຍ​ຕ່າງ​ກໍ​ພາ­ກັນ​ຢ້ານ​ກົວ​ຕົວ​ສັ່ນ ແລະ ​ບໍ່​ກ້າ​ທີ່​ຈະ​ມາ​ພົບ​ໜ້າ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ. ປະ­ຕູ​ເມືອງ​ຂອງ​ເມືອງ​ເຢຣິ​ໂກ​ກໍ​ຖືກ​ປິດ​ໄວ້​ຢ່າງ​ໜາ​ແໜ້ນ ແລະ ​ບໍ່​ອະ­ນຸ­ຍາດ​ໃຫ້​ຄົນ​ໃດ​ເຂົ້າ ຫຼື​ອອກ​ນອກ​ເມືອງ. ນອກ­ຈາກ​ນີ້ ປະ­ຊາ­ຊົນ​ທີ່­ຢູ່​ໃນ​ເມືອງ​ຕ່າງ​ກໍ​ພາ­ກັນ​ຢ້ານ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນເຊັ່ນ​ກັນ.

ພຣະ​ເຈົ້າ​ໄດ້​ບອກ​ວິ­ທີ​ທີ່​ຈະ​ໂຈມ​ຕີ​ເມືອງ​ເຢ​ຣິ​ໂກ​ໃຫ້​ໂຢ​ຊວຍ​ຟັງ ແລະ ​ພຣະ​ອົງ​ກໍ​ສັນ­ຍາ​ວ່າ ຈະ​ມອບ​ເມືອງ​ເຫຼົ່າ­ນັ້ນ​ໃຫ້​ແກ່​ພວກ​ເຂົາ. ແລ້ວ​ໂຢ​ຊວຍ​ກໍ​ໄດ້​ເອີ້ນ​ບັນ­ດາ​ປະ­ໂລ­ຫິດ​ມາ​ປະ­ຊຸມ​ກັນ ແລະ ​ເວົ້າ​ວ່າ: "ຈົ່ງ​ຫາມ​ຫີບ​ພັນ­ທະ​ສັນ­ຍາ ແລະ ​ໃຫ້​ປະ­ໂລ­ຫິດ​ເຈັດ​ຄົນ​ຖື​ແກ​ນຳ​ໜ້າ​ໄປ​ກ່ອນ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ."

ໃນ​ເວ­ລາ​ດຽວ​ກັນ ໂຢ​ຊວຍ​ກໍ​ໄດ້​ສັ່ງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ວ່າ: "ຈົ່ງ​ເດີນ​ຂະ­ບວນ​ແຮ່​ອ້ອມ​ຮອບ​ເມືອງ ແລະ ​ໃຫ້​ຖື​ອາ­ວຸດ​ກຽມ­ພ້ອມ​ນຳ​ໜ້າ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ." ໂຢ​ຊວຍ​ໄດ້​ເວົ້າ​ຕໍ່​ໄປ​ອີກ​ວ່າ: "ພວກ​ທ່ານ​ທັງ­ຫຼາຍ​ຢ່າ​ໂຮ­ຮ້ອງ, ຢ່າ​ສົ່ງ​ສຽງ ແລະ ​ຢ່າ​ເວົ້າ​ຫຍັງ​ອອກ​ມາ ແມ້​ແຕ່​ຄຳ​ດຽວ​ຈົນ​ກວ່າ​ເຮົາ​ຈະ​ສັ່ງ​ໃຫ້​ໂຮ​ຮ້ອງ."

ສະ­ນັ້ນ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ເຈົ້າ, ໂຢ​ຊວຍ​ຈຶ່ງ​ສັ່ງ​ໃຫ້​ພວກ​ທະ­ຫານ ແລະ ​ບັນ­ດາ​ປະ­ໂລ­ຫິດ​ຫາມ​ຫີບ​ຍ່າງ​ອ້ອມ​ຮອບ​ເມືອງ​ເຢຣິ​ໂກ ໂດຍ​ມີ​ພວກ​ທະ­ຫານ​ເລີ່ມ​ຍ່າງ​ອອກ​ໄປ​ກ່ອນ​ພວກ​ປະ­ໂລ­ຫິດ​ເຈັດ​ຄົນ​ທີ່​ເປົ່າ​ແກ ແລະ ​ຕາມ​ຫຼັງ​ມາ​ກໍ​ແມ່ນ​ພວກ​ປະ­ໂລ­ຫິດ​ທີ່​ຫາມ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ ແລະ ​ຕິດ­ຕາມ​ຫຼັງ​ຫີບ​ພັນ­ທະ​ສັນ­ຍາ​ມາ​ນັ້ນ​ກໍ​ແມ່ນ​ພວກ​ທະ­ຫານ​ກອງ​ຫຼັງ. ສຽງ​ແກ​ທີ່​ພວກ​ປະ­ໂລ­ຫິດ​ເປົ່າ​ນັ້ນ​ກໍ​ດັງ​ຢູ່​ຕະ­ຫຼອດ​ເວ­ລາ​ທີ່​ເດີນ​ແຮ່​ຂະ​ບວນ. ເມື່ອ​ພວກ​ເຂົາ​ຍ່າງ​ອ້ອມ​ຮອບ​ເມືອງ​ເຢຣິ​ໂກ​ໄດ້​ຮອບ​ໜຶ່ງ​ແລ້ວ ພວກ​ເຂົາ​ກໍ​ໄດ້​ກັບ​ມາ​ຍັງ​ຄ້າຍ​ພັກ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ສັ່ງ​ຜ່ານ​ທາງ​ໂຢ​ຊວຍ.

ໃນ​ມື້​ທີ​ສອງ ພວກ​ທະ­ຫານ ແລະ ​ບັນ­ດາ​ປະ­ໂລ­ຫິດ​ກໍ​ຫາມ​ຫີບ​ຂອງ​ພຣະ​ເຈົ້າ​ຍ່າງ​ອ້ອມ​ຮອບ​ເມືອງ​ເຢຣິ​ໂກ​ອີກ​ຮອບ​ໜຶ່ງ ແລ້ວ​ພວກ​ເຂົາ​ກໍ​ກັບ­ເຂົ້າ​ມາ​ຍັງ​ຄ້າຍ​ພັກ. ພວກ​ເຂົາ​ເຮັດ​ຢູ່​ຢ່າງ​ນີ້​ເປັນ​ເວ­ລາ​ຫົກ​ມື້. ພໍ​ມາ​ຮອດ​ມື້​ທີ​ເຈັດ ພວກ​ເຂົາ​ເດີນ​ຂະ­ບວນ​ແຮ່​ອ້ອມ​ຮອບ​ເມືອງ​ເຢ​ຣິ​ໂກ​ແບບ​ດຽວ​ກັນ​ອີກ ແຕ່​ເທື່ອ​ນີ້​ບໍ່​ແມ່ນ​ຮອບ​ດຽວ ແຕ່​ເດີນ​ຂະ­ບວນ​ແຮ່​ເຈັດ​ຮອບ. ໃນ​ຮອບ​ທີ​ເຈັດ ຂະ­ນະ​ທີ່​ພວກ​ປະ­ໂລ­ຫິດ​ເຈັດ​ຄົນ​ກໍາ​ລັງ​ເປົ່າ​ແກ​ຢູ່​ນັ້ນ ໂຢ​ຊວຍ​ກໍ​ສັ່ງ​ໃຫ້​ພວກ​ທະ­ຫານ​ທີ່​ຖື​ອາ­ວຸດ​ນັ້ນ​ໂຮ­ຮ້ອງ ແລະ ​ພວກ​ທະ­ຫານ​ກໍ​ພາ­ກັນ​ໂຮ­ຮ້ອງ​ສຸດ​ສຽງ. ທັນ­ໃດ​ນັ້ນ ກຳ­ແພງ​ເມືອງ​ເຢຣິ​ໂກ​ກໍ​ພັງ​ເຈື່ອນ​ລົງ ແລະ ​ພວກ​ທະ­ຫານ​ອິດ​ສະ​ຣາ​ເອນ​ທັງ​ໝົດ​ກໍ​ພາ­ກັນ​ບຸກ​ເຂົ້າ​ໄປ​ຢຶດ​ເມືອງ​ທັນ​ທີ.ພວກ​ເຂົາ​ໄດ້​ໃຊ້​ດາບ​ຂ້າ​ທັງ​ຊາຍ, ຍິງ, ຜູ້​ເຖົ້າ ແລະ ​ເດັກ­ນ້ອຍ ລວມ​ທັງ​ຝູງ​ສັດ​ທັງ​ໝົດ​ທີ່­ຢູ່​ໃນ​ເມືອງ​ເຢຣິ​ໂກ. ຈາກ​ນັ້ນ ພວກ​ເຂົາ​ກໍ​ຈູດ​ເມືອງ​ກັບ​ສິ່ງ​ຂອງ​ທຸກໆ​ສິ່ງ​ເຜົາ​ຖິ້ມ​ຈົນ​ໝົດ​ກ້ຽງ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ໂຢ​ຊວຍ ບົດ​ທີ 5 ແລະ 6.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" ບົດທີ 45 ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ພຣະ​ເຈົ້າ​ປະ­ທານ​ດິນ­ແດນ​ກາ​ນາ​ອານ​ຕາມ​ຄຳ​ສັນ­ຍາ

ຫຼັງ​ຈາກ​ທີ່​ພຣະ​ເຈົ້າ​ມອບ​ເມືອງ​ເຢຣິ​ໂກ​ໄວ້​ໃນ​ມື​ຂອງ​ໂຢ​ຊວຍ​ແລ້ວ ພຣະ​ອົງ​ໄດ້​ໃຫ້​ຊົນ​ຊາດ​ອິດ​ສະ​ຣາ​ເອນ​ມີ​ໄຊ​ນະ​ນະ​ເໜືອ​ເມືອງ​ຕ່າງໆ ແລະ ​ຊາວ​ເມືອງ​ໃນ​ດິນ­ແດນ​ທັງ​ຫຼາຍ. ຕອນ​ນີ້ ໂຢ​ຊວຍ​ໄດ້​ເອົາ​ຊະ­ນະ​ປະ­ຊາ­ຊົນ​ທີ່­ຢູ່​ໃນ​ແຜ່ນ­ດິນ​ກາ​ນາ​ອານ​ໂດຍ​ຜ່ານ​ການ​ຊ່ວຍ­ເຫຼືອ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ພຣະ​ເຈົ້າ. ຊົນ​ຊາດ​ອື່ນໆ​ທີ່​ຍັງ​ເຫຼືອ​ຢູ່​ອ້ອມ​ຮອບ​ຊົນ​ຊາດ​ອິດ​ສະຣາ​ເອນ​ເກີດ​ມີ​ຄວາມ​ຢ້ານ​ກວ່າ​ຢ່າງ​ຍິ່ງ​ທີ່​ພວກ​ເຂົາ​ໄດ້​ເຫັນ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ຕໍ່​ບັນ­ດາ​ປະ­ຊາ­ຊົນ​ທີ່​ອາ­ໄສ​ຢູ່​ໃນ​ດິນ­ແດນ​ກາ​ນາ​ອານ.

ໂຢ​ຊວຍ​ກໍ​ເຖົ້າ​ແກ່​​ຫຼາຍ ແລະ ​ເພິ່ນ​ໄດ້​ບອກ​ກັບ​ປະ­ຊາ­ຊົນ​ອິດ​ສະ​ລາ​ເອນ​ທຸກ​ຄົນ​ວ່າ: "ພວກ​ທ່ານ​ກໍ​ເຫັນ​ທຸກໆ​ສິ່ງ​ທີ່​ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ຊົງ​ເຮັດ​ຕໍ່​ຊົນ​ຊາດ​ທັງ​ປວງ​ເພື່ອ​ຊ່ວຍ​ພວກ​ທ່ານ. ພຣະ​ເຈົ້າ​ຂອງ​ພວກ​ທ່ານ​ໄດ້​ຕໍ່­ສູ້​ເພື່ອ​ພວກ​ທ່ານ." ເຖິງ​ແມ່ນ​ວ່າ ປະ­ຊາ­ຊົນ​ກາ​ນາ​ອານ​ຈະ​ໄດ້​ຮັບ​ຄວາມ​ພ່າຍ​ແພ້ ແຕ່​ພວກ​ເຂົາ​ກໍ​ຍັງ​ຄົງ​ຄອບ­ຄອງ​ດິນ­ແດນ​ສ່ວນ​ໜຶ່ງ​ຂອງ​ແຜ່ນ­ດິນ​ແຫ່ງ​ພັນ­ທະ​ສັນ­ຍາ​ຂອງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ ແລະ ​ໂຢ​ຊວຍ​ໄດ້​ຮຽກ­ຮ້ອງ​ໃຫ້​ປະ­ຊາ­ຊົນ​ຂອງ​ເພິ່ນ​ບໍ່​ໃຫ້​ລືມ​ຄໍາ​ສັ່ງ​ຂອງ​ພຣະ​ເຈົ້າ​ທີ່​ຈະ​ຂັບ​ໄລ່​ປະ­ຊາ­ຊົນ​ຜູ້​ທີ່​ຍັງ​ບໍ່​ໄດ້​ຖືກ​ທຳ­ລາຍ​ເຫຼົ່າ­ນັ້ນ​ທີ່​ຂາບ​ໄຫວ້​ຮູບ​ປັ້ນ​ອອກ​ໄປ​ຈາກ​ດິນ­ແດນ​ກາ​ນາ​ອານ.

ນີ້​ແມ່ນ​ຄໍາ​ສັ່ງ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ແກ່​ໂມ​ເຊ​ສໍາ​ລັບ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ໃຫ້​ປະ­ຕິ­ບັດ​ຄື: "ຢ່າ​ຍອມ​ໃຫ້​ພວກ​ເຂົາ​ອາ­ໄສ​ຢູ່​ໃນ​ດິນ­ແດນ​ຂອງ​ພວກ​ເຈົ້າ. ຖ້າ​ພວກ​ເຈົ້າ​ຍອມ ພວກ​ເຂົາ​ຈະ​ພາ​ພວກ​ເຈົ້າ​ເຮັດ​ບາບ​ຕໍ່­ສູ້​ເຮົາ. ຖ້າ​ພວກ​ເຈົ້າ​ຂາບ​ໄຫວ້​ພະ​ຂອງ​ພວກ​ເຂົາ ການ​ກະ­ທຳ​ເຊັ່ນ​ນັ້ນ​ກໍ​ຈະ​ເປັນ​ບ້ວງ​ແຮ້ວ​ອັນ​ຮ້າຍ​ກາດ​ສຳ­ລັບ​ດັກ​ຈັບ​ພວກ​ເຈົ້າ​ເອງ" (ອົບ­ພະ­ຍົບ 23:33)

ໂຢ​ຊວຍ​ກໍ​ໄດ້​ແບ່ງ­ປັນ​ດິນ­ແດນ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ເຈົ້າ​ໃຫ້​ແຕ່​ລະ​ເຜົ່າ​ຂອງ​ຊົນ​ຊາດ​ອິດ​ສະ​ຣາ​ເອນ​ເພື່ອ​ເປັນ​ກຳ­ມະ­ສິດ​ຂອງ​ພວກ​ເຂົາ. ໂຢ​ຊວຍ​ຍັງ​ໄດ້​ບອກ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ໃຫ້​ທຳ­ລາຍ​ແທ່ນ​ບູ­ຊາ, ບໍ່​ໃຫ້​ເຮັດ​ຄຳ​ສັນ­ຍາ​ໃດໆ​ກັບ​ປະ­ຊາ­ຊົນ​ທີ່​ອາ­ໄສ​ຢູ່​ໃນ​ດິນ­ແດນ​ນັ້ນ ແລະ ​ໃຫ້​ກຳ­ຈັດ​ພວກ​ເຂົາ​ເຫຼົ່າ­ນັ້ນ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ເຈົ້າ.

ເມື່ອ​ແຕ່​ລະ​ເຜົ່າ​ຮູ້​ດິນ­ແດນ​ທີ່​ຕົກ​ເປັນ​ກຳ­ມະ­ສິດ​ຂອງ​ພວກ​ເຂົາ​ແລ້ວ ໂຢ​ຊວຍ​ໄດ້​ສົ່ງ​ແຕ່​ລະ​ເຜົ່າ​ໄປ​ຢືດ​ດິນ­ແດນ​ມາ​ເປັນ​ກຳ­ມະ­ສິດ​ຂອງ​ພວກ​ເຂົາ​ເອງ. ເມື່ອ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ເຂົ້າ​ໄປ​ຢືດ​ດິນ­ແດນ​ນັ້ນ ມັນ​ເບິ່ງ​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຕໍ່­ສູ້​ປະ­ຊາ­ຊົນ​ທີ່​ຂາບ​ໄຫວ້​ຮູບ​ປັ້ນ​ທີ່​ຍັງ​ເຫຼືອ​ຢູ່​ນັ້ນ. ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ບໍ່​ໄດ້​ໄວ້​ວາງ­ໃຈ​ໃນ​ພຣະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ທີ່​ວ່າ ພຣະ​ອົງ​ຈະ​ຊ່ວຍ​ຂັບ​ໄລ່​ປະ­ຊາ­ຊົນ​ທີ່​ຂາບ​ໄຫວ້​ຮູບ​ປັ້ນ​ເຫຼົ່າ­ນັ້ນ​ອອກ​ໄປ​ຈາກ​ດິນ​ແດນ. ດັ່ງ­ນັ້ນ ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຈຶ່ງ​ບໍ່​ໄດ້​ຂັບ​ໄລ່​ປະ­ຊາ­ຊົນ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ດິນ­ແດນ​ນັ້ນ​ໃຫ້​ອອກ​ໜີ​ໄປ ພວກ​ເຂົາ​ບໍ່​ໄດ້​ທຳ­ລາຍ​ເສົາ​ຫີນ​ທີ່​ແກະ​ສະ​ລັກ, ຮູບ​ປັ້ນ ແລະ ​ສະ­ຖານ­ທີ່​ຂາບ​ໄຫວ້​ຕ່າງໆ​ຂອງ​ປະ­ຊາ­ຊົນ​ເຫຼົ່າ​ນັ້ນ. ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຍັງ​ໄດ້​ບັງ­ຄັບ​ໃຫ້​ປະ­ຊາ­ຊົນ​ທີ່​ອາ­ໄສ​ຢູ່​ໃນ​ດິນ­ແດນ​ນັ້ນ​ເຮັດ​ວຽກ​ໃຫ້​ພວກ​ເຂົາ. ດັ່ງ­ນັ້ນ ປະ­ຊາ­ຊົນ​ກາ​ນາ​ອານ ແລະ ​ປະ­ຊາ­ຊົນ​ອື່ນໆ​ຈຶ່ງ​ຍັງ​ຄົງ​ອາ­ໄສ​ຢູ່​ຮ່ວມ​ກັບ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ.

ເມື່ອ​ໂຢ​ຊວຍ​ເຖົ້າ​ແກ່​ຫຼາຍ​ແລ້ວ ເພິ່ນ​ກໍ​ໄດ້​ເອີ້ນ​ເຜົ່າ​ຕ່າງໆ​ຂອງ​ຊົນ​ຊາດ​ອິດ​ສະ​ຣາ​ເອນ​ເຂົ້າ​ມາ​ເຕົ້າ­ໂຮມ​ກັນ​ທີ່​ເມືອງ​ຊີ​ເຄມ. ໂຢ​ຊວຍ​ຮູ້​ວ່າ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຍັງ​ຄົງ​ບູ­ຊາ​ຮູບ​ປັ້ນ​ຢ່າງ​ລັບໆ ແລະ ​ໂຢ​ຊວຍ​ໄດ້​ເອີ້ນ​ພວກ​ເຂົາ​ມາ​ຕັດ­ສິນ​ໃຈ​ເພື່ອ​ທີ່​ຈະ​ກໍາ​ຈັດ​ຂັບ​ໄລ່​ການ​ບູ­ຊາ​ຮູບ​ປັ້ນ​ໃຫ້​ໝົດ​ສິ້ນ​ຕະ­ຫຼອດ​ໄປ.

ໂຢ​ຊວຍ​ເວົ້າ​ກັບ​ປະ­ຊາ­ຊົນ​ວ່າ: “ສະ­ນັ້ນ​ແຫລະ ຈົ່ງ​ຍົກ­ຍໍ​ໃຫ້​ກຽດ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ​ບົວ­ລະ­ບັດ​ຮັບ​ໃຊ້​ພຣະ​ອົງ​ຢ່າງ​ຈິດ­ໃຈ ແລະ ​ສັດ​ຊື່. ຈົ່ງ​ປະ​ຖິ້ມ​ບັນ­ດາ​ພະ​ທີ່​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຈົ້າ​ເຄີຍ​ຂາບ​ໄຫວ້​ໃນ​ເມ​ໂຊ​ໂປ​ຕາ​ເມຍ ແລະ ​ໃນ​ປະ­ເທດ​ເອ​ຢິບ​ນັ້ນ​ສາ ແລະ ​ຈົ່ງ​ບົວ­ລະ­ບັດ​ຮັບ​ໃຊ້​ແຕ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ. ຖ້າ​ພວກ​ເຈົ້າ​ບໍ່​ເຕັມ​ໃຈ​ບົວ­ລະ­ບັດ​ຮັບ​ໃຊ້​ພຣະ​ອົງ ຈົ່ງ​ຕັດ­ສິນ​ໃຈ​ໃນ​ມື້­ນີ້​ວ່າ ພວກ​ເຈົ້າ​ຈະ​ບົວ­ລະ­ບັດ​ຮັບ​ໃຊ້​ຜູ້​ໃດ ບັນ­ດາ​ພະ​ທີ່​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຈົ້າ​ໄດ້​ຂາບ​ໄຫວ້​ໃນ​ເມ​ໂຊ​ໂປ​ຕາ​ເມຍ ຫຼື​ບັນ­ດາ​ພະ​ຂອງ​ຊາວ​ອາ​ໂມ​ໃນ​ດິນ­ແດນ​ທີ່​ພວກ​ເຈົ້າ​ອາ­ໄສ​ຢູ່​ນີ້. ສ່ວນ​ຂ້າ­ພະ­ເຈົ້າ​ກັບ​ຄອບ­ຄົວ​ຂອງ​ຂ້າ­ພະ­ເຈົ້າ​ແລ້ວ ພວກ​ເຮົາ​ຈະ​ບົວ­ລະ­ບັດ​ຮັບ​ໃຊ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ.”

ປະ­ຊາ­ຊົນ​ໄດ້​ຕອບ​ວ່າ: "ພວກ​ເຮົາ​ຈະ​ບໍ່​ໜີ​ຈາກ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈັກ​ເທື່ອ ແລະ ​ຈະ​ບໍ່​ໄປ​ບົວ­ລະ­ບັດ​ຮັບ​ໃຊ້​ພະ​ອື່ນ. ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ໄດ້​ນຳ­ພາ​ພໍ່​ແມ່ ແລະ ​ພວກ​ເຮົາ​ອອກ​ມາ​ຈາກ​ການ​ເປັນ​ທາດ​ຮັບ​ໃຊ້​ໃນ​ປະ­ເທດ​ເອ​ຢິບ... ສະ­ນັ້ນ ພວກ​ເຮົາ​ຈຶ່ງ​ຈະ​ຮັບ​ໃຊ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ."

ຝ່າຍ​ໂຢ​ຊວຍ​ກໍ​ເວົ້າ​ຕໍ່​ພວກ​ເຂົາ​ວ່າ: "ແລະ ​ຖ້າ​ພວກ​ເຈົ້າ​ປະ​ຖິ້ມ​ພຣະ​ອົງ​ໄປ​ບົວ­ລະ­ບັດ​ຮັບ​ໃຊ້​ບັນ­ດາ​ພະ​ຂອງ​ຕ່າງ​ຊາດ​ແລ້ວ ພຣະ​ອົງ​ກໍ​ຈະ​ຫັນ​ມາ​ຕໍ່­ສູ້ ແລະ ​ລົງ­ໂທດ​ພວກ​ເຈົ້າ. ພຣະ​ອົງ​ຈະ​ທຳ­ລາຍ​ພວກ​ເຈົ້າ ເຖິງ​ແມ່ນ​ວ່າ​ພຣະ​ອົງ​ໄດ້​ເຮັດ​ດີ​ຕໍ່​ພວກ​ເຈົ້າ​ກໍ​ຕາມ."

