ເພງສັນລະເສີນ (ສັ້ນ)

51 ພຣະຄຣິສຕະທຳຄຳພີ

ພຣະຄຣິດສະທຳຄຳພີ ທີ່ຈະກ່າວເຖິງນີ້

ເປັນຄຳພີໃໝ່ ຄຣິສຕຽນເຮົາຄວນສົນໃຈ (2)

ຄວນທ່ອງເອົາໄວ້ມີຈັກເຫຼັ້ມດ້ວຍກັນ

ມັດທາຍ ມາລະໂກ ລູກາ ເຫຼັ້ມສີ່ນັ້ນໜາ ຊື່ວ່າໂຢຮັນ

ເຫຼັ້ມຫ້າເຖິງເຫຼັ້ມແປດນັ້ນ(2)

ຄືກິດຈະການ

ໂຣມ ໂກຣິນໂທ ເອົ້າ ໂກຣິນໂທ ຄາລາເຕຍ

ເອເຟໂຊ ຟີລິບປອຍ ໂກໂລຊາຍ

ເທຊະໂລນິກເກ(2)

ໜຶ່ງຕີໂມທຽວເຫຼັ້ມສອງກໍ່ມີ

ໂປດຈຳໄວ້ໃຫ້ດີ ທັງຕີໂຕ ຟີເລໂມນ ເຮັບເຮີ

ຢາໂກໂລເປໂຕ ເປໂຕໂຢຮັນ ໂຢຮັນ ໂຢຮັນ

ຄຳພີຢູດາກໍ່ມີເໝືອນກັນ(2)

ເຫຼັ້ມທ້າຍສຸດນັ້ນຄືຄຳພີພຣະນິມິດ



53 ໂລກນີ້ຕຶງມື້ຕຶງວັນ

ໂລກເຮົາຕຶງມື້ຕຶງວັນ

ໂສກສັນຂ້າຟັນກັນຕາຍ

ຊົ່ວຊ້າທັງຍິງທັງຊາຍ

ມາກຫຼາຍຊະຊາຍບາບກຳ

ກອບໂກຍຊັບສິນເງິນຕາ

ໄດ້ມາບໍ່ອິ່ມບໍ່ໜຳ

ຄົດລ້ຽວໃຈມືດໃຈດຳ

ມັກທຳແຕ່ຂອງບໍ່ດີ

ລອງມາຄິດກ່ອນ

ຄິດກ່ອນຈັກໜ້ອຍນ້ອງພີ່

ຄິດໃຫ້ດີໆ ໂລກນີ້ມີແຕ່ຄວາມລຸ້ມຫຼົງ

ເຊີນມາຮັບເອົາ ຮັບເອົາພຣະເຈົ້າສູງສົ່ງ

ເຊື່ອໃນພຣະອົງ ພຣະອົງພາຂຶ້ນສະຫວັນ

ສຸກໃຈສົດໃສຫຼືດີ ເມື່ອຊີວິດມີຄວາມຫວັງ

ໂລກນີ້ມັນບໍ່ແນ່ອີ່ຫຍັງ

ພາດພັ້ງຊີວິດໝອງມົວ

ໂລກນີ້ມັນບໍ່ແນ່ອີ່ຫຍັງ

ພາດພັ້ງຊີວິດໝອງມົວ


54 ພຣະສີລິ

ພຣະສີລິ ໂອ້ພຣະສີລິ ພຣະເຈົ້າຈອມລາຊາ

ບໍລິສຸດ ງົດງາມສະຫງ່າ ຈອມລາຊາຂອງເຮົາ

ເຮົາຈຶ່ງກົ້ມກາບເທີດທູນ ນະມັດສະການດ້ວຍວິນຍານ

ທີ່ຍົກຍ້ອງແລະບູຊາ

ເພາະເຮົາມີພຣະເຈົ້າດຽວອົງຜູ້ທ່ຽງທຳ

ຜູ້ຊົງຄອບຄອງທົ່ວຟ້າແລະສະຫວັນ (2)


55 ພຣະຄຳໂອວາດພຣະເຈົ້າ

ພຣະຄຳໂອວາດພຣະເຈົ້າ

ເປັນໜັງສືສຳລັບເຮົາ

ເປັນເລື້ອງຄວາມຈິງທີ່ໄດ້ນຳຄວາມລອດ

ພຣະຄຳໂອວາດພຣະເຈົ້າ (3)


56 ພຣະຄຳພຣະເຈົ້າ

ຊີວິດເຮົາຈະດຳເນີນໄປຢ່າງໃດ

ໃນພຣະເຈົ້າເປັນຄຳຖາມ

ທີ່ຢູ່ໃນໃຈທຸກຄົນ

ຈະໃຫ້ທຳຢ່າງໃດ

ໃນເມື່ອຕ້ອງຢູ່ກັບຜູ້ຄົນມາກມາຍ

ເດີນປະປົນໄປກັບເຂົາ

ທຸກວັນເລື້ອຍໄປ

ແຕ່ຢ່າລືມວ່າເຮົາ

ຕ້ອງເດີນໄປຕາມພຣະຄຳ

ເປັນແສງສ່ອງທາງ

ດຳເນີນຊີວິດທຸກວັນ

ພຣະເຈົ້າຊົງໂຜດເມດຕາ

ເປີດເຜີຍໃຫ້ເຮົາໄດ້ຮູ້ແລ້ວວ່າ

ພຣະອົງຊົງມີນ້ຳພຣະໄທເຊັ່ນໃດ

ຫາກພາດພັ້ງພຣະເຈົ້າພ້ອມຈະອະໄພ

ຮີບກັບໃຈເສຍໃໝ່

ຕໍ່ພຣະພັກພຣະອົງ

ເພື່ອວັນໃໝ່ທີ່ສົດໃສ

ຈະກ້າວໄປຢ່າງໝັ້ນຄົງ

ກັບພຣະອົງ ພຣະເຢຊູ


57 ຄຳອະທິຖານ

ຍິງ:

ຍາມຕາວັນລາລັບຟ້າ

ເຖິງເວລາອະທິຖານ ທ່ານທູນເພື່ອຂ້າຫຼືບໍ່?


ຊາຍ:

ຂ້າຈະຄອຍເຝົ້າອ້ອນວອນ ຂໍພຣະພອນຈາກພຣະເຈົ້າ

ໃຫ້ເຮົາທັງສອງຮັກກັນ


ຍິງຊາຍ:

ໃຫ້ເຮົາທັງສອງຮັກກັນ


ຍິງ:

