ສະ­ພາບ​ຂອງ​ຄຣິ​ສ​ຕະຈັກໃນປັດ­ຈຸ­ບັນ​ນີ້

ບັນດາຄຣິ​ສ​ຕະຈັກ​​ໃນປັດ­ຈຸ­ບັນ​ນີ້

ບາ​ບີ​ໂລ​ນ​ເປັນ "ແມ່​ຂອງ​ຍິງ​ໂສ­ເພ­ນີ​ທັງ​ຫຼາຍ." ລູກ​ສາວ​ທັງ­ຫຼາຍ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ແມ່ນ​ບັນ­ດາ​ຄຣິ​ສ​ຕະ​ຈັກ​ໂປ​ຣ​ແຕ​ສ​ແຕນ​ທີ່​ຢຶດ​ຕິດ​ກັບ​ຫຼັກ​ຄຳ​ສອນ ແລະ ​ເຮັດ​ຕາມ​ແບບ­ຢ່າງ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໂດຍ​ການ​ຍອມ​ປະ​ຖິ້ມ​ຄວາມ​ຈິງ ເພື່ອ​ສ້າງ​ຄວາມ​ສຳ­ພັນ​ກັບ​ໂລກ. {GC 382.3}

ບັນ­ດາ​ຄຣິ​ສ​ຕະ​ຈັກ​ໂປ​ຣ​ແຕ​ສ​ແຕນ​ທັງ­ຫຼາຍ​ໄດ້​ຕິດຕາມ​ແບບ­ຢ່າງ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິກ ໂດຍ​ການ​ສ້າງ​ຄວາມ​ສຳ­ພັນ​ກັບ "ບັນ­ດາ​ກະ­ສັດ​ທົ່ວ​ແຜ່ນ­ດິນ​ໂລກ" ພວກ​ເຂົາ​ເຮັດ​ເຊັ່ນ​ນີ້​ໂດຍ​ການ​ເພີ່ມ​ອິດ​ທິ​ພົນ​ຂອງ​ພວກ​ເຂົາ​ໃຫ້​ເໜືອ​ລັດ­ຖະ­ບານ ຫຼື ​ໂດຍ​ການ​ສະ­ແຫວງ­ຫາ​ການ​ຍອມ­ຮັບ​ຂອງ​ຝ່າຍ​ໂລກ. {GC 383.1}

ບັນ­ດາ​ຜູ້​ປົກ­ຄອງ, ນັກ​ການ­ເມືອງ, ທະ­ນາຍ­ຄວາມ, ແພດ, ນັກ­ທຸ­ລະ­ກິດ ຕ່າງ​ພາ­ກັນ​ເຂົ້າ​ຮ່ວມ​ເປັນ​ສະ​ມາຊິກ​ໃນ​ຄຣິ​ສ​ຕະ​ຈັກ ເພື່ອ​ສ້າງ​ຄວາມ​ນັບ­ຖື, ຄວາມວາງ­ໃຈ​ທາງ​ສັງ­ຄົມ ແລະ ​ຄວາມ​ກ້າວ­ໜ້າ​ຂອງ​ຜົນ​ປະໂຫຍ​ດ​ຂອງ​ພວກ​ເຂົາ​ໃນ​ທາງ​ຝ່າຍ​ໂລກ. ແຕ່​ພວກເຂົາ​ເຫຼົ່າ­ນັ້ນ​ບໍ່​ໄດ້​ມີ​ຄວາມ​ເຊື່ອ​ຢ່າງ​ແທ້​ຈິງ ແລະ ​ພວກ​ເຂົາ​ໄດ້​ຈູງ​ໃຈ​ຄົນ​ໃນ​ຄຣິ​ສ​ຕະ​ຈັກ​ອອກ​ຈາກ​ມາດ​ຕະຖານ​ຂອງ​ພຣະ​ຄຳ​ພີ. ບັນ­ດາ​ຄຣິ​ສ​ຕະ​ຈັກ​ໂປ​ຣ​ແຕສແຕນ​ທັງ­ຫຼາຍ​ໂດດ​ເດັ່ນ​ໃນ​ຮູບ​ລັກ­ສະ­ນະ​ພາຍ​ນອກ ແຕ່​ພວກ​ເຂົາ​ປາ​ສະ​ຈາກ​ຄວາມ​ຈິງ. {GC 386.1}

ບັນ­ດາ​ຄຣິ​ສ​ຕະ​ຈັກ​ໂປ​ຣ​ແຕ​ສ​ແຕນ​ທີ່​ປະ​ຖິ້ມ​ຄວາມ​ເຊື່ອ​ໄດ້​ເຮັດ​ໃຫ້ "ປະ­ຊາ­ຊາດ​ທັງ​ປວງ​ມົວ­ເມົາ​ເຫລົ້າ​ອະ­ງຸ່ນ​ແຫ່ງ​ການ​ລ່ວງ​ປະ­ເວ­ນີ​ຂອງ​ມັນ" ຄື​ກັນ​ກັບ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ. ດັ່ງ­ນັ້ນ ພວກ​ເຂົາ​ຈຶ່ງ​ເຕັມ​ໄປ​ດ້ວຍ​ບັນ­ດາ​ຫຼັກ​ຄຳ​ສອນ​ຜິດ. ມິດ­ຕະ­ພາບ​ທີ່​ພວກ​ເຂົາ​ມີ​ກັບ​ໂລກ​ຈຶ່ງ​ເຮັດ​ໃຫ້​ຄວາມ​ເຊື່ອ ແລະ ​ຄວາມ​ຈິງ​ໃຈ​ຂອງ​ພວກ​ເຂົາ​ບິດເບືອນ. ດັ່ງ­ນັ້ນ ຫຼັກ​ຄຳ​ສອນ​ຂອງ​ພວກ​ເຂົາ​ຈຶ່ງ​ຂັດ​ແຍ້ງ​ກັບ​ຫຼັກ​ຄຳ​ສອນ​ຂອງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. (ພຣະ​ນິ­ມິດ 14:8 TNCV). {GC 388.2}

ໃນ​ຫຼັກ​ຄຳ​ສອນ​ຜິດ​ຂອງ​ຄຣິ​ສ​ຕະ​ຈັກ​ໂປ​ຣ​ແຕ​ສ​ແຕນ​ທີ່​ມັກ​ສອນ​ນັ້ນ​ກໍ​ຄື ອາດ​ຈະ​ມີ​ໃນ​ຊ່ວງ​ພັນ​ປີ​ທີ່​ມີ​ຄວາມສະ­ຫງົບ​ສຸກ ແລະ ​ມີ​ການ​ພັດ​ທະ​ນາ. ພວກ​ເຂົາ​ຍັງສອນ​ອີກ​ວ່າ ຈິດ​ວິນ​ຍານ​ຂອງ​ມະ­ນຸດ​ບໍ່​ມີ​ວັນ​ຕາຍ. ນອກ­ຈາກ​ນີ້ ຍັງ​ມີ​ຫຼັກ​ຄຳ​ສອນ​ຜິດ​ທີ່​ເປັນ​ອັນ­ຕະ­ລາຍ​ຢ່າງ​ຮ້າຍ​ແຮງ ແລະ ​ຂະ­ຫຍາຍ​ຢ່າງ​ແຜ່​ຫຼາຍ​ນັ້ນ​ກໍ​ຄື ພວກ​ເຂົາ​ສັນ­ນິ­ຖານ​ວ່າ ພຣະ​ບັນ­ຍັດ​ຂອງ​ພຣະ​ເຈົ້າ​ຖືກ​ຍົກ­ເລີກ​ແລ້ວ​ຢູ່​ທີ່​ໄມ້​ກາງ​ແຂນ ແລະ ​ມີ​ຄວາມເຊື່ອ​ຜິດ​ວ່າ ມື້​ທີ​ໜຶ່ງ​ໃນ​ສັບ­ປະ­ດາ​ແມ່ນ​ວັນ​ບໍ​ຣິ​ສຸດ ແທນ​ທີ​ວັນ​ຊະ­ບາ​ໂຕ​ໃນພຣະ​ບັນ­ຍັດ​ຂໍ້​ສີ່. {4SP 235.3}

ແຕ່​ເມື່ອ​ມີ​ຄົນ​ມາ​ສອນ­ຄວາມ​ຈິງ​ຕາມ​ພຣະ​ຄຳ​ພີ ກໍ​ມີອາ­ຈານ​ຫຼາຍ​ຄົນ​ທີ່​ຄິດ​ວ່າ​ຕົນ​ເອງ​ເກັ່ງ​ພຣະ​ຄຳ​ພີ ພວກ​ເຂົາ​ປະ­ຕິ­ເສດ​ຄວາມ​ຈິງ​ຕາມ​ພຣະ​ຄຳ​ພີ​ນັ້ນ ແລະ ​ມາ​ເວົ້າ​ສິ່ງ​ເຫຼົ່າ­ນັ້ນ​ວ່າ​ບໍ່​ແມ່ນ​ຄວາມ​ຈິງ. ສະ­ນັ້ນ ຈຶ່ງ​ເຮັດ​ໃຫ້​ປະ­ຊາ­ຊົນ​ບໍ່​ສົນ­ໃຈ​ກັບ​ຄວາມ​ຈິງ​ທີ່​ມາ​ຈາກ​ພຣະ​ຄຳ​ພີ. ຖ້າ​ບໍ່​ເປັນ​ຍ້ອນ​ວ່າ ໂລກ​ນີ້​ຖືກ​ມົວ­ເມົາ​ໄປ​ດ້ວຍ​ເຫຼົ້າ​ອະ­ງຸ່ນ​ແຫ່ງ​ບາ​ບີ​ໂລນ ອາດ​ຈະ​ມີ​ຄົນ​ເປັນ​ຈໍາ​ນວນ​ຫຼວງ­ຫຼາຍ​ໄດ້​ສໍາ​ນຶກ​ຜິດ ແລະ ​ກັບ​ໃຈ​ໃໝ່​ເມື່ອ​ພວກ​ເຂົາ​ໄດ້​ຍິນ​ກ່ຽວ​ກັບ​ຄວາມ​ຈິງ​ໃນ​ພຣະ​ຄໍາ​ຂອງ​ພຣະ​ເຈົ້າ. ຄວາມ​ຊົ່ວ​ຮ້າຍ​ຂອງ​ໂລກ​ນີ້​ຈຶ່ງ​ຮ້າຍ​ແຮງ​ຫຼາຍ ເພາະ­ວ່າ​ຄຣິ​ສ​ຕະ​ຈັກ​ໂປ​ຣ​ແຕ​ສ​ແຕນ​ບໍ່​ໄດ້​ນຳ­ພາ​ປະ­ຊາ­ຊົນ​ໄປ​ໃນ​ທາງ​ແຫ່ງ​ຄວາມ​ຈິງ. {4SP 235.4}

ພຣະ​ເຈົ້າ​ໄດ້​ສົ່ງ​ຂ່າວ­ສານ​ໃຫ້​ປະ­ຊາ­ຊົນ​ຂອງ​ພຣະ​ອົງ​ທີ່​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຫັນ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ທີ່​ແຍກ​ພວກ​ເຮົາ​ອອກ​ຈາກ​ພຣະ​ຄຸນ​ຂອງ​ພຣະ​ອົງ. ພວກ​ເຮົາ​ຄວນ​ສຶກ­ສາ​ໃຫ້​ດີ ແລະ ​ເອົາ­ໃຈ­ໃສ່​ໃນ​ຂ່າວ­ສານ​ເຫຼົ່າ​ນັ້ນ.

“ເຮົາ​ໄດ້​ປະ​ຖິ້ມ​ເລ່­ຫຼ່ຽມ​ຕ່າງໆ​ທີ່​ໜ້າ​ອັບ­ອາຍ​ໄປ​ໝົດ​ແລ້ວ ເຮົາ​ບໍ່​ເຮັດ​ກົນ­ອຸ­ບາຍ ແລະ ​ບໍ່​ໄດ້​ປອມ​ແປງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຈົ້າ ແຕ່​ໂດຍ​ສຳ­ແດງ​ຄວາມ​ສັດ­ຊື່ ເຮົາ​ສະ­ເໜີ​ຕົວ​ເຮົາ​ໃຫ້​ກັບ​ຈິດ​ສຳ­ນຶກ​ຜິດ​ຊອບ​ຂອງ​ຄົນ​ທັງ​ປວງ​ຢູ່​ຊ້ອງ​ພຣະ​ພັກ​ພຣະ​ເຈົ້າ.” (2 ໂກຣິນ​ໂທ 4:2 TH1971).

ອ້າງ​ອີງ​ຈາກ​​ປຶ້ມ "ພຣະ​ຄຳ​ພີ" 2 ໂກ​ຣິນ​ໂທ 4:2; ພຣະ​ນິ­ມິດ 14:8.