ປະ­ຊາ­ຊົນ​ຈຶ່ງ​ເວົ້າ​ກັບ​ໂຢ​ຊວຍ​ວ່າ: "ບໍ່ ພວກ​ເຮົາ​ຈະ​ບົວ­ລະ­ບັດ​ຮັບ​ໃຊ້​ອົງ​ພຣະ​ຜູ້​ເປັນ​ເຈົ້າ."

ສະ­ນັ້ນ ໂຢ​ຊວຍ​ຈຶ່ງ​ໄດ້​ຮ້ອງ​ຂໍ​ວ່າ: "ຖ້າ​ຢ່າງ​ນັ້ນ ຈົ່ງ​ປະ​ຖິ້ມ​ບັນ­ດາ​ພະ​ຂອງ​ຊາວ​ຕ່າງ​ຊາດ​ທີ່​ພວກ​ເຈົ້າ​ມີ​ຢູ່ ແລະ ​ຕິດ­ຕາມ​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ຊາດ​ອິດ​ສະ​ຣາ​ເອນ​ຢ່າງ​ສັດ​ຊື່."

ໂຢ​ຊວຍ​ຮູ້​ວ່າ ຖ້າ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຍັງ​ຄົງ​ບູ­ຊາ​ຮູບ​ປັ້ນ ພວກ​ເຂົາ​ກໍ​ຈະ​ກາຍ­ເປັນ​ຜູ້​ກະ­ບົດ​ຕໍ່­ສູ້​ພຣະ​ເຈົ້າ ແລະ ​ດ້ວຍ​ການ​ກະ­ທຳ​ເຊັ່ນ​ນັ້ນ ພຣະ​ເຈົ້າ​ບໍ່​ສາ­ມາດ​ປົກ​ປັກ​ຮັກ­ສາ​ພວກ​ເຂົາ​ໄດ້ ແລະ ​ໃນ​ທີ່​ສຸດ ພວກ​ເຂົາ​ຈະ​ຖືກ​ທຳ­ລາຍ​ຄື​ກັນ​ກັບ​ຊົນ​ຊາດ​ທັງ­ຫຼາຍ​ໃນ​ດິນ­ແດນ​ກາ​ນາ​ອານ.ດັ່ງ­ນັ້ນ ມັນ​ເປັນ​ເລື່ອງ​ທີ່​ສຳ­ຄັນ​ສຳ­ລັບ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ທີ່​ຈະ​ຕ້ອງ​ສັດ­ຊື່​ຕໍ່​ພຣະ​ເຈົ້າ ແລະ ​ເຊື່ອ​ຟັງ​ກົດ​ບັນ­ຍັດ ແລະ ​ຂໍ້​ຄຳ​ສັ່ງ​ຕ່າງໆ​ຂອງ​ພຣະ​ອົງ. ສະ­ນັ້ນ ໂຢ​ຊວຍ​ຈຶ່ງ​ເຕືອນ​ພວກ​ເຂົາ​ເຖິງ​ກົດ​ບັນ­ຍັດ ແລະ ​ຂໍ້​ຄຳ​ສັ່ງ​ຕ່າງໆ​ທີ່​ໂມ​ເຊ​ໄດ້​ມອບ​ໃຫ້​ແກ່​ພວກ​ເຂົາ ແລ້ວ​ໂຢ​ຊວຍ​ກໍ​ໄດ້​ສົ່ງ​ພວກ​ເຂົາ​ກັບ​ຄືນ​ໄປ​ສູ່​ດິນ­ແດນ​ທີ່​ເປັນ​ກຳ­ມະ­ສິດ​ຂອງ​ພວກ​ເຂົາ.

ເຊັ່ນ​ດຽວ​ກັນ​ກັບ​ໃນ​ປັດ­ຈຸ­ບັນ​ນີ້ ພຣະ​ເຈົ້າ​ຊົງ​ເອີ້ນ​ພວກ​ເຮົາ​ໃຫ້​ສັດ­ຊື່​ຕໍ່​ພຣະ​ອົງ ແລະ ​ບົວ­ລະ­ບັດ​ຮັບ​ໃຊ້​ພຣະ​ອົງ​ເທົ່າ​ນັ້ນ. ແຕ່​ຖ້າ​ເມື່ອ​ໃດ​ພວກ​ເຮົາ​ອອກ​ຈາກ​ການ​ຮັບ​ໃຊ້​ພຣະ​ເຈົ້າ ໂດຍ​ໄປ​ຮັບ​ໃຊ້​ປະ­ເພ­ນີ​ຂອງ​ສາ­ສະ­ໜາ​ອື່ນໆ​ທີ່​ພີ່­ນ້ອງ ແລະ ​ໝູ່​ເພື່ອນ​ຂອງ​ພວກ​ເຮົາ​ນັບ­ຖື ເມື່ອ­ນັ້ນ​ພວກ​ເຮົາ​ຈະ​ລືມ​ລະ­ນຶກ​ເຖິງ​ວ່າ ການ​ກະ­ທຳ​ຂອງ​ພວກ​ເຮົາ​ໄດ້​ເຮັດ​ໃຫ້​ພວກ​ເຮົາ​ກຳ­ລັງ​ອອກ​ຫ່າງ​ຈາກ​ການ​ປົກ​ປັກ​ຮັກ­ສາ​ຂອງ​ພຣະ​ເຈົ້າ. ການ​ປະ​ນິ​ປະ­ນອມ​ເຊັ່ນ​ນີ້​ຈະ​ນຳ­ໄປ​ສູ່​ການ​ປະ­ນີ­ປະ­ນອມ​ອື່ນໆ ຈົນ​ເຮັດ​ໃຫ້​ພວກ​ເຮົາ​ອອກ​ຫ່າງ​ໄກ​ຈາກ​ພຣະ​ເຈົ້າ. ໃນ​ທີ່​ສຸດ ພວກ​ເຮົາ ຫຼື​ລູກ​ຫຼານ​ຂອງ​ພວກ​ເຮົາ​ທັງ​ໝົດ​ກໍ​ຈະ​ຢູ່​ໃນ​ການ​ກະ­ບົດ​ຕໍ່­ສູ້​ພຣະ​ເຈົ້າ ເພາະ­ວ່າ​ພວກ​ເຮົາ​ບໍ່​ມີ​ຄວາມ​ສັດ­ຊື່​ຕໍ່​ພຣະ​ອົງ​ໃນ​ການ​ບົວ­ລະ­ບັດ​ຮັບ​ໃຊ້.

"ການ​ກະ­ບົດ​ຕໍ່­ສູ້​ພຣະ​ອົງ​ເປັນ​ການ​ຊົ່ວ­ຊ້າ​ເທົ່າ​ກັບ​ການ​ໃຊ້​ເວດ­ມົນ​ຄາ­ຖາ ແລະ ​ຄວາມ​ອວດ­ດີ​ກໍ​ເປັນ​ບາບ​ເທົ່າ​ກັບ​ການ​ຂາບ​ໄຫວ້​ຮູບ​ເຄົາ​ຣົບ" (1 ຊາ​ມູ​ເອນ 15:23).

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ໂຢ​ຊວຍ ບົດ​ທີ 23 ແລະ 24; ພວກ​ຜູ້​ປົກ­ຄອງ ບົດ​ທີ 1 ແລະ 2.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 499-503, 510-524} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ຊົນ​ຊາດ​ອິດ​ສະ​ຣາ​ເອນ​ລືມ​ພຣະ​ເຈົ້າ

ໃນ​ຍຸກ​ສະ­ໄໝ​ການ​ປົກ­ຄອງ​ຂອງ​ໂຢ​ຊວຍ ຊົນ​ຊາດ​ອິດ​ສະ​ຣາ​ເອນ​ໄດ້​ຮັບ​ໃຊ້​ພຣະ​ເຈົ້າ​ຢ່າງ​ສັດ​ຊື່. ຫຼັງ​ຈາກ​ທີ່​ໂຢ​ຊວຍ​ຕາຍ​ໄປ​ແລ້ວ ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ກໍ​ຍັງ​ສືບ­ຕໍ່​ຮັບ​ໃຊ້​ພຣະ​ເຈົ້າ​ພາຍ​ໃຕ້​ການ​ນໍາ​ພາ​ຂອງ​ພວກ​ຜູ້­ນຳ​ຫຼາຍໆ​ຄົນ​ຄື​ພວກ​ຜູ້­ນຳ​ທີ່​ໄດ້​ຮູ້​ເຫັນ​ສິ່ງ​ທີ່​ຍິ່ງ​ໃຫຍ່​ຫຼາຍ​ຢ່າງ​ທີ່​ພຣະ​ເຈົ້າ​ໄດ້​ຊົງ​ເຮັດ​ສໍາ​ລັບ​ຊົນ​ຊາດ​ອິດ​ສະ​ຣາ​ເອນ.

ບັນ­ດາ​ຊົນ​ຊາດ​ອື່ນໆ​ທີ່​ອາ­ໄສ​ຢູ່​ໃນ​ດິນ­ແດນ​ກາ​ນາ​ອານ ແລະ ​ຢູ່​ອ້ອມ​ຮອບ​ຊົນ​ຊາດ​ອິດ​ສະ​ລາ​ເອນ​ນັ້ນ ພວກ​ເຂົາ​ຂາບ​ໄຫວ້​ສິ່ງ​ຕ່າງໆ​ທີ່​ພວກ​ເຂົາ​ສ້າງ​ຂຶ້ນ​ມາ​ໃຫ້​ເປັນ​ເທບ​ພະ​ເຈົ້າ​ຂອງ​ພວກ​ເຂົາ. ພຣະ​ເຈົ້າ​ຊົງ​ມີ​ແຜນ­ການ​ໃຫ້​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ເປັນ​ແບບ­ຢ່າງ​ໃຫ້​ແກ່​ບັນ­ດາ​ຊົນ​ຊາດ​ເຫຼົ່າ­ນັ້ນ ເພື່ອ​ໃຫ້​ພວກ​ເຂົາ​ປະ​ຖິ້ມ​ບັນ­ດາ​ພະ​ທຽມ​ເທັດ ແລ້ວ​ຫັນ​ມາ­ນະ​ມັດ​ສະ­ການ​ພຣະ​ເຈົ້າ​ອົງ​ແທ້​ຈິງ​ທີ່​ໄດ້​ຊົງ​ສ້າງ​ຟ້າ​ສະ­ຫວັນ ແລະ ​ແຜ່ນ­ດິນ​ໂລກ.

ຕໍ່​ມາ ພວກ​ຜູ້­ນຳ​ອິດ​ສະ​ຣາ​ເອນ​ທຸກ​ຄົນ​ໃນ​ສະ­ໄໝ​ນັ້ນ​ກໍ​ໄດ້​ຕາຍ​ໄປ ແລະ ​ຜູ້​ຄົນ​ທີ່​ເກີດ​ໃໝ່​ລຸ່ນ​ຫຼັງ​ຕໍ່​ມາ​ກໍ​ໄດ້​ລືມ​ພຣະ​ເຈົ້າ ແລະ ​ລືມ​ສິ່ງ​ອັດ­ສະ­ຈັນ​ຕ່າງໆ​ທີ່​ພຣະ​ອົງ​ໄດ້​ຊົງ​ເຮັດ​ສຳ­ລັບ​ຊົນ​ຊາດ​ອິດ​ສະ​ຣາ​ເອນ. ພວກ​ເຂົາ​ບໍ່​ໄດ້​ນຳ­ພາ​ບັນ­ດາ​ຊົນ​ຊາດ​ທີ່​ຂາບ​ໄຫວ້​ພະ​ຕ່າງໆ​ເຫຼົ່າ­ນັ້ນ​ໃຫ້​ຫັນ​ມາ​ຫາ​ພຣະ​ເຈົ້າ​ເລີຍ. ແຕ່​ກົງ­ກັນ­ຂ້າມ​ພວກ​ເຂົາ​ໄດ້​ເອົາ​ລູກ​ສາວ​ຂອງ​ຊົນ​ຊາດ​ເຫຼົ່າ­ນັ້ນ​ມາ​ເປັນ​ເມຍ ແລະ ​ຍົກ​ລູກ​ສາວ​ຂອງ​ພວກ​ເຂົາ​ໃຫ້​ແກ່​ລູກ​ຊາຍ​ຂອງ​ຊົນ​ຊາດ​ເຫຼົ່າ​ນັ້ນ. ຊົນ​ຊາດ​ເຫຼົ່າ­ນັ້ນ​ໄດ້​ນໍາ​ພາ​ຊົນ​ຊາດ​ອິດ​ສະ​ຣາ​ເອນ​ຂາບ​ໄຫວ້​ບັນ­ດາ​ພະ​ຕ່າງໆ​ຂອງ​ພວກ​ເຂົາ. ເມື່ອ​ເວ­ລາ​ຜ່ານ​ໄປ​ບໍ່​ດົນ​ພໍ​ເທົ່າ­ໃດ ຊົນ​ຊາດ​ອິດ​ສະ​ຣາ​ເອນ​ກໍ​ເລີ່ມ​ເຮັດ​ຊົ່ວ​ແບບ​ຊົນ​ຊາດ​ເຫຼົ່າ­ນັ້ນ​ທີ່​ຂາບ​ໄຫວ້​ພະ​ຕ່າງໆ.

ປະ­ຊາ­ຊົນ​ອິດ​ສະ​ລາ​ເອນ​ໄດ້​ເຮັດ​ຜິດ​ບາບ​ຕໍ່­ສູ້​ພຣະ​ເຈົ້າ ໂດຍ​ການ​ຢຸດ​ເຊົາ​ນະ­ມັດ­ສະ­ການ​ພຣະ​ອົງ ແລະ ​ໄດ້​ຂາບ​ໄຫວ້​ບັນ­ດາ​ພະ​ອື່ນໆ ຄື​ບັນ­ດາ​ພະ​ຂອງ​ຊົນ​ຊາດ​ອື່ນໆ​ທີ່­ຢູ່​ອ້ອມ​ຂ້າງ​ພວກ​ເຂົາ​ເຊັ່ນ: ຮູບ​ປັ້ນ​ພະ​ບາ​ອານ ແລະ ​ພະ​ອັດ​ຊະ​ຕາກ(ອາ​ເຊ​ຣາ) ເຊິ່ງ​ເປັນ​ຊື່​ພະ​ຂອງ​ຊາວ​ກາ​ນາ​ອານ. ພຣະ​ເຈົ້າ​ຊົງ​ໂກດ​ຮ້າຍ​ທີ່​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຫັນ​ໜີ​ຈາກ​ພຣະ​ອົງ. ດັ່ງ­ນັ້ນ ພຣະ​ເຈົ້າ​ຈຶ່ງ​ບໍ່​ສາ­ມາດ​ປົກ​ປ້ອງ​ຮັກ­ສາ​ພວກ​ເຂົາ ແລະ ​ປ່ອຍ​ໃຫ້​ພວກ​ສັດ­ຕູ​ເຂົ້າ​ມາ​ຮຸກ​ຮານ​ດິນ­ແດນ​ຂອງ​ຊົນ​ຊາດ​ອິດ​ສະ​ຣາ​ເອນ ແລະ ​ທຳ­ລາຍ​ເຄື່ອງ​ປູກ​ຂອງ​ຝັງ ແລະ ​ເອົາ​ເຄື່ອງ​ຂອງ​ທີ່​ມີ­ຄ່າ​ທັງ­ຫຼາຍ​ໄປ.

ເມື່ອ​ມີ​ບັນ­ຫາ​ຫຼາຍໆ​ຢ່າງ​ເກີດ​ຂຶ້ນ​ກັບ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ ພວກ​ເຂົາ​ໄດ້​ນຶກ​ເຖິງ​ພຣະ​ເຈົ້າ ແລະ ​ຮ້ອງ­ຫາ​ພຣະ​ອົງ​ໃຫ້​ຊ່ວຍ­ເຫຼືອ​ພວກ​ເຂົາ. ຫຼັງ​ຈາກ​ນັ້ນ ພຣະ​ເຈົ້າ​ກໍ​ໄດ້​ສົ່ງ​ຄົນ​ມາ​ຊ່ວຍ­ເຫຼືອ​ພວກ​ເຂົາ ເມື່ອ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ເຫຼົ່າ​ສັດ­ຕູ​ຂອງ​ພວກ​ເຂົາ ແລະ ​ມີ​ຄວາມ​ສະ­ຫງົບ​ສຸກ​ໃນ​ໄລ­ຍະ​ໜຶ່ງ​ແລ້ວ ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ກໍ​ກັບ​ຄືນ​ໄປ​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ຕໍ່­ສູ້​ພຣະ​ເຈົ້າ​ອີກ ແລະ ​ເມື່ອ​ມີ​ຄວາມ​ຍາກ​ລຳ­ບາກ​ເກີດ​ຂຶ້ນ​ອີກ ພວກ​ເຂົາ​ກໍ​ໄດ້​ຮ້ອງ­ຫາ​ພຣະ​ເຈົ້າ​ໃຫ້​ຊ່ວຍ­ເຫຼືອ​ອີກ ແລະ ​ພຣະ​ເຈົ້າ​ກໍ​ໄດ້​ສົ່ງ​ບຸກ­ຄົນ​ອື່ນໆ​ມາ​ຊ່ວຍ­ເຫຼືອ​ພວກ​ເຂົາ. ສະ­ນັ້ນ ເປັນ​ເວ­ລາ​ຫຼາຍ​ປີ​ຜ່ານ​ໄປ​ຫຼັງ​ຈາກ​ທີ່​ພວກ​ເຂົາ​ເຂົ້າ​ມາ​ອາ­ໄສ​ຢູ່​ໃນ​ດິນ­ແດນ​ກາ​ນາ​ອານ ພຣະ​ເຈົ້າ​ໄດ້​ສົ່ງ​ທັງ​ຜູ້​ຊາຍ​ແລະ ​ຍິງ​ເຊັ່ນ: ໂອດ​ນີ​ເອນ, ເອ​ຮຸດ, ຊຳ​ຄາ, ເດ​ໂບ​ລາ, ແຊມ​ຊັນ ແລະ ຄົນ​ອື່ນໆ ເພື່ອ​ນຳ­ພາ​ຊົນ​ຊາດ​ຂອງ​ພຣະ​ອົງ.

ມັນ​ເປັນ​ສິ່ງ​ສໍາ​ຄັນ​ທີ່​ຈະ​ແຍກ​ຕົວ​ຂອງ​ພວກ​ເຮົາ​ອອກ​ຈາກ​ບັນ­ດາ​ຜູ້​ທີ່​ດຳ­ລົງ​ຊີ­ວິດ​ຢູ່​ໃນ​ຄວາມ​ຊົ່ວ​ຮ້າຍ ຖ້າ​ບໍ່​ດັ່ງ­ນັ້ນ ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ອາດ​ຈະ​ທົດ​ລອງ​ພວກ​ເຮົາ ຫຼື​ລູກ​ຫຼານ​ຂອງ​ພວກ​ເຮົາ​ໄດ້. ພວກ​ເຮົາ​ຈະ​ຕ້ອງ​ເປັນ​ແສງ​ສະ­ຫວ່າງ​ໃຫ້​ແກ່​ຄົນ​ທີ່​ບໍ່​ເຊື່ອ​ພຣະ​ເຈົ້າ ແລະ ​ຢ້ຽມ­ຢາມ​ພວກ​ເຂົາ ແຕ່​ພວກ​ເຮົາ​ບໍ່​ຄວນ​ອາ­ໄສ​ຢູ່​ທ່າມ­ກາງ​ພວກ​ເຂົາ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ພວກ​ຜູ້​ປົກ­ຄອງ ບົດ​ທີ 3-16, ໂຢ​ຊວຍ 24:29-33.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 543-559} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ຫໍ​ເຕັນ​ສັກ­ສິດ​ທີ່​ເມືອງ​ຊີ​ໂລ

ໂຢ​ຊວຍ​ໄດ້​ຕັ້ງ​ຫໍ​ເຕັນ​ສັກ­ສິດ​ຂຶ້ນ​ທີ່​ເມືອງ​ຊີ​ໂລ. ເມືອງ​ຊີ​ໂລ​ເປັນ​ເມືອງ​ນ້ອຍໆ​ຢູ່​ລະ­ຫວ່າງ​ກາງ­ດິນ​ແດນ​ຂອງ​ກາ​ນາ​ອານ. ເມືອງ​ນີ້​ຢູ່​ໃນ​ໃຈ­ກາງ​ຂອງ​ດິນ­ແດນ​ກາ​ນາ​ອານ​ເຊິ່ງ​ເຮັດ​ໃຫ້​ສະ­ດວກ​ສຳ­ລັບ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ທີ່​ອາ­ໄສ​ຢູ່​ໃນ​ດິນ­ແດນ​ກາ​ນາ​ອານ​ທັງ​ໝົດ​ທີ່​ຈະ​ມາ​ທີ່​ຫໍ​ເຕັນ​ສັກ​ສິດ. ມັນ​ຍັງ​ເປັນ​ສະ­ຖານ­ທີ່​ທີ່​ດີ ເພາະ­ວ່າ​ໃນ​ຂົງ­ເຂດ​ນັ້ນ​ສັດ­ຕູ​ທັງ­ຫຼາຍ​ໄດ້​ຖືກ​ກໍາ​ຈັດ​ອອກ​ໄປ​ໝົດ​ສິ້ນ.

ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຈະ​ມາ­ນະ​ມັດ​ສະ­ການ ແລະ ​ສາ­ມັກ­ຄີ​ທຳ​ຢູ່​ທີ່​ຫໍ​ເຕັນ​ສັກ­ສິດ​ໃນ​ເມືອງ​ຊີ​ໂລ​ສາມ​ເທື່ອ​ຕໍ່​ໜຶ່ງ​ປີ. ມີ​ພຽງ​ແຕ່​ຜູ້​ເປັນ​ພໍ່ ແລະ ​ລູກ​ຊາຍ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ​ທີ່​ຈະ​ຕ້ອງ​ໄດ້​ໄປ. ແຕ່​ສ່ວນ​ຫຼາຍ​ແລ້ວ ຄົນ​ໃນ​ຄອບ­ຄົວ​ພະ­ຍາ­ຍາມ​ທີ່​ຈະ​ໄປ​ຮ່ວມ​ການ​ສາ­ມັກ­ຄີ​ທຳ​ນຳ​ກັນ.

