ເລື່ອງລູຊີເຟີ ຈົນເຖິງ ເລື່ອງຫໍບາເບວ
ເປັນຫຍັງ?
ໃນສະໄໝແຕ່ກ່ອນ ເມື່ອດົນນານມາແລ້ວ ມີພໍ່ຕູ້ ແລະ ແມ່ຕູ້ຄູ່ໜຶ່ງທີ່ເຖົ້າແກ່ຫຼາຍແລ້ວ. ອາຍຸຂອງພວກເພິ່ນບໍ່ແມ່ນໜຶ່ງຮ້ອຍ ຫຼື ສອງຮ້ອຍປີ ແຕ່ແມ່ນອາຍຸເກົ້າຮ້ອຍປີ. ພວກເຂົາໄດ້ສ້າງແທ່ນບູຊາອັນໜຶ່ງຢູ່ໃກ້ກັບປະຕູຂອງສວນທີ່ສວຍງາມແຫ່ງໜຶ່ງ. ທຸກໆມື້ ພໍ່ຕູ້ ແລະ ແມ່ຕູ້ ລວມທັງລູກຫຼານຫຼາຍໆຄົນຂອງພວກເຂົາກໍຈະຍ່າງຜ່ານໄປມາທີ່ແທ່ນບູຊາ ແລະ ແນມເບິ່ງຂ້າງໃນຂອງສວນທີ່ສວຍງາມ ເຊິ່ງຢູ່ໜ້າປະຕູຂອງສວນແຫ່ງນັ້ນໄດ້ມີທູດສະຫວັນຂອງພຣະເຈົ້າເຝົ້າຍາມຢູ່. ເມື່ອໃດທີ່ມີຄົນມາຢືນຢູ່ຕໍ່ໜ້າປະຕູຂອງສວນ ທູດສະຫວັນຂອງພຣະເຈົ້າກໍຈະແກ່ວງດາບທີ່ລຸກເປັນແສງໄຟໄປມາທົ່ວທຸກທິດ ເພື່ອປ້ອງກັນບໍ່ໃຫ້ມະນຸດຄົນໃດສາມາດເຂົ້າໄປໃນສວນນັ້ນໄດ້.
ລູກຫຼານໄດ້ຖາມຜູ້ທີ່ເປັນພໍ່ຕູ້ ແລະ ແມ່ຕູ້ຂອງພວກເຂົາວ່າ: “ເປັນຫຍັງ ທູດສະຫວັນຈຶ່ງແກ່ວງດາບໄປມາ ເພື່ອຫ້າມບໍ່ໃຫ້ພວກເຮົາເຂົ້າໄປໃນສວນ?”
ພໍ່ຕູ້ຜູ້ທີ່ມີຊື່ວ່າ ອາດາມ ແລະ ແມ່ຕູ້ຜູ້ທີ່ມີຊື່ວ່າ ເອວາ ໄດ້ຍິນຄຳຖາມເຫຼົ່ານີ້ມາຫຼາຍຄັ້ງ ແຕ່ທຸກໆຄັ້ງທີ່ພວກເພິ່ນໄດ້ຍິນຄຳຖາມຂອງລູກຫຼານຂຶ້ນມາເທື່ອໃດ ເພິ່ນກໍຈະມັກຕອບຄຳຖາມຂອງລູກຫຼານຢູ່ຕະຫຼອດ.
ພໍ່ຕູ້ອາດາມຕອບວ່າ: “ສວນແຫ່ງນີ້ມີຊື່ວ່າ ເອເດນ ມັນເປັນສະຖານທີ່ທີ່ແມ່ຕູ້ ແລະ ພໍ່ຕູ້ເຄີຍອາໄສຢູ່. ຖ້າພວກລູກຫຼານຢາກຮູ້ ພໍ່ຕູ້ກໍຈະເລົ່າໃຫ້ຟັງ ແຕ່ກ່ອນທີ່ຈະເລົ່າເລື່ອງນີ້ ພໍ່ຕູ້ຢາກເລົ່າເລື່ອງໜຶ່ງໃຫ້ພວກລູກຫຼານຟັງສາກ່ອນ ມັນເປັນເລື່ອງທີ່ພໍ່ຕູ້ ແລະ ແມ່ຕູ້ໄດ້ຮຽນຮູ້ມາເມື່ອພວກເຮົາອາໄສຢູ່ໃນສວນທີ່ສວຍງາມແຫ່ງນີ້.”
ລູກຫຼານຂອງພໍ່ຕູ້ອາດາມໄດ້ເວົ້າຂຶ້ນວ່າ: “ໂດຍ! ພວກເຮົາຢາກຟັງ.”
ພໍ່ຕູ້ອາດາມເລົ່າວ່າ: “ກ່ອນທີ່ພວກເຮົາຈະມີຕົວຕົນຢູ່ນີ້ ໄດ້ມີພຣະເຈົ້າທີ່ເປັນຢູ່ແລ້ວໂດຍບໍ່ມີການເລີ່ມຕົ້ນ ພຣະອົງຊົງເປັນຢູ່ກ່ອນທຸກໆສິ່ງທີ່ຈະຖືກສ້າງຂຶ້ນ. (ເອຊາຍາ 57:15) ພຣະອົງຊົງເປັນພຣະເຈົ້າສູງສຸດ, ບໍຣິສຸດ ແລະ ມີຊີວິດຢູ່ຕະຫຼອດໄປ. ມີພຣະເຈົ້າພຣະບິດາ, ພຣະເຈົ້າພຣະບຸດ ແລະ ພຣະເຈົ້າພຣະວິນຍານບໍຣິສຸດ. (ມັດທາຍ 28:19) ພຣະອົງຊົງເປັນພຣະເຈົ້າອົງດຽວກັນທີ່ເຕັມລົ້ນດ້ວຍຄວາມຮັກ ແລະ ເປັນບໍ່ເກີດແຫ່ງຊີວິດ. ພຣະເຈົ້າຊົງເປັນພຣະຜູ້ສ້າງສະຫວັນ, ຈັກກະວານ, ແລະ ໂລກກັບສິ່ງທີ່ມີຊີວິດດ້ວຍຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. (ໂກໂລຊາຍ 1:16) ບັນລັງຂອງພຣະອົງກໍຢູ່ເໜືອທຸກໆສິ່ງທີ່ຢູ່ໃນສະຫວັນ.
ສະຫວັນເປັນສະຖານທີ່ບໍຣິສຸດທີ່ມີສັນຕິສຸກ. ພຣະເຈົ້າຊົງເປັນຄວາມຮັກ ແລະ ດ້ວຍຄວາມຮັກ ພຣະອົງຈຶ່ງສ້າງທູດສະຫວັນຂຶ້ນມາເພື່ອທີ່ຈະຮັກ ແລະ ໃຫ້ພວກເຂົາມີອິດສະລະໃນການເລືອກ ເພາະພຣະເຈົ້າຢາກໃຫ້ທູດສະຫວັນຮັບໃຊ້ພຣະອົງດ້ວຍຄວາມຮັກເຊັ່ນ: ຮັກພຣະຜູ້ສ້າງ ແລະ ຮັກເຊິ່ງກັນ ແລະ ກັນ ເພື່ອຄວາມຮັກຂອງພຣະອົງນັ້ນຈະໄດ້ແຜ່ຂະຫຍາຍອອກໄປທົ່ວທັງສະຫວັນ. (1ໂຢຮັນ 4:8) ບັນດາທູດສະຫວັນເປັນຈຳນວນຫຼາຍລ້ານໆອົງໄດ້ພາກັນຍົກຍ້ອງຊົມເຊີຍສິ່ງທີ່ໜ້າອັດສະຈັນທີ່ພຣະເຈົ້າໄດ້ຊົງສ້າງຂຶ້ນ. ພວກເຂົາຮ້ອງເພງສັນລະເສີນນະມັດສະການພຣະເຈົ້າດ້ວຍຄວາມຊົມຊື່ນຍິນດີ ເພາະຄວາມຮັກທີ່ພຣະເຈົ້າໄດ້ຊົງສ້າງພວກເຂົາຂຶ້ນມາ ແລະ ພຣະເຈົ້າຍັງໄດ້ສະແດງໃຫ້ພວກເຂົາເຫັນເຖິງຣິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ. (ເຮັບເຣີ 1:3) ສ່ວນທູດສະຫວັນທີ່ພິເສດຢືນຢູ່ທຸກໆຂ້າງບັນລັງຂອງພຣະເຈົ້ານັ້ນກໍໄດ້ສົ່ງສຽງຮ້ອງຢູ່ຕະຫຼອດອອກມາວ່າ: “ບໍຣິສຸດ, ບໍຣິສຸດ, ບໍຣິສຸດ ແມ່ນພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ພຣະອົງທີ່ດຳລົງຢູ່ໃນອະດີດ, ດຳລົງຢູ່ໃນປັດຈຸບັນ ແລະ ພຣະອົງທີ່ຈະສະເດັດມາ.” (ພຣະນິມິດ 4:8) ພຣະເຈົ້າຊົງຍິ່ງໃຫຍ່ ແລະ ເປັນທີ່ຍົກຍ້ອງສັນລະເສີນຢ່າງສູງສຸດ. ກຽດສັກສີ ແລະ ຣິດອຳນາດກໍອ້ອມຮອບພຣະອົງເອົາໄວ້ ແລະ ທົ່ວທັງສະຫວັນກໍເຕັມໄປດ້ວຍພຣະສະຫງ່າຣາສີຂອງພຣະອົງ.”
ບໍ່ພຽງແຕ່ເລື່ອງຂອງພຣະເຈົ້າທີ່ພໍ່ຕູ້ອາດາມໄດ້ເລົ່າສູ່ລູກຫຼານຟັງເທົ່ານັ້ນ ແຕ່ເພິ່ນຍັງໄດ້ເລົ່າເຫດການຕ່າງໆທີ່ເກີດຂຶ້ນຢູ່ໃນສວນເອເດນເຊັ່ນ: ການບໍ່ເຊື່ອຟັງພຣະເຈົ້າ, ການຖືກຂັບໄລ່ອອກຈາກສວນເອເດນ ແລະ ເລື່ອງຄອບຄົວຂອງເພິ່ນທີ່ແຕກແຍກກັນອີກດ້ວຍ ເຊິ່ງບົດຕໍ່ໆໄປນີ້ ເປັນເລື່ອງລາວທີ່ພໍ່ຕູ້ອາດາມ ແລະ ແມ່ຕູ້ເອວາໄດ້ຮຽນຮູ້ ແລະ ໄດ້ປະສົບມາ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 3:22-24.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 34.1-34.3; 62.2; 82.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ອ້າງອີງຈາກປຶ້ມ "About the Beginning of Things" ຂຽນໂດຍ ທ່ານ ນາງ G. S. Stump.
ລູຊີເຟີບໍ່ໄດ້ສຳນຶກເຖິງພຣະຄຸນຂອງພຣະເຈົ້າ
ໃນການນະມັດສະການພຣະເຈົ້າຢູ່ເທິງສະຫວັນ ພຣະເຈົ້າໄດ້ສ້າງທູດສະຫວັນທີ່ພິເສດອົງໜຶ່ງໃຫ້ຢູ່ເໜືອທູດສະຫວັນທັງໝົດ ແລະ ເປັນຜູ້ນຳພາບັນດາທູດສະຫວັນທັງຫຼາຍຮ້ອງເພງສັນລະເສີນພຣະເຈົ້າ. ພຣະເຈົ້າໄດ້ແຕ່ງຕັ້ງທູດສະຫວັນທີ່ພິເສດອົງນີ້ໃຫ້ມີຮູບຮ່າງທີ່ສະຫງ່າງາມ, ມີຄວາມສະຫຼາດຫຼັກແຫຼມ ແລະ ເປັນຫົວໜ້າຂອງບັນດາທູດສະຫວັນທັງຫຼາຍທີ່ຢູ່ໃນສະຫວັນ ເຊິ່ງລາວມີຕຳແໜ່ງຮອງຈາກພຣະເຈົ້າພຣະບຸດ. ຢູ່ໃນທ່າມກາງບັນດາທູດສະຫວັນທັງຫຼາຍ ທູດສະຫວັນທີ່ພິເສດອົງນີ້ແມ່ນມີຄວາມງົດງາມ ແລະ ມີແສງຫຼາຍກວ່າໝູ່ ເພາະວ່າລາວເປັນທູດສະຫວັນທີ່ພິເສດ ເຊິ່ງເປັນແບບຢ່າງເຖິງຄວາມຄົບຖ້ວນບໍລິບູນ. ທູດສະຫວັນທີ່ພິເສດອົງນີ້ມີຊື່ວ່າ “ລູຊີເຟີ” ເຊິ່ງມີຄວາມໝາຍວ່າ ດວງດາວສ່ອງໃສໃນຕອນເຊົ້າ.
ເວລາລູຊີເຟີຈະຍ່າງໄປໃສກໍຈະມີທູດສະຫວັນທັງຫຼາຍຮັກ ແລະ ຊົມເຊີຍຍິນດີຕໍ່ລາວໃນຖານະທີ່ເປັນຫົວໜ້າທູດສະຫວັນທີ່ຢູ່ໃນສະຫວັນ. ລູຊີເຟີພາກພູມໃຈຫຼາຍກັບຄວາມງາມຂອງຕົວເອງ ແລະ ລາວມັກຈະຖາມຕົນເອງຢູ່ຕະຫຼອດວ່າ: “ເປັນຫຍັງ ພຣະເຈົ້າຈຶ່ງເລືອກຂ້ອຍໃຫ້ເປັນຫົວໜ້າບັນດາທູດສະຫວັນທັງຫຼາຍ? ມັນຕ້ອງເປັນເພາະຂ້ອຍດີກວ່າ ງາມກວ່າ ແລະ ສະຫຼາດຫຼາຍກວ່າບັນດາທູດສະຫວັນອື່ນໆແຫລະ!” ລາວໃຊ້ເວລາຄິດເລື່ອງນີ້ຢູ່ເລື້ອຍໆ ແລະ ກໍເພີ່ມທະວີຂຶ້ນທຸກໆມື້ ຈົນເຮັດໃຫ້ຈິດໃຈຂອງລາວເລີ່ມຄ່ອຍໆມີການປ່ຽນແປງໄປໃນທາງທີ່ຫຼົງຕົວເອງ ແລະ ລາວມັກອວດອົງທະນົງຕົວເພາະຮູບຮ່າງອັນສະຫງ່າງາມ ແລະ ຄວາມສະຫຼຽວສະຫຼາດຂອງລາວ.
ມື້ໜຶ່ງ ລູຊີເຟີໄດ້ເຫັນພຣະເຈົ້າພຣະບິດາ ແລະ ພຣະເຈົ້າພຣະບຸດກຳລັງມີປະຊຸມກັນຢ່າງເປັນສ່ວນຕົວ ແຕ່ລູຊີເຟີບໍ່ມີສິດເຂົ້າຮ່ວມຢູ່ໃນການປະຊຸມຂອງພຣະເຈົ້າ. ລູຊີເຟີເກີດມີຄວາມຄິດທີ່ສົງໄສໃນພຣະເຈົ້າ ແລະ ຖາມໃຈຕົນເອງວ່າ: “ເປັນຫຍັງ ພຣະເຈົ້າຈຶ່ງບໍ່ໃຫ້ຂ້ອຍເຂົ້າຮ່ວມຢູ່ໃນການປະຊຸມຂອງພຣະອົງ? ເປັນຫຍັງ ພຣະເຈົ້າພຣະບິດາຈຶ່ງຕ້ອງປຶກສາກັບພຣະເຈົ້າພຣະບຸດແຕ່ບໍ່ແມ່ນຂ້ອຍ? ທັງໆທີ່ຂ້ອຍກໍຢູ່ໃກ້ຊິດພຣະເຈົ້າພຣະບຸດເໝືອນກັນ? ຂ້ອຍກໍດີເທົ່າກັນກັບພຣະເຈົ້າພຣະບຸດບໍ່ແມ່ນບໍ?” ຄວາມຄິດເຫຼົ່ານີ້ໄດ້ເຮັດໃຫ້ລູຊີເຟີເກີດມີຄວາມບໍ່ສະບາຍໃຈ ແລະ ບໍ່ມີຄວາມສຸກ.
ເມື່ອເວລາຜ່ານໄປ ຄວາມບໍ່ພໍໃຈຂອງລູຊີເຟີກໍໄດ້ສະສົມເພີ່ມຂຶ້ນເລື້ອຍໆ ຈົນມັນໄດ້ເຮັດໃຫ້ລາວເກີດມີຈິດໃຈທີ່ມີຄວາມອິດສາ. ດ້ວຍຄວາມທີ່ລູຊີເຟີມັກອວດອົງທະນົງຕົວ ແລະ ມີຈິດໃຈທີ່ມີຄວາມອິດສາຈຶ່ງໄດ້ເຮັດໃຫ້ລາວເກີດມີຄວາມຄິດບໍ່ພໍໃຈໃນຖານະຕຳແໜ່ງຂອງຕົນເອງ ແລ້ວລາວໄດ້ຕັດສິນໃຈເຮັດຕາມທີ່ໃຈຂອງຕົນເອງມັກ.
ຕໍ່ມາ ລູຊີເຟີກໍເລີ່ມຄອ່ຍໆປ່ອຍຕົວສະແຫວງຫາກຽດ ແລະ ການຍົກຍ້ອງເທີດທູນຂອງພຣະເຈົ້າມາໃສ່ຕົນເອງ. ລາວພະຍາຍາມເຮັດໃຫ້ບັນດາທູດສະຫວັນທັງຫຼາຍຈົ່ງຮັກພັກດີ ແລະ ຊື່ສັດຕໍ່ຕົນເອງ ເພື່ອຢາກໃຫ້ຕົນເອງເທົ່າທຽມກັບພຣະເຈົ້າພຣະບຸດ ແລະ ເປັນເໝືອນພຣະເຈົ້າ. ແລ້ວສັນຕິສຸກທີ່ຢູ່ໃນສະຫວັນກໍເລີ່ມມີການປ່ຽນແປງເກີດຂຶ້ນ.
ແຕ່ພຣະເຈົ້າຊົງຮູ້ຄວາມຄິດ ແລະ ການກະທຳຂອງລູຊີເຟີ. ພຣະອົງບໍ່ຢາກໃຫ້ລາວມີຄວາມຄິດ ແລະ ການກະທຳທີ່ຜິດ ເພາະພຣະອົງຊົງຮູ້ດີວ່າຄວາມຄິດຂອງລູຊີເຟີ ແລະ ການກະທຳຂອງລາວນັ້ນຈະນຳໄປສູ່ການທຳລາຍ. ສະນັ້ນ ພຣະເຈົ້າພຣະບຸດຈຶ່ງໄປລົມກັບລູຊີເຟີຫຼາຍໆຄັ້ງດ້ວຍຄວາມຮັກວ່າ: “ລູຊີເຟີເອີຍ! ພຣະເຈົ້າຊົງເປັນຄວາມຮັກ ພຣະອົງເອງເປັນຜູ້ວາງກົດລະບຽບຢູ່ໃນສະຫວັນ. ຖ້າວ່າເຈົ້າເຮັດຜິດກົດລະບຽບຢູ່ໃນສະຫວັນກໍເທົ່າກັບວ່າ ເຈົ້າບໍ່ໃຫ້ກຽດພຣະເຈົ້າຂອງເຈົ້າ. ແຕ່ຖ້າວ່າເຈົ້າຍັງຄົງດຳເນີນຕໍ່ສູ້ພຣະເຈົ້າ ເຈົ້າຈະບໍ່ມີຄວາມສຸກ ແລະ ໃນທີ່ສຸດ ເຈົ້າກໍຈະຕາຍຈາກຜົນການກະທຳຂອງໂຕເຈົ້າເອງ. ເຈົ້າມີອິດສະລະໃນການເລືອກວ່າຈະເອົາຊີວິດ ຫຼື ຄວາມຕາຍ ແຕ່ພວກເຮົາຢາກໃຫ້ເຈົ້າເລືອກເອົາຊີວິດທີ່ເຕັມໄປດ້ວຍຄວາມສຸກ.”
ແຕ່ທຸກໆຄັ້ງ ລູຊີເຟີຈະກົ້ມລົງ ແລະ ກ່າວຕໍ່ພຣະເຈົ້າພຣະບຸດວ່າ: “ຂ້ານອ້ຍບໍ່ໄດ້ຕໍ່ສູ້! ຂ້ານອ້ຍຈົ່ງຮັກພັກດີຕໍ່ພຣະເຈົ້າ.”
ເຖິງແມ່ນວ່າ ພຣະເຈົ້າພຣະບຸດຈະບອກລູຊີເຟີດ້ວຍຄວາມຮັກ ແລະ ຄວາມເມດຕາຢ່າງບໍ່ມີທີ່ສິ້ນສຸດກໍຕາມ ແຕ່ຢູ່ໃນໃຈຂອງລູຊີເຟີກໍຍັງບໍ່ຍົກເລີກຄວາມຄິດທີ່ຢາກໃຫ້ຕົນເອງເທົ່າທຽມກັບພຣະເຈົ້າພຣະບຸດ. ນອກຈາກນີ້ ຄວາມອິດສາຂອງລາວກໍຍັງໄດ້ເຮັດໃຫ້ລາວມີຄວາມຕັ້ງໃຈຫຼາຍຍິ່ງຂຶ້ນທີ່ຢາກໄດ້ຕຳແໜ່ງຂອງພຣະເຈົ້າພຣະບຸດ. ພຣະເຈົ້າຊົງຮູ້ວ່າລູຊີເຟີກຳລັງໃຊ້ສະຕິປັນຍາວາງແຜນການເພື່ອຈຸດປະສົງນີ້. ກ່ອນທີ່ແຜນການຂອງລາວຈະພັດທະນາຂຶ້ນໄປເລື້ອຍໆນັ້ນ ບັນດາທູດສະຫວັນທຸກໆອົງທີ່ຢູ່ໃນສະຫວັນຈະຕ້ອງໄດ້ຮູ້ ແລະ ເຂົ້າໃຈກ່ອນວ່າພຣະເຈົ້າຊົງເປັນຄວາມຮັກ ແລະ ພຣະອົງຊົງເປັນທາງດຽວເທົ່ານັ້ນທີ່ເປັນທາງແຫ່ງຄວາມສຸກທັງໝົດ. ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ຮຽກເອີ້ນບັນດາທູດສະຫວັນທັງຫຼາຍໃຫ້ມາປະຊຸມກັນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ເອເສກຽນ 28:12-17; ເອຊາຍາ 14:12-14.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 35.1-3; 36.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ການປະຊຸມຄັ້ງຍິ່ງໃຫຍ່
ໃນມື້ທີ່ປະຊຸມ ບັນດາທູດສະຫວັນຫຼາຍໆລ້ານອົງໄດ້ພາກັນມາຢືນຢູ່ຕໍ່ໜ້າບັນລັງຂອງພຣະເຈົ້າ ພວກເຂົາຊົມຊື່ນຍິນດີທີ່ໄດ້ເຫັນພຣະເຈົ້າຊົງນັ່ງຢູ່ເທິງບັນລັງອັນຍິ່ງໃຫຍ່ ແລະ ມີແສງລັດສະໝີສ່ອງອອກມາຈາກພຣະອົງ. ບັນດາທູດສະຫວັນໄດ້ພາກັນກົ້ມຂາບລົງຕໍ່ໜ້າບັນລັງຂອງພຣະເຈົ້າ ແລະ ນະມັດສະການພຣະອົງ. ແລ້ວພຣະເຈົ້າພຣະບິດາກໍໄດ້ປະກາດຢູ່ຕໍ່ຫນ້າທູດສະຫວັນທັງຫຼາຍວ່າ: "ເຮົາໄດ້ແຕ່ງຕັ້ງພຣະບຸດໃຫ້ເທົ່າທຽມກັນກັບເຮົາ ແລະ ມີພຽງພຣະບຸດອົງດຽວເທົ່ານັ້ນທີ່ສາມາດເຂົ້າຮ່ວມຢູ່ໃນແຜນການພິເສດໄດ້ຢ່າງສົມບູນ. ພຣະບຸດເປັນທີ່ປຶກສາອັນມະຫັດສະຈັນ ແລະ ຊົງເຮັດຕາມຄວາມຕ້ອງການຂອງເຮົາໃນການຊົງສ້າງບັນດາທູດສະຫວັນທັງຫຼາຍ. ສະນັ້ນ ຈຶ່ງສົມຄວນໄດ້ຮັບຄວາມເຄົາລົບ ແລະ ຄວາມຈົ່ງຮັກພັກດີເໝືອນກັນກັບເຮົາ. ນອກຈາກນີ້ ເຮົາຍັງມີແຜນການຊົງສ້າງໂລກກັບສິ່ງທີ່ມີຊີວິດຂຶ້ນມາເປັນພິເສດ ແລະ ພຣະບຸດຈະໄດ້ໃຊ້ຣິດອຳນາດອັນຍິ່ງໃຫຍ່ສູງສຸດຂອງເຮົາເປັນຜູ້ຊົງສ້າງ.”
ບັນດາທູດສະຫວັນເປັນຈຳນວນຫຼາຍໆລ້ານອົງ ລວມທັງລູຊີເຟີໄດ້ພາກັນຕື່ນເຕັ້ນກ່ຽວກັບແຜນການສ້າງໂລກໃໝ່. ພວກເຂົາໄດ້ກົ້ມລົງຖວາຍກຽດພຣະເຈົ້າພ້ອມທັງຍອມຮັບຕຳແໜ່ງຂອງພຣະເຈົ້າພຣະບຸດ ແລະ ພາກັນຮ້ອງເພງຍົກຍ້ອງສັນລະເສີນພຣະເຈົ້າດ້ວຍຄວາມຊົມຊື່ນຍິນດີກັບແຜນການໃໝ່ອັນຍິ່ງໃຫຍ່ຂອງພຣະອົງ. ແຕ່ຢູ່ໃນໃຈຂອງລູຊີເຟີຊ້ຳພັດມີການຕໍ່ສູ້ກັນຢ່າງຮຸນແຮງລະຫວ່າງຄວາມຈິງ ຄວາມຍຸຕິທຳ ຄວາມຈົ່ງຮັກພັກດີ ແລະ ຄວາມອິດສາ. ໃນຂະນະທີ່ບັນດາທູດສະຫວັນເປັ່ງສຽງຮ້ອງເພງສັນລະເສີນພຣະເຈົ້າຢ່າງມ່ວນອອນຊອນທົ່ວທັງສະຫວັນຢູ່ນັ້ນ ແຜນການຊົ່ວຮ້າຍທີ່ຢູ່ໃນໃຈຂອງລູຊີເຟີເບິ່ງຄືວ່າຈະຢຸດໄປຊົ່ວຄາວ. ແຕ່ແລ້ວບໍ່ດົນ ຄວາມອວດອົງທະນົງຕົວໃນຕຳແໜ່ງຂອງຕົນເອງ ແລະ ຄວາມຮູ້ສຶກທີ່ຢາກເປັນໃຫຍ່ຢູ່ໃນສະຫວັນກໍໄດ້ກັບເຂົ້າມາຢູ່ໃນໃຈຂອງລູຊີເຟີອີກຄັ້ງ.