ໂອ້…ທ່ານຄຳນຶງຄິດເຖິງຂ້າຫຼືບໍ່

ຍາມເມື່ອທ່ານຄຸເຂົ່າອະທິຖານ


ຊາຍ: ໂອ້…ຂ້າຄຳນຶງຄິດເຖິງເຈົ້າທຸກວັນ

ຍາມເມື່ອຂ້າຄຸເຂົ່າເຝົ້າພຣະອົງ


58 ພັກພິງໃນພຣະເຈົ້າ

1 ດັ່ງທະເລເຈີມໍລະສຸມແປປ່ວນ

ທຸກຄົນມີຊີວິດເປັນເຊັ່ນນັ້ນ ຮື ຮື

ຍາມທຸກຈຽນຕາຍ ຍາມຄື້ນແລະລົມຊັດພາ

ຂາດຄົນຄຸ້ມຄອງປ້ອງກັນພັກພິງ

ແຕ່ຢ່າລືມພຣະອົງເຝົ້າມອງເຮົາຢູ່

ພ້ອມຈະເຊີດຊູໃຈທີ່ອ່ອນແຮງ ລະອາ

ຈົ່ງກັບຄືນສູ່ພຣະພັກ ທີ່ແສນເມດຕາ

ມອບຊີວາໃຫ້ພຣະເຈົ້າດູແລ


2 ພັກພິງໃນພຣະເຈົ້າ ພັກພິງໃນພຣະອົງ

ພຣະຊົງເປັນສີລາ ອັນໝັ້ນຄົງ

ພຣະອົງເປັນພຣະເຈົ້າ ພຣະອົງເປັນພຣະລັງ

ຊົງເປັນໂລ້ ເປັນກຳບັງທີ່ເຂັ້ມແຂງ

ຕໍ່ໄປນີ້ ຂ້າບໍ່ໄດ້ ຕໍ່ສູ້ພຽງລຳພັງ

ເຫດພຣະອົງຊົງກອບກຽດໄຊ

ໃນຄວາມຕາຍຄວາມບາບ

ໂປດເດີນ ຄຽງຂ້າເອີຍ


59 ຈົ່ງຊົມຊື່ນຍິນດີ

1 ຈົ່ງຊົມຊື່ນຍິນດີໃນພຣະອົງເຈົ້າ

ຈົ່ງຊົມຊື່ນຍິນດີໃນພຣະອົງ

ແລະສັນຕິສຸກ…ແຫ່ງພຣະເຈົ້າ

ຄຸ້ມຄອງຈິດໃຈ (2) ໄວ້ໃນພຣະອົງ


2 ຢ່າທຸກຮ້ອນໃນສິ່ງໃດໆ

ຈົ່ງນຳມາກາບທູນຕໍ່ພຣະອົງ (2)

ແລະສັນຕິສຸກ…ແຫ່ງພຣະເຈົ້າ

ຄຸ້ມຄອງຈິດໃຈ (2) ໄວ້ໃນພຣະອົງ


60 ຂອບພຣະຄຸນພຣະເຈົ້າ

1 ຂອບພຣະຄຸນພຣະເຈົ້າ ເພາະພຣະໄດ້ປະທານ

ສິ່ງທີ່ດີໃນຊີວິເຮົາ

ພຣະອົງເອົາພຣະໄທໃສ່ ທຸກຢ່າງກ້າວເດີນ

ແລະຊົງຢືນຢູ່ຄຽງຂ້າງເຮົາ


ຂໍ້ຊ້ຳ: ຮາເລລູ…ຢາ ສັນຣະເສີນພຣະເຈົ້າ

ຮາເລລູ……ຢາ

ພຣະຊົງໃຫ້ສິ່ງດີ ແກ່ທຸກໆຄົນ

ຕາມນ້ຳພຣະໄທຂອງຂອງພຣະອົງ


2 ຂອບພຣະຄຸນພຣະເຈົ້າ

ເພາະພຣະຊົງລ້ຽງດູ ແລະຊົງເປັນຄວາມສັນຕິສຸກໃນໃຈ

ເມື່ອເຮົາຫຼຽວເບິ່ງທຳມະຊາດ ລ້ອມຮອບຂ້າງເຮົາ

ກໍ່ໄດ້ເຫັນຄວາມຮັກຂອງພຣະອົງ


3 ຂອບພຣະຄຸນພຣະເຈົ້າ

ເພາະພຣະໄດ້ປະທານ ພຣະບຸດຕາ ຄືອົງພຣະເຢຊູຄຣິດ

ຜູ້ໄດ້ວາຍພຣະຊົນເພື່ອເຮົາ

ລອດພົ້ນຄວາມຕາຍ ແລະໄດ້ມີຊີວິດນິລັນດອນ (ຊ້ຳ)


61 ຈົ່ງມີຄວາມເຊື່ອໃນພຣະອົງ

ຈົ່ງມີຄວາມເຊື່ອໃນ ພຣະອົງເຖີດ

ພຣະອົງເປັນທຸກສິ່ງ ເປັນທຸກຢ່າງ

ທີ່ໃຈຂອງເຮົາ

ເຂົ້າເພິ່ງພາ (2ເທື່ອ)


ມີຄວາມເຊື່ອໜ້ອຍໜຶ່ງພູເຂົາກໍ່ເລື່ອນໄດ້

ປ່ຽນສິ່ງຮ້າຍໜັກໃຈກາຍເປັນດີ

ຮ່ວມຄວາມເຊື່ອຮ່ວມໃຈຮ່ວມກັນໃຊ້ລິດເດດ ຈະໄດ້ເຫັນເຖິງການອັດສະຈັນ

ເບິ່ງຄົນນັ້ນທີ່ເຂົາຫາຍພຣະເຢຊູຊົງຮັກສາ

ຕາມພຣະສັນຍາທີ່ຊົງປະທານໃຫ້

ບໍ່ມີເຫຼືອສິ່ງໃດແລ້ວທີ່ຍາກເກີນໄປ

ມາຮ່ວມໃຈເຊື່ອໃນພຣະເຢຊູ


62 ຂ້າຕ້ອງໄປຝາກທາງນັ້ນ

1 ຂ້າຕອ້ງໄປຝາກທາງນັ້ນ

ຂ້າຕ້ອງໄປຍັງແດນໄກ

ບໍ່ມີໃຜເຄີຍບອກເລື່ອງຄວາມພົ້ນບາບ

ຄົນນັບລ້ານບໍ່ເຄີຍຟັງ

ເລື່ອງພຣະເຢຊູຜູ້ໄຖ່

ຂ້າຕ້ອງໄປ ບອກໃຫ້ຄົນທັງຫຼາຍຮູ້


ຂໍ້ຊ້ຳ: ຂ້າຕ້ອງໄປ ຝາກທາງນັ້ນ

ໄປປະກາດ ຂ່າວປະເສີດ

ຂ້າຕ້ອງໄປ ໃຫ້ໂລກຊາບ

ເລື່ອງຄວາມລອດ ພົ້ນຈາກບາບ


2 ແດນກັນດານກໍ່ຕ້ອງໄປ

ເມື່ອພຣະອົງຊົງບັນຊາ

ບໍ່ຄຳນຶງຫຼືຄິດເຖິງຄວາມສະບາຍ

ໃຜຈະວ່າຂ້າໂງ່ງ່າວ

ເປັນຄົນບ້າກໍ່ຕາມໃຈ

ຂ້າອີ່ມໃຈ ເມື່ອພຣະອົງພໍພຣະໄທ (ຊ້ຳ)


3 ເຮົາທັງຫຼາຍໃຊ້ເວລາ

ຫາອຳນາດຄວາມສະບາຍ

ເຫດສັນໃດເມົານຳຄວາມສຸກຊົ່ວຄາວ

ຈົ່ງຕື່ນຂຶ້ນຈາກໃຈແຂງ

ເລີກໃຈດຳຮູ້ຈັກອາຍ

ຊ້າເຮັດຫຍັງຈົ່ງໄປບອກຄົນທັງຫຼາຍ(ຊ້ຳ)


