ເຫດການອ້ອມຮອບການຕາຍຂອງພຣະເຢຊູເທິງໄມ້ກາງແຂນ
ເທດສະການປັດສະຄາ
ເທດສະການປັດສະຄາແມ່ນເທດສະການທີ່ພຣະເຈົ້າໄດ້ສັ່ງໃຫ້ຊົນຊາດອິດສະຣາເອນສະເຫຼີມສະຫຼອງ ເພື່ອຍົກຍໍໃຫ້ກຽດພຣະອົງທີ່ໄດ້ປົດປ່ອຍພວກເຂົາອອກຈາກການເປັນຂ້າທາດໃນປະເທດເອຢິບ. ທຸກໆປີ ປະຊາຊົນອິດສະຣາເອນຈະສະຫຼອງປັດສະຄາຢູ່ນະຄອນເຢຣູຊາເລັມ ເພື່ອລະນຶກເຖິງຄືນທີ່ພວກເຂົາໄດ້ອອກໄປຈາກປະເທດເອຢິບ. ໃນເທດສະການນີ້ ທຸກໆຄອບຄົວຈະນຳລູກແກະມາໜຶ່ງໂຕ ພ້ອມທັງເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງ ແລະຜັກຂົມມາກິນ ເຊິ່ງຈະເຮັດຄືກັນກັບທີ່ບັນພະບູລຸດຂອງພວກເຂົາໄດ້ກິນກ່ອນທີ່ຈະອອກໄປຈາກປະເທດເອຢິບ. ຫຼັງຈາກນັ້ນ ພວກເຂົາກໍຈະເລົ່າເລື່ອງທີ່ພຣະເຈົ້າໄດ້ປົດປ່ອຍພວກເຂົາສູ່ລູກຫຼານຟັງ.
ພໍເຖິງເວລາທີ່ຈະຕ້ອງສະເຫຼີມສະຫຼອງເທດສະການປັດສະຄາອີກຄັ້ງ ກໍມີຄົນຈຳນວນຫຼວງຫຼາຍເດີນທາງເຂົ້າມາທີ່ນະຄອນເຢຣູຊາເລັມ ແລະຄົນທີ່ອາໄສຢູ່ໃນເມືອງກໍກຽມຫ້ອງພັກເຊົາໄວ້ໃຫ້ແກ່ຜູ້ຄົນທີ່ເດີນທາງມາແຕ່ໄກເພື່ອໃຊ້ເຮັດພິທີ.
ພຣະເຢຊູ ແລະສາວົກຂອງພຣະອົງກໍໄດ້ເດີນທາງໄປນະຄອນເຢຣູຊາເລັມ ເພື່ອສະເຫຼີມສະຫຼອງເທດສະການປັດສະຄາ. ເມື່ອພວກເຂົາມາຮອດນະຄອນເຢຣູຊາເລັມ ພຣະເຢຊູກໍໄດ້ກ່າວຕໍ່ເປໂຕ ແລະໂຢຮັນວ່າ: “ຈົ່ງໄປຈັດແຈ່ງອາຫານປັດສະຄາສຳລັບພວກເຮົາໃຫ້ຮຽບຮ້ອຍ.”
ພວກເຂົາຖາມພຣະອົງວ່າ: “ທ່ານຢາກໃຫ້ພວກຂ້ານ້ອຍໄປຈັດແຈ່ງຢູ່ທີ່ໃດ?”
ພຣະເຢຊູຕອບພວກເຂົາວ່າ: "ຈົ່ງເຂົ້າໄປໃນເມືອງ ຈະມີຊາຍຄົນໜຶ່ງແບກໝໍ້ນ້ຳມາພົບພວກທ່ານ. ຈົ່ງຕາມຄົນນັ້ນໄປຍັງເຮືອນທີ່ລາວຍ່າງເຂົ້າໄປ ແລະເວົ້າກັບເຈົ້າຂອງເຮືອນວ່າ: 'ອາຈານໃຫ້ຖາມທ່ານວ່າ ຫ້ອງທີ່ເພິ່ນກັບພວກສາວົກຈະກິນອາຫານປັດສະຄາຢູ່ໃສ?' ແລ້ວເຈົ້າຂອງເຮືອນກໍຈະພາພວກທ່ານໄປເບິ່ງຫ້ອງໃຫຍ່ຊັ້ນເທິງທີ່ຕົບແຕ່ງໄວ້ຮຽບຮ້ອຍແລ້ວ. ພວກທ່ານຈົ່ງຈັດຕຽມອາຫານປັດສະຄາໄວ້ສຳລັບພວກເຮົາທີ່ນັ້ນ" ສາວົກທັງສອງກໍອອກໄປຕາມຄຳສັ່ງຂອງພຣະເຢຊູ ແລະເຫດການກໍເປັນຈິງຕາມທີ່ພຣະອົງໄດ້ກ່າວໄວ້. ແລ້ວພວກເຂົາກໍໄດ້ຈັດຕຽມອາຫານປັດສະຄາໄວ້ທີ່ນັ້ນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 26:17-19; ມາຣະໂກ 14:12-16; ລູກາ 22:7-13.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 71 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຊົງລ້າງຕີນໃຫ້ພວກສາວົກ
ພໍມາຮອດຕອນຄ່ຳ ພຣະເຢຊູກໍໄດ້ມາຫ້ອງໃຫຍ່ຊັ້ນເທິງພ້ອມກັບພວກສາວົກສິບສອງຄົນ. ໃນຄັ້ງນີ້ ພຣະອົງເຂົ້າຮ່ວມພິທີກັບພວກເຂົາເທົ່ານັ້ນ ໂດຍບໍ່ມີຄົນອື່ນເຂົ້າຮ່ວມນຳ. ເຊິ່ງທຸກໆປີໃນເທດສະການປັດສະຄາທີ່ຜ່ານມາ ພິທີນີ້ຈະເຕັມໄປດ້ວຍຄວາມຊົມຊື່ນຍິນດີ. ແຕ່ພໍມາຄັ້ງນີ້ ພຣະເຢຊູບໍ່ສະບາຍໃຈເລີຍ ເພາະພຣະອົງຊົງຮູ້ວ່າ ກ່ອນເທດສະການປັດສະຄາຈະສິ້ນສຸດລົງນັ້ນ ພຣະອົງຈະຕາຍເພື່ອໄຖ່ຄວາມບາບໃຫ້ມະນຸດທົ່ວໂລກ.
ຫຼັງຈາກພຣະເຢຊູກັບພວກສາວົກນັ່ງລົງຮ່ວມໂຕະອາຫານຢູ່ທີ່ນັ້ນ ພຣະອົງກໍໄດ້ກ່າວຂຶ້ນດ້ວຍສຽງທີ່ເສົ້າວ່າ: "ເຮົາມີຄວາມປາຖະໜາຫຼາຍທີ່ຈະກິນອາຫານປັດສະຄານີ້ຮ່ວມກັບພວກທ່ານ ກ່ອນທີ່ເຮົາຈະທົນທຸກທໍລະມານ. ເພາະເຮົາບອກພວກທ່ານວ່າ ເຮົາຈະບໍ່ກິນອາຫານນີ້ ຈົນກວ່າຄວາມໝາຍຂອງເລື່ອງນີ້ ຈະເຖິງທີ່ສຳເລັດໃນອານາຈັກຂອງພຣະເຈົ້າ."
ພຣະເຢຊູຊົງຮູ້ວ່າເວລາຂອງພຣະອົງທີ່ຈະອອກໄປຈາກໂລກ ແລະໄປຫາພຣະບິດາຂອງພຣະອົງນັ້ນໄດ້ມາເຖິງແລ້ວ. ພາລະກິດຂອງພຣະອົງໃກ້ຈະສິ້ນສຸດແລ້ວ ແລະມີເວລາພຽງບໍ່ເທົ່າໃດຊົ່ວໂມງທີ່ພຣະອົງຈະໄດ້ຢູ່ກັບພວກສາວົກ ແຕ່ພວກສາວົກບໍ່ຮູ້ວ່າຈະມີຫຍັງເກີດຂຶ້ນ ເຖິງແມ່ນວ່າ ພຣະເຢຊູເຄີຍບອກພວກເຂົາຫຼາຍຄັ້ງວ່າ ພຣະອົງຈະຕ້ອງຕາຍ ແຕ່ພວກເຂົາກໍບໍ່ເຂົ້າໃຈ ແລະບໍ່ເຊື່ອເລື່ອງນີ້. ຈິດໃຈຂອງພວກເຂົາຫຍຸ້ງຢູ່ກັບເລື່ອງອານາຈັກທີ່ພວກເຂົາຄິດວ່າ ພຣະອົງຈະສ້າງຕັ້ງຂຶ້ນເທິງແຜ່ນດິນໂລກ ແລະໃຜຈະສົມຄວນໄດ້ຮັບຕຳແໜ່ງໃຫຍ່ກວ່າໝູ່ຢູ່ໃນອານາຈັກໃໝ່ນີ້.
ຕາມປະເພນີຂອງພວກເຂົາ ຈະຕ້ອງມີຄົນຮັບໃຊ້ມາລ້າງຕີນໃຫ້ຜູ້ທີ່ເຂົ້າຮ່ວມພິທີ ແລະຢູ່ໃນຫ້ອງໃຫຍ່ນັ້ນກໍມີອຸປະກອນລ້າງຕີນຄົບຊຸດ ຂາດພຽງຢ່າງດຽວຄືຄົນຮັບໃຊ້. ສ່ວນພວກສາວົກຕ່າງກໍພາກັນນັ່ງບ່ອນຂອງຕົນເອງໂດຍບໍ່ໄດ້ລ້າງຕີນກ່ອນ ແລະຢູ່ໃນທ່າມກາງພວກເຂົາກໍບໍ່ມີໃຜທີ່ຈະຍອມເປັນຄົນຮັບໃຊ້ຜູ້ອື່ນ.
ພຣະເຢຊູກໍນັ່ງຢູ່ຄາວໜຶ່ງ ເພື່ອລໍຖ້າເບິ່ງວ່າ ພວກສາວົກຈະເຮັດແນວໃດ. ພວກສາວົກໄດ້ໂຕ້ຖຽງກັນກ່ຽວກັບວ່າໃຜຈະເປັນໃຫຍ່ຢູ່ໃນອານາຈັກຂອງພຣະເຈົ້າ. ແລ້ວຄວາມຄິດເຫຼົ່ານີ້ກໍເຮັດໃຫ້ພວກເຂົາມີຄວາມພາກພູມໃຈຢ່າງເຕັມທີ່ທີ່ຈະເຮັດວຽກຂອງການເປັນຜູ້ຮັບໃຊ້. ພຣະເຢຊູຊົງເສຍໃຈຫຼາຍທີ່ເຫັນພວກສາວົກໂຕ້ຖຽງກັນເພື່ອຍາດຊິງດີຊິງເດັ່ນ ແຕ່ພຣະອົງກໍບໍ່ໄດ້ຕຳໜິຕິຕຽນພວກເຂົາ. ກົງກັນຂ້າມ ພຣະອົງຊົງສະແດງຄວາມຮັກໂດຍການເຮັດໜ້າທີ່ເປັນຄົນຮັບໃຊ້ແທນ. ເພາະດ້ວຍເຫດນີ້ ຈະເປັນການສອນພວກສາວົກໃຫ້ຊ່ວຍເຫຼືອຄົນອື່ນ ແລະຮັບໃຊ້ເຊິ່ງກັນແລະກັນດ້ວຍຄວາມເຕັມໃຈ. ພຣະເຢຊູຕ້ອງການສອນພວກເຂົາວ່າ ການຮັບໃຊ້ດີກວ່າການສະແຫວງຫາຄວາມຍິ່ງໃຫຍ່ໃຫ້ແກ່ຕົນເອງ. ແລ້ວພຣະເຢຊູກໍລຸກຂຶ້ນຈາກໂຕະອາຫານ ແກ້ເສື້ອຊັ້ນນອກອອກ ແລະໃຊ້ຜ້າມັດແອວໄວ້. ຈາກນັ້ນ ພຣະອົງກໍຖອກນ້ຳໃສ່ຊາມ ແລະເລີ່ມລ້າງຕີນໃຫ້ພວກສາວົກ ແລະເຊັດຕີນຂອງພວກເຂົາດ້ວຍຜ້າມັດແອວນັ້ນ.
ເມື່ອພຣະອົງສະເດັດມາເຖິງເປໂຕ ເປໂຕກໍໄດ້ຖາມພຣະອົງວ່າ: “ພຣະອົງເອີຍ ພຣະອົງຈະລ້າງຕີນໃຫ້ຂ້ານ້ອຍຊັ້ນບໍ?.” ເປໂຕຮູ້ສຶກອັບອາຍ ແລະລຳບາກໃຈຫຼາຍທີ່ເຫັນພຣະເຢຊູເຮັດບາງສິ່ງທີ່ພວກສາວົກຄວນຈະເຮັດ.
ແຕ່ພຣະເຢຊູຊົງຕອບລາວວ່າ: “ສິ່ງທີ່ເຮົາເຮັດໃນເວລານີ້ທ່ານຍັງບໍ່ເຂົ້າໃຈ ແຕ່ພາຍຫຼັງທ່ານຈະເຂົ້າໃຈ.”
ເປໂຕບໍ່ອາດທົນເບິ່ງພຣະຜູ້ເປັນເຈົ້າຂອງລາວ ຜູ້ທີ່ລາວເຊື່ອວ່າເປັນພຣະບຸດຂອງພຣະເຈົ້າ ຕ້ອງມາເຮັດວຽກຂອງຜູ້ຮັບໃຊ້. ເປໂຕຈຶ່ງກ່າວຕໍ່ພຣະອົງວ່າ: “ພຣະອົງຈະລ້າງຕີນຂອງຂ້ານ້ອຍບໍ່ໄດ້ຈັກເທື່ອ”
ເປໂຕບໍ່ໄດ້ລະນຶກເຖິງວ່າ ສິ່ງທີ່ພຣະເຢຊູກໍາລັງເຮັດຢູ່ນັ້ນເປັນສັນຍາລັກຂອງການຊໍາລະລ້າງຄວາມບາບອອກຈາກຈິດໃຈ. ພຣະເຢຊູສະເດັດເຂົ້າມາໃນໂລກເພື່ອຊໍາລະລ້າງມະນຸດອອກຈາກຄວາມບາບ. ເມື່ອເປໂຕປະຕິເສດບໍ່ໃຫ້ພຣະເຢຊູລ້າງຕີນຂອງລາວ. ສະນັ້ນ ລາວຈຶ່ງໄດ້ປະຕິເສດການຊໍາລະລ້າງຄວາມບາບອອກຈາກຈິດໃຈ.
ແຕ່ເພື່ອຊ່ວຍເປໂຕໃຫ້ເຂົ້າໃຈໃນເລື່ອງນີ້ ພຣະເຢຊູຈຶ່ງຕອບລາວວ່າ: “ຖ້າເຮົາບໍ່ລ້າງຕີນທ່ານ ທ່ານຈະບໍ່ໄດ້ມີສ່ວນໃນເຮົາ.”
ເມື່ອເປໂຕລະນຶກເຖິງຄວາມໝາຍຂອງການຊໍາລະລ້າງ ລາວກໍກ່າວຕໍ່ພຣະອົງວ່າ: “ຖ້າເປັນດັ່ງນັ້ນ ພຣະອົງເອີຍ ບໍ່ແມ່ນແຕ່ຕີນເທົ່ານັ້ນ ແຕ່ຂໍລ້າງມື ແລະຫົວຂອງຂ້ານ້ອຍເໝືອນກັນ.”
ພຣະເຢຊູຕ້ອງການທີ່ຈະຊໍາລະລ້າງພວກສາວົກອອກຈາກຄວາມບາບທັງໝົດ. ແຕ່ການທົດລອງຂອງຊາຕານໄດ້ເຮັດໃຫ້ພວກເຂົາຄິດສິ່ງທີ່ຊົ່ວຮ້າຍ. ພຣະເຢຊູຕ້ອງການລ້າງຄວາມພາກພູມໃຈ ແລະຄວາມອິດສາຂອງພວກສາວົກອອກໄປຈາກຈິດໃຈຂອງພວກເຂົາ. ເມື່ອພວກສາວົກເຫັນສິ່ງທີ່ພຣະເຢຊູກຳລັງເຮັດຢູ່ ພວກເຂົາກໍຮູ້ສຶກລະອາຍໃຈໃນຄວາມເຫັນແກ່ຕົວ ແລະຄວາມອິດສາຂອງພວກເຂົາ. ແລ້ວຈິດໃຈຂອງພວກເຂົາກໍເຕັມໄປດ້ວຍຄວາມຮັກທີ່ມີຕໍ່ພຣະເຢຊູ ແລະຮັກເຊິ່ງກັນແລະກັນ.
ແຕ່ຢູດາບໍ່ຮູ້ສຶກເໝືອນກັບພວກສາວົກຄົນອື່ນໆເລີຍ ລາວຊ້ຳພັດບໍ່ພໍໃຈທີ່ເຫັນພຣະເຢຊູຕ້ອງມາເຮັດໜ້າທີ່ແທນຄົນຮັບໃຊ້ ແລະລາວກໍແນ່ໃຈວ່າ ພຣະເຢຊູຄົງຈະບໍ່ໄດ້ເປັນກະສັດຢ່າງແນ່ນອນ. ສິ່ງເຫຼົ່ານີ້ ໄດ້ເຮັດໃຫ້ຢູດາຍິ່ງໝັ້ນໃຈອີກວ່າຈະທໍລະຍົດຕໍ່ພຣະເຢຊູ. ພຣະເຢຊູຊົງຮູ້ຄວາມຄິດຂອງຢູດາ ແລະພຣະອົງໄດ້ກ່າວຂຶ້ນວ່າ: “ຜູ້ທີ່ໄດ້ອາບນ້ຳແລ້ວ ບໍ່ຈຳເປັນລ້າງຕົວອີກ ລ້າງແຕ່ຕີນເທົ່ານັ້ນກໍພໍ. ພວກທ່ານກໍເປັນຄົນສະອາດແລ້ວ ແຕ່ບໍ່ແມ່ນໝົດທຸກຄົນ.”
ເມື່ອພຣະເຢຊູຊົງລ້າງຕີນໃຫ້ພວກສາວົກໝົດທຸກຄົນແລ້ວ ພຣະອົງກໍເອົາເສື້ອຊັ້ນນອກມານຸ່ງຄືນ ແລະກັບເຂົ້າໄປບ່ອນນັ່ງຂອງພຣະອົງທີ່ໂຕະອາຫານ. ແລ້ວພຣະອົງກໍຊົງກ່າວຕໍ່ພວກເຂົາວ່າ: "ທ່ານທັງຫຼາຍເຂົ້າໃຈໃນສິ່ງທີ່ເຮົາໄດ້ເຮັດໃຫ້ພວກທ່ານແລ້ວບໍ? ທ່ານທັງຫຼາຍເອີ້ນເຮົາວ່າ 'ພຣະອາຈານ ແລະອົງພຣະຜູ້ເປັນເຈົ້າ' ທ່ານເອີ້ນຖືກຕ້ອງແລ້ວ ເພາະເຮົາເປັນຢ່າງນັ້ນແທ້. ດັ່ງນັ້ນ ຖ້າເຮົາຜູ້ເປັນອົງພຣະຜູ້ເປັນເຈົ້າ ແລະພຣະອາຈານຂອງທ່ານໄດ້ລ້າງຕີນໃຫ້ພວກທ່ານຢ່າງໃດ ພວກທ່ານກໍຄວນລ້າງຕີນໃຫ້ກັນແລະກັນຢ່າງນັ້ນ. ດ້ວຍວ່າ ເຮົາໄດ້ວາງແບບຢ່າງໄວ້ໃຫ້ພວກທ່ານແລ້ວ ເພື່ອໃຫ້ພວກທ່ານເຮັດເໝືອນດັ່ງທີ່ເຮົາໄດ້ເຮັດແກ່ພວກທ່ານນັ້ນ... ຖ້າທ່ານທັງຫຼາຍຮູ້ສິ່ງເຫຼົ່ານີ້ແລ້ວ ແລະທ່ານປະຕິບັດຕາມ ທ່ານກໍເປັນສຸກ."
ການລ້າງຕີນໃນພີທີສິນມະຫາສະໜິດ
ສັນຍາລັກຂອງເທດສະການປັດສະຄາໃກ້ຈະເປັນຄວາມຈິງແລ້ວ ສະນັ້ນ ຈຶ່ງບໍ່ຈໍາເປັນຕ້ອງສະຫຼອງເທດສະການນີ້ສືບຕໍ່ໄປອີກ. ແຕ່ພຣະເຢຊູຊົງສັ່ງໃຫ້ພວກເຮົາເຮັດພິທີໃຫມ່. ພຣະເຢຊູຊົງກ່າວວ່າ: “ດ້ວຍວ່າ ເຮົາໄດ້ວາງແບບຢ່າງໄວ້ໃຫ້ພວກທ່ານແລ້ວ ເພື່ອໃຫ້ພວກທ່ານເຮັດເໝືອນດັ່ງທີ່ເຮົາໄດ້ເຮັດແກ່ພວກທ່ານນັ້ນ.” ພິທີນີ້ແມ່ນຊ່ວງເວລາທີ່ພວກເຮົາຈະຕ້ອງກວດເບິ່ງຫາຈິດໃຈຂອງພວກເຮົາສໍາລັບຄວາມບາບທີ່ພວກເຮົາໄດ້ເຮັດຜ່ານມາ. ພວກເຮົາຕ້ອງຂໍພຣະເຈົ້າໃຫ້ອະໄພ ແລະຖ້າພວກເຮົາໄດ້ເຮັດຄວາມຜິດບາບຕໍ່ຄົນອື່ນ ພວກເຮົາຈະຕ້ອງຂໍໃຫ້ຄົນອື່ນອະໄພແກ່ເຮົາ. ມັນຍັງເຕືອນພວກເຮົາໃຫ້ຖ່ອມຕົວຕໍ່ຄົນອື່ນ ແລະຮັບໃຊ້ຄົນອື່ນເໝືອນກັບພຣະເຢຊູທີ່ໄດ້ເຮັດ.
ສັນຍາລັກຂອງເທດສະການປັດສະຄາ
ພຣະເຢຊູຢາກໃຫ້ພວກສາວົກຮູ້ວ່າ ເທດສະການປັດສະຄາທີ່ພວກເຂົາລວມທັງປະຊາຊົນອິດສະຣາເອນນັບຖືກັນມາຕັ້ງແຕ່ບັນພະບູລຸດນັ້ນ ຈະເປັນການສະເຫຼີມສະຫຼອງຄັ້ງສຸດທ້າຍ. ເພາະວ່າລູກແກະທີ່ພວກເຂົາຂ້າມາທຸກໆປີນັ້ນ ເປັນສັນຍາລັກເຖິງພຣະບຸດຂອງພຣະເຈົ້າທີ່ຈະສະເດັດມາ. ແລະດຽວນີ້ ພຣະບຸດຂອງພຣະເຈົ້າກໍໄດ້ສະເດັດມາແລ້ວ ນັ້ນກໍຄືພຣະເຢຊູ. ພຣະອົງຊົງເປັນລູກແກະປັດສະຄາ ແລະຈະຖວາຍຕົວເປັນເຄື່ອງບູຊາໃຫ້ພຣະເຈົ້າ ເພື່ອໄຖ່ຄວາມບາບໃຫ້ມະນຸດທົ່ວໂລກ. ພຣະເຢຊູຢາກບອກໃຫ້ພວກສາວົກຮູ້ວ່າ ພວກເຂົາຈະບໍ່ມີພຣະອົງຄອຍຢູ່ຄຽງຂ້າງອີກແລ້ວ ແລະພຣະອົງຊົງຕັ້ງໃຈທີ່ຈະບອກເລື່ອງນີ້ກັບພວກສາວົກ ກ່ອນທີ່ພຣະອົງຈະຕາຍ. ແຕ່ພຣະອົງກໍບໍ່ສາມາດທີ່ຈະບອກເລື່ອງນີ້ໄດ້ ເພາະພຣະອົງຊົງເຫັນວ່າພວກເຂົາຍັງບໍ່ພ້ອມທີ່ຈະຮັບຟັງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ໂຢຮັນ 13:1-20.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 71 ແລະ ອ້າງອີງຈາກປຶ້ມ “ເລື່ອງຂອງພຣະເຢຊູ” (ສະບັບພາສາໄທ) ໜ້າ 103-109 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ຄວາມໝາຍຂອງເຂົ້າຈີ່ ແລະນ້ຳອະງຸ່ນ
ໃນຂະນະທີ່ພວກເຂົາຍັງນັ່ງຢູ່ທີ່ໂຕະອາຫານນັ້ນ ພຣະເຢຊູໄດ້ຈັບເອົາເຂົ້າຈີ່ຂຶ້ນມາຂອບຄຸນພຣະເຈົ້າ ແລ້ວພຣະອົງຊົງຫັກເຂົ້າຈີ່ນັ້ນ ແລະຍື່ນໃຫ້ພວກສາວົກ. ພຣະເຢຊູຊົງກ່າວຂຶ້ນວ່າ: "ນີ້ແມ່ນຮ່າງກາຍຂອງເຮົາ ເຊິ່ງເປັນທີ່ປະທານໃຫ້ສຳລັບທ່ານທັງຫຼາຍ. ຈົ່ງເຮັດເຊັ່ນນີ້ໃຫ້ເປັນທີ່ລະນຶກເຖິງເຮົາ"
ຫຼັງຈາກກິນເຂົ້າຈີ່ແລ້ວ ພຣະເຢຊູກໍຈັບເອົາຈອກນ້ຳອະງຸ່ນຂຶ້ນມາຂອບຄຸນພຣະເຈົ້າ ແລະພຣະອົງກໍຍື່ນໃຫ້ພວກສາວົກ. ພຣະອົງຊົງກ່າວຕໍ່ພວກເຂົາວ່າ: "ພວກທ່ານທຸກຄົນຈົ່ງດື່ມສາ! ນີ້ແມ່ນເລືອດຂອງເຮົາ ເຊິ່ງເປັນເລືອດແຫ່ງພັນທະສັນຍາຂອງພຣະເຈົ້າ ທີ່ຫຼັ່ງໄຫຼອອກສຳລັບຄົນຈຳນວນຫຼາຍ ເພື່ອຄວາມຜິດບາບຈະໄດ້ຮັບການອະໄພ. ເຮົາບອກພວກທ່ານວ່າ ເຮົາຈະບໍ່ດື່ມນ້ຳອະງຸ່ນນີ້ອີກຈັກເທື່ອ ຈົນກວ່າວັນນັ້ນມາເຖິງ ຄືເຮົາຈະດື່ມນ້ຳອະງຸ່ນໃໝ່ກັບພວກທ່ານໃນອານາຈັກແຫ່ງພຣະບິດາຂອງເຮົາ"
ເຂົ້າຈີ່ທີ່ບໍ່ມີເຊື້ອແປ້ງໝາຍເຖິງຮ່າງກາຍຂອງພຣະເຢຊູທີ່ບໍ່ມີຄວາມບາບ (ເຊື້ອແປ້ງເປັນຕົວແທນຂອງຄວາມບາບ) ແລະນ້ຳອະງຸ່ນໝາຍເຖິງເລືອດຂອງພຣະອົງ. ໂດຍສັນຍາລັກເຫຼົ່ານີ້ ພຣະເຢຊູຢາກບອກພວກສາວົກໃຫ້ຮູ້ວ່າ ພຣະອົງຈະຕ້ອງທົນທຸກທໍລະມານ ແລະຕາຍສຳລັບຄວາມບາບຂອງມະນຸດ. ເພາະທຸກໆຢ່າງຈະຕ້ອງເກີດຂຶ້ນຕາມທີ່ໄດ້ບັນທຶກໄວ້ໃນພຣະຄຳພີວ່າ: "ທ່ານໄດ້ທົນທຸກນາໆ ແລະທົນຕໍ່ຄວາມເຈັບປວດ... ແທ້ຈິງທ່ານທົນຕໍ່ຄວາມທຸກທີ່ເປັນຂອງພວກເຮົາ ແລະທົນຄວາມເຈັບປວດທີ່ພວກເຮົາສົມຄວນໄດ້ຮັບ. ຄວາມລຳບາກທີ່ທ່ານຮັບເອົານັ້ນພວກເຮົາຄິດຢູ່ສະເໝີວ່າເປັນການລົງໂທດມາຈາກພຣະເຈົ້າ. ແຕ່ຍ້ອນການບາບຂອງພວກເຮົານັ້ນທ່ານຈຶ່ງໄດ້ຮັບບາດເຈັບ ຖືກຂ້ຽນຖືກຕີຍ້ອນການຊົ່ວຮ້າຍຂອງພວກເຮົາ. ພວກເຮົາໄດ້ຮັບການປິ່ນປົວໃຫ້ດີ ຍ້ອນໂທດກຳທີ່ທ່ານຮັບ ດີປົກກະຕິ ຍ້ອນການຕົບຕີທີ່ທ່ານຮັບເອົາ... ອົງພຣະຜູ້ເປັນເຈົ້າໄດ້ໃຫ້ທ່ານໄດ້ຮັບໂທດທັນ ຄືໂທດກຳທີ່ເຮົາທຸກຄົນສົມຄວນໄດ້ຮັບ. ທ່ານຖືກທາລຸນໜັກ ແຕ່ທົນເອົາຢ່າງຖ່ອມໃຈ... ທ່ານຖືກຈັບໄປເພື່ອໃສ່ໂທດທັນ ທ່ານຖືກນຳອອກໄປເພື່ອປະຫານຊີວິດ... ຍ້ອນການບາບຂອງປະຊາຊົນພວກເຮົານັ້ນ. ທ່ານຖືກວາງໄວ້ໃນອຸມົງກັບຄົນຊົ່ວຊາມ ທ່ານຖືກຝັງໄວ້ກັບຄົນຮັ່ງມີເປັນດີດ້ວຍ..." (ເອຊາຍາ 53:4-9).
ພວກສາວົກບໍ່ເຂົ້າໃຈໃນຄວາມໝາຍຂອງເຂົ້າຈີ່ ແລະນ້ຳອະງຸ່ນ. ແຕ່ພວກເຂົາໄດ້ສັງເກດເຫັນວ່າພຣະເຢຊູຊົງມີຄວາມວຸ່ນວາຍໃຈຫຼາຍ ເຊິ່ງເຮັດໃຫ້ພວກເຂົາຄອຍທຸກໃຈໄປນຳ ແລະພາກັນນັ່ງກິນແບບງຽບໆ.
ການໝັກ
ເຂົ້າຈີ່ທີ່ໃຊ້ໃນເທດສະການປັດສະຄາຈະບໍ່ມີການໝັກ. ເຊື້ອແປ້ງທີ່ເປັນຜົນໃຫ້ເກີດການໝັກແມ່ນເປັນສັນຍາລັກຂອງຄວາມບາບ. ນອກຈາກນີ້ ນ້ຳອະງຸ່ນທີ່ນຳມາໃຊ້ ຍັງບໍ່ມີການໝັກ ຫຼືເປັນເຫຼົ້າ. ເພາະບໍ່ມີສິ່ງໃດທີ່ຖືກໝັກຈະສາມາດນຳມາເປັນຕົວແທນຂອງລູກແກະທີ່ບໍ່ມີຕຳໜິ ຫຼືຮອຍດ່າງ ເພາະການໝັກເປັນສັນຍາລັກຂອງຄວາມບາບ. (1ເປໂຕ 1:19)
ຄວາມໝາຍຂອງພິທີໃນອະດີດໄດ້ສຳເລັດ ແລະໄດ້ສະຖາປະນາພິທີໃໝ່
ພິທີກຳທັງໝົດທີ່ປະຊາຊົນຢິວໄດ້ສະຫຼອງກັນມານັບຕັ້ງແຕ່ບັນພະບຸລຸດຂອງພວກເຂົານັ້ນ ໄດ້ຊີ້ໃຫ້ເຫັນການຕາຍຂອງພຣະເຢຊູເທິງໄມ້ກາງແຂນ ເພື່ອຈ່າຍຄ່າໂທດຂອງຄວາມບາບທັງໝົດ. ສັນຍາລັກຂອງເທດສະການປັດສະຄາໃກ້ຈະເປັນຄວາມຈິງແລ້ວ. ສະນັ້ນ ຈຶ່ງບໍ່ຈໍາເປັນຕ້ອງສະຫຼອງເທດສະການນີ້ສືບຕໍ່ໄປອີກ. ແຕ່ພຣະເຢຊູຊົງສັ່ງໃຫ້ພວກເຂົາເຮັດພິທີໃໝ່. ພິທີນີ້ເອີ້ນວ່າ ສິນມະຫາສະໜິດ. ພິທີນີ້ລວມເຖິງການລ້າງຕີນ ແລະກິນເຂົ້າຈີທີ່ບໍ່ມີເຊື້ອແປ້ງ ແລະນ້ຳອະງຸ່ນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 26:26-29; ມາຣະໂກ 14:22-26; ລູກາ 22:14-23; 1 ໂກຣິນໂທ 11:23-25.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 72 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຊົງບອກລ່ວງໜ້າວ່າຈະຖືກທໍລະຍົດ
ບຸດມະນຸດ
"ບຸດມະນຸດ" ພຣະເຢຊູໃຊ້ຊື່ນີ້ ເພື່ອໝາຍເຖິງພຣະອົງເອງວ່າ ພຣະເຈົ້າໄດ້ເລືອກຕັ້ງພຣະອົງໃຫ້ເປັນພຣະຜູ້ໂຜດຊ່ວຍໃຫ້ພົ້ນ (ມາຣະໂກ 10:45). ໃນການໃຊ້ຄຳວ່າ ບຸດມະນຸດ ພຣະເຢຊູມີຄວາມປະສົງຈະຊີ້ເຖິງສະພາບອັນຕ່ຳຕ້ອຍຂອງພຣະອົງຂະນະທີ່ໄດ້ສະເດັດເຂົ້າມາໃນໂລກຄັ້ງທຳອິດ. ນອກນີ້ຍັງຈະຊີ້ເຖິງສະຫງ່າຣາສີອັນຮຸ່ງເຮື່ອງຂອງພຣະອົງໃນເວລາທີ່ພຣະອົງມາປາກົດຄັ້ງທີສອງ.
(ລາຍຊື່ຄຳອະທິບາຍສັບໃນພຣະຄຳພີ ສະບັບ 2005 ໜ້າ 601)
ເຖິງແມ່ນວ່າກ່ອນໜ້ານີ້ ພຣະເຢຊູຊົງລ້າງຕີນໃຫ້ພວກສາວົກ ເພື່ອສະແດງໃຫ້ຮູ້ວ່າພຣະອົງຊົງຮັກພວກເຂົາ ແລະໃຫ້ພວກເຂົາຮັກເຊິ່ງກັນແລະກັນ. ແຕ່ເຖິງປານນັ້ນ ກໍບໍ່ໄດ້ເຮັດໃຫ້ຢູດາຮັກພຣະອົງເລີຍ. ໃນທີ່ສຸດ ພຣະເຢຊູກໍຊົງກ່າວອອກມາວ່າ: "ເຮົາບອກທ່ານທັງຫຼາຍຕາມຄວາມຈິງວ່າ 'ມີຄົນໜຶ່ງໃນພວກທ່ານຈະທໍລະຍົດຕໍ່ເຮົາ' ".
ພວກສາວົກຕ່າງກໍພາກັນແນມເບິ່ງໜ້າກັນ ແລະບໍ່ຮູ້ວ່າພຣະອົງຊົງໝາຍເຖິງຄົນໃດທີ່ຢູ່ໃນທ່າມກາງພວກເຂົາ. ພວກເຂົາຕ່າງກໍພາກັນເສຍໃຈ ແລະປະຫຼາດໃຈໃນຄຳເວົ້າຂອງພຣະເຢຊູ ພວກເຂົາພາກັນສຳຫຼວດຈິດໃຈຂອງຕົນເອງ ເພື່ອເບິ່ງວ່າມີຄວາມຄິດທີ່ຕໍ່ຕ້ານພຣະເຢຊູ ຫຼືບໍ່.
ແລ້ວພວກສາວົກແຕ່ລະຄົນກໍເລີ່ມຖາມພຣະເຢຊູວ່າ: "ພຣະອົງເອີຍ! ແມ່ນຂ້ານ້ອຍບໍ?" ພວກເຂົາທັງໝົດໄດ້ຖາມພຣະເຢຊູ ເຫຼືອພຽງແຕ່ຢູດາເທົ່ານັ້ນທີ່ນັ່ງມິດງຽບຢູ່.
ມີສາວົກຄົນໜຶ່ງທີ່ນັ່ງໃກ້ພຣະເຢຊູ ແລະລາວໄດ້ຖາມພຣະອົງວ່າ: "ພຣະອົງເອີຍ! ຄົນນັ້ນແມ່ນໃຜ?"
ແລ້ວພຣະເຢຊູກໍກ່າວຕໍ່ພວກສາວົກອີກວ່າ: "ແມ່ນຄົນໜຶ່ງໃນພວກທ່ານສິບສອງຄົນນີ້ແຫລະ ຄືຜູ້ທີ່ຈ້ຳຮ່ວມຖ້ວຍດຽວກັນກັບເຮົາ."