ລູຊີເຟີໄດ້ອອກມາຈາກທີ່ປະຊຸມດ້ວຍຄວາມບໍ່ພໍໃຈ ແລະ ຖາມຕົນເອງວ່າ: “ເປັນຫຍັງ ພຣະເຈົ້າພຣະບຸດຈຶ່ງໄດ້ຮັບຕຳແໜ່ງສູງສຸດ ແລະ ມີກຽດຕິຍົດເໜືອກວ່າຂ້ອຍ?” ດ້ວຍຄວາມອິດສາ, ລູຊີເຟີຈຶ່ງໄດ້ເວົ້າກັບຕົນເອງອີກວ່າ: “ຂ້ອຍຈະເຮັດໃຫ້ໂຕຂອງຂ້ອຍເທົ່າທຽມກັບພຣະເຈົ້າພຣະບຸດໃຫ້ໄດ້ ເພາະວ່າຂ້ອຍກໍງາມ ແລະ ສະຫຼາດເໝືອນກັນກັບພຣະເຈົ້າພຣະບຸດ ແລະ ຂ້ອຍກໍອາໄສຢູ່ໃຕ້ແສງລັດສະໝີຂອງພຣະເຈົ້າພຣະບິດາເໝືອນກັນ. ດັ່ງນັ້ນ ທູດສະຫວັນທັງຫຼາຍກໍຄວນຈະນະມັດສະການຂ້ອຍເໝືອນກັນ.” ລູຊີເຟີຄິດແຕ່ເລື່ອງທີ່ອິດສາພຣະເຈົ້າພຣະບຸດຫຼາຍ ຈົນມັນໄດ້ເຮັດໃຫ້ລາວລືມສຳນຶກເຖິງພຣະຄຸນຂອງພຣະເຈົ້າ ແລ້ວລູຊີເຟີກໍໄດ້ຕັດສິນໃຈທີ່ຈະໂຄ່ນລົ້ມບັນລັງຂອງພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ເອເສກຽນ 28:12-17; ເອຊາຍາ 14:12-14.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 36.2-3} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ລູຊີເຟີຊັກຊວນທູດສະຫວັນໄປໃນທາງທີ່ຜິດ
ລູຊີເຟີໄດ້ໄປຫາທູດສະຫວັນຫຼາຍໆອົງ ແລະ ເວົ້າເລື່ອງທີ່ລາວບໍ່ພໍໃຈພຣະເຈົ້ານັ້ນໃຫ້ທູດສະຫວັນທັງຫຼາຍຟັງແບບເປັນຄວາມລັບ ເພື່ອໃຫ້ພວກເຂົາເກີດມີຄວາມລະແວງສົງໄສ ແລະ ຮູ້ສຶກບໍ່ພໍໃຈເໝືອນກັນກັບລາວ. ລູຊີເຟີກ່າວວ່າ: “ກົດລະບຽບທີ່ພຣະເຈົ້າຊົງໃຊ້ປົກຄອງບັນດາທູດສະຫວັນນັ້ນເປັນທີ່ໜ້າສົງໄສ ແລະ ກົດລະບຽບເຫຼົ່ານີ້ອາດຈະເໝາະກັບຜູ້ທີ່ອາໄສຢູ່ໃນໂລກຕ່າງໆ ແຕ່ທູດສະຫວັນໄດ້ຮັບກຽດສູງກວ່າ ແລະ ມີສະຕິປັນຍາພຽງພໍທີ່ຈະບໍ່ຫຼົງຜິດ. ສະນັ້ນ ຈຶ່ງບໍ່ຈຳເປັນຕ້ອງມີກົດລະບຽບເຫຼົ່ານີ້ກໍໄດ້; ຄວາມຄິດຂອງບັນດາທູດສະຫວັນນັ້ນບໍຣິສຸດ ແລະ ບໍ່ອາດຈະເຮັດໃຫ້ພຣະເຈົ້າເສຍກຽດ..." ລູຊີເຟີຍັງອ້າງອີກວ່າ ຕົນເອງມີຖານະເທົ່າທຽມກັບພຣະບຸດ ສະນັ້ນ ພຣະເຈົ້າຈຶ່ງຕ້ອງປະກາດເຖິງຕຳແໜ່ງທີ່ແທ້ຈິງຂອງພຣະບຸດ ຄືຕຳແໜ່ງທີ່ພຣະອົງຊົງມີຕັ້ງແຕ່ປະຖົມມະການ. ລູຊີເຟີໄດ້ສ້າງເລື່ອງບໍ່ຈິງຂຶ້ນມາເພື່ອເຮັດໃຫ້ບັນດາທູດສະຫວັນຮູ້ສຶກວ່າ ພຣະເຈົ້າບໍ່ຍຸຕິທຳໃນການປົກຄອງຂອງພຣະອົງ ແລະ ການທີ່ພຣະບຸດໄດ້ຮັບກຽດເທົ່າທຽມກັບພຣະບິດານັ້ນ ມັນບໍ່ຍຸຕິທຳສຳລັບລາວ ທັງໆທີ່ລາວກໍເປັນຜູ້ທີ່ຄວນໄດ້ຮັບຄວາມເຄົາລົບຢຳເກງເຊັ່ນກັນ. ແຕ່ຄວາມຈິງແລ້ວ ລູຊີເຟີອິດສາພຣະບຸດຂອງພຣະເຈົ້າ ລາວຢາກໄດ້ຕຳແໜ່ງຂອງພຣະອົງ, ຢາກເທົ່າທຽມກັບພຣະອົງ ແລະ ຢາກເປັນເໝືອນພຣະເຈົ້າ.
ຄຳເວົ້າຂອງລູຊີເຟີໄດ້ເຮັດໃຫ້ທູດສະຫວັນບາງອົງຫຼົງເຊື່ອ ແລະ ບາງທູດສະຫວັນກໍບໍ່ເຊື່ອ. ແລ້ວຄວາມບໍ່ພໍໃຈນັ້ນກໍໄດ້ຄ່ອຍໆລຸກລາມເຂົ້າໄປໃນໃຈຂອງທູດສະຫວັນທີ່ຫຼົງເຊື່ອນັ້ນໂດຍບໍ່ທັນໄດ້ຮູ້ສຶກຕົວ. ເມື່ອເກີດຄວາມບໍ່ພໍໃຈຂຶ້ນມາແລ້ວກໍໄດ້ກາຍເປັນຄວາມກຽດຊັງ ແລະ ສິ່ງທີ່ຕາມມາກໍຄືຄວາມຊົ່ວຮ້າຍແຜ່ກະຈາຍອອກໄປທົ່ວທັງສະຫວັນ. ບັນດາທູດສະຫວັນທີ່ຫຼົງເຊື່ອຄຳເວົ້າຂອງລູຊີເຟີກໍໄດ້ພາກັນຮູ້ສຶກບໍ່ພໍໃຈ ແລະ ເລີ່ມມີການຄັດຄ້ານຕໍ່ຄຳສັ່ງຂອງພຣະເຈົ້າພຣະບິດາໃນການຍົກຍ້ອງພຣະເຈົ້າພຣະບຸດ. ພວກເຂົາໄດ້ພາກັນເຫັນພ້ອມທີ່ຈະສະໜັບສະໜູນການຮຽກຮ້ອງຂອງລູຊີເຟີໃຫ້ມີອຳນາດເທົ່າທຽມກັບພຣະເຈົ້າພຣະບຸດ.
ບັນດາທູດສະຫວັນທີ່ຈົ່ງຮັກພັກດີຕໍ່ພຣະເຈົ້າເຫັນວ່າ ການແຕກແຍກກັນນັ້ນມີແຕ່ຈະເກີດຜົນຮ້າຍຕາມມາ ພວກເຂົາຈຶ່ງໄປອ້ອນວອນຕໍ່ລູຊີເຟີ ແລະ ທູດສະຫວັນທີ່ກຳລັງບໍ່ພໍໃຈຢູ່ນັ້ນວ່າ: “ຄຳສັ່ງຂອງພຣະເຈົ້ານັ້ນຍຸຕິທຳ ພຣະເຈົ້າພຣະບຸດຊົງເປັນໜຶ່ງດຽວກັບພຣະເຈົ້າພຣະບິດາກ່ອນທີ່ບັນດາທູດສະຫວັນທັງຫຼາຍຈະຖືກສ້າງຂຶ້ນມາ. ພຣະອົງຊົງເຕັມລົ້ນດ້ວຍຄວາມຮັກ ແລະ ຄວາມເມດຕາຕໍ່ຜູ້ທີ່ຢູ່ພາຍໃຕ້ການປົກຄອງຂອງພຣະອົງ. ບັນດາທູດສະຫວັນເປັນຈຳນວນຫຼວງຫຼາຍທັງໝົດມີຄວາມສາມັກຄີປອງດອງກັນມາຕະຫຼອດ. ແຕ່ເປັນຫຍັງ ດຽວນີ້ຈຶ່ງມີການແຕກແຍກກັນຊັ້ນນະ!”
ແຕ່ລູຊີເຟີປະຕິເສດຄຳອ້ອນວອນຂອງທູດສະຫວັນທີ່ຈົ່ງຮັກພັກດີຕໍ່ພຣະເຈົ້າ ແລະ ລາວໄດ້ກ່າວວ່າ: “ຂ້ອຍມີຄວາມຈົ່ງຮັກພັກດີຕໍ່ພຣະເຈົ້າຢ່າງສົມບູນ ຂ້ອຍເຮັດໄປເພື່ອຄວາມໝັ້ນຄົງແຫ່ງການປົກຄອງຂອງພຣະເຈົ້າ.” ແຕ່ຄວາມຈິງແລ້ວ ລູຊີເຟີພະຍາຍາມພັກດັນໃຫ້ມີການປ່ຽນແປງກົດລະບຽບການປົກຄອງຂອງພຣະເຈົ້າໃນສະຫວັນ.
ພຣະເຈົ້າໄດ້ຕັກເຕືອນລູຊີເຟີດ້ວຍຄວາມຮັກ ແລະ ຄວາມເມດຕາອັນບໍ່ມີທີ່ສິ້ນສຸດຂອງພຣະອົງຫຼາຍໆຄັ້ງ ເພື່ອຊ່ວຍໃຫ້ລູຊີເຟີສຳນຶກຜິດ ແລະ ເລືອກເດີນໃນທາງທີ່ຖືກຕ້ອງ. ສ່ວນລູຊີເຟີນັ້ນຮູ້ວ່າ ພຣະເຈົ້າຊົງມີຄວາມຍຸຕິທຳໃນການວາງກົດລະບຽບທີ່ຢູ່ໃນສະຫວັນທັງໝົດ ແລະ ລາວເກືອບຈະສຳນຶກຜິດຢູ່ແລ້ວ ແຕ່ຄວາມຍິ່ງຈອງຫອງ ແລະ ຄວາມມັກໃຫຍ່ໄຝ່ສູງໄດ້ຫ້າມລາວໄວ້. ລູຊີເຟີຈຶ່ງມີຄວາມຮູ້ສຶກວ່າ ເປັນການລົດຕົວເກີນໄປສຳລັບຜູ້ທີ່ມີກຽດ ແລະ ມີຊື່ສຽງຄືລາວທີ່ຈະຍອມຮັບສາລະພາບວ່າ ຕົວເອງຜິດທີ່ມີຄວາມໄຝ່ຝັນຢາກເປັນເໝືອນພຣະເຈົ້າ.
ແຜນການຂອງລູຊີເຟີ
ຄວາມຈິງແລ້ວ ລູຊີເຟີຢາກໃຫ້ບັນດາທູດສະຫວັນຮູ້ສຶກບໍ່ພໍໃຈເໝືອນກັບລາວກ່ຽວກັບກົດລະບຽບ ແລະ ການປົກຄອງຂອງພຣະເຈົ້າທີ່ຢູ່ໃນສະຫວັນ ເພື່ອຈະໄດ້ໃຫ້ບັນດາທູດສະຫວັນລະບາຍຄວາມຮູ້ສຶກທີ່ບໍ່ພໍໃຈນັ້ນອອກມາ ແລະ ເມື່ອໄດ້ໂອກາດອັນເໝາະສົມແລ້ວ ລູຊີເຟີກໍຈະອ້າງຖ້ອຍຄຳຂອງບັນດາທູດສະຫວັນເຫຼົ່ານັ້ນອອກມາເປັນຫຼັກຖານວ່າ ພວກເຂົາບໍ່ເຫັນດີນຳກັບການປົກຄອງຂອງພຣະເຈົ້າທັງໝົດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ເອເສກຽນ 28:12-17; ເອຊາຍາ 14:12-14.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 37.1-42.1; 69.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເກີດການປະຕິວັດໃນສະຫວັນ
ໃນທີ່ສຸດ ລູຊີເຟີກໍໄດ້ປະກາດຢູ່ຕໍ່ໜ້າບັນດາທູດສະຫວັນທັງຫຼາຍວ່າ: “ການທີ່ພຣະເຈົ້າພຣະບຸດໄດ້ຮັບຕຳແໜ່ງສູງສຸດນັ້ນ ມັນບໍ່ຍຸຕິທຳສຳລັບຂ້ອຍ ແລະ ທູດສະຫວັນທັງຫຼາຍ. ຂ້ອຍຕັ້ງໃຈແລ້ວວ່າຈະບໍ່ຍອມຈຳນົນ ແລະ ບໍ່ຍອມຮັບວ່າພຣະເຈົ້າພຣະບຸດມີຕຳແໜ່ງສູງສຸດ. ຂ້ອຍຈະຍາດຊິງເອົາກຽດຕິຍົດທີ່ຂ້ອຍຄິດວ່າຂ້ອຍສົມຄວນໄດ້ຮັບນັ້ນມາໃຫ້ໄດ້ ແລະ ຂ້ອຍຈະປົກຄອງຜູ້ທີ່ຕິດຕາມຂ້ອຍ. ຖ້າບັນດາທູດສະຫວັນທີ່ຢືນຢັນຈະໄປກັບຂ້ອຍ ທຸກໆຄົນກໍຈະໄດ້ດັ່ງໃຈປາຖະໜາທຸກຢ່າງ. ຂ້ອຍສັນຍາວ່າຈະມີການປົກຄອງແບບໃໝ່ທີ່ດີກວ່ານີ້ ເຊິ່ງທຸກໆຄົນຈະເພິງພໍໃຈກັບອິດສະລະພາບ.”
ບັນດາທູດສະຫວັນທີ່ເຊື່ອວ່າພຣະເຈົ້າຍຸຕິທຳນັ້ນ ພວກເຂົາບໍ່ໄດ້ເຊື່ອຟັງຄຳເວົ້າຂອງລູຊີເຟີ ແຕ່ທູດສະຫວັນທີ່ຫຼົງເຊື່ອຄຳເວົ້າຂອງລູຊີເຟີ ພວກເຂົາໄດ້ເວົ້າອອກມາວ່າ: "ພວກເຮົາຈະຍອມຮັບລູຊີເຟີເປັນຜູ້ນຳ."
ລູຊີເຟີເກີດມີຄວາມຫຼົງຕົວເອງຂຶ້ນມາທັນທີເມື່ອບັນດາທູດສະຫວັນຈຳນວນຫຼາຍໄດ້ຫຼົງເຊື່ອຄຳເວົ້າຂອງລາວ. ລູຊີເຟີຈຶ່ງຫວັງຢາກໄດ້ບັນດາທູດສະຫວັນທັງໝົດມາຢູ່ຝ່າຍຂອງລາວ ແລະ ປາຖະໜາທີ່ຈະເທົ່າທຽມກັບພຣະເຈົ້າ ແລະ ໃຫ້ບັນດາທູດສະຫວັນທັງຫຼາຍມາຢູ່ພາຍໃຕ້ອຳນາດການປົກຄອງຂອງລາວ.
ແຕ່ບັນດາທູດສະຫວັນທີ່ຈົ່ງຮັກພັກດີຕໍ່ພຣະເຈົ້າຍັງຄົງອ້ອນວອນຕໍ່ທູດສະຫວັນທີ່ຕິດຕາມລູຊີເຟີນັ້ນວ່າ: “ບໍ່ຕ້ອງໄປຟັງຄຳເວົ້າທີ່ບໍ່ແມ່ນຄວາມຈິງຂອງລູຊີເຟີ. ພວກເຈົ້າຈົ່ງຮີບເຂົ້າເຝົ້າພຣະເຈົ້າ ແລະ ສາລະພາບຄວາມຜິດຂອງຕົນເອງທີ່ຄິດສົງໄສ ແລະ ບໍ່ພໍໃຈໃນພຣະອົງເຖີດ! ຖ້າພວກເຈົ້າບໍ່ເຮັດດັ່ງນັ້ນແລ້ວ ຜົນຮ້າຍທີ່ຫຼີກໜີບໍ່ໄດ້ກໍຈະຕາມມາ ເພາະບໍ່ມີທູດສະຫວັນອົງໃດທີ່ສາມາດຕໍ່ຕ້ານການປົກຄອງຂອງພຣະເຈົ້າ ເຊິ່ງມີຄວາມສັກສິດເທົ່າທຽມກັບພຣະອົງ.”
ທູດສະຫວັນທີ່ຕິດຕາມລູຊີເຟີຫຼາຍອົງໄດ້ເຊື່ອຟັງຄຳແນະນຳຂອງບັນດາທູດສະຫວັນທີ່ຈົ່ງຮັກພັກດີຕໍ່ພຣະເຈົ້າທີ່ວ່າ ໃຫ້ສາລະພາບຄວາມບໍ່ພໍໃຈ ແລະ ສະແຫວງຫາທາງໃຫ້ເປັນທີ່ພໍພຣະໄທຂອງພຣະເຈົ້າອີກຄັ້ງ. ແຕ່ລູຊີເຟີໄດ້ກ່າວຖ້ອຍຄຳທີ່ບໍ່ແມ່ນຄວາມຈິງວ່າ: “ຂ້ອຍຮູ້ຈັກກົດລະບຽບການປົກຄອງຂອງພຣະເຈົ້າດີ ແລະ ຂ້ອຍກໍຍັງຮູ້ອີກວ່າ ພຣະເຈົ້າຄົງຈະບໍ່ມີວັນໃຫ້ອະໄພດອກ! ທູດສະຫວັນທີ່ເຂົ້າຮ່ວມຢູ່ຝ່າຍຂ້ອຍນັ້ນໄດ້ອອກມາໄກເກີນກວ່າທີ່ຈະກັບໃຈໃໝ່ໄດ້. ເຖິງແມ່ນວ່າ ຖ້າໃຜຈະຍອມຈຳນົນຕໍ່ອຳນາດການປົກຄອງຂອງພຣະເຈົ້າກໍຕາມ ຜູ້ນັ້ນກໍຈະຖືກປົດອອກຈາກຕຳແໜ່ງ ແລະ ໄດ້ຮັບຄວາມໜ້າອັບອາຍ. ແຕ່ສຳລັບຂ້ອຍນັ້ນຕັ້ງໃຈແລ້ວວ່າ ຈະບໍ່ຍອມຮັບອຳນາດຂອງພຣະບຸດ” ລູຊີເຟີຍັງໄດ້ກ່າວອີກວ່າ: “ມີພຽງທາງດຽວເທົ່ານັ້ນສຳລັບຂ້ອຍ ແລະ ທູດສະຫວັນທັງຫຼາຍທີ່ຕິດຕາມຂ້ອຍ ຄືຈະຕ້ອງຢຶດໝັ້ນໃນອິດສະລະພາບ ແລະ ຍາດຊິງຕຳແໜ່ງສູງສຸດນັ້ນມາໃຫ້ໄດ້.” ຄຳເວົ້າຂອງລູຊີເຟີໄດ້ເຮັດໃຫ້ບັນດາທູດສະຫວັນທີ່ຕິດຕາມລາວນັ້ນ ເກີດມີຄວາມຍິ່ງຈອງຫອງ, ມີຄວາມຈົ່ງຮັກພັກດີຕໍ່ລູຊີເຟີໃນຖານະທີ່ເປັນຜູ້ນຳ ແລະ ມີຄວາມປາຖະໜາໃນອິດສະລະພາບທີ່ບໍ່ມີຂອບເຂດ. ສິ່ງເຫຼົ່ານີ້ໄດ້ຄວບຄຸມຈິດໃຈຂອງພວກເຂົາຈົນປະຕິເສດຄຳອອ້ນວອນຂອງບັນດາທູດສະຫວັນທີ່ຈົ່ງຮັກພັກດີຕໍ່ພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ເອເສກຽນ 28:12-17; ເອຊາຍາ 14:12-14.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 39.2-40.3} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເກີດມີສົງຄາມຢູ່ໃນສະຫວັນ
ພຣະເຈົ້າຊົງເສຍໃຈຫຼາຍຕໍ່ລູຊີເຟີກັບທູດສະຫວັນທີ່ຕິດຕາມລູຊີເຟີນັ້ນເລືອກເດີນໃນທາງທີ່ຜິດ. ສະນັ້ນ ພຣະເຈົ້າຈຶ່ງຍອມໃຫ້ລູຊີເຟີສະແດງການຄັດຄ້ານຕໍ່ໄປຈົນເກີດການປະຕິວັດຢ່າງເຕັມຮູບແບບ ເພາະຈຳເປັນທີ່ຈະຕ້ອງປ່ອຍໃຫ້ແຜນການຂອງລູຊີເຟີດຳເນີນຕໍ່ໄປຈົນເຖິງທີ່ສຸດ ເພື່ອທຸກໆຄົນຈະໄດ້ເຫັນເຖິງທາດແທ້ຂອງລູຊີເຟີວ່າຈະນຳໄປສູ່ທິດທາງໃດໃນຖານະທີ່ເປັນຜູ້ນຳ. ຈາກນັ້ນ ກໍໄດ້ມີການປະທ້ວງກັນເກີດຂຶ້ນຢ່າງຮຸນແຮງຢູ່ໃນສະຫວັນ ໂດຍລູຊີເຟີເປັນຜູ້ນຳພາບັນດາທູດສະຫວັນທີ່ເຊື່ອຟັງລາວນັ້ນໃຫ້ຄັດຄ້ານຕໍ່ພຣະເຈົ້າ. ຕໍ່ມາ ກໍໄດ້ມີເສິກສົງຄາມເກີດຂຶ້ນລະຫວ່າງຝ່າຍພຣະເຈົ້າ ແລະ ຝ່າຍລູຊີເຟີ. ສົງຄາມທີ່ໄດ້ເກີດຂຶ້ນຢູ່ໃນສະຫວັນນັ້ນ ບໍ່ຮູ້ວ່າໃຊ້ເວລາດົນປານໃດເພື່ອຈະສິ້ນສຸດລົງ. ແຕ່ວ່າຝ່າຍລູຊີເຟີນັ້ນໄດ້ພາຍແພ້. ສະນັ້ນ ພຣະເຈົ້າຈຶ່ງບໍ່ອະນຸຍາດໃຫ້ພວກເຂົາອາໄສຢູ່ໃນສະຫວັນອີກຕໍ່ໄປ.
ເມື່ອລູຊີເຟີ ແລະ ທູດສະຫວັນທີ່ຕິດຕາມລາວນັ້ນຮູ້ວ່າ ພວກເຂົາບໍ່ສາມາດເປັນໃຫຍ່ຢູ່ໃນສະຫວັນໄດ້ອີກແລ້ວ. ສະນັ້ນ ພວກເຂົາຈຶ່ງອອກມາຈາກສະຫວັນດ້ວຍຄວາມຄຽດແຄ້ນກຽດຊັງພຣະເຈົ້າ. ລູຊີເຟີ ເຊິ່ງມີຄວາມໝາຍວ່າ: “ດວງດາວສ່ອງໃສໃນຕອນເຊົ້າ.” ຈຶ່ງໄດ້ກາຍເປັນທູດສະຫວັນທີ່ຊົ່ວຮ້າຍເຊິ່ງເປັນທີ່ເອີ້ນກັນວ່າ: “ຊາຕານ.” ສ່ວນບັນດາທູດສະຫວັນທີ່ຕິດຕາມລູຊີເຟີນັ້ນກໍໄດ້ກາຍເປັນທີ່ເອີ້ນກັນວ່າ: “ພວກຜີປີສາດ.”
ໃນທີ່ສຸດ ຢູ່ໃນສະຫວັນກໍໄດ້ກັບມາມີສັນຕິສຸກອີກຄືເກົ່າ ແຕ່ຢູ່ໃນໃຈຂອງບັນດາທູດສະຫວັນທັງຫຼາຍກໍຍັງມີຄວາມຮູ້ສຶກໂສກເສົ້າກັບເຫດການທີ່ໄດ້ເກີດຂຶ້ນ. ນອກຈາກນີ້ ທູດສະຫວັນບາງອົງກໍຍັງຮູ້ສຶກເສຍໃຈທີ່ເຫັນເພື່ອນຂອງຕົນຖືກຂັບໄລ່ອອກຈາກສະຫວັນຍ້ອນການທີ່ໄດ້ຕໍ່ສູ້ພຣະເຈົ້າ. ພຣະເຈົ້າກໍເສຍໃຈເຊັ່ນກັນທີ່ໄດ້ສູນເສຍລູຊີເຟີ ແລະ ທູດສະຫວັນທີ່ຫຼົງຜິດນັ້ນ ແຕ່ພຣະເຈົ້າກໍບໍ່ທຳລາຍພວກເຂົາທັນທີ ເພາະວ່າໂລກກັບສິ່ງທີ່ມີຊີວິດທີ່ກຳລັງຈະຖືກສ້າງຂຶ້ນມານີ້ ແລະ ບັນດາທູດສະຫວັນທີ່ອາໄສຢູ່ໃນສະຫວັນນັ້ນຍັງບໍ່ພ້ອມທີ່ຈະເຂົ້າໃຈຜົນຂອງຄວາມຜິດເທື່ອ. ແຕ່ຖ້າວ່າ ພຣະເຈົ້າຊົງທຳລາຍລູຊີເຟີ ແລະ ທູດສະຫວັນທີ່ຫຼົງຜິດນັ້ນທັນທີ ໝົດທຸກຄົນກໍຈະບໍ່ໄດ້ເຫັນ ຫຼື ເຂົ້າໃຈວ່າເປັນການຍຸຕິທຳ ແລະ ພວກເຂົາກໍຈະຮັບໃຊ້ພຣະອົງດ້ວຍຄວາມຢ້ານ ແທນການຮັບໃຊ້ພຣະອົງດ້ວຍຄວາມຮັກ. ເນື່ອງຈາກວ່າ ພຣະເຈົ້າຊົງຍອມຮັບໄດ້ສະເພາະການຮັບໃຊ້ທີ່ເຮັດດ້ວຍຄວາມຮັກເທົ່ານັ້ນ. ສະນັ້ນ ຄວາມຈົ່ງຮັກພັກດີຈະຕ້ອງຢູ່ເທິງພື້ນຖານຂອງຄວາມໝັ້ນໃຈໃນຄວາມຍຸຕິທຳ ແລະ ຄວາມເມດຕາຂອງພຣະເຈົ້າ ເພື່ອບັນດາຜູ້ທີ່ພຣະເຈົ້າຊົງສ້າງຂຶ້ນມານັ້ນຈະໄດ້ຮູ້ຈັກຢ່າງແຈ່ມແຈ້ງເຖິງການປົກຄອງຂອງພຣະເຈົ້າ ແລະ ຈະບໍ່ມີໃຜອາດສົງໄສຄວາມຍຸຕິທຳ ຄວາມເມດຕາ ແລະ ພຣະບັນຍັດຂອງພຣະອົງທີ່ບໍ່ສາມາດປ່ຽນແປງໄດ້ ເພາະທຸກໆສິ່ງທີ່ພຣະເຈົ້າໄດ້ກະທຳນັ້ນກໍຍຸຕິທຳທັງໝົດ ແລະ ມີຄວາມເມດຕາໃນການກະທຳທຸກໆຢ່າງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ພຣະນິມິດ 12:7.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 39.2-42.3} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ພຣະເຈົ້າຊົງສ້າງໂລກ
ກ່ອນທີ່ລູຊີເຟີກັບບັນດາທູດສະຫວັນທີ່ຕິດຕາມລາວຈະຖືກຂັບໄລ່ອອກຈາກສະຫວັນນັ້ນ ພຣະເຈົ້າພຣະບິດາ ແລະ ພຣະເຈົ້າພຣະບຸດຊົງມີແຜນການທີ່ຈະສ້າງໂລກຂອງພວກເຮົາ ແລະ ເມື່ອສົງຄາມຢູ່ໃນສະຫວັນໄດ້ສິ້ນສຸດລົງ ພຣະເຈົ້າພຣະບິດາ ແລະ ພຣະເຈົ້າພຣະບຸດກໍໄດ້ກັບຄືນສູ່ແຜນການຂອງພຣະອົງ ແລະ ບັນດາທູດສະຫວັນທັງຫຼາຍກໍໄດ້ພາກັນມາເບິ່ງແຜນການສ້າງໂລກໃໝ່ຂອງພຣະເຈົ້າ.
ພຣະເຈົ້າພຣະບຸດຊົງສ້າງໂລກໃຫ້ເຕັມໄປດ້ວຍສິ່ງທີ່ມີຊີວິດ ແລະ ຊົງວາງດວງດາວຕ່າງໆໄວ້ຢູ່ເທິງທ້ອງຟ້າດ້ວຍຝີມືທີ່ລະອຽດຢ່າງສວຍງາມ. ເທິງແຜ່ນດິນໂລກ ພຣະເຈົ້າໄດ້ຕົບແຕ່ງທຳມະຊາດໃຫ້ມີພູຜາຕ່າງໆທີ່ສະລັບສັບຊ້ອນກັບແມ່ນ້ຳ ແລະ ທະເລທີ່ສວຍງາມ. ນອກຈາກນີ້ ຍັງໄດ້ສ້າງນ້ຳພຸໃຫ້ໄຫຼໄປຕາມຮ່ອງພູ ແລະ ໃຫ້ແມ່ນ້ຳໄຫຼຜ່າເນີນພູອີກດ້ວຍ. ສ່ວນແຜ່ນດິນທີ່ຮາບພຽງນັ້ນ ພຣະເຈົ້າກໍໄດ້ຕົບແຕ່ງໃຫ້ແຜ່ນດິນເຕັມໄປດ້ວຍຕົ້ນໄມ້ ແລະ ດອກໄມ້ຕ່າງໆທີ່ສວຍງາມ ເຊິ່ງມີກິ່ນຫອມຢ່າງລະອຽດອ່ອນ ແລະ ຍັງມີພືດພັນນາໆຊະນິດອັນອຸດົມສົມບູນທີ່ຂຽວງາມອີກດ້ວຍ ເຊິ່ງມັນໄດ້ເຮັດໃຫ້ມີອາກາດທີ່ບໍຣິສຸດ ສະອາດ ສົດໃສ ປອດໂປ່ງ ແລະ ບໍ່ມີມົນລະພິດ. ທຸກໆສິ່ງທີ່ພຣະເຈົ້າໄດ້ສ້າງຂຶ້ນມານັ້ນ ເພື່ອຈັດຕຽມໄວ້ສຳລັບສິ່ງທີ່ມີຊີວິດທີ່ອາໄສຢູ່ເທິງແຜ່ນດິນໂລກ. ຫຼັງຈາກທີ່ພຣະເຈົ້າຊົງສ້າງໂລກໃຫ້ອຸດົມສົມບູນໄປດ້ວຍສິ່ງທີ່ມີຊີວິດທັງພືດ ແລະ ສັດດ້ວຍຄຳເວົ້າຂອງພຣະອົງແລ້ວ ບັນດາທູດສະຫວັນຕ່າງກໍພາກັນຊົມຊື່ນຍິນດີເມື່ອໄດ້ເຫັນຜົນງານການສ້າງໂລກອັນສຸດຍອດທີ່ສວຍງາມຂອງພຣະເຈົ້າ.