ອ້າງ​ອີງ​ຈາກ​​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 382.3; 383.1; 386.1; 388.2} ແລະ ​​ປຶ້ມ “The Spirit of Prophecy Volume 4” {4SP 235.3,4} ຂຽນ​ໂດຍ ທ່ານ​ ນາງ ​ເອ​ເລັນ​ ຈີ. ໄວ​ທ

ສຽງ​ຮ້ອງ​ອັນ​ດັງ

ໃນ​ພຣະ​ທຳ​ພຣະ​ນິ­ມິດ​ບົດ​ທີ 18 ທູດ​ສະ­ຫວັນ​ໄດ້​ຮ້ອງ​ປະ­ກາດ​ດ້ວຍ​ສຽງ​ອັນ​ດັງ​ວ່າ: "ບາ​ບີ​ໂລ​ນ​ມະ­ຫາ​ນະ​​ຄອນ ​ຫຼົ້ມ­ຈົມ​ແລ້ວ ຫຼົ້ມ­ຈົມ​ແລ້ວ ກາຍ­ເປັນ​ບ່ອນ​ອາ­ໄສ​ຂອງ​ຜີ​ປີ­ສາດ ເປັນ​ບ່ອນ​ຄຸມ​ຂັງ​ຂອງ​ຜີ​ສົກ­ກະ­ປົກ​ທຸກ​ຢ່າງ ແລະ ​ເປັນ​ຄອກ​ຂອງ​ນົກ​ທຸກ​ຊະ­ນິດ​ທີ່​ບໍ່​ສະ­ອາດ ແລະ ​ໜ້າ​ລັງ​ກຽດ. ເພາະ­ວ່າ​ປະ­ຊາ­ຊາດ​ທັງ​ປວງ​ໄດ້​ດື່ມ​ເຫຼົ້າ​ອະ­ງຸ່ນ​ແຫ່ງ​ຄວາມ​ໂກດ​ຮ້າຍ​ໃນ​ການ​ລ່ວງ​ປະ​​ເວ​ນີ​ຂອງ​ນະ­ຄອນ​ນັ້ນ ແລະ​ບັນ­ດາ​ກະ­ສັດ​ເທິງ​ແຜ່ນ​​ດິນ​ໂລກ​ໄດ້​ລ່ວງ​ປະ­ເວ­ນີ​ກັບ​ນະ­ຄອນ​ນັ້ນ ແລະ​ພໍ່­ຄ້າ​ທັງ­ຫຼາຍ​ແຫ່ງ​ແຜ່ນ­ດິນ​ໂລກ​ກໍ​ໄດ້​ຮັ່ງ­ມີ​ຂຶ້ນ​ດ້ວຍ​ຊັບ​ອັນ​ຟຸ່ມ​ເຟືອຍ​ຂອງ​ນະ­ຄອນ​ນັ້ນ." (ພຣະ​ນິ­ມິດ 18:2, 3 KJV)

ຂ່າວ­ສານ​ຂອງ​ທູດ​ສະ­ຫວັນ​ອົງ​ທີ​ສາມ​ຢູ່​ໃນ​ພຣະ​ທຳ​ພຣະ​ນິ­ມິດ​ບົດ​ທີ 18 ແມ່ນ​ສຽງ​ຮ້ອງ​ອັນ​ດັງ. ສຽງ​ຮ້ອງ​ອັນ​ດັງ​ເປັນ​ຂ່າວ­ສານ​ສຸດ​ທ້າຍ​ທີ່​ຈະ​ມອບ​ໃຫ້​ແກ່​ຊາວ​ໂລກ ຂ່າວ­ສານ​ນີ້​ຮຽກ­ຮ້ອງ​ໃຫ້​ປະ­ຊາ­ຊົນ​ອອກ​ຈາກ​ບາ​ບີ​ໂລນ ເພາະ­ວ່າ​ມັນ​ເຕັມ​ໄປ​ດ້ວຍ​ຄວາມ​ບາບ ແລະ ​ການ​ຕໍ່­ສູ້​ພຣະ​ເຈົ້າ. ພວກ​ເຮົາ​ໄດ້​ສຶກ­ສາ​ແລ້ວ​ວ່າ ບາ​ບີ​ໂລ​ນ​ເປັນ​ຕົວ​ແທນ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິກ ແລະບັນ­ດາ​ຄຣິ​ສ​ຕະ​ຈັກ​ໂປ​ຣ​ແຕ​ສ​ແຕນ​ທັງ­ຫຼາຍ​ໄດ້​ຮ່ວມ​ຕົວ​ເຂົ້າ​ກັບ​ພວກ​ເຂົາ​ເປັນ​ໜຶ່ງ​ດຽວ. ແຕ່​ດ້ວຍ​ຄວາມ​ຮັກ ແລະ ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ​ອັນ​ບໍ່​ມີ​ທີ່​ສິ້ນ​ສຸດ ພຣະ​ອົງ​ຈຶ່ງ​ເອີ້ນ​ປະ­ຊາ­ຊົນ​ໃຫ້​ອອກ​ມາ​ຈາກ​ບັນ­ດາ​ຄຣິ​ສ​ຕະ​ຈັກ​ເຫຼົ່າ­ນັ້ນ ແລະ ​ມາ​ເຂົ້າ​ຮ່ວມ​ກັບ​ປະ​​ຊາ​ຊົນ​ຂອງ​ພຣະ​ອົງ ເພື່ອ​ວ່າ​ຈະ​ບໍ່​ໄດ້​ຖືກ​ບັນ­ດາ​ຄຣິ​ສ​ຕະ​ຈັກ​ເຫຼົ່າ­ນັ້ນ ຊັກ​ຊວນ​ໃຫ້​ຫຼົງ​ໄປ​ໃນ​ທາງ​ທີ່​ຜິດ.

ຂ່າວ­ສານ​ນີ້​ຈະ​ໄດ້​ປະ­ກາດ​ຫຼັງ​ຈາກ​ທີ່​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ເໝືອນ​ກັນ​ກັບ​ພວກ​ອັກ​ຄະ​ສາ­ວົກ​ທີ່​ເປັນ​ຜູ້​ປະ­ກາດ​ພຣະ​ຄຳ​ທີ່​ມີ​ອຳ​​ນາດ​ມາ​ຈາກ​ພຣະ​ເຈົ້າ​ພາຍ­ຫຼັງ​ທີ່​ພວກ​ເຂົາ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ​ໃນ​ວັນ​ເພັນ​ເຕ​ຄໍ​ສະ​ເຕ. ດັ່ງ­ນັ້ນ ປະ​​ຊາ​ຊົນ​ຂອງ​ພຣະ​ເຈົ້າ​ຈະ​ໄດ້​ຮັບ​ຣິດ​ອຳ­ນາດ ແລະຄວາມ​ກ້າ­ຫານ​ທີ່​ມາ​ຈາກ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ພວກ​ເຂົາ​ຈະ​ອອກ​ໄປ ແລະ ​ປະ­ກາດ​ຂ່າວ­ສານ​ຂອງ​ທູດ​ສະ​​ຫວັນ​ອົງ​ທີ​ສາມ​ຢູ່​ໃນ​ພຣະ​ທຳ​ພຣະ​ນິ­ມິດ​ບົດ​ທີ 18 ຢູ່​ທົ່ວ​ໂລກ. ແລ້ວ​ເປັນ​ຫຍັງ ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຈຶ່ງ​ຍັງ​ບໍ່​ໄດ້​ປະ­ກາດ​ຂ່າວ­ສານ​ຂອງ​ສຽງ​ຮ້ອງ​ອັນ​ດັງ? ເພາະ­ວ່າ ພວກ​ເຂົາ​ຍັງ​ບໍ່​ທັນ​ໄດ້​ຊຳ­ລະ​ໃຈ​ຂອງ​ພວກ​ເຂົາ​ໃຫ້​ບໍ​ຣິ​ສຸດ​ເພື່ອ​ຈະ​ກຽມ​ຮັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ. ພວກ​ເຮົາ​ຜູ້​ທີ່​ຮູ້​ຄວາມ​ຈິງ​ແລ້ວ​ຈະ​ຕ້ອງ​ກຽມ​ຄວາມ​ພ້ອມ​ຢ່າງ​ຮີບ​ດ່ວນ​ເພື່ອ​ຮັບ​ພຣະ​ວິນ​ຍານ​ບໍ​ຣິ​ສຸດ ເພື່ອ​ພວກ​ເຮົາ​ຈະ​ໄດ້​ເຮັດ​ວຽກ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໝາຍ​ໃຫ້​ພວກ​ເຮົາ​ເຮັດ ໂດຍ​ຜ່ານ​ທາງ​ຂ່າວ­ສານ​ຂອງ​ສຽງ​ຮ້ອງ​ອັນ​ດັງ.

ອ້າງ​ອີງ​ຈາກ​​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ 18:2-4

ອ້າງ​ອີງ​ຈາກ​​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) ບົດ​ທີ 21 {ວັກ 382} ຂຽນ​ໂດຍ ທ່ານ ​ນາງ ​ເອ​ເລັນ​ ຈີ. ໄວ​ທ

ຈຸດ­ປະ­ສົງ​ຂອງ​ສັດຮ້າຍ

ຫຼາຍ​ຄົນ​ເວົ້າ​ວ່າ ພວກ​ເຮົາ​ບໍ່​ສາ­ມາດ​ວິ­ພາກ​ວິ­ຈານ​ການ​ກະ­ທຳ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໃນ​ອະ​ດີດ​ທີ່​ຜ່ານ​ມາ. ພວກ​ເຂົາ​ເຂົ້າ​ຂ້າງ​ການ​ກະ­ທຳ​ອັນ​ໂຫດ­ຮ້າຍ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ດ້ວຍການເມີນເສີຍຄວາມ​ມືດ​ໃນ​ອະ​ດີດ​ທີ່​ຜ່ານ​ມາ ແລະພວກ​ເຂົາ​ເຊື່ອ​ວ່າ​ໃນ​ສະ­ໄໝ​ນີ້​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ປ່ຽນ­ແປງ​ແລ້ວ. ແຕ່​ພວກ​ເຂົາ​ບໍ່​ໄດ້​ລະ­ນຶກ​ວ່າ ປັດ­ຈຸ­ບັນ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ຍັງ​ເປັນ​ເໝືອນ​ເດີມ​ຄື​ກັນ​ກັບ​ໃນ​ອະ​ດີດ. ທັງ​ຫຼັກ​ຄຳ​ສອນ ແລະ ການ​ກະ­ທຳ​ຂອງ​ພວກ​ເຂົາ​ຍິ່ງ​ບໍ່​ສອດ​ຄອງ​ກັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຫຼາຍ​ກວ່າ​ໃນ​ອະດີດ​ອີກ. ຊາວ​ໂປ​ຣ​ແຕ​ສ​ແຕນ​ບອກ​ກ່ຽວ​ກັບ​ອະນາ​ຄົດ​ຂອງ​ຄຣິ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້. ຢູ່​ໃນ​ພຣະ​ຄຳ​ພຣະ​ນິ­ມິດ ແລະ ພຣະ​ຄຳ​ດາ​ນີ​ເອນ​ໄດ້​ພະ­ຍາ­ກອນ​ຫຼາຍ​ສິ່ງ​ກ່ຽວ​ກັບ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິກ ແລະ​ມັນ​ກໍ​ເກີດ​ຂຶ້ນ​ແທ້​ຢູ່​ໃນ​ອະ​ດີດ​ທີ່​ຜ່ານ​ມາ​ນັ້ນ. ສະ­ນັ້ນ ພວກ​ເຮົາ​ສາ­ມາດ​ເຊື່ອ​ໄດ້​ວ່າ ສິ່ງ​ທີ່​ໄດ້​ພະ­ຍາ­ກອນ​ໄວ້​ວ່າ​ມັນ​ຈະ​ເກີດ​ຂຶ້ນ ມັນ​ກໍ​ຈະ​ເກີດ​ຂຶ້ນ​ເຊັ່ນ​ກັນ. ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ກຳ­ລັງ​ຕຽມ​ຕົວ​ກັບ​ມາ​ຄວບ​ຄຸມ​ໂລກ, ສ້າງ​ການ​ກົດ​ຂີ່​ຂົ່ມ​ເຫັງ​ຂຶ້ນ​ມາ​ໃໝ່​ອີກ​ຄັ້ງ ແລະ​ກຳ­ຈັດ​ທຸກ​ສິ່ງ​ທີ່​ໂປ​ຣ​ແຕ​ສ​ແຕນ​ໄດ້​ເຮັດ​ພັດ­ທະ­ນາ​ໄວ້. {GC 565.4, GC 563.2}

ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ຍັງ​ຄົງ​ດຳ­ເນີນ​ການ​ບິດ​ເບືອນ​ເລື່ອງ​ພຣະ​ເຈົ້າ​ຄື​ກັນ​ກັບ​ຢູ່​ໃນ​ອະດີດ. ພວກ​ເຂົາສອນ​ສິ່ງ​ທີ່​ບໍ່​ຖືກ­ຕ້ອງ​ກ່ຽວ​ກັບ​ພຣະ​ເຈົ້າ ເຊິ່ງ​ເຮັດ​ໃຫ້ພຣະ​ເຈົ້າ​ເສື່ອມ​ເສຍ​ກຽດ. ພວກ​ເຂົາ​ໄດ້​ຕັ້ງ​ຫຼັກ​ຄຳສອນ​ໄວ້ ເພື່ອ​ບອກ​ໃຫ້​ຄົນ​ສອງ​ປະ­ເພດ​ເຊິ່ງ​ສາ­ມາດ​ຫຼອກ​ລວງ​ໄດ້​ເກືອບ​ໝົດ​ທົ່ວ​ໂລກ ຄື​ຫຼັກ​ຄຳ​ສອນ​ສຳ­ລັບ​ຜູ້​ທີ່​ຕ້ອງ­ການ​ລອດ​ພົ້ນ​ໂດຍ​ການ​ກະ­ທຳ​ຄວາມ​ດີ ແລະຫຼັກ​ຄຳ​ສອນ​ສຳ­ລັບ​ຜູ້​ທີ່​ຕ້ອງ­ການ​ລອດ​ພົ້ນ​ຈາກ​ຄວາມ​ບາບ​ອັນ​ຈອມ​ປອມ​ຂອງ​ພວກ​ເຂົາ.

ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ຍັງ​ຄົງ​ດຳ­ເນີນ​ການ​ສອນ​ຫຼັກ​ຄຳ​ສອນ​ຜິດ​ຄື​ກັນ​ກັບ​ໃນ​ອະດີດ​ທີ່​ຜ່ານ​ມາ. ໃນ​ບັນ­ດາ​ຫຼັກ​ຄຳ​ສອນ​ຜິດ​ບາງ​ຢ່າງ​ຍັງ​ສອນ​ວ່າ ຕ້ອງ​ເຮັດ​ຄຸນ​ຄວາມ​ດີ​ຈຶ່ງ​ຈະ​ໄດ້​ຮັບ​ຄວາມ​ລອດ, ຈິດ​ວິນ​ຍານ​ເປັນ​ອຳ​ມະ­ຕະ(ບໍ່​ມີ​ວັນ​ຕາຍ) ແລະຍັງ​ຄົງ​ນະ­ມັດ­ສະ­ການ​ໃນ​ວັນ​ອາ­ທິດ​ທີ່​ໄດ້​ຕັ້ງ​ຂຶ້ນ​ມາ​ນັ້ນ. ທ່ານ​ຄິດ​ວ່າ ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ມີ​ການ​ປ່ຽນ­ແປງ​ແລ້ວ​ບໍ? ບໍ່! ມັນ​ບໍ່​ໄດ້​ປ່ຽນ​ແປງ. ແລະ​ຄິດ​ວ່າ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ເຂົ້າ​ໃກ້­ຊິດ​ໃນ​ຫຼັກ​ຄຳ​ສອນ​ຂອງ​ພຣະ​ຄຳ​ພີ​ຫຼາຍ​ກວ່າ​ໃນ​ອະ​ດີດ​ທີ່​ຜ່ານ​ມາ​ບໍ? ບໍ່! ມັນ​ບໍ່​ໄດ້​ເຂົ້າ​ໃກ້­ຊິດ​ເລີຍ. ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ຍັງ​ຄົງ​ດຳ­ເນີນ​ການ​ສອນ​ຫຼັກ​ຄຳ​ສອນ​ຜິດ​ຄື​ກັນ​ກັບ​ໃນ​ອະດີດ​ທີ່​ຜ່ານ​ມາ.

