ພາລະກິດແຫ່ງສາທາລະນະຂອງພຣະເຢຊູ
ພຣະເຢຊູປິ່ນປົວຊາຍມືລີບໃນວັນຊະບາໂຕ
ໃນວັນຊະບາໂຕວັນໜຶ່ງ ພຣະເຢຊູໄດ້ເຂົ້າໄປໃນສາລາທຳ ແລະສັ່ງສອນປະຊາຊົນ. ໃນທີ່ນັ້ນມີຊາຍຄົນໜຶ່ງທີ່ມີມືລີບຢູ່ກ້ຳຂວາ. ພວກທຳມະຈານ ແລະພວກຟາຣີຊາຍບາງຄົນຈຶ່ງເຝົ້າຄອຍເບິ່ງພຣະເຢຊູຢ່າງໃກ້ຊິດວ່າ ພຣະອົງຈະປິ່ນປົວຜູ້ຄົນໃນວັນຊະບາໂຕ ຫຼື ບໍ? ເພາະຢາກຫາເລື່ອງໃສ່ພຣະອົງ. ແຕ່ພຣະເຢຊູຊົງຮູ້ຄວາມຄິດຂອງພວກເຂົາ. ພຣະອົງຊົງຮູ້ວ່າ ຖ້າພຣະອົງຊົງຮັກສາຄົນໃນວັນຊະບາໂຕຢູ່ຕໍ່ໜ້າປະຊາຊົນທັງຫຼາຍ ມັນກໍຈະປາກົດໃຫ້ເຫັນວ່າພຣະອົງຊົງເຮັດຜິດຕໍ່ພຣະບັນຍັດ. ສ່ວນພວກທຳມະຈານກັບພວກຟາຣີຊາຍກໍຈະບໍ່ພໍໃຈ ແລະພວກເຂົາກໍຈະພະຍາຍາມວິພາກວິຈານພຣະອົງໃຫ້ປະຊາຊົນຟັງ. ແຕ່ຢ່າງໃດກໍຕາມ ພຣະເຢຊູກໍໄດ້ຕັດສິນໃຈແລ້ວທີ່ຈະເຮັດສິ່ງມະຫັດສະຈັນຂອງການຮັກສາ ເພື່ອທີ່ຈະສະແດງຄວາມໝາຍທີ່ແທ້ຈິງຂອງວັນຊະບາໂຕ ເພາະວ່າມັນເປັນສິ່ງທີ່ດີໃນສາຍພຣະເນດ(ສາຍຕາ)ຂອງພຣະເຈົ້າທີ່ຈະເຮັດຄວາມດີ ແລະຊ່ວຍເຫລືອຄົນອື່ນໃນວັນສະບາໂຕ.
ພວກຟາຣີຊາຍໄດ້ຖາມພຣະເຢຊູວ່າ: "ເປັນການຜິດ ຫຼືຖືກ ທີ່ຈະຮັກສາຄົນໃນວັນຊະບາໂຕ?" ພຣະເຢຊູຊົງຮູ້ດີວ່າ ພວກຟາຣີຊາຍຈະບໍ່ພໍໃຈຖ້າພຣະອົງຊົງຮັກສາຊາຍທີ່ມີມືລີບຄົນນັ້ນໃນວັນຊະບາໂຕ. ພຣະເຢຊູຈຶ່ງຕອບວ່າ: "ຖ້າຄົນໜຶ່ງໃນພວກເຈົ້າມີແກະໂຕດຽວ ແລະຕົກຂຸມໃນວັນຊະບາໂຕ ເຂົາຈະບໍ່ດຶງເອົາແກະນັ້ນຂຶ້ນບໍ? ມະນຸດຜູ້ໜຶ່ງກໍມີຄ່າຫຼາຍກວ່າແກະເທົ່າໃດໜໍ" (ມັດທາຍ 12:10-12) ແຕ່ບໍ່ມີຜູ້ໃດກ້າຕອບພຣະອົງ.
ແລ້ວພຣະເຢຊູຈຶ່ງກ່າວຕໍ່ຊາຍທີ່ມີມືລີບນັ້ນວ່າ: “ຈົ່ງຢືນຂຶ້ນ ແລະ ມາທາງໜ້າພີ້.” ຊາຍມືລີບຈຶ່ງລຸກຂຶ້ນ ແລະໄປຢືນຢູ່ທີ່ນັ້ນ
ພຣະອົງຫຼຽວເບິ່ງໜ້າພວກທຳມະຈານກັບພວກຟາຣີຊາຍ ແລະກ່າວວ່າ: “ເຮົາຂໍຖາມພວກທ່ານວ່າ ‘ກົດວັນຊະບາໂຕຂອງພວກເຮົາອະນຸຍາດໃຫ້ພວກເຮົາເຮັດຫຍັງແດ່? ໃຫ້ຊ່ວຍເຫລືອ ຫຼື ໃຫ້ທຳຮ້າຍ? ໃຫ້ຊ່ວຍຊີວິດຄົນໄວ້ ຫຼື ໃຫ້ທຳລາຍຊີວິດຄົນຖິ້ມ?’” ແຕ່ພວກທຳມະຈານ ແລະພວກຟາຣີຊາຍກໍພາກັນມິດງຽບຢູ່. ພຣະເຢຊູຊົງເບິ່ງໄປອ້ອມຮອບພວກເຂົາດ້ວຍຄວາມໂສກເສົ້າເສຍໃຈຫຼາຍທີ່ພວກເຂົາພາກັນມີຄວາມຄິດຜິດ ແລະມີໃຈແຂງກະດ້າງ.
ແລ້ວພຣະເຢຊູກໍກ່າວຕໍ່ຊາຍມືລີບນັ້ນວ່າ: “ຈົ່ງຢຽດມືເຈົ້າອອກ.” ແລ້ວຊາຍຄົນນັ້ນກໍຢຽດມືອອກ ແລະມືຂອງລາວກໍດີເປັນປົກກະຕິ.
ຝ່າຍພວກທຳມະຈານກັບພວກຟາຣີຊາຍກໍຮູ້ສຶກຄຽດແຄ້ນໃຫ້ພຣະເຢຊູ ພວກເຂົາໄດ້ພາກັນອອກໄປຈາກສາລາທຳ ແລະໄປປະຊຸມກັນເພື່ອຊອກຫາຊ່ອງທາງທີ່ຈະຂ້າພຣະອົງ.
ແທນທີ່ພວກຟາຣີຊາຍຈະເຕັມໄປດ້ວຍຄວາມຊົມຊື່ນຍິນດີສໍາລັບຄົນມືລີບນັ້ນໄດ້ຮັບການຮັກສາ ແຕ່ພວກເຂົາຊ້ຳພັດເຕັມໄປດ້ວຍຄວາມກຽດຊັງຕໍ່ພຣະເຢຊູ. ພວກເຂົາອິດສາພຣະເຢຊູເພາະວ່າພຣະອົງມີຊື່ສຽງຫຼາຍກວ່າພວກເຂົາ ແລະພຣະອົງກໍບໍ່ໄດ້ເຮັດຕາມປະເພນີຂອງພວກເຂົາ. ພວກຟາຣີຊາຍກຳລັງວາງແຜນການທີ່ຈະຕາມລ້າຊີວິດຂອງພຣະເຢຊູໃນລະຫວ່າງທີ່ພຣະອົງກຳລັງຊ່ວຍຊີວິດ ແລະນຳສັກຕິສຸກມາສູ່ປະຊາຊົນເປັນຈຳນວນຫຼວງຫຼາຍ. ມັນເປັນການດີບໍ ທີ່ເຮັດການຂ້າໃນວັນຊະບາໂຕ ຂະນະທີ່ພວກເຂົາກຳລັງວາງແຜນເຮັດຢູ່ ຫຼາຍກວ່າທີ່ຈະຮັກສາຄົນທີ່ທຸກທໍລະມານດັ່ງທີ່ພຣະອົງໄດ້ເຮັດຢູ່? ມັນເປັນການດີບໍ ທີ່ຈະມີການຂ້າຢູ່ໃນຫົວໃຈໃນວັນບໍຣິສຸດຂອງພຣະເຈົ້າ ແທນທີ່ມີຄວາມຮັກຕໍ່ມະນຸດທຸກຄົນ... ເຊິ່ງຄວາມຮັກທີ່ສະແດງອອກດ້ວຍຄວາມເມດຕາ ແລະການເຮັດຄວາມດີ?
ຕະຫຼອດໃນພາລະກິດຂອງພຣະເຢຊູ ຊາວຢິວກ່າວຫາພຣະອົງວ່າ ພຣະອົງລົບຫລູ່ຄວາມສັກສິດຂອງວັນຊະບາໂຕ. ຫຼາຍຄັ້ງທີ່ພວກເຂົາພະຍາຍາມຈະຂ້າພຣະອົງ ເພາະພຣະອົງບໍ່ໄດ້ຖືຮັກສາຕາມປະເພນີຂອງພວກເຂົາ. ແຕ່ພຣະເຢຊູຊົງຮັກສາວັນຊະບາໂຕຕາມພຣະປະສົງຂອງພຣະເຈົ້າ.
ພຣະເຢຊູຊົງປະຕິບັດຕາມພຣະບັນຍັດສິບປະການຢູ່ສະເໝີ. ພຣະອົງສະເດັດມາເພື່ອສະແດງໃຫ້ພວກເຮົາເຫັນວິທີການໃຊ້ຊີວິດໃຫ້ສອດຄ່ອງຕາມພຣະບັນຍັດ. ເອຊາຢາໄດ້ພະຍາກອນເຖິງພຣະເຢຊູວ່າ: "ພຣະເຈົ້າຊົງພໍພຣະໄທທີ່ຈະເຊີດຊູກົດບັນຍັດ ແລະເຮັດໃຫ້ກົດບັນຍັດນັ້ນມີກຽດ" (ເອຊາຢາ 42:21). ພຣະເຢຊູຊົງຂະຫຍາຍພຣະບັນຍັດໂດຍການສະແດງຄວາມໝາຍທີ່ປະເສີດໃນທຸກໆຂໍ້. ພຣະອົງສະແດງໃຫ້ພວກເຂົາເຫັນວ່າ ພຣະບັນຍັດຕ້ອງການໃຫ້ເຊື່ອຟັງ ໂດຍບໍ່ພຽງແຕ່ການປະຕິບັດທີ່ມະນຸດເຫັນໄດ້ເທົ່ານັ້ນ ແຕ່ໃນຄວາມຄິດຕ້ອງເຊື່ອຟັງເຊັ່ນກັນ ເຊິ່ງມີພຽງພຣະເຈົ້າເທົ່ານັ້ນທີ່ຮູ້.
ບັນດາປະຊາຊົນກ່າວວ່າ ພຣະອົງມາເພື່ອລຶບລ້າງກົດບັນຍັດ. ແຕ່ພຣະອົງກ່າວວ່າ: "ຢ່າຄິດວ່າເຮົາມາເພື່ອລຶບລ້າງກົດບັນຍັດ ຫຼື ຜູ້ທຳນວາຍ. ເຮົາບໍ່ໄດ້ມາລຶບລ້າງ ແຕ່ມາເຮັດໃຫ້ສຳເລັດຄົບຖ້ວນ" (ມັດທາຍ 5:17).
ພຣະບັນຍັດຂອງພຣະເຈົ້າບໍ່ສາມາດປ່ຽນແປງໄດ້ ເພາະພຣະເຢຊູໄດ້ກ່າວວ່າ: "ຕາບໃດທີ່ຟ້າ ແລະ ດິນຍັງຄົງຕັ້ງຢູ່ ແມ່ນແຕ່ເມັດ ຫຼື ຂໍ້ປີກຍ່ອຍອັນເລັກນ້ອຍທີ່ສຸດຂອງກົດບັນຍັດຈະບໍ່ຖືກລຶບລ້າງໄປ ຈົນກວ່າທຸກໆສິ່ງຈະເກີດຂຶ້ນຄົບຖ້ວນ" (ມັດທາຍ 5:18).
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 12:9-14; ມາລະໂກ 3:1-6; ລູກາ 6:6-11
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 29 ແລະ ອ້າງອີງຈາກປຶ້ມ "The Story of Jesus" ບົດທີ 11 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຊົງລ້ຽງຫ້າພັນຄົນ
ມີມື້ໜຶ່ງ ໃນຂະນະທີ່ປະຊາຊົນທ່ຽວໄປມາຫາພຣະເຢຊູເປັນຈຳນວນຫຼວງຫຼາຍ ຈົນພຣະອົງກັບພວກສາວົກບໍ່ມີເວລາກິນເຂົ້າ. ສະນັ້ນ ພຣະເຢຊູຈຶ່ງຊວນພວກສາວົກອອກໄປຍັງສະຖານທີ່ມິດງຽບແຫ່ງໜຶ່ງ ເພື່ອໃຫ້ພວກສາວົກໄດ້ພັກຜ່ອນຈັກຄາວໜຶ່ງ. ແລ້ວພຣະເຢຊູກັບພວກສາວົກກໍຂີ່ເຮືອເດີນທາງຂ້າມທະເລອອກໄປ. ເມື່ອປະຊາຊົນຮູ້ສະຖານທີ່ບ່ອນພຣະເຢຊູຈະເດີນທາງໄປນັ້ນ ພວກເຂົາກໍເດີນທາງຍ່າງໄປລ່ວງໜ້າກ່ອນພຣະອົງ. ພໍພຣະເຢຊູມາຮອດບ່ອນນັ້ນ ກໍເຫັນປະຊາຊົນໝູ່ໃຫຍ່ ແລະພຣະອົງກໍຊົງສົງສານພວກເຂົາ ເພາະພວກເຂົາເປັນເໝືອນຝູງແກະທີ່ບໍ່ມີຄົນລ້ຽງ. ສະນັ້ນ ພຣະເຢຊູຈຶ່ງຂຶ້ນໄປເທິງພູ ແລະນັ່ງກັບສາວົກຂອງພຣະອົງ. ແລ້ວພຣະເຢຊູກໍໄດ້ສັ່ງສອນເຖິງອານາຈັກແຜ່ນດິນຂອງພຣະເຈົ້າໃຫ້ປະຊາຊົນຟັງ. ນອກຈາກນີ້ ພຣະອົງຍັງໄດ້ປິ່ນປົວຮັກສາຜູ້ຄົນທີ່ຕ້ອງການຢາກຫາຍດີຈາກການເຈັບໄຂ້ໄດ້ປ່ວຍອີກດ້ວຍ.
ເມື່ອຕາເວັນໃກ້ຈະຕົກດິນ ພວກສາວົກກໍໄດ້ມາຫາພຣະເຢຊູ ແລະເວົ້າວ່າ: “ບ່ອນນີ້ກໍເປັນປ່າບ່ອນເປົາປ່ຽວ ແລະຄ່ຳຫຼາຍແລ້ວ. ສະນັ້ນ ໃຫ້ທ່ານບອກປະຊາຊົນໃຫ້ເລີກເມືອສາ ເພື່ອໃຫ້ພວກເຂົາໄປຕາມໝູ່ບ້ານຕ່າງໆ ຫາຊື້ອາຫານສຳລັບພວກເຂົາເອງ.”
ພຣະເຢຊູຊົງກ່າວວ່າ: “ພວກເຂົາບໍ່ຈຳເປັນຕ້ອງເລີກເມືອດອກ! ໃຫ້ພວກເຈົ້າເອົາອາຫານໃຫ້ພວກເຂົາກິນສາ!”
ຟິລິບໜຶ່ງໃນອັກຄະສາວົກຂອງພຣະເຢຊູຖາມວ່າ: "ທ່ານຕ້ອງການໃຫ້ພວກຂ້ານ້ອຍໄປຊື້ອາຫານ ລາຄາເຖິງສອງຮ້ອຍຫລຽນເງິນໃຫ້ພວກເຂົາກິນບໍ?"
ຄຳຖາມທີ່ຟິລິບຖາມພຣະເຢຊູນັ້ນ ໄດ້ສະແດງໃຫ້ເຫັນວ່າເພິ່ນມີຄວາມເຊື່ອນ້ອຍ. ເຖິງແມ່ນວ່າ ເພິ່ນໄດ້ເຫັນສິ່ງມະຫັດສະຈັນທີ່ພຣະເຢຊູຊົງກະທຳ ແຕ່ເພິ່ນກໍຍັງຂາດຄວາມເຊື່ອເລື່ອງທີ່ພຣະເຢຊູຈະເຮັດການອັດສະຈັນ ໂດຍປະທານອາຫານໃຫ້ແກ່ປະຊາຊົນ. ສຳລັບຟີລິບ, ພຣະເຢຊູເປັນພຽງຄົນທຳມະດາທົ່ວໄປ ເຊິ່ງເພິ່ນຍັງບໍ່ເຊື່ອວ່າພຣະອົງເປັນພຣະເຈົ້າ. ສະນັ້ນ ຟີລິບຈຶ່ງບໍ່ໄດ້ລະນຶກເຖິງວ່າ ພຣະເຢຊູຜູ້ທີ່ຢູ່ກັບເພິ່ນນັ້ນແມ່ນຜູ້ດຽວກັນທີ່ໄດ້ປະທານມານາໃຫ້ແກ່ຊາວອິດສະລາເອນໃນຖິ່ນແຫ້ງແລ້ງກັນດານເປັນເວລາສີ່ສິບປີ.
ແລ້ວພຣະເຢຊູກໍໄດ້ຖາມພວກສາວົກວ່າ: "ພວກເຈົ້າມີເຂົ້າຈີ່ຈັກກ້ອນ? ຈົ່ງໄປເບິ່ງດຸ!"
ເມື່ອພວກສາວົກໄປຊອກເບິ່ງແລ້ວ ອັນເດອາກໍໄດ້ເວົ້າຕໍ່ພຣະເຢຊູວ່າ: "ຢູ່ທີ່ນີ້ ມີເດັກນ້ອຍຄົນໜຶ່ງທີ່ມີເຂົ້າຈີ່ຫ້າກ້ອນ... ແລະປາສອງໂຕ ແຕ່ສິ່ງນີ້ຈະພໍໄດ້ຢ່າງໃດກັບຄົນຫຼວງຫຼາຍປານນີ້?”
ແລ້ວພຣະເຢຊູຊົງສັ່ງວ່າ: “ຈົ່ງເອົາມາໃຫ້ເຮົາ ແລະຈົ່ງບອກໃຫ້ປະຊາຊົນນັ່ງລົງເປັນໝູ່ ໝູ່ລະຫ້າສິບຄົນ.” ແລ້ວພວກສາວົກກໍປະຕິບັດຕາມທີ່ພຣະເຢຊູບອກ ສ່ວນພຣະອົງກໍຊົງຈັບເອົາເຂົ້າຈີ່ຫ້າກ້ອນ ແລະປາສອງໂຕນັ້ນ ໂດຍເງີຍໜ້າຂຶ້ນສູ່ທ້ອງຟ້າ ແລະຂອບຄຸນພຣະເຈົ້າ ແລ້ວພຣະເຢຊູກໍຊົງຫັກເຂົ້າຈີ່ ແລະແບ່ງປັນປາເຫຼົ່ານັ້ນຢື່ນໃຫ້ພວກສາວົກນຳໄປແຈກຢາຍແກ່ບັນດາປະຊາຊົນ. ຢູ່ທີ່ນັ້ນມີຜູ້ຊາຍປະມານຫ້າພັນຄົນໂດຍບໍ່ນັບຜູ້ຍິງກັບເດັກນ້ອຍ. ຫລັງຈາກທີ່ປະຊາຊົນກິນອີ່ມໝົດທຸກຄົນແລ້ວ ພຣະເຢຊູຊົງບອກພວກສາວົກເກັບເອົາອາຫານທີ່ເຫຼືອນັ້ນໄວ້. ແລ້ວພວກສາວົກກໍໄດ້ເກັບເອົາເຂົ້າຈີ່ ແລະປາທີ່ເຫຼືອນັ້ນໄດ້ເຕັມສິບສອງກະບຸງ.
“ຝ່າຍມະນຸດກໍເຫຼືອກຳລັງທີ່ຈະເຮັດໄດ້ ແຕ່ຝ່າຍພຣະເຈົ້າຊົງເຮັດໄດ້ທຸກສິ່ງ” (ມັດທາຍ 19:26).
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 14:13-21; ມາຣະໂກ 6:30-44; ລູກາ 9:10-17; ໂຢຮັນ 6:1-14.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 39 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ປະຊາຊົນຕ້ອງການໃຫ້ພຣະເຢຊູຂຶ້ນເປັນກະສັດ
ໃນມື້ນັ້ນພຣະເຢຊູໄດ້ເຮັດການອັດສະຈັນ ໂດຍລ້ຽງອາຫານດ້ວຍປາ ແລະເຂົ້າຈີ່ໃຫ້ແກ່ປະຊາຊົນຫ້າພັນຄົນ ພ້ອມທັງຄອບຄົວຂອງພວກເຂົາ. ເມື່ອປະຊາຊົນເຫັນສິ່ງອັດສະຈັນແລ້ວກໍຮູ້ສຶກຕື່ນເຕັ້ນ ພວກເຂົາຄິດວ່າ ພຣະເຢຊູຈະເປັນກະສັດທີ່ດີທີ່ສຸດເທົ່າທີ່ເຄີຍມີ ແລະດ້ວຍຣິດອຳນາດຂອງພຣະອົງ ພຣະອົງສາມາດໃຫ້ອາຫານແກ່ຄົນທຸກຈົນ, ສາມາດຮັກສາພວກທະຫານໄດ້ເມື່ອຖືກບາດເຈັດຖ້າປະເທດມີການສູ້ຮົບກັນ ແລະສາມາດປຸກພວກທະຫານທີ່ຕາຍໄປແລ້ວນັ້ນໃຫ້ຟື້ນຄືນມີຊີວິດອີກໄດ້. ປະຊາຊົນເຫຼົ່ານັ້ນຄິດວ່າ ພຣະເຢຊູຈະເປັນພຣະເມຊີອາທີ່ສົມບູນແບບທີ່ພວກເຂົາລໍຄອຍ.
