ການປິດ​ປະ­ຕູແຫ່ງ​ພຣະ​ກະ​ລຸ​ນາຈົນເຖິງທ້ອງຟ້າ​ໃໝ່ ແລະ ແຜ່ນດິນ​ໂລກ​ໃໝ່

ປິດ​ປະ­ຕູແຫ່ງ​ພຣະ​ກະ​ລຸ​ນາ

ຫຼັງ​ຈາກ​ປະ­ທັບ​ກາ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ໝົດ​ແລ້ວ ທູດ​ສະ­ຫວັນ​ອົງ​ນັ້ນ​ກໍ​ໄດ້​ສະ­ເດັດ​ຂຶ້ນ​ເທິງ​ສະ­ຫວັນ ແລະ ລາຍ​ງານ​ໃຫ້​ພຣະ​ເຢ​ຊູ​ຮູ້​ວ່າ ວຽກ​ຂອງ​ຕົນ​ເຮັດນັ້ນ​ສຳ­ເລັດ​ແລ້ວ. ຈາກ​ນັ້ນ ພຣະ​ເຢ​ຊູ​ຊົງ​ຢຸດ​ເຮັດ​ໜ້າທີ​ເປັນ​ຄົນ​ກາງ​ໄກ່​ເກ່ຍ​ລະ­ຫວ່າງ​ພຣະ​ເຈົ້າ ແລະ ມະ­ນຸດ​ຄົນ​ບາບ​ຢູ່​ໃນ​ສະ­ຖານ​ສັກ­ສິດ​ເທິງ​ສະ​ຫວັນ. ແລ້ວ​ພຣະ​ອົງ​ຊົງ​ຊູ​ມື​ຂຶ້ນ ແລະ ກ່າວ​ດ້ວຍ​ສຽງ​ອັນ​ດັງ​ວ່າ: "ສຳ­ເລັດ​ແລ້ວ" ແລ້ວ​ບັນ­ດາ​ທູດ​ສະ­ຫວັນ​ທັງ­ຫຼາຍ​ກໍ​ພາ­ກັນ​ຖອດ​ມົງ­ກຸດ​ຂອງ​ຕົນ​ອອກ​ໃນ​ຂະ­ນະ​ທີ່​ພຣະ​ເຢ​ຊູ​ຊົງ​ກ່າວ​ອີກ​ວ່າ: "ຜູ້​ໃດ​ທີ່​ເຮັດ​ຊົ່ວ​ກໍ​ໃຫ້​ເຮັດ​ຊົ່ວ​ຕໍ່​ໄປ, ຜູ້​ໃດ​ທີ່​ເປັນ​ຄົນ​ຊົ່ວ­ຊ້າ ກໍ​ໃຫ້​ເປັນ​ຄົນ​ຊົ່ວ­ຊ້າ​ຕໍ່​ໄປ, ຜູ້​ໃດ​ທີ່​ເປັນ​ຄົນ​ຊອບ​ທຳ ກໍ​ໃຫ້​ເຮັດ​ການ​ຊອບ​ທຳ​ຕໍ່​ໄປ ແລະ ຜູ້​ໃດ​ທີ່​ເປັນ​ຄົນ​ບໍ­ຣິສຸດ ກໍ​ໃຫ້​ເປັນ​ຄົນ​ບໍ­ຣິ­ສຸດ​ຕໍ່​ໄປ" (ພຣະ​ນິມິດ 22:11) {GC 613.2; EW 279.2}

ພຣະ​ເຈົ້າ​ໄດ້​ຕັດ­ສິນ​ຄະ­ດີ​ຂອງ​ທຸກ​ຄົນ​ຮຽບ­ຮ້ອຍ​ແລ້ວ​ວ່າ ໃຜ​ຈະ​ໄດ້​ຮັບ​ຊີ­ວິດ ຫຼື ຮັບ​ຄວາມ​ຕາຍ. ຕອນ​ນີ້​ເປັນ​ເວ­ລາ​ທີ່​ສາຍ​ເກີນ​ໄປ​ແລ້ວ​ສຳ­ລັບ​ທຸກ​ຄົນ​ທີ່​ຈະ​ການ​ກັບ​ໃຈ​ໃໝ່.

ເມື່ອ​ພຣະ​ອົງ​ສະ­ເດັດ​ອອກ​ຈາກ​ສະ­ຖານ​ນະ­ມັດ­ສະ­ການ​ນັ້ນ ຄວາມ​ມືດ​ກໍ​ປົກ​ຄຸມ​ຜູ້​ຄົນ​ທີ່​ອາ­ໄສ​ຢູ່​ເທິງ​ແຜ່ນ­ດິນ​ໂລກ ໃນ​ຊ່ວງ​ເວ­ລາ​ທີ່​ໜ້າ​ຢ້ານ​ກົວ​ນັ້ນ ຄົນ​ຊອບ​ທຳ​ຈະ​ຕ້ອງ​ດຳ­ລົງ​ຊີ­ວິດ​ໃນ​ສາຍ​ພຣະ​ເນດ(ຢູ່​ຕໍ່­ໜ້າຕໍ່ຕາ)ຂອງ​ພຣະ​ເຈົ້າ​ອົງ​ບໍ​ຣິ​ສຸດ​ໂດຍ​ປາ​ສະ​ຈາກ​ຜູ້​ຮ້ອງ​ຂໍ. ແລະ ຊາ​ຕານ​ຈະ​ກວດ​ເອົາ​ຊາວ​ໂລກ​ໃຫ້​ໄປ​ສູ່​ຄວາມ­ທຸກ​ຍາກ​ລຳ­ບາກ​ຢ່າງ​ເຈັບ​ແສບ​ທີ່​ສຸດ. ໃນ​ຂະ­ນະ​ທີ່​ທູດ​ສະ­ຫວັນ​ຂອງ​ພຣະ​ເຈົ້າ​ຍົກ­ເລີກ​ການ​ຫ້າມ​ລົມ­ພາ­ຍຸ​ຮ້າຍ​ແຫ່ງ​ຕັນ­ຫາ​ຂອງ​ມະ­ນຸດ​ນັ້ນ ອົງ​ປະ­ກອບ​ຫຼັກ​ທັງ​ໝົດ​ຂອງ​ຄວາມ​ຂັດ​ແຍ່ງ​ທີ່​ຮຸນ​ແຮງ​ຈະ​ຖືກ​ປ່ອຍ​ໃຫ້​ເປັນ​ອິດ​ສະ​ລະ. ທົ່ວ​ໂລກ​ຈະ​ເຂົ້າ​ໄປ​ກ່ຽວ­ຂ້ອງ​ກັບ​ຄວາມ​ພິ­ນາດ​ເຊິ່ງ​ຮ້າຍ​ແຮງ​ຍິ່ງ​ກວ່າ​ຄວາມ​ພິ­ນາດ​ທີ່​ເກີດ​ຂຶ້ນ​ກັບ​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ໃນ​ສະ­ໄໝ​ບູ­ຮານ. {GC 614.1}

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ 22:11.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 613.2; 614.1} ແລະ ​ປຶ້ມ “Early Writings” {EW279.2} ຂຽນ​ໂດຍ ທ່ານ ​ນາງ​ ເອ​ເລັນ ​ຈີ. ໄວ​ທ

ໃກ້ສູນເສຍເສລີພາບ

ກ່ອນ​ໜ້າ​ນີ້ ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຖືກ​ກ່າວ​ຫາ​ວ່າ ເປັນ­ຕົ້ນ​ເຫດ​ຂອງ​ໄພ­ພິ­ບັດ​ຕ່າງໆ​ຢູ່​ເທິງ​ແຜ່ນ­ດິນ​ໂລກ​ເຊັ່ນ: ໄພ­ພິ­ບັດ​ທາງ​ທຳ​ມະ​ຊາດ, ການ​ຕໍ່­ສູ້ ແລະ ການ​ນອງ​ເລືອດ. ໄພ­ພິ­ບັດ​ເຫຼົ່າ​ນີ້​ເຮັດ​ໃຫ້​ພວກ​ຄົນ​ຊົ່ວ​ຮ້າຍ​ໂກດ​ແຄ້ນ ແລະ ຕອນ​ນີ້​ຄວາມ​ໂກດ​ຮ້າຍ​ຂອງ​ພວກ​ເຂົາ​ກໍ​ຮຸນ​ແຮງ​ຕໍ່​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ. ປະ­ຊາ­ຊົນ​ທີ່­ຢູ່​ເທິງ​ແຜ່ນ­ດິນ​ໂລກ​ບໍ່​ຮູ້​ວ່າ​ປະ­ຕູ​ພຣະ​ກາ​ລຸ​ນາ​ແມ່ນ​ໄດ້​ປິດ​ແລ້ວ. ພວກ​ເຂົາ​ຈະ​ຍັງ​ຄົງ​ສືບ­ຕໍ່​ປະ­ຕິ­ບັດ​ທາງ​ສາ­ສະ­ໜາ​ຕາມ​ປົກ​ກະ​ຕິ. {GC 614.3, 615.1}

ເລື່ອງ​ວັນ​ຊະ­ບາ​ໂຕ​ເປັນ​ປະ­ເດັນ​ຫົວ­ຂໍ້​ພິ­ເສດ​ຂອງ​ຄວາມ​ຂັດ​ແຍ້ງ. ທົ່ວ​ທັງ​ຄຣິ​ສ​ຕະ​ຈັກ​ທີ່​ບໍ່​ໄດ້​ຕິດ­ຕາມ​ພຣະ​ເຈົ້າ​ຢ່າງ​ແທ້​ຈິງ ແລະ ລັດ­ຖະ­ບານ​ໄດ້​ຮ່ວມ​ມື​ກັນ​ເພື່ອ​ບັງ­ຄັບ​ໃຫ້​ມີ​ການ​ຖື​ຮັກ­ສາ​ວັນ​ອາ­ທິດ​ເປັນ​ວັນ​ຊະ­ບາ​ໂຕ. ພວກ​ເຂົາ​ມີ​ຄວາມ​ກັງ­ວົນ​ໂດຍ​ສະ­ເພາະ​ກັບ​ຄົນ​ກຸ່ມ​ນ້ອຍ​ທີ່​ປະ­ຕິ­ເສດ​ບໍ່​ຍອມ​ນະ­ມັດ­ສະ­ການ​ໃນ​ວັນ​ອາ​ທິດ. ບັນ­ດາ​ຄຣິ​ສ​ຕະ​ຈັກ ແລະ ລັດ­ຖະ­ບານ​ໄດ້​ບອກ​ວ່າ ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ບໍ່​ຄວນ​ທີ່​ຈະ​ປ່ອຍ​ໄວ້ ແລະ ໃຫ້​ພວກ​ເຂົາ​ຮັບ​ໂທດ​ດີກ​ວ່າ​ປ່ອຍ​ໃຫ້​ທັງ​ປະ­ເທດ​ຕົກ­ລົງ​ສູ່​ຄວາມ​ສັບ­ສົນ ແລະ ໄຮ້​ກົດ​ໝາຍ. ດັ່ງ­ນັ້ນ ​ຈຶ່ງ​ອອກ​ດຳລັດຕໍ່­ສູ້​ບັນ­ດາ​ຜູ້​ທີ່​ຮັກ­ສາ​ວັນ​ເສົາ​ເປັນ​ວັນ​ຊະ­ບາ​ໂຕ ໂດຍ​ກ່າວ​ວ່າ ພວກ​ເຂົາ​ຕ້ອງ​ຖືກ​ລົງ­ໂທດ ແລະ ມີ​ເວ­ລາ​ນັດ​ໝາຍ​ທີ່​ແນ່­ນອນ​ໃນ​ອະນາ​ຄົດ ທີ່​ພວກ​ເຂົາ​ຈະ​ຖືກ​ປະ­ຫານ​ຊີ​ວິດ. {GC 615.2}

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 614.3; 615.1,2}ຂຽນ​ໂດຍ ທ່ານ​ ນາງ ​ເອ​ເລັນ ​ຈີ. ໄວ​ທ

ເວ­ລາ​ແຫ່ງ​ຄວາມ­ທຸກ​ຍາກ​ລຳ­ບາກ​ຂອງ​ຢາ​ໂຄບ

ເມື່ອ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ເຫັນ​ວ່າ ດຳລັດປະ­ຫານ​ຊີ­ວິດ​ໄດ້​ດຳ­ເນີນ​ການ​ແລ້ວ ດັ່ງ­ນັ້ນ ພວກ​ເຂົາ​ຈຶ່ງ​ເກີດ​ມີ​ຄວາມ​ກັງ­ວົນ ແລະ ມີ​ຄວາມ​ຫຍຸ້ງ­ຍາກ​ອັນ​ຍິ່ງ​ໃຫຍ່. ແຕ່​ພວກ​ເຂົາ​ໄດ້​ຫັນ​ໄປ​ຫາ​ພຣະ​ເຈົ້າ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫຼືອ. ຄື​ກັນ​ກັບ​ຢາ​ໂຄບ​ທີ່​ຕໍ່­ສູ້​ພຣະ​ເຈົ້າ​ດ້ວຍ​ການ​ອະ­ທິ­ຖານ ເພື່ອ​ປົດ​ປ່ອຍ​ລາວ​ອອກ​ຈາກ​ເອ​ຊາວ​ອ້າຍ​ຂອງ​ລາວ​ທີ່​ກຳ­ລັງ​ເດີນ­ທາງ​ມາ​ພ້ອມ​ດ້ວຍ​ທະ­ຫານ​ສີ່​ພັນ​ຄົນ. (ປະ­ຖົມ​ມະ​ການ 32:24-30) ດັ່ງ­ນັ້ນ ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ແມ່ນ​ໄດ້​ຕໍ່­ສູ້​ດ້ວຍ​ການ​ອະ­ທິ­ຖານ​ໃນ​ຊ່ວງ​ເວ­ລາ​ແຫ່ງ​ຄວາມ­ທຸກ​ຍາກ​ລຳ​ບາກ. ເຊັ່ນ​ດຽວ​ກັບ​ຢາ​ໂຄບ​ພ້ອມ​ກັບ​ຄອບ­ຄົວ​ຂອງ​ລາວ​ກໍ​ສິ້ນ​ຫວັງ​ເມື່ອ​ເອ​ຊາວ​ເດີນ­ທາງ​ເຂົ້າ​ມາ​ໃກ້ ສະ­ນັ້ນ ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ກໍ​ຈະ​ເປັນ​ເຊັ່ນ​ນັ້ນ​ເໝືອນ​ກັນ ພວກ​ເຂົາ​ຈະ​ຮູ້­ສຶກ​ສິ້ນ​ຫວັງ​ເມື່ອ​ໄດ້​ຍິນ​ການ​ປະ­ກາດ​ດຳລັດ​ປະ­ຫານ​ຊີ​ວິດ. ຄວາມ​ຢ້ານ, ຄວາມ​ກັງ­ວົນ ແລະ ການ​ຕຳ­ໜິ​ຕົນ​ເອງ​ຍ້ອນ​ຄວາມ​ບາບ​ທີ່​ເຄີຍ​ເຮັດ​ຜ່ານ​ມາ​ກ່ອນ​ໜ້າ​ນີ້ ຈະ​ເປັນ­ຄວາມ​ຄິດ​ຂອງ​ພວກ​ເຂົາ. ຄວາມ​ຫວັງ​ໃນ​ພຣະ​ເຈົ້າ​ແມ່ນ​ເປັນ​ທາງ​ດຽວ​ຂອງ​ພວກ​ເຂົາ ແລະ ການ​ປົກ​ປ້ອງ​ຂອງ​ພວກ​ເຂົາ​ແມ່ນ​ການ​ອະ­ທິ​ຖານ. ພວກ​ເຂົາ​ຈະ​ອ້າງ​ເຖິງ​ພຣະ​ສັນ­ຍາ​ຂອງ​ພຣະ​ເຈົ້າ ແລະ ຈະ​ອ້ອນ­ວອນ​ຂໍ​ສໍາ​ລັບ​ໃຫ້​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ​ໄດ້​ຮັບ​ການ​ອະ­ໄພ​ແລ້ວ. ແຕ່​ຊາ​ຕານ​ຈະ​ເຮັດ​ໃຫ້​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຄິດ​ເຖິງ​ຄວາມ​ບາບ​ໃນ​ອະ​ດີດ ແລະ ພະ­ຍາ­ຍາມ​ເຮັດ​ໃຫ້​ພວກ​ເຂົາ​ເກີດ​ມີ​ຄວາມ​ທໍ້­ຖອຍ​ໃນ​ຈິດ​ໃຈ. {GC 616.1, 616.2}

ດັ່ງ​ທີ່​ຊາ​ຕານ​ໄດ້​ຊັກ​ຈູງ​ເອ​ຊາວ​ໃຫ້​ເຂົ້າ​ມາ​ຕໍ່­ສູ້​ຢາ​ໂຄບ​ຢ່າງ­ໃດ ມັນ​ກໍ​ຈະ​ປຸກ­ລະ­ດົມ​ຄົນ​ຊົ່ວ​ຮ້າຍ​ໃຫ້​ເຂົ້າ​ມາ​ຕໍ່­ສູ້​ກັບ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ໃນ​ຊ່ວງ​ເວ­ລາ​ແຫ່ງ​ຄວາມ­ທຸກ​ຍາກ​ລຳ­ບາກ​ຢ່າງ​ນັ້ນ. ຊາ​ຕານ​ໄດ້​ກ່າວ​ໂທດ​ໃສ່​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ ແຕ່​ມັນ​ເຫັນ​ວ່າ​ບັນ­ດາ​ທູດ​ສະ­ຫວັນ​ກຳ­ລັງ​ອ້ອມ​ຮອບ​ພວກ​ເຂົາ​ໄວ້ ແລະ ມັນ​ໄດ້​ສະ­ຫຼຸບ​ວ່າ ຄວາມ​ບາບ​ທັງ​ໝົດ​ຂອງ​ພວກ​ເຂົາ​ໄດ້​ຮັບ​ການ​ອະ­ໄພ​ແລ້ວ ແຕ່​ມັນ​ບໍ່​ຮູ້​ວ່າ ພວກ​ເຂົາ​ໄດ້​ຖືກ​ປະ­ທັບ​ກາ​ແລ້ວ ແລະ ພຣະ​ເຈົ້າ​ໄດ້​ຕັດ­ສິນ​ຄະ­ດີ​ຂອງ​ພວກ​ເຂົາ​ຮຽບ­ຮ້ອຍ​ແລ້ວ. ຊາ​ຕານ​ຮູ້​ຄວາມ​ບາບ​ທັງ​ໝົດ​ຂອງ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ທີ່​ເຄີຍ​ເຮັດ​ຜ່ານ​ມາ​ແຕ່​ກ່ອນ​ນັ້ນ ແລະ ມັນ​ໄດ້​ນຳ​ຄວາມ​ບາບ​ເຫຼົ່າ​ນີ້​ມາ­ສະ​ເໜີ​ຕໍ່­ໜ້າ​ພຣະ​ເຈົ້າ​ໂດຍ​ການ​ເວົ້າ​ເກີນ​ຄວາມ​ເປັນ​ຈິງ. ມັນ​ອ້າງ​ວ່າ ພວກ​ເຂົາ​ສົມ­ຄວນ​ທີ່​ຈະ​ຖືກ​ທຳ​ລາຍ. ແລະ ເຊັ່ນ​ດຽວ​ກັນ​ກັບ​ໂຢບ ພຣະ​ເຈົ້າ​ຊົງ​ອະ­ນຸ­ຍາດ​ໃຫ້​ຊາ​ຕານ​ສາ­ມາດ​ທົດ​ລອງ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ໄດ້. ດັ່ງ­ນັ້ນ ຄວາມ​ໄວ້​ວາງ­ໃຈ​ຂອງ​ພວກ​ເຂົາ​ໃນ​ພຣະ​ເຈົ້າ, ຄວາມ​ໜັກ​ແໜ້ນ​ໝັ້ນ­ຄົງ​ຂອງ​ພວກ​ເຂົາ ແລະ ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ຈະ​ໄດ້​ຖືກ​ທົດ​ລອງ. ໃນ​ຂະ­ນະ​ທີ່​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຄິດ​ເຖິງ​ອະດີດ​ຂອງ​ພວກ​ເຂົາ ພວກ​ເຂົາ​ກໍ​ຮູ້­ສຶກ​ເຖິງ​ຄວາມ​ອ່ອນ­ແອ​ຂອງ​ພວກ​ເຂົາ. ເຖິງ​ແມ່ນ​ວ່າ ພວກ​ເຂົາ​ຈະ​ທົນ​ທຸກ­ທໍ­ລະ­ມານ​ໃຈ​ຍ້ອນ​ສັດ­ຕູ​ຢູ່​ອ້ອມ​ຮອບ​ພວກ​ເຂົາ, ການ​ທົດ​ລອງ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຂົາ​ແມ່ນ​ຄວາມ​ທົນ​ທຸກ­ທໍ­ລະ­ມານ​ທາງ​ຈິດ­ໃຈ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຢ້ານ​ວ່າ ຍັງ​ມີ​ຄວາມ​ບາບ​ບາງ​ຢ່າງ​ທີ່​ພວກ​ເຂົາ​ອາດ​ຈະ​ລືມ​ສຳ­ນຶກ​ຜິດ. ພວກ​ເຂົາ​ຊອກ​ຫາ​ໃນ​ຫົວ­ໃຈ​ຂອງ​ພວກ​ເຂົາ​ຢູ່​ຕໍ່­ໜ້າ​ພຣະ​ເຈົ້າ ແລະ ຊີ້​ໄປ​ການ​ກັບ​ໃຈ​ໃໝ່​ຈາກ​ຄວາມ​ບາບ​ຢ່າງ​ຫຼວງ­ຫຼາຍ​ໃນ​ອະດີດ. ພວກ​ເຂົາ​ອ້າງ​ເຖິງ​ພຣະ​ສັນ­ຍາ​ທີ່​ວ່າ: "ໃຫ້​ພວກ​ເຂົາ​ເກາະ​ຢູ່​ກັບ​ກຳ­ລັງ​ຂອງ​ເຮົາ ເພື່ອ​ໃຫ້​ພວກ​ເຂົາ​ເຮັດ​ສັນ­ຕິ­ພາບ​ກັບ​ເຮົາ ແລ້ວ​ພວກ​ເຂົາ​ຈະ​ເຮັດ​ສັນ­ຕິ­ພາບ​ກັບ​ເຮົາ" (ເອ​ຊາ​ຢາ 27:5) ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ຍັງ​ຄົງ​ເຂັ້ມ­ແຂງ ເຖິງ​ແມ່ນ​ວ່າ ຄຳ​ອະ­ທິ­ຖານ​ຂອງ​ພວກ​ເຂົາ​ຍັງ​ບໍ່​ໄດ້​ຮັບ​ຄຳ​ຕອບ. ພວກ​ເຂົາ​ກໍ​ບໍ່​ຢຸດ​ທີ່​ຈະ​ຮ້ອງ​ຂໍ​ຕໍ່​ພຣະ​ເຈົ້າ. ແຕ່​ໃນ​ຂະ­ນະ​ທີ່​ພວກ​ເຂົາ​ຮູ້­ສຶກ​ເຖິງ​ຄວາມ​ບໍ່​ຄູ່​ຄວນ​ຂອງ​ຕົນ​ເອງ​ຢູ່​ນັ້ນ ພວກ​ເຂົາ​ກໍ​ບໍ່​ສາ­ມາດ​ຈື່​ຈຳ​ຄວາມ​ບາບ​ຕ່າງໆ​ຂອງ​ພວກ​ເຂົາ​ໄດ້ ເພາະ­ວ່າ ພຣະ​ເຢ​ຊູ​ໄດ້​ລົບ​ລ້າງ​ຄວາມ​ບາບ​ທັງ​ໝົດ​ຂອງ​ພວກ​ເຂົາ​ອອກ​ໄປ​ແລ້ວ. {GC 618.2, 618.3, 619.3}