ມັນ​ເປັນ​ເວ­ລາ​ປະ­ມານ​ສາມ​ຮ້ອຍ​ປີ​ທີ່​ຫໍ​ເຕັນ​ສັກ­ສິດ​ຢູ່​ໃນ​ເມືອງ​ຊີ​ໂລ. ແລະ ​ໃນ​ສະ­ໄໝ​ນັ້ນ​ເອ​ລີ​ເປັນ​ມະ­ຫາ​ປະ­ໂລ­ຫິດ​ ແລະ ​ເພິ່ນ​ມີ​ລູກ​ຊາຍ​ສອງ​ຄົນ​ຊື່­ວ່າ "ໂຮ​ຟະ​ນີ" ແລະ "ຟີ​ເນ​ຮາ." ລູກ​ຊາຍ​ທັງ​ສອງ​ຂອງ​ເອ​ລີ​ເປັນ​ປະ­ໂລ­ຫິດ​ເຮັດ​ວຽກ​ປະ­ຈຳ​ວັນ​ກ່ຽວ​ກັບ​ການ​ຖວາຍ​ບູ­ຊາ ແລະ ​ເຮັດ​ພິ­ທີ​ຕ່າງໆ​ຮັບ​ໃຊ້​ພຣະ​ເຈົ້າ​ທຸກໆ​ມື້. ໂຮ​ຟະ​ນີ ແລະ ​ຟີ​ເນ​ຮາ​ເປັນ​ຄົນ​ຂີ້​ໂກງ, ບໍ່​ເອົາ­ໃຈ­ໃສ່​ນັບ­ຖື​ພຣະ​ເຈົ້າ ແລະ ​ບໍ່​ປະ­ຕິ­ບັດ​ຕາມ​ປະ­ເພ­ນີ​ທີ່​ໄດ້​ກຳ­ນົດ​ໄວ້​ໂດຍ​ໂມ​ເຊ. ພວກ​ເຂົາ​ຍັງ​ໝິ່ນ­ປະ­ໝາດ​ເຄື່ອງ​ບູ­ຊາ​ທີ່​ໄດ້​ນຳ​ມາ​ຖວາຍ​ແດ່​ພຣະ​ເຈົ້າ. ພວກ​ເຂົາ​ໄດ້​ເອົາ​ສ່ວນ​ແບ່່ງ​ຂອງ​ເຄື່ອງ​ບູ­ຊາ​ຫຼາຍ​ກວ່າ​ທີ່​ໄດ້​ຖືກ​ກຳ­ນົດ​ໄວ້ ແລະ ​ພວກ​ເຂົາ​ຍັງ​ໄດ້​ຫຼີ້ນ​ຊູ້​ກັບ​ຜູ້­ຍິງ​ທີ່​ມາ​ບົວ­ລະ­ບັດ​ຮັບ​ໃຊ້​ພຣະ​ເຈົ້າ​ຢູ່​ຕໍ່­ໜ້າ​ຫໍ​ເຕັນ​ສັກ​ສິດ. ຄວາມ​ຜິດ​ບາບ​ຂອງ​ພວກ​ລູກ​ຊາຍ​ຂອງ​ປະ­ໂລ­ຫິດ​ເອ​ລີ​ນີ້​ໜັກ​ຫຼາຍ​ທີ່​ສຸດ​ໃນ​ສາຍ­ຕາ​ຂອງ​ພຣະ​ເຈົ້າ. ປະ­ໂລ­ຫິດ​ເອ​ລີ​ຕັກ­ເຕືອນ​ລູກ​ຊາຍ​ຂອງ​ເພິ່ນ ແຕ່​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ພັດ​ບໍ່​ຟັງ​ຄວາມ. ເຖິງ​ປານ​ນັ້ນ ປະ­ໂລ­ຫິດ​ເອ​ລີ​ກໍ​ບໍ່​ໄດ້​ປົດ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ອອກ​ຈາກ​ຕຳ­ແໜ່ງ​ເຖິງ​ແມ່ນ​ວ່າ​ເພິ່ນ​ເອງ​ກໍ​ຮູ້​ເຖິງ​ການ​ກະ­ທຳ​ທີ່​ຊົ່ວ­ຊ້າ​ຂອງ​ລູກ​ຊາຍ​ເພິ່ນ.

ຄວາມ​ເຄົາ­ລົບ

ຄອບ­ຄົວ​ທີ່​ມີ​ລະ­ບຽບ​ດີ​ແລະ ​ມີ​ວິ­ໄນ​ດີ ເຊິ່ງ​ໃຫ້​ພຣະ​ເຈົ້າ​ເປັນ​ໜຶ່ງ​ໃນ​ບ້ານ ແລະ ​ສອນ​ລູກ​ຂອງ​ພວກ​ເຂົາ​ໃຫ້​ມີ​ຄວາມ​ຢຳ​ເກງ​ພຣະ​ເຈົ້າ ຄອບ­ຄົວ​ເຫຼົ່າ­ນັ້ນ​ຈະ​ຖວາຍ​ກຽດ​ໃຫ້​ແດ່ພຣະ​ເຈົ້າ. ທູດ​ສະ­ຫວັນ​ຊົມ­ຊື່ນ​ຍິນ­ດີ​ໃນ​ບ້ານ​ທີ່​ພຣະ​ເຈົ້າ​ຊົງ​ຄຸ້ມ​ຄອງ ແລະ ​ເດັກ­ນ້ອຍ​ໄດ້​ຮັບ​ການ​ສັ່ງ­ສອນ​ໃຫ້​ເຄົາ­ລົບ​ສາ­ສະ­ໜາ, ພຣະ​ຄຳ​ພີ ແລະ ​ພຣະ​ຜູ້​ສ້າງ​ພວກ​ເຂົາ. ຄອບ­ຄົວ​ແບບ​ນີ້​ຈະ​ສາ­ມາດ​ອ້າງ​ພຣະ​ສັນ­ຍາ​ທີ່​ວ່າ: "ເຮົາ​ຈະ​ໃຫ້​ກຽດ​ຜູ້​ທີ່​ໃຫ້​ກຽດ​ເຮົາ." (1 ຊາ​ມູ​ເອນ 2:30)

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ໂຢ​ຊວຍ 18:1; ພຣະ​ບັນ­ຍັດ​ສອງ 16:16; 1 ຊາ​ມູ​ເອນ 1:3; 2:12-17, 22-25.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 523, 575-580}ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ຊາ​ມູ​ເອນ

ພຣະ​ເຈົ້າ​ໄດ້​ຫັນ​ໜີ​ຈາກ​ປະ­ໂລ­ຫິດ​ເອ​ລີ ແລະ ​ລູກ​ຊາຍ​ຂອງ​ເພິ່ນ​ຄື ໂຮ​ຟະ​ນີ ແລະ ​ຟີ​ເນ​ຮາ. ພຣະ​ເຈົ້າ​ໄດ້​ເອົາ​ຕຳ­ແໜ່ງ​ປະ­ໂລ­ຫິດ​ອອກ​ຈາກ​ຕະ­ກຸນ​ຂອງ​ພວກ​ເຂົາ​ຕະ­ຫຼອດ​ໄປ. ແຕ່​ພຣະ​ເຈົ້າ​ໄດ້​ຈັດ​ຕຽມ​ປະ­ໂລ­ຫິດ​ຄົນ​ໃໝ່ ເຊິ່ງ​ພຣະ​ອົງ​ໄດ້​ເລືອກ​ເອົາ​ເດັກ​ຊາຍ​ຄົນ​ໜຶ່ງ​ທີ່​ອາ­ໄສ​ຢູ່​ໃນ​ຫໍ​ເຕັນ​ສັກ­ສິດ​ໃຫ້​ເປັນ​ປະ​ໂລ​ຫິດ. ລາວ​ມີ​ຊື່­ວ່າ “ຊາ​ມູ​ເອນ.”

ເປັນ​ເວ­ລາ​ຫຼາຍ​ປີ​ແລ້ວ​ທີ່​ແມ່​ຂອງ​ຊາ​ມູ​ເອນ​ບໍ່​ສາ­ມາດ​ມີ​ລູກ​ໄດ້. ນາງ​ໄດ້​ອ້ອນ­ວອນ​ຂໍ​ຕໍ່​ພຣະ​ເຈົ້າ​ເພື່ອ​ໃຫ້​ນາງ​ມີ​ລູກ ແລະ ​ເພື່ອ​ເປັນ​ການ​ຕອບ​ແທນ​ສຳ­ລັບ​ພຣະ​ພອນ​ນີ້ ນາງ​ຈະ​ຖວາຍ​ລູກ​ຂອງ​ນາງ​ໃຫ້​ຮັບ​ໃຊ້​ພຣະ​ເຈົ້າ. ພຣະ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ໃຫ້​ນາງ​ມີ​ລູກ. ນາງ​ໄດ້​ສອນ​ລູກ​ຊາຍ​ໃຫ້​ມີ​ຄວາມ​ສັດ­ຊື່ ແລະ ​ຢຳ​ເກງ​ພຣະ​ເຈົ້າ. ແລະ ​ເມື່ອ​ຊາ​ມູ​ເອນ​ມີ​ອາ­ຍຸ​ໃຫຍ່​ພໍ­ແລ້ວ ນາງ​ກໍ​ໄດ້​ນໍາ​ລູກ​ຊາຍ​ໄປ​ທີ່​ຫໍ​ເຕັນ​ສັກ­ສິດ​ເພື່ອ​ຮັບ​ໃຊ້​ພຣະ​ເຈົ້າ.

ອຸ­ປະ​ນິ­ໄສ​ທີ່​ດີ­ງາມ​ຂອງ​ເດັກ​ຊາຍ​ຊາ​ມູ​ເອນ​ໄດ້​ດຶງ​ຄວາມ​ຮັກ​ຄວາມ​ອົບ​ອຸ່ນ​ຂອງ​ປະ­ໂລ­ຫິດ​ເອ​ລີ. ຊາ​ມູ​ເອນ​ເປັນ​ຄົນ​ມີ​ຄວາມ​ເມດ​ຕາ, ໃຈ​ກ້​ວາງ, ເຊື່ອ​ຟັງ ແລະ ​ມີ​ຄວາມ​ເຄົາ­ລົບ​ນັບ​ຖື. ປະ­ໂລ­ຫິດ​ເອ​ລີ​ມີ​ຄວາມ​ເສຍ​ໃຈ​ທີ່​ເຫັນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ລູກ​ຊາຍ​ເພິ່ນ ແຕ່​ເພິ່ນ​ໄດ້​ພົບ​ຄວາມ​ສະ­ບາຍ​ໃຈ​ໃນ​ຊາ​ມູ​ເອນ. ປະ­ໂລ­ຫິດ​ເອ​ລີ​ຈຶ່ງ​ຮັກ​ຊາ​ມູ​ເອນ​ຢ່າງ​ຖະ­ນຸ­ຖະ­ໜອມ.

ປະ­ໂລ­ຫິດ​ເອ​ລີ​ເຫັນ​ວ່າ​ເດັກ​ຊາຍ​ຊາ​ມູ​ເອນ​ເໝາະ​ທີ່​ຈະ​ເປັນ​ປະ­ໂລ­ຫິດ​ຫຼາຍ​ກວ່າ​ລູກ​ຊາຍ​ຂອງ​ເພິ່ນ. ປະ­ໂລ­ຫິດ​ເອ​ລີ​ໄດ້​ວາງ​ຜ້າ​ປານ​ເອ​ໂຟດ​ໃສ່​ເທິງ​ຊາ​ມູ​ເອນ​ເພື່ອ​ສະ­ແດງ​ໃຫ້​ເຫັນ​ວ່າ ຊາ​ມູ​ເອນ​ຈະ​ເປັນ​ຄົນ​ເຮັດ​ວຽກ​ໃນ​ຫໍ​ເຕັນ​ສັກ​ສິດ. ແລະ ​ຊາ​ມູ​ເອນ​ກໍ​ໄດ້​ສະ­ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສັດ­ຊື່​ໃນ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ.

ບັນ­ດາ​ຜູ້​ທີ່​ຮັກ​ລູກ​ຂອງ​ພວກ​ເຂົາ​ແບບ​ຕາ­ບອດ ຈະ​ນຳ­ພາ​ພວກ​ເຂົາ​ຕາມ­ໃຈ​ລູກ​ໃນ​ຄວາມ​ປາ­ຖະ­ໜາ​ທີ່​ເຫັນ­ແກ່­ຕົວ​ຂອງ​ພວກ​ເຂົາ. ການ​ທີ່​ບໍ່​ຕຳ­ໜິ​ຄວາມ​ບາບ ແລະ ​ການ​ບໍ່​ຕິ­ຕຽນ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ນັ້ນ ເຮັດ​ໃຫ້​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ​ພວກ​ເຂົາ​ໃຫ້​ກຽດ​ເດັກ­ນ້ອຍ​ທີ່​ເຮັດ​ຊົ່ວ​ຫຼາຍ​ກວ່າ​ທີ່​ພວກ​ເຂົາ​ໃຫ້​ກຽດ​ພຣະ​ເຈົ້າ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ຊາ​ມູ​ເອນ 1:4-28; 2:18-21.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 569-574} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ພຣະ​ເຈົ້າ​ກ່າວ​ກັບ​ຊາ​ມູ​ເອນ

ພຣະ​ເຈົ້າ​ບໍ່​ສາ­ມາດ​ສື່­ສານ​ກັບ​ມະ­ຫາ​ປະ­ໂລ­ຫິດ​ເອ​ລີ ແລະ ​ລູກ​ຊາຍ​ຂອງ​ເພິ່ນ. ຄວາມ​ບາບ​ຂອງ​ພວກ​ເຂົາ​ໄດ້​ປິດ​ກັ້ນ​ການ​ປາ­ກົດ​ຕົວ​ຂອງ​ພຣະ​ວິນ​ຍານ​ບໍ­ຣິ­ສຸດ. ແຕ່​ວ່າ​ເດັກ​ຊາຍ​ຊາ​ມູ​ເອນ​ຍັງ​ຄົງ​ເປັນ​ຄົນ​ດຽວ​ທີ່​ສັດ­ຊື່​ຕໍ່​ພຣະ​ເຈົ້າ ແລະ ​ການ​ໃຫ້​ຂໍ້­ຄວາມ​ຂອງ​ການ​ລົງ­ໂທດ​ບ້ານ​ຂອງ​ປະ­ໂລ­ຫິດ​ເອ​ລີ​ແມ່ນ​ວຽກ​ງານ​ທຳ­ອິດ​ຂອງ​ຊາ​ມູ​ເອນ​ໃນ​ຖາ­ນະ​ທີ່​ເປັນ​ຜູ້​ປະ­ກາດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. “ໃນ​ຄືນ​ໜຶ່ງ ເອ​ລີ​ເຊິ່ງ​ເປັນ​ຄົນ​ຕາ​ບໍ່​ດີ​ຍ້ອນ​ຄວາມ​ຊະ­ລາ​ໄດ້​ນອນ​ຢູ່​ທີ່​ຫ້ອງ​ສ່ວນ​ຕົວ​ຂອງ​ເພິ່ນ. ສ່ວນ​ຊາ​ມູ​ເອນ​ໄດ້​ນອນ​ຢູ່​ໃນ​ພຣະ​ວິ­ຫານ​ບ່ອນ​ທີ່​ມີ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ ແລະ ​ຕະ­ກຽງ​ກໍ​ໃຕ້​ຢູ່. ໃນ​ຂະ­ນະ​ທີ່​ນອນ​ຢູ່​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ​ຊາ​ມູ​ເອນ.”

ຊາ​ມູ​ເອນ​ຄິດ​ວ່າ​ເປັນ​ສຽງ​ຂອງ​ມະ­ຫາ​ປະ­ໂລ­ຫິດ​ເອ​ລີ. ລາວ​ຈຶ່ງ​ຮີບ​ແລ່ນ​ໄປ​ທີ່​ຕຽງ​ຂອງ​ເພິ່ນ ແລະ ​ເວົ້າ​ວ່າ: "ຂ້າ­ນ້ອຍ​ຢູ່​ນີ້ ທ່ານ​ເອີ້ນ​ຂ້າ­ນ້ອຍ​ບໍ?” ປະ­ໂລ­ຫິດ​ເອ​ລີ​ຕອບ​ວ່າ: “ຂ້ອຍ​ບໍ່​ໄດ້​ເອີ້ນ​ເຈົ້າ ລູກ​ຊາຍ​ຂອງ​ຂ້ອຍ​ຈົ່ງ​ກັບ​ໄປ​ນອນ​ສາ.” ຊາ​ມູ​ເອນ​ຈຶ່ງ​ກັບ​ຄືນ​ໄປ​ນອນ.

ສາມ​ຄັ້ງ​ທີ່​ຊາ​ມູ​ເອນ​ຖືກ​ເອີ້ນ ແລະ ​ສາມ​ຄັ້ງ​ທີ່​ລາວ​ຕອບ​ໃນ​ລັກ­ສະ­ນະ​ດຽວ​ກັນ. ແລ້ວ​ປະ­ໂລ­ຫິດ​ເອ​ລີ​ກໍ​ໝັ້ນ​ໃຈ​ວ່າ​ສຽງ​ເອີ້ນ​ທີ່​ລຶກ­ລັບ​ນີ້​ແມ່ນ​ສຽງ​ຂອງ​ພຣະ​ເຈົ້າ.ໂດຍ​ບໍ່​ມີ​ຄວາມ​ອິດ­ສາ ຫຼື​ຄວາມ​ຫຶງ​ຫວງ​ຢູ່​ໃນ​ໃຈ​ຂອງ​ປະ­ໂລ­ຫິດ​ເອ​ລີ ເພິ່ນ​ຈຶ່ງ​ເວົ້າ​ກັບ​ຊາ​ມູ​ເອນ​ວ່າ: "ຖ້າ​ເພິ່ນ​ເອີ້ນ​ເຈົ້າ​ອີກ ໃຫ້​ເຈົ້າ​ຕອບ​ວ່າ ‘ພຣະ​ເຈົ້າ​ເອີຍ! ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ກຳ­ລັງ​ຟັງ​ຢູ່.’" ສະ­ນັ້ນ ຊາ​ມູ​ເອນ​ຈຶ່ງ​ກັບ​ຄືນ​ໄປ​ນອນ.

ອີກ​ຄັ້ງ​ໜຶ່ງ​ທີ່​ສຽງ​ນັ້ນ​ດັງ​ຂຶ້ນ​ມາ​ອີກ ແລະ ​ເດັກ​ຊາຍ​ຊາ​ມູ​ເອນ​ກໍ​ໄດ້​ຂານ​ຕອບ​ວ່າ: “ຂໍ​ຊົງ​ສັ່ງ​ມາ​ເຖີດ! ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ກຳ­ລັງ​ຟັງ​ຢູ່.”

ແລ້ວ​ພຣະ​ເຈົ້າ​ກໍ​ໄດ້​ກ່າວ​ຕໍ່​ຊາ​ມູ​ເອນ​ວ່າ: “ເຮົາ​ຈະ​ເຮັດ​ສິ່ງ​ທີ່​ໜ້າ​ຢ້ານ​ກົວ​​ຫຼາຍ​ຕໍ່​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ ເມື່ອ​ທຸກ​ຄົນ​ໄດ້​ຍິນ​ເລື່ອງ​ນີ້​ແລ້ວ ພວກ​ເຂົາ​ຈະ​ຕ້ອງ​ຢ້ານ​ກົວ​ທີ່​ສຸດ. ໃນ​ມື້​ນັ້ນ ເຮົາ​ຈະ​ເຮັດ​ຕາມ​ທີ່​ເຮົາ​ໄດ້​ກ່າວ​ໄວ້​ຕໍ່­ໜ້າ​ຄອບ­ຄົວ​ເອ​ລີ​ຕັ້ງ­ແຕ່​ຕົ້ນ​ຈົນ​ຈົບ. ເຮົາ​ໄດ້​ບອກ​ລາວ​ແລ້ວ​ວ່າ ເຮົາ​ຈະ​ລົງ­ໂທດ​ຄອບ­ຄົວ​ຂອງ​ລາວ​ຕະ­​ຫຼອດ​ໄປ ເພາະ​ລູກ​ຊາຍ​ຂອງ​ລາວ​ໄດ້​ກ່າວ​ຄຳ​ຊົ່ວ­ຊ້າ​ຕໍ່­ສູ້​ເຮົາ ສ່ວນ​ເອ​ລີ​ກໍ​ຮູ້­ຈັກ​ວ່າ ພວກ​ເຂົາ​ໄດ້​ເວົ້າ​ດັ່ງ­ນັ້ນ ແຕ່​ລາວ​ບໍ່​ໄດ້​ຫ້າມ​ພວກ​ເຂົາ. ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ໄດ້​ປະ­ກາດ​ຢ່າງ​ໜັກ​ແໜ້ນ​ຕໍ່​ຄອບ­ຄົວ​ຂອງ​ເອ​ລີ​ວ່າ ບໍ່​ມີ​ເຄື່ອງ​ບູ­ຊາ ຫລື​ການ​ຖວາຍ​ໃດໆ ທີ່​ຈະ​ຍົກ​ເອົາ​ໂທດ​ບາບ​ອັນ​ຮ້າຍ​ແຮງ​ນີ້​ອອກ​ໄປ​ໄດ້.”

ຊາ​ມູ​ເອນ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ ແລະ ​ປະ­ຫຼາດ​ໃຈ​ທີ່​ໄດ້​ຮັບ​ຂໍ້­ຄວາມ​ທີ່​ໜ້າ​ຢ້ານ​ກົວ​ດັ່ງ­ກ່າວ​ເຊັ່ນ​ນີ້. ພໍ​ຮຸ່ງ​ເຊົ້າ ຊາ​ມູ​ເອນ​ກໍ​ໄປ​ປະ­ຕິ­ບັດ​ໜ້າ­ທີ່​ຕາມ​ປົກ­ກະ­ຕິ​ໃນ​ຫໍ​ເຕັນ​ສັກ­ສິດ​ແຕ່​ລາວ​ມີ​ພາ­ລະ​ໜັກ​ໃນ​ໃຈ. ພຣະ​ເຈົ້າ​ບໍ່​ໄດ້​ສັ່ງ​ໃຫ້​ລາວ​ເປີດ­ເຜີຍ​ການ​ລົງ­ໂທດ​ທີ່​ໜ້າ​ຢ້ານ​ກວ່າ​ນີ້ ສະ­ນັ້ນ ຊາ​ມູ​ເອນ​ຈຶ່ງ​ມິດ​ງຽບ​ຢູ່ ເພາະ​ບໍ່​ຢາກ​ເປີດ­ເຜີຍ​ການ​ລົງ­ໂທດ​ຂອງ​ພຣະ​ເຈົ້າ​ໃຫ້​ປະ­ໂລ­ຫິດ​ເອ​ລີ​ຟັງ ເພາະ​ຢ້ານ​ວ່າ​ຈະ​ເຮັດ​ໃຫ້​ເພິ່ນ​ເສຍ​ໃຈ. ປະ­ໂລ­ຫິດ​ເອ​ລີ​ກໍ​ໝັ້ນ​ໃຈ​ວ່າ ຂໍ້­ຄວາມ​ທີ່​ທຳ​ນວາຍ​ເຖິງ​ໄພ­ພິ­ບັດ​ອັນ​ຍິ່ງ​ໃຫຍ່​ນີ້ ຈະ​ຕົກ​ມາ​ເຖິງ​ເພິ່ນ ແລະ ​ຄອບ­ຄົວ​ຂອງ​ເພິ່ນ​ດ້ວຍ. ປະ­ໂລ­ຫິດ​ເອ​ລີ​ຈຶ່ງ​ເອີ້ນ​ຊາ​ມູ​ເອນ ແລະ ​ໃຫ້​ລາວ​ບອກ​ເຖິງ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ເປີດ­ເຜີຍ​ທັງ​ໝົດ.

ປະ­ໂລ­ຫິດ​ເອ​ລີ​ຖາມ​ວ່າ: "ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເຈົ້າ​ຫຍັງ​ແດ່? ຢ່າ​ປິດ​ບັງ​ພໍ່​ເລີຍ..." ເດັກ​ຊາຍ​ຊາ​ມູ​ເອນ​ເຊື່ອ​ຟັງ ແລະ ​ບອກ​ທຸກ​ສິ່ງ​ໂດຍ​ບໍ່​ປິດ​ບັງ​ຫຍັງ​ໝົດ. ແລະ ​ປະ­ໂລ­ຫິດ​ເອ​ລີ​ຜູ້​ເຖົ້າ​ແກ່​ກໍ​ໄດ້​ກົ້ມ​ຕົວ​ລົງ​ດ້ວຍ​ຄວາມ​ຖ່ອມ​ຕົນ​ຍອມ­ຮັບ​ຂ່າວ­ສານ​ທີ່​ໜ້າ​ຢ້ານ​ກົວ. ເພິ່ນ​ໄດ້​ເວົ້າ​ວ່າ: “ພຣະ​ອົງ​ເປັນ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ອົງ​ຈະ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພຣະ​ອົງ​ຊົງ​ເຫັນ​ວ່າ​ດີ​ທີ່​ສຸດ.”

ພຣະ​ເຈົ້າ​ໄດ້​ເບິ່ງ​ຂ້າມ​ຄົນ​ຮັບ​ໃຊ້​ທີ່​ຖືກ​ເລືອກ​ຂອງ​ພຣະ​ອົງ​ເພື່ອ​ໄປ​ກ່າວ​ກັບ​ເດັກ​ຊາຍ​ຄົນ​ໜຶ່ງ. ສິ່ງ​ນີ້​ເຮັດ​ໃຫ້​ປະ­ໂລ­ຫິດ​ເອ​ລີ ແລະ ​ຄອບ­ຄົວ​ຂອງ​ເພິ່ນ​ຮູ້­ສຶກ​ຂື່ນ​ຂົມ ແຕ່​ມັນ​ກໍ​ເປັນ​ການ​ສັ່ງ­ສອນ​ອັນ​ສົມ­ຄວນ​ທີ່​ປະ­ໂລ­ຫິດ​ເອ​ລີ ແລະ ​ຄອບ­ຄົວ​ຂອງ​ເພິ່ນ​ຄວນ​ໄດ້​ຮັບ.