ສະນັ້ນ ປະຊາຊົນຈຶ່ງຕັດສິນໃຈທີ່ຈະໃຫ້ພຣະເຢຊູຂຶ້ນເປັນກະສັດຢ່າງເປັນທາງການຢູ່ທີ່ຊາຍຫາດ. ພວກເຂົາເຊື່ອວ່າ ພຣະເຢຊູຈະຕ້ອງຖ່ອມຕົວເພື່ອປະກາດຕົວເອງເປັນກະສັດ. ເຖິງຢ່າງໃດກໍຕາມ ພວກເຂົາກໍຈະປະກາດພຣະອົງເປັນກະສັດ ດ້ວຍການບັງຄັບຖ້າວ່າຈຳເປັນ.
ແຕ່ນີ້ບໍ່ແມ່ນພາລະກິດຂອງພຣະເຢຊູ. ພຣະອົງບໍ່ໄດ້ມາເປັນກະສັດຢູ່ໃນໂລກນີ້. ອານາຈັກຂອງພຣະອົງບໍ່ໄດ້ສ້າງຕັ້ງຢູ່ເທິງແຜ່ນດິນໂລກນີ້. ພຣະອົງມີອານາຈັກອັນຍິ່ງໃຫຍ່ທີ່ຢູ່ເທິງຟ້າສະຫວັນ. ພຣະອົງສະເດັດມາຫາພວກເຂົາ ເພື່ອສອນພວກເຂົາເຖິງທາງທີ່ນຳໄປສູ່ສະຫວັນ ແລະຈ່າຍຄ່າໂທດສຳລັບຄວາມບາບໃຫ້ແກ່ຜູ້ຄົນທີ່ສຳນຶກຜິດໃນຄວາມບາບຢ່າງແທ້ຈິງ.
ແຕ່ພຣະເຢຊູບໍ່ໄດ້ໃຫ້ໂອກາດແກ່ປະຊາຊົນ ເພື່ອເຮັດຕາມແຜນການຂອງພວກເຂົາທີ່ຈະໃຫ້ພຣະອົງເປັນກະສັດ. ພຣະເຢຊູໄດ້ສັ່ງໃຫ້ພວກສາວົກຂີ່ເຮືອໄປຍັງເມືອງກາເປນາອູມ ແລະໃນຂະນະດຽວກັນ ພຣະອົງກໍໄດ້ສັ່ງໃຫ້ປະຊາຊົນເດີນທາງກັບບ້ານ. ປະຊາຊົນພາກັນປະທ້ວງ ແຕ່ດ້ວຍຣິດອຳນາດໃນຄຳສັ່ງຂອງພຣະເຢຊູ ຈຶ່ງເຮັດໃຫ້ປະຊາຊົນເຊື່ອຟັງພຣະອົງ.
ຈາກນັ້ນ ພຣະເຢຊູກໍໄດ້ສະເດັດຂຶ້ນໄປເທິງພູເພື່ອອະທິຖານ. ພຣະອົງອະທິຖານຫຼາຍຊົ່ວໂມງເພື່ອອ້ອນວອນຕໍ່ພຣະເຈົ້າສຳລັບມະນຸດຊາດ. ພຣະອົງອະທິຖານສຳລັບໃຫ້ມີກຳລັງເພື່ອເປີດເຜີຍໃຫ້ມະນຸດເຫັນຈຸດປະສົງທີ່ແທ້ຈິງໃນພາລະກິດຂອງພຣະອົງ. ພຣະອົງອະທິຖານວ່າ ບໍ່ໃຫ້ຊາຕານໄດ້ຮັບອະນຸຍາດເຮັດໃຫ້ພວກເຂົາຕາມືດບອດໃນຄວາມເຂົ້າໃຈຂອງພວກເຂົາ. ພາລະກິດຂອງພຣະເຢຊູກຳລັງຈະສິ້ນສຸດລົງຢູ່ໃນໂລກ. ພຣະອົງອະທິຖານສຳລັບສາວົກຂອງພຣະອົງ. ພຣະອົງຮູ້ວ່າ ພວກເຂົາຮູ້ສຶກຜິດຫວັງ ເພາະວ່າພຣະອົງບໍ່ຍອມໃຫ້ພວກເຂົາ ແລະປະຊາຊົນເອົາພຣະອົງເປັນກະສັດ. ພຣະເຢຊູຊົງຮູ້ວ່າ ຊາຕານຈະໃຊ້ປະໂຫຍດໃນຄວາມທໍ້ແທ້ຂອງພວກເຂົາປຸກລະດົມພວກເຂົາ. ສະນັ້ນ ພຣະເຢຊູຈຶ່ງອະທິຖານເພື່ອພວກເຂົາ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 14:22, 23; ມາຣະໂກ 6:45, 46; ໂຢຮັນ 6:14-17.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 40 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູຍ່າງເທິງໜ້ານ້ຳ
ໃນຂະນະທີ່ພຣະເຢຊູອະທິຖານໃນກາງຄືນ ເຊິ່ງເປັນມື້ດຽວກັນທີ່ພຣະອົງຊົງລ້ຽງປະຊາຊົນຫ້າພັນຄົນ ພ້ອມທັງຄອບຄົວຂອງພວກເຂົາ. ໃນກາງຄືນທີ່ພຣະເຢຊູອະທິຖານຢູ່ນັ້ນ ພວກສາວົກກໍກຳລັງພາຍເຮືອຂ້າມທະເລສາບເພື່ອໄປຍັງເມືອງກາເປນາອູມຕາມຄຳສັ່ງຂອງພຣະອົງ. ພວກເຂົາຜິດຫວັງຫຼາຍທີ່ພຣະເຢຊູບໍ່ໃຫ້ພວກເຂົາປະກາດພຣະອົງຂຶ້ນເປັນກະສັດ. ພວກເຂົາທໍ້ແທ້ໃຈ ແລະອິດເມື່ອຍ. ພວກເຂົາພາກັນສົງໄສວ່າ ພຣະອົງຊົງເປັນພຣະຜູ້ມາໂຜດແທ້ ຫຼື ບໍ? ເປັນຫຍັງ ພຣະອົງຈຶ່ງບໍ່ຍອມຮັບເປັນກະສັດ?
ທັນໃດນັ້ນ ຄວາມຄິດຂອງພວກເຂົາກໍປ່ຽນໄປ. ເມື່ອເວລາສາມໂມງເຊົ້າ ກໍໄດ້ເກີດມີລົມພັດໄປມາຢ່າງແຮງ ຈົນເຮັດໃຫ້ນ້ຳທະເລປັ່ນປ່ວນ ແລະເກີດເປັນຟອງນ້ຳຖັ່ງໃສ່ເຮືອຂອງພວກສາວົກ. ຝ່າຍພວກສາວົກພາກັນຢ້ານ ແລະພະຍາຍາມພາຍເຮືອໃຫ້ເຖິງຝັ່ງ. ລົມພາຍຸແຮງຫຼາຍ ຈົນພວກເຂົາພາກັນຢ້ານວ່າຈະເສຍຊີວິດ. ແຕ່ຫຼັງຈາກນັ້ນ ພໍຮອດຫົກໂມງໃກ້ຈະຂ້ອນແຈ້ງ ພວກສາວົກກໍໄດ້ເຫັນປະກາຍແສງທີ່ມີຮູບຮ່າງລຶກລັບຢູ່ເທິງໜ້ານ້ຳ. ພວກເຂົາກໍຍິ່ງພາກັນຢ້ານ ແລະບໍ່ກ້າທີ່ຈະພາຍເຮືອຕໍ່ໄປ. ປະກາຍແສງນັ້ນໄດ້ຍ່າງເຂົ້າມາໃກ້ພວກເຂົາເລື້ອຍໆ ຈົນພວກສາວົກຕ່າງກໍສະທ້ານຢ້ານກົວທີ່ສຸດຈຶ່ງໄດ້ພາກັນຮ້ອງຂຶ້ນວ່າ: "ຜີ! ຜີ!"
ແຕ່ພຣະເຢຊູໄດ້ກ່າວຂຶ້ນວ່າ: "ຢ່າສູ່ຢ້ານ! ນີ້ແມ່ນເຮົາເອງ."
ເປໂຕໄດ້ເວົ້າຂຶ້ນວ່າ: "ອາຈານເອີຍ! ຖ້າແມ່ນທ່ານແທ້ ຂໍໂຜດສັ່ງໃຫ້ຂ້ານ້ອຍອອກຈາກເຮືອຍ່າງຢູ່ເທິງໜ້ານ້ຳໄປຫາທ່ານແດ່ຖ້ອນ."
ພຣະເຢຊູກ່າວຂຶ້ນວ່າ: "ມາໄດ້"
ດັ່ງນັ້ນ ເປໂຕຈຶ່ງໄດ້ອອກຈາກເຮືອ ແລະເລີ່ມຍ່າງໄປຫາພຣະເຢຊູ. ແຕ່ໃນຂະນະທີ່ເປໂຕຫຼຽວກັບຫລັງມາຫາໝູ່ເພື່ອນທີ່ຢູ່ໃນເຮືອ ແລະຫຼຽວກັບຄືນມາຫາພຣະເຢຊູອີກນັ້ນ ເປໂຕກໍໄດ້ສັງເກດເຫັນລົມພັດມາຢ່າງແຮງ ແລະລາວກໍຮູ້ສຶກຢ້ານ. ທັນໃດນັ້ນ ຕົວລາວເອງກໍກຳລັງເລີ່ມຈົມລົງນ້ຳ ແລະຟອງນ້ຳທະເລກໍໄດ້ພັດໃສ່ລາວ.
ເປໂຕຢ້ານຫຼາຍຈົນຮ້ອງໄຫ້ ແລະເວົ້າຂຶ້ນວ່າ: "ອາຈານເອີຍ! ຊ່ວຍຂ້ານ້ອຍແດ່"
ທັນໃດນັ້ນ ພຣະເຢຊູກໍໄດ້ຈັບມືຂອງເປໂຕໄວ້ ແລະກ່າວຂຶ້ນວ່າ: "ໂອ! ທ່ານຜູ້ມີຄວາມເຊື່ອນ້ອຍແທ້ ເປັນຫຍັງ ຈຶ່ງມີຄວາມສົງໄສ?"
ຈາກນັ້ນ ພຣະເຢຊູ ແລະເປໂຕກໍໄດ້ຂຶ້ນໄປໃນເຮືອ ແລະລົມກໍເຊົາພັດ. ພວກສາວົກທີ່ຢູ່ໃນເຮືອຕ່າງກໍພາກັນເຂົ້າມາກົ້ມຂາບທີ່ພຣະບາດຂອງພຣະເຢຊູ ແລະເວົ້າຂຶ້ນວ່າ: "ທ່ານເປັນພຣະບຸດຂອງພຣະເຈົ້າແທ້ໆ" ຈາກນັ້ນ ບໍ່ພໍເທົ່າໃດ ພວກສາວົກກໍພາຍເຮືອເຖິງຝັ່ງບ່ອນທີ່ພວກເຂົາໄດ້ມຸ່ງໜ້າໄປນັ້ນ.
ໃນເຫດການອັດສະຈັນທີ່ໄດ້ເກີດຂຶ້ນຢູ່ໃນທະເລສາບນີ້ ພຣະເຢຊູຕ້ອງການໃຫ້ພວກສາວົກເຫັນເຖິງຄວາມປອດໄພຂອງພວກເຂົາແມ່ນຂຶ້ນຢູ່ກັບຣິດອຳນາດຂອງພຣະເຈົ້າ. ທ່າມກາງການທົດລອງ ຫຼື ບັນຫາຕ່າງໆນັ້ນ ພວກເຂົາສາມາດແກ້ໃຂ ຫຼື ຜ່ານພົ້ນມັນໄປໄດ້ ພຽງແຕ່ເພິ່ງພາອາໄສໃນພຣະເຈົ້າເທົ່ານັ້ນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 14:24-33; ມາຣະໂກ 6:47-52; ໂຢຮັນ 6:16-21.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 40 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູແມ່ນອາຫານແຫ່ງຊີວິດ
ຫຼັງຈາກທີ່ພຣະເຢຊູຊົງລ້ຽງອາຫານປະຊາຊົນ ນັບແຕ່ຜູ້ຊາຍມີປະມານຫ້າພັນຄົນ ພ້ອມທັງຄອບຄົວຂອງພວກເຂົາຢູ່ທີ່ຊາຍຫາດ. ມື້ຕໍ່ມາ ຝູງຊົນກໍໄດ້ກັບມາບ່ອນນັ້ນອີກຄັ້ງເພື່ອມາເບິ່ງວ່າພຣະເຢຊູຢູ່ທີ່ນັ້ນ ຫຼື ບໍ ແຕ່ພຣະເຢຊູບໍ່ໄດ້ຢູ່ທີ່ນັ້ນ. ພວກເຂົາຮູ້ວ່າ ສາວົກຂອງພຣະເຢຊູໄດ້ຂີ່ເຮືອໄປອີກຟາກໜຶ່ງຂອງທະເລສາບ ແຕ່ພຣະອົງບໍ່ໄດ້ຂີ່ເຮືອໄປກັບພວກສາວົກ ແລະພຣະອົງກໍບໍ່ໄດ້ຢູ່ທີ່ນີ້ເໝືອນກັນ. ສະນັ້ນ ຝູງຊົນຈຶ່ງຂີ່ເຮືອໄປອີກຟາກໜຶ່ງຂອງທະເລສາບ ເພື່ອຊອກຫາພຣະເຢຊູ.
ເມື່ອຝູງຊົນເຫັນພຣະເຢຊູແລ້ວ ພວກເຂົາຈຶ່ງຖາມພຣະອົງວ່າ: "ພຣະອາຈານ ທ່ານມາຮອດພີ້ຕັ້ງແຕ່ເວລາໃດ?"
ພຣະເຢຊູກ່າວວ່າ: "ພວກເຈົ້າຊອກຫາເຮົາ ບໍ່ແມ່ນຍ້ອນໄດ້ເຫັນການອັດສະຈັນ ແຕ່ຍ້ອນໄດ້ກິນເຂົ້າຈີ່ອີ່ມ. ຢ່າພະຍາຍາມຫາອາຫານທີ່ສູນສິ້ນໄປ ແຕ່ຈົ່ງຫາອາຫານທີ່ຕັ້ງໝັ້ນຢູ່ ຄືອາຫານສຳລັບຊີວິດອັນຕະຫຼອດໄປເປັນນິດ ເຊິ່ງບຸດມະນຸດຈະໃຫ້ແກ່ພວກເຈົ້າ ເພາະແມ່ນພຣະອົງນີ້ແຫລະ! ທີ່ພຣະເຈົ້າຄືພຣະບິດາໄດ້ຊົງປະທັບຕາໝາຍໄວ້ແລ້ວ.”
ຄຳເວົ້າຂອງພຣະເຢຊູເຮັດໃຫ້ຫຼາຍຄົນທີ່ຟັງເກີດມີຄວາມສົນໃຈ ແລະພວກເຂົາຈຶ່ງຖາມພຣະອົງວ່າ: “ພວກຂ້ານ້ອຍຈະຕ້ອງເຮັດແນວໃດ ຈຶ່ງຈະເຮັດການງານຂອງພຣະເຈົ້າໄດ້?”
ພຣະເຢຊູຊົງຕອບພວກເຂົາວ່າ: “ອັນນີ້ແມ່ນງານຂອງພຣະເຈົ້າ ຄືໃຫ້ເຈົ້າທັງຫຼາຍເຊື່ອໃນທ່ານທີ່ພຣະອົງຊົງໃຊ້ມາ.”
ພວກເຂົາຖາມພຣະອົງວ່າ: "ແມ່ນການອັດສະຈັນຫຍັງທີ່ທ່ານຈະເຮັດ ເພື່ອພວກຂ້ານ້ອຍຈະໄດ້ເຫັນແລະໄດ້ເຊື່ອໃນທ່ານ?... ປູ່ຍ່າຕາຍາຍຂອງພວກຂ້ານ້ອຍໄດ້ກິນມານາໃນຖິ່ນແຫ້ງແລ້ງກັນດານ ດັ່ງທີ່ມີຂຽນໄວ້ໃນພຣະຄຳພີວ່າ: ‘ທ່ານໄດ້ໃຫ້ເຂົາກິນອາຫານຈາກສະຫວັນ’” ຊາວຢິວຄິດວ່າໂມເຊເປັນຜູ້ປະທານມານາໃຫ້ແກ່ບັນພະບູລຸດຂອງພວກເຂົາ ແຕ່ຄວາມຈິງແລ້ວ ແມ່ນພຣະເຈົ້າທີ່ເປັນຜູ້ປະທານມານາລົງມາຈາກສະຫວັນໃຫ້ແກ່ບັນພະບູລຸດຂອງພວກເຂົາ.
ຊາວຢິວໄດ້ໃຫ້ກຽດແກ່ໂມເຊ ແລະສັນລະເສີນມະນຸດແທນທີ່ພຣະເຈົ້າອົງຊົງປະທານມານາ ສະນັ້ນ ພຣະເຢຊູຈຶ່ງຕອບພວກເຂົາວ່າ: “ບໍ່ແມ່ນໂມເຊທີ່ໃຫ້ອາຫານຈາກສະຫວັນນັ້ນແກ່ພວກເຈົ້າ ແຕ່ພຣະບິດາຂອງເຮົາປະທານອາຫານອັນແທ້ ເຊິ່ງມາຈາກສະຫວັນໃຫ້ແກ່ພວກເຈົ້າ. ເພາະວ່າ ອາຫານຂອງພຣະເຈົ້ານັ້ນ ຄືທ່ານທີ່ລົງມາຈາກສະຫວັນ ແລະປະທານຊີວິດໃຫ້ແກ່ໂລກ.”
ໃນຖ້ອຍຄຳຂອງພຣະເຢຊູໄດ້ບອກໃຫ້ຊາວຢິວຮູ້ວ່າ ບໍ່ພຽງແຕ່ອາຫານມານາທີ່ລົງມາຈາກສະຫວັນປະທານໃຫ້ແກ່ປູ່ຍ່າຕາຍາຍຂອງພວກເຂົາກິນເພື່ອດຳລົງຊີວິດຢູ່ໃນຖິ່ນແຫ້ງແລ້ງກັນດານເທົ່ານັ້ນ ແຕ່ພຣະອົງກໍເປັນອາຫານທີ່ລົງມາຈາກສະຫວັນເຊັ່ນກັນ ເຊິ່ງພຣະອົງຊົງເປັນອາຫານແຫ່ງຊີວິດ ແລະດຳລົງຢູ່ຕະຫຼອດໄປເປັນນິດ.
ພຣະເຢຊູກ່າວຕໍ່ພວກເຂົາອີກວ່າ: “ເຮົາເປັນອາຫານແຫ່ງຊີວິດ." ແລະ "ຜູ້ທີ່ເຊື່ອໃນເຮົາກໍມີຊີວິດອັນຕະຫຼອດໄປເປັນນິດ ເຮົາເປັນອາຫານແຫ່ງຊີວິດ. ປູ່ຍ່າຕາຍາຍຂອງພວກເຈົ້າໄດ້ກິນມານາໃນຖິ່ນແຫ້ງແລ້ງກັນດານ ແລະພວກເຂົາໄດ້ຕາຍໄປ. ແຕ່ນີ້ເປັນອາຫານທີ່ລົງມາຈາກສະຫວັນ ເພື່ອໃຫ້ຜູ້ທີ່ໄດ້ກິນແລ້ວບໍ່ຕາຍ. ເຮົາເປັນອາຫານທີ່ມີຊີວິດ ເຊິ່ງລົງມາຈາກສະຫວັນ ຖ້າຜູ້ໃດກິນອາຫານນີ້ແລ້ວ ຜູ້ນັ້ນຈະມີຊີວິດສືບໆ ໄປເປັນນິດ ແລະອາຫານທີ່ຝ່າຍເຮົາຈະໃຫ້ເພື່ອເປັນຊີວິດຂອງໂລກນັ້ນ ກໍຄືເນື້ອກາຍຂອງເຮົາ."
ຊາວຢິວພາກັນບໍ່ເຂົ້າໃຈເລື່ອງພຣະເຢຊູເປັນອາຫານແຫ່ງຊີວິດ ແລະພວກເຂົາກໍພາກັນຈົ່ມທີ່ພຣະອົງຊົງກ່າວວ່າ: “ເຮົາເປັນອາຫານທີ່ລົງມາຈາກສະຫວັນ.” ແລະພວກເຂົາກໍໂຕ້ຖຽງກັນວ່າ: “ຄົນນີ້ຈະເອົາເນື້ອຕົວຂອງຕົນໃຫ້ພວກເຮົາກິນໄດ້ຢ່າງໃດ?” ພວກເຂົາຄິດວ່າ ຄຳສັ່ງສອນຂອງພຣະອົງນັ້ນບໍ່ແມ່ນຄວາມຈິງ ເພາະວ່າພໍ່ແມ່ຂອງພຣະອົງນັ້ນ ພວກເຂົາກໍຮູ້ຈັກ. ແລ້ວຂ່າວເລື່ອງນີ້ກໍໄດ້ແຜ່ຂະຫຍາຍໄປທົ່ວທັງແຂວງຄາລີເລຢ່າງວ່ອງໄວ ແລະມີຫຼາຍຄົນບໍ່ຍອມຮັບວ່າ ພຣະເຢຊູມາຈາກພຣະເຈົ້າ ແລະມີຫຼາຍຄົນເລີກຕິດຕາມພຣະອົງ.
ແລ້ວພຣະເຢຊູກໍຖາມພວກອັກຄະສາວົກສິບສອງຄົນຂອງພຣະອົງວ່າ: “ພວກເຈົ້າເດ! ກໍຢາກໜີໄປຄືກັນບໍ?”
ເປໂຕຕອບພຣະເຢຊູວ່າ: “ພຣະອົງເອີຍ! ພວກຂ້ານ້ອຍຈະໜີໄປຫາຜູ້ໃດ ທ່ານມີຖ້ອຍຄຳເຊິ່ງໃຫ້ມີຊີວິດອັນຕະຫຼອດໄປເປັນນິດ. ພວກຂ້ານ້ອຍເຊື່ອແລ້ວ ແລະຮູ້ແລ້ວວ່າ ທ່ານເປັນຜູ້ບໍຣິສຸດທີ່ມາຈາກພຣະເຈົ້າ.” ຖ້ອຍຄຳຂອງພຣະເຢຊູເປັນຈິດວິນຍານ ແລະເປັນຊີວິດ ໂດຍຖ້ອຍຄຳຂອງພຣະອົງນັ້ນແຫລະ! ຈຶ່ງເຮັດໃຫ້ມະນຸດຫາຍຈາກໂຣກພະຍາດ, ລອດພົ້ນຈາກພວກຜີຮ້າຍ ແລະແມ່ນແຕ່ມະນຸດທີ່ຕາຍໄປແລ້ວກໍຍັງກັບມີຊີວິດອີກຄັ້ງ. ດ້ວຍຖ້ອຍຄຳຂອງພຣະອົງນັ້ນແຫລະ! ຈຶ່ງເຮັດໃຫ້ລົມ ແລະຟອງນ້ຳທະເລຢຸດຢ່າງໜ້າອັດສະຈັນ ແລະສິ່ງມະຫັດສະຈັນອື່ນໆເປັນຕົ້ນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ໂຢຮັນ 6:22-40.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 41 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຊາວຢິວຫຼາຍຄົນບໍ່ຍອມຮັບພຣະເຢຊູ
ເວລານັ້ນເປັນລະດູໜາວພໍດີເປັນເທດສະການສະຫຼອງພຣະວິຫານໃນກຸງເຢຣູຊາເລັມ. ສ່ວນພຣະເຢຊູກຳລັງຍ່າງໄປມາໃນບໍລິເວນພຣະວິຫານ ແລະປະຊາຊົນກໍພາກັນມາລ້ອມພຣະອົງ ແລະຖາມວ່າ: “ທ່ານຈະໃຫ້ພວກເຮົາຂ້ອງໃຈຢູ່ດົນນານປານໃດ? ຖ້າທ່ານເປັນພຣະຄຣິດ ກໍບອກພວກເຮົາມາຕົງໆເຖີດ”
ພຣະເຢຊູຊົງຕອບພວກເຂົາວ່າ: “ເຮົາໄດ້ບອກພວກທ່ານແລ້ວ ແຕ່ພວກທ່ານບໍ່ເຊື່ອ ການອັດສະຈັນຕ່າງໆທີ່ເຮົາເຮັດໃນພຣະນາມຂອງພຣະບິດາຂອງເຮົາເປັນພະຍານໃຫ້ແກ່ເຮົາ. ແຕ່ພວກທ່ານບໍ່ເຊື່ອ ເພາະພວກທ່ານບໍ່ແມ່ນແກະຂອງເຮົາ ແກະຂອງເຮົາຟັງສຽງຂອງເຮົາ ເຮົາຮູ້ຈັກແກະນັ້ນ ແລະ ແກະນັ້ນຕາມເຮົາ. ເຮົາໃຫ້ຊີວິດນິລັນດອນແກ່ແກະນັ້ນ ແກະນັ້ນຈະບໍ່ພິນາດເລີຍ. ບໍ່ມີຜູ້ໃດຍາດແກະນັ້ນອອກໄປຈາກມືຂອງເຮົາໄດ້. ພຣະບິດາຂອງເຮົາຜູ້ປະທານແກະນັ້ນໃຫ້ແກ່ເຮົາ ກໍຊົງຍິ່ງໃຫຍ່ເໜືອກວ່າສັບພະສິ່ງທັງປ່ວງ ບໍ່ມີຜູ້ໃດຍາດເອົາແກະນັ້ນອອກໄປຈາກພຣະຫັດພຣະບິດາຂອງເຮົາໄດ້. ເຮົາກັບພຣະບິດາເປັນໜຶ່ງດຽວກັນ.”
ປະຊາຊົນຈຶ່ງຈັບເອົາກ້ອນຫີນວ່າຈະຄວ່າງໃສ່ພຣະເຢຊູ ແຕ່ພຣະອົງຊົງກ່າວຕໍ່ພວກເຂົາວ່າ: “ເຮົາໄດ້ສຳແດງສິ່ງດີຫຼວງຫຼາຍຈາກພຣະບິດາໃຫ້ພວກທ່ານເຫັນ. ເພາະເຫດໃດ ພວກທ່ານຈຶ່ງຈະຄວ່າງກ້ອນຫີນໃສ່ເຮົາ?”
ພວກເຂົາຕອບວ່າ: “ທີ່ພວກເຮົາຈະຄວ່າງກ້ອນຫີນໃສ່ທ່ານນັ້ນ ບໍ່ແມ່ນຍ້ອນສິ່ງດີທີ່ທ່ານເຮັດ ແຕ່ຍ້ອນວ່າທ່ານເວົ້າໝິ່ນປະໝາດພຣະເຈົ້າ ເນື່ອງຈາກທ່ານເປັນພຽງມະນຸດແຕ່ອ້າງຕົວເອງເປັນພຣະເຈົ້າ.”
ພຣະເຢຊູຊົງຕອບພວກເຂົາວ່າ: “ມີຂຽນໄວ້ໃນໜັງສືກົດບັນຍັດຂອງພວກທ່ານບໍ່ແມ່ນບໍວ່າ 'ເຮົາໄດ້ກ່າວວ່າ ພວກເຈົ້າເປັນພະ' ຄົນເຫຼົ່ານັ້ນທີ່ພຣະຄຳຂອງພຣະເຈົ້າມີມາເຖິງຖືກເອີ້ນວ່າ ພະ. ແລະຖ້າພຣະຄຳພີຖືກຕ້ອງຢູ່ສະເໝີ ແລ້ວພວກທ່ານຈະວ່າເຮົາເວົ້າໝິ່ນປະໝາດພຣະເຈົ້າໄດ້ຢ່າງໃດ ເມື່ອເຮົາກ່າວວ່າ 'ເຮົາເປັນບຸດຂອງພຣະເຈົ້າ' ໃນເມື່ອພຣະບິດາເປັນຜູ້ເລືອກ ແລະ ສົ່ງເຮົາເຂົ້າມາໃນໂລກນີ້? ຖ້າເຮົາບໍ່ໄດ້ເຮັດສິ່ງທີ່ພຣະບິດາຂອງເຮົາຊົງກະທຳ ກໍຢ່າເຊື່ອເຮົາເລີຍ ແຕ່ຖ້າເຮົາເຮັດສິ່ງນັ້ນ ເຖິງແມ່ນວ່າພວກທ່ານບໍ່ເຊື່ອເຮົາ ກໍຈົ່ງເຊື່ອສິ່ງທີ່ເຮົາເຮັດເຖີດ ເພື່ອພວກທ່ານຈະໄດ້ຮູ້ ແລະເຂົ້າໃຈວ່າ ພຣະບິດາຊົງຢູ່ໃນເຮົາ ແລະ ເຮົາຢູ່ໃນພຣະບິດາ.”
ແລ້ວພວກເຂົາພະຍາຍາມທີ່ຈະຈັບພຣະເຢຊູ ແຕ່ພຣະອົງໄດ້ໜີລອດພົ້ນໄປຈາກພວກເຂົາ. ຈາກນັ້ນ ພຣະເຢຊູໄດ້ຂ້າມແມ່ນ້ຳຢໍແດນໄປເຖິງບ່ອນທີ່ໂຢຮັນບັບຕິສະໂຕເຄີຍໃຫ້ບັບຕິສະມາເມືອກ່ອນນັ້ນ ແລ້ວພຣະເຢຊູກໍພັກຢູ່ທີ່ນັ້ນ ພຣະອົງຍັງຄົງສັ່ງສອນ ແລະປິ່ນປົວຜູ້ຄົນ. ມີຫຼາຍຄົນໄດ້ພາກັນມາຫາພຣະອົງ ແລະພາກັນສົນທະນາວ່າ: “ໂຢຮັນບໍ່ໄດ້ເຮັດການອັດສະຈັນຈັກຢ່າງ ແຕ່ທຸກສິ່ງທີ່ໂຢຮັນກ່າວເຖິງທ່ານຜູ້ນີ້ ກໍເປັນຄວາມຈິງທັງໝົດ.” ໃນທີ່ນັ້ນ ມີຫຼາຍຄົນໄດ້ເຊື່ອພຣະເຢຊູ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ໂຢຮັນ 10:22-24
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 41 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູກ່າວເຖິງຄວາມທົນທຸກ ແລະ ຄວາມຕາຍຂອງພຣະອົງ
ມື້ໜຶ່ງ ພຣະເຢຊູ ແລະສາວົກຂອງພຣະອົງໄດ້ເຂົ້າໄປທີ່ໝູ່ບ້ານແຫ່ງໜຶ່ງຫ່າງຈາກຂອບເຂດແຂວງຄາລີເລ. ໃນລະຫວ່າງພັກຢູ່ທີ່ນີ້ ພຣະເຢຊູພະຍາຍາມຫ່າງຈາກການສັ່ງສອນປະຊາຊົນ ເພື່ອທີ່ຈະໃຊ້ເວລາຢູ່ກັບສາວົກຂອງພຣະອົງຢ່າງເຕັມທີ່. ພຣະເຢຊູມີພຣະປະສົງທີ່ຈະບອກພວກສາວົກກ່ຽວກັບການທົນທຸກທໍລະມານຂອງພຣະອົງທີ່ກຳລັງລໍຖ້າພຣະອົງຢູ່. ແຕ່ກ່ອນທີ່ຈະເວົ້າເລື່ອງນີ້ ພຣະເຢຊູໄດ້ໃຫ້ໂອກາດພວກເຂົາຍອມຮັບວ່າ ພວກເຂົາເຊື່ອໃນພຣະອົງເປັນພຣະເຈົ້າ ເພື່ອວ່າພວກເຂົາຈະມີກຳລັງເຂັ້ມແຂງທົນຕໍ່ການທົດລອງທີ່ກຳລັງຈະມາເຖິງ.
ເມື່ອພຣະເຢຊູສະເດັດເຂົ້າໄປໃນຂົງເຂດກາຍຊາເຣຍເມືອງຟີລິບປອຍ ແລ້ວພຣະອົງຖາມພວກສາວົກວ່າ: "ຄົນທັງຫຼາຍເວົ້າກັນວ່າເຮົາເປັນຜູ້ໃດ?"
ພວກສາວົກຕອບວ່າ: "ບາງຄົນເວົ້າວ່າ ທ່ານແມ່ນໂຢຮັນບັບຕິສະໂຕ ແຕ່ຄົນອື່ນເວົ້າວ່າ ທ່ານແມ່ນເອລີຢາ ສ່ວນຄົນອື່ນອີກເວົ້າວ່າ ທ່ານເປັນຜູ້ໜຶ່ງໃນບັນດາຜູ້ທຳນວາຍ."
ແລ້ວພຣະເຢຊູຖາມພວກສາວົກອີກວ່າ: "ແລ້ວພວກທ່ານເດວ່າເຮົາເປັນໃຜ?"
ເປໂຕທູນຕອບວ່າ: "ທ່ານເປັນພຣະເມຊີອາ ພຣະບຸດຂອງພຣະເຈົ້າອົງຊົງຊີວິດຢູ່."
ພຣະເຢຊູກ່າວຂຶ້ນວ່າ: "ຊີໂມນລູກຂອງໂຢຮັນເອີຍ ເຈົ້າກໍເປັນສຸກ! ເພາະບໍ່ແມ່ນມະນຸດທີ່ເປີດເຜີຍຄວາມຈິງນີ້ໃຫ້ເຈົ້າຮູ້ ແຕ່ແມ່ນພຣະບິດາຂອງເຮົາອົງຊົງສະຖິດຢູ່ໃນສະຫວັນ. ຈັ່ງຊັ້ນແຫລະ! ເຮົາຈຶ່ງບອກເຈົ້າວ່າ ເຈົ້າແມ່ນເປໂຕ (ແປວ່າ ຫີນ) ແລະເທິງຫີນກ້ອນນີ້ເຮົາຈະສ້າງຄຣິສຕະຈັກຂອງເຮົາ ແລະແມ່ນແຕ່ຄວາມຕາຍກໍຈະເອົາຊະນະຄຣິສຕະຈັກນີ້ບໍ່ໄດ້ຕະຫຼອດໄປ..."
ແລ້ວພຣະເຢຊູກໍສັ່ງໃຫ້ສາວົກຂອງພຣະອົງຫ້າມບໍ່ໃຫ້ບອກໃຜວ່າ ພຣະອົງເປັນພຣະເມຊີອາ. ແລ້ວພຣະອົງຊົງກ່າວອີກວ່າ: “ບຸດມະນຸດຕ້ອງທົນທຸກທໍລະມານຢ່າງຫຼັກຫຼາຍປະການ ບັນດາເຖົ້າແກ່ ບັນດາຫົວໜ້າປະໂລຫິດ ແລະພວກທຳມະຈານຈະບໍ່ຍອມຮັບທ່ານ ທ່ານຈະຖືກຂ້າ ແຕ່ໃນວັນຖ້ວນສາມ ທ່ານຈະຖືກຊົງບັນດານໃຫ້ເປັນຄືນມາຈາກຕາຍ.”
ຫຼາຍມື້ຕໍ່ມາ ພຣະເຢຊູໄດ້ກ່າວຕໍ່ພວກສາວົກຂອງພຣະອົງວ່າ: “ທ່ານທັງຫຼາຍຈົ່ງໃຫ້ຄຳເຫລົ່ານີ້ເຂົ້າໃນຫູຂອງທ່ານ ເພາະວ່າບຸດມະນຸດຈະຕ້ອງຖືກມອບໄວ້ໃນມືມະນຸດ.” ແຕ່ຖ້ອຍຄຳເຫຼົ່ານັ້ນ ພວກສາວົກບໍ່ໄດ້ເຂົ້າໃຈ ເພາະຖືກຊົງບັງໄວ້ຈາກພວກເຂົາ ເພື່ອວ່າພວກເຂົາຈະບໍ່ສັງເກດຮູ້ໄດ້ ແລະພວກເຂົາບໍ່ກ້າຖາມພຣະອົງເຖິງຖ້ອຍຄຳເຫຼົ່ານັ້ນ.
ເວລາຜ່ານໄປ ກ່ອນພວກເຂົາຈະເດີນທາງໄປສະຫຼອງວັນປັດສະຄາໃນນະຄອນເຢຣູຊາເລັມ ແລ້ວພຣະເຢຊູກ່າວຕື່ມອີກວ່າ: "ເຮົາຈະຕ້ອງຂຶ້ນໄປຍັງນະຄອນເຢຣູຊາເລັມ ແລະຈະຕ້ອງທົນທຸກທໍລະມານຢ່າງໜັກຈາກພວກເຖົ້າແກ່, ພວກຫົວໜ້າປະໂລຫິດ ແລະພວກທຳມະຈານ. ເຮົາຈະຖືກຂ້າ ແຕ່ໃນມື້ຖ້ວນສາມເຮົາຈະເປັນຄືນມາສູ່ຊີວິດ."
ເມື່ອພວກສາວົກໄດ້ຍິນຖ້ອຍຄຳຂອງພຣະເຢຊູແລ້ວ ກໍເວົ້າຫຍັງບໍ່ອອກ, ທັງເປັນທຸກໃຈ ແລະປະຫຼາດໃຈ. ແຕ່ພວກເຂົາກໍບໍ່ເຂົ້າໃຈໃນຄຳເວົ້າຂອງພຣະເຢຊູທີ່ຊີ້ໃຫ້ເຫັນເຖິງຄວາມທົນທຸກ ແລະຄວາມຕາຍຂອງພຣະອົງ ເພາະພວກສາວົກຍັງຄົງເຊື່ອວ່າ ພຣະເຢຊູຈະມາປົກຄອງຣາຊະສົມບັດໃນຖານະເປັນເຈົ້າຊາຍແຫ່ງໂລກນີ້.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 16:13-28. ມາຣະໂກ 8:27-9:1; ລູກາ 9:18-44, 18:31-33.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 45 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູໃຫ້ລາຊະໂຣຟື້ນຄືນມາຈາກຄວາມຕາຍ
ຕໍ່ມາ ໃນຂະນະທີ່ພຣະເຢຊູຍັງຄົງພັກຢູ່ທີ່ນັ້ນແລະສັ່ງສອນປະຊາຊົນຢູ່ ກໍໄດ້ມີຄົນມາບອກຂ່າວຮ້າຍໃຫ້ພຣະອົງຟັງວ່າ: "ອາຈານເອີຍ! ເພື່ອນສະນິດທີ່ຮັກແພງຂອງພຣະອົງກຳລັງບໍ່ສະບາຍ"
ຊາຍທີ່ບໍ່ສະບາຍນັ້ນເປັນເພື່ອນສະນິດຂອງພຣະເຢຊູ ລາວຊື່ວ່າ 'ລາຊະໂຣ.' ລາວອາໄສຢູ່ບ້ານເບັດທານີ ເປັນເມືອງທີ່ຢູ່ໃກ້ໆນະຄອນເຢຣູຊາເລັມ. ລາວມີເອື້ອຍສອງຄົນຊື່ວ່າ ນາງມາທາ ແລະ ນາງມາລີ. ພຣະເຢຊູມັກຈະໄປຫຼິ້ນຢູ່ບ້ານຂອງພວກເຂົາ ແລະມີຄວາມສຸກກັບມິດຕະພາບທີ່ທັງສອງຝ່າຍມີໃຫ້ເຊິ່ງກັນແລະກັນ. ເມື່ອລາຊະໂຣບໍ່ສະບາຍ ເອື້ອຍທັງສອງຂອງລາວຈຶ່ງສົ່ງຄົນໄປບອກຂ່າວໃຫ້ພຣະເຢຊູຟັງ.
ເມື່ອພຣະເຢຊູໄດ້ຍິນດັ່ງນັ້ນຈຶ່ງກ່າວຂຶ້ນວ່າ: "ໂຣກພະຍາດຂອງລາຊະໂຣນີ້ບໍ່ເຖິງແກ່ຄວາມຕາຍດອກ! ແຕ່ທີ່ເກີດຂຶ້ນນີ້ ກໍເພື່ອຍົກຍ້ອງເຊີດຊູສະຫງ່າຣາສີຂອງພຣະເຈົ້າ ເພື່ອໃຫ້ພຣະບຸດຂອງພຣະເຈົ້າໄດ້ຮັບສະຫງ່າຣາສີ ເພາະໂຣກພະຍາດນີ້." ແລ້ວພຣະເຢຊູ ແລະພວກສາວົກກໍຍັງພັກຢູ່ບ່ອນເກົ່າຕໍ່ອີກສອງມື້.
ພວກສາວົກພາກັນປະຫຼາດໃຈວ່າ ເປັນຫຍັງ ພຣະເຢຊູຈຶ່ງບໍ່ສະແດງຄວາມໂສກເສົ້າເສຍໃຈແຕ່ຢ່າງໃດເລີຍ ແລະພວກເຂົາກໍຍັງສົງໄສອີກວ່າ ເປັນຫຍັງ ພຣະອົງຈຶ່ງບໍ່ໄປປອບໃຈຄອບຄົວຂອງລາຊະໂຣ. ນອກຈາກນີ້ ພຣະອົງກໍຍັງບໍ່ສົ່ງຂ່າວສານຕອບກັບໄປຍັງຄອບຄົວຂອງລາຊະໂຣ.
ໃນທີ່ສຸດຫຼັງຈາກສອງມື້ຜ່ານໄປແລ້ວ ພຣະເຢຊູກໍໄດ້ກ່າວຕໍ່ພວກສາວົກວ່າ: "ໃຫ້ພວກເຮົາກັບຄືນສູ່ແຂວງຢູດາຍກັນອີກເທາະ!"
ພວກສາວົກຕອບວ່າ: "ອາຈານເອີຍ! ເມື່ອບໍ່ດົນນານມານີ້ ປະຊາຊົນໝາຍທີ່ຈະຄວ່າງກ້ອນຫີນໃສ່ທ່ານ ແລ້ວທ່ານຍັງຈະກັບຄືນໄປທີ່ນັ້ນອີກບໍ່?"
ພວກສາວົກບໍ່ເຂົ້າໃຈທີ່ພຣະເຢຊູລໍຖ້າອີກສອງມື້ກ່ອນທີ່ຈະໄປຫາລາຊະໂຣ. ແຕ່ຕອນນີ້ ພວກເຂົາຊ້ຳພັດເປັນຫວ່ງພຣະເຢຊູ ແລະຄວາມປອດໄພຂອງພຣະອົງ. ກ່ອນໜ້ານີ້ ພວກຢິວພະຍາຍາມທີ່ຈະແກວ່ງກ້ອນຫີນໃສ່ພຣະເຢຊູ ແຕ່ພຣະເຈົ້າໄດ້ປົກປ້ອງພຣະເຢຊູໄວ້ ຈຶ່ງເຮັດໃຫ້ພຣະອົງໝີລອດໄປໄດ້.
ພຣະເຢຊູຊົງຕອບພວກເຂົາວ່າ: “ກາງເວັນມີສິບສອງຊົ່ວໂມງບໍ່ແມ່ນບໍ? ສະນັ້ນ ຖ້າຄົນໃດຫາກຍ່າງໄປໃນເວລາກາງເວັນກໍຈະບໍ່ຊູນສະດຸດ ເພາະວ່າລາວເຫັນຄວາມສະຫວ່າງຂອງໂລກນີ້ ແຕ່ຖ້າຜູ້ໃດຫາກຍ່າງໄປໃນເວລາກາງຄືນກໍຈະຊູນສະດຸດ ເພາະວ່າລາວບໍ່ມີຄວາມສະຫວ່າງໃນຕົວ.”