ປະ­ຫວັດ​ຂອງ​ຢາ​ໂຄບ​ຍັງ​ຊ່ວຍ​ໃຫ້​ຄວາມ​ໝັ້ນ​ໃຈ​ອີກ​ວ່າ ພຣະ​ເຈົ້າ​ຈະ​ບໍ່​ປະ​ຖິ້ມ​ຜູ້​ທີ່​ເຮັດ​ບາບ​ຍ້ອນ​ຖືກ​ຫຼອກ​ລວງ, ຖືກ​ລໍ້​ລວງ ແລະ ຖືກ​ທໍ­ລະ​ຍົດ ແຕ່​ໄດ້​ຫັນ​ກັບ​ຄືນ​ມາ​ຫາ​ພຣະ​ອົງ​ດ້ວຍ​ການ​ກັບ​ໃຈ​ໃໝ່​ຢ່າງ​ແທ້​ຈິງ. {GC 621.1}

ເວ­ລາ​ແຫ່ງ​ຄວາມ­ທຸກ​ຍາກ​ລຳ­ບາກ​ນີ້​ຈະ​ຮຽກ­ຮ້ອງ​ໃຫ້​ພວກ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ຈະ​ອົດ­ທົນ​ກັບ​ຄວາມ​ອິດ­ເມື່ອຍ, ການ​ຊັກ​ຊ້າ ແລະ ຄວາມ​ອຶດ​ຫິວ. ຄວາມ​ເຊື່ອ​ຈະ​ບໍ່​ລົ້ມ​ລົງ​ເມື່ອ​ຖືກ​ທົດ​ລອງ​ຈົນ​ເຖິງ​ທີ່​ສຸດ. ເຖິງ​ເວ­ລາ​ແລ້ວ​ທີ່​ພວກ​ເຮົາ​ຕ້ອງ​ຕຽມ​ຕົວ​ສຳ­ລັບ​ເວ­ລາ​ແຫ່ງ​ຄວາມ­ທຸກ​ຍາກ​ລຳ­ບາກ​ຂອງ​ຢາ​ໂຄບ. ພວກ​ເຮົາ​ຕ້ອງ​ຮຽນ​ຮູ້​ວິ­ທີ​ການ​ອະ­ທິ­ຖານ ແລະ ມີ​ຄວາມ​ເຊື່ອ​ທີ່​ເຂັ້ມ­ແຂງ​ໃນ​ຂະ­ນະ​ທີ່​ຍັງ​ມີ​ເວ­ລາ​ຢູ່. ພວກ​ເຮົາ​ຕ້ອງ​ຮຽນ​ຮູ້​ພຣະ​ສັນ­ຍາ​ໃນ​ພຣະ​ຄຳ​ພີ​ທີ່​ພວກ​ເຮົາ​ຕ້ອງ­ການ​ສຳ­ລັບ​ໃນ​ຊ່ວງ​ເວ­ລາ​ແຫ່ງ​ຄວາມ­ທຸກ​ຍາກ​ລຳ​ບາກ. ພວກ​ເຮົາ​ຕ້ອງ​ຊອກ​ຫາ​ຄວາມ​ເປັນ­ສົມ​ບູນ​ແບບ​ໃນ​ອຸ­ປະ​ນິ­ໄສ​ຄື​ກັນ​ກັບ​ພຣະ​ເຈົ້າ. ບັນ­ດາ​ຜູ້​ທີ່​ເຊື່ອ​ໃນ​ຄວາມ​ຈິງ ແຕ່​ມີ​ຄວາມ​ເຊື່ອ​ພຽງ​ເລັກ​ນ້ອຍ ​ແລະ ອະ­ທິ­ຖານ​ພຽງ​ເລັກ​ນ້ອຍ ອີກ​ບໍ່​ດົນ​ກໍ​ຈະ​ພ່າຍ​ແພ້​ໃຫ້​ຊາ​ຕານ. {GC 622.3}

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ເຢ​ເຣ​ມີ​ຢາ 30:5-7; ປະ­ຖົມ​ມະ​ການ 32:24-30.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 616.1-622.3}ຂຽນ​ໂດຍ ທ່ານ​ ນາງ ​ເອ​ເລັນ ​ຈີ. ໄວ​ທ

ຊາ​ຕານ​ປອມ​ແປງ​ການ​ສະ­ເດັດ​ກັບ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ

ພາບ​ເຫດ­ການ​ທີ່​ມີ​ລັກ­ສະ­ນະ​ເໜືອ​ທຳ​ມະ​ຊາດ​ຈະ​ປາ­ກົດ​ຂຶ້ນ​ຢູ່​ທ້ອງ­ຟ້າ ເພື່ອ​ເປັນ​ສັນ­ຍາ​ລັກ​ສະ­ແດງ​ເຖິງ​ອຳ­ນາດ​ຂອງ​ຜີ​ມານ​ຮ້າຍ​ທີ່​ເຮັດ​ການ​ອັນ​ສະ​ຈັນ. ອີກ​ບໍ່​ດົນ ພັກ​ພວກ​ຂອງ​ຊາ​ຕານ​ຈະ​ໄປ​ຫາ​ບັນ­ດາ​ຜູ້­ນຳ​ຂອງ​ແຕ່​ລະ​ປະ­ເທດ ເພື່ອ​ຫຼອກ​ລວງ ແລະ ຊັກ​ຊວນ​ພວກ​ເຂົາ​ໃຫ້​ຮ່ວມ​ມື​ກັບ​ຊາ​ຕານ​ເພື່ອ​ຕໍ່­ສູ້​ຄັ້ງ​ສຸດ​ທ້າຍ. ຜູ້​ປົກ­ຄອງ ແລະ ພົນ­ລະ­ເມືອງ​ທັງ­ຫຼາຍ​ຈະ​ຖືກ​ຫຼອກ​ລວງ ໂດຍ​ພວກ​ຜີ​ມານ​ຮ້າຍ​ເຫຼົ່າ​ນີ້. ບາງ​ຄົນ​ຈະ​ລຸກ­ຂຶ້ນ​ອ້າງ​ວ່າ ຕົນ​ເອງ​ເປັນ​ພຣະ​ເຢ​ຊູ ແລະ ຮຽກ­ຮ້ອງ​ປະ­ຊາ­ຊົນ​ໃຫ້​ນະ­ມັດ­ສະ­ການ​ພວກ​ເຂົາ. ພວກ​ເຂົາ​ຈະ​ເຮັດ​ການ​ອັດ­ສະ­ຈັນ ແລະ ອ້າງ​ວ່າ ມີ​ເລື່ອງ​ຈາກ​ສະ­ຫວັນ​ທີ່​ຈະ​ເປີດ­ເຜີຍ ແຕ່​ເປັນ​ເລື່ອງ​ທີ່​ຂັດ​ແຍ້ງ​ກັບ​ຄຳ​ພະ­ຍານ​ໃນ​ພຣະ​ຄຳ​ພີ. {GC 624.1}

ພໍ​ຍຸກ​ສຸດ​ທ້າຍ​ໃກ້​ຈະ​ສິ້ນ​ສຸດ ຊາ​ຕານ​ຈະ​ປອມ​ຕົວ​ເປັນ​ພຣະ​ເຢ​ຊູ. ໃນ​ສະ­ຖານ­ທີ່​ຕ່າງໆ​ເທິງ​ແຜ່ນ­ດິນ​ໂລກ ຊາ​ຕານ​ຈະ​ປາ­ກົດ​ຕົວ​ໃນ​ຄວາມ​ສະ­ຫວ່າງ ແລະ ຈະ​ຄ້າຍ­ຄື​ກັບ​ພຣະ​ເຢ​ຊູ ເຊິ່ງ​ໄດ້​ບັນ​ລະ​ຍາຍ​ໄວ້​ໃນ​ພຣະ​ທຳ​ພຣະ​ນິ­ມິດ 1:13-15. ລັດ­ສະ­ໝີ​ທີ່­ຢູ່​ອ້ອມ​ຮອບ​ຕົວ​ຂອງ​ຊາ​ຕານ​ຊ່າງ​ງົດ​ງາມ​ດີ­ເລີດ​ກວ່າ​ສິ່ງ​ໃດໆ​ທີ່​ມະ­ນຸດ​ເຄີຍ​ເຫັນ. ແລ້ວ​ຄົນ​ທັງ­ຫຼາຍ​ຈະ​ຮ້ອງ​ຂຶ້ນ​ວ່າ: "ພຣະ​ເຢ​ຊູ​ສະ­ເດັດ​ມາ​ແລ້ວ" ແລະ ພວກ​ເຂົາ​ຈະ​ພາ­ກັນ​ກົ້ມ​ຂາບ​ຊາ​ຕານ. ຝ່າຍ​ຊາ​ຕານ​ຈະ​ອວຍ­ພອນ​ພວກ​ເຂົາ​ຄື​ກັນ​ກັບ​ພຣະ​ເຢ​ຊູ​ຊົງ​ອວຍ­ພອນ​ພວກ​ສາ​ວົກ. ສຽງ​ຂອງ​ຊາ​ຕານ​ນັ້ນ​ຈະ​ມ່ວນ​ອອນ​ຊອນ ແລະ ອ່ອນ​ຫວານ. ມັນ​ຈະ​ຮັກ­ສາ​ໂຣກ​ພະ­ຍາດ​ຕ່າງໆ ແລະ ຈະ​ສະ­ແດງ​ຄວາມ​ເມດ​ຕາ​ສົງ­ສານ​ປະ­ຊາ​ຊົນ. ຈາກ​ນັ້ນ ມັນ​ຈະ​ອ້າງ​ວ່າ ໄດ້​ປ່ຽນ​ວັນ​ຊະ­ບາ​ໂຕ​ຈາກ​ວັນ​ເສົາ​ມາ​ເປັນ​ວັນ​ອາ­ທິດ​ແລ້ວ ແລະ ຈະ​ສັ່ງ​ໃຫ້​ທຸກ​ຄົນ​ຖື​ຮັກ­ສາ​ໄວ້. ແລ້ວ​ມັນ​ຈະ​ເວົ້າ​ຕໍ່­ສູ້​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ໂດຍ​ອ້າງ​ວ່າ ພວກ​ເຂົາ​ກຳ­ລັງ​ໝິ່ນ­ປະ­ໝາດ​ນາມ​ຊື່​ຂອງ​ມັນ ແລະ ປະ­ຕິ­ເສດ​ການ​ຖື​ຮັກ­ສາ​ວັນ​ອາ­ທິດ​ເປັນ​ວັນ​ຊະ­ບາ​ໂຕ. {GC 624.2}

ແຕ່​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ຖືກ​ຊັກ​ຊວນ​ໄປ​ໃນ​ທາງ​ທີ່​ຜິດ​ໂດຍ​ກົນ​ຫຼອກ​ລວງ​ນີ້. ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຈອມ​ປອມ​ນີ້​ແມ່ນ​ບໍ່​ໄດ້​ສອດ­ຄ່ອງ​ກັບ​ຄຳ​ສອນ​ໃນ​ພຣະ​ຄຳ​ພີ. ພວກ​ເຂົາ​ເຫັນ​ວ່າ ຄຳ​ອວຍ­ພອນ​ຂອງ​ຊາ​ຕານ​ແມ່ນ​ຢູ່​ເໜືອ​ສັດ​ຮ້າຍ ແລະ ຮູບ​ຈຳ­ລອງ​ຂອງ​ມັນ ເຊິ່ງ​ເປັນ​ກຸ່ມ​ຄົນ​ດຽວ​ກັນ​ທີ່​ພຣະ​ຄຳ​ພີ​ໄດ້​ກ່າວ​ໄວ້​ວ່າ ຈະ​ໄດ້​ຮັບ​ຄວາມ​ໂກດ​ຮ້າຍ​ຂອງ​ພຣະ​ເຈົ້າ​ທີ່​ບໍ່​ປົນ​ກັບ​ສິ່ງ​ໃດ. ນອກ­ຈາກ​ນີ້ ພວກ​ເຂົາ​ຍັງ​ເຫັນ​ວ່າ ຊາ​ຕານ​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ​ປອມ​ແປງ​ການ​ສະ­ເດັດ​ກັບ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ​ໃນ​ລັກ­ສະ­ນະ​ທີ່​ພຣະ​ອົງ​ຈະ​ສະເດັດ​ມາ​ໃນ​ໂລກ. ພຣະ​ຄໍາ​ພີ​ກ່າວ​ວ່າ "ດ້ວຍ​ວ່າ ຈະ​ມີ​ພຣະ​ຄຣິ​ດປອມ ແລະ ຜູ້​ທຳ​ນວາຍ​ປອມ​ຫຼາຍ​ຄົນ​ຈະ​ເກີດ​ຂຶ້ນ ພວກ​ເຂົາ​ຈະ​ເຮັດ​ການ​ອັດ­ສະ­ຈັນ​ອັນ​ຍິ່ງ​ໃຫຍ່ ແລະ ໝາຍ​ສຳ­ຄັນ​ຫຼາຍ​ປະ­ການ ເພື່ອ​ຖ້າ​ເປັນ​ໄປ​ໄດ້​ຈະ​ຫຼອກ​ລວງ​ແມ່ນ​ແຕ່​ປະ­ຊາ­ຊົນ​ທີ່​ພຣະ​ເຈົ້າ​ໄດ້​ເລືອກ​ໄວ້​ໃຫ້​ຫຼົງ​ເສຍ​ໄປ... ສະ­ນັ້ນ ຖ້າ​ມີ​ຄົນ​ບອກ​ພວກ​ເຈົ້າ​ວ່າ 'ເພິ່ນ​ອອກ​ໄປ​ທີ່​ຖິ່ນ​ແຫ້ງ­ແລ້ງ​ກັນ­ດານ​ພຸ້ນ' ພວກ​ເຈົ້າ​ຢ່າ​ໄປ​ທີ່​ນັ້ນ ຫຼື ຖ້າ​ມີ​ຄົນ​ບອກ​ພວກ​ເຈົ້າ​ວ່າ 'ເບິ່ງ​ແມ! ເພິ່ນ​ລີ້​ຢູ່​ໃນ​ຫ້ອງ' ກໍ​ຢ່າ​ໄດ້​ເຊື່ອ. ດ້ວຍ​ວ່າ ບຸດ​ມະ­ນຸດ​ຈະ​ມາ​ເໜືອ​ນ​ດັ່ງ​ຟ້າ­ແມບ​ເຫຼື້ອມ​ສົ່ງ​ຂ້າມ​ທົ່ວ​ທ້ອງ­ຟ້າ ແຕ່​ທິດ­ຕາ­ເວັນ­ອອກ​ຫາ​ທິດ­ຕາ­ເວັນ­ຕົກ" (ມັດ​ທາຍ 24:24-27,31; 25:31) ນັ້ນ​ໝາຍ​ຄວາມ​ວ່າ ໃນ​ເວ­ລາ​ທີ່​ພຣະ​ເຢ​ຊູ​ອົງ​ແທ້​ຈິງ​ຈະ​ສະ­ເດັດ​ມາ ທົ່ວ​ທັງ​ໂລກ​ຈະ​ແນມ​ເຫັນ​ການ​ສະ­ເດັດ​ກັບ​ມາ​ຂອງ​ພຣະ​ອົງ. ບັນ­ດາ​ຜູ້​ທີ່​ສຶກ­ສາ​ພຣະ​ຄຳ​ພີ​ຢ່າງ​ດຸ­ໝັ່ນ​ຂະ­ຫຍັນ​ພຽນ​ຈະ​ຮູ້­ຈັກ​ວິ­ທີ​ການ​ສະ­ເດັດ​ກັບ​ມາ​ຂອງ​ພຣະ​ເຢ​ຊູ ແລະ ພວກ​ເຂົາ​ຈະ​ບໍ່​ຖືກ​ຫຼອກ​ລວງ. {GC 625.1-625.3}

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ 1:13-15; ມັດ​ທາຍ 24:24-27,31; 25:31.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 624.1-625.3} ຂຽນ​ໂດຍ ທ່ານ​ ນາງ​ ເອ​ເລັນ ​ຈີ. ໄວ​ທ

ໄພ­ພິ­ບັດ​ເຈັດ​ປະ­ການ

ເມື່ອ​ປະ­ຕູ​ພຣະ​ກາ​ລຸ​ນາ​ປິດ ພຣະ​ເຈົ້າ​ຈະ​ຖອກ​ເທ​ຄວາມ​ໂກດ​ຮ້າຍ​ຂອງ​ພຣະ​ອົງ​ລົງ​ເທິງ​ບັນ­ດາ​ຜູ້​ທີ່​ປະ­ຕິ­ເສດ​ພຣະ​ອົງ ແລະ ກົດ​ຂີ່​ຂົ່ມ​ເຫັງ​ປະ­ຊາ­ຊົນ​ຂອງ​ພຣະ​ອົງ. ບັນ­ດາ​ຜູ້​ທີ່​ມີ​ເຄື່ອງ­ໝາຍ​ຂອງ​ສັດ​ຮ້າຍ ແລະ ຮູບ​ຈຳ­ລອງ​ຂອງ​ມັນ​ຈະ​ໄດ້​ຮັບ​ຄວາມ​ໂກດ​ຮ້າຍ​ຂອງ​ພຣະ​ເຈົ້າ​ເຊັ່ນ ໄພ​ພິ­ບັດ. (ພຣະ​ນິ­ມິດ 14:9,10; 16:1) ພຣະ​ເຈົ້າ​ຈະ​ສົ່ງ​ທູດ​ສະ­ຫວັນ​ທັງ​ເຈັດ​ອົງ​ມາ​ຍັງ​ແຜ່ນ­ດິນ​ໂລກ ເພື່ອ​ຖອກ​ເທ​ແຕ່​ລະ​ຂັນ​ທີ່​ເຕັມ​ໄປ​ດ້ວຍ​ໄພ​ພິ­ບັດ.

ເຫດ­ການ​ອື່ນໆ​ຈະ​ເກີດ​ຂຶ້ນ​ຢູ່​ໃນ​ຊ່ວງ​ລະ­ຫວ່າງ​ໄພ­ພິ­ບັດ​ເຈັດ​ປະ­ການ​ເຊັ່ນ ເຫດ­ການ​ເວ­ລາ​ແຫ່ງ​ຄວາມ­ທຸກ​ຍາກ​ລຳ­ບາກ​ຂອງ​ຢາ​ໂຄບ ເຫດ­ການ​ທີ່​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຈະ​ໜີ​ໄປ​ຍັງ​ສະ­ຖານ­ທີ່​ຕ່າງໆ ບ່ອນ​ທີ່​ບໍ່​ມີ​ຄົນ​ອາ­ໄສ​ຢູ່​ເຊັ່ນ ພູ­ເຂົາ. ແລະ ເຫດ­ການ​ການ​ນັດ​ໝາຍ​ເວ­ລາ​ທີ່​ຈະ​ຂ້າ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ (ດຳລັດປະ­ຫານ​ຊີ­ວິດ).

ໃນ​ຂະ­ນະ​ທີ່​ພວກ​ເຮົາ​ອ່ານ​ຕໍ່​ໄປ ພວກ​ເຮົາ​ຈະ​ເຫັນ​ໄພ­ພິ­ບັດ​ເຫຼົ່າ​ນີ້​ຢູ່​ໃນ​ເຫດ­ການ​ຕ່າງໆ ເຊິ່ງ​ໄດ້​ບັນ​ລະ​ຍາຍ​ຢູ່​ໃນ​ແຕ່​ລະ​ຂໍ້​ຕໍ່​ໄປ​ນີ້. ຂໍ​ໃຫ້​ຜູ້​ອ່ານ​ຈົ່ງ​ເອົາ­ໃຈ­ໃສ່​ຢ່າງ​ລະ­ອຽດ​ຖີ່​ຖ້ວນ ແລ້ວ​ທ່ານ​ຈະ​ໄດ້​ເຂົ້າ­ໃຈ​ຄວາມ​ໝາຍ​ຂອງ​ສັນ­ຍາ​ລັກ ແລະ ເຫັນ​ໄພ­ພິ­ບັດ​ເຫຼົ່າ​ນີ້​ຈະ​ສິ້ນ​ສຸດ​ຢ່າງ​ໃດ.