ແຕ່​ປະ­ໂລ­ຫິດ​ເອ​ລີ​ບໍ່​ໄດ້​ສະ­ແດງ​ເຖິງ​ການ​ກັບ​ໃຈ​ຢ່າງ​ແທ້​ຈິງ. ເພິ່ນ​ບໍ່​ໄດ້​ປະ​ຖິ້ມ​ຄວາມ​ບາບ​ຂອງ​ເພິ່ນ. ຫຼາຍ​ປີ​ຜ່ານ​ໄປ ພຣະ​ເຈົ້າ​ຊົງ​ຊັກ​ຊ້າ​ໃນ​ການ​ລົງ­ໂທດ​ທີ່​ໄດ້​ຊົງ​ຂູ່​ໄວ້. ປະ­ໂລ­ຫິດ​ເອ​ລີ​ອາດ​ຈະ​ໄດ້​ເຮັດ​ຫຼາຍໆ​ຢ່າງ​ເພື່ອ​ໄຖ່​ຄວາມ​ຜິດ​ບາບ​ທີ່​ໄດ້​ເຮັດ​ຜ່ານ​ມາ ແຕ່​ວ່າ​ເພິ່ນ​ກໍ​ບໍ່​ໄດ້​ເຮັດ​ສິ່ງ​ໃດ​ທີ່​ໃຫ້​ເກີດ​ຜົນ​ດີ​ໃນ​ການ​ແກ້​ໄຂ​ຄວາມ​ຊົ່ວ​ຮ້າຍ​ທີ່​ເຮັດ​ໃຫ້​ຫໍ​ເຕັນ​ສັກ­ສິດ​ເປັນ​ມົນ­ທິນ ແລະ ​ຜູ້­ນຳ​ຫຼາຍ​ພັນ​ຄົນ​ໃນ​ອິດ​ສະ​ຣາ​ເອນ​ກໍ​ຈະ​ຖືກ​ທຳ​ລາຍ. ຄວາມ​ອົດ­ທົນ​ຂອງ​ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້​ຈິດ­ໃຈ​ຂອງ​ໂຮ​ຟະ​ນີ​ກັບ​ຟີ​ເນ​ຮາ​ແຂງ​ກະ­ດ້າງ ແລະ ​ພວກ​ເຂົາ​ກາຍ­ເປັນ​ຄົນ​ແຂງ​ກະ­ດ້າງ​ຫຼາຍ​ຍິ່ງ​ຂຶ້ນ​ໃນ​ການ​ເຮັດ​ຜິດ​ຕໍ່​ພຣະ​ບັນ­ຍັດ​ຂອງ​ພຣະ​ເຈົ້າ.

ການ​ກັບ​ໃຈ​ທີ່​ບໍ່​ສົມ­ບູນ

ມີ​ຫຼາຍ​ຄົນ​ເຫັນ​ວ່າ​ພວກ​ເຂົາ​ມີ​ຄວາມ​ບາບ. ພວກ​ເຂົາ​ຮູ້​ດີ ແລະ ​ຍອມ­ຮັບ​ວ່າ​ພວກ​ເຂົາ​ໄດ້​ເຮັດ​ຜິດ​ບາບ ແຕ່​ພວກ​ເຂົາ​ກໍ​ຍັງ​ບໍ່​ກັບ​ໃຈ​ໃໝ່ ແລະ ​ບໍ່​ໄດ້​ເຮັດ​ໄປ​ຕາມ​ຂັ້ນ​ຕອນ​ທີ່​ຈະ​ລົບ​ລ້າງ​ຄວາມ​ບາບ ຫຼື​ປະ​ຖິ້ມ​ຄວາມ​ບາບ​ຂອງ​ພວກ​ເຂົາ.

ການ​ກັບ​ໃຈ​ຢ່າງ​ແທ້​ຈິງ

ຜູ້​ທີ່​ມີ​ຄວາມ​ເສຍ​ໃຈ​ຢ່າງ​ແທ້​ຈິງ​ຕໍ່​ຄວາມ​ບາບ​ຂອງ​ພວກ​ເຂົາ​ຄື: ພວກ​ເຂົາ​ຈະ​ບໍ່​ປາ­ຖະ­ໜາ​ກັບ​ໄປ​ເຮັດ​ສິ່ງ​ທີ່​ຜິດ​ບາບ​ຄື­ເກົ່າ​ອີກ ແລະ ​ພວກ​ເຂົາ​ຈະ​ເຮັດ​ສິ່ງ​ທີ່​ພວກ​ເຂົາ​ສາ­ມາດ​ເຮັດ​ໄດ້​ເພື່ອ​ແກ້​ໄຂ​ຄວາມ​ຜິດ​ທີ່​ເຄີຍ​ເຮັດ​ຜິດ​ໄປ​ໃນ​ອະ​ດີດ​ທີ່​ຜ່ານ​ມາ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ຊາ​ມູ​ເອນ ບົດ​ທີ 3.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 581-583} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ພວກ​ຟີ​ລິດ​ສະ​ຕິ​ນ​ໂຈມ​ຕີ​ອິດ​ສະ​ຣາ​ເອນ

ມີ​ຊົນ​ຊາດ​ກຸ່ມ​ໜຶ່ງ​ຊື່­ວ່າ ‘ຟີ​ລິດ​ສະ​ຕິ​ນ.’ ພວກ​ຟີ​ລິດ​ສະ​ຕິ​ນ​ໄດ້​ອາ­ໄສ​ຢູ່​ອ້ອມ​ຮອບ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ ແລະ ​ພວກ​ເຂົາ​ມັກ​ຕໍ່­ສູ້​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ. ໃນ​ເວ­ລາ​ນັ້ນ​ປະ­ໂລ­ຫິດ​ເອ​ລີ​ກໍ​ເຖົ້າ​ແກ່​ຫຼາຍ ແລະ ​ສາຍ­ຕາ​ຂອງ​ເພິ່ນ​ກໍ​ມືດ​ມົວ. ພວກ​ຟີ​ລິດ​ສະ​ຕິ​ນ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ອາ​ເຟັກ ແລະ ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ເມືອງ​ເອ​ເບັນ​ເອ​ເຊ. ແລ້ວ​ພວກ​ຟີ​ລິດ​ສະ​ຕິນ ແລະ ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ກໍ​ໄດ້​ຕໍ່­ສູ້​ກັນ​ຢ່າງ​ດຸ­ເດືອດ​ຈົນ​ພວກ​ຟີ​ລິດ​ສະ​ຕິ​ນ​ຕີ​ຊະ­ນະ ແລະ ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຖືກ​ຂ້າ​ຕາຍ​ຢູ່​ໃນ​ສະ­ໜາມ­ຮົບ​ປະ­ມານ​ສີ່​ພັນ​ຄົນ.

ເມື່ອ​ພວກ​ທີ່​ລອດ​ຕາຍ​ກັບ​ຄືນ​ມາ​ຄ້າຍ​ພັກ ພວກ​ຜູ້­ນຳ​ອິດ​ສະ​ຣາ​ເອນ​ຈຶ່ງ​ເວົ້າ​ຂຶ້ນ​ວ່າ: “ມື້­ນີ້ ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ໃຫ້​ພວກ​ຟີ​ລິດ​ສະ​ຕິ​ນ​ຕີ​ຊະ­ນະ​ພວກ​ເຮົາ​ໄດ້? ຈົ່ງ​ໄປ​ເອົາ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ມາ​ຈາກ​ເມືອງ​ຊີ​ໂລ ເພື່ອ​ວ່າ​ພຣະ​ອົງ​ຈະ​ໄດ້​ຢູ່​ກັບ​ພວກ​ເຮົາ ແລະ ​ຊ່ອຍ​ພວກ​ເຮົາ​ໃຫ້​ພົ້ນ​ຈາກ​ເງື້ອມ­ມື​ຂອງ​ສັດ​ຕູ." ດັ່ງ­ນັ້ນ ພວກ​ເຂົາ​ຈຶ່ງ​ສົ່ງ​ຄົນ​ໄປ​ເມືອງ​ຊີ​ໂລ ເພື່ອ​ນຳ​ເອົາ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ມາ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ຊາ​ມູ​ເອນ 4:1-3.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 583} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ໄປ​ສູ່​ສົງ­ຄາມ​ພ້ອມ​ກັບ​ຫີບ​ພັນ­ທະ​ສັນ­ຍາ

ໂຮ​ຟະ​ນີ ແລະ ​ຟີ​ເນ​ຮາ​ທີ່​ເປັນ​ປະ­ໂລ­ຫິດ​ຢູ່​ໃນ​ຫໍ​ເຕັນ​ສັກ­ສິດ​ໄດ້​ເອົາ​ຫີບ​ພັນ­ທະ​ສັນ­ຍາ​ອອກ​ຈາກ​ຫໍ​ເຕັນ​ສັກ­ສິດ​ໂດຍ​ບໍ່​ໄດ້​ທູນ​ຂໍ­ອະ­ນຸ­ຍາດ​ຈາກ​ພຣະ​ເຈົ້າ. ໃນ​ຂະ­ນະ​ທີ່​ຫີບ​ພັນ­ທະ​ສັນ­ຍາ​ມາ​ຮອດ​ຄ້າຍ​ພັກ ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ກໍ​ຮ້ອງ​ສຽງ​ດັງ​ສະ­ໜັ່ນ​ຂຶ້ນ​ຈົນ​ແຜ່ນ­ດິນ​ສັ່ນ​ສະ​ເທືອ​ນ. ເມື່ອ​ພວກ​ຟີ​ລິດ​ສະ​ຕິ​ນ​ຮູ້​ວ່າ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ມາ​ຮອດ​ຄ້າຍ​ພັກ​ຂອງ​ພວກ​ອິດ​ສະ​ຣາ​ເອນ​ແລ້ວ ພວກ​ເຂົາ​ກໍ​ຢ້ານ​ກົວ​ວ່າ​ຈະ​ເສຍ​ໄຊ ເພາະ​ພວກ​ເຂົາ​ກໍ​ຮູ້​ວ່າ​ຣິດ​ອຳ­ນາດ​ຂອງ​ພຣະ​ເຈົ້າ​ຍິ່ງ​ໃຫຍ່. ພວກ​ຟີ​ລິດ​ສະ​ຕິ​ນ​ຈື່​ໄດ້​ວ່າ ພຣະ​ເຈົ້າ​ຂອງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ໄດ້​ຢຸດ​ຢັ້ງ​ຄົນ​ເອ​ຢິບ​ດ້ວຍ​ໄພ​ພິ­ບັດ. ພວກ​ຟີ​ລິດ​ສະ​ຕິ​ນ​ມີ​ຄວາມ​ຢ້ານ​ກົວ​ຫຼາຍ ແຕ່​ພວກ​ເຂົາ​ບໍ່​ຢາກ​ຕົກ​ເປັນ​ທາດ​ຮັບ​ໃຊ້​ຂອງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ. ສະ­ນັ້ນ ພວກ​ຟີ​ລິດ​ສະ​ຕິ​ນ​ຈຶ່ງ​ຕັດ­ສິນ​ໃຈ​ຕໍ່­ສູ້​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຢ່າງ​ໜັກ. ແຕ່​ເຖິງ​ແມ່ນ​ວ່າ ຫີບ​ພັນ­ທະ​ສັນ­ຍາ​ຈະ​ຢູ່​ທ່າມ­ກາງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ກໍ​ຕາມ ແຕ່​ພຣະ​ເຈົ້າ​ກໍ​ບໍ່​ໄດ້​ສະ­ຖິດ​ຢູ່​ນຳ​ພວກ​ເຂົາ ເພາະ​ພວກ​ເຂົາ​ບໍ່​ໄດ້​ປຶກ­ສາ​ກັບ​ພຣະ​ອົງ ແລະ ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ອົງ. ທັງ​ສອງ​ຊົນ​ຊາດ​ໄດ້​ຕໍ່­ສູ້​ກັນ ແຕ່​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ໄດ້​ພ່າຍ​ແພ້ ແລະ ​ແຕກ​ໜີ​ເມືອ​ບ້ານ​ເມືອງ​ຂອງ​ໃຜ​ລາວ. ຈຳ­ນວນ​ທະ­ຫານ​ອິດ​ສະ​ຣາ​ເອນ​ໄດ້​ຖືກ​ຂ້າ​ຕາຍ​ສາມ​ສິບ​ພັນ​ຄົນ ລວມ​ທັງ​ປະ­ໂລ­ຫິດ​ໂຮ​ຟະ​ນີ ແລະ ​ຟີ​ເນ​ຮາ​ລູກ​ຊາຍ​ຂອງ​ປະ­ໂລ­ຫິດ​ເອ​ລີ​ດ້ວຍ. ສ່ວນ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ກໍ​ຖືກ​ສັດ­ຕູ​ຢືດ​ເອົາ​ໄປ.

ມີ​ຊາຍ​ອິດ​ສະ​ຣາ​ເອນ​ຄົນ​ໜຶ່ງ​ໄດ້​ແລ່ນ​ມາ​ຈາກ​ສະ­ໜາມ­ຮົບ​ດ້ວຍ​ຄວາມ​ໂສກ­ເສົ້າ, ລາວ​ຈີກ​ເສື້ອ ແລະ ​ເອົາ​ຂີ້​ດິນ​ໂຮຍ​ໃສ່​ຫົວ. ຊາຍ​ຄົນ​ນັ້ນ​ເຂົ້າ​ມາ​ໃນ​ເມືອງ​ຊີ​ໂລ ແລະ ​ລາຍ​ງານ​ຂ່າວ​ໃຫ້​ທຸກ​ຄົນ​ຟັງ​ເຖິງ​ການ​ເສຍ​ໄຊ​ໃຫ້​ແກ່​ພວກ​ຟີ​ລິດ​ສະ​ຕິນ ແລະ ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ກໍ​ຖືກ​ຢືດ​ໄປ. ເມື່ອ​ທຸກ​ຄົນ​ໄດ້​ຍິນ​ເຊັ່ນ​ນັ້ນ​ກໍ​ຮ້ອງ­ໄຫ້​ດ້ວຍ​ຄວາມ​ເສຍ​ໃຈ. ປະ­ໂລ­ຫິດ​​ເອ​ລີ​ເຊິ່ງ​ນັ່ງ​ຢູ່​ໃກ້​ປະ­ຕູ​ຫໍ​ເຕັນ​ສັກ­ສິດ ເມື່ອ​ເພິ່ນ​ໄດ້​ຍິນ​ຊາຍ​ຄົນ​ນັ້ນ​ເວົ້າ​ເຖິງ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ຖືກ​ຢືດ​ໄປ ເພິ່ນ​ເຖິງ​ກັບ​ຫງາຍ​ຫຼັງ​ລົ້ມ​ລົງ​ຈົນ​ຄໍ​ຫັກ​ຕາຍ.

ການ​ປົກ​ປັກ​ຮັກ­ສາ​ຂອງ​ພຣະ​ເຈົ້າ​ມາ​ຈາກ​ການ​ເຊື່ອ​ຟັງ​ພຣະ​ອົງ ຊົນ​ຊາດ​ອິດ​ສະ​ຣາ​ເອນ​ໄດ້​ເອົາ​ຫີບ​ພັນ­ທະ​ສັນ­ຍາ​ໄປ​ສູ່​ສົງ­ຄາມ ພວກ​ເຂົາ​ຄິດ​ວ່າ ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ທີ່­ຢູ່​ນຳ​ພວກ​ເຂົາ​ນັ້ນ​ເປັນ​ສິ່ງ​ນຳ​ໂຊກ ແລະ ​ມັນ​ສາ­ມາດ​ຊ່ວຍ​ພວກ​ເຂົາ​ໄດ້. ແຕ່​ຢ່າງ­ໃດ​ກໍ​ຕາມ ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ເຈົ້າ ແລະ ​ບໍ່​ໄດ້​ສັດ­ຊື່​ຕໍ່​ພຣະ​ອົງ. ສະ­ນັ້ນ ພຣະ​ເຈົ້າ​ຈຶ່ງ​ບໍ່​ສາ­ມາດ​ປົກ​ປ້ອງ​ຜູ້​ທີ່​ບໍ່​ມີ​ຄວາມ​ສັດ­ຊື່​ຕໍ່​ພຣະ​ອົງ ເຖິງ​ແມ່ນ​ວ່າ​ຫີບ​ພັນ­ທະ​ສັນ­ຍາ​ຈະ​ຢູ່​ກັບ​ພວກ​ເຂົາ​ກໍ​ຕາມ.

ພວກ​ເຮົາ​ກໍ​ເຊັ່ນ​ດຽວ​ກັນ ຖ້າ​ເອີ້ນ​ຕົນ​ເອງ​ວ່າ​ເປັນ​ຄຣິສ​ຕຽນ ແຕ່​ຍັງ​ດຳ­ເນີນ​ຊີ­ວິດ​ແບບ​ຝ່າຍ​ໂລກ​ຢູ່ ແລະ ​ບໍ່​ໄດ້​ດຳ­ເນີນ​ຊີ­ວິດ​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ສັ່ງ­ສອນ​ໄວ້ ພຣະ​ອົງ​ກໍ​ຈະ​ບໍ່​ສາ­ມາດ​ປົກ​ປ້ອງ​ຄຸ້ມ​ຄອງ​ພວກ​ເຮົາ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ຊາ​ມູ​ເອນ 4:4-18.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 584-585} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ໄພ­ພິ­ບັດ​ທ່າມ­ກາງ​ພວກ​ຟີ​ລິດ​ສະ​ຕິນ

ຫຼັງ​ຈາກ​ພວກ​ຟີ​ລິດ​ສະ​ຕິ​ນ​ໄດ້​ຢຶດ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ໄປ​ແລ້ວ ພວກ​ເຂົາ​ໄດ້​ນຳ​ເອົາ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ໄປ​ໄວ້​ໃນ​ວັດ​ຂອງ​ພະ​ດາ​ໂກນ ໂດຍ​ຕັ້ງ​ໄວ້​ຢູ່​ຂ້າງ​ຮູບ​ພະ​ດາ​ໂກນ​ຂອງ​ພວກ​ເຂົາ. ໃນ​ຕອນ​ເຊົ້າ​ຂອງ​ມື້­ຕໍ່­ມາ ເມື່ອ​ພວກ​ເຂົາ​ຕື່ນ​ຂຶ້ນ​ມາ​ກໍ​ເຫັນ​ວ່າ ຮູບ​ພະ​ດາ​ໂກນ​ລົ້ມ​ຂວ້ຳ​ໜ້າ​ລົງ​ຕໍ່­ໜ້າ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ. ພວກ​ເຂົາ​ກໍ​ໄດ້​ຍົກ​ຮູບ​ພະ​ດາ​ໂກນ​ຂຶ້ນ​ຕັ້ງ​ໄວ້​ບ່ອນ​ເກົ່າ. ໃນ​ມື້­ຕໍ່­ມາ​ແຕ່​ເດິກໆ ພວກ​ເຂົາ​ເຫັນ​ຮູບ​ພະ​ດາ​ໂກນ​ລົ້ມ​ຂວ້ຳ​ໜ້າ​ລົງ­ພື້ນ​ດິນ​ຕໍ່­ໜ້າ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ອີກ. ຫົວ​ແລະ ​ແຂນ​ທັງ​ສອງ​ຂອງ​ຮູບ​ພະ​ດາ​ໂກນ​ນັ້ນ​ຖືກ​ຕັດ​ອອກ ແລະ ​ກອງ​ກັນ​ໄວ້​ຢູ່​ທີ່​ປະ­ຕູ ມີ​ພຽງ​ແຕ່​ໂຕ​ຂອງ​ຮູບ​ພະ​ດາ​ໂກນ​ເທົ່າ​ນັ້ນ​ທີ່​ຍັງ​ເຫລືອ​ຢູ່.

ຕໍ່​ມາ ພຣະ​ເຈົ້າ​ໄດ້​ລົງ­ໂທດ​ພວກ​ຟີ​ລິດ​ສະ​ຕິນ ໂດຍ​ເຮັດ​ໃຫ້​ເກີດ​ຕຸ່ມ​ຝີ​ທັງ​ຜູ້​ໜຸ່ມ ແລະ ​ຜູ້​ເຖົ້າ. ພວກ​ເຂົາ​ຈຶ່ງ​ສົ່ງ​ຫີບ​ພັນ­ທະ​ສັນ­ຍາ​ໄປ​ຍັງ​ສອງ​ຕົວ​ເມືອງ ແຕ່​ພຣະ​ເຈົ້າ​ຍັງ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ທົ່ວ​ທັງ​ເມືອງ​ເກີດ​ຄວາມ​ສັບ­ສົນ​ວຸ່ນ­ວາຍ​ຫຼາຍ. ສະ­ນັ້ນ ພວກ​ເຂົາ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ພວກ​ປະ­ໂລ­ຫິດ ແລະ ​ພວກ​ໝໍມົນ​ມາ​ ແລະ ​ຖາມ​ວ່າ: “ພວກ​ເຮົາ​ຄວນ​ຈະ​ເຮັດ​ຢ່າງ­ໃດ​ກັບ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ?” ແລ້ວ​ພວກ​ເຂົາ​ກໍ​ໄດ້​ບອກ​ວ່າ: "ຖ້າ​ພວກ​ເຈົ້າ​ຈະ​ສົ່ງ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ກັບ​ຄືນ​ໄປ ພວກ​ເຈົ້າ​ຈະ​ຕ້ອງ​ສົ່ງ​ເຄື່ອງ​ຖວາຍ​ໄປ​ພ້ອມ ເພື່ອ​ເປັນ​ການ​ລົບ​ລ້າງ​ຄວາມ​ຜິດ​ບາບ​ຂອງ​ພວກ​ເຈົ້າ ເພາະ­ວ່າ​ການ​ເຮັດ​ເຊັ່ນ​ນີ້ ພວກ​ເຈົ້າ​ຈຶ່ງ​ຈະ​ຫາຍ​ດີ​ຈາກ​ໂລກ​ພະ​ຍາດ..." ແລ້ວ​ພວກ​ຟີ​ລິດ​ສະ​ຕິ​ນ​ກໍ​ໄດ້​ປະ­ຕິ­ບັດ​ຕາມ​ທີ່​ໄດ້​ຖືກ​ແຈ້ງ​ມາ​ນັ້ນ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ຊາ​ມູ​ເອນ ບົດ​ທີ 4, 5 ແລະ 6.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 586-588} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ສົ່ງ​ຫີບ​ພັນ­ທະ​ສັນ­ຍາ​ກັບ​ຄືນ

ພວກ​ຟີ​ລິດ​ສະ​ຕິ​ນ​ກໍ​ໄດ້​ປະ­ຕິ­ບັດ​ຕາມ​ພວກ​ປະ­ໂລ­ຫິດ ແລະ ພວກ​ໝໍມົນ​ທີ່​ໄດ້​ແນະ­ນຳ​ມາ​ນັ້ນ ແລ້ວ​ພວກ​ເຂົາ​ກໍ​ໄດ້​ນຳ​ເອົາ​ງົວ​ແມ່​ຄູ່​ໜຶ່ງ​ໄປ​ທຽມ​ແອກ​ເຂົ້າ​ກັບ​ກວຽນ ແລະ ​ໄດ້​ວາງ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ກວຽນ ພ້ອມ​ທັງ​ກ່ອງ​ແບບ​ຮູບ​ໜູ ແລະ ​ຮູບ​ຕຸ່ມ​ຝີ. ແລ້ວ​ງົວ​ແມ່​ກໍ​ຍ່າງ​ຊື່​ໄປ​ຕາມ​ທາງ​ມຸ່ງ​ໜ້າ​ໄປ​ສູ່​ເມືອງ​ເບັດ​ເສ​ເມັດ ໂດຍ​ຍ່າງ​ໄປ​ຕາມ​ທາງ​ເສັ້ນ​ດຽວ​ທັງ​ຍ່າງ​ທັງ​ຮ້ອງ ແລະ ​ມັນ​ບໍ່​ໄດ້​ລ້ຽວ​ຂວາ​ບໍ່​ໄດ້​ລ້ຽວ​ຊ້າຍ. ບັນ­ດາ​ເຈົ້າ​ນາຍ​ຂອງ​ຄົນ​ຟີ​ລິດ​ສະ​ຕິ​ນ​ກໍ​ຕິດ­ຕາມ​ງົວ​ແມ່​ນັ້ນ​ໄປ​ຈົນ​ຮອດ​ເຂດ­ແດນ​ເມືອງ​ເບັດ​ເສ​ເມັດ ເຊິ່ງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ອາ­ໄສ​ຢູ່.

ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ກຳ­ລັງ​ພາ­ກັນ​ກ່ຽວ​ເຂົ້າ​ຢູ່​ຕາມ​ຮ່ອມ​ພູ ເມື່ອ​ພວກ​ເຂົາ​ເງີຍ​ໜ້າ​ຂຶ້ນ​ກໍ​ເຫັນ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ. ພວກ​ເຂົາ​ພາ­ກັນ​ຊົມ­ຊື່ນ​ຍິນ­ດີ​ເມື່ອ​ໄດ້​ເຫັນ​ຫີບ​ນັ້ນ. ກວຽນ​ນັ້ນ​ໄດ້​ເຂົ້າ​ໄປ​ຮອດ​ນາ​ຂອງ​ປະ­ຊາ­ຊົນ ແລະ ​ຢຸດ​ຢູ່​ໃກ້​ໂງ່ນ​ຫີນ​ໃຫຍ່​ກ້ອນ​ໜຶ່ງ​ທີ່­ຢູ່​ບ່ອນ​ນັ້ນ. ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ໄດ້​ມ້າງ​ເອົາ​ໄມ້​ກວຽນ​ເພື່ອ​ເປັນ​ຟືນ ແລະ ​ຂ້າ​ງົວ​ແມ່​ເປັນ​ເຄື່ອງ​ເຜົາ​ບູ­ຊາ​ຖວາຍ​ໃຫ້​ພຣະ​ເຈົ້າ. ຢູ່​ທີ່​ນັ້ນ ມີ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຈໍາ​ນວນ​ຫຼາຍ​ຄົນ​ທີ່​ຂາດ​ຄວາມ​ຢໍາ​ເກງ​ພຣະ​ເຈົ້າ ແລະ ​​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ອົງ. ພວກ​ເຂົາ​ໄດ້​ເບິ່ງ​ຂ້າງ​ໃນ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ອົງ ເຊິ່ງ​ພຣະ​ເຈົ້າ​ຊົງ​ຫ້າມ​ໄວ້. ສະ­ນັ້ນ ພຣະ​ເຈົ້າ​ຈຶ່ງ​ໄດ້​ລົງ­ໂທດ​ໂດຍ​ປະ­ຫານ​ຊີ­ວິດ​ຂອງ​ຄົນ​ເຫຼົ່າ​ນັ້ນ. ປະ­ຊາ­ຊົນ​ກໍ​ພາ­ກັນ​ຮ້ອງ­ໄຫ້​ໂສກ­ເສົ້າ​ໄວ້​ທຸກ​ເພາະ​ພຣະ​ເຈົ້າ​ໄດ້​ປະ­ຫານ​ຊີ­ວິດ​ຄົນ​ເຫຼົ່າ​ນັ້ນ. ສະ­ນັ້ນ ຊາວ​ເມືອງ​ເບັດ​ເສ​ເມັດ ຈຶ່ງ​ສົ່ງ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ໄປ​ເກັບ​ໄວ້​ທີ່​ເຮືອນ​ຫຼັງ​ໜຶ່ງ​ໃນ​ເມືອງ​ເຢ​ອາ​ລິ​ມ.

ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ເມືອງ​ເຢ​ອາ​ລິ​ມ​ເປັນ​ເວ­ລາ​ດົນ​ນານ​ເຖິງ 20 ປີ. ແຕ່​ໃນ​ລະ­ຫວ່າງ​ຊ່ວງ​ເວ­ລາ​ນັ້ນ ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ບໍ່​ໄດ້​ຮັກ­ສາ​ພຣະ​ບັນ­ຍັດ​ຂອງ​ພຣະ​ເຈົ້າ ແລະ ​ໄດ້​ຫັນ​ໜີ​ຈາກ​ພຣະ​ອົງ. ພວກ​ເຂົາ​ເຊົາ​ນະ­ມັດ­ສະ­ການ​ພຣະ​ເຈົ້າ ແລະ ​ພວກ​ເຂົາ​ໄປ​ຂາບ​ໄຫວ້​ບັນ­ດາ​ພະ​ອື່ນໆ ຄື​ບັນ­ດາ​ພະ​ຂອງ​ຄົນ​ຕ່າງ​ຊາດ​ທີ່­ຢູ່​ອ້ອມ​ຮອບ​ຂອງ​ພວກ​ເຂົາ. ພຣະ​ເຈົ້າ​ຊົງ​ໂກດ​ຮ້າຍ​ຕໍ່​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຍ້ອນ​ຄວາມ​ບາບ​ຂອງ​ພວກ​ເຂົາ ແລະ ​ພຣະ​ອົງ​ບໍ່​ໄດ້​ສະ­ຖິດ​ຢູ່​ໃນ​ຫໍ​ເຕັນ​ສັກ­ສິດ​ທີ່​ເມືອງ​ຊີ​ໂລ​ອີກ​ຕໍ່​ໄປ. ຫໍ​ເຕັນ​ທີ່​ເມືອງ​ຊີ​ໂລ​ຈຶ່ງ​ຖືກ​ພວກ​ສັດ­ຕູ​ທຳ​ລາຍ.

ຄວາມ​ຢຳ​ເກງ​ພຣະ​ເຈົ້າ​ຈາງ​ຫາຍ​ໄປ​ຈາກ​ຈິດ­ໃຈ​ຂອງ​ຄົນ​ທັງ­ຫຼາຍ​ຍ້ອນ​ພວກ​ເຂົາ​ບໍ່​ສົນ­ໃຈ​ຮ່ຳ­ຮຽນ​ພຣະ​ຄຳ​ພີ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ຊາ​ມູ​ເອນ ບົດ​ທີ 6; ເພງ​ສັນ­ລະ­ເສີນ 78:60-61; ເຢ​ເຣ​ມີ​ຢາ 7:12-14.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 588-589} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ​ເພື່ອ​ການ​ຊ່ວຍ­ເຫຼືອ

ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ປະ­ສົບ​ກັບ​ຄວາມ​ເດືອດ­ຮ້ອນ​ຢ່າງ​ໜັກ​ຈາກ​ພວກ​ສັດ­ຕູ​ຂອງ​ພວກ​ເຂົາ ແລະ ​ພວກ​ເຂົາ​ກໍ​ລະ­ນຶກ​ເຖິງ​ພຣະ​ເຈົ້າ. ສະ­ນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ຮ້ອງ­ຫາ​ພຣະ​ເຈົ້າ​ໃຫ້​ຊ່ວຍ​ເຫຼືອ. ຢູ່​ໃນ​ທ່າມ­ກາງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ນັ້ນ ມີ​ຜູ້​ປະ­ກາດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຄົນ​ໜຶ່ງ​ຊື່­ວ່າ "ຊາ​ມູ​ເອນ." ຊາ​ມູ​ເອນ​ໃຫຍ່​ແລ້ວ ແລະ ​ເປັນມະຫາ​ປະ­ໂລ­ຫິດ​​ແທນ​ເອ​ລີ. ຊາ​ມູ​ເອນ​ຈຶ່ງ​ເວົ້າ​ຕໍ່​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ວ່າ: “ຖ້າ​ພວກ​ເຈົ້າ​ຈະ​ກັບ​ຄືນ​ມາ​ຫາ​ພຣະ​ເຈົ້າ​ດ້ວຍ​ຄວາມ​ເຕັມ​ໃຈ ຕ້ອງ​ກຳ­ຈັດ​ພະ​ຕ່າງໆ​ຂອງ​ຄົນ​ຕ່າງ​ຊາດ ແລະ ​ຮູບ​ພະ​ອັດ​ຊະ​ໂຕ​ເຣດ​ໃນ​ທ່າມ­ກາງ​ພວກ​ເຈົ້າ​ນັ້ນ​ເສຍ​ກ່ອນ ແລ້ວ​ຈົ່ງ​ອຸ­ທິດ​ຕົນ​ຖວາຍ​ແດ່​ພຣະ​ເຈົ້າ ແລະ ​ນະ­ມັດ­ສະ­ການ​ພຣະ​ອົງ​ເທົ່າ​ນັ້ນ. ພຣະ​ອົງ​ຈະ​ຊ່ວຍ​ຊີ­ວິດ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ອຳ­ນາດ​ຂອງ​ພວກ​ຟີ​ລິດ​ສະ​ຕິ​ນ.” ດັ່ງ­ນັ້ນ ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຈຶ່ງ​ທຳ­ລາຍ​ຮູບ​ປັ້ນ​ພະ​ບາ​ອານ ແລະ ​ຮູບ​ປັ້ນ​ພະ​ອັດ​ຊະ​ໂຕ​ເຣດ ແລະ ​ໄດ້​ນະ­ມັດ­ສະ­ການ​ພຣະ​ເຈົ້າ​ອົງ​ດຽວ​ເທົ່າ​ນັ້ນ.

ຕໍ່​ມາ ພວກ​ຟີ​ລິດ​ສະ​ຕິ​ນ​ໄດ້​ຍິນ​ຂ່າວ​ວ່າ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ທ້ອນ­ໂຮມ​ກັນ​ຢູ່​ທີ່​ເມືອງ​ມິດ​ຊະ​ປາ. ຫົວ­ໜ້າ​ພວກ​ຟີ​ລິດ​ສະ​ຕິ​ນ​ພ້ອມ​ທັງ​ທະ­ຫານ​ຈຳ­ນວນ​ໜຶ່ງ​ກໍ​ຕຽມ​ອອກ​ໄປ​ໂຈມ​ຕີ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ. ເມື່ອ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ໄດ້​ຍິນ​ຂ່າວ​ເລື່ອງ​ນີ້​ກໍ​ພາ­ກັນ​ຢ້ານ​ກົວ ແຕ່​ຊາ​ມູ​ເອນ​ໄດ້​ບອກ​ປະ­ຊາ­ຊົນ​ໃຫ້​ອະ­ທິ­ຖານ​ຫາ​ພຣະ​ເຈົ້າ ເພື່ອ​ທູນ​ຂໍ​ພຣະ​ອົງ​ຊ່ວຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ການ​ໂຈມ​ຕີ​ຂອງ​ພວກ​ຟີ​ລິດ​ສະ​ຕິນ ແລະ ປະ­ຊາ­ຊົນ​ກໍ​ປະ­ຕິ­ບັດ​ຕາມ​ທີ່​ຊາ​ມູ​ເອນ​ບອກ. ໃນ​ເວ­ລາ​ດຽວ​ກັນ ຊາ​ມູ​ເອນ​ໄດ້​ຂ້າ​ແກະ​ນ້ອຍ ແລະ ​ເຜົາ​ໝົດ​ທັງ​ໂຕ​ຖວາຍ​ໃຫ້​ພຣະ​ເຈົ້າ ເພິ່ນ​ໄດ້​ອ້ອນ­ວອນ​ຂໍ​ພຣະ​ເຈົ້າ​ໃຫ້​ຊ່ວຍ­ເຫຼືອ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ.

ໃນ​ຂະ­ນະ​ນັ້ນ ພວກ​ຟີ​ລິດ​ສະ​ຕິ​ນ​ກໍ​ເຄື່ອນ​ທັບ​ເຂົ້າ​ມາ​ໂຈມ​ຕີ ແຕ່​ພຣະ​ເຈົ້າ​ຊົງ​ເຮັດ​ໃຫ້​ພວກ​ເຂົາ​ໄດ້​ຍິນ​ສຽງ​ຟ້າ­ຮ້ອງ​ອັນ​ໜ້າ​ຢ້ານ. ພວກ​ຟີ​ລິດ​ສະ​ຕິ​ນ​ຈຶ່ງ​ສັບ­ສົນ​ວຸ່ນ­ວາຍ ແລະ ​ຜ່າ​ຍ​ແພ້​ໜີ​ໄປ. ແລະ ​ຕໍ່​ມາ​ພາຍ­ຫຼັງ ຊາ​ມູ​ເອນ​ໄດ້​ເປັນ​ຜູ້​ປົກ­ຄອງ​ຊົນ​ຊາດ​ອິດ​ສະ​ຣາ​ເອນ​ເປັນ​ເວ­ລາ​ຫຼາຍ​ປີ. ແລ້ວ​ພຣະ​ເຈົ້າ​ກໍ​ບໍ່​ໃຫ້​ພວກ​ຟີ​ລິດ​ສະ​ຕິ​ນ​ບຸກ­ລຸກ​ເຂດ­ແດນ​ຂອງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ອີກ ຕາບ­ໃດ​ທີ່​ຊາ​ມູ​ເອນ​ຍັງ​ມີ​ຊີ­ວິດ​ຢູ່.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ຊາ​ມູ​ເອນ 7:3-13.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 589-591} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຕ້ອງ­ການ​ກະ­ສັດ

ເມື່ອ​ຊາ​ມູ​ເອນ​ເຖົ້າ​ແກ່​ແລ້ວ ເພິ່ນ​ໄດ້​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ປົກ­ຄອງ​ຊົນ​ຊາດ​ອິດ​ສະ​ຣາ​ເອນ​ແທນ​ເພິ່ນ ແຕ່​ວ່າ​ພວກ​ເຂົາ​ບໍ່​ປະ­ພຶດ​ຕາມ​ແບບ­ຢ່າງ​ເພິ່ນ ພວກ​ເຂົາ​ສົນ­ໃຈ​ນຳ​ແຕ່​ເລື່ອງ​ເງິນ​ຄຳ​ເທົ່າ​ນັ້ນ ພວກ​ເຂົາ​ຮັບ​ເອົາ​ສິນ​ບົນ ແລະ ​ບໍ່​ໄດ້​ຕັດ­ສິນ​ດ້ວຍ​ຄວາມ​ສັດ​ຊື່. ສະ­ນັ້ນ ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຈຶ່ງ​ພາ­ກັນ​ໄປ​ຫາ​ຊາ​ມູ​ເອນ ແລະ ​ເວົ້າ​ຕໍ່​ເພິ່ນ​ວ່າ: "ທ່ານ​ເອີຍ, ທ່ານ​ກໍ​ເຖົ້າ​ແກ່​ຫຼາຍ​ແລ້ວ ລູກ​ຊາຍ​ຂອງ​ທ່ານ​ບໍ່​ໄດ້​ປະ­ພຶດ​ຕາມ​ແບບ­ຢ່າງ​ຂອງ​ທ່ານ​ເລີຍ. ສະ­ນັ້ນ ຂໍ​ທ່ານ​ຈົ່ງ​ແຕ່ງ­ຕັ້ງ​ກະ­ສັດ​ໃຫ້​ເປັນ​ຜູ້​ປົກ­ຄອງ​ພວກ​ຂ້າ­ນ້ອຍ ເໝືອນ​ດັ່ງ​ປະ­ເທດ​ອື່ນໆ ທີ່​ພວກ​ເຂົາ​ປົກ­ຄອງ​ກັນ." ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຕ້ອງ­ການ​ກະ­ສັດ​ຄື​ກັນ​ກັບ​ປະ­ເທດ​ອື່ນໆ.

ຊາ​ມູ​ເອນ​ເສຍ​ໃຈ​ໃນ​ເລື່ອງ​ທີ່​ພວກ​ເຂົາ​ໄດ້​ຮ້ອງ​ຂໍ​ເອົາ​ກະ​ສັດ. ດັ່ງ­ນັ້ນ ເພິ່ນ​ຈຶ່ງ​ອະ­ທິ­ຖານ​ຫາ​ພຣະ​ເຈົ້າ ແລະ ​ພຣະ​ອົງ​ຊົງ​ກ່າວ​ວ່າ: “ຈົ່ງ​ຟັງ​ທຸກ​ສິ່ງ​ທີ່​ປະ­ຊາ­ຊົນ​ເວົ້າ​ຕໍ່​ເຈົ້າ ພວກ​ເຂົາ​ບໍ່​ໄດ້​ປະ​ຖິ້ມ​ເຈົ້າ ແຕ່​ໄດ້​ປະ​ຖິ້ມ​ເຮົາ​ຕ່າງ­ຫາກ ໂດຍ​ບໍ່​ຍອມ​ໃຫ້​ເຮົາ​ເປັນ​ກະ­ສັດ​ຂອງ​ພວກ​ເຂົາ​ຕໍ່​ໄປ... ສະ­ນັ້ນ ຈົ່ງ​ເຮັດ​ຕາມ​ທີ່​ພວກ​ເຂົາ​ຂໍ."

ຈາກ​ນັ້ນ ພຣະ​ເຈົ້າ​ໄດ້​ບອກ​ຊາ​ມູ​ເອນ​ໃຫ້​ເຈີມ​ຊາຍ​ຄົນ​ໜຶ່ງ​ເປັນ​ກະ­ສັດ​ຂອງ​ຊົນ​ຊາດ​ອິດ​ສະ​ລາ​ເອນ. ຊາຍ​ຄົນ​ນີ້​ມີ​ຊື່­ວ່າ: "ໂຊນ" ລາວ​ເປັນ​ກະ­ສັດ​ຄົນ​ທຳ­ອິດ​ຂອງ​ປະ­ຊາ­ຊົນ​ອິດ​ສະ​ລາ​ເອນ. ລາວ​ເປັນ​ກະ­ສັດ​ທີ່​ດີ ແລະ ​ກ້າ​ຫານ. ແຕ່​ເມື່ອ​ເວ­ລາ​ຜ່ານ​ໄປ ໂຊນ​ກໍ​ກັບ​ມີ​ຄວາມ​ພາກ­ພູມ​ໃຈ​ໃນ​ຕົນ​ເອງ ແລະ ​ເປັນ​ຄົນ​ເຫັນ­ແກ່​ໂຕ. ດັ່ງ­ນັ້ນ ພຣະ​ເຈົ້າ​ຈຶ່ງ​ສັ່ງ​ຊາ​ມູນ​ເອນ​ໃຫ້​ເຈີມ​ຊາຍ​ອີກ​ຄົນ​ໜຶ່ງ​ທີ່​ມີ​ຊື່­ວ່າ "ດາ​ວິດ" ມາ​ເປັນ​ກະ­ສັດ​ແທນ​ໂຊນ. ແລ້ວ​ຊາ​ມູ​ເອນ​ໄດ້​ເອົາ​ນ້ຳ­ມັນ​ສັກ­ສິດ​ເຈີມ​ດາ​ວິດ​ໝາຍ​ຄວາມ​ວ່າ ພຣະ​ເຈົ້າ​ໄດ້​ເລືອກ​ເອົາ​ລາວ​ສໍາ​ລັບ​ຈຸດ­ປະ­ສົງ​ທີ່​ພິ­ເສດ. ແຕ່​ດາ​ວິດ​ບໍ່​ໄດ້​ພະ­ຍາ­ຍາມ​ເປັນ​ກະ­ສັດ​ໃນ​ທັນ­ທີ ລາວ​ກັບ​ໄປ​ເຮັດ​ວຽກ​ຂອງ​ລາວ​ເປັນ​ຄົນ​ລ້ຽງ​ແກະ​ລໍ­ຄອຍ​ໃຫ້​ພຣະ​ເຈົ້າ​ເປີດ​ໂອ­ກາດ​ໃຫ້​ແກ່​ລາວ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ຊາ​ມູ​ເອນ ບົດ​ທີ 8 ແລະ 9; 15:10-35; 16:1-13.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 603-615, 627-642} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ດາ​ວິດ​ຕໍ່­ສູ້​ໂກ​ລີ​ອາດ

ຊາຍ​ໜຸ່ມ​ດາ​ວິດ​ໄດ້​ຈະ­ເລີນ​ເຕີບ​ໂຕ​ຂຶ້ນ​ໃນ​ສະ­ພາບ​ແວດ​ລ້ອມ​ທີ່​ເປັນ​ທໍາ​ມະ​ຊາດ. ຕອນ​ອາ­ຍຸ​ຍັງ​ນ້ອຍ, ລາວ​ຮຽນ​ຮູ້​ວິ­ທີ​ການ​ເປັນ​ຄົນ​ລ້ຽງ​ແກະ ແລະ ​ເບິ່ງ­ແຍງ​ຝູງ​ແກະ. ດັ່ງ­ນັ້ນ ພຣະ​ເຈົ້າ​ຈຶ່ງ​ໄດ້​ຈັດ​ຕຽມ​ດາ​ວິດ​ໃຫ້​ເປັນ​ຜູ້­ນຳ​ພາ​ປະ­ຊາ­ຊົນ​ຂອງ​ພຣະ​ອົງ. ນັກ​ລ້າ​ສັດ​ໄດ້​ຊຸ້ມ​ຊ້ອນ​ຕົວ​ຢູ່​ຕາມ​ເນີນ​ພູ​ເປົ່າ​ປ່ຽວ ແລະ ​ປ່າ​ຫ້ວຍ​ທີ່​ດາ​ວິດ​ຍ່າງ​ພະ­ເນ­ຈອນ​ໄປ​ກັບ​ຝູງ​ສັດ­ລ້ຽງ​ຂອງ​ລາວ. ຫຼາຍໆ​ຄັ້ງ ໂຕ​ສິງ ຫຼື​ໂຕ​ໝີ​ທີ່​ດຸ​ຮ້າຍ ແລະ ​ຫິວ​ໂຫຍ​ໄດ້​ເຂົ້າ​ມາ​ທຳ­ຮ້າຍ​ຝູງ​ແກະ. ດາ​ວິດ​ມີ​ອາ­ວຸດ​ພຽງ​ຢ່າງ​ດຽວ​ຄື ກະ­ຖຸນ ແລະ ​ໄມ້­ເທົ້າ​ລ້ຽງ​ແກະ​ຂອງ​ລາວ ແລະ ​ລາວ​ໄດ້​ຮຽນ​ຮູ້​ວິ­ທີ​ທີ່​ຈະ​ປົກ​ປ້ອງ​ຮັກ­ສາ​ຝູງ​ສັດ​ຂອງ​ລາວ.

ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ໄດ້​ປະ­ກາດ​ສົງ­ຄາມ​ກັບ​ພວກ​ຟີ​ລິດ​ສະ​ຕິ​ນ. ອ້າຍ​ສາມ​ຄົນ​ຂອງ​ດາ​ວິດ​ກໍ​ໄດ້​ເຂົ້າ​ຮ່ວມ​ໃນ​ກອງ­ທັບ​ພາຍ​ໃຕ້​ການ​ນຳ­ພາ​ຂອງ​ກະ­ສັດ​ໂຊນ ແຕ່​ດາ​ວິດ​ຢູ່​ທີ່​ບ້ານ. ຜ່ານ​ໄປ​ໄດ້​ໄລ­ຍະ​ໜຶ່ງ ພໍ່​ຂອງ​ດາ​ວິດ​ໄດ້​ສົ່ງ​ດາ​ວິດ​ໄປ​ຫາ​ຜູ້​ເປັນ​ອ້າຍ​ທັງ​ສາມ ເພື່ອ​ນຳ​ເອົາ​ອາ­ຫານ​ໄປ​ໃຫ້​ພວກ​ເຂົາ.