ແຕ່ຢູດາບໍ່ໄດ້ຍິນສິ່ງທີ່ພຣະເຢຊູເວົ້າ. ເມື່ອລາວເຫັນວ່າ ພວກສາວົກທັງໝົດກໍາລັງເບິ່ງລາວຢູ່ ລາວກໍຖາມວ່າ: "ພຣະອົງເອີຍ! ແມ່ນຂ້ານ້ອຍບໍ?"
ພຣະເຢຊູຊົງຕອບລາວວ່າ: “ເຈົ້າໄດ້ເວົ້າເອງ.”
ແລ້ວພຣະອົງກໍກ່າວຕໍ່ລາວອີກວ່າ: "ຈົ່ງຟ້າວເຮັດ ສິ່ງທີ່ເຈົ້າກຳລັງຈະເຮັດນັ້ນສາ!" ເມື່ອຢູດາຮູ້ວ່າມີຄົນຮູ້ແຜນການຂອງລາວແລ້ວ ລາວກໍຍ່າງອອກໄປຈາກຫ້ອງທັນທີ ເພື່ອໄປດຳເນີນແຜນການຊົ່ວຮ້າຍຂອງລາວ.
ພຣະເຢຊູຢາກບອກໃຫ້ພວກສາວົກຮູ້ວ່າ ຢູ່ໃນທ່າມກາງພວກເຂົານັ້ນຈະມີຄົນໜຶ່ງທໍລະຍົດຕໍ່ພຣະອົງ ແຕ່ກໍບໍ່ມີສາວົກຄົນໃດເຂົ້າໃຈວ່າ ເປັນຫຍັງ ພຣະເຢຊູຈຶ່ງກ່າວຢ່າງນັ້ນກັບຢູດາ ແຕ່ເພາະວ່າ ຢູດາເປັນຜູ້ຖືຖົງເງິນ ສາວົກບາງຄົນຈຶ່ງຄິດວ່າ ພຣະເຢຊູບອກໃຫ້ຢູດາໄປຊື້ຂອງຈຳເປັນສຳລັບເທດສະການ ຫຼືໃຫ້ທານແກ່ຄົນຍາກຈົນ.
ໃນຂະນະດຽວກັນ ຢູດາໄດ້ຮີບແລ່ນໄປຫາພວກປະໂລຫິດຜູ້ທີ່ໄດ້ຈ່າຍເງິນໃຫ້ລາວຈຳນວນ 30 ຫລຽນ ເພື່ອທໍລະຍົດພຣະເຢຊູ ແລະກຽມມອບພຣະອົງໃຫ້ພວກເຂົາ.
ພຣະຄຳພີເດີມໄດ້ເວົ້າກ່ຽວກັບຢູດາ “ແລ້ວຂ້າພະເຈົ້າໄດ້ບອກພວກເຂົາວ່າ 'ຖ້າພວກທ່ານເຫັນດີ ຈົ່ງເອົາຄ່າຈ້າງໃຫ້ແກ່ເຮົາເທີ້ນ ຖ້າບໍ່ເຫັນດີກໍບໍ່ຕ້ອງເສຍ' ແລ້ວພວກເຂົາກໍໄດ້ຊັ່ງເງິນເປັນຄ່າຈ້າງເຮົາສາມສິບຫລຽນ” (ເຊກາຣີຢາ 11:12).
ນິໄສຂອງຢູດາ
ຢູດາ ອິດສະກາລິໂອດ ເປັນຄົນໜຶ່ງໃນຈຳນວນສາວົກສິບສອງຄົນຂອງພຣະເຢຊູ ແລະມີໜ້າທີ່ເປັນຜູ້ຖືຖົງເງິນ. ຕາມປົກກະຕິ ຢູດາເປັນຄົນມີນິໄສຮັກເງິນຮັກຄຳ ແຕ່ລາວກໍບໍ່ໄດ້ເປັນຄົນຊົ່ວຮ້າຍເຖິງຈຳຕ້ອງຂາຍພຣະເຢຊູ ເຊິ່ງເປັນອາຈານຂອງລາວເອງ. ແຕ່ຍ້ອນວ່າ ຢູດາໄດ້ປ່ອຍໃຫ້ຄວາມໂລບເຂົ້າມາເກາະກິນຢູ່ໃນຈິດໃຈຂອງລາວ ຈົນເປັນສາເຫດເຮັດໃຫ້ຊາຕານສາມາດເຂົ້າມາບົງການໃນຊີວິດຂອງລາວໄດ້. ລາວໃຫ້ການຮັກຊັບສົມບັດຂອງລາວສຳຄັນກວ່າຄວາມຮັກຂອງລາວທີ່ມີຕໍ່ພຣະເຢຊູ. ໂດຍການເປັນທາດຂອງຄວາມຊົ່ວຮ້າຍໃນເລື່ອງໃດໜຶ່ງ ລາວຈຶ່ງໄດ້ມອບຕົວເອງໃຫ້ແກ່ຊາຕານ ຈົນລາວໄດ້ເຮັດຄວາມບາບອັນຮ້າຍແຮງ. ຢູດາໄດ້ປືກສາກັບບັນດາຫົວໜ້າປະໂລຫິດ ແລະຖາມວ່າ: “ຖ້າຂ້ານ້ອຍມອບພຣະເຢຊູໃຫ້ພວກທ່ານ ພວກທ່ານຈະໃຫ້ຂ້ານ້ອຍຫຼາຍເທົ່າໃດ?” ພວກເຂົາດີໃຈຫຼາຍທີ່ໄດ້ຍິນເລື່ອງນີ້ ແລະພວກເຂົາໄດ້ເອົາເງິນສາມສິບຫລຽນໃຫ້ແກ່ຢູດາ. ຕັ້ງແຕ່ນັ້ນມາ ຢູດາໄດ້ຊອກຫາໂອກາດເພື່ອຈະມອບພຣະເຢຊູໃຫ້ພວກເຂົາເມື່ອບໍ່ມີປະຊາຊົນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 26:20-29; ມາລະໂກ 14:17-21; ລູກາ 22:19, 20; ໂຢຮັນ 13:21-30
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 72 ແລະ ອ້າງອີງຈາກປຶ້ມ "ເລື່ອງຂອງພຣະເຢຊູ" (ສະບັບພາສາໄທ) ໜ້າ 106-110 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ອ້າງອີງຈາກປຶ້ມ “ພຣະຄຳພີປະກອບພາບພາກພັນທະສັນຍາໃໝ່” (ສະບັບພາສາໄທ) ໜ້າ 95 ຂຽນໂດຍ Iva Hoth.
ພຣະເຢຊູກ່າວລ່ວງໜ້າວ່າຈະຖືກປະຕິເສດ
ເມື່ອຢູດາອອກຈາກຫ້ອງໄປແລ້ວ ທຸກໆຄົນກໍຮູ້ສຶກໂລ່ງໃຈ ໃບຫນ້າຂອງພຣະເຢຊູກໍສົດໃສຂຶ້ນ ແລະເງົາແຫ່ງຄວາມມືດກໍຖືກຍົກອອກໄປຈາກພວກສາວົກ. ພຣະເຢຊູມີຫຼາຍສິ່ງທີ່ຈະສົນທະນາກັບສາວົກຂອງພຣະອົງກ່ອນທີ່ພຣະອົງຈະຈາກພວກເຂົາໄປ. ພຣະອົງໄດ້ບອກພວກເຂົາກັບຄໍາເວົ້າສຸດທ້າຍຂອງພຣະອົງ ຄືຄຳເລົ່າໂລມ, ຄຳຕັກເຕືອນ ແລະການອະທິຖານ. ຄໍາເຫຼົ່ານີ້ ພວກສາວົກຈື່ໄດ້ຢູ່ໃນອະນາຄົດເມື່ອພວກເຂົາໄດ້ພົບກັບການທົດລອງ.
ແລ້ວພຣະເຢຊູກໍຊົງກ່າວຕໍ່ພວກສາວົກວ່າ: "ລູກທັງຫຼາຍຂອງເຮົາເອີຍ! ເຮົາຍັງຈະຢູ່ກັບພວກທ່ານອີກໜ້ອຍໜຶ່ງ ພວກທ່ານຈະຊອກຫາເຮົາ ແລະດັ່ງທີ່ເຮົາໄດ້ບອກກັບພວກຢິວແລ້ວວ່າ: 'ບ່ອນທີ່ເຮົາຈະໄປນັ້ນ ພວກທ່ານໄປບໍ່ໄດ້' ບັດນີ້ເຮົາກໍບອກພວກທ່ານເໝືອນກັນ. ເຮົາມອບພຣະບັນຍັດຂໍ້ໃໝ່ໃຫ້ພວກທ່ານຄື: 'ຈົ່ງຮັກເຊິ່ງກັນແລະກັນ. ເຮົາຮັກພວກທ່ານຢ່າງໃດ ພວກທ່ານກໍຈົ່ງຮັກເຊິ່ງກັນແລະກັນຢ່າງນັ້ນ. ຖ້າພວກທ່ານຮັກເຊິ່ງກັນແລະກັນ ທຸກຄົນກໍຈະຮູ້ວ່າພວກທ່ານເປັນສາວົກຂອງເຮົາ.'" ພຣະເຢຊູຢາກໃຫ້ພວກສາວົກຮູ້ວ່າພຣະອົງກຳລັງຈະກັບໄປຫາພຣະບິດາ ແລະຈະບໍ່ໄດ້ຢູ່ຄຽງຂ້າງພວກເຂົາອີກແລ້ວ
ເປໂຕຖາມພຣະເຢຊູວ່າ: "ພຣະອົງເອີຍ! ພຣະອົງຈະໄປໃສ?"
ພຣະເຢຊູຕອບເປໂຕວ່າ: "ບ່ອນທີ່ເຮົາກຳລັງຈະໄປນັ້ນ ທ່ານຈະຕາມໄປດຽວນີ້ບໍ່ໄດ້ ແຕ່ພາຍຫຼັງທ່ານຈະຕາມເຮົາໄປ"
ເປໂຕຖາມພຣະເຢຊູອີກວ່າ: "ພຣະອົງເອີຍ! ເປັນຫຍັງ ຂ້ານ້ອຍຈຶ່ງຕາມພຣະອົງໄປດຽວນີ້ບໍ່ໄດ້? ຂ້ານ້ອຍຈະສະຫຼະຊີວິດເພື່ອພຣະອົງ." ເປໂຕບໍ່ຮູ້ ແລະບໍ່ເຂົ້າໃຈວ່າພຣະເຢຊູຈະຕາຍ. ລາວຮັກພຣະອົງ ແລະຢາກເຮັດທຸກສິ່ງເພື່ອພຣະອົງ. ແຕ່ລາວບໍ່ໄດ້ລະນຶກເຖິງວ່າ ລາວຍັງບໍ່ພ້ອມທີ່ຈະຕາຍເພື່ອພຣະອົງ.
ພຣະເຢຊູຊົງຮູ້ວ່າໃນອະນາຄົດຂ້າງໜ້າຈະເກີດຫຍັງຂຶ້ນ ແລະພຣະອົງໄດ້ຕອບເປໂຕວ່າ: "ທ່ານຈະສະຫຼະຊີວິດຂອງທ່ານເພື່ອເຮົາແທ້ບໍ? ເຮົາບອກທ່ານຕາມຄວາມຈິງວ່າ 'ກ່ອນໄກ່ຂັນ ທ່ານຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ'"
ແຕ່ເປໂຕຍັງຕອບພຣະເຢຊູຢ້ຳອີກວ່າ: "ເຖິງແມ່ນວ່າ ຂ້ານ້ອຍຈະຕ້ອງຕາຍກັບທ່ານກໍຕາມ! ຂ້ານ້ອຍຈະບໍ່ມີວັນປະຕິເສດພຣະອົງ." ສ່ວນພວກສາວົກຄົນອື່ນໆ ຕ່າງກໍພາກັນເວົ້າເໝືອນກັນ.
ຄວາມຈິງແລ້ວ ພວກສາວົກໝັ້ນໃຈໃນຕົວເອງໂດຍບໍ່ໄດ້ເພິ່ງພາໃນພຣະເຈົ້າ. ພຣະເຢຊູຮູ້ວ່າ ເປໂຕບໍ່ໄດ້ມອບຫົວໃຈຂອງລາວທັງໝົດໃຫ້ພຣະເຈົ້າ. ດັ່ງນັ້ນ ຊາຕານຍັງຄົງສາມາດທົດລອງລາວໄດ້. ເປໂຕໄວ້ວາງໃຈໃນຕົວເອງ ແຕ່ບໍ່ໄດ້ເພິ່ງພາໃນພຣະເຈົ້າ. ລາວບໍ່ເຫັນຄວາມຕ້ອງການຂອງລາວທີ່ຈະຂໍກຳລັງຈາກພຣະເຈົ້າໂດຍຜ່ານທາງການອະທິຖານ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 26:31-35; ມາຣະໂກ 14:27-31; ລູກາ 22:31-34; ໂຢຮັນ 13:36-38.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 73 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູເປັນທາງໄປສູ່ພຣະບິດາ
ພວກສາວົກທຸກໃຈເມື່ອຮູ້ວ່າພຣະອາຈານຂອງພວກເຂົາຈະບໍ່ໄດ້ຢູ່ນຳພວກເຂົາອີກແລ້ວ. ສະນັ້ນ ພຣະເຢຊູຈຶ່ງໄດ້ປອບໃຈພວກສາວົກວ່າ: "ຢ່າໃຫ້ໃຈຂອງພວກທ່ານວຸ່ນວາຍໄປ ຈົ່ງວາງໃຈເຊື່ອພຣະເຈົ້າ ແລະຈົ່ງວາງໃຈເຊື່ອໃນເຮົາເໝືອນກັນ. ໃນຜາສາດ ພຣະບິດາຂອງເຮົາມີທີ່ຢູ່ຫຼາຍບ່ອນ ຖ້າບໍ່ມີເຮົາຄົງໄດ້ບອກພວກທ່ານແລ້ວ ເພາະເຮົາໄປຈັດແຈງບ່ອນໄວ້ສຳລັບທ່ານທັງຫຼາຍ. ເມື່ອເຮົາໄປຈັດຕຽມບ່ອນໄວ້ສຳລັບພວກທ່ານແລ້ວ ເຮົາຈະກັບຄືນມາຮັບເອົາພວກທ່ານໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ທີ່ໃດ ພວກທ່ານກໍຈະຢູ່ທີ່ນັ້ນເໝືອນກັນ."
ສາວົກຄົນໜຶ່ງຊື່ວ່າ ໂທມາ ໄດ້ຖາມພຣະເຢຊູວ່າ: "ພຣະອົງເອີຍ! ພວກຂ້ານ້ອຍບໍ່ຮູ້ວ່າທ່ານຈະໄປໃສ? ແລະພວກຂ້ານ້ອຍຈະຮູ້ຈັກທາງນັ້ນໄດ້ຢ່າງໃດ?"
ພຣະເຢຊູຕອບລາວວ່າ: "ເຮົານີ້ແຫລະ ເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ ນອກຈາກມາທາງເຮົາ. ບັດນີ້ ຖ້າທ່ານທັງຫຼາຍຮູ້ຈັກເຮົາແລ້ວ ແລະພວກທ່ານກໍຈະຮູ້ຈັກພຣະບິດາຂອງເຮົາເໝືອນກັນ ຕັ້ງແຕ່ນີ້ໄປພວກທ່ານຮູ້ຈັກພຣະອົງ ແລະໄດ້ເຫັນພຣະອົງແລ້ວ.”
ມີສາວົກຄົນໜຶ່ງຊື່ວ່າ ຟິລິບ ໄດ້ກ່າວຕໍ່ພຣະເຢຊູອີກວ່າ: "ພຣະອົງເອີຍ! ໂຜດໃຫ້ພວກຂ້ານ້ອຍໄດ້ເຫັນພຣະບິດາແດ່ທ້ອນ ແລ້ວພວກຂ້ານ້ອຍກໍພໍໃຈແລ້ວ"
ພຣະເຢຊູຕອບລາວວ່າ: "ຟິລິບເອີຍ! ເຮົາໄດ້ຢູ່ກັບພວກທ່ານຕັ້ງດົນນານ ແລະທ່ານຍັງບໍ່ຮູ້ຈັກເຮົາບໍ? ຜູ້ທີ່ໄດ້ເຫັນເຮົາກໍເຫັນພຣະບິດາ... ຖ້ອຍຄຳທີ່ເຮົາກ່າວກັບພວກທ່ານນັ້ນ ບໍ່ໄດ້ມາຈາກເຮົາເອງ ແຕ່ພຣະບິດາທີ່ຊົງສະຖິດຢູ່ໃນເຮົາກະທຳການຂອງພຣະອົງເອງ... ຖ້າພວກທ່ານບໍ່ເຊື່ອເຮົາ ກໍໃຫ້ເຊື່ອໃນພາລະກິດທີ່ເຮົາໄດ້ເຮັດນັ້ນ. ເຮົາບອກພວກທ່ານຕາມຄວາມຈິງວ່າ... ສິ່ງໃດທີ່ພວກທ່ານຈະຂໍໃນນາມຂອງເຮົາ ຝ່າຍເຮົາກໍຈະເຮັດສິ່ງນັ້ນ ເພື່ອວ່າພຣະບິດາຈະໄດ້ຮັບກຽດຕິຍົດແຫ່ງສະຫງ່າຣາສີໂດຍທາງພຣະບຸດ."
ພຣະເຢຊູຊົງກ່າວອີກວ່າ: "ຖ້າພວກທ່ານຮັກເຮົາ ພວກທ່ານກໍຈະເຊື່ອຟັງກົດບັນຍັດຂອງເຮົາ. ຝ່າຍເຮົາຈະທູນຂໍພຣະບິດາ ແລະພຣະອົງຈະຊົງປະທານຜູ້ຊ່ວຍອີກອົງໜຶ່ງໃຫ້ແກ່ພວກທ່ານ ເພື່ອຈະຢູ່ກັບພວກທ່ານຕະຫຼອດໄປເປັນນິດ. ຄືພຣະວິນຍານແຫ່ງຄວາມຈິງ... ຜູ້ທີ່ພຣະບິດາຈະໃຊ້ມາໃນນາມຂອງເຮົາ ອົງນີ້ແຫລະ ຈະຊົງສອນພວກທ່ານທຸກສິ່ງ ແລະຈະເຕືອນໃຫ້ພວກທ່ານລະນຶກເຖິງທຸກສິ່ງເຊິ່ງເຮົາໄດ້ບອກພວກທ່ານແລ້ວນັ້ນ... ເຮົາໄດ້ບອກເລື່ອງນີ້ແກ່ພວກທ່ານກ່ອນເຫດການນັ້ນຈະເກີດຂຶ້ນ ເພື່ອວ່າເມື່ອເຫດການນັ້ນເກີດຂຶ້ນແລ້ວ ພວກທ່ານຈະໄດ້ເຊື່ອ."
ຫຼັງຈາກນັ້ນ ພວກເຂົາກໍຮ້ອງເພງສັນລະເສີນພຣະເຈົ້າບົດໜຶ່ງ ແລ້ວພວກເຂົາກໍພາກັນອອກໄປຍັງສວນເຄັດເຊມາເນ ເຊິ່ງເປັນບ່ອນທີ່ພຣະອົງມັກໄປອະທິຖານເປັນປະຈຳ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ໂຢຮັນ 14:1-14.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 73 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ສວນເຄັດເຊມາເນ
ພຣະເຢຊູພ້ອມດ້ວຍສາວົກຂອງພຣະອົງໄດ້ຍ່າງມຸ່ງໜ້າໄປທີ່ສວນເຄັດເຊມາເນຢ່າງຊ້າໆ ທ່າມກາງເດືອນເຕັມດວງສ່ອງແສງສະຫວ່າງ ແລະທ້ອງຟ້າປາສະຈາກເມກເຝື້ອ. ໃນລະຫວ່າງທີ່ເດີນທາງໄປນັ້ນ ພຣະເຢຊູກໍໄດ້ສົນທະນາ ແລະສັ່ງສອນຫຼາຍໆເລື່ອງໃຫ້ແກ່ພວກສາວົກ. ແຕ່ພໍພວກເຂົາເດີນທາງມາໃກ້ຈະຮອດສວນເຄັດເຊມາເນນັ້ນ ພຣະເຢຊູກໍຊົງມິດງຽບຢ່າງໜ້າແປກໃຈ. ພວກສາວົກຕ່າງກໍພາກັນປະຫຼາດໃຈ ເພາະບໍ່ເຄີຍເຫັນອາຈານຂອງພວກເຂົາມີຄວາມໂສກເສົ້າ ແລະມິດງຽບແບບນີ້ມາກ່ອນເລີຍ. ໃນຂະນະທີ່ພວກເຂົາກຳລັງຍ່າງຕໍ່ໄປນັ້ນ ພຣະເຢຊູກໍຍິ່ງໂສກເສົ້າເພີ່ມຂຶ້ນ ຈົນພວກສາວົກຕ່າງກໍບໍ່ມີໃຜກ້າທີ່ຈະຖາມພຣະອົງເຖິງຄວາມໂສກເສົ້າຂອງພຣະອົງນີ້. ພຣະເຢຊູຊົງຮູ້ສຶກໂສກເສົ້າໜັກໃນຈິດໃຈຫຼາຍ ຈົນພຣະອົງຍ່າງໂຊເຊໄປມາຄືກັບວ່າຈະລົ້ມ. ສ່ວນພວກສາວົກຕ່າງກໍພາກັນເຂົ້າມາປະຄອງພຣະອົງເຖິງສອງຄັ້ງ.
ເມື່ອພວກເຂົາມາຮອດສວນເຄັດເຊມາເນ ພວກສາວົກກໍຊອກຫາບ່ອນພັກ ເພື່ອທີ່ຈະໃຫ້ພຣະອາຈານຂອງພວກເຂົາໄດ້ພັກຜ່ອນ. ແຕ່ພຣະເຢຊູຊົງບອກພວກສາວົກວ່າ: "ຈົ່ງນັ່ງຢູ່ທີ່ນີ້ ຂະນະທີ່ເຮົາໄປພາວະນາອະທິຖານໃນທີ່ນັ້ນ." ນອກຈາກນີ້ ພຣະເຢຊູຍັງໄດ້ບອກໃຫ້ພວກສາວົກອະທິຖານເພື່ອພວກເຂົາເອງ ແລະເພື່ອພຣະອົງອີກດ້ວຍ ແລ້ວພວກສາວົກກໍພາກັນພັກຢູ່ບໍລິເວນທາງເຂົ້າສວນ.
ພຣະເຢຊູໄດ້ເຂົ້າໄປໃນສວນເຄັດເຊມາເນພ້ອມທັງເອີ້ນເປໂຕ, ຢາໂກໂບ ແລະໂຢຮັນໄປກັບພຣະອົງ. ໃນຂະນະທີ່ພຣະເຢຊູຊົງຮູ້ສຶກໂສກເສົ້າໜັກໃນຈິດໃຈຫຼາຍຢູ່ນັ້ນ ພຣະອົງກໍໄດ້ກ່າວອອກມາວ່າ: "ຈິດໃຈຂອງເຮົາເປັນທຸກໜັກຫຼາຍ ແທບຈະຕາຍຢູ່ແລ້ວ. ຈົ່ງອະທິຖານຢູ່ທີ່ນີ້ ເພື່ອທ່ານທັງຫຼາຍຈະບໍ່ໄດ້ຕົກຢູ່ໃນການທົດລອງ." ແລ້ວສາວົກທັງສາມກໍນັ່ງພັກຢູ່ທີ່ນັ້ນ. ຈາກນັ້ນ ພຣະເຢຊູກໍສະເດັດໄປອີກໜ້ອຍໜຶ່ງ ແລະຊົງໝູບພຣະພັກ(ໜ້າ)ຂອງພຣະອົງລົງ ແລະອະທິຖານ.
ຄວາມໂສກເສົ້າຂອງພຣະເຢຊູທີ່ເກີນຈະພັນລະນາ
ສາເຫດທີ່ພຣະເຢຊູຊົງໂສກເສົ້າໜັກໃນຈິດໃຈຫຼາຍນັ້ນ. ຄວາມຈິງແລ້ວ ພຣະເຈົ້າໄດ້ວາງຄວາມບາບຂອງມະນຸດທົ່ວໂລກໄວ້ທີ່ພຣະເຢຊູ ເພາະເຖິງເວລາແຫ່ງຄວາມເມດຕາແລ້ວທີ່ພຣະບິດາຈະຊົງດຳເນີນແຜນການໄຖ່ຄວາມບາບອັນປະເສີດໃຫ້ແກ່ມະນຸດ ຕາມທີ່ພຣະອົງໄດ້ຊົງສັນຍາໄວ້ກັບອາດາມແລະເອວາ.
ບັດນີ້ ພຣະເຢຊູໄດ້ຖືກຕັດຂາດຈາກພຣະບິດາ ແລະຖືກຈັດເຂົ້າໄປຢູ່ຄືກັບຄົນບາບ. ຄວາມຜິດບາບຂອງມະນຸດທີ່ລົ້ມລົງໃນການຖືກທົດລອງນັ້ນ ພຣະອົງຈະຕ້ອງແບກຮັບເອົາໄວ້. ຄວາມຜິດຂອງເຮົາທັງໝົດໄດ້ວາງໄວ້ເທິງພຣະເຢຊູ ເພາະພຣະອົງຊົງເປັນລູກແກະປັດສະຄາ ແລະຈະຖວາຍຕົວເປັນເຄື່ອງບູຊາໃຫ້ພຣະບິດາ ເພື່ອໄຖ່ບາບໃຫ້ມະນຸດທົ່ວໂລກ. ພຣະເຢຊູຕ້ອງຈ່າຍໜີ້ສຳລັບຄວາມບາບຂອງມະນຸດຊາດທັງໝົດ ສຳລັບພຣະອົງຜູ້ທີ່ບໍ່ເຄີຍມີບາບ ເມື່ອມາຮັບເອົາພາລະທີ່ຈະຕ້ອງແບກຄວາມບາບຂອງມະນຸດນັ້ນ ພຣະອົງຊົງຮູ້ສຶກວ່າມັນໜັກຫຼາຍເກີນກວ່າທີ່ພຣະອົງຈະຮັບໄດ້ ແລະຄວາມຮູ້ສຶກຜິດບາບນີ້ ມັນຊ່າງໂຫດຮ້າຍຫຼາຍແທ້ໆ ຈົນພຣະອົງເກືອບຈະຄິດວ່າ ພຣະບິດາບໍ່ສາມາດທີ່ຈະຮັກພຣະອົງໄດ້ອີກ; ໃນຂະນະທີ່ພຣະເຢຊູຊົງຮູ້ສຶກເຖິງການຕໍ່ສູ້ລະຫວ່າງພຣະເຈົ້າ ແລະຄວາມບາບນັ້ນ ມັນຊ່າງໜ້າຢ້ານຫຼາຍ ຈົນພຣະອົງຊົງກ່າວອອກມາວ່າ: "ຈິດໃຈຂອງເຮົາເປັນທຸກໜັກຫຼາຍແທບຈະຕາຍຢູ່ແລ້ວ..."
ຢູ່ໃນສວນເຄັດເຊມາເນ ເບິ່ງຄືວ່າພຣະອົງຖືກຕັດຂາດອອກຈາກແສງສະຫວ່າງຂອງການສະຖິດຂອງພຣະເຈົ້າທີ່ຊົງອູບຊູຢູ່. ຕອນນີ້ ພຣະອົງຖືກນັບເຂົ້າໄປຢູ່ກັບຜູ້ລ່ວງລະເມີດ. ຄວາມຜິດຂອງມະນຸດທີ່ລົ້ມລົງໃນຄວາມບາບນັ້ນ ພຣະອົງຈະຕ້ອງແບກຮັບໄວ້. ຄວາມຜິດຂອງພວກເຮົາທັງໝົດຈະຕ້ອງວາງໄວ້ເທິງພຣະອົງ. ຄວາມບາບເປັນເລື່ອງທີ່ໜ້າຢ້ານສຳລັບພຣະອົງ ພາລະຄວາມຜິດທີ່ພຣະອົງຈະຕ້ອງແບກນັ້ນຍິ່ງໃຫຍ່ຫຼາຍ ຈົນພຣະອົງຖືກທົດລອງໃຫ້ຢ້ານກົວວ່າ ພຣະອົງຈະຖືກຂັດຂວາງອອກໄປຕະຫຼອດນິຣັນຈາກຄວາມຮັກຂອງພຣະບິດາ. ພຣະອົງຮູ້ສຶກວ່າ ຄວາມໂກດຮ້າຍຂອງພຣະເຈົ້າຕໍ່ການລ່ວງລະເມີດນັ້ນໜ້າຢ້ານຫຼາຍ ຈົນພຣະອົງກ່າວອອກມາວ່າ: "ຈິດໃຈຂອງເຮົາເປັນທຸກໜັກຫຼາຍແທບຈະຕາຍຢູ່ແລ້ວ."
ອ້າງອີງຈາກປຶ້ມ "ພຣະຄຳພີ" ມາຣະໂກ 14:32-34.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 74 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຄວາມທຸກທໍລະມານຂອງພຣະເຢຊູຢູ່ໃນສວນເຄັດເຊມາເນ
ໃນຂະນະທີ່ພຣະເຢຊູອະທິຖານ ເຊິ່ງຢູ່ບໍ່ຫ່າງໄກຫຼາຍຈາກພວກສາວົກນັ້ນ ພາຍໃຕ້ຄວາມທຸກທໍລະມານຂອງພາລະແຫ່ງຄວາມບາບ ແລະຄວາມຮູ້ສຶກເຖິງຄວາມບາບທີ່ກຳລັງແຍກພຣະອົງອອກຈາກພຣະບິດາ. ພຣະອົງຮູ້ສຶກວ່າ ຊ່ອງວ່າງລະຫວ່າງພຣະອົງກັບພຣະບິດານັ້ນ ຊ່າງກວ້າງໃຫຍ່, ມືດມົນ ແລະເລິກຫຼາຍ ຈົນເຮັດໃຫ້ຈິດວິນຍານຂອງພຣະອົງສັ່ນສະທ້ານຢ້ານກົວ. ນອກຈາກນີ້ ເມື່ອພຣະອົງຄິດເຖິງບັນດາສາວົກທີ່ພຣະອົງຊົງຮັກພວກເຂົາຫຼາຍທີ່ສຸດນັ້ນ ເຊິ່ງຄົນໜຶ່ງກໍກຳລັງຈະຄິດທໍລະຍົດພຣະອົງ, ອີກຄົນໜຶ່ງກໍຈະປະຕິເສດພຣະອົງ ແລະສ່ວນຄົນທີ່ເຫຼືອກໍຈະປະຖິ້ມພຣະອົງ. ຄວາມຄິດເຫຼົ່ານີ້ ມັນໄດ້ສຽບແທງຈິດວິນຍານຂອງພຣະອົງ. ແລະໃນການຕໍ່ສູ້ຝ່າຍຈິດວິນຍານນີ້ ມັນຊ່າງເປັນຕາຢ້ານ ແລະໂຫດຮ້າຍຫຼາຍ.
ພຣະເຢຊູຊົງໝອບລົງຢູ່ພື້ນດິນດ້ວຍຄວາມໂສກເສົ້າ ແລະຊົງໄຕ່ຕອງພິຈາລະນາເຖິງລາຄາທີ່ຈະຕ້ອງຊຳລະສຳລັບຈິດວິນຍານຂອງມະນຸດ. ໃນຂະນະທີ່ຢູ່ພາຍໃຕ້ຄວາມທົນທຸກທໍລະມານນັ້ນ ເມັດນ້ຳໝອກໃນຍາມກາງຄືນຈາກກິ່ງໄມ້ທີ່ມີໃບໄມ້ແໜ້ນໜ້າ ໄດ້ໄຫຼຕົກລົງມາໃສ່ຮ່າງກາຍຂອງພຣະເຢຊູ ຄືກັບວ່າທຳມະຊາດໄດ້ຮ້ອງໄຫ້ສຳລັບພຣະອົງຜູ້ຊົງເປັນພຣະເຈົ້າທີ່ກຳລັງຕໍ່ສູ້ກັບອຳນາດຂອງຄວາມບາບຢູ່ຄົນດຽວ.
ແລ້ວພຣະເຢຊູກໍໄດ້ອະທິຖານຕໍ່ພຣະບິດາດ້ວຍສຽງທີ່ຮ້ອງໄຫ້ໂສກເສົ້າໃຈວ່າ: "ໂອ! ພຣະບິດາຂອງລູກເອີຍ ຖ້າເປັນໄປໄດ້ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນພົ້ນໄປຈາກລູກທ້ອນ. ແຕ່ເຖິງຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມໃຈປາຖະໜາຂອງລູກ ແຕ່ໃຫ້ເປັນໄປຕາມຄວາມຕ້ອງການຂອງພຣະອົງ."
ດ້ວຍຄວາມເຈັບປວດ ພຣະເຢຊູຊົງພະຍາຍາມລຸກຂຶ້ນໄປຫາພວກສາວົກ ຫວັງທີ່ຈະໄດ້ຍິນຄຳປອບໃຈ ແລະກຳລັງໃຈຈາກພວກເຂົາ. ພຣະອົງຊົງຍ່າງໂຊເຊໄປມາໃນສະພາບທີ່ອ່ອນເພຍ ເພື່ອທີ່ຈະມາຫາສາວົກທັງສາມ. ແຕ່ພໍມາຮອດ ພຣະອົງຊົງເຫັນພວກເຂົານອນຫຼັບຢູ່. ສຽງຂອງພຣະອົງເຮັດໃຫ້ພວກສາວົກຕື່ນ ແຕ່ພວກເຂົາກໍຍັງເຫງົານອນຢູ່ ແລະເກືອບຈະຈື່ພຣະອົງບໍ່ໄດ້ ເພາະຄວາມເຈັບປວດໄດ້ປ່ຽນໃບໜ້າຂອງພຣະອົງໄປຫຼາຍ. ແຕ່ພຣະອົງກໍບໍ່ໄດ້ຕຳໜິຕິຕຽນພວກເຂົາ ກົງກັນຂ້າມ ພຣະອົງຊົງສົງສານເຖິງຄວາມອ່ອນແອຂອງພວກເຂົາ ແລະຢ້ານວ່າ ພວກເຂົາຈະແພ້ຕໍ່ການທົດລອງ ເຊິ່ງຈະເກີດຂຶ້ນໃນລະຫວ່າງການພິຈາລະນາຄະດີຂອງພຣະອົງ (ສານພິຈາລະນາຄະດີ) ແລະການຖືກຄຶງເທິງໄມ້ກາງແຂນ. ແລ້ວພຣະເຢຊູກໍກ່າວຕໍ່ເປໂຕວ່າ: "ເປັນຈັງໃດ ພວກທ່ານຈຶ່ງບໍ່ສາມາດເຝົ້າຄອຍຢູ່ກັບເຮົາໄດ້ ແມ່ນແຕ່ຊົ່ວໂມງດຽວ? ຈົ່ງເຝົ້າລະວັງ ແລະພາວະນາອະທິຖານຢູ່ ເພື່ອພວກທ່ານຈະບໍ່ຕົກໃນການທົດລອງ. ຈິດໃຈພ້ອມຢູ່ແລ້ວກໍຈິງ ແຕ່ຮ່າງກາຍກໍອ່ອນແຮງ." ພວກສາວົກບໍ່ຮູ້ວ່າ ພຣະເຢຊູກຳລັງທົນທຸກທໍລະມານເພາະຄວາມບາບຂອງມະນຸດ ແລະຕ້ອງຕາຍຍ້ອນຄວາມບາບນັ້ນ. ສະນັ້ນ ພວກເຂົາຈຶ່ງພາກັນນອນຫຼັບອີກ ໂດຍບໍ່ໄດ້ເອົາໃຈໃສ່ກັບຄຳຕັກເຕືອນ ແລະບໍ່ໄດ້ລະນຶກເຖິງຄວາມຈຳເປັນທີ່ຈະຕ້ອງເຝົ້າລະວັງ ແລະອະທິຖານ.
ແລ້ວພຣະເຢຊູກໍຍ່າງໂຊເຊກັບໄປອະທິຖານຢູ່ບ່ອນເກົ່າອີກ. ໃນການກັບໄປອະທິຖານເທື່ອທີສອງນີ້ ຄວາມທຸກທໍລະມານໄດ້ເຂົ້າມາປົກຄຸມພຣະອົງໄວ້ ແລະພຣະອົງຊົງມີຄວາມທຸກທໍລະມານຫຼາຍຂຶ້ນກວ່າເກົ່າ. ເມື່ອຄວາມທຸກທໍລະມານທາງຈິດວິນຍານເພີ່ມຫຼາຍຂຶ້ນນັ້ນ ພຣະອົງກໍຍິ່ງອະທິຖານຕໍ່ພຣະບິດາຫຼາຍຂຶ້ນ.