ຂັນ​ທີ​ໜຶ່ງ: ຕຸ່ມ​ຝີ

"ທູດ​ສະ­ຫວັນ​ອົງ​ທຳ­ອິດ ໄດ້​ໄປ​ຖອກ​ຂັນ​ຂອງ​ຕົນ​ໃສ່​ແຜ່ນ­ດິນ​ໂລກ. ຕຸ່ມ​ຝີ​ອັນ​ຮ້າຍ​ແຮງ ແລະ ເຮັດ​ໃຫ້​ເຈັບ​ປວດ ໄດ້​ເກີດ​ຂຶ້ນ​ຕາມ​ຕົນ​ຕົວ​ຂອງ​ພວກ​ທີ່​ມີ​ເຄື່ອງ­ໝາຍ​ຂອງ​ສັດ​ຮ້າຍ ແລະ ພວກ​ທີ່​ຂາບ​ໄຫວ້​ຮູບ​ຂອງ​ມັນ." (ພຣະ​ນິ­ມິດ 16:2)

ຂັນ​ທີ​ສອງ: ນ້ຳ​ທະ­ເລ​ກາຍ­ເປັນ​ເລືອດ

"ແລ້ວ​ທູດ​ສະ­ຫວັນ​ອົງ​ທີ​ສອງ ກໍ​ໄດ້​ຖອກ​ຂັນ​ຂອງ​ຕົນ​ໃສ່​ທະ­ເລ ແລະ ນ້ຳ​ທະ­ເລ​ກໍ​ໄດ້​ກາຍ­ເປັນ​ເໝືອນ​ດັ່ງ​ເລືອດ​ຂອງ​ຄົນ​ຕາຍ ແລະ ທຸກ​ສິ່ງ​ທີ່​ມີ​ຊີ­ວິດ​ຢູ່​ໃນ​ທະ­ເລ​ກໍ​ໄດ້​ຕາຍ​ໄປ​ໝົດ." (ພຣະ​ນິ­ມິດ 16:3)

ຂັນ​ທີ​ສາມ: ນ້ຳ​ກາຍ­ເປັນ​ເລືອດ

"ແລ້ວ​ທູດ​ສະ­ຫວັນ​ອົງ​ທີ​ສາມ ກໍ​ໄດ້​ຖອກ​ຂັນ​ຂອງ​ຕົນ​ໃສ່​ແມ່­ນ້ຳ ແລະ ນ້ຳ­ພຸ​ທັງ­ຫຼາຍ ແລະ ແມ່­ນ້ຳ​ກັບ​ນ້ຳ­ພຸ​ເຫຼົ່າ­ນັ້ນ​ກໍ​ໄດ້​ກາຍ­ເປັນ​ເລືອດ." (ພຣະ​ນິ­ມິດ 16:4-7)

ຂັນ​ທີ​ສີ່: ມະ­ນຸດ​ຖືກ​ເຜົາ​ໄໝ້

"ແລ້ວ​ທູດ​ສະ­ຫວັນ​ອົງ​ທີ​ສີ່ ກໍ​ໄດ້​ຖອກ​ຂັນ​ຂອງ​ຕົນ​ໃສ່​ດວງ​ຕາ­ເວັນ ແລະ ດວງ​ຕາ­ເວັນ​ກໍ​ໄດ້​ຮັບ​ອະ­ນຸ­ຍາດ​ໃຫ້​ເຜົາ​ໄໝ້​ຄົນ​ທັງ­ຫຼາຍ​ດ້ວຍ​ຄວາມ​ຮ້ອນ​ອັນ​ແຮງ​ກ້າ. ພວກ​ເຂົາ​ໄດ້​ຖືກ​ເຜົາ​ໄໝ້​ດ້ວຍ​ແສງ​ແດດ​ກ້າ ແລະ ພວກ​ເຂົາ​ກໍ​ໄດ້​ສາບ​ແຊ່ງ​ພຣະ​ນາມ​ຂອງ​ພຣະ​ເຈົ້າ ອົງ​ທີ່​ມີ​ສິດ​ອຳ­ນາດ​ເໜືອ​ໄພ­ພິ­ບັດ​ນັ້ນ ແລະ ພວກ​ເຂົາ​ບໍ່​ໄດ້​ຖິ້ມ​ໃຈ​ເກົ່າ​ເອົາ­ໃຈ​ໃໝ່ ເພື່ອ​ຖວາຍ​ພຣະ​ກຽດ​ແກ່​ພຣະ​ອົງ." (ພຣະ​ນິ­ມິດ 16:8,9)

ຂັນ​ທີ​ຫ້າ: ຄວາມ​ມືດ ແລະ ຄວາມ­ເຈັບ​ປວດ

"ແລ້ວ​ທູດ​ສະ­ຫວັນ​ອົງ​ທີ​ຫ້າ ກໍ​ໄດ້​ຖອກ​ຂັນ​ຂອງ​ຕົນ​ໃສ່​ບັນ­ລັງ​ຂອງ​ສັດ​ຮ້າຍ ຄວາມ​ມືດ​ຈຶ່ງ​ຕົກ​ໃສ່​ອາ­ນາ­ຈັກ​ຂອງ​ສັດ​ຮ້າຍ ແລະ ຄົນ​ເຫຼົ່າ­ນັ້ນ​ກໍ​ກັດ​ລີ້ນ​ຂອງ​ຕົນ​ເພາະ​ຄວາມ­ເຈັບ​ປວດ ແລະ ພວກ​ເຂົາ​ໄດ້​ສາບ​ແຊ່ງ​ພຣະ​ເຈົ້າ​ແຫ່ງ​ສະ­ຫວັນ ຍ້ອນ​ຄວາມ­ເຈັບ​ປວດ ແລະ ຕຸ່ມ​ຝີ​ທີ່​ເກີດ​ຕາມ​ຕົນ​ຕົວ​ຂອງ​ພວກ​ເຂົາ​ນັ້ນ ແຕ່​ພວກ​ເຂົາ​ບໍ່​ໄດ້​ກັບ​ໃຈ​ຈາກ​ການ​ກະ­ທຳ​ຂອງ​ຕົນ." (ພຣະ​ນິ­ມິດ 16:10,11)

ຂັນ​ທີ​ຫົກ: ແມ່­ນ້ຳ​ເອ​ຟຣັດ​ໄດ້​ແຫ້ງ​ລົງ

"ແລ້ວ​ທູດ​ສະ­ຫວັນ​ອົງ​ທີ​ຫົກ ກໍ​ໄດ້​ຖອກ​ຂັນ​ຂອງ​ຕົນ​ໃສ່​ແມ່­ນ້ຳ​ໃຫຍ່​ເອີ​ຟຣັດ ແມ່­ນ້ຳ​ນັ້ນ​ໄດ້​ແຫ້ງ​ໄປ​ເພື່ອ​ຕຽມ​ຫົນ­ທາງ​ໄວ້​ໃຫ້​ບັນ­ດາ​ກະ­ສັດ​ທີ່​ມາ​ຈາກ​ທິດ​ຕາ­ເວັນ​ອອກ. ຕໍ່​ມາ ຂ້າ­ພະ­ເຈົ້າ​ໄດ້​ເຫັນ​ວິນ​ຍານ​ຊົ່ວ​ຮ້າຍ​ສາມ​ດວງ​ມີ​ລັກ­ສະ­ນະ​ເໝືອນ​ໂຕ​ກົບ ວິນ​ຍານ​ນັ້ນ​ໄດ້​ອອກ​ມາ​ຈາກ​ປາກ​ຂອງ​ພະ­ຍາ​ນາກ, ປາກ​ຂອງ​ສັດ​ຮ້າຍ ແລະ ປາກ​ຂອງ​ຜູ້​ປະ­ກາດ​ພຣະ​ຄຳ​ປອມ. ດ້ວຍ​ວ່າ ວິນ​ຍານ​ເຫຼົ່າ­ນັ້ນ​ເປັນ​ຜີ​ມານ​ຮ້າຍ​ທີ່​ເຮັດ​ໝາຍ​ສຳ­ຄັນ ມັນ​ອອກ​ໄປ​ຫາ​ກະ­ສັດ​ທັງ­ຫຼາຍ​ທົ່ວ​ພິ­ພົບ​ໂລກ ເພື່ອ​ໃຫ້​ກະ­ສັດ​ເຫຼົ່າ­ນັ້ນ​ມາ​ຮ່ວມ​ກັນ​ສຳ­ລັບ​ການ​ເຮັດ​ສົງ­ຄາມ​ໃນ​ວັນ​ອັນ​ໃຫຍ່​ຫຼວງ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ. (ພຣະ​ນິ­ມິດ 16:12-16)

("ເບິ່ງ​ແມ! ເຮົາ​ຈະ​ມາ​ເໝືອນ​ຂະ­ໂມຍ​ມາ ຄວາມ­ສຸກ​ເປັນ​ຂອງ​ຜູ້​ທີ່​ເຝົ້າ​ລະ­ວັງ ແລະ ຮັກ­ສາ​ເສື້ອ​ຜ້າ​ຂອງ​ຕົນ​ໄວ້ ເພື່ອ​ວ່າ​ຕົນ​ຈະ​ບໍ່​ໄດ້​ເປືອຍ​ກາຍ ແລະ ເປັນ​ທີ່​ອັບ­ອາຍ​ໃນ​ທ່າມ­ກາງ​ຄົນ​ທັງ​ຫຼາຍ.")

ແລະວິນ​ຍານ​ເຫຼົ່າ­ນັ້ນ ໄດ້​ພາ​ກະ­ສັດ​ທັງ­ຫຼາຍ​ມາ​ຊຸມ­ນຸມ​ກັນ​ໃນ​ບ່ອນ​ໜຶ່ງ ຕາມ​ພາ­ສາ​ເຮັບ​ເຣີ​ເອີ້ນ​ວ່າ "ອາ​ມາ​ເຄ​ໂດນ." (ພຣະ​ນິ­ມິດ 16:12-16)

ຂັນ​ທີ​ເຈັດ: ແຜ່ນ­ດິນ​ໂລກ​ຫວັ່ນ­ໄຫວ

"ແລ້ວ​ທູດ​ສະ­ຫວັນ​ອົງ​ທີ​ເຈັດ ກໍ​ໄດ້​ຖອກ​ຂັນ​ຂອງ​ຕົນ​ໃນ​ອາ­ກາດ ມີ​ສຽງ​ໜຶ່ງ​ດັງ​ແຮງ​ມາ​ຈາກ​ບັງ​ລັງ​ໃນ​ພຣະ​ວິ­ຫານ​ກ່າວ​ວ່າ: "ສຳ­ເລັດ​ແລ້ວ" ແລ້ວ​ກໍ​ມີ​ຟ້າ­ແມບ​ເຫຼື້ອມ, ມີ​ສຽງ​ແຕກ​ດັງ​ສະ­ໜັ່ນ, ຟ້າ­ຮ້ອງ​ຢ່າງ​ບໍ່​ຂາດ​ສາຍ ແລະ ແຜ່ນ­ດິນ​ກໍ​ໄຫວ​ຢ່າງ​ແຮງ. ຕັ້ງ­ແຕ່​ມະ­ນຸດ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ​ໃນ​ໂລກ ບໍ່​ເຄີຍ​ມີ​ແຜ່ນ­ດິນ​ຫວັ່ນ­ໄຫວ​ອັນ​ໃຫຍ່ ແລະ ຮ້າຍ​ແຮງ​ຂະ­ໜາດ​ນີ້​ຈັກ​ເທື່ອ ນີ້​ແມ່ນ​ແຜ່ນ­ດິນ​ໄຫວ​ຄັ້ງ​ຍິ່ງ​ໃຫຍ່​ທີ່​ສຸດ ມະ­ຫາ​ນະ­ຄອນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ ຫົວ​ເມືອງ​ທັງ­ຫຼາຍ​ໃນ​ທຸກ​ປະ­ເທດ​ໄດ້​ຖືກ​ທຳ​ລາຍ. ພຣະ​ເຈົ້າ​ບໍ່​ໄດ້​ລືມ​ມະ­ຫາ​ນະ­ຄອນ​ບາ​ບີ​ໂລນ ແລະ ໄດ້​ຊົງ​ໃຫ້​ນະ­ຄອນ​ນີ້​ດື່ມ​ເຫຼົ້າ​ອະ­ງຸ່ນ​ແຫ່ງ​ຄວາມ​ໂກດ​ຮ້າຍ​ຂອງ​ພຣະ​ອົງ. ເກາະ​ທຸກ​ແຫ່ງ​ໄດ້​ສູນ­ຫາຍ​ໄປ, ພູ​ທຸກ​ໜ່ວຍ​ກໍ​ຊອກ​ຫາ​ບໍ່​ພົບ. ມີ​ໝາກ­ເຫັບ​ໃຫຍ່​ໜັກ​ກ້ອນ​ລະ​ຫ້າ​ສິບ​ກິ​ໂລ​ກຼາມ ຕົກ​ຈາກ​ທ້ອງ­ຟ້າ​ຖືກ​ຄົນ​ທັງ​ປວງ, ພວກ​ເຂົາ​ໄດ້​ປ້ອຍ​ດ່າ​ພຣະ​ເຈົ້າ ຍ້ອນ​ໄພ­ພິ­ບັດ​ທີ່​ເກີດ​ຈາກ​ໝາກ­ເຫັບ​ນັ້ນ. ດ້ວຍ​ວ່າ ເປັນ​ໄພ­ພິ­ບັດ​ອັນ​ຮ້າຍ​ແຮງ​ເຫຼືອ​ເກີນ." (ພຣະ​ນິ­ມິດ 16:17-21)

ໄພ­ພິ­ບັດ​ເຫຼົ່າ​ນີ້​ຈະ​ບໍ່​ໄດ້​ເກີດ​ຂຶ້ນ​ທົ່ວ​ແຜ່ນ­ດິນ​ໂລກ ຖ້າ​ບໍ່​ດັ່ງ­ນັ້ນ ທຸກໆ​ຄົນ​ທີ່​ອາ­ໄສ​ຢູ່​ໃນ​ໂລກ​ຈະ​ຖືກ​ທຳ­ລາຍ​ໄປ​ໝົດ. ແຕ່​ໄພ­ພິ­ບັດ​ເຫຼົ່າ​ນີ້ ບໍ່​ວ່າ​ຈະ​ເກີດ​ຂຶ້ນ​ຢູ່​ບ່ອນ​ໃດ​ກໍ​ຕາມ ກໍ​ຈະ​ເຮັດ​ໃຫ້​ເຈັບ​ປວດ​ຫຼາຍ​ຈົນ​ທົນ​ຄວາມ­ເຈັບ​ປວດ​ບໍ່​ໄດ້ ແລະ ປະ­ຊາ­ຊົນ​ຈະ​ປາ­ຖະ­ໜາ​ພຣະ​ເມດ​ຕາ​ຂອງ​ພຣະ​ເຈົ້າ ແລະ ພຣະ​ຄຳ​ຂອງ​ພຣະ​ອົງ. ພວກ​ເຂົາ​ຈະ​ໄປ​ທີ່​ໂບດ​ເພື່ອ​ຊອກ​ຫາ​ອາ­ຫານ​ຝ່າຍ​ຈິດ​ວິນ​ຍານ ແຕ່​ພວກ​ເຂົາ​ຈະ​ບໍ່​ພົບ. (ອາ​ໂມດ 8:11,12) {GC 628.2, 629.1}

ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຈະ​ບໍ່​ລອດ​ພົ້ນ​ຈາກ​ຄວາມ­ທຸກ​ຍາກ​ລຳ­ບາກ ແລະ ຄວາມ​ອຶດ​ຫິວ. ແຕ່​ພຣະ​ເຈົ້າ​ຈະ​ບໍ່​ປະ​ຖິ້ມ​ພວກ​ເຂົາ​ໃຫ້​ພິ­ນາດ. ໃນ​ຂະ­ນະ​ທີ່​ຄົນ​ຊົ່ວ​ຮ້າຍ​ກຳ­ລັງ​ຈະ​ຕາຍ​ດ້ວຍ​ຄວາມ​ອຶດ­ຫິວ ແລະ ໂຣກ​ລະ­ບາດ ບັນ­ດາ​ທູດ​ສະ­ຫວັນ​ຈະ​ປົກ​ປ້ອງ​ຄົນ​ຊອບ​ທຳ​ທັງ­ຫຼາຍ ແລະ ຈັດ​ຫາ​ຄວາມ​ຕ້ອງ­ການ​ໃຫ້​ພວກ​ເຂົາ. (ເອ​ຊາ​ຢາ 33:15,16; 41:17) {GC 629.2}

“ຜູ້​ໃດ​ທີ່​ໄປ​ເພິ່ງ​ພຣະ​ເຈົ້າ​ສຳ­ລັບ​ຄວາມ​ປອດ​ໄພ ແລະ ຜູ້​ທີ່­ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ອົງ​ຊົງ​ຣິດ​ອຳ­ນາດ​ຍິ່ງ​ໃຫຍ່. ຜູ້​ນັ້ນ​ກໍ​ຕ້ອງ​ເວົ້າ​ກັບ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ “ພຣະ​ອົງ​ປ້ອງ​ກັນ ແລະ ຄຸ້ມ​ຄອງ​ຂ້າ­ນ້ອຍ ພຣະ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ຂ້າ­ນ້ອຍ ພວກ​ຂ້າ­ນ້ອຍ​ໄວ້​ວາງ­ໃຈ​ໃນ​ພຣະ​ອົງ.” ພຣະ​ອົງ​ຈະ​ຮັກ­ສາ​ເຈົ້າ​ໃຫ້​ພົ້ນ​ໂພຍ­ໄພ​ອັນ​ລັບ­ລີ້ ແລະ ຈາກ​ພະ­ຍາດ​ອັນ​ຮ້າຍ​ແຮງ​ອັນ​ເຖິງ​ຕາຍ. ພຣະ​ອົງ​ຈະ​ປົກ​ຕຸ້ມ​ເຈົ້າ​ໄວ້​ດ້ວຍ​ປີກ​ຂອງ​ພຣະ​ອົງ ແລະ ເຈົ້າ​ຈະ​ປອດ​ໄພ​ເພາະ​ພຣະ​ອົງ​ຮັກ­ສາ​ໄວ້. ຄວາມ​ສັດ­ຊື່​ຂອງ​ພຣະ​ອົງ​ນັ້ນ​ຈະ​ປົກ​ປ້ອງ​ຄຸ້ມ​ຄອງ ແລະ ທັງ​ຈະ​ປ້ອງ​ກັນ​ຮັກ­ສາ​ເຈົ້າ​ໄວ້​ດ້ວຍ. ເຈົ້າ​ບໍ່​ຕ້ອງ​ຢ້ານ​ອັນ­ຕະ­ລາຍ​ໃນ​ເວ­ລາ​ກາງ­ຄືນ ຫຼື ການ​ຫຼອນ​ໂຈມ​ຕີ​ໃນ​ເວ­ລາ​ກາງ­ເວັນ​ດ້ວຍ ຫຼື ໂຣກ​ລະ­ບາດ​ທີ່​ເກີດ​ຂຶ້ນ​ໃນ​ເວ­ລາ​ມືດ​ມົນ ຫຼື ມານ​ຮ້າຍ​ທີ່​ຂ້າ​ຄົນ​ໃນ​ເວ­ລາ​ກາງ­ເວັນ​ນັ້ນ. ອາດ​ຈະ​ມີ​ພັນ​ຄົນ​ລົ້ມ​ລົງ ແລະ ສິ້ນ​ໃຈ​ຕາຍ​ຢູ່​ຂ້າງ​ເຈົ້າ ສິບ​ພັນ​ຄົນ​ຢູ່​ອ້ອມ​ຮອບ​ເຈົ້າ ແຕ່​ເຈົ້າ​ຈະ​ບໍ່​ຖືກ​ທຳ​ຮ້າຍ. ເຈົ້າ​ຈະ​ສັງ­ເກດ​ເບິ່ງ​ດ້ວຍ​ຕາ​ຂອງ​ເຈົ້າ​ເທົ່າ​ນັ້ນ ແລະ ເຫັນ​ຄົນ​ຊົ່ວ​ຮ້າຍ​ຖືກ​ລົງ­ໂທດ​ຢ່າງ­ໃດ​ແດ່. ເຈົ້າ​ໄດ້​ຮັບ​ເອົາ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຜູ້​ປ້ອງ​ກັນ​ຂອງ​ເຈົ້າ ຄື​ຮັບ​ເອົາ​ພຣະ​ເຈົ້າ​ອົງ​ສູງ​ສຸດ​ເປັນ​ຜູ້​ຄຸ້ມ​ຄອງ​ເຈົ້າ. ສະ­ນັ້ນ​ແຫລະ ເຈົ້າ​ຈຶ່ງ​ບໍ່​ໄດ້​ປະ­ສົບ​ໄພ­ພິ­ບັດ​ໃດໆ ແລະ ຄວາມ​ໂຫດ­ຮ້າຍ​ກໍ​ຈະ​ບໍ່​ມາ​ໃກ້​ເຮືອນ​ເຈົ້າ. ພຣະ​ອົງ​ຈະ​ສັ່ງ​ໃຫ້​ຝູງ​ທູດ​ສະ­ຫວັນ​ມາ​ຄຸ້ມ​ຄອງ ເພື່ອ​ປົກ​ປ້ອງ​ຮັກ­ສາ​ທຸກ​ບ່ອນ​ທີ່​ເຈົ້າ​ໄປ​ນັ້ນ. ຝູງ​ທູດ​ສະ­ຫວັນ​ຈະ​ໃຊ້​ມື​ຫອບ​ອູ້ມ​ເຈົ້າ​ໄວ້​ບໍ່​ໃຫ້​ຕົກ ເພື່ອ​ບໍ່​ໃຫ້​ຕີນ​ຂອງ​ເຈົ້າ​ປວດ​ຍ້ອນ​ຕຳ​ກ້ອນ​ຫີນ. ເຈົ້າ​ຈະ​ເອົາ​ຊະ­ນະ​ສິງ­ໂຕ​ຮ້າຍ ແລະ ງູ​ພິດ​ທັງ­ຫຼາຍ ໂດຍ​ຢຽບ​ຢ່ຳ​ມັນ​ລົງ​ຢູ່​ໃຕ້​ຕີນ​ຂອງເຈົ້າ. ພຣະ​ເຈົ້າ​ກ່າວ​ວ່າ: “ເຮົາ​ຈະ​ຊ່ວຍ​ຜູ້​ທີ່​ຮັກ​ເຮົາ​ໃຫ້​ພົ້ນ​ໄພ ແລະ ປົກ​ປ້ອງ​ຮັກ­ສາ​ຜູ້​ທີ່​ຍອມ­ຮັບ​ຮູ້​ນາມ​ຊື່​ຂອງ​ເຮົາ. ເຮົາ​ຈະ​ຂານ​ຕອບ​ເມື່ອ​ພວກ​ເຂົາ​ເອີ້ນ​ຫາ​ເຮົາ ເຮົາ​ຈະ​ຢູ່​ນຳ​ເມື່ອ​ພວກ​ເຂົາ​ເດືອດ­ຮ້ອນ ເຮົາ​ຈະ​ຊ່ວຍ​ກູ້​ເອົາ​ພວກ​ເຂົາ​ໃຫ້​ພົ້ນ​ໄພ ທັງ​ຈະ​ໃຫ້​ຍົດ​ສັກ​ແກ່​ເຂົາ­ເຈົ້າ​ດ້ວຍ ເຮົາ​ຈະ​ໃຫ້​ອາ­ຍຸ​ຢືນ​ໝັ້ນ​ເປັນ​ລາງ­ວັນ​ແກ່​ພວກ​ເຂົາ ແລະ ເຮົາ​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ໄດ້​ພົ້ນ.” ເພງ​ສັນ­ລະ­ເສີນ 91

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ 16:1-21; 14:9,10; ເອ​ຊາ​ຢາ 33:15,16; 41:17; ເພງ​ສັນ­ລະ­ເສີນ 91:1-16.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 627.2-629.2} ຂຽນ​ໂດຍ ທ່ານ​ ນາງ ​ເອ​ເລັນ ​ຈີ. ໄວ​ທ

ເສລີພາບຖືກຄຸກຄາມ

ເມື່ອ​ເວ­ລາ​ການ​ບັງ­ຄັບ​ໃຊ້​ດຳລັດປະ­ຫານ​ຊີ­ວິດ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ໃກ້​ເຂົ້າ​ມາ​ແລ້ວ ບັນ­ດາ​ຜູ້­ນຳ​ຂອງ​ແຕ່​ລະ​ປະ­ເທດ​ຈະ​ຖອນ​ການ​ປົກ​ປ້ອງ​ຄຸ້ມ​ຄອງ​ຂອງ​ພວກ​ເຂົາ​ອອກ​ຈາກ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ ແລະ ຈະ​ປ່ອຍ​ໃຫ້​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ການ​ຄວບ​ຄຸມ​ຂອງ​ບັນ­ດາ​ຜູ້​ທີ່​ຕ້ອງ­ການ​ຈະ​ທຳ­ລາຍ​ພວກ​ເຂົາ. ມັນ​ເປັນ​ເວ­ລາ​ທີ່​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຈະ​ຕ້ອງ​ໜີ​ອອກ​ໄປ​ຈາກ​ຕົວ​ເມືອງ ​ແລະ ໝູ່​ບ້ານ ເພື່ອ​ໄປ​ອາ­ໄສ​ຢູ່​ໃນ​ສະ­ຖານ­ທີ່​ທີ່​ເປົ່າ​ປ່ຽວ ບ່ອນ​ທີ່​ພວກ​ເຂົາ​ຈະ​ຮ່ວມ​ຕົວ​ກັນ​ເປັນ​ກຸ່ມ​ຢູ່​ໃນ​ສະ­ຖານ­ທີ່​ທີ່​ຫ່າງ​ໄກ​ທີ່​ສຸດ​ຢູ່​ເທິງ​ແຜ່ນ­ດິນ​ໂລກ. ຫຼາຍ​ຄົນ​ຈະ​ພົບ​ບ່ອນ​ທີ່​ລີ່​ຊ້ອນ​ຢູ່​ໃນ​ພູ​ເຂົາ. ສ່ວນ​ຄົນ​ອື່ນໆ​ຈະ​ຖືກ​ຈັບ​ຕົວ ແລະ ໃຫ້​ເປັນ​ຂ້າ​ທາດ​ຢ່າງ​ໂຫດ­ຮ້າຍ​ຢູ່​ໃນ​ຄຸກ ແລ້ວ​ລໍ​ການ​ຖືກ​ປະ­ຫານ​ຊີ­ວິດ, ບາງ​ຄົນ​ຖືກ​ປະ​ຖິ້ມ​ໃຫ້​ອົດ​ຕາຍ​ຢູ່​ໃນ​ຄຸກ​ມືດ. ບໍ່​ມີ​ໃຜ​ທີ່​ຈະ​ມີ​ຄວາມ​ອີ​ດູ​ຕົນ​ສົງ­ສານ​ຕໍ່​ພວກ​ເຂົາ​ເລີຍ. {GC 626.1}

ແຕ່​ພຣະ​ເຈົ້າ​ບໍ່​ລືມ​ປະ­ຊາ­ຊົນ​ຂອງ​ພຣະ​ອົງ. ບັນ­ດາ​ທູດ​ສະ­ຫວັນ​ຈະ​ຢູ່​ຄຽງ​ຂ້າງ​ພວກ​ເຂົາ​ເພື່ອ​ປົກ​ປ້ອງ​ຮັກ­ສາ​ພວກ​ເຂົາ​ໄວ້ ແລະ ພວກ​ເຂົາ​ຈະ​ຮ້ອງ­ເພງ​ສັນ­ລະ­ເສີນ​ພຣະ​ເຈົ້າ. {GC 627.1}

ພໍ​ໃກ້​ເຖິງ​ເວ­ລາ​ທີ່​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຈະ​ຖືກ​ລົງ­ໂທດ​ຕາມ​ດຳລັດ​ປະ­ຫານ​ຊີ­ວິດ​ທີ່​ໄດ້​​ປະ­ກາດອອກ​ໄປ​ນັ້ນ ອາດ​ຈະ​ເບິ່ງ​ຄື​ວ່າ​ຈະ​ບໍ່​ມີ​ທາງ​ໜີ​ລອດ​ສຳ­ລັບ​ພວກ​ເຂົາ ແລະ ອີກ​ບໍ່​ດົນ​ທີ່​ພວກ​ເຂົາ​ຈະ​ຕ້ອງ​ໄດ້​ເສຍ​ຊີ­ວິດ​ເພື່ອ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ. ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ເລີ່ມ​ຢ້ານ​ກົວ​ວ່າ​ພວກ​ເຂົາ​ຈະ​ຕ້ອງ​ຕາຍ. ພວກ​ເຂົາ​ໄດ້​ອະ­ທິ­ຖານ​ຕໍ່​ພຣະ​ເຈົ້າ​ທັງ​ກາງ­ເວັນ​ ແລະ ກາງ­ຄືນ​ເພື່ອ​ຄວາມ​ລອດ. ພວກ​ຄົນ​ຊົ່ວ​ຮ້າຍ​ຕ່າງ​ກໍ​ພາ­ກັນ​ເຍາະ​ເຍີ​ຍ​ພວກ​ເຂົາ​ວ່າ: "ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ຢູ່​ໃສ? ຖ້າ​ພວກ​ເຈົ້າ​ເປັນ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ແທ້​ຈິງ ເປັນ​ຫຍັງ ພຣະ​ອົງ​ຈຶ່ງ​ບໍ່​ມາ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ພົ້ນ​ອອກ​ຈາກ​ມື​ຂອງ​ພວກ​ຂ້ອຍ?" ແຕ່​ບໍ່​ມີ​ຜູ້​ໃດ​ສາ­ມາດ​ແນມ​ເຫັນ​ບັນ­ດາ​ທູດ​ສະ­ຫວັນ​ຂອງ​ພຣະ​ເຈົ້າ​ທີ່­ຢູ່​ອ້ອມ​ຮອບ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ. ເຖິງ​ແມ່ນ​ວ່າ ດຳລັດ​ປະ­ຫານ​ຊີ­ວິດ​ຍັງ​ບໍ່​ເຖິງ​ເວ­ລາ​ບັງ­ຄັບ​ໃຊ້​ເທື່ອ ແຕ່​ພວກ​ຄົນ​ຊົ່ວ​ຮ້າຍ​ຈະ​ພະ­ຍາ­ຍາມ​ຂ້າ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ໃນ​ຂະ­ນະ​ທີ່​ພວກ​ເຂົາ​ໜີ​ອອກ​ຈາກ​ຕົວ​ເມືອງ ແລະ ໝູ່​ບ້ານ. ແຕ່​ບໍ່​ມີ​ພວກ​ຄົນ​ຊົ່ວ​ຮ້າຍ​ຜູ້​ໃດ​ສາ­ມາດ​ຜ່ານ​ບັນ­ດາ​ທູດ​ສະ­ຫວັນ​ຂອງ​ພຣະ​ເຈົ້າ​ທີ່​ເຝົ້າ​ຢູ່​ອ້ອມ​ຮອບ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ ແລະ ອາ­ວຸດ​ຂອງ​ພວກ​ຄົນ​ຊົ່ວ​ຮ້າຍ​ກໍ​ຫັກ​ຕົກ­ລົງ​ມາ​ຢ່າງ​ໄຮ້​ອຳ­ນາດ​ຢູ່​ພື້ນ​ດິນ. {GC 630.1; 631.1}

“ທູດ​ສະ­ຫວັນ​ຂອງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ເຝົ້າ​ຮັກ­ສາ​ຜູ້​ທີ່​ຢຳ​ເກງ​ພຣະ​ອົງ ແລະ ຊ່ວຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ອັນ­ຕະ­ລາຍ” (ເພງ​ສັນ­ລະ­ເສີນ 34:7)

“ໃນ​ຍາມ​ຍາກ​ລຳ­ບາກ ພຣະ​ອົງ​ຈະ​ເປັນ​ຮົ່ມ​ໃຫ້​ຂ້າ­ນ້ອຍ ພຣະ​ອົງ​ຈະ​ຮັກ­ສາ​ຂ້າ­ນ້ອຍ​ໄວ້​ຢູ່​ໃນ​ພຣະ​ວິ­ຫານ​ຂອງ​ພຣະ​ອົງ ແລະ ໃຫ້​ຂ້າ­ນ້ອຍ​ຢູ່​ເທິງ​ໂງ່ນ​ຫີນ​ສູງ​ຢ່າງ​ປອດ​ໄພ” (ເພງ​ສັນ­ລະ­ເສີນ 27:5)

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ເພງ​ສັນ­ລະ­ເສີນ 34:7; 27:5.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 626.1-631.1} ຂຽນ​ໂດຍ ທ່ານ ​ນາງ​ ເອ​ເລັນ ​ຈີ. ໄວ​ທ

ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ໄດ້ຮັບກັນຊ່ວຍໃຫ້ລອດ

ການ​ບັງ­ຄັບ​ໃຊ້​ດຳລັດ​ປະ­ຫານ​ຊີ­ວິດ​ແມ່ນ​ຈະ​ເກີດ​ຂຶ້ນ​ຢູ່​ໃນ​ສະ­ຖານ­ທີ່​ຕ່າງໆ​ພາຍ​ໃນ​ຄືນ​ດຽວ ເພື່ອ​ທຳ­ລາຍ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ທັງ​ໝົດ. ໃນ​ເວ­ລາ​ນັ້ນ ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ບາງ​ຄົນ​ຢູ່​ໃນ​ຄຸກ, ບາງ​ຄົນ​ຢູ່​ໃນ​ພູ­ເຂົາ ຫຼື ໃນ​ປ່າ ແລະ ພວກ​ເຂົາ​ກຳ­ລັງ​ອ້ອນ­ວອນ​ອະ­ທິ­ຖານ​ຂໍ​ຄວາມ​ປົກ​ປ້ອງ​ຄຸ້ມ​ຄອງ​ຈາກ​ພຣະ​ເຈົ້າ. ໃນ​ຂະ­ນະ​ນີ້​ພວກ​ຄົນ​ຊົ່ວ​ຮ້າຍ​ກຳ­ລັງ​ເດີນ​ຂະ­ບວນ​ເຂົ້າ​ມາ​ເພື່ອ​ທຳ­ລາຍ​ພວກ​ເຂົາ. ແຕ່​ໃນ​ທັນ­ໃດ​ນັ້ນ ໄພ­ພິ­ບັດ​ທີ່​ຫົກ ຄວາ​ມມືດ​ມິດ​ທີ່​ມືດ​ກວ່າ​ຕອນ​ກາງ­ຄືນ​ໄດ້​ມາ​ຍັງ​ພວກ​ຄົນ​ຊົ່ວ​ຮ້າຍ ແລະ ພວກ​ເຂົາ​ບໍ່​ສາ­ມາດ​ທີ່​ຈະ​ໄປ​ຕໍ່​ໄດ້​ອີກ. ຈາກ​ນັ້ນ ສາຍ​ຮຸ້ງ​ຈາກ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຈົ້າ​ໄດ້​ສະ­ຫວ່າງ​ຢູ່​ເທິງ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ທີ່​ກຳ­ລັງ​ອະ­ທິ­ຖານ​ຢູ່. {GC 631.1; 635.1}

ແລ້ວ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ໄດ້​ເຫັນ​ສາຍ​ຮຸ້ງ​ແຫ່ງ​ຄຳ​ສັນ​ຍາ. ຜ່ານ​ທາງ​ກ້ອນ​ເມກດຳ​ທີ່​ໜ້າ​ຢ້ານ​ກົວ ພວກ​ເຂົາ​ໄດ້​ເຫັນ​ພຣະ​ສະ­ຫງ່າ­ຣາ­ສີ​ຂອງ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ປະທັບ​ຢູ່​ບັນ­ລັງ​ຂອງ​ພຣະ​ອົງ. ມັນ​ເປັນ​ເວ­ລາ​ທ່ຽງ​ຄືນ​ທີ່​ພຣະ​ເຈົ້າ​ຊົງ​ສຳ­ແດງ​ຣິດ​ອຳ­ນາດ​ຂອງ​ພຣະ​ອົງ​ເພື່ອ​ການ​ຊ່ວຍ­ເຫຼືອ​ປະ­ຊາ­ຊົນ​ຂອງ​ພຣະ​ອົງ. ດວງ​ຕາ­ເວັນ​ປາ­ກົດ​ສ່ອງ​ແສງ​ສະ­ຫວ່າງ​ຢ່າງ​ແຮງ​ກ້າ, ມີ​ໝາຍ​ສຳ­ຄັນ ແລະ ການ​ອັດ­ສະ­ຈັນ​ຕ່າງໆ​ເກີດ​ຂຶ້ນ. ພວກ​ຄົນ​ຊົ່ວ​ຮ້າຍ​ຢ້ານ​ກົວ​ຕົວ​ສັ່ນ ແຕ່​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຊົມ­ຊື່ນ​ຍິນ­ດີ​ເພາະ­ວ່າ​ການ​ຊ່ວຍ​ໃຫ້​ລອດ​ພົ້ນ​ຂອງ​ພວກ​ເຂົາ​ໄດ້​ເຂົ້າ​ມາ​ໃກ້​ແລ້ວ. ມີ​ການ​ປ່ຽນ­ແປງ​ໃນ​ທຳ​ມະ​ຊາດ, ແມ່­ນ້ຳ​ລຳ​ທານ​ຢຸດ​ໄຫຼ, ກ້ອນ​ເມກ​ດຳ​ທີ່​ໜ້າ​ຢ້ານ​ກົວ​ໄດ້​ຕຳ​ເຂົ້າ​ໃສ່​ກັນ ແລະ ພຣະ​ສຸ­ລະ­ສຽງ​ຂອງ​ພຣະ​ເຈົ້າ​ໄດ້​ກ່າວ​ຂຶ້ນ​ວ່າ: "ສຳ­ເລັດ​ແລ້ວ" (ພຣະ​ນິ­ມິດ 16:17) {GC 635.3-636.2}

ພຣະ​ສຸ­ລະ­ສຽງ​ນັ້ນ​ສັ່ນ​ສະ­ເທືອນ​ຟ້າ​ສະ­ຫວັນ ແລະ ແຜ່ນ­ດິນ​ໂລກ ແລະ "ເກີດ​ມີ​ແຜ່ນ­ດິນ​ໄຫວ​ອັນ​ໃຫຍ່ ເຊິ່ງ​ຕັ້ງ­ແຕ່​ມະ­ນຸດ​ເກີດ​ມາ​ໃນ​ໂລກ ບໍ່​ເຄີຍ​ມີ​ແຜ່ນ­ດິນ​ໄຫວ​ອັນ​ໃຫຍ່ ແລະ ຮ້າຍແຮງ​ປານ​ນີ້​ຈັກ​ເທື່ອ" (ພຣະ​ນິ­ມິດ 16:17,18) ຟ້າ​ສະ­ຫວັນ​ເບິ່ງ​ຄື​ວ່າ​ທ້ອງ­ຟ້າ​ຈະ​ເປີດໆ​ປິດໆ. ສະ­ຫງ່າ­ຣາ­ສີ​ຈາກ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຈົ້າ​ເບິ່ງ​ຄື​ວ່າ​ຈະ​ສ່ອງ​ຜ່ານ​ກ້ອນ​ເມກ​ອອກ​ມາ. ພູ­ເຂົາ​ສັ່ນ​ສະ­ເທືອນ​ເໝືອນ​ກັບ​ຕົ້ນ​ອໍ້​ຖືກ​ລົມ​ພັດ ແລະ ເສດ​ກ້ອນ​ຫີນ​ກະ​ແຈກ​ກະ­ຈາຍ​ກະ­ເດັນ​ອອກ​ໄປ​ທົ່ວ​ທຸກ​ທິດ, ມີ​ສຽງ​ຮ້ອງ​ເໝືອນ​ສຽງ​ພາ­ຍຸ​ທີ່​ກຳ­ລັງ​ຈະ​ພັດ​ເຂົ້າ​ມາ, ທະ­ເລ​ພັດ​ປັ່ນ​ປ່ວນ​ເໝືອນ​ກັບ​ວ່າ​ໂກດ​ແຄ້ນ, ແລະ ສຽງ​ລົມ­ພາ­ຍຸ​ດັງ​ກ້ອງ​ກັງ­ວານ​ເໝືອນ​ກັບ​ວ່າ​ສຽງ​ຮ້ອງ​ຂອງ​ພວກ​ຜີ​ປີ­ສາດ​ທີ່​ອອກ​ໄປ​ເຮັດ​ໜ້າ­ທີ່​ແຫ່ງ​ການ​ທຳ­ລາຍ​ລ້າງ. ທົ່ວ​ແຜ່ນ­ດິນ​ໂລກ​ສູງ​ຂຶ້ນ ແລະ ເບັ່ງ​ອອກ​ເໝືອນ​ກັບ​ຄື້ນ​ໃນ​ທະ​ເລ. ພື້ນ​ຜິວ​ໂລກ​ກຳ­ລັງ​ແຕກ​ອອກ​ເໝືອນ​ກັບ​ວ່າ​ຮາກ​ຖານ​ຂອງ​ແຜ່ນ­ດິນ​ໂລກ​ກຳ­ລັງ​ຈະ​ເພ​ພັງ. ພູ­ເຂົາ​ທັງ­ຫຼາຍ​ກຳ­ລັງ​ຈະ​ຈົມ​ລົງ, ເກາະ​ທີ່​ມີ​ຜູ້​ຄົນ​ອາ­ໄສ​ຢູ່­ກຳ​ລັງ​ຈະ​ຈົມ​ຫາຍ​ໄປ ແລະ ທ່າ­ເຮືອ​ທີ່​ເໝືອນ​ເມືອງ​ໂຊ​ໂດ​ມ​ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ນັ້ນ ໄດ້​ສູນ­ຫາຍ​ໄປ. ມະ­ຫາ​ນະ­ຄອນ​ບາ​ບີ​ໂລ​ນ​ເຂົ້າ​ມາ​ຢູ່​ໃນ​ຄວາມ​ຊົງ​ຈຳ​ຂອງ​ພຣະ​ເຈົ້າ "ຊົງ​ໃຫ້​ນະ­ຄອນ​ນີ້​ດື່ມ​ເຫຼົ້າ​ອະ­ງຸ່ນ​ແຫ່ງ​ຄວາມ​ໂກດ​ຮ້າຍ​ຂອງ​ພຣະ​ເຈົ້າ" (ພຣະ​ນິ­ມິດ 16:19) ລູກ​ເຫັບ​ຂະ­ໜາດ​ໃຫຍ່​ແຕ່​ລະ​ລູກ "ໜັກ​ປະ­ມານ​ຫ້າ​ສິບ​ກິ​ໂລ​ກຼາມ" ກຳ­ລັງ​ດຳ­ເນີນ​ເຮັດ​ການ​ທຳ­ລາຍ​ລ້າງ (ພຣະ​ນິ­ມິດ 16:21) ເມືອງ​ທີ່​ຈອງ­ຫອງ​ທີ່​ສຸດ​ໃນ​ໂລກ​ກຳ­ລັງ​ຖືກ​ທຳ­ລາຍ​ຈົນ​ໝົດ​ກ້ຽງ ພຣະ​ຣາ​ຊະ​ວັງ​ທີ່​ສະ­ຫງ່າ​ງາມ ເຊິ່ງ​ບັນ­ດາ​ເຈົ້າ​ນາຍ​ໃນ​ແຜ່ນ­ດິນ​ໂລກ​ໃຊ້​ຈ່າຍ​ຊັບ​ສົມ­ບັດ​ຢ່າງ​ຟຸ່ມ​ເຟືອຍ​ເພື່ອ​ເຮັດ​ໃຫ້​ຕົນ​ເອງ​ໄດ້​ຮັບ​ກຽດ​ນັ້ນ ພັງ​ພິ­ນາດ​ໄປ​ຕໍ່­ໜ້າ​ຕໍ່​ຕາ​ຂອງ​ເຈົ້າ​ນາຍ. ກຳ­ແພງ​ຄຸກ​ແຍກ​ອອກ ແລະ ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ທີ່​ຖືກ​ຂັງ​ຍ້ອນ​ຄວາມ​ເຊື່ອ​ນັ້ນ ກໍ​ຖືກ​ປົດ​ປ່ອຍ​ໃຫ້​ເປັນ​ອິດ​ສະ​ລະ. {GC 636.3}

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ 16:17-19, 21.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 631.1-636.3} ຂຽນ​ໂດຍ ທ່ານ ​ນາງ​ ເອ​ເລັນ ​ຈີ. ໄວ​ທ

ບັນດາຄົນທີ່ແທງພຣະອົງຈະເຫັນພຣະອົງ

ຂຸມ​ຝັງ​ສົບ​ເປີດ​ອອກ ແລະ "ຫຼາຍ​ຄົນ​ໃນ​ພວກ​ເຫຼົ່າ​​ນັ້ນ​ທີ່​ຕາຍ​ໄປ​ແລ້ວ​ຈະ​ມີ​ຊີວິດ​ອີກ ຄື​ບາງ​ຄົນ​ຈະ​ມີ​ຄວາມ​ພໍ​ອົກ​ພໍໃຈ​ກັບ​ຊີວິດ​ອັນ​ຕະຫຼອດ​ໄປ​ເປັນນິດ; ບາງ​ຄົນ​ຈະ​ທົນ​ທຸກ​ຢ່າງ​ອັບອາຍ​ຕະຫຼອດ​ໄປ" (ດາ​ນີ​ເອນ 12:2) ທຸກ​ຄົນ​ທີ່​ຕາຍ​ໄປ​ພ້ອມ​ກັບ​ຄວາມ​ເຊື່ອ​ໃນ​ຂ່າວ​ທູດ​ສະຫວັນ​ອົງ​ທີ​ສາມ​ຈະ​ຟື້ນ​ຄືນ​ມາ​ຈາກ​ຂຸມ​ຝັງ​ສົບ​ດ້ວຍ​ແສງ​ລັດສະໝີ ເພື່ອ​ເບິ່ງ​ການ​ສະເດັດ​ກັບ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ. ແຕ່​ຍັງ​ມີ​ພວກ​ຄົນ​ຊົ່ວ​ຮ້າຍ ແລະ ໂຫດຮ້າຍ​ທີ່​ສຸດ​ບາງ​ສ່ວນ ຄົນ​ເຫຼົ່ານັ້ນ​ທີ່​ຕໍ່ຕ້ານ​ພຣະ​ເຈົ້າ ແລະ ປະຊາຊົນ​ຂອງ​ພຣະ​ອົງ​ຢ່າງ​ຮຸນ​ແຮງ​ທີ່​ສຸດ ພວກ​ເຂົາ​ຈະ​ຟື້ນ​ຄືນ​ມາ​ເພື່ອ​ເປັນ​ພະ​​ຍານ​ເຖິງ​ການ​ສະເດັດ​ກັບ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ. ບາງ​ຄົນ​ໃນ​ພວກ​ເຂົາ​ແມ່ນ​ພວກ​ປະໂລຫິດ ແລະ ພວກ​ຜູ້​ນໍາ​ສາ­ສະ­ໜາ​ທີ່​ຄຶງ​ພຣະ​ເຢ​ຊູ​ໄວ້​ເທິງ​ໄມ້​ກາງ​ແຂນ ເພາະ­ວ່າ​ພຣະ​ຄໍາ​ພີ​ກ່າວ​ວ່າ "ຄົນ​ເຫຼົ່ານັ້ນ​ທີ່​ແທງ​ພຣະ​ອົງ​ຈະ​ໄດ້​ເຫັນ​ພຣະ​ອົງ​ເໝືອນ​ກັນ" (ພຣະ​ນິມິດ 1:7) {GC 637.1}

ແຕ່​ຄົນ​ຕາຍ​ທີ່​ຍັງ​ເຫຼືອ​ຢູ່​ຄື ຄົນ​ຊອບ​ທຳ​ທີ່​ຕາຍ​ກ່ອນ​ຂ່າວສານ​ຂອງ​ທູດ​ສະຫວັນ​ອົງ​ທີ​ສາມ ແລະ ຄົນ​ຊົ່ວ​ຮ້າຍ​ທີ່​ຍັງ​ຢູ່​ໃນ​ຂຸມ​ຝັງ​ສົບ​ໃນ​ເວລາ​ນີ້ ພວກ​ເຂົາ​ຈະ​ຟື້ນ​ຄືນ​ຂຶ້ນ​ມາ​ໃນ​ເວລາ​ຕໍ່​ມາ.

ສ່ວນ​ພວກ​ຄົນ​ຊົ່ວ​ຮ້າຍ​ທີ່​ຍັງ​ມີ​ຊີ­ວິດ​ຢູ່​ໃນ​ເວ­ລາ​ນັ້ນ ພວກ​ເຂົາ​ຈະ​ຢ້ານ​ກົວ​ຫຼາຍ ໃນ​ພຣະ​ຄຳ​ພີ​ໄດ້​ກ່າວ​ໄວ້​ວ່າ: "ໃນ​ມື້​ນັ້ນ ຄົນ​ຈະ​ແກວ່ງ​ຮູບ​ເຄົາ­ລົບ​ຂອງ​ຕົນ​ທີ່​ເຮັດ​ດ້ວຍ​ເງິນ ຫລື​ຄຳ ແລະ ຈາກ​ມື​ຂອງ​ພວກ​ເຂົາ​ເອງ​ຖິ້ມ​ໄປ​ຍັງ​ໂຕ​ຕຸ່ນ ແລະ ໂຕ​ເຈຍ​ທັງ­ຫຼາຍ ເພື່ອ​ພວກ​ເຂົາ​ຈະ​ເຂົ້າ​ໄປ​ໃນ​ຖ້ຳ​ຫີນ ແລະ ຕາມ​ຮ່ອມ​ຂອງ​ຜາ​ຫີນ ໃຫ້​ພົ້ນ​ຈາກ​ພຣະ​ພິ­ໂລດ​ອັນ​ໜ້າ​ຢ້ານ​ກົວ​ຂອງ​ພຣະ​ເຈົ້າ ເມື່ອ​ພຣະ​ອົງ​ຊົງ​ລຸກ­ຂຶ້ນ ເຮັດ​ໃຫ້​ໂລກ​ສັ່ນ​ສະ­ທ້ານ” (ເອ​ຊາ​ຢາ 2:20, 21)

ແຕ່​ບັນດາ​ຜູ້​ທີ່​ຕິດຕາມ​ພຣະ​ເຢ​ຊູ​ເຖິງ​ແມ່ນ​ວ່າ​ຈະ​ຖືກ​ກົດ​ຂີ່​ຂົ່ມ​ເຫັງ ກໍ​ຈະ​ໂຮຮ້ອງ​ດ້ວຍ​ຄວາມ​ມີ​ໄຊ "ພຣະ​ເຈົ້າ​ເປັນ​ທີ່​ກຳ​ບັງ ແລະ ກຳລັງ​ຂອງ​ພວກ​ຂ້ານ້ອຍ ພຣະ​ອົງ​ພ້ອມ​ຊ່ວຍ​ຊູ​ໃນ​ຄາວ​ພວກ​ຂ້ານ້ອຍ​ຍາກ​ລຳ​ບາກ. ສະນັ້ນ ພວກ​ຂ້ານ້ອຍ​ຈຶ່ງ​ບໍ່​ຢ້ານ​ແມ່ນ​ວ່າ​ໂລກ​ນີ້​ສະທ້າ​ນ​ຫວັ່ນໄຫວ ໜ່ວຍ​ພູ​ຖະ​ຫຼົ່ມ​ໃສ່​ມະຫາ​ສະ​ມຸດ​ອັນ​ເລິກ​ກໍ​ຕາມ ເຖິງ​ແມ່ນ​ວ່າ ນ້ຳ​ທະເລ​ສົ່ງ​ສຽງ​ບ້າ​ຄັ້ງ​ດັງ​ຮ້າຍ​ແຮງ ຈົນ​ເນີນ​ພູ​ສັ່ນ​ສະເທືອ​ນ​ຍ້ອນ​ຄວາມ​ຮຸນ​ແຮງ​ນັ້ນ. (ເພງ​ສັນລະເສີນ 46:1-3)

ຈາກ​ນັ້ນ ກ້ອນ​ເມກ​ກໍ​ໄດ້​ເຄື່ອນ​ໄຫຼ​ອອກ​ໄປ ແລະ ແນມ​ເຫັນ​ດາວ​ເຕັມ​ທ້ອງ​ຟ້າ. ແລ້ວ​ລັດສະໝີ​ທີ່​ແຈ່ມແຈ້ງ​ສະຫວ່າງ​ກໍ​ໄດ້​ສ່ອງ​ອອກ​ມາ​ຈາກ​ທ້ອງ​ຟ້າ. ລັດສະໝີ​ຂອງ​ນະຄອນ​ໃນ​ທ້ອງຟ້າ​ເຄື່ອນ​ໄຫວ​ອອກ​ມາ​ຈາກ​ປະຕູ​ທີ່​ເປີດ​ຢູ່. ຢູ່​ເທິງ​ທ້ອງຟ້າ​ປາ­ກົດ​ມີ​ມື​ຈັບ​ແຜ່ນ​ຫີນ​ສອງ​ແຜ່ນທີ່​ຈາ­ລຶກ​ພຣະ​ບັນຍັດ​ສິບ​ປະການ​ຂອງ​ພຣະ​ເຈົ້າ. ຂໍ້​ພຣະ​ບັນຍັດ​ສິບ​ປະການ​ທີ່​ບັນທຶກ​ດ້ວຍ​ໄຟ​ນັ້ນ ໄດ້​ຖືກ​ນຳ​ມາ​ໃຫ້​ທຸກ​ຄົນ​ທີ່​ມີ​ຊີວິດ​ຢູ່​ໃນ​ໂລກ​ໄດ້​ເຫັນ. ທຸກ​ຄົນ​ສາມາດ​ແນມ​ເຫັນ ​ແລະ ອ່ານ​ອອກ​ໄດ້. ແລ້ວ​ຄວາມ​ຊົງ​ຈຳ​ຂອງ​ພວກ​ເຂົາ​ກໍ​ໄດ້​ຫວນ​ກັບ​ຄືນ​ມາ. ຄວາມ​ເຊື່ອ​ທີ່​ງົມ​ງວຍ ແລະ ຄວາມ​ເຊື່ອ​ທີ່​ຜິດ​ກໍ​ໄດ້​ຖືກ​ກວດ​ອອກ​ໄປ​ຈາກ​ສະໝອງ​ຂອງ​ທຸກ​ຄົນ. (ພຣະ​ນິມິດ11:19) ພວກ​ຄົນ​ຊົ່ວ​ຮ້າຍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ ແລະ ຄວາມ​ຜິດ​ຫວັງ​ໃນ​ຂະ­ນະ​ທີ່​ພວກ​ເຂົາ​ກຳ­ລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຜິດ​ໃນ​ອະດີດ​ທີ່​ຕໍ່­ຕ້ານ​ພຣະ​ບັນ­ຍັດ​ຂອງ​ພຣະ​ເຈົ້າ. ພວກ​ເຂົາ​ເຫັນ​ວ່າ ວັນ​ຊະ­ບາ​ໂຕ​ມື້​ທີ​ເຈັດ​ເປັນ​ວັນ​ຊະ­ບາ​ໂຕ​ທີ່­ແທ້​ຈິງ ແລະ ພວກ​ເຂົາ​ເຫັນ​ວ່າ ພວກ​ເຂົາ​ໄດ້​ຕໍ່­ສູ້​ພຣະ​ເຈົ້າ. {GC 639.1}

ຕໍ່​ມາ ສຽງ​ຂອງ​ພຣະ​ເຈົ້າ​ກໍ​ໄດ້​ດັງ​ອອກ​ມາ​ຈາກ​ທ້ອງຟ້າ ແລະ ກະຈາ​ຍ​ອອກ​ໄປ​ທົ່ວ​ແຜ່ນດິນ​ໂລກ. ພຣະອົງ​ປະກາດ​ວັນ ແລະ ເວລາ​ຂອງ​ການ​ສະເດັດ​ກັບ​ມາ​ຂອງ​ພຣະ​ເຢ​ຊູ ແລະ ນຳ​ພັນທະ​ສັນຍາ​ນິ­ລັນ­ດອນ​ມາ​ໃຫ້​ແກ່​ປະຊາກອນ​ຂອງ​ພຣະ​ອົງ. ຝ່າຍ​ປະຊາກອນ​ຂອງ​ພຣະ​ເຈົ້າ​ຢືນ​ຟັງ​ດ້ວຍ​ສາຍຕາ​ທີ່​ແນມ​ໄປ​ເທິງ​ທ້ອງຟ້າ ແລະ ສີ​ໜ້າ​ຂອງ​ພວກ​ເຂົາ​ສ່ອງ​ສະຫວ່າງ​ຂຶ້ນ​ດ້ວຍ​ລັດສະໝີ​ຂອງ​ພຣະ​ອົງ. ສ່ວນ​ຝ່າຍ​ພວກ​ຄົນ​ອະທຳ​ທັງ­ຫຼາຍ​ຄິດ​ວ່າ ເປັນ​ສຽງ​ຟ້າຮ້ອງ​ ແລະ ແຜ່ນ​​ດິນ​ໄຫວ. ພວກ​ເຂົາ​ບໍ່​ສາມາດ​ແນມ​ເບິ່ງ​ປະຊາກອນ​ຂອງ​ພຣະ​ເຈົ້າ​ໄດ້ ເພາະ​ໃບ​ໜ້າ​ຂອງ​ປະຊາກອນ​ຂອງ​ພຣະ​ເຈົ້າ​ເປັ່ງ​ປະ­ກາຍ​ດ້ວຍ​ແສງ​ລັດ­ສະ­ໝີ​ຂອງ​ພຣະ​ອົງ. {GC 640.2}

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ດາ​ນີ​ເອນ 12:2; ພຣະ​ນິ­ມິດ 1:7; 11:19; ເອ​ຊາ​ຢາ 2:20,21; ເພງ​ສັນ­ລະ­ເສີນ 46:1-3.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 637.1-640.2} ຂຽນ​ໂດຍ ທ່ານ​ ນາງ​ ເອ​ເລັນ​ ຈີ. ໄວ​ທ

ການ​ສະເດັດ​ມາ​ຄັ້ງ​ທີສອງ​ຂອງ​ພຣະ​ເຢ​ຊູ

ຫຼັງ​ຈາກ​ນັ້ນ​ບໍ່​ດົນ ກໍ​ມີ​ກ້ອນ​ເມກ​ສີດຳ​ຂະ​ໝາດ​ເທົ່າ​ກັບຝ່າມື​ປາກົດ​ຂຶ້ນ​ຢູ່​ທາງ​ທິດ​ຕາເວັນ​ອອກ. ປະຊາຊົນຂອງ​ພຣະ​ເຈົ້າ​ຫັນ​ໜ້າ​ໄປ​ທາງ​ທິດຕາເວັນອອກ ແລະ ຕ່າງ​ກໍ​ພາກັນ​ຮູ້​ວ່າ​ກ້ອນ​ເມກ​ນັ້ນ​ເປັນ​ເຄື່ອງໝາຍ​ການ​ສະເດັດ​ກັບ​ມາ​ຂອງ​ພຣະ​ເຢ​ຊູ ແລະ ພວກ​ເຂົາ​ທຸກ​ຄົນ​ຕ່າງ​ກໍ​ພາ­ກັນ​ແນມ​ເບິ່ງ​ດ້ວຍ​ຄວາມ​ງຽບ​ສະ​ຫງົບ. {GC 640.3}

ກ້ອນ​ເມກ​ນັ້ນ​ໄດ້​ລອຍ​ເຂົ້າ​ມາ​ໃກ້ ແລະ ມີ​ແສງ​ລັດ​ສະໝີ​ຫຼາຍ​ຂຶ້ນ​ເລື້ອຍໆ​ຈົນ​ກາຍເປັນ​ກ້ອນ​ເມກ​ສີຂາວ​ກ້ອນ​ໃຫຍ່. ຢູ່​ລຸ່ມ​ກ້ອນ​ເມກ​ນັ້ນ​ເປັນ​ແປວໄຟ ແລະ ຢູ່​ເທິງ​ກ້ອນ​ເມກ​ມີ​ສາຍ​ຮຸ້ງ ອ້ອມ​ຮອບ​ກ້ອນ​ເມກນັ້ນ​ມີ​ບັນ​​ດາ​ທູດ​ສະຫວັນ​ພາກັນ​ສົ່ງ​ສຽງ​ຮ້ອງເພງ​ຢ່າງ​ມ່ວນ​ອອນຊອນ​ທີ່​ສຸດ ແລະ ເທິງ​ກ້ອນ​ເມກ​ນັ້ນ​ພຣະ​ເຢ​ຊູ​ຊົງ​ປະທັບຢູ່​ເທິງ​ບັນ​ລັງ. {GC 640.3}

ພຣະ​ເຢ​ຊູ​ຊົງ​ສວມ​ມົງກຸດ​ທີ່​ມີ​ລັດສະໝີ​ຮຸ່ງ​ເຮືອງ, ຫົວ ແລະ ຜົມ​ຂອງ​ພຣະ​ອົງ​ຂາວ​ຄື​ຂົນ​ແກະ ຫຼື ຫິມະ, ຕີນ​ຂອງ​ພຣະ​ອົງ​ເຫຼື້ອມ​ຄື​ທອງເຫຼືອງ​ກ້ຽງ​ທີ່​ຖືກ​ຫຼອມ​ໃຫ້​ບໍຣິສຸດ​ແລ້ວ, ສຽງ​ຂອງ​ພຣະ​ອົງ​ກໍ​ກ້ອງ​ສະ​ນັ່ນ​ຄື​ນ້ຳຕົກ​ຕາກ​ໃຫຍ່, ມື​ກ້ຳ​ຂວາ​ຂອງ​ພຣະ​ອົງ​ຖື​ດາວ​ເຈັດ​ດວງ, ໃບ​ໜ້າ​ຂອງ​ພຣະ​ອົງ​ເຫຼື້ອມ​ຄື​ດວງ​ຕາເວັນ​ສ່ອງ​ແຈ້ງ​ໃນ​ຕອນ​ທ່ຽງ, ຕາ​ຂອງ​ພຣະ​ອົງ​ກໍ​ລຸກ​ໄໝ້​ຢູ່​ຄື​ແປວໄຟ ແລະ ພຣະ​ອົງ​ຊົງ​ແນມ​ເບິ່ງ​ປະຊາຊົນ​ຂອງ​ພຣະ​ອົງ​ຢ່າງ​ລະ​ອຽດ. ບັນດາ​ປະຊາຊົນ​ຂອງ​ພຣະ​ອົງ​ກໍ​ພາກັນ​ໜ້າ​ຈືດ ແລະ ເວົ້າ​ຂຶ້ນ​ວ່າ: "ໃຜ​ຈະ​ຢືນ​ຢູ່​ໄດ້! ເສື້ອ​ຄຸມ​ຂອງ​ເຮົາ​ປາ​ສະ​ຈາກ​ຈຸດ​ດ່າງ​ພອຍ​ບໍ?" ແລ້ວ​ບັນດາ​ທູດ​ສະຫວັນ​ທັງຫຼາຍ​ກໍ​ພາກັນ​ຢຸດ​ຮ້ອງເພງ ແລະ ເກີດ​ມີ​ຄວາມ​ມິດ​ງຽບ​ສະ​ຫງັດ. ແລ້ວ​ພຣະ​ເຢ​ຊູ​ຊົງ​ກ່າວ​ຂຶ້ນ​ວ່າ: "ບັນດາ​ຄົນ​ທີ່​ມີ​ມື​ສະ​​ອາດ ແລະ ຈິດ­ໃຈ​ບໍຣິສຸດ​ຈະ​ສາມາດ​ຢືນ​ຢູ່​ໄດ້ ເພາະ​ພຣະ​ຄຸນ​ຂອງ​ເຮົາ​ມີ​ພຽງພໍ​ສຳລັບ​ທ່ານ​ທັງຫຼາຍ." ເມື່ອ​ບັນດາ​ປະຊາ​ຊົນ​ຂອງ​ພຣະ​ອົງ​ໄດ້​ຍິນ​ດັ່ງນັ້ນ​ໃບ​ໜ້າ​ຂອງ​ພວກ​ເຂົາ​ກໍ​ຍິ້ມແຍ້ມ​ແຈ່ມ​ໃສ ແລະ ມີ​ຄວາມ​ຊົມ​​ຊື່ນ​ຍິນດີ​ຈົນ​ເຕັມ​ລົ້ມ​ຫົວ​ໃຈ. ແລ້ວ​ບັນດາ​ທູດ​ສະຫວັນ​ທັງຫຼາຍ​ຕ່າງ​ກໍ​ພາ­ກັນ​ເປັ່ງສຽງ​ຮ້ອງເພງ​ອີກ​ຄັ້ງ​ຂະ­ນະ​ທີ່​ກ້ອນ​ເມກ​ລອຍ​ລົງ​ມາ​ໃກ້​ແຜ່ນດິນ​ໂລກ. {GC 641.1}

ຝ່າຍ​ບັນດາ​ຄົນ​ອະທຳ​ທັງຫຼາຍ​ຕ່າງ​ກໍ​ພາກັນ​ລົບ​ລີ້​ຢູ່​ໃນ​ຖ້ຳ ແລະ ໂງ່ນ​ຫີນ​ຕາມ​ພູ​ເຂົາ. ພວກ​ເຂົາ​ຮ້ອງ​ບອກ​ພູເຂົາ ​ແລະ ໂງ່ນ​ຫີນ​ວ່າ: "ຈົ່ງ​ເຈື່ອນ​ລົງ​ທັບ​ພວກ​ເຮົາ ແລະ ບັງ​ພວກ​ເຮົາ​ໄວ້​ໃຫ້​ພົ້ນ​ຈາກ​ສາຍ­ຕາ​ຂອງ​ພຣະ​ອົງ​ຜູ້​ທີ່​ນັ່ງ​ເທິງ​ບັນ​ລັງ... ເພາະວ່າ​ວັນ​ສຳຄັນ​ແຫ່ງ​ຄວາມ​ໂກດ​ຮ້າຍ​ອັນ​ໃຫຍ່​ຂອງ​ພຣະ​ອົງ​ໄດ້​ມາ​ເຖິງ​ແລ້ວ ແລະ ຜູ້​ໃດ​ໝໍ​ອາດ​ຈະ​ທົນ​ຢູ່​ໄດ້?" (ພຣະ​ນິມິດ 6:15-17) {GC 642.1}

ແລ້ວ​ສຽງ​ແກ​ເງິນ​ຂອງ​ພຣະ​ເຢ​ຊູ​ກໍ​ດັງ​ກັງວານ​ຂຶ້ນ​ຂະ­ນະ​ທີ່​ພຣະ​ອົງ​ສະເດັດ​ລົງ​ມາ​ຈາກ​ກ້ອນ​ເມກ​ທີ່​ມີ​ແປວໄຟ ພຣະ​ອົງ​ຊົງ​ແນມ​ເບິ່ງ​ຂຸມ​ຝັງ​ສົບ​ຂອງ​ບັນດາ​ຜູ້​ຕິດຕາມ​ພຣະ​ອົງ​ທີ່​ກຳລັງ​ນອນ​ຫຼັບ​ຢູ່. ແລ້ວ​ພຣະ​ອົງ​ກໍ​ເງີຍ​ໜ້າ ແລະ ຍົກ​ມື​ທັງ​ສອງ​ຂອງ​ພຣະ​ອົງ​ຂຶ້ນ​ສູ່​ທ້ອງຟ້າ ແລະ ຮ້ອງ​ຂຶ້ນ​ວ່າ: "ຈົ່ງ​ຕື່ນ​ຂຶ້ນ! ຈົ່ງ​ຕື່ນ​ຂຶ້ນ! ທ່ານ​ຜູ້​ທີ່​ນອນ​ຫຼັບ​ຢູ່​ໃນ​ດິນ ຈົ່ງ​ຕື່ນ​ຂຶ້ນ!" ທັນ​​ໃດ​ນັ້ນ ກໍ​ເກີດ​ມີ​ແຜ່ນດິນ​ໄຫວ​ໃຫຍ່ ແລະ ຂຸມ​ຝັງ​ສົບ​ກໍ​ເປີດ​ອອກ ແລ້ວ​ບັນດາ​ຄົນ​ທີ່​ຕິດຕາມ​ພຣະ​ເຈົ້າ​ຕັ້​ງ​ແຕ່​ສະໄໝ​ຍຸກ​ຂອງ​ອາ​ດາມ​ຈົນ​ເຖິງ​ສະໄໝ​ຍຸກ​ສຸດ​ທ້າຍ​ຕ່າງ​ກໍ​ພາ­ກັນ​ຟື້ນ​ຄືນ​ມາ​ຈາກ​ຄວາມ​ຕາຍ ແລະ ສວມ​ສະພາບ​ຮ່າງກາຍ­ເປັນ​ອຳ​ມະ​ຕະ. ພວກ​ເຂົາ​ທຸກ​ຄົນ​ຟື້ນ​ຂຶ້ນ​ມາ​ດ້ວຍ​ຄວາມ​ສົດຊື່ນ​ທີ່​ມີ​ຊີວິດ​ຊີວາ ແລະ ມີ​ກຳລັງ​ເຂັ້ມ​ແຂງ​ຂອງໄວ​ໜຸ່ມ​ຕະຫຼອດ​ໄປ. ພວກ​ເຂົາ​ມີ​ຮູບ​ຮ່າງ​ທີ່​ສົມບູນ​ແບບ ແລະ ມີ​ສະຫງ່າ​ຣາສີ​ທີ່​ສະທ້ອນ​ໃຫ້​ເຫັນ​ເຖິງ​ລັກສະນະ​ທີ່​ສົມບູນ​ແບບ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ. ພວກ​ເຂົາ​ພາກັນ​ກະໂດດ​ເຕັ້ນ​ດ້ວຍ​ຄວາມ​ດີໃຈ ແລະ ຮ້ອງ​ຂຶ້ນ​ວ່າ: "ໂອ ຄວາມ​ຕາຍ​ເອີຍ! ໄຊຊະນະ​ຂອງ​ມຶງ​ຢູ່ ໃສ? ໂອ ຄວາມ​ຕາຍ​ເອີຍ! ໄລ​ພິດ​ຂອງ​ມຶງ​ຢູ່​ໃສ?" (1 ເທສະ​ໂລ​ນິກ 4:16; 1 ໂກ​ຣິນ​ໂທ 15:55) {GC 644.2,3}

ສ່ວນ​ປະຊາຊົນ​ຂອງ​ພຣະ​ເຈົ້າ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ກໍ​ຖືກປ່ຽນແປງ​ຮ່າງກາຍ​ໃຫ້​ເປັນ​ອຳ​ມະຕະ​ເຊັ່ນ​ກັນ ແລະ ພວກ​ເຂົາ​ຕ່າງ​ກໍ​ພາກັນ​ຮ້ອງ​ຂຶ້ນ​ວ່າ: "ຮາ​ເລ​ຣູ​ຢາ!" ຫຼັງ​ຈາກ​ນັ້ນ ບັນດາ​ທູດ​ສະຫວັນ​ກໍ​ຮວບຮວມ​ປະຊາ​ຊົນ​ຂອງ​ພຣະ​ເຈົ້າ​ທັງ​ໝົດ​ທັງ​ສີ່​ທິດ ແລ້ວ​ກໍ​ຮັບ​ພວກ​ເຂົາ​ທຸກ​ຄົນ​ຂຶ້ນ​ໄປ​ພົບ​ກັບ​ພຣະ​ເຢ​ຊູ​ຢູ່​ເທິງ​ທ້ອງຟ້າ ແລະ ເຂົ້າ​ໄປ​ໃນ​ກ້ອນ​ເມກ​ນັ້ນ​ພ້ອມ​ກັນ. ສ່ວນ​ຄົນ​ອະ­ທຳ​ທັງຫຼາຍ​ກໍ​ຖືກ​ທຳລາຍ​ດ້ວຍ​ແສງ​ລັດສະໝີ​ຂອງ​ພຣະ​ເຢ​ຊູ. (1 ເທສະ​ໂລ​ນິກ 4:17) {GC 645.1}

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ 6:15-17; 1 ເທ­ສະ​ໂລ​ນິກ 4:16,17.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 640.3-645.1} ຂຽນ​ໂດຍ ທ່ານ ​ນາງ ​ເອ​ເລັນ​ ຈີ. ໄວ​ທ

ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ສະ­ຫວັນ

ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ຖືກ​ຮັບ​ເຂົ້າ​ໄປ​ໃນ​ກ້ອນ​ເມກ​ພ້ອມ​ກັນ ແລະ ເດີນ­ທາງ​ເຈັດ​ມື້​ຂຶ້ນ​ໄປ​ຍັງ​ທະ­ເລ​ແກ້ວ ຈາກ​ນັ້ນ ພຣະ​ເຢ​ຊູ​ຊົງ​ສວມ​ມົງ­ກຸດ​ເທິງ​ຫົວ​ຂອງ​ພວກ​ເຂົາ​ແຕ່­ລະ­ຄົນ​ດ້ວຍ​ມື​ຂວາ​ຂອງ​ພຣະ​ອົງ. ພຣະ​ອົງ​ຊົງ​ປະ­ທານ​ພິນ​ທອງ­ຄຳ ແລະ ຕົ້ນ​ປາມ​ແຫ່ງ​ໄຊ­ຊະ­ນະ​ໃຫ້​ແກ່​ພວກ​ເຂົາ. ບັນ­ດາ​ທູດ​ສະ­ຫວັນ​ຢູ່​ອ້ອມ​ຮອບ​ພວກ​ເຂົາ​ໃນ​ຂະ­ນະ​ທີ່​ພວກ​ເຂົາ​ເດີນ­ທາງ​ຂ້າມ​ທະ­ເລ​ແກ້ວ​ເພື່ອ​ມຸ່ງ​ໜ້າ​ໄປ​ຍັງ​ປະ­ຕູ​ເມືອງ. ແລ້ວ​ພຣະ​ເຢ​ຊູ​ຊົງ​ເປີດ​ປະ­ຕູ​ມຸກ­ດາ ແລະ ກ່າວ​ກັບ​ປະ­ຊາ­ຊົນ​ຂອງ​ພຣະ​ອົງ​ວ່າ: "ທ່ານ​ທັງ­ຫຼາຍ​ຜູ້​ໄດ້ຊຳ­ລະ​ເສື້ອ​ຜ້າ​ດ້ວຍ​ເລືອດ​ຂອງ​ເຮົາ, ຜູ້​ໄດ້​ລຸກ­ຂຶ້ນ​ຕໍ່­ສູ້​ເພື່ອ​ຄວາມ​ຈິງ​ຢ່າງ​ກ້າ­ຫານ, ຈົ່ງ​ເຊີນ​ເຂົ້າ​ມາ​ເຖີດ." ບັນ­ດາ​ຄົນ​ຊອບ​ທຳ​ທັງ­ຫຼາຍ​ພາ­ກັນ​ຍ່າງ​ເຂົ້າ​ໄປ​ທີ່​ນັ້ນ ພ້ອມ​ທັງ​ຮູ້­ສຶກ​ວ່າ​ມີ​ສິດ­ທິ​ອັນ​ຖືກ­ຕ້ອງ​ທີ່​ຈະ​ອາ­ໄສ​ຢູ່​ໃນ​ນະ­ຄອນ​ນັ້ນ. {CET 59.2}

ຢູ່​ໃນ​ນະ­ຄອນ​ນັ້ນ ພວກ​ເຂົາ​ເຫັນ​ຕົ້ນ­ໄມ້​ແຫ່ງ​ຊີ­ວິດ ແລະ ບັນ­ລັງ​ຂອງ​ພຣະ​ເຈົ້າ. ມີ​ແມ່­ນ້ຳ​ໃສ​ບໍ​ຣິ​ສຸດ​ໄຫຼ​ມາ​ຈາກ​ບັນ­ລັງ ແລະ ຢູ່​ເທິງ​ແຕ່​ລະ​ຝັ່ງ​ຂອງ​ແມ່­ນ້ຳ ມີ​ຕົ້ນ­ໄມ້​ແຫ່ງ​ຊິ​ວິດ. ເທິງ​ຝັ່ງ​ແມ່­ນ້ຳ​ຟາກ​ໜຶ່ງ​ມີ​ລຳ­ຕົ້ນ​ໄມ້​ແຫ່ງ​ຊີ­ວິດ​ຢູ່​ຕົ້ນ​ໜຶ່ງ ແລະ ອີກ​ຟາກ​ໜຶ່ງ​ກໍ​ມີ​ລຳ­ຕົ້ນ​ໄມ້​ແຫ່ງ​ຊີ­ວິດ​ເຊັ່ນ​ດຽວ​ກັນ ທັງ​ສອງ​ຕົ້ນ​ເປັນ​ທອງ­ຄຳ​ໃສ​ບໍ​ຣິ​ສຸດ ເຊິ່ງ​ເບິ່ງ​ຄື​ວ່າ​ມີ​ຕົ້ນ­ໄມ້​ສອງ​ຕົ້ນ ແຕ່​ເມື່ອ​ແນມ​ເບິ່ງ​ອີກ​ເທື່ອ​ໜຶ່ງ​ແລ້ວ ກໍ​ເຫັນ​ວ່າ​ຍອດ​ຂອງ​ຕົ້ນ­ໄມ້​ທັງ​ສອງ​ລວມ​ເປັນ​ຍອດ​ດຽວ​ກັນ. ດັ່ງ­ນັ້ນ ຕົ້ນ­ໄມ້​ແຫ່ງ​ຊີ­ວິດ​ຈຶ່ງ​ມີ​ຢູ່​ສອງ​ຟາກ​ຝັ່ງ​ຂອງ​ແມ່­ນ້ຳ​ແຫ່ງ​ຊີ​ວິດ. ຕົ້ນ­ໄມ້​ແຫ່ງ​ຊິ­ວິດ​ມີ​ໝາກ​ໄມ້​ສຸກ​ງາມ​ເປັນ­ຕາ​ຢາກ​ກິນ​ແທ້ໆ ແລະ ມີ​ລັກ­ສະ­ນະ​ຄ້າຍ­ຄື​ທອງ­ຄຳ​ປະ­ສົມ​ເງິນ. {CET 60.1}

ຢູ່​ເທິງ​ຟ້າ​ສະ­ຫວັນ​ເຕັມ​ໄປ​ດ້ວຍ​ສັນ­ຕິ​ສຸກ, ຄວາມ­ສຸກ ແລະ ຄວາມ​ຊົມ­ຊື່ນ​ຍິນ​ດີ. ເມື່ອ​ປະ­ຊາ­ຊົນ​ຂອງ​ພຣະ​ເຈົ້າ​ພະ­ຍາ­ຍາມ​ທີ່​ຈະ​ລະ­ນຶກ​ເຖິງ​ຄວາມ​ຍາກ​ລຳ­ບາກ​ທີ່​ພວກ​ເຮົາ​ໄດ້​ຮັບ​ຕອນ​ທີ່​ອາ­ໄສ​ຢູ່​ໃນ​ໂລກ ແຕ່​ພວກ​ເຂົາ​ເຫັນ​ວ່າ​ມັນ​ເປັນ​ສິ່ງ​ທີ່​ເລັກ​ໜ້ອຍ​ຫຼາຍ​ທີ່​ສຸດ​ເມື່ອ​ນຳ​ມັນ​ມາ​ປຽບ­ທຽບ​ກັບ​ສະ­ຫງ່າ­ຣາ­ສີ​ຂອງ​ພຣະ​ເຈົ້າ​ທີ່­ຢູ່​ອ້ອມ​ຮອບ​ພວກ​ເຂົາ. ສະ­ນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ສາ­ມາດ​ລະ­ນຶກ​ເຖິງ ຫຼື ເວົ້າ​ເຖິງ​ຄວາມ​ຍາກ​ລຳ­ບາກ​ອອກ​ມາ​ໄດ້; ແລະ ພວກ​ເຂົາ​ໄດ້​ພາ­ກັນ​ຮ້ອງ​ຂຶ້ນ​ວ່າ: "ຮາ​ເລ​ລູ​ຢາ ແຜ່ນ­ດິນ​ສະ­ຫວັນ ມີ­ຄ່າ​ຍິ່ງ​ກວ່າ​ຄວາມ​­ທຸກ​ຍາກ​ໃດໆ." ແລ້ວ​ພວກ​ເຂົາ​ກໍ​ພາ­ກັນ​ດີດ​ພິນ​ທອງ­ຄຳ​ອັນ​ສະ­ຫງ່າ​ງາມ ແລະ ຮ້ອງ­ເພງ ແລະ ສຽງ​ດັງ​ກ້ອງ​ກັງ­ວານ​ໄປ​ທົ່ວ​ສະ​ຫວັນ. {CET 61.1}

ອ້າງ​ອີງ​ຈາກ​ປຶ້ມ “Christian Experiences and Teachings” {CET 59.2-61.1} ຂຽນ​ໂດຍ ທ່ານ​ ນາງ ​ເອ​ເລັນ ​ຈີ. ໄວ​ທ

ຊ່ວງ​ເວລາ 1000 ປີ​ຂອງ​ການ​ຕັດສິນ

ໃນ​ເວ­ລາ​ການ​ສະເດັດ​ກັບ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ເຢ​ຊູ ໂລກ​ໄດ້​ຖືກ​ທຳລາຍ​ຈາກ​ແຜ່ນ​ດິນ​ໄຫວ, ພາຍຸ​ລູກ​ເຫັບ​ໃຫຍ່ ແລະ ໄພພິບັດ​ທີ່​ໂຫມ​ເຂົ້າ​ໃສ່​ແຜ່ນດິນ​ໂລກ. ບັນດາ​ຄົນ​ອະ­ທຳ​ທັງຫຼາຍ​ໄດ້​ຕາຍ​ແຈກ​ຢາຍ​ໄປ​ທົ່ວ​ແຜ່ນດິນ​ໂລກ ນັບ​ຕັ້ງແຕ່​ຂົ້ວ​ໂລກ​ເໜືອ​ຈົນ​ເຖິງ​ຂົ້ວ​ໂລກ​ໃຕ້. ບໍ່​ມີ​ມະ­ນຸດ​ຜູ້​ໃດ​ຍັງ​ມີ​ຊີວິດ​ຢູ່​ເທິງ​ແຜ່ນ​​ດິນ​ໂລກ, ນົກ​ໃນ​ທ້ອງ­ຟ້າ​ກໍ​ບໍ່​ມີ, ສວນ​ໄຮ່ນາ​ກໍ​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ, ຕົວ​ເມືອງ​ທັງຫຼາຍ​ກໍ​ເພພັງ, ພູເຂົາ​ກໍ​ສັ່ນ​ໄຫວ​ແກວ່ງ​ໄປ​ມາ ແລະ ທ້ອງຟ້າ​ກໍ​ບໍ່​ມີ​ແສງ​ສະ​ຫວ່າງ. ຫຼັງ​ຈາກ​ທີ່​ພຣະ​ເຢ​ຊູ​ຮັບ​ເອົາ​ປະຊາ​​ຊົນ​ຂອງ​ພຣະ​ອົງ​ຂຶ້ນ​ສູ່​ຟ້າ​ສະຫວັນ​ແລ້ວ ໂລກ​ກໍ​ຖືກ​ປ່ອຍ​ໃຫ້​ຮົກ​ຮ້າງ​ເພພັງ​ທ່າມ­ກາງ​ຄວາມ​ມຶ​ດ​ເປັນ​ເວລາ 1000 ປີ. (ເອ​ຊາ​ຢາ 24:1,3-5)

ໃນ​ລະຫວ່າງ 1000 ປີ​ນັ້ນ ຊາ​ຕານ​ ແລະ ພັກ​ພວກ​ຂອງມັນ​ກໍ​ໄດ້​ຖືກ​ຂັງ​ໄວ້​ຢູ່​ໃນ​ໂລກ​ນີ້ ເພື່ອ​ໃຫ້​ເຫັນ​ຜົນ​ທີ່ເກີດ​ຂຶ້ນ​ຈາກ​ການ​ກະທຳ​ຂອງ​ພວກ​ມັນ​ໃນ​ການ​ຕໍ່ຕ້ານ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ ແລະ ລໍຖ້າ​ຮັບ​ໂທດ​ອັນເນື່ອງ​ມາ​ຈາກ​ຄວາມ​ບາບ​ທັງ​ໝົດ​ທີ່​ພວກ​ມັນ​ໄດ້​ກໍ່​ຂຶ້ນ. GC 660.2

ສ່ວນ​ບັນດາ​ຄົນ​ຊອບ​ທຳ​ທີ່ຢູ່​ເທິງ​ສະຫວັນ​ນັ້ນ ພວກເຂົາ​ກໍ​ຈະ​ເປັນ​ປະໂລຫິດ​ຂອງ​ພຣະ​ເຈົ້າ ແລະ ຂອງພຣະ​ເຢ​ຊູ ແລະ ໄດ້​ປົກ­ຄອງ​ຮ່ວມ​ກັບ​ພຣະ​ອົງ​ໃນ​ລະ­ຫວ່າງ 1000 ປີ. (ພຣະນິມິດ 20:4) ແລ້ວ​ພວກ​ເຂົາ​ກໍ​ຈະ​ຮ່ວມ​ກັບ​ພຣະ​ເຢ​ຊູ​ໃນ​ການ​ຕັດສິນ​ຄົນ​ອະທຳ ໂດຍ​ນຳ​ເອົາ​ການ​ກະທຳ​ຂອງ​ຄົນ​ອະທຳ​ມາ​ປຽບທຽບ​ກັບ​ພຣະ​ບັນຍັດ ແລະ ພຣະ​ຄຳ​ພີ. ພຣະ​ເຢ​ຊູ​ຈະ​ຊົງ​ເປີດເຜີຍ​ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ຄວາມ​ມືດ​ນັ້ນ​ໃຫ້​ແຈ່ມ​ແຈ້ງ ແລະ ພຣະ​ອົງ​ຈະ​ເປີດເຜີຍ​ຄວາມ​ນຶດ​ຄິດ​ອັນ​ເລິກ​ລັບ​ໃນ​ຈິດໃຈ​ຂອງ​ມະ​ນຸດ. ແລ້ວ​ຕັດ​​ສິນຄົນ​ອະທຳ​ຕາມ​ການ​ກະທຳ​ຂອງ​ແຕ່​ລະ​ຄົນ. ຫຼັງ​ຈາກ​ນັ້ນ ຊື່​ຂອງ​ຄົນ​ອະທຳ​ກໍ​ຈະ​ຖືກ​ບັນ­ທຶກ​ໄວ້​ໃນ​ໜັງ​​ສື​ແຫ່ງ​ຄວາມ​ຕາຍ. (ພຣະ​ນິມິດ 20:4-6; 1 ໂກ​ຣິນ​ໂທ 6:2; ພຣະ​ນິມິດ 20:6) {GC 660.4}

"ເຫດ​ສັນນັ້ນ​ພວກ​ເຈົ້າ​ຢ່າ​ຕັດ​ສິນ​ສິ່ງ​ໃດ​ກ່ອນ​ເວລາ ຈົນ​ກວ່າ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະເດັດ​ມາ ພຣະ​ອົງ​ຈະ​ຊົງ​ເປີດເຜີຍ​ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ຄວາມ​ມືດ​ໃຫ້​ແຈ່ມ​ແຈ້ງ ແລະ ຈະ​ຊົງ​ເຜີຍ​ຄວາມ​ຄາດໝາຍ​ໃນ​ໃຈ​ມະນຸດ​ດ້ວຍ ເມື່ອນັ້ນ​ແຫລະ, ທຸກ​ຄົນ​ຈະ​ໄດ້​ຮັບ​ຄຳ​ຊົມເຊີຍ​ຈາກ​ພຣະ​ເຈົ້າ​ຕາມ​ສົມ­ຄວນ" (1 ໂກ​ຣິນ​ໂທ 4:5)

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ເອ​ຊາ​ຢາ 24:1,3-5; ພຣະ​ນິ­ມິດ 20:4-6.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 660.2; 660.4} ຂຽນ​ໂດຍ ທ່ານ ​ນາງ​ ເອ​ເລັນ ​ຈີ. ໄວ​ທ

ພຣະ​ເຢ​ຊູ​ສະເດັດ​ມາ​ຄັ້ງ​ທີ​ສາມ

ຫຼັງ​ຈາກ 1000 ປີ​ຜ່ານ​ພົ້ນ​ໄປ​ແລ້ວ ພຣະ​ເຢ​ຊູ​ໄດ້​ສະເດັດ​ກັບ​ມາ​ໂລກ​ອີກ​ຄັ້ງ​ພ້ອມ​ທັງ​ບັນດາ​ທູດ​ສະ​​ຫວັນ ແລະ ຄົນ​ຊອບ​ທຳ​ທັງ​ຫຼາຍ. ແລ້ວ​ພຣະ​ເຢ​ຊູ​ໄດ້​ສັ່ງ​ບັນດາ​ຄົນ​ອະທຳ​ທີ່​ຕາຍ​ໄປ​ແລ້ວ​ນັ້ນ​ຟື້ນ​ຄືນ​ມາ ເພື່ອ​ຮັບເອົາ​ໂທດ​ຈາກ​ການ​ກະທຳ​ຂອງ​ພວກ​ເຂົາ. ພວກ​ເຂົາເຫຼົ່ານັ້ນ​ມີ​ຈຳນວນ​ຫຼວງຫຼາຍ​ດັ່ງ​ເມັດ​ຊາຍ​ໃນ​ທະເລ ນັບ​ຕັ້ງແຕ່​ຍຸກ​ສະ­ໄໝ​ຂອງ​ກາ​ອິນ​ຈົນ​ເຖິງ​ຍຸກ​ສຸດ​ທ້າຍ. ພວກ​ເຂົາ​ຟື້ນ​ຄືນ​ມາ​ພ້ອມ​ທັງ​ເນື້ອ​ໜັງ​ທີ່​ເປື່ອຍ​ເນົ່າ​ທັງ​ທີ່​ຍັງ​ມີ​ຊີ­ວິດ​ຢູ່, ຕາ ແລະ ລີ້ນ​ຂອງ​ພວກ​ເຂົາ​ກໍ​ເປື່ອຍ​ເນົ່າ​ເຊັ່ນ​ດຽວ​ກັນ ພວກ​ເຂົາ​ແບກ​ຮັບ​ເອົາ​ຮອງ​ຮອຍ​ຂອງ​ໂຣກ​ພະຍາດ​ທີ່​ຮ້າຍ​ແຮງ ແລະ ຄວາມ​ຕາຍ​ໄວ້​ຕາມ​ຮ່າງ​ກາຍ. ພວກ​ເຂົາ​ຈະ​ບໍ່​ມີ​ໂອ​​ກາດ​ໄດ້​ກັບ​ໃຈ​ໃໝ່​ເພື່ອ​ແກ້​ໃຂ​ຂໍ້​ບົກ​ຜ່ອງ​ໃນ​ຊີວິດ​ຂອງ​ພວກ​ເຂົາ​ອີກ ເພາະ​ຄວາມ​ຮູ້ສຶກ​ຂອງ​ພວກ​ເຂົາ​ກ່ອນ​ຕາຍ​ໄດ້​ເປັນ​ສັດຕູ​ຕໍ່​ພຣະ​ເຈົ້າ​ຢ່າງໃດ ເມື່ອ​ຟື້ນ​ຄືນ​ມາ​ກໍ​ມີ​ຄວາມ​ຮູ້ສຶກ​ຢ່າງ​ນັ້ນ. {GC 662.1,2}

ໃນ​ເວລາ​ນັ້ນ ພຣະ​ບາດຂອງ​ພຣະ​ເຢ​ຊູ​ໄດ້​ຢືນທີ່​ພູເຂົາ​ມະ​ກອກ​ເທດ ແລະ ພູເຂົາ​ມະ​ກອກ​ເທດ​ນັ້ນ​ກໍແຍກ​ອອກ​ເປັນ​ສອງ​ສ່ວນ. ຂະນະ​ນັ້ນ ນະຄອນ​ເຢ​ຣູຊາ​ເລັມ​ໃໝ່​ກໍ​ລອຍ​ລົງ​ມາ​ຈາກ​ສະຫວັນ ແລະ ມາ​ຕັ້ງຢູ່​ໃນ​ບໍລິເວນ​ທີ່​ໄດ້​ຈັດ​ຕຽມ​ໄວ້. ແລ້ວ​ພຣະ​ເຢ​ຊູ​ພ້ອມດ້ວຍ​ປະຊາກອນ​ຂອງ​ພຣະ​ອົງ ແລະ ບັນດາ​ທູດ​ສະຫວັນ​ກໍ​ພາກັນ​ເຂົ້າ​ໄປ​ໃນ​ເມືອງ​ບໍຣິ​ສຸດ​. (ເສ​ກາລີ​ຢາ 14:4,5) {GC 662.3}

ໃນ​ຂະ­ນະ​ທີ່​ຊາ​ຕານ​ສູນ​ເສຍ​ອຳ­ນາດ ແລະ ຖືກຕັດ­ຂາດ​ຈາກ​ວຽກ​ງານ​ການ​ຫຼອກ​ລວງ​ຂອງ​ມັນ​ນັ້ນ ມັນ​ກໍ​ຮູ້­ສຶກ​ຫງຸດ​ງິດ ແລະ ເສົ້າ​ໃຈ. ແຕ່​ເມື່ອ​ຄົນ​ອະທຳ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ແລະ ມັນ​ແນມ​ເຫັນ​ຝູງ​ຊົນ​ເປັນ​ຈຳນວນ​ຫຼວງຫຼາຍ​ຢູ່​ຝ່າຍ​ດຽວ​ກັນ​ກັບ​ມັນ ມັນ​ກໍ​ກັບ​ມີ​ຄວາມ​ຫວັງ​ຂຶ້ນ​ມາ​ອີກ​ຄັ້ງ​ໜຶ່ງ ແລະ ມຸ່ງ​ໝັ້ນ​ທີ່​ຈະ​ບໍ່​ຍອມ​ພ່າຍ​ແພ້​ໃນ​ຄວາມ​ຂັດ​ແຍ້ງ​ອັນ​ຍິ່ງ​ໃຫຍ່​ນີ້. {GC 663.1}

ຊາ​ຕານ​ໄດ້​ສະແດງ​ຕົວ​ຢູ່​ທ່າມກາງ​ບັນດາ​ຄົນ​ອະທຳ ເປັນ​ຈຳນວນ​ຫຼວງຫຼາຍ ແລະ ກ່າວ​ວ່າ: "ຂ້ອຍ​ເປັນ​ເຈົ້າ​ຊາຍ ແລະ ເປັນ​ເຈົ້າ​ຂອງ​ໂລກ​ນີ້ ແຕ່​ວ່າ​ມໍລະດົກ​ຂອງ​ຂ້ອຍ​ຖືກ​ຍາດ​ແຍ້ງ​ໄປ​ໂດຍ​ບໍ່​ຍຸຕິ​ທຳ." ຊາ​ຕານ​ກ່າວ​ອີກ​ວ່າ: “ຂ້ອຍ​ເປັນ​ພຣະ​ຜູ້​ໄຖ່, ຜູ້​ກອບ​ກູ້​ອິດ­ສະ­ລະ­ພາບ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ! ອຳນາດ​ຂອງ​ຂ້ອຍ​ໄດ້​ບັນດານ​ໃຫ້​ພວກ​ເຈົ້າ​ຟື້ນ​ຄືນ​ມາ​ຈາກ​ຂຸມ​ຝັງ​ສົບ ແລະ ຂ້ອຍ​ສາ­ມາດ​ປົດ​ປ່ອຍ​ພວກ​ເຈົ້າ​ອອກ​ຈາກ​ການ​ປົກ­ຄອງ​ທີ່​ໂຫດ­ຮ້າຍ​ຂອງ​ພຣະ​ເຈົ້າ​ໄດ້.” ແລ້ວ​ຊາ​ຕານ​ກໍ​ເຮັດ​ໃຫ້​ບັນດາ​ຄົນ​ອະທຳ​ທີ່​ກຳລັງ​ອ່ອນ­ແອ​ຢູ່​ນັ້ນ ໃຫ້​ມີ​ກຳລັງ​ເຂັ້ມແຂງ​ຂຶ້ນ ແລະ ດົນ​ໃຈ​ທຸກ​ຄົນ​ດ້ວຍ​ກຳລັງ​ຂອງ​ມັນ ເພື່ອ​ຫຼອກ​ລວງ​ໃຫ້​ພວກ​ເຂົາ​ຫຼົງ​ເຊື່ອ​ຄຳ​ເວົ້າ​ຂອງ​ມັນ. {GC 663.1}

ຈາກ​ນັ້ນ ຊາ​ຕານ​ກໍ​ຊີ້​ໃຫ້​ເບິ່ງ​ຄົນ​ເປັນ​ຈຳນວນ​ລ້ານໆ​ຄົນ​ທີ່​ຟື້ນ​ຄືນ​ມາ​ຈາກ​ຄວາມ​ຕາຍ ​ແລະ ປະກາດ​ວ່າ: “ໃນ​ຖານະ​ທີ່​ຂ້ອຍ​ເປັນ​ຜູ້ນຳ ຂ້ອຍ​ສາມາດ​ທີ່​ຈະ​ບຸກ​ເຂົ້າ​ຢຶດ​ເມືອງ​ນັ້ນ, ຢຶດ​ເອົາ​ບັນລັງ ແລະ ຢຶດ​ອານາ​​ຈັກ​ຂອງ​ຂ້ອຍ​ຄືນ​ມາ​ໄດ້.” {GC 663.1}

ບັນດາ​ຄົນ​ອະທຳ​ກໍ​ພາກັນ​ເຊື່ອ​ຊາ​ຕານ ແລະ ຈາກ​ນັ້ນ ພວກ​ເຂົາ​ທຸກໆ​ຄົນ​ກໍ​ພາກັນ​ຕຽມ​ຕົວ​ເພື່ອ​ເຮັດ​ສົງຄາມ​ຕໍ່ສູ້​ພຣະ​ເຈົ້າ ແລະ ປະຊາຊົນ​ຂອງ​ພຣະ​ອົງ. {GC 664.1}

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ສ​ກາ­ລີ​ຢາ 14:4,5,12.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 662:1-664.1} ຂຽນ​ໂດຍ ທ່ານ ​ນາງ ​ເອ​ເລັນ ​ຈີ. ໄວ​ທ

ພວກ​ຄົນ​ຊົ່ວ​ຮ້າຍ​ຕຽມ​ຕົວ​ເພື່ອ​ຕໍ່ສູ້​ຄັ້ງ​ສຸດ​ທ້າຍ

ໃນ​ການ​ຕັດສິນ​ໃຈ​ທີ່​ຈະ​ບໍ່​ຍອມ​ພາຍ​ແພ້​ໃນ​ການ​ຕໍ່ສູ້ອັນ​ຍິ່ງ​ໃຫຍ່​ນີ້ ຊາ​ຕານ​ກໍ​ໄດ້​ປຶກສາ​ກັບ​ພັກ​ພວກ​ຂອງມັນ ແລະ ກັບ​ບັນດາ​ກະສັດ, ແມ່ທັບ ແລະ ຜູ້​ທີ່​ມີ​ອຳນາດ​ທັງ​ຫຼາຍ. ເມື່ອ​ພວກ​ເຂົາ​ແນມ​ເບິ່ງ​ກອງ​ກຳລັງ ແລະ ຈຳນວນ​ຜູ້​ຄົນ​ທີ່ຢູ່​ຝ່າຍ​ພວກ​ເຂົາ ພວກ​ເຂົາ​ກໍ​ໄດ້​ເວົ້າ​ຂຶ້ນ​ວ່າ: "ກອງທັບ​ໃນ​ເມືອງ​ນັ້ນ ມີ​ຈຳນວນ​ທະ​​ຫານ​ໜ້ອຍ​ເມື່ອ​ປຽບທຽບ​ກັບ​ກອງທັບ​ຂອງ​ພວກ​ເຮົາ ແລະ ພວກ​ເຮົາ​ສາມາດ​ເອົາ​ຊະນະ​ເມືອງ​ນັ້ນ​ໄດ້." {GC 664.2}

ແລ້ວ​ພວກ​ເຂົາ​ກໍ​ໄດ້​ວາງ​ແຜນການ​ທີ່​ຈະ​ຢຶດ​ຄອງ​ນະ­ຄອນ​ເຢ​ຣູ​ຊາ​ເລັມ​ໃໝ່. ບັນດາ​ຜູ້​ມີ​ຝີ​ມື​ໃນ​ການ​ສ້າງ​ອາວຸດ ກໍ​ໄດ້​ສະໜັບສະໜູນ​ໃຫ້​ສ້າງ​ອາວຸດ​ຕ່າງໆ​ຂຶ້ນ​ເພື່ອ​ເຮັດ​ສົງ​ຄາມ. ບັນດາ​ຜູ້ນຳ​ກອງທັບ​ທີ່​ມີ​ຊື່​ສຽງ​ໃນການ​ຕໍ່ສູ້ ກໍ​ຈັດ​ຕຽມ​ກອງທັບ​ແບ່ງ​ພວກ​ນັກຮົບ​ທັງ​​ຫຼາຍອອກ​ເປັນ​ໝວດ​ເປັນ​ກອງ. ໃນ​ທີ່​ສຸດ ກໍ​ມີ​ຄຳ​ສັ່ງ​ໃຫ້​ເຄື່ອນ​ຍ້າຍ​ກອງທັບ​ທີ່​ມີ​ທະຫານ​ຈຳນວນ​ຫຼວງຫຼາຍ ເຊິ່ງ​ບໍ່​ເຄີຍ​ມີ​ໃນ​ຍຸກ​ສະໄໝ​ໃດ​ທີ່​ຈະ​ຮວບຮວມ​ກອງທັບ​ໃຫຍ່​ທີ່​ມີ​ຄົນ​ຈຳນວນ​ຫຼວງຫຼາຍ​ເຊັ່ນ​ນີ້. {GC 664.3}

ຊາ​ຕານ​ເປັນ​ຫົວໜ້າ ແລະ ເປັນ​ຜູ້ນຳ­ພາ​ຂະ​ບວບ​ກອງທັບ ສ່ວນ​ພັກ​ພວກ​ຂອງ​ມັນ​ກໍ​ຮວບ​ຮວມ​ກອງ​ກຳລັງທັງ​ໝົດ ເພື່ອ​ເຮັດ​ການ​ຕໍ່ສູ້​ພຣະ​ເຈົ້າ ແລະ ປະຊາຊົນຂອງ​ພຣະ​ອົງ​ເປັນ​ຄັ້ງ​ສຸດ​ທ້າຍ. ຝ່າຍ​ບັນ​​ດາ​ກະສັດ​ ແລະ ນັກຮົບ​ລວມ​ທັງ​ຝູງ​ຊົນ​ເປັນ​ຈຳນວນ​ຫຼວງຫຼາຍ​ກໍຕິດຕາມ​ຊາ​ຕານ​ເປັນ​ກອງທັບ​ຂະໜາດ​ໃຫຍ່. ແຕ່​ລະກອງທັບ​ມີ​ຫົວໜ້າ​ໜຶ່ງ​ຄົນ ແລະ ພວກ​ເຂົາ​ໄດ້​ເຄື່ອນຍ້າຍ​ຂະບວນ​ໄປ​ຢ່າງ​ເປັນ​ລະ​​ບຽບ​ຮຽບຮ້ອຍ ໂດຍ​ຍ່າງ​ໄປ​ຕາມ​ແຜ່ນດິນ​ໂລກ​ທີ່​ແຕກ­ໝຸ່ນ ເພື່ອ​ມຸ່ງ​ໜ້າ​ໄປ​ຍັງ​ນະຄອນ​ຂອງ​ພຣະ​ເຈົ້າ. {GC 664.3}

ໃນ​ເວລາ​ນັ້ນ ພຣະ​ເຢ​ຊູ​ໄດ້​ສັ່ງ​ໃຫ້​ປິດ​ປະຕູ​ນະຄອນ​ເຢຣູ​ຊາ​ເລັມ​ໃໝ່. ແລ້ວ​ກອງທັບ​ຂອງ​ຊາ​ຕານ​ກໍ​ໄດ້​ອ້ອມຮອບ​ເມືອງ​ນັ້ນ​ໄວ້ ແລະ ຈັດ​ຕຽມ​ກອງທັບ​ເພື່ອ​ທີ່​ຈະ​ເຮັດ​ສົງ​ຄາມ. {GC 664.3}

ອ້າງ​ອີງ​ຈາກປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 664.2,3} ຂຽນ​ໂດຍ ທ່ານ ນາງ ເອ​ເລັນ ຈີ. ໄວທ

ການພິພາກສາ​ຄົນ​ບາບ

ແລ້ວ​ຊາ​ຕານ ແລະ ພັກ​ພວກ​ຂອງ​ມັນ​ລວມ​ທັງ​ບັນດາພວກ​ຄົນ​ອະທຳ​ເປັນ​ຈຳນວນ​ລ້ານໆ​ຄົນ​ກໍ​ໄດ້​ຈັດ​ຕຽມແຜນການ​ວິທີ​ຕ່າງໆ​ເພື່ອ​ຈະ​ເຂົ້າ​ບຸກ​ຢຶດ​ນະຄອນ​ຂອງ​ພຣະ​ເຈົ້າ​ຢ່າງ​ຮຸນ​ແຮງ. ໃນ​ເວລາ​ນັ້ນ ພຣະ​ເຢ​ຊູ ແລະ ບັນດາ​ທູດ​ສະຫວັນ​ລວມ​ທັງ​ຄົນ​ຊອບ​ທຳ​ທັງ​​ຫຼາຍ​ກໍ​ໄດ້​ຂຶ້ນ​ໄປ​ຢູ່​ເທິງ​ຊັ້ນ​ສຸດ​ຂອງ​ກຳແພງ​ນະ​ຄອນ. {GC 664.3}

ແລ້ວ​ພຣະ​ເຢ​ຊູ​ກໍ​ຊົງ​ປາກົດ​ຕົວ​ໃຫ້​ພວກ​ສັດຕູ​ເຫັນ​ອີກ​ຄັ້ງ​ເຊິ່ງ​ຢູ່​ເທິງ​ນະຄອນ​ນັ້ນ ແລະ ພຣະ​ອົງ​ຊົງ​ປະທັບ​ຢູ່​ເທິງ​ບັນ​ລັງ. ບັນດາ​ທູດ​ສະຫວັນ ແລະ ຄົນ​ຊອບ​ທຳ​ທັງຫຼາຍ​ກໍ​ຢູ່​ອ້ອມ​ຮອບ​ພຣະ​ອົງ. ສະຫງ່າ​ຣາສີ​ຂອງ​ພຣະ​ບິດາ​ໄດ້​ອ້ອມ​ຮອບ​ພຣະ​ເຢ​ຊູ​ໄວ້ ແລະ ຄວາມ​ສະຫວ່າງ​ຂອງ​ພຣະ​ອົງ​ໄດ້​ສ່ອງ​ສະ­ຫວ່າງ​ເຕັມ​ທົ່ວ​ນະ​​ຄອນ​ຈົນ​ລົ້ນ​ອອກ​ໄປ​ນອກ​ປະຕູ​ຂອງ​ນະຄອນ ແລະ ສະຫວ່າງ​ໄປ​ທົ່ວ​ໂລກ. {GC 665.1}

ແລ້ວ​ບັນດາ​ຄົນ​ຊອບ​ທຳ​ກໍ​ໄດ້​ຮ້ອງເພງ​ສັນລະເສີນ ເຊິ່ງ​ສົ່ງ​ສຽງ​ດັງ​ກ້ອງ​ສະ­ໜັ່ນ​ໄປ​ທົ່ວ​ໂລກ ແລະ ບັນ​​ດາ​ທູດ​ສະຫວັນ​ທັງຫຼາຍ​ຕ່າງ​ກໍ​ຮ່ວມ​ປະສານ​ສຽງ​ເພງຖວາຍ​ຄຳ​ສັນລະເສີນ​ແກ່​ພຣະ​ເຈົ້າ ເຊິ່ງ​ເປັນ​ການ​ຈັດພິທີ​ຣາຊາ​ພິເຊ​ດ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຂຶ້ນ​ຢູ່​ຕໍ່ໜ້າ​ຄົນ​ທັງຫຼາຍ​ທີ່​ອາໄສ​ຢູ່​ໃນ​ໂລກ ແລະ ໃນ​ສະ​ຫວັນ. {GC 665.3}

ໃນ​ທັນໃດ​ນັ້ນ ໜັງສື​ບັນທຶກ​ຕ່າງໆ​ກໍ​ໄດ້​ຖືກ​ເປີດ​ອອກ ແລະ ຂະນະ​ທີ່​ພຣະ​ເຢ​ຊູ​ຊົງ​ແນມ​ເບິ່ງ​ບັນດາ​ຄົນ​ອະ​ທຳ​ທັງຫຼາຍ ພວກ​ເຂົາ​ກໍ​ຮູ້ສຶກ​ເຖິງ​ຄວາມ​ຜິດ​ບາບ​ທັງ​ໝົດຂອງ​ພວກ​ເຂົາ​ທີ່​ໄດ້​ເຮັດ​ຜິດ. ຈາກ​ນັ້ນ ຢູ່​ເທິງ​ບັນລັງກໍ​ມີ​ໄມ້​ກາງ​ແຂນ​ປາກົດ​ຂຶ້ນ ແລະ ພາບ​ເຫດ​ການຕ່າງໆ ນັບ​ຕັ້ງແຕ່​ພາບ​ຂອງ​ອາ​ດາມ​ພ່າຍ​ແພ້​ຕໍ່​ຄວາມບາບ ແລ້ວ​ພາບ​ເຫດການ​ຕ່າງໆ​ກໍ​ລຽນ​ໄປ​ຕາມ​ລຳດັບ​ຕິດຕໍ່​ກັນ. {GC 666.2}

ບັນດາ​ຄົນ​ອະທຳ​ທັງຫຼາຍ​ທີ່​ຢືນ​ຢູ່​ໜ້າ​ບັນລັງ​ແຫ່ງ​ການ​ພິພາກສາ​ຂອງ​ພຣະ​ເຈົ້າ​ນັ້ນ ພວກ​ເຂົາ​ກໍ​ເຫັນ​ແລ້ວ​ວ່າ ພວກ​ເຂົາ​ໄດ້​ຍ່າງ​ອອກ​ໄປ​ຈາກ​ທາງ​ແຫ່ງ​ຄວາມ​ຊອບ​ທຳ. ຄວາມ​ຈອງຫອງ ​ແລະ ການ​ກະບົດ​ຂອງ​ພວກ​ເຂົາ​ໄດ້​ນຳພາ​ພວກ​ເຂົາ​ໃຫ້​ລ່ວງ​ລະ­ເມີດ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ. ພວກ​ເຂົາ​ສະໜັບສະໜູນ​ກັນ​ປ່ອຍ​ຕົວ​ໄປ​ກັບ​ຄວາມ​ບາບ ແລະ ໃຊ້​ພຣະ​ພອນ​ໄປ​ໃນ​ທາງ​ທີ່​ຜິດ. ພວກ​ເຂົາ​ໝິ່ນປະໝາດ​ປະຊາຊົນ​ຂອງ​ພຣະ​ເຈົ້າ, ປະຕິເສດ​ຄຳ​ຕັກເຕືອນ​ທີ່​ມາ​ຈາກ​ພຣະ​ອົງ ແລະ ຂັບ​ໄລ່​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ອອກ​ໄປ​ຈາກ​ຈິດໃຈ​ທີ່​ບໍ່​ສຳນຶກ​ຜິດ​ຂອງ​ພວກ​ເຂົາ. ພວກ​ເຂົາ​ແນມ​ເຫັນ​ແຜ່ນ​ຫີນ​ທີ່​ຈາລຶກ​ພຣະ​ບັນຍັດ​ຂອງ​ພຣະ​ເຈົ້າ​ຢູ່​ທີ່​ມື​ຂອງ​ພຣະ​ອົງ ເປັນ​ພຣະ​ບັນຍັດ​ທີ່​ພວກ​ເຂົາ​ໜິ່ນ​ປະໝາດ ແລະ ລ່ວງ​ລະ​ເມີດ. ບັດ​ນີ້ ພວກ​ເຂົາ​ເຫັນ​ແລ້ວ​ວ່າ ການ​ທີ່​ພວກ​ເຂົາ​ບໍ່​ໄດ້​ເຂົ້າ​ໄປ​ຢູ່​ໃນ​ສະຫວັນ​ນັ້ນ​ກໍ​ເປັນ​ເລື່ອງ​ຍຸຕິ​ທຳ​ແລ້ວ ເພາະ­ວ່າ ຢູ່​ໃນ​ຊີວິດ​ຂອງ​ພວກ​ເຂົາ​ເອງ​ກໍ​ໄດ້​ປະ­ກາດ​ແລ້ວ​ວ່າ ພວກ​ເຂົາ​ບໍ່​ຍອມ​​ຮັບ​ພຣະ​ເຢ​ຊູ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ. ແລ້ວ​ຄຳ​ຕັດສິນ​ຖືກ​ປະກາດ​ອອກ​ມາ​ວ່າ ໃຫ້​ພວກ​ເຂົາ​ຮັບ​ໂທດ​ຕາຍ​ຕະ­ຫຼອດ​ໄປ​ເປັນ​ນິດ. {GC 668.2,3,4}

ໃນ​ຂະນະ​ທີ່​ສຽງ​ດົນຕີ​ດັງ​ອອກ​ໄປ​ເຖິງ​ຝູງ​ຊົນ​ທີ່ຢູ່​ນອກ​ນະຄອນ​ນັ້ນ ທຸກ​ຄົນ​ກໍ​ເຫັນ​ວ່າ​ພຣະ​ເຈົ້າ​ຊົງ​​ຍຸ​ຕິ​ທໍາ ແລະ ຮ້ອງ​ອອກ​ມາ​ວ່າ: "ຂ້າ​ແດ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຜູ້​ຊົງ​ຣິດ​ທາ​ນຸ​ພາບ​ສູງ​ສຸດ ພຣະ​ຣາ​ຊະ​ກິດ​ຂອງ​ພຣະ​ອົງ​ກໍ​ໃຫຍ່​ຫຼວງ ແລະ ໜ້າ​ອັດ​ສະ​ຈັນ. ຂ້າ​ແດ່​ພຣະ​ມະຫາ​ກະສັດແຫ່ງ​ປະຊາຊາດ​ທັງ​ປ່ວງ ວິຖີ​ທາງ​ຂອງ​ພຣະ​ອົງ​ກໍ​ຍຸຕິ​ທຳ ແລະ ທ່ຽງ​ແທ້" ແລ້ວ​ທຸກ​ຄົນ​ຕ່າງ​ກໍ​ກົ້ມ​ລົງ​ຂາບ​ນະມັດສະການ​ພຣະ​ເຈົ້າ. (ພຣະ​ນິມິດ 15:3) {GC 668.4}

ສ່ວນ​ຊາ​ຕານ​ກໍ​ເຫັນ​ແລ້ວ​ວ່າ ການ​ທີ່​ມັນ​ເລືອກ​ຕໍ່ສູ້ພຣະ​ເຈົ້າ​ນັ້ນ ມັນ​ເອງ​ກໍ​ບໍ່​ສົມ­ຄວນ​ທີ່​ຈະ​ຢູ່​ໃນ​ສະຫວັນ​ເຊັ່ນ​ກັນ. ການ​ກ່າວ​ຫາ​ທີ່​ມັນ​ພະຍາຍາມ​ໃສ່​ຮ້າຍພຣະ​ເຈົ້າ​ນັ້ນ​ກໍ​ໄດ້​ຕົກລົງ​ມາ​ໃສ່​ຕົວ​ຂອງ​ມັນ​ເອງ​ທັງໝົດ. ບັດ​ນີ້ ຊາ​ຕານ​ກໍ​ໄດ້​ກົ້ມ​ລົງ​ຂາບ ແລະ ສາລະ​​ພາບ​ວ່າ ການ​ຕັດສິນ​ລົງໂທດ​ທີ່​ມັນ​ສົມຄວນ​ໄດ້​ຮັບ​ນັ້ນ​ກໍ​ຍຸຕິ​ທຳ​ແລ້ວ. {GC 670.2}

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ 20:11,12.

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 664.3-670.2} ຂຽນ​ໂດຍ ທ່ານ ​ນາງ ​ເອ​ເລັນ ​ຈີ. ໄວ​ທ

ທຳລາຍ​ຄວາມ​ບາບດ້ວຍ​ໄຟ​ຈາກ​ສະຫວັນ

ເຖິງ​ແມ່ນ​ວ່າ ຊາ​ຕານ​ຈະ​ຝືນ​ໃຈ​ຍອມຮັບ​ຄວາມ​ຍຸຕິທຳ​ຂອງ​ພຣະ​ເຈົ້າ ແລະ ກົ້ມ​ຫົວ​ລົງ​ໃຫ້​ກັບ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະ​ເຢ​ຊູ ແຕ່​ວ່າ​ອຸປະ​ນິໄສ​ຂອງ​ຊາ​ຕານ​ກໍຍັງ​ຄົງ​ບໍ່​ປ່ຽນແປງ ແລະ ຈິດ​ວິນ​ຍານ​ແຫ່ງ​ການ​ກະ​​ບົດຂອງ​ມັນ​ກໍ​ໄດ້​ພຸ້ງ​ຂຶ້ນ​ມາ​ອີກ. ຊາ​ຕານ​ໄດ້​ແລ່ນ​ເຂົ້າ​ໄປໃນ​ທ່າມກາງ​ບັນດາ​ຄົນ​ອະທຳ. ມັນ​ພະຍາ​​ຍາມ​ດົນ​ໃຈພວກ​ເຂົາ ແລະ ປຸກລະດົມ​ພວກ​ເຂົາ​ໃຫ້​ເຮັດ​ສົງຄາມ​ທັນ​ທີ. {GC 671.2}

ແຕ່​ໃນ​ບັນດາ​ຄົນ​ອະທຳ​ເປັນ​ຈຳນວນ​ນັບ​ລ້ານໆ​ຄົນ​ນັ້ນ ບໍ່​ມີ​ຜູ້​ໃດ​ຍອມຮັບ​ຄວາມ​ຍິ່ງ​ໃຫຍ່​ຂອງ​ຊາ​ຕານ ເພາະອຳນາດ​ຂອງ​ມັນ​ໄດ້​ມາ​ເຖິງ​ຈຸດ​ຈົບ​ແລ້ວ ຈິດໃຈ​ຂອງພວກ​ເຂົາ​ນັ້ນ​ເຕັມ​ໄປ​ດ້ວຍ​ຄວາມ​ກຽດ​ຊັງ​ພຣະ​ເຈົ້າ​ຄື​ກັນ​ກັບ​ທີ່​ຊາ​ຕານ​ກຽດ​ຊັງ ແຕ່​ພວກ​ເຂົາ​ເຫັນ​ວ່າ ພວກ​ເຂົາ​ຕົກ​ຢູ່​ໃນ​ສະພາບ​ຂອງ​ຄວາມ​ສິ້ນ​ຫວັງ ແລະ ບໍ່​ສາ­ມາດ​ທີ່​ຈະ​ເອົາ​ຊະນະ​ພຣະ​ເຢ​ຊູ​ໄດ້. ສະນັ້ນ ຄວາມ​ໂກດ​ຮ້າຍ​ຂອງ​ພວກ​ເຂົາ​ຈຶ່ງ​ຫັນ​ມາ​ຕໍ່­ສູ້​ຊາ​ຕານ ລວມ​ທັງ​ບັນ­ດາ​ທູດ​ສະ­ຫວັນ​ຊົ່ວ​ຮ້າຍ​ຂອງ​ມັນ. {GC 671.2}

ໃນ​ເວລາ​ນັ້ນ ໄຟ​ຈາກ​ພຣະ​ເຈົ້າ​ໄດ້​ຕົກລົງ​ມາ​ຈາກ​ສະຫວັນ​ຄື​ກັບ​ສາຍ​ຝົນ​ເຜົາ​ໄໝ້​ບັນດາ​ຄົນ​ອະທຳ​ທັງ​ຫຼາຍ. ບາງ​ຄົນ​ກໍ​ຖືກ​ເຜົາ​ໄໝ້​ໄວ ແລະ ບາງ​ຄົນ​ກໍ​ຖືກ​ເຜົາ​ໄໝ້ດົນ ເຊິ່ງ​ທຸກ​ຄົນ​ກໍ​ໄດ້​ຮັບ​ໂທດ​ຕາມ​ການ​ກະທຳ​ຂອງພວກ​ເຂົາ. ສ່ວນ​ຊາ​ຕານ ​ແລະ ພັກ​ພວກ​ຂອງ​ມັນ​ກໍ​ຖືກຖິ້ມ​ລົງ​ໃນ​ບຶງ​ໄຟ​ເຊັ່ນ​ກັນ... ແຕ່​ໂທດ​ຂອງ​ພວກ​ມັນ​ຈະຮຸນ​ແຮງ​ໜັກ​ກວ່າ​ຜູ້​ຄົນ​ທີ່​ພວກ​ມັນ​ໄດ້​ຫຼອກ​ຫຼວງ​ໃຫ້​ເຮັດ​ບາບ ເພາະວ່າ ພວກ​ມັນ​ບໍ່​ພຽງ​ແຕ່​ຈະ​ໄດ້​ຮັບ​ໂທດ​ຍ້ອນ​ກໍ່​ການ​ກະບົດ​ເທົ່າ​ນັ້ນ ແຕ່​ພວກ​ມັນ​ຍັງ​ໄດ້​ຮັບ​ໂທດ​ຍ້ອນ​ຄວາມ​ບາບ​ຂອງ​ຄົນ​ຊອບ​ທຳ​ທີ່​ໄດ້​ກັບ​ໃຈ​ໃໝ່ ເຊິ່ງ​ໄດ້​ວາງ​ໄວ້​ຢູ່​ທີ່​ພວກ​ມັນ​ອີກ​ດ້ວຍ. ພວກ​ມັນ​ຈະ​ທົນ​ທຸກ​ທໍລະ​ມານ​ທັງ​ກາງເວັນ ແລະ ກາງຄືນ​ຢູ່​ຕະ​ຫຼອດ. (ພຣະ​ນິມິດ 21:8; 19:20) {EW 294.2}

"ໃນ​ມື້​ນັ້ນ ພວກ​ເຂົາ​ຈະ​ຖືກ​ໄຟ​ເຜົາ ແລະ ຈະ​ບໍ່​ມີ​ຫຍັງ​ເຫ​ລື​ອຢູ່ເລີຍ." "ໃນ​ວັນ​ນັ້ນ​ທ້ອງຟ້າ​ຈະ​ລ່ວງ​ເສຍ​ໄປ​ດ້ວຍ​ສຽງ​ດັງ​ກ້ອງ​ສະໜັ່ນ, ໂລກ​ທາດ​ຈະ​ສະຫຼາຍ​ໄປ​ດ້ວຍ​ໄຟ ແລະ ແຜ່ນດິນ​ໂລກ​ກັບທຸກ​ສິ່ງ​ສາລະພັດ​​ຈະ​ໄໝ້​ເສຍ​ໝົດ." "ດ້ວຍ​ວ່າ​ຄ່າ​ຈ້າງ​ຂອງ​ຄວາມ​ຜິດ​ບາບ​ຄື​ຄວາມ​ຕາຍ" (ໂຣມ 6:23; ມາ​ລາ​ກີ 4:1; 2 ເປ​ໂຕ 3:10; ເພງ​ສັນລະເສີນ 11:6)

ໃນ​ທີ່​ສຸດ ການ​ລົງໂທດ​ຕາມ​ພຣະ​ບັນຍັດ​ກໍ​ໄດ້​ມາ​ຮອດແລ້ວ ແລະ ຄຳ​ຮຽກຮ້ອງ​ຂໍ​ຄວາມ​ຍຸຕິ​ທຳ​ຕາມ​ພຣະບັນຍັດ​ກໍ​ໄດ້​ຮັບ​ການ​ຕອບ​ສະໜອງ​ແລ້ວ. ທົ່ວ​ທັງ​ສະຫວັນ ແລະ ແຜ່ນດິນ​ໂລກ​ຕ່າງ​ກໍ​ແນມ​ເບິ່ງ ແລະ ປະກາດ​ເຖິງ​ຄວາມ​ຊອບ​ທຳ​ຂອງ​ພຣະ​ເຈົ້າ. {GC 673.1}

"ສ່ວນ​ຄົນ​ທີ່​ຂີ້​ຢ້ານ, ຄົນ​ທໍລະ​ຍົດ, ຄົນ​ທີ່​ປະ​ພືດ​ໃນສິ່ງ​ທີ່​ໜ້າ​ກຽດ​ຊັງ, ຜູ້​ຂ້າ​ຄົນ, ຄົນ​ປະ​ພືດ​ຜິດ​ສິນ​ທຳ ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບ​ໄຫວ້​ຮູບເຄົາລົບ, ຄົນ​ຂີ້​ຕວະ ຫຼື ສິ່ງ​ໜຶ່ງ​ສິ່ງ​ໃດ​ທີ່​ເປັນ​ມົນທິນຊົ່ວ​ຮ້າຍ ຈະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ບໍ່​ໄດ້​ເປັນ​ເດັດ​​ຂາດ ມີ​ແຕ່​ຄົນ​ທັງຫລາຍ​ທີ່​ມີ​ຊື່​ຈົດ​ໄວ້​ໃນ​ທະບຽນ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ​ຈຶ່ງ​ຈະ​ເຂົ້າ​ໄປ​ໄດ້" (ພຣະ​ນິມິດ 21:8,27)

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ 21:8; 19:20; 21:8,27

ອ້າງ​ອີງ​ຈາກ​ປຶ້ມ "ປາຍ­ທາງ​ແຫ່ງ​ຄວາມ​ຫວັງ" (ສະ­ບັບ​ພາ­ສາ​ໄທ) {ວັກ 671.2; 673.1} ແລະ​ປຶ້ມ “Early Writings” {EW 294.2} ຂຽນ​ໂດຍ ທ່ານ​ ນາງ ​ເອ​ເລັນ ​ຈີ. ໄວ​ທ

ທ້ອງຟ້າ​ໃໝ່ ແລະ ແຜ່ນດິນ​ໂລກ​ໃໝ່

ໄຟ​ທີ່​ພຣະ​ເຈົ້າ​ສົ່ງ​ມາ​ເຜົາ​ໄໝ້​ຄວາມ​ບາບ​ທັງ​ໝົດ​ນັ້ນ ກໍ​ໄດ້​ຊຳລະ​ລ້າງ​ໂລກ​ໃຫ້​ສະ​ອາດ. ຮ່ອງຮອຍ​ຂອງ​ຄຳສາບ​ແຊ່ງ​ກໍ​ໄດ້​ຖືກ​ກວດ​ຖິ້ມ​ໄປ​ໝົດ ແລະ ເຫດການຕ່າງໆ​ໃນ​ອະ​ດີດ​ກໍ​ຖືກ​ລືມ​ໄລ​ໄປ​ຢ່າງ​ໝົດ​ສິ້ນ. ແລ້ວພຣະ​ເຈົ້າ​ກໍ​ໄດ້​ສ້າງ​ໂລກ ແລະ ທຸກ​ສິ່ງ​ຂຶ້ນ​ມາ​ໃໝ່. ການ​ເນລະມິດ​ສ້າງ​ຂອງ​ພຣະ​ເຈົ້າ​ກໍ​ເຕັມ​ໄປ​ດ້ວຍຄວາມ​ງົດ​ງາມ, ຄວາມ​ຊົມຊື່ນ​ຍິນດີ ແລະ ຄວາມ​ສຸກ.

ນະຄອນ​ເຢ​ຣູ​ຊາ​ເລັມ​ໃໝ່​ກໍ​ເປັນ​ເມືອງ​ຂອງ​ຄົນ​ຊອບ​ທຳ ​ແລະ ພວກ​ເຂົາ​ກໍ​ປົກຄອງ​ຢູ່​ທີ່​ນັ້ນ​ຕະຫລອດ​ໄປ​ເປັນ​ນິດ. ໃນ​ນະຄອນ​ນັ້ນ ບໍ່​ມີ​ແສງ​ສະຫວ່າງ​ຂອງ​ດວງຕາເວັນ ຫຼື ດວງ​ເດືອນ ເພາະວ່າ ລັດສະໝີ​ຂອງ​ພຣະເຈົ້າ​ຊົງ​ເປັນ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ. ບັນລັງ​ຂອງ​ພຣະ​ເຈົ້າ​ກໍ​ຕັ້ງ​ຢູ່​ທີ່​ນັ້ນ ແລະ ພຣະ​ອົງ​ກໍ​ຊົງ​ສະຖິດຢູ່​ກັບ​ມະ​ນຸດ. ພວກ​ເຂົາ​ເປັນ​ປະຊາຊົນ​ຂອງ​ພຣະ​ເຈົ້າ ແລະ ພຣະ​ອົງ​ກໍ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ. ພວກເຂົາ​ບົວລະບັດ​ຮັບ​ໃຊ້​ພຣະ​ອົງ ແລະ ເຫັນ​ພຣະ​ອົງ​ໜ້າຕໍ່​ໜ້າ. ການ​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ​ຈະ​ບໍ່ເຮັດ​ໃຫ້​ອິດເມື່ອຍ ແຕ່​ຈະ​ຮູ້ສຶກ​ເຖິງ​ຄວາມ​ສົດຊື່ນ​ຂອງຍາມ​ເຊົ້າ. (ພຣະ​ນິມິດ​ບົດ​ທີ 21 ແລະ 22)

ບັນດາ​ຄົນ​ຊອບ​ທຳ​ຈະ​ທ່ອງ​ທ່ຽວ​ໄປ​ມາ​ໃນ​ທ່າມກາງ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ. ໃນ​ທີ່​ນັ້ນ ປະຊາຊົນ​ທັງ​ໝົດ​ຈະ​ມີ​ແຕ່​ຄວາມສຸກ ແລະ ຈະ​ໜຸ່ມ​ຢູ່​ຕະຫຼອດ... ພວກ​ເຂົາ​ຈະ​ສ້າງ​ບ້ານ, ຈະ​ປູກ​ສວນ​ອະງຸ່ນ ແລະ ກິນ​ໝາກ​ຂອງ​ມັນ... ພວກ​ເຂົາ​ຈະ​ມ່ວນ​ໄປ​ກັບວຽກ​ຈາກ​ຝີ​ມື​ຂອງ​ພວກ​ເຂົາ​ຢູ່​ຕະ​ຫຼອດ. ໝາ​ປ່າ ແລະ ລູກ​ແກະ​ຈະ​ຫາ​ກິນ​ຢູ່​ນຳ​ກັນ, ສິງ​ຈະ​ກິນ​ເຟືອງ​ເໝືອນງົວ ແລະ ງູ​ພິດ​ກໍ​ຈະ​ກິນ​ຂີ້​ດິນ​ເປັນ​ອາ​ຫານ. ພວກ​ມັນ​ທັງຫຼາຍ​ຈະ​ບໍ່​ເຮັດ​ອັນຕະລາຍ ຫຼື ທຳລາຍ​ພູເຂົາ​ບໍຣິ​​ສຸດ​ຂອງ​ພຣະ​ເຈົ້າ. (ເອ​ຊາ​ຢາ 65:17-25)

ພຣະ​ເຈົ້າ​ກ່າວ​ວ່າ: “ເບິ່ງ​ແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ຜູ້​ໃດ​ທີ່​ຖື​ຮັກສາ​ຄຳ​ທຳ​ນວາຍ​ໃນ​ໜັງສື​ມ້ວນ​ນີ້ ຜູ້​ນັ້ນ​ກໍເປັນ​ສຸກ” (ພຣະ​ນິມິດ 22:7)

"ຄົນ​ທັງຫຼາຍ​ທີ່​ປະຕິບັດ​ຕາມ​ພຣະ​ບັນຍັດ​ຂອງ​ພຣະເຈົ້າ​ກໍ​ເປັນ​ສຸກ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ມີ​ສິດ​ໃນ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ເຂົ້າ​ໄປໃນ​ນະຄອນ​ນັ້ນ​ໂດຍ​ທາງ​ປະຕູ" (ພຣະ​ນິມິດ 22:14)

ອ້າງ​ອີງ​ຈາກ​ປຶ້ມ "ພຣະ​ຄຳ​ພີ" ພຣະ​ນິ­ມິດ ບົດ​ທີ 21 ແລະ 22; ເອ​ຊາ​ຢາ 65:17-25.