ໃນການນິຣະມິດສ້າງໂລກນີ້ ມະນຸດໄດ້ຖືກສ້າງຂຶ້ນມາເປັນພິເສດກວ່າໝູ່ໃນບັນດາສິ່ງທີ່ມີຊີວິດທັງປວງ. ພຣະເຈົ້າຊົງກ່າວວ່າ: "ບັດນີ້ ເຮົາຈະສ້າງມະນຸດໃຫ້ມີຮູບລັກສະນະຄືເຮົາ; ເຂົາຈະມີອຳນາດເໜືອປາ, ນົກ, ສັດທັງໝົດ..." (ປະຖົມມະການ 1:26) ມະນຸດຄູ່ທຳອິດທີ່ພຣະເຈົ້າໄດ້ສ້າງຂຶ້ນມາມີຊື່ວ່າ “ອາດາມ” ແລະ “ເອວາ” (ປະຖົມມະການ 3:20) ພຣະເຈົ້າໄດ້ສ້າງມະນຸດຂຶ້ນມາຈາກຂີ້ດິນ ແລະ ແສງລັດສະເໝີຂອງພຣະເຈົ້າໄດ້ເປັນເຄື່ອງນຸ່ງຫົ່ມຂອງພວກເຂົາ. ພຣະເຈົ້າໄດ້ຈາລຶກຂໍ້ພຣະບັນຍັດຂອງພຣະອົງໄວ້ຢູ່ໃນຈິດໃຈຂອງພວກເຂົາ ແລະ ໃຫ້ພວກເຂົາມີສະຕິປັນຍາ, ມີຄວາມເຂົ້າໃຈໃນເລື່ອງພຣະເຈົ້າ, ມີຄວາມຮັກທີ່ບໍຣິສຸດ, ຮູ້ຈັກເບິ່ງແຍງຕົວເອງ, ມີອິດສະລະໃນການຕັດສິນໃຈເລືອກກະທຳ ແລະ ໃຫ້ພວກເຂົາເປັນຜູ້ປົກຄອງທຸກໆສິ່ງທີ່ພຣະເຈົ້າໄດ້ຊົງສ້າງຂຶ້ນມາຢູ່ໃນໂລກນີ້. "ດັ່ງນັ້ນ ພຣະເຈົ້າຈຶ່ງສ້າງມະນຸດໃຫ້ຄືພຣະອົງ. ພຣະອົງສ້າງເຂົາໃຫ້ເປັນຊາຍ ແລະ ຍິງ ແລ້ວກໍອວຍພອນພວກເຂົາວ່າ: 'ຈົ່ງມີລູກເຕົ້າໃຫ້ແຜ່ຜາຍຂະຫຍາຍທະວີຄູນຫຼາຍຂຶ້ນ ເພື່ອເຊື້ອສາຍຂອງເຈົ້າຈະມີຢູ່ທົ່ວທຸກແຫ່ງຫົນ ແລະ ປົກຄອງທຸກສິ່ງເທິງແຜ່ນດິນໂລກນີ້. ເຮົາໃຫ້ເຈົ້າມີອຳນາດເໜືອປາ, ນົກ ແລະ ສັດປ່າທຸກຊະນິດ. ເຮົາໃຫ້ພືດເປັນເມັດ ແລະ ໝາກໄມ້ທຸກຊະນິດແກ່ເຈົ້າເປັນອາຫານ ແຕ່ສຳລັບສັດປ່າ ແລະ ນົກທຸກຊະນິດນັ້ນ ເຮົາໃຫ້ຫຍ້າກັບພືດໃບຂຽວທັງໝົດເປັນອາຫານ.' " (ປະຖົມມະການ 1:27-30).
ມື້ທີ 1 ພຣະເຈົ້າຊົງນິຣະມິດສ້າງຄວາມສະຫວ່າງ ແລະ ແຍກຄວາມສະຫວ່າງອອກຈາກຄວາມມືດ. ພຣະອົງເອີ້ນຄວາມສະຫວ່າງນັ້ນວ່າ "ກາງເວັນ" ແລະ ເອີ້ນຄວາມມືດນັ້ນວ່າ "ກາງຄືນ."
ມື້ທີ 2 ພຣະເຈົ້າຊົງນິຣະມິດສ້າງວົງໂຄ້ງຂະໜາດໃຫຍ່ ເພື່ອແຍກນ້ຳອອກຈາກກັນ ແລະ ຊົງເອີ້ນວົງໂຄ້ງທີ່ຢູ່ເທິງນັ້ນວ່າ "ທ້ອງຟ້າ."
ມື້ທີ 3 ພຣະເຈົ້າຊົງໃຫ້ນ້ຳທີ່ຢູ່ລຸ່ມທ້ອງຟ້າມາໂຮມກັນຢູ່ບ່ອນດຽວ ເພື່ອໃຫ້ພື້ນດິນແຫ້ງປາກົດຂຶ້ນ. ພຣະເຈົ້າຊົງເອີ້ນພື້ນດິນແຫ້ງນັ້ນວ່າ "ແຜ່ນດິນໂລກ" ແລະ ນ້ຳທີ່ມາໂຮມກັນນັ້ນວ່າ "ມະຫາສະມຸດ." ນອກຈາກນີ້ ພຣະເຈົ້າຍັງໄດ້ສ້າງພືດພັນນາໆຊະນິດຢູ່ເທິງແຜ່ນດິນໂລກອີກດ້ວຍ.
ມື້ທີ 4 ພຣະເຈົ້າຊົງນິຣະມິດສ້າງດວງຕາເວັນ, ດວງຈັນ ແລະ ດວງດາວຕ່າງໆ ເພື່ອໃຫ້ສ່ອງແສງສະຫວ່າງເທິງແຜ່ນດິນໂລກ ແລະ ແຍກກາງເວັນອອກຈາກກາງຄືນ ພ້ອມທັງໃຫ້ເປັນເຄື່ອງໝາຍກຳນົດວັນ ເດືອນ ປີ ແລະ ລະດູການ.
ມື້ທີ 5 ພຣະເຈົ້າຊົງນິຣະມິດສ້າງສິ່ງທີ່ມີຊີວິດຢູ່ໃນນ້ຳ ແລະ ໃຫ້ມີນົກບິນໄປມາໃນທ້ອງຟ້າ. ພຣະອົງຊົງອວຍພອນໃຫ້ພວກມັນອອກແມ່ແຜ່ລູກທັງຢູ່ໃນນ້ຳ ແລະ ແຜ່ນດິນໂລກ.
ມື້ທີ 6 ພຣະເຈົ້າຊົງນິຣະມິດສ້າງສັດຕ່າງໆຄື: ສັດບ້ານ, ສັດປ່າ ແລະ ສັດເລືອຄານເກີດຂຶ້ນທົ່ວແຜ່ນດິນໂລກ. ນອກຈາກນີ້ ພຣະອົງຍັງໄດ້ສ້າງຊາຍ ແລະ ຍິງ (ອາດາມ ແລະ ເອວາ) ໃຫ້ມີຮູບຮ່າງລັກສະນະຄືກັນກັບພຣະອົງ. ພຣະເຈົ້າຊົງອວຍພອນພວກເຂົາ ແລະ ໃຫ້ພວກເຂົາປົກຄອງທຸກສິ່ງທີ່ມີຊີວິດຢູ່ເທິງແຜ່ນດິນໂລກ.
ມື້ທີ 7 ພໍຮອດມື້ນີ້ ທຸກສິ່ງທີ່ພຣະເຈົ້າຊົງສ້າງຢູ່ໃນໂລກກໍສຳເລັດ. ພຣະອົງຊົງຢຸດພັກກິດຈະການ, ຊົງອວຍພຣະພອນ ແລະ ຊົງຕັ້ງໃຫ້ມື້ທີເຈັດເປັນວັນສັກສິດບໍຣິສຸດ.
ທົ່ວທັງຈັກກະວານ ໂລກ ແລະ ສິ່ງທີ່ມີຊີວິດທັງປວງຕ່າງກໍຖືກນິຣະມິດສ້າງຂຶ້ນມາຢ່າງໜ້າມະຫັດສະຈັນແຫ່ງຣິດອຳນາດຂອງພຣະເຈົ້າ. "ພຣະເຈົ້າຊົມທຸກໆສິ່ງທີ່ໄດ້ນິຣະມິດສ້າງຂຶ້ນມາແລ້ວ ກໍເຫັນວ່າດີຫຼາຍ" (ປະຖົມມະການ 1:1-31).
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 1:1-31; 2:1-3,21-23; 3:20.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 44.2-45.3} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ສວນເອເດນ
ຕໍ່ມາ ພຣະເຈົ້າຊົງສ້າງສວນແຫ່ງໜຶ່ງຂຶ້ນໃນເອເດນທາງທິດຕາເວັນອອກ ເມື່ອສ້າງແລ້ວກໍຊົງເອົາມະນຸດທີ່ພຣະອົງໄດ້ປັ້ນນັ້ນມາອາໄສຢູ່. ພຣະເຈົ້າໄດ້ເອີ້ນສວນແຫ່ງນີ້ວ່າ “ເອເດນ” ແລະ ພຣະອົງໄດ້ໃຫ້ມະນຸດອາໄສຢູ່ໃນສວນເອເດນເຊິ່ງປຽບເໝືອນຄືບ້ານ ເພື່ອໃຫ້ມະນຸດເຝົ້າຮັກສາ ແລະ ເບິ່ງແຍງສວນ. ໃນສວນແຫ່ງນີ້ ມີຕົ້ນໄມ້ທຸກຊະນິດເກີດດອກອອກຜົນຢ່າງງົດງາມເປັນຕາອອນຊອນ, ໝາກໄມ້ກໍເປັນຕາຢາກກິນ ແລະ ດອກໄມ້ຫຼາຍພັນຫຼາຍສີກໍໄດ້ສົ່ງກິ່ນຫອມໄປທົ່ວທຸກທິດ. ຢູ່ກາງສວນເອເດນຍັງມີຕົ້ນໄມ້ທີ່ພິເສດຢູ່ສອງຕົ້ນຄື “ຕົ້ນໄມ້ທີ່ໃຫ້ຊີວິດ” ແລະ “ຕົ້ນໄມ້ທີ່ໃຫ້ຮູ້ຈັກຄວາມດີ ແລະ ຄວາມຊົ່ວ.” ຕົ້ນໄມ້ທີ່ໃຫ້ຊີວິດນີ້ ເປັນຕົ້ນໄມ້ທີ່ສວຍງາມຫຼາຍກວ່າໝູ່ທີ່ຢູ່ໃນສວນ ແລະ ເປັນຕົ້ນໄມ້ທີ່ໃຫ້ຊີວິດນິຣັນດອນ, ໝາກຂອງມັນຄືກັບວ່າ ເປັນສີທອງ ແລະ ສີເງິນ. ຕົ້ນໄມ້ທີ່ໃຫ້ຊີວິດນີ້ ກໍຢູ່ບໍ່ຫ່າງໄກຈາກຕົ້ນໄມ້ທີ່ໃຫ້ຮູ້ຈັກຄວາມດີ ແລະ ຄວາມຊົ່ວ. ນອກຈາກນີ້ ຍັງມີແມ່ນ້ຳທີ່ສວຍງາມໄຫຼຜ່ານສວນເອເດນອີກດ້ວຍ. ສັດທຸກໆຊະນິດທີ່ພຣະເຈົ້າໄດ້ສ້າງຂຶ້ນມາກໍບໍ່ມີພິດ, ບໍ່ໂຫດຮ້າຍ, ບໍ່ຕໍ່ສູ້ກັນ ແລະ ສາມາດຫຼິ້ນຢູ່ນຳກັນໄດ້. ທຸກໆຢ່າງມີຄວາມສວຍງາມທີ່ສົມບູນແບບ ແລະ ບໍ່ມີສິ່ງໃດທີ່ຂາດຕົກບົກພ່ອງ. ໂລກຂອງມະນຸດຊ່າງສວຍງາມຢ່າງໜ້າອັດສະຈັນຫຼາຍ ມະນຸດໄດ້ພົບສິ່ງໃໝ່ໆຢູ່ສະເໝີທີ່ເຮັດໃຫ້ຈິດໃຈຂອງພວກເຂົາເຕັມລົ້ນດ້ວຍຄວາມຮັກ ແລະ ຄວາມຊົມຊື່ນຍິນດີໃນພຣະເຈົ້າ.
ໃນການນິຣະມິດສ້າງໂລກນີ້ ພຣະເຈົ້າຍັງໄດ້ຕັ້ງວັນພັກຜ່ອນໄວ້ສຳລັບມະນຸດ ເຊິ່ງເປັນມື້ທີເຈັດໃນການຊົງສ້າງໂລກ ແລະ ມື້ພັກຜ່ອນນັ້ນຖືກເອີ້ນວ່າ ຊະບາໂຕ. "ມື້ທີເຈັດ ສິ່ງທີ່ພຣະເຈົ້າໄດ້ສ້າງກໍສຳເລັດ ແລະ ພຣະອົງໄດ້ຢຸດພັກກິດຈະການ. ພຣະເຈົ້າອວຍພອນມື້ທີເຈັດ ແລະ ຕັ້ງໄວ້ໃຫ້ເປັນມື້ສັກສິດບໍຣິສຸດ ເພາະຮອດມື້ນີ້ ພຣະອົງສຳເລັດການນິຣະມິດສ້າງ ແລະ ຢຸດກິດຈະການທັງສິ້ນ." ປະຖົມມະການ 2:23. ພຣະເຈົ້າຊົງຕັ້ງມື້ທີເຈັດເປັນວັນຊະບາໂຕໄວ້ໃນສັບປະດາ ເພື່ອໃຫ້ມະນຸດໄດ້ຮັບການພັກຜ່ອນຈາກວຽກງານຂອງເຂົາ ແລະ ໃຫ້ເຂົາໄດ້ມາເຂົ້າເຝົ້າພຣະເຈົ້າ. ວັນຊະບາໂຕຍັງໄດ້ເຮັດໃຫ້ເຂົາລະນຶກເຖິງພຣະເຈົ້າຂອງເຂົາຜູ້ຊົງສ້າງຈັກກະວານ, ໂລກ ແລະ ສັບພະທຸກສິ່ງ. ນອກຈາກນີ້ ຍັງໄດ້ເຕືອນຈິດໃຈຂອງມະນຸດໃຫ້ສຳນຶກຢູ່ຕະຫຼອດວ່າ ພຣະເຈົ້າຊົງເປັນພຣະຜູ້ສ້າງເຂົາ, ເຂົາເປັນຜົນງານການສ້າງຂອງພຣະອົງ, ພຣະອົງຊົງເປັນຜູ້ປົກຄອງເຂົາ ແລະ ເຂົາເປັນພົນລະເມືອງຂອງພຣະອົງ.
ນອກຈາກນີ້ ພຣະເຈົ້າຍັງໄດ້ໃຫ້ກົດຂໍ້ຫ້າມໄວ້ສຳລັບມະນຸດອີກດ້ວຍ "ເຈົ້າຈະກິນໝາກໄມ້ຈາກຕົ້ນໄມ້ທຸກກົກໃດໆກໍ່ໄດ້ໃນສວນນີ້ ເວັ້ນໄວ້ແຕ່ໝາກໄມ້ຂອງຕົ້ນໄມ້ທີ່ໃຫ້ຮູ້ຈັກຄວາມດີ ແລະ ຄວາມຊົ່ວຕົ້ນນີ້. ຖ້າວ່າເຈົ້າຂືນກິນເມື່ອໃດ ເຈົ້າຈະຕ້ອງຕາຍຢ່າງແນ່ນອນ." ປະຖົມມະການ 2:16. ກົດຂໍ້ຫ້າມທີ່ບໍ່ອະນຸດຍາດໃຫ້ມະນຸດກິນໝາກໄມ້ຈາກຕົ້ນໄມ້ທີ່ໃຫ້ຮູ້ຈັກຄວາມດີ ແລະ ຄວາມຊົ່ວນີ້ ບໍ່ແມ່ນເພາະໝາກໄມ້ນັ້ນມີພິດ ແຕ່ກົດຂໍ້ຫ້າມນີ້ເປັນການສະແດງອອກເຖິງຄວາມຈົ່ງຮັກພັກດີ, ການເຊື່ອຟັງ ແລະ ການຍອມຮັບການປົກຄອງຂອງພຣະເຈົ້າຜູ້ຊົງເປັນພຣະຜູ້ສ້າງມະນຸດ. ເຖິງແມ່ນວ່າ ພຣະເຈົ້າຈະສ້າງມະນຸດຂຶ້ນມາດ້ວຍຄວາມຮັກ ແລະ ໃຫ້ອິດສະລະໃນການຕັດສິນໃຈເລືອກກະທຳກໍຕາມ ເຊິ່ງມະນຸດເລືອກຈະເຊື່ອຟັງ ຫຼື ບໍ່ເຊື່ອຟັງພຣະເຈົ້າກໍໄດ້ ແຕ່ພຣະອົງກໍປາຖະໜາໃຫ້ມະນຸດເຂົ້າເຝົ້າພຣະອົງດ້ວຍຄວາມເຕັມໃຈ ເຊິ່ງບໍ່ແມ່ນດ້ວຍການຖືກບັງຄັບ ເພາະພຣະອົງບໍ່ໄດ້ສ້າງມະນຸດຂຶ້ນມາເໝືອນຫຸ່ນຍົນ. ເພາະສະນັ້ນ ການຈະມີຊີວິດນິຣັນກໍຕ້ອງມີການພິສູດໃຫ້ເຫັນເຖິງການເຊື່ອຟັງສາກ່ອນ.
ເມື່ອພຣະເຈົ້າຊົມທຸກໆສິ່ງທີ່ໄດ້ນິຣະມິດສ້າງຂຶ້ນມາແລ້ວກໍພໍໃຈຫຼາຍ ບັນດາທູດສະຫວັນທັງຫຼາຍກໍໄດ້ໂຮຮ້ອງດ້ວຍຄວາມຊົມຊື່ນຍິນດີ ເພາະໂລກທີ່ສວຍງາມນີ້ໄດ້ຖືກສ້າງສຳເລັດເປັນທີ່ສົມບູນແບບແລ້ວ.
ເປັນຫຍັງ ຈຶ່ງຊົງຫວງຫ້າມ?
ພຣະເຈົ້າຊົງສ້າງມະນຸດໃຫ້ມີຮູບລັກສະນະຄືກັບພຣະອົງ ໂດຍປາສະຈາກຄວາມບາບ. ພຣະເຈົ້າຊົງມີພຣະປະສົງໃຫ້ໂລກເຕັມໄປດ້ວຍມະນຸດທີ່ບໍຣິສຸດ ເຊິ່ງຕ່ຳກວ່າທູດສະຫວັນພຽງໜ້ອຍດຽວ. ແຕ່ກໍຕ້ອງພິສູດການເຊື່ອຟັງສາກ່ອນ ເພາະພຣະບັນຍັດຂອງພຣະເຈົ້າມີຄວາມສັກສິດເທົ່າທຽມກັນກັບພຣະອົງ ແລະ ພຣະເຈົ້າຈະບໍ່ຊົງຍອມໃຫ້ໂລກເຕັມໄປດ້ວຍຄົນທີ່ເບິ່ງຂ້າມພຣະບັນຍັດຂອງພຣະອົງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 2:1-19.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 46.4-48.3, 52.3, 60.4} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ອາດາມ ແລະ ເອວາບໍ່ເຊື່ອຟັງພຣະເຈົ້າ
ຕົ້ນໄມ້ທີ່ໃຫ້ຮູ້ຈັກຄວາມດີ ແລະ ຄວາມຊົ່ວເຊິ່ງຢູ່ກາງສວນເອເດນນີ້ເປັນເຄື່ອງທົດສອບຄວາມຮັກຂອງມະນຸດທີ່ມີຕໍ່ພຣະເຈົ້າ "ຖ້າພວກເຈົ້າຮັກເຮົາ ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ" (ໂຢຮັນ 14:15). ນອກຈາກນີ້ ພຣະເຈົ້າຍັງໄດ້ເປີດໂອກາດໃຫ້ຊາຕານສາມາດເຂົ້າມາທົດລອງມະນຸດອີກດ້ວຍ ໂດຍຈະໃຫ້ຊາຕານເຂົ້າຫາມະນຸດໄດ້ສະເພາະຢູ່ຕົ້ນໄມ້ທີ່ຊົງຫວງຫ້າມໄວ້ເທົ່ານັ້ນ. ຖ້າມະນຸດສາມາດທົນຕໍ່ການທົດລອງໄດ້ ພວກເຂົາກໍຈະຜ່ານພົ້ນພະລັງອຳນາດຂອງຊາຕານ ແລະ ຈະໄດ້ຊົມຊື່ນຍິນດີຢູ່ກັບພຣະເຈົ້າຕະຫຼອດໄປ.
ອາດາມ ແລະ ເອວາໄດ້ຮັບການຕັກເຕືອນຫຼາຍໆຄັ້ງໃຫ້ລະວັງສັດຕູຂອງພຣະເຈົ້າ ແລະ ຢ່າປະໝາດຕໍ່ກົນອຸບາຍຂອງພວກມັນ ເພາະຍ້ອນການບໍ່ເຊື່ອຟັງຄຳສັ່ງຂອງພຣະເຈົ້ານີ້ແຫລະ! ຈຶ່ງເຮັດໃຫ້ພວກມັນຕົກລົງສູ່ຄວາມບາບ. ສະນັ້ນ ຈຶ່ງເປັນເລື່ອງສຳຄັນຫຼາຍທີ່ອາດາມ ແລະ ເອວາຈຳເປັນຕ້ອງເຊື່ອຟັງຄຳສັ່ງຂອງພຣະເຈົ້າ. ນອກຈາກນີ້ ທູດສະຫວັນຍັງໄດ້ເຕືອນພວກເຂົາວ່າ: “ເມື່ອເຮັດກິດຈະກຳການງານປະຈຳວັນຢູ່ໃນສວນນັ້ນ ຈົ່ງລະວັງຢ່າຫ່າງຈາກກັນ ເພາະຖ້າຢູ່ນຳກັນຈະສ່ຽງຕໍ່ການຖືກທົດລອງໜ້ອຍກວ່າການຢູ່ຄົນດຽວ.”
ແຕ່ມີມື້ໜຶ່ງ ໃນຂະນະທີ່ເອວາມ່ວນຢູ່ກັບກິດຈະກຳວຽກງານຂອງນາງຢູ່ນັ້ນ ນາງກໍໄດ້ຫ່າງຈາກອາດາມໂດຍບໍ່ຮູ້ຕົວ. ເມື່ອເອວາຮູ້ສຶກວ່າຕົນເອງຢູ່ຄົນດຽວ ນາງກໍຮູ້ສຶກຢ້ານເຖິງໄພອັນຕະລາຍ ແຕ່ວ່ານາງກໍບໍ່ໄດ້ສົນໃຈຕໍ່ຄວາມຢ້ານນັ້ນ ໂດຍຖືວ່າຕົນເອງມີສະຕິປັນຍາ, ມີກຳລັງພຽງພໍທີ່ຈະຈຳແນກຄວາມຊົ່ວອອກໄດ້ ແລະ ສາມາດຕໍ່ຕ້ານມັນໄດ້. ສະນັ້ນ ເອວາຈຶ່ງໄດ້ເມີນເຊີຍຕໍ່ຄຳຕັກເຕືອນຂອງທູດສະຫວັນ.
ຈາກນັ້ນບໍ່ດົນ ເອວາໄດ້ແນມໄປເບິ່ງຕົ້ນໄມ້ທີ່ໃຫ້ຮູ້ຈັກຄວາມດີ ແລະ ຄວາມຊົ່ວ. ແລ້ວນາງກໍເກີດມີຄວາມຄິດສົງໄສຂຶ້ນມາວ່າ: "ເປັນຫຍັງ ພຣະເຈົ້າຈຶ່ງຕ້ອງຫວງຫ້າມມັນໄວ້ຈາກພວກເຮົາ?"
ໃນທັນໃດນັ້ນ ເອວາກໍໄດ້ເຫັນສັດທີ່ມີຄວາມສວຍງາມຊະນິດໜຶ່ງ ມັນມີປີກ ແລະ ເມື່ອມັນບິນໄປມາກໍຈະມີສີສັນສະຫວ່າງສົດໃສຄືກັບທອງຄຳ. ມັນພັກຢູ່ເທິງກິ່ງກ້ານຂອງຕົ້ນໄມ້ທີ່ໃຫ້ຮູ້ຈັກຄວາມດີ ແລະ ຄວາມຊົ່ວ. ມັນໄດ້ວາງທ່າທາງທີ່ມີຄວາມສຸກຫຼາຍກັບໝາກໄມ້ອັນເປັນຕາອອນຊອນຢາກກິນ. ສັດຊະນິດນີ້ເຊິ່ງປັດຈຸບັນມະນຸດເອີ້ນວ່າ: ‘ງູ’
ງູໄດ້ປາກົດໃຫ້ເອວາເຫັນ ແລະ ກ່າວວ່າ: "ແມ່ນບໍ! ທີ່ພຣະເຈົ້າສັ່ງຫ້າມພວກເຈົ້າວ່າ ບໍ່ໃຫ້ກິນໝາກໄມ້ໃດໆໃນສວນນີ້?" ເອວາປະຫຼາດໃຈຫຼາຍທີ່ເຫັນງູເວົ້າໄດ້ ແລະ ງູກໍໄດ້ເວົ້າຍົກຍ້ອງຄວາມງາມຂອງນາງໂດຍໃຊ້ສຽງທີ່ມ່ວນອອນຊອນຄືກັບດົນຕີ ສ່ວນເອວາກໍບໍ່ໄດ້ລະນຶກເຖິງຄຳເຕືອນຂອງທູດສະຫວັນທີ່ໃຫ້ລະວັງສັດຕູຂອງພຣະເຈົ້າ.
ເອວາຕອບງູວ່າ: “ໝາກໄມ້ທຸກກົກຢູ່ໃນສວນນີ້ພວກເຮົາກິນໄດ້ໝົດ. ເວັ້ນໄວ້ແຕ່ໝາກໄມ້ທີ່ຢູ່ໃນກາງສວນນີ້ ພຣະເຈົ້າບອກພວກເຮົາບໍ່ໃຫ້ກິນ ຫຼື ແມ່ນແຕ່ແຕະຕ້ອງມັນເປັນເດັດຂາດ. ຖ້າພວກເຮົາຂືນກິນເມື່ອໃດ ພວກເຮົາຈະຕາຍເມື່ອນັ້ນ.”
ແຕ່ງູໄດ້ກ່າວວ່າ: “ບໍ່ເປັນຄວາມຈິງດອກ! ເຈົ້າຈະບໍ່ຕາຍ. ພຣະເຈົ້າກ່າວເຊັ່ນນັ້ນ ເພາະພຣະອົງຮູ້ວ່າ ຖ້າເຈົ້າກິນໝາກໄມ້ນັ້ນເມື່ອໃດ ເຈົ້າກໍຈະເປັນເໝືອນພຣະເຈົ້າເມື່ອນັ້ນ ເຈົ້າກໍຈະຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ.”
ຊາຕານໄດ້ສິງໃນຮ່າງຂອງງູ ເພື່ອໃຊ້ງູໃນການສື່ສານກັບເອວາ ແລະ ລໍ້ລວງນາງບໍ່ໃຫ້ເຊື່ອຟັງພຣະເຈົ້າ. "ຜູ້ຍິງເຫັນວ່າ ຕົ້ນໄມ້ນັ້ນຊ່າງງາມແທ້ ແລະ ໝາກໄມ້ກໍເປັນຕາຢາກກິນອີຫຼີ! ທັງຄິດວ່າ ຖ້າຕົນສະຫຼາດຂຶ້ນອີກກໍຄົງດີຫຼາຍ. ດັ່ງນັ້ນ ນາງຈຶ່ງປິດເອົາໝາກໄມ້ມາກິນ." ໃນຂະນະທີ່ເອວາກິນໝາກໄມ້ແລ້ວ ກໍມີຄວາມຮູ້ສຶກຜິດປົກກະຕິຕາມຮ່າງກາຍຂອງນາງ ແລະ ນາງໄດ້ຈິດຕະນາການໄປວ່າຕົນເອງກຳລັງເຂົ້າສູ່ສະພາບທີ່ສູງຂຶ້ນກວ່າເກົ່າ. ໃນຂະນະທີ່ເອວາຢູ່ໃນສະພາບທີ່ແປກປະຫຼາດເຊັ່ນນີ້ ນາງກໍໄດ້ເອົາໝາກໄມ້ຫຼາຍໜ່ວຍມາໃຫ້ອາດາມ ແລະ ໄດ້ເລົ່າເຫດການທີ່ເກີດຂຶ້ນທັງໝົດໃຫ້ລາວຟັງ.