63 ຂ້າຮູ້ແນ່

ຂ້າຮູ້ແນ່ພຣະຄຣິດຊົງພຣະຊົນຢູ່

ຈິດ ຂ້າຂໍສັນເສີນ

ເທິງກາງແຂນພຣະອົງຊົງໄຖ່ບາບຂ້າ

ຈິດ ຂ້າຂໍສັນເສີນ

ອົງພຣະຄຣິດຊົງລິດ ພິຊິດຄວາມມໍລະນາ

ຈິດ ຂ້າຂໍສັນເສີນ

ຂ້າຈຶ່ງມີເສລີ ພົ້ນບ້ວງມານຊາຕານ

ຈິດ ຂ້າຂໍສັນເສີນ (ຈິດ ຂ້າຂໍສັນເສີນ)


64 ວັນນີ້ເປັນວັນສັນຕິສຸກ

1 ວັນນີ້ເປັນວັນສັນຕິສຸກ

ຈົ່ງລະຖິ້ມຄວາມທຸກໃຫ້ໝົດສິ້ນໄປ

ຮ່ວມຈິດຕັ້ງໃຈ ຂໍຖວາຍຄວາມພັກດີ

ດ້ວຍໃຈຈິງໄຣ້ສິ່ງລາຄີ ເພື່ອສັກສີຂອງພຣະເຢຊູ


2 ເພີດເພີນເມື່ອໄດ້ຮ້ອງເພງ

ຊ່າງໄພເລາະບັນເລງ ດັ່ງເພງສະຫວັນ

ຮ້ອງຈາກວິນຍານ ສຽງປະສານສາມັກຄີ

ຮ່ວມບັນເລງເປັນເພງສະດຸດີ ໃນວັນນີ້ຂໍໂມທະນາ

3 ຂ້ານ້ອຍຂໍຂອບພຣະຄຸນ

ທີ່ພຣະຄຣິດກາລຸນຊົງຮັກໜັກໜາ

ຍອມສິ້ນຊີວາ ເພື່ອໄຖ່ຂ້າຜູ້ຖືກຂັງ

ພົ້ນຈາກມານຜູ້ໜ້າຊັງ ກັບມາຍັງພຣະຢາໂຮວາ


4 ຂ້າແຕ່ພຣະຢາໂຮວາ

ຜູ້ສະຖິດເມືອງຟ້າມະຫາສະຫວັນ ຂໍໂປດປະທານ

ພຣະວິນຍານສະເດັດມາ ຊົງສະຖິດໃນດວງຈິດຂ້າ

ຕະຫຼອດເວລາຂໍຊົງເລົ້າໂລມ


65 ສາວປອດ

ເລື້ອງນີ້ເປັນເລື້ອງສຳຄັນ

ແຜ່ນດິນສະຫວັນປຽບເໝືອນສາວປອດ

ແຕ່ງຕົວໂກ້ໆເປັນແຖວ (2)

ນ້ຳໃຈປະສົງເພື່ອໄປງານວິວາ

ສາວທັງສິບກໍ່ໄປ

ແຕ່ໜ້າເສຍດາຍໄປໄດ້ແຕ່ຫ້າ

ໂຄມໄຟເຕັມດ້ວຍນ້ຳມັນ (2)

ເພື່ອລໍຄວາມຫວັງທັງຄືນແລະວັນ

ມີຫ້າຄົນຈ້າຈິງຈັງ ນ້ຳມັນໃນຖັງບໍ່ຍັງໝົດໄປ

ຕົກໃຈໃກ້ທ່ຽງຄືນມາ (2)

ຄົນໜຶ່ງຮ້ອງວ່າ ເຈົ້າບ່າວມາແລ້ວ ສ່ວນເຮົາກໍ່ເໝືອນກັນ

ບໍ່ຮູ້ຈັກວັນພຣະອົງຈະມາ

ເລຶ່ອງນີ້ເຕືອນໃຫ້ຮູ້ວ່າ (2)

ຄຣິສຕຽນທົ່ວໜ້າຈົ່ງເຝົ້າລະວັງ (2)


66 ສິບຄົນເດັກນ້ອຍ

ໜຶ່ງຄົນ ສອງຄົນ ສາມຄົນເດັກນ້ອຍ

ສີ່ຄົນ ຫ້າຄົນ ຫົກຄົນເດັກນ້ອຍ

ເຈັດຄົນ ແປດຄົນ ເກົ້າຄົນເດັກນ້ອຍ

ສິບຄົນເດັກນ້ອຍເອີຍ

ສິບຄົນ ເດັກນ້ອຍ ອ້ອນວອນພຣະເຈົ້າ

ສິບຄົນ ເດັກນ້ອຍ ສັນເສີນພຣະເຈົ້າ

ສິບຄົນ ເດັກນ້ອຍ ແລ່ນຂຶ້ນສະຫວັນ

ສັນເສີນພຣະເຢຊູ


67 ເຖິງເຮົາຈະເປັນຄົນບາບໜັກໜາ

1 ເຖິງເຮົາຈະເປັນຄົນບາບໜັກໜາ

ພຣະເຢຊູຊົງຮັກເຮົາ

ເຖິງເຮົາທົນທຸກແລະທໍລະມານ

ຊະລາຫຼືວ່າຍັງເຍົາ

ຂໍ້ຊ້ຳ: ພຣະອົງຊົງຄອຍເຮົາຢູ່

ຊົງດູດ້ວຍຮັກມາກມາຍ

ຂໍໂຜດໃຫ້ກຳລັງ

ທຳຕາມນ້ຳພຣະໄທ

ຂໍໃຫ້ເຮົາຄອຍຢູ່

ຈົນເຮົາສິ້ນລົມຫາຍໃຈ


2 ສອງມືເຮົາທຳງານຂອງພຣະອົງ

ແລະໃຈຂອງເຮົາໝັ້ນຄົງ

ສອງຕາເຮົາເຫັນກາງແຂນໂສພາ

ເຊື່ອວ່າເຮົາບໍ່ລົ້ມລົງ (ຊ້ຳ)


3 ຈະຫາຜູ້ໃດໃຫ້ເໝືອນພຣະອົງ

ໃນໂລກນີ້ຄົງບໍ່ມີ

ຈະຫາຜູ້ໃດຍອມວາຍພຣະຊົນ

ເພື່ອຄົນອື່ນໄດ້ຊີວີ (ຊ້ຳ)


68 ໃນເວລາຂອງພຣະຄຣິດ

1 ໃນເວລາ ຂອງພຣະຄຣິດ

ຊົງລີຂິດຊີວິດຂອງຂ້າຕາມນ້ຳພຣະໄທ

ຂໍໂຜດໃຫ້ຂ້າຮຽນຮູ້ວ່າ

ຕາບທີ່ຂ້າເດີນໃນມັກຄາ

ດວງຊີວາຢູ່ໃນເວລາ

ຂອງພຣະອົງ


2 ໃນເວລາ ຂອງພຣະເຈົ້າ

ຊົງເຝົ້າດູຊີວິດໃຫ້ຢູ່ໃນນ້ຳພຣະໄທ

ໂອ້ພຣະເຈົ້າຂ້າຂໍມອບໃຈ

ມອບຖວາຍຊີວິດທັງກາຍ

ເພື່ອຈະໄດ້ຢູ່ໃນເວລາ

ຂອງພຣະອົງ


69 ໂອພຣະເຈົ້າ

ໂອພຣະເຈົ້າເຮົານະມັດສະການພຣະອົງ

ອົງຈອມລາຊາຍົກພຣະອົງສູງສຸດ

ແຫ່ງການສັນເສີນ

ສັນຣະເສີນພຣະເຈົ້າຜູ້ຊົງຍິ່ງໃຫຍ່

ລິດທານຸພາບພຣະອົງສູງສຸດ

ນະມັດສະການພຣະເຈົ້າຂອງເຮົາ(2ເທື່ອ)