ພຣະເຢຊູຊົງອະທິຖານຕໍ່ພຣະບິດາດ້ວຍສຽງທີ່ເຕັມໄປດ້ວຍຄວາມທຸກວ່າ: "ໂອ! ພຣະບິດາຂອງລູກເອີຍ ຖ້າລູກຈຳເປັນຕ້ອງດື່ມຈອກແຫ່ງຄວາມທົນທຸກທໍລະມານນີ້ ກໍໃຫ້ເປັນໄປຕາມຄວາມຕ້ອງການຂອງພຣະອົງເທີ້ນ." ຄວາມທຸກທໍລະມານໃນຂະນະທີ່ອະທິຖານຄັ້ງນີ້ ໄດ້ເຮັດໃຫ້ເລືອດປົນກັບເຫື່ອໄຫຼຕົກລົງດິນເປັນເມັດໃຫຍ່ ຈົນໃບໜ້າຂອງພຣະອົງເຕັມໄປດ້ວຍເຫື່ອເລືອດ. ພຣະພັກ ແລະພຣະກາຍຂອງພຣະອົງໄດ້ຮັບຄວາມທຸກທໍລະມານຫຼາຍເກີນກວ່າມະນຸດຄົນໃດ.
ຫຼັງຈາກອະທິຖານແລ້ວ ພຣະເຢຊູກໍໄດ້ກັບມາຫາພວກສາວົກອີກຄັ້ງໜຶ່ງ ເພື່ອຢາກໄດ້ຄຳປອບໃຈມາຂັບໄລ່ຄວາມທຸກໂສກມືດມົນນີ້ອອກໄປ. ແຕ່ພໍມາຮອດ ພຣະອົງກໍຍັງຄົງເຫັນພວກເຂົານອນຫຼັບຢູ່ຄືເກົ່າ. ພວກສາວົກບໍ່ອາດຈະມືນຕາຂຶ້ນມາໄດ້ເລີຍ ແລະພວກເຂົາກໍບໍ່ຮູ້ວ່າຈະເວົ້າຢ່າງໃດ.
ພຣະເຢຊູຊົງປ່ອຍພວກສາວົກໄວ້ຢູ່ທີ່ນັ້ນ ແລະພຣະອົງໄດ້ກັບໄປອະທິຖານເປັນຄັ້ງທີສາມ. ໃນຄັ້ງນີ້ ຄວາມມືດອັນຍິ່ງໃຫຍ່ທີ່ໜ້າຢ້ານກົວໄດ້ປົກຄຸມພຣະອົງເອົາໄວ້. ໃນຄວາມເປັນມະນຸດຂອງພຣະອົງສັ່ນສະທ້ານຢ້ານກົວຫຼາຍ ເພາະວ່າເຖິງເວລາກຳນົດຊາຕາກຳຂອງໂລກ ແລະມະນຸດແລ້ວ ເຊິ່ງພຣະອົງຈະຕ້ອງໄດ້ເລືອກວ່າ ຈະດື່ມຈອກແຫ່ງຄວາມທຸກທໍລະມານ ຫຼືຈະປະຕິເສດບໍ່ດື່ມ (ຄືພຣະອົງຈະຮັບເອົາໂທດຂອງຄວາມບາບຂອງມະນຸດ ຫຼືຈະປະຕິເສດບໍ່ຊ່ວຍເຫຼືອມະນຸດ.) ແລ້ວພຣະເຢຊູກໍໄດ້ອະທິຖານເປັນຄັ້ງທີສາມວ່າ: "ໂອ! ພຣະບິດາຂອງລູກເອີຍ ຖ້າລູກຈຳເປັນຕ້ອງດື່ມຈອກແຫ່ງຄວາມທົນທຸກທໍລະມານນີ້ ກໍໃຫ້ເປັນໄປຕາມຄວາມຕ້ອງການຂອງພຣະອົງເທີ້ນ." ໃນຄັ້ງທີສາມນີ້ ພຣະເຢຊູຮູ້ສຶກເຖິງຄວາມຢ້ານກົວຫຼາຍ ເພາະພຣະອົງຢ້ານວ່າໃນສະພາບຄວາມເປັນມະນຸດຂອງພຣະອົງນີ້ຈະບໍ່ສາມາດທົນຕໍ່ການທົດລອງໄດ້.
ໃນຂະນະທີ່ພຣະເຢຊູຊົງທົນທຸກທໍລະມານຢູ່ຄົນດຽວ ພຣະບິດາກໍຊົງທົນທຸກເໝືອນກັບພຣະອົງ ລວມທັງບັນດາທູດສະຫວັນຕ່າງກໍພາກັນເຝົ້າແນມເບິ່ງດ້ວຍຄວາມໂສກເສົ້າ ແລະຢູ່ເທິງສະຫວັນກໍມີແຕ່ຄວາມງຽບບໍ່ມີສຽງພິນ. ໃນເວລານັ້ນ ພາບປະຫວັດສາດຂອງມະນຸດທົ່ວໂລກ ກໍໄດ້ຜ່ານເຂົ້າມາປາກົດຢູ່ຕໍ່ໜ້າຂອງພຣະເຢຊູ. ພຣະອົງຊົງເຫັນເຖິງຄວາມສິ້ນຫວັງຂອງມະນຸດ ຊົງເຫັນອຳນາດຂອງຄວາມບາບທີ່ມີຕໍ່ມະນຸດ ແລະຊົງເຫັນຄວາມພິນາດຂອງໂລກນີ້. ພຣະເຢຊູຊົງເຫັນຊາຕາກຳຂອງມະນຸດ ຖ້າພຣະອົງປ່ອຍມະນຸດຄົນບາບໃຫ້ຢູ່ດ້ວຍຕົວຂອງພວກເຂົາເອງ ພວກເຂົາຈະຕ້ອງພິນາດຢ່າງແນ່ນອນ ເພາະພວກເຂົາຊ່ວຍຕົວເອງບໍ່ໄດ້.
ໃນທີ່ສຸດ ພຣະເຢຊູກໍໄດ້ຕັດສິນໃຈຢ່າງເດັດຂາດວ່າ ຈະຊ່ວຍເຫຼືອມະນຸດຄົນບາບ ບໍ່ວ່າຈະຕ້ອງເສຍຫຍັງໄປກໍຕາມ ເພາະພຣະອົງຊົງຈາກຟ້າສະຫວັນມາບັງເກີດເປັນມະນຸດ ກໍເພື່ອມາຊ່ວຍແກະໂຕດຽວທີ່ຫຼົງຫາຍໄປ ຄືໂລກດວງດຽວທີ່ລົ້ມລົງສູ່ຄວາມບາບໂດຍການບໍ່ເຊື່ອຟັງພຣະເຈົ້າ. ແຕ່ພຣະເຈົ້າໄດ້ໃຫ້ມະນຸດກັບຄືນມາຫາພຣະອົງໂດຍທາງພຣະເຢຊູ ແລະໂດຍທາງພຣະອົງນີ້ແຫລະ! ຄົນເປັນລ້ານໆທີ່ກຳລັງຈະພິນາດນັ້ນ ຈະໄດ້ຮັບຊີວິດນິລັນດອນ.
ແລ້ວພຣະເຢຊູກໍໄດ້ອະທິຖານຕໍ່ພຣະເຈົ້າດ້ວຍການຊົງຍອມທຸກຢ່າງວ່າ: "ພຣະບິດາຂອງລູກເອີຍ! ຖ້າລູກຈຳເປັນຕ້ອງດື່ມຈອກແຫ່ງຄວາມທົນທຸກທໍລະມານນີ້ ກໍໃຫ້ເປັນໄປຕາມຄວາມຕ້ອງການຂອງພຣະອົງເທີ້ນ."
ເມື່ອພຣະເຢຊູຕັດສິນໃຈທີ່ຈະຊ່ວຍມະນຸດແລ້ວ ພຣະອົງກໍໄດ້ລຸກຢືນຂຶ້ນໃນສະພາບທີ່ອ່ອນເພຍ ແຕ່ໃນຂະນະທີ່ລຸກຂຶ້ນນັ້ນ ພຣະອົງກໍໄດ້ລົ້ມໝົດແຮງລົງຢູ່ພື້ນດິນທີ່ກຳລັງຈະຕາຍ. ສ່ວນພວກສາວົກກໍບໍ່ໄດ້ຢູ່ທີ່ນັ້ນເພື່ອຈະຊ່ວຍເຫຼືອພຣະອົງ.
ແຕ່ໃນທັນໃດນັ້ນ ກໍມີທູດສະຫວັນອົງໜຶ່ງໄດ້ມາຫາພຣະເຢຊູຕາມຄຳສັ່ງຂອງພຣະບິດາ ເພື່ອມາໃຫ້ກຳລັງໃຈພຣະອົງ. ແສງສະຫວ່າງໄດ້ອ້ອມຮອບພຣະເຢຊູເອົາໄວ້ ແລະທູດສະຫວັນໄດ້ຊົງປະຄອງພຣະອົງຂຶ້ນ ແລະຊີ້ມືຂຶ້ນໄປເທິງສະຫວັນ. ທູດສະຫວັນໄດ້ບອກພຣະອົງວ່າ ພຣະອົງໄດ້ຮັບໄຊຊະນະຕໍ່ຊາຕານແລ້ວ ແລະຄົນເປັນຈຳນວນຫຼວງຫຼາຍກໍຈະໄດ້ຮັບໄຊຊະນະເພາະພຣະອົງ. ແລ້ວຄວາມທໍ້ແທ້ໃນໃຈຂອງພຣະເຢຊູກໍໄດ້ຫາຍໄປ.
ຫຼັງຈາກທູດສະຫວັນໄດ້ຈາກໄປແລ້ວ ພຣະເຢຊູກໍໄດ້ຍ່າງໄປຫາພວກສາວົກ ແລະກໍເຫັນອີກແລ້ວທີ່ພວກເຂົາພາກັນນອນຫຼັບ. ພຣະເຢຊູຊົງແນມເບິ່ງພວກເຂົາດ້ວຍຄວາມໂສກເສົ້າໃຈ ແລະກ່າວຕໍ່ພວກເຂົາວ່າ: "ພວກທ່ານຍັງພັກຜ່ອນນອນຫລັບຢູ່ບໍ? ພໍສາ ເວລາມາເຖິງແລ້ວ ເບິ່ງແມ! ບຸດມະນຸດກຳລັງຈະຖືກມອບໄວ້ໃນກຳມືຂອງຄົນບາບທັງຫຼາຍ." ໃນຂະນະທີ່ພຣະອົງຊົງກ່າວຕໍ່ພວກສາວົກຢູ່ນັ້ນ ພຣະອົງກໍໄດ້ຍິນສຽງຝູງຊົນທີ່ກຳລັງຈະມາຈັບພຣະອົງ. ແລ້ວພຣະອົງກໍໄດ້ກ່າວຕໍ່ພວກສາວົກອີກວ່າ: "ຈົ່ງລຸກຂຶ້ນ ພາກັນໄປເທາະ ເບິ່ງແມ! ຄົນທີ່ຈະມອບເຮົາໄວ້ກໍມາທີ່ນີ້ແລ້ວ." ຈາກນັ້ນ ພຣະເຢຊູກັບພວກສາວົກທັງສາມກໍໄດ້ພາກັນຍ່າງອອກໄປຫາຝູງຊົນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 26:39-46; ມາຣະໂກ 14:35-42; ລູກາ 22:39-46; ໂຢຮັນ 18:1
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 74 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຖືກຈັບ
ຝູງຊົນທີ່ກຳລັງຈະມາຈັບພຣະເຢຊູນັ້ນ ກໍມີພວກທະຫານໂຣມ ແລະພວກເຈົ້າໜ້າທີ່ຂອງພວກປະໂລຫິດກັບຟາລິຊາຍໃຊ້ມາ. ພວກເຂົາຖືດາບ, ຖືໄມ້ຄ້ອນ, ຖືໂຄມໄຟ ແລະຖືກະບອງມາພ້ອມ ເຊິ່ງນຳພາໂດຍຢູດາ. ຢູດາຮູ້ຈັກສວນເຄັດເຊມາເນ ເພາະພຣະເຢຊູໄດ້ປະຊຸມກັບພວກສາວົກຢູ່ທີ່ນີ້ຫຼາຍເທື່ອແລ້ວ. ຢູດາເວົ້າກັບຝູງຊົນວ່າ: "ຜູ້ໃດທີ່ຂ້ອຍຈູບ ແມ່ນຜູ້ນັ້ນແຫລະທີ່ພວກເຈົ້າຕ້ອງການ; ຈົ່ງຈັບຄຸມໄວ້." ແລ້ວພວກເຂົາກໍໄດ້ມຸ່ງໜ້າຍ່າງໄປທີ່ສວນເຄັດເຊມາເນ.
ພຣະເຢຊູຊົງຮູ້ທຸກສິ່ງທີ່ກຳລັງຈະເກີດຂຶ້ນ. ດັ່ງນັ້ນ ພຣະອົງຈຶ່ງຍ່າງອອກໄປພົບກັບຝູງຊົນ ແຕ່ໃບໜ້າຂອງພຣະອົງກໍບໍ່ໄດ້ປາກົດມີຮ່ອງຮອຍຂອງຄວາມທຸກທໍລະມານໃຈທີ່ພຣະອົງໄດ້ປະສົບມາກ່ອນ. ພຣະອົງຊົງຢືນຢູ່ກັບພວກສາວົກ ແລະກ່າວຕໍ່ຝູງຊົນວ່າ: "ທ່ານທັງຫຼາຍມາຫາໃຜ?"
ພວກເຂົາຕອບພຣະອົງວ່າ: "ມາຫາເຢຊູ ໄທນາຊາເຣັດ."
ພຣະເຢຊູກ່າວຕໍ່ພວກເຂົາວ່າ: "ເຮົາເປັນຜູ້ນັ້ນແຫລະ."
ທັນໃດນັ້ນ ທູດສະຫວັນກໍໄດ້ເຂົ້າມາຢູ່ລະຫວ່າງພຣະເຢຊູກັບຝູງຊົນ. ແສງລັດສະໝີຂອງພຣະເຈົ້າໄດ້ສ່ອງເທິງໃບໜ້າຂອງພຣະເຢຊູ ແລະມີເງົາເໝືອນນົກເຂົາຢູ່ເໜືອພຣະອົງ. ຂະນະທີ່ແສງລັດສະເໝີປາກົດຢູ່ທີ່ພຣະເຢຊູນັ້ນ ພວກຝູງຊົນຕ່າງກໍພາກັນຖອຍຫຼັງ ແລະລົ້ມລົງນອນຢູ່ພື້ນດິນຄືກັບຄົນຕາຍ. ສ່ວນພວກສາວົກພາກັນແນມເບິ່ງດ້ວຍຄວາມປະຫຼາດໃຈ ແລະຢ້ານຢຳເກງ ຈົນເວົ້າຫຍັງບໍ່ອອກ. ແລ້ວທູດສະຫວັນ ແລະແສງລັດສະໝີຂອງພຣະເຈົ້າກໍໄດ້ຫາຍໄປ. ພວກຝູງຊົນກໍພາກັນລຸກຂຶ້ນ ພ້ອມທັງລະອາຍໃຈໃນຄວາມອ່ອນແອຂອງພວກເຂົາ. ພວກເຂົາຕ່າງກໍພາກັນຢືນອ້ອມລ້ອມພຣະເຢຊູໄວ້ ເພາະຢ້ານວ່າພຣະອົງຈະໜີໄປ.
ແລ້ວພຣະເຢຊູກໍໄດ້ຖາມຝູງຊົນອີກວ່າ: "ທ່ານທັງຫຼາຍມາຫາໃຜ?"
ພວກເຂົາກໍຕອບພຣະອົງວ່າ: "ມາຫາເຢຊູ ໄທນາຊາເຣັດ."
ພຣະເຢຊູຕອບພວກເຂົາວ່າ: "ເຮົາບອກທ່ານແລ້ວວ່າ ເຮົາເປັນຜູ້ນັ້ນ." ແລ້ວພຣະເຢຊູກໍຊີ້ໄປຫາພວກສາວົກ ແລະກ່າວຕໍ່ຝູງຊົນອີກວ່າ: "ຖ້າທ່ານຊອກຫາເຮົາກໍຈົ່ງປ່ອຍຄົນເຫຼົ່ານີ້ໄປ." ພຣະເຢຊູຮູ້ວ່າຄວາມເຊື່ອຂອງພວກສາວົກນັ້ນອ່ອນແອຫຼາຍ ແລະພຣະອົງຢາກປົກປ້ອງພວກເຂົາອອກຈາກການທົດລອງ ໂດຍບໍ່ຢາກໃຫ້ພວກເຂົາຕ້ອງມາທົນທຸກທໍລະມານ ຫຼືຕ້ອງຕາຍຄືກັນກັບພຣະອົງ.
ແລ້ວຢູດາກໍໄດ້ເຂົ້າມາຫາພຣະເຢຊູ ໂດຍເວົ້າວ່າ: "ອາຈານເອີຍ" ແລະລາວກໍຈູບພຣະອົງ.
ພຣະເຢຊູກ່າວຕໍ່ລາວວ່າ: "ຢູດາເອີຍ! ທ່ານຈະມອບບຸດມະນຸດດ້ວຍການຈູບບໍ?"
ເມື່ອພວກທະຫານເຫັນວ່າຢູດາສາມາດເຂົ້າມາໃກ້ກັບພຣະເຢຊູໄດ້ ພວກເຂົາຈຶ່ງພາກັນເຂົ້າມາຈັບພຣະອົງ. ເມື່ອເປໂຕເຫັນແນວນັ້ນ ລາວຈຶ່ງເຂົ້າໄປປົກປ້ອງພຣະອົງໂດຍການເອົາດາບໄປຟັນຜູ້ຮັບໃຊ້ຂອງພວກປະໂລຫິດຖືກຫູເບື້ອງຂວາຂາດ.
ພຣະເຢຊູໄດ້ກ່າວຕໍ່ເປໂຕວ່າ: "ຢຸດດຽວນີ້!" ແລ້ວພຣະອົງກໍບາຍຫູຂອງຊາຍຄົນນັ້ນ ແລະຫູຂອງລາວກໍຖືກຮັກສາໃຫ້ຫາຍດີ. ພຣະເຢຊູໄດ້ກ່າວຕໍ່ເປໂຕອີກວ່າ: "ຈົ່ງເອົາດາບຂອງເຈົ້າໃສ່ຝັກໄວ້ສາ! ຜູ້ທີ່ໃຊ້ດາບ ກໍລ້ວນແລ້ວແຕ່ຈະຕາຍດ້ວຍດາບທັງນັ້ນ. ເຈົ້າບໍ່ຮູ້ບໍວ່າ ເຮົາເອີ້ນຫາພຣະບິດາຂອງເຮົາໃຫ້ຊ່ວຍເຫຼືອໄດ້ ແລະໃນທັນທີ ພຣະອົງຈະໃຊ້ບັນດາທູດສະຫວັນຫຼາຍກວ່າສິບສອງກອງທັບມາຊ່ວຍເຮົາ. ແຕ່ຖ້າວ່າເປັນຢ່າງນັ້ນ ແລ້ວຕາມທີ່ພຣະຄຳພີໄດ້ກ່າວເອົາໄວ້ເດ! ມັນຈະສຳເລັດໄດ້ຢ່າງໃດ?. ເຈົ້າຄິດວ່າເຮົາຈະບໍ່ດື່ມຈອກແຫ່ງຄວາມທຸກທໍລະມານທີ່ພຣະບິດາໄດ້ມອບໃຫ້ເຮົານັ້ນບໍ?"
ພຣະເຢຊູຫັນໜ້າໄປຫາຝູງຊົນ ແລະກ່າວວ່າ: "ພວກທ່ານຖືດາບຖືໄມ້ຄ້ອນມາຈັບເຮົາ ເໝືອນດັ່ງຈັບໂຈນຊັ້ນບໍ? ເຮົາໄດ້ນັ່ງສັ່ງສອນຢູ່ທີ່ພຣະວິຫານທຸກໆມື້ ເປັນຫຍັງ ພວກທ່ານຈຶ່ງບໍ່ຈັບ? ແຕ່ເຫດການທັງໝົດນີ້ໄດ້ເກີດຂຶ້ນກໍເພື່ອໃຫ້ເປັນຈິງ ຕາມທີ່ໄດ້ກ່າວເອົາໄວ້ໃນພຣະຄຳພີ."
ແລ້ວພວກທະຫານກໍໄດ້ເຂົ້າມາຈັບ ແລະມັດມືຂອງພຣະເຢຊູໄວ້. ເມື່ອພວກສາວົກເຫັນແນວນັ້ນກໍພາກັນຕົກໃຈຫຼາຍ ແລະບໍ່ເຂົ້າໃຈວ່າ ເປັນຫຍັງພຣະອົງຈຶ່ງຍອມປ່ອຍໃຫ້ພວກທະຫານເຂົ້າມາຈັບ. ດ້ວຍຄວາມຢ້ານ ເປໂຕຈຶ່ງບອກໃຫ້ສາວົກຄົນອື່ນໆຊ່ວຍເຫຼືອຕົນເອງ. ແລ້ວບັນດາສາວົກຈຶ່ງພາກັນແລ່ນໜີປະຖິ້ມພຣະເຢຊູໄປໝົດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 26:47-56; ມາຣະໂກ 14:43-54; ລູກາ 22:47-53; ໂຢຮັນ 18:1-12.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 74 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ອັນນາສອບສວນພຣະເຢຊູ
ພວກທະຫານໂຣມ ແລະພວກເຈົ້າໜ້າທີ່ໄດ້ພາພຣະເຢຊູໄປເຮືອນຂອງອັນນາ. ອັນນາເປັນຜູ້ອາວຸໂສໃນຄອບຄົວຂອງມະຫາປະໂລຫິດ ແຕ່ດຽວນີ້ຕຳແໜ່ງຂອງເພິ່ນໄດ້ໃຫ້ລູກເຂີຍຊື່ວ່າ 'ກາຢະຟາ' ສືບທອດແທນເພິ່ນ. ອັນນາເປັນຜູ້ທີ່ມີຊື່ສຽງໃນສັງຄົມ ແລະຜູ້ນຳສາສະໜາຫຼາຍຄົນຖືວ່າ ຄຳແນະນຳຂອງອັນນາເປັນພຣະສຸລະສຽງຂອງພຣະເຈົ້າ ແລະປະຊາຊົນກໍໃຫ້ການເຄົາລົບນັບຖືອັນນາຫຼາຍກວ່າກາຢະຟາ. ອັນນາຕ້ອງການສອບສວນນັກໂທດ ເພາະລາວແລະຜູ້ນຳສາສະໜາຫຼາຍຄົນຢ້ານວ່າກາຢະຟາຈະຕັດສິນລົງໂທດພຣະເຢຊູບໍ່ໄດ້. ສະນັ້ນ ພວກເຂົາຈຶ່ງຕ້ອງໃຫ້ອັນນາສອບສວນພຣະເຢຊູ ເພື່ອຫວັງວ່າຈະໄດ້ພະຍານຫຼັກຖານທີ່ຈະຟ້ອງຮ້ອງຈັບຜິດພຣະອົງ.
ພາຍໃຕ້ການປົກຄອງຂອງໂຣມ ຊາວຢິວບໍ່ສາມາດຕັດສິນລົງໂທດຄົນໃດໃຫ້ເຖິງແກ່ຄວາມຕາຍ. ພວກເຂົາພຽງແຕ່ສາມາດສອບສວນ ແລະສະຫຼຸບຄວາມຜິດຂອງນັກໂທດ ແລ້ວຂໍອະນຸມັດຈາກເຈົ້າໜ້າທີ່ໂຣມ ເພື່ອເປັນການຕັດສິນຂັ້ນສຸດທ້າຍໃນການພິພາກສາ. ເພາະສະນັ້ນ ຈໍາເປັນທີ່ຈະຕ້ອງກ່າວຫາໃສ່ໂທດພຣະເຢຊູ ເພື່ອຊາວໂຣມຈະໄດ້ພິຈາລະນາວ່າມີຄວາມຜິດທີ່ສົມຄວນຈະຖືກປະຫານຊີວິດ.
ພວກປະໂລຫິດ ແລະພວກຜູ້ນຳສາສະໜາຢາກສ້າງຂໍ້ກ່າວຫາໃສ່ໂທດພຣະເຢຊູ ເພື່ອວ່າພຣະອົງຈະໄດ້ຮັບໂທດປະຫານຊີວິດ. ຖ້າພວກເຂົາສາມາດພິສູດໄດ້ວ່າພຣະເຢຊູເປັນຜູ້ໝິ່ນປະໝາດ ຊາວຢິວກໍຈະຕັດສິນລົງໂທດພຣະອົງ ແຕ່ລັດຖະບານໂຣມຈະບໍ່ສົນໃຈໃນເລື່ອງນີ້. ສະນັ້ນ ຖ້າວ່າພວກເຂົາສາມາດສ້າງຂໍ້ກ່າວຫາໃສ່ໂທດພຣະອົງໃນຖານະກໍ່ການກະບົດ ມັນກໍຈະແນ່ໃຈໃນການລົງໂທດຂອງພຣະອົງໂດຍລັດຖະບານໂຣມ. ດັ່ງນັ້ນ ອັນນາຈຶ່ງພະຍາຍາມສ້າງຂໍ້ກ່າວຫາໃສ່ໂທດພຣະເຢຊູສໍາລັບການກະບົດຕໍ່ລັດຖະບານກ່ອນ ເພື່ອຈະໄດ້ລົງໂທດພຣະອົງ.
ຢູ່ທີ່ເຮືອນຂອງອັນນາກໍມີການສອບສວນເບື້ອງຕົ້ນ. ພວກເຈົ້າໜ້າທີ່ຂອງພວກປະໂລຫິດກັບຟາລິຊາຍຜູ້ທີ່ຕໍ່ຕ້ານພຣະເຢຊູໄດ້ລວມຕົວກັນ. ແຕ່ມີບາງປະໂລຫິດ ແລະຜູ້ນຳສາສະໜາບາງຄົນທີ່ເຊື່ອໃນພຣະເຢຊູເຊັ່ນ ໂຢເຊັບ ໄທບ້ານອາຣີມາທາຍ ແລະນີໂກເດມ. ແຕ່ພວກເຂົາບໍ່ໄດ້ຖືກເອີ້ນເຂົ້າຮ່ວມໃນການສວບສວນພຣະເຢຊູ ເພາະຢ້ານວ່າພວກເຂົາຈະບໍ່ຍອມໃຫ້ພຣະເຢຊູຖືກກ່າວໂທດ.
ທຳອິດ ອັນນາເລີ່ມສອບຖາມພຣະເຢຊູກ່ຽວກັບພວກສາວົກ ແລະຄຳສອນຂອງພຣະອົງ ເພື່ອເຮັດເປັນວ່າ ພຣະເຢຊູກຳລັງພະຍາຍາມຈະແຊກແຊງລັດຖະບານ ແລະເພື່ອຈະໄດ້ຂໍ້ກ່າວຫາທີ່ວ່າ ພຣະເຢຊູກຳລັງສ້າງສັງຄົມທີ່ເປັນຄວາມລັບ ໂດຍມີຈຸດປະສົງຂອງການກໍ່ຕັ້ງອານາຈັກໃໝ່ ແລະຈາກນັ້ນ ພວກເຂົາກໍຈະໄດ້ນຳຕົວຂອງພຣະເຢຊູໄປຫາຜູ້ປົກຄອງໂຣມ ໂດຍກ່າວຫາວ່າພຣະອົງເປັນຜູ້ກໍ່ການກະບົດ.
ພຣະເຢຊູຊົງຮູ້ຈິດໃຈຂອງອັນນາ ແລະພຣະອົງຊົງຕອບລາວວ່າ: "ເຮົາໄດ້ກ່າວໃຫ້ໂລກຟັງຢ່າງເປີດເຜີຍ ເຮົາໄດ້ສັ່ງສອນໃນສາລາທຳ ແລະໃນພຣະວິຫານບ່ອນທີ່ປະຊາຊົນມາເຕົ້າໂຮມກັນຢູ່ສະເໝີ ເຮົາບໍ່ເຄີຍເວົ້າສິ່ງໃດສິ່ງໜຶ່ງໃນທີ່ລັບລີ້." ພຣະເຢຊູດຳເນີນພາລະກິດຢ່າງສະເໝີຕົ້ນສະເໝີປາຍ ບໍ່ຄືກັບພວກປະໂລຫິດ ແລະພວກຜູ້ນຳສາສະໜາທີ່ເຮັດທຸກຢ່າງໃນທາງລັບ. ພວກເຂົາສົ່ງສາຍລັບຕິດຕາມພຣະເຢຊູໄປທຸກຫົນທຸກແຫ່ງທີ່ພຣະອົງຊົງປາກົດຕົວແກ່ຝູງຊົນ ເພື່ອຫາທາງຈັບຜິດໃນຄຳສັ່ງສອນຂອງພຣະອົງ. ການທີ່ພວກເຂົາຈັບພຣະອົງໃນເວລາກາງຄືນ ແລະພິຈາລະນາຄະດີພຣະອົງໃນເວລາກາງຄືນ ນີ້ກໍເປັນການຜິດຕໍ່ກົດໝາຍຢູ່ແລ້ວ.
ພຣະເຢຊູຊົງກ່າວຕໍ່ພວກເຂົາອີກວ່າ: "ທ່ານຖາມເຮົາເຮັດຫຍັງ? ຈົ່ງຖາມຜູ້ທີ່ໄດ້ຍິນເຮົາເວົ້າວ່າເຮົາໄດ້ເວົ້າຫຍັງແດ່ກັບພວກເຂົາ ພວກເຂົາຮູ້ສິ່ງທີ່ເຮົາໄດ້ກ່າວນັ້ນ." ພຣະອົງຊົງບອກພວກປະໂລຫິດ ແລະພວກຜູ້ນຳສາສະໜາໃຫ້ໄປຖາມສາຍລັບຂອງພວກເຂົາເອງ.
ເມື່ອພຣະອົງຊົງກ່າວດັ່ງນັ້ນແລ້ວ ເຈົ້າໜ້າທີ່ຄົນໜຶ່ງທີ່ຢືນຢູ່ທີ່ນັ້ນໄດ້ຕົບໜ້າພຣະອົງແລ້ວກ່າວວ່າ: “ເຈົ້າຕອບມະຫາປະໂລຫິດຢ່າງນັ້ນບໍ?”
ພຣະເຢຊູຕອບລາວວ່າ: "ຖ້າວ່າເຮົາເວົ້າຜິດ ກໍຈົ່ງເປັນພະຍານວ່າ ເຮົາເວົ້າຜິດຫຍັງ? ແຕ່ຖ້າວ່າ ເຮົາເວົ້າຖືກ ເປັນຫຍັງ ຈຶ່ງຕົບໜ້າເຮົາ?"
ພຣະເຢຊູສະເດັດມາເພື່ອຊ່ວຍມະນຸດ ແຕ່ມັນກໍເປັນເລື່ອງຍາກສຳລັບພຣະອົງທີ່ເຫັນປະຊາຊົນຂອງພຣະອົງກຽດຊັງພຣະອົງ. ພວກຜູ້ນຳສາສະໜາເຮັດຕົວຄືກັບຊາຕານ ເຕັມໄປດ້ວຍຄວາມໂກດຮ້າຍ ແລະກຽດຊັງ. ມັນເປັນເລື່ອງຍາກສຳລັບພຣະເຢຊູທີ່ຈະຢູ່ກັບຄົນທີ່ຢູ່ໃຕ້ການຄວບຄຸມຂອງຊາຕານ. ພຣະອົງສາມາດທີ່ຈະປົດປ່ອຍຕົວເອງໄດ້ ແຕ່ພຣະອົງເລືອກທີ່ຈະທົນທຸກທໍລະມານ ເພື່ອວ່າພຣະອົງຈະສາມາດຈ່າຍຄ່າໂທດຂອງຄວາມບາບ ເພື່ອພວກເຮົາຈະໄດ້ຮັບການຊ່ວຍໃຫ້ພົ້ນ.
ໃນສະຫວັນ ຝ່າຍທູດສະຫວັນເບິ່ງສິ່ງທີ່ກຳລັງເກີດຂຶ້ນ ແລະພວກເຂົາຕ້ອງການທີ່ຈະຊ່ວຍພຣະເຢຊູ. ພວກເຂົາເຫັນຄວາມບໍ່ຍຸຕິທຳ ແລະຄວາມຊົ່ວຮ້າຍຂອງພວກປະໂລຫິດ ແລະພວກຜູ້ນຳສາສະໜາ ແຕ່ພຣະບິດາຊົງສັ່ງທູດສະຫວັນບໍ່ໃຫ້ເຮັດເຊັ່ນນັ້ນ ເພາະວ່ານັ້ນມັນເປັນສ່ວນໜຶ່ງໃນພາລະກິດຂອງພຣະເຢຊູທີ່ຈະຕ້ອງແບກຮັບຄວາມທຸກລຳບາກ ແລະການຖືກທຳຮ້າຍຄືກັນກັບມະນຸດ.
ເມື່ອອັນນາຫາຫຼັກຖານທີ່ຈະຈັບຜິດພຣະເຢຊູບໍ່ໄດ້ແລ້ວ ເພິ່ນຈຶ່ງສົ່ງພຣະເຢຊູໄປທີ່ສຳນັກງານຂອງມະຫາປະໂລຫິດກາຢະຟາ. ທີ່ນັ້ນເອີ້ນວ່າ ສະພາສູງສຸດ. ພວກປະໂລຫິດ ພວກທຳມະຈານ ແລະພວກເຖົ້າແກ່ໄດ້ມາປະຊຸມກັນ ເຊິ່ງພຣະເຢຊູຈະຕ້ອງຖືກສອບສວນຢູ່ຕໍ່ໜ້າພວກຜູ້ນຳສາສະໜາ. ຕອນນັ້ນເປັນຊ່ວງເວລາເຊົ້າມືດ ພວກທະຫານຖືຕະກຽງ ແລະໂຄມໄຟນຳພາພຣະເຢຊູໄປທີ່ນັ້ນ. ໂຢຮັນ 18:12-14;19-24.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 26:56-75; ມາຣະໂກ 14:53-72; ລູກາ 22:54-71; ໂຢຮັນ 18:13-27.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 75 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການສອບສວນພຣະເຢຊູຢູ່ທີ່ສະພາສູງສຸດຄັ້ງທໍາອິດ
ເມື່ອສະມາຊິກສະພາມາຄົບທຸກຄົນແລ້ວ ມະຫາປະໂລຫິດກາຢະຟາກໍຂຶ້ນນັ່ງເປັນປະທານຢູ່ທີ່ສະພາສູງສຸດ ແລະຢູ່ທັງສອງຟາກຂວາແລະຊ້າຍຂອງລາວມີຜູ້ພິພາກສາ ແລະຜູ້ທີ່ສົນໃຈໃນຄະດີນີ້. ຝ່າຍພຣະເຢຊູຢືນຢູ່ຕໍ່ຫນ້າມະຫາປະໂລຫິດກາຢະຟາ ແລະມີທະຫານໂຣມຢືນຢູ່ຂ້າງພຣະອົງ. ຝູງຊົນສົ່ງສຽງດັງ ແລະມີພຽງພຣະເຢຊູເທົ່ານັ້ນທີ່ມິດງຽບສະຫງົບ. ມະຫາປະໂລຫິດກາຢະຟາມີຄວາມອິດສາຕໍ່ພຣະເຢຊູ ແລະລາວຄິດວ່າ ພຣະອົງເປັນຄູ່ແຂ່ງ ເພາະປະຊາຊົນຢາກຕິດຕາມພຣະອົງຫຼາຍກວ່າລາວ. ແຕ່ໃນຂະນະທີ່ປະໂລຫິດກາຢະຟາຈະພິຈາລະນາຄະດີຂອງພຣະເຢຊູນັ້ນ ລາວກໍເຫັນວ່າ ພຣະອົງບໍ່ມີຄວາມຜິດ ແຕ່ດ້ວຍໃຈຂອງລາວທີ່ມີຄວາມອິດສາ ສະນັ້ນ ລາວຈຶ່ງບໍ່ຍອມຮັບພຣະອົງ.
ແລ້ວກາຢະຟາກໍໄດ້ຂໍພຣະເຢຊູໃຫ້ເຮັດການອັດສະຈັນຫຍັງກໍໄດ້ຈັກຢ່າງໜຶ່ງ ແຕ່ພຣະເຢຊູບໍ່ໄດ້ສົນໃຈໃນຄຳຂໍຂອງລາວ.