ໂອ! ອາດາມເສຍໃຈຫຼາຍທີ່ເອວາບໍ່ເຊື່ອຟັງພຣະເຈົ້າ ອາດາມຄິດເຖິງພຣະບັນຍັດຂອງພຣະເຈົ້າທີ່ຊົງສັກສິດເທົ່າທຽມກັນກັບພຣະອົງ ແລະ ເອວາຈະຕ້ອງຕາຍຍ້ອນການລ່ວງລະເມີດຂໍ້ຄຳສັ່ງຂອງພຣະເຈົ້າ. ຄວາມໂສກເສົ້າໄດ້ປາກົດຢູ່ທີ່ໃບໜ້າຂອງອາດາມ, ລາວເສຍໃຈຫຼາຍທີ່ໄດ້ລະເລີຍໃນການເບິ່ງແຍງເອວາ ຈົນມັນໄດ້ເກີດເຫດການເຊັ່ນນີ້ຂຶ້ນ. ແລ້ວຈະເຮັດຢ່າງໃດ? ຢູ່ໃນໃຈຂອງອາດາມເກີດມີການຕໍ່ສູ້ກັນລະຫວ່າງຄວາມຈົ່ງຮັກພັກດີຂອງຕົນເອງທີ່ມີຕໍ່ພຣະເຈົ້າ ແລະ ຄວາມຜູກພັນຂອງຕົນເອງທີ່ມີຕໍ່ເອວາ. ແຕ່ອາດາມຮູ້ສຶກວ່າຢູ່ໃນໃຈຂອງລາວຮັກເອວາຫຼາຍ ແລະ ທຳໃຈບໍ່ໄດ້ທີ່ຈະຕ້ອງສູນເສຍນາງໄປ. ສະນັ້ນ ອາດາມຈຶ່ງໄດ້ຕັດສິນໃຈວ່າຈະຮ່ວມຊາຕາກຳກັບເອວາ ໂດຍຄິດໄວ້ວ່າ: “ຖ້າເອວາຕາຍ ຕົນເອງກໍຈະຂໍຕາຍໄປນຳເຊັ່ນກັນ.” ແລ້ວອາດາມກໍໄດ້ໄຕ່ຕອງເຖິງຄຳເວົ້າຂອງງູນັ້ນວ່າອາດຈະເປັນຄວາມຈິງກໍໄດ້. ຈາກນັ້ນ ອາດາມກໍໄດ້ຈັບເອົາໝາກໄມ້ທີ່ພຣະເຈົ້າຊົງຫວງຫ້າມນັ້ນມາກິນທັນທີ.
ໃນຂະນະທີ່ອາດາມກິນໝາກໄມ້ແລ້ວ ລາວກໍຮູ້ສຶກເຖິງຄວາມຜິດປົກກະຕິຢູ່ຕາມຮ່າງກາຍຂອງຕົນເອງ. ແລ້ວບໍ່ດົນ ແສງລັດສະເໝີທີ່ເປັນເຄື່ອງນຸ່ງຫົ່ມຂອງອາດາມ ແລະ ເອວາກໍໄດ້ຫາຍໄປ, ຄວາມຮັກ ແລະ ສັນຕິສຸກກໍໄດ້ຫາຍໄປເຊັ່ນກັນ. ພວກເຂົາເລີ່ມມີຄວາມຮູ້ສຶກເຖິງຄວາມຜິດທີ່ບໍ່ເຊື່ອຟັງພຣະເຈົ້າ ແລະ ຮູ້ສຶກຢ້ານຕໍ່ອະນາຄົດ. ແລ້ວຄວາມໂດດດຽວຝ່າຍຈິດວິນຍານກໍໄດ້ເຂົ້າມາແທນທີ່ ແລະ ມີຄວາມຢ້ານຕໍ່ການລົງໂທດຂອງພຣະເຈົ້າ. ເມື່ອມີຄວາມເຂົ້າໃຈ ແລະ ທັງຮູ້ວ່າຕົນເອງເປືອຍກາຍຢູ່, ພວກເຂົາກໍໄດ້ພາກັນໄປເອົາໃບໄມ້ມາຫຍິບເຂົ້າກັນ ເພື່ອປົກປິດຮ່າງກາຍຂອງຕົນເອງໄວ້ ເພາະບໍ່ກ້າມາຢືນຢູ່ຕໍ່ໜ້າບັນດາທູດສະຫວັນ ແລະ ພຣະເຈົ້າ.”
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 3:1-7.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 48.4-57.2} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ແຜນການໄຖ່ບາບ
ເຫດການທີ່ມະນຸດໄດ້ລ່ວງລະເມີດກົດຂໍ້ຫ້າມຂອງພຣະເຈົ້ານັ້ນ ໄດ້ສ້າງຄວາມໂສກເສົ້າທົ່ວທັງສະຫວັນ. ບັນດາທູດສະຫວັນໄດ້ພາກັນຢຸດຮ້ອງເພງ ແລະ ໄວ້ອາໄລໃຫ້ແກ່ມະນຸດທີ່ໄດ້ປະສົບກັບຄວາມພິນາດຍ້ອນການບໍ່ເຊື່ອຟັງນັ້ນ. ແລ້ວບັນດາທູດສະຫວັນທັງຫຼາຍກໍລໍຖ້າເບິ່ງວ່າ ພຣະເຈົ້າຈະເຮັດຢ່າງໃດຕໍ່ສິ່ງທີ່ມະນຸດໄດ້ລ່ວງລະເມີດຂໍ້ຄຳສັ່ງຂອງພຣະອົງ.
ພຣະເຈົ້າຊົງເສຍໃຈຫຼາຍສຳລັບມະນຸດທີ່ຕົກລົງສູ່ຄວາມບາບ ແຕ່ດ້ວຍຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສິ້ນສຸດນັ້ນ ພຣະອົງຊົງມີແຜນການໄຖ່ບາບໃຫ້ມະນຸດໄວ້ກ່ອນແລ້ວຖ້າວ່າມະນຸດເລືອກບໍ່ເຊື່ອຟັງພຣະອົງ. ແຜນການຂອງພຣະເຈົ້າຄື "ລູກແກະຜູ້ຖືກຂ້າຕັ້ງແຕ່ທຳອິດສ້າງໂລກ". (ພຣະນິມິດ 13:8)
"ດ້ວຍວ່າ ຄ່າຈ້າງຂອງຄວາມຜິດບາບຄືຄວາມຕາຍ" ສະນັ້ນ ເພື່ອປະຕິບັດຕາມຂໍ້ກໍານົດຂອງພຣະບັນຍັດ ພຣະບຸດຂອງພຣະເຈົ້າຈະຕາຍແທນຄວາມບາບຂອງມະນຸດ ເພາະພຣະບັນຍັດຂອງພຣະເຈົ້າຊົງສັກສິດເທົ່າທຽມກັນກັບພຣະອົງ ແລະ ບໍ່ສາມາດປ່ຽນແປງໄດ້ ແລະ ມີພຽງພຣະຜູ້ສ້າງມະນຸດເທົ່ານັ້ນທີ່ມີອຳນາດໄຖ່ຄວາມບາບຂອງມະນຸດໄດ້ ແລະ ໂດຍຜ່ານທາງພຣະບຸດເທົ່ານັ້ນທີ່ພຣະເຈົ້າໄດ້ເຮັດໃຫ້ມະນຸດຄືນດີກັບພຣະອົງ (ໂຣມ 6:23). "ເພາະວ່າ ພຣະເຈົ້າຊົງຮັກໂລກຫຼາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫຼອດໄປເປັນນິດ". (ໂຢຮັນ 3:16)
ໃນຕອນແລງມື້ນັ້ນ ພຣະເຈົ້າໄດ້ສະເດັດມາຫາອາດາມ ແລະ ເອວາຢູ່ໃນສວນ ແລະ ແທນທີ່ພວກເຂົາຈະມາຕອ້ນຮັບພຣະອົງເໝືອນທຸກໆຄັ້ງຕອນທີ່ພວກເຂົາຍັງບໍຣິສຸດຢູ່ ແຕ່ພວກເຂົາຊ້ຳພັດຢ້ານພຣະເຈົ້າ ແລະ ໄດ້ພາກັນໄປຫຼົບລີ້ຊ່ອນຕົວຢູ່ທ່າມກາງຕົ້ນໄມ້ທັງຫຼາຍເພື່ອໃຫ້ພົ້ນຈາກພຣະອົງ. ແລ້ວພຣະເຈົ້າກໍໄດ້ເອີ້ນຫາພວກເຂົາ ແລະ ຖາມເຖິງສິ່ງທີ່ພວກເຂົາໄດ້ກະທຳຜິດນັ້ນ ແລະ ແທນທີ່ພວກເຂົາຈະສາລະພາບຄວາມຜິດຂອງພວກເຂົາ ແຕ່ພວກເຂົາຊ້ຳພັດໂຍນຄວາມຜິດຂອງຕົນເອງນັ້ນໃສ່ກັນແລະກັນ ແລະ ແຖມຍັງໂຍນຄວາມຜິດຂອງພວກເຂົານັ້ນມາໃສ່ພຣະເຈົ້າອີກດ້ວຍ.
ຂໍ້ແກ້ຕົວມີຈຸດເລີ່ມຕົ້ນມາຈາກຊາຕານ ເຊິ່ງມັນເປັນບິດາແຫ່ງການຂີ້ຕົວະ. ເມື່ອອາດາມ ແລະ ເອວາຍອມເຊື່ອຟັງຊາຕານ ດັ່ງນັ້ນ ທັງຄຳເວົ້າ ແລະ ການກະທຳຈຶ່ງເຮັດເໝືອນກັນກັບມັນ. "ເມື່ອພວກເຈົ້າຍອມເປັນທາດເຊື່ອຟັງຜູ້ໃດ ພວກເຈົ້າກໍເປັນທາດຂອງນາຍທີ່ພວກເຈົ້າເຊື່ອຟັງນັ້ນ" (ໂຣມ 6:16). ແລ້ວຕຳແໜ່ງຂອງອາດາມໃນການປົກຄອງໂລກນີ້ຈຶ່ງຖືກຊາຕານປົກຄອງແທນທີ່.
"ເຖິງແມ່ນວ່າ ພວກເຂົາໄດ້ເຮັດຜິດບາບຢ່າງໃຫຍ່ຫຼວງ ແຕ່ກໍຈະບໍ່ຖືກປະຖິ້ມໃຫ້ຊາຕານປົກຄອງຢູ່ຝ່າຍດຽວ ພຣະບຸດຂອງພຣະເຈົ້າຍິນດີທີ່ຈະໄຖ່ພວກເຂົາຄືນມາຈາກໂທດຂອງການລ່ວງລະເມີດນັ້ນດ້ວຍຊີວິດຂອງພຣະອົງເອງ; ຈະໃຫ້ມີຊ່ວງເວລາແຫ່ງພຣະກາລຸນາ ແລະ ໂດຍການກັບໃຈເຊື່ອໃນພຣະຜູ້ໄຖ່ ພວກເຂົາກໍຈະໄດ້ກັບມາເປັນລູກຂອງພຣະເຈົ້າອີກຄັ້ງ." PP 66.2.
ໃນມື້ນັ້ນ ພຣະເຈົ້າໄດ້ປະກາດການລົງໂທດຂອງອາດາມ, ເອວາ ແລະ ຊາຕານ. (ທ່ານສາມາດອ່ານເພີ່ມເຕີມໃນພຣະທຳປະຖົມມະການ 3:14-19). ໂດຍການລ່ວງລະເມີດຂໍ້ຄຳສັ່ງຂອງພຣະເຈົ້ານັ້ນ ອາດາມ ແລະ ເອວາໄດ້ສູນເສຍຊີວິດນິຣັນ ສະນັ້ນ ພວກເຂົາຈະຕ້ອງໄດ້ກັບຄືນໄປເປັນດິນ. "ເຈົ້າຖືກສ້າງມາແຕ່ດິນ ເຈົ້າຈະຄືນໄປເປັນດິນອີກ" (ປະຖົມມະການ 3:19). ອາດາມ ແລະ ເອວາຈະໄດ້ຮັບຄວາມທຸກຍາກລຳບາກ, ພົບກັບຄວາມຜິດຫວັງ, ຄວາມໂສກເສົ້າ ແລະ ຄວາມເຈັບປວດ ຈົນກວ່າຈະເຖິງແກ່ຄວາມຕາຍ. ນອກຈາກນີ້ ພວກເຂົາຍັງຈະໄດ້ປະເຊີນກັບອຳນາດການປົກຄອງຂອງຊາຕານອີກດ້ວຍ. ແຕ່ເຖິງຢ່າງໃດກໍຕາມ ພວກເຂົາກໍຈະໄດ້ຮັບຄວາມລອດໂດຍຜ່ານທາງພຣະບຸດຂອງພຣະເຈົ້າ ແຕ່ຕ້ອງມີເງື່ອນໄຂຄືການເຊື່ອຟັງ. ສ່ວນຊາຕານນັ້ນ ເຖິງແມ່ນວ່າຈະມີການຕໍ່ສູ້ກັນລະຫວ່າງມະນຸດແລະຊາຕານ ແຕ່ອຳນາດການປົກຄອງຂອງມັນກໍຈະໄດ້ຮັບຄວາມພ່າຍແພ້ໃນທີ່ສຸດ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 3:8-20.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 57.5-62.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ອາດາມ ແລະ ເອວາອອກຈາກສວນເອເດນ
ຫຼັງຈາກທີ່ພຣະເຈົ້າໄດ້ປະກາດການລົງໂທດຂອງອາດາມ ແລະ ເອວາແລ້ວ ພວກເຂົາກໍບໍ່ໄດ້ຮັບອະນຸຍາດໃຫ້ອາໄສຢູ່ໃນສວນເອເດນອີກຕໍ່ໄປ. "ຕໍ່ມາ ອົງພຣະຜູ້ເປັນເຈົ້າພຣະເຈົ້າໄດ້ໃຫ້ເສື້ອທີ່ເຮັດດ້ວຍໜັງສັດແກ່ອາດາມ ແລະ ເມຍຂອງລາວນຸ່ງ. ແລ້ວອົງພຣະຜູ້ເປັນເຈົ້າກໍກ່າວວ່າ: 'ບັດນີ້ ມະນຸດໄດ້ກາຍເປັນເໝືອນຜູ້ໜຶ່ງຢູ່ໃນເຮົາ ແລະ ທັງຮູ້ຈັກຄວາມດີ ແລະ ຮູ້ຈັກຄວາມຊົ່ວ. ເຮົາຈະບໍ່ອະນຸຍາດໃຫ້ພວກເຂົາຢື້ມືໄປປິດເອົາໝາກໄມ້ຈາກຕົ້ນທີ່ໃຫ້ຊີວິດມາກິນ ແລະ ມີຊີວິດນິຣັນດອນ.' ສະນັ້ນ ອົງພຣະຜູ້ເປັນເຈົ້າພຣະເຈົ້າຈຶ່ງຂັບໄລ່ພວກເຂົາໃຫ້ອອກໄປຈາກສວນເອເດນ ແລະ ໃຫ້ຂຸດດິນຟັນໄມ້ໃນບ່ອນທີ່ພວກເຂົາໄດ້ຖືກສ້າງຂຶ້ນມາ" (ປະຖົມມະການ 3:21,23). ອາດາມ ແລະ ເອວາເສຍໃຈຫຼາຍໃນສິ່ງທີ່ເກີດຂຶ້ນ ແລະ ກໍໂສກເສົ້າເກີນຈະບັນລະຍາຍທີ່ຕ້ອງໄດ້ລາຈາກບ້ານອັນສວຍງາມຂອງພວກເຂົາ.
"ຫຼັງຈາກອາດາມກັບເອວາເຮັດບາບແລ້ວ ກໍບໍ່ສາມາດອາໄສຢູ່ໃນສວນເອເດນອີກຕໍ່ໄປ. ເຂົາທັງສອງໄດ້ອ້ອນວອນຂໍຮ້ອງທີ່ຈະຢູ່ໃນບ້ານສະຖານແຫ່ງຄວາມບໍຣິສຸດສຸກສຳບາຍຕໍ່ໄປ ເຂົາຍອມຮັບວ່າໄດ້ສູນເສຍສິດທິທີ່ຈະຄອບຄອງບ່ອນຢູ່ອັນສຸກໃຈ ແຕ່ກໍໄດ້ປະຕິຍານວ່າ ຕໍ່ໄປຈະເຊື່ອຟັງພຣະເຈົ້າຢ່າງເຄັ່ງຄັດ. ແຕ່ເຂົາໄດ້ຮັບການຊີ້ແຈ້ງວ່າ ຄວາມບາບໄດ້ເຮັດໃຫ້ສະພາບທຳມະຊາດຂອງເຂົາເສື່ອມໂຊມລົງແລ້ວ ເຊິ່ງເຮັດໃຫ້ພະລັງໃນການຕໍ່ຕ້ານຄວາມຊົ່ວຫຼຸດໜ້ອຍລົງ ແລະ ໄດ້ເປີດທາງໃຫ້ຊາຕານເຂົ້າມາຫາພວກເຂົາໄດ້ງ່າຍຂຶ້ນ. ເຂົາໄດ້ຍອມຕໍ່ການທົດລອງເມື່ອຍັງບໍຣິສຸດຢູ່ນັ້ນ ແລະ ບັດນີ້ກຳລັງໃນການຮັກສາຄວາມສັດຊື່ຈຶ່ງໜ້ອຍລົງເມື່ອເຂົາຢູ່ໃນສະພາບທີ່ຮູ້ສຶກຜິດຢູ່ຕະຫຼອດເວລາ." PP 61.4.
ເນື່ອງຈາກວ່າ ຊາຕານຫວັງຢາກໃຫ້ອາດາມ ແລະ ເອວາກິນໝາກໄມ້ແຫ່ງຊີວິດ ແລະ ດຳລົງຊີວິດຢູ່ໃນຄວາມບາບຕະຫຼອດໄປ ແລະ ທົນທຸກທໍລະມານຕໍ່ໄປຈົນບໍ່ສິ້ນສຸດ. ດ້ວຍເຫດນັ້ນ ພຣະເຈົ້າຈຶ່ງໄດ້ຂັບໄລ່ອາດາມ ແລະ ເອວາໃຫ້ອອກໄປຈາກສວນເອເດນ ແລະ ໄດ້ສັ່ງທູດສະຫວັນມາເຝົ້າສວນເອເດນໄວ້ ເພື່ອປ້ອງກັນບໍ່ໃຫ້ມະນຸດຄົນໃດເຂົ້າໄປໃກ້ຕົ້ນໄມ້ແຫ່ງຊີວິດ.
ແຕ່ພຣະເຈົ້າຍັງຄົງປອບໃຈອາດາມ ແລະ ເອວາຫຼາຍໆຄັ້ງໂດຍຜ່ານທາງບັນດາທູດສະຫວັນຂອງພຣະອົງກ່ຽວກັບແຜນການໄຖ່ບາບ ແລະ ພຣະອົງຈະບໍ່ປະຖິ້ມພວກເຂົາໃຫ້ຊາຕານປົກຄອງຢູ່ຝ່າຍດຽວ. ສ່ວນເສື້ອທີ່ເຮັດດ້ວຍໜັງສັດທີ່ພຣະເຈົ້າໄດ້ເອົາມາໃຫ້ພວກເຂົານຸ່ງກ່ອນທີ່ຈະອອກມາຈາກສວນເອເດນນັ້ນ ແມ່ນລູກແກະຂອງພຣະເຈົ້າທີ່ໄດ້ຖືກຂ້າແລ້ວ. ເສື້ອໜັງສັດຍັງໄດ້ສະແດງໃຫ້ເຫັນອີກວ່າ ໂທດການຕາຍຂອງພວກເຂົາທີ່ບໍ່ເຊື່ອຟັງພຣະເຈົ້ານັ້ນ ມັນຖືກໂອນມາໃຫ້ລູກແກະຂອງພຣະເຈົ້າແລ້ວ. ດ້ວຍແຜນການໄຖ່ບາບອັນປະເສີດຂອງພຣະເຈົ້ານີ້ແຫລະ! ທີ່ຈະເຮັດໃຫ້ມະນຸດໄດ້ມີໂອກາດກັບເຂົ້າໄປໃນສວນເອເດນຂອງພຣະເຈົ້າອີກຄັ້ງ.
ໃນຄວາມໂສກເສົ້າເສຍໃຈທີ່ເກີນຈະພັນລະນາຂອງອາດາມ ແລະ ເອວານີ້ ພວກເຂົາຍັງໄດ້ອັດສະຈັນໃຈໃນຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສິ້ນສຸດ ແລະ ມີຄວາມຫວັງໃນແຜນການໄຖ່ບາບຂອງພຣະເຈົ້າອີກດ້ວຍ. ເມື່ອຄວາມບາບໄດ້ເຂົ້າມາໃນໂລກນີ້ແລ້ວ ໂລກກໍເລີ່ມມີການປ່ຽນແປງໄປເຊັ່ນ: ອາກາດທີ່ເຄີຍມີອຸນຫະພູມຢ່າງເໝາະສົມ ກໍມີຄວາມປ່ຽນແປງໄປຕາມລະດູການ, ດອກໄມ້ທີ່ອອກດອກບານທີ່ສຸດແລ້ວ ກໍເລີ່ມມີການຫ່ຽວແຫ້ງຕາຍ, ຕົ້ນໄມ້ທີ່ໃຫຍ່ສູງແລ້ວ ກໍເລີ່ມມີໃບໄມ້ລົ່ນ, ໝາກໄມ້ທີ່ສຸກຫຼາຍແລ້ວ ກໍເລີ່ມມີການເນົ່າເປື່ອຍ, ສັດທັງຫຼາຍກໍເລີ່ມເປັນສັດຕູກັນ ແລະ ສັດບາງໂຕກໍເກີດມີພິດທີ່ຮ້າຍແຮງ. ສ່ວນຮ່າງກາຍຂອງມະນຸດກໍເຊັ່ນດຽວກັນ ເລີ່ມເສື່ອມໂຊມລົງໄປຕາມກາລະເວລາ. ຍ້ອນຄວາມບາບນີ້ເອງທີ່ເປັນຕົ້ນເຫດຂອງຄວາມຕາຍ ເຊິ່ງສັບພະສິ່ງທີ່ມີຊີວິດທັງໝົດບໍ່ສາມາດຫຼີກໜີໄດ້.
ສວນເອເດນຈະກັບມາອີກ
ຊາຕານໄດ້ຍາດຊິງອຳນາດການປົກຄອງໂລກທີ່ຊົງມອບໃຫ້ແກ່ອາດາມໃນຕອນທຳອິດ ແຕ່ພຣະບຸດຈະຊົງຊຳລະໂທດຂອງຄວາມບາບໂດຍການເສຍສະລະພຣະອົງເອງ ບໍ່ພຽງແຕ່ເປັນການໄຖ່ມະນຸດເທົ່ານັ້ນ ແຕ່ຈະຊົງກອບກູ້ອຳນາດການປົກຄອງເຊິ່ງອາດາມໄດ້ເສຍໄປນັ້ນໃຫ້ກັບຄືນມາອີກດ້ວຍ. ທຸກສິ່ງທີ່ອາດາມຄົນທຳອິດໄດ້ສູນເສຍໄປນັ້ນ ອາດາມຄົນທີສອງຄືພຣະບຸດຈະເຮັດໃຫ້ຄືນສູ່ສະພາບເດີມ.
ພຣະເຈົ້າປະທານພຣະບຸດທີ່ຮັກຜູ້ຊົງສະພາບເທົ່າທຽມກັນກັບພຣະອົງເອງມາເພື່ອແບກຮັບເອົາຄວາມບາບຂອງມະນຸດ ຈຶ່ງເປີດຫົນທາງໃຫ້ມະນຸດສາມາດກັບຄືນດີກັບພຣະເຈົ້າໄດ້ ແລະ ຖືກນຳກັບມາຍັງສວນເອເດນອັນເປັນບ້ານຂອງມະນຸດອີກຄັ້ງໜຶ່ງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 3:21-24.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 61.4-62.1, 67.1, 69.2} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ສັນຍາລັກຂອງການຖວາຍລູກແກະ
ພຣະຄໍາພີກ່າວວ່າ ພຣະບຸດຂອງພຣະເຈົ້າຊົງເປັນ "ລູກແກະຜູ້ຖືກຂ້າຕັ້ງແຕ່ທຳອິດສ້າງໂລກ" (ພຣະນິມິດ 13:8). ພຣະເຈົ້າຊົງມີແຜນການໄຖ່ບາບມະນຸດ ເຊິ່ງຈະມີຊ່ວງເວລາແຫ່ງພຣະກາລຸນາຄື ພຣະອົງຈະປະທານພຣະບຸດຂອງພຣະອົງມາຕາຍ ເພື່ອໄຖ່ບາບໃຫ້ແກ່ມະນຸດ. ພຣະເຈົ້າໄດ້ຈັດຕັ້ງລະບົບການຖວາຍບູຊາໄຖ່ບາບ ເຊິ່ງເປັນສັນຍາລັກຂອງພຣະບຸດທີ່ຈະສະເດັດມາໃນໂລກນີ້ ເພື່ອມາຕາຍໄຖ່ບາບໃຫ້ແກ່ມະນຸດ.
"ພຣະເຈົ້າຊົງເປັນຜູ້ກຳນົດລະບົບການຖວາຍບູຊາ ເພື່ອເປັນເຄື່ອງເຕືອນສະຕິອັນຖາວອນໃຫ້ມະນຸດຖ່ອມຕົວຍອມຮັບບາບທີ່ຕົນເອງໄດ້ເຮັດ ແລະ ເປັນການປະກາດເຖິງຄວາມເຊື່ອໃນພຣະຜູ້ໄຖ່ທີ່ຊົງສັນຍາໄວ້ນັ້ນ ສິ່ງເຫຼົ່ານີ້ມີໄວ້ເພື່ອດົນໃຈມະນຸດຜູ້ຕົກສູ່ຄວາມບາບໃຫ້ສຳນຶກເຖິງຄວາມຈິງອັນໜັກແໜ້ນວ່າ ຄວາມບາບເປັນຕົ້ນເຫດຂອງຄວາມຕາຍ."
ໃນຂະນະທີ່ອາດາມ ແລະ ເອວາອາໄສຢູ່ນອກສວນເອເດນນັ້ນ ພຣະເຈົ້າກໍໄດ້ບອກໃຫ້ພວກເຂົາຕັ້ງສະຖານທີ່ເຮັດພິທີຖວາຍເຄື່ອງບູຊາຂຶ້ນມາເປັນພິເສດເພື່ອນະມັດສະການພຣະອົງ. ພຣະເຈົ້າໄດ້ບອກໃຫ້ພວກເຂົາຈື່ໄວ້ວ່າ ຈະມີມື້ໜຶ່ງທີ່ພຣະບຸດຂອງພຣະອົງຈະມາທີ່ນີ້ ເພື່ອຕາຍໄຖ່ບາບຂອງພວກເຂົາ ແລະ ເພື່ອວ່າຄວາມບາບຂອງພວກເຂົາຈະໄດ້ຮັບການອະໄພ. ພວກເຂົາຈະຕ້ອງເອົາລູກແກະທີ່ສົມບູນ, ມີສຸຂະພາບດີ, ບໍ່ມີຈຸດດ່າງພອຍ ແລະ ບໍ່ມີຕຳໜິ ເຊິ່ງເປັນສັນຍາລັກຂອງພຣະບຸດຜູ້ບໍຣິສຸດທີ່ບໍ່ມີຄວາມບາບ. ພວກເຂົາຈະຕ້ອງວາງມືຢູ່ເທິງໂຕແກະ, ຖ່ອມຕົວລົງ ແລະ ສາລະພາບຄວາມບາບຂອງຕົນເອງທີ່ໄດ້ເຮັດຜິດໄປນັ້ນ ແລະ ຂໍການອະໄພຄວາມບາບຈາກພຣະເຈົ້າ. ຖ້າພຣະເຈົ້າຊົງຍອມຮັບການນະມັດສະການຂອງພວກເຂົາ ແລະ ອະໄພຄວາມບາບຂອງພວກເຂົາ ພຣະອົງກໍຈະສົ່ງໄຟລົງມາຈາກສະຫວັນ ເພື່ອເຜົາໂຕແກະຢູ່ເທິງແທ່ນບູຊາຂອງພວກເຂົານັ້ນ.