70 ເຊີນພຣະວິນຍານ

ເຊີນພຣະວິນຍານແຫ່ງຄວາມຮັກຍິ່ງໃຫຍ່

ຊົງເຄື່ອນໄຫວພາຍໃນທຸກຄົນ

ໃຫ້ເຕັມລົ້ນພາຍໃນສັນຕິສຸກ ເຕັມດວງໃຈ

ຂໍຊົງຄອບຄອງຄວາມຄິດແລະຊີວິດ

ໃຫ້ເປັນຂອງພຣະອົງທຸກສິ່ງ

ໂດຍພຣະວິນຍານບໍລິສຸດເປັນຜູ້ຊົງນຳ

ເຢຊູ ໂອ້ ເຢ ຊູ

ຊົງເຈີມເຮົາດ້ວຍໄປ (2)


71 ຄວາມຮັກໝັ້ນຄົງ

ຄວາມຮັກໝັ້ນຄົງ

ຂອງພຣະເຈົ້າບໍ່ເຄີຍສິ້ນສຸດ

ພຣະເມດຕາຄຸນ

ຫຼັ່ງລົງມາຢູ່ສະເໝີ

ໃໝ່ທຸກເຊົ້າເລົ້າໃນດວງໃຈ

ຊາບຊຶ້ງທຸກໆວັນໃໝ່

ພຣະອົງຊົງຄວາມທ່ຽງຍິ່ງນັກ

ພຣະອົງຊົງຄວາມທ່ຽງທຳ


72 ເມື່ອພຣະວິນຍານສວມທັບຂ້າ

ເມື່ອພຣະວິນຍານພຣະເຈົ້າສວມທັບຂ້າ

ຂ້າສັນຣະເສີນ ອົງພຣະເຢຊູ (2)

ຂ້າສັນຣະເສີນ ຂ້າສັນຣະເສີນ

ຂ້າສັນຣະເສີນ ອົງພຣະເຢຊູ (2)


73 ພຣະເຈົ້າຊົງສຳພັດຂ້າວັນນີ້

1 ພຣະເຈົ້າຊົງສຳພັດຂ້າວັນນີ້ (2)

ຊົງມອບຊີວິດໃຫ້ຂ້າ

ນຳຊີວາພຣະອົງຊົງໄຖ່

ພຣະເຈົ້າຊົງສຳພັດຂ້າວັນນີ້


ຂໍ້ຊ້ຳ: ຈະເປັນຫຼືຈະຕາຍ

ຈະຫົວເລາະຫຼືຮ້ອງໄຫ້ ຈະຢູ່ເພື່ອຈະຮັກຈົນໝົດດວງໃຈ

ຈະຢູ່ເພື່ອຈະກ່າວແລະຈະປ່າວ

ຂ່າວເລື້ອງພຣະອົງ

ຈະຢູ່ເພື່ອຮ້ອງເພງສັນຣະເສີນ

ພຣະນາມພຣະອົງ


2 ໂຜດຊຳລະໃຈຂ້າວັນນີ້ (2)

ຊົງມອບຊີວິດໃຫ້ຂ້າ

ນຳຊີວາພຣະອົງຊົງໄຖ່

ໂຜດຊຳລະໃຈຂ້າວັນນີ້ (ຊ້ຳ)


74 ເມື່ອໄດ້ເຫັນ

1 ເມື່ອໄດ້ເຫັນແສງທອງທີ່ສ່ອງສວຍງາມ

ມີພູເຂົາພື້ນດິນມີດອກໄມ້ບານ

ມີຕົ້ນໄມ້ຮົ່ມເຢັນມີທະເລລຳທານ

ມີທ້ອງຟ້າທີ່ຍັງສົດສວຍງາມ


2 ເມື່ອໄດ້ເຫັນຝູງປາທີ່ລອຍລ່ອງໄປ

ເມື່ອໄດ້ເຫັນທະເລທີ່ໃຫຍ່ກ້ວາງໄກ

ເມື່ອມີລົມພັດມາພາໃຫ້ໃຈຊື່ນບານ

ມີຕາເວັນທີ່ຍັງສ່ອງແສງມາ


*ພຣະເຈົ້າຂອງເຮົາຍິ່ງໃຫຍ່

ເກີນອະທິບາຍເຂົ້າໃຈ

ສ້າງບັນດານທຸກສິ່ງ(ທຸກສິ່ງ)

ເປັນຄວາມຮັກແລະເປັນຄວາມຈິງ

ພຣະອົງຊົງ

ຍິ່ງໃຫຍ່ເໜືອໃຜ


75 ຈາກວັນນັ້ນ

1 ຈາກວັນນັ້ນທີ່ຂ້າພົບພຣະອົງ

ພຣະຜູ້ຊົງພີພຣະຊົນເພື່ອເຮົາ

ຈາກວັນນັ້ນທີ່ຂ້າມອບຊີວິດໃຫ້

ອົງພຣະຄຣິດພຣະອົງກໍ່ຊົງດູແລ


ຂໍ້ຊ້ຳ: ແລະພຣະອົງຊົງຮັກຢ່າງມາກມາຍ

ພຣະບໍ່ເຄີຍທອດຖິ້ມໃຫ້ຢູ່ດຽວດາຍ

ຄວາມຮັກໝັ້ນຄົງລ້ອມຢູ່ຮອບຕົວຂ້າ

ບໍ່ມີວັນຜັນປ່ຽນຮັກນັ້ນແນ່ນອນ


2 ຈາກວັນນັ້ນຄວາມຝັນກໍ່ເປັນຈິງ

ເພາະພຣະອົງຊົງເປັນທີ່ພັກພິງ

ຈະຝາກໄວ້ພາລະທີ່ແສນໜັກ

ໂດຍຄວາມຮັກພຣະອົງຈະຊົງບັນເທົາ(ຊ້ຳ)