ແລ້ວບັນດາປະໂລຫິດ ແລະບັນດາສະມາຊິກສະພາກໍໄດ້ເບີກຕົວຫຼາຍຄົນມາເປັນພະຍານກ່າວໃສ່ຮ້າຍພຣະເຢຊູ ເພື່ອໃຫ້ພຣະອົງຖືກໂທດປະຫານຊີວິດ. ພະຍານເຫຼົ່ານັ້ນຖືກຈ້າງມາເປັນພະຍານຕົວະ. ເຖິງແມ່ນວ່າມີພະຍານຕົວະຫຼາຍປາກມາຕໍ່ສູ້ພຣະເຢຊູກໍຕາມ ແຕ່ພວກເຂົາກໍຫາຫຼັກຖານບໍ່ໄດ້ ເພາະວ່າຄຳເວົ້າຂອງພວກເຂົານັ້ນຂັດແຍ້ງກັນເອງ. ໃນທີ່ສຸດ ກໍມີສອງຄົນມາເປັນພະຍານຕົວະຕໍ່ສູ້ພຣະອົງວ່າ: "ພວກເຮົາໄດ້ຍິນລາວເວົ້າວ່າ 'ເຮົາສາມາດມ້າງພຣະວິຫານຂອງພຣະເຈົ້າລົງ ແລະສ້າງຂຶ້ນໃຫມ່ໄດ້ພາຍໃນສາມວັນ.' " ພຣະເຢຊູໄດ້ບອກໃຫ້ຮູ້ລ່ວງໜ້າໄວ້ວ່າ ພຣະອົງຈະເສຍຊີວິດ ແລະຈະຟຶ້ນຄືນມີຊີວິດອີກຄັ້ງ ເຊິ່ງພຣະວິຫານທີ່ພຣະອົງກ່າວເຖິງນັ້ນແມ່ນຮ່າງກາຍຂອງພຣະອົງເອງ ແລະບໍ່ແມ່ນພຣະວິຫານທີ່ຢູ່ໃນນະຄອນເຢຣູຊາເລັມ. (ໂຢຮັນ 2:19, 21)
ໃນພະຍານຫຼັກຖານນີ້ ພວກຜູ້ນຳສາສະໜາຈະພະຍາຍາມໃຊ້ເປັນຂໍ້ກ່າວຫາຈັບຜິດພຣະເຢຊູ ເພາະຊາວໂຣມໄດ້ຊ່ວຍໃນການຟື້ນຟູ ແລະປະດັບປະດາພຣະວິຫານ ແລະພວກຜູ້ນຳສາສະໜາຄິດວ່າຊາວໂຣມຄົງຈະບໍ່ຕ້ອງການໃຫ້ຜູ້ໃດມາທຳລາຍພຣະວິຫານ. ແຕ່ວ່າຂໍ້ກ່າວຫານີ້ຈະບໍ່ສາມາດຕັດສິນລົງໂທດພຣະເຢຊູໄດ້. ສະນັ້ນ ພວກຜູ້ນຳສາສະໜາຈຶ່ງພາກັນໃຈຮ້າຍ ແລະບໍ່ຮູ້ຈະເຮັດແນວໃດ ເພາະພວກເຂົາບໍ່ສາມາດທີ່ຈະຕັ້ງຂໍ້ກ່າວຫາລົງໂທດພຣະເຢຊູໄດ້. ຝ່າຍມະຫາປະໂລຫິດກາຢະຟາກໍໝົດຫວັງ ແລະຢ້ານວ່າຈະຫາຫຼັກຖານມາຈັບຜິດພຣະເຢຊູບໍ່ໄດ້. ດ້ວຍຄວາມທໍ້ແທ້ໃຈ ລາວຈຶ່ງລຸກຂຶ້ນຢືນ ແລະຖາມພຣະເຢຊູວ່າ: "ທ່ານບໍ່ມີຫຍັງທີ່ຈະແກ້ຂໍ້ກ່າວຫາເຫຼົ່ານີ້ບໍ? ທີ່ເຂົາກ່າວຫາມາທັງໝົດນີ້ ທ່ານຈະວ່າຢ່າງໃດ?" ກາຢະຟາພະຍາຍາມທີ່ຈະໃຫ້ພຣະເຢຊູຍອມຮັບຂໍ້ກ່າວຫາ ແຕ່ພຣະອົງຊົງມິດງຽບ ແລະບໍ່ຕອບຫຍັງຈັກຄຳ. ເຫດການນີ້ ກໍໄດ້ຖືກກ່າວໄວ້ໂດຍຜູ້ປະກາດພຣະຄຳເອຊະຢາວ່າ: "ທ່ານຖືກທາລຸນໜັກ ແຕ່ທົນເອົາຢ່າງຖ່ອມໃຈ ທ່ານບໍ່ເຄີຍເອີ່ຍປາກເວົ້າຈາແມ່ນແຕ່ຄຳດຽວທັງນັ້ນ. ດັ່ງລູກແກະພວມຖືກນຳໄປຂ້າ ດັ່ງແກະທີ່ຖືກຕັດເອົາຂົນ ຄຳດຽວທ່ານກໍບໍ່ເຄີຍກ່າວອອກ" (ເອຊະຢາ 53:7).
ຊາວຢິວມີກົດໝາຍລົງໂທດເຖິງຕາຍຖ້າຜູ້ໃດອ້າງຕົວເອງວ່າເປັນບຸດຂອງພຣະເຈົ້າ ແລະພຣະເຢຊູກໍເຄີຍບອກພວກຜູ້ນຳສາສະໜາວ່າ "ພຣະບິດາຂອງເຮົາຍັງກະທຳກິດຈະການຈົນເຖິງດຽວນີ້ ແລະເຮົາກໍເຮັດການນັ້ນເໝືອນກັນ" ເຊິ່ງພວກຜູ້ນຳສາສະໜາເຫັນວ່າ ພຣະເຢຊູເຮັດໃຫ້ພຣະອົງເອງສະເໝີກັນກັບພຣະເຈົ້າ ດັ່ງນັ້ນ ມະຫາປະໂລຫິດກາຢະຟາຈຶ່ງໃຊ້ເລື່ອງນີ້ມາເວົ້າກັບພຣະເຢຊູຢ່າງມີກົນອຸບາຍ. (ໂຢຮັນ 5:17,18; 19:7).
ແລ້ວມະຫາປະໂລຫິດກາຢະຟາຈຶ່ງຊູມືຂຶ້ນເທິງຟ້າ ແລະຖາມພຣະເຢຊູຢ່າງຈິງຈັງວ່າ: "ເຮົາໃຫ້ທ່ານສາບານຕໍ່ພຣະເຈົ້າອົງຊົງຊີວິດຢູ່ວ່າ ທ່ານເປັນພຣະບຸດຂອງພຣະເຈົ້າແມ່ນຫຼືບໍ?"
ພຣະເຢຊູບໍ່ເຄີຍປະຕິເສດພາລະກິດຂອງພຣະອົງ ຫຼືຄວາມສຳພັນຂອງພຣະອົງທີ່ມີຕໍ່ພຣະບິດາ. ພຣະອົງອາດຈະມິດງຽບຕໍ່ການຖືກໝິ່ນປະໝາດສະເພາະພຣະອົງເອງ ແຕ່ພຣະອົງຊົງກ່າວຢ່າງຊັດເຈນ ແລະເດັດຂາດເມື່ອຖືກຖາມເຖິງໃນວຽກງານ ຫຼືການເປັນພຣະບຸດຂອງພຣະເຈົ້າ.
ທຸກໆຄົນຕັ້ງໃຈຟັງ ແລະແນມໄປເບິ່ງທີ່ພຣະເຢຊູ ແລ້ວພຣະອົງກໍຕອບມະຫາປະໂລຫິດກາຢະຟາວ່າ: “ທ່ານເວົ້າຖືກແລ້ວ” ແສງຂອງສະຫວັນເບິ່ງເໝືອນສະຫວ່າງຢູ່ທີ່ໃບໜ້າຂອງພຣະເຢຊູຂະນະທີ່ພຣະອົງຊົງກ່າວວ່າ: “ແລະຍິ່ງໄປກວ່ານັ້ນອີກເຮົາບອກທ່ານທຸກຄົນວ່າ ໃນອະນາຄົດພວກທ່ານທັງຫຼາຍຈະໄດ້ເຫັນບຸດມະນຸດນັ່ງທີ່ເບື້ອງຂວາຂອງພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່ ແລະສະເດັດມາປາກົດດ້ວຍເມກແຫ່ງຟ້າສະຫວັນ" (ມັດທາຍ 26:64).
ໃນຂະນະນັ້ນ ຄວາມເປັນພຣະເຈົ້າຂອງພຣະເຢຊູໄດ້ປະກາຍຜ່ານລັກສະນະຄວາມເປັນມະນຸດຂອງພຣະອົງ. ສາຍຕາຂອງພຣະອົງເຈາະເຂົ້າຈິດໃຈຂອງມະຫາປະໂລຫິດກາຢະຟາ ເຊິ່ງເຮັດໃຫ້ລາວສັ່ນສະທ້ານດ້ວຍຄວາມຢ້ານກົວ. ສາຍຕາອັນແຫຼມຄົມຂອງພຣະເຢຊູເບິ່ງເໝືອນອ່ານຄວາມຄິດທີ່ເຊື່ອງຊ້ອນຢູ່ໃນຈິດໃຈ ແລະເປົ້າໝາຍຂອງກາຢະຟາ.
ພຣະເຢຊູໄດ້ເວົ້າເຖິງການສະເດັດກັບມາຄັ້ງທີສອງຂອງພຣະອົງທີ່ຈະເກີດຂຶ້ນໃນອະນາຄົດ. ໃນເວລາຍຸກສຸດທ້າຍນັ້ນ ພຣະເຢຊູຈະເປັນຜູ້ພິພາກສາແທນທີ່ມະຫາປະໂລຫິດກາຢະຟາ ພຣະອົງຈະເປັນຜູ້ຕັດສິນມະນຸດທຸກຄົນທີ່ຢູ່ເທິງແຜ່ນດິນໂລກ. ທຸກໆສິ່ງທີ່ເຮັດດ້ວຍຄວາມລັບທີ່ມະນຸດໄດ້ເຊື່ອງຊ້ອນໄວ້ນັ້ນຈະໄດ້ຮັບການເປີດເຜີຍ ແລະຈະຮັບການພິພາກສາຕາມການກະທໍາຂອງແຕ່ລະຄົນ.
ຄຳເວົ້າຂອງພຣະເຢຊູເຮັດໃຫ້ມະຫາປະໂລຫິດກາຢະຟາຄິດເຖິງເວລາທີ່ຄົນບາບຈະຟື້ນຄືນມາຈາກຄວາມຕາຍ ເພື່ອຮັບໂທດຈາກຜົນການກະທຳຂອງພວກເຂົາ. ຄວາມຄິດນີ້ເຮັດໃຫ້ກາຢະຟາຮູ້ສຶກຢ້ານກົວ ແລະລາວກໍບໍ່ຕ້ອງການທີ່ຈະເຊື່ອວ່າ ໃນອະນາຄົດລາວຈະໄດ້ຮັບໂທດຈາກການກະທຳຂອງລາວ. ສະນັ້ນ ກາຢະຟາຈຶ່ງໄດ້ປະຕິເສດຄວາມຄິດກ່ຽວກັບເລື່ອງການຟື້ນຄືນມາຈາກຄວາມຕາຍ ການພິພາກສາ ແລະຊີວິດໃນອະນາຄົດ.
ເພື່ອໃຫ້ຝູງຊົນ ແລະສະມາຊິກໃນສະພາເຫັນວ່າລາວເອງບໍ່ພໍໃຈຫຼາຍ ສະນັ້ນ ກາຢະຟາຈຶ່ງຈີກເສື້ອຂອງຕົນເອງ ແລະເວົ້າຂຶ້ນວ່າ: "ລາວເວົ້າໝິ່ນປະໝາດພຣະເຈົ້າ! ພວກເຮົາຈະຕ້ອງຫາພະຍານອີກເຮັດຫຍັງ? ບັດນີ້ ທ່ານທັງຫຼາຍກໍໄດ້ຍິນຄຳໝິ່ນປະໝາດພຣະເຈົ້າແລ້ວ ແລະທ່ານຄິດເຫັນຢ່າງໃດ?"
ສະມາຊິກສະພາຕອບວ່າ: "ລາວຜິດ ແລະສົມຄວນຕາຍ." ແລະພວກເຂົາທັງໝົດກໍກ່າວຫາໃສ່ໂທດພຣະເຢຊູໃຫ້ເຖິງແກ່ຄວາມຕາຍ.
ພຣະເຈົ້າໄດ້ມອບຄໍາສັ່ງໃຫ້ມະຫາປະໂລຫິດໂດຍຜ່ານທາງໂມເຊວ່າ: “ທ່ານທັງຫຼາຍຢ່າປົດໝວກ ຫລືຈີກເສື້ອຜ້າຂອງທ່ານ ຢ້ານວ່າທ່ານຈະຕ້ອງຕາຍ” (ລະບຽບພວກເລວີ 10:6). ປະໂລຫິດທີ່ຢູ່ພຣະວິຫານໃນໂລກເປັນຕົວແທນພຣະເຢຊູທີ່ເປັນປະໂລຫິດສູງສຸດໃນສະຫວັນ. ສະນັ້ນ ກາຢະຟາຕ້ອງສະແດງຄວາມສົມບູນໃນການແຕ່ງກາຍ ໃນທັດສະນະຄະຕິ ໃນຄໍາເວົ້າ ແລະໃນຈິດໃຈ. ໃນການທີ່ມະຫາປະໂລຫິດກາຢະຟາຈີກເຄື່ອງນຸ່ງຂອງລາວ ລາວບໍ່ໄດ້ຄຳນຶ່ງເຖິງວ່າ ລາວເອງໄດ້ສະແດງການກະທໍາຂອງລາວວ່າ ລາວບໍ່ສາມາດເປັນຕົວແທນຂອງພຣະເຢຊູທີ່ເປັນມະຫາປະໂລຫິດແທ້ຈິງ. ເລື່ອງນີ້ຍັງມີຄວາມໝາຍອີກວ່າ ການເປັນປະໂລຫິດຢູ່ໃນໂລກນີ້ໄດ້ສິ້ນສຸດລົງແລ້ວ ແລະຫຼັງຈາກທີ່ພຣະເຢຊູໄດ້ຟື້ນຄືນມີຊີວິດແລ້ວ ພຣະອົງຈະເປັນປະໂລຫິດສູງສຸດໃນສະຫວັນ ແລະຈະຮ້ອງຂໍອ້ອນວອນແທນມະນຸດຕໍ່ໜ້າພຣະເຈົ້າ.
ຊ່າງເປັນການຕັດສິນຄະດີທີ່ບໍ່ມີຄວາມຍຸຕິທຳ. ພວກຜູ້ນຳສາສະໜາພິຈາລະນາຄະດີໃນຕອນກາງຄືນ ເຊິ່ງເປັນການຜິດກົດໝາຍ ພວກເຂົາວາງແຜນການຈັບຕົວພຣະເຢຊູມາຂ້າ ຈ້າງຄົນມາເປັນພະຍານຕົວະຕໍ່ສູ້ພຣະອົງ ເພື່ອໃຫ້ພຣະອົງຖືກລົງໂທດ ເມື່ອພວກເຂົາຫາຄວາມຜິດໃນຕົວຂອງພຣະເຢຊູບໍ່ໄດ້ ພວກເຂົາກໍໃຊ້ກົນອຸບາຍໂດຍເອົາຄວາມຈິງມາປ່ຽນເປັນຄວາມເທັດ ພຣະອົງຊົງບອກຄວາມຈິງວ່າພຣະອົງເອງຊົງເປັນບຸດຂອງພຣະເຈົ້າ ແຕ່ພວກເຂົາກໍກ່າວຫາວ່າພຣະອົງໝິ່ນປະໝາດພຣະເຈົ້າ ແລະລົງໂທດພຣະອົງໂດຍຖືກໂທດປະຫານຊີວິດ.
ອີງຕາມກົດໝາຍຂອງປະເທດອິດສະຣາເອນ ໃນການຕັດສິນຄະດີຈະຕ້ອງເຮັດໃນຕອນກາງເວັນເທົ່ານັ້ນ ແລະຜູ້ນຳສາສະໜາບໍ່ມີສິດທີ່ຈະຕັດສິນລົງໂທດຜູ້ໃດຜູ້ໜຶ່ງໃຫ້ເຖິງແກ່ຄວາມຕາຍ ໜ້າທີ່ຂອງພວກເຂົາໃນການພິຈາລະນາຄະດີຄື ສອບສວນ, ສະຫຼຸບຄວາມຜິດ ແລະໃຫ້ໂທດທີ່ສົມຄວນຈະຕ້ອງໄດ້ຮັບ ແລ້ວກໍໄປຂໍອະນຸມັດນຳຜູ້ປົກຄອງຈາກລັດຖະບານໂຣມອີກຄັ້ງໜຶ່ງ. ເຖິງແມ່ນວ່າ ພວກຜູ້ນຳສາສະໜາຈະຕັດສິນລົງໂທດພຣະເຢຊູໃນຕອນກາງຄືນໄປແລ້ວກໍຕາມ ແຕ່ພວກເຂົາກໍຈະຕ້ອງພິຈາລະນາຄະດີອີກໃນຕອນກາງເວັນ ເພື່ອຈະໄດ້ເປັນໄປຢ່າງຖືກຕ້ອງຕາມກົດໝາຍ.
ຊາຕານໄດ້ເຂົ້າໄປຢູ່ໃນທ່າມກາງຝູງຊົນ ແລະຝູງຊົນກໍປະພືດຕົວເໝືອນສັດຮ້າຍ. ພວກເຂົາໄດ້ລຸກຂຶ້ນ ແລະເຂົ້າໄປຫາພຣະເຢຊູ ແລະຮ້ອງຂຶ້ນວ່າ: "ລາວຜິດ ແລະສົມຄວນຕາຍ." ພວກເຂົາຮ້ອງເວົ້າປະນາມພຣະເຢຊູເໝືອນກັບຄົນບ້າປ່ວງ ມີບາງຄົນໃນພວກເຂົາໄດ້ຖົ່ມນ້ຳລາຍໃສ່ໜ້າພຣະອົງ, ບາງຄົນຕົບຕີພຣະອົງ, ບາງຄົນເວົ້າເຢາະເຢີຍໃສ່ພຣະອົງ, ບາງຄົນເອົາຜ້າມັດຕາຂອງພຣະອົງ ແລະຖາມເຢາະເຢີຍວ່າ: "ທວາຍເບິ່ງດຸວ່າ ແມ່ນໃຜຕີມຶງ!" ແລ້ວພວກເຂົາໄດ້ເວົ້າໝິ່ນປະໝາດພຣະອົງຫຼາຍໆເລື່ອງ. ຄວາມຮຸນແຮງຂອງຝູງຊົນເຫຼົ່ານີ້ໃຫຍ່ຫຼາຍ ຈົນພວກທະຫານໂຣມຕ້ອງໄດ້ໃຊ້ອາວຸດປົກປ້ອງພຣະເຢຊູອອກຈາກຝູງຊົນ. ຖ້າພວກທະຫານໂຣມບໍ່ຫ້າມຝູງຊົນໄວ້ ພວກເຂົາຄົງຈະຈີກເນື້ອໜັງຂອງພຣະອົງເປັນຕ່ອນໆ.
ໃນທີ່ສຸດ ຢູ່ທີ່ປະຊຸມທຸກຄົນກໍໄດ້ຕົກລົງໃຫ້ພຣະເຢຊູຕ້ອງຖືກໂທດປະຫານຊີວິດ ແລະໄດ້ສັ່ງໃຫ້ພວກທະຫານຍາມເອົາພຣະອົງໄປຢູ່ຫ້ອງຄວບຄຸມຕົວ. ໃນຂະນະທີ່ພຣະເຢຊູຢູ່ຫ້ອງຄວບຄຸມຕົວ ພວກທະຫານກໍໄດ້ຕົບຕີພຣະອົງ ແລະເອົາໄມ້ແສ້ຂ້ຽນພຣະອົງອີກດ້ວຍ. ບັນດາທູດສະຫວັນຂອງພຣະເຈົ້າໄດ້ຈົດບັນທຶກຢ່າງຖີ່ຖ້ວນເຖິງການກະທຳຂອງຄົນເຫຼົ່ານັ້ນ ແລະຈະມີມື້ໜຶ່ງທີ່ພວກເຂົາຈະໄດ້ພົບກັບພຣະເຢຊູຜູ້ທີ່ພວກເຂົາໄດ້ຖົ່ມນ້ຳລາຍໃສ່ໃບໜ້າຂອງພຣະອົງດ້ວຍຄວາມບໍ່ຍຸຕິທຳ ແລະພຣະອົງຈະພິພາກສາພວກເຂົາຕາມການກະທຳຂອງພວກເຂົາ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 26:56-68; ມາຣະໂກ 14:53-65; ລູກາ 22:54-65; ໂຢຮັນ 18:24
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 75 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເປໂຕປະຕິເສດພຣະເຢຊູ
ຫຼັງຈາກທີ່ພວກສາວົກປະຖິ້ມພຣະເຢຊູໃນສວນເຄັດເຊມາເນແລ້ວ ກໍມີສາວົກສອງຄົນກ້າຕິດຕາມພຣະອົງກັບຝູງຊົນໄປໃນໄລຍະຫ່າງໆ ຄືເປໂຕ ແລະໂຢຮັນ. ພໍມາຮອດບ້ານຂອງມະຫາປະໂລຫິດ ປະໂລຫິດຍອມຮັບໂຢຮັນຈຶ່ງອະນຸຍາດໃຫ້ລາວເຂົ້າໄປຂ້າງໃນໄດ້ ເພາະພວກເຂົາຮູ້ວ່າໂຢຮັນເປັນສາວົກຂອງພະເຢຊູ ແລະຄິດວ່າ ຖ້າໂຢຮັນເຫັນການລົງໂທດຂອງພຣະເຢຊູ ໂຢຮັນຈະບໍ່ເຊື່ອວ່າພຣະເຢຊູເປັນພຣະບຸດຂອງພຣະເຈົ້າ. ເມື່ອໂຢຮັນເຂົ້າໄປຂ້າງໃນໄດ້ແລ້ວ ລາວກໍໄດ້ຂໍອະນຸຍາດເພື່ອໃຫ້ເປໂຕເຂົ້າມານຳ. ແລ້ວເປໂຕກໍໄດ້ເຂົ້າໄປຂ້າງໃນ.
ເມື່ອໂຢຮັນໄດ້ເຂົ້າໄປໃນສະພາສູງສຸດເພື່ອຈະຟັງການພິຈາລະນາຄະດີຂອງພຣະເຢຊູ ລາວກໍບໍ່ໄດ້ພະຍາຍາມປິດບັງຄວາມຈິງວ່າລາວເປັນສາວົກຂອງພຣະອົງ ແລະລາວກໍບໍ່ໄດ້ເຂົ້າຮ່ວມກັບຝູງຊົນທີ່ດູຖູກຢຽດຢາມພຣະອາຈານຂອງລາວ. ໂຢຮັນໄດ້ໄປຢູ່ບ່ອນທີ່ຫ່າງໄກຈາກຝູງຊົນ ແລະບ່ອນທີ່ລາວຢູ່ນັ້ນກໍໃກ້ກັບພຣະເຢຊູ ທີ່ນັ້ນລາວໄດ້ເຫັນ ແລະໄດ້ຍິນທຸກຢ່າງທີ່ເກີດຂຶ້ນໃນການພິຈາລະນາຄະດີຂອງພຣະເຢຊູ.
ໃນຂະນະນັ້ນອາກາດໝາວ ພວກຄົນຮັບໃຊ້ກັບພວກເຝົ້າຍາມຈຶ່ງເອົາຖ່ານມາດັງໄຟຢູ່ກາງເດີ່ນບ້ານ. ພວກເຂົາພາກັນຢືນຝິງໄຟຢູ່ ແລະເປໂຕກໍເຂົ້າຮ່ວມວົງນຳພວກເຂົາ ເພື່ອລໍຖ້າເບິ່ງວ່າເລື່ອງຂອງພຣະເຢຊູນັ້ນຈະສິ້ນສຸດລົງຢ່າງໃດ. ໃນລະຫວ່າງເປໂຕກຳລັງຝີງໄຟຢູ່ນັ້ນ ສາວຮັບໃຊ້ທີ່ເຝົ້າຢູ່ປະຕູກໍໄດ້ເຫັນເປໂຕນັ່ງຝີງໄຟຢູ່ທີ່ນັ້ນ. ນາງໄດ້ສັງເກດເຫັນວ່າເປໂຕມາກັບໂຢຮັນ ນາງເຫັນຄວາມໂສກເສົ້າຂອງໃບໜ້າເປໂຕ ແລະນາງກໍຈ້ອງຕາເບິ່ງເປໂຕ ແລະເວົ້າວ່າ: "ເຈົ້າກໍເຄີຍໄປມາກັບເຢຊູໄທນາຊາເຣັດເໝືອນກັນ."
ເປໂຕກໍຕົກໃຈຕື່ນ ແລະເກີດຄວາມສັບສົນ. ລາວເຮັດທຳທ່າບໍ່ໄດ້ຍິນສາວຮັບໃຊ້ຄົນນັ້ນ ແຕ່ສາວຮັບໃຊ້ຄົນນັ້ນກໍບໍ່ຢຸດເວົ້າກັບຄົນທີ່ຢູ່ອ້ອມຂ້າງຂອງນາງວ່າ ເປໂຕຢູ່ກັບພຣະເຢຊູ. ເປໂຕຮູ້ສຶກອຶດອັດໃຈທີ່ຈະຕອບ ແລະລາວກໍໄດ້ຕອບໄປດ້ວຍຄວາມໃຈຮ້າຍຕໍ່ໜ້າທຸກຄົນວ່າ: "ທີ່ເຈົ້າເວົ້ານັ້ນຂ້ອຍບໍ່ຮູ້ເລື່ອງ ແລະບໍ່ເຂົ້າໃຈ." ແລ້ວເປໂຕກໍໄດ້ຍ່າງອອກໄປທີ່ລະບຽນ ແລະໃນທັນໃດນັ້ນໄກ່ກໍຂັນ.
ຢູ່ທີ່ນັ້ນກໍມີສາວຮັບໃຊ້ອີກຄົນໜຶ່ງແນມເຫັນເປໂຕ ແລະນາງໄດ້ກ່າວຕໍ່ຄົນທັງຫຼາຍທີ່ຢູ່ນັ້ນວ່າ: “ຄົນນີ້ແຫລະ! ເປັນຜູ້ໜຶ່ງໃນພວກເຂົາ.”
ເປໂຕໄດ້ປະຕິເສດທັງສາບານວ່າ: “ຂ້ອຍບໍ່ຮູ້ຈັກຄົນນັ້ນ.”
ຢູ່ມາປະມານຊົ່ວໂມງໜຶ່ງຜ່ານໄປ ຄົນທີ່ຢືນຢູ່ໃນທີ່ນັ້ນກໍມາຫາເປໂຕ ແລະເວົ້າວ່າ: “ແມ່ນແທ້ແຫລະ! ເຈົ້າເປັນຄົນໜຶ່ງໃນພວກເຂົາເຫຼົ່ານັ້ນ ເພາະເຈົ້າເປັນຄົນຄາລີເລເໝືອນກັນ ແລະສຳນຽງສຽງຂອງເຈົ້າກໍສໍ້ຕົວຂອງເຈົ້າເອງ.”
ແລ້ວເປໂຕໄດ້ຕັ້ງຕົ້ນປ້ອຍດ່າ ທັງສາບານວ່າ: “ຄົນທີ່ເຈົ້າເວົ້ານັ້ນ ຂ້ອຍບໍ່ຮູ້ຈັກ” ໃນທັນໃດນັ້ນໄກ່ກໍຂັນເປັນຄັ້ງທີສອງ.
ພຣະເຢຊູຊົງຫຼຽວໄປເບິ່ງເປໂຕ ແລ້ວເປໂຕກໍລະນຶກເຖິງຄຳເວົ້າຂອງພຣະອົງທີ່ໄດ້ກ່າວຕໍ່ລາວວ່າ: "ກ່ອນໄກ່ຂັນສອງເທື່ອ ທ່ານຈະປະຕິເສດວ່າບໍ່ຮູ້ຈັກເຮົາເຖິງສາມເທື່ອ." ໃນຂະນະດຽວກັນສາຍຕາຂອງເປໂຕກໍແນມໄປເບິ່ງພຣະເຢຊູ. ເປໂຕໄດ້ເຫັນຄວາມສົງສານ ແລະຄວາມໂສກເສົ້າທີ່ໃບໜ້າຂອງພຣະເຢຊູ ແຕ່ພຣະອົງກໍບໍ່ໄດ້ໂກດຮ້າຍຕໍ່ເປໂຕ. ເປໂຕເສຍໃຈຫຼາຍກັບເຫດການທີ່ເກີດຂຶ້ນຈຶ່ງແລ່ນອອກໄປຂ້າງນອກ. ລາວໄດ້ໄປສວນເຄັດເຊມາເນ ແລະຢູ່ຈຸດບ່ອນດຽວກັນທີ່ພຣະເຢຊູໄດ້ອະທິຖານຫາພຣະບິດາ ແລະລາວໄດ້ຮ້ອງໄຫ້ຢ່າງຂົມຂື່ນໃນຈິດໃຈ.
ຖ້າຫາກວ່າເປໂຕໄດ້ໃຊ້ເວລາໃນການອະທິຖານ ແລະເຝົ້າລະວັງໃນຕອນທີ່ລາວຢູ່ສວນເຄັດເຊມາເນກັບພຣະເຢຊູນັ້ນ ລາວກໍຄົງຈະບໍ່ຕົກລົງຢູ່ໃນຄວາມອ່ອນແອ ແລະຈະບໍ່ໄດ້ປະຕິເສດພຣະອາຈານຂອງລາວ. ແລະຖ້າຫາກວ່າພວກສາວົກໄດ້ເຝົ້າລະວັງຢູ່ກັບພຣະເຢຊູໃນຄວາມທຸກທໍລະມານຂອງພຣະອົງຢູ່ສວນເຄັດເຊມາເນແລ້ວ ພວກເຂົາກໍພ້ອມທີ່ຈະເປັນພະຍານໃນການພິຈາລະນາຄະດີລົງໂທດພຣະອົງໃຫ້ເຖິງແກ່ຄວາມຕາຍນັ້ນ ແລະຝ່າຍຄວາມເຊື່ອກັບຄວາມຫວັງຂອງພວກເຂົາກໍຈະບໍ່ຫຼຸດລົງເມື່ອພຣະອົງຖືກຄຶງເທິງໄມ້ກາງແຂນ. ຖ້າຫາກວ່າພວກສາວົກເຝົ້າລະວັງ ແລະອະທິຖານຢູ່ໃນຊົ່ວໂມງແຫ່ງຄວາມໂສກເສົ້ານັ້ນ ຄວາມເຊື່ອຂອງພວກເຂົາກໍຄົງຈະບໍ່ລົ້ມລົງ ແລະພວກເຂົາກໍຄົງຈະມີຄວາມຫວັງໃນຈິດໃຈຂອງພວກເຂົາ.
ອ້າງອີງຈາກປຶ້ມ "ພຣະຄຳພີ"
ມັດທາຍ 26:69-75; ມາລະໂກ 14:66-72; ລູກາ22:54-62; ໂຢຮັນ18:25-27.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 75 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການສອບສວນພຣະເຢຊູຢູ່ທີ່ສະພາສູງສຸດຄັ້ງທີສອງ
ພໍໃກ້ຮຸ່ງເຊົ້າຂອງວັນສຸກໃນຂະນະທີ່ຍັງມືດຢູ່ ພວກເຖົ້າແກ່, ພວກຫົວໜ້າປະໂລຫິດ ແລະພວກທຳມະຈານໄດ້ເປີດສະພາພິຈາລະນາຄະດີອີກ ເພື່ອໃຫ້ເປັນໄປຕາມກົດໝາຍຢ່າງຖືກຕ້ອງ ແລະພວກເຂົາໄດ້ນຳຕົວຂອງພຣະເຢຊູເຂົ້າມາພິຈາລະນາຄະດີອີກຄັ້ງໜຶ່ງ.
ພວກເຂົາໄດ້ຖາມພຣະອົງວ່າ: “ບອກພວກເຮົາມາເບິ່ງດຸວ່າ ເຈົ້າເປັນພຣະຄຣິດບໍ?”
ພຣະເຢຊູຕອບພວກເຂົາວ່າ: “ເຖິງເຮົາຈະບອກພວກທ່ານທັງຫຼາຍ ພວກທ່ານກໍຈະບໍ່ເຊື່ອເຮົາດອກ ແລະເຖິງເຮົາຈະຖາມພວກທ່ານ ພວກທ່ານກໍຈະບໍ່ຕອບເຮົາຈັກຄຳ. ແຕ່ວ່າຕັ້ງແຕ່ນີ້ໄປບຸດມະນຸດຈະນັ່ງທີ່ເບື້ອງຂວາຂອງພຣະເຈົ້າຜູ້ຊົງຣິດອຳນາດຍິ່ງໃຫຍ່.”
ພວກເຂົາທຸກຄົນຈຶ່ງຖາມວ່າ: “ຖ້າຢ່າງນັ້ນ ເຈົ້າເປັນພຣະບຸດຂອງພຣະເຈົ້າບໍ?”
ພຣະອົງຕອບພວກເຂົາວ່າ: “ທ່ານທັງຫຼາຍເວົ້າວ່າ ເຮົາເປັນ.”
ແລ້ວພວກເຂົາກໍເວົ້າວ່າ: “ພວກເຮົາຍັງຈະຕ້ອງການພະຍານອັນໃດອີກ ເພາະຝ່າຍພວກເຮົາໄດ້ຍິນຈາກປາກຂອງມັນເອງແລ້ວ.” ແລ້ວພວກຜູ້ນຳສາສະໜາກໍໄດ້ປະກາດຕັດສິນໃຫ້ພຣະເຢຊູຖືກໂທດປະຫານຊີວິດ. ທັນໃດນັ້ນ ຊາຕານກໍເຂົ້າມາຄວບຄຸມຈິດໃຈຂອງຝູງຊົນ ແລະຝ່າຍຝູງຊົນກໍຮ້ອງຂຶ້ນຢ່າງບ້າປ່ວງວ່າ: "ມັນຜິດ ແລະສົມຄວນຕາຍ." ແລ້ວກໍພະຍາຍາມບຸກເຂົ້າມາຫາຕົວຂອງພຣະເຢຊູ ດີແຕ່ມີທະຫານໂຣມຮັກສາສະຖານະການຢູ່ທີ່ນັ້ນ ຈຶ່ງສາມາດຢຸດຝູງຊົນທີ່ມີຄວາມຮຸນແຮງໄດ້.
ຢູດາບໍ່ຄາດຄິດເລີຍວ່າ ແຜນການຂອງພວກຜູ້ນໍາສາສະໜາທີ່ຈະຂ້າພຣະເຢຊູນັ້ນຈະສໍາເລັດແທ້. ລາວຄິດໄວ້ວ່າ ບໍ່ດົນ ພຣະເຢຊູກໍຄົງຈະໃຊ້ຣິດອຳນາດອອກມາຈາກການຈັບຕົວຂອງພຣະອົງ. ແຕ່ເມື່ອເວລາຜ່ານໄປ ລາວກໍເຫັນວ່າພຣະເຢຊູໄດ້ຍອມໃຫ້ພຣະອົງເອງຖືກຫຍຽບຢາມ ແລະຖືກຕົບຕີ. ແລ້ວຄວາມຢ້ານກົວກໍໄດ້ເກີດຂຶ້ນຢູ່ໃນຈິດໃຈຂອງຢູດາ ແລະລາວຢ້ານວ່າ ລາວໄດ້ຂາຍພຣະອາຈານຂອງລາວໃຫ້ໄປສູ່ຄວາມຕາຍແທ້ໆ. ເມື່ອໃກ້ຈະສິ້ນສຸດໃນການພິຈາລະນາຄະດີ ຢູດາກໍຮູ້ວ່າພຣະເຢຊູຕ້ອງໄດ້ຮັບໂທດເຖິງແກ່ຄວາມຕາຍ ແລະລາວໄດ້ສໍານຶກຜິດ. ຢູດາໄດ້ຍ່າງຜ່ານຝູງຊົນທັງຫຼາຍໄປຫາມະຫາປະໂລຫິດກາຢະຟາ ແລະໂຍນເງິນສາມສິບຫລຽນຕໍ່ໜ້າມະຫາປະໂລຫິດກາຢະຟາ ແລະທຸກໆຄົນ.
ຢູດາໄດ້ເຂົ້າໄປເກາະເສື້ອຜ້າຂອງມະຫາປະໂລຫິດກາຢະຟາ ແລະເວົ້າວ່າ: "ຂ້ອຍຜິດໄປແລ້ວ ໂດຍມອບຄົນບໍ່ມີຄວາມຜິດໃຫ້ເຖິງແກ່ຄວາມຕາຍ"
ມະຫາປະໂລຫິດກາຢະຟາເວົ້າວ່າ: "ເລື່ອງນັ້ນບໍ່ໄດ້ກ່ຽວຂ້ອງກັບພວກເຮົາ ແຕ່ແມ່ນເລື່ອງຂອງເຈົ້າຕ່າງຫາກ"
ແລ້ວຢູດາກໍໄດ້ກົ້ມຕົວລົງທີ່ພຣະເຢຊູ ແລະຍອມຮັບວ່າພຣະອົງແມ່ນພຣະບຸດຂອງພຣະເຈົ້າ. ລາວໄດ້ຂໍຮ້ອງພຣະອົງໃຊ້ຣິດອຳນາດລົບໜີ້ໄປຈາກພວກສັດຕູຂອງພຣະອົງ.