ໃນຖ້ອຍຄຳຂອງພຣະອົງນີ້ ໝາຍຄວາມວ່າ ຜູ້ໃດທີ່ຍ່າງໃນທາງຂອງພຣະເຈົ້າ ບໍ່ມີຫຍັງທີ່ຈະຕ້ອງຢ້ານສຳລັບທຸກໆສິ່ງທີ່ເກີດຂຶ້ນ ບໍ່ວ່າຈະເປັນສິ່ງດີ ຫຼື ສິ່ງບໍ່ດີ; ຍົກເວັ້ນສິ່ງທີ່ພຣະເຈົ້າອະນຸຍາດໃຫ້ເກີດຂຶ້ນ ໃນທາງກົງກັນຂ້າມ ຜູ້ໃດທີ່ຍ່າງໄປໃນເວລາກາງຄືນໝາຍຄວາມວ່າ ຜູ້ທີ່ບໍ່ໄດ້ປະຕິບັດຕາມພຣະປະສົງຂອງພຣະເຈົ້າ ຈະມີຄວາມຢ້ານເພາະວ່າພຣະເຈົ້າບໍ່ໄດ້ຢູ່ຄຽງຂ້າງພວກເຂົາ. ເມື່ອໄພອັນຕະລາຍເກີດຂຶ້ນ ພຣະເຈົ້າກໍບໍ່ສາມາດປົກປ້ອງພວກເຂົາໄດ້ ແລະພວກເຂົາກໍບໍ່ມີກຳລັງທີ່ຈະຕໍ່ຕ້ານການທົດລອງ.
ເມື່ອພຣະເຢຊູຊົງກ່າວດັ່ງນີ້ແລ້ວ ພຣະອົງກໍຊົງບອກພວກສາວົກອີກວ່າ: “ລາຊະໂຣເພື່ອນຂອງເຮົາກໍຫລັບໄປແລ້ວ ແຕ່ເຮົາຈະໄປປຸກລາວໃຫ້ຕື່ນ.”
ພວກສາວົກຈຶ່ງເວົ້າຂຶ້ນວ່າ: “ອາຈານເອີຍ! ຖ້າລາວນອນຫລັບຢູ່ ລາວກໍຄົງຈະດີຂຶ້ນ”
ພຣະເຢຊູໝາຍເຖິງການຕາຍຂອງລາຊະໂຣ ແຕ່ພວກສາວົກຊ້ຳພັດຄິດວ່າ ພຣະອົງເວົ້າເຖິງການນອນຫລັບຢ່າງທຳມະດາ ຫຼື ນອນຫລັບແບບພັກຜ່ອນ ດັ່ງນັ້ນ ພຣະເຢຊູຈຶ່ງບອກພວກເຂົາຢ່າງຈະແຈ້ງວ່າ: “ລາຊະໂຣຕາຍແລ້ວ ເຮົາດີໃຈທີ່ເຮົາບໍ່ໄດ້ຢູ່ທີ່ນັ້ນ ເພາະເຫັນແກ່ທ່ານທັງຫຼາຍ ເພື່ອພວກທ່ານທັງຫຼາຍຈະໄດ້ເຊື່ອ; ພວກເຮົາພາກັນໄປຫາລາວເທາະ!”
ໂທມາໄດ້ເວົ້າກັບເພື່ອນສາວົກຄົນອື່ນໆວ່າ: “ພວກເຮົາທັງໝົດພາກັນໄປນຳອາຈານເນາະ! ເພື່ອຈະໄດ້ຕາຍໄປກັບພຣະອົງ”
ຫຼັງຈາກນັ້ນ ພຣະເຢຊູກັບພວກສາວົກກໍໄດ້ເດີນທາງມາເຖິງບ້ານເບັດທານີ ເຊິ່ງຢູ່ຫ່າງໄກຈາກກຸງເຢຣູຊາເລັມປະມານສາມກິໂລແມັດ. ແຕ່ພຣະອົງຍັງບໍ່ໄດ້ເຂົ້າໄປໃນໝູ່ບ້ານເທື່ອ ພຣະອົງກັບພວກສາວົກໄດ້ພັກຢູ່ສະຖານທີ່ແຫ່ງໜຶ່ງທີ່ງຽບສະຫງົບ ແລ້ວພຣະເຢຊູກໍໄດ້ສົ່ງຄົນໜຶ່ງເຂົ້າໄປບອກຂ່າວຢ່າງເປັນຄວາມລັບໃຫ້ເອື້ອຍທັງສອງຂອງລາຊະໂຣຮູ້ວ່າ ພຣະອົງມາແລ້ວ. ເມື່ອນາງມາທາໄດ້ຍິນວ່າພຣະເຢຊູສະເດັດມາ ນາງກໍອອກໄປຫາພຣະອົງ. ສ່ວນນາງມາລີນັ້ນບໍ່ໄດ້ຍິນ ແລະນາງຍັງຄົງນັ່ງຮ້ອງໄຫ້ຢູ່ໃນເຮືອນ.
ເມື່ອນາງມາທາເດີນທາງມາຮອດພຣະເຢຊູ ນາງກໍໄດ້ກ່າວຕໍ່ພຣະອົງວ່າ: “ອາຈານເອີຍ! ຖ້າທ່ານຢູ່ທີ່ນີ້ ນ້ອງຊາຍຂອງຂ້ານ້ອຍກໍຄົງບໍ່ຕາຍ. ແຕ່ເຖິງຢ່າງໃດກໍຕາມ ຂ້ານ້ອຍກໍຊົງຮູ້ວ່າ ສິ່ງໃດໆ ທີ່ທ່ານຈະທູນຂໍຈາກພຣະເຈົ້າ ພຣະເຈົ້າກໍຈະຊົງໂຜດປະທານໃຫ້ແກ່ທ່ານ.”
ພຣະເຢຊູຊົງກ່າວຕໍ່ນາງວ່າ: “ນ້ອງຊາຍຂອງເຈົ້າຈະຟື້ນຂຶ້ນມາອີກ.”
ນາງມາທາເວົ້າຂຶ້ນວ່າ: “ຂ້ານ້ອຍຮູ້ແລ້ວວ່າ ລາວຈະເປັນຄືນມາອີກ ໃນວັນສຸດທ້າຍ.”
ພຣະເຢຊູຊົງກ່າວຕໍ່ນາງວ່າ: “ເຮົານີ້ແຫລະ ເປັນເຫດໃຫ້ຄົນທັງປວງຟື້ນຄືນມາ ແລະມີຊີວິດ. ຜູ້ໃດກໍຕາມທີ່ວາງໃຈເຊື່ອໃນເຮົາ ເຖິງແມ່ນວ່າລາວຕາຍໄປແລ້ວ ກໍຍັງຈະມີຊີວິດຢູ່. ແລະຜູ້ໃດກໍຕາມທີ່ຍັງມີຊີວິດຢູ່ ແລະວາງໃຈເຊື່ອຢູ່ໃນເຮົາກໍຈະບໍ່ຕາຍຈັກເທື່ອ ເຈົ້າເຊື່ອຂໍ້ນີ້ຫລືບໍ່?”
ນາງມາທາຕອບພຣະອົງວ່າ: “ເຊື່ອຢູ່ແລ້ວ ອາຈານເອີຍ! ຂ້ານ້ອຍເຊື່ອວ່າທ່ານເປັນພຣະບຸດຂອງພຣະເຈົ້າທີ່ສະເດັດເຂົ້າມາໃນໂລກ.”
ເມື່ອນາງມາທາເວົ້າດັ່ງນັ້ນແລ້ວ ນາງຈຶ່ງກັບໄປເອີ້ນນາງມາລີນ້ອງສາວຂອງຕົນໂດຍເວົ້າຄ່ອຍໆ ວ່າ: “ອາຈານມາແລ້ວ ແລະເອີ້ນຫາເຈົ້າ.” ນາງມາລີຈຶ່ງຟ້າວລຸກຂຶ້ນແລ່ນໄປຫາພຣະເຢຊູ. ເມື່ອປະຊາຊົນທີ່ກຳລັງປອບໃຈນາງມາລີຢູ່ໃນເຮືອນນັ້ນ ໄດ້ເຫັນນາງມາລີຟ້າວລຸກຂຶ້ນແລ່ນອອກໄປ ພວກເຂົາຈຶ່ງຕາມນາງໄປ ເພາະຄິດວ່ານາງຈະໄປທີ່ອຸມົງຝັງສົບຂອງລາຊະໂຣເພື່ອຮ້ອງໄຫ້ຢູ່ທີ່ນັ້ນ.
ເມື່ອນາງມາລີມາເຖິງບ່ອນທີ່ພຣະເຢຊູຊົງພັກອາໄສຢູ່ກັບພວກສາວົກ ນາງຈຶ່ງໄດ້ເຂົ້າໄປກົ້ມຂາບພຣະອົງ ແລະເວົ້າຂຶ້ນດ້ວຍສຽງທີ່ຮ້ອງໄຫ້ວ່າ: “ອາຈານເອີຍ! ຖ້າທ່ານຢູ່ທີ່ນີ້ ນ້ອງຊາຍຂອງຂ້ານ້ອຍກໍຄົງບໍ່ຕາຍ.” ເມື່ອພຣະເຢຊູຊົງເຫັນນາງມາລີ ແລະປະຊາຊົນທີ່ມາກັບນາງຮ້ອງໄຫ້ດ້ວຍຈິດໃຈທີ່ໂສກເສົ້າ ແລະເປັນທຸກຫຼາຍ ຈິດໃຈຂອງພຣະອົງກໍໂສກເສົ້າ ແລະເປັນທຸກ.
ພຣະເຢຊູຈຶ່ງຖາມພວກເຂົາວ່າ: “ພວກທ່ານເອົາສົບຂອງລາຊະໂຣໄປຝັງໄວ້ຢູ່ໃສ?”
ພວກເຂົາຕອບວ່າ: “ອາຈານເອີຍ! ເຊີນທ່ານມາເບິ່ງ.”
ແລ້ວພວກເຂົາໄດ້ນຳພາພຣະເຢຊູໄປທີ່ຂຸມຝັງສົບຂອງລາຊະໂຣ. ລາຊະໂຣເປັນທີ່ຮັກຂອງເອື້ອຍ ແລະໝູ່ເພື່ອນຂອງລາວ ແລະພວກເຂົາພາກັນຮ້ອງໄຫ້ຢ່າງເຈັບປວດໃຈ. ພຣະເຢຊູຊົງແນມເຫັນຄວາມທຸກໃຈ ແລະຄວາມສິ້ນຫວັງຂອງພວກເຂົາທີ່ຢູ່ຕໍ່ໜ້າພຣະອົງຜູ້ຊົງສາມາດປະທານຊີວິດ ພຣະອົງກໍຮ້ອງໄຫ້ເຊັ່ນກັນ.
ພຣະເຢຊູບໍ່ໄດ້ຮ້ອງໄຫ້ຍ້ອນລາຊະໂຣເສຍຊີວິດ ເພາະວ່າພຣະອົງກຳລັງຈະປຸກລາວໃຫ້ຟື້ນຄືນມີຊີວິດອີກຄັ້ງ. ແຕ່ພຣະອົງຊົງຮ້ອງໄຫ້ຍ້ອນວ່າ ພຣະອົງເຫັນຄົນເປັນຈຳນວນຫຼວງຫຼາຍໃນຝູງຊົນປະຕິເສດການຍອມຮັບພຣະອົງເປັນພຣະຜູ້ຊ່ວຍຂອງພວກເຂົາ. ນີ້ແຫລະ! ຈະເປັນສາເຫດເຮັດໃຫ້ພວກເຂົາສູນເສຍຊີວິດອັນຕະຫຼອດໄປເປັນນິດ. ຍົກຕົວຢ່າງເຊັ່ນ: ພຣະອົງຊົງຮູ້ວ່າ ຫຼາຍຄົນຜູ້ທີ່ໄວ້ທຸກໃຫ້ລາຊະໂຣ ເຊິ່ງໃນໄວໆນີ້ຈະວາງແຜນການຕາຍໃຫ້ພຣະອົງຢູ່ເທິງໄມ້ກາງແຂນ. ນອກຈາກນີ້ ພຣະອົງຍັງໄດ້ເຫັນວ່າ ໃນໄວໆນີ້ ຊົນຊາດຂອງອິດສະຣາເອນກໍຈະປະຕິເສດພຣະອົງໃນຖານະເປັນພຣະຜູ້ຊ່ວຍຂອງພວກເຂົາ ແລະໃນທີ່ສຸດ ກໍຈະນຳຄວາມພິນາດມາສູ່ນະຄອນເຢຣູຊາເລັມ.
ເມື່ອປະຊາຊົນເຫັນນ້ຳຕາຂອງພຣະເຢຊູໄຫຼ ພວກເຂົາຈຶ່ງເວົ້າກັນວ່າ: “ເບິ່ງດູ ເພິ່ນຮັກລາວຫຼາຍພຽງໃດ.” ແລ້ວກໍມີບາງຄົນເວົ້າຂຶ້ນວ່າ: “ພຣະອົງຊົງເຮັດໃຫ້ຄົນຕາບອດເຫັນຮຸ່ງໄດ້ ເພິ່ນຈະເຮັດໃຫ້ລາຊະໂຣບໍ່ຕາຍ ບໍ່ໄດ້ບໍ?”
ພໍພຣະເຢຊູມາເຖິງອຸມົງຝັງສົບຂອງລາຊະໂຣ ອຸມົງນັ້ນເປັນຖ້ຳມີຫີນກ້ອນໜຶ່ງວາງອັດປາກອຸມົງໄວ້. ພຣະເຢຊູກໍຊົງກ່າວວ່າ: “ຈົ່ງຍົກຫີນອອກ”
ນາງມາທາຄິດວ່າ ພຣະເຢຊູຈະເບິ່ງສົບຂອງລາຊະໂຣ ດັ່ງນັ້ນ ນາງຈຶ່ງເວົ້າຂຶ້ນວ່າ: “ອາຈານເອີຍ! ປານນີ້ສົບຄົງມີກິ່ນເໝັນ ເພາະລາວຕາຍໄດ້ສີ່ວັນແລ້ວ.”
ພຣະເຢຊູຊົງຕອບນາງວ່າ: “ເຮົາໄດ້ບອກເຈົ້າແລ້ວບໍ່ແມ່ນບໍວ່າ ຖ້າເຈົ້າເຊື່ອ ເຈົ້າຈະໄດ້ເຫັນສະຫງ່າລາສີຂອງພຣະເຈົ້າ.”
ດັ່ງນັ້ນ ພວກເຂົາຈຶ່ງພາກັນຍົກຫີນອອກຈາກປາກອຸມົງ, ຢູ່ໃນອຸມົງນັ້ນມິດງຽບ ແລະຫຼາຍຄົນເຫັນລາຊະໂຣນອນຕາຍ ໂດຍຮ່າງກາຍຂອງລາວທັງເຢັນ ແລະຈືດ. ປະຊາຊົນທີ່ຢືນຢູ່ນອກອຸມົງກໍຄ່ອຍຖ້າເບິ່ງດ້ວຍຄວາມຕື່ນເຕັ້ນ. ຝ່າຍພຣະເຢຊູໄດ້ຍ່າງເຂົ້າໄປໃກ້ປາກອຸມົງຝັງສົບຂອງລາຊະໂຣ. ພຣະອົງຊົງເງີຍໜ້າຂຶ້ນສູ່ທ້ອງຟ້າ ແລະຊົງກ່າວວ່າ: “ໂອ! ພຣະເຈົ້າພຣະບິດາເອີຍ ລູກຂອບພຣະຄຸນທີ່ພຣະອົງຟັງລູກ. ລູກຮູ້ວ່າພຣະອົງຟັງຄຳອະທິຖານຂອງລູກມາກ່ອນແລ້ວ ແຕ່ລູກອະທິຖານອີກ ກໍເພາະວ່າເຫັນແກ່ຄົນທັງຫຼາຍທີ່ຢືນອ້ອມຢູ່ທີ່ນີ້ ເພື່ອພວກເຂົາຈະໄດ້ເຊື່ອວ່າແມ່ນພຣະອົງທີ່ຊົງໃຊ້ລູກມາ.” ຄຳເວົ້າຂອງພຣະເຢຊູໄດ້ປະກາດພຣະອົງເອງວ່າ ເປັນພຣະບຸດຂອງພຣະເຈົ້າ.
ແລ້ວພຣະເຢຊູກໍຊົງເປັ່ງສຽງຮ້ອງອັນດັງຂຶ້ນວ່າ: “ລາຊະໂຣເອີຍ! ຈົ່ງອອກມາ” ຕາຂອງປະຊາຊົນໄດ້ພາກັນແນມເຂົ້າໄປເບິ່ງໃນອຸມົງ ແລະຫູຂອງພວກເຂົາກໍຕັ້ງໃຈຟັງຂ້າງໃນອຸມົງນັ້ນ. ໃນທັນໃດນັ້ນ ປະຊາຊົນກໍພາກັນໄດ້ຍິນສຽງຢູ່ໃນອຸມົງ ແລະພວກເຂົາກໍໄດ້ພາກັນຕົກໃຈທີ່ເຫັນລາຊະໂຣອອກມາຈາກອຸມົງ ໂດຍມີຜ້າພັນຕີນ, ພັນມື ແລະມີຜ້າປົກໜ້າໄວ້.
ແລ້ວພຣະເຢຊູກໍຊົງບອກພວກເຂົາວ່າ: “ຈົ່ງແກ້ຜ້າໃຫ້ລາວ... ” ເມື່ອປະຊາຊົນທີ່ໄດ້ເຫັນການອັດສະຈັນນີ້ ຕ່າງກໍພາກັນປະຫຼາດໃຈ ແລະດີໃຈຫຼາຍ ຈົນບໍ່ສາມາດທີ່ຈະອະທິບາຍໃນເລື່ອງນີ້ ແລະພວກເຂົາກໍພາກັນເຊື່ອວ່າ ພຣະອົງເປັນພຣະບຸດຂອງພຣະເຈົ້າ ສ່ວນນາງມາທາ ແລະນາງມາລີກໍໄດ້ຮ້ອງໄຫ້ດ້ວຍຄວາມຊົມຊື່ນຍິນດີທີ່ໄດ້ເຫັນນ້ອງຊາຍຂອງຕົນກັບຄືນມາມີຊີວິດອີກຄັ້ງ.
ເຫດການອັດສະຈັນທີ່ເກີດຂຶ້ນນີ້ ພຣະເຢຊູຢາກສະແດງໃຫ້ມະນຸດຮູ້ວ່າ ພຣະອົງເປັນຕົ້ນກຳເນີດແຫ່ງຊີວິດ ຜູ້ໃດກໍຕາມທີ່ວາງໃຈເຊື່ອໃນພຣະອົງ ເຖິງແມ່ນວ່າລາວຕາຍໄປແລ້ວກໍຕາມ ແຕ່ລາວກໍຍັງຈະມີຊີວິດຢູ່ ເພາະພຣະອົງຈະປະທານຊີວິດໃຫ້ແກ່ຜູ້ນັ້ນໃນວັນສຸດທ້າຍ ພຣະອົງບໍ່ໄດ້ເຮັດຕາມໃຈຂອງຕົນເອງ ແຕ່ພຣະອົງຊົງເຮັດຕາມທີ່ພຣະເຈົ້າຕ້ອງການ ໃຜກໍຕາມທີ່ອະທິຖານຢູ່ເລື້ອຍໆດ້ວຍຄວາມເຊື່ອ ກໍຈະເຫັນການອັດສະຈັນໃນຣິດອຳນາດຂອງພຣະເຈົ້າເໝືອນດັ່ງພຣະເຢຊູ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ໂຢຮັນ 11:1-44.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 58 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ວາງແຜນການຂ້າພຣະເຢຊູ
ໃນຂະນະທີ່ປະຊາຊົນກຳລັງຕື່ນເຕັ້ນກັບເຫດການເລື່ອງຂອງລາຊະໂຣຢູ່ນັ້ນ ກໍໄດ້ມີບາງຄົນໄປຫາພວກຜູ້ນຳທາງສາສະໜາ ແລະເລົ່າເຫດການທັງໝົດທີ່ພຣະເຢຊູຊົງເຮັດໃຫ້ພວກເຂົາຟັງ. ເມື່ອພວກປະໂລຫິດ, ພວກຟາຣີຊາຍ ແລະພວກຊາດູກາຍ ເຊິ່ງເປັນຜູ້ນຳສາສະໜາຂອງຊາວຢິວ ຕ່າງກໍພາກັນຮູ້ເຖິງພາລະກິດທີ່ພຣະເຢຊູໄດ້ເຮັດເຊັ່ນ: ປິ່ນປົວຄົນຕາບອດໃຫ້ເຫັນຮຸ່ງ, ຄົນພິການໃຫ້ຍ່າງໄດ້, ຂັບໄລ່ຜີຮ້າຍໃຫ້ອອກຈາກຄົນ, ສາມາດລ້ຽງອາຫານປະຊາຊົນຫ້າພັນຄົນ ແລະເຮັດສິ່ງອື່ນໆທີ່ໜ້າອັດສະຈັນຫຼາຍໆຢ່າງອີກ. ແຕ່ສິ່ງທີ່ອັດສະຈັນທີ່ພິເສດໃນຕອນນີ້ກໍຄື ພຣະອົງເຮັດໃຫ້ຄົນທີ່ຕາຍແລ້ວກັບຟື້ນຄືນມາມີຊີວິດອີກຢ່າງເປີດເຜີຍໂດຍທີ່ໃຜໆກໍຮູ້. ສິ່ງມະຫັດສະຈັນທີ່ເກີດຂຶ້ນນີ້ ໄດ້ເຮັດໃຫ້ປະຊາຊົນທັງຫຼາຍໝົດຄວາມສັດທາໃນພວກເຂົາ ແລະຫັນໄປເຊື່ອໃນພຣະເຢຊູ. ພວກເຂົາກໍໄດ້ແຕ່ພາກັນມີຄວາມອິດສາ, ຄຽດແຄ້ນກຽດຊັງໃນພຣະເຢຊູ ແລະບໍ່ຍອມຮັບວ່າ ພຣະອົງເປັນພຣະບຸດຂອງພຣະເຈົ້າ.
