ເພງສັນລະເສີນ (ສັ້ນ)

01 ຂ້ອຍມີພຣະເຢຊູຂ້ອຍຈະບໍ່ຫວັ່ນໄຫວ

ຂ້ອຍມີພຣະເຢຊູ ຂ້ອຍຈະບໍ່ຫວັ່ນໄຫວ

ຂ້ອຍມີພຣະເຢຊູ ຂ້ອຍຈະບໍ່ຫວັ່ນໄຫວ

ດັ່ງຕົ້ນໄມ້ງາມປູກຢູ່ຮີມຝັ່ງທານນ້ຳ

ຂ້ອຍຈະບໍ່ຫວັ່ນໄຫວ

ຂ້ອຍບໍ່ຫວັ່ນໄຫວ

ຂ້ອຍຈະບໍ່ຫວັ່ນໄຫວ ຂ້ອຍບໍ່ຫວັ່ນໄຫວ ຂ້ອຍຈະບໍ່ຫວັ່ນໄຫວ

ດັ່ງຕົ້ນໄມ້ງາມປູກຢູ່ຮີມຝັ່ງທານນ້ຳ

ຂ້ອຍຈະບໍ່ຫວັ່ນໄຫວ


02 ເລິກແລະກວ້າງ

ເລິກແລະກ້ວາງ ເລິກແລະກ້ວາງ ຄວາມຮັກຂອງພຣະເຢຊູເລິກແລະກ້ວາງ

ເລິກແລະກ້ວາງ ເລິກແລະກ້ວາງ ຄວາມຮັກຂອງພຣະເຢຊູເລິກແລະກ້ວາງ

ເຕັມແລະລົ້ນຢູ່ ເຕັມແລະລົ້ນຢູ່ ຈິດໃຈຂອງຂ້າເຕັມແລະລົ້ນຢູ່

ຕັ້ງແຕ່ໄດ້ຮັບພຣະພອນ ຂ້າຍິນດີຫຼາຍທີ່ສຸດ ຈິດໃຈຂອງຂ້າເຕັມແລະລົ້ນຢູ່


03 ຈົ່ງສະແຫວງຫາແຜ່ນດິນຂອງພຣະເຈົ້າ

ຈົ່ງສະແຫວງຫາແຜ່ນດິນຂອງພຣະເຈົ້າແລະຄວາມຊອບທຳຂອງພຣະອົງກ່ອນ

ແລ້ວພຣະອົງຈະຊົງເພີ່ມເຕີມສິ່ງທັງປວງໃຫ້ ຮາເລລູ ຮາເລລູຢາ

ຮາເລລູຢາ ຮາເລລູຢາ ຮາເລລູຢາ ຮາເລລູ ຮາເລລູຢາ


04 ຈຳຕ້ອງຈາກພາກກັນໄປ

ເຮົາຈຳຕ້ອງຈາກພາກກັນໄປ

ຢູ່ແຫ່ງໃດຂໍພຣະສະຖິດດ້ວຍ

ພຣະເຈົ້າຊ່ວຍທຸກທາງ ພຣະເຈົ້າຊ່ວຍທຸກທາງ

ໃນການງານທີ່ເຮົາຈະທຳ

ຊົງນຳທຸກວັນຕາມມັກຄາ

ຈຳຈາກໄປໃຈຫ່ວງຫາ

ຈະໄດ້ມາພານພົບກັນອີກທີ

ສະບາຍດີມີໄຊ

ໃນການງານທີ່ເຮົາຈະທຳ

ອຳລາອາໄລຮັກຈຳຈາກໄປ


05 ດວງໃຈຍິນດີ

ຂໍ້ຊ້ຳ: ດວງໃຈຍິນດີສະໜຸກຫຼືນີ້ເຮົາມາຮ້ອງເພງ ສັນເສີນພຣະເຈົ້າສະໜຸກອຸລາ

ຮ່ວມກັນບັນເລງ ຖວາຍສຽງເພງສະໜຸກຄື້ນເຄງຮ່ວມກັນເຮຮາ


1 ຄວາມຮັກພຣະເຈົ້າແນ່ນອນ ບໍ່ຢອກຢ້ອນພຣະພອນປະດັບວິນຍານ

ທຸກວັນທຸກຄືນ ຊື່ນອຸລາ ສຸກຫັນສາພາຊື່ນຊົມ (ຊ້ຳ)


2 ຊີວິດມີສັນຕິສຸກ ບໍ່ມີທຸກບໍ່ມີຄວາມເສົ້າວິນຍານ

ພຣະອົງປະທານ ຊື່ນວິນຍານ ຕະຫຼອດມາພາຊື່ນຊົມ (ຊ້ຳ)


06 ຍຸກສຸດທ້າຍ

ຂໍ້ຊ້ຳ: ຈິງຕາມທີ່ກ່າວໄວ້

ຍຸກສຸດທ້າຍຈະເກີດສັບສົນ

ເກີດທຸກທົນກັນດານອາຫານ

ໂລກເຜົາຜານຊີວິດປວງຊົນ

ມີຜູ້ຄົນຈົນສິນລະທຳ

ໄດ້ແຕ່ທຳໃນສິ່ງມືດມົນ

ຕ່າງຕ້ອງທົນໄປຕາມສົງຄາມ

ທີ່ຫ່ຳຫັ່ນກັນຂອງປວງຊົນ


1 ຍຸກສຸດທ້າຍຄົນຈະເຫັນແກ່ຕົວ

ຄວາມຮັກມືດມົວ ຈິດໃຈໂສມົນ

ກຽດຊັງຄວາມດີ

ມີແຕ່ເຫັນແກ່ເງິນ

ຮັກຄວາມເພີດເພີນ

ສາດສະໜາບໍ່ມີ (ຊ້ຳ)


2 ຍຸກສຸດທ້າຍຈະເກີດໄພສົງຄາມ

ອາຫານຈະບໍ່ມີທານ ຮ່າງກາຍຊຸດໂຊມ

ຈະມີແຜ່ນດິນໄຫວ

ຈະມີໄພເກີດມາ

ທີ່ຄວາມຊົ່ວນຳພາ

ເປັນບັນຫາທີ່ມີ (ຊ້ຳ)


** ເຫດການເຫຼົ່ານີ້ພະຄຳພີກ່າວໄວ້ ເພື່ອເຕືອນຈິດໃຈ ໃກ້ວັນພຣະກັບມາ

ຕຽມຕົວໄວ້ໃຫ້ພ້ອມ ຕຶ່ນຢູ່ສະເໝີ ເພື່ອລໍວັນໄດ້ເຈີ ອົງພຣະຄຣິດກັບມາ


07 ຄວາມສຸກຢູ່ໃນໃຈຂ້ອຍ

1 ຄວາມສຸກຢູ່ໃນໃຈຂ້ອຍ ຄວາມສຸກຢູ່ໃນໃຈເຈົ້າ

ຄວາມສຸກຢູ່ໃນໃຈຂ້ອຍແລະໃນໃຈເຈົ້າ

ຄວາມສຸກຢູ່ໃນໃຈຂ້ອຍ ຄວາມສຸກຢູ່ໃນໃຈເຈົ້າ

ຄວາມສຸກຢູ່ໃນໃຈຂ້ອຍແລະໃນໃຈເຈົ້າ

ລາລາລາລາ ລາລາລາລາ ລາລາລາລາ ລາລາລາລາ


2 ພຣະຄຣິດຢູ່ໃນໃຈຂ້ອຍ ພຣະຄຣິດຢູ່ໃນໃຈເຈົ້າ

ພຣະຄຣິດຢູ່ໃນໃຈຂ້ອຍແລະໃນໃຈເຈົ້າ (2ເທື່ອ)

ລາລາລາລາ……ລາລາລາລາ


3 ຄວາມຮັກຢູ່ໃນໃຈຂ້ອຍ ຄວາມຮັກຢູ່ໃນໃຈເຈົ້າ

ຄວາມຮັກຢູ່ໃນໃຈຂ້ອຍແລະໃນໃຈເຈົ້າ (2ເທື່ອ)

ລາລາລາລາ……ລາລາລາລາ


4 ຮອຍຍິ້ມຢູ່ໃນໃຈຂອ້ຍ…


5 ບັດຍັດຢູ່ໃນໃຈຂອ້ຍ…


08 ຄົນໂງ່ສ້າງບ້ານ

1 ຄົນໂງ່ສ້າງບ້ານ ສ້າງບ້ານໄວ້ເທິງດິນຊາຍ

ຄົນໂງ່ສ້າງບ້ານ ສ້າງບ້ານໄວ້ເທິງດິນຊາຍ

ຄົນໂງ່ສ້າງບ້ານ ສ້າງບ້ານໄວ້ເທິງດິນຊາຍ ເມື່ອພາຍຸແລະລົມພັດມາ

ເມື່ອຝົນຕົກໜັກ ແມ່ນ້ຳກໍ່ໄຫຼນອງ (3) ບ້ານຫັຼງນັ້ນກໍ່ພັງທະລາຍ


2 ຄົນມີປັນຍາ ສ້າງບ້ານໄວ້ເທິງສີລາ (3) ເມື່ອພາຍຸແລະລົມພັດມາ

ເມື່ອຝົນຕົກໜັກ ແມ່ນ້ຳກໍ່ໄຫຼນອງ (3) ບ້ານຫັຼງນັ້ນກໍ່ຕັ້ງໝັ້ນຄົງ


09 ຊີວິດເຮົາພຣະເຈົ້າຊົງສ້າງ

1 ຊີວິດເຮົາພຣະເຈົ້າຊົງສ້າງ

ເປັນຫົນທາງໃຫ້ໄປສູ່ສະຫວັນ

ຄວາມກາລຸນພຣະຄຸນພຣະທຳ

ສົມຄວນເຮົາທ່ານ ສັນລະເສີນໂມທະນາ

ພຣະບິດາ ພຣະບຸດຕາ

ພຣະວິນຍານ ອັນເລີດລ້ຳ

ພອນພຣະອົງທີ່ຊົງປະທານ

ໃຫ້ເປັນປະຈຳຊື່ນຊົມໃນລິດເດຊາ


ຂໍ້ຊ້ຳ: ໃນພຣະນາມພຣະເຢຊູ

ຊົງເອັນດູຊາວປະຊາ

ຄວາມບາບທີ່ເຮົາເຄີຍທຳ

ເປັນປະຈຳພຣະອົງຊົງໄຖ່

ແມ່ນຈະມີມົນທິນ

ໃຜດູໝິ່ນກໍ່ຊ່າງໃຜ

ພຣະອົງຊົງໄຊອະໄພພວກເຮົາ

ຄວາມຊຶມເສົ້າພວກເຮົາຫາຍໄປ


2 ຈະມີໃຜທີ່ໃດກັນເວົ້າ

ນຳພວກເຮົາຊ່ວຍປະຊາລອດພົ້ນ

ທຳຄວາມດີບໍ່ມີຈັກຄົນທີ່ຈະຊ່ອຍຕົນ

ໃຫ້ຫລຸດພົ້ນຈາກຄວາມຕາຍ

ບໍ່ມີວັນ ຈະຫລຸດຫາຍ

ຈາກຄວາມຕາຍ ໄປໄດ້ເລີຍ

ພຣະເຢຊູເປັນຜູ້ຊົດເຊີຍ

ນ້ຳຄຳພ່ຳເອີຍບໍ່ເຄີຍລືມພວກເຮົາ(ຂໍ້ຊ້ຳ)


10 ຂໍໃຫ້ພຣະກຽດ

ຂໍໃຫ້ພຣະກຽດຈົ່ງມີແດ່ພຣະອົງ

ໃນວັນນີ້ແລະນິຣັນ (2)

ຂໍໃຫ້ພຣະກຽດຈົ່ງມີແດ່ພຣະອົງ

ໃນວັນນີ້ແລະນິຣັນ ແດ່ພຣະອົງ ແດ່ພຣະອົງ(2)


11 ເລີ່ມໃຫ້ຖືກ

ເລີ່ມໃຫ້ຖືກຜູກພັນກັບອົງພຣະເຈົ້າ

ທຸກວັນເວລາແລະຕະຫຼອດໄປ (2)

ຈົ່ງຮັກພຣະເຈົ້າດ້ວຍສິ້ນສຸດຈິດ

ໃຫ້ພຣະອົງຊົງເປັນໜຶ່ງໃນຊີວິດ

ແລະຮັກເພື່ອນບ້ານເໝືອນຮັກຕົນເອງ

ຈົ່ງຮັກທຸກຄົນ

ຖ້າທ່ານໄດ້ຮັບແບບຢ່າງນີ້ໄວ້ແລ້ວ

ຊີວິດທ່ານໄດ້ເລີ່ມຖືກທາງ

ຈົ່ງຮັກສາຄວາມຮັກນີ້ໄວ້

ເພື່ອຊີວິດມີສຸກສືບໄປ


12 ເຮົາເປັນໜຶ່ງໃນຄວາມຮັກພຣະຄຣິດ

1 ເຮົາເປັນໜຶ່ງໃນຄວາມຮັກພຣະຄຣິດ

ເຮົາເປັນໜຶ່ງໃນຄວາມຮັກພຣະຄຣິດ

ວິນຍານຈິດເຮົາຜູກພັນກັບອົງພຣະວິນຍານ ເຮົາເປັນໜຶ່ງໃນຄວາມຮັກພຣະຄຣິດ


2 ຂໍໃຫ້ເຮົາຮ່ວມຮ້ອງເພງສັນລະເສີນ

ເປີດດວງໃຈຮັບຄວາມຮັກພຣະເຈົ້າ

ໃຫ້ເຮົາຈັບມືກັນແລະປະກາດໃຫ້ໂລກຮູ້

ເຮົາເປັນໜຶ່ງໃນຄວາມຮັກພຣະຄຣິດ


13 ຈິດວິນຍານຂ້າກະຫາຍ

ຈິດວິນຍານຂ້າກະຫາຍ

ພຣະເຈົ້າດຸດດັ່ງກວາງນ້ອຍກະຫາຍຫານ້ຳ

ຊົງເປັນຄວາມປາດຖະໜາ

ແຫ່ງຈິດໃຈຂ້າທີ່ຢາກສັນເສີນພຣະອົງ

ຊົງເປັນໂລ້ທີ່ກຳບັງເຂັ້ມແຂງ

ຊົງເປັນຜູ້ດຽວທີ່ຂ້າຮັກເທີດທູນ

ຊົງເປັນຄວາມປາດຖະໜາ

ແຫ່ງຈິດໃຈຂ້າທີ່ຢາກສັນເສີນພຣະອົງ


14 ໃນທົ່ງຫຍ້າຂອງພຣະເຈົ້າ

ໃນທົ່ງຫຍ້າຂອງພຣະເຈົ້າ

ມີນ້ຳແລະຫຍ້າອຸດົມດີ

ຂ້າກັບພຣະເຈົ້າ

ເດີນຮ່ວມກັນດ້ວຍຍິນດີ

ຂ້າປຽບເໝືອນແກະຂອງພຣະອົງ

ຊຶ່ງຊົງເຝົ້າໄວ້ຢ່າງດີ

ເດີນຕາມພຣະອົງ

ມີນ້ຳທ່າ ຢູ່ໃນພູຜາ

ຫຍ້າຂຽວດີ ຢູ່ເທິງພູເຂົາ

ຍາມຄ່ຳຄືນ ຍາມຄ່ຳຄືນ

ຂ້າເດີນໄປກັບພຣະເຈົ້າ

ແມ່ນມືດມົວຢູ່ເທິງພູເຂົາ

ທາງລຳບາກຢູເທິງພູຜາ

ຂ້າເດີນຕາມ ຂ້າເດີນຕາມ ຜູ້ລ້ຽງອັນດີ ດີດີ


15 ຂ້າໄດ້ຕໍ່ສູ້ກັບເນື້ອໜັງ

1 ຂ້າໄດ້ຕໍ່ສູ້ກັບເນື້ອໜັງ

ຂ້າໄດ້ຕໍ່ສູ້ກັບຊາຕານ

ຂ້າໄດ້ສູ້ຄວາມບາບຊົ່ວໃນໃຈຂອງຂ້າ ຂ້າໄດ້ຕໍ່ສູ້ຄວາມບາບເລວ

ຂ້າເປັນແປວໄຟແສງສະຫວ່າງ

ຂອງພຣະຄຣິດ ໂຜດຊ່ວຍຂ້າຕໍ່ສູ້ຊະນະ

ຂໍ້ຊ້ຳ: ພຣະວິນຍານຢູ່ໃນໃຈຈະຊ່ວຍຕົວຂ້າ

ໂດຍຮີບໄວພຣະວິນຍານຈະຊົງນຳຂ້າ


2 ຂ້າຈະສ້າງຊີວິດຂອງຂ້າ

ຂ້າຈະສ້າງນິດໄສຂອງຂ້າ

ໃຫ້ສຳພັນກັບພຣະຄຣິດທຸກວັນເວລາ

ຂ້າຈະສ້າງຄຣິສຕຽນຄົນອື່ນ

ຂ້າຈະສ້າງຄວາມເຊື່ອຄົນອື່ນ

ໃຫ້ເຂົ້າເຖິງຄວາມສົມບູນໃນພຣະຄຣິດເຈົ້າ(ຊ້ຳ)


16 ພຣະເຈົ້າຄືຕົນ

1 ພຣະເຈົ້າຄືຕົ້ນ ແລະເຮົາຄືກ້ານ

ພຣະຊົງໃຫ້ຄວາມຮັກ

ພຣະເຈົ້າຄືຕົ້ນ ແລະເຮົາຄືກ້ານ

ພຣະຊົງໃຫ້ຄວາມຮັກ

ພຣະເຈົ້າຄືຕົ້ນ ແລະເຮົາຄືກ້ານ

ພຣະຊົງໃຫ້ຄວາມຮັກ ພຣະຊົງໃຫ້ຄວາມຮັກ


2 ເຮົາຮັກທ່ານ ແລະທ່ານຮັກເຮົາພຣະຊົງໃຫ້ຄວາມຮັກ


3 ພຣະຊົງໃຫ້ຄວາມຮັກ


17 ເມື່ອຜ່ານໂລກນີ້

1 ຂ້າອາໄສຢູ່ໃນໂລກນີ້

ຄວາມບາບມີທີ່ໄດ້ທຳໄປ

ຊຶ່ງໄດ້ທຳໃນສິ່ງທີ່ຂ້າບໍ່ສົມຄວນທຳ

ຕາມທາງນີ້ ມີຜູ້ຊົງນຳ

ໂດຍລຳພັງຈະພາດພັ້ງໄປ ເພາະຄວາມທຸກຍາກລຳບາກກ້ຳກາຍຈົນເຖິງວັນຕາຍ


ຂໍ້ຊ້ຳ: ເມື່ອຜ່ານໂລກນີ້ ບໍ່ມີຄວາມທຸກໂສກ

ເມື່ອຜ່ານໂລກນີ້ ເຈັບໄຂ້ກໍ່ຫາຍ

ຕາເວັນສ່ອງແສງ ເທິງຝັ່ງງາມວິໄລ ຂ້າຈະບໍ່ພົບຄວາມທຸກເລີຍຕະຫຼອດນິລັນ


2 ເດີນຕາມຮອຍພຣະບາດພຣະເຈົ້າ

ທຸກຄ່ຳເຊົ້າເພິ່ງໃນພຣະອົງ

ພຣະເຈົ້າຜູ້ຊົງສະຖິດຢູ່ດ້ວຍ

ຕະຫຼອດເວລາ

ຈັກວັນໜຶ່ງຈະສະເດັດມາ

ເພື່ອຮັບຂ້າໄປເມືອງສະຫວັນ

ຊຶ່ງນະທີ່ນັ້ນ

ຈະມີຄວາມສຸກທຸກເວລາ


18 ພຣະເຈົ້າເປັນຄວາມຮັກ

ພຣະເຈົ້າເປັນຄວາມຮັກ ພຣະເຈົ້າເປັນຄວາມຮັກ

ພຣະເຈົ້າເປັນຄວາມຮັກ

ພຣະເຈົ້າເປັນຄວາມຮັກ ພຣະເຈົ້າເປັນຄວາມຮັກ

ພຣະເຈົ້າເປັນຄວາມຮັກ

ເມື່ອຂ້າຈະນິດທາໃນເວລາລາຕີ

ຂ້າຄິດເຖິງພຣະເຈົ້າ ພຣະບິດາ

ຂ້າຮູ້ແນ່ວ່າພຣະອົງຊົງຮັກທຸກເວລາ

ເພາະຂ້າເປັນບຸດຂອງພຣະອົງ


19 ພຣະເຢຊູພຣະຜູ້ຍິ່ງໃຫຍ່

1 ພຣະເຢຊູພຣະຜູ້ຍິ່ງໃຫຍ່

ຜູ້ພິຊິດຄວາມມໍລະນາ

ໂດຍໂລຫິດຊຳລະຄວາມບາບ

ຂ້າຈຶ່ງໄດ້ຮັບໄຊຊະນະ


ຂໍ້ຊ້ຳ: ຮາເລລູຢາ ພຣະອົງໄຊຊະນະ

ຮາເລລູຢາ ພຣະອົງຊົງມີໄຊ

ຮາເລລູຢາ ພຣະອົງໄຊຊະນະ

ໂດຍເຫດນີ້ຂ້າຈຶ່ງມີໄຊຊະນະ


2 ພຣະເຢຊູພຣະຜູ້ເມດຕາ


ຊົງຮຽກຂ້າອອກຈາກທາງມານ

ແມ່ນວ່າຂ້າຈະຊົ່ວພຽງໃດ

ພຣະອົງຊົງຮັກຂ້າສະເໝີ (ຊ້ຳ)


3 ເມື່ອຊີວິດພົບສັນຕິສຸກ

ພົ້ນຄວາມທຸກຮູ້ວ່າມີໄຊ

ພຣະອົງຊົງຮັກຂ້າແນ່ໄປ

ໂດຍເຫດນີ້ຂ້າຈຶ່ງຊະນະ (ຊ້ຳ)


20 ຂ້າຮັບການໄຖ່

ຂ້າຮັບການໄຖ່ ດ້ວຍພຣະໂລຫິດ

ຂ້າຮັບການໄຖ່ ຂ້າຮູ້ແນ່ແກ່ໃຈ

ຂ້າຮັບການໄຖ່ ດ້ວຍພຣະໂລຫິດ

ຫລຸດຈາກບາບ ເປັນທີ່ຊາບແກ່ໃຈ

ບາບຂອງຂ້າ ຖືກຍົກແລ້ວ

ສັນລະເສີນພຣະເຈົ້າ


21 ຈົ່ງມາວອນອະທິຖານ

1 ຈົ່ງມາວອນອະທິຖານ

ຢ່າໃຫ້ມານມີໂອກາດ

ຈົ່ງຕຽມແລະລະວັງ

ອະທິຖານອ້ອນວອນທຸກວັນ

ຂໍ້ຊ້ຳ: ແຜ່ນດິນສະຫວັນປຽບຍິງພົມມະຈັນ

ຄົນມີປັນຍາຫ້າຄົນມີນ້ຳມັນ

ຄົນໂງ່ຫ້າຄົນ

ມີຕະກຽງບໍ່ມີນ້ຳມັນ (x2)


2 ໃຈພ້ອມແລ້ວກາຍອ່ອນແອ

ຢ່າຍອມແພ້ການທົດລອງ

ຈົ່ງເຊື່ອພຣະເຢຊູ

ອະທິຖານອ້ອນວອນພຣະອົງ (ຊ້ຳ)


3 ຈົ່ງຕຽມພ້ອມຢູ່ສະເໝີ

ຢ່າລະເມີເຜີຫຼັບໄປ

ພຣະເຢຊູເຈົ້າຈະມາ

ໃນເວລາທີ່ທ່ານຫຼັບນອນ (ຊ້ຳ)


22 ອາສາແຫ່ງໄມ້ກາງແຂນ

ພວກເຮົາອາສາແຫ່ງໄມ້ກາງແຂນ

ບໍ່ກົວກົດເກນຄວາມຍາກລຳບາກ

ຮັບໃຊ້ພຣະຄຣິດດ້ວຍຈິດໃຈມັກ

ເປັນທາດສະໝັກເພາະຮັກພຣະອົງ

ຖວາຍຊີວິດຈິດໃຈປົງ

ແບກໄມ້ກາງແຂນເດັ່ນສະຫງ່າ

ຂ້າຂໍຖວາຍກຽດພຣະເຢຊູ

ຂ້າຂໍຖວາຍກຽດພຣະເຢຊູ


23 ທີ່ສະຫວັນສະຫວ່າງ

1 ທີ່ສະຫວັນສະຫວ່າງສົດໃສ

ຄວາມສຸກຍິນດີມີມາກມາຍ

ພາລະໜັກນ້ຳຕາ ພຣະອົງຊົງເຊັດໃຫ້

ທີ່ສະຫວັນສະຫວ່າງສົດໃສ


2 ທີ່ນະລົກນັ້ນມືດຕຶດຕື

ຄວາມສຸກຍິນດີບໍ່ມີເລີຍ

ພາລະໜັກນ້ຳຕາ ບໍ່ມີໃຜເຊັດໃຫ້

ທີ່ນາລົກນັ້ນມືດຕຶດຕື


24 ຢ່າລືມວ່າພຣະເຢຊູ

ຢ່າລືມວ່າພຣະເຢຊູ

ທອດພຣະເນດທ່ານຢູ່ສະເໝີ

ໃນກິດການໃນຊີວິດ

ພຣະສະຖິດຢູ່ກັບເຮົາ ພຣະຄຣິດສະຖິດກັບເຮົາ

ດັ່ງນັ້ນທ່ານຈົ່ງຍິນດີ

ແລະມີຮອຍຍິ້ມປະດັບ

ຢູ່ໃນດວງໃຈສະເໝີ

ພຣະຮັກເຮົາທຸກຄົນ


25 ຂ້ອຍຄິດເຖິງເຈົ້າ

1 ຂ້ອຍຄິດເຖິງເຈົ້າ

ຢາກຈະບອກເຖິງຄວາມໃນໃຈ

ຄິດເຖິງດ້ວຍໃຈ

ດ້ວຍໃຈທີ່ປາດຖະໜາ

ຢາກຈະບອກວ່າຊີວິດມີຄຸນຄ່າ

ດ້ວຍວາຈາທີ່ມາເປັນສຽງເພງ


2 ພຣະຄຣິດຮັກເຮົາ

ເຈົ້າຮູ້ແລ້ວຫຼືຍັງ

ຢ່າເຮັດໜ້າເສົ້າເໝືອນຊີວິດໝົດຫວັງ

ຢ່າໄດ້ຄິດ ຢ່າຄິດທຳລາຍຕົວເອງ

ມາຟັງເພງພຣະເຢຊູຊົງຮັກເຮົາ


3 ເຖິງເຮົາຈະເປັນຢ່າງໃດ

ເຖິງໃຈຂາດຄວາມອົບອຸ່ນ

ພຣະເຢຊູຊົງເກື້ອກູນ

ແລະຍູ້ໜູນທຸກເວລາ


26 ໂອລະວັງ

1 ໂອລະວັງຕີນນ້ອຍໆ ເຈົ້າຍ່າງໄປໃສ

ໂອລະວັງຕີນນ້ອຍໆ ຂ້ອຍຍ່າງໄປໂບດ

ພຣະເຢຊູຢູ່ເທິງສະຫວັນແລະພຣະອົງກຳລັງເຝົ້າເບີ່ງ

ໂອລະວັງຕີນນ້ອຍໆ ເຈົ້າຍ່າງໄປໃສ


2 ໂອລະວັງປາກນ້ອຍໆ

ເຈົ້າເວົ້າອີ່ຫຍັງ

ໂອລະວັງປາກນ້ອຍໆ ຂ້ອຍຮ້ອງເພງສັນຣະເສີນ

ພຣະເຢຊູຢູ່ເທິງສະຫວັນແລະພຣະອົງກຳລັງເຝົ້າເບີ່ງ

ໂອລະວັງປາກນ້ອຍໆ ເຈົ້າເວົ້າອີ່ຫຍັງ


3 ໂອລະວັງມືນ້ອຍໆ

ເຈົ້າເຮັດອີ່ຫຍັງ

ໂອລະວັງມືນ້ອຍໆ ຂ້ອຍອະທິຖານຕໍ່ພຣະເຈົ້າ

ພຣະເຢຊູຢູ່ເທິງສະຫວັນແລະພຣະອົງກຳລັງເຝົ້າເບີ່ງ

ໂອລະວັງມືນ້ອຍໆ ເຈົ້າເຮັດອີ່ຫຍັງ


27 ຈົ່ງຮ່ວມກັນພະນຶກກຳລັງ

1 ຈົ່ງຮ່ວມກັນພະນຶກກຳລັງເພື່ອພຣະເຢຊູ (2)

ເພາະພຣະອົງເຮົາທັງຫຼາຍ

ຈຶ່ງໄດ້ມາຮ່ວມຊຸມນຸມກັນ

ຈົ່ງຮ່ວມກັນພະນຶກກຳລັງພຣະເຢຊູ


2 ຈົ່ງກ້າວໄປຢ່າງຜູ້ມີໄຊໃນພຣະເຢຊູ(2)

ເພາະພຣະອົງເຮົາທັງຫຼາຍ

ຈຶ່ງໄດ້ມາຮ່ວມຊຸມນຸມກັນ

ຈົ່ງກ້າວໄປຢ່າງຜູ້ມີໄຊໃນພຣະເຢຊູ


3 ຈັບມືກັນພະນຶກກຳລັງເພື່ອພຣະເຢຊູ(2)

ເພາະພຣະອົງເຮົາທັງຫຼາຍ

ຈຶ່ງໄດ້ມາຮ່ວມຊຸມນຸມກັນ

ຈັບມືກັນພະນຶກກຳລັງເພື່ອພຣະເຢຊູ


28 ຄວາມຮັກຍິ່ງໃຫຍ່

ຄວາມຮັກຍິ່ງໃຫຍ່ເຮົາຮັບຈາກພຣະບິດາ ຈິດໃຈສຳພັດຄວາມຮັກພຣະອົງ

ຮັກຢຶດໝັ້ນສະເໝີບໍ່ມີວັນສູນສິ້ນ

ຄວາມຮັກຊ່ອຍເຊັດນ້ຳຕາຂ້າພຣະອົງ

ເຫດເພາະສຳພັດຄວາມຮັກພຣະບິດາ

ຄວາມຮັກຍິ່ງໃຫຍ່ຮ່ວມໃຈຂອງເຮົາ

ຄວາມຮັກຂອງພຣະເຢຊູຢູ່ເຕັມຫົວໃຈ

ຄວາມຮັກຊຶ່ງສ່ອງສະຫວ່າງແກ່ປະຊາ

ຮາເລລູຢາ ຮາເລລູຢາ ຮາເລລູຢາ ຮາເລລູຢາ


29 ໄຊຊະນະໂລກນີ້

ໄຊຊະນະໂລກນີ້ ໄຊຊະນະໂລກນີ້

ໂດຍໂລຫິດພຣະເຢຊູ ໄຊຊະນະໂລກນີ້

ວາງໃຈໃນພຣະເຈົ້າ ເຮົາເຫັນສະງ່າລາສີ

ເຮົາເຊື່ອໃນພຣະເຢຊູຜູ້ຊະນະໂລກນີ້


30 ກິ້ງອອກໄປ

1 ກິ້ງອອກໄປ ກິ້ງອອກໄປ ກິ້ງອອກໄປ

ບັນດາພາລະໜັກໃນໃຈ ກິ້ງອອກໄປ (2)