ພຣະເຢຊູຮູ້ວ່າຢູດາບໍ່ໄດ້ສຳນຶກຜິດຢ່າງແທ້ຈິງ ຢູດາພຽງແຕ່ຢ້ານວ່າຕົນເອງຈະຖືກລົງໂທດ ແລະຢ້ານຜົນທີ່ຈະຕາມມາເທົ່ານັ້ນ. ແຕ່ພຣະເຢຊູກໍບໍ່ໄດ້ຕຳໜິຫຍັງຕໍ່ຢູດາເລີຍ. ກົງກັນຂ້າມ ພຣະອົງຊົງແນມເບິ່ງຢູດາດ້ວຍຄວາມສົງສານ ແລະກ່າວວ່າ: "ເຮົາເຂົ້າມາໃນໂລກນີ້ ກໍເພື່ອເວລານີ້ແຫລະ!"
ເມື່ອຢູດາເຫັນວ່າ ຄຳຂໍຮ້ອງຂອງລາວບໍ່ໄດ້ຜົນ ລາວຈຶ່ງແລ່ນອອກໄປຈາກສະພາສູງສຸດ ເພາະຮູ້ຕົວດີວ່າ ຕົນເອງຄົງບໍ່ອາດທົນເບິ່ງພຣະອາຈານຂອງຕົນຖືກຄຶງໄວ້ເທິງໄມ້ກາງແຂນ. ສະນັ້ນ ຢູດາຈຶ່ງຕັດສິນໃຈໄປຜູກຄໍຕາຍຢູ່ທີ່ຕົ້ນໄມ້ແຫ່ງໜຶ່ງ.
ສ່ວນພວກປະໂລຫິດໄດ້ເກັບເງິນນັ້ນໄວ້ແລ້ວເວົ້າວ່າ: “ນີ້ແມ່ນເງິນເລືອດ ແລະເປັນການຜິດກົດບັນຍັດທີ່ຈະເກັບເງິນນັ້ນໄວ້ໃນຄັງພຣະວິຫານ.” ພວກເຂົາໄດ້ປຶກສາຕົກລົງກັນແລ້ວຈຶ່ງໄດ້ເອົາເງິນນັ້ນໄປຊື້ດິນຂອງຊ່າງປັ້ນໝໍ້ ເພື່ອໃຫ້ເປັນບ່ອນຝັງສົບຄົນຕ່າງດ້າວ. ດັ່ງນັ້ນ ທົ່ງນານີ້ຈຶ່ງມີຊື່ວ່າ "ນາເລືອດ" ຈົນເຖິງທຸກວັນນີ້.
ເຫດການນີ້ ກໍສຳເລັດຕາມຜູ້ປະກາດພຣະຄຳເຢເຣມີຢາໄດ້ກ່າວໄວ້ວ່າ: “ພວກເຂົາໄດ້ເອົາເງິນສາມສິບຫລຽນ ເຊິ່ງເປັນລາຄາຜູ້ທີ່ພວກເຂົາຄາດລາຄາໄວ້ ຄືປະຊາຊົນອິດສາຣາເອນໄດ້ຕີລາຄານັ້ນ ແລະພວກເຂົາໄດ້ເອົາເງິນນັ້ນເພື່ອຊື່ນາຂອງຊ່າງປັ້ນໝໍ້ ຕາມທີ່ອົງພຣະຜູ້ເປັນເຈົ້າໄດ້ຊົງສັ່ງຂ້າພຣະເຈົ້າໄວ້.”
ພວກປະໂລຫິດ ແລະພວກເຖົ້າແກ່ທຸກຄົນໄດ້ວາງແຜນຕໍ່ສູ້ພຣະເຢຊູ ເພື່ອຈະປະຫານຊີວິດພຣະອົງ. ພວກເຂົາລ່າມໂສ້ພຣະອົງ ແລະນຳພຣະອົງໄປມອບໃຫ້ປີລາດຜູ້ປົກຄອງຊາວໂຣມ. (ມັດທາຍ 27:1, 2)
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 27:1-10; ລູກາ 22:66-71.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 75 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູພົບກັບປີລາດ
ພວກປະໂລຫິດ ແລະພວກເຖົ້າແກ່ກັບບັນດາຜູ້ທີ່ຢູ່ໃນສະພາສູງສຸດໄດ້ພາກັນລຸກຂຶ້ນ ແລະພວກເຂົາໄດ້ນຳພາພຣະເຢຊູໄປຫາຜູ້ປົກຄອງປີລາດໃນເວລາຮຸ່ງເຊົ້າ ເພື່ອໃຫ້ປີລາດຮັບການຮັບຮອງການລົງໂທດນີ້. ປີລາດແມ່ນຜູ້ປົກຄອງແຂວງຢູດາຍ ເຊິ່ງລັດຖະບານໂຣມສົ່ງມາ. ພໍມາຮອດສຳນັກງານຜູ້ປົກຄອງ (ສານປະໄຣໂຕຣຽນ) ພວກປະໂລຫິດ ແລະພວກເຖົ້າແກ່ກໍບໍ່ໄດ້ເຂົ້າໄປໃນສານນັ້ນ ເພາະຢາກຮັກສາຕົວບໍ່ໃຫ້ເປັນມົນທິນຕາມທຳນຽມ ເພື່ອຈະສາມາດກິນອາຫານປັດສະຄາໄດ້. ພວກເຂົາໄດ້ເອີ້ນປີລາດຈາກຫ້ອງນອນຂອງລາວ ແລະນີ້ໄດ້ເຮັດໃຫ້ປີລາດໃຈຮ້ອນ ແລະລາວຢາກເຮັດວຽກໃຫ້ມັນແລ້ວໄວໆ.
ປີລາດເບິ່ງພຣະເຢຊູຢ່າງຕັ້ງໃຈ ລາວເຄີຍເຫັນຜູ້ກໍ່ການຮ້າຍມາຢ່າງຫຼວງຫຼາຍ ແຕ່ບໍ່ເຄີຍເຫັນນັກໂທດເໝືອນພຣະເຢຊູ. ປີລາດເຫັນວ່າພຣະເຢຊູເປັນຄົນດີມີກຽດ ແລະບໍ່ມີລັກສະນະທີ່ຈະເປັນຜູ້ກໍ່ການຮ້າຍເລີຍ. ລາວໄດ້ເຫັນໃບໜ້າຂອງພຣະເຢຊູສະແດງອອກຂອງສະຫວັນ ລາວຄິດໃນສິ່ງທີ່ເມຍຂອງລາວ ແລະຄົນອື່ນໆໄດ້ບອກລາວກ່ຽວກັບການອັດສະຈັນຂອງພຣະເຢຊູທີ່ຮັກສາຄົນເຈັບປ່ວຍ ແລະເຮັດໃຫ້ຄົນຟື້ນຄືນມາຈາກຄວາມຕາຍ.
ປີລາດຫັນໄປຫາພວກຜູ້ນຳສາສະໜາ ແລະຖາມວ່າ: "ຊາຍຄົນນີ້ແມ່ນໃຜ ແລະເປັນຫຍັງຈຶ່ງພາລາວມາ? ພວກທ່ານມີເລື່ອງອັນໃດມາຟ້ອງຊາຍຄົນນີ້?"
ພວກປະໂລຫິດ ແລະພວກຜູ້ນຳສາສະໜາໄດ້ກ່າວໂທດໃສ່ພຣະເຢຊູ ເພາະພຣະອົງອ້າງວ່າເປັນພຣະເຈົ້າ. ອີງຕາມກົດໝາຍຂອງສາສະໜາຊາວຢິວ ຜູ້ໃດທີ່ອ້າງຕົວເອງວ່າເປັນພຣະເຈົ້າ ຜູ້ນັ້ນຈະຕ້ອງຖືກໂທດປະຫານຊີວິດ. ແຕ່ພວກເຂົາຮູ້ວ່າ ລັດຖະບານໂຣມຈະບໍ່ເຫັນດີຄືກັນກັບພວກເຂົາທີ່ວ່າ ຜູ້ໃດທີ່ອ້າງຕົວເອງວ່າເປັນພຣະເຈົ້າ ຄົນນັ້ນເປັນຜູ້ກໍ່ການຮ້າຍ. ແຕ່ພວກເຂົາກໍບໍ່ສາມາດຫາຂໍ້ມູນອື່ນໃດທີ່ຈະມາກ່າວໂທດໃສ່ພຣະເຢຊູໃຫ້ຖືກໂທດປະຫານຊີວິດ. ແລະພວກເຂົາກໍຮູ້ອີກວ່າ ຂໍ້ກ່າວຫາຂອງພວກເຂົາກ່ຽວກັບພຣະເຢຊູທີ່ອ້າງວ່າເປັນພຣະເຈົ້ານັ້ນ ຈະຖືກຜູ້ປົກຄອງປີລາດປະຕິເສດ. ສະນັ້ນ ພວກເຂົາຈຶ່ງບໍ່ເວົ້າວ່າ ເປັນຫຍັງພຣະເຢຊູຈຶ່ງຕ້ອງຖືກໂທດປະຫານຊີວິດ. ແຕ່ພວກເຂົາພະຍາຍາມໃຊ້ອິດທິພົນຂອງພວກເຂົາ ເພື່ອບັງຄັບໃຫ້ຜູ້ປົກຄອງປີລາດລົງໂທດພຣະເຢຊູໃຫ້ເຖິງແກ່ຄວາມຕາຍ.
ພວກຜູ້ນຳສາສະໜາອຶດອັດໃຈ ເພາະຮູ້ວ່າພວກເຂົາບໍ່ສາມາດພິສູດຫຼັກຖານສິ່ງໃດຕໍ່ສູ້ພຣະເຢຊູ ແລະພວກເຂົາກໍບໍ່ຕ້ອງການທີ່ຈະສອບສວນໃນທີ່ສາທາລະນະ. ສະນັ້ນ ພວກເຂົາຈຶ່ງຕອບປີລາດວ່າ: "ລາວເປັນຄົນຫຼອກລວງທີ່ເອີ້ນກັນວ່າ ເຢຊູ ໄທນາຊາເຣັດ"
ປີລາດໄດ້ຖາມອີກວ່າ: "ພວກທ່ານມີເລື່ອງອັນໃດມາຟ້ອງຊາຍຄົນນີ້?"
ພວກເຂົາບໍ່ໄດ້ຕອບຄຳຖາມຂອງປີລາດ ແຕ່ພວກປະໂລຫິດໄດ້ຕອບປີລາດດ້ວຍອາລົມເສຍວ່າ: "ຖ້າຄົນນີ້ບໍ່ໄດ້ເຮັດຜິດ ພວກເຂົາຄົງບໍ່ນຳຕົວລາວມາມອບໃຫ້ແກ່ທ່ານ"
ປີລາດບໍ່ກ້າຕັດສິນລົງໂທດພຣະເຢຊູ ລາວຈື່ໄດ້ວ່າເມື່ອບໍ່ດົນມານີ້ ພຣະເຢຊູໄດ້ເຮັດໃຫ້ລາຊາໂຣ ຊາຍທີ່ເຄີຍເສຍຊີວິດມາແລ້ວສີ່ວັນນັ້ນກັບຟື້ນຄືນມີຊີວິດອີກຄັ້ງໜຶ່ງ. ປີລາດຢາກຮູ້ຂໍ້ກ່າວຫາ ກ່ອນທີ່ຈະພິພາກສາລົງໂທດພຣະເຢຊູ ເພື່ອເບິ່ງວ່າພວກເຂົາຈະສາມາດພິສູດຂໍ້ກ່າວຫາໄດ້ຫຼືບໍ່.
ປີລາດເວົ້າກັບພວກເຂົາວ່າ: "ພວກທ່ານນຳຕົວລາວໄປຕັດສິນຕາມກົດໝາຍຂອງພວກທ່ານເອງສາ!"
ແຕ່ພວກເຂົາບອກປີລາດວ່າພວກເຂົາໄດ້ພິຈາລະນາຄະດີຂອງພຣະເຢຊູແລ້ວ ແລະພວກເຂົາກໍຕ້ອງການມີການຕັດສິນຂອງປີລາດດ້ວຍຈຶ່ງຈະເຮັດໃຫ້ການຕັດສິນຂອງພວກເຂົາຖືກຕ້ອງ. ປີລາດຖາມພວກເຂົາວ່າ: “ການຕັດສິນຂອງທ່ານແມ່ນຫຍັງ”
ພວກເຂົາຕອບວ່າ: “ໂທດປະຫານຊີວິດ; ແຕ່ເປັນການຜິດກົດໝາຍສຳລັບພວກເຮົາທີ່ຈະປະຫານຊີວິດຄົນໃດຄົນໜຶ່ງນັ້ນ” ພວກເຂົາຂໍໃຫ້ປີລາດຮັບຄຳໃຫ້ການຂອງພວກເຂົາກ່ຽວກັບໂທດຂອງພຣະເຢຊູໂດຍບໍ່ມີຂໍ້ສົງໄສ ແລະດຳເນີນຕາມການຕັດສິນຂອງພວກເຂົາ. ພວກເຂົາເວົ້າວ່າ ພວກເຂົາຈະຮັບຜິດຊອບສຳລັບຜົນທີ່ຕາມມາ. ແຕ່ປີລາດປະຕິເສດຄຳຂໍຂອງພວກເຂົາ ລາວຈະບໍ່ລົງໂທດພຣະເຢຊູ ຈົນກວ່າພວກເຂົາຈະໄດ້ນຳເລື່ອງມາຟ້ອງຮ້ອງພຣະອົງ.
ຕອນນີ້ ພວກປະໂລຫິດຕົກຢູ່ໃນສະຖານະການທີ່ບໍ່ຮູ້ຈະເຮັດແນວໃດ ແຕ່ພວກເຂົາກໍບໍ່ຍອມໃຫ້ມັນປາກົດຂຶ້ນວ່າ ພວກເຂົາໄດ້ຈັບພຣະເຢຊູກ່ຽວກັບເລື່ອງສາສະໜາ ເພາະວ່າມັນຈະບໍ່ເຮັດໃຫ້ມີນ້ຳໜັກຕໍ່ປີລາ. ດັ່ງນັ້ນ ພວກເຂົາຈະຕ້ອງເຮັດໃຫ້ມັນປາກົດຂຶ້ນວ່າ ພຣະເຢຊູເປັນຜູ້ເຮັດຜິດທາງການເມືອງ ຊາວໂຣມຈຶ່ງຈະຈັດການຢ່າງຈິງຈັງ ເພາະພວກເຂົາຊອກຫາຄົນທີ່ກໍ່ການຮ້າຍ.
ດ້ວຍຄວາມສິ້ນຫວັງຂອງພວກປະໂລຫິດ ພວກເຂົາຈຶ່ງໄດ້ເອີ້ນບາງຄົນມາເປັນພະຍານຕົວະກ່າວຫາໃສ່ພຣະເຢຊູວ່າ: "ເຮົາໄດ້ພົບຊາຍຄົນນີ້ ກຳລັງຊັກຊວນປະຊາຊົນໃນປະເທດຂອງເຮົາ; ລາວບອກບໍ່ໃຫ້ເສຍພາສີແກ່ຈັກກະພັດ ແລະຍັງອ້າງຕົນເອງວ່າເປັນພຣະຄຣິດ ຄືກະສັດຜູ້ໜຶ່ງ."
ປີລາດບໍ່ເຊື່ອວ່າ ນັກໂທດຈະວາງແຜນການຕໍ່ຕ້ານລັດຖະບານ ແຕ່ລາວແນ່ໃຈວ່າຄວາມອິດສາຂອງພວກປະໂລຫິດທີ່ມີຕໍ່ພຣະເຢຊູເປັນສາເຫດທີ່ເຮັດໃຫ້ພວກເຂົາຟ້ອງຮ້ອງພຣະອົງ. ປີລາດຫັນໜ້າໄປຫາພຣະເຢຊູ ແລະຖາມວ່າ: "ທ່ານເປັນກະສັດຂອງຊາວຢິວບໍ?"
ພຣະເຢຊູຕອບປີລາດວ່າ: "ທ່ານເວົ້າຖືກແລ້ວ" ແລ້ວໃບໜ້າຂອງພຣະອົງກໍສະຫວ່າງຂຶ້ນປຽບດັ່ງແສງຕາເວັນສ່ອງໃສ່ທີ່ໃບໜ້າຂອງພຣະອົງ.
ພວກປະໂລຫິດໄດ້ຍິນຄໍາຕອບຂອງພຣະເຢຊູທີ່ຕອບປີລາດ. ດັ່ງນັ້ນ ພວກເຂົາຈຶ່ງບອກປີລາດໃຫ້ເປັນພະຍານວ່າ ພຣະເຢຊູຍອມຮັບຂໍ້ກ່າວຫາ. ດ້ວຍສຽງອັນດັງ ພວກເຂົາອ້ອນວອນປີລາດກ່າວໂທດໃສ່ພຣະເຢຊູໃຫ້ເຖິງແກ່ຄວາມຕາຍ. ແຕ່ຂໍ້ກ່າວໂທດທີ່ພວກເຂົາໃຫ້ພຣະເຢຊູນັ້ນ ພຣະອົງບໍ່ຕອບຫຍັງເລີຍ. ແລ້ວກໍມີສຽງຮ້ອງຂຶ້ນດ້ວຍຄວາມໂກດຮ້າຍຂອງພວກປະໂລຫິດ ແລະພວກຜູ້ນຳສາສະໜາທັງຫຼາຍໃຫ້ພຣະເຢຊູຖືກຕັດສິນປະຫານຊີວິດ. ຈາກນັ້ນ ກໍດັງຂຶ້ນຢູ່ທີ່ຝູງຊົນ ແລະໄດ້ເກີດຄວາມວຸ່ນວາຍອຶກກະທຶກນຶກນອງ. ຝ່າຍປີລາດສັບສົນ ແລະກໍເຫັນວ່າພຣະເຢຊູບໍ່ຕອບໂຕ້ຫຍັງຈັກຄຳ ແລະພຣະອົງຊົງຢືນຢູ່ຢ່າງງຽບສະຫງົບ. ດັ່ງນັ້ນ ປີລາດຈຶ່ງຖາມພຣະເຢຊູວ່າ: "ທ່ານບໍ່ຕອບຫຍັງຈັກຄຳບໍ? ເບິ່ງແມ້! ພວກເຂົາກ່າວຟ້ອງໃສ່ທ່ານຕັ້ງຫຼາຍເລື່ອງ" ແຕ່ພຣະເຢຊູບໍ່ຕອບຫຍັງຈັກຄຳ ຈົນປີລາດຮູ້ສຶກປະຫຼາດໃຈ.
ແລ້ວປີລາດໄດ້ນຳຕົວພຣະເຢຊູເຂົ້າມາສອບສວນເປັນການສວນຕົວຢູ່ຂ້າງໃນ ເພື່ອຫວັງທີ່ຈະໄດ້ຫຼັກຖານເພີ່ມເຕີມ ເພາະລາວເຫັນວ່າພຣະເຢຊູກໍບໍ່ມີຄວາມຜິດອັນໃດຕາມທີ່ພວກປະໂລຫິດກ່າວຮ້າຍໃສ່ພຣະອົງ ແລະປີລາດກໍໝັ້ນໃຈວ່າພຣະເຢຊູເປັນຜູ້ບໍຣິສຸດໃນຄະດີນີ້
ປີລາດຖາມພຣະເຢຊູວ່າ: "ທ່ານເປັນກະສັດຂອງຊາດຢິວບໍ?"
ພຣະເຢຊູຮູ້ວ່າພຣະວິນຍານບໍຣິສຸດກຳລັງເຮັດວຽກຢູ່ໃນໃຈຂອງປີລາດ ພຣະອົງບໍ່ໄດ້ຕອບຄຳຖາມຂອງປີລາດໂດຍຕົງ ແຕ່ພຣະອົງຊົງກ່າວຂຶ້ນວ່າ: "ຄຳຖາມນີ້ມາຈາກທ່ານເອງ ຫຼືມີຄົນບອກທ່ານກ່ຽວກັບເລື່ອງຂອງເຮົາ" ຄຳຖາມຂອງພຣະເຢຊູໄດ້ເຮັດໃຫ້ປີລາດຕ້ອງສຳຫຼວດຈິດໃຈຂອງລາວເອງຢ່າງເລິກເຊິ່ງ ປີລາດເຂົ້າໃຈໃນຄຳຖາມຂອງພຣະເຢຊູ ແຕ່ລາວບໍ່ໄດ້ເປີດໃຈຂອງລາວໃຫ້ກັບພຣະອົງ ແລະລາວບໍ່ຢາກເຊື່ອໃນພຣະອົງ ແຕ່ດ້ວຍຄວາມຍິ່ງຈອງຫອງໃນຖານະຕຳແໜ່ງຂອງປີລາດ ລາວຈຶ່ງຕອບພຣະເຢຊູວ່າ: "ຂ້ອຍເປັນຄົນຊາດຢິວຊັ້ນບໍ? ຊົນຊາດຂອງທ່ານເອງ ແລະພວກມະຫາປະໂລຫິດໄດ້ມອບທ່ານໄວ້ກັບເຮົາ: ທ່ານໄດ້ເຮັດຫຍັງຜິດ?"
ພຣະເຢຊູບໍ່ໄດ້ປະຖິ້ມປີລາດໂດຍປາສະຈາກຄວາມສະຫວ່າງ ພຣະອົງຢາກໃຫ້ປີລາດເຂົ້າໃຈວ່າອານາຈັກຂອງພຣະອົງບໍ່ໄດ້ຢູ່ໃນໂລກນີ້ ແລ້ວພຣະເຢຊູກໍໄດ້ກ່າວຕໍ່ປີລາດວ່າ: "ອານາຈັກຂອງເຮົາບໍ່ໄດ້ຢູ່ໃນໂລກນີ້ ຖ້າອານາຈັກຂອງເຮົາຢູ່ໃນໂລກນີ້ ເຮົາກໍຄົງຈະໃຫ້ຄົນຂອງເຮົາຕໍ່ສູ້ ແລະເຮົາຄົງຈະບໍ່ຕ້ອງມາຖືກຈັບເປັນນັກໂທດຢູ່ແບບນີ້. ແຕ່ວ່າອານາຈັກຂອງເຮົາບໍ່ໄດ້ຢູ່ໃນໂລກນີ້"
ປີລາດຈຶ່ງຖາມພຣະເຢຊູອີກວ່າ: "ແລ້ວທ່ານເປັນກະສັດບໍ?"
ພຣະເຢຊູຕອບປີລາດວ່າ: "ທ່ານເວົ້າຖືກແລ້ວວ່າ ເຮົາເປັນກະສັດ. ເພາະເຫດນີ້ ເຮົາຈຶ່ງເກີດມາ ແລະເຮົາເຂົ້າມາໃນໂລກ ເພື່ອເຮົາຈະເປັນພະຍານເຖິງຄວາມຈິງ ແລະຄົນທັງຫຼາຍທີ່ຢູ່ຝ່າຍຄວາມຈິງຍ່ອມຟັງສຽງຂອງເຮົາ"
ປີລາດປາຖະໜາຢາກຮູ້ຈັກຄວາມຈິງນັ້ນ ຈິດໃຈຂອງລາວເກີດຄວາມສັບສົນ ລາວຕັ້ງໃຈຟັງຄຳເວົ້າຂອງພຣະເຢຊູ ຫົວໃຈຂອງລາວປາຖະໜາຢ່າງແຮງກ້າທີ່ຈະໄດ້ຮັບຄວາມຈິງ. ປີລາດຖາມພຣະເຢຊູຕື່ມອີກວ່າ: "ແມ່ນຫຍັງ ຄືຄວາມຈິງ?" ລາວຖາມແຕ່ວ່າລາວກໍບໍ່ໄດ້ລໍຖ້າຟັງຄຳຕອບ ເພາະໄດ້ເກີດຄວາມສັບສົນວຸ່ນວາຍຢູ່ຂ້າງນອກສາກ່ອນ! ເນື່ອງຈາກວ່າ ແຕ່ລະຄົນບ້າປ່ວງໄປດ້ວຍຄວາມໂກດຮ້າຍ. ສະນັ້ນ ປີລາດຈຶ່ງຍ່າງອອກໄປຂ້າງນອກ ແລະບອກຝູງຊົນວ່າ: "ເຮົາບໍ່ພົບຄວາມຜິດຈັກຢ່າງໃນຊາຍຄົນນີ້"
ຄຳຕອບຂອງປີລາດເຮັດໃຫ້ພວກປະໂລຫິດ ແລະພວກຜູ້ນຳສາສະໜາເກີດມີຄວາມຜິດຫວັງ ແລະມີຄວາມໂກດຮ້າຍຂຶ້ນຢ່າງບໍ່ມີຂອບເຂດ. ພວກເຂົາໄດ້ວາງແຜນການທີ່ຈະຂ້າພຣະເຢຊູມາຕັ້ງແຕ່ດົນ ແລະພວກເຂົາກໍລໍຄອຍໂອກາດນີ້. ແຕ່ຕອນນີ້ ພວກເຂົາຢ້ານວ່າພຣະເຢຊູຈະຖືກປ່ອຍຕົວໃຫ້ເປັນອິດສະລະ ຖ້າເປັນເຊັ່ນນັ້ນພວກເຂົາກໍພ້ອມທີ່ຈະທຳຮ້າຍພຣະອົງຈົນເຖິງທີ່ສຸດ. ດ້ວຍເຫດນີ້ ພວກເຂົາຈຶ່ງສູນເສຍການຄວບຄຸມຕົວເອງ ພວກເຂົາໄດ້ຂົ່ມຂູ່ປີລາດພ້ອມກັບຕຳໜິລັດຖະບານໂຣມ ແລະພວກເຂົາໄດ້ເວົ້າປະນາມໃສ່ປີລາດທີ່ເພິ່ນບໍ່ລົງໂທດຜູ້ວາງແຜນການຕໍ່ຕ້ານຈັກກະພັດ. ແລ້ວພວກເຂົາກໍຮ້ອງຂຶ້ນວ່າ: "ຊາຍຄົນນີ້ໄດ້ໃຊ້ຄຳສອນຂອງລາວຍຸງຍົງປະຊາຊົນທົ່ວທັງແຂວງຢູດາຍໃຫ້ກໍ່ການປະຕິວັດ ລາວໄດ້ເລີ່ມຕົ້ນທີ່ແຂວງຄາລີເລ ແລະບັດນີ້ກໍມາຮອດທີ່ນີ້ແລ້ວ."
ໃນເວລານັ້ນ ປີລາດແນ່ໃຈວ່າພຣະເຢຊູບໍ່ມີຄວາມຜິດ ແຕ່ພໍປີລາດໄດ້ຍິນພວກເຂົາອອກຊື່ແຂວງຄາລີເລ ລາວກໍເລີຍຖາມພວກເຂົາວ່າ: "ຊາຍຄົນນີ້ເປັນຄົນຄາລີເລບໍ?" ເມື່ອປີລາດຮູ້ວ່າພຣະເຢຊູເປັນຄົນຄາລີເລ ເຊິ່ງມາຈາກຂົງເຂດທີ່ເຮໂຣດປົກຄອງຢູ່ (ເຮໂຣດເປັນກະສັດທີ່ປົກຄອງແຂວງຄາລີເລ) ປີລາດຈຶ່ງສົ່ງພຣະເຢຊູໄປຫາເຮໂຣດ ເພາະປີລາດໝັ້ນໃຈວ່າພຣະເຢຊູບໍ່ມີຄວາມຜິດ ແລະລາວຢາກປັດຄວາມຮັບຜິດຊອບໃນຄະດີນີ້ໃຫ້ຕົກໄປຢູ່ກັບເຮໂຣດ ແລະຕອນນີ້ເຮໂຣດກໍຢູ່ທີ່ນະຄອນເຢຣູຊາເລັມ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 27:11-13: ມາຣະໂກ 15:1-5; ລູກາ 23:1-5; ໂຢຮັນ 18:28-38.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 77 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູພົບກັບເຮໂຣດ
ໃນຂະນະທີ່ພຣະເຢຊູຊົງອິດເມື່ອຍຈາກການຂາດອາຫານ ແລະບໍ່ໄດ້ນອນ ພຣະອົງຊົງທຸກໃຈຍ້ອນຂໍ້ກ່າວຫາທີ່ພຣະອົງໄດ້ຮັບ ແລະຝູງຊົນຍັງລາກພຣະອົງໄປຢ່າງຮຸນແຮງ ພ້ອມທັງຮ້ອງໂຮສາບແຊ່ງສຽງດັງຢ່າງສະນັ່ນ. ເຮໂຣດດີໃຈຫຼາຍທີ່ສຸດເມື່ອໄດ້ເຫັນພຣະເຢຊູ ເພາະລາວໄດ້ຍິນເລື່ອງພຣະອົງ ແລະລໍຄອຍຢາກຈະເຫັນພຣະອົງມາດົນນານແລ້ວ ເຮໂຣດຫວັງທີ່ຈະໄດ້ເຫັນພຣະເຢຊູເຮັດການອັດສະຈັນບາງຢ່າງ ເຮໂຣດໄດ້ບອກໃຫ້ຝູງຊົນມິດງຽບ ເພາະລາວຢາກຈະສອບຖາມພຣະເຢຊູ.
ເຮໂຣດແນມເບິ່ງໃບໜ້າທີ່ຈືດໂຊມຂອງພຣະເຢຊູດ້ວຍຄວາມສົງສານ ແລະສົນໃຈ ລາວເຫັນເຖິງສະຕິປັນຍາ ແລະຄວາມບໍຣິສຸດທີ່ໃບໜ້າຂອງພຣະອົງ ລາວພໍໃຈໃນພຣະອົງ ແລະກໍຄິດຄືກັນກັບປີລາດທີ່ວ່າ ຝູງຊົນນີ້ກ່າວຮ້າຍໃສ່ພຣະອົງ ເພາະຄວາມອິດສາແລະຄຽດແຄ້ນເທົ່ານັ້ນ ແລ້ວເຮໂຣດກໍເລີ່ມສອບຖາມພຣະເຢຊູເຖິງຫຼາຍໆເລື່ອງ ແຕ່ພຣະອົງກໍບໍ່ໄດ້ຕອບຄຳຖາມຈັກຄຳ. ສະນັ້ນ ເຮໂຣດຈຶ່ງສັ່ງໃຫ້ທະຫານນຳຄົນພິການ ກັບຄົນບໍ່ສະບາຍມາຢູ່ຕໍ່ໜ້າພຣະເຢຊູ ລາວໄດ້ບອກໃຫ້ພຣະອົງສະແດງການອັດສະຈັນ ແລະລາວສັນຍາວ່າຈະປ່ອຍຕົວພຣະອົງໄປ ຖ້າພຣະອົງສະແດງການອັດສະຈັນບາງຢ່າງໃຫ້ລາວເບິ່ງ. ຝ່າຍພວກປະໂລຫິດ ແລະພວກຜູ້ນຳສາສະໜາຕ່າງກໍພາກັນຕົກໃຈທີ່ເຮໂຣດຂໍໃຫ້ພຣະເຢຊູເຮັດການອັດສະຈັນ ພວກເຂົາຢ້ານວ່າຖ້າພຣະອົງເຮັດການອັດສະຈັນແລ້ວ ແຜນການຂອງພວກເຂົາກໍຈະລົ້ນເຫລວທັງໝົດ ແລະພວກເຂົາອາດຈະຕ້ອງໄດ້ຮັບໂທດເຖິງຂັ້ນປະຫານຊີວິດ. ດັ່ງນັ້ນ ພວກເຂົາຈຶ່ງຮີບຮ້ອງຂຶ້ນມາວ່າ: "ລາວເປັນຄົນທໍລະຍົດ ເປັນຄົນໝິ່ນປະໝາດ ລາວເຮັດການອັດສະຈັນໂດຍອຳນາດຂອງເຈົ້າຊາຍແຫ່ງຄວາມຊົ່ວ"
ສ່ວນພຣະເຢຊູກໍມິດງຽບເຮັດຄືກັບວ່າບໍ່ໄດ້ເຫັນ ແລະບໍ່ໄດ້ຍິນຫຍັງເລີຍ. ພຣະອົງສະລະຄວາມເປັນພຣະເຈົ້າຂອງພຣະອົງ ແລະສະເດັດລົງມາເປັນມະນຸດ. ພຣະອົງຈະບໍ່ໃຊ້ຣິດອຳນາດຂອງພຣະອົງເພື່ອຕອບສະໜອງຄວາມຢາກຮູ້ຢາກເຫັນ ຫຼືເຮັດເພື່ອຫຼຸດພົ້ນອອກຈາກສະຖານະການອັນເຈັບປວດນີ້ ພຣະອົງຊົງທົນທຸກທໍລະມານຢ່າງທີ່ມະນຸດຄົນໜຶ່ງອາດຈະຕ້ອງທົນໃນສະພາບດຽວກັນ.
ສະນັ້ນ ເຮໂຣດຈຶ່ງເກີດຄວາມໂມໂຫຂຶ້ນ ດ້ວຍຄວາມໂມໂຫນີ້ ລາວຈຶ່ງຫັນໄປຫາຝູງຊົນແລ້ວເວົ້າວ່າ: "ຄົນນີ້ເປັນຕົວປອມ." ແຕ່ຝູງຊົນໄດ້ພາກັນຢືນຢັນວ່າ ຄົນນີ້ແມ່ນເຢຊູຕົວຈິງ ເພາະພວກເຂົາໄດ້ເຫັນການອັດສະຈັນຂອງພຣະອົງມາດົນແລ້ວ. ຝ່າຍເຮໂຣດກັບພວກທະຫານຈຶ່ງພາກັນເຍາະເຍີຍ ແລະໝິ່ນປະໝາດພຣະເຢຊູ ໂດຍພວກເຂົາເອົາເສື້ອໂຕທີ່ງາມໆສວມໃສ່ພຣະອົງ. ໃນຂະນະທີ່ເຮໂຣດເຫັນວ່າພຣະເຢຊູຊົງຍອມຮັບການໝິ່ນປະໝາດ ແລະການເຢາະເຢີຍດ້ວຍຄວາມອົດທົນ ລາວກໍເກີດມີຄວາມຢ້ານກົວຂຶ້ນມາໃນຈິດໃຈວ່າ ຊາຍຄົນນີ້ຄົງບໍ່ແມ່ນຄົນທຳມະດາ ແລະອາດຈະເປັນພຣະເຈົ້າຜູ້ສະເດັດລົງມາກໍໄດ້. ເຮໂຣດບໍ່ກ້າພິພາກສາລົງໂທດພຣະເຢຊູ ແລະບໍ່ດຳເນີນຄະດີຫຍັງຈັກຢ່າງກັບພຣະອົງ ລາວໄດ້ໂຍນຄວາມຮັບຜິດຊອບອັນໃຫຍ່ຫຼວງນີ້ກັບໄປສູ່ປີລາດ ໂດຍສົ່ງພຣະເຢຊູກັບຄືນໄປຫາປີລາດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 23:6-12.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 77 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຖືກຂ້ຽນຕີ
ເມື່ອຝູງຊົນນຳພາພຣະເຢຊູກັບມາຫາປີລາດ ປີລາດກໍຮູ້ສຶກຜິດຫວັງ ແລະບໍ່ພໍໃຈຫຼາຍ. ລາວເຕືອນພວກເຂົາວ່າ: "ພວກທ່ານໄດ້ນຳຊາຍຄົນນີ້ມາ ແລະກ່າວຮ້າຍໃສ່ວ່າລາວຊັກຊວນປະຊາຊົນໃຫ້ກໍ່ການປະຕິວັດ. ບັດນີ້ ເຮົາສອບຖາມລາວຕໍ່ໜ້າພວກທ່ານແລ້ວ ແລະເຮົາບໍ່ເຫັນວ່າລາວຈະມີຄວາມຜິດຫຍັງຕາມທີ່ພວກທ່ານໄດ້ກ່າວຮ້າຍໃສ່ລາວນັ້ນ. ເຮໂຣດກໍຄືກັນ ລາວກໍບໍ່ພົບຄວາມຜິດປະການໃດໃນຊາຍຄົນນີ້. ດັ່ງນັ້ນ ເຮໂຣດຈຶ່ງໄດ້ສົ່ງຊາຍຄົນນີ້ມາໃຫ້ເຮົາ ຊາຍຄົນນີ້ບໍ່ໄດ້ມີຄວາມຜິດປະການໃດທີ່ສົມຄວນຕ້ອງຕາຍ. ສະນັ້ນ ເຮົາຈະສັ່ງໃຫ້ຂ້ຽນຕີລາວ ແລະປ່ອຍລາວໄປ."
ປີລາດໄດ້ປະກາດວ່າພຣະເຢຊູເປັນຜູ້ບໍຣິສຸດ ແຕ່ລາວກໍເຕັມໃຈທີ່ຈະເສຍສະລະຄວາມຍຸຕິທຳ ເພື່ອເປັນການເອົາໃຈຝູງຊົນ. ແຕ່ການກະທຳນີ້ ໄດ້ເຮັດໃຫ້ພວກປະໂລຫິດເຫັນເຖິງຈຸດອ່ອນ ແລະຄວາມບໍ່ໝັ້ນຄົງໃນການຕັດສິນໃຈຂອງປີລາດ. ດັ່ງນັ້ນ ພວກເຂົາຈຶ່ງເອົາຈຸດນີ້ມາສະໜັບສະໜູນຂໍ້ກ່າວຫາໂດຍຮ້ອງດັງຂຶ້ນວ່າພວກເຂົາຕ້ອງການຊີວິດຂອງພຣະເຢຊູ.