ເປັນຄັ້ງທຳອິດທີ່ອາດາມ ແລະ ເອວາຂ້າສັດຖວາຍໃຫ້ພຣະເຈົ້າ ເພື່ອໄຖ່ບາບຂອງພວກເຂົາ. ພວກເຂົາເສຍໃຈຫຼາຍ, ທັງໂສກເສົ້າ, ທໍລະມານໃຈ, ຮ້ອງໄຫ້ ແລະ ຕົວສັ່ນໃນຂະນະທີ່ຂ້າສັດ ເຊິ່ງຊີວິດຂອງສັດເຫຼົ່ານັ້ນລ້ວນແຕ່ມາຈາກພຣະເຈົ້າ. ພາບການຕາຍນັ້ນໄດ້ເຮັດໃຫ້ພວກເຂົາຮູ້ວ່າ ຖ້າຫາກພວກເຂົາບໍ່ລ່ວງລະເມີດຂໍ້ຄຳສັ່ງຂອງພຣະເຈົ້າຕັ້ງແຕ່ທຳອິດນັ້ນ ທັງຄົນ, ສັດ ແລະ ສິ່ງທີ່ມີຊີວິດທັງປວງທີ່ພຣະເຈົ້າຊົງສ້າງຂຶ້ນມານັ້ນ ກໍຄົງຈະບໍ່ປະເຊີນກັບຄວາມຕາຍ. ນອກຈາກນີ້ ຍັງເຮັດໃຫ້ພວກເຂົາໄດ້ຄຳນຶງເຖິງວ່າ ພຣະບັນຍັດຂອງພຣະເຈົ້າຊົງສັກສິດແທ້ຈິງ ແລະ ເຮັດໃຫ້ເຫັນເຖິງຄວາມຜິດ ແລະ ຜົນອັນຊົ່ວຮ້າຍຂອງຄວາມບາບ.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 68.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ກາອິນ ແລະ ອາເບັນ
ອາດາມ ແລະ ເອວາໄດ້ອາໄສຢູ່ບໍ່ຫ່າງໄກຈາກສວນເອເດນ. ຈາກນັ້ນ ເອວາກໍໄດ້ເກີດລູກຊາຍຄົນໜຶ່ງ. ພວກເຂົາຮັກລູກຊາຍຂອງພວກເຂົາຫຼາຍ ແລະ ໃສ່ຊື່ໃຫ້ລູກຊາຍວ່າ “ກາອິນ.” ຕໍ່ມາ ເອວາກໍໄດ້ລູກຊາຍຄົນທີສອງອີກ ແລະ ໃສ່ຊື່ໃຫ້ລູກຊາຍວ່າ “ອາເບັນ.” ພວກເຂົາເບິ່ງແຍງລູກຂອງພວກເຂົາດ້ວຍໃຈຮ້ອນຮົນ ເພື່ອຢາກໃຫ້ເປັນໄປຕາມພຣະສັນຍາຂອງພຣະເຈົ້າທີ່ວ່າ ຈະມີມື້ໜຶ່ງທີ່ພຣະບຸດຂອງພຣະອົງຈະມາທີ່ນີ້ ເພື່ອຕາຍໄຖ່ຄວາມບາບຂອງພວກເຂົາ ແລະ ເພື່ອວ່າຄວາມບາບຂອງພວກເຂົາຈະໄດ້ຮັບການອະໄພ. ຫຼັງຈາກນັ້ນ ພວກເຂົາກໍມີລູກອີກຫຼາຍຄົນ ແລະ ພວກເຂົາກໍໄດ້ພະຍາຍາມທີ່ຈະສອນລູກຂອງພວກເຂົາທັງໝົດໃຫ້ເຊື່ອຟັງ ແລະ ຮັກພຣະເຈົ້າ.
ໃນຂະນະທີ່ລູກຊາຍຂອງພວກເຂົາເຕີບໃຫຍ່ຂຶ້ນມາ ກາອິນ ແລະ ອາເບັນກໍມີນິໄສທີ່ແຕກຕ່າງກັນຫຼາຍຄື: ກາອິນມັກເຮັດໄຮ່ເຮັດນາ ແລະ ອາເບັນມັກລ້ຽງສັດ. ແຕ່ພວກເຂົາທັງສອງຄົນກໍລຶ້ງເຄີຍກັບລະບົບການຖວາຍບູຊາທີ່ພຣະເຈົ້າຊົງກຳນົດໄວ້ໃຫ້ນັ້ນ ເຊິ່ງເປັນເຄື່ອງໝາຍທີ່ເລັ່ງເຖິງພຣະບຸດຂອງພຣະເຈົ້າທີ່ຈະມາຕາຍເພື່ອໄຖ່ຄວາມບາບຂອງມະນຸດ. ນອກຈາກນີ້ ພວກເຂົາຍັງຮູ້ອີກວ່າ ການປະຕິບັດຕາມແຜນການຖວາຍເຄື່ອງບູຊາຍັງເປັນການສະແດງອອກເຖິງຄວາມເຊື່ອ ແລະ ຍອມຮັບການເພິ່ງພາໃນພຣະເຈົ້າພຽງຢ່າງດຽວ ເພື່ອທີ່ຈະຂໍການອະໄພໃນຄວາມບາບຈາກພຣະອົງ.
ເມື່ອກາອິນ ແລະ ອາເບັນໃຫຍ່ເປັນຊາຍໜຸ່ມແລ້ວ ອາດາມ ແລະ ເອວາກໍໄດ້ເຫັນຄວາມແຕກຕ່າງຂອງລູກຊາຍໃນການເປັນຊາຍໜຸ່ມຄື: ກາອິນມັກເພິ່ງພາໃນຕົນເອງ, ບໍ່ມັກຟັງຄວາມ, ເປັນຄົນມັກເຫັນແກ່ໂຕ ແລະ ມັກໃຈຮ້ອນ. ສ່ວນອາເບັນນັ້ນ ລາວມີຈິດໃຈທີ່ຈົ່ງຮັກພັກດີຕໍ່ພຣະເຈົ້າ ແລະ ມັກປະຕິບັດໃນສິ່ງທີ່ພຣະເຈົ້າພໍໃຈ.
ມື້ໜຶ່ງ ກາອິນ ແລະ ອາເບັນກໍໄດ້ອອກໄປເຮັດພິທີຖວາຍເຄື່ອງບູຊາໃຫ້ພຣະເຈົ້າ. ເມື່ອໄປຮອດສະຖານທີແລ້ວ ພວກເຂົາທັງສອງຄົນກໍໄດ້ພາກັນສ້າງແທ່ນບູຊາຂຶ້ນມາ. ອາເບັນກໍໄດ້ເອົາລູກແກະທີ່ສົມບູນ, ມີສຸຂະພາບດີ, ບໍ່ມີຈຸດດ່າງພອຍ ແລະ ບໍ່ມີຕຳໜິມາຖວາຍໃຫ້ພຣະເຈົ້າ ແຕ່ອາເບັນບໍ່ເຫັນກາອິນເອົາລູກແກະມາເລີຍ.
ອາເບັນຈຶ່ງຖາມກາອິນວ່າ: “ອ້າຍກາອິນ! ເປັນຫຍັງ ອ້າຍຈຶ່ງບໍ່ເອົາລູກແກະມານຳ?”
ກາອິນຕອບວ່າ: “ມື້ນີ້ ອ້າຍຈະຖວາຍໝາກໄມ້ແທນລູກແກະ.”
ອາເບັນເວົ້າຂຶ້ນວ່າ: “ອ້າຍກາອິນເອີຍ! ແຕ່ພຣະເຈົ້າບອກພວກເຮົາຖວາຍລູກແກະໃຫ້ພຣະອົງໄດ໋! ເພື່ອສະແດງໃຫ້ເຫັນວ່າ ພວກເຮົາເຊື່ອວ່າລູກແກະແມ່ນເປັນຕົວແທນຂອງພຣະບຸດທີ່ຈະມາເປັນເຄື່ອງບູຊາໄຖ່ບາບຂອງພວກເຮົາ.”
ກາອິນເວົ້າຂຶ້ນວ່າ: “ນ້ອງອາເບັນ! ມັນບໍ່ຈຳເປັນທີ່ເຮົາຈະຕ້ອງຖວາຍລູກແກະໃຫ້ພຣະເຈົ້າຢູ່ຕະຫຼອດໄປດອກ!”
ແຕ່ອາເບັນໄດ້ເວົ້າຂຶ້ນອີກວ່າ: “ການນຳເອົາໝາກໄມ້ມາຖວາຍໃຫ້ພຣະເຈົ້າເພື່ອຂອບຄຸນພຣະເຈົ້ານັ້ນ ພວກເຮົາກໍສາມາດນຳມາຖວາຍໃຫ້ພຣະເຈົ້າໄດ້. ແຕ່ພວກເຮົາຈະຕ້ອງເອົາລູກແກະທີ່ສົມບູນມາເປັນເຄື່ອງບູຊາຖວາຍໃຫ້ພຣະເຈົ້ານຳເຊັ່ນກັນ ເພາະວ່າເລືອດຂອງລູກແກະທີ່ຫຼັ່ງໄຫຼອອກມານັ້ນ ແມ່ນສຳລັບຄວາມບາບຂອງພວກເຮົາຈະໄດ້ຮັບການອະໄພ. ສ່ວນເລືອດຂອງພຣະບຸດທີ່ຫຼັ່ງໄຫຼອອກມານັ້ນ ແມ່ນສຳລັບຄວາມບາບຂອງຄົນທັງຫຼາຍຈະໄດ້ຮັບການອະໄພ. ຖ້າບໍ່ມີການຫຼັ່ງໄຫຼຂອງເລືອດແລ້ວ ກໍຈະບໍ່ມີການລົບລ້າງຄວາມບາບ. ສະນັ້ນ ພວກເຮົາຈະຕ້ອງນຳເອົາລູກແກະມາເປັນເຄື່ອງບູຊາຖວາຍໃຫ້ພຣະເຈົ້າຢູ່ຕະຫຼອດ ເພື່ອເປັນການສະແດງເຖິງຄວາມເຊື່ອໃນເລືອດຂອງພຣະບຸດຜູ້ທີ່ເປັນເຄື່ອງບູຊາໄຖ່ບາບຂອງມະນຸດທີ່ພຣະເຈົ້າໄດ້ສັນຍາໄວ້ ເພື່ອໃຫ້ພວກເຮົາໄດ້ກັບຄືນໄປຫາພຣະເຈົ້າອີກຄັ້ງໜຶ່ງ.”
ກາອິນໄດ້ເວົ້າຂຶ້ນວ່າ: “ນ້ອງອາເບັນ! ເຈົ້າຄວນຈະເຊື່ອຟັງຂ້ອຍ ເພາະວ່າເຈົ້າເປັນນ້ອງຂອງຂ້ອຍ. ການນຳເອົາເຄື່ອງມາຖວາຍໃຫ້ພຣະເຈົ້າ ມັນບໍ່ສຳຄັນຫຍັງດອກ! ຖ້າວ່າເຮົາຈະມີລູກແກະ ຫຼື ບໍ່ມີກໍຕາມ.”
ແລ້ວກາອິນ ແລະ ອາເບັນກໍໄດ້ພາກັນຄອຍຖ້າພຣະເຈົ້າສະແດງການອັດສະຈັນ ເພື່ອຍອມຮັບເຄື່ອງຖວາຍຂອງພວກເຂົາ. ໃນທັນໃດນັ້ນ ກໍໄດ້ມີແສງໄຟຈາກທ້ອງຟ້າລົງມາເຜົາເຄື່ອງຖວາຍບູຊາຂອງອາເບັນຈົນໝົດສິ້ນ. ແຕ່ສຳລັບກາອິນຊ້ຳພັດບໍ່ມີສັນຍານໃດໆທີ່ຈະສະແດງວ່າພຣະເຈົ້າຊົງຍອມຮັບເຄື່ອງຖວາຍບູຊາຂອງລາວ. ເມື່ອກາອິນເຫັນວ່າ ພຣະເຈົ້າບໍ່ສົ່ງໄຟຈາກທ້ອງຟ້າລົງມາເຜົາເຄື່ອງຖວາຍບູຊາຂອງລາວ ລາວກໍຮູ້ສຶກບໍ່ພໍໃຈໃນພຣະເຈົ້າທີ່ພຣະອົງບໍ່ຍອມຮັບສິ່ງທີ່ລາວນຳມາຖວາຍ ແລະ ຢູ່ໃນໃຈຂອງກາອິນກໍມີຄວາມກຽດຊັງອາເບັນທີ່ເລືອກເຊື່ອຟັງພຣະເຈົ້າ ແລະ ບໍ່ໄດ້ເຮັດເໝືອນກັບລາວ.
ພຣະເຈົ້າຊົງຮູ້ຄວາມຄິດ ແລະ ການກະທຳຂອງກາອິນ. ພຣະອົງບໍ່ຢາກໃຫ້ລາວມີຄວາມຄິດ ແລະ ການກະທຳທີ່ຜິດ. ເຖິງແມ່ນວ່າ ກາອິນຈະບໍ່ເຊື່ອຟັງ ແລະ ບໍ່ປະຕິບັດຕາມຄຳສັ່ງຂອງພຣະເຈົ້າກໍຕາມ ແຕ່ດ້ວຍຄວາມຮັກ ແລະ ຄວາມເມດຕາອັນບໍ່ມີທີ່ສິ້ນສຸດຂອງພຣະເຈົ້າ ພຣະອົງກໍຍັງຕ້ອງການທີ່ຈະຊ່ວຍກາອິນໃຫ້ສຳນຶກຜິດ ແລະ ເລືອກເດີນໃນທາງທີ່ຖືກຕ້ອງ.
ແລ້ວພຣະເຈົ້າກໍກ່າວຕໍ່ກາອິນວ່າ: “ກາອິນເອີຍ! ເປັນຫຍັງ ເຈົ້າຈຶ່ງຄຽດແຄ້ນ ແລະ ໜ້າຕາບູດບຶ້ງ? ຖ້າເຈົ້າເຮັດໃນສິ່ງທີ່ຖືກຕ້ອງ ເຈົ້າກໍຄວນຍິ້ມແຍ້ມແຈ່ມໃສບໍ່ແມ່ນບໍ? ແຕ່ດ້ວຍວ່າເຈົ້າເຮັດໃນສິ່ງທີ່ບໍ່ຖືກຕ້ອງ ຄວາມຜິດບາບກໍຈະຄອຍຖ້າຢູ່ທີ່ປະຕູໃຈຂອງເຈົ້າ. ມັນຢາກປົກຄອງເຈົ້າ ແຕ່ເຈົ້າຕ້ອງເອົາຊະນະມັນໃຫ້ໄດ້.” ແຕ່ກາອິນກໍຍັງບໍ່ສຳນຶກຜິດ ແລະ ບໍ່ຍອມກັບໃຈໃໝ່.
ແຜນການຂອງຊາຕານ
ຊາຕານດີໃຈຫຼາຍທີ່ແຜນການຂອງມັນໄດ້ປະສົບຜົນສຳເລັດໂດຍການລໍ້ລວງໃຫ້ອາດາມ ແລະ ເອວາບໍ່ເຊື່ອຟັງພຣະເຈົ້າ. ໃນເວລານີ້ ຊາຕານ ແລະ ພັກພວກຂອງມັນກໍກຳລັງຈະຫາໂອກາດທີ່ຈະເຮັດໃຫ້ເຊື້ອສາຍຂອງອາດາມ ແລະ ເອວາບໍ່ເຊື່ອຟັງພຣະເຈົ້າເຊັ່ນກັນ. ພວກມັນກໍເລີຍເລີ່ມຕົ້ນທີ່ກາອິນ ແລະ ອາເບັນ ເພື່ອທີ່ຈະເຮັດໃຫ້ແຜນການຂອງພຣະເຈົ້ານັ້ນເພພັງລົງ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 4:1-7, ເຮັບເລີ 11:4.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 71.1-72.3} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຄວາມຕາຍຄັ້ງທຳອິດຂອງມະນຸດ
ມີມື້ໜຶ່ງ ກາອິນໄດ້ຊັກຊວນອາເບັນໄປຍ່າງຫຼິ້ນທີ່ທົ່ງນາ ກາອິນໄດ້ລົມກັບອາເບັນດ້ວຍຄວາມບໍ່ພໍໃຈກ່ຽວກັບເລື່ອງພຣະເຈົ້າ.
ກາອິນເວົ້າວ່າ: “ພຣະເຈົ້າບໍ່ຍຸຕິທຳ ພຣະເຈົ້າຮັກເຈົ້າຫຼາຍກວ່າຂ້ອຍ.”
ໃນໃຈຂອງກາອິນມີຄວາມອິດສາກຽດຊັງອາເບັນຈຶ່ງໄດ້ເວົ້າຕໍ່ອີກວ່າ: “ເຈົ້າຄິດວ່າ ສິ່ງທີ່ເຈົ້າເຮັດມາຕະຫຼອດນັ້ນແມ່ນຖືກຕ້ອງ ແຕ່ມັນບໍ່ຍຸຕິທຳທີ່ພຣະເຈົ້າຈະປະຕິເສດເຄື່ອງຖວາຍຂອງຂ້ອຍ ແລະ ຍອມຮັບເຄື່ອງຖວາຍຂອງເຈົ້າ.” ກາອິນພະຍາຍາມຊັກຊວນໃຫ້ອາເບັນຖຽງກັນກັບຕົນໃນເລື່ອງພຣະເຈົ້າ.
ອາເບັນເວົ້າຂຶ້ນວ່າ: “ອ້າຍກາອິນເອີຍ! ພຣະເຈົ້າຊົງຮັກພວກເຮົາຫຼາຍ. ບໍ່ດັ່ງນັ້ນ ພຣະເຈົ້າຈະບໍ່ຊົງປະທານພຣະບຸດຂອງພຣະອົງຜູ້ບໍຣິສຸດໃຫ້ທົນທຸກທໍລະມານມາຕາຍເພື່ອຮັບໂທດຄວາມບາບຂອງພວກເຮົາດອກ!”
ເມື່ອກາອິນໄດ້ຍິນແນວນັ້ນກໍໃຈຮ້າຍເປັນຟືນເປັນໄຟ ແລະ ລາວກໍຮູ້ວ່າອາເບັນເປັນຝ່າຍຖືກ. ແຕ່ກາອິນຮູ້ສຶກເຫຼືອໃຈໃຫ້ອາເບັນນ້ອງຊາຍຂອງລາວ ເຊິ່ງທີ່ຜ່ານມາເຄີຍເຊື່ອຟັງລາວມາຕະຫຼອດ ແຕ່ດຽວນີ້ກ້າຂັດຂືນ, ບໍ່ເຫັນດີນຳ ແລະ ບໍ່ເຂົ້າຂ້າງລາວ. ດ້ວຍອາລົມທີ່ໃຈຮ້ອນຂອງກາອິນນັ້ນເອງ ລາວຈຶ່ງໄດ້ກະໂດດໃສ່ອາເບັນ ແລະ ຂ້ານ້ອງຊາຍຂອງລາວ.
ເລື່ອງອາເບັນຖືກຂ້ານັ້ນ ເປັນຕົວຢ່າງຄັ້ງທຳອິດຂອງຄວາມຄຽດແຄ້ນກຽດຊັງນັບຕັ້ງແຕ່ທີ່ພຣະເຈົ້າໄດ້ກ່າວວ່າ: "ເຊື້ອສາຍຂອງມຶງ ແລະ ຍິງນັ້ນຈະເປັນສັດຕູຄູ່ອາຄາດກັນ..." ເຊິ່ງບອກໃຫ້ຮູ້ວ່າ ຈະມີການຕໍ່ສູ້ກັນລະຫວ່າງຊາຕານກັບພວກຜີປີສາດພ້ອມດ້ວຍຜູ້ຄົນທີ່ຕິດຕາມມັນ ແລະ ພຣະເຈົ້າພ້ອມດ້ວຍຜູ້ຄົນທີ່ຕິດຕາມພຣະອົງ. (ປະຖົມມະການ 3:15)
ສາເຫດການຕາຍ
ຄວາມບາບຂອງມະນຸດເປັນສາເຫດໃຫ້ຊາຕານມາຄວບຄຸມມະນຸດ ແຕ່ພຣະບຸດຈະຊົງຊ່ວຍໃຫ້ມະນຸດສາມາດປົດແອກຂອງຊາຕານອອກໄດ້. ເມື່ອໃດທີ່ມີຄົນປະຖິ້ມທາງແຫ່ງຄວາມບາບ ໂດຍເຊື່ອໃນພຣະບຸດຜູ້ຊົງເປັນລູກແກະຂອງພຣະເຈົ້ານັ້ນ ຊາຕານກໍຈະເກີດຄວາມຄຽດແຄ້ນກຽດຊັງຂຶ້ນ... ຢູ່ບ່ອນໃດກໍຕາມທີ່ມີຄົນຢຶດໝັ້ນເພື່ອພິສູດເຖິງຄວາມຊອບທຳແຫ່ງ ພຣະບັນຍັດຂອງພຣະເຈົ້າແລ້ວ... ຊາຕານກັບພັກພວກຂອງມັນຈະຕໍ່ຕ້ານ ແລະ ຈະຊັກຊວນໃຫ້ຜູ້ຄົນທີ່ຕິດຕາມມັນສ້າງຄວາມໂຫດຮ້າຍຕໍ່ຜູ້ຄົນທີ່ຕິດຕາມພຣະບຸດ.
ຫຼັງຈາກອາເບັນຕາຍແລ້ວ ກາອິນກໍໄດ້ແລ່ນໜີໄປພ້ອມທັງຮູ້ສຶກຕົກໃຈຫຼາຍກັບເຫດການຕາຍຂອງນ້ອງຊາຍ ແລະ ນີ້ເປັນຄັ້ງທຳອິດທີ່ລາວໄດ້ເຫັນຄົນຕາຍ ເພາະທີ່ຜ່ານມາລາວເຄີຍເຫັນແຕ່ສັດຕາຍແຕ່ບໍ່ເຄີຍເຫັນຄົນຕາຍ. ເມື່ອພຣະເຈົ້າຊົງເຫັນທຸກໆສິ່ງທີ່ເກີດຂຶ້ນ ແລະ ບໍ່ມີສິ່ງໃດທີ່ປິດບັງພຣະອົງໄວ້ໄດ້. ແລ້ວບໍ່ດົນ ກາອິນກໍໄດ້ຍິນສຽງຂອງພຣະເຈົ້າເອີ້ນລາວ.
ພຣະເຈົ້າໄດ້ກ່າວຕໍ່ກາອິນວ່າ: “ກາອິນເອີຍ! ອາເບັນນ້ອງຊາຍຂອງເຈົ້າຢູ່ໃສ?”
ກາອິນລືມວ່າພຣະເຈົ້ານັ້ນຊົງຍິ່ງໃຫຍ່ ແລະ ພຣະອົງຊົງເຫັນທຸກໆສິ່ງ. ສະນັ້ນ ລາວຈຶ່ງປິດບັງຄວາມຜິດທີ່ຢູ່ໃນໃຈຂອງລາວ ແລະ ລາວຕອບພຣະເຈົ້າວ່າ: “ຂ້າຂ້ອຍບໍ່ຮູ້! ຂ້າຂ້ອຍເປັນຄົນເບິ່ງແຍງນ້ອງຊາຍຊັ້ນບໍ?”
ແລ້ວພຣະເຈົ້າຖາມກາອິນວ່າ: “ເປັນຫຍັງ ເຈົ້າຈຶ່ງເຮັດເລື່ອງອັນໂຫດຮ້າຍເຊັ່ນນີ້?” ພຣະເຈົ້າຊົງໃຫ້ໂອກາດກາອິນ ເພື່ອໃຫ້ລາວຄິດເຖິງເຫດການໆກະທຳຜິດຂອງລາວ ແລະ ສາລະພາບຄວາມບາບຂອງລາວນັ້ນ. ແຕ່ກາອິນຊ້ຳພັດບໍ່ຕອບຄຳຖາມຂອງພຣະເຈົ້າ ແລ້ວພຣະເຈົ້າກໍໄດ້ກ່າວຕໍ່ກາອິນອີກວ່າ: “ເຈົ້າຈະຖືກສາບແຊ່ງ ແລະ ຖືກຂັບໄລ່ໃຫ້ອອກຈາກທົ່ງນາແຫ່ງນີ້... ຖ້າເຈົ້າເຮັດໄຮ່ໄຖນາ ທີ່ດິນກໍບໍ່ເກີດຜົນຫຍັງ ເຈົ້າຈະບໍ່ມີທີ່ຢູ່ ແລະ ຈະພະເນຈອນໄປເທິງແຜ່ນດິນໂລກ.”
ກາອິນຮູ້ສຶກຢ້ານຈຶ່ງໄດ້ຂໍຮ້ອງຕໍ່ພຣະເຈົ້າວ່າ: “ໂທດນີ້ໜັກເກີນກວ່າທີ່ຂ້ານ້ອຍຈະຮັບໄດ້ ພຣະເຈົ້າໄລ່ຂ້ານ້ອຍໃຫ້ໜີຈາກບ່ອນທີ່ທຳມາຫາກິນ ແລະ ຫ່າງໄກຈາກພຣະອົງ. ຂ້ານ້ອຍຈະເປັນຄົນຂາດທີ່ເພິ່ງ ແລະ ພະເນຈອນໄປເທິງແຜ່ນດິນໂລກ ແລະ ຖ້າຜູ້ໃດພົບເຫັນກໍຈະສັງຫານຂ້ານ້ອຍ.”
ດ້ວຍຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສິ້ນສຸດ, ພຣະອົງຈຶ່ງໃຫ້ໂອກາດກາອິນສຳນຶກຜິດ ແລະ ກັບໃຈໃໝ່ເຂົ້າມາຫາພຣະອົງ. ສະນັ້ນ ພຣະເຈົ້າຈຶ່ງກ່າວຕໍ່ກາອິນວ່າ: “ເຮົາຈະເຮັດເຄື່ອງໝາຍເອົາໄວ້ໃນຕົວຂອງເຈົ້າ ເພື່ອວ່າຫາກຜູ້ໃດພົບເຫັນເຈົ້າກໍຈະບໍ່ຂ້າເຈົ້າ." ເຖິງແມ່ນວ່າ ພຣະເຈົ້າຈະຊົງໃຫ້ອະໄພກາອິນ ແຕ່ກາອິນກໍບໍ່ໄດ້ສຳນຶກຜິດໃນຄວາມບາບຂອງລາວ ແລະ ລາວຍັງໄດ້ໜີອອກໄປຈາກພໍ່ແມ່ຂອງລາວອີກດ້ວຍ.
ຊາຕານຄິດວ່າແຜນການຂອງມັນໄດ້ສຳເລັດ
ຊາຕານດີໃຈຫຼາຍທີ່ມັນສາມາດເຮັດໃຫ້ກາອິນມີຄວາມຮູ້ສຶກບໍ່ພໍໃຈຕໍ່ພຣະເຈົ້າໄດ້. ນອກຈາກນີ້ ຊາຕານຍັງໄດ້ຍົວະໃຫ້ກາອິນຂ້າອາເບັນດ້ວຍຄວາມທີ່ມີໃຈຄຽດແຄ້ນ ແລະ ກຽດຊັງອີກດ້ວຍ. ເມື່ອຊາຕານເຫັນອາເບັນຕາຍ ແລະ ກາອິນກໍໄດ້ອອກໄປພະເນຈອນທົ່ວໂລກແລ້ວ ຊາຕານກໍດີໃຈຫຼາຍ ແລະ ຄິດວ່າແຜນການຂອງພຣະເຈົ້ານັ້ນໄດ້ເພພັງລົງແລ້ວ.
ອ້າງອີງຈາກພຣະທັມ ປະຖົມມະການ 4:8-15.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 73.3-79.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເຊື້ອສາຍຂອງເຊດ ແລະ ກາອິນ
ອາດາມ ແລະ ເອວາເສຍໃຈຫຼາຍທີ່ຮູ້ວ່າ ກາອິນຂ້າອາເບັນ, ຈິດໃຈຂອງພວກເຂົາເຕັມໄປດ້ວຍຄວາມໂສກເສົ້າໃນຜົນຂອງຄວາມບາບຂອງພວກເຂົາ ເໝືອນກັບວ່າມີມີດມາແທງຢູ່ໃນໃຈຂອງພວກເຂົາ. ເພາະກ່ອນໜ້ານີ້ ພວກເຂົາມີຄວາມຄາດຫວັງວ່າລູກຊາຍຂອງພວກເຂົາຈະແມ່ນພຣະບຸດຜູ້ທີ່ພຣະເຈົ້າໄດ້ສັນຍາວ່າຈະປະທານມາໃຫ້ພວກເຂົາ ເພື່ອເປັນເຄື່ອງບູຊາໄຖ່ຄວາມບາບໃຫ້ແກ່ມະນຸດ. ແຕ່ວ່າລູກຊາຍຜູ້ທີໜຶ່ງ ກາອິນ ກໍບໍ່ແມ່ນ ແລະ ລູກຊາຍຄົນທີສອງ ອາເບັນ ກໍບໍ່ແມ່ນເຊັ່ນກັນ; ເພາະໃນເຫດການຕາຍຄັ້ງທຳອິດຂອງມະນຸດນັ້ນ ໄດ້ເຮັດໃຫ້ພວກເຂົາສູນເສຍລູກຊາຍທັງສອງຄົນໄປພ້ອມໆກັນຄື: ອາເບັນເສຍຊີວິດ ແລະ ກາອິນກໍໄດ້ໜີໄປຈາກພວກເຂົາ. ຫຼັງຈາກນັ້ນມາ ຊີວິດຂອງພວກເຂົາກໍມີແຕ່ຄວາມໂສກເສົ້າທຸກໃຈ.