ບັດ​ນີ້ ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ນຳ​ສະ­ເໜີ​ພາບ​ລັກ​ທີ່​ດີ​ໃຫ້​ຊາວ​ໂລກ​ໄດ້​ເຫັນ ໂດຍ​ໃຊ້​ຄຳ​ຂໍ​ໂທດ​ຫຸ້ມ​ຫໍ່​ປິດ​ບັງ​ຄວາມ​ໂຫດ­ຮ້າຍ​ທີ່​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ເຄີຍ​ເຮັດ​ໃນ​ອະດີດ. ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ສວມ​ໃສ່​ເສື້ອ​ຜ້າ​ລັກ­ສະ­ນະ​ຄື​ພຣະ​ເຢ​ຊູ ແຕ່​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ຍັງ​ບໍ່​ເຄີຍ​ປ່ຽນ​ແປງ. ຫຼັກ­ການ​ທັງ​ໝົດ​ຂອງ​ລະ­ບອບ​ສັນ­ຕະ­ປາ­ປາ​ທີ່​ປາ­ກົດ​ໃນ​ຍຸກ​ອະດີດ​ກໍ​ຍັງ​ປາ­ກົດ​ໃນ​ຍຸກ​ປັດ​ຈຸ​ບັນ. ຫຼັກ​ຄຳ​ສອນ​ຕ່າງໆ​ທີ່​ຖືກ​ຄົ້ນ​ຄິດ​ຂຶ້ນ​ມາ​ໃນ​ສະ­ໄໝ​ຍຸກ​ມືດ​ນັ້ນ​ກໍ​ຍັງ​ຄົງ​ນັບ­ຖື​ຢູ່. ຈົ່ງ​ຢ່າ​ໃຫ້​ຜູ້​ໃດ​ຫຼອກ​ລວງ​ຕົນ​ເອງ. ລະ­ບອບ​ການ​ປົກ­ຄອງ​ຂອງ​ສັນ­ຕະ­ປາ­ປາ​ທີ່​ບັດ​ນີ້​ຊາວ​ໂປ​ຣ​ແຕ​ສ​ແຕນ​ພ້ອມ​ທີ່​ຈະ​ໃຫ້​ກຽດ​ນັ້ນ ຍັງ​ຄົງ​ເປັນ​ເໝືອນ​ເດີມ​ເຊັ່ນ​ດຽວ​ກັບ​ທີ່​ເຄີຍ​ປົກ­ຄອງ​ໂລກ​ໃນ​ສະ­ໄໝ​ຂອງ​ການ​ປະ­ຕິ​ຮູບ​ສາ­ສະ­ໜາ ເຊິ່ງ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ໄດ້​ລຸກ­ຂຶ້ນ​ເອົາ​ຊີ­ວິດ​ຂອງ​ຕົນ​ເຂົ້າ​ແລກ​ເພື່ອ​ເປີດ­ເຜີຍ​ຄວາມ​ຊົ່ວ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ. ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ຍັງ​ຄົງ​ຄອບ­ຄອງ​ດ້ວຍ​ຄວາມ​ຍິ່ງ​ຈອງ­ຫອງ ແລະ​ທະ​ນົງ​ຕົວ​ເໝືອນ​ເດີມ​ເຊິ່ງ​ຄອບ­ຄອງ​ກະ­ສັດ ແລະເຈົ້າ​ຊາຍ​ທັງ­ຫຼາຍ ແລະ​ຍັງ​ອ້າງ​ສິດ­ທິ​ຂອງ​ພຣະ​ເຈົ້າ. ປັດ­ຈຸ­ບັນ ຈິດ​ວິນ​ຍານ​ອັນ​ໂຫດ­ຮ້າຍ ແລະ ​ການ​ໃຊ້​ອຳ­ນາດ​ອັນ​ປ່າ​ເຖື່ອນ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ບໍ່​ໄດ້​ໝ້ອຍ​ລົງ​ໃນ​ຕອນ​ສະ­ໄໝ​ທີ່​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ກົດ​ຂີ່​ຂົ່ມ​ເຫັງ​ເສ­ລີ­ພາບ​ຂອງ​ມະ­ນຸດ ແລະ​ໄດ້​ຂ້າ​ບັນ­ດາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ອົງ​ສູງ​ສຸດ. {GC 571.1}

ລະ­ບອບ​ການ​ປົກ­ຄອງ​ຂອງ​ສັນ­ຕະ­ປາ­ປາ​ໄດ້​ເປັນ​ໄປຕາມ​ຄຳ​ພະ­ຍາ­ກອນ​ທີ່​ເປີດ­ເຜີຍ​ໄວ້​ວ່າ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ຈະ​ເປັນ ນັ້ນ​ແມ່ນ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ໃນ​ຄໍາ​ສອນ​ຂອງ​ພຣະ​ຄໍາ​ພີ​ໃນ​ເວ­ລາ​ຕໍ່​ມາ (2 ເທ​ຊະ​ໂລ​ນິກ 2:3,4). ການ​ທຳ­ທ່າ​ສະ­ແດງ​ໃຫ້​ມີ​ລັກ­ສະ­ນະ​ທີ່​ດີ​ເປັນ​ຫຼັກ­ການ​ສ່ວນ​ໜຶ່ງ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ທີ່​ຈະ​ເຮັດ​ໃຫ້​ຈຸດ­ປະ­ສົງ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ປະ­ສົບ​ຜົນ​ສຳ​ເລັດ. ແຕ່​ພາຍ​ໃຕ້​ຫຼາຍ​ສີ​ໃນ​ຄາບ​ຂອງ​ໂຕ​ກິ້ງ​ກາກ​ນັ້ນ ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ປິດ​ບັງ​ພິດ​ຮ້າຍ​ຂອງ​ງູ. ພວກ​ເຮົາ​ຈະ​ຍອມ­ຮັບ​ອຳ­ນາດ ເຊິ່ງ​ມີ​ປະ­ຫວັດ​ຂຽນ​ດ້ວຍ​ເລືອດ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ມາ​ເປັນ​ເວ­ລາ 1000 ປີ​ໃຫ້​ມາ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຢ​ຊູ​ໃນ​ປັດ­ຈຸ­ບັນ​ນີ້​ບໍ? {GC 571.2}

ພວກ​ເຮົາ​ເຫັນ​ວ່າ​ຢູ່​ໃນ​ບົດ​ກ່ອນ​ໜ້າ​ນີ້ ຫຼັກ​ຄຳ​ສອນ ແລະ ​ຈິດ​ວິນ​ຍານ​ຂອງ​ຄຣິ​ສ​ຕະຈັກໂຣມັນ​ຄາ​ໂຕ​ລິ​ກ​ຍັງ​ບໍ່​ປ່ຽນແປງ ແລະ​ຈະ​ບໍ່​ປ່ຽນ­ແປງ​ເລີຍ. ສະ­ນັ້ນ ເປັນ​ຫຍັງ ຄຣິ​ສ​ຕະ​ຈັກ​ໂປ​ຣແຕ​ສ​ແຕນ​ຈຶ່ງ​ຂໍ​ໂທດ​ທີ່​ເຄີຍ​ສະ­ແດງຄວາມ​ຄິດ​ເຫັນ​ວ່າ ຄຣິ​ສ​ຕະ​ຈັກໂຣມັນຄາ​ໂຕ​ລິ​ກ​ແມ່ນ​ມີ​ຄວາມ​ຜິດ? ມັນ​ເປັນ​ຍ້ອນ​ພວກ​ເຂົາ​ໄດ້​ສູນ​ເສຍ​ເປົ້າ​ໝາຍ​ທີ່​ຈະ​ປະ­ຕິ­ບັດ​ຕາມ​ພຣະ​ເຈົ້າ​ຢ່າງ​ສັດ­ຊື່​ບໍ່? ຖ້າ​ສຶກ­ສາ​ພຣະ​ຄຳ​ພີ​ດ້ວຍ​ການ​ອະ­ທິ­ຖານ​ຢ່າງ​ຈິງ​ຈັງ​ຈະ​ສະ­ແດງ​ໃຫ້​ຊາວ​ໂປ​ຣ​ແຕ​ສ​ແຕນ​ເຫັນ​ລັກ­ສະ­ນະ​ທີ່­ແທ້​ຈິງ​ຂອງ​ລະ­ບອບ​ການ​ປົກ­ຄອງ​ຂອງ​ສັນ­ຕະ­ປາ­ປາ ແລະຈະ​ເປັນ​ສາ­ເຫດ​ໃຫ້​ພວກ​ເຂົາ​ກຽດ​ຊັງ ແລະ​ຫຼີກ​ໜີ​ອອກ​ຈາກ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້. ແຕ່​ວ່າ​ພວກ​ເຂົາ​ຫຼາຍ​ຄົນ​ບໍ່​ສຶກ­ສາ​ພຣະ​ຄຳ​ພີຢ່າງ​ສັດ­ຊື່ ແລະດ້ວຍ​ການ​ອະ­ທິ­ຖານ​ຢ່າງ​ຈິງ​ຈັງ. ສະ­ນັ້ນ ພວກ​ເຂົາ​ຈຶ່ງ​ຖືກ​ຈັບ​ເປັນ​ເຫຍື່ອ​ໂດຍ​ກົນ­ອຸ­ບາຍ​ຂອງ​ຊາ​ຕານ. (GC 571.4)

ປັດ­ຈຸ­ບັນ ໂປ​ຣ​ແຕ​ສ​ແຕນ​ເຮັດ​ເຊັ່ນ​ດຽວ​ກັນ​ກັບ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ທີ່​ໄດ້​ເຮັດ​ຢູ່​ໃນ​ອະ​ດີດ​ທີ່​ຜ່ານ​ມາ. ພວກ​ເຂົາ​ຊັກ​ຊວນ​ກັນ​ເພື່ອ​ຈະ​ມີ​ອິດ​ທິ​ພົນ​ຕໍ່​ລັດ­ຖະ­ບານ ໂດຍ​ການ​ເຮັດ​ເຊັ່ນ​ນັ້ນ ພວກ​ເຂົາ​ໄດ້​ເປີດ​ປະ­ຕູ​ຫົນ­ທາງ​ໃຫ້​ແກ່​ລະ­ບອບ​ການ​ປົກ­ຄອງ​ຂອງສັນ­ຕະ­ປາ­ປາ​ໃຫ້​ເຂົ້າ​ມາ​ມີ​ອຳ­ນາດ​ສູງ​ສຸດ​ໃນ​ປະ­ເທດ​ອາ​ເມ​ຣິ​ກາ. ແລະ​ສິ່ງ​ໜຶ່ງ​ທີ່​ໃຫ້​ຄວາມ​ສຳ­ຄັນ​ຫຼາຍ​ຕໍ່​ກຸ່ມ​ເຄື່ອນ​ໄຫວ​ເຫຼົ່າ​ນີ້​ຈຸດ­ປະ­ສົງ​ຫຼັກ​ນັ້ນ​ກໍ​ຄື ການ​ບັງ­ຄັບ​ໃຊ້​ກົດ­ໝາຍ​ວັນ​ອາ­ທິດ ເຊິ່ງ​ເປັນ​ປະ­ເພ­ນີ​ທີ່​ກຳ­ເນີດ​ມາ​ຈາກ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິກ ແລະຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ອ້າງ​ວ່າ ການ​ຮັກ­ສາ​ວັນ​ອາ­ທິດ​ນີ້​ແມ່ນ​ສັນ­ຍາ​ລັກ​ອຳ­ນາດ​ຂອງ​ເຂົາ. {GC 573.1}

ອ້າງ​ອີງ​ຈາກ​​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ 18:2-4; 2 ເທ­ສະ​ໂລ​ນິກ 2:3,4

ອ້າງ​ອີງ​ຈາກ​​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 563.2-573.1} ຂຽນ​ໂດຍ ທ່ານ​ ນາງ ​ເອ​ເລັນ ​ຈີ. ໄວ​ທ

ການຮ່ວມມືກັນ

“ຫົວ​ໆໜຶ່ງ​​ຂອງ​ສັດ​ຮ້າຍ​ເບິ່ງ​ເໝືອນ​ຖືກ​ຟັນ​ປານ​ຕາຍ​ ແຕ່​ບາດ­ແຜ​ທີ່ຖືກ​ຟັນ​ນັ້ນ​ຮັກສາ​ຫາຍ​ແລ້ວ. ຄົນ​ທັງ​ໂລກ​ຕິດ­ຕາມ​ສັດ​ຮ້າຍນັ້ນໄປດ້ວຍຄວາມອັດສະຈັນໃຈ.” (ພຣະ​ນິ­ມິດ 13:3). TKJV

“ມັນ​ໃຊ້​ອຳ­ນາດ​​ຂອງ​ສັດ​ຮ້າຍ​ໂຕເດີມນັ້ນຢ່າງຄົບຖ້ວນ​ຕໍ່­ໜ້າ​ສັດ​ຮ້າຍ​ໂຕ​ເດີມ​ນັ້ນ ມັນ​ເຮັດ​ໃຫ້ໂລກ ແລະ ​ຄົນ​​ທີ່­ຢູ່​ໃນ​ໂລກບູຊາສັດຮ້າຍ​ໂຕ​ເດີມນັ້ນທີ່​ມີ​ບາດ­ແຜ​ປານ​ຕາຍ ແຕ່​ຮັກສາ​ຫາຍ​ແລ້ວ​.” (ພຣະ​ນິ­ມິດ 13:12). TKJV

“ມັນ​ລໍ້​ລວງ​ຄົນ​ທັງ­ຫຼາຍ​ທີ່­ຢູ່​ໃນ​ໂລກ​ດ້ວຍ​ການອັດສະຈັນນັ້ນ ເຊິ່ງ​ມັນມີອຳນາດເຮັດທ່າມກາງສາຍຕາຂອງ​ສັດ​ຮ້າຍ​ໂຕ​ເດີມ​ນັ້ນ ແລະ ມັນ​ສັ່ງ​ໃຫ້​ຄົນ​ທັງ­ຫຼາຍທີ່ຢູ່​ໃນ​ໂລກ​ສ້າງ​ຮູບ​ຈຳລອງໃຫ້ແກ່ສັດຮ້າຍ​ທີ່​ຖືກ​ຟັນ​ດ້ວຍ​ດາບ ແຕ່​ຍັງ​ມີຊີວິດຢູ່​ນັ້ນ.” (ພຣະ​ນິ­ມິດ 13:14). TKJV