ຂະ­ນະ​ທີ່​ດາ​ວິດ​ມາ​ຮອດ​ຄ້າຍ​ພັກ​ຂອງ​ທະ­ຫານ, ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ແລະ ​ພວກ​ຟີ​ລິດ​ສະ​ຕິ​ນ​ພວມ​ລຽນ​ແຖວ​ອອກ​ໄປ​ສູ່​ໃນ​ສະ­ໜາມ­ຮົບ ທັງ​ສອງ​ກອງ­ທັບ​ໄດ້​ປະ​ເຊີນ​ໜ້າ​ກັນ. ພວກ​ຟີ​ລິດ​ສະ​ຕິ​ນ​ມີ​ທະ­ຫານ​ຄົນ​ໜຶ່ງ​ຊື່­ວ່າ ໂກ​ລີ​ອາດ ຜູ້​ເປັນ​ຄົນ​ສູງ​ໃຫຍ່. ໂກ​ລີ​ອາດ​ໄດ້​ອອກ​ມາ ແລະ ​ເວົ້າ​ໝິ່ນ­ປະ­ໝາດ​ທ້າ​ທາຍ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ໃຫ້​ຈັດ​ຫາ​ຄົນ​ໜຶ່ງ​ທີ່​ເກັ່ງ​ທີ່​ສຸດ​ໃນ​ກອງ­ທັບ​ຂອງ​ຊົນ​ຊາດ​ອິດ​ສະ​ຣາ​ເອນ​ໃຫ້​ມາ​ຕໍ່­ສູ້​ກັບ​ລາວ.

ເປັນ​ເວ­ລາ​ສີ່​ສິບ​ມື້​ທີ່​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ຢ້ານ​ກົວ​ຈົນ​ຕົວ​ສັ່ນ​ຢູ່​ຕໍ່­ໜ້າ​ຊາຍ​ຟີ​ລິດ​ສະ​ຕິ​ນ​ທີ່​ມີ​ຮູບ​ຮ່າງ​ໃຫຍ່​ສູງ​ຜູ້​ນີ້. ທຸກ​ເຊົ້າ​ທຸກ​ແລງ ໂກ​ລີ​ອາດ​ໄດ້​ທ້າຍ​ທາຍ​ຄ້າຍ​ທະ­ຫານ​ຂອງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ວ່າ: “ຈົ່ງ​ເລືອກ​ເອົາ​ຄົນ​ໜຶ່ງ​ໃນ​ພວກ​ເຈົ້າ ແລະ ​ໃຫ້​ລາວ​ມາ​ຕໍ່­ສູ້​ກັບ​ຂ້ອຍ. ຖ້າ​ລາວ​ສາ­ມາດ​ຊະ­ນະ ແລະ ​ຂ້າ​ຂ້ອຍ​ໄດ້. ພວກ​ຂ້ອຍ​ຈະ​ຍອມ​ເປັນ​ທາດ​ຮັບ​ໃຊ້​ຂອງ​ພວກ​ເຈົ້າ. ແຕ່​ຖ້າ​ຂ້ອຍ​ຊະ­ນະ ແລະ ​ຂ້າ​ລາວ​ໄດ້ ພວກ​ເຈົ້າ​ຈະ​ຕ້ອງ​ເປັນ​ທາດ​ຮັບ​ໃຊ້​ຂອງ​ຂ້ອຍ... ຂ້ອຍ​ຂໍ​ທ້າ​ກອງ­ທັບ​ຂອງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ”

ດາ​ວິດ​ເຫັນ​ວ່າ​ກອງ­ທັບ​ອິດ​ສະ​ຣາ​ເອນ​ມີ​ຄວາມ​ຢ້ານ​ກົວ​ຫຼາຍ. ດາ​ວິດ​ຈຶ່ງ​ຖາມ​ພວກ​ທີ່­ຢູ່​ໃກ້​ກັບ​ລາວ​ວ່າ: “ເຂົາ​ຈະ​ເຮັດ​ຢ່າງ­ໃດ​ກັບ​ຜູ້​ທີ່​ຂ້າ​ຄົນ​ຟີ​ລິດ​ສະ​ຕິ​ນ​ຄົນ​ນີ້​ໄດ້ ແລະ ​ນຳ​ເອົາ​ການ​ໝິ່ນ­ປະ­ໝາດ​ອິດ​ສະ​ຣາ​ເອນ​ໄປ​ໃຫ້​ພົ້ນ ຈະ​ໄດ້​ຫຍັງ? ຄົນ​ຟີ​ລິດ​ສະ​ຕິ​ນ​ຜູ້​ບໍ່​ໄດ້​ນັບ­ຖື​ພຣະ​ເຈົ້າ​ຄົນ​ນີ້​ແມ່ນ​ໃຜ ທີ່​ພວມ​ເວົ້າ​ທ້າ​ທາຍ​ກອງ­ທັບ​ຂອງ​ພຣະ​ເຈົ້າ​ອົງ​ຊົງ​ຊີ­ວິດ​ຢູ່.”

ຖ້ອຍ​ຄຳ​ຂອງ​ດາ​ວິດ​ເຖິງ​ຫູ​ຂອງ​ກະ­ສັດ​ໂຊນ ເພິ່ນ​ຈຶ່ງ​ເອີ້ນ​ດາ​ວິດ​ເຂົ້າ​ມາ​ພົບ ແລະ ​ດາ​ວິດ​ເວົ້າ​ວ່າ: “ຢ່າ​ໃຫ້​ຈິດ­ໃຈ​ຂອງ​ຜູ້​ໃດ​ຢ້ານ​ຊາຍ​ຄົນ​ນັ້ນ​ເລີຍ ຂ້າ­ນ້ອຍ​ຈະ​ໄປ​ສູ້​ຮົບ​ກັບ​ມັນ​ເອງ.”

ກະ­ສັດ​ໂຊນ​ຕອບ​ວ່າ: “ບໍ່​ໄດ້​ດອກ! ເຈົ້າ​ຈະ​ຕໍ່­ສູ້​ມັນ​ໄດ້​ຢ່າງ­ໃດ? ເຈົ້າ​ຍັງ​ເປັນ​ບ່າວ​ນ້ອຍ​ຢູ່ ສ່ວນ​ໂກ​ລີ​ອາດ​ນັ້ນ​ເປັນ​ທະ­ຫານ​ມາ​ຕະ­ຫຼອດ​ຊີ​ວິດ."

ແຕ່​ດາ​ວິດ​ຍັງ​ຢືນ­ຢັນ​ໂດຍ​ເວົ້າ​ວ່າ: “ພຣະ​ເຈົ້າ​ໄດ້​ຊ່ວຍ​ຂ້າ­ນ້ອຍ​ໃຫ້​ພົ້ນ​ຈາກ​ໂຕ​ສິງ ແລະ ​ໂຕ​ໝີ​ມາ​ແລ້ວ​ຢ່າງ­ໃດ ພຣະ​ອົງ​ກໍ​ຈະ​ຊ່ວຍ​ຂ້າ­ນ້ອຍ​ໃຫ້​ພົ້ນ​ຈາກ​ຊາຍ​ຟີ​ລິດ​ສະ​ຕິ​ນ​ຄົນ​ນີ້​ເໝືອນ​ກັນ​ຢ່າງ​ນັ້ນ.”

ກະ­ສັດ​ໂຊນ​ກໍ​ໄດ້​ກ່າວ​ຕໍ່​ດາ​ວິດ​ວ່າ: “ຈົ່ງ​ໄປ​ສາ! ແລະ ​ພຣະ​ເຈົ້າ​ຈະ​ຊົງ​ສະ­ຖິດ​ຢູ່​ກັບ​ເຈົ້າ.”

ກະ­ສັດ​ໂຊນ​ໄດ້​ເອົາ​ເຄື່ອງ​ສູ້​ຮົບ​ຂອງ​ເພິ່ນ​ໃຫ້​ດາ​ວິດ​ຢືມ ແຕ່​ດາ​ວິດ​ເຫັນ​ວ່າ​ມັນ​ມີ​ຂະ­ໜາດ​ໃຫຍ່​ເກີນ​ໄປ ແລະ ​ລາວ​ຕ້ອງ­ການ​ໄປ​ໂດຍ​ທີ່​ບໍ່​ມີ​ມັນ. ສະ­ນັ້ນ ດາ​ວິດ​ຈຶ່ງ​ຈັບ​ໄມ້­ເທົ້າ​ລ້ຽງ​ແກະ​ຂອງ​ລາວ​ມຸ່ງ​ໜ້າ​ໄປ​ຫາ​ຊາຍ​ທີ່​ມີ​ຮູບ​ຮ່າງ​ໃຫຍ່​ສູງ​ນັ້ນ. ໃນ​ລະ­ຫວ່າງ​ດາ​ວິດ ແລະ ​ໂກ​ລິ​ອາດ​ນັ້ນ ມີ​ຫ້ວຍ​ລຳ​ທານ. ດາ​ວິດ​ໄດ້​ເລືອກ​ເອົາ​ຫີນ​ຫ້າ​ກ້ອນ​ຢູ່​ແຄມ​ຫ້ວຍ​ລຳ​ທານ​ໃສ່​ໃນ​ຖົງ​ຂອງ​ລາວ ແລະ ​ໃນ​ມື​ຂອງ​ລາວ​ກໍ​ຖື​ກະ­ຖຸນ​ໄວ້ ແລ້ວ​ມຸ່ງ​ໜ້າ​ໄປ​ຫາ​ພວກ​ຟີ​ລິດ​ສະ​ຕິ​ນ. ໂກ​ລີ​ອາດ​ຜູ້​ທີ່​ມີ​ຮູບ​ຮ່າງ​ໃຫຍ່​ສູງ​ຄິດ​ໝິ່ນ­ປະ­ໝາດ​ຢູ່​ໃນ​ໃຈ​ທີ່​ເຫັນ​ເດັກ​ຊາຍ​ໜຸ່ມ​ບໍ່​ໃສ່­ເຄື່ອງ​ສູ້​ຮົບ​ມາ​ຕໍ່­ສູ້​ລາວ. ສະ­ນັ້ນ ໂກ​ລີ​ອາດ​ຈຶ່ງ​ເລີ່ມ​ເຢາະ​ເຢີ​ຍ​ດາ​ວິດ.

ໂກ​ລີ​ອາດ​ເຕັມ​ໄປ​ດ້ວຍ​ຄວາມ​ປະ­ຫຼາດ​ໃຈ ແລະ ​ໂກດ​ຮ້າຍ. ລາວ​ຮ້ອງ​ຂຶ້ນ​ວ່າ: "ເຫັນ​ຂ້ອຍ​ເປັນ​ໝາ​ຫວາ? ຄື​ຖື​ໄມ້­ເທົ້າ​ອອກ​ມາ​ຫາ​ຂ້ອຍ?" ແລ້ວ​ລາວ​ກໍ​ດ່າ​ແຊ່ງ​ໃສ​ຕໍ່­ຫນ້າ​ດາ​ວິດ. ຈາກ​ນັ້ນ​ກໍ​ເອີ້ນ​ດາ​ວິດ​ດ້ວຍ​ຄວາມ​ໝິ່ນ­ປະ­ໝາດ​ວ່າ: "ເຂົ້າ​ມາ​ພີ້ ຂ້ອຍ​ຈະ​ເອົາ​ຊາກ​ສົບ​ຂອງ​ເຈົ້າ​ໃຫ້​ນົກ ແລະ ສັດ­ປ່າ​ກິນ."

ດາ​ວິດ​ເວົ້າ​ຕໍ່​ໂກ​ລິ​ອາດ​ວ່າ: "ເຈົ້າ​ມາ​ຕໍ່­ສູ້​ຂ້ອຍ​ດ້ວຍ​ດາບ, ດ້ວຍ​ຫອກ ແລະ ​ຫລາວ ແຕ່​ຂ້ອຍ​ມາ​ຕໍ່­ສູ້​ເຈົ້າ​ໃນ​ນາມ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ຊົງ​ຣິດ​ອຳ­ນາດ​ຍິ່ງ​ໃຫຍ່ ເຊິ່ງ​ເປັນ​ພຣະ​ເຈົ້າ​ຂອງ​ກອງ­ທັບ​ອິດ​ສະ​ຣາ​ເອນ​ທີ່​ເຈົ້າ​ໄດ້​ເວົ້າ​ທ້າ​ທາຍ​ນັ້ນ. ມື້­ນີ້​ແຫລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ເຈົ້າ​ໄວ້​ໃນ​ກຳ­ມື​ຂອງ​ຂ້ອຍ. ຂ້ອຍ​ຈະ​ຊະ­ນະ​ເຈົ້າ ແລະ ​ຕັດ​ຫົວ​ຂອງ​ເຈົ້າ​ອອກ. ສ່ວນ​ສົບ​ຂອງ​ພວກ​ທະ­ຫານ​ຟີ​ລິດ​ສະ​ຕິ​ນ​ນັ້ນ ຂ້ອຍ​ຈະ​ເອົາ​ໃຫ້​ນົກ ແລະ ​ສັດ­ປ່າ​ກິນ. ແລ້ວ​ທົ່ວ​ທັງ​ໂລກ​ກໍ​ຈະ​ຮູ້​ວ່າ​ຊາດ​ອິດ​ສະ​ຣາ​ເອນ​ມີ​ພຣະ​ເຈົ້າ. ແລະ ​ທຸກໆ​ຄົນ​ໃນ​ທີ່​ນີ້​ຈະ​ເຫັນ​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ຈຳ­ເປັນ​ໃຊ້​ດາບ ຫລື​ຫອກ​ເພື່ອ​ຊ່ວຍ​ປະ­ຊາ­ຊົນ​ຂອງ​ພຣະ​ອົງ​ໃຫ້​ພົ້ນ. ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ເປັນ​ເຈົ້າ​ຂອງ​ສະ­ໜາມ­ຮົບ ແລະ ​ພຣະ​ອົງ​ຈະ​ມອບ​ພວກ​ເຈົ້າ​ທຸກ​ຄົນ​ໄວ້​ໃນ​ກຳ­ມື​ຂອງ​ພວກ​ເຮົາ."

ໂກ​ລີ​ອາດ​ຄຽດ​ແຄ້ນ​ໃນ​ໃຈ ລາວ​ໄດ້​ຊຸກ​ໝວກ​ທີ່​ປ້ອງ​ກັນ​ໜ້າ­ຜາກ​ຂອງ​ລາວ​ຂຶ້ນ ແລະ ​ຮີບ​ແລ່ນ​ໄປ​ຂ້າງ​ໜ້າ. ສ່ວນ​ດາ​ວິດ​ຈົກ​ເອົາ​ກ້ອນ​ຫີນ​ໃນ​ຖົງ​ກະ­ເປົາ​ຂອງ​ຕົນ​ໃສ່​ໃນ​ກະ­ຖຸນ ແລ້ວ​ແກ່ວ​ງ​ກ້ອນ​ຫີນ​ໃສ່​ທີ່​ໜ້າ­ຜາກ​ຂອງ​ໂກ​ລີ​ອາດ ຈົນ​ກ້ອນ​ຫີນ​ນັ້ນ​ໄດ້​ຝັງ​ເຂົ້າ​ໃນ ແລະ ​ໂກ​ລີ​ອາດ​ກໍ​ລົ້ມ​ຂວ້ຳ​ໜ້າ​ລົງ​ກັບ​ພື້ນ​ດິນ.

ດາ​ວິດ​ກະ­ໂດດ​ຂຶ້ນ​ໄປ​ຢືນ​ເທິງ​ຮ່າງ­ກາຍ​ຂອງ​ໂກ​ລີ​ອາດ ແລະ ​ຈັບ​ດາບ​ຂອງ​ໂກ​ລີ​ອາດ​ດ້ວຍ​ມື​ທັງ​ສອງ​ເບື້ອງ​ຂອງ​ລາວ. ດາ​ວິດ​ຍົກ​ດາບ​ຂຶ້ນ​ເທິງ​ອາ­ກາດ ແລະ ​ຕັດ​ຫົວ​ຂອງ​ໂກ​ລີ​ອາດ​ອອກ​ຈາກ​ຮ່າງ​ກາຍ. ແລ້ວ​ກໍ​ມີ​ສຽງ​ໂຮ­ຮ້ອງ​ດ້ວຍ​ຄວາມ​ຍິນ­ດີ​ອອກ​ມາ​ຈາກ​ຄ້າຍ​ພັກ​ຂອງ​ອິດ​ສະ​ຣາ​ເອນ.ພວກ​ຟີ​ລິດ​ສະ​ຕິ​ນ​ມີ​ຄວາມ​ຢ້ານ​ກົວ​ຢ່າງ​ໃຫຍ່ ແລະ ​ໄດ້​ພາ­ກັນ​ແລ່ນ​ໜີ ສ່ວນ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ກໍ​ໄດ້​ແລ່ນ​ໄລ່​ຂ້າ​ພວກ​ເຂົາ. ໃນ​ມື້​ນັ້ນ ເປັນ​ໄຊ­ຊະ­ນະ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ຊາ​ມູ​ເອນ ບົດ​ທີ 17.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 643-648} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ດາ​ວິດ​ໜີ

ຫຼັງ​ຈາກ​ໄດ້​ຮັບ​ໄຊ­ຊະ­ນະ​ແລ້ວ ດາ​ວິດ​ກໍ​ໄດ້​ພັກ​ຢູ່​ກັບ​ກະ­ສັດ​ໂຊນ​ເປັນ​ເວ­ລາ​ໄລ­ຍະ​ໜຶ່ງ. ແລະ ​ອີກ​ຄັ້ງ​ທີ່​ມີ​ສົງ­ຄາມ ກະ­ສັດ​ໂຊນ​ແລະ ​ດາ​ວິດ​ກໍ​ໄປ​ທຳ­ລາຍ​ກອງ­ທັບ​ຟີ​ລິດ​ສະ​ຕິນ ແລະ ​ພວກ​ເຂົາ​ກໍ​ໄດ້​ມີ​ໄຊ​ເໜືອ​ກອງ­ທັບ​ຟີ​ລິ​ສະ​ຕິ​ນ. ເມື່ອ​ກະ­ສັດ​ໂຊນ ແລະ ​ດາ​ວິດ​ກັບ​ມາ​ຈາກ​ການ​ຕໍ່­ສູ້​ກອງ­ທັບ​ຟີ​ລິດ​ສະ​ຕິ​ນ​ແລ້ວ ມີ​ຜູ້­ຍິງ​ຈາກ​ຫົວ​ເມືອງ​ທັງ­ຫຼາຍ​ຂອງ​ອິດ​ສະ​ຣາ​ເອນ​ກໍ​ພາ­ກັນ​ເຂົ້າ​ເຝົ້າ​ກະ­ສັດ​ໂຊນ. ພວກ​ເຂົາ​ພາ­ກັນ​ຮ້ອງ­ເພງ​ຢ່າງ​ມ່ວນ­ຊື່ນ​ພ້ອມ​ທັງ​ຟ້ອນ, ຕີ​ກອງ ແລະ ​ດີດ​ພິນ. ພວກ​ຜູ້­ຍິງ​ໄດ້​ຮ້ອງ­ເພງ​ວ່າ: “ໂຊນ​ໄດ້​ຂ້າ​ຫຼາຍ​ພັນ​ຄົນ ແຕ່​ດາ​ວິດ​ໄດ້​ຂ້າ​ຫຼາຍ​ໝື່ນ​ຄົນ.” ກະ­ສັດ​ໂຊນ​ໃຈ​ຮ້າຍ​ເພາະ​ດາ​ວິດ​ຍິ່ງ​ໃຫຍ່​ກວ່າ​ຕົນ​ເອງ ແທນ​ທີ່​ກະ­ສັດ​ໂຊນ​ຈະ​ເອົາ​ຊະ­ນະ​ຄວາມ​ຮູ້­ສຶກ​ອິດ­ສາ ແຕ່​ລາວ​ພັດ​ເວົ້າ​ວ່າ: "ພວກ​ເຂົາ​ຍົກ­ຍ້ອງ​ດາ​ວິດ​ວ່າ ຂ້າ​ຄົນ​ເປັນ​ໜຶ່ນໆ ສ່ວນ​ເຮົາ​ຂ້າ​ຫຼາຍ​ພັນ​ຄົນ​ເທົ່າ​ນັ້ນ ຕໍ່​ໄປ​ລາວ​ຈະ​ໄດ້​ຫຍັງ​ອີກ​ຖ້າ​ບໍ່​ແມ່ນ​ອາ­ນາ­ຈັກ​ນີ້?"

ຕັ້ງ­ແຕ່​ນັ້ນ​ມາ ກະ­ສັດ​ໂຊນ​ກໍ​ອິດ­ສາ​ດາ​ວິດ ແລະ ​ພະ­ຍາ­ຍາມ​ທີ່​ຈະ​ຂ້າ​ດາ​ວິດ ສ່ວນ​ດາ​ວິດ​ກໍ​ລົບ​ໜີ​ໄປ​ຍັງ​ເຂດ​ຊົນ­ນະ­ບົດ​ເພື່ອ​ໜີ​ຈາກ​ກະ­ສັດ​ໂຊນ ແຕ່​ກະ­ສັດ​ໂຊນ ແລະ ​ທະ­ຫານ​ຂອງ​ເພິ່ນ​ກໍ​ພະ­ຍາ­ຍາມ​ຊອກ​ຫາ​ດາ​ວິດ​ທົ່ວ​ປະ​ເທດ.

ໃນ​ຂະ­ນະ​ທີ່​ກະ­ສັດ​ໂຊນ​ຊອກ​ຫາ​ຂ້າ​ດາ​ວິດ​ຢູ່ນັ້ນ ເພິ່ນ​ຮູ້­ສຶກ​ເມື່ອຍ ແລະ ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ຖ້ຳ​ຄົນ​ດຽວ ເຊິ່ງ​ເປັນ​ບ່ອນ​ທີ່​ດາ​ວິດ ແລະ ​ພັກ​ພວກ​ຂອງ​ລາວ​ໄດ້​ລີ້​ຢູ່. ເມື່ອ​ຄົນ​ຂອງ​ດາ​ວິດ​ເຫັນ​ຢ່າງ​ນີ້ ພວກ​ເຂົາ​ຈຶ່ງ​ຮຽກ­ຮ້ອງ​ຜູ້­ນຳ​ຂອງ​ພວກ​ເຂົາ​ໃຫ້​ຂ້າ​ກະ­ສັດ​ໂຊນ. ຕອນ​ນີ້ ກະ­ສັດ​ໂຊນ​ໄດ້​ຢູ່​ໃນ​ກຳ­ມື​ຂອງ​ດາ​ວິດ ໝູ່​ບາງ​ຄົນ​ຂອງ​ດາ​ວິດ​ຄິດ​ວ່າ​ນີ້​ຕ້ອງ​ເປັນ​ຫຼັກ​ຖານ​ທີ່​ສະ­ແດງ​ວ່າ ພຣະ​ເຈົ້າ​ຊົງ​ມອບ​ສັດ­ຕູ​ໄວ້​ໃນ​ມື​ຂອງ​ພວກ​ເຂົາ ເພື່ອ​ໃຫ້​ພວກ​ເຂົາ​ສາ­ມາດ​ທຳ­ລາຍ​ສັດ­ຕູ​ໄດ້. ດາ​ວິດ​ຖືກ​ລໍ້​ລວງ​ໃຫ້​ລົງ­ມື​ຂ້າ​ກະ­ສັດ​ໂຊນ​ຕາມ​ສະ­ຖາ­ນະ​ການ​ນີ້ ແຕ່​ສຽງ​ຈິດ​ໃຕ້​ສຳ­ນຶກ​ທີ່​ດີ​ຂອງ​ດາ​ວິດ​ບອກ​ວ່າ: "ຢ່າ​ທຳ­ຮ້າຍ​ຄົນ​ທີ່​ພຣະ​ເຈົ້າ​ຊົງ​ແຕ່ງ­ຕັ້ງ​ໄວ້." ສະ­ນັ້ນ ດາ​ວິດ​ຈຶ່ງ​ບໍ່​ໄດ້​ແຕະ­ຕ້ອງ​ກະ­ສັດ​ໂຊນ. ເມື່ອ​ກະ­ສັດ​ໂຊນ​ໄດ້​ຄິດ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ ເພິ່ນ​ກໍ​ສຳ​ພັດ​ໄດ້​ເຖິງ​ຄວາມ​ເມດ​ຕາ​ຂອງ​ດາ​ວິດ​ທີ່​ມີ​ຕໍ່​ເພິ່ນ ແລ້ວ​ກະ­ສັດ​ໂຊນ​ກໍ​ໄດ້​ຢຸດ​ໄລ່​ຈັບ​ດາ​ວິດ​ໃນ​ເວ­ລາ​ຕໍ່​ມາ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ຊາ​ມູ​ເອນ ບົດ​ທີ 18 ແລະ 19; 23:14-29, 24.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 649-659} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ກະ­ສັດ​ໂຊນ​ຕາຍ

ອີກ​ຄັ້ງ​ທີ່​ກອງ­ທັບ​ຂອງ​ພວກ​ຟີ​ລິດ​ສະ​ຕິ​ນ​ໄດ້​ມາ​ຕໍ່­ສູ້​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ. ຂະ­ນະ​ທີ່​ກະ­ສັດ​ໂຊນ​ເບິ່ງ​ໄປ​ອ້ອມ​ຮອບ​ທີ່​ກອງ­ທັບ​ຂອງ​ພວກ​ຟີ​ລິດ​ສະ​ຕິນ ເພິ່ນ​ກໍ​ຢ້ານ ແລະ ​ຫົວ­ໃຈ​ຂອງ​ເພິ່ນ​ກໍ​ສັ່ນ​ສະ­ທ້ານ​ຢ້ານ​ກົວ​ຫຼາຍ.