ແລ້ວເລື່ອງຂອງລາຊະໂຣກໍໄດ້ໂດ່ງດັ່ງໄປເຖິງນະຄອນເຢລູຊາເລັມ ແລະໄດ້ມີປະຊາຊົນເປັນຈຳນວນຫຼວງຫຼາຍໄດ້ພາກັນຫັນໄປເຊື່ອໃນພຣະເຢຊູ ເຊິ່ງພຣະອົງສັ່ງສອນໃນຮູບແບບອັນບໍຣິສຸດຂອງສາສະໜາ ອັນເປັນຄວາມເຊື່ອທີ່ມີການປະຕິບັດ ເຊິ່ງອອກມາດ້ວຍຫົວໃຈອັນແທ້ຈິງຂອງຄວາມຮັກທີ່ມີຕໍ່ພຣະເຈົ້າ ແລະຕໍ່ເພື່ອນມະນຸດ. ກົງກັນຂ້າມກັບພວກປະໂລຫິດ, ພວກຟາຣີຊາຍ ແລະພວກຊາດູກາຍທີ່ທຳທ່າວ່າເປັນຜູ້ບໍຣິສຸດ ເພາະໄດ້ເຮັດຕາມກົດເກນຕ່າງໆ ແລະຮູບແບບພິທີທາງສາສະໜາ ແຕ່ຢູ່ໃນໃຈຂອງພວກເຂົາຊ້ຳພັດເຕັມໄປດ້ວຍຄວາມອິດສາ ແລະຄວາມຄຽດແຄ້ນກຽດຊັງຕໍ່ເພື່ອນມະນຸດດ້ວຍກັນ.
ຫຼັງຈາກທີ່ໄດ້ຍິນເລື່ອງຂອງລາຊະໂຣຟື້ນຄືນມາຈາກຄວາມຕາຍໄດ້ບໍ່ດົນ, ພວກປະໂລຫິດ, ພວກຟາຣີຊາຍ ແລະພວກຊາດູກາຍກໍຢ້ານວ່າຈະສູນເສຍອຳນາດການປົກຄອງ ແລະຕຳແໜ່ງຂອງພວກເຂົາ. ສະນັ້ນ ພວກເຂົາຈຶ່ງໄດ້ພາກັນເອີ້ນສະມາຊິກມາປະຊຸມກັນກ່ຽວກັບເລື່ອງພຣະເຢຊູ.
ພວກເຂົາໄດ້ສົນທະນາກັນວ່າ: “ພວກເຮົາຈະເຮັດແນວໃດ ເພາະວ່າຊາຍຜູ້ນີ້ໄດ້ເຮັດສິ່ງອັດສະຈັນຫຼາຍໆເລື່ອງ ຖ້າເຮົາຈະປ່ອຍໃຫ້ລາວເຮັດຢູ່ຢ່າງນີ້ ຄົນທັງຫຼາຍກໍຈະເຊື່ອຖືລາວ ແລະຖ້າປະຊາຊົນສ້າງຄວາມວຸ່ນວາຍຂຶ້ນ ພວກເຈົ້າໜ້າທີ່ໂຣມກໍຈະມາທຳລາຍພຣະວິຫານທັງປະເທດຊາດຂອງເຮົາ.”
ແຕ່ຜູ້ໜຶ່ງຊື່ ກາຢະຟາ ເຊິ່ງເປັນຫົວໜ້າປະໂລຫິດໃຫຍ່ໄດ້ກ່າວຕໍ່ພວກເຂົາວ່າ: “ເຖິງແມ່ນວ່າ ພຣະເຢຊູເປັນຜູ້ບໍຣິສຸດກໍຕາມ ແຕ່ພວກເຮົາກໍຕ້ອງໄດ້ກຳຈັດພຣະອົງ ເພາະພຣະອົງເຮັດໃຫ້ພວກເຮົາຕ້ອງລຳບາກ ແລະເຮັດໃຫ້ອຳນາດການປົກຄອງທາງສາສະໜາຂອງພວກເຮົາລຸດລົງ ພວກທ່ານບໍ່ຮູ້ຈັກຫຍັງ! ພວກທ່ານບໍ່ຄິດບໍວ່າ ເປັນການດີສ່ຳໃດຖ້າຈະໃຫ້ຄົນຜູ້ໜຶ່ງຕາຍເພື່ອປະຊາຊົນ ແທນທີ່ໃຫ້ຄົນທັງຊາດຖືກທຳລາຍ” ກາຢະຟາເວົ້າແນວນັ້ນ ເພາະລາວໄດ້ຄິດວາງແຜນການເອົາໄວ້ແລ້ວວ່າ ພຣະເຢຊູຈະຕາຍແທນປະຊາຊົນທັງປະເທດຊາດ ເພື່ອພວກເຂົາຈະໄດ້ຮວບຮວມເອົາປະຊາຊົນທັງຫຼາຍທີ່ແຕກຊະກັນໄປແລ້ວນັ້ນໃຫ້ເຂົ້າເປັນພວກດຽວກັນ. ເພາະໃນເວລານັ້ນ ປະຊາຊົນອິດສະລາເອນບາງຄົນເຊື່ອໃນພຣະເຢຊູ ແລະບາງຄົນກໍບໍ່ເຊື່ອ. ແລ້ວມັນໄດ້ເຮັດໃຫ້ເກີດມີການແບ່ງແຍກກັນຂຶ້ນ (ໂຢຮັນ 10:19) ແລະນັບຕັ້ງແຕ່ວັນນັ້ນມາ ພວກເຂົາກໍໄດ້ວາງແຜນການຈະຂ້າພຣະເຢຊູ.
ເຖິງແມ່ນວ່າ ພຣະເຢຊູຈະບໍ່ມີຄວາມຜິດ ແຕ່ມະຫາປະໂລຫິດໃຫຍ່ກໍຈະກຳຈັດພຣະອົງອອກຈາກປະຊາຊົນ. ເພິ່ນເຫັນວ່າ ພຣະເຢຊູສ້າງຄວາມລຳບາກ, ດຶງປະຊາຊົນໃຫ້ມາຫາພຣະອົງເອງ ແລະຫຼຸດອຳນາດຂອງພວກຜູ້ນຳລົງ. ມະຫາປະໂລຫິດໃຫຍ່ເວົ້າກັບຄົນອື່ນວ່າ ທຳລາຍພຣະເຢຊູກໍດີກວ່າໃຫ້ອຳນາດຂອງພວກເຮົາທີ່ມີຕໍ່ປະຊາຊົນຫຼຸດລົງ ຖ້າປະຊາຊົນເສຍຄວາມສັດທາໃນພວກເຮົາ ປະເທດຊາດກໍຈະຖືກທຳລາຍ. ມະຫາປະໂລຫິດໃຫຍ່ກ່າວວ່າ ຫຼັງຈາກສິ່ງອັດສະຈັນເລື່ອງລາຊະໂຣຟື້ນຄືນມາຈາກຄວາມຕາຍນີ້ ຜູ້ທີ່ຕິດຕາມພຣະອົງຈະເຮັດການປະທ້ວງ ແລ້ວຊາວໂຣມຈະມາທຳລາຍພຣະວິຫານຂອງພວກເຮົາ ແລະຍົກເລີກກົດໝາຍຂອງພວກເຮົາ ແລະທຳລາຍພວກເຮົາທັງປະເທດຊາດ. ມະຫາປະໂລຫິດໃຫຍ່ໃຫ້ເຫດຜົນວ່າ ຊີວິດຂອງພຣະເຢຊູມີຄ່າຫຍັງກັບປະຊາຊົນໃນປະເທດຊາດ. ແລ້ວພວກເຂົາກໍຄິດວ່າ ຖ້າພຣະເຢຊູຍັງຄົງຢືນຢັນຂັດຂວາງການພັດທະນາຂອງປະເທດຊາດ ການກຳຈັດພຣະອົງກໍຈະເປັນການດີກວ່າ.
ນັບຕັ້ງແຕ່ວັນນັ້ນມາ ພວກເຂົາໄດ້ວາງແຜນການຈະຂ້າພຣະອົງ. ເພາະເຫດນັ້ນ ພຣະເຢຊູບໍ່ໄດ້ສະເດັດໄປມາໃນທ່າມກາງພວກຢິວໂດຍເປີດເຜີຍອີກ; ແຕ່ໄດ້ສະເດັດຈາກທີ່ນັ້ນໄປຍັງທ້ອງຖິ່ນຢູ່ໃກ້ປ່າເຖິງເມືອງໜຶ່ງຊື່ ເອຟຣາອິມ ແລະປະທັບຢູ່ທີ່ນັ້ນກັບພວກສາວົກ.
ໃນເວລານີ້ ພຣະເຢຊູຊົງຮູ້ແຜນການຂອງພວກຜູ້ນຳທາງສາສະໜາ ສະນັ້ນ ພຣະອົງຈຶ່ງບໍ່ໄປທາງໃດຢ່າງເປີດເຜີຍໃນແຂວງຢູດາ ແຕ່ພຣະອົງໄດ້ເດີນທາງອອກໄປໃນຖິ່ນແຫ້ງແລ້ງກັນດານ ແລະພັກຢູ່ທີ່ນັ້ນກັບພວກສາວົກ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ໂຢຮັນ 11:45-57.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 59 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູກ່າວເຖິງຄວາມຕາຍຂອງພຣະອົງ
ຕໍ່ມາ ພໍໃກ້ເຖິງເທດສະການປັດສະຄາ ປະຊາຊົນຈາກທຸກຫົນທຸກແຫ່ງເດີນທາງເຂົ້າໄປຍັງນະຄອນເຢລູຊາເລັມ ເພື່ອປະກອບພິທີຊຳລະຕົວກ່ອນເຖິງມື້ເທດສະການ. ພຣະເຢຊູກໍໄດ້ອອກຈາກທີ່ນັ້ນແລະເດີນທາງໄປຍັງນະຄອນເຢລູຊາເລັມກັບພວກສາວົກ. ຝ່າຍພວກສາວົກກໍພາກັນປະຫຼາດໃຈ ແລະໃນຂະນະທີ່ພວກເຂົາຍ່າງຕາມຫຼັງພຣະອົງໄປນັ້ນ ພວກເຂົາຕ່າງກໍພາກັນຮູ້ສຶກຢ້ານ. ສະນັ້ນ ພຣະເຢຊູຈຶ່ງໄດ້ເອີ້ນພວກສາວົກສິບສອງຄົນ ແລະບອກໃຫ້ພວກເຂົາຮູ້ເຖິງເຫດການທີ່ຈະເກີດຂຶ້ນກັບພຣະອົງຢູ່ໃນອະນາຄົດ.
ພຣະເຢຊູຊົງກ່າວວ່າ: “ຈົ່ງຟັງ! ພວກເຮົາພວມຂຶ້ນໄປຍັງນະຄອນເຢລູຊາເລັມ ແລະທຸກສິ່ງທີ່ຜູ້ປະກາດພະຄຳໄດ້ຂຽນເອົາໄວ້ກ່ຽວກັບພຣະບຸດຈະສຳເລັດ. ເຂົາຈະມອບພຣະບຸດໄວ້ໃນກຳມືຂອງພວກຫົວໜ້າປະໂລຫິດ ແລະພວກທຳມະຈານ, ພວກເຂົາເຫລົ່ານັ້ນຈະໃສ່ໂທດເພິ່ນເຖິງຕາຍ ແລະຈະມອບເພິ່ນໃຫ້ຄົນຕ່າງຊາດ. ຄົນເຫລົ່ານັ້ນຈະເຍາະເຍີ້ຍ, ຈະຖົ່ມນ້ຳລາຍ, ຈະຂ້ຽນຕີ ແລະຈະຂ້າເພິ່ນ. ແຕ່ພາຍໃນສາມວັນເພິ່ນຈະຟື້ນຄືນມາມີຊີວິດອີກ.” ພຣະອົງຊົງໝາຍເຖິງ ພຣະອົງຈະຖືກທໍລະຍົດ, ພຣະອົງຈະທົນທຸກທໍລະມານ ແລະຄວາມຕາຍຂອງພຣະອົງຈະເກີດຂຶ້ນໃນໄວໆນີ້. ແຕ່ພວກສາວົກພາກັນງົງ ແລະບໍ່ເຂົ້າໃຈໃນສິ່ງທີ່ພຣະເຢຊູເວົ້າ.
ພວກສາວົກເຄີຍເຂົ້າມາໃນງານເທດສະການປັດສະຄາຫຼາຍຄັ້ງ ແລະພວກເຂົາກໍໄດ້ເຫັນລູກແກະເສຍສະລະຊີວິດ. ພວກສາວົກຮູ້ດີເຖິງພິທີກຳທາງສາສະໜານີ້ ແຕ່ພວກເຂົາພັດບໍ່ເຂົ້າໃຈຄວາມໝາຍຂອງພິທີກຳ. ພວກສາວົກບໍ່ເຂົ້າໃຈວ່າ ລູກແກະເປັນຕົວແທນພຣະບຸດຂອງພຣະເຈົ້າທີ່ຈະສະເດັດເຂົ້າມາໃນໂລກນີ້ ແລະຕາຍແທນຄວາມບາບຂອງມະນຸດ. ພວກສາວົກກໍຄືກັບປະຊາຊົນທີ່ບໍ່ເຂົ້າໃຈຢ່າງເຕັມທີ່ກ່ຽວກັບຄຳພະຍາກອນນີ້ ແຕ່ພວກເຂົາຊ້ຳພັດຫວັງສຳລັບກະສັດທີ່ຈະມາ ເພື່ອປົດປ່ອຍພວກເຂົາໃຫ້ອອກຈາກຈັກກະພັດໂຣມ.
ພວກສາວົກມີຄວາມເຊື່ອໃນຜູ້ນຳຂອງພວກເຂົາຫຼາຍ ເພາະບໍ່ເຄີຍມີໃຜເໝືອນພຣະເຢຊູ ແລະພຣະອົງກໍສາມາດເຮັດການອັດສະຈັນໄດ້ຫຼາຍໆຢ່າງ. ເຖິງແມ່ນວ່າ ພວກສາວົກຈະຢ້ານພວກຜູ້ນຳທາງສາສະໜາ ແຕ່ພວກເຂົາກໍວາງໃຈໃນພຣະເຢຊູ ເພາະພຣະອົງສາມາດຊ່ວຍພວກເຂົາໃຫ້ລອດພົ້ນຈາກໄພອັນຕະລາຍຫຼາຍໆຢ່າງມາແລ້ວ ແນ່ນອນ! ພຣະອົງຈະຕ້ອງສ້າງອານາຈັກຂອງພຣະອົງໃນໄວໆນີ້. ດັ່ງນັ້ນ ພວກສາວົກຈຶ່ງຍັງຄົງຄາດຫວັງເຖິງຄວາມຈະເລີນຮຸ່ງເຮືອງຂອງອານາຈັກໃຫມ່ໃນອະນາຄົດວ່າ ພຣະເຢຊູຈະມາ ແລະເປັນທີ່ຍອມຮັບຂອງປະຊາຊົນອິດສະຣາເອນ.
ໃນຂະນະນັ້ນ ຢາໂກໂບແລະໂຢຮັນ ເຊິ່ງເປັນໜຶ່ງໃນອັກຄະສາວົກຂອງພຣະເຢຊູ ກໍໄດ້ພາແມ່ຂອງພວກເຂົາເຂົ້າມາພົບກັບພຣະອົງ ເພື່ອຫວັງຢາກຈະໄດ້ຕຳແໜ່ງອັນມີກຽດທີ່ຮອງຈາກພຣະອົງ ເພາະໃນເວລານັ້ນ ປະຊາຊົນຫຼາຍຄົນຄິດວ່າ ພຣະເຢຊູຈະເປັນກະສັດ.
ແລ້ວພວກເຂົາກໍໄດ້ຫຍັບເຂົ້າມາໃກ້ພຣະເຢຊູແລະເວົ້າຂຶ້ນວ່າ: “ອາຈານເອີຍ ພວກຂ້ານ້ອຍທັງສອງມີຄວາມປາຖະໜາຢາກໃຫ້ທ່ານເຮັດເພື່ອພວກຂ້ານ້ອຍ.”
ພຣະເຢຊູຊົງຖາມວ່າ: “ພວກທ່ານທັງສອງປາຖະໜາຢາກໃຫ້ເຮົາເຮັດສິ່ງໃດໃຫ້.”
ແມ່ຂອງພວກເຂົາຕອບວ່າ: “ເມື່ອທ່ານຢູ່ໃນສະຫງ່າຣາສີແລ້ວ ຂໍໂຜດສັນຍາກັບຂ້ານ້ອຍວ່າ ລູກຊາຍສອງຄົນຂອງຂ້ານ້ອຍນີ້ ຄົນໜຶ່ງຈະນັ່ງທີ່ເບື້ອງຂວາ ແລະອີກຄົນໜຶ່ງຈະນັ່ງທີ່ເບື້ອງຊ້າຍຂອງທ່ານ ເມື່ອທ່ານໄດ້ເປັນກະສັດ.”
ພຣະເຢຊູຊົງຕອບພວກເຂົາວ່າ: “ທີ່ພວກທ່ານຂໍນັ້ນ ພວກທ່ານບໍ່ເຂົ້າໃຈ; ຈອກທີ່ເຮົາດື່ມນັ້ນ ພວກທ່ານຈະດື່ມໄດ້ບໍ? ແລະບັບຕິສະມາທີ່ເຮົາຈະຮັບນັ້ນ ພວກທ່ານຈະຮັບໄດ້ບໍ?”
ພວກເຂົາຕອບພຣະອົງວ່າ: “ໄດ້! ຂ້ານ້ອຍ”
ພຣະເຢຊູຊົງກ່າວຕໍ່ພວກເຂົາອີກວ່າ: “ຈອກທີ່ເຮົາຈະດື່ມ ພວກທ່ານກໍຈະໄດ້ດື່ມແທ້ ແລະບັບຕິສະມາທີ່ເຮົາຮັບ ພວກທ່ານກໍຈະໄດ້ຮັບແທ້. ແຕ່ທີ່ຈະນັ່ງເບື້ອງຂວາຫລືເບື້ອງຊ້າຍຂອງເຮົານັ້ນ ບໍ່ແມ່ນໜ້າທີ່ຂອງເຮົາຈະຈັດໃຫ້ ແຕ່ພຣະເຈົ້າພຣະບິດາໄດ້ຊົງຈັດໄວ້ ສຳລັບຜູ້ໃດກໍເປັນຂອງຜູ້ນັ້ນ.”
ຈອກ ແລະບັບຕິດສະມາທີ່ພຣະເຢຊູໄດ້ເວົ້າເຖິງນັ້ນ ໝາຍເຖິງຄວາມທຸກທໍລະມານ ແລະການທົດລອງທີ່ພຣະອົງຈະຕ້ອງປະເຊີນໃນໄວໆນີ້. ພວກສາວົກບໍ່ເຂົ້າໃຈວ່າ ພຣະເຢຊູກຳລັງຈະທົນທຸກທໍລະມານຈາກມືຂອງພວກຜູ້ນຳສາສະໜາ ແລະພຣະອົງຈະຖືກຄຶງໄວ້ເທິງໄມ້ກາງແຂນ. ໃນທຳນອງດຽວກັນ ທຸກຄົນທີ່ຕິດຕາມພຣະເຢຊູກໍຈະປະເຊີນກັບການຖືກກົດຂີ່ຂົ່ມເຫັງທີ່ຄ້າຍຄືກັນ. "ແທ້ຈິງ ບັນດາຄົນທີ່ປາຖະໜາຈະດຳເນີນຊີວິດຄຣິສຕຽນ ເປັນຄົນນັບຖືພຣະເຈົ້າຢ່າງຖືກຕ້ອງ ກໍຈະຖືກກົດຂີ່ຂົ່ມເຫັງ" (2 ຕີໂມທຽວ 3:12). ສິ່ງເຫຼົ່ານີ້ຊ່າງແຕກຕ່າງຈາກສິ່ງທີ່ພວກສາວົກໄດ້ຄິດໄວ້ວ່າເປັນຕຳແໜ່ງທີ່ຈະຢູ່ໃກ້ຊິດພຣະເຢຊູ. ແທນທີ່ຈະໄດ້ເຮັດວຽກຢູ່ໃນພະຣາຊະວັງ ແຕ່ພວກເຂົາຈະໄດ້ເຮັດວຽກຢູ່ພາຍໃຕ້ການຖືກກົດຂີ່ຂົ່ມເຫັງ ແລະຖືກປະຕິເສດໂດຍພວກຜູ້ນຳສາສະໜາ. ແລ້ວພວກເຂົາຈະເສຍຊີວິດຍ້ອນພວກເຂົາເຊື່ອໃນພຣະເຢຊູ. ຢາໂກໂບ ແລະໂຢຮັນກໍບໍ່ເຂົ້າໃຈໃນເລື່ອງນີ້ ດັ່ງນັ້ນ ພວກເຂົາຈຶ່ງຕອບວ່າ ພວກເຂົາສາມາດດື່ມໄດ້ ແລະຮັບບັບຕິດສະມາໄດ້.
ໃນອານາຈັກຂອງພຣະເຈົ້າ ຕຳແໜ່ງບໍ່ໄດ້ໃຫ້ດ້ວຍຄວາມລຳອຽງ ຫຼື ໃຫ້ດ້ວຍຕາມໃຈ. ໃນຕຳແໜ່ງໜຶ່ງຂຶ້ນຢູ່ກັບອຸປະນິໄສຂອງພວກເຂົາ. ຜູ້ໃດທີ່ມີຄວາມເສຍສະລະຫຼາຍທີ່ສຸດ ຜູ້ນັ້ນຈະໄດ້ຢູ່ໃກ້ຊິດພຣະເຢຊູຫຼາຍທີ່ສຸດ.
ເມື່ອພວກສາວົກສິບຄົນໄດ້ຍິນເຊັ່ນນັ້ນແລ້ວ ກໍໂກດຮ້າຍໃຫ້ຢາໂກໂບແລະໂຢຮັນ ເພາະພວກເຂົາທຸກຄົນກໍຢາກໄດ້ຕຳແໜ່ງທີ່ສູງສຸດເຊັ່ນກັນ ແລ້ວພຣະເຢຊູກໍໄດ້ເອີ້ນພວກສາວົກເຂົ້າມາເຕົ້າໂຮມກັນ ແລະກ່າວວ່າ: “ພວກທ່ານຕ່າງກໍຮູ້ວ່າ ຜູ້ປົກຄອງມີອຳນາດເໜືອປະຊາຊົນທີ່ເຂົາປົກຄອງ ແລະຜູ້ໃຫຍ່ກໍໃຊ້ສິດເດັດຂາດເໜືອພວກເຂົາ ແຕ່ໃນທ່າມກາງພວກທ່ານແລ້ວ ບໍ່ເປັນຢ່າງນັ້ນເລີຍ ຖ້າຜູ້ໃດຢາກເປັນໃຫຍ່ໃນພວກທ່ານ ຜູ້ນັ້ນຈະຕ້ອງເປັນຜູ້ຮັບໃຊ້ພວກທ່ານທັງຫຼາຍ. ແລະຖ້າຜູ້ໃດຢາກເປັນທີ່ໜຶ່ງ ຜູ້ນັ້ນຈະຕ້ອງເປັນທາດຂອງພວກທ່ານທັງໝົດ. ເພາະພຣະບຸດຂອງພຣະເຈົ້ານັ້ນ ເພິ່ນບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້ເພິ່ນ ແຕ່ເພິ່ນມາເພື່ອຮັບໃຊ້ ແລະຍອມເສຍສະລະຊີວິດເປັນຄ່າໄຖ່ຄົນຈຳນວນຫຼວງຫຼາຍ.”
ໃນອານາຈັກຂອງພຣະເຈົ້າ ຕຳແໜ່ງບໍ່ໄດ້ມາໂດຍຄວາມລຳອຽງ ຫຼື ຄວາມພໍໃຈ ແຕ່ຕຳແໜ່ງໜຶ່ງຂຶ້ນຢູ່ກັບພວກເຮົາເອງ ຖ້າຜູ້ໃດມີຄວາມເສຍສະລະຫຼາຍ ຜູ້ນັ້ນກໍຈະໄດ້ຢູ່ໃກ້ຊິດກັບພຣະເຢຊູ ເພາະພຣະເຢຊູຊົງເປັນແບບຢ່າງໃຫ້ແກ່ພວກເຮົາ ພຣະອົງເປັນພຣະບຸດຂອງພຣະເຈົ້າທີ່ສະເດັດເຂົ້າມາໃນໂລກນີ້ ຊົງເປັນຄົນທຳມະດາບໍ່ມີທີ່ພັກຜ່ອນຫລັບນອນ ພຣະອົງຊົງຍອມເສຍສະລະຊີວິດຂອງພຣະອົງເພື່ອພວກເຮົາທັງຫຼາຍ ຝ່າຍພວກເຮົາກໍຄວນຈະເສຍສະລະຊີວິດຂອງພວກເຮົາເພື່ອພີ່ນ້ອງເໝືອນກັນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 20:17-28; ມາຣະໂກ 10:32-45; ລູກາ 18:31-34.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 60 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູສະເດັດເຂົ້າໄປນະຄອນເຢລູຊາເລມຢ່າງມີໄຊ
ເມື່ອຫ້າຮ້ອຍປີ, ກ່ອນພຣະເຢຊູຈະສະເດັດມາບັງເກີດ ຜູ້ປະກາດພຣະຄຳເຊກາຣີຢາໄດ້ພະຍາກອນໄວ້ລ່ວງໜ້າວ່າ ພຣະເຢຊູຈະສະເດັດມາຍັງນະຄອນເຢຣູຊາເລັມເປັນກະສັດ. "ຈົ່ງຍິນດີເຖີດ ປະຊາຊົນຂອງພູເຂົາຊີໂອນເອີຍ ປະຊາຊົນນະຄອນເຢລູຊາເລັມ ຈົ່ງໂຮຮ້ອງຍິນດີເຖີດ ຈົ່ງເບິ່ງດຸວ່າກະສັດຂອງພວກເຈົ້າກຳລັງມາຫາ ເພິ່ນມາຢ່າງຜູ້ມີໄຊ ແລະຢ່າງຜູ້ຍຸຕິທຳດ້ວຍ ແຕ່ພັດຖ່ອມຕົວລົງມານັ່ງທີ່ເທິງຫຼັງລໍ ຂີ່ລໍນ້ອຍໂຕທີ່ເກີດມາຈາກແມ່" (ເຊກາລີຢາ 9:9). ຕອນນີ້ ພຣະເຢຊູຈະເຮັດໃຫ້ຄຳພະຍາກອນເປັນທີ່ສຳເລັດ. ມັນເປັນປະເພນີ້ສຳລັບກະສັດຂອງຊາວຢິວທີ່ຈະເຂົ້າເມືອງຫຼວງພ້ອມກັບຂີ່ໂຕລໍ.
ເມື່ອພຣະເຢຊູກັບພວກສາວົກເດີນທາງມາໃກ້ນະຄອນເຢຣູຊາເລັມ ພຣະເຢຊູກໍໄດ້ບອກສາວົກສອງຄົນຂອງພຣະອົງວ່າ: “ຈົ່ງເຂົ້າໄປໃນໝູ່ບ້ານທີ່ຢູ່ຕໍ່ໜ້າພວກທ່ານນັ້ນ ພໍໄປເຖິງແລ້ວ ພວກທ່ານກໍຈະພົບລູກລໍນ້ອຍໂຕໜຶ່ງທີ່ມັດຢູ່ກັບແມ່ຂອງມັນ ລໍນ້ອຍໂຕນີ້ຍັງບໍ່ເຄີຍມີໃຜຂຶ້ນຂີ່ຈັກເທື່ອ ຈົ່ງແກ້ມັນອອກ ແລະຈູງມາຫາເຮົາ. ຖ້າມີໃຜຖາມວ່າ ‘ແກ້ມັນໄປເຮັດຫຍັງ?’ ຈົ່ງຕອບຢ່າງນີ້ວ່າ ‘ນາຍຕ້ອງການ; ແລະບືດດຽວຈະສົ່ງມັນຄືນມາໃຫ້ທີ່ນີ້.’”
ແລ້ວສາວົກສອງຄົນທີ່ຖືກໃຊ້ໄປນັ້ນ ກໍໄດ້ພົບທຸກຢ່າງຕາມທີ່ພຣະເຢຊູໄດ້ບອກພວກເຂົາ. ໃນຂະນະທີ່ພວກເຂົາກຳລັງແກ້ລໍນ້ອຍນັ້ນ ເຈົ້າຂອງລໍກໍໄດ້ຖາມພວກເຂົາວ່າ: “ພວກເຈົ້າແກ້ເອົາລໍນ້ອຍໄປເຮັດຫຍັງ?”
ພວກສາວົກສອງຄົນຕອບວ່າ: “ນາຍຕ້ອງການ.” ແລ້ວເຈົ້າຂອງລໍນ້ອຍກໍປ່ອຍໃຫ້ເອົາໄປ.
ພວກສາວົກກໍຈູງລໍນ້ອຍມາຫາພຣະເຢຊູ ພວກເຂົາໄດ້ເອົາເສື້ອຜ້າຊັ້ນນອກຂອງຕົນປູຫຼັງລໍນ້ອຍ ແລະໃຫ້ພຣະເຢຊູຂຶ້ນຂີ່. ພວກສາວົກພາກັນປະຫຼາດໃຈໃນພຣະເຢຊູ ເພາະໃນການເດີນທາງທຸກຄັ້ງພຣະອົງຊົງຍ່າງຕະຫຼອດ ແຕ່ຕອນນີ້ພຣະອົງເລືອກທີ່ຈະຂຶ້ນຂີ່ຫຼັງສັດໃນການເດີນທາງ ແລະພວກເຂົາກໍພາກັນຄິດວ່າ ພຣະເຢຊູກຳລັງຈະເຂົ້າສູ່ນະຄອນເຢລູຊາເລັມ ແລະປະກາດພຣະອົງເອງເປັນກະສັດ.
ປະຊາຊົນພາກັນເຂົ້າໃຈວ່າ ພຣະເຢຊູກຳລັງຈະມາປົກຄອງ ແລະເປັນກະສັດຂອງປະເທດອິດສະຣາເອນ. ດັ່ງນັ້ນ ພວກເຂົາຈຶ່ງໄດ້ເຂົ້າມາອ້ອມລ້ອມພຣະເຢຊູ ແລະຕ່າງກໍພາກັນຕື່ນເຕັ້ນຍິນດີເປັນຢ່າງຍິ່ງ. ພວກເຂົາບໍ່ມີສິ່ງໃດທີ່ຈະມາຖວາຍໃຫ້ພຣະອົງ ສະນັ້ນ ພວກເຂົາຈຶ່ງໄດ້ເອົາເສື້ອຜ້າຊັ້ນນອກຂອງພວກຕົນປູລົງຕາມທາງເໜືອນກັບພົມ ເພື່ອໃຫ້ພຣະອົງຂີ່ລໍຍ່າງໄປ ບາງຄົນຕັດຟົດໄມ້ມາປູຕາມທາງ ແລະບາງຄົນກໍຕັດເດັດເອົາກິ່ງມະກອກ ແລະກ້ານຕ້ານທີ່ສວຍງາມອອກມາໂບກໄປມາເທິງອາກາດໄປຕາມທາງ.
ໃນຂະນະທີ່ພຣະເຢຊູກຳລັງຂີ່ລໍນ້ອຍໄປຕາມທາງນັ້ນ ປະຊາຊົນທີ່ຍ່າງແຫ່ຢູ່ທາງຫລັງ ແລະຢູ່ທາງໜ້າຂອງພຣະອົງ ຕ່າງກໍພາກັນຮ້ອງຂຶ້ນດ້ວຍໃຈທີ່ຂອບຄຸນພຣະເຈົ້າ ແລະສັນລະເສີນພຣະອົງວ່າ: “ຂໍໃຫ້ກະສັດທີ່ມາໃນນາມຂອງພຣະເຈົ້າຊົງພຣະຈະເລີນ ສັນຕິສຸກຈົ່ງມີໃນສະຫວັນ ແລະສະຫງ່າຣາສີຈົ່ງມີແກ່ພຣະເຈົ້າ?”
ປະຊາຊົນທີ່ອ້ອມລ້ອມພຣະເຢຊູນັ້ນ ສ່ວນຫຼາຍແມ່ນໄດ້ສຳຜັດເຖິງຣິດອຳນາດຂອງພຣະເຈົ້າເຊັ່ນ: ພວກຄົນຕາບອດທີ່ໄດ້ຮັບການຮັກສາໃຫ້ເຫັນໄດ້ອີກຄັ້ງ ແມ່ນພວກຜູ້ທີ່ຍ່າງຢູ່ທາງໜ້ານຳຂະບວນແຫ່ ພວກຄົນປາກກືກທີ່ໄດ້ຮັກສາໃຫ້ຫາຍດີອີກຄັ້ງ ກໍສົ່ງສຽງຮ້ອງສັນລະເສີນດັງກວ່າຄົນອື່ນໆທັງໝົດ. ພວກຄົນງ່ອຍທີ່ຫາຍຈາກໂຣກພະຍາດນັ້ນ ຕ່າງກໍພາກັນກະໂດດເຕັ້ນດ້ວຍຄວາມຍິນດີ ແລະພາກັນຫັກກິ່ງກ້ານຕານໂບກໄປມາຖວາຍກຽດໃຫ້ພຣະເຢຊູ. ພວກແມ່ໝ້າຍ ແລະເດັກກຳພ້າ ຕ່າງກໍພາກັນສັນລະເສີນໃນຄວາມເມດຕາຂອງພຣະເຢຊູທີ່ມີຕໍ່ພວກເຂົາທັງຫຼາຍ. ພວກຄົນໂຣກຜິວໜັງທີ່ຖືກຮັກສາໃຫ້ສະອາດໂດຍຄຳເວົ້າຂອງພຣະເຢຊູນັ້ນ ຕ່າງກໍພາກັນແກ້ເສື້ອຜ້າຊັ້ນນອກຂອງພວກຕົນປູລົງຕາມທາງເໜືອນກັບພົມ ເພື່ອໃຫ້ພຣະອົງຊົງຂີ່ລໍຍ່າງໄປ. ພວກຄົນທີ່ໄດ້ຟື້ນຄືນມາຈາກຄວາມຕາຍເຊິ່ງພຣະເຢຊູໄດ້ຮັກສາພວກເຂົານັ້ນ ຕ່າງກໍພາກັນຖວາຍສັນລະເສີນພຣະອົງ ແລະລາຊະໂຣຜູ້ທີ່ພຣະເຢຊູຫາກໍໃຫ້ລາວຟື້ນຄືນມາຈາກຄວາມຕາຍເມື່ອບໍ່ດົນນີ້ ລາວກໍໄດ້ເປັນຜູ້ນຳໜ້າສັດທີ່ພຣະເຢຊູຂີ່ມານັ້ນ.
ຂະບວນແຫ່ພຣະເຢຊູໄດ້ມີຜູ້ຄົນຈາກທຸກຫົນທຸກແຫ່ງເຂົ້າມາຮ່ວມກັນຢ່າງຫຼວງຫຼາຍ ແລະພວກເຂົາໄດ້ພາກັນສົ່ງສຽງຮ້ອງສັນລະເສີນ ຈົນສຽງຂອງພວກເຂົາດັງກ້ອງກັງວານຈາກພູໜ່ວຍໜຶ່ງໄປຍັງອີກພູໜ່ວຍອື່ນ. ຝ່າຍພວກຟາຣີຊາຍທີ່ໄດ້ເຫັນເຫດການທີ່ເກີດຂຶ້ນ ພວກເຂົາກໍມີຄວາມອິດສາ ແລະມີຄວາມບໍ່ພໍໃຈ. ພວກເຂົາໄດ້ໃຊ້ອຳນາດບັງຄັບໃຫ້ປະຊາຊົນຢຸດໂຮຮ້ອງສັນລະເສີນ ແຕ່ປະຊາຊົນກໍບໍ່ໄດ້ສົນໃຈ ແຖມຍັງມີຜູ້ຄົນເພີ່ມເຂົ້າຮ່ວມຂະບວນແຫ່ຫຼາຍຍິ່ງຂຶ້ນ ຈົນພວກຟາຣີຊາຍຮູ້ສຶກວ່າ ພວກເຂົາໄດ້ສູນເສຍອຳນາດການປົກຄອງ ເພາະພວກເຂົາບໍ່ສາມາດຫ້າມປະຊາຊົນໄດ້ແລ້ວ. ດັ່ງນັ້ນ ພວກຟາຣີຊາຍຈຶ່ງແຫຍ້ເຂົ້າໄປຫາພຣະເຢຊູເຊິ່ງຢູ່ໃນທ່າມກາງປະຊາຊົນ.
ພວກຟາຣີຊາຍໄດ້ກ່າວຕໍ່ພຣະເຢຊູວ່າ: “ອາຈານເອີຍ! ຈົ່ງຫ້າມພວກສາວົກຂອງທ່ານໃຫ້ມິດສາ.”
ພຣະອົງຊົງຕອບພວກເຂົາວ່າ: “ເຮົາບອກທ່ານທັງຫຼາຍວ່າ ຖ້າຄົນເຫລົ່ານີ້ມິດເສຍ ກ້ອນຫີນທັງຫຼາຍກໍຈະຮ້ອງຂຶ້ນ.”
ພວກຟາຣີຊາຍໄດ້ເວົ້ານຳກັນວ່າ: “ເຫັນບໍ ພວກເຮົາບໍ່ສຳເລັດຜົນຫຍັງເລີຍ! ເບິ່ງດຸ ທົ່ວທັງໂລກຕິດຕາມເພິ່ນໄປແລ້ວ! ” ເຫດການນີ້ເປັນໄປໂດຍການຊົງນຳຂອງພຣະເຈົ້າ ເຊິ່ງບໍ່ມີໃຜທີ່ຈະສາມາດຢຸດຢັ້ງໄວ້ໄດ້ ເຖິງແມ່ນວ່າມະນຸດຈະຂັດຂວາງຢ່າງໃດກໍຕາມ ງານຂອງພຣະເຈົ້າກໍຕ້ອງກ້າວຕໍ່ໄປສະເໝີ.
ພໍຂະບວນແຫ່ພຣະເຢຊູໄດ້ມາໃກ້ນະຄອນເຢລູຊາເລັມ ຕາມທາງທີ່ຈະລົງໄປຈາກພູໝາກກອກເທດ ປະຊາຊົນກໍໄດ້ພາກັນແນມເບິ່ງຕົວເມືອງທີ່ສວຍງາມນັ້ນ ແລະພາກັນມິດງຽບ. ຕາທຸກດວງຂອງພວກເຂົາໄດ້ແນມມາເບິ່ງທີ່ພຣະເຢຊູ ເພື່ອເບິ່ງວ່າພຣະອົງຈະຊົມຊື່ນຍິນດີໃນຄວາມສວຍງາມຂອງເມືອງຄືກັນກັບພວກເຂົາຫຼືບໍ. ແຕ່ພຣະເຢຊູຊົງມິດງຽບຢູ່ ແລະໃບໜ້າຂອງພຣະອົງກໍໄດ້ສະແດງໃຫ້ເຫັນເຖິງຄວາມໂສກເສົ້າ. ປະຊາຊົນພາກັນປະຫຼາດໃຈຫຼາຍທີ່ເຫັນພຣະເຢຊູມີນ້ຳຕາ ແລ້ວພວກເຂົາກໍພາກັນຮ້ອງໄຫ້ໃນຄວາມເຫັນອົກເຫັນໃຈກັບຄວາມໂສກເສົ້າຂອງພຣະອົງທີ່ພວກເຂົາບໍ່ເຂົ້າໃຈ.
ແລ້ວພຣະອົງຊົງກ່າວຂຶ້ນວ່າ: “ໂອ ເຢຣູຊາເລັມເອີຍ! ໃນວັນນີ້ ຖ້າເຈົ້າເອງໄດ້ຮູ້ເຖິງເງື່ອນໄຂ ທີ່ໃຫ້ເຈົ້າມີສັນຕິສຸກກໍຍັງວ່າໄຄແດ່ ແຕ່ວ່າບັດນີ້ສິ່ງເຫລົ່ານັ້ນໄດ້ບັງລັບໄວ້ຈາກຕາເຈົ້າແລ້ວ. ດ້ວຍວ່າເວລາຈະມາເຖິງເຈົ້າ ເມື່ອສັດຕູຂອງເຈົ້າຈະຂຸດຄູອ້ອມເຈົ້າ ແລະຈະຕັນເຈົ້າໄວ້ທຸກດ້ານ. ພວກເຂົາຈະທຳລາຍເຈົ້າພ້ອມທັງປະຊາຊົນໃນກຳແພງເມືອງຂອງເຈົ້າໃຫ້ລາບຄາບ ພວກເຂົາຈະບໍ່ປະກ້ອນຫີນໃຫ້ຊ້ອນທັບກັນໄວ້ໃນບ່ອນຂອງມັນ ເຫດການທັງໝົດນີ້ຈະເກີດຂຶ້ນກໍເພາະວ່າ ເຈົ້າບໍ່ຮູ້ເວລາທີ່ພຣະເຈົ້າໄດ້ມາຊ່ອຍເຈົ້າ.” ຈິດໃຈຂອງພຣະເຢຊູເຕັມໄປດ້ວຍຄວາມໂສກເສົ້າ ເພາະອີກບໍ່ດົນ ເມືອງນີ້ຈະກາຍເປັນເມືອງຮ້າງ ຍ້ອນພວກຜູ້ປົກຄອງປະຊາຊົນອິດສະຣາເອນໄດ້ປະຕິເສດພຣະບຸດຂອງພຣະເຈົ້າທີ່ຈະມາຊ່ວຍເຫລືອພວກເຂົາ ແລະພວກເຂົາກຳລັງຈະຂ້າພຣະອົງ. ສະນັ້ນ ພຣະເຈົ້າຈຶ່ງບໍ່ສາມາດບັງຄັບພວກເຂົາໃຫ້ຍອມຮັບພຣະບຸດຂອງພຣະອົງໄດ້ ແລະພຣະອົງກໍບໍ່ສາມາດປົກປັກຮັກສາພວກເຂົາໄດ້ອີກຕໍ່ໄປໃນເມື່ອພວກເຂົາໄດ້ປະຕິເສດການຊ່ວຍເຫລືອຈາກພຣະເຈົ້າ ຖ້າປະຊາຊົນໃນເມືອງນີ້ພຽງແຕ່ຟັງຄຳສັ່ງສອນຂອງພຣະເຢຊູ ເມືອງນີ້ກໍຄົງຈະຕັ້ງຢູ່ຕະຫຼອດໄປ ແລະຈະກາຍເປັນເມືອງທີ່ນຳສັນຕິສຸກມາສູ່ເມືອງທັງຫຼາຍທີ່ຢູ່ໃນໂລກນີ້
ມີການລາຍງານມາເຖິງຜູ້ປົກຄອງໃນນະຄອນເຢຣູຊາເລັມວ່າ ພຣະເຢຊູກຳລັງສະເດັດເຂົ້າມາໃກ້ເມືອງດ້ວຍຂະບວນແຫ່ອັນຍິ່ງໃຫຍ່. ແຕ່ບໍ່ມີຜູ້ໃດອອກມາຕ້ອນຮັບພຣະບຸດຂອງພຣະເຈົ້າເລີຍ. ດ້ວຍຄວາມຢ້ານກົວຂອງພວກຜູ້ປົກຄອງ ພວກເຂົາໄດ້ໄປພົບພຣະເຢຊູເພື່ອຫວັງຈະໃຫ້ຝູງຊົນກະແຈກກະຈາຍກັນໄປ. ໃນຂະນະທີ່ຂະບວນແຫ່ລົງມາຈາກພູເຂົາໝາກກອກເທດ ມັນກໍໄດ້ຖືກຂັດຈັງຫວະຈາກພວກຜູ້ປົກຄອງ. ພວກເຂົາສອບຖາມສາເຫດຂອງການຊົມຊື່ນຍິນດີ ແລະຂະບວນແຫ່ນີ້. ຂະນະທີ່ພວກເຂົາຖາມວ່າ: "ທ່ານຜູ້ນີ້ແມ່ນໃຜ?" ພວກສາວົກທີ່ເຕັມໄປດ້ວຍພຣະວິນຍານບໍຣິສຸດໄດ້ທົບທວນເຖິງຄຳພະຍາກອນທີ່ຜູ້ປະກາດພຣະຄຳໄດ້ທຳນວາຍໄວ້ກ່ຽວກັບການສະເດັດມາຂອງພຣະບຸດຂອງພຣະເຈົ້າ.
ເມື່ອຂະບວນແຫ່ຂອງພຣະເຢຊູເຂົ້າໄປໃນນະຄອນເຢລູຊາເລັມແລ້ວ ປະຊາຊົນທີ່ຢູ່ໃນນະຄອນກໍພາກັນແຕກຕື່ນ ພວກເຂົາໄດ້ຖາມຜູ້ຄົນທີ່ແຫ່ຂະບວນມານັ້ນວ່າ: “ທ່ານຜູ້ນີ້ແມ່ນໃຜ?”
ຜູ້ຄົນທີ່ແຫ່ຂະບວນມານັ້ນຕອບວ່າ: “ຜູ້ນີ້ແມ່ນເຢຊູ ເພິ່ນເປັນຜູ້ປະກາດພຣະຄຳຈາກເມືອງນາສາເຣັດແຂວງຄາລີເລ”
ກ່ອນໜ້ານີ້ ພຣະເຢຊູບໍ່ເຄີຍໃຫ້ພວກສາວົກປະຕິບັດຕໍ່ພຣະອົງຢ່າງກະສັດ ແຕ່ຕອນນີ້ພຣະເຢຊູມີພຣະປະສົງຢາກສຳແດງໃຫ້ມະນຸດຮູ້ວ່າ ພຣະອົງເອງເປັນພຣະຜູ້ໄຖ່ບາບຂອງໂລກນີ້ ເພາະເວລາທີ່ພຣະບຸດຂອງພຣະເຈົ້າຄືພຣະເຢຊູຈະໄດ້ເປັນເຄື່ອງບູຊາຖວາຍເພື່ອລ້າງບາບຂອງມະນຸດນັ້ນ ກໍໃກ້ເຂົ້າມາແລ້ວ ແລະພຣະເຈົ້າໄດ້ວາງແຜນການນີ້ເອົາໄວ້ແລ້ວວ່າ ພຣະເຢຊູຈະເສຍຊີວິດຢູ່ເທິງໄມ້ກາງແຂນ.
ແລະມັນເປັນສິ່ງຈຳເປັນທີ່ຈະຕ້ອງດຶງດູດຄວາມສົນໃຈຂອງມະນຸດທຸກໆຄົນໃຫ້ມຸ່ງມາຍັງພຣະເຢຊູ ເພື່ອວ່າເຫດການນີ້ເກີດຂຶ້ນແລ້ວ ມະນຸດທຸກໆຄົນຈະໄດ້ຈົດຈຳເຫດການນີ້ຕະຫຼອດໄປ ແລະບໍ່ມີອຳນາດໃດທີ່ຈະເຮັດໃຫ້ມະນຸດລືມເລື່ອງນີ້ໄດ້.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 21:1-11; ມາຣະໂກ 11:1-10; ລູກາ 19:29-44; ໂຢຮັນ 12:12-19.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 63 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູໄປພຣະວິຫານ
ຫຼັງຈາກນັ້ນ ພຣະເຢຊູກໍໄດ້ເຂົ້າໄປຍັງພຣະວິຫານ ແລະຢູ່ທີ່ນັ້ນ ພຣະອົງຊົງເຫັນຫຼາຍຄົນເຮັດການຄ້າຂາຍຢູ່ໜ້າພຣະວິຫານເຊິ່ງເຕັມໄປດ້ວຍສັດຕ່າງໆເຊັ່ນ: ງົວ, ແກະ ແລະນົກເຂົາ. ນອກຈາກນີ້ ຍັງມີພວກທີ່ຮັບແລກປ່ຽນເງິນຕາອີກດ້ວຍ ພວກພໍ່ຄ້າແມ່ຄ້ານຳສັດເຫລົ່ານີ້ມາຂາຍໃຫ້ຜູ້ຄົນທີ່ຕ້ອງການຖວາຍເຄື່ອງບູຊາໃຫ້ພຣະເຈົ້າເພື່ອລ້າງບາບ. ການຄ້າຂາຍຂອງພວກເຂົາເຮັດໃຫ້ມີສຽງດັງ ແລະບາງຄັ້ງກໍມີສຽງດ່າກັນ ຈົນເຮັດໃຫ້ລົບກວນຜູ້ຄົນທີ່ຕັ້ງໃຈມານະມັດສະການພຣະເຈົ້າຢ່າງແທ້ຈິງ.
ພຣະເຢຊູຊົງຢຸດ ແລະຢືນຢູ່ໜ້າຂັ້ນໄດທາງຂຶ້ນພຣະວິຫານ ແລ້ວພຣະອົງຊົງແນມເບິ່ງດ້ວຍສາຍຕາອັນແຫຼມຄົມໄປທົ່ວພຣະວິຫານ ແລະໃນຂະນະນັ້ນ ທຸກໆຄົນກໍໄດ້ຫັນມາເບິ່ງພຣະອົງ ແລະພາກັນມິດງຽບດ້ວຍຄວາມປະຫຼາດໃຈ ແລະຮູ້ສຶກຢ້ານ. ແລ້ວພຣະເຢຊູກໍໄດ້ຂັບໄລ່ບັນດາຜູ້ຊື້ຂາຍໃນບໍລິເວນພຣະວິຫານນັ້ນອອກໄປ ພຣະອົງຊົງຂວ້ຳບ່ອນນັ່ງຂອງຜູ້ຂາຍນົກເຂົາ ແລະຂວ້ຳໂຕະຂອງຜູ້ຮັບແລກປ່ຽນເງິນຕາ ແລະຖອກເງິນຖິ້ມ ພ້ອມທັງປ່ອຍງົວ, ແກະ ແລະນົກທັງໝົດໃຫ້ອອກໄປຈາກພຣະວິຫານ ແລະຊົງຫ້າມບໍ່ໃຫ້ຜູ້ໃດຂົນສິ່ງໃດຜ່ານບໍລິເວນພຣະວິຫານ.
ແລ້ວພຣະເຢຊູກໍຊົງກ່າວຕໍ່ພວກເຂົາວ່າ: “ມີຄຳຂຽນໄວ້ໃນພຣະຄຳພີວ່າ ‘ພຣະວິຫານຂອງເຮົາ ເຂົາຈະເອີ້ນວ່າ ເປັນສະຖານທີ່ໄຫວ້ວອນອະທິຖານ’ ແຕ່ຝ່າຍພວກເຈົ້າໄດ້ເຮັດໃຫ້ເປັນ ‘ຖ້ຳຂອງໂຈນ.’” ດ້ວຍຣິດອຳນາດໃນຄຳສັ່ງຂອງພຣະອົງ "ຈົ່ງເອົາສິ່ງເຫຼົ່ານີ້ອອກໄປ." ແລ້ວພວກພໍ່ຄ້າແມ່ຄ້າກໍພາກັນເອົາສັດຂອງພວກເຂົາອອກໄປຈາກພຣະວິຫານຢ່າງຮີບດ່ວນ.
ຫຼັງຈາກທີ່ພວກພໍ່ຄ້າແມ່ຄ້າອອກໄປໝົດແລ້ວ ປະຊາຊົນກໍໄດ້ເຂົ້າມາໃນພຣະວິຫານພ້ອມທັງພາຄົນເຈັບປ່ວຍ, ຄົນງ່ອຍ ແລະຄົນພິການມາໃຫ້ພຣະເຢຊູຮັກສາ. ພວກເຂົາໄດ້ພາກັນແນມເບິ່ງພຣະເຢຊູດ້ວຍສາຍຕາອັນອ້ອນວອນ ແລະມີຄວາມກັງວົນໃຈຢ້ານວ່າຈະໄດ້ເຫັນໃບໜ້າຂອງພຣະອົງທີ່ໂກດຮ້າຍຕອນຂັບໄລ່ພວກພໍ່ຄ້າແມ່ຄ້າອອກໄປຈາກພຣະວິຫານ. ແຕ່ກົງກັນຂ້າມ ພວກເຂົາພັດແນມເຫັນແວວຕາອັນອ່ອນໂຍນຂອງພຣະເຢຊູທີ່ເຕັມໄປດ້ວຍຄວາມເມດຕາກະລຸນາ ແລະຄວາມສົງສານ. ແລ້ວພຣະເຢຊູກໍຊົງຮັກສາຄົນທີ່ເຈັບປ່ວຍທັງເດັກນ້ອຍ ແລະຜູ້ໃຫຍ່ໃຫ້ຫາຍຈາກໂຣກພະຍາດ ຊົງປິ່ນປົວຄົນງ່ອຍ ແລະຄົນພິການໃຫ້ຫາຍດີໝົດທຸກຄົນ.
ເດັກນ້ອຍທັງຍິງ ແລະຊາຍພາກັນຍິ້ມແຍ່ມແຈ່ມໃສດ້ວຍຄວາມຊົມຊື່ນຍິນດີເຊິ່ງຫາທີ່ປຽບບໍ່ໄດ້ ແລະພວກເຂົາໄດ້ໂຮຮ້ອງສຽງດັງໃນພຣະວິຫານວ່າ: "ຂໍໃຫ້ກະສັດທີ່ມາໃນນາມຂອງພຣະເຈົ້າຊົງພຣະຈະເລີນ" "ເບິ່ງແມ! ກະສັດຂອງເຈົ້າສະເດັດມາຫາເຈົ້າແລ້ວ; ເຊິ່ງເປັນຄວາມຍຸຕິທຳ ແລະຄວາມພົ້ນ" "ໂຮຊັນນາ ແດ່ບຸດຂອງດາວິດ" (ເພງສັນລະເສີນ 118:26; ເຊກາຣີຢາ 9:9; ມັດທາຍ 21:9).
ເມື່ອພວກປະໂລຫິດ ແລະພວກຟາຣີຊາຍໄດ້ເຫັນການອັດສະຈັນທີ່ພຣະເຢຊູໄດ້ຊົງເຮັດນັ້ນ ແລະທັງໄດ້ຍິນພວກເດັກນ້ອຍໂຮຮ້ອງສຽງດັງໄປທົ່ວພຣະວິຫານ ພວກເຂົາພະຍາຍາມທີ່ຈະຫ້າມພວກເດັກນ້ອຍເຫຼົ່ານັ້ນ ແຕ່ພວກເດັກນ້ອຍເຫລົ່ານັ້ນກໍບໍ່ຍອມທີ່ຈະຢຸດ. ດັ່ງນັ້ນ ພວກປະໂລຫິດ ແລະພວກຟາຣີຊາຍຈຶ່ງພາກັນໂກດຮ້າຍ ແລະຍ່າງເຂົ້າໄປຖາມພຣະເຢຊູວ່າ: “ທ່ານໄດ້ຍິນຄຳທີ່ພວກເຂົາພວມຮ້ອງນັ້ນບໍ?”
ພຣະເຢຊູຊົງຕອບວ່າ: “ໄດ້ຍິນແລ້ວ ພວກເຈົ້າບໍ່ໄດ້ອ່ານພຣະຄຳພີຈັກເທື່ອບໍ ໃນຕອນທີ່ວ່າ ‘ພຣະອົງຊົງຈັດໃຫ້ຄຳສັນລະເສີນອັນແທ້ຈິງອອກມາຈາກປາກຂອງເດັກນ້ອຍ ແລະເດັກທີ່ຍັງກິນນົມຢູ່.’”
ພວກປະໂລຫິດ ແລະພວກຟາຣີຊາຍຕ່າງກໍພາກັນຊອກຫາວິທີທາງທີ່ຈະຂ້າພຣະເຢຊູ ແຕ່ພວກເຂົາກໍບໍ່ພົບຊ່ອງທາງທີ່ຈະເຮັດໄດ້ ເພາະພວກເຂົາຢ້ານປະຊາຊົນຕໍ່ຕ້ານ ແລະສ້າງຄວາມວຸ່ນວາຍຂຶ້ນ. ພໍຄ່ຳມາ ພຣະເຢຊູກໍໄດ້ອອກໄປຈາກນະຄອນເຢຣູຊາເລັມກັບພວກສາວົກ.
ຕອນທີ່ພຣະເຈົ້າພຣະບິດາໄດ້ປະທານພຣະບຸດຂອງພຣະອົງສະເດັດລົງມາບັງເກີດເຊິ່ງມີຊື່ວ່າ "ເຢຊູ" ພວກປະໂລຫິດ ແລະພວກຟາຣີຊາຍໄດ້ປະຕິເສດທີ່ຈະປະກາດການມາບັງເກີດ ແລະພາລະກິດອັນປະເສີດຂອງພຣະເຢຊູໃຫ້ແກ່ປະຊາຊົນໄດ້ຮັບຮູ້. ດັ່ງນັ້ນ ພຣະເຈົ້າຈຶ່ງຊົງເລືອກເອົາພວກເດັກນ້ອຍໃຫ້ຮ້ອງປະກາດ ແລະສັນລະເສີນພຣະເຢຊູແທນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 21:12-17; ມາຣະໂກ 11:15-19; ລູກາ 19:45-48.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 65 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຢຊູກ່າວລ່ວງໜ້າເຖິງການທຳລາຍພຣະວິຫານ ແລະ ເຄື່ອງໝາຍສຳຄັນກ່ອນເຖິງວັນສິ້ນສຸດຂອງໂລກ
ໃນຕອນທີ່ຂະບວນແຫ່ພຣະເຢຊູໄດ້ເຂົ້າມາໃກ້ນະຄອນເຢລູຊາເລັມ ແລະຕາມທາງທີ່ຈະລົງໄປຈາກພູໝາກກອກເທດນັ້ນ ພຣະອົງໄດ້ຢຸດຢູ່ເທິງພູເຂົາມະກອກເທດ ແລະໄດ້ບອກເຖິງອະນາຄົດຂອງນະຄອນເຢຣູຊາເລັມວ່າຈະຖືກທໍາລາຍ. ພວກສາວົກໄດ້ພາກັນສົງໄສວ່າ ພຣະວິຫານເຊິ່ງເປັນຄວາມພາກພູມໃຈຂອງເມືອງ ຈະຖືກທໍາລາຍແທ້ຈິງບໍ?. ແລ້ວບໍ່ດົນຫຼັງຈາກນັ້ນ ພວກເຂົາກໍໄດ້ຍ່າງຜ່ານພຣະວິຫານ ແລະພວກເຂົາໄດ້ນໍາພາພຣະເຢຊູມາສູ່ຄວາມສົນໃຈໃນຄວາມງາມຂອງພຣະວິຫານ.
ມີສາວົກຂອງພຣະອົງຜູ້ໜຶ່ງເວົ້າຂຶ້ນວ່າ: “ອາຈານເອີຍ! ເບິ່ງຫັນດຸ! ກ້ອນຫີນ ແລະຕຶກເຫລົ່ານີ້ຊ່າງງາມແທ້.”
ພຣະເຢຊູຊົງແນມເບິ່ງ ແລະເຫັນວ່າມັນງາມແທ້ ແຕ່ພຣະອົງຕອບພວກເຂົາດ້ວຍຄວາມໂສກເສົ້າວ່າ: “ສິ່ງເຫລົ່ານີ້ທີ່ທ່ານທັງຫຼາຍເຫັນ ເຮົາບອກພວກທ່ານຕາມຄວາມຈິງວ່າ ໃນມື້ໜຶ່ງ ຫີນທຸກໆກ້ອນທີ່ຢອງທັບຢູ່ນຳກັນນີ້ ຈະຖືກທຳລາຍໝົດຈົນບໍ່ເຫລືອຈັກກ້ອນ”
ຫຼັງຈາກນັ້ນ ໃນເວລາທີ່ບໍ່ມີຝູງຊົນຢູ່ອ້ອມຂ້າງພວກເຂົາ, ເປໂຕ, ຢາໂກໂບ, ໂຢຮັນ ແລະອັນເດອາກໍໄດ້ຖາມພຣະເຢຊູວ່າ: “ຂໍໂຜດໃຫ້ພວກຂ້ານ້ອຍຊາບແດ່ວ່າ ເຫດການເຫລົ່ານີ້ຈະເກີດຂຶ້ນໃນເວລາໃດ ສິ່ງໃດເປັນໝາຍສຳຄັນວ່າ ທ່ານຈະມາ ແລະສະໄໝເກົ່າຈະສິ້ນສຸດລົງ?”
ການລົງໂທດທີ່ຈະມາເຖິງນະຄອນເຢຣູຊາເລັມນັ້ນຈະຊັກຊ້າໜ້ອຍໜຶ່ງ ແລະສາຍຕາຂອງພຣະເຢຊູຊົງເຫັນເມືອງທີ່ເຄາະຮ້າຍນັ້ນ ພຣະອົງບໍ່ພຽງແຕ່ເຫັນການທຳລາຍນະຄອນເຢຣູຊາເລັມເທົ່ານັ້ນ ແຕ່ຊົງເຫັນການທຳລາຍໂລກອີກດ້ວຍ. ພຣະອົງເຫັນວ່າ ໂລກຈະຖືກທຳລາຍເໝືອນກັນກັບເມືອງເຢຣູຊາເລັມຈະຖືກທຳລາຍ. ພຣະອົງຊົງເຫັນການລົງໂທດທີ່ຈະມາເຖິງພວກສັດຕູຂອງພຣະເຈົ້າ. ພາບການທຳລາຍນະຄອນເຢຣູຊາເລັມຈະເກີດຂຶ້ນອີກໃນວັນອັນຍິ່ງໃຫຍ່ຂອງພຣະເຈົ້າ ຄືການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ ແຕ່ໃນມື້ນັ້ນຈະໜ້າຢ້ານກົວທີ່ສຸດ.
ພວກສາວົກເຂົ້າໃຈຜິດກ່ຽວກັບການທໍາລາຍນະຄອນເຢຣູຊາເລັມ ແລະການສິ້ນສຸດຂອງໂລກວ່າເປັນເຫດການອັນດຽວກັນ. ພຣະເຢຊູບໍ່ໄດ້ແກ້ໄຂຄວາມເຂົ້າໃຈຜິດຂອງພວກເຂົາ ເພາະວ່າພວກເຂົາຍັງບໍ່ພ້ອມທີ່ຈະເຂົ້າໃຈເລື່ອງນີ້. ພຣະອົງໄດ້ລວບລວມເລື່ອງການທໍາລາຍນະຄອນເຢຣູຊາເລັມ ແລະການສິ້ນສຸດຂອງໂລກເຂົ້ານຳກັນຢູ່ໃນຄໍາຕອບຂອງພຣະອົງທີ່ບອກພວກເຂົາ. ແຕ່ຍັງມີອີກຫຼາຍເຫດການທີ່ຄ້າຍຄືກັນ ເຊິ່ງສາມາດນຳມາໃຊ້ກັບການທຳລາຍນະຄອນເຢຣູຊາເລັມ ແລະການສິ້ນສຸດຂອງໂລກ.
ພຣະເຢຊູໄດ້ເຕືອນພວກສາວົກວ່າ ກ່ອນການທຳລາຍນະຄອນເຢຣູຊາເລັມ ຈະມີຫຼາຍຄົນມາອ້າງວ່າ ເປັນພຣະເມຊີອາ ແລະພວກເຂົາຈະຫຼອກລວງຫຼາຍຄົນໃຫ້ເສຍໄປ. ພຣະອົງເຕືອນພວກສາວົກບໍ່ໃຫ້ເຊື່ອພວກເຂົາເຫຼົ່ານັ້ນ. ນອກຈາກນີ້ ຍັງຈະມີສົງຄາມ ແລະຂ່າວການເຮັດເສິກສົງຄາມ, ໄພອຶດຢາກ, ໂຣກລະບາດ ແລະແຜ່ນດິນໄຫວ. ແຕ່ການທຳລາຍນະຄອນເຢຣູຊາເລັມຍັງບໍ່ທັນເກີດຂຶ້ນເທື່ອ. ຍິ່ງໄປກວ່ານັ້ນ ບັນດາຜູ້ເຊື່ອໃນພຣະເຢຊູຈະຖືກກົດຂີ່ຂົ່ມເຫັງຢ່າງຫຼວງຫຼາຍ.
ພຣະເຢຊູກ່າວວ່າ: "ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຜູ້ໜຶ່ງຫຼອກລວງເຈົ້າໃຫ້ຫຼົງ. ເພາະຈະມີຫຼາຍຄົນມາອ້າງນາມຊື່ຂອງເຮົາໂດຍເວົ້າວ່າ 'ຂ້ອຍນີ້ແຫລະ ເປັນພຣະຄຣິດ' ແລະພວກເຂົາຈະຫຼອກລວງຫຼາຍຄົນໃຫ້ເສຍໄປ." ພຣະເມຊີອາຈອມປອມຫຼາຍຄົນຈະເກີດຂຶ້ນ ແລະເຮັດການອັດສະຈັນຫຼາຍປະການ. ພວກເຂົາຈະປະກາດວ່າ ເວລາສຳລັບການປົດປ່ອຍຊົນຊາດຢິວອອກຈາກອານາຈັກໂຣມໄດ້ມາເຖິງແລ້ວ. ແລະພວກເຂົາຈະຊັກນຳຫຼາຍຄົນໃຫ້ຫຼົງເສຍໄປ.
"ພວກເຈົ້າຈະໄດ້ຍິນເຖິງເລື່ອງການສູ້ຮົບທາງໃກ້ ແລະຂ່າວການເຮັດເສິກສົງຄາມທາງໄກ ແຕ່ຢ່າຕົກໃຈຢ້ານກົວເລີຍ ເຫດການເຊັ່ນນີ້ຈຳເປັນຕ້ອງເກີດຂຶ້ນ ແຕ່ບໍ່ໄດ້ໝາຍຄວາມວ່າ ເວລາສິ້ນສຸດໄດ້ມາເຖິງແລ້ວ. ປະເທດຊາດຈະລົບລາຂ້າຟັນກັນ ອານາຈັກຕ່າງໆຈະໂຈມຕີກັນ, ການອຶດຢາກ ແລະແຜ່ນດິນໄຫວຈະເກີດຂຶ້ນໃນທຸກທົນທຸກແຫ່ງ. ເຫດການທັງປວງເຫຼົ່ານີ້ ຈະເປັນເໝືອນເບື້ອງຕົ້ນຂອງການເຈັບທ້ອງເກີດລູກ." ໃນຂະນະທີ່ພວກຜູ້ນຳຢິວເຫັນສິ່ງເຫຼົ່ານີ້ທີ່ເກີດຂຶ້ນຢູ່ທົ່ວໂລກ ພວກເຂົາຄິດວ່າ ເປັນການລົງໂທດຈາກພຣະເຈົ້າສຳລັບຊາວຕ່າງປະເທດ. ແຕ່ພວກເຂົາບໍ່ໄດ້ເບິ່ງຕົວຂອງພວກເຂົາເອງ ແລະເຫັນວ່າພວກເຂົາກໍຍັງບໍ່ໄດ້ຕິດຕາມພຣະເຈົ້າເຊັ່ນກັນ ແລະອີກບໍ່ດົນ ພວກເຂົາກໍຈະປະສົບກັບບັນຫາເຊັ່ນກັນ ເພາະວ່າ ພວກເຂົາໄດ້ປະຕິເສດພຣະເຈົ້າ.
ພຣະເຢຊູກ່າວວ່າ: "ເມື່ອນັ້ນ ພວກເຈົ້າຈະຖືກຈັບໄປທໍລະມານ ແລະຖືກນຳໄປປະຫານຊີວິດ. ຄົນທຸກຊາດຈະກຽດຊັງພວກເຈົ້າ ເພາະເຫັນແກ່ນາມຊື່ຂອງເຮົາ. ໃນເວລານັ້ນ ຫຼາຍຄົນຈະປະຖິ້ມຄວາມເຊື່ອຂອງຕົນ ຈະຫັກຫຼັງກັນແລະກັນ ຈະກຽດຊັງເຊິ່ງກັນແລະກັນ." ມັດທາຍ 24:9,10. ພຣະເຢຊູໝາຍເຖິງ ບັນດາຜູ້ທີ່ຕິດຕາມພຣະອົງຈະໄດ້ປະສົບກັບການຖືກກົດຂີ່ຂົ່ມເຫັງຍ້ອນວ່າພວກເຂົາເຊື່ອໃນພຣະອົງ.
ເຖິງແມ່ນວ່າ ນະຄອນເຢຣູຊາເລັມຈະຕ້ອງຖືກທໍາລາຍ ຍ້ອນຊາວຢິວໄດ້ປະຕິເສດພຣະບຸດຂອງພຣະເຈົ້າ ພຣະເຢຊູຍັງໄດ້ໃຫ້ສັນຍາລັກເພື່ອລົບໜີ ເພື່ອບໍ່ໃຫ້ບັນດາຜູ້ທີ່ເຊື່ອໃນພຣະອົງຖືກຂ້າຕາຍໃນການທໍາລາຍນະຄອນເຢຣູຊາເລັມ. ພຣະເຢຊູໄດ້ກ່າວຕໍ່ພວກສາວົກວ່າ: “ເມື່ອໃດ ເຈົ້າທັງຫຼາຍເຫັນກອງທັບຕ່າງໆ ມາຕັ້ງອ້ອມນະຄອນເຢຣູຊາເລັມ ເມື່ອນັ້ນແຫລະ ພວກເຈົ້າຈະຮູ້ວ່າ ເມືອງຈະຖືກທຳລາຍໃນໄວໆ. ເມື່ອນັ້ນໃຫ້ຜູ້ທີ່ຢູ່ແຂວງຢູດາຍຕ້ອງປົບໜີໄປຍັງພູທັງຫຼາຍ, ໃຫ້ຜູ້ທີ່ຢູ່ໃນເມືອງຕ້ອງອອກໄປ ແລະຜູ້ທີ່ຢູ່ນອກເມືອງກໍບໍ່ໃຫ້ເຂົ້າໄປໃນເມືອງ… ພວກເຂົາຈະລົ້ມລົງດ້ວຍຄົມດາບ ແລະຈະຖືກຈັບກວາດໄປເປັນຊະເລີຍໃນທົ່ວທຸກປະເທດ ແລະຄົນບໍ່ນັບຖືພຣະເຈົ້າກໍຈະຢຽບຢ່ຳນະຄອນເຢຣູຊາເລັມ ຈົນກວ່າຈະຄົບກຳນົດເວລາຂອງພວກເຂົາ” (ລູກາ 21:20-24).
ແລ້ວພຣະເຢຊູກໍບອກພວກເຂົາບາງເລື່ອງວ່າ ຫຼັງຈາກທີ່ນະຄອນເຢຣູຊາເລັມຖືກທໍາລາຍແລ້ວ ຈະມີຊ່ວງເວລາທີ່ໜ້າຢ້ານກົວຂອງການຖືກກົດຂີ່ຂົ່ມເຫັງສຳລັບປະຊາຊົນຂອງພຣະເຈົ້າ. ພຣະເຢຊູກ່າວເຖິງຄຣິສຕະຈັກໂຣມັນຄາໂຕລິກ ເຊິ່ງປົກຄອງສ່ວນຫຼາຍຢູ່ໃນທະວີບຢູໂຣບ. ໃນຊ່ວງເວລານັ້ນ ຄຣິສຕຽນທີ່ແທ້ຈິງຈະຖືກກົດຂີ່ຂົ່ມເຫັງຢ່າງຕໍ່ເນື່ອງ.
ຫຼັງຈາກສິ້ນສຸດຊ່ວງເວລາຂອງການຖືກກົດຂີ່ຂົ່ມເຫັງແລ້ວ ພຣະເຢຊູໄດ້ກ່າວວ່າ ຈະມີສັນຍາລັກຢູ່ເທິງທ້ອງຟ້າເພື່ອໃຫ້ປະຊາຊົນຂອງພຣະເຈົ້າຮູ້ວ່າ ພວກເຂົາກຳລັງໃກ້ເຂົ້າມາເຖິງເວລາຂອງການສະເດັດກັບມາຄັ້ງທີສອງຂອງພຣະເຢຊູ. ພຣະເຢຊູກ່າວວ່າ: "ພໍໝົດຄວາມທຸກລຳບາກຂອງວັນເຫຼົ່ານັ້ນແລ້ວ ດວງອາທິດຈະມືດໄປ, ດວງຈັນຈະບໍ່ສ່ອງແສງຕໍ່ໄປ, ດວງດາວທັງຫຼາຍຈະຕົກລົງຈາກທ້ອງຟ້າ ແລະສິ່ງທີ່ມີອຳນາດໃນທ້ອງຟ້າກໍຈະສັ່ນສະທ້ານຫວັ່ນໄຫວ."
ພຣະເຢຊູຍັງໄດ້ຊີ້ໃຫ້ເຫັນເຖິງລັກສະນະຂອງການສະເດັດກັບມາຄັ້ງທີສອງຂອງພຣະອົງ ເພື່ອບໍ່ໃຫ້ຜູ້ໃດເຂົ້າໃຈຜິດ. ພຣະອົງກ່າວວ່າ ທຸກໆຄົນທົ່ວໂລກຈະໄດ້ເຫັນພຣະອົງສະເດັດກັບມາ. ພຣະອົງຈະສະເດັດກັບມາພ້ອມດ້ວຍບັນດາທູດສະຫວັນຂອງພຣະອົງ ແລະດ້ວຍສຽງແກ ຈະລວບລວມບັນດາຜູ້ທີ່ສັດຊື່ຕໍ່ພຣະອົງ. ແຕ່ເມື່ອໃດທີ່ພຣະອົງຈະສະເດັດກັບມາ? ນີ້ບໍ່ແມ່ນສິ່ງທີ່ຈະເປີດເຜີຍໃຫ້ແກ່ພວກເຮົາ ເພາະສະນັ້ນ ພວກເຮົາຈະຕ້ອງຕຽມຕົວໃຫ້ພ້ອມສຳລັບການສະເດັດກັບມາຂອງພຣະອົງ ເພາະວ່າພວກເຮົາບໍ່ຮູ້ວັນ ຫຼືຊົ່ວໂມງຂອງການສະເດັດກັບມາຂອງພຣະອົງ.
ເມື່ອພຣະເຢຊູຊົງກ່າວຖ້ອຍຄຳເຫຼົ່ານີ້ສິ້ນສຸດລົງແລ້ວ ພຣະອົງຊົງບອກພວກສາວົກອີກວ່າ: “ທ່ານທັງຫຼາຍຮູ້ຢູ່ວ່າອີກສອງວັນກໍຈະເຖິງເທດສະການປັດສະຄາ ແລະບຸດມະນຸດຈະຖືກມອບໄວ້ໃຫ້ເຂົາຕອກຄຶງໄວ້ທີ່ໄມ້ກາງແຂນ.”
ໃນເວລານັ້ນ ພວກປະໂລຫິດໃຫຍ່ ພວກທຳມະຈານ ແລະພວກຜູ້ໃຫຍ່ຂອງປະຊາຊົນໄດ້ປະຊຸມກັນທີ່ສຳນັກຂອງມະຫາປະໂລຫິດ ຜູ້ເຊິ່ງເອີ້ນກັນວ່າ ກາຢະຟາ. ປຶກສາກັນເພື່ອຈະຈັບພຣະເຢຊູດ້ວຍກົນອຸບາຍເອົາໄປຂ້າ. ແຕ່ພວກເຂົາເວົ້າວ່າ: “ໃນວັນເທດສະການ ຢ່າຟ້າວເຮັດ ຢ້ານວ່າປະຊາຊົນຈະເກີດການວຸ່ນວາຍ.” ມັດທາຍ 26:5 TKJV
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 24; ມາຣະໂກ 13; ລູກາ 21:5-38.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 69 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ງານລ້ຽງສະຫຼອງຢູ່ບ້ານຂອງຊີໂມນ
ຊີໂມນຊາວບ້ານເບັດທານີເປັນຄົນໜຶ່ງໃນພວກຟາຣີຊາຍກຸ່ມນ້ອຍໆທີ່ຕິດຕາມພຣະເຢຊູ. ລາວຍອມຮັບວ່າ ພຣະເຢຊູເປັນຄູສອນຜູ້ຍິ່ງໃຫຍ່ ແລະລາວກໍຫວັງວ່າ ພຣະອົງຈະເປັນພຣະເມຊີອາທີ່ຊາວອິດສະຣາເອນລໍຄອຍມາດົນນານແລ້ວ. ແຕ່ລາວກໍບໍ່ຍອມໃຫ້ພຣະເຈົ້າປ່ຽນແປງຈິດໃຈຂອງລາວ.
ພຣະເຢຊູໄດ້ຮັກສາໂຣກພະຍາດຂີ້ທູດໃຫ້ແກ່ຊີໂມນ ແລະນີ້ແຫລະທີ່ເຮັດໃຫ້ຊີໂມນສ້າງສາຍສຳພັນກັບພຣະເຢຊູ. ໃນເວລານີ້ ເມື່ອຊີໂມນເຫັນວ່າພຣະເຢຊູຢູ່ໃກ້ບ້ານຂອງລາວ ລາວປາຖະໜາຢາກສຳແດງຄວາມຮູ້ບຸນຄຸນຂອງລາວທີ່ພຣະເຢຊູຊົງຮັກສາລາວໃຫ້ຫາຍຈາກໂຣກພະຍາດ ສະນັ້ນ ລາວຈຶ່ງເຊີນພຣະອົງ ແລະພວກສາວົກໃຫ້ມາງານລ້ຽງສະຫຼອງ.
ບ້ານຂອງຊີໂມນຢູ່ເມືອງດຽວກັນກັບບ້ານຂອງສາມເອື້ອຍນ້ອງ, ມາທາ, ມາລີ ແລະລາຊະໂຣ. ລາຊະໂຣກໍມາຮ່ວມງານລ້ຽງສະຫຼອງເຊັ່ນດຽວກັນ ໃນຂະນະທີ່ນາງມາທາກຳລັງຮັບໃຊ້ຢູ່ທີ່ໂຕະ. ໃນທາງກົງກັນຂ້າມ ນາງມາລີກຳລັງຟັງຖ້ອຍຄຳຂອງພຣະເຢຊູດ້ວຍຄວາມຮ້ອນຮົນ. ພຣະເຢຊູຊົງຍົກຄວາມບາບໃຫ້ນາງ ພຣະອົງຊົງປຸກລາຊະໂຣໃຫ້ຟື້ນຄືນມາຈາກຄວາມຕາຍ ແລະສິ່ງເຫຼົ່ານີ້ໄດ້ເຮັດໃຫ້ຫົວໃຈຂອງນາງເຕັມໄປດ້ວຍຄວາມຮູ້ບຸນຄຸນ. ນາງໄດ້ຍິນພຣະເຢຊູກ່າວເຖິງຄວາມຕາຍຂອງພຣະອົງ ແລະນາງປາຖະໜາຢາກສະແດງການໃຫ້ກຽດພຣະອົງກ່ອນຈະເຖິງມື້ນັ້ນ. ນາງໄປຊື້ນ້ຳມັນຫອມທີ່ມີລາຄາແພງຫຼາຍ ເພື່ອມາຫົດສົງຮ່າງກາຍຂອງພຣະອົງ. ແຕ່ຕອນນີ້ ຫຼາຍຄົນກຳລັງເວົ້າເຖິງເລື່ອງພຣະເຢຊູຈະເປັນກະສັດ. ຄວາມໂສກເສົ້າຂອງນາງກໍກາຍເປັນຄວາມຊົມຊື່ນຍິນດີ ນາງຮ້ອນຮົນຢາກຈະເປັນຄົນທຳອິດທີ່ໃຫ້ກຽດພຣະເຢຊູ. ໃນຂະນະທີ່ພຣະເຢຊູກຳລັງນັ່ງກິນຢູ່ທີ່ໂຕະ ນາງມາລີກໍໄດ້ເຂົ້າມາໃກ້ພຣະອົງ. ນາງໄດ້ຫັກຂວດທີ່ບັນຈຸນ້ຳມັນຫອມ ແລະເທນ້ຳມັນຫອມເທິງຫົວ ແລະພຣະບາດຂອງພຣະເຢຊູ. ໃນຂະນະນັ້ນ ນາງກຳລັງຮ້ອງໄຫ້ຢູ່ ແລະນ້ຳຕາຂອງນາງກໍຕົກລົງທີ່ພຣະບາດຂອງພຣະອົງ ດັ່ງນັ້ນ ນາງຈຶ່ງເຊັດນ້ຳຕາຂອງຕົນທີ່ຢູ່ພຣະບາດຂອງພຣະເຢຊູດ້ວຍເສັ້ນຜົມຂອງນາງ.
ນາງພະຍາຍາມທີ່ຈະໃສ່ນ້ຳມັນຫອມໃຫ້ພຣະເຢຊູໃນວິທີທີ່ບໍ່ໃຫ້ຄົນອື່ນເຫັນ ແຕ່ນ້ຳມັນຫອມນັ້ນໄດ້ຫອມໄປທົ່ວຫ້ອງ. ແລ້ວບໍ່ດົນ ຜູ້ຄົນທີ່ຢູ່ອ້ອມຮອບໂຕະກໍໄດ້ສັງເກດເຫັນສິ່ງທີ່ເກີດຂຶ້ນ.
ແຕ່ຢູດາເຊິ່ງເປັນໜຶ່ງໃນອັກຄະສາວົກຂອງພຣະເຢຊູໄດ້ເວົ້າຂຶ້ນວ່າ: “ເປັນຫຍັງ ຈຶ່ງບໍ່ຂາຍນ້ຳມັນນີ້ໃນລາຄາສາມຮ້ອຍຫລຽນເງິນ ແລ້ວເອົາເງິນແຈກໃຫ້ຄົນຍາກຈົນ.” ຢູດາເວົ້າເຊັ່ນນັ້ນ ບໍ່ແມ່ນເພາະລາວເອົາໃຈໃສ່ຕໍ່ຄົນຍາກຈົນ ແຕ່ເພາະວ່າ ລາວມີນິໄສຮັກເງິນຮັກຄຳ ລາວເປັນຜູ້ຮັບໜ້າທີ່ຖືຖົງເງິນຢູ່ໃນກຸ່ມຂອງພວກສາວົກ ແລະລາວມັກລັກເອົາເງິນທີ່ຢູ່ໃນຖົງນັ້ນ.
ພຣະເຢຊູຊົງກ່າວວ່າ: “ຊ່າງນາງເທາະ! ພວກທ່ານກວນໃຈຍິງນີ້ເຮັດຫຍັງ ນາງໄດ້ເຮັດສິ່ງທີ່ຈົບງາມໃຫ້ແກ່ເຮົາ ດ້ວຍວ່າຄົນຍາກຈົນມີຢູ່ກັບພວກທ່ານສະເໝີ ແຕ່ຝ່າຍເຮົາບໍ່ຢູ່ກັບພວກທ່ານສະເໝີ.
ຍິງນີ້ໄດ້ຖອກນ້ຳມັນຫອມໃສ່ກາຍຂອງເຮົາ ກໍໄດ້ເຮັດເພື່ອຕຽມການຝັງສົບຂອງເຮົາ. ເຮົາບອກພວກທ່ານຕາມຄວາມຈິງວ່າ ຂ່າວປະເສີດນີ້ປະກາດໄປເຖິງບ່ອນໃດໃນທົ່ວໂລກ ການທີ່ຍິງຜູ້ນີ້ໄດ້ເຮັດກໍຈະເລື່ອງລືໄປເຖິງບ່ອນນັ້ນເປັນທີ່ລະນຶກເຖິງນາງ.”
ເຖິງແມ່ນວ່າ ນາງມາລີບໍ່ຮູ້ຈັກເຖິງສິ່ງທີ່ນາງໄດ້ເຮັດ ແຕ່ການກະທຳຂອງນາງນັ້ນມີຄວາມໝາຍເລິກເຊິ່ງ. ນາງໄດ້ຫັກຂວດນ້ຳມັນຫອມ ແລະກິ່ນນ້ຳມັນຫອມນັ້ນໄດ້ຫອມໄປທົ່ວຫ້ອງ ດັ່ງນັ້ນ ການຫັກຂວດນ້ຳມັນຫອມກໍຄືກັນກັບການທຳລາຍຮ່າງກາຍຂອງພຣະເຢຊູເມື່ອພຣະອົງເສຍຊີວິດ. ແຕ່ພຣະອົງຈະລຸກອອກມາຈາກອຸມົງຝັງສົບ ກິ່ນຫອມຫວານຂອງການຖວາຍພຣະອົງຈະເຕັມໄປທົ່ວແຜ່ນດິນໂລກ.
ຢູ່ທີ່ບ້ານຂອງຊີໂມນ ນາງມາລີໄດ້ສະແດງຄວາມຮູ້ບຸນຄຸນຂອງນາງທີ່ມີຕໍ່ພຣະເຢຊູໃນສິ່ງທີ່ພຣະອົງຊົງຍົກໂທດຄວາມບາບໃຫ້ແກ່ນາງ. ໃນທາງກົງກັນຂ້າມ ຢູດາທີ່ຢູ່ໃນນັ້ນຊ້ຳພັດມີຈິດໃຈທີ່ເຕັມໄປດ້ວຍຄວາມໂກດຮ້າຍ ແລະບໍ່ພໍໃຈຕໍ່ພຣະເຢຊູ. ຢູດາໄດ້ປ່ອຍໃຫ້ຄວາມໂລບມາກໂລພາເຂົ້າມາຄວບຄຸມຢູ່ໃນຈິດໃຈຂອງລາວ ຈົນມັນໄດ້ກາຍມາເປັນຜູ້ບົງການຢູ່ໃນຊີວິດຂອງລາວທັງໝົດ ແລ້ວຊາຕານກໍເຂົ້າມາສິງຢູ່ໃນໃຈຂອງຢູດາໃຫ້ມີຄວາມຄິດທໍລະຍົດຕໍ່ພຣະເຢຊູ. ຫລັງຈາກນັ້ນ ຢູດາກໍໄດ້ອອກໄປປຶກສາກັບບັນດາພວກຫົວໜ້າປະໂລຫິດ.
ຢູດາເວົ້າກັບພວກເຂົາວ່າ: “ຖ້າຜູ້ຂ້າຈະຂາຍພຣະເຢຊູໃຫ້ພວກທ່ານ ພວກທ່ານຈະໃຫ້ຜູ້ຂ້າຫຼາຍເທົ່າໃດ?” ພວກຄົນເຫລົ່ານັ້ນຕ່າງກໍພາກັນດີໃຈຫຼາຍ ແລະໄດ້ນັບເງິນສາມສິບຫລຽນເອົາມາໃຫ້ຢູດາ. ຕັ້ງແຕ່ນັ້ນມາ ຢູດາກໍລໍຫາໂອກາດທີ່ຈະມອບພຣະເຢຊູໃຫ້ແກ່ພວກເຂົາໂດຍບໍ່ໃຫ້ປະຊາຊົນຮູ້ເຖິງເລື່ອງນີ້.
ອ້າງອີງຈາກປຶ້ມ "ພຣະຄຳພີ" ມັດທາຍ 26:6-13; ມາຣະໂກ 14:3-11; ລູກາ 7:36-50; ໂຢຮັນ 11:55-57, 12:1-11.
ອ້າງອີງຈາກປຶ້ມ "Desire of Ages" ບົດທີ 62 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.