ໃນຂະນະນັ້ນ ປີລາດລັງເລໃຈ ແລະບໍ່ຮູ້ຈະເຮັດແນວໃດ ແລ້ວລາວກໍໄດ້ຮັບຂ່າວສານຈາກເມຍຂອງລາວວ່າ: "ຢ່າໄດ້ພົວພັນກັບເລື່ອງຂອງຊາຍທີ່ບໍ່ມີຄວາມຜິດນັ້ນ. ເພາະມື້ນີ້ ນ້ອງບໍ່ສະບາຍໃຈຫຼາຍ ຍ້ອນຄວາມຝັນກ່ຽວກັບຊາຍຄົນນີ້."
ປີລາດເຖິງກັບຕົກໃຈ ແລະເກີດຄວາມສັບສົນໃນຄວາມຮູ້ສຶກຂອງລາວ. ຝ່າຍຝູງຊົນເຫັນວ່າປີລາດຊັກຊ້າໃນການຕັດສິນຄະດີ ພວກເຂົາກໍພາກັນໂຮຮ້ອງດ້ວຍຄວາມໃຈຮ້າຍໃນຈິດໃຈ. ສ່ວນປີລາດກໍຊອກຫາວິທີທາງອອກ ແລະລາວກໍນຶກໄດ້ວ່າໃນເທດສະການປັດສະຄານີ້ ລາວຕ້ອງປ່ອຍນັກໂທດຄົນໜຶ່ງໃຫ້ເປັນອິດສະລະຕາມທີ່ປະຊາຊົນຂໍຮ້ອງ. ໃນເວລານັ້ນ ມີນັກໂທດຄົນໜຶ່ງຊື່ວ່າ 'ບາຣາບາ' ລາວຖືກຈັບເຂົ້າຄຸກ ໃນຂໍ້ຫາກໍ່ການກະບົດ ຂ້າຄົນ ແລະຖືກຕັດສິນໃຫ້ປະຫານຊີວິດ. ປີລາດຈຶ່ງໃຫ້ທາງເລືອກແກ່ຝູງຊົນລະຫວ່າງບາຣາບາ ແລະພຣະເຢຊູ. ປີລາດຢາກກະຕຸ້ນໃຫ້ຝູງຊົນຄິດເຖິງຄວາມຍຸຕິທຳ ແລະລາວຫວັງວ່າຝູງຊົນຈະເຫັນອົກເຫັນໃຈພຣະເຢຊູໃນຄວາມຂັດແຍ້ງກັບພວກປະໂລຫິດ ແລະພວກຜູ້ນຳສາສະໜາ.
ສະນັ້ນ ປີລາດຈຶ່ງຖາມຝູງຊົນວ່າ: "ເຮົາບໍ່ພົບຄວາມຜິດຈັກຢ່າງໃນຊາຍຄົນນີ້ ຕາມທຳນຽມຂອງພວກທ່ານແລ້ວ ເຮົາເຄີຍປ່ອຍຕົວນັກໂທດຄົນໜຶ່ງໃຫ້ແກ່ພວກທ່ານໃນເທດສະການປັດສະຄາ ພວກທ່ານຢາກໃຫ້ເຮົາປ່ອຍຜູ້ໃດ? ບາຣາບາ ຫຼື ເຢຊູທີ່ເອີ້ນວ່າ ພຣະຄຣິດ?"
ແຕ່ພວກປະໂລຫິດໄດ້ຍຸງຍົງໃຫ້ຝູງຊົນຂໍໃຫ້ປ່ອຍບາຣາບາ ແລະໃຫ້ປະຫານພຣະເຢຊູ ຄົນທັງຫຼາຍຈຶ່ງຮ້ອງຂຶ້ນວ່າ: "ຢ່າປ່ອຍຊາຍຄົນນີ້ ແຕ່ໃຫ້ປ່ອຍບາຣາບາ" ສຽງຂອງຝູງຊົນດັງຂຶ້ນເລື້ອຍໆ ວ່າ: "ບາຣາບາ! ບາຣາບາ!"
ປີລາດອຶ້ງໄປດ້ວຍຄວາມປະຫຼາດໃຈ ແລະຮູ້ສຶກຜິດຫວັງ. ມັນເປັນຄວາມອ່ອນແອຂອງລາວທີ່ບໍ່ຕັ້ງໝັ້ນຄົງຢູ່ໃນຄວາມຍຸຕິທຳ ແລະການຕັດສິນຂອງລາວ. ປີລາດສູນເສຍການຄວບຄຸມຝູງຊົນ ແລະໄດ້ກາຍເປັນເຄື່ອງມືຂອງຝູງຊົນ. ລາວຄິດວ່າຝູງຊົນຄົງບໍ່ເຂົ້າໃຈກັບຄຳຖາມຂອງລາວ.
ປີລາດຈຶ່ງຖາມຝູງຊົນອີກວ່າ: "ໃນສອງຄົນນີ້ ພວກທ່ານຢາກໃຫ້ເຮົາປ່ອຍຜູ້ໃດໃຫ້ພວກທ່ານ?”
ພວກເຂົາຕອບວ່າ: "ບາຣາບາ"
ປີລາດຈຶ່ງຖາມຝູງຊົນວ່າ: “ຖ້າຢ່າງນັ້ນ ພວກທ່ານຈະໃຫ້ເຮົາເຮັດຢ່າງໃດ ແກ່ເຢຊູຜູ້ທີ່ເອີ້ນວ່າ ພຣະຄຣິດ?”
ພວກເຂົາພາກັນຕອບວ່າ: “ຄຶງມັນໄວ້ທີ່ໄມ້ກາງແຂນ ຄຶງມັນໄວ້ທີ່ໄມ້ກາງແຂນ.”
ປີລາດເວົ້າກັບຝູງຊົນເປັນເທື່ອທີສາມວ່າ: “ຄຶງເຮັດຫຍັງ ຄົນນີ້ໄດ້ເຮັດຜິດອັນໃດ? ເຮົາບໍ່ພົບລາວເຮັດຫຍັງຜິດທີ່ສົມຄວນຕ້ອງຕາຍ. ສະນັ້ນ ເມື່ອເຮົາສັ່ງໃຫ້ຂ້ຽນລາວແລ້ວ ກໍຈະປ່ອຍລາວໄປ”
ແຕ່ຝູງຊົນຊ້ຳພັດພາກັນຮ້ອງແຮງຍິ່ງຂຶ້ນວ່າ: “ຄຶງມັນໄວ້ທີ່ໄມ້ກາງແຂນ ຄຶງມັນໄວ້ທີ່ໄມ້ກາງແຂນ.”
ແລ້ວປີລາດກໍໄດ້ສັ່ງທະຫານນຳພຣະເຢຊູໄປຂ້ຽນຕີ. ພວກທະຫານໄດ້ນຳພາພຣະເຢຊູເຂົ້າໄປໃນເດີ່ນບ້ານຂອງປີລາດ ແລ້ວກໍເອີ້ນກອງທັບທະຫານມາເຕົ້າໂຮມກັນອ້ອມພຣະອົງ. ພວກເຂົາດຶງເສື້ອຂອງພຣະອົງອອກ ແລະເອົາເສື້ອຄຸມສີແດງສົດມານຸ່ງໃຫ້ພຣະອົງ. ພວກເຂົາໄດ້ເອົາເຄືອໜາມຖັກເປັນວົງໂຄ້ງແທນມົງກຸດສຸບໃສ່ຫົວຂອງພຣະອົງ ແລະເອົາໄມ້ອໍ້ໃສ່ມືເບື້ອງຂວາໃຫ້ພຣະອົງຖື ແລ້ວພວກເຂົາກໍຄຸເຂົ່າລົງຕໍ່ໜ້າພຣະອົງ ແລະເວົ້າເຢາະເຢີຍວ່າ: "ຂໍໃຫ້ກະສັດຂອງຊາດຢິວ ຈົ່ງຊົງພຣະຈະເລີນ" ແລ້ວພວກເຂົາໄດ້ຖົ່ມນ້ຳລາຍໃສ່ພຣະອົງ ແລະດຶງເອົາໄມ້ອໍ້ທີ່ພຣະອົງຖືນັ້ນ ມາຕີຫົວຂອງພຣະອົງ. ເມື່ອເຢາະເຢີຍພຣະອົງແລ້ວ ພວກເຂົາກໍໄດ້ຖອດເສື້ອຄຸມອອກ ແລະເອົາເຄື່ອງນຸ່ງຂອງພຣະອົງມານຸ່ງໃຫ້ພຣະອົງຄືນ ແລ້ວກໍພາພຣະອົງອອກໄປ.
ຊາຕານຄືຕົວການທີ່ຢູ່ເບື້ອງຫຼັງເລື່ອງນີ້ທັງໝົດ. ມັນຕ້ອງການທີ່ຈະເຮັດໃຫ້ພຣະເຢຊູໝົດຄວາມອົດທົນ ເພື່ອຈະໄດ້ໃຫ້ພຣະອົງເຮັດການຕໍ່ຕ້ານໂດຍໃຊ້ຣິດອຳນາດຂອງພຣະອົງ ເຊິ່ງຖ້າເປັນດັ່ງນັ້ນກໍຈະເຮັດໃຫ້ແຜນການແຫ່ງຄວາມລອດຕ້ອງລົ້ມເຫລວໄປ. ຖ້າມີຈຸດດ່າງພອຍແມ້ແຕ່ໜ້ອຍດຽວຢູ່ໃນຊີວິດ ແລະຢູ່ໃນຄວາມເປັນມະນຸດຂອງພຣະເຢຊູ ຖ້າພຣະອົງບໍ່ສາມາດຈະທົນທານຕໍ່ການທົດສອບນີ້ໄດ້ ພຣະອົງກໍຈະບໍ່ຄູ່ຄວນກັບການເປັນລູກແກະທີ່ບໍຣິສຸດຂອງພຣະເຈົ້າ ແລະແຜນການໄຖ່ບາບຂອງມະນຸດກໍຈະຖືກຍົກເລີກ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 27:15-31; ມາຣະໂກ 15:6-20; ລູກາ 23:13-25; ໂຢຮັນ 18:39-19:16.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 77 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຖືກຕັດສິນໃຫ້ປະຫານຊີວິດ
ປີລາດໃຫ້ພຣະເຢຊູຖືກຂ້ຽນຕີ ແລະຖືກເຢາະເຢີຍ ເພາະລາວຄິດວ່າສິ່ງນີ້ຈະເຮັດໃຫ້ຝູງຊົນສົງສານພຣະອົງ ແລະລາວຫວັງວ່າຝູງຊົນຈະຕັດສິນໃຈວ່ານີ້ເປັນການລົງໂທດທີ່ພຽງພໍແລ້ວ. ໃນເວລານັ້ນ ພຣະເຢຊູຊົງອ່ອນແຮງ ແລະອິດເມື່ອຍຫຼາຍ ຄວາມອົດທົນ ແລະຄວາມຖ່ອມຕົວຂອງພຣະອົງກໍໄດ້ເພີ່ມຫຼາຍຂຶ້ນ ຫຼາຍເກີນກວ່າທີ່ມະນຸດທຳມະດາຈະມີໄດ້ໃນສະຖານະການແບບນີ້. ປີລາດເອງກໍຍັງຮູ້ສຶກປະທັບໃຈໃນຄວາມອົດທົນຂອງພຣະເຢຊູ.
ຈາກນັ້ນ ປີລາດກໍໄດ້ເບີກຕົວນັກໂທດບາຣາບາອອກມາຢືນຢູ່ຂ້າງພຣະເຢຊູ ປີລາດຊີ້ໄປທີ່ພຣະເຢຊູ ແລະກ່າວດ້ວຍສຽງຂໍຮ້ອງຕໍ່ຝູງຊົນວ່າ: “ເບິ່ງແມ້! ເຮົາພາຄົນນີ້ອອກມາຫາທ່ານທັງຫຼາຍ ເພື່ອໃຫ້ພວກທ່ານຮູ້ວ່າ ເຮົາບໍ່ເຫັນຄວາມຜິດໃນຜູ້ນີ້ຈັກປະການ.” ພຣະເຢຊູຢືນຢູ່ທີ່ນັ້ນຊົງສວມເສື້ອຄຸມຂອງການເຢາະເຢີຍ ແລະຊົງໃສ່ພວງມາໄລທີ່ເຮັດດ້ວຍເຄືອໜາມ.
ປີລາດກ່າວຕໍ່ຝູງຊົນອີກວ່າ: “ເບິ່ງຄົນນີ້ແມ!” ຮ່າງກາຍຂອງພຣະເຢຊູຖືກທຳຮ້າຍຢ່າງໂຫດຮ້າຍ ແລະມີເລືອດໄຫຼອອກເລື້ອຍໆ. ໃບໜ້າຂອງພຣະອົງຊົງເຕັມໄປດ້ວຍເລືອດ ເຖິງແມ່ນວ່າ ພຣະອົງຈະອິດເມື່ອຍຫຼາຍພ້ອມກັບຄວາມເຈັບປວດ ແຕ່ໃບໜ້າຂອງພຣະອົງກໍຍັງຄົງສະແດງອອກເຖິງຄວາມຮັກ, ຄວາມສົງສານ ແລະເສຍໃຈແທນຝູງຊົນຜູ້ຊົ່ວຮ້າຍ. ທຸກໆລັກສະນະຂອງພຣະອົງສະແດງໃຫ້ເຫັນເຖິງຄວາມບໍ່ຂີ້ຢ້ານ ແຕ່ມີພຽງຄວາມເຂັ້ມແຂງ ແລະສັກສີຂອງຄວາມອົດທົນອົດກັ້ນ. ໃນທາງກົງກັນຂ້າມ ໃບໜ້າຂອງນັກໂທດບາຣາບາສະແດງອອກເຖິງຄວາມຊົ່ວຮ້າຍໃນສັນດານຄວາມຜິດບາບຂອງລາວ.
ໃນທ່າມກາງຝູງຊົງ ກໍບໍ່ໄດ້ໝາຍຄວາມວ່າຈະມີຄົນຊົ່ວຮ້າຍໄປໝົດ ແຕ່ກໍຍັງມີບາງຄົນທີ່ເຫັນອົກເຫັນໃຈພຣະເຢຊູ ແມ່ນແຕ່ພວກປະໂລຫິດເອງກໍເລີ່ມທີ່ຈະເຊື່ອວ່າ ພຣະເຢຊູຊົງເປັນດັ່ງທີ່ພຣະອົງເອງເຄີຍກ່າວໄວ້ ແຕ່ພວກປະໂລຫິດບໍ່ຢາກຍອມແພ້. ສະນັ້ນ ພວກເຂົາຈຶ່ງພາກັນຊັກຊວນຝູງຊົນອີກຄັ້ງໜຶ່ງ ແລ້ວກໍມີສຽງດັງຮ້ອງຂຶ້ນວ່າ: “ຄຶງມັນໄວ້ທີ່ໄມ້ກາງແຂນ ຄຶງມັນໄວ້ທີ່ໄມ້ກາງແຂນ.” ໂຢຮັນ 19:6
ປີລາດໝົດຄວາມອົດທົນກັບຝູງຊົນທີ່ໂຫດຮ້າຍ ແລະບໍ່ມີເຫດຜົນ ປີລາດຈຶ່ງຮ້ອງອອກມາດ້ວຍຄວາມໝົດຫວັງວ່າ: “ຖ້າດັ່ງນັ້ນ ໃຫ້ພວກທ່ານເອົາລາວໄປຄຶງໄວ້ທີ່ໄມ້ກາງແຂນສາ! ເພາະຝ່າຍເຮົາບໍ່ພົບຄວາມຜິດຈັກຢ່າງໃນຊາຍຄົນນີ້.”
ແຕ່ພວກເຂົາຕອບວ່າ “ພວກເຮົາມີກົດໝາຍ ແລະຕາມກົດໝາຍຂອງພວກເຮົານັ້ນ ລາວສົມຄວນຕາຍ ເພາະລາວໄດ້ຕັ້ງຕົວເອງເປັນພຣະບຸດຂອງພຣະເຈົ້າ.”
ເມື່ອປີລາດໄດ້ຍິນດັ່ງນັ້ນແລ້ວ ລາວກໍຕົກໃຈຢ້ານຫຼາຍຂຶ້ນ ລາວຈຶ່ງເຂົ້າໄປໃນສານອີກ ແລ້ວຖາມພຣະເຢຊູວ່າ: “ເຈົ້າມາແຕ່ໃສ?” ແຕ່ພຣະເຢຊູບໍ່ໄດ້ຕອບຫຍັງ.
ປີລາດຈຶ່ງເວົ້າຕໍ່ພຣະອົງອີກວ່າ: “ເຈົ້າບໍ່ເວົ້າກັບເຮົາບໍ? ເຈົ້າບໍ່ຮູ້ບໍວ່າ ເຮົາມີສິດອຳນາດທີ່ຈະປ່ອຍເຈົ້າໄດ້ ແລະມີສິດອຳນາດທີ່ຈະຄຶງເຈົ້າໄວ້ທີ່ໄມ້ກາງແຂນ.”
ພຣະເຢຊູຊົງຕອບລາວວ່າ: “ທ່ານຈະບໍ່ມີສິດອຳນາດເໜືອເຮົາຈັກປະການ ເວັ້ນແຕ່ອຳນາດນັ້ນຈະຊົງປະທານແຕ່ເບື້ອງເທິງໃຫ້ແກ່ທ່ານ. ເຫດສັນນັ້ນ ຜູ້ທີ່ມອບເຮົາໄວ້ກັບທ່ານກໍມີຄວາມຜິດບາບຫຼາຍກວ່າທ່ານ.” ພຣະເຢຊູໝາຍເຖິງກາຍະຟາ ເພາະລາວເປັນເຖິງມະຫາປະໂລຫິດ ແລະເປັນຕົວແທນຂອງຊົນຊາດຢິວ ເຊິ່ງຄວາມຜິດແລະຄວາມຮັບຜິດຊອບທີ່ຍິ່ງໃຫຍ່ຢູ່ກັບຜູ້ທີ່ຢູ່ໃນຕຳແໜ່ງທີ່ສູງສຸດຂອງປະເທດ.
ເມື່ອປີລາດໄດ້ຍິນດັ່ງນັ້ນ ເພິ່ນຈຶ່ງຊອກຫາວິທີທາງທີ່ຈະປ່ອຍພຣະເຢຊູ. ປີລາດໄດ້ສະເໜີໃຫ້ປ່ອຍພຣະເຢຊູອີກຄັ້ງ ແຕ່ຝູງຊົນພາກັນຮ້ອງສຽງດັງຂຶ້ນວ່າ: “ຖ້າທ່ານປ່ອຍຄົນນີ້ໄປ ກໍສະແດງວ່າທ່ານບໍ່ເປັນມິດກັບກາຍຊາ ຜູ້ໃດທີ່ປະກາດຕົນເອງວ່າເປັນກະສັດ ລາວກໍປະກາດຕົວຕໍ່ສູ້ກາຍຊາ.” (ກາຍຊາແມ່ນຊື່ນາມມະຍົດຂອງຈັກກະພັດໂຣມ) ເຖິງແມ່ນວ່າພວກຜູ້ນຳສາສະໜາຈະກຽດຊັງຕໍ່ການປົກຄອງຂອງໂຣມກໍຕາມ ແຕ່ເພື່ອໃຫ້ບັນລຸເປົ້າໝາຍໃນການຂ້າພຣະເຢຊູ ພວກເຂົາຈຶ່ງອ້າງວ່າຈະຈົ່ງຮັກພັກດີຕໍ່ລັດຖະບານໂຣມ.
ປີລາດຢູ່ພາຍໃຕ້ຄວາມສົງໄສຂອງລັດຖະບານໂຣມມາແລ້ວ ແລະລາວຢ້ານວ່າ ຈະຖືກລາຍງານໄປຫາບັນດາຜູ້ທີ່ກ່ຽວຂ້ອງກັບລາວວ່າ ລາວບໍ່ໄດ້ເຮັດສິ່ງໃດທີ່ກ່ຽວກັບການປະທ້ວງ. ແລະລາວກໍຢ້ານວ່າຈະສູນເສຍຕຳແໜ່ງຂອງລາວ.
ເມື່ອປີລາດໄດ້ຍິນດັ່ງນັ້ນ ລາວຈຶ່ງພາພຣະເຢຊູອອກມາ ແລ້ວປີລາດນັ່ງບັນລັງພິພາກສາໃນບ່ອນທີ່ເອີ້ນວ່າ ເດີ່ນປູຫີນ. ພາສາເຮັບເຣີເອີ້ນວ່າ ຄັບບາທາ. ໃນເວລານັ້ນປະມານຕອນທ່ຽງ ເຊິ່ງເປັນວັນຈັດຕຽມກ່ອນປັດສະຄາ. ປີລາດໄດ້ກ່າວຕໍ່ຝູງຊົນວ່າ “ນີ້ຄືກະສັດຂອງພວກທ່ານ.”
ຝ່າຍຝູງຊົນໄດ້ຮ້ອງສຽງດັງຂຶ້ນວ່າ: “ເອົາມັນໄປ, ເອົາມັນໄປ, ຄຶງມັນໄວ້ທີ່ໄມ້ກາງແຂນ”
ປີລາດຈຶ່ງຖາມພວກເຂົາວ່າ: “ພວກທ່ານຈະໃຫ້ເຮົາຄຶງກະສັດຂອງພວກທ່ານທີ່ໄມ້ກາງແຂນບໍ?”
ພວກປະໂລຫິດຕອບວ່າ: “ພວກເຮົາບໍ່ມີກະສັດ ເວັ້ນແຕ່ກາຍຊາ.” ແລ້ວຝູງຊົນກໍພ້ອມກັນຮ້ອງສຽງດັງ ເພື່ອຈະໃຫ້ຄຶງພຣະເຢຊູໄວ້ທີ່ໄມ້ກາງແຂນ (ໂຢຮັນ 19:6-15).
ເມື່ອປີລາດເຫັນວ່າບໍ່ເກີດຜົນຫຍັງເລີຍ ມີແຕ່ຄວາມວຸ່ນວາຍກຳລັງເກີດຂຶ້ນ. ສະນັ້ນ ລາວຈຶ່ງຕັດສິນໃຈໃຫ້ເປັນໄປຕາມໃຈຂອງປະຊາຊົນທີ່ຮ້ອງຂໍ. ແລ້ວປີລາດໄດ້ເອົານ້ຳມາລ້າງມືຕໍ່ໜ້າປະຊາຊົນ ໂດຍເວົ້າວ່າ: “ເຮົາບໍ່ຂໍຮັບຜິດຊອບໃດໆ ສຳລັບຄວາມຕາຍຂອງຊາຍຄົນນີ້ ແຕ່ແມ່ນພວກທ່ານເອງທີ່ຕ້ອງຮັບຜິດຊອບ”
ຖ້າປີລາດຢຶດໝັ້ນໃນການຕັດສິນຂອງລາວຕັ້ງແຕ່ທຳອິດ ຝູງຊົນຄົງຈະບໍ່ມີອິດທິພົນທີ່ຈະມາຊັກຊວນໃຫ້ປີລາດຄອຍເຮັດຕາມໄດ້ ແຕ່ດ້ວຍຄວາມອ່ອນໄຫວບໍ່ແນ່ນອນໃຈຂອງປີລາດ ແລະຢາກຮັກສາຕຳແໜ່ງ ແລະຊື່ສຽງໄວ້ ລາວຈຶ່ງບໍ່ສາມາດທີ່ຈະປ່ອຍພຣະເຢຊູໄປໄດ້. ປີລາດໄດ້ແລກເອົາອຳນາດ ແລະຕຳແໜ່ງຂອງລາວ ແທນຊີວິດຂອງຄົນບໍຣິສຸດຜູ້ໜຶ່ງ ປີລາດໄດ້ຍອມຈຳນົນຕໍ່ຝູງຊົນໂດຍປ່ອຍບາຣາບາໃຫ້ພວກເຂົາ ແລະສັ່ງໃຫ້ຂ້ຽນຕີພຣະເຢຊູອີກຄັ້ງ ແລະມອບພຣະອົງໃຫ້ຄຶງໄວ້ເທິງໄມ້ກາງແຂນ.
ຝູງຊົນພາກັນຕອບວ່າ: “ໃຫ້ໂທດເລື່ອງຄວາມຕາຍຂອງລາວຕົກໃສ່ພວກເຮົາກັບທັງລູກຫຼານຂອງເຮົາ.” ພວກປະໂລຫິດ ແລະຝູງຊົນໄດ້ປະກາດຕັດສິນລົງໂທດໃຫ້ແກ່ພວກເຂົາເອງ ເຊິ່ງຈະເປັນມໍລະດົກຕົກທອດໄປສູ່ລູກຫຼານຂອງພວກເຂົາອີກດ້ວຍ. ພວກເຂົາໄດ້ປະຕິເສດພຣະເຢຊູ ເຊິ່ງເປັນຕົວແທນຂອງພຣະເຈົ້າ ແລະພວກເຂົາໄດ້ເລືອກເອົາບາຣາບາ ເຊິ່ງເປັນໂຈນ ເປັນຜູ້ຂ້າຄົນ ແລະເປັນຕົວແທນຂອງຊາຕານ. ໃນການເລືອກນີ້ ປະຊາຊົນຢິວໄດ້ຍອມຮັບຊາຕານເຊິ່ງເປັນຜູ້ຂ້າຄົນ ແລະເປັນພໍ່ແຫ່ງການຂີ້ຕົວະ ຈາກຈຸດເລີ່ມຕົ້ນເປັນຫົວໜ້າຂອງພວກເຂົາ.
"ເຈົ້າທັງຫຼາຍມາຈາກພໍ່ຂອງພວກເຈົ້າຄືມານຮ້າຍ ພວກເຈົ້າຢາກປະຕິບັດຕາມຄວາມປາຖະໜາຂອງພໍ່ເຈົ້າ ຄືຕັ້ງແຕ່ຕົ້ນເດີມມາມັນເປັນຜູ້ຂ້າຄົນ ແລະບໍ່ເຄີຍຢູ່ຝ່າຍຄວາມຈິງ ເພາະໃນຕົວຂອງມັນບໍ່ມີຄວາມຈິງ ເມື່ອມັນເວົ້າຕົວະ ມັນເວົ້າຕາມສັນດານຂອງມັນ ເພາະມັນເປັນຜູ້ຕົວະ ແລະເປັນພໍ່ຂອງການຕົວະທັງສິ້ນ" (ໂຢຮັນ 8:44).
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 27:15-26; ມາຣະໂກ 15:6-15; ລູກາ 23:13-25; ໂຢຮັນ 19:1-16
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 77 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ແຫ່ຂະບວນໄປໂຄລະໂຄທາ
ພຣະເຢຊູຖືກກ່າວຫາວ່າເປັນຜູ້ກໍ່ການກະບົດຕໍ່ອານາຈັກໂຣມ ແລະຖືກຕັດສິນໃຫ້ປະຫານຊີວິດ. ຂ່າວການລົງໂທດຂອງພຣະອົງໄດ້ດັງໄປທົ່ວນະຄອນເຢຣູຊາເລັມ. ຄົນທຸກຊົນຊັ້ນ ທຸກຕຳແໜ່ງໄດ້ພາກັນແຫ່ໄປເບິ່ງພຣະອົງຖືກຄຶງເທິງໄມ້ກາງແຂນ. ພວກສາວົກກໍເຂົ້າຮ່ວມກັບຝູງຊົນເຊັ່ນກັນ ແຕ່ພວກເຂົາຢູ່ຫ່າງໆ ແລະກໍກັງວົນໃຈໃນສິ່ງທີ່ຈະເກີດຂຶ້ນກັບພຣະອາຈານຂອງພວກເຂົາ.
ເມື່ອພຣະເຢຊູອອກມາຈາກວັງຂອງປີລາດແລ້ວ ພວກທະຫານກໍໄດ້ເອົາໄມ້ກາງແຂນມາວາງໄວ້ເທິງບ່າໄຫຼ່ຂອງພຣະອົງ ເຊິ່ງກ່ອນໜ້ານີ້ໄມ້ກາງແຂນນັ້ນໄດ້ກຽມໄວ້ສຳລັບບາຣາບາ. ນອກຈາກນີ້ ຍັງມີນັກໂທດອີກສອງຄົນທີ່ຈະຕ້ອງໄດ້ຮັບໂທດແບບດຽວກັນກັບພຣະເຢຊູ ແລະພວກເຂົາກໍໄດ້ແບກໄມ້ກາງແຂນເຊັ່ນດຽວກັນ. ແຕ່ໄມ້ກາງແຂນໜັກເກີນໄປສໍາລັບພຣະເຢຊູທີ່ຈະຍົກໄປ ເພາະວ່າຍິ່ງຈະເພີ່ມຄວາມທໍລະມານໃຫ້ແກ່ພຣະອົງ ແລະໃນທຳມະຊາດຂອງມະນຸດແລ້ວບໍ່ສາມາດທີ່ຈະທົນໄດ້. ພໍພຣະອົງຊົງຍ່າງໄປໄດ້ພຽງສອງ ຫຼືສາມກ້າວ ພຣະອົງກໍໄດ້ລົ້ມລົງຢູ່ພື້ນດິນ. ເມື່ອພຣະອົງລຸກຂຶ້ນໄດ້. ພວກທະຫານກໍເອົາໄມ້ກາງແຂນມາໃສ່ບ່າໄຫຼ່ຂອງພຣະອົງອີກ ເມື່ອພຣະອົງຍ່າງໄປໄດ້ບໍ່ພໍເທົ່າໃດ ກໍລົ້ມລົງພື້ນດິນອີກ.
ພຣະເຢຊູຊົງອ່ອນເພຍ ອິດເມື່ອຍ ແລະທໍລະມານຫຼາຍ ເພາະພຣະອົງບໍ່ໄດ້ກິນ ຫຼືດື່ມຕັ້ງແຕ່ອາຫານຄ່ຳຂອງພິທີປັດສະຄາ. ພວກປະໂລຫິດ ແລະພວກຜູ້ນຳສາສະໜາໃຊ້ເວລາໝົດຄືນໃນການພິຈາລະນາຄະດີພຣະອົງ ແລະພຣະອົງຍັງຖືກສອບສວນຈາກປີລາດ ແລະເຮໂຣດອີກດ້ວຍ. ພຣະອົງຊົງທົນທຸກກັບຄວາມຈັບປວດທາງດ້ານຮ່າງກາຍ ແລະຈິດວິນຍານ. ນອກຈາກນີ້ ການຖືກທໍລະຍົດ, ການຖືກປະຕິເສດ ແລະການຖືກພວກສາວົກປະຖິ້ມພຣະອົງໄປນັ້ນ ກໍຍິ່ງເຮັດໃຫ້ພຣະອົງເຈັບປວດໃຈຫຼາຍ. ທັງໝົດນີ້ເຮັດໃຫ້ພຣະອົງອິດເມື່ອຍຫຼາຍຈົນບໍ່ມີແຮງເລີຍ.
ເມື່ອພວກທະຫານເຫັນວ່າພຣະເຢຊູບໍ່ສາມາດແບກໄມ້ກາງແຂນໄປໄດ້. ສະນັ້ນ ພວກເຂົາຈຶ່ງຊອກຫາເບິ່ງວ່າໃຜຈະແບກໄມ້ກາງແຂນແທນພຣະອົງໄດ້. ແຕ່ໃນທີ່ນັ້ນ ກໍບໍ່ມີໃຜຕ້ອງການທີ່ຈະມາແບກໄມ້ກາງແຂນໃຫ້ພຣະອົງ ເພາະພວກເຂົາຄິດວ່າມັນເປັນເລື່ອງທີ່ໜ້າອັບອາຍສຳລັບພວກເຂົາ.
ໃນເວລານັ້ນ ມີຊາຍຄົນໜຶ່ງຊື່ວ່າ ຊີໂມນ ກຳລັງຍ່າງມາແຕ່ບ້ານນອກຜ່ານໄປທາງນັ້ນ ລາວໄດ້ພົບກັບຝູງຊົງ ແລະຢຸດແນມເບິ່ງດ້ວຍຄວາມປະຫຼາດໃຈທີ່ເຫັນພຣະເຢຊູຖືກທຳຮ້າຍ. ລູກຊາຍຂອງລາວມີຄວາມເຊື່ອໃນພຣະອົງ ແຕ່ລາວບໍ່ໄດ້ເຊື່ອໃນພຣະອົງ. ເມື່ອພວກທະຫານເຫັນໃບໜ້າຂອງຊີໂມນສະແດງຄວາມສົງສານພຣະເຢຊູ ພວກເຂົາຈຶ່ງບອກລາວໃຫ້ແບກໄມ້ກາງແຂນແທນພຣະເຢຊູ. ການແບກໄມ້ກາງແຂນເປັນພອນສໍາລັບຊີໂມນ ເພາະຫຼັງຈາກນັ້ນລາວເຊື່ອໃນພຣະອົງ.
ມີຜູ້ຄົນຈຳນວນຫຼາຍຕິດຕາມຝູງຊົນໄປ ໃນທ່າມກາງຝູງຊົນນັ້ນກໍມີບາງຄົນເຄີຍຮັບການຮັກສາຈາກພຣະເຢຊູ ຫຼືເຄີຍນຳຄົນທີ່ບໍ່ສະບາຍໄປຫາພຣະອົງເພື່ອຮັບການຮັກສາ. ພວກເຂົາປະຫຼາດໃຈທີ່ເຫັນຝູງຊົນກັບພວກຜູ້ນຳສາສະໜາກຽດຊັງ ແລະທຳຮ້າຍພຣະເຢຊູ. ມີພວກແມ່ຍິງບາງຄົນຕີເອິກຮ້ອງໄຫ້ສຳລັບພຣະເຢຊູ ພຣະອົງໄດ້ຍິນສຽງຮ້ອງໄຫ້ຂອງພວກເຂົາ ແລະກ່າວຕໍ່ພວກເຂົາວ່າ: "ຍິງຊາວນະຄອນເຢຣູຊາເລັມເອີຍ! ຢ່າສູ່ຮ້ອງໄຫ້ສຳລັບເຮົາ ແຕ່ຈົ່ງຮ້ອງໄຫ້ສົງສານສຳລັບພວກເຈົ້າເອງ ກັບລູກໆຂອງພວກເຈົ້າ... ດ້ວຍວ່າ ໃນເມື່ອພວກເຂົາເຮັດເຊັ່ນນີ້ກັບໄມ້ທີ່ຍັງດິບ ພວກເຂົາຈະເຮັດຢ່າງໃດກັບໄມ້ທີ່ແຫ້ງແລ້ວ?" ລູກາ 23:27-30. ພຣະອົງຊົງແນມເຫັນອະນາຄົດຂອງນະຄອນເຢຣູຊາເລັມທີ່ຈະຖືກທຳລາຍ ຍ້ອນພວກປະໂລຫິດ ແລະຝູງຊົນໄດ້ປະຕິເສດພຣະອົງ ພວກເຂົາໄດ້ເວົ້າວ່າ: “ໃຫ້ໂທດເລື່ອງຄວາມຕາຍຂອງລາວຕົກໃສ່ພວກເຮົາກັບທັງລູກຫຼານຂອງເຮົາ” (ມັດທາຍ 27:25).
ພຣະເຈົ້າໄດ້ເລືອກອິດສະຣາເອນເປັນປະຊາຊົນທີ່ພິເສດຂອງພຣະອົງ. ພຣະອົງໄດ້ເລືອກນະຄອນເຢຣູຊາເລັມເປັນສູນກາງສໍາລັບພຣະວິຫານ. ແຕ່ປະຊາຊົນໂດຍສະເພາະຜູ້ນໍາໄດ້ປະຕິເສດຜູ້ປະກາດພຣະຄຳ ແລະພຣະເຢຊູ ພວກເຂົາໄດ້ປະຕິເສດພຣະເຈົ້າເຊິ່ງເປັນຜູ້ດຽວທີ່ສາມາດຊ່ວຍພວກເຂົາໄດ້. ຫຼັງຈາກປະຕິເສດແລະຄຶງພຣະເຢຊູແລ້ວ ພວກເຂົາກໍບໍ່ໄດ້ຢູ່ພາຍໃຕ້ການປົກປ້ອງຂອງພຣະເຈົ້າ. ດ້ວຍຄວາມຮັກແລະຄວາມເມດຕາຂອງພຣະເຢຊູ ພຣະອົງໄດ້ໃຫ້ສັນຍານແກ່ບັນດາຜູ້ຕິດຕາມພຣະອົງວ່າ ເມື່ອໃດທີ່ພວກເຂົາຄວນຈະອອກໜີໄປຈາກເມືອງ ແລະຕອນໃດທີ່ພວກເຂົາຈະສາມາດລົບໜີໄປໄດ້. ສ່ວນປະຊາຊົນທີ່ຍັງຄົງເຫລືອຢູ່ໃນເມືອງ ແລະພວກຜູ້ນໍາສາສະຫນາທີ່ບໍ່ເຊື່ອຟັງພຣະອົງນັ້ນ ຈະເສຍຊີວິດເມື່ອນະຄອນເຢຣູຊາເລັມຖືກພວກສັດຕູໂຈມຕີ.