ກະ­ສັດ​ໂຊນ​ຮູ້​ວ່າ ເພາະ​ການ​ບໍ່​ເຊື່ອ​ຟັງ​ພຣະ​ເຈົ້າ ພຣະ​ອົງ​ຈຶ່ງ​ບໍ່​ໄດ້​ຍິນ​ສຽງ​ຂອງ​ເພິ່ນ ແຕ່​ກະ­ສັດ​ໂຊນ​ກໍ​ບໍ່​ໄດ້​ກັບ​ໃຈ​ໃໝ່. ດັ່ງ­ນັ້ນ ໃນ​ຄວາມ​ໝົດ​ຫວັງ​ນີ້ ເພິ່ນ​ໄດ້​ຫັນ​ໄປ​ຂໍ​ຄຳ​ປຶກ­ສາ​ກັບ​ໝໍ​ຜີ. ໝໍ​ຜີ​ເປັນ​ຜູ້​ທີ່​ຖືກ​ຊາ​ຕານ​ດົນ​ບັນ­ດານ​ໃຈ​ທີ່​ທໍາ​ນວາຍ​ວ່າ ກະ­ສັດ​ໂຊນ​ຈະ​ຕາຍ​ຢູ່​ໃນ​ສະ­ໜາມ­ຮົບ​ກັບ​ພວກ​ຟີ​ລິດ​ສະ​ຕິ​ນ.

ກະ­ສັດ​ໂຊນ ແລະ ​ກອງ­ທັບ​ຂອງ​ເພິ່ນ​ໄດ້​ໄປ​ເຮັດ​ສົງ­ຄາມ​ກັບ​ພວກ​ຟີ​ລິດ​ສະ​ຕິ​ນ. ແຕ່​ເມື່ອ​ກະ­ສັດ​ໂຊນ​ໄດ້​ຮັບ​ບາດ­ເຈັບ ເພິ່ນ​ຈຶ່ງ​ຖອດ​ດາບ​ຂອງ​ຕົນ​ອອກ​ມາ ແລະ ​ຂ້າ​ຕົນ​ເອງ. ນີ້​ເປັນ​ປັ້ນ​ປາຍ​ຂອງ​ກະ­ສັດ​ທີ່​ໄດ້​ປະ­ຕິ­ເສດ​ເຮັດ​ຕາມ​ພຣະ​ປະ­ສົງ​ຂອງ​ພຣະ​ເຈົ້າ.

"ແຕ່​ພວກ​ເຂົາ​ຈະ​ບອກ​ພວກ​ເຈົ້າ​ວ່າ 'ໃຫ້​ຖາມ​ເອົາ​ຄວາມ​ນຳ​ພວກ​ໝໍ­ມໍ ແລະ ​ພວກ​ໝໍ​ຜີ​ຜູ້​ທີ່​ເວົ້າ​ພຶ​ມ​ພ່ຳ​ຢູ່​ໃນ​ລຳ​ຄໍ' ບໍ່​ຄວນ​ບໍ​ທີ່​ປະ­ຊາ­ຊົນ​ຈະ​ຕ້ອງ​ຖາມ​ເອົາ​ຄວາມ​ນຳ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ແລະ ​ຄວນ​ຢູ່​ບໍ​ທີ່​ຈະ​ໄປ​ຖາມ​ເອົາ​ຄວາມ​ນຳ​ຄົນ​ຕາຍ​ເພື່ອ​ຄົນ​ເປັນ." (ເອ​ຊາ​ຢາ 8:19)

ວິນ​ຍານ​ທີ່​ຮູ້­ຈັກ ຫຼື​ລຶ້ງ​ເຄີຍ ບໍ່​ແມ່ນ​ວິນ​ຍານ​ຂອງ​ຄົນ​ທີ່​ຕາຍ​ໄປ​ແລ້ວ ແຕ່​ເປັນ​ບັນ­ດາ​ທູດ​ສະ­ຫວັນ​ຊົ່ວ​ຮ້າຍ​ທີ່​ສົ່ງ​ຂ່າວ­ສານ​ຂອງ​ຊາ​ຕານ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ຊາ​ມູ​ເອນ ບົດ​ທີ 31.

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" {ໜ້າ 675-682} ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ດາ​ວິດ​ຂຶ້ນ​ເປັນ​ກະ­ສັດ

ຫຼັງ​ຈາກ​ທີ່​ກະ­ສັດ​ໂຊນ​ໄດ້​ເສຍ​ຊີ­ວິດ​ແລ້ວ ດາ​ວິດ​ກໍ​ຂຶ້ນ​ເປັນ​ກະ​ສັດ. ກະ­ສັດ​ດາ​ວິດ​ໄດ້​ໄປ​ຢືດ​ຄອງ​ເມືອງ​ເຢ​ຣູ​ຊາ​ເລັມ ແລະ ​ເພິ່ນ​ໄດ້​ເຮັດ​ໃຫ້​ເມືອງ​ນັ້ນ​ກາຍ­ເປັນ​ເມືອງ​ຫຼວງ​ຂອງ​ປະ­ເທດ​ອິດ​ສະ​ຣາ​ເອນ. ເພິ່ນ​ໄດ້​ນຳ​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ​ເຈົ້າ​ມາ​ໄວ້​ໃນ​ນະ­ຄອນ​ເຢ​ລູ​ຊາ​ເລັມ. ນະ­ຄອນ​ເຢ​ຣູ​ຊາ​ເລັມ​ໄດ້​ກາຍ­ເປັນ​ສູນ​ກາງ​ທາງ​ດ້ານ​ການ­ເມືອງ ແລະ ​ສາ­ສະ­ໜາ​ຂອງ​ປະ­ເທດ​ຊາດ. ນອກ­ຈາກ​ນີ້ ກະ­ສັດ​ດາ​ວິດ​ຍັງ​ໄດ້​ສ້າງ​ພະ​ຣາ​ຊະ​ວັງ ແລະ ​ວາງ​ແຜນ­ການ​ກໍ່­ສ້າງ​ພຣະ​ວິ­ຫານ​ສຳ­ລັບ​ພຣະ​ເຈົ້າ​ຢູ່​ໃນ​ນະ­ຄອນ​ເຢ​ລູ​ຊາ​ເລັມ​ອີກ​ດ້ວຍ ໂດຍ​ເພິ່ນ​ໄດ້​ກຽມ​ເງິນ ແລະ ​ອຸ­ປະ­ກອນ​ເຄື່ອງ​ກໍ່­ສ້າງ​ເອົາ​ໄວ້​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ເປັນ​ຜູ້​ກໍ່​ສ້າງ.

ກະ­ສັດ​ດາ​ວິດ​ເປັນ​ກະ­ສັດ​ທີ່​ດີ ມີ​ຈິດ​ວິນ​ຍານ​ທີ່​ດີ­ເລີດ ແລະ ​ມີ​ຈິດ­ໃຈ​ທີ່​ດີ​ງາມ. ກະ­ສັດ​ດາ​ວິດ​ເຄີຍ​ເຮັດ​ຜິດ​ຕໍ່​ພຣະ​ເຈົ້າ​ໃນ​ຊ່ວງ​ເວ­ລາ​ໜຶ່ງ​ແຕ່​ລາວ​ໄດ້​ກັບ​ໃຈ​ໃໝ່​ຢ່າງ​ຈິງ​ໃຈ ແລະ ​ພຣະ​ເຈົ້າ​ໄດ້​ຊົງ​ໃຫ້​ອະ­ໄພ​ຄວາມ​ຜິດ​ບາບ​ຂອງ​ເພິ່ນ.

ກະ­ສັດ​ດາ​ວິດ​ໄດ້​ຂຽນ​ຫຼາຍໆ​ບົດ­ເພງ​ທີ່​ມ່ວນ​ເຊິ່ງ​ຖືກ​ເອີ້ນ​ວ່າ ເພງ​ສັນ​ລະ​ເສີນ. ມີ​ບົດ­ເພງ​ໜຶ່ງ​ທີ່​ງົດ​ງາມ​ທີ່​ສຸດ​ທີ່​ກ່ຽວ​ກັບ​ການ​ກັບ​ໃຈ​ໃໝ່.

“ໂອ! ພຣະ​ເຈົ້າ​ຂໍ​ຊົງ​ສ້າງ​ຈິດ­ໃຈ​ຂອງ​ຂ້າ­ນ້ອຍ​ໃຫ້​ບໍ​ຣິ​ສຸດ ແລະ ​ຂໍ​ພຣະ​ອົງ​ຊົງ​ສວມ​ຈິດ​ວິນ​ຍານ​ທີ່​ສັດ­ຊື່​ໃຫ້​ແກ່​ຂ້າ​ນ້ອຍ.

ຂໍ​ຢ່າ​ຂັບ​ໄລ່​ຂ້າ­ນ້ອຍ​ໄປ​ຈາກ​ພຣະ​ພັກ​ຂອງ​ພຣະ​ອົງ ແລະ ​ຢ່າ​ຖອນ​ເອົາ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ຂອງ​ພຣະ​ອົງ​ໄປ​ຈາກ​ຂ້າ​ນ້ອຍ.

ຂໍ​ພຣະ​ອົງ​ຊົງ​ປະ­ທານ​ຄວາມ​ປິ​ຕິ​ຍິນ­ດີ​ໃນ​ຄວາມ​ລອດ​ພົ້ນ ໃຫ້​ແກ່​ຂ້າ­ນ້ອຍ​ອີກ ແລະ ​ຂໍ​ຊົງ​ປະ­ທານ​ຈິດ­ໃຈ​ທີ່​ເຊື່ອ​ຟັງ ເພື່ອ​ອູ້ມ­ຊູ​ຂ້າ​ນ້ອຍ.”ເພງ​ສັນ­ລະ­ເສີນ 51:10–12ພຣະ​ເຈົ້າ​ຊົງ​ຮັກ​ຄົນ​ທີ່​ສາ­ລະ­ພາບ​ຄວາມ​ຜິດ​ບາບ​ຂອງ​ເຂົາ ແລະ ​ຫັນ​ມາ​ຫາ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຈິງ​ໃຈ.

ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຈະ​ມາ​ບັງ­ເກີດ​ຢູ່​ໃນ​ເຊື້ອ­ສາຍ​ຂອງ​ກະ­ສັດ​ດາ​ວິດ ຕາມ​ທີ່​ພຣະ​ເຈົ້າ​ໄດ້​ໃຫ້​ກະ­ສັດ​ດາ​ວິດ​ຮູ້​ວ່າ ຜ່ານ​ທາງ​ເຊື້ອ­ສາຍ​ຂອງ​ດາ​ວິດ​ນັ້ນ ພຣະ​ເຈົ້າ​ພຣະ​ບຸດ​ຈະ​ມາ​ເກີດ​ຢູ່​ໃນ​ເຊື້ອ­ສາຍ​ຂອງ​ເພິ່ນ. (ມັດ​ທາຍ 1:1; ເພງ​ສັນ­ລະ­ເສີນ 132:11; ໂຢ​ຮັນ 7:42)

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 2 ຊາ​ມູ​ເອນ ບົດ​ທີ 1-24; 1 ຂ່າວ​ຄາວ ບົດ​ທີ 10-29 .

ອ້າງ​ອີງ​ຈາກ​ປຶ້ມ "Patriarchs and Prophets" ບົດ​ທີ 69–73 ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ກະ­ສັດ​ໂຊ​ໂລ​ໂມນ

ຫຼັງ​ຈາກ​ທີ່​ກະ­ສັດ​ດາ​ວິດ​ເສຍ​ຊີ­ວິດ ລູກ​ຊາຍ​ຂອງ​ເພິ່ນ​ກໍ​ຂຶ້ນ​ເປັນ​ກະ­ສັດ​ແທນ. ລູກ​ຊາຍ​ຂອງ​ດາ​ວິດ​ມີ​ຊື່­ວ່າ: "ໂຊ​ໂລ​ໂມນ." ພຣະ​ເຈົ້າ​ຊົງ​ອວຍ​ພຣະ​ພອນ​ໃຫ້​ກະ­ສັດ​ໂຊ​ໂລ​ໂມນ​ມີ​ສະ­ຕິ­ປັນ­ຍາ​ທີ່​ດີ​ເລີດ. ກະ­ສັດ​ໂຊ​ໂລ​ໂມນ​ໄດ້​ສ້າງ​ພຣະ​ວິ­ຫານ​ສຳ­ລັບ​ພຣະ​ເຈົ້າ​ທີ່​ທົດ​ແທນ​ຫໍ​ເຕັນ​ສັກ­ສິດ​ທີ່​ໂມ​ເຊ​ໄດ້​ສ້າງ​ຂຶ້ນ. ພຣະ​ວິ­ຫານ​ນີ້​ເປັນ​ພຣະ​ວິ­ຫານ​ທີ່​ສວຍ​ງາມ​ທີ່​ສຸດ​ທີ່​ເຄີຍ​ຖືກ​ສ້າງ​ຂຶ້ນ​ມາ​ສໍາ​ລັບ​ພຣະ​ເຈົ້າ. ແຕ່​ໂຄງ­ການ​ຂອງ​ກະ­ສັດ​ໂຊ​ໂລ​ໂມນ​ກ້າວ­ໜ້າ​ໄປ​ໄກ​ກວ່າ​ໂຄງ­ການ​ທີ່​ພໍ່​ຂອງ​ເພິ່ນ​ໄດ້​ວາງ​ແຜນ​ໄວ້. ບໍ່​ພຽງ​ແຕ່​ຈະ​ມີ​ພະ​ວິ​ຫານ​ທີ່​ສວຍ​ງາມ​ເທົ່າ​ນັ້ນ ແຕ່​ກະ­ສັດ​ໂຊ​ໂລ​ໂມນ​ຍັງ​ໄດ້​ຈັດ​ໂຄງ­ການ​ກໍ່­ສ້າງ​ຕຶກ​ອື່ນໆ​ໄວ້​ອີກ​ຫຼາຍ​ຫຼັງ ເຊິ່ງ​ໄດ້​ນຳ​ໃຊ້​ວັດ­ຖຸ​ກໍ່­ສ້າງ​ທີ່​ມີ​ລາ­ຄາ​ແພງ​ຫຼາຍ ເພື່ອ​ເຮັດ​ໃຫ້​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ເປັນ​ເມືອງ​ທີ່​ສວຍ​ງາມ​ໃນ​ສາຍ­ຕາ​ຂອງ​ຊົນ​ຊາດ​ອື່ນໆ.

ເພື່ອ​ໃຫ້​ໄດ້​ອຸ­ປະ­ກອນ​ສຳ­ລັບ​ໂຄງ​ສ້າງ​ທີ່​ສວຍ​ງາມ ແລະ ​ວິ­ຖີ​ຊີ­ວິດ​ທີ່​ຫຼູ​ຫຼາ​ຂອງ​ເພິ່ນ ກະ­ສັດ​ໂຊ​ໂລ​ໂມນ​ໄດ້​ຊື່​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ມາ​ຈາກ​ຕ່າງ​ປະ​ເທດ. ແລະ ​ເພື່ອ​ໃຫ້​ມີ​ຊີ­ວິດ​ທີ່​ຫຼູ​ຫຼາ​ສະ­ດວກ, ກະ­ສັດ​ໂຊ​ໂລ​ໂມນ​ໄດ້​ເກັບ​ຄ່າ​ພາ­ສີ​ແພງ​ຫຼາຍ​ຈາກ​ປະ­ຊາ­ຊົນ​ໂດຍ​ສະ­ເພາະ​ປະ­ຊາ­ຊົນ​ທີ່​ອາ­ໄສ​ຢູ່​ທາງ​ພາກ​ເໜືອ. ກະ­ສັດ​ໂຊ​ໂລ​ໂມນ​ຍັງ​ໃຊ້​ຈ່າຍ​ຢ່າງ​ຟຸ່ມ​ເຟືອຍ​ສຳ­ລັບ​ຕົນ​ເອງ ໂດຍ​ບໍ່​ສົນ­ໃຈ​ຕໍ່​ຄວາມ​ເດືອດ­ຮ້ອນ​ຂອງ​ປະ­ຊາ​ຊົນ. ນອກ­ຈາກ​ນີ້ ຍ້ອນ​ຄວາມ​ພາກ­ພູມ​ໃຈ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ, ກະ­ສັດ​ໂຊ​ໂລ​ໂມນ​ຍັງ​ໄດ້​ລືມ​ພຣະ​ເຈົ້າ ແລະ ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ອົງ. ກະ­ສັດ​ໂຊ​ໂລ​ໂມນ​ໄດ້​ໄປ​ແຕ່ງ­ງານ​ກັບ​ຍິງ​ສາວ​ຊາວ​ຕ່າງ​ຊາດ​ຫຼາຍ​ຄົນ ເຊິ່ງ​ເປັນ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ຫ້າມ ເພາະ​ຜູ້­ຍິງ​ຕ່າງ​ຊາດ​ເຫຼົ່າ­ນັ້ນ​ບໍ່​ໄດ້​ຢໍາ​ເກງ ແລະ ​ບໍ່​ໄດ້​ນັບ­ຖື​ພຣະ​ເຈົ້າ. ບັນ­ດາ​ເມຍ​ຂອງ​ກະ­ສັດ​ໂຊ​ໂລ​ໂມນ​ຍັງ​ໄດ້​ຊັກ​ຊວນ​ຈິດ­ໃຈ​ຂອງ​ເພິ່ນ​ໃຫ້​ຫຼົງ​ເຮັດ​ຜິດ ແລະ ​ພວກ​ນາງ​ກໍ​ບໍ່​ໄດ້​ລ້ຽງ​ລູກ ແລະ ​ບໍ່​ໄດ້​ສັ່ງ­ສອນ​ລູກ​ໃຫ້​ມີ​ຄວາມ​ຮູ້​ກ່ຽວ​ກັບ​ເລື່ອງ​ພຣະ​ເຈົ້າ​ເພື່ອ​ເດັກ​ເຫຼົ່າ­ນັ້ນ​ຈະ​ມີ​ບຸກ​ຄະ​ລິ​ກ​ທີ່​ດີ. ກະ­ສັດ​ໂຊ​ໂລ​ໂມນ​ພະ­ຍາ­ຍາມ​ທີ່​ຈະ​ມີ​ອິດ​ທິ​ພົນ​ຕໍ່​ລູກ​ຊາຍ​ກົກ​ຂອງ​ເພິ່ນ​ໃຫ້​ເດີນ​ໃນ​ທາງ​ຂອງ​ພຣະ​ເຈົ້າ ແຕ່​ວ່າ​ຜູ້​ເປັນ​ເມຍ​ໄດ້​ມີ​ອິດ​ທິ​ພົນ​ເໜືອກ​ວ່າ​ລູກ​ຊາຍ​ເຊິ່ງ​ໄປ​ໃນ​ທາງ​ທີ່​ຊົ່ວ​ຮ້າຍ.

ເມື່ອ​ກະ­ສັດ​ໂຊ​ໂລ​ໂມນ​ເຖົ້າ​ແກ່​ແລ້ວ ບັນ­ດາ​ເມຍ​ຂອງ​ເພິ່ນ​ກໍ​ໄດ້​ນຳ­ພາ​ເພິ່ນ​ໄປ​ຂາບ​ໄຫວ້​ບັນ­ດາ​ພະ​ຕ່າງ​ຊາດ ແລະ ​ຈິດ­ໃຈ​ຂອງ​ເພິ່ນ​ກໍ​ບໍ່​ໄດ້​ສັດ­ຊື່​ຕໍ່​ພຣະ​ເຈົ້າ​ເໝືອນ​ດັ່ງ​ແຕ່​ກ່ອນ. ແລ້ວ​ກະ­ສັດ​ໂຊ​ໂລ​ໂມນ​ກໍ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ​ໃນ​ສາຍ​ພຣະ​ເນ​ດ​ຂອງ​ພຣະ​ເຈົ້າ ໂດຍ​ເພິ່ນ​ໄດ້​ກໍ່­ສ້າງ​ສະ­ຖານທີ່​ບູ­ຊາ​ສຳ­ລັບ​ພະ​ຕ່າງໆ​ໃຫ້​ບັນ­ດາ​ເມຍ​ຊາວ​ຕ່າງ​ຊາດ​ຂອງ​ເພິ່ນ​ທັງ​ໝົດ. ກະ­ສັດ​ໂຊ​ໂລ​ໂມນ​ຍັງ​ໄດ້​ເຂົ້າ​ຮ່ວມ​ໃນ​ປະ­ເພ­ນີ​ຂອງ​ພະ​ຊາວ​ຕ່າງ​ຊາດ ເພື່ອ​ໃຫ້​ເປັນ​ທີ່​ພໍ­ໃຈ​ບັນ­ດາ​ເມຍ​ຂອງ​ເພິ່ນ ແລະ ​ຄອບ­ຄົວ​ຂອງ​ພວກ​ເຂົາ​ທີ່​ນະ­ມັດ­ສະ­ການ​ພະ​ອື່ນໆ​ອີກ​ດ້ວຍ. ໃນ​ທີ່​ສຸດ ການ​ປະ­ນີ­ປະ­ນອມ​ຂອງ​ກະ­ສັດ​ໂຊ​ໂລ​ໂມນ​ກັບ​ບັນ­ດາ​ເມຍ​ຂອງ​ເພິ່ນ​ໃນ​ການ​ນະ­ມັດ­ສະ­ການ​ພະ​ອື່ນໆ ໄດ້​ນຳ­ພາ​ໃຫ້​ເພິ່ນ​ລືມ​ພຣະ​ເຈົ້າ​ເກືອບ​ທັງ​ໝົດ. ເຖິງ​ແມ່ນ​ວ່າ ກະ­ສັດ​ໂຊ​ໂລ​ໂມນ​ຈະ​ສຳ­ນຶກ​ຜິດ​ໃນ​ຊ່ວງ​ສຸດ​ທ້າຍ​ຊີ­ວິດ​ຂອງ​ເພິ່ນ ແຕ່​ອິດ​ທິ​ພົນ​ຂອງ​ເພິ່ນ​ກ່ອນ​ທີ່​ເພິ່ນ​ຈະ​ສຳ­ນຶກ​ຜິດ​ກັບ​ໃຈ​ໃໝ່​ນັ້ນ ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ​ກໍ​ຖືກ​ນຳ­ພາ​ເຂົ້າ​ໄປ​ສູ່​ການ​ບູ­ຊາ​ພະ​ຂອງ​ຊາວ​ຕ່າງ​ຊາດ. ເມື່ອ​ກະ­ສັດ​ໂຊ​ໂລ​ໂມນ​ບໍ່​ສາ­ມາດ​ປ່ຽນ­ແປງ​ອິດ​ທິ​ພົນ​ໃນ​ທາງ​ລົບ​ນີ້​ທີ່​ເພິ່ນ​ມີ​ໃນ​ຣາ​ຊະ​ການ​ຂອງ​ເພິ່ນ​ເມື່ອ​ກ່ອນ​ນັ້ນ ຄວາມ​ບາບ​ຂອງ​ເພິ່ນ​ຈຶ່ງ​ເຮັດ​ໃຫ້​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນຄ່ອຍໆ​ເລີກ​ປະ​ຖິ້ມ​ພຣະ​ເຈົ້າ ຈົນ​ພຣະ​ເຈົ້າ​ບໍ່​ສາ­ມາດ​ປົກ​ປັກ​ຮັກ­ສາ​ພວກ​ເຂົາ​ໄດ້. ນະ­ຄອນ​ຂອງ​ພວກ​ເຂົາ​ຈຶ່ງ​ຖືກ​ທຳ­ລາຍ ຄົນ​ສ່ວນ​ຫຼາຍ​ແມ່ນ​ເສຍ​ຊີ­ວິດ ແລະ ​ຄົນ​ສ່ວນ​ໜ້ອຍ​ທີ່​ຍັງ​ເຫຼືອ​ຢູ່​ແມ່ນ​ຖືກ​ຈັບ​ໄປ​ເປັນ​ຊະ­ເລີຍ​ຢູ່​ຕ່າງ​ປະ​ເທດ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ກະ­ສັດ ບົດ​ທີ 1-11; 2 ຂ່າວ​ຄາວ ບົດ​ທີ 1-9.

