ການເລີ່ມຕົ້ນພາລະກິດຂອງພຣະເຢຊູ
ຊາວຢິວຕ້ອງການອອກຈາກຈັກກະພັດໂຣມ
ໃນສະໄໝນັ້ນ ປະຊາຊົນຢິວຢູ່ພາຍໃຕ້ການປົກຄອງຂອງຈັກກະພັດໂຣມ. ພວກເຂົາທໍ້ແທ້ກັບການຖືກກົດຂີ່ຂົ່ມເຫັງ ແລະການຖືກຂູດຮີດພາສີຈາກລັດຖະບານໂຣມ. ປະຊາຊົນຢິວປາຖະໜາຢາກໄດ້ຮັບການປົດປ່ອຍອອກຈາກອຳນາດຂອງຈັກກະພັດໂຣມ.
ຜູ້ປະກາດພຣະຄຳໄດ້ພະຍາກອນກ່ຽວກັບການສະເດັດມາຂອງພຣະເມຊີອາ. ຜູ້ປະກາດພຣະຄຳເອຊາຢາໄດ້ກ່າວໄວ້ວ່າ: "ມີເດັກນ້ອຍຜູ້ໜຶ່ງໄດ້ເກີດມາເພື່ອພວກເຮົາ, ມີລູກຊາຍຜູ້ໜຶ່ງປະທານມາໃຫ້ພວກເຮົາ ແລະການປົກຄອງຈະຢູ່ເທິງບ່າຂອງເພິ່ນ... ເພິ່ນຈະປົກຄອງສືບຕໍ່ກະສັດດາວິດ ແລະເໜືອຣາຊະອານາຈັກຂອງພຣະອົງ..." (ເອຊາຢາ 9:6,7).
ຍ້ອນຊາວຢິວປາຖະໜາຢາກມີອິດສະລະພາບ ເພື່ອອອກຈາກການປົກຄອງຂອງຊາວໂຣມ ພວກເຂົາຈຶ່ງໃຫ້ຄວາມໝາຍຕໍ່ການສະເດັດມາຂອງພຣະເມຊີອາວ່າ ພຣະອົງຈະມານັ່ງເທິງບັນລັງຂອງດາວິດ ແລະປົກຄອງພວກເຂົາ. ພວກເຂົາໄດ້ສັນນິຖານວ່າ ພຣະເມຊີອາຈະມາປົດປ່ອຍພວກເຂົາອອກຈາກອຳນາດຂອງຊາວໂຣມ. ສະນັ້ນ ຊາວຢິວຈຶ່ງລໍຄອຍຢ່າງຮ້ອນຮົນສຳລັບການສະເດັດມາຂອງພຣະເມຊີອາ ເພື່ອຊ່ວຍພວກເຂົາໃຫ້ລອດພົ້ນຈາກຊາວໂຣມ.
ເຊັ່ນດຽວກັນ ຊາວຢິວເຊື່ອວ່າ ພວກເຂົາເປັນປະຊາຊົນທີ່ພິເສດ ເພາະວ່າພວກເຂົາເປັນເຊື້ອສາຍຂອງອັບຣາຮາມທີ່ພຣະເຈົ້າໄດ້ສັນຍາໄວ້ວ່າຈະປະທານພຣະເມຊີອາມາໃຫ້ພວກເຂົາ. ແຕ່ພວກເຂົາຫຼາຍຄົນລືມທີ່ຈະເອົາພຣະເຈົ້າມາເປັນໜຶ່ງທີ່ສໍາຄັນທີ່ສຸດໃນຊີວິດຂອງພວກເຂົາ. ພວກເຂົາຮັກໃນການໂອ້ອວດ, ຄວາມສະໜຸກສະໜານ, ຄວາມເຮຮາ ແລະການກິນດື່ມ ຫຼາຍກວ່າຮັກພຣະເຈົ້າ.
ອ້າງອີງຈາກປຶ້ມ " Desire of Ages " ວັກ 29.4-30.2, 65.5 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂຢຮັນບັບຕິ ແລະ ລູກສິດຂອງເພິ່ນ
ໃນສະໄໝນັ້ນ ພຣະເຈົ້າໄດ້ສົ່ງຊາຍຄົນໜຶ່ງທີ່ມີຊື່ວ່າ ໂຢຮັນ ຫຼື ໂຢຮັນບັບຕິ ເພື່ອຕຽມທາງສຳລັບພຣະເມຊີອາ. ເພິ່ນເປັນລູກຊາຍຂອງຊາຂາຣີຢາ ເຊິ່ງພຣະເຈົ້າໄດ້ປະທານໃຫ້ຢ່າງມະຫັດສະຈັນໃນຕອນທີ່ຊາຂາຣີຢາເຖົ້າແກ່. ໂຢຮັນບັບຕິ ເປັນຄົນທຸກຍາກ, ໃສ່ເຄື່ອງນຸ່ງທີ່ເຮັດດ້ວຍຂົນອູດ ແລະໃສ່ສາຍໜັງຮັດແອວ, ຕັກແຕນ ແລະນ້ຳເຜິ່ງປ່າແມ່ນອາຫານຂອງເພິ່ນ.
ໂຢຮັນບັບຕິ ໄດ້ອອກມາຈາກປ່າກັນດານ ແລະປະກາດໄປທົ່ວຂົງເຂດແມ່ນ້ຳຈໍແດນ ແລະເທດສະໜາວ່າ: “ຈົ່ງກັບໃຈເຊົາເຮັດບາບ ເພາະອານາຈັກສະຫວັນໃກ້ເຂົ້າມາແລ້ວ." ການປະກາດຂອງເພິ່ນເຮັດໃຫ້ປະຊາຊົນຢິວ ແລະຫຼາຍຄົນຮູ້ວ່າ ການສະເດັດມາຂອງພຣະເມຊີອາໃກ້ເຂົ້າມາແລ້ວ. ມີປະຊາຊົນຫຼາຍຄົນ, ຫຼາຍຖານະ ແລະທຸກຫົນທຸກແຫ່ງໄດ້ມາຫາໂຢຮັນບັບຕິ ເພື່ອຟັງຄຳເທດສະໜາຂອງເພິ່ນ. ມີທັງຊາວນາ, ຜູ້ນຳສາສະໜາ, ຄົນເກັບພາສີ ແລະແມ່ນແຕ່ພວກທະຫານກໍຍັງມາຟັງໂດຍຄວາມຢາກຮູ້ເຖິງການປະກາດດ້ວຍຄວາມຈິງໃຈຂອງໂຢຮັນບັບຕິ.
ໂຢຮັນບັບຕິໄດ້ຮຽກຮ້ອງໃຫ້ຫຼາຍຄົນກັບໃຈເຊົາເຮັດບາບ ແລະຮັບບັບຕິສະມາໃນແມ່ນ້ຳຈໍແດນ ເພື່ອເປັນສັນຍາລັກຂອງການລ້າງບາບ ແລະເຂົ້າຮ່ວມໃນອານາຈັກຂອງພຣະເຈົ້າ. ໄດ້ມີຫຼາຍຄົນສາລະພາບຄວາມບາບຂອງພວກເຂົາ ແລະຮັບບັບຕິສະມາຈາກໂຢຮັນບັບຕິ. ໂຢຮັນບັບຕິໄດ້ຈັບແຕ່ລະຄົນຈຸ່ມລົງໃນແມ່ນ້ຳຈໍແດນ ເພື່ອເປັນສັນຍາລັກວ່າພວກເຂົາຈະອອກຈາກຊີວິດເກົ່າ ແລະເລີ່ມຕົ້ນຊີວິດໃໝ່ໃນຄວາມຊອບທຳ ຫຼືເດີນໃນທາງທີ່ຖືກຕ້ອງ.
ການຮັບບັບຕິສະມາແມ່ນຫຍັງ?
ຫຼັງຈາກທີ່ບຸກຄົນຜູ້ໃດຜູ້ໜຶ່ງສະແດງຄວາມປາຖະໜາທີ່ຈະຕິດຕາມພຣະເຢຊູ ອາຈານກໍຈະນຳຜູ້ນັ້ນໄປທີ່ນ້ຳ ແລ້ວເພິ່ນຈະເອົາຜູ້ນັ້ນຈຸ່ມລົງໃນນ້ຳ ແລະຂຶ້ນມາ. ພິທີນີ້ເປັນການສະແດງໃຫ້ເຫັນວ່າ ບຸກຄົນຜູ້ນັ້ນເລືອກຊີວິດໃໝ່ໃນພຣະເຢຊູ ແລະຫັນຫຼັງຈາກຊີວິດເກົ່າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 3:1-6, ມັດທາຍ 3:1-6, ມາຣະໂກ 1:1-8.
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 10 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂຢຮັນບັບຕິຮຽກຮ້ອງໃຫ້ກັບໃຈໃໝ່ຢ່າງແທ້ຈິງ
ໃນຂະນະທີ່ໂຢຮັນບັບຕິປະກາດເລື່ອງພຣະເຈົ້າຢູ່ນັ້ນ ພວກຟາຣີຊາຍ ແລະພວກຊາດູກາຍຫຼາຍຄົນກໍໄດ້ມາຫາໂຢຮັນບັບຕິ ເພື່ອສາລະພາບຄວາມບາບ ແລະຮັບບັບຕິສະມາ. ແຕ່ພຣະວິນຍານບໍຣິສຸດໄດ້ໃຫ້ໂຢຮັນບັບຕິຮູ້ວ່າ ພວກຄົນເຫຼົ່ານີ້ບໍ່ໄດ້ສຳນຶກຜິດໃນຄວາມບາບຂອງພວກເຂົາຢ່າງແທ້ຈິງ. ພວກເຂົາຢາກຍົກຕົວເອງຂຶ້ນຢູ່ເໜືອຄົນອື່ນໆ ເພື່ອຢາກໃຫ້ຫຼາຍຄົນຍົກຍ້ອງວ່າພວກເຂົາເຄັ່ງຄັດໃນສາສະໜາ. ພວກເຂົາຊອກຫາໂອກາດເປັນມິດສະຫາຍກັບຜູ້ປະກາດພະຄຳຂອງພຣະເຈົ້າ ເພື່ອຫວັງຈະໄດ້ຮັບຜົນປະໂຫຍດໃນເວລາທີ່ພຣະເມຊີອາສະເດັດເຂົ້າມາໃນໂລກ ແລະໂດຍການຮັບບັບຕິສະມາຈາກໂຢຮັນບັບຕິນີ້ ພວກເຂົາຄິດວ່າຈະມີອຳນາດຕໍ່ການເສີມສ້າງອິດທິພົນຂອງພວກເຂົາຕໍ່ປະຊາຊົນທັງຫຼາຍ.
ພວກຟາຣີຊາຍ ແລະ ພວກຊາດູກາຍແມ່ນໃຜ?
ພວກຟາຣີຊາຍ ແລະພວກຊາດູກາຍແມ່ນຜູ້ນຳສາສະໜາໃນສະໄໝຂອງພຣະເຢຊູ. ພວກຟາຣີຊາຍແມ່ນກຸ່ມຊາວຢິວທີ່ມີຄວາມພູມໃຈໃນການປະຕິບັດຕາມກົດໝາຍ ແລະພິທີກຳທາງສາສະໜາ. ພວກຊາດູກາຍແມ່ນກຸ່ມພວກຄົນຮັ່ງມີ ເຊິ່ງເປັນຜູ້ນຳສາສະໜາຂອງຊາວຢິວທີ່ບໍ່ເຊື່ອເລື່ອງການເປັນຄືນມາຈາກຕາຍ(ການຟື້ນຄືນຊີວິດ) ຫຼືບໍ່ເຊື່ອເລື່ອງທູດສະຫວັນ.
ແລ້ວຄວາມລັບໃນຊີວິດຂອງພວກຟາຣີຊາຍ ແລະພວກຊາດູກາຍກໍໄດ້ຖືກເປີດເຜີຍອອກມາ ໂຢຮັນບັບຕິໄດ້ພົບກັບພວກເຂົາຢ່າງເຊິ່ງໜ້າ ແລະກ່າວວ່າ: “ຈົ່ງປະພຶດຕົນໃຫ້ສົມກັບວ່າ ພວກເຈົ້າໄດ້ຖິ້ມໃຈເກົ່າເອົາໃຈໃໝ່...”
ປະຊາຊົນທຸກຊົນຊັ້ນໄດ້ມາຟັງຄຳເທດສະໜາຂອງໂຢຮັນບັບຕິ ແລະພາກັນຮັບບັບຕິສະມາ. ຄຳເທດສະໜາຂອງເພິ່ນໄດ້ເຂົ້າສູ່ຈິດໃຈຂອງພວກເຂົາ ແລະພວກເຂົາໄດ້ເຫັນຄວາມຜິດບາບຂອງພວກເຂົາຢູ່ໃນຊີວິດຂອງພວກເຂົາ.
ແລ້ວປະຊາຊົນຈຶ່ງໄດ້ຖາມໂຢຮັນບັບຕິວ່າ: “ຄັນຊັ້ນ ພວກເຮົາຄວາມຈະເຮັດຢ່າງໃດ?”
ໂຢຮັນບັບຕິຕອບວ່າ: “ຜູ້ໃດກໍຕາມທີ່ມີເສື້ອສອງໂຕ ຕ້ອງປັນໂຕໜຶ່ງໃຫ້ຜູ້ທີ່ບໍ່ມີ; ແລະຜູ້ໃດກໍຕາມທີ່ມີອາຫານ ຕ້ອງປັນໃຫ້ຜູ້ທີ່ບໍ່ມີ.”
ຄົນເກັບພາສີໄດ້ມາຫາໂຢຮັນບັບຕິ ແລະຖາມວ່າ: “ອາຈານເອີຍ! ພວກຂ້ານ້ອຍຄວນເຮັດຢ່າງໃດແດ່?”
ໂຢຮັນບັບຕິຕອບວ່າ: “ຢ່າໄດ້ເກັບພາສີເກີນອັດຕາ.”
ບາງພວກທະຫານກໍໄດ້ມາຖາມໂຢຮັນບັບຕິເຊັ່ນກັນວ່າ: “ພວກເຮົາເດ? ພວກເຮົາຄວນຈະເຮັດຢ່າງໃດ?”
ໂຢຮັນບັບຕິຕອບວ່າ: “ຢ່າໃຊ້ກຳລັງຢັກຢອກເອົາເງິນນຳຜູ້ໃດ ຫຼື ຢ່າກ່າວຫາຜູ້ໃດໂດຍບໍ່ມີມູນຄວາມຈິງ. ຈົ່ງພໍໃຈກັບຄ່າຈ້າງທີ່ຕົນໄດ້ຮັບ.”
ດ້ວຍວິທີນີ້ ໂຢຮັນບັບຕິຈຶ່ງໄດ້ຈັດຕຽມຫົນທາງສຳລັບພາລະກິດຂອງພຣະເມຊີອາ. ຫຼາຍຄົນໄດ້ຍອມຮັບຄຳເທດສະໜາຂອງເພິ່ນ ແລະຕຽມຫົວໃຈຂອງພວກເຂົາເພື່ອຕ້ອນຮັບພຣະເມຊີອາ.
"ຈົ່ງຮ້ອງດັງໆຈົນສຸດສຽງເຖີດ ຈົ່ງບອກປະຊາຊົນອິດສະຣາເອນຂອງເຮົາກ່ຽວກັບການບາບຂອງພວກເຂົາ" (ເອຊາຢາ 58:1).
"ເມື່ອເຈົ້າພາວະນາອະທິຖານຫາເຮົາ ເຮົາກໍຈະຕອບເຈົ້າ. ເມື່ອເຈົ້າເອີ້ນຫາເຮົາ ເຮົາກໍຈະຂານຕອບເຈົ້າ 'ເຮົາຢູ່ນີ້.' ຖ້າເຈົ້າເຊົາກົດຂີ່ຄົນອື່ນ ເລີກການດູໝິ່ນປະໝາດທຸກປະການ ແລະເຊົາເວົ້າຄຳຊົ່ວຊ້າທຸກຢ່າງ; ຖ້າເຈົ້າໃຫ້ອາຫານແກ່ຜູ້ທີ່ອຶດຫິວ ແລະໃຫ້ຜູ້ທີ່ຂັດສົນໄດ້ມີຄວາມອີ່ມໃຈ ແລ້ວມືດທີ່ອ້ອມຮອບເຈົ້ານັ້ນ ກໍຈະປ່ຽນເປັນແຈ້ງໃນຕອນກາງເວັນ" (ເອຊາຢາ 58:9,10).
ພຣະເຈົ້າຊົງຮູ້ຄວາມຄິດຂອງພວກເຮົາ ການສະແດງຕົວວ່າເປັນຄົນເຄັ່ງຄັດສາສະໜາ ຈະມາຫຼອກລວງພຣະເຈົ້າບໍ່ໄດ້. ພຣະອົງຊົງເຫັນເຖິງອຸປະນິໄສ ແລະຄວາມຄິດຂອງແຕ່ລະຄົນ. ພຣະອົງຊົງຮູ້ເຖິງຄວາມປາຖະໜາຂອງພວກເຮົາທີ່ຈະເດີນຕາມທາງພຣະອົງຢ່າງແທ້ຈິງ ຫຼືບໍ່. ພຣະອົງຕ້ອງການໃຫ້ພວກເຮົາອຸທິດຕົວໝົດທຸກສິ່ງໃຫ້ແກ່ພຣະອົງ ບໍ່ພຽງແຕ່ສະແດງຕົວວ່າ ເປັນຜູ້ຕິດຕາມພຣະອົງເທົ່ານັ້ນ.
ພຣະເຈົ້າພະຍາກອນໄວ້ລ່ວງໜ້າໂດຍຜ່ານທາງຜູ້ປະກາດພຣະຄຳເອຊາຢາວ່າ ໂຢຮັນບັບຕິຈະມາ ແລະຈັດຕຽມຫົນທາງສຳລັບພຣະເມຊີອາ. "ຍັງມີສຽງໜຶ່ງນັ້ນຮ້ອງດັງອອກມາວ່າ: 'ຈົ່ງຕຽມທາງໃນຖິ່ນແຫ້ງແລ້ງກັນດານໃຫ້ພ້ອມ ຈົ່ງຕຽມຫົນທາງນັ້ນໄວ້ສຳລັບອົງພຣະຜູ້ເປັນເຈົ້າເດີ; ຈົ່ງແປງທາງໃນທະເລຊາຍສຳລັບພຣະເຈົ້າເຖີດ. ຈົ່ງຖົມຮ່ອມພູທຸກບ່ອນໃຫ້ຮາບພຽງກັນ ຈົ່ງຂຸດພູທຸກໜ່ວຍລົງໃຫ້ຮາບພຽງກັນໄວ້. ເນີນພູທັງຫຼາຍຈະກາຍເປັນທົ່ງຮາບພຽງທີ່ແຂງ ແລະຫຍາບຈະຖືກປ່ຽນໃຫ້ເປັນດິນອ່ອນ. ແລ້ວພຣະເຈົ້າກໍຈະໃຫ້ເຫັນພຣະສະຫງ່າຣາສີເປັນພຣະຣັດສະເໝີມາປາກົດຢ່າງສ່ອງໃສແຈ້ງ ທຸກປະຊາຊາດກໍຈະໄດ້ເຫັນພຣະສະຫງ່າຣາສີ ອົງພຣະຜູ້ເປັນເຈົ້າເອງໄດ້ສັນຍາເລື່ອງນີ້ໄວ້'" (ເອຊາຢາ 40:3-5).
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 3:7-20; ມັດທາຍ 3:7-10.
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 10 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຮັບບັບຕິສະມາ
ໂຢຮັນບັບຕິຍັງກ່າວຕໍ່ປະຊາຊົນອີກວ່າ: “ຂ້າພະເຈົ້າໃຫ້ພວກທ່ານຮັບບັບຕິສະມາດ້ວຍນ້ຳ ແຕ່ມີຜູ້ໜຶ່ງພວມຈະມາ ແລະທ່ານຜູ້ນີ້ຍິ່ງໃຫຍ່ກວ່າຂ້າພະເຈົ້າຫຼາຍ ຂ້າພະເຈົ້າບໍ່ດີພໍທີ່ຈະກົ້ມລົງແກ້ແມ່ນແຕ່ສາຍເກີບຂອງເພິ່ນ ແຕ່ທ່ານຜູ້ນັ້ນຈະໃຫ້ພວກທ່ານຮັບບັບຕິສະມາດ້ວຍພຣະວິນຍານບໍຣິສຸດ ແລະ ດ້ວຍໄຟ…”
ຂ່າວເລື່ອງໂຢຮັນບັບຕິ ແລະການປະກາດຂອງເພິ່ນກໍໄດ້ແຜ່ຂະຫຍາຍອອກໄປທົ່ວແຂວງຄາລີເລ. ໃນເມືອງນາຊາເຣັດ ຂ່າວເລື່ອງໂຢຮັນບັບຕິກໍໄດ້ແຜ່ກະຈາຍໄປເຖິງຮ້ານຊ່າງໄມ້ທີ່ພຣະເຢຊູເຮັດວຽກຢູ່. ແລະເມື່ອພຣະເຢຊູໄດ້ຍິນເລື່ອງນີ້ ພຣະອົງຮູ້ວ່າເວລາໄດ້ມາເຖິງແລ້ວ ເພື່ອເຮັດພາລະກິດຂອງພຣະອົງທີ່ຢູ່ໃນໂລກນີ້. ສະນັ້ນ ພຣະເຢຊູຈຶ່ງຫັນຫຼັງໃຫ້ກັບອາຊີບປະຈຳວັນຂອງພຣະອົງ ແລະກ່າວຄຳບອກລາແມ່ຂອງພຣະອົງ ເພື່ອເດີນທາງໄປທີ່ແມ່ນ້ຳຈໍແດນ ແລະຮັບບັບຕິສະມາຈາກໂຢຮັນບັບຕິ ໃນເວລານັ້ນ. ພຣະເຢຊູອາຍຸ 30 ປີ.
ພຣະເຢຊູ ແລະໂຢຮັນບັບຕິເປັນພີ່ນ້ອງກັນ ແຕ່ພວກເພິ່ນບໍ່ເຄີຍພົບກັນ. ນີ້ເປັນແຜນການຂອງພຣະເຈົ້າ ເພື່ອຈະບໍ່ມີໃຜເວົ້າວ່າ ພວກເພິ່ນຮ່ວມກັນເພື່ອສະໜັບສະໜູນການຮຽກຮ້ອງຂອງກັນແລະກັນ.
ໂຢຮັນບັບຕິໄດ້ຮັບການສຳແດງໃຫ້ເຫັນເຖິງເຫດການສະເດັດມາບັງເກີດຂອງພຣະເຢຊູ, ການມາຢ້ຽມຢາມທີ່ນະຄອນເຢຣູຊາເລັມໃນໄວເດັກ ແລະຊີວິດທີ່ບໍ່ມີຄວາມບາບຂອງພຣະອົງ. ໂຢຮັນບັບຕິເຊື່ອວ່າ ພຣະເຢຊູເປັນພຣະເມຊີອາ ແຕ່ພຣະເຢຊູຍັງບໍ່ໄດ້ເລີ່ມຕົ້ນເຮັດພາລະກິດຂອງພຣະອົງເທື່ອ ເຊິ່ງເຮັດໃຫ້ໂຢຮັນບັບຕິມີໂອກາດເກີດຄວາມສົງໄສ. ເຖິງຢ່າງໃດກໍຕາມ ໂຢຮັນບັບຕິກໍຍັງຄົງລໍຖ້າດ້ວຍຄວາມເຊື່ອ. ພຣະເຈົ້າຊົງເປີດເຜີຍໃຫ້ໂຢຮັນບັບຕິຮູ້ວ່າ ພຣະເມຊີອາຈະມາຮັບບັບຕິສະມາຈາກເພິ່ນ ແລະພຣະເຈົ້າຈະເປີດເຜີຍເປັນສັນຍາລັກ ເພື່ອໃຫ້ໂຢຮັນບັບຕິຮູ້ວ່າ ຜູ້ໃດແມ່ນພຣະຜູ້ໄຖ່ບາບ.
ໃນຂະນະທີ່ໂຢຮັນບັບຕິໃຫ້ປະຊາຊົນຮັບບັບຕິສະມາຢູ່ທີ່ແມ່ນ້ຳຈໍແດນ ພຣະເຢຊູກໍໄດ້ຍ່າງມາຫາໂຢຮັນບັບຕິເພື່ອຮັບບັບຕິສະມາເຊັ່ນກັນ. ໂຢຮັນແນມເບິ່ງພຣະເຢຊູ ແລະເພິ່ນໄດ້ເຫັນແສງແຫ່ງຄວາມບໍຣິສຸດສ່ອງອອກມາຈາກໃບໜ້າຂອງພຣະອົງ ເຊິ່ງມີຄວາມແຕກຕ່າງຈາກຄົນອື່ນໆ. ໂຢຮັນບັບຕິຄິດສົງໄສວ່າ ລາວເອງຜູ້ເປັນຄົນບາບສາມາດໃຫ້ພຣະເຢຊູຮັບບັບຕິສະມາໄດ້ແນວໃດ ແລະເປັນຫຍັງ ພຣະເຢຊູຜູ້ທີ່ບໍ່ເຄີຍເຮັດຜິດບາບຈັກເທື່ອຕ້ອງຮັບບັບຕິສະມາ?
ໂຢຮັນບັບຕິຈຶ່ງໄດ້ກ່າວຕໍ່ພຣະເຢຊູວ່າ: “ຂ້າພະອົງຕ້ອງການຈະຮັບບັບຕິສະມາຈາກພຣະອົງ ຄວນບໍທີ່ພຣະອົງຈະສະເດັດມາຫາຂ້າພະອົງ.”
ພຣະເຢຊູກ່າວວ່າ: “ເວລານີ້ຈົ່ງໃຫ້ເປັນໄປຢ່າງນີ້ສາ! ເພາະດ້ວຍວິທີນີ້ພວກເຮົາຈຶ່ງຈະເຮັດໃຫ້ສຳເລັດທຸກຢ່າງຕາມທີ່ພຣະເຈົ້າຕ້ອງການ.” ແລ້ວໂຢຮັນບັບຕິກໍຈັບພຣະເຢຊູຈຸ່ມລົງທີ່ແມ່ນ້ຳຈໍແດນຢ່າງເບົາໆຈົນນ້ຳໄດ້ປົກຄຸມພຣະອົງຢ່າງສົມບູນ ແລ້ວກໍຈັບພຣະເຢຊູຂຶ້ນມາ.
ເມື່ອພຣະເຢຊູຂຶ້ນມາຈາກນ້ຳແລ້ວ ພຣະອົງກໍໄດ້ຄຸເຂົ່າລົງທີ່ແຄມຝັ່ງ ແລະອະທິຖານຕໍ່ພຣະເຈົ້າ. ໃນຂະນະນັ້ນ ທ້ອງຟ້າກໍໄດ້ເປີດອອກ ແລະແສງລັດສະໜີຂອງພຣະເຈົ້າກໍໄດ້ສ່ອງລົງມາ. ພຣະເຢຊູໄດ້ເງີຍໜ້າຂຶ້ນສູ່ທ້ອງຟ້າ ແລະເຫັນພຣະວິນຍານບໍຣິສຸດໃນຮູບຮ່າງດັ່ງນົກເຂົາລົງມາຢູ່ເທິງພຣະອົງ. ພຣະພັກ ແລະພຣະກາຍຂອງພຣະເຢຊູເປັ່ງໄປດ້ວຍແສງລັດສະໜີຂອງພຣະເຈົ້າ. ໃນເວລານັ້ນ ກໍໄດ້ມີສຽງໜຶ່ງດັງອອກມາຈາກທ້ອງຟ້າວ່າ: “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາເອງ ເຮົາພໍໃຈນຳເພິ່ນຫຼາຍ.”
ໃນຂະນະທີ່ພຣະສະຫງ່າຣາສີຂອງພຣະເຈົ້າອ້ອມຮອບພຣະເຢຊູ ແລະມີສຽງດັງມາຈາກສະຫວັນ ໂຢຮັນບັບຕິກໍໄດ້ຮັບຮູ້ເຖິງສັນຍາລັກທີ່ພຣະເຈົ້າໄດ້ຊົງສັນຍາໄວ້ກັບເພິ່ນ. ຫຼັງຈາກນັ້ນ ເພິ່ນກໍຮູ້ໂດຍບໍ່ມີຄວາມສົງໄສວ່າ ຜູ້ທີ່ມາຮັບບັບຕິສະມານຳເພິ່ນນັ້ນແມ່ນພຣະຜູ້ໄຖ່ບາບຂອງໂລກ ແລະພຣະວິນຍານບໍຣິສຸດຊົງສະຖິດຢູ່ເທິງພຣະອົງ. ໂຢຮັນບັບຕິຊີ້ມືໄປທີ່ພຣະເຢຊູ ແລະຮ້ອງອອກມາໃຫ້ປະຊາຊົນຟັງວ່າ: "ຈົ່ງເບິ່ງລູກແກະຂອງພຣະເຈົ້າ ຜູ້ທີ່ຮັບເອົາຄວາມບາບຂອງໂລກ."
ແຕ່ເປັນຕາໜ້າເສຍໃຈ ທີ່ຢູ່ໃນທ່າມກາງບັນດາປະຊາຊົນຂະໜາດໃຫຍ່ຢູ່ທີ່ແມ່ນ້ຳຈໍແດນນັ້ນ ນອກຈາກໂຢຮັນໄດ້ເຫັນສິ່ງມະຫັນສະຈັນຢ່າງນີ້ແລ້ວ ກໍມີອີກໜ້ອຍຄົນເທົ່ານັ້ນທີ່ໄດ້ເຫັນສິ່ງມະຫັນສະຈັນເຊັ່ນນີ້.
ເປັນຫຍັງ ພຣະເຢຊູຈຶ່ງຮັບບັບຕິສະມາ?