ຢູ່ໃນຝູງຊົນມີພວກຄົນໜຸ່ມຫຼາຍຄົນທີ່ຄັ້ງໜຶ່ງເຄີຍຮ້ອງສັນລະເສີນພຣະເຢຊູ ແລະເຄີຍໂບກກ້ານຕານຕ້ອນຮັບພຣະອົງຕອນທີ່ພຣະອົງຂີ່ໂຕລໍສະເດັດເຂົ້ານະຄອນເຢຣູຊາເລັມ. ແຕ່ໃນເວລານີ້ ພວກເຂົາເຫຼົ່ານັ້ນໄດ້ເຂົ້າຮ່ວມກັບຝູງຊົນແລະພາກັນຮ້ອງວ່າ: "ຄຶງມັນໄວ້ທີ່ໄມ້ກາງແຂນ" ສ່ວນພວກສາວົກທີ່ເຄີຍໄດ້ຮັບກຽດຕອນທີ່ພຣະອົງຂີ່ໂຕລໍສະເດັດເຂົ້ານະຄອນເຢຣູຊາເລັມນັ້ນ ແຕ່ຕອນນີ້ໃນຄວາມອັບອາຍ ພວກເຂົາໄດ້ຢືນຢູ່ຫ່າງໄກຈາກພຣະອາຈານຂອງພວກເຂົາ ແລະເຕັມໄປດ້ວຍຄວາມໂສກເສົ້າ ແລະຄວາມຜິດຫວັງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 27:32; ມາຣະໂກ 15:21, 22; ລູກາ 23:26-33; ໂຢຮັນ 19:17.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 78 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຖືກຄຶງທີ່ໄມ້ກາງແຂນ
ເມື່ອຂະບວນແຫ່ນັກໂທດມາຮອດໂຄລະໂຄທາ ພວກທະຫານກໍໄດ້ມັດພຣະເຢຊູຕິດກັບໄມ້ກາງແຂນ. ສ່ວນນັກໂທດສອງຄົນກໍພາກັນຂັດຂຶນຈາກການຖືກລົງໂທດນີ້ ແລ້ວພວກທະຫານໄດ້ເອົາຄ້ອນຕີແລະຕະປູມາຕອກໃສ່ທັງສອງຝາມື ແລະພຣະບາດຂອງພຣະເຢຊູ. ພຣະອົງຊົງເຈັບປວດ ແລະທຸກທໍລະມານຫຼາຍຈາກບາດແຜຕາມຮ່າງກາຍ. ເຖິງແມ່ນວ່າຈະທົນທຸກທໍລະມານຫຼາຍຊ່ຳໃດ ແຕ່ພຣະອົງກໍບໍ່ໄດ້ຈົ່ມ ຫຼືຂັດຂຶນປະການໃດ. ກົງກັນຂ້າມ ພຣະອົງຊົງຄິດເຖິງຊາຕາກຳຂອງປະຊາຊົນຢິວທີ່ຈະໄດ້ຮັບໃນອະນາຄົດຂ້າງໜ້ານີ້ ພຣະອົງຊົງອີດູຕົນພວກເຂົາທີ່ໄດ້ພາກັນເຮັດສິ່ງເຫຼົ່ານີ້ຍ້ອນຄວາມໂງ່ງ່າວຂອງພວກເຂົາ. ແລ້ວພຣະເຢຊູກໍໄດ້ອະທິຖານວ່າ: "ໂອ ພຣະບິດາເຈົ້າເອີຍ! ໂຜດຍົກໂທດໃຫ້ພວກເຂົາດ້ວຍເຖີດ ເພາະພວກເຂົາບໍ່ຮູ້ຈັກວ່າ ພວກເຂົາກຳລັງເຮັດຫຍັງ." ລູກາ 23:34
ນາງມາຣີ ແມ່ຂອງພຣະເຢຊູໄດ້ຕິດຕາມພຣະອົງມາຈົນຮອດໂຄລະໂຄທາ ນາງຢາກຈະບົວລະບັດພຣະອົງ ແຕ່ນາງກໍບໍ່ໄດ້ຮັບອະນຸຍາດໃຫ້ເຮັດຢ່າງນັ້ນ ນາງຫວັງຈະໄດ້ເຫັນພຣະອົງໃຊ້ຣິດອຳນາດປົດປ່ອຍພຣະອົງເອງອອກຈາກການຖືກຈັບ ແຕ່ເມື່ອມາເຖິງຕອນທີ່ພວກທະຫານກຳລັງຈະຄຶງພຣະອົງໄວ້ເທິງໄມ້ກາງແຂນ ຈິດໃຈຂອງຜູ້ເປັນແມ່ກໍບໍ່ຢູ່ກັບຕົນຕົວ. ເມື່ອນາງໄດ້ເຫັນພວກທະຫານນຳຄ້ອນຕີ ແລະຕະປູມາຕອກໃສ່ທັງສອງຝາມື ແລະພຣະບາດຂອງພຣະເຢຊູ ຈົນທະລຸໃສ່ໄມ້ ນາງກໍເຖິງຂັ້ນເປັນລົມທັນທີ. ສ່ວນພວກສາວົກບາງຄົນກໍພາກັນອອກໜີໄປຈາກສະພາບອັນໜ້າຢ້ານນີ້.
ຫຼັງຈາກທີ່ພວກທະຫານຄຶງພຣະເຢຊູ ແລະນັກໂທດສອງຄົນໃສ່ເທິງໄມ້ກາງແຂນແລ້ວ ກໍມີຊາຍທີ່ແຂງແຮງກຸ່ມໜຶ່ງເຂົ້າມາຍົກໄມ້ກາງແຂນປັກລົງໃສ່ໃນຂຸມທີ່ຂຸດຕຽມໄວ້ນັ້ນຢ່າງແຮງ ເຊິ່ງມັນໄດ້ສ້າງຄວາມເຈັບປວດທີ່ສຸດຢ່າງທໍລະມານໃຫ້ແກ່ພຣະເຢຊູ. ພວກທະຫານໄດ້ຄຶງພຣະອົງໄວ້ເທິງໄມ້ກາງແຂນພ້ອມກັບນັກໂທດສອງຄົນ ນັກໂທດຄົນໜຶ່ງຢູ່ເບື້ອງຂວາ ແລະນັກໂທດຄົນໜຶ່ງຢູ່ເບື້ອຊ້າຍ ສ່ວນພຣະເຢຊູຢູ່ທາງກາງ.
ເຫດການນີ້ ໄດ້ເປັນໄປຕາມທີ່ຜູ້ປະກາດພຣະຄຳເອຊະຍາກ່າວໄວ້ວ່າ: "ທ່ານຖືກທາລຸນໜັກ ແຕ່ທົນເອົາຢ່າງຖ່ອມໃຈ ທ່ານບໍ່ເຄີຍເອີຍປາກເວົ້າຈາແມ່ນແຕ່ຄຳດຽວທັງນັ້ນ. ດັ່ງລູກແກະພວມຖືກນຳໄປຂ້າ ດັ່ງແກະທີ່ຖືກຕັດເອົາຂົນ ຄຳດຽວທ່ານກໍບໍ່ເຄີຍກ່າວອອກ. ທ່ານຖືກຈັບໄປເພື່ອໃສ່ໂທດທັນ ທ່ານຖືກນຳອອກໄປເພື່ອປະຫານຊີວິດ ບໍ່ມີຜູ້ໃດຫວ່ງໃຍເຄາະກຳທີ່ທ່ານຖືກສັງຫານ ຍ້ອນການບາບຂອງປະຊາຊົນພວກເຮົານັ້ນ." ເອຊະຍາ 53:7, 8.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 23:34; ໂຢຮັນ 19:18.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 78 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຜູ້ຄົນທີ່ເຢາະເຢີຍພຣະເຢຊູ
ປີລາດໄດ້ຂຽນໃສ່ປ້າຍເປັນພາສາເຮັບເຣີ ພາສາລາຕິນ ແລະພາສາກຣິກວ່າ: "ເຢຊູ ໄທນາຊາເຣັດ ກະສັດຂອງຊາດຢິວ" ຕອກຕິດໃສ່ເທິງໄມ້ກາງແຂນຂອງພຣະເຢຊູ.
ເມື່ອພວກປະໂລຫິດເຫັນເຊັ່ນນັ້ນ ກໍໄດ້ບອກປີລາດວ່າ: "ຢ່າຂຽນວ່າ 'ກະສັດຂອງຊາດຢິວ' ແຕ່ໃຫ້ຂຽນວ່າ 'ຊາຍຄົນນີ້ບອກວ່າ ລາວເປັນກະສັດຂອງຊາດຢິວ.’"
ປີລາດກຽດຊັງໃນຄວາມອິດສາຂອງພວກປະໂລຫິດ ແລະລາວກໍຮູ້ສຶກໂມໂຫຕົວເອງທີ່ໄດ້ຕັດສິນໃຈເຮັດຜິດໄປ. ປີລາດຈຶ່ງຕອບພວກເຂົາວ່າ: "ສິ່ງທີ່ເຮົາຂຽນແລ້ວ ກໍໃຫ້ແລ້ວໄປ"
ເຖິງແມ່ນວ່າ ປີລາດບໍ່ຮູ້ຈັກເລື່ອງນີ້ ແຕ່ພຣະເຈົ້າໄດ້ນຳສັນຍານນີ້ໄປວາງໄວ້ເທິງໄມ້ກາງແຂນ. ປະຊາຊົນທີ່ຢູ່ຫ່າງໄກໄດ້ເດີນທາງມານະຄອນເຢຣູຊາເລັມ ເພື່ອຮ່ວມເທດສະການປັດສະຄາ ແລະຫຼາຍໆຄົນກໍໄດ້ຍ່າງຜ່ານໄມ້ກາງແຂນໄປ. ພວກເຂົາໄດ້ເຫັນສິ່ງທີ່ເກີດຂຶ້ນ ແລະໄດ້ອ່ານເຄື່ອງໝາຍຢູ່ປ້າຍ. ພວກເຂົາຍັງໄດ້ຍິນເລື່ອງມະຫັດສະຈັນຕ່າງໆທີ່ພຣະເຢຊູໄດ້ກະທຳ ຈາກຄຳພະຍານຂອງຄົນທີ່ຢູ່ທີ່ນັ້ນ ແລະຄົນທີ່ເຝົ້າຍາມຢູ່. ປະຊາຊົນຫຼາຍຄົນໄດ້ໄປສຶກສາພຣະຄຳພີ ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຄຳພະຍາກອນຂອງພຣະເມຊີອາທີ່ຊົງສັນຍາໄວ້. ເມື່ອພວກເຂົາເຫັນວ່າ ການທີ່ພຣະເຢຊູຖືກຄຶງເທິງໄມ້ກາງແຂນນັ້ນໄດ້ເປັນໄປຕາມຄຳພະຍາກອນ ພວກເຂົາກໍຖືກນຳໄປສູ່ຄວາມເຊື່ອທີ່ວ່າ ພຣະເຢຊູເປັນພຣະເມຊີອາແທ້ຈິງ.
ຄຳພະຍາກອນໃນພຣະຄຳພີເດີມໄດ້ສຳເລັດ
"ກຸ່ມຄົນຊົ່ວຮ້າຍກໍອ້ອມຮອບຂ້ານ້ອຍໄວ້ດັ່ງຝູງໝາພວມເຫົ່າ ໝາຍຈະກັດກິນທັງຄູດມືຄູດຕີນຂອງຂ້ານ້ອຍ. ກະດູກທຸກຊີກຂອງຂ້ານ້ອຍຖືກນັບໄດ້ໝົດຄູ່ປໍລະປັກຂອງຂ້ານ້ອຍສັກຕາໃສ່ຂ້ານ້ອຍດ້ວຍ" (ເພງສັນລະເສີນ 22:16,17).
ເມື່ອພວກທະຫານໄດ້ຄຶງພຣະເຢຊູໄວ້ແລ້ວ ເຂົາໄດ້ເອົາເຄື່ອງນຸ່ງຂອງພຣະອົງມາແບ່ງເປັນສີ່ພູດ ແລ້ວກໍປັນກັນຄົນລະພູດ ແລະຍັງເອົາເສື້ອຊັ້ນໃນຂອງພຣະອົງເຊິ່ງເປັນຜ້າຕ່ຳຕ່ອນດຽວໂດຍບໍ່ມີບ່ອນຕໍ່ຫຍິບດູກທັງຜືນ. ພວກເຂົາເວົ້າກັນວ່າ: “ພວກເຮົາຢ່າຈີກປັນກັນເທາະ ແຕ່ໃຫ້ຈົກສະຫຼາກເອົາ ເພື່ອຈະໄດ້ຮູ້ວ່າເປັນຂອງຜູ້ໃດ” ທັງນີ້ເພື່ອໃຫ້ສຳເລັດຕາມພຣະຄຳພີທີ່ຂຽນໄວ້ວ່າ: “ພວກເຂົາໄດ້ເອົາເສື້ອຜ້າຂອງຂ້ານ້ອຍແບ່ງປັນກັນ ພວກເຂົາຈົກສະຫຼາກເອົາເສື້ອຄຸມຂອງຂ້ານ້ອຍ” (ໂຢຮັນ 19:23, 24).
ຄຳພະຍາກອນໃນພຣະຄຳພີເດີມໄດ້ສຳເລັດ
"ທຸກຊົນຊາດເປັນຂອງອົງພຣະຜູ້ເປັນເຈົ້າ ພຣະອົງປົກຄອງເໜືອຊົນຊາດທັງຫຼາຍ" ເພງສັນລະເສີນ 22:28.
ແລ້ວພວກເຂົາໄດ້ເວົ້າເຢາະເຢີຍພຣະອົງວ່າ: “ຖ້າເຈົ້າເປັນກະສັດຊາດຢິວແທ້ ຈົ່ງຊ່ອຍຕົວເອງແມ” (ລູກາ 23:36, 37).
ໃນການທີ່ຈະປະເຊີນກັບຄວາມຕາຍເທິງໄມ້ກາງແຂນນັ້ນ ຢາມືນໄດ້ຖືກນຳສະເໜີໃຫ້ກັບນັກໂທດ ເພື່ອລະງັບຄວາມຮູ້ສຶກຂອງຄວາມເຈັບປວດ. ພວກທະຫານໄດ້ເອົາເຫຼົ້າສົ້ມທີ່ໄດ້ປະສົມກັບຢາແກ້ບັນເທົາຄວາມເຈັບປວດນັ້ນ ມາໃຫ້ພຣະເຢຊູດື່ມ ເມື່ອພຣະອົງໄດ້ຊິມແລ້ວກໍຮູ້ເລີຍວ່າມັນແມ່ນຫຍັງ ແຕ່ພຣະອົງບໍ່ໄດ້ດື່ມ. ພຣະອົງຈະບໍ່ໃຫ້ສິ່ງໃດໆມີຜົນກະທົບຕໍ່ຈິດໃຈ ແລະຄວາມຄິດຂອງພຣະອົງ ເພາະມັນຈະເປັນປະໂຫຍດຕໍ່ຊາຕານ.
ຝ່າຍຜູ້ຄົນທັງຫຼາຍທີ່ຍ່າງຜ່ານໄປມາກໍຢືນເບິ່ງ ເວົ້າໝິ່ນປະໝາດ ແລະແກ່ວງຫົວໃສ່ພຣະອົງ ພວກເຂົາເວົ້າວ່າ: "ເຮີຍ! ເຈົ້າຜູ້ທີ່ຈະມ້າງພຣະວິຫານ ແລະສ້າງຂຶ້ນມາໃໝ່ພາຍໃນສາມວັນ. ຖ້າເຈົ້າເປັນລູກຂອງພຣະເຈົ້າແທ້ ຊ່ວຍຕົນເອງແມ້ ຈົ່ງລົງມາຈາກໄມ້ກາງແຂນເບິ່ງດຸ" (ມັດທາຍ 27:39, 40).
ໃນຂະນະດຽວກັນ ພວກປະໂລຫິດ ແລະພວກຜູ້ນຳສາສະໜາຕ່າງກໍເວົ້າໝິ່ນປະໝາດໃສ່ພຣະອົງເຊັ່ນກັນວ່າ: "ລາວຊ່ວຍຄົນອື່ນໄດ້ ແຕ່ລາວຊ່ວຍຕົນເອງບໍ່ໄດ້ ຖ້າລາວເປັນກະສັດຂອງຊາດອິດສະຣາເອນ ໃຫ້ລາວລົງມາຈາກໄມ້ກາງແຂນດຽວນີ້ເບິ່ງດຸ! ແລ້ວເຮົາຈະເຊື່ອໃນລາວ. ລາວໄດ້ໄວ້ວາງໃຈໃນພຣະເຈົ້າ ແລະອ້າງຕົນເອງວ່າເປັນພຣະບຸດຂອງພຣະເຈົ້າ ເບິ່ງດຸວ່າ ພຣະເຈົ້າຈະຊ່ວຍລາວໃຫ້ພົ້ນດຽວນີ້ຫຼືບໍ" (ມັດທາຍ 27:41-43)?
ໃນການຕາບອດຝ່າຍຈິດວິນຍານ ພວກຜູ້ນຳສາສະໜາຈຶ່ງບໍ່ເຫັນເຖິງຄຳພະຍາກອນທີ່ພວກເຂົາຈະເວົ້າຕໍ່ພຣະບຸດຂອງພຣະເຈົ້າ "ເຈົ້າຜູ້ເພິ່ງອົງພຣະຜູ້ເປັນເຈົ້າເອີຍ ເປັນຫຍັງພຣະອົງບໍ່ມາຊ່ວຍກູ້ເອົາເຈົ້າ? ຖ້າພຣະອົງພໍໃຈໃນຕົວເຈົ້າແທ້ນັ້ນ ເປັນຫຍັງພຣະອົງບໍ່ມາຊ່ວຍຊູເອົາເຈົ້າໄວ້ " (ເພງສັນລະເສີນ 22:7, 8)? ແລະຕອນນີ້ ພວກເຂົາກໍໄດ້ກ່າວຄຳເຢາະເຢີ້ຍພຣະເຢຊູເຊິ່ງເປັນພຣະບຸດຂອງພຣະເຈົ້າໃນແບບດຽວກັນທີ່ໄດ້ພະຍາກອນໄວ້ນັ້ນ.
ພຣະເຢຊູລຳບາກໃຈຫຼາຍທີ່ໄດ້ຍິນພວກຜູ້ນຳສາສະໜາເຢາະເຢີຍພຣະອົງ ເວົ້າປານວ່າພຣະອົງບໍ່ສາມາດຊ່ວຍເຫຼືອຕົວເອງໄດ້. ພຣະເຢຊູຊົງຊ່ວຍຕົວເອງໄດ້ ແຕ່ພຣະອົງເລືອກທີ່ຈະປະເຊີນກັບຄວາມຕາຍອັນໂຫດຮ້າຍ ເພື່ອຄົນບາບຈະໄດ້ຮັບການອະໄພບາບ ແລະເປັນທີ່ພໍພຣະໄທຂອງພຣະເຈົ້າ.
ນອກຈາກນີ້ ນັກໂທດສອງຄົນທີ່ຖືກຄຶງພ້ອມກັບພຣະເຢຊູນັ້ນ ມີນັກໂທດຄົນໜຶ່ງໄດ້ເວົ້າໝິ່ນປະໝາດໃສ່ພຣະອົງວ່າ: "ເຈົ້າເປັນພຣະຄຣິດບໍ່ແມ່ນບໍ? ຈົ່ງຊ່ວຍຕົນເອງກັບຊ່ວຍເຮົາໃຫ້ລອດພົ້ນເສຍ"
ແຕ່ນັກໂທດອີກຄົນໜຶ່ງໄດ້ຕຳໜິໃສ່ນັກໂທດຄົນນັ້ນວ່າ: "ເຈົ້າບໍ່ຢ້ານພຣະເຈົ້າບໍ? ໃນເມື່ອເຈົ້າກໍຖືກໂທດຄືກັນກັບເພິ່ນ ແຕ່ສຳລັບພວກເຮົາກໍສົມກັບໂທດນີ້ແທ້ ເພາະພວກເຮົາກຳລັງຮັບຜົນກຳທີ່ພວກເຮົາໄດ້ເຮັດ ແຕ່ທ່ານຜູ້ນີ້ບໍ່ໄດ້ເຮັດຫຍັງຜິດເລີຍ." ນັກໂທດຄົນນີ້ຮູ້ວ່າຕົນເອງບໍ່ມີຄວາມຫວັງ ແຕ່ພຣະວິນຍານບໍຣິສຸດໄດ້ສະຫວ່າງຢູ່ໃນໃຈຂອງລາວ. ລາວຄິດເຖິງສິ່ງທີ່ລາວໄດ້ຍິນກ່ຽວກັບພຣະເຢຊູຫຼາຍເລື່ອງເຊັ່ນວ່າ ເລື່ອງພຣະເຢຊູຊົງຊ່ວຍຄົນປ່ວຍຫາຍຈາກໂຣກພະຍາດ ແລະຊົງຍົກໂທດໃຫ້ອະໄພຄວາມບາບ. ລາວໄດ້ຍິນຄໍາເວົ້າຂອງຜູ້ທີ່ຕິດຕາມພຣະອົງຮ້ອງໄຫ້ ແລະລາວເຫັນປ້າຍທີ່ຢູ່ເທິງຫົວຂອງພຣະອົງຂຽນວ່າ "ເຢຊູ ໄທນາຊາເຣັດ ກະສັດຂອງຊາດຢິວ." ພຣະວິນຍານບໍຣິສຸດສຳແດງໃຫ້ລາວເຫັນວ່າ ພຣະອົງເປັນລູກແກະຂອງພຣະເຈົ້າຊົງຮັບເອົາຄວາມຜິດບາບຂອງໂລກ. ໃນຈິດໃຈຂອງນັກໂທດຄົນນີ້ໄດ້ສຳນຶກໃນຄວາມບາບຂອງລາວ ແລະລາວມີຄວາມຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກພຣະເຢຊູກ່ອນພຣະອົງຈະເສຍຊີວິດ ລາວຈຶ່ງເວົ້າຕໍ່ພຣະເຢຊູວ່າ: "ພຣະເຢຊູເອີຍ! ຂໍຊົງລະນຶກເຖິງຂ້ານ້ອຍແດ່ ເມື່ອໃດທີ່ທ່ານຊົງມາໃນລາຊະອານາຈັກຂອງທ່ານ"
ພຣະເຢຊູຊົງຕອບລາວດ້ວຍສຽງທີ່ມ່ວນນຸ້ມນວນເຕັມໄປດ້ວຍຄວາມຮັກ, ຄວາມເມດຕາ ແລະອຳນາດວ່າ: "ເຮົາບອກທ່ານຕາມຄວາມຈິງໃນວັນນີ້ວ່າ ທ່ານຈະໄດ້ຢູ່ກັບເຮົາໃນເມືອງສະຫວັນ" ພຣະເຢຊູຊົງສະແດງຄວາມຮັກຕໍ່ໂຈນທີ່ສຳນຶກຜິດໂດຍພຣະອົງຊົງອະໄພຄວາມບາບໃຫ້ແກ່ລາວ. (ລູກາ 23:39-43)
ສຳລັບພຣະເຢຊູ ຄຳເວົ້າຂອງນັກໂທດຄົນນີ້ໄດ້ເສີມສ້າງກຳລັງໃຈໃຫ້ພຣະອົງ. ສ່ວນພວກຜູ້ນຳສາສະໜາທີ່ຄວນຍອມຮັບພຣະເມຊີອາໄດ້ປະຕິເສດພຣະອົງ. ນອກຈາກນີ້ ພວກສາວົກຂອງພຣະອົງຍັງສົງໄສວ່າ ພຣະອົງເປັນພຣະເມຊີອາຫຼືບໍ ເມື່ອພວກເຂົາເຫັນພຣະອົງຖືກຄຶງເທິງໄມ້ກາງແຂນ.
ຖ້ອຍຄຳຂອງພຣະເຢຊູໄດ້ນຳຄວາມຫວັງມາສູ່ນັກໂທດຄົນນີ້. ມື້ນັ້ນ ພຣະເຢຊູໄດ້ສັນຍາກັບລາວວ່າ ຈະມີມື້ໜຶ່ງທີ່ລາວຈະໄດ້ໄປຢູ່ໃນສະຫວັນກັບພຣະອົງ.
ນັກໂທດຄົນນີ້ຍັງບໍ່ທັນໄດ້ໄປສະຫວັນເທື່ອ. ເຮົາຮູ້ວ່າເລື່ອງນີ້ເປັນຄວາມຈິງ ເພາະໃນມື້ນັ້ນພຣະເຢຊູຍັງບໍ່ທັນໄດ້ໄປສະຫວັນເທື່ອ. ແຕ່ພຣະອົງຖືກວາງໄວ້ຢູ່ໃນອຸມົງ ແລະພຣະອົງຊົງຟື້ນຄືນມີຊີວິດໃນມື້ທີສາມ. ເຫດສະນັ້ນ ນັກໂທດຄົນນີ້ຍັງບໍ່ທັນໄດ້ໄປສະຫວັນໃນມື້ທີ່ພຣະເຢຊູຊົງບອກແກ່ລາວນັ້ນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 27:34-44; ມາຣະໂກ 15:23-32; ລູກາ 23:34-43; ໂຢຮັນ 19:18-24.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 78 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຊົງເສຍຊີວິດເທິງໄມ້ກາງແຂນ
ພຣະເຢຊູຊົງທົນທຸກທໍລະມານຫຼາຍທີ່ສຸດເກີນຈະພັນລະນາ ເພາະຄວາມບາບຂອງມະນຸດແຕ່ລະຄົນທົ່ວທັງໂລກໄດ້ວາງໄວ້ທີ່ພຣະອົງຜູ້ດຽວ. ພຣະອົງບໍ່ເຫັນເຖິງຄວາມຫວັງໃນການຟື້ນຄືນມີຊີວິດຂອງພຣະອົງ ພຣະອົງບໍ່ສາມາດແນມເຫັນການຍອມຮັບຂອງພຣະບິດາໃນການເສຍສະຫຼະຂອງພຣະອົງເອງ ພຣະອົງຊົງຢ້ານວ່າຄວາມບາບທີ່ໜ້າລັງກຽດຈະແຍກພຣະອົງອອກຈາກພຣະບິດາຕະຫຼອດໄປ. ພຣະອົງຊົງເຕັມໄປດ້ວຍຄວາມທຸກ ແລະຄວາມໂສກເສົ້າ ເຊິ່ງບໍ່ມີໃຜສາມາດທີ່ຈະເຂົ້າໃຈໄດ້. ຄວາມບາບຂອງມະນຸດທັງໝົດໄດ້ທັບຖົມຢູ່ໃນຫົວໃຈຂອງພຣະອົງ ຈົນພຣະອົງຮູ້ສຶກເຖິງການຕັດຂາດອອກຈາກພຣະບິດາຂອງພຣະອົງ. ພຣະອົງຊົງເຈັບປວດທາງຄວາມຮູ້ສຶກນຶກຄິດນີ້ຫຼາຍ ຈົນເກືອບຈະບໍ່ຮູ້ສຶກເຖິງຄວາມເຈັບປວດທາງດ້ານຮ່າງກາຍ. ມັນເປັນຄວາມເຈັບປວດຈາກຄວາມບາບຂອງມະນຸດຊາດທີ່ວາງໄວ້ເທິງພຣະອົງ ເຊິ່ງເຮັດໃຫ້ພຣະອົງເສຍຊີວິດກ່ອນນັກໂທດສອງຄົນນັ້ນທີ່ຖືກຄຶງເທິງໄມ້ກາງແຂນ.
ທຳມະຊາດຍັງໄດ້ສະແດງຄວາມຮູ້ສຶກສົງສານຕໍ່ພຣະເຢຊູ. ດວງຕາເວັນບໍ່ສ່ອງແສງ. "ຕັ້ງແຕ່ເວລາທ່ຽງວັນ ທົ່ວແຜ່ນດິນກໍເກີດຄວາມມືດຄືມເປັນເວລາສາມຊົ່ວໂມງ" (ມັດທາຍ 27:45). ໃນຄວາມມືດນີ້ ພຣະບິດາຊົງຊ້ອນພຣະພັກ(ໃບໜ້າ)ຂອງພຣະອົງໄວ້. ພຣະບິດາ ແລະບັນດາທູດສະຫວັນຂອງພຣະອົງຊົງຢູ່ຂ້າງໄມ້ກາງແຂນ ແຕ່ພຣະເຢຊູບໍ່ຮູ້ວ່າພຣະອົງຊົງຢູ່ຕໍ່ໜ້າພຣະບິດາຂອງພຣະອົງ. ໃນຄວາມເມດຕາຂອງພຣະບິດາເຈົ້າ ພຣະອົງໄດ້ຊ້ອນພຣະເຢຊູຈາກຝູງຊົນທີ່ເຢາະເຢີ້ຍ.
ຄວາມມືດໄດ້ປົກຄຸມຢູ່ທີ່ນັ້ນເປັນເວລາສາມຊົ່ວໂມງເລີ່ມຕັ້ງແຕ່ຕອນທ່ຽງ ຄວາມມືດໄດ້ມືດຄືມຄືກັນກັບຕອນກາງຄືນ ໂດຍສະເພາະຢູ່ບໍລິເວນອ້ອມຮອບໂຄລະໂຄທາ, ມີສຽງຟ້າຮ້ອງ ແລະຟ້າຜ່າຢູ່ບາງຄັ້ງ ພ້ອມທັງແສງຈາກຟ້າເຫຼືອມ ເຊິ່ງເຮັດໃຫ້ຜູ້ຄົນເຫັນພາບພຣະເຢຊູຖືກຄຶງຢູ່ເທິງໄມ້ກາງແຂນ. ຜູ້ຄົນທັງຜູ້ເຖົ້າ ໄວໜຸ່ມ ແລະເດັກນ້ອຍຕ່າງກໍພາກັນກົ້ມລົງດ້ວຍຄວາມຢ້ານ. ພວກປະໂລຫິດ, ພວກຜູ້ນຳສາສະໜາ, ພວກທະຫານ ແລະຝູງຊົນທັງຫຼາຍຄິດວ່າ ເວລາສຳລັບການລົງໂທດຂອງພວກເຂົາໄດ້ມາເຖິງແລ້ວ.
ເມື່ອມາຮອດບ່າຍສາມໂມງ ແສງສະຫວ່າງກໍເລີ່ມຊ່ອງມາຍັງຝູງຊົນ ແຕ່ຢູ່ບໍລິເວນອ້ອມຮອບພຣະເຢຊູນັ້ນຍັງຄົງມືດຄືມ ແລະມີຟ້າເຫຼືອມ ແລະຟ້າຜ່າເປັນບາງຄັ້ງ ເຊິ່ງເບິ່ງຄືວ່າຈະມຸ່ງມາຍັງພຣະເຢຊູ. ຂະນະທີ່ຄວາມມືດອ້ອມຮອບພຣະເຢຊູຢູ່ນັ້ນ ພວກຜູ້ນຳສາສະໜາກໍອ້າງວ່າ ພຣະເຈົ້າຕ້ອງໂກດຮ້າຍໃສ່ພຣະອົງ.
ຈິດໃຈຂອງພຣະອົງຊົງໂສກເສົ້າ ແລະທຸກທໍລະມານຫຼາຍ ຈົນພຣະອົງຮ້ອງຂຶ້ນວ່າ: "ເອລີ ເອລີ ແລມາ ຊາບັກທານີ? " ເຊິ່ງແປວ່າ "ພຣະເຈົ້າຂອງຂ້ານ້ອຍເອີຍ! ດ້ວຍເຫດໃດ ພຣະອົງຈຶ່ງປະຖິ້ມຂ້ານ້ອຍເສຍ" (ມັດທາຍ 27:46; ມາຣະໂກ 15:34) ແຕ່ດ້ວຍຄວາມກຽດຊັງຂອງພວກປະໂລຫິດທີ່ມີຕໍ່ພຣະເຢຊູ ພວກເຂົາໄດ້ແປຄວາມໝາຍຄຳເວົ້າຂອງພຣະອົງຜິດ ບາງຄົນໃນພວກເຂົາເວົ້າຂຶ້ນວ່າ: "ລາວຮ້ອງຫາເອລີຢາ"
ຫຼັງຈາກນັ້ນ ຄວາມມືດກໍໄດ້ຍົກອອກຈາກຈິດວິນຍານຂອງພຣະເຢຊູ. ແລ້ວພຣະເຢຊູຊົງຮູ້ສຶກຫິວນ້ຳຫຼາຍ ແລະພຣະອົງຊົງກ່າວຂຶ້ນວ່າ: "ເຮົາຫິວນ້ຳ." ມີທະຫານໂຣມຄົນໜຶ່ງແນມເຫັນຮີມສົບຂອງພຣະເຢຊູແຫ້ງຈຶ່ງມີໃຈສົງສານ. ລາວແລ່ນໄປເອົາຟ້ອງນ້ຳຈຸ່ມໃສ່ເຫຼົ້າສົ້ມ ແລະຈະຍື່ນໃຫ້ພຣະອົງດື່ມ ແຕ່ມີພວກປະໂລຫິດບາງຄົນເວົ້າຂຶ້ນວ່າ "ຢ່າຟ້າວເທື່ອ ຖ້າເບິ່ງກ່ອນວ່າເອລີຢາຈະມາຊ່ວຍລາວໃຫ້ພົ້ນຫຼືບໍ" (ມັດທາຍ 27:46-49; ໂຢຮັນ 19:28, 29)?
ແລ້ວໃນເວລານັ້ນ ຄວາມມືດໄດ້ປົກຄຸມຢູ່ທີ່ນະຄອມເຢຣູຊາເລັມ. ຝູງຄົນຕ່າງກໍພາກັນແນມໄປເບິ່ງທີ່ນະຄອນນັ້ນ ພວກເຂົາໄດ້ເຫັນສາຍຟ້າຜ່າມຸ່ງໜ້າໄປຍັງນະຄອນນັ້ນ ຄວາມມືດຢູ່ທີ່ບໍລິເວນໄມ້ກາງແຂນກໍໄດ້ຈ່າງຫາຍໄປ. ໃນຊ່ວງເວລານັ້ນ ຢູ່ໃນພຣະວິຫານທີ່ນະຄອນເຢຣູຊາເລັມ ພວກປະໂລຫິດບາງຄົນກຳລັງຈະເຮັດພິທີຖວາຍລູກແກະໃຫ້ພຣະເຈົ້າໃນຍາມແລງ.
ທັນໃດນັ້ນ ກໍເກີດມີສຽງແກດັງໃນທຳມະຊາດຂະນະທີ່ພຣະເຢຊູຊົງກ່າວຂຶ້ນວ່າ: "ສຳເລັດແລ້ວ ພຣະບິດາເອີຍ! ລູກຂໍມອບຈິດວິນຍານໄວ້ໃນກຳມືຂອງພຣະອົງ" ມີແສງສະຫວ່າງຊ່ອງຢູ່ອ້ອມຮອບບໍລິເວນໄມ້ກາງແຂນ ແລະໃບໜ້າຂອງພຣະເຢຊູຊົງສະຫວ່າງຄືກັບດວງຕາເວັນ ແລ້ວພຣະອົງກໍກົ້ມຫົວລົງ ແລະເສຍຊີວິດ.
ຜູ້ຄົນທີ່ຢືນຢູ່ອ້ອມຮອບໄມ້ກາງແຂນຕ່າງກໍພາກັນຢຸດຫາຍໃຈໄປຊົ່ວຄາວໃນຂະນະທີ່ແນມເບິ່ງພຣະເຢຊູ. ທັນໃດນັ້ນ ຄວາມມືດກໍໄດ້ເຂົ້າມາປົກຄຸມແຜ່ນດິນອີກຄັ້ງ ແລະມີສຽງດັງຄືກັບຟ້າຮ້ອງ ພ້ອມທັງເກີດມີແຜ່ນດິນໄຫວໃຫຍ່ຢ່າງຮຸນແຮງ. ປະຊາຊົນຖືກສັ່ນກອງກັນໄວ້. ມັນເຕັມໄປດ້ວຍຄວາມສັບສົນວຸ່ນວາຍ, ໂງ່ນຫີນກໍແຕກອອກເປັນປ່ຽງໆ ແລະໄດ້ກິ້ງລົງມາຈາກພູເຂົາກອງກັນຢູ່ທີ່ຮາບພຽງ. ສ່ວນກ້ອນຫີນທີ່ປິດຢູ່ໜ້າຂຸມຝັງສົບຫຼາຍແຫ່ງກໍໄດ້ເປີດອອກ ແລະສົບປະຊາຊົນຂອງພຣະເຈົ້າທີ່ຕາຍໄປແລ້ວນັ້ນ ກໍກັບຄືນມີຊີວິດ.