ອ້າງ​ອີງ​ຈາກ​ປຶ້ມ "Prophets and Kings" ບົດ​ທີ 1-5 ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ປະ­ເທດ​ອິດ​ສະ​ຣາ​ເອນ​ຖືກ​ແຍກ​ອອກ​ເປັນ​ສອງ​ອາ­ນາ­ຈັກ​ຄື ອິດ​ສະ​ຣາ​ເອນ ແລະ ຢູ​ດາ

ຄວາມ​ໂກດ​ຮ້າຍ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ກະ­ສັດ​ໂຊ​ໂລ​ໂມນ​ນັ້ນ​ເກີດ​ຂຶ້ນ​ຍ້ອນ​ຈິດ­ໃຈ​ຂອງ​ເພິ່ນ​ໄດ້​ຫັນ​ໜີ​ໄປ​ຈາກ​ພຣະ​ອົງ​ຜູ້​ທີ່​ເປັນ​ພຣະ​ເຈົ້າ​ຂອງ​ຊົນ​ຊາດ​ອິດ​ສະ​ຣາ​ເອນ. ດັ່ງ­ນັ້ນ ພຣະ​ເຈົ້າ​ຈຶ່ງ​ກ່າວ​ຕໍ່​ໂຊ​ໂລ​ໂມນ​ວ່າ: “ເນື່ອງ​ຈາກ​ເຈົ້າ​ໄດ້​ເຮັດ​ເຊັ່ນ​ນັ້ນ ແລະ ​ເຈົ້າ​ບໍ່​ໄດ້​ຖື​ຮັກ­ສາ​ຄຳ​ໝັ້ນ​ສັນ­ຍາ​ຂອງ​ເຮົາ ແລະ ​ບັນ­ຍັດ​ທັງ­ຫຼາຍ​ຂອງ​ເຮົາ ເຊິ່ງ​ເຮົາ​ໄດ້​ສັ່ງ​ແກ່​ເຈົ້າ​ໄວ້ ເຮົາ​ຈະ​ຈີກ​ອາ­ນາ­ຈັກ​ຂອງ​ເຈົ້າ​ຢ່າງ​ແນ່­ນອນ ແລະ ​ແບ່ງ​ໃຫ້​ຂ້າ­ລາ­ຊະ­ການ​ຄົນ​ໜຶ່ງ​ຂອງ​ເຈົ້າ. ແຕ່​ເພື່ອ​ເຫັນ­ແກ່​ດາ​ວິດ​ພໍ່​ຂອງ​ເຈົ້າ ເຮົາ​ຈະ​ບໍ່​ເຮັດ​ເຊັ່ນ​ນີ້​ໃນ​ຊົ່ວ​ຊີ­ວິດ​ຂອງ​ເຈົ້າ ແຕ່​ເຮົາ​ຈະ​ຈີກ​ອອກ​ຈາກ​ມື​ລູກ​ຊາຍ​ຂອງ​ເຈົ້າ... ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ເຮົາ​ຈະ​ຈົ່ງ​ເຜົ່າ​ໜຶ່ງ​ໄວ້​ໃຫ້​ລູກ​ຊາຍ​ຂອງ​ເຈົ້າ ເພື່ອ​ເຫັນ­ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ແລະ ​ເຢ​ຣູ​ຊາ​ເລັມ​ເຊິ່ງ​ເຮົາ​ໄດ້​ເລືອກ​ໄວ້" (1 ກະ­ສັດ 11:11-13)

ແລ້ວ​ພຣະ​ເຈົ້າ​ໄດ້​ໃຊ້​ຜູ້​ປະ­ກາດ​ພຣະ​ຄຳ​ຂອງ​ພຣະ​ອົງ​ທີ່​ມີ​ຊື່­ວ່າ: "ອາ​ຮີ​ຢາ" ໃຫ້​ໄປ​ຫາ​ຊາຍ​ຄົນ​ໜຶ່ງ​ທີ່​ມີ​ຊື່­ວ່າ: "ເຢ​ໂຣ​ໂບ​ອາມ" ເຢ​ໂຣ​ໂບ​ອາມ​ເຮັດ​ວຽກ​ໃຫ້​ກະ­ສັດ​ໂຊ​ໂລ​ໂມນ​ເຊິ່ງ​ມີ​ຕໍາ​ແໜ່​ງ​ເປັນ​ຜູ້​ຄຸມ​ງານ​ສຳ­ລັບ​ເຜົ່າ​ບາງ​ກຸ່ມ. ອາ​ຮີ​ຢາ​ໄດ້​ເວົ້າ​ຕໍ່​ເຢ​ໂຣ​ໂບ​ອາມ​ວ່າ: "ພຣະ​ເຈົ້າ​ແຫ່ງ​ອິດ​ສະ​ຣາ​ເອນ​ກ່າວ​ວ່າ ‘ເຮົາ​ຈະ​ຈີກ​ອາ­ນາ­ຈັກ​ອອກ​ຈາກ​ມື​ຂອງ​ໂຊ​ໂລ​ໂມນ ແລະ ຈະ​ຍົກ​ໃຫ້​ເຈົ້າ​ສິບ​ເຜົ່າ ແຕ່​ລາວ​ຈະ​ໄດ້​ໜຶ່ງ​ເຜົ່າ​ເພື່ອ​ເຫັນ­ແກ່​ດາ​ວິດ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ແລະ ​ເພື່ອ​ເຫັນ­ແກ່​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ເຊິ່ງ​ເປັນ​ເມືອງ​ທີ່​ເຮົາ​ໄດ້​ເລືອກ​ເອົາ​ໄວ້​ໃນ​ທ່າມ­ກາງ​ອາ­ນາ­ຈັກ​ທັງ​ໝົດ​ຂອງ​ປະ­ເທດ​ອິດ​ສະ​ຣາ​ເອນ" (1 ກະ­ສັດ 11:31,32)

ເມື່ອ​ເຢ​ໂຣ​ໂບ​ອາມ​ຮູ້​ວ່າ​ພຣະ​ເຈົ້າ​ຈະ​ແຍກ​ອາ­ນາ­ຈັກ​ອອກ ແລະ ​ຈະ​ລົງ­ໂທດ​ກະ­ສັດ​ໂຊ​ໂລ​ໂມນ​ທີ່​ຫັນ​ໄປ​ຂາບ​ໄຫວ້​ພະ​ຕ່າງໆ ເຢ​ໂຣ​ໂບ​ອາມ​ຈຶ່ງ​ໄດ້​ຮວບ​ຮ່ວມ​ປະ­ຊາ­ຊົນ​ທາງ​ພາກ​ເໜືອ​ໃຫ້​ເຂົ້າ​ມາ​ເປັນ​ພັກ​ພວກ​ຂອງ​ລາວ. ເມື່ອ​ກະ­ສັດ​ໂຊ​ໂລ​ໂມນ​ຮູ້​ວ່າ​ເຢ​ໂຣ​ໂບ​ອາມ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ຈາກ​ທາງ​ພາກ​ເໜືອ ເພິ່ນ​ຈຶ່ງ​ພະ­ຍາ­ຍາມ​ຂ້າ​ເຢ​ໂຣ​ໂບ​ອາມ ແຕ່​ເຢ​ໂຣ​ໂບ​ອາມ​ໄດ້​ໜີ​ໄປ​ປະ­ເທດ​ເອ​ຢິບ. ຕໍ່​ມາ ກະ­ສັດ​ໂຊ​ໂລ​ໂມນ​ກໍ​ໄດ້​ເສຍ​ຊີ­ວິດ ຂ່າວ​ເລື່ອງ​ນີ້​ໄດ້​ຊ່າ­ລື​ໄປ​ຮອດ​ຫູ​ຂອງ​ເຢ​ໂຣ​ໂບ​ອາມ. ດັ່ງ­ນັ້ນ ເຢ​ໂຣ​ໂບ​ອາມ​ຈຶ່ງ​ກັບ​ຄືນ​ເມືອ​ປະ­ເທດ​ຂອງ​ຕົນ. ເມື່ອ​ປະ­ຊາ­ຊົນ​ທາງ​ພາກ​ເໜືອ​ຮູ້​ວ່າ ເຢ​ໂຣ​ໂບ​ອາມ​ກັບ​ຄືນ​ມາ​ຈາກ​ປະ­ເທດ​ເອ​ຢິບ​ແລ້ວ ປະ­ຊາ­ຊົນ​ຈຶ່ງ​ແຕ່ງ­ຕັ້ງ​ໃຫ້​ເຢ​ໂຣ​ໂບ​ອາມ​ຂຶ້ນ​ເປັນ​ກະ­ສັດ​ຂອງ​ພວກ​ເຂົາ. ສະ­ນັ້ນ ອາ­ນາ­ຈັກ​ທາງ​ພາກ​ເໜືອ​ສິບ​ເຜົ່າ​ຈຶ່ງ​ໄດ້​ກາຍ­ເປັນ "ອາ­ນາ­ຈັກ​ອິດ​ສະ​ຣາ​ເອນ" ເຊິ່ງ​ນຳ­ພາ​ໂດຍ​ກະ­ສັດ​ເຢ​ໂຣ​ໂບ​ອາມ. ສ່ວນ​ສອງ​ເຜົ່າ​ທີ່​ເຫຼືອ​ຢູ່​ໃນ​ທາງ​ພາກ​ໃຕ້​ຄື ເຜົ່າ​ຢູ​ດາ ແລະ ​ເຜົ່າ​ເບັນ​ຢາ​ມິນ​ກໍ​ໄດ້​ຖືກ​ປົກ­ຄອງ​ໂດຍ​ກະ­ສັດ​ເຣ​ໂຮ​ໂບ​ອາມ​ລູກ​ຂອງ​ກະ­ສັດ​ໂຊ​ໂລ​ໂມນ​ຈຶ່ງ​ເອີ້ນ​ກັນ​ວ່າ "ອາ­ນາ­ຈັກ​ຢູ​ດາ."

ປະ­ເທດ​ອິດ​ສະ​ຣາ​ເອນ​ໃນ​ໄລ­ຍະ​ການ​ປົກ­ຄອງ​ຂອງ​ກະ­ສັດ​ໂຊນ, ດາ​ວິດ ແລະ ​ໂຊ​ໂລ​ໂມນ. ທາງ​ພາກ​ເໜືອ ແລະ ​ທາງ​ພາກ​ໃຕ້​ທັງ​ໝົດ​ເປັນ​ອາ­ນາ­ຈັກ​ອິດ​ສະ​ລາ​ເອນ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ກະ­ສັດ ບົດ​ທີ 11-14; 2 ຂ່າວ​ຄາວ ບົດ​ທີ 10-12.

ອ້າງ​ອີງ​ຈາກ​ປຶ້ມ "Prophets and Kings" ບົດ​ທີ 6-8 ຂຽນ​ໂດຍ ທ່ານ ​ນາງ ເອ​ເລັນ ຈີ. ໄວ​ທ.

ໄລ­ຍະ​ເວ­ລາ​ຂອງ​ການ​ປົກ­ຄອງ​ດ້ວຍ​ກະ­ສັດ

ໃນ​ລະ­ຫວ່າງ​ທີ່​ປະ­ເທດ​ອິດ​ສະ​ຣາ​ເອນ​ຖືກ​ປົກ­ຄອງ​ດ້ວຍ​ກະ­ສັດ ທັງ​ໃນ​ອາ­ນາ­ຈັກ​ອິດ​ສະ​ຣາ​ເອນ ແລະ ​ໃນ​ອາ­ນາ­ຈັກ​ຢູ​ດາ​ນັ້ນ ກະ­ສັດ​ບາງ​ຄົນ​ກໍ​ເຊື່ອ​ຟັງ​ພຣະ​ເຈົ້າ ແຕ່​ກະ­ສັດ​ສ່ວນ​ຫຼາຍ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ເຈົ້າ.

ກະ­ສັດ​ໃນ​ອາ­ນາ­ຈັກ​ອິດ​ສະ​ຣາ​ເອນ​ໄດ້​ຂາບ​ໄຫວ້​ບູ­ຊາ​ພະ​ຕ່າງໆ ແລະ ​ໄດ້​ສັ່ງ­ສອນ​ໃຫ້​ປະ­ຊາ­ຊົນ​ປະ­ຕິ­ບັດ​ຄື​ກັນ​ກັບ​ພວກ​ເຂົາ. ພວກ​ເຂົາ​ໄດ້​ສ້າງ​ບ່ອນ​ຂາບ​ໄຫ້​ວ​ບູ­ຊາ​ພະ​ຂອງ​ຄົນ​ຕ່າງ​ຊາດ​ໄວ້​ໃນ​ຕົວ​ເມືອງ​ຕ່າງໆ​ນັບ​ຕັ້ງ­ແຕ່​ໝູ່​ບ້ານ​ນ້ອຍ​ຈົນ​ເຖິງ​ຕົວ​ເມືອງ​ໃຫຍ່. ພວກ​ເຂົາ​ໄດ້​ຕັ້ງ​ເສົາ​ສັກ­ສິດ ແລະ ​ຮູບ​ເຄົາ­ຣົບ​ໄວ້​ເທິງ​ເນີນ​ພູ​ຕ່າງໆ ແລະ ​ຢູ່​ໃຕ້​ຕົ້ນ­ໄມ້​ໃຫຍ່​ທຸກ​ກົກ. ພວກ​ເຂົາ​ໄດ້​ເຜົາ​ເຄື່ອງ​ຫອມ​ເທິງ​ແທ່ນ​ບູ­ຊາ​ສໍາ​ລັບ​ພະ​ຕ່າງ​ຊາດ​ເໝືອນ​ກັບ​ແບບ­ຢ່າງ​ຂອງ​ຊົນ​ຊາດ​ອື່ນ​ທີ່­ຢູ່​ອ້ອມ​ຮອບ​ພວກ​ເຂົາ. ສ່ວນ​ກະ­ສັດ​ໃນ​ອາ­ນາ­ຈັກ​ຢູ​ດາ​ໄດ້​ນຳ­ພາ​ປະ­ຊາ­ຊົນ​ອອກ​ຫ່າງ​ຈາກ​ພຣະ​ເຈົ້າ ແຕ່​ເຖິງ​ຢ່າງ­ໃດ​ກໍ​ຕາມ ກໍ​ມີ​ກະ­ສັດ​ບາງ​ຄົນ​ພະ­ຍາ­ຍາມ​ນຳ­ພາ​ປະ­ຊາ­ຊົນ​ກັບ​ຄືນ​ມາ​ຫາ​ພຣະ​ເຈົ້າ.

ພຣະ​ເຈົ້າ​ສົ່ງ​ພວກ​ຜູ້​ປະ­ກາດ​ພຣະ​ຄຳ​ເຊັ່ນ: ໂຮ​ເຊ​ອາ, ເອ​ຊາ​ຢາ, ເຢ​ເລ​ມີ​ຢາ, ຮາ​ບາ​ກຸກ, ເສ​ຟາ​ນີ​ຢາ ແລະ ​ຄົນ​ອື່ນໆ ໄປ​ຕັກ­ເຕືອນ​ປະ­ຊາ­ຊົນ​ອິດ​ສະ​ລາ​ເອນ ແລະ ​ປະ­ຊາ­ຊົນ​ຢູ​ດາ​ວ່າ: “ຈົ່ງ​ຫັນ​ໜີ​ຈາກ​ທາງ​ຊົ່ວ​ຮ້າຍ​ທັງ­ຫຼາຍ​ຂອງ​ພວກ​ເຈົ້າ ແລະ ​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ ເຊິ່ງ​ມີ​ຢູ່​ໃນ​ກົດ​ບັນ­ຍັດ​ທີ່​ເຮົາ​ໄດ້​ໃຫ້​ໄວ້​ແກ່​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຈົ້າ ແລະ ​ຜ່ານ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຄື​ຜູ້​ປະ­ກາດ​ພຣະ​ຄຳ” (2 ກະ­ສັດ 17:13) ແຕ່​ພວກ​ເຂົາ​ບໍ່​ເຊື່ອ​ຟັງ​ຄຳ​ແນະ­ນຳ​ຂອງ​ພຣະ​ອົງ ພວກ​ເຂົາ​ບໍ່​ຖື​ຮັກ­ສາ​ພັນ­ທະ​ສັນ­ຍາ​ທີ່​ພຣະ​ອົງ​ຊົງ​ເຮັດ​ໄວ້​ກັບ​ປູ່​ຍ່າ​ຕາ​ຍາຍ​ຂອງ​ພວກ​ເຂົາ ແລະ ​ພວກ​ເຂົາ​ບໍ່​ໄດ້​ເອົາ­ໃຈ­ໃສ່​ເຖິງ​ຄຳ​ຕັກ­ເຕືອນ​ຂອງ​ພຣະ​ອົງ. ພວກ​ເຂົາ​ຂາບ​ໄຫວ້​ບັນ­ດາ​ຮູບ​ເຄົາ­ຣົບ​ທີ່​ໄຮ້​ຄ່າ​ຈົນ​ກາຍ­ເປັນ​ຄົນ​ໄຮ້​ຄ່າ​ເອງ ແລະ ​ພວກ​ເຂົາ​ໄດ້​ເຮັດ​ຕາມ​ທຳ­ນຽມ​ຂອງ​ຄົນ​ຕ່າງ​ຊາດ​ທີ່​ອາ­ໄສ​ຢູ່​ອ້ອມ​ຮອບ​ພວກ​ເຂົາ. ພວກ​ເຂົາ​ບໍ່​ຢຸດ​ທີ່​ຈະ​ບູ­ຊາ​ຂາບ​ໄຫວ້​ບັນ­ດາ​ພະ​ຕ່າງໆ ແລະ ​ບໍ່​ມາ​ເຊື່ອ​ຟັງ​ພຣະ​ເຈົ້າ​ດ້ວຍ​ຈິດ­ໃຈ​ທີ່​ສຳ­ນຶກ​ຜິດ. ພວກ​ເຂົາ​ຍັງ​ໄດ້​ເອົາ​ລູກ​ຊາຍ ແລະ ​ລູກ​ຍິງ​ເຜົາ​ເປັນ​ເຄື່ອງ​ບູ­ຊາ​ຖວາຍ​ແກ່​ພະ​ຂອງ​ຄົນ​ຕ່າງ​ຊາດ. ພວກ​ເຂົາ​ຂາບ​ໄຫ້​ວ​ດວງ​ຕາ­ເວັນ, ດວງ​ເດືອນ, ດວງ​ດາວ ແລະ ​ຮັບ​ໃຊ້​ພະ​ບາ​ອານ. ນອກ­ຈາກ​ນີ້ ພວກ​ເຂົາ​ຍັງ​ໄດ້​ປຶກ​ສາ​ໝໍ​ຜີ ແລະ ​ໝໍ­ມໍ. ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ເຈົ້າ​ທີ່​ພຣະ​ອົງ​ຊົງ​ບອກ​ພວກ​ເຂົາ​ບໍ່​ໃຫ້​ເອົາ​ແບບ­ຢ່າງ​ຂອງ​ຄົນ​ຕ່າງ​ຊາດ​ເຫຼົ່າ​ນັ້ນ.

ດ້ວຍ​ເຫດ​ນີ້ ພຣະ​ເຈົ້າ​ຈຶ່ງ​ໂກດ​ຮ້າຍ​ຢ່າງ​ໃຫຍ່​ຍ້ອນ​ການ​ກະ­ທຳ​ອັນ​ຊົ່ວ​ຮ້າຍ​ທັງ​ໝົດ​ຂອງ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ ທີ່​ພວກ​ເຂົາ​ໄດ້​ລືມ​ພຣະ​ອົງ​ໂດຍ​ໄປ​ຫາ​ພະ​ອື່ນໆ ສະ­ນັ້ນ ພຣະ​ເຈົ້າ​ຈຶ່ງ​ບໍ່​ສາ­ມາດ​ປົກ­ຄອງ​ພວກ​ເຂົາ​ໄດ້ ແລະ ​ພຣະ​ອົງ​ໄດ້​ໃຫ້​ພວກ​ເຂົາ​ອອກ​ໄປ​ຈາກ​ສາຍ​ພຣະ​ເນ​ດ​ຂອງ​ພຣະ​ອົງ ດ້ວຍ​ການ​ລົງ­ໂທດ​ພວກ​ເຂົາ​ທັງ​ໝົດ​ໂດຍ​ມອບ​ພວກ​ເຂົາ​ໄວ້​ໃນ​ກຳ­ມື​ຂອງ​ເຫຼົ່າ​ສັດ­ຕູ​ຜູ້​ໂຫດ​ຫ້ຽມ ແຕ່​ພຣະ​ອົງ​ໄດ້​ຈົ່ງ​ອາ­ນາ­ຈັກ​ຢູ​ດາ​ໄວ້​ເທົ່າ​ນັ້ນ. "ດັ່ງ­ນັ້ນ ອິດ​ສະ​ຣາ​ເອນ​ຈຶ່ງ​ຖືກ​ກວດ​ຕ້ອນ​ອອກ​ຈາກ​ດິນ­ແດນ​ຂອງ​ພວກ​ເຂົາ​ໄປ​ເປັນ​ຊະ­ເລີຍ​ທີ່​ດິນ­ແດນ​ຂອງ​ອັດ​ຊີ​ເຣຍ…" "ຍ້ອນ​ວ່າ ພວກ​ເຂົາ​ບໍ່​ເຊື່ອ​ຟັງ­ສຽງ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ແຕ່​ພວກ​ເຂົາ​ໄດ້​ຝ່າ­ຝືນ​ກົດ​ບັນ­ຍັດ​ຂອງ​ພຣະ​ອົງ ແລະ ​ທຸກ​ສິ່ງ​ທີ່​ໂມ​ເຊ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໄດ້​ສັ່ງ​ໄວ້." (2 ກະ­ສັດ 17:23; 2 ກະ­ສັດ 18:12)

ມີ​ພຽງ​ອາ­ນາ­ຈັກ​ຢູ​ດາ​ເທົ່າ​ນັ້ນ​ທີ່​ຍັງ​ຄົງ​ເຫຼືອ​ຢູ່ ແຕ່​ພວກ​ເຂົາ​ກໍ​ບໍ່​ໄດ້​ເຊື່ອ​ຟັງ​ກົດ​ບັນ­ຍັດ​ຂອງ​ພຣະ​ເຈົ້າ​ເຊັ່ນ​ກັນ. ພວກ​ເຂົາ​ຍັງ​ປະ­ຕິ­ບັດ​ຕາມ​ປະ­ເພ­ນີ​ທີ່​ພວກ​ເຂົາ​ໄດ້​ຮຽນ​ຮູ້​ຈາກ​ປະ­ຊາ­ຊົນ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ອາ­ນາ­ຈັກ​ອິດ​ສະ​ຣາ​ເອນ. ຢ່າງ­ໃດ​ກໍ​ຕາມ ພວກ​ເຂົາ​ກໍ​ບໍ່​ໄດ້​ເປັນ​ຄົນ​ຊົ່ວ​ຮ້າຍ​ເໝືອນ​ກັບ​ປະ­ຊາ­ຊົນ​ອິດ​ສະ​ຣາ​ເອນ.

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" 1 ກະ­ສັດ ບົດ​ທີ 15-22; 2 ກະ­ສັດ ບົດ​ທີ 1-23; 2 ຂ່າວ​ຄາວ ບົດ​ທີ 13-35; ເຊ​ຟາ​ນີ​ຢາ 3:1-7.