ເພງສັນລະເສີນ (ສັ້ນ)

101-154

101 ຫາກຈະຮັກ

1 ຫາກຈະຮັກ ຈົ່ງຮັກຢ່າງສຸດໃຈ

ບໍ່ຈຳສິ່ງຜິດ ໃຫ້ຈິດຂື່ນຂົມ

ຮັກທີ່ເຄີຍຊົມ ຄົງບໍ່ຕ້ອງຊ້ຳຕອມຕົມ

ພິລົມໃຈພັກ ຮັກບໍ່ຈືດຈາງໃຫ້ຫ່າງຫາຍ


2 ຫາກຈະຮັກ ຄວາມຮັກຍ່ອມອົດທົນນານ

ເໝືອນດັ່ງໄມ້ບານ ຮັບຮຸ່ງອາລຸນ

ແມ່ນມີເມຄິນ ເມກໝອກພາຍຸທຸກທົນ

ກໍ່ຍັງຢືນຕົ້ນ ມີຄວາມຫວັງຮັບຕາວັນມາ


3 ເມື່ອຮັກຍັງຊື່ນ ໂລກກໍ່ລື່ນລົມ

ແຕ່ເມື່ອຮັກຂົມ ຕ້ອງອົກຕົມຢູ່ພຽງຜູ້ດຽວ

ຄວາມຮັກພຣະອົງ ໝັ້ນຄົງແນ່ນອນ

ເໝືອນດັ່ງອັກສອນທີ່ຈາລຶກໄວ້ຊົ່ວນິລັນດອນ


4 ຫາກຈະຮັກ ຈົ່ງຮັກຢ່າງພຣະເຢຊູ

ຜູ້ພີຊີວີ ບົນທີ່ບູຊາ

ແມ່ນວັນເວລາ ເນີ່ນນານຜ່ານພົ້ນພຽງໃດ

ຊົງບໍ່ແປຜັນດັ່ງຮັກໂລກນີ້ທີ່ລວນເລ


102 ຈະຢູ່ເປັນສຸກ

ຈະຢູ່ເປັນສຸກບໍ່ຕ້ອງມີທຸກລະທົມ

ຊີວິດຊື່ນຊົມລື່ນລົມຕະຫຼອດເວລາ

ມີຄວາມຫວັງໃໝ່ສົດໃສດັ່ງດວງຈັນທາ

ຢູ່ກາງເວຫາໃຫ້ຄວາມສະຫວ່າງສະໄຫວ

ບໍ່ຕ້ອງຮ້ອງໄຫ້ບໍ່ຕ້ອງສູນເສຍນ້ຳຕາ

ຊີວິດມີຄ່າເພາະມີພຣະເຈົ້ານຳພາ

ມີສັນຕິສຸກເຫຼືອລົ້ນຢູ່ໃນດວງໃຈ

ຈົ່ງມອບໃຈໄວ້ ໃນອົງພຣະເຢຊູ


103 ພຣະເຢຊູຜູ້ເປັນຫົນທາງ

1 ໂອ້ພຣະເຢຊູຜູ້ເປັນຫົນທາງ

ຫາກທ່ານໄດ້ເດີນຕິດຕາມ

ທ່ານບໍ່ຕ້ອງຢ້ານສິ່ງໃດ

ຫາກມີທຸກຫຼືອັນຕະລາຍ

ຈະພົບຄວາມມີໄຊ

ເມື່ອໄດ້ພົບພຣະເຢຊູ

ໂອ້ພຣະເຢຊູຜູ້ເປັນຄວາມຈິງ

ຫາກທ່ານລະຖິ້ມທຸກສິ່ງ

ເພີ່ງພິງອົງພຣະເຢຊູ

ພຣະຊົງຮັກແລະຊົງເອັນດູ

ອີກທັງຊົງເປັນຜູ້

ນຳພາເຮົາສູ່ສະຫວັນ


2 ເໝືອນໜຶ່ງສະຖານວິມານແດນໄກ

ສະຫວັນນັ້ນງາມວິໄລ

ບໍ່ມີແດນໃດປຽບເໝືອນ

ມາເຖີດໜາຢ່າດ່ວນຫຼີກໜີ

ທ່ານຈະໄດ້ຊີວີ

ຕະຫຼອດຢູ່ຊົ່ວນິລັນ

ໂອ້ພຣະເຢຊູຜູ້ເປັນຊີວິດ

ພຣະອົງສາມາດລີຂິດ

ຊີວິດໃຫ້ມີຄວາມໝາຍ

ໃນໂລກນີ້ມີອັນຕະລາຍ

ແຕ່ຖ້າທ່ານວາງໃຈ

ຈະໄດ້ຊີວິດໃໝ່ເອີຍ


104 ວັນນີ້ເປັນວັນ

ວັນນີ້ເປັນວັນ (2)

ທີ່ພຣະເຈົ້າຕັ້ງໄວ້ (2)

ຈົ່ງຊົມຊື່ນຍິນດີ (2)

ແລະຮ້ອງເພງສັນຣະເສີນ (2)

ວັນນີ້ເປັນວັນທີ່ພຣະເຈົ້າຕັ້ງໄວ້

ຈົ່ງຊົ່ມຊື່ນຍິນດີແລະຮ້ອງເພງສັນຣະເສີນ

ວັນນີ້ເປັນວັນ (2)

ທີ່ພຣະເຈົ້າຕັ້ງໄວ້


105 ແມ່ນຜິດ

1 ແມ່ນຜິດພຣະອົງຂໍຊົງອະໄພ

ຍົກໃຫ້ບາບເກົ່າທີ່ທຳຜ່ານມາ

ພັ້ງພາດດ້ວຍໃຈແລະກາຍວາຈາ

ວິນຍານບໍ່ມີສຸກສັນ

ດວງຈິດຜິດໄປ ເພາະໄວອ່ອນເຍົາ

ຄຸເຂົ່າອ້ອນວອນຂໍສອນອີກທີ

ຍົກໂທດບາບເກົ່າທີ່ທຳມາກມີ

ຊີວີເປັນຂອງພຣະອົງ


ກັບມາໄຝ່ຫາເມດຕາຄັ້ງໃດ

ໝັ້ນໃຈໃນຄວາມຮັກອັນໝັ້ນຄົງ

ບໍ່ເຄີຍຊອກຊ້ຳຊ້ຳເຕີມຕ່ຳລົງແຕ່

ຊົງອະໄພເຊີດຊູ

ຄວາມຮັກເຊັ່ນນີ້ບໍ່ມີທີ່ໃຜ

ນອກໃນຈາກອົງພຣະເຢຊູ

ບາງຄັ້ງຫຼັ່ງໄຫຼນ້ຳຕາພັ້ງພູ

ເມື່ອຮູ້ຊຶ້ງໃນພຣະຄຸນ


2 ແມ່ນຜິດພຣະອົງຂໍຊົງອະໄພ

ຊ່ວຍໃຫ້ກັບໃຈຕັ້ງຕົ້ນອີກທີ

ຫວັງແຕ່ພຽງຄວາມເມດຕາປານີ

ໃຫ້ມີກຳລັງມີຄວາມຫວັງ

ພັ້ງຜິດດ້ວຍຈິດຄິດບໍ່ເຊື່ອຟັງ

ສອນສັ່ງແຕ່ຍັງລະເລີຍປ່ອຍຕົວ

ຊ່ວຍໂປດຊຳລະພົ້ນຄວາມເມົາມົວ

ຄວາມກົວກາຍເປັນຍິນດີ


106 ພຣະເຢຊູຊົງຮັກເຮົາ

1 ພຣະເຢຊູຊົງຮັກເຮົາ

ທຸກຄົນເຫຼືອລົ້ນ ແມ່ນແທ້ໆ

ຈົນມາຕາຍໄຖ່ໂທດເຮົາ

ທຸກຄົນໝົດສິ້ນ (ລາລາໆໆ)

ເຮົາບໍ່ມີຄ່າອີ່ຫຍັງ ຈົນກ້ຽງມິ່ນລິ່ນ

ເຮົາພົ້ນຈາກຕາຍ ພຣະອົງຊ່ວຍເຫຼືອ


2 ຮ້ອງເພງໄຊດ້ວຍຫົວໃຈ

ມ່ວຍຊື່ນໂຮແຊວ ດີຄັກໆ

ເຮົາເປັນແນວອັບບລາຮາມ

ທີ່ເຊື່ອພຣະເຈົ້າ (ລາລາໆໆ)

ເຮົາຈຶ່ງເປັນຜູ້ຊອບທຳດວງຈິດສົດໃສ

ເຮົາໄດ້ມີໄຊພົ້ນຄວາມບາບໜາ


3 ພຣະເຢຊູຊົງລິດທາ

ມາກມາຍກ່າຍກອງ ເກີນຄົນເຮົາ

ເຊີນມາລອງ ເປີດດວງໃຈ

ຮັບເອົາເບິ່ງແມ ເພີ່ນເອັນດູໃຫ້ໝູ່ເຮົາເຂົ້າສູ່ສະຫວັນ

ໃຜເຊື່ອວາງໃຈ ໄດ້ຄວາມຊອບທຳ


107 ຄວາມຮັກນັ້ນອົດທົນນານ

1 ຄວາມຮັກນັ້ນອົດທົນນານ

ຮັກຄືການກະທຳມອບໃຫ້

ຮັກບໍ່ຍິ່ງບໍ່ຜະຫຍອງ

ບໍ່ຮ້ອນໃຈຊື່ນຊົມໃນຄວາມດີ

ມີຄວາມຫວັງໃນໃຈ

ບໍ່ອິດສາອວດຕົວຍິ່ງໃຫຍ່

ຮັກບໍ່ຈົດບໍ່ຈຳທີ່ຜິດພັ້ງໄປ

ແຕ່ເຊື່ອໃນຄວາມດີ


2 ເພາະພຣະອົງຮັກ

ມີຄວາມຮັກຢູ່ຕະຫຼອດໄປ

ແລະຮັກບໍ່ມີເງື່ອນໄຂ

ເຕັມໃຈແລະຕາຍເພື່ອເຮົາ

ເພາະພຣະອົງຮັກ ເຮົາຈຶ່ງມີຊີວິດເລີ້ມໃໝ່

ມີຄວາມຮັກທີ່ມາກມາຍ ມີດວງໃຈງົດງາມ


108 ຈົ່ງມີຄວາມຮັກພາຍໃນຈິດໃຈ


ຈົ່ງມີຄວາມຮັກພາຍໃນຈິດໃຈ

ເໝືອນພຣະເຈົ້າຂອງເຮົາ

ໜູນນ້ຳໃຈຄົນທີ່ທໍ້ໃຈ

ເອົາໃຈໃສ່ຄົນທີ່ອ່ອນແຮງ

ຜ່ອນໜັກຜ່ອນເບົາດ້ວຍຄວາມເຂົ້າໃຈ

ອະໄພໃຫ້ກັນແລະກັນ

ມີຄວາມຮັກ…ຮັກ

ໃນພຣະເຢຊູ


*ເຮົາເປັນພີ່ນ້ອງທັງຍິງແລະຊາຍ

ໃນອົງພຣະຄຣິດ

ພຣະວິນຍານສະຖິດຢູ່ກັບເຮົາ

ຜູກພັນເຮົາໄວ້

ພຣະອົງຊົງພໍພຣະໄທ

ເມື່ອເຮົາທຳຕາມພຣະຄຳ

ຊົງອວຍພຣະພອນຜູ້ທີ່ຢຳເກງ

ໃຫ້ເຮົາຮັກກັນແລະກັນ


109 ໂຢນາ

1 ໂຢນາ ໂຢນາ ໂຢນາ

ພຣະເຈົ້າສັ່ງມາ ໃຫ້ໄປເມືອງນິລະເວ

ໂຢນາລົງເຮືອນອນຫຼັບ ເອົ້າ (2)

ຖືກເຂົາຈັບໂຍນລົງທະເລ


2 ໂຢນາ ໂຢນາ ໂຢນາ

ຢູ່ໃນທ້ອງປາສາມວັນສາມຄືນ

ທູນຂໍພຣະເຈົ້າໂຜດຊ່ວຍ (2)

ໂຢນາບໍ່ມ້ວຍກັບສູ່ພື້ນດິນ


3 ໂຢນາ ໂຢນາ ໂຢນາ

ພຣະເຈົ້າສັ່ງມາ ໃຫ້ໄປເມືອງນິລະເວ

ພຣະເຈົ້າໃຫ້ຕົ້ນໝາກຮຸ່ງຕາຍ ເອົ້າ (2)

ໂຢນາເສຍໃຈຮ້ອງໄຫ້ ຮືໆ


110 ພຣະເຈົ້າແສນດີ

1 ພຣະເຈົ້າແສນດີ

ພຣະເຈົ້າແສນດີ

ພຣະເຈົ້າແສນດີ

ພຣະອົງດີຕໍ່ຂ້ອຍ


2 ພຣະເຈົ້າຮັກຂ້ອຍ (3)

ພຣະອົງດີຕໍ່ຂ້ອຍ


3 ຂ້ອຍອະທິຖານ (3)

ພຣະອົງຊົງຕອບຂ້ອຍ


111 ພຣະອົງຊົງສົມຄວນ

1 ວັນເວລາທີ່ປ່ຽນໄປ

ພຣະອົງບໍ່ປ່ຽນແປງ

ມີຄວາມຮັກ

ແລະເມດຕາຢູ່ສະເໝີ

ຕົວເຮົາອາດຈະຫວັ່ນໄຫວ

ພຣະອົງຍັງເໝືອນເດີມ

ເປັນພຣະເຈົ້າຂອງເຮົາ

ຢູ່ເລື້ອຍໄປ


ຂໍ້ຊ້ຳ: ພຣະອົງຊົງສົມຄວນ

ທີ່ຈະຮັບການສັນຣະເສີນ

ພຣະອົງຊົ່ງສົມຄວນ

ທີ່ຈະຮັບການໂມທະນາ

ເພາະພຣະອົງແສນດີ

ແລະບໍ່ມີໃຜຈະເໝືອນ

ພຣະອົງຊົງສົມຄວນ

ທີ່ຈະຮັບການສັນຣະເສີນ


2 ວັນທີ່ແດດຈະແຜດເຜົາ

ຊົງເປັນເງົາຮົ່ມເຢັນ

ເປັນຄວາມຫວັງ

ເປັນທາງລອດຢູ່ສະເໝີ ຄືນແລະວັນທີ່ເຢັນໜາວ ພຣະອົງຢູ່ຂ້າງເຮົາ

ເປັນພຣະເຈົ້າຂອງເຮົາ

ຢູ່ເລື້ອຍໄປ (ຊ້ຳ)


112 ຮັກວິເສດ

1 ຂ້າຮັກພຣະອົງ ພຣະເຈົ້າຂອງຂ້າ

ແລະຢາກຈະຮັກພຣະອົງຫຼາຍກ່ວາ

ຂ້າຢາກຈະຮັກຈົນສຸດຄວາມຄິດແລະວິນຍານ

ຊີວິດຂ້າຕ້ອງການຂໍໄດ້ຮັກພຣະອົງ


2 ໂປດນຳໃຫ້ຮັກພຣະອົງຫຼາຍກ່ວາ

ຫຼາຍກ່ວາສິ່ງໃດໃນຊີວິດຂ້າ

ທຸກສິ່ງທີ່ຂ້າມີເປັນພຽງ

ຂອງທີ່ຊົ່ວຄາວ

ແຕ່ຄວາມຮັກຂອງພຣະເຈົ້ານັ້ນ

ໝັ້ນຄົງຍືນນານ


*ເພາະຮັກວິເສດທີ່ມີ ບໍ່ມີໃນຜູ້ອື່ນ

ມີພຽງແຕ່ຮັກຂອງອົງພຣະເຈົ້າເທົ່ານັ້ນ

ຂໍຊົງໂປດສອນຫົວໃຈ ວ່າຮັກທີ່ແທ້ເປັນເຊັ່ນໃດ

ຮັກເໝືອນດັ່ງພຣະອົງ


3 ເພື່ອຂ້າຈະຮັກພຣະອົງຫຼາຍກ່ວາ

ຫຼາຍກ່ວາສິ່ງໃດໃນຊີວິດຂ້າ

ທຸກສິ່ງທີ່ຂ້າມີ

ເປັນພຽງຂອງທີ່ຊົ່ວຄາວ

ແຕ່ຄວາມຮັກຂອງພຣະເຈົ້ານັ້ນ

ໝັ້ນຄົງຍືນນານ

(ຂໍ້ຊ້ຳ, 3)

ໃຫ້ໂລກນີ້ໄດ້ຮູ້ຈັກກັບຄວາມຮັກທີ່ຄົງໝັ້ນ

ຮັກແທ້ໃນພຣະອົງ


113 ຝາກຄວາມຫວັງ

1 ອາດຈະມີ ບາງຄັ້ງທີ່ເຮົາ ເຈີວັນຮ້າຍໆ

ໃນເວລາ ທີ່ໃຈຕ້ອງໝົດສິ້ນຫວັງ

ເດິນຄົນດຽວບົນຫົນທາງ ທີ່ເບີ່ງຍັງຍາວໄກ

ແລ້ວຈະມີຜູ້ໃດຈະມາຊ່ວຍເຮົາ


2 ພຣະເຢຊູຍັງຮັກເຮົາຢູ່ ຈະຄອຍດູແລ

ເຮົາອ່ອນແອ ພຣະອົງໃຫ້ຄວາມເຂັ້ມແຂງ

ເປັນກຳລັງແລະເຫື່ອແຮງ ໃຫ້ເຮົາເດິນກ້າວໄປ

ຂໍໃຫ້ເຮົາໄດ້ວາງໃຈໃນພຣະອົງ


*ເມື່ອໃຈປວດລ້າວ ເຈັບກັບຄວາມທຸກໃຈ ກັບຄວາມເລວຮ້າຍ ໝົດແລະຈົນຫົນທາງ

ຈະອະທິຖານ ໃຫ້ພຣະອົງຄອຍດູແລທຸກຢ່າງ

ຝາກຄວາມຫວັງທີ່ພຣະອົງ ຈະເພີ່ງພາພຣະອົງຜູ້ດຽວ


114 ຢູ່ບົນກາງແຂນ

ແມ່ນຂ້າໄດ້ພົບໄດ້ເຈີອັນໃດຫຼາຍຢ່າງ

ແຕ່ຂ້າກໍ່ບໍ່ເປັນສຸກໃຈ

ຍັງມີສ່ວນເລິກທີ່ມັນຂາດຫາຍ ສິ່ງນັ້ນມັນຄືອັນໃດ

ທີ່ໃຈຂ້າຕ້ອງການ

ແລະແລ້ວເມື່ອຂ້າເຂົ້າໃຈຄວາມໝາຍທີ່ສຳຄັນ

ສິ່ງນັ້ນທີ່ຂ້າເບີ່ງຂ້າມໄປ

ຢູ່ເທິງກາງແຂນນັ້ນຄືຄວາມໝາຍ

ແລະບໍ່ມີອັນໃດສຳຄັນຫຼາຍກ່ວາ


*ຢູ່ເທິງກາງແຂນພຣະອົງ ໄດ້ທົນທໍລະມານ

ເພື່ອຄົນຢ່າງຂ້າແລະຄົນອີກມາກຫຼາຍ

ຢູ່ເທິງກາງແຂນພຣະອົງສຳແດງຮັກຍິ່ງໃຫຍ່

ບໍ່ມີອັນໃດສຳຄັນໄປກ່ວານີ້

(ຢູ່ເທິງກາງແຂນນັ້ນຄືຄວາມໝາຍ

ແລະບໍ່ມີອັນໃດສຳຄັນມາກກ່ວາ)


115 ຈົ່ງຍິນດີໃນພຣະເຈົ້າສະເໝີ

ຈົ່ງຍິນດີໃນພຣະເຈົ້າສະເໝີ

ແລະຈົ່ງຊື່ນຊົມຍິນດີ (2)

ຍິນດີ ຍິນດີ

ແລະຈົ່ງຊື່ນຊົມຍິນດີ (2)


116 ຄວາມຮັກ ຄວາມເອັມດູ

1 ຄວາມຮັກ ຄວາມເອັນດູ

ຂອງພຣະເຢຊູ ຜູ້ມີໄຊ

ເປັນພະລັງເກື້ອກູນໜູນນ້ຳໃຈ

ຍິ່ງໃຫຍ່ເຫລືອພັນລະນາ

ຮັກໃດໃດ ທີ່ໃນໂລກມະນຸດ

ສິ້ນສຸດດ້ວຍນ້ຳຕາ

ມານດາ ບິດາ ທີ່ຮັກຂ້າ

ບໍ່ຊາກໍຍັງສູນໄປ


2 ຊີວິດ ວິນຍານຂ້າ

ພຣະອົງຊົງເມດຕາ ນຳຂ້າກັບໃຈ

ຂ້ານີ້ຊາບຊື້ງຖືງນ້ຳພະໄທ

ຍິ່ງເດີນຍິງໃກ້ພຣະອົງ

ຊົງນຳພາເປັນດວງປະທີບນຳຂ້າ

ຟັນຝ່າມຸ້ງຕົງ

ໃຫ້ຖືງຫລັກໄຊມັ່ນໃນພຣະອົງ

ດຳລົງຮັກນິລັນ


117 ກ໊ອກ ກ໊ອກ ກ໋ອກ

1 ກ໊ອກ ກ໊ອກ ກ໊ອກ ກ໊ອກ ສຽງໃຜເຄາະປະຕູ ຮີບເປີດເບິ່ງດູ ດູຕິວ່າເປັນໃຜ

ໂອ້ອົງພຣະຄຣິດເຊີນສະຖິດຂ້າງໃນ

ຂໍຮັບທ່ານໄວ້ໃນດວງໃຈຂ້າ


2 ໃຈປິດບໍ່ເປີດ ເກີດປະໂຫຍດອັນໃດ

ຮີບເປີດດວງໃຈ ໃຫ້ພຣະອົງມາຢູ່

ໂອ້ອົງພຣະຄຣິດ ເຊີນສະຖິດເຊີດຊູ

ຂໍຊົງມາຢູ່ໃນດວງໃຈຂ້າ


3 ເຮົາເກີດມາບາບ ຊາບກັນຢູ່ແກ່ໃຈ

ບັງເກີດເສຍໃໝ່ ໃຈມີພຣະເຈົ້າຢູ່

ຊີວິດນິຣັນ ນັ້ນຄວນຮັບເຊີດຊູ

ໂອ້ພຣະເຢຊູ ຜູ້ຊ່ວຍປະເສີດ


118 ຕື່ນຂຶ້ນອະທິຖານ

ຈົ່ງຕຽມຕົວຢູ່ສະເໝີຢ່າເຜີຫຼັບ

ຕື່ນເຖີດໜາຮີບມາອະທິຖານ

ມາຮ່ວມຮັກພັກດີໃນວິນຍານ

ອະທິຖານເປັນປະຈຳທຸກຄຳຄືນ

ອະທິຖານເປັນອາວຸດສຸດປະເສີດ

ວິເສດເລີດເກີດໄຊໃຫ້ຫວານຊື່ນ

ບັນລຸໝາຍສູ່ເປົ້າອັນຍາວຍືນ

ຕື່ນ ຕື່ນ ຕື່ນ ອະທິຖານຢ່າຄ້ານໃຈ


119 ພຣະຫັດພຣະເຈົ້າຄຸ້ມໂລກ

1 ພຣະຫັດພຣະເຈົ້າຄຸ້ມໂລກ ໂດຍຄວາມຮັກ

ພຣະຫັດພຣະເຈົ້າຄຸ້ມໂລກ ໂດຍຄວາມຮັກ

ພຣະຫັດພຣະເຈົ້າຄຸ້ມໂລກ ໂດຍຄວາມຮັກ

ພຣະອົງຊົງຄຸ້ມໂລກດ້ວຍຄວາມຮັກ


2 ພະຍຸແລະຝົນກໍ່ຢູ່ ໃນພຣະຫັດ (3)

ພຣະອົງຊົງຄຸ້ມໂລກດ້ວຍຄວາມຮັກ


3 ພຣະອົງຊົງຮັກແລະເອັມດູ ເດັກນ້ອຍໆ(3)

ພຣະອົງຊົງຄຸ້ມໂລກດ້ວຍຄວາມຮັກ


120 ໂປດປະທານນ້ຳມັນ

ໂປດປະທານນ້ຳມັນ

ໃສ່ຕະກຽງຂອງຂ້າ ໂປດປະທານນ້ຳມັນໃຫ້ແກ່ຂ້າ

ໂປດປະທານນ້ຳມັນໃສ່ຕະກຽງຂອງຂ້າ

ເພື່ອໃຫ້ແສງສ່ອງສະຫວ່າງທົ່ວໂລກາ

ຮ້ອງໂຮຊັນນາ ຮ້ອງໂຮຊັນນາ

ຮ້ອງໂຮຊັນນາແດ່ພຣະເຈົ້າຂອງຂ້າ

ຮ້ອງໂຮຊັນນາ ຮ້ອງໂຮຊັນນາ

ຮ້ອງໂຮຊັນນາແດ່ພຣະເຈົ້າ


121 ຂ້າປະເຊີນທຸກສິ່ງ

ຢ່າທຸກຮ້ອນໃນສິ່ງໃດໃດ

ຝາກເອົາໄວ້ໃຫ້ພຣະອົງ

ອະທິຖານວິງວອນທຸກຢ່າງ

ດ້ວຍໃຈຂອບພຣະຄຸນ

ພຣະເຢຊູຈະຊົງປະທານ

ສັນຕິສຸກມາກມາຍ

ຈະຄອຍຄຸ້ມຄອງໃຈຂອງຂ້າ

ທຸກວັນທຸກເວລາ

ຂ້າປະເຊີນທຸກສິ່ງ

ໂດຍພຣະອົງຜູ້ເສີມກຳລັງ

ຂ້າປະເຊີນທຸກໆຍ່າງ

ດ້ວຍຄວາມຫວັງໃນທາງພຣະອົງ

ຂ້າປະເຊີນທຸກສິ່ງ

ຈະດີຈະຮ້າຍເທົ່າໃດ

ຂ້າຍິນດີແລະສຸກໃຈ

ໃນທາງພະອົງສະເໝີ


122 ຂໍຄວາມຮັກ

ຂໍຄວາມຮັກ ຂໍລິດທາ

ຊົງເຕີມໃຈຂ້າໃຫ້ລົ້ນໄຫຼ (2)

ເພື່ອຂ້າຈະສັນລະເສີນ

ພຣະອົງສິ້ນດວງຈິດ

ເພື່ອຂ້າຈະສັນລະເສີນ

ພຣະອົງສິ້ນດວງໃຈ

ເພື່ອຂ້າຈະສັນລະເສີນ

ພຣະອົງສິ້ນກຳລັງ

ເພາະຊົງເປັນພຣະເຈົ້າ

ຊົງເປັນພຣະເຈົ້າ


123 ຖວາຍກາຍໃຈ

ພຣະອົງເຂົ້າມາສຳຜັດ ຊົງຕັດໃນໃຈ

ເອີ້ນເຮົາເຂົ້າໄປສຳຜັດຄວາມຮັກພຣະອົງ

ພຣະອົງຈະນຳທຸກຍ່າງ ນັບຈາກວັນນີ້

ຫົວໃຈທີ່ມີທັ້ງໝົດ ເປັນຂອງພຣະອົງ


*ຖວາຍກາຍແລະໃຈໃຫ້ພຣະອົງຄອບຄອງ

ເປັນເຈົ້າຂອງຕະຫລອດໄປ

ຖວາຍກາຍແລະໃຈມອບຊີວິດຕາມພຣະໄທ

ໃຫ້ພຣະອົງໝົດທັ້ງໃຈ

ໃຫ້ເປັນໄປຕາມພຣະອົງ


124 ຈະບອກວ່າ

1 ຄວາມຍິນດີປ່ຽມລົ້ນໃນໃຈຂ້າ

ດັ່ງດອກໄມ້ພິບານແຍ້ມກີບອອກ

ເຫດເພາະຄວາມຂົມຂື່ນເມື່ອວັນກ່ອນ

ພຣະບັນດານປ່ຽນເປັນພຣະຄຸນພຣະພອນ


*ການຄ່ຳຄວນປ່ຽນເປັນເພງສັນເສີນ

ທຸກວັນຂ້າຈະເດີນກັບພຣະອົງ

ຈະເຮັດຕາມພຣະໄທແລະເຊື່ອຟັງ

ຊີວິດນີ້ຖວາຍແດ່ພຣະອົງ


2 ຈະບອກວ່າ ຮາເລລູຢາ

ຈະບອກວ່າ ຮາເລລູຢາ ອາແມນ

ໃຫ້ດວງໃຈສັນເສີນພຣະອົງ

ທຸກວັນ ທຸກເວລາ

ຈະບອກວ່າ ຮາເລລູຢາ ອາແມນ

ສັນເສີນພຣະນາມພຣະອົງ

ຈະສັນເສີນ ພຣະນາມ

ຮາເລລູຢາ



125 ເຮົາຂອບພຣະຄຸນຄວາມຮັກຂອງແມ່

ເຮົາຂອບພຣະຄຸນຄວາມຮັກຂອງແມ່

ຮັກແທ້ທີ່ມີຕໍ່ຂ້ອຍ

ເຮົາຂອບພຣະຄຸນພຣະເຈົ້າ

ພຣະອົງຊົງນຳເຮົາເດີນກ້າວໄປ

ຂອບຄຸນສຳລັບຊີວິດນິລັນ

ທີ່ພຣະຊົງປະທານໃຫ້

ບໍ່ມີສິ່ງໃດຈະຕອບແທນໄດ້

ນອກຈາກຂໍຂອບພຣະຄຸນ

ຂອບພຣະຄຸນ ພຣະເຢຊູ

ຂ້າສັນຣະເສີນຄວາມຮັກ ພຣະອົງເຈົ້າ

ຂອບພຣະຄຸນ ພຣະເຢຊູ

ຂອບຄຸນແດ່ພຣະເຈົ້າເບື້ອງເທິງ


126 ມື້ອື່ນ

1 ມື້ອື່ນ ເຮົາຈະໄດ້ພົບອັນໃດ

ຄົງມີຄຳຖາມຫຼາຍຢ່າງ

ທີ່ບໍ່ອາດຮູ້ ວ່າມື້ອື່ນຈະເປັນຢ່າງໃດ

2 ບໍ່ຮູ້ ເຮົາຈະໄດ້ພົບຄວາມສຸກ

ຫຼືເຮົາຈະຕ້ອງທຸກເທົ່າໃດ ຄົງບໍ່ອາດເຮັດ

ໃຫ້ເປັນເໝືອນທີ່ເຮົາຕັ້ງໃຈ


*ມື້ອື່ນ ຖ້າຫາກຈະເຈີບັນຫາ

ຂໍຝາກໃຫ້ອົງພຣະຄຣິດນຳພາ

ໃຫ້ຜ່ານຄືໃນມື້ນີ້

ມື້ອື່ນ ແມ່ນອາດຈະດີຈະຮ້າຍ

ບໍ່ຫວັ່ນບໍ່ຢ້ານແຕ່ຂໍວາງໃຈ

ໃຫ້ພຣະເຢຊູນຳທາງ


127 ສາຍໃຍ

1 ຢາກບອກໃຫ້ເຈົ້າໄດ້ເຂົ້າໃຈ

ແມ່ນເຮົາຈະເບິ່ງຕ່າງກັນ

ອາດຕ່າງກັນພຽງແຕ່ຮ່າງກາຍ

ຫົວໃຈເຮົາເປັນເໝືອນກັນ

ຢາກໃຫ້ຮູ້ວ່າເຮົາຫ່ວງໃຍ

ແລະຫວັງພຽງໃຫ້ເຈົ້າ

ໃຫ້ເຈົ້າໄດ້ພົບ

ສິ່ງທີ່ດີຄືເຮົາ


2 ພຣະເຢຊູເປັນທີ່ເພິ່ງພາ

ໃຫ້ເຈົ້າມີຄວາມສຸກໃຈ

ບໍ່ມີອັນໃດທີ່ສຳຄັນ

ພຣະອົງເບິ່ງຢູ່ທີ່ໃຈ

ຢາກໃຫ້ຮູ້ພຣະອົງຫ່ວງໃຍ

ແລະເຂົ້າໃຈທຸກຢ່າງ

ບໍ່ຢູ່ລຳພັງ

ພຣະອົງຈະຢູ່ຂ້າງເຈົ້າ

*ພຣະເຢຊູເປັນສາຍໃຍ ໃຫ້ເຮົາມີຄວາມຜູກພັນ

ໃຫ້ຮັກແລະຄວາມເຂົ້າໃຈກັນແລະກັນ

ພຣະເຢຊູເປັນສາຍໃຍ ໃຫ້ເຮົາມາເປັນພີ່ນ້ອງກັນ

ທັງເຈົ້າແລະຂ້ອຍຈະເປັນໜຶ່ງດຽວ


128 ຝາກໃຈໄປດ້ວຍກັນ

1 ຝາກໃຈໄປດ້ວຍກັນ

ຝ່າຟັນໄປດ້ວຍໃຈ ບໍ່ເກງບໍ່ຫວັ່ນ

ພວກເຮົາຄືພະລັງ

ຂອງອົງພຣະຄຣິດ ອຸທິດຕົວຮັບໃຊ້

2 ຫາກເຮົາໄປດ້ວຍກັນ

ຜູກພັນກັນດ້ວຍຮັກ ພຣະຄຣິດໝັ່ນຄົງ

ເຮົາຈະບໍ່ລົ້ມລົງ

ພຣະອົງຈະຊົງ ນຳເຮົາສູ່ເສັ້ນໄຊ


* ພຽງມອບຖວາຍກາຍໃຈວິນຍານ

ຄອຍຟັງພຣະອົງ ຕັດດ້ວຍສຽງເບົາໆ

ຕັດໃນໃຈຂອງເຮົາ

ໃຫ້ຮູ້ນ້ຳພຣະໄທ

ພຽງມອບຖວາຍກາຍໃຈວິນຍານ

ຄອຍຟັງພຣະອົງ ຕັດດ້ວຍສຽງເບົາໆ

ຈະຊົງນຳເຮົາ ຖ່ອມໃຈລົງ

ຍອມຟັງພຣະອົງ


3 ເມື່ອເຮົາໄປດ້ວຍກັນ

ຜູກພັນກັນດ້ວຍຮັກ ພຣະຄຣິດໝັ່ນຄົງ

ເຮົາຈະບໍ່ລົ້ມລົງ

ພຣະອົງຈະຊົງນຳເຮົາສູ່ເສັ້ນໄຊ


129 ເມັດເກືອແລະແສງສະຫວ່າງ

1 ເຮົາເປັນເມັດເກືອແລະແສງສະຫວ່າງ

ຄວາມຮັກຢ່າໄດ້ຈືດຈາງ

ເຢັນລົງເໝືອນດັ່ງຖ່ານໄຟກ້ອນດຽວ

ຮັກພຣະເຈົ້າສຸດໃຈແໜ້ນໜຽວ

ເພື່ອນບ້ານກໍ່ຈົ່ງແຫລ່ຫລຽວ

ຮັກເຂົາເຊັ່ນດຽວເໝືອນຮັກຕົນເອງ


*ຈົ່ງຈຳພຣະຄຳສອນສັ່ງ

ໃຫ້ເຮົາເຝົ້າຄອຍລະວັງ

ຊີວິດເໝືອນດັ່ງຢູ່ກາງຄື້ນລົມ

ແມ່ນວັນໃດຈິດໃຈລົ້ມລົງ

ຄື້ນໂລກແຫ່ງຄວາມຫລຸ້ມຫລົງ

ວອນພຣະຄຣິດຊົງຊ່ວຍເຮົາກັບມາ


2 ກ່ຽວຄົມນັ້ນວາງຢູ່ຢ່າງດຽວດາຍ

ເຂົ້ານາສຸກເຫຼືອງມາກມາຍ

ຄົນງານຍິງຊາຍເຈົ້າໄປໃສກັນ

ພຣະອົງຊົງຖາມຫາທຸກວັນ

ເຂົ້າທີ່ຈະເກັບກ່ຽວນັ້ນ

ຍັງຄອຍທຸກວັນໃຫ້ທ່ານກ່ຽວໄວ (ຊ້ຳ)


130 ນິມິດ

ຂ້າຂໍວິງວອນພຣະເຢຊູ

ໂປດນຳຊີວິດຂ້າງໜ້າຕໍ່ໄປ

ຈະເປັນຢ່າງໃດບໍ່ຮູ້

ແຕ່ວັນນີ້ຕັດສິນໃຈ

ມອບຕົວແລະໃຈດວງນີ້

ຮັບໃຊ້ພຣະອົງ


*ໂປດໃຫ້ຂ້າເຫັນ

ນິມິດໃນປະເທດລາວ

ໂປດສົ່ງຂ້າໄປເລົ່າຄວາມເປັນຈິງ

ໃຫ້ຄົນລາວໄດ້ຮູ້

ຂ້າປາຖະໜາ ຮັບໃຊ້ພຣະອົງ

ຜູ້ມີຊີວິດຢູ່

ຂ້າຮູ້ພຣະອົງ ຈະນຳທາງຂ້າໄປ

ຈົນສິ້ນລົມຫາຍໃຈ


131 ຮ່ວມກັນໃນພຣະເຢຊູ

1 ໃຫ້ເຮົາເອົາໃຈຂອງເຮົາມາຮ່ວມກັນເປັນພະລັງ

ປ່ຽນແປງໂລກນີ້ໃຫ້ເບິ່ງສວມງາມ

ພຣະເຢຊູຈະນຳແລະຈະທຳໃຫ້ເຮົາເປັນໜຶ່ງ

ຮັກພຣະອົງຈະຜູກພັນເຮົາຮ່ວມກັນ

*ຈາກນີ້ ເມື່ອເຮົາໄດ້ຮ່ວມໃຈ

ເຮົາຈະໄປໃຫ້ເຖິງ ເຖິງຕາມນ້ຳພຣະໄທ

ຈະໄປໃຫ້ໄກສຸດຟ້າ

ແມ່ນຫົນທາງຍາວໄກ

ເຮົາຈະບໍ່ຫວາດຫວັ່ນ

ເພາະເຮົາຮ່ວມກັນ ໃນອົງພຣະເຢຊູ


2 ມີອັນໃດມາກມາຍທີ່ເຮົາຍັງຄົງຕ້ອງທຳ

ໃຫ້ເຮົາໄດ້ເພິ່ງພາໃນພຣະອົງ

ເຮົາຈະຮ່ວມແຮງກາຍ

ດ້ວຍດວງໃຈທີ່ຫຼອມເປັນໜຶ່ງ

ພຣະເຢຊູຈະນຳໄປເຖິງຈຸດໝາຍ


132 ທຸກຄັ້ງທີ່ຂ້າເຝົ້າພາວະນາ

ທຸກຄັ້ງທີ່ຂ້າເຝົ້າພາວະນາ ໂອ…ພຣະເຈົ້າ

ພຣະວິນຍານບໍຣິສຸດຊົງນຳຂ້າ (2)

ຂ້າຮູ້ວ່າພຣະອົງມີພຣະປະສົງໃນຊີວິດຂ້າ

ຂ້າພ້ອມທີ່ຈະທຳຕາມພຣະບັນຊາ

ຂ້າຈະທູນພຣະອົງຕາບເທົ່າຊີວິດຂອງຂ້າມີຢູ່

ດ້ວຍຄວາມເມດຕາທີ່ມີຕໍ່ຂ້າ


133 ລຳທານ

ຂໍໃຫ້ຂ້າໄດ້ຢູ່ໃນຄວາມຮັກຂອງພຣະອົງ

ຕະຫຼອດວັນແລະຄືນໃນອ້ອມແຂນຂອງພຣະອົງ

ໃຫ້ຍ່າງເທົ້າທຸກກ້າວເດີນ ໃນທາງຂອງພຣະອົງ

ແລະເມື່ອຂ້າເຂົ້າໃຈໃນຄວາມຮັກຂອງພຣະອົງ

ອົບອຸ່ນໃຈເຫລືອເກີນໃນອ້ອມແຂນຂອງພຣະອົງ

ສຸກຈົນລົ້ນຫົວໃຈບໍ່ອາດເກັບເອົາໄວ້…ພຽງຜູ້ດຽວ

ໃຫ້ຊີວິດເໝືອນລຳທານໄຫລຫລັ່ງ

ໃຫ້ແສງທອງຂອງພຣະອົງສ່ອງພາຍໃນ

ປະກາດໄປເຖິງເລື່ອງລາວຮັກຍິ່ງໃຫຍ່ຂອງພຣະອົງ

ທີ່ມີໃນຊີວິດຂ້າຕະຫຼອດໄປ


134 ທຸກວັນ

ເມື່ອຍາມຈະນອນ

ຂໍພຣະເຈົ້າຄຸ້ມຄອງ

ຕື່ນເວລາໃດ

ຂໍພຣະອົງຄຸ້ມໄພ

ໄດ້ພົບຄວາມງາມ

ໃນທຸກໆເຊົ້າ

ແສງທີ່ທໍ່ສ່ອງມາ

ພາເອົາຄວາມມືດໄປ (ຊ້ຳ)

ພຣະເຈົ້າເປັນກຳລັງຂອງເຮົາ

ຢູ່ທຸກວັນ

ດັ່ງອາທິດ ດວງດາວແລະຈັນ

ທີ່ສ່ອງມາ ນຳຕະຫຼອດເວລາ


135 ໄດ້ຍິນບໍ່ໜໍ

1 ໄດ້ຍິນບໍ່ໜໍ

ໄດ້ຍິນສຽງພຣະເຈົ້າເອີ້ນ

ຍ້ອນຫ່ວງເຮົາເຫຼືອເກີນ

ຈັ່ງມາເອີ້ນໝູ່ເຮົາຊັ້ນຕົ໋ວ

ຍ້ອນຮັກເຮົາຫຼາຍ

ຈັ່ງມາຕາຍແທນຄວາມບາບຊົ່ວ

ບໍ່ໄດ້ເວົ້າຫຼິ້ນ ເວົ້າຕົວະ

ຢາກໃຫ້ເຈົ້າຟ້າວຕັດສິນໃຈ


2 ຢາກເວົ້າໃຫ້ຟັງ

ກໍ່ເພາະຍັງມີເວລາ

ວັນໜຶ່ງພຣະເຢຊູກັບມາ

ພວກເຈົ້າທັງຫຼາຍຊິເຮັດຈັ່ງໃດ

ເອົາຂ່າວດີມາບອກ

ຍັງມີທາງອອກທາງແກ້ໄຂ

ບໍ່ວ່າບາບໜ້ອຍບາບຫຼາຍ

ພຣະເຢຊູໄຖ່ເຮົາໄດ້ທຸກຄົນ


*ພຣະເຢຊູມາເພື່ອໃຫ້ເຮົາໄດ້ພົ້ນຜິດ

ເພື່ອໃຫ້ເຮົາພົບຊີວິດ

ພົບເສັ້ນທາງທີ່ຈະກ້າວເດີນ

ກັບໃຈສາເຈົ້າມາຮັບເອົາ

ຢ່າມ້າງເມີນ ຊິໄດ້ໄປສະຫວັນເວີ່ນໆ

ຂໍເຊີນໃຫ້ຮີບກັບໃຈ


136 ສາທຸການພຣະນາມ

1 ສາທຸການພຣະນາມ

ໃນແຜ່ນດິນທີ່ສົມບູນງົດງາມ

ທີ່ພຣະພອນເທເໝືອນດັ່ງແມ່ນ້ຳ

ສາທຸການພຣະນາມ

ສາທຸການພຣະນາມ

ເມື່ອຂ້າຫຼົງໃນພຶ້ນດິນອ້າງວ້າງ

ເຖີງຕ້ອງເດີນຜ່ານຫົນທາງກັນດານ

ສາທຸການພຣະນາມ


ຂໍ້ຊ້ຳ: ທຸກພຣະພອນທີ່ພຣະອົງເທລົງມາ

ຂ້າຂໍສັນເສີນ

ແມ່ນຄວາມມືດມິດຄືບຄານເຂົ້າມາ

ຂ້າຍັງສັນເສີນ

ສາທຸການພຣະນາມຂອງພຣະເຈົ້າ

ສາທຸການພຣະນາມ

ສາທຸການພຣະນາມຂອງພຣະເຈົ້າ

ສາທຸການພຣະນາມພຣະເຈົ້າສູງສຸດ(x2)


2 ສາທຸການພຣະນາມ

ເມື່ອຕາເວັນສ່ອງແສງທອງລົງມາ

ເມື່ອທຸກສິ່ງ ເປັນເໝືອນປາດຖະໜາ

ສາທຸການພຣະນາມ

ສາທຸການພຣະນາມ

ເມື່ອເສັ້ນທາງເດີນລ້ອມດ້ວຍສ້ຽນໜາມ

ເຖິງຕ້ອງຈັບປວດເມື່ອຍາມເດີນຕາມ

ສາທຸການພຣະນາມ (ຂໍ້ຊ້ຳ)


ຊົງໃຫ້ແລະຊົງຮັບໄປ

ຊົງໃຫ້ແລະຊົງຮັບໄປ

ແຕ່ຂ້າຂໍຕັດສິນໃຈ

ຈະສັນລະເສີນເລື້ອຍໄປ

ຊົງໃຫ້ແລະຊົງຮັບໄປ

ຊົງໃຫ້ແລະຊົງຮັບໄປ

ແຕ່ຂ້າຂໍຕັດສິນໃຈ

ຈະເສີນລະເສີນເລື້ອຍໄປ (ຊ້ຳ)


137 ລືມພຣະເຈົ້າບໍ່ໄດ້

1 ລືມຈະລືມພຣະເຈົ້າຢ່າງໃດ

ພຣະຄຸນທ່ານມີມາກມາຍ

ຈະຢ່າງໃດກໍລືມບໍ່ລົງ

ອົງພຣະເປັນເຈົ້າຮັກເຮົາມາກນັກໝັ້ນຄົງ

ຮັກຜູ້ເຊື່ອຖືຊື່ຕົງ

ພຣະອົງຊົງໃຫ້ສັນຍາ


2 ຮັກ…ຮັກເຮົາຕະຫລອດຊີວິດ

ຮັກເຮົາທັ້ງທີ່ມີຜິດ

ພຣະຊົງລິດຍັງຮັກເມດຕາ

ພຣະອົງຊົງໂຜດຍົກໂທດ

ຜູ້ຫັນກັບມາບໍ່ລໍໃຫ້ເສຍ

ເວລາຊົງນຳພາໄປສູ່ສະຫວັນ


3 ໂອ້ພຣະຄຳຊ່າງຫວານລ້ຳນ້ຳໃຈຕິດຕຶງ

ຫວານຈິງຍິ່ງສຸດຊຶ້ງ

ນ້ຳເຜິ້ງຫວານກໍຍັງບໍ່ປານ

ພຣະຄຳເລົ້າໂລມຊຶ່ນຊົມຢູ່ທຸກຄືນວັນ

ພຣະໄທຈະບໍ່ມີແປຜັນ

ຮັກເຮົານັ້ນຕະຫລອດເວລາ


4 ຂ້າຂໍຕັ້ງຈິດໃຈອະທິຖານ

ຕໍ່ພຣະເຈົ້າອົງປະທານ

ປະຕິຍານດ້ວຍໃຈສັດທາ

ຫາກມີພຣະອື່ນຈະບໍ່ຊຶ່ນຊົມແລະສັດທາ

ຂໍມອບກາຍໃຈວາຈາ

ຕໍ່ພຣະບິດາອົງດຽວແນ່ນອນ


138 ນ້ຳແຫ່ງຊີວິດ

ໃຈທີ່ກະຫາຍແລະເມື່ອຍ

ໃຈທີ່ທົນທຸກລຳບາກ

ໃຈທີ່ໝົດຫວັງທຸກຢ່າງ

ຈົ່ງເຂົ້າມາ (2)

ພຣະອົງເປັນນ້ຳແຫ່ງຊີວິດ

ໃຫ້ເຮົາດື່ມນ້ຳແຫ່ງຊີວິດ

ຫລໍ່ລ້ຽງຫົວໃຈໃຫ້ຊີວິດໃໝ່

ແມ່ນ້ຳແຫ່ງຊີວິດຈະລິນໄຫລ(ມາຈາກໃຈ)


139 ໂປດປ່ຽນໃຈຂ້າໃໝ່

ໂປດປ່ຽນໃຈຂ້າໃໝ່

ໃຫ້ສະອາດສົດໃສ

ປ່ຽນໃຈນີ້ເຖີດພຣະ

ໂປດປ່ຽນຂ້າເໝືອນທ່ານ

ພຣະອົງຊົງເປັນຊ່າງ

ຂ້າເປັນດິນໜຽວ

ປັ້ນຂ້າຕາມພຣະໄທ

ນີ້ຄືຄຳອະທິຖານ


140 ກ້າວຕໍ່ໄປ

ໜຶ່ງຊີວິດທີ່ພຣະເຈົ້າໃຫ້ມາ

ເຮົາຄົງບໍ່ຮູ້ວ່າ

ມີເວລາທີ່ເຫລືອເທົ່າໃດ

ວັນນີ້ທັ້ງຮ່າງກາຍຈິດໃຈ

ເຮົາມອບທັ້ງໝົດໄວ້

ໃຫ້ກັບພຣະອົງ

ແບກກາງແຂນມັນບໍ່ເຄີຍງ່າຍດາຍ

ມັນຄືງານຍິ່ງໃຫຍ່ທີ່ພຣະອົງມອບໄວ້ໃຫ້ເຮົາ

ວັນນີ້ຮ້ອນຫລືຈະເໜັບໜາວ

ທຸກເລື່ອງລາວຍັງມີພຣະອົງຢູ່ຂ້າງກາຍ

ບາກບັ່ນທຳດ້ວຍໃຈສຸດແຮງກຳລັງ

ເພາະຄວາມຮັກນຳເຮົາໃຫ້ກ້າວຕໍ່

ລືມທີ່ເຄີຍທໍ້ລືມທີ່ຜ່ານພົ້ນ

ນ້ອມຕົວກ້າວອອກໄປ

ຈະຮັບໃຊ້ດ້ວຍໃຈທຳຕາມພຣະອົງ

ໃຊ້ຊີວິດປະກາດຄວາມຮັກຍິ່ງໃຫຍ່

ເຮົາກຳລັງເຂົ້າແຂ່ງໄປສູ້ເສັ້ນໄຊ

ເພື່ອຈະຮັບລາງວັນຂອງເຮົາ

ຊ້ຳ: ເຮົາກຳລັງເຂົ້າແຂ່ງໄປສູ່ເສັ້ນໄຊ

ເພື່ອຈະຮັບລາງວັນຂອງເຮົາ


141 ພຣະຄຳລ້ຳຄ່າ

1 ຈົ່ງໃຄ່ຄວນຈົດຈຳ

ນ້ອມນຳຄວາມຄິດແລະຈິດໃຈ

ຮັບຄຳທີ່ອົງພຣະຄຣິດໃຫ້ ສອນໃຈໃຫ້ມີຄວາມ

ສັດທາ ເພື່ອເຮົາຜູ້ມີບາບໜາ ຊຸບຊີວາ

ສູ່ຊີວິດໃໝ່ໂອ້ຄວາມຮັກ ປະຈັກດວງໃຈ

ພຣະຄຣິດໃຫ້ ຊີວິດໃໝ່ແກ່ເຮົາ


2 ກ້າວຕໍ່ໄປບໍ່ຫຍຸດຍັ້ງ ລະວັງຄວາມຄິດແລະຈິດໃຈ

ພຣະຄຳທີ່ອົງພຣະຄຣິດໃຫ້ ຈົ່ງຝັງໃຈໝັ້ນຄົງໃນ

ສັດທາ ໝັ່ນພຽນເລົ່າຮຽນສຶກສາ ພຣະວາຈາ

ຈະນຳພາໃຫ້ ສູ່ຊີວິດແຫ່ງຄວາມມີໄຊ ພຣະຄຸນຍິ່ງ

ໃຫຍ່ຊີວິດໃໝ່ສົມບູນ


3 ມີສິ່ງດຽວເທົ່ານັ້ນ ທີ່ສຳຄັນຫຼາຍຍິ່ງກວ່າສິ່ງໃດ

ພຣະຄຳຂອງອົງພຣະຄຣິດນັ້ນໃຫ້ ນຳຂ້າໄປ

ໝັ້ນຄົງໃນສັດທາ ສິ່ງດຽວຍອດປາດຖະໜາ ຂໍບູຊາ

ໃຝ່ຫາລ່ຳໄປ ເທິດພຣະຄຳລ້ຳຄ່າກວ່າໃຜ ພຣະຄຣິດ

ຍິ່ງໃຫຍ່ ຄືຜູ້ໃຫ້ພຣະຄຳ


142 ຜູ້ນຳຄົນບາບ

ເຮົາໃຫ້ທ່ານເປັນຜູ້ນຳຄົນບາບ

ເຂົ້າມາຫາເຮົາ ເຂົ້າມາຫາເຮົາ

ເຮົາໃຫ້ທ່ານເປັນຜູ້ນຳຄົນບາບ

ຖ້າທ່ານຕິດຕາມເຮົາ

ຖ້າທ່ານຕິດຕາມເຮົາ

ຖ້າທ່ານຕິດຕາມເຮົາ

ເຮົາໃຫ້ທ່ານເປັນຜູ້ນຳຄົນບາບ

ຖ້າທ່ານຕິດຕາມເຮົາ


143 ພຣະເຈົ້າຊົງລ້ຽງດູ

1 ພຣະເຈົ້າຊົງລ້ຽງດູ

ເຮົາຮຽນຮູ້ຄວາມຮັກພຣະອົງ

ນຳເຮົາໄປຮີມນ້ຳສະຫງົບ

ຟຶ້ນວິນຍານຂອງເຮົາ


2 ພຣະເຈົ້ານຳກ້າວໄປ

ເຮົາບໍ່ເຄີຍຂັດສົນອັນໃດ

ນຳເຮົາໄປໃນທາງຊອບທຳ

ເພື່ອພຣະນາມພຣະອົງ


*ພຣະເຈົ້າຈະນຳເຮົາໄປ

ແມ່ນທາງຈະຍາກພຽງໃດ

ຜ່ານເຂົາເງົາອັນຕະລາຍ

ເຮົາບໍ່ຕ້ອງຢ້ານສິ່ງໃດ

ຢູ່ໃນອ້ອມແຂນພຣະອົງ

*ພຣະເຈົ້າຈະນຳເຮົາໄປ

ແມ່ນທາງຈະຍາກພຽງໃດ

ຄວາມຮັກແລະຄວາມດີງາມ

ຕິດຕາມເຮົາທຸກວັນໄປ

ເຮົາຢູ່ໃນນ້ຳພຣະໄທຂອງພຣະອົງ


144 ບັນດາຕົ້ນໄມ້ໂບກໄປມາ

1 ບັນດາຕົ້ນໄມ້ໂບກໄປມາ ໄປມາ ໄປມາ

ບັນດາຕົ້ນໄມ້ໂບກໄປມາ ບອກວ່າພຣະຮັກເຮົາ


2 ບັນດາດອກໄມ້ນົບຄຳນັບ (3)

ບັນດາດອກໄມ້ນົບຄຳນັບ ບອກວ່າພຣະຮັກເຮົາ


3 ບັນດານົກນ້ອຍບິນໄປມາ (3)

ບັນດານົກນ້ອຍບິນໄປມາ ບອກວ່າພຣະຮັກເຮົາ


145 ສຽງກະຊິບຈາກພຣະວິນຍານ

ຍິນສຽງກະຊິບຄວນແວ່ວແຜ່ວລົມມາ

ຈາກພຣະວິນຍານເຖິງສານຸສິດພຣະອົງ

ດຳລັດຕັດພໍ້ດ້ວຍຫ່ວງອາວົງ

ດ້ວຍເຈົ້າຍັງຮັກ

ໝັ້ນຄົງຕໍ່ເຮົາຫລື່ວ່າກັບກາຍ

ດູລືຄວາມຮັກໃຍຊ່າງເຍືອກເຢັນລົງ

ເຈົ້າມົວຫລຸ້ມຫລົງ ຍົດສັກສີຊັບສິນງົມງາຍ

ເຈົ້າສ້າງສະສົມສິ່ງບຳເລີກາຍ

ເລີງໂລດໃນເຫວອະບາຍ

ວິນຍານຕ້ອງຕາຍສຽງເປົ່າ

ລືມໆ ສິ້ນຄວາມຮັກສູງສຸດລ້ຳດວງຈິດ

ສູ່ດວງຊີວິດສູ່ຄວາມຄິດພັກດີຕໍ່ເຮົາ

ເຈົ້າລືມແມ່ນຮັກເພື່ອນບ້ານຂອງເຈົ້າ

ເຄີຍສັນຍາຕໍ່ເຮົາຈະຮັກເພື່ອນບ້ານເທົ່າຮັກຕົນ

ຈົ່ງຄິດພິນິດດ້ວຍຕາຈິດວິນຍານ

ເຊື່ອໃນຄຳຂານແລະຢຳເກງໃນພຣະອົງ

ເລັ່ງປັບປຸງຕົວໃຫ້ບັງເກີດຜົນ

ເປັນແບບຢ່າງສາທຸຊົນສົມທີ່ເປັນບຸດຂອງເຮົາ


146 ຮັກແທ້

ອົງພຣະເຢຊູ ເປັນຄວາມຮັກແທ້

ຮັກທີ່ບໍ່ແປປ່ຽນໄປ

ຈິດໃຈຂອງຂ້າເຕັມໄປດ້ວຍຮັກ

ເປັນແຮງພະລັງໃນໃຈ

ເພາະຂ້າໄດ້ພົບກັບຄວາມໝາຍໃໝ່

ເມື່ອພຣະເຢຊູຍອມຕາຍເພື່ອຂ້າ

ໄດ້ເຈີຄວາມຮັກທີ່ແສນຍິ່ງໃຫຍ່

ໄດ້ເຈີຄວາມໝາຍທີ່ໃຈຕ້ອງການ

ໄດ້ເຈີຄວາມຮັກທີ່ຂ້າຝັນໃຝ່

ເຂົ້າມາເຕີມເຕັມຂ້າງໃນ ໃຫ້ຂ້າສຸກໃຈ


147 ແລ້ວເຮົາຈະເປັນໜຶ່ງ

ໃນຊີວິດຂອງເຮົາ ບໍ່ອາດເຂົ້າໃຈຫລາຍຢ່າງ

ທິ່ແຕກຕ່າງຈາກທາງຂອງເຮົາ

ເບີ່ງສັບສົນວົກວົນ ຕ້ອງທົນເລື່ອງຊ້ຳເກົ່າ

ບໍ່ມີໃຜເຂົ້າໃຈຈັກຄົນ

ພຽງລຳພັງຮັກເຮົາ

ບໍ່ອາດຈະພຽບພ້ອມໄດ້ ແຕ່ພຣະອົງຊົງເປັນຄວາມຮັກ

ອະທິຖານແລະຍອມ ໃຫ້ພຣະອົງຊ່ວຍນຳ

ທຸກເລື່ອງລາວຝາກກັບພຣະອົງ

ບັດນີ້ ແລ້ວເຮົາຈະເປັນໜຶ່ງ

ໜຶ່ງໃນຄວາມຮັກ

ແລະໃນຄວາມຜູກພັນ

ຕ່າງເປັນກາຍດຽວກັນ

ມີຄວາມຫວັງໃຈດຽວກັນ

ເມື່ອເຮົາໄດ້ວາງໃຈໃນພຣະອົງ

ບັດນີ້ ແລ້ວເຮົາຈະເປັນໜຶ່ງ

ເຮົາຈະໄປເຖິງ

ເຊີ່ງປາຍທາງເສັ້ນໄຊ

ບາກບັ່ນໂດຍມີກັນ

ພວກເຮົານັ້ນຍັງໝັ້ນໃຈ

ສູ່ຈຸດໝາຍກັນໃນອົງພຣະເຢຊູ


148 ຂ້າກະຫາຍ

ຂ້າກະຫາຍພຣະອົງ

ໃຈຂ້າຕ້ອງການ ຢາກຈະພົບພຣະອົງ

ແລະຂ້າເຝົ້າຄອຍພຣະອົງ

ພຣະບິດາໂປດຊົງ ໃກ້ຂ້າພຣະອົງ

ເພື່ອໃກ້ຊິດພຣະອົງຜູ້ບໍລິສຸດ

ຂ້າຈະເຝົ້າລໍຄອຍ

ພຣະເຈົ້າຍິ່ງໃຫຍ່ ໃນຄວາມງາມທີ່ແສນຈະບໍລິສຸດ

ຈະນະມັດສະການ

ພຣະເຈົ້າຍິ່ງໃຫຍ່ ໃນຄວາມງາມທີ່ແສນຈະບໍລິສຸດ


149 ຂອບຄຸນພຣະອົງ

1 ວັນທີ່ຜ່ານພົ້ນໄປ

ເຮົາໄດ້ຮັບພຣະພອນພຣະອົງ ຈາກຜູ້ຊົງນຳຊີວິດ

ພຣະອົງຊົງຊິດໃກ້

ແລະຢູ່ໃນດວງໃຈຂອງເຮົາ ຕາບທີ່ເຮົາບໍ່ປ່ຽນໄປ

ໃນຄວາມຮັກທີ່ເຮົາໄດ້ພົບ ພຣະອົງໄດ້ລົບຄວາມທຸກໃນໃຈ

ປະທານໃຫ້ຄວາມຍິນດີ

ປ່ຽມໃນຊີວິດເຮົາ


2 ເຮົາສັນເສີນພຣະອົງ

ຜູ້ຊົງພຣະເມດຕາມາກມາຍ

ຊົງບໍ່ທອດຖິ້ມ

ແລະໃຫ້ໃນສິ່ງທີ່ດີ

ເຮົາຂອບຄຸນພຣະອົງ

ເຮົາສັນເສີນພຣະອົງ

ເຮົາຂໍເທີດທູນ

ຜູ້ຊົງພຣະຄຸນ ຄືພຣະຢູຊູ (ຊ້ຳ1,2)

*ແມ່ນບາງຄັ້ງເຮົາພັ້ງ

ເຮົາຫລົງທາງໄປ

ແຕ່ພຣະອົງບໍ່ເຄີຍທອດຖິ້ມເຮົາໄກ

ແຕ່ຊົງຫ່ວງໃຍເຮົາ (ຊ້ຳ2)

ເຮົາຂໍເທີດທູນ

ຜູ້ຊົງພຣະຄຸນ ຄືພຣະຢູຊູ


150 ທາງ

1 ເທິງເສັ້ນທາງທີ່ເຈົ້າເດີນໄປ

ຈຸດມຸ້ງໝາຍນັ້ນຍັງໄກ

ບາງຄັ້ງທໍ້ໝົດແຮງກຳລັງໃຈ

ຂໍເຈົ້າຈົ່ງກ້າວເດີນຕໍ່ໄປ

ບາງເສັ້ນທາງທີ່ເຈົ້າເດີນໄປ

ອາດຈະບໍ່ສົມດັງໃຈ

ເມື່ອຍລ້າປວດລ້າວໝົດແຮງກ້າວເດີນໄປ

ເທິງເສັ້ນທາງຊີວິດຂອງເຈົ້າ

*ເຈົ້າຈົ່ງຢ່າອ່ອນແອ

ແມ່ນຫົນທາງຍັງອີກໄກ

ເຮົາຂໍເປັນກຳລັງໃຈ

ຮູ້ໄວ້ພຣະເຈົ້າຢູ່ຂ້າງເຈົ້າ


2 ພຣະເຈົ້າຈະມີທາງໃຫ້ເຈົ້າ

ບໍ່ວ່າເຈົ້າຈະພົບເລື່ອງອັນໃດ

ພຣະເຈົ້າຈະນຳທາງຂອງເຈົ້າ

ຂໍພຽງເຈົ້າ…ໝັ້ນ…ໃຈ

ກ້າວເດີນໄປ ເທິງເສັ້ນທາງ

ພ້ອມພຣະອົງ (ເທິງເສັ້ນທາງຂອງພຣະອົງ)


151 ຮ້ອງຮາເລລູຢາແດ່ພຣະເຈົ້າ

1 ຮ້ອງຮາເລລູຢາ

ສັນລະເສີນພຣະນາມ

ເພາະພຣະອົງຊົງຮັກເຮົາ

ປະທານອົງພຣະ ບຸດຕຣາ

ຜູ້ທີ່ຢູ່ໃນຄວາມມືດ

ຫຼືຢູ່ໃນເງົາມັດຈຸຣາດ

ຈະໄດ້ເຫັນຄວາມສະຫວ່າງ

ສ່ອງລົງມານັ້ນ ຍິ່ງໃຫຍ່

ພຣະຄຣິດເປັນຄວາມສະຫວ່າງ

ສົດໃສທ່າມກາງຄວາມມືດ

ອົງສັນຕິຣາດຈອມຣາຊາ

ເອມານູເອນ


2 ຮ້ອງຮາເລລູຢາ

ສັນລະເສີນພຣະນາມ

ເພາະພຣະອົງຊົງບັງເກີດ

ຢູ່ໃນຮ່າງຫຍ້າເພື່ອເຮົາ

ຜູ້ທີ່ຢູ່ໃນຄວາມມືດ

ຫຼືຢູ່ໃນເງົາມັດຈຸຣາດ

ຈະໄດ້ເຫັນຄວາມສະຫວ່າງ

ສ່ອງລົງມານັ້ນຍິ່ງໃຫຍ່ (ຊ້ຳ,2)

ພຣະຊົງເປັນຄວາມສະຫວ່າງ

ສ່ອງລົງມານັ້ນຍິ່ງໃຫຍ່


152 ຢາກບອກຄວາມຮັກ

1 ຂ້າຢາກຈະຮ້ອງບັນເລງ

ເພງບອກຄວາມຮັກ

ມອບເພງສົ່ງສຽງປະກາດ

ຄວາມຮັກພຣະເຈົ້າ

ໃຫ້ໂລກຮັບຮູ້ຄວາມຈິງ

ພຣະອົງຊົງຊ່ວຍກູ້ເຮົາ

ມອບຊີວິດທີ່ນິລັນ

ຮັກທີ່ຍືນຍົງ

ມີພຽງພຣະອົງ

ຊົງເປັນຄວາມຫວັງຍິ່ງໃຫຍ່

ຂ້າຂໍສັນເສີນ

ມອບເພງຖວາຍ (ຊ້ຳ1)

ມີພຽງຜູ້ດຽງ

ຊົງເປັນສະຫາຍປະເສີດ

ຄືພຣະເຢຊູ

ອົງພຣະບຸດຕາ


2 ມອບຊີວິດໃຫ້ພຣະອົງ

ນຳທາງສະເໝີ

ຖວາຍໃຈກາຍວິນຍານ

ຮັບໃຊ້ພຣະເຈົ້າ

ໃຫ້ໂລກຊື່ນໃຈຍິນດີ

ມີພຣະເຢຊູສະຖິດ

ທຳຮ້າຍສິ່ງຊົ່ວມືດມິດ

ເພາະພຣະເຈົ້າຍິ່ງໃຫຍ່


153 ບົນທາງ

1 ເທິງທາງຊີວິດແສນໄກ

ເດີນແລະກ້າວໄປໝັ້ນຄົງ

ພຣະເຢຊູຊົງສັນຍາ

ນຳພາຊີວິດເຮົາຕະຫລອດ

ມີອົງພຣະຄຣິດໝັ້ນຄົງ

ຄວາມຮັກດຳລົງຄູ່ໄປ

ພຣະອົງຊົງເປັນດັ່ງແສງສ່ອງໃຈ

ໃນຄວາມມືດມິດພຣະອົງນຳ


(ຂໍ້ຊ້ຳ) ເຮົາຈະເດີນທາງໃດ

ພຣະຊົງເປັນກຳລັງໃຫ້ພົ້ນໄພ

ໃຈອົບອຸ່ນສະເໝີ ບໍ່ເຄີຍຫວັ່ນ

ເຮົາຍັງຄົງເດີນໄປ

ແມ່ນປະເຊີນອັນຕະລາຍໃດໆ

(ພຣະອົງປະຄອງໃຫ້ຄວາມຮັກນຳເຮົາໄປ…)

2 ຍາມທີ່ເຮົາພາດພັ້ງ

ພຣະຊົງປອບແລະຊົງຟຶ້ນໃຈ

ເຮົາຈະເດີນທາງໃດ

ແມ່ນຈະໄກຫ່າງພຽງໃດບໍ່ເຄີຍຫວັ່ນ

ທຸກຄືນວັນມີພຣະອົງຊົງນຳຕະຫລອດໄປ ຈົນຊົ່ວຊີວິດ

ຈົນຊົ່ວຊີວິດ (ຂໍ້ຊ້ຳ)


154 ຍິນດີ ຍິນດີ ຍິນດີ

ຍິນດີ ຍິນດີ ຍິນດີ

ທີ່ໃນວັນນີ້ໄດ້ມາພົບກັນ

ໄດ້ເຫັນຊາວລາວເຜົ່າພັນ (x2)

ໄດ້ມາພັບກັນເຮົາສຸກສັນຍິນດີ

ດວງໃຈຂ້າກໍ່ແສນຊາບຊຶ້ງ

ເມື່ອຄີດເຖິງເວລາພົບກັນ

ຄຣິດສະຕຽນເຮົາຄວນສຳພັນ(x2)

ແລະຄວນຮັກກັນເໝືອນພຣະເຈົ້າເຢຊູ

ມື້ນີ້ນ້ອງສະບາຍດີຫຼື

ມື້ນີ້ອ້າຍສະບາຍດີຫຼື ເບີ່ງຄືຄືລ່າເລີງສຸກໃຈ

ຂໍໃຫ້ພຣະເຈົ້າຊົງອວຍພອນ(x2)

ຈະນັ່ງຈະນອນຂໍໃຫ້ພອນເທມາ

ວັນນີ້ພວກເຮົາສຸກໃຈຈິງ

ບໍ່ມີສິ່ງໃດມາປຽບປານ

ເພາະບໍ່ໄດ້ພົບກັນເສຍນານ(x2)

ໄດ້ມາພົບກັນເຮົາສຸກສັນຍິນດີ

ຍິນດີ ຍິນດີ ຍິນດີ ຍິນດີ ຍິນດີ ຍິນດີ

ຍິນດີ ຍິນດີ ຍິນດີ