ບາດ­ແຜ​ທີ່​ເກີດ​ຂຶ້ນ​ກັບ​ສັດ​ຮ້າຍ​ໂຕ​ນັ້ນ​ໝາຍ​ເຖິງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ທີ່​ສູນ​ເສຍ​ອຳ­ນາດ​ຂອງ​ມັນ. ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ເລີ່ມ​ສູນ​ເສຍ​ອຳ­ນາດ​ໃນ​ຊ່ວງ​ຕົ້ນ​ປີ 1500. ໃນ​ປີ 1517 ທ່ານ ມາ​ຕິນ ລູ​ເທີ ໄດ້​ຕິດ 95 ຂໍ້­ຄວາມ​ຢູ່​ທີ່​ປະ­ຕູ​ຂອງ​ໂບດ​ວິນ​ແທນ​ເບີກ​ທີ່​ປະ­ເທດ​ເຢຍ​ລະ​ມັນ. 95 ຂໍ້­ຄວາມ​ເຫຼົ່າ​ນີ້​ໄດ້​ສະ­ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຜິດ­ພາດ​ທີ່​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ສອນ ແລະ​ຊີ້​ໃຫ້​ເຫັນ​ວ່າ​ພຣະ​ຄຳ​ພີ​ເທົ່າ​ນັ້ນ​ທີ່​ເປັນ​ມາດ­ຕະ­ຖານ​ຂອງ​ຄວາມ​ຈິງ. ຫຼັງ​ຈາກ​ນັ້ນ ຕາ​ຂອງ​ປະ­ຊາ­ຊົນ​ກໍ​ຖືກ​ເປີດ​ໃຫ້​ເຫັນ​ເຖິງ​ຫຼັກ​ຄຳ​ສອນ​ປອມ​ທີ່​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ສອນ ແລະ​ພວກ​ເຂົາ​ໄດ້​ເສຍ​ຄວາມ​ເຊື່ອ​ໝັ້ນ​ໃນ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ທີ່​ວ່າສາ­ມາດ​ຊ່ວຍ​ພວກ​ເຂົາ​ໃຫ້​ລອດ​ພົ້ນ​ໄດ້. ຫຼາຍ​ຄົນ​ໄດ້​ຫັນ​ໄປ​ຫາ​ພຣະ​ເຈົ້າ​ອົງ​ແທ້​ຈິງ ແລະ ​ຄຳ​ສອນ​ຂອງ​ພຣະ​ຄຳ​ພີ. ແຕ່​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ຍັງ​ດຳ­ເນີນ​ການ​ບັງ­ຄັບ​ຕົນ​ເອງ​ໃຫ້​ຢູ່​ໃນ​ທ່າມ­ກາງ​ທຸ­ລະ​ກິດ​ຂອງ​ບັນ­ດາ​ກະ­ສັດ ແລະ ​ບັນ­ດາ​ປະ­ເທດ​ຕ່າງໆ ຈົນ​ເຮັດ​ໃຫ້​ປະ­ເທດ​ຝຣັ່ງ​ບໍ່​ພໍ­ໃຈ​ໃນ​ຕົວ​ຂອງ​ສັນ­ຕະ­ປາ­ປາ ແລ້ວ​ພວກ​ເຂົາ​ໄດ້​ຈັບ​ສັນ­ຕະ­ປາ­ປາ​ໄປ​ຂັງ​ໄວ້​ໃນ​ຄຸກ​ໃນ​ປີ 1798. ດັ່ງ­ນັ້ນ ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ຈຶ່ງ​ໄດ້​ສູນ​ເສຍ​ອິດ​ທິ​ພົນ​ຂອງ​ຕົນ​ເກືອບ​ໝົດ​ໃນ​ທະ­ວີບ​ຢູ​ຣົບ ແລະ​ດັ່ງ​ທີ່​ພຣະ​ຄຳ​ພີ​ໄດ້​ກ່າວ​ໄວ້​ວ່າ ສັດ​ຮ້າຍ​ໄດ້​ຮັບ "ບາດ­ແຜ".

ແຕ່​ພຣະ​ຄຳ​ພີ​ໄດ້​ທຳ­ນວາຍ​ໄວ້​ວ່າ ບາດ­ແຜຈະຫາຍດີ (ພຣະ​ນິ­ມິດ 13:3, 12). ເພື່ອ​ທີ່​ຈະ​ເຮັດ​ໃຫ້​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິກ­ສາ​ມາດ​ກັບ​ມາ​ຟື້ນ​ຟູ​ອຳ­ນາດ​ຂອງ​ມັນ​ຢ່າງ​ເຕັມ­ທີ່​ໃນ​ທົ່ວ​ໂລກ​ໄດ້ ພວກ​ເຂົາ​ຕ້ອງ​ຟື້ນ​ຟູ​ປະ­ຊາ­ກອນ​ຂອງ​ພວກ​ເຂົາ​ທີ່​ໄດ້​ສູນ​ເສຍ​ໄປ​ໃນ​ໄລ­ຍະ​ຂອງ​ການ​ປະ­ຕິ​ຮູບ ແລະ​ຟື້ນ​ຟູ​ການ​ຄວບ​ຄຸມ​ຂອງ​ພວກ​ເຂົາ​ໃຫ້​ເໜືອ​ກວ່າ​ອຳ­ນາດ​ຂອງ​ພົນ​ລະ​ເມືອງ.

ໃນ​ອະ​ດີດ​ທີ່​ຜ່ານ​ມາ ຊາວ​ໂປ​ຣ​ແຕ​ສ​ແຕນ​ໄດ້​ສອນລູກ​ຫຼານ​ຂອງ​ພວກ​ເຂົາ​ວ່າ ການ​ສະ­ແຫວງ­ຫາ​ຄວາມປອງ​ດອງ​ກັບ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ນັ້ນ​ເປັນ​ການ​ບໍ່​ສັດ­ຊື່​ຕໍ່​ພຣະ​ເຈົ້າ. ແຕ່​ຕອນ​ນີ້ ຄວາມ​ຮູ້­ສຶກ​ຂອງ​ຊາວ​ໂປ​ຣ​ແຕ​ສ​ແຕນ​ທີ່​ສະ­ແດງ​ອອກ​ນັ້ນ ຊ້ຳ­ພັດ​ແຕກ​ຕ່າງ​ຈາກ​ສະ­ໄໝ​ກ່ອນ​ຫຼາຍ. ປັດ­ຈຸ­ບັນ ຊາວ​ໂປ​ຣ​ແຕ​ສ​ແຕນ​ໄດ້​ລືມ​ຄວາມ​ໂຫດ­ຮ້າຍ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໃນ​ອະດີດ ແລະ ​ພວກ​ເຂົາ​ໄດ້​ນິ­ຍົມ​ສາ­ສະ­ໜາ​ຄາ​ໂຕ​ລິ​ກ​ຫຼາຍ​ກ່​ວາ​ໃນ​ອະດີດ​ທີ່​ຜ່ານ​ມາ. ໃນ​ບັນ­ດາ​ປະ­ເທດ​ເຫຼົ່າ­ນັ້ນ​ທີ່​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ເຄີຍ​ໂຈມ​ຕີ​ຊາວ​ໂປ​ຣ​ແຕ​ສ​ແຕນ ດຽວ­ນີ້​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ໃຊ້​ວິ­ທີ​ສ້າງ​ຄວາມ​ຫງົບ​ສຸກ ເພື່ອ​ທີ່​ຈະ​ມີ​ອິດ​ທິ​ພົນ​ໃນ​ປະ­ເທດ​ເຫຼົ່າ­ນັ້ນ​ອີກ​ຄັ້ງ. ສະ­ນັ້ນ ຊາວ​ໂປ​ຣ​ແຕ​ສ​ແຕນ​ໃນ​ປະ­ເທດ​ເຫຼົ່າ­ນັ້ນ​ຈຶ່ງ​ມີ​ຄວາມ​ຄິດ​ວ່າ ພວກ​ເຮົາ​ກໍ​ບໍ່​ໄດ້​ແຕກ​ຕ່າງ​ກັນ​ຫຼາຍ​ໃນ​ປະ­ເດັນ​ສຳ­ຄັນ​ຕ່າງໆ​ດັ່ງ​ທີ່​ເຄີຍ​ຄິດ​ໄວ້​ໃນ​ອະດີດ. ແລະດຽວ­ນີ້ ພວກ​ເຂົາ​ມີ​ຄວາມ​ຄິດ​ອີກ​ວ່າ ຖ້າ​ພວກ​ເຮົາ​ຍິນ​ຍອມ​ກັນ​ພຽງ​ເລັກ​ນ້ອຍ​ໃນສ່ວນ​ຂອງ​ພວກ​ເຮົາ ຈະ​ນຳ­ພາ​ພວກ​ເຮົາ​ໄປ​ສູ່​ຄວາມ​ເຂົ້າ­ໃຈ​ກັນ​ກັບ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ດີ​ຂຶ້ນ. ສ່ວນ​ບັນ­ດາ​ຜູ້​ທີ່​ປົກ​ປ້ອງ​ລະ­ບອບ​ການ​ປົກ­ຄອງ​ຂອງ​ສັນ­ຕະ­ປາ­ປາ​ກໍ​ອ້າງ​ວ່າ ຄຣິ​ສ​ຕະ​ຈັກ​ຂອງ​ພວກ​ເຂົາ​ຖືກ​ໃສ່​ຮ້າຍ​ປ້າຍ​ສີ­ມາ​ຕະ­ຫຼອດ ແລະອ້າງ​ອີກ​ວ່າ ເປັນ​ເລື່ອງ​ບໍ່​ຍຸ­ຕິ​ທຳ​ທີ່​ຈະ​ຕັດ­ສິນ​ຄຣິ​ສ​ຕະ​ຈັກ​ໃນ​ມື້­ນີ້​ດ້ວຍ​ການ​ປົກ­ຄອງ​ຂອງ​ໂບດ​ໃນ​ຊ່ວງ​ຫຼາຍ​ສັດ­ຕະ­ວັດ​ຂອງ​ຄວາມ​ບໍ່​ຮູ້ ແລະ ​ຄວາມ​ມືດ. ພວກ​ເຂົາ​ແກ້​ຕົວ​ໃຫ້​ກັບ​ຄວາມ​ໂຫດ­ຮ້າຍ​ທີ່​ໜ້າ​ຢ້ານ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກວ່າ ມັນ​ເປັນ​ຜົນ​ມາ​ຈາກ​ຄວາມ​ປ່າ​ເຖື່ອນ​ຂອງ​ປະ­ເພ­ນີ​ໃນ​ຍຸກ​ສະ­ໄໝ​ນັ້ນ. {GC 563.1,2}

ທ່ານນາງເອ​ເລັນ​ ຈີ. ໄວ​ທ ໄດ້​ທຳ­ນາຍ​ວ່າ "ຊາວ​ໂປ​ແຕສແຕນ​ຂອງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ​ຈະ​ນຳ​ໜ້າ​ໃນ​ການ​ຍືນ​ມື​ຜ່ານ​ສ່ອງ​ຫວ່າງ​ເພື່ອ​ທີ່​ຈະ​ຈັບ​ມື​ກັບ​ລັດ­ທິ​ເຊື່ອ​ຜີ; ພວກ​ເຂົາ​ຈະ​ຂ້າມ​ເຫວ ເພື່ອ​ຈັບ​ມື​ກັບ​ອຳ­ນາດ​ຂອງຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິກ; ແລະ​ພາຍ​ໃຕ້​ອິດ​ທິ​ຜົນ​ຂອງ​ການ​ລວມ​ຕົວ​ຂອງ​ສາມ​ສະ­ຫະ­ພາບ​ນີ້ ປະ­ເທດ​ນີ້​ຈະ​ປະ­ຕິ­ບັດ​ຕາມ​ຂັ້ນ​ຕອນ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໃນ​ການ​ຢຽບ​ຢາມ​ສິດ­ທິ​ຂອງ​ຈິດ­ໃຈ (ເສ­ລີ­ພາບ​ໃນ​ການ​ເລືອກ) ຂອງ​ປະ­ຊາ​ຊົນ." {GC 588}

ອ້າງ​ອີງ​ຈາກ​​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ 13:3,12,14

ອ້າງ​ອີງ​ຈາກ​​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 563.1,2; 588} ຂຽນ​ໂດຍ ທ່ານ​ ນາງ ​ເອ​ເລັນ ​ຈີ. ໄວ​ທ

ຮ່ວມກັນເປັນໜຶ່ງ

"ຍິງ​ໂສ­ເພ­ນີ​ຄົນ​ສຳ­ຄັນ​ທີ່​ນັ່ງ​ຢູ່​ເທິງ​ແມ່­ນ້ຳ​ຫຼວງ­ຫຼາຍ ຄື​ຍິງ​ທີ່​ບັນ­ດາ​ກະ­ສັດ​ທົ່ວ​ແຜ່ນ­ດິນ​ໂລກ​ໄດ້​ລ່ວງ​ປະ­ເວ­ນີ​ນຳ." (ພຣະ​ນິ­ມິດ 17:1, 2 TH1971)

ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ດຳ­ເນີນ​ການ​ຢ່າງ​ຕໍ່​ເນື່ອງ​ເພື່ອ​ທີ່​ຈະ​ເພີ່ມ​ຄວາມ​ນິ­ຍົມ​ຂອງ​ຕົນ​ຢູ່​ທົ່ວ​ໂລກ ແລະ ​ຢູ່​ທ່າມ­ກາງ​ປະ­ຊາ­ຊົນ​ທົ່ວ​ໄປ. ປັດ­ຈຸ­ບັນ ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ແມ່ນ​ໄດ້​ຄຣິ​ສ​ຕະ​ຈັກ​ໂປ​ຣ​ແຕ​ສ​ແຕນ​ສ່ວນ​ຫຼາຍ​ມາ​ຢູ່​ຝ່າຍ​ຂອງ​ພວກ​ເຂົາ. ເວ­ລາ​ນີ້ ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ພະ­ຍາ­ຍາມ​ທີ່​ຈະ​ໄດ້​ຮັບ​ອິດ​ທິ​ພົນ​ຢູ່​ໃນ​ທ່າມ­ກາງ​ຄົນ​ທີ່​ມີ​ອິດ​ທິ​ພົນ, ບຸກ­ຄົນ​ຂອງ​ລັດ­ຖະ­ບານ​ໃນ​ປະ­ເທດ ແລະ ​ຜູ້­ນຳ​ຂອງ​ປະ​ເທດ. ດ້ວຍ​ເຫດ​ນີ້ ຈຶ່ງ​ຈະ​ຟື້ນ​ຟູ​ອຳ­ນາດ​ທາງ​ດ້ານ​ພົນ­ລະ­ເມືອງ ເພື່ອ​ທີ່​ຈະ​ສາ­ມາດ​ບັງ­ຄັບ​ໃຊ້​ຂໍ້​ຄຳ​ສັ່ງ​ຂອງ​ມັນ​ຢູ່​ທ່າມ­ກາງ​ປະ­ຊາ­ຊົນ​ທົ່ວ​ໂລກ. ພຣະ​ຄຳ​ພີ​ໄດ້​ກ່າວ​ໄວ້​ວ່າ: "ຫົວໆ​ໜຶ່ງ​ຂອງ​ສັດ​ຮ້າຍ​ເບິ່ງ​ເໝືອນ​ຖືກ​ຟັນປານ​ຕາຍ​ ແຕ່​ບາດ­ແຜທີ່​ຖືກ​ຟັນ​ນັ້ນ​​ຮັກສາຫາຍແລ້ວ ຄົນທັງໂລກຕິດຕາມສັດຮ້າຍນັ້ນໄປດ້ວຍຄວາມອັດສະຈັນໃຈ." ແລະເຊັ່ນ​ດຽວ​ກັນ​ກັບ "ບັນ­ດາ​ຄົນ​​ທີ່­ຢູ່​ໃນ​ແຜ່ນດິນໂລກ​ຈະ​ບູ­ຊາ​ສັດ​ຮ້າຍ​ນັ້ນ ຄືຄົນທັງປວງ​ທີ່​ບໍ່​ມີ​ຊື່​ຈົດ​ໄວ້​ໃນ​ທະ­ບຽນ​ແຫ່ງ​ຊີ­ວິດ​ຂອງ​ລູກ​ແກະ​ຜູ້​ຖືກ​ຂ້າ​ຕັ້ງ­ແຕ່​ທຳ­ອິດ​ສ້າງ​ໂລກ" (ພຣະ​ນິ­ມິດ 13:3, 8).

ທ່ານ​ນາງເອ​ເລັນ​ ຈີ. ໄວ​ທ ເຊິ່ງເປັນຜູ້​ປະ­ກາດ​ພຣະ​ຄຳ​ຂອງພຣະ​ເຈົ້າ​ໄດ້ກ່າວໄວ້​ວ່າ: "ເມື່ອ​ຜູ້­ນຳ​ທີ່​ມີ​ຊື່​ສຽງ​ຂອງ​ຄຣິ​ສ​ຕະ​ຈັກ​ທັງ­ຫຼາຍ​ໃນ​ປະ­ເທດ​ອາ​ເມ​ຣິ​ກາ​ຮ່ວມ​ມື​ກັນ ໂດຍ​ໃຊ້​ຫຼັກ​ຄຳ​ສອນ​ອັນ​ດຽວ​ກັນ​ເປັນ​ເຄື່ອງ­ມື​ຢຶດ​ໝັ້ນ ພວກ​ເຂົາ​ຈະ​ໃສ່​ອິດ​ທິ​ພົນ​ຕໍ່​ລັດ­ຖະ­ບານ​ໃນ​ການ​ອອກ​ກົດ­ໝາຍ​ບັງ­ຄັບ​ໃຫ້​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພວກ​ເຂົາ ແລະ ​ໃຫ້​ສະ­ໜັບ­ສະ­ໜູນ​ສະ​ຖາ​ບັນ​ຂອງ​ພວກ​ເຂົາ. ເມື່ອ­ນັ້ນ ໂປ​ຣ​ແຕ​ສ​ແຕນ​ໃນ​ປະ­ເທດ​ອາ​ເມ​ຣິ​ກາ​ຈະ​ສ້າງ​ຮູບ​ຈຳ­ລອງ​ຂອງ​ອຳ­ນາດ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ຂຶ້ນ ແລະ ​ຈະ​ກຳ­ນົດ​ໂທດ​ໃຫ້​ແກ່​ພົນ­ລະ­ເມືອງ​ຜູ້​ທີ່​ບໍ່​ເຫັນ​ດີ​ດ້ວຍ ເຊິ່ງ​ຈະ​ເກີດ​ຂຶ້ນ​ແນ່­ນອນ ຢ່າງ​ຫຼີກ​ໜີ​ບໍ່​ໄດ້." {GC 445.1}

ພວກ​ເຮົາ​ເຫັນ​ວ່າ ໃນ​ປີ​ທີ່​ຜ່ານ​ມາ​ລັດ­ຖະ­ບານ​ຂອງສະ­ຫະ­ລັດ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ຄວາມ​ເຄົາ­ລົບ​ຫຼາຍ​ຂຶ້ນ​ແກ່​ສັນ​ຕະ​ປາ​ປາ. ໃນ​ປີ 2015 ສັນ­ຕະ­ປາ­ປາ​ເຟຣນ​ຊີສ ໄດ້​ໄປ​ຢ້ຽມ­ຢາມ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ. ລາວ​ໄດ້​ຮັບ​ການ​ຕ້ອນ­ຮັບ​ຈາກ​ປະ­ທານາ​ທິ​ບໍ­ດີ ທ່ານ ບາ​ຣັກ ໂອ​ບາ​ມາ. ເຖິງ​ແມ່ນ​ວ່າ ມີ​ສັນ­ຕະ­ປາ­ປາ​ຫຼາຍ​ຄົນ​ທີ່​ເຄີຍ​ໄປ​ຢ້ຽມ­ຢາມ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ ແຕ່​ຄັ້ງ​ນີ້​ເປັນ​ຄັ້ງ​ທີ່​ສຳ­ຄັນ​ທີ່​ສຸດ ສັນ­ຕະ­ປາ­ປາ​ເຟຣນ​ຊີ​ສ​ເປັນ​ຄົນ​ທຳ­ອິດ​ໃນ​ປະ­ຫວັດ­ສາດ​ທີ່​ມີ​ໂອ­ກາດ​ໄດ້​ສົນ­ທະ­ນາ​ກັບ​ລັດ​ຖະ​ສະ­ພາ​ຂອງ​ສະ­ຫະ­ລັດ​ອາ​ເມ​ຣິ​ກາ. ມັນ​ໄດ້​ສະ­ແດງ​ໃຫ້​ເຫັນ​ວ່າ ຄວາມ​ຮູ້­ສຶກ​ຂອງ​ນັກ​ການ­ເມືອງ​ທີ່​ມີ​ຕໍ່​ສັນ­ຕະ­ປາ­ປາ​ໄດ້​ມີ​ການ​ປ່ຽນ­ແປງ​ໄປ​ຫຼາຍ ເຊິ່ງ​ແຕກ​ຕ່າງ​ຈາກ​ບັນ​ພະ​ບຸ­ລຸດ​ຂອງ​ພວກ​ເຂົາ​ທີ່​ໄດ້​ມາ​ຍັງ​ປະ­ເທດ​ອາ​ມາ​ຣິ​ກາ ເພື່ອ​ສະ­ແຫວງ­ຫາ​ອິດ​ສະ­ລະ​ພາບອອກ​ຈາກ​ການ​ປົກ­ຄອງ​ຂອງ​ສັນ­ຕະ­ປາ­ປາ​ທາງ​ດ້ານ​ສາ­ສະ­ໜາ ແລະ ​ການ​ເມືອງ.

ຂ່າວ​ປະ­ຈຸ​ບັນ​ໄດ້​ສະ­ແດງ​ໃຫ້​ເຫັນ​ວ່າ ຄວາມ​ນິ­ຍົມຂອງ​ສັນ­ຕະ­ປາ­ປາ​ແມ່ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ­ຫຼາຍ ພາຍ​ໃນ​ປີ​ທີ່​ຜ່ານ​ມາ​ຢູ່​ທ່າມ­ກາງ​ບັນ­ດາ​ຜູ້­ນຳ​ຂອງ​ໂລກ. ສັນ­ຕະ­ປາ­ປາ​ຍັງ​ໄດ້​ເຂົ້າ​ພົບ ແລະ ​ໃຫ້​ຄຳ​ແນະ­ນຳ​ແກ່ພວກ​ເຂົາ​ໃນ​ທຸ­ລະ​ກິດ​ຕ່າງໆ​ຂອງ​ປະ­ເທດ ຫຼື ​ຂອງໂລກ. ດັ່ງ­ນັ້ນ ພວກ​ເຮົາ​ໄດ້​ເຫັນ​ວ່າ ສັນ­ຕະ­ປາ­ປາ​ບໍ່ພຽງ​ແຕ່​ໄດ້​ຮັບ​ອຳ­ນາດ​ທາງ​ດ້ານ​ພົນ­ລະ­ເມືອງ​ໃນ​ປະເທດ​ອາ​ເມ​ຣິ​ກາ​ເທົ່າ​ນັ້ນ ແຕ່​ໃນ​ຫຼາຍ​ພາກ­ສ່ວນ​ຂອງໂລກ​ອີກດ້ວຍ.

ອ້າງ​ອີງ​ຈາກ​​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ 17:1,2; 13:3,8

ອ້າງ​ອີງ​ຈາກ​​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) ບົດ​ທີ 25 {ວັກ 445.1} ຂຽນ​ໂດຍ ທ່ານ ​ນາງ ​ເອ​ເລັນ​ ຈີ. ໄວ​ທ

ຫຼັກ​ຄຳ​ສອນ​ຜິດສອນຕັ້ງແຕ່ອະດີດ

ເມື່ອ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ຮັບ​ອິດ​ທິ​ພົນ​ໃນ​ໂລກ​ອີກ​ຄັ້ງ ພຣະ​ຄຳ​ພີ​ໄດ້​ກ່າວ​ວ່າ ມັນ​ຈະ​ເຮັດ​ໃຫ້​ໂລກ "ມົວ­ເມົາ​ດ້ວຍ​ເຫຼົ້າ​ອະ­ງຸ່ນ​ແຫ່ງ​ການ​ລ່ວງ​ປະ­ເວ­ນີ​ຂອງ​ນາງ” (ພຣະ​ນິ­ມິດ 17:2) ເຫຼົ້າ​ອະ­ງຸ່ນ​ຂອງ​ບາ​ບີ​ໂລ​ນ​ແມ່ນ​ຫຼັກ​ຄຳ​ສອນ​ຜິດ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ. ພວກ​ເຂົາ​ອ້າງ​ວ່າ ເປັນ​ຜູ້​ຕິດ­ຕາມ​ພຣະ​ເຢ​ຊູ, ພວກ​ເຂົາ​ເຮັດ​ເຄື່ອງ­ໝາຍ​ໄວ້​ທີ່​ຄຣິ​ສ​ຕະ​ຈັກ​ຂອງ​ພວກ​ເຂົາ​ດ້ວຍ​ໄມ້​ກາງ​ແຂນ ແລະ​ພວກ​ເຂົາ​ໃສ່​ໄມ້​ກາງ​ແຂນ​ຢູ່​ຄໍ​ຂອງ​ພວກ​ເຂົາ ແຕ່​ພວກ​ເຂົາ​ບໍ່​ໄດ້​ປະ­ຕິ­ບັດ​ຕາມ​ຄຳ​ສອນ​ທີ່­ແທ້​ຈິງ​ຂອງ​ພຣະ​ເຢ​ຊູ ແລະ​ພຣະ​ຄຳ​ພີ.

ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ແມ່ນ​ມາ​ຈາກ​ການ​ຮ່ວມ​ຕົວ​ກັນ​ລະ­ຫວ່າງ​ສາ­ສະ­ໜາ​ຮູບ​ເຄົາ​ຣົບ ແລະ ​ສາ­ສະ­ໜາ​ຄຣິ​ສ​ຕຽນ. ພວກ​ເຂົາ​ໄດ້​ນຳ​ປະ­ເພ­ນີ​ທີ່​ຄ້າຍ­ຄື​ສາ­ສະ­ໜາ​ຮູບ​ເຄົາ​ຣົບ​ມາ​ປະ­ຕິ­ບັດ​ຢູ່​ໃນ​ຄຣິ​ສ​ຕະ​ຈັກ​ຂອງ​ພວກ​ເຂົາ ດ້ວຍ​ການ​ກະ­ທຳ​ເຊັ່ນ​ນີ້ ພວກ​ເຂົາ​ໄດ້​ບິດ​ເບືອນ​ພຣະ​ລັກ­ສະ­ນະ​ຂອງ​ພຣະ​ເຈົ້າ ແລະ​ຫຼັງ​ຈາກ​ນັ້ນ ພວກ​ເຂົາ​ກໍ​ໃຊ້​ການ​ບັງ­ຄັບ​ປະ­ຊາ­ຊົນ​ໃຫ້​ຍອມ­ຮັບ​ເອົາ​ຫຼັກ​ຄຳ​ສອນ​ຂອງ​ພວກ​ເຂົາ​ນອກ​ເໜືອ​ຈາກ​ພຣະ​ຄຳ​ພີ.

ໜຶ່ງ​ໃນ​ຫຼັກ​ຄຳ​ສອນ​ທີ່​ບໍ່​ຖືກ­ຕ້ອງ​ເຫຼົ່າ​ນີ້​ແມ່ນ​ຄວາມ​ຄິດ​ທີ່​ວ່າ ນາ­ລົກ​ມີ​ຢູ່​ຈິງ. ສັນ­ຕະ­ປາ­ປາ​ໄດ້​ນຳ​ຫຼັກ​ຄຳ​ສອນທີ່​ບໍ່​ຖືກ­ຕ້ອງ​ເຫຼົ່າ​ນີ້​ມາ​ໃຊ້ ເພື່ອ​ສ້າງ​ຄວາມ​ຢ້ານ​ກົວ​ໃຫ້ກັບ​ຜູ້​ທີ່​ເຊື່ອ​ງ່າຍ ແລະ ​ເຊື່ອ​ໃນ​ເລື່ອງ​ງົມ​ງວາຍ. ໂດຍຫຼັກ​ຄຳ​ສອນ​ນີ້​ທີ່​ເວົ້າ​ວ່າ ມີ​ສະ­ຖານ­ທີ່​ທໍ­ລະ­ມານ​ແຫ່ງ​ໜຶ່ງ ເຊິ່ງ​ໃນ​ນັ້ນ​ພວກ​ວິນ​ຍານ​ທີ່​ຍັງ​ມີ​ຄວາມ​ຜິດ​ບໍ່​ເຖິງ​ຂັ້ນ​ຕົກ​ນາ­ລົກ ຕ້ອງ​ໄປ​ຮັບ​ໂທດ​ສຳ­ລັບ​ບາບ​ຂອງ​ພວກ​ເຂົາ ແລະເມື່ອ​ວິນ​ຍານ​ເຫຼົ່າ­ນັ້ນ​ລອດ​ພົ້ນ​ຈາກ​ຄວາມ​ບໍ່​ບໍ​ຣິ​ສຸດ​ແລ້ວ ພວກ​ເຂົາ​ກໍຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ສະ​ຫວັນ. {GC 58.3}

ຍັງ​ມີ​ເລື່ອງ​ປຸງ​ແຕ່ງ​ຂຶ້ນ​ມາ​ອີກ ຄື​ຫຼັກ​ຄຳ​ສອນ​ເລື່ອງ​ໃບ​ບຸນ​ລ້າງ​ບາບ. ການ​ອະ­ໄພ​ຄວາມ​ບາບ​ຢ່າງ​ສົມ­ບູນ​ຄື ຄວາມ​ບາບ​ທັງ​ໃນ​ອາ​ດີດ, ປະ­ຈຸ​ບັນ ແລະ​ອະ­ນາ​ຄົດ ແລະຈະ​ລອດ​ພົ້ນ​ຈາກ​ຄວາມ­ເຈັບ​ປ່ວຍ​ທັງ​ປວງ ແລະ​ໂທດ​ທີ່​ຈະ​ຕ້ອງ​ໄດ້​ຮັບ. ໃນ​ອະ​ດີດ ເລື່ອງ​ໃບ​ບຸນ​ລ້າງ­ບາບ​ເຫຼົ່າ​ນີ້​ໄດ້​ໃຫ້​ສັນ­ຍາ​ກັບ​ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ກັບ​ສັນ­ຕະ­ປາ­ປາ​ໃນ​ການ​ເຮັດ​ສົງ­ຄາມ ເພື່ອ​ຂະ­ຫຍາຍ​ອຳ­ນາດ​ໃນ​ການ​ລົງ­ໂທດ​ສັດ­ຕູ​ຂອງ​ສັນ­ຕະ­ປາ­ປາ ຫຼື ໃນ​ການ​ທຳ­ລາຍ​ລ້າງ​ຜູ້​ທີ່​ກ້າ​ປະ­ຕິ­ເສດ​ການ​ມີ​ອຳ­ນາດ​ສູງ​ສຸດ​ຝ່າຍ​ຈິດ​ວິນ​ຍານ​ຂອງ​ລາວ. ປະ­ຊາ­ຊົນ​ຍັງ​ຖືກ​ສອນ​ວ່າ ໂດຍ​ການ​ຈ່າຍ​ເງິນ​ໃຫ້​ຄຣິ​ສ​ຕະ​ຈັກ ພວກ​ເຂົາ​ຈະ​ຊ່ວຍ​ຕົນ​ເອງ​ໃຫ້​ພົ້ນ​ຈາກ​ບາບ ແລະ ​ຍັງ​ປົດ​ປ່ອຍ​ວິນ​ຍານ​ຂອງ​ໝູ່​ເພື່ອນ​ທີ່​ຕາຍ​ໄປ​ແລ້ວ ເຊິ່ງ​ຖືກ​ຂັງ​ຢູ່​ໃນ​ເປ​ວ​ໄຟ​ແຫ່ງ​ການ​ທໍ­ລະ­ມານ​ນັ້ນ​ໄດ້. ໂດຍ​ວິ­ທີ​ເຊັ່ນ​ນີ້ ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ໄດ້​ເຕີມ​ເງິນ​ເຂົ້າ​ໃນ​ທະ­ນາ­ຄານ​ຂອງ​ເຂົາ ແລະ ​ຄົງ​ຄວາມ​ສະ­ຫງ່າ​ງາມ, ຄວາມ​ຟຸ່ມ​ເຟືອຍ ແລະ ​ຄວາມ​ຊົ່ວ­ຊ້າ​ຂອງ​ການ​ເຮັດ​ຕົວ​ເປັນ​ຜູ້​ແທນ​ຂອງ​ພຣະ​ເຈົ້າ​ຜູ້​ທີ່​ບໍ່​ມີ​ບ່ອນ​ຈະ​ວາງ​ຫົວ​ລົງ. {GC 59.1}

ຈົນ​ເຖິງ​ທຸກ​ມື້­ນີ້ ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ຍັງ​ໃຫ້​ໃບ​ບຸນ​ລ້າງ­ບາບ​ເພື່ອ​ສົ່ງ­ເສີມ​ປະ­ຊາ­ຊົນ​ໃຫ້​ເຂົ້າ​ຮ່ວມ​ກິດ­ຈະ­ກຳ​ບາງ​ຢ່າງ​ທາງ​ດ້ານ​ເທດ​ສະ​ການ. ດັ່ງ­ນັ້ນ ຈຶ່ງ​ເປັນ​ການ​ກະ­ກຽມ​ປະ­ຊາ­ຊົນ​ເພື່ອ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພວກ​ເຂົາ​ອີກ​ຄັ້ງ​ໜຶ່ງ. ນອກ­ຈາກ​ນີ້ ພວກ​ເຂົາ​ຍັງ​ໄດ້​ສອນ​ປະ­ຊາ­ຊົນ​ວ່າ ປະ­ຊາ­ຊົນ​ສາ­ມາດ​ໄດ້​ຮັບ​ຄວາມ​ລອດ​ໂດຍ​ການ​ກະ­ທຳ​ຄຸນ​ຄວາມ​ດີ ຫຼື ​ຈ່າຍ​ເງິນ​ໃຫ້​ໂບດ. ຫຼັກ​ຄຳ​ສອນ​ເຫຼົ່າ​ນີ້ ແມ່ນ​ກົງ­ກັນ­ຂ້າມ​ຈາກ​ຫຼັກ​ຄຳ​ສອນ​ຂອງ​ພຣະ​ຄຳ​ພີ.

ຊາ​ຕານ​ພະ­ຍາ­ຍາມ​ຢ່າງ​ຕໍ່​ເນື່ອງ​ໃນ​ການ​ບິດ​ເບືອນ​ລັກ­ສະ­ນະ​ຂອງ​ພຣະ​ເຈົ້າ, ຄວາມ​ເຂົ້າ­ໃຈ​ຂອງ​ມະ­ນຸດ​ກ່ຽວ​ກັບ​ຄວາມ​ບາບ ແລະ ​ປະ­ເດັນ​ທີ່​ສຳ­ຄັນ​ໃນ​ການ​ຂັດ​ແຍ້ງ​ທີ່​ຍິ່ງ​ໃຫຍ່​ລະ­ຫວ່າງ​ພຣະ​ເຈົ້າ ແລະ ​ຊາ​ຕານ. ຊາ​ຕານ​ໄດ້​ໃຫ້​ມະ­ນຸດ​ມີ​ຄວາມ​ຄິດ​ຂໍ້​ແກ້​ຕົວ​ເພື່ອ​ໃຫ້ເຮັດ​ບາບ​ໄດ້. ໃນ​ເວ­ລາ​ດຽວ​ກັນ ຊາ​ຕານ​ຍັງ​ໄດ້​ປູກຝັງ​ແນວ​ຄິດ​ທີ່​ຜິດ​ກ່ຽວ​ກັບ​ພຣະ​ເຈົ້າ ເພື່ອ​ວ່າ​ມະ­ນຸດ​ຈະຄິດ​ເຫັນ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຢ້ານ​ກົວ ແລະ ​ຄວາມກຽດ​ຊັງ ແທນ​ທີ່​ຈະ​ເຫັນ​ພຣະ​ເຈົ້າ​ດ້ວຍ​ຄວາມ​ຮັກ.

ອ້າງ​ອີງ​ຈາກ​​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ 17:2

ອ້າງ​ອີງ​ຈາກ​​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) ບົດ​ທີ 35 {ວັກ 58.3; 59.1} ຂຽນ​ໂດຍ ທ່ານ ​ນາງ​ ເອ​ເລັນ​ ຈີ. ໄວ​ທ

ຫຼັກ​ຄຳ​ສອນ​ຜິດສອນ​ໃນປັດຈຸບັນ

ໃນ​ພຣະ​ທຳ​ກິດ­ຈະ­ການ 20:28-30 ກ່າວ​ວ່າ: "ທ່ານ​ທັງ­ຫຼາຍ​ຈົ່ງ​ລະ­ວັງ​ຕົວ​ເອງ​ໃຫ້​ດີ ແລະ ​ຮັກ­ສາ​ຝູງ​ແກະ​ທີ່​ພຣະ​ວິນ​ຍານ​ບໍ­ລິ­ສຸດ​ໄດ້​ຊົງ​ຕັ້ງ​ພວກ​ທ່ານ​ໄວ້​ໃຫ້​ເປັນ​ຜູ້​ດູ­ແລ ເພື່ອ​ບຳ­ລຸງ​ລ້ຽງ​ຄຣິ​ສ​ຕະ​ຈັກ​ຂອງ​ພຣະ​ເຈົ້າ​ທີ່​ພຣະ​ອົງ​ຊົງ​ໄຖ່​ມາ​ດ້ວຍ​ພຣະ​ໂລ­ຫິດ​ຂອງ​ພຣະ​ອົງ​ເອງ. ເຮົາ​ຮູ້​ຢູ່​ວ່າ​ເມື່ອ​ເຮົາ​ຈາກ​ໄປ​ແລ້ວ ຈະ​ມີ​ໝາ­ໄນ​ຕົວ​ຮ້າຍ​ເຂົ້າ​ມາ​ໃນ​ທ່າມ­ກາງ​ພວກ​ທ່ານ ມັນ​ຈະ​ບໍ່​ເວັ້ນ​ຊີ­ວິດ​ຂອງ​ຝູງ​ແກະ. ໃນ​ທ່າມ­ກາງ​ພວກ​ທ່ານ​ຈະ​ມີ​ບາງ​ຄົນ​ເວົ້າ​ປີ້ນ​ຄວາມ​ຈິງ ເພື່ອ​ຊັກ​ຊວນ​ເອົາ​ຄົນ​ເຊື່ອ​ຖື​ໃຫ້​ຫຼົງ​ໄປ​ຕາມ​ເຂົາ."

ໃນ​ທາງ​ກົງ­ກັນ­ຂ້າມ ຄຣິ​ສ​ຕະ​ຈັກ​ໂປ​ຣ​ແຕ​ສ​ແຕນຫຼາຍ​ໂບດ​ໄດ້​ມີ​ຫຼັກ​ຄຳ​ສອນ​ຜິດ ເຖິງ​ແມ່ນ​ວ່າ ບາງຫຼັກ​ຄຳ​ສອນ​ຈະ​ແຕກ​ຕ່າງ​ຈາກ​ຫຼັກ​ຄຳ​ສອນ​ຂອງ​ຄຣິ​ສ​ຕະ​ຈັກ​ໂຣ​ມັນ​ຄາ​ໂຕ​ລິ​ກ​ກໍ​ຕາມ ແຕ່​ຫຼັກ​ຄຳ​ສອນ​ເຫຼົ່າ­ນັ້ນ​ກໍ​ມີ​ອັນ­ຕະ­ລາຍ​ບໍ່​ໜ້ອຍ​ກວ່າ​ຫຼັກ​ຄຳ​ສອນ​ຂອງ​ຄາ​ໂຕ​ລິ​ກ. ຄຳ​ສອນ​ທີ່​ຜິດ​ຢ່າງ​ໃຫຍ່​ອັນ​ໜຶ່ງ​ທີ່​ຄຣິ​ສ​ຕະ​ຈັກ​ໂປ​ຣ​ແຕ​ສ​ແຕນ​ໄດ້​ສອນ​ນັ້ນ​ກໍ​ຄື​ວ່າ ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ພຽງ­ພໍ​ແລ້ວ. ສະ­ນັ້ນ ພວກ​ເຂົາ​ກໍ​ເຮັດ​ເປັນ​ເມີນ​ເຊີຍ ຫຼື ບໍ່​ສົນ­ໃຈ​ທີ່​ຈະ​ຊຳ­ລະ​ຕົນ​ເອງ​ໃຫ້​ບໍ​ຣິ​ສຸດ. ແຕ່​ພຣະ​ຄຳ​ພີ​ສອນ​ວ່າ ພວກ​ເຮົາ​ຕ້ອງ​ເປັນ​ຄົນ​ບໍ​ຣິ​ສຸດ. (1 ເປ​ໂຕ 1:16) ຄຣິ​ສ​ຕະ​ຈັກ​ໂປ​ຣ​ແຕ​ສ​ແຕນ​ເຫຼົ່າ​ນີ້​ໄດ້​ສອນ​ວ່າ ພຣະ​ເຈົ້າ​ປຽມ​ລົ້ນ​ໄປ​ດ້ວຍ​ຄວາມ​ຮັກ ແລະ ​ພຣະ​ອົງ​ຈະ​ບໍ່​ລົງ­ໂທດ​ຄົນບາບ​ຍ້ອນ​ຄວາມ​ຜິດ​ບາບ​ອັນ​ເລັກ​ນ້ອຍ​ທີ່​ພວກ​ເຂົາ​ໄດ້​ກະ​ທຳ. ສະ­ນັ້ນ ການ​ປະ­ຕິ­ບັດ​ຕາມ​ພຣະ​ບັນ­ຍັດ​ທັງໝົດ​ຂອງ​ພຣະ​ເຈົ້າ​ຈຶ່ງ​ຖືກ​ລະ​ເລີຍ.

ການ​ຊຳ­ລະ​ໃຫ້​ບໍ​ຣິ​ສຸດ​ທີ່​ກຳ­ລັງ​ໄດ້​ຮັບ​ຄວາມ​ນິ­ຍົມ​ໃນໂລກ​ແຫ່ງ​ສາ­ສະ­ໜາ​ນັ້ນ ຈະ​ມີ​ເລື່ອງ​ຂອງ​ວິນ​ຍານ​ແຫ່ງ​ການ​ຍົກ​ຕົວ​ເອງ ແລະ ​ການ​ລະ­ເລີຍ​ພຣະ​ບັນ­ຍັດ​ຂອງ​ພຣະ​ເຈົ້າ ເຊິ່ງ​ເຮັດ​ໃຫ້​ເລື່ອງ​ການ​ຊຳ­ລະ​ນີ້ ກາຍ­ເປັນ​ສິ່ງ​ທີ່​ຜິດ​ໄປ​ຈາກ​ຫຼັກ​ຄຳ​ສອນ​ຂອງ​ພຣະ​ຄຳ​ພີ. ຜູ້​ທີ່​ໃຫ້­ການ​ສະ­ໜັບ­ສະ­ໜູນ​ຫຼັກ​ຄຳ​ສອນ​ນີ້​ສອນ​ວ່າ ການ​ຊຳ­ລະ​ໃຫ້​ບໍ​ຣິ​ສຸດ​ເປັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ທັນ​ທີ່ໄດ້​ມາ​ດ້ວຍ​ຄວາມ​ເຊື່ອ​ເທົ່າ​ນັ້ນ ແລະ​ຈະ​ບັນ­ລຸ​ໄປ​ຈົນເຖິງ​ຄວາມ​ບໍ​ຣິ​ສຸດ​ຢ່າງ​ສົມ​ບູນ. "ເຊື່ອ​ເທົ່າ​ນັ້ນ" ພວກ​ເຂົາ​ເວົ້າ "ແລ້ວ​ພຣະ​ພອນ​ຈະ​ເປັນ​ຂອງ​ທ່ານ." ພວກ​ເຂົາ​ສອນ​ວ່າ ມີ​ພຽງ​ຄວາມ​ເຊື່ອ​ເທົ່າ​ນັ້ນ​ກໍ​ພຽງ­ພໍ​ແລ້ວ. ໃນ​ຂະ­ນະ​ດຽວ​ກັນ ພວກ​ເຂົາ​ປະ­ຕິ­ເສດ​ອຳ­ນາດ​ຂອງ​ພຣະ​ບັນ­ຍັດ​ຂອງ​ພຣະ​ເຈົ້າ ພວກ​ເຂົາ​ອ້າງ​ວ່າ ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ຂໍ້​ຜູກ​ພັນ​ຂອງ​ການ​ຖື​ຮັກ­ສາ​ພຣະ​ບັນ­ຍັດ​ແລ້ວ. ແຕ່​ຈະ​ເປັນ​ໄດ້​ແນວ­ໃດ ທີ່​ມະ­ນຸດ​ຈະ​ເປັນ​ຜູ້​ບໍ​ຣິ​ສຸດ​ສອດ​ຄອງ​ຕາມ​ນ້ຳ​ພຣະ​ໄທ ແລະພຣະ​ລັກ­ສະ­ນະ​ຂອງ​ພຣະ​ເຈົ້າ ໂດຍ​ບໍ່​ຕ້ອງ​ເຂົ້າ​ມາ​ປະ­ສານ​ກັບ​ຫຼັກ­ການ​ຕ່າງໆທີ່​ສຳ­ແດງ​ໃຫ້​ເຫັນ​ເຖິງ​ທຳ​ມະ​ຊາດ ແລະ​ນ້ຳ​ພຣະ​ໄທ​ຂອງ​ພຣະ​ອົງ ແລະ​ທີ່​ສະ­ແດງ​ວ່າ​ເປັນ​ທີ່​ຊອບ​ພຣະ​ໄທ​ຂອງ​ພຣະ​ອົງ? {GC 471.3}

ຄວາມ​ຕ້ອງ­ການ​ຢາກ​ຈະ​ມີ​ສາ­ສະ­ໜາ​ທີ່​ລຽບ​ງ່າຍ ເຊິ່ງບໍ່​ຕ້ອງ​ໃຊ້​ຄວາມ​ພະ­ຍາ­ຍາມ​ມຸ່ງ​ໝັ້ນ, ບໍ່​ຕ້ອງ​ປະ­ຕິ­ເສດຕົວ​ເອງ, ບໍ່​ຕ້ອງ​ແຍກ​ຕົວ​ເອງ​ອອກ​ຈາກ​ຄວາມ​ໂງ່ຂອງ​ໂລກ ໄດ້​ເຮັດ​ໃຫ້​ຫຼັກ​ຄຳ​ສອນ​ທີ່​ວ່າ "ເຊື່ອ ແລະ ຕ້ອງ​ເຊື່ອ​ເທົ່າ​ນັ້ນ" ກາຍ­ເປັນ​ຫຼັກ​ຄຳ​ສອນ​ທີ່​ໄດ້​ຮັບຄວາມ​ນິ­ຍົມ. ແຕ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ໄດ້​ບອກ​ໄວ້ແນວ­ໃດ? ອັກ​ຄະ​ສາ­ວົກ​ຢາ​ໂກ​ໂບ​ກ່າວ​ວ່າ: "ພີ່­ນ້ອງ​ທັງ­ຫຼາຍ​ຂອງ​ເຮົາ​ເອີຍ ຖ້າ​ຄົນ​ໜຶ່ງ​ເວົ້າ​ວ່າ ຕົນ​ມີຄວາມ​ເຊື່ອ ແຕ່​ບໍ່​ມີ​ການ​ປະ­ຕິ­ບັດ ຈະ​ມີ​ປະ­ໂຫຍດຫຍັງ? ຄວາມ​ເຊື່ອ​ແບບ​ນັ້ນ​ຈະ​ເຮັດ​ໃຫ້​ລາວ​ພົ້ນ​ໄດ້​ບໍ?... ໂອ ຄົນ​ໂງ່​ເອີຍ ເຈົ້າ​ຢາກ​ຮຽນ​ຮູ້ຫຼືວ່າ ຄວາມເຊື່ອ​ທີ່​ບໍ່​ມີ​ການ​ປະ­ຕິ­ບັດ​ນັ້ນ​ກໍ​ຕາຍ​ແລ້ວ? ອັບ​ຣາ​ຮາມບັນ­ພະ­ບຸ­ລຸດ​ຂອງ​ພວກ​ເຮົາ​ຖືກ​ພຣະ​ເຈົ້າ​ຊົງ​ຮັບ​ວ່າ​ເປັນ​ຄົນ​ຊອບ​ທຳ​ຕໍ່­ໜ້າ​ພະ​ອົງ ກໍ​ໂດຍ​ການ​ປະ­ຕິ­ບັດ​ຂອງເພິ່ນໃນ​ການ​ຖວາຍ​ອີ​ຊາກ​ລູກ​ຊາຍ​ຂອງ​ເພິ່ນ​ເທິງແທ່ນ​ບູ­ຊາ. ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ ຄວາມ​ເຊື່ອ​ກັບ​ການປະ­ຕິ­ບັດ​ຂອງ​ເພິ່ນ​ກໍ​ໄປ​ຄວບ​ຄູ່​ກັນ ຄວາມ​ເຊື່ອ​ຂອງເພິ່ນ​ຖືກ​ເຮັດ​ໃຫ້​ດີ​ຄົບ​ຖ້ວນ​ໄດ້ກໍ​ໂດຍ​ການ​ປະ­ຕິ​ບັດ... ເຈົ້າ​ທັງ­ຫຼາຍ​ກໍ​ເຫັນ​ແລ້ວ​ວ່າ ຜູ້​ໃດ​ຈະ​ໄດ້​ຊົງ​ຖື​ວ່າ​ເປັນຄົນ​ຊອບ​ທຳ ກໍ​ເນື່ອງ​ດ້ວຍ​ຄວາມ​ເຊື່ອ​ທີ່​ມີ​ການ​ປະ­ຕິບັດ ແລະ ​ບໍ່​ແມ່ນ​ດ້ວຍ​ຄວາມ​ເຊື່ອ​ພຽງ​ຢ່າງ​ດຽວ" (ຢາ​ໂກ​ໂບ 2:14-24).

ຄຳ​ພະ­ຍານ​ຈາກ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແມ່ນ​ຕໍ່­ຕ້ານຫຼັກ​ຄຳ​ສອນ​ອັນ​ຫຼອກ​ລວງ​ກ່ຽວ​ກັບ​ຄວາມ​ເຊື່ອ​ທີ່​ປາສະ​ຈາກ​ການ​ກະ​ທຳ. ການ​ອ້າງ​ພຣະ​ຄຸນ​ຂອງ​ສະ­ຫວັນ ໂດຍ​ບໍ່​ເຮັດ​ຕາມ​ຂໍ້​ກຳ­ນົດ​ທີ່​ເປັນ​ເງື່ອນ­ໄຂ​ເພື່ອ​ຮັບ ຄວາມ​ເມດ​ຕາ​ນັ້ນ ບໍ່​ແມ່ນ​ຄວາມ​ເຊື່ອ ແຕ່​ເປັນ​ການສົມ­ມຸດ​ຄິດ​ເອົາ​ເອງ; ເພາະ​ຄວາມ​ເຊື່ອ​ທີ່­ແທ້​ຈິງ​ຕ້ອງ​ມີພື້ນ­ຖານ​ວາງ​ຢູ່​ເທິງ​ພຣະ​ສັນ­ຍາ ແລະ ​ເງື່ອນ­ໄຂ​ຂອງ​ພຣະ​ຄຳ​ພີ. {GC 472.2}

ຢ່າ​ໃຫ້​ຜູ້​ໃດ​ຫຼອກ​ລວງ​ຕົວ​ເອງ​ດ້ວຍ​ຄວາມ​ເຊື່ອ​ທີ່​ວ່າ ພວກ​ເຂົາ​ຈະ​ເປັນ​ຄົນ​ບໍ​ຣິ​ສຸດ​ໄດ້​ໃນ​ຂະ­ນະ​ທີ່​ຕັ້ງ­ໃຈ​ລ່ວງ​ລະ­ເມີດ​ພຣະ​ບັນ­ຍັດ​ຂໍ້​ໃດ​ຂໍ້​ໜຶ່ງ​ຂອງ​ພຣະ​ເຈົ້າ. ການ​ກະ­ທຳ​ຄວາມ​ຜິດ​ໃນ​ສິ່ງ​ທີ່​ຮູ້​ວ່າ​ເປັນ­ຄວາມ​ບາບ ຈະ​ເຮັດ​ໃຫ້​ສຽງ​ຂອງ​ພຣະ​ວິນ​ຍານ​ທີ່​ເປັນ​ພະ­ຍານ​ນັ້ນມິດ​ງຽບ ແລະ​ເຮັດ​ໃຫ້​ຈິດ​ວິນ​ຍານ​ແຍກ​ອອກ​ໄປ​ຈາກພຣະ​ເຈົ້າ. "ຄວາມ​ບາບ​ແມ່ນ​ການ​ລ່ວງ​ລະ­ເມີດ​ພຣະບັນ­ຍັດ" ແລະ "ດັ່ງ­ນັ້ນ ຜູ້​ໃດ​ທີ່​ຕັ້ງ​ໝັ້ນ​ຢູ່​ໃນ​ພຣະ​ອົງ ຜູ້​ນັ້ນ​ກໍ​ບໍ່​ເຮັດ​ບາບ​ອີກ​ຕໍ່​ໄປ ສ່ວນ​ຜູ້​ໃດ​ທີ່​ຍັງ​ເຮັດ​ບາບຕາມ​ເຄີຍ ຜູ້​ນັ້ນ​ກໍ​ຍັງ​ບໍ່​ເຫັນ​ພຣະ​ອົງ ແລະ ​ຍັງ​ບໍ່​ຮູ້­ຈັກພຣະ​ອົງ." (1 ໂຢ​ຮັນ 3:6). ເຖິງ​ແມ່ນ​ວ່າ ໃນ​ຈົດ­ໝາຍ​ຂອງ​ໂຢ​ຮັນ​ຈະ​ຂຽນ​ເຖິງ​ຄວາມ​ຮັກ​ໄວ້​ຢ່າງ​ເຕັມ­ທີ່, ແຕ່​ເພິ່ນ​ກໍ​ບໍ່​ລັງ​ເລ​ໃຈ​ທີ່​ຈະ​ເປີດ­ເຜີຍ​ເຖິງ​ລັກ­ສະ­ນະ​ທີ່­ແທ້​ຈິງ​ຂອງ​ຄົນ​ອີກ​ກຸ່ມ​ໜຶ່ງ​ທີ່​ອ້າງ​ວ່າ ຕົນ​ໄດ້​ຮັບ​ການ​ຊຳ­ລະ ແຕ່​ຍັງ​ດຳ­ລົງ​ຊີ­ວິດ​ຢູ່​ໃນ​ການ​ລ່ວງ​ລະ­ເມີດ​ພຣະ​ບັນ­ຍັດ​ຂອງ​ພຣະ​ເຈົ້າ​ຢູ່. "ຖ້າ​ຄົນ​ໃດ​ເວົ້າ​ວ່າ 'ຕົນ​ຮູ້­ຈັກ​ພຣະ​ອົງ' ແຕ່​ບໍ່​ໄດ້​ປະ­ພຶດ​ຕາມ​ກົດ​ບັນ­ຍັດ​ຂອງ​ພຣະ​ອົງ ຄົນ​ນັ້ນ​ກໍ​ເວົ້າ​ຕົວະ ແລະ ​ຄວາມ​ຈິງ​ກໍ​ບໍ່​ມີ​ຢູ່​ໃນ​ລາວ. ແຕ່​ຜູ້​ໃດ​ກໍ​ຕາມ​ທີ່​ປະ­ພຶດ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ ຜູ້​ນັ້ນ​ແຫລະ ທີ່​ຮັກ​ພຣະ​ເຈົ້າ​ຢ່າງ​ຄົບ​ຖ້ວນບໍ​ຣິ​ບູນ​ໂດຍ​ແທ້​ຈິງ." (1 ໂຢ​ຮັນ 2:4,5).

ນີ້​ແມ່ນ​ວິ­ທີ​ທົດ​ລອງ​ຄວາມ​ເຊື່ອ​ຂອງ​ມະ­ນຸດ​ທຸກ​ຄົນ. ພວກ​ເຮົາ​ບໍ່​ອາດ​ຍອມ­ຮັບ​ວ່າ ມະ­ນຸດ​ຄົນ​ໃດ​ເປັນ​ຜູ້​ບໍ​ຣິສຸດ ໂດຍ​ບໍ່​ໄດ້​ນຳ​ຜູ້​ນັ້ນ​ໄປ​ທຽບ​ກັບ​ຄວາມ​ບໍ​ຣິ​ສຸດ​ຂອງພຣະ​ເຈົ້າ ເຊິ່ງ​ເປັນ​ພຽງ​ມາດ­ຕະ­ຖານ​ດຽວ​ໃນ​ສະ­ຫວັນ ແລະ ​ໃນ​ໂລກ. ຖ້າ​ມະ­ນຸດ​ບໍ່​ມີ​ຄວາມ​ຮູ້­ສຶກ​ເຖິງ​ຄວາມສຳ­ຄັນ​ຂອງ​ກົດ​ບັນ­ຍັດ​ແຫ່ງ​ສິນ​ທຳ, ຖ້າ​ພວກ​ເຂົາ​ໝິ່ນປະ­ໝາດ ແລະ ​ເຮັດ​ໃຫ້​ຂໍ້​ບັງ­ຄັບ​ຂອງ​ພຣະ​ເຈົ້າ​ເບິ່ງເປັນ​ເລື່ອງ​ເລັກ​ນ້ອຍ, ຖ້າ​ຜູ້​ໃດ​ເຮັດ​ໃຫ້​ຂໍ້​ເລັກ​ນ້ອຍ ຂໍ້​ໜຶ່ງ​ໃນ​ພຣະ​ບັນ­ຍັດ​ເຫຼົ່າ​ນີ້​ເບົາ​ລົງ ແລະ ​ສອນ​ຄົນ​ອື່ນ​ໃຫ້​ເຮັດ​ຢ່າງ​ນັ້ນ​ດ້ວຍ ຜູ້​ນັ້ນ​ກໍ​ຈະ​ບໍ່​ມີ­ຄ່າ​ໃນ​ສາຍ­ຕາ​ຂອງ​ສະ­ຫວັນ ແລະ ​ເຮົາ​ຈະ​ຮູ້​ວ່າ ຄຳ​ອ້າງ​ຂອງ​ພວກ​ເຂົາ​ນັ້ນ​ປາ​ສະ​ຈາກ​ຮາກ​ຖານ. {GC 472.3}

ອ້າງ​ອີງ​ຈາກ​​ປຶ້ມ "ພຣະ​ຄຳ​ພີ" ກິດ­ຈະ­ການ 20:28-30; 1ເປ​ໂຕ 1:16; ຢາ​ໂກ​ໂບ 2:14-24; 1ໂຢ​ຮັນ 3:6; 2:4,5.

ອ້າງ​ອີງ​ຈາກ​​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 471.3; 472.1-3} ຂຽນ​ໂດຍ ທ່ານ ​ນາງ​ ເອ​ເລັນ​ ຈີ. ໄວ​ທ

ວິ­ທີ​ການ​ຊ່ວຍ​ໃຫ້​ລອດພົ້ນ​ທີ່​ສອດ​ຄ່ອງ​ຕາມພຣະ​ຄຳ​ພີ

ຂັ້ນ​ຕອນ​ທຳ­ອິດ​ໃນ​ການ​ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ​ແມ່ນການ​ສຳ­ນຶກ​ຜິດ​ໃນ​ຄວາມ​ບາບ. ເມື່ອ​ຄົນ​ບາບ​ແນມ​ໄປເບິ່ງ​ພຣະ​ບັນ­ຍັດ ລາວ​ກໍ​ລະ­ນຶກ​ໄດ້​ວ່າ ຕົວ​ເອງ​ມີຄວາມ​ຜິດ​ໃນ​ການ​ລ່ວງ​ລະ­ເມີດ​ພຣະ​ບັນ­ຍັດ​ຂອງ​ພຣະ​ເຈົ້າ. (1 ໂຢ​ຮັນ 3:4; ໂຣມ 3:20) {GC 467.3}

ພຣະ​ບັນ­ຍັດ​ເປີດ­ເຜີຍ​ໃຫ້​ມະ­ນຸດ​ເຫັນ​ຄວາມ​ບາບ​ຂອງເຂົາ ແຕ່​ພຣະ​ບັນ­ຍັດ​ບໍ່​ໄດ້​ຈັດ​ຕຽມ​ທາງ​ແກ້​ໄວ້​ໃຫ້. ຄ່າ​ຈ້າງ​ຂອງ​ຄວາມ​ຜິດ​ບາບ​ກໍ​ຄື​ຄວາມ​ຕາຍ. (ໂຣມ 6:23) ສະ­ນັ້ນ ເຂົາ​ຈະ​ຕ້ອງ​ສຳ­ນຶກ​ຜິດໃນ​ຄວາມ​​ບາບ ຕໍ່​ພຣະ​ເຈົ້າ​ທີ່​ໄດ້​ລ່ວງ​ລະ­ເມີດ​ພຣະ​ບັນ­ຍັດ​ຂອງ​ພຣະອົງ ແລະ​ມີ​ຄວາມ​ເຊື່ອ​ໃນ​ພຣະ​ເຢ​ຊູ​ຜູ້​ຊົງ​ເປັນ​ເຄື່ອງບູ­ຊາ​ໄຖ່​ບາບ. ດ້ວຍ​ວິ­ທີ​ເຫຼົ່າ​ນີ້ ເຂົາ​ຈະ​ໄດ້​ຮັບ "ການຍົກ­ໂທດ​ບາບ​ທີ່​ໄດ້​ເຮັດ​ຜ່ານ​ມາ​ນັ້ນ" ແລະ​ຮັບ​ສ່ວນ​ໃນສະ­ພາບ​ຂອງ​ພຣະ​ເຈົ້າ. ຈາກ​ນັ້ນ ເຂົາ​ກໍ​ກາຍ­ເປັນ​ລູກຂອງ​ພຣະ​ເຈົ້າ. {GC 467.4}

ຕອນ​ນີ້ ເຂົາ​ມີ​ອິດ­ສະ­ລະໃນ​ການ​ລ່ວງ​ລະ­ເມີດ​ພຣະ​ບັນ­ຍັດ​ຂອງ​ພຣະ​ເຈົ້າ​ບໍ? ເປົາ​ໂລ​ກ່າວ​ວ່າ: "ຖ້າ​ຢ່າງ​ນັ້ນ ພວກ​ເຮົາ​ຈະ​ລຶບ­ລ້າງ​ກົດ​ບັນ­ຍັດ​ດ້ວຍ​ຄວາມ​ເຊື່ອ​ບໍ? ຂໍ​ພຣະ​ເຈົ້າ​ຢ່າ​ຍອມ​ໃຫ້​ເປັນ​ເຊັ່ນ​ນັ້ນ​ເລີຍ: ແຕ່​ພວກ​ເຮົາ​ກັບ​ເປັນ​ຜູ້​ສະ­ໜັບ­ສະ­ໜູນ​ກົດ​ບັນ­ຍັດ​ອີກ." "ພວກ​ເຮົາ​ຜູ້​ຕາຍ​ຕໍ່​ບາບ­ກຳ​ນັ້ນ ແລ້ວ​ຈະ​ສືບ­ຕໍ່​ດຳ­ເນີນຊີ­ວິດ​ແບບ​ນັ້ນ​ໄດ້​ຢ່າງ­ໃດ?" ແລະໂຢ​ຮັນ​ໄດ້​ກ່າວ​ວ່າ: "ເພາະ​ນີ້​ແຫລະ ເປັນ­ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ຄື​ໃຫ້​ເຮົາ​ທັງ­ຫຼາຍ​ຖື​ຮັກ­ສາ​ບັນ­ດາ​ກົດ​ບັນ­ຍັດ​ຂອງ​ພຣະ​ອົງ ແລະ ​ກົດ​ບັນ­ຍັດ​ຂອງ​ພຣະ​ອົງ​ນັ້ນ​ກໍ​ບໍ່​ຍາກ​ໜັກ​ເກີນ​ໄປ." (ໂຣມ 3:31; 6:2; 1 ໂຢ​ຮັນ 5:3).

ເມື່ອ​ຄົນ​ບາບ​ເຂົ້າ​ມາ​ຫາ​ພຣະ​ເຢ​ຊູ​ຜ່ານ​ທາງ​ການ​ອະ­ທິ­ຖານ ແລະ ​ການ​ສຶກ­ສາ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຫົວ­ໃຈ​ຂອງ​ພວກ​ເຂົາ​ຈະ​ນຳ​ເຂົ້າ​ໄປ​ສູ່​ຄວາມ​ສາ­ມັກ­ຄີ​ທຳ​ກັບ​ພຣະ​ເຈົ້າ ເໝືອນ​ກັບ​ຖືກ​ນຳ​ເຂົ້າ​ໄປ​ສູ່​ຄວາມ​ສອດ​ຄອງ​ກັບ​ກົດ​ບັນ­ຍັດ​ຂອງ​ພຣະ​ອົງ. ໃນ​ແຕ່​ລະ​ມື້, ພວກ​ເຂົາ​ຈະ​ພະ­ຍາ­ຍາມ​ເພື່ອ​ໃຫ້​ມີ​ລັກ­ສະ­ນະ​ທີ່​ບໍ​ຣິ​ສຸດ. ການ​ຊຳ­ລະ​ໃຫ້​ບໍ​ຣິ​ສຸດ​ນີ້​ຈະ​ສຳ­ເລັດ​ໄດ້​ໂດຍ​ຄວາມ​ເຊື່ອ​ໃນ​ພຣະ​ເຢ​ຊູ​ເທົ່າ​ນັ້ນ ແລະ ​ໂດຍ​ອຳ­ນາດ​ຂອງ​ພຣະວິນ​ຍານ​ບໍ​ຣິ​ສຸດ​ຂອງ​ພຣະ​ເຈົ້າ​ທີ່​ສະ­ຖິດ​ຢູ່​ຮ່ວມ​ນຳ. ຜູ້ເຊື່ອ​ຈະ​ບໍ່​ໄດ້​ຮັບ​ຄວາມ​ລອດ​ດ້ວຍ​ການ​ກະ­ທຳ​ຂອງ​ຕົນ​ເອງ ແຕ່​ຄວາມ​ລອດ​ແມ່ນ​ມາ​ຈາກ​ພຣະ​ເຈົ້າ​ທີ່​ປ່ຽນ­ແປງ​ຜູ້​ນັ້ນ. ​ຄຣິ​ສ​ຕຽນ​ຈະ​ຮູ້­ສຶກ​ເຖິງ​ຄວາມຍົວະຍວນໃຈ​ຂອງ​​ບາບ ແຕ່​ພວກ​ເຂົາ​ຈະ​ຍັງ​ຄົງ​ຢຶດ​ໝັ້ນ​ຕໍ່­ສູ້​ຄວາມ​ບາບ​ຢູ່​ສະ­ເໝີ ນີ້​ເປັນ​ຈຸດ​ທີ່​ພວກ​ເຂົາ​ຕ້ອງ​ໄດ້​ອະ­ທິ­ຖານ​ໃຫ້​ຫຼາຍ​ທີ່​ສຸດ. ເມື່ອ​ຄວາມ​ອ່ອນ​ແອ​ຂອງ​ມະ­ນຸດ​ຮ່ວມ​ເຂົ້າ​ກັບ​ຄວາມ​ເຂັ້ມ­ແຂງ​ຂອງ​ພຣະ​ເຈົ້າ ແລ້ວ​ພວກ​ເຂົາ​ຈະ​ຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ເຊື່ອ​ວ່າ: "ແຕ່​ຈົ່ງ​ໂມ­ທະ­ນາ​ຂອບ​ພຣະ​ຄຸນ​ພຣະ​ເຈົ້າ ຜູ້​ຊົງ​ປະ­ທານ​ໄຊ­ຊະ­ນະ​ໃຫ້​ແກ່​ເຮົາ​ທັງ­ຫຼາຍ ໂດຍ​ທາງ​ອົງ​ພຣະ​ເຢ​ຊູ​ຄຣິ​ສ​ເຈົ້າ​ຂອງ​ພວກ​ເຮົາ" (1 ໂກ​ຣິນ​ໂທ 15:57) {GC 469.3}

ພຣະ​ຄຳ​ພີ​ເປີດ­ເຜີຍ​ໃຫ້​ເຫັນ​ຢ່າງ​ຊັດ​ເຈນ​ວ່າ ຜົນ​ຂອງການ​ຊຳ­ລະ​ໃຫ້​ບໍ​ຣິ​ສຸດ​ນັ້ນ​ຈະ​ກ້າວ­ໜ້າ​ຂຶ້ນ​ໄປ​ຢ່າງ​ຕໍ່ເນື່ອງ. ບັດ​ນີ້ ພວກ​ເຂົາ​ຈະ​ຕ້ອງ "ກ້າວ­ໜ້າ​ໄປ​ສູ່​ຄວາມ​ສົມ­ບູນ​ແບບ" ເພື່ອ​ທີ່​ຈະ​ເຕີບ​ໃຫຍ່​ຂຶ້ນ "ຄື​ເຕັມເຖິງ​ຂະ­ໜາດ​ຄວາມ​ສົມ­ບູນ​ຂອງ​ພຣະ​ຄຣິດ" (ເຮັບ​ເຣີ 6:1; ເອ​ເຟ​ໂຊ 4:13). {GC 470.1}

ບັນ­ດາ​ຜູ້​ທີ່​ໄດ້​ຮັບ​ການ​ຊຳ­ລະ​ໃຫ້​ບໍ​ຣິ​ສຸດ​ໃນ​ພຣະ​ຄຳ​ພີ ຈະ​ສະ­ແດງ​ໃຫ້​ເຫັນ​ເຖິງ​ຈິດ​ວິນ​ຍານ​ທີ່​ອ່ອນ​ນ້ອມ​ຖ່ອມ­ຕົວ, ຈະ​ບໍ່​ຍົກ​ຕົວ​ເອງ​ຂຶ້ນ, ບໍ່​ໂອ້​ອວດ​ກ່າວ​ອ້າງ​ວ່າ ຕົນ​ເອງ​ຫຼຸດ​ພົ້ນ​ຈາກ​ຄວາມ​ບາບ​ແລ້ວ ແຕ່​ຄຣິ​ສ​ຕຽນ​ຈະ​ພະ­ຍາ­ຍາມ​ຢູ່​ຕະ­ຫຼອດ​ເວ­ລາ​ເພື່ອ​ສະ­ທ້ອນ​ພຣະ​ລັກ­ສະ­ນະ​ຂອງ​ພຣະ​ເຢ​ຊູ​ຢ່າງ​ເຕັມ­ທີ່. (1 ໂຢ​ຮັນ 1:10) {GC 471.2}

ຂໍ້​ຜິດ­ພາດ​ສອງ​ຂໍ້​ທີ່​ຄວນ​ລະ­ວັງ

ຂໍ້​ຜິດ­ພາດ​ທຳ­ອິດ​ທີ່​ມັກ​ຈະ​ສອນ​ກັນ​ເລື້ອຍໆ​ວ່າ ຄວາມ​ລອດ​ນັ້ນ​ໄດ້​ມາ​ຈາກ​ການ​ກະ­ທຳ​ຄຸນ​ຄວາມ​ດີ. ແຕ່​ນີ້​ບໍ່​ໄດ້​ສອດ​ຄ່ອງ​ຕາມ​ພຣະ​ຄຳ​ພີ​. ພຣະ​ຄຳ​ພີ​ກ່າວ​ວ່າ: "ຄົນ​ຜິວ​ດຳ​ປ່ຽນ​ຜິວ­ໜັງ​ຂອງ​ຕົນ​ໄດ້​ບໍ? ຫຼື ເສືອ​ດາວ​ຈະ​ລຶບ​ຈຸດ​ຕາມ​ຫນັງ​ຂອງ​ມັນ​ໄດ້​ບໍ? ຖ້າ​ໄດ້ ຖ້າ​ດັ່ງ­ນັ້ນ ເຈົ້າ​ຜູ້​ເຄີຍ​ເຮັດ​ແຕ່​ການ​ຊົ່ວ​ກໍ​ຮຽນ​ຮູ້​ເຮັດ​ການ​ດີ​ໄດ້." (ເຢ​ເຣ​ມີ​ຢາ 13:23).

ຂໍ້​ຜິດ­ພາດ​ທີ​ສອງ​ເຊິ່ງ​ກົງ­ກັນ­ຂ້າມ​ກັບ​ຂໍ້​ຜິດ­ພາດ​ທຳ­ອິດ​ນັ້ນ​ແມ່ນ​ການ​ຄິດ​ວ່າ ພວກ​ເຮົາ​ສາ­ມາດ​ລອດ​ໄດ້​ໂດຍ​ຄວາມ​ເຊື່ອ​ເທົ່າ​ນັ້ນ ແລະ ​ການ​ຊຳ­ລະ​ລ້າງ​ໃຫ້​ບໍ​ຣິ​ສຸດ​ນັ້ນ​ແມ່ນ​ບໍ່​ຈຳ​ເປັນ. ແຕ່​ໃນ​ພຣະ​ຄຳ​ພີ​ຍັງ​ໄດ້ຊີ້​ຊັດ​ເຈນ​ເຖິງ​ຂໍ້​ຜິດ­ພາດ​ເຫຼົ່າ​ນີ້​ເຊັ່ນ​ກັນ, "ແລະ​ທຸກ​ຄົນ​ທີ່​ມີ​ຄວາມ​ຫວັງ​ຢ່າງ​ນີ້​ໃນ​ພຣະ​ອົງ ກໍ​ຍ່ອມ​ຊຳ­ລະ​ຕົນ​ໃຫ້​ບໍ​ຣິ​ສຸດ ເໝືອນ​ດັ່ງ​ທີ່​ພຣະ​ອົງ​ຊົງ​ບໍ​ຣິ​ສຸດ." (1 ໂຢ​ຮັນ 3:3).

ອ້າງ​ອີງ​ຈາກ​​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 467:3,4; 469.3; 470.1; 471.2} ຂຽນ​ໂດຍ ທ່ານ​ ນາງ ​ເອ​ເລັນ ​ຈີ. ໄວ​ທ