ແຕ່ດ້ວຍຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສິ້ນສຸດ. ເມື່ອອາດາມອາຍຸ 130 ປີ ພຣະເຈົ້າກໍປະທານລູກຊາຍຄົນໜຶ່ງໃຫ້ເພິ່ນ ເພື່ອທົດແທນອາເບັນຜູ້ທີ່ກາອິນໄດ້ຂ້ານັ້ນ. ອາດາມ ແລະ ເອວາດີໃຈຫຼາຍ ແລະ ພວກເຂົາໃສ່ຊື່ໃຫ້ລູກຊາຍວ່າ “ເຊດ.” ພວກເຂົາໄດ້ສອນໃຫ້ເຊດຮຽນຮູ້ເລື່ອງພຣະເຈົ້າ, ເຊື່ອຟັງ ແລະ ຮັບໃຊ້ພຣະເຈົ້າໂດຍການປະຕິບັດຕາມແບບຢ່າງຂອງອາເບັນ. ຝ່າຍເຊດນັ້ນກໍເຊື່ອໃນພຣະສັນຍາຂອງພຣະເຈົ້າທີ່ວ່າ ພຣະເຈົ້າຈະປະທານພຣະບຸດຂອງພຣະອົງມາເປັນເຄື່ອງບູຊາຕາຍເພື່ອໄຖ່ຄວາມບາບໃຫ້ມະນຸດ. ເຊດມີຈິດໃຈທີ່ຈົ່ງຮັກພັກດີຕໍ່ພຣະເຈົ້າ ແລະ ມັກປະຕິບັດໃນສິ່ງທີ່ພຣະເຈົ້າພໍໃຈເຊັ່ນດຽວກັນກັບອາເບັນ. ຫຼັງຈາກທີ່ອາດາມ ແລະ ເອວາໄດ້ລູກຊາຍແລ້ວ ພຣະເຈົ້າກໍໄດ້ອວຍພອນພວກເຂົາໃຫ້ມີລູກຍິງ ແລະ ລູກຊາຍຫຼາຍໆຄົນອີກດ້ວຍ.
ຫຼັງຈາກທີ່ລູກຫຼານຂອງພໍ່ຕູອາດາມໄດ້ຮຽນຮູ້ກ່ຽວກັບເລື່ອງຄວາມບາບ, ຄວາມຮັກຂອງພຣະເຈົ້າ ແລະ ຮູ້ປະຫວັດຄອບຄົວຂອງເພິ່ນແລ້ວ. ລູກຫຼານຫຼາຍຄົນກໍຈື່ຈຳໃນເລື່ອງທີ່ພວກເຂົາໄດ້ຟັງມານັ້ນ ແລ້ວພວກເຂົາກໍໄດ້ຢຶດໝັ້ນໃນການນະມັດສະການພຣະເຈົ້າ ແລະ ເມື່ອພວກເຂົາເຕີບໃຫຍ່ຂຶ້ນມາແລ້ວກໍເລືອກທີ່ຈະເຊື່ອຟັງ ແລະ ຮັກພຣະເຈົ້າ. ຝ່າຍພໍ່ຕູອາດາມນັ້ນເພິ່ນກໍໄດ້ເສຍຊີວິດເມື່ອອາຍຸ 930 ປີ.
ພໍ່ຕູ້ອາດາມມີອາຍຸຢືນຍາວເກືອບຮອດພັນປີ ແຕ່ເພິ່ນໄດ້ເສຍຊີວິດເມື່ອອາຍຸໄດ້ 930 ປີ, ເພິ່ນມີລູກຊາຍຢູ່ໃນຄອບຄົວຫຼາຍຄົນ. ແຕ່ໃນເລື່ອງຕໍ່ໄປນີ້ ພວກເຮົາຈະເນັ້ງເລື່ອງກ່ຽວກັບເຊື້ອສາຍຂອງກາອິນ ແລະ ເຊດເທົ່ານັ້ນ.
ພາຍຫຼັງທີ່ກາອິນໄດ້ອອກໄປຈາກບ້ານຂອງພໍ່ແມ່ແລ້ວ ລາວກໍບໍ່ໄດ້ສົນໃຈໃນພຣະເຈົ້າເລີຍ. ກາອິນໄດ້ເລືອກເຮັດໄຮ່ນາເປັນອາຊີບ ຈົນເຊື້ອສາຍຂອງລາວໂດດເດັ່ນທາງດ້ານວັດຖຸ ແລະ ໄດ້ກໍ່ສ້າງເປັນເມືອງໜຶ່ງຂຶ້ນ. ພວກເຂົາສະແຫວງຫາແຕ່ຄວາມສຸກ ແລະ ຂາບໄຫວ້ບູຊາຮູບປັ້ນຕ່າງໆທີ່ຖືເປັນພຣະເຈົ້າຂອງພວກເຂົາທີ່ຢູ່ໃນໂລກນີ້.
ສ່ວນເຊື້ອສາຍຂອງເຊດໄດ້ອາໄສຢູ່ຕາມຮ່ອມພູ ແລະ ທົ່ງພຽງ ເຊິ່ງບໍ່ຫ່າງໄກຈາກສວນເອເດນ ແລະ ພວກເຂົາຍັງຄົງນະມັດສະການພຣະເຈົ້າຢ່າງບໍຣິສຸດ. ເປັນເວລາດົນນານທີ່ເຊື້ອສາຍຂອງກາອິນ ແລະ ເຊດບໍ່ໄດ້ມີການພົວພັນເຊິ່ງກັນແລະ ກັນຢູ່ເທິງແຜ່ນດິນໂລກນີ້ ຈຶ່ງເຫັນໄດ້ຢ່າງຈະແຈ້ງເຖິງສອງກຸ່ມຄົນທີ່ຝ່າຍໜຶ່ງເລືອກນະມັດສະການພຣະເຈົ້າ ແລະ ອີກຝ່າຍໜຶ່ງເລືອກເພິ່ງພາໃນຕົນເອງ.
ເມື່ອເວລາຜ່ານໄປ ເຊື້ອສາຍຂອງການອິນກໍໄດ້ເລີ່ມແຜ່ຂະຫຍາຍອອກໄປອາໄສຢູ່ຕາມບ່ອນຕ່າງໆ ຫຼາຍຄອບຄົວທີ່ເປັນເຊື້ອສາຍຂອງການອິນກໍໄດ້ມາອາໄສຢູ່ໃກ້ໆກັບພູພຽງ ແລະ ທົ່ງພຽງ ເຊິ່ງເປັນບ່ອນຢູ່ອາໄສຂອງເຊື້ອສາຍເຊດ ຈົນເຮັດໃຫ້ເຊື້ອສາຍຂອງເຊດນັ້ນຕ້ອງໄດ້ຍົກຍ້າຍໄປອາໄສຢູ່ເທິງພູ ເພາະພວກເຂົາບໍ່ຢາກໃຫ້ເຊື້ອສາຍຂອງພວກເຂົາໄປພົວພັນກັບເຊື້ອສາຍຂອງກາອິນທີ່ເຮັດແຕ່ຄວາມບາບ ແລະ ບໍ່ນັບຖືພຣະເຈົ້າ. ເມື່ອມະນຸດເພີ່ມທະວີຫຼາຍຂຶ້ນຢູ່ເທິງແຜ່ນດິນໂລກ ເຊື້ອສາຍລູກຫຼານຂອງເຊດກໍຢາກໄປລອງຄົບຫາສະມາຄົມກັບເຊື້ອສາຍລູກຫຼານຂອງກາອິນທີ່ອາໄສຢູ່ທົ່ວພູພຽງ ແລະ ທົ່ງພຽງ. ແຕ່ໃນການຄົບຫາສະມາຄົມກັນນີ້ ເຮັດໃຫ້ເຊື້ອສາຍລູກຫຼານຂອງເຊດຫຼົງສະເໜ່ຄວາມງາມຂອງຜູ້ຍິງທີ່ເປັນເຊື້ອສາຍຂອງກາອິນ ແລະ ໄດ້ໄປແຕ່ງງານກັບພວກເຂົາ ຈົນເຮັດໃຫ້ພຣະເຈົ້າບໍ່ພໍພຣະໄທ(ບໍ່ພໍໃຈ) ເພາະຜູ້ຄົນທີ່ນະມັດສະການພຣະເຈົ້າຢ່າງຫຼວງຫຼາຍໄດ້ຖືກລໍ້ລວງໃຫ້ເຮັດຄວາມບາບ. ວັດຖຸສິ່ງຂອງຢູ່ໃນໂລກນີ້ໄດ້ຈູງໃຈເຊື້ອສາຍລູກຫຼານຂອງເຊດໃຫ້ຫຼົງໄຫຼໄປກັບມັນ ແລະ ເຮັດໃຫ້ພວກເຂົາສູນເສຍອຸປະນິໄສທີ່ບໍຣິສຸດອັນເປັນເອກກະລັກພິເສດ. ເພາະການໄປຄົບຫາສະມາຄົມກັບຄົນທີ່ບໍ່ນັບຖືພຣະເຈົ້ານີ້ເອງ ຈຶ່ງໄດ້ເຮັດໃຫ້ຈິດໃຈ ແລະ ການກະທຳກາຍເປັນແບບດຽວກັນ.
ແລ້ວບໍ່ດົນ ພວກເຂົາກໍໄດ້ປະພຶດແຕ່ສິ່ງທີ່ບໍ່ດີ ຄວາມຄິດຊົ່ວຮ້າຍກໍບັງຄັບຈິດໃຈຂອງພວກເຂົາຢູ່ທຸກເວລາ ແລະ ການຂ້າກັນກໍແຜ່ລາມໄປທົ່ວທຸກບ່ອນ. ພວກເຂົາໄດ້ປະພຶດເໝືອນກັບກາອິນທີ່ປັກໃຈຢູ່ກັບຄວາມສຸກ ແລະ ຄວາມຈະເລີນຝ່າຍໂລກ. ພວກເຂົາເຮັດໃນສິ່ງທີ່ບໍ່ເປັນປະໂຫຍດ ແລະ ຈິດໃຈຂອງພວກເຂົາກໍມືດມົວໄປ. ພວກເຂົາບໍ່ໄດ້ສົນໃຈ ແລະ ບໍ່ໄດ້ຖວາຍກຽດໃຫ້ພຣະເຈົ້າໃຫ້ສົມກັນກັບທີ່ຊົງເປັນພຣະເຈົ້າຂອງພວກເຂົາ. ເມື່ອພຣະເຈົ້າຊົງເຫັນເຊັ່ນນັ້ນ ພຣະອົງຈຶ່ງປ່ອຍໃຫ້ພວກເຂົາເຮັດຕາມໃຈປາຖະໜາຊົ່ວຮ້າຍຂອງພວກເຂົາ. ແລ້ວຄວາມບາບກໍໄດ້ແຜ່ຂະຫຍາຍອອກໄປທົ່ວໂລກເໝືອນກັນກັບໂຣກລະບາດຢ່າງຮ້າຍແຮງທີ່ສຸດ.
ຫຼາຍໆຄົນຢູ່ໃນໂລກນີ້ ໄດ້ຮູ້ເລື່ອງພຣະເຈົ້າ ແລະ ຮູ້ກ່ຽວກັບສວນເອເດນ ພວກເຂົາເຫັນສວນເອເດນ ແລະ ເຫັນທູດສະຫວັນປົກປັກຮັກສາສວນເອເດນຢູ່ ແຕ່ວ່າຄົນສ່ວນຫຼາຍເລືອກທີ່ຈະບໍ່ເຊື່ອຟັງ ແລະ ຕໍ່ຕ້ານພຣະເຈົ້າ.
ແຜນການຂອງຊາຕານ
ຊາຕານດີໃຈຫຼາຍທີ່ເຫັນມະນຸດບໍ່ເຊື່ອຟັງພຣະເຈົ້າ ແລະ ບໍ່ເຮັດຕາມຄຳສັ່ງຂອງພຣະອົງ. ມັນດີໃຈທີ່ເຫັນຄົນສ່ວນໜ້ອຍນະມັດສະການພຣະເຈົ້າ ແລະ ຄົນຫຼວງຫຼາຍເລືອກທີ່ຈະເຮັດຕາມໃຈປາຖະໜາຊົ່ວຮ້າຍຂອງພວກເຂົາ. ຊາຕານຍິ້ມດີໃຈ ແລະ ຄິດວ່າແຜນການຂອງມັນທີ່ຈະທຳລາຍໂລກ ແລະ ມະນຸດທີ່ພຣະເຈົ້າຊົງສ້າງຂຶ້ນມານັ້ນ ໄດ້ພັດທະນາຫຼາຍຂຶ້ນແລ້ວ.
“ຢ່າດຳເນີນຊີວິດເໝືອນຢ່າງຊາວໂລກນີ້ ແຕ່ຈົ່ງຮັບການຊົງປ່ຽນແປງຈິດໃຈ ແລ້ວອຸປະນິໄສຂອງພວກເຈົ້າຈິ່ງຈະປ່ຽນໃໝ່ ເພື່ອເຈົ້າທັງຫລາຍຈະໄດ້ຮູ້ນ້ຳພຣະໄທຂອງພຣະເຈົ້າ ຈະໄດ້ຮູ້ວ່າອັນໃດດີ ອັນໃດເປັນທີ່ຊອບພຣະໄທພຣະເຈົ້າ, ແລະອັນໃດດີທີ່ສຸດ” (ໂຣມ 12:2).
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 4:25; 5:3-5; 6:1-7.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) ບົດທີ 6 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ຄວາມເຊື່ອທີ່ມີການປະຕິບັດແຕກຕ່າງກັນ
ເພາະວ່າ ອາເບັນມີຄວາມເຊື່ອໃນພຣະເຈົ້າ ລາວຈຶ່ງໄດ້ນຳເອົາເຄື່ອງບູຊາອັນຖືກຕ້ອງກວ່າເຄື່ອງບູຊາຂອງກາອິນມາຖວາຍໃຫ້ພຣະເຈົ້າ. ອາເບັນຮູ້ເຖິງຫຼັກການສຳຄັນໆຂອງການຊົງໄຖ່ບາບ ລາວເຫັນວ່າຕົນເອງເປັນຄົນບາບ ແລະ ຄວາມບາບຂອງລາວພ້ອມກັບຄວາມຕາຍອັນເປັນໂທດຂອງຄວາມບາບນັ້ນ ກຳລັງຂັ້ນກາງຢູ່ລະຫວ່າງລາວກັບພຣະເຈົ້າ. ລາວນຳເອົາຊີວິດຂອງສັດອັນເປັນເຫຍື່ອທີ່ຕ້ອງຖືກຂ້າບູຊານັ້ນມາຖວາຍ ເຊິ່ງເປັນການຍອມຮັບຄວາມສັກສິດຂອງພຣະບັນຍັດທີ່ຖືກລ່ວງລະເມີດນັ້ນ. ເລືອດແກະທີ່ໄຫຼອອກໄດ້ສະແດງເຖິງພຣະບຸດທີ່ຈະຊົງເສຍຊີວິດເທິງໄມ້ກາງແຂນແຫ່ງຄາວາລີຢູ່ໃນອະນາຄົດ. ລາວວາງໃຈໃນພຣະບຸດທີ່ຈະຊົງໃຫ້ລາວຄືນດີກັບພຣະເຈົ້າ ແລະ ໄດ້ຮັບການຢືນຢັນວ່າຕົນເອງເປັນຄົນຊອບທຳ ແລະ ພຣະເຈົ້າຊົງຍອມຮັບເຄື່ອງຖວາຍບູຊານັ້ນ.
ໃນທາງກົງກັນຂ້າມ ກາອິນເຂົ້າເຝົ້າພຣະເຈົ້າພ້ອມທັງຈົ່ມໄປນຳ ໂດຍຢູ່ໃນໃຈບໍ່ເຊື່ອໃນພຣະສັນຍາການເສຍຊີວິດຂອງພຣະບຸດ ຫຼື ຄວາມຈຳເປັນທີ່ລາວຈະຕ້ອງຖວາຍບູຊາ. ໃນຂະນະທີ່ນຳເອົາເຄື່ອງບູຊາມາຖວາຍ, ກາອິນກໍບໍ່ຮູ້ສຶກເສຍໃຈໃນຄວາມຜິດບາບ ລາວເຊື່ອຟັງໃນການສ້າງແທ່ນບູຊາກັບການນຳເຄື່ອງມາຖວາຍ ແຕ່ເປັນການເຊື່ອຟັງພຽງສ່ວນໜຶ່ງເທົ່ານັ້ນ ສ່ວນທີ່ສຳຄັນເຊິ່ງສະແດງເຖິງການຍອມຮັບວ່າຕົນເອງຕ້ອງການພຣະຜູ້ໄຖ່ບາບນັ້ນ ລາວບໍ່ໄດ້ເຮັດ.
ກາອິນເລືອກທີ່ຈະເພິ່ງພາໃນຕົນເອງ ລາວຈະມາຫາພຣະເຈົ້າດ້ວຍຄຸນຄວາມດີຂອງຕົນເອງ ແລະ ຈະບໍ່ນຳເອົາລູກແກະທີ່ຫຼັ່ງໄຫຼດ້ວຍເລືອດມາເປັນເຄື່ອງບູຊາ ແຕ່ຈະນຳເອົາຜົນໝາກໄມ້ຈາກແຮງງານຂອງລາວເອງມາຖວາຍ ເໝືອນກັບວ່າໄດ້ເຮັດສິ່ງທີ່ພຣະເຈົ້າຊົງພໍພຣະໄທ(ພໍໃຈ) ໂດຍຫວັງວ່າຈະເຮັດໃຫ້ພຣະອົງຍອມຮັບລາວຫຼາຍຍິ່ງຂຶ້ນ.
ກາອິນ ແລະ ອາເບັນເປັນຕົວແທນຂອງຄົນສອງຈຳພວກທີ່ມີຄວາມເຊື່ອຢູ່ໃນໂລກນີ້. ກຸ່ມໜຶ່ງວາງໃຈໃນເຄື່ອງບູຊາໄຖ່ບາບທີ່ພຣະເຈົ້າຊົງກຳນົດໄວ້ຄື: “ການຕາຍຂອງພຣະເຢຊູເປັນເຄື່ອງໝາຍຂອງການໄຖ່ບາບໃຫ້ແກ່ມະນຸດ” ແຕ່ອີກກຸ່ມໜຶ່ງເລືອກທີ່ຈະເພິ່ງພາໃນບຸນກຸສົນກັບເຄື່ອງຖວາຍ ແລະ ຄວາມສາມາດຂອງຕົນເອງ.
ຄົນສ່ວນຫຼາຍແມ່ນມີຄວາມເຊື່ອທີ່ແຕກຕ່າງກັນ ແລະ ສາສະໜາທີ່ຄົນທັງຫຼາຍມີຄວາມເຊື່ອນັ້ນ ສ່ວນຫຼາຍແມ່ນຂຶ້ນຢູ່ໃນລະບົບຫຼັກການອັນດຽວກັນທີ່ວ່າ ມະນຸດສາມາດເພິ່ງພາຄວາມພຽນພະຍາຍາມຂອງຕົນເອງ ເພື່ອຈະໃຫ້ໄດ້ມາເຊິ່ງຄວາມລອດພົ້ນ ດັ່ງສຸພາສິດທີ່ວ່າ: "ຕົນເປັນທີ່ເພິ່ງຂອງຕົນ"
ແຕ່ວ່າການເພິ່ງພາໃນຕົນເອງໂດຍສະແຫວງຫາບຸນ, ປະຕິບັດຕາມສິນທຳ ແລະ ພະຍາຍາມເປັນຄົນດີນັ້ນ. ສິ່ງເຫຼົ່ານີ້ ມັນບໍ່ສາມາດພາໃຫ້ຕົນເອງລອດພົ້ນຈາກຄວາມບາບ ແລະ ບໍ່ສາມາດຂຶ້ນໄປສະຫວັນໄດ້. ເນື່ອງຈາກວ່າ "ມະນຸດບໍ່ມີພະລັງອຳນາດໃນຕົວເອງທີ່ຈະເສີມສ້າງຊີວິດໃຫ້ດີຂຶ້ນມາໃໝ່ໄດ້ ແລະ ທຳມະຊາດຂອງມະນຸດກໍບໍ່ໄດ້ມີແນວໂນ້ມອ່ຽງໄປຫາພຣະເຈົ້າເບື້ອງເທິງ ແຕ່ມີແນວໂນ້ມລົງໄປຫາຊາຕານເບື້ອງລຸ່ມ."
ເສັ້ນທາງເດີນຂອງມະນຸດສ່ວນຫຼາຍທີ່ຢູ່ໃນໂລກນີ້ແມ່ນຄືກັນໝົດ. ພວກເຂົາດິ້ນລົນເຮັດວຽກໜັກເພື່ອຈະປະສົບຜົນສຳເລັດ ແລະ ຢາກຮັ່ງມີຄືກັບຄົນອື່ນໆ. ພວກເຂົາໃຊ້ຊີວິດຢູ່ໃນຄວາມມືດມົນ, ຄວາມໂສກເສົ້າ, ຄວາມວິຕົກກັງວົນ, ຄວາມໂກດຮ້າຍ, ຄວາມເຈັບປ່ວຍ ແລະ ພົບເຈີກັບບັນຫາຫຼາຍໆຢ່າງ. ຄວາມສຸກຢ່າງດຽວຂອງພວກເຂົາຄື: “ກິນ, ດື່ມ ແລະ ສະໜຸກກັບສິ່ງທີ່ຕົນຫາມາໄດ້ໃນຊີວິດອັນສັ້ນໆທີ່ພຣະເຈົ້າໂຜດໃຫ້.” ອັນນີ້ແຫລະ! ແມ່ນຊາຕາກຳຂອງມະນຸດ. ທຸກໆສິ່ງທີ່ພວກເຂົາເຮັດລ້ວນແຕ່ບໍ່ມີປະໂຫຍດຫຍັງ; ເປັນເໝືອນດັ່ງພວມແລ່ນໄປຕາມລົມ. (ແລ່ນໄປຕາມສັງຄົມ).
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) {ວັກ 72.5-73.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂນອາສ້າງເຮືອໃຫຍ່
ເມື່ອມະນຸດໄດ້ຕັດຄວາມຮູ້ເລື່ອງພຣະເຈົ້າຖິ້ມ ແລ້ວໄປນະມັດສະການສັດໃນຈິນຕະນາການຂອງຕົນເອງ ຈິດໃຈຂອງພວກເຂົາຈຶ່ງເສື່ອມໂຊມຖອຍລົງເລື້ອຍໆ. ເມື່ອມະນຸດລ່ວງລະເມີດພຣະບັນຍັດຂອງພຣະເຈົ້າແລ້ວ ຄວາມບາບທີ່ອາດຈະຄິດຂຶ້ນມາໄດ້ຈຶ່ງເກີດຂຶ້ນ. ຄວາມຊົ່ວຂອງມະນຸດເປັນທີ່ເປີດເຜີຍຢ່າງຈະແຈ້ງ ແລະ ທ້າທາຍ. ພຣະເຈົ້າຊົງເຫັນວ່າຄວາມຊົ່ວຮ້າຍຂອງມະນຸດມີຫຼາຍຢູ່ເທິງແຜ່ນດິນໂລກ ແລະ ຄວາມຄິດທີ່ຢູ່ໃນຈິດໃຈຂອງພວກເຂົາກໍມີແຕ່ເລື່ອງໂຫດຮ້າຍຫຼາຍ ຈົນພຣະເຈົ້າບໍ່ອາດຈະອົດທົນຕໍ່ໄປໄດ້. ສະນັ້ນ ພຣະເຈົ້າຈຶ່ງໄດ້ຕັດສິນໃຈທີ່ຈະກວດລ້າງມະນຸດໃຫ້ອອກໄປຈາກແຜ່ນດິນໂລກ. ແຕ່ດ້ວຍຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສິ້ນສຸດ ພຣະອົງຈຶ່ງໄດ້ໃຫ້ມະນຸດມີທາງອອກຈາກໄພພິບັດທີ່ຈະເກີດຂຶ້ນ.
ໃນທ່າມກາງຄົນຊົ່ວຮ້າຍທີ່ແຜ່ຂະຫຍາຍຢູ່ເທິງແຜ່ນດິນໂລກນີ້ ຍັງມີກຸ່ມຄົນຈຳນວນໜຶ່ງທີ່ຮັກສາຄວາມຮູ້ເລື່ອງພຣະເຈົ້າເອົາໄວ້ຢ່າງໝັ້ນຄົງ ແລະ ດຳເນີນຊີວິດຢູ່ໃນຄວາມສາມັກຄີທຳກັບພຣະເຈົ້າມາຕະຫຼອດ. ພຣະເຈົ້າໄດ້ເລືອກເອົາຊາຍຄົນໜຶ່ງທີ່ຢູ່ໃນກຸ່ມຄົນຈຳນວນນັ້ນ ພຣະເຈົ້າໄດ້ສົ່ງທູດສະຫວັນໄປບອກເລື່ອງທີ່ພຣະອົງຈະລ້າງໂລກນີ້ໃຫ້ຊາຍຄົນນັ້ນຟັງ. ຊາຍຄົນນັ້ນມີຊື່ວ່າ: “ໂນອາ” ໂນອາເປັນເຊື້ອສາຍລູກຫຼານຂອງເຊດ.
ພຣະເຈົ້າໄດ້ບອກໂນອາວ່າ: “ເຮົາຈະກວດລ້າງມະນຸດທີ່ເຮົາສ້າງຂຶ້ນມານີ້ໄປຈາກແຜ່ນດິນໂລກ. ເຮົາຈະເຮັດໃຫ້ນ້ຳຖ້ວມເທິງແຜ່ນດິນໂລກ ເພື່ອທຳລາຍທຸກໆສິ່ງທີ່ມີຊີວິດ. ເຈົ້າຈົ່ງສ້າງເຮືອໃຫຍ່ລຳໜຶ່ງໄວ້ສຳລັບເຈົ້າເອງ ແລະ ເອົາເມຍ, ລູກຊາຍ, ລູກໄພ້ພ້ອມດ້ວຍສັດທຸກຊະນິດ ແລະ ອາຫານຫຼາຍຢ່າງເຂົ້າໄປໃນເຮືອ. ໃນລະຫວ່າງທີ່ສ້າງເຮືອຢູ່ນັ້ນ ເຈົ້າຈະຕ້ອງເທດສະໜາປະກາດເລື່ອງທີ່ເຮົາຈະທຳລາຍຄົນຊົ່ວຮ້າຍໂດຍໃຫ້ນ້ຳຖ້ວມໂລກ. ຖ້າຜູ້ໃດທີ່ເຊື່ອຄຳເວົ້າຂອງເຈົ້າໂດຍກັບໃຈເຊົາເຮັດບາບ ແລະ ຕຽມຕົວພົບກັບໄພພິບັດນີ້ ກໍຈະໄດ້ຮັບການອະໄພບາບ ແລະ ລອດພົ້ນຈາກເຫດການນັ້ນ.”
ຫຼັງຈາກນັ້ນ ພຣະເຈົ້າກໍໄດ້ບອກຂະໜາດຂອງເຮືອ ແລະ ວິທີການສ້າງເຮືອໃຫ້ໂນອາ. ພຣະອົງເປັນຜູ້ອອກແບບ ແລະ ໂນອາເປັນຜູ້ກຳກັບໃນການສ້າງເຮືອ. ໂຄງສ້າງເໝືອນລຳເຮືອເພື່ອຈະລອຍນ້ຳໄດ້ ແຕ່ບາງສ່ວນກໍເບິ່ງຄືກັນກັບບ້ານ ເຊິ່ງມີສາມຊັ້ນ ແລະ ມີປະຕູດຽວທີ່ຢູ່ດ້ານຂ້າງ. ເຮືອລຳນີ້ຖືກອອກແບບໃຫ້ແສງສະຫວ່າງສາມາດສ່ອງເຂົ້າມາຈາກທາງເທິງ ແລະ ທະລຸລົງມາຜ່ານແຕ່ລະຊັ້ນ ແລະ ແຕ່ລະຫ້ອງໄດ້. ໃນລະຫວ່າງທີ່ໂນອາສ້າງເຮືອລຳໃຫຍ່ຢູ່ນັ້ນ ກໍມີຄົນຈຳນວນຫຼວງຫຼາຍມາຈາກທົ່ວທຸກທິດທຸກບ່ອນພາກັນເບິ່ງສິ່ງທີ່ແປກປະຫຼາດ ແລະ ຟັງຄຳສັ່ງສອນ ແລະ ຄຳປະກາດຂອງໂນອາ.
ໂນອາປະກາດວ່າ: “ທຸກໆຄົນຈົ່ງຟັງ! ທຸກໆ ຄົນຈົ່ງຟັງ! ພຣະເຈົ້າຈະເຮັດໃຫ້ນ້ຳຖ້ວມເທິງແຜ່ນດິນໂລກ ເພື່ອທຳລາຍທຸກໆສິ່ງທີ່ມີຊີວິດຢູ່ໃນໂລກ.”