ໃນເວລານີ້ ຢູ່ພຣະວິຫານໃນນະຄອນເຢຣູຊາເລັມ ປະໂລຫິດຜູ້ທີ່ກຳລັງຈັບມີດ ເພື່ອຈະຂ້າລູກແກະຖວາຍໃຫ້ພຣະເຈົ້າໃນຍາມແລງນັ້ນ ລາວກັບປະໂລຫິດຄົນອື່ນໆທີ່ກຳລັງເຮັດວຽກຢູ່ໃນພຣະວິຫານກໍຮູ້ສຶກເຖິງແຜ່ນດິນຫວັ່ນໄຫວຢ່າງຮຸນແຮງ. ລາວຢ້ານກົວຕົວສັ່ນຈົນຖິ້ມມີດລົງ ແລະລູກແກະກໍໄດ້ແລ່ນໜີໄປ. ແລ້ວພວກເຂົາກໍໄດ້ເຫັນຜ້າມ່ານທີ່ຂັ້ນກາງຢູ່ລະຫວ່າງຫ້ອງບໍຣິສຸດກັບຫ້ອງບໍຣິສຸດທີ່ສຸດໃນພຣະວິຫານນັ້ນ ຖືກຈີກອອກເປັນສອງຕ່ອນຕັ້ງແຕ່ເທິງຈົນຮອດລຸ່ມ.
ສິ່ງເຫຼົ່ານີ້ໄດ້ເກີດຂຶ້ນເພື່ອສະແດງໃຫ້ເຫັນວ່າ ພຣະວິຫານທີ່ຢູ່ເທິງໂລກນີ້ບໍ່ມີຄວາມສັກສິດອີກຕໍ່ໄປ ເພາະວ່າພຣະເຈົ້າຈະບໍ່ສະເດັດມາປາກົດໃນເມກເໜືອຝາອັດຫີບພັນທະສັນຍາຢູ່ໃນສະຖານສັກສິດທີ່ສຸດນັ້ນອີກ ເນື່ອງຈາກວ່າ ພຣະເຢຊູເຊິ່ງເປັນລູກແກະຂອງພຣະເຈົ້າໄດ້ຕາຍເທິງໄມ້ກາງແຂນ ແລະໄດ້ເປັນເຄື່ອງຖວາຍບູຊາໄຖ່ຄວາມບາບທັງໝົດຂອງໂລກແລ້ວ (ໂຢຮັນ 19:30; ລູກາ 23:46; ມັດທາຍ 27:51-53).
ໃນສະຫວັນ ບັນດາທູດສະຫວັນພາກັນຊົມຊື່ນຍິນດີ ເພາະຮູ້ວ່າພຣະເຢຊູໄດ້ຮັບໄຊຊະນະໃນການຕໍ່ສູ້ຊາຕານແລ້ວ ແລະແຜນການຊົງຊ່ວຍມະນຸດຊາດໃຫ້ລອດພົ້ນຈາກຄວາມບາບນັ້ນກໍໄດ້ສຳເລັດແລ້ວ. ນອກຈາກນີ້ ບັນດາທູດສະຫວັນຍັງໄດ້ເຂົ້າໃຈເຖິງລັກສະນະທາດແທ້ຂອງຊາຕານ ແລະພວກເຂົາຈະບໍ່ເຫັນອົກເຫັນໃຈຊາຕານອີກຕໍ່ໄປ.
ພຣະເຢຊູເສຍຊີວິດ
ການເສຍຊີວິດຂອງພຣະເຢຊູແມ່ນເນື່ອງຈາກຄວາມຜິດບາບທັງໝົດຂອງທົ່ວໂລກນີ້ ໄດ້ທັບຖົມທີ່ພຣະເຢຊູ. ພຣະອົງຊົງຮູ້ສຶກວ່າຖືກຕັດຂາດຈາກພຣະເຈົ້າ ເຊິ່ງຄວາມຮູ້ສຶກນີ້ເອງທີ່ເຮັດໃຫ້ຫົວໃຈຂອງພຣະເຢຊູແຕກສະຫຼາຍ ແລະເສຍຊີວິດທັນທີ (EGW 160).
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 27:45-56; ມາຣະໂກ 15:33-41; ລູກາ 23:44-49; ໂຢຮັນ 19:28-37.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 79 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ອຸມົງຝັງສົບ
ມື້ນັ້ນເປັນວັນສຸກ ເຊິ່ງເປັນມື້ຈັດຕຽມສຳລັບວັນຊະບາໂຕ. ເມື່ອຕາເວັນໃກ້ຈະຕົກດິນຕອນແລງ ພວກປະໂລຫິດບໍ່ຢາກໃຫ້ປະຊາຊົນສົນໃຈໃນເຫດການທີ່ພຣະເຢຊູຖືກຄຶງໄວ້ເທິງໄມ້ກາງແຂນ ແລະພວກເຂົາກໍບໍ່ຕ້ອງການໃຫ້ມີສົບຄ້າງໄວ້ເທິງໄມ້ກາງແຂນໃນວັນຊະບາໂຕ ເຊິ່ງເປັນວັນເສົາ. ສະນັ້ນ ພວກເຂົາຈຶ່ງຂໍອະນຸຍາດໃຫ້ປີລາດຫັກກະດູກຂາຂອງນັກໂທດທີ່ຖືກຄຶງເທິງໄມ້ກາງແຂນນັ້ນ ເພື່ອເຮັດໃຫ້ພວກເຂົາຕາຍໄວໆ ແລະໃຫ້ເອົາສົບລົງມາ. ດັ່ງນັ້ນ ພວກທະຫານຈຶ່ງເຂົ້າມາທຸບຂາຂອງນັກໂທດຄົນໜຶ່ງໃຫ້ຫັກ ແລະກໍໄປທຸບຂາຂອງນັກໂທດອີກຄົນໜຶ່ງໃຫ້ຫັກເຊັ່ນກັນ ແຕ່ເມື່ອພວກເຂົາມາຮອດພຣະເຢຊູ ແລະເຫັນວ່າພຣະອົງຊົງເສຍຊີວິດແລ້ວ. ສະນັ້ນ ພວກເຂົາຈຶ່ງບໍ່ໄດ້ທຸບຂາຂອງພຣະອົງ ແຕ່ພວກປະໂລຫິດໄດ້ຮຽກຮ້ອງໃຫ້ພວກທະຫານເຮັດໃຫ້ແນ່ໃຈວ່າ ພຣະເຢຊູເສຍຊີວິດແລ້ວ ສະນັ້ນ ທະຫານຄົນໜຶ່ງຈຶ່ງໃຊ້ຫອກແທງຂ້າງຂອງພຣະອົງ ເລືອດແລະນ້ຳກໍໄດ້ໄຫຼອອກມາທັນທີ. ນີ້ໄດ້ຢືນຢັນວ່າ ພຣະເຢຊູໄດ້ເສຍຊີວິດແລ້ວ (ໂຢຮັນ 19:31-34).
ພວກທະຫານບໍ່ໄດ້ຫັກກະດູກຂອງພຣະເຢຊູ ແລະພວກເຂົາກໍບໍ່ໄດ້ຮູ້ຈັກກ່ຽວກັບຄຳພະຍາກອນທີ່ກ່າວເຖິງ "ກະດູກຂອງເພິ່ນຈະບໍ່ຖືກຫັກຈັກເຫຼັ້ມ" ເພງສັນລະເສີນ 34:20; ໂຢຮັນ 19:36. ໃນທຳນອງດຽວກັນ ໃນເວລາເຮັດພິທີປັດສະຄາ ໂມເຊກໍໄດ້ສັ່ງປະຊາຊົນອິດສະຣາເອນໄວ້ວ່າ ບໍ່ໃຫ້ຫັກກະດູກຂອງລູກແກະ ເພາະວ່າລູກແກະເປັນຕົວແທນພຣະບຸດຂອງພຣະເຈົ້າ ເຊິ່ງແມ່ນພຣະເຢຊູ. ອົບພະຍົບ 12:46.
ໃນຂະນະນັ້ນ ພວກສາວົກຂອງພຣະເຢຊູກໍພາກັນຢ້ານວ່າ ພວກທະຫານຈະຈັດການຝັງສົບໃຫ້ພຣະເຢຊູແບບບໍ່ໃຫ້ກຽດ ແຕ່ພວກສາວົກກໍບໍ່ຮູ້ວ່າຈະເຮັດແນວໃດກັບສົບຂອງພຣະອາຈານຂອງພວກເຂົາ ເພາະພວກເຂົາບໍ່ມີອິດທິພົນເພື່ອຂໍເອົາສົບພຣະເຢຊູນຳຜູ້ປົກຄອງປີລາດ. ໃນເວລາດຽວກັນ ນີໂກເດມ ແລະໂຢເຊັບ ໄທບ້ານອາຣີມາທາຍ ພວກເຂົາເປັນຄົນດີ, ສັດຊື່, ຮັ່ງມີ ແລະມີອິດທິພົນ. ພວກເຂົາເປັນລູກສິດຂອງພຣະເຢຊູແບບລັບໆ ເພາະຢ້ານພວກປະໂລຫິດ. ທັງສອງເປັນສະມາຊິກໃນສະພາສູງສຸດ ແລະພວກເຂົາກໍບໍ່ເຫັນດີນຳທີ່ຢູ່ໃນສະພາຕັດສິນໃຫ້ພຣະເຢຊູຖືກປະຫານຊີວິດ. ໃນຂະນະທີ່ນີໂກເດມ ແລະໂຢເຊັບເຫັນເຫດການທີ່ເກີດຂຶ້ນໃນການຄຶງພຣະເຢຊູໄວ້ເທິງໄມ້ກາງແຂນ ພວກເຂົາເຫັນວ່າ ຄຳພະຍາກອນທີ່ກ່ຽວກັບພຣະເມຊີອານັ້ນໄດ້ເຮັດໃຫ້ສຳເລັດແລ້ວ ແລະຄວາມເຊື່ອຂອງພວກເຂົາກໍເຂັ້ມແຂງເພີ່ມຂຶ້ນ. ແລ້ວພວກເຂົາກໍບໍ່ໄດ້ພະຍາຍາມທີ່ຈະເຊື່ອງຊ້ອນຄວາມສຳພັນຂອງພວກເຂົາທີ່ມີຕໍ່ພຣະເຢຊູ.
ສະນັ້ນ ໂຢເຊັບຈຶ່ງເຂົ້າໄປຫາປີລາດ ແລະຂໍເອົາສົບຂອງພຣະເຢຊູໄປຝັງສົບ. ເມື່ອປີລາດໄດ້ຮັບລາຍງານວ່າພຣະເຢຊູເສຍຊີວິດຢ່າງແທ້ຈິງແລ້ວ ລາວກໍອະນຸຍາດໃຫ້ໂຢເຊັບເອົາສົບຂອງພຣະເຢຊູໄປ ສ່ວນນີໂກເດມກໍຖືເຄື່ອງຫອມປະມານສາມສິບກິໂລກຼາມປະສົມຢາງໄມ້ຫອມກັບອາໂລເອໄປນຳ ເພື່ອຫົດສົງສົບ(ຮ່າງກາຍ)ຂອງພຣະເຢຊູ ແລ້ວໂຢເຊັບແລະນີໂກເດມກໍໄດ້ນຳສົບຂອງພຣະເຢຊູລົງມາຈາກໄມ້ກາງແຂນ ນ້ຳຕາຂອງພວກເຂົາຫຼັ່ງໄຫຼໃນເວລາທີ່ແນມເບິ່ງຮ່າງກາຍຂອງພຣະອົງຊົງມີແຕ່ບາດແຜ, ຕົວຊ້ຳ ແລະເຕັມໄປດ້ວຍເລືອດ. ພວກເຂົາມ້ຽນສົບຂອງພຣະອົງໂດຍເອົາເຄື່ອງຫອມຫົດສົງສົບ ແລະເອົາຜ້າປ່ານໃໝ່ຫໍ່ພັນສົບໄວ້ຕາມທຳນຽມຂອງຊົນຊາດອິດສະຣາເອນຢ່າງສົມກຽດແບບຫາກໍຈະມີໃນນະຄອນເຢຣູຊາເລັມ. ຜູ້ຄົນທີ່ຕິດຕາມພຣະເຢຊູຕ່າງກໍພາກັນປະຫຼາດໃຈທີ່ຜູ້ມີອິດທິພົນ ແລະຮັ່ງມີສົນໃຈໃນສົບຂອງພຣະອົງຫຼາຍເຊັ່ນນີ້.
ຢູ່ໃກ້ໆສະຖານທີ່ໂຄລະໂຄທານັ້ນ ມີສວນແຫ່ງໜຶ່ງ ແລະໃນສວນນັ້ນມີອຸມົງທີ່ຫາກໍຂຸດໃໝ່ໆ ແລະຍັງບໍ່ເຄີຍຝັງສົບໃຜມາກ່ອນ. ເຈົ້າຂອງອຸມົງນັ້ນກໍແມ່ນໂຢເຊັບ ແລະລາວຕັ້ງໃຈໄວ້ວ່າຈະເອົາໄວ້ໃຊ້ເອງ ແຕ່ວ່າລາວໄດ້ມອບຖວາຍໃຫ້ພຣະເຢຊູ. ແລ້ວພວກເຂົາໄດ້ເອົາສົບຂອງພຣະອົງໄປວາງໄວ້ທີ່ອຸມົງ. ຈາກນັ້ນ ພວກເຂົາກໍກິ້ງກ້ອນຫີນຂະໜາດໃຫຍ່ອັດປາກອຸມົງໄວ້. ແລ້ວພວກເຂົາກໍກັບເມືອບ້ານໃຜລາວກ່ອນຕາເວັນຈະຕົກດິນ. ເນື່ອງຈາກວ່າ ວັນຊະບາໂຕທີ່ຈະມາເຖິງນີ້ ພວກເຂົາຈະຕ້ອງໄດ້ພັກຜ່ອນ ແລະຢຸດວຽກງານທັງໝົດຕາມພຣະບັນຍັດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 27:57-61; ມາລະໂກ 15:42-47; ລູກາ 23:50-56; ໂຢຮັນ 19:38-42.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 80 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຊົງຟື້ນຄືນມີຊີວິດ
ເຖິງແມ່ນວ່າ ພວກປະໂລຫິດຈະວາງແຜນການຂ້າພຣະເຢຊູໄດ້ສຳເລັດກໍຕາມ ແຕ່ພວກເຂົາກໍຍັງວຸ່ນວາຍໃນຈິດໃຈ ເພາະພວກເຂົາຕ່າງກໍຮູ້ວ່າພຣະເຢຊູຊົງມີຣິດອຳນາດ. ບາງຄົນໃນພວກເຂົາຄິດເຖິງເລື່ອງພຣະເຢຊູທີ່ເຮັດການອັດສະຈັນໂດຍໃຫ້ລາຊະໂຣຟື້ນຄືນມາຈາກຄວາມຕາຍ ບາງຄົນກໍຢ້ານວ່າພຣະອົງຈະຟື້ນຂຶ້ນມາອີກ ແລະມາຈັດການພວກເຂົາ. ພວກເຂົາຍັງຄິດເຖິງຄຳເວົ້າຂອງພຣະເຢຊູທີ່ກ່າວວ່າ "ຖ້າມ້າງພຣະວິຫານນີ້ລົງເສຍ ແລະເຮົາຈະສ້າງຂຶ້ນມາໃໝ່ພາຍໃນສາມວັນ." ພວກເຂົາຮູ້ວ່າພຣະວິຫານໝາຍເຖິງຮ່າງກາຍຂອງພຣະອົງ. ພວກເຂົາກໍເຄີຍໄດ້ຍິນຢູດາເລົ່າໃຫ້ຟັງເຖິງຄຳເວົ້າຂອງພຣະອົງທີ່ຊົງກ່າວຕໍ່ພວກສາວົກຂອງພຣະອົງ ກ່ອນທີ່ຈະເດີນທາງເຂົ້າມາໃນນະຄອນເຢຣູຊາເລັມວ່າ: "ຈົ່ງຟັງ! ພວກເຮົາພວມຂຶ້ນໄປຍັງນະຄອນເຢຣູຊາເລັມ ແລະພຣະບຸດຈະຖືກມອບໄວ້ໃນກຳມືຂອງພວກປະໂລຫິດແລະພວກທຳມະຈານ. ພວກເຂົາເຫລົ່ານັ້ນຈະໃສ່ໂທດເພິ່ນເຖິງຕາຍ ແລະຈະມອບເພິ່ນໃຫ້ຄົນຕ່າງຊາດ. ຄົນເຫລົ່ານັ້ນຈະເຢາະເຢີ້ຍ, ຈະຖົ່ມນ້ຳລາຍ, ຈະຂ້ຽນຕີ ແລະຈະຂ້າເພິ່ນ. ແຕ່ພາຍໃນສາມວັນເພິ່ນຈະຟື້ນຄືນມາມີຊີວິດອີກ."
ພວກປະໂລຫິດຄິດເຖິງຫຼາຍໆເລື່ອງທີ່ພຣະເຢຊູຊົງກ່າວໄວ້ເຖິງການຟື້ນຄືນມາສູ່ຊີວິດຂອງພຣະອົງອີກຄັ້ງ. ພວກເຂົາພະຍາຍາມທີ່ຈະລືມ ແລະບໍ່ຄິດເຖິງຄຳເວົ້າຂອງພຣະອົງ ແຕ່ກໍບໍ່ສາມາດເຮັດໄດ້. ດັ່ງນັ້ນ ຈຶ່ງເຮັດໃຫ້ພວກເຂົາພາກັນກຸ້ມໃຈຫຼາຍຈົນນອນບໍ່ຫຼັບ ເພາະທຸກສິ່ງທຸກຢ່າງໄດ້ພິສູດໃຫ້ເຫັນວ່າ ພຣະເຢຊູແມ່ນພຣະບຸດຂອງພຣະເຈົ້າ.
ພໍເຖິງວັນຊະບາໂຕ ພວກປະໂລຫິດຈຶ່ງໄດ້ພາກັນໄປພົບປີລາດ ແລະເວົ້າວ່າ: "ທ່ານເອີຍ! ພວກຂ້າພະເຈົ້າທັງຫຼາຍຈື່ໄດ້ວ່າ ເມື່ອຄົນຫຼອກລວງຜູ້ນັ້ນຍັງມີຊີວິດຢູ່ ລາວໄດ້ເວົ້າວ່າ: 'ຫຼັງຈາກສາມວັນແລ້ວ ເຮົາຈະເປັນຄືນມາສູ່ຊີວິດ.' ສະນັ້ນ ຂໍທ່ານຈົ່ງອອກຄຳສັ່ງໃຫ້ວາງມາດຕະການເຝົ້າຍາມອຸມົງຢ່າງເຂັ້ມງວດຈົນເຖິງວັນທີສາມ ເພາະຢ້ານວ່າພວກສາວົກຂອງລາວຈະມາລັກເອົາສົບນັ້ນໄປ ແລະມາບອກປະຊາຊົນວ່າ ລາວເປັນຄືນມາສູ່ຊີວິດແລ້ວ ການຫຼອກລວງຄັ້ງສຸດທ້າຍນີ້ ຈະຮ້າຍແຮງຍິ່ງກວ່າຄັ້ງທຳອິດ."
ປີລາດຈຶ່ງຕອບພວກເຂົາວ່າ: "ພວກທ່ານມີທະຫານຍາມ ຈົ່ງເອົາໄປຍາມອຸມົງໃຫ້ດີ ຕາມຄວາມເຫັນຂອງພວກທ່ານ" ດັ່ງນັ້ນ ພວກປະໂລຫິດຈຶ່ງສັ່ງທະຫານໄປເຝົ້າຍາມທີ່ອຸມົງຂອງພຣະເຢຊູຢ່າງໜາແໜ້ນ ພ້ອມທັງຕີຕາປະທັບໃສ່ກ້ອນຫີນໄວ້ດ້ວຍ.
ຫຼັງຈາກວັນຊະບາໂຕຜ່ານພົ້ນໄປແລ້ວ ໃນຕອນເຊົ້າຂອງວັນອາທິດຂະນະທີ່ຍັງເຊົ້າມືດຢູ່ ພວກທະຫານຍັງຄົງເຝົ້າອຸມົງຢູ່ເພື່ອບໍ່ໃຫ້ຜູ້ໃດມາລັກເອົາສົບຂອງພຣະເຢຊູ. ໃນເວລານັ້ນ ພຣະເຈົ້າໄດ້ສັ່ງທູດສະຫວັນອົງໜຶ່ງໄປທີ່ອຸມົງຝັງສົບຂອງພຣະເຢຊູ ທູດສະຫວັນອົງນັ້ນໄດ້ສະເດັດລົງມາຈາກສະຫວັນ, ລັກສະນະເໝືອນແສງຟ້າແມບ ແລະເຄື່ອງນຸ່ງກໍຂາວເໝືອນຫິມະ. ທູດສະຫວັນອົງນີ້ໄດ້ລອຍລົງມາດ້ວຍແສງລັດສະໜີໃສ ຕັດກັບຄວາມມືດໃນຍາມເຊົ້າມື້ນັ້ນ. ພວກທະຫານໄດ້ສະເດີດຕື່ນ ແລະພາກັນລຸກຂຶ້ນມາ ເພາະຕົກໃຈກັບແສງສະຫວ່າງທີ່ກຳລັງມຸ່ງໜ້າເຂົ້າມາຫາພວກເຂົາ. ທູດສະຫວັນໄດ້ສະເດັດລົງມາດ້ວຍຄວາມຊົມຊື່ນຍິນດີ ດ້ວຍຄວາມໄວ ແລະລັດສະໝີຂອງທູດສະຫວັນອົງນີ້ໄດ້ເຮັດໃຫ້ແຜ່ນດິນສັ່ນສະເທືອນຄືກັນກັບແຜ່ນດິນໄຫວ.
ໃນຂະນະທີ່ທູດສະຫວັນອົງນີ້ໄດ້ເຂົ້າມາໃກ້ອຸມົງ ບັນດາທູດສະຫວັນອົງອື່ນໆທີ່ເຝົ້າອຸມົງຢູ່ຕະຫຼອດນັບຕັ້ງແຕ່ວາງສົບຂອງພຣະເຢຊູໄວ້ທີ່ອຸມົງນັ້ນ ກໍໄດ້ເຂົ້າມາຮ່ວມກັບທູດສະຫວັນອົງນີ້ທີ່ສະເດັດລົງມາຈາກສະຫວັນ.
ພວກທະຫານຢ້ານຫຼາຍຕ່າງກໍພາກັນລົ້ມລົງໝົດສະຕິໂຕແຂງຄືກັນກັບຄົນຕາຍ. ແລ້ວທູດສະຫວັນກໍໄດ້ກິ້ງກ້ອນຫີນໃຫຍ່ອອກ ແລະກ່າວດ້ວຍສຽງອັນດັງວ່າ: "ເຢຊູ ພຣະບຸດຂອງພຣະເຈົ້າ ຈົ່ງອອກມາເຖີດ! ພຣະເຈົ້າພຣະບິດາຂອງທ່ານໄດ້ຊົງເອີ້ນທ່ານແລ້ວ"
ທັນໃດນັ້ນ ແຜ່ນດິນໂລກກໍສັ່ນສະເທືອນດ້ວຍສຽງຟ້າຮ້ອງ, ຟ້າຜ່າ ແລະແຜ່ນດິນໄຫວ. ແລ້ວພຣະເຢຊູກໍໄດ້ຍ່າງອອກມາຈາກອຸມົງ ແລະກ່າວດ້ວຍສຽງອັນດັງວ່າ: "ເຮົາແມ່ນຜູ້ທີ່ຟື້ນຄືນມາສູ່ຊີວິດ ແລະເປັນຊີວິດ" ແລ້ວທູດສະຫວັນກໍໄດ້ກົ້ມລົງ ແລະສັນລະເສີນພຣະເຢຊູດ້ວຍສຽງເພງ.
ຫຼັງຈາກນັ້ນ ພວກທະຫານກໍໄດ້ແລ່ນເຂົ້າໄປໃນເມືອງ ແລະບອກພວກປະໂລຫິດກ່ຽວກັບເຫດການທັງໝົດທີ່ໄດ້ເກີດຂຶ້ນນັ້ນ. ພວກປະໂລຫິດຈຶ່ງເອີ້ນບັນດາສະມາຊິກເຂົ້າມາປະຊຸມກັນ ແລ້ວພວກເຂົາກໍໄດ້ຕົກລົງກັນເອົາເງິນໃຫ້ພວກທະຫານ ແລະສັ່ງວ່າ: "ໃຫ້ພວກເຈົ້າເວົ້າວ່າ 'ພວກສາວົກຂອງລາວໄດ້ມາລັກເອົາສົບໄປໃນຕອນກາງຄືນ ໃນຂະນະທີ່ພວກເຮົານອນຫລັບຢູ່' ຖ້າທ່ານຜູ້ປົກຄອງຮູ້ເລື່ອງນີ້ ພວກເຮົາຈະເວົ້າແກ້ໄຂໃຫ້ພວກເຈົ້າພົ້ນໂທດ" ເມື່ອພວກທະຫານຮັບເອົາເງິນແລ້ວ ກໍເຮັດຕາມຄຳແນະນຳຂອງພວກປະໂລຫິດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 27:62-66; 11-15.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 81 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຊົງປາກົດຕົວໃຫ້ແກ່ພວກສາວົກ
ໃນຊ່ວງເວລາທີ່ທູດສະຫວັນສະເດັດລົງມາທີ່ອຸມົງຝັງສົບຂອງພຣະເຢຊູນັ້ນ ມີພວກຜູ້ຍິງກຸ່ມໜຶ່ງທີ່ຕິດຕາມພຣະເຢຊູກໍໄດ້ເດີນທາງໄປທີ່ອຸມົງ ພ້ອມທັງຖືເຄື່ອງນ້ຳຫອມທີ່ພວກເຂົາໄດ້ຈັດຕຽມເອົາໄວ້ຕັ້ງແຕ່ຕອນແລງຂອງວັນສຸກ ເພື່ອໄປຫົດສົງສົບຂອງພຣະເຢຊູ. ໃນຂະນະທີ່ພວກເຂົາເດີນທາງໄປນັ້ນກໍໄດ້ເຫັນແສງອັນງົດງາມໃນທ້ອງຟ້າ ແລະຮູ້ສຶກເຖິງແຜ່ນດິນສັ່ນສະເທືອນ. ພວກເຂົາພາກັນປະຫຼາດໃຈ ແລະໄດ້ແລ່ນໄປທີ່ອຸມົງ.
ນາງມາຣີ ໄທມັກດາລາ ນາງເປັນສາວົກຄົນໜຶ່ງທີ່ຕິດຕາມພຣະເຢຊູ ກໍໄປທີ່ອຸມົງເຊັ່ນກັນ ແຕ່ນາງມາຈາກທິດທາງອື່ນ ແລະນາງກໍມາຮອດອຸມົງກ່ອນພວກຜູ້ຍິງກຸ່ມນັ້ນ. ເມື່ອນາງມາຮອດກໍບໍ່ເຫັນມີໃຜຈັກຄົນ ແລະນາງເຫັນວ່າກ້ອນຫີນຖືກກິ້ງອອກຈາກປາກອຸມົງແລ້ວ. ສະນັ້ນ ນາງຈຶ່ງຟ້າວແລ່ນໄປຫາພວກສາວົກ ເພື່ອບອກເຖິງເລື່ອງນີ້. ຫຼັງຈາກນັ້ນບໍ່ດົນ ພວກຜູ້ຍິງກຸ່ມນັ້ນກໍໄດ້ມາຮອດ ແລະກໍເຫັນວ່າກ້ອນຫີນຖືກກິ້ງອອກຈາກປາກອຸມົງແລ້ວ. ແລ້ວພວກນາງໄດ້ເຂົ້າໄປໃນອຸມົງ ແລະກໍບໍ່ເຫັນສົບຂອງພຣະເຢຊູ. ໃນຂະນະທີ່ພວກນາງກຳລັງຢືນສັບສົນກັບເຫດການທີ່ເກີດຂຶ້ນຢູ່ນັ້ນ. ທັນໃດນັ້ນ ພວກນາງກໍໄດ້ຫຼຽວເຫັນທູດສະຫວັນທີ່ນຸ່ງເຄື່ອງເປັນແສງລັດສະໜີຈົນເຫຼືອມຕາປາກົດຢູ່ໃກ້ພວກນາງ. ພວກນາງກໍພາກັນຢ້ານ ແລະກົ້ມຂາບລົງພື້ນດິນ.
ທູດສະຫວັນໄດ້ກ່າວຕໍ່ພວກນາງວ່າ: "ຢ່າສູ່ຢ້ານເລີຍ! ເຮົາຮູ້ແລ້ວວ່າພວກເຈົ້າມາຊອກຫາພຣະເຢຊູເຈົ້າ ຜູ້ທີ່ຖືກຄຶງໄວ້ທີ່ໄມ້ກາງແຂນ. ພຣະອົງບໍ່ຢູ່ທີ່ນີ້ ພຣະອົງເປັນຄືນມາຈາກຕາຍແລ້ວ ຕາມທີ່ພຣະອົງໄດ້ກ່າວໄວ້ ຈົ່ງມາເບິ່ງບ່ອນທີ່ພວກເຂົາວາງພຣະອົງໄວ້. ບັດນີ້ ຈົ່ງຟ້າວໄປບອກພວກສາວົກຂອງພຣະອົງວ່າ: 'ພຣະອົງເປັນຄືນມາຈາກຕາຍແລ້ວ ແລະພຣະອົງໄປທີ່ແຂວງຄາລີເລກ່ອນພວກເຈົ້າ ພວກເຈົ້າຈະເຫັນພຣະອົງໃນທີ່ນັ້ນ' ນີ້ແຫລະ ເຮົາໄດ້ບອກພວກເຈົ້າແລ້ວ" (ມັດທາຍ 28:5-7).
ໃນຂະນະທີ່ພວກຜູ້ຍິງຍັງແນມເຂົ້າໄປເບິ່ງໃນອຸມົງຝັງສົບອີກຄັ້ງ ພວກເຂົາກໍໄດ້ເຫັນທູດສະຫວັນອີກອົງໜຶ່ງຖາມພວກເຂົາວ່າ: "ເປັນຫຍັງ ພວກເຈົ້າຈຶ່ງຊອກຫາຄົນເປັນຢູ່ໃນອຸມົງຄົນຕາຍ? ພຣະອົງບໍ່ໄດ້ຢູ່ທີ່ນີ້ ພຣະອົງເປັນຄືນມາສູ່ຊີວິດແລ້ວ ຈົ່ງລະນຶກເຖິງຖ້ອຍຄຳທີ່ພຣະອົງກ່າວແກ່ພວກເຈົ້າເມື່ອພຣະອົງຢູ່ໃນແຂວງຄາລີເລວ່າ: 'ບຸດມະນຸດຕ້ອງຖືກມອບໄວ້ໃນມືຂອງບັນດາຄົນບາບ ແລະຖືກຄຶງໄວ້ທີ່ໄມ້ກາງແຂນ ແລ້ວໃນວັນຖ້ວນສາມກໍຈະເປັນຄືນມາສູ່ຊີວິດ' " (ລູກາ 24:5-7). ພວກຜູ້ຍິງເຫຼົ່ານັ້ນຈຶ່ງຟ້າວອອກໄປຈາກອຸມົງ ທັງຢ້ານ ແລະທັງຊົມຊື່ນຍິນດີທີ່ສຸດ ແລະແລ່ນໄປບອກພວກສາວົກ.
ໃນຂະນະທີ່ນາງມາຣີໄດ້ໄປຫາເປໂຕກັບໂຢຮັນ ແລະນາງກໍໄດ້ເວົ້າວ່າ: "ພວກເຂົາເອົາສົບຂອງພຣະອົງອອກຈາກອຸມົງໄປແລ້ວ ແລະເຮົາບໍ່ຮູ້ວ່າພວກເຂົາເອົາພຣະອົງໄປໄວ້ໃສ?" ເປໂຕກັບໂຢຮັນຈຶ່ງແລ່ນໄປທີ່ອຸມົງຝັງສົບກັບນາງມາຣີ ແຕ່ວ່າພວກເຂົາບໍ່ເຫັນສົບຂອງພຣະເຢຊູ ແລະເຫັນແຕ່ຜ້າຫໍ່ສົບຂອງພຣະອົງເທົ່ານັ້ນ. ຈາກນັ້ນ ເປໂຕກັບໂຢຮັນຈຶ່ງໄດ້ກັບຄືນເມືອເຮືອນດ້ວຍຄວາມປະຫຼາດໃຈທີ່ສຸດກັບເຫດການທີ່ໄດ້ເກີດຂຶ້ນ. ສ່ວນນາງມາຣີບໍ່ໄດ້ເມືອເຮືອນກັບພວກເຂົາ ແຕ່ນາງໄດ້ຢືນຮ້ອງໄຫ້ຢູ່ຂ້າງນອກອຸມົງດ້ວຍຄວາມໂສກເສົ້າ.
ໃນຂະນະທີ່ນາງມາຣີກຳລັງຮ້ອງໄຫ້ຢູ່ນັ້ນ ນາງກໍໄດ້ຍິນສຽງຜູ້ໜຶ່ງຖາມນາງວ່າ: "ນາງເອີຍ! ເປັນຫຍັງ ເຈົ້າຈຶ່ງຮ້ອງໄຫ້?"
ນາງມາຣີຕອບວ່າ: "ເພາະເຂົາໄດ້ເອົາສົບພຣະອາຈານຂອງຂ້ານ້ອຍໄປແລ້ວ ແລະຂ້ານ້ອຍບໍ່ຮູ້ວ່າເຂົາເອົາສົບໄປໄວ້ໃສ."
ເມື່ອນາງມາຣີເວົ້າສຸດແລ້ວ ນາງກໍໄດ້ຫຼຽວກັບຫຼັງ ແລະເຫັນພຣະເຢຊູຢືນຢູ່ທີ່ນັ້ນ ແຕ່ນາງບໍ່ຮູ້ວ່າແມ່ນພຣະອົງ ເພາະວ່າຕາຂອງນາງເຕັມໄປດ້ວຍນ້ຳຕາ.
ແລ້ວພຣະອົງກໍໄດ້ຖາມນາງມາຣີອີກວ່າ: "ນາງເອີຍ! ເປັນຫຍັງ ເຈົ້າຈຶ່ງຮ້ອງໄຫ້? ເຈົ້າຊອກຫາໃຜ?"
ນາງມາຣີຄິດວ່າຄົນທີ່ຖາມຕົນເອງນັ້ນເປັນຄົນຮັກສາສວນ ນາງຈຶ່ງຕອບໄປວ່າ: "ທ່ານເອີຍ! ຖ້າທ່ານເອົາສົບຂອງເພິ່ນໄປ ບອກໃຫ້ຂ້ານ້ອຍຮູ້ແດ່ວ່າທ່ານເອົາໄປໄວ້ໃສ? ແລ້ວຂ້ານ້ອຍກໍຈະໄປນຳເອົາສົບຂອງພຣະອົງອອກໄປ."
ທັນໃດນັ້ນ ພຣະເຢຊູກໍໄດ້ເອີ້ນນາງມາຣີວ່າ: "ມາຣີ."
ນາງມາຣີໄດ້ເຊັດນ້ຳຕາຢ່າງໄວ ແລະປິ່ນໜ້າມາເບິ່ງພຣະເຢຊູ ນາງໄດ້ແນມເບິ່ງພຣະອົງ ຈົນລືມຄວາມໂສກເສົ້າທັງໝົດ ແລະຮ້ອງຂຶ້ນວ່າ: "ພຣະອາຈານ."
ພຣະອົງກ່າວຕໍ່ນາງວ່າ: "ຢ່າສູ່ໜ່ວງໜ່ຽວເຮົາໄວ້ເທາະ ເພາະເຮົາຍັງບໍ່ທັນຂຶ້ນໄປຫາພຣະເຈົ້າພຣະບິດາ ແຕ່ເຈົ້າຈົ່ງໄປຫາພວກພີ່ນ້ອງຂອງເຮົາ ແລະບອກພວກເຂົາວ່າ 'ເຮົາກຳລັງຈະຂຶ້ນໄປຫາພຣະບິດາຂອງເຮົາ ແລະພຣະບິດາຂອງພວກເຈົ້າທັງຫຼາຍ ໄປຫາພຣະເຈົ້າຂອງເຮົາ ແລະພຣະເຈົ້າຂອງພວກເຈົ້າທັງຫຼາຍ."
ດັ່ງນັ້ນ ນາງມາຣີ ຈຶ່ງໄປບອກຂ່າວນີ້ແກ່ພວກສາວົກຟັງວ່າ ນາງໄດ້ເຫັນພຣະເຢຊູ ແລະບອກພວກເຂົາຕາມທີ່ພຣະອົງໄດ້ບອກນາງ. ແຕ່ຂ່າວດີເລື່ອງການຟື້ນຄືນມາສູ່ຊີວິດຂອງພຣະເຢຊູທີ່ນາງມາຣີ ແລະພວກຜູ້ຍິງເຫຼົ່ານັ້ນໄດ້ປະກາດໃຫ້ແກ່ພວກສາວົກຟັງນັ້ນ ພວກເຂົາຊ້ຳພັດບໍ່ໄດ້ເຊື່ອຄຳເວົ້າຂອງພວກນາງ ເພາະຖືວ່າເປັນເລື່ອງໄຮສາລະ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 28:1-10; ມາຣະໂກ 16:1-11; ລູກາ 24:1-12; ໂຢຮັນ 20:1-18.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 81 ແລະ 82 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.