*ຫາກວັນໃດທີ່ໃຈຕ້ອງພົບ

ກັບຄວາມປວດລ້າວ

ກໍ່ນຳມາເຂົ້າເຝົ້າພຣະອົງ

ພຣະຜູ້ຊົງເມດຕາ

ສັດຊື່ແລະທ່ຽງທຳ

ຈະຊົງຟັງທຸກຄຳທີ່ເຮົາອ້ອນວອນ


76 ຂ້າໄດ້ວາງໃຈໃນພຣະເຈົ້າ

ຂ້າໄດ້ວາງໃຈໃນພຣະເຈົ້າ ເດີນໄປກັບພຣະອົງ

ຂ້າໄດ້ວາງໃຈໃນພຣະອົງ

ຊົງປະທານບົດເພງ

ເມກບົດບັງຟ້າພາຍຸຮ້າຍ ຄ້າຍຈະເຮັດໃຫ້ຫວັ່ນໄຫວ

ຂ້າໄດ້ວາງໃຈໃນພຣະເຈົ້າ ບໍ່ເຄີຍຕົກໃຈກົວ

ພຣະອົງຊົງເປັນເພື່ອນ

ທີ່ເຮົາໄວ້ວາງໃຈ

ແລະບໍ່ເຄີຍເຫຼວໄຫຼ ບໍ່ວ່າທີ່ໃດໆ

ເຖິງຍາກລຳບາກຫຼາຍພຽງໃດ

ຂ້າຈະເດີນຕາມໄປ

ຂ້າໄດ້ວາງໃຈໃນພຣະເຈົ້າ

ຜູ້ບໍ່ເຄີຍປ່ຽນແປງ


77 ເຮົາມີຄວາມຫວັງ

ເຮົາມີຄວາມຫວັງປະຈັກຢູ່ໃນຈິດໃຈ

ຫວັງໃນການກັບມາຂອງພຣະເຈົ້າ

ເຮົາມີຄວາມເຊື່ອພຣະຄຣິດສະຖິດກັບເຮົາ

ເຊື່ອໃນຄຳສັນຍາຂອງພຣະເຈົ້າ

ເຮົາເຊື່ອວ່າຈະເຖີງເວລາ

ທີ່ທຸກຊາດພາສາໃກ້ໄກ

ຈະລຸກຂຶ້ນຮ້ອງເພງອວຍໄຊ

ຮາເລລູຢາ ຈອມລາຊາ

ເຮົາມີຄວາມຫວັງປະຈັກຢູ່ໃນຈິດໃຈ

ຫວັງໃນການກັບມາຂອງພຣະເຈົ້າ


78 ພຣະເຈົ້າທ່ຽງແທ້

1 ມີຂອງບາງສິ່ງ ທີ່ເຮົາບໍ່ຮູ້

ມີທີ່ບາງແຫ່ງ ເຮົາໄປບໍ່ໄດ້

ແຕ່ເຮົາແນ່ໃຈ ໃນທ່ານຜູ້ໜຶ່ງ

ພຣະເຈົ້າທ່ຽງແທ້

ທ່ຽງແທ້ໃນໃຈ

ໃນຊີວິດເຮົາ


ຂໍ້ຊ້ຳ: ພຣະເຈົ້າທ່ຽງແທ້ ແນ່ໃນໃຈເຮົາ

ພຣະເຈົ້າທ່ຽງແທ້ ເພາະພຣະຊ່ວຍເຮົາ

ໃຫ້ພົ້ນຄວາມຕາຍ ຄວາມຮັກພຣະອົງ

ນັ້ນແສນຊື່ນໃຈ ພຣະເຈົ້າທ່ຽງແທ້

ທ່ຽງແທ້ໃນໃຈ

ໃນໃຈຊີວິດເຮົາ


2 ເຮົາອາດຜິດຫວັງ ໃນຄົນບາງຄົນ

ເຮົາອາດຊອກຊ້ຳ ໃນຄວາມຫຼົ້ມເຫຼວ

ພຣະເຈົ້າຊ່ວຍເຮົາ ໃນຄວາມຜິດຫວັງ

ປ່ຽນຄວາມໂສກເສົ້າ

ກັບກາຍເປັນຄວາມ

ຊື່ນຊົມຍິນດີ (ຊ້ຳ)


3 ຍາດອາດສົງໃສ ມິດອາດຢຽດຢາມ

ພີ່ນ້ອງທັງໝົດ ອາດລະເຮົາໄວ້

ແຕ່ຊີວິດເຮົາ ຢູ່ໃນພຣະເຈົ້າ

ພຣະເຈົ້າທ່ຽງແທ້

ທ່ຽງແທ້ໃນໃຈ

ໃນຊີວິດເຮົາ (ຊ້ຳ)


79 ໂກລະໂກທາ

1 ຂ້າໄດ້ເຂົ້າໄປເຖິງທີ່ໂກລະໂກທາ

ໂດຍໄດ້ແບກເອົາຄວາມຜິດບາບຂອງຂ້າ

ທີ່ນັ້ນຂ້າສຳນຶກວ່າໂລກນີ້ໝົດຫວັງ

ຈົນໄດ້ພົບທາງແຫ່ງໂກລະໂກທາ


2 ທີ່ໂກລະໂກທາໄດ້ຍິນສຽງອ້ອນວອນ

ໄດ້ເຫັນພຣະພັກເຕັມດ້ວຍຄວາມເມດຕາ

ທີ່ນັ້ນເປັນທີ່ພົ້ນໄພໃຫ້ແກ່ຄົນບາບ

ຂ້າກ້າວເຂົ້າໄປດ້ວຍນ້ຳຕາໜອງໜ້າ


3 ທີ່ນັ້ນຂ້າໄດ້ພົບຄວາມຮັກຂອງພຣະອົງ

ຮັບທຸກທໍລະມານເຕັມດ້ວຍບາດແຜ

ລຳທານແຫ່ງພຣະກາລຸນາຊຳລະຂ້າ

ພາລະໜັກບາບຜິດໝົດຫຼຸດສິ້ນໄປ


80 ຈົ່ງຕິດສະໜິດກັບພຣະເຈົ້າ

1 ຈົ່ງຕິດສະໜິດກັບພຣະເຈົ້າ

ແລ້ວຄວາມເຫງົາເສົ້າໃຈຈະບໍ່ກ້ຳກາຍ

ພຣະອົງຊົງເປັນກຳລັງ ເປັນທີ່ພັກຮົ່ມເຢັນ

ຫາກເຮົາມອບຖວາຍກາຍແລະໃຈ

ຂໍ້ຊ້ຳ: ບໍ່ຕ້ອງກົວຈະເສົ້າໄປໃຍ

ພຣະເປັນເຈົ້າຊົງຢູ່ໃກ້ເຮົາ

ພຣະອົງຊົງຟັງເຮົາຢູ່ ເຝົ້າດູດ້ວຍຄວາມຫ່ວງໃຍ ພຣະບໍ່ເຄີຍຈະທອດຖິ້ມເຮົາ


2 ຈົ່ງຕິດສະໜິດກັບພຣະເຈົ້າ

ໃຫ້ເຮົາອະທິຖານແລະອ້ອນວອນ

ໃຊ້ພຣະຄຳນຳທາງທຸກໆຍ່າງກ້າວໄປ

ມອບຊີວິດນີ້ຮັບໃຊ້ພຣະອົງ (ຊ້ຳ)


3 ຈົ່ງຕິດສະໜິດກັບພຣະເຈົ້າ

ແລະແນ່ນອນພຣະອົງຈະມອບສິ່ງດີ

ຈົ່ງທຳຕາມພຣະໄທ ດ້ວຍໃຈຢຳເກງ

ຮ່ວມບັນເລງເພງສາທຸການ (ຊ້ຳ)


81 ຢູ່ເພື່ອພຣະຄຣິດ

1 ຢູ່ເພື່ອພຣະຄຣິດຊີວິດຖວາຍພຣະອົງ

ພຣະຫັດໝັ້ນຄົງຊົງນຳໄປຕາມມັກຄາ

ຢູ່ໃນພຣະອົງຊື່ນໃຈຍິນດີ

ມອບຊີວິພີບູຊາ

ແສນສຸກອຸລາ

ເມື່ອຂ້າໄດ້ພົບພຣະອົງ


2 ຄັ້ງໜຶ່ງໃຈຂ້າ ຊົ່ວຊ້າດ້ວຍຄວາມອະທຳ

ແຕ່ມີຜູ້ນຳ ທາງທຳໃຫ້ຂ້າໝັ້ນຄົງ

ດ້ວຍຄວາມເມດຕາພຣະອົງຊົງຊ່ວຍ

ພ້ອມດ້ວຍຄວາມຮັກຍືນຍົງ

ພຣະຫັດໝັ້ນຄົງ

ດຳລົງຢູ່ຊົ່ວນິລັນ


3 ເມື່ອມານເຂົ້າຄອງທົດລອງໃຈຂ້າຫວັນໄຫວ

ແຕ່ຂ້າວາງໃຈມີໄຊໃຈເກີດສຸກສັນ ພຣະອົງປະທານກຳລັງມາກມາຍ

ຊົງໃຫ້ສິ່ງສາລະພັດ

ໃຈເກີດສຸກສັນ

ທຸກວັນຖວາຍພຣະອົງ


82 ແກະຕົວໜຶ່ງ

ແກະຕົວໜຶ່ງຫຼົງຫາຍໄປແລະຜູ້ລ້ຽງແສນເສຍດາຍ ຈຶ່ງອອກຕາມທົ່ວພູເຂົາ

ແລະລຳເນົາໄພ ແກະທັງຫຼາຍເຂົາຖິ້ມໄວ້ແລະອອກຕາມຫາແກະນັ້ນ

ເມື່ອພົບແລ້ວແບກກັບມາດ້ວຍຄວາມຍິນດີ ເປັນເຊັ່ນນີ້ໃນສະຫວັນ

ເຂົາຍິນດີ ຫາກວ່າມີຄົນກັບໃຈແມ່ນຄົນດຽວກໍ່ແສນຍິນດີ ພຣະເຢຊູຮັກຄົນບາບ

ໃຫ້ໂອກາດກັບໃຈໃໝ່ ແລະບັດນີ້ ພຣະອົງເຊີນທ່ານ ຕັດສິນໃຈ


83 ບັນຍັດຮັກຍິ່ງໃຫຍ່

1 ຍາມເຮົາຢູ່ຮ່ວມກັນ ເຮົາຊ່ວຍເຫຼືອກັນແລະກັນ

ທຸກສຸກບັນຫາໃດ ຈັບມືກັນກ້າວໄປ

ຖ້າເຮົາຊ່ວຍເຫຼືອກັນ ນັ້ນແຫຼະຄົນທັງປວງ

ຈະຮູ້ວ່າເຮົາເປັນສາວົກຂອງພຣະອົງ


ຂໍ້ຊ້ຳ: ບັນຍັດຮັກຍິ່ງໃຫຍ່ ໃຫ້ເຮົາຮັກພຣະເຈົ້າ

ດ້ວຍສຸດຈິດສຸດໃຈ ສຸດກຳລັງສຸດ

ຄວາມຄິດ ບັນຍັດຮັກຍິ່ງໃຫຍ່ໃຫ້ເຮົາຮັກເພື່ອນບ້ານ ເໝືອນຮັກຕົນເອງ ຍາມເຮົາຢູ່ຮ່ວມກັນ


2 ຍາມເຮົາຢູ່ຮ່ວມກັນ ເຮົາຮັກຊຶ່ງກັນແລະກັນ

ທຸກສຸກບັນຫາໃດ ຈັບມືກັນກ້າວໄປ

ຖ້າເຮົາຮູ້ຮັກກັນ ນັ້ນແຫຼະຄົນທັງປວງ

ຈະຮູ້ວ່າເຮົາເປັນ ສາວົກຂອງພຣະອົງ (ຊ້ຳ)


84 ໂດເລມີ

ໂດເລມີ ພຣະເຈົ້າຍິນດີ

ເລມີຝາ ເຮົາຮັກກັນເຖີດໜາ

ເຮົາຄຣິສຕຽນ ຕ້ອງສາມັກຄີ

ພຣະຄຸນມາກມີ ຟາມີເລໂດ


85 ໃນພຣະນາມພຣະເຢຊູ

ໃນພຣະນາມພຣະເຢຊູ (2)

ເຮົາຕ້ອງເປັນຜູ້ມີໄຊ

ໃນພຣະນາມພຣະເຢຊູ (2)

ຜີຮ້າຍຈະຕ້ອງໜີໄປ

ເມື່ອເຮົາສູ້ໂດຍນາມພຣະເຢຊູ

ໃຜສາມາດຕໍ່ສູ້ເຮົາໄດ້

ເມື່ອເຮົາສູ້ໂດຍນາມພຣະເຢຊູ

ເຮົາຈຶ່ງເປັນຜູ້ມີໄຊ


86 ພຣະເຈົ້າຮັກເຈົ້າແລະຂ້ອຍ

ພຣະເຈົ້າຮັກເຈົ້າແລະຂ້ອຍ

ພຣະຊົງນຳພົ້ນໄພໂດຍພລັນ

ບໍ່ວ່າຈະຢູ່ແຫ່ງໃດ ຢູ່ໃສກໍ່ບໍ່ຫວັນ

ເພາະພຣະເຈົ້າຮັກເຈົ້າແລະຂ້ອຍ

ໃນວັນທີ່ຟ້າມືດມິດ

ໂລກມະລາຍກາຍເປັນຜົງຂີ້ດິນ

ເຮົາຈະຢູ່ໃນອ້ອມກອດພຣະຄຣິດ

ລື່ນລົມແສນສະບາຍ


87 ຂຶ້ນໄປວັງພຣະເຈົ້າ

1 ຂຶ້ນໄປວັງພຣະເຈົ້າ

ຂຶ້ນໄປວັງພຣະເຈົ້າ

ຂຶ້ນໄປວັງພຣະເຈົ້າ

ຈົນເຖິງທີ່ຢຸດພັກ

ຖ້າເຮົາຂຶ້ນໄປທີ່ເບື້ອງບົນ

ເຮົາຈະພົບທີ່ສຳລານ (2)


88 ຂອບຄຸນພຣະເຢຊູ

ຂອບຄຸນພຣະເຢຊູ

ມອບຄວາມຮັກແກ່ເຮົາ

ຂອບຄຸນພຣະເຢຊູ

ຊົງພຣະຄຸນມາກມີ

ເຮົາເປ່ງສຽງຮ້ອງ

ສັນເສີນພຣະນາມ

ຮ້ອງສັນເສີນໂມທະນາ

ພຣະອົງເປັນທຸກສິ່ງ

ເປັນພຣະເຈົ້າຂອງເຮົາ (2)


89 ອະໄພສະເໜີ

1 ໃຜສ້າງຟ້າແລະທ້ອງທະເລ

ສ້າງພູເຂົາແລະພື້ນພະສຸທາ

ໃຜເຫຼົ່າໜາສ້າງດວງສຸລິດຍາ

ດວງຈັນທາເປັນຂອງຄູ່ດາວ

ທ່ານເຫັນຄວາມຍິ່ງໃຫຍ່ນັ້ນຫຼືບໍ່

ຢາໂຮວານາມພຣະອົງກຽງໄກ

ຊົງສ້າງສາລະພັດທຸກສິ່ງ

ທຸກຊີວິດເປັນຂອງພຣະອົງ


2 ດວງຊີວິດພຣະອົງຊົງນຳພາ

ກະລຸນາມອບອົງພຣະຄຣິດ

ຊົງຖືກຕຶງທີ່ໂກລະໂກທາ

ເພື່ອຈິດວິນຍານຂ້າພົ້ນຕາຍ

ທ່ານທັງຫຼາຍເຄີຍຄິດໄດ້ຫຼືບໍ່

ພຣະເຈົ້ານັ້ນຊົງກັນແສງເສຍໃຈ

ໃນການກະທຳອັນຊົ່ວຊ້າເລວຊາມ

ແຕ່ພຣະອົງຊົງອະໄພສະເໝີ


3 ຍາມສຸກສັນມັກລືມພຣະຜູ້ຊ່ວຍ

ກະທຳຕົວຫ່າງເຫີນພຣະເຈົ້າ

ເຮົາທຳໃຫ້ອົງພຣະບິດາ

ຕ້ອງຫວັ່ນໄຫວແລະເສຍພຣະໄທ

ຍາມມີທຸກມັກຮຽກຫາພຣະເຈົ້າ

ຄຸເຂົ່າລົງອະທິຖານຂໍສຸກ

ນີ້ແຫຼະໜາເປັນນິໄສມະນຸດ

ແຕ່ພຣະອົງຊົງອະໄພໃຫ້



90 ເມື່ອຫຼຽວເບິ່ງຄວາມບໍລິສຸດຂອງພຣະອົງ

1 ເມື່ອງຫຼຽວເບິ່ງຄວາມບໍລິສຸດຂອງພຣະອົງ

ເມື່ອຫຼຽວເບິ່ງຄວາມຮັກໝັ້ນຄົງ ຂອງພຣະອົງ

ທຸກສິ່ງໃນຊີວິດຂອງຂ້າ ດ້ອຍຄຸນຄ່າ ເມື່ອທຽບກັບພຣະອົງ


2 ເມື່ອເຮັດຕາມນ້ຳພຣະໄທຂອງພຣະອົງ

ເມື່ອເທີດທູນຄວາມຮັກໝັ້ນຄົງ ຂອງພຣະອົງ

ທຸກສິ່ງໃນຊີວິດຂອງຂ້າ ດ້ອຍຄຸນຄ່າ ເມື່ອທຽບກັບພຣະອົງ

ຂ້າຈຶ່ງສັນເສີນ ຂ້າຈຶ່ງສັນເສີນ ພຣະອົງ

ຊີວິດຂ້າ ຢູ່ເພື່ອ ຢູ່ເພື່ອ ສັນຣະເສີນພຣະອົງ (2)


91 ເວລານີ້

1 ເວລານີ້ເຮົາຈະຖ່ອມຕົວລົງອະທິຖານ

ສະແຫວງຫາພຣະພັກຂອງພຣະອົງ

ໂປດຊົງຊຳລະໃຫ້ໃຈບໍລິສຸດ

ອະໄພບາບຜິດທີ່ໄດ້ທຳ


ຂໍ້ຊ້ຳ: ແລ້ວພຣະອົງຈະຊົງຟັງຄຳ

ອ້ອນວອນຂອງເຮົາ

ແລະພຣະໄທພຣະອົງຈະຊົງ

ຢູ່ກັບເຮົາສະເໝີ

ຈະຮັກສາແຜ່ນດິນຂອງເຮົາໃຫ້ພົ້ນ

ເພື່ອພຣະນາມພຣະອົງດຳລົງເປັນນິດ


2 ດ້ວຍໃຈຊອກຊ້ຳໃຈທີ່ເມື່ອຍອ່ອນລ້າ ອະທິຖານ

ສະແຫວງຫາພຣະພັກຂອງພຣະອົງ

ໂປດຊົງຊຳລະໃຫ້ໃຈບໍລິສຸດ

ອະໄພບາບຜິດທີ່ໄດ້ທຳ (ຊ້ຳ)


92 ພຣະຄຣິດເປັນຄວາມສະຫວ່າງ

1 ຮ້ອງຮາເລລູຢາ ສັນຣະເສີນພຣະນາມ

ເພາະພຣະອົງຊົງຮັກເຮົາ

ປະທານອົງພຣະບຸດຕາ ຜູ້ທີ່ຢູ່ໃນຄວາມມືດ

ຫຼືຢູ່ໃນເງົາມັດຈຸລາດ

ຈະໄດ້ເຫັນຄວາມສະຫວ່າງ

ສ່ອງລົງມານັ້ນຍິ່ງໃຫຍ່


ຂໍ້ຊ້ຳ: ພຣະຄຣິດເປັນຄວາມສະຫວ່າງ

ສົດໃສຖ່າມກາງຄວາມມືດ

ອົງສັນຕິລາດຈອມລາຊາ

ເອມານູເອນ


2 ຮ້ອງຮາເລລູຢາ ສັນຣະເສີນພຣະນາມ

ເພາະພຣະອົງຊົງບັງເກີດ

ຢູ່ໃນຮ່າງຫຍ້າເພື່ອເຮົາ ຜູ້ທີ່ຢູ່ໃນຄວາມມືດ ຫຼືຢູ່ໃນເງົາມັດຈຸລາດ

ຈະໄດ້ເຫັນຄວາມສະຫວ່າງ

ສ່ອງລົງມານັ້ນຍິ່ງໃຫຍ່ (ຊ້ຳ)

(ຮ້ອງວັກ2) ພຣະຊົງເປັນຄວາມສະຫວ່າງ ສ່ອງລົງມານັ້ນຍິ່ງໃຫຍ່


93 ຂ້າຍອມທຸກສິ່ງ

ຂ້າຍອມທຸກສິ່ງ

ຈະເຊື່ອຟັງພຣະອົງທຸກຢ່າງ

ສິ່ງໃດທີ່ຊົງບັນຊາ ຂ້າຂໍທຳຕາມ

ເມື່ອຮູ້ວ່ານັ້ນເປັນນ້ຳພຣະໄທ (ຊ້ຳ)

ຂ້າຮັກພຣະອົງດ້ວຍສິ້ນສຸດດວງໃຈ

ຂ້າຮັກພຣະອົງດ້ວຍສິ້ນສຸດກຳລັງ

ຂ້າຂໍເທີດທູນບູຊາພຣະນາມພຣະອົງ

ຂ້າຂໍເທໃຈອອກມາເປັນຄຳສັນເສີນ

ຂ້າຂໍຊູມືຖວາຍຄຳສະດຸດີ

ໃນຊີວິດນີ້ຂ້າມີພຣະອົງຜູ້ດຽວ…ເປັນພຣະເຈົ້າ


94 ຢ່າຢ້ານເລີຍ

ຢ່າຢ້ານເລີຍເພາະເຮົາຢູ່ກັບເຈົ້າ

ຢ່າຕົກໃຈເພາະເຮົາເປັນພຣະເຈົ້າຂອງເຈົ້າ

ເຮົາຈະໜູນກຳລັງຂອງເຈົ້າ

ເຮົາຈະຊ່ວຍເຈົ້າ

ເຮົາຈະຊູເຈົ້າດ້ວຍມືຂວາ

ອັນມີໄຊຂອງເຮົາ

ເຮົາຈະຊູເຈົ້າດ້ວຍມືຂວາ

ອັນມີໄຊ…ຂອງເຮົາ


95 ຈະເປັນດັ່ງແສງ

1 ທັງຊີວິດຈິດໃຈ

ເຮົາມອບໄວ້ໃຫ້ພຣະເຈົ້ານຳ

ຫວັງທີ່ຈະກະທຳທຸກສິ່ງຖວາຍ

ພ້ອມທີ່ຈະອອກໄປ

ແມ່ນທາງໄກເທົ່າໃດ

ຈະບອກໄປໃຫ້ທຸກຄົນໄດ້ຮູ້ເລື່ອງລາວ

ຂໍ້ຊ້ຳ:ປະກາດຄວາມຮັກທີ່ພຣະເຢຊູໃຫ້ມາ

ຈະຫວັງແລະຄອຍເພິ່ງພາ

ກຳລັງທີ່ມາຈາກເບື້ອງບົນ

ຈະຄອຍເປັນແສງ

ສະທ້ອນເລື້ອງລາວຄວາມຈິງ

ວ່າພຣະອົງເປັນທຸກໆສິ່ງ

ເປັນຄວາມຫວັງຂອງເຮົາ

2 ພ້ອມທີ່ຈະອົດທົນ

ໃຈປ່ຽມລົ້ນກຳລັງສູ້ໄປ

ຮູ້ພຣະອົງຢູ່ໃນຈິດໃຈຂອງເຮົາ

ເຮົາຈຶ່ງຄ່ອຍຮ່ວມແຮງ

ເພື່ອເປັນແສງຮ່ວມແຮງສ່ອງໃຈ

ປະກາດໄປໃຫ້ທຸກຄົນໄດ້ຮູ້ເລື່ອງລາວ(ຊ້ຳ)


96 ຊາລູຊາໂລມ

ຊາລູຊາໂລມ ເຢລູຊາລາເຢ

ຊາລູຊາໂລມ ເຢລູຊາລາເຢ (2)

ຊາໂລມ ຊາໂລມ ຊາໂລມ

ຊາໂລມ ຊາໂລມ ຊາໂລມ ຊາລູຊາໂລມ ເຢລູຊາລາເຢ

ພຣະເຈົ້າປະທານສັນຕິສຸກໃຫ້ແກ່ຂ້າ

ຂ້າຈະວາງໃຈແລະເຊື່ອໝັ້ນໃນພຣະອົງ

ພຣະເຢຊູຄຣິດຊົງສະຖິດຢູ່ກັບຂ້າ

ພຣະອົງຊົງເປັນພຣະເຈົ້າແລະຈອມລາຊາ

ພຣະເຈົ້າປະທານ ສັນຕິສຸກແກ່ຂ້າ

ພຣະເຈົ້າຂອງຂ້າ

ພຣະອົງຊົງເປັນພຣະເຈົ້າ

ແລະຈອມລາຊາ


97 ໂລກນີ້ບໍ່ແມ່ນບ້ານເຮົາ

ສົມບັດມີຄ່ານັບລ້ານ

ຢູ່ໃນວິມານເບື້ອງບົນ

ພຣະເຈົ້າສົ່ງທູດສະຫວັນ

ຊ່ວຍເຮົາທຸກວັນໝັ້ນຄົງ

ເຮົາຈຶ່ງບໍ່ ອາດດຳລົງ

ໃນໂລກນີ້ ອີກຕໍ່ໄປ


2 ໂອ້ພຣະຮູ້ດີ

ບໍ່ມີເພື່ອນໃດເໝືອນທ່ານ

ແຜ່ນດິນໃນເມືອງສະຫວັນ

ສັກວັນເຮົາຄົງໄດ້ໄປ

ພຣະເຈົ້າສົ່ງທູດສະຫວັນ

ຊ່ວຍເຮົາທຸກວັນໝັ້ນຄົງ

ເຮົາຈຶ່ງບໍ່ອາດດຳລົງ

ໃນໂລກນີ້ອີກຕໍ່ໄປ


98 ເຮົາຈະເດີນໃນທາງຂອງພຣະເຢຊູ

ເຮົາຈະເດີນໃນທາງຂອງພຣະເຢຊູ

ມີພຣະອົງຄອຍດູຊີວິດຂອງເຮົາ

ຍາມເຮົາມີບັນຫາພຣະອົງບັນເທົາ

ເປັນກຳລັງໃຫ້ເຮົາໄດ້ພົບຄວາມສຸກ

ເຮົາຈະເປັນດັ່ງນົກອິນຊີເຂັ້ມແຂງ

ແມ່ນພາຍຸລົມແຮງບໍ່ເຄີຍຫວັ່ນໄຫວ

ມີກຳລັງສູ້ໄປ ສູ້ໆ ມີພຣະລັງຍິ່ງໃຫຍ່

ເຮົາຈະເດີນໃນທາງຂອງພຣະເຢຊູ


99 ເປີດໃຈ

1 ຍາມໃດໃຈຕ້ອງເຫງົາຢູ່ລຳພັງ

ຍາມໃດໃຈໝົດຫວັງຈະສູ້ໄປ

ໃຈກໍ່ຄົງຄິດໄປ ວ່າມີໃຜຈະມາເຫັນໃຈ

ຫວັງໄປກໍ່ຄົງເສົ້າໃຈ


2 ຍາມໃດເຈີບັນຫາທີ່ໜັກໃຈ

ຍາມໃດທົນບໍ່ໄຫວໃຜແບ່ງເບົາ

ຍາມທີ່ໃຈລ້າວລານ

ແຕກສະຫຼາຍກາຍເປັນທຸລີ

ທໍ້ໃຈບໍ່ມີເຫື່ອແຮງ


ຂໍ້ຊ້ຳ: ຂໍພຽງໃຫ້ເຮົາເປີດໃຈ

ໃຫ້ອົງພຣະເຢຊູເຂົ້າໄປຊ່ວຍແບ່ງເບົາ

ອາດບໍ່ເຫັນເມື່ອມອງດ້ວຍຕາ ແຕ່ດ້ວຍໃຈສຳພັດພຣະອົງ

ຂໍພຽງໃຫ້ເຮົາເປີດໃຈ


3 ຍາມໃດຄວາມຊົ່ວຮ້າຍມາບົດບັງ

ທຳໃຫ້ໃຈໝົດຫວັງຈະສູ້ໄປ

ພຽງເຮົາເປີດຫົວໃຈຢ່າຫວັນໄຫວໃຫ້ໃຈລົ້ມລົງ

ຂໍພຽງໃຫ້ເຮົາຖ່ອມໃຈ (ຊ້ຳ)


4 ຈະໄດ້ເຈີຄວາມຮັກຍິ່ງໃຫຍ່ມາກມາຍ

ປ່ຽນໃຫ້ເປັນພະລັງ

ຈະໄດ້ເຈີຄວາມຫວັງທີ່ຢາກພົບເຈີ

ຫາກເປີດໃຈ…(ຊ້ຳ)


100 ເຮົາເພິ່ງພາພຣະອົງ

ເຮົາເພິ່ງພາພຣະອົງ ພຣະອົງຊົງເປັນທຸກສິ່ງ

ທີ່ໃຈເຮົາຕ້ອງການ

ເຮົາເຊື່ອໃນພຣະອົງ ພຣະອົງບັນດານທຸກສິ່ງ

ທີ່ເກີນຄວາມເຂົ້າໃຈ ຂອງເຮົາ

ເຮົານະມັດສະການ ອົງພຣະເຈົ້າຍິ່ງໃຫຍ່

ບໍ່ມີອັນໃດທີ່ຍາກເກີນກ່ວາພຣະອົງຈະທຳ

ເຮົານະມັດສະການ ອົງພຣະເຈົ້າຍິ່ງໃຫຍ່

ແລະບໍ່ມີໃຜທຽບໄດ້ກັບພຣະອົງ