ຕອນທຳອິດ ຫຼາຍຄົນມີທ່າທີວ່າຈະເຊື່ອຄຳເຕືອນນັ້ນ ແຕ່ພວກເຂົາກໍບໍ່ໄດ້ຫັນມາຫາພຣະເຈົ້າດ້ວຍການກັບໃຈຢ່າງແທ້ຈິງ ຄືບໍ່ຢາກທີ່ຈະປະຖິ້ມຄວາມບາບຂອງຕົນເອງ, ບາງຄົນກໍບໍ່ເຊື່ອເພາະບໍ່ຢາກປະຖິ້ມທຸກສິ່ງທີ່ຢູ່ໃນໂລກນີ້ ແລະ ກໍມີບາງກຸ່ມຄົນທີ່ເຊື່ອໂດຍຄິດວ່າ ຈະກັບໃຈໃໝ່ ແລະ ຕິດຕາມໂນອາ ແຕ່ເມື່ອມີຄົນມາເວົ້າໃສ່ ແລະ ເຍາະເຍີ້ຍ ກໍເຮັດໃຫ້ພວກເຂົາເຫຼົ່ານັ້ນບໍ່ເຊື່ອຄຳເວົ້າຂອງໂນອາ ແລະ ແຖມຍັງກັບມາເວົ້າໃສ່ເຍາະເຍີ້ຍໂນອາຫຼາຍກວ່າເກົ່າອີກ.
ເມື່ອເວລາຜ່ານໄປມະນຸດສັງເກດເຫັນວ່າທຳມະຊາດບໍ່ມີການປ່ຽນແປງ. ໃນທີ່ສຸດ ປະຊາຊົນໄດ້ພາກັນເວົ້າວ່າ: “ຫຼາຍຍຸກຫຼາຍສະໄໝ ກົດເກນທຳມະຊາດຖືກກຳນົດເອົາໄວ້ແລ້ວ ແລະ ລະດູການກໍໝູນວຽນຢູ່ແບບນັ້ນມາຕະຫຼອດ. ຖ້າສົມມຸດວ່າ ສິ່ງທີ່ໂນອາເວົ້າຂຶ້ນມາເປັນຄວາມຈິງນັ້ນກໍໝາຍຄວາມວ່າ ທຳມະຊາດກໍຕ້ອງມີການປ່ຽນແປງ.” ນອກຈາກນີ້ ມະນຸດຍັງຄິດໄປອີກວ່າ: “ທຳມະຊາດຢູ່ເໜືອພຣະເຈົ້າ ແລະ ກົດເກນຂອງມັນໝັ້ນຄົງ ຈົນພຣະເຈົ້າເອງບໍ່ອາດຈະປຽນແປງໄດ້. ເລື່ອງທີ່ໂນອາເວົ້າມານັ້ນບໍ່ເປັນຄວາມຈິງດອກ!”
ສ່ວນຄົນອື່ນໆທີ່ເຊື່ອວ່າເລື່ອງນີ້ບໍ່ສາມາດເກີດຂຶ້ນໄດ້ນັ້ນເຊັ່ນ: ຄົນທີ່ຂາບໄຫ້ວບູຊາຮູບປັ້ນ. ພວກເຂົາຕ່າງກໍພາກັນເວົ້າຂຶ້ນວ່າ: “ຂ້ອຍເປັນຜູ້ນັບຖືພຣະເຈົ້າ ແລະ ຮູບປັ້ນກໍເປັນຕົວແທນຂອງພຣະອົງ. ເລື່ອງທີ່ພຣະເຈົ້າຈະສົ່ງນ້ຳມາຖ້ວມໂລກນັ້ນ ມັນບໍ່ແມ່ນຄວາມຈິງດອກ! ພຣະເຈົ້າຊົງເຕັມລົ້ນດ້ວຍຄວາມຮັກ ແລະ ມີຄວາມເມດຕາອັນບໍ່ມີທີ່ສິ້ນສຸດ ການລົງໂທດຜູ້ລ່ວງລະເມີດເປັນສິ່ງທີ່ຂັດແຍ້ງກັບພຣະລັກສະນະອຸປະນິໄສຂອງພຣະອົງ ແລະ ພະບັນຍັດຂອງພຣະອົງນັ້ນກໍບໍ່ມີຜົນບັງຄັບໃຊ້ແລ້ວ.”
ນອກຈາກນີ້ ພວກຜູ້ນຳທີ່ຍິ່ງໃຫຍ່ ແລະ ຄົນທີ່ມີຊື່ສຽງກໍເວົ້າທຳນອງແບບດຽວກັນວ່າ: “ການເຕືອນໄພຈາກພຣະເຈົ້າເປັນພຽງການຂົ່ມຂູ່ໃຫ້ຢ້ານເທົ່ານັ້ນ ບໍ່ມີທາງຈະເກີດຂຶ້ນແທ້ຈິງດອກ! ບໍ່ຕ້ອງພາກັນຕື່ນຕົກໃຈກັບເລື່ອງທີ່ວ່າ: 'ພຣະເຈົ້າຈະທຳລາຍໂລກ ແລະ ລົງໂທດຊີວິດທີ່ພຣະອົງຊົງສ້າງຂຶ້ນມານັ້ນດອກ!’ ມັນບໍ່ມີທາງເປັນໄປໄດ້ ຈົ່ງໃຫ້ພວກເຮົາສະບາຍໃຈ ແລະ ບໍ່ຕ້ອງຢ້ານ. ໂນອາເປັນບ້າງົມງວາຍໄປເອງ.”
ແລ້ວພວກຄົນກຸ່ມອື່ນໆກໍພາກັນເວົ້າອີກວ່າ: “ຖ້າວ່າສິ່ງທີ່ໂນອາເວົ້າມານັ້ນເປັນຄວາມຈິງ. ພວກຜູ້ນຳທີ່ຍິ່ງໃຫຍ່ມີຊື່ສຽງ ແລະ ສະຫຼາດກໍຄົງຈະມີຄວາມເຂົ້າໃຈໃນທຳນອງດຽວກັນກັບໂນອາຫັນແຫລະ!” ແລ້ວຊາວໂລກກໍພາກັນບໍ່ເຊື່ອຄຳເວົ້າຂອງໂນອາ ແລະ ຍັງມາເວົ້າເຍາະເຍີຍໃສ່ເພິ່ນຕື່ມອີກ.
ຊາວໂລກທັງຫຼາຍຍັງພາກັນເຮັດສິ່ງທີ່ຊົ່ວຮ້າຍຕໍ່ໄປເໝືອນກັບວ່າ ບໍ່ໄດ້ຮັບຮູ້ການຕັກເຕືອນຈາກພຣະເຈົ້າໂດຍຜ່ານທາງຜູ້ຮັບໃຊ້ຂອງພຣະອົງ. ພວກເຂົາຍັງຄົງສະຫຼອງ ແລະ ກິນລ້ຽງກັນຢ່າງຖືກໃຈຈົນບໍ່ຮູ້ຈັກພໍ, ທັງກິນທັງດື່ມ, ທັງປູກພືດຜົນ ແລະ ກໍ່ສ້າງວາງແຜນການເພື່ອຜົນກຳໄລທີ່ຈະໄດ້ຮັບໃນອະນາຄົດ ແລະ ພວກເຂົາຍັງເຮັດຊົ່ວຊ້າເພີ່ມຫຼາຍຍິ່ງຂຶ້ນອີກ.
ໂນອາສ້າງເຮືອ
“ເພາະໂນອາມີຄວາມເຊື່ອ ສະນັ້ນ ເມື່ອພຣະເຈົ້າຊົງເຕືອນໃຫ້ຮູ້ເຖິງເຫດການທີ່ຍັງບໍ່ປາກົດ ໂນອາຈຶ່ງຢຳເກງ ແລະ ສ້າງເຮືອໃຫຍ່ ເພື່ອຊ່ວຍຄອບຄົວຂອງຕົນໃຫ້ພົ້ນຈາກຄວາມຕາຍ ແລະ ດ້ວຍເຫດນີ້ ໂນອາຈຶ່ງໄດ້ຕັກເຕືອນຊາວໂລກ ແລະ ໄດ້ກາຍເປັນຜູ້ຮັບມໍລະດົກຄືຄວາມຊອບທຳເຊິ່ງເກີດຈາກຄວາມເຊື່ອ” (ເຮັບເລີ 11:7).
ທຳມະຊາດ
ມະນຸດໃນສະໄໜກ່ອນນ້ຳຖ້ວມໂລກຄິດວ່າ ຕະຫຼອດຫຼາຍສັດຕະວັດທີ່ຜ່ານມາ ກົດເກນຂອງທຳມະຊາດຖືກກຳນົດໄວ້ຕາຍໂຕແລ້ວ ລະດູການໝູນວຽນປ່ຽນແປງໄປມາຢູ່ແບບນັ້ນຕະຫຼອດ ແລະ ກ່ອນໜ້ານີ້ກໍບໍ່ເຄີຍມີຝົນຕົກ ໂລກໄດ້ຮັບການພົ່ມດ້ວຍນ້ຳໝອກ ແລະ ນ້ຳຄ້າງ ແລະ ແມ່ນ້ຳກໍບໍ່ເຄີຍທີ່ຈະໄຫຼຖ້ວມຂຶ້ນມາເຂດດິນແດນຂອງພວກເຂົາ.
ແຜນການລໍ້ລວງຂອງຊາຕານ
ເລື່ອງທີ່ຊາຕານລໍ້ລວງເອວາບໍ່ໃຫ້ເຊື່ອຟັງຄຳສັ່ງຂອງພຣະເຈົ້ານັ້ນ ມັນໄດ້ເວົ້າວ່າ: “ບໍ່ແມ່ນຄວາມຈິງດອກ! ເຈົ້າຈະບໍ່ຕາຍ” ຊາຕານກໍເອົາວິທີນີ້ໄປລໍ້ລວງຊາວໂລກໃຫ້ຄິດເຊັ່ນກັນວ່າ ສິ່ງທີ່ໂນອາປະກາດເລື່ອງນ້ຳຖ້ວມໂລກນັ້ນ ບໍ່ເປັນຄວາມຈິງດອກ! ແລະ ໃຫ້ພວກເຂົາເຊື່ອວ່າພວກເຂົາກໍຈະບໍ່ຕາຍ.
ສວນເອເດນ
ເມື່ອຄວາມບາບແຜ່ຂະຫຍາຍອອກໄປທົ່ວໂລກ ຄວາມຊົ່ວຮ້າຍຂອງມະນຸດຈຶ່ງເປັນສາເຫດເຮັດໃຫ້ໂລກຕ້ອງຖືກທຳລາຍລ້າງດ້ວຍນ້ຳຖ້ວມ ແລະ ໃນຕອນນັ້ນ ຣິດອຳນາດຂອງພຣະເຈົ້າກໍໄດ້ຮັບເອົາສວນເອເດນຂຶ້ນໄປຈາກໂລກ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 6:5-22; ເຮັບເຣີ 11:7.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) ບົດທີ 7 ແລະ {ວັກ 62.2} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ປະຕູແຫ່ງຄວາມເມດຕາປິດ
ເປັນເວລາ 120 ປີ ທີ່ໂນອາສ້າງເຮືອສຳເລັດສົມບູນຕາມຄຳສັ່ງຂອງພຣະເຈົ້າທີ່ໄດ້ອອກແບບໄວ້ ແລະ ພ້ອມທັງໄດ້ກະກຽມອາຫານທັງຄົນ ແລະ ສັດເປັນຈຳນວນຫຼວງຫຼາຍຢູ່ໃນເຮືອອີກດ້ວຍ. ໂນອາຍັງຄົງປະກາດດ້ວຍໃຈທີ່ຮ້ອນຮົນເລື່ອງທີ່ພຣະເຈົ້າຈະລ້າງໂລກ ເພື່ອໃຫ້ຊາວໂລກໄດ້ພາກັນເຂົ້າມາຫຼົບໄພຈາກໄພພິບັດທີ່ກຳລັງຈະເກີດຂຶ້ນ. ແຕ່ຊາວໂລກກໍຍັງພາກັນບໍ່ເຊື່ອໃນສິ່ງທີ່ໂນອາປະກາດ ແລະ ພວກເຂົາກໍຍັງສົ່ງສຽງຮ້ອງເຍາະເຍີ້ຍໃສ່ໂນອາດ້ວຍຄວາມມ່ວນຊື່ນ.
ໃນຂະນະທີ່ຊາວໂລກສົ່ງສຽງຮ້ອງເຍາະເຍີ້ຍໃສ່ໂນອາຢູ່ນັ້ນ ກໍໄດ້ມີສັດເປັນຈຳນວນຫຼວງຫຼາຍຍ່າງອອກມາຈາກປ່າ. ບັນດາສັດທັງຫຼາຍເຫຼົ່ານັ້ນໄດ້ຄ່ອຍໆຍ່າງໄປຍັງເຮືອຂອງໂນອາແບບງຽບໆ ຢ່າງເປັນຄູ່ໆ ຄືສັດທີ່ສະອາດແນວລະເຈັດຄູ່ ແລະ ສັດທີ່ເປັນມົນທິນແນວລະຄູ່. ຈາກນັ້ນ ກໍໄດ້ມີສຽງຄືກັບລົມພັດດັງຂຶ້ນ ແລະ ກໍມີຝູງນົກເປັນຈຳນວນຫຼວງຫຼາຍມາຈາກທົ່ວທຸກທິດປົກຄຸມທົ່ວທ້ອງຟ້າຈົນມືດຄື້ມ ແລະ ພາກັນບິນເຂົ້າໄປໃນເຮືອຂອງໂນອາແນວລະຄູ່ ແລະ ສັດທີ່ສະອາດແນວລະເຈັດຄູ່ເຊັ່ນດຽວກັນ. ເມື່ອຊາວໂລກເຫັນສິ່ງທີ່ໜ້າອັດສະຈັນແນວນັ້ນ ຕ່າງຄົນກໍພາກັນແນມເບິ່ງດ້ວຍຄວາມສົງໄສ ແລະ ບາງຄົນກໍເກີດມີຄວາມຢ້ານ. ແລ້ວນັກປັດສະຍາ (ຄົນທີ່ສຶກສາຫາຄວາມຮູ້ ແລະ ຄວາມຈິງກ່ຽວກັບມະນຸດ, ໂລກ, ທຳມະຊາດ ແລະ ສິ່ງທີ່ມີຊີວິດຕ່າງໆ) ທັງຫຼາຍກໍໄດ້ຖືກເອີ້ນໃຫ້ມາອະທິບາຍເຖິງສິ່ງອັດສະຈັນທີ່ໄດ້ເກີດຂຶ້ນນີ້ ແຕ່ພວກນັກປັດສະຍາທັງຫຼາຍຊ້ຳພັດໃຫ້ຄຳອະທິບາຍບໍ່ໄດ້ ເພາະສິ່ງອັດສະຈັນທີ່ເກີດຂຶ້ນມານີ້ ມັນລຶກລັບຫຼາຍຈົນບໍ່ສາມາດທີ່ຈະອະທິບາຍໄດ້.
ໃນຂະນະທີ່ປະຕູແຫ່ງຄວາມເມດຕາຂອງພຣະເຈົ້າກຳລັງຈະປິດລົງນັ້ນ ເມື່ອມະນຸດເຫັນວ່າດວງຕາເວັນຍັງສ່ອງແສງແຈ້ງ ແລະ ໂລກກໍຍັງປົກຄຸມໄປດ້ວຍຄວາມງົດງາມຄືເກົ່າ. ສະນັ້ນ ມະນຸດທັງຫຼາຍຈຶ່ງຂັບໄລ່ເອົາຄວາມຢ້ານທີ່ຢູ່ໃນຈິດໃຈຂອງພວກເຂົາອອກໄປໂດຍການຍັງຄົງເຮຮາກັບການເຮັດຜິດສິນລະທຳ ແລະ ປະພຶດໃນທາງແຫ່ງຄວາມບາບຢ່າງຫຼວງຫຼາຍ. ເມື່ອຄວາມບາບຍິ່ງແຜ່ອອກໄປຫຼາຍເທົ່າໃດ ມະນຸດເທິງແຜ່ນດິນໂລກຍິ່ງຄິດວ່າມັນບໍ່ແມ່ນຄວາມບາບ.
ແລ້ວພຣະເຈົ້າກໍໄດ້ກ່າວຕໍ່ໂນອາວ່າ: “ຈົ່ງເຂົ້າໄປໃນເຮືອກັບຄອບຄົວທັງໝົດຂອງເຈົ້າ; ເຮົາເຫັນແລ້ວວ່າ ແມ່ນເຈົ້າຜູ້ດຽວເທົ່ານັ້ນໃນໝົດທັງໂລກນີ້ທີ່ເຮັດສິ່ງຊອບທຳ.”
ຫຼັງຈາກທີ່ໂນອາພ້ອມຄອບຄົວຂອງລາວໄດ້ເຂົ້າໄປຢູ່ໃນເຮືອແລ້ວໆ ພຣະເຈົ້າກໍໄດ້ເຮັດສິ່ງທີ່ອັດສະຈັນເກີດຂຶ້ນອີກໂດຍເຮັດໃຫ້ມີແສງຟ້າແມບແຈ້ງປາກົດຂຶ້ນ ແລະ ມີເມກທີ່ສະຫວ່າງຫຼາຍກວ່າແສງຟ້າແມບນັ້ນລອຍລົງມາຈາກສະຫວັນ ແລະ ລອຍຢູ່ຊື່ທາງເຂົ້າເຮືອ. ຈາກນັ້ນ ກໍຄ່ອຍໆປິດປະຕູເຮືອດ້ວຍມືທີ່ເບິ່ງບໍ່ເຫັນ. ເຮືອລຳໃຫຍ່ໄດ້ຖືກພຣະເຈົ້າປິດປະຕູເອົາໄວ້ໂດຍບໍ່ມີໃຜທີ່ຈະສາມາດເປີດມັນໄດ້ ແລະ ໂນອາພ້ອມທັງຄອບຄົບຂອງເພິ່ນກໍໄດ້ຢູ່ໃນເຮືອລຳໃຫຍ່.
ສັດທີ່ສະອາດ ແລະ ສັດທີ່ບໍ່ສະອາດ
ດ້ວຍຄວາມຮັກຂອງພຣະເຈົ້າ ພຣະອົງໄດ້ໃຫ້ຄວາມຮູ້ແກ່ພວກເຮົາໃນການຈຳແນກລະຫວ່າງສັດທີ່ມີພະຍາດໜ້ອຍ ແລະ ບັນດາສັດທີ່ມີພະຍາດຫຼາຍ. ຄວາມຮູ້ນີ້ຈະຊ່ວຍໃຫ້ພວກເຮົາເຫັນວ່າ ຖ້າພວກເຮົາໄດ້ສຳຜັດ ຫຼື ກິນສັດເຫຼົ່ານັ້ນ ພວກເຮົາອາດຈະໄດ້ຮັບໂຣກພະຍາດ ຫຼື ການເຈັບປ່ວຍຈາກສັດທີ່ບໍ່ສະອາດເຫຼົ່ານັ້ນ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 7:1-5, 8, 9.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) ບົດທີ 7 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ນ້ຳຖ້ວມໂລກ
ເປັນເວລາເຈັດມື້ ໂນອາພ້ອມດ້ວຍຄອບຄົວຂອງເພິ່ນ ແລະ ສັດຢູ່ໃນເຮືອລຳໃຫຍ່. ສ່ວນມະນຸດທີ່ປະຕິເສດຄວາມເມດຕາຂອງພຣະເຈົ້າ ກໍຖືກປິດໄວ້ໃຫ້ຢູ່ນອກເຮືອ ພວກເຂົາເຫັນວ່າທຳມະຊາດບໍ່ມີການປ່ຽນແປງ ແລະ ທຸກໆຄົນກໍພາກັນດຳເນີນຊີວິດຢູ່ຄືເກົ່າ. ສະນັ້ນ ມະນຸດທັງຫຼາຍຈຶ່ງພາກັນຄິດວ່າ: “ສິ່ງທີ່ໂນອາປະກາດເລື່ອງທີ່ພຣະເຈົ້າຈະລ້າງໂລກນັ້ນມັນເປັນການຫຼອກລວງ ແລະ ເລື່ອງນ້ຳຈະຖ້ວມໂລກນັ້ນມັນເປັນເລື່ອງທີ່ບໍ່ມີທາງເປັນຄວາມຈິງ.” ໃນຊ່ວງເຈັດມື້ນັ້ນ ພວກເຂົາໄດ້ພາກັນໄປອ້ອມຮອບຢູ່ທີ່ເຮືອລຳໃຫຍ່ຂອງໂນອາ ແລະ ເວົ້າໝິ່ນປະໝາດໂນອາຢ່າງດຸເດືອດຮຸນແຮງຫຼາຍໆເລື່ອງ.
ແຕ່ພໍຮອດມື້ທີແປດ ທ້ອງຟ້າທີ່ເຄີຍສົດໄສໃນແຕ່ລະມື້ນັ້ນ ກໍໄດ້ປາກົດມີລົມພັດມາຢ່າງຮຸນແຮງ. ຕໍ່ມາ ກໍມີເມກຢ່າງຕຶບໜາມາປົກຄຸມທົ່ວທ້ອງຟ້າ ແລະ ກໍມີສຽງຟ້າຮ້ອງຟ້າແມບ. ແລ້ວບໍ່ດົນ ຝົນກໍເລີ່ມຕົກລົງມາເມັດໃຫຍ່ໆຢ່າງຮຸນແຮງ. ມະນຸດເທິງແຜ່ນດິນໂລກທັງຫຼາຍພາກັນຕົກໃຈ ແລະ ພາກັນຢ້ານເພາະບໍ່ເຄີຍເຫັນຝົນຕົກມາກ່ອນ ແລະ ກ່ອນໜ້ານີ້ແຜ່ນດິນໂລກກໍຊຸ່ມໄປດ້ວຍນ້ຳໝອກໃນເວລາກາງຄືນ ເພື່ອເຮັດໃຫ້ພືດພັນນາໆຊະນິດຈະເລີນເຕີບໂຕ. ແລ້ວລົມກໍໄດ້ພັດໃສ່ຕົ້ນໄມ້ ແລະ ເຮືອນຢ່າງຮຸນແຮງ ເຮືອນຊານບ້ານຊ່ອງເພພັງກະຈັດກະຈາຍອອກໄປ. ສ່ວນສັດທີ່ເຫລືອຢູ່ໃນປ່ານັ້ນກໍພາກັນຮ້ອງຄວນຄາງເບິ່ງຄືວ່າ ພວກມັນຈະຮູ້ຊາຕາກຳຂອງຕົນເອງ ແລະ ຊາຕາກຳຂອງມະນຸດ. ກ້ອນເມກໄດ້ເທຝົນລົງມາຢ່າງບໍ່ຂາດສາຍ ຈົນເຮັດໃຫ້ແມ່ນ້ຳທັງຫຼາຍລົ້ນ ແລະ ເຂື່ອນຢູ່ທີ່ຕ່າງໆກໍເພພັງລົງ. ມະນຸດທັງຫຼາຍໄດ້ພາກັນຮ້ອງໄຫ້ ແລະ ແລ່ນໜີເອົາຊີວິດລອດ. ຫຼາຍໆຄົນກໍແລ່ນໄປເຮືອລຳໃຫຍ່ຂອງໂນອາ ແລະ ຮ້ອງໃສ່ໂນອາເປີດປະຕູເຮືອໃຫ້ພວກເຂົາ, ບາງຄົນກໍພະຍາຍາມພັງປະຕູເຮືອຂອງໂນອາເພື່ອທີ່ຈະເຂົ້າໄປ ແຕ່ເຮືອຂອງໂນອາຖືກອອກແບບຢ່າງໝັ່ນຄົງຈຶ່ງບໍ່ສາມາດພັງເຂົ້າໄປໄດ້, ບາງຄົນກໍເກາະຢູ່ກັບເຮືອເອົາໄວ້ ແຕ່ເມື່ອເຮືອໄປຕຳໃສ່ກັບຕົ້ນໄມ້ ຫຼື ໂງ່ນຫີນກໍເຮັດໃຫ້ບັນດາຜູ້ຄົນບໍ່ສາມາດເກາະຢູ່ທີ່ເຮືອຂອງໂນອາໄດ້.
ໃນຂະນະດຽວກັນນັ້ນ ສັດທີ່ຢູ່ໃນເຮືອຂອງໂນອາກໍໄດ້ພາກັນຮ້ອງຄວນຄາງດ້ວຍຄວາມຢ້ານກົວຢູ່ທ່າມກາງໄພພິບັດ ແຕ່ເຮືອລຳໃຫຍ່ນີ້ໄດ້ລອຍຢູ່ຢ່າງປອດໄພ ເພາະມີທູດສະຫວັນຂອງພຣະເຈົ້າເຝົ້າຮັກສາຢູ່. ແລ້ວບໍ່ດົນ ແມ່ນ້ຳທຸກໆສາຍກໍໄດ້ໄຫຼລົງມາຈາກພູເຂົາທັງຫຼາຍ ແລະ ນ້ຳພຸບາດານແຕ່ລະບ່ອນໄດ້ພົ້ນຂຶ້ນ ຈົນຊັດເອົາໂງ່ນຫີນໃຫຍ່ໆຂຶ້ນໄປໃນອາກາດຫຼາຍຮ້ອຍແມັດ. ນ້ຳໄດ້ຖ້ວມຂຶ້ນເລື້ອຍໆ ຈົນຄົນທັງຫຼາຍໄດ້ພາກັນແລ່ນຂຶ້ນໄປຢູ່ເທິງພູ ແລະ ຍາດບ່ອນຢູ່ກັບສັດ. ບາງຄົນກໍມັດຕົນເອງກັບລູກຂອງຕົນໄວ້ຢູ່ເທິງຫຼັງສັດໃຫຍ່ ເພື່ອຫວັງທີ່ຈະໃຫ້ສັດໃຫຍ່ນັ້ນໜີຂຶ້ນໄປຍັງບ່ອນທີ່ສູງສຸດ. ຈາກນັ້ນ ນ້ຳທະເລກໍໄດ້ຫຼັ່ງໄຫຼເຂົ້າມາຖ້ວມແຜ່ນດິນໂລກ. ໃນລະຫວ່າງທີ່ມະນຸດສັ່ນສະທ້ານຢ້ານກັບເຫດການທີ່ເກີດຂຶ້ນຢູ່ນັ້ນ ພວກເຂົາຈຶ່ງເຫັນວ່າ ພວກເຂົາກຳລັງພົບກັບໄພພິບັດຍ້ອນການບໍ່ເຊື່ອຟັງພຣະເຈົ້າ ແລະ ເຮັດຜິດຕໍ່ພຣະບັນຍັດຂອງພຣະອົງ. ດ້ວຍຄວາມຢ້ານຕໍ່ການລົງໂທດຂອງພຣະເຈົ້ານີ້ເອງ ຈຶ່ງເຮັດໃຫ້ພວກເຂົາໄດ້ຮູ້ສຶກ ແລະ ເຂົ້າໃຈວ່າມັນເປັນຍ້ອນຄວາມບາບຂອງພວກເຂົາ.
ສວນອັນງົດງາມທີ່ມະນຸດໄດ້ຈັດຕຽມໄວ້ໃຫ້ກັບຮູບປັ້ນຂອງພວກເຂົາກໍຖືກທຳລາຍລົງໂດຍຖືກຟ້າຜ່າ, ແທ່ນບູຊາທີ່ເຄີຍໃຊ້ບູຊານັ້ນກໍຖືກຖອນຮາກອອກຈົນໝົດ ແລະ ຄົນທີ່ຂາບໄຫ້ວບູຊາຮູບປັ້ນນັ້ນ ກໍຖືກທຳລາຍເພາະຄວາມຊົ່ວຊ້າຍ້ອນຫຼົງໄຫຼໃນຮູບປັ້ນນັ້ນ. ໄພພິບັດທີ່ມະນຸດ ແລະ ສັດໄດ້ຮັບນັ້ນ ມັນໂຫດຮ້າຍບໍ່ຊ່າງທີ່ຈະອະທິບາຍເຖິງຣິດອຳນາດຂອງພຣະເຈົ້າໄດ້. ນ້ຳໄດ້ຖ້ວມທຸກໆສິ່ງທີ່ຢູ່ເທິງແຜ່ນດິນໂລກເຊັ່ນ: ຄົນ, ສັດ, ເຮືອນຊານ ແລະ ສະຖານທີ່ຕ່າງໆ ລວມທັງຖ້ວມກາຍພູທີ່ສູງທີ່ສຸດຂອງໂລກ ເຫຼືອພຽງເຮືອຂອງໂນອາເທົ່ານັ້ນທີ່ລອຍຢູ່ເທິງໜ້ານ້ຳຢ່າງປອດໄພ.
ໂລກເປັນສະໜາມຮົບ
ການຕໍ່ສູ້ທີ່ເລີ່ມຕົ້ນຢູ່ໃນສະຫວັນ ແຕ່ມັນໄດ້ຕັດສິນຢູ່ທີ່ໂລກນີ້ ເຊິ່ງໂລກນີ້ເປັນສະໜາມຮົບທີ່ຊາຕານອ້າງວ່າເປັນຂອງມັນ.