ເທິງກາງແຂນ ບຸດພຣະເຈົ້າ

ຊົງເລືອດໄຫຼ ເພື່ອໄຖ່ເຮົາ ຮາເລລູຢາ

ກິ້ງອອກໄປ ກິ້ງອອກໄປ ກິ້ງອອກໄປ

ບັນດາພາລະໜັກໃນໃຈ ກິ້ງອອກໄປ


2 ໂຍນອອກໄປ (3ເທື່ອ)

ບັນດາພາລະໜັກໃນໃຈ ໂຍນອອກໄປ (2)

ເທິງກາງແຂນ ບຸດພຣະເຈົ້າ

ຊົງເລືອດໄຫຼ ເພື່ອໄຖ່ເຮົາ ຮາເລລູຢາ

ໂຍນອອກໄປ (3ເທື່ອ)

ບັນດາພາລະໜັກໃນໃຈ ໂຍນອອກໄປ


31 ປ່ຽມຮັກ

1 ປ່ຽມຮັກຈົນເຕັມລົ້ນຜູ້ຄົນໃນໃຈ

ດ້ວຍຄວາມຫ່ວງໃຍຈຶ່ງໄດ້ສະເດັດມາ

ບັນທົມໃນຮ່າງຫຍ້າຊົງນາມວ່າເຢຊູ

ຜູ້ຄົນຄວນຮູ້ວ່າຊົງເປັນຜູ້ໃດ


ຂໍ້ຊ້ຳ: ນີ້ຄືຂ່າວສຳຄັນທີ່ສຸດໃນຫົວໃຈ

ເພາະຜູ້ໄຖ່ໄດ້ມາຢູ່ກັບເຮົາ

ປ່ຽນຄວາມເສົ້າມືດມົນ

ດ້ວຍແຮງແສງສະຫວ່າງ

ແຫ່ງຄວາມຮັກ

ພຣະຄຸນແລະເມດຕາ


2 ທີ່ເມືອງເບັດເລເຮັມທີ່ເຄີຍງຽບເຫງົາ

ທຸກຄົນປວດລ້າວບໍ່ມີທີ່ເພິ່ງພາ

ຕາເວັນເລີ່ມທໍແສງປະກາຍແຫ່ງຄວາມຫວັງ

ຜູ້ຄົນສຸກສັນຜູ້ນັ້ນສະເດັດມາ (ຊ້ຳ)


32 ເມື່ອພຣະວິນຍານສວມທັບຂ້າ

ເມື່ອພຣະວິນຍານພຣະເຈົ້າສວມທັບຂ້າ ຂ້າສັນຣະເສີນ ອົງພຣະເຢຊູ (2)

ຂ້າສັນຣະເສີນ ຂ້າສັນຣະເສີນ

ຂ້າສັນຣະເສີນ ອົງພຣະເຢຊູ (2)


33 ໃຜຈະໄປບອກ

ໃນໂລກນີ້ມີຄົນມາກຫຼາຍ

ຊຶ່ງຢູ່ໃນຄວາມບາບ

ໃຜຈະໄປບອກຄົນເຫຼົ່ານັ້ນ

ນຳເຂົາເຖິງຄວາມພົ້ນ

ໃຜຈະໄປບອກ ໃຜຈະໄປບອກ

ເລື້ອງຂອງໄມ້ ກາງແຂນ

ຂ້າຈະໄປບອກ ຂ້າຈະໄປບອກ

ພຣະຄຣິດຕາຍ ແທນເຮົາ


34 ເຮົາຮັກພຣະເຢຊູຫລາຍຂຶ້ນທຸກວັນ

1 ເຮົາຮັກພຣະເຢຊູຫຼາຍຂຶ້ນທຸກວັນ

ຫຼາຍຂຶ້ນທຸກວັນທຸກວັນ ຫຼາຍຂຶ້ນທຸກວັນ ແລະທຸກວັນ

ເຮົາຮັກພຣະເຢຊູຫຼາຍຂຶ້ນທຸກວັນ

ຫຼາຍຂຶ້ນທຸກວັນທຸກວັນ

ຫຼາຍຂຶ້ນທຸກວັນ ແລະທຸກວັນ

ຍິ່ງວັນເວລາຜ່ານໄປຍິ່ງຊຶ້ງໃນນ້ຳພຣະໄທ

ທີ່ມີຕໍ່ເຮົາແລະມີຕໍ່ຄົນທົ່ວໄປ


2 ເຮົາຮັກພຣະເຢຊູຫຼາຍຂຶ້ນທຸກວັນ

ຫຼາຍຂຶ້ນທຸກວັນທຸກວັນ

ຫຼາຍຂຶ້ນທຸກວັນແລະທຸກວັນ

(ທຸກທຸກວັນ)


35 ຍົກພຣະເຢຊູ

ຍົກພຣະເຢຊູ ຍົກພຣະເຢຊູ

ຍົກພຣະອົງໃຫ້ຊາວໂລກໄດ້ເຫັນ

ພຣະອົງຕັດວ່າ ຖ້າເຮົາຖືກຍົກຈາກໂລກແລ້ວ

ເຮົາຈະນຳຄົນທັງຫຼາຍມາຫາເຮົາ

ມາເຖີດມາ ສັນຣະເສີນພຣະຜູ້ເປັນເຈົ້າ

ມາເຖີດມາ ສັນຣະເສີນພຣະຜູ້ເປັນເຈົ້າ

ມາເຖີດມາ ສັນຣະເສີນພຣະຜູ້ເປັນເຈົ້າ

ມາເຖີດມາ ສັນຣະເສີນພຣະຜູ້ເປັນເຈົ້າ

ອົງພຣະຄຣິດ ຜູ້ສະຖິດໃນຟ້າສະຫວັນ

ໂຜດປະທານ ຊີວິດນິລັນໃຫ້ແກ່ຂ້າ

ອົງພຣະຄຣິດ ຜູ້ພີຊີດຄວາມມໍລະນາ

ໂຜດໃຫ້ຂ້າເຖິງສະຫວັນອັນສຳລານ


36 ເກີດຄວາມຍິນດີ

ເກີດຄວາມຍິນດີ

ເພາະວ່າມີສັນຕິສຸກ

ຈົ່ງອອກໄປໂອ້ຄວາມທຸກ

ໃຈເປັນສຸກແສນຍິນດີ

ຢ່າມີກັງວົນ ແມ່ນວ່າຈົນຫຼືຮັ່ງມີ

ຈົ່ງຖວາຍຄວາມພັກດີ

ມອບຊີວີເພື່ອພຣະອົງ

ຮາເລລູຢາ ຮາເລລູຢາ


37 ເຮົາມີຄວາມສຸກຄືທຸງ

ເຮົາມີຄວາມສຸກຄືທຸງ

ປິວຢູ່ເໜືອວັງແຫ່ງຈິດໃຈ

ປິວຢູ່ເໜືອວັງແຫ່ງຈິດໃຈ

ປິວຢູ່ເໜືອວັງແຫ່ງຈິດໃຈ

ເຮົາມີຄວາມສຸກຄືທຸງ

ປິວຢູ່ເໜືອວັງແຫ່ງຈິດໃຈ

ເພາະພຣະຄຣິດ

ຊົງສະຖິດນະທີ່ນັ້ນ

ຊັກທຸງຂຶ້ນສູ່ທ້ອງຟ້າ

ໃຫ້ຊາວໂລກໄດ້ເຫັນ


38 ຂອບຄຸນພຣະເຈົ້າ

ຂອບຄຸນ ຂອບຄຸນພຣະເຈົ້າ (2)

ຂອບຄຸນ ຂອບຄຸນພຣະເຈົ້າ ຢູ່ໃນໃຈ

ຂອບຄຸນ ຂອບຄຸນພຣະເຈົ້າ (2)

ຂອບຄຸນ ຂອບຄຸນພຣະເຈົ້າ ຢູ່ໃນໃຈ ອາແມນ


39 ສະບາຍດີບໍ່

ສະບາຍດີບໍ່ ທຸກໆຄົນສະບາຍດີບໍ່?

ມີຫຍັງນໍ້ ທີ່ທ່ານຕ້ອງການໃຫ້ຂ້າຊ່ວຍບໍ່

ທຸກໆສິ່ງທີ່ຂ້າທຳໄດ້

ຂ້າຈະທຳດ້ວຍຄວາມເຕັມໃຈ

ສະບາຍດີບໍ່ທຸກໆຄົນ

ສະບາຍດີບໍ່?


40 ຂ້າຕັດສິນໃຈແລ້ວ

1 ຂ້າຕັດສິນໃຈແລ້ວ ຈະຕາມພຣະເຢຊູ

ຂ້າຕັດສິນໃຈແລ້ວ ຈະຕາມພຣະເຢຊູ

ຂ້າຕັດສິນໃຈແລ້ວ ຈະຕາມພຣະເຢຊູ

ບໍ່ກັບຄືນເລີຍ ບໍ່ກັບຄືນເລີຍ


2 ແມ່ນໃຜບໍ່ໄປດ້ວຍ ຂ້າກໍ່ຈະຕາມໄປ (3)

ບໍ່ກັບຄືນເລີຍ (2)


3 ກາງແຂນນຳໜ້າຂ້າ ຖິ້ມໂລກໄວ້ເບື້ອງຫຼັງ (3)

ບໍ່ກັບຄືນເລີຍ (2)


41 ຄັນເອີ້ນຊື່

1 ຄັນເມື່ອເປົ່າແກຂອງພຣະເຈົ້າ

ເວລາຂອງໂລກກໍ່ເຖິງທີ່ສຸດ

ແລະພຣະເຢຊູກັບມາຮັບເຮົາໄປສະຫວັນ

ສານຸສິດທີ່ລອດຊີວິດໃນໂລກ

ພຣະເຈົ້າຈະຮັບເປັນບຸດ

ຄັນເອີ້ນຊື່ເບື້ອງເທິງຂ້ານ້ອຍຈະຢູ່ທີ່ນັ້ນ


ຂໍ້ຊ້ຳ: ຄັນເອີ້ນຊື່ທີ່ເມື່ອງສຸກກະເສີມ

ຄັນເອີ້ນຊື່ທີ່ເມື່ອງສຸກກະເສີມ

ຄັນເອີ້ນຊື່ທີ່ເມື່ອງສຸກກະເສີມ

ຄັນເອີ້ນຊື່ເບື້ອງເທິງຂ້ານ້ອຍກໍ່ຢູ່ນັ້ນ


2 ໃຫ້ເລ່ງທຳການຂອງພຣະເຢຊູ

ຕັ້ງແຕ່ເວລາເຊົ້າຈົນຄ່ຳ ແລະກ່າວເຖິງ

ຄວາມຮັກພຣະອົງຈົນສິ້ນຊີວັນ

ເມື່ອສຳເລັດງານຂອງພຣະຄຣິດໃນໂລກ

ທັງສິ້ນທີ່ເຮົາຄວນທຳ

ຄັນກວດຊື່ເບື້ອງເທິງຊື່ຂ້າກໍ່ຢູ່ທີ່ນັ້ນ (ຊ້ຳ)


42 ມີສາວົກສິບສອງຄົນ

ມີສາວົກສິບສອງຄົນ ທີ່ພຣະເຢຊູຊົງເອີ້ນ ເປໂຕ

ອັນເດີເຣອາ ຢາໂກໂບ ໂຢຮັນ

ເປໂຕ ອັນເດີເຣອາ ຢາໂກໂບ ໂຢຮັນ

ຟີລິບມັດທາຍໂທມາ ນາທາເອັນແລະຢູດາ ຢາໂກໂບ

ບຸດອາຟາໂບ ຊັກຄາຍແລະຊີໂມນ

ຊົງເອີ້ນເຈົ້າອີກຄົນ ຊົງເອີ້ນຂ້ອຍອີກຄົນ

ເປັນສາວົກພຣະເຢຊູ ຮ່ວມທັງເຈົ້າແລະຂ້ອຍ

ຊົງເອີ້ນເຈົ້າອີກຄົນ ຊົງເອີ້ນຂ້ອຍອີກຄົນ

ເປັນສາວົກພຣະເຢຊູ ຮ່ວມທຳງານພຣະອົງ


43 ມີພຣະເຢຊູຢູ່ໃນຈິດໃຈ

1 ມີພຣະເຢຊູຢູ່ໃນໃຈຂ້າ

ໃຈຂ້າມີຄວາມສຸກ

ໃຈຂ້າມີຄວາມສຸກ

ໃຈຂ້າມີຄວາມສຸກ


2 ມີພຣະເຢຊູຢູ່ໃນບ້ານຂ້າ

ບ້ານຂ້າມີຄວາມສຸກ (3)


44 ຮ້ອງຮາເລລູຢາແດ່ພຣະເຈົ້າ

ຮ້ອງຮາເລລູຢາແດ່ພຣະເຈົ້າ

ຮ້ອງຮາເລລູຢາແດ່ພຣະເຈົ້າ

ຮ້ອງຮາເລລູຢາ ຮ້ອງຮາເລລູຢາ

ຮ້ອງຮາເລລູຢາແດ່ພຣະເຈົ້າ (ຊ້ຳໝົດ)



45 ນ້ຳທະເລແສນງາມ

ນ້ຳທະເລແສນງາມ ຟ້າສີຄາມສົດໃສ

ມອງເຫັນເຮືອໃບ ແລ່ນຢູ່ໃນທະເລ

ຫາດຊາຍງາມເຫັນປູ ດູສິດູໝູ່ປາ

ກຸ້ງຫອຍນາໆ ລອຍຢູ່ໃນທ້ອງທະເລ

ນັ້ນແຫຼະສີພະຫັດ ພຣະເຈົ້າຊົງສ້າງໄວ້

ໃຫ້ເຮົາຊື່ນໃຈ ຍາມເມື່ອໄດ້ຊື່ນຊົມ


46 ພຣະເຢຊູຊະນະພະຍາມານ

1 ພຣະເຢຊູຊະນະ ພຣະເຢຊູຊະນະ

ພຣະເຢຊູຊະນະພະຍາມານ

ພຣະເຢຊູຊະນະ ພຣະເຢຊູຊະນະ

ພຣະເຢຊູຊະນະພະຍາມານ


* ຮາເລລູຢາ ຮາເລລູຢາ

ພຣະເຢຊູຊະນະພະຍາມານ

ຮາເລລູຢາ ຮາເລລູຢາ

ພຣະເຢຊູຊະນະພະຍາມານ


2 ສັນຣະເສີນພຣະນາມ (2)

ສັນຣະເສີນພຣະນາມ ພຣະເຈົ້າ (2)

ສັນຣະເສີນພຣະນາມ (2)

ສັນຣະເສີນພຣະນາມ ພຣະເຈົ້າ (2)*


47 ທະຫານແຫ່ງໄມ້ກາງແຂນ

1 ພວກເຮົາເຫຼົ່າທະຫານແຫ່ງໄມ້ກາງແຂນ

ຈົ່ງຢືນເດັ່ນແລະສວມເຄື່ອງລົບສຸບໃສ່

ເງີຍໜ້າເບິ່ງກາງແຂນນັ້ນເປັນທຸງໄຊ

ປິວສະໄຫວໄປມາຢູ່ທາງໜ້າເຮົາ


2 ຈົ່ງຟັງສຽງແມ່ທັບທ່ານຊົງຮັບສັ່ງ

ຈົ່ງຄອຍຟັງຄອຍຟັງສຽງແກສັນຍານ

ຕຽມຕົວໄວ້ໃຫ້ພ້ອມທຳຕາມບັນຊາ

ແລ້ວຕັ້ງໜ້າຕໍ່ໄປໄລ່ລົບສັດຕູ


3 ເດີນໆພວກເຮົາເດີນ ເດີນໆກ້າວໜ້າໄປ

ເດີນໄປຢ່າສົງໃສ

ໄວ້ໃຈໃນພຣະອົງ

ເຮົາຄົງມີໄຊ ເຮົາຄົງມີໄຊ


48 ພຣະເຈົ້າຢູ່ທ່າມກາງພວກທ່ານ

ພຣະເຈົ້າຂອງທ່ານຢູ່ທ່າມກາງພວກທ່ານ

ຊົງລິດທາ ຊົງລິດທາ ຊົງລິດທາ

ພຣະອົງຊົ່ງຊ່ວຍຊົງອຳນວຍພຣະພອນ

ດ້ວຍຍິນດີ ດ້ວຍຍິນດີ ດ້ວຍຍິນດີ ດ້ວຍຍິນດີ

ຊົງເປມປີ່ດ້ວຍສຽງເພງຊົງຄື້ນເຄງດ້ວຍຄວາມຮັກ

ຂອງພຣະອົງ

ພຣະເຈົ້າຂອງທ່ານຢູ່ທ່າມກາງພວກທ່ານ

ຊົງລິດທາ ຊົງລິດທາ ຊົງລິດທາ


49 ອົງພຣະເຢຊູຄືຜູ້ໃດ

ອົງພຣະເຢຊູຄືຜູ້ໃດ ອົງພຣະເຢຊູຄືຜູ້ໃດ

ໃຜຈະບັນຍາຍ

ພຣະອົງຄືພັບພຶງແຫ່ງພູຜາ

ດັ່ງດາລາສ່ອງແສງເສີດສາຍ

ຊົງພະຊົນເປັນຢູ່ບໍ່ຮູ້ວາຍ

ຄືສະຫາຍຂອງເຮົາທຸກຄົນ


50 ບ້ານມີພຣະເຈົ້າ

ບ້ານນີ້ຫຼືເປັນທີ່ອາໄສ

ຈະນ້ອຍຫຼືໃຫຍ່ກໍ່ບໍ່ໄດ້ສຳຄັນ

ກະທ່ອມເຮືອນແພ

ຫຼືເປັນບ້ານໃໝ່ເກົ່ານັ້ນ

ຫາກບ້ານນັ້ນມີພຣະເຈົ້າ

ບ້ານເຮົາກໍ່ເປັນສຸກເອີຍ (2)