ພຣະເຢຊູຮັບບັບຕິສະມາ ບໍ່ແມ່ນເພາະພຣະອົງເປັນຄົນບາບ ຫຼືຕ້ອງກັບໃຈໃໝ່ ແຕ່ພຣະອົງຢາກໃຫ້ຄົນທັງຫຼາຍຮູ້ວ່າ ພຣະອົງກໍເປັນອັນໜຶ່ງອັນດຽວກັນກັບທຸກໆຄົນທີ່ຢູ່ຝ່າຍພຣະເຈົ້າ, ເຮັດຕາມຂັ້ນຕອນຄືກັນກັບພວກເຮົາເຮັດ ແລະປະຕິບັດໃນສິ່ງດຽວກັນທີ່ພວກເຮົາຕ້ອງເຮັດ. ພຣະອົງເປັນແບບຢ່າງຂອງພວກເຮົາ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 3:11-17, ມາຣະໂກ 1:7-11, ລູກາ 3:16-22, ໂຢຮັນ 1:26, 27
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 11 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຂັ້ນຕອນການຮັບບັບຕິສະມາ
ການຮັບບັບຕິສະມາແມ່ນພິທີສັກສິດ ແລະເປັນພິທີກຳທີ່ສຳຄັນທີ່ສຸດ. ດັ່ງນັ້ນ ພວກເຮົາຄວນຈະສຶກສາໃຫ້ເຂົ້າໃຈດີໆກ່ຽວກັບຄວາມໝາຍຂອງພິທີຮັບບັບຕິສະມາ. ຂັ້ນຕອນທຳອິດ ຜູ້ໃດທີ່ປາຖະໜາຢາກຮັບບັບຕິສະມາ ຜູ້ນັ້ນຄວນຮູ້ເຖິງແຜນການອັນຍິ່ງໃຫຍ່ຂອງພຣະເຈົ້າໃນການໄຖ່ບາບຂອງເຮົາ ລວມທັງຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ. "ພວກເຮົາຮັກພຣະເຈົ້າ ເພາະພຣະອົງຊົງຮັກພວກເຮົາກ່ອນ" (ໂຢຮັນ 4:10).
ການຮັບບັບຕິສະມາໝາຍຄວາມວ່າ ພວກເຮົາເລືອກທີ່ຈະເປັນລູກຂອງພຣະເຈົ້າ. "ເບິ່ງແມ! ພຣະບິດາເຈົ້າຊົງໂຜດປະທານຄວາມຮັກໃຫ້ແກ່ເຮົາທັງຫຼາຍຊຳໃດ ທີ່ເຮົາຈະໄດ້ຊື່ວ່າເປັນລູກຂອງພຣະເຈົ້າ" (1 ໂຢຮັນ 3:1).
ລູກຂອງພຣະເຈົ້າຊຳລະລ້າງຕົວເອງອອກຈາກຄວາມບາບ. "ລູກນ້ອຍທັງຫຼາຍເອີຍ... ຜູ້ທີ່ຍັງເຮັດບາບ ກໍມາຈາກມານຮ້າຍ ເພາະວ່າມານຮ້າຍໄດ້ເຮັດບາບຕັ້ງແຕ່ຕົ້ນເດີມ... ຜູ້ໃດທີ່ເກີດຈາກພຣະເຈົ້າ ກໍບໍ່ເຮັດບາບອີກຕໍ່ໄປ ເພາະສະພາບຂອງພຣະອົງຊົງດຳລົງຢູ່ໃນຜູ້ນັ້ນ ແລະຜູ້ນັ້ນກໍບໍ່ອາດເຮັດບາບອີກຕໍ່ໄປ ເພາະຕົນໄດ້ບັງເກີດມາຈາກພຣະເຈົ້າແລ້ວ" (1 ໂຢຮັນ 3:7-9). ບັນດາຜູ້ທີ່ປາຖະໜາຢາກຮັບບັບຕິສະມາ ພວກເຂົາຈະໃຊ້ເວລາສຳນຶກຜິດໃນຄວາມບາບທີ່ພວກເຂົາໄດ້ເຮັດໄວ້ໃນເມື່ອກ່ອນນັ້ນ ແລ້ວພວກເຂົາກໍຈະເລີ່ມຮຽນຮູ້ວິທີທີ່ຈະເຮັດຕາມພຣະປະສົງຂອງພຣະເຈົ້າ.
ພວກເຂົາຮັບບັບຕິສະມາເພື່ອເປັນຂໍ້ຜູກມັດຂອງພວກເຂົາວ່າ ຈະຈົ່ງຮັກພັກດີຕໍ່ພຣະເຈົ້າ. ພວກເຂົາມອບຊີວິດຂອງຕົນໃຫ້ພຣະເຈົ້າ ເພື່ອເປັນທີ່ຖວາຍກຽດໃຫ້ພຣະອົງ. ອາຈານໃຫ້ບັບຕິສະມາແກ່ພວກເຂົາໃນພຣະນາມພຣະບິດາ, ພຣະບຸດ ແລະພຣະວິນຍານບໍຣິສຸດໃນຂະນະທີ່ພວກເຂົາຢູ່ໃນນ້ຳ. ນີ້ແມ່ນຂໍ້ຜູກມັດລະຫວ່າງພຣະເຈົ້າກັບພວກເຂົາ ໃນຂະນະທີ່ພວກເຂົາໃຫ້ຄຳໝັ້ນສັນຍາວ່າ ຈະເປັນລູກຂອງພຣະເຈົ້າ ພຣະອົງກໍຈະຊົງໃຫ້ຄຳໝັ້ນສັນຍາວ່າ ຈະເປັນພຣະບິດາຂອງພວກເຂົາ. ຈາກນັ້ນ ພວກເຂົາຈະຖືກຈຸ່ມລົງຢູ່ໃຕ້ນ້ຳ. ນ້ຳມີຄວາມໝາຍວ່າ ຂຸມຝັງສົບ ແລະພວກເຂົາຖືກຝັງໄວ້ໃນພຣະເຢຊູ ເພື່ອຖິ້ມຊີວິດເກົ່າຂອງພວກເຂົາ ແລະໄດ້ຮັບການເບິ່ງແຍງຈາກນ້ຳທີ່ໃຫ້ຊີວິດໃໝ່ຂອງຄວາມຈົ່ງຮັກພັກດີຕໍ່ພຣະເຈົ້າ.
ຂັ້ນຕອນໃນການໄຖ່ບາບຂອງເຮົາ
ທຸກຄົນມີຄວາມບາບໃນຊີວິດທີ່ຈະຕ້ອງຊຳລະລ້າງອອກໄປ ພວກເຮົາຕອ້ງສຳນຶກຜິດໃນຄວາມບາບຢ່າງແທ້ຈິງ, ມີຄວາມເຊື່ອໃນພຣະຄຸນຂອງພຣະເຢຊູ ແລະຮັບບັບຕິສະມາໃນຄວາມຕາຍຂອງພຣະອົງ ເພື່ອຈະໄດ້ຮັບການຍົກຂຶ້ນຈາກນ້ຳ ແລະມີຊີວິດໃໝ່. ນີ້ເປັນຂັ້ນຕອນທຳອິດຂອງຄຣິສຕຽນທຸກຄົນຈະຕ້ອງມີປະສົບການ ເພື່ອທີ່ຈະໄດ້ຮັບການໄຖ່ບາບຈາກພຣະເຈົ້າ.
"ຈົ່ງຄືນຫາພຣະເຈົ້າ ແລະພາວະນາອະທິຖານຕໍ່ພຣະອົງສາ ເຊິ່ງບັດນີ້ ພຣະອົງກໍສະເດັດມາໃກ້ແລ້ວ. ຈົ່ງໃຫ້ຄົນຊົ່ວຮ້າຍປະຖິ້ມວິທີດຳເນີນຊີວິດເດີມຂອງພວກເຂົາ ແລະປ່ຽນແນວທາງທີ່ພວກເຂົາເຄີຍຄິດນັ້ນ. ຈົ່ງກັບຄືນມາຫາອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກເຮົາ ພຣະອົງເຕັມດ້ວຍຄວາມເມດຕາ ແລະອະໄພໃຫ້" (ເອຊາຢາ 55:6,7).
ພຣະເຈົ້າຊົງສັນຍາວ່າຈະອະໄພບາບໃຫ້ພວກເຮົາ
"ຖ້າເຮົາທັງຫຼາຍສາລະພາບຜິດບາບທັງຫຼາຍຂອງພວກເຮົາ ພຣະອົງຊົງສັດຊື່ ແລະທ່ຽງທຳຈະຊົງໂຜດຍົກບາບຂອງພວກເຮົາ ແລະຈະຊົງໂຜດຊຳລະລ້າງເຮົາທັງຫຼາຍຈາກການອະທຳໝົດສິ້ນ" (1ໂຢຮັນ 1:9).
ຫຼັງຈາກຂ້ອຍຮັບບັບຕິສະມາແລ້ວ ຈະເກີດຫຍັງຂຶ້ນ ຖ້າຂ້ອຍເຮັດຜິດບາບອີກ?
"ລູກນ້ອຍທັງຫຼາຍຂອງເຮົາເອີຍ! ເຮົາຂຽນຂໍ້ຄວາມເຫຼົ່ານີ້ມາເຖິງພວກເຈົ້າ ເພື່ອພວກເຈົ້າຈະບໍ່ໄດ້ເຮັດຜິດບາບ ແຕ່ຖ້າຄົນໃດເຮັດຜິດບາບ ພວກເຮົາກໍມີທະນາຍຄວາມຄືພຣະເຢຊູອົງຊົງທ່ຽງທຳທີ່ສະຖິດຢູ່ກັບພຣະບິດາ. ແມ່ນພຣະອົງນີ້ແຫລະ! ທີ່ພຣະເຈົ້າຊົງຍົກໂທດຄວາມຜິດບາບຂອງພວກເຮົາ..." (1 ໂຢຮັນ 2:1,2).
ຊາຕານທົດລອງພຣະເຢຊູ
ຫຼັງຈາກທີ່ພຣະເຢຊູຮັບບັບຕິສະມາແລ້ວ ພຣະວິນຍານບໍຣິສຸດໄດ້ນຳພາພຣະເຢຊູເຂົ້າໄປໃນຖິ່ນແຫ້ງແລ້ງກັນດານເພື່ອກະກຽມພາລະກິດຂອງພຣະອົງ. ພຣະເຢຊູຕ້ອງການມີເວລາໃນການອະທິຖານ ແລະຕຽມຕົວສຳລັບພາລະກິດທີ່ຢູ່ຂ້າງໜ້າຂອງພຣະອົງ. ເມື່ອພຣະອົງສະເດັດເຂົ້າໄປໃນເຂດຖິ່ນແຫ້ງແລ້ງກັນດານ ແສງລັດສະໝີທີ່ຢູ່ໃບໜ້າຂອງພຣະອົງກໍໄດ້ຫາຍໄປ. ພຣະອົງຮູ້ສຶກເຖິງພາລະແຫ່ງຄວາມບາບຂອງໂລກນີ້ທີ່ພຣະອົງຈະຕ້ອງໄດ້ແບກຮັບໄວ້. ພຣະອົງຮູ້ສຶກທໍລະມານຢ່າງບໍ່ມີໃຜເຄີຍທົນມາກ່ອນ ແລະພຣະອົງຊົງທົນທຸກໃນຄວາມບາບຂອງຄົນບາບທັງຫຼາຍ.
ໃນຂະນະທີ່ພຣະເຢຊູຢູ່ຖິ່ນແຫ້ງແລ້ງກັນດານ ພຣະອົງໄດ້ອະທິຖານ ແລະພາວະນາເພື່ອເສີມສ້າງກຳລັງໃຈໃຫ້ພຣະອົງເອງ. ພຣະອົງຊົງອົດອາຫານ 40 ມື້ 40 ຄືນນັບຕັ້ງແຕ່ເຂົ້າມາໃນຖິ່ນແຫ້ງແລ້ງກັນດານ. ໃນທີ່ສຸດ ພຣະອົງຢູ່ທີ່ນັ້ນເກືອບຫົກອາທິດ, ພຣະອົງຊົງອ່ອນເພຍ ແລະ ຈ່ອຍຫຼາຍ ແຕ່ພຣະອົງກໍຍັງຄົງອະທິຖານ ແລະວາງໃຈໃນພຣະບິດາຂອງພຣະອົງທີ່ຢູ່ເທິງສະຫວັນ.
ຊາຕານເຝົ້າຕິດຕາມພຣະເຢຊູມາຕະຫຼອດ ເພື່ອຊອກຫາໂອກາດທີ່ຈະທົດລອງພຣະອົງໃຫ້ເຮັດບາບ. ມັນເຝົ້າ ແລະລໍຖ້າຢູ່. ມັນເຄີຍທົດລອງອາດາມ ແລະເອວາໃນເລື່ອງການກິນໝາກໄມ້ທີ່ພຣະເຈົ້າຊົງຫ້າມບໍ່ໃຫ້ກິນ. ເມື່ອມັນເຫັນພຣະເຢຊູບໍ່ໄດ້ກິນອາຫານມາເປັນເວລາ 40 ມື້. ສະນັ້ນ ມັນຈຶ່ງຄິດວ່ານີ້ຈະເປັນໂອກາດທີ່ດີທີ່ຈະທົດລອງພຣະອົງໃຫ້ເຮັດຜິດບາບ.
ໃນຂະນະທີ່ພຣະເຢຊູຮູ້ສຶກຫິວເຂົ້າ ແລະອ່ອນເພຍຢູ່ນັ້ນ ທັນໃດນັ້ນ ກໍມີທູດສະຫວັນທີ່ສະຫງ່າງາມມາປາກົດຕົວຢູ່ຕໍ່ໜ້າພຣະອົງ. ທູດສະຫວັນນັ້ນໄດ້ເວົ້າຕໍ່ພຣະອົງດ້ວຍສຽງທີ່ນຸ່ມນວນຢ່າງເປັນຫ່ວງ ແລ້ວຊີ້ມືໄປທີ່ກ້ອນຫີນໃນທະເລຊາຍທີ່ເບິ່ງຄືກັບເຂົ້າຈີ່ ແລະເວົ້າກັບພຣະອົງວ່າ: “ຖ້າເຈົ້າເປັນພຣະບຸດຂອງພຣະເຈົ້າ ສັ່ງກ້ອນຫີນເຫລົ່ານີ້ໃຫ້ເປັນເຂົ້າຈີ່ແມ!”
ເຖິງແມ່ນວ່າ ຊາຕານເບິ່ງຄືທູດສະຫວັນທີ່ສະຫງ່າງາມ ແຕ່ພຣະເຢຊູກໍຊົງຈຳແນກອອກວ່າ ຄຳເວົ້າເຫຼົ່ານັ້ນມາຈາກຊາຕານ. ຄໍາເວົ້າຂອງຊາຕານມີຂໍ້ສົງໄສວ່າພຣະເຢຊູເປັນພຣະບຸດຂອງພຣະເຈົ້າ ຫຼືບໍ ເມື່ອມັນເວົ້າຕໍ່ພຣະອົງວ່າ: "ຖ້າເຈົ້າເປັນພຣະບຸດຂອງພຣະເຈົ້າ."
ພຣະເຢຊູຕອບຊາຕານວ່າ: “ມີຂຽນໄວ້ໃນພຣະຄຳພີວ່າ: ‘ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານສິ່ງດຽວ ແຕ່ລ້ຽງດ້ວຍພຣະຄຳທຸກຂໍ້ທີ່ອອກມາຈາກປາກຂອງພຣະເຈົ້າ.’”
ຊາຕານມີຈຸດປະສົງທີ່ຈະເຮັດໃຫ້ພຣະເຢຊູມີຄວາມສົງໄສວ່າ ພຣະອົງເປັນພຣະບຸດຂອງພຣະເຈົ້າ ຫຼື ບໍ່. ຖ້າຊາຕານສາມາດເຮັດໃຫ້ພຣະເຢຊູມີຄວາມສົງໄສໄດ້ ແລ້ວພຣະເຢຊູກໍຈະສູນເສຍຄວາມສໍາຄັນໃນພາລະກິດຂອງພຣະອົງເພື່ອໄຖ່ໂລກອອກຈາກຄວາມບາບ ແລະແຜນການແຫ່ງຄວາມລອດກໍຈະລົ້ມເຫລວ. ແຕ່ພຣະເຢຊູໄດ້ມີການຮັບປະກັນຈາກພຣະເຈົ້າແລ້ວວ່າ ພຣະອົງເປັນພຣະບຸດຂອງພຣະເຈົ້າຕອນທີ່ພຣະອົງຮັບບັບຕິສະມາຢູ່ທີ່ແມ່ນນ້ຳຈໍແດນ.
ຂໍ້ຄວາມທີ່ພຣະເຢຊູຍົກອອກມາຕອບຊາຕານນັ້ນແມ່ນມາຈາກພຣະຄຳພີ. ໂມເຊໄດ້ຂຽນຂໍ້ຄວາມເຫຼົ່ານີ້ໄວ້ມາດົນນານແລ້ວວ່າ "ພຣະອົງຊົງເຮັດໃຫ້ທ່ານຖ່ອມໃຈ ແລະປ່ອຍໃຫ້ທ່ານຫິວ ແລະລ້ຽງດູທ່ານດ້ວຍມານາ ເຊິ່ງທ່ານເອງ ຫຼືບັນພະບູລຸດຂອງທ່ານກໍບໍ່ຮູ້ວ່າ ແມ່ນຫຍັງ ເພື່ອພຣະອົງຈະຊົງເຮັດໃຫ້ທ່ານລະນຶກເຖິງໃນໃຈວ່າ ມະນຸດຈະບໍ່ລ້ຽງຊີວິດດ້ວຍອາຫານສິ່ງດຽວ ແຕ່ລ້ຽງດ້ວຍພຣະຄຳທຸກຂໍ້ທີ່ອອກມາຈາກປາກຂອງອົງພຣະຜູ້ເປັນເຈົ້າ" (ພຣະບັນຍັດສອງ 8:3).
ອາດາມ ແລະເອວາຖືກຊາຕານທົດລອງໃຫ້ເຮັດບາບກໍຍ້ອນອາຫານ ແຕ່ພຣະເຢຊູໄດ້ສະແດງແບບຢ່າງໃຫ້ເຫັນວ່າ ຄວາມຢາກອາຫານນັ້ນສາມາດຄວບຄຸມໄດ້. ເຮົາຕ້ອງບໍ່ຢູ່ພາຍໃຕ້ອຳນາດຂອງຄວາມຢາກນັ້ນ ແຕ່ຄວາມຢາກຕ້ອງຢູ່ພາຍໃຕ້ການຄວບຄຸມຂອງເຮົາ. ພຣະອົງຍັງຊົງສະແດງໃຫ້ເຮົາເຫັນອີກວ່າ ເຮົາຕ້ອງເຊື່ອຟັງພຣະເຈົ້າສາກ່ອນ ກ່ອນທີ່ຈະເຊື່ອຟັງຄວາມຕ້ອງການຂອງຕົວເຮົາເອງ ແລ້ວພຣະເຈົ້າຈະຊົງປະທານສິ່ງທີ່ເຮົາຕ້ອງການ ບໍ່ວ່າຈະເປັນໃນຊີວິດນີ້ ຫຼືໃນຊີວິດຢູ່ສະຫວັນ. ຖ້າເຮົາເຊື່ອຟັງພຣະອົງຢ່າງແທ້ຈິງແລ້ວ ເຮົາກໍຈະໄດ້ຮັບຕາມທີ່ພຣະອົງໄດ້ຊົງສັນຍາເອົາໄວ້.
ທຸກເພດທຸກໄວ ຊາຕານໄດ້ລໍ້ລວງໃຫ້ມະນຸດຫຼົງໄຫຼໃນຄວາມຢາກອາຫານ. ມະນຸດເລີ່ມເສື່ອມໂຊມລົງ ແລະເປັນໂຣກພະຍາດ ແລະສູນເສຍຄວາມສະຫຼາດ ແລະສິນລະທຳ ຍ້ອນຄວາມຢາກອາຫານທີ່ພວກເຂົາບໍ່ໄດ້ຄວບຄຸມ. ເມື່ອສະໝອງຂອງມະນຸດໄດ້ຮັບຜົນກະທົບຈາກຄວາມຢາກອາຫານທີ່ກີດຂວາງຄວາມຄິດ ພວກເຂົາຈຶ່ງບໍ່ສາມາດລະນຶກເຖິງພຣະຄຳຂອງພຣະເຈົ້າໄດ້. ແຕ່ພຣະເຢຊູໄດ້ສະແດງເປັນແບບຢ່າງໃຫ້ພວກເຮົາເຫັນວ່າ ພວກເຮົາສາມາດເອົາຊະນະຄວາມຢາກອາຫານໄດ້ ເພື່ອສະແດງໃຫ້ພວກເຮົາເຫັນວ່າ ພວກເຮົາສາມາດຄວບຄຸມຕົວເອງໄດ້ດີກວ່າຄວາມຢາກອາຫານ ຫຼືຄວາມຕາຍໄດ້ ພຣະເຢຊູຊົງທົນທຸກທີ່ສຸດໃນການທົດສອບຄວາມຢາກອາຫານ. ດ້ວຍວິທີນີ້ ພວກເຮົາສາມາດຄວບຄຸມຄວາມຢາກອາຫານຂອງພວກເຮົາໄດ້ ເພື່ອໃຫ້ພວກເຮົາມີຈິດໃຈທີ່ເຂົ້າໃຈໃນເລື່ອງພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 4:5-7; Mark 1:12, 13; ລູກາ 4:1-4
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 12 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຖືກທົດລອງຄັ້ງທີສອງ
ເມື່ອຊາຕານບໍ່ສາມາດລໍ້ລວງພຣະເຢຊູໃຫ້ປ່ຽນກ້ອນຫີນມາເປັນເຂົ້າຈີ່ໄດ້ ສະນັ້ນ ມັນຈຶ່ງພະຍາຍາມທົດລອງພຣະອົງອີກ. ຊາຕານເຫັນວ່າ ພຣະເຢຊູໄດ້ເອົາຄຳຕອບຈາກຂໍ້ພຣະຄຳພີມາເວົ້າກັບມັນ ສະນັ້ນ ມັນຈຶ່ງເອົາຂໍ້ພຣະຄຳພີມາທົດລອງພຣະອົງເຊັ່ນກັນ.
ແລ້ວຊາຕານກໍໄດ້ພາພຣະເຢຊູໄປຍັງນະຄອນເຢຣູຊາເລັມ ແລະໃຫ້ພຣະອົງຢືນຢູ່ເທິງຍອດທີ່ສູງສຸດຂອງພຣະວິຫານ. ຊາຕານເວົ້າຕໍ່ພຣະອົງວ່າ: “ຖ້າເຈົ້າເປັນພຣະບຸດຂອງພຣະເຈົ້າ ຈົ່ງກະໂດດລົງເບິ່ງດຸ! ເພາະມີຂຽນໄວ້ໃນພຣະຄຳພີວ່າ: ‘ພຣະເຈົ້າຈະສັ່ງຝູງທູດສະຫວັນເຖິງເລື່ອງທ່ານ’ ແລະ ‘ຝູງທູດສະຫວັນຈະໃຊ້ມືຂອງເຂົາອູ້ມທ່ານໄວ້ ເພື່ອວ່າແມ່ນແຕ່ຕີນຂອງທ່ານຈະບໍ່ໄດ້ເຈັບບວມ ເພາະຖືກກ້ອນຫີນ.’”
ຂໍ້ຄວາມເຫຼົ່ານີ້ ຊາຕານໄດ້ຍົກມາຈາກຂໍ້ພຣະຄຳພີເພງສັນລະເສີນ 91:11,12 ທີ່ກ່າວວ່າ "ພຣະເຈົ້າຈະສັ່ງຝູງທູດສະຫວັນລົງມາຄຸ້ມຄອງ ເພື່ອປົກປ້ອງຮັກສາທຸກບ່ອນທີ່ທ່ານໄປ. ທູດສະຫວັນຈະອູ້ມທ່ານໄວ້ ເພື່ອບໍ່ໃຫ້ຕີນຂອງທ່ານເຈັບປວດຍ້ອນຕຳກ້ອນຫີນ" ແຕ່ຊາຕານໄດ້ເມີນເສີຍຕໍ່ການໃຊ້ຖ້ອຍຄຳ "ເພື່ອປົກປ້ອງຮັກສາທຸກບ່ອນທີ່ທ່ານໄປ." ໃນຕອນຕົ້ນຂອງເພງສັນລະເສີນ 91 ຖ້ອຍຄຳເຫຼົ່ານີ້ໄດ້ເວົ້າເຖິງຜູ້ທີ່ຢູ່ພາຍໃຕ້ການປົກຄອງຂອງພຣະເຈົ້າ ເຊິ່ງໝາຍຄວາມວ່າຜູ້ທີ່ປະຕິບັດຕາມພຣະປະສົງຂອງພຣະເຈົ້າ. "ຜູ້ໃດທີ່ໄປເພິ່ງພຣະເຈົ້າສຳລັບຄວາມປອດໄພ ແລະຜູ້ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງອົງຊົງຣິດອຳນາດຍິ່ງໃຫຍ່" ເຊິ່ງໝາຍເຖິງການເຮັດຕາມພຣະປະສົງຂອງພຣະເຈົ້າ (ເພງສັນລະເສີນ 91:1).
ພຣະເຢຊູຕອບຊາຕານວ່າ: “ມີຂຽນໄວ້ໃນພຣະຄຳພີຄືກັນວ່າ: ‘ຢ່າທົດລອງພຣະເຈົ້າ ອົງເປັນພຣະເຈົ້າຂອງເຈົ້າ.’”
ຊາຕານບໍ່ສາມາດທີ່ຈະບັງຄັບໃຫ້ພຣະເຢຊູຕົກລົງມາຈາກຍອດທີ່ສູງສຸດຂອງພຣະວິຫານໄດ້. ພຣະເຈົ້າບໍ່ໄດ້ອະນຸຍາດໃຫ້ຊາຕານມາບັງຄັບພວກເຮົາເຂົ້າໃນການທົດລອງ. ຖ້າພວກເຮົາບໍ່ອະນຸຍາດໃຫ້ຊາຕານເຂົ້າມາໃນຫົວໃຈ ຊາຕານຈະບໍ່ສາມາດຄວບຄຸມຈິດໃຈຂອງພວກເຮົາໄດ້ ເວັ້ນແຕ່ວ່າບຸກຄົນຜູ້ນັ້ນຍອມໃຫ້ຕົນເອງຖືກຄວບຄຸມ. ໂດຍທົ່ວໄປແລ້ວ ຊາຕານຈະສາມາດຄວບຄຸມເຮົາໄດ້ ກໍຕໍ່ເມື່ອເຮົາອະນຸຍາດໃຫ້ຊາຕານເຂົ້າມາໃນຈິດໃຈ ແລະປະຖິ້ມຄວາມເຊື່ອຂອງເຮົາ. ຄວາມບາບທຸກໆຢ່າງທີ່ເຮົາເກັບຮັກສາໄວ້ນັ້ນ ເຮັດໃຫ້ຊາຕານເຂົ້າມາໃນຫົວໃຈຂອງເຮົາໄດ້. ທຸກໆທາງທີ່ເຮົາບໍ່ເຮັດຕາມພຣະປະສົງຂອງພຣະເຈົ້າຈະເຮັດໃຫ້ຊາຕານມີໂອກາດທີ່ຈະລໍ້ລວງພວກເຮົາໄດ້.
ພວກເຮົາຄວນເຊື່ອໝັ້ນໃນການປົກປ້ອງຄຸ້ມຄອງຂອງພຣະເຈົ້າທີ່ມີຕໍ່ພວກເຮົາ ແຕ່ພວກເຮົາຕ້ອງລະມັດລະວັງບໍ່ໄປເຮັດໂດຍສະເພາະໃນທາງທີ່ພຣະອົງບໍ່ໄດ້ສົ່ງພວກເຮົາໄປ. ສິ່ງທີ່ພຣະອົງຊົງຫ້າມໄວ້ ພວກເຮົາຕ້ອງເຊື່ອຟັງ. ພວກເຮົາຕ້ອງລະມັດລະວັງ ເຖິງແມ່ນວ່າ ພຣະຄຳພີຈະຖືກໃຊ້ເພື່ອລໍ້ລວງພວກເຮົາກໍຕາມ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 4:5-7; ມາຣະໂກ 1:12, 13; ລູກາ 4:9-12
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 12 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູໄດ້ໄຊຊະນະຕໍ່ການລໍ້ລວງຂອງຊາຕານ
ຫຼັງຈາກນັ້ນ ຊາຕານກໍພາພຣະເຢຊູຂຶ້ນໄປຍອດພູທີ່ສູງສຸດແຫ່ງໜຶ່ງ ແລະສະແດງອານາຈັກແຫ່ງໂລກນີ້ກັບຄວາມຍິ່ງໃຫຍ່ທັງໝົດຂອງມັນໃຫ້ພຣະອົງເຫັນ. ແສງຕາເວັນໄດ້ສ່ອງສະຫວ່າງຢູ່ໃນຕົວເມືອງ, ພະຣາຊະວັງ ແລະເຂດແດນເຮັດໃຫ້ມີຄວາມສະຫວ່າງ. ຮ່ອງຮອຍຂອງຄວາມຊົ່ວຮ້າຍ ແລະຄວາມໂສກເສົ້າໄດ້ຖືກເຊື່ອງໄວ້ຈາກສາຍພຣະເນດ(ສາຍຕາ)ຂອງພຣະອົງ.
ຊາຕານໄດ້ກ່າວຕໍ່ພຣະເຢຊູວ່າ: “ຂ້ອຍຈະມອບທັງໝົດນີ້ໃຫ້ເຈົ້າ ຖ້າເຈົ້າກົ້ມຂາບນະມັດສະການຂ້ອຍ.”
ພຣະເຢຊູຊົງເບິ່ງພາບອັນງົດງາມຂອງໂລກທີ່ຊາຕານໄດ້ເຮັດໃຫ້ພຣະອົງເຫັນ ແຕ່ພຣະອົງຊົງເບິ່ງເຂົ້າໄປເລິກກວ່ານັ້ນອີກ ແລ້ວພຣະອົງຊົງເຫັນວ່າພາຍໃຕ້ພາບອັນງົດງາມຂອງໂລກນັ້ນ ມັນເຕັມໄປດ້ວຍຄວາມຊົ່ວຮ້າຍອັນເນື່ອງມາຈາກຄວາມບາບ ເຊິ່ງເປັນຜົນມາຈາກການທີ່ມະນຸດປະຖິ້ມທາງຂອງພຣະເຈົ້າ.