ສະພາບຂອງໂລກກ່ອນນ້ຳຖ້ວມນັ້ນ ເປັນຕົວຢ່າງຜົນຂອງການປົກຄອງທີ່ຊາຕານເຄີຍພະຍາຍາມຈັດຕັ້ງຢູ່ໃນສະຫວັນໂດຍການປະຕິເສດອຳນາດຂອງພຣະບຸດ ແລະ ປະຖິ້ມພຣະບັນຍັດຂອງພຣະເຈົ້າ. ສ່ວນຄົນທີ່ບໍ່ເຊື່ອຟັງພຣະເຈົ້າກ່ອນນ້ຳຖວ້ນນັ້ນ ກໍໄດ້ສະແດງໃຫ້ເຫັນວ່າເປັນພົນລະເມືອງຂອງຊາຕານທີ່ປົກຄອງຢູ່ "ມະນຸດຊົ່ວຮ້າຍຫຼາຍຂຶ້ນ ແລະ ຄວາມຄິດຊົ່ວກໍບັງຄັບຈິດໃຈຂອງມະນຸດຢູ່ທຸກເວລາ" (ປະຖົມມະການ 6:5).
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 7:10-23.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) ບົດທີ 7 ແລະ {ວັກ 69.2, 78.4, 105.1} ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ໂລກໃໝ່ທີ່ສະອາດ
ຫຼັງຈາກນັ້ນ ພຣະເຈົ້າກໍໄດ້ເຮັດໃຫ້ມີລົມພັດໄປມາ ແລະ ນ້ຳກໍບົກລົງ, ຮູນ້ຳໃຕ້ພື້ນດິນ ແລະ ປ່ອງນ້ຳເທິງທ້ອງຟ້າຖືກອັດໝົດ, ຝົນເຊົາຕົກ ແລະ ນ້ຳກໍຄ່ອຍໆບົກລົງຕາມລຳດັບເປັນເວລາ 150 ວັນ. ຈາກນັ້ນ ເຮືອຂອງໂນອາກໍໄດ້ໄປຄ້າງຄາຢູ່ເທິງພູໜ່ວຍໜຶ່ງ. ນ້ຳໄດ້ບົກລົງເລື້ອຍໆ ຈົນກະທັ້ງໄດ້ເຫັນຈອມພູທັງຫຼາຍ. ແລ້ວໂນອາກໍໄດ້ໄຂປ່ອງຢ້ຽມເຮືອອອກ ແລະ ໄດ້ປ່ອຍນົກກາໂຕໜຶ່ງອອກໄປ ເພື່ອຢາກຮູ້ວ່ານ້ຳບົກແລ້ວ ຫຼື ບໍ. ແຕ່ນົກກາໂຕນີ້ບໍ່ໄດ້ບິນກັບຄືນມາ ແຕ່ມັນໄດ້ບິນເວີນໄປມາຖ້າໃຫ້ນ້ຳແຫ້ງ. ສະນັ້ນ ໂນອາຈຶ່ງບໍ່ຮູ້ກ່ຽວກັບນ້ຳທີ່ຢູ່ນອກເຮືອ. ຕໍ່ມາ ໂນອາກໍໄດ້ປ່ອຍນົກກາງແກໂຕໜຶ່ງອອກໄປອີກ ເພື່ອກວດເບິ່ງສະພາບຂອງນ້ຳຖ້ວມ ແຕ່ນົກກາງແກໂຕນີ້ບໍ່ມີບ່ອນຈັບ. ດັ່ງນັ້ນ ມັນຈຶ່ງໄດ້ກັບຄືນມາຫາໂນອາຢູ່ເຮືອ ໂນອາກໍຟ້າວເດ່ມືອອກໄປຈັບເອົານົກກາງແກໂຕນັ້ນມາໄວ້ຢູ່ໃນເຮືອນຳໝູ່ຂອງມັນ ແລ້ວໂນອາກໍຮູ້ວ່ານ້ຳຍັງຖ້ວມແຜ່ນດິນໂລກຢູ່. ເມື່ອເຈັດມື້ຜ່ານໄປ ໂນອາກໍໄດ້ປ່ອຍນົກກາງແກອອກໄປອີກ ແຕ່ນົກກາງແກໂຕນີ້ໄດ້ບິນກັບມາໃນຕອນແລງພ້ອມທັງຄາບໃບໝາກກອກມານຳ. ໂນອາພ້ອມດ້ວຍຄອບຄົວຈຶ່ງພາກັນດີໃຈເພາະຮູ້ວ່ານ້ຳໄດ້ບົກລົງ ແລ້ວໂນອາກໍລໍຄອຍໃຫ້ເຈັດມື້ຜ່ານໄປອີກ. ຈາກນັ້ນ ເພິ່ນກໍປ່ອຍນົກກາງແກອອກໄປເປັນຄັ້ງທີສາມ ແຕ່ເທື່ອນີ້ ນົກກາງແກບໍ່ໄດ້ບິນກັບຄືນມາຫາເພິ່ນ.
ຕໍ່ມາ ພຣະເຈົ້າກໍໄດ້ສົ່ງທູດສະຫວັນລົງມາເປີດປະຕູເຮືອໃຫ້ໂນອາ ແລະ ກ່າວຕໍ່ເພິ່ນວ່າ: “ໂນອາເອີຍ! ເຈົ້າ ແລະ ຄອບຄົວຂອງເຈົ້າຈົ່ງພາກັນອອກມາຈາກເຮືອ ຈົ່ງປ່ອຍນົກ ແລະ ສັດທັງຫຼາຍທີ່ຢູ່ໃນເຮືອອອກມານຳ ເພື່ອໃຫ້ພວກມັນອອກແມ່ແຜ່ລູກຢູ່ເທິງແຜ່ນດິນໂລກ.”
ແລ້ວໂນອາພ້ອມດ້ວຍຄອບຄົວກໍອອກມາຈາກເຮືອ. ສັດ ແລະ ນົກທຸກໆຊະນິດຕ່າງກໍອອກມາຈາກເຮືອເປັນຄູ່ໆ ຕາມຊະນິດຂອງມັນ. ໂນອາຊົມຊື່ນຍິນດີໃນພຣະເຈົ້າຫຼາຍທີ່ໄດ້ຊ່ວຍຊີວິດຄອບຄົວຂອງເພິ່ນໃຫ້ພົ້ນຈາກການລົງໂທດຂອງພຣະອົງຍ້ອນຄວາມບາບຂອງມະນຸດ. ດັ່ງນັ້ນ ໂນອາຈຶ່ງໄດ້ສ້າງແທ່ນບູຊາຖວາຍໃຫ້ພຣະເຈົ້າດ້ວຍຄວາມກະຕັນຍູຮູ້ບຸນຄຸນ. ເພິ່ນໄດ້ເອົາສັດ ແລະ ນົກທີ່ສະອາດເປັນເຄື່ອງບູຊາຖວາຍໃຫ້ພຣະເຈົ້າສຳລັບຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າທີ່ມີຕໍ່ຄອບຄົວຂອງເພິ່ນ. ການຖວາຍເຄື່ອງບູຊາໃຫ້ພຣະເຈົ້ານີ້ ໂນອາຍັງໄດ້ຄິດເຖິງພຣະສັນຍາຂອງພຣະເຈົ້າທີ່ໄດ້ໃຫ້ໄວ້ກັບບັນພະບູລຸດຂອງເພິ່ນວ່າ ພຣະເຈົ້າຈະປະທານພຣະບຸດຂອງພຣະອົງມາເປັນເຄື່ອງບູຊາໄຖ່ບາບໃຫ້ແກ່ມະນຸດທົ່ວໂລກ ເຊິ່ງຈະສະເດັດມາໃນອະນາຄົດ.
ການຖວາຍເຄື່ອງບູຊາຂອງໂນອານີ້ເປັນທີ່ພໍໃຈພຣະເຈົ້າ ແລະ ພຣະອົງໄດ້ອວຍພອນໂນອາພ້ອມດ້ວຍຄອບຄົວຂອງເພິ່ນວ່າ: “ຈົ່ງມີລູກຫຼານຢ່າງຫຼວງຫຼາຍ ເພື່ອເຊື້ອສາຍຂອງເຈົ້າຈະມີຊີວິດຢູ່ເທິງແຜ່ນດິນໂລກ...”
ພຣະເຈົ້າຍັງກ່າວອີກວ່າ: “ບັດນີ້! ເຮົາສັນຍາວ່າຈະບໍ່ທຳລາຍທຸກສິ່ງທີ່ມີຊີວິດດ້ວຍນ້ຳຖ້ວມອີກ. ນ້ຳຖ້ວມແຜ່ນດິນໂລກດັ່ງນີ້ຈະບໍ່ມີອີກຕໍ່ໄປ. ເພື່ອເປັນເຄື່ອງໝາຍຂອງຄຳສັນຍາອັນຕະຫຼອດໄປ ເຮົາຈະຕັ້ງຮຸ້ງກິນນ້ຳໄວ້ໃນທ້ອງຟ້າ. ຮຸ້ງກິນນ້ຳຈະເປັນເຄື່ອງໝາຍຂອງຄຳໝັ້ນສັນຍາທີ່ເຮົາໄດ້ຕັ້ງໄວ້ກັບໂລກ. ເມື່ອໃດທີ່ເຮົາເຮັດໃຫ້ມີເມກປົກຄຸມທົ່ວທ້ອງຟ້າ ແລະ ໃຫ້ມີຮຸ້ງປາກົດຂຶ້ນ ເມື່ອນັ້ນເຮົາກໍຈະນຶກເຖິງຄຳໝັ້ນສັນຍາທີ່ເຮົາໃຫ້ແກ່ເຈົ້າ ແລະ ສັດທັງປວງ...”
ຫຼັງຈາກນັ້ນ ໂນອາພ້ອມດ້ວຍຄອບຄົວກໍໄດ້ສ້າງບ້ານປຸກເຮືອນຂຶ້ນໃໝ່ ແລະ ປູກພືດພັນນາໆຊະນິດເພື່ອດຳລົງຊີວິດ. ພວກເຂົາຍັງຄົງນະມັດສະການພຣະເຈົ້າຢູ່ສະເໝີ ເພື່ອລູກຫຼານຄົນລຸ່ນຫຼັງຈະໄດ້ສືບທອດເລື່ອງພຣະເຈົ້າຢູ່ຕໍ່ໄປ.
ສັນຍາລັກຂອງຮຸ້ງກິນນ້ຳ
ພຣະເຈົ້າຊົງຮູ້ວ່າໃນອະນາຄົດນັ້ນ ມະນຸດຈະພາກັນຄິດວ່າພຣະເຈົ້າຈະເຮັດໃຫ້ນ້ຳຖ້ວມໂລກອີກເມື່ອໃດທີ່ພວກເຂົາເຫັນກ້ອນເມກ ຫຼື ເຫັນຝົນຕົກ. ສະນັ້ນ ພຣະເຈົ້າຈຶ່ງເຮັດຄຳໝັ້ນສັນຍາກັບມະນຸດລວມທັງສິ່ງທີ່ມີຊີວິດ. ສັນຍາລັກຮຸ້ງກິນນ້ຳນີ້ຈະຊ່ວຍໃຫ້ມະນຸດຢຶດໝັ້ນຢູ່ໃນຄວາມເຊື່ອໃນພຣະສັນຍາຂອງພຣະເຈົ້າ ແລະ ສ້າງຄວາມເຊື່ອໝັ້ນຂອງມະນຸດໃນພຣະອົງ. ນອກຈາກນີ້ ສັນຍາລັກຮຸ້ງກິນນ້ຳນີ້ຍັງບອກເຖິງຄວາມຮັກ ແລະ ຄວາມເມດຕາຂອງພຣະເຈົ້າອັນບໍ່ມີທີ່ສີ້ນສຸດອີກດ້ວຍ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 8:1-11, 15-17, 20; 9:17-16.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) ບົດທີ 8 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.
ເປັນຫຍັງ ໂລກນີ້ຈຶ່ງມີຫຼາຍພາສາ?
ໂນອາພ້ອມດ້ວຍຄອບຄົວຂອງເພິ່ນໄດ້ດຳລົງຊີວິດ ແລະ ອາໄສຢູ່ເທິງພູບ່ອນທີ່ເຮືອຂອງເພິ່ນຄ້າງຄາຢູ່ນັ້ນເປັນເວລາດົນນານ. ຫຼາຍປີຜ່ານໄປລູກຫຼານເຫຼນຂອງໂນອາກໍໄດ້ເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ແລະ ມີລູກຫຼານຂອງໂນອາຫຼາຍຄົນໄດ້ປະຖິ້ມຄວາມເຊື່ອເລື່ອງພຣະເຈົ້າ. ບາງຄົນຜູ້ທີ່ມີຄວາມເຊື່ອເລື່ອງພຣະເຈົ້າໜ້ອຍນັ້ນ ນັບມື້ຄວາມເຊື່ອຂອງເຂົາກໍນັບຫຼຸດລົງ ສ່ວນບາງຄົນຜູ້ທີ່ໃກ້ຈະລືມພຣະເຈົ້າກໍມີຄວາມຮູ້ສຶກວ່າຄຳສັ່ງສອນ ແລະ ແບບຢ່າງຂອງເພື່ອນບ້ານທີ່ຢຳເກງພຣະເຈົ້ານັ້ນເປັນສິ່ງທີ່ໜ້າລຳຄານຕະຫຼອດເວລາ. ດັ່ງນັ້ນ ພວກເຂົາຈຶ່ງຕັດສິນໃຈພາກັນແຍກຕົວອອກຈາກຜູ້ທີ່ນະມັດສະການພຣະເຈົ້າ ແລະ ເດີນທາງໄປຕັ້ງຖິ່ນຖານຢູ່ທົ່ງຮາບພຽງແຫ່ງໜຶ່ງທາງທິດຕາເວັນອອກ.
ຕໍ່ມາ ພວກກຸ່ມຄົນທີ່ບໍ່ນັບຖືພຣະເຈົ້າເຫຼົ່ານີ້ກໍພາກັນບໍ່ເຊື່ອໃນພຣະສັນຍາຂອງພຣະເຈົ້າທີ່ວ່າ “ພຣະເຈົ້າຈະບໍ່ໃຫ້ນ້ຳຖ້ວມໂລກອີກ” ແລະ ພວກເຂົາໄດ້ສັນນິຖານວ່າ ນ້ຳຖ້ວມໂລກນັ້ນເກີດຂຶ້ນຍ້ອນໄພທຳມະຊາດ. ດັ່ງນັ້ນ ພວກຜູ້ນຳຂອງພວກກຸ່ມຄົນທີ່ບໍ່ນັບຖືພຣະເຈົ້າເຫຼົ່ານີ້ຈຶ່ງໄດ້ໂອ້ລົມປືກສາຫາລືກັນ.
ມີຄົນໜຶ່ງໄດ້ເວົ້າຂຶ້ນວ່າ: “ຕອນທີ່ພວກເຮົາຍ້າຍມາຢູ່ທີ່ນີ້ທຳອິດ ພື້ນດິນທີ່ນີ້ມີແຕ່ຄວາມວ່າງເປົ່າ ແລະ ພວກເຮົາກໍໄດ້ຊ່ວຍກັນປ່ຽນແປງ, ປູກເຂົ້າ, ເຮັດສວນ ແລະ ປູກພືດພັນນາໆຊະນິດ. ແຕ່ວ່າພວກເຮົາຈະຮູ້ໄດ້ແນວໃດວ່າພຣະເຈົ້າຈະບໍ່ໃຫ້ນ້ຳຖ້ວມໂລກອີກ?”
ແລ້ວກໍມີຄົນໜຶ່ງເວົ້າວ່າ: “ພຣະເຈົ້າກໍມີຄຳສັນຍາໄວ້ກັບໂນອາແລ້ວເດ! ບໍ່ແມ່ນຊັ້ນບໍ? ທີ່ພຣະເຈົ້າໄດ້ເວົ້າຕໍ່ໂນອາວ່າ: ‘ເຮົາຈະບໍ່ທຳລາຍທຸກສິ່ງທີ່ມີຊີວິດດ້ວຍນ້ຳຖ້ວມອີກ. ເຮົາໄດ້ຕັ້ງຮຸ້ງກິນນ້ຳໄວ້ໃນທ້ອງຟ້າ ເພື່ອເປັນເຄື່ອງໝາຍຂອງຄຳສັນຍາທີ່ເຮົາມີຕໍ່ເຈົ້າ’.”
ແລະ ອີກຄົນໜຶ່ງເວົ້າຂຶ້ນວ່າ: “ເອີ! ກະແມ່ນຢູ່ ຄຳສັນຍາທີ່ໃຫ້ຄືມີຮຸ້ງກິນນ້ຳປາກົດຂຶ້ນຢູ່ໃນທ້ອງຟ້າຫັ້ນຫວາ? ບໍ່ຕ້ອງໄປເຊື່ອດອກ! ພວກເຮົາເຊື່ອຄຳສັນຍາຂອງພຣະເຈົ້າບໍ່ໄດ້ ແລະ ເປັນຫຍັງ ພວກເຮົາຈຶ່ງຕ້ອງມາເຊື່ອຄຳສັນຍາທຳມະດາທີ່ມີເຄື່ອງໝາຍຢູ່ເທິງທ້ອງຟ້າເທົ່ານີ້?”
ບາງຄົນກໍໄດ້ເວົ້າອີກວ່າ: “ພຣະເຈົ້າອົງນີ້ແຫລະ! ທີ່ທຳລາຍໂລກໂດຍເຮັດໃຫ້ນ້ຳຖ້ວມ. ໃນເມື່ອພວກເຮົາສາມາດສ້າງສິ່ງທີ່ແຂງແຮງຂຶ້ນມາໄດ້ ເປັນຫຍັງ ພວກເຮົາຄືບໍ່ສ້າງສິ່ງທີ່ສູງໃຫຍ່ຂຶ້ນມາ ເພື່ອເປັນທີ່ລີ້ໄພຖ້າຫາກນ້ຳຖ້ວມໂລກອີກ? ມາເທາະ! ຈົ່ງພາກັນສ້າງເມືອງໃຫ້ມີຍອດ(ຫໍຄອຍ)ສູງຈຸຟ້າເພື່ອເປັນທີ່ຢູ່ອາໃສ ແລະ ເປັນທີ່ລີ້ໄພ. ພວກເຮົາຈະໄດ້ສ້າງຊື່ສຽງໄວ້ ແລະ ຈະບໍ່ພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກນີ້.” ດັ່ງນັ້ນ ພວກເຂົາຈຶ່ງຕັດສິນໃຈວາງແຜນການທີ່ຈະສ້າງເມືອງ ແລະ ຫໍຄອຍຂຶ້ນ.
ໃນຂະນະທີ່ພວກເຂົາກຳລັງສ້າງເມືອງທີ່ເປັນຫໍຄອຍໄປໄດ້ໃນລະດັບໜຶ່ງແລ້ວ ພວກເຂົາກໍໄດ້ໃຊ້ຫ້ອງສ່ວນໜຶ່ງຂອງຫໍຄອຍເປັນທີ່ຢູ່ອາໄສ ແລະ ຫ້ອງສ່ວນອື່ນໆກໍໄດ້ຮັບການຕົກແຕ່ງປະດັບປະດາຢ່າງຫຼູຫຼາສວຍງາມ ເພື່ອຖວາຍໃຫ້ກັບຮູບປັ້ນຕ່າງໆຂອງພວກເຂົາ. ຈາກນັ້ນ ພວກເຂົາກໍໄດ້ສະເຫຼີມສະຫຼອງຄວາມສຳເລັດ ແລະ ສັນລະເສີນຮູບປັ້ນທີ່ເຮັດດ້ວຍເງິນຄຳຂອງພວກເຂົາ.
ເມື່ອພຣະເຈົ້າໄດ້ສະເດັດລົງມາຈາກສະຫວັນເພື່ອມາເບິ່ງຕົວເມືອງທີ່ເປັນຫໍຄອຍທີ່ມະນຸດກຳລັງສ້າງຂຶ້ນນັ້ນ. ພຣະເຈົ້າກໍໄດ້ກ່າວຂຶ້ນວ່າ: “ປະຊາຊົນໄດ້ເຕົ້າໂຮມກັນຢູ່ບ່ອນດຽວແທນທີ່ຈະກະຈາຍອອກໄປຢູ່ທົ່ວໂລກ. ສິ່ງທີ່ພວກເຂົາເຮັດຢູ່ນີ້ ມັນບໍ່ດີມັນເປັນການກະທຳອັນບໍ່ມີປະໂຫຍດ. ພວກເຂົາສະໜັບໜູນກັນສ້າງສິ່ງທີ່ສູງໃຫຍ່ເຮັດຕົວເອງໃຫ້ສູງຂຶ້ນໄປເຖິງສະຫວັນ. ນີ້ເປັນພຽງຂັ້ນເລີ່ມຕົ້ນທີ່ພວກເຂົາກຳລັງເຮັດ. ໃນຂັ້ນຕໍ່ໄປ ພວກເຂົາຈະສາມາດເຮັດທຸກສິ່ງທີ່ພວກເຂົາປາຖະໜາຢາກເຮັດ ແລະ ບໍ່ມີສິ່ງໃດທີ່ຈະມາຫ້າມພວກເຂົາໄດ້. ບັດນີ້ ມະນຸດທ້ອນໂຮມກັນເປັນໜຶ່ງດຽວ ແລະ ກໍປາກເວົ້າເປັນພາສາດຽວກັນ. ເຮົາຈະເຮັດໃຫ້ພາສາຂອງພວກເຂົາສັບສົນແຕກຕ່າງກັນ ເພື່ອພວກເຂົາຈະເວົ້າບໍ່ເຂົ້າໃຈກັນ ແລະ ບໍ່ສາມາດເຮັດວຽກນີ້ໃຫ້ສຳເລັດໄດ້.”
ຕໍ່ມາ ພວກເຂົາກໍໄດ້ເຮັດການກໍ່ສ້າງຫໍຄອຍຂຶ້ນໄປອີກ. ແຕ່ໃນຂະນະທີ່ກຳລັງກໍ່ສ້າງເມືອງທີ່ເປັນຫໍຄອຍຢູ່ນັ້ນ ພຣະເຈົ້າກໍໄດ້ເຮັດໃຫ້ພາສາປາກເວົ້າຂອງພວກເຂົາແຕກຕ່າງກັນ. ເມື່ອຄົນທີ່ຢູ່ເທິງຫໍຄອຍ ຕ້ອງການອຸປະກອນການກໍ່ສ້າງຫໍຄອຍ ແຕ່ບໍ່ສາມາດບອກຄົນທີ່ຢູ່ລຸ່ມນັ້ນໄດ້ເພາະຫໍຄອຍນັ້ນສູງຫຼາຍ. ສະນັ້ນ ຄົນທີ່ຢູ່ເທິງຫໍຄອຍຈຶ່ງໄດ້ບອກເພື່ອນທີ່ຢູ່ໃກ້ຄຽງໃຫ້ບອກຕໍ່ໆກັນໄປຫາຄົນທີ່ຢູ່ທາງລຸ່ມນັ້ນ. ແຕ່ໃນລະຫວ່າງທີ່ພວກເຂົາກຳລັງສື່ສານກັນນັ້ນ ພາສາຂອງພວກເຂົາກໍໄດ້ຖືກປ່ຽນແປງໄປ ຈົນອຸປະກອນທີ່ສັ່ງໃຫ້ເອົາຂຶ້ນໄປນັ້ນກໍບໍ່ໄດ້ຕາມທີ່ສັ່ງ. ພວກເຂົາຈຶ່ງພາກັນຕົກໃຈ ແລະ ສັບສົນວຸ່ນວາຍຍ້ອນເວົ້າບໍ່ເຂົ້າໃຈກັນ. ສະນັ້ນ ການກໍ່ສ້າງຫໍຄອຍຈຶ່ງຕ້ອງໄດ້ຢຸດຕິລົງ. ດວ້ຍຄວາມຜິດຫວັງ ແລະ ຄວາມໂກດຮ້າຍ, ພວກເຂົາຈຶ່ງກ່າວໂທດໃສ່ກັນແລະກັນ ຈົນມີການຂ້າຟັນຕີກັນເກີດຂຶ້ນຢ່າງຮຸນແຮງ. ແຕ່ໃນລະຫວ່າງທີ່ພວກເຂົາກຳລັງສັບສົນວຸ່ນວາຍກັນຢູ່ນັ້ນ ພຣະເຈົ້າກໍໄດ້ເຮັດໃຫ້ຟ້າຜ່າໃສ່ເທິງຍອດຫໍຄອຍຫັກລົງມາສູ່ພື້ນດິນ ເພື່ອສະແດງໃຫ້ຮູ້ວ່າພຣະເຈົ້າບໍ່ພໍພຣະໄທ ແລະ ໃຫ້ພວກເຂົາລະນຶກເຖິງວ່າມີພຣະເຈົ້າອົງຊົງປົກຄອງຢູ່ເທິງຟ້າສະຫວັນ.
ໃນທີ່ສຸດ ພວກເຂົາກໍໄດ້ຕັດສິນໃຈເຊົາກໍ່ສ້າງເມືອງທີ່ເປັນຫໍຄອຍ ແລະ ໄດ້ໃສ່ຊື່ເມືອງທີ່ເປັນຫໍຄອຍແຫ່ງນີ້ວ່າ: “ບາເບວ” ເຊິ່ງມີຄວາມໝາຍວ່າ: ສັບສົນ. ກ່ອນໜ້ານັ້ນ ມະນຸດທົ່ວໂລກປາກເວົ້າພາສາດຽວກັນ ແລະ ໃຊ້ຖ້ອຍຄຳແບບດຽວກັນໝົດ. ແຕ່ບັດນີ້ ຄົນທີ່ພໍຈະເວົ້າເຂົ້າໃຈພາສາດຽວກັນນັ້ນກໍໄດ້ລວມຕົວກັນເປັນກຸ່ມ ແລະ ເປັນຄອບຄົວ. ຈາກນັ້ນ ພວກເຂົາກໍໄດ້ກະຈັດກະຈາຍກັນອອກໄປຄົນລະທິດທາງຈົນທົ່ວແຜ່ນດິນໂລກ.
ສາເຫດທີ່ສ້າງຫໍບາເບວ
ພຣະເຈົ້າຊົງສັ່ງໃຫ້ມະນຸດກະຈັດກະຈາຍອອກໄປຢູ່ທົ່ວແຜ່ນດິນໂລກ ເພື່ອຂະຫຍາຍອອກໄປມີອຳນາດເໜືອແຜ່ນດິນ. ແຕ່ຄົນທີ່ສ້າງຫໍບາເບວນັ້ນ ມີຄວາມມຸ້ງໝາຍທີ່ຈະຮັກສາກຸ່ມຄົນເອົາໄວ້ໃຫ້ເປັນໜຶ່ງດຽວກັນ ແລະ ຈະຕັ້ງລະບອບການປົກຄອງທີ່ບໍ່ຂຶ້ນກັບພຣະເຈົ້າ. ຈິດໃຈຂອງພວກເຂົາຍິ່ງຈອງຫອງຄືກັບກາອິນທີ່ໄດ້ຄິດຕໍ່ສູ້ພຣະເຈົ້າ. ຈຸດປະສົງຢ່າງໜຶ່ງໃນການສ້າງຫໍບາເບວນັ້ນ ກໍເພື່ອເປັນບ່ອນລີ້ໄພຖ້າຫາກວ່ານ້ຳຖ້ວມໂລກອີກ. ນອກຈາກນີ້ ໂຄງການທັງໝົດຍັງມີຈຸດປະສົງເພື່ອຍົກຍ້ອງນັກກໍ່ສ້າງ ແລະ ເພື່ອເຮັດໃຫ້ຄົນລຸ່ນຫຼັງຫັນອອກຈາກພຣະເຈົ້າໂດຍຫັນໄປຂາບໄຫວ້ບູຊາຮູບປັ້ນ.
ຜົນຂອງການກະບົດ
ແຜນການຊົ່ວຮ້າຍຂອງຄົນທີ່ສ້າງຫໍບາເບວຈົບລົງໂດຍການພ່າຍແພ້ ແລະ ໜ້າອັບອາຍ. ອານຸສອນແຫ່ງຄວາມຍິ່ງຈອງຫອງຂອງພວກເຂົານັ້ນກາຍເປັນເຄື່ອງເຕືອນຄວາມຊົງຈຳເຖິງຄວາມໂງ່ງາວຂອງພວກເຂົາ. ເຖິງປານນັ້ນ ຄົນກໍຍັງມຸ່ງໄປຍັງທິດທາງດຽວກັນ ນັ້ນກໍຄືການເພິ່ງພາໃນຕົວເອງ ແລະ ປະຕິເສດພຣະບັນຍັດຂອງພຣະເຈົ້າ ເຊິ່ງເປັນຫຼັກການດຽວກັນທີ່ຊາຕານພະຍາຍາມໃຊ້ໃນສະຫວັນ ແລະ ການຄອບງຳກາອິນຕອນທີ່ລາວນຳເອົາໝາກໄມ້ໄປຖວາຍໃຫ້ພຣະເຈົ້າ.
ອ້າງອີງຈາກປຶ້ມ "ພຣະຄຳພີ" ປະຖົມມະການ 11:1-9.
ອ້າງອີງຈາກປຶ້ມ "ບັນພະຊົນກັບຜູ້ເຜີຍພະວະຈະນະ" (ສະບັບພາສາໄທ) ບົດທີ 10 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ.