ທ່ານ ມາຕິນ ລູເທີ ຈົນເຖິງ ສັນຍານຂອງການສະເດັດກັບມາຂອງພຣະເຢຊູ
ແສງສະຫວ່າງສ່ອງໃນຄວາມມືດ
ຊາຕານເຮັດທຸກວິທີທາງເພື່ອຈະໃຫ້ປະຊາຊົນອອກຫ່າງໄກຈາກພຣະເຈົ້າອົງແທ້ຈິງ. ຜ່ານທາງກົນອຸບາຍຂອງຊາຕານ ມັນໄດ້ພັດທະນາໂບດຄຣິສຕຽນຈອມປອມຂຶ້ນມາເຊິ່ງເອີ້ນວ່າ ຄຣິສຕະຈັກໂຣມັນຄາໂຕລິກ ແລະໂດຍຜ່ານທາງຄຣິສຕະຈັກນີ້ ກໍໄດ້ມີການນຳເອົາບັນດາຫຼັກຄຳສອນຜິດຫຼາຍຢ່າງເຂົ້າມານຳໃຊ້. ການມາປາກົດຂອງຄຣິສຕະຈັກໂຣມັນຄາໂຕລິກເບິ່ງຄືກັບວ່າກຳລັງຕິດຕາມພຣະເຢຊູ ແຕ່ວ່າມັນເປັນເຄື່ອງມືຂອງຊາຕານເພື່ອໃຊ້ດັກຈັບປະຊາຊົນໃຫ້ຢູ່ຝ່າຍມັນ. ນອກຈາກນີ້ ຊາຕານຍັງໄດ້ເອົາພຣະຄຳພີອອກໄປຈາກປະຊາຊົນ ແລະການບໍ່ມີພຣະຄຳພີນີ້ແຫລະ ຜູ້ຄົນຈຶ່ງບໍ່ມີຄວາມຮູ້ເພື່ອຈະໄດ້ເຫັນເຖິງການກະທຳ ແລະບັນດາຫຼັກຄຳສອນຜິດຂອງຄຣິສຕະຈັກໂຣມັນຄາໂຕລິກ. ຍ້ອນສິ່ງເຫຼົ່ານີ້ ຈຶ່ງເຮັດໃຫ້ທະວີບຢູໂຣບກ້າວເຂົ້າສູ່ຍຸກແຫ່ງຄວາມມືດ.
ແຕ່ພຣະເຈົ້າບໍ່ປ່ອຍໃຫ້ປະຊາຊົນປາສະຈາກແສງສະຫວ່າງແຫ່ງຄວາມຈິງ. ພຣະເຈົ້າຊົງນຳພາຜູ້ສັດຊື່ທີ່ກຳລັງສະແຫວງຫາຄວາມຈິງ ເພື່ອຄົ້ນຫາພຣະຄຳພີທີ່ຍັງເຫຼືອຢູ່ບໍ່ຫຼາຍເຫຼັ້ມ.
ໃນປະເທດອັງກິດ ພຣະເຈົ້າຊົງເອີ້ນຊາຍຄົນໜຶ່ງຊື່ວ່າ ຈອນ ໄວຄລິບ (1320-1384). ເພິ່ນເປັນຄົນສະຫຼາດ ແລະມີການສຶກສາ. ໃນສະໄໝນັ້ນ ພຣະຄຳພີມີສະເພາະພາສາບູຮານເທົ່ານັ້ນ. ທ່ານ ໄວຄລິບ ເຄີຍຮຽນພາສາບູຮານມາກ່ອນຈຶ່ງສາມາດອ່ານພຣະຄຳພີໄດ້. ໃນຂະນະທີ່ເພິ່ນອ່ານພຣະຄຳພີ ເພິ່ນກໍໄດ້ເຫັນແຜນການໄຖ່ໃຫ້ລອດທີ່ໄດ້ອະທິບາຍຢ່າງຊັດເຈນ. ເປັນເວລາຫຼາຍປີ ເພິ່ນໄດ້ອຸທິດຕົວເອງເພື່ອສຳແດງໃຫ້ປະຊາຊົນເຫັນຄວາມຈິງ ແລະເປີດເຜີຍຄວາມຜິດຂອງຄຣິສຕະຈັກໂຣມັນຄາໂຕລິກ. ເພິ່ນຂຽນປຶ້ມຫຼາຍເຫຼັ້ມກ່ຽວກັບຄວາມຈິງທີ່ເພິ່ນໄດ້ ຮຽນຮູ້ຢູ່ໃນພຣະຄຳພີ ແລະເປີດເຜີຍຄວາມຜິດຂອງຄຣິສຕະຈັກໂຣມັນຄາໂຕລິກ. ໃນບັ້ນປາຍຊີວິດຂອງທ່ານໄວຄລິບ ເພິ່ນກັບຜູ້ຕິດຕາມຂອງເພິ່ນໄດ້ຊ່ວຍກັນແປພຣະຄຳພີເປັນພາສາທົ່ວໄປ ເພື່ອໃຫ້ປະຊາຊົນສາມາດອ່ານເຂົ້າໃຈພຣະຄຳພີໄດ້. ສິ່ງເຫຼົ່ານີ້ໄດ້ມີອິດທິພົນຕໍ່ຜູ້ຄົນໃນແຕ່ລະປະເທດທີ່ຈະແປພຣະຄຳພີເປັນພາສາຂອງຄົນທົ່ວໄປ. ດັ່ງນັ້ນ ທ່ານໄວຄລິບ ຈຶ່ງກາຍເປັນທີ່ຮູ້ຈັກກັນໃນຖານະດາວຮຸ່ງຂອງການປະຕິຮູບ.
ຕໍ່ມາ ມີຊາຍຄົນໜຶ່ງຊື່ວ່າ ເຈີໂຣມີ (1379-1416). ເພິ່ນເດີນທາງຈາກປະເທດອັງກິດ ແລະ ມາທີ່ປະເທດຂອງເພິ່ນຊື່ວ່າ ໂບຮີເມຍ (ເຊິ່ງປັດຈຸບັນເອີ້ນວ່າ ສາທາລະນະລັດເຊັກ). ເພິ່ນໄດ້ນຳເອົາຜົນງານການຂຽນຂອງທ່ານໄວຄຣິບມາໃຫ້ທ່ານຈອນ ຮັດ (1369–1415). ທ່ານຮັດໄດ້ຮຽນຮູ້ຄວາມຈິງທີ່ພົບຢູ່ໃນພຣະຄຳພີ. ທັງທ່ານເຈີໂຣມີ ແລະ ທ່ານຮັດໄດ້ປະກາດຄວາມຈິງ ແລະ ສຳແດງໃຫ້ປະຊາຊົນເຫັນວ່າ ຄຣິສຕະຈັກໂຣມັນຄາໂຕລິກໄດ້ຕໍ່ຕ້ານພຣະຄຳພີ. ແຕ່ຄຣິສຕະຈັກໂຣມັນຄາໂຕລິກໃຈຮ້າຍທີ່ທ່ານເຈີໂຣມີ ແລະ ທ່ານຮັດໄດ້ເປີດເຜີຍຄວາມຜິດຂອງຄຣິສຕະຈັກ. ທັງທ່ານເຈີໂຣມີ ແລະ ທ່ານຮັດໄດ້ຖືກກ່າວໂທດ ແລະຖືກເຜົາຢູ່ທີ່ເສົາຕາຍທັງເປັນ. ແຕ່ອິດທິພົນຂອງພວກເພິ່ນຍັງຄົງແຜ່ຂະຫຍາຍຫຼັງຈາກການເສຍຊີວິດຂອງພວກເພິ່ນ.
ໂດຍຜ່ານທາງຄົນເຊັ່ນນີ້ທີ່ປະຊາຊົນໂປຣແຕສແຕນໄດ້ເລີ່ມຕົ້ນການປະຕິຮູບຂຶ້ນໃນທະວີບຢູໂຣບ. ການປະຕິຮູບຂອງປະຊາຊົນໂປຣແຕສແຕນນີ້ຈະນຳພາທະວີບຢູໂຣບອອກຈາກຍຸກແຫ່ງຄວາມມືດ. ພຣະເຈົ້າກຳລັງນຳພາປະຊາຊົນໃຫ້ຄົ້ນພົບຄວາມຈິງຂອງແຜນການໄຖ່ໃຫ້ລອດອີກຄັ້ງ.
ຄຳວ່າໂປຣແຕສແຕນໝາຍຄວາມວ່າຫຍັງ?
ບັນດາຄົນທີ່ແຍກຕົວອອກຈາກຫຼັກຄຳສອນຂອງຄຣິສຕະຈັກໂຣມັນຄາໂຕລິກກໍໄດ້ກາຍເປັນທີ່ຮູ້ຈັກວ່າ ໂປຣແຕສແຕນ ໝາຍເຖິງປະທ້ວງ. ພວກເຂົາມີຊື່ເພາະພວກເຂົາປະທ້ວງຕໍ່ຕ້ານຫຼັກຄຳສອນອັນຈອມປອມຂອງຄຣິສຕະຈັກໂຣມັນຄາໂຕລິກ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 5 ແລະ 6 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ທ່ານ ມາຕິນ ລູເທີ
ພຣະເຈົ້າໄດ້ປະທານແສງສະຫວ່າງແຫ່ງຄວາມຈິງໃຫ້ແກ່ຜູ້ຫຼາຍຄົນໃນຊ່ວງເວລານີ້ ເພື່ອນຳພາປະຊາຊົນຊາວຢູໂຣບກັບຄືນໄປສູ່ຄວາມຈິງຕາມຫຼັກຄຳສອນໃນພຣະຄຳພີ. ແຕ່ບໍ່ມີໃຜທີ່ຈະໂດດເດັ່ງ ແລະເປັນທີ່ຮູ້ຈັກກັນດີເທົ່າກັບ ທ່ານມາຕິນ ລູເທີ ຢູ່ປະເທດເຢຍລະມັນ.
ເຖິງແມ່ນວ່າ ການປະຕິຮູບ (ການຕໍ່ສູ້ເພື່ອການປ່ຽນແປງໃຫ້ດີຂຶ້ນທາງດ້ານສາສາໜາ ແລະ ທາງຄວາມເຊື່ອ) ຈະຍືດຍາວນານມາຫຼາຍສັດຕະວັດກໍຕາມ ແຕ່ພຣະເຈົ້າກໍຍັງຄົງຕ້ອງການທີ່ຈະໃຫ້ຄຣິສຕະຈັກຂອງພຣະອົງຈະເລີນຂຶ້ນ ແລະສ່ອງແສງສະຫວ່າງອອກໄປທົ່ວໂລກ. ດັ່ງນັ້ນ ໃນທ່າມກາງປະຊາຊົນຜູ້ທີ່ຕ້ອງການຕິດຕາມພຣະເຈົ້າຢ່າງແທ້ຈິງ ພຣະເຈົ້າຈຶ່ງໄດ້ເລືອກເອົາຊາຍຄົນໜຶ່ງເປັນຜູ້ນຳພາຄຣິສຕະຈັກຂອງພຣະອົງອອກຈາກຄວາມມືດຂອງອຳນາດສັນຕະປາປາ ເພື່ອເຂົ້າສູ່ແສງສະຫວ່າງຂອງຄວາມເຊື່ອທີ່ບໍຣິສຸດອີກຄັ້ງ. ຊາຍຄົນນີ້ມີຊື່ວ່າ: “ມາຕິນ ລູເທີ.” ທ່ານລູເທີເປັນຄົນກະຕືລືລົ້ນ, ມຸ່ງໝັ້ນ, ສັດຊື່, ມີຄວາມຈົ່ງຮັກພັກດີ ແລະຢຳເກງພຣະເຈົ້າ.
ໃນສະໄໝນັ້ນ ຄຣິສຕະຈັກໂຣມັນຄາໂຕລິກໄດ້ເອົາພຣະຄຳພີອອກໄປຈາກໂບດ ແລະປະຊາຊົນ. ພວກເຂົາອ້າງວ່າຕິດຕາມຫຼັກຄຳສອນຂອງພຣະເຢຊູ ແຕ່ພວກເຂົາເກັບຮັກສາສະເພາະບາງສ່ວນຂອງພຣະຄຳພີໄວ້ເຊິ່ງຈະອ່ານໃນພາສາລາຕິນຢູ່ໂບດ. ປະຊາຊົນສ່ວນຫຼາຍບໍ່ເຂົ້າໃຈພາສາລາຕິນ ສະນັ້ນ ພວກເຂົາຈຶ່ງບໍ່ສາມາດເຂົ້າໃຈແມ່ນແຕ່ຂໍ້ເລັກນ້ອຍຂອງພຣະຄຳພີທີ່ອ່ານຢູ່ໃນໂບດ.
ມີມື້ໜຶ່ງ ໃນຂະນະທີ່ທ່ານລູເທີກຳລັງຊອກຫາໜັງສືຢູ່ໃນຫໍສະມຸດ ເພິ່ນກໍໄດ້ພົບພຣະຄຳພີເປັນພາສາລາຕິນ ເພິ່ນບໍ່ເຄີຍເຫັນປື້ມໜັງສືເຫຼັ້ມນີ້ມາກ່ອນເລີຍ ມັນເປັນຄັ້ງທຳອິດທີ່ທ່ານລູເທີເຫັນພຣະຄຳຂອງພຣະເຈົ້າທີ່ຖືກຜູກມັດໄວ້ ເພິ່ນເປີດອ່ານພຣະຄຳພີດ້ວຍຄວາມຢຳເກງພ້ອມທັງຫົວໃຈທີ່ຕື່ນເຕັ້ນ ແຕ່ໃນຂະນະທີ່ອ່ານໄປ ແລະຢຸດໄປນັ້ນ ເພິ່ນກໍໄດ້ເວົ້າອອກມາວ່າ: “ໂອ! ຫາກພຣະເຈົ້າຈະປະທານໜັງສືເຊັ່ນນີ້ໃຫ້ເປັນຂອງຂ້ານ້ອຍຈັກເຫຼັ້ມໜຶ່ງ.” ໃນຂະນະທີ່ກຳລັງອ່ານພຣະຄຳພີຢູ່ນັ້ນ ທ່ານລູເທີກໍຮູ້ສຶກເຖິງສະພາບຂອງການເປັນຄົນບາບຫຼາຍ ເຊິ່ງເພິ່ນບໍ່ເຄີຍຮູ້ສຶກມາກ່ອນ. ໃນທີ່ສຸດ ດ້ວຍຄວາມປາຖະໜາຢາກຫຼຸດພົ້ນອອກຈາກຄວາມບາບແລະພົບສັນຕິສຸກ ທ່ານລູເທີຈຶ່ງຕັດສິນໃຈອຸທິດຕົນເອງເຂົ້າໄປປະຈຳຢູ່ໃນໂບດຄາໂທລິກໂດຍການເປັນນັກບວດ.
ໃນຖານະທີ່ເປັນນັກບວດນີ້ ເພິ່ນໄດ້ດຳເນີນຊີວິດຢ່າງເຄັ່ງຄັດໂດຍການອົດອາຫານ, ເຝົ້າສວດພາວະນາພີທີກຳທັງຄືນ, ແລະທຸບຕີຕົນເອງ ເພື່ອຫ້າມຄວາມຊົ່ວທີ່ມີຢູ່ໃນທຳມະຊາດບາບຂອງເພິ່ນ ແລະຫວັງທີ່ຈະໄດ້ຮັບການອະໄພບາບ ແລະຮັບສັນຕິສຸກທີ່ມາຈາກພຣະເຈົ້າ. ແຕ່ຊີວິດນັກບວດຂອງເພິ່ນນີ້ກໍບໍ່ໄດ້ປົດປ່ອຍເພິ່ນອອກຈາກຄວາມຮູ້ສຶກຂອງການເປັນຄົນບາບ. ຜົນຂອງການຄວບຄຸມອັນເຈັບປວດເຊັ່ນນີ້ ໄດ້ເຮັດໃຫ້ທ່ານລູເທີສູນເສຍກຳລັງຝ່າຍຮ່າງກາຍ ແລະຍັງບໍ່ໄດ້ຮັບສັນຕິສຸກທີ່ມາຈາກພຣະເຈົ້າ.
ພຣະເຈົ້າຈຶ່ງໄດ້ນຳພາເພື່ອນຂອງທ່ານລູເທີຄົນໜຶ່ງມາຫາເພິ່ນ. ເພື່ອນຄົນນີ້ຊື່ວ່າ “ສະຕູພິສ.” ທ່ານສະຕູພິສເປັນຄົນເຄັ່ງຄັດໃນສາສະໜາ ແລະເພິ່ນໄດ້ມາເປີດເຜີຍພຣະຄຳຂອງພຣະເຈົ້າໃຫ້ທ່ານລູເທີເຂົ້າໃຈ. ທ່ານສະຕູພິສໄດ້ຂໍຮ້ອງທ່ານລູເທີວ່າ: “ຢຸດຄວາມນຶກຄິດເລື່ອງການລົງໂທດຕົນເອງ ແຕ່ໃຫ້ແນມໄປເບິ່ງພຣະເຢຊູ. ພຣະອົງຊົງເປັນຜູ້ອະໄພຄວາມຜິດບາບ. ຈົ່ງວາງໃຈໃນພຣະອົງ ໃນຊີວິດແຫ່ງຄວາມຊອບທຳຂອງພຣະອົງ ໃນຄວາມຕາຍຂອງພຣະອົງທີ່ລົບມົນທິນບາບ. ຈົ່ງຟັງພຣະບຸດຂອງພຣະເຈົ້າ. ພຣະອົງສະເດັດມາເປັນມະນຸດ ເພື່ອປະທານຄວາມໝັ້ນໃຈໃຫ້ແກ່ທ່ານວ່າຈະໄດ້ຮັບຄວາມເພິ່ງພໍໃຈຂອງພຣະເຈົ້າ. ຈົ່ງຮັບພຣະອົງຜູ້ຊົງຮັກທ່ານກ່ອນ.” ຄຳເວົ້າຂອງທ່ານສະຕູພິສໄດ້ຝັງຄວາມປະທັບໃຈລົງສູ່ຄວາມນຶກຄິດຂອງທ່ານລູເທີ ຈົນເຮັດໃຫ້ທ່ານລູເທີເຂົ້າໃຈໄດ້ເຖິງຄວາມຈິງ ແລະສັນຕິສຸກໄດ້ເຂົ້າມາຍັງຈິດວິນຍານທີ່ທຸກຂອງເພິ່ນ.
ຕໍ່ມາ ທ່ານລູເທີກໍໄດ້ຮັບຕຳແໜ່ງເປັນຄູບາຂອງໂບດຄາໂຕລິກ ແລະເປັນອາຈານຢູ່ທີ່ມະຫາວິທະຍາໄລ. ແທນທີ່ຈະສັ່ງສອນຕາມປົກກະຕິທີ່ເຄີຍສອນກັນມາ ແຕ່ທ່ານລູເທີໄດ້ເລີ່ມສັ່ງສອນສະມາຊິກຂອງໂບດ ແລະນັກຮຽນຢູ່ທີ່ມະຫາວິທະຍາໄລກ່ຽວກັບຄວາມຈິງທີ່ເພິ່ນໄດ້ຄົ້ນພົບໃນພຣະຄຳພີ. ບັນດາປະຊາຊົນທີ່ໄດ້ຟັງຫຼັກຄຳສອນຂອງເພິ່ນກໍພາກັນກະຕືລືລົ້ນ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 7 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ການເດີນທາງຂອງທ່ານລູເທີ ເພື່ອໄປຍັງສຳນັກງານໃຫຍ່ໂບດຄາໂຕລິກ
ພຣະເຈົ້າໄດ້ນຳພາທ່ານລູເທີໄປນະຄອນໂຣມ ສຳນັກງານໃຫຍ່ຂອງໂບດຄາໂຕລິກ. ເພິ່ນອອກເດີນທາງດ້ວຍການຍ່າງ ແລະຢຸດພັກອາໄສຢູ່ທີ່ເຮືອນພັກສຳລັບພວກນັກບວດໃນລະຫວ່າງການເດີນທາງ. ເຮືອນພັກສຳລັບພວກນັກບວດໃກ້ສຳນັກງານໃຫຍ່ຄາໂຕລິກ, ຢູ່ທີ່ນັ້ນ ຮັ່ງມີ ແລະສະຫງ່າງາມຫຼາຍ ຈົນເຮັດໃຫ້ທ່ານລູເທີເຖິງກັບປະຫຼາດໃຈ. ພວກນັກບວດໄດ້ພັກອາໄສຢູ່ໃນຫ້ອງພັກທີ່ສະຫງ່າງາມ, ນຸ່ງເຄື່ອງທີ່ຫຼູຫຼາລາຄາແພງ ແລະກິນລ້ຽງດ້ວຍອາຫານທີ່ເຕັມໂຕະ. ທ່ານລູເທີເລີ່ມມີຄວາມສົງໄສກ່ຽວກັບຊີວິດຂອງພວກນັກບວດທີ່ຢູ່ໃນໂບດເມື່ອປຽບທຽບໃສ່ກັບຊີວິດນັກບວດຂອງເພິ່ນທີ່ປະຕິເສດຕົນເອງ ແລະທົນທຸກລຳບາກ. ຕອນນີ້ ຈິດໃຈຂອງເພິ່ນເກີດມີຄວາມງຸ່ນງົງ.
ໃນທີ່ສຸດ ທ່ານລູເທີກໍໄດ້ເດີນທາງມາຮອດນະຄອນໂຣມ ເພິ່ນໄດ້ຍ່າງເຂົ້າໄປໃນຕົວເມືອງ ແລະໄປຢ້ຽມຢາມຕາມໂບດຄາໂທລິກຕ່າງໆ. ເພິ່ນໄດ້ຟັງນິຍາຍອັນເລື່ອງປະຫຼາດທີ່ພວກຄູບາກັບພວກນັກບວດເລົ່າແລ້ວເລົ່າອີກ ແລະເຮັດພິທີກຳຕ່າງໆທີ່ໄດ້ກຳນົດໄວ້. ທຸກໆຢ່າງທີ່ທ່ານລູເທີເຫັນໄດ້ເຮັດໃຫ້ເພິ່ນເຕັມໄປດ້ວຍຄວາມປະຫຼາດໃຈ ແລະຢ້ານກົວ. ທ່ານລູເທີເຫັນວ່າ ມີຄວາມຊົ່ວຮ້າຍຢູ່ໃນນັກບວດທຸກຊົນຊັ້ນ. ເພິ່ນໄດ້ຍິນຄຳເວົ້າທີ່ຕາລົກລາມົກຈາກພວກຄູບາທັງຫຼາຍ ແລະຕົກໃຈກັບຄຳເວົ້າທີ່ຫຍາບຄາຍອັນໜ້າລັງກຽດຂອງພວກເຂົາ. ນອກຈາກນີ້ ໃນເວລາປະກອບພິທີທາງສາສາໜາ, ທ່ານລູເທີກໍຍັງໄດ້ເຫັນປະຊາຊົນ ແລະພວກນັກບວດມີການດື່ມຂອງມືນເມົາ ແລະເສເພອີກດ້ວຍ. ບໍ່ວ່າທ່ານລູເທີຈະຫັນໜ້າໄປທິດທາງໃດກໍຕາມໃນສະຖາທີ່ສັກສິດ ເພິ່ນກໍພົບແຕ່ຄຳເວົ້າທີ່ຫຍາບຄາຍ.
ສັນຕະປາປາໄດ້ສັນຍາວ່າ ທຸກຄົນທີ່ຄຸເຂົ່າຄານຂຶ້ນຂັ້ນໄດຂອງປີລາດຈະໄດ້ຮັບການປົດປ່ອຍໃຫ້ພົ້ນໂທດຈາກການກະທຳຜິດ. ດັ່ງນັ້ນ ດ້ວຍຄວາມປາຖະໜາຢາກເປັນອິດສະລະອອກຈາກຄວາມບາບ ທ່ານລູເທີຈຶ່ງຄຸເຂົ່າຄານຂຶ້ນເທິງຂັ້ນໄດປີລາດ ແຕ່ໃນຂະນະທີ່ເພິ່ນກຳລັງຄານຂຶ້ນຢູ່ນັ້ນ ເພິ່ນກໍຈື່ຂໍ້ພຣະຄຳພີທີ່ເພິ່ນເຄີຍອ່ານມາເລື້ອຍໆທີ່ວ່າ: "ຄົນຊອບທຳຈະດຳລົງຊີວິດໂດຍຄວາມເຊື່ອ" (ໂຣມ 1:17) TNCV. ທັນໃດນັ້ນ ທ່ານລູເທີກໍກະໂດດຂຶ້ນຢືນ ແລະແລ່ນອອກໄປບ່ອນນັ້ນດ້ວຍຄວາມລັງກຽດ ແລະອັບອາຍ. ພຣະເຈົ້າໄດ້ເປີດເຜີຍຄວາມຈິງໃຫ້ທ່ານລູເທີໄດ້ຮູ້ຈັກວ່າ ການເພິ່ງພາໃນຄຸນຄວາມດີຂອງຕົນເອງເພື່ອໃຫ້ໄດ້ຮັບຄວາມລອດພົ້ນນັ້ນ ມັນເປັນສິ່ງທີ່ບໍ່ມີປະໂຫຍດຫຍັງເລີຍ ແຕ່ສິ່ງທີ່ສຳຄັນນັ້ນກໍຄື ຕ້ອງມີຄວາມເຊື່ອທີ່ໝັ້ນຄົງຢູ່ສະເໝີໃນພຣະຄຸນຄວາມດີຂອງພຣະເຢຊູເທົ່ານັ້ນ. ຫຼັງຈາກນັ້ນ ທ່ານລູເທີກໍໄດ້ກັບບ້ານ ພ້ອມທັງຫັນຫຼັງ, ຫັນຫົວໃຈ ແລະຫັນຄວາມສຳພັນອອກຈາກຄຣິສຕະຈັກໂຣມັນຄາໂຕລິກ. ຕັ້ງແຕ່ນັ້ນເປັນຕົ້ນມາ ທ່ານລູເທີເລີ່ມເຂົ້າໃຈຫຼາຍຂຶ້ນໃນບັນດາຫຼັກຄຳສອນຜິດທີ່ໂບດຄາໂຕລິກກຳລັງສອນຢູ່ ແລະເພິ່ນຈະບໍ່ປະຕິບັດຕາມໂບດຄາໂຕລິກອີກຕໍ່ໄປ.
ຄຳສອນທີ່ຫຼອກລວງ
ຄຣິສຕະຈັກໂຣມັນຄາໂຕລິກມີຄຳສອນຫຼາຍໆຢ່າງເພື່ອໃຫ້ປະຊາຊົນເຊື່ອວ່າ ພວກເຂົາສາມາດອະໄພຄວາມບາບໃຫ້ປະຊາຊົນໄດ້. ພວກເຂົາສອນປະຊາຊົນໃຫ້ເຊື່ອວ່າ ສັນຕະປາປາເປັນຄົນໄກ່ເກ່ຍລະຫວ່າງພຣະເຈົ້າແລະມະນຸດ ປະຊາຊົນຕ້ອງສາລະພາບຄວາມບາບຕໍ່ສັນຕະປາປາ ຫຼືບັນດາອາຈານທີ່ຢູ່ໃນຄຣິສຕະຈັກ, ຕ້ອງບູຊາຮູບເຄົາລົບທີ່ເປັນຮູບ ພາບຂອງຜູ້ບໍຣິສຸດ, ຕ້ອງເຊື່ອວ່າຈິດວິນຍານຂອງມະນຸດບໍ່ມີວັນຕາຍ, ຕ້ອງເພິ່ງພາໃນຄຸນຄວາມດີຂອງຕົນ ແລະອື່ນໆ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 7 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ທ່ານລູເທີ ຕໍ່ຕ້ານການຊື້ຂາຍໃບບຸນລ້າງບາບ
ຫຼັງຈາກປະສົບການຂອງທ່ານລູເທີທີ່ຢູ່ຂັ້ນໄດຂອງປີລາດນັ້ນ ເພິ່ນກໍໄດ້ເຂົ້າໃຈຫຼາຍຂຶ້ນເຖິງຄວາມໄຮ້ປະໂຫຍດຈາກການເຮັດບຸນເພື່ອໃຫ້ຕົນເອງໄດ້ຮັບຄວາມລອດພົ້ນ ແຕ່ຄວາມລອດພົ້ນມາຈາກພຣະເຈົ້າເທົ່ານັ້ນທີ່ເປັນຂອງປະທານໂດຍພຣະເຈົ້າມອບໃຫ້ແກ່ມະນຸດຜູ້ທີ່ສຳນຶກຜິດໃນຄວາມບາບຢ່າງແທ້ຈິງຢູ່ຕໍ່ໜ້າພຣະອົງ.
ພາຍຫຼັງທີ່ທ່ານລູເທີກັບມາຮອດບ້ານທີ່ເມືອງວິດເທນເບີກໃນປະເທດເຢຍລະມັນແລ້ວ ບໍ່ດົນປານໃດ ຢູ່ໃນເມືອງກໍມີຄົນໜຶ່ງຊື່ວ່າ ເທດເຊວ ມາຈາກຄຣິສຕະຈັກໂຣມັນຄາໂຕລິກນຳສະເໜີຂາຍໃບບຸນລ້າງບາບ. ໃນຂະນະທີ່ທ່ານເທດເຊວເຂົ້າມາໃນເມືອງ ເພິ່ນໄດ້ສົ່ງຄົນໜຶ່ງຍ່າງໄປກ່ອນໜ້າເພິ່ນ ແລະປະກາດວ່າ: “ພຣະຄຸນຂອງພຣະເຈົ້າ ແລະຂອງຄຸນພໍ່ສັກສິດມາທີ່ປະຕູຂອງທ່ານແລ້ວ.” ປະຊາຊົນກໍໄດ້ພາກັນຫຼັ່ງໄຫຼເຂົ້າມາຕ້ອນຮັບທ່ານເທດເຊວດ້ວຍຄວາມຍິນດີ. ແລ້ວທ່ານເທດເຊວກໍຍ່າງເຂົ້າໄປໃນໂບດ ແລະປະກາດວ່າ: “ໃບບຸນລ້າງບາບເປັນຂອງປະທານອັນປະເສີດທີ່ສຸດຂອງພຣະເຈົ້າ ແລະໂດຍຄວາມດີຂອງໃບບຸນລ້າງບາບນີ້ ບາບທັງໝົດທີ່ຜູ້ຊື້ປາຖະໜາຈະເຮັດໃນພາຍຫຼັງຈະໄດ້ຮັບການອະໄພບາບ ແລະການກັບໃຈນັ້ນເປັນສິ່ງທີ່ບໍ່ຈຳເປັນ. ໃບບຸນລ້າງບາບນີ້ມີອຳນາດເຊິ່ງບໍ່ພຽງແຕ່ຈະຊ່ວຍຜູ້ທີ່ຍັງມີຊີວິດຢູ່ໃຫ້ລອດເທົ່ານັ້ນ ແຕ່ຍັງຈະຊ່ວຍຄົນທີ່ຕາຍໄປແລ້ວໃຫ້ລອດພົ້ນອີກດ້ວຍ…” ຫຼັງຈາກປະຊາຊົນໄດ້ຍິນເລື່ອງນີ້ແລ້ວ ກໍໄດ້ມີປະຊາຊົນຫຼາຍພັນຄົນພາກັນແຮ່ໄປຊື້ໃບບຸນລ້າງບາບ.
ທ່ານລູເທີເຕັມໄປດ້ວຍຄວາມລັງກຽດທີ່ໄດ້ເຫັນການຊື້ຂາຍໃບບຸນລ້າງບາບ. ແລ້ວບໍ່ດົນ ສະມາຊິກໃນໂບດຂອງທ່ານລູເທີບາງຄົນທີ່ໄດ້ຊື້ໃບບຸນລ້າງບາບນັ້ນກໍໄດ້ມາຫາເພິ່ນ. ພວກເຂົາຕ້ອງການສາລະພາບບາບຂອງພວກເຂົາ ແລະໃຊ້ໃບບຸນລ້າງບາບນີ້ເພື່ອຊື້ການຍົກໂທດບາບໃຫ້ແກ່ພວກເຂົາ. ທ່ານລູເທີຮູ້ວ່າປະຊາຊົນເຄີຍຖືກນຳພາໃຫ້ເຊື່ອເລື່ອງໂຊກລາງ. ເພິ່ນຈຶ່ງບອກກັບສະມາຊິກວ່າ ໃບບຸນລ້າງບາບທີ່ພວກເຂົາຊື້ມານັ້ນ ບໍ່ສາມາດລ້າງຄວາມບາບຂອງພວກເຂົາໄດ້, ມີພຽງການກັບໃຈໃໝ່ຢ່າງແທ້ຈິງ, ການປ່ຽນຊີວິດໃໝ່ ແລະການເຊື່ອໃນພຣະເຢຊູເທົ່ານັ້ນຈຶ່ງສາມາດຊຳລະລ້າງຄວາມບາບຂອງພວກເຂົາໄດ້. ບັນດາສະມາຊິກຮູ້ສຶກໃຈຮ້າຍທີ່ພວກເຂົາເສຍເງິນຊື້ເຈ້ຍເຊິ່ງມັນບໍ່ສາມາດໃຊ້ປະໂຫຍດຫຍັງໄດ້. ດ້ວຍຄວາມໃຈຮ້າຍ, ບັນດາສະມາຊິກໄດ້ໄປຫາທ່ານເທດເຊວ ຜູ້ຂາຍໃບບຸນລ້າງບາບ ແລະພວກເຂົາຂໍເງິນຄືນ. ທ່ານເທດເຊວບໍ່ຢາກສົ່ງເງິນຄືນ ແລະເພິ່ນກໍໃຈຮ້າຍຫຼາຍເຊັ່ນກັນທີ່ມີຄົນມາຕໍ່ຕ້ານວຽກງານການຂາຍໃບບຸນລ້າງບາບຂອງເພິ່ນ ແລະເພິ່ນຂູ່ວ່າຈະຂັບໄລ່ທ່ານລູເທີອອກຈາກໂບດ.
"ພຣະເຈົ້າໃຫ້ມະນຸດເປັນຄົນຊອບທຳຕໍ່ໜ້າພຣະອົງໂດຍທາງຄວາມເຊື່ອຂອງເຂົາໃນພຣະເຢຊູ. ພຣະອົງກະທຳເຊັ່ນນີ້ແກ່ທຸກຄົນທີ່ເຊື່ອໃນພຣະເຢຊູ ເພາະວ່າທຸກຄົນເທົ່າທຽມກັນ; ດ້ວຍວ່າທຸກຄົນໄດ້ເຮັດບາບ ແລະຫ່າງໄກຈາກພຣະເຈົ້າອົງທີ່ຊ່ວຍເຂົາ. ແຕ່ດ້ວຍພຣະຄຸນອັນບໍ່ຄິດຄ່າຂອງພຣະເຈົ້າ ເຂົາຈຶ່ງເປັນຄົນຊອບທຳຕໍ່ໜ້າພຣະອົງໂດຍທາງພຣະເຢຊູອົງທີ່ປົດປ່ອຍເຂົາໃຫ້ເປັນອິດສະລະ" (ໂຣມ 3:22-24).
"ຈົ່ງໃຫ້ຄົນຊົ່ວຮ້າຍປະຖິ້ມວິທີການດຳເນີນຊີວິດຂອງເຂົາ ແລະປ່ຽນແນວທາງທີ່ເຂົາເຄີຍຄິດນັ້ນ. ຈົ່ງກັບຄືນມາຫາພຣະເຈົ້າ ແລະພຣະອົງຈະຊົງເມດຕາເຂົາ ເພາະພຣະອົງຊົງມີການອະໄພຢ່າງເຫຼືອລົ້ນ." (ເອຊະຢາ 55:7).
"ເພາະວ່າ ຄ່າຈ້າງຂອງຄວາມບາບຄືຄວາມຕາຍ ແຕ່ຂອງປະທານຂອງພຣະເຈົ້າຄື ຊີວິດນິຣັນດອນໃນພຣະເຢຊູຄຣິດ ອົງພຣະຜູ້ເປັນເຈົ້າຂອງພວກເຮົາ" (ໂຣມ 6:23) TKJV
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 7 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ທ່ານເທດເຊວ
95 ຂໍ້ຂອງທ່ານມາຕິນ ລູເທີ ຕໍ່ຕ້ານໃບບຸນລ້າງບາບ
ທ່ານເທດເຊວຍັງຄົງດຳເນີນການຂາຍໃບບຸນລ້າງບາບຢູ່ໃນເມືອງວິດເທນເບີກ. ໃນຂະນະດຽວກັນ ທ່ານລູເທີກໍຫາໂອກາດບອກປະຊາຊົນກ່ຽວກັບການຫຼອກລວງເລື່ອງການວາງໃຈໃນໃບບຸນລ້າງບາບ. ທ່ານລູເທີບໍ່ໄດ້ລໍຖ້າໂອກາດເພື່ອແບ່ງປັນຄວາມຈິງກ່ຽວກັບເລື່ອງໃບບຸນລ້າງບາບອັນຈອມປອມ. ຢູ່ທີ່ໂບດແຫ່ງໜຶ່ງໃນເມືອງວິດເທນເບີກໄດ້ມີງານເທດສະການຕ່າງໆ ແລະມີການນຳເອົາວັດຖຸບູຮານເປັນຈຳນວນຫຼວງຫຼາຍມາວາງສະແດງໃຫ້ປະຊາຊົນບູຊາ.
ການອະໄພບາບມີໃຫ້ທຸກຄົນທີ່ເຂົ້າມາໃນໂບດ ແລະບູຊາວັດຖຸບູຮານ. ສະນັ້ນ ປະຊາຊົນຈຳນວນຫຼວງຫຼາຍຈຶ່ງເຂົ້າມາໂບດຕາມແຕ່ລະເທດສະການງານບຸນ. ຢູ່ໃນເທດສະການຕ່າງໆນີ້ ຈະມີເທດສະການໜຶ່ງທີ່ເອີ້ນກັນວ່າ: “ວັນສະຫຼອງນັກບຸນ” ແຕ່ກ່ອນໜ້ານັ້ນມື້ໜຶ່ງ ທ່ານລູເທີໄດ້ເຂົ້າຮ່ວມຂະບວນທີ່ມຸ້ງໜ້າໄປຍັງໂບດ. ເພິ່ນໄດ້ເອົາແຜ່ນປ້າຍທີ່ປະກອບດ້ວຍຂໍ້ສະເໜີ 95 ຂໍ້ຕໍ່ຕ້ານຄຳສອນເລື່ອງໃບບຸນລ້າງບາບຕິດໄວ້ທີ່ໜ້າປະຕູໂບດ. ຂໍ້ສະເໜີເຫຼົ່ານີ້ໄດ້ດຶງດູດຄວາມສົນໃຈຂອງຄົນເປັນຈຳນວນຫຼວງຫຼາຍຢ່າງກ້ວາງຂວາງ.
ໃນບັນດາ 95 ຂໍ້ ທີ່ທ່ານລູເທີໄດ້ຕໍ່ຕ້ານຫຼັກຄຳສອນຂອງໃບບຸນລ້າງບາບນັ້ນ ມັນໄດ້ສະແດງໃຫ້ເຫັນວ່າ ສັນຕະປາປາ ແລະພວກຄູບາຄາໂຕລິກບໍ່ສາມາດໃຫ້ອະໄພຄວາມບາບໄດ້ ແລະໃບບຸນລ້າງບາບທີ່ເຮັດຂຶ້ນນີ້ ເພື່ອເກັບເອົາເງິນນຳປະຊາຊົນ. ຊາຕານໄດ້ໃຊ້ຫຼັກຄຳສອນນີ້ເພື່ອທຳລາຍຈິດວິນຍານໂດຍການວາງໃຈໃນມະນຸດແທນທີ່ພຣະເຈົ້າ. ໃນບັນດາ 95 ຂໍ້ນີ້ຍັງສະແດງໃຫ້ເຫັນວ່າ ການອະໄພບາບຈາກພຣະເຈົ້າແມ່ນເປັນຂອງປະທານທີ່ໃຫ້ຟຣີແກ່ທຸກຄົນທີ່ກັບໃຈໃໝ່ຢ່າງແທ້ຈິງ.
ມີຫຼາຍຄົນມາອ່ານແລ້ວອ່ານອີກ ແລະກໍເລົ່າຕໍ່ໆກັນໄປ ຈົນເກີດຄວາມແຕກຕື່ນໃນມະຫາວິທະຍາໄລ ແລະທົ່ວເມືອງ. ບາງອາຈານກັບປະຊາຊົນທົ່ວໄປກໍໄດ້ຮຽກຮ້ອງຕໍ່ອາຈານໃຫຍ່ຂອງໂບດຄາໂຕລິກຢາກໃຫ້ມີການປັບປຸງປ່ຽນແປງໃໝ່ ເພື່ອສະແດງໃຫ້ເຫັນເຖິງຄວາມຈິງ. ແລ້ວຕໍ່ມາບໍ່ດົນ ຂ່າວເລື່ອງນີ້ກໍໄດ້ແຜ່ຂະຫຍາຍໄປທົ່ວປະເທດເຢຍລະມັນ. ຈາກນັ້ນ ກໍໂດ່ງດັງໄປເຖິງຄຣິສຕະຈັກໂຣມັນຄາໂຕລິກແຫ່ງອານາຈັກໂຣມ.
ຄຣິສຕະຈັກໂຣມັນຄາໂຕລິກບໍ່ມັກໃນການກະທຳຂອງທ່ານລູເທີ ແລະໄດ້ຂໍໃຫ້ທ່ານລູເທີມາທີ່ສານ. ການພິຈາລະນາຄະດີ (ຄະດີໃນສານ) ໄດ້ສອບສວນຢູ່ທີ່ເມືອງເວີມ. ເພື່ອນຂອງທ່ານລູເທີຢ້ານວ່າພວກສັດຕູຈະທຳຮ້າຍທ່ານລູເທີ ແລະຢ້ານວ່າຈະບໍ່ປອດໄພໃນລະຫວ່າງທີ່ເດີນທາງໄປເມືອງເວີມ ແຕ່ທ່ານລູເທີໄດ້ຮັບການຄຸ້ມຄອງຈາກກະສັດແຫ່ງປະເທດເຢຍລະມັນໃນລະຫວ່າງການເດີນທາງແລ້ວ.
ຫຼາຍຄົນໄດ້ຍິນເຖິງເລື່ອງທ່ານລູເທີຍ້ອນ 95 ຂໍ້ທີ່ເພິ່ນໄດ້ຂຽນຂຶ້ນ ແລະບັນດາ 95 ຂໍ້ເຫຼົ່ານີ້ໄດ້ຖືກເຜີຍແຜ່ໄປທົ່ວປະເທດເຢຍລະມັນ ໂດຍຜ່ານທາງເຄື່ອງອັດເອກະສານທີ່ໄດ້ປະດິດສ້າງຂຶ້ນມາໃໝ່. ສະນັ້ນ ຜູ້ຄົນຈຶ່ງແຮ່ມາເບິ່ງທ່ານລູເທີໃນຂະນະທີ່ເພິ່ນກຳລັງເດີນທາງໄປເມືອງເວີມ.
ເຈົ້າໜ້າທີ່ຄົນສຳຄັນຂອງລັດຖະບານ ແລະໂບດໄດ້ເຂົ້າມາໃນສານ ເພື່ອເບິ່ງການພິຈາລະນາຄະດີຂອງທ່ານລູເທີ. ພວກເຂົາພະຍາຍາມທີ່ຈະໃຫ້ທ່ານລູເທີເວົ້າວ່າລາວຜິດ ແລະຍົກເລີກທຸກສິ່ງທີ່ລາວໄດ້ເວົ້າກ່ຽວກັບຄຣິສຕະຈັກ. ແຕ່ທ່ານລູເທີບໍ່ໄດ້ເວົ້າວ່າລາວຜິດ ແຕ່ລາວໄດ້ເວົ້າຢືນຢັນເຖິງຄຳເວົ້າຂອງລາວ ແລະລາວຍັງໄດ້ຂໍພຣະເຈົ້າໃຫ້ໂຜດຊ່ວຍລາວອີກດ້ວຍ. ເຖິງແມ່ນວ່າ ພວກຜູ້ນຳໂບດ ແລະເຈົ້າໜ້າທີ່ຂອງລັດຖະບານໄດ້ຕໍ່ຕ້ານທ່ານລູເທີ ແຕ່ໃນທາງກົງກັນຂ້າມ ກໍມີຫຼາຍຄົນເຫັນວ່າສິ່ງທີ່ທ່ານລູເທີເວົ້າມານັ້ນເປັນຄວາມຈິງ. ດັ່ງນັ້ນ ທ່ານລູເທີຈຶ່ງໄດ້ຮັບອະນຸຍາດໃຫ້ປ່ອຍຕົວ.
ແຕ່ພວກສັດຕູຂອງທ່ານລູເທີພະຍາຍາມທີ່ຈະທຳຮ້າຍເພິ່ນຢູ່ຕະຫຼອດ. ດັ່ງນັ້ນ ກະສັດແຫ່ງປະເທດເຢຍລະມັນຈຶ່ງສັ່ງໃຫ້ທ່ານລູເທີໄປລີ້ຢູ່ໃນຕຶກ. ພວກທະຫານຖືກສົ່ງມາ ແລະພວກເຂົາໄດ້ຈັບຕົວທ່ານລູເທີໄປທີ່ຄ້າຍພັກ. ໃນຂະນະທີ່ທ່ານລູເທີອາໄສຢູ່ຄ້າຍພັກ ເພິ່ນກໍໄດ້ແປພຣະຄຳພີບາງສ່ວນເປັນພາສາເຢຍລະມັນ. ແລ້ວບໍ່ດົນປານໃດ ຫຼາຍຄົນໃນປະເທດເຢຍລະມັນກໍສາມາດອ່ານພຣະຄຳພີໄດ້. ພວກເຂົາໄດ້ຫັນອອກຈາກຫຼັກຄຳສອນຂອງຄຣິສຕະຈັກໂຣມັນຄາໂຕລິກ. ພວກເຂົາວາງໃຈໃນພຣະຄຳພີ ແລະໃນພຣະເຢຊູສຳລັບການໃຫ້ອະໄພບາບຂອງພວກເຂົາ. ແລະບັນດາຄົນທີ່ແຍກຕົວອອກຈາກຫຼັກຄຳສອນຂອງຄຣິສຕະຈັກໂຣມັນຄາໂຕລິກກໍໄດ້ກາຍເປັນທີ່ຮູ້ຈັກກັນວ່າ ໂປຣແຕສແຕນ ໝາຍເຖິງປະທ້ວງ. ພວກເຂົາມີຊື່ເພາະພວກເຂົາປະທ້ວງຕໍ່ຕ້ານຫຼັກຄຳສອນອັນຈອມປອມຂອງຄຣິສຕະຈັກໂຣມັນຄາໂຕລິກ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 7 ແລະ 8 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ທ່ານທິນເດລ
ໃນຂະນະທີ່ທ່ານລູເທີຍັງຄົງດຳເນີນການສອນພຣະຄຳພີໃຫ້ແກ່ປະຊາຊົນເຢຍລະມັນຢູ່ນັ້ນ ພຣະເຈົ້າກໍໄດ້ນຳພາຄົນໃຫ້ເຮັດວຽກແບບດຽວກັນນີ້ຢູ່ໃນປະເທດອັງກິດ. ເພິ່ນມີຊື່ວ່າ ວິລລຽມ ທິນເດລ. ທ່ານທິນເດລໄດ້ຮັບນິມິດ ເຊິ່ງເຫັນທຸກຄົນໃນປະເທດອັງກິດມີພຣະຄຳພີເປັນພາສາຂອງຕົນເອງ. ຄຣິສຕະຈັກໂຣມັນຄາໂຕລິກບໍ່ອະນຸຍາດໃຫ້ປະຊາຊົນມີພຣະຄຳພີ ຫຼືອ່ານພຣະຄຳພີ. ຄຣິສຕະຈັກໂຣມັນຄາໂຕລິກອ້າງວ່າ ສະເພາະຄູບາຄາໂຕລິກເທົ່ານັ້ນທີ່ສາມາດອ່ານພຣະຄຳພີ ແລະອະທິບາຍໄດ້. ແຕ່ທ່ານທິນເດລຮູ້ສຶກວ່າ ທຸກຄົນຄວນຮູ້ກ່ຽວກັບພຣະຄຳພີ.
ຫຼັງຈາກທ່ານທິນເດລໄດ້ຮຽນຮູ້ພາສາບູຮານແລ້ວ ເພິ່ນເລີ່ມແປພຣະຄຳພີເປັນພາສາອັງກິດ. ເຖິງຢ່າງໃດກໍຕາມ ຄຣິສຕະຈັກໂຣມັນຄາໂຕລິກທີ່ຢູ່ໃນບ້ານເກີດຂອງເພິ່ນກໍບໍ່ມັກໃນສິ່ງທີ່ເພິ່ນເຮັດ. ພວກເຂົາໄດ້ຂົ່ມເຫັງເພິ່ນ. ສະນັ້ນ ເພິ່ນຈຶ່ງເດີນທາງໄປທີ່ເມືອງລອນດອນ. ຢູ່ທີ່ນັ້ນ ເພິ່ນໄດ້ດຳເນີນການແປພຣະຄຳພີ ແຕ່ບໍ່ດົນ ຄຣິສຕະຈັກໂຣມັນຄາໂຕລິກທີ່ຢູ່ໃນເມືອງນັ້ນກໍໄດ້ຍິນຂ່າວເຖິງສິ່ງທີ່ທ່ານທິນເດລກຳລັງເຮັດຢູ່ ພວກເຂົາຈຶ່ງໄດ້ຂົ່ມເຫັງເພິ່ນ ແລະຂູ່ວ່າຈະຂ້າເພິ່ນອີກດ້ວຍ ແຕ່ທ່ານທິນເດລຮູ້ກ່ຽວກັບແຜນການຂອງພວກເຂົາສາກ່ອນ ເພິ່ນຈຶ່ງລົບໜີໄປທີ່ປະເທດເຢຍລະມັນ.
ໃນປະເທດເຢຍລະມັນ, ທ່ານທິນເດລສາມາດແປພຣະຄຳພີພາກພັນທະສັນຍາໃໝ່ໄດ້ສຳເລັດ. ໃນປີ 1525 ທ່ານທິນເດລໄດ້ຄັດລອກພຣະຄຳພີພາກພັນທະສັນຍາໃໝ່ໃນພາສາອັງກິດ. ແຕ່ໃນລະຫວ່າງທີ່ພິມຄັ້ງທີສອງ ກໍມີຄົນມາຫ້າມບໍ່ໃຫ້ພິມພຣະຄຳພີ. ໃນທີ່ສຸດ ທ່ານທິນເດລກໍໄດ້ເດີນທາງໄປທີ່ເມືອງເວີມ ຢູ່ທີ່ນັ້ນເມື່ອຫຼາຍປີກ່ອນ ທ່ານລູເທີໄດ້ປາກົດຕົວຢູ່ຕໍ່ໜ້າບັນດາຜູ້ແທນລັດຖະບານ ແລະພວກຜູ້ນຳຄຣິສຕະຈັກໂຣມັນຄາໂຕລິກ. ຍ້ອນວຽກງານຂອງທ່ານລູເທີ, ປະຊາຊົນຈຳນວນຫຼາຍໃນເມືອງນີ້ ຈຶ່ງມັກຄຳສອນຂອງພຣະຄຳພີ. ຢູ່ທີ່ນີ້ ທ່ານທິນເດລໄດ້ສຳເລັດການພິມພຣະຄຳພີພາກພັນທະສັນຍາໃໝ່ເປັນຄັ້ງທຳອິດ. ລາວມີພຣະຄຳພີພາກພັນທະສັນຍາໃໝ່ 3000 ເຫຼັ້ມ. ເພື່ອນຂອງທ່ານທິນເດລໄດ້ຊ່ວຍເພິ່ນນຳເອົາພຣະຄຳພີລັກເຂົ້າໄປໃນປະເທດອັງກິດ. ໃນທີ່ສຸດ ຄົນອັງກິດກໍມີພຣະຄຳພີສ່ວນໜຶ່ງໃນພາສາຂອງຕົນເອງ.
ແຕ່ຄຣິສຕະຈັກໂຣມັນຄາໂຕລິກພະຍາຍາມທຳລາຍພຣະຄຳພີຂອງທ່ານທິນເດລ. ມີເທື່ອໜຶ່ງ ຄູບາຄາໂຕລິກມາຮ້ານຂາຍປຶ້ມ ແລະໄດ້ຊື້ປຶ້ມພຣະຄຳພີທັງໝົດເຫຼັ້ມ ເພື່ອນຳເອົາໄປເຜົາໄຟທັງໝົດ. ພວກເຂົາຄິດວ່າໄດ້ທຳລາຍພຣະຄຳພີແລ້ວ ແຕ່ເງິນທີ່ພວກເຂົາຊື້ພຣະຄຳພີນັ້ນ ໄດ້ຊ່ວຍໃຫ້ທ່ານທິນເດລສາມາດຜະລິດປຶ້ມພຣະຄຳພີສະບັບປັບປຸງການແປພຣະຄຳພີພາກພັນທະສັນຍາໃໝ່ໄດ້ຫຼາຍເຫຼັ້ມກວ່າເກົ່າ.
ແຕ່ມີເທື່ອໜຶ່ງໃນການເດີນທາງຂອງທ່ານທິນເດລ ເພື່ອນຳເອົາພຣະຄຳພີລັກເຂົ້າໄປໃນປະເທດອັງກິດໂດຍຜ່ານທາງເຮືອນັ້ນ ໄດ້ມີບາງຄົນທໍລະຍົດຕໍ່ທ່ານທິນເດລໃຫ້ເຂົ້າໄປໃນມືຂອງພວກສັດຕູ. ພວກສັດຕູໄດ້ໂຍນທ່ານທິນເດລເຂົ້າໄປໃນຄຸກ. ໃນທີ່ສຸດ ຄຣິສຕະຈັກໂຣມັນຄາໂຕລິກກໍໄດ້ຂ້າທ່ານທິນເດລ. ແຕ່ກ່ອນທີ່ທ່ານທິນເດລຈະເສຍຊີວິດ ເພິ່ນໄດ້ອະທິຖານຂໍໃຫ້ກະສັດແຫ່ງປະເທດອັງກິດໄດ້ຮັບຮູ້ເຖິງຄວາມຈິງ. ແລ້ວຄຳອະທິຖານຂອງທ່ານທິນເດລກໍໄດ້ຮັບຄຳຕອບພາຍຫຼັງ 3 ປີຕໍ່ມາ. ກະສັດແຫ່ງປະເທດອັງກິດໄດ້ອ່ານປຶ້ມເຫຼັ້ມນ້ອຍຂອງທ່ານທິນເດລທີ່ໄດ້ຂຽນໄວ້ ແລະກະສັດໄດ້ຕັດສິນໃຈວ່າ ໂບດຂອງອັງກິດຄວນຈະເປັນອິດສະລະຈາກການນຳພາຂອງຄຣິສຕະຈັກໂຣມັນຄາໂຕລິກ.
ໃນປີ 1611 ບັນດາຜູ້ທີ່ມີການສຶກສາສູງຫຼາຍຄົນໄດ້ເຮັດວຽກຮ່ວມກັນເພື່ອແປພຣະຄຳພີໃຫ້ສົມບູນເປັນພາສາອັງກິດ. ພວກເຂົາໄດ້ນຳເອົາຜົນງານຂອງທ່ານທິນເດລມາປັບປຸງໃຫ້ດີຂຶ້ນໃນພາກສ່ວນທີ່ຍັງບໍ່ທັນແລ້ວເພື່ອມາເຮັດໃຫ້ສຳເລັດສົມບູນ. ພຣະຄຳພີທີ່ແປສຳເລັດສົມບູນນີ້ກາຍເປັນທີ່ຮູ້ຈັກກັນວ່າ ພຣະຄຳພີສະບັບຄິງເຈມ ແລະພຣະຄຳພີນີ້ ຍັງໃຊ້ໃນປັດຈຸບັນນີ້ຢູ່ໃນປະເທດທີ່ເວົ້າພາສາອັງກິດ.
ການຂົ່ມເຫັງ
ຊາຕານພະຍາຍາມທຳລາຍຜູ້ຄົນທີ່ເດີນໃນທາງຂອງພຣະເຈົ້າ ແຕ່ພຣະເຈົ້າຊົງຄຸ້ມຄອງປະຊາຊົນຂອງພຣະອົງ. ແຕ່ຊາຕານກໍບໍ່ພໍໃຈຫຼາຍທີ່ມັນບໍ່ສາມາດທຳລາຍບັນດາຜູ້ທີ່ມີຄວາມເຊື່ອຢ່າງແທ້ຈິງໃນພຣະເຢຊູ ເພາະຄົນເຫຼົ່ານັ້ນຢຶດໝັ້ນໃນທາງຂອງພຣະເຈົ້າ. ພວກເຂົາເຕັມໃຈທີ່ຈະເສຍສະລະທຸກສິ່ງເພື່ອພຣະເຢຊູເໝືອນກັບພວກອັກຄະສາວົກສິບສອງຄົນຂອງພຣະອົງ, ພວກເຂົາຍິນດີທີ່ຈະທົນທຸກທໍລະມານ ຫຼືຮັບຄວາມຕ່ຳຕ້ອຍຄືກັນກັບພຣະເຢຊູ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 14 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ອົບພະຍົບໄປອາໄສຢູ່ປະເທດອາເມຣິກາ
ຫຼັງຈາກທີ່ກະສັດແຫ່ງປະເທດອັງກິດໄດ້ອ່ານປຶ້ມເຫຼັ້ມນ້ອຍຂອງທ່ານທິນເດລທີ່ໄດ້ຂຽນໄວ້ແລ້ວ ກະສັດກໍໄດ້ເຫັນການກະທຳຜິດຂອງຄຣິສຕະຈັກໂຣມັນຄາໂຕລິກ ແລະ ໄດ້ແຍກປະເທດຂອງເພິ່ນອອກຈາກຄຣິສຕະຈັກໂຣມັນຄາໂຕລິກ. ເພື່ອແທນທີ່ໂບດຄາໂຕລິກໃນປະເທດອັງກິດ ກະສັດຈຶ່ງໄດ້ສ້າງໂບດແອງລິກັນຂຶ້ນ. ເຖິງແມ່ນວ່າ ໂບດແອງລິກັນຈະດີກວ່າໂບດຄາໂຕລິກໃນຫຼາຍໆດ້ານກໍຕາມ ແຕ່ມັນກໍຍັງມີຫຼັກຄຳສອນຜິດຂອງໂບດຄາໂຕລິກຫຼາຍໆຫຼັກຄຳສອນຜິດຮ່ວມຢູ່ນຳ. ບາງຄົນທີ່ຕ້ອງການປະຕິບັດຕາມພຣະຄຳພີຢ່າງສັດຊື່ໃນທຸກໆສິ່ງ ແຕ່ມັນບໍ່ໄດ້ສອດຄອງກັບໂບດແອງລິກັນ. ຄົນເຫຼົ່ານີ້ຈຶ່ງເປັນທີ່ຮູ້ຈັກໃນຖານະຊາວພິວຣິຕັນ ພິວຣິຕັນໝາຍເຖິງຜູ້ທີ່ຕ້ອງການຕິດຕາມຫຼັກຄຳສອນອັນບໍຣິສຸດຂອງພຣະເຢຊູ.
ເມື່ອກະສັດແຫ່ງປະເທດອັງກິດເສຍຊີວິດແລ້ວ ກໍໄດ້ມີກະສັດອົງໃໝ່ຂຶ້ນມາແທນທີ່ ແລະ ໄດ້ມີການປ່ຽນແປງເກີດຂຶ້ນ. ຕໍ່ມາບໍ່ດົນ ກະສັດອົງໃໝ່ໃນປະເທດອັງກິດກໍຮູ້ສຶກວ່າ ທຸກໆຄົນຄວນເປັນສ່ວນໜຶ່ງຂອງໂບດແອງລິກັນ. ແລ້ວເພິ່ນເລີ່ມຂົ່ມເຫັງຜູ້ຄົນທີ່ບໍ່ໄດ້ເປັນສ່ວນໜຶ່ງຂອງໂບດແອງລິກັນ. ດ້ວຍເຫດນີ້ ກະສັດຈຶ່ງເລີ່ມຂົ່ມເຫັງຊາວພິວຣິຕັນ ຍ້ອນພວກເຂົາບໍ່ປະຕິບັດຕາມໂບດແອງລິກັນ. ການກົດຂີ່ຂົ່ມເຫັງໄດ້ຮຸນແຮງຫຼາຍຂຶ້ນ, ບາງຄົນໃນຊາວພິວຣິຕັນໄດ້ຍົກຍ້າຍໄປອາໄສຢູ່ປະເທດຮອນແລນ ເພື່ອຫຼີກໜີຈາກການຖືກຂົ່ມເຫັງ ແຕ່ວ່າຢູ່ທີ່ນັ້ນ ພວກເຂົາໄດ້ຖືກທໍລະຍົດໂດຍຖືກມອບໄວ້ໃນມືຂອງພວກສັດຕູ. ສະນັ້ນ ພວກເຂົາຈຶ່ງໄປອາໄສຢູ່ປະເທດເນເທີແລນ. ຢູ່ທີ່ນັ້ນ ພວກເຂົາໄດ້ເຮັດວຽກຢ່າງໜັກ ແລະ ມັນລຳບາກຫຼາຍໂດຍສະເພາະແມ່ນຢູ່ໃນປະເທດທີ່ພວກເຂົາບໍ່ສາມາດເຂົ້າໃຈພາສາກັນໄດ້. ແຕ່ພວກເຂົາອົດທົນຮັບຄວາມທຸກຍາກລຳບາກດ້ວຍຄວາມຍິນດີເພາະພວກເຂົາມີອິດສະລະໃນການນະມັດສະການພຣະເຈົ້າຕາມພຣະຄຳພີຢູ່ທີ່ປະເທດເນເທີແລນ.
ໃນຊ່ວງເວລານັ້ນ ແຜ່ນດິນອາເມຣິກາຫາກໍຖືກຄົ້ນພົບ ມັນເປັນດິນແດນທີ່ມີຜູ້ຄົນອາໄສຢູ່ໜ້ອຍ. ໃນການຊອກຫາສະຖານທີ່ເພື່ອຈະສາມາດນະມັດສະການພຣະເຈົ້າຕາມພຣະຄຳພີໄດ້ນັ້ນ ຊາວພິວຣິຕັນ ແລະ ລູກຫຼານຂອງພວກເຂົາຈຶ່ງຕັດສິນໃຈເດີນທາງໄປອາເມຣິກາ ແລະ ຕັ້ງຖິ່ນຖານຢູ່ທີ່ນັ້ນ.
ພວກເຂົາໄດ້ເຊົ່າເຮືອເພື່ອເດີນທາງຂ້າມມະຫາສະມຸດອາແລນຕິກ. ຊ່ວງເວລາທີ່ພວກເຂົາອອກເດີນທາງໄປນັ້ນ ມັນເປັນຊ່ວງໃກ້ຈະຮອດລະດູໝາວ. ມີພາຍຸຫຼາຍຢູ່ທີ່ມະຫາສະມຸດ ແລະ ການເດີນທາງກໍມີຄວາມຍາກລຳບາກ. ມີຜູ້ຄົນທີ່ເດີນທາງໄປອາເມຣິກາ 102 ຄົນ ແລະ ມີ 44 ຄົນໄດ້ເສຍຊີວິດໃນຂະນະທີ່ເດີນທາງໄປນັ້ນ.
ໃນທີ່ສຸດ ຊາວພິວຣິຕັນກໍໄດ້ມາຮອດອາເມຣິກາໃນວັນທີ 21 ພະຈິກ 1620. ມັນເກືອບຈະຮອດລະດູໜາວແລ້ວ ແລະ ພວກເຂົາກໍບໍ່ສາມາດປູກພືດ ແລະ ສ້າງບ້ານເຮືອນໄດ້. ພວກເຂົາໄດ້ຮັບຄວາມເດືອດຮ້ອນຫຼາຍຍ້ອນຄວາມໜາວ ແຕ່ພຣະເຈົ້າໄດ້ໃຫ້ຊາວພື້ນເມືອງທີ່ອາໄສຢູ່ອາເມຣິການັ້ນມາຊ່ວຍພວກເຂົາ ແລະ ສອນພວກເຂົາວ່າຈະສາມາດພົບເຫັນສິ່ງໃດແດ່ທີ່ຢູ່ໃນປ່າ. ຊາວພື້ນເມືອງຍັງໄດ້ສອນພວກເຂົາໃນການປູກພືດແນວໃດໃນອາເມຣິກາ ເພື່ອພວກເຂົາຈະສາມາດມີບາງສິ່ງບາງຢ່າງກິນໄດ້.
ຫຼັງຈາກທີ່ຊາວພິວຣິຕັນໄດ້ອົບພະຍົບມາຢູ່ທີ່ອາເມຣິກາແລ້ວ ກໍໄດ້ມີປະຊາຊົນເປັນຈຳນວນຫຼວງຫຼາຍຈາກທະວີບຢູໂຣບອົບພະຍົບມາທີ່ອາເມຣິກາເຊັ່ນກັນ ເພື່ອລົບໜີຈາກການຖືກກົດຂີ່ຂົ່ມເຫັງຈາກໂບດແອງລິກັນ ແລະ ໂບດຄາໂຕລິກ. ພຣະເຈົ້າໄດ້ເປີດທາງໃຫ້ປະຊາຊົນຂອງພຣະອົງໄດ້ພົບອິດສະລະພາບໃນການນະມັດສະການພຣະອົງ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 16 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ຄວາມຈະເລີນຂອງປະເທດອາເມຣິກາ
ຜູ້ຄົນຈຳນວນຫຼວງຫຼາຍມາອາໄສຢູ່ທີ່ອາເມຣິກາ ມີທັງຊາວພິວຣິຕັນ ແລະ ຊາວໂປຣແຕສແຕນເຂົ້າມາໃນດິນແດນຂອງອາເມຣິກາທີ່ຖືກຄົ້ນພົບໃໝ່ ເພື່ອສະແຫວງຫາອິດສະລະພາບໃນການນັບຖືສາສະໜາ. ນອກຈາກນີ້ ຄົນທີ່ບໍ່ໄດ້ນັບຖືພຣະເຈົ້າຍັງມາທີ່ອາເມຣິກາ ເພື່ອພະຍາຍາມອ້າງສິດທິໃນດິນແດນໃໝ່.
ໃນປີ 1789 ຢູ່ດິນແດນອາເມຣິກາໄດ້ກໍຕັ້ງລັດຖະບານຂອງພວກເຂົາຂຶ້ນ. ທ່ານຈອດ ວໍຊິງຕັນ ໄດ້ເປັນປະທານາທິບໍດີຄົນທຳອິດ ແລະ ລັດຖະທຳມະນູນ (ກົດໝາຍຂອງແຜ່ນດິນ) ກໍໄດ້ກໍ່ຕັ້ງຂຶ້ນ. ຄົນສ່ວນຫຼາຍທີ່ຢູ່ໃນການປົກຄອງຂອງລັດຖະບານເປັນລູກຫຼານຂອງຊາວໂປຣແຕສແຕນທີ່ມາຈາກທະວີບຢູໂຣບ ເຊິ່ງຜູ້ທີ່ມາອາເມຣິກາແມ່ນມີອິດສະລະພາບທາງສາສະໜາ. ດັ່ງນັ້ນ ພວກເຂົາຈຶ່ງສະຖາປະນາອາເມຣິກາເປັນປະເທດທີ່ມີເສລີພາບໃຫ້ແກ່ປະຊາຊົນ ໂດຍສະເພາະເສລີພາບທາງດ້ານສາສະໜາ.
ຢູ່ມາບໍ່ພໍເທົ່າໃດທົດສະວັດນັບຕັ້ງແຕ່ມີການອົບພະຍົບມາຕັ້ງຖິ່ນຖານຢູ່ອາເມຣິກາ ປະຊາຊົນໂປຣແຕສແຕນກໍໄດ້ປະກາດເອກະລາດເປັນປະເທດສະຫະລັດອາເມຣິກາ ແລະ ໄດ້ອອກກົດໝາຍວ່າ: "ມະນຸດທຸກຄົນຖືກສ້າງຂຶ້ນມາໃຫ້ສະເໝີພາບກັນໝົດ ແລະ ທຸກໆຄົນໄດ້ຮັບສິດທິຈາກພຣະເຈົ້າ. ສິດທິເຫຼົ່ານີ້ຄື ຊີວິດ, ເສລິພາບ ແລະ ການສະແຫວງຫາຄວາມສຸກ.” ລັດຖະບານຍັງໃຫ້ເສລີພາບແກ່ທຸກຄົນໃນການນັບຖືສາສະໜາ ແລະ ໃຫ້ເສລີພາບແຕ່ລະບຸກຄົນເພື່ອເຊື່ອໃນສິ່ງທີ່ພວກເຂົາຄິດວ່າຖືກຕ້ອງ ເຊິ່ງລັດສະພາຈະບໍ່ອອກກົດໝາຍໃດໆ ຫຼື ຂໍ້ຫ້າມກ່ຽວກັບອິດສະລະພາບເຫຼົ່ານີ້... ເພາະສິ່ງເຫຼົ່ານັ້ນຢູ່ລະຫວ່າງພຣະເຈົ້າ ແລະ ມະນຸດ ແລະ ຢູ່ເໜືອກົດໝາຍຂອງມະນຸດ. ນອກຈາກນີ້, ຢູ່ຕາມບ້ານ, ໂຮງຮຽນ ແລະ ຢູ່ໂບດກໍໄດ້ມີການສອນຫຼັກການຂອງພຣະຄຳພີ ເຊິ່ງກໍໄດ້ສະແດງຜົນໃຫ້ເຫັນຄື: ປະຊາຊົນທີ່ຢູ່ໃນປະເທດມີຄວາມປະຢັດມັດທະຍັດ, ຄວາມສະຫຼຽວສະຫຼາດ, ຄວາມບໍຣິສຸດ, ການຮູ້ຈັກບັງຄັບຕົນ ແລະ ການລະເວັ້ນຈາກການເສບຂອງມືນເມົາ. ພຣະຄຳພີຈຶ່ງເປັນຫຼັກປະກັນຄວາມໝັ້ນຄົງໄດ້ດີທີ່ສຸດ ເພື່ອຄວາມຍິ່ງໃຫຍ່ຂອງປະເທດຊາດບ້ານເມືອງ. ຄົນທົ່ວໂລກພາກັນປະຫຼາດໃຈສຳລັບການພັດທະນາຂອງຄຣິສຄະຈັກຢູ່ປະເທດອາເມຣິກາ ເຊິ່ງບໍ່ມີສັນຕະປາປາ ແລະ ລັດທີ່ບໍ່ມີກະສັດ. ປະຊາຊົນນັບລ້ານໆຄົນທົ່ວທຸກຫົນທຸກແຫ່ງພາກັນອົບພະຍົບມາຕັ້ງຖິ່ນຖານຢູ່ທີ່ອາເມຣິກາ ຈົນອາເມຣິກາກາຍເປັນປະເທດທີ່ມີອຳນາດຍິ່ງໃຫຍ່ທີ່ສຸດໃນໂລກ.
ເມື່ອມີທຸລະກິດຫຼາຍຂຶ້ນ, ການຄ້າ ແລະ ການຜະລິດກໍເພີ່ມສູງຂຶ້ນ, ການລົງທຶນໃນຕະຫຼາດຫຸ້ນກຳລັງເປັນທີ່ນິຍົມ, ຄວາມສະນຸກສະໜານຫຼາຍຮູບແບບ ແລະ ໃຈທີ່ມຸ່ງໝັ້ນຢູ່ກັບທາງຝ່າຍໂລກກໍຫຼາຍຂຶ້ນ. ສິ່ງເຫຼົ່ານີ້ໄດ້ເຮັດໃຫ້ຈິດວິນຍານຂອງປະຊາຊົນໂປຣແຕສແຕນທີ່ຮ້ອນຮົນໃນພຣະເຈົ້າ ກໍຄ່ອຍໆເຢັນຊາລົງ, ບໍ່ມີການຕື່ນຕົວ, ບໍ່ມີການກັບໃຈ ແລະ ບໍ່ມີການຈະເລີນໃຫຍ່ຂຶ້ນໃນພຣະຄຸນຂອງພຣະເຈົ້າ. ພວກເຂົາມີຄວາມສຸກສະບາຍຫຼາຍ ຈົນເລີ່ມທີ່ຈະຄ່ອຍໆລືມພຣະເຈົ້າໄປ. ແລ້ວຄວາມພາກພູມໃຈ ແລະ ຄວາມເຫັນແກ່ໂຕກໍເລີ່ມເພີ່ມຂຶ້ນໃນຕົວຂອງພວກເຂົາ.
ໃນຂະນະທີ່ຄວາມຮັກຂອງພວກເຂົາທີ່ມີຕໍ່ພຣະເຈົ້າ ແລະ ເພື່ອນມະນຸດດ້ວຍກັນກຳລັງຈະຫຼຸດລົງນັ້ນ ຄວາມຮັກຂອງພວກເຂົາກໍໄດ້ປ່ຽນໄປສົນໃຈທາງດ້ານການຕົບແຕ່ງທີ່ຢູ່ໃນບ້ານ ແລະ ໃນສະຖານທີ່ບ່ອນນະມັດສະການ. ແລ້ວບໍ່ດົນ ປະຊາຊົນໂປຣແຕສແຕນກໍເລີ່ມທີ່ຈະນຳເອົາປະເພນີທາງຝ່າຍໂລກບາງສ່ວນເຂົ້າມາປະຕິບັດ. ຈາກນັ້ນ ພວກເຂົາກໍເລີ່ມທີ່ຈະອ່ານພຣະຄຳພີໜ້ອຍລົງ ແລະ ຄວາມຄິດທີ່ຜິດໆກໍເລີ່ມເຂົ້າມາໃນຄຣິສຕະຈັກ. ດັ່ງນັ້ນ ຊາວໂປຣແຕສແຕນຈຶ່ງກາຍເປັນທີ່ສົນໃຈຫຼາຍຂຶ້ນທາງດ້ານຄວາມຮັ່ງມີຝ່າຍໂລກຫຼາຍກວ່າຝ່າຍພຣະເຈົ້າ.
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 25 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ສັນຕະປາປາສູນເສຍອຳນາດໃນທະວີບຢູໂຣບ
"ແຕ່ຢ່າແທກບໍລິເວນຂ້າງນອກຂອງພຣະວິຫານ ເພາະບ່ອນນັ້ນໄດ້ມອບໃຫ້ພວກບໍ່ນັບຖືພຣະເຈົ້າແລ້ວ ຄືພວກທີ່ຈະຢຽບຢ່ຳນະຄອນສັກສິດເປັນເວລາສີ່ສິບສອງເດືອນ. ເຮົາຈະໃຊ້ພະຍານທັງສອງຂອງເຮົາມາ ພວກເຂົາຈະນຸ່ງເສື້ອທີ່ເຮັດດ້ວຍຜ້າກະສອບເຂົ້າ ແລະ ຈະປະກາດຖ້ອຍຄຳຂອງພຣະເຈົ້າໃນລະຫວ່າງພັນສອງຮ້ອຍຫົກສິບວັນ. ພະຍານທັງສອງໄດ້ແກ່ຕົ້ນກອກເທດສອງຕົ້ນ ແລະ ຄັນຕະກຽງຄຳສອງອັນ ເຊິ່ງຕັ້ງໄວ້ຢູ່ຕໍ່ໜ້າອົງພຣະຜູ້ເປັນເຈົ້າແຫ່ງແຜ່ນດິນໂລກ. ຖ້າຜູ້ໃດພະຍາຍາມເຮັດຮ້າຍໃຫ້ພະຍານທັງສອງນັ້ນ ໄຟຈະອອກມາຈາກປາກຂອງພວກເພິ່ນ ແລະ ເຜົາຜານສັດຕູຂອງພວກເພິ່ນເສຍ. ຖ້າຜູ້ໃດທີ່ຢາກທຳຮ້າຍພວກເພິ່ນ ຜູ້ນັ້ນກໍຕ້ອງຕາຍຢ່າງນັ້ນ. ພະຍານທັງສອງນີ້ ມີສິດອຳນາດທີ່ຈະອັດທ້ອງຟ້າໄວ້ ເພື່ອບໍ່ໃຫ້ຝົນຕົກໃນຂະນະທີ່ພວກເພິ່ນປະກາດພຣະທຳຂອງພຣະເຈົ້າຢູ່ນັ້ນ ພວກເພິ່ນຍັງມີສິດອຳນາດເຮັດໃຫ້ນ້ຳກາຍເປັນເລືອດໄດ້ ທັງມີສິດອຳນາດບັນດານໃຫ້ໄພອັນຕະລາຍທຸກຢ່າງທໍລະມານແຜ່ນດິນໂລກໄດ້ທຸກເວລາຕາມຄວາມປາຖະໜາ. ເມື່ອພະຍານທັງສອງສິ້ນສຸດການປະກາດພຣະທຳຂອງພຣະເຈົ້າແລ້ວ ຈະມີສັດຮ້າຍອອກມາຈາກເຫວເລິກ ແລະ ຈະຕໍ່ສູ້ພວກເພິ່ນ. ສັດຮ້າຍນັ້ນຈະຊະນະພວກເພິ່ນ ແລະ ຂ້າພວກເພິ່ນເສຍ. ສົບຂອງທ່ານທັງສອງຈະຢູ່ເທິງຖະໜົນຂອງມະຫານະຄອນ ບ່ອນທີ່ອົງພຣະຜູ້ເປັນເຈົ້າຂອງພວກເພິ່ນໄດ້ຖືກຄຶງໄວ້ທີ່ໄມ້ກາງແຂນ. ຊື່ອັນເປັນສັນຍາລັກຂອງນະຄອນນີ້ ແມ່ນເມືອງໂຊໂດມ ແລະ ເມືອງເອຢິບ. ຄົນຈາກຫຼາຍຊົນຊາດ, ຫຼາຍເຜົ່າ, ຫຼາຍພາສາ ແລະ ຫຼາຍປະເທດຈະມາເບິ່ງສົບຂອງພວກເພິ່ນຢູ່ຕະຫຼອດສາມວັນເຄິ່ງ ແລະ ພວກເຂົາຈະບໍ່ຍອມໃຫ້ນຳສົບເຫຼົ່ານັ້ນໄປບັນຈຸໄວ້ໃນອຸບມຸງ. ຄົນທົ່ວໂລກຕ່າງກໍຈະດີໃຈທີ່ພະຍານທັງສອງນີ້ຕາຍໄປແລ້ວ ພວກເຂົາຈະສະເຫຼີມສະຫຼອງ ແລະ ສົ່ງຂອງຂວັນໃຫ້ກັນແລະກັນ ເພາະຜູ້ປະກາດພຣະທຳທັງສອງນີ້ ໄດ້ນຳຄວາມທົນທຸກຢ່າງໜັກມາສູ່ມະນຸດທັງຫຼາຍ. ຫຼັງຈາກສາມວັນເຄີ່ງຜ່ານໄປແລ້ວ ລົມຫາຍໃຈທີ່ມີຊີວິດມາຈາກພຣະເຈົ້າກໍໄດ້ເຂົ້າໄປໃນສົບຂອງພວກເພິ່ນ ແລະ ທັງສອງໄດ້ລຸກຂຶ້ນ ແລະ ທຸກຄົນທີ່ໄດ້ເຫັນພວກເພິ່ນຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່ຫຼວງ." (ພຣະນິມິດ 11:2-11).
ຂໍໃຫ້ທົບທວນປະຫວັດຂອງທະວີບຢູໂຣບຄືນ. ຕັ້ງແຕ່ປີ 538 ຄຣິສຕະຈັກໂຣມັນຄາໂຕລິກທຳທ່າເປັນຜູ້ນັບຖືພຣະຄຳພີ ເຊິ່ງໄດ້ເຊື່ອງພຣະຄຳພີໄວ້ໃນພາສາທີ່ບໍ່ຮູ້ຈັກ. ດັ່ງນັ້ນ ພຣະຄຳພີເກົ່າ ແລະ ພຣະຄຳພີໃໝ່ຈະສະແດງໃຫ້ເຫັນວ່າ ຕົ້ນໝາກກອກເທດສອງຕົ້ນຈະເປັນພະຍານໃຫ້ພຣະເຈົ້າດ້ວຍຜ້າກະສອບເຂົ້າ. (ພຣະນິມິດ 11:3, 4)
ໃນສັດຕະວັດທີ 17 ພຣະຄຳພີໄດ້ຖືກຄົ້ນພົບອີກຄັ້ງ ໂດຍປະຊາຊົນຜູ້ທີ່ພະຍາຍາມແບ່ງປັນພຣະຄຳພີໃຫ້ແກ່ຄົນອື່ນໆ. ຕົວຢ່າງ ທ່ານລູເທີ ໃນປະເທດເຢຍລະມັນທີ່ໄດ້ພົບພຣະຄຳພີຢູ່ໃນຫ້ອງສະມຸດທີ່ມະຫາວິທະຍາໄລ. ແລະ ຍັງມີອີກຫຼາຍໆຄົນທີ່ມີປະສົບການທີ່ຄ້າຍຄືກັນທີ່ໄດ້ພົບພຣະຄຳຂອງພຣະເຈົ້າ. ຫຼັງຈາກນັ້ນ ພວກເຂົາກໍໄດ້ແບ່ງປັນໃຫ້ແກ່ປະຊາຊົນ ແລະ ແບ່ງປັນໃຫ້ແກ່ຜູ້ຄົນທີ່ມີຄວາມເຊື່ອ. ບາງຄົນທີ່ມີການສຶກສາສູງກໍໄດ້ແປພຣະຄຳພີເພື່ອໃຫ້ຜູ້ຄົນສາມາດເຂົ້າໃຈພຣະຄຳພີໄດ້. ຈາກນັ້ນ ເຄື່ອງພິມກໍໄດ້ຖືກປະດິດສ້າງຂຶ້ນ ແລະ ສາມາດຄັດລອກພຣະຄຳພີໄດ້ຫຼາຍໆເຫຼັ້ມ. ແຕ່ຄຣິສຕະຈັກໂຣມັນຄາໂຕລິກໄດ້ຂົ່ມເຫັງທຸກຄົນທີ່ເຊື່ອໃນພຣະຄຳພີ.
ພຣະຄຳພີໄດ້ພະຍາກອນໄວ້ວ່າ: "ພັນສອງຮ້ອຍຫົກສິບວັນ ນຸ່ງເສື້ອທີ່ເຮັດດ້ວຍຜ້າກະສອບເຂົ້າ" (ພຣະນິມິດ 11:3). 1260 ວັນໝາຍເຖິງ 1260 ປີ (ໜຶ່ງວັນເທົ່າກັບໜຶ່ງປີ: ຈົດບັນຊີ 14:33, 34). ການຂົ່ມເຫັງພຣະຄຳພີ ແລະ ຜູ້ຕິດຕາມຂອງພຣະເຈົ້າໄດ້ເລີ່ມຕົ້ນໃນປີ 538 ແລະ ໄດ້ສິ້ນສຸດລົງໃນປີ 1798 ເຊິ່ງລວມທັງໝົດ 1260 ປີຕາມຄຳພະຍາກອນ ແລະ ຄຣິສຕະຈັກໂຣມັນຄາໂຕລິກໄດ້ສູນເສຍອຳນາດຢູ່ໃນບັນດາປະເທດຕ່າງໆຢູ່ທະວີບຢູໂຣບໃນລະຫວ່າງທີ່ຄຳພະຍາກອນໄດ້ສິ້ນສຸດລົງ.
ການກົດຂີ່ຂົ່ມເຫັງບັນດາຜູ້ຕິດຕາມພຣະຄຳພີໄດ້ຮຸນແຮງຫຼາຍຂຶ້ນຢູ່ປະເທດຝຣັ່ງໃນລະຫວ່າງ 1260 ປີ ຂະນະທີ່ຄຣິສຕະຈັກໂຣມັນຄາໂຕລິກໄດ້ປົກຄອງບັນດາປະເທດຕ່າງໆໃນທະວີບຢູໂຣບ. ການກົດຂີ່ຂົ່ມເຫັງໄດ້ເຮັດໃຫ້ຊາວໂປຣແຕສແຕນຕ້ອງໄດ້ອົບພະຍົບອອກໄປຈາກປະເທດຝຣັ່ງ ເພື່ອໄປອາໄສຢູ່ທີ່ດິນແດນຕ່າງໆທີ່ພວກເຂົາຈະບໍ່ໄດ້ຖືກກົດຂີ່ຂົ່ມເຫັງ. ສ່ວນຄົນທີ່ຍັງອາໄສຢູ່ໃນປະເທດຝຣັ່ງສ່ວນຫຼາຍແມ່ນເປັນຄົນອະທຳ.
ໃນປີ 1798 ລັດຖະບານຝຣັ່ງເກີດມີບັນຫາໃຫຍ່. ກະສັດ, ພວກເຈົ້າໜ້າທີ່ ແລະ ພວກຜູ້ນຳຄຣິສຕະຈັກໂຣມັນຄາໂຕລິກດຳລົງຊີວິດຢ່າງຟຸ້ມເຟືອຍຫຼາຍ. ປະຊາຊົນສ່ວນຫຼາຍເປັນຄົນທຸກຈົນ, ທີ່ດິນສ່ວນຫຼາຍແມ່ນພວກຄົນຮັ່ງມີເທົ່ານັ້ນທີ່ເປັນເຈົ້າຂອງ, ຄົນທຸກຈົນທີ່ບໍ່ມີການສຶກສາຕ້ອງໄດ້ເຮັດວຽກເປັນຊາວໄຮ່ຊາວນາໃຫ້ແກ່ພວກຄົນຮັ່ງມີໂດຍບໍ່ມີເງິນເດືອນ ຫຼື ໄດ້ຮັບເງິນເດືອນໜ້ອຍ. ແຕ່ຕອນນີ້ ປະຊາຊົນໄດ້ກະບົດຕໍ່ສູ້ພວກຄົນຮັ່ງມີ ເພາະວ່າມັນບໍ່ຍຸຕິທໍາສຳລັບພວກເຂົາ. ແລ້ວບໍ່ດົນ ກໍເກີດການປະຕິວັດ. ພວກຜູ້ນຳຄົນໃໝ່ຖືກຈັດຕັ້ງຂຶ້ນແທນທີ່ກະສັດ, ພາສີກໍຫຼຸດລົງ, ທີ່ດິນຂອງພວກຄົນຮັ່ງມີຖືກຢຶດມາໃຫ້ປະຊາຊົນ, ພວກຄົນຮັ່ງມີຫຼາຍຄົນຖືກຂ້າຕາຍ, ພວກເຂົາຍັງໄດ້ຕໍ່ຕ້ານສາສະໜາທຸກໆ ປະເພດອີກດ້ວຍ.
ຊາວຝຣັ່ງໄດ້ຈັດຕັ້ງການນະມັດສະການພະແຫ່ງປັນຍາແທນທີ່ການນະມັດສະການພຣະເຈົ້າ. ພວກເຂົາຈັດງານສະເຫຼີມສະຫຼອງໃຫ້ແກ່ພະແຫ່ງປັນຍາ, ພວກເຂົາໄດ້ນຳພາພວກຜູ້ຍິງນຸ່ງເຄື່ອງສີຂາວພິເສດ ເພື່ອເປັນຕົວແທນພະແຫ່ງປັນຍາ, ພວກເຂົາແຮ່ຂະບວນພວກຜູ້ຍິງເຫຼົ່ານັ້ນຍ່າງໄປຕາມຖະໜົນ, ພວກເຂົາປ່ຽນຄຣິສຕະຈັກໂຣມັນຄາໂຕລິກໃຫ້ເປັນວັດຂອງພະແຫ່ງປັນຍາ. ດ້ວຍເຫດນີ້ ພວກເຂົາຈຶ່ງຍົກປັນຍາຂອງມະນຸດໄວ້ຢູ່ເໜືອພຣະເຈົ້າ. ດັ່ງນັ້ນ ຊາວຝຣັ່ງຈຶ່ງກາຍເປັນຄົນໄຮ້ສາສະໜາ ເຊິ່ງເໝືອນກັນກັບກະສັດເອຢິບໄດ້ຖາມໂມເສວ່າ: "ອົງພຣະຜູ້ເປັນເຈົ້າແມ່ນໃຜ?" ແລະ ຊາວຝຣັ່ງກໍຖາມຫາການຊົງດຳລົງຢູ່ຂອງພຣະເຈົ້າເຊັ່ນກັນ. (ພຣະນິມິດ 11:8)
ແລະຍ້ອນວ່າຊາວຝຣັ່ງໄດ້ປະຕິເສດພຣະເຈົ້າ ພວກເຂົາຈຶ່ງປະຕິເສດພຣະບັນຍັດຂອງພຣະເຈົ້າເຊັ່ນກັນ. ແລ້ວຄວາມຊົ່ວຮ້າຍຈຶ່ງເຫັນໄດ້ຢ່າງຊັດເຈນຢູ່ໃນປະເທດຝຣັ່ງ. ດັ່ງນັ້ນ ພວກເຂົາຈຶ່ງເສື່ອມໂຊມລົງເໝືອນກັນກັບເມືອງໂຊໂດມໃນສະໄໝຂອງໂລດ. (ພຣະນິມິດ 11:8)
ເມື່ອໃກ້ຈະສິ້ນສຸດ 1260 ປີຂອງຄຳພະຍາກອນ ເຊິ່ງຈະສິ້ນສຸດໃນປີ 1798 ກອງທັບຝຣັ່ງໄດ້ເດີນທາງໄປນະຄອນໂຣມ ແລະ ໄດ້ຈັບຕົວສັນຕະປາປາເປັນນັກໂທດ. ດ້ວຍເຫດນີ້ ຄຣິສຕະຈັກໂຣມັນຄາໂຕລິກຈຶ່ງໄດ້ສູນເສຍອຳນາດຢູ່ທຸກໆປະເທດໃນທະວີບຢູໂຣບ. ສິ່ງເຫຼົ່ານີ້ໄດ້ເປັນໄປຕາມຄຳພະຍາກອນທີ່ໄດ້ພະຍາກອນໄວ້ໃນພຣະທຳພຣະນິມິດ 13:3 ສັດຮ້າຍເຊິ່ງເປັນຕົວແທນຂອງຄຣິສຕະຈັກໂຣມັນຄາໂຕລິກຈະໄດ້ຮັບບາດແຜ. ບາດແຜນີ້ໄດ້ເຮັດໃຫ້ຄຣິສຕະຈັກໂຣມັນຄາໂຕລິກສູນເສຍອຳນາດໄປໄລຍະໜຶ່ງ. ຫຼັງຈາກສັນຕະປາປາຖືກຂັງຄຸກແລ້ວ ການກົດຂີ່ຂົ່ມເຫັງປະຊາຊົນຂອງພຣະເຈົ້າ ແລະ ພຣະຄຳພີກໍໄດ້ສິ້ນສຸດລົງ. ແຕ່ຊາຕານໄດ້ຄົ້ນຄິດຫຼັກຄຳສອນຜິດໃໝ່ໆຂຶ້ນມາ ເພື່ອພະຍາຍາມເຮັດໃຫ້ປະຊາຊົນຂອງພຣະເຈົ້າປະຕິເສດພຣະຄຳຂອງພຣະອົງ.
"ຫົວໆໜຶ່ງຂອງສັດຮ້າຍເບິ່ງເໝືອນຖືກຟັນປານຕາຍ" (ພຣະນິມິດ 13:3). TKJV
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 15 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ
ສັນຍານຂອງການສະເດັດກັບມາຂອງພຣະເຢຊູ
ຕອນທີ່ພຣະເຢຊູຢູ່ໃນໂລກນີ້ ພຣະອົງໄດ້ໃຫ້ສັນຍານແກ່ພວກເຮົາເມື່ອພວກເຮົາໄດ້ເຂົ້າມາໃກ້ເວລາທີ່ພຣະອົງຈະສະເດັດກັບມາຄັ້ງທີສອງ. ພຣະເຢຊູຊົງກ່າວວ່າ: "ຈະມີໝາຍສຳຄັນໃນດວງອາທິດ, ດວງຈັນ ແລະ ດວງດາວທັງປວງ" (ລູກາ 21:25). "ໃນວັນເຫຼົ່ານັ້ນ ຫຼັງຈາກເວລາແຫ່ງຄວາມທຸກລຳບາກຜ່ານພົ້ນໄປແລ້ວ ດວງອາທິດຈະມືດໄປ, ດວງຈັນຈະບໍ່ສ່ອງແສງ, ດວງດາວທັງຫຼາຍຈະຕົກລົງຈາກທ້ອງຟ້າ ແລະ ບັນດາສິ່ງທີ່ມີອຳນາດໃນທ້ອງຟ້າກໍຈະສັ່ນສະທ້ານຫວັ່ນໄຫວ. ເມື່ອນັ້ນ ເຂົາຈະເຫັນບຸດມະນຸດມາປາກົດໃນເມກດ້ວຍຣິດອຳນາດອັນຍິ່ງໃຫຍ່ ແລະ ດ້ວຍສະຫງ່າຣາສີອັນຮຸ່ງເຮືອງ" (ມາຣະໂກ 13:24-26). ແລະ ຜ່ານທາງອັກຄະສາວົກໂຢຮັນ, ພຣະເຈົ້າຊົງເປີດເຜີຍເຊັ່ນກັນວ່າ: "ແຜ່ນດິນຫວັ່ນໄຫວຢ່າງໃຫຍ່ເກີດຂຶ້ນ, ດວງຕາເວັນມືດດຳເໝືອນເຄື່ອງໄວ້ທຸກ ແລະ ດວງເດືອນກໍກາຍເປັນສີແດງເໝືອນເລືອດ. ດວງດາວທັງຫຼາຍໃນທ້ອງຟ້າກໍຕົກລົງເທິງແຜ່ນດິນ ເໝືອນດັ່ງໝາກເດື່ອດິບຕົກຫຼົ່ນລົງຈາກຕົ້ນ ເພາະລົມພາຍຸ" (ພຣະນິມິດ 6:12, 13). ແລະ ສັນຍານທັງຫຼາຍເຫຼົ່ານີ້ ເຊິ່ງໄດ້ພະຍາກອນໄວ້ນັ້ນມັນໄດ້ເກີດຂຶ້ນແລ້ວ.
ສັນຍານທຳອິດໄດ້ເກີດຂຶ້ນໃນປີ 1755. ມີແຜ່ນດິນໄຫວ ແລະ ຄື້ນໃຫຍ່ສຶນາມິເກີດຂຶ້ນຢູ່ທີ່ເມືອງລິດບອນ ເຊິ່ງເປັນເມືອງທີ່ຢູ່ແຄມຝັ່ງມະຫາສະມຸດຂອງປະເທດໂປຣຕູເກດ. ຄື້ນໃຫຍ່ສຶນາມິບໍ່ພຽງແຕ່ທຳລາຍເມືອງລິດບອນເທົ່ານັ້ນ ແຕ່ຍັງທຳລາຍໝູ່ບ້ານນ້ອຍໆຫຼາຍແຫ່ງຕາມແຄມຝັ່ງທະເລອີກດ້ວຍ. ຄວາມແຮງຂອງແຜ່ນດິນໄຫວໃນຄັ້ງນີ້ສັ່ນສະເທືອນໄປເຖິງຍຸໂຣບ, ອາຟິຣກາ, ອາເມຣິກາ ແລະ ສ່ວນຫຼາຍແມ່ນເກາະຕ່າງໆ ແລະ ດິນແດນທີ່ຕິດກັບມະຫາສະມຸດແອດແລນຕິກ. ນອກຈາກນີ້ ຍັງມີຄື້ນ ສູງ 15 ແມັດ ຈາກແຜ່ນດິນໄຫວທີ່ສັ່ນໄຫວຢູ່ທີ່ເມືອງລິດບອນ. ແຜ່ນດິນໄຫວໄດ້ເກີດຂຶ້ນໃນມື້ທີ່ຄຣິສຕະຈັກໂຣມັນຄາໂຕລິກສະເຫຼີມສະຫຼອງເທດສະການ ເຊິ່ງໄດ້ເຮັດໃຫ້ອາຄານຕ່າງໆຂອງໂບດຫັກພັງລົງມາໃສ່ປະຊາຊົນເປັນຈຳນວນຫຼວງຫຼາຍ. ໃນຊ່ວງເວລານັ້ນ ປະຊາຊົນກຳລັງໃຕ້ທຽນ ແລະ ບັນດາທຽນເຫຼົ່ານັ້ນໄດ້ເກີດໄໝ້ໄປທົ່ວທຸກບ່ອນໃນເມືອງ. ນີ້ເປັນຄັ້ງທຳອິດທີ່ມີແຜ່ນດິນໄຫວ ແລະ ຄື້ນສືນາມິເກີດຂຶ້ນຢູ່ໃນໂລກນີ້.
ຊາວຫ້າປີຕໍ່ມາ ສັນຍານທີສອງທີ່ພຣະເຢຊູໄດ້ກ່າວໄວ້ໄດ້ເກີດຂຶ້ນໃນວັນທີ 19 ພຶດສະພາ 1780 ໃນປະເທດອາເມຣິກາໄດ້ເກີດມີເມກດຳມືດທຶບໄປທົ່ວທ້ອງຟ້າ ແລະ ຢູ່ຂອບຟ້າໃນຕອນຮຸ່ງເຊົ້າ ເຊິ່ງເວລານັ້ນກໍມືດຄືກັນກັບຄວາມມືດປົກກະຕິໃນເວລາເກົ້າໂມງຕອນກາງຄືນ. ຄວາມຢ້ານ ແລະ ຄວາມວິຕົກກັງວົນໄດ້ເຂົ້າມາຄອບງຳຈິດໃຈຂອງປະຊາຊົນທັງຫຼາຍ. ພວກຜູ້ຍິງຕ່າງກໍຢືນຢູ່ທີ່ປະຕູ ແລະ ແນມໄປເບິ່ງຄວາມມືດຄື້ມຢູ່ພາຍນອກ. ສ່ວນພວກຜູ້ຊາຍກໍພາກັນຢຸດເຮັດວຽກງານ ແລະ ບັນດາຄູອາຈານໄດ້ສັ່ງນັກຮຽນໃຫ້ເມືອບ້ານ. ນັກທ່ອງທ່ຽວໄດ້ຢຸດພັກຢູ່ທີ່ບ້ານໃກ້ທີ່ສຸດ. ທຸກໆຄົນຕ່າງກໍຖາມກັນວ່າ: “ເກີດຫຍັງຂຶ້ນ?”
ມີການໃຊ້ທຽນ ໄຟຈາກເຕົາສ່ອງແສງແຈ້ງເໝືອນກັບໃນຕອນຄ່ຳຄືນຂອງລະດູໃບໄມ້ຫຼົ່ນທີ່ບໍ່ມີແສງດວງເດືອນ... ຝູງສັດປີກບິນເຂົ້າຮັງ ແລະ ໄປນອນ, ຝູງງົວຄວາຍມາຮ່ວມຕົວກັນຢູ່ທີ່ທົ່ງນາ ແລະ ສົ່ງສຽງຮ້ອງ, ກົບຫຼາຍໂຕສົ່ງສຽງຮ້ອງ, ຝູງນົກຮ້ອງເພງຍາມກາງຄືນ ແລະ ໂຕເຈຍບິນໄປມາ ແຕ່ມະນຸດຮູ້ດີວ່າ ເວລານີ້ຍັງບໍ່ແມ່ນຕອນກາງຄືນ.
ຄວາມມືດທີ່ຮຸນແຮງທີ່ສຸດຂອງມື້ນັ້ນ ດຳເນີນໄປປະມານໜຶ່ງ ຫຼື ສອງຊ່ວງໂມງກ່ອນຈະຄ່ຳ, ທ້ອງຟ້າບາງສ່ວນກໍເລີ່ມປອດໂປງ ແລະ ດວງຕາເວັນປາກົດຂຶ້ນ ເຖິງແມ່ນວ່າ ຍັງມີເມກມືດດຳໜາປົກຄຸມບັງໄວ້ "ຫຼັງຈາກດວງຕາເວັນຕົກດິນແລ້ວ ເມກໄດ້ກັບມາປົກຄຸມອີກ ແລະ ມືດລົງຢ່າງໄວວາ" ເປັນຄວາມມືດຂອງຍາມຄ່ຳຄືນທີ່ຜິດປົກກະຕິ ແລະ ເບິ່ງເປັນຕາຢ້ານຫຼາຍກວ່າຄວາມມືດທີ່ໄດ້ເກີດຂຶ້ນໃນຊ່ວງເວລາກາງເວັນ ເຖິງແມ່ນວ່າຈະມີດວງເດືອນທີ່ເກືອບເຕັມດວງ ແຕ່ກໍແນມເບິ່ງວັດຖຸຕ່າງໆບໍ່ເຫັນ ຍົກເວັນການໃຊ້ແສງທຽນຊ່ວຍ ເຊິ່ງເມື່ອແນມໄປເບິ່ງບ້ານທີ່ຢູ່ໃກ້ຄຽງກັນ ຫຼື ສະຖານທີ່ອື່ນໆທີ່ຫ່າງໄກອອກໄປ ຈະເບິ່ງຄືວ່າເປັນຄວາມມືດຂອງຊາວເມືອງເອຢິບ ເຊິ່ງແສງເກືອບຈະບໍ່ທະລຸຜ່ານໄປໄດ້. ຫຼັງຈາກເວລາທ່ຽງຄືນ ຄວາມມືດຫາຍໄປ ແລະເມື່ອດວງເດືອນປາກົດໃຫ້ເຫັນຄັ້ງທຳອິດນັ້ນ ກໍມີລັກສະນະເປັນສີເລືອດ.
ໃນປີ 1833 ສັນຍານທີສາມໄດ້ປາກົດຢູ່ໃນປະເທດອາເມຣິກາຄື ໄດ້ມີບັນດາດວງດາວຕົກລົງມາຈາກທ້ອງຟ້າ ເຊິ່ງມັນເປັນສິ່ງທີ່ມະຫັດສະຈັນຫຼາຍ.
ເຫດການທີ່ເກີດຂຶ້ນເຫຼົ່ານີ້ສະແດງໃຫ້ຮູ້ວ່າ ເວລາໃກ້ເຂົ້າມາແລ້ວທີ່ພຣະເຈົ້າຈະພິພາກສາໂລກຕາມທີ່ໂຢຮັນໄດ້ພະຍາກອນໄວ້ນັ້ນ. ສະນັ້ນ ສິ່ງເຫຼົ່ານັ້ນທີ່ເກີດຂຶ້ນຈຶ່ງເປັນການຕັກເຕືອນປະຊາຊົນຂອງພຣະເຈົ້າໃຫ້ກັບໃຈໃໝ່ (ພະນິມິດ 14:7).
ອ້າງອີງຈາກປຶ້ມ "ປາຍທາງແຫ່ງຄວາມຫວັງ" (ສະບັບພາສາໄທ) ບົດທີ 17 ແລະ 18 ຂຽນໂດຍ ທ່ານ ນາງ ເອເລັນ ຈີ. ໄວທ