ພຣະເຢຊູຈຶ່ງຕອບຊາຕານວ່າ: “ໜີໄປໃຫ້ໄກ, ຊາຕານ! ມີຂຽນໄວ້ໃນພຣະຄຳພີວ່າ: ‘ຈົ່ງນະມັດສະການພຣະເຈົ້າອົງເປັນພຣະເຈົ້າຂອງເຈົ້າ ແລະຈົ່ງກົ້ມລົງຮັບໃຊ້ແຕ່ພຣະອົງເທົ່ານັ້ນ.’” ແລ້ວຊາຕານກໍໜີໄປຈາກພຣະອົງ.
ການທີ່ພຣະເຢຊູຖືກທົດລອງຄັ້ງນີ້ເຮັດໃຫ້ເຮົາໄດ້ເຫັນວ່າ: ຄວາມຢາກໄດ້ອຳນາດ, ຄວາມຍິ່ງຈອງຫອງ ແລະຄວາມຢາກໄດ້ທຸກໆສິ່ງທີ່ຢູ່ໃນໂລກນີ້ ມັນຈະນຳເຮົາໃຫ້ເຫີນຫ່າງໄປຈາກທາງຂອງພຣະເຈົ້າ. ວິທີທີ່ຊາຕານລໍ້ລວງພຣະເຢຊູ ເປັນວິທີດຽວກັນທີ່ມັນໄດ້ນຳມາໃຊ້ລໍ້ລວງເຮົາໃນທຸກມື້ນີ້. ພຣະເຢຊູໄດ້ສະແດງໃຫ້ພວກເຮົາເຫັນວ່າ ການອະທິຖານເໝືອນກັບພຣະອົງທີ່ໄດ້ເຮັດຢູ່ໃນຖິ່ນແຫ້ງແລ້ງກັນດານ ແລະການຮູ້ຈັກພຣະຄໍາພີເປັນຢ່າງດີຈະຊ່ວຍໃຫ້ພວກເຮົາຕໍ່ຕ້ານການລໍ້ລວງໄດ້. ດັ່ງນັ້ນ ມັນເປັນສິ່ງສໍາຄັນທີ່ພວກເຮົາຕ້ອງເລີ່ມຕົ້ນໃນແຕ່ລະມື້ດ້ວຍການອະທິຖານ ແລະການອ່ານພຣະຄໍາພີເພື່ອບໍ່ໃຫ້ພວກເຮົາຕົກລົງໃນການລໍ້ລວງ.
ຊາຕານກໍໄດ້ລໍ້ລວງພວກເຮົາເຊັ່ນກັນວ່າ: “ຖ້າຢາກຈະປະສົບຄວາມສຳເລັດໃນໂລກນີ້ກໍຕ້ອງຮັບໃຊ້ຂ້ອຍ. ບໍ່ຕ້ອງໄປກັງວົນກັບສິ່ງເລັກໆນ້ອຍໆເຊັ່ນ ຄວາມຊື່ສັດ ຫຼືຄວາມຈິງ. ຈົ່ງເຊື່ອຟັງຂ້ອຍໆຈະໃຫ້ຄວາມຮັ່ງມີ, ຊື່ສຽງ, ຕຳແໜ່ງ, ອຳນາດ, ກຽດຕິຍົດ ແລະຄວາມສຸກແກ່ທ່ານ.” ຖ້າພວກເຮົາເຮັດສິ່ງທີ່ຊາຕານບອກພວກເຮົາ ພວກເຮົາກໍຈະໄດ້ຮັບຄວາມທຸກ ແລະຄວາມບາບພ້ອມກັບຄວາມຕາຍເປັນສິ່ງຕອບແທນແນ່ນອນ.
ຫຼັງຈາກທີ່ຊາຕານໄດ້ໜີໄປແລ້ວ ພຣະເຢຊູຊົງຮູ້ສຶກອິດເມື່ອຍຫຼາຍ ບັນດາທູດສະຫວັນໄດ້ລົງມາຈາກສະຫວັນ ເຂົ້າມາເສີມກຳລັງໃຫ້ພຣະອົງ. ຈາກນັ້ນ ພຣະອົງກໍຊົງສະເດັດອອກໄປຈາກຖິ່ນແຫ້ງແລ້ງກັນດານ.
ວິທີຕໍ່ຕ້ານການລໍ້ລວງ
ພຣະເຢຊູຊົງຮູ້ຈັກພຣະຄຳພີເປັນຢ່າງດີ ແລະໃນເວລາທີ່ພຣະອົງໄດ້ພົບກັບການທົດລອງ ພຣະອົງໄດ້ນໍາໃຊ້ຄວາມຮູ້ຂອງພຣະອົງໃນພຣະຄໍາພີເພື່ອຈະໄດ້ຮູ້ວ່າ ແມ່ນມາຈາກພຣະເຈົ້າພຣະບິດາຂອງພຣະອົງ ຫຼືມາຈາກຊາຕານ. ເຮົາກໍຄວນປະຕິບັດຕາມແບບຢ່າງຂອງພຣະເຢຊູເຊັ່ນກັນ ແລະສຶກສາພຣະຄໍາພີເພື່ອວ່າເຮົາຈະໄດ້ໃຊ້ຕອບກັບຊາຕານທີ່ພະຍາຍາມລໍ້ລວງເຮົາໂດຍໃຊ້ຂໍ້ພຣະຄໍາພີ.
"ຂ້ານ້ອຍໄດ້ສະສົມພຣະຄຳຂອງພຣະອົງໄວ້ໃນໃຈຂອງຂ້ານ້ອຍ ເພື່ອຂ້ານ້ອຍຈະບໍ່ໄດ້ເຮັດບາບຕໍ່ສູ້ພຣະອົງ" (ເພງສັນລະເສີນ 119:11).
"ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍພຣະເຈົ້າຊົງຊູກຳລັງເຮົາ" (ຟີລິບປອຍ 4:13).
"ເຫດສັນນັ້ນ ທ່ານທັງຫຼາຍຈົ່ງນ້ອມໃຈຍອມຟັງພຣະເຈົ້າ, ຈົ່ງຕໍ່ສູ້ຊາຕານ ແລະມັນຈະໜີໄປຈາກທ່ານ. ທ່ານທັງຫຼາຍຈົ່ງເຂົ້າໃກ້ພຣະເຈົ້າ ແລະພຣະອົງຈະສະເດັດມາໃກ້ພວກທ່ານ..." (ຢາໂກໂບ 4:7,8).
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 4:5-11; ມາຣະໂກ 1:12,13; ລູກາ 4:5-8,13
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 13 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພວກສາວົກກຸ່ມທຳອິດ
ຫຼັງຈາກທີ່ພຣະເຢຊູອອກມາຈາກຖິ່ນແຫ້ງແລ້ງກັນດານແລ້ວ ພຣະອົງກໍໄດ້ສະເດັດກັບຄືນມາທີ່ແມ່ນ້ໍາຈໍແດນ. ໃນຂະນະທີ່ໂຢຮັນບັບຕິສະໂຕກຳລັງປະກາດເລື່ອງພຣະເຈົ້າຢູ່ນັ້ນ ເພິ່ນກໍໄດ້ເຫັນພຣະເຢຊູກຳລັງຍ່າງມາຫາເພິ່ນ. ໂຢຮັນບັບຕິສະໂຕຈຶ່ງທ້ວງຂຶ້ນວ່າ: “ເບິ່ງແມ້! ລູກແກະຂອງພຣະເຈົ້າຜູ້ຊົງຮັບເອົາບາບກຳຂອງມະນຸດສະໂລກໄປເສຍ. ຜູ້ນີ້ແຫລະ! ທີ່ຂ້າພະເຈົ້າໄດ້ບອກວ່າ 'ຜູ້ທີ່ມາພາຍຫຼັງຂ້າພະເຈົ້າກໍຍິ່ງໃຫຍ່ກວ່າຂ້າພະເຈົ້າ ເພາະທ່ານເປັນຢູ່ກ່ອນຂ້າພະເຈົ້າ' ຂ້າພະເຈົ້າເອງກໍບໍ່ຮູ້ຈັກພຣະອົງ ແຕ່ເພື່ອໃຫ້ທ່ານເປັນທີ່ຮູ້ຈັກແກ່ປະຊາຊົນອິດສະຣາເອນ ຂ້າພະເຈົ້າຈຶ່ງໄດ້ມາໃຫ້ຮັບບັບຕິສະມາໃນນ້ຳ.” ປະຊາຊົນທັງຫຼາຍກໍພາກັນມຸ່ງຂຶ້ນມາທາງໜ້າ ແລະບາງຄົນກໍຢຽບຕີນກັນເພື່ອຢາກຮູ້ຢາກເຫັນ. ແລ້ວພວກເຂົາກໍເຫັນພຣະເຢຊູທີ່ນຸ່ງເຄື່ອງທຳມະດາແບບຄົນທຸກຍາກນຸ່ງ ແລະເປັນຄົນຮຽບຮ້ອຍ. ບາງຄົນໄດ້ເວົ້າຂຶ້ນວ່າ: "ລາວບໍ່ສາມາດເປັນໄດ້ດອກ! ເຮົາເບິ່ງຄົນຜິດແລ້ວ." ດັ່ງນັ້ນ ປະຊາຊົນຈຶ່ງພາກັນແນມຊອກຫາອີກ ເພື່ອເບິ່ງວ່າມີໃຜແດ່ທີ່ເບິ່ງເໝືອນເປັນຄົນສຳຄັນ ແຕ່ເມື່ອພວກເຂົາແນມຊອກເບິ່ງໄປອ້ອມຮອບແລ້ວ ກໍບໍ່ເຫັນມີໃຜ.
ໂຢຮັນບັບຕິສະໂຕໄດ້ກ່າວຕໍ່ໄປອີກວ່າ: “ຂ້າພະເຈົ້າໄດ້ເຫັນພຣະວິນຍານລົງມາຈາກທ້ອງຟ້າດັ່ງນົກເຂົາ ແລະຢູ່ເທິງທ່ານ. ຂ້າພະເຈົ້າຍັງບໍ່ຮູ້ວ່າທ່ານຜູ້ນີ້ແມ່ນໃຜ ແຕ່ພຣະເຈົ້າຜູ້ທີ່ໃຊ້ຂ້າພະເຈົ້າມາໃຫ້ຮັບບັບຕິສະມາດ້ວຍນ້ຳນັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ: 'ເມື່ອເຈົ້າເຫັນພຣະວິນຍານບໍຣິສຸດລົງມາຢູ່ເທິງຄົນໃດ ຄົນນັ້ນແຫລະ! ແມ່ນຜູ້ທີ່ໃຫ້ບັບຕິສະມາດ້ວຍພຣະວິນຍານບໍຣິສຸດ.' ຂ້າພະເຈົ້າກໍໄດ້ເຫັນແລ້ວຈຶ່ງຂໍເປັນພະຍານວ່າ ທ່ານຜູ້ນີ້ແຫລະ! ແມ່ນເປັນພຣະບຸດຂອງພຣະເຈົ້າ.” ຫຼາຍຄົນຄິດວ່າ ໂຢຮັນບັບຕິສະໂຕແມ່ນຜູ້ທີ່ພຣະເຈົ້າສົ່ງມາແທ້ໆ ແລະພວກເຂົາກໍສົນໃຈໃນຄຳເວົ້າຂອງເພິ່ນ ແຕ່ຫຼາຍຄົນກໍມີຄຳຖາມຢູ່ໃນໃຈວ່າ ແມ່ນແທ້ບໍ ທີ່ໂຢຮັນບັບຕິສະໂຕເວົ້າວ່າ ເຢຊູ ຈາກເມືອງນາຊາເຣັດຈະຍິ່ງໃຫຍ່ກວ່າເພິ່ນ ເພາະວ່າພຣະອົງກໍເບິ່ງບໍ່ຄືຄົນສຳຄັນໂດດເດັ່ນຫຍັງເລີຍ. ສ່ວນບາງຄົນທີ່ເຄີຍໄດ້ຍິນສຽງຂອງພຣະເຈົ້າ ແລະເຄີຍເຫັນແສງທີ່ຢູ່ອ້ອມຮອບໃບໜ້າຂອງພຣະເຢຊູຕອນທີ່ພຣະອົງຮັບບັບຕິສະມານັ້ນ ແຕ່ຕອນນີ້ພວກເຂົາຊ້ຳພັດບໍ່ຈື່ພຣະອົງ ເພາະພຣະອົງທັງຈືດ, ຈ່ອຍ ແລະບໍ່ມີແສງຢູ່ອ້ອມຮອບໃບໜ້າຂອງພຣະອົງ. ເມື່ອປະຊາຊົນບໍ່ສາມາດແນມເຫັນຄວາມຄາດຫວັງອັນສູງສົ່ງໃນພຣະເຢຊູ ພວກເຂົາກໍລືມເຫດການທີ່ໄດ້ເກີດຂຶ້ນໃນມື້ນັ້ນ.
ມື້ຕໍ່ມາ ໃນຂະນະທີ່ໂຢຮັນບັບຕິສະໂຕຢືນຢູ່ກັບສາວົກສອງຄົນຂອງເພິ່ນຢູ່ໃນສະຖານທີ່ນັ້ນອີກ. ໂຢຮັນບັບຕິສະໂຕກໍເຫັນພຣະເຢຊູກຳລັງຍ່າງຜ່ານໄປ. ເພິ່ນຈຶ່ງທ້ວງຂຶ້ນວ່າ: "ຫັນເດະ! ລູກແກະຂອງພຣະເຈົ້າ!" ພວກສາວົກຂອງໂຢຮັນບັບຕິສະໂຕບໍ່ເຂົ້າໃຈຄວາມໝາຍໃນສິ່ງທີ່ໂຢຮັນບັບຕິສະໂຕເອີ້ນພຣະເຢຊູວ່າ ເປັນລູກແກະຂອງພຣະເຈົ້າ. ແຕ່ເພາະດ້ວຍຄວາມເຊື່ອ ພວກສາວົກສອງຄົນຂອງໂຢຮັນບັບຕິສະໂຕຈຶ່ງຕິດຕາມພຣະເຢຊູໄປ. ພຣະເຢຊູໄດ້ຫຼຽວຫຼັງເຫັນສອງຄົນກຳລັງຕິດຕາມພຣະອົງມາ.
ພຣະເຢຊູຈຶ່ງຖາມພວກເຂົາວ່າ: "ພວກເຈົ້າຊອກຫາຫຍັງ?"
ພວກເຂົາຕອບວ່າ: "ອາຈານ! ທ່ານພັກຢູ່ໃສ? "
ພຣະເຢຊູຕອບພວກເຂົາວ່າ: "ເຊີນມາເບິ່ງ." ແລ້ວພວກເຂົາຈຶ່ງເຫັນບ່ອນທີ່ພຣະເຢຊູພັກອາໄສ ແລະພວກເຂົາໄດ້ໃຊ້ເວລາທີ່ເຫຼືອຢູ່ໃນມື້ນັ້ນກັບພຣະອົງ.
ສາວົກສອງຄົນຂອງໂຢຮັນບັບຕິສະໂຕ ຜູ້ໜຶ່ງຊື່ວ່າ ອັນເດອາ ແລະອີກຄົນໜຶ່ງຊື່ວ່າ ໂຢຮັນ (ໂຢຮັນເປັນນ້ອງຊາຍຂອງຢາໂກໂບ ແລະເປັນລູກຊາຍຂອງເຊເບດາຍ). ແລ້ວອັນເດອາກໍໄດ້ໄປຫາຊີໂມນເຊິ່ງເປັນອ້າຍຂອງລາວ ແລະເວົ້າວ່າ: “ເຮົາໄດ້ພົບພຣະເມຊີອາແລ້ວ” ແລ້ວອັນເດອາກໍໄດ້ພາຊີໂມນໄປພົບພຣະເຢຊູ. ເມື່ອພຣະເຢຊູຊົງແນມເບິ່ງຊີໂມນແລ້ວ ພຣະອົງກໍໄດ້ກ່າວວ່າ: “ທ່ານຄືຊີໂມນລູກຂອງໂຢຮັນ; ທ່ານຈະໄດ້ຊື່ໃໝ່ວ່າ ເປໂຕ” (ເຊິ່ງມີຄວາມໝາຍວ່າ ຫີນ).
ມື້ຕໍ່ມາອີກ ພຣະເຢຊູໄດ້ຕັດສິນໃຈເຂົ້າໄປໃນແຂວງຄາລີເລ. ແລ້ວພຣະອົງໄດ້ພົບກັບຟີລິບ ແລະກ່າວຕໍ່ລາວວ່າ: “ຈົ່ງຕາມເຮົາມາ.” ຟີລິບເຊື່ອຟັງຄຳສັ່ງ ແລະໄດ້ຕິດຕາມພຣະເຢຊູ. ຈາກນັ້ນ ຟີລິບກໍໄດ້ໄປຫານາທານາເອັນ ແລ້ວລາວກໍເຫັນນາທານາເອັນກຳລັງອະທິຖານຢູ່ທີ່ກ້ອງຕົ້ນເດື່ອ.
ຟິລິບໄດ້ກ່າວຕໍ່ນາທານາເອັນວ່າ: “ເຮົາໄດ້ພົບຜູ້ທີ່ໂມເຊໄດ້ກ່າວເຖິງໃນໜັງສືພຣະບັນຍັດ ແລະທີ່ພວກຜູ້ປະກາດພຣະຄຳໄດ້ກ່າວເຖິງເໝືອນກັນ ຄືເຢຊູລູກຂອງໂຢເຊັບ ໄທນາຊາເຣັດ.”
ນາທານາເອັນເຄີຍເຫັນພຣະເຢຊູຕອນທີ່ໂຢຮັນບັບຕິສະໂຕປະກາດວ່າ ພຣະເຢຊູເປັນລູກແກະຂອງພຣະເຈົ້າ ແຕ່ວ່ານາທານາເອັນບໍ່ໄດ້ຄິດວ່າພຣະເຢຊູເປັນພຣະບຸດຂອງພຣະເຈົ້າ ເພາະເຄື່ອງນຸ່ງຂອງພຣະອົງຄືກັບຄົນເຮັດວຽກໜັກ, ເປັນຕາໜ້າສົງສານ ແລະຖານະກໍທຸກຍາກ. ນອກຈາກນີ້ ເມືອງນາຊາເຣັດກໍເປັນເມືອງທີ່ຮູ້ຈັກສໍາລັບຄວາມຊົ່ວຮ້າຍ. ດັ່ງນັ້ນ ນາທານາເອັນຈຶ່ງໄດ້ຖາມຟີລິບວ່າ: “ສິ່ງດີອັນໃດ ຈະມາຈາກນາຊາເຣັດໄດ້ບໍ?”
ຟີລິບຕອບນາທານາເອັນວ່າ: “ມາເບິ່ງເອົາ.”
ເມື່ອພຣະເຢຊູຊົງເຫັນນາທານາເອັນກຳລັງມາຫາພຣະອົງ ພຣະອົງກໍຊົງກ່າວຕໍ່ລາວວ່າ: “ເບິ່ງແມ, ຜູ້ນີ້ຄືຊົນຊາດອິດສະຣາເອນແທ້ ໃນຕົວລາວບໍ່ມີກົນອຸບາຍ.”
ດ້ວຍຄວາມປະຫຼາດໃຈຂອງນາທານາເອັນ ລາວຈຶ່ງໄດ້ທູນຖາມພຣະເຢຊູວ່າ: “ທ່ານຮູ້ຈັກຂ້ານ້ອຍໄດ້ຢ່າງໃດ?”
ພຣະເຢຊູຊົງຕອບວ່າ: “ຕອນທີ່ເຈົ້າຢູ່ກ້ອງຕົ້ນເດື່ອ ກ່ອນທີ່ຟີລິບໄດ້ເອີ້ນເຈົ້ານັ້ນ ເຮົາໄດ້ເຫັນເຈົ້າແລ້ວ.”
ໃນຕອນທີ່ຟີລິບເອີ້ນນາທານາເອັນນັ້ນ ນາທານາເອັນກຳລັງອະທິຖານຢູ່ໃນປ່າທີ່ງຽບສະຫງົບເພື່ອຄິດກ່ຽວກັບການປະກາດຂອງໂຢຮັນບັບຕິສະໂຕ ແລະຄໍາພະຍາກອນກ່ຽວກັບພຣະເມຊີອາ. ລາວໄດ້ອະທິຖານວ່າ ຖ້າຜູ້ທີ່ໂຢຮັນບັບຕິສະໂຕປະກາດເປັນພຣະຜູ້ໄຖ່ ຂໍໃຫ້ພຣະເຈົ້າຊົງສະແດງໃຫ້ເຫັນ. ພຣະວິນຍານບໍຣິສຸດໄດ້ສະຖິດຢູ່ກັບລາວ ແລະໃຫ້ຄວາມໝັ້ນໃຈວ່າ ພຣະເຈົ້າໄດ້ມາຢ້ຽມຢາມປະຊາຊົນຂອງພຣະອົງ ແລະພຣະເມຊີອາໄດ້ສະເດັດມາແລ້ວ. ຟີລິບຮູ້ວ່ານາທານາເອັນກໍາລັງສຶກສາຄໍາພະຍາກອນ ແລະໃນຂະນະທີ່ນາທານາເອັນກຳລັງອະທິຖານຢູ່ໃຕ້ກ້ອງຕົ້ນເດື່ອ ຟີລິບກໍພົບສະຖານທີ່ທີ່ງຽບສະຫງົບຂອງລາວ ເຊິ່ງພວກເຂົາມັກຈະອະທິຖານຮ່ວມກັນຢູ່ໃນບ່ອນນີ້ເລື້ອຍໆ. {DA 140.1}
ພຣະເຢຊູຊົງຕອບນາທານາເອັນວ່າ: “ເຈົ້າເຊື່ອເຮົາ ເພາະເຮົາໄດ້ບອກວ່າເຮົາໄດ້ເຫັນເຈົ້າຢູ່ໃຕ້ຕົ້ນເດື່ອນັ້ນບໍ? ເຈົ້າຍັງຈະໄດ້ເຫັນເຫດການອັນຍິ່ງໃຫຍ່ກວ່ານັ້ນອີກ.”
ພຣະອົງຊົງກ່າວຕໍ່ລາວອີກວ່າ: “ເຮົາບອກຕາມຄວາມຈິງແກ່ທ່ານທັງຫຼາຍວ່າ ພວກທ່ານຈະໄດ້ເຫັນທ້ອງຟ້າແຫວກອອກ ແລະບັນດາທູດສະຫວັນຂອງພຣະເຈົ້າຂຶ້ນ ແລະລົງຢູ່ເທິງບຸດມະນຸດ.”
ອ້າງອີງຈາກປຶ້ມ "ພຣະຄຳພີ" ໂຢຮັນ 1:28-51
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 14 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຊົງຊຳລະພຣະວິຫານ
ເທດສະການປັດສະຄາຂອງຊາວຢິວໃກ້ເຂົ້າມາແລ້ວ. ຊາວຢິວຫຼາຍຄົນໄດ້ເດີນທາງໄປນະຄອນເຢຣູຊາເລັມ ເພື່ອສະເຫຼີມສະຫຼອງເທດສະການປັດສະຄາ. ພຣະເຢຊູກໍເດີນທາງໄປນະຄອນເຢຣູຊາເລັມເຊັ່ນກັນ. ປະຊາຊົນຍັງບໍ່ທັນມີໃຜຮູ້ຈັກພຣະອົງເທື່ອ ເພາະວ່າພຣະອົງຍັງບໍ່ທັນໄດ້ເລີ່ມຕົ້ນພາລະກິດຂອງພຣະອົງຕໍ່ສາທາລະນະຊົນ. ດັ່ງນັ້ນ ພຣະເຢຊູຈຶ່ງສາມາດຍ່າງໄປກັບບັນດາປະຊາຊົນທີ່ເດີນທາງໄປນະຄອນເຢຣູຊາເລັມ. ໃນຂະນະທີ່ເດີນທາງໄປນັ້ນ ຫຼາຍຄົນໄດ້ສົນທະນາກ່ຽວກັບການສະເດັດມາຂອງພຣະເມຊີອາ. ພວກເຂົາຄິດວ່າພຣະເມຊີອາຈະມາເປັນກະສັດ ແລະຈະປົດປ່ອຍພວກເຂົາອອກຈາກຊາວໂຣມ ແລະຟື້ນຟູຄວາມຍິ່ງໃຫຍ່ຂອງປະເທດຊາດ. ແຕ່ພຣະເຢຊູຮູ້ວ່າ ຄວາມຄາດຫວັງຂອງຊາວຢິວສໍາລັບປະເທດຊາດທີ່ຈະກັບມາຍິ່ງໃຫຍ່ອີກເທື່ອໜຶ່ງນັ້ນຈະເປັນທີ່ຜິດຫວັງ. ໃນຂະນະທີ່ພຣະເຢຊູໄດ້ສົນທະນາກັບຜູ້ຄົນທີ່ຢູ່ອ້ອມຮອບພຣະອົງ ພຣະອົງໄດ້ພະຍາຍາມຊີ້ນໍາຄວາມຄິດຂອງພວກເຂົາໃຫ້ໄປສຶກສາເພີ່ມເຕີມກ່ຽວກັບຄໍາພະຍາກອນເລື່ອງພຣະເມຊີອາ ເພື່ອໃຫ້ພວກເຂົາເຂົ້າໃຈເຖິງພາລະກິດທີ່ແທ້ຈິງ ແລະຈຸດປະສົງໃນການສະເດັດມາຂອງພຣະເມຊີອາ.
ປະຊາຊົນຈາກໄກ ແລະໃກ້ໄດ້ມາທີ່ນະຄອນເຢຣູຊາເລັມສໍາລັບເທດສະການປັດສະຄາ. ຫຼາຍຄົນບໍ່ສາມາດນຳເອົາສັດມາຈາກບ້ານສໍາລັບການຖວາຍບູຊາທີ່ຕ້ອງໃຊ້ໃນເທດສະການປັດສະຄາ. ສໍາລັບຄວາມສະດວກສະບາຍຂອງພວກເຂົາ ມີການຂາຍສັດຢູ່ເດີ່ນດ້ານນອກຂອງພຣະວິຫານ. ຜູ້ນະມັດສະການຖືກສອນວ່າ ພວກເຂົາຕ້ອງນຳສັດມາຖວາຍເພື່ອທີ່ຈະໄດ້ຮັບພຣະພອນຈາກພຣະເຈົ້າ. ພວກພໍ່ຄ້າຮູ້ວ່າຜູ້ນະມັດສະການຕ້ອງໄດ້ຊື້ສັດ ສະນັ້ນ ພວກເຂົາຈຶ່ງຂາຍສັດໃນລາຄາແພງຫຼາຍ. ນອກຈາກນີ້ ເງິນທີ່ຈະນຳມາໃຊ້ເພື່ອຊື້ສັດ ຫຼືຖວາຍ ຈະຕ້ອງມີການແລກປ່ຽນໃນສະກຸນເງິນຂອງພຣະວິຫານ. ດັ່ງນັ້ນ ເງິນແລກປ່ຽນຈຶ່ງຕັ້ງຄ່າຕາມຕາຕະລາງຂອງພວກເຂົາ ແລະເຮັດການແລກປ່ຽນເງິນໃຫ້ກັບປະຊາຊົນຜູ້ທີ່ມານະມັດສະການ. ແຕ່ທຸລະກິດເຫຼົ່ານີ້ໄດ້ໃຫ້ໂອກາດໃນການສໍ້ໂກງ, ສົ່ງເສີມໃຫ້ຄວາມຮັ່ງມີ ແລະກາຍເປັນແຫຼ່ງລາຍຮັບສໍາລັບຫຼາຍໆຄົນ. ມີຜູ້ທຸກຍາກທີ່ເຂົ້າມາໃນພຣະວິຫານ ພວກເຂົາບໍ່ສາມາດທີ່ຈະຊື້ສັດເພື່ອຖວາຍ ຫຼືຊື້ເຄື່ອງກິນໄດ້. ພວກພໍ່ຄ້າ ແລະພວກປະໂລຫິດບໍ່ສະແດງຄວາມເຫັນອົກເຫັນໃຈຕໍ່ພວກເຂົາ ແລະມັກບອກພວກເຂົາວ່າ ພວກເຂົາບໍ່ສາມາດໄດ້ຮັບພຣະພອນຈາກພຣະເຈົ້າໄດ້ ຖ້າພວກເຂົາບໍ່ນໍາສັດມາຖວາຍ.
ຢູ່ເດີ່ນດ້ານນອກຂອງພຣະວິຫານມີສຽງດັງຫຼາຍເຊັ່ນ: ສຽງຂອງສັດ, ການເອີ້ນຊື້-ຂາຍສິນຄ້າ, ການຕໍ່ລອງລາຄາສິນຄ້າກັບຜູ້ຊື້-ຂາຍ ແລະຄວາມສັບສົນຂອງສະຖານທີ່ຊື້ຂາຍ ເຊິ່ງມັນໄດ້ສ້າງຄວາມລົບກວນໃຫ້ແກ່ຜູ້ນະມັດສະການທີ່ກຳລັງພະຍາຍາມອະທິຖານຢູ່ທີ່ແທ່ນເຜົາເຄື່ອງບູຊາ. ພວກປະໂລຫິດ ແລະຜູ້ປົກຄອງຄວນແກ້ໄຂບັນຫາເຫຼົ່ານີ້ຢູ່ທີ່ເດີ່ນດ້ານນອກຂອງພຣະວິຫານ ແຕ່ຍ້ອນວ່າພວກເຂົາໄດ້ຮັບຜົນປະໂຫຍດທາງດ້ານການເງິນຈາກພວກພໍ່ຄ້າ ດັ່ງນັ້ນ ພວກເຂົາຈຶ່ງບໍ່ຕ້ອງການທີ່ຈະແກ້ໄຂ.
ໃນຂະນະທີ່ພຣະເຢຊູເຂົ້າມາໃນພຣະວິຫານ ພຣະອົງໄດ້ເຫັນການເຮັດທຸລະກິດທີ່ບໍ່ຍຸຕິທໍາ. ພຣະອົງໄດ້ເຫັນຄວາມຫຍຸ້ງຍາກຂອງຜູ້ທຸກຍາກທີ່ຄິດວ່າບາບຂອງພວກເຂົາບໍ່ສາມາດໄດ້ຮັບການໃຫ້ອະໄພ ເພາະວ່າພວກເຂົາບໍ່ມີສັດທີ່ຈະນຳມາຖວາຍ. ພຣະອົງໄດ້ເຫັນເດີ່ນດ້ານນອກທີ່ສັກສິດຂອງພຣະວິຫານຂອງພຣະເຈົ້າມີສຽງດັງຄືກັບຕະຫຼາດ. ມັນເປັນສິ່ງສໍາຄັນທີ່ຈະຕ້ອງແກ້ໄຂຄວາມສັບສົນນີ້ຢູ່ເດີ່ນດ້ານນອກຂອງພຣະວິຫານ. ຜູ້ນະມັດສະການໄດ້ຖວາຍເຄື່ອງບູຊາໂດຍບໍ່ຮູ້ຄວາມໝາຍຂອງລູກແກະ. ປະຊາຊົນບໍ່ໄດ້ເຂົ້າໃຈເຖິງຄວາມໝາຍຂອງເທດສະການປັດສະຄາ.
ພຣະເຢຊູຊົງຢືນຢູ່ ແລະເບິ່ງປະຊາຊົນທີ່ເດີ່ນດ້ານນອກຂອງພຣະວິຫານ. ໃບຫນ້າຂອງພຣະອົງໄດ້ສະແດງໃຫ້ເຫັນເຖິງຄວາມບໍ່ພໍໃຈ, ສິດທິອຳນາດ ແລະຣິດອຳນາດ. ແລ້ວປະຊາຊົນກໍຢຸດເຮັດທຸກສິ່ງທີ່ພວກເຂົາກຳລັງເຮັດ ແລະແນມເບິ່ງພຣະເຢຊູ. ທັນໃດນັ້ນ ທຸກຄົນກໍງຽບທັນທີຢູ່ທີ່ເດີ່ນດ້ານນອກຂອງພຣະວິຫານ. ພວກພໍ່ຄ້າຮູ້ສຶກວ່າ ພຣະເຢຊູສາມາດອ່ານຄວາມຄິດຂອງພວກເຂົາໄດ້ ບາງຄົນພະຍາຍາມເຊື່ອງໜ້າຂອງພວກເຂົາ ພວກເຂົາໄດ້ເຫັນພຣະເຈົ້າໂດຍຜ່ານທາງພຣະອົງ. ແສງສະຫວ່າງຂອງພຣະເຈົ້າແມ່ນຢູ່ທົ່ວໃບຫນ້າຂອງພຣະເຢຊູ.
ພຣະເຢຊູໄດ້ເອົາເຊືອກເຮັດແສ້ໄລ່ຄົນເຫຼົ່ານັ້ນພ້ອມກັບໂຕແກະ ແລະໂຕງົວອອກໄປຈາກບໍລິເວນພຣະວິຫານ, ຊົງຖອກເງິນ ແລະຂວ້ຳໂຕະຂອງຄົນແລກເງິນ. ດ້ວຍສຽງທີ່ຊັດເຈນແລະດັງ ພຣະເຢຊູໄດ້ກ່າວຕໍ່ບັນດາຄົນທີ່ຂາຍນົກເຂົາວ່າ: “ຈົ່ງເອົາຂອງເຫຼົ່ານີ້ອອກໄປເສຍ ຢ່າເຮັດໃຫ້ທີ່ສະຖິດພຣະບິດາຂອງເຮົາເປັນບ່ອນຄ້າຂາຍ.” ຫຼຽນຕົກລົງພື້ນ ບໍ່ມີຜູ້ໃດຖາມກ່ຽວກັບສິດອໍານາດຂອງພຣະເຢຊູທີ່ເຮັດສິ່ງນີ້ໃນເວລານັ້ນ ແລະບໍ່ມີໃຜຢຸດເພື່ອເກັບເງິນຂອງຕົນ. ພຣະເຢຊູບໍ່ໄດ້ຕີພວກເຂົາດ້ວຍແສ້ ແຕ່ແສ້ໃນມືຂອງພຣະອົງກໍເໝືອນກັບດາບເປວໄຟສຳລັບພວກພໍ່ຄ້າ, ພວກເຈົ້າຫນ້າທີ່ຂອງພຣະວິຫານ, ພວກປະໂລຫິດ, ພວກນາຍຫນ້າ ແລະພວກພໍ່ຄ້າຂາຍສັດ. ໂຕແກະ ແລະໂຕງົວຂອງພວກເຂົາຮີບເອົາອອກໄປຈາກພຣະວິຫານເພື່ອລົບໜີຈາກພຣະເຢຊູ. ພວກເຂົາບໍ່ມີອໍານາດທີ່ຈະຕໍ່ຕ້ານພຣະອົງ ເພາະວ່າພຣະອົງກ່າວດ້ວຍສິດອໍານາດທີ່ມາຈາກພຣະເຈົ້າ.
ແຕ່ພວກພໍ່ຄ້າ, ພວກເຈົ້າຫນ້າທີ່ ແລະພວກປະໂລຫິດບໍ່ໄດ້ກັບໃຈຈາກການກະທຳຂອງພວກເຂົາ. ພວກເຂົາອາລົມເສຍທີ່ພຣະເຢຊູໄດ້ໄລ່ພວກເຂົາອອກໄປຈາກພຣະວິຫານ. ເຫດການນີ້ ເປັນການຕຳໜິພວກເຂົາທີ່ໝິ່ນປະໝາດຄວາມສັກສິດຂອງພຣະວິຫານ.
ຝູງຊົນພາກັນຕື່ນຕົກໃຈ ແລະພວກສາວົກຂອງພຣະເຢຊູກໍພາກັນຢ້ານເຊັ່ນກັນ. ພວກເຂົາຈື່ໄດ້ວ່າຄໍາພະຍາກອນຂອງດາວິດກ່າວວ່າ: "ຄວາມຮ້ອນໃຈໃນເລື່ອງພຣະວິຫານຂອງພຣະອົງໄດ້ຖ້ວມລົ້ນຂ້ານ້ອຍ" (ເພງສັນລະເສີນ 69:9). ບັດນີ້ ພຣະວິຫານໄດ້ອິດສະລະຈາກການຄ້າຂາຍອັນບໍ່ບໍຣິສຸດ. ຜູ້ນະມັດສະການສາມາດອະທິຖານໄດ້ຢ່າງຄວາມສະຫງົບ.
ຕອນນີ້ ປະຊາຊົນໄດ້ເຂົ້າມາໃກ້ຊິດພຣະເຢຊູ ແລະພຣະອົງກໍຊົງປິ່ນປົວຮັກສາຄົນທີ່ເປັນໂຣກພະຍາດຕ່າງໆ. ຫຼັງຈາກນັ້ນ ພວກປະໂລຫິດໄດ້ກັບຄືນມາທີ່ພຣະວິຫານອີກ ແລະພວກເຂົາໄດ້ເຫັນປະຊາຊົນຢູ່ກັບພຣະເຢຊູ. ປະຊາຊົນໄດ້ໄປບອກພວກປະໂລຫິດວ່າ ພຣະເຢຊູຊົງຮັກສາໂຣກພະຍາດຂອງພວກເຂົາຢ່າງໃດແດ່. ແລ້ວພວກປະໂລຫິດກໍເຫັນວ່າພວກເຂົາກໍາລັງສູນເສຍອິດທິພົນຂອງພວກເຂົາຢູ່ໃນທ່າມກາງປະຊາຊົນ ແລະພວກເຂົາເລີ່ມອິດສາພຣະເຢຊູ.
ພວກປະໂລຫິດ ແລະຜູ້ປົກຄອງຄວນຈະເຫັນວ່າພຣະເຢຊູເປັນພຣະເມຊີອາ ເພາະວ່າພວກເຂົາມີພຣະຄໍາພີ. ພວກເຂົາເຫັນວ່າ ພຣະເຢຊູໄດ້ສຳແດງໃຫ້ເຫັນເຖິງອໍານາດເກີນກວ່າຄວາມເປັນມະນຸດໃນການສັ່ງໃຫ້ນຳເອົາສິນຄ້າອອກໄປຈາກພຣະວິຫານ. ແຕ່ພວກເຂົາບໍ່ເຕັມໃຈທີ່ຈະຍອມຮັບວ່າ ພຣະອົງມາຈາກພຣະເຈົ້າ. ພວກເຂົາກຽດຊັງພຣະອົງ ແມ່ນແຕ່ໃນຄວາມຄິດຂອງພວກເຂົາ ພວກເຂົາຍັງຢ້ານວ່າພຣະອົງອາດຈະເປັນຜູ້ປະກາດພຣະຄຳຂອງພຣະເຈົ້າ. ດ້ວຍຄວາມຂ້ອງໃຈ ພວກເຂົາຈຶ່ງຖາມພຣະເຢຊູວ່າ: “ເຈົ້າຈະສະແດງການອັດສະຈັນອັນໃດໃຫ້ພວກເຮົາເຫັນວ່າ ເຈົ້າມີສິດເຮັດການຢ່າງນີ້.”
ແຕ່ໃນການຊໍາລະລ້າງພຣະວິຫານ ຄວາມເປັນພຣະເຈົ້າຂອງພຣະເຢຊູໄດ້ເຮັດໃຫ້ເຫັນແລ້ວ. ຕອນນີ້ ພຣະອົງກຳລັງປິ່ນປົວຮັກສາຄົນເຈັບປ່ວຍ. ບໍ່ມີການພິສູດອໍານາດອີກຕໍ່ໄປ ເພື່ອທີ່ຈະເຮັດໃຫ້ພວກປະໂລຫິດ ແລະຜູ້ປົກຄອງເຊື່ອ.
ພຣະເຢຊູໄດ້ຕອບພວກເຂົາໂດຍການໃຫ້ຄໍາພະຍາກອນທີ່ຈະກາຍເປັນຄວາມຈິງ ແລະດ້ວຍເຫດນີ້ ພວກເຂົາຈຶ່ງບໍ່ຕ້ອງສົງໄສວ່າ ພຣະອົງເປັນພຣະເມຊີອາ ຫຼື ບໍ່. ພຣະເຢຊູຕອບພວກເຂົາວ່າ “ຖ້າມ້າງພຣະວິຫານນີ້ລົງເສຍ ແລະເຮົາຈະສ້າງຂຶ້ນໃໝ່ໃນສາມວັນ.”
ພວກເຂົາກ່າວວ່າ: “ພຣະວິຫານນີ້ ເຂົາໄດ້ສ້າງຂຶ້ນເຖິງສີ່ສິບຫົກປີຈຶ່ງສຳເລັດ ຝ່າຍເຈົ້າຈະສ້າງຂຶ້ນໃໝ່ໃນສາມວັນຊັ້ນບໍ?”
ແຕ່ພຣະວິຫານທີ່ພຣະເຢຊູໄດ້ກ່າວເຖິງນັ້ນແມ່ນຮ່າງກາຍຂອງພຣະອົງເອງ. ພຣະອົງຈະຕາຍ ແລະຈະຟື້ນຄືນມາຫຼັງຈາກສາມມື້.
ຫຼັງຈາກພຣະເຢຊູໄດ້ຟື້ນຄືນມາຈາກຄວາມຕາຍແລ້ວ ພວກສາວົກກໍໄດ້ຈື່ຄຳເວົ້າຂອງພຣະອົງທີ່ກ່າວວ່າ: “ຖ້າມ້າງພຣະວິຫານນີ້ລົງເສຍ ແລະເຮົາຈະສ້າງຂຶ້ນໃໝ່ໃນສາມວັນ.” ແລ້ວພວກສາວົກກໍໄດ້ເຊື່ອໃນພຣະຄໍາພີ ແລະໃນຖ້ອຍຄໍາຂອງພຣະເຢຊູທີ່ໄດ້ກ່າວໄວ້.
"ຂະນະທີ່ພຣະເຢຊູຍັງຢູ່ໃນນະຄອນເຢຣູຊາເລັມຍາມເທດສະການສະຫຼອງປັດສະຄານັ້ນ ໄດ້ມີຫຼາຍຄົນຮັບເຊື່ອໃນພຣະນາມຂອງພຣະອົງ ເພາະພວກເຂົາເຫັນການອັດສະຈັນທີ່ພຣະອົງໄດ້ກະທຳ" (ໂຢຮັນ 2:23).
ໃນການຊໍາລະລ້າງພຣະວິຫານ ພຣະເຢຊູໄດ້ປະກາດພາລະກິດຂອງພຣະອົງທີ່ເປັນພຣະເມຊີອາ ແລະໄດ້ເລີ່ມຕົ້ນເຮັດພາລະກິດຂອງພຣະອົງ. ຜູ້ປະກາດພຣະຄຳມາລາກີໄດ້ກ່າວວ່າ: “ພຣະຜູ້ເປັນເຈົ້າແຫ່ງຈັກກະວານຊົງກ່າວດັ່ງນີ້ ເຮົາຈະສົ່ງຜູ້ສົ່ງຂ່າວໄປຈັດຕຽມຫົນທາງໄວ້ສຳລັບເຮົາ ແລ້ວໃນທັນໃດນັ້ນ ພຣະຜູ້ເປັນເຈົ້າອົງທີ່ເຈົ້າຊອກສະແຫວງຫາກໍຈະສະເດັດມາໃນພຣະວິຫານຂອງພຣະອົງ ຜູ້ສົ່ງຂ່າວທີ່ພວກເຈົ້າຢາກເຫັນແຕ່ເຫິງນານ ກໍຈະມາປະກາດຄຳໝັ້ນສັນຍາຂອງເຮົາ… ພຣະອົງຈະສະເດັດມາຕັດສິນດັ່ງຜູ້ຫຼອມເງິນ ແລະຊຳລະມັນໃຫ້ບໍຣິສຸດ. ພຣະອົງຈະຊຳລະປະໂລຫິດໃຫ້ບໍຣິສຸດ ດັ່ງດຽວກັນກັບເງິນ ແລະຄຳທີ່ຫຼອມແລ້ວ ເພື່ອວ່າພວກເຂົາຈະນຳເຄື່ອງບູຊາທີ່ຖືກຕ້ອງມາຖວາຍແດ່ພຣະເຈົ້າ…” (ມາລາກີ 3:1-3).
ຈິດໃຈຂອງພວກເຮົາເຕັມໄປດ້ວຍສິ່ງທີ່ບໍ່ບໍຣິສຸດ ຄືກັນກັບພຣະວິຫານທີ່ເຕັມໄປດ້ວຍສິ່ງທີ່ບໍ່ຊອບທໍາ. ມີພຽງແຕ່ພຣະເຢຊູເທົ່ານັ້ນທີ່ສາມາດຊໍາລະລ້າງຈິດໃຈຂອງພວກເຮົາໄດ້ ແຕ່ພຣະອົງຈະບໍ່ໃຊ້ວິທີການບັງຄັບຈິດໃຈຂອງພວກເຮົາ. ພຣະອົງກ່າວວ່າ: “ເບິ່ງແມ ເຮົາຢືນເຄາະຢູ່ທີ່ປະຕູ. ຖ້າຜູ້ໃດໄດ້ຍິນສຽງຂອງເຮົາ ແລະໄຂປະຕູ ເຮົາຈະເຂົ້າໄປຫາຜູ້ນັ້ນ” (ພຣະນິມິດ 3:20). ພຣະເຢຊູຢູ່ໃນຫົວໃຈຂອງພວກເຮົາຈະຊໍາລະລ້າງຈິດໃຈ ແລະເຮັດໃຫ້ຈິດໃຈບໍຣິສຸດ ເພື່ອໃຫ້ຈິດໃຈຂອງພວກເຮົາສາມາດເປັນພຣະວິຫານອັນສັກສິດຂອງພຣະເຈົ້າໄດ້. “ດ້ວຍວ່າ ວິຫານຂອງພຣະເຈົ້າເປັນທີ່ບໍຣິສຸດສັກສິດ ແລະພວກເຈົ້ານັ້ນແຫລະ, ເປັນວິຫານຂອງພຣະອົງ” (1 ໂກຣິນໂທ 3:17).
ອ້າງອີງຈາກປຶ້ມ "ພຣະຄຳພີ" ໂຢຮັນ 2:12-23
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 16 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ນີໂກເດມ
ໃນການຊໍາລະລ້າງພຣະວິຫານ ບໍ່ແມ່ນປະໂລຫິດທັງໝົດທີ່ປະຕິເສດພຣະເຢຊູ. ຍັງມີປະໂລຫິດບາງຄົນທີ່ເຊື່ອວ່າ ພຣະເຈົ້າໄດ້ສົ່ງພຣະເຢຊູມາ ແລະບາງຄົນກໍຢ້ານວ່າຈະປະຕິເສດຜູ້ທີ່ພຣະເຈົ້າໄດ້ສົ່ງມານັ້ນ. ພວກເຂົາຮູ້ດີວ່າ ການທີ່ພວກເຂົາຢູ່ພາຍໃຕ້ອໍານາດຂອງຈັກກະພັດໂຣມນັ້ນ ກໍຍ້ອນວ່າ ພວກເຂົາໄດ້ປະຕິເສດຄໍາຕັກເຕືອນຂອງພຣະເຈົ້າ. ພວກເຂົາບໍ່ກ້າປະຕິເສດພຣະເຢຊູ ເພາະຢ້ານວ່າຈະນຳໄພພິບັດຫຼາຍຢ່າງມາສູ່ປະເທດຊາດຂອງພວກເຂົາ. ໃນທ່າມກາງບັນດາຜູ້ທີ່ຮູ້ສຶກແບບນີ້ມີຊາຍຄົນໜຶ່ງຊື່ວ່າ ‘ນີໂກເດມ.’ ເພິ່ນເປັນສະມາຊິກຂອງສານສູງສຸດ ເຊິ່ງເປັນສານທີ່ຖືກສ້າງຕັ້ງຂຶ້ນໂດຍຄູສອນສາສະຫນາ.
ນິໂກເດມໄດ້ສຶກສາຄໍາພະຍາກອນກ່ຽວກັບພຣະເມຊີອາ. ຍິ່ງເພິ່ນໄດ້ສຶກສາຄໍາພະຍາກອນຫຼາຍເທົ່າໃດ ເພິ່ນກໍຍິ່ງໝັ້ນໃຈວ່າພຣະເຢຊູອາດຈະເປັນພຣະເມຊີອາ. ເພິ່ນຕ້ອງການສົນທະນາກັບພຣະເຢຊູ ແຕ່ເພິ່ນບໍ່ຢາກໃຫ້ພວກປະໂລຫິດຄົນອື່ນໆ ແລະຜູ້ປົກຄອງຮູ້ເລື່ອງນີ້. ສະນັ້ນ ເພິ່ນຈຶ່ງພະຍາຍາມທີ່ຈະໄປພົບພຣະເຢຊູຢ່າງເປັນຄວາມລັບ. ເພິ່ນຮູ້ວ່າ ພຣະເຢຊູໄປພູເຂົາໝາກກອກເທດໃນຕອນກາງຄືນ. ດັ່ງນັ້ນ ເມື່ອເມືອງງຽບສະຫງົບ ນິໂກເດມຈຶ່ງໄປພູເຂົາໝາກກອກເທດເພື່ອຕ້ອງການພົບກັບພຣະເຢຊູ.
ນິໂກເດມໄດ້ກ່າວຕໍ່ພຣະເຢຊູວ່າ: “ອາຈານເອີຍ, ພວກຂ້ານ້ອຍຮູ້ດີວ່າທ່ານເປັນຄູທີ່ມາຈາກພຣະເຈົ້າ ເພາະບໍ່ມີຜູ້ໃດທີ່ເຮັດການອັດສະຈັນທີ່ທ່ານເຮັດນີ້ໄດ້ຖ້າພຣະເຈົ້າບໍ່ສະຖິດຢູ່ນຳຜູ້ນັ້ນ.”
ໃນຈຸດນີ້ ນີໂກເດມຄິດວ່າ ພຣະເຢຊູເປັນຜູ້ໃດຜູ້ຫນຶ່ງທີ່ຖືກສົ່ງມາຈາກພຣະເຈົ້າ ແຕ່ເພິ່ນຍັງບໍ່ທັນໄດ້ເຊື່ອວ່າ ພຣະອົງເປັນພຣະເມຊີອາ.
ທັນໃດນັ້ນ ພຣະເຢຊູເຫັນວ່າ ນີໂກເດມຮູ້ພຣະຄໍາພີດີ ແລະຕ້ອງການປ່ຽນແປງຈິດໃຈໃໝ່ຈາກພຣະເຈົ້າ. ນີໂກເດມເຄີຍໄດ້ຍິນການປະກາດຂອງໂຢຮັນບັບຕິສະໂຕທີ່ບອກໃຫ້ກັບໃຈໃໝ່ເຊົາເຮັດບາບ ແຕ່ເພິ່ນຍັງບໍ່ທັນໄດ້ຄົ້ນຫາໃນຈິດໃຈຂອງເພິ່ນສໍາລັບຄວາມບາບ ແລະການກັບໃຈໃໝ່. ເພິ່ນຮູ້ສຶກວ່າ ຄຸນຄວາມດີຂອງເພິ່ນຄົງຈະພຽງພໍທີ່ຈະເຮັດໃຫ້ເພິ່ນໄດ້ຢູ່ກັບພຣະເຈົ້າ.
ພຣະເຢຊູຊົງຕອບເພິ່ນວ່າ: “ເຮົາບອກທ່ານຕາມຄວາມຈິງວ່າ ຖ້າຜູ້ໃດບໍ່ໄດ້ບັງເກີດໃໝ່ ຜູ້ນັ້ນຈະເຫັນອານາຈັກຂອງພຣະເຈົ້າບໍ່ໄດ້.”
ດ້ວຍຄວາມແປກໃຈ ນີໂກເດມທູນຖາມພຣະອົງວ່າ: “ຄົນເຖົ້າແລ້ວຈະເກີດໃໝ່ໄດ້ຢ່າງໃດ? ຈະເຂົ້າໃນທ້ອງແມ່ຂອງຕົນເທື່ອທີສອງແລ້ວເກີດມາໄດ້ບໍ?”
ພຣະເຢຊູຊົງຕອບວ່າ: “ເຮົາບອກທ່ານຕາມຄວາມຈິງວ່າ ຖ້າຜູ້ໃດບໍ່ບັງເກີດຈາກນ້ຳ ແລະຈາກພຣະວິນຍານ ຜູ້ນັ້ນຈະເຂົ້າໄປໃນອານາຈັກຂອງພຣະເຈົ້າບໍ່ໄດ້.”
ນີໂກເດມຮູ້ວ່າ ພຣະເຢຊູກຳລັງເວົ້າກ່ຽວກັບການຮັບບັບຕິສະມາໃນນ້ໍາ ແລະປ່ຽນຈິດໃຈໃໝ່ໂດຍພຣະວິນຍານບໍຣິສຸດ. ເພິ່ນໝັ້ນໃຈວ່າ ພຣະເຢຊູເປັນຜູ້ທີ່ໂຢຮັນບັບຕິສະໂຕໄດ້ກ່າວເຖິງ.
ພຣະເຢຊູໄດ້ກ່າວອີກວ່າ: “ຜູ້ທີ່ເກີດຈາກເນື້ອໜັງກໍເປັນເນື້ອໜັງ ແລະຜູ້ທີ່ເກີດຈາກພຣະວິນຍານກໍເປັນວິນຍານ. ຢ່າປະຫຼາດໃຈທີ່ເຮົາບອກທ່ານວ່າ ທ່ານທັງຫຼາຍຈຳເປັນຕ້ອງເກີດມາໃໝ່.”
ໃນຖ້ອຍຄໍາເຫຼົ່ານີ້ ພຣະເຢຊູໝາຍຄວາມວ່າ ຈິດໃຈຂອງພວກເຮົາທີ່ບໍ່ມີພຣະເຈົ້າ ກໍຈະເຮັດແຕ່ສິ່ງທີ່ຊົ່ວຮ້າຍເທົ່ານັ້ນ. ແຕ່ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດປ່ຽນແປງຈິດໃຈຂອງພວກເຮົາເພື່ອໃຫ້ປາຖະໜາຄວາມບໍຣິສຸດໄດ້. ບັນດາຜູ້ທີ່ພະຍາຍາມເຂົ້າສູ່ສະຫວັນດ້ວຍຄວາມດີຂອງຕົນເອງ ຫຼືຄຸນຄວາມດີໃນການຮັກສາພຣະບັນຍັດຂອງພຣະເຈົ້ານັ້ນ ກໍາລັງພະຍາຍາມເຮັດສິ່ງທີ່ເປັນໄປບໍ່ໄດ້. ໃນຊີວິດຄຣິສຕຽນ, ຊີວິດເກົ່າຕ້ອງຕາຍໄປ ແລະຊີວິດໃຫມ່ຕ້ອງເກີດຂຶ້ນ. ແລະການປ່ຽນແປງນີ້ຈະເກີດຂຶ້ນໄດ້ກໍຕໍ່ເມື່ອພວກເຮົາຍອມມອບຈິດໃຈຂອງພວກເຮົາໃຫ້ພຣະເຈົ້າ.
ພຣະເຢຊູໄດ້ກ່າວຕື່ມອີກວ່າ: “ລົມຢາກພັດໄປທິດໃດກໍພັດໄປທິດນັ້ນ ແລະທ່ານໄດ້ຍິນສຽງມັນ ແຕ່ທ່ານບໍ່ຮູ້ວ່າມັນພັດມາຈາກໃສ ແລະພັດໄປທາງໃດ ທຸກຄົນທີ່ເກີດມາຈາກພຣະວິນຍານກໍເປັນດັ່ງນັ້ນແຫລະ.” ຂະບວນການຂອງພຣະວິນຍານບໍຣິສຸດກໍເໝືອນກັບລົມເຊິ່ງບໍ່ອາດຈະເຫັນໄດ້. ພຣະເຈົ້າຊົງປະທັບຢູ່ໃນຈິດໃຈຂອງຄົນບາບ ແລະພວກເຂົາຍອມມອບຈິດໃຈຂອງພວກເຂົາໃຫ້ພຣະອົງ. ພຣະອົງຊົງກຳຈັດຄວາມຊົ່ວຮ້າຍອອກໄປ ແລະຢຸດກິດຈະການງານຕ່າງໆຂອງຄວາມຊົ່ວຮ້າຍ. ຄວາມຮັກ, ຄວາມຖ່ອມຕົນ ແລະຄວາມສະຫງົບສຸກເກີດຂຶ້ນແທນທີ່ຄວາມໂກດຮ້າຍ, ຄວາມອິດສາ ແລະຄວາມຂັດແຍ້ງ. ຄວາມສຸກແທນທີ່ຄວາມໂສກເສົ້າ. ມັນຄ່ອຍໆເກີດຂຶ້ນຈົນບໍ່ອາດແນມເຫັນໄດ້. ໃນທີ່ສຸດ ຜົນຂອງການປ່ຽນແປງຈິດໃຈຈະສະແດງໃຫ້ຄົນທີ່ຢູ່ອ້ອມຂ້າງຂອງພວກເຂົາໄດ້ເຫັນຢ່າງຊັດເຈນ.
ນີໂກເດມໄດ້ຖາມພຣະອົງວ່າ: “ເຫດການເຫຼົ່ານີ້ຈະເປັນໄປໄດ້ຢ່າງໃດ?”
ພຣະເຢຊູຊົງຕອບວ່າ: “ທ່ານເປັນອາຈານຂອງຊາດອິດສະຣາເອນ ແລະຍັງບໍ່ຮູ້ຈັກສິ່ງເຫຼົ່ານີ້ບໍ?”
ແລ້ວພຣະເຢຊູກໍຊົງແກ້ໄຂການແປຄວາມໝາຍກ່ຽວກັບຄໍາພະຍາກອນເລື່ອງພຣະເມຊີອາທີ່ຊາວຢິວແປຄວາມໝາຍບໍ່ຖືກຕ້ອງນັ້ນ. ພຣະເມຊີອາບໍ່ໄດ້ມາຕັ້ງອານາຈັກເທິງແຜ່ນດິນໂລກ ແຕ່ເປັນອານາຈັກຝ່າຍຈິດວິນຍານ. ດັ່ງນັ້ນ ພຣະເມຊີອາບໍ່ໄດ້ມາເປັນກະສັດໃນໂລກທີ່ຊາວຢິວຄິດໄວ້ ແຕ່ເປັນພຣະຜູ້ໄຖ່ບາບຂອງໂລກ.
ພຣະເຢຊູຊົງກ່າວອີກວ່າ: “ໂມເຊໄດ້ຍົກງູຂຶ້ນໃນປ່າສັນໃດ ບຸດມະນຸດຈະຕ້ອງຖືກຍົກຂຶ້ນສັນນັ້ນ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະອົງຈະມີຊີວິດອັນຕະຫຼອດໄປເປັນນິດ. ເພາະວ່າພຣະເຈົ້າຊົງຮັກໂລກຫຼາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ. ເພາະວ່າພຣະເຈົ້າໄດ້ຊົງໃຊ້ພຣະບຸດຂອງພຣະອົງເຂົ້າມາໃນໂລກ ບໍ່ແມ່ນຈະຕັດສິນລົງໂທດມະນຸດສະໂລກ ແຕ່ເພື່ອມະນຸດສະໂລກຈະພົ້ນໄດ້ດ້ວຍພຣະບຸດນັ້ນ. ຜູ້ທີ່ວາງໃຈໃນພຣະບຸດກໍບໍ່ຖືກຕັດສິນລົງໂທດ ແຕ່ຜູ້ທີ່ບໍ່ວາງໃຈກໍໄດ້ຖືກຕັດສິນລົງໂທດແລ້ວ ເພາະບໍ່ໄດ້ເຊື່ອໃນພຣະນາມພຣະບຸດອົງດຽວຂອງພຣະເຈົ້າ. ນີ້ແຫລະ ແມ່ນການຕັດສິນລົງໂທດ ຄືວ່າຄວາມສະຫວ່າງໄດ້ເຂົ້າມາໃນໂລກ ແຕ່ມະນຸດໄດ້ຮັກຄວາມມືດຫຼາຍກວ່າຮັກຄວາມສະຫວ່າງ ເພາະກິດຈະການຂອງເຂົາຊົ່ວ. ດ້ວຍວ່າທຸກຄົນທີ່ເຮັດຊົ່ວກໍຊັງຄວາມສະຫວ່າງ ແລະບໍ່ມາເຖິງຄວາມສະຫວ່າງ ເພາະຢ້ານວ່າ ການກະທຳຂອງຕົນນັ້ນຈະຖືກເປີດເຜີຍ. ແຕ່ບຸກຄົນທີ່ເຮັດຕາມຄວາມຈິງກໍມາຫາຄວາມສະຫວ່າງ ເພື່ອຈະໃຫ້ການກະທຳຂອງຕົນປາກົດວ່າໄດ້ກະທຳການນັ້ນໂດຍອາໄສພຣະເຈົ້າ.”
ພຣະເຢຊູໄດ້ເລົ່າເຖິງເລື່ອງໃນສະໄໝຂອງໂມເຊ ເຊິ່ງເປັນສັນຍາລັກຂອງພາລະກິດໃນອະນາຄົດຂອງພຣະອົງ. ເມື່ອປະຊາຊົນອິດສະຣາເອນໃກ້ຈະເສຍຊີວິດຈາກການຖືກງູຕອດໃນທະເລຊາຍຍ້ອນວ່າພວກເຂົາບໍ່ເຊື່ອຟັງພຣະເຈົ້ານັ້ນ ພຣະເຈົ້າໄດ້ສັ່ງໃຫ້ໂມເຊສ້າງງູທອງສຳຣິດ ແລະຕອກຕິດມັນໄວ້ເທິງເສົາເພື່ອໃຫ້ທຸກຄົນສາມາດແນມເຫັນມັນໄດ້ (ຈົດບັນຊີ 21:5-9). ບັນດາຜູ້ທີ່ຖືກງູຕອດຈະແນມໄປເບິ່ງທີ່ງູເທິງເສົາ ແລະໄດ້ຮັບການປິ່ນປົວໃຫ້ຫາຍດີ ແລະມີຊີວິດຢູ່. ໃນທຳນອງດຽວກັນ ພຣະເຢຊູຊົງຮັບເອົາຊີວິດບາບຂອງມະນຸດ ພຣະອົງເປັນຕົວແທນງູ ແລະເສຍຊີວິດເທິງໄມ້ກາງແຂນສໍາລັບຄວາມບາບຂອງມະນຸດແຕ່ລະຄົນທົ່ວທັງໂລກ ເພື່ອທຸກຄົນທີ່ເຊື່ອໃນພຣະອົງຈະບໍ່ຕາຍແຕ່ມີຊີວິດນິລັນດອນ. ດັ່ງນັ້ນ ພຣະເຢຊູໄດ້ອະທິບາຍໃຫ້ນີໂກເດມຟັງວ່າ ພຣະເມຊີອາຈະສະເດັດມາ ແລະຖືກຄຶງໄວ້ເທິງໄມ້ກາງແຂນເພື່ອຈ່າຍຄ່າໂທດສໍາລັບຄວາມບາບຂອງໂລກ. ນີ້ແມ່ນແຜນການໄຖ່ບາບຂອງພຣະເຈົ້າທີ່ຈະຊ່ວຍມະນຸດ ເພາະວ່າພຣະເຈົ້າຊົງຮັກພວກເຮົາທຸກຄົນ.
“ເພາະວ່າພຣະເຈົ້າຊົງຮັກໂລກຫຼາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ” (ໂຢຮັນ 3:16).
“ເຮົາຈະໃຫ້ໃຈໃໝ່ແກ່ເຈົ້າ ແລະເຮົາຈະໃສ່ຈິດວິນຍານໃໝ່ໄວ້ໃນເຈົ້າ ເຮົາຈະເອົາໃຈຫີນຂອງເຈົ້າອອກຈາກເຈົ້າ ແລະຈະໃຫ້ເຈົ້າມີໃຈເນື້ອ.
ແລະເຮົາຈະໃສ່ຈິດວິນຍານຂອງເຮົາໄວ້ໃນເຈົ້າ ແລະນຳພາເຈົ້າໃຫ້ປະຕິບັດຕາມກົດໝາຍຂອງເຮົາ ແລະເຈົ້າຈະຮັກສາຄຳຕັດສິນຂອງເຮົາ ແລະປະຕິບັດຕາມ” (ເອເຊກຽນ 36:26,27).
ອ້າງອີງຈາກປຶ້ມ "ພຣະຄຳພີ" ໂຢຮັນ 3:1-21
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 17 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂຢຮັນບັບຕິສະໂຕແມ່ນຜູ້ຈັດຕຽມຫົນທາງໃຫ້ພຣະບຸດຂອງພຣະເຈົ້າ
ຫຼັງຈາກນັ້ນ ພຣະເຢຊູ ແລະພວກສາວົກຂອງພຣະອົງກໍໄດ້ເຂົ້າໄປໃນແຂວງຢູດາ. ພຣະອົງຊົງສັ່ງສອນປະຊາຊົນ ແລະພວກສາວົກຂອງພຣະອົງກໍເປັນຜູ້ໃຫ້ບັບຕິສະມາແກ່ປະຊາຊົນ. ໃນເວລານັ້ນ ໂຢຮັນບັບຕິສະໂຕຍັງຄົງປະກາດ ແລະໃຫ້ບັບຕິສະມາແກ່ປະຊາຊົນ. ເມື່ອພວກສາວົກຂອງໂຢຮັນບັບຕິສະໂຕເຫັນພຣະເຢຊູ ແລະພວກສາວົກຂອງພຣະອົງເຮັດສິ່ງເຫຼົ່ານີ້ເຊັ່ນກັນ ແລະໄດ້ຮັບຄວາມນິຍົມຫຼາຍກວ່າໂຢຮັນບັບຕິສະໂຕ. ພວກເຂົາກໍອິດສາ ແລະຈົ່ມໃຫ້ໂຢຮັນບັບຕິສະໂຕຟັງວ່າ: “ອາຈານເອີຍ, ຜູ້ທີ່ຢູ່ນຳອາຈານທີ່ຟາກແມ່ນ້ຳຈໍແດນພຸ້ນ ຄືຜູ້ທີ່ອາຈານເປັນພະຍານເຖິງນັ້ນ. ເບິ່ງແມ! ຜູ້ນັ້ນກຳລັງໃຫ້ບັບຕິສະມາ ແລະຄົນທັງປວງກໍພາກັນໄປຫາເພິ່ນ.”
ຊາຕານໄດ້ໃຊ້ພວກສາວົກຂອງໂຢຮັນບັບຕິສະໂຕ ລໍ້ລວງໃຫ້ໂຢຮັນບັບຕິສະໂຕເກີດມີຄວາມອິດສາ ແລະຫຶງຫວງ. ຖ້າວ່າໂຢຮັນບັບຕິສະໂຕໄດ້ສະແດງເຖິງຄວາມອິດສາ ມັນອາດຈະເປັນໄພອັນຕະລາຍຕໍ່ວຽກງານຂອງພຣະເຈົ້າ. ໂຢຮັນບັບຕິສະໂຕກໍເປັນມະນຸດເໝືອນດັ່ງພວກເຮົາ ແຕ່ເພິ່ນໄດ້ຍອມຈຳນົນຕໍ່ພຣະເຈົ້າ ແລະໃຈຂອງເພິ່ນໄດ້ຮັບການປ່ຽນແປງກາຍເປັນຄົນຖ່ອມຕົວ. ເພິ່ນບໍ່ໄດ້ເປັນຄົນເຫັນແກ່ຕົວ ຫຼື ມັກໃຫຍ່ໃຝ່ສູງ. ເພິ່ນໄດ້ກ່າວຄຳອ່ອນໂຍນຕໍ່ພວກສາວົກຂອງເພິ່ນວ່າ: “ທ່ານທັງຫຼາຍກໍເປັນພະຍານຝ່າຍເຮົາວ່າ ເຮົາໄດ້ກ່າວວ່າ 'ເຮົາບໍ່ແມ່ນພຣະຄຣິດ ແຕ່ເປັນຜູ້ຮັບໃຊ້ມາກ່ອນໜ້າພຣະອົງ… ພຣະອົງນັ້ນຕ້ອງຊົງໃຫຍ່ຂຶ້ນ ແຕ່ເຮົາຈະຕ້ອງນ້ອຍລົງ.” ໂຢຮັນບັບຕິສະໂຕຮູ້ວ່າພາລະກິດຂອງເພິ່ນແມ່ນຈັດຕຽມຫົນທາງກຽມໄວ້ສໍາລັບພຣະເມຊີອາ ແລະບໍ່ເຮັດໃຫ້ເກີດອຸປະສັກ. ເພິ່ນເປັນຜູ້ນຳທາງຈັດຕຽມຫົນທາງສໍາລັບພຣະເມຊີອາ ແລະໃນຕອນນີ້ ເພິ່ນລະນຶກໄດ້ວ່າ ເພິ່ນຕ້ອງນ້ອຍລົງ ເພື່ອໃຫ້ຕາຂອງມະນຸດມຸ່ງໄປຫາພຣະເຢຊູຜູ້ເປັນພຣະເມຊີອາ.
ມັນເປັນສິ່ງສໍາຄັນທີ່ຈະເຕືອນໃຫ້ຮູ້ວ່າ ພວກເຮົາຕ້ອງປາສະຈາກຄວາມອິດສາ ເພາະມັນທຳລາຍວຽກງານຂອງພຣະເຈົ້າ. ເຊັ່ນດຽວກັນກັບໂຢຮັນບັບຕິສະໂຕ ພວກເຮົາຄວນເວົ້າວ່າ: "ພຣະອົງນັ້ນຕ້ອງຊົງໃຫຍ່ຂຶ້ນ ແຕ່ເຮົາຈະຕ້ອງນ້ອຍລົງ" (ໂຢຮັນ 3:30).
ອ້າງອີງຈາກປຶ້ມ "ພຣະຄຳພີ" ໂຢຮັນ 3:22-36
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 18 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຊາຍຄົນໜຶ່ງທີ່ຖືກຜີສິງ
ຫຼັງຈາກນັ້ນ ພຣະເຢຊູກໍອອກໄປຈາກແຂວງຢູດາ ແລະກັບຄືນໄປຍັງແຂວງຄາລີເລ. ເມື່ອມາຮອດເມືອງກາເປນາອູມ ພຣະອົງກໍໄດ້ສັ່ງສອນປະຊາຊົນໃນວັນຊະບາໂຕ ພວກເຂົາທຸກຄົນກໍປະຫຼາດໃຈໃນການສັ່ງສອນຂອງພຣະອົງ ເພາະວ່າພຣະອົງບໍ່ຄືຄູສອນຄົນອື່ນໆ ແຕ່ພຣະອົງຊົງສັ່ງສອນດ້ວຍພຣະວິນຍານບໍຣິສຸດ. ໃນສາລາທຳນັ້ນ ມີຊາຍຄົນໜຶ່ງຖືກຜີສິງເຊິ່ງຮ້ອງຂຶ້ນດ້ວຍສຽງອັນດັງວ່າ: "ເຮີຍ! ເຢຊູ ໄທນາຊາເຣັດ ເຈົ້າມາຫຍຸ້ງກ່ຽວກັບພວກຂ້ອຍເຮັດຫຍັງ? ເຈົ້າມາທີ່ນີ້ເພື່ອທຳລາຍພວກຂ້ອຍຊັ້ນຫວາ? ພວກຂ້ອຍຮູ້ວ່າເຈົ້າແມ່ນຜູ້ໃດ ກໍເປັນຜູ້ບໍຣິສຸດຂອງພຣະເຈົ້າ."
ພຣະເຢຊູຊົງກ່າວວ່າ: "ມິດແມ! ແລະອອກໄປຈາກຊາຍຄົນນີ້ສາ." ຜີໄດ້ສັ່ນຮ່າງກາຍຂອງຊາຍຄົນນີ້ຢ່າງແຮງ, ຮ້ອງດັງຈົນສຽງດັບ ແລະອອກໄປຈາກລາວ. ປະຊາຊົນທຸກໆຄົນຕ່າງກໍງຶດງໍ້ປະຫຼາດໃຈ ແລະພາກັນສົນທະນານຳກັນວ່າ: "ແມ່ນຫຍັງກັນ? ຄຳສັ່ງສອນໃໝ່ມີສິດອຳນາດເຖິງຂັ້ນນີ້ບໍ? ຊາຍຄົນນີ້ສັ່ງຜີຮ້າຍ ແລະມັນກໍຟັງຄວາມເພິ່ນ." ແລ້ວຫຼາຍໆຄົນກໍຊາລືເລື່ອງພຣະເຢຊູໄປທົ່ວທຸກບ່ອນໃນຂົງເຂດນັ້ນ. ແລ້ວພຣະເຢຊູກໍໄດ້ຈາກສາລາທຳໄປຍັງເຮືອນຂອງເປໂຕ. ແມ່ເມຍຂອງເປໂຕບໍ່ສະບາຍ ເພາະເປັນໄຂ້ຂຶ້ນສູງ ແລະພວກເຂົາໄດ້ຂໍພຣະເຢຊູໃຫ້ປິ່ນປົວນາງ. ພຣະເຢຊູໄດ້ມາຢືນຢູ່ຂ້າງທີ່ນອນຂອງນາງ ແລະສັ່ງໄຂ້ນັ້ນໃຫ້ໜີໄປ. ແລ້ວແມ່ເມຍຂອງເປໂຕກໍໄດ້ຫາຍດີເປັນປົກກະຕິ ແລະລຸກຂຶ້ນມາທັນທີ. ຈາກນັ້ນ ນາງກໍໄດ້ມາບົວລະບັດຮັບໃຊ້ພຣະອົງກັບພວກສາວົກ.
ພໍຕາເວັນຕົກດິນຍາມແລງ ປະຊາຊົນທີ່ມີພີ່ນ້ອງ ຫຼື ໝູ່ເພື່ອນທີ່ບໍ່ສະບາຍຍ້ອນໂຣກພະຍາດນາໆຊະນິດ ແລະມີຜີສິງໄດ້ພາກັນມາຫາພຣະເຢຊູ. ພຣະອົງກໍໄດ້ວາງມືໃສ່ເທິງພວກເຂົາທຸກຄົນ ແລະໂຜດຮັກສາພວກເຂົາທຸກຄົນໃຫ້ຫາຍດີ. ສ່ວນບັນດາພວກຜີກໍອອກໄປຈາກຫຼາຍຄົນໂດຍຮ້ອງແຜດສຽງອັນດັງວ່າ: "ທ່ານເປັນພຣະບຸດຂອງພຣະເຈົ້າ." ແຕ່ພຣະເຢຊູຫ້າມເດັດຂາດບໍ່ໃຫ້ພວກຜີເວົ້າອີກຕໍ່ໄປ ເພາະພວກມັນຮູ້ດີວ່າພຣະອົງເປັນພຣະບຸດຂອງພຣະເຈົ້າ. ຫຼັງຈາກນັ້ນ ພຣະເຢຊູກໍໄດ້ສືບຕໍ່ເທດສະໜາຕາມສາລາທຳຫຼາຍໆບ່ອນທົ່ວແຂວງຄາລີເລ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມາຣະໂກ 1:21-28; ລູກາ 4:31-44
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 26 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຊົງເອີ້ນຊາວປະມົງ
ມີມື້ໜຶ່ງ ໃນຂະນະທີ່ພຣະເຢຊູຢືນຢູ່ທີ່ແຄມທະເລສາບຄາລີເລນັ້ນ ປະຊາຊົນກໍບຸບຽດກັນມາຫາພຣະອົງເພື່ອຟັງພຣະຄຳຂອງພຣະເຈົ້າ. ພຣະເຢຊູຫຼຽວເຫັນເຮືອສອງລຳຈອດໄວ້ຢູ່ແຄມຝັ່ງເຊິ່ງລຳໜຶ່ງເປັນເຮືອຂອງຊີໂມເປໂຕ. ພຣະອົງຈຶ່ງຂຶ້ນໄປໃນເຮືອຂອງເປໂຕ ແລະບອກໃຫ້ລາວຖອຍເຮືອອອກຫ່າງຈາກແຄມຝັ່ງທະເລໜ້ອຍໜຶ່ງ. ແລ້ວພຣະເຢຊູກໍນັ່ງລົງໃນເຮືອ ແລະສັ່ງສອນປະຊາຊົນ.
ຫຼັງຈາກທີ່ພຣະເຢຊູສັ່ງສອນຈົບແລ້ວ ພຣະອົງກໍໄດ້ກ່າວຕໍ່ເປໂຕວ່າ: "ຈົ່ງຖອຍເຮືອອອກໄກກວ່ານີ້ສູ່ນ້ຳເລິກ ແລະຢ່ອນມອງຂອງພວກເຈົ້າລົງຈັບປາ."
ເປໂຕຕອບວ່າ: "ອາຈານເອີຍ! ພວກຂ້ານ້ອຍຫາປາມາຕະຫຼອດຄືນຈົນອິດເມື່ອຍ ແລະບໍ່ໄດ້ຫຍັງເລີຍ ແຕ່ໃນເມື່ອທ່ານບອກເຊັ່ນນີ້ ຂ້ານ້ອຍກໍຈະຢ່ອນມອງລົງ." ດັ່ງນັ້ນ ເປໂຕ ແລະອັນເດອາຈຶ່ງໄດ້ຢ່ອນມອງລົງ ແລະຖືກປາຈຳນວນຫຼວງຫຼາຍ ຈົນມອງຂອງພວກເຂົາຈວນຈະຂາດ ພວກເຂົາຈຶ່ງໄດ້ກວັກມືເອີ້ນສອງອ້າຍນ້ອງຄື ຢາໂກໂບ ແລະໂຢຮັນທີ່ຢູ່ເຮືອລຳອື່ນໃຫ້ມາຊ່ວຍ. ພວກເຂົາກໍມາຊ່ວຍ ແລະໄດ້ປາເຕັມສອງລຳເຮືອ ຈົນເຮືອເກືອບຈະຈົມລົງ. ເມື່ອເປໂຕເຫັນເຫດການທີ່ໄດ້ເກີດຂຶ້ນແລ້ວ ລາວກໍຂາບລົງທີ່ພຣະບາດຂອງພຣະເຢຊູ.
ເປໂຕກ່າວວ່າ: "ນາຍເອີຍ! ຂໍເຊີນທ່ານໄປຈາກຂ້ານ້ອຍສາ ເພາະຂ້ານ້ອຍເປັນຄົນບາບ."
ພຣະເຢຊູກ່າວວ່າ: "ຢ່າສູ້ຢ້ານ! ຕັ້ງແຕ່ນີ້ໄປເຈົ້າຈະເປັນຜູ້ຫາຄົນ."
ເປໂຕກັບເພື່ອນຄົນອື່ນໆຕ່າງກໍງຶດງໍ້ປະຫຼາດໃຈທີ່ຈັບປາໄດ້ຢ່າງຫຼວງຫຼາຍເຊັ່ນນີ້ ເມື່ອພວກເຂົານຳເຮືອມາເຖິງແຄມຝັ່ງແລ້ວ.
ພຣະເຢຊູຈຶ່ງກ່າວຕໍ່ພວກເຂົາວ່າ: "ຈົ່ງຕາມເຮົາມາ ແລະເຮົາຈະສອນພວກເຈົ້າໃຫ້ເປັນຜູ້ຫາຄົນ" ພວກເຂົາຈຶ່ງປະຖິ້ມທຸກສິ່ງ ແລະຕິດຕາມພຣະເຢຊູ.
ພຣະເຈົ້າຊົງເອີ້ນຜູ້ທີ່ຈະຖ່ອມຕົວຮຽນຮູ້ຈາກພຣະອົງ ເພື່ອເຮັດວຽກສຳລັບຄວາມລອດຂອງຄົນອື່ນ. ຄືກັນກັບພຣະເຢຊູທີ່ສະແດງໃຫ້ພວກສາວົກເຫັນວ່າພຣະອົງສາມາດຈັດຫາຄວາມຕ້ອງການໃຫ້ພວກເຂົາໄດ້. ສະນັ້ນ ພຣະເຈົ້າສາມາດຈັດຫາຄວາມຕ້ອງການໃຫ້ສຳລັບບັນດາຜູ້ທີ່ຈະອຸທິດຕົວຂອງພວກເຂົາເພື່ອເຮັດວຽກຮັບໃຊ້ພຣະອົງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 4:18-22; ມາຣະໂກ 1:16-20; ລູກາ 5:1-11
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 25 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເທດສະໜາຢູ່ເທິງພູ
ປະຊາຊົນໄດ້ຕິດຕາມພຣະເຢຊູເປັນຈຳນວນຫຼວງຫຼາຍ ເມື່ອພຣະອົງເຫັນຄົນຫຼວງຫຼາຍເຊັ່ນນັ້ນ ພຣະອົງກໍສະເດັດຂຶ້ນໄປເທິງພູ ແລະນັ່ງລົງທີ່ນັ້ນ ແລ້ວພວກສາວົກກໍເຂົ້າມາເຕົ້າໂຮມກັນອ້ອມພຣະອົງ. ພຣະອົງຈຶ່ງຊົງຕັ້ງຕົ້ນສັ່ງສອນເຂົາວ່າ: “ຜູ້ໃດທີ່ຍາກຈົນຝ່າຍຈິດວິນຍານກໍເປັນສຸກ ເພາະວ່າແຜ່ນດິນສະຫວັນເປັນຂອງຜູ້ນັ້ນ. ຜູ້ໃດໂສກເສົ້າກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບການຊົງເລົ້າໂລມ. ຜູ້ໃດມີໃຈອ່ອນຫວານກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບແຜ່ນດິນໂລກເປັນມໍລະດົກ. ຜູ້ໃດອຶດຫິວຄວາມຊອບທຳກໍເປັນສຸກ ເພາະວ່າພຣະເຈົ້າຈະຊົງໃຫ້ອີ່ມບໍລິບູນ. ຜູ້ໃດມີໃຈກະລຸນາກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ຮັບພຣະກະລຸນາຕອບ. ຜູ້ໃດມີໃຈບໍຣິສຸດກໍເປັນສຸກ ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ. ຜູ້ໃດສ້າງຄວາມສະຫງົບສຸກກໍເປັນສຸກ ເພາະພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າເປັນບຸດ. ຜູ້ໃດຖືກຂົ່ມເຫັງເພາະເຫັນແກ່ຄວາມຊອບທຳກໍເປັນສຸກ ເພາະວ່າແຜ່ນດິນສະຫວັນເປັນຂອງຜູ້ນັ້ນ.
ເມື່ອຄົນກ່າວນິທາ ແລະຂົ່ມເຫັງເຈົ້າທັງຫຼາຍ ແລະເວົ້າຄວາມຊົ່ວອັນບໍ່ຈິງທຸກຢ່າງຕໍ່ສູ້ເຈົ້າທັງຫຼາຍ ເພາະເຫັນແກ່ເຮົາ ພວກເຈົ້າກໍເປັນສຸກ. ຈົ່ງເປັນສຸກ ແລະຈົ່ງຊົມຊື່ນຍິນດີເຖີດ ເພາະວ່າພວກເຈົ້າມີບຳເໜັດອັນຍິ່ງໃຫຍ່ໃນສະຫວັນແລ້ວ ບັນດາຜູ້ພະຍາກອນໃນສະໄໝກ່ອນ ກໍຖືກຂົ່ມເຫັງຢ່າງດຽວກັນນີ້ແຫລະ."
ຄຳເທດສະໜານີ້ໄດ້ສະແດງໃຫ້ເຫັນເຖິງຊີວິດຂອງຜູ້ເຊື່ອທີ່ແທ້ຈິງ. ຂັ້ນຕອນທຳອິດ ຜູ້ເຊື່ອທີ່ແທ້ຈິງຈະລະນຶກເຖິງວ່າເຂົາຕ້ອງການພຣະເຢຊູໃຫ້ຊ່ວຍປ່ຽນແປງຊີວິດຂອງເຂົາ. ເມື່ອເຂົາກັບໃຈຈາກຄວາມບາບແລ້ວ ຈາກນັ້ນ ເຂົາກໍຈະເຊື່ອຟັງ ແລະຍອມເຮັດຕາມພຣະເຢຊູ. ເຂົາມີຄວາມປາຖະໜາທີ່ຈະມີລັກສະນະນິໄສຄືກັນກັບພຣະເຢຊູ ແລະພຣະອົງຈະປ່ຽນຈິດໃຈຂອງເຂົາໃຫ້ກາຍເປັນຄົນໃຫ້ອະໄພແກ່ຄົນອື່ນສຳລັບຄວາມຜິດຂອງພວກເຂົາເຈົ້າ. ເທື່ອລະເລັກເທື່ອລະໜ້ອຍ ຫົວໃຈຂອງເຂົາກໍຈະກາຍເປັນບໍຣິສຸດ ເຊິ່ງຈະເຮັດໃຫ້ເຂົາເປັນຄົນໃຈດີ ແລະຢູ່ກັບທຸກໆຄົນຢ່າງສະຫງົບສຸກ. ແຕ່ຄົນອື່ນໆທີ່ໄດ້ຮັບອິດທິພົນຈາກຊາຕານຈະມາຂົ່ມເຫັງເຂົາ ຍ້ອນເຂົາຕິດຕາມພຣະເຢຊູ. ພວກເຂົາເຈົ້າເຫຼົ່ານັ້ນຈະເວົ້າຄວາມບໍ່ຈິງ ແລະກ່າວໂທດໃສ່ເຂົາທຸກຢ່າງ ແຕ່ວ່າບຳເໜັດຂອງເຂົາແມ່ນຢູ່ໃນສະຫວັນແລ້ວ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ ບົດທີ 5, 6 ແລະ 7
ອ້າງອີງຈາກປຶ້ມ " Desire of Ages " ບົດທີ 31 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູປິ່ນປົວຄົນເປັນໂຣກພະຍາດຂີ້ທູດ
ໃນຂະນະທີ່ພຣະເຢຊູກັບພວກສາວົກຂອງພຣະອົງລົງມາຈາກພູ ກໍໄດ້ມີປະຊາຊົນຢ່າງຫຼວງຫຼາຍຕິດຕາມພຣະອົງ. ໃນສະໄໝຂອງພຣະເຢຊູນັ້ນ ມີໂຣກພະຍາດອັນຮ້າຍແຮງຊະນິດໜຶ່ງທີ່ເອີ້ນວ່າ ໂຣກພະຍາດຂີ້ທູດ, ໂຣກພະຍາດຂີ້ທູດ (ໂຣກຜິວໜັງ) ເປັນໂຣກພະຍາດທີ່ຮ້າຍແຮງທີ່ສຸດ, ເປັນໂຣກຕິດຕໍ່ກັນໄດ້ງ່າຍ, ໜ້າລັງກຽດ, ຮັກສາບໍ່ຫາຍ ແລະຜູ້ຄົນກໍມັກເປັນໂຣກນີ້ຫຼາຍ. ຊາວຢິວຈຶ່ງຖືວ່າ ໂຣກນີ້ເປັນສັນຍາລັກຂອງຄວາມບາບ ແລະຄົນທີ່ເປັນໂຣກນີ້ກໍຖືວ່າເປັນຜູ້ບໍ່ສະອາດ. ຖ້າມີຜູ້ໃດທີ່ສົງໄສວ່າເປັນໂຣກພະຍາດຂີ້ທູດ ຜູ້ນັ້ນຈະຕ້ອງໄປສະເໜີຕົວຕໍ່ພວກປະໂລຫິດເພື່ອກວດສອບ ແລະຕັດສິນໂຣກທີ່ເຂົາເປັນຢູ່. ຖ້າປະໂລຫິດວິເຄາະໄດ້ວ່າ ຄົນນັ້ນເປັນໂຣກພະຍາດຂີ້ທູດແທ້ ຜູ້ນັ້ນຈະຕ້ອງຖືກຂັບໄລ່ອອກໄປຈາກເມືອງ, ຈາກບ້ານ, ຈາກຄອບຄົວ, ຈາກພີ່ນ້ອງ ແລະໝູ່ເພື່ອນ ເພື່ອບໍ່ໃຫ້ໂຣກພະຍາດນີ້ແຜ່ຂະຫຍາຍໄປສູ່ຄົນອື່ນ ແລະເຂົາຈະຕ້ອງໄປອາໄສຢູ່ນຳຄົນທີ່ເປັນໂຣກພະຍາດຂີ້ທູດເໝືອນກັນ. ແລະເຂົາຕ້ອງຮ້ອງປະກາດເຖິງໄພພິບັດຂອງເຂົາອີກດ້ວຍວ່າ: "ບໍ່ສະອາດ, ບໍ່ສະອາດ" ເພື່ອເຕືອນໃຫ້ທຸກຄົນຮູ້ ແລະໃຫ້ຫຼີກໜີຢູ່ຫ່າງໄກຈາກເຂົາ ເພື່ອບໍ່ໃຫ້ເກີດການຕິດຕໍ່ໂຣກພະຍາດນຳກັນ.
ຂ່າວເລື່ອງພຣະເຢຊູໄດ້ໂດ່ງດັ່ງຈົນໄປເຖິງກຸ່ມຄົນທີ່ເປັນໂຣກພະຍາດຂີ້ທູດ. ບັນດາຄົນຂີ້ທູດບໍ່ກ້າຂໍພຣະເຢຊູໃຫ້ປິ່ນປົວຮັກສາພວກເຂົາ ແລະພວກເຂົາກໍບໍ່ໄດ້ຮັບອະນຸຍາດໃຫ້ເຂົ້າໃກ້ປະຊາຊົນ. ແຕ່ມີຊາຍຂີ້ທູດຄົນຫນຶ່ງຢາກຂໍພຣະເຢຊູໃຫ້ຮັກສາຕົວຂອງລາວ ແຕ່ວ່າລາວບໍ່ຮູ້ຈະເຮັດແນວໃດເພື່ອມາຫາພຣະອົງ ແລະຝູງຊົນກໍຢູ່ອ້ອມຮອບພຣະອົງຕະຫຼອດ.
ໃນລະຫວ່າງທີ່ຢູ່ຫ່າງໄກກັນນັ້ນ ຊາຍຄົນນີ້ໄດ້ແນມເບິ່ງພຣະເຢຊູປິ່ນປົວຮັກສາປະຊາຊົນ ແລ້ວຄວາມເຊື່ອກໍເຕີບໃຫຍ່ຂຶ້ນໃນຈິດໃຈຂອງລາວ ແລະເຮັດໃຫ້ລາວມີຄວາມຫວັງໃນຊີວິດ.
ແລ້ວລາວກໍໄດ້ເຂົ້າມາໃກ້ຊິດກັບຝູງຊົນ ຈົນລືມຂໍ້ຫ້າມທີ່ບໍ່ອະນຸຍາດໃຫ້ເຂົ້າໃກ້ຝູງຊົນ.
ໂຣກພະຍາດຂີ້ທູດໄດ້ເຮັດໃຫ້ໃບຫນ້າ ແລະແຂນຂອງລາວເນົ່າເປື່ອຍ. ໃນຂະນະທີ່ປະຊາຊົນເຫັນລາວ ພວກເຂົາກໍພາກັນຢ້ານ ແລະຍ່າງຫຼີກໜີໄປຈາກລາວ. ບາງຄົນພະຍາຍາມຂັດຂວາງບໍ່ໃຫ້ລາວເຂົ້າມາໃກ້ຊິດພຣະເຢຊູ ແຕ່ດ້ວຍຄວາມຫວັງ ແລະຄວາມເຊື່ອຂອງລາວນັ້ນ ໄດ້ເຮັດໃຫ້ລາວບໍ່ໄດ້ເຫັນ ແລະບໍ່ໄດ້ຍິນພວກທີ່ຂັດຂວາງລາວນັ້ນ. ຈົນໃນທີ່ສຸດ ລາວກໍໄດ້ມາຮອດພຣະເຢຊູ.
ຊາຍຄົນນີ້ເປັນໂຣກພະຍາດຂີ້ທູດເຕັມຕົວ. ເມື່ອລາວໄດ້ມາຢູ່ຕໍ່ໜ້າພຣະເຢຊູແລ້ວ ລາວກໍກົ້ມຂາບລົງ ແລະໄດ້ອ້ອນວອນທູນຂໍພຣະອົງວ່າ: “ພຣະອົງເອີຍ ຖ້າພຣະອົງພໍໃຈຊົງໂຜດຂ້ານ້ອຍ ພຣະອົງກໍໂຜດໃຫ້ຂ້ານ້ອຍດີສະອາດໄດ້.”
ພຣະເຢຊູໄດ້ເດ່ມືອອກໄປແຕະຕ້ອງລາວ ແລະກ່າວວ່າ: “ເຮົາພໍໃຈໃຫ້ເຈົ້າດີ ຈົ່ງດີສະອາດສາ.” ໃນທັນໃດນັ້ນ ໂຣກພະຍາດຂີ້ທູດກໍຫາຍໄປຈາກຊາຍຄົນນີ້ ເນື້ອໜັງຂອງລາວມີສຸຂະພາບດີ ເສັ້ນປະສາດທີ່ສຳຄັນກໍດີເປັນປົກກະຕິ, ຜິວໜັງທີ່ຫຍາບ ແລະເປັນເກັດກໍຫາຍໄປ ແລະຮ່າງກາຍມີລາສີເໝືອນກັບຜິວໜັງຂອງເດັກນ້ອຍທີ່ມີສຸຂະພາບດີຕອນເກີດໃໝ່.
ແລ້ວພຣະເຢຊູໄດ້ກ່າວຕໍ່ໄປອີກວ່າ: “ຢ່າເວົ້າເລື່ອງນີ້ສູ່ຜູ້ໃດຟັງ ແຕ່ຈົ່ງໄປສະແດງຕົວຕໍ່ປະໂລຫິດ ໃຫ້ເພິ່ນກວດເບິ່ງເຈົ້າ ແລະຈົ່ງຖວາຍເຄື່ອງບູຊາຕາມທີ່ໂມເຊໄດ້ສັ່ງໄວ້ ເພື່ອພິສູດໃຫ້ທຸກຄົນເຫັນວ່າເຈົ້າດີສະອາດແລ້ວ."
ເຫດຜົນທີ່ພຣະເຢຊູຫ້າມຊາຍຄົນນີ້ບໍ່ໃຫ້ບອກໃຜໃນເລື່ອງທີ່ພຣະອົງຮັກສາລາວໃຫ້ຫາຍຈາກໂຣກພະຍາດຂີ້ທູດນັ້ນ ເພາະພຣະອົງຮູ້ວ່າ ຖ້າພວກປະໂລຫິດຮູ້ກ່ອນວ່າພຣະອົງໄດ້ຮັກສາຊາຍຄົນນີ້ໃຫ້ຫາຍດີຈາກໂຣກພະຍາດຂີ້ທູດ. ດ້ວຍຄວາມອິດສາຂອງພວກເຂົາທີ່ມີຕໍ່ພຣະອົງ ພວກເຂົາອາດຈະຕັດສິນຊາຍຄົນນີ້ຢ່າງບໍ່ຍຸຕິທໍາ ແລະອາດຈະຫ້າມບໍ່ອະນຸຍາດໃຫ້ລາວເຂົ້າມາໃນສັງຄົມອີກ. ນອກຈາກນີ້ ກ່ອນພວກປະໂລຫິດຈະຮັບເອົາເຄື່ອງບູຊາຈາກຜູ້ໃດຜູ້ໜຶ່ງໄດ້ນັ້ນ ພວກເຂົາຕ້ອງໄດ້ກວດສອບກ່ອນວ່າ ຄົນຜູ້ນັ້ນໄດ້ຫາຍຈາກໂຣກພະຍາດແລ້ວ ຫຼືບໍ. ດັ່ງນັ້ນ ພຣະເຢຊູຈຶ່ງຕ້ອງການໃຫ້ການຮັກສາອັນມະຫັດສະຈັນນີ້ໄວ້ເປັນຄວາມລັບສາກ່ອນ ຈົນກວ່າພວກປະໂລຫິດໄດ້ກວດສອບຊາຍຄົນນີ້ ແລະໃຫ້ການຮັບຮອງວ່າລາວໄດ້ຫາຍດີຈາກໂຣກພະຍາດຂີ້ທູດແລ້ວ.
ແລ້ວຊື່ສຽງຂອງພຣະເຢຊູ ກໍໄດ້ຊ່າລືໄປອີກທົ່ວທຸກແຫ່ງ ແລະປະຊາຊົນກໍມາເຕົ້າໂຮມກັນເພື່ອຟັງພຣະອົງ ແລະຮັບການຊົງໂຜດຮັກສາໂຣກພະຍາດຕ່າງໆຂອງພວກເຂົາໃຫ້ຫາຍດີ.
ພາລະກິດຂອງພຣະເຢຊູໃນການຊໍາລະລ້າງຄົນຂີ້ທູດອອກຈາກໂຣກພະຍາດທີ່ຮ້າຍແຮງນັ້ນ ໄດ້ສະແດງໃຫ້ເຫັນເຖິງພາລະກິດຂອງພຣະອົງໃນການຊໍາລະລ້າງໃຈອອກຈາກຄວາມບາບ. ໂຣກພະຍາດຂີ້ທູດເປັນໂຣກພະຍາດທີ່ມີຜົນກະທົບຕໍ່ຮ່າງກາຍທັງໝົດ. ແຕ່ດ້ວຍຄວາມເຊື່ອ ຄົນຂີ້ທູດໄດ້ຂໍພຣະເຢຊູໃຫ້ປິ່ນປົວຮັກສາຕົວຂອງລາວ ເມື່ອພຣະເຢຊູໄດ້ເດ່ມືອອກໄປແຕະຕ້ອງຄົນຂີ້ທູດນັ້ນ ພຣະອົງຊົງຊໍາລະລ້າງລາວໃຫ້ພົ້ນຈາກໂຣກພະຍາດ ແລະໄດ້ໃຫ້ຊີວິດໃໝ່ແກ່ລາວ.
ໃນທຳນອງດຽວກັນ ຄວາມບາບກໍມີຜົນກະທົບຕໍ່ຮ່າງກາຍທັງໝົດຂອງຄົນບາບ ແຕ່ດ້ວຍຄວາມເຊື່ອ ພວກເຮົາສາມາດຂໍພຣະເຢຊູໃຫ້ຊ່ວຍພວກເຮົາກຳຈັດຄວາມບາບອອກໄປໄດ້ ເມື່ອພຣະເຢຊູຊົງເດ່ມືອອກໄປແຕະຕ້ອງພວກເຮົາ ໝາຍຄວາມວ່າ ເມື່ອນັ້ນພວກເຮົາໄດ້ອະນຸຍາດໃຫ້ພຣະອົງເຂົ້າມາໃນໃຈຂອງພວກເຮົາແລ້ວ ພຣະອົງຊົງຊໍາລະລ້າງພວກເຮົາອອກຈາກຄວາມບາບ ແລະພຣະອົງຊົງໃຫ້ຊີວິດໃໝ່ແກ່ພວກເຮົາ.
ພຣະຄໍາພີກ່າວວ່າ: “ເຄາະກຳເປັນຂອງພວກເຈົ້າສາແລ້ວຊົນຊາດບາບໜາເອີຍ. ປະຊາຊົນທີ່ຈິດໃຈຊົ່ວຊ້າ ແລະຮ້າຍກາດ, ເຊື້ອຊາດທີ່ເຮັດບາບ, ເຊື້ອສາຍທີ່ຊົ່ວຊາມເອີຍ, ພວກເຈົ້າໄດ້ປະຖິ້ມອົງພຣະຜູ້ເປັນເຈົ້າ ແລະຫັນໜີຈາກພຣະອົງ ພຣະເຈົ້າອົງບໍຣິສຸດຂອງຊາດອິດສະຣາເອນ. ເປັນຫຍັງ ພວກເຈົ້າຈຶ່ງສືບຕໍ່ກະບົດ? ພວກເຈົ້າຢາກຈະໃຫ້ເຮົາລົງໂທດໜັກຂຶ້ນຊັ້ນບໍ? ຊາດອິດສະຣາເອນເອີຍ, ຫົວຂອງເຈົ້າມີແຕ່ບາດແຜ ແລະແນວຄິດຈິດໃຈຂອງເຈົ້າກໍເສື່ອມເສຍ” (ເອຊະຢາ 1:4,5). ແຕ່ “ເລືອດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊຳລະລ້າງພວກເຮົາທັງຫຼາຍຈາກການຜິດບາບທັງສິ້ນ” (1 ໂຢຮັນ 1:7).
ອ້າງອີງຈາກປຶ້ມ "ພຣະຄຳພີ" ລູກາ 5:12-16; ມັດທາຍ 8:1-4; ມາຣະໂກ 1:40-45
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 27 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຄຳອຸປະມາເລື່ອງຜູ້ຫວ່ານເມັດພືດ
ມີມື້ໜຶ່ງ ພຣະເຢຊູໄດ້ສະເດັດອອກຈາກບ້ານໄປປະທັບ(ນັ່ງ)ຢູ່ທີ່ແຄມຝັ່ງທະເລສາບຄາລີເລ. ຝູງຊົນພາກັນມາຊຸມນຸມກັນເພື່ອຢາກເຫັນ ແລະຢາກຟັງຄຳສັ່ງສອນຂອງພຣະເຢຊູ ແລະຄົນເຈັບປ່ວຍກໍມາຢູ່ທີ່ນັ້ນເພື່ອຮັບການປິ່ນປົວ. ພຣະເຢຊູຊົງຮັກສາໂຣກພະຍາດໃຫ້ແກ່ປະຊາຊົນ ແລະສັ່ງສອນພວກເຂົາ. ຄວາມຊົມຊື່ນຍິນດີ ແລະສັນຕິສຸກໄດ້ແຜ່ຂະຫຍາຍໄປທົ່ວທຸກຄົນທີ່ໄດ້ມາຫາພຣະອົງ ແຕ່ຝູງຊົນກໍເລີ່ມເພີ່ມຈຳນວນຫຼາຍຂຶ້ນ ແລະພາກັນອ້ອມຮອບພຣະອົງໄວ້ ຈົນປະຊາຊົນທີ່ຢູ່ເບື້ອງຫຼັງບໍ່ສາມາດເຫັນພຣະອົງ ແລະບໍ່ໄດ້ຍິນພຣະອົງ.
ດັ່ງນັ້ນ ພຣະເຢຊູຈຶ່ງສະເດັດຂຶ້ນໄປນັ່ງຢູ່ເທິງເຮືອ ແລະເອົາເຮືອອອກຈາກແຄມຝັ່ງໜ້ອຍໜຶ່ງ. ແລ້ວພຣະອົງກໍໄດ້ກ່າວຄຳອຸປະມາເລື່ອງ "ຜູ້ຫວ່ານເມັດພືດ" ໃຫ້ຝູງຊົນທີ່ຢູ່ແຄມຝັ່ງນັ້ນຟັງວ່າ: "ມີຊາຍຄົນໜຶ່ງອອກໄປຫວ່ານເມັດພືດ. ຂະນະທີ່ລາວຫວ່ານເມັດພືດໃນນາຢູ່ນັ້ນ ບາງເມັດກໍຕົກຕາມທາງຄົນຍ່າງ ແລະຝູງນົກກໍມາສັບກິນເມັດນັ້ນ. ບາງເມັດກໍຕົກໃສ່ບ່ອນມີຫີນຫຼາຍດິນໜ້ອຍ ເມັດເຫຼົ່ານີ້ຈຶ່ງງອກຂຶ້ນໄດ້ໄວ ເພາະດິນບໍ່ເລິກ. ແຕ່ເມື່ອຕາເວັນຂຶ້ນມາ ເມັດນັ້ນຈຶ່ງຫ່ຽວແຫ້ງເພາະບໍ່ມີຮາກ. ບາງເມັດກໍຕົກໃສ່ກາງຟຸ່ມໜາມ ໜາມເຫຼົ່ານີ້ກໍໃຫຍ່ຂຶ້ນຫຸ້ມຮັດເມັດພືດນັ້ນໃຫ້ຕາຍໄປ. ແຕ່ບາງເມັດຕົກໃສ່ດິນດີ ແລ້ວພືດກໍເກີດຜົນເມັດໜຶ່ງຮ້ອນຕໍ່ ເມັດໜຶ່ງຫົກສິບຕໍ່ ເມັດໜຶ່ງສາມສິບຕໍ່. ຜູ້ໃດມີຫູຟັງ ຈົ່ງຟັງເອົາ."
ຝູງຊົນຟັງຄໍາສັ່ງສອນຂອງພຣະເຢຊູດ້ວຍຄວາມກະຕືລືລົ້ນ. ເຖິງແມ່ນວ່າ ພວກເຂົາຫຼາຍຄົນມັກຟັງຄໍາສັ່ງສອນຂອງພຣະເຢຊູກໍຕາມ ແຕ່ບໍ່ດົນພວກເຂົາກໍລືມຖ້ອຍຄໍາຂອງພຣະອົງໃນຂະນະທີ່ພວກເຂົາກັບບ້ານ ແລະຢູ່ກັບຝ່າຍໂລກ. ຄວາມກັງວົນໃນໂລກນີ້ ສະຖານະການທີ່ບໍ່ເອື້ອອຳນວຍສໍາລັບການປະຕິບັດຕາມຄໍາສອນຂອງພຣະເຈົ້າ ແລະການລໍ້ລວງ ເປັນສິ່ງລົບກວນເຊິ່ງເຮັດໃຫ້ພວກເຂົາສູນເສຍຄວາມສົນໃຈຂອງພວກເຂົາໃນຄໍາສັ່ງສອນຂອງພຣະອົງ. ນີ້ແມ່ນເຫດຜົນທີ່ພຣະເຢຊູໄດ້ບອກຄໍາອຸປະມາເລື່ອງຜູ້ຫວ່ານເມັດພືດ ເພື່ອຊ່ວຍໃຫ້ປະຊາຊົນເຂົ້າໃຈສິ່ງຕ່າງໆ ທີ່ມັນສາມາດນຳພາພວກເຂົາໃຫ້ອອກໄປຈາກພຣະຄໍາຂອງພຣະເຈົ້າ ແລະອອກຈາກການປະຕິບັດ.
ຝູງຊົນບໍ່ເຂົ້າໃຈໃນຄວາມໝາຍຂອງຄຳອຸປະມາທີ່ພຣະເຢຊູຊົງກ່າວນັ້ນ ສ່ວນພວກຟາຣີຊາຍພາກັນເຂົ້າໃຈໃນຄວາມໝາຍຂອງຄຳອຸປະມາ ແຕ່ພວກເຂົາບໍ່ຍອມຮັບເອົາບົດຮຽນທີ່ໄດ້ຍິນ ແລະພວກເຂົາໄດ້ເຮັດທຳທ່າວ່າບໍ່ເຂົ້າໃຈໃນຄວາມໝາຍຂອງຄຳອຸປະມານັ້ນ ພວກສາວົກກໍບໍ່ເຂົ້າໃຈເໝືອນດັ່ງຝູງຊົນ ແຕ່ວ່າພວກເຂົາເກີດມີຄວາມສົນໃຈໃນຄຳອຸປະມາຂອງພຣະເຢຊູ. ເມື່ອພຣະເຢຊູຊົງຢູ່ຕາມລຳພັງນັ້ນ ພວກເຂົາກໍໄດ້ຖາມພຣະອົງກ່ຽວກັບຄຳອຸປະມາເລື່ອງຜູ້ຫວ່ານເມັດພືດ.
ພຣະເຢຊູຊົງຕອບພວກເຂົາວ່າ: "ຄຳອຸປະມານັ້ນມີຄວາມໝາຍດັ່ງນີ້: ເມັດພືດທີ່ຕົກຕາມທາງຍ່າງກໍຄ້າຍຄືກັບຜູ້ທີ່ໄດ້ຍິນພຣະທຳເລື່ອງອານາຈັກສະຫວັນ ແຕ່ບໍ່ເຂົ້າໃຈ ຊາຕານກໍມາຍາດເອົາພຣະທຳທີ່ຖືກຫວ່ານເຂົ້າໃນຈິດໃຈຂອງຄົນນັ້ນໄປ. ນີ້ແມ່ນຜູ້ທີ່ໄດ້ຮັບເມັດພືດທີ່ຕົກໃສ່ຕາມທາງຍ່າງ." ຜູ້ຫວ່ານເມັດພືດແມ່ນໝາຍເຖິງພຣະເຢຊູ ເມັດພືດໝາຍເຖິງພຣະທຳ ຫຼື ພຣະຄຳຂອງພຣະເຈົ້າ ແລະພື້ນດິນໝາຍເຖິງຈິດໃຈຂອງຄົນ. ເມັດພືດທີ່ຕົກຕາມທາງກໍຄ້າຍຄືຜູ້ຄົນທີ່ມີຈິດໃຈເປັນຖະໜົນເສັ້ນທາງຫຼວງຂອງໂລກ ເຂົາມີຊີວິດທີ່ເຫັນແກ່ຕົວ. ຊີວິດຂອງພວກເຂົາເຕັມໄປດ້ວຍລາຄະຕັນຫາຊົ່ວຮ້າຍ, ທັງຄວາມມ່ວນຊື່ນເຮຮາ ແລະຄວາມຜິດບາບ. ສິ່ງເຫຼົ່ານັ້ນຈຶ່ງເຮັດໃຫ້ຈິດໃຈຂອງພວກເຂົາແຂງກະດ້າງຄືກັບຖະໜົນສາຍດ່ວນ. ພວກເຂົາໄດ້ຍິນພຣະທຳຂອງພຣະເຈົ້າ ແຕ່ບໍ່ໄດ້ສົນໃຈຟັງພຣະທຳນັ້ນ, ບໍ່ຄິດຢາກໄດ້ພຣະທຳ, ບໍ່ໄດ້ຄິດວ່າພຣະທຳເປັນຂ່າວປະເສີດ ຫຼືເປັນຄຳຕັກເຕືອນ. ສະນັ້ນ ພຣະທຳຈຶ່ງບໍ່ມີບ່ອນຝັງຮາກລົງໃນຈິດໃຈຂອງພວກເຂົາ. ເມື່ອພວກເຂົາບໍ່ສາມາດເຂົ້າໃຈໃນພຣະທຳແລ້ວ ຊາຕານກໍກະຕຸ້ນໃຫ້ພວກເຂົາເກີດມີຄວາມຄິດຕຳໜິພຣະທຳ, ມີຄວາມສົງໄສ ແລະບໍ່ເຊື່ອໃນພຣະທຳນັ້ນ.
"ບາງເມັດທີ່ຕົກໃສ່ບ່ອນມີຫີນຫຼາຍດິນໜ້ອຍ ກໍຄືຄົນທີ່ໄດ້ຍິນພຣະທຳ ແລະຮັບເອົາໄວ້ທັນທີດ້ວຍຄວາມຊົມຊື່ນຍິນດີ ແຕ່ພວກເຂົາບໍ່ໃຫ້ພຣະທຳນັ້ນໄດ້ຝັງຮາກລົງເລິກໃນຈິດໃຈຂອງພວກເຂົາ ຍ້ອນບໍ່ມີຮາກໃນຕົນເອງຈຶ່ງທົນຢູ່ບໍ່ໄດ້ດົນ. ເມື່ອເກີດຄວາມຍາກລຳບາກ ຫຼືຖືກການຂົ່ມເຫັງຍ້ອນພຣະທຳນັ້ນ ພວກເຂົາຈຶ່ງເຊົາເຊື່ອພຣະທຳນັ້ນທັນທີ." ຄົນເຫຼົ່ານັ້ນແມ່ນຄົນທີ່ເອີ້ນຕົນເອງວ່າເປັນຄຣິສຕຽນ ຫຼືເປັນຜູ້ຮັບໃຊ້ພຣະເຈົ້າ ແຕ່ບໍ່ຍອມເອົາພຣະທຳຂອງພຣະເຈົ້າເຂົ້າມາປ່ຽນແປງຊີວິດທັງໝົດຂອງພວກເຂົາ ແລະບໍ່ຍອມໃຫ້ພຣະທຳເປັນຜູ້ຄວບຄຸມ. ພວກເຂົາເປັນເໝືອນຫີນທີ່ເຊື່ອງຢູ່ໃຕ້ພື້ນດິນ ເຊິ່ງຄືກັນກັບການເຊື່ອງຊ້ອນຄວາມບາບທີ່ພວກເຂົາຮັກໄວ້ພາຍໃນຈິດໃຈ. ພວກເຂົາວາງໃຈໃນການກະທຳ ແລະຄວາມຊອບທຳຂອງຕົນເອງ. ແຕ່ບໍ່ໄດ້ເພິ່ງພາໃນຣິດອຳນາດຂອງພຣະເຈົ້າ ເພື່ອຈະໄດ້ພົ້ນອອກຈາກຄວາມບາບ. ເມື່ອພຣະທຳຂອງພຣະເຈົ້າໄດ້ເປີດເຜີຍໃຫ້ພວກເຂົາເຫັນເຖິງຄວາມບາບທີ່ພວກເຂົາຮັກຢູ່ ແລະຕ້ອງການໃຫ້ພວກເຂົາປະຖິ້ມຄວາມບາບ ແລະກັບໃຈໃໝ່ ພວກເຂົາກໍຈະຮູ້ສຶກບໍ່ພໍໃຈ ແລະຄິດວ່າມັນເປັນພາລະທີ່ຍາກຫຼາຍ. ເບິ່ງພວກເຂົາຄືວ່າເປັນຄົນມີຄວາມເຊື່ອ ແຕ່ເມື່ອມີການທົດລອງເກີດຂຶ້ນ ພວກເຂົາກໍຈະທົນບໍ່ໄດ້ຕໍ່ການຖືກຕຳໜິຍ້ອນພຣະນາມຂອງພຣະເຈົ້າ. ຄົນເຫຼົ່ານີ້ ນັບຖືສາສະໜາພຽງແຕ່ຢູ່ໃນຊີວິດຂອງພວກເຂົາເທົ່ານັ້ນ ແຕ່ພວກເຂົາບໍ່ໄດ້ຢູ່ເພື່ອພຣະເຈົ້າ.
"ບາງເມັດທີ່ຕົກໃສ່ກາງຟຸ່ມໜາມ ຄືຄົນທີ່ໄດ້ຍິນພຣະທຳ ແຕ່ພວກເຂົາຍັງກັງວົນເຖິງຊີວິດຢູ່ໃນໂລກນີ້ ແລະຄວາມຢາກຮັ່ງຢາກມີຫຸ້ມຮັດພຣະທຳນັ້ນໄວ້ ພຣະທຳນັ້ນຈຶ່ງບໍ່ເກີດຜົນ." ພຣະເຢຊູໄດ້ເນັ້ນໃຫ້ຮູ້ວ່າ ຄວາມຫຼົງໄຫຼໃນຊັບສົມບັດ ແລະຄວາມໂລບໃນສິ່ງຕ່າງໆຢູ່ໂລກນີ້ ຈະເຮັດໃຫ້ຊີວິດຝ່າຍຈິດວິນຍານຂອງພວກເຂົາບໍ່ມີການເຕີບໃຫຍ່ ແລະໃນທີ່ສຸດຊີວິດ ຝ່າຍຈິດວິນຍານຂອງພວກເຂົາກໍຈະຕາຍໄປຈາກຈິດໃຈ. ເພາະວ່າ ຖ້າພຣະວິນຍານບໍຣິສຸດບໍ່ໄດ້ຮັບການເຕີບໃຫຍ່ຢ່າງຕໍ່ເນື່ອງ ເພື່ອຈະຊຳລະນິໄສຂອງພວກເຂົາແລ້ວ ນິໄສເກົ່າໆຂອງພວກເຂົາກໍຈະກັບມາປາກົດອີກ ແລະການເປັນຄຣິສຕຽນຂອງພວກເຂົາກໍຈະບໍ່ມີຄວາມໝາຍ. ໃນທຳນອງດຽວກັນ ຖ້າຕົ້ນໜາມທີ່ຖືກຕັດແຕ່ບໍ່ໄດ້ຖອນຮາກແລ້ວ ມັນກໍຈະເຕີບໂຕຂຶ້ນມາອີກ ແລະມັນຈະປົກຄຸມຊີວິດຝ່າຍຈິດວິນຍານຂອງພວກເຂົາຈົນໝົດສິ້ນ. ເພາະວ່າ ຖ້າພວກເຂົາບໍ່ມີໄຊຊະນະເໜືອຄວາມບາບແລ້ວ ຄວາມບາບກໍຈະມີໄຊຊະນະເໜືອພວກເຂົາ.
"ສ່ວນເມັດທີ່ຕົກໃສ່ດິນດີ ຄືຄົນທີ່ໄດ້ຍິນພຣະທຳ ແລະເຂົ້າໃຈພຣະທຳນັ້ນ, ຜູ້ນັ້ນຈຶ່ງເກີດຜົນໄດ້ຮ້ອຍຕໍ່, ຫົກສິບຕໍ່ ແລະສາມສິບຕໍ່." ການທີ່ຈະຮູ້ຄວາມຈິງໄດ້ນັ້ນ ຄົນນັ້ນຕ້ອງມີຄວາມຕັ້ງໃຈທີ່ບໍຣິສຸດ, ມີຄວາມເຊື່ອ ແລະການວາງໃຈໃນພຣະທຳຂອງພຣະເຈົ້າ. ທູດສະຫວັນຂອງພຣະເຈົ້າຈະມາຢູ່ໃກ້ ແລະຈະຊົງປະທານພຣະວິນຍານບໍຣິສຸດໃຫ້ຢູ່ກັບຄົນນັ້ນ ເພື່ອເປີດຄັງສົມບັດແຫ່ງຄວາມຈິງໃຫ້ຄົນນັ້ນໄດ້ເຂົ້າໃຈໃນພຣະທຳ. ຜູ້ທີ່ຮັບເອົາພຣະທຳ ແລະຮັກສາໄວ້ຈະເກີດຜົນໃນຄວາມເຊື່ອ. ເມື່ອຮັບເອົາພຣະທຳໄວ້ໃນຈິດໃຈແລ້ວ ການປະພືດທີ່ດີກໍຈະປາກົດອອກມາໃຫ້ເຫັນ. ແລ້ວອຸປະນິໄສ ແລະຊີວິດກໍຈະຄ້າຍຄືກັນກັບພຣະເຢຊູ. ເມື່ອມີການທົດລອງເກີດຂຶ້ນ ພວກເຂົາຈະບໍ່ມີຄວາມກັງວົນໃຈ ແຕ່ຈະມອບປັນຫາໄວ້ທີ່ພຣະເຈົ້າ ແລະລໍຄອຍຄວາມລອດພົ້ນຈາກພຣະອົງດ້ວຍຄວາມອົດທົນ. ເພາະວ່າ ຄຣິສຕຽນທີ່ແທ້ຈິງຕ້ອງຍອມຈຳນົນຢູ່ພາຍໃຕ້ການຄວບຄຸມຂອງພຣະທຳນັ້ນຈົນໝົດສິ້ນ ແລະເມື່ອນັ້ນພຣະປະສົງຂອງພຣະເຈົ້າໃນພວກເຂົາກໍຈະສຳເລັດ.
ຄຳອຸປະມາທີ່ພຣະເຢຊູສັ່ງສອນປະຊາຊົນນັ້ນ ເພື່ອສັ່ງສອນກ່ຽວກັບຄວາມຈິງຝ່າຍຈິດວິນຍານ. ຄຳອຸປະມາຂອງພຣະອົງໃຊ້ຫຼັກການດຽວກັນກັບພາລະກິດຂອງພຣະອົງທີ່ຢູ່ໃນໂລກນີ້. ມີການເຊື່ອມຕໍ່ກັບສິ່ງໃນທຳມະຊາດ ແລະປະສົບການຊີວິດຂອງຜູ້ທີ່ຟັງພຣະອົງດ້ວຍຄວາມຈິງທີ່ຂຽນໄວ້ໃນພຣະຄຳພີ. ໂດຍການນຳສິ່ງທີ່ມີຢູ່ໃນທຳມະຊາດໄປສູ່ອານາຈັກຝ່າຍຈິດວິນຍານ. ຄຳອຸປະມາຂອງພຣະເຢຊູເປັນຂໍ້ຕໍ່ແຫ່ງຄວາມຈິງທີ່ເຊື່ອມຕໍ່ມະນຸດກັບພຣະເຈົ້າ ແລະໂລກກັບແຜ່ນດິນສະຫວັນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 13:1-9, 18-23; ມາຣະໂກ 4:1-9, 13-20; ລູກາ 8:4-8, 11-15
ອ້າງອີງຈາກປຶ້ມ “Christ’s Object Lessons" ບົດທີ 2 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຫ້າມລົມພາຍຸ
ໃນມື້ທີ່ພຣະເຢຊູເທດສະໜາສັ່ງສອນຢູ່ແຄມທະເລສາບຄາລີເລນັ້ນ ພຣະອົງໄດ້ໃຊ້ຫຼາຍໆເລື່ອງທີ່ເປັນຄຳອຸປະມາເພື່ອສັ່ງສອນປະຊາຊົນເຊັ່ນ ຄຳອຸປະມາເລື່ອງຜູ້ຫວ່ານເມັດພືດ. ພໍຮອດຕອນຄ່ຳ ປະຊາຊົນກໍຍັງຄົງແອອັດຢູ່ກັບພຣະເຢຊູ ຈົນພຣະອົງບໍ່ມີເວລາທີ່ຈະກິນອາຫານ. ຕອນນີ້ພຣະອົງຊົງເມື່ອຍຫຼາຍ ແລະຕ້ອງການຢາກພັກຜ່ອນຢູ່ສະຖານທີ່ທີ່ງຽບສະຫງົບ.
ແລ້ວພຣະເຢຊູກໍໄດ້ກ່າວຕໍ່ພວກສາວົກວ່າ: "ໃຫ້ພວກເຮົາຂີ່ເຮືອຂ້າມທະເລໄປທາງຟາກເບື້ອງນັ້ນກັນເທາະ!"
ດັ່ງນັ້ນ ພວກເຂົາຈຶ່ງອຳລາປະຊາຊົນ ແລະຂີ່ເຮືອອອກໄປ. ໃນລະຫວ່າງທີ່ພວກເຂົາຂີ່ເຮືອຂ້າມທະເລໄປນັ້ນ ພຣະເຢຊູຊົງພັກຜ່ອນຢູ່ທີ່ທ້າຍເຮືອ ດ້ວຍຄວາມອິດເມືອຍ ແລະຫິວເຂົ້າ ຈົນເຮັດໃຫ້ພຣະອົງນອນຫຼັບ. ທ້ອງຟ້າໃນຄືນນັ້ນບັນຍາກາດດີ ແລະເປັນທີ່ສະຫງົບ.
ແລ້ວບໍ່ດົນ ກໍໄດ້ມີເມກເຝື້ອເຂົ້າມາປົກຄຸມທົ່ວທ້ອງຟ້າ ແລະໄດ້ເກີດມີລົມພາຍຸຢ່າງຮຸນແຮງ. ນ້ຳທະເລໄດ້ເກີດເປັນຟອງນ້ຳ ແລະພັດເຂົ້າມາໃສ່ເຮືອຂອງພວກສາວົກ ຈົນເຮັດໃຫ້ເຮືອຂອງພວກເຂົາເກືອບຈະຈົມ. ພວກສາວົກໄດ້ພາກັນບັງຄັບເຮືອຂອງພວກເຂົາ ແຕ່ວ່າລົມພາຍຸ ແລະຟອງນ້ຳທະເລໄດ້ພັດໃສ່ເຮືອຂອງພວກເຂົາຢ່າງຮຸນແຮງ ຈົນເຮັດໃຫ້ພວກເຂົາບໍ່ສາມາດບັງຄັບເຮືອ ແລະຊ່ວຍຕົນເອງບໍ່ໄດ້. ພວກສາວົກຈຶ່ງເກີດມີຄວາມກັງວົນໃຈ ແລະມີຄວາມຢ້ານຂຶ້ນມາທັນທີ ເພາະວ່າພວກເຂົາບໍ່ເຄີຍພົບເຫັນລົມພາຍຸແບບນີ້ມາກ່ອນເລີຍ ພວກເຂົາພະຍາຍາມທີ່ຈະຊ່ວຍຕົວເອງໃຫ້ລອດພົ້ນ ແຕ່ວ່າຄວາມເພິ່ງພາໃນຕົວເອງຂອງພວກເຂົານັ້ນ ມັນໄດ້ເຮັດໃຫ້ພວກເຂົາຈົນລືມໄປວ່າ ພວກເຂົາຍັງມີພຣະເຢຊູທີ່ນອນຢູ່ທ້າຍເຮືອ. ແຕ່ໃນທັນໃດນັ້ນ ແສງແມບຂອງຟ້າຜ່າໄດ້ເຮັດໃຫ້ພວກເຂົາເຫັນພຣະເຢຊູນອນຫຼັບຢູ່. ພວກເຂົາໄດ້ເອີ້ນພຣະເຢຊູ ແຕ່ວ່າບໍ່ມີສຽງຕອບກັບ ເພາະວ່າໄດ້ຍິນແຕ່ສຽງຂອງລົມພາຍຸ ແລະສຽງຟອງນ້ຳທະເລ. ພວກສາວົກພາກັນປະຫຼາດໃຈຫຼາຍທີ່ເຫັນພຣະເຢຊູນອນຫຼັບໂດຍບໍ່ມີຄວາມວິຕົກກັງວົນໃດໆ. ແລ້ວພວກເຂົາກໍເກີດມີຄວາມຢ້ານຕາຍ ແລະພາກັນຮ້ອງໄຫ້.
ພວກສາວົກໄດ້ຮ້ອງຂຶ້ນວ່າ: "ອາຈານເອີຍ! ທ່ານບໍ່ເປັນຫ່ວງພວກເຮົາບໍ? ພວກເຮົາພວມຈະຕາຍຢູ່ແລ້ວ!" ສຽງຮ້ອງໄຫ້ຂອງພວກສາວົກໄດ້ປຸກໃຫ້ພຣະເຢຊູຕື່ນ. ພວກເຂົາໄດ້ເຫັນຄວາມຮັກ ແລະຄວາມອ່ອນໂຍນທີ່ໃບໜ້າຂອງພຣະອົງ ແລະພວກເຂົາໄດ້ເວົ້າຕໍ່ພຣະອົງດ້ວຍສຽງທີ່ຮ້ອງໄຫ້ອີກວ່າ: "ພຣະອົງເອີຍ! ຊ່ວຍພວກເຮົາແດ່ ພວກເຮົາກຳລັງຈະຕາຍ."
ພຣະເຢຊູໄດ້ລຸກຂຶ້ນ ແລະສັ່ງລົມກັບຟອງນ້ຳທະເລວ່າ: "ຈົ່ງງຽບສະຫງົບ." ແລ້ວລົມກໍຢຸດພັດ ແລະນ້ຳທະເລກໍງຽບສະຫງົບ; ເມກເຝື້ອກໍເຄື່ອຍ້າຍອອກໄປ ແລະເຫັນດວງດາວຢູ່ເທິງທ້ອງຟ້າ ສ່ວນເຮືອຂອງພວກເຂົາກໍລອຍຢູ່ກາງທະເລຢ່າງງຽບສະຫງົບ.
ແລ້ວພຣະເຢຊູກໍໄດ້ກ່າວຕໍ່ພວກສາວົກວ່າ: "ເປັນຫຍັງ ພວກທ່ານຈຶ່ງຢ້ານ? ຄວາມເຊື່ອຂອງພວກທ່ານໄປໃສໝົດ?"
ພວກສາວົກທຸກໆຄົນຕ່າງກໍງຶດງໍ້ປະຫຼາດໃຈ ແລະສົນທະນານຳກັນວ່າ: "ທ່ານຜູ້ນີ້ເປັນໃຜ? ແມ່ນແຕ່ລົມ ແລະຟອງນ້ຳກໍຍອມຟັງຄວາມເພິ່ນ!"
“ເມື່ອຂ້ານ້ອຍຢ້ານ ຂ້ານ້ອຍວາງໃຈໃນພຣະອົງ” (ເພັງສັນລະເສີນ 56:3).
“ພຣະຜູ້ເປັນເຈົ້າຊົງເປັນແສງສະຫວ່າງ ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ ຂ້ານ້ອຍຈະບໍ່ຢ້ານຜູ້ໜຶ່ງຜູ້ໃດ ພຣະອົງຊົງຄຸ້ມຄອງຂ້ານ້ອຍຈາກໄພອັນຕະລາຍທຸກຢ່າງ ຂ້ານ້ອຍຈະບໍ່ຢ້ານ” (ເພັງສັນລະເສີນ 27:1).
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 8:23-27 ມາຣະໂກ 4:35-41 ລູກາ 8:22-25
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 35 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູປິ່ນປົວຊາຍສອງຄົນທີ່ຖືກຜີເຂົ້າສິງ
ພໍຮອດຕອນເຊົ້າ ເມື່ອພຣະເຢຊູ ແລະພວກສາວົກໄດ້ມາເຖິງແຄມຝັ່ງອີກຟາກໜຶ່ງຂອງທະເລສາບຄາລີເລໃກ້ເມືອງເຄດາຣາ. ພວກເຂົາໄດ້ພາກັນລົງມາຈາກເຮືອ. ໃນຂະນະທີ່ພວກເຂົາກຳລັງຍ່າງຂຶ້ນໄປເທິງຝັ່ງນັ້ນ ພວກສາວົກກໍໄດ້ພາກັນຕົກໃຈໃນພາບຂອງຊາຍສອງຄົນທີ່ໜ້າຢ້ານຢູ່ບ່ອນລົບລີ້ແຫ່ງໜຶ່ງໃນປ່າຊ້າ. ຊາຍສອງຄົນນັ້ນຖືກຜີສິງ, ຕົນຕົວຂອງພວກເຂົາເປີເປື້ອນ, ພວກເຂົາບໍ່ໃສ່ເສື້ອຜ້າ, ມີເລືອດໄຫຼຕາມຮ່າງກາຍ, ມີໂສ້ລ່າມແຂນ ແລະຜົນຍາວກູດປົກໜ້າຕາຂອງພວກເຂົາເຊິ່ງເບິ່ງບໍ່ຄືມະນຸດ. ແລ້ວຊາຍສອງຄົນນັ້ນກໍໄດ້ແລ່ນອອກມາຈາກປ່າຊ້າເຂົ້າມາຫາພຣະເຢຊູ. ພວກສາວົກພາກັນແລ່ນໜີ ເພາະຢ້ານຊາຍສອງຄົນນັ້ນຈະຂ້າພວກເຂົາຢ່າງໄຮ້ຄວາມເມດຕາ. ຂະນະທີ່ພວກສາວົກພາກັນແລ່ນໜີດ້ວຍຄວາມຢ້ານນັ້ນ ພຣະເຢຊູຍັງຄົງຢືນຢູ່ບ່ອນເກົ່າ. ເມື່ອພວກສາວົກຫຼຽວຄືນຫຼັງກໍໄດ້ເຫັນພຣະເຢຊູກຳລັງຍົກມືຂຶ້ນຫ້າມຊາຍສອງຄົນທີ່ຖືກຜີສິງນັ້ນ ແລ້ວຊາຍສອງຄົນນັ້ນຈຶ່ງບໍ່ກ້າເຂົ້າມາໃກ້ພຣະເຢຊູ ພວກເຂົາໄດ້ແຕ່ຢືນຢູ່ຕໍ່ໜ້າທີ່ຫ່າງໄກພຣະອົງ ແລະສະແດງທ່າທາງທີ່ໂຫດຮ້າຍ.
ແລ້ວພຣະເຢຊູກໍໄດ້ກ່າວຕໍ່ຜີທີ່ສິງຢູ່ໃນຊາຍສອງຄົນນັ້ນວ່າ: "ວິນຍານຊົ່ວຮ້າຍ! ຈົ່ງອອກມາຈາກຊາຍສອງຄົນນີ້."
ຊາຍສອງຄົນທີ່ຖືກຜີສິງນັ້ນ ເຊື່ອວ່າພຣະເຢຊູສາມາດຊ່ວຍພວກເຂົາໃຫ້ລອດພົ້ນຈາກຜີຮ້າຍໄດ້. ສະນັ້ນ ພວກເຂົາຈຶ່ງຂາບລົງຢູ່ຕີນຂອງພຣະເຢຊູເພື່ອຂໍຄວາມເມດຕາຈາກພຣະອົງ. ໃນລະຫວ່າງທີ່ພວກເຂົາກຳລັງຈະເວົ້າອອກໄປ ຜີທີ່ສິງຢູ່ໃນຕົວຂອງພວກເຂົາກໍໄດ້ບັງຄັບໃຫ້ພວກເຂົາຮ້ອງຂຶ້ນມາວ່າ: "ພຣະບຸດຂອງພຣະເຈົ້າເອີຍ! ພຣະອົງຕ້ອງການຫຍັງຈາກພວກເຮົາ? ພຣະອົງຈະມາລົງໂທດພວກເຮົາກ່ອນເຖິງເວລາຊັ້ນຫວາ?"
ພຣະເຢຊູຖາມຜີທີ່ສິງຢູ່ໃນຊາຍຄົນໜຶ່ງວ່າ: "ເຈົ້າຊື່ຫຍັງ?"
ຜີທີ່ສິງຢູ່ໃນຊາຍຄົນໜຶ່ງນັ້ນຈຶ່ງຕອບວ່າ: "ຊື່ 'ກອງທັບ' ເພາະພວກເຮົາມີຫຼາຍຕົວຢູ່ນຳກັນ." ແລ້ວພວກຜີທີ່ສິງຢູ່ນຳຊາຍສອງຄົນນັ້ນຈຶ່ງໄດ້ຂໍຮ້ອງຕໍ່ພຣະອົງຫຼາຍໆຄັ້ງວ່າ: "ໂຜດຢ່າຂັບໄລ່ພວກເຮົາອອກໄປຈາກເຂດແດນນີ້ເລີຍ."
ຢູ່ໃກ້ໆທີ່ນັ້ນ ມີຝູງໝູກຸ່ມໃຫຍ່ພວມຫາກິນຢູ່ຕາມຈ້າຍພູ. ແລ້ວຜີທີ່ສິງຢູ່ໃນຊາຍສອງຄົນນັ້ນຈຶ່ງໄດ້ເວົ້າຕໍ່ພຣະເຢຊູອີກວ່າ: "ຖ້າທ່ານຈະຂັບໄລ່ພວກເຮົາອອກໄປ ຈົ່ງໃຫ້ພວກເຮົາເຂົ້າໄປສິງຢູ່ໃນຝູງໝູນັ້ນສາ!"
ພຣະເຢຊູຊົງກ່າວວ່າ: "ໄປໄດ້"
ແລ້ວພວກຜີຈຶ່ງອອກໄປຈາກຊາຍສອງຄົນນັ້ນ ແລະເຂົ້າໄປສິງຢູ່ໃນຝູງໝູ. ໝູທັງຝູງປະມານສອງພັນໂຕ ກໍຟ້າວແລ່ນລົງຕະຫລິ່ງຊັນ ແລະໂດດລົງທະເລຈົມນ້ຳຕາຍໝົດ. ເມື່ອພວກລ້ຽງໝູໄດ້ເຫັນເຫດການເຫຼົ່ານີ້ ຕ່າງກໍແລ່ນໜີ ແລະໄປເລົ່າເລື່ອງນີ້ໃຫ້ຄົນທີ່ຢູ່ໃນເມືອງ ແລະຄົນທີ່ຢູ່ນອກເມືອງຟັງເຖິງເລື່ອງຄົນທີ່ຖືກຜີເຂົ້າສິງໂຜດຮັກສາໃຫ້ຫາຍດີ. ດັ່ງນັ້ນ ປະຊາຊົນຈຶ່ງພາກັນແລ່ນອອກມາເບິ່ງເຫດການທີ່ໄດ້ເກີດຂຶ້ນ.
ພວກເຂົາໄດ້ມາຫາພຣະເຢຊູ ແລະເຫັນຊາຍສອງຄົນນັ້ນພວມນັ່ງຢູ່ໃກ້ພຣະບາດຂອງພຣະເຢຊູ ກຳລັງຟັງພຣະຄຳຂອງພຣະອົງ ແລະສັນລະເສີນພຣະນາມຂອງພຣະອົງທີ່ໂຜດຮັກສາພວກເຂົາໃຫ້ຫາຍດີເປັນປົກກະຕິ. ຊາຍທັງສອງມີກິລິຍາທ່າທາງທີ່ສຸພາບຮຽບຮ້ອຍ ແລະມີສະຕິຄົບຖ້ວນດີ.
ແຕ່ປະຊາຊົນທັງຫຼາຍຊ້ຳພັດບໍ່ມີຄວາມຊົມຊື່ນຍິນດີສຳລັບເຫດການອັດສະຈັນເຊັ່ນນີ້ ເຊິ່ງເຮັດໃຫ້ພວກເຂົາສູນເສຍຝູງໝູ. ດ້ວຍຄວາມຢ້ານ ປະຊາຊົນຈຶ່ງພາກັນຂໍຮ້ອງພຣະເຢຊູໃຫ້ໜີໄປຈາກເຂດແດນຂອງພວກເຂົາ. ພຣະເຢຊູ ແລະພວກສາວົກຈຶ່ງລົງໄປທີ່ເຮືອ ແຕ່ຊາຍສອງຄົນທີ່ຖືກໂຜດຮັກສາໃຫ້ຫາຍດີນັ້ນ ມີຄວາມປາຖະໜາຢາກຈະຕິດຕາມພຣະເຢຊູ ພວກເຂົາຈຶ່ງເຂົ້າໄປຄຸເຂົ່າລົງທີ່ພຣະບາດຂອງພຣະອົງ ແລະຂໍຮ້ອງວ່າ: "ໂຜດໃຫ້ພວກຂ້ານ້ອຍໄປກັບທ່ານດ້ວຍເຖີດ!"
ແຕ່ພຣະເຢຊູໄດ້ກ່າວຕໍ່ພວກເຂົາວ່າ: "ຈົ່ງກັບເມືອບ້ານ, ໄປຫາຍາດຕິພີ່ນ້ອງຂອງເຈົ້າ ແລະບອກພວກເຂົາເຖິງເຫດການອັນຍິ່ງໃຫຍ່ທີ່ພຣະເຈົ້າໄດ້ເຮັດເພື່ອເຈົ້າ ແລະຊົງເມດຕາຕໍ່ເຈົ້າ."
ສະນັ້ນ ຊາຍສອງຄົນນີ້ຈຶ່ງອຳລາພຣະເຢຊູ ແລະຕັ້ງຕົ້ນປະກາດໃຫ້ຄອບຄົວ, ຍາດຕິພີ່ນ້ອງ ແລະໝູ່ເພື່ອນຟັງເລື່ອງພຣະອົງທີ່ໂຜດຮັກສາພວກເຂົາ. ນອກຈາກນີ້ ພວກເຂົາຍັງໄດ້ໄປທຸກຫົນທຸກແຫ່ງ ເພື່ອປະກາດເຖິງຣິດອຳນາດຂອງພຣະເຢຊູ ແລະອະທິບາຍວ່າພຣະອົງຊົງປົດປ່ອຍພວກເຂົາໃຫ້ລອດພົ້ນອອກຈາກອຳນາດຂອງພວກຜີໄດ້ຢ່າງໃດ. ເມື່ອທຸກໆ ຄົນທີ່ໄດ້ຍິນເລື່ອງຂອງຊາຍສອງຄົນນີ້ເລົ່າຕ່າງກໍງຶດງໍ້ປະຫຼາດໃຈຫຼາຍ.
ເຫດຜົນທີ່ອະນຸຍາດໃຫ້ເກີດຂຶ້ນ
ພວກຜີຂໍຮ້ອງພຣະເຢຊູໃຫ້ພວກມັນເຂົ້າໄປສິງຢູ່ໃນຝູງໝູ ເພາະວ່າ ພວກມັນຢາກຂ້າຝູງໝູ ແລ້ວໂຍນຄວາມຜິດໄປທີ່ພຣະເຢຊູວ່າເປັນຕົ້ນເຫດເຮັດໃຫ້ປະຊາຊົນຕ້ອງເສຍຝູງໝູ ແລະຂັດຂວາງພຣະເຢຊູບໍ່ໃຫ້ໄປປະກາດຂ່າວປະເສີດແກ່ປະຊາຊົນໃນເຂດແດນຊາວເຄດາຣາ.
ພຣະເຢຊູຊົງອະນຸຍາດໃຫ້ວິນຍານຊົ່ວເຫຼົ່ານັ້ນເຂົ້າທຳລາຍຝູງໝູ ກໍເພື່ອເປັນການຕຳໜິພວກຢິວເຫຼົ່ານັ້ນທີ່ລ້ຽງສັດທີ່ບໍ່ສະອາດເພື່ອຫວັງຜົນກຳໄລ. ຖ້າພຣະອົງບໍ່ຊົງຫ້າມຜີເຫຼົ່ານັ້ນໄວ້ແລ້ວ. ມັນບໍ່ພຽງແຕ່ຈະທຳລາຍຝູງໝູເທົ່ານັ້ນ ແຕ່ມັນຈະທຳລາຍຄົນລ້ຽງ ແລະເຈົ້າຂອງໝູເຫຼົ່ານັ້ນໃຫ້ກະໂດດລົງທະເລຕາຍໄປນຳ. ຍິ່ງກວ່ານັ້ນ ການອະນຸຍາດໃຫ້ເຫດການເຫຼົ່ານີ້ເກີດຂຶ້ນກໍເພື່ອໃຫ້ພວກສາວົກຂອງພຣະອົງໄດ້ເຫັນເຖິງອຳນາດຂອງຊາຕານທີ່ມີຢູ່ເໜືອມະນຸດແລະສັດ ເພື່ອຈະບໍ່ຖືກພວກມັນລໍ້ລວງດ້ວຍກົນອຸບາຍຂອງພວກມັນ.
ອີກປະການໜຶ່ງ ພຣະເຢຊູຊົງຕ້ອງການທີ່ຈະໃຫ້ປະຊາຊົນໄດ້ເຫັນເຖິງຣິດອຳນາດຂອງພຣະອົງທີ່ສາມາດຊ່ວຍພວກເຂົາໃຫ້ລອດພົ້ນຈາກອຳນາດຂອງຊາຕານ ແລະປົດປ່ອຍຜູ້ທີ່ຖືກຊາຕານກັກຂັງໄວ້. ເຖິງແມ່ນວ່າ ພຣະເຢຊູຈະສະເດັດໄປຈາກເຂດແດນນີ້ ແຕ່ຊາຍທີ່ໄດ້ຮັບການປົດປ່ອຍຢ່າງໜ້າອັດສະຈັນນັ້ນ ກໍຍັງຢູ່ໃນເມືອງນີ້ ເພື່ອປະກາດເຖິງຄວາມເມດຕາຂອງພຣະເຈົ້າຕໍ່ໄປ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 8:28-34; ມາຣະໂກ 5:1-20; ລູກາ 8:26-39
ອ້າງອີງຈາກປື້ມ “ມະຫັດສະຈັນແຫ່ງການຮັກສາ” ບົດທີ 6 ແລະ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) {ວັກ 464.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ພຣະເຢຊູປິ່ນປົວຄົນເປ້ຍ
ພຣະເຢຊູໄດ້ລົງເຮືອຂ້າມທະເລສາບຄາລີເລກັບໄປຍັງເມືອງຂອງພຣະອົງ (ເມືອງກາເປນາອູມ) ແລະຄົນທັງຫຼາຍຕ່າງກໍໄດ້ຍິນວ່າ ພຣະເຢຊູຢູ່ເຮືອນຫຼັງໜຶ່ງ. ດັ່ງນັ້ນ ປະຊາຊົນຢ່າງຫຼວງຫຼາຍຈຶ່ງມາເຕົ້າໂຮມກັນຢູ່ຢ່າງແອອັດເຕັມເຮືອນ ຈົນບໍ່ມີບ່ອນວ່າງແມ່ນແຕ່ທີ່ປະຕູທາງເຂົ້າ. ຂ່າວເລື່ອງພຣະເຢຊູໄດ້ຍິນໄປເຖິງຊາຍຄົນໜຶ່ງທີ່ເປັນຄົນເປ້ຍ. ຊາຍຜູ້ນີ້ສິ້ນຫວັງກັບໂຣກພະຍາດທີ່ລາວເປັນຢູ່ ເພາະໂຣກພະຍາດທີ່ລາວເປັນຢູ່ນີ້ ໄດ້ເປັນຜົນມາຈາກການດຳເນີນຊີວິດຢູ່ໃນຄວາມບາບ ແລະລາວສຳນຶກຜິດທັງໝົດຢ່າງທົນທຸກຂົ່ມຂື່ນ. ລາວເຄີຍໄປຫາພວກປະໂລຫິດ ແລະແພດໝໍ ແຕ່ພວກເຂົາກໍບໍ່ສາມາດຮັກສາລາວໃຫ້ຫາຍດີໄດ້. ໝູ່ເພື່ອນຂອງລາວໄດ້ຊັກຊວນລາວວ່າ ຖ້າລາວໄປຫາພຣະເຢຊູ ລາວກໍຈະມີໂອກາດຫາຍດີຈາກການເປັນເປ້ຍນີ້. ດັ່ງນັ້ນ ຊາຍທີ່ເປັນເປ້ຍຈຶ່ງໄດ້ຂໍຮ້ອງໝູ່ເພື່ອນຂອງລາວໃຫ້ພາລາວໄປຫາພຣະເຢຊູ.
ໃນຂະນະທີ່ພຣະເຢຊູສັ່ງສອນປະຊາຊົນຢູ່ນັ້ນ ກໍໄດ້ມີຊາຍສີ່ຄົນຫາມຄົນເປ້ຍຢູ່ເທິງທີ່ນອນມາຫາພຣະອົງ ແຕ່ພວກເຂົາເຂົ້າໄປຫາພຣະເຢຊູບໍ່ໄດ້ ເພາະຜູ້ຄົນໜາແໜ້ນຫຼາຍ. ສະນັ້ນ ພວກເຂົາຈຶ່ງຂຶ້ນໄປເທິງຫຼັງຄາເຮືອນ ແລະຮື້ຫຼັງຄາເຮືອນອອກຊື່ບ່ອນທີ່ພຣະເຢຊູພວມສັ່ງສອນປະຊາຊົນ. ແລ້ວພວກເຂົາກໍໄດ້ຢ່ອນຄົນເປ້ຍທີ່ຢູ່ເທິງຫຼັງຄາເຮືອນລົງມາຢູ່ຕໍ່ໜ້າພຣະເຢຊູໃນທ່າມກາງຄົນທັງຫຼາຍ. ເມື່ອພຣະເຢຊູເຫັນດວງຕາຂອງຊາຍທີ່ເປັນເປ້ຍອ້ອນວອນພຣະອົງຢູ່ໃນຫົວໃຈຂອງລາວໂດຍການກັບໃຈໃໝ່ເຊົາເຮັດບາບ. ຍ້ອນຄວາມເຊື່ອຂອງລາວ ພຣະອົງຈຶ່ງກ່າວຕໍ່ລາວວ່າ: “ລູກເອີຍ! ຄວາມບາບຂອງເຈົ້າໄດ້ຮັບອະໄພແລ້ວ.”
ພວກທຳມະຈານກັບພວກຟາຣີຊາຍທີ່ຢູ່ໃນເຫດການນັ້ນ ພວກເຂົາກໍພາກັນຄິດຢູ່ໃນໃຈວ່າ: “ເປັນຫຍັງ ຄົນນີ້ຈຶ່ງບັງອາດເວົ້າໝິ່ນປະໝາດພຣະເຈົ້າເຊັ່ນນີ້? ມີແຕ່ພຣະເຈົ້າເທົ່ານັ້ນທີ່ອະໄພການບາບໄດ້!"
ພຣະເຢຊູຮູ້ຄວາມຄິດໃນໃຈຂອງພວກເຂົາຈຶ່ງເວົ້າຢູ່ຕໍ່ໜ້າພວກເຂົາວ່າ: “ເປັນຫຍັງ ພວກທ່ານຈຶ່ງຄິດເຊັ່ນນີ້? ອັນໃດງ່າຍກວ່າທີ່ຈະເວົ້າວ່າ: ‘ການບາບຂອງເຈົ້າໄດ້ຮັບອະໄພແລ້ວ’ ຫຼືຈະເວົ້າວ່າ: ‘ຈົ່ງລຸກຂຶ້ນ ແລະ ຍ່າງໄປ’ ແຕ່ເຮົາຢາກພິສູດໃຫ້ພວກທ່ານເຫັນວ່າ: ‘ພຣະບຸດຂອງພຣະເຈົ້າມີສິດອຳນາດເທິງແຜ່ນດິນໂລກນີ້ ທີ່ຈະອະໄພການບາບໃຫ້ມະນຸດໄດ້.’” ແລ້ວພຣະເຢຊູໄດ້ຫັນໄປຫາຊາຍທີ່ເປັນເປ້ຍນັ້ນ ແລະກ່າວວ່າ: “ເຮົາສັ່ງເຈົ້າໃຫ້ລຸກຂຶ້ນ ຍົກເອົາທີ່ນອນຂອງເຈົ້າ ແລະ ເມື່ອເຮືອນສາ!” ໃນທັນໃດນັ້ນ ຄົນເປ້ຍກໍລຸກຂຶ້ນຢ່າງງ່າຍດາຍ. ລາວມີຄວາມແຂງແຮງຄືກັບໄວໜຸ່ມ ແລະກະດູກໃນຮ່າງກາຍທຸກພາກສ່ວນເຂົ້າສູ່ສະພາບເປັນປົກກະຕິ. ຊາຍຄົນນີ້ໄດ້ຍົກເອົາທີ່ນອນຂອງລາວກັບເມືອເຮືອນທັນທີພ້ອມທັງສັນລະເສີນພຣະເຈົ້າ. ປະຊາຊົນທຸກຄົນຕ່າງກໍງຶດງໍ້ປະຫຼາດໃຈທີ່ສຸດພ້ອມທັງສັນລະເສີນພຣະເຈົ້າໂດຍກ່າວວ່າ: "ພວກເຮົາບໍ່ເຄີຍເຫັນເຫດການເຊັ່ນນີ້ຈັກເທື່ອ."
ສະນັ້ນແຫລະ ໃຜກໍຕາມທີ່ສະລະພາບຄວາມບາບຂອງຕົນເອງຕໍ່ພຣະເຈົ້າ ແລະອ້ອນວອນດ້ວຍຄວາມເຊື່ອ ຜູ້ນັ້ນກໍຈະດີພະຍາດ ແລະການບາບໃດໆທີ່ໄດ້ເຮັດຜ່ານມາກໍຈະໄດ້ຮັບອະໄພ ເພາະພຣະເຈົ້າໄດ້ຍົກໂທດຄວາມບາບໃຫ້ໝົດແລ້ວ ແລະປິ່ນປົວພະຍາດທຸກຊະນິດ ດັ່ງທີ່ພຣະເຢຊູໄດ້ກ່າວຕໍ່ຄົນເປ້ຍນັ້ນວ່າ: “ລູກເອີຍ! ການບາບຂອງເຈົ້າໄດ້ຮັບອະໄພແລ້ວ.”
“ຄຳອ້ອນວອນທີ່ປະກອບດ້ວຍຄວາມເຊື່ອຈະເຮັດໃຫ້ຜູ້ປ່ວຍນັ້ນລອດພົ້ນ ແລະອົງພຣະຜູ້ເປັນເຈົ້າຈະຊົງໂຜດໃຫ້ຜູ້ນັ້ນລຸກຂຶ້ນດີເປັນປົກກະຕິ ແລະຖ້າຜູ້ນັ້ນໄດ້ເຮັດຜິດເຮັດບາບ ພຣະອົງກໍຈະຊົງໂຜດອະໄພໃຫ້” (ຢາໂກໂບ 5:15).
ອ້າງອີງຈາກປຶ້ມ "ພຣະຄຳພີ" ມາຣາໂກ 2:1-12; ມັດທາຍ 9:1-8; ລູກາ 5:17-26.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 27 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູເອີ້ນເອົາມັດທາຍ
ຫຼັງຈາກທີ່ພຣະເຢຊູອອກໄປຈາກເຮືອນທີ່ພຣະອົງຊົງຮັກສາຄົນເປ້ຍແລ້ວ ພຣະອົງກໍໄດ້ເຫັນຊາຍຄົນໜຶ່ງຊື່ວ່າ “ມັດທາຍ” ພວມນັ່ງຢູ່ດ່ານພາສີທີ່ປະຕູເມືອງ. ມັດທາຍເປັນຄົນເກັບພາສີໃຫ້ຈັກກະພັດໂຣມ. ຄົນເກັບພາສີມີໜ້າທີ່ເກັບເງິນໃຫ້ຄົບຕາມຈຳນວນທີ່ໄດ້ກຳນົດໄວ້ແລ້ວສົ່ງໃຫ້ລັດຖະບານໂຣມ. ລະບົບຂອງການເກັບພາສີມີໂອກາດສໍ້ໂກງໄດ້ງ່າຍຫຼາຍ ຈົນເຮັດໃຫ້ຄົນເກັບພາສີກາຍເປັນຄົນຮັ່ງມີ. ຄົນຢິວກຽດຊັງພວກຈັກກະພັດໂຣມທີ່ປົກຄອງພວກເຂົາ ແລະລວມທັງກຽດຊັງຄົນຢິວດຽວກັນຄືຜູ້ທີ່ໄປເຮັດວຽກໃຫ້ຊາວໂຣມ. ພວກເຂົາຖືວ່າຄົນເກັບພາສີທີ່ເຮັດວຽກໃຫ້ຊາວໂຣມນັ້ນ ເປັນຄົນຂາຍຊາດ ແລະເປັນຄົນບາບ.
ມັດທາຍເຄີຍຟັງຄຳເທດສະໜາຂອງພຣະເຢຊູ ແລະພຣະວິນຍານບໍຣິສຸດໄດ້ເປີດເຜີຍໃຫ້ມັດທາຍຮູ້ເຖິງຄວາມຊົ່ວຮ້າຍຂອງລາວ ແລະລາວກໍຢາກປ່ຽນແປງຊີວິດຂອງລາວໃໝ່.
ແລ້ວພຣະເຢຊູກໍໄດ້ຍ່າງເຂົ້າມາຫາມັດທາຍ ແລະກ່າວຕໍ່ລາວວ່າ: “ຈົ່ງຕາມເຮົາມາ.”
ມັດທາຍຮູ້ສຶກແປກໃຈຫຼາຍທີ່ພຣະເຢຊູເອີ້ນລາວ. ລາວກໍໄດ້ລຸກຂຶ້ນໂດຍບໍ່ລັງເລໃຈ, ບໍ່ສົງໄສ, ບໍ່ຖາມ ແລະໄດ້ປະຖິ້ມທຸກສິ່ງແລ້ວຕິດຕາມພຣະເຢຊູ.
ມັດທາຍຕ້ອງການໃຫ້ເພື່ອນທີ່ເຮັດວຽກດ້ວຍກັນກັບລາວ ລວມທັງໝູ່ເພື່ອນຂອງລາວຮູ້ຈັກພຣະເຢຊູ ມັດທາຍຈຶ່ງໄດ້ຈັດງານອັນຍິ່ງໃຫຍ່ຢູ່ໃນເຮືອນຂອງລາວ ເພື່ອເປັນກຽດໃຫ້ພຣະເຢຊູ. ມີຄົນເກັບພາສີກັບຄົນອື່ນໆອີກຈຳນວນໜຶ່ງມາຮ່ວມງານນຳດ້ວຍ ແຕ່ມີຫຼາຍຄົນລວມທັງພວກສາວົກຂອງພຣະເຢຊູຮູ້ສຶກບໍ່ພໍໃຈທີ່ພຣະເຢຊູຈະເລືອກເອົາມັດທາຍມາເປັນສາວົກ ຍ້ອນວ່າມັດທາຍເປັນຄົນເກັບພາສີ ພວກເຂົາຈຶ່ງຄິດວ່າ ລາວສົມຄວນບໍທີ່ຈະຢູ່ກັບພຣະເຢຊູ. ພວກຟາຣີຊາຍຈຶ່ງຊອກຫາໂອກາດທີ່ຈະເຮັດໃຫ້ພວກສາວົກກັງວົນໃຈກ່ຽວກັບເລື່ອງນີ້. ດັ່ງນັ້ນ ພວກເຂົາຈຶ່ງໄດ້ຖາມພວກສາວົກວ່າ: “ເປັນຫຍັງ ພວກເຈົ້າຈຶ່ງກິນ ແລະດື່ມກັບຄົນເກັບພາສີ ແລະຄົນບາບ?”
ພຣະເຢຊູໄດ້ຍິນຄຳຖາມຂອງພວກເຂົາຈຶ່ງກ່າວຂຶ້ນວ່າ: “ຄົນປົກກະຕິບໍ່ຕ້ອງການໝໍ ແຕ່ຄົນເຈັບຕ້ອງການໝໍ ເຮົາບໍ່ໄດ້ມາເພື່ອຈະເອີ້ນຄົນທີ່ເຫັນວ່າຕົວເອງຊອບທຳ ແຕ່ມາເອີ້ນຄົນບາບໃຫ້ກັບໃຈໃໝ່.” (ລູກາ 5:32 TKJV).
ຫຼັງຈາກນັ້ນ ມັດທາຍກໍໄດ້ຕິດຕາມພຣະເຢຊູ ແລະກາຍເປັນສາວົກ. ນອກຈາກນີ້ ລາວຍັງໄດ້ຂຽນຂ່າວປະເສີດຂອງພຣະທຳມັດທາຍ ເຊິ່ງບອກພວກເຮົາກ່ຽວກັບຊີວິດຂອງພຣະເຢຊູ.
ຄົນທີ່ບໍ່ຮູ້ສຶກວ່າຕົນເອງເປັນຄົນບາບ ຄົນນັ້ນຈະບໍ່ຕ້ອງການຄວາມຊ່ວຍເຫຼືອຈາກພຣະບຸດຂອງພຣະເຈົ້າ. ແຕ່ຄົນທີ່ຮູ້ສຶກວ່າຕົນເອງເປັນຄົນບາບ ຄົນນັ້ນຈະເຫັນວ່າ ພວກເຂົາຕ້ອງການພຣະບຸດຂອງພຣະເຈົ້າມາຊ່ວຍເຫຼືອພວກເຂົາ.
ພຣະເຈົ້າຊົງເອີ້ນຫາພວກເຮົາທຸກຄົນ
ພຣະເຢຊູຊົງເອີ້ນຫາທຸກຄົນຈາກທຸກຫົນທຸກແຫ່ງໃຫ້ຕິດຕາມພຣະອົງ ບໍ່ວ່າຊີວິດຂອງທ່ານຈະມີຄວາມຜິດບາບຫຼາຍພຽງໃດກໍຕາມ ພຣະເຢຊູຊົງເອີ້ນທ່ານໃຫ້ມອບຫົວໃຈຂອງທ່ານໃຫ້ແກ່ພຣະອົງ ພຣະອົງຊົງແນມເບິ່ງການອ່ອນນ້ອມຂອງທ່ານທີ່ມີຕໍ່ພຣະອົງ ແລະມອບຈິດໃຈໃຫ້ພຣະອົງ. SC63.2
ຈົ່ງມາ ແລະ ຕິດຕາມຂ້ອຍ
ພຣະເຢຊູເອີ້ນມັດທາຍອອກຈາກຊີວິດແຫ່ງຄວາມຮັ່ງມີ ແລະຕິດຕາມພຣະອົງ. ພຣະອົງຊົງເອີ້ນອັນເດອາ ແລະເປໂຕອອກຈາກວຽກງານໃນຄວາມທຸກຍາກຂອງພວກເຂົາ ແລະຕິດຕາມພຣະອົງ. ດັ່ງນັ້ນ ທຸກໆຄົນບໍ່ວ່າຈະເປັນຄົນທຸກ ຫຼືຄົນຮັ່ງມີ ກໍຕ້ອງເລືອກລະຫວ່າງຄວາມສຸກຊົ່ວຄາວ ຫຼືປະຖິ້ມທຸກສິ່ງໄວ້ຂ້າງຫຼັງ ແລະຕິດຕາມພຣະເຢຊູ.
ບໍ່ມີຜູ້ໃດສາມາດປະສົບຜົນສຳເລັດໃນການຮັບໃຊ້ພຣະເຈົ້າໄດ້ ນອກສະຈາກວ່າຫົວໃຈຂອງເຂົາທັງໝົດຈະຢູ່ໃນວຽກງານ ແລະຄຳນວນຄວາມຮູ້ເລື່ອງຂອງພຣະເຢຊູວ່າສຳຄັນຍິ່ງກວ່າສິ່ງອື່ນໃດໃນໂລກນີ້. ເມື່ອມະນຸດລະນຶກເຖິງພຣະຄຸນແຫ່ງແຜນການຊົງໄຖ່ບາບອັນຍິ່ງໃຫຍ່ຂອງການເສຍສະລະຊີວິດຂອງພຣະເຢຊູແລ້ວ ພວກເຂົາກໍພ້ອມທີ່ຈະເສຍສະຫຼະທຸກສິ່ງທຸກຢ່າງເພື່ອພຣະເຈົ້າ. ພວກເຂົາຈະຊົມຊື່ນຍິນດີໃນການຕິດຕາມພຣະເຢຊູ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 9:9-13; ມາຣາໂກ 2:13-17; ລູກາ 5:27-32.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 28 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ລູກສາວຂອງຢາອິຣັດ ແລະ ຍິງທີ່ບາຍເສື້ອພຣະເຢຊູ
ໃນຂະນະທີ່ພຣະເຢຊູຢູ່ບ້ານຂອງມັດທາຍໃນງານລ້ຽງນັ້ນ ກໍມີຫົວໜ້າເຊິ່ງຢູ່ໃນສາລາທຳທ້ອງຖິ່ນໄດ້ມາຫາພຣະເຢຊູ. ຊາຍຄົນນີ້ມີຊື່ວ່າ "ຢາອິຣັດ." ຢາອິຣັດກົ້ມຂາບລົງທີ່ພຣະບາດຂອງພຣະເຢຊູ ແລະຂໍຄວາມຊ່ວຍເຫຼືອຈາກພຣະອົງ.
ຢາອິຣັດຂໍຮ້ອງພຣະເຢຊູວ່າ: "ພຣະເຢຊູ! ລູກສາວຂອງຂ້ານ້ອຍເຈັບໜັກ ນາງກຳລັງຈະສິ້ນໃຈຕາຍຢູ່ແລ້ວ. ຂໍທ່ານກະລຸນາໄປວາງມືໃສ່ນາງດ້ວຍເຖີດ ເພື່ອວ່າລູກສາວຂອງຂ້ານ້ອຍຈະໄດ້ຫາຍດີ ແລະມີຊີວິດຢູ່." ພຣະເຢຊູຈຶ່ງໄດ້ລຸກຂຶ້ນໄປກັບຢາອິຣັດ ແລະພວກສາວົກກໍຕິດຕາມພຣະອົງໄປນຳ.
ໃນຂະນະທີ່ພຣະເຢຊູພວມຍ່າງໄປນັ້ນ ກໍມີປະຊາຊົນຢ່າງໜາແໜ້ນບຸບຽດອ້ອມລ້ອມພຣະອົງ. ແລ້ວບໍ່ດົນ ພຣະເຢຊູກໍຮູ້ສຶກວ່າ ຣິດອຳນາດໄດ້ອອກໄປຈາກພຣະອົງ.
ພຣະເຢຊູຈຶ່ງຫັນໜ້າມາທາງປະຊາຊົນ ແລະຖາມວ່າ: "ໃຜບາຍເຄື່ອງນຸ່ງຂອງເຮົາ?"
ເປໂຕຈຶ່ງເວົ້າຂຶ້ນວ່າ: "ອາຈານເອີຍ! ທ່ານກໍເຫັນວ່າ ມີປະຊາຊົນບຸບຽດທ່ານຫຼາຍສ່ຳໃດ? ເປັນຫຍັງ ທ່ານຈຶ່ງຖາມວ່າໃຜບາຍເຄື່ອງນຸ່ງຂອງທ່ານ?"
ແຕ່ພຣະເຢຊູກ່າວວ່າ: "ມີຄົນໜຶ່ງໄດ້ບາຍເຄື່ອງນຸ່ງຂອງເຮົາ ເພາະວ່າເຮົາຮູ້ເມື່ອຕອນຣິດອຳນາດຊວ່ານອອກໄປຈາກເຮົາ"
ແລ້ວພຣະເຢຊູກໍໄດ້ແນມເບິ່ງປະຊາຊົນທີ່ຢູ່ອ້ອມຮອບພຣະອົງ ເພື່ອເບິ່ງວ່າ ໃຜເປັນຜູ້ເຮັດ. ທັນໃດນັ້ນ ກໍໄດ້ມີຍິງຄົນໜຶ່ງຮ້ອງໄຫ້ດ້ວຍຄວາມຊົມຊື່ນຍິນດີທັງຢ້ານທັງຕົວສັ່ນຍ່າງເຂົ້າມາຫາພຣະເຢຊູພ້ອມທັງຂາບລົງທີ່ພຣະບາດຂອງພຣະອົງ ແລະເວົ້າຂຶ້ນວ່າ: "ຂ້ານ້ອຍເປັນພະຍາດເລືອດຕົກໄດ້ສິບສອງປີແລ້ວ ແລະທຸກທໍລະມານຫຼາຍ. ຂ້ານ້ອຍໄດ້ໄປຫາໝໍຫຼາຍໆຄົນ ແລະຈ່າຍເງິນທັງໝົດທີ່ຂ້ານ້ອຍມີຢູ່ເພື່ອປິ່ນປົວ ແຕ່ກໍບໍ່ມີໝໍຄົນໃດສາມາດປິ່ນປົວຂ້ານ້ອຍໄດ້ເລີຍ. ແຖມພະຍາດນີ້ຍັງເປັນແຮງຂຶ້ນກວ່າເກົ່າ. ເມື່ອຂ້ານ້ອຍໄດ້ຍິນຫຼາຍໆຄົນເວົ້າເລື່ອງຂອງພຣະອົງ ຂ້ານ້ອຍກໍຄິດມີຄວາມຫວັງຢູ່ໃນໃຈຂຶ້ນມາວ່າ ຖ້າຂ້ານ້ອຍໄດ້ບາຍພຽງແຕ່ເຄື່ອງນຸ່ງຂອງພຣະອົງເທົ່ານັ້ນ ຂ້ານ້ອຍກໍຈະດີພະຍາດ. ສະນັ້ນ ຂ້ານ້ອຍຈຶ່ງຍ່າງເຂົ້າມາທາງຫຼັງພຣະອົງໃນທ່າມກາງປະຊາຊົນ ແລະໄດ້ບາຍແຄມເສື້ອຄຸມຂອງພຣະອົງ. ທັນໃດນັ້ນ ພະຍາດເລືອດຕົກຂອງຂ້ານ້ອຍກໍຢຸດໄຫຼທັນທີ ແລະຂ້ານ້ອຍກໍຮູ້ສຶກວ່າຕົນເອງດີພະຍາດແລ້ວ. ດ້ວຍຫົວໃຈທີ່ຂອບພຣະຄຸນ ຂ້ານ້ອຍຈຶ່ງພະຍາຍາມທີ່ຈະອອກໄປ ແຕ່ພຣະອົງຊົງຊອກຫາຜູ້ຄົນທີ່ບາຍເສື້ອຂອງພຣະອົງ ຂ້ານ້ອຍຮູ້ດີເຖິງສິ່ງທີ່ເກີດຂຶ້ນ. ສະນັ້ນ ຂ້ານ້ອຍຈຶ່ງເຂົ້າມາເວົ້າຄວາມຈິງທັງໝົດສູ່ພຣະອົງຟັງ."
ພຣະເຢຊູໄດ້ກ່າວຕໍ່ຍິງນັ້ນວ່າ: "ລູກຍິງເອີຍ! ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າດີແລ້ວ. ຈົ່ງໄປເປັນສຸກ ແລະ ດີພະຍາດສາເຖີດ." ພຣະເຢຊູຊົງຮູ້ເຖິງສິ່ງທີ່ເກີດຂຶ້ນແລ້ວ ແຕ່ພຣະອົງຢາກໃຫ້ຍິງທີ່ເຄີຍເປັນພະຍາດເລືອດຕົກນີ້ຮູ້ເຖິງພຣະພອນທີ່ນາງໄດ້ຮັບ. ຖ້ານາງໄດ້ຮັບພະພອນຈາກພຣະເຈົ້າແລ້ວ ກໍບໍ່ຄວນທີ່ຈະປິດບັງ ຫຼືເກັບເອົາໄວ້ພຽງຄົນດຽວ.
ໃນລະຫວ່າງທີ່ພຣະເຢຊູພວມກ່າວຢູ່ນັ້ນ ກໍໄດ້ມີຄົນໜຶ່ງຈາກເຮືອນຂອງຢາອິຣັດເຂົ້າມາບອກວ່າ: "ລູກສາວຂອງທ່ານຕາຍແລ້ວ. ຢ່າລົບກວນອາຈານຕໍ່ໄປເລີຍ."
ເມື່ອພຣະເຢຊູໄດ້ຍິນດັ່ງນັ້ນ ຈຶ່ງກ່າວຕໍ່ຢາອິຣັດວ່າ: "ບໍ່ຕ້ອງຢ້ານ! ຈົ່ງເຊື່ອເທົ່ານັ້ນ ແລະລູກສາວຂອງເຈົ້າຈະຫາຍດີ."
ແລ້ວພຣະເຢຊູກໍໄດ້ມາເຖິງເຮືອນຂອງຢາອິຣັດ. ພຣະອົງໄດ້ເຫັນຫຼາຍຄົນຮ້ອງໄຫ້ ແລະບາງຄົນກໍເປົ່າປີ່ ເພື່ອໃຫ້ເຂົ້າກັບຈິດໃຈທີ່ໂສກເສົ້າໄວ້ອາໄລ ລວມທັງຄົນທີ່ມາເຮືອນຄົນຕາຍນັ້ນ.
ພຣະເຢຊູໄດ້ເຂົ້າໄປໃນເຮືອນ ແລະກ່າວຕໍ່ພວກເຂົາວ່າ: "ພວກທ່ານວຸ່ນວາຍ ແລະຮ້ອງໄຫ້ຄ່ຳຄວນເຮັດຫຍັງ? ເດັກຍິງຄົນນີ້ບໍ່ໄດ້ຕາຍ. ນາງພຽງແຕ່ນອນຫລັບເທົ່ານັ້ນ!" ແຕ່ພວກເຂົາພາກັນບໍ່ເຊື່ອພຣະອົງ ແລະຕ່າງກໍຫົວຂວັນໃສ່ພຣະອົງ ເພາະພວກເຂົາຮູ້ວ່າເດັກຍິງຄົນນີ້ຕາຍແລ້ວ. ສະນັ້ນ ພຣະເຢຊູຈຶ່ງບອກທຸກຄົນໃຫ້ອອກໄປໝົດ ແລະເອົາແຕ່ພໍ່ແມ່ຂອງເດັກລວມທັງສາວົກຂອງພຣະອົງສາມຄົນຄື ເປໂຕ, ຢາໂກໂບ ແລະໂຢຮັນ ເທົ່ານັ້ນເຂົ້າໄປໃນຫ້ອງທີ່ເດັກຍິງນັ້ນນອນຢູ່.
ແລ້ວພຣະເຢຊູກໍໄດ້ຍ່າງໄປຂ້າງຕຽງ ແລະຈັບມືຂອງເດັກນ້ອຍນັ້ນ ແລະກ່າວວ່າ: "ລູກເອີຍ! ຈົ່ງລຸກຂຶ້ນສາ." ທັນໃດນັ້ນ ເດັກຍິງຄົນນີ້ກໍໄດ້ມືນຕາຂຶ້ນ ແລະແນມເບິ່ງຜູ້ຄົນທີ່ຢືນຢູ່ຂ້າງຕຽງຂອງນາງດ້ວຍຄວາມປະຫຼາດໃຈ. ນາງໄດ້ລຸກຂຶ້ນມາ ແລະພໍ່ແມ່ຂອງນາງກໍເຂົ້າມາໂອບກອດ ແລະຮ້ອງໄຫ້ດ້ວຍຄວາມຊົມຊື່ນຍິນດີ. ເມື່ອທຸກໆຄົນໄດ້ເຫັນເຫດການອັດສະຈັນທີ່ເກີດຂຶ້ນຕ່າງກໍງຶດງໍ້ປະຫຼາດໃຈ.
ພຣະເຢຊູໄດ້ກ່າວຕໍ່ພໍ່ແມ່ຂອງເດັກນ້ອຍວ່າ: "ຈົ່ງເອົາອາຫານມາໃຫ້ນາງກິນ ແລະຢ່າເວົ້າເລື່ອງນີ້ສູ່ໃຜຟັງເປັນເດັດຂາດ." ແຕ່ເລື່ອງນີ້ມັນມະຫັດສະຈັນຫຼາຍຈົນບໍ່ສາມາດເກັບເອົາໄວ້ເປັນຄວາມລັບ. ສະນັ້ນ ຂ່າວກ່ຽວກັບເຫດການທີ່ໄດ້ເກີດຂຶ້ນນີ້ ຈຶ່ງຊ່າລືໄປທົ່ວທັງເຂດນັ້ນ. ສ່ວນພວກຟາຣີຊາຍກັບພວກຊາດູກາຍກໍມີຄວາມອິດສາຕໍ່ພຣະເຢຊູທີ່ພຣະອົງມີຊື່ສຽງໂດ່ງດັງໄປທົ່ວທຸກບ່ອນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 9:18-26; ມາລະໂກ 5:21-43; ລູກາ 8:40-56
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 36 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູເລືອກອັກຄະສາວົກ 12 ຄົນ
ພຣະເຢຊູໄດ້ສະເດັດໄປທົ່ວທຸກເມືອງທຸກບ້ານ ເພື່ອສັ່ງສອນປະຊາຊົນໃນສາລາທຳ ແລະປະກາດຂ່າວປະເສີດເລື່ອງອານາຈັກສະຫວັນ ພ້ອມທັງປິ່ນປົວຮັກສາຄົນໃຫ້ຫາຍດີຈາກການເຈັບໄຂ້ໄດ້ປ່ວຍ ແລະໂຣກພະຍາດທຸກໆຊະນິດ. ເມື່ອພຣະອົງຊົງແນມເຫັນປະຊາຊົນ ພຣະອົງກໍຊົງສົງສານພວກເຂົາ ເພາະພວກເຂົາກັງວົນເປັນທຸກໃຈ ແລະຂາດທີ່ເພິ່ງເໝືອນດັ່ງແກະທີ່ບໍ່ມີຜູ້ລ້ຽງ. ສະນັ້ນ ພຣະອົງຈຶ່ງກ່າວຕໍ່ພວກສາວົກວ່າ: “ເຂົ້າທີ່ຈະກ່ຽວນັ້ນກໍຫຼາຍແທ້! ແຕ່ຄົນງານນັ້ນມີໜ້ອຍ ເພາະສັນນັ້ນ ພວກທ່ານຈົ່ງອ້ອນວອນຂໍນຳເຈົ້າຂອງນາ ໃຫ້ໃຊ້ຄົນງານມາຫຼາຍຂຶ້ນເພື່ອຮວບຮວມໃນການເກັບກ່ຽວຂອງເພິ່ນສາ” (ມັດທາຍ 9:35-38).
ຫຼັງຈາກນັ້ນ ພຣະເຢຊູກໍໄດ້ຂຶ້ນໄປຍັງພູນ້ອຍໜ່ວຍໜຶ່ງ ແລະໃຊ້ເວລາຕະຫຼອດຄືນຢູ່ທີ່ນັ້ນ ເພື່ອອະທິຖານຫາພຣະເຈົ້າ. ພໍຮອດຕອນເຊົ້າ ພຣະເຢຊູກໍໄດ້ເອີ້ນບັນດາພວກສາວົກທັງຫຼາຍເຂົ້າມາພົບພຣະອົງ ເພື່ອຈະເລືອກເອົາສິບສອງຄົນໃຫ້ມາເປັນຜູ້ຊ່ວຍວຽກງານຂອງພຣະອົງ ແລະເອີ້ນພວກເຂົາວ່າ: "ອັກຄະສາວົກ." ໃນຂະນະທີ່ພຣະເຢຊູກຳລັງເລືອກຄົນຢູ່ນັ້ນໄດ້ມີຊາຍຄົນໜຶ່ງຊື່ວ່າ “ຢູດາ ອິດສະກາລິອົດ” ເຂົ້າມາຮ່ວມຢູ່ໃນກຸ່ມບັນດາພວກສາວົກນຳ. ຢູດາຫວັງວ່າຈະໄດ້ເປັນຜູ້ໜຶ່ງທີ່ມີຕຳແໜ່ງສູງໃນອານາຈັກໃໝ່ຂອງພຣະເຢຊູ. ເມື່ອພວກສາວົກຄົນອື່ນໆເບິ່ງຢູດາ ພວກເຂົາຄິດວ່າຢູດາເໝືອນຄົນທີ່ມີຄວາມຕັ້ງໃຈ ແລະມີຄວາມສາມາດໃນການບໍລິຫານ. ສະນັ້ນ ພວກສາວົກຈຶ່ງແນະນຳຢູດາເຂົ້າມາເປັນຄົນໜຶ່ງໃນການຊ່ວຍວຽກງານຂອງພຣະເຢຊູ. ແຕ່ພຣະເຢຊູອ່ານຄວາມຄິດ ແລະຫົວໃຈຂອງຢູດາ. ພຣະອົງຊົງຮູ້ດີວ່າ ຖ້າຢູດາບໍ່ປະຖິ້ມຄວາມບາບ ແລະບໍ່ສະແຫວງຫາພຣະເຈົ້າ ລາວຈະຕົກຢູ່ໃນຄວາມບາບຫຼາຍຂຶ້ນ. ແຕ່ພຣະເຢຊູກໍບໍ່ໄດ້ປະຕິເສດຢູດາ ແລະພຣະອົງໄດ້ໃຫ້ລາວມີໂອກາດພັດທະນາໃນການສະແຫວງຫາພຣະເຈົ້າ. ດັ່ງນັ້ນ ພຣະເຢຊູຈຶ່ງເອົາຢູດາມາເປັນອັກຄະສາວົກຂອງພຣະອົງ ເພື່ອວ່າຢູດາອາດຈະຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າທີ່ບໍ່ເຫັນແກ່ໂຕ ແລະພຣະອົງຍັງຫວັງວ່າ ຈະປ່ຽນຫົວໃຈຂອງຢູດາໃຫ້ມີຄວາມປາຖະໜາປະຖິ້ມຄວາມບາບ ແລະເດີນຕາມທາງຂອງພຣະເຈົ້າ.
ດັ່ງນັ້ນ ອັກຄະສາວົກຂອງພຣະເຢຊູທີ່ໄດ້ເລືອກໄວ້ແລ້ວນັ້ນກໍມີລາຍຊື່ດັ່ງນີ້: "ຊີໂມນ (ພຣະເຢຊູຕັ້ງຊື່ໃຫ້ໃຫມ່ວ່າ ເປໂຕ) ແລະ ອັນເດອານ້ອງຊາຍຂອງຕົນ, ຢາໂກໂບ ແລະ ໂຢຮັນນ້ອງຊາຍຂອງລາວ, ຟິີລິບ ແລະ ບາໂທໂລມາຍ, ໂທມາ ແລະ ມັດທາຍຄົນເກັບພາສີ, ຢາໂກໂບ ລູກຊາຍຂອງອາລະຟາຍ, ຊີໂມນ (ຜູ້ທີ່ຄົນເອີ້ນກັນວ່າ ຜູ້ຮັກຊາດ), ທາດາຍ ແລະ ຢູດາ ອິດສະກາລິອົດ."
ອ້າງອີງຈາກປຶ້ມ "ພຣະຄຳພີ" ມາລະໂກ 3:13-19; ລູກາ 6:12-